\v 29 \v 30 ອິສຣາເອນ ພວກເຈົ້າເວົ້າວ່າ ພຣະຜູ້ເປັນເຈົ້າຊົງເຮັດບໍ່ຍຸດຕິທຳ ເຈົ້າຄິດວ່າວິທີການຂອງເຈົ້າຍຸດຕິທຳຊັ້ນບໍ? ວິທີການຂອງເຈົ້ານັ້ນແຫລະບໍ່ຍຸດຕິທຳ.
30 ອິສຣາເອນເອີຍ ບັດນີ້ ເຮົາ ພຣະຜູ້ເປັນເຈົ້າຈະບອກເຈົ້າວ່າ ເຮົາ ຈະພິພາກສາພວກເຈົ້າແຕ່ລະຄົນຕາມການກະທຳຂອງໃຜລາວ ຈົ່ງຫລີກຫນີຈາກຄວາມຊົ່ວຮ້າຍທັງປວງທີ່ເຈົ້າກຳລັງເຮັດຢູ່ນັ້ນເສຍ ຢ່າໃຫ້ບາບທຳລາຍເຈົ້າ ຈົ່ງຫລີກຈາກການເຮັດຊົ່ວທັງປວງ.