Thu Oct 17 2019 09:57:18 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-17 09:57:19 +07:00
parent 75605b03a5
commit ab9e417ac9
12 changed files with 32 additions and 0 deletions

2
40/03.txt Normal file
View File

@ -0,0 +1,2 @@
\v 3 \v 4 ເມື່ອ​ພຣະ­ອົງ​ໄດ້​ນຳ​ຂ້າ­ພະ­ເຈົ້າ​ມາ​ໃນ​ບ່ອນ­ນັ້ນ ເບິ່ງ​ແມ ຊາຍ​ຄົນ​ໜຶ່ງ​ມີ​ລັກ­ສະ­ນະ​ຄ້າຍ­ຄື​ທອງ­ເຫລືອງ ມີ​ເຊືອກ​ປ່ານ​ເສັ້ນ​ໜຶ່ງ ແລະ​ໄມ້​ວັດ­ແທກ​ອັນ​ໜຶ່ງ​ຢູ່­ໃນ​ມື ເພິ່ນ​ຢືນ­ຢູ່​ທີ່​ຫໍ​ປະ­ຕູ
4 ແລະ​ຊາຍ​ຜູ້­ນັ້ນ​ກ່າວ​ແກ່​ຂ້າ­ພະ­ເຈົ້າ​ວ່າ “ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ເບິ່ງ​ດ້ວຍ​ຕາ​ເອງ​ເຖີດ ຈົ່ງ​ຟັງ​ດ້ວຍ​ຫູ​ຂອງ​ເຈົ້າ ແລະ​ຈົ່ງ​ເອົາ­ໃຈ­ໃສ່​ກັບ​ສິ່ງ​ທັງ​ໝົດ​ທີ່​ເຮົາ​ຈະ​ສະ­ແດງ​ໃຫ້​ແກ່​ເຈົ້າ ເພາະ­ວ່າ​ທີ່​ນຳ​ເຈົ້າ​ມາ​ບ່ອນ­ນີ້​ກໍ​ເພື່ອ­ຈະ​ສະ­ແດງ​ໃຫ້​ແກ່​ເຈົ້າ ສິ່ງ​ທັງ​ໝົດ​ທີ່​ເຈົ້າ​ເຫັນ​ນັ້ນ ຈົ່ງ​ປະ­ກາດ​ແກ່​ເຊື້ອ­ສາຍ​ອິສຣາເອນ

3
40/05.txt Normal file
View File

@ -0,0 +1,3 @@
\v 5 \v 6 \v 7 ບິ່ງ​ແມ ມີ​ກຳ­ແພງ​ອ້ອມ​ຢູ່​ຮອບ​ບໍ­ລິ­ເວນ​ນອກ​ຂອງ​ພຣະ­ວິ­ຫານ ແລະ​ໃນ​ມື​ຂອງ​ຊາຍ​ຜູ້­ນັ້ນ ມີ​ໄມ້​ວັດ­ແທກ​ຍາວ​ຫົກ​ສອກ ແຕ່­ລະ​ສອກ​ຍາວ​ເທົ່າ​ກັບ​ສອກ­ຄືບ ດັ່ງ­ນັ້ນ ເພິ່ນ​ຈຶ່ງ​ວັດ­ແທກ​ຄວາມ​ໜາ​ຂອງ​ກຳ­ແພງ​ໄດ້​ໜຶ່ງ​ໄມ້​ວັດ­ແທກ ແລະ​ຄວາມ​ສູງ​ໄດ້​ໜຶ່ງ​ໄມ້​ວັດ­ແທກ
6 ແລ້ວ​ເພິ່ນ​ເຂົ້າ­ໄປ​ຕາມ​ຫໍ​ປະ­ຕູ​ຊຶ່ງ​ຫັນ​ໜ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ​ຂຶ້ນ​ໄປ​ຕາມ​ຂັ້ນ­ໄດ ແລະ​ວັດ­ແທກ​ທາງ​ເຂົ້າ​ປະ­ຕູ​ໄດ້​ເລິກ​ໜຶ່ງ​ໄມ້​ວັດ­ແທກ ແລະ​ອີກ​ທາງ​ເຂົ້າ​ໜຶ່ງ​ໄດ້​ເລິກ​ໜຶ່ງ​ໄມ້​ວັດ­ແທກ
7 ຫ້ອງ​ຍາມ​ຍາວ​ໜຶ່ງ​ໄມ້​ວັດ­ແທກ ແລະ​ກວ້າງ​ໜຶ່ງ​ໄມ້​ວັດ­ແທກ ບ່ອນ​ວ່າງ​ລະ­ຫວ່າງ​ຫ້ອງ​ຍາມ​ເຫລົ່າ­ນັ້ນ ຍາວ​ຫ້າ​ສອກ ແລະ​ທາງ​ເຂົ້າ​ປະ­ຕູ​ທີ່­ຢູ່​ແຄມ​ລະ­ບຽງ​ຫໍ​ປະ­ຕູ​ຕອນ​ປາຍ​ຊັ້ນ​ໃນ​ໄດ້​ໜຶ່ງ​ໄມ້​ວັດ­ແທກ

3
40/08.txt Normal file
View File

@ -0,0 +1,3 @@
\v 8 \v 9 \v 10 ແລ້ວ​ເພິ່ນ​ກໍ​ວັດ­ແທກ​ລະ­ບຽງ​ຂອງ​ຫໍ​ປະ­ຕູ​ຕອນ​ປາຍ​ຊັ້ນ​ໃນ​ໄດ້​ໜຶ່ງ​ໄມ້​ວັດ­ແທກ
9 ເພິ່ນ​ວັດ­ແທກ​ລະ­ບຽງ​ຂອງ​ຫໍ​ປະ­ຕູ​ໄດ້​ແປດ​ສອກ ເສົາ​ລະ­ບຽງ​ນັ້ນ​ສອງ​ສອກ ແລະ​ລະ­ບຽງ​ຂອງ​ຫໍ​ປະ­ຕູ​ຢູ່​ທີ່​ຕອນ​ປາຍ​ຂ້າງ​ໃນ
10 ແຕ່­ລະ​ດ້ານ​ຂອງ​ຫໍ​ປະ­ຕູ​ທາງ​ຕາ­ເວັນ​ອອກ​ມີ​ຫ້ອງ​ຍາມ​ຢູ່​ສາມ​ຫ້ອງ ຫ້ອງ​ທັງ​ສາມ​ມີ​ຂະ­ໜາດ​ເທົ່າ​ກັນ ແລະ​ເສົາ​ທີ່­ຢູ່​ທັງ​ສອງ​ຂ້າງ​ກໍ​ມີ​ຂະ­ໜາດ​ດຽວ​ກັນ

3
40/11.txt Normal file
View File

@ -0,0 +1,3 @@
\v 11 \v 12 \v 13 ແລ້ວ​ເພິ່ນ​ຈຶ່ງ​ວັດ­ແທກ​ຄວາມ​ກວ້າງ​ຊ່ອງ​ເປີດ​ຂອງ​ທາງ​ເຂົ້າ​ຫໍ​ປະ­ຕູ​ໄດ້​ສິບ​ສອກ ແລະ​ຄວາມ​ຍາວ​ຂອງ​ຫໍ​ປະ­ຕູ​ສິບ​ສາມ​ສອກ
12 ໜ້າ​ຫ້ອງ​ຍາມ​ນັ້ນ​ມີ​ເຄື່ອງ​ກັ້ນ​ເບື້ອງ​ລະ​ໜຶ່ງ​ສອກ ແລະ​ຫ້ອງ​ຍາມ​ນັ້ນ​ຍາວ​ເບື້ອງ​ລະ​ຫົກ​ສອກ
13 ແລ້ວ​ເພິ່ນ​ກໍ​ວັດ­ແທກ​ຫໍ​ປະ­ຕູ​ຈາກ​ຫລັງ­ຄາ​ຂອງ​ຫ້ອງ​ຍາມ​ຫ້ອງ​ໜຶ່ງ​ໄປ​ຍັງ​ຫລັງ­ຄາ​ຂອງ​ຫ້ອງ​ຍາມ​ອີກ​ຫ້ອງ​ໜຶ່ງ ໄດ້​ກວ້າງ​ຊາວ​ຫ້າ​ສອກ ຈາກ​ທາງ​ເຂົ້າ​ໜຶ່ງ​ໄປ​ຍັງ​ອີກ​ທາງ​ເຂົ້າ​ໜຶ່ງ

3
40/14.txt Normal file
View File

@ -0,0 +1,3 @@
\v 14 \v 15 \v 16 ເພິ່ນ​ເຮັດ​ເສົາ​ທັງ­ຫລາຍ​ໄດ້​ຫົກ­ສິບ​ສອກ ແລະ​ຮອບ​ຫໍ​ປະ­ຕູ​ມີ​ເດີ່ນ​ໄປ​ເຖິງ​ເສົາ
15 ວັດ­ແທກ​ຈາກ​ຂ້າງ​ໜ້າ​ຫໍ​ປະ­ຕູ​ຊື່​ເຂົ້າ­ໄປ​ຍັງ​ປາຍ​ລະ­ບຽງ​ຊັ້ນ​ໃນ​ຂອງ​ຫໍ​ປະ­ຕູ​ໄດ້​ຫ້າ​ສິບ​ສອກ
16 ຕາມ​ຫໍ​ປະ­ຕູ​ນັ້ນ​ມີ​ປ່ອງ­ຢ້ຽມ​ອ້ອມ­ຮອບ ຄ່ອຍໆ​ແຄບ​ເຂົ້າ­ໄປ​ຂ້າງ​ໃນ ທັງ​ໃນ​ເສົາ ໃນ​ຫ້ອງ​ຍາມ ແລະ​ລະ­ບຽງ​ກໍ​ມີ​ປ່ອງ­ຢ້ຽມ​ຢູ່​ອ້ອມ​ຂ້າງ​ໃນ​ຄື­ກັນ ຢູ່​ເສົາ​ມີ​ຕົ້ນ​ຕານ

3
40/17.txt Normal file
View File

@ -0,0 +1,3 @@
\v 17 \v 18 \v 19 ແລ້ວ​ເພິ່ນ​ນຳ​ຂ້າ­ພະ­ເຈົ້າ​ອອກ​ມາ​ທີ່​ເດີ່ນ​ຊັ້ນ​ນອກ ແລະ​ເບິ່ງ​ແມ ມີ​ຫ້ອງ​ຫລາຍ​ຫ້ອງ ມີ​ພື້ນ​ຫີນ​ເຮັດ​ໄວ້​ຮອບ​ເດີ່ນ ມີ​ຫ້ອງ​ສາມ­ສິບ​ຫ້ອງ​ຫັນ​ໜ້າ​ເຂົ້າ​ຫາ​ພື້ນ​ຫີນ
18 ແລະ​ພື້ນ​ຫີນ​ນັ້ນ​ມີ​ຢູ່​ຕາມ​ຂ້າງ​ທາງ​ເຂົ້າ​ຫໍ​ປະ­ຕູ ເທົ່າ​ກັບ​ຄວາມ​ຍາວ​ຂອງ​ຫໍ​ປະ­ຕູ ນີ້​ເປັນ​ພື້ນ​ຫີນ​ຕອນ​ລຸ່ມ
19 ແລ້ວ​ເພິ່ນ​ກໍ​ວັດ­ແທກ​ຄວາມ​ກວ້າງ​ຈາກ​ໜ້າ​ຫໍ​ປະ­ຕູ​ຂ້າງ​ລຸ່ມ​ໄປ​ຍັງ​ໜ້າ​ເດີ່ນ​ຂ້າງ​ໃນ​ເບື້ອງ​ນອກ​ໄດ້​ໜຶ່ງ​ຮ້ອຍ​ສອກ ຢູ່​ທັງ​ທາງ​ຕາ­ເວັນ​ອອກ ແລະ​ທາງ​ເໜືອ

2
40/20.txt Normal file
View File

@ -0,0 +1,2 @@
\v 20 \v 21 ສ່ວນ​ຫໍ​ປະ­ຕູ​ຂອງ​ເດີ່ນ​ນອກ​ຫັນ​ໜ້າ​ໄປ​ທາງ​ເໜືອ ເພິ່ນ​ກໍ​ວັດ­ແທກ​ຄວາມ​ຍາວ ແລະ​ຄວາມ​ກວ້າງ​ຂອງ​ມັນ
21 ຫ້ອງ​ຍາມ​ເບື້ອງ​ລະ​ສາມ​ຫ້ອງ ກັບ​ເສົາ ແລະ​ລະ­ບຽງ​ມີ​ຂະ­ໜາດ​ເທົ່າ​ກັນ­ກັບ​ຫໍ​ປະ­ຕູ​ທຳ­ອິດ ຍາວ​ຫ້າ​ສິບ​ສອກ ກວ້າງ​ຊາວ​ຫ້າ​ສອກ

2
40/22.txt Normal file
View File

@ -0,0 +1,2 @@
\v 22 \v 23 ອງ­ຢ້ຽມ ລະ­ບຽງ ຕົ້ນ​ຕານ​ຂອງ​ຫໍ​ປະ­ຕູ​ນີ້​ມີ​ຂະ­ໜາດ​ເທົ່າ​ກັນ­ກັບ​ຂອງ​ຫໍ​ປະ­ຕູ​ຊຶ່ງ​ຫັນ​ໜ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ ແລະ​ມີ​ຂັ້ນ­ໄດ​ເຈັດ​ຂັ້ນ​ນຳ​ຂຶ້ນ​ໄປ ແລະ​ລະ­ບຽງ​ນັ້ນ​ຢູ່​ຂ້າງ​ໃນ
23 ກົງ­ກັນ­ຂ້າມ​ກັບ​ປະ­ຕູ​ຊຶ່ງ​ຢູ່​ທາງ​ເໜືອ​ເຊັ່ນ​ດຽວ​ກັນ­ກັບ​ປະ­ຕູ​ທີ່­ຢູ່​ທາງ​ຕາ­ເວັນ​ອອກ ມີ​ປະ­ຕູ​ເປີດ​ໄປ​ສູ່​ເດີ່ນ​ຊັ້ນ​ໃນ ແລະ​ເພິ່ນ​ກໍ​ວັດ­ແທກ​ຈາກ​ປະ­ຕູ​ໜຶ່ງ​ໄປ​ອີກ​ປະ­ຕູ​ໜຶ່ງ​ໄດ້​ໜຶ່ງ​ຮ້ອຍ​ສອກ

2
40/24.txt Normal file
View File

@ -0,0 +1,2 @@
\v 24 \v 25 ເພິ່ນ​ໄດ້​ນຳ​ຂ້າ­ພະ­ເຈົ້າ​ຊື່​ໄປ​ຍັງ​ທິດ­ໃຕ້ ແລະ​ເບິ່ງ​ແມ ມີ​ຫໍ​ປະ­ຕູ​ທາງ​ທິດ­ໃຕ້​ໜຶ່ງ​ຫໍ​ປະ­ຕູ ເພິ່ນ​ວັດ­ແທກ​ເສົາ ແລະ​ວັດ­ແທກ​ລະ­ບຽງ ມີ​ຂະ­ໜາດ​ເທົ່າ​ກັນ­ກັບ​ບ່ອນ​ອື່ນ
25 ມີ​ປ່ອງ­ຢ້ຽມ​ທີ່​ຫໍ​ປະ­ຕູ ແລະ​ບ່ອນ​ລະ­ບຽງ​ໂດຍ​ຮອບ​ເໝືອນ​ປ່ອງ­ຢ້ຽມ​ບ່ອນ​ອື່ນ ຍາວ​ຫ້າ​ສິບ​ສອກ ແລະ​ກວ້າງ​ຊາວ​ຫ້າ​ສອກ

2
40/26.txt Normal file
View File

@ -0,0 +1,2 @@
\v 26 \v 27 ມີ​ຂັ້ນ­ໄດ​ເຈັດ​ຂັ້ນ​ນຳ​ຂຶ້ນ​ໄປ ແລະ​ລະ­ບຽງ​ນັ້ນ​ຢູ່​ຂ້າງ​ໃນ ມີ​ຕົ້ນ​ຕານ​ຢູ່​ບ່ອນ​ເສົາ​ເບື້ອງ​ລະ​ຕົ້ນ
27 ມີ​ປະ­ຕູ​ໜຶ່ງ​ຢູ່​ທາງ​ທິດ­ໃຕ້​ຂອງ​ເດີ່ນ​ຊັ້ນ​ໃນ ແລະ​ເພິ່ນ​ກໍ​ວັດ­ແທກ​ຈາກ​ປະ­ຕູ​ໜຶ່ງ​ໄປ​ຍັງ​ອີກ​ປະ­ຕູ​ໜຶ່ງ​ຊື່​ໄປ ທາງ​ທິດ­ໃຕ້ ໄດ້​ໜຶ່ງ​ຮ້ອຍ​ສອກ

4
40/28.txt Normal file
View File

@ -0,0 +1,4 @@
\v 28 \v 29 \v 30 \v 31 ແລ້ວ​ເພິ່ນ​ນຳ​ຂ້າ­ພະ­ເຈົ້າ​ມາ­ຍັງ​ເດີ່ນ​ຊັ້ນ​ໃນ​ຢູ່​ປະ­ຕູ​ທິດ­ໃຕ້ ແລະ​ວັດ­ແທກ​ປະ­ຕູ​ທິດ­ໃຕ້ ມີ​ຂະ­ໜາດ​ຢ່າງ​ດຽວ​ກັນ­ກັບ​ປະ­ຕູ​ອື່ນໆ
29 ຫ້ອງ​ຍາມ ເສົາ ແລະ​ລະ­ບຽງ​ຂອງ​ຫໍ​ປະ­ຕູ​ນີ້​ມີ​ຂະ­ໜາດ​ດຽວ​ກັບ​ບ່ອນ​ອື່ນ ມີ​ປ່ອງ­ຢ້ຽມ​ທີ່​ຫໍ​ປະ­ຕູ ແລະ​ລະ­ບຽງ​ໂດຍ​ຮອບ ຍາວ​ຫ້າ​ສິບ​ສອກ ແລະ​ກວ້າງ​ຊາວ​ຫ້າ​ສອກ
30 ມີ​ລະ­ບຽງ​ຢູ່​ຮອບ​ຍາວ​ຊາວ​ຫ້າ​ສອກ ກວ້າງ​ຫ້າ​ສອກ
31 ລະ­ບຽງ​ນັ້ນ​ຫັນ​ໜ້າ​ສູ່​ເດີ່ນ​ຊັ້ນ​ນອກ ມີ​ຕົ້ນ​ຕານ​ຢູ່​ທີ່​ເສົາ ແລະ​ຂັ້ນ­ໄດ​ນີ້​ມີ​ແປດ​ຂັ້ນ

3
40/32.txt Normal file
View File

@ -0,0 +1,3 @@
\v 32 \v 33 \v 34 ແລ້ວ​ເພິ່ນ​ກໍ​ພາ​ຂ້າ­ພະ­ເຈົ້າ​ມາ​ທີ່​ເດີ່ນ​ຊັ້ນ​ໃນ​ເບື້ອງ​ຕາ­ເວັນ​ອອກ ແລະ​ວັດ­ແທກ​ຫໍ​ປະ­ຕູ​ຂະ­ໜາດ​ດຽວ​ກັນ­ກັບ​ຫໍ​ປະ­ຕູ​ອື່ນ
33 ຫ້ອງ​ຍາມ ເສົາ ແລະ​ລະ­ບຽງ​ຂອງ​ຫໍ​ປະ­ຕູ​ນີ້​ມີ​ຂະ­ໜາດ​ດຽວ​ກັນ­ກັບ​ບ່ອນ​ອື່ນ ມີ​ປ່ອງ­ຢ້ຽມ​ທີ່​ຫໍ​ປະ­ຕູ​ແລະ​ບ່ອນ​ລະ­ບຽງ​ໂດຍ​ຮອບ ຍາວ​ຫ້າ​ສິບ​ສອກ ແລະ​ກວ້າງ​ຊາວ​ຫ້າ​ສອກ
34 ລະ­ບຽງ​ຂອງ​ເບື້ອງ​ນີ້​ຫັນ​ໜ້າ​ສູ່​ເດີ່ນ​ຊັ້ນ​ນອກ ແລະ​ມີ​ຕົ້ນ​ຕານ​ຢູ່​ທີ່​ເສົາ​ເບື້ອງ​ລະ​ຕົ້ນ ແລະ​ຂັ້ນ­ໄດ​ນີ້​ມີ​ແປດ​ຂັ້ນ