2019-10-15 02:56:15 +00:00
|
|
|
\v 40 ເພາະວ່າເທິງພູເຂົາບໍລິສຸດຂອງເຮົາ ຄືພູເຂົາສູງຂອງອິດສະຣາເອນ ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ- ບັນດາເຊື້ອສາຍທັງຫມົດຂອງອິດສະຣາເອນທັງຫມົດ ນະມັດສະການເຮົາທີ່ນັ້ນໃນແຜ່ນດິນ ເຮົາຈະຍິນດີທີ່ຈະຮັບເຄື່ອງຖວາຍຂອງພວກເຈົ້າ ແລະທີ່ນັ້ນ ທັງຜົນລຸ້ນທຳອິດແຫ່ງເຄື່ອງບູຊາ ແລະເຄື່ອງຖວາຍບູຊາອັນບໍລິສຸດທັງຫມົດຂອງເຈົ້າ. \v 41 ເຮົາຈະຍອມຮັບພວກເຈົ້າເຫມືອນກກິ່ນຫອມຂອງເຄື່ອງຫອມ ເມື່ອເຮົານຳພວກເຈົ້າອອກມາຈາກຊົົນຊາດທັງຫລາຍ ແລະຮວບລວມພວກເຈົ້າອອກຈາກປະເທດທີ່ພວກເຈົ້າຖືກກະຈັດກະຈາຍໄປຢູ່ນັ້ນ. ເຮົາສະແດງຄວາມບໍລິສຸດຂອງເຮົາທ່າມກາງເຈົ້າໃຫ້ປະຊາຊາດທັງຫລາຍໄດ້ເຫັນ.
|