lo_1co_text_ulb_l3/10/28.txt

1 line
1.3 KiB
Plaintext

\v 28 ແຕ່ຖ້າມີໃຜ​ມາບອກທ່ານວ່າ, "ອາຫານນີ້ເຂົາໄດ້ຖວາຍ​ແກ່ຮູບເຄົາ​ຣົບ​ແລ້ວ," ກໍຢ່າສູ່ກິນອາຫານນັ້ນ. ເພື່ອເຫັ​ນ​ແກ່ຄົນທີ່ບອກກັບທ່ານ, ແລະ ເຫັນ​ແກ່ໃຈ​ສຳນຶກ​ຜິດ ແລະຊອບ. \v 29 ຂ້າ​ພະ​ເຈົ້າບໍ່ໄດ້ຫມາຍເຖິງໃຈ​ສຳນຶກຜິດແລະຊອບຂອງທ່ານເອງ, ແຕ່ເປັນໃຈ​ສຳນຶກຜິດແລະຊອບຂອງຄົນອື່ນໆ. ເພາະເປັນຫຍັງເສຣີພາບຂອງຂ້າ​ພະ​ເຈົ້າຄວນຖືກຕັດສິນໂດຍໃຈ​ສຳນຶກຜິດແລະຊອບຂອງຄົນອື່ນ? \v 30 ຖ້າຂ້າ​ພະ​ເຈົ້າຮ່ວມ​ກິນ​ອາ​ຫານດ້ວຍໃຈຂອບ​ພ​ຣະ​ຄຸນ, ເປັນຫຍັງຂ້າ​ພະ​ເຈົ້າ​ຕ້ອງຖືກຕິ​ຕຽນ​ດ້ວຍ ສິ່ງຊຶ່ງຂ້າ​ພະ​ເຈົ້າໄດ້ຂອບ​ພ​ຣະ​ຄຸນ​ນັ້ນ​ແລ້ວ?