lo_jdg_text_ulb_l3/11/12.txt

1 line
1.3 KiB
Plaintext

\v 12 ແລ້ວເຢັບ­ທາ​ຈຶ່ງ​ສົ່ງ​ຜູ້​ສົ່ງຂ່າວ​ໄປ​ຍັງ​ກະສັດຂອງຊາວ​ອຳ­ໂມນ​, ຖາມ­ວ່າ “ຄວາມຂັດແຍ້ງຄັ້ງນີ້ລະຫວ່າງພວກເຮົາແມ່ນຫຍັງ? ເປັນຫຍັງທ່ານ​ຈຶ່ງ​ຍົກ­ທັບ​ມາ​ຕໍ່­ສູ້​ ເພື່ອຢືດເອົາແຜ່ນ­ດິນ​ຂອງ​ພວກເຮົາ”. \v 13 ກະສັດຂອງ​ຄົນ​ອຳ­ໂມນ​ຕອບກັບ​ຜູ້​ສົ່ງຂ່າວ​ຂອງ​ເຢັບ­ທາ​ວ່າ, “ເພາະ­ວ່າ​ເມື່ອ​ອິ​ສ​ະ​ຣາເອນໄດ້ອອກຈາກ​​ເອ­ຢິບ, ພວກເຂົາໄດ້ຢືດ​ແຜ່ນ­ດິນ​ຂອງ​ເຮົາ​ໄປ ຕັ້ງ­ແຕ່​ແມ່­ນ້ຳ​ອາ­ກໂນນ​ເຖິງ​ແມ່­ນ້ຳ​ຢັບ­ໂບກ, ແລະ​ຮອດ​ແມ່­ນ້ຳ​ຈໍແດນ. ບັດ­ນີ້ ຈົ່ງຄືນ​ແຜ່ນ­ດິນ​ເຫລົ່າ­ນັ້ນໃຫ້ກັບເຮົາ​ໂດຍ​ດີ.”