Thu Oct 17 2019 09:59:18 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-17 09:59:19 +07:00
parent ab9e417ac9
commit 65f16ea7c6
12 changed files with 25 additions and 1 deletions

3
40/35.txt Normal file
View File

@ -0,0 +1,3 @@
\v 35 \v 36 \v 37 ແລ້ວ​ເພິ່ນ​ກໍ​ນຳ​ຂ້າ­ພະ­ເຈົ້າ​ມາ­ຍັງ​ປະ­ຕູ​ເໜືອ ແລ້ວ​ວັດ­ແທກ​ຫໍ​ປະ­ຕູ​ນັ້ນ​ມີ​ຂະ­ໜາດ​ດຽວ​ກັນ­ກັບ​ຫໍ​ປະ­ຕູ​ອື່ນ
36 ຫ້ອງ​ຍາມ ເສົາ ແລະ​ລະ­ບຽງ​ຂອງ​ຫໍ​ປະ­ຕູ​ນີ້​ມີ​ຂະ­ໜາດ​ດຽວ​ກັນ­ກັບ​ບ່ອນ​ອື່ນ ມີ​ປ່ອງ­ຢ້ຽມ​ໂດຍ​ຮອບ ຍາວ​ຫ້າ​ສິບ​ສອກ ແລະ​ກວ້າງ​ຊາວ​ຫ້າ​ສອກ
37 ລະ­ບຽງ​ຂອງ​ເບື້ອງ​ນີ້​ຫັນ​ໜ້າ​ສູ່​ເດີ່ນ​ຊັ້ນ​ນອກ ແລະ​ມີ​ຕົ້ນ​ຕານ​ຢູ່​ທີ່​ເສົາ​ເບື້ອງ​ລະ​ຕົ້ນ ແລະ​ຂັ້ນ­ໄດ​ນີ້​ມີ​ແປດ​ຂັ້ນ

2
40/38.txt Normal file
View File

@ -0,0 +1,2 @@
\v 38 \v 39 ມີ​ຫ້ອງໆ​ໜຶ່ງ ແລະ​ມີ​ທາງ​ເຂົ້າ​ຢູ່​ທີ່​ເສົາ​ຂອງ​ຫໍ​ປະ­ຕູ ເປັນ​ບ່ອນ​ລ້າງ​ເຄື່ອງ​ເຜົາ​ບູ­ຊາ
39 ຢູ່​ແຈ​ຂອງ​ຫໍ​ປະ­ຕູ​ມີ​ໂຕະ​ເບື້ອງ​ລະ​ສອງ​ໜ່ວຍ ເທິງ​ນີ້​ສຳ­ລັບ​ເຜົາ​ບູ­ຊາ ເຄື່ອງ­ບູ­ຊາ​ໄຖ່​ບາບ ແລະ​ເຄື່ອງ­ບູ­ຊາ​ໄຖ່​ການ​ລະ­ເມີດ

2
40/40.txt Normal file
View File

@ -0,0 +1,2 @@
\v 40 \v 41 ແລະ​ທາງ​ນອກ ທາງ​ທີ່​ຂຶ້ນ​ໄປ​ຫາ​ທາງ​ເຂົ້າ​ຫໍ​ປະ­ຕູ​ເໜືອ​ມີ​ໂຕະ​ສອງ​ໜ່ວຍ ອີກ​ເບື້ອງ​ໜຶ່ງ​ຂອງ​ແຈ​ຂອງ​ຫໍ​ປະ­ຕູ​ມີ​ໂຕະ​ສອງ​ໜ່ວຍ
41 ມີ​ໂຕະ​ຢູ່​ຂ້າງ​ນີ້​ສີ່​ໜ່ວຍ ແລະ​ມີ​ໂຕະ​ຢູ່​ຂ້າງ​ນັ້ນ​ຂ້າງໆ​ຫໍ​ປະ­ຕູ​ສີ່​ໜ່ວຍ ເປັນ​ແປດ​ໜ່ວຍ​ນຳ­ກັນ ຊຶ່ງ​ພວກ­ເຂົາ​ໃຊ້​ເປັນ​ບ່ອນ​ຂ້າ​ສັດ​ຖວາຍ​ບູ­ຊາ

2
40/42.txt Normal file
View File

@ -0,0 +1,2 @@
\v 42 \v 43 ມີ​ໂຕະ​ສີ່​ໜ່ວຍ​ເຮັດ​ດ້ວຍ​ຫີນ​ສະ­ກັດ​ສຳ­ລັບ​ເຄື່ອງ​ເຜົາ​ບູ­ຊາ ຍາວ​ໜຶ່ງ​ສອກ­ຄືບ ແລະ​ກວ້າງ​ໜຶ່ງ ສອກ­ຄືບ ສູງ​ໜຶ່ງ​ສອກ ສຳ­ລັບ​ວາງ​ເຄື່ອງ­ມື ຊຶ່ງ​ພວກ­ເຂົາ​ໃຊ້​ຂ້າ​ສັດ​ຖວາຍ​ບູ­ຊາ ແລະ​ເຄື່ອງ​ສັດ​ບູ­ຊາ
43 ມີ​ຂໍ­ເກາະ​ຍາວ​ຄືບ​ໜຶ່ງ​ຕິດ​ຢູ່​ຂ້າງ​ໃນ​ໂດຍ​ຮອບ ເທິງ​ໂຕະ​ນີ້​ພວກ­ເຂົາ​ວາງ​ຊີ້ນ​ຂອງ​ເຄື່ອງ­ບູ­ຊາ

2
40/44.txt Normal file
View File

@ -0,0 +1,2 @@
\v 44 \v 45 ຂ້າງ​ນອກ​ຫໍ​ປະ­ຕູ​ຊັ້ນ​ໃນ ໃນ​ເດີ່ນ​ຊັ້ນ​ໃນ​ມີ​ຫ້ອງ​ສຳ­ລັບ​ພວກ​ນັກ­ຮ້ອງ ຊຶ່ງ​ຢູ່​ຂ້າງ​ຫໍ​ປະ­ຕູ​ເໜືອ ຫັນ​ໜ້າ​ໄປ​ທິດ­ໃຕ້ ອີກ​ຫ້ອງ​ໜຶ່ງ​ຢູ່​ຂ້າງ​ຫໍ​ປະ­ຕູ​ຕາ­ເວັນ​ອອກ ຫັນ​ໜ້າ​ໄປ​ທິດ­ເໜືອ
45 ແລະ​ເພິ່ນ​ບອກ​ຂ້າ­ພະ­ເຈົ້າ​ວ່າ “ຫ້ອງ​ນີ້​ທີ່​ຫັນ​ໜ້າ​ໄປ​ທາງ​ທິດ­ໃຕ້​ແມ່ນ​ສຳ­ລັບ​ປະ­ໂລ­ຫິດ​ຜູ້​ເບິ່ງ­ແຍງ​ພຣະ­ວິ­ຫານ

2
40/46.txt Normal file
View File

@ -0,0 +1,2 @@
\v 46 \v 47 ແລະ​ຫ້ອງ​ທີ່​ຫັນ​ໜ້າ​ໄປ​ທາງ​ເໜືອ​ແມ່ນ​ສຳ­ລັບ​ປະ­ໂລ­ຫິດ​ຜູ້​ເບິ່ງ­ແຍງ​ແທ່ນ​ບູ­ຊາ ປະ­ໂລ­ຫິດ​ເຫລົ່າ​ນີ້​ເປັນ​ລູກ­ຊາຍ​ຂອງ​ຊາ­ໂດກ ໃນ​ບັນ­ດາ​ລູກ­ຊາຍ​ຂອງ​ເລ­ວີ ທີ່​ເຂົ້າ​ມາ​ໃກ້​ພຣະ­ຜູ້­ເປັນ­ເຈົ້າ​ເພື່ອ­ຈະ​ບົວ­ລະ­ບັດ​ພຣະ­ອົງ”
47 ແລະ​ເພິ່ນ​ກໍ​ວັດ­ແທກ​ເດີ່ນ​ໄດ້​ຍາວ​ໜຶ່ງ​ຮ້ອຍ​ສອກ ກວ້າງ​ໜຶ່ງ​ຮ້ອຍ​ສອກ​ເປັນ​ສີ່​ຫລ່ຽມ​ຈັດ​ຕຸ​ລັດ ແລະ​ແທ່ນ​ບູ­ຊາ​ຢູ່​ຕໍ່­ໜ້າ​ພຣະ­ວິ­ຫານ

2
40/48.txt Normal file
View File

@ -0,0 +1,2 @@
\v 48 \v 49 ແລ້ວ​ເພິ່ນ​ນຳ​ຂ້າ­ພະ­ເຈົ້າ​ມາ​ທີ່​ລະ­ບຽງ​ຂອງ​ພຣະ­ວິ­ຫານ ແລະ​ວັດ­ແທກ​ເສົາ​ຂອງ​ລະ­ບຽງ​ໄດ້​ຫ້າ​ສອກ​ທັງ​ສອງ​ເບື້ອງ ແລະ​ຫໍ​ປະ­ຕູ​ກໍ​ກວ້າງ​ເບື້ອງ​ລະ​ສາມ​ສອກ
49 ລະ­ບຽງ​ນັ້ນ​ຍາວ​ຊາວ​ສອກ ແລະ​ກວ້າງ​ສິບ­ເອັດ​ສອກ ເພິ່ນ​ນຳ​ຂ້າ­ພະ­ເຈົ້າ​ທາງ​ຂັ້ນ­ໄດ​ໄປ​ເຖິງ​ບ່ອນ­ນັ້ນ ແລະ​ມີ​ເສົາ​ຢູ່​ຂ້າງ​ເສົາ​ທັງ​ສອງ​ຂ້າງ

2
41/01.txt Normal file
View File

@ -0,0 +1,2 @@
\c 41 \v 1 \v 2 ຫລັງ​ຈາ​ນັ້ນ ເພິ່ນ​ກໍ​ນຳ​ຂ້າ­ພະ­ເຈົ້າ​ມາ​ເຖິງ​ພຣະ­ວິ­ຫານ ແລະ​ໄດ້​ວັດ­ແທກ​ເສົາ ກວ້າງ​ເບື້ອງ​ລະ​ຫົກ​ສອກ ຊຶ່ງ​ເທົ່າ​ກັບ​ຄວາມ​ກວ້າງ​ຂອງ​ຫໍ­ເຕັນ
2 ຄວາມ​ກວ້າງ​ຂອງ​ທາງ​ເຂົ້າ​ນັ້ນ​ສິບ​ສອກ ແລະ​ກຳ­ແພງ​ຂ້າງ​ທາງ​ເຂົ້າ​ເບື້ອງ​ລະ​ຫ້າ​ສອກ ເພິ່ນ​ວັດ­ແທກ​ຄວາມ​ຍາວ​ຂອງ​ພຣະ­ວິ­ຫານ​ໄດ້​ສີ່​ສິບ​ສອກ ກວ້າງ​ຊາວ​ສອກ

2
41/03.txt Normal file
View File

@ -0,0 +1,2 @@
\v 3 \v 4 ແລ້ວ​ເພິ່ນ​ເຂົ້າ­ໄປ​ຂ້າງ​ໃນ ວັດ­ແທກ​ເສົາ​ຂອງ​ທາງ​ເຂົ້າ​ໄດ້​ສອງ​ສອກ ທາງ​ເຂົ້າ​ນັ້ນ​ຫົກ​ສອກ ແລະ​ຄວາມ​ກວ້າງ​ຂອງ​ທາງ​ເຂົ້າ​ນັ້ນ​ເຈັດ​ສອກ
4 ເພິ່ນ​ວັດ­ແທກ​ຄວາມ​ຍາວ​ຂອງ​ຫ້ອງ​ໄດ້​ຊາວ​ສອກ ກວ້າງ​ຊາວ​ສອກ ກາຍ​ພຣະ­ວິ­ຫານ​ອອກ​ໄປ ແລະ​ເພິ່ນ​ບອກ​ຂ້າ­ພະ­ເຈົ້າ​ວ່າ “ນີ້ ເປັນ​ບ່ອນ​ບໍ­ລິ­ສຸດ​ທີ່­ສຸດ”

3
41/05.txt Normal file
View File

@ -0,0 +1,3 @@
\v 5 \v 6 \v 7 ລ້ວ​ເພິ່ນ​ກໍ​ວັດ­ແທກ​ກຳ­ແພງ​ພຣະ­ວິ­ຫານ​ບ່ອນ​ມີ​ຄວາມ​ໜາ​ຫົກ​ສອກ ແລະ​ຫ້ອງ​ລະ­ບຽງ​ນັ້ນ​ກວ້າງ​ສີ່​ສອກ ຢູ່​ຮອບ​ພຣະ­ວິ­ຫານ​ທຸກ​ດ້ານ
6 ຫ້ອງ​ລະ­ບຽງ​ນັ້ນ​ເປັນ​ຫ້ອງ​ສາມ​ຊັ້ນ​ຊ້ອນ​ກັນ ມີ​ຊັ້ນ​ລະ​ສາມ­ສິບ​ຫ້ອງ ມີ​ເສົາ­ຄ້ຳ​ຢູ່​ຮອບ​ກຳ­ແພງ​ພຣະ­ວິ­ຫານ ໃຊ້​ເປັນ​ບ່ອນ​ໝູນ​ຫ້ອງ​ລະ­ບຽງ ເພື່ອ​ບໍ່​ໃຫ້​ຫ້ອງ​ລະ­ບຽງ​ອາ­ໄສ​ກຳ­ແພງ​ພຣະ­ວິ­ຫານ
7 ຫ້ອງ​ລະ­ບຽງ​ນັ້ນ​ຍິ່ງ​ສູງ​ຂຶ້ນ​ໄປ​ກໍ​ຍິ່ງ​ກວ້າງ​ອອກ ຕາມ​ສ່ວນ​ຂະ­ຫຍາຍ​ຂອງ​ເສົາ­ຄ້ຳ​ຈາກ​ຫ້ອງ​ໜຶ່ງ​ທີ່​ຊ້ອນ​ຢູ່​ເທິງ​ອີກ​ຫ້ອງ​ໜຶ່ງ​ໂດຍ​ຮອບ ຢູ່​ຂ້າງ​ພຣະ­ວິ­ຫານ​ມີ​ຂັ້ນ­ໄດ​ນຳ​ຂຶ້ນ​ຂ້າງ​ເທິງ ດັ່ງ​ນີ້­ແຫລະ ຜູ້­ໃດ​ທີ່​ຂຶ້ນ​ໄປ​ຈາກ​ຫ້ອງ​ຕ່ຳ​ທີ່­ສຸດ ເຖິງ​ຫ້ອງ​ເທິງ​ກໍ​ຕ້ອງ​ລອດ​ຜ່ານ​ຫ້ອງ​ກາງ

1
41/title.txt Normal file
View File

@ -0,0 +1 @@
ບົດທີ 41

View File

@ -411,6 +411,7 @@
"37-title",
"38-title",
"39-title",
"40-title"
"40-title",
"41-title"
]
}