\id 2TH \ide UTF-8 \h 2 ເທສະໂລນິກ \toc1 2 ເທສະໂລນິກ \toc2 2 ເທສະໂລນິກ \toc3 2th \mt 2 ເທສະໂລນິກ \s5 \c 1 \cl ບົດທີ 1 \p \v 1 ໂປໂລ, ຊີລາ, ແລະ ຕີໂມທຽວ, ເຖິງຄຣິສຕະຈັກທີ່ເມືອງເທສະໂລນິກໃນພຣະເຈົ້າພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ. \v 2 ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ຈົ່ງມີຢູ່ກັບທ່ານທັງຫລາຍເຖີ້ນ. \s5 \v 3 ພວກເຮົາຄວນໂມທະນາຂອບພຣະຄຸນພຣະເຈົ້າສຳລັບພວກທ່ານສະເຫມີ, ອ້າຍນ້ອງທັງຫລາຍເອີຍ. ສຳລັບສິ່ງນີ້ເປັນສິ່ງທີ່ເຫມາະສົມ, ເພາະຄວາມເຊື່ອຂອງທ່ານກໍເຕີບໂຕຂຶ້ນຫລາຍ, ແລະ ຄວາມຮັກຂອງແຕ່ລະຄົນໃນພວກທ່ານທີ່ມີຕໍ່ກັນຫລາຍເຊັ່ນກັນ. \v 4 ດັ່ງນັ້ນພວກເຮົາຈຶ່ງອວດເລື່ອງຂອງທ່ານຕໍ່ຄຣິສຕະຈັກອື່ນໆຂອງພຣະເຈົ້າ. ພວກເຮົາເວົ້າກ່ຽວກັບຄວາມອົດທົນ ແລະ ຄວາມເຊື່ອຂອງພວກທ່ານໃນການຂົ່ມເຫັງທັງຫມົດທີ່ພວກທ່ານໄດ້ຮັບ. ພວກເຮົາເວົ້າເຖິງຄວາມຍາກລຳບາກທີ່ທ່ານຕ້ອງທົນ. \v 5 ນີ້ເປັນຫມາຍສຳຄັນຂອງການພິພາກສາອັນຊອບທັມຂອງພຣະເຈົ້າ. ຜົນກໍ່ຄືທ່ານຈະໄດ້ເປັນຄົນທີ່ເຫມາະສົມສຳລັບຣາຊະອານາຈັກຂອງພຣະເຈົ້າສຳລັບການທີ່ທ່ານທົນທຸກ. \s5 \v 6 ມັນເປັນຄວາມຊອບທັມຂອງພຣະເຈົ້າທີ່ຈະໃຫ້ທຸກສະຫນອງແກ່ຄົນທີ່ໃຫ້ທຸກແກ່ທ່ານ, \v 7 ແລະ ການບັນເທົາທຸກມີແກ່ທ່ານ ຜູ້ຊຶ່ງໄດ້ທົນທຸກລຳບາກກັບພວກເຮົາ. ພຣະອົງຈະຊົງເຮັດຢ່າງນີ້ເມື່ອພຣະເຢຊູເຈົ້າສະເດັດມາຈາກສະຫວັນພ້ອມກັບທູດສະຫວັນແຫ່ງຣິດອຳນາດຂອງພຣະອົງ. \v 8 ໃນໄຟນາຣົກອັນຮ້ອນກ້າ ພຣະອົງຈະແກ້ແຄ້ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ຄົນທີ່ບໍ່ຕອບສະຫນອງໃນຂ່າວປະເສີດຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. \s5 \v 9 ພວກເຂົາຈະທົນທຸກກັບການຖືກລົງໂທດ ອັນເປັນຄວາມຈິບຫາຍນິຣັນດອນ ຖືກຕັດຂາດຈາກການຊົງສະຖິດຂອງພຣະຜູ້ເປັນເຈົ້າ ແລະ ຈາກພຣະສະຫງ່າຣາສີແຫ່ງຣິດອຳນາດຂອງພຣະອົງ. \v 10 ພຣະອົງຈະເຮັດເຊັ່ນນີ້ ເມື່ອພຣະອົງສະເດັດກັບມາໃນວັນນັ້ນ ເພື່ອທີ່ຈະໄດ້ຮັບກຽດ ທ່າມກາງຄົນຂອງພຣະອົງ ແລະ ເປັນທີ່ອັດສະຈັນໃຈໃນທ່າມກາງທຸກຄົນທີ່ເຊື່ອ. ເພາະທ່ານເຊື່ອຄຳພະຍານທີ່ເຮົາໄດ້ໃຫ້ແກ່ທ່ານແລ້ວ. \s5 \v 11 ດ້ວຍເຫດນີ້ ເຮົາຈຶ່ງອະທິຖານເພື່ອທ່ານຢ່າງເປັນປະຈຳ. ພວກເຮົາອະທິຖານວ່າ ພຣະເຈົ້າຂອງເຮົາຈະເຫັນວ່າທ່ານຄູ່ຄວນແກ່ການຊົງເອີ້ນ. ພວກເຮົາອະທິຖານເພື່ອທີ່ວ່າພຣະອົງຈະຊົງກະທຳໃຫ້ຄວາມປາຖນາແຫ່ງຄວາມດີທຸກຢ່າງ ແລະຄວາມປາຖນາທີ່ຈະເຮັດການງານແຫ່ງຄວາມເຊື່ອທຸກຢ່າງສຳເລັດລຸລ່ວງໄປໄດ້ດ້ວຍຣິດອຳນາດ. \v 12 ພວກເຮົາອະທິຖານໃນສິ່ງເຫລົ່ານີ້ເພື່ອທີ່ວ່າພຣະນາມຂອງອົງພຣະເຢຊູຄຣິດເຈົ້າຈະໄດ້ຮັບກຽດຜ່ານທາງທ່ານ. ພວກເຮົາອະທິຖານເພື່ອທີ່ວ່າທ່ານຈະໄດ້ຮັບກຽດໂດຍທາງພຣະອົງ, ເພາະພຣະຄຸນຂອງພຣະເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາທັງຫລາຍ. \s5 \c 2 \cl ບົດທີ 2 \p \v 1 ບັດນີ້ກ່ຽວກັບເລື່ອງການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ ແລະ ການທີ່ພຣະອົງໄດ້ຮວບຮວມພວກເຮົາທັງຫມົດໃຫ້ມາຢູ່ຮ່ວມກັນກັບພຣະອົງນັ້ນ: ເຮົາຂໍຮ້ອງພວກທ່ານ, ອ້າຍນ້ອງທັງຫລາຍເອີຍ, \v 2 ຢ່າໃຫ້ໃຈຂອງທ່ານຫວັ່ນໄຫວງ່າຍ ຫລື ຕື່ນຕົກໃຈ, ບໍ່ວ່າຈະໂດຍວິນຍານ, ໂດຍຂໍ້ຄວາມ, ຫລື ໂດຍຈົດຫມາຍຫນຶ່ງ ທີ່ເບິ່ງເຫມືອນວ່າຈະມາຈາກພວກເຮົາ, ຊຶ່ງອ້າງວ່າວັນຂອງພຣະຜູ້ເປັນເຈົ້າໄດ້ມາເຖິງແລ້ວ. \s5 \v 3 ຢ່າໃຫ້ໃຜລໍ້ລວງທ່ານ ບໍ່ວ່າຈະໃນທາງໃດ. ເພາະວັນນັ້ນຈະບໍ່ມາເຖິງຈົນກວ່າຜູ້ຕໍ່ຕ້ານຈະມາ, ແລະ ຄົນນອກກົດຫມາຍໄດ້ເປີດເຜີຍ, ຄືລູກແຫ່ງຄວາມພິນາດຈິບຫາຍ. \v 4 ຊຶ່ງເປັນຄົນທີ່ຕໍ່ຕ້ານແລະ ຍົກຍ້ອງຕົນເອງຂຶ້ນ ເພື່ອເປັນປໍຣະປັກກັບທຸກສິ່ງທີ່ເອີ້ນວ່າພຣະເຈົ້າ ຫລື ເປັນທີ່ນະມັດສະການ. ຜົນທີ່ຕາມມາຄື, ເຂົານັ່ງໃນວິຫານຂອງພຣະເຈົ້າ ແລະ ສະແດງຕົນເອງວ່າເປັນດັ່ງພຣະເຈົ້າ. \s5 \v 5 ທ່ານຈື່ບໍ່ໄດ້ບໍ ຕອນທີ່ຂ້າພຣະເຈົ້າຢູ່ກັບທ່ານ ຂ້າພຣະເຈົ້າໄດ້ບອກທ່ານເຖິງສິ່ງເຫລົ່ານີ້? \v 6 ຕອນນີ້ທ່ານຮູ້ແລ້ວວ່າແມ່ນຫຍັງກີດກັ້ນເຂົາໄວ້, ເພື່ອຈະໃຫ້ເປີດເຜີຍຕົວໄດ້ ພຽງແຕ່ໃນເວລາທີ່ເຫມາະສົມເທົ່ານັ້ນ. \v 7 ເພາະຄວາມເລິກລັບຂອງການເປັນຄົນບໍ່ເຄົາຣົບກົດຫມາຍ, ກຳລັງທຳງານຢູ່ຈຶ່ງຕ້ອງມີບາງຄົນທີ່ກີດກັ້ນເຂົາໄວ້ໃນຕອນນີ້ເທົ່ານັ້ນ ຈົນກວ່າເຂົາຈະຖືກກຳຈັດໄປ. \s5 \v 8 ແລ້ວພວກຄົນທີ່ບໍ່ເຄົາຣົບກົດຫມາຍຈະໄດ້ເປີດເຜີຍອອກມາ, ຄືຄົນທີ່ພຣະເຢຊູຄຣິດເຈົ້າຈະປະຫານດ້ວຍລົມຫາຍໃຈຈາກປາກຂອງພຣະອົງ. ອົງພຣະຜູ້ເປັນເຈົ້າຈະກຳຈັດມັນໃຫ້ຫມົດໄປໂດຍການສຳແດງເຖິງການສະເດັດມາຂອງພຣະອົງ. \v 9 ການມາຂອງຄົນທີ່ບໍ່ເຄົາຣົບກົດຫມາຍກໍເປັນເພາະການງານຂອງຊາຕານໂດຍຣິດອຳນາດ, ຫມາຍສຳຄັນ, ແລະ ການອັດສະຈັນບໍ່ຈິງທັງຫມົດ, \v 10 ແລະ ໂດຍການຫລອກລວງທັງຫມົດແຫ່ງຄວາມອະທັມ ສິ່ງເຫລົ່ານີ້ຈະມີໄວ້ສຳລັບຄົນທີ່ກຳລັງຈະພິນາດຈິບຫາຍ, ເພາະພວກເຂົາບໍ່ໄດ້ຮັບຄວາມຮັກແຫ່ງຄວາມຈິງເພື່ອທີ່ພວກເຂົາຈະລອດພົ້ນໄດ້. \s5 \v 11 ດ້ວຍເຫດຜົນນີ້ ພຣະເຈົ້າຈຶ່ງໃຫ້ການງານແຫ່ງຄວາມຜິດພາດເກີດຂຶ້ນກັບພວກເຂົາ ເພື່ອທີ່ພວກເຂົາຈະໄດ້ເຊື່ອຄຳຂີ້ຕົວະ. \v 12 ຜົນຄືພວກເຂົາທຸກຄົນຈະຕ້ອງຖືກພິພາກສາ, ຄືຄົນທີ່ບໍ່ເຊື່ອໃນຄວາມຈິງ ແຕ່ເລືອກທີ່ຈະຍິນດີໃນຄວາມອະທັມ. \s5 \v 13 ແຕ່ພວກເຮົາຄວນ ໂມທະນາຂອບພຣະຄຸນພຣະເຈົ້າສະເຫມີສຳລັບທ່ານ, ອ້າຍນ້ອງ ຜູ້ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າ. ເພາະສຳລັບພຣະເຈົ້າໄດ້ຊົງເລືອກທ່ານໃນຖານະທີ່ເປັນຜົນແລກແຫ່ງຄວາມລອດພົ້ນໃນການຊໍາຣະໃຫ້ບໍຣິສຸດຂອງພຣະວິນຍານ ແລະ ການເຊື່ອໃນຄວາມຈິງ, \v 14 ນີ້ເປັນສິ່ງທີ່ພຣະອົງໄດ້ຊົງເອີ້ນທ່ານໂດຍຜ່ານທາງຂ່າວປະເສີດຂອງເຮົາເພື່ອໃຫ້ໄດ້ຮັບພຣະສະງ່າຣາສີແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາ. \v 15 ດັ່ງນັ້ນ, ພີ່ນ້ອງທັງຫລາຍ ຈົ່ງຕັ້ງຫມັ້ນຄົງຢູ່ ແລະ ຍຶດຖືເອົາຄວາມຈິງເຫລົ່ານັ້ນທີ່ພວກທ່ານໄດ້ຮຽນຈາກເຮົາ, ທັງທາງຖ້ອຍຄຳ ຫລື ໂດຍທາງຈົດຫມາຍ. \s5 \v 16 ຂໍໃຫ້ພຣະເຢຊູຄຣິດເຈົ້າຂອງເຮົາ ແລະພຣະເຈົ້າພຣະບິດາຂອງເຮົາຜູ້ໄດ້ຊົງຮັກເຮົາ ແລະປຣະທານການຫນູນໃຈນິຣັນດອນ ແລະ ຄວາມເຊື່ອຫມັ້ນທີ່ດີສຳລັບອານາຄົດໂດຍຜ່ານທາງພຣະຄຸນແກ່ເຮົາ, \v 17 ການຫນູນໃຈ ແລະ ເສີມສ້າງຫົວໃຈຂອງທ່ານໃຫ້ຫມັ້ນຄົງໃນການງານ ແລະ ຖ້ອຍຄຳອັນດີທຸກປະການ. \s5 \c 3 \cl ບົດທີ 3 \p \v 1 ບັດນີ້,​ ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາ, ທີ່ພຣະທັມຂອງອົງພຣະຜູ້ເປັນເຈົ້າຈະໄດ້ຮັບການປະກາດອອກໄປຢ່າງໄວວາ ແລະ ໄດ້ຖວາຍກຽດ, ຢ່າງທີ່ໄດ້ເກີດຂຶ້ນກັບພວກທ່ານ. \v 2 ຈົ່ງອະທິຖານເພື່ອໃຫ້ເຮົາໄດ້ຮັບການປົດປ່ອຍຈາກຄົນພານ ແລະ ຄົນຊົ່ວຮ້າຍ, ເພາະບໍ່ແມ່ນວ່າທຸກຄົນມີຄວາມເຊື່ອ. \v 3 ແຕ່ອົງພຣະຜູ້ເປັນເຈົ້າຊົງສັດຊື່, ພຣະອົງຈະເສີມສ້າງທ່ານ ແລະປ້ອງກັນທ່ານໄວ້ຈາກມານຮ້າຍ. \s5 \v 4 ພວກເຮົາມີຄວາມເຊື່ອຫມັ້ນໃນອົງພຣະຜູ້ເປັນເຈົ້າກ່ຽວກັບທ່ານ, ວ່າທ່ານທັງສອງກຳລັງເຮັດ ແລະ ຈະເຮັດຕໍ່ໄປໃນສິ່ງທີ່ເຮົາສັ່ງ. \v 5 ຂໍພຣະເຈົ້ານຳຫົວໃຈຂອງທ່ານໃຫ້ເຂົ້າເຖິງຄວາມຮັກຂອງພຣະເຈົ້າ ແລະ ຄວາມອົດທົນຂອງພຣະຄຣິດເຈົ້າ. \s5 \v 6 ດຽວນີ້, ພີ່ນ້ອງທັງຫລາຍ, ພວກເຮົາສັ່ງທ່ານໃນພຣະນາມຂອງພຣະເຢຊູຄຣິດເຈົ້າ, ວ່າໃຫ້ທ່ານຫລີກຫນີອອກຈາກພີ່ນ້ອງທຸກຄົນທີ່ຢູ່ຢ່າງກຽດຄ້ານ ແລະ ບໍ່ໄດ້ປະຕິບັດຕາມທຳນຽມທີ່ເຮົາໄດ້ສອນທ່ານໄວ້. \v 7 ເປັນສິ່ງເຫມາະສົມທີ່ທ່ານຈະເຮັດຕາມແບບຢ່າງຂອງເຮົາ. ພວກເຮົາບໍ່ໄດ້ໃຊ້ຊີວິດຢູ່ທ່າມກາງພວກທ່ານເຫມືອນຄົນທີ່ບໍ່ມີວິໃນ. \v 8 ພວກເຮົາບໍ່ໄດ້ກິນອາຫານຂອງໃຜໂດຍທີ່ບໍ່ໄດ້ຈ່າຍເງິນ. ແຕ່ເຮົາເຮັດວຽກຫນັກທັງເວັນ ແລະ ຄືນ ດ້ວຍຄວາມຍາກລຳບາກ, ເພື່ອທີ່ເຮົາຈະບໍ່ເປັນພາຣະຜູ້ໃດໃນພວກທ່ານ. \v 9 ເຮົາເຮັດຢ່າງນີ້ບໍ່ແມ່ນເພາະເຮົາບໍ່ມີອຳນາດ ແຕ່ເຮົາທຳຢ່າງນີ້ເພື່ອທີ່ຈະໄດ້ເປັນແບບຢ່າງແກ່ພວກທ່ານ, ເພື່ອທີ່ທ່ານຈະໄດ້ເຮັດຕາມແບບຢ່າງຂອງເຮົາ. \s5 \v 10 ເມື່ອເຮົາຢູ່ກັບພວກທ່ານ, ເຮົາສັ່ງພວກທ່ານວ່າ "ຖ້າໃຜບໍ່ຢາກຈະເຮັດວຽກ, ຄົນນັ້ນກໍບໍ່ຄວນກິນ" \v 11 ເພາະເຮົາໄດ້ຍິນວ່າມີບາງຄົນໃຊ້ຊີວິດຢ່າງຂີ້ຄ້ານທ່າມກາງພວກທ່ານ. ພວກເຂົາບໍ່ເຮັດວຽກແຕ່ ມັກຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນ. \v 12 ເຮົາສັ່ງ ແລະ ເຕືອນສະຕິຄົນເຊັ່ນນັ້ນ ໃນອົງພຣະເຢຊູຄຣິດເຈົ້າວ່າ ພວກເຂົາຄວນຈະທຳງານດ້ວຍຄວາມສະຫງົບ ແລະ ຫາລ້ຽງຊີບຕົນເອງ. \s5 \v 13 ແຕ່ຝ່າຍທ່ານ, ອ້າຍນ້ອງທັງຫລາຍ, ຢ່າສູນເສັຽກຳລັງໃຈໃນການເຮັດສິ່ງທີ່ຖືກຕ້ອງ. \v 14 ຖ້າມີຄົນທີ່ບໍ່ໄດ້ເຊື່ອຟັງຄຳເວົ້າຂອງເຮົາໃນຈົດຫມາຍສະບັບນີ້, ໃຫ້ຫມາຍຫົວເຂົາໄວ້ ແລະ ຢ່າໄປຄົບຄ້າສະມາຄົມກັບເຂົາ, ເພື່ອທີ່ວ່າເຂົາຈະຮູ້ສຶກລະອາຍ. \v 15 ຢ່າຄິດວ່າເຂົາເປັນສັດຕຣູ ແຕ່ໃຫ້ຕັກເຕືອນເຂົາໃນຖານະທີ່ເປັນພີ່ນ້ອງ. \s5 \v 16 ຂໍອົງພຣະຜູ້ເປັນເຈົ້າແຫ່ງສັນຕິສຸກປະທານສັນຕິສຸກແກ່ທ່ານໃນທຸກເວລາ ແລະ ທຸກສະຖານະການ. ຂໍອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບພວກທ່ານທຸກຄົນ. \v 17 ນີ້ເປັນການທັກທາຍຂອງຂ້າພຣະເຈົ້າ, ໂປໂລຂຽນດ້ວຍມືຂອງຂ້າພຣະເຈົ້າເອງ, ຊຶ່ງເປັນສັນຍາລັກໃນຈົດຫມາຍທຸກສະບັບ. ນີ້ເປັນວິທີທີ່ຂ້າພຣະເຈົ້າຂຽນ. \v 18 ຂໍພຣະຄຸນແຫ່ງອົງພຣະເຢຊູຄຣິດເຈົ້າ ດຳຣົງຢູ່ກັບພວກທ່ານທຸກຄົນເຖີ້ນ.