lo_1th_tn_l3/05/08.txt

30 lines
3.8 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ໃນຂໍ້ 8-10 ຄຳວ່າ ''ພວກເຮົາ'' ຫມາຍເຖີງຜູ້ເຊື່ອທຸກຄົນ.\n (ເບິ່ງ: figs_inclusive)"
},
{
"title": "ພວກເຮົາເປັນລູກ ຂອງຝ່າຍກາງເວັນ",
"body": "ໂປໂລ ເວົ້າເຖີງ ການຮູ້ຈັກຄວາມຈິງ ເຖີງເລື້ອງລາວ ຂອງພຣະເຈົ້າເຫມືອນກັບວ່າ ເປັນຄົນຝ່າຍກາງເວັນ ຄຳແປອີກຢ່າງຫນຶ່ຶງວ່າ: ''ເຮົາຮູ້ຈັກຄວາມຈິງ'' ຫລື ''ເຮົາໄດ້ຮັບເອົາຄວາມສະຫວ່າງແຫ່ງຄວາມຈິງໄວ້ແລັວ'' (ເບິ່ງ: figs_metaphor)"
},
{
"title": "ຂໍໃຫ້ພວກເຮົາ ມີສະຕິ",
"body": "ໂປໂລ ປຽບທຽບ ການມີສະຕິ ໃນການຝືກຝົນແລະ ການຮຽນຮູ້ຈັກບັງຄັບຕົນເອງ. ຄຳແປອີກຢ່າງຫນຶ່ງວ່າ: ''ໃຫ້ເຮົາຝືກຝົນການບັງຄັບຕົນເອງ''(ເບິ່ງ: figs_metaphor)"
},
{
"title": "ຂໍໃຫ້ພວກເຮົາສວມເຄື່ອງປ້ອງກັນເອີກ ແຫ່ງຄວາມເຊື່ອແລະຄວາມຮັກ.",
"body": "ເຫມືອນທະຫານ ທີ່ໃສ່ເຄື່ອງປ້ອງກັນຮ່າງກາຍ ຂອງເຂົາ ຜູ້ເຊື່ອທີ່ມີຊີວິດຢູ່ໂດຍຄວາມເຊື່ອ ແລະຄວາມຮັກ ຈະໄດ້ຮັບການປົກປ້ອງຄຸມຄອງ. ຄຳແປອີກຢ່າງຫນຶ່ງວ່າ: ''ປ້ອງກັນຕົວເຮົາເອງ ດ້ວຍຄວາມເຊື່ອແລະຄວາມຮັກ'' ຫລື ''ປ້ອງກັນຕົວເອງ ດ້ວຍການວາງໃຈ ໃນພຣະຄຣິດ ແລະດ້ວຍຄວາມຂອງຮັກພຣະອົງ'' (ເບິ່ງ: figs_metaphor)"
},
{
"title": "ສວມໃສ່ຫມວກເຫລັກ ຄືຄວາມແນ່ໃຈໃນຄວາມລອດໃນອະນາຄົດ",
"body": "ເຫມືອນໜວກເຫລັກ ທີ່ປ້ອງກັນຫົວຂອງທະຫານ ການຮັບປະກັນຄວາມລອດ ປ້ອງກັນຜູ້ເຊື່ອ. ຄຳແປອີກຢ່າງຫນຶ່ງວ່າ: ''ປ້ອງກັນ ຕົວເຮົາເອງດ້ວຍຄວາມເຊື່ອໜັ້ນ ວ່າພຣະຄຣິດຈະຊົງຊ່ອຍເຮົາໃຫ້ລອດ'' (ເບິ່ງ: figs_metaphor)"
},
{
"title": "ບໍ່ວ່າພວກເຮົາຈະຕື່ນຢູ່ ຫລື ນອນຫລັບ",
"body": "ນີ້ເປັນວິທີ ທີ່ສຸພາບໃນການເວົ້າເຖີງ ການມີຊີວິດຢູ່ ແລະການຕາຍ. ຄຳແປອີກຢ່າງຫນຶ່ງວ່າ: ''ບໍ່ວ່າພວກເຮົາຈະເປັນຫລືຕາຍ ''(ເບິ່ງ: figs_euphemism)"
},
{
"title": "ເສີມສ້າງກັນ ແລະກັນຂື້ນ",
"body": "ທີ່ນີ້ຄຳວ່າ ''ເສີມສ້າງ'' ເປັນຄຳປຽບທຽບທີຫມາຍເຖີງ ການໜູນໃຈ. ຄຳແປອີກຢ່າງຫນຶ່ງວ່າ: ''ໜູນໃຈກັນ ແລະກັນ''(ເບິ່ງ: figs_metaphor)"
}
]