Sun Oct 13 2019 20:34:09 GMT+0700 (SE Asia Standard Time)

This commit is contained in:
xayaso 2019-10-13 20:34:09 +07:00
parent 908290e836
commit 061b8d8e5a
12 changed files with 12 additions and 0 deletions

1
29/33.txt Normal file
View File

@ -0,0 +1 @@
\v 33 \v 34 33ນາງຕັ້ງທ້ອງອີກແລະເກີດລູກຊາຍຜູ້ທີສອງ. ນາງ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໃຫ້​ລູກຊາຍ​ຜູ້​ນີ້​ແກ່​ຂ້ອຍ ເພາະ​ພຣະອົງ​ໄດ້ຍິນ​ວ່າ​ຜົວ​ບໍ່​ຮັກ​ຂ້ອຍ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ ຊີເມໂອນ. 34ຢູ່ມານາງກໍຖືພາອີກແລະອອກລູກຊາຍຜູ້ໃໝ່ຕື່ມ. ນາງ​ເວົ້າ​ວ່າ, “ບັດນີ້ ຜົວ​ຕ້ອງ​ຕິດພັນ​ຢູ່​ກັບ​ຂ້ອຍ ເພາະ​ຂ້ອຍ​ໄດ້​ລູກຊາຍ​ໃຫ້​ລາວ​ເຖິງ​ສາມ​ຄົນ​ແລ້ວ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ ເລວີ.

1
29/35.txt Normal file
View File

@ -0,0 +1 @@
\v 35 35ຕໍ່ມາ ນາງ​ກໍ​ຖືພາ​ອີກ​ແລະ​ໄດ້​ລູກຊາຍ​ຜູ້​ທີ​ສີ່. ນາງ​ຈຶ່ງ​ເວົ້າ​ວ່າ, “ເທື່ອ​ນີ້​ຂ້ອຍ​ຈະ​ສັນລະເສີນ​ພຣະເຈົ້າຢາເວ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ຢູດາ. ແລ້ວ​ນາງ​ກໍ​ເຊົາ​ມີ​ລູກ.

1
30/01.txt Normal file
View File

@ -0,0 +1 @@
\c 30 \v 1 \v 2 1ສ່ວນນາງຣາເຊັນບໍ່ມີລູກໃຫ້ຢາໂຄບຈັກຄົນ. ດັ່ງນັ້ນ ນາງ​ຈຶ່ງ​ອິດສາ​ເອື້ອຍ​ຂອງຕົນ ແລະ​ເວົ້າ​ຕໍ່​ຢາໂຄບ​ວ່າ, “ເຈົ້າ​ຈະ​ໃຫ້​ຂ້ອຍ​ມີ​ລູກ ຫລື​ຈະ​ໃຫ້​ຂ້ອຍ​ຕາຍ.” 2ຢາໂຄບຮ້າຍນາງຣາເຊັນວ່າ, “ຂ້ອຍ​ບໍ່ແມ່ນ​ພຣະເຈົ້າ. ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ບໍ່​ໃຫ້​ເຈົ້າ​ມີ​ລູກ.”

1
30/03.txt Normal file
View File

@ -0,0 +1 @@
\v 3 \v 4 3ນາງຣາເຊັນເວົ້າວ່າ, “ນາງ​ບິນຮາ​ເອື້ອຍ​ລ້ຽງ​ຂອງຂ້ອຍ​ກໍ​ຢູ່​ທີ່​ນີ້; ໃຫ້​ເຈົ້າ​ໄປ​ນອນ​ກັບ​ນາງ​ສາ ເພື່ອ​ວ່າ​ຂ້ອຍ​ຈະ​ໄດ້​ເປັນ​ແມ່​ຂອງ​ເດັກນ້ອຍ​ທີ່​ເກີດ​ຈາກ​ນາງ.” 4ດັ່ງນັ້ນ ຣາເຊັນ​ຈຶ່ງ​ເອົາ​ນາງ​ບິນຮາ​ເອື້ອຍ​ລ້ຽງ​ຂອງຕົນ​ໃຫ້​ຜົວ ແລະ​ຜົວ​ກໍ​ນອນ​ນຳ​ນາງ.

1
30/05.txt Normal file
View File

@ -0,0 +1 @@
\v 5 \v 6 5ນາງບິນຮາໄດ້ຖືພາແລະເກີດລູກຊາຍຜູ້ໜຶ່ງໃຫ້ຢາໂຄບ. 6ເມື່ອເປັນເຊັ່ນນີ້ຣາເຊັນຈຶ່ງເວົ້າວ່າ, “ພຣະເຈົ້າ​ໄດ້​ຕັດສິນ​ເຂົ້າ​ຂ້າງ​ຂ້ອຍ​ສາ​ແລ້ວ. ພຣະອົງ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງຂ້ອຍ ຈຶ່ງ​ໃຫ້​ຂ້ອຍ​ມີ​ລູກຊາຍ.” ນາງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ດານ.

1
30/07.txt Normal file
View File

@ -0,0 +1 @@
\v 7 \v 8 7ນາງບິນຮາຖືພາອີກ ແລະ​ເກີດ​ລູກຊາຍ​ຜູ້​ທີ​ສອງ​ໃຫ້​ແກ່​ຢາໂຄບ. 8ນາງຣາເຊັນເວົ້າວ່າ, “ຂ້ອຍ​ພະຍາຍາມ​ເອົາ​ຊະນະ​ເອື້ອຍ​ຂອງຂ້ອຍ ດ້ວຍ​ການ​ຕໍ່ສູ້​ອັນ​ແສນ​ລຳບາກ ແຕ່​ຂ້ອຍ​ໄດ້​ຊະນະ​ແລ້ວ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ເນັບທາລີ.

1
30/09.txt Normal file
View File

@ -0,0 +1 @@
\v 9 \v 10 \v 11 9ເມື່ອນາງເລອາເຫັນວ່າ ຕົນ​ບໍ່ມີ​ລູກ​ອີກ​ຈຶ່ງ​ເອົາ​ນາງ​ຊີລະປາ ສາວ​ໃຊ້​ຂອງຕົນ​ໃຫ້​ເປັນ​ເມຍ​ຂອງ​ຢາໂຄບ. 10ແລ້ວນາງຊີລະປາກໍເກີດລູກຊາຍຜູ້ໜຶ່ງໃຫ້ຢາໂຄບ. 11ເລອາຈຶ່ງເວົ້າວ່າ, “ຂ້ອຍ​ຊ່າງ​ໂຊກ​ດີ​ແທ້ໆ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ກາດ.

1
30/12.txt Normal file
View File

@ -0,0 +1 @@
\v 12 \v 13 12ນາງຊີລະປາໄດ້ລູກຊາຍຜູ້ໜຶ່ງອີກໃຫ້ຢາໂຄບ 13ນາງເອລາຈຶ່ງເວົ້າວ່າ, “ຂ້ອຍ​ຊ່າງ​ຍິນດີ​ແທ້ໆ ບັດນີ້​ພວກຜູ້ຍິງ​ຈະ​ເອີ້ນ​ຂ້ອຍ​ວ່າ, ຜູ້​ມີ​ຄວາມ​ຍິນດີ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນີ້​ວ່າ ອາເຊ.

1
30/14.txt Normal file
View File

@ -0,0 +1 @@
\v 14 \v 15 14ພໍເຖິງລະດູກ່ຽວເຂົ້າ ຣູເບັນ​ໄດ້​ໄປ​ທ່ຽວ​ຫລິ້ນ​ຕາມ​ທົ່ງນາ. ລາວ​ໄດ້​ພົບ​ໝາກເຂືອ​ຊະນິດ​ໜຶ່ງ ຣູເບັນ​ໄດ້​ເອົາ​ໝາກເຂືອ​ນັ້ນ​ມາ​ໃຫ້​ເລອາ​ແມ່​ຂອງຕົນ. ນາງ​ຣາເຊັນ​ເວົ້າ​ກັບ​ເລອາ​ວ່າ, “ຂ້ອຍ​ຂໍ​ໝາກເຂືອ​ຂອງ​ລູກຊາຍ​ເຈົ້າ​ຈັກ​ໜ່ວຍ​ແດ່.” 15ນາງເລອາຈຶ່ງຕອບວ່າ, “ເຈົ້າ​ເອົາ​ຜົວ​ຂອງຂ້ອຍ​ໄປ​ແລ້ວ​ຍັງ​ບໍ່​ພຽງພໍ​ບໍ? ບັດນີ້ ເຈົ້າ​ຍັງ​ຈະ​ພະຍາຍາມ​ເອົາ​ໝາກເຂືອ​ລູກຊາຍ​ຂອງຂ້ອຍ​ໄປ​ອີກ.” ຣາເຊັນ​ເວົ້າ​ວ່າ, “ຖ້າ​ເຈົ້າ​ເອົາ​ໝາກເຂືອ​ໃຫ້​ຂ້ອຍ ຄືນ​ນີ້ ຂ້ອຍ​ຈະ​ໃຫ້​ຢາໂຄບ​ໄປ​ນອນ​ນຳ​ເຈົ້າ.”

1
30/16.txt Normal file
View File

@ -0,0 +1 @@
\v 16 \v 17 \v 18 16ຕອນແລງ ເມື່ອ​ຢາໂຄບ​ກັບ​ມາ​ແຕ່​ທົ່ງນາ ນາງ​ເລອາ​ກໍ​ຟ້າວ​ແລ່ນ​ອອກ​ໄປ​ຫາ ແລະ​ເວົ້າ​ວ່າ, “ຄືນ​ນີ້​ເຈົ້າ​ຕ້ອງ​ມາ​ນອນ​ນຳ​ຂ້ອຍ ເພາະ​ຂ້ອຍ​ຊື້​ເຈົ້າ​ມາ​ດ້ວຍ​ໝາກເຂືອ​ລູກຊາຍ​ຂອງຂ້ອຍ.” ດັ່ງນັ້ນ ລາວ​ຈຶ່ງ​ສົມສູ່​ກັບ​ນາງ​ໃນ​ຄືນ​ມື້​ນັ້ນ. 17ພຣະເຈົ້າຕອບຄຳພາວັນນາອະທິຖານຂອງເລອາ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້​ທີ​ຫ້າ. 18ນາງເວົ້າວ່າ, “ພຣະເຈົ້າ​ໃຫ້​ບຳເໜັດ​ແກ່​ຂ້ອຍ ຍ້ອນ​ຂ້ອຍ​ໄດ້​ເອົາ​ສາວ​ໃຊ້​ໃຫ້​ຜົວ​ເອົາ​ເປັນ​ເມຍ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ອິດຊາຄາ.

1
30/19.txt Normal file
View File

@ -0,0 +1 @@
\v 19 \v 20 \v 21 19ຕໍ່ມານາງເລອາກໍຖືພາອີກແລະເກີດລູກຊາຍຜູ້ທີຫົກໃຫ້ຢາໂຄບ. 20ນາງເວົ້າວ່າ, “ພຣະເຈົ້າ​ໄດ້​ໃຫ້​ຂອງຂວັນ​ຢ່າງດີ​ແກ່​ຂ້ອຍ. ບັດນີ້​ຜົວ​ຄົງ​ຈະ​ຮັກ​ຂ້ອຍ​ເພາະ​ຂ້ອຍ​ໄດ້​ລູກ​ໃຫ້​ລາວ​ຫົກ​ຄົນ​ແລ້ວ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຊບູໂລນ. 21ຕໍ່ມາ ນາງ​ໄດ້​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ດີນາ.

1
30/22.txt Normal file
View File

@ -0,0 +1 @@
\v 22 \v 23 \v 24 22ແລ້ວພຣະເຈົ້າກໍຄິດເຖິງນາງຣາເຊັນ; ພຣະອົງ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ນາງ​ແລະ​ໃຫ້​ນາງ​ມີ​ລູກ. 23ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. ນາງ​ເວົ້າ​ວ່າ, “ພຣະເຈົ້າ​ອະໄພ​ໂທດ​ໃຫ້​ຂ້ອຍ​ແລ້ວ ໂດຍ​ໂຜດ​ໃຫ້​ຂ້ອຍ​ມີ​ລູກ. 24ຂໍພຣະເຈົ້າຢາເວໂຜດໃຫ້ຂ້ອຍ ມີ​ລູກຊາຍ​ຜູ້​ໃໝ່​ອີກ​ແດ່ທ້ອນ.” ສະນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກ​ນັ້ນ​ວ່າ ໂຢເຊັບ.