lo_ezk_text_ulb_l3/20/40.txt

1 line
1.7 KiB
Plaintext

\v 40 ເພາະວ່າ​ເທິງ​ພູ­ເຂົາ​ບໍ­ລິ­ສຸດ​ຂອງ​ເຮົາ ຄື​ພູ­ເຂົາ​ສູງ​ຂອງ​ອິດສະຣາເອນ ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ- ບັນ­ດາ​ເຊື້ອ­ສາຍ​ທັງ​ຫມົດ​ຂອງ​ອິດສະຣາເອນທັງຫມົດ ນະມັດສະການເຮົາທີ່ນັ້ນໃນແຜ່ນດິນ ເຮົາຈະຍິນດີ​ທີ່ຈະຮັບເຄື່ອງ​ຖວາຍ​ຂອງ​ພວກເຈົ້າ ແລະ​ທີ່ນັ້ນ ທັງຜົນ​ລຸ້ນ​ທຳ­ອິດ​ແຫ່ງ​ເຄື່ອງ­ບູ­ຊາ​ ແລະເຄື່ອງ​ຖວາຍ​ບູ­ຊາ​ອັນ​ບໍ­ລິ­ສຸດ​ທັງ​ຫມົດ​ຂອງ​ເຈົ້າ. \v 41 ​ເຮົາ​ຈະຍອມຮັບພວກເຈົ້າເຫມືອນກກິ່ນຫອມຂອງເຄື່ອງຫອມ ເມື່ອເຮົານຳພວກເຈົ້າ​ອອກ​ມາ​ຈາກ​ຊົົນຊາດທັງຫລາຍ ແລະຮວບລວມພວກເຈົ້າອອກຈາກປະ­ເທດ​ທີ່​ພວກເຈົ້າ​ຖືກກະ­ຈັດ­ກະ­ຈາຍ​ໄປ​ຢູ່ນັ້ນ. ເຮົາ​​ສະ­ແດງ​ຄວາມ​ບໍ­ລິ­ສຸດ​ຂອງ​ເຮົາ​ທ່າມ­ກາງ​ເຈົ້າໃຫ້ປະຊາ­ຊາດ​ທັງ­ຫລາຍໄດ້ເຫັນ.