2019-11-10 00:19:01 +00:00
|
|
|
\v 17 ແລ້ວຊາຍຄົນນັ້ນກໍນຳຂ້ານ້ອຍອອກໄປທີ່ເດີ່ນຊັ້ນນອກຂອງພຣະວິຍານ. ເບິ່ງແມ໋, ມີຫ້ອງຕ່າງໆ, ແລະ ມີທາງເດີນໃນຮອບເດີ່ນ, ມີຫ້ອງສາມສິບຫ້ອງຖັດຈາກທາງຍ່າງ. \v 18 ມີທາງຍ່າງຂື້ນໄປຮອດປະຕູທາງຂ້າງ, ແລະ ຄວາມກວ້າງຂອງມັນເທົ່າກັບຄວາມຍາວຂອງປະຕູທັງຫລາຍ. ນີ້ເປັນທາງຍ່າງຊັ້ນລຸ່ມ. \v 19 ແລ້ວຊາຍຄົນນັ້ນກໍວັດແທກໄລຍະທາງຈາກທາງດ້ານຫນ້າຂອງປະຕູຊັ້ນລຸ່ມ ໄປຍັງສູ່ດ້ານຫນ້າຂອງປະຕູຊັ້ນໃນ; ວັດແທກໄດ້ຫນຶ່ງຮ້ອຍສອກທາງທິດຕາເວັນອອກ, ແລະ ເຊັ່ນດຽວກັນກັບຈາກທາງທິິດເຫນືອ.
|