Fri Oct 11 2019 19:17:50 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-11 19:17:51 +07:00
parent 8c5047733e
commit 5afee5f7af
14 changed files with 17 additions and 0 deletions

1
23/12.txt Normal file
View File

@ -0,0 +1 @@
\v 12 \v 13 12ແຕ່ອັບຣາຮາມກົ້ມຂາບຊາວເມືອງນັ້ນ 13ແລະກ່າວຕໍ່ເອຟະໂຣນດ້ວຍສຽງອັນດັງ ເພື່ອ​ຊາວ​ເມືອງ​ຈະ​ໄດ້ຍິນ​ນຳ​ວ່າ, “ກະລຸນາ​ຟັງ​ກ່ອນ ຂ້ານ້ອຍ​ຂໍ​ເວົ້າ​ອີກ​ແດ່. ຂ້ານ້ອຍ​ຈະ​ຊື້​ນາ​ນັ້ນ​ທັງໝົດ. ຈົ່ງ​ຮັບ​ເງິນ​ຄ່າ​ຊື້​ນາ​ໄປ ແລະ​ຂ້ານ້ອຍ​ກໍ​ຈະ​ຝັງສົບ​ເມຍ​ຂອງ​ຂ້ານ້ອຍ​ໃສ່​ໃນ​ທີ່ນັ້ນ.”

1
23/14.txt Normal file
View File

@ -0,0 +1 @@
\v 14 \v 15 \v 16 14ເອຟະໂຣນໄດ້ຕອບອັບຣາຮາມວ່າ, 15“ທ່ານເອີຍ ນາ​ທົ່ງ​ນັ້ນ​ມີ​ລາຄາ​ພຽງ 400 ຫລຽນ​ເທົ່ານັ້ນ ມັນ​ຈະ​ມີ​ຫຍັງ​ລະຫວ່າງ​ທ່ານ​ກັບ​ຂ້ານ້ອຍ? ຈົ່ງ​ຝັງສົບ​ເມຍ​ຂອງທ່ານ​ໃສ່​ໃນ​ນາ​ນັ້ນ​ສາ.” 16ອັບຣາຮາມໄດ້ຕົກລົງຊື້ທີ່ດິນນັ້ນນຳເອຟະໂຣນ ໂດຍ​ຈ່າຍ​ເງິນ​ຈຳນວນ 400 ຫລຽນ ຊ້ອງໜ້າ​ຊາວ​ຮິດຕີ ຕາມ​ອັດຕາ​ເງິນ​ທີ່​ໃຊ້​ກັນ​ໃນ​ທ້ອງ​ຕະຫລາດ.

1
23/17.txt Normal file
View File

@ -0,0 +1 @@
\v 17 \v 18 17ທີ່ດິນຂອງເອຟະໂຣນ ທາງທິດ​ຕາເວັນອອກ​ຂອງ​ມຳເຣ​ທີ່​ມັກເປລາ ຕົກ​ເປັນ​ຂອງ​ອັບຣາຮາມ​ດ້ວຍ​ວິທີ​ນີ້​ແຫຼະ. ມີ​ທົ່ງນາ​ກັບ​ຖໍ້າ​ຊຶ່ງ​ຢູ່​ໃນ​ນັ້ນ ຕົ້ນໄມ້​ທັງ​ສິ້ນ​ທີ່​ຢູ່​ໃນ​ທົ່ງນາ​ຕະຫລອດ​ທົ່ວ​ບໍລິເວນ​ນັ້ນ ເອຟະໂຣນ​ກໍ​ໂອນ​ໃຫ້ 18ຕົກເປັນສົມບັດຂອງອັບຣາຮາມໂດຍການຮັບຮອງຂອງຊາວຮິດຕີທັງໝົດ.

1
23/19.txt Normal file
View File

@ -0,0 +1 @@
\v 19 \v 20 19ແລ້ວອັບຣາຮາມກໍຝັງສົບນາງຊາຣາເມຍຂອງຕົນ ໄວ້​ໃນ​ຖໍ້າ​ທີ່​ມັກເປລາ​ຊຶ່ງ​ກົງກັນຂ້າມ​ກັບ​ມຳເຣ(ທີ່​ເຮັບໂຣນ)​ໃນ​ດິນແດນ​ການາອານ. 20ສະນັ້ນ ນາ​ແລະ​ຖໍ້າ​ຢູ່​ໃນ​ນັ້ນ​ຊຶ່ງ​ເຄີຍ​ເປັນ​ຂອງ​ຊາວ​ຮິດຕີ ຈຶ່ງ​ຕົກ​ເປັນ​ຊັບສົມບັດ​ຂອງ​ອັບຣາຮາມ ເພື່ອ​ໃຊ້​ໃຫ້​ເປັນ​ບ່ອນ​ຝັງສົບ.

1
24/01.txt Normal file
View File

@ -0,0 +1 @@
\c 24 \v 1 \v 2 \v 3 \v 4 1ມາບັດນີ້ ອັບຣາຮາມ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ຫລາຍ​ແລ້ວ; ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ວຽກງານ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ເຮັດ. 2ເພິ່ນເວົ້າກັບຄົນຮັບໃຊ້ຜູ້ອາວຸໂສ ທີ່​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງຕົນ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງຂ້ອຍ ແລະ​ສາບານ​ສາ. 3ຂ້ອຍຢາກໃຫ້ເຈົ້າສາບານໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ວ່າ, ເຈົ້າ​ຈະ​ບໍ່​ຫາ​ເມຍ​ທີ່​ການາອານ​ນີ້​ໃຫ້​ລູກຊາຍ​ຂອງຂ້ອຍ. 4ແຕ່ຈະໃຫ້ເຈົ້າກັບໄປທີ່ບ້ານເກີດເມືອງນອນຂອງຂ້ອຍ ແລະ​ຊອກ​ຫາ​ເມຍ​ໃຫ້​ອີຊາກ​ໃນ​ທ່າມກາງ​ພວກ​ຍາດຕິພີ່ນ້ອງ​ຂອງຂ້ອຍ.”

2
24/05.txt Normal file
View File

@ -0,0 +1,2 @@
\v 5 \v 6 \v 7 5ແຕ່ຄົນຮັບໃຊ້ຖາມວ່າ, “ຈະ​ເຮັດ​ແນວ​ໃດ ເມື່ອ​ຜູ້ຍິງ​ບໍ່​ຍອມ​ຈາກ​ບ້ານ​ມາ​ຢູ່​ນຳ​ເຮົາ​ທີ່​ດິນແດນ​ນີ້? ຈະ​ໃຫ້​ຂ້ານ້ອຍ​ພາ​ລູກຊາຍ​ຂອງທ່ານ​ໄປ​ຢູ່​ພຸ້ນ​ບໍ?”
6ອັບຣາຮາມຕອບວ່າ, “ບໍ່, ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ 7ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ນຳພາ​ຂ້ອຍ​ໜີ​ຈາກ​ເຮືອນ​ພໍ່ ແລະ​ບ້ານເກີດ​ເມືອງນອນ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ມາ​ຢູ່​ໃນ​ດິນ​ຕອນ​ນີ້ ຊຶ່ງ​ພຣະອົງ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງຂ້ອຍ. ພຣະອົງ​ຈະ​ໃຊ້​ເທວະດາ​ຂອງ​ພຣະອົງ​ນຳ​ໜ້າ​ໄປ ເພື່ອ​ເຈົ້າ​ຈະ​ຫາ​ເມຍ​ທີ່​ນັ້ນ ໃຫ້​ລູກຊາຍ​ຂອງຂ້ອຍ​ໄດ້.

1
24/08.txt Normal file
View File

@ -0,0 +1 @@
\v 8 \v 9 8ຖ້າຍິງນັ້ນບໍ່ຍອມມາກັບເຈົ້າ ເຈົ້າ​ກໍ​ຫວິດ​ຈາກ​ຄຳ​ສາບານ. ແຕ່​ເຈົ້າ​ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ.” 9ສະນັ້ນ ຄົນ​ຮັບໃຊ້​ຈຶ່ງ​ວາງ​ມື​ໃສ່​ຫວ່າງ​ຂາ​ອັບຣາຮາມ​ຜູ້​ເປັນ​ນາຍ​ຂອງ​ຕົນ ແລະ​ສາບານ​ວ່າ​ຕົນ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ເພິ່ນ​ໄດ້​ຂໍຮ້ອງ.

1
24/10.txt Normal file
View File

@ -0,0 +1 @@
\v 10 \v 11 10ຄົນຮັບໃຊ້ຜູ້ທີ່ຮັບຜິດຊອບຊັບສົມບັດທັງໝົດຂອງອັບຣາຮາມ ໄດ້​ເອົາ​ອູດ​ຂອງ​ນາຍ​ສິບ​ໂຕ​ອອກ​ເດີນທາງ ພ້ອມ​ທັງ​ຂອງຂວັນ​ທີ່​ມີ​ຄ່າ​ຫລາຍ​ຢ່າງ; ລາວ​ມຸ່ງໜ້າ​ໄປ​ສູ່​ເມືອງ​ທີ່​ນາໂຮ​ອາໄສ​ຢູ່ ທາງ​ທິດເໜືອ​ຂອງ​ເມໂຊໂປຕາເມຍ. 11ລາວມາຮອດເມືອງນີ້ພໍດີເປັນເວລາແລງ. ລາວ​ຈຶ່ງ​ໃຫ້​ໂຕ​ອູດ​ຄຸເຂົ່າ​ລົງ​ທີ່​ບໍລິເວນ​ນໍ້າສ້າງ​ນອກ​ເມືອງ ຊຶ່ງ​ພວກຜູ້ຍິງ​ເຄີຍ​ອອກ​ມາ​ຕັກ​ນໍ້າ.

1
24/12.txt Normal file
View File

@ -0,0 +1 @@
\v 12 \v 13 \v 14 12ລາວພາວັນນາອະທິຖານພຣະເຈົ້າວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ຂໍໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ໃນ​ມື້ນີ້​ດ້ວຍ ແລະ​ຂໍໂຜດ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ. 13ຂ້ານ້ອຍກຳລັງຢູ່ແຄມນໍ້າສ້າງນີ້ ຄື​ບ່ອນ​ທີ່​ບັນດາ​ຍິງ​ສາວ​ຊາວ​ເມືອງ​ກຳລັງ​ອອກ​ມາ​ຕັກ​ນໍ້າ. 14ຂ້ານ້ອຍຈະເວົ້າກັບຍິງຜູ້ໜຶ່ງວ່າ, ‘ກະລຸນາ​ປົງ​ໄຫ​ຂອງ​ເຈົ້າ​ລົງ ແລະ​ໃຫ້​ຂ້ອຍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ແດ່. ຖ້າ​ນາງ​ຕອບ​ວ່າ, ‘ເຊີນ​ດື່ມ​ແມ ແລະ​ຫລານ​ຈະ​ເອົາ​ໃຫ້​ຝູງ​ອູດ​ຂອງ​ລຸງ​ກິນ​ນຳ​ດ້ວຍ’ ຂໍ​ໃຫ້​ຍິງ​ສາວ​ຜູ້ນັ້ນ​ເປັນ​ຜູ້​ທີ່​ພຣະອົງ​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ເມຍ​ອີຊາກ ຜູ້ຮັບໃຊ້​ຂອງ​ພຣະອົງ​ທ້ອນ. ຖ້າ​ເປັນ​ເຊັ່ນນີ້ ຂ້ານ້ອຍ​ຈະ​ຮູ້​ໄດ້​ວ່າ​ພຣະອົງ​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ.”

1
24/15.txt Normal file
View File

@ -0,0 +1 @@
\v 15 \v 16 15ກ່ອນຄຳພາວັນນາອະທິຖານຂອງລາວຈົບລົງ ນາງ​ເຣເບກາ​ກໍ​ແບກ​ໄຫ​ນໍ້າ​ຍ່າງ​ມາ​ທີ່​ນໍ້າສ້າງ. ນາງ​ເປັນ​ລູກສາວ​ຂອງ​ເບທູເອນ. ເບທູເອນ​ເປັນ​ລູກຊາຍ​ຂອງ​ນາງ​ມີລະກາ ເມຍ​ຂອງ​ນາໂຮ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອັບຣາຮາມ. 16ນາງເປັນສາວບໍຣິສຸດແລະຮູບຮ່າງໜ້າຕາງາມຫລາຍ. ນາງ​ລົງ​ມາ​ທີ່​ນໍ້າສ້າງ​ຕັກ​ນໍ້າ​ຈົນ​ເຕັມ​ໄຫ​ແລະ​ກຳລັງ​ຈະ​ກັບຄືນ​ເມືອ.

2
24/17.txt Normal file
View File

@ -0,0 +1,2 @@
\v 17 \v 18 7ແຕ່ຄົນຮັບໃຊ້ຂອງອັບຣາຮາມຟ້າວແລ່ນໄປຫານາງ ແລະ​ເວົ້າ​ວ່າ, “ຂ້ອຍ​ຂໍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ແດ່.”
18ນາງຕອບວ່າ “ເຊີນ​ໂລດ​ລຸງ” ນາງ​ປົງ​ໄຫ​ນໍ້າ​ລົງ​ຈາກ​ບ່າ​ແລະ​ເອົາ​ນໍ້າ​ໃຫ້​ລາວ​ດື່ມ.

1
24/19.txt Normal file
View File

@ -0,0 +1 @@
\v 19 \v 20 19ຫລັງຈາກລາວອີ່ມແລ້ວ ນາງ​ຈຶ່ງ​ເວົ້າ​ວ່າ “ຫລານ​ຈະ​ຕັກ​ນໍ້າ​ໃຫ້​ໂຕ​ອູດ​ຂອງ​ລຸງ​ກິນ​ຄື​ກັນ ແລະ​ໃຫ້​ກິນ​ອີ່ມ​ໝົດ​ທຸກ​ໂຕ.” 20ນາງຖອກນໍ້າໃນໄຫໃສ່ຮາງ ແລະ​ຟ້າວ​ແລ່ນ​ໄປ​ຕັກ​ມາ​ຖອກ​ໃສ່​ອີກ ຈົນ​ອູດ​ທຸກ​ໂຕ​ກິນ​ອີ່ມ.

2
24/21.txt Normal file
View File

@ -0,0 +1,2 @@
\v 21 \v 22 \v 23 21ຊາຍຄົນນັ້ນຢືນເບິ່ງນາງຢ່າງງຽບໆເພື່ອຢາກຈະຮູ້ວ່າ ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ສຳເລັດ​ແກ່​ຕົນ​ຫລື​ບໍ່.
22ເມື່ອນາງເອົານໍ້າໃຫ້ອູດກິນອີ່ມໝົດທຸກໂຕແລ້ວ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ກໍ​ເອົາ​ແຫວນ​ຄຳ​ລາຄາ​ແພງ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ປອກ​ແຂນ​ຄຳ​ຄູ່​ໜຶ່ງ​ໃສ່​ໃຫ້​ນາງ. 23ລາວເວົ້າວ່າ, “ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ ພໍ່​ຂອງ​ເຈົ້າ​ແມ່ນ​ໃຜ? ໃນ​ເຮືອນ​ຂອງ​ພໍ່​ເຈົ້າ​ມີ​ບ່ອນ​ນອນ​ພັກ ສຳລັບ​ຄົນ​ຂອງຂ້ອຍ​ແລະ​ຂ້ອຍ​ເອງ​ແດ່​ບໍ?”

1
24/24.txt Normal file
View File

@ -0,0 +1 @@
24ນາງຕອບວ່າ, “ຫລານ​ເປັນ​ລູກສາວ​ຂອງ​ເບທູເອນ. ພໍ່​ຂອງ​ຫລານ​ເປັນ​ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ. 25ຢູ່ບ້ານຂອງພວກເຮົາມີເຟືອງແລະຫຍ້າຢ່າງຫລວງຫລາຍສຳລັບສັດ ແລະ​ມີ​ບ່ອນ​ນອນ​ພັກ​ສຳລັບ​ລຸງ​ດ້ວຍ.”