[ { "title": "ຂໍ້ມູນທົ່ວໄປ:", "body": "ໃນຂໍ້ 8-10 ຄຳວ່າ ''ພວກເຮົາ'' ຫມາຍເຖີງຜູ້ເຊື່ອທຸກຄົນ.\n (ເບິ່ງ: figs_inclusive)" }, { "title": "ພວກເຮົາເປັນລູກ ຂອງຝ່າຍກາງເວັນ", "body": "ໂປໂລ ເວົ້າເຖີງ ການຮູ້ຈັກຄວາມຈິງ ເຖີງເລື້ອງລາວ ຂອງພຣະເຈົ້າເຫມືອນກັບວ່າ ເປັນຄົນຝ່າຍກາງເວັນ ຄຳແປອີກຢ່າງຫນຶ່ຶງວ່າ: ''ເຮົາຮູ້ຈັກຄວາມຈິງ'' ຫລື ''ເຮົາໄດ້ຮັບເອົາຄວາມສະຫວ່າງແຫ່ງຄວາມຈິງໄວ້ແລັວ'' (ເບິ່ງ: figs_metaphor)" }, { "title": "ຂໍໃຫ້ພວກເຮົາ ມີສະຕິ", "body": "ໂປໂລ ປຽບທຽບ ການມີສະຕິ ໃນການຝືກຝົນແລະ ການຮຽນຮູ້ຈັກບັງຄັບຕົນເອງ. ຄຳແປອີກຢ່າງຫນຶ່ງວ່າ: ''ໃຫ້ເຮົາຝືກຝົນການບັງຄັບຕົນເອງ''(ເບິ່ງ: figs_metaphor)" }, { "title": "ຂໍໃຫ້ພວກເຮົາສວມເຄື່ອງປ້ອງກັນເອີກ ແຫ່ງຄວາມເຊື່ອແລະຄວາມຮັກ.", "body": "ເຫມືອນທະຫານ ທີ່ໃສ່ເຄື່ອງປ້ອງກັນຮ່າງກາຍ ຂອງເຂົາ ຜູ້ເຊື່ອທີ່ມີຊີວິດຢູ່ໂດຍຄວາມເຊື່ອ ແລະຄວາມຮັກ ຈະໄດ້ຮັບການປົກປ້ອງຄຸມຄອງ. ຄຳແປອີກຢ່າງຫນຶ່ງວ່າ: ''ປ້ອງກັນຕົວເຮົາເອງ ດ້ວຍຄວາມເຊື່ອແລະຄວາມຮັກ'' ຫລື ''ປ້ອງກັນຕົວເອງ ດ້ວຍການວາງໃຈ ໃນພຣະຄຣິດ ແລະດ້ວຍຄວາມຂອງຮັກພຣະອົງ'' (ເບິ່ງ: figs_metaphor)" }, { "title": "ສວມໃສ່ຫມວກເຫລັກ ຄືຄວາມແນ່ໃຈໃນຄວາມລອດໃນອະນາຄົດ", "body": "ເຫມືອນໜວກເຫລັກ ທີ່ປ້ອງກັນຫົວຂອງທະຫານ ການຮັບປະກັນຄວາມລອດ ປ້ອງກັນຜູ້ເຊື່ອ. ຄຳແປອີກຢ່າງຫນຶ່ງວ່າ: ''ປ້ອງກັນ ຕົວເຮົາເອງດ້ວຍຄວາມເຊື່ອໜັ້ນ ວ່າພຣະຄຣິດຈະຊົງຊ່ອຍເຮົາໃຫ້ລອດ'' (ເບິ່ງ: figs_metaphor)" }, { "title": "ບໍ່ວ່າພວກເຮົາຈະຕື່ນຢູ່ ຫລື ນອນຫລັບ", "body": "ນີ້ເປັນວິທີ ທີ່ສຸພາບໃນການເວົ້າເຖີງ ການມີຊີວິດຢູ່ ແລະການຕາຍ. ຄຳແປອີກຢ່າງຫນຶ່ງວ່າ: ''ບໍ່ວ່າພວກເຮົາຈະເປັນຫລືຕາຍ ''(ເບິ່ງ: figs_euphemism)" }, { "title": "ເສີມສ້າງກັນ ແລະກັນຂື້ນ", "body": "ທີ່ນີ້ຄຳວ່າ ''ເສີມສ້າງ'' ເປັນຄຳປຽບທຽບທີຫມາຍເຖີງ ການໜູນໃຈ. ຄຳແປອີກຢ່າງຫນຶ່ງວ່າ: ''ໜູນໃຈກັນ ແລະກັນ''(ເບິ່ງ: figs_metaphor)" } ]