Sun Oct 13 2019 20:30:08 GMT+0700 (SE Asia Standard Time)
This commit is contained in:
parent
edd8ab51cc
commit
3a90aac83a
|
@ -0,0 +1 @@
|
|||
\v 3 \v 4 3ຂໍໃຫ້ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ໂຜດອວຍພອນການແຕ່ງງານຂອງເຈົ້າ ແລະໃຫ້ເຈົ້າມີລູກຢ່າງຫລວງຫລາຍ ເພື່ອເຈົ້າຈະໄດ້ເປັນບັນພະບຸລຸດຂອງຫລາຍຊົນຊາດ 4ຂໍພຣະອົງໂຜດອວຍພອນເຈົ້າແລະເຊື້ອສາຍຂອງເຈົ້າ ເໝືອນດັ່ງພຣະອົງໄດ້ອວຍພອນອັບຣາຮາມ ຂໍໃຫ້ເຈົ້າໄດ້ເປັນກຳມະສິດດິນແດນທີ່ເຈົ້າກຳລັງຢູ່ນີ້ ຊຶ່ງພຣະເຈົ້າໄດ້ມອບໃຫ້ອັບຣາຮາມ.”
|
|
@ -0,0 +1 @@
|
|||
\v 5 5ອີຊາກສົ່ງຢາໂຄບໄປຫາລາບານທີ່ເມໂຊໂປຕາເມຍ. ລາບານເປັນລູກຊາຍຂອງເບທູເອນຊາວອາຣາມ ແລະເປັນອ້າຍຂອງນາງເຣເບກາ ຜູ້ທີ່ເປັນແມ່ຂອງຢາໂຄບແລະເອຊາວ.
|
|
@ -0,0 +1 @@
|
|||
\v 6 \v 7 6ເອຊາວຮູ້ວ່າອີຊາກໄດ້ອວຍພອນຢາໂຄບ ແລະສົ່ງລາວໜີໄປຫາເອົາເມຍທີ່ເມໂຊໂປຕາເມຍ. ລາວຮູ້ຈັກຄືກັນວ່າເມື່ອອີຊາກອວຍພອນຢາໂຄບນັ້ນ ເພິ່ນໄດ້ບອກລາວວ່າ ບໍ່ໃຫ້ເອົາຍິງສາວຊາວການາອານມາເປັນເມຍ. 7ເອຊາວຮູ້ວ່າຢາໂຄບຟັງຄວາມຂອງພໍ່ແມ່ ແລະໄດ້ໄປທີ່ເມໂຊໂປຕາເມຍແລ້ວ.
|
|
@ -0,0 +1 @@
|
|||
\v 8 \v 9 8ລາວເຂົ້າໃຈວ່າອີຊາກພໍ່ຂອງຕົນບໍ່ມັກຍິງສາວຊາວການາອານ. 9ດັ່ງນັ້ນ ລາວຈຶ່ງໄປຫາອິດຊະມາເອນລູກຊາຍຂອງອັບຣາຮາມ ແລະເອົານາງມາຮາລາດລູກສາວຂອງເພິ່ນມາເປັນເມຍຄື: ນ້ອງສາວຂອງເນບາໂຢດ.
|
|
@ -0,0 +1 @@
|
|||
\v 10 \v 11 10ຢາໂຄບອອກຈາກເບເອນເຊບາ ແລະມຸ່ງໜ້າໄປສູ່ເມືອງຮາຣານ. 11ລາວມາຮອດບ່ອນໜຶ່ງ ພໍດີຄໍ່າຈຶ່ງພັກນອນຢູ່ທີ່ນັ້ນ. ລາວນອນລົງໂດຍໃຊ້ກ້ອນຫີນໝູນຕາງໝອນ.
|
|
@ -0,0 +1 @@
|
|||
\v 12 \v 13 12ເມື່ອຫລັບໄປ ລາວໄດ້ຝັນເຫັນຂັ້ນໄດແຕ່ດິນຈົນຈຸສະຫວັນ ແລະ ມີບັນດາເທວະດາຂອງພຣະເຈົ້າກຳລັງຍ່າງຂຶ້ນຍ່າງລົງຕາມຂັ້ນໄດນັ້ນ. 13ແລະຢູ່ທີ່ນັ້ນ ພຣະເຈົ້າຢາເວກຳລັງຢືນຢູ່ຂ້າງລາວ. ພຣະອົງກ່າວວ່າ, “ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມປູ່ຂອງເຈົ້າແລະພຣະເຈົ້າຂອງອີຊາກ; ເຮົາຈະມອບດິນແດນທີ່ເຈົ້າກຳລັງນອນຢູ່ນີ້ໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າ.
|
|
@ -0,0 +1 @@
|
|||
\v 14 \v 15 14ເຊື້ອສາຍຂອງເຈົ້ານັ້ນຈະມີຫລວງຫລາຍດັ່ງຂີ້ຝຸ່ນດິນ. ພວກເຂົາຈະແຜ່ຜາຍຂະຫຍາຍເຂດໄປທົ່ວທຸກທິດ ແລະໂດຍຜ່ານທາງເຈົ້າ ແລະເຊື້ອສາຍຂອງເຈົ້າ ເຮົາຈະອວຍພອນບັນດາຊົນຊາດທັງປວງ. 15ຈົ່ງຈົດຈຳຢູ່ສະເໝີວ່າເຮົາຈະຢູ່ນຳເຈົ້າແລະປົກປັກຮັກສາເຈົ້າ ທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະເຮົາຈະໃຫ້ເຈົ້າກັບມາຢູ່ໃນດິນແດນນີ້. ເຮົາຈະບໍ່ໜີໄປຈາກເຈົ້າ ຈົນກວ່າເຮົາຈະເຮັດສິ່ງທີ່ເຮົາໄດ້ສັນຍາໄວ້ກັບເຈົ້າ.”
|
|
@ -0,0 +1 @@
|
|||
\v 16 \v 17 16ເມື່ອຢາໂຄບຕື່ນຂຶ້ນຈຶ່ງເວົ້າວ່າ, “ພຣະເຈົ້າຢາເວສະຖິດຢູ່ບ່ອນນີ້ແທ້ໆ ແຕ່ເຮົາບໍ່ຮູ້ຈັກ.” 17ລາວຢ້ານແລະເວົ້າວ່າ, “ບ່ອນນີ້ ໜ້າຂົນຫົວລຸກແທ້ໆ! ຄົງເປັນວິຫານຂອງພຣະເຈົ້າ ແລະຄົງເປັນປະຕູທີ່ໄຂໄປສູ່ສະຫວັນ.”
|
|
@ -0,0 +1 @@
|
|||
\v 18 \v 19 18ຢາໂຄບລຸກຂຶ້ນແຕ່ເຊົ້າໆ ແລະເອົາກ້ອນຫີນທີ່ໝູນຫົວນັ້ນຕັ້ງຂຶ້ນເປັນເສົາອະນຸສອນ. ແລ້ວລາວກໍເອົານໍ້າມັນຫອມຖອກເທໃສ່ເພື່ອອຸທິດຖວາຍໃຫ້ແກ່ພຣະເຈົ້າ. 19ລາວເອີ້ນບ່ອນນີ້ວ່າ ເບັດເອນ. (ແຕ່ກ່ອນເມືອງນີ້ຊື່ວ່າ ລູເຊ)
|
|
@ -0,0 +1 @@
|
|||
\v 20 \v 21 \v 22 20ແລ້ວຢາໂຄບກໍໄດ້ສາບານວ່າ, “ຖ້າພຣະເຈົ້າສະຖິດຢູ່ກັບຂ້ານ້ອຍ ແລະປົກປັກຮັກສາຂ້ານ້ອຍໃນການເດີນທາງ ແລະໃຫ້ອາຫານແລະເຄື່ອງນຸ່ງຫົ່ມ 21ແລະຖ້າຂ້ານ້ອຍກັບມາເຖິງບ້ານພໍ່ຂອງຂ້ານ້ອຍຢ່າງປອດໄພ ແລ້ວພຣະເຈົ້າຢາເວກໍຈະເປັນພຣະເຈົ້າຂອງຂ້ານ້ອຍ. 22ກ້ອນຫີນທີ່ຂ້ານ້ອຍຕັ້ງຂຶ້ນເປັນເສົາອະນຸສອນນີ້ ຈະເປັນເສົາວິຫານຂອງພຣະເຈົ້າ ແລະຂ້ານ້ອຍຈະຖວາຍໜຶ່ງສ່ວນສິບໃນທຸກໆສິ່ງທີ່ພຣະອົງໄດ້ອວຍພອນຂ້ານ້ອຍ.”
|
|
@ -0,0 +1 @@
|
|||
\c 29 \v 1 \v 2 \v 3 1ຢາໂຄບໄດ້ເດີນທາງຕໍ່ໄປ ຈົນເຖິງດິນແດນຂອງຊາວຕາເວັນອອກ. 2ໃນທັນໃດນັ້ນ ລາວກໍມາຮອດນໍ້າສ້າງທີ່ທົ່ງນາ ຊຶ່ງມີແກະສາມຝູງກຳລັງນອນພັກຜ່ອນຢູ່ໃກ້ໆນັ້ນ. ແກະເຫຼົ່ານັ້ນກິນນໍ້າຈາກສ້າງແຫ່ງນີ້ ຊຶ່ງມີຫີນກ້ອນໃຫຍ່ອັດປາກສ້າງຢູ່. 3ຕາມປົກກະຕິ ເມື່ອແກະທຸກຝູງມາໂຮມກັນທີ່ນັ້ນໝົດແລ້ວ ພວກລ້ຽງແກະຈຶ່ງພາກັນກິ້ງກ້ອນຫີນອອກ ແລະຕັກນໍ້າໃຫ້ແກະກິນ. ແລ້ວພວກເຂົາກໍກິ້ງກ້ອນຫີນນັ້ນ ອັດປາກນໍ້າສ້າງໄວ້ຄືເກົ່າ.
|
|
@ -0,0 +1 @@
|
|||
4ຢາໂຄບຖາມພວກລ້ຽງແກະວ່າ, “ພີ່ນ້ອງທັງຫຼາຍເອີຍ ພວກເຈົ້າມາແຕ່ໃສ?” ພວກເຂົາຕອບວ່າ, “ມາແຕ່ເມືອງຮາຣານ”. 5ລາວຖາມອີກວ່າ, “ພວກເຈົ້າຮູ້ຈັກລາບານ ຫລານຊາຍນາໂຮບໍ?” ພວກເຂົາຕອບວ່າ, “ຮູ້ ພວກເຮົາຮູ້ຈັກເພິ່ນ”. 6ລາວຖາມວ່າ, “ເພິ່ນສະບາຍດີບໍ?” ພວກເຂົາຕອບວ່າ, “ເພິ່ນສະບາຍດີ ຫັ້ນເດ ຣາເຊັນລູກສາວຂອງເພິ່ນກຳລັງຕ້ອນຝູງແກະມາ.”
|
Loading…
Reference in New Issue