2 lines
2.0 KiB
Plaintext
2 lines
2.0 KiB
Plaintext
|
\v 13 \v 14 ແລ້ວເພິ່ນກ່າວແກ່ຂ້າພະເຈົ້າວ່າ “ຫ້ອງທາງທິດເໜືອແລະຫ້ອງທາງທິດໃຕ້ຊື່ຂ້າມເດີ່ນເປັນຫ້ອງບໍລິສຸດ ບ່ອນປະໂລຫິດຜູ້ເຂົ້າໃກ້ພຣະຜູ້ເປັນເຈົ້າຈະຮັບປະທານຂອງຖວາຍອັນບໍລິສຸດທີ່ສຸດ ພວກເຂົາຈະວາງຂອງຖວາຍອັນບໍລິສຸດທີ່ສຸດນັ້ນ ໄວ້ບ່ອນນັ້ນ ແລະເຄື່ອງບູຊາພືດຜົນເປັນເມັດ ເຄື່ອງບູຊາໄຖ່ບາບ ເຄື່ອງບູຊາໄຖ່ການລະເມີດ ເພາະວ່າບ່ອນນັ້ນບໍລິສຸດ
|
||
|
14 ເມື່ອປະໂລຫິດເຂົ້າໄປໃນບ່ອນບໍລິສຸດ ພວກເຂົາຈະບໍ່ອອກໄປຈາກບ່ອນບໍລິສຸດເຂົ້າສູ່ເດີ່ນຊັ້ນນອກ ແຕ່ຈະປົດເຄື່ອງແຕ່ງກາຍທີ່ຕົນນຸ່ງປະຕິບັດໜ້າທີ່ວາງໄວ້ບ່ອນນັ້ນເພາະສິ່ງເຫລົ່ານີ້ບໍລິສຸດ ພວກເຂົາຈະຕ້ອງນຸ່ງເຄື່ອງແຕ່ງກາຍອື່ນກ່ອນທີ່ພວກເຂົາຈະເຂົ້າໄປສູ່ສ່ວນທີ່ມີໄວ້ສຳລັບປະຊາຊົນ”
|