lo_1co_text_ulb_l3/10/01.txt

1 line
1.1 KiB
Plaintext

\c 10 \v 1 ພີ່​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າຢາກໃຫ້ພວກ​ທ່ານຮູ້ວ່າ, ບັນພະບຸຣຸດຂອງພວກເຮົາທຸກ​ຄົນເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງເສົາເມກ ແລະ ໄດ້ຍ່າງຜ່ານທະເລແດງໄປທຸກຄົນ. \v 2 ທຸກຄົນໄດ້ຮັບບັບຕິສະມາໃນເມກ ແລະ ໃນທະເລເຂົ້າຮ່ວມກັບໂມເຊ, \v 3 ແລະ ທຸກຄົນໄດ້ກິນອາຫານຝ່າຍວິນຍານຢ່າງດຽວກັນ. \v 4 ທຸກຄົນໄດ້ດື່ມນ້ຳ​ຝ່າຍວິນຍານຢ່າງດຽວ​ກັນ. ເພາະທຸກຄົນໄດ້ດື່ມຈາກສີ​ລາຝ່າຍວິນຍານທີ່ຕິດຕາມພວກ​ເຂົາ, ສີ​ລາ​ນັ້ນ​ຄືພຣະເຢຊູຄຣິດເຈົ້າ.