lo_ulb/21-ECC.usfm

494 lines
93 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id ECC
\ide UTF-8
\h ປັນຍາຈານ
\toc1 ປັນຍາຈານ
\toc2 ປັນຍາຈານ
\toc3 ecc
\mt ປັນຍາຈານ
\s5
\c 1
\cl ບົດທີ 1
\p
\v 1 ຂໍ້ຄວາມເຫລົ່ານີ້ເປັນຖ້ອຍ​ຄຳຂອງ​ອາຈານ, ຜູ້ເປັນເຊື້ອສາຍ​ຂອງ​​ດາວິດ ແລະ ກະສັດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.
\v 2 ອາຈານ​ໄດ້​ເວົ້າ​ດັ່ງນີ້ວ່າ. "ເຫມືອນກັບອາຍຫມອກ, ເຫມືອນກັບສາຍລົມໃນກະແສລົມ, ທຸກສິ່ງສາລະພັດລ້ວນແຕ່ອະນິຈັງ, ເຫລືອໄວ້ແຕ່​ຄຳຖາມຫລວງຫລາຍ.
\v 3 ມະນຸດ​ໄດ້ປະໂຫຍດອັນໃດ ນອກຈາກການ​ທຳງານ ຈາກທຸກຢ່າງທີ່ພວກເຂົາ​ເຮັດຢູ່ພາຍໃຕ້​ດວງຕາເວັນ?
\s5
\v 4 ​ຄົນ​ລຸ້ນຫນຶ່ງ​ຈາກ​ໄປ, ແລະ​ ຄົນອີກລຸ້ນ​ຫນຶ່ງ​​ເກີດມາ, ແຕ່​ແຜ່ນດິນໂລກ​​ຍັງ​ຄົງ​ເປັນ​ນິດ.
\v 5 ດວງຕາເວັນ​ຂຶ້ນ, ແລະ​ ດວງຕາເວັນ​ຕົກ ແລ້ວ​ກໍ​ຟ້າວ​ເຄື່ອນ​ໄປ​ສູ່​ບ່ອນ​ທີ່​ມັນ​ຂຶ້ນ​ມາ​ອີກ.
\v 6 ລົມ​ພັດ​ໄປ​ທາງ​ທິດໃຕ້ ແລະ​ ພັດ​ວຽນກັບມາໄປ​ທາງ​ທິດເຫນືອ, ລົມ​ພັດ​ວຽນ​ໄປຕາມທາງຂອງມັນ ແລະ ​ພັດ​ຜ່ານກັບມາອີກ.
\s5
\v 7 ແມ່ນໍ້າ​ທຸກ​ສາຍ​ໄຫລ​ໄປ​ສູ່​ທະເລ, ແຕ່​ທະເລ​ກໍ​ຍັງ​ບໍ່ເຄີຍ​ເຕັມ​. ແມ່ນໍ້າໄຫລໄປສູ່ທີ່ໃດ​ກໍໄຫລ​ໄປສູ່ທີ່ນັ້ນ​​ອີກ​.
\v 8 ທຸກສິ່ງສ​າລະພັດກໍອ່ອນເມື່ອຍ, ແລະ ບໍ່ມີໃຜສາມາດບັນລະຍາຍ​ເລື່ອງນ​ີ້ໄດ້. ຕາ​ກໍບໍ່ເຄີຍພໍໃຈກັບສິ່ທີ່ເບິ່ງ​ເຫັນ, ຫລື ຫູກໍບໍ່​ອີ່ມກັບສິ່ງທີ່ໄດ້ຍິນ.
\s5
\v 9 ອັນໃດກໍຕາມທີ່ມີຢູ່ແລ້ວກໍ​ເປັນສິ່ງທີ່ຈະ​ເກີດຂຶ້ນ​ອີກ, ແລະ ສິ່ງ​ໃດກໍຕາມທີ່ເຄີຍ​ເຮັດ​ແລ້ວ ກໍ​ເປັນສິ່ງທີ່ຈະ​ຕ້ອງ​ເຮັດ​ອີກ. ບໍ່ມີ​ຫຍັງ​ໃຫມ່​ຢູ່ໃຕ້​ດວງຕາເວັນ.
\v 10 ມີສິ່ງໃດທີ່​ອາດ​ຈະເວົ້າໄດ້​​ວ່າ, “ເບິ່ງແມ! ນີ້​ເປັນ​ສິ່ງ​ໃຫມ່'? ອັນ​ໃດກໍຕາມ​ທີ່​ໄດ້ມີຢູ່ແລ້ວ, ​ກໍມີຢູ່ເປັນເວລານານກ່ອນພວກເຮົາ​​ອີກ.
\v 11 ເບິ່ງເຫມືອນວ່າບໍ່ມີ​ຜູ້ໃດ​ຈື່​ຈຳໄດ້ໃນສິ່ງທີ່ໄດ້ເກີດຂຶ້ນໃນ​ສະໄຫມກ່ອນ, ແລະ​ ສິ່ງຕ່າງໆທີ່ໄດ້ເກີດມາພາຍຫລັງ ແລະ ສິ່ງຈະເກີດຂຶ້ນ​ໃນ​ອະນາຄົດ​ກໍເບິ່ງເຫມືອນ​ວ່າຈະບໍ່ມີ​ການ​ຈົດຈຳກັນດ້ວຍ."
\s5
\v 12 ຂ້ານ້ອຍເປັນອາຈານ, ແລະ ກໍເຄີຍ​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ​ໃນ​​ກຸງເຢຣູຊາເລັມ.
\v 13 ຂ້ານ້ອຍ​ໄດ້​ຕັ້ງໃຈ​​ສຶກສາ​ຮໍ່າຮຽນ ແລະ ຄົ້ນຫາທຸກສິ່ງ​ທີ່ຢູ່ພາຍໃຕ້ທ້ອງຟ້າດ້ວຍສະຕິປັນຍາ. ການຄົ້ນຫານັ້ນຄືພາລະທີ່ເມື່ອຍຍາກທີ່ພຣະເຈົ້າໄດ້ປຣະທານ​​ແກ່ລູກຫລານຂອງມະນຸດໃຫ້ວົນຢູ່ກັບງານນັ້ນ.
\v 14 ຂ້ານ້ອຍເຄີຍ​ເຫັນ​ການກະທຳທຸກຢ່າງ​ທີ່​ທຳກັນພາຍໃຕ້​ດວງຕາເວັນ, ແລະ ເບິ່ງເຖີດ, ການງານ​​ທັງຫມົດ​​ເຫລົ່ານັ້ນ. ກໍເປັນເຫມືອນອາຍຫມອກ ​ແລະ ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.
\v 15 ​ສິ່ງ​ທີ່​ຄົດ​ຢູ່ໃຫ້​ຊື່​ບໍ່ໄດ້​! ສິ່ງ​ທີ່ຂາດຢູ່​ກໍຈະນັບໃຫ້ຄົບ​ບໍ່ໄດ້​.
\s5
\v 16 ຂ້ານ້ອຍໄດ້​ເຄີຍ​ເວົ້າ​ກັບ​ໃຈຕົນເອງ​ວ່າ, "ເບິ່ງດູ, ຂ້ານ້ອຍ​​ມີ​ສະຕິປັນຍາ​ຫລາຍ ຍິ່ງກວ່າ​ທຸກຄົນ​ທີ່​ຢູ່ກ່ອນ ຂ້ານ້ອຍໃນ​ນະຄອນເຢຣູຊາເລັມ​. ຈິດໃຈຂອງ ຂ້ານ້ອຍໄດ້ເຫັນສະຕິ​ປັນຍາ ​ແລະ ​ຄວາມຮູ້​ອັນ​ຍິ່ງໃຫຍ່."
\v 17 ເພາະເຫດນີ້ ຂ້ານ້ອຍຈຶ່ງໄດ້​ຕັ້ງໃຈ​ທີ່ຈະຮູ້ສະຕິປັນຍາ ແລະ ຄວາມບ້າປ່ວງ ​ແລະ​ ຄວາມ​ໂງ່ຈ້າດ້ວຍ. ຂ້ານ້ອຍ​ໄດ້​ມາເຂົ້າໃຈ​ວ່າ ນີ້ກໍເປັນການກິນ​ລົມກິນແ​ລ້ງຄືກັນ.
\v 18 ເພາະໃນສະຕິປັນຍ​າທີ່ອຸດົມສົມບູນນັ້ນ, ກໍມີຄວາມ​ວິຕົກ​ກັງວົນ​ຫລາຍ​ເທົ່ານັ້ນ, ແລະ ຜູ້ທີ່ເພີ່ມຄວາມ​ຮູ້​ກໍເພີ່ມຄວາມເສົ້າໂສກ.
\s5
\c 2
\cl ບົດທີ 2
\p
\v 1 ຂ້ານ້ອຍໄດ້ເວົ້າໃນໃຈວ່າ, "ມາເທາະ, ຂ້ານ້ອຍຈະລອງເບິ່ງເຈົ້າດ້ວຍ​ຄວາມສຸກ. ຖ້າຢ່າງ​ນັ້ນ​ກໍຈົ່ງເພີດເພີນກັບຄວາມສະຫນຸກສະຫນານເຖີດ". ແຕ່ເບິ່ງແມ, ​ເລື່ອງ​ນີ້​ກໍ​ເປັນແຕ່ລົມພັດພຽງຊົ່ວຄາວ.
\v 2 ຂ້ານ້ອຍໄດ້​ເວົ້າກ່ຽວກັບການ​ຫົວຂວັນວ່າ, "ເປັນ​ການ​ໂງ່ຈ້າ," ແລະ ກ່ຽວກັບ​ຄວາມ​ສະຫນຸກສະຫນານ, "ມັນມີປະໂຫຍດ​ອັນໃດ​?
\s5
\v 3 ຂ້ານ້ອຍໄດ້ຄົ້ນເບິ່ງໃນໃຈຂອງຂ້ານ້ອຍວ່າ ເຮັດແນວໃດຈຶ່ງຈະເຮັດຕາມໃຈປາຖະຫນາຂອງ ຂ້ານ້ອຍດ້ວຍ​​ເຫລົ້າ​ອະງຸ່ນ. ຂ້ານ້ອຍໄດ້ປ່ອຍໃຫ້ຈິດໃຈ​ຂອງຂ້ານ້ອຍນຳຂ້ານ້ອຍໄປ ​ດ້ວຍສະຕິປັນ​ຍາ ເຖິງແມ່ນວ່າຂ້ານ້ອຍຍັງຄົງຢຶດຄວາມໂງ່ຈາໄວ້, ຂ້ານ້ອຍກໍຕ້ອງການທີ່​ຈະພົບ ວ່າອັນ​​ໃດດີສຳລັບ​​ຄົນ​ເຮົາ ທີ່ຈະທຳກັນພາຍໃຕ້ທ້ອງຟ້າຕະຫລອດຊີວິດຂອງພວກເຂົາ.
\s5
\v 4 ຂ້ານ້ອຍໄດ້ສຳເລັດສິ່ງໃຫຍ່ຫລວງຫລາຍ. ຂ້ານ້ອຍໄດ້​ປຸກ​ເຮືອນ​ຫລາຍ​ຫລັງເພື່ອຕົນເອງ ແລະ ໄດ້​ປູກ​ສວນອະງຸ່ນ​ໄວ້​ຫລາຍ​ບ່ອນ​.
\v 5 ຂ້ານ້ອຍໄດ້​ເຮັດ​ສວນ​ຄົວ ແລະ​ ສວນ​ພັກຜ່ອນ​ຢ່ອນໃຈ​ຕ່າງໆ; ຂ້ານ້ອຍໄດ້ປູກຕົ້ນໄມ້​ທຸກ​ຊະນິດໄວ້ໃນສວນເຫລົ່ານັ້ນ.
\v 6 ຂ້ານ້ອຍ​ໄດ້ຂຸດສ້າງ​ສະນໍ້າ​ຫລາຍແຫ່ງ​ ເພື່ອ​ໃຊ້​ຫົດ​ພືດພັນ​ຕົ້ນໄມ້ໃຫ້ເຕີບໂຕ.
\s5
\v 7 ຂ້ານ້ອຍໄດ້​ຊື້​ບັນດາຂ້າທາດຊາຍ ແລະ ​ຍິງໄວ້; ຂ້ານ້ອຍມີບັນ​ຂ້າທາດ​ທີ່​ໄດ້​ເກີດ​ຢູ່​ໃນ​ວັງ​ຂອງ​ຂ້ານ້ອຍ. ຂ້ານ້ອຍ​ໄດ້ມີ​ຝູງແກະ ແລະ ຝູງງົວທີ່ເປັນສັດລ້ຽງ, ຫລາຍຍິ່ງກວ່າກະສັດໃດທີ່ໄດ້ປົກຄອງມາກ່ອນຂ້ານ້ອຍ​ໃນ​ກຸງ​ເຢຣູຊາເລັມ.
\v 8 ຂ້ານ້ອຍໄດ້​ສະສົມ​ເງິນ ແລະ ທອງຄຳ​ໄວ້ສຳລັບຕົນເອງດ້ວຍ, ແລະ ຊັບສົມບັດ​ຂອງ​ບັນດາ​ກະສັດ ແລະ ​ດິນແດນແຄ້ວນ​ຕ່າງໆ. ຂ້ານ້ອຍໄດ້​ມີບັນດາ​ນັກຮ້ອງຊາຍ ແລະ ​ຍິງ​ໄວ້ສຳລັບຕົນເອງ- ແລະ ​ເມຍນ້ອຍມາກມາຍ ຊຶ່ງເປັນສິ່ງທີ່ຊອບໃຈຂອງບັນດາລູກຊາຍ​ທັງຫລາຍ​ຂອງ​ມະນຸດ.
\s5
\v 9 ດັ່ງນັ້ນ ຂ້ານ້ອຍ​ຈຶ່ງຍິ່ງໃຫຍ່ກວ່າ ແລະ ມັ່ງຄັ່ງກວ່າທຸກ​ຄົນ​ທີ່​ເຄີຍຢູ່​ມາກ່ອນຂ້ານ້ອຍໃນ​ກຸງເຢຣູຊາເລັມ​, ແລະ​ ສະຕິປັນຍາ​ຂອງຂ້ານ້ອຍຍັງຄົງ​ຢູ່​ກັບ​ຂ້ານ້ອຍ.
\v 10 ບໍ່ວ່າ​ສິ່ງໃດທີ່ໃນຕາຂອງຂ້ານ້ອຍ​ປາຖະຫນາຈະເຫັນ, ຂ້ານ້ອຍ​ກໍບໍ່ໄດ້​ຫັກຫ້າມ​ຈິດໃຈ​​ຈາກ​ສິ່ງເຫລົ່ານັ້ນ. ຂ້ານ້ອຍບໍ່ໄດ້ຫ້າມໃຈຈາກຄວາມ​ສະຫນຸກ​ສະຫນານໃດເລີຍ, ເພາະຫົວໃຈຂອງຂ້ານ້ອຍຊື່ນຊົມສຳລັບແຮງງານ​ທັງຫມົດ​​ຂອງ​ຂ້ານ້ອຍ ແລະຄວາມປິຕິຍິນດີເປັນລາງວັນຂອງຂ້ານ້ອຍສຳລັບການ​ງານ​ທັງຫມົດຂອງຂ້ານ້ອຍດ້ວຍ.
\s5
\v 11 ແລ້ວ​ຂ້ານ້ອຍໄດ້ຫລຽວ​​ເບິ່ງທີ່ການກະທຳທັງຫມົດທີ່​ມືຂອງຂ້ານ້ອຍໄດ້ເຮັດສຳເລັດ, ແລະ ໃນການງານທີ່ຂ້ານ້ອຍ​ໄດ້​ເຮັດໄປ, ແຕ່ທຸກຢ່າງລ້ວນອານີຈັງ ແລະ ກິນລົມກິນແລ້ງອີກ. ບໍ່ມີປະໂຫຍດອັນໃດພາຍໃຕ້​ດວງຕາເວັນ​ໃນການງ​ານນັ້ນ.
\v 12 ແລ້ວຂ້ານ້ອຍໄດ​້ກັບມາພິຈາລະນາເຖິງ​ສະຕິປັນຍາ, ແລະ ຄວາມບ້າບໍ ແລະ ຄວາມໂງ່. ເພາະກະສັດອົງຕໍ່ໄປ ຜູ້ທີ່ມາພາຍຫລັງກະສັດອົງດັ່ງກ່າວຈະເຮັດອັນໃດທີ່ຍັງເຮັດບໍ່ສຳເລັດໄດ້ຫລືບໍ່?
\s5
\v 13 ແລ້ວຂ້ານ້ອຍໄດ້​ເລີ່ມເຂົ້າໃຈວ່າ ສະຕິປັນຍາ​ໄດ້ປຽບເຫນືອຄວາມ​ໂງ່ຈ້າ, ຊຶ່ງເຫມືອນກັບຄວາມສະຫວ່າງ​ກໍດີກວ່າ​ຄວາມມືດນັ້ນ.
\v 14 ຄົນສະຫລາດໃຊ້ຕາໃນສະຫມອງຂອງເຂົາເບິ່ງ​ບ່ອນ​ທີ່​ເຂົາ​ກຳລັງ​ໄປ​, ແຕ່ຄົນໂງ່ຈ້າ​ເດີນໃນຄວາມມືດ​, ຢ່າງໃດກໍຕາມ ຂ້ານ້ອຍ​ຮູ້​​ວ່າມີຊາຕາກຳ​ຢ່າງ​ດຽວກັນ​ທີ່​ກຳນົດໄວ້ສຳລັບທຸກຄົນ​.
\s5
\v 15 ແລ້ວຂ້ານ້ອຍ​ໄດ້ເວົ້າໃນໃຈ​ວ່າ, "ສິ່ງ​ທີ່​ເກີດຂຶ້ນ​ກັບ​ຄົນໂງ່, ກໍ​ຈະ​ເກີດຂຶ້ນ​ກັບ​ຂ້ານ້ອຍດ້ວຍ. ເພາະສະນັ້ນຈະມີອັນໃດເຮັດໃຫ້ແຕກຕ່າງ ຖ້າຂ້ານ້ອຍ​ສະຫລາດຫລາຍ?" ຂ້ານ້ອຍສະຫລູບໃນໃຈຂອງຂ້ານ້ອຍວ່າ, "ນີ້ກໍເປັນອະນິຈັງ​ທັງສິ້ນ."
\v 16 ເພາະ​ຄົນສະຫລາດ, ກໍເຫມືອນກັບຄົນໂງ່ຈ້າ, ທີ່​ບໍ່ໄດ້ເປັນທີ່ຈົດຈຳ​ໄດ້ນານ. ຕັ້ງແຕ່ມື້ນີ້ໄປ ທຸກສິ່ງກໍ​ຈະຖືກ​ລືມໄປຍາວນານ. ຄົນສະຫລາດກໍ​ຕາຍເຫມືອນກັນກັບ​ຄົນໂງ່ຈ້າ​ຕາຍ.
\s5
\v 17 ດັ່ງນັ້ນ​ ຂ້ານ້ອຍ​ຈຶ່ງໄດ້ກຽດຊັງຊີວິດ​ ເພາະ​ການງານທັງຫມົດ​ທີ່​ເຮັດພາຍໃຕ້​ດວງຕາເວັນ​ນັ້ນເປັນຄວາມຊົ່ວຮ້າຍ ບໍ່ໄດ້​ນຳ​ຫຍັງ​ເລີຍ​ມາ​ໃຫ້​ ຂ້ານ້ອຍ. ນີ້ເປັນເພາະທຸກສິ່ງ​ລ້ວນແຕ່​ອະນິຈັງ​ ແລະ ເປັນລົມເປັນແລ້ງ.
\v 18 ຂ້ານ້ອຍໄດ້​ກຽດຊັງຄວາມສຳເລັດທຸກຢ່າງ ສຳລັບສິ່ງທີ່ ຂ້ານ້ອຍໄດ້ທຳງານ​ພາຍໃຕ້​ດວງຕາເວັນນີ້ ເພາະຂ້ານ້ອຍຕ້ອງປະ​ສິ່ງ​ເຫລົ່ານັ້ນ​ໄວ້​ເບື້ອງຫລັງໃຫ້​ແກ່ຄົນທີ່ມາພາຍຫລັງ ຂ້ານ້ອຍ.
\s5
\v 19 ເພາະໃຜຈະຮູ້ວ່າເຂົາຈະ​ເປັນ​ຄົນສະຫລາດຫລື ​​ຄົນໂງ່ຈ້າ​? ແຕ່ເຂົາ​ຈະ​ເປັນ​ເຈົ້າຂອງທຸກ​ສິ່ງ​ພາຍໃຕ້​ດວງຕາເວັນ​ທີ່​ການງານ ແລະສະຕິປັນຍາຂອງຂ້ານ້ອຍໄດ້​ສ້າງໄວ້. ນີ້ກໍຄື​ອະນິຈັງ​ທັງສິ້ນ.
\v 20 ເພາະສະນັ້ນ ຈິດໃຈຂອງຂ້ານ້ອຍ​ໄດ້​ເລີ່ມໃນການງານ​ທີ່ຂ້ານ້ອຍ​ໄດ້​ເຮັດພາຍໃຕ້​ດວງຕາເວັນ.
\s5
\v 21 ເພາະອາດຈະມີຄົນທີ່ເຮັດວຽກດ້ວຍສະຕິປັນຍາ, ດ້ວຍຄວາມຮູ້ຄວາມສາມາດ, ແລະ​ ຄວາມ​ຊຳນິ​ຊຳນານ, ແຕ່​ເຂົາຕ້ອງ​ປະ​ທຸກສິ່ງ​ທີ່ເຂົາມີ​ໃຫ້​ແກ່​ຄົນທີ່​ບໍ່ໄດ້​ເຮັດ​ສິ່ງ​ໃດເລີຍ. ນີ້ກໍເປັນອະນິຈັງ ​ແລະ ​ບໍ່​ຖືກຕ້ອງ​ເລີຍ
\v 22 ເພາະຈະໄດ​້ປະໂຫຍດອັນໃດ​ ທີ່ຄົນເຮົາເຮັດວຽກ​ຫນັກ​ ແລະ​ພະຍາຍາມຕັ້ງໃຈ​ເຮັດວຽກທີ່ລຳບາກຂອງເຂົາໃຫ້ສຳເລັດ​ພາຍໃຕ້ດວງຕາເວັນ?
\v 23 ການງານຂອງເຂົາທີ່ເຕັມໄປດ້ວຍຄວາມ​ເຈັບປວດ ແລະ​ຄວາມ​ລະທົມ​ຂົມຂື່ນ​ທຸກວັນ, ພໍເຖິງ​ຕອນ​ກາງຄືນ ຈິດໃຈຂອງເຂົາກໍບໍ່ພົບຄວາມສະຫງົບ. ນີ້ກໍເປັນອະນິຈັງ​ທັງສິ້ນ.
\s5
\v 24 ບໍ່ມີອັນໃດດ​ີສຳລັບຄົນເຮົາກວ່າ​ການກິນ​ແລະ​ ດື່ມ ແລະ ​ພໍໃຈກັບ​ສິ່ງ​ທີ່​ດີໃນງານຂອງເຂົາ. ຂ້ານ້ອຍ​​ໄດ້​ເຫັນວ່າຄວາມຈິງນີ້ມາ​ຈາກ​ພຣະຫັດຂອງພຣະເຈົ້າ​.
\v 25 ເພາະໃຜຈະສາມາດກິນ ຫລື ຈະມີຄວາມສະຫນຸກສະຫນານໃດໆທີ່ຫ່າງຈາກ​ພຣະເຈົ້າໄດ້​ຢ່າງໃດ?
\s5
\v 26 ພຣະເຈົ້າ​ປຣະທານສະຕິປັນຍາ, ແລະ ຄວາມຮູ້ ແລະ​ ຄວາມຊື່ນຊົມຍິນດີ ໃຫ້ກັບ​ຜູ້​ທີ່​ພຣະອົງຊົງ​ພໍພຣະໄທ. ແຕ່​ຢ່າງໃດກໍດີ, ພຣະອົງ​ປະທານງານທີ່ເກັບຮວບຮວມ​ໃຫ້ກັບ​ຄົນບາບ​, ເພື່ອທີ່ພຣະອົງຈະຊົງປຣະທານ ສິ່ງນັ້ນໃຫ້ກັບ​ຜູ້​ທີ່​ພຣະອົງ​ຊົງພໍພຣະໄທ​. ນີ້ກໍເປັນ​ອະນິຈັງ​ ເເລະ ​ກິນລົມກິນແລ້ງດ້ວຍ.
\s5
\c 3
\cl ບົດທີ 3
\p
\v 1 ມີເວລາທີ່ກຳນົດໄວ້ສຳລັບທຸກສິ່ງ​, ແລະ ມີລະດູການສຳລັບຈຸດມຸ່ງຫມາຍທຸກຢ່າງພາຍໃຕ້ທ້ອງຟ້າ.
\v 2 ມີ​ເວລາ​ສຳລັບ​ໃຫ້ເກີດ ແລະ​ເວລາ​​ຕາຍ, ເວລາ​ສຳລັບ​ປູກ ແລະ ​ເວລາ​ສຳລັບ​ຫລົກຖິ້ມ,
\v 3 ມີເວລາ​ສຳລັບ​ຂ້າ ແລະ​ ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ, ມີເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ.
\s5
\v 4 ມີເວລາທີ່​ຮ້ອງໄຫ້ ແລະ ​ເວລາ​ທີ່ຫົວ, ມີເວລາ​ໂສກເສົ້າ ແລະ ​ເວລາ​​ຟ້ອນລຳ,
\v 5 ເວລາ​​ໂຍນກ້ອນ​ຫີນ​ອອກໄປ ແລະ​ ເວລາ​​ເກັບຮວບຮວມກ້ອນ​ຫີນ​ໄວ້​ຄືນ, ມີເວລາ​ສວມ​ກອດ​ຄົນອື່ນໆ, ແລະ​ ເວລາ​ເລີກຈາກການໂອບກອດ​.
\s5
\v 6 ມີເວລາ​ສະແຫວງຫາສິ່ງຕ່າງໆ ແລະ ​ເວລາ​ຢຸດສະແຫວງຫາ, ມີເວລາ​ເກັບ​ສິ່ງຕ່າງໆໄວ້ ແລະ​ເວລາ​​ໂຍນສິ່ງຕ່າງໆ​ຖິ້ມ​ໄປ,
\v 7 ມີເວລາ​ຈີກເສື້ອຜ້າ ແລະ ​ເວລາ​​ຫຍິບເສື້ອຜ້າ, ມີເວລາ​ມິດງຽບ ແລະ ​ເວລາ​​ເວົ້າຈາ.
\s5
\v 8 ມີ​ເວລາ​ສຳລັບ​ຮັກ ແລະ ​ເວລາ​ກຽດຊັງ, ມີເວລາ​​ເຮັດ​ສົງຄາມ ແລະ ​ເວລາ​ສ້າງ​ສັນຕິພາບ.
\v 9 ຄົນ​ງານ​ໄດ້​ປະໂຫຍດ​ຫຍັງ​ ໃນກ​ານເຮັດວຽກງານ​ທັງຫມົດ​ຂອງເຂົາ?
\v 10 ຂ້ານ້ອຍໄດ້ເຫັນການງ​ານທີ່​ພຣະເຈົ້າ​ໄດ້ປຣະທານ​ເເກ່ມະນຸດທີ່ຈະເຮັດໃຫ້ສຳເລັດ.
\s5
\v 11 ພຣະເຈົ້າໄດ້​ຊົງ​ເຮັດ​ທຸກສິ່ງໃຫ້​ເຫມາະສົມ​ຕາມເວລາຂອງມັນ. ພຣະອົງ​ໄດ້ຊົງໃສ່ຄວາມເປັນນິຣັນການໄວ້ໃນຈິດໃຈຂອງພວກເຂົາດ້ວຍ. ແຕ່​ມະນຸດບໍ່ສາມາດ​ເຂົ້າໃຈ​ ພຣະຣາຊກິດ​ທີ່​ພຣະເຈົ້າໄດ້​ຊົງ​ກະທຳ, ຕັ້ງແຕ່​ປະຖົມມະການ ​ເຖິງ​ການສຸດທ້າຍຂອງພວກເຂົາ.
\s5
\v 12 ສຳລັບຄົນໃດ​​ຫນຶ່ງ ຂ້ານ້ອຍ​ຮູ້​ວ່າ​ບໍ່ມີອັນໃດດີກວ່າຄວາມຊື່ນຊົມຍິນດີ ແລະ ການ​ເຮັດ​ດີຕະຫລອດ​ຊີວິດ​ຂອງເຂົາ -
\v 13 ແລະ​ ທຸກຄົນ​ຄວນ​ຈະໄດ້ກິນ​ ແລະ ​ດື່ມ, ແລະ ເຂົ້າໃຈເຖິງການເພີດເພີນ​ກັບສິ່ງ​ດີທີ່ມາ​ຈາກການງານທັງສິ້ນຂອງເຂົາ. ນີ້ເປັນຂອງປະທານ​ທີ່​ມາ​ຈາກ​ພຣະເຈົ້າ.
\s5
\v 14 ຂ້ານ້ອຍ​ຮູ້ວ່າ ອັນໃດກ​ໍຕາມທີ່​ພຣະເຈົ້າຊົງ​ກະທຳ​ກໍຈະດຳລົງ​ຢູ່​ຕະຫລອດໄປ. ບໍ່ມີອັນໃດສາມາດທີ່ຈະເພີ່ມ​ເຂົ້າໄປໄດ້ ຫລື ​ເອົາ​​ອອກ​ໄປ​ໄດ້, ເພາະຄື​ພຣະເຈົ້າ​ນັ້ນເອງ ທີ່ໄດ້ຊົງ​ກະທຳ ສິ່ງນັ້ນເພື່ອໃຫ້​ຄົນທັງຫລາຍ​ຈະເຂົ້າມາໃກ້ພຣະອົງດ້ວຍການຖວາຍພຣະກຽດ.
\v 15 ສິ່ງໃດ​​ທີ່​ມີຢູ່ແລ້ວ; ສິ່ງ​ໃດທີ່ຈະມີຂຶ້ນ​ ກໍ​ໄດ້ມີຢູ່ແລ້ວ​. ພຣະເຈົ້າ​ຊົງເຮັດ​ໃຫ້​ມະນຸດໄດ້ຄົ້ນ​ຫາສິ່ງຕ່າງໆທີ່ຊ້ອນຢູ່.
\s5
\v 16 ຂ້ານ້ອຍໄດ້​​ເຫັນ​ຄວາມອະທຳທີ່ຢູ່ພາຍໃຕ້​ດວງຕາເວັນ, ທີ່​ຊຶ່ງຄວນ​ມີຄວາມ​​ຍຸດຕິທຳ, ແລະ ໃນສະຖານທີ່ແຫ່ງ​ຄວາມ​ຊອບທຳ, ກໍມີຄວາມອະທຳຢູ່ທີ່ນັ້ນ.
\v 17 ຂ້ານ້ອຍໄດ້ເວົ້າໃນໃຈວ່າ, "ພຣະເຈົ້າ​ຈະ​ຊົງພິພາກສາ​ຄົນ​ຊອບທຳ ແລະ​ຄົນອະທຳໃນເວລາທີ່ເຫມາະສົມສຳລັບ​ທຸກເລື່ອງ​ແລະ​ ການກະທຳ​ທຸກຢ່າງ."
\s5
\v 18 ຂ້ານ້ອຍໄດ້ກ່າວໃນໃຈ​ວ່າ, "​ພຣະເຈົ້າ​ຊົງ​ທົດສອບ​ມະນຸດ ເພື່ອ​ທີ່ຈະຊົງສະແດງ​ໃຫ້​ພວກເຂົາ​ຮູ້​ວ່າ​ພວກເຂົາກໍເປັນ​ເຫມືອນກັບສັດ​."
\s5
\v 19 ເພາະ​ຊາຕາກຳ​ຂອງລູກຫລານຂອງມະນຸດແລະ ຊາຕາກຳຂອງສັດ ກໍ​ເປັນຊາຕາກຳຢ່າງດຽວກັນ. ຄວາມຕາຍຂອງຄົນຫນຶ່ງກໍຄືຄວາມຕາຍຂອງຄົນອື່ນ. ການຫາຍໃຈກໍຄືກັນສຳລັບທຸກຄົນ. ມະນຸດ​​ບໍ່ມີອັນໃດໄດ້​ປຽບ ເຫນືອ​ກວ່າ​ສັດ​ ເພາະ​ທຸກສິ່ງກໍເປັນ​ແຕ່ພຽງອຶດໃຈດຽວບໍ່ແມ່ນບໍ?
\v 20 ທຸ​ກຢ່າງ​ກໍຈະ​ໄປ​ສູ່​ບ່ອນ​ດຽວກັນ. ທຸກຢ່າງມາຈາກ​ຂີ້ຝຸ່ນ​ດິນ, ແລະ ທຸກຢ່າງ​ກໍກັບ​ໄປ​ເປັນ​ຂີ້ຝຸ່ນ​ດິນ​.
\s5
\v 21 ຜູ້ໃດ​ຢັ້ງຢືນ​ໄດ້​ວ່າ ວິນຍານ​ຂອງ​ມະນຸດ​ຂຶ້ນ​ໄປ​ສູ່ເບື້ອງ​ເທິງ​ ແລະ​ວິນຍານ​ຂອງ​ສັດ​ລົງ​ໄປ​ຍັງເບື້ອງລຸ່ມໃນແຜ່ນດິນໂລກຫລືບໍ?
\v 22 ເພາະສະນັ້ນ ຂ້ານ້ອຍ​ຈຶ່ງ​ສຳນຶກ​ອີກວ່າ ບໍ່ມີສິ່ງ​ໃດດີສຳລັບຄົນເຮົາກວ່າການເພີດເພີນໃນການງານຂອງເຂົາ, ເພາະນັ້ນຄືຫນ້າທີ່ທີ່ເຂົາໄດ້​ຮັບ​ມອບຫມາຍ. ໃຜຈະສາມາດນຳ​ເຂົາກັບມາໄດ້​ວ່າມີ​ສິ່ງໃດ​ເກີດຂຶ້ນພາຍ​ຫລັງ​ເຂົາ​?
\s5
\c 4
\cl ບົດທີ 4
\p
\v 1 ອີກຄັ້ງທີ່​ຂ້ານ້ອຍກໍໄດ້​ຄິດກ່ຽວກັບການຂົ່ມເຫັງ ທຸກຢ່າງທີ່ໄດ້​ກະທຳພາຍໃຕ້​ດວງຕາເວັນ. ແລະເບິ່ງເຖີດ, ນຳ້ຕາຂອງຄົນ​ທີ່ຖືກ​ຂົ່ມເຫັງ, ແລະ​ພວກເຂົາບໍ່ມີ​ຜູ້ໃດ​ປອບໃຈພວກເຂົາ! ອຳນາດ​ໄດ້ຢູ່​ໃນມືຂອງພວກຄົນ​​ທີ່​ກົດຂີ່, ແ​ລະ ບໍ່ມີໃຜປອບໃຈພວກເຂົາ!
\s5
\v 2 ເພາະສະນັ້ນ ຂ້ານ້ອຍຂໍສະແດງຄວາມຍິນດີກັບຄົນ​​ຕາຍ, ຄົນເຫລົ່ານັ້ນທີ່ໄດ້ຕາຍໄປ​ແລ້ວ, ແຕ່ບໍ່ແມ່ນ​ກັບ​ຄົນ​ທີ່​​ມີ​ຊີວິດ​, ຄົນເຫລົ່ານັ້ນທີ່ຍັງມີຊີວິດຢູ່.
\v 3 ແຕ່ເຖິງຢ່າງໃ​ດກໍຕາມ, ໂຊກດີກ່ວາທັງສອງຄົນ ແມ່ນຄົນທີ່ຍັງບໍ່ເຄີຍມີຊີວິດຢູ່, ຄົນທີ່​ຍັງ​ບໍ່​ເຄີຍເຫັນ​ການກະທຳທີ່ຊົ່ວຮ້າຍໃດໆ, ທີ່ໄດ້ກະທຳ​​ຢູ່ພາຍໃຕ້​ດວງຕາເວັນນີ້.
\s5
\v 4 ແລ້ວຂ້ານ້ອຍໄດ້ເຫັນການ​ເຮັດ​ວຽກ​ຢ່າງ​ຫນັກທຸກຢ່າງ ແລະ ຄວາມຊຳນານໃນການງານ ທຸກຢ່າງ ກໍເຮັດໃຫ້​ເພື່ອນ​ບ​້ານ​ຂອງຄົນນັ້ນອິດສາ. ນີ້​ກໍ​ອະນິຈັງ ແລະ ​ກິນລົມກິນ​ແລ້ງດ້ວຍ​.
\s5
\v 5 ຄົນໂງ່ຈ້າ​​ກຸມມື​ຂອງເຂົາໄວ້ ແລະບໍ່ເຮັດວຽກ, ດັ່ງນັ້ນ​ອາຫານຂອງເຂົາກໍ​ຄືເນື້ອຫນັງຂ​ອງເຂົາເອງ.
\v 6 ແຕ່ກໍ​ມີປະໂຫຍ​ດຫລາຍກວ່າ​ສອງ​ກຳມື ​ດ້ວຍການທຳງານ​ດ້ວຍ​ພະຍາຍາມ ແບບ​ກິນ​ລົມກິນແລ້ງ.
\s5
\v 7 ແລ້ວຂ້ານ້ອຍໄດ້​ຄິດອີກກ່ຽວການໄຮ້ປະໂຫຍດຫລາຍກວ່າ, ມີອານິຈັງຫລາຍກວ່າຢູ່ພາຍໃຕ້​ດວງຕາເວັນ​.
\v 8 ມີ​​ຄົນປະເພດ​ຫນຶ່ງ​ທີ່​ຢູ່​ຄົນດຽວ. ເຂົາ​ບໍ່ມີໃຜເລີຍ, ບໍ່ມີ​ລູກ​ຊາຍ ຫລື ອ້າຍ​ເອື້ອຍ​ນ້ອງ. ແຕ່ບໍ່ເຄີຍຢຸດ​ເຮັດ​ວຽກ​ງານ, ທັງສິ້ນຂອງເຂົາ, ແລະ ຕາຂອງເຂົາກໍບໍ່​ເຄີຍພໍໃຈ​ກັບ​ຄວາມຮັ່ງມີ​ທີ່​ເພີ້​ມພູນຂຶ້​ນ. ເຂົາສົງໃສວ່າ, "ຂ້ານ້ອຍກຳລັງເຮັດ​ວຽກ​ຢ່າງ​ຫນັກ​ ແລະ ຫ້​າມໃຈຕົນເອງຕໍ່ຄວາມ​ສະຫນຸກສະຫນານເພື່ອຜູ້ໃດກັນ? ສະຖານະການທີ່ຊົ່ວຮ້າຍ​ນີ້, ​ກໍ​ຄືອະນິຈັງ​ຄືກັນ.
\s5
\v 9 ສອງ​ຄົນ​ເຮັດວຽກດີກວ່າ​ຄົນດຽວ ພວກ​ເຂົາ​ຮ່ວມກັນ​ກໍ​ໄດ້ຮັບຜົນຕອບແທນທີ່​ດີສຳລັບງານຫນັກຂອງພວກເຂົາ.
\v 10 ເພາະຖ້າ​ຄົນຫນຶ່ງ​​ລົ້ມລົງ ອີກຄົນຫນຶ່ງ​ກໍ​ຊູ​ເພື່ອນຂອງລາວ​ໃຫ້​ລຸກ​ຂຶ້ນມາ​ໄດ້. ແຕ່​ຄວາ​ມເສົ້າກໍຍັງຕິດຕາມ​ຄົນທີ່ຢູ່ຄົນດຽວໄປ ​ເພາະເມື່ອເຂົາ​ລົ້ມລົງກໍ​​ບໍ່ມີ​ຜູ້ໃດທີ່ຈະ​ຊູລາວ​ຂຶ້ນ.
\v 11 ຖ້າ​ສອງ​ຄົນ​ນອນຢູ່​ດ້ວຍ​ກັນ, ພວກເຂົາ​ກໍ​ອົບອຸ່ນ​ໄດ້, ແຕ່​​ຄົນທີ່ຢູ່ຄົນດຽວ ​ຈະ​​ອົບອຸ່ນໄດ້ຢ່າງໃດ?
\s5
\v 12 ຄົນດຽວເອົາຊະນະໄດ້, ແຕ່ສອງ​ຄົນ​ຍ່ອມຕໍ່​ຕ້ານການ​ໂຈມຕີ​ໄດ້, ​ແລະ ເຊືອກ​ສາມ​ກຽວ​ກໍບໍ່​ຂາດ​ໄດ້​ງ່າຍໆຈັກເທື່ອ.
\s5
\v 13 ການເປັນຄົນ​ຫນຸ່ມທີ່ຍາກຈົນແຕ່ສະຫລາດກໍດີກວ່າ ​ກະສັດ​ເຖົ້າ ແລະ ໂງ່ຈ້າຜູ້ທີ່ບໍ່ຮູ້ຈັກທີ່ຈະຮັບຟັງຄຳເຕືອນອີກຕໍ່ໄປ.
\v 14 ນີ້ເປັນຄວາມຈິງ, ເຖິງແມ່ນວ່າຊາຍຫນຸ່ມຄົນນັ້ນຈະອອກມາຈາກຄຸກມາເປັນກະສັດ, ຫລື ເຖິງແ​ມ່ນວ່າເຂົາໄດ້ເ​ກີດມາ​ເປັນຄົນຍາກຈົນ​ໃນອານາຈັກຂອງເຂົາ.
\s5
\v 15 ແຕ່ຢ່າງໃດກໍຕາມ, ຂ້ານ້ອຍ​ໄດ້​ເຫັນ​ວ່າ ທຸກຄົນ​ທີ່ໄດ້ມີຊີວິດຢູ່ ​ແລະ ເດີນໄປມາພາຍໃຕ້​ດວງຕາເວັນ​ຕ່າງ​ກໍ​ຈະ​ເຂົ້າຂ້າງ​ຊາຍຫນຸ່ມ ອີກຄົນຫນຶ່ງທີ່​ໄດ້​ຂຶ້ນ​ເປັນ​ກະສັດ.
\v 16 ປະຊາຊົນ​ທຸກຄົນກໍຕ້ອງການເຊື່ອຟັງຕໍ່ກະສັດອົງໃຫມ່ຢ່າງ​ບໍ່ສິ້ນສຸດ, ແຕ່ພາຍຫລັງພວກເຂົາຫລາຍ​ຄົນ​ ກໍບໍ່​ຍົກ​ຍ້ອງກະສັດອົງ​ນັ້ນ​ອີກຕໍ່ໄປ. ແນ່ນອນສະຖານະການເຊັ່ນນີ້ ມັນ​ຊ່າງ​ອະນິຈັງ ແລະ ​​ກິນລົມກິນແລ້ງ​.
\s5
\c 5
\cl ບົດທີ 5
\p
\v 1 ຈົ່ງ​ລະວັງ ຄວາມປະພຶດຂອງເຈົ້າໃຫ້ດີ ເມື່ອເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານຂອງພຣະເຈົ້າ. ຈົ່ງໄປ​​ທີ່ນັ້ນ​ເພື່ອ​ຟັງ. ການຟັງກໍດີກວ່າ​ຄົນໂງ່ຈ້າ​ຖວາຍ​ເຄື່ອງ​ບູຊາ ໃນຂະນະທີ່​ບໍ່​ຮູ້ສິ່ງທີ່ພວກເຂົາເຮັດໃນຊີວິດນັ້ນເປັນຄວາມຊົ່ວຮ້າຍ.
\s5
\v 2 ຢ່າໄດ້ໄວໂພດທີ່ຈະເວົ້າດ້ວຍປາກຂອງເຈົ້າ, ແລະ ຢ່າໃຫ້ໃຈຂອງເຈົ້າໄວເກີນໄປ ທີ່ຈະນຳບັນຫາຂຶ້ນຕໍ່ຫນ້າພຣະເຈົ້າ. ພຣະເຈົ້າ​ສະຖິດໃນສະຫວັນ, ​ແຕ່​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ. ດັ່ງນັ້ນຈົ່ງໃຫ້ຄຳ​ເວົ້າ​ຂອງເຈົ້າໃຫ້ຫນ້ອຍຄຳ​.
\v 3 ຖ້າເຈົ້າມີຫລາຍສິ່ງທີ່ຕ້ອງເຮັດຫລາຍເກີນໄປ ເເລະ ວຸ້ນວາຍໃຈກ່ຽວກັບສິ່ງເຫລົ່ານັ້ນ ເຈົ້າກໍ​ອາດຈະມີຝັນຮ້າຍ. ຍິ່ງເຈົ້າ​ເວົ້າ​ຖ້ອຍຄຳຫລາຍ​ຂຶ້ນເທົ່າໃດ, ເຈົ້າກໍອາດຈະ​ເວົ້າ​ແຕ່ສິ່ງທີ່​ໂງ່ຈ້າ​ຫລາຍ​ຂຶ້ນເທົ່ານັ້ນ.
\s5
\v 4 ເມື່ອ​ເຈົ້າ​ສາບານຕໍ່​ກັບ​ພຣະເຈົ້າ, ຢ່າຊັກຊ້າທີ່ຈະແກ້​ຄຳ​ສາບານ​ນັ້ນ​, ເພາະພຣະເຈົ້າ​ບໍ່​ຊົງພໍພຣະໄທໃນ​ຄົນໂງ່ຈ້າ. ຈົ່ງ​ເຮັດ​ຕາມ​ສິ່ງທີ່ເຈົ້າສາບານໄວ້​ວ່າ​ເຈົ້າ​ຈະ​ເຮັດ.
\v 5 ການທີ່ເຈົ້າບໍ່ສາບານ​​ເລີຍ​ກໍດີກວ່າ ເຈົ້າສາບານໄວ້ແລ້ວບໍ່ເຮັດໃຫ້ສຳເລັດ.
\s5
\v 6 ຢ່າໃຫ້ປາກຂອງ​ເຈົ້າ​ເປ​ັນເຫດໃຫ້ເນື້ອຫນັງຂອງເຈົ້າເຮັດບາບ. ຢ່າ​ເວົ້າຕໍ່ຜູ້ສື່ສານ​ຂອງ​ປະໂຣຫິດ​​ວ່າ, "ການສາບານນັ້ນຜິດພາດ." ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພຣະເຈົ້າໂກດຮ້າຍ​ໂດຍການສາບານຢ່າງຜິດໆ, ເລັ່ງລັດໃຫ້​ພຣະອົງ​ຊົງທຳລາຍ​ການງານໃນມືຂອງເຈົ້າ​ເສຍບໍ?
\v 7 ເພາະໃນຄວາມຝັນ​ຫລາຍ​ກໍເຊັ່ນດຽວກັບໃນຄຳເວົ້າຫລວງຫລາຍ, ທີ່​ບໍ່ມີ​ປະໂຫຍດ​ໃດໆ ກໍຄືອະນີຈັງ. ດັ່ງ​ນັ້ນຈົ່ງ​ຢຳເກງ​ພຣະເຈົ້າ.
\s5
\v 8 ເມື່ອ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ຖືກ​ຂົ່ມເຫັງ ແລະ ຖືກຕັດຮອນຄວາມ​ຍຸດຕິທຳ ແລະ​ ການປະຕິບັດຢ່າງທ່ຽງທຳ​ໃນແຂວງຂອງເຈົ້າ, ຢ່າ​ປະຫລາດ​ໃຈ​ວ່າ ບໍ່ມີ​ໃຜຮູ້, ເພາະມີພວກຄົນທີ່ມີອຳນາດຄອຍເຝົ້າ​ເບິ່ງ​ຄົນເຫລົ່ານັ້ນທີ່ຢູ່ພາຍໃຕ້ພວກເຂົາ​ຢູ່, ແລະ​ ຍັງ​ມີ​ພວກຄົນທີ່ຢູ່ຊັ້ນ​ຜູ້ໃຫຍ່​ກວ່າ​ທີ່ຢູ່​ເຫນືອເຂົາອີກ.
\v 9 ຍິ່ງກວ່ານັ້ນ, ກະສັດ​ເອງໄດ້ເອົາຜົນຜະລິດຈາກ​ທົ່ງ​ນາ​ໄປຊຶ່ງເປັນຜົນຜະລິດ​ຂອງແຜ່ນດິນ​ສຳລັບທຸກຄົນ.
\s5
\v 10 ຄົນໃດທີ່ຮັກ​ເງິນ ກໍ​ຈະ​ບໍ່​ເຄີຍອື່ມໃຈດ້ວຍເງິນ, ແລະ ຄົນໃດທີ່ຮັກຄວາມຮັ່ງມີ ກໍ​ຍິ່ງ​ຕ້ອງການຫລາຍຂຶ້ນສະເຫມີ. ນີ້ກໍຄື​ອະນິຈັງ​ທັງສິ້ນ.
\v 11 ຍິ່ງຄວາມ​ຮັ່ງມີເພີ່ມພູນ​ຫລາຍ​ຂຶ້ນເທົ່າໃດ, ກໍ​ມີຄົນທີ່​ເຮັດໃຫ້ສູນເສຍໄປຫລາຍຂຶ້ນດ້ວຍສັນນັ້ນ. ຄົນ​ທີ່​ເປັນເຈົ້າຂອງຈະ​ໄດ້​ປະໂຫຍດອັນໃດໃນຄວາມຮັ່ງມີນັ້ນ ນອກຈາກ​ໄດ້ແຕ່​ເບິ່ງດ້ວຍຕາ​ຂອງເຂົາເທົ່ານັ້ນ?
\s5
\v 12 ການຫລັບຂອງຄົນ​ເຮັດ​ວຽກ​ຫນັກກໍເປັນສຸກ, ​ບໍ່ວ່າເຂົາຈະ​ກິນ​ຫນ້ອຍ ຫລືຫລາຍ, ແຕ່ ​​ຊັບສົມບັດ​ອັນ​ຫລວງຫລາຍຂອງຄົນຮັ່ງມີ ​​ບໍ່ໄດ້ເຮັດໃຫ້ເຂົາ​ຫລັບ​ສະບາຍ.
\s5
\v 13 ສິ່ງ​ສະຫລົດ​ໃຈ​ຫລາຍ​ທີ່​ ຂ້ານ້ອຍ​ໄດ້​ເຫັນ​ຢູ່ໃຕ້​ດວງຕາເວັນ: ​ຄົນ​ທີ່​ເປັນເຈົ້າຂອງທີ່ກັກຕຸນຄວາມລຳ້ລວຍໄວ້, ກໍເຮັດໃຫ້ເກີດຄວາມທຸກຍາກໃຫ້ກັບຕົນເອງ.
\v 14 ເມື່ອຄົນຮັ່ງມີໄດ້​ສູນເສຍ​ຊັບສົມບັດຂອງເຂົາໄປເນື່ອງຈາກຄວາມເຄາະຮ້າຍ, ລູກຊາຍຂອງເຂົາເອງຜູ້ທີ່ເຂົາໃຫ້ກຳເນີດກໍ​ບໍ່​ເຫລືອ​ຫຍັງໄວ້​ໃນມື​ຂອງເຂົາເລີຍ.
\s5
\v 15 ຄົນຫນຶ່ງອອກ​ຈາກ​ທ້ອງ​ແມ່​ ແຕ່​ຕົວເປົ່າ​ສັນໃດ, ເຂົາ​ກໍ​ຈະຈາກຊີວິດນີ້​ໄປ​ແຕ່​ຕົວເປົ່າ​ສັນນັ້ນ. ເຂົາ​ບໍ່ສາມາດເອົາສິ່ງໃດຕິດມືຈາກການງານ​ຂອງເຂົາໄປ​ໄດ້ເລີຍ.
\v 16 ຄວາມບໍ່​ຖືກຕ້ອງ​ອີກຢ່າງຫນຶ່ງທີ່ແນ່ນອນຄື ຄົນຫນຶ່ງໄດ້​ເກີດ​ມາ​ສັນໃດ, ເຂົາ​ກໍ​ຕ້ອງຈາກ​ໄປ​ສັນນັ້ນ. ດັ່ງນັ້ນຄົນເຮົາ​ຈະໄດ​້ປະໂຫຍດອັນໃດໃນການເຮັດວຽກ​ຫນັກທີ່ໄດ້ແຕ່ຈັບລົມ?
\v 17 ເຂົາກິນ​ດ້ວຍຄວາມ​ມືດມົນ​ ແລະ ​ຄວາມ​ໂສກເສົ້າຢ່າງຍິ່ງໃຫຍ່ ດ້ວຍຄວາມ​ເຈັບປ່ວຍ, ແລະ ຄວາມ​ໂກດຮ້າຍ​ຕະຫລອດຊົ່ວຊີວິດຂອງເຂົາ.
\s5
\v 18 ເບິ່ງເຖີດ, ​ສິ່ງ​ທີ່​ຂ້ານ້ອຍເຫັນວ່າດີ ແລະ ເຫມາະກໍຄື: ໃຫ້​ກິນ ​ແລະ​ດື່ມ ແລະ​ເພີດເພີນ​ກັບ​ສິ່ງ​ທີ່​ໄດ້ມາຈາກການງານຂອງເຮົາ, ໃນຂະນະທີ່ເຮົາ​ ລຳບາກພາຍໃຕ້ດວງຕາເວັນຕະຫລອດຊົ່ວຊີວິດ​ອັນ​ສັ້ນໆ​ນີ້, ທີ່​ພຣະເຈົ້າ​ປຣະທານແກ່ເຮົາ. ເພາະນີ້ເປັນຫນ້າທີ່ຮັບຜິດຊອບ​ຂອງ​ມະນຸດ​.
\s5
\v 19 ຄົນໃດທີ່​ພຣະເຈົ້າ​ປຣະທານຄວາມຮັ່ງມີແລະ ຊັບສົມບັດ ແລະ ຄວາມສາມາດໃນການຮັບສ່ວນແບ່ງຂອງເຂົາ ແລະ ​ຊົມຊື່ນ​ຍິນດີ​ໃນ​ວຽກງານ​ທີ່​ຕົນ​ເຮັດ - ​ນີ້​ຄຶຂອງຂວັນ​ມາ​ຈາກ​ພຣະເຈົ້າ.
\v 20 ເພາະເຂົາບໍ່ຄ່ອຍໄດ້ຄິດເຖິງ ວັນເວລາຂອງເຂົາຫລາຍເທົ່າໃດ, ເພາະ​ພຣະເຈົ້າຊົງເຮັດ​ໃຫ້​ເຂົາ​ວຸ້ນວາຍສັບສົນກັບສິ່ງທີ່ເຂົາເພີດເພີນໃນການເຮັດນັ້ນ.
\s5
\c 6
\cl ບົດທີ 6
\p
\v 1 ມີຄວາມຊົ່ວຮ້າຍຢ່າງຫນຶ່ງທີ່ຂ້ານ້ອຍໄດ້ເຫັນ​ ຢູ່ພາຍໃຕ້​ດວງຕາເວັນ​, ແລະ ເປັນສິ່ງທີ່ຮ້າຍແຮງສຳລັບມະນຸດ.
\v 2 ພຣະເຈົ້າອາດ​ຈະປຣະທານຄວາມ​ຮັ່ງມີ, ຊັບສົມບັດ ແລະ ​ກຽດໃຫ້ແກ່ຄົນຫນຶ່ງເພື່ອທີ່ເຂົາຈະບໍ່ຂາດເຂີນສິ່ງໃດ​ທີ່​ເຂົາປາຖະຫນາສຳລັບຕົນເອງເລີຍ, ແຕ່ແລ້ວພຣະເຈົ້າບໍ່ໄດ້ປຣະທານຄວາມສາມາດທີ່ຈະຊື່ນຊົມ​ກັບ​ສິ່ງ​ນັ້ນ. ຄົນ​ອື່ນກໍໃ​ຊ້ສິ່ງຕ່າງໆຂອງເຂົາ​ແທນ. ນີ້ກໍ​ອະນິຈັງ, ແລະ​ ຄວາມທຸ​ກໃຈຢ່າງ​ໂຫດຮ້າຍ.
\s5
\v 3 ຖ້າຄົນໃດ​ມີ​ລູກເປັນຮ້ອຍ​ຄົນ ແລະ ​ມີ​ຊີວິດ​ຍືນຍາວ, ເຖິງ​ແມ່ນ​ວ່າວັນເດືອນປີຂອງເຂົາຈະຫລວງຫລາຍ​, ແຕ່​ຖ້າ​ໃຈຂອງເຂົາບໍ່ອີ່ມໃຈດ້ວຍສິ່ງດີ ແລະ ເຂົາ​ບໍ່ໄດ້ຖືກ​ຝັງໄວ້​ຢ່າງ​ມີ​ກຽດ, ​ແລ້ວຂ້ານ້ອຍ​ກໍເວົ້າໄດ້​ວ່າ, ເປັນ​ແອນ້ອຍທີ່ຕາຍຕັ້ງແຕ່​ເກີດ​​ກໍ​ຍັງ​ດີກວ່າຄົນນັ້ນ.
\v 4 ຢ່າງເຊັ່ນແອນ້ອຍຄົນຫນຶ່ງໄດ້​ເກີດ​ມາໃນຄວາມອະນິຈັງ​ ແລະ ​ຕາຍໄປໃນຄວາມມືດ, ແລະ ຊື່ຂອງເຂົາກໍຍັງປິດຊ້ອນຢູ່.
\s5
\v 5 ແມ່ນວ່າເດັກຄົນນັ້ນ​ບໍ່ໄດ້ເຫັນ​ດວງ​ຕາເວັນ ຫລື ​ບໍ່ຮູ້ສິ່ງໃດເລີຍ, ເດັກຄົນນັ້ນ​ກໍໄດ້​ພັກສະຫງົບທັງໆທີ່ຊາຍຄົນນັ້ນບໍ່ໄດ້ພັກ.
\v 6 ເຖິງແມ່ນວ່າຄົນຫນຶ່ງຈະ​ມີ​ຊີວິດ​ຢູ່ ​ຮອດ​ສອງພັນ​ປີ​ ແຕ່ບໍ່ຮູ້ເຖິງຄວາມສຳລານໃຈກັບສິ່ງທີ່ດີທັງຫລາຍ, ເຂົາກໍໄປໃນ​ທີ່ດຽວກັນເຫມືອນກັບ​ຄົນ​ອື່ນໆ.
\s5
\v 7 ວຽກງານທັງຫມົດຂອງມະນຸດກໍເພື່ອປາກຂອງເຂົາ​, ແຕ່​ຄວ​າມຢາກຂອງເຂົາກໍ​ບໍ່ໄດ້ຮັບຄວາມພໍໃຈ​.
\v 8 ແທ້ຈິງແລ້ວ, ຄົນມີ​ປັນຍາໄ​ດ້ປຽບອັນໃດເຫນືອ​ຄົນໂງ່ຈ້າ​ແດ່? ຄົນທີ່​ຍາກຈົນໄດ້ປຽບອັນໃດເຖິງແມ່ນວ່າເຂົາ​ຮູ້ຈັກ​ວິທີການປະເຊີນ​ຫນ້າ​ກັບຄົນອື່ນໆ?
\s5
\v 9 ການ​ພໍໃຈ​ກັບ​ສິ່ງ​ທີ່​ຕາຫລຽວເຫັນກໍດີກວ່າ​ ການປາຖະຫນາສິ່ງທີ່ໂຫຍຫາ ດ້ວຍຄວາມຢາກໄດ້ໄປຕາມຕັນຫາ, ຊຶ່ງກໍແມ່ນອະນີຈັງ ແລະ ຄວາມພະຍາຍາມແບບກິນລົມກິນແລ້ງ​.
\v 10 ສິ່ງໃດ​ທີ່ມີຢູ່ກໍໄດ້ຕັ້ງຊື່ເອີ້ນສິ່ງນັ້ນແລ້ວ, ແລະມະນຸດ​ເປັນຢ່າງໃດ​ກໍ​ໄດ້ຮູ້ກັນຢູ່ແລ້ວ. ດັ່ງນັ້ນຈຶ່ງເປັນການໄຮ້ປະໂຫຍດທີ່ຈະໂຕ້ຖຽງ​ກັບອົງ​ຜູ້ຊົງເປັນ​ຜູ້ພິພາກສາຄົນ​ທັງປວງທີ່ມີຣິດອຳນາດ.
\v 11 ຍິ່ງເວົ້າຖ້ອຍຄຳຫລາຍ​ເທົ່າໃດ​ກໍຍິ່ງ​ບໍ່ມີ​ປະໂຫຍດ​ຫລາຍຂຶ້ນ​ເທົ່ານັ້ນ, ດັ່ງນັ້ນການເປັນມະນຸດໄ​ດ້ປຽບອັນໃດແດ່​.
\v 12 ເພາະໃຜຈະ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ໃນຊີວິດຂອງເຂົາ​ ໃນຊ່ວງເວລາອະນິຈັງ​ຂອງເຂົາ? ວັນເວລາທີ່ໃກ້ຫມົດລົງຈົນເຖິງວັນທີ່ເຂົາຈາກໄປເຫມືອນກັບເງົາ? ໃຜທີ່ຈະບອກກັບມະນຸດໄດ້ວ່າ ອັນໃດຈະເກີດຂຶ້ນຢູ່ພາຍ​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ເຂົາ​ຕາຍໄປ​ແລ້ວ?
\s5
\c 7
\cl ບົດທີ 7
\p
\v 1 ຊື່ສຽງ​ທີ່ດີ​ກໍດີກວ່າ​ນໍ້າຫອມ​ທີ່​ລາຄາແພງ, ແລະ​ ມື້​ຕາຍ​ກໍດີກວ່າ​ມື້​ເກີດ.
\v 2 ການໄປຍັງ​ເຮືອນ​ທີ່​ມີ​ການ​ຮ້ອງໄຫ້​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ, ເພາະ​ການຮ້ອງໄຫ້ຈະເກີດຂຶ້ນກັບທຸກຄົນ​ໃນວາລະສຸດທ້າຍຂອງຊີວິດ, ດັ່ງຄົນທີ່ມີຊີວິດຢູ່ຕ້ອງເກັບ​ເອົາ​ເລື່ອງນ​ີ້ໄວ້ໃນໃຈ.
\s5
\v 3 ຄວາມໂສກເສົ້າກໍດີກ່ວາສຽງຫົວ, ເພາະຈາກໃບ​ຫນ້າທີ່ເສົ້າຫມອງ, ພາຍຫລັງກໍຈະນໍາມາ​ຊຶ່ງຈິດໃຈ​ທີ່ຍິນດີ.
\v 4 ຈິດໃຈຂອງຄົນມີປັນຍາຢູ່ໃນເຮືອນທີ່ມີການຮ້ອງໄຫ້, ແຕ່ຈິດໃຈຂອງຄົນໂງ່ຈ້າ ຢູ່ໃນເຮືອນທີ່ມີ​ງ​ານລ້ຽງ.
\s5
\v 5 ການຟັງ​ຄຳ​ເຕືອນ​ຂອງ​ຄົນມີ​ປັນຍາ ກໍດີກວ່າການ​ຟັງ​ເພງ​ຂອງ​ຄົນໂງ່ຈ້າ.
\v 6 ເພາະສຽງ​​ແຕກ​ຂອງຫນາມທີ່ລຸກໄຫມ້ຢູ່​ໃຕ້ຫມໍ້ສັນໃດ, ສຽງຫົວຂອງຄົນໂງ່ຈ້າ ກໍເປັນສັນນັ້ນ. ນີ້ກໍເປັນອະນີຈັງດ້ວຍ.
\s5
\v 7 ແທ້ຈິງແລ້ວການບີບບັງຄັບກໍເຮັດ​ໃຫ້ ​ຄົນມີປັນຍາໂງ່ຈ້າ​, ແລະ ​ສິນຈ້າງ​ລາງວັນ ​ກໍ​ເຮັດໃຫ້ຈິດໃຈເຊື່ອມຊາມໄປ.
\s5
\v 8 ບັ້ນປາຍ​ຂອງ​ທຸກສິ່ງ​ກໍດີກວ່າ​ຕອນເລີ້ມຕົ້ນ; ແລະ ຄົນທີ່ມີຄວາມ​ອົດກັ້ນ​ໃຈກໍດີກວ່າ​ຄົນທີ່ມີໃຈ​ຈອງຫອງ.
\v 9 ຢ່າໃຫ້ຈິດໃຈ​​ຂອງເຈົ້າ​ຮ້າຍໄວ, ເພາະຄວາມຮ້າຍຝັງຢູ່ໃນຈິດໃຈຂອງ​ຄົນໂງ່ຈ້າ​.
\s5
\v 10 ຢ່າ​ຖາມ​ເລີຍ​ວ່າ, "ເປັນຫຍັງ​ສະໄຫມ​ກ່ອນ​ຈຶ່ງ​ດີກວ່າ​ສະໄຫມ​ນີ້?" ເພາະ​ຄຳຖາມນີ້​ທີ່ເຈົ້າຖາມບໍ່ໄດ້ມາຈາກ​ປັນຍາ.
\s5
\v 11 ປັນ​ຍາກໍດີເຫມືອນກັບສິ່ງມີຄ່າຕ່າງໆທີ່​ເຮົາ ​ໄດ້​ຮັບ​ເປັນມໍຣະດົກ​ຈາກບັນດາບັນພະບູລຸດຂອງເຮົາ. ປັນຍາໃຫ້ປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ເຫັນດວງຕາເວັນ.
\v 12 ​ເພາະປັນ​ຍາໃຫ້ເຄື່ອງ​ປ້ອງກັນ​ເຊັ່ນດຽວກັບເງິນ ທີ່ສາມາດໃຫ້ຄວາມປ້ອງກັນ​ໄດ້, ແຕ່ປະໂຫຍດ​ຂອງຄວາມຮູ້ຄືການທີ່ມີປັນຍາ​ໃຫ້​ຊີວິດ ຕໍ່​ຜູ້ທີ່ມີປັນຍາ​ນັ້ນຮູ້.
\s5
\v 13 ຈົ່ງ​ພິຈາລະນາພຣະລາຊກິດ​ຂອງ​ພຣະເຈົ້າ​: ພຣະອົງໄດ້ຊົງເຮັດໃຫ້ບາງ​ສິ່ງ​​ຄົດ​ໄປແລ້ວ ຜູ້ໃດ​ຈະເຮັດ​ໃຫ້​ຊື່​ໄດ້​ແດ່?
\s5
\v 14 ເມື່ອ​ຊ່ວງເວລາທີ່​ດີ, ກໍຈົ່ງ​ມີຊີວິດຢ່າງມີຄວາມສຸກໃນຊ່ວງເວລາທີ່ດີນັ້ນ, ແຕ່​ເມື່ອ​ເຖິງຊ່ວງເວລາທີ່​ເດືອດຮ້ອນ​ ຈົ່ງ​ພິຈາລະນາດັ່ງນີ້​ວ່າ: ພຣະເຈົ້າ​ຊົງອະນຸຍາດໃຫ້​ທັງ​ສອງຢ່າງຄຽງຄູ່ກັນໄປ. ເພາະເຫດນີ້, ຈຶ່ງ​ບໍ່ມີໃຜຈະຄົ້ນພົບໄດ້ວ່າ ສິ່ງໃດທີ່​ຈະ​​ເກີດຂຶ້ນພາຍຫລັງເຂົາ.
\s5
\v 15 ​ຂ້ານ້ອຍໄດ້​ເຫັນຫລາຍສິ່ງ​ຫລາຍຢ່າງໃນ​ຊີວິດ​ອານິຈັງຂອງຂ້ານ້ອຍນີ້. ມີພວກຄົນ​ຊອບທຳ​ທີ່ຈິບຫາຍທັງໆທີ່ມີ​ຄວາມ​ຊອບທຳ​ໃນພວກເຂົາ, ແລະ​ ມີພວກຄົນຊົ່ວຮ້າຍ​ທີ່ມີ​ຊີວິດ​ຍືນຍາວ​ທັງໆທີ່ມີຄວາມ​ຊົ່ວ​ຮ້າຍໃນພວກ​ເຂົາ.
\v 16 ຢ່າອວດຕົວເອງ​ວ່າຊອບທຳ​ ແລະ ສະຫລາດໃນ​ສາຍຕາ​ຂອງຕົນເອງ. ​ເປັນຫຍັງ​ເຈົ້າຄວນຈະທຳລາຍ​ຕົນເອງເສຍ?
\s5
\v 17 ​ຢ່າ​ຊົ່ວຊ້າ ​ຫລື​ໂງ່ຈ້າຈົນ​ເກີນໄປ. ເປັນຫຍັງ​ເຈົ້າຄວນຈະຕາຍ​ກ່ອນ​ເຖິງເວລາຂອງເຈົ້າ?
\v 18 ເປັນການດີທີ່ເຈົ້າ​ຄວນຈະ​ຢຶດເອົາປັນຍານີ້ໄວ້, ແລະ ທີ່ເຈົ້າຈະບໍ່ປ່ອຍຄວາມຊອບທຳໄປ. ເພາະຄົນທີ່​ຢຳເກງ​ພຣະເຈົ້າ ​ຈະ​ພົບ​ກ​ັບພາລະຫນ້າທີ່​ທັງສິ້ນຂອງເຂົາ.
\s5
\v 19 ປັນຍາ​ມີອຳນາດຫລາຍໃນ​ຄົນ​ສະຫລາດ​ ຫລາຍຍິ່ງກວ່າຜູ້ປົກຄອງ​ສິບ​ຄົນ​ທີ່​ຢູ່​ໃນ​ເມືອງ​ຫນຶ່ງ.
\v 20 ບໍ່ມີ​ຄົນຊອບທຳຈັກຄົນເທິງແຜ່ນດິນໂລກ ທີ່​ເຮັດ​ແຕ່ຄວາມດີ ແລະ​ບໍ່ເຄີຍເຮັດ​ບາບ​ຈັກເທື່ອ.
\s5
\v 21 ຢ່າໄດ້ຟັງທຸກຄຳທີ່ໄດ້ເວົ້າ, ເພາະເຈົ້າ​ອາດ​ຈະໄດ້ຍິນ​ຄົນ​ຮັບໃຊ້​ຂອງເຈົ້າ​ປ້ອຍດ່າ​ເຈົ້າ​ຢູ່ກໍໄດ້.
\v 22 ​ທາງດຽວກັນ, ເຈົ້າ​ກໍຮູ້ຢູ່ແກ່ໃຈ​ຂອງເຈົ້າເອງ​ ວ່າເຈົ້າກໍມັກຈະ​ປ້ອຍດ່າ​ຄົນອື່ນໆ​ເຊັ່ນດຽວກັນ.
\s5
\v 23 ຂ້ານ້ອຍໄດ້​ພິສູດທັງຫມົດ ນີ້ດ້ວຍ​ປັນຍາ ຂ້ານ້ອຍກ່າວວ່າ. "ຂ້ານ້ອຍຈະ​ເປັນ​ຄົນມີ​ປັນຍາ," ແຕ່​ກໍບໍ່ໄດ້ຫລາຍໄປກວ່າ​ທີ່ຂ້ານ້ອຍຈະເປັນໄດ້.
\v 24 ປັນຍາຢູ່ຫ່າງໄກ ແລະ ເລິກລັບຫລາຍ. ໃຜຈະຄົ້ນພົບປັນຍາໄດ້ແດ່?
\v 25 ຂ້ານ້ອຍ​​; ໄດ້ກັບໃຈຂອງຂ້ານ້ອຍຫັນມາຮຽນຮູ້ ແລະ ກວດສອບ ແລະ ຊອກຫາ​ປັນຍາ ແລະ​ ຄຳອະທິບາຍແຫ່ງຄວາມຈິງ, ແລະ ເພື່ອເຂົ້າໃຈວ່າຄວາມຊົ່ວຊ້າຄືຄວາມ​ໂງ່ ແລະຄວາມໂງ່ຈ້າຄືຄວາມ​ບ້າ​ບໍ.
\s5
\v 26 ຂ້ານ້ອຍໄດ້​ພົບ​ວ່າ ຄວາມ​ຂົມຂື່ນ​ຍິ່ງກວ່າ​ຄວາມຕາຍ​ຄື ຜູ້ຍິງ​ຄົນໃດທີ່​ຈິດໃຈ​ຂອງນາງເຕັມດ້ວຍ​ບ່ວງແຮ້ວ ​ແລະ ​ຕະຂ່າຍ, ແລະ ແຂນ​ຂອງ​ນາງ​ເປັນ​ເຫມືອນ​ສາຍໂສ້. ຄົນໃດ​ທີ່​ພຣະເຈົ້າ​ຊົງພໍພຣະໄທກໍ​ຈະ​ລອດ​ພົ້ນ​ຈາກນາງໄປ​ໄດ້, ແຕ່ພວກຄົນບາບຈະຖືກ​ນາງ​​ດັກຈັບ​ເອົາ​ໄປ.
\s5
\v 27 "ຈົ່ງພິ​ຈາລະນາສິ່ງທີ່ຂ້ານ້ອຍ​ໄດ້​ຄົ້ນພົບ​," ອາຈານກ່າວວ່າ. "ຂ້ານ້ອຍໄດ້ເພີ່ມສິ່ງຫນຶ່ງ ທີ່ຄົ້ນພົບເຂົ້າໄປກັບອີກສິ່ງຫນຶ່ງ ​ເພື່ອທີ່ຈະ​ຊອກຫາ​ຄຳຕອບແຫ່ງຄວາມຈິງ.
\v 28 ນີ້ເປັນສິ່ງທີ່ຂ້ານ້ອຍ​ຍັງຄົງໄດ້​ຊອກ​ຫາຕໍ່ໄປ, ແຕ່​ຂ້ານ້ອຍກໍຍັງ​ບໍ່​ພົບ. ຂ້ານ້ອຍໄດ້​ພົບວ່າ ມີຜູ້​ຊາຍ​ທີ່ຊອບທຳພຽງຄົນ​ດຽວ, ​ໃນ​ທ່າມກາງ​ຜູ້ຊາຍ​ພັນ​ຄົນ, ແຕ່​ບໍ່ໄດ້​ພົບ​ຜູ້ຍິງ​ຈັກ​ຄົນດຽວ. ໃນທ່າມກາງຄົນເຫລົ່ານັ້ນທັງຫມົດ.
\s5
\v 29 ຂ້ານ້ອຍໄດ້​ພົບພຽງເທົ່ານີ້ວ່າ: ພຣະເຈົ້າ​ໄດ້ຊົງ​ສ້າງ​ມະນຸດ​ໃຫ້​ເປັນ​ຄົນ​ທ່ຽງທຳ, ແຕ່​ພວກເຂົາໄດ້​ຫລົງໄປ​ສະແຫວງຫາຄວາມຫຍ​ຸ້ງຍາກມາກ​ມາຍ."
\s5
\c 8
\cl ບົດທີ 8
\p
\v 1 ໃຜເປັນຄົນມີ​ປັນຍາ​? ໃຜ​ຮູ້​ໄດ້​ວ່າເຫດການຕ່າງໆໃນ​ຊີວິດມີຄວາມຫມາຍວ່າຢ່າງໃດ?. ປັນຍາ​ໃນມະນຸດເຮັດ​ໃຫ້​ລາວ​ຍິ້ມແຍ້ມ​ແຈ່ມໃສ, ແລະ ຄວາມບູດບຶ້ງເທິງໃບຫນ້າ​ຂອງ​ເຂົາກໍປ່ຽນໄປ.
\s5
\v 2 ຂ້ານ້ອຍແນະນຳທ່ານໃຫ້ເຊື່ອຟັງຄຳສັ່ງຂອງ​ກະສັດ​ ເພາະ​ຄຳສັນຍາ​ຂອງພຣະເຈົ້າປົກປ້ອງພະອົງ.
\v 3 ຢ່າຟ້າວຟັ່ງ​ອອກໄປ​ໃຫ້​ພົ້ນ​ຫນ້າ​ເພິ່ນ, ແລະ ຢ່າໄດ້ດື້ດ້ານ​ໃນ​ການ​ສະຫນັບສະຫນູນສິ່ງໃດທີ່ຜິດ. ເພາະກະສັດຊົງເຮັດຕາມທີ່ພະອົງຊົງປະສົງໄວ້.
\v 4 ຄຳສັ່ງຂອງກະສັດ​ມີ​ອຳນາດ, ດັ່ງນັ້ນໃຜຈະທູນພະອົງວ່າ, "ພະອົງຊົງກຳລັງເຮັດຫຍັງ?"
\s5
\v 5 ຄົນໃດ​ທີ່​ເຮັດຕາມ​ຄຳສັ່ງ​ຂອງກະສັດ ​ກໍ​ບໍ່ປະສົບອັນຕະລາຍ. ຈິດໃຈຂອງ​ຄົນມີ​ປັນຍາ​ກໍ​ຮູ້​ເຖິງ​ການ​ປະ​ຕິບັດ ​​ແລະ ເ​ວລາຂອງການກະທຳທີ່ເຫມາະສົມ.
\v 6 ມີຄຳຕອບທີ່​ຖືກຕ້ອງ ​ແລະ​ມີ​ວິທີທີ່​ຈະຕອບ​ສຳລັບ​​ທຸກເລື່ອງລາວ, ເ​ພາະຄວາມຍາກລຳບາກຕ່າງໆ​ ຂອງມະນຸດກໍຫນັກຫນາສາຫັດ.
\v 7 ບໍ່ມີ​ຜູ້ໃດ​​ຮູ້ຈັກ​ສິ່ງ​ທີ່ຈະເກີດຂຶ້ນຕໍ່ໄປໄດ້. ໃຜຈະ​ບອກເຂົາ​ໄດ້ວ່າສິ່ງໃດຈະເກີດຂຶ້ນ.
\s5
\v 8 ບໍ່ມີ​ຜູ້ໃດ​ທີ່ເປັນ​ຄົນມີອຳນາດເຫນືອລົມຫາຍໃຈຂອງເຂົາ, ເພື່ອທີ່ຈະຢຸດລົມຫາຍໃຈນັ້ນແລະ ບໍ່ມີໃຜມີອຳນາດເຫນືອວັນຕາຍຂອງເຂົາ,​ບໍ່ມີໃຜຖືກປົດປະຈຳການຈາກກອງທັບໃນຍາມສູ້​ຮົບ​, ແລະ ​ຄວາມອະທໍາ ​ກໍ​ຈະບໍ່ຊ່ວຍຊີວິດຄົນເຫລົ່ານັ້ນ.
\v 9 ຂ້ານ້ອຍໄດ້​ສິນໃຈກາ​ນງານທຸກ​ຢ່າງ​; ທີ່​ໄດ້​ເກີດຂຶ້ນ​ຢູ່ພາຍໃຕ້​ດວງຕາເວັນ. ມີເວລາຫນຶ່ງເມື່ອຄົນຫນຶ່ງຂົ່​ມເຫັງອີກຄົນອື່ນ ເພື່ອທີ່ຈະເຮັດ​ໃຫ້​ຄົນນັ້ນເຈັບປວດ.
\s5
\v 10 ດັ່ງນັ້ນຂ້ານ້ອຍໄດ້​ເຫັນ​ພວກ​ຄົນຊົ່ວ​ຮ້າຍຖືກ​ຝັງ​ຕໍ່ຫນ້າປະຊາຊົນ. ພວກເຂົາຖືກນຳມາ​ຈາກ​ບໍລິເວນທີ່ບໍລິສຸດ ແລະ ຖືກຝັງໄວ້ ແລະປະຊາຊົນກໍ​ຍົກຍ້ອງກັນ​ໃນ​ເມືອງ ທີ່​ພວກເຂົາ​ໄດ້​ເຮັດ​ການຊົ່ວຮ້າຍເຫລົ່າ​ນັ້ນ. ນີ້ກໍໄຮ້ປະໂຫຍດ​ດ້ວຍ.
\v 11 ເມື່ອການລົງໂທດຕໍ່​ຄົນ​​ທີ່​ຈະ​ເຮັດ​ຊົ່ວ​ຮ້າຍບໍ່ໄດ້ດຳເນີນການໂດຍໄວ, ກໍ​ເປັນ​ການຊັກນຳຈິດໃຈຂອງມະນຸດໃຫ້​ເຮັດ​ຊົ່ວ​.
\s5
\v 12 ເຖິງແມ່ນວ່າຄົນບາບ​​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ ກໍ​ຍັງ​ມີ​ຊີວິດ​ຍືນຍາວ, ​ແຕ່ຂ້ານ້ອຍ​ຮູ້​ວ່າມັນຈະເປັນການດີ, “ກັບຄົນເຫລົ່ານັ້ນທີ່​ຢຳເກງ​ພຣະເຈົ້າ, ຜູ້ທີ່ຖວາຍກຽດຕໍ່ພຣະພັກພຣະອົງ​ກັບພວກເຂົາ​.
\v 13 ແຕ່ຈະບໍ່ເປັນການດີ​ສຳລັບ​ຄົນຊົ່ວຮ້າຍ; ຊີວິດ​ພວກເຂົາ​ຈະບໍ່ຍືນຍາວ. ວັນເວລາຂອງເຂົາກໍເປັນເຫມືອນ​ດັ່ງ​ເງົາຊົ່ວຄາວ, ເພາະ​ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ.
\s5
\v 14 ມີອະນີຈັງອີກຢ່າງຫນຶ່ງ - ຄືສິ່ງ​ອື່ນໆທີ່​ເກີດຂຶ້ນ​ຢູ່​ໃນ​ແຜ່ນດິນໂລກ. ສິ່ງ​ຕ່າງ​ໆທີ່ເກີດຂຶ້ນກັບພວກຄົນຊອບທຳກໍເຫມືອນ ກັບສິ່ງຕ່າງໆທີ່ເກີດຂຶ້ນກັບ​ຄົນຊົ່ວຮ້າຍ, ແລະ ສິ່ງຕ່າງໆທີ່ເກີດຂຶ້ນກັບ​ຄົນຊົ່ວ​ຮ້າຍ ກໍເຫມືອນກັບສິ່ງຕ່າງໆທີ່ເກີດຂຶ້ນກັບຄົນຊອບທຳ. ຂ້ານ້ອຍກ່າວ​ວ່າ​ນີ້ກໍ​ອະນິຈັງ​ແທ້ໆ.
\v 15 ສະນັ້ນຂ້ານ້ອຍຈຶ່ງຂໍ​ແນະນຳໃຫ້ມີຄວາມສຸກ, ເພາະສຳລັບມະນຸດ​ ບໍ່ມີສິ່ງໃດ​ຢູ່​ພາຍໃຕ້​ດວງ​ຕາເວັນ​ດີໄປກວ່າການກິນ​ແລະ​ ດື່ມ​ ແລະ​ມີຄວາມສຸກ. ​ຄວາມສຸກນີ້ແຫລະ ທີ່ຈະຄຽງຄູ່ໄປກັບເຂົາ ໃນ​ຂະນະທີ່​ເຂົາບຸກບືນ​ເຮັດ​ວຽກ​ຕະຫລອດ​ຊີວິດຂອງເຂົາ ທີ່​ພຣະເຈົ້າ​ປຣະທານ​ໃຫ້​ແກ່​ເຂົາ​ຢູ່ພາຍໃຕ້​ດວງຕາເວັນ.
\s5
\v 16 ເມື່ອ​ຂ້ານ້ອຍ​ສົນໃຈທີ່ຈະຮູ້ປັນຍາ ແລະ​ຄວາມເຂົ້າໃຈການງານທີ່ທຳກັນເທິງແຜ່ນດິນໂລກ, ການງານທີ່ມັກຈະອົດຫລັບ​ອົດນອນ​ຕະຫລອດ​ມື້​ຕະຫລອດ​ຄືນ,
\v 17 ແລ້ວຂ້ານ້ອຍໄດ້ພິຈາລະນາ​ ພຣະຣາຊກິດຂອງພຣະເຈົ້າ​ທັງສີ້ນ, ແລະ ທີ່ມະນຸດບໍ່ເຂົ້າໃຈການງານທີ່ທຳກັນພາຍໃຕ້ດວງຕາເວັນ. ບໍ່ວ່າມະນຸດຈະພະຍາຍາມ​ເພື່ອຫາຄຳຕອບ​ຫລາຍເທົ່າໃດ​ກໍຕາມ ເຂົາ​ກໍ​ຈະ​ບໍ່ພົບ​ຄຳຕອບເຫລົ່ານັ້ນ. ເຖິງແມ່ນວ່າຄົນມີ​ປັນຍາ​ຈະເຊື່ອ​ວ່າ​ເຂົາຮູ້, ແຕ່​ວ່າ​ພວກເຂົາ​ບໍ່​ຮູ້ຢ່າງແທ້ຈິງ.
\s5
\c 9
\cl ບົດທີ 9
\p
\v 1 ດ້ວຍເຫດສະນີ້ ຂ້ານ້ອຍຈຶ່ງ​ຄິດ​ຕຶກຕອງ​ເຖິງ​ເລື່ອງທັງຫມົດນີ້​ຢູ່ໃນໃຈຂອງຂ້ານ້ອຍເພື່ອທີ່ຈະເຂົ້າໃຈການກະທຳ ກ່ຽວກັບບັນດາຄົນຊອບທຳແລະ​ ຄົນສະຫລາດ ແລະ ການກະທຳ​ຂອງພວກເຂົາ​. ພວກເຂົາຢູ່ໃນພຣະຫັດຂອງພຣະເຈົ້າ. ບໍ່ມີໃຜຮູ້ວ່າຄວາມຮັກ ຫລືຄວາມກຽດຊັງຈະມາຫາຜູ້ໃດຜູ້ຫນຶ່ງ.
\s5
\v 2 ທຸກ​ຄົນມີ​ຊາຕາກໍາຢ່າງດຽວກັນ. ​ຊາຕາກໍາຢ່າງດຽວກັນນັ້ນ ກໍລໍຄອຍຄົນທີ່ຊອບທໍາ ແລະ ຄົນອະທຳ, ຄົນດີ, ຄົນທີ່ສະອາດ ແລະ ​ຄົນມີມົນທິນ, ແລະ ຄົນທີ່ຖວາຍເຄື່ອງບູຊາ, ຄົນດີ​ຕ້ອງຕາຍສັນໃດ, ​ຄົນບາບກໍຕ້ອງຕາຍສັນນັ້ນ, ຄົນ​ທີ່​ສາບານ​ຈະຕ້ອງຕາຍສັນໃດຄົນທີ່ຢ້ານກົວ​ທີ່​ຈະເຮັດການ​ສາບານກໍຈະຕ້ອງຕາຍສັນນັ້ນ.
\s5
\v 3 ​ມີຊາຕາກໍາກຳນົດໄວ້ສຳລັບທຸກສິ່ງ​ທີ່​ເກີດຂຶ້ນ​ຢູ່​ພາຍໃຕ້​ດວງ​ຕາເວັນນີ້. ຊາຕາກຳຢ່າງດຽວກັນສຳລັບ​ທຸກຄົນ. ​ຈິດ​ໃຈຂອງ​ມະນຸດ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ຮ້າຍ, ແລະ ​ຄວາມ​ບ້າບໍກໍຢູ່ໃນຈິດໃຈຂອງ​ພວກເຂົາ ໃນຂະນະທີ່ພວກເຂົາມີຊີວິດຢູ່, ​ຫລັງຈາກນັ້ນພວກເຂົາກໍ​ໄປຫາຄົນຕາຍ.
\s5
\v 4 ເພາະຄົນໃດ​​ທີ່​​ຢູ່​ຮ່ວມກັບ ທຸກຄົນທີ່ມີຊີວິດຢູ່, ກໍມີຄວາມຫວັງ, ເຊັ່ນດຽວກັບຫມາ​ທີ່​ຍັງ​ມີ​ຊີວິດ​ຢູ່, ​ກໍດີກວ່າ​ສິງ​ໂຕທີ່​ຕາຍໄປ​ແລ້ວ.
\v 5 ເພາະຄົນທີ່​ມີ​ຊີວິດ​ຢູ່​ກໍ​ຮູ້​ວ່າ​ຕົນ​ຈະ​ຕາຍໄປ, ແຕ່​ຜູ້​ທີ່​ຕາຍໄປ​ແລ້ວ​ກໍ​ບໍ່​ຮູ້​ຫຍັງ​ເລີຍ. ພວກເຂົາ​ບໍ່ມີ​ບຳເຫນັດໃດໆອີກຕໍ່ໄປ ເພາະຄວາມຈຳຂອງ​ພວກເຂົາ​ຖືກ​ລືມໄລ​ໄປ​ຫມົດສິ້ນ.
\s5
\v 6 ຄວາມຮັກ, ຄວາມກຽດຊັງ, ແລະ ຄວາມອິດສາ​ຂອງ​ພວກເຂົາ ​ໄດ້​ສູນຫາຍໄປ​ນານແລ້ວ. ພວກເຂົາ​ຈະ​ບໍ່ມີ​ສ່ວນ​ກັບ​ສິ່ງ​ໃດອີກເລີຍທີ່ເກີດຂຶ້ນ​ຢູ່​ພາຍໃຕ້​ດວງ​ຕາເວັນ​.
\v 7 ຈົ່ງ​ໄປຕາມທາງຂອງເຈົ້າເຖີດ, ຈົ່ງກິນ​ອາຫານ​ຂອງ​ເຈົ້າ​ດ້ວຍຄວາມຊື່ນບານ, ແລະ ດື່ມ​ເຫລົ້າ​ອະງຸ່ນ​ຂອງເຈົ້າດ້ວຍຈິດໃຈ​ທີ່ມີຄວາມສຸກ, ​ເພາະພຣະເຈົ້າໄດ້ຊົງເຫັນຊອບໃນການສະຫລອງການງານທີ່ດີ.
\v 8 ຈົ່ງ​ເຮັດ​ໃຫ້ເສື້ອຜ້າຂອງເຈົ້າຂາວຢູ່ສະເຫມີ​ ແລະ​ສະໂລມຫົວຂອງເຈົ້າດ້ວຍນຳ້ມັນ.
\s5
\v 9 ຈົ່ງ​ໃຫ້​ຊີວິດ​ຂອງ​ເຈົ້າ ​ມີຄວາມສຸກ​ຢູ່​ກັບ​ເມຍທີ່​ເຈົ້າ​ຮັກ ​ຕະຫລອດ​ຊີວິດ ອັນ​ອະນິຈັງຂອງເຈົ້າ, ວັນເວລາ​ທີ່​ພຣະເຈົ້າ​ໄດ​້ປຣະທານໃຫ້ກັບເຈົ້າ ​ຢູ່ພາຍໃຕ້​ດວງຕາເວັນ ຕະຫລອດຊີວິດ​ອັນ​ອະນິຈັງຂອງເຈົ້າ. ນັ້ນຄືລາງວັນໃນຊີວິດສຳລັບການງານຂອງ​ເຈົ້າ​ພາຍໃຕ້ດວງອາທິດ.
\v 10 ມືຂອງເຈົ້າຈັບສິ່ງໃດ​ກໍຕາມທີ່ຈະເຮັດ, ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງຂອງເຈົ້າ, ເພາະ​​ບໍ່ມີ​ການກະທຳ, ຫລື ຄຳອະທິບາຍ, ຫລື ຄວາມຮູ້, ຫລື​ ປັນຍາ​ໃດໆ ໃນ​ແດນຄົນຕາຍ, ຊຶ່ງທີ່ເຈົ້າກຳລັງຈະ​ໄປ.
\s5
\v 11 ຂ້ານ້ອຍໄດ້​ເຫັນ​​ສິ່ງ​ຕ່າງໆທີ່ຫນ້າສົນໃຈ​ຢູ່ພາຍໃຕ້​ດວງຕາເວັນ: ການແຂ່ງຂັນ​ບໍ່ເປັນ​ຂອງຄົນທີ່ວ່ອງໄວ. ສົງຄາມບໍ່ໄດ້ເປັນຂອງຄົນທີ່ມີກຳລັງ. ​ເຂົ້າຈີ່​ບໍ່ເປັນ​ຂອງຄົນສະຫລາດ. ຄວາມ​ຮັ່ງມີບໍ່​ເປັນຂອງຄົນທີ່ມີຄວາມເຂົ້າໃຈ. ​ຄວາມໂປດປານບໍ່ເປັນຂອງຄົນທີ່ມີຄວາມຮູ້​ . ແຕ່​​ເວລາ ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ.
\v 12 ເພາະ​ບໍ່ມີໃຜຮູ້ເວລາຕາຍຂອງ​ເຂົາ, ເຊັ່ນດຽວກັບປາທີ່ທີ່ຕິດຢູ່ໃນແຫແຫ່ງຄວາມຕາຍ, ຫລືເຊັ່ນດຽວກັບ​ນົກ​ທີ່​ຖືກຈັບໃນບ້ວງ​ແຮ້ວ. ມະນຸດກໍເຊັ່ນດຽວກັບສັດທີ່ຕິດຢູ່ໃນ​ບ້ວງແຮ້ວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ທີ່ຕົກຢູ່ກັບພວກເຂົາໃນ​ເວລາ​ທີ່​ບໍ່​ຄາດຝັນ.
\s5
\v 13 ຂ້ານ້ອຍຍັງໄດ້ເຫັນສະຕິປັນຍາມີພາຍໃຕ້ຕາເວັນນີ້ ເບິ່ງຄືຍິ່ງໃຫຍ່ສຳລັບຂ້ານ້ອຍ.
\v 14 ມີເມືອງຫນຶ່ງ​ທີ່​ມີ​ຄົນ​ຢູ່ໃນເມືອງນັ້ນຫນ້ອຍຄົນ, ແ​ລະ ກະສັດ​ຜູ້ຍິ່ງໃຫຍ່​​ອົງຫນຶ່ງໄດ້​ມາໂຈມຕີ​ເມືອງນັ້ນ ແລະ ເພິ່ນ​ປິດລ້ອມ​ເມືອງ​ນັ້ນໄວ້ ແລະ ​ໄດ້ສ້າງຂັນໄດລ້ອມ​ຮອບໂຈມຕີເມືອງນັ້ນ.
\v 15 ໃນຂະນະນັ້ນໄດ້ພົບເຫັນຊາຍຄົນຫນຶ່ງທີ່ຍາກຈົນໃນເມືອງນັ້ນ, ລາວເປັນຄົນມີສະຕິປັນຍາ, ​ເປັນ​ຄົນ​ຊ່ວຍ​ເມືອງ​ນັ້ນໃຫ້ລອດດວ້ຍປັນຍາຂອງລາວ. ແຕ່​ພາຍຫລັງກໍບໍ່ມີ​ຜູ້ໃດ​ຄິດເຖິງ​ຊາຍຍາກຈົນຄົນນັ້ນ​ເລີຍ.
\s5
\v 16 ດັ່ງນັ້ນຂ້ານ້ອຍ​ຈຶ່ງພໍສະຫລູບ​ໄດ້ວ່າ, "ປັນຍາ​ດີກວ່າ​ກຳລັງ, ແຕ່​​ປັນຍາ​ຂອງຊາຍ​ຍາກຈົນ ຄົນ​ນັ້ນຖືກ​ດູຫມິ່ນປະຫມາດ, ແລະ ​ບໍ່ມີໃຜ​ຟັງ​ຖ້ອຍຄຳ​ຂອງ​ລາວ."
\s5
\v 17 ຖ້ອຍຄຳ​ຂອງ​ຄົນມີ​ປັນຍາ ທີ່ເວົ້າຄ່ອຍໆທີ່ໄດ້ຍິນ ກໍດີກວ່າ​ການ​ຮ້ອງ​ຂອງ​ຜູ້ປົກຄອງ​ຄົນໃນ​ທ່າມ​ກາງພວກ​ຄົນໂງ່ຈ້າ.
\v 18 ປັນຍາ​ດີກວ່າ​ອາວຸດສົງຄາມ, ແຕ່​ຄົນບາບ​ຄົນດຽວສາມາດທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ.
\s5
\c 10
\cl ບົດທີ 10
\p
\v 1 ແມງໄມ້​ຕາຍ​ຍ່ອມ​ເຮັດ​ໃຫ້​ນໍ້າຫອມ​ມີ່ກິ່ນ​ເຫມັນ​ໄດ້​ສັນໃດ, ຄວາມ​ໂງ່ຈ້າ​ພຽງແຕ່​ເລັກນ້ອຍ​ກໍ​ມີອຳນາດ​ເຫນືອ​ປັນຍາ​ ແລະ ກຽດຕິຍົດໄດ້ສັນນັ້ນ.
\v 2 ຈິດໃຈຂອງຄົນມີ​ປັນຍາ​ຄົນຫນຶ່ງ ນຳໄປທາງຂວາ, ແລະ​ ຈິດໃຈຂອງຄົນໂງ່ຈ້ານຳໄປ​​ທາງຊ້າຍ.
\v 3 ເມື່ອຄົນ​ໂງ່ຈ້າ​ເດີນ​ລົງມາຕາມຖະຫນົນ, ຄວາມຄິດຂອງລາວກໍຂາດສະຕິ, ຊຶ່ງເປັນການເຮັດ​ໃຫ້​ທຸກຄົນ​ຮູ້​ວ່າ​ຕົນ​ເປັນ​ຄົນໂງ່ຈ້າ.
\s5
\v 4 ຖ້າອາລົມຮ້າຍຂອງຜູ້ເປັນນາຍ ເພີ້ມຂຶ້ນຕໍ່ເຈົ້າ, ຢ່າ​ປະຖິ້ມການ​ງານຂອງເຈົ້າ. ຄວາມໃຈເຢັນຈະເຮັ​ດໃຫ້ຄວາມ​ຮ້າຍຢ່າງຮຸນແຮງສະຫງົບລົງໄດ້​.
\s5
\v 5 ມີຄວາມຊົ່ວຮ້າຍອີກຢ່າງຫນຶ່ງທີ່ ຂ້ານ້ອຍໄດ້​​ເຫັນ​​ຢູ່ພາຍໃຕ້​ດວງຕາເວັນ, ຄື​ຄວາມ​ຜິດພາດຢ່າງຫນຶ່ງທີ່ເກີດມາຈາກ​ຜູ້ປົກຄອງ​:
\v 6 ຄົນໂງ່ຈ້າ​ໄດ້​ຮັບ​ມອບຕຳແຫນ່ງ​ສູງ, ໃນຂະນະທີ່​ຄົນ​ທີ່ມີ​ຄວາມສາມາດ​ໄດ້​ຮັບມອບ​ຕຳແຫນ່ງ​ທີ່ຕໍ່າຕ້ອຍ.
\v 7 ຂ້ານ້ອຍໄດ້​ເຫັນພວກ​ທາດຮັບໃຊ້ກຳລັງ​ຂີ່​ມ້າ, ແລະ ພວກຄົນທີ່ມີຄວາມສາມາດກຳລັງຍ່າງເທິງ​ພື້ນດິນເຫມືອນຢ່າງ​​ທາດຮັບໃຊ້.
\s5
\v 8 ຜູ້​ໃດທີ່​ຂຸດ​ຫລຸມ​ໄວ້ ຜູ້ນັ້ນກໍສາມາດຈະ​ຕົກລົງໄປ​ໃນ​ຫລຸມ​ນັ້ນ​ໄດ້, ແລະ ເ​ມື່ອໃດກໍຕາມທີ່ຜູ້​ໃດພັງ​ກຳແພງ, ງູ​ອາດ​ຈະ​ຕອດ​ເຂົາໄດ້.
\v 9 ຜູ້​ໃດ​ສະກັດ​ຫີນ ຜູ້​ນັ້ນ​ອາດ​ຈະບາດ​ເຈັບ​ເພາະ​ຫີນ​ນັ້ນໄດ້, ແລະ ​ຜູ້​ໃດຕັດໄມ້ຜູ້ນັ້ນກໍປະສົບອັນ​ຕະລາຍຈາກໄມ້ນັ້ນໄດ້.
\s5
\v 10 ຖ້າ​ໃບມີດເຫລັກທີ່ປູ້ແລ້ວ, ແລະ ​ຄົນບໍ່​ຝົນມັນ​ໃຫ້​ຄົມ, ແລ້ວເຂົາ​ກໍ​ຕ້ອງ​ໃຊ້​ແຮງ​ຫລາຍ​ຂຶ້ນ, ແຕ່ປັນຍາ​ໃຫ້ປະໂຫຍດ​ເພື່ອ​ຄວາມ​ສຳເລັດ.
\v 11 ຖ້າ​ງູຕອດກ່ອນ​ທີ່​ຈະ​ເຮັດໃຫ້ມັນເຊື່ອຟັງ, ກໍບໍ່ມີ​ປະໂຫຍດ​ຫຍັງ ສຳລັບຫມໍ​ງູ​ແລ້ວ.
\s5
\v 12 ຖ້ອຍຄຳຈາກປາກ​ຂອງ​ຄົນມີປັນຍາກໍມີ​ພຣະຄຸນ, ແຕ່ຮີມສົບຂອງ​ຄົນໂງ່ຈ້າ​ກ​ໍກືນກິນ​ຕົນ​ເອງ.
\s5
\v 13 ​ຖ້ອຍຄຳທີ່ເລີ້ມຕົ້ນເຜີເວົ້າອອກມາຈາກປາກຂ​ອ​ງຄົນໂງ່ງ່າວສັນໃດ, ຄວາມໂງ່​ກໍ​ອອກມາສັນນັ້ນ ແລະ ໃນຕອນຈົບປາກຂອງເຂົາກໍ​ເຜີເວົ້າ​ອອກມາດ້ວຍຄວາມບ້າບໍຢ່າງຊົ່ວຮ້າຍ.
\v 14 ຄົນໂງ່ຈ້າ​ເວົ້າຖ້ອຍຄຳ​ບໍ່​ຊຳ້ຊາກ, ແຕ່ບໍ່ມີ​ຜູ້ໃດ​ຮູ້​ສິ່ງ​ທີ່​ຈະ​ເກີດຂຶ້ນ. ໃ​ຜຈະຮູ້ໄດ້​ວ່າມີ​ຫຍັງຈະ​ເກີດຂຶ້ນ​ຕາມ​ຫລັງເຂົາ​?
\s5
\v 15 ການເຮັດວຽກຫນັກຂອງຄົນ​ໂງ່ຈ້າ​ກໍເຮັດໃຫ້ພວກເຂົາອິດເມື່ອຍ, ເພາະພວກເຂົາບໍ່ຮູ້ແມ່ນແຕ່ທາງທີ່ຈະໄປໃນເມືອງ.
\s5
\v 16 ແຜ່ນດິນ​ເອີຍ, ວິບັດແກ່ເຈົ້າ, ຖ້າ​ກະສັດຂອງເຈົ້າ​ຍັງ​ຫນຸ່ມນ້ອຍຢູ່, ແລະ ​ຖ້າບັນດາ​ຜູ້ນຳ ຂອງເຈົ້າ​ເລີ່ມລ້ຽງສະຫລອງ​ກັນ​ແຕ່ງ​​ເຊົ້າ!
\v 17 ແຕ່ແຜ່ນ​ດິນເອີຍ​​, ຄວາມສຸກ​ມີແກ່ເຈົ້າ, ຖ້າ​ກະສັດ​ຂອງພວກເຈົ້າເປັນລູກຊາຍຂອງພວກເຈົ້ານາຍ, ແລະ ​ຖ້າພວກ​ຜູ້ນຳ​ຂອງເຈົ້າ​ກິນ​ໃນ​ເວລາ​ທີ່ເຫມາະສົມ, ເພື່ອໃຫ້ມີກຳລັງດ ບໍ່​​ແມ່ນ​ເພື່ອຄວາມ​​ເມົາມາຍ!
\s5
\v 18 ເພາະ​ຄວາມ​ຂີ້ຄ້ານ​ ​ຫລັງຄາຈຶ່ງເພພັງລົງ, ແລະ ເພາະມືທີ່ຂີ້ຄ້ານຮ້ານເຮືອນນັ້ນຈຶ່ງມີຮູ​ຮົ່ວ​.
\v 19 ການ​ກິນລ້ຽງ​ເຮັດ​ໃຫ້​ມີການສຽງຫົວ ແລະ​ ເຫລົ້າ​ອະງຸ່ນ​ນຳມາຊຶ່ງຄວາມມ່ວນຊື່ນສຳບານໃຈຕໍ່ຊີວິດ, ແລະ ເງິນກໍເຮັດໃຫ້ໄດ້ທຸກສິ່ງທີ່ຕ້ອງການ.
\s5
\v 20 ຢ່າ​ສາບແຊ່ງ​ກະສັດ​, ແມ່ນແຕ່​ຢູ່ໃນໃຈກໍຕາມ, ແລະ​ ຢ່າ​ສາບແຊ່ງ​ຄົນ​ຮັ່ງມີ ​ໃນ​ຫ້ອງນອນ​ສ່ວນຕົວ​ຂອງເຈົ້າ. ເພາະນົກໃນທ້ອງຟ້າ ຈະຄາບຄຳເວົ້າຂອງເຈົ້າ​ໄປ; ໂຕທີ່ມີປີກຈະແຜ່ກະຈາຍ​ເລື່ອງລາວນ​ັ້ນ.
\s5
\c 11
\cl ບົດທີ 11
\p
\v 1 ຈົ່ງໂຍນເຂົ້າຈີ່ຂອງເຈົ້າ​ລົງເທິງນ້ຳ, ເພາະຫລັງຈາກນັ້ນອີກຫລາຍວັນ​ເຈົ້າ​​ຈະ​ພົບມັນອີກ.
\v 2 ຈົ່ງ​ແບ່ງມັນ​ໃຫ້ອີກເຈັດຄົນ, ເຖິງແມ່ນຈະເຖິງແປດຄົນກໍຕາມ, ເພາະ​ເຈົ້າ​ບໍ່​ຮູ້​ວ່າອັນຕະລາຍ​ຊະນິດ​ໃດ​ຈະ​ເກ​ີດຂຶ້ນເທິງໂລກນີ້.
\v 3 ຖ້າເມກເຕັມດ້ວຍຝົນ, ເມກເຫລົ່ານັ້ນກໍຈະເທຝົນລົງ​ມາ ເທິງ​ແຜ່ນດິນໂລກ, ແລະ ຖ້າຕົ້ນໄມ້ລົ້ມລົງໄປທາງ​ທິດເຫນືອຫລືທາງ​ທິດໃຕ້, ຕົ້ນໄມ້ລົ້ມລົງທີ່ໃດກ​ໍຕາມມັນ​ກໍ​ຍັງຄົງຢູ່ທີ່ນັ້ນ.
\s5
\v 4 ຜູ້ໃດທີ່ເຝົ້າຫລຽວເບິ່ງ​ລົມ​ກໍຈະ​ບໍ່ຫວ່ານພືດ, ແລະຜູ້ໃດທີ່ເຝົ້າ​ຫລຽວເ​ບິ່ງເມກກໍຈະ​ບໍ່ເກັບກ່ຽວ​.
\v 5 ເຈົ້າ​ບໍ່ຮູ້ວ່າທາງຂອງລົມ ຫລືກະດູກຂອງເດັກອ່ອນ ເຕີບໂຕໃນມົດລູກຂອງ ​ແມ່ຍິງ​ທີ່​ຕັ້ງທ້ອງ​ໄດ້ສັນໃດ, ເຈົ້າກໍຈະບໍ່ສາມາດເຂົ້າໃຈພຣະຣາຊກິດຂອງ​ພຣະເຈົ້າ, ຜູ້ຊົງສ້າງ​ສັບພະທຸກສິ່ງສັນນັ້ນ.
\s5
\v 6 ​ໃນ​ຕອນເຊົ້າ ຈົ່ງຫວ່ານເມັດພືດຂອງເຈົ້າ; ຈົ່ງເຮັດວຽກງານ​ດ້ວຍມືຂອງເຈົ້າ, ຈົນເຖິງຄຳ່ຕາມຄວາມຈຳເປັນ ເພາະເຈົ້າ​ບໍ່​ຮູ້​ດອກ​ວ່າ​ອັນໃດມັນ​ຈະເລີນ, ບໍ່ວ່າຈະເປັນຕອນເຊົ້າ ຫລື​ຕອນແລງ, ຫລື ສິ່ງນີ້ ຫລືສິ່ງນັ້ນ, ຫລືທັງສອງຢ່າງຈະດີເຫມືອນກັນ.
\v 7 ແທ້ຈິງແສງສະຫວ່າງເຮັດໃຫ້ສົດຊື່ນ, ແລະ ມັນເປັນສິ່ງທີ່ຫນ້າພໍໃຈຕໍ່ໃນຕາ​ທີ່​ຫລຽວເຫັນດວງຕາເວັນ.
\v 8 ຖ້າຫາກຄົນໃດມີຊີວິດ ຢູ່ມາກມາຍຫລາຍປີ, ກໍຂໍໃຫ້ເຂົາມີ ຄວາມສຸກຕະຫລອດປີເຫລົ່ານັ້ນ, ແຕ່ໃຫ້​ເຂົາ​ຄິດກ່ຽວກັບວັນແຫ່ງຄວາມມືດ​. ທີ່ຈະ​ມາເຖິງເພາະວັນແຫ່ງຄວາມມືດກໍຈະ​ມີຫລວງຫລາຍ, ທຸກສິ່ງ​ທີ່ຈະເກີດຂຶ້ນ​ກໍອະນີຈັງ.
\s5
\v 9 ຄົນຫນຸ່ມ​ເອີຍ, ຈົ່ງ​ຊື່ນບານ​ໃນ​ຄວາມ​ຫນຸ່ມແຫນ້ນ​ຂອງເຈົ້າ. ຈ​ົ່ງຕາມຫາ​ຄວາມປາຖະຫນາທີ່ດີໃນຈິດໃຈ​ຂອງ​ເຈົ້າ​, ແລະ​ ສິ່ງ​ໃດກໍຕາມໃນສາຍຕາຂອງເຈົ້າ​. ແຕ່​ຢ່າງໃດກໍຕາມ, ຈົ່ງຮູ້​ວ່າ ພຣະເຈົ້າ​ຈະ​ນຳເຈົ້າໄປສູ່ການພິພາກສາ ສຳລັບທຸກສິ່ງ​ເຫລົ່ານັ້ນ.
\v 10 ຈົ່ງໄລ່ຄວາມຮ້າຍອອກໄປຈາກໃຈຂອງເຈົ້າ, ແລະ ຢ່າ​ໃ​ສ່ໃຈກັບຄວາມ​​ເຈັບປວດໃດໆໃນຮ່າງກາຍຂອງເຈົ້າ, ເພາ​ະໄວຫນຸ່ມ​ແລະ ກຳລັງຂອງໄວນັ້ນກໍອານີຈັງ.
\s5
\c 12
\cl ບົດທີ 12
\p
\v 1 ຍິ່ງກວ່ານັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ໄວຫນຸ່ມ​ຂອງເຈົ້າ, ກ່ອນທີ່​ວັນແຫ່ງຄວາມຍາກລຳບາກຈະມາເຖິງ, ​ແລະກ່ອນ​ປີ​ທັງຫລາຍ​ຈະມາເຖິງ ເມື່ອ​ເຈົ້າ​ເວົ້າ​ວ່າ, “ຂ້ານ້ອຍ​ບໍ່ມີຄວາມຍິນດີໃນປີເຫລົ່ານັ້ນ​ເລີຍ​,”
\v 2 ຈົ່ງເຮັດສິ່ງນີ້​ກ່ອນທີ່ແສງສະຫວ່າງຂອງ​ດວງອາທິດ​ແລະ ດວງເດືອນ ​ແລະ​ ຫມູ່ດາວ​ຈະມືດໄປ ແລະ​ເມກ​ຫມອກ​ອັນ​ມືດຄຶ້ມ​ກັບມາພາຍຫລັງຈາກ​ຝົນ​ຕົກ.
\s5
\v 3 ນັ້ນ​ເປັນເວລາເມື່ອຍາມເຝົ້າ​ພະຣາຊວັງຈະ​ສັ່ນສະເທືອນ, ແລະ ​ຜູ້ຊາ​ຍທີ່​ແຂງແຮງ​​ຈະ​ຫລັງໂກ່ງ​ລົງ, ແລະ ພວກຜູ້ຍິງຢຸດໂມ້ແປ້ງ ເພາະພວກເຂົາມີຢູ່ຫນ້ອຍ, ເເລະ ຄົນເຫລົ່ານັ້ນ​ທີ່ຫລຽວອອກໄປນອກປ່ອງຢ້ຽມ ​ກໍ​ຫລຽວເຫັນ​ບໍ່​ແຈ້ງອີກຕໍ່ໄປ.
\s5
\v 4 ນັ້ນຈະ​ເປັນ​ເວລາທີ່ປະຕູເຫລົ່ານັ້ນຖືກປິດໃນຫົນທາງ, ແລະ ສຽງ​ຂອງການໂມ້ແປ້​ງກໍຢຸດໄປ, ເມື່ອຄົນທັງຫລາຍໄດ້ຫວາດກວາ ຕໍ່​ສຽງ​ຂອງ​ນົກ​, ແລະ ສຽງຮ້ອງເພງຂອງຍິງສາວໄດ້​ຈາງ​ຫາຍໄປ.
\s5
\v 5 ນັ້ນ​ຈະ​ເປັນ​ ເວລາ​ເມື່ອຄົນທັງຫລາ​ຍ ຈະເລີ່ມຢ້ານຄວາມສູງ ແລະ ອັນຕະລາຍຕ່າງໆຕາມຫົນທາງ, ແລະ ເມ​ື່ອຕົ້ນອາມອນອອກດອກ​, ເເລະ ເມື່ອ​ຕັກແຕນເຄື່ອນໂຕເອງ ໄປຢ່າງຊ້າໆ, ແລະ ​ເມື່ອຄວາມປາຖະຫນາຕາ​ມທຳມະຊາດໄດ້ຫມົດລົງ. ແລ້ວມະນຸດ​ກໍໄປ​ຍັງ​ບ້ານ​ອັນ​ຖາວອນຂອງເຂົາ, ແລະ ​ຄົນທີ່ໄວ້ທຸກເຫລົ່ານັ້ນ ກໍເດີນໄປຕາມ​ຖະຫນົນ​ຫົນທາງ​.
\s5
\v 6 ເຈົ້າຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າກ່ອນ ທີ່ສາຍເງິນຈະຂາດ, ຫລືຊາມທອງ​ຄຳ​ຈະ​ຕົກລົງ​ແລະ​ ຫັກ, ຫລື​ໄຫ​ນໍ້າ​ຈະ​ແຕກ​ກະຈາຍໄປທີ່ນຳ້ພຸ, ຫລືລໍ້ຕັກນຳ້ທີ່ນຳ້ສ້າງຈະເພ,
\v 7 ກ່ອນທີ່ຂີ້ຝຸ່ນດິນຈະກັບມາສູ່ແຜ່ນດິນໂລກຕາມເດີມ, ແລະ​ຈິດວິນຍານ​ນັ້ນ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປຣະທານ​ໃຫ້​ນັ້ນ.
\s5
\v 8 ອາຈານ​ກ່າວ​ວ່າ, "ອະນິຈັງ," "ທຸກສິ່ງ​ລ້ວນແຕ່​ອະນິຈັງ​."
\v 9 ​ອາຈານ​ເປັນ​ຄົນມີ​ປັນຍາ ແລະ ເພິ່ນ​ໄດ້​ສອນ​ຄວາມຮູ້ໃຫ້ແກ່ປະຊາຊົນ. ເພິ່ນ​ໄດ້​ສຶກສາ​ ແລະ​ ພິຈາລະນາໄຕ່ຕອງ ແລະລຽບລຽງສຸພາສິດໄວ້​ຢ່າງ​ຖ້ວນຖີ່.
\s5
\v 10 ອາຈານ​ໄດ້ຄົ້ນຫາ​ຄວາມຊັດເຈນ, ​ທີ່​ໃຊ້ໃນການຂຽນຖ້ອຍ​ຄຳແຫ່ງ​ຄວາມຈິງ​ທັງຫມົດໄວ້ຢ່າງຊື່ສັດ.
\v 11 ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນເຫມືອນກັບ​ໄມ້ເທົ້າ​ອັນ​ແຫລມຄົມ. ຄຳເວົ້າຂອງບັນດາເຈົ້ານາຍໃນສຸພາສິດ​ຕ່າງໆທີ່​ຮວບຮວມ​ໄວ້ ທີ່ຊຶ່ງຜູ້ລ້ຽງຄົນຫນຶ່ງ​ໄດ້ສອນ ກໍເຫມືອນກັບຕະປູທີ່​ຕອກເລິກ​ລົງ​ໄປ.
\s5
\v 12 ລູກຊາຍຂອງຂ້ານ້ອຍ​ເອີຍ, ຈົ່ງ​ລະວັງບາງສິ່ງ​ໃຫ້ຫລາຍຂຶ້ນອີກ: ການເຮັດຫນັງສືຫລວງຫລາຍ​, ທີ່​ບໍ່​ເປັນ​ການ​ສິ້ນສຸດ​ ແລະ​ ການຮຽນ​ຫລາຍໂພດ​ກໍພາ​ໃຫ້​ຮ່າ​ງກາຍອ່ອນເພຍ.
\s5
\v 13 ຕອນຈົບຂອງເລື່ອງນີ້ ຫລັງ​​ຈາກທີ່​ໄດ້ຟັງທຸກສິ່ງແລ້ວ, ຄືເຈົ້າຕ້ອງ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ, ເພາະ​ສິ່ງນີ້ເປັນຫນ້າທີ່ທັງສິ້ນຂອງ​ມະນຸດ​​.
\v 14 ເພາະວ່າພຣະເຈົ້າ​ຈະຊົງນຳການ​ກະທຳທຸກຢ່າງ​ເຂົ້າສູ່ການພິ​ພາກສາ​ ພ້ອມດ້​ວຍທຸກສິ່ງທີ່ເຊື່ອງຢູ່ບໍ່ວ່າດີ​ຫລື​ຊົ່ວ.