lo_ulb/22-SNG.usfm

305 lines
54 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id SNG
\ide UTF-8
\h ຍອດ​ເພງ
\toc1 ຍອດ​ເພງ
\toc2 ຍອດ​ເພງ
\toc3 sng
\mt ຍອດ​ເພງ
\s5
\c 1
\cl ​ບົດ​ທີ 1
\p
\v 1 ບົດເພງຂອງທຸກໆບົດເພງ, ເຊິ່ງເປັນຂອງໂຊໂລໂມນ. ຍິງສາວກຳລັງເວົ້າກັບຄົນຮັກຂອງນາງ
\v 2 ໂອ້, ທ່ານຈະຈູບຂ້າ​ພະ​ເຈົ້າດ້ວຍການຈູບຈາກປາກຂອງທ່ານ, ເພາະວ່າຄວາມຮັກຂອງທ່ານ​ນັ້ນດີກວ່າເຫລົ້າອະງຸ່ນ.
\v 3 ນ້ຳມັນແຫ່ງການຊົງເຈີມຂອງທ່ານມີກິ່ນຫອມແຫ່ງ​ຄວາມ​ຍິນດີ; ນາມຊື່ຂອງທ່ານແມ່ນຄືກັບນໍ້າຫອມທີ່ກຳ​ລັງລິນໄຫລ, ເພື່ອວ່າຍິງສາວທັງຫລາຍນັ້ນຈະຫລົງຮັກທ່ານ.
\v 4 ຂໍໃຫ້ພາຂ້າ​ພະ​ເຈົ້າໄປກັບ​ທ່ານ, ແລະ ພວກເຮົາຈະແລ່ນໄປ. ຜູ້ຍິງທີ່ເວົ້າກັບຕົວເອງ ກະສັດໄດ້ພາຂ້າ​ພະ​ເຈົ້າເຂົ້າໄປໃນຫ້ອງຂອງທ່ານ. ຜູ້ຍິງກຳລັງເວົ້າກັບຄົນຮັກຂອງເຂົາ ຂ້າ​ພະ​ເຈົ້າດີໃຈ; ຂ້າ​ພະ​ເຈົ້າມີຄວາມຍິນດີກ່ຽວກັບທ່ານ; ຂໍໃຫ້ຂ້າ​ພະ​ເຈົ້າສະເຫລີມສະຫລອງຄວາມຮັກຂອງທ່ານ; ມັນດີກ່ວາເຫລົ້າອາງຸ່ນ. ມັນເປັນເລື່ອງທຳມະຊາດທີ່ຜູ້ຍິງຄົນອື່ນຄວນເຄົາລົບທ່ານ. ຍິງນັ້ນເວົ້າກັບແມ່ຍິງຄົນອື່ນໆ.
\s5
\v 5 ຂ້າ​ພະ​ເຈົ້າເປັນຄົນດຳຄ້ຳແຕ່ກໍ​ຫນ້າ​ຮັກ, ພວກ​ທ່ານ​ບັນ​ດາບຸດ​ສາວ​ຂອງ​ບັນດາບັນ​ພະ​ບຸ​ລຸດແຫ່ງນະ​ຄອນ ເຢຣູຊາເລັມ — ຜິວດຳ​ຄ້ຳທີ່ຄ້າຍຄືກັບຜ້າເຕັ້ນຂອງຄົນເກດາ, ຫນ້າຮັກຄືກັບຜ້າກັ້ງຂອງໂຊ​ໂລ​ໂມນ.
\v 6 ຢ່າຕັ້ງ​ໃຈເບິ່ງຂ້າ​ພະ​ເຈົ້າເພາະວ່າຂ້າ​ພະ​ເຈົ້າດຳຄ້ຳ, ເພາະວ່າແສງຕາເວັນໄດ້ເຜົາໄຫ​ມ້ ຂ້າ​ພະ​ເຈົ້າ. ບັນ​ດາ​ບຸດຊາຍຂອງມານ​ດາຂອງຂ້າ​ພະ​ເຈົ້າ​ຕ່າງ​ກໍຄຽດແຄ້ນຂ້າ​ພະ​ເຈົ້າ; ພວກເຂົາໄດ້ໃຫ້ຂ້າ​ພະ​ເຈົ້າເບິ່ງແຍງສວນອະງຸ່ນ, ແຕ່ສວນອະງຸ່ນຂອງຂ້າ​ພະ​ເຈົ້າເອງນັ້ນ ຂ້າ​ພະ​ເຈົ້າບໍ່ໄດ້​ເບີ່ງ​ແຍງ.
\s5
\v 7 ບອກຂ້າ​ພະ​ເຈົ້າ​ແດ່, ທ່ານ​ຜູ້ທີ່ຂ້າ​ພະ​ເຈົ້າຮັກ. ທ່ານລ້ຽງຝູງແກະຂອງທ່ານຢູ່ໃສ? ທ່ານເອົາຝູງແກະຂອງທ່ານໄປໄວ້ບ່ອນໃດໃນຍາມຕອນທ່ຽງ? ເປັນຫຍັງຂ້າ​ພະ​ເຈົ້າ ຈຶ່ງເປັນ​ຄືຄົນພະເນຈອນເດີນໄປ​ຂ້າງໆ​ຝູງແກະຂອງ​ທ່ານ? ຄົນຮັກຂອງນາງກຳລັງຕອບນາງ.
\s5
\v 8 ຖ້າຫາກ​ທ່ານບໍ່ຮູ້, ຍິງທີ່ງາມທີ່ສຸດໃນບັນດາຍິງທັງຫລາຍເອີຍ, ຈົ່ງ​ຕິດຕາມຝູງແກະຂອງຂ້ອຍ, ແລະ ປ່ອຍໃຫ້ຝູງແບ້ຫນຸ່ມຂອງເຈົ້າ​ເລັມຫ​ຍ້າຢູ່ໃກ້ເຕັນຂອງຜູ້ລ້ຽງແກະ.
\s5
\v 9 ທີ່ຮັກຂອງຂ້ອຍເອີຍ, ຂ້ອຍປຽບທຽບເຈົ້າ​ ກັບມ້າແມ່ໃນທ່າມກາງລົດມ້າຂອງກະສັດຟາໂຣ.
\v 10 ແກ້ມຂອງເຈົ້ານັ້ນງົດງາມດ້ວຍ​ເຄື່ອງ​ປະ​ດັບ, ລຳຄໍຂອງເຈົ້າຕົກແຕ່ງດ້ວຍສາຍຄໍເພັດ.
\v 11 ຂ້ອຍຈະເຮັດເຄື່ອງປະດັບທອງຄຳໃຫ້ກັບເຈົ້າ ພ້ອມ​ກັບລູກ​ຕຸ້​ມເງິນ ໃຫ້​ກັບ​ນາງດ້ວຍ. ຍິງນັ້ນກຳລັງເວົ້າກັບຕົວນາງເອງ
\s5
\v 12 ໃນຂະນະທີ່​ເຈົ້າ​ຊີ​ວິດໄດ້ນັ່ງຢູ່ເທິງບັນລັງຂອງ​ພະ​ອົງ, ນ້ຳຫອມນາ​ຣະ​ດາຂອງຂ້າ​ພະ​ເຈົ້າ​ກໍມີກິ່ນຫອມໄປ.
\v 13 ຄົນຮັກຂອງຂ້າ​ພະ​ເຈົ້າແມ່ນຄືກັບຫໍ່ຢາຂີ້ເຜິ້ງ ທີ່ນອນລົງລະວ່າງເອິກຂອງຂ້າ​ພະ​ເຈົ້າໃນ​ຍາມ​ຄ່ຳຄືນ.
\v 14 ຄົນຮັກຂອງຂ້າ​ພະ​ເຈົ້າ ເປັນ​ຄື​ຊໍ່ດອກທຽນ​ກິ່ງໃນສວນອະງຸ່ນແຫ່ງ​ເມືອງ​ເອນ​ເກ​ດີ. ເຈົ້າຊ່າງ​ງົດງາມເຫລືອ​ເກີນຄົນຮັກຂອງຂ້ອຍ. ຄົນຮັກຂອງນາງກຳລັງເວົ້າເຖິງນາງ.
\s5
\v 15 ເບິ່ງແມ, ເຈົ້າ​ງົດງາມ, ທີ່ຮັກຂອງຂ້ອຍ; ເບິ່ງແມ, ເຈົ້າ​ງົດງາມ; ດວງຕາຂອງເຈົ້າປຽບເຫມືອນດວງຕາຂອງນົກກາງແກ. ຍິງກຳລັງເວົ້າເຖິງທີ່ຮັກຂອງນາງ.
\s5
\v 16 ເບິ່ງເຖີດ, ທ່ານ​ຊ່າງ​ເປັນ​ຄົນ​ເຈົ້າ​ຊູ້​ເຫລືອ​ເກີນ, ທີ່ຮັກຂອງຂ້າ​ພະ​ເຈົ້າ, ທ່ານ​ຊ່າງເປັນ​ຄົນ​ເຈົ້າ​ຊູ້​ຫລວງຫ​ລາຍ. ພັນ​ໄມ້ຂຽວສົດກໍ​ປູໄວ້ທີ່ຕຽງນອນຂອງພວກເຮົາ.
\v 17 ຊື່ເຮືອນຂອງພວກເຮົາເປັນ​ກິ່ງ​ແປກສີ​ດາ, ແລະ ຫລັງຄາເຮືອນຂອງພວກເຮົາຄືຕົ້ນແປກສາມໃບ.
\s5
\c 2
\cl ​ບົດ​ທີ 2
\p
\v 1 ຂ້າ​ພະ​ເຈົ້າເປັນພຽງດອກໄມ້ໃນທົ່ງພຽງ, ເປັນພຽງດອກ​ລິນ​ລີ້ໃນຮ່ອມພູ. ຊາຍນັ້ນກຳລັງເວົ້າກັບນາງ
\v 2 ທີ່ຮັກຂອງຂ້ອຍ, ດັ່ງນັ້ນເຈົ້າຈຶ່ງເປັນດັ່ງດອກລິນລີ້ດອກ​ຫນຶ່ງ, ໃນທ່າມ​ກາງ​ຫນ​າມ​ທັງ​ຫລາຍ, ໃນ​ທ່າມ​ກາງ​ບັນ​ດາບຸດສາວຂອງຄົນໃນປະເທດຂອງຂ້ອຍ. ຍິງນັ້ນກຳລັງເວົ້າເຖິງຕົວນາງເອງ
\s5
\v 3 ຄືກັນກັບຕົ້ນຫມາກຈອງ ທີ່ເກີດ​ຢູ່​ທ່າມ​ກາງຕົ້ນໄມ້ທັງຫລາຍໃນປ່າສັນໃດ, ຄົນຮັກຂອງຂ້າ​ພະ​ເຈົ້າກໍຢູ່ທ່າມ​ກາງຊາຍຫນຸ່ມທັງ​ຫລາຍສັນນັ້ນ. ຂ້າພະເຈົ້ານັ່ງລົງກ້ອງຮົ່ມເງົາ​ຂອງມັນດ້ວຍຄວາມຍິນດີຫລາຍ, ແລະ ຫມາກຂອງມັນນັ້ນຫອມ​ຫວານ​ຕໍ່​ການ​ຊິມລົດຊາດຂອງຂ້າ​ພະ​ເຈົ້າ.
\v 4 ລາວໄດ້ນຳຂ້າ​ພະ​ເຈົ້າ​ມາທີ່ຫໍໂຮງສຳລັບງານລ້ຽງ, ແລະ ປ້າຍຂອງລາວຂຽນວ່າ ​ຂ້າພະເຈົ້າແມ່ນຄວາມຮັກ. ຍິງນັ້ນກຳລັງເວົ້າກັບທີ່ຮັກຂອງລາວ.
\s5
\v 5 ຂໍດົນໃຈຂ້າ​ພະ​ເຈົ້າດ້ວຍເຄັກອະ​ງຸ່ນອົບ​ແຫ້ງ ແລະ ເຮັດໃຫ້ຂ້າ​ພະ​ເຈົ້າສົດຊື່ນດ້ວຍຫມາ​ກຈອງ. ເພາະວ່າຂ້າ​ພະ​ເຈົ້າອ່ອນແອລົງດ້ວຍຄວາມຮັກ. ຍິງນັ້ນກຳລັງເວົ້າກັບຕົວນາງເອງ
\v 6 ມືຊ້າຍຂອງລາວ​ປະ​ຄອງຫົວຂອງຂ້າ​ພະ​ເຈົ້າ, ແລະ ມືຂວາຂອງລາວໂອບກອດຂ້າ​ພະ​ເຈົ້າໄວ້. ຍິງນັ້ນກຳລັງເວົ້າກັບຍິງອື່ນ
\s5
\v 7 ຂ້ອຍຕ້ອງການໃຫ້ສັນຍາແກ່ເຈົ້າ, ບັນ​ດາລູກສາວແຫ່ງ​ນະ​ຄອນເຢຣູຊາເລັມ, ໂດຍຝູງ​ເຢືອງ ແລະ ເຫລົ່າ​ກວາງ​ໂຕເເມ່ໃນທົ່ງນາທັງ​ຫລາຍ, ທີ່​ພວກ​ເຈົ້າຈະບໍ່ລົບກວນຄວາມສຳພັນຮັກຂອງພວກເຮົາຈົນກວ່າມັນຈະຜ່ານໄປ. ຍິງນັ້ນກຳລັງເວົ້າກັບຕົວນາງເອງ
\s5
\v 8 ມີສຽງຂອງຄົນ​ຮັກຂອງ​ຂ້າ​ພະ​ເຈົ້າ! ໂອ້, ລາວມາທີ່ນີ້, ໂດຍ​ກຳ​ລັງໂດດຂ້າມພູເຂົາ​ທັງ​ຫລາຍ, ກຳ​ລັງ​ເຕັ້ນ​ຂ້າມ​ເນີນ​ເຂົາ​ຕ່າງໆ.
\v 9 ຄົນຮັກຂອງຂ້າ​ພະ​ເຈົ້າເປັນ​ດັ່ງ​ເຍືອງ​ໂຕ​ຫນຶ່ງ ຫລື ກວາງຫນຸ່ມ; ເບິ່ງແມ, ລາວກຳລັງຢືນຢູ່ດ້ານຫລັງກຳແພງຂອງຂ້າ​ພະ​ເຈົ້າ, ການແນມເບິ່ງຜ່ານປ່ອງຢ້ຽມ, ຄ່ອຍໆປະກົດຕົວຜ່ານຊ່ອງທາງນັ້ນ.
\s5
\v 10 ຄົນຮັກຂອງຂ້າ​ພະ​ເຈົ້າ​ໄດ້ເວົ້າກັບຂ້າ​ພະ​ເຈົ້າວ່າ, “ຈົ່ງລຸກຂຶ້ນເຖີດ, ຄົນຮັກຂອງຂ້າ​ພະ​ເຈົ້າ, ຜູ້ງົດງາມທີ່ສຸດຂອງຂ້າ​ພະ​ເຈົ້າ, ມາກັບຂ້າ​ພະ​ເຈົ້າ​ເຖີດ.
\v 11 ເບິ່ງແມ, ລະດູຫນາວຜ່ານ​ພົ້ນ​ໄປ; ລະດູຝົນເຊົາຕົກ ແລະ ຜ່ານພົ້ນໄປ.
\s5
\v 12 ດອກໄມ້ທັງຫລາຍ​ໄດ້ປະກົດຢູ່ເທິງ​ແຜ່ນ​ດິນ; ເປັນເວລາສຳລັບການຕັດກິ່ງ ແລະ ສຽງຮ້ອງເພງຂອງນົກທັງ​ຫລາຍໄດ້ມາຮອດແລ້ວ, ແລະ ພວກເຮົາໄດ້ຍິນສຽງຂອງເຫລົ່ານົກກາງແກຢູ່ໃນແຜ່ນດິນຂອງພວກເຮົາ.
\v 13 ຕົ້ນຫມາກເດື່ອໄດ້ໃຫ້ຫ​ມາກ ສີຂຽວສຸກງອມ, ແລະ ຕົ້ນອະ​ງຸ່ນ​ທັງ​ຫລາຍກໍເບັ່ງ​ບານ; ພວກມັນໄດ້ສົ່ງກິ່ນຫອມຂອງພວກມັນ. ລຸກຂຶ້ນເຖີດ, ຄົນຮັກຂອງຂ້າ​ພະ​ເຈົ້າ, ຜູ້​ງົດງາມຂອງຂ້າ​ພະ​ເຈົ້າ, ແລະ ມາກັບຂ້າ​ພະ​ເຈົ້າ.
\s5
\v 14 ແມ່​ນົກ​ເຂົາຂອງຂ້າ​ພະ​ເຈົ້າ, ຢູ່ໃນໂງ່ນຫີນ, ໃນ​ໂງ່ນທີ່ລັບລີ້ຂອງພູຜາ, ຂໍໃຫ້ຂ້າ​ພະ​ເຈົ້າ​ໄດ້ເຫັນໃບຫນ້າຂອງທ່ານ. ຂໍໃຫ້ຂ້າ​ພະ​ເຈົ້າໄດ້ຍິນສຽງຂອງທ່ານ, ເພາະວ່າສຽງຂອງທ່ານຊ່າງ​ມ່ວນ ແລະ ອ່ອນຫວານ, ແລະ ໃບຫນ້າຂອງ​ທ່ານກໍຫນ້າຮັກ." ຍິງນັ້ນກຳລັງເວົ້າກັບຕົວນາງເອງ
\s5
\v 15 ຈົ່ງຈັບຫມາ​ຈອກມາ​ໃຫ້​ພວກ​ຂ້າ​ພະ​ເຈົ້າ, ຫມາຈອກໂຕນ້ອຍທີ່ທຳລາຍສວນອະງຸ່ນ, ເພາະວ່າສວນອະງຸ່ນຂອງພວກຂ້າ​ພະ​ເຈົ້າກຳລັງເບັ່ງບານ.
\s5
\v 16 ຄົນ​ຮັກຂອງຂ້າ​ພະ​ເຈົ້າ​ເປັນຂອງຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າເປັນຂອງ​ລາວ; ລາວປ່ອຍໃຫ້ຝູງສັດລ້ຽງກິນ​ຫຍ້າຢູ່ທ່າມ​ກາງດອກລິນລີ້ດ້ວຍຄວາມເບີກບານໃຈ. ຍິງນັ້ນກຳລັງເວົ້າກັບຄົນຮັກຂອງລາວ
\v 17 ຟ້າວ​ໄປ​ເຖີ​ດ, ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ກ່ອນທີ່ຈະສາຍລົມພັດ​ໄຫວ​ແຫ່ງຮຸ່ງອາລຸນ ແລະ ເງົາທັງ​ຫລາຍ​ຈະ​ຈາງໄປ. ຟ້າວໄປ​ເຖີດ; ຂໍ​ຈົ່ງເປັນຄືກັບເຢືອງ ຫລື ກວາງຫນຸ່ມເທິງພູເຂົາອັນເຂັ້ມແຂງເຖີດ.
\s5
\c 3
\cl ບົດ​ທີ 3
\p
\v 1 ໃນຕອນກາງຄືນເທິງຕຽງນອນຂອງຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າໄດ້ລໍຖ້າຄົນທີ່ຂ້າ​ພະ​ເຈົ້າຮັກ; ຂ້າ​ພະ​ເຈົ້າ​ໄດ້​ຊອກລາວ, ແຕ່ຂ້າ​ພະ​ເຈົ້າບໍ່ເຫັນ.
\v 2 ຂ້າ​ພະ​ເຈົ້າໄດ້ເວົ້າກັບຕົວເອງວ່າ, "ຂ້າ​ພະ​ເຈົ້າຈະລຸກຂຶ້ນ ແລະ ໄປທົ່ວເມືອງ, ໄປຕາມຫົນທາງ ແລະ ເດີ່ນ​ກ້​ວາງ​ທັງ​ຫລາຍ; ຂ້າ​ພະ​ເຈົ້າຊອກຫາຄົນຮັກຂອງຂ້າ​ພະ​ເຈົ້າ." ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາລາວ, ແຕ່ຂ້າ​ພະ​ເຈົ້າບໍ່ພົບລາວ.
\s5
\v 3 ​ພວກ​ຄົນເຝົ້າຍາມໄດ້ພົບກັບຂ້າ​ພະ​ເຈົ້າໃນຂະນະທີ່ພວກເຂົາກຳລັງກວດກາໃນເມືອງ. ຂ້າ​ພະ​ເຈົ້າຖາມພວກເຂົາວ່າ, "ພວກທ່ານໄດ້ເຫັນຄົນຮັກຂອງຂ້າ​ພະ​ເຈົ້າ​ຫລືບໍ?"
\v 4 ໃນ​ຂະ​ນະດຽວ​ເທົ່າ​ນັ້ນຫລັງຈາກທີ່ຂ້າ​ພະ​ເຈົ້າໄດ້ຜ່ານພວກເຂົາມາ ຂ້າ​ພະ​ເຈົ້າໄດ້ພົບກັບຜູ້​ຫນຶ່ງທີ່ດວງໃຈຂອງຂ້າ​ພະ​ເຈົ້າຮັກ. ຂ້າ​ພະ​ເຈົ້າ​ໄດ້ຈັບລາວໄວ້ ແລະ ຈະບໍ່ຍອມປ່ອຍໃຫ້ລາວໄປບ່ອນໃດຈົນກວ່າຂ້າ​ພະ​ເຈົ້າຈະໄດ້ນຳລາວເຂົ້າມາໃນເຮືອນຂອງແມ​່ຂອງຂ້າ​ພະ​ເຈົ້າ, ເຂົ້າມາ​ໃນຫ້ອງນອນຂອງຜູ້ທີ່ໃຫ້ກຳເນີດຂ້າ​ພະ​ເຈົ້າ. ຍິງນັ້ນກຳລັງເວົ້າກັບອີກຍິງອື່ນ
\s5
\v 5 ຂ້າ​ພະ​ເຈົ້າ​ຕ້ອງ​ການໃຫ້ພວກທ່ານສັນຍາ, ບັນ​ດາລູກສາວຂອງບັນ​ດາ​ບັນ​ພະ​ບຸ​ລຸດ​ແຫ່ງນະ​ຄອນ ເຢຣູຊາເລັມ, ໂດຍ ຝູງ​ເຍືອງ ແລະ ເຫລົ່າ​ກວາງໂຕ​ແມ່ໃນທົ່ງ, ທີ່​ພວກທ່ານຈະບໍ່ລົບກວນຄວາມສຳພັນຮັກຂອງຂ້າ​ພະ​ເຈົ້າຈົນກວ່າມັນຈະຜ່ານໄປ. ຍິງສາວນັ້ນກຳລັງເວົ້າກັບຕົວນາງເອງ
\s5
\v 6 ສິ່ງທີ່ຈະຂື້ນມາຈາກຖິ່ນແຫ້ງແລ້ງກັນດານຄືກັບລຳ​ຫມອກ​ຄວັນ, ສົ່ງ​ກິ່ນ​ຫອມ​ດ້ວຍ​ຢາງ​ໄມ້​ຫອມ ແລະ ກຳ​ຍານ, ດ້ວຍແປ້ງທັງ​ຫມົດທີ່ຂາຍໂດຍພໍ່ຄ້າ?
\v 7 ເບິ່ງເຖີດ, ມັນ​ຄືຕຽງນອນຂອງກ​ະ​ສັດໂຊໂລໂມນ; ນັກຮົບທັງຫົກສິບຄົນຢູ່ອ້ອມຮອບ, ເຫລົ່າ​ທະ​ຫານ​ຫົກ​ສິບ​ຄົນ​ຂອງ​ອິ​ສະ​ຣາ​ເອນ.
\s5
\v 8 ພວກເຂົາຊ່ຽວຊານໃນ​ເລື່ອງດາບ ແລະ ມີຄວາມຊຳນານໃນການສູ້ຮົບ. ຜູ້ຊາຍທຸກຄົນມີດາບຂອງເຂົາໄວ້ເຫນັບ​ໂຕ, ມ​ີແຂນທີ່ຕໍ່ສູ້ກັບຄວາມເປັນຫນ້າຢ້ານກົວໃນເວ​ລາກາງຄືນ.
\v 9 ກະສັດໂຊໂລໂມນໄດ້ຊົງສ້າງພ​ະບັນລັງຂອງພ​ະ​ອົງຈາກຕົ້ນໄມ້ໃຫຍ່ແຫ່ງເລບານອນເພື່ອພ​ະ​ອົງເອງ.
\s5
\v 10 ເສົາຂອງ​ມັນ​ເຮັດ​ຈາກ​ເງິນ; ດ້ານຫລັງແມ່ນເຮັດດ້ວຍທອງຄຳ, ແລະ ບ່ອນນັ່ງຊົງໃຊ້ຜ້າສີມ່ວງ. ມຸມພາຍໃນຊົງຖືກປະດັບປະດາດ້ວຍຄວາມ​ຮັກ​ໂດຍ​ບັນ​ດາລູກສາວຂອງບັນ​ພະ​ບຸ​ລຸດ​ແຫ່ງ​ນະ​ຄອນ ເຢຣູຊາເລັມ. ຍິງສາວນັ້ນກຳລັງເວົ້າກັບຍິງແຫ່ງເມືອງເຢຣຸຊາເລັມ
\v 11 ຟ້າວ​ໄປ​ເຖີດ, ບັນ​ດາ​ລູກສາວ​ແຫ່ງ​ບັນ​ພະ​ບຸ​ລຸດ​ຂອງ​ຊີ​ໂອນ, ແລະ ຈົ່ງຫລຽວເບິ່ງກະສັດໂຊໂລໂມນ, ຜູ້ເຊິ່ງ​ກຳ​ລັງ​ສວມໃສ່ມົງກຸດທີ່​ມານ​ດາຂອງພ​ະ​ອົງໄດ້ໃສ່ໃຫ້​ແກ່ພ​ະ​ອົງໃນວັນແຕ່ງງານ, ໃນວັນແຫ່ງຄວາມສຸກໃນຊີວິດຂອງພ​ະ​ອົງ.
\s5
\c 4
\cl ​ບົດ​ທີ 4
\p
\v 1 ໂອ, ເຈົ້າ​ຊ່າງ​ງົດງາມ, ຄົນຮັກຂອງຂ້ອຍ; ເຈົ້າງົດງາມເຫລືອຫລາຍ. ດວງຕາຂອງເຈົ້າປຽບເຫມືອນດັ່ງດວງຕາຂອງນົກກາງແກທີ່ຢູ່ທາງຫລັງຜ້າຄຸມ​ຫນ້າຂອງນາງ. ເສັ້ນຜົມຂອງນາງເປັນຄືຝູງແບ້ກຳ​ລັງລົງໄປ​ຈາກພູກິເລອາດ.
\s5
\v 2 ແຂ້ວຂອງນາງ​ເປັນຄືກັບຝູງແກະໂຕ​ແມ່ທີ່​ຫາ​ກໍ​ຕັດ​ຂົນ​ໃຫມ່​ອອກ​, ມາ​ຈາກ​ສະ​ຖານ​ທີ່​ຊະ​ລ້າງ. ແຕ່ລະໂຕມີຝາແຝດ, ແລະ ບໍ່ມີຈັກ​ໂຕໃນພວກມັນ​ທີ່​ຖືກເຮັດໃຫ້ສູນເສຍໄປ.
\s5
\v 3 ຮີມສົບຂອງນາງປຽບເຫມືອນລູກຕຸ້ມສີແດງ; ປາກຂອງນາງ​ຊ່າງ​ຫນ້າ​ຮັກ. ແກ້ມຂອງນາງກໍ່ຄ້າຍຄືກັບຫມາກພິ​ລາເຄິ່ງປ່ຽງຢູ່ດ້ານຫລັງຜ້າຄຸມ​ຫນ້າ​ຂອງນາງ.
\s5
\v 4 ລຳຄໍຂອງນາງຄ້າຍຄືຫໍຄອຍຂອງດາວິດທີ່​ຖືກສ້າງດ້ວຍຫີນຈັດວາງເປັນແຖວ, ພ້ອມດ້ວຍແຜ່ນຈາລຶກຫລາຍພັນແຜ່ນທີ່ວາງເທິງນັ້ນ, ຄືແຜ່ນຈາລຶກທັງ​ຫມົດຂອງເຫລົ່າທະຫານ.
\v 5 ເຕົ້ານົມທັງ​ສອງ​ຂ້າງຂອງນາງເປັນຄືກັນກັບລູກກວາງສອງໂຕ, ຄືກັນກັບ​ເຍືອງ​ຝາ​ແຝດ, ທີ່ເລັມ​ກິນ​ຫຍ້າ​ຢູ່​ທ່າມ​ກາງ​ສວນ​ລິນ​ລີ້.
\s5
\v 6 ຈົນກ່ວາຮຸ່ງ​ເຊົ້າ​ຈະມາເຖິງ ແລະ ເງົາທັງຫລາຍຈະຈາງໄປ, ຂ້ອຍຈະຂຶ້ນໄປເທິງພູເຂົາ​ແຫ່ງຢາງ​ໄມ້​ຫອມ ແລະ ໄປ​ທີ່ໂນນພູແຫ່ງ​ກຳ​ຍານ.
\v 7 ເຈົ້າຊ່າງງົດງາມໃນທຸກດ້ານ, ທີ່ຮັກຂອງ​ຂ້ອຍ ແລະ ບໍ່ມີສິ່ງໃດທີ່ຫນ້າຕຳ​ນິພາຍໃນໂຕ​ເຈົ້າ.
\s5
\v 8 ເຈົ້າສາວຂອງຂ້ອຍ. ມາກັບຂ້ອຍຈາກເລບານອນເຖີດ. ຂໍມາກັບຂ້ອຍຈາກເລບານອນ; ມາຈາກທີ່ສູງທີ່ສຸດຂອງອາ​ມາ​ນາ, ຈາກຈຸດສູງສຸດຂອງເສ​ນີ ແລະ ເຮີ​ໂມນ, ຈາກຖ້ຳ​ຂອງ​ເຫລົ່າຣາ​ຊ​ະສີ​ສິງ, ຈາກພູເຂົາທີ່ເປັນຖ້ຳເສືອດາວທັງຫລາຍ.
\s5
\v 9 ເຈົ້າ​ໄດ້ລັກຫົວໃຈຂອງຂ້ອຍ​ໄປ​ແລ້ວ, ນ້ອງ​ສາວຂອງຂ້ອຍ, ເຈົ້າສາວຂອງຂ້ອຍ, ເຈົ້າໄດ້ລັກຫົວໃຈຂ້ອຍ​ໄປ, ໂດຍການເບິ່ງຂ້ອຍພຽງແຕ່ຄັ້ງດຽວ, ດ້ວຍເພັດຫນຶ່ງ​ເມັດ​ທີ່ຢູ່ເທິງລຳຄໍຂອງເຈົ້າ.
\s5
\v 10 ຄວາມຮັກຂອງເຈົ້າຊ່າງ​ງົດງາມເຫລືອ​ເກີນ, ນ້ອງ​ສາວຂອງຂ້ອຍ, ເຈົ້າສາວຂອງຂ້ອຍ! ຄວາມຮັກຂອງເຈົ້າ​ກໍດີກວ່າເຫລົ້າອະ​ງຸ່ນ​ຫລວງ​ຫລ​າຍ, ແລະ ກິ່ນນ້ຳຫອມຂອງເຈົ້າກໍຫອມກວ່າ​ກິ່ນເຄື່ອງເທດໃດໆ.
\v 11 ເຈົ້າສາວຂອງຂ້ອຍ, ຮີມສົບຂອງນາງ, ເປັນຢອດນໍ້າເຜິ້ງ; ຄື​ນ້ຳເຜີ້ງ ແລະ ນ້ຳນົມທີ່​ຢູ່ພາຍໃຕ້ລີ້ນຂອງນາງ; ກິ່ນຫອມຂອງເສື້ອຜ້າຂອງນາງຄ້າຍຄືກິ່ນຫອມແຫ່ງເລບານອນ.
\s5
\v 12 ນ້ອງ​ສາວຂອງຂ້ອຍ, ເຈົ້າສາວຂອງຂ້ອຍເປັນ​ດັ່ງສວນທີ່ຫວງຫ້າມ, ເປັນສວນທີ່ປິດ​ກັ້ນ​ເອົາ​ໄວ້, ເປັນນ້ຳພຸທີ່ຖືກ​ປະທັບຕາປິດ​ໄວ້.
\v 13 ກິ່ງ​ຕ່າງໆ​ຂອງ​ເຈົ້າ​ເປັນ​ດັ່ງກັບສວນຕົ້ນຫມາກ​ພິ​ລາ, ທີ່ມີຫມາກລົດ​ຊາດດີເລີດຢ່າງ​ຫລວງ​ຫລາຍ ແລະ ມີ​ຕົ້ນ​ທຽນກັບນາ​ຣະ​ດາ,
\v 14 ມີ​ໄມ້​ຫອມ​ ແລະ ຕົ້ນໄມ້ອໍ້ຫອມ, ຕົ້ນໃບເຕີຍ ແລະ ອົບ​ເຊີຍ, ພ້ອມກັບ​ເຄື່ອງຫອມທຸກຊະນິດ, ຢາງ​ໄມ້​ຫອມ ແລະ ຫວ້ານ​ຫາງ​ແຂ້​ພ້ອມ​ກັບ​ເຄື່ອງ​ຫອມທີ່ດີທີ່ສຸດ.
\s5
\v 15 ເຈົ້າເປັນຄືກັນກັບສວນນໍ້າພຸ, ບໍ່​ນ້ຳດື່ມທີ່ສົດຊື່ນ, ແມ່ນ້ຳທີ່ກຳ​ລັງໄຫລລົງມາຈາກເລບານອນ. ຍິງສາວກຳລັງເວົ້າກັບທີ່ຮັກຂອງນາງ
\v 16 ຕື່ນເຖີດ, ລົມທິດເຫນືອ; ມາ​ເຖີດ, ລົມທິດໃຕ້; ພັດເຂົ້າມາໃນສວນຂອງຂ້າ​ພະ​ເຈົ້າເພື່ອວ່າເຄື່ອງຫອມຂອງມັນຈະສົ່ງ​ກິ່ນຫອມ​ໄປ​ທົ່ວ. ຂໍໃຫ້ຄົນຮັກຂອງຂ້າ​ພະ​ເຈົ້າເຂົ້າມາໃນສວນຂອງລາວ. ແລະ ກິນຫມາກໄມ້ລົດ​ຊາດທີ່ດີທີ່ສຸດຂອງມັນເຖີດ.
\s5
\c 5
\cl ບົດ​ທີ 5
\p
\v 1 ຂ້ອຍໄດ້ເຂົ້າມາໃນສວນຂອງຂ້ອຍແລ້ວ, ນ້ອງ​ສາວຂອງຂ້ອຍເອີຍ, ເຈົ້າສາວຂອງຂ້ອຍ; ຂ້ອຍໄດ້ທ້ອນ​ໂຮມ​ຢາງ​ໄມ້​ຫອມ​ພ້ອມ​ກັບ​ເຄື່ອງ​ຫອມ​ຂອງ​ຂ້ອຍ. ຂ້ອຍໄດ້ກິນຮັງເຜິ້ງກັບນ້ຳເຜິ້ງຂອງຂ້ອຍ; ຂ້ອຍໄດ​້ດື່ມເຫລົ້າອະ​ງຸ່ນ​ພ້ອມ​ກັບນ້ຳນົມຂອງຂ້ອຍ. ຫມູ່ກຳລັງເວົ້າກັບຄົນຮັກ, ຈົ່ງກິນ ແລະ ດື່ມສາ ສຸດທີ່ຮັກຂອງຂ້ອຍ ຈົນກວ່າເມົາໃນຄວາມຮັກ. ຍິງຫນຸ່ມກຳລັງເວົ້າກັບຕົວນາງເອງ
\s5
\v 2 ຂ້າ​ພ​ະ​ເຈົ້າ​ໄດ້ນອນຫລັບໄປ, ແຕ່ຫົວໃຈຂອງຂ້າ​ພະ​ເຈົ້າຍັງຄົງຕື່ນຢູ່ໃນຄວາມຝັນ. ມີສຽງເຄາະປະຕູຂອງຄົນຮັກຂອງຂ້າ​ພ​ະ​ເຈົ້າ ແລະ ມີສຽງເວົ້າວ່າ, “ເປີດປະຕູໃຫ້ຂ້ອຍເຖີດ, ນ້ອງ​ສາວຂອງຂ້ອຍ, ແມ່ນົກກາງແກຂອງ​ຂ້ອຍ, ຜູ້ທີ່ບໍລິສຸດຂອງຂ້ອຍ, ເພາະວ່າຫົວຂອງຂ້ອຍກໍປຽກໄປດ້ວຍນ້ຳຫມ​ອກ, ເສັ້ນຜົມຂອງຂ້ອຍຊຸ່ມ​ໄປດ້ວຍລະ​ອອງນ້ຳໃນຍາມກາງຄືນ."
\s5
\v 3 “ຂ້າ​ພະ​ເຈົ້າໄດ້ແກ້ເສື້ອຄຸມຂອງຂ້າ​ພະ​ເຈົ້າອອກແລ້ວ; ຂ້າ​ພະ​ເຈົ້າຕ້ອງໃສ່ມັນກັບເຂົ້າ​ໄປອີກ​ຫລືບໍ? ຂ້າ​ພະ​ເຈົ້າລ້າງຕີນ ຂອງຂ້າ​ພະ​ເຈົ້າ​ແລ້ວ; ຂ້າ​ພະ​ເຈົ້າຕ້ອງເຮັດໃຫ້ຕີນຂອງຂ້າ​ພະ​ເຈົ້າເປື້ອນອີກ​ຫລືບໍ?”
\v 4 ຄົນຮັກຂອງຂ້າ​ພະ​ເຈົ້າເອົາມືເຂົ້າມາ​ເພື່ອເປີດໄລປະຕູ, ແລະ ຫົວໃຈຂອງຂ້າ​ພະ​ເຈົ້າກໍຮ້ອນ​ຮົນເພາະລາວ.
\s5
\v 5 ຂ້າ​ພ​ະ​ເຈົ​້າ​ໄດ້ລຸກຢືນຂຶ້ນເພື່ອເປີດປະຕູໃຫ້ຄົນຮັກຂອງຂ້າ​ພະ​ເຈົ້າ; ມືຂອງຂ້າພະເຈົ້າປຽກຊຸ່ມ​ໄປດ້ວຍຢາງໄມ້ຫອມ, ນິ້ວມືຂອງຂ້າພະເຈົ້າຊຸ່ມຊື່ນດ້ວຍຢາງ​ໄມ້​ຫອມ, ເມື່ອຂ້າ​ພະ​ເຈົ້າ​ຈັບ​ທີ່ປະຕູນັ້ນ.
\s5
\v 6 ຂ້າ​ພ​ະ​ເຈົ້າໄດ້ເປີດປະຕູໃຫ້ກັບຄົນຮັກຂອງ​ຂ້າ​ພະ​ເຈົ້າ, ແຕ່ຄົນຮັກຂອງຂ້າ​ພະ​ເຈົ້າໄດ້ຫນີໄປແລ້ວ. ຂ້າ​ພະ​ເຈົ້າຕົກຕະລຶງ; ຂ້າ​ພະ​ເຈົ້າບໍ່ມີຄວາມຫວັງເລີຍ. ຂ້າ​ພະ​ເຈົ້າ​ໄດ້ຊອກຫາລາວ, ແຕ່ຂ້າ​ພະ​ເຈົ້າ​ກໍ​ຫາບໍ່ພົບລາວ; ຂ້າພະເຈົ້າໄດ້​ເອີ້ນຫາລາວ, ແຕ່ລາວກໍບໍ່ຕອບຂ້າ​ພະ​ເຈົ້າ.
\s5
\v 7 ພວກຄົນຍາມທີ່ເຝົ້າກວດ​ກາ​ອ້ອມເມືອງ ໄດ້ພົບຂ້າພະເຈົ້າ; ພວກເຂົາໄດ້​ທຸບຕີ ແລະ ທຳຮ້າຍຂ້າ​ພະ​ເຈົ້າ; ພວກຄົນຍາມທີ່ເຝົ້າຢູ່ເທິງກຳ ແພງກໍໄດ້ເອົາເສື້ອຄຸມຂອງຂ້າ​ພະ​ເຈົ້າ​ໄປ. ຍິງສາວກຳລັງເວົ້າກັບຍິງໃນເມືອງນັ້ນ
\s5
\v 8 ຂ້າ​ພະ​ເຈົ້າຕ້ອງການຄຳສັນຍາ, ບັນດາລູກ​ສາວແຫ່ງ​ນະ​ຄອນ ເຢຣູຊາເລັມ, ຖ້າຫາກພວກທ່ານເຫັນຄົນຮັກຂອງຂ້າ​ພະ​ເຈົ້າ, ບອກລາວວ່າຂ້າ​ພ​ະ​ເຈົ້າ​ກຳ​ລັງເຈັບປ່ວຍຍ້ອນຄວາມຮັກຂອງຂ້າ​ພະ​ເຈົ້າ​ທີ່ມີຕໍ່ລາວ. ຍິງໃນເມືອງນັ້ນກຳລັງເວົ້າກັບຍິງສາວ
\s5
\v 9 ຄົນ​ຮັກ​ຂອງ​ເຈົ້າດີກ່ວາຜູ້​ຊາຍ​ຜູ້ເປັນຄົນຮັກຂອງ​ຄົນ​ອື່ນ​ແນວ​ໃດ, ເຈົ້າເປັນຜູ້​ງົດງາມໃນບັນດາຍິງສາວທັງ​ຫລາຍ? ເປັນຫຍັງຄົນຮັກຂອງເຈົ້າຈ​ຶ່ງດີກ່ວາຄົນຮັກຂອງຄົນອື່ນ, ທີ່ເຈົ້າຈຶ່ງຂໍຮ້ອງພວກເຮົາໃຫ້ສັນຍາເຊັ່ນນີ້? ຍິງສາວກຳລັງເວົ້າກັບຍິງໃນເມືອງນັ້ນ
\s5
\v 10 ທີ່ຮັກຂອງຂ້າພະເຈົ້າສະຫງ່າງາມ ແລະ ຜິວ​ແດງ​ກ່ຳ, ໂດດເດັ່ນໃນທ່າມ​ກາງຄົນນັບສິບ​ພັນ.
\v 11 ຫົວຂອງເຂົາເປັນຄືກັບທອງຄຳທີ່ບໍລິສຸດທີ່ສຸດ; ເສັ້ນຜົມຂອງເຂົາຫຍິກ​ງໍ ແລະ ເປັນສີດຳຄ້າຍຄືກັບ​​ກາ.
\s5
\v 12 ດວງຕາຂອງເຂົາ ຄ້າຍຄືດວງຕາຂອງນົກກາງແກທີ່ຢູ່ຂ້າງກະແສນ້ຳ, ອາບດ້ວຍນ້ຳນົມ, ຍຶດ​ຕິດ​ໄວ້ຄ້າຍຄືເພັດ.
\s5
\v 13 ແກ້ມຂອງເຂົາປຽບເຫມືອນກັບແທ່ນ​ເຄື່ອງ​ຫອມ, ມີກິ່ນຫອມຂອງພືດ​ພັນ. ຮີມສົບຂອງເຂົາປຽບເຫມືອນສວນລິນລີ້, ຍ້ອຍດ້ວຍ​ຢາງ​ໄມ້​ຫອມ.
\s5
\v 14 ແຂນຂອງເຂົາ​ປຽບເຫມືອນທອງຄຳລ້ອມຮອບດ້ວຍເພັດ; ທ້ອງຂອງທ່ານຄ້າຍຄືງາຊ້າງອ້ອມຮອບດ້ວຍໄພ​ລິນ.
\s5
\v 15 ຂາຂອງເຂົາຄືກັບເສົາຫີນອ່ອນ, ມີຖານເປັນ​ທອງຄຳ ບໍຣິສຸດ; ຮູບລັກສະນະຂອງເຂົາຄືກັບເລບານອນ, ດັ່ງກັບຕົ້ນແປກທີ່ດີສວຍງາມ.
\s5
\v 16 ປາກຂອງເຂົາແມ່ນຫວານທີ່ສຸດ; ເຂົາເປັນຄົນ​ທີ່ຫນ້າຮັກໂດຍແທ້. ນີ້ຄືຄົນຮັກຂອງຂ້າ​ພະ​ເຈົ້າ, ແລະ ນີ້ຄືຫມູ່ຂອງຂ້າ​ພະ​ເຈົ້າ, ບັນ​ດາ​ລູກສາວ​ແຫ່ງນະ​ຄອນ ເຢຣູຊາເລັມ.
\s5
\c 6
\cl ບົດ​ທີ 6
\p
\v 1 ຄົນຮັກຂອງ​ນາງໄປຢູ່ໃສຫລື, ຜູ້​ທີ່ງາມທີ່ສຸດໃນ​ທ່າມ​ກາງ​ຍິງ​ສາວ​ທັງ​ຫລາຍ? ຄົນຮັກຂອງເຈົ້າ​ໄປ​ທາງ​ທິດ​ໃດ​ແລ້ວ, ເພື່ອພວກເຮົາຈະໄດ້ຊອກ​ຫາ​ລາວ​ຮ່ວມ​ກັນ​ກັບເຈົ້າໄດ້? ຍິງສາວເວົ້າກັບຕົວເອງ
\s5
\v 2 ຄົນຮັກຂອງຂ້າ​ພະ​ເຈົ້າໄດ້ລົງໄປທີ່ສວນຂອງລາວ, ໄປທີ່ແທ່ນບູຊາເຄື່ອງ​ຫອມ, ເພື່ອພາສັດໄປກິນຫຍ້າຢູ່ໃນສວນ ແລະ ເກັບດອກລິນ​ລີ້.
\v 3 ຂ້າ​ພະ​ເຈົ້າເປັນຂອງຄົນຮັກຂອງຂ້າ​ພະ​ເຈົ້າ, ແລະ ຄົນຮັກຂອງຂ້າ​ພະ​ເຈົ້າກໍ​ເປັນຂອງຂ້າ​ພະ​ເຈົ້າ; ລາວໄດ້ພາສັດໄປກິນຫຍ້າໃນທ່າມ​ກາງປ່າລິນລີ້ດ້ວຍຄວາມ​ມ່ວນ​ຊື່ນ. ຄົນຮັກຂອງຍິງເວົ້າກັບນາງ
\s5
\v 4 ເຈົ້າເປັນ​ຄົນທີ່ງົດງາມຄືກັບເມືອງ ຕີຣະ​ຊາ, ຄົນຮັກຂອງຂ້ອຍເອີຍ, ຫນ້າ​ຮັກຄືກັບ​ນະ​ຄອນ ເຢຣູຊາເລັມ, ດົນໃຈຢ່າງ​ຫນ້າ​ເກງ​ຂາມຄືກັບກອງທັບທີ່ມີທຸງປະດັບ.
\s5
\v 5 ຂໍ​ຈົ່ງປ່ອຍວາງສາຍຕາຂອງເຈົ້າໄປ​ຈາກ​ຂ້ອຍ​ເຖີດ, ເພາະມັນເຮັດໃຫ້ຂ້ອຍ​ສັບສົນ. ເສັ້ນຜົມຂອງເຈົ້າຄືກັບຝູງແບ້ທີ່ກຳ​ລັງລົງມາຈາກເນີນພູກິ​ເລ​ອາດ.
\s5
\v 6 ແຂ້ວຂອງນາງຄື​ກັບຝູງແກະໂຕ​ແມ່ທີ່ກຳ​ລັງ​ຂື້ນ​ມາຈາກ​ສະ​ຖານ​ທີ່​ຊຳ​ລະ​ລ້າງ. ແຕ່ລະໂຕມີລູກແຝດ, ແລະ ບໍ່ມີໂຕ​ໃດໃນພວກມັນຖືກເຮັດ​ໃຫ້ສູນເສຍໄປ.
\v 7 ແກ້ມຂອງເຈົ້າຄື​ກັບ​ຫມາກ​ພິ​ລາ​ຜ່າເຄິ່ງປ່ຽງ​ທີ່​ຢູ່​ດ້ານຫລັງຜ້າຄຸມ​ຫນ້າຂອງນາງ. ຄົນຮັກຂອງນາງກຳລັງເວົ້າກັບເຂົາເອງ
\s5
\v 8 ມີຣາຊີນີຫົກສິບຄົນ, ມີເມຍນ້ອຍອີກແປດສິບ​ຄົນ, ແລະ ຍິງສາວ​ອີກ​ຫລວງຫລາຍທີ່ນັບບໍ່ຖ້ວນ.
\v 9 ແມ່ນົກກາງແກຂອງ​ຂ້ອຍ, ນາງຜູ້ທີ່ບໍ່ມີ​ທີ່ຕິຕຽນ, ນາງເປັນຜູ້ດຽວ, ນາງເປັນລູກສາວຄົນພິເສດຂອງແມ່​ຂອງ​ນາງ; ນາງເປັນທີ່ໂປດປານແກ່ຜູ້ຍິງທີ່ໃຫ້ກຳເນີດນາງ. ບັນ​ດາ​ລູກສາວແຫ່ງປະຊາກອນໃນປະເທດຂອງຂ້ອຍໄດ້ເຫັນນາງ ແລະ ເອີ້ນນາງວ່າຜູ້​ໄດ້​ຮັບ​ພຣະ​ພອນ; ພະ​ຣາ​ຊີ​ນີ​ທັງ​ຫລາຍ ແລະ ເມຍນ້ອຍ​ທັງ​ຫລາຍໄດ້​ເຫັນ​ນາງດ້ວຍ​ເຊັ່ນ​ກັນ, ແລະ ພວກເຂົາກໍໄດ້ຍ້ອງຍໍນາງ: ພະ​ຣາ​ຊີ​ນີ​ທັງ​ຫລາຍ ແລະ ເມຍນ້ອຍ​ທັງ​ຫລາຍໄດ້ກ່າວວ່າ
\s5
\v 10 “ໃຜຄື​ຜູ້ນີ້ທີ່ປະກົດຕົວຄ້າຍຄືຮຸ່ງອາລຸນຕອນເຊົ້າ, ງົດງາມຄືດັ່ງດວງຈັນ, ສະຫວ່າງຄືກັບດວງອາທິດ, ດົນໃຈຢ່າງຫນ້າເກງ​ຂາມ​ຄືກັບກອງທັບທີ່ປະ​ດັບດ້ວຍທຸງຫລື? ຄົນຮັກຂອງນາງເວົ້າກັບຕົນເອງ
\s5
\v 11 ຂ້າ​ພະ​ເຈົ້າລົງໄປທີ່ສວນຕົ້ນຖົ່ວເພື່ອເບິ່ງຕົ້ນອ່ອນເຕີບໃຫຍ່ຢູ່ໃນຮ່ອມພູນັ້ນ, ເພື່ອເບິ່ງເຄືອອະ​ງຸ່ນ​ແຕກຍອດ, ແລະ ດອກຫມາກ​ພິ​ລາ​ເບັ່ງ​ບານ.
\v 12 ຂ້າ​ພະ​ເຈົ​້າ​ມີ​ຄວາມສຸກຫລາຍທີ່ຂ້າ​ພະ​ເຈົ້າຮູ້ສຶກວ່າຂ້າ​ພະ​ເຈົ້າກຳລັງຂີ່ລົດມ້າຂອງເຈົ້າ​ຊາຍ​ອົງ​ຫນຶ່ງ. ຄົນຮັກຂອງນາງເວົ້າກັບນາງ
\s5
\v 13 ຫລຽວ​ກັບ​ໄປ, ຫລຽວກັບ​ໄປ​ເຖີດ, ເຈົ້າຜູ້ເປັນຍິງທີ່ດີພ້ອມ; ຂໍ​ໃຫ້​ຫລຽວກັບ​ໄປ, ຫລຽວກັບ​ໄປ​ເຖີດ ເພື່ອວ່າຂ້າ​ພະ​ເຈົ້າຈະໄດ້ເບິ່ງເຈົ້າ. ຍິງສາວກຳລັງເວົ້າເຖິງຄົນຮັກຂອງນາງ ເປັນຫຍັງພວກເຈົ້າຈຶ່ງຢາກເບິ່ງຂ້ອຍ, ຍິງທີ່ພຽບພ້ອມ, ຂ້ອຍກຳລັງຟ້ອນລຳໃນທ່າມກາງຄົນຟ້ອມສອງແຖວ.
\s5
\c 7
\cl ບົດ​ທີ 7
\p
\v 1 ຕີນຂອງເຈົ້າທີ່ຢູ່ໃນເກີບສາຍພາຍ​ນັ້ນແມ່ນງົດ​ງາມ​ເຫລືອ​ເກີນ, ບຸ​ດສາວຂອງເຈົ້າ​ຊາຍ​ເອີຍ! ຕົ້ນຂາຂອງເຈົ້າຊ່າງໂຄ້ງງາມຄືກັບເພັດ, ດັ່ງສີມືຂອງຊ່າງຜູ້ຊ່ຽວຊານ.
\s5
\v 2 ສາຍບືຂອງເຈົ້າຄືກັບອ່າງວົງມົນ; ທີ່ເຫລົ້າອະ​ງຸ່​ນປະສົມແລ້ວມີບໍ່ເຄີຍຂາດຈັກເທື່ອ. ຫນ້າທ້ອງຂອງເຈົ້າ ຄືກັບກອງເຂົ້າສາລີທີ່ຖືກອ້ອມຮອບດ້ວຍດອກ​ລິນ​ລີ້ມີຢູ່​ຫລວງ​ຫລາຍ.
\s5
\v 3 ເຕົ້ານົມທັງ​ສ​ອງຂອງເຈົ້າຄືກັນກັບລູກກວາງ​ນ້ອຍສອງໂຕ, ຄືກັນກັບເຍືອງແຝດ.
\v 4 ລຳຄໍຂອງນາງ​ຄື​ກັບຫໍ​ຄອຍງາຊ້າງ; ດວງຕາຂອງນາງຄືກັບສະນ້ຳໃນເມືອງເຮັດຊະ​ໂບນທີ່ປະຕູເມືອງ​ບັ​ດ​ຣັບ​ບິມ. ດັງຂອງ​ເຈົ້າຄືກັບຫໍຄອຍໃນເລບານອນທີ່ປິ່ນ​ໄປ​ທາງເມືອງດາມັສກັດ.
\s5
\v 5 ຫົວຂອງເຈົ້າຄື​ກັບອູດ; ເສັ້ນຜົມຂອງ​ເຈົ້າເປັນສີມ່ວງເຂັ້ມ. ຣາ​ຊາຖືກ​ຈັບ​ໃຫ້​ເປັນ​ຊະ​ເລີຍ​ໂດຍ​ຜົມ​ເປຍ​ນັ້ນ.
\v 6 ທີ່​ຮັກ, ເຈົ້າງົດງາມ ແລະ ຫນ້າ​ຮັກ​ເຫລືອ​ເກີນ, ໃນຄວາມສົດ​ໃສຂອງ​ເຈົ້າ!
\s5
\v 7 ​ຮູບ​ຮ່າງ​ຂອງເຈົ້ານັ້ນສູງສະ​ງ່າງາມຄືກັບຕົ້ນຕາ​ນ, ແລະ ເຕົ້ານົມຂອງ​ເຈົ້າຄືກັບພວງ​ຫມາກໄມ້.
\v 8 ຂ້ອຍຄິດ​​, “ຂ້ອຍຢາກ​ປີນຂຶ້ນໄປເທິງຕົ້ນຕານນັ້ນ; ຂ້ອຍຈະຈ່ອງງ່າໄມ້ຂອງມັນ.” ຂໍໃຫ້ເຕົ້ານົມຂອງນາງເປັນຄືພວງ​ຫມາກອະງຸ່ນ. ແລະ ຂໍ​ໃຫ້ກິ່ນຫອມຂອງດັງຂອງເຈົ້າຫອມຫວນດັ່ງຫມາກ​ຈອງ.
\s5
\v 9 ຂໍໃຫ້ປາກຂອງເຈົ້າເປັນຄືເຫລົ້າອະ​ງຸ່ນທີ່ດີທີ່ສຸດ, ໄຫລ​ລິນ​ຢ່າງຄ່ອງແຄ້ວເຖິງຄົນຮັກຂອງຂ້າ​ພະ​ເຈົ້າ, ໄຫລລິນ​ລົງມາ​​ເຖິງຮີມ​ສົບ ແລະ ແຂ້ວຂອງພວກເຮົາ. ຍິງສາວເວົ້າກັບທີ່ຮັກຂອງເຂົາ
\s5
\v 10 ຂ້າ​ພະ​ເຈົ້າເປັນກຳ​ມະ​ສິດຂອງຄົນຮັກຂອງຂ້າ​ພະ​ເຈົ້າ, ແລະ ​ເຂົາປາ​ຖະ​ຫນາຂ້າພະເຈົ້າ.
\v 11 ມາ​ເຖີດ, ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຂໍໃຫ້ພວກເຮົາອອກໄປທີ່ຊົນນະບົດ; ຂໍໃຫ້ພວກເຮົາໃຊ້ເວລາກາງຄືນທັງຫມົດໃນຫມູ່ບ້ານເຫລົ່ານັ້ນ.
\s5
\v 12 ຂໍໃຫ້ພວກເຮົາລຸກແຕ່ເຊົ້າເພື່ອໄປທີ່ສວນອະງຸ່ນ; ຂໍໃຫ້ພວກເຮົາເບິ່ງເຫັນເຄືອແຕກຍອດ, ໄດ້ເຫັນການ​ເບັ່ງ​ບານຂອງພວກມັນ, ແລະ ຫມາກພິ​ລາທີ່​ຢູ່​ໃນດອກໄມ້. ຢູ່ທີ່ນັ້ນຂ້າ​ພະ​ເຈົ້າຈະມອບຄວາມຮັກຂອງ​ຂ້​າ​ພ​ະ​ເຈົ້າ​ໃຫ້ແກ່​ທ່ານ​.
\s5
\v 13 ພືດພັນ​ສົ່ງກິ່ນຫອມຫວນ; ຢູ່ປະຕູທີ່ພວກເຮົາກຳລັງພັກອາ​ໃສຢູ່ນັ້ນກໍມີ​ຫມາກໄມ້ທີ່​ດີທີ່ສຸດທຸກຊະນິດ, ທັງໃຫມ່ ແລະເກົ່າ, ທີ່ຂ້າ​ພະ​ເຈົ້າໄດ້ເກັບສະ​ສົມ​ເອົ​າ​ໄວ້ເພື່ອ​ທ່ານ, ຄົນຮັກຂອງຂ້າ​ພະ​ເຈົ້າ.
\s5
\c 8
\cl ບົດ​ທີ 8
\p
\v 1 ຂ້າພະເຈົ້າປາຖະຫນາໃຫ້ທ່ານເປັນຄືກັນກັບອ້າຍຂອງຂ້າພະເຈົ້າ, ຄົນທີ່ໄດ້ຮັບການລ້ຽງດູຈາກນົມຂອງແມ່​ຂອງຂ້າ​ພະ​ເຈົ້​າ. ຫລັງ​ຈາກ​ນັ້ນ ເມື່ອຂ້າ​ພະ​ເຈົ້າໄດ້ພົບທ່ານຢູ່ທາງນອກ, ຂ້າ​ພະ​ເຈົ້າຈະສາມາດຈູບທ່ານ, ແລະ ບໍ່ມີໃຜສາມາດຫມິ່ນ​ປະ​ຫມາດຂ້າ​ພະ​ເຈົ້າ​ໄດ້.
\s5
\v 2 ຂ້າ​ພະ​ເຈົ້າ​ຈະນຳ ແລະ ພາທ່ານເຂົ້າມາໃນເຮືອນຂອງແມ່ຂອງຂ້າ​ພະ​ເຈົ້າ, ແລະ ທ່ານຈະສອນຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າຈະມອບເຫລົ້າອະງຸ່ນ ແລະ ນ້ຳ​ຫມາກ​ພິ​ລາໃຫ້ທ່ານ​ດື່ມ. ຍິງ​ສາວ​ເວົ້າ​ເຖິງ​ນາງ​ເອງ
\v 3 ມືຊ້າຍຂອງລາວ​ວາງຢູ່ກ້ອງຫົວຂອງຂ້າ​ພະ​ເຈົ້າ ແລະ ມືຂວາຂອງລາວກໍກອດຂ້າ​ພະ​ເຈົ້າ. ຍິງ​ນັ້ນ​ເວົ້າ​ກັບ​ຍິງ​ອື່ນ
\s5
\v 4 ຂ້າ​ພະ​ເຈົ້າຕ້ອງການໃຫ້ພວກ​ທ່ານສັນຍາ, ລູກ​​ຍິງຂອງ​ບັນ​ພະ​ບູ​ລຸດ​ແຫ່ງ​ນະ​ຄອ​ນ ເຢຣູຊາເລັມທັງ​ຫລາຍ, ທີ່​ພວກທ່ານຈະບໍ່ລົບກວນຄວາມສຳພັນຮັກຂອງຂ້າ​ພະ​ເຈົ້າຈົນກວ່າມັນຈະຜ່ານໄປ. ຍິງ​ນະ​ຄອ​ນເຢຣູຊາເລັມເວົ້າ​ວ່າ
\s5
\v 5 ຜູ້ນີ້ແມ່ນໃຜທີ່ອອກມາຈາກຖິ່ນທຸ​ລະກັນດານ, ທີ່​ມາກັບ​ຄົນຮັກຂອງນາງ? ຍິງສາວເວົ້າກັບຄົນຮັກຂອງນາງ ຂ້າ​ພະ​ເຈົ້າໄດ້ປຸກທ່ານຢູ່​ກ້ອງຕົ້ນ​ຫມາກ​ຈອງ; ຢູ່ທີ່ນັ້ນແມ່ຂອງ​ທ່ານໄດ້​ຖື​ພາທ່ານ; ຢູ່ທີ່ນັ້ນນາງໄດ້ໃຫ້ກຳເນີດ​ທ່ານ.
\s5
\v 6 ຂໍໃຫ້ຕັ້ງຂ້າພະເຈົ້າໄວ້​ເປັນ​ດັ່ງກາ​ປະ​ທັບ​ທີ່ຫົວໃຈຂອງທ່ານ, ຄືກາປະທັບທີ່​ເທິງແຂນຂອງທ່ານ, ເພາະວ່າຄວາມຮັກ​ນັ້ນເຂັ້ມແຂງຄືກັບຄວາມຕາຍ. ຄວາມເຊື່ອອັນ​ແຮງ​ກ້າເປັນຄ້າຍຄືແດນ​ແຫ່ງ​ຄົນ​ຕາ​ຍທີ່ບໍ່ເຄີຍສີ້ນສຸດ; ແປວໄຟຂອງມັນ​ກໍໄດ້ລະເບີດອອກ; ມັນເປັນໄຟທີ່ຮຸນແຮງ, ໄຟທີ່ຮ້ອນກວ່າໄຟໃດໆ.
\s5
\v 7 ນ້ຳທີ່ເພີ່ມຂຶ້ນຢ່າງກະທັນຫັນບໍ່ສາມາດດັບໄຟ​ແຫ່ງຄວາມຮັກໄດ້, ຫລື ນ້ຳຖ້ວມກໍບໍ່ສາມາດພັດ​ພາມັນໄປໄດ້. ​ຖ້າຜູ້ຊາຍທີ່ຍອມມອບຊັບສົມ​ບັດທັງຫມົດໃນ​ບ້ານ​ຂອງ​ຕົນເພື່ອແລກກັບຄວາມຮັກ. ຂໍ້ສະເຫນີນັ້ນກໍຈະເປັນທີ່​ບໍ່​ຄວນເຄົາລົບຢ່າງຍິ່ງ. ​ອ້າຍຂອງ​ບັນ​ດາຍິງ​ສາວ​ກ່າວ​ຕໍ່​ກັນ
\s5
\v 8 ພວກຂ້າ​ພະ​ເຈົ້າມີນ້ອງສາວນ້ອຍໆ, ແລະ ເຕົ້ານົມຂອງນາງບໍ່ໃຫຍ່​ເຕັມ​ທີ່. ພວກເຮົາສາມາດເຮັດສິ່ງ​ໃດເພ​ື່ອ​ນ້ອງ​ສາວຂອງພວກເຮົາໃນມື້ ທີ່ນາງຈະຮັບຄຳສັນຍາໃນ​ການແຕ່ງງານຫລື?
\s5
\v 9 ຖ້າຫາກວ່ານາງເປັນກຳແພງ, ຂ້າ​ພະ​ເຈົ້າ​ຈະສ້າງຫໍຄອຍເງິນຢູ່ເທິງນາງ. ຖ້າຫາກວ່ານາງເປັນປະຕູ, ຂ້າພະເຈົ້າຈະ​ປ​ະ​ດັບ​ນາງດ້ວຍໄມ້ສົນ. ຍິງ​ສາວ​ກຳ​ລັງ​ເວົ້າ​ກັບ​ຕົວ​ນາງ​ເອງ
\s5
\v 10 ຂ້າ​ພະ​ເຈົ້າເປັນກຳແພງ, ແຕ່ເຕົ້ານົມຂອງຂ້າ​ພະ​ເຈົ້າຄ້າຍຄືຫໍຄອຍທີ່ເປັນປ້ອມປາການໃນເວລານີ້; ດັ່ງນັ້ນຂ້າພະເຈົ້າຈຶ່ງເຕີບໃຫຍ່ຂຶ້ນເປັນ​ຜູ້​ໃຫຍ່​ຢ່າງ​ເຕັ​ມ​ທີ່​ແລ້ວໃນສາຍຕາຂອງທ່ານ.
\s5
\v 11 ໂຊໂລໂມນມີສວນອະງຸ່ນແຫ່ງ​ຫນຶ່ງຢູ່ທີບາ​ອານ​ຮາ​ໂມນ. ​ເຂົາໄດ້​ເອົາໃຫ້ຄົນ​ເຊົ່າ ທີ່​ຈະເບິ່ງ​ແຍງ​ຮັກ​ສາ​ສວນອະງຸ່ນນັ້ນ. ແຕ່ລະຄົນຕ້ອງນຳຫນຶ່ງພັນມາແລກປ່ຽນກັບຫມາກຂອງມັນ.
\v 12 ສວນອະງຸ່ນຂອງຂ້າ​ພະ​ເຈົ້າກໍ​ເປັນຂອງຂ້າ​ພະ​ເຈົ້າ; ເງິນຫນຶ່ງພັນນັ້ນເປັນຂອງທ່ານ, ໂຊໂລໂມນຜູ້​ທີ່​ເປັນທີ່ຮັກຂອງຂ້າ​ພະ​ເຈົ້າ, ແລະ ເງິນສອງຮ້ອຍເປັນຂອງຄົນ​ເຫລົ່າ​ນັ້ນຜູ້ທີ່ໄດ້ເບິ່ງ​ແຍງຮັກສາສວນເພື່ອແລກປ່ຽນ​ກັບ​ຫມາກ​ຂອງມັນ. ຄົນ​ຮັກ​ຂອງ​ນາງ​ກ່າວ​ກັບ​ນາງ
\s5
\v 13 ທ່ານຜູ້ທີ່ອາໄສຢູ່ໃນສວນຕ່າງໆ, ຫມູ່ໆຂອງຂ້າ​ພະ​ເຈົ້າ​ກຳ​ລັງຟັງສຽງຂອງທ່ານ; ຂໍໃຫ້ຂ້າ​ພະ​ເຈົ້າເປັນຜູ້ທີ່ໄດ້ຍິນສຽງຂອງທ່ານ​ດ້ວຍເຊັ່ນກັນ. ຍິງ​ສາວ​ເວົ້າ​ກັບ​ຄົນ​ຮັກ​ຂອງ​ນາງ
\s5
\v 14 ຈົ່​ງ​ຟ້າວ​ເຖີດ, ຄົນຮັກຂອງຂ້າ​ພະ​ເຈົ້າ, ແລະ ຂໍເປັນຄືກັບເຍືອງໂຕ​ຫນຶ່ງ ຫລື ກວາງຫນຸ່ມ​ໂຕ​ຫນຶ່ງທີ່ຢູ່ເທິງພູເຂົາແຫ່ງ​ເຄື່ອງຫອມ.