Mon Oct 07 2019 13:45:07 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-10-07 13:45:07 +07:00
parent c4d683687d
commit 0edd7cb650
8 changed files with 79 additions and 0 deletions

9
02/18.txt Normal file
View File

@ -0,0 +1,9 @@
\v 18 \v 19 18 ບັດນີ້ ເຈົ້າຫວັງປະໂຫຍດອັນໃດທີ່ຈະໄປປະເທດເອ¬ຢິບ
ຫວັງຈະດື່ມນ້ຳໃນແມ່ນ້ຳນິນບໍ?
ຫວັງປະໂຫຍດອັນໃດທີ່ຈະໄປປະເທດອັດ¬ຊີ¬ເຣຍ
ຫວັງຈະດື່ມນ້ຳໃນແມ່ນ້ຳເອ¬ຟຣາດບໍ?
19 ພວກເຈົ້າຈະຖືກໂທດຍ້ອນຄວາມຊົ່ວຊ້າຂອງເຈົ້າເອງ
ແລະຍ້ອນປະຖິ້ມເຮົາ
ທີ່ພວກເຈົ້າປະຖິ້ມພຣະ¬ຜູ້¬ເປັນ¬ເຈົ້າ ແລະບໍ່ຢ້ານກົວເຮົາອີກຕໍ່ໄປນັ້ນ
ພວກເຈົ້າຈະຮູ້ດອກວ່າມັນຂົມຂື່ນ ແລະຊົ່ວຮ້າຍພຽງໃດ
ເຮົາພຣະ¬ຜູ້¬ເປັນ¬ເຈົ້າໄດ້ກ່າວດັ່ງນີ້ແຫລະ.”

11
02/20.txt Normal file
View File

@ -0,0 +1,11 @@
\v 20 \v 21 \v 22 20 “ອິ¬ສຣາ¬ເອນເອີຍ! ເຫິງນານແລ້ວທີ່ເຈົ້າບໍ່ຍອມຢູ່ໃຕ້ອຳນາດຂອງເຮົາ
ບໍ່ຍອມເຊື່ອຟັງເຮົາ ແລະເວົ້າວ່າ ຂ້າພະເຈົ້າຈະບໍ່ຮັບໃຊ້ພຣະອົງ
ແຕ່ຢູ່ເທິງພູ ແລະກ້ອງຕົ້ນໄມ້ບ່ອນສັກສິດ
ພວກເຈົ້າໄດ້ເຮັດປະຫມາດເໝືອນຍິງໂສເພນີ.
21 ເຮົາໄດ້ປູກເຈົ້າໄວ້ເໝືອນກັບຕົ້ນອະງຸ່ນພັນດີ
ເໝືອນແນວພືດຢ່າງດີທີ່ສຸດ
ແຕ່ແລ້ວເປັນຫຍັງເຈົ້າຈຶ່ງກາຍເປັນເໝືອນອະງຸ່ນພັນບໍ່ດີ
ທີ່ເຮົາບໍ່ສົນໃຈອີກຕໍ່ໄປແລ້ວ.
22 ເຖິງແມ່ນເຈົ້າຈະລ້າງຕົວຂອງເຈົ້າດ້ວຍນ້ຳຢາ ແລະໃສ່ສະບູຫລາຍໆ
ເຮົາກໍຍັງເຫັນຄວາມເປິເປື້ອນອັນເນື່ອງມາຈາກບາບຂອງເຈົ້າຢູ່
ເຮົາພຣະ¬ຜູ້¬ເປັນ¬ເຈົ້າໄດ້ກ່າວດັ່ງນີ້ແຫລະ.

13
02/23.txt Normal file
View File

@ -0,0 +1,13 @@
\v 23 \v 24 \v 25 23 ເຈົ້າຈະເວົ້າໄດ້ຢ່າງໃດວ່າບໍ່ໄດ້ເຮັດຜິດ
ແລະເວົ້າວ່າບໍ່ເຄີຍຂາບໄຫວ້ພະ¬ບາ¬ອານ
ຈົ່ງຄິດເບິ່ງດຸວ່າ ເຈົ້າໄດ້ເຮັດບາບໃນຮ່ອມພູຢ່າງໃດແດ່
ຈົ່ງສຳນຶກໃນສິ່ງທີ່ໄດ້ເຮັດນັ້ນ
ເຈົ້າເປັນເໝືອນອູດແມ່ທີ່ກຳລັງຄຶກຄະນອງ
ທີ່ປ່ອຍໃຫ້ມັນໄປໄດ້ຕາມໃຈ.
24 ເຈົ້າເປັນເໝືອນລໍແມ່ທີ່ແລ່ນຖືເຊີງຢູ່ໃນຖິ່ນແຫ້ງແລ້ງກັນດານ
ເມື່ອມັນຢາກຖືເຊີງຢ່າງຮຸນແຮງ ໃຜຈະບັງຄັບມັນໄດ້
ລໍເຖິກກໍປະສົມກັບມັນໄດ້ງ່າຍ
ລໍແມ່ຈະປະກົດໃຫ້ເຫັນເລື້ອຍ ໃນລະດູຕິດເຊີງ.
25 ອິ¬ສຣາ¬ເອນເອີຍ ຢ່າແລ່ນຈົນເກີບເຮ່ຍ ແລະຄໍແຫ້ງ
ແຕ່ເຈົ້າໄດ້ເວົ້າວ່າ ບໍ່ເປັນຫຍັງດອກ
ຂ້າພະເຈົ້າຍິນດີນັບຖືພະຕ່າງປະເທດ ແລະຈະຕິດຕາມໄປ.”

13
02/26.txt Normal file
View File

@ -0,0 +1,13 @@
\v 26 \v 27 \v 28 26 “ຂີ້ລັກນັ້ນເມື່ອຖືກຈັບຍ່ອມລະອາຍສັນໃດ
ພວກເຈົ້າປະຊາຊົນອິ¬ສຣາ¬ເອນທັງໝົດ
ຮ່ວມທັງກະສັດ ເຈົ້ານາຍ ປະໂລຫິດ ແລະຜູ້ປະກາດພຣະທຳ
ກໍຈະລະອາຍສັນນັ້ນ.
27 ພວກເຈົ້າຈະລະອາຍທີ່ເວົ້າກັບຕົ້ນໄມ້ວ່າ
ອາດຍາເປັນພໍ່ຂອງຂ້ານ້ອຍ
ແລະເວົ້າກັບກ້ອນຫີນວ່າ ອາດຍາເປັນແມ່ຂອງຂ້ານ້ອຍ
ເລື່ອງນີ້ຈະເກີດຂຶ້ນຍ້ອນເຈົ້າປະຖິ້ມເຮົາ ແລະບໍ່ຕ່າວມາຫາເຮົາ
ແຕ່ເມື່ອເຈົ້າຕົກທຸກໄດ້ຍາກ
ເຈົ້າຈະຮ້ອງຂໍໃຫ້ເຮົາມາຊ່ອຍ.
28 ພະທີ່ເຈົ້າເຮັດຂຶ້ນສຳລັບຕົວເອງນັ້ນຢູ່ໃສ?
ເມື່ອຕົກທຸກໄດ້ຍາກ ຈົ່ງໃຫ້ມັນຊ່ອຍຕີ້ ຖ້າວ່າຈະຊ່ອຍໄດ້
ຊາວຢູ¬ດາເອີຍ ພວກເຈົ້ານັ້ນມີພະຫລາຍທໍ່ກັບມີເມືອງ.

10
02/29.txt Normal file
View File

@ -0,0 +1,10 @@
\v 29 \v 30 \v 31 29 ເຮົາພຣະ¬ຜູ້¬ເປັນ¬ເຈົ້າຂໍຖາມວ່າ ເປັນຫຍັງເຈົ້າຈຶ່ງຮ້ອງທຸກຕໍ່ເຮົາ
ພວກເຈົ້າທັງໝົດໄດ້ກະບົດຕໍ່ສູ້ເຮົາ.
30 ເຮົາໄດ້ລົງໂທດເຈົ້າ ແຕ່ພວກເຈົ້າບໍ່ຫລາບ
ເຈົ້າບໍ່ຍອມຮັບເອົາການດັດສັນດານນັ້ນ
ແລະໄດ້ຂ້າຜູ້ປະກາດພຣະທຳຂອງຕົນເໝືອນສິງໂຕຮ້າຍກາດ.
31 ພວກເຈົ້າທັງໝົດຈົ່ງຕັ້ງໃຈຟັງສິ່ງທີ່ເຮົາຈະເວົ້າ
ຊາວອິ¬ສຣາ¬ເອນເອີຍ ເຮົາເປັນເໝືອນຖິ່ນແຫ້ງແລ້ງກັນດານ
ແລະເໝືອນກັບແຜ່ນດິນທີ່ເປັນອັນຕະລາຍຕໍ່ພວກເຈົ້າບໍ?
ໄພ່ພົນຂອງເຮົາເອີຍ ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ
ຈະເຮັດຕາມໃຈຂອງຕົນ ແລະຈະບໍ່ມາຫາເຮົາອີກຕໍ່ໄປ?

12
02/32.txt Normal file
View File

@ -0,0 +1,12 @@
\v 32 \v 33 \v 34 32 ຍິງສາວຈະລືມເຄື່ອງເອ້ຂອງຕົນໄດ້ບໍ?
ແລະເຈົ້າສາວຈະລືມເຄື່ອງແຕ່ງຕົວໃນງານສົມລົດໄດ້ບໍ?
ແຕ່ໄພ່ພົນຂອງເຮົາໄດ້ລືມເຮົາເປັນເວລາດົນນານແລ້ວ.
33 ເຈົ້າຮູ້ຈັກວິທີຍົວະເຍົ້າໃຫ້ຄົນມາຫລົງຮັກ
ແມ່ນແຕ່ແມ່ຈ້າງກໍຍັງຮຽນນຳເຈົ້າ.
34-35 ເສື້ອຂອງເຈົ້າໄດ້ເປິເປື້ອນດ້ວຍເລືອດຂອງຄົນທຸກຍາກ
ທີ່ບໍ່ມີຄວາມຜິດ
ແລະເລືອດຂອງຄົນທີ່ບໍ່ເຄີຍລັກຂອງໃນເຮືອນເຈົ້າ
ແຕ່ທັງໆ ທີ່ເປັນດັ່ງນີ້ ພວກເຈົ້າກໍຍັງເວົ້າວ່າ ຕົນບໍ່ມີຄວາມຜິດ
ແລະວ່າພຣະ¬ຜູ້¬ເປັນ¬ເຈົ້າບໍ່ຄຽດຮ້າຍເຈົ້າອີກຕໍ່ໄປ
ເຮົາພຣະ¬ຜູ້¬ເປັນ¬ເຈົ້າຈະລົງໂທດເຈົ້າ
ຍ້ອນເຈົ້າເວົ້າວ່າບໍ່ໄດ້ເຮັດບາບ.

10
02/35.txt Normal file
View File

@ -0,0 +1,10 @@
\v 35 \v 36 \v 37 -35 ແລະວ່າພຣະ¬ຜູ້¬ເປັນ¬ເຈົ້າບໍ່ຄຽດຮ້າຍເຈົ້າອີກຕໍ່ໄປ
ເຮົາພຣະ¬ຜູ້¬ເປັນ¬ເຈົ້າຈະລົງໂທດເຈົ້າ
ຍ້ອນເຈົ້າເວົ້າວ່າບໍ່ໄດ້ເຮັດບາບ.
36 ດ້ວຍເຫດໃດ ເຈົ້າຈຶ່ງປ່ຽນເສັ້ນທາງຢ່າງງ່າຍດາຍ
ເຈົ້າຈະຜິດຫວັງຍ້ອນປະເທດເອ¬ຢິບ
ເໝືອນເຄີຍຜິດຫວັງຍ້ອນປະເທດອັດ¬ຊີ¬ເຣຍມາແລ້ວ.
37 ເຈົ້າຈະໄດ້ອອກໄປຈາກເອ¬ຢິບດ້ວຍ
ຈະລະອາຍຄົນທັງຫລາຍຈົນເບິ່ງໜ້າໃຜບໍ່ໄດ້
ເພາະພຣະ¬ຜູ້¬ເປັນ¬ເຈົ້າຊົງປະຖິ້ມບັນດາຄວາມໄວ້ວາງໃຈຂອງເຈົ້າ
ເຈົ້າຈະຈະເລີນຂຶ້ນມາເພາະພວກເຂົາກໍບໍ່ໄດ້.”

1
03/title.txt Normal file
View File

@ -0,0 +1 @@
ບົດທີ 3