1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 28 ແຕ່ຖ້າມີໃຜມາບອກທ່ານວ່າ, "ອາຫານນີ້ເຂົາໄດ້ຖວາຍແກ່ຮູບເຄົາຣົບແລ້ວ," ກໍຢ່າສູ່ກິນອາຫານນັ້ນ. ເພື່ອເຫັນແກ່ຄົນທີ່ບອກກັບທ່ານ, ແລະ ເຫັນແກ່ໃຈສຳນຶກຜິດ ແລະຊອບ. \v 29 ຂ້າພະເຈົ້າບໍ່ໄດ້ຫມາຍເຖິງໃຈສຳນຶກຜິດແລະຊອບຂອງທ່ານເອງ, ແຕ່ເປັນໃຈສຳນຶກຜິດແລະຊອບຂອງຄົນອື່ນໆ. ເພາະເປັນຫຍັງເສຣີພາບຂອງຂ້າພະເຈົ້າຄວນຖືກຕັດສິນໂດຍໃຈສຳນຶກຜິດແລະຊອບຂອງຄົນອື່ນ? \v 30 ຖ້າຂ້າພະເຈົ້າຮ່ວມກິນອາຫານດ້ວຍໃຈຂອບພຣະຄຸນ, ເປັນຫຍັງຂ້າພະເຈົ້າຕ້ອງຖືກຕິຕຽນດ້ວຍ ສິ່ງຊຶ່ງຂ້າພະເຈົ້າໄດ້ຂອບພຣະຄຸນນັ້ນແລ້ວ? |