2019-12-23 04:54:24 +00:00
|
|
|
\v 27 ໄປທາງໃຕ້ຂອງເຂດແດນເຊບູໂລນ, ເລີ່ມຈາກທິດຕາເວັນອອກ ໄປຮອດທິດຕາເວັນຕົກ, ເປັນສ່ວນແບ່ງຂອງເຜົ່າກາດ — ຫນຶ່ງສ່ວນ. \v 28 ທີ່ຢູ່ຕິດກັບເຂດແດນຂອງກາດ ທາງທິດໃຕ້ເຂດແດນນັ້ນຈະແຜ່ກວ້າງອອກໄປຈາກເມືອງຕາມາເຖິງນ້ຳຄາເດັດ, ແລະ ໄກອອກໄປຕາມແມ່ນ້ຳຂອງເອຢິບ, ແລະ ເຖິງທະເລໃຫຍ່. \v 29 ນີ້ເປັນດິນແດນ ຊຶ່ງພວກເຈົ້າຈະແບ່ງໃຫ້ເຜົ່າຕ່າງໆ; ມັນຈະເປັນມໍລະດົກຂອງເຜົ່າຕ່າງໆຂອງອິດສະຣາເອນ. ນີ້ຈະເປັນສ່ວນແບ່ງຂອງພວກເຂົາທັງຫລາຍ. ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.
|