\id SNG \ide UTF-8 \h ຍອດ​ເພງ \toc1 ຍອດ​ເພງ \toc2 ຍອດ​ເພງ \toc3 sng \mt ຍອດ​ເພງ \s5 \c 1 \cl ​ບົດ​ທີ 1 \p \v 1 ບົດເພງຂອງທຸກໆບົດເພງ, ເຊິ່ງເປັນຂອງໂຊໂລໂມນ. ຍິງສາວກຳລັງເວົ້າກັບຄົນຮັກຂອງນາງ \v 2 ໂອ້, ທ່ານຈະຈູບຂ້າ​ພະ​ເຈົ້າດ້ວຍການຈູບຈາກປາກຂອງທ່ານ, ເພາະວ່າຄວາມຮັກຂອງທ່ານ​ນັ້ນດີກວ່າເຫລົ້າອະງຸ່ນ. \v 3 ນ້ຳມັນແຫ່ງການຊົງເຈີມຂອງທ່ານມີກິ່ນຫອມແຫ່ງ​ຄວາມ​ຍິນດີ; ນາມຊື່ຂອງທ່ານແມ່ນຄືກັບນໍ້າຫອມທີ່ກຳ​ລັງລິນໄຫລ, ເພື່ອວ່າຍິງສາວທັງຫລາຍນັ້ນຈະຫລົງຮັກທ່ານ. \v 4 ຂໍໃຫ້ພາຂ້າ​ພະ​ເຈົ້າໄປກັບ​ທ່ານ, ແລະ ພວກເຮົາຈະແລ່ນໄປ. ຜູ້ຍິງທີ່ເວົ້າກັບຕົວເອງ ກະສັດໄດ້ພາຂ້າ​ພະ​ເຈົ້າເຂົ້າໄປໃນຫ້ອງຂອງທ່ານ. ຜູ້ຍິງກຳລັງເວົ້າກັບຄົນຮັກຂອງເຂົາ ຂ້າ​ພະ​ເຈົ້າດີໃຈ; ຂ້າ​ພະ​ເຈົ້າມີຄວາມຍິນດີກ່ຽວກັບທ່ານ; ຂໍໃຫ້ຂ້າ​ພະ​ເຈົ້າສະເຫລີມສະຫລອງຄວາມຮັກຂອງທ່ານ; ມັນດີກ່ວາເຫລົ້າອາງຸ່ນ. ມັນເປັນເລື່ອງທຳມະຊາດທີ່ຜູ້ຍິງຄົນອື່ນຄວນເຄົາລົບທ່ານ. ຍິງນັ້ນເວົ້າກັບແມ່ຍິງຄົນອື່ນໆ. \s5 \v 5 ຂ້າ​ພະ​ເຈົ້າເປັນຄົນດຳຄ້ຳແຕ່ກໍ​ຫນ້າ​ຮັກ, ພວກ​ທ່ານ​ບັນ​ດາບຸດ​ສາວ​ຂອງ​ບັນດາບັນ​ພະ​ບຸ​ລຸດແຫ່ງນະ​ຄອນ ເຢຣູຊາເລັມ — ຜິວດຳ​ຄ້ຳທີ່ຄ້າຍຄືກັບຜ້າເຕັ້ນຂອງຄົນເກດາ, ຫນ້າຮັກຄືກັບຜ້າກັ້ງຂອງໂຊ​ໂລ​ໂມນ. \v 6 ຢ່າຕັ້ງ​ໃຈເບິ່ງຂ້າ​ພະ​ເຈົ້າເພາະວ່າຂ້າ​ພະ​ເຈົ້າດຳຄ້ຳ, ເພາະວ່າແສງຕາເວັນໄດ້ເຜົາໄຫ​ມ້ ຂ້າ​ພະ​ເຈົ້າ. ບັນ​ດາ​ບຸດຊາຍຂອງມານ​ດາຂອງຂ້າ​ພະ​ເຈົ້າ​ຕ່າງ​ກໍຄຽດແຄ້ນຂ້າ​ພະ​ເຈົ້າ; ພວກເຂົາໄດ້ໃຫ້ຂ້າ​ພະ​ເຈົ້າເບິ່ງແຍງສວນອະງຸ່ນ, ແຕ່ສວນອະງຸ່ນຂອງຂ້າ​ພະ​ເຈົ້າເອງນັ້ນ ຂ້າ​ພະ​ເຈົ້າບໍ່ໄດ້​ເບີ່ງ​ແຍງ. \s5 \v 7 ບອກຂ້າ​ພະ​ເຈົ້າ​ແດ່, ທ່ານ​ຜູ້ທີ່ຂ້າ​ພະ​ເຈົ້າຮັກ. ທ່ານລ້ຽງຝູງແກະຂອງທ່ານຢູ່ໃສ? ທ່ານເອົາຝູງແກະຂອງທ່ານໄປໄວ້ບ່ອນໃດໃນຍາມຕອນທ່ຽງ? ເປັນຫຍັງຂ້າ​ພະ​ເຈົ້າ ຈຶ່ງເປັນ​ຄືຄົນພະເນຈອນເດີນໄປ​ຂ້າງໆ​ຝູງແກະຂອງ​ທ່ານ? ຄົນຮັກຂອງນາງກຳລັງຕອບນາງ. \s5 \v 8 ຖ້າຫາກ​ທ່ານບໍ່ຮູ້, ຍິງທີ່ງາມທີ່ສຸດໃນບັນດາຍິງທັງຫລາຍເອີຍ, ຈົ່ງ​ຕິດຕາມຝູງແກະຂອງຂ້ອຍ, ແລະ ປ່ອຍໃຫ້ຝູງແບ້ຫນຸ່ມຂອງເຈົ້າ​ເລັມຫ​ຍ້າຢູ່ໃກ້ເຕັນຂອງຜູ້ລ້ຽງແກະ. \s5 \v 9 ທີ່ຮັກຂອງຂ້ອຍເອີຍ, ຂ້ອຍປຽບທຽບເຈົ້າ​ ກັບມ້າແມ່ໃນທ່າມກາງລົດມ້າຂອງກະສັດຟາໂຣ. \v 10 ແກ້ມຂອງເຈົ້ານັ້ນງົດງາມດ້ວຍ​ເຄື່ອງ​ປະ​ດັບ, ລຳຄໍຂອງເຈົ້າຕົກແຕ່ງດ້ວຍສາຍຄໍເພັດ. \v 11 ຂ້ອຍຈະເຮັດເຄື່ອງປະດັບທອງຄຳໃຫ້ກັບເຈົ້າ ພ້ອມ​ກັບລູກ​ຕຸ້​ມເງິນ ໃຫ້​ກັບ​ນາງດ້ວຍ. ຍິງນັ້ນກຳລັງເວົ້າກັບຕົວນາງເອງ \s5 \v 12 ໃນຂະນະທີ່​ເຈົ້າ​ຊີ​ວິດໄດ້ນັ່ງຢູ່ເທິງບັນລັງຂອງ​ພະ​ອົງ, ນ້ຳຫອມນາ​ຣະ​ດາຂອງຂ້າ​ພະ​ເຈົ້າ​ກໍມີກິ່ນຫອມໄປ. \v 13 ຄົນຮັກຂອງຂ້າ​ພະ​ເຈົ້າແມ່ນຄືກັບຫໍ່ຢາຂີ້ເຜິ້ງ ທີ່ນອນລົງລະວ່າງເອິກຂອງຂ້າ​ພະ​ເຈົ້າໃນ​ຍາມ​ຄ່ຳຄືນ. \v 14 ຄົນຮັກຂອງຂ້າ​ພະ​ເຈົ້າ ເປັນ​ຄື​ຊໍ່ດອກທຽນ​ກິ່ງໃນສວນອະງຸ່ນແຫ່ງ​ເມືອງ​ເອນ​ເກ​ດີ. ເຈົ້າຊ່າງ​ງົດງາມເຫລືອ​ເກີນຄົນຮັກຂອງຂ້ອຍ. ຄົນຮັກຂອງນາງກຳລັງເວົ້າເຖິງນາງ. \s5 \v 15 ເບິ່ງແມ, ເຈົ້າ​ງົດງາມ, ທີ່ຮັກຂອງຂ້ອຍ; ເບິ່ງແມ, ເຈົ້າ​ງົດງາມ; ດວງຕາຂອງເຈົ້າປຽບເຫມືອນດວງຕາຂອງນົກກາງແກ. ຍິງກຳລັງເວົ້າເຖິງທີ່ຮັກຂອງນາງ.​ \s5 \v 16 ເບິ່ງເຖີດ, ທ່ານ​ຊ່າງ​ເປັນ​ຄົນ​ເຈົ້າ​ຊູ້​ເຫລືອ​ເກີນ, ທີ່ຮັກຂອງຂ້າ​ພະ​ເຈົ້າ, ທ່ານ​ຊ່າງເປັນ​ຄົນ​ເຈົ້າ​ຊູ້​ຫລວງຫ​ລາຍ. ພັນ​ໄມ້ຂຽວສົດກໍ​ປູໄວ້ທີ່ຕຽງນອນຂອງພວກເຮົາ. \v 17 ຊື່ເຮືອນຂອງພວກເຮົາເປັນ​ກິ່ງ​ແປກສີ​ດາ, ແລະ ຫລັງຄາເຮືອນຂອງພວກເຮົາຄືຕົ້ນແປກສາມໃບ. \s5 \c 2 \cl ​ບົດ​ທີ 2 \p \v 1 ຂ້າ​ພະ​ເຈົ້າເປັນພຽງດອກໄມ້ໃນທົ່ງພຽງ, ເປັນພຽງດອກ​ລິນ​ລີ້ໃນຮ່ອມພູ. ຊາຍນັ້ນກຳລັງເວົ້າກັບນາງ \v 2 ທີ່ຮັກຂອງຂ້ອຍ, ດັ່ງນັ້ນເຈົ້າຈຶ່ງເປັນດັ່ງດອກລິນລີ້ດອກ​ຫນຶ່ງ, ໃນທ່າມ​ກາງ​ຫນ​າມ​ທັງ​ຫລາຍ, ໃນ​ທ່າມ​ກາງ​ບັນ​ດາບຸດສາວຂອງຄົນໃນປະເທດຂອງຂ້ອຍ. ຍິງນັ້ນກຳລັງເວົ້າເຖິງຕົວນາງເອງ \s5 \v 3 ຄືກັນກັບຕົ້ນຫມາກຈອງ ທີ່ເກີດ​ຢູ່​ທ່າມ​ກາງຕົ້ນໄມ້ທັງຫລາຍໃນປ່າສັນໃດ, ຄົນຮັກຂອງຂ້າ​ພະ​ເຈົ້າກໍຢູ່ທ່າມ​ກາງຊາຍຫນຸ່ມທັງ​ຫລາຍສັນນັ້ນ. ຂ້າພະເຈົ້ານັ່ງລົງກ້ອງຮົ່ມເງົາ​ຂອງມັນດ້ວຍຄວາມຍິນດີຫລາຍ, ແລະ ຫມາກຂອງມັນນັ້ນຫອມ​ຫວານ​ຕໍ່​ການ​ຊິມລົດຊາດຂອງຂ້າ​ພະ​ເຈົ້າ. \v 4 ລາວໄດ້ນຳຂ້າ​ພະ​ເຈົ້າ​ມາທີ່ຫໍໂຮງສຳລັບງານລ້ຽງ, ແລະ ປ້າຍຂອງລາວຂຽນວ່າ ​ຂ້າພະເຈົ້າແມ່ນຄວາມຮັກ. ຍິງນັ້ນກຳລັງເວົ້າກັບທີ່ຮັກຂອງລາວ. \s5 \v 5 ຂໍດົນໃຈຂ້າ​ພະ​ເຈົ້າດ້ວຍເຄັກອະ​ງຸ່ນອົບ​ແຫ້ງ ແລະ ເຮັດໃຫ້ຂ້າ​ພະ​ເຈົ້າສົດຊື່ນດ້ວຍຫມາ​ກຈອງ. ເພາະວ່າຂ້າ​ພະ​ເຈົ້າອ່ອນແອລົງດ້ວຍຄວາມຮັກ. ຍິງນັ້ນກຳລັງເວົ້າກັບຕົວນາງເອງ \v 6 ມືຊ້າຍຂອງລາວ​ປະ​ຄອງຫົວຂອງຂ້າ​ພະ​ເຈົ້າ, ແລະ ມືຂວາຂອງລາວໂອບກອດຂ້າ​ພະ​ເຈົ້າໄວ້. ຍິງນັ້ນກຳລັງເວົ້າກັບຍິງອື່ນ \s5 \v 7 ຂ້ອຍຕ້ອງການໃຫ້ສັນຍາແກ່ເຈົ້າ, ບັນ​ດາລູກສາວແຫ່ງ​ນະ​ຄອນເຢຣູຊາເລັມ, ໂດຍຝູງ​ເຢືອງ ແລະ ເຫລົ່າ​ກວາງ​ໂຕເເມ່ໃນທົ່ງນາທັງ​ຫລາຍ, ທີ່​ພວກ​ເຈົ້າຈະບໍ່ລົບກວນຄວາມສຳພັນຮັກຂອງພວກເຮົາຈົນກວ່າມັນຈະຜ່ານໄປ. ຍິງນັ້ນກຳລັງເວົ້າກັບຕົວນາງເອງ \s5 \v 8 ມີສຽງຂອງຄົນ​ຮັກຂອງ​ຂ້າ​ພະ​ເຈົ້າ! ໂອ້, ລາວມາທີ່ນີ້, ໂດຍ​ກຳ​ລັງໂດດຂ້າມພູເຂົາ​ທັງ​ຫລາຍ, ກຳ​ລັງ​ເຕັ້ນ​ຂ້າມ​ເນີນ​ເຂົາ​ຕ່າງໆ. \v 9 ຄົນຮັກຂອງຂ້າ​ພະ​ເຈົ້າເປັນ​ດັ່ງ​ເຍືອງ​ໂຕ​ຫນຶ່ງ ຫລື ກວາງຫນຸ່ມ; ເບິ່ງແມ, ລາວກຳລັງຢືນຢູ່ດ້ານຫລັງກຳແພງຂອງຂ້າ​ພະ​ເຈົ້າ, ການແນມເບິ່ງຜ່ານປ່ອງຢ້ຽມ, ຄ່ອຍໆປະກົດຕົວຜ່ານຊ່ອງທາງນັ້ນ. \s5 \v 10 ຄົນຮັກຂອງຂ້າ​ພະ​ເຈົ້າ​ໄດ້ເວົ້າກັບຂ້າ​ພະ​ເຈົ້າວ່າ, “ຈົ່ງລຸກຂຶ້ນເຖີດ, ຄົນຮັກຂອງຂ້າ​ພະ​ເຈົ້າ, ຜູ້ງົດງາມທີ່ສຸດຂອງຂ້າ​ພະ​ເຈົ້າ, ມາກັບຂ້າ​ພະ​ເຈົ້າ​ເຖີດ. \v 11 ເບິ່ງແມ, ລະດູຫນາວຜ່ານ​ພົ້ນ​ໄປ; ລະດູຝົນເຊົາຕົກ ແລະ ຜ່ານພົ້ນໄປ. \s5 \v 12 ດອກໄມ້ທັງຫລາຍ​ໄດ້ປະກົດຢູ່ເທິງ​ແຜ່ນ​ດິນ; ເປັນເວລາສຳລັບການຕັດກິ່ງ ແລະ ສຽງຮ້ອງເພງຂອງນົກທັງ​ຫລາຍໄດ້ມາຮອດແລ້ວ, ແລະ ພວກເຮົາໄດ້ຍິນສຽງຂອງເຫລົ່ານົກກາງແກຢູ່ໃນແຜ່ນດິນຂອງພວກເຮົາ. \v 13 ຕົ້ນຫມາກເດື່ອໄດ້ໃຫ້ຫ​ມາກ ສີຂຽວສຸກງອມ, ແລະ ຕົ້ນອະ​ງຸ່ນ​ທັງ​ຫລາຍກໍເບັ່ງ​ບານ; ພວກມັນໄດ້ສົ່ງກິ່ນຫອມຂອງພວກມັນ. ລຸກຂຶ້ນເຖີດ, ຄົນຮັກຂອງຂ້າ​ພະ​ເຈົ້າ, ຜູ້​ງົດງາມຂອງຂ້າ​ພະ​ເຈົ້າ, ແລະ ມາກັບຂ້າ​ພະ​ເຈົ້າ. \s5 \v 14 ແມ່​ນົກ​ເຂົາຂອງຂ້າ​ພະ​ເຈົ້າ, ຢູ່ໃນໂງ່ນຫີນ, ໃນ​ໂງ່ນທີ່ລັບລີ້ຂອງພູຜາ, ຂໍໃຫ້ຂ້າ​ພະ​ເຈົ້າ​ໄດ້ເຫັນໃບຫນ້າຂອງທ່ານ. ຂໍໃຫ້ຂ້າ​ພະ​ເຈົ້າໄດ້ຍິນສຽງຂອງທ່ານ, ເພາະວ່າສຽງຂອງທ່ານຊ່າງ​ມ່ວນ ແລະ ອ່ອນຫວານ, ແລະ ໃບຫນ້າຂອງ​ທ່ານກໍຫນ້າຮັກ." ຍິງນັ້ນກຳລັງເວົ້າກັບຕົວນາງເອງ \s5 \v 15 ຈົ່ງຈັບຫມາ​ຈອກມາ​ໃຫ້​ພວກ​ຂ້າ​ພະ​ເຈົ້າ, ຫມາຈອກໂຕນ້ອຍທີ່ທຳລາຍສວນອະງຸ່ນ, ເພາະວ່າສວນອະງຸ່ນຂອງພວກຂ້າ​ພະ​ເຈົ້າກຳລັງເບັ່ງບານ. \s5 \v 16 ຄົນ​ຮັກຂອງຂ້າ​ພະ​ເຈົ້າ​ເປັນຂອງຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າເປັນຂອງ​ລາວ; ລາວປ່ອຍໃຫ້ຝູງສັດລ້ຽງກິນ​ຫຍ້າຢູ່ທ່າມ​ກາງດອກລິນລີ້ດ້ວຍຄວາມເບີກບານໃຈ. ຍິງນັ້ນກຳລັງເວົ້າກັບຄົນຮັກຂອງລາວ \v 17 ຟ້າວ​ໄປ​ເຖີ​ດ, ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ກ່ອນທີ່ຈະສາຍລົມພັດ​ໄຫວ​ແຫ່ງຮຸ່ງອາລຸນ ແລະ ເງົາທັງ​ຫລາຍ​ຈະ​ຈາງໄປ. ຟ້າວໄປ​ເຖີດ; ຂໍ​ຈົ່ງເປັນຄືກັບເຢືອງ ຫລື ກວາງຫນຸ່ມເທິງພູເຂົາອັນເຂັ້ມແຂງເຖີດ. \s5 \c 3 \cl ບົດ​ທີ 3 \p \v 1 ໃນຕອນກາງຄືນເທິງຕຽງນອນຂອງຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າໄດ້ລໍຖ້າຄົນທີ່ຂ້າ​ພະ​ເຈົ້າຮັກ; ຂ້າ​ພະ​ເຈົ້າ​ໄດ້​ຊອກລາວ, ແຕ່ຂ້າ​ພະ​ເຈົ້າບໍ່ເຫັນ. \v 2 ຂ້າ​ພະ​ເຈົ້າໄດ້ເວົ້າກັບຕົວເອງວ່າ, "ຂ້າ​ພະ​ເຈົ້າຈະລຸກຂຶ້ນ ແລະ ໄປທົ່ວເມືອງ, ໄປຕາມຫົນທາງ ແລະ ເດີ່ນ​ກ້​ວາງ​ທັງ​ຫລາຍ; ຂ້າ​ພະ​ເຈົ້າຊອກຫາຄົນຮັກຂອງຂ້າ​ພະ​ເຈົ້າ." ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາລາວ, ແຕ່ຂ້າ​ພະ​ເຈົ້າບໍ່ພົບລາວ. \s5 \v 3 ​ພວກ​ຄົນເຝົ້າຍາມໄດ້ພົບກັບຂ້າ​ພະ​ເຈົ້າໃນຂະນະທີ່ພວກເຂົາກຳລັງກວດກາໃນເມືອງ. ຂ້າ​ພະ​ເຈົ້າຖາມພວກເຂົາວ່າ, "ພວກທ່ານໄດ້ເຫັນຄົນຮັກຂອງຂ້າ​ພະ​ເຈົ້າ​ຫລືບໍ?" \v 4 ໃນ​ຂະ​ນະດຽວ​ເທົ່າ​ນັ້ນຫລັງຈາກທີ່ຂ້າ​ພະ​ເຈົ້າໄດ້ຜ່ານພວກເຂົາມາ ຂ້າ​ພະ​ເຈົ້າໄດ້ພົບກັບຜູ້​ຫນຶ່ງທີ່ດວງໃຈຂອງຂ້າ​ພະ​ເຈົ້າຮັກ. ຂ້າ​ພະ​ເຈົ້າ​ໄດ້ຈັບລາວໄວ້ ແລະ ຈະບໍ່ຍອມປ່ອຍໃຫ້ລາວໄປບ່ອນໃດຈົນກວ່າຂ້າ​ພະ​ເຈົ້າຈະໄດ້ນຳລາວເຂົ້າມາໃນເຮືອນຂອງແມ​່ຂອງຂ້າ​ພະ​ເຈົ້າ, ເຂົ້າມາ​ໃນຫ້ອງນອນຂອງຜູ້ທີ່ໃຫ້ກຳເນີດຂ້າ​ພະ​ເຈົ້າ. ຍິງນັ້ນກຳລັງເວົ້າກັບອີກຍິງອື່ນ \s5 \v 5 ຂ້າ​ພະ​ເຈົ້າ​ຕ້ອງ​ການໃຫ້ພວກທ່ານສັນຍາ, ບັນ​ດາລູກສາວຂອງບັນ​ດາ​ບັນ​ພະ​ບຸ​ລຸດ​ແຫ່ງນະ​ຄອນ ເຢຣູຊາເລັມ, ໂດຍ ຝູງ​ເຍືອງ ແລະ ເຫລົ່າ​ກວາງໂຕ​ແມ່ໃນທົ່ງ, ທີ່​ພວກທ່ານຈະບໍ່ລົບກວນຄວາມສຳພັນຮັກຂອງຂ້າ​ພະ​ເຈົ້າຈົນກວ່າມັນຈະຜ່ານໄປ. ຍິງສາວນັ້ນກຳລັງເວົ້າກັບຕົວນາງເອງ \s5 \v 6 ສິ່ງທີ່ຈະຂື້ນມາຈາກຖິ່ນແຫ້ງແລ້ງກັນດານຄືກັບລຳ​ຫມອກ​ຄວັນ, ສົ່ງ​ກິ່ນ​ຫອມ​ດ້ວຍ​ຢາງ​ໄມ້​ຫອມ ແລະ ກຳ​ຍານ, ດ້ວຍແປ້ງທັງ​ຫມົດທີ່ຂາຍໂດຍພໍ່ຄ້າ? \v 7 ເບິ່ງເຖີດ, ມັນ​ຄືຕຽງນອນຂອງກ​ະ​ສັດໂຊໂລໂມນ; ນັກຮົບທັງຫົກສິບຄົນຢູ່ອ້ອມຮອບ, ເຫລົ່າ​ທະ​ຫານ​ຫົກ​ສິບ​ຄົນ​ຂອງ​ອິ​ສະ​ຣາ​ເອນ. \s5 \v 8 ພວກເຂົາຊ່ຽວຊານໃນ​ເລື່ອງດາບ ແລະ ມີຄວາມຊຳນານໃນການສູ້ຮົບ. ຜູ້ຊາຍທຸກຄົນມີດາບຂອງເຂົາໄວ້ເຫນັບ​ໂຕ, ມ​ີແຂນທີ່ຕໍ່ສູ້ກັບຄວາມເປັນຫນ້າຢ້ານກົວໃນເວ​ລາກາງຄືນ. \v 9 ກະສັດໂຊໂລໂມນໄດ້ຊົງສ້າງພ​ະບັນລັງຂອງພ​ະ​ອົງຈາກຕົ້ນໄມ້ໃຫຍ່ແຫ່ງເລບານອນເພື່ອພ​ະ​ອົງເອງ. \s5 \v 10 ເສົາຂອງ​ມັນ​ເຮັດ​ຈາກ​ເງິນ; ດ້ານຫລັງແມ່ນເຮັດດ້ວຍທອງຄຳ, ແລະ ບ່ອນນັ່ງຊົງໃຊ້ຜ້າສີມ່ວງ. ມຸມພາຍໃນຊົງຖືກປະດັບປະດາດ້ວຍຄວາມ​ຮັກ​ໂດຍ​ບັນ​ດາລູກສາວຂອງບັນ​ພະ​ບຸ​ລຸດ​ແຫ່ງ​ນະ​ຄອນ ເຢຣູຊາເລັມ. ຍິງສາວນັ້ນກຳລັງເວົ້າກັບຍິງແຫ່ງເມືອງເຢຣຸຊາເລັມ \v 11 ຟ້າວ​ໄປ​ເຖີດ, ບັນ​ດາ​ລູກສາວ​ແຫ່ງ​ບັນ​ພະ​ບຸ​ລຸດ​ຂອງ​ຊີ​ໂອນ, ແລະ ຈົ່ງຫລຽວເບິ່ງກະສັດໂຊໂລໂມນ, ຜູ້ເຊິ່ງ​ກຳ​ລັງ​ສວມໃສ່ມົງກຸດທີ່​ມານ​ດາຂອງພ​ະ​ອົງໄດ້ໃສ່ໃຫ້​ແກ່ພ​ະ​ອົງໃນວັນແຕ່ງງານ, ໃນວັນແຫ່ງຄວາມສຸກໃນຊີວິດຂອງພ​ະ​ອົງ. \s5 \c 4 \cl ​ບົດ​ທີ 4 \p \v 1 ໂອ, ເຈົ້າ​ຊ່າງ​ງົດງາມ, ຄົນຮັກຂອງຂ້ອຍ; ເຈົ້າງົດງາມເຫລືອຫລາຍ. ດວງຕາຂອງເຈົ້າປຽບເຫມືອນດັ່ງດວງຕາຂອງນົກກາງແກທີ່ຢູ່ທາງຫລັງຜ້າຄຸມ​ຫນ້າຂອງນາງ. ເສັ້ນຜົມຂອງນາງເປັນຄືຝູງແບ້ກຳ​ລັງລົງໄປ​ຈາກພູກິເລອາດ. \s5 \v 2 ແຂ້ວຂອງນາງ​ເປັນຄືກັບຝູງແກະໂຕ​ແມ່ທີ່​ຫາ​ກໍ​ຕັດ​ຂົນ​ໃຫມ່​ອອກ​, ມາ​ຈາກ​ສະ​ຖານ​ທີ່​ຊະ​ລ້າງ. ແຕ່ລະໂຕມີຝາແຝດ, ແລະ ບໍ່ມີຈັກ​ໂຕໃນພວກມັນ​ທີ່​ຖືກເຮັດໃຫ້ສູນເສຍໄປ. \s5 \v 3 ຮີມສົບຂອງນາງປຽບເຫມືອນລູກຕຸ້ມສີແດງ; ປາກຂອງນາງ​ຊ່າງ​ຫນ້າ​ຮັກ. ແກ້ມຂອງນາງກໍ່ຄ້າຍຄືກັບຫມາກພິ​ລາເຄິ່ງປ່ຽງຢູ່ດ້ານຫລັງຜ້າຄຸມ​ຫນ້າ​ຂອງນາງ. \s5 \v 4 ລຳຄໍຂອງນາງຄ້າຍຄືຫໍຄອຍຂອງດາວິດທີ່​ຖືກສ້າງດ້ວຍຫີນຈັດວາງເປັນແຖວ, ພ້ອມດ້ວຍແຜ່ນຈາລຶກຫລາຍພັນແຜ່ນທີ່ວາງເທິງນັ້ນ, ຄືແຜ່ນຈາລຶກທັງ​ຫມົດຂອງເຫລົ່າທະຫານ. \v 5 ເຕົ້ານົມທັງ​ສອງ​ຂ້າງຂອງນາງເປັນຄືກັນກັບລູກກວາງສອງໂຕ, ຄືກັນກັບ​ເຍືອງ​ຝາ​ແຝດ, ທີ່ເລັມ​ກິນ​ຫຍ້າ​ຢູ່​ທ່າມ​ກາງ​ສວນ​ລິນ​ລີ້. \s5 \v 6 ຈົນກ່ວາຮຸ່ງ​ເຊົ້າ​ຈະມາເຖິງ ແລະ ເງົາທັງຫລາຍຈະຈາງໄປ, ຂ້ອຍຈະຂຶ້ນໄປເທິງພູເຂົາ​ແຫ່ງຢາງ​ໄມ້​ຫອມ ແລະ ໄປ​ທີ່ໂນນພູແຫ່ງ​ກຳ​ຍານ. \v 7 ເຈົ້າຊ່າງງົດງາມໃນທຸກດ້ານ, ທີ່ຮັກຂອງ​ຂ້ອຍ ແລະ ບໍ່ມີສິ່ງໃດທີ່ຫນ້າຕຳ​ນິພາຍໃນໂຕ​ເຈົ້າ. \s5 \v 8 ເຈົ້າສາວຂອງຂ້ອຍ. ມາກັບຂ້ອຍຈາກເລບານອນເຖີດ. ຂໍມາກັບຂ້ອຍຈາກເລບານອນ; ມາຈາກທີ່ສູງທີ່ສຸດຂອງອາ​ມາ​ນາ, ຈາກຈຸດສູງສຸດຂອງເສ​ນີ ແລະ ເຮີ​ໂມນ, ຈາກຖ້ຳ​ຂອງ​ເຫລົ່າຣາ​ຊ​ະສີ​ສິງ, ຈາກພູເຂົາທີ່ເປັນຖ້ຳເສືອດາວທັງຫລາຍ. \s5 \v 9 ເຈົ້າ​ໄດ້ລັກຫົວໃຈຂອງຂ້ອຍ​ໄປ​ແລ້ວ, ນ້ອງ​ສາວຂອງຂ້ອຍ, ເຈົ້າສາວຂອງຂ້ອຍ, ເຈົ້າໄດ້ລັກຫົວໃຈຂ້ອຍ​ໄປ, ໂດຍການເບິ່ງຂ້ອຍພຽງແຕ່ຄັ້ງດຽວ, ດ້ວຍເພັດຫນຶ່ງ​ເມັດ​ທີ່ຢູ່ເທິງລຳຄໍຂອງເຈົ້າ. \s5 \v 10 ຄວາມຮັກຂອງເຈົ້າຊ່າງ​ງົດງາມເຫລືອ​ເກີນ, ນ້ອງ​ສາວຂອງຂ້ອຍ, ເຈົ້າສາວຂອງຂ້ອຍ! ຄວາມຮັກຂອງເຈົ້າ​ກໍດີກວ່າເຫລົ້າອະ​ງຸ່ນ​ຫລວງ​ຫລ​າຍ, ແລະ ກິ່ນນ້ຳຫອມຂອງເຈົ້າກໍຫອມກວ່າ​ກິ່ນເຄື່ອງເທດໃດໆ. \v 11 ເຈົ້າສາວຂອງຂ້ອຍ, ຮີມສົບຂອງນາງ, ເປັນຢອດນໍ້າເຜິ້ງ; ຄື​ນ້ຳເຜີ້ງ ແລະ ນ້ຳນົມທີ່​ຢູ່ພາຍໃຕ້ລີ້ນຂອງນາງ; ກິ່ນຫອມຂອງເສື້ອຜ້າຂອງນາງຄ້າຍຄືກິ່ນຫອມແຫ່ງເລບານອນ. \s5 \v 12 ນ້ອງ​ສາວຂອງຂ້ອຍ, ເຈົ້າສາວຂອງຂ້ອຍເປັນ​ດັ່ງສວນທີ່ຫວງຫ້າມ, ເປັນສວນທີ່ປິດ​ກັ້ນ​ເອົາ​ໄວ້, ເປັນນ້ຳພຸທີ່ຖືກ​ປະທັບຕາປິດ​ໄວ້. \v 13 ກິ່ງ​ຕ່າງໆ​ຂອງ​ເຈົ້າ​ເປັນ​ດັ່ງກັບສວນຕົ້ນຫມາກ​ພິ​ລາ, ທີ່ມີຫມາກລົດ​ຊາດດີເລີດຢ່າງ​ຫລວງ​ຫລາຍ ແລະ ມີ​ຕົ້ນ​ທຽນກັບນາ​ຣະ​ດາ, \v 14 ມີ​ໄມ້​ຫອມ​ ແລະ ຕົ້ນໄມ້ອໍ້ຫອມ, ຕົ້ນໃບເຕີຍ ແລະ ອົບ​ເຊີຍ, ພ້ອມກັບ​ເຄື່ອງຫອມທຸກຊະນິດ, ຢາງ​ໄມ້​ຫອມ ແລະ ຫວ້ານ​ຫາງ​ແຂ້​ພ້ອມ​ກັບ​ເຄື່ອງ​ຫອມທີ່ດີທີ່ສຸດ. \s5 \v 15 ເຈົ້າເປັນຄືກັນກັບສວນນໍ້າພຸ, ບໍ່​ນ້ຳດື່ມທີ່ສົດຊື່ນ, ແມ່ນ້ຳທີ່ກຳ​ລັງໄຫລລົງມາຈາກເລບານອນ. ຍິງສາວກຳລັງເວົ້າກັບທີ່ຮັກຂອງນາງ \v 16 ຕື່ນເຖີດ, ລົມທິດເຫນືອ; ມາ​ເຖີດ, ລົມທິດໃຕ້; ພັດເຂົ້າມາໃນສວນຂອງຂ້າ​ພະ​ເຈົ້າເພື່ອວ່າເຄື່ອງຫອມຂອງມັນຈະສົ່ງ​ກິ່ນຫອມ​ໄປ​ທົ່ວ. ຂໍໃຫ້ຄົນຮັກຂອງຂ້າ​ພະ​ເຈົ້າເຂົ້າມາໃນສວນຂອງລາວ. ແລະ ກິນຫມາກໄມ້ລົດ​ຊາດທີ່ດີທີ່ສຸດຂອງມັນເຖີດ. \s5 \c 5 \cl ບົດ​ທີ 5 \p \v 1 ຂ້ອຍໄດ້ເຂົ້າມາໃນສວນຂອງຂ້ອຍແລ້ວ, ນ້ອງ​ສາວຂອງຂ້ອຍເອີຍ, ເຈົ້າສາວຂອງຂ້ອຍ; ຂ້ອຍໄດ້ທ້ອນ​ໂຮມ​ຢາງ​ໄມ້​ຫອມ​ພ້ອມ​ກັບ​ເຄື່ອງ​ຫອມ​ຂອງ​ຂ້ອຍ. ຂ້ອຍໄດ້ກິນຮັງເຜິ້ງກັບນ້ຳເຜິ້ງຂອງຂ້ອຍ; ຂ້ອຍໄດ​້ດື່ມເຫລົ້າອະ​ງຸ່ນ​ພ້ອມ​ກັບນ້ຳນົມຂອງຂ້ອຍ. ຫມູ່ກຳລັງເວົ້າກັບຄົນຮັກ, ຈົ່ງກິນ ແລະ ດື່ມສາ ສຸດທີ່ຮັກຂອງຂ້ອຍ ຈົນກວ່າເມົາໃນຄວາມຮັກ. ຍິງຫນຸ່ມກຳລັງເວົ້າກັບຕົວນາງເອງ \s5 \v 2 ຂ້າ​ພ​ະ​ເຈົ້າ​ໄດ້ນອນຫລັບໄປ, ແຕ່ຫົວໃຈຂອງຂ້າ​ພະ​ເຈົ້າຍັງຄົງຕື່ນຢູ່ໃນຄວາມຝັນ. ມີສຽງເຄາະປະຕູຂອງຄົນຮັກຂອງຂ້າ​ພ​ະ​ເຈົ້າ ແລະ ມີສຽງເວົ້າວ່າ, “ເປີດປະຕູໃຫ້ຂ້ອຍເຖີດ, ນ້ອງ​ສາວຂອງຂ້ອຍ, ແມ່ນົກກາງແກຂອງ​ຂ້ອຍ, ຜູ້ທີ່ບໍລິສຸດຂອງຂ້ອຍ, ເພາະວ່າຫົວຂອງຂ້ອຍກໍປຽກໄປດ້ວຍນ້ຳຫມ​ອກ, ເສັ້ນຜົມຂອງຂ້ອຍຊຸ່ມ​ໄປດ້ວຍລະ​ອອງນ້ຳໃນຍາມກາງຄືນ." \s5 \v 3 “ຂ້າ​ພະ​ເຈົ້າໄດ້ແກ້ເສື້ອຄຸມຂອງຂ້າ​ພະ​ເຈົ້າອອກແລ້ວ; ຂ້າ​ພະ​ເຈົ້າຕ້ອງໃສ່ມັນກັບເຂົ້າ​ໄປອີກ​ຫລືບໍ? ຂ້າ​ພະ​ເຈົ້າລ້າງຕີນ ຂອງຂ້າ​ພະ​ເຈົ້າ​ແລ້ວ; ຂ້າ​ພະ​ເຈົ້າຕ້ອງເຮັດໃຫ້ຕີນຂອງຂ້າ​ພະ​ເຈົ້າເປື້ອນອີກ​ຫລືບໍ?” \v 4 ຄົນຮັກຂອງຂ້າ​ພະ​ເຈົ້າເອົາມືເຂົ້າມາ​ເພື່ອເປີດໄລປະຕູ, ແລະ ຫົວໃຈຂອງຂ້າ​ພະ​ເຈົ້າກໍຮ້ອນ​ຮົນເພາະລາວ. \s5 \v 5 ຂ້າ​ພ​ະ​ເຈົ​້າ​ໄດ້ລຸກຢືນຂຶ້ນເພື່ອເປີດປະຕູໃຫ້ຄົນຮັກຂອງຂ້າ​ພະ​ເຈົ້າ; ມືຂອງຂ້າພະເຈົ້າປຽກຊຸ່ມ​ໄປດ້ວຍຢາງໄມ້ຫອມ, ນິ້ວມືຂອງຂ້າພະເຈົ້າຊຸ່ມຊື່ນດ້ວຍຢາງ​ໄມ້​ຫອມ, ເມື່ອຂ້າ​ພະ​ເຈົ້າ​ຈັບ​ທີ່ປະຕູນັ້ນ. \s5 \v 6 ຂ້າ​ພ​ະ​ເຈົ້າໄດ້ເປີດປະຕູໃຫ້ກັບຄົນຮັກຂອງ​ຂ້າ​ພະ​ເຈົ້າ, ແຕ່ຄົນຮັກຂອງຂ້າ​ພະ​ເຈົ້າໄດ້ຫນີໄປແລ້ວ. ຂ້າ​ພະ​ເຈົ້າຕົກຕະລຶງ; ຂ້າ​ພະ​ເຈົ້າບໍ່ມີຄວາມຫວັງເລີຍ. ຂ້າ​ພະ​ເຈົ້າ​ໄດ້ຊອກຫາລາວ, ແຕ່ຂ້າ​ພະ​ເຈົ້າ​ກໍ​ຫາບໍ່ພົບລາວ; ຂ້າພະເຈົ້າໄດ້​ເອີ້ນຫາລາວ, ແຕ່ລາວກໍບໍ່ຕອບຂ້າ​ພະ​ເຈົ້າ. \s5 \v 7 ພວກຄົນຍາມທີ່ເຝົ້າກວດ​ກາ​ອ້ອມເມືອງ ໄດ້ພົບຂ້າພະເຈົ້າ; ພວກເຂົາໄດ້​ທຸບຕີ ແລະ ທຳຮ້າຍຂ້າ​ພະ​ເຈົ້າ; ພວກຄົນຍາມທີ່ເຝົ້າຢູ່ເທິງກຳ ແພງກໍໄດ້ເອົາເສື້ອຄຸມຂອງຂ້າ​ພະ​ເຈົ້າ​ໄປ. ຍິງສາວກຳລັງເວົ້າກັບຍິງໃນເມືອງນັ້ນ \s5 \v 8 ຂ້າ​ພະ​ເຈົ້າຕ້ອງການຄຳສັນຍາ, ບັນດາລູກ​ສາວແຫ່ງ​ນະ​ຄອນ ເຢຣູຊາເລັມ, ຖ້າຫາກພວກທ່ານເຫັນຄົນຮັກຂອງຂ້າ​ພະ​ເຈົ້າ, ບອກລາວວ່າຂ້າ​ພ​ະ​ເຈົ້າ​ກຳ​ລັງເຈັບປ່ວຍຍ້ອນຄວາມຮັກຂອງຂ້າ​ພະ​ເຈົ້າ​ທີ່ມີຕໍ່ລາວ. ຍິງໃນເມືອງນັ້ນກຳລັງເວົ້າກັບຍິງສາວ \s5 \v 9 ຄົນ​ຮັກ​ຂອງ​ເຈົ້າດີກ່ວາຜູ້​ຊາຍ​ຜູ້ເປັນຄົນຮັກຂອງ​ຄົນ​ອື່ນ​ແນວ​ໃດ, ເຈົ້າເປັນຜູ້​ງົດງາມໃນບັນດາຍິງສາວທັງ​ຫລາຍ? ເປັນຫຍັງຄົນຮັກຂອງເຈົ້າຈ​ຶ່ງດີກ່ວາຄົນຮັກຂອງຄົນອື່ນ, ທີ່ເຈົ້າຈຶ່ງຂໍຮ້ອງພວກເຮົາໃຫ້ສັນຍາເຊັ່ນນີ້? ຍິງສາວກຳລັງເວົ້າກັບຍິງໃນເມືອງນັ້ນ \s5 \v 10 ທີ່ຮັກຂອງຂ້າພະເຈົ້າສະຫງ່າງາມ ແລະ ຜິວ​ແດງ​ກ່ຳ, ໂດດເດັ່ນໃນທ່າມ​ກາງຄົນນັບສິບ​ພັນ. \v 11 ຫົວຂອງເຂົາເປັນຄືກັບທອງຄຳທີ່ບໍລິສຸດທີ່ສຸດ; ເສັ້ນຜົມຂອງເຂົາຫຍິກ​ງໍ ແລະ ເປັນສີດຳຄ້າຍຄືກັບ​​ກາ. \s5 \v 12 ດວງຕາຂອງເຂົາ ຄ້າຍຄືດວງຕາຂອງນົກກາງແກທີ່ຢູ່ຂ້າງກະແສນ້ຳ, ອາບດ້ວຍນ້ຳນົມ, ຍຶດ​ຕິດ​ໄວ້ຄ້າຍຄືເພັດ. \s5 \v 13 ແກ້ມຂອງເຂົາປຽບເຫມືອນກັບແທ່ນ​ເຄື່ອງ​ຫອມ, ມີກິ່ນຫອມຂອງພືດ​ພັນ. ຮີມສົບຂອງເຂົາປຽບເຫມືອນສວນລິນລີ້, ຍ້ອຍດ້ວຍ​ຢາງ​ໄມ້​ຫອມ. \s5 \v 14 ແຂນຂອງເຂົາ​ປຽບເຫມືອນທອງຄຳລ້ອມຮອບດ້ວຍເພັດ; ທ້ອງຂອງທ່ານຄ້າຍຄືງາຊ້າງອ້ອມຮອບດ້ວຍໄພ​ລິນ. \s5 \v 15 ຂາຂອງເຂົາຄືກັບເສົາຫີນອ່ອນ, ມີຖານເປັນ​ທອງຄຳ ບໍຣິສຸດ; ຮູບລັກສະນະຂອງເຂົາຄືກັບເລບານອນ, ດັ່ງກັບຕົ້ນແປກທີ່ດີສວຍງາມ. \s5 \v 16 ປາກຂອງເຂົາແມ່ນຫວານທີ່ສຸດ; ເຂົາເປັນຄົນ​ທີ່ຫນ້າຮັກໂດຍແທ້. ນີ້ຄືຄົນຮັກຂອງຂ້າ​ພະ​ເຈົ້າ, ແລະ ນີ້ຄືຫມູ່ຂອງຂ້າ​ພະ​ເຈົ້າ, ບັນ​ດາ​ລູກສາວ​ແຫ່ງນະ​ຄອນ ເຢຣູຊາເລັມ. \s5 \c 6 \cl ບົດ​ທີ 6 \p \v 1 ຄົນຮັກຂອງ​ນາງໄປຢູ່ໃສຫລື, ຜູ້​ທີ່ງາມທີ່ສຸດໃນ​ທ່າມ​ກາງ​ຍິງ​ສາວ​ທັງ​ຫລາຍ? ຄົນຮັກຂອງເຈົ້າ​ໄປ​ທາງ​ທິດ​ໃດ​ແລ້ວ, ເພື່ອພວກເຮົາຈະໄດ້ຊອກ​ຫາ​ລາວ​ຮ່ວມ​ກັນ​ກັບເຈົ້າໄດ້? ຍິງສາວເວົ້າກັບຕົວເອງ \s5 \v 2 ຄົນຮັກຂອງຂ້າ​ພະ​ເຈົ້າໄດ້ລົງໄປທີ່ສວນຂອງລາວ, ໄປທີ່ແທ່ນບູຊາເຄື່ອງ​ຫອມ, ເພື່ອພາສັດໄປກິນຫຍ້າຢູ່ໃນສວນ ແລະ ເກັບດອກລິນ​ລີ້. \v 3 ຂ້າ​ພະ​ເຈົ້າເປັນຂອງຄົນຮັກຂອງຂ້າ​ພະ​ເຈົ້າ, ແລະ ຄົນຮັກຂອງຂ້າ​ພະ​ເຈົ້າກໍ​ເປັນຂອງຂ້າ​ພະ​ເຈົ້າ; ລາວໄດ້ພາສັດໄປກິນຫຍ້າໃນທ່າມ​ກາງປ່າລິນລີ້ດ້ວຍຄວາມ​ມ່ວນ​ຊື່ນ. ຄົນຮັກຂອງຍິງເວົ້າກັບນາງ \s5 \v 4 ເຈົ້າເປັນ​ຄົນທີ່ງົດງາມຄືກັບເມືອງ ຕີຣະ​ຊາ, ຄົນຮັກຂອງຂ້ອຍເອີຍ, ຫນ້າ​ຮັກຄືກັບ​ນະ​ຄອນ ເຢຣູຊາເລັມ, ດົນໃຈຢ່າງ​ຫນ້າ​ເກງ​ຂາມຄືກັບກອງທັບທີ່ມີທຸງປະດັບ. \s5 \v 5 ຂໍ​ຈົ່ງປ່ອຍວາງສາຍຕາຂອງເຈົ້າໄປ​ຈາກ​ຂ້ອຍ​ເຖີດ, ເພາະມັນເຮັດໃຫ້ຂ້ອຍ​ສັບສົນ. ເສັ້ນຜົມຂອງເຈົ້າຄືກັບຝູງແບ້ທີ່ກຳ​ລັງລົງມາຈາກເນີນພູກິ​ເລ​ອາດ. \s5 \v 6 ແຂ້ວຂອງນາງຄື​ກັບຝູງແກະໂຕ​ແມ່ທີ່ກຳ​ລັງ​ຂື້ນ​ມາຈາກ​ສະ​ຖານ​ທີ່​ຊຳ​ລະ​ລ້າງ. ແຕ່ລະໂຕມີລູກແຝດ, ແລະ ບໍ່ມີໂຕ​ໃດໃນພວກມັນຖືກເຮັດ​ໃຫ້ສູນເສຍໄປ. \v 7 ແກ້ມຂອງເຈົ້າຄື​ກັບ​ຫມາກ​ພິ​ລາ​ຜ່າເຄິ່ງປ່ຽງ​ທີ່​ຢູ່​ດ້ານຫລັງຜ້າຄຸມ​ຫນ້າຂອງນາງ. ຄົນຮັກຂອງນາງກຳລັງເວົ້າກັບເຂົາເອງ \s5 \v 8 ມີຣາຊີນີຫົກສິບຄົນ, ມີເມຍນ້ອຍອີກແປດສິບ​ຄົນ, ແລະ ຍິງສາວ​ອີກ​ຫລວງຫລາຍທີ່ນັບບໍ່ຖ້ວນ. \v 9 ແມ່ນົກກາງແກຂອງ​ຂ້ອຍ, ນາງຜູ້ທີ່ບໍ່ມີ​ທີ່ຕິຕຽນ, ນາງເປັນຜູ້ດຽວ, ນາງເປັນລູກສາວຄົນພິເສດຂອງແມ່​ຂອງ​ນາງ; ນາງເປັນທີ່ໂປດປານແກ່ຜູ້ຍິງທີ່ໃຫ້ກຳເນີດນາງ. ບັນ​ດາ​ລູກສາວແຫ່ງປະຊາກອນໃນປະເທດຂອງຂ້ອຍໄດ້ເຫັນນາງ ແລະ ເອີ້ນນາງວ່າຜູ້​ໄດ້​ຮັບ​ພຣະ​ພອນ; ພະ​ຣາ​ຊີ​ນີ​ທັງ​ຫລາຍ ແລະ ເມຍນ້ອຍ​ທັງ​ຫລາຍໄດ້​ເຫັນ​ນາງດ້ວຍ​ເຊັ່ນ​ກັນ, ແລະ ພວກເຂົາກໍໄດ້ຍ້ອງຍໍນາງ: ພະ​ຣາ​ຊີ​ນີ​ທັງ​ຫລາຍ ແລະ ເມຍນ້ອຍ​ທັງ​ຫລາຍໄດ້ກ່າວວ່າ \s5 \v 10 “ໃຜຄື​ຜູ້ນີ້ທີ່ປະກົດຕົວຄ້າຍຄືຮຸ່ງອາລຸນຕອນເຊົ້າ, ງົດງາມຄືດັ່ງດວງຈັນ, ສະຫວ່າງຄືກັບດວງອາທິດ, ດົນໃຈຢ່າງຫນ້າເກງ​ຂາມ​ຄືກັບກອງທັບທີ່ປະ​ດັບດ້ວຍທຸງຫລື? ຄົນຮັກຂອງນາງເວົ້າກັບຕົນເອງ \s5 \v 11 ຂ້າ​ພະ​ເຈົ້າລົງໄປທີ່ສວນຕົ້ນຖົ່ວເພື່ອເບິ່ງຕົ້ນອ່ອນເຕີບໃຫຍ່ຢູ່ໃນຮ່ອມພູນັ້ນ, ເພື່ອເບິ່ງເຄືອອະ​ງຸ່ນ​ແຕກຍອດ, ແລະ ດອກຫມາກ​ພິ​ລາ​ເບັ່ງ​ບານ. \v 12 ຂ້າ​ພະ​ເຈົ​້າ​ມີ​ຄວາມສຸກຫລາຍທີ່ຂ້າ​ພະ​ເຈົ້າຮູ້ສຶກວ່າຂ້າ​ພະ​ເຈົ້າກຳລັງຂີ່ລົດມ້າຂອງເຈົ້າ​ຊາຍ​ອົງ​ຫນຶ່ງ. ຄົນຮັກຂອງນາງເວົ້າກັບນາງ \s5 \v 13 ຫລຽວ​ກັບ​ໄປ, ຫລຽວກັບ​ໄປ​ເຖີດ, ເຈົ້າຜູ້ເປັນຍິງທີ່ດີພ້ອມ; ຂໍ​ໃຫ້​ຫລຽວກັບ​ໄປ, ຫລຽວກັບ​ໄປ​ເຖີດ ເພື່ອວ່າຂ້າ​ພະ​ເຈົ້າຈະໄດ້ເບິ່ງເຈົ້າ. ຍິງສາວກຳລັງເວົ້າເຖິງຄົນຮັກຂອງນາງ ເປັນຫຍັງພວກເຈົ້າຈຶ່ງຢາກເບິ່ງຂ້ອຍ, ຍິງທີ່ພຽບພ້ອມ, ຂ້ອຍກຳລັງຟ້ອນລຳໃນທ່າມກາງຄົນຟ້ອມສອງແຖວ. \s5 \c 7 \cl ບົດ​ທີ 7 \p \v 1 ຕີນຂອງເຈົ້າທີ່ຢູ່ໃນເກີບສາຍພາຍ​ນັ້ນແມ່ນງົດ​ງາມ​ເຫລືອ​ເກີນ, ບຸ​ດສາວຂອງເຈົ້າ​ຊາຍ​ເອີຍ! ຕົ້ນຂາຂອງເຈົ້າຊ່າງໂຄ້ງງາມຄືກັບເພັດ, ດັ່ງສີມືຂອງຊ່າງຜູ້ຊ່ຽວຊານ. \s5 \v 2 ສາຍບືຂອງເຈົ້າຄືກັບອ່າງວົງມົນ; ທີ່ເຫລົ້າອະ​ງຸ່​ນປະສົມແລ້ວມີບໍ່ເຄີຍຂາດຈັກເທື່ອ. ຫນ້າທ້ອງຂອງເຈົ້າ ຄືກັບກອງເຂົ້າສາລີທີ່ຖືກອ້ອມຮອບດ້ວຍດອກ​ລິນ​ລີ້ມີຢູ່​ຫລວງ​ຫລາຍ. \s5 \v 3 ເຕົ້ານົມທັງ​ສ​ອງຂອງເຈົ້າຄືກັນກັບລູກກວາງ​ນ້ອຍສອງໂຕ, ຄືກັນກັບເຍືອງແຝດ. \v 4 ລຳຄໍຂອງນາງ​ຄື​ກັບຫໍ​ຄອຍງາຊ້າງ; ດວງຕາຂອງນາງຄືກັບສະນ້ຳໃນເມືອງເຮັດຊະ​ໂບນທີ່ປະຕູເມືອງ​ບັ​ດ​ຣັບ​ບິມ. ດັງຂອງ​ເຈົ້າຄືກັບຫໍຄອຍໃນເລບານອນທີ່ປິ່ນ​ໄປ​ທາງເມືອງດາມັສກັດ. \s5 \v 5 ຫົວຂອງເຈົ້າຄື​ກັບອູດ; ເສັ້ນຜົມຂອງ​ເຈົ້າເປັນສີມ່ວງເຂັ້ມ. ຣາ​ຊາຖືກ​ຈັບ​ໃຫ້​ເປັນ​ຊະ​ເລີຍ​ໂດຍ​ຜົມ​ເປຍ​ນັ້ນ. \v 6 ທີ່​ຮັກ, ເຈົ້າງົດງາມ ແລະ ຫນ້າ​ຮັກ​ເຫລືອ​ເກີນ, ໃນຄວາມສົດ​ໃສຂອງ​ເຈົ້າ! \s5 \v 7 ​ຮູບ​ຮ່າງ​ຂອງເຈົ້ານັ້ນສູງສະ​ງ່າງາມຄືກັບຕົ້ນຕາ​ນ, ແລະ ເຕົ້ານົມຂອງ​ເຈົ້າຄືກັບພວງ​ຫມາກໄມ້. \v 8 ຂ້ອຍຄິດ​​, “ຂ້ອຍຢາກ​ປີນຂຶ້ນໄປເທິງຕົ້ນຕານນັ້ນ; ຂ້ອຍຈະຈ່ອງງ່າໄມ້ຂອງມັນ.” ຂໍໃຫ້ເຕົ້ານົມຂອງນາງເປັນຄືພວງ​ຫມາກອະງຸ່ນ. ແລະ ຂໍ​ໃຫ້ກິ່ນຫອມຂອງດັງຂອງເຈົ້າຫອມຫວນດັ່ງຫມາກ​ຈອງ. \s5 \v 9 ຂໍໃຫ້ປາກຂອງເຈົ້າເປັນຄືເຫລົ້າອະ​ງຸ່ນທີ່ດີທີ່ສຸດ, ໄຫລ​ລິນ​ຢ່າງຄ່ອງແຄ້ວເຖິງຄົນຮັກຂອງຂ້າ​ພະ​ເຈົ້າ, ໄຫລລິນ​ລົງມາ​​ເຖິງຮີມ​ສົບ ແລະ ແຂ້ວຂອງພວກເຮົາ. ຍິງສາວເວົ້າກັບທີ່ຮັກຂອງເຂົາ \s5 \v 10 ຂ້າ​ພະ​ເຈົ້າເປັນກຳ​ມະ​ສິດຂອງຄົນຮັກຂອງຂ້າ​ພະ​ເຈົ້າ, ແລະ ​ເຂົາປາ​ຖະ​ຫນາຂ້າພະເຈົ້າ. \v 11 ມາ​ເຖີດ, ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຂໍໃຫ້ພວກເຮົາອອກໄປທີ່ຊົນນະບົດ; ຂໍໃຫ້ພວກເຮົາໃຊ້ເວລາກາງຄືນທັງຫມົດໃນຫມູ່ບ້ານເຫລົ່ານັ້ນ. \s5 \v 12 ຂໍໃຫ້ພວກເຮົາລຸກແຕ່ເຊົ້າເພື່ອໄປທີ່ສວນອະງຸ່ນ; ຂໍໃຫ້ພວກເຮົາເບິ່ງເຫັນເຄືອແຕກຍອດ, ໄດ້ເຫັນການ​ເບັ່ງ​ບານຂອງພວກມັນ, ແລະ ຫມາກພິ​ລາທີ່​ຢູ່​ໃນດອກໄມ້. ຢູ່ທີ່ນັ້ນຂ້າ​ພະ​ເຈົ້າຈະມອບຄວາມຮັກຂອງ​ຂ້​າ​ພ​ະ​ເຈົ້າ​ໃຫ້ແກ່​ທ່ານ​. \s5 \v 13 ພືດພັນ​ສົ່ງກິ່ນຫອມຫວນ; ຢູ່ປະຕູທີ່ພວກເຮົາກຳລັງພັກອາ​ໃສຢູ່ນັ້ນກໍມີ​ຫມາກໄມ້ທີ່​ດີທີ່ສຸດທຸກຊະນິດ, ທັງໃຫມ່ ແລະເກົ່າ, ທີ່ຂ້າ​ພະ​ເຈົ້າໄດ້ເກັບສະ​ສົມ​ເອົ​າ​ໄວ້ເພື່ອ​ທ່ານ, ຄົນຮັກຂອງຂ້າ​ພະ​ເຈົ້າ. \s5 \c 8 \cl ບົດ​ທີ 8 \p \v 1 ຂ້າພະເຈົ້າປາຖະຫນາໃຫ້ທ່ານເປັນຄືກັນກັບອ້າຍຂອງຂ້າພະເຈົ້າ, ຄົນທີ່ໄດ້ຮັບການລ້ຽງດູຈາກນົມຂອງແມ່​ຂອງຂ້າ​ພະ​ເຈົ້​າ. ຫລັງ​ຈາກ​ນັ້ນ ເມື່ອຂ້າ​ພະ​ເຈົ້າໄດ້ພົບທ່ານຢູ່ທາງນອກ, ຂ້າ​ພະ​ເຈົ້າຈະສາມາດຈູບທ່ານ, ແລະ ບໍ່ມີໃຜສາມາດຫມິ່ນ​ປະ​ຫມາດຂ້າ​ພະ​ເຈົ້າ​ໄດ້. \s5 \v 2 ຂ້າ​ພະ​ເຈົ້າ​ຈະນຳ ແລະ ພາທ່ານເຂົ້າມາໃນເຮືອນຂອງແມ່ຂອງຂ້າ​ພະ​ເຈົ້າ, ແລະ ທ່ານຈະສອນຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າຈະມອບເຫລົ້າອະງຸ່ນ ແລະ ນ້ຳ​ຫມາກ​ພິ​ລາໃຫ້ທ່ານ​ດື່ມ. ຍິງ​ສາວ​ເວົ້າ​ເຖິງ​ນາງ​ເອງ \v 3 ມືຊ້າຍຂອງລາວ​ວາງຢູ່ກ້ອງຫົວຂອງຂ້າ​ພະ​ເຈົ້າ ແລະ ມືຂວາຂອງລາວກໍກອດຂ້າ​ພະ​ເຈົ້າ. ຍິງ​ນັ້ນ​ເວົ້າ​ກັບ​ຍິງ​ອື່ນ \s5 \v 4 ຂ້າ​ພະ​ເຈົ້າຕ້ອງການໃຫ້ພວກ​ທ່ານສັນຍາ, ລູກ​​ຍິງຂອງ​ບັນ​ພະ​ບູ​ລຸດ​ແຫ່ງ​ນະ​ຄອ​ນ ເຢຣູຊາເລັມທັງ​ຫລາຍ, ທີ່​ພວກທ່ານຈະບໍ່ລົບກວນຄວາມສຳພັນຮັກຂອງຂ້າ​ພະ​ເຈົ້າຈົນກວ່າມັນຈະຜ່ານໄປ. ຍິງ​ນະ​ຄອ​ນເຢຣູຊາເລັມເວົ້າ​ວ່າ \s5 \v 5 ຜູ້ນີ້ແມ່ນໃຜທີ່ອອກມາຈາກຖິ່ນທຸ​ລະກັນດານ, ທີ່​ມາກັບ​ຄົນຮັກຂອງນາງ? ຍິງສາວເວົ້າກັບຄົນຮັກຂອງນາງ ຂ້າ​ພະ​ເຈົ້າໄດ້ປຸກທ່ານຢູ່​ກ້ອງຕົ້ນ​ຫມາກ​ຈອງ; ຢູ່ທີ່ນັ້ນແມ່ຂອງ​ທ່ານໄດ້​ຖື​ພາທ່ານ; ຢູ່ທີ່ນັ້ນນາງໄດ້ໃຫ້ກຳເນີດ​ທ່ານ. \s5 \v 6 ຂໍໃຫ້ຕັ້ງຂ້າພະເຈົ້າໄວ້​ເປັນ​ດັ່ງກາ​ປະ​ທັບ​ທີ່ຫົວໃຈຂອງທ່ານ, ຄືກາປະທັບທີ່​ເທິງແຂນຂອງທ່ານ, ເພາະວ່າຄວາມຮັກ​ນັ້ນເຂັ້ມແຂງຄືກັບຄວາມຕາຍ. ຄວາມເຊື່ອອັນ​ແຮງ​ກ້າເປັນຄ້າຍຄືແດນ​ແຫ່ງ​ຄົນ​ຕາ​ຍທີ່ບໍ່ເຄີຍສີ້ນສຸດ; ແປວໄຟຂອງມັນ​ກໍໄດ້ລະເບີດອອກ; ມັນເປັນໄຟທີ່ຮຸນແຮງ, ໄຟທີ່ຮ້ອນກວ່າໄຟໃດໆ. \s5 \v 7 ນ້ຳທີ່ເພີ່ມຂຶ້ນຢ່າງກະທັນຫັນບໍ່ສາມາດດັບໄຟ​ແຫ່ງຄວາມຮັກໄດ້, ຫລື ນ້ຳຖ້ວມກໍບໍ່ສາມາດພັດ​ພາມັນໄປໄດ້. ​ຖ້າຜູ້ຊາຍທີ່ຍອມມອບຊັບສົມ​ບັດທັງຫມົດໃນ​ບ້ານ​ຂອງ​ຕົນເພື່ອແລກກັບຄວາມຮັກ. ຂໍ້ສະເຫນີນັ້ນກໍຈະເປັນທີ່​ບໍ່​ຄວນເຄົາລົບຢ່າງຍິ່ງ. ​ອ້າຍຂອງ​ບັນ​ດາຍິງ​ສາວ​ກ່າວ​ຕໍ່​ກັນ \s5 \v 8 ພວກຂ້າ​ພະ​ເຈົ້າມີນ້ອງສາວນ້ອຍໆ, ແລະ ເຕົ້ານົມຂອງນາງບໍ່ໃຫຍ່​ເຕັມ​ທີ່. ພວກເຮົາສາມາດເຮັດສິ່ງ​ໃດເພ​ື່ອ​ນ້ອງ​ສາວຂອງພວກເຮົາໃນມື້ ທີ່ນາງຈະຮັບຄຳສັນຍາໃນ​ການແຕ່ງງານຫລື? \s5 \v 9 ຖ້າຫາກວ່ານາງເປັນກຳແພງ, ຂ້າ​ພະ​ເຈົ້າ​ຈະສ້າງຫໍຄອຍເງິນຢູ່ເທິງນາງ. ຖ້າຫາກວ່ານາງເປັນປະຕູ, ຂ້າພະເຈົ້າຈະ​ປ​ະ​ດັບ​ນາງດ້ວຍໄມ້ສົນ. ຍິງ​ສາວ​ກຳ​ລັງ​ເວົ້າ​ກັບ​ຕົວ​ນາງ​ເອງ \s5 \v 10 ຂ້າ​ພະ​ເຈົ້າເປັນກຳແພງ, ແຕ່ເຕົ້ານົມຂອງຂ້າ​ພະ​ເຈົ້າຄ້າຍຄືຫໍຄອຍທີ່ເປັນປ້ອມປາການໃນເວລານີ້; ດັ່ງນັ້ນຂ້າພະເຈົ້າຈຶ່ງເຕີບໃຫຍ່ຂຶ້ນເປັນ​ຜູ້​ໃຫຍ່​ຢ່າງ​ເຕັ​ມ​ທີ່​ແລ້ວໃນສາຍຕາຂອງທ່ານ. \s5 \v 11 ໂຊໂລໂມນມີສວນອະງຸ່ນແຫ່ງ​ຫນຶ່ງຢູ່ທີບາ​ອານ​ຮາ​ໂມນ. ​ເຂົາໄດ້​ເອົາໃຫ້ຄົນ​ເຊົ່າ ທີ່​ຈະເບິ່ງ​ແຍງ​ຮັກ​ສາ​ສວນອະງຸ່ນນັ້ນ. ແຕ່ລະຄົນຕ້ອງນຳຫນຶ່ງພັນມາແລກປ່ຽນກັບຫມາກຂອງມັນ. \v 12 ສວນອະງຸ່ນຂອງຂ້າ​ພະ​ເຈົ້າກໍ​ເປັນຂອງຂ້າ​ພະ​ເຈົ້າ; ເງິນຫນຶ່ງພັນນັ້ນເປັນຂອງທ່ານ, ໂຊໂລໂມນຜູ້​ທີ່​ເປັນທີ່ຮັກຂອງຂ້າ​ພະ​ເຈົ້າ, ແລະ ເງິນສອງຮ້ອຍເປັນຂອງຄົນ​ເຫລົ່າ​ນັ້ນຜູ້ທີ່ໄດ້ເບິ່ງ​ແຍງຮັກສາສວນເພື່ອແລກປ່ຽນ​ກັບ​ຫມາກ​ຂອງມັນ. ຄົນ​ຮັກ​ຂອງ​ນາງ​ກ່າວ​ກັບ​ນາງ \s5 \v 13 ທ່ານຜູ້ທີ່ອາໄສຢູ່ໃນສວນຕ່າງໆ, ຫມູ່ໆຂອງຂ້າ​ພະ​ເຈົ້າ​ກຳ​ລັງຟັງສຽງຂອງທ່ານ; ຂໍໃຫ້ຂ້າ​ພະ​ເຈົ້າເປັນຜູ້ທີ່ໄດ້ຍິນສຽງຂອງທ່ານ​ດ້ວຍເຊັ່ນກັນ. ຍິງ​ສາວ​ເວົ້າ​ກັບ​ຄົນ​ຮັກ​ຂອງ​ນາງ \s5 \v 14 ຈົ່​ງ​ຟ້າວ​ເຖີດ, ຄົນຮັກຂອງຂ້າ​ພະ​ເຈົ້າ, ແລະ ຂໍເປັນຄືກັບເຍືອງໂຕ​ຫນຶ່ງ ຫລື ກວາງຫນຸ່ມ​ໂຕ​ຫນຶ່ງທີ່ຢູ່ເທິງພູເຂົາແຫ່ງ​ເຄື່ອງຫອມ.