Sun Oct 13 2019 20:28:09 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-13 20:28:09 +07:00
parent c51c531cb6
commit edd8ab51cc
6 changed files with 6 additions and 0 deletions

1
27/38.txt Normal file
View File

@ -0,0 +1 @@
\v 38 38ເອຊາວສືບຕໍ່ວອນຂໍພໍ່ຂອງຕົນວ່າ, “ພໍ່​ເອີຍ ພອນ​ຂອງ​ພໍ່​ມີ​ເທົ່າ​ນີ້​ບໍ? ຂໍ​ອວຍພອນ​ລູກ​ແດ່ທ້ອນ.” ລາວ​ເວົ້າ​ພ້ອມ​ທັງ​ຮ້ອງໄຫ້.

1
27/39.txt Normal file
View File

@ -0,0 +1 @@
\v 39 \v 40 39ແລ້ວອີຊາກກໍເວົ້າວ່າ, “ເຈົ້າ​ຈະ​ພາກ​ຈາກ​ຖິ່ນທີ່​ສົມບູນ​ແລະ​ຮັ່ງມີ; ເຈົ້າ​ຈະ​ຂາດ​ຄວາມ​ຊຸ່ມເຢັນທີ່​ສະຫວັນ​ໂຜດ​ໃຫ້. 40ຊີວິດຂອງເຈົ້ານັ້ນຈະໃຊ້ດາບຮັບໃຊ້ນ້ອງຊາຍຕົນ; ແຕ່​ໃນ​ທີ່ສຸດ​ເຈົ້າ​ຈະ​ປົດປ່ອຍ​ຕົນເອງເປັນ​ອິດສະຫລະ​ຈາກ​ເຂົາ​ໄດ້.”

1
27/41.txt Normal file
View File

@ -0,0 +1 @@
\v 41 \v 42 41ເອຊາວກຽດຊັງຢາໂຄບ ຍ້ອນ​ວ່າ​ພໍ່​ໄດ້​ອວຍພອນ​ລາວ. ລາວ​ຄິດ​ວ່າ, “ມື້​ໄວ້ທຸກ​ໃຫ້​ພໍ່​ກໍ​ໃກ້​ເຂົ້າ​ມາ​ແລ້ວ; ເມື່ອ​ມື້​ນັ້ນ​ສິ້ນສຸດ​ລົງ​ຍາມໃດ ເຮົາ​ກໍ​ຈະ​ຂ້າ​ຢາໂຄບ​ເສຍ​ຍາມນັ້ນ.” 42ແຕ່ນາງເຣເບກາຮູ້ແຜນການຂອງເອຊາວກ່ອນ ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ຢາໂຄບ​ມາ ແລະ​ບອກ​ວ່າ, “ລູກ​ຈົ່ງ​ຟັງ​ໃຫ້​ດີ ເອຊາວ​ອ້າຍ​ຂອງ​ເຈົ້າ​ກຳລັງ​ວາງແຜນ​ຈະ​ຂ້າ​ເຈົ້າ​ເພື່ອ​ແກ້ແຄ້ນ.

1
27/43.txt Normal file
View File

@ -0,0 +1 @@
\v 43 \v 44 \v 45 43ສະນັ້ນ ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ແມ່​ບອກ​ເຈົ້າ​ເດີ ລູກ​ເອີຍ. 44ຈົ່ງໜີໄປຢູ່ນຳລາບານລູງຂອງເຈົ້າ ທີ່​ເມືອງ​ຮາຣານ​ຊົ່ວ​ໄລຍະ​ໜຶ່ງ​ກ່ອນ ຈົນກວ່າ​ອ້າຍ​ຂອງ​ເຈົ້າ​ເຊົາ​ຄຽດແຄ້ນ 45ແລະລືມສິ່ງທີ່ເຈົ້າໄດ້ເຮັດຕໍ່ລາວມານັ້ນ. ແລ້ວ​ແມ່​ກໍ​ຈະ​ໃຊ້​ຄົນ​ໄປ​ເອົາ​ເຈົ້າ​ກັບຄືນ​ມາ. ເປັນຫຍັງ​ໜໍ ຂ້ອຍ​ຈະ​ຕ້ອງ​ສູນເສຍ​ລູກ​ທັງສອງ​ໃນ​ມື້​ດຽວ?”

1
27/46.txt Normal file
View File

@ -0,0 +1 @@
\v 46 46ນາງເຣເບກາເວົ້າຕໍ່ອີຊາກວ່າ, “ຂ້ອຍ​ເບື່ອໜ່າຍ​ທີ່​ເອຊາວ​ເອົາ​ເມຍ​ຄົນຕ່າງຊາດ. ຖ້າ​ຢາໂຄບ​ເອົາ​ສາວ​ຊາວ​ຮິດຕີ​ມາ​ເປັນ​ເມຍ​ອີກ ກໍ​ໃຫ້​ຂ້ອຍ​ຕາຍ​ເສຍ​ດີກວ່າ.”

1
28/01.txt Normal file
View File

@ -0,0 +1 @@
\c 28 \v 1 \v 2 1ອີຊາກໄດ້ເອີ້ນຢາໂຄບມາເພື່ອອວຍພອນ ແລະ​ສັ່ງ​ວ່າ, “ລູກ​ຢ່າ​ເອົາ​ຍິງສາວ​ຊາວ​ການາອານ​ມາ​ເປັນ​ເມຍ​ເດີ 2ແຕ່ຈົ່ງໄປຫາເບທູເອນພໍ່ຂອງແມ່ເຈົ້າທີ່ເມໂຊໂປຕາເມຍ ແລະ​ຫາ​ເອົາ​ຍິງ​ສາວ​ຜູ້ໜຶ່ງ​ໃນ​ພວກ​ຜູ້​ສາວ​ຢູ່​ທີ່​ນັ້ນ​ມາ​ເປັນ​ເມຍ​ຄື: ລູກສາວ​ຄົນ​ໜຶ່ງ​ໃນ​ພວກ​ລູກສາວ​ຂອງ​ລາບານ​ລູງ​ຂອງ​ເຈົ້າ.