2019-10-10 00:48:15 +00:00
|
|
|
\v 32 ແລ້ວຄົນເບັນຢາມິນຈຶ່ງເວົ້າກັນວ່າ, “ພວກເຂົາພ່າຍແພ້ ແລະພວກເຂົາກຳລັງແລ່ນຫນີຈາກພວກເຮົາຄືກັນກັບຄາວກ່ອນ”. ແຕ່ຄົນອິດສະຣາເອນເວົ້າວ່າ, “ໃຫ້ພວກເຮົາແລ່ນຖອຍອອກມາ ແລະລໍຖ້າພວກເຂົາອອກມາຫ່າງຈາກເມືອງໄປຮອດຖະຫນົນນັ້ນ”. \v 33 ຄົນອິດສະຣາເອນທັງມົດກໍລຸກອອກຈາກບ່ອນຂອງຕົນ ແລະຈັດແນວຮົບຂອງຕົນທີ່ບາອານ-ຕາມາ. ແລ້ວພວກທະຫານຂອງອິດສະຣາເອນທີ່ຄອຍຖ້າຊຸ້ມຢູ່ກໍອອກຈາກບ່ອນຂອງຕົນຈາກເມືອງມາຣາ-ເກບາ.
|