1 line
1.5 KiB
Plaintext
1 line
1.5 KiB
Plaintext
\c 42 \v 1 ເມື່ອຢາໂຄບຮູ້ວ່າຢູ່ທີ່ປະເທດອີຢິບຍັງມີເຂົ້າຂາຍ. ເພິ່ນກໍເວົ້າຕໍ່ພວກລູກຊາຍຂອງເພິ່ນວ່າ, "ພວກເຈົ້າພາກັນຢູ່ລ້າໆເຮັດຫຍັງ?" \v 2 ເພິ່ນເວົ້າວ່າ,"ເບິ່ງນີ້, ເຮົາໄດ້ຍິນວ່າທີ່ໃນອີຢິບມີເຂົ້າຂາຍ. ຈົ່ງລົງໄປທີ່ນັ້ນ ແລະຊື້ເຂົ້າຈາກທີ່ນັ້ນມາໃຫ້ເຮົາ ເພື່ອທີ່ເຮົາຈະໄດ້ມີຊີວິດຢູ່." \v 3 ອ້າຍທັງສິບຄົນຂອງໂຢເຊັບ ໄດ້ລົງໄປຊື້ເຂົ້າຈາກອີຢິບ. \v 4 ແຕ່ເບັນຢາມິນ,ນ້ອງຊາຍຂອງໂຢເຊັບນັ້ນ, ຢາໂຄບບໍ່ໄດ້ສົ່ງໄປກັບພວກອ້າຍຂອງເຂົາ, ເພາະເຂົາຢ້ານວ່າເບັນຢາມິນຈະໄດ້ຮັບອັນຕະລາຍເນື່ອງດ້ວຍການອຶດຢາກອາຫານຊຶ່ງເກີດໃນແຜ່ນດິນການາອານ. |