Mon Oct 07 2019 13:43:07 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-10-07 13:43:07 +07:00
parent 52d67f8885
commit c4d683687d
10 changed files with 65 additions and 0 deletions

1
01/13.txt Normal file
View File

@ -0,0 +1 @@
\v 13 \v 14 13ຕໍ່ມາ ພຣະ¬ຜູ້¬ເປັນ¬ເຈົ້າຊົງຖາມຂ້າ¬ພະ¬ເຈົ້າອີກວ່າ, “ເຈົ້າໄດ້ເຫັນຫຍັງອີກບໍ?” ຂ້າ-ພະ¬ເຈົ້າໄດ້ທູນຕອບວ່າ, “ຂ້າ¬ນ້ອຍໄດ້ເຫັນໝໍ້ໜ່ວຍຫນຶ່ງຢູ່ທາງທິດ¬ເຫນືອ ມັນກຳ-ລັງຟົດ ແລະປາກໝໍ້ນັ້ນປິ່ນມາທາງພີ້.” 14ແລ້ວພຣະ¬ອົງຊົງກ່າວຕໍ່ຂ້າ¬ພະ¬ເຈົ້າວ່າ, “ເຫດຮ້າຍຈະເກີດຂຶ້ນທາງທິດ¬ເຫນືອ ແລ້ວຈະລຸ¬ກລາມເຜົາຜານຄົນທັງປວງທີ່ອາ-ໄສຢູ່ໃນແຜ່ນ¬ດິນນີ້.

1
01/15.txt Normal file
View File

@ -0,0 +1 @@
\v 15 \v 16 15ຈົ່ງຟັງສິ່ງທີ່ເຮົາກ່າວ ຄືເຮົາຈະເອີ້ນຊົນຊາດທີ່¬ຢູ່ທາງທິດ¬ເຫນືອນັ້ນມາໝົດ ກະ¬ສັດທັງ¬ຫລາຍຂອງພວກເຂົາກໍຈະມາ ກະ¬ສັດແຕ່ລະອົງຈະຕັ້ງກອງ¬ທັບບັນ¬ຊາການຂອງຕົນໄວ້ຕໍ່¬ໜ້າປະ¬ຕູນະ¬ຄອນເຢ¬ຣູ¬ຊາ¬ເລັມຕິດກັບກຳ¬ແພງ ແລະຕໍ່¬ໜ້າປະ¬ຕູຫົວເມືອງອື່ນ ໃນຣາຊະອານາຈັກຢູ¬ດາ. 16ເຮົາຈະລົງ¬ໂທດຄົນທັງ¬ຫລາຍດ້ວຍວ່າພວກເຂົາໄດ້ເຮັດບາບຄື ໄດ້ປະຖິ້ມເຮົາ ໄດ້ເຜົາເຄື່ອງຫອມບູ¬ຊາຖວາຍແກ່ພະອື່ນ ແລະໄດ້ສ້າງຮູບເຄົາ¬ລົບທີ່ພວກເຂົາເອງສ້າງຂຶ້ນ.

1
01/17.txt Normal file
View File

@ -0,0 +1 @@
\v 17 \v 18 \v 19 17ເຈົ້າຈົ່ງກ້າ¬ຫານ ແລະຈົ່ງໄປບອກທຸກ ສິ່ງທີ່ເຮົາສັ່ງເຈົ້ານັ້ນແກ່ພວກເຂົາ ບັດນີ້ ເຈົ້າຢ່າສູ່ຢ້ານພວກເຂົາ ບໍ່ດັ່ງ¬ນັ້ນ ເຮົາຈະເຮັດໃຫ້ເຈົ້າຢ້ານພວກເຂົາຫລາຍຂຶ້ນເມື່ອເຈົ້າຢູ່ນຳພວກເຂົາ. 18ຈົ່ງຟັງ ເຢ¬ເຣ¬ມີ¬ຢາ ຄືທຸກ ຄົນໃນປະ¬ເທດນີ້ ທັງກະ¬ສັດຂອງຊາວຢູ¬ດາ ຂ້າ¬ລາ¬ຊະ¬ການ ປະ¬ໂລ¬ຫິດ ແລະປະ¬ຊາ¬ຊົນທັງປວງຈະຕໍ່¬ສູ້ເຈົ້າ ແຕ່ມື້¬ນີ້ ເຮົາຈະເຮັດໃຫ້ເຈົ້າສາ¬ມາດຕໍ່¬ສູ້ຂັດ¬ຂວາງພວກເຂົາໄດ້ ເຈົ້າຈະເປັນເໝືອນນະ¬ຄອນທີ່ມີ-ການປ້ອງກັນຢ່າງດີ ຈະເປັນເໝືອນເສົາເຫລັກ ແລະກຳ¬ແພງທອງ¬ເຫລືອງ. 19ພວກເຂົາຈະບໍ່ຊະ¬ນະເຈົ້າ ເພາະ¬ວ່າເຮົາຈະຢູ່ປົກປັກຮັກ¬ສາເຈົ້າ ເຮົາພຣະ¬ຜູ້¬ເປັນ¬ເຈົ້າໄດ້ກ່າວດັ່ງ¬ນີ້ແຫລະ.”

10
02/01.txt Normal file
View File

@ -0,0 +1,10 @@
\c 2 \v 1 \v 2 \v 3 1ພຣະ¬ຜູ້¬ເປັນ¬ເຈົ້າຊົງບອກໃຫ້ຂ້າ¬ພະ¬ເຈົ້າໄປຍັງນະ¬ຄອນເຢ¬ຣູ¬ຊາ¬ເລັມ ເພື່ອບອກຖ້ອຍຄຳຂອງພຣະ¬ອົງແກ່ຄົນທັງປວງວ່າ,
2 “ເຮົາລະນຶກເຖິງຄວາມສັດຊື່ຄາວເມື່ອເຈົ້າຍັງໜຸ່ມ
ລະນຶກເຖິງຄວາມຮັກທີ່ເຈົ້າມີຕໍ່ເຮົາຄາວມື້ແຕ່ງງານ
ພວກເຈົ້າຕິດຕາມເຮົາໄປທົ່ວຖິ່ນແຫ້ງແລ້ງກັນດານ
ຄືພູມີປະເທດທີ່ບໍ່ໄດ້ປູກຝັງ.
3 ຊາວອິ¬ສຣາ¬ເອນເອີຍ! ໃນເວລານັ້ນພວກເຈົ້າເປັນຂອງເຮົາທັງໝົດ
ເປັນຫມາກຜົນອັນດີທີ່ສຸດຈາກການເກັບກ່ຽວຂອງເຮົາ
ເຮົາເຮັດໃຫ້ທຸກຄົນທີ່ທຳຮ້າຍເຈົ້າໄດ້ຮັບຄວາມເດືອດຮ້ອນ
ແລະໃຫ້ພວກເຂົາໄດ້ຮັບຄວາມທຸກຍາກລຳບາກ
ເຮົາພຣະ¬ຜູ້¬ເປັນ¬ເຈົ້າໄດ້ກ່າວດັ່ງນີ້ແຫລະ.”

13
02/04.txt Normal file
View File

@ -0,0 +1,13 @@
\v 4 \v 5 \v 6 4 ເຊື້ອສາຍຂອງຢາ¬ໂຄບ ແລະບັນດາຄອບຄົວອິ¬ສຣາ¬ເອນເອີຍ
ຈົ່ງຟັງຖ້ອຍຄຳຂອງພຣະ¬ຜູ້¬ເປັນ¬ເຈົ້າເທີ້ນ.
5 ພຣະ¬ຜູ້¬ເປັນ¬ເຈົ້າຊົງກ່າວວ່າ,
ບັນພະບູລຸດຂອງພວກເຈົ້າເຫັນວ່າເຮົາໄດ້ເຮັດຜິດຫຍັງ
ຈຶ່ງໄດ້ພາກັນໜີຈາກໄປ?
ພວກເຂົາໄດ້ນັບຖືຮູບອັນບໍ່ມີປະໂຫຍດ
ຈຶ່ງກາຍເປັນຄົນທີ່ບໍ່ມີປະໂຫຍດ.
6 ເຖິງແມ່ນວ່າເຮົາໄດ້ຊ່ອຍພວກເຂົາໃຫ້ອອກຈາກປະເທດເອ¬ຢິບ
ໄດ້ນຳພາພວກເຂົາຜ່ານຖິ່ນແຫ້ງແລ້ງກັນດານ
ຜ່ານປະເທດທີ່ມີພູ ແລະເຫວ
ຜ່ານປະເທດທີ່ແຫ້ງແລ້ງແລະມີອັນຕະລາຍ
ໃນບ່ອນທີ່ບໍ່ມີຄົນຜ່ານໄປ ແລະອາໄສຢູ່
ພວກເຂົາກໍບໍ່ໄດ້ເອົາໃຈໃສ່ໃນເຮົາ.

9
02/07.txt Normal file
View File

@ -0,0 +1,9 @@
\v 7 \v 8 7 ເຮົາໄດ້ນຳພວກເຂົາເຂົ້າໄປຢູ່ໃນດິນແດນທີ່ອຸດົມສົມບູນ
ເພື່ອກິນຜົນລະປູກ ແລະສິ່ງອື່ນໆ ໃນແຜ່ນດິນນັ້ນ
ແຕ່ພວກເຂົາໄດ້ເຂົ້າມາສໍ້ໂກງແຜ່ນດິນຂອງເຮົາ
ໄດ້ເຮັດໃຫ້ແຜ່ນດິນທີ່ເຮົາຍົກໃຫ້ພວກເຂົາເສື່ອມເສຍໄປ.
8 ພວກປະໂລຫິດບໍ່ໄດ້ສົນໃຈໃນພຣະ¬ຜູ້¬ເປັນ¬ເຈົ້າ
ພວກນັກທຳກໍບໍ່ຮູ້ຈັກເຮົາ
ຜູ້ປົກຄອງກໍເປັນກະບົດຕໍ່ສູ້ເຮົາ
ຜູ້ປະກາດພຣະທຳກໍປະກາດໃນນາມຂອງພະ¬ບາ¬ອານ
ແລະໄດ້ຂາບໄຫວ້ຮູບພະທີ່ຊ່ອຍຫຍັງບໍ່ໄດ້.

12
02/09.txt Normal file
View File

@ -0,0 +1,12 @@
\v 9 \v 10 \v 11 9 ດ້ວຍເຫດນີ້ ເຮົາພຣະ¬ຜູ້¬ເປັນ¬ເຈົ້າຈຶ່ງຈະນຳຄະດີມາຕໍ່ສູ້
ໄພ່ພົນຂອງເຮົາອີກ
ແລະມາຕໍ່ສູ້ພວກຫລານເຫລັນຂອງພວກເຂົາດ້ວຍ.
10 ຈົ່ງໄປທາງຕາເວັນຕົກເກາະກິດ¬ຕີມ
ໃຫ້ສົ່ງຄົນໄປທາງຕາເວັນອອກເຖິງເມືອງເກ¬ດາ
ແລ້ວພິຈາລະນາເບິ່ງຄັກໆ
ວ່າເຄີຍມີຫຍັງເກີດຂຶ້ນເໝືອນສິ່ງນີ້ຫລືບໍ່?
11 ໃນໂລກນີ້ມີຊາດໃດແດ່ເຄີຍປະພະຂອງຕົນ
ເຖິງແມ່ນວ່າພະເຫລົ່ານັ້ນບໍ່ແມ່ນພະແທ້ກໍດີ?
ແຕ່ໄພ່ພົນຂອງເຮົາໄດ້ປະເຮົາແລ້ວ
ຄືປະພຣະ¬ເຈົ້າອົງນຳກຽດມາໃຫ້ພວກເຂົາ
ໄປຫາພະທີ່ຊ່ອຍເຫລືອຫຍັງບໍ່ໄດ້.

6
02/12.txt Normal file
View File

@ -0,0 +1,6 @@
\v 12 \v 13 12 ດັ່ງນັ້ນ ເຮົາພຣະ¬ຜູ້¬ເປັນ¬ເຈົ້າຈຶ່ງສັ່ງໃຫ້ທ້ອງຟ້າຫວັ່ນໄຫວຢ່າງຮຸນແຮງ
ເພື່ອໃຫ້ຄົນເກີດການອັດສະຈັນ ແລະຕື່ນຕົກໃຈ.
13 ໄພ່ພົນຂອງເຮົາໄດ້ເຮັດບາບສອງຢ່າງ ຄື
ໄດ້ປະຖິ້ມເຮົາຜູ້ເປັນນ້ຳບໍ່ທີ່ມີຊີວິດ
ແລະໄດ້ຂຸດນ້ຳສ້າງສຳລັບຕົນເອງ
ແຕ່ສ້າງນັ້ນບໍ່ມີນ້ຳ.”

11
02/14.txt Normal file
View File

@ -0,0 +1,11 @@
\v 14 \v 15 \v 16 \v 17 14 “ຊາວອິ¬ສຣາ¬ເອນບໍ່ໄດ້ເປັນຂ້າທາດ ບໍ່ໄດ້ເກີດມາເປັນຂ້າທາດ
ຖ້າຢ່າງນັ້ນ ເປັນຫຍັງສັດຕູຈຶ່ງຕາມລ່າຈັບພວກເຂົາ?
15 ສັດຕູໄດ້ຮ້ອງແຜດສຽງໃສ່ພວກເຂົາເໝືອນດັ່ງສິງ
ພວກເຂົາໄດ້ແຜດສຽງໃສ່ຢ່າງຮຸນແຮງ
ແລະໄດ້ເຮັດໃຫ້ແຜ່ນດິນອິ¬ສຣາ¬ເອນເປັນຖິ່ນແຫ້ງແລ້ງກັນດານ
ຫົວເມືອງຂອງພວກເຂົາກໍຖືກທຳລາຍ ແລະບໍ່ມີຄົນອາໄສຢູ່.
16 ຍິ່ງໄປກວ່ານີ້ ຊາວເມືອງເມັມ¬ຟິດ ແລະເມືອງຕະ¬ປັນ¬ເຂດ
ຍັງໄດ້ທຸບຕີຫົວຂອງຊາວອິ¬ສຣາ¬ເອນແຕກ.
17 ອິ¬ສຣາ¬ເອນເອີຍ ພວກເຈົ້າໄດ້ນຳສິ່ງນີ້ມາໃສ່ພວກເຈົ້າເອງ
ໃນຂະນະທີ່ເຮົາພາເຈົ້າໄປຕາມທາງ
ເຈົ້າໄດ້ປະຖິ້ມເຮົາ ຄືພຣະ¬ຜູ້¬ເປັນ¬ເຈົ້າຂອງເຈົ້າ.

1
02/title.txt Normal file
View File

@ -0,0 +1 @@
ບົດທີ 2