1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 12 ແລ້ວເຢັບທາຈຶ່ງສົ່ງຜູ້ສົ່ງຂ່າວໄປຍັງກະສັດຂອງຊາວອຳໂມນ, ຖາມວ່າ “ຄວາມຂັດແຍ້ງຄັ້ງນີ້ລະຫວ່າງພວກເຮົາແມ່ນຫຍັງ? ເປັນຫຍັງທ່ານຈຶ່ງຍົກທັບມາຕໍ່ສູ້ ເພື່ອຢືດເອົາແຜ່ນດິນຂອງພວກເຮົາ”. \v 13 ກະສັດຂອງຄົນອຳໂມນຕອບກັບຜູ້ສົ່ງຂ່າວຂອງເຢັບທາວ່າ, “ເພາະວ່າເມື່ອອິສະຣາເອນໄດ້ອອກຈາກເອຢິບ, ພວກເຂົາໄດ້ຢືດແຜ່ນດິນຂອງເຮົາໄປ ຕັ້ງແຕ່ແມ່ນ້ຳອາກໂນນເຖິງແມ່ນ້ຳຢັບໂບກ, ແລະຮອດແມ່ນ້ຳຈໍແດນ. ບັດນີ້ ຈົ່ງຄືນແຜ່ນດິນເຫລົ່ານັ້ນໃຫ້ກັບເຮົາໂດຍດີ.” |