Fri Oct 11 2019 19:19:50 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-11 19:19:51 +07:00
parent 5afee5f7af
commit c1483e5d4b
14 changed files with 18 additions and 1 deletions

View File

@ -1 +1 @@
24ນາງຕອບວ່າ, “ຫລານ​ເປັນ​ລູກສາວ​ຂອງ​ເບທູເອນ. ພໍ່​ຂອງ​ຫລານ​ເປັນ​ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ. 25ຢູ່ບ້ານຂອງພວກເຮົາມີເຟືອງແລະຫຍ້າຢ່າງຫລວງຫລາຍສຳລັບສັດ ແລະ​ມີ​ບ່ອນ​ນອນ​ພັກ​ສຳລັບ​ລຸງ​ດ້ວຍ.”
\v 24 \v 25 24ນາງຕອບວ່າ, “ຫລານ​ເປັນ​ລູກສາວ​ຂອງ​ເບທູເອນ. ພໍ່​ຂອງ​ຫລານ​ເປັນ​ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ. 25ຢູ່ບ້ານຂອງພວກເຮົາມີເຟືອງແລະຫຍ້າຢ່າງຫລວງຫລາຍສຳລັບສັດ ແລະ​ມີ​ບ່ອນ​ນອນ​ພັກ​ສຳລັບ​ລຸງ​ດ້ວຍ.”

1
24/26.txt Normal file
View File

@ -0,0 +1 @@
\v 26 \v 27 26ເມື່ອໄດ້ຍິນນາງເວົ້າຢ່າງນັ້ນ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຈຶ່ງ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ. 27ລາວເວົ້າວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ພຣະອົງ​ຮັກສາ​ຄຳສັນຍາ​ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ຢ່າງ​ສັດຊື່. ພຣະເຈົ້າຢາເວ​ໄດ້​ນຳພາ​ຂ້ານ້ອຍ​ມາ​ເຖິງ​ບ້ານ​ຍາດຕິ​ພີ່ນ້ອງ​ຂອງ​ເພິ່ນ.”

1
24/28.txt Normal file
View File

@ -0,0 +1 @@
\v 28 \v 29 \v 30 28ຍິງສາວຈຶ່ງຟ້າວແລ່ນເມືອຫາແມ່ຢູ່ເຮືອນ ແລະ​ເລົ່າ​ເລື່ອງ​ທັງໝົດ​ສູ່​ຟັງ. 29ເມື່ອລາບານອ້າຍຂອງເຣເບກາເຫັນແຫວນຄຳປະດັບດັງ; ແລະ​ສາຍ​ແຂນ​ຄຳ​ທີ່​ແຂນ​ຂອງ​ນ້ອງສາວ​ຂອງຕົນ ທັງ​ໄດ້ຍິນ​ເລື່ອງ​ທີ່​ນ້ອງສາວ​ເວົ້າ​ເຖິງ​ຊາຍ​ຄົນ​ນັ້ນ​ສູ່​ແມ່​ຟັງ; 30ລາວຈຶ່ງຟ້າວແລ່ນອອກໄປພົບຄົນຮັບໃຊ້ຂອງອັບຣາຮາມ ທີ່​ຢືນ​ລໍ​ຖ້າ​ຢູ່​ກັບ​ຝູງ​ອູດ​ໃກ້​ນໍ້າສ້າງ

2
24/31.txt Normal file
View File

@ -0,0 +1,2 @@
\v 31 \v 32 31ແລະເວົ້າວ່າ “ທ່ານ​ຜູ້​ມີ​ພຣະພອນ​ເອີຍ ເຊີນ​ໄປ​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ເທີ້ນ. ເປັນຫຍັງ​ຈຶ່ງ​ຢືນ​ຢູ່​ທີ່​ນີ້? ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ມີ​ບ່ອນ​ສຳລັບ​ທ່ານ​ແລະ​ມີ​ທີ່​ພັກ​ສຳລັບ​ໂຕ​ອູດ​ຂອງທ່ານ​ດ້ວຍ.”
32ສະນັ້ນ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຈຶ່ງ​ໄປ​ທີ່​ເຮືອນ ແລະ​ລາບານ​ໄດ້​ຂົນ​ເຄື່ອງ​ລົງ​ຈາກ​ຫລັງ​ອູດ, ເອົາ​ເຟືອງ​ກັບ​ຫຍ້າ​ໃຫ້​ອູດ​ກິນ, ແລ້ວ​ລາວ​ກໍ​ເອົາ​ນໍ້າ​ໃຫ້​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ແລະ​ຄົນ​ທີ່​ມາ​ນຳ​ລາວ​ລ້າງ​ຕີນ.

3
24/33.txt Normal file
View File

@ -0,0 +1,3 @@
\v 33 \v 34 \v 35 33ແລ້ວຈຶ່ງຈັດອາຫານມາຕ້ອນຮັບລາວ. ແຕ່​ລາວ​ໄດ້ເວົ້າ​ວ່າ, “ຂ້ອຍ​ຈະ​ບໍ່​ກິນ​ຈົນກວ່າ​ຂ້ອຍ​ຈະ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຂ້ອຍ​ໄດ້​ຮັບ​ມອບໝາຍ​ມາ​ນັ້ນ​ໃຫ້​ທ່ານ​ຟັງ​ສາ​ກ່ອນ.”
ລາບານ​ເວົ້າ​ວ່າ “ເຊີນ​ເວົ້າ​ມາ​ເທາະ.”
34ລາວຈຶ່ງເລີ່ມເວົ້າວ່າ “ຂ້ອຍ​ເປັນ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ. 35ພຣະເຈົ້າຢາເວໄດ້ອວຍພອນນາຍຂອງຂ້ອຍຢ່າງຫລວງຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ກາຍເປັນ​ຄົນ​ຮັ່ງມີ. ພຣະອົງ​ໂຜດ​ໃຫ້​ເພິ່ນ​ມີ​ຝູງແກະ, ຝູງແບ້, ຝູງງົວ, ຝູງ​ລໍ ແລະ​ຝູງ​ອູດ ທັງ​ມີ​ເງິນຄຳ​ແລະ​ຄົນ​ຮັບໃຊ້​ຊາຍ​ຍິງ​ຢ່າງ​ຫຼວງຫລາຍ.

1
24/36.txt Normal file
View File

@ -0,0 +1 @@
\v 36 \v 37 \v 38 36ນາງຊາຣາເມຍຂອງນາຍຂ້ອຍມີລູກຊາຍຜູ້ໜຶ່ງ ເມື່ອ​ເວລາ​ເພິ່ນ​ເຖົ້າແກ່​ແລ້ວ ແລະ​ນາຍ​ຂອງຂ້ອຍ​ໄດ້​ມອບ​ຊັບສົມບັດ​ທັງໝົດ​ໃຫ້​ລາວ. 37ເພິ່ນໃຫ້ຂ້ອຍເຮັດຕາມຄຳສັ່ງຂອງເພິ່ນ ໂດຍ​ເພິ່ນ​ເວົ້າ​ວ່າ, ‘ເຈົ້າ​ຢ່າ​ເອົາ​ຍິງ​ສາວ​ຊາວ​ການາອານ ມາ​ເປັນ​ເມຍ​ລູກຊາຍ​ຂອງຂ້ອຍ. 38ແຕ່ໃຫ້ໄປຫາຄົນຈາກຄອບຄົວຂອງພໍ່ຂ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງຂ້ອຍ ໃຫ້​ມາ​ເປັນ​ເມຍ​ລູກຊາຍ​ຂອງຂ້ອຍ.

1
24/39.txt Normal file
View File

@ -0,0 +1 @@
\v 39 \v 40 \v 41 39ຂ້ອຍເວົ້າກັບເພິ່ນວ່າ, ‘ຈະ​ເຮັດ​ແນວ​ໃດ​ຖ້າ​ຍິງ​ສາວ​ຄົນ​ນັ້ນ​ບໍ່​ມາ​ນຳ. 40ເພິ່ນຕອບຂ້ອຍວ່າ, ‘ພຣະເຈົ້າຢາເວ ອົງ​ທີ່​ຂ້ອຍ​ເຊື່ອຟັງ​ຕະຫລອດ​ມາ​ນັ້ນ ຈະ​ສົ່ງ​ເທວະດາ​ຂອງ​ພຣະອົງ​ໄປ​ກັບ​ເຈົ້າ ແລະ​ພຣະອົງ​ຈະ​ໃຫ້​ເຈົ້າ​ເຮັດ​ສຳເລັດ​ໜ້າທີ່. ເຈົ້າ​ຈະ​ໄດ້​ຍິງ​ສາວ​ຜູ້ໜຶ່ງ​ຈາກ​ຄອບຄົວ​ຍາດຕິພີ່ນ້ອງ​ຂອງ​ພໍ່​ຂ້ອຍ ມາ​ໃຫ້​ອີຊາກ. 41ມີວິທີດຽວເທົ່ານັ້ນທີ່ເຈົ້າຈະຫວິດຈາກຄຳສາບານຄື: ຖ້າ​ເຈົ້າ​ໄປ​ຫາ​ຍາດຕິພີ່ນ້ອງ​ໃນ​ຄອບຄົວ​ຂອງຂ້ອຍ​ແລ້ວ​ແລະ​ພວກເຂົາ​ປະຕິເສດ ເຈົ້າ​ກໍ​ຫວິດ​ຈາກ​ຄຳ​ສາບານ​ນີ້.

1
24/42.txt Normal file
View File

@ -0,0 +1 @@
\v 42 \v 43 \v 44 42ເມື່ອເດີນທາງມາຮອດນໍ້າສ້າງໃນມື້ນີ້ ຂ້ອຍ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ ໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ດ້ວຍ. 43ເວລານີ້ຂ້ານ້ອຍກຳລັງຢືນຢູ່ໃກ້ນໍ້າສ້າງ. ເມື່ອ​ຍິງ​ສາວ​ຄົນ​ໜຶ່ງ​ມາ​ຕັກ​ນໍ້າ ຂ້ານ້ອຍ​ຈະ​ເວົ້າ​ກັບ​ນາງ​ວ່າ ຂ້ານ້ອຍ​ຂໍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ນາງ. 44ຖ້ານາງຕອບວ່າເຊີນດື່ມແມ ແລະ​ນາງ​ເອົາ​ນໍ້າ​ໃຫ້​ຝູງ​ອູດ​ຂອງ​ຂ້ານ້ອຍ​ກິນ​ດ້ວຍ ກໍ​ຂໍ​ໃຫ້​ຍິງ​ສາວ​ຄົນ​ນັ້ນ ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ເມຍ​ລູກຊາຍ​ຂອງ​ນາຍ​ຂ້ານ້ອຍ.

1
24/45.txt Normal file
View File

@ -0,0 +1 @@
\v 45 \v 46 45ກ່ອນຂ້ອຍພາວັນນາອະທິຖານຢ່າງງຽບໆຈົບລົງ ຂ້ອຍ​ກໍ​ເຫັນ​ນາງ​ເຣເບກາ​ແບກ​ໄຫ​ລົງ​ມາ​ຕັກ​ນໍ້າ. ຂ້ອຍ​ເວົ້າ​ກັບ​ນາງ​ວ່າ, ‘ຂ້ອຍ​ຂໍ​ດື່ມ​ນໍ້າ​ແດ່. 46ນາງຈຶ່ງຟ້າວປົງໄຫລົງຈາກບ່າ ແລະ​ເວົ້າ​ວ່າ, ‘ເຊີນ​ດື່ມ​ແມ ແລະ​ຫລານ​ຈະ​ເອົາ​ໃຫ້​ຝູງ​ອູດ​ຂອງ​ລຸງ​ກິນ​ນຳ​ດ້ວຍ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ດື່ມ​ນໍ້າ ແລະ​ນາງ​ໄດ້​ຕັກ​ນໍ້າ​ໃຫ້​ຝູງ​ອູດ​ກິນ​ດ້ວຍ.

1
24/47.txt Normal file
View File

@ -0,0 +1 @@
\v 47 \v 48 47ຂ້ອຍຖາມນາງວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ໃຜ? ແລະ​ນາງ​ຕອບ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ເບທູເອນ ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ເອົາ​ແຫວນ​ຄຳ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ. 48ແລ້ວຂ້ອຍກໍຂາບລົງນະມັດສະການພຣະເຈົ້າຢາເວ ແລະ​ສັນລະເສີນ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງຂ້ອຍ ທີ່​ພຣະອົງ​ໄດ້​ນຳ​ຂ້ອຍ​ມາ​ສູ່​ຍາດຕິພີ່ນ້ອງ​ຂອງ​ນາຍ​ຂ້ອຍ ຄື​ບ່ອນ​ທີ່​ຂ້ອຍ​ໄດ້​ພົບ​ລູກສາວ​ຂອງ​ເພິ່ນ​ສຳລັບ​ລູກຊາຍ​ຂອງ​ຜູ້​ເປັນ​ນາຍ​ຂ້ອຍ.

1
24/49.txt Normal file
View File

@ -0,0 +1 @@
\v 49 49ມາບັດນີ້ ຖ້າ​ພວກເຈົ້າ​ຈະ​ສະແດງ​ຄວາມ​ເມດຕາ ແລະ​ຄວາມ​ສັດຊື່​ຕໍ່​ນາຍ​ຂອງຂ້ອຍ​ແລະ​ຈິງໃຈ​ຕໍ່​ເພິ່ນ ຈົ່ງ​ບອກ​ໃຫ້​ຂ້ອຍ​ຮູ້ ຫລື​ຖ້າ​ເປັນ​ໄປ​ບໍ່ໄດ້​ກໍ​ໃຫ້​ບອກ​ມາ ແລະ​ຂ້ອຍ​ຈະ​ຕັດສິນໃຈ​ໄດ້​ວ່າ ຄວນ​ຈະ​ເຮັດ​ແນວ​ໃດ​ໃນ​ຂັ້ນ​ຕໍ່ໄປ.”

1
24/50.txt Normal file
View File

@ -0,0 +1 @@
\v 50 \v 51 50ເບທູເອນແລະລາບານຈຶ່ງຕອບວ່າ “ເມື່ອ​ເລື່ອງ​ນີ້​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ​ແລ້ວ ບໍ່ແມ່ນ​ພວກເຮົາ​ທີ່​ຈະ​ຕັດສິນໃຈ​ແນວໃດ​ແນວໜຶ່ງ​ໄດ້. 51ນາງເຣເບກາກໍຢູ່ໃນທີ່ນີ້ ຈົ່ງ​ເອົາ​ນາງ​ໄປ​ເປັນ​ເມຍ​ລູກຊາຍ​ຂອງ​ນາຍ​ເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ກ່າວ​ໄວ້​ສາ.”

1
24/52.txt Normal file
View File

@ -0,0 +1 @@
\v 52 \v 53 52ເມື່ອຄົນຮັບໃຊ້ຂອງອັບຣາຮາມໄດ້ຍິນເຊັ່ນນັ້ນ ລາວ​ຈຶ່ງ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ. 53ແລ້ວລາວກໍເອົາເສື້ອຜ້າກັບເຄື່ອງເອ້ເປັນເງິນເປັນຄຳອອກມາ ແລະ​ມອບ​ໃຫ້​ນາງ​ເຣເບກາ. ລາວ​ຍັງ​ເອົາ​ຂອງຂວັນ​ລາຄາ​ແພງ​ໃຫ້​ແມ່​ແລະ​ອ້າຍ​ຂອງ​ນາງ​ເຣເບກາ​ດ້ວຍ.

2
24/54.txt Normal file
View File

@ -0,0 +1,2 @@
54ແລ້ວຄົນຮັບໃຊ້ຂອງອັບຣາຮາມແລະຄົນທີ່ມາກັບລາວ ກໍ​ພາກັນ​ຮັບປະທານ​ອາຫານ​ແລະ​ພັກ​ນອນ​ຢູ່​ທີ່​ນັ້ນ. ເມື່ອ​ພວກເຂົາ​ຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ໃຫ້​ຂ້ອຍ​ກັບ​ເມືອ​ຫາ​ນາຍ​ຂອງຂ້ອຍ​ສາ.”
55ແຕ່ແມ່ແລະອ້າຍຂອງເຣເບກາໄດ້ເວົ້າວ່າ, “ຂໍ​ໃຫ້​ນາງ​ຢູ່​ກັບ​ພວກເຮົາ​ຈັກ​ອາທິດ​ໜຶ່ງ​ຫລື​ສິບ​ມື້​ກ່ອນ ຈຶ່ງ​ຄ່ອຍ​ໄປ​ບໍ່ໄດ້​ບໍ?”