1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 21 ກະສັດເມືອງໂຊໂດມໄດ້ກ່າວກັບອັບຣາມວ່າ, "ຈົ່ງໃຫ້ປະຊາຊົນແກ່ຂ້ານ້ອຍ, ແລະ ເອົາສິ່ງຂອງໄປສຳລັບຕົວເຈົ້າເອງ." \v 22 ແຕ່ອັບຣາມໄດ້ຕອບກັບກະສັດເມືອງໂຊໂດມວ່າ, "ຂ້ານ້ອຍໄດ້ຍົກມືຂອງຂ້ານ້ອຍໃຫ້ແກ່ພຣະຢາເວ, ພຣະເຈົ້າຜູ້ສູງສຸດ, ຜູ້ຊົງສ້າງຟ້າ ແລະແຜ່ນດິນໂລກ, \v 23 ວ່າຂ້ານ້ອຍຈະບໍ່ເອົາເສັ້ນດ້າຍຈັກຫນຶ່ງເສັ້ນ, ຫລືສິ່ງໃດໆທີ່ເປັນຂອງທ່ານ, ດັ່ງນັ້ນທ່ານຈະບໍ່ສາມາດກ່າວໄດ້ວ່າ, ເຮົາໄດ້ເຮັດໃຫ້ອັບຣາມຮັ່ງມີ. \v 24 ຂ້ານ້ອຍຈະບໍ່ຮັບສິ່ງໃດເລີຍ, ຍົກເວັ້ນສິ່ງທີ່ບັນດາຄົນຫນຸ່ມທັງຫລາຍໄດ້ກິນ ແລະ ສ່ວນແບ່ງຂອງພວກຜູ້ຊາຍທີ່ໄປກັບຂ້ານ້ອຍ. ຂໍໃຫ້ອາເນ, ເອັດຊະໂຄນ, ແລະ ມຳເຣໄດ້ຮັບສ່ວນຂອງພວກເຂົາເຖີດ." |