Sun Oct 13 2019 20:36:09 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-13 20:36:09 +07:00
parent 061b8d8e5a
commit 0dbceac11e
10 changed files with 13 additions and 0 deletions

1
30/25.txt Normal file
View File

@ -0,0 +1 @@
\v 25 \v 26 25ຫລັງຈາກໂຢເຊັບເກີດແລ້ວ ຢາໂຄບ​ໄດ້​ເວົ້າ​ຕໍ່​ລາບານ​ວ່າ, “ຈົ່ງ​ອະນຸຍາດ​ໃຫ້​ຫລານ​ກັບ​ເມືອ​ບ້ານ​ສາ. 26ຂໍມອບເມຍກັບລູກທີ່ຫລານໄດ້ມາ ດ້ວຍ​ການ​ເຮັດ​ວຽກ​ສຳລັບ​ລູງ​ນັ້ນ​ໃຫ້​ຫລານ ແລະ​ຫລານ​ກໍ​ຈະ​ອຳລາ​ລູງ​ກັບ​ເມືອ. ລູງ​ກໍ​ຮູ້​ດີ​ແລ້ວ​ວ່າ​ຫລານ​ໄດ້​ເຮັດ​ວຽກ​ໃຫ້​ລູງ​ດີ​ພຽງໃດ.”

1
30/27.txt Normal file
View File

@ -0,0 +1 @@
\v 27 \v 28 27ແຕ່ລາບານຕອບວ່າ, “ລູງ​ຂໍ​ເວົ້າ​ຢ່າງ​ນີ້ ຄື: ລູງ​ໄດ້​ຮຽນຮູ້​ຈາກ​ການເດົາ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ລຸງ​ກໍ​ຍ້ອນ​ຫລານ. 28ຈົ່ງບອກຄ່າຈ້າງທີ່ຫລານຕ້ອງການມາ ແລະ​ລູງ​ຈະ​ຈ່າຍ​ໃຫ້.”

1
30/29.txt Normal file
View File

@ -0,0 +1 @@
\v 29 \v 30 29ຢາໂຄບຕອບລາບານວ່າ, “ລູງ​ກໍ​ຮູ້​ດີ​ວ່າ​ຫລານ​ໄດ້​ເຮັດ​ວຽກ​ໃຫ້​ລູງ​ຢ່າງໃດ ແລະ​ຝູງສັດ​ຂອງ​ລູງ​ໄດ້​ອອກ​ແມ່​ແຜ່​ລູກ​ຫລາຍ​ສໍ່າ​ໃດ. 30ກ່ອນຫລານມາ ລູງ​ມີ​ສັດ​ແຕ່​ໜ້ອຍດຽວ. ແຕ່​ມາບັດນີ້ ລູງ​ມີ​ຝູງສັດ​ຈຳນວນ​ຫລວງຫລາຍ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ລູງ​ກໍ​ເພາະ​ຫລານ. ບັດນີ້ ເຖິງ​ເວລາ​ແລ້ວ​ທີ່​ຫລານ​ຈະ​ມີ​ຝູງສັດ​ເປັນ​ຂອງ​ຕົນເອງ.”

1
30/31.txt Normal file
View File

@ -0,0 +1 @@
\v 31 \v 32 31ລາບານຖາມວ່າ, “ຖ້າດັ່ງນັ້ນ ຈະ​ໃຫ້​ລູງ​ຈ່າຍຄ່າ​ຈ້າງ​ຫລານ​ເທົ່າໃດ?” ຢາໂຄບ​ຕອບ​ວ່າ, “ຫລານ​ບໍ່​ຕ້ອງການ​ຄ່າຈ້າງ​ຫຍັງ​ໝົດ. ຫລານ​ຈະ​ສືບຕໍ່​ລ້ຽງ​ສັດ​ໃຫ້​ລູງ​ອີກ ຖ້າ​ລູງ​ຕົກລົງ​ຕາມ​ຄຳ​ສະເໜີ​ຂອງ​ຫລານ​ຄື: 32ມື້ນີ້ຫລານຈະໄປກວດເບິ່ງຝູງສັດທັງໝົດ ແລະ​ແຍກ​ລູກແກະ​ສີດຳ ແບ້​ສີກ່ານ​ແລະ​ມີ​ຈຸດ​ດ່າງ​ດາວ​ທຸກໆ​ໂຕ​ອອກ​ຈາກ​ຝູງ. ສັດ​ເຫຼົ່ານີ້​ແຫຼະ ຈະ​ເປັນ​ຄ່າຈ້າງ​ຂອງ​ຫລານ.

2
30/33.txt Normal file
View File

@ -0,0 +1,2 @@
\v 33 \v 34 33ໃນພາຍຄັ້ງໜ້າ ເມື່ອ​ລູງ​ມາ​ຢ້ຽມຢາມ​ແລະ​ກວດເບິ່ງ​ສັດ​ທີ່​ເປັນ​ຄ່າຈ້າງ​ຂອງ​ຫລານ ລູງ​ກໍ​ຈະ​ເຫັນ​ຢ່າງ​ງ່າຍດາຍ​ວ່າ​ຫລານ​ສັດຊື່​ຫລື​ບໍ່. ຖ້າ​ຫລານ​ມີ​ແບ້​ທີ່​ບໍ່ມີ​ສີກ່ານ​ຫລື​ຈຸດ​ດ່າງດາວ​ຫລື​ສີດຳ ລູງ​ກໍ​ຈະ​ຮູ້​ໄດ້​ວ່າ​ສັດ​ເຫຼົ່ານັ້ນ​ຖືກ​ລັກ​ມາ.”
34ລາບານຕອບວ່າ, “ຕົກລົງ. ພວກເຮົາ​ຈະ​ເຮັດ​ດັ່ງ​ທີ່​ຫລານ​ເວົ້າ​ມາ.”

1
30/35.txt Normal file
View File

@ -0,0 +1 @@
\v 35 \v 36 35ແຕ່ໃນມື້ນັ້ນ ລາບານ​ໄດ້​ຄັດ​ເລືອກ​ເອົາ​ແບ້ເຖິກ​ທຸກ​ໂຕ​ທີ່​ມີ​ສີ​ລາຍ​ແລະ​ມີ​ຈຸດ​ດ່າງ, ແບ້​ແມ່​ທຸກ​ໂຕ​ທີ່​ມີ​ສີ​ກ່ານ​ກັບ​ສີ​ດ່າງດາວ; ເພິ່ນ​ຍັງ​ເລືອກ​ເອົາ​ແກະ​ທຸກ​ໂຕ​ທີ່​ມີ​ສີດຳ​ອອກ​ໄວ້. ແລ້ວ​ເພິ່ນ​ໄດ້​ມອບ​ສັດ​ເຫຼົ່ານີ້​ໃຫ້​ພວກ​ລູກຊາຍ​ຂອງຕົນ​ລ້ຽງ 36ແລະພວກເຂົາໄດ້ນຳຝູງສັດໜີໄປໄກຈາກຢາໂຄບ ເປັນ​ໄລຍະ​ທາງ​ເດີນ​ເຖິງ​ສາມ​ວັນ. ຝ່າຍ​ຢາໂຄບ​ລ້ຽງດູ​ຝູງສັດ​ຂອງ​ລາບານ​ສ່ວນ​ທີ່​ເຫຼືອ.

1
30/37.txt Normal file
View File

@ -0,0 +1 @@
\v 37 \v 38 37ຢາໂຄບໄດ້ເອົາງ່າໄມ້ຈາກຕົ້ນຈັນປ່າ, ຕົ້ນ​ໝາກບົກ ແລະ​ຕົ້ນ​ຫູ​ກວາງ​ມາ​ປອກ​ເປືອກ​ບາງ​ບ່ອນ​ເຮັດ​ໃຫ້​ເປັນ​ລາຍ. 38ລາວເອົາງ່າໄມ້ນັ້ນວາງໄວ້ຕໍ່ໜ້າອ່າງບ່ອນທີ່ສັດໄປກິນນໍ້າ ເພາະ​ສັດ​ມັກ​ປະສົມພັນ​ກັນ​ເມື່ອ​ຕອນ​ມັນ​ມາ​ກິນ​ນໍ້າ.

3
30/39.txt Normal file
View File

@ -0,0 +1,3 @@
\v 39 \v 40 39ສະນັ້ນ ເມື່ອ​ແບ້​ມາ​ປະສົມພັນ​ກັນ​ຕໍ່ໜ້າ​ງ່າໄມ້​ນີ້ ກໍ​ຈະ​ອອກລູກ​ເປັນ​ສີກ່ານ, ດ່າງດາວ ແລະ​ເປັນ​ຈຸດໆ.
40ຢາໂຄບແຍກໂຕແກະໄວ້ອອກຕ່າງຫາກຈາກໂຕແບ້ ແລະ​ເຮັດ​ໃຫ້​ມັນ​ແນມ​ໄປ​ທາງ​ຝູງສັດ​ຂອງ​ລາບານ​ທີ່​ມີ​ສີ​ດ່າງດາວ​ແລະ​ສີດຳ. ໂດຍ​ວິທີ​ນີ້ ລາວ​ຈຶ່ງ​ຜະລິດ​ແກະ​ເປັນ​ຂອງ​ຕົນເອງ​ໄດ້ ແລະ​ເອົາ​ໄປ​ໄວ້​ຕ່າງຫາກ​ຈາກ​ຝູງສັດ​ຂອງ​ລາບານ.

1
30/41.txt Normal file
View File

@ -0,0 +1 @@
\v 41 \v 42 41ເມື່ອສັດໂຕທີ່ມີແຮງປະສົມພັນກັນ ຢາໂຄບ​ກໍ​ເອົາ​ງ່າໄມ້​ທີ່​ເປັນ​ລາຍ​ມາ​ວາງ​ໄວ້​ຕໍ່ໜ້າ​ອ່າງ ບ່ອນ​ທີ່​ສັດ​ກິນ​ນໍ້າ ເພື່ອ​ວ່າ​ສັດ​ຈະ​ຖືເຊີງ​ກັນ​ຢູ່​ຕໍ່ໜ້າ​ງ່າໄມ້. 42ສ່ວນສັດທີ່ຈ່ອຍຜອມນັ້ນ ຢາໂຄບ​ບໍ່ໄດ້​ເອົາ​ງ່າ​ໄມ້​ໃສ່​ໄວ້. ໃນ​ບໍ່​ນານ ລາບານ​ກໍໄດ້​ສັດ​ໂຕ​ທີ່​ບໍ່​ແຂງແຮງ​ແລະ​ຢາໂຄບ​ໄດ້​ສັດ​ໂຕ​ທີ່​ແຂງແຮງ

1
30/43.txt Normal file
View File

@ -0,0 +1 @@
\v 43 43ຢາໂຄບກາຍເປັນຄົນຮັ່ງມີໄດ້ໂດຍວິທີນີ້. ລາວ​ມີ​ແກະ​ຫລາຍ​ຝູງ, ມີ​ອູດ, ມີ​ລໍ, ຕະຫລອດ​ທັງ​ຄົນ​ຮັບໃຊ້​ຊາຍ​ຍິງ​ຫລາຍ​ຄົນ.