lo_ezk_text_ulb_l3/48/27.txt

1 line
1.3 KiB
Plaintext

\v 27 ໄປທາງໃຕ້ຂອງເຂດແດນ​​ເຊ­ບູໂ­ລນ, ​ເລີ່ມຈາກ​ທິດ­ຕາ­ເວັນ­ອອກ​ ໄປ​ຮອດ​ທິດ­ຕາ­ເວັນ­ຕົກ, ເປັນ​ສ່ວນແບ່ງ​ຂອງ​ເຜົ່າ​ກາດ — ຫນຶ່ງສ່ວນ. \v 28 ທີ່ຢູ່ຕິດ​ກັບ​ເຂດ­ແດນ​ຂອງ​ກາດ ​ທາງ​ທິດ­ໃຕ້​ເຂດ­ແດນ​ນັ້ນ​ຈະ​ແຜ່ກວ້າງອອກໄປ­ຈາກ​ເມືອງ​ຕາ­ມາເຖິງ​ນ້ຳ​​ຄາ­ເດັດ, ແລະ ໄກອອກ​ໄປ​ຕາມ​ແມ່­ນ້ຳ​ຂອງເອຢິບ, ແລະ ເຖິງ​ທະ­ເລ​ໃຫຍ່. \v 29 ນີ້​ເປັນ​ດິນແດນ ​ຊຶ່ງ​ພວກເຈົ້າ​ຈະ​ແບ່ງໃຫ້ເຜົ່າຕ່າງໆ; ມັນຈະເປັນມໍລະດົກຂອງເຜົ່າຕ່າງໆຂອງອິດສະຣາເອນ. ນີ້ຈະເປັນສ່ວນແບ່ງຂອງພວກເຂົາທັງຫລາຍ. ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.