2019-09-17 06:51:18 +00:00
|
|
|
\c 10 \v 1 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າ, ບັນພະບຸຣຸດຂອງພວກເຮົາທຸກຄົນເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງເສົາເມກ ແລະ ໄດ້ຍ່າງຜ່ານທະເລແດງໄປທຸກຄົນ. \v 2 ທຸກຄົນໄດ້ຮັບບັບຕິສະມາໃນເມກ ແລະ ໃນທະເລເຂົ້າຮ່ວມກັບໂມເຊ, \v 3 ແລະ ທຸກຄົນໄດ້ກິນອາຫານຝ່າຍວິນຍານຢ່າງດຽວກັນ. \v 4 ທຸກຄົນໄດ້ດື່ມນ້ຳຝ່າຍວິນຍານຢ່າງດຽວກັນ. ເພາະທຸກຄົນໄດ້ດື່ມຈາກສີລາຝ່າຍວິນຍານທີ່ຕິດຕາມພວກເຂົາ, ສີລານັ້ນຄືພຣະເຢຊູຄຣິດເຈົ້າ.
|