lo_ezk_text_ulb_l3/40/17.txt

1 line
1.3 KiB
Plaintext

\v 17 ແລ້ວ​ຊາຍຄົນນັ້ນກໍນຳ​ຂ້ານ້ອຍ​ອອກໄປທີ່​ເດີ່ນ​ຊັ້ນ​ນອກຂອງພຣະວິຍານ. ​ເບິ່ງ​ແມ໋, ມີ​ຫ້ອງຕ່າງໆ, ແລະ ມີທາງເດີນໃນຮອບເດີ່ນ, ມີ​ຫ້ອງ​ສາມ­ສິບ​ຫ້ອງ​​ຖັດຈາກທາງຍ່າງ. \v 18 ​ມີທາງຍ່າງຂື້ນໄປຮອດ​ປະ­ຕູທາງຂ້າງ, ແລະ ຄວາມກວ້າງຂອງມັນເທົ່າກັບຄວາມ​ຍາວ​ຂອງ​ປະ­ຕູທັງຫລາຍ. ນີ້​ເປັນ​ທາງຍ່າງຊັ້ນ​ລຸ່ມ. \v 19 ແລ້ວ​ຊາຍຄົນນັ້ນ​ກໍ​ວັດ­ແທກ​ໄລຍະທາງຈາກທາງດ້ານຫນ້າຂອງ​ປະ­ຕູຊັ້ນລຸ່ມ ​ໄປ​ຍັງສູ່ດ້ານ​ຫນ້າ​ຂອງປະຕູຊັ້ນໃນ; ວັດແທກໄດ້ຫນຶ່ງຮ້ອຍສອກ​ທາງ​ທິດຕາ­ເວັນ​ອອກ, ແລະ ເຊັ່ນດຽວກັນກັບ​ຈາກທາງທິິດ​ເຫນືອ.