\id ECC \ide UTF-8 \h ປັນຍາຈານ \toc1 ປັນຍາຈານ \toc2 ປັນຍາຈານ \toc3 ecc \mt ປັນຍາຈານ \s5 \c 1 \cl ບົດທີ 1 \p \v 1 ຂໍ້ຄວາມເຫລົ່ານີ້ເປັນຖ້ອຍ​ຄຳຂອງ​ອາຈານ, ຜູ້ເປັນເຊື້ອສາຍ​ຂອງ​​ດາວິດ ແລະ ກະສັດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. \v 2 ອາຈານ​ໄດ້​ເວົ້າ​ດັ່ງນີ້ວ່າ. "ເຫມືອນກັບອາຍຫມອກ, ເຫມືອນກັບສາຍລົມໃນກະແສລົມ, ທຸກສິ່ງສາລະພັດລ້ວນແຕ່ອະນິຈັງ, ເຫລືອໄວ້ແຕ່​ຄຳຖາມຫລວງຫລາຍ. \v 3 ມະນຸດ​ໄດ້ປະໂຫຍດອັນໃດ ນອກຈາກການ​ທຳງານ ຈາກທຸກຢ່າງທີ່ພວກເຂົາ​ເຮັດຢູ່ພາຍໃຕ້​ດວງຕາເວັນ? \s5 \v 4 ​ຄົນ​ລຸ້ນຫນຶ່ງ​ຈາກ​ໄປ, ແລະ​ ຄົນອີກລຸ້ນ​ຫນຶ່ງ​​ເກີດມາ, ແຕ່​ແຜ່ນດິນໂລກ​​ຍັງ​ຄົງ​ເປັນ​ນິດ. \v 5 ດວງຕາເວັນ​ຂຶ້ນ,​ ແລະ​ ດວງຕາເວັນ​ຕົກ ແລ້ວ​ກໍ​ຟ້າວ​ເຄື່ອນ​ໄປ​ສູ່​ບ່ອນ​ທີ່​ມັນ​ຂຶ້ນ​ມາ​ອີກ. \v 6 ລົມ​ພັດ​ໄປ​ທາງ​ທິດໃຕ້ ແລະ​ ພັດ​ວຽນກັບມາໄປ​ທາງ​ທິດເຫນືອ, ລົມ​ພັດ​ວຽນ​ໄປຕາມທາງຂອງມັນ ແລະ ​ພັດ​ຜ່ານກັບມາອີກ. \s5 \v 7 ແມ່ນໍ້າ​ທຸກ​ສາຍ​ໄຫລ​ໄປ​ສູ່​ທະເລ, ແຕ່​ທະເລ​ກໍ​ຍັງ​ບໍ່ເຄີຍ​ເຕັມ​. ແມ່ນໍ້າໄຫລໄປສູ່ທີ່ໃດ​ກໍໄຫລ​ໄປສູ່ທີ່ນັ້ນ​​ອີກ​. \v 8 ທຸກສິ່ງສ​າລະພັດກໍອ່ອນເມື່ອຍ, ແລະ ບໍ່ມີໃຜສາມາດບັນລະຍາຍ​ເລື່ອງນ​ີ້ໄດ້. ຕາ​ກໍບໍ່ເຄີຍພໍໃຈກັບສິ່ທີ່ເບິ່ງ​ເຫັນ, ຫລື ຫູກໍບໍ່​ອີ່ມກັບສິ່ງທີ່ໄດ້ຍິນ. \s5 \v 9 ອັນໃດກໍຕາມທີ່ມີຢູ່ແລ້ວກໍ​ເປັນສິ່ງທີ່ຈະ​ເກີດຂຶ້ນ​ອີກ, ແລະ ສິ່ງ​ໃດກໍຕາມທີ່ເຄີຍ​ເຮັດ​ແລ້ວ ກໍ​ເປັນສິ່ງທີ່ຈະ​ຕ້ອງ​ເຮັດ​ອີກ. ບໍ່ມີ​ຫຍັງ​ໃຫມ່​ຢູ່ໃຕ້​ດວງຕາເວັນ. \v 10 ມີສິ່ງໃດທີ່​ອາດ​ຈະເວົ້າໄດ້​​ວ່າ, “ເບິ່ງແມ! ນີ້​ເປັນ​ສິ່ງ​ໃຫມ່'? ອັນ​ໃດກໍຕາມ​ທີ່​ໄດ້ມີຢູ່ແລ້ວ, ​ກໍມີຢູ່ເປັນເວລານານກ່ອນພວກເຮົາ​​ອີກ. \v 11 ເບິ່ງເຫມືອນວ່າບໍ່ມີ​ຜູ້ໃດ​ຈື່​ຈຳໄດ້ໃນສິ່ງທີ່ໄດ້ເກີດຂຶ້ນໃນ​ສະໄຫມກ່ອນ, ແລະ​ ສິ່ງຕ່າງໆທີ່ໄດ້ເກີດມາພາຍຫລັງ ແລະ ສິ່ງຈະເກີດຂຶ້ນ​ໃນ​ອະນາຄົດ​ກໍເບິ່ງເຫມືອນ​ວ່າຈະບໍ່ມີ​ການ​ຈົດຈຳກັນດ້ວຍ." \s5 \v 12 ຂ້ານ້ອຍເປັນອາຈານ, ແລະ ກໍເຄີຍ​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ​ໃນ​​ກຸງເຢຣູຊາເລັມ. \v 13 ຂ້ານ້ອຍ​ໄດ້​ຕັ້ງໃຈ​​ສຶກສາ​ຮໍ່າຮຽນ ແລະ ຄົ້ນຫາທຸກສິ່ງ​ທີ່ຢູ່ພາຍໃຕ້ທ້ອງຟ້າດ້ວຍສະຕິປັນຍາ. ການຄົ້ນຫານັ້ນຄືພາລະທີ່ເມື່ອຍຍາກທີ່ພຣະເຈົ້າໄດ້ປຣະທານ​​ແກ່ລູກຫລານຂອງມະນຸດໃຫ້ວົນຢູ່ກັບງານນັ້ນ. \v 14 ຂ້ານ້ອຍເຄີຍ​ເຫັນ​ການກະທຳທຸກຢ່າງ​ທີ່​ທຳກັນພາຍໃຕ້​ດວງຕາເວັນ, ແລະ ເບິ່ງເຖີດ, ການງານ​​ທັງຫມົດ​​ເຫລົ່ານັ້ນ. ກໍເປັນເຫມືອນອາຍຫມອກ ​ແລະ ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ. \v 15 ​ສິ່ງ​ທີ່​ຄົດ​ຢູ່ໃຫ້​ຊື່​ບໍ່ໄດ້​! ສິ່ງ​ທີ່ຂາດຢູ່​ກໍຈະນັບໃຫ້ຄົບ​ບໍ່ໄດ້​. \s5 \v 16 ຂ້ານ້ອຍໄດ້​ເຄີຍ​ເວົ້າ​ກັບ​ໃຈຕົນເອງ​ວ່າ, "ເບິ່ງດູ, ຂ້ານ້ອຍ​​ມີ​ສະຕິປັນຍາ​ຫລາຍ ຍິ່ງກວ່າ​ທຸກຄົນ​ທີ່​ຢູ່ກ່ອນ ຂ້ານ້ອຍໃນ​ນະຄອນເຢຣູຊາເລັມ​. ຈິດໃຈຂອງ ຂ້ານ້ອຍໄດ້ເຫັນສະຕິ​ປັນຍາ ​ແລະ ​ຄວາມຮູ້​ອັນ​ຍິ່ງໃຫຍ່." \v 17 ເພາະເຫດນີ້ ຂ້ານ້ອຍຈຶ່ງໄດ້​ຕັ້ງໃຈ​ທີ່ຈະຮູ້ສະຕິປັນຍາ ແລະ ຄວາມບ້າປ່ວງ ​ແລະ​ ຄວາມ​ໂງ່ຈ້າດ້ວຍ. ຂ້ານ້ອຍ​ໄດ້​ມາເຂົ້າໃຈ​ວ່າ ນີ້ກໍເປັນການກິນ​ລົມກິນແ​ລ້ງຄືກັນ. \v 18 ເພາະໃນສະຕິປັນຍ​າທີ່ອຸດົມສົມບູນນັ້ນ, ກໍມີຄວາມ​ວິຕົກ​ກັງວົນ​ຫລາຍ​ເທົ່ານັ້ນ, ແລະ ຜູ້ທີ່ເພີ່ມຄວາມ​ຮູ້​ກໍເພີ່ມຄວາມເສົ້າໂສກ. \s5 \c 2 \cl ບົດທີ 2 \p \v 1 ຂ້ານ້ອຍໄດ້ເວົ້າໃນໃຈວ່າ, ​ "ມາເທາະ, ຂ້ານ້ອຍຈະລອງເບິ່ງເຈົ້າດ້ວຍ​ຄວາມສຸກ. ຖ້າຢ່າງ​ນັ້ນ​ກໍຈົ່ງເພີດເພີນກັບຄວາມສະຫນຸກສະຫນານເຖີດ". ແຕ່ເບິ່ງແມ, ​ເລື່ອງ​ນີ້​ກໍ​ເປັນແຕ່ລົມພັດພຽງຊົ່ວຄາວ. \v 2 ຂ້ານ້ອຍໄດ້​ເວົ້າກ່ຽວກັບການ​ຫົວຂວັນວ່າ, "ເປັນ​ການ​ໂງ່ຈ້າ," ແລະ ກ່ຽວກັບ​ຄວາມ​ສະຫນຸກສະຫນານ, "ມັນມີປະໂຫຍດ​ອັນໃດ​? \s5 \v 3 ຂ້ານ້ອຍໄດ້ຄົ້ນເບິ່ງໃນໃຈຂອງຂ້ານ້ອຍວ່າ ເຮັດແນວໃດຈຶ່ງຈະເຮັດຕາມໃຈປາຖະຫນາຂອງ ຂ້ານ້ອຍດ້ວຍ​​ເຫລົ້າ​ອະງຸ່ນ. ຂ້ານ້ອຍໄດ້ປ່ອຍໃຫ້ຈິດໃຈ​ຂອງຂ້ານ້ອຍນຳຂ້ານ້ອຍໄປ ​ດ້ວຍສະຕິປັນ​ຍາ ເຖິງແມ່ນວ່າຂ້ານ້ອຍຍັງຄົງຢຶດຄວາມໂງ່ຈາໄວ້, ຂ້ານ້ອຍກໍຕ້ອງການທີ່​ຈະພົບ ວ່າອັນ​​ໃດດີສຳລັບ​​ຄົນ​ເຮົາ ທີ່ຈະທຳກັນພາຍໃຕ້ທ້ອງຟ້າຕະຫລອດຊີວິດຂອງພວກເຂົາ. \s5 \v 4 ຂ້ານ້ອຍໄດ້ສຳເລັດສິ່ງໃຫຍ່ຫລວງຫລາຍ. ຂ້ານ້ອຍໄດ້​ປຸກ​ເຮືອນ​ຫລາຍ​ຫລັງເພື່ອຕົນເອງ ແລະ ໄດ້​ປູກ​ສວນອະງຸ່ນ​ໄວ້​ຫລາຍ​ບ່ອນ​. \v 5 ຂ້ານ້ອຍໄດ້​ເຮັດ​ສວນ​ຄົວ ແລະ​ ສວນ​ພັກຜ່ອນ​ຢ່ອນໃຈ​ຕ່າງໆ; ຂ້ານ້ອຍໄດ້ປູກຕົ້ນໄມ້​ທຸກ​ຊະນິດໄວ້ໃນສວນເຫລົ່ານັ້ນ. \v 6 ຂ້ານ້ອຍ​ໄດ້ຂຸດສ້າງ​ສະນໍ້າ​ຫລາຍແຫ່ງ​ ເພື່ອ​ໃຊ້​ຫົດ​ພືດພັນ​ຕົ້ນໄມ້ໃຫ້ເຕີບໂຕ. \s5 \v 7 ຂ້ານ້ອຍໄດ້​ຊື້​ບັນດາຂ້າທາດຊາຍ ແລະ ​ຍິງໄວ້; ຂ້ານ້ອຍມີບັນ​ຂ້າທາດ​ທີ່​ໄດ້​ເກີດ​ຢູ່​ໃນ​ວັງ​ຂອງ​ຂ້ານ້ອຍ. ຂ້ານ້ອຍ​ໄດ້ມີ​ຝູງແກະ ແລະ ຝູງງົວທີ່ເປັນສັດລ້ຽງ, ຫລາຍຍິ່ງກວ່າກະສັດໃດທີ່ໄດ້ປົກຄອງມາກ່ອນຂ້ານ້ອຍ​ໃນ​ກຸງ​ເຢຣູຊາເລັມ. \v 8 ຂ້ານ້ອຍໄດ້​ສະສົມ​ເງິນ ແລະ ທອງຄຳ​ໄວ້ສຳລັບຕົນເອງດ້ວຍ, ແລະ ຊັບສົມບັດ​ຂອງ​ບັນດາ​ກະສັດ ແລະ ​ດິນແດນແຄ້ວນ​ຕ່າງໆ.​ ຂ້ານ້ອຍໄດ້​ມີບັນດາ​ນັກຮ້ອງຊາຍ ແລະ ​ຍິງ​ໄວ້ສຳລັບຕົນເອງ- ແລະ ​ເມຍນ້ອຍມາກມາຍ ຊຶ່ງເປັນສິ່ງທີ່ຊອບໃຈຂອງບັນດາລູກຊາຍ​ທັງຫລາຍ​ຂອງ​ມະນຸດ. \s5 \v 9 ດັ່ງນັ້ນ ຂ້ານ້ອຍ​ຈຶ່ງຍິ່ງໃຫຍ່ກວ່າ ແລະ ມັ່ງຄັ່ງກວ່າທຸກ​ຄົນ​ທີ່​ເຄີຍຢູ່​ມາກ່ອນຂ້ານ້ອຍໃນ​ກຸງເຢຣູຊາເລັມ​, ແລະ​ ສະຕິປັນຍາ​ຂອງຂ້ານ້ອຍຍັງຄົງ​ຢູ່​ກັບ​ຂ້ານ້ອຍ. \v 10 ບໍ່ວ່າ​ສິ່ງໃດທີ່ໃນຕາຂອງຂ້ານ້ອຍ​ປາຖະຫນາຈະເຫັນ, ຂ້ານ້ອຍ​ກໍບໍ່ໄດ້​ຫັກຫ້າມ​ຈິດໃຈ​​ຈາກ​ສິ່ງເຫລົ່ານັ້ນ. ຂ້ານ້ອຍບໍ່ໄດ້ຫ້າມໃຈຈາກຄວາມ​ສະຫນຸກ​ສະຫນານໃດເລີຍ, ເພາະຫົວໃຈຂອງຂ້ານ້ອຍຊື່ນຊົມສຳລັບແຮງງານ​ທັງຫມົດ​​ຂອງ​ຂ້ານ້ອຍ ແລະຄວາມປິຕິຍິນດີເປັນລາງວັນຂອງຂ້ານ້ອຍສຳລັບການ​ງານ​ທັງຫມົດຂອງຂ້ານ້ອຍດ້ວຍ. \s5 \v 11 ແລ້ວ​ຂ້ານ້ອຍໄດ້ຫລຽວ​​ເບິ່ງທີ່ການກະທຳທັງຫມົດທີ່​ມືຂອງຂ້ານ້ອຍໄດ້ເຮັດສຳເລັດ, ແລະ ໃນການງານທີ່ຂ້ານ້ອຍ​ໄດ້​ເຮັດໄປ, ແຕ່ທຸກຢ່າງລ້ວນອານີຈັງ ແລະ ກິນລົມກິນແລ້ງອີກ. ບໍ່ມີປະໂຫຍດອັນໃດພາຍໃຕ້​ດວງຕາເວັນ​ໃນການງ​ານນັ້ນ. \v 12 ແລ້ວຂ້ານ້ອຍໄດ​້ກັບມາພິຈາລະນາເຖິງ​ສະຕິປັນຍາ, ແລະ ຄວາມບ້າບໍ ແລະ ຄວາມໂງ່. ເພາະກະສັດອົງຕໍ່ໄປ ຜູ້ທີ່ມາພາຍຫລັງກະສັດອົງດັ່ງກ່າວຈະເຮັດອັນໃດທີ່ຍັງເຮັດບໍ່ສຳເລັດໄດ້ຫລືບໍ່? \s5 \v 13 ແລ້ວຂ້ານ້ອຍໄດ້​ເລີ່ມເຂົ້າໃຈວ່າ ສະຕິປັນຍາ​ໄດ້ປຽບເຫນືອຄວາມ​ໂງ່ຈ້າ, ຊຶ່ງເຫມືອນກັບຄວາມສະຫວ່າງ​ກໍດີກວ່າ​ຄວາມມືດນັ້ນ. \v 14 ຄົນສະຫລາດໃຊ້ຕາໃນສະຫມອງຂອງເຂົາເບິ່ງ​ບ່ອນ​ທີ່​ເຂົາ​ກຳລັງ​ໄປ​, ແຕ່ຄົນໂງ່ຈ້າ​ເດີນໃນຄວາມມືດ​, ຢ່າງໃດກໍຕາມ ຂ້ານ້ອຍ​ຮູ້​​ວ່າມີຊາຕາກຳ​ຢ່າງ​ດຽວກັນ​ທີ່​ກຳນົດໄວ້ສຳລັບທຸກຄົນ​. \s5 \v 15 ແລ້ວຂ້ານ້ອຍ​ໄດ້ເວົ້າໃນໃຈ​ວ່າ, "ສິ່ງ​ທີ່​ເກີດຂຶ້ນ​ກັບ​ຄົນໂງ່, ກໍ​ຈະ​ເກີດຂຶ້ນ​ກັບ​ຂ້ານ້ອຍດ້ວຍ. ເພາະສະນັ້ນຈະມີອັນໃດເຮັດໃຫ້ແຕກຕ່າງ ຖ້າຂ້ານ້ອຍ​ສະຫລາດຫລາຍ?" ຂ້ານ້ອຍສະຫລູບໃນໃຈຂອງຂ້ານ້ອຍວ່າ, "ນີ້ກໍເປັນອະນິຈັງ​ທັງສິ້ນ." \v 16 ເພາະ​ຄົນສະຫລາດ, ກໍເຫມືອນກັບຄົນໂງ່ຈ້າ, ທີ່​ບໍ່ໄດ້ເປັນທີ່ຈົດຈຳ​ໄດ້ນານ. ຕັ້ງແຕ່ມື້ນີ້ໄປ ທຸກສິ່ງກໍ​ຈະຖືກ​ລືມໄປຍາວນານ. ຄົນສະຫລາດກໍ​ຕາຍເຫມືອນກັນກັບ​ຄົນໂງ່ຈ້າ​ຕາຍ. \s5 \v 17 ດັ່ງນັ້ນ​ ຂ້ານ້ອຍ​ຈຶ່ງໄດ້ກຽດຊັງຊີວິດ​ ເພາະ​ການງານທັງຫມົດ​ທີ່​ເຮັດພາຍໃຕ້​ດວງຕາເວັນ​ນັ້ນເປັນຄວາມຊົ່ວຮ້າຍ ບໍ່ໄດ້​ນຳ​ຫຍັງ​ເລີຍ​ມາ​ໃຫ້​ ຂ້ານ້ອຍ. ນີ້ເປັນເພາະທຸກສິ່ງ​ລ້ວນແຕ່​ອະນິຈັງ​ ແລະ ເປັນລົມເປັນແລ້ງ. \v 18 ຂ້ານ້ອຍໄດ້​ກຽດຊັງຄວາມສຳເລັດທຸກຢ່າງ ສຳລັບສິ່ງທີ່ ຂ້ານ້ອຍໄດ້ທຳງານ​ພາຍໃຕ້​ດວງຕາເວັນນີ້ ເພາະຂ້ານ້ອຍຕ້ອງປະ​ສິ່ງ​ເຫລົ່ານັ້ນ​ໄວ້​ເບື້ອງຫລັງໃຫ້​ແກ່ຄົນທີ່ມາພາຍຫລັງ ຂ້ານ້ອຍ. \s5 \v 19 ເພາະໃຜຈະຮູ້ວ່າເຂົາຈະ​ເປັນ​ຄົນສະຫລາດຫລື ​​ຄົນໂງ່ຈ້າ​? ແຕ່ເຂົາ​ຈະ​ເປັນ​ເຈົ້າຂອງທຸກ​ສິ່ງ​ພາຍໃຕ້​ດວງຕາເວັນ​ທີ່​ການງານ ແລະສະຕິປັນຍາຂອງຂ້ານ້ອຍໄດ້​ສ້າງໄວ້. ນີ້ກໍຄື​ອະນິຈັງ​ທັງສິ້ນ. \v 20 ເພາະສະນັ້ນ ຈິດໃຈຂອງຂ້ານ້ອຍ​ໄດ້​ເລີ່ມໃນການງານ​ທີ່ຂ້ານ້ອຍ​ໄດ້​ເຮັດພາຍໃຕ້​ດວງຕາເວັນ. \s5 \v 21 ເພາະອາດຈະມີຄົນທີ່ເຮັດວຽກດ້ວຍສະຕິປັນຍາ, ດ້ວຍຄວາມຮູ້ຄວາມສາມາດ, ແລະ​ ຄວາມ​ຊຳນິ​ຊຳນານ, ແຕ່​ເຂົາຕ້ອງ​ປະ​ທຸກສິ່ງ​ທີ່ເຂົາມີ​ໃຫ້​ແກ່​ຄົນທີ່​ບໍ່ໄດ້​ເຮັດ​ສິ່ງ​ໃດເລີຍ. ນີ້ກໍເປັນອະນິຈັງ ​ແລະ ​ບໍ່​ຖືກຕ້ອງ​ເລີຍ \v 22 ເພາະຈະໄດ​້ປະໂຫຍດອັນໃດ​ ທີ່ຄົນເຮົາເຮັດວຽກ​ຫນັກ​ ແລະ​ພະຍາຍາມຕັ້ງໃຈ​ເຮັດວຽກທີ່ລຳບາກຂອງເຂົາໃຫ້ສຳເລັດ​ພາຍໃຕ້ດວງຕາເວັນ? \v 23 ການງານຂອງເຂົາທີ່ເຕັມໄປດ້ວຍຄວາມ​ເຈັບປວດ ແລະ​ຄວາມ​ລະທົມ​ຂົມຂື່ນ​ທຸກວັນ, ພໍເຖິງ​ຕອນ​ກາງຄືນ ຈິດໃຈຂອງເຂົາກໍບໍ່ພົບຄວາມສະຫງົບ. ນີ້ກໍເປັນອະນິຈັງ​ທັງສິ້ນ. \s5 \v 24 ບໍ່ມີອັນໃດດ​ີສຳລັບຄົນເຮົາກວ່າ​ການກິນ​ແລະ​ ດື່ມ ແລະ ​ພໍໃຈກັບ​ສິ່ງ​ທີ່​ດີໃນງານຂອງເຂົາ. ຂ້ານ້ອຍ​​ໄດ້​ເຫັນວ່າຄວາມຈິງນີ້ມາ​ຈາກ​ພຣະຫັດຂອງພຣະເຈົ້າ​. \v 25 ເພາະໃຜຈະສາມາດກິນ ຫລື ຈະມີຄວາມສະຫນຸກສະຫນານໃດໆທີ່ຫ່າງຈາກ​ພຣະເຈົ້າໄດ້​ຢ່າງໃດ? \s5 \v 26 ພຣະເຈົ້າ​ປຣະທານສະຕິປັນຍາ, ແລະ ຄວາມຮູ້ ແລະ​ ຄວາມຊື່ນຊົມຍິນດີ ໃຫ້ກັບ​ຜູ້​ທີ່​ພຣະອົງຊົງ​ພໍພຣະໄທ. ແຕ່​ຢ່າງໃດກໍດີ, ພຣະອົງ​ປະທານງານທີ່ເກັບຮວບຮວມ​ໃຫ້ກັບ​ຄົນບາບ​, ເພື່ອທີ່ພຣະອົງຈະຊົງປຣະທານ ສິ່ງນັ້ນໃຫ້ກັບ​ຜູ້​ທີ່​ພຣະອົງ​ຊົງພໍພຣະໄທ​. ນີ້ກໍເປັນ​ອະນິຈັງ​ ເເລະ ​ກິນລົມກິນແລ້ງດ້ວຍ. \s5 \c 3 \cl ບົດທີ 3 \p \v 1 ມີເວລາທີ່ກຳນົດໄວ້ສຳລັບທຸກສິ່ງ​, ແລະ ມີລະດູການສຳລັບຈຸດມຸ່ງຫມາຍທຸກຢ່າງພາຍໃຕ້ທ້ອງຟ້າ. \v 2 ມີ​ເວລາ​ສຳລັບ​ໃຫ້ເກີດ ແລະ​ເວລາ​​ຕາຍ, ເວລາ​ສຳລັບ​ປູກ ແລະ ​ເວລາ​ສຳລັບ​ຫລົກຖິ້ມ, \v 3 ມີເວລາ​ສຳລັບ​ຂ້າ ແລະ​ ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ, ມີເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ. \s5 \v 4 ມີເວລາທີ່​ຮ້ອງໄຫ້ ແລະ ​ເວລາ​ທີ່ຫົວ, ມີເວລາ​ໂສກເສົ້າ ແລະ ​ເວລາ​​ຟ້ອນລຳ, \v 5 ເວລາ​​ໂຍນກ້ອນ​ຫີນ​ອອກໄປ ແລະ​ ເວລາ​​ເກັບຮວບຮວມກ້ອນ​ຫີນ​ໄວ້​ຄືນ, ມີເວລາ​ສວມ​ກອດ​ຄົນອື່ນໆ, ແລະ​ ເວລາ​ເລີກຈາກການໂອບກອດ​. \s5 \v 6 ມີເວລາ​ສະແຫວງຫາສິ່ງຕ່າງໆ ແລະ ​ເວລາ​ຢຸດສະແຫວງຫາ, ມີເວລາ​ເກັບ​ສິ່ງຕ່າງໆໄວ້ ແລະ​ເວລາ​​ໂຍນສິ່ງຕ່າງໆ​ຖິ້ມ​ໄປ, \v 7 ມີເວລາ​ຈີກເສື້ອຜ້າ ແລະ ​ເວລາ​​ຫຍິບເສື້ອຜ້າ, ມີເວລາ​ມິດງຽບ ແລະ ​ເວລາ​​ເວົ້າຈາ. \s5 \v 8 ມີ​ເວລາ​ສຳລັບ​ຮັກ ແລະ ​ເວລາ​ກຽດຊັງ, ມີເວລາ​​ເຮັດ​ສົງຄາມ ແລະ ​ເວລາ​ສ້າງ​ສັນຕິພາບ. \v 9 ຄົນ​ງານ​ໄດ້​ປະໂຫຍດ​ຫຍັງ​ ໃນກ​ານເຮັດວຽກງານ​ທັງຫມົດ​ຂອງເຂົາ? \v 10 ຂ້ານ້ອຍໄດ້ເຫັນການງ​ານທີ່​ພຣະເຈົ້າ​ໄດ້ປຣະທານ​ເເກ່ມະນຸດທີ່ຈະເຮັດໃຫ້ສຳເລັດ. \s5 \v 11 ພຣະເຈົ້າໄດ້​ຊົງ​ເຮັດ​ທຸກສິ່ງໃຫ້​ເຫມາະສົມ​ຕາມເວລາຂອງມັນ. ພຣະອົງ​ໄດ້ຊົງໃສ່ຄວາມເປັນນິຣັນການໄວ້ໃນຈິດໃຈຂອງພວກເຂົາດ້ວຍ. ແຕ່​ມະນຸດບໍ່ສາມາດ​ເຂົ້າໃຈ​ ພຣະຣາຊກິດ​ທີ່​ພຣະເຈົ້າໄດ້​ຊົງ​ກະທຳ, ຕັ້ງແຕ່​ປະຖົມມະການ ​ເຖິງ​ການສຸດທ້າຍຂອງພວກເຂົາ. \s5 \v 12 ສຳລັບຄົນໃດ​​ຫນຶ່ງ ຂ້ານ້ອຍ​ຮູ້​ວ່າ​ບໍ່ມີອັນໃດດີກວ່າຄວາມຊື່ນຊົມຍິນດີ ແລະ ການ​ເຮັດ​ດີຕະຫລອດ​ຊີວິດ​ຂອງເຂົາ - \v 13 ແລະ​ ທຸກຄົນ​ຄວນ​ຈະໄດ້ກິນ​ ແລະ ​ດື່ມ, ແລະ ເຂົ້າໃຈເຖິງການເພີດເພີນ​ກັບສິ່ງ​ດີທີ່ມາ​ຈາກການງານທັງສິ້ນຂອງເຂົາ. ນີ້ເປັນຂອງປະທານ​ທີ່​ມາ​ຈາກ​ພຣະເຈົ້າ. \s5 \v 14 ຂ້ານ້ອຍ​ຮູ້ວ່າ ອັນໃດກ​ໍຕາມທີ່​ພຣະເຈົ້າຊົງ​ກະທຳ​ກໍຈະດຳລົງ​ຢູ່​ຕະຫລອດໄປ. ບໍ່ມີອັນໃດສາມາດທີ່ຈະເພີ່ມ​ເຂົ້າໄປໄດ້ ຫລື ​ເອົາ​​ອອກ​ໄປ​ໄດ້, ເພາະຄື​ພຣະເຈົ້າ​ນັ້ນເອງ ທີ່ໄດ້ຊົງ​ກະທຳ ສິ່ງນັ້ນເພື່ອໃຫ້​ຄົນທັງຫລາຍ​ຈະເຂົ້າມາໃກ້ພຣະອົງດ້ວຍການຖວາຍພຣະກຽດ. \v 15 ສິ່ງໃດ​​ທີ່​ມີຢູ່ແລ້ວ; ສິ່ງ​ໃດທີ່ຈະມີຂຶ້ນ​ ກໍ​ໄດ້ມີຢູ່ແລ້ວ​. ພຣະເຈົ້າ​ຊົງເຮັດ​ໃຫ້​ມະນຸດໄດ້ຄົ້ນ​ຫາສິ່ງຕ່າງໆທີ່ຊ້ອນຢູ່. \s5 \v 16 ຂ້ານ້ອຍໄດ້​​ເຫັນ​ຄວາມອະທຳທີ່ຢູ່ພາຍໃຕ້​ດວງຕາເວັນ,​ ທີ່​ຊຶ່ງຄວນ​ມີຄວາມ​​ຍຸດຕິທຳ, ແລະ ໃນສະຖານທີ່ແຫ່ງ​ຄວາມ​ຊອບທຳ, ກໍມີຄວາມອະທຳຢູ່ທີ່ນັ້ນ. \v 17 ຂ້ານ້ອຍໄດ້ເວົ້າໃນໃຈວ່າ, "ພຣະເຈົ້າ​ຈະ​ຊົງພິພາກສາ​ຄົນ​ຊອບທຳ ແລະ​ຄົນອະທຳໃນເວລາທີ່ເຫມາະສົມສຳລັບ​ທຸກເລື່ອງ​ແລະ​ ການກະທຳ​ທຸກຢ່າງ." \s5 \v 18 ຂ້ານ້ອຍໄດ້ກ່າວໃນໃຈ​ວ່າ, "​ພຣະເຈົ້າ​ຊົງ​ທົດສອບ​ມະນຸດ ເພື່ອ​ທີ່ຈະຊົງສະແດງ​ໃຫ້​ພວກເຂົາ​ຮູ້​ວ່າ​ພວກເຂົາກໍເປັນ​ເຫມືອນກັບສັດ​." \s5 \v 19 ເພາະ​ຊາຕາກຳ​ຂອງລູກຫລານຂອງມະນຸດແລະ ຊາຕາກຳຂອງສັດ ກໍ​ເປັນຊາຕາກຳຢ່າງດຽວກັນ. ຄວາມຕາຍຂອງຄົນຫນຶ່ງກໍຄືຄວາມຕາຍຂອງຄົນອື່ນ. ການຫາຍໃຈກໍຄືກັນສຳລັບທຸກຄົນ. ມະນຸດ​​ບໍ່ມີອັນໃດໄດ້​ປຽບ ເຫນືອ​ກວ່າ​ສັດ​ ເພາະ​ທຸກສິ່ງກໍເປັນ​ແຕ່ພຽງອຶດໃຈດຽວບໍ່ແມ່ນບໍ? \v 20 ທຸ​ກຢ່າງ​ກໍຈະ​ໄປ​ສູ່​ບ່ອນ​ດຽວກັນ.​ ທຸກຢ່າງມາຈາກ​ຂີ້ຝຸ່ນ​ດິນ, ແລະ ທຸກຢ່າງ​ກໍກັບ​ໄປ​ເປັນ​ຂີ້ຝຸ່ນ​ດິນ​. \s5 \v 21 ຜູ້ໃດ​ຢັ້ງຢືນ​ໄດ້​ວ່າ ວິນຍານ​ຂອງ​ມະນຸດ​ຂຶ້ນ​ໄປ​ສູ່ເບື້ອງ​ເທິງ​ ແລະ​ວິນຍານ​ຂອງ​ສັດ​ລົງ​ໄປ​ຍັງເບື້ອງລຸ່ມໃນແຜ່ນດິນໂລກຫລືບໍ? \v 22 ເພາະສະນັ້ນ ຂ້ານ້ອຍ​ຈຶ່ງ​ສຳນຶກ​ອີກວ່າ ບໍ່ມີສິ່ງ​ໃດດີສຳລັບຄົນເຮົາກວ່າການເພີດເພີນໃນການງານຂອງເຂົາ, ເພາະນັ້ນຄືຫນ້າທີ່ທີ່ເຂົາໄດ້​ຮັບ​ມອບຫມາຍ. ໃຜຈະສາມາດນຳ​ເຂົາກັບມາໄດ້​ວ່າມີ​ສິ່ງໃດ​ເກີດຂຶ້ນພາຍ​ຫລັງ​ເຂົາ​? \s5 \c 4 \cl ບົດທີ 4 \p \v 1 ອີກຄັ້ງທີ່​ຂ້ານ້ອຍກໍໄດ້​ຄິດກ່ຽວກັບການຂົ່ມເຫັງ ທຸກຢ່າງທີ່ໄດ້​ກະທຳພາຍໃຕ້​ດວງຕາເວັນ. ແລະເບິ່ງເຖີດ, ນຳ້ຕາຂອງຄົນ​ທີ່ຖືກ​ຂົ່ມເຫັງ,​ ແລະ​ພວກເຂົາບໍ່ມີ​ຜູ້ໃດ​ປອບໃຈພວກເຂົາ! ອຳນາດ​ໄດ້ຢູ່​ໃນມືຂອງພວກຄົນ​​ທີ່​ກົດຂີ່, ແ​ລະ ບໍ່ມີໃຜປອບໃຈພວກເຂົາ! \s5 \v 2 ເພາະສະນັ້ນ ຂ້ານ້ອຍຂໍສະແດງຄວາມຍິນດີກັບຄົນ​​ຕາຍ, ຄົນເຫລົ່ານັ້ນທີ່ໄດ້ຕາຍໄປ​ແລ້ວ, ແຕ່ບໍ່ແມ່ນ​ກັບ​ຄົນ​ທີ່​​ມີ​ຊີວິດ​, ຄົນເຫລົ່ານັ້ນທີ່ຍັງມີຊີວິດຢູ່. \v 3 ແຕ່ເຖິງຢ່າງໃ​ດກໍຕາມ, ໂຊກດີກ່ວາທັງສອງຄົນ ແມ່ນຄົນທີ່ຍັງບໍ່ເຄີຍມີຊີວິດຢູ່, ຄົນທີ່​ຍັງ​ບໍ່​ເຄີຍເຫັນ​ການກະທຳທີ່ຊົ່ວຮ້າຍໃດໆ, ທີ່ໄດ້ກະທຳ​​ຢູ່ພາຍໃຕ້​ດວງຕາເວັນນີ້. \s5 \v 4 ແລ້ວຂ້ານ້ອຍໄດ້ເຫັນການ​ເຮັດ​ວຽກ​ຢ່າງ​ຫນັກທຸກຢ່າງ ແລະ ຄວາມຊຳນານໃນການງານ ທຸກຢ່າງ ກໍເຮັດໃຫ້​ເພື່ອນ​ບ​້ານ​ຂອງຄົນນັ້ນອິດສາ. ນີ້​ກໍ​ອະນິຈັງ ແລະ ​ກິນລົມກິນ​ແລ້ງດ້ວຍ​. \s5 \v 5 ຄົນໂງ່ຈ້າ​​ກຸມມື​ຂອງເຂົາໄວ້ ແລະບໍ່ເຮັດວຽກ, ດັ່ງນັ້ນ​ອາຫານຂອງເຂົາກໍ​ຄືເນື້ອຫນັງຂ​ອງເຂົາເອງ. \v 6 ແຕ່ກໍ​ມີປະໂຫຍ​ດຫລາຍກວ່າ​ສອງ​ກຳມື ​ດ້ວຍການທຳງານ​ດ້ວຍ​ພະຍາຍາມ ແບບ​ກິນ​ລົມກິນແລ້ງ. \s5 \v 7 ແລ້ວຂ້ານ້ອຍໄດ້​ຄິດອີກກ່ຽວການໄຮ້ປະໂຫຍດຫລາຍກວ່າ, ມີອານິຈັງຫລາຍກວ່າຢູ່ພາຍໃຕ້​ດວງຕາເວັນ​. \v 8 ມີ​​ຄົນປະເພດ​ຫນຶ່ງ​ທີ່​ຢູ່​ຄົນດຽວ. ເຂົາ​ບໍ່ມີໃຜເລີຍ, ບໍ່ມີ​ລູກ​ຊາຍ ຫລື ອ້າຍ​ເອື້ອຍ​ນ້ອງ. ແຕ່ບໍ່ເຄີຍຢຸດ​ເຮັດ​ວຽກ​ງານ, ທັງສິ້ນຂອງເຂົາ, ແລະ ຕາຂອງເຂົາກໍບໍ່​ເຄີຍພໍໃຈ​ກັບ​ຄວາມຮັ່ງມີ​ທີ່​ເພີ້​ມພູນຂຶ້​ນ. ເຂົາສົງໃສວ່າ, "ຂ້ານ້ອຍກຳລັງເຮັດ​ວຽກ​ຢ່າງ​ຫນັກ​ ແລະ ຫ້​າມໃຈຕົນເອງຕໍ່ຄວາມ​ສະຫນຸກສະຫນານເພື່ອຜູ້ໃດກັນ? ສະຖານະການທີ່ຊົ່ວຮ້າຍ​ນີ້, ​ກໍ​ຄືອະນິຈັງ​ຄືກັນ. \s5 \v 9 ສອງ​ຄົນ​ເຮັດວຽກດີກວ່າ​ຄົນດຽວ ພວກ​ເຂົາ​ຮ່ວມກັນ​ກໍ​ໄດ້ຮັບຜົນຕອບແທນທີ່​ດີສຳລັບງານຫນັກຂອງພວກເຂົາ. \v 10 ເພາະຖ້າ​ຄົນຫນຶ່ງ​​ລົ້ມລົງ ອີກຄົນຫນຶ່ງ​ກໍ​ຊູ​ເພື່ອນຂອງລາວ​ໃຫ້​ລຸກ​ຂຶ້ນມາ​ໄດ້. ແຕ່​ຄວາ​ມເສົ້າກໍຍັງຕິດຕາມ​ຄົນທີ່ຢູ່ຄົນດຽວໄປ ​ເພາະເມື່ອເຂົາ​ລົ້ມລົງກໍ​​ບໍ່ມີ​ຜູ້ໃດທີ່ຈະ​ຊູລາວ​ຂຶ້ນ. \v 11 ຖ້າ​ສອງ​ຄົນ​ນອນຢູ່​ດ້ວຍ​ກັນ, ພວກເຂົາ​ກໍ​ອົບອຸ່ນ​ໄດ້, ແຕ່​​ຄົນທີ່ຢູ່ຄົນດຽວ ​ຈະ​​ອົບອຸ່ນໄດ້ຢ່າງໃດ? \s5 \v 12 ຄົນດຽວເອົາຊະນະໄດ້, ແຕ່ສອງ​ຄົນ​ຍ່ອມຕໍ່​ຕ້ານການ​ໂຈມຕີ​ໄດ້, ​ແລະ ເຊືອກ​ສາມ​ກຽວ​ກໍບໍ່​ຂາດ​ໄດ້​ງ່າຍໆຈັກເທື່ອ. \s5 \v 13 ການເປັນຄົນ​ຫນຸ່ມທີ່ຍາກຈົນແຕ່ສະຫລາດກໍດີກວ່າ ​ກະສັດ​ເຖົ້າ ແລະ ໂງ່ຈ້າຜູ້ທີ່ບໍ່ຮູ້ຈັກທີ່ຈະຮັບຟັງຄຳເຕືອນອີກຕໍ່ໄປ. \v 14 ນີ້ເປັນຄວາມຈິງ, ເຖິງແມ່ນວ່າຊາຍຫນຸ່ມຄົນນັ້ນຈະອອກມາຈາກຄຸກມາເປັນກະສັດ, ຫລື ເຖິງແ​ມ່ນວ່າເຂົາໄດ້ເ​ກີດມາ​ເປັນຄົນຍາກຈົນ​ໃນອານາຈັກຂອງເຂົາ. \s5 \v 15 ແຕ່ຢ່າງໃດກໍຕາມ, ຂ້ານ້ອຍ​ໄດ້​ເຫັນ​ວ່າ ທຸກຄົນ​ທີ່ໄດ້ມີຊີວິດຢູ່ ​ແລະ ເດີນໄປມາພາຍໃຕ້​ດວງຕາເວັນ​ຕ່າງ​ກໍ​ຈະ​ເຂົ້າຂ້າງ​ຊາຍຫນຸ່ມ ອີກຄົນຫນຶ່ງທີ່​ໄດ້​ຂຶ້ນ​ເປັນ​ກະສັດ. \v 16 ປະຊາຊົນ​ທຸກຄົນກໍຕ້ອງການເຊື່ອຟັງຕໍ່ກະສັດອົງໃຫມ່ຢ່າງ​ບໍ່ສິ້ນສຸດ, ແຕ່ພາຍຫລັງພວກເຂົາຫລາຍ​ຄົນ​ ກໍບໍ່​ຍົກ​ຍ້ອງກະສັດອົງ​ນັ້ນ​ອີກຕໍ່ໄປ. ແນ່ນອນສະຖານະການເຊັ່ນນີ້ ມັນ​ຊ່າງ​ອະນິຈັງ ແລະ ​​ກິນລົມກິນແລ້ງ​. \s5 \c 5 \cl ບົດທີ 5 \p \v 1 ຈົ່ງ​ລະວັງ ຄວາມປະພຶດຂອງເຈົ້າໃຫ້ດີ ເມື່ອເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານຂອງພຣະເຈົ້າ. ຈົ່ງໄປ​​ທີ່ນັ້ນ​ເພື່ອ​ຟັງ. ການຟັງກໍດີກວ່າ​ຄົນໂງ່ຈ້າ​ຖວາຍ​ເຄື່ອງ​ບູຊາ ໃນຂະນະທີ່​ບໍ່​ຮູ້ສິ່ງທີ່ພວກເຂົາເຮັດໃນຊີວິດນັ້ນເປັນຄວາມຊົ່ວຮ້າຍ. \s5 \v 2 ຢ່າໄດ້ໄວໂພດທີ່ຈະເວົ້າດ້ວຍປາກຂອງເຈົ້າ, ແລະ ຢ່າໃຫ້ໃຈຂອງເຈົ້າໄວເກີນໄປ ທີ່ຈະນຳບັນຫາຂຶ້ນຕໍ່ຫນ້າພຣະເຈົ້າ. ພຣະເຈົ້າ​ສະຖິດໃນສະຫວັນ, ​ແຕ່​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ. ດັ່ງນັ້ນຈົ່ງໃຫ້ຄຳ​ເວົ້າ​ຂອງເຈົ້າໃຫ້ຫນ້ອຍຄຳ​. \v 3 ຖ້າເຈົ້າມີຫລາຍສິ່ງທີ່ຕ້ອງເຮັດຫລາຍເກີນໄປ ເເລະ ວຸ້ນວາຍໃຈກ່ຽວກັບສິ່ງເຫລົ່ານັ້ນ ເຈົ້າກໍ​ອາດຈະມີຝັນຮ້າຍ. ຍິ່ງເຈົ້າ​ເວົ້າ​ຖ້ອຍຄຳຫລາຍ​ຂຶ້ນເທົ່າໃດ, ເຈົ້າກໍອາດຈະ​ເວົ້າ​ແຕ່ສິ່ງທີ່​ໂງ່ຈ້າ​ຫລາຍ​ຂຶ້ນເທົ່ານັ້ນ. \s5 \v 4 ເມື່ອ​ເຈົ້າ​ສາບານຕໍ່​ກັບ​ພຣະເຈົ້າ, ຢ່າຊັກຊ້າທີ່ຈະແກ້​ຄຳ​ສາບານ​ນັ້ນ​, ເພາະພຣະເຈົ້າ​ບໍ່​ຊົງພໍພຣະໄທໃນ​ຄົນໂງ່ຈ້າ. ຈົ່ງ​ເຮັດ​ຕາມ​ສິ່ງທີ່ເຈົ້າສາບານໄວ້​ວ່າ​ເຈົ້າ​ຈະ​ເຮັດ. \v 5 ການທີ່ເຈົ້າບໍ່ສາບານ​​ເລີຍ​ກໍດີກວ່າ ເຈົ້າສາບານໄວ້ແລ້ວບໍ່ເຮັດໃຫ້ສຳເລັດ. \s5 \v 6 ຢ່າໃຫ້ປາກຂອງ​ເຈົ້າ​ເປ​ັນເຫດໃຫ້ເນື້ອຫນັງຂອງເຈົ້າເຮັດບາບ. ຢ່າ​ເວົ້າຕໍ່ຜູ້ສື່ສານ​ຂອງ​ປະໂຣຫິດ​​ວ່າ, "ການສາບານນັ້ນຜິດພາດ." ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພຣະເຈົ້າໂກດຮ້າຍ​ໂດຍການສາບານຢ່າງຜິດໆ, ເລັ່ງລັດໃຫ້​ພຣະອົງ​ຊົງທຳລາຍ​ການງານໃນມືຂອງເຈົ້າ​ເສຍບໍ? \v 7 ເພາະໃນຄວາມຝັນ​ຫລາຍ​ກໍເຊັ່ນດຽວກັບໃນຄຳເວົ້າຫລວງຫລາຍ, ທີ່​ບໍ່ມີ​ປະໂຫຍດ​ໃດໆ ກໍຄືອະນີຈັງ. ດັ່ງ​ນັ້ນຈົ່ງ​ຢຳເກງ​ພຣະເຈົ້າ. \s5 \v 8 ເມື່ອ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ຖືກ​ຂົ່ມເຫັງ ແລະ ຖືກຕັດຮອນຄວາມ​ຍຸດຕິທຳ ແລະ​ ການປະຕິບັດຢ່າງທ່ຽງທຳ​ໃນແຂວງຂອງເຈົ້າ, ຢ່າ​ປະຫລາດ​ໃຈ​ວ່າ ບໍ່ມີ​ໃຜຮູ້, ເພາະມີພວກຄົນທີ່ມີອຳນາດຄອຍເຝົ້າ​ເບິ່ງ​ຄົນເຫລົ່ານັ້ນທີ່ຢູ່ພາຍໃຕ້ພວກເຂົາ​ຢູ່, ແລະ​ ຍັງ​ມີ​ພວກຄົນທີ່ຢູ່ຊັ້ນ​ຜູ້ໃຫຍ່​ກວ່າ​ທີ່ຢູ່​ເຫນືອເຂົາອີກ. \v 9 ຍິ່ງກວ່ານັ້ນ, ກະສັດ​ເອງໄດ້ເອົາຜົນຜະລິດຈາກ​ທົ່ງ​ນາ​ໄປຊຶ່ງເປັນຜົນຜະລິດ​ຂອງແຜ່ນດິນ​ສຳລັບທຸກຄົນ. \s5 \v 10 ຄົນໃດທີ່ຮັກ​ເງິນ ກໍ​ຈະ​ບໍ່​ເຄີຍອື່ມໃຈດ້ວຍເງິນ, ແລະ ຄົນໃດທີ່ຮັກຄວາມຮັ່ງມີ ກໍ​ຍິ່ງ​ຕ້ອງການຫລາຍຂຶ້ນສະເຫມີ.​ ນີ້ກໍຄື​ອະນິຈັງ​ທັງສິ້ນ. \v 11 ຍິ່ງຄວາມ​ຮັ່ງມີເພີ່ມພູນ​ຫລາຍ​ຂຶ້ນເທົ່າໃດ, ກໍ​ມີຄົນທີ່​ເຮັດໃຫ້ສູນເສຍໄປຫລາຍຂຶ້ນດ້ວຍສັນນັ້ນ. ຄົນ​ທີ່​ເປັນເຈົ້າຂອງຈະ​ໄດ້​ປະໂຫຍດອັນໃດໃນຄວາມຮັ່ງມີນັ້ນ ນອກຈາກ​ໄດ້ແຕ່​ເບິ່ງດ້ວຍຕາ​ຂອງເຂົາເທົ່ານັ້ນ? \s5 \v 12 ການຫລັບຂອງຄົນ​ເຮັດ​ວຽກ​ຫນັກກໍເປັນສຸກ, ​ບໍ່ວ່າເຂົາຈະ​ກິນ​ຫນ້ອຍ ຫລືຫລາຍ, ແຕ່ ​​ຊັບສົມບັດ​ອັນ​ຫລວງຫລາຍຂອງຄົນຮັ່ງມີ ​​ບໍ່ໄດ້ເຮັດໃຫ້ເຂົາ​ຫລັບ​ສະບາຍ. \s5 \v 13 ສິ່ງ​ສະຫລົດ​ໃຈ​ຫລາຍ​ທີ່​ ຂ້ານ້ອຍ​ໄດ້​ເຫັນ​ຢູ່ໃຕ້​ດວງຕາເວັນ: ​ຄົນ​ທີ່​ເປັນເຈົ້າຂອງທີ່ກັກຕຸນຄວາມລຳ້ລວຍໄວ້, ກໍເຮັດໃຫ້ເກີດຄວາມທຸກຍາກໃຫ້ກັບຕົນເອງ. \v 14 ເມື່ອຄົນຮັ່ງມີໄດ້​ສູນເສຍ​ຊັບສົມບັດຂອງເຂົາໄປເນື່ອງຈາກຄວາມເຄາະຮ້າຍ, ລູກຊາຍຂອງເຂົາເອງຜູ້ທີ່ເຂົາໃຫ້ກຳເນີດກໍ​ບໍ່​ເຫລືອ​ຫຍັງໄວ້​ໃນມື​ຂອງເຂົາເລີຍ. \s5 \v 15 ຄົນຫນຶ່ງອອກ​ຈາກ​ທ້ອງ​ແມ່​ ແຕ່​ຕົວເປົ່າ​ສັນໃດ, ເຂົາ​ກໍ​ຈະຈາກຊີວິດນີ້​ໄປ​ແຕ່​ຕົວເປົ່າ​ສັນນັ້ນ. ເຂົາ​ບໍ່ສາມາດເອົາສິ່ງໃດຕິດມືຈາກການງານ​ຂອງເຂົາໄປ​ໄດ້ເລີຍ. \v 16 ຄວາມບໍ່​ຖືກຕ້ອງ​ອີກຢ່າງຫນຶ່ງທີ່ແນ່ນອນຄື ຄົນຫນຶ່ງໄດ້​ເກີດ​ມາ​ສັນໃດ, ເຂົາ​ກໍ​ຕ້ອງຈາກ​ໄປ​ສັນນັ້ນ. ດັ່ງນັ້ນຄົນເຮົາ​ຈະໄດ​້ປະໂຫຍດອັນໃດໃນການເຮັດວຽກ​ຫນັກທີ່ໄດ້ແຕ່ຈັບລົມ? \v 17 ເຂົາກິນ​ດ້ວຍຄວາມ​ມືດມົນ​ ແລະ ​ຄວາມ​ໂສກເສົ້າຢ່າງຍິ່ງໃຫຍ່ ດ້ວຍຄວາມ​ເຈັບປ່ວຍ, ແລະ ຄວາມ​ໂກດຮ້າຍ​ຕະຫລອດຊົ່ວຊີວິດຂອງເຂົາ. \s5 \v 18 ເບິ່ງເຖີດ, ​ສິ່ງ​ທີ່​ຂ້ານ້ອຍເຫັນວ່າດີ ແລະ ເຫມາະກໍຄື: ໃຫ້​ກິນ ​ແລະ​ດື່ມ ແລະ​ເພີດເພີນ​ກັບ​ສິ່ງ​ທີ່​ໄດ້ມາຈາກການງານຂອງເຮົາ, ໃນຂະນະທີ່ເຮົາ​ ລຳບາກພາຍໃຕ້ດວງຕາເວັນຕະຫລອດຊົ່ວຊີວິດ​ອັນ​ສັ້ນໆ​ນີ້, ທີ່​ພຣະເຈົ້າ​ປຣະທານແກ່ເຮົາ. ເພາະນີ້ເປັນຫນ້າທີ່ຮັບຜິດຊອບ​ຂອງ​ມະນຸດ​. \s5 \v 19 ຄົນໃດທີ່​ພຣະເຈົ້າ​ປຣະທານຄວາມຮັ່ງມີແລະ ຊັບສົມບັດ ແລະ ຄວາມສາມາດໃນການຮັບສ່ວນແບ່ງຂອງເຂົາ ແລະ ​ຊົມຊື່ນ​ຍິນດີ​ໃນ​ວຽກງານ​ທີ່​ຕົນ​ເຮັດ - ​ນີ້​ຄຶຂອງຂວັນ​ມາ​ຈາກ​ພຣະເຈົ້າ. \v 20 ເພາະເຂົາບໍ່ຄ່ອຍໄດ້ຄິດເຖິງ ວັນເວລາຂອງເຂົາຫລາຍເທົ່າໃດ, ເພາະ​ພຣະເຈົ້າຊົງເຮັດ​ໃຫ້​ເຂົາ​ວຸ້ນວາຍສັບສົນກັບສິ່ງທີ່ເຂົາເພີດເພີນໃນການເຮັດນັ້ນ. \s5 \c 6 \cl ບົດທີ 6 \p \v 1 ມີຄວາມຊົ່ວຮ້າຍຢ່າງຫນຶ່ງທີ່ຂ້ານ້ອຍໄດ້ເຫັນ​ ຢູ່ພາຍໃຕ້​ດວງຕາເວັນ​, ແລະ ເປັນສິ່ງທີ່ຮ້າຍແຮງສຳລັບມະນຸດ. \v 2 ພຣະເຈົ້າອາດ​ຈະປຣະທານຄວາມ​ຮັ່ງມີ, ຊັບສົມບັດ ແລະ ​ກຽດໃຫ້ແກ່ຄົນຫນຶ່ງເພື່ອທີ່ເຂົາຈະບໍ່ຂາດເຂີນສິ່ງໃດ​ທີ່​ເຂົາປາຖະຫນາສຳລັບຕົນເອງເລີຍ, ແຕ່ແລ້ວພຣະເຈົ້າບໍ່ໄດ້ປຣະທານຄວາມສາມາດທີ່ຈະຊື່ນຊົມ​ກັບ​ສິ່ງ​ນັ້ນ. ຄົນ​ອື່ນກໍໃ​ຊ້ສິ່ງຕ່າງໆຂອງເຂົາ​ແທນ. ນີ້ກໍ​ອະນິຈັງ, ແລະ​ ຄວາມທຸ​ກໃຈຢ່າງ​ໂຫດຮ້າຍ. \s5 \v 3 ຖ້າຄົນໃດ​ມີ​ລູກເປັນຮ້ອຍ​ຄົນ ແລະ ​ມີ​ຊີວິດ​ຍືນຍາວ,​ ເຖິງ​ແມ່ນ​ວ່າວັນເດືອນປີຂອງເຂົາຈະຫລວງຫລາຍ​, ແຕ່​ຖ້າ​ໃຈຂອງເຂົາບໍ່ອີ່ມໃຈດ້ວຍສິ່ງດີ ແລະ ເຂົາ​ບໍ່ໄດ້ຖືກ​ຝັງໄວ້​ຢ່າງ​ມີ​ກຽດ, ​ແລ້ວຂ້ານ້ອຍ​ກໍເວົ້າໄດ້​ວ່າ, ເປັນ​ແອນ້ອຍທີ່ຕາຍຕັ້ງແຕ່​ເກີດ​​ກໍ​ຍັງ​ດີກວ່າຄົນນັ້ນ. \v 4 ຢ່າງເຊັ່ນແອນ້ອຍຄົນຫນຶ່ງໄດ້​ເກີດ​ມາໃນຄວາມອະນິຈັງ​ ແລະ ​ຕາຍໄປໃນຄວາມມືດ, ແລະ ຊື່ຂອງເຂົາກໍຍັງປິດຊ້ອນຢູ່. \s5 \v 5 ແມ່ນວ່າເດັກຄົນນັ້ນ​ບໍ່ໄດ້ເຫັນ​ດວງ​ຕາເວັນ ຫລື ​ບໍ່ຮູ້ສິ່ງໃດເລີຍ, ເດັກຄົນນັ້ນ​ກໍໄດ້​ພັກສະຫງົບທັງໆທີ່ຊາຍຄົນນັ້ນບໍ່ໄດ້ພັກ. \v 6 ເຖິງແມ່ນວ່າຄົນຫນຶ່ງຈະ​ມີ​ຊີວິດ​ຢູ່ ​ຮອດ​ສອງພັນ​ປີ​ ແຕ່ບໍ່ຮູ້ເຖິງຄວາມສຳລານໃຈກັບສິ່ງທີ່ດີທັງຫລາຍ, ເຂົາກໍໄປໃນ​ທີ່ດຽວກັນເຫມືອນກັບ​ຄົນ​ອື່ນໆ.​ \s5 \v 7 ວຽກງານທັງຫມົດຂອງມະນຸດກໍເພື່ອປາກຂອງເຂົາ​, ແຕ່​ຄວ​າມຢາກຂອງເຂົາກໍ​ບໍ່ໄດ້ຮັບຄວາມພໍໃຈ​. \v 8 ແທ້ຈິງແລ້ວ, ຄົນມີ​ປັນຍາໄ​ດ້ປຽບອັນໃດເຫນືອ​ຄົນໂງ່ຈ້າ​ແດ່? ຄົນທີ່​ຍາກຈົນໄດ້ປຽບອັນໃດເຖິງແມ່ນວ່າເຂົາ​ຮູ້ຈັກ​ວິທີການປະເຊີນ​ຫນ້າ​ກັບຄົນອື່ນໆ? \s5 \v 9 ການ​ພໍໃຈ​ກັບ​ສິ່ງ​ທີ່​ຕາຫລຽວເຫັນກໍດີກວ່າ​ ການປາຖະຫນາສິ່ງທີ່ໂຫຍຫາ ດ້ວຍຄວາມຢາກໄດ້ໄປຕາມຕັນຫາ, ຊຶ່ງກໍແມ່ນອະນີຈັງ ແລະ ຄວາມພະຍາຍາມແບບກິນລົມກິນແລ້ງ​. \v 10 ສິ່ງໃດ​ທີ່ມີຢູ່ກໍໄດ້ຕັ້ງຊື່ເອີ້ນສິ່ງນັ້ນແລ້ວ, ແລະມະນຸດ​ເປັນຢ່າງໃດ​ກໍ​ໄດ້ຮູ້ກັນຢູ່ແລ້ວ.​ ດັ່ງນັ້ນຈຶ່ງເປັນການໄຮ້ປະໂຫຍດທີ່ຈະໂຕ້ຖຽງ​ກັບອົງ​ຜູ້ຊົງເປັນ​ຜູ້ພິພາກສາຄົນ​ທັງປວງທີ່ມີຣິດອຳນາດ. \v 11 ຍິ່ງເວົ້າຖ້ອຍຄຳຫລາຍ​ເທົ່າໃດ​ກໍຍິ່ງ​ບໍ່ມີ​ປະໂຫຍດ​ຫລາຍຂຶ້ນ​ເທົ່ານັ້ນ, ດັ່ງນັ້ນການເປັນມະນຸດໄ​ດ້ປຽບອັນໃດແດ່​. \v 12 ເພາະໃຜຈະ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ໃນຊີວິດຂອງເຂົາ​ ໃນຊ່ວງເວລາອະນິຈັງ​ຂອງເຂົາ? ວັນເວລາທີ່ໃກ້ຫມົດລົງຈົນເຖິງວັນທີ່ເຂົາຈາກໄປເຫມືອນກັບເງົາ? ໃຜທີ່ຈະບອກກັບມະນຸດໄດ້ວ່າ ອັນໃດຈະເກີດຂຶ້ນຢູ່ພາຍ​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ເຂົາ​ຕາຍໄປ​ແລ້ວ? \s5 \c 7 \cl ບົດທີ 7 \p \v 1 ຊື່ສຽງ​ທີ່ດີ​ກໍດີກວ່າ​ນໍ້າຫອມ​ທີ່​ລາຄາແພງ, ແລະ​ ມື້​ຕາຍ​ກໍດີກວ່າ​ມື້​ເກີດ. \v 2 ການໄປຍັງ​ເຮືອນ​ທີ່​ມີ​ການ​ຮ້ອງໄຫ້​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ, ເພາະ​ການຮ້ອງໄຫ້ຈະເກີດຂຶ້ນກັບທຸກຄົນ​ໃນວາລະສຸດທ້າຍຂອງຊີວິດ, ດັ່ງຄົນທີ່ມີຊີວິດຢູ່ຕ້ອງເກັບ​ເອົາ​ເລື່ອງນ​ີ້ໄວ້ໃນໃຈ. \s5 \v 3 ຄວາມໂສກເສົ້າກໍດີກ່ວາສຽງຫົວ, ເພາະຈາກໃບ​ຫນ້າທີ່ເສົ້າຫມອງ, ພາຍຫລັງກໍຈະນໍາມາ​ຊຶ່ງຈິດໃຈ​ທີ່ຍິນດີ. \v 4 ຈິດໃຈຂອງຄົນມີປັນຍາຢູ່ໃນເຮືອນທີ່ມີການຮ້ອງໄຫ້, ແຕ່ຈິດໃຈຂອງຄົນໂງ່ຈ້າ ຢູ່ໃນເຮືອນທີ່ມີ​ງ​ານລ້ຽງ. \s5 \v 5 ການຟັງ​ຄຳ​ເຕືອນ​ຂອງ​ຄົນມີ​ປັນຍາ ກໍດີກວ່າການ​ຟັງ​ເພງ​ຂອງ​ຄົນໂງ່ຈ້າ. \v 6 ເພາະສຽງ​​ແຕກ​ຂອງຫນາມທີ່ລຸກໄຫມ້ຢູ່​ໃຕ້ຫມໍ້ສັນໃດ, ສຽງຫົວຂອງຄົນໂງ່ຈ້າ ກໍເປັນສັນນັ້ນ.​ ນີ້ກໍເປັນອະນີຈັງດ້ວຍ. \s5 \v 7 ແທ້ຈິງແລ້ວການບີບບັງຄັບກໍເຮັດ​ໃຫ້ ​ຄົນມີປັນຍາໂງ່ຈ້າ​, ແລະ ​ສິນຈ້າງ​ລາງວັນ ​ກໍ​ເຮັດໃຫ້ຈິດໃຈເຊື່ອມຊາມໄປ. \s5 \v 8 ບັ້ນປາຍ​ຂອງ​ທຸກສິ່ງ​ກໍດີກວ່າ​ຕອນເລີ້ມຕົ້ນ; ແລະ ຄົນທີ່ມີຄວາມ​ອົດກັ້ນ​ໃຈກໍດີກວ່າ​ຄົນທີ່ມີໃຈ​ຈອງຫອງ. \v 9 ຢ່າໃຫ້ຈິດໃຈ​​ຂອງເຈົ້າ​ຮ້າຍໄວ, ເພາະຄວາມຮ້າຍຝັງຢູ່ໃນຈິດໃຈຂອງ​ຄົນໂງ່ຈ້າ​. \s5 \v 10 ຢ່າ​ຖາມ​ເລີຍ​ວ່າ, "ເປັນຫຍັງ​ສະໄຫມ​ກ່ອນ​ຈຶ່ງ​ດີກວ່າ​ສະໄຫມ​ນີ້?" ເພາະ​ຄຳຖາມນີ້​ທີ່ເຈົ້າຖາມບໍ່ໄດ້ມາຈາກ​ປັນຍາ. \s5 \v 11 ປັນ​ຍາກໍດີເຫມືອນກັບສິ່ງມີຄ່າຕ່າງໆທີ່​ເຮົາ ​ໄດ້​ຮັບ​ເປັນມໍຣະດົກ​ຈາກບັນດາບັນພະບູລຸດຂອງເຮົາ. ປັນຍາໃຫ້ປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ເຫັນດວງຕາເວັນ. \v 12 ​ເພາະປັນ​ຍາໃຫ້ເຄື່ອງ​ປ້ອງກັນ​ເຊັ່ນດຽວກັບເງິນ ທີ່ສາມາດໃຫ້ຄວາມປ້ອງກັນ​ໄດ້, ແຕ່ປະໂຫຍດ​ຂອງຄວາມຮູ້ຄືການທີ່ມີປັນຍາ​ໃຫ້​ຊີວິດ ຕໍ່​ຜູ້ທີ່ມີປັນຍາ​ນັ້ນຮູ້. \s5 \v 13 ຈົ່ງ​ພິຈາລະນາພຣະລາຊກິດ​ຂອງ​ພຣະເຈົ້າ​: ພຣະອົງໄດ້ຊົງເຮັດໃຫ້ບາງ​ສິ່ງ​​ຄົດ​ໄປແລ້ວ ຜູ້ໃດ​ຈະເຮັດ​ໃຫ້​ຊື່​ໄດ້​ແດ່? \s5 \v 14 ເມື່ອ​ຊ່ວງເວລາທີ່​ດີ, ກໍຈົ່ງ​ມີຊີວິດຢ່າງມີຄວາມສຸກໃນຊ່ວງເວລາທີ່ດີນັ້ນ, ແຕ່​ເມື່ອ​ເຖິງຊ່ວງເວລາທີ່​ເດືອດຮ້ອນ​ ຈົ່ງ​ພິຈາລະນາດັ່ງນີ້​ວ່າ: ພຣະເຈົ້າ​ຊົງອະນຸຍາດໃຫ້​ທັງ​ສອງຢ່າງຄຽງຄູ່ກັນໄປ. ເພາະເຫດນີ້, ຈຶ່ງ​ບໍ່ມີໃຜຈະຄົ້ນພົບໄດ້ວ່າ ສິ່ງໃດທີ່​ຈະ​​ເກີດຂຶ້ນພາຍຫລັງເຂົາ. \s5 \v 15 ​ຂ້ານ້ອຍໄດ້​ເຫັນຫລາຍສິ່ງ​ຫລາຍຢ່າງໃນ​ຊີວິດ​ອານິຈັງຂອງຂ້ານ້ອຍນີ້. ມີພວກຄົນ​ຊອບທຳ​ທີ່ຈິບຫາຍທັງໆທີ່ມີ​ຄວາມ​ຊອບທຳ​ໃນພວກເຂົາ, ແລະ​ ມີພວກຄົນຊົ່ວຮ້າຍ​ທີ່ມີ​ຊີວິດ​ຍືນຍາວ​ທັງໆທີ່ມີຄວາມ​ຊົ່ວ​ຮ້າຍໃນພວກ​ເຂົາ. \v 16 ຢ່າອວດຕົວເອງ​ວ່າຊອບທຳ​ ແລະ ສະຫລາດໃນ​ສາຍຕາ​ຂອງຕົນເອງ. ​ເປັນຫຍັງ​ເຈົ້າຄວນຈະທຳລາຍ​ຕົນເອງເສຍ? \s5 \v 17 ​ຢ່າ​ຊົ່ວຊ້າ ​ຫລື​ໂງ່ຈ້າຈົນ​ເກີນໄປ.​ ເປັນຫຍັງ​ເຈົ້າຄວນຈະຕາຍ​ກ່ອນ​ເຖິງເວລາຂອງເຈົ້າ? \v 18 ເປັນການດີທີ່ເຈົ້າ​ຄວນຈະ​ຢຶດເອົາປັນຍານີ້ໄວ້, ແລະ ທີ່ເຈົ້າຈະບໍ່ປ່ອຍຄວາມຊອບທຳໄປ. ເພາະຄົນທີ່​ຢຳເກງ​ພຣະເຈົ້າ ​ຈະ​ພົບ​ກ​ັບພາລະຫນ້າທີ່​ທັງສິ້ນຂອງເຂົາ. \s5 \v 19 ປັນຍາ​ມີອຳນາດຫລາຍໃນ​ຄົນ​ສະຫລາດ​ ຫລາຍຍິ່ງກວ່າຜູ້ປົກຄອງ​ສິບ​ຄົນ​ທີ່​ຢູ່​ໃນ​ເມືອງ​ຫນຶ່ງ. \v 20 ບໍ່ມີ​ຄົນຊອບທຳຈັກຄົນເທິງແຜ່ນດິນໂລກ ທີ່​ເຮັດ​ແຕ່ຄວາມດີ ແລະ​ບໍ່ເຄີຍເຮັດ​ບາບ​ຈັກເທື່ອ. \s5 \v 21 ຢ່າໄດ້ຟັງທຸກຄຳທີ່ໄດ້ເວົ້າ, ເພາະເຈົ້າ​ອາດ​ຈະໄດ້ຍິນ​ຄົນ​ຮັບໃຊ້​ຂອງເຈົ້າ​ປ້ອຍດ່າ​ເຈົ້າ​ຢູ່ກໍໄດ້. \v 22 ​ທາງດຽວກັນ, ເຈົ້າ​ກໍຮູ້ຢູ່ແກ່ໃຈ​ຂອງເຈົ້າເອງ​ ວ່າເຈົ້າກໍມັກຈະ​ປ້ອຍດ່າ​ຄົນອື່ນໆ​ເຊັ່ນດຽວກັນ. \s5 \v 23 ຂ້ານ້ອຍໄດ້​ພິສູດທັງຫມົດ ນີ້ດ້ວຍ​ປັນຍາ ຂ້ານ້ອຍກ່າວວ່າ. "ຂ້ານ້ອຍຈະ​ເປັນ​ຄົນມີ​ປັນຍາ," ແຕ່​ກໍບໍ່ໄດ້ຫລາຍໄປກວ່າ​ທີ່ຂ້ານ້ອຍຈະເປັນໄດ້. \v 24 ປັນຍາຢູ່ຫ່າງໄກ ແລະ ເລິກລັບຫລາຍ. ໃຜຈະຄົ້ນພົບປັນຍາໄດ້ແດ່? \v 25 ຂ້ານ້ອຍ​​; ໄດ້ກັບໃຈຂອງຂ້ານ້ອຍຫັນມາຮຽນຮູ້ ແລະ ກວດສອບ ແລະ ຊອກຫາ​ປັນຍາ ແລະ​ ຄຳອະທິບາຍແຫ່ງຄວາມຈິງ, ແລະ ເພື່ອເຂົ້າໃຈວ່າຄວາມຊົ່ວຊ້າຄືຄວາມ​ໂງ່ ແລະຄວາມໂງ່ຈ້າຄືຄວາມ​ບ້າ​ບໍ. \s5 \v 26 ຂ້ານ້ອຍໄດ້​ພົບ​ວ່າ ຄວາມ​ຂົມຂື່ນ​ຍິ່ງກວ່າ​ຄວາມຕາຍ​ຄື ຜູ້ຍິງ​ຄົນໃດທີ່​ຈິດໃຈ​ຂອງນາງເຕັມດ້ວຍ​ບ່ວງແຮ້ວ ​ແລະ ​ຕະຂ່າຍ, ແລະ ແຂນ​ຂອງ​ນາງ​ເປັນ​ເຫມືອນ​ສາຍໂສ້. ຄົນໃດ​ທີ່​ພຣະເຈົ້າ​ຊົງພໍພຣະໄທກໍ​ຈະ​ລອດ​ພົ້ນ​ຈາກນາງໄປ​ໄດ້, ແຕ່ພວກຄົນບາບຈະຖືກ​ນາງ​​ດັກຈັບ​ເອົາ​ໄປ. \s5 \v 27 "ຈົ່ງພິ​ຈາລະນາສິ່ງທີ່ຂ້ານ້ອຍ​ໄດ້​ຄົ້ນພົບ​," ອາຈານກ່າວວ່າ. "ຂ້ານ້ອຍໄດ້ເພີ່ມສິ່ງຫນຶ່ງ ທີ່ຄົ້ນພົບເຂົ້າໄປກັບອີກສິ່ງຫນຶ່ງ ​ເພື່ອທີ່ຈະ​ຊອກຫາ​ຄຳຕອບແຫ່ງຄວາມຈິງ. \v 28 ນີ້ເປັນສິ່ງທີ່ຂ້ານ້ອຍ​ຍັງຄົງໄດ້​ຊອກ​ຫາຕໍ່ໄປ, ແຕ່​ຂ້ານ້ອຍກໍຍັງ​ບໍ່​ພົບ. ຂ້ານ້ອຍໄດ້​ພົບວ່າ ມີຜູ້​ຊາຍ​ທີ່ຊອບທຳພຽງຄົນ​ດຽວ, ​ໃນ​ທ່າມກາງ​ຜູ້ຊາຍ​ພັນ​ຄົນ, ແຕ່​ບໍ່ໄດ້​ພົບ​ຜູ້ຍິງ​ຈັກ​ຄົນດຽວ. ໃນທ່າມກາງຄົນເຫລົ່ານັ້ນທັງຫມົດ. \s5 \v 29 ຂ້ານ້ອຍໄດ້​ພົບພຽງເທົ່ານີ້ວ່າ: ພຣະເຈົ້າ​ໄດ້ຊົງ​ສ້າງ​ມະນຸດ​ໃຫ້​ເປັນ​ຄົນ​ທ່ຽງທຳ, ແຕ່​ພວກເຂົາໄດ້​ຫລົງໄປ​ສະແຫວງຫາຄວາມຫຍ​ຸ້ງຍາກມາກ​ມາຍ." \s5 \c 8 \cl ບົດທີ 8 \p \v 1 ໃຜເປັນຄົນມີ​ປັນຍາ​? ໃຜ​ຮູ້​ໄດ້​ວ່າເຫດການຕ່າງໆໃນ​ຊີວິດມີຄວາມຫມາຍວ່າຢ່າງໃດ?. ປັນຍາ​ໃນມະນຸດເຮັດ​ໃຫ້​ລາວ​ຍິ້ມແຍ້ມ​ແຈ່ມໃສ, ແລະ ຄວາມບູດບຶ້ງເທິງໃບຫນ້າ​ຂອງ​ເຂົາກໍປ່ຽນໄປ. \s5 \v 2 ຂ້ານ້ອຍແນະນຳທ່ານໃຫ້ເຊື່ອຟັງຄຳສັ່ງຂອງ​ກະສັດ​ ເພາະ​ຄຳສັນຍາ​ຂອງພຣະເຈົ້າປົກປ້ອງພະອົງ. \v 3 ຢ່າຟ້າວຟັ່ງ​ອອກໄປ​ໃຫ້​ພົ້ນ​ຫນ້າ​ເພິ່ນ, ແລະ ຢ່າໄດ້ດື້ດ້ານ​ໃນ​ການ​ສະຫນັບສະຫນູນສິ່ງໃດທີ່ຜິດ. ເພາະກະສັດຊົງເຮັດຕາມທີ່ພະອົງຊົງປະສົງໄວ້. \v 4 ຄຳສັ່ງຂອງກະສັດ​ມີ​ອຳນາດ, ດັ່ງນັ້ນໃຜຈະທູນພະອົງວ່າ, "ພະອົງຊົງກຳລັງເຮັດຫຍັງ?" \s5 \v 5 ຄົນໃດ​ທີ່​ເຮັດຕາມ​ຄຳສັ່ງ​ຂອງກະສັດ ​ກໍ​ບໍ່ປະສົບອັນຕະລາຍ. ຈິດໃຈຂອງ​ຄົນມີ​ປັນຍາ​ກໍ​ຮູ້​ເຖິງ​ການ​ປະ​ຕິບັດ ​​ແລະ ເ​ວລາຂອງການກະທຳທີ່ເຫມາະສົມ. \v 6 ມີຄຳຕອບທີ່​ຖືກຕ້ອງ ​ແລະ​ມີ​ວິທີທີ່​ຈະຕອບ​ສຳລັບ​​ທຸກເລື່ອງລາວ, ເ​ພາະຄວາມຍາກລຳບາກຕ່າງໆ​ ຂອງມະນຸດກໍຫນັກຫນາສາຫັດ. \v 7 ບໍ່ມີ​ຜູ້ໃດ​​ຮູ້ຈັກ​ສິ່ງ​ທີ່ຈະເກີດຂຶ້ນຕໍ່ໄປໄດ້. ໃຜຈະ​ບອກເຂົາ​ໄດ້ວ່າສິ່ງໃດຈະເກີດຂຶ້ນ. \s5 \v 8 ບໍ່ມີ​ຜູ້ໃດ​ທີ່ເປັນ​ຄົນມີອຳນາດເຫນືອລົມຫາຍໃຈຂອງເຂົາ, ເພື່ອທີ່ຈະຢຸດລົມຫາຍໃຈນັ້ນແລະ ບໍ່ມີໃຜມີອຳນາດເຫນືອວັນຕາຍຂອງເຂົາ,​ບໍ່ມີໃຜຖືກປົດປະຈຳການຈາກກອງທັບໃນຍາມສູ້​ຮົບ​, ແລະ ​ຄວາມອະທໍາ ​ກໍ​ຈະບໍ່ຊ່ວຍຊີວິດຄົນເຫລົ່ານັ້ນ. \v 9 ຂ້ານ້ອຍໄດ້​ສິນໃຈກາ​ນງານທຸກ​ຢ່າງ​; ທີ່​ໄດ້​ເກີດຂຶ້ນ​ຢູ່ພາຍໃຕ້​ດວງຕາເວັນ. ມີເວລາຫນຶ່ງເມື່ອຄົນຫນຶ່ງຂົ່​ມເຫັງອີກຄົນອື່ນ ເພື່ອທີ່ຈະເຮັດ​ໃຫ້​ຄົນນັ້ນເຈັບປວດ. \s5 \v 10 ດັ່ງນັ້ນຂ້ານ້ອຍໄດ້​ເຫັນ​ພວກ​ຄົນຊົ່ວ​ຮ້າຍຖືກ​ຝັງ​ຕໍ່ຫນ້າປະຊາຊົນ. ພວກເຂົາຖືກນຳມາ​ຈາກ​ບໍລິເວນທີ່ບໍລິສຸດ ແລະ ຖືກຝັງໄວ້ ແລະປະຊາຊົນກໍ​ຍົກຍ້ອງກັນ​ໃນ​ເມືອງ ທີ່​ພວກເຂົາ​ໄດ້​ເຮັດ​ການຊົ່ວຮ້າຍເຫລົ່າ​ນັ້ນ. ນີ້ກໍໄຮ້ປະໂຫຍດ​ດ້ວຍ. \v 11 ເມື່ອການລົງໂທດຕໍ່​ຄົນ​​ທີ່​ຈະ​ເຮັດ​ຊົ່ວ​ຮ້າຍບໍ່ໄດ້ດຳເນີນການໂດຍໄວ, ກໍ​ເປັນ​ການຊັກນຳຈິດໃຈຂອງມະນຸດໃຫ້​ເຮັດ​ຊົ່ວ​. \s5 \v 12 ເຖິງແມ່ນວ່າຄົນບາບ​​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ ກໍ​ຍັງ​ມີ​ຊີວິດ​ຍືນຍາວ, ​ແຕ່ຂ້ານ້ອຍ​ຮູ້​ວ່າມັນຈະເປັນການດີ, “ກັບຄົນເຫລົ່ານັ້ນທີ່​ຢຳເກງ​ພຣະເຈົ້າ, ຜູ້ທີ່ຖວາຍກຽດຕໍ່ພຣະພັກພຣະອົງ​ກັບພວກເຂົາ​. \v 13 ແຕ່ຈະບໍ່ເປັນການດີ​ສຳລັບ​ຄົນຊົ່ວຮ້າຍ; ຊີວິດ​ພວກເຂົາ​ຈະບໍ່ຍືນຍາວ. ວັນເວລາຂອງເຂົາກໍເປັນເຫມືອນ​ດັ່ງ​ເງົາຊົ່ວຄາວ, ເພາະ​ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ. \s5 \v 14 ມີອະນີຈັງອີກຢ່າງຫນຶ່ງ - ຄືສິ່ງ​ອື່ນໆທີ່​ເກີດຂຶ້ນ​ຢູ່​ໃນ​ແຜ່ນດິນໂລກ. ສິ່ງ​ຕ່າງ​ໆທີ່ເກີດຂຶ້ນກັບພວກຄົນຊອບທຳກໍເຫມືອນ ກັບສິ່ງຕ່າງໆທີ່ເກີດຂຶ້ນກັບ​ຄົນຊົ່ວຮ້າຍ, ແລະ ສິ່ງຕ່າງໆທີ່ເກີດຂຶ້ນກັບ​ຄົນຊົ່ວ​ຮ້າຍ ກໍເຫມືອນກັບສິ່ງຕ່າງໆທີ່ເກີດຂຶ້ນກັບຄົນຊອບທຳ. ຂ້ານ້ອຍກ່າວ​ວ່າ​ນີ້ກໍ​ອະນິຈັງ​ແທ້ໆ. \v 15 ສະນັ້ນຂ້ານ້ອຍຈຶ່ງຂໍ​ແນະນຳໃຫ້ມີຄວາມສຸກ, ເພາະສຳລັບມະນຸດ​ ບໍ່ມີສິ່ງໃດ​ຢູ່​ພາຍໃຕ້​ດວງ​ຕາເວັນ​ດີໄປກວ່າການກິນ​ແລະ​ ດື່ມ​ ແລະ​ມີຄວາມສຸກ. ​ຄວາມສຸກນີ້ແຫລະ ທີ່ຈະຄຽງຄູ່ໄປກັບເຂົາ ໃນ​ຂະນະທີ່​ເຂົາບຸກບືນ​ເຮັດ​ວຽກ​ຕະຫລອດ​ຊີວິດຂອງເຂົາ ທີ່​ພຣະເຈົ້າ​ປຣະທານ​ໃຫ້​ແກ່​ເຂົາ​ຢູ່ພາຍໃຕ້​ດວງຕາເວັນ. \s5 \v 16 ເມື່ອ​ຂ້ານ້ອຍ​ສົນໃຈທີ່ຈະຮູ້ປັນຍາ ແລະ​ຄວາມເຂົ້າໃຈການງານທີ່ທຳກັນເທິງແຜ່ນດິນໂລກ,​ ການງານທີ່ມັກຈະອົດຫລັບ​ອົດນອນ​ຕະຫລອດ​ມື້​ຕະຫລອດ​ຄືນ, \v 17 ແລ້ວຂ້ານ້ອຍໄດ້ພິຈາລະນາ​ ພຣະຣາຊກິດຂອງພຣະເຈົ້າ​ທັງສີ້ນ, ແລະ ທີ່ມະນຸດບໍ່ເຂົ້າໃຈການງານທີ່ທຳກັນພາຍໃຕ້ດວງຕາເວັນ. ບໍ່ວ່າມະນຸດຈະພະຍາຍາມ​ເພື່ອຫາຄຳຕອບ​ຫລາຍເທົ່າໃດ​ກໍຕາມ ເຂົາ​ກໍ​ຈະ​ບໍ່ພົບ​ຄຳຕອບເຫລົ່ານັ້ນ. ເຖິງແມ່ນວ່າຄົນມີ​ປັນຍາ​ຈະເຊື່ອ​ວ່າ​ເຂົາຮູ້, ແຕ່​ວ່າ​ພວກເຂົາ​ບໍ່​ຮູ້ຢ່າງແທ້ຈິງ. \s5 \c 9 \cl ບົດທີ 9 \p \v 1 ດ້ວຍເຫດສະນີ້ ຂ້ານ້ອຍຈຶ່ງ​ຄິດ​ຕຶກຕອງ​ເຖິງ​ເລື່ອງທັງຫມົດນີ້​ຢູ່ໃນໃຈຂອງຂ້ານ້ອຍເພື່ອທີ່ຈະເຂົ້າໃຈການກະທຳ ກ່ຽວກັບບັນດາຄົນຊອບທຳແລະ​ ຄົນສະຫລາດ ແລະ ການກະທຳ​ຂອງພວກເຂົາ​. ພວກເຂົາຢູ່ໃນພຣະຫັດຂອງພຣະເຈົ້າ. ບໍ່ມີໃຜຮູ້ວ່າຄວາມຮັກ ຫລືຄວາມກຽດຊັງຈະມາຫາຜູ້ໃດຜູ້ຫນຶ່ງ. \s5 \v 2 ທຸກ​ຄົນມີ​ຊາຕາກໍາຢ່າງດຽວກັນ. ​ຊາຕາກໍາຢ່າງດຽວກັນນັ້ນ ກໍລໍຄອຍຄົນທີ່ຊອບທໍາ ແລະ ຄົນອະທຳ, ຄົນດີ, ຄົນທີ່ສະອາດ ແລະ ​ຄົນມີມົນທິນ, ແລະ ຄົນທີ່ຖວາຍເຄື່ອງບູຊາ, ຄົນດີ​ຕ້ອງຕາຍສັນໃດ, ​ຄົນບາບກໍຕ້ອງຕາຍສັນນັ້ນ, ຄົນ​ທີ່​ສາບານ​ຈະຕ້ອງຕາຍສັນໃດຄົນທີ່ຢ້ານກົວ​ທີ່​ຈະເຮັດການ​ສາບານກໍຈະຕ້ອງຕາຍສັນນັ້ນ. \s5 \v 3 ​ມີຊາຕາກໍາກຳນົດໄວ້ສຳລັບທຸກສິ່ງ​ທີ່​ເກີດຂຶ້ນ​ຢູ່​ພາຍໃຕ້​ດວງ​ຕາເວັນນີ້. ຊາຕາກຳຢ່າງດຽວກັນສຳລັບ​ທຸກຄົນ. ​ຈິດ​ໃຈຂອງ​ມະນຸດ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ຮ້າຍ, ແລະ ​ຄວາມ​ບ້າບໍກໍຢູ່ໃນຈິດໃຈຂອງ​ພວກເຂົາ ໃນຂະນະທີ່ພວກເຂົາມີຊີວິດຢູ່, ​ຫລັງຈາກນັ້ນພວກເຂົາກໍ​ໄປຫາຄົນຕາຍ. \s5 \v 4 ເພາະຄົນໃດ​​ທີ່​​ຢູ່​ຮ່ວມກັບ ທຸກຄົນທີ່ມີຊີວິດຢູ່, ກໍມີຄວາມຫວັງ, ເຊັ່ນດຽວກັບຫມາ​ທີ່​ຍັງ​ມີ​ຊີວິດ​ຢູ່, ​ກໍດີກວ່າ​ສິງ​ໂຕທີ່​ຕາຍໄປ​ແລ້ວ. \v 5 ເພາະຄົນທີ່​ມີ​ຊີວິດ​ຢູ່​ກໍ​ຮູ້​ວ່າ​ຕົນ​ຈະ​ຕາຍໄປ, ແຕ່​ຜູ້​ທີ່​ຕາຍໄປ​ແລ້ວ​ກໍ​ບໍ່​ຮູ້​ຫຍັງ​ເລີຍ. ພວກເຂົາ​ບໍ່ມີ​ບຳເຫນັດໃດໆອີກຕໍ່ໄປ ເພາະຄວາມຈຳຂອງ​ພວກເຂົາ​ຖືກ​ລືມໄລ​ໄປ​ຫມົດສິ້ນ. \s5 \v 6 ຄວາມຮັກ, ຄວາມກຽດຊັງ, ແລະ ຄວາມອິດສາ​ຂອງ​ພວກເຂົາ ​ໄດ້​ສູນຫາຍໄປ​ນານແລ້ວ. ພວກເຂົາ​ຈະ​ບໍ່ມີ​ສ່ວນ​ກັບ​ສິ່ງ​ໃດອີກເລີຍທີ່ເກີດຂຶ້ນ​ຢູ່​ພາຍໃຕ້​ດວງ​ຕາເວັນ​. \v 7 ຈົ່ງ​ໄປຕາມທາງຂອງເຈົ້າເຖີດ, ຈົ່ງກິນ​ອາຫານ​ຂອງ​ເຈົ້າ​ດ້ວຍຄວາມຊື່ນບານ, ແລະ ດື່ມ​ເຫລົ້າ​ອະງຸ່ນ​ຂອງເຈົ້າດ້ວຍຈິດໃຈ​ທີ່ມີຄວາມສຸກ, ​ເພາະພຣະເຈົ້າໄດ້ຊົງເຫັນຊອບໃນການສະຫລອງການງານທີ່ດີ. \v 8 ຈົ່ງ​ເຮັດ​ໃຫ້ເສື້ອຜ້າຂອງເຈົ້າຂາວຢູ່ສະເຫມີ​ ແລະ​ສະໂລມຫົວຂອງເຈົ້າດ້ວຍນຳ້ມັນ. \s5 \v 9 ຈົ່ງ​ໃຫ້​ຊີວິດ​ຂອງ​ເຈົ້າ ​ມີຄວາມສຸກ​ຢູ່​ກັບ​ເມຍທີ່​ເຈົ້າ​ຮັກ ​ຕະຫລອດ​ຊີວິດ ອັນ​ອະນິຈັງຂອງເຈົ້າ, ວັນເວລາ​ທີ່​ພຣະເຈົ້າ​ໄດ​້ປຣະທານໃຫ້ກັບເຈົ້າ ​ຢູ່ພາຍໃຕ້​ດວງຕາເວັນ ຕະຫລອດຊີວິດ​ອັນ​ອະນິຈັງຂອງເຈົ້າ. ນັ້ນຄືລາງວັນໃນຊີວິດສຳລັບການງານຂອງ​ເຈົ້າ​ພາຍໃຕ້ດວງອາທິດ. \v 10 ມືຂອງເຈົ້າຈັບສິ່ງໃດ​ກໍຕາມທີ່ຈະເຮັດ, ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງຂອງເຈົ້າ, ເພາະ​​ບໍ່ມີ​ການກະທຳ, ຫລື ຄຳອະທິບາຍ, ຫລື ຄວາມຮູ້, ຫລື​ ປັນຍາ​ໃດໆ ໃນ​ແດນຄົນຕາຍ, ຊຶ່ງທີ່ເຈົ້າກຳລັງຈະ​ໄປ. \s5 \v 11 ຂ້ານ້ອຍໄດ້​ເຫັນ​​ສິ່ງ​ຕ່າງໆທີ່ຫນ້າສົນໃຈ​ຢູ່ພາຍໃຕ້​ດວງຕາເວັນ: ການແຂ່ງຂັນ​ບໍ່ເປັນ​ຂອງຄົນທີ່ວ່ອງໄວ. ​ ສົງຄາມບໍ່ໄດ້ເປັນຂອງຄົນທີ່ມີກຳລັງ. ​ເຂົ້າຈີ່​ບໍ່ເປັນ​ຂອງຄົນສະຫລາດ. ຄວາມ​ຮັ່ງມີບໍ່​ເປັນຂອງຄົນທີ່ມີຄວາມເຂົ້າໃຈ. ​ຄວາມໂປດປານບໍ່ເປັນຂອງຄົນທີ່ມີຄວາມຮູ້​ ​​. ແຕ່​​ເວລາ ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ. \v 12 ເພາະ​ບໍ່ມີໃຜຮູ້ເວລາຕາຍຂອງ​ເຂົາ, ເຊັ່ນດຽວກັບປາທີ່ທີ່ຕິດຢູ່ໃນແຫແຫ່ງຄວາມຕາຍ, ຫລືເຊັ່ນດຽວກັບ​ນົກ​ທີ່​ຖືກຈັບໃນບ້ວງ​ແຮ້ວ. ມະນຸດກໍເຊັ່ນດຽວກັບສັດທີ່ຕິດຢູ່ໃນ​ບ້ວງແຮ້ວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ທີ່ຕົກຢູ່ກັບພວກເຂົາໃນ​ເວລາ​ທີ່​ບໍ່​ຄາດຝັນ. \s5 \v 13 ຂ້ານ້ອຍຍັງໄດ້ເຫັນສະຕິປັນຍາມີພາຍໃຕ້ຕາເວັນນີ້ ເບິ່ງຄືຍິ່ງໃຫຍ່ສຳລັບຂ້ານ້ອຍ. \v 14 ມີເມືອງຫນຶ່ງ​ທີ່​ມີ​ຄົນ​ຢູ່ໃນເມືອງນັ້ນຫນ້ອຍຄົນ, ແ​ລະ ກະສັດ​ຜູ້ຍິ່ງໃຫຍ່​​ອົງຫນຶ່ງໄດ້​ມາໂຈມຕີ​ເມືອງນັ້ນ ແລະ ເພິ່ນ​ປິດລ້ອມ​ເມືອງ​ນັ້ນໄວ້ ແລະ ​ໄດ້ສ້າງຂັນໄດລ້ອມ​ຮອບໂຈມຕີເມືອງນັ້ນ. \v 15 ໃນຂະນະນັ້ນໄດ້ພົບເຫັນຊາຍຄົນຫນຶ່ງທີ່ຍາກຈົນໃນເມືອງນັ້ນ, ລາວເປັນຄົນມີສະຕິປັນຍາ, ​ເປັນ​ຄົນ​ຊ່ວຍ​ເມືອງ​ນັ້ນໃຫ້ລອດດວ້ຍປັນຍາຂອງລາວ. ແຕ່​ພາຍຫລັງກໍບໍ່ມີ​ຜູ້ໃດ​ຄິດເຖິງ​ຊາຍຍາກຈົນຄົນນັ້ນ​ເລີຍ. \s5 \v 16 ດັ່ງນັ້ນຂ້ານ້ອຍ​ຈຶ່ງພໍສະຫລູບ​ໄດ້ວ່າ, ​"ປັນຍາ​ດີກວ່າ​ກຳລັງ, ແຕ່​​ປັນຍາ​ຂອງຊາຍ​ຍາກຈົນ ຄົນ​ນັ້ນຖືກ​ດູຫມິ່ນປະຫມາດ, ແລະ ​ບໍ່ມີໃຜ​ຟັງ​ຖ້ອຍຄຳ​ຂອງ​ລາວ." \s5 \v 17 ຖ້ອຍຄຳ​ຂອງ​ຄົນມີ​ປັນຍາ ທີ່ເວົ້າຄ່ອຍໆທີ່ໄດ້ຍິນ ກໍດີກວ່າ​ການ​ຮ້ອງ​ຂອງ​ຜູ້ປົກຄອງ​ຄົນໃນ​ທ່າມ​ກາງພວກ​ຄົນໂງ່ຈ້າ. \v 18 ປັນຍາ​ດີກວ່າ​ອາວຸດສົງຄາມ, ແຕ່​ຄົນບາບ​ຄົນດຽວສາມາດທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ. \s5 \c 10 \cl ບົດທີ 10 \p \v 1 ແມງໄມ້​ຕາຍ​ຍ່ອມ​ເຮັດ​ໃຫ້​ນໍ້າຫອມ​ມີ່ກິ່ນ​ເຫມັນ​ໄດ້​ສັນໃດ, ຄວາມ​ໂງ່ຈ້າ​ພຽງແຕ່​ເລັກນ້ອຍ​ກໍ​ມີອຳນາດ​ເຫນືອ​ປັນຍາ​ ແລະ ກຽດຕິຍົດໄດ້ສັນນັ້ນ. ​ \v 2 ຈິດໃຈຂອງຄົນມີ​ປັນຍາ​ຄົນຫນຶ່ງ ນຳໄປທາງຂວາ, ແລະ​ ຈິດໃຈຂອງຄົນໂງ່ຈ້ານຳໄປ​​ທາງຊ້າຍ. \v 3 ເມື່ອຄົນ​ໂງ່ຈ້າ​ເດີນ​ລົງມາຕາມຖະຫນົນ, ຄວາມຄິດຂອງລາວກໍຂາດສະຕິ, ຊຶ່ງເປັນການເຮັດ​ໃຫ້​ທຸກຄົນ​ຮູ້​ວ່າ​ຕົນ​ເປັນ​ຄົນໂງ່ຈ້າ. \s5 \v 4 ຖ້າອາລົມຮ້າຍຂອງຜູ້ເປັນນາຍ ເພີ້ມຂຶ້ນຕໍ່ເຈົ້າ, ຢ່າ​ປະຖິ້ມການ​ງານຂອງເຈົ້າ. ຄວາມໃຈເຢັນຈະເຮັ​ດໃຫ້ຄວາມ​ຮ້າຍຢ່າງຮຸນແຮງສະຫງົບລົງໄດ້​. \s5 \v 5 ມີຄວາມຊົ່ວຮ້າຍອີກຢ່າງຫນຶ່ງທີ່ ຂ້ານ້ອຍໄດ້​​ເຫັນ​​ຢູ່ພາຍໃຕ້​ດວງຕາເວັນ, ຄື​ຄວາມ​ຜິດພາດຢ່າງຫນຶ່ງທີ່ເກີດມາຈາກ​ຜູ້ປົກຄອງ​: \v 6 ຄົນໂງ່ຈ້າ​ໄດ້​ຮັບ​ມອບຕຳແຫນ່ງ​ສູງ, ໃນຂະນະທີ່​ຄົນ​ທີ່ມີ​ຄວາມສາມາດ​ໄດ້​ຮັບມອບ​ຕຳແຫນ່ງ​ທີ່ຕໍ່າຕ້ອຍ. \v 7 ຂ້ານ້ອຍໄດ້​ເຫັນພວກ​ທາດຮັບໃຊ້ກຳລັງ​ຂີ່​ມ້າ,​ ແລະ ພວກຄົນທີ່ມີຄວາມສາມາດກຳລັງຍ່າງເທິງ​ພື້ນດິນເຫມືອນຢ່າງ​​ທາດຮັບໃຊ້. \s5 \v 8 ຜູ້​ໃດທີ່​ຂຸດ​ຫລຸມ​ໄວ້ ຜູ້ນັ້ນກໍສາມາດຈະ​ຕົກລົງໄປ​ໃນ​ຫລຸມ​ນັ້ນ​ໄດ້, ແລະ ເ​ມື່ອໃດກໍຕາມທີ່ຜູ້​ໃດພັງ​ກຳແພງ,​ ງູ​ອາດ​ຈະ​ຕອດ​ເຂົາໄດ້. \v 9 ຜູ້​ໃດ​ສະກັດ​ຫີນ ຜູ້​ນັ້ນ​ອາດ​ຈະບາດ​ເຈັບ​ເພາະ​ຫີນ​ນັ້ນໄດ້, ແລະ ​ຜູ້​ໃດຕັດໄມ້ຜູ້ນັ້ນກໍປະສົບອັນ​ຕະລາຍຈາກໄມ້ນັ້ນໄດ້. \s5 \v 10 ຖ້າ​ໃບມີດເຫລັກທີ່ປູ້ແລ້ວ, ແລະ ​ຄົນບໍ່​ຝົນມັນ​ໃຫ້​ຄົມ, ແລ້ວເຂົາ​ກໍ​ຕ້ອງ​ໃຊ້​ແຮງ​ຫລາຍ​ຂຶ້ນ, ແຕ່ປັນຍາ​ໃຫ້ປະໂຫຍດ​ເພື່ອ​ຄວາມ​ສຳເລັດ. \v 11 ຖ້າ​ງູຕອດກ່ອນ​ທີ່​ຈະ​ເຮັດໃຫ້ມັນເຊື່ອຟັງ, ກໍບໍ່ມີ​ປະໂຫຍດ​ຫຍັງ ສຳລັບຫມໍ​ງູ​ແລ້ວ. \s5 \v 12 ຖ້ອຍຄຳຈາກປາກ​ຂອງ​ຄົນມີປັນຍາກໍມີ​ພຣະຄຸນ, ແຕ່ຮີມສົບຂອງ​ຄົນໂງ່ຈ້າ​ກ​ໍກືນກິນ​ຕົນ​ເອງ. \s5 \v 13 ​ຖ້ອຍຄຳທີ່ເລີ້ມຕົ້ນເຜີເວົ້າອອກມາຈາກປາກຂ​ອ​ງຄົນໂງ່ງ່າວສັນໃດ, ຄວາມໂງ່​ກໍ​ອອກມາສັນນັ້ນ ແລະ ໃນຕອນຈົບປາກຂອງເຂົາກໍ​ເຜີເວົ້າ​ອອກມາດ້ວຍຄວາມບ້າບໍຢ່າງຊົ່ວຮ້າຍ. \v 14 ຄົນໂງ່ຈ້າ​ເວົ້າຖ້ອຍຄຳ​ບໍ່​ຊຳ້ຊາກ, ແຕ່ບໍ່ມີ​ຜູ້ໃດ​ຮູ້​ສິ່ງ​ທີ່​ຈະ​ເກີດຂຶ້ນ.​ ໃ​ຜຈະຮູ້ໄດ້​ວ່າມີ​ຫຍັງຈະ​ເກີດຂຶ້ນ​ຕາມ​ຫລັງເຂົາ​? \s5 \v 15 ການເຮັດວຽກຫນັກຂອງຄົນ​ໂງ່ຈ້າ​ກໍເຮັດໃຫ້ພວກເຂົາອິດເມື່ອຍ, ເພາະພວກເຂົາບໍ່ຮູ້ແມ່ນແຕ່ທາງທີ່ຈະໄປໃນເມືອງ. \s5 \v 16 ແຜ່ນດິນ​ເອີຍ, ວິບັດແກ່ເຈົ້າ, ຖ້າ​ກະສັດຂອງເຈົ້າ​ຍັງ​ຫນຸ່ມນ້ອຍຢູ່, ແລະ ​ຖ້າບັນດາ​ຜູ້ນຳ ຂອງເຈົ້າ​ເລີ່ມລ້ຽງສະຫລອງ​ກັນ​ແຕ່ງ​​ເຊົ້າ! \v 17 ແຕ່ແຜ່ນ​ດິນເອີຍ​​, ຄວາມສຸກ​ມີແກ່ເຈົ້າ, ຖ້າ​ກະສັດ​ຂອງພວກເຈົ້າເປັນລູກຊາຍຂອງພວກເຈົ້ານາຍ, ແລະ ​ຖ້າພວກ​ຜູ້ນຳ​ຂອງເຈົ້າ​ກິນ​ໃນ​ເວລາ​ທີ່ເຫມາະສົມ, ເພື່ອໃຫ້ມີກຳລັງດ ບໍ່​​ແມ່ນ​ເພື່ອຄວາມ​​ເມົາມາຍ! \s5 \v 18 ເພາະ​ຄວາມ​ຂີ້ຄ້ານ​ ​ຫລັງຄາຈຶ່ງເພພັງລົງ, ແລະ ເພາະມືທີ່ຂີ້ຄ້ານຮ້ານເຮືອນນັ້ນຈຶ່ງມີຮູ​ຮົ່ວ​. \v 19 ການ​ກິນລ້ຽງ​ເຮັດ​ໃຫ້​ມີການສຽງຫົວ ແລະ​ ເຫລົ້າ​ອະງຸ່ນ​ນຳມາຊຶ່ງຄວາມມ່ວນຊື່ນສຳບານໃຈຕໍ່ຊີວິດ, ແລະ ເງິນກໍເຮັດໃຫ້ໄດ້ທຸກສິ່ງທີ່ຕ້ອງການ. \s5 \v 20 ຢ່າ​ສາບແຊ່ງ​ກະສັດ​, ແມ່ນແຕ່​ຢູ່ໃນໃຈກໍຕາມ, ແລະ​ ຢ່າ​ສາບແຊ່ງ​ຄົນ​ຮັ່ງມີ ​ໃນ​ຫ້ອງນອນ​ສ່ວນຕົວ​ຂອງເຈົ້າ. ເພາະນົກໃນທ້ອງຟ້າ ຈະຄາບຄຳເວົ້າຂອງເຈົ້າ​ໄປ; ໂຕທີ່ມີປີກຈະແຜ່ກະຈາຍ​ເລື່ອງລາວນ​ັ້ນ. \s5 \c 11 \cl ບົດທີ 11 \p \v 1 ຈົ່ງໂຍນເຂົ້າຈີ່ຂອງເຈົ້າ​ລົງເທິງນ້ຳ, ເພາະຫລັງຈາກນັ້ນອີກຫລາຍວັນ​ເຈົ້າ​​ຈະ​ພົບມັນອີກ. \v 2 ຈົ່ງ​ແບ່ງມັນ​ໃຫ້ອີກເຈັດຄົນ, ເຖິງແມ່ນຈະເຖິງແປດຄົນກໍຕາມ, ເພາະ​ເຈົ້າ​ບໍ່​ຮູ້​ວ່າອັນຕະລາຍ​ຊະນິດ​ໃດ​ຈະ​ເກ​ີດຂຶ້ນເທິງໂລກນີ້. \v 3 ຖ້າເມກເຕັມດ້ວຍຝົນ, ເມກເຫລົ່ານັ້ນກໍຈະເທຝົນລົງ​ມາ ເທິງ​ແຜ່ນດິນໂລກ, ແລະ ຖ້າຕົ້ນໄມ້ລົ້ມລົງໄປທາງ​ທິດເຫນືອຫລືທາງ​ທິດໃຕ້, ຕົ້ນໄມ້ລົ້ມລົງທີ່ໃດກ​ໍຕາມມັນ​ກໍ​ຍັງຄົງຢູ່ທີ່ນັ້ນ. \s5 \v 4 ຜູ້ໃດທີ່ເຝົ້າຫລຽວເບິ່ງ​ລົມ​ກໍຈະ​ບໍ່ຫວ່ານພືດ, ແລະຜູ້ໃດທີ່ເຝົ້າ​ຫລຽວເ​ບິ່ງເມກກໍຈະ​ບໍ່ເກັບກ່ຽວ​. \v 5 ເຈົ້າ​ບໍ່ຮູ້ວ່າທາງຂອງລົມ ຫລືກະດູກຂອງເດັກອ່ອນ ເຕີບໂຕໃນມົດລູກຂອງ ​ແມ່ຍິງ​ທີ່​ຕັ້ງທ້ອງ​ໄດ້ສັນໃດ, ເຈົ້າກໍຈະບໍ່ສາມາດເຂົ້າໃຈພຣະຣາຊກິດຂອງ​ພຣະເຈົ້າ, ຜູ້ຊົງສ້າງ​ສັບພະທຸກສິ່ງສັນນັ້ນ. \s5 \v 6 ​ໃນ​ຕອນເຊົ້າ ຈົ່ງຫວ່ານເມັດພືດຂອງເຈົ້າ; ຈົ່ງເຮັດວຽກງານ​ດ້ວຍມືຂອງເຈົ້າ, ຈົນເຖິງຄຳ່ຕາມຄວາມຈຳເປັນ ເພາະເຈົ້າ​ບໍ່​ຮູ້​ດອກ​ວ່າ​ອັນໃດມັນ​ຈະເລີນ, ບໍ່ວ່າຈະເປັນຕອນເຊົ້າ ຫລື​ຕອນແລງ, ຫລື ສິ່ງນີ້ ຫລືສິ່ງນັ້ນ, ຫລືທັງສອງຢ່າງຈະດີເຫມືອນກັນ. \v 7 ແທ້ຈິງແສງສະຫວ່າງເຮັດໃຫ້ສົດຊື່ນ, ແລະ ມັນເປັນສິ່ງທີ່ຫນ້າພໍໃຈຕໍ່ໃນຕາ​ທີ່​ຫລຽວເຫັນດວງຕາເວັນ. \v 8 ຖ້າຫາກຄົນໃດມີຊີວິດ ຢູ່ມາກມາຍຫລາຍປີ, ກໍຂໍໃຫ້ເຂົາມີ ຄວາມສຸກຕະຫລອດປີເຫລົ່ານັ້ນ, ແຕ່ໃຫ້​ເຂົາ​ຄິດກ່ຽວກັບວັນແຫ່ງຄວາມມືດ​. ທີ່ຈະ​ມາເຖິງເພາະວັນແຫ່ງຄວາມມືດກໍຈະ​ມີຫລວງຫລາຍ, ທຸກສິ່ງ​ທີ່ຈະເກີດຂຶ້ນ​ກໍອະນີຈັງ. \s5 \v 9 ຄົນຫນຸ່ມ​ເອີຍ, ຈົ່ງ​ຊື່ນບານ​ໃນ​ຄວາມ​ຫນຸ່ມແຫນ້ນ​ຂອງເຈົ້າ. ຈ​ົ່ງຕາມຫາ​ຄວາມປາຖະຫນາທີ່ດີໃນຈິດໃຈ​ຂອງ​ເຈົ້າ​, ແລະ​ ສິ່ງ​ໃດກໍຕາມໃນສາຍຕາຂອງເຈົ້າ​. ແຕ່​ຢ່າງໃດກໍຕາມ, ຈົ່ງຮູ້​ວ່າ ພຣະເຈົ້າ​ຈະ​ນຳເຈົ້າໄປສູ່ການພິພາກສາ ສຳລັບທຸກສິ່ງ​ເຫລົ່ານັ້ນ. \v 10 ຈົ່ງໄລ່ຄວາມຮ້າຍອອກໄປຈາກໃຈຂອງເຈົ້າ, ແລະ ຢ່າ​ໃ​ສ່ໃຈກັບຄວາມ​​ເຈັບປວດໃດໆໃນຮ່າງກາຍຂອງເຈົ້າ, ເພາ​ະໄວຫນຸ່ມ​ແລະ ກຳລັງຂອງໄວນັ້ນກໍອານີຈັງ. \s5 \c 12 \cl ບົດທີ 12 \p \v 1 ຍິ່ງກວ່ານັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ໄວຫນຸ່ມ​ຂອງເຈົ້າ, ກ່ອນທີ່​ວັນແຫ່ງຄວາມຍາກລຳບາກຈະມາເຖິງ, ​ແລະກ່ອນ​ປີ​ທັງຫລາຍ​ຈະມາເຖິງ ເມື່ອ​ເຈົ້າ​ເວົ້າ​ວ່າ, “ຂ້ານ້ອຍ​ບໍ່ມີຄວາມຍິນດີໃນປີເຫລົ່ານັ້ນ​ເລີຍ​,” \v 2 ຈົ່ງເຮັດສິ່ງນີ້​ກ່ອນທີ່ແສງສະຫວ່າງຂອງ​ດວງອາທິດ​ແລະ ດວງເດືອນ ​ແລະ​ ຫມູ່ດາວ​ຈະມືດໄປ ແລະ​ເມກ​ຫມອກ​ອັນ​ມືດຄຶ້ມ​ກັບມາພາຍຫລັງຈາກ​ຝົນ​ຕົກ. \s5 \v 3 ນັ້ນ​ເປັນເວລາເມື່ອຍາມເຝົ້າ​ພະຣາຊວັງຈະ​ສັ່ນສະເທືອນ, ແລະ ​ຜູ້ຊາ​ຍທີ່​ແຂງແຮງ​​ຈະ​ຫລັງໂກ່ງ​ລົງ, ແລະ ພວກຜູ້ຍິງຢຸດໂມ້ແປ້ງ ເພາະພວກເຂົາມີຢູ່ຫນ້ອຍ, ເເລະ ຄົນເຫລົ່ານັ້ນ​ທີ່ຫລຽວອອກໄປນອກປ່ອງຢ້ຽມ ​ກໍ​ຫລຽວເຫັນ​ບໍ່​ແຈ້ງອີກຕໍ່ໄປ. \s5 \v 4 ນັ້ນຈະ​ເປັນ​ເວລາທີ່ປະຕູເຫລົ່ານັ້ນຖືກປິດໃນຫົນທາງ, ແລະ ສຽງ​ຂອງການໂມ້ແປ້​ງກໍຢຸດໄປ, ເມື່ອຄົນທັງຫລາຍໄດ້ຫວາດກວາ ຕໍ່​ສຽງ​ຂອງ​ນົກ​, ແລະ ສຽງຮ້ອງເພງຂອງຍິງສາວໄດ້​ຈາງ​ຫາຍໄປ. \s5 \v 5 ນັ້ນ​ຈະ​ເປັນ​ ເວລາ​ເມື່ອຄົນທັງຫລາ​ຍ ຈະເລີ່ມຢ້ານຄວາມສູງ ແລະ ອັນຕະລາຍຕ່າງໆຕາມຫົນທາງ, ແລະ ເມ​ື່ອຕົ້ນອາມອນອອກດອກ​, ເເລະ ເມື່ອ​ຕັກແຕນເຄື່ອນໂຕເອງ ໄປຢ່າງຊ້າໆ, ແລະ ​ເມື່ອຄວາມປາຖະຫນາຕາ​ມທຳມະຊາດໄດ້ຫມົດລົງ. ແລ້ວມະນຸດ​ກໍໄປ​ຍັງ​ບ້ານ​ອັນ​ຖາວອນຂອງເຂົາ, ແລະ ​ຄົນທີ່ໄວ້ທຸກເຫລົ່ານັ້ນ ກໍເດີນໄປຕາມ​ຖະຫນົນ​ຫົນທາງ​. \s5 \v 6 ເຈົ້າຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າກ່ອນ ທີ່ສາຍເງິນຈະຂາດ, ຫລືຊາມທອງ​ຄຳ​ຈະ​ຕົກລົງ​ແລະ​ ຫັກ, ຫລື​ໄຫ​ນໍ້າ​ຈະ​ແຕກ​ກະຈາຍໄປທີ່ນຳ້ພຸ, ຫລືລໍ້ຕັກນຳ້ທີ່ນຳ້ສ້າງຈະເພ, \v 7 ກ່ອນທີ່ຂີ້ຝຸ່ນດິນຈະກັບມາສູ່ແຜ່ນດິນໂລກຕາມເດີມ, ແລະ​ຈິດວິນຍານ​ນັ້ນ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປຣະທານ​ໃຫ້​ນັ້ນ. \s5 \v 8 ອາຈານ​ກ່າວ​ວ່າ, "ອະນິຈັງ," "ທຸກສິ່ງ​ລ້ວນແຕ່​ອະນິຈັງ​." \v 9 ​ອາຈານ​ເປັນ​ຄົນມີ​ປັນຍາ ແລະ ເພິ່ນ​ໄດ້​ສອນ​ຄວາມຮູ້ໃຫ້ແກ່ປະຊາຊົນ. ເພິ່ນ​ໄດ້​ສຶກສາ​ ແລະ​ ພິຈາລະນາໄຕ່ຕອງ ແລະລຽບລຽງສຸພາສິດໄວ້​ຢ່າງ​ຖ້ວນຖີ່. \s5 \v 10 ອາຈານ​ໄດ້ຄົ້ນຫາ​ຄວາມຊັດເຈນ, ​ທີ່​ໃຊ້ໃນການຂຽນຖ້ອຍ​ຄຳແຫ່ງ​ຄວາມຈິງ​ທັງຫມົດໄວ້ຢ່າງຊື່ສັດ. \v 11 ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນເຫມືອນກັບ​ໄມ້ເທົ້າ​ອັນ​ແຫລມຄົມ. ຄຳເວົ້າຂອງບັນດາເຈົ້ານາຍໃນສຸພາສິດ​ຕ່າງໆທີ່​ຮວບຮວມ​ໄວ້ ທີ່ຊຶ່ງຜູ້ລ້ຽງຄົນຫນຶ່ງ​ໄດ້ສອນ ກໍເຫມືອນກັບຕະປູທີ່​ຕອກເລິກ​ລົງ​ໄປ. \s5 \v 12 ລູກຊາຍຂອງຂ້ານ້ອຍ​ເອີຍ, ຈົ່ງ​ລະວັງບາງສິ່ງ​ໃຫ້ຫລາຍຂຶ້ນອີກ: ການເຮັດຫນັງສືຫລວງຫລາຍ​, ທີ່​ບໍ່​ເປັນ​ການ​ສິ້ນສຸດ​ ແລະ​ ການຮຽນ​ຫລາຍໂພດ​ກໍພາ​ໃຫ້​ຮ່າ​ງກາຍອ່ອນເພຍ. \s5 \v 13 ຕອນຈົບຂອງເລື່ອງນີ້ ຫລັງ​​ຈາກທີ່​ໄດ້ຟັງທຸກສິ່ງແລ້ວ, ຄືເຈົ້າຕ້ອງ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ, ເພາະ​ສິ່ງນີ້ເປັນຫນ້າທີ່ທັງສິ້ນຂອງ​ມະນຸດ​​. \v 14 ເພາະວ່າພຣະເຈົ້າ​ຈະຊົງນຳການ​ກະທຳທຸກຢ່າງ​ເຂົ້າສູ່ການພິ​ພາກສາ​ ພ້ອມດ້​ວຍທຸກສິ່ງທີ່ເຊື່ອງຢູ່ບໍ່ວ່າດີ​ຫລື​ຊົ່ວ.