lo_gen_text_ulb_l3/14/21.txt

1 line
1.5 KiB
Plaintext

\v 21 ກະສັດເມືອງໂຊໂດມໄດ້ກ່າວກັບອັບຣາມວ່າ, "ຈົ່ງໃຫ້ປະຊາຊົນແກ່ຂ້ານ້ອຍ, ແລະ ເອົາສິ່ງຂອງໄປສຳລັບຕົວເຈົ້າເອງ." \v 22 ແຕ່ອັບຣາມໄດ້ຕອບກັບກະສັດເມືອງໂຊໂດມວ່າ, "ຂ້ານ້ອຍໄດ້ຍົກມືຂອງຂ້ານ້ອຍໃຫ້​ແກ່ພຣະຢາເວ, ພຣະເຈົ້າຜູ້ສູງສຸດ, ຜູ້ຊົງສ້າງຟ້າ ແລະແຜ່ນດິນໂລກ, \v 23 ວ່າຂ້ານ້ອຍຈະບໍ່ເອົາເສັ້ນດ້າຍຈັກຫນຶ່ງເສັ້ນ, ຫລືສິ່ງໃດໆທີ່ເປັນຂອງທ່ານ, ດັ່ງນັ້ນທ່ານຈະບໍ່ສາມາດກ່າວໄດ້ວ່າ, ເຮົາໄດ້ເຮັດໃຫ້ອັບຣາມຮັ່ງມີ. \v 24 ຂ້ານ້ອຍຈະບໍ່ຮັບສິ່ງໃດເລີຍ, ຍົກເວັ້ນສິ່ງທີ່ບັນດາຄົນຫນຸ່ມທັງຫລາຍໄດ້ກິນ ແລະ ສ່ວນແບ່ງຂອງພວກຜູ້ຊາຍທີ່ໄປກັບຂ້ານ້ອຍ. ຂໍໃຫ້ອາເນ, ເອັດຊະໂຄນ, ແລະ ມຳເຣໄດ້ຮັບສ່ວນຂອງພວກເຂົາເຖີດ."