lo_gen_text_ulb_l3/42/01.txt

1 line
1.5 KiB
Plaintext

\c 42 \v 1 ເມື່ອຢາໂຄບຮູ້ວ່າຢູ່ທີ່ປະເທດອີຢິບຍັງມີເຂົ້າຂາຍ. ເພິ່ນ​ກໍ​ເວົ້າ​ຕໍ່​ພວກ​ລູກຊາຍ​ຂອງເພິ່ນວ່າ, "ພວກເຈົ້າ​ພາກັນ​ຢູ່​ລ້າໆ​ເຮັດ​ຫຍັງ?" \v 2 ເພິ່ນເວົ້າວ່າ,"ເບິ່ງນີ້, ເຮົາໄດ້ຍິນ​ວ່າ​ທີ່ໃນ​​ອີຢິບ​ມີ​ເຂົ້າ​ຂາຍ. ຈົ່ງລົງໄປ​ທີ່​ນັ້ນ ແລະຊື້ເຂົ້າຈາກທີ່ນັ້ນມາໃຫ້ເຮົາ ເພື່ອທີ່ເຮົາ​ຈະ​ໄດ້ມີຊີວິດຢູ່​." \v 3 ອ້າຍທັງສິບຄົນຂອງ​ໂຢເຊັບ​ ໄດ້ລົງ​ໄປ​ຊື້ເຂົ້າຈາກ​ອີຢິບ​​. \v 4 ແຕ່​​ເບັນຢາມິນ​,ນ້ອງຊາຍ​ຂອງ​ໂຢເຊັບນັ້ນ, ຢາໂຄບບໍ່ໄດ້ສົ່ງ​ໄປ​ກັບ​ພວກອ້າຍຂອງເຂົາ, ເພາະເຂົາ​ຢ້ານ​ວ່າເບັນຢາມິນຈະໄດ້ຮັບ​ອັນຕະລາຍເນື່ອງດ້ວຍການອຶດຢາກອາຫານຊຶ່ງ​ເກີດໃນແຜ່ນດິນ​ການາອ​ານ.