Fri Oct 11 2019 19:25:50 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-11 19:25:51 +07:00
parent d95b6270aa
commit d78b470db4
8 changed files with 13 additions and 0 deletions

1
26/19.txt Normal file
View File

@ -0,0 +1 @@
\v 19 \v 20 19ຄົນຮັບໃຊ້ຂອງອີຊາກໄດ້ຂຸດນໍ້າສ້າງທີ່ຮ່ອມພູ ແລະ​ພວກເຂົາ​ໄດ້​ພົບ​ນໍ້າ​ອອກ​ບໍ່. 20ຄົນລ້ຽງສັດຂອງຊາວເມືອງເກຣາກຈຶ່ງມາຖົກຖຽງກັນກັບຄົນລ້ຽງສັດຂອງອີຊາກວ່າ, “ບໍ່ນໍ້າ​ນີ້​ເປັນ​ຂອງ​ພວກເຮົາ.” ດັ່ງນັ້ນ ອີຊາກ​ຈຶ່ງ​ໃສ່​ຊື່​ບໍ່ນໍ້າ​ນີ້​ວ່າ, “ທະເລາະ​ວິວາດ.”

1
26/21.txt Normal file
View File

@ -0,0 +1 @@
\v 21 \v 22 21ຄົນຮັບໃຊ້ຂອງອີຊາກໄດ້ຂຸດນໍ້າສ້າງອີກໜ່ວຍໜຶ່ງ ໃນ​ບ່ອນ​ນີ້​ກໍ​ມີ​ການ​ຖົກຖຽງ​ກັນ​ຕື່ມ​ອີກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ສັດຕູ.” 22ເພິ່ນຈຶ່ງໜີຈາກທີ່ນັ້ນແລະໄປຂຸດນໍ້າສ້າງທີ່ອື່ນອີກ. ໃນ​ທີ່​ນີ້​ບໍ່ມີ​ການ​ຖົກຖຽງ​ກັນ​ເກີດຂຶ້ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ອິດສະລະພາບ.” ເພິ່ນ​ເວົ້າ​ວ່າ, “ບັດນີ້ ພຣະເຈົ້າຢາເວ​ໄດ້​ໃຫ້​ອິດສະລະພາບ​ແກ່​ພວກເຮົາ​ໃນ​ດິນແດນ​ນີ້ ພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ທີ່​ນີ້.”

6
26/23.txt Normal file
View File

@ -0,0 +1,6 @@
\v 23 \v 24 \v 25 23ແລ້ວອີຊາກກໍຈາກບ່ອນນີ້ໄປສູ່ເບເອນເຊບາ. 24ໃນຄືນນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ,
“ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ;
ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ.
ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ;
ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”
25ໃນທີ່ນັ້ນ ອີຊາກ​ໄດ້​ສ້າງ​ແທ່ນບູຊາ​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນັ້ນ ແລະ​ຄົນ​ຂອງ​ເພິ່ນ​ກໍ​ຂຸດ​ນໍ້າສ້າງ​ຕື່ມ​ອີກ.

1
26/26.txt Normal file
View File

@ -0,0 +1 @@
\v 26 \v 27 26ເຈົ້າອາບີເມເຫຼັກມາແຕ່ເມືອງເກຣາກພ້ອມກັບອາຮູຊາດທີ່ປຶກສາ ແລະ​ຟີໂກນ​ແມ່ທັບ​ຂອງຕົນ​ເພື່ອ​ຢ້ຽມຢາມ​ອີຊາກ. 27ອີຊາກຖາມວ່າ, “ທ່ານເອີຍ ດ້ວຍເຫດໃດ​ຈຶ່ງ​ມາ​ຫາ​ຂ້ານ້ອຍ? ໃນ​ເມື່ອ​ທ່ານ​ກຽດຊັງ​ຂ້ານ້ອຍ ແລະ​ຂັບໄລ່​ຂ້ານ້ອຍ​ອອກ​ມາ​ຈາກ​ດິນແດນ​ຂອງທ່ານ.”

1
26/28.txt Normal file
View File

@ -0,0 +1 @@
\v 28 \v 29 28ເຈົ້າອາບີເມເຫຼັກຕອບວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ພວກເຮົາ​ຄິດ​ວ່າ​ເຈົ້າ​ແລະ​ເຮົາ​ຄວນ​ມີ​ການ​ຕົກລົງ​ກັນ​ຢ່າງ​ຈິງໃຈ. 29ພວກເຮົາປະສົງຢາກໃຫ້ເຈົ້າສັນຍາວ່າຈະບໍ່ທຳຮ້າຍພວກເຮົາ ດັ່ງ​ທີ່​ພວກເຮົາ​ບໍ່ໄດ້​ທຳຮ້າຍ​ເຈົ້າ. ພວກເຮົາ​ເມດຕາ​ເຈົ້າ​ໂດຍ​ໃຫ້​ເດີນທາງ​ອອກ​ໜີ​ມາ​ຢ່າງ​ສະຫງົບສຸກ. ມາບັດນີ້ ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ອວຍພອນ​ເຈົ້າ.”

1
26/30.txt Normal file
View File

@ -0,0 +1 @@
\v 30 \v 31 30ອີຊາກໄດ້ຈັດງານກິນລ້ຽງຂຶ້ນເພື່ອຕ້ອນຮັບພວກເພິ່ນ ພວກເພິ່ນ​ພາກັນ​ກິນ​ແລະ​ດື່ມ​ຢ່າງ​ມ່ວນຊື່ນ. 31ໃນຕອນເຊົ້າມືດທັງສອງຝ່າຍຕ່າງກໍສາບານຕໍ່ກັນແລະກັນ. ອີຊາກ​ໄດ້​ສັ່ງ​ລາ​ພວກເພິ່ນ ແລະ​ພວກເພິ່ນ​ໄດ້​ອຳລາ​ກັບ​ເມືອ​ຢ່າງ​ສັນມິດ​ທີ່​ດີ.

1
26/32.txt Normal file
View File

@ -0,0 +1 @@
\v 32 \v 33 32ໃນມື້ນັ້ນເອງ ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ມາ​ບອກ​ເຖິງ​ການ​ຂຸດ​ນໍ້າສ້າງ​ວ່າ, “ເຮົາ​ໄດ້​ພົບ​ນໍ້າ.” 33ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ສາບານ” ຊຶ່ງ​ຕໍ່ມາ​ໄດ້​ກາຍເປັນ​ຊື່​ຂອງ​ເມືອງ​ເບເອນເຊບາ.

1
26/34.txt Normal file
View File

@ -0,0 +1 @@
\v 34 \v 35 34ເມື່ອເອຊາວອາຍຸໄດ້ 40 ປີ; ເພິ່ນ​ແຕ່ງງານ​ກັບ​ລູກສາວ​ຂອງ​ຊາວ​ຮິດຕີ​ສອງ​ຄົນ​ຄື: ນາງ​ຢູດິດ​ລູກສາວ​ຂອງ​ເບເອຣີ ແລະ​ນາງ​ບາເສມາດ​ລູກສາວ​ຂອງ​ເອໂລນ. 35ລູກໃພ້ສອງຄົນນີ້ເຮັດໃຫ້ອີຊາກແລະນາງເຣເບກາ ບໍ່ມີ​ຄວາມ​ສຸກໃຈ​ເລີຍ.