lo_ulb/54-2TH.usfm

100 lines
18 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 2TH
\ide UTF-8
\h 2 ເທສະໂລນິກ
\toc1 2 ເທສະໂລນິກ
\toc2 2 ເທສະໂລນິກ
\toc3 2th
\mt 2 ເທສະໂລນິກ
\s5
\c 1
\cl ບົດທີ 1
\p
\v 1 ໂປໂລ, ຊີລາ, ແລະ ຕີໂມທຽວ, ເຖິງຄຣິສຕະຈັກທີ່ເມືອງເທສະໂລນິກໃນພຣະເຈົ້າພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ.
\v 2 ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ຈົ່ງມີຢູ່ກັບທ່ານທັງຫລາຍເຖີ້ນ.
\s5
\v 3 ພວກເຮົາຄວນໂມທະນາຂອບພຣະຄຸນພຣະເຈົ້າສຳລັບພວກທ່ານສະເຫມີ, ອ້າຍນ້ອງທັງຫລາຍເອີຍ. ສຳລັບສິ່ງນີ້ເປັນສິ່ງທີ່ເຫມາະສົມ, ເພາະຄວາມເຊື່ອຂອງທ່ານກໍເຕີບໂຕຂຶ້ນຫລາຍ, ແລະ ຄວາມຮັກຂອງແຕ່ລະຄົນໃນພວກທ່ານທີ່ມີຕໍ່ກັນຫລາຍເຊັ່ນກັນ.
\v 4 ດັ່ງນັ້ນພວກເຮົາຈຶ່ງອວດເລື່ອງຂອງທ່ານຕໍ່ຄຣິສຕະຈັກອື່ນໆຂອງພຣະເຈົ້າ. ພວກເຮົາເວົ້າກ່ຽວກັບຄວາມອົດທົນ ແລະ ຄວາມເຊື່ອຂອງພວກທ່ານໃນການຂົ່ມເຫັງທັງຫມົດທີ່ພວກທ່ານໄດ້ຮັບ. ພວກເຮົາເວົ້າເຖິງຄວາມຍາກລຳບາກທີ່ທ່ານຕ້ອງທົນ.
\v 5 ນີ້ເປັນຫມາຍສຳຄັນຂອງການພິພາກສາອັນຊອບທັມຂອງພຣະເຈົ້າ. ຜົນກໍ່ຄືທ່ານຈະໄດ້ເປັນຄົນທີ່ເຫມາະສົມສຳລັບຣາຊະອານາຈັກຂອງພຣະເຈົ້າສຳລັບການທີ່ທ່ານທົນທຸກ.
\s5
\v 6 ມັນເປັນຄວາມຊອບທັມຂອງພຣະເຈົ້າທີ່ຈະໃຫ້ທຸກສະຫນອງແກ່ຄົນທີ່ໃຫ້ທຸກແກ່ທ່ານ,
\v 7 ແລະ ການບັນເທົາທຸກມີແກ່ທ່ານ ຜູ້ຊຶ່ງໄດ້ທົນທຸກລຳບາກກັບພວກເຮົາ. ພຣະອົງຈະຊົງເຮັດຢ່າງນີ້ເມື່ອພຣະເຢຊູເຈົ້າສະເດັດມາຈາກສະຫວັນພ້ອມກັບທູດສະຫວັນແຫ່ງຣິດອຳນາດຂອງພຣະອົງ.
\v 8 ໃນໄຟນາຣົກອັນຮ້ອນກ້າ ພຣະອົງຈະແກ້ແຄ້ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ຄົນທີ່ບໍ່ຕອບສະຫນອງໃນຂ່າວປະເສີດຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
\s5
\v 9 ພວກເຂົາຈະທົນທຸກກັບການຖືກລົງໂທດ ອັນເປັນຄວາມຈິບຫາຍນິຣັນດອນ ຖືກຕັດຂາດຈາກການຊົງສະຖິດຂອງພຣະຜູ້ເປັນເຈົ້າ ແລະ ຈາກພຣະສະຫງ່າຣາສີແຫ່ງຣິດອຳນາດຂອງພຣະອົງ.
\v 10 ພຣະອົງຈະເຮັດເຊັ່ນນີ້ ເມື່ອພຣະອົງສະເດັດກັບມາໃນວັນນັ້ນ ເພື່ອທີ່ຈະໄດ້ຮັບກຽດ ທ່າມກາງຄົນຂອງພຣະອົງ ແລະ ເປັນທີ່ອັດສະຈັນໃຈໃນທ່າມກາງທຸກຄົນທີ່ເຊື່ອ. ເພາະທ່ານເຊື່ອຄຳພະຍານທີ່ເຮົາໄດ້ໃຫ້ແກ່ທ່ານແລ້ວ.
\s5
\v 11 ດ້ວຍເຫດນີ້ ເຮົາຈຶ່ງອະທິຖານເພື່ອທ່ານຢ່າງເປັນປະຈຳ. ພວກເຮົາອະທິຖານວ່າ ພຣະເຈົ້າຂອງເຮົາຈະເຫັນວ່າທ່ານຄູ່ຄວນແກ່ການຊົງເອີ້ນ. ພວກເຮົາອະທິຖານເພື່ອທີ່ວ່າພຣະອົງຈະຊົງກະທຳໃຫ້ຄວາມປາຖນາແຫ່ງຄວາມດີທຸກຢ່າງ ແລະຄວາມປາຖນາທີ່ຈະເຮັດການງານແຫ່ງຄວາມເຊື່ອທຸກຢ່າງສຳເລັດລຸລ່ວງໄປໄດ້ດ້ວຍຣິດອຳນາດ.
\v 12 ພວກເຮົາອະທິຖານໃນສິ່ງເຫລົ່ານີ້ເພື່ອທີ່ວ່າພຣະນາມຂອງອົງພຣະເຢຊູຄຣິດເຈົ້າຈະໄດ້ຮັບກຽດຜ່ານທາງທ່ານ. ພວກເຮົາອະທິຖານເພື່ອທີ່ວ່າທ່ານຈະໄດ້ຮັບກຽດໂດຍທາງພຣະອົງ, ເພາະພຣະຄຸນຂອງພຣະເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາທັງຫລາຍ.
\s5
\c 2
\cl ບົດທີ 2
\p
\v 1 ບັດນີ້ກ່ຽວກັບເລື່ອງການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ ແລະ ການທີ່ພຣະອົງໄດ້ຮວບຮວມພວກເຮົາທັງຫມົດໃຫ້ມາຢູ່ຮ່ວມກັນກັບພຣະອົງນັ້ນ: ເຮົາຂໍຮ້ອງພວກທ່ານ, ອ້າຍນ້ອງທັງຫລາຍເອີຍ,
\v 2 ຢ່າໃຫ້ໃຈຂອງທ່ານຫວັ່ນໄຫວງ່າຍ ຫລື ຕື່ນຕົກໃຈ, ບໍ່ວ່າຈະໂດຍວິນຍານ, ໂດຍຂໍ້ຄວາມ, ຫລື ໂດຍຈົດຫມາຍຫນຶ່ງ ທີ່ເບິ່ງເຫມືອນວ່າຈະມາຈາກພວກເຮົາ, ຊຶ່ງອ້າງວ່າວັນຂອງພຣະຜູ້ເປັນເຈົ້າໄດ້ມາເຖິງແລ້ວ.
\s5
\v 3 ຢ່າໃຫ້ໃຜລໍ້ລວງທ່ານ ບໍ່ວ່າຈະໃນທາງໃດ. ເພາະວັນນັ້ນຈະບໍ່ມາເຖິງຈົນກວ່າຜູ້ຕໍ່ຕ້ານຈະມາ, ແລະ ຄົນນອກກົດຫມາຍໄດ້ເປີດເຜີຍ, ຄືລູກແຫ່ງຄວາມພິນາດຈິບຫາຍ.
\v 4 ຊຶ່ງເປັນຄົນທີ່ຕໍ່ຕ້ານແລະ ຍົກຍ້ອງຕົນເອງຂຶ້ນ ເພື່ອເປັນປໍຣະປັກກັບທຸກສິ່ງທີ່ເອີ້ນວ່າພຣະເຈົ້າ ຫລື ເປັນທີ່ນະມັດສະການ. ຜົນທີ່ຕາມມາຄື, ເຂົານັ່ງໃນວິຫານຂອງພຣະເຈົ້າ ແລະ ສະແດງຕົນເອງວ່າເປັນດັ່ງພຣະເຈົ້າ.
\s5
\v 5 ທ່ານຈື່ບໍ່ໄດ້ບໍ ຕອນທີ່ຂ້າພຣະເຈົ້າຢູ່ກັບທ່ານ ຂ້າພຣະເຈົ້າໄດ້ບອກທ່ານເຖິງສິ່ງເຫລົ່ານີ້?
\v 6 ຕອນນີ້ທ່ານຮູ້ແລ້ວວ່າແມ່ນຫຍັງກີດກັ້ນເຂົາໄວ້, ເພື່ອຈະໃຫ້ເປີດເຜີຍຕົວໄດ້ ພຽງແຕ່ໃນເວລາທີ່ເຫມາະສົມເທົ່ານັ້ນ.
\v 7 ເພາະຄວາມເລິກລັບຂອງການເປັນຄົນບໍ່ເຄົາຣົບກົດຫມາຍ, ກຳລັງທຳງານຢູ່ຈຶ່ງຕ້ອງມີບາງຄົນທີ່ກີດກັ້ນເຂົາໄວ້ໃນຕອນນີ້ເທົ່ານັ້ນ ຈົນກວ່າເຂົາຈະຖືກກຳຈັດໄປ.
\s5
\v 8 ແລ້ວພວກຄົນທີ່ບໍ່ເຄົາຣົບກົດຫມາຍຈະໄດ້ເປີດເຜີຍອອກມາ, ຄືຄົນທີ່ພຣະເຢຊູຄຣິດເຈົ້າຈະປະຫານດ້ວຍລົມຫາຍໃຈຈາກປາກຂອງພຣະອົງ. ອົງພຣະຜູ້ເປັນເຈົ້າຈະກຳຈັດມັນໃຫ້ຫມົດໄປໂດຍການສຳແດງເຖິງການສະເດັດມາຂອງພຣະອົງ.
\v 9 ການມາຂອງຄົນທີ່ບໍ່ເຄົາຣົບກົດຫມາຍກໍເປັນເພາະການງານຂອງຊາຕານໂດຍຣິດອຳນາດ, ຫມາຍສຳຄັນ, ແລະ ການອັດສະຈັນບໍ່ຈິງທັງຫມົດ,
\v 10 ແລະ ໂດຍການຫລອກລວງທັງຫມົດແຫ່ງຄວາມອະທັມ ສິ່ງເຫລົ່ານີ້ຈະມີໄວ້ສຳລັບຄົນທີ່ກຳລັງຈະພິນາດຈິບຫາຍ, ເພາະພວກເຂົາບໍ່ໄດ້ຮັບຄວາມຮັກແຫ່ງຄວາມຈິງເພື່ອທີ່ພວກເຂົາຈະລອດພົ້ນໄດ້.
\s5
\v 11 ດ້ວຍເຫດຜົນນີ້ ພຣະເຈົ້າຈຶ່ງໃຫ້ການງານແຫ່ງຄວາມຜິດພາດເກີດຂຶ້ນກັບພວກເຂົາ ເພື່ອທີ່ພວກເຂົາຈະໄດ້ເຊື່ອຄຳຂີ້ຕົວະ.
\v 12 ຜົນຄືພວກເຂົາທຸກຄົນຈະຕ້ອງຖືກພິພາກສາ, ຄືຄົນທີ່ບໍ່ເຊື່ອໃນຄວາມຈິງ ແຕ່ເລືອກທີ່ຈະຍິນດີໃນຄວາມອະທັມ.
\s5
\v 13 ແຕ່ພວກເຮົາຄວນ ໂມທະນາຂອບພຣະຄຸນພຣະເຈົ້າສະເຫມີສຳລັບທ່ານ, ອ້າຍນ້ອງ ຜູ້ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າ. ເພາະສຳລັບພຣະເຈົ້າໄດ້ຊົງເລືອກທ່ານໃນຖານະທີ່ເປັນຜົນແລກແຫ່ງຄວາມລອດພົ້ນໃນການຊໍາຣະໃຫ້ບໍຣິສຸດຂອງພຣະວິນຍານ ແລະ ການເຊື່ອໃນຄວາມຈິງ,
\v 14 ນີ້ເປັນສິ່ງທີ່ພຣະອົງໄດ້ຊົງເອີ້ນທ່ານໂດຍຜ່ານທາງຂ່າວປະເສີດຂອງເຮົາເພື່ອໃຫ້ໄດ້ຮັບພຣະສະງ່າຣາສີແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາ.
\v 15 ດັ່ງນັ້ນ, ພີ່ນ້ອງທັງຫລາຍ ຈົ່ງຕັ້ງຫມັ້ນຄົງຢູ່ ແລະ ຍຶດຖືເອົາຄວາມຈິງເຫລົ່ານັ້ນທີ່ພວກທ່ານໄດ້ຮຽນຈາກເຮົາ, ທັງທາງຖ້ອຍຄຳ ຫລື ໂດຍທາງຈົດຫມາຍ.
\s5
\v 16 ຂໍໃຫ້ພຣະເຢຊູຄຣິດເຈົ້າຂອງເຮົາ ແລະພຣະເຈົ້າພຣະບິດາຂອງເຮົາຜູ້ໄດ້ຊົງຮັກເຮົາ ແລະປຣະທານການຫນູນໃຈນິຣັນດອນ ແລະ ຄວາມເຊື່ອຫມັ້ນທີ່ດີສຳລັບອານາຄົດໂດຍຜ່ານທາງພຣະຄຸນແກ່ເຮົາ,
\v 17 ການຫນູນໃຈ ແລະ ເສີມສ້າງຫົວໃຈຂອງທ່ານໃຫ້ຫມັ້ນຄົງໃນການງານ ແລະ ຖ້ອຍຄຳອັນດີທຸກປະການ.
\s5
\c 3
\cl ບົດທີ 3
\p
\v 1 ບັດນີ້, ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາ, ທີ່ພຣະທັມຂອງອົງພຣະຜູ້ເປັນເຈົ້າຈະໄດ້ຮັບການປະກາດອອກໄປຢ່າງໄວວາ ແລະ ໄດ້ຖວາຍກຽດ, ຢ່າງທີ່ໄດ້ເກີດຂຶ້ນກັບພວກທ່ານ.
\v 2 ຈົ່ງອະທິຖານເພື່ອໃຫ້ເຮົາໄດ້ຮັບການປົດປ່ອຍຈາກຄົນພານ ແລະ ຄົນຊົ່ວຮ້າຍ, ເພາະບໍ່ແມ່ນວ່າທຸກຄົນມີຄວາມເຊື່ອ.
\v 3 ແຕ່ອົງພຣະຜູ້ເປັນເຈົ້າຊົງສັດຊື່, ພຣະອົງຈະເສີມສ້າງທ່ານ ແລະປ້ອງກັນທ່ານໄວ້ຈາກມານຮ້າຍ.
\s5
\v 4 ພວກເຮົາມີຄວາມເຊື່ອຫມັ້ນໃນອົງພຣະຜູ້ເປັນເຈົ້າກ່ຽວກັບທ່ານ, ວ່າທ່ານທັງສອງກຳລັງເຮັດ ແລະ ຈະເຮັດຕໍ່ໄປໃນສິ່ງທີ່ເຮົາສັ່ງ.
\v 5 ຂໍພຣະເຈົ້ານຳຫົວໃຈຂອງທ່ານໃຫ້ເຂົ້າເຖິງຄວາມຮັກຂອງພຣະເຈົ້າ ແລະ ຄວາມອົດທົນຂອງພຣະຄຣິດເຈົ້າ.
\s5
\v 6 ດຽວນີ້, ພີ່ນ້ອງທັງຫລາຍ, ພວກເຮົາສັ່ງທ່ານໃນພຣະນາມຂອງພຣະເຢຊູຄຣິດເຈົ້າ, ວ່າໃຫ້ທ່ານຫລີກຫນີອອກຈາກພີ່ນ້ອງທຸກຄົນທີ່ຢູ່ຢ່າງກຽດຄ້ານ ແລະ ບໍ່ໄດ້ປະຕິບັດຕາມທຳນຽມທີ່ເຮົາໄດ້ສອນທ່ານໄວ້.
\v 7 ເປັນສິ່ງເຫມາະສົມທີ່ທ່ານຈະເຮັດຕາມແບບຢ່າງຂອງເຮົາ. ພວກເຮົາບໍ່ໄດ້ໃຊ້ຊີວິດຢູ່ທ່າມກາງພວກທ່ານເຫມືອນຄົນທີ່ບໍ່ມີວິໃນ.
\v 8 ພວກເຮົາບໍ່ໄດ້ກິນອາຫານຂອງໃຜໂດຍທີ່ບໍ່ໄດ້ຈ່າຍເງິນ. ແຕ່ເຮົາເຮັດວຽກຫນັກທັງເວັນ ແລະ ຄືນ ດ້ວຍຄວາມຍາກລຳບາກ, ເພື່ອທີ່ເຮົາຈະບໍ່ເປັນພາຣະຜູ້ໃດໃນພວກທ່ານ.
\v 9 ເຮົາເຮັດຢ່າງນີ້ບໍ່ແມ່ນເພາະເຮົາບໍ່ມີອຳນາດ ແຕ່ເຮົາທຳຢ່າງນີ້ເພື່ອທີ່ຈະໄດ້ເປັນແບບຢ່າງແກ່ພວກທ່ານ, ເພື່ອທີ່ທ່ານຈະໄດ້ເຮັດຕາມແບບຢ່າງຂອງເຮົາ.
\s5
\v 10 ເມື່ອເຮົາຢູ່ກັບພວກທ່ານ, ເຮົາສັ່ງພວກທ່ານວ່າ "ຖ້າໃຜບໍ່ຢາກຈະເຮັດວຽກ, ຄົນນັ້ນກໍບໍ່ຄວນກິນ"
\v 11 ເພາະເຮົາໄດ້ຍິນວ່າມີບາງຄົນໃຊ້ຊີວິດຢ່າງຂີ້ຄ້ານທ່າມກາງພວກທ່ານ. ພວກເຂົາບໍ່ເຮັດວຽກແຕ່ ມັກຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນ.
\v 12 ເຮົາສັ່ງ ແລະ ເຕືອນສະຕິຄົນເຊັ່ນນັ້ນ ໃນອົງພຣະເຢຊູຄຣິດເຈົ້າວ່າ ພວກເຂົາຄວນຈະທຳງານດ້ວຍຄວາມສະຫງົບ ແລະ ຫາລ້ຽງຊີບຕົນເອງ.
\s5
\v 13 ແຕ່ຝ່າຍທ່ານ, ອ້າຍນ້ອງທັງຫລາຍ, ຢ່າສູນເສັຽກຳລັງໃຈໃນການເຮັດສິ່ງທີ່ຖືກຕ້ອງ.
\v 14 ຖ້າມີຄົນທີ່ບໍ່ໄດ້ເຊື່ອຟັງຄຳເວົ້າຂອງເຮົາໃນຈົດຫມາຍສະບັບນີ້, ໃຫ້ຫມາຍຫົວເຂົາໄວ້ ແລະ ຢ່າໄປຄົບຄ້າສະມາຄົມກັບເຂົາ, ເພື່ອທີ່ວ່າເຂົາຈະຮູ້ສຶກລະອາຍ.
\v 15 ຢ່າຄິດວ່າເຂົາເປັນສັດຕຣູ ແຕ່ໃຫ້ຕັກເຕືອນເຂົາໃນຖານະທີ່ເປັນພີ່ນ້ອງ.
\s5
\v 16 ຂໍອົງພຣະຜູ້ເປັນເຈົ້າແຫ່ງສັນຕິສຸກປະທານສັນຕິສຸກແກ່ທ່ານໃນທຸກເວລາ ແລະ ທຸກສະຖານະການ. ຂໍອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບພວກທ່ານທຸກຄົນ.
\v 17 ນີ້ເປັນການທັກທາຍຂອງຂ້າພຣະເຈົ້າ, ໂປໂລຂຽນດ້ວຍມືຂອງຂ້າພຣະເຈົ້າເອງ, ຊຶ່ງເປັນສັນຍາລັກໃນຈົດຫມາຍທຸກສະບັບ. ນີ້ເປັນວິທີທີ່ຂ້າພຣະເຈົ້າຂຽນ.
\v 18 ຂໍພຣະຄຸນແຫ່ງອົງພຣະເຢຊູຄຣິດເຈົ້າ ດຳຣົງຢູ່ກັບພວກທ່ານທຸກຄົນເຖີ້ນ.