Wed Nov 06 2019 06:40:29 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-11-06 06:40:29 +07:00
parent 43888e0faf
commit 15a9e6a9ac
7 changed files with 12 additions and 1 deletions

1
35/12.txt Normal file
View File

@ -0,0 +1 @@
\v 12 ແລ້ວພຣະທຳແຫ່ງພຣະຢາເວຈຶ່ງມາເຖິງເຢເຣມີຢາວ່າ, \v 13 “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ຈົ່ງໄປແລະບອກບັນດາຜູ້ຊາຍຂອງຢູດາ ແລະບອກຊາວນະຄອນເຢຣູຊາເລັມວ່າ ພຣະຢາເວກ່າວວ່າ, “ພວກເຈົ້າຈະບໍ່ຮັບຄຳສັ່ງສອນ ແລະ ເຊື່ອຟັງຖ້ອຍຄຳຂອງເຮົາບໍ? —ນີ້ເປັນການປະກາດຂອງພຣະຢາເວ. \v 14 ຄຳບັນຊາທັງຫລາຍຊຶ່ງໂຢນາດາບລູກຊາຍເຣກາບໃຫ້ໄວ້ແກ່ລູກຊາຍທັງຫລາຍຂອງຕົນ ເພີ່ນສັ່ງວ່າບໍ່ໃຫ້ດື່ມເຫລົ້າອະງຸ່ນນັ້ນ. ພວກເຂົາກໍໄດ້ຮັກສາໄວ້ຈົນຮອດທຸກມື້ນີ້. ພວກເຂົາທັງຫລາຍໄດ້ເຊື່ອຟັງຄຳບັນຊາແຫ່ງບັນພະບູລຸດຂອງພວກເຂົາ. ແຕ່ສຳລັບເຮົາ, ເຮົາເອງໄດ້ເວົ້າກັບພວກເຈົ້າຢ່າງບໍ່ຢຸດຢັ້ງ, ແຕ່ພວກເຈົ້າທັງຫລາຍກໍບໍ່ໄດ້ຟັງເຮົາ.

1
35/15.txt Normal file
View File

@ -0,0 +1 @@
\v 15 ເຮົາໄດ້ສົ່ງບັນດາຜູ້ຮັບໃຊ້ຂອງເຮົາ, ຄືຜູ້ປະກາດພຣະທຳມາຫາພວກເຈົ້າ. ເຮົາສົ່ງພວກເຂົາມາຢ່າງບໍ່ຂາດສາຍ ກ່າວວ່າ, ‘ໃຫ້ພວກເຈົ້າທຸກຄົນຈົ່ງຖອຍຫລັງກັບຈາກທາງຊົ່ວຂອງຕົນ ແລະເຮັດສິ່ງດີທັງຫລາຍ; ຢ່າໃຫ້ຜູ້ໃດໄປຕິດສອຍຫ້ອຍຕາມພະອື່ນໆ ແລະນະມັດສະການພະເຫລົ່ານັ້ນ. ແຕ່, ໃຫ້ກັບມາຢູ່ໃນແຜ່ນດິນ ຊຶ່ງເຮົາໄດ້ປະທານແກ່ພວກເຈົ້າ ແລະ ບັນພະບູລຸດທັງຫລາຍຂອງພວກເຈົ້າ. ແຕ່ພວກເຈົ້າບໍ່ໄດ້ຫງ່ຽງຫູຟັງ ຫລືສົນໃຈເຮົາເລີຍ. \v 16 ເພາະເຊື້ອສາຍທັງຫລາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ເຮັດຕາມຄຳບັນຊາ ຊຶ່ງບັນພະບູລຸດຂອງເຂົາໄດ້ສັ່ງໄວ້, ແຕ່ຊົນຊາດນີ້ບໍ່ໄດ້ເຊື່ອຟັງເຮົາ.’”

1
35/17.txt Normal file
View File

@ -0,0 +1 @@
\v 17 ເຫດສະນັ້ນ ພຣະຢາເວ, ພຣະເຈົ້າຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ເບິ່ງແມ, ເຮົາຈະນຳຄວາມຮ້າຍທັງຫມົດຊຶ່ງເຮົາປະກາດໄວ້ມາເຫນືອຢູດາ ແລະບັນດາຊາວນະຄອນເຢຣູຊາເລັມ, ໄພພິບັດທັງຫມົດທີ່ເຮົາໄດ້ເວົ້າກັບພວກເຂົາທັງຫລາຍ ແຕ່ພວກເຈົ້າກໍບໍ່ຟັງ; ເຮົາໄດ້ເອີ້ນພວກເຂົາ, ແຕ່ເຂົາບໍ່ຂານຕອບ.’”

1
35/18.txt Normal file
View File

@ -0,0 +1 @@
\v 18 ເຢເຣມີຢາໄດ້ເວົ້າກັບເຊື້ອສາຍເຣກາບວ່າ, “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ພວກເຈົ້າໄດ້ເຊື່ອຟັງຄຳບັນຊາຂອງໂຢນາດາບ ບັນພະບູລຸດຂອງພວກເຈົ້າ ແລະຖືຮັກສາຂໍ້ບັງຄັບຂອງເພິ່ນທັງຫມົດເຫລົ່ານັ້ນ—ພວກເຈົ້າໄດ້ເຮັດທຸກຢ່າງທີ່ເພິ່ນບັນຊາພວກເຈົ້າ— \v 19 ເພາະສະນັ້ນ ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຈະມີບາງຄົນສືບເຊື້ອສາຍຈາກໂຢນາດາບລູກຊາຍເຣກາບ ທີ່ຈະບົວລະບັດເຮົາຢູ່ເປັນນິດ.’”

1
36/01.txt Normal file
View File

@ -0,0 +1 @@
\c 36 \v 1 \v 2 \v 3 1 ມັນໄດ້ເກີດຂື້ນໃນປີທີສີ່ແຫ່ງລາຊະການເຢໂຮຢາກີມ ລາຊະໂອລົດຂອງໂຢສີຢາ ກະສັດຢູດາ, ທີ່ພຣະຢາເວຊົງກ່າວຕໍ່ເຢເຣມີຢາວ່າ, 2 “ຈົ່ງນຳເອົາເຈ້ຍມ້ວນຫນຶ່ງມາສຳລັບຕົວເຈົ້າເອງ ແລະໃຫ້ຂຽນຖ້ອຍຄຳທັງຫມົດທີ່ກ່ຽວກັບອິດສະຣາເອນ ແລະຢູດາ, ແລະຊົນຊາດທັງປວງ. ຈົ່ງເຮັດທຸກສິ່ງທີ່ເຮົາໄດ້ບອກພວກເຈົ້າຕັ້ງແຕ່ຄາວໂຢສີຢາ ເປັນກະສັດຈົນເຖິງທຸກມື້ນີ້. 3 ບາງທີເມື່ອປະຊາຊົນຢູດາໄດ້ຍິນເລື່ອງການທຳລາຍທີ່ເຮົາຕັ້ງໃຈຈະນຳມາຍັງພວກເຂົານັ້ນ. ພວກເຂົາທຸກຄົນອາດຫລີກຫນີຈາກທາງຊົ່ວຮ້າຍເສຍ, ແລ້ວເຮົາກໍຈະໃຫ້ອະໄພບາບ ແລະ ຄວາມຊົ່ວຮ້າຍແກ່ພວກເຂົາ.”

1
36/title.txt Normal file
View File

@ -0,0 +1 @@
ບົດທີ 36

View File

@ -387,6 +387,11 @@
"35-01",
"35-03",
"35-05",
"35-08"
"35-08",
"35-12",
"35-15",
"35-17",
"35-18",
"36-title"
]
}