lo_jer_text_ulb_l3/35/15.txt

1 line
1.4 KiB
Plaintext
Raw Normal View History

\v 15 ເຮົາໄດ້ສົ່ງບັນດາຜູ້ຮັບໃຊ້ຂອງເຮົາ, ຄືຜູ້ປະກາດພຣະທຳມາຫາພວກເຈົ້າ. ເຮົາສົ່ງພວກເຂົາມາຢ່າງບໍ່ຂາດສາຍ ກ່າວວ່າ, ‘ໃຫ້ພວກເຈົ້າທຸກຄົນຈົ່ງຖອຍຫລັງກັບຈາກທາງຊົ່ວຂອງຕົນ ແລະເຮັດສິ່ງດີທັງຫລາຍ; ຢ່າໃຫ້ຜູ້ໃດໄປຕິດສອຍຫ້ອຍຕາມພະອື່ນໆ ແລະນະມັດສະການພະເຫລົ່ານັ້ນ. ແຕ່, ໃຫ້ກັບມາຢູ່ໃນແຜ່ນດິນ ຊຶ່ງເຮົາໄດ້ປະທານແກ່ພວກເຈົ້າ ແລະ ບັນພະບູລຸດທັງຫລາຍຂອງພວກເຈົ້າ. ແຕ່ພວກເຈົ້າບໍ່ໄດ້ຫງ່ຽງຫູຟັງ ຫລືສົນໃຈເຮົາເລີຍ. \v 16 ເພາະເຊື້ອສາຍທັງຫລາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ເຮັດຕາມຄຳບັນຊາ ຊຶ່ງບັນພະບູລຸດຂອງເຂົາໄດ້ສັ່ງໄວ້, ແຕ່ຊົນຊາດນີ້ບໍ່ໄດ້ເຊື່ອຟັງເຮົາ.’”