lo_ezk_text_ulb_l3/42/13.txt

2 lines
2.0 KiB
Plaintext

\v 13 \v 14 ແລ້ວ​ເພິ່ນ​ກ່າວ​ແກ່​ຂ້າ­ພະ­ເຈົ້າ​ວ່າ “ຫ້ອງ​ທາງ​ທິດ­ເໜືອ​ແລະ​ຫ້ອງ​ທາງ​ທິດ­ໃຕ້​ຊື່​ຂ້າມ​ເດີ່ນ​ເປັນ​ຫ້ອງ​ບໍ­ລິ­ສຸດ ບ່ອນ​ປະ­ໂລ­ຫິດ​ຜູ້​ເຂົ້າ​ໃກ້​ພຣະ­ຜູ້­ເປັນ­ເຈົ້າ​ຈະ​ຮັບ​ປະ­ທານ​ຂອງ​ຖວາຍ​ອັນ​ບໍ­ລິ­ສຸດ​ທີ່­ສຸດ ພວກ­ເຂົາ​ຈະ​ວາງ​ຂອງ​ຖວາຍ​ອັນ​ບໍ­ລິ­ສຸດ​ທີ່­ສຸດ​ນັ້ນ ໄວ້​ບ່ອນ­ນັ້ນ ແລະ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ ເຄື່ອງ­ບູ­ຊາ​ໄຖ່​ບາບ ເຄື່ອງ­ບູ­ຊາ​ໄຖ່​ການ​ລະ­ເມີດ ເພາະ­ວ່າ​ບ່ອນ­ນັ້ນ​ບໍ­ລິ­ສຸດ
14 ເມື່ອ​ປະ­ໂລ­ຫິດ​ເຂົ້າ­ໄປ​ໃນ​ບ່ອນ​ບໍ­ລິ­ສຸດ ພວກ­ເຂົາ​ຈະ​ບໍ່­ອອກ​ໄປ​ຈາກ​ບ່ອນ​ບໍ­ລິ­ສຸດ​ເຂົ້າ​ສູ່​ເດີ່ນ​ຊັ້ນ​ນອກ ແຕ່​ຈະ​ປົດ​ເຄື່ອງ​ແຕ່ງ​ກາຍ​ທີ່​ຕົນ​ນຸ່ງ​ປະ­ຕິ­ບັດ​ໜ້າ­ທີ່​ວາງ​ໄວ້​ບ່ອນ­ນັ້ນ​ເພາະ​ສິ່ງ​ເຫລົ່າ​ນີ້​ບໍ­ລິ­ສຸດ ພວກ­ເຂົາ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ອື່ນ​ກ່ອນ​ທີ່​ພວກ­ເຂົາ​ຈະ​ເຂົ້າ­ໄປ­ສູ່​ສ່ວນ​ທີ່​ມີ​ໄວ້​ສຳ­ລັບ​ປະ­ຊາ­ຊົນ”