lo_jdg_text_ulb_l3/20/32.txt

1 line
1.2 KiB
Plaintext

\v 32 ແລ້ວຄົນ​ເບັນ­ຢາ­ມິນຈຶ່ງ​ເວົ້າ​ກັນ​ວ່າ, “ພວກ­ເຂົາ​ພ່າຍ­ແພ້​ ແລະພວກເຂົາກຳລັງແລ່ນຫນີຈາກພວກເຮົາ​ຄື​ກັນກັບຄາວ​ກ່ອນ”. ແຕ່​ຄົນ​​ອິດ​ສ​ະ​ຣາເອນ​ເວົ້າ​ວ່າ, “ໃຫ້ພວກ​ເຮົາແລ່ນ​ຖອຍອອກມາ ແລະລໍຖ້າພວກເຂົາອອກມາ​ຫ່າງ​ຈາກ​ເມືອງ​ໄປ​ຮອດ​ຖະ­ຫນົນ­ນັ້ນ”. \v 33 ຄົນ​​ອິດ​ສ​ະ​ຣາເອນ​ທັງ​ມົດ​ກໍ​ລຸກ​ອອກ­ຈາກ​ບ່ອນ​ຂອງ­ຕົນ​ ແລະຈັດແນວຮົບຂອງຕົນ​ທີ່​ບາ­ອານ-ຕາ­ມາ. ແລ້ວພວກທະຫານຂອງ​​ອິດ​ສ​ະ​ຣາເອນ​ທີ່​ຄອຍ​ຖ້າ​ຊຸ້ມ​ຢູ່​ກໍ​ອອກ­ຈາກ​ບ່ອນ​ຂອງ­ຕົນ​ຈາກເມືອງ​ມາຣາ-ເກ­ບາ.