\v 7 “ຂ້າແດ່ພຣະຢາເວ, ພຣະອົງຊົງໄດ້ຫລອກລວງຂ້ານ້ອຍ ແລະຂ້ານ້ອຍກໍຖືກຫລອກລວງ. ພຣະອົງຊົງມີກຳລັງຫລາຍກວ່າຂ້ານ້ອຍ ແລະພຣະອົງກໍຊະນະ. ຂ້ານ້ອຍໄດ້ກາຍເປັນທີ່ໃຫ້ເຂົາຫົວຂວັນ; ທຸກຄົນເຍາະເຍີ້ຍຂ້ານ້ອຍ. \v 8 ເພາະວ່າເມື່ອໃດທີ່ຂ້ານ້ອຍໄດ້ເວົ້າ, ຂ້ານ້ອຍຮ້ອງໃຫ້ຊ່ວຍ ຂ້ານ້ອຍກ່າວວ່າ, ‘ຄວາມທາລຸນ ແລະການທຳລາຍ.’ ແລ້ວພຣະທັມຂອງພຣະຢາເວໄດ້ເປັນເຫດໃຫ້ຂ້ານ້ອຍເປັນທີ່ຕຳຫນິ ແລະເຍາະເຍີ້ຍທຸກມື້. \v 9 ແລ້ວຂ້ານ້ອຍກ່າວວ່າ, ‘ຂ້ານ້ອຍຈະບໍ່ອ້າງເຖິງພຣະຢາເວອີກຕໍ່ໄປ. ຂ້ານ້ອຍຈະບໍ່ກ່າວໃນພຣະນາມຂອງພຣະອົງອີກ.’ ແຕ່ກໍມີສິ່ງເຫມືອນໄຟໄຫມ້ຢູ່ໃນໃຈຂອງຂ້ານ້ອຍ, ອັດຢູ່ໃນກະດູກຂອງຂ້ານ້ອຍ. ດັ່ງນັ້ນຂ້ານ້ອຍກໍຕໍ່ສູ້ເພື່ອອັດມັນໄວ້, ແຕ່ຂ້ານ້ອຍກໍບໍ່ສາມາດອັດໄວ້ໄດ້.