lo_ulb/19-PSA.usfm

5274 lines
958 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id PSA
\ide UTF-8
\h ເພງສັນຣະເສີນ
\toc1 ເພງສັນຣະເສີນ
\toc2 ເພງສັນຣະເສີນ
\toc3 psa
\mt ເພງສັນຣະເສີນ
\s5
\c 1
\cl ບົດທີ 1
\p
\v 1 ​ຄວາມ​ສຸກ​ເປັນ​ຂອງ​ຄົນ​ທີ່​ບໍ່​ໄດ​້​ຍ່າງ​ຕາມ​ຄຳ​ແນະ​ນຳ​ຂອງ​ຄົນ​ຊົ່ວ, ຫລື​ຢືນ​ໃນ​ທາງ​ຂອງ​ຄົນ​ບາບ​ທັງ​ຫລາຍ, ຫລື​ ນັ່ງ​ໃນ​ທີ່​ຊຸມ​ນຸມ​ຂອງ​ພວກ​ຄົນ​ຫລ​ວງ​ຫລາຍ.
\v 2 ແຕ່​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອງ​ເຂົາ​ຢູ່​ໃນ​ພ​ຣະ​ຄັມ​ຂອງ​ພ​ຣະ​​ຢາ​ເວ, ​ແລະ ​ເຂົາ​ພາ​ວັນ​ນາ​ພ​ຣະ​ຄັມ​ຂອງ​ພ​ຣະ​ອົງທັງ​ກາງ​ເວັນ​ ແລະ ​ກາງ​ຄືນ.
\s5
\v 3 ເຂົາ​ຈະ​ເປັນ​ຄື​ຕົ້ນ​ໄມ້​ທີ່​ປູ​ກ​ໄວ້​ໃກ້​ລຳ​ທານ​ນ້ຳ​ທັງ​ຫລາຍ​ຊຶ່ງ​ເຮັດ​ໃຫ້​ເກີດ​ຫມາກ​ຕາມ​ຣະ​ດູ​ການ​ຂອງ​ມັນ, ໃບ​ກໍ​ບໍ່​ຫ່ຽວ​ແຫ້ງ; ບໍ່​ວ່າ​ເຂົາ​ຈະ​ເຮັດ​ຫຍັງ​ກໍ​ຈະ​ຈະ​ເຣີນ​ຮຸ່ງ​ເຮືອງ.
\s5
\v 4 ຄົນ​ຊົ່ວ​ຊ້າ​ບໍ່ເປັນ​ເຊັ່ນ​ນັ້ນ​ເລີຍ, ແຕ່​ກັບ​ເປັນ​ຄື​​ຂີ້ແກບ​ທີ່​ລົມ​ພັດປິວ​ໄປ.
\v 5 ດັ່ງ​ນັ້ນ​ຄົນ​ຊົ່ວ​ຈະ​​ຢືນຢູ່​ບໍ່​ໄດ້​ໃນ​ວັນ​​ພິ​ພາກ​ສາ, ແລະ​ບໍ່​ມີ​ຄົນ​ບາບ​ທັງ​ຫລາຍ​ໃນ​ທີ່​ຊຸມ​ນຸມ​ຂອງ​ຄົນ​ຊອບ​ທັມ.
\s5
\v 6 ​ເພາະວ່າ​ພ​ຣະ​ເຈ​ົ້າ​ຢາ​ເວ​ໄດ້​ຊົງ​ເຫັນ​ຊອບ​ທາງ​ຂອງ​ຄົນຊອບ​ທັມ, ແຕ່ທາງ​ຂອງ​ຄົນ​ຊົ່​ວ​ຈະ​ຈິບ​ຫາຍ​ໄປ.
\s5
\c 2
\cl ບົດທີ 2
\p
\v 1 ເປັນ​ຫຍັງ​ບັນ​ດາ​ປະ​ຊາ​ຊາດຈຶ່ງ​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ, ແລະ​ເປັນ​ຫຍັງ​ເຫລົ່າ​ປະ​ຊາ​​ຊົນຈຶ່ງ​ຄິດ​ແຜນ​ການ​ວາງ​ອຸ​ບາຍ​ອັນ​ໄຮ້​ປະ​ໂຫຍດ?
\v 2 ບັນ​ດາ​ກະ​ສັດ​ຂອງ​ແຜ່ນ​ດິນ​ໂລກ​ຈຶ່ງ​ລຸກ​ຂື້ນຮ່ວມ​ຫົວ​ກັນ ແລະ​ບັນ​ດາ​ຜູ້​ປົກ​ຄອງ​ກໍ​ສຸມ​ຫົວ​ກັນ ​ກະ​ບົດ​ຕໍ່​ພ​ຣະ​ຢາ​ເວ ​ແລະ​ຕໍ່​ພ​ຣະ​​ເມຊີອາຂອງພຣະອົງ, ກ່າວ​ວ່າ,
\v 3 "ຂໍ​ໃຫ້​ພວກ​ເຮົາ​ຢຽບ​ສາຍ​ໂສ້​ທີ່​ພວກ​ເຂົາ​ໃສ່​ພວກ​ເຮົາ ແລະ​ ປົດ​ໂສ້​ຂອງ​ພວກ​ເຂົາ​ອອກ​ໄປເສຍ."
\s5
\v 4 ພ​ຣະ​ອົງ​ຜູ້​ຊົງ​ປະ​ທັບ​ໃນ​ສະ​ຫວັນ​ຈະ​​ຊົງ​ຫົວ​ຂວັນ​ພວກ​ເຂົາ; ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຫຍໍ້​ຫຍັນ​ພວກ​ເຂົາ​.
\v 5 ແລ້ວ​ພ​ຣະ​ອົງ​ຈະ​ເຕືອນ​​ພວກ​ເຂົາ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ແລະ ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານ​ກົວດ້ວຍ​ຄວາມ​ໂມ​ໂຫ​ຂອງ​ພ​ຣະ​ອົງ, ກ່າວວ່າ,
\s5
\v 6 "ເຮົາ​ເອງ​ໄດ້​ແຕ່ງ​ຕັ້ງ​ກະ​ສັດ​ຂອງ​ເຮົາ​ຢູ່​ເທິງ​ພູ​ເຂົາ​ຊີ​ໂອນ, ພູ​ເຂົາ​ອັນ​ສັກ​ສິດ​ຂອງ​ເຮົາ."
\v 7 ຂ້າ​ນ້ອຍຈະ​ປ່າວ​ປະ​ກາດ​ຕາມ​ຄຳ​ຂອງ​ພ​ຣະ​ເຈົ້າຢາ​ເວ. ພ​ຣະ​ອົງ​ກ່າວ​ແກ່​ຂ້າ​ນ້ອຍ​ວ່າ, "ເຈົ້າ​ເປັນ​ລູກ​ຊາຍ​ຂອງ​ເຮົາ! ໃນ​ມື້​ນີ້​ເຮົາ​ເປັນ​ບິ​ດາ​ຂອງ​ເຈົ້າ.
\s5
\v 8 ​ຈົ່ງ​ຂໍ​ຈາກ​ເຮົາ, ແລະ​ເຮົາ​ຈະ​ມອບ​ບັນ​ດາ​ປະ​ຊາ​ຊົນ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ເຈົ້າ ແລະ​ດິນ​ແດນ​ທີ່​ໄກ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ເຈົ້າ.
\v 9 ເຈົ້າ​ຈະ​ຂ້ຽນ​ພວກ​ເຂົາ​ດ້ວຍ​ໄມ້​ແສ້​ເຫລັກ; ຄື​ກັນກັບໄຫ​ຂອງ​ຊ່າງ​ປັ້ນ​, ເຈົ້າ​ຈະ​ຟາດ​ໃຫ້​ແຕກ​ເປັນ​ປ່ຽງໆ."
\s5
\v 10 ດັ່ງ​ນັ້ນ, ບັດ​ນີ້​ພວກ​ເຈົ້າ​ຜູ້​ເປັນ​ກະ​ສັດ​ທັງ​ຫລາຍ​; ຈົ່ງ​ຟັງ​ຄຳ​ເຕືອນ, ພວກ​ເຈົ້າ​ບັນ​ດາ​ຜູ້​ປົກ​ຄອງ​ແຫ່ງ​ແຜ່ນ​ດິນ​ໂລກ​ຈົ່ງ​ປັບ​ປຸງ​ຕົວເອງ.
\v 11 ຈົ່ງ​ນະ​ມັສະ​ການ​ພ​ຣະ​ຢາ​ເວ​ດ້ວຍ​ຢຳ​ເກງ​ ແລະ ​​ຊື່ນ​ຊົມຍິນ​ດີດ້ວຍ​ການ​ຕີ​ແສ່ງ.
\s5
\v 12 ​ຈົ່ງ​ຈູບຮັກພ​ຣະ​ບຸດ ຫລື ຈະ​ໃຫ້​ພ​ຣ​ະ​ອົງ​ໂກດ​ຮ້າຍ​ເຈົ້າ, ແລະ​ເຈົ້າ​ຈະ​ຕາຍ​ຕາມ​ທາງ ເມື່ອ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ລຸກ​ຂຶ້ນມາ​ໃນ​ທັນ​ທີ. ແຕ່​ບັນ​ດາ​ຄົນ​ທັງ​ປວງ​ທີ່​ລີ້​ພັຍຢູ່​ໃນ​ພ​ຣະ​ອົງ​ກໍ​ເປັນ​ສຸກ​​ແທ້.
\s5
\c 3
\cl ບົດທີ 3
\p
ເພງ​ສັນ​ຣະ​ເສີນ​ຂອງ​ກະ​ສັດ​ດາ​ວິດ, ເມື່ອ​ລາວ​ຫນີ​ຈາກ​ອັບ​ຊາ​ໂລມ​ລູກ​ຊາຍ​ຂອງ​ລາວ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຊ່າງ​ຫລວງ​ຫລາຍ​ເຫລືອ​ເກີນ! ຄົນ​ທັງ​ຫລາຍ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ.
\v 2 ຫລາຍ​ຄົນ​ກ່າວເຖິງ​ຂ້າ​ນ້ອຍ​ວ່າ, "ບໍ່​ມີ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ເຈົ້າ​ສຳ​ລັບ​ລາວ." ເສລາ
\s5
\v 3 ແຕ່​ເຈົ້າ, ພ​ຣະ​​ຢາ​ເວ, ​ຊົງ​ເປັນ​ໂລ້ລອ້ມຮອບ​ຂ້າ​ນ້ອຍ, ຊົງ​ເປັນ​ສັກ​ສີ​ຂອງ​ຂ້າ​ນ້ອຍ, ແລະ​ຊົງ​ເປັນ​ຜູ້​ທີ່​ຊູ​ຫົວ​ຂອງ​ຂ້າ​ນ້ອຍ​ຂຶ້ນ.
\v 4 ຂ້າ​ນ້ອຍ​ຍົກ​ສຽງ​ຂອງ​ຂ້າ​ນ້ອຍ​ທູນ​ຕໍ່​ພ​ຣະ​ຢາ​ເວ, ແລະ​ພ​ຣະ​ອົງ​ຊົງ​ຕອບ​ຂ້າ​ນ້ອຍ​ຈາກ​ເນີນ​ພູ​ເຂົາບໍຣິ​ສຸດ​ຂອງ​ພຣະອົງ. ເສລາ
\s5
\v 5 ຂ້າ​ນ້ອຍ​ຢຽດ​ຕົວ​ລົງ​ແລະ​ຫລັບ​ໄປ, ຂ້າ​ນ້ອຍ​ໄດ້​ຕື່ນ​ຂຶ້ນ​ອີກ, ເພາະ​ພ​ຣະຢາ​ເວ​ໄດ້​ຊົງ​ປົກ​ປ້​ອງ​ຂ້າ​ນ້ອຍ.
\v 6 ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ​ຝູງຊົນຫລວງ​ຫລາຍ​ທີ່​ຕັ້ງຕົນຂຶ້ນ​ຕໍ່ສູ້​ຂ້າ​ນ້ອຍຮອບດ້ານ.
\s5
\v 7 ​ຂໍ​ຊົງ​ລຸກ​ຂື້ນ, ​ຂ້າ​ແ​ດ່​ພ​ຣະ​ຢາ​ເວ! ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອ​ດ, ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ເພາະ​ພ​ຣະ​ອົງ​ຈະ​ຊົງ​ຕົບ​ຫນ້າ​ຂອງ​ສັດ​ຕຣູ​ທັງ​ປວງ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ຈະ​ຊົງ​ຫັກ​ແຂ້ວ​ຂອງ​ຄົນ​ຊົ່ວເສຍ.
\v 8 ຄວາມ​ລອດ​ມາ​ຈາກ​ພ​ຣະຢາ​ເວ. ຂໍ​ພ​ຣະ​ພອນ​ຂອງ​ພ​ຣະ​ອົງ​ຢູ່​ເຫນືອ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ດ້ວຍ​ເຖີດ. ເສລາ
\s5
\c 4
\cl ບົດທີ 4
\d ສຳ​ລັບ​​ຫົ​ວຫນ້​ານັກ​ດົນ​ຕຣີ; ກ່ຽ​ວ​ກັບເຄື່ອງ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ໂດຍ​ດາ​ວິດ.
\p
\v 1 ຂໍ​ຊົງ​ຕອບ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ຮ້ອງ​ທູນ, ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ປຣະ​ທານ​ຊ່ອງ​ທາງ​ເມື່ອ​ຂ້າ​ນ້ອຍ​ຫມົດ​​ຫົນທາງ. ຂໍ​ຊົງ​ເມດ​ຕາ​ຂ້າ​ນ້ອຍ​ ແລະ​ຊົງ​ຟັງ​ຄຳ​ຮ້ອງ​ທູນ​ຂອງ​ຂ້າ​ນ້ອຍ.
\s5
\v 2 ​ປະ​ຊາ​ກອນ​ທັງ​ຫລາຍ​ເອີຍ, ພວກ​ທ່ານ​ຈະ​ປ່ຽນ​ກຽດຕິຍົດ​ຂອງ​ເຮົາ​ໃຫ້​ກາຍ​ເປັນ​ຄວາມ​ອັບ​ອາຍ​ອີກ​ດົນ​ນານ​ເທົ່າໃດ? ພວກ​ທ່ານ​ຈະ​ຮັກ​ສິ່ງ​ທີ່​ໄຮ້​ຄ່າ​ແລະ​ສະ​ແຫວງ​ຫາ​ຄຳ​ຕົວະ​ຍົວະ​ອີກ​ດົນ​ນານ​ເທົ່າໃດ? ເສລາ
\v 3 ແຕ່​ຈົ່ງ​ຮູ້​ເຖີ​ດ​ວ່າ​ພ​ຣະເຈົ້າ​ຢາ​ເວ​ຊົງ​ເລືອກ​ຄົນ​ຊອບ​ທັມ​ສຳ​ລັບ​ພ​ຣະ​ອົງເອງ. ພ​ຣະ​ຢາ​ເວ​ຈະ​ຊົງ​ຟັງ​ເມື່ອ​ເຮົາຮ້ອງ​ທູນ​ຕໍ່​ພ​ຣະ​ອົງ.
\s5
\v 4 ຈົ່ງຕົວສັ່ນດ້ວຍຄວາມຢ້ານ, ແຕ່​ຢ່າ​ເຮັດ​ບາບ! ຈົ່ງ​ຕຶກຕອງໃນ​ໃຈ​ເທິງທີ່ນອນ​​ຂອງ​ທ່ານ​ແລະ​ຈົ່ງ​ມິດ​ງຽບ​ຢູ່. ເສລາ
\v 5 ຈົ່ງ​ຖ​ວາຍ​ບັນ​ດາ​ເຄື່ອງ​ບູ​ຊາ​ແຫ່ງ​ຄວາມ​ຊອບ​ທັມ​ ແລະ​ໄວ້​ວາງ​ໃຈ​ໃນ​ພ​ຣະຢາ​ເວ.
\s5
\v 6 ​ຫລາຍ​ຄົນ​ກ່າວ​ວ່າ, "ໃຜ​ຈະ​ສຳ​ແດງ​ສິ່ງ​ດີໆ ໃຫ້​ເຮົາ​ໄດ້​ເຫັນ?" ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ສ່ອງ​ແສງ​ແຫ່ງ​ພຣະພັກຂອງ​ພ​ຣະ​ອົງ​ມາ​ເຫນືອ​​ພວກ​ເຮົາ.
\v 7 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ໃຫ້​ໃຈ​ຂ້າ​ນ້ອຍ​ຍິນ​ດີ​ຫລາຍ​ກ່ວາ​ເມື່ອ​ເວ​ລາ​ທີ່​ຄົນ​ອື່ນ​ມີ​ເຂົ້າ​ ແລະ​ເຫລົ້າ​ອະ​ງຸ່ນ​ໃຫມ່​ຢ່າງ​ອຸ​ດົມ.
\v 8 ຂ້າ​ນ້ອຍ​ຈະ​ເອນ​ຕົວ​ລົງ​ແລະ​ນອນ​ຫລັບ​ຢ່າງ​ເປັນ​ສຸກ, ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ເທົ່າ​ນັ້ນ​ທີ່​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ຢູ່​ລອດ​ປອດ​ພັຍ.
\s5
\c 5
\cl ບົດທີ 5
\p
\v 1 ກັບ​ເຄື່ອງ​ດົນ​ຕຣີ​ທັງັ​ລ​ຫາຍ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຟັງ​ຄຳ​ຮ້ອງ​ທູນ​ຂອງ​ຂ້າ​ນ້ອຍ​ທີ່​ມີ​ຕໍ່​ພ​ຣະ​ອົງ; ຂໍ​ຊົງ​ພິ​ຈາ​ຣະ​ນາ​ສຽງ​ຄ່ຳ​ຄວນ​ຂອງ​ຂ້າ​ນ້ອຍ.
\v 2 ຂ້າ​ແດ່​ກະ​ສັດ​ແລະ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​ຟັງ​​ສຽງ​ຄຳຮ້ອງ​ຂອງ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ທູນ​ວິງວອນ​ຕໍ່​ພ​ຣະ​ອົງ.
\v 3 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ໄຫ້ຂອງ​ຂ້າ​ນ້ອຍ​ໃນ​ຍາມ​ເຊົ້າ; ​ຂ້າ​ນ້ອຍ​ຈະ​ທູນ​ວິງວອນ​ຕ​ໍ່​ພ​ຣະ​ອົງ​ໃນ​ຍາມ​ເຊົ້າ​ ແລະ​ລໍ​ຄອຍດ້ວຍ​ຄວາມ​ຫວັງ.
\s5
\v 4 ​ແນ່ນອນ​ວ່າ​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເປັນ​ພ​ຣະ​ເຈົ້າ​ຜູ້​ຊົງ​ພໍ​ໃຈ​ກັບ​ຄວາມ​ຊົ່ວ; ບັນ​ດາ​ຄົນ​ຊົ່ວ​ຈະ​ເຂົ້າ​ເຝົ້າ​ພ​ຣະ​ອົງ​ບໍ່​ໄດ້.
\v 5 ຄົນ​ອວດ​ອົ່ງ​ຈອງ​ຫອງ​ຈະ​ບໍ່​ໄດ້​ຢືນ​ຢູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ກຽດ​ຊັງ​ຜູ້​ທີ່​ຊົ່ວ​ຮ້າຍ​ທັງ​ປວງ.
\v 6 ພ​ຣະ​ອົງ​ຈະ​ຊົງ​ທຳ​ລາຍ​ບັນ​ດາ​​ຄົນຂີ້​ຕົວະ; ພ​ຣະ​ຢາ​ເວ​ຊົງ​ກຽດ​ຊັງ​ບັນ​ດາ​ຜູ້​ກໍ່​ຄວາມ​ຮຸນ​ແຮງ​ແລະ​ຫລອກ​ລວງ.
\s5
\v 7 ​ແຕ່​ສຳ​ຫລັບ​ຂ້ານ້ອຍ, ເພາະ​ຄວາມ​ຊື່​ສັດແຫ່ງ​ຄຳ​ສັນ​ຍາ​ອັນ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ, ຂ້າ​ນ້ອຍ​ຈະ​ເຂົ້າ​ໄປ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ກົ້ມ​ກາບ​ລົງ​ຕໍ່​ພ​ຣະ​ວິ​ຫານ​ອັນ​ບໍຣິສຸດ​ຂອງ​ພ​ຣະ​ອົງ​ດ້ວຍ​ຄວາມ​ຢຳ​ເກງ.
\v 8 ໂອ້ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ເຫດ​ເພາະ​ບັນ​ດາ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ເຂົ້າ​ໄປ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ເຮັດ​ທາງ​ຂອງພຣະ​ອົງ​ໃຫ້​ລາບລື້ນ​ຕໍ່​ຫນ້າ​ຂ້າ​ນ້ອຍ.
\s5
\v 9 ​ເພາະ​ບໍ່​ມີ​ຄວາມ​ຈິງ​ໃນ​ປາກ​ຂອງ​ພວກ​ເຂົາ​ເລີຍ; ກາຍ​ພາຍ​ໃນ​ຂອງ​ພວກ​ເຂົາ​ນັ້ນ​ຊົ່ວ; ລຳ​ຄໍ​ຂອງ​ພວກ​ເຂົາ​ເປັນ​ຫລຸມ​ຝັງ​ສົບ​ທີ່​ເປີດ​ຢູ່; ພວກ​ເຂົາ​ປະ​ຈົບ​ປະ​ແຈງ​ດ້ວຍ​ລີ້ນ​ຂອງ​ພວກ​ເຂົາ.
\v 10 ຂໍ​ຊົງ​ປະ​ກາດ​ວ່າ​ພວກ​ເຂົາ​ມີ​ຄວາມ​ຜິດ, ຂ້າ​ແດ່​ພ​ຣະ​ເຈົ້າ; ຂໍ​ໃຫ້​ພວກ​ເຂົາ​ລົ້ມ​ລົງ​ດ້ວຍ​ແຜນ​ຮ້າຍ​ຂອງ​ພວກ​ເຂົາ​ເອງ! ຂໍ​ຊົງ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ເພາະ​ການ​ລະ​ເມີດ​ອັນ​ຫລວງ​ຫລາຍ​ຂອງ​ພວກ​ເຂົາ, ເພາະ​ພວກ​ເຂົາ​ໄດ້​ທໍຣະ​ຍົດ​ຕໍ່​ພ​ຣະ​ອົງ.
\s5
\v 11 ​ແຕ່​ຂໍ​ໃຫ້​ຄົນ​ທັງ​ປວງ​ທີ່​ລີ້​ພັຍ​ຢູ່​ໃນ​ພ​ຣະ​ອົງ​ຍິນ​ດີ; ໃຫ້​ພວກ​ເຂົາ​ເປັ່ງ​ສຽງ​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ຢູ່​ສະ​ເຫ​ມີ ເພາະ​ພ​ຣະ​ອົງ​ຊົງ​ປ້ອງ​ກັນ​ພວກ​ເຂົາ; ໃຫ້​ບັນ​ດາ​ຄົນ​ທີ່​ຮັກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​, ໄດ້​ຊື່ນ​ຊົນ​ຍິນ​ດີ​ໃນ​ພ​ຣະ​ອົງ
\v 12 ເພາະ​ພ​ຣະ​ອົງ​ຈະ​ຊົງ​ອວຍ​ພອນ​ແກ່​ຄົນ​ຊອບ​ທັມ, ພ​ຣະ​ເຢາ​ເວ; ພ​ຣະ​ອົງ​ຈະ​ຊົງ​ໂອບ​ລ້ອມ​ພວກ​ເຂົາ​ດ້ວຍ​ຄວາມ​ພໍ​ໃຈ​ດັ່ງ​ໂລ້​ກຳ​ບັງ.
\s5
\c 6
\cl ບົດທີ 6
\p
ກ່ຽວ​ກັບ​ເຄື່ອງ​ດົນ​ຕຣີ, ຕັ້ງ​ໃນ​ຮູບ​ແບບ ຊີ​ມິ​ນິດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຢ່າ​ຊົງ​​ໂມ​ໂຫ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ຫລື​ຕີ​ສອນ​ຂ້າ​ນ້ອຍ​ດ້ວຍ​ພຣະພິໂຣດ​ຂອ​ງ​ພ​ຣະ​ອົງ.
\v 2 ຂໍ​ຊົງ​ກະ​ຣຸ​ນາ​ແກ່ຂ້າ​ນ້ອຍ, ພ​ຣະ​ຢາ​ເວ, ເພາະ​ຂ້າ​ນ້ອຍ​ຫມົດ​ແຮງ; ຂໍ​ຊົງ​ຮັກ​ສາ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ກະ​ດູກ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ກໍ​ສັ່ນ​ຢູ່.
\s5
\v 3 ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ເປັນ​ທຸກ​ຫນັກ. ແຕ່ພຣະອົງເຈົ້າຂ້າ, ພ​ຣະ​ຢາ​ເວ - ຈະ​ເປັນ​ແບບ​ນີ້​ໄປ​ອີກ​ດົນປານ​ໃດ?
\v 4 ຂໍ​ຊົງ​ຫັນ​ກັບ​ມາ, ພ​ຣະ​ຢາ​ເວ! ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ. ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ!
\v 5 ເພາະ​ໃນ​ຄວາມ​ຕາຍ ບໍ່​ມີ​ການ​ລະ​ລຶກ​ເຖິງ​ພ​ຣະ​ອົງ. ແລ້ວ​ໃນ​ແດນ​ມໍ​ຣະ​ນາ ໃຜ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງແດ່?
\s5
\v 6 ຂ້າ​ນ້ອຍ​ອ່ອນ​ແຮງ​ດ້ວຍ​ການ​ຮ້ອງໃຫ້. ຂ້າ​ນ້ອຍ​ເຮັດ​ໃຫ້​ບ່ອນນອນ​ຂອງ​ຂ້ອຍ ​ປຽກ​ຊຸ່ມ​ດ້ວຍ​ນ້ຳ​ຕາ​ຕະ​ຫລອດ​ທັງ​ຄືນ; ຂ້າ​ນ້ອຍ​ລ້າງ​ບ່ອນນອນ​ຂອງ​ຂ້າ​ນ້ອຍ​ດ້ວຍ​ນ້ຳ​ຕາ​ຂອງ​ຂ້າ​ນ້ອຍ.
\v 7 ຕາ​ຂອງ​ຂ້າ​ນ້ອຍ​ໃຄ່​ຟອງ​ໄປ​ດ້ວຍ​ຄວາມ​ເສົ້າ; ມັນ​ອ່ອນ​ແຮງ​ເພາະ​ບັນ​ດາ​ສັດ​ຕຣູ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ.
\s5
\v 8 ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ເຮ​ົາ, ພວກ​ເຈົ້າ​ທົງ​ຫມົດ​ຜູ້​ເຮັດ​ຄວາມ​ຊົ່ວ; ເພາະ​ພ​ຣະ​ຢາ​ເວ​ ຊົງ​ໄດ້​ຍິນ​ສຽງ​ຮ້ອງໄ​ຫ້​ຂອງ​ເຮົາ​ແລ້ວ.
\v 9 ພ​ຣະ​ຢາ​ເວ​ຊົງ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຄວາມ​ກະ​ຣຸ​ນາ​ຂອງ​ເຮົາ​ແລ້ວ; ພ​ຣະ​ຢາ​ເວ​ໄດ້​ຊົງ​ຮັບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.
\v 10 ບັນ​ດາ​ສັດ​ຕຣູທັງ​ປວງ​ຂອງ​ຂ້ານ້ອຍ​ຈະ​ອັບ​ອາຍ. ແລະ​ປະ​ສົບ​ທຸກ​ຫນັກ ພວກ​ເຂົາ​ຈະ​ຫັນ​ກັບ​ແລະ​ສັບ​ສົນ​ໃນ​ທັນ​ທີ.
\s5
\c 7
\cl ບົດທີ 7
\p
ສ່ວນ​ປະ​ກອບ​ດົນ​ຕຣີ​ຂອງ​​ດາ​ວິດ, ​ເຊິ່ງ​ລາວ​ຮ້ອງເຖິງ​ພ​ຣະ​ຢາ​ເວເປັນ​ຖ້ອຍ​ຄຳ​ຂອງ​ເບນ​ຢາ​ມິນ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ! ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ​ພົ້ນ​ຈາກ​ຄົນ​ທັງ​ຫລາຍ​ທີ່​ໄລ່​ຕາມ​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ
\v 2 ບໍ່​ດັ່ງນັ້ນ​ແລ້ວ, ພວກ​ເຂົາ​ຈະ​ຈີກ​ຂ້າ​ນ້ອຍ​ຢ່າງ​ສິງ, ຈີກ​ຂ້າ​ນ້ອຍ​ອອກ​ເປັນ​ຕ່ອນໆ ຈົນ​ບໍ່​ມີ​ໃຜ​ສາ​ມາດ​ພາ​ຂ້າ​ນ້ອຍ​ໄປ​ສູ່່​ຄວາມ​ປອດ​ພັຍ​ໄດ້.
\s5
\v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ບໍ່​ເຄີຍ​ເຮັດ​ໃນ​ສິ່ງ​ ທີ່​ບັນ​ດາ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ກ່າວ​ຫາ; ​ວ່າ​ຂ້າ​ນ້ອຍ​ໄດ້​ເຮັດ ໃນ​ມື​ຂອງ​ຂ້າ​ນ້ອຍ​ ບໍ່​ມີ​ຄວາມ​ຍຸ​ຕິ​ທັມ​ເລີຍ.
\v 4 ຂ້າ​ນ້ອຍ​ບໍ່​ເຄີຍ​ເຮັດ​ຜິດ ​ຕໍ່​ຄົນ​ທີ່​ມາ​ຢ່າງ​ສັນ​ຕິ​ຕໍ່​ຂ້າ​ນ້ອຍ, ຫລື​ທຳ​ຮ້າຍ​ຄົນ​ທີ່​ມາ​ຕໍ່​ຕ້ານ ​ຂ້າ​ນ້ອຍ​ໂດຍ​ບໍ່​ໄດ້​ຄິດ.
\s5
\v 5 ​ຖ້າ​ຂ້າ​ນ້ອຍ​ບໍ່​ບອກ​ຄວາມ​ຈິງ​ ກໍ​ຂໍ​ໃຫ້​ສັດ​ຕຣູ​ຂອງ​ຂ້ານ້ອຍ​ຕາມ​ລ້າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ແລະ​ໄລ່​ທັນ; ຂໍ​ໃຫ້​ເຂົາ​ຢຽບ​ຢ່ຳ​ ຮ່າງ​ກາຍ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ຂ້າ​ນ້ອຍ​ຈົນ​ຕິດ​ດິນ ​ແລະ​ປ່ອຍ​ໃຫ້​ຂ້າ​ນ້ອຍນອນ​ເກື​ອກ​ຝຸ່ນ​ຢ່າງ​ໄຮ້​ກຽຕ. ເສ​ລາ
\s5
\v 6 ​ຂໍ​ຊົງ​ລຸກ​ຂຶ້ນ​ເຖີດ, ຂ້າ​ແດ່​ພ​ຣະ​ຢາ​ເວ, ດ້ວຍ​ຄວາມກີ້ວໂກດ​​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ຢືນ​ຂຶ້ນ​ຕໍ່​ຕ້ານ​ຄວາມ​ໂກດ​ຂອງ​ພວກ​ສັດ​ຕຣູ​​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ຕື່ນ​ຂຶ້ນ​ເພື່ອ​ເຫັນ​ແກ່​ຂ້າ​ນ້ອຍ ​ແລະ​ຊົງ​ພິ​ພາກ​ສາ​ຢ່າງ​ທ່ຽງ​ທັມ ​ຕາມ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ໄວ້​ສຳ​ຫລັບ​ພວກ​ເຂົາ.
\v 7 ບັນ​ດາ​ປະ​ເທດ​ຕ່າງໆ ໄດ້​ມາ​ຊຸມ​ນຸມ​ອ້ອມ​ຮອບ​ຂ້າ​ນ້ອຍ; ຂໍ​ຊົງ​ກັບ​ໄປ​ຢູ່​ໃນ​ຖານະອັນ​ຊອບ​ທັມ ​ເຫນືອ​ພວກ​ເຂົາ​ອີກ​ຄັ້ງ​ຫນຶ່ງ.
\s5
\v 8 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ພິ​ພາກ​ສາ​ຊົນ​ຊາດ​ຕ່າງໆ; ຂໍ​ຊົງ​ແກ້​ຕາງ​ແທນ​ຂ້າ​ນ້ອຍ, ຂ້າ​ແຕ່​ພ​ຣ​ະ​ຢາ​ເວ, ເພາະ​ຂ້າ​ນ້ອຍ​ຊອບ​ທັມ ​ແລະ​ບໍ່​ມີ​ຄວາມ​ຜິດ, ສູງ​ສຸດ.
\v 9 ຂໍ​ໃຫ້​ການ​ກະ​ທຳ​ຊົ່ວ​ຂອງ​ຄົນ​ຊົ່ວ​ຮ້າຍ​ມາ​ເຖິງ​ຈຸດ​ສິ້ນ​ສຸດ, ແຕ່​ຂໍ​ຊົງ​ຕັ້ງ​ຄົນ​ຊອບ​ທັມ​ຂຶ້ນ ຂ້າ​ແດ່​ພ​ຣະ​ເຈົ້າ​ຜູ້​ຊົງຊອບ​ທັມ, ຜູ້​ຊົງ​ຢັ່ງ​ຮູ້​ຈິດ​ໃຈ​ແລະ​ຄວາມ​ຄິດ​ທັງ​ຫລາຍ.
\s5
\v 10 ​ໂລ້​ຂອງ​ຂ້າ​ນ້ອຍມາ​ຈາກ​ພ​ຣະ​ເຈົ້າ, ຜູ້​ຊົງ​ຊ່ວຍ​ຄົນ​ທີ່ມີໃຈ​ສັດຊື່​ພ​ຣະ​ອົງ​ໃຫ້​ພົ້ນ​ພັຍ.
\v 11 ພ​ຣະ​ເຈົ້າ​ຊົງ​ເປັນ​ຜູ້​ຕັດ​ສິນ​ທີ່​ຊອບ​ທັມ, ຊົງ​ເປັນ​ພ​ຣະ​ເຈົ້າ​ຜູ້​ຊົງ​ເຈັບຮ້ອນ​ແທນ​ໃນ​ແຕ່​ລະ​ມື້.
\s5
\v 12 ຖ້າ​ຄົນ​ນັ້ນ​ບໍ່​ໄດ້​ກັບ​ໃຈ​ໃຫມ່, ພ​ຣະ​ເຈົ້າ​ຈະ​ຊົງ​ຝົນ​ດາບ​ຂອງ​ພ​ຣະ​ອົງ​ແລະ​ຈະ​ຊົງ​ຕຣຽມ​ທະ​ນູ​ຂອງ​ພ​ຣະ​ອົງ​ເພື່ອ​ເຮັດ​ສົງ​ຄາມ.
\v 13 ພ​ຣະ​ອົງ​ຊົງຕຣຽມອາວຸດຕໍ່ຕ້ານເຂົາ; ເພາະພຣະອົງຈະ​ເຮັດ​ໃຫ້​ລູກ​ສອນ​ຂອງ​ພ​ຣະ​ອົງ​ເປັນ​ລູກ​ສອນ​ໄຟ.
\s5
\v 14 ໃຫ້​ລອງ​ຄິດ​ເຖິງ​ຄົນ​ທີ່​ຖື​ພາ​ກັບ​ຄວາມ​ຊົ່ວ, ຄົນ​ທີ່​​ວາງແຜນ​ການ​ແຫ່ງ​ການ​ທຳ​ລາຍ, ຄົນ​ທີ່​ດຳ​ເນີນ​ການ​ຫລອກ​ລວງ​ທີ່​ອັນ​ຕະ​ລາຍ.
\v 15 ເຂົາ​ຂຸດ​ຂຸມ​ແລະ​ຫ້າງ​ໄວ້​ແລ້ວ​ເຂົາ​ກໍ​ຕົກ​ລົງ​ໃນ​ຂຸມ​ທີ່​ເຂົາ​ໄດ້​ຂຸດ​ໄວ້.
\v 16 ແຜນ​ແຫ່ງ​ຄວາມ​ຈິບຫາຍ​ຂອງ​ຕົວ​ເຂົາ​ເອງ​ໄດ້​ກັ​ບ​ມາ​ຕົກ​ເທິງ​ຫົວ​ຂອງ​ເຂົາ​ເອງ, ເພາະ​ຄວາມ​ຮຸນ​ແຮງ​ໄດ້​ຕົກ​ເທິງ​ຫົວ​ຂອງ​ເຂົາ​ເອງ.
\s5
\v 17 ​ຂ້າ​ນ້ອຍ​ຈະ​ຖ​ວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ ​ເພາະ​ຄວາມ​ຍຸ​ຕິ​ທັມ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ຜູ້​ສູງ​ສຸດ.
\s5
\c 8
\cl ບົດທີ 8
\p
ສຳ​ຫລັບ​ນັກ​ດົນ​ຕຣີ; ຕັ້ງ​ຕາມ​ແບບ​ກິດ​ຕິ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​, ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ສູງສົ່ງ​​ທົ່ວ​ທັງ​ແຜ່ນ​ດິນ​ໂລກ, ພ​ຣະ​ອົງ​ຜູ້​ຊົງ​ສຳ​ແດງ​ພ​ຣະ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ເຫນືອ​ບັນ​ດາ​ຟ້າ​ສະ​ຫວັນ​ເບື້ອງ​ເທິງ.
\v 2 ເປັນ​ເພາະ​ເຫລົ່າ​ສັດ​ຕຣູຂອງ​ຂ້າ ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຄຳ​ສັນ​ຣະ​ເສີນ​ໃຫ້​ອອກ​ຈາກ​ປາກ​ຂອງ​ບັນ​ດາ​ເດັກ​ອ່ອນ​ແລະ​ເດັກ​ແຮກ​ເກີດ​ທັງ​ຫລາຍ, ເພື່ອ​ຈະ​ໄດ້​ປິດ​ປາກ​ທັງ​ສັດ​ຕຣູ​ແລະ​ຜູ້​ເຮັດ​ການ​ແກ້​ແຄ້ນ​ນັ້ນເສຍ.
\s5
\v 3 ເມື່ອ​ຂ້າ​ນ້ອຍ​ແນມ​ເບິ່ງ​ບັນ​ດາ​ຟ້າ​ສະ​ຫວັນ​ຂອງ​ພ​ຣະ​ອົງ​ຊຶ່ງ​ເປັນ​ສີມື​ຂອງ​ພ​ຣະ​ອົງ, ດວງ​ຈັນ​ແລະ​ດວງ​ດາວ​ທັງ​ຫລາຍ​, ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ໄວ້,
\v 4 ເຊື້ອ​ສາຍ​ຂອງ​ມະ​ນຸດ​ສຳ​ຄັນ​ຫຍັງ​ແດ່​ທີ່​ພ​ຣະ​ອົງ​ຕ້ອງ​ຄິດ​ເຖິງ​ພວກ​ເຂົາ, ຫລືມະນຸດເປັນຜູ້ໃດທີ່ພຣະອົງຊົງຫ່ວງໃຍພວກເຂົາ?
\v 5 ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ພວກ​ເຂົາ​ໃຫ້​ຕ່ຳ​ກວ່າ​ຊາວ​ສະ​ຫວັນ​ພຽງ​ຫນ້ອຍ​ດຽວ ​ແລະ​ໄດ້​ຊົງ​ສວມ​ສະຫງ່າຣາສີ​ແລະ​ກຽດ​ຕິ​ຍົດ​ໃຫ້​ແກ່​ພວກ​ເຂົາ.
\s5
\v 6 ​ພ​ຣະ​ອົງ​ຊົງ​ໃຫ້​ເຂົາ​ຄອບ​ຄອງ​ເຫນືອ​ເຫລົ່າ​ທຸກໆ​ສິ່ງ​ທີ່​ໄດ້​ສ້າງ​ມາ​ດ້ວຍ​ມື​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ໃຫ້​ສິ່ງ​ທັງ​ປວງ​ຢູ່​ໃຕ້​ຝາ​ຕີນ​ຂອງ​ເຂົາ:
\v 7 ຄື​ຝູງ​ແກະ ແລະ​ຝູງ​ງົວ​ທັງ​ຫມົດ, ແມ່ນ​​ແຕ່​ບັນ​ດາ​ສັດ​ຕ່າງໆ ແຫ່ງ​ທ້ອງ​ທົ່ງ,
\v 8 ເຫລົ່າ​ນົກ​ໃນ​ທ້ອງ​ຟ້າ​ທັງ​ປວງ, ແລະ​ປາ​ໃນ​ທ້ອງ​ທະ​ເລ, ລວມ​ເຖິງ​ທຸກ​ສິ່ງ​ທີ່​ໄປ​ມາ​ຕາມ​ກະ​ແສ​ແຫ່ງ​ທະ​ເລ​ທັງ​ຫລາຍ.
\s5
\v 9 ​ພ​ຣະ​ຢາ​ເວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ, ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ສູງ​ສົ່ງ​ຍິ່ງ​ໃຫຍ່​ທົ່ວ​ທັງ​ແຜ່ນ​ດິນ​ໂລກ!
\s5
\c 9
\cl ບົດທີ 9
\p
ເຖິງ​ບັນ​ດາ​ນັກ​ດົນ​ຕຣີ; ຕັ້ງ​ໃນ​ແບບ​ມັທ ລັບ​ເບນ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້ານ້ອຍຈະຂອບພຣະຄຸນພຣະຢາເວຈາ​ກ່​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ເລົ່າ​ເຖິງ​ສິ່ງ​ຍິ່ງ​ໃຫຍ່​ອັ​ສະ​ຈັນ​ທັງ​ຫມົດ​ຂອງ​ພຣະອົງ.
\v 2 ຂ້າ​ນ້ອຍ​ຈະ​ຍິນ​ດີ​ແລະ​ຊົມ​ຊື່ນ​ໃນ​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​, ຂອ​ງ​ພ​ຣະ​ອົງ​ຜູ້​ສູງ​ສຸດ!
\s5
\v 3 ​ເມື່ອ​ເຫລົ່າ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຫັນ​ຫລັງ​ກັບ, ພວກ​ເຂົາ​ກໍ​ລົ້ມ​ລົງ​ແລະ​ສູນ​ຫາຍ​ໄປ​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ.
\v 4 ເພາະ​ພ​ຣະ​ອົງ​ໄດ້​ຊົງ​ປົກ​ປ້ອງ​ຄວາມ​ຍຸ​ຕິ​ທັມ​ໃຫ້​ແກ່​ຂ້າ​ນ້ອຍ; ພ​ຣະ​ອົງ​ຊົງ​ປຣະທັບເທິງ​ບັນ​ລັງ​ຂອງ​ພ​ຣະ​ອົງ, ຊົງ​ຕັດ​ສິນ​ຢ່າງ​ຊອບ​ທັມ!
\s5
\v 5 ​ພ​ຣະ​ອົງ​ໄດ້​ຊົງ​ຕັດ​ສິນ​ຊົນ​ຊາດ​ຕ່າງໆ; ພ​ຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ຄົນ​ຊົ່ວ; ພ​ຣະ​ອົງ​ໄດ້​ຊົງ​ລົບ​ຊື່​ຂອງ​ພວກ​ເຂົາ​ອອກ​ໄປຕະ​ຫລອດ ແລະ​ເປັນ​ນິ​ຣັນ.
\v 6 ສັດ​ຕຣູ​ກໍ​ຖືກ​ດັບ​ສູນ​ຫາຍ​ໄປ​ເມື່ອ​ພ​ຣະ​ອົງ​ຊົງ​ເອົາ​ເມືອງ​ຕ່າງໆຂອງ​ພວກ​ເຂົາ. ອາ​ນຸ​ສອນ​ທັງ​ຫມົດ​ຂອງ​ພວກ​ເຂົາ​ກໍ​ສູນ​ຫາຍ​ໄປ.
\s5
\v 7 ແຕ່ພ​ຣະ​ຢາ​ເວ​ຊົງ​ດຳ​ຣົງ​ຢູ່​ຕະ​ຫລອດໄປ; ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ບັນ​ລັງ​ຂອງ​ພ​ຣະ​ອົງ​ໄວ້​ເພື່ອ​ຄວາມ​ຍຸ​ຕິ​ທັມ.
\v 8 ພ​ຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ໂລກ​ດ້ວຍ​ຄວາມ​ຊອບ​ທັມ, ແລະ​ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ທ່ຽງ​ທັມ.
\s5
\v 9 ​ພ​ຣະ​ຢາ​ເວ​ຈະ​ຊົງ​ເປັນ​ທີ່​ກຳ​ບັງ​ອັນ​ເຂັ້ມ​ແຂງ​ແກ່​ຄົນ​ທີ່​ຖືກ​ກົດ​ຂີ່ຂົມ​ເຫັງ, ຊົງ​ເປັນ​ທີ່​ກຳ​ບັງ​ອັນ​ເຂັ້ມ​ແຂງ​ໃນ​ຍາມ​ລຳ​ບາກ.
\v 10 ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ພ​ຣະ​ນາມຊື່​ຂອງ​ພ​ຣ​ະ​ອົງ​ກໍ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ, ຂ້າ​ແຕ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ບໍ່​ຊົງ​ຖິ້ມ​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພຣະ​ອົງ.
\s5
\v 11 ​ຈົ່ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ຜູ້​ຊົງ​ຄອບ​ຄອງ​ໃນ​ຊີ​ໂອນ;​ຈົ່ງ​ບອກ​ຊົນ​ຊາດ​ທັງ​ຫລາຍ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ເຮັດ.
\v 12 ເພາະ​ວ່າ ​ພ​ຣະ​ເຈົ້າ​ຜູ້​ຊົງ​ແກ້​ແຄ້ນ​ແທນ​ການ​ຫລັ່ງ​ເລືອດ​ບໍ່​ລືມ​ໄລ; ພ​ຣະ​ອົງ​ບໍ່​ຊົງ​ລືມ​ສຽງ​ຮ້ອງໄຫ້​ຂອງ​ຜູ້​ຖືກ​ຂົ່ມເຫັງ.
\s5
\v 13 ຂໍ​ຊົງ​ໂຜດ​ເມດ​ຕາ​ແກ່​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ; ຂໍ​ຊົງ​ແນມ​​ເບິ່ງ​ການ​ທີ່​ຂ້າ​ນ້ອຍ​ຖືກ​ຂົ່ມເຫັງ​ຈາກ​ຜູ້​ທີ່​ກຽດ​ຊັງ​ຂ້າ​ນ້ອຍ, ພ​ຣະ​ອົງ​ຊົງ​ເປັນ​ຜູ້​ທີ່​ສາ​ມາດ​ຊ່ວຍ​ຂ້າ​ນ້ອຍ​ອອກ​ຈາກ​ປະ​ຕູ​ແຫ່ງ​ຄວາມ​ຕາຍ​ໄດ​້.
\v 14 ໂອ້, ເພື່ອ​ຂ້າ​ນ້​ອຍ​ຈະ​ກ່າວ​ຮ້ອງ​ຄຳ​ສັນ​ຣະ​ເສີນ​ທັງ​ປວງ​ຂອງ​ພ​ຣະ​ອົງ. ໃນ​ປະ​ຕູ​ແຫ່ງ​ລູກ​ສາວ​ຊີ​ໂອນ ຂ້າ​ພ​ຣະ​ອົງ​ຈະ​ຊື່ນ​ຊົມ​ຍິນ​ດີ​ໃນ​ຄວາມ​ລອດ​ຂອງ​ພ​ຣະ​ອົງ!
\s5
\v 15 ​ຊົນ​ຊາດ​ທັງ​ຫລາຍ​ໄດ້​ຈົມ​ລົງ​ໄປ​ໃນ​ຂຸມ​ທີ່​ພວກ​ເຂົາ​ໄດ້​ຂຸດ​ໄວ້; ຕີ​ນຂອງ​ພວກ​ເຂົາ​ຕິດ​ຕາ​ຂ່າຍ​ທີ່​ພວກ​ເຂົາ​ໄດ້​ຫ້າງ​ເອົາໄວ້.
\v 16 ພ​ຣະ​ຢາ​ເວ​ໄດ້​ຊົງ​ສຳ​ແດງ​ພ​ຣະ​ອົງ​ເອງ​ໃຫ້​ເປັນ​ທີ່​ຮູ້​ຈັກ; ພ​ຣະ​ອົງ​ໄດ້​ຊົງ​ພິ​ພາກ​ສາ; ຄົນ​ຊົ່ວ​ໄດ້​ຕິດ​ກັບ​ດັກ​ດ້ວຍ​ການ​ກະ​ທຳ​ຂອງ​ຕົນ​ເອງ. ເສລາ
\s5
\v 17 ​ບັນ​ດາ​ຄົນ​ຊົ່ວ​ຕ່າງ​ກໍ​ຫັນ​ກັບ​ແລະ​ຖືກ​ສົ່ງ​ໄປ​ຍັງ​ແດນ​ຄົນ​ຕາຍ, ນີ້​ຄື​ປາຍ​ທາງ​ຂອງ​ປະ​ຊາ​ຊົນ​ທັງ​ຫມົດ​ທີ່​ລືມ​ພ​ຣະ​ເຈົ້າ.
\v 18 ເພາະ​ຄົນ​ຂັດ​ສົນ​ຈະ​ບໍ່​ຖືກ​ລືມ​ຢູ່​ສະ​ເຫມີ​ໄປ, ແລະ​ຄວາມ​ຫວັງ​ຂອງ​ຄົນ​ທີ່​ຖືກ​​​ຂົ່ມເຫັງຈະ​ບໍ່​ສູນ​ຫາຍ​​ຕະ​ຫລອດໄປເປັນນິດ.
\s5
\v 19 ​ຂໍ​ຊົງ​ລຸກ​ຂຶ້ນ, ພ​ຣະ​ຢາ​ເວ; ຢ່າໃຫ້​ມະ​ນຸດ​ມີ​ຊັຍ​ເຫນືອ​ພ​ຣະ​ອົງ​ໄດ້; ຂໍ​ໃຫ້​ຊົນ​ຊາດ​ຕ່າງໆ ຖືກ​ພິ​ພາ​ກ​ສາ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ.
\v 20 ຂໍ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານກົວ, ພ​ຣະ​ຢາ​ເວ; ໃຫ້​ຊົນ​ຊາດ​ທັງ​ຫລາຍ​ໄດ້​ຮູ້​ວ່າ​ເຂົາ​ເປັນ​ພຽງ​ແຕ່​ມະ​ນຸດ​ເທົ່າ​ນັ້ນ. ເສລາ
\s5
\c 10
\cl ບົດທີ 10
\p
\v 1 ເປັນ​ຫຍັງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ເຫດ​ໃດ​ພ​ຣະ​ອົງ​ປຣະທັບ​ຢູ່​ຫ່າງ​ໄກ? ເຫດ​ໃດພຣະອົງ​ຊົງ​ຫລົບ​ຊ່ອນ​ພ​ຣະ​ອົງ​ເສຍໃນ​ຍາມ​ລຳ​ບາກ?
\v 2 ເພາະ​ຄວາມ​ຍິ່ງ​ຍະ​ໂສ​ຂອງ​ພວກ​ເຂົາ, ພວກ​ຄົນ​ຊົ່ວ​ໄດ້​ໄລ່​ຕາມ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ; ແຕ່​ຂໍ​ຊົງ​ໂຜດ​ໃຫ້​ຄົນ​ຊົ່ວ​ ຕິດ​ກັບ​ດັກ​ແຜນ​ຮ້າຍ ​ທີ່​ພວກ​ເຂົາ​ໄດ້​ວາງ​ໄວ້.
\v 3 ເພາະ​ຄົນ​ຊົ່ວ​ໂອ້ອວດຄວາມ​ປຣາ​ຖນາ​ເລິກ​ໆໃນ​ໃຈ​ຂອງ​ເຂົາ; ເຂົາ​ໃຫ້​ພອນ​ແກ່​ຄົນ​ໂລບ​ແລະ​ດູ​ຫມິ່ນ​ພ​ຣະ​ຢາ​ເວ.
\s5
\v 4 ຄົນ​ຊົ່ວ​ກໍ​ເຊີດ​ຫນ້າ; ເຂົາ​ບໍ່​ໄດ້​ສະ​ແຫວງ​ຫາ​ພ​ຣະ​ເຈົ້າ. ເຂົາ​ບໍ່​ເຄີຍ​ຄິດ​ເຖິງ​ພ​ຣະ​ເຈົ້າ ​ເພາະ​ເຂົາ​ບໍ່​ສົນ​ໃຈ​ກ່ຽວ​ກັບ​ພ​ຣະ​ອົງ​ເລີຍ.
\v 5 ເຂົາ​ກໍ​ຫມັ້ນ​ຄົງ​ຢູ່​ຕະ​ຫລອດ​ເວ​ລາ, ແຕ່​ກົດ​ເກນ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ກໍ​ສູງ​ເກີນ​ໄປ​ສຳ​ຫລັບ​ເຂົາ; ເຂົາ​ກ່າວ​ຄວາມຮ້າຍ​ໃສ່​ສັດ​ຕຣູ​ທັງ​ຫມົດ​ຂອງ​ເຂົາ.
\s5
\v 6 ​ເຂົາ​ຄິດ​ໃນ​ໃຈ​ວ່າ,"ເຮົາ​ຈະ​ບໍ່​​ພາດ​ທ່າເສຍທີ; ເຮົາ​ຈະ​ບໍ່​ພົບ​ຄວາມ​ເດືອດ​ຮ້ອນ​ໃນຕະຫລອດທຸກຊົ່ວເຊື້ອຊາດ."
\v 7 ປາກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ສາບ​ແຊ່ງ​ແລະ​ຄຳ​ຫລອກ​ລວງ, ຄຳ​ໃສ່ຮ້າຍ; ລິ້ນ​ຂອງ​ເຂົາ​ຊົ່ວ​ຮ້າຍ​ແລະ​ທຳ​ລາຍ.
\s5
\v 8 ​ເຂົາ​ຜົກຈອບ​ລໍ​ຖ້າ​ຢູ່​ໃກ້​ຫມູ່​ບ້ານ​ທັງ​ຫລາຍ; ເຂົາ​ລັກ​ຂ້າ​ຄົນ​ບໍ​ຣິສຸດ​ໃນ​ທີ່​ລັບ; ຕາ​ຂອງ​ເຂົາ​ເບິ່ງ​ຫາ​ເຫຍື່ອ​ບໍ່ມີ​ທີ່​ເພິ່ງ.
\v 9 ເຂົາ​ຈອບໃນ​ທີ່​ລັບ​ເຫມືອນ​ສິງ​ຖ້າຄຸບໃນ​ທີ່​ກຳ​ບັງ; ເຂົາ​ນອນ​ຖ້າ​ເພື່ອ​ຄອຍ​ຈັບ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ, ເມື່ອ​ເຂົາ​ຖືກ​ດຶງ​ເຂົ້າ​ມາ​ຕິດ​ຕາ​ຂ່າຍ​ຂອງ​ເຂົາ.
\v 10 ເຫຍື່ອຂອງ​ເຂົ​າ​ຖືກ​ຂະ​ຢ້ຳ​ແລະ​ຖືກ​ທຸບ​ຕີ; ພວກ​ເຂົາ​ລົ້ມ​ລົງ​ໃນ​ຕາ​ຂ່າຍ​ທີ່​ຫນຽວ​ແຫນ້ນ​ຂອງ​ເຂົາ.
\s5
\v 11 ​ເຂົາ​ຄິດ​ໃນ​ໃຈ​ຂອງ​ເຂົາ​ວ່າ, "ພ​ຣະ​ເຈົ້າ​ໄດ້​ຊົງ​ລືມ​ໄປ​ແລ້ວ; ພ​ຣະ​ອົງ​ຊົງ​ປິດ​ຕາ​ຂອງ​ພ​ຣະ​ອົງເສຍ; ພ​ຣະ​ອົງ​ຈະ​ບໍ່​ຊົງ​ສົນ​ໃຈ​ທີ່​ຈະ​ເບິ່ງ​ເລີຍ."
\v 12 ຂໍ​ຊົງ​ລຸກ​ຂຶ້ນ, ພ​ຣະ​ຢາ​ເວ! ຂໍ​ຊົງ​ຍົກ​ມື​ຂອງຂ້າ​ພະ​ເຈົ້າ, ຂ້າ​ແດ່​ພ​ຣະ​ເຈົ້າ! ຂໍ​ຊົງ​ຢ່າ​ລືມ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ.
\s5
\v 13 ​ເຫດ​ໃດ​ຄົນ​ຊົ່ວ​ປະ​ຕິ​ເສດ​ພ​ຣະ​ເຈົ້າ​ ແລະ​ຄິດ​ໃນ​ໃຈ​ຂອງ​ເຂົາ​ວ່າ, "ພ​ຣະ​ອົງ​ຈະ​ບໍ່​ຊົງ​ຖື​ໂທດ​ເຮົາ​ບໍ"?
\v 14 ພ​ຣະ​ອົງ​ໄດ້​ຊົງ​ເຫັນ​ແລ້ວ, ເພາະ ​ພ​ຣະ​ອົງ​ຊົງ​ແນມ​ເຫັນ​ຜູ້​ທີ່​ເດືອດ​ຮ້ອນ​ແລະທົນ​ທຸກ​ຢູ່​ສະ​ເຫມີ. ຄົນ​ຂາດ​ທີ່​ເພິ່ງມອບ​ຕົວ​ໄວ້​ກັບ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ຊ່ວຍ​ເຫລືອລູກ​ກຳ​ພ້າ.
\s5
\v 15 ຂໍຊົງຫັກແຂນຂອງຄົນຊົ່ວຮ້າຍ. ແລະຊົງ​ໃຫ້​ເຂົາ​ໄດ້​ຮັບ​ຜົນ​ກັມ​ຊົ່ວ​ຂອງ​ເຂົາ ຊຶ່ງ​ເຂົາ​ຄິດ​ວ່າ​ພ​ຣະ​ອົງ​ບໍ່​ມີ​ທາງ​ຮູ້.
\v 16 ພ​ຣະ​ຢາ​ເວ​ຊົງ​ເປັນ​ພຣະມະຫາກະ​ສັດ​ສືບໄປ; ຊົນ​ຊາດ​ຕ່າງໆ ຖືກ​ໄລ່ອອກ​ຈາກ​ແຜ່ນ​ດິນ​ຂອງ ​ພ​ຣະ​ອົງ.
\s5
\v 17 ຂ້າແດ່ພຣະຢາເວ, ພ​ຣະ​ອົງ​ຊົງ​ໄດ້​ຍິນ​ຄວາມ​ຕ້ອງ​ການ​ ຂອງ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ; ພ​ຣະ​ອົງ​ຊົງ​ປຣະ​ທານ​ກຳ​ລັງ​ໃຈ​ແກ່​ພວກ​ເຂົາ, ພ​ຣະ​ອົງ​ຊົງ​ຟັງ​ຄຳ​ອະທິຖານ​ຂອງ​ພວກ​ເຂົາ;
\v 18 ພ​ຣະ​ອົງ​ຊົງ​ປ້​ອງ​ກັນ​ລູກ​ກຳ​ພ້າ​ ແລະ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ ເພື່ອ​ທີ່​ມະ​ນຸດ​ຄົນ​ໃດ​ເທິງ​ໂລກ​ຈະ​ບໍ່​ເຮັດ​ໃຫ້​ເຂົາ​ຢ້ານ​ກົວໄດ້​ອີກ​ຕໍ່​ໄປ.
\s5
\c 11
\cl ບົດທີ 11
\p
ສຳ​ຫລັບ​ນັກ​ດ​ົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ຢາ​ເວ; ທ່ານ​ຈະ​ເວົ້າ​ກັບ​ຂ້າ​ນ້ອຍ​ເຊັ່ນ​ນີ້​ ຫລື​ວ່າ "ຈົ່ງ​ຫນີ​ໄປ​ທີ່​ພູ​ເຂົາ​ ເຫມືອນ​ກັບ​ນົກ"?
\v 2 ເພາະ​ເບິ່ງ​ເຖີດ! ຄົນ​ຊົ່ວ​ກົ່ງ​ຄັນ​ທະ​ນູ​ຂອງ​ພວກ​ເຂົາ. ພວກ​ເຂົາ​ເອົ​າ​ລູກ​ທະ​ນູ​ພາດ​ໄວ້​ທີ່​ສາຍ​ແລ້ວ ພ້ອມ​ທີ່​ຈະ​ຍິງ​ໄປ​ໃນ​ຄວາມ​ມືດ​ໃຫ້​ຖືກ​ທີ່​ໃຈ​ຄົນ​ທ່ຽງ​ທັມ.
\s5
\v 3 ​ເພາະ​ຖ້າ​ຮາກ​ຖານ​ຖືກ​ທຳ​ລາຍ​ໄປ​ເສຍແລ້ວ, ຄົນ​ຊອບ​ທັມ​ຈະ​ເຮັດ​ຫຍັງ​ໄດ້?
\v 4 ພ​ຣະ​ຢາ​ເວ​ ຊົງ​ສະ​ຖິດ​ໃນ​ພ​ຣະ​ວິ​ຫານ​ອັນ​ບໍຣິສຸດ​, ຂອງ​ພ​ຣະ​ອົງ ​ສາຍ​ຕາ​ຂອງ​ພ​ຣະ​ອົງ​ຊົງ​ເຝົ້າ​ເບິ່ງ. ສາຍ​ຕາ​ຂອງ​ພ​ຣະ​ອົງ​ຊົງ​ທົດ​ສອບ​ລູກ​ຫລານ​ຂອງ​ມະ​ນຸດ.
\s5
\v 5 ​ພ​ຣະ​ຢາ​ເວ​ ຊົງ​ທົດ​ສອບ​ທັງ​ຄົນ​ຊອບ​ທັມ​ແລະ​ຄົນ​ຊົ່ວ, ແຕ່​ພ​ຣະ​ອົງ​ຊົງ​ກຽດ​ຊັງ​ຜູ້​ທີ່​ຮັກ​ການ​ກະ​ທຳ​ຮຸນ​ແຮງ.
\v 6 ພ​ຣະ​ອົງ​ຊົງ​ເທ​ຖ່ານ​ທີ່​ລຸກ​ໄຫມ້​ແລະ​ໄຟ​ກຳມະຖັນລົງ​ເທິງຄົ​ນ​ຊົ່ວ​ຮ້າຍ; ລົມ​ຮ້ອນ​ທີ່​ເຜົາ​ໄຫມ້ຈະ​ເປັນ​ສ່ວນ​ແບ່ງ​ຈາກ​ຖ້ວຍ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ພວກ​ເຂົາ!
\v 7 ເພາະ​ພ​ຣະ​ຢາ​ເວ​ຊົງ​ຊອບ​ທັມ, ແລະ​ພ​ຣະ​ອົງ​ຊົງ​ຮັກ​ຄວາມ​ຊອບ​ທັມ; ຄົນ​ສັດຊື່ຈະ​ຢູ່ຊ້ອງຫນ້າຂອງ​ພ​ຣະ​ອົງ.
\s5
\c 12
\cl ບົດທີ 12
\p
\v 1 ສຳ​ຫລັບ​ນັກ​ດົນ​ຕຣີ; ຕັ້ງ​ເປັນ​ສີ​ມີ​ນິດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂຜດ​ຊ່ວຍ​ດ້ວຍ​ເຖີດ; ເພາະ​ຄົນ​ດີ​ໄດ້​ຫາຍ​ໄປ​ຫມົດ ຄົນ​ທີ່​ຊື່​ສັດ​ໄດ້​ສູນ​ຫາຍ​ໄປ.
\s5
\v 2 ​ທຸກ​ຄົນ​ເວົ້າ​​ຄຳ​ຕົວະ​ກັບ​ເພື່ອນ​ບ້ານ; ທຸກ​ຄົນ​ເວົ້າ​ດ້ວຍ​ລິ້ນ​ປະ​ຈົບ​ປະ​ແຈງ​ ແລະ​ດ້ວຍ​ສອງ​ໃຈ.
\v 3 ຂ້າ​ແດ່​ພ​ຣະຢາ​ເວ, ​ຂໍ​ຊົງ​ຕັດ​ປາກ​ທີ່​ປະ​ຈົບ​ປະ​ແຈງ​ອອກ​ໃຫ້​ຫມົດ, ແລະ​ທຸກ​ລິ້ນ​ທີ່​ໂອ້ອວດ​ໃນ​ເລື່ອງ​ໃຫຍ່​ໂຕ​ດ້ວຍ.
\v 4 ຄົນ​ພວກ​ນີ້​ຄື​ບັນ​ດາ​ຄົນ​ທີ່​ພາ​ກັນ​ເວົ້າ​ວ່າ, "ເຮົາ​ຈະ​ຊະ​ນະ​ໄດ້​ດ້ວຍ​ລິ້ນ​ຂອງ​ເຮົາ. ເມື່ອ​ປາກ​ຂອງ​ເຮົາ​ເວົ້າ, ໃຜ​ຈະ​ເປັນ​ນາຍ​ເຫນືອ​ພວກ​ເຮົາ​ໄດ້?
\s5
\v 5 "ເພາະ​ຄົນ​ຍາກ​ຈົນຖືກ​ທຳ​ຮ້າຍ​ຢ່າງ​ຮຸນ​ແຮງ, ເພາະ​ສຽງ​ຄວນຄາງ​ຂອງ​ຄົນ​ຂັດ​ສົນ, ຈຶ່ງ​ຈະ​ລຸກ​ຂຶ້ນ, ພ​ຣະ​ຢາ​ເວ​ກ່າວ​ວ່າ. "ຂ້ອຍຈະ​ຈັດ​ທີ່​​ໃຫ້ປອດ​ພັຍ​ໄວ້​ໃຫ້​ຕາມ​ທີ່​ພວກ​ເຂົາ​ປຣາຖນາ."
\s5
\v 6 ພຣະ​ສັນຍາຂອງ​ພ​ຣະ​ຢາ​ເວ​ເປັນ​ພ​ຣະ​ສັນ​ຍາບໍຣິ​ສຸດ, ເປັນ​ດັ່ງ​ເຊັ່​ນ​ເງິນ​ບໍ​ຣິສຸດ​ໃນ​ເຕົາ​ຫ​ລອມ​ແຫ່ງ​ແຜ່ນ​ດິນ​ໂລກ, ຊຶ່ງ​ຖືກ​​ຫ​ລອມເຖິງ​ເຈັດ​ຄັ້ງ.
\v 7 ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ຢາ​ເວ! ພ​ຣະ​ອົງ​ຊົງ​ປ້ອງ​ກັນ​ພວກ​ເຂົາ​ໄວ້. ພ​ຣະ​ອົງ​ຊົງ​ຮັກ​ສາ​ຄົນສັດຊື່ໄວ້​ຕະ​ຫລອດ​ໄປຈາກ​ຄົນ​ໃນ​ຊົ່ວ​ອາ​ຍຸ​ທີ່​ຊົ່ວ​ຮ້າຍ​ນີ້.
\v 8 ຄົນ​ຊົ່ວ​ກໍ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ ໃນ​ຂະ​ນະ​ທີ່​ຄວາມ​ຊົ່ວ​ຮ້າຍ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ທ່າມ​ກາງ​ບັນ​ດາ​ລູກ​ຫລານ​ຂອງ​ມະ​ນຸດ.
\s5
\c 13
\cl ບົດທີ 13
\p
\v 1 ສຳ​ຫລັບ​ນັກ​ດ​ົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງດ​າວິດ. ອີກ​ດົນ​ປານ​ໃດ, ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພຣະ​ອົງ​ຈະ​ຊົງ​ລືມຂ້າ​ນ້ອຍ? ອີກ​​ນານ​ປານ​ໃດ​ພ​ຣະ​ອົງ​ຈະ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ຂ້າ​ນ້ອຍ?
\v 2 ອີກ​​ນານ​ປານ​ໃດ​ທີ່​ຂ້າ​ນ້ອຍ​ຕ້ອງ​ກັງ​ວົນ​ແລ​ະ​ໂສກ​ເສົ້າ​ໃນ​ໃຈ​ຕະ​ຫລອດ​ທັງ​ມື້? ອີກ​​ນານ​ປານ​ໃດ​ທີ່​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ມີ​ຊັຍ​ເຫນືອ​ຂ້ານ້ອຍ?
\s5
\v 3 ​ຂໍ​ຊົງ​ຫລຽວ​ເບິ່ງ​ຂ້າ​ນ້ອຍ​ແລະ​ຊົງ​ຕອບ​ຂ້າ​ນ້ອຍ! ໂຜດ​ປຣະ​ທານ​ແສງ​ສະ​ຫວ່າງ​ແກ່ດວງ​ຕາ​ຂອງ​ຂ້າ​ນ້ອຍ, ຫລືຢ້ານ​ວ່າ​ຂ້າ​ນ້ອຍ​ຈະ​ຫລັບ​ໄຫລ​ຢູ່​ໃນ​ຄວາມ​ຕາຍ.
\v 4 ຂໍ​ຢ່າ​ປ່ອຍ​ໃຫ້​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ກ່າວ​ວ່າ, "ເຮົາ​ໄດ້​ຊະ​ນະ​ເຂົາ​ແລ້ວ"; ເພື່ອສັດຕຣູຂອງຂ້ານ້ອຍຈະບໍ່ເວົ້າວ່າ "ເຮົາໄດ້ມີຊັຍເຫນືອສັດຕຣູຂອງເຮົາແລ້ວ" ບໍ່​ເຊັ່ນ​ນັ້ນ ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຈະ​ຫນຳ​ໃຈ​ເມື່ອ​ຂ້າ​ນ້ອຍ​ລົ້ມ​ລົງ.
\s5
\v 5 ​ແຕ່​ຂ້າ​ນ້ອຍ​ໄດ້​ໄວ້​ວາງ​ໃຈ​ໃນ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ; ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຊື່ນ​ຊົມ​ຍິນ​ດີ​ໃນ​ການຊ່ອຍໃຫ້​ພົ້ນ​ຂອງ​ພ​ຣະ​ອົງ.
\v 6 ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ແດ່​ພ​ຣະ​ຢາ​ເວ ເພາະ​ພ​ຣະ​ອົງ​ໄດ້​ຊົງ​ດູ​ແລ​ຂ້າ​ນ້ອຍ​ດ້ວຍ​ໃຈ​ກວ້າງ​ຂວາງ.
\s5
\c 14
\cl ບົດທີ 14
\p
\v 1 ສຳ​ຫລັບ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ​ຄົນ​ໂງ່​ຄິດ​ຢູ່​ໃນ​ໃຈ​ຂອງ​ເຂົາ​ວ່າ, "ບໍ່​ມີ​ພ​ຣະ​ເຈົ້າ." ພວກ​ເຂົາ​ກໍ​​ຊົ່ວຊ້າ​ແລະ​ໄດ້​ເຮັດ​ຄວາມ​ຜິດ​ທີ່ ​ຫນ້າ​ກຽດຫນ້າຊັງ; ບໍ່​ມີ​ໃຜ​ເຮັດ​ດີ​ເລີຍ.
\s5
\v 2 ​ພ​ຣະ​ຢາ​ເວ​ຊົງ​ຫລຽວ​ເບິ່ງ​ລົງ​ມາ​ຈາກ​ສະ​ຫວັນ ​​ບັນ​ດາ​ລູກ​ຂອງ​ມະ​ນຸ​ດ​ທັງ​ຫລາຍ ເພື່ອ​ເບິ່ງວ່າ​ມີ​ໃຜ​ທີ່​ເຂົ້າ​ໃຈ​ແນ່, ມີ​ໃຜ​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ແນ່.
\v 3 ພວກ​ເຂົາ​ທັງ​ປວງ​ຕ່າງ​ຫັນ​ຫນີ​ໄປ​ກັນ​ຫມົດ. ພວກ​ເຂົາ​ກໍຊົ່ວຊ້າ​​ລົງພ້ອມ​ກັນ, ບໍ່​ມີ​ໃຜ​ເຮັດ​ດີ, ບໍ່​ມີ​ໃຜ​ເລີຍ, ແມ່ນ​ແຕ່​ຄົນ​ດຽວ
\s5
\v 4 ​ພວກ​ເຂົາ​ບໍ່ຮູ້​ຫຍັງ​ກັນ​ເລີຍ​ບໍ, ບັນ​ດາ​ຄົນ​ທີ່​ເຮັດ​ຄວາມ​ຜິດ​ບາບ, ບັນ​ດາ​ຄົນ​ທີ່ກືນກິນ​ປະ​ຊາ​ກອນ​ຂອງ​ເຮົາ​ ດັ່ງ​ພວກ​ເຂົາ​ກິນ​ອາ​ຫານ, ແຕ່​ຜູ້​ທີ່​ບໍ່​ໄດ້​ພາວັນນາອະທິຖານຫາ​ພ​ຣະ​ຢາ​ເວ?
\s5
\v 5 ພວກເຂົາຕົວສັ່ນດວ້ຍຄວາມຢ້ານ, ເພາະ​ພ​ຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ ​ທີ່​ຊຸມ​ນຸມ​ຂອງ​ຄົນ​ຊອບທັມ!
\v 6 ພວກ​ເຈົ້າ​ຕ້ອງ​ການ​ເຮັດ​ໃຫ້​ຄົນ​ຍາກ​ຈົນ​ຂາຍ​ຫນ້າ ​ແມ່ນວ່າ​ພ​ຣະ​ຢາ​ເວ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ເຂົາ.
\s5
\v 7 ​ໂອ ຄວາມ​ລອດ​ຂອງ​ອິ​ສະ​ຣາ​ເອນ​ຈະ​ມາ​ຈາກ​ຊີ​ໂອນ! ເມື່ອ​ພ​ຣະ​ຢາ​ເວ​ຊົງ​ນຳ​ປະ​ຊາ​ຊົນ​ພ​ຣະ​ອົງ​ກັບ​ຈາກ​ການ​ເປັນ​ນັກ​ໂທດ, ແລ້ວ​ຢາ​ໂຄບ​ກໍ​ຈະຊື່ນຊົມ​ຍິນ​ດີ​ແລະ​ອິ​ສະ​ຣາ​ເອນ​ຈະ​ຍິນ​ດີ!
\s5
\c 15
\cl ບົດທີ 15
\p
\v 1 ບົດ​ເພງ​ສັນ​ຣະເ​ສີນ​ຂອງ​ດາ​ວິດ. ​ຂ້າ​ແດ່​ພ​ຣະ​ຢາ​ເວ ຜູ້​ໃດ​ຈະ​ອາ​ສັຍ​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ໄດ​້? ຜູ້​ໃດ​ຈະ​ອາ​ສັຍ​ຢູ່​ເທິງ​ເນີນ​ພູ​ເຂົາ​ອັບໍ​ໍຣິ​ສຸດ​ຂອງ​ພ​ຣະ​ອົງ​ໄດ້?
\v 2 ຄື​ຜູ້​ທີ່​ດຳ​ເນີນ​ຊີ​ວິດ​ຢ່າງ​ສັດຊື່ ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ແລະ​ເວົ້າ​ຄວາມ​ຈິງ​ຈາກ​ໃຈ​ຂອງ​ເຂົາ.
\s5
\v 3 ​ເຂົາ​ບໍ່​ໃສ່ຮ້າຍ​ຄົນ​ອື່ນ​ດ້ວຍ​ລີ້ນ​ຂອງ​ເຂົາ, ເຂົາ​ບໍ່​ທຳ​ຮ້າຍ​ຄົນ​ອື່ນ ແລະ​ເຂົາ​ບໍ່​ດູ​ຫມິ່ນ​ເພື່ອນ​ບ້ານ​ຂອງ​ເຂົາ.
\s5
\v 4 ຄົນທີ່ບໍ່ມີຄ່າເປັນທີ່ດູຖູກໃນສາຍຕາຂອງເຂົາ, ແຕ່​ເຂົາ​ໃຫ້​ກຽຕ​ແກ່​ບັນ​ດາ​ຄົນ​ທີ່​ຍຳ​ເກງ​ພ​ຣະ​ຢາ​ເວ. ເຂົາ​ສາ​ບານ​ໂດຍຍອມ​ໃຫ້​ຕົນ​ເອງ​ເສຍ​ປຽບ​ແລະ​ບໍ່​ກັບ​ຄຳ​ສັນ​ຍາ​ທັງ​ຫລາຍ​ຂອງ​ເຂົາ.
\v 5 ເຂົາ​ບໍ່​ຄິດດອກ​ເບ້ຍ​ເມື່ອ​ເຂົາ​ໃຫ້​ຍືມ​ເງິນ. ເຂົາ​ບໍ່​ຮັບ​ສິນ​ບົນ​ ເພື່ອ​ເປັນ​ພະ​ຍານ​ໃສ່​ຮ້າຍ​ຜູ້​ບໍ​ຣິ​ສຸດ. ຜູ້​ທີ່​ເຮັດ​ສິ່ງ​ເຫລົ່າ​ນີ້​ຈະ​ບໍ່​ມີ​ທາງ​ຫວັ່ນ​ໄຫວ​ໄດ້​ເລີຍ.
\s5
\c 16
\cl ບົດທີ 16
\p
\v 1 ບົດ​ເພງ​ສັນ​ຣະ​ເສີນ​ໂດຍ​ດາ​ວິດ. ຂ້າແດ່ພຣະເຈົ້າ, ຂໍ​ຊົງ​ຄຸ້ມ​ຄອງ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ.
\v 2 ຂ້າ​ນ້ອຍ​ທູນ​ພ​ຣະ​ຢາ​ເວ​ວ່າ, "ພ​ຣະ​ອົງ​ຊົງ​ເປັນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ; ​ຂອງ​ຂ້າ​ນ້ອຍນອກ​ຈາກ​ພ​ຣະ​ອົງ​ແລ້ວ.​ຂ້າ​ນ້ອຍບໍ່​ມີ​ຄວາມ​ດີ​ປະ​ການ​ໃດ​ເລີຍ.
\v 3 ສ່ວນ​ບັນ​ດາ​ຜູ້​ສັດຊື່​ອາ​ສັຍ​ຢູ່​ແຜ່ນ​ດິນ​ໂລກ, ພວກ​ເຂົາ​ເປັນ​ຄົນ​ດີ​ມີສິລະທັມ; ຂ້າ​ນ້ອຍ​ຊື່ນ​ຊົມ​ຍິນ​ດີ​ຢ່າງ​ຍິ່ງ​ໃນ​ພວກ​ເຂົາ.
\s5
\v 4 ​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພ​ະ​ອື່ນໆ, ຄວາມ​ທຸກ​ຍາກ​ຂອງ​ພວກ​ເຂົາ​ຈະ​ເພີ້ມ​ຂຶ້ນ. ຂ້າ​ນ້ອຍ​ຈະ​ບໍ່​​ຮ່ວມ​ເຄື່ອງ​ດື່ມ​ບູ​ຊາ​ດ້ວຍ​ເລືອດ​ໃຫ້​ແກ່​ບັນ​ດາ​ພ​ະ​ຂອງ​ພວກ​ເຂົາ ຫລື​ຍົກ​ຍ້ອງ​ນາມ​ພ​ະ​ເຫລົ່າ​ນັ້ນ​ດ້ວຍ​ປາກ​ຂອງ​ຂ້າ​ນ້ອຍ.
\s5
\v 5 ​ຂ້າ​ແດ່​ພ​ຣະ​ເຢ​ເວ, ພ​ຣະ​ອົງ​ຊົງ​ເປັນ​ມໍ​ຣະ​ດົກ​ສ່ວນ​ທີ່​ແບ່ງ​ໄວ້​ຂອງ​ຂ້າ​ນ້ອຍແລະ​ຊົງ​ເປັນ​ຈອກ​ຂອງ​ຂ້າ​ນ້ອຍ. ພ​ຣະ​ອົງ​ຊົງ​ຖື​ປາຍ​ທາງ​ຂອງ​ຂ້າ​ນ້ອຍ​ໄວ້.
\v 6 ເຊືອກວັດ​ໄດ້​ຖືກວາງ​ໄວ້​ແລ້ວ​ໃນ​ດິນ​ແດນ​ທີ່​ຮົ່ມ​ເຢັນ; ມໍຣະ​ດົກ​ທີ່​ຮົ່ມ​ເຢັນ​ນັ້ນ​ເປັນ​ຂອງ​ຂ້າ​ນ້ອຍ.
\s5
\v 7 ​ຂ້າ​ນ້ອຍ​​ຈະ​ຖວາຍ​ຄຳ​ຍ້ອງ​ຍໍ​ສັນ​ຣະ​ເສີນ,​ແດ່​ພ​ຣະ​ຢາ​ເວ ​ຜູ້​ຊົງ​ປຣະ​ທານ​ຄຳ​ປຶກ​ສາ​ໃຫ້​ແກ່​ຂ້າ​ນ້ອຍ; ແມ່ນໃນ​ຍາມ​ຄ່ຳ​ຄືນ​ພ​ຣະ​ອົງ​ກໍ​ຊົງ​ສັ່ງ​ສອນ ​ໃນ​ຄວາມ​ຄິດ​ຂອງ​ຂ້າ​ນ້ອຍ.
\v 8 ຂ້າ​ນ້ອຍ​ຕັ້ງ​ພ​ຣະ​ຢາ​ເວ ​ໄວ້​ຕໍ່ຫນ້າ​ຂ້າ​ນ້ອຍ​ສະ​ເຫມີ. ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນ​ໄຫວ ​ໄປ​ຈາກ​ມື​ເບື້ອງ​ຂວາ​ຂອງ​ພ​ຣະ​ອົງ.
\s5
\v 9 ​ສະ​ນັ້ນ​ໃຈ​ຂອງ​ຂ້ານ​້ອຍ​ຈຶ່ງ​ຍິນ​ດີ ສັກສີ​ຂອງ​ຂ້າ​ນ້ອຍ​ຮຸ່ງເຮືອງ ແນ່ນອນ. ຂ້າ​ນ້ອຍ​ຈະ​ອາ​ສັຍ​ຢູ່​ຢ່າງ​ປອດ​ພັຍ.
\v 10 ເພາະ​ພ​ຣະ​ອົງ​ຈະ​ບໍ່​ຊົງ​ປ່ອຍ​ໃຫ້​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຖືກ​ຖິ້ມ​ໄວ້​ໃນ​ແດນແຫ່ງຄວາມ​ຕາຍ. ພ​ຣະ​ອົງ​ຈະ​ບໍ່​ຊົງ​ປ່ອຍ​ໃຫ້​ຄົນ​ຊື່​ສັດ​ຂອງ​ພ​ຣະ​ອົງ​ໄດ້​ເຫັນຫ​ລຸມ​ນັ້ນ.
\s5
\v 11 ​ພ​ຣະ​ອົງ​ຊົງ​ສອນ​ເສັ້ນ​ທາງ​ແຫ່ງ​ຊີ​ວິດ​ແກ່​ຂ້າ​ນ້ອຍ; ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຢ່າງ​ເຫລືອ​ລົ້ນ; ໃນ​ມື​ຂວາ​ຂອງ​ພ​ຣະ​ອົງ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢູ່​ຕະ​ຫລອດ!"
\s5
\c 17
\cl ບົດທີ 17
\p
ຄຳ​ອະ​ທິ​ຖານ​ໂດຍ​ດາ​ວິດ.
\v 1 ຂໍ​ຊົງ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ຍຸຕິ​ທັມ​ຂອງ​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ; ຂໍ​ຊົງ​ສົນ​ໃຈ​ຕໍ່​ຄ​ຳ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ! ຂໍ​ຊົງ​ງ່ຽງ​ຫູ​ຟັງ​ຄຳ​ອະ​ທິ​ຖານ​ ຈາກ​ປາກ​ທີ່​ບໍ່​ມີ​ການ​ຫລອກ​ລວງ​ຂອງ​ຂ້າ​ນ້ອຍ.
\v 2 ຂໍ​ໃຫ້​ການ​ຊະ​ນະ​ຄວາມ​ຂອງ​ຂ້າ​ນ້ອຍ; ມາ​ຈາກ​ເບື້ອງ​ຫນ້າ​ຂອງ​ພ​ຣະ​ອົງ ຂໍ​ຕາ​ຂອງ​ພ​ຣະ​ອົງ​ຊົງ​ເຫັນ​ສິ່ງ​ທີ່​ຖືກ​ຕ້ອງ!
\s5
\v 3 ​ຖ້າ​ພ​ຣະ​ອົງ​ຊົງ​ທົດ​ສອບ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ, ຖ້າ​ພ​ຣະ​ອົງ​ມາ​ຫາ​ຂ້າ​ນ້ອຍໃນ​ເວ​ລາ​ກາງ​ຄືນ, ພ​ຣະ​ອົງ​ຈະ​ຊົງ​ຊຳ​ຣະ​ຂ້າ​ນ້ອຍ​ໃຫ້​ບໍ​ຣິ​ສຸດ​ແລະ​ຈະ​ບໍ່​ພົບ​ແຜນ​ການ​ຊົ່ວ​ໃດໆເລີຍ; ປາກ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່​ເວົ້າຄຳຕົວະ.
\s5
\v 4 ​ສ່ວນ​ການ​ກະ​ທຳ​ທັງ​ຫລາຍ​ຂອງ​ມະ​ນຸດ​ນັ້ນ, ເປັນ​ເພາະພຣະຄັມ ​ຈາກ​ຮີມ​ສີ​ປາກ​ຂອງ​ພ​ຣະ​ອົງ​ທີ່​ຮັກ​ສາ​ຂ້າ​ນ້ອຍ​ໄວ້ ຈາກ​ທາງ​ຂອງ​ຄົນ​ຊົ່ວ.
\v 5 ​ຂ້າ​ນ້ອຍ​ຈະກ້າວເດີນແລະ​ຢຶດ​ຫມັ້ນ​ໃນ​ທາງ​ຂອງ​ພ​ຣະ​ອົງ; ​ຕີ​ນຂອງ​ຂ້າ​ນ້ອຍ​ບໍ່​ຫລີກ​ຫນີຈາກທາງຂອງພຣະອົງ.
\s5
\v 6 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຂ້າ​ນ້ອຍ​ອະທິຖານ​ຕໍ່​ພ​ຣະ​ອົງ, ເພື່ອ​ຂໍ​ພ​ຣະ​ອົງ​ຊົງ​ຕອບ​ຂ້າ​ນ້ອຍ, ຂໍ​ຊົງ​ຫັນ​ມາ​ຟັງ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ກາບ​ທູນ.
\v 7 ຂໍ​ຊົງ​ສຳ​ແດງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຢ່າງມະ​ຫັດ​ສະ​ຈັນ, ຂ້າ​ແດ່​ພ​ຣະ​ອົງ​ຜູ້​ຊົງ​ຊ່ວຍ​ບັນ​ດາ​ຜູ້​ລີ້​ພັຍ​ໃນ​ພ​ຣະ​ອົງ​ໃຫ້​ລອດ​ພົ້ນ​ຈາກ​ເຫລົ່າ​ສັດ​ຕຣູ​ຂອງ​ພວກ​ເຂົາ​ໂດຍ​ມື​ຂວາ​ຂອງ​ພ​ຣະ​ອົງ!
\s5
\v 8 ​ຂໍ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ດັ່ງ​ແກ້ວ​ຕາ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ເຊື່ອງ​ຂ້າ​ນ້ອຍ ​ໄວ້​ພາຍ​ໃຕ້​ຮົ່ມ​ປີກ​ຂອງ​ພ​ຣະ​ອົງ
\v 9 ໃຫ້​ພົ້ນ​ຈາກ​ຫນ້າ​ຂອງ​ຄົນ​ຊົ່ວ​ຜູ້​ມາ​ທຳ​ຮ້າຍ​ຂ້າ​ນ້ອຍ, ພົ້ນ​ຈາກ​ສັດ​ຕຣູຂອງ​ຂ້າ​ນ້ອຍ ​ຜູ້​​ລ້ອມຂ້າງ​ຂ້າ​ນ້ອຍຢູ່.
\v 10 ພວກ​ເຂົາ​ບໍ່ມີ​ຄວາມ​ເມດ​ຕາ​ຕໍ່​ທຸກ​ຄົນ ປາກ​ຂອງ​ພວກ​ເຂົາ​ເວົ້າ​ໂອ້ອວດ​ຈອງ​ຫອງ.
\s5
\v 11 ​ພວກ​ເຂົາ​ໄດ້​ປິດລ້ອມ​ກ້າວເດີນ​ຂອງ​ຂ້າ​ນ້ອຍ. ພວກ​ເຂົາ​ໄດ້​ຈັບ​ຕາ​ຖ້າ​ໂຍນ​ຂ້າ​ນ້ອຍ​ລົງ​ພື້ນ.
\v 12 ພວກ​ເຂົາ​ເປັນ​ເຫມືອນ​ສິງ​ທີ່​ຊອກ​ຫາ​ເຫຍື່ອ ເປັນ​ສິງ​ຫນຸ່ມ​ລັກ​ຢູ່​ໃນ​ທີ່​ລັບ.
\s5
\v 13 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ລຸກ​ຂຶ້ນ! ຂໍ​ຊົງ​ໂຈມ​ຕີ​ພວກ​ເຂົາ ຂໍ​ຊົງ​ໂຍນ​ພວກ​ເຂົາ​ໃຫ້​ຫນ້າ​ຂວ້ຳ! ຂໍ​ຊົງ​ຊ່ວຍ​ກູ້​ຊີ​ວິດ ​ຂອງ​ຂ້າ​ນ້ອຍ​ຈາກ​ຄົນ​ຊົ່ວ​ດ້ວຍ​ດາບ​ຂອງ​ພ​ຣະ​ອົງ!
\v 14 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫລົ່າ​ນັ້ນ​ ດ້ວຍ​ມື​ຂອງ​ພ​ຣະ​ອົງ, ຈາກ​ພວກ​ມະ​ນຸດ​ຂອງ​ໂລກ​ນີ້​ ທີ່​ຄວາມ​ຮັ່ງ​ມີ​ຂອງ​ເຂົາ​ ຢູ່​ແຕ່​ໃນ​ຊີ​ວິດ​ນີ້​ເທົ່າ​ນັ້ນ! ພ​ຣະ​ອົງ​ຈະ​ຊົງ​ໃຫ້ທ້ອງ​​​ຂອງ​ຄົນ ​ທີ່​ພ​ຣະ​ອົງ​ຊົງຮັກ​ອີ່ມ​ດ້ວຍ​ຄວາມ​ຮັ່ງ​ມີ; ພວກ​ເຂົາ​ຈະ​ມີ​ລູກ​ຫລານ​ຫລວງ​ຫລາຍ ​ແລະ​ຈະ​ຖິ້ມ​ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ​ ໄວ້​ໃຫ້​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ.
\s5
\v 15 ​ແຕ່​ສຳ​ລັບ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈະຢູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ​ໃນ​ຄວ​າມ​ຊອບ​ທັມ; ຂ້າ​ນ້ອຍຈະ​ໄດ້​ອີ່ມ​ໃຈ​; ເມື່ອ​ຂ້າ​ນ້ອຍ​ຕື່ນ, ​ດ້ວຍ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ.
\s5
\c 18
\cl ບົດທີ 18
\p
\v 1 ເຖິງ​ບັນ​ດາ​ນັກ​ຮ້ອງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ, ເປັນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ເຈົ້າ​ຢາ​ເວ, ເມື່ອ​ຮ້ອງ​ເພງ​ເຖິງ​ພ​ຣະ​ຢາ​ເວ​ໂດຍ​ຖ້ອຍ​ຄຳ​ຂອງ​ເພງ​ໃນ​ວັນ​ທີ່​ພ​ຣະ​ເຈົ້າ​ຢາ​ເວ ຮ້ອງ​ອອກ​ມາ​ຈາກ​ມື​ທັງ​ຫມົດ ແລະ​ຈາກ​ມື​ຂອງ​ຈິດ​ວິນ​ຍານ. ເພິ່ນ​ຮ້ອງ: 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຮັກ​ພ​ຣະ​ອົງ, ຜູ້​ຊົງ​ເປັນກຳ​ລັງ​ຂອງ​ຂ້າ​ນ້ອຍ.
\s5
\v 2 ພຣະຢາເວຊົງເປັນພຣະສີລາຂອງຂ້ານ້ອຍ, ຊົງ​ເປັນ​ປ້ອມ​ປາ​ການ​ຂອງ​ຂ້າ​ນ້ອຍ ຊົງ​ເປັນ​ຜູ້​ທີ່​ນຳ​ຂ້າ​ນ້ອຍ​ໄປ​ສູ່​ຄວາມ​ປອດ​ພັຍ; ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຊົງ​ເປັນພຣະສີລາຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ. ພ​ຣະ​ອົງ​ຊົງ​ເປັນ​ໂລ້​ຂອງ​ຂ້າ​ນ້ອຍ, ເປັນ​ເຂົາ​ສັດ​ແຫ່ງ​ຄວາມພົ້ນ ຂອງ​ຂ້າ​ນ້ອຍ ​ແລະ​ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ຂ້າ​ນ້ອຍ.
\v 3 ​ຂ້າ​ນ້ອຍ​ຈະ​ຮ້ອງ​ຫາພ​ຣະ​ຢາ​ເວ​ ຜູ້​ຊົງ​ສົມ​ຄວນ​ຮັບ​ການ​ສັນ​ຣະ​ເສີນ, ແລະ​ຂ້າ​ນ້ອຍ​ຈະ​ລອດ​ພົ້ນ​ຈາກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ.
\s5
\v 4 ​ສາຍ​ໃຍ​ແຫ່ງ​ຄວາມ​ຕາຍ​ກໍ​ອ້ອມ​ຮອບຂ້າ​ນ້ອຍ, ແລະ​ສາຍ​ນ້ຳ​ແຫ່ງ​ຄ​ວາມ​ທໍາລາຍກໍໄຫລ​​ຖ້ວມ​ຂ້າ​ນ້ອຍ.
\v 5 ສາຍ​ໃຍ​ແຫ່ງ​ແດນ​ຄວາມ​ຕາຍ​ອ້ອມຮອບ​ຂ້າ​ນ້ອຍ; ບັນ​ດາ​ບ້ວງ​ແຫ່ງ​ຄວາມ​ຕາຍ​ໄດ້​ຫ້າງໃສ່​ຂ້າ​ນ້ອຍ​ໄວ້.
\s5
\v 6 ​ໃນ​​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້​ຮ​້ອງ​ຫາ​ພ​ຣະ​ຢາ​ເວ​; ຂ້າ​ນ້ອຍ​ໄດ້​ຮ້ອງ​ຫາຂໍ​ຄວາມ​ຊ່ວຍ​ເຫລືອ​ຕໍ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ. ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ຂອງ​ຂ້າ​ນ້ອຍ ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ; ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ; ​ໄດ້​ໄປ​ເຖິງຕໍ່​ຫນ້າ​ຂອງ​ພ​ຣະ​ອົງ ສຽງ​ຮ້ອງ​ນັ້ນ​ໄດ້​ໄປ​ເຖິງ​ຫູ​ຂອງ​ພ​ຣະ​ອົງ.
\s5
\v 7 ​ແລ້ວ​ແຜ່ນ​ດິນ​ໂລກ​ກໍ​ຖືກສັ່ນແລະສັ່ນ​ສະ​ເທືອນ; ຮາກ​ຖານ​ຂອງ​ພູ​ເຂົາ​ທັງ​ຫລາຍ​ກໍ​ສັ່ນ​ສະ​ເທືອນ​ແລະ​ຄອນແຄນ​ເພາະ​ພ​ຣະ​ເຈົ້າ​ຊົງ​​ໂກດ​ຮ້າຍ.
\v 8 ຄວັນ​ໄດ້ຟຸ່ງຂຶ້ນ​ຈາກ​ຮູດັງ​ຂອງ​ພ​ຣະ​ອົງ, ແລະ​ໄຟ​ໄດ້​ຟົ້ງ​ອອກ​ຈາກ​ປາກ​ຂອງ​ພ​ຣະ​ອົງ. ຖ່ານ​ກໍ​ຕິດ​ແປວ​ໄຟ​ນັ້ນ.
\s5
\v 9 ພຣະອົງໄດ້ຊົງເປີດຟ້າສະຫວັນ ແລະສະເດັດລົງມາ, ຄວາມ​ມືດ​ທຶບ​ໄດ້​ຢູ້​ໃຕ້​ຕີນ​ຂອງ​ພ​ຣະ​ອົງ.
\v 10 ພ​ຣະ​ອົງ​ໄດ້​ຊົງ​ຂີ່​ເຄ​ຣຸບ​ແລະ​ເຫາະ​ໄປ, ​ພ​ຣະ​ອົງ​ຊົງ​ເຫາະ​ໄປ​ເທິງ​ປີກ​ຂອງ​ລົມ.
\s5
\v 11 ​ພ​ຣະ​ອົງ​ຊົງ​ໃຫ້​ຄວາມ​ມືດ​ແລະ​ເມກ​ຝົນ​ຫນາ​ທຶບ​ໃນ​ທ້ອງ​ຟ້າ​ເປັນ​ເຟີງ​ອ້ອມ​ຮອບ​ພ​ຣະ​ອົງ,
\v 12 ລູກ​ເຫັບ​ແລະ​ຖ່ານ​ໄຟ​ຕົກ​ອອກ​ຈາກ​ຟ້າ​ແມບ​ຕໍ່​ເບື້ອງ​ຫນ້າ​ຂອ​ງພ​ຣະ​ອົງ.
\s5
\v 13 ​ພ​ຣະ​ຢາ​ເວ​, ຊົງ​ສົ່ງ​ສຽງ​ດັງ​ສະ​ນັ່ນ​ໃນ​ຟ້າ​ສະ​ຫວັນ! ສຽງ​ຂອງ​ພ​ຣະ​ອົງ​ຜູ້​ສູງ​ສຸດ​ໄດ້​ດັງ​ລັ່ນ​ອອກ​ມາ.
\v 14 ພ​ຣະ​ອົງ​ຊົງ​ໄດ້​ຍິງ​ລູກ​ສອນ​ຂອງ​ພ​ຮະ​ອົງ ​ແລະ​ຊົງ​ເຮັດ​ໃຫ້​ສັດ​ຕູ​ຂອ​ງ​ພ​ຣະ​ອົງ ​ກະ​ແຈກ​ກະ​ຈາຍ​ໄປ; ຟ້າ​ແມບ​ຫລວງ​ຫລາຍ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ກະ​ແຈກ​ກະ​ຈາຍ​ໄປ.
\s5
\v 15 ​ແລ້ວ​ນ້ຳ​ກໍ​ເປີດ​ອອກ​ເປັນ​ຊ່ອງ​ໃຫ້​ເຫັນ, ພື້ນ​ຂອງ​ໂລກ​ຖືກ​ເປີດ​ອອກ​ ດ້ວຍ​ສຽງ​ຮ້ອງ​ເຂົ້າ​ສູ່​ສົງ​ຄາມ​ຂອງ​ພ​ຣະ​ອົງ, ຂ້າ​ແຕ່​ພ​ຣະ​ຢາ​ເວ ດ້ວຍ​ລົມ​ຫາຍໃຈທີ່​ຟຸ່ງ​ອອກ​ມາ​ຈາກຮູ​ດັງ​ຂອງ​ພ​ຣະ​ອົງ.
\s5
\v 16 ​ພ​ຣະ​ອົງ​ໄດ້​ຊົງ​ເອື້ອມ​ລົງ​ມາ​ຈາກ​ເບື້ອງ​ເທິງ; ພ​ຣະ​ອົງ​ໄດ້​ຊົງ​ຈັບ​ຂ້າ​ນ້ອຍ​ໄວ້ ພ​ຣະ​ອົງ​ໄດ້​ຊົງ​ດຶງ​ຂ້າ​ນ້ອຍ​ອອກ​ມາ​ຈາກ​ນ້ຳ​ໄຫລ.
\v 17 ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ສັດ​ຕຣູ​ທີ່​ແຂງ​ແຮງ​ຂອງ​ຂ້າ​ນ້ອຍ, ​ຈາກ​ບັນ​ດາ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ ເພາະ​ວ່າ​ພວກ​ເຂົາ​ເຂັ້ມ​ແຂງ​ເກີນ​ໄປ​ສຳ​ຫລັບ​ຂ້າ​ນ້ອຍ.
\s5
\v 18 ​ພວກ​ເຂົາ​ໄດ້​ມາ​ຕໍ່​ສູ້​ຂ້າ​ນ້ອຍ​ ໃນ​ມື້​ແຫ່ງ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ ​ແຕ່​ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ຄ້ຳ​ຊູ​ຂ້າ​ນ້ອຍ!
\v 19 ພ​ຣະ​ອົງ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ເປັນ​ອິສຣະ​ ໃນ​ທີ່​ໂລ່ງ​ກວ້າງ; ພ​ຣະ​ອົງ​ໄດ້​ຊົງຊອ່ຍ​ເຫລືອ​ຂ້າ​ນ້ອຍ​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ພໍ​ໃຈ​ຂ້າ​ນ້ອຍ.
\s5
\v 20 ​ພ​ຣະ​ຢາ​ເວ​ໄດ້​ຊົງ​ປຣະ​ທານ​ບຳ​ເຫນັດ​ລາງວັນ​ແກ່​ຂ້າ​ນ້ອຍ ​ເພາະ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ໃຫ້​ຂ້​າ​ນ້ອຍ​ ໃຫ້​ກັບ​ຄືນ​ເພາະ​ມື​ຂອງ​ຂ້າ​ນ້ອຍ​ສະ​ອາດ.
\v 21 ເພາະ​ຂ້າ​ນ້ອຍ​ໄດ້​ຮັກ​ສາ​ ທາງ​ຂອງ​ພ​ຣະ​ຢາ​ເວ​ໄວ້ ແລະ​ບໍ່​ຫັນ​ຈາກ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ ໄປ​ຢ່າງ​ຊົ່ວ​ຮ້າຍ.
\s5
\v 22 ​ເພາະ​ຄຳ​ຕັດ​ສິນ​ອັນ​ຊອບ​ທັມ​ທັງ​ສິ້ນ​ຂອງ​ພ​ຣະ​ອົງ​ໄດ້​ຢູ່​ຕໍ່​ຫນ້າ​ຂ້າ​ນ້ອຍ; ສ່ວນກົ​ດເກນ​ຂອ​ງ​ພ​ຣະ​ອົງ, ຂ້າ​ນ້ອຍ​ຈະ​ບໍ່​ຫັນ​ຫນີ​ໄປ​ຈາກ​ຂໍ້​ເຫລົ່​າ​ນັ້ນ​ເລີຍ.
\v 23 ຂ້າ​ນ້ອຍ​ເປັນ​ຜູ້​ບໍ່ມີ​ຄວາມ​ຜິດ​ຕໍ່​ຫນ້າ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ໄດ້​ຮັກ​ສາ​ຕົວ​ເອງ​ໃຫ້​ໄກ​ຈາກ​ຄວາມ​ບາບ.
\v 24 ເພາະ​ສະ​ນັ້ນ​ພ​ຣະ​ຢາ​ເວ​ ໄດ້​ຊົງ​ຊ່ວຍ​ໃຫ້​ຂ້າ​ນ້ອຍ​ໃຫ້​ກັບ​ຄືນ​ເພາະ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ນ້ອຍ, ເພາະ​ມື​ຂອງ​ຂ້າ​ນ້ອຍ​ສະ​ອາດ ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ.
\s5
\v 25 ​ສຳ​ຫລັບ​ຜູ້​ທີ່​ຊື່​ສັດ, ພ​ຣະ​ອົງ​ຊົງ​ສຳ​ແດງ​ພ​ຣະ​ອົງ​ຊົງ​ຊື່​ສັດ; ສຳ​ລັບ​ຜ​ູ້​ທີ່ບໍ່ມີທີ່ຕິ​, ພ​ຣະ​ອົງ​ຊົງ​ສຳ​ແດງ​ພ​ຣະ​ອົງ​ເອງວ່າ ຊົງ​ບໍ່ມີທີ່​ຕິ.
\v 26 ວ່າ​ຊົງ​ບໍ​ຣິ​ສຸດ​; ແຕ່​ພ​ຣະ​ອົງ​ຊົງ​ສະ​ຫລາດ​ຮູ້​ທັນ​ຕໍ່​ຜູ້​ທີ່​ຫລອກ​ລວງ.
\s5
\v 27 ​ເພາະ​ພ​ຣະ​ອົງ​ຊົງ​ຊ່ວຍ​ບັນ​ດາ​ຄົນ​ທີ່​ທຸກ​ໃຈ, ແຕ່​ພ​ຣະ​ອົງ​ຊົງ​ດຶງ​ບັນ​ດາ​ຄົນ​ທີ່​ໂອ້ອວດ​, ​ຕາ​ທີ່​ຈອງຫອງໃຫ້​ຕ່ຳລົງ​ມາ!
\v 28 ເພາະ​ພ​ຣະ​ອົງ​ປຣະ​ທານ​ແສງ​ສະຫ​ວ່າງ ​ແກ່​ຕະ​ກຽງ​ຂອງ​ຂ້​າ​ນ້ອຍ; ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ຊົງ​ເຮັດ​ໃຫ້​ຄວາມ​ມືດ​ ຂອງ​ຂ້​າ​ນ້ອຍ​ສະ​ຫວ່າງ​ຂຶ້ນ.
\v 29 ເພາະ​ໂດຍ​ພ​ຣະ​ອົງ​ຂ້າ​ນ້ອຍ​ຈຶ່ງ​ສາ​ມາດ​ແລ່ນ​ຂ້ວາມ​ສິ່ງ​ກີດ​ຂວາງ​ໄດ້; ໂດຍ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈຶ່ງ​ສາ​ມາ​ດ​ໂດດ​ຂ້ວາມ​ກຳ​ແພງ​ໄດ້.
\s5
\v 30 ​ສຳ​ລັບ​ພ​ຣະ​ເຈົ້າ​ແລ້ວ: ທາງ​ຂອງ​ພ​ຣະ​ອົງ​ນັ້ນ​ສົ​ມ​ບູນ. ຖ້ອຍ​ຄຳ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ບໍ​ຣິ​ສຸດ! ພ​ຣະ​ອົງ​ຊົງ​ເປັນ​ໂລ້​ໃຫ້​ແກ່​ທຸກ​ຄົນ​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ.
\v 31 ເພາະ​ໃຜ​ຈະ​ເປັນ​ພ​ຣະ​ເຈົ້າ​ໄດ້​ ນອກ​ຈາກ​ພ​ຣະຢາ​ເວ? ໃຜ​ຈະ​ເປັນ​ພຣະສີລາ ​ໄດ້​ນອກ​ຈາກ​ພ​ຣະ​ເຈົ້າ​ຂອງ​ເຮົາ?
\v 32 ເປັນ​ເພາະ​ພ​ຣະ​ເຈົ້າ​ຜູ້​ຊົງ​ຄາດ​ກຳ​ລັງ​ໃຫ້​ແກ່​ຂ້າ​ນ້ອຍ ເຫມືອນ​ດັ່ງ​ຄາດ​ສາຍ​ແອວ​ຜູ້​ຊົງ​ວາງ​ຄົນ​, ບໍ່ມີທີ່​ຕິ​ເທິງ​ເສັ້ນ​ທາງ​ຂອງ​ພ​ຣະ​ອົງ.
\s5
\v 33 ​ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຕີ​ນຂອງ​ຂ້າ​ນ້ອຍ​ໄວ​ດັ່ງ​ກວາງ ​ແລະ​ວາງ​ຂ້າ​ນ້ອຍ​ໄວ້​ເທິງ​ທີ່​ສູງ!
\v 34 ພ​ຣະ​ອົງ​ຊົງ​ຝຶກ​ຝົນ​ໃຫ້​ມື​ຂອງ​ຂ້​າ​ນ້ອຍ​ເຮັດ​ສົງ​ຄາມ ແລະ​ໃຫ້​ແຂນ​ຂອງ​ຂ້າ​ນ້ອຍ​ກົ່ງ​ທະ​ນູ​ທອງສຳລິດໄດ້.
\s5
\v 35 ​ພ​ຣະ​ອົງ​ໄດ້​ປຣະ​ທານ​ ໂລ້​ແຫ່ງ​ຄວາມ​ພົ້ນຂອງ​ພ​ຣະ​ອົງ. ​ແກ່​ຂ້າ​ນ້ອຍ​ມື​ຂວາ​ຂອງ​ພ​ຣະ​ອົງ​ໄດ້​ຊົງ​ຄ້ຳຊູຂ້າ​ນ້ອຍ​ໄວ້, ແລະ​ຄວາມ​ພໍ​ໃຈ​ຂອງ​ພ​ຣະ​ອົງ​ ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຍິ່ງ​ໃຫຍ່​ຂຶ້ນ.
\v 36 ພ​ຣະ​ອົງ​ໄດ້​ຊົງ​ວາງ​ຕີນ​ຂອງ​ຂ້າ​ນ້ອຍ​ໄວ້​ເທິງ​ທີ່ກວ້າງ​ ເພື່ອ​ຕີນ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່ພະລາດ​ລົ້ມ​ຈັກ​ເທື່ອ.
\s5
\v 37 ​ຂ້າ​​ນ້ອຍ​ໄລ່​ຕາ​ມ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ ແລະ​ຈັບ​ພວກ​ເຂົາ​ໄວ້​ໄດ້; ຂ້າ​ນ້ອຍ​ບໍ່​ໄດ້​ຫັນ​ກັບ​ຈົນ​ກວ່າ​ພວກ​ເຂົາ​ຖືກ​ທຳ​ລາຍ.
\v 38 ​ຂ້າ​ນ້ອຍ​ໄດ້​ຕີ​ພວກ​ເຂົາ​ໃຫ້​ແຫລກ​ຈົນ​ພວກ​ເຂົາ​ບໍ່​ສາ​ມາດ​ລຸກ​ຂຶ້ນໄດ້;​ພວກ​ເຂົາ​ໄດ້​ລົ້ມ​ລົງ​ໃຕ້​ຕີນ​ຂອງ​ຂ້າ​ນ້ອຍ.
\v 39 ເພາະ​ພ​ຣະ​ອົງ​ຊົງ​ໃຫ້ກຳ​ລັງ​ແກ່​ຂ້າ​ນ້ອຍ​ຄື​ຄາດ​ສາຍ​ແອ​ວ​ສຳ​ລັບ​ສົງ​ຄາມ; ພ​ຣະ​ອົງ​ຊົງ​ໃຫ້​ບັນ​ດາ​ຄົນ​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ​ ຂາບລົງ​ຢູ່​ຕໍ່ຫນ້າ​ຂ້າ​ນ້ອຍ.
\s5
\v 40 ​ພ​ຣະ​ອົງ​ຊົງ​ໃຫ້​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ ຫັນ​ຫລັງ​ຫນີ​ຈາກຂ້າ​ນ້ອຍ; ຂ້າ​ນ້ອຍ​ໄດ້​ທຳ​ລາຍ​ລ້າງ​ບັນ​ດາ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ.
\v 41 ພວກ​ເຂົາ​ໄດ້​ຮ້ອງ​ຫາ​ຄວາມ​ຊ່ວຍ​ເຫລືອ, ແຕ່​ບໍ່​ມີ​ໃຜ​ຊ່ວຍພວກ​ເຂົາ​ໄດ້ ພ​ວກ​ເຂົາ​ໄດ້​ຮ້ອງ​ພ​ຣະ​ຢາ​ເວ, ແຕ່​ພ​ຣະ​ອົງ​ບໍ່​ຊົງ​ຕອບ​ພວກ​ເຂົາ.
\v 42 ຂ້າ​ນ້ອຍ​ທຸບ​ພວກ​ເຂົາ​ໃຫ້​ແຫລກ​ລະ​ອຽດ ​ຄື​ຝຸ່ນ​ທີ່​ຖືກ​ລົ​ມ​ພັດ; ຂ້າ​ນ້ອຍ​ໂຍນ​ພວກ​ເຂົາ​ຖິ້ມ​ຄື​ຂີ້​ຕົມ​ຕາມ​ຫົນ​ທາງ.
\s5
\v 43 ພຣະອົງໄດ້ຊົງຊ່ອຍເຫລືອຂ້ານ້ອຍ. ຈາກການຕໍ່ສູ້ຂອງປະ​ຊາ​ຊົນ. ​ທີ່​ຂ້າ​ນ້ອຍ​ບໍ່​ເຄີຍ​ຮູ້​ຈັກ​ ໄດ້​ມາ​ຮັບ​ໃຊ້​ຂ້າ​ນ້ອຍ.
\v 44 ທັນ​ທີ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ສຽງ​ຂ້າ​ນ້ອຍ, ພວກ​ເຂົາ​ກໍ​ໄດ້​ເຮັດ​ຕາມ​ຂ້າ​ນ້ອຍ​; ພວກ​ຄົນ​ຕ່າງ​ດ້າວ​ກໍ​ຖືກ​ບັງ​ຄັບ​ໃຫ້​ກົ້ມ​ລົງ​ຕໍ່​ຂ້າ​ນ້ອຍ.
\v 45 ພວກ​ຄົນ​ຕ່າງ​ດ້າວ​ຕ່າງ​ຕົວ​ສັ່ນ ​ອອກ​ມາ​ຈາກ​ປ້ອມ​ຂອງ​ພວກ​ເຂົາ.
\s5
\v 46 ​ພ​ຣະ​ຢາ​ເວ​ຊົງ​ມີ​ຊີ​ວິດ​ຢູ່. ຂໍ​ໃຫ້​ພຣະສີລາຂອງ​ຂ້າ​ນ້ອຍ​ເປັນ​ທີ່​ສັນ​ຣະເສີນ ຂໍ​ພ​ຣະ​ເຈົ້າ​ແຫ່ງ​ຄວາມພົ້ນຂອງ​ຂ້າ​ນ້ອຍ​ເປັນ​ທີ່​ຍົກ​ຍ້ອງ.
\v 47 ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຜູ້​ຊົງ​ແກ້​ແຄ້ນ,​ໃຫ້​ແກ່​ຂ້າ​ນ້ອຍ​ຜູ້​ຊົງ​ປາບ​ຊົນ​ຊາດ​ຕ່າງໆ ໃຫ້​ຍອມຈຳນົນຕໍ່​ຂ້າ​ນ້ອຍ.
\s5
\v 48 ​ຂ້າ​ນ້ອຍ​ເປັນ​ອິສຣະ ​ຈາກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ! ແທ້​ຈິງ​ແລ້ວ​ພ​ຣະ​ອົງ ​ໄດ້​ຊົງ​ຍົກ​ຂ້າ​ນ້ອຍ​ໄວ້​ເຫນືອ ​ຜູ້​ທີ່​ລຸກ​ຂຶ້ນ​ຕໍ່​ຕ້ານ​ຂ້າ​ນ້ອຍ! ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ​ ຈາກ​ພວກ​ຄົນ​ໂຫດ​ຮ້າຍ.
\v 49 ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​; ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ!
\s5
\v 50 ​ພ​ຣະ​ເຈົ້າ​ປຣະ​ທານ​ຊັຍ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ແກ່​ກະ​ສັດ, ຂອ​ງ​ພ​ຣະ​ອົງ​ແລະ​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ ຜູ້​ໄດ້​ຮັບ​ການອວຍ​ພອນ​ໄວ້, ຄື​ແກ່​ດາ​ວິດ​ແລ​ະ​ເຊື້ອ​ສາຍ​ຂອງ​ທ່ານ​ເປັນ​ນິ​ຣັນ​ດອນ.
\s5
\c 19
\cl ບົດທີ 19
\p
ເຖິງ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ແລະ​ບັນ​ດາ​ພື້ນ​ຟ້າ​ເຮັດ​ໃຫ້​ເຫັນ​ຊັດ​ແຈ້ງ​ສິ່ງ​ທີ່​ໄດ້​ຊົງ​ເຮັດ​ນັ້​ນ!
\v 2 ມື້​ແລ້ວ​ມື້​ອີກ​ຖ້ອຍ​ຄຳ​ກໍ​ຖືກ​ເທ​ອອກ​ມາ; ຄືນ​ແລ້ວ​ຄື​ນ​ອີກຄວາມ​ຮູ້​ກໍ​ປາ​ກົດ​ແຈ້ງ​ອອກ​ມາ.
\v 3 ຖ້າ​ບໍ່​ມີ​ຄຳ​ເວົ້າ​ຫລື​ການ​ເວົ້າ​ຖ້ອຍ​ຄຳ​ອອກ​ມາ; ກໍ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ເຫລົ່າ​ນັ້​ນ.
\s5
\v 4 ​ແຕ່​ຖ້ອຍ​ຄຳ​ເຫລົ່າ​ນັ້ນ ​ໄດ້​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ໂລກ, ແລະ​ຄຳ​ເວົ້າ​ເຫລົ່າ​ນັ້ນ​ ໄດ້​ໄປ​ເຖິງ​ສຸດ​ປາຍ​ແຜ່ນດິນໂລກ. ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ເຕັນ​ໄວ້​ໃຫ້​ດວງ​ຕາເວັນໃນ​ທ່າມ​ກາງ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ.
\v 5 ດວງ​ຕາເວັນ​ເປັນ​ຄື​ເຈົ້າ​ບ່າວ​ທີ່​ກຳ​ລັງ​ອອກ​ມາ​ຈາກ​ ຫ້ອງ​ໂຖງ​ຂອງ​ເຂົາ ແລະ​ເປັນ​ຄື​ຄົນ​ແຂງ​ແຮງ​ທີ່​ປິ​ຕິ​ຍິນ​ດີ ​ເມື່ອ​ເຂົາ​ແລ່ນ.
\v 6 ດວງ​ຕາເວັນ​ຂຶ້ນ​ຈາກຟາກ​ຟ້າ​ຫນຶ່ງ ​ແລະ​ຂ້ວາມ​ທ້ອງ​ຟ້າ​ໄປ​ຍັງ​ອີກ​ຟາກ​ຟ້າ​ຫນຶ່ງ; ບໍ່​ມີ​ຫຍັງ​ທີ່​ຈະ​ລອດ​ພົ້ນ​ຄວາມ​ຮ້ອນ​ຂອງ​ມັນ​ໄດ້.
\s5
\v 7 ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ຢາ​ເວ, ​ນັ້ນ​ດີ​ພ້ອມ​ແລະ​ຟື້ນ​ຟູ​ຈິດ​ໃຈ; ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ເຊື່ອ​ຖື​ໄດ້, ເຮັດ​ໃຫ້​ຄົນ​ຮູ້​ນ້ອຍ​ມີ​ປັນ​ຍາ.
\v 8 ຄຳ​ສັ່ງ​ສອນ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ຖືກ​ຕ້ອງ, ເຮັດ​ໃຫ້​ໃຈ​ປິ​ຕິ​ຍິນ​ດີ; ປັນ​ຍາ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ບໍ​ຣິ​ສຸດ​, ເຮັດ​ໃຫ້​ດວງ​ຕາ​ກະ​ຈ່າງ​ແຈ້ງ.
\s5
\v 9 ​ຄວາມ​ຢຳເກງ​ພ​ຣະ​ຢາ​ເວ, ນັ້ນ​ບໍ​ຣິສຸດ​ແລະ​ດຳ​ຣົງ​ຢູ່​ຕະ​ຫລອດ​ໄປ​ເປັນ​ນິ​ດ; ​ກົດ​ເກນ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ຢາ​ເວ​ນັ້ນ ​ເປັນ​ຈິງ​ແລະ​ຖືກ​ຕ້ອງ​ທັງ​ຫມົດ!
\v 10 ມີ​ຄ່າ​ຫລາຍ​ຍິ່ງກວ່າ​ທອງ​ຄຳ, ຫວານ​ຍິ່ງກວ່າ​ນ້ຳເ​ຜິ້ງ ​ແລະ​ນ້ຳ​ເຜິ້ງ​ທີ່​ຍ້ອຍ​ລົງ​ມາ​ຈາກ​ຮັງ.
\s5
\v 11 ​ແມ່ນ​ແລ້ວ​, ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ ໄດ້​ຮັບ​ຄຳ​ຕັກ​ເຕືອນ​ຈາກ​ຖ້ອຍ​ຄຳ​ເຫລົ່າ​ນີ້; ການ​ເຊື່ອ​ຟັງ​ເຮັດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນີ້​ກໍ​ມີ​ບຳ​ເຫນັດ​ລາງວັນ​ທີ່​ຍິ່ງ​ໃຫຍ່.
\v 12 ໃຜ​ແດ່​ສາ​ມາດ​ເບິ່ງ​ຄວາມ​ຜິດ​ພາດ​ ຂອງ​ຕົນ​ເອງ​ໄດ້​ທັງ​ຫມົດ? ຂ​ໍ​ຊົງ​ຊຳ​ຣະ​ຂ້າ​ນ້ອຍຈາ​ກ​ຄວາມ​ຜິດ​ບາບທີ່ແອບ​ລີ້​ຢູ່.
\s5
\v 13 ​ຂໍ​ຊົງ​ປົກ​ປ້ອງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ ຈາກ​ບາບ​ແຫ່ງ​ການ​ຍິ່ງ​ຈອງ​ຫອງ; ຂໍ​ຢ່າ​ໃຫ້​ມັນ​ຄອບ​ຄອງ​ເຫນືອ​ຂ້າ​ນ້ອຍ. ແລ້ວ​ຂ້າ​ນ້ອຍ​ຈຶ່ງ​ຈະ​ດີ​ພ້​ອມ, ແລະ​ຂ້າ​ນ້ອຍ​ຈະ​ບໍ່​ມີ​ຄວາມ​ຜິດ​ອັນ​ເນື່ອງ​ມາ​ຈາກ​ ການຫລອກ​ລວງ ຫລວງ​ຫລາຍ.
\v 14 ຂໍ​ໃຫ້​ບັນ​ດາ​ຖ້ອຍ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້າ​ນ້ອຍ ​ແລະ​ຄວາມ​ຄິດ​ທັງ​ຫລາຍ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ, ຂໍເປັນ​ທີ່​ພໍ​ໃຈຮັບ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ຢາ​ເວ, ຜູ້ເປັນສີລາແລະເປັນຜູ້ຊົງໄຖ່ຂ້ານ້ອຍເຖີ້ນ​.
\s5
\c 20
\cl ບົດທີ 20
\p
ເຖິງ​ບັນ​ດາ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ຂອງ​ດາ​ວິດ.
\v 1 ຂໍພຣະຢາເວຊົງຊ່ອຍທ່ານໃນວັນຍາກລຳບາກ; ຂໍ​ພ​ຣະ​ນາມຊື່​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ຄຸ້ມ​ຄອງ​ທ່ານ
\v 2 ແລະ​ຊົງ​ສົ່ງ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຖານ​ທີ່ບໍຣິສຸດ​ເພື່ອ​ຄ້ຳ​ຊູ​ທ່ານ​ຈາກ​ຊີ​ໂອນ.
\s5
\v 3 ​ຂໍ​ພ​ຣະ​ອົງ​ຊົງ​ຣະ​ນຶກ​ເຖິງ​ເຄື່ອງ​ບູ​ຊາ​ທັງ​ຫມົດ​ຂອງ​ທ່ານ ​ແລະ​ຂໍ​ຊົງ​ພໍ​ໃຈ​ກັບເຄື່ອງ​ເຜົາ​ບູ​ຊາ​ຂອງ​ທ່ານ​ດ້ວຍ​ເຖີດ. ເສ​ລາ
\v 4 ຂໍ​ພ​ຣະ​ອົງ​ຊົງ​ປະ​ທານ​ຕາມ​ໃຈ​ປຣາ​ຖນາ​ຂອງ​ທ່ານ ແລະ​ເຮັດ​ໃຫ້​ແຜນ​ການ​ທັງ​ປວງ​ຂອງ​ທ່ານ​ສຳ​ເລັດ.
\s5
\v 5 ​ແລ້ວ​ເຮົາ​ຈະ​ຊື່ນ​ຊົມ​ຍິນ​ດີ ​ໃນ​ຊັຍ​ຊະ​ນະ​ຂອງ​ທ່ານ, ແລະ​ໃນ​ພ​ຣະ​ນາມຊື່​ແຫ່ງ​ພ​ຣະ​ເຈົ້າ​ຂອງ​ເຮົາ, ແລະ​ຈະ​ຍົກ​ທຸງ​ຂຶ້ນ. ຂໍ​ພ​ຣະ​ຢາ​ເວ​ຊົງ​ປຣະ​ທານ​ ໃຫ້​ຕາມ​ຄຳ​ພາວັນນາອະທິຖານ​ຂອງ​ທ່ານ.
\v 6 ບັດ​ນີ້​ຂ້າ​ນ້ອຍ​ຮູ້​ວ່າ​ພ​ຣະ​ຢາ​ເວ​ຈະ​ຊົງ​ຊ່ວຍ​ກູ້​ຜູ້​ທີ່​ໄດ້​ຮັບ​ການ​ຊົງ​ອວຍ​ພອນ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຈະ​ຊົງ​ຕອບ​ເຂົາ​ຈາກ​ສະ​ຫວັນ​ອັນ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ ພ້ອມ​ດ້ວຍ​ພ​ຣະ​ກຳ​ລັງ​ແຫ່ງ​ມື​ຂວາ​ຂອງ​ພ​ຣະ​ອົງ​ທີ່​ສາ​ມາດ​ຊ່ວຍ​ກູ້​ເຂົາ​ໄດ້.
\s5
\v 7 ​ບາງ​ຄົນ​ກໍ​ວາງ​ໃຈ​ໃນ​ບັນ​ດາ​​ຣົດ​ຮົບ ແລະ​ຄົນ​ອື່ນໆ ກໍ​ວາງ​ໃຈ​ບັນ​ດາ​ມ້າ​ຮົບ, ແຕ່​ເຮົາ​ຮ້ອງ​ຫາ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຮົາ.
\v 8 ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ຕົກ​ຕ່ຳ​ແລະ​ລົ້ມ​ລົງ, ແຕ່​ເຮົາ​ຈະ​ລຸກ​ຂຶ້ນ​ແລະ​ຢືນ​ຂຶ້ນ​ຊື່ຕຣົງ!
\s5
\v 9 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຊ່ວຍ​ເຫລືອພະ​ຣາ​ຊາ; ຂໍ​ຊົງ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ຮ້ອງ​ທູນ​ດ້ວຍ​ເຖີດ.
\s5
\c 21
\cl ບົດທີ 21
\p
\v 1 ​ເຖິງ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ຂອງ​ດາ​ວິດ. ​ຂ້າ​ແດ່​ພ​ຣະ​ຢາ​ເວ ພ​ະ​ຣາ​ຊາ​ຊື່ນ​ຊົມ​ຍິນ​ດີ​ໃນ​ພ​ະ​ກຳ​ລັງ​ຂອງ​ພ​ຣະ​ອົງ, ທ່ານ​ຈະ​ຍິນ​ດີ​ຫລາຍ​ປານ​ໃດ​ໃນ​ຄວາມ​ພົ້ນ​ທີ່​ພ​ຣະ​ອົງ​ປຣະ​ທານ​ໃຫ້!
\v 2 ພ​ຣະ​ອົງ​ໄດ້​ປຣະ​ທານ​ຕາມ​ໃຈ​ປຣາ​ຖນາ​ຂອງ​ທ່ານ ແລະ​ບໍ່​ໄດ້​ປະ​ຕິ​ເສດ​ສິ່ງ​ທີ່​ປາກ​ທ່ານ​ທູນ​ຂໍ. ເສລາ
\s5
\v 3 ພ​ຣະ​ອ​ົງ​ຊົງ​ນຳ​ການອວຍ​ພອນ​ອັນ​ຮັ່ງ​ມີ​ມາ; ​ພ​ຣະ​ອົງ​ຊົງ​ສວມ​ມົງ​ກຸດ​ທອງ​ຄຳ​ບໍ​ຣິສຸດ​ເທິງ​ຫົວ​ຂອງ​ທ່ານ.
\v 4 ທ່ານ​ໄດ້​ທູນ​ຂໍ​ຊີ​ວິດ​ຕໍ່​ພ​ຣະ​ອົງ; ພ​ຣະ​ອົງ​ກໍ​ປະ​ທານ​ຊີ​ວິດ​ນັ້ນ​ໃຫ້​ແກ່​ທ່ານ; ພ​ຣະ​ອົງ​ຊົງ​ໃຫ້​ທ່ານ​ມີ​ຊີ​ວິດ​ຍືນ​ຍາວຕະ​ຫລອດ​ໄປ.
\s5
\v 5 ​ກຽດ​ຕິຍົດຂອງ​ທ່ານ​ຍິ່ງ​ໃຫຍ່​ກໍ​ເປັນ​ເພາະ​ຊັຍ​ຊະ​ນະ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ປຣະ​ທານ​ຄວາມ​ສະ​ງ່າ​ງາມ​ແລະ​ບາ​ຣະ​ມີ​ໃຫ້​ແກ່​ທ່ານ.
\v 6 ເພາະ​ພ​ຣະ​ອົງ​ປຣະ​ທານ​ພ​ຣະ​ພອນ​ນິ​ຣັນ​ດອນ​ໃຫ້​ແກ່​ທ່ານ; ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ທ່ານ​ຍິນ​ດີ​ດ້ວຍ​ຄວາມຊື່ນຊົມ​ຍິນ​ດີ​ຢູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ.
\s5
\v 7 ເພາະພະຣາຊາໄວ້ວາງໃຈໃນພຣະຢາເວ; ໂດຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ຜູ້​ສູງ​ສຸດ ທ່ານ​ຈະ​ບໍ່​ຫວັ່ນ​ໄຫວ​ເລີຍ.
\v 8 ພຣະຫັດ​ຂອງ​ພ​ຣະ​ອົງ​ຈະ​ໄລ່​ຕາມ​ສັດ​ຕຣູທັງ​ປວງ​ຂອງ​ພ​ຣະ​ອົງ; ພຣະຫັດຂວາ​ຂອງ​ພ​ຣະ​ອົງ​ຈະ​ໄລ່​ຕາມ​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ພ​ຣະ​ອົງ.
\s5
\v 9 ​ເມື່ອ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ມາ​ເຖິງ, ພ​ຣະ​ອົງ​ຈະ​ເຜົາຜານ​ພວກ​ເຂົາ ​ຄື​ດັ່ງ​ເຕົາ​ຫລອມ​ທີ່​ມີ​ໄຟ​ລຸກ​ຢູ່. ພ​ຣະ​ຢາ​ເວ​ຈະ​ເຜົາ​ຜານພວກ​ເຂົາ​ໃນ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ, ແລະ​ໄຟ​ນັ້ນ​ຈະ​ກືນ​ກິນ​ພວກ​ເຂົາເສຍ.
\v 10 ພ​ຣະ​ອົງ​ຈະ​ຊົງ​ທຳ​ລາຍ​ ລູກ​ຫລານ​ຂອງ​ພວກ​ເຂົາ​ໃຫ້​ຫມົດ​ໄປ ​ຈາກ​ແຜ່ນ​ດິນ​ໂລກ ແລະ​ທຳ​ລາຍ​ເຊື້ອ​ສາຍ​ຂອງ​ພວກ​ເຂົາ​ ໄປ​ຈາກ​ທ່າມ​ກາງ​ເຊື້ອ​ສາຍ​ຂ​ອງ​ມະ​ນຸດ.
\s5
\v 11 ເພາະພວກເຂົາໄດ້ປອງຮ້າຍຕໍ່ພຣະອົງ; ພວກ​ເຂົາ​ໄດ້​ວາງ​ແຜນ​ຊົ່ວ​ຊຶ່ງ​ພວກ​ເຂົາ​ຈະ​ເຮັດ​ບໍ່​ສຳ​ເລັດ!
\v 12 ເພາະ​ພ​ຣະ​ອົງ​ຈະ​ໃຫ້​ພວກ​ເຂົາ​ຫັນ​ຫນີ​ກັບ​ໄປ; ພ​ຣະ​ເຈົ້າ​ຈະ​ຊົງ​ເລັງ​ທະ​ນູ​ໄປ​ຕໍ່​ຫນ້າ​ພວກ​ເຂົາ.
\s5
\v 13 ​ຂໍ​ຊົງ​ເປັນ​ທີ່​ຍົກ​ຍ້ອງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ​ໃນ​ພ​ຣະ​ກຳ​ລັງ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຮ້ອງ​ເພງ​ແລະ​ສັນ​ຣະ​ເສີນ​ພ​ຣະອາ​ນຸ​ພາບ​ຂອງ​ພ​ຣະ​ອົງ.
\s5
\c 22
\cl ບົດທີ 22
\d ເຖິງ​ຄະ​ນະ​ນັກ​ຮ້ອງ; ສົ່ງເຖິງ " ຈັງ​ຫວະ​ຂອງກວາງ." ບົດ​ເພງ​ຂອງ​ດາ​ວິດ.
\p
\v 1 ​ພ​ຣະ​ເຈົ້າ​ຂ​ອງ​ຂ້າ​ນ້ອຍ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ເປັນ​ຫຍັງ​ພ​ຣະ​ອົງ​ຊົງປະຖິ້ມ​ຂ້າ​ນ້ອຍເສຍ? ເປັນ​ຫຍັງ​ພ​ຣະ​ອົງ​ຊົງ​ເມີນ​ເສີຍ​ທີ່​ຈະ​ຊ່ວຍ​ຂ້າ​ນ້ອຍ ແລະ​ຊົງ​ເມີນ​ເສີຍ ​ຕໍ່​ຖ້ອຍ​ຄຳ​ແຫ່ງ​ຄວາມ​ເຈັບ​ປວດ​ ຂອງ​ຂ້າ​ນ້ອຍ?
\v 2 ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຮ້ອງ​ອອກ​ມາ​ໃນ​ເວ​ລາ​ກາງ​ເວັນ, ​ແຕ່​ພ​ຣະ​ອົງ​ບໍ່​ຊົງ​ຕອບ, ແລະ​ໃນ​ຍາມ​ຄ່ຳ​ຄືນ​ຂ້າ​ນ້ອຍ​ກໍ​ບໍ່​ງຽບ​ເສີຍ!
\s5
\v 3 ເຖິງ​ຢ່າງ​ໃດ​ພ​ຣະ​ອົງ​ກໍ​ຍັງ​ຊົງ​ບໍ​ຣິ​ສຸດ; ພ​ຣະ​ອົງ​ນັ່ງທີ່ເທິງບັນລັງຂອງພ​ຣະ​ອົງທ່າມ​ກາງ​ບັນ​ດາ​ຄຳ​ສັນ​ຣະ​ເສີນ​ຂອງ​ອິ​ສະ​ຣາ​ເອນ.
\v 4 ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ນ້ອຍ ​ທັງ​ຫລາຍ​ໄດ້​ໄວ້​ວາງ​ໃຈ​ພ​ຣະ​ອົງ; ພວກ​ເຂົາ​ໄດ້​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ເຫລືອພວກ​ເຂົາ.
\v 5 ພວກ​ເຂົາ​ໄດ້​ຮ້ອງ​ຫາ​ພ​ຣະ​ອົງ​ແລະ​ພວກ​ເຂົາ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ. ພວກ​ເຂົາ​ໄດ້​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ​ແລະ​ບໍ່​ຜິດ​ຫວັງ.
\s5
\v 6 ​ແຕ່​ຂ້າ​ນ້ອຍ​ເປັນ​ພຽງ​ຫນອນ​ໂຕ​ຫນຶ່ງ​ບໍ່​ແມ່ນ​ມະ​ນຸດ, ຜູ້​ຄົນ​ກໍ​ພາ​ກັນ​ສຽດ​ສີແລະ​ປະ​ຊາ​ຊົນ​ກໍ​ດູ​ຫມິ່ນ.
\v 7 ທຸກ​ຄົນ​ທີ່​ເຫັນ​ຂ້າ​ນ້ອຍ​ກໍ​ຫຍໍ້​ຫຍັນ​ຂ້າ​ນ້ອຍ; ພວກ​ເຂົາ​ເຢາະ​ເຍີ້ຍ​ຂ້າ​ນ້ອຍ ພວກ​ເຂົາ​ແກ່ງ​ຫົວ​ໃສ່​ຂ້າ​ນ້ອຍ.
\v 8 ພວກ​ເຂົາ​ເວົ້າ​ວ່າ, "ເຂົາ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ; ໃຫ້​ພ​ຣະ​ຢາ​ເວ​ຊ່ວຍ​ເຂົາ​ເຖີດ. ໃຫ້​ພ​ຣະ​ອົງ​ຊ່ວຍ​ເຫລືອເຂົາ​ເຖີດ, ເພາະ​ເຂົາຊື່ນຊົມ​ຍິນ​ດີ​ໃນ​ພ​ຣະ​ອົງ."
\s5
\v 9 ເພາະພຣະອົງໄດ້ຊົງນຳຂ້ານ້ອຍ ອອກມາຈາກທ້ອງແມ່; ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ ​ເມື່ອ​ຂ້າ​ນ້ອຍ​ຍັງ​ຢູ່​ທີ່ເ​ອິກ​ຂອງ​ແມ່.
\v 10 ຂ້າ​ນ້ອຍ​ຖືກ​ຖິ້ມ​ໄວ້​ກັບ​ພ​ຣະ​ອົງ​ຕັ້ງ​ແຕ່​ອອກ​ຈາກ​ທ້ອງ; ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ ​ຕັ້ງ​ແຕ່​ຂ້າ​ນ້ອຍ​ຢູ່​ໃນ​ທ້ອງ​ຂອງ​ແມ່​ຂອງ​ຂ້າ​ນ້ອຍ!
\s5
\v 11 ​ຂໍ​ຢ່າ​ຊົງ​ຫ່າງ​ຈາກ​ຂ້າ​ນ້ອຍ, ເພາະ​ຄວາມ​ລຳ​ບາກ​ຢູ່​ໃກ້​; ແລະ​ບໍ່​ມີ​ໃຜ​ທີ່​ຈະ​ຊ່ວຍ​ໄດ້​ເລີຍ.
\v 12 ພວກ​ງົວ​ໂຕ​ຜູ້​ກໍອ້ອມ​ຮອບ​ຂ້າ​ນ້ອຍ; ງົວ​ປ່າ​ຮ້​າຍ​ທີ່​ບາ​ຊານ​ກໍ​ອ້ອມ​ຂ້າ​ນ້ອຍ​ໄວ້.
\v 13 ພວກ​ເຂົາ​ອ້າ​ປາກກວ້າງ​ໃສ່​ຂ້າ​ນ້ອຍ ​ເຫມືອນ​ສິງ​ທີ່​ຄຳ​ລາມ​ກຳ​ລັງ​ຈີກ​ເຫຍື່ອ​ຂອງ​ມັນ.
\s5
\v 14 ​ຂ້າ​ນ້ອຍ​ກຳ​ລັງ​ຖືກ​ເທ​ອອກ​ເຫມືອນນ້ຳ, ແລະ​ກະ​ດູກ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ກໍ​ຫລຸດ​ອອກ​ຈາກ​ກັນ. ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ລະ​ລາຍ​ຢູ່​ພາຍ​ໃນ; ​ຂ້າ​ນ້ອຍ​ຄື​ຂີ້ເຜິ້ງ.
\v 15 ກຳ​ລັງ​ຂອງ​ຂ້າ​ນ້ອຍ​ກໍ​ແຫ້ງ​ໄປ​ຄື​ເສດ​ຫມໍ້​ດິນ; ລີ້ນ​ຂອງ​ຂ້າ​ນ້ອຍ​ກໍ​ຕິດ​ຢູ່​ທີ່​ເພ​ດານ​ປາກ. ພ​ຣະ​ອົງ​ໄດ້​ຊົງ​ວາງ​ຂ້າ​ນ້ອຍ​ໄວ້​ໃນ​ແດນ​ແຫ່ງ​ຄວາມ​ຕາຍ.
\s5
\v 16 ​ເພາະ​ພວກ​ຫມາ​ໄດ້​ລຸມ​ອ້ອມ​ຂ້າ​ນ້ອຍ; ເຫລົ່າ​ພວກ​ຄົນ​ເຮັດ​ຊົ່ວ​ກໍ​ອ້ອມ​ຂ້າ​ນ້ອຍ; ພ​ວກ​ເຂົາ​ໄດ້​ແທງ​ມື​ແທງ​ຕີນ​ຂ້າ​ນ້ອຍ.
\v 17 ຂ້າ​ນ້ອຍ​ສາ​ມາດ​ນັບ​ກະ​ດູກ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ໄດ້. ພວກ​ເຂົາ​ຈ້ອງ​ເບິ່ງ​ທີ່​ຂ້າ​ນ້ອຍ.
\s5
\v 18 ​ພວກ​ເຂົາ​ໄດ້​ແບ່ງ​ເສຶ້ອ​ຄຸມ​. ຂອງ​ຂ້າ​ນ້ອຍ​ໃນ​ທ່າມ​ກາງ​ພວກ​ເຂົາ ພວກ​ເຂົາ​ໄດ້​ຈັບ​ສະ​ຫລາກ​ເສື້ອ​ຜ້າ​ຂອງ​ຂ້າ​ນ້ອຍ.
\v 19 ຂໍ​ຢ່າ​ຊົງ​ຫ່າງ​ໄກ, ຂ້າ​ແດ່​ພຣະ​ຢາ​ເວ; ​ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ,​ພ​ຣະ​ຜູ້​ຊົງ​ເປັ​ນ​ກຳ​ລັງ​ຂອງ​ຂ້າ​ນ້ອຍ!
\s5
\v 20 ຂໍ​ໂຜດ​ຊ່ວຍ​​​ຂ້າ​ນ້ອຍ​ໃຫ້ພົ້ນຈາກ​ຄົມ​ດາບ, ຂໍ​ຊົງ​ຊ່ວຍ​ຊີ​ວິດ​ທີ່​ເຫລືອ​ຂອງ​ຂ້າ​ນ້ອຍ​ຈາກ​ແຂ້​ວ​ຂອງ​ພວກ​ຫມາ​ປ່າ.
\v 21 ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ຈາກ​ບັນ​ດາ​ເຂົາ​ຂອງ​ພວກ​ກະ​ທິງ​ປ່າ.
\s5
\v 22 ​ຂ້າ​​ນ້ອຍ​ຈະ​ປະ​ກາດ ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງໃຫ້​ແກ່​ພວກ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ ໃນ​ທ່າມ​ກາງ​ທີ່​ຊຸມ​ນຸມ.
\v 23 ທ່ານ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ຢາ​ເວ​ເອີຍ, ຈົ່ງ​ສັນ​ຣະເສີນ​ພ​ຣະ​ອົງ​ເຖີດ! ບັນ​ດາ​ເຊື້ອ​ສາຍ​ທັງ​ຫມົດ​ຂອງ​ຢາ​ໂຄບ​ເອີຍ, ຈົ່ງ​ຖ​ວາຍ​ກຽຕ​ແດ່​ພ​ຣະ​ອົງ​ເຖີດ! ບັນ​ດາ​ທ່ານ​ທີ່​ເປັນ​ເຊື້ອ​ສາຍ​ຂອງ​ອິ​ສະຣາ​ເອນ​ເອີຍ, ຈົ່ງ​ຢືນ​ຂຶ້ນ​ໃນ​ຄວາມ​ຢຳເກງພ​ຣະ​ອົງ​ເຖີດ.
\s5
\v 24 ເພາະພຣະອົງບໍ່ຊົງດູຖູກ ຫລືລັງກຽດຕໍ່ຄວາມລຳບາກ ຂອງຄົນທີ່ທຸກຍາກ; ພ​ຣະ​ຢາ​ເວ​ບໍ່​ໄດ້​ເຊື່ອງ​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ເຂົາ; ເມື່ອ​ຄົນ​ທີ່​ທຸກ​ຍາກ​ໄດ້​ຮ້ອງ​ຕໍ່​ພ​ຣະ​ອົງ, ພ​ຣະ​ອົງ​ກໍ​ຊົງ​ຟັງ.
\v 25 ເປັນ​ເພາະ​ພ​ຣະ​ອົງ​ຂ້າ​ນ້ອຍ ​ຈຶ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ໃຫຍ່; ຂ້າ​ນ້ອຍ​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ​ທັງ​ຫລາຍ​ຂອງ​​ຂ້າ​ນ້ອຍ​ຕໍ່​ຫນ້າ​ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ.
\s5
\v 26 ​ຜ​ູ້​ທີ່​ຖືກ​ຂົ່ມ​ເຫັງ​ຈະ​ໄດ້​ກິນ​ອີ່​ມ; ບັນ​ດາ​ຜູ້​ທີ່​ສະ​ແຫວງ​ພ​ຣະ​ຢາ​ເວ​ ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ. ຂໍ​ໃຫ້​ໃຈ​ຂອງ​ທ່ານ​ທັງ​ຫລາຍ​ ມີ​ຊີ​ວິດ​ຢູ່​ຕະ​ຫລອດ​ໄປ.
\v 27 ບັນ​ດາ​ປະ​ຊາຊົນ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ຣະ​ນຶກ​ໄດ້​ແລະ​ຫັນ​ໄປ​ຫາ​ພ​ຣະ​ຢາ​ເວ; ເຊື້ອ​ສາຍ​ທັງ​ຫມົດ​ຂອງ​ບັນ​ດາ​ປະ​ຊ​າ​ຊົນ​ຈະ​ກົ້ມ​ກາບ​ລົງ​ຕໍ່​ພ​ຣະ​ອົງ.
\s5
\v 28 ​ເພາະ​ຣາ​​ຊ​ອາ​ນາ​ຈັກ​ເປັນ​ຂອງ​ພ​ຣະ​ຢາ​ເວ; ພ​ຣະ​ອົງ​ຊົງ​ຄອບ​ຄອງ​ເຫນືອ​ຊົນ​ຊາດ​ຕ່າງໆ.
\v 29 ບັນ​ດາ​ຜູ້​ຮັ່ງ​ມີ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ສະ​ເຫລີມ​ສະ​ຫລອງ ​ແລະ​ຈະ​ນະ​ມັ​ສະ​ການ; ບັນ​ດາ​ຜູ້​ທີ່​ໂອ້ອວດ​ຈອງ​ຫອງ​ນັ້ນ ​ຈະ​ກົ້ມ​ກາບ​ພ​ຣະ​ອົງ, ຄື​ບັນ​ດາ​ຜູ້​ທີ່​ບໍ່​ສາ​ມາດ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ​ເອງ​ໄວ້​ໄດ້.
\s5
\v 30 ​ຄົນ​ຊົ່ວ​ອາ​ຍຸ​ຫນື່ງ​ຈະ​ມາ​ຮັບ​ໃຊ້​ພ​ຣະ​ອົງ; ພວກ​ເຂົາ​ຈະ​ບອກ​ຊົ່ວ​ອາ​ຍຸ​ຕໍ່​ໄປ​ເຖິງ​ເລື່ອງ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ.
\v 31 ພວກ​ເຂົາ​ຈະ​ມາ​ບອກ​ເຖິງ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ; ພວກ​ເຂົາ​ຈະ​ບອກ​ປະ​ຊາ​ຊົນ​ໃນ​ຮຸ້ນ​ຕໍ່​ໄປ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະທຳໄວ້!
\s5
\c 23
\cl ບົດທີ 23
\p
\v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ​ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ລ້ຽງ​ຂອງ​ຂ້າ​ນ້ອຍ​ດັ່ງ​ລ້ຽງ​ແກະ; ຂ້າ​ນ້ອຍ​ຈະ​ບໍ່​ຂາດ​ສິ່ງ​ໃດໆ.
\v 2 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍນອນ​ລົງ​ທີ່​ທົ່ງ​ຫຍ້າ​ຂຽວ​ສົດ; ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ແຄມ​ນ້ຳທີ່ມິດ​ງຽບ.
\s5
\v 3 ​ຊົງ​ນຳ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກັບ​ຄືນ​ມາ; ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ຕາມ​ທາງ​ຊອບ​ທັມ ເພາະ​ເຫັນ​ແກ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ.
\s5
\v 4 ​ແມ່ນຂ້າ​ນ້ອຍ​ຈະ​ຍ່າງ​ໄປ​ຕາມ​ຮ່ອມ​ເຂົາ​ເງົາ​ມືດ​ມິດ, ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ​ອັນ​ຕະ​ຣາຍ​ໃດໆ ເພາະ​ພ​ຣະ​ອົງ​ສະ​ຖິດ​ກັບ​ຂ້າ​ນ້ອຍ; ໄມ້​ຄ້ອນ​ແລະ​ໄມ້​ເທົ້າ​ຂອງ​ພ​ຣະ​ອົງ​ຊົງ​ປອບ​ໃຈ​ຂ້າ​ນ້ອຍ.
\s5
\v 5 ​ພ​ຣະ​ອົງ​ຊົງ​ຈັດ​ຕຣຽມ​ໂຕະ​ອາ​ຫານ ​ໃຫ້​ແກ່​ຂ້າ​ນ້ອຍ​ຕໍ່​ຫນ້າ​ສັດ​ຕຣູ​ທັງ​ຫລາຍຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ເຈີມ​ຫົວ​ຂອງ​ຂ້າ​ນ້ອຍ​ດ້ວຍ​ນ້ຳ​ມັນ; ຖ້ວຍ​ຂອງ​ຂ້າ​ນ້ອຍ​ກໍ​ລົ້ນ​ຢູ່.
\s5
\v 6 ພຣະຄຸນ​ຄວາມ​ດີ​ແລະ​ຄວາມ​ຊື່​ສັດ ​ແຫ່ງ​ພັນທະສັນ​ຍາ​ຈະ​ຕິດ​ຕາມ​ຂ້າ​ນ້ອຍ​ ໄປ​ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ຂ້າ​ນ້ອຍ; ແລະ​ຂ້າ​ນ້ອຍ​ຈະ​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ ຕະ​ຫລອດ​ໄປ​​ເ​ປັນ​ນິດ!
\s5
\c 24
\cl ບົດທີ 24
\p
\v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ​ແຜ່ນ​ດິນ​ໂລກ​ແລະ​ທຸກ​ສິ່ງ​ມີ​ຢູ່​ໃນ​ນັ້ນ​ ທັງ​ຫມົດ​ເປັນ​ຂອງ​ພ​ຣະ​ຢາ​ເວ​, ແລະທັງ​ໂລກ​ແລະ​ບັນ​ດາ​ທຸກ​ສິ່ງ​ທີ່​ອາ​ສັຍ​ຢູ່​ໃນ​ນັ້ນ.
\v 2 ເພາະ​ພ​ຣະ​ອົງ​ໄດ້​ຊົງ​ກໍ​ຕັ້ງ​ແຜ່ນ​ດິນໄວ້​ເທິງ​ມະ​ຫາ​ສະ​ມຸດ​ແລ​ະ​ຊົງ​ສ້າງ​ມັນ​ໄວ້​ເທິງ​ແມ່​ນ້ຳ​ທັງ​ປວງ.
\s5
\v 3 ​ຜ​ູ້​ໃດ​ຈະ​ຂຶ້ນ​ໄປ​ເທິງ​ພູ​ເຂົາ​ຂອງ​ພ​ຣະ​ຢາ​ເວ​ໄດ້? ຜູ້​ໃດ​ຈະ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ​ຂອງ​ພ​ຣະ​ອົງ​ໄດ້?
\v 4 ຄື​ຜູ້​ທີ່​ມີ​ມື​ສະ​ອາດ​ແລະ​ມີ​ໃຈ​ບໍ​ຣິສຸດ; ຄື​ຜູ້​ທີ່​ບໍ່​ໄດ້​ຍົກ​ຍ້ອງ​ຄວາມ​ຕົວະ, ແລະ​ບໍ່​ສາ​ບານ​ຢ່າງ​ຫລອກ​ລວງ.
\s5
\v 5 ​ເຂົາ​ຈະ​ຮັບ​ພ​ຣະ​ພອນ​ຈາກ​ພ​ຣະ​ຢາ​ເວ​ ແລະ​ຮັບ​ຄວາມ​ຊ​ອບ​ທັມ​ຈາກ​ ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ເຂົາ.
\v 6 ເຊັ່ນ​ນີ້​ແຫລະ​ເປັນ​ຍຸກ​ຂອງ​ຄົນ​ທີ່​ສະ​ແຫວງຫາ​ພ​ຣະ​ອົງ, ຄື​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາພຣະພັກ​​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ. ເສລາ
\s5
\v 7 ​ຈົ່ງ​ຍົກ​ຫົວ​ຂອງ​ເຈົ້າ​ຂຶ້ນ, ປະ​ຕູ​ເມືອງ​ທັງ​ຫລາຍ​ເອີຍ; ບານ​ປະ​ຕູ​ນິ​ຣັນ​ດອນ​ເອີຍ, ຈົ່ງ​ຍົກ​ຂຶ້ນເພື່ອ​ອົງ​ກະ​ສັດ​ແຫ່ງ​ພ​ຣະສະຫງ່າຣາສີຈະ​ໄດ້​ເຂົ້າ​ມາ!
\v 8 ອົງ​ກະ​ສັດ​ແຫ່ງ​ພ​ຣະ​ສະຫງ່າຣາສີນັ້ນ​ຄື​ຜູ້​ໃດ? ຄື​ພ​ຣະ​ຢາ​ເວ, ຜູ້​ຊົງ​ເຂັ້ມ​ແຂງ​ແລະ​ຊົງ​ຣິດ​​ທາ​ນຸ​ພາບ; ພ​ຣະ​ຢາ​ເວ​, ຜ​ູ້​ຊົງ​​​ມີຊັຍ​ໃນ​ສະຫນາມຮົບ.
\s5
\v 9 ​ຈົ່ງ​ຍົກ​ຫົວ​ຂອງ​ເຈົ້າ​ຂຶ້ນ, ​ປະ​ຕູ​ເມືອງ​ທັງ​ຫລາຍ​ເອີຍ; ບານ​ປະ​ຕູ​ນິ​ຣັນ​ດອນ​ເອີຍ, ເພື່ອ​ອົງ​ກະ​ສັດ​ແຫ່ງ​ພ​ຣະ​ສະຫງ່າຣາສີຈະ​ໄດ້​ເຂົ້າ​ມາ!
\v 10 ຄື​ພ​ຣະ​ຢາ​ເວ​ຈອມ​ໂຢ​ທາ​ ພ​ຣະ​ອົງ​ຊົງ​ເປັນ​ກະ​ສັດ​ຜູ້​ຊົງ​ພ​ຣະສະຫງ່າຣາສີ. ເສລາ
\s5
\c 25
\cl ບົດທີ 25
\p
\v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ສົ່ງ​ເຖິງ, ​ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍຍົກ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຂຶ້ນ​ຕໍ່​ພ​ຣະ​ອົງ!
\v 2 ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ວາງ​ໃຈ​ພ​ຣະ​ອົງ. ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ; ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ສັດ​ຕຣູຂອງ​ຂ້າ​ນ້ອຍ​ໄດ້​ດີ​ໃຈ​ເຫນືອ​ຂ້າ​ນ້ອຍ​ຢ່າງ​ຜູ້​ມີ​​ຊັຍ​ຊະ​ນະ.
\v 3 ຂໍ​ຢ່າ​ໃຫ້​ຜ​ູ້​ທີ່​ຫວັງ​ໃຈ​ໃນ​ພ​ຣະ​ອົງ​ຕ​້ອງ​ຂາຍ​ຫນ້າ ຂໍ​ໃຫ້​ບັນ​ດາ​ຄົນ​ທີ່​ເຮັດ​ການ​ຫັກ​ຫລັງ​ໂດຍ​ບໍ່ມີ​ເຫດ​ຜົນ​ໄດ້​ອັບ​ອາຍ!
\s5
\v 4 ​ຂໍ​ຊົງ​ໃຫ້​ຂ້າ​ນ້ອຍ​ໄດ້​ຮູ້​ຈັກ​ຮູ້​ທາງ​ຂອງ​ພ​ຣ​ະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ; ຂໍ​ຊົງ​ສອນ​ວິ​ທີ​ທາງ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ.
\v 5 ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ແລະ​ຂໍ​ຊົງ​ສອນ​ຂ້າ​ນ້ອຍ, ເພາະ​ພ​ຣະ​ອົງ​ຊົງ​ເປັນ ​ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຫວັງ​ໃຈ​ໃນ​ພ​ຣະ​ອົງ​ມາ​ດົນ​ນານ.
\s5
\v 6 ເອີ້ນ​ໃຫ້​ກັບ​ໃຈ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​​ນຶກ​ເຖິງ​ຄວາມເມດຕາ​ແລະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ; ເພາະ​ສິ່ງ​ເຫລົ່າ​ນັ້ນ​ໄດ້​ມີ​ຢູ່​ຕະ​ຫລອດ​ມາ.
\v 7 ຂໍ​ຢ່າ​ຊົງ​ຣະ​ນຶກເຖິງ​ບັນ​ດາ​ຄວາມ​ບາບ​ໃນ​ໄວ​ຫນຸ່ມ​ຂອງ​ຂ້າ​ນ້ອຍ​ຫລື​ການ​ກະ​ບົດ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ຣະ​ນຶກ​ເຖິງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ອັນ​ເນື່ອງ​ມາ​ຈາກ​ຄວາມ​ດີ​ຂອງ​ພ​ຣະ​ອົງ​, ຂ້າ​ແດ່​ພ​ຣະ​ຢາ​ເວ!
\s5
\v 8 ພຣະຢາເວຊົງປະເສີດແລະຊອບທັມ; ເພາະ​ສະ​ນັ້ນ​ພ​ຣະ​ອົງ ​ຊົງ​ສອນ​​ທາງທີ່ເຂົາຈະປະພືດ​ແກ່​ບັນ​ດາ​ຄົນ​ບາບ.
\v 9 ພ​ຣະ​ອົງ​ຊົງ​ນຳ​ຄົນ​ຖ່ອມ​ໃຈ​ໄປ​ໃນ​ສິ່ງ​ທີ່​ຖືກ ແລະ​ພ​ຣະ​ອົງ​ຊົງ​ສອນໃຫ້​ຮູ້​ທາງ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ພວກ​ເຂົາ.
\s5
\v 10 ​ຮູ້​ທາງ​ທັງ​ຫມົດ​ຂອງ​ພ​ຣະ​ຢາ​ເວ​ເປັນ​ຄວາມ​ຮັກ​ທີ່​ຫມັ້ນ​ຄົງ​ແລະ​ຄວາມ​ຊື່​ສັດ​ຕໍ່​ບັນ​ດາ​ຄົນ​ທີ່​ຮັກ​ສາພັນທະ​ສັນ​ຍາ​ແລະ​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ.
\v 11 ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ​ຂໍ​ຊົງ​ອະ​ພັຍ​ບາບ​ຂອງ​ຂ້າ​ນ້ອຍ, ເພາະ​ບາບ​​ນັ້ນ​ໃຫຍ່​ຫລາຍ.
\s5
\v 12 ​ຜູ້​ໃດແດ່ ​ເປັນ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ຢາ​ເວ? ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສອນ​ເຂົາ​ເຖິງ​ເສັ້ນ​ທາງ​ທີ່​ເຂົາ​ຄວນ​ຈະ​ເລືອກ.
\v 13 ຊີ​ວິດ​ຂອງ​ເຂົາ​ດຳ​ເນີນ​ໄປ​ໃນ​ຄວາມ​ດີ; ແລະ​ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ໄດ້​ແຜ່ນ​ດິນ​ເປັນ​ເຈົ້າ​ຂອງ.
\s5
\v 14 ​ມິດ​ຕະ​ພາບ​ຂອງ​ພ​ຣະ​ຢາ​ເວ​ມີ​ໃຫ້​ແກ່​ບັນ​ດາ​ຄົນ​ທີ່​ໃຫ້​ກຽດຕິຍົດ​ແດ່​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ຊົງ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\v 15 ດວງ​ຕາ​ຂອງ​ຂ້າ​ນ້ອຍ​ຈ້ອງ​ເບິ່ງ​ທີ່​ພ​ຣະ​ຢາ​ເວ​ຢູ່​ສະ​ເຫມີ, ເພາະ​ພ​ຣະ​ອົງ​ຈະ​ຊົງ​ຖອນ​ຕີ​ນຂອງ​ຂ້າ​ນ້ອຍ​ໃຫ້​ຫລຸດ​ອອກ​ຈາກ​ຕາ​ຂ່າຍ.
\v 16 ຂໍ​ຊົງ​ຫັນ​ມາ​ຫາ​ຂ້າ​ນ້ອຍ​ແລະ​ຊົງ​ມີ​ຄວາມເມດຕ​າ​ຕໍ່​ຂ້າ​ນ້ອຍ; ເພາະ​ຂ້າ​ນ້ອຍ​ໂດດ​ດ່ຽວ​ແລະ​ທຸກ​ໃຈ.
\s5
\v 17 ​ຄວາມ​ທຸກ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ​ພ​ຣະ​ອົງ​ກໍ​ເພີ້ມ​ຫລາຍ​ຂຶ້ນ; ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ອອກ​ຈາກ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ!
\v 18 ຂໍ​ຊົງ​ແນມ​ເບິ່ງ​ຄວາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ​ແລະ​ຄວາມ​ລຳ​ບາກ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ອະ​ພັຍ​ຄວາມບ​າບ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ.
\v 19 ຂໍ​ຊົງ​ເບິ່ງພວ​ກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ, ເພາະ​ພວກ​ເຂົາ​ມີ​ກັນ​ຫລວງ​ຫລາຍ; ພວກ​ເຂົາ​ກຽດ​ຊັງ​ຂ້າ​ນ້ອຍ​ຢ່າງ​ຄຽດ​ແຄ້ນ​ຫລາຍ.
\s5
\v 20 ​ຂໍ​ຊົງ​ຄຸ້ມ​ຄອງ​ຊີ​ວິດ​ຂອງ​ຂ້າ​ນ້​ອຍ ​ແລະ​ຂໍ​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ; ຂໍ​ຢ່າຊົງ​ຖິ້ມ​ຂ້າ​ນ້ອຍ​ໃຫ້​ຂ້າ​ນ້ອຍ​ຕ້ອງ​ອັ​ບ​ອາຍ, ເພາະ​ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ!
\v 21 ຂໍ​ຄວາມ​ດີ​ແລະ​ຄວາມ​ສັດຊື່ປົກ​ປ້ອງ​ຂ້າ​ນ້ອຍ​ໄວ້, ເພາະ​ຂ້າ​ນ້ອຍ​​ຫວັງ​ໃຈ​ໃນ​ພ​ຣະ​ອົງ.
\s5
\v 22 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ຊ່ວຍ​ເຫລືອ​ອິ​ສະ​ຣາ​ເອນ, ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ລຳ​ບາກ​ທັງ​ຫ​ມົດ​ຂອງ​ເຂົາ!
\s5
\c 26
\cl ບົດທີ 26
\p
\v 1 ບົດ​ເພງ​ສັນ​ຣະເ​ສີນ​ຂອງ​ດາ​ວິ​ດ. ​ຂ້າ​ແດ່​ພ​ຣະ​ຢາ​ເ​ວ, ຂໍ​ຊົງ​ຕັດ​ສິນ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ໄດ້​ດຳ​ເນີນ​ດ້ວຍ​ຄວາມ​ສັດ​ຊື່ທີ່ຖືກຕ້ອງ; ຂ້າ​ນ້ອຍ​ໄດ້​ວາງ​ໃຈ​ໃນ​ພ​ຣະຢາ​ເວ​ໂດຍ​ບໍ່​ຫວັ່ນ​ໄຫວ ຂ້າ​ແດ່​ພຣະ​ຢາ​ເວ.
\v 2 ຂໍ​ຊົງ​ກວດ​ເບິ່ງ​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ, ແລະ​ຊົງ​ທົດ​ສອບ​ຂ້າ​ນ້ອຍ; ຂໍ​ຊົງ​ທົດ​ສອບ​ຄວາມ​ບໍ​ຣິສຸດ​ໃນ​ຕົວ​ຂອງ​ຂ້າ​ນ້ອຍ​ແລະ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ!
\v 3 ເພາະ​ຄວາມ​ຊື່​ສັດ​ແຫ່​ງພັນທະສັນ​ຍາ​ຂອງ​ພ​ຣະ​ອົງ​ຢູ່​ຕໍ່​ຕາ​ຂອງ​ຂ້າ​ນ້ອຍ, ​ແລະ​ຂ້າ​ນ້ອຍ​ດຳ​ເນີນ​ໃນ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ.
\s5
\v 4 ​ຂ້າ​ນ້ອຍ​ບໍ່​ເຂົ້າສ່ວນ​ກັບ​ພວກ​ຄົນ​ຫລອກ​ລວງ, ​ຂ້າ​ນ້ອຍ​ບໍ່​​ຫຍຸ້ງ​ກ່ຽວ​ກັບ​ພວກ​ຄົນ​ທີ່​ບໍ່​ຈິງ​ໃຈ.
\v 5 ຂ້າ​ນ້ອຍ​ກຽດຊັງ​ທີ່​ຊຸມ​ນຸມ​ຂອງ​ພວກ​ຄົນ​ເຮັດ​ຊົ່ວ, ແລະ​ຂ້າ​ນ້ອຍຫລີກຫນີຈາກພວກ​ຄົນ​ຊົ່ວ​ຮ້າຍ.
\s5
\v 6 ​ຂ້າ​ນ້ອຍ​ລ້າງ​ມື​ຂອງ​ຂ້າ​ນ້ອຍ​ເພື່ອ​ສະ​ແດງ​ຄວາມ​ບໍ​ຣິ​ສຸດ, ຂ້ານ້ອຍຍ່າງ​ຮອບ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ,
\v 7 ເພື່ອ​ເປັ່ງ​ສຽງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແລະ​ເລົ່າ​ເຖິງ​ການ​ອັ​ສະ​ຈັນ​ທັງ​ຫມົດ​ຂອງ​ພ​ຣະ​ອົງ.
\v 8 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຮັກ​ວິ​ຫານ​ຂອງ​ພ​ຣະ​ອົງ​ ​ຊຶ່ງ​ເປັນ​ບ່ອນສະ​ຖິດ​ຂອງ​ພ​ຣະ​ອົງ, ທີ່ຊຶ່ງສະຫງ່າຣາສີຂອງພຣະອົງປຣະທັບຢູ່!
\s5
\v 9 ​ຂໍ​ຢ່າ​ຊົງ​ທຳ​ລາຍ​ຂ້າ​ນ້ອຍ​ໄປ​ພ້ອມ​ກັບ​ພວກ​ຄົນ​ບາບ, ຫລື​ທຳ​ລາຍ​ຊີ​ວິດ​ຂ້າ​ນ້ອຍ​ໄປ​ພ້ອມ​ກັບ​ພວກ​ຄົນ​​ຫີວ​ເລືອດ,
\v 10 ຊຶ່ງ​ເປັນ​ພວກ​ທີ່​ມີ​ແຜນ​ຊົ່ວ​ຢູ່​ມື​ຂອງ​ເຂົາ, ແລະ​ມື​ຂວາ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ສິນ​ບົນ,
\s5
\v 11 ​ແຕ່​ສຳ​ຫລັບ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈະ​ດຳ​ເນີນ​ໃນ​ຄວາມ​​ສັດຊື່ທີ່ຖືກຕ້ອງ; ຂໍ​ຊົງ​ໄຖ່​ຂ້າ​ນ້ອຍ​ແລະ​ຊົງ​ເມດຕາ​ຕໍ່​ຂ້າ​ນ້ອຍ.
\v 12 ຕີນ​ຂອງ​ຂ້າ​ນ້ອຍ​ຢືນ​ຕິດ​ພື້ນ​ດິນ; ຂ້າ​ນ້ອຍ​ຈະ​ຖວາຍ​​ຄຳສັນຣະເສີນແດ່​ພ​ຣະ​ຢາ​ເວ​ໃນ​ທ່າມ​ກາງ​ທີ່​ຊຸມ​ນຸມ!
\s5
\c 27
\cl ບົດທີ 27
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ​ພ​ຣະ​ຢາ​ເວ​ຊົງ​ເປັນ​ຄວາມ​ສະຫ​ວ່າງ​ແລະ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ຢ້ານ​ຜູ້​ໃດແດ່? ພ​ຣະ​ຢາ​ເວ​ຊົງ​ເປັນ​ທີ່​ລີ້​ພັຍ​ແຫ່ງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ເກງກົວ​ຜູ້​ໃດແດ່?
\s5
\v 2 ເມື່ອ​ພວກ​ຄົນ​ເຮັດ​ຊົ່ວ​ເຂົ້າ​ມາ​ໃກ້​ເພື່ອ​ກັດ​ກິນ​ເນື້ອ​ຂ້າ​ນ້ອຍ, ພ​ວກ​ສັດ​ຕຣູຂອງ​ຂ້າ​ນ້ອຍ​ກໍ​ໄດ້​ສະ​ດຸດ​ແລະ​ລົ້ມ​ລົງ.
\v 3 ແມ່ນກອງ​ທັບ​ຕັ້ງ​ຄ້າຍ​ຕໍ່​ສູ້​ຂ້າ​ນ້ອຍ, ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ບໍ່​ຢ້ານ; ແມ່ນ​ສົງ​ຄາມ​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ, ເຖິງແມ່ນດັ່ງ​ນັ້ນ​ກໍ​ຕາມ​ຂ້າ​ນ້ອຍ​ຈະ​ຍັງ​ມີ​ຄວາມ​ຫມັ້ນ​ໃຈ.
\s5
\v 4 ​ສິ່ງ​ຫນຶ່ງ​ທີ່​ຂ້າ​ນ້ອຍ​ໄດ້​ທູນ​ຂໍ​ຈາກ​ພ​ຣະ​ຢາ​ເວ, ແລະ​ຂ້າ​ນ້ອຍ​ຈະ​ສະ​ແຫວງ​ຫາ​ສິ່ງ​ນັ້ນ: ນັ້ນ​ຄື​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ຢູ່​ໃນ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ຕະ​ຫລອດ​ວັນ​ຄືນ​ແຫ່ງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ, ເພື່ອ​ຈະ​ໄດ້​ເບິ່ງ​ຄວາມ​ງາມ​ຂອງ​ພ​ຣະ​ຢາ​ເວ​ແລະ​ຈະ​ເຝົ້າ​ພາ​ວັນ​ນາ​ໃນພຣະວິຫານຂອງ​ພ​ຣະ​ອົງ.
\s5
\v 5 ເພາະໃນວັນແຫ່ງຄວາມຍາກລຳບາກ; ພ​ຣະ​ອົງ​ຈະ​ເຊື່ອງ​ຂ້າ​ນ້ອຍ​ໄວ້​ໃນ​ທີ່​ກຳ​ບັງ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ຈະ​ເກັບ​ຂ້າ​ນ້ອ​ຍ​ໄວ້​ໃນ​ພຣະວິ​ຫານ​ຂອງ​ພ​ຣະ​ອົງ ພ​ຣະ​ອົງ​ຈະ​ຊົງ​ຕັ້ງ​ຂ້າ​ນ້ອຍ​ໄວ້​ສູງ​ເທິງ​ໂງ່ນຫີນ!
\v 6 ​ແລ້ວ​ຫົວ​ຂອງ​ຂ້າ​ນ້ອຍ​ຈະ​ເຊີດ​ຂຶ້ນ​ເຫນືອ​ພວກ​ສັດ​ຕຣູ​ທີ່​ຢູ່​ລ້ອມ​ຮອບ​ຂ້າ​ນ້ອຍ, ແລະ​ຂ້າ​ນ້ອຍ​ຈະ​ຖ​ວາຍ​ເຄື່ອງ​ບູ​ຊາ​ແຫ່ງ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ໃນພຣະ​ວິ​ຫານ​ຂອງ​ພ​ຣະ​ອົງ! ຂ້າ​ນ້ອຍ​ຮ້ອງ​ເພງ​ແລະ​ຖ​ວ​າຍ​ບົດ​ເພງ​ແດ່​ພ​ຣະ​ຢາ​ເວ!
\s5
\v 7 ຈົ່ງ​ຟັງ, ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ນ້ອຍເມື່ອ​ຂ້າ​ນ້ອຍ​ຮ້ອງ​ທູນ, ແລະຂໍ​ຊົງ​ກະ​ຣຸ​ນາ​ຕໍ່​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ!
\v 8 ໃຈ​ຂອງ​ຂ້າ​ນ້ອຍ​ເວົ້າ​ເຖິງ​ພ​ຣະ​ອົງ​ວ່າ, "ຈົ່ງ​ສະ​ແຫວງ​ຫາ​ພຣະພັກ​ຂອງ​ພ​ຣະ​ອົງ!" ຂ້າ​ນ້ອຍ​ສະ​ແຫວງ​ຫາພຣະພັກ​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ!
\s5
\v 9 ຂໍ​ຢ່າ​ຂັບ​ໄລ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ; ​ໄປ​ດ້ວຍ​ຄວາມ​ໂກດ​ຮ້າຍ; ພ​ຣະ​ອ​ົງ​ຊົງ​ເປັນ​ຜູ້​ຊ່ວຍ​ຂ້າ​ນ້ອຍ; ຂໍ​ຢ່າ​ຊົງ​ລືມ​ຂ້າ​ນ້ອຍ​ຫລື​ຖິ້ມ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ຂ້າ​ນ້ອຍ!
\v 10 ແມ່ນ​ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ຖິ້ມ​ຂ້າ​ນ້ອຍ, ແຕ່​ພ​ຣະ​ຢາ​ເວ​ຊົງ​ຮັບ​ຂ້າ​ນ້ອຍ​ໄວ້.
\s5
\v 11 ​ຂໍ​ຊົງ​ສອນ​ທາງ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ! ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ເທິງ​ທາງ​ທີ່​ປອດ ເຫດ​ເພາະ​ພວກ​ສັດ​ຕູ​ຂອງ​ຂ້າ​ນ້ອຍ.
\v 12 ຂໍ​​ຢ່າ​ຊົງມອບ​ຂ້າ​ນ້ອຍ​ໃຫ້​ເປັນ​ໄປ​ຕາມ​ໃຈ​ຊອບ​ຂອງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ ເພາະ​ພວກ​ຂີ້​ຕົວະ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ, ແລະ​ພວກ​ເຂົາ​ຫາຍ​ໃຈ​ເອົາ​ຄວາມ​ໂຫດ​ຮ້າຍ​ອອກ​ມາ!
\s5
\v 13 ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ແກ່​ຂ້າ​ນ້ອຍ​ຖ້າ​ຂ້າ​ນ້ອຍ​ບໍ່​ເຊື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ເຫັນ​ຄວາມ​ດີ​ຂອງ​ພ​ຣະ​ຢາ​ເວ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ເປັນ?
\v 14 ຈົ່ງ​ລໍ​ຖ້າ​ພ​ຣະ​ຢາ​ເວ; ຈົ່ງ​ເຂັ້ມ​ແຂງ, ແລະ​ຈົ່ງ​ໃຫ້​ໃຈ​ຂອງ​ທ່ານ​ກ້າ​ຫານ​ເຖີດ! ຈົ່ງ​ລໍ​ຖ້າ​ ພ​ຣະ​ຢາ​ເວ!
\s5
\c 28
\cl ບົດທີ 28
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ສົ່ງ​ເຖິງ, ຂ້າແດ່ພຣະຢາເວ, ຂ້ານ​້ອຍ​ຮ້ອງ​ທູນ​ຕໍ່​ພ​ຣະ​ອົງ, ຂ້າແດ່ພຣະສີລາ​ຂອງ​ຂ້າ​ນ້ອຍ. ຂໍ​ຢ່າ​ຊົງ​ເມີນເສີຍ​ຂ້າ​ນ້ອຍ ຖ້າ​ພ​ຣະ​ອົງ​ບໍ່​ຊົງ​ຕອບ​ສະ​ຫນອງ​ຕໍ່​ຂ້​າ​ນ້ອຍ, ຂ້າ​ນ້ອຍ​ກໍ​ຄົງ​ຈະ​ໄປ​ພ້ອມ​ກັບ​ບັນ​ດາ​ຄົນ​ທີ່​ລົງ​ໄປ​ຍັງ​ແດນ​ມໍ​ຣະ​ນາ.
\v 2 ຂໍ​ຊົງ​ຟັງ​ສຽງ​ຮ້ອງວິງວອນ​ຂອງ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ອົງ, ເມື່ອ​ຂ້າ​ນ້ອຍ​ຊູ​ມື​ໄປ​ຍັງ​​ພ​ຣະວິ​ຫານ​ອັນ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ!
\s5
\v 3 ຂໍຢ່າຊົງດຶງຂ້ານ້ອຍໄປພ້ອມກັບຄົນຊົ່ວ ຄື​ບັນ​ດາ​ຄົນ​ທີ່​ເຮັດ​ຄວາມ​ຜິດ​ບາບ, ຜູ້​ທີ່​ເວົ້າ​ກັບ​ເພື່ອນ​ບ້ານ​ຂອງ​ພວກ​ເຂົາ​ຢ່າງ​ສັນ​ຕິ​ແຕ່​ມີ​ຄວາມ​ຊົ່ວຢູ່​ໃນ​ໃຈ​ຂອງ​ພ​ວກ​ເຂົາ.
\v 4 ຂໍ​ຊົງ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ຢ່າງ​​ສະສົມ​ກັບ​ການ​ກະ​ທຳ​ຂອງພວກ​ເຂົາ ແລະ​ຂໍ​ຊົງ​ຕອບ​ສະ​ຫນອງ​ພວກ​ເຂົາ​ຕາມ​ຂະ​ຫນາດ​ຄວາມ​ຊົ່ວ​ຂອງ​ພວກ​ເຂົາ, ຂໍ​ຊົງ​ຕອບ​ສ​ະ​ຫນອງ​ພວກ​ເຂົາ​ຕາມ​ຜົນ​ແຫ່ງ​ນ້ຳ​ມື​ຂອງ​ພວກ​ເຂົາ​ແລະ​ຂໍ​ຊົງ​ຕອບ​ແທນ​ພວກ​ເຂົາ​ໃຫ້​ສະສົມ.
\v 5 ເພາະ​ພວກ​ເຂົາ​ບໍ່​ເຂົ້າ​ໃຈ​​ຄຳ​ຍ້ອງ​ຍໍ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ຢາ​ເວ​ຫລື​ຜົນ​ງານ​ແຫ່ງ​ມື​ຂອງ​ພ​ຣະ​ອົງ, ພ​ຣະ​ອົງ​ຈະ​ຊົງ​ທຳລາຍ ພວກ​ເຂົາ​ລົງ​ແລະ​ບໍ່​ຊົງ​ສ້າງ​ພວກ​ເຂົາ​ຂຶ້ນ​ມາ​ອີກ.
\s5
\v 6 ​ຖ​ວາຍ​ຄຳ​ຍ້ອງ​ຍໍ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເພາະ​ພ​ຣ​ະ​ອົງ​ຊົງ​ຟັງ​ສຽງ​ຮ້ອງຂໍ​ຂອງ​ຂ້າ​ນ້ອຍ!
\v 7 ພ​ຣະ​ຢາ​ເວ​ຊົງ​ເປັນ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ແລະ​ເປັນ​ໂລ້​ຂອງ​ຂ້າ​ນ້ອຍ; ໃຈ​ຂອງ​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ. ເພາະ​ສະ​ນັ້ນ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຈະ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ, ແລະ​ຂ້​າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ການ​ຮ້ອງ​ເພງ.
\v 8 ພ​ຣະ​ຢາ​ເວ​ຊົງ​ເປັນ​ກຳ​ລັງ​ຂອງ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ຊົງ​ເປັ​ນ​ທີ່​ລີ້​ພັຍ​ແຫ່ງ​ຄວາມ​ພົ້ນ​ຂອງ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຫົດສົງ.
\s5
\v 9 ຂໍ​ຊົງ​ຊ່ວຍ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໃຫ້​ລອດ ແລະ​ຂໍ​ຊົງ​ອວຍ​ພອນ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ. ຂໍ​ຊົງ​ເປັນ​ຜູ້​ລ້ຽງ​ດູ​ພວກ​ເຂົາ​ແລະ​ອຸ້ມ​ຊູ​ພວກ​ເຂົາ​ຕະ​ຫລອດ​ໄປ.
\s5
\c 29
\cl ບົດທີ 29
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ບັນ​ດາ​ລູກ​​ຂອງ​ພ​ຣະ​ເຈົ້າ​ເອີຍ, ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ເຖີດ, ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ເພາະ​ພ​ຣະ​ສະຫງ່າຣາສີ​ແລະ​ພຣະກຳ​ລັງ​ຂອງ​ພ​ຣະ​ອົງ.
\v 2 ຈົ່ງ​ຖວາຍ​ພ​ຣະ​​ສະຫງ່າຣາສີ​ຊຶ່ງ​ຄວນ​ແກ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ແດ່​ພ​ຣະ​ຢາ​ເວ. ຈົ່ງ​ກົ້ມ​ກາບ​ພ​ຣະ​ຢາ​ເວ​ໃນ​ຄວາມ​ສະ​ງ່າ​ງາມ​ແຫ່ງ​ຄວາມ​ບໍ​ຣິ​ສຸດ.
\s5
\v 3 ​ສຽງ​ຂອງ​ພ​ຣະ​ຢາ​ເວ​ໄດ້​ຍິນ​ຢູ່​ເຫນືອ​ນ້ຳ​ທັງ​ຫລາຍ; ພ​ຣະ​ເຈົ້າ​ແຫ່ງ​ສະຫງ່າຣາສີຊົງ​ເປັ່ງ​ສຽງດັ່ງ​ຟ້າ​ຮ້ອງ, ພ​ຣະ​ຢາ​ເວ​ຊົງ​ແຜດ​ສຽງ​ຟ້າ​ຮ້ອງ​ເຫນືອ​ນ້ຳ​ຫລວງ​ຫລາຍ.
\v 4 ສຽງ​ຂອງ​ພ​ຣະ​ຢາ​ເວ​ຊົງຣິດທາ​ນຸ​ພາບ; ສຽງ​ຂອງ​ພ​ຣະ​ຢາ​ເວ​ຊົງ​ມີ​ອຳ​ນາດ​ບາ​ຣ​ະມີ.
\v 5 ສຽງ​ຂອງ​ພ​ຣະ​ຢາ​ເວ​ຕັດ​ຕົ້ນ​ແປກ; ພ​ຣະ​ຢາ​ເວ​ຊົງ​ຕັດ​ຕົ້ນ​ແປກ​ແຫ່ງ​ເລ​ບາ​ນອນ​ລົງ​ເປັນຕ່ອນໆ.
\s5
\v 6 ​ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ເລ​ບາ​ນອນ​ກະໂດດ​ເຫມືອນ​ລູກ​ງົວ​ແລະພູເຂົາເຮີໂມນເຕັ້ນ​ດັ່ງ​ກະ​ທິງ​ຫນຸ່ມ.
\v 7 ສຽງ​ຂອງ​ພ​ຣະ​ຢາ​ເວ​ພົ່ນ​ແປວ​ໄຟ​ອອກ​ມາ.
\v 8 ສຽງ​ຂອງ​ພ​ຣະ​ຢາ​ເວ​ສັ່ນ​ທີ່​​ແຫ້ງ​ແລ້ງ​ກັນ​ດານ; ພ​ຣະ​ຢາ​ເວ​ຊົງ​ສັ່ນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານຄາເດັດ.
\s5
\v 9 ​ສຽງ​ຂອງ​ພ​ຣະ​ຢາ​ເວ​ເຮັດ​ໃຫ້​ຕົ້ນ​ໂອກ​ຫມຸນ​ຄວ້າງແລະ​ຊົງ​ເຮັດ​ໃຫ້​ໃບໄມ້ລົ່ນລົງສູ່ພື້ນ. ທຸກ​ຄົນ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ກ່າວ​ວ່າ, "ສະຫງ່າຣາ​ສິ​!"
\v 10 ພ​ຣະ​ຢາ​ເວ​ຊົງປະທັບດັ່ງ​ພ​ຣະ​ຣາ​ຊາ​ເຫນືອ​ນ້ຳ​ເລິກທັງຫລາຍ; ​ພ​ຣະ​ຢາ​ເວ​ຊົງ​ປະທັບ​ດັ່ງ​ກະສັດຕະ​ຫລອດ​ໄປ​ເປັນ​ນິ​​ດ.
\s5
\v 11 ​ພ​ຣະ​ຢາ​ເວ​ປຣະ​ທານ​ກຳ​ລັງ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ; ພ​ຣະ​ຢາ​ເວ​ຊົງ​ອວຍ​ພອນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ.
\s5
\c 30
\cl ບົດທີ 30
\p
ເພງ​ສັນ​ຣະ​ເສີນ; ເປັນ​ບົດ​ເພງ​ທີ່​ແຕ່ງ​ຂຶ້ນ​ຢູ່​ໃນ​ພ​ຣະ​ວິ​ຫານ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້​ອຍ​ຈະ​ຍົກ​ຍ້ອງ, ພ​ຣະ​ອົງ​ ເພາະພຣະອົງໄດ້​ຊົງ​ຍົກ​ຂ້າ​ນ້ອຍ​ຂຶ້ນ​ແລະ​ບໍ່​ຊົງ​ປ່ອຍ​ໃຫ້​ສັດ​ຕຣູ​ຂອງ​ຂ້າ​ນ້ອຍໄດ້​ຍິນ​ດີ​ເຫນືອ​ຂ້າ​ນ້ອຍ.
\v 2 ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ຂ້າ​ນ້ອຍ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຕໍ່​ພ​ຣະ​ອົງ, ​ແລະ​ພ​ຣະ​ອົງ​ໄດ້​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໃຫ້​ຫາຍ.
\v 3 ຂ້າ​ແດ່​ພ​ຣະ​ຢາ​ເວ, ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ອອກ​ຈາກ​ແດນ​ມໍ​ຣະ​ນາ; ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ​້​ຂ້າ​ນ້ອຍ​ຍັງ​ຄົງ​ມີ​ຊີ​ວິດ​ຈາກ​ການ​ລົງ​ໄປ​ຍັງ​ຫລຸມ​ແຫ່ງ​ຄວາມ​ຕາຍ.
\s5
\v 4 ​ພວກ​ທ່ານ​ຜູ້​ເປັນ​ປະ​ຊາ​ຊົນ​ທີ່​ສັດຊື່​ຂອ​ງ​ພຣະ​ອົງ​ເອີຍ, ​ຈົ່​ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ຈົ່ງ​ຖວາຍ​ຂອບ​ພຣະຄຸນ​ເມື່ອ​ພວກ​ທ່ານ​ຣະ​ນຶກ​ເຖິງ​ຄວາມ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ.
\v 5 ເພາະ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ຄົງ​ຢູ່​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ; ແຕ່​ຄວາມ​ພໍ​ໃຈ​ຂອງ​ພ​ຣະ​ອົງ​ຄົງ​ຢູ່​ຕະ​ຫລອດ​ໄປ​ເປັນ​. ນິ​​ດ ການ​ຮ້ອງ​ໃຫ້ ​ຄົງ​ຢູ່ພຽງ​ຊົ່ວ​ຄືນ, ແຕ່​ຄວາມ​ຊື່ນ​ຊົມ​ຍິນ​ດີ​ມາ​ເຖິງ​ໃນ​ຍາມ​ເຊົ້າ.
\s5
\v 6 ​ຂ້າ​ນ້ອຍ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຫມັ້ນ​ໃຈ​ວ່າ "ຂ້າ​ນ້ອຍ​ຈະ​ບໍ່​ມີ​ທາງ​ຫວັ່ນ​ໄຫວ​ເລີຍ"
\v 7 ຂ້າ​ແດ່​ພ​ຣະ​ຢາ​ເວ ໂດຍ​ຄວາມ​ພໍ​ໃຈ​ຂອງ​ພ​ຣະ​ອົງ ພ​ຣະ​ອົງ​ໄດ້​ສະ​ຖາ​ປະນາ​ຂ້າ​ນ້ອຍ​ໄວ້​ດັ່ງ​ພູ​ເຂົາ​ທີ່​ແຂງ​ແກ່ນ ແຕ​່ເມື່ອ​ພ​ຣະ​ອົງ​ໄດ້​ຊົງ​ລີ້​ຫນ້າ ຂ້າ​ນ້ອຍ​ກໍ​ລຳ​ບາກ​ຫລາຍ
\v 8 ຂ້າ​ແດ່​ພ​ຣະ​ຢາ​ເວ ຂ້າ​ນ້ອຍ​ຮ້ອງ​ທູນ​ຕໍ່​ພ​ຣະ​ອົງ ແລະ​ສະ​ແຫວງ​ຫາ​ຄວາມ​ພໍ​ໃຈ​ຈາກ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ
\s5
\v 9 ​ຖ້າ​ຂ້າ​ນ້ອຍ​ໄປ​ຍັງ​ຫລຸມ​ຝັງສົບ, ຈະ​ມີ​ປະ​ໂຫຍດ​ຫຍັງ​ໃນ​ຄວາມ​ຕາຍ​ຂອງ​ຂ້າ​ນ້ອຍ? ຜົງຂີ້ດິນນັ້ນ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ບໍ່? ມັນ​ຈະ​ປະ​ກາດ​ເຖິງ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ບໍ່?
\v 10 ຈົ່ງ​ຟັງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂຜດ​ຟັງ​ແລະ​ເມດ​ຕາ​ຕໍ່​ຂ້າ​ນ້ອຍ! ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ເປັນ​ຜູ້​ອຸ​ປະ​ຖຳ​ຂອງ​ຂ້າ​ນ້ອຍ.
\s5
\v 11 ພ​ຣະ​ອົງ​ໄດ້​ຊົງ​ປ່ຽນ​ຄວາມ​ເສົ້າ​ໂສກ​ຂອງ​ຂ້າ​ນ້ອຍ​ໃຫ້​ກາຍ​ເປັນ​ການ​ເຕັ້ນ​ລຳ; ພ​ຣະ​ອົງ​ໄດ້​ຊົງ​ຖອ​ດ​ເສື້ອ​ຜ້າ​ກະ​ສອບ​ຂອງ​ຂ້າ​ນ້ອຍ​ອອກ​ແລະ​ຊົງ​ສວມ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຍິນ​ດີ.
\v 12 ດັ່ງ​ນັ້ນ ບັດ​ນີ້​ກຽຕ​ຂອງ​ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ​ແລະ​ຈະ​ບໍ່​ງຽບ; ​ຂ​້າ​ແດ່​ພ​ຣະ​ຢ​າ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ​ຕ​ະ​ຫລອດ​ໄປ​ເປັນ​ນິ​​ດ!
\s5
\c 31
\cl ບົດທີ 31
\p
ເຖິງ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ໃນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ; ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ. ຂໍ​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ​ໃນ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ.
\v 2 ຂໍ​ຊົງ​ຟັງ​ຂ້າ​ນ້ອຍ; ຂໍ​ຊົງ​​ຊ່ວຍ​ເຫລືອ​ຂ້າ​ນ້ອຍ; ຂໍ​ຊົງ​ເປັນ​ພຣະສີລາ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ, ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ທີ່​ຈະ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ.
\s5
\v 3 ​ເພາະ​ພ​ຣະ​ອົງ​ຊົງ​ເປັນ​ພຣະສີລາ​ແລະ​ປ້ອມ​ປ້ອງ​ກັນ​ຂອງ​ຂ້າ​ນ້ອຍ; ​ຂໍ​ຊົງ​ນຳ​ແລະ​ພາ​ຂ້າ​ນ້ອຍ​ໄປ, ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ.
\v 4 ຂໍ​ຊົງ​ປົດ​ຂ້າ​ນ້ອຍ​ອອກ​ຈາກ​ຕາ​ຂ່າຍ​ທີ່​ພວກ​ເຂົາ​ໄດ້​ວາງ​ເຊື່ອງ​ໄວ້​ດັກ​ຂ້າ​ນ້ອຍ, ເພາະ​ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ.
\s5
\v 5 ​ຂ້າ​ນ້ອຍ​ຂໍ​ມອບ​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ໄວ​້ໃນ​ພຣະຫັດຂອ​ງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ຈິງ ພ​ຣະ​ອົງ​ຈະ​ຊົງ​ໄຖ່​ຂ້າ​ນ້ອຍ.
\v 6 ຂ້າ​ນ້ອຍ​ກຽດ​ຊັງ​ຜູ້​ທີ່​ຮັບ​ໃຊ້​ບັນ​ດາ​ຮູບ​ເຄົາ​ຣົບ​ທີ່​ໄຮ້​ຄ່າ, ແຕ່​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ.
\v 7 ຂ້າ​ນ້ອຍ​ຈະ​ຊື່ນຊົມຍິນ​ດີ​ໃນ​ຄວາມ​ຊື່​ສັດ​ແຫ່ງ​ພຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ແນມ​ເຫັນ​ຄວາມ​ທຸກ​ຍາກ​ຂອງ​ຂ້​າ​ນ້ອຍ ພ​ຣະ​ອົງ​ຊົງ​ຮູ້​ເຖິງ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ!
\s5
\v 8 ​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ມອບ​ຂ້າ​ນ້ອຍ​ໄວ້​ໃນ​ມື​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ. ພ​ຣະ​ອົງ​ໄດ້​ວາງ​ຕີ​ນຂອງ​ຂ້າ​ນ້ອຍ​ໄວ້​ໃນ​ທີ່​ໂລ່ງກວ້າງ.
\v 9 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງເມດຕາ​ຕໍ່​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ຢູ່​ໃນ​ຄວາມ​ທຸກ​ໃຈ; ດວງ​ຕາ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ​ໄປ​ດ້ວຍ​ຄວາມ​ເສົ້າ​ພ້ອມ​ທັງ​ຈິດໃຈ​ແລະ​ຮ່າງ​ກາຍ​ຂອງ​ຂ້າ​ນ້ອຍ.
\s5
\v 10 ​ເພາະ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ​ໄປ​ດ້ວຍ​ຄວາມ​ໂສກ​ເສົ້າ​ແລະ​ເດືອນ​ປີ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ​ໄປ​ດ້ວຍ​ການ​ຄ້ຳ​ຄວນ ກຳ​ລັງ​ຂອງ​ຂ້າ​ນ້ອຍ​ກໍ​ຫມົດ​ໄປ​ເພາະ​ຄວາມ​ບາບ​ຂອງ​ຂ້າ​ນ້ອຍ, ແລະ​ກະ​ດູກ​ຂອງ​ຂ້າ​ນ້ອຍ​ກໍ​ຊຸດໂຊມໄປ.
\v 11 ເພາະ​ສັດ​ຕຣູ​ທັງ​ປວງ​ຂອງ​ຂ້າ​ນ້ອຍ, ເຮັດ​ໃຫ້​ຜູ້​ຄົນດູຫມິ່ນ​ຂ້າ​ນ້ອຍ; ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ​ກໍ​ຕົກ​ໃຈ​ຢ້ານ​ຕໍ່​ຄວາມ​ເປັນ​ໄປ​ຂອງ​ຂ້ານ້ອຍ, ແລະ​ບັນ​ດາ​ຄົນ​ທີ່​ຮູ້​ຈັກ​ຂ້າ​ນ້ອຍ​ຕ່າງ​ກໍ​ຢ້ານ​ກົວ. ບັນ​ດາ​ຄົນ​ທີ່​ເຫັນ​ຂ້າ​ນ້ອຍ​ຕາມ​ທາງ​ກໍ​ແລ່ນ​ຫນີຈາກ​ຂ້າ​ນ້ອຍ.
\s5
\v 12 ​ຂ້າ​ນ້ອຍ​ຖືກ​ລືມ​ດັ່ງ​ຄົນ​ຕາຍ​ແລ້ວ​ທີ່​ບໍ່​ມີ​ໃຜ​ສົນ​ໃຈ. ຂ້າ​ນ້ອຍ​ເປັນ​ດັ່ງ​ຫມໍ້​ທີ່​ແຕກ​ແລ້ວ.
\v 13 ເພາະ​ຂ້າ​ນ້ອຍ​ໄດ້​ຍິນ​ສຽງ​ຊິ່ມ​ກັນ​ເລື່ອງ​ທີ່​ຕາ​ຢ້ານ​ຫລາຍ​ຈາກ​ທຸກ​ດ້ານ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ຮ່ວມ​ກັນ​ວາງ​ແຜນ​ຕໍ່​ສູ້​ຂ້າ​ນ້ອຍ. ພວກ​ເຂົາ​ຫມາຍ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ.
\s5
\v 14 ​ແຕ່​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຈະ​ກ່າວ​ວ່າ, "ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ."
\v 15 ປາຍ​ທາງ​ຂອງ​ຂ້າ​ນ້ອຍ​ຢູ່​ໃນ​ພຣະຫັດຂອງ​ພ​ຣະ​ອົງ. ຂໍ​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ​ຈາກ​ນ້ຳ​ມື​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ແລະ​ຈາກ​ບັນ​ດາ​ຄົນ​ທີ່​ໄລ່​ລ້າ​ຂ້າ​ນ້ອຍ.
\v 16 ຂໍ​ຊົງ​ໃຫ້​ພຣະພັກຂອງ​ພ​ຣະ​ອົງ​ຊົງ​ສ່ອງ​ແສງ​ມາ​ເຫນືອ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ; ຂໍຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນໃນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອ​ງ​ພ​ຣະ​ອົງ.
\s5
\v 17 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ; ເພາະ​ຂ້າ​ນ້ອຍ​ຮ້ອງ​ຫາ​ພ​ຣະ​ອົງ! ຂໍ​ໃຫ້​ຄົນ​ຊົ່ວ​ໄດ້​ອັບ​ອາຍ! ຂໍ​ໃຫ້​ພວກ​ເຂົາ​ມິດ​ງຽບ​ໃນ​ແດນ​ມໍ​ຣະນາ.
\v 18 ຂໍ​ໃຫ້​ປ​າກ​ຄົນ​ຂີ້​ຕົວະ​ທີ່​ເວົ້າ​ດູ​ຫມິ່ນນິນທາ​​ຄົນ​ຊອບ​ທັມ​ຢ່າງອວດ​ດີ​ກາຍ​ເປັນ​ໃບ້.
\s5
\v 19 ​ຄວາມ​ດີ​ຂອງ​ພ​ຣະ​ອົງ​ນັ້ນ​ຍິ່ງ​ໃຫຍ່​ຫລາຍ ທີ່​ພ​ຣະ​ອົງ​ໄດ້​ຊົງ​ສະ​ສົມ​ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ​ໄວ້, ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ເພື່ອ​ບັນ​ດາ​ຜູ້​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ​ຕໍ່​ຫນ້າ​ບັນ​ດາ​ລູກ​ຫລານ​ທັງ​ຫມົດ​ຂອງ​ມະ​ນຸດ!
\v 20 ພ​ຣະ​ອົງ​ໄດ້​ຊົງ​ເຊື່ອງ​ພວກ​ເຂົາ​ໄວ້​ໃນ​ທີ່​ກຳ​ບັງ​ຕໍ່​ຫນ້າ​ພ​ຣະ​ອົງ​, ຈາກ​ການ​ປອງ​ຮ້າຍ​ຂອງ​ມະ​ນຸດ. ພ​ຣະ​ອົງ​ໄດ້​ຊົງ​ເຊື່ອງ​ພວກ​ເຂົາ​ໄວ້​ໃນ​ທີ່​ກຳ​ບັງ​ຈາກ​ລິ້ນ​ທີ່​ຜິດ​ຖຽງ​ກັນ.
\s5
\v 21 ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ໃຫ້​ຂ້າ​ນ້ອຍ​ເຫັນ​ເຖິງ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ອັນ​ມະ​ຫັດສະ​ຈັນ​ຂອງ​ພ​ຣະ​ອົງ​ເມື່ອ​ຂ້າ​ນ້ອຍ​ຢູ່​ເມືອງ​ທີ່​ຖືກ​ລ້ອມ​ໄວ້.
\v 22 ແມ່ນວ່າ​ຂ້າ​ນ້ອຍ​ຫລົງ​ປາກ​ເວົ້າ​ວ່າ, "ຂ້າ​ນ້ອຍ​ຖືກ​ຕັດ​ຂາດ​ໄປ​ຈາກ​ສາຍ​ຕາ​ຂອງ​ພ​ຣະ​ອົງ​ແລ້​ວ," ແຕ່​ພ​ຣະ​ອົງ​ຊົງ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ຮ້ອງ​ຕໍ່​ພ​ຣະ​ອົງ.
\s5
\v 23 ​ໂອ, ທຸກ​ຄົນ​ທີ່ມີ​ໃຈ​​ສັດຊື່​ເອີຍ, ຈົ່ງ​ຮັກ​ພ​ຣະ​ຢາ​ເວ, ພ​ຣະ​ຢາ​ເວ​ຊົງ​ຄຸ້ມ​ຄອງ​ຜູ້​ທີ່​​ສັດຊື່, ແຕ່​ພ​ຣະ​ອົງ​ຊົງ​ຕອບ​ແທນ​ຜູ້​ຈອງ​ຫອງ​ຢ່າງ​ຕາມສົມຄວນ​ທີ່ໄດ້ຮັບ.
\v 24 ຈົ່ງ​ເຂັ້​ມ​ແຂງ​ແລະ​ເຊື່ອ​ຫມັ້ນ​ເຖີດ, ບັນ​ດາ​ທ່ານ​ທີ່​ວາງ​ໃຈ​ໃນ​ຄວາມ​ອຸ​ປະ​ຖຳ​ຂອງ​ພ​ຣະ​ຢາ​ເວ.
\s5
\c 32
\cl ບົດທີ 32
\d ບົດ​ເພງ​ຂອງ​ດາ​ວິດ.
\p
\v 1-2 ​​ບຸ​ກຄົນ​ຜູ້​ທີ່​ເຮັດ​ຜິດ​ຂອງ​ເຂົາ​ໄດ້​ຮັບ​ການ​ອະພັຍ​ກໍ​ເປັນ​ສຸກ, ຄື​ຜູ້​ຊຶ່ງ​ຄວາມ​ບາບ​ຂອງ​ເຂົາ​ໄດ້​ຮັບ​ການ​ຍົກໂທດ​ແລ້ວ. ບຸ​ກຄົນ​ທີ່​ພ​ຣະ​ຢາ​ເວ​ບໍ່​ຊົງ​ຖືໂທດ​ແລະ​ຜູ້​ທີ່​ຈິດ​ວິນ​ຍານ​ຂອງ​ເຂົາ​ບໍ່​ມີ​ການ​ຫລອກ​ລວງ​ກໍ​ເປັນ​ສຸກ.
\s5
\v 3 ​ເມື່ອ​ຂ້າ​ນ້ອຍ​ຍັງ​ມິດ​ງຽບ​ຢູ່, ກະ​ດູກ​ຂອງ​ຂ້າ​ນ້ອຍ​ກໍຊຸດໂຊມໄປ​ ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ໄດ້​ຄ້ຳ​ຄວນ​ຕະ​ຫລອດ​ທັງ​ວັນ.
\v 4 ​ພ​ຣະ​ອົງ​ຊົງ​ລົງໂທດ​ຢູ່​ເທິງ​ຂ້າ​ນ້ອຍ​ຕະ​ຫລອດ​ທັງ​ເວັນ​ທັງ​ຄືນ. ກຳ​ລັງ​ຂອງ​ຂ້າ​ນ້ອຍ​ກໍ​​ອ່ອນ​ແຮງລົງ​ດັ່ງ​ຄວາມ​ແຫ້ງ​ແລ້ງ​ໃນ​ຣະ​ດູ​ຮ້ອນ. ເສລາ
\s5
\v 5 ​ແລ້ວ​ຂ້າ​ນ້ອຍ​ກໍ​ຍອມ​ສາ​ຣະ​ພາບ​ຄວາມ​ບາບ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ບໍ່​ເຊື່ອງ​ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ​ອີກ​ຕໍ່​ໄປ. ຂ້າ​ນ້ອຍ​ທູນ​ວ່າ, "ຂ້າ​ນ້ອຍ​ຈະ​ສາ​ຣະ​ພາບ​ການ​ຜິດ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ຢາ​ເວ," ແລະ​ພ​ຣະ​ອົງ​ໄດ້​ຊົງ​ອະພັຍ​ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ. ເສລາ
\v 6 ເພາະ​ເຫດ​ນີ້, ບັນ​ດາ​ຜູ້​ຊອບ​ທັມ​ທັງ​ປວງ​ຄວນ​ອະ​ທິ​ຖານ​ຕໍ່​ພ​ຣະ​ອົງ​ໃນ​ຍາມ​ມີ​ຄວາມ​ທຸກ​ຍາກ​ໃຫຍ່​ຫລວງ​ດັ່ງ​ນ້ຳ​ມາກໄຫລ​ລັ່ງເຂົ້າມາ, ນ້ຳ​ນັ້ນ​ຈະ​ບໍ່​ໄຫລຖ້ວມ​ເຖິງ​ຄົນ​ເຫລົ່າ​ນັ້ນ.
\s5
\v 7 ​ພ​ຣະ​ອົງ​ຊົງ​ເປັນ​ທີ່​ກຳ​ບັງ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ຈາກ​ຄວາມ​ຍາກ​ລຳ​ບາກ. ພ​ຣະ​ອົງ​ຈະ​ຊົງ​ລາຍລ້ອມ​ຂ້າ​ນ້ອຍ​ດ້ວຍບົດເພງ​ແຫ່ງ​ຊັຍ​ຊະ​ນະ. ເສລາ
\v 8 ເຮົາ​ຈະ​ແນະ​ນຳ​ເຈົ້າ​ແລະ​ສອນ​ເຈົ້າ​ໃນທາງທີ່ເຈົ້າຄວນຈະໄປ. ເຮົາຈະແນະນຳເຈົ້າແລະ​ຈັບ​ຕາ​ເບິ່ງ​ເຈົ້າ​ຢູ່.
\s5
\v 9 ​ຢ່າ​ເປັນ​ເຫມືອນ​ມ້າ​ຫລື​ລໍ, ​ທີ່​ບໍ່​ມີ​ຄວາມ​ເຂົ້າ​ໃຈ; ຊຶ່ງ​ຕ້ອງ​ໃສ່​​ເຊືອກ​ຂວາງ​ປາກ​ແລະ​ບັງ​ຫຽນ​ເທົ່າ​ນັ້ນ​ເພື່ອ​ຄວບ​ຄຸມ​ພວກ​ມັນ​ທີ່​ຈະ​ໃຫ້​ພວກ​ມັນ​ໄປ​ທີ່​ໃດໆ ຕາມ​ທີ່​ເຈົ້າ​ຕ້ອງ​ການ​ໄດ້.
\v 10 ຄົນ​ຊົ່ວ​ກໍ​ມີ​ຄວາມ​ທຸກ​ໂສກ​ຫລວງ​ຫລາຍ, ແຕ່​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ​ຈະ​ລ້ອມ​ຮອບ​ຜູ້​ທີ່​ວາງ​ໃຈ​ໃນ​ພ​ຣະ​ອົງ ທ່ານ​ຜູ້​ຊອບ​ທັມ​ເອີຍ.
\s5
\v 11 ​ຈົ່ງ​ຍິນ​ດີ​ແລະຊື່ນໃຈໃນ​ພ​ຣະ​ຢາ​ເວ​ເຖີດ, ທຸກ​ທ່ານ​ທີ່​ມີ​ໃຈ​ສັດຊື່ເອີຍ; ຈົ່ງ​ໂຮ​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ເຖີດ.
\s5
\c 33
\cl ບົດທີ 33
\p
\v 1 ​ທ່ານ​ຜູ້​ຊອບ​ທັມ, ຈົ່ງ​ຊື່ນ​ຊົມ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ; ເປັນ​ການ​ສົມ​ຄວນ​ທີ່​ຄົນ​ທ່ຽງ​ທັມ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ.
\v 2 ຈົ່ງ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ ພ​ຣະ​ຢາ​ເວ​ດ້ວຍ​ພິນ; ດ້ວຍ​ການ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ​ພ້ອມ​ກັບ​ພິນ​ສິບ​ສາຍ.
\v 3 ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່ຖວາຍ​ແດ່​ພ​ຣະ​ອົງ; ​ຈົ່ງ​ຫລິ້ນ​ຢ່າງ​ຄ່ອງ​ແຄ້ວ​ແລະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນ​ດີ.
\s5
\v 4 ​ເພາະ​ຖ້ອຍຄຳຂອງ​ພ​ຣະ​ຢາ​ເວ​ນັ້ນ​ທ່ຽງ​ຕົງ, ແລະ​ທຸກ​ສິ່ງ​ທີ່​ພ​ຣະ​ອົງ​ກະ​ທຳ​ນັ້ນ​ດີ​ງາມ.
\v 5 ພ​ຣະ​ອົງ​ຊົງ​ຮັກ​ຄວາມ​ຊອບ​ທັມ​ແລະ​ຄວາມ​ສັດຊື່. ແຜ່ນ​ດິນ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ພ​ຣະ​ຢາ​ເວ.
\v 6 ດ້ວຍ​ຖ້ອຍຄຳຂ​ອງ​ພ​ຣະ​ຢາ​ເວ ບັນ​ດາ​ທ້ອງ​ຟ້າ​ກໍ​ໄດ້​ຖືກ​ສ້າງ​ຂຶ້ນ, ແລະ​ດວງ​ດາວ​ທັງ​ປວງ​ໄດ້​ຖືກ​ສ້າງ​​ຂຶ້ນ​ໂດຍ​ລົມ​ຈາກພຣະໂອດ​ຂອງ​ພ​ຣະ​ອົງ.
\s5
\v 7 ​ພ​ຣະ​ອົງ​ຊົງ​ຮວບ​ຮວມ​ນ້ຳ​ໃນ​ທະ​ເລທຸກແຫ່ງ​ເຂົ້າ​ດ້ວຍ​ກັນໃນບ່ອນດຽວ; ພ​ຣະ​ອົງ​ຊົງ​ເກັບ​ມະ​ຫາ​ສະ​ມຸດເລິກ​ໄວ້​ໃນ​ບ່ອນຂອງມັນ.
\v 8 ໃຫ້ທຸກສິ່ງ​ທັງ​ແຜ່ນ​ດິນ​ໂລກ​ຢຳ​ເກງ​ພ​ຣະ​ຢາ​ເວ​ເຖີດ; ໃຫ້​ທຸກ​ຄົນ​ທີ່​ອາ​ສັຍ​ຢູ່​ໃນ​ໂລກ​ຈົ່ງໃຫ້ກຽດຕິຍົດແກ່ພຣະອົງໃນ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ.
\v 9 ເພາະ​ເມື່ອ​ພ​ຣະ​ອົງ​ກ່າວ, ມັນ​ກໍ​ເປັນ​ໄປ​ຕາມ​ນັ້ນ; ​ພໍ​ພ​ຣະ​ອົງ​ຊົງ​ບັນ​ຊາ, ມັນ​ກໍ​ເກີດ​ຂຶ້ນ​ມາ.
\s5
\v 10 ​ພ​ຣະ​ຢາ​ເວ​ຊົງ​ຫ​ມົດ​ຄວາມ​ອົດ​ທົນ​ກັບ​ພັນ​ທະ​ມິດ​ແຫ່ງ​ປະ​ຊາ​ຊາ​ຊົນ​ທັງ​ຫລາຍ; ພ​ຣະ​ອົງ​ຊົງ​ມ້າງ​ແຜນ​ການ​ຕ່າງໆ ຂອງ​ປະ​ຊາ​ຊົນ​ທັງ​ຫລາຍ.
\v 11 ບັນ​ດາ​ແຜນ​ການ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ຢັ້ງ​ຢືນ​ຢູ່​ເປັນ​ນິ​ດ, ຄື​ແຜນ​ການ​ໃນ​ໃຈ​ຂອງ​ພ​ຣະ​ອົງ​ສຳລັບ​ທຸກ​ຊົນຊາດ.
\v 12 ຊົນ​ຊາດ​ທີ່​ພ​ຣະ​ເຈົ້າ​ຂອງ​ເຂົາ​ຄື​ພ​ຣະ​ຢາ​ເວ​ກໍ​ເປັນ​ສຸກ, ຄື​ຊົນ​ຊາດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ​ເອງ.
\s5
\v 13 ​ພ​ຣະ​ຢາ​ເວຫລຽວລົງຈາກ​ຟ້າ​ສະ​ຫວັນ; ພ​ຣະ​ອົງ​ເຫັນ​ປະ​ຊ​າ​ກອນ​ທັງ​ຫມົດ.
\v 14 ຈາກ​ສະ​ຖານ​ທີ່​ພ​ຣະ​ອົງ​ຢູ່, ພ​ຣະ​ອົງ​ຫລຽວເຫັນ​ເຫນືອ​ບັນ​ດາ​ຜູ້​ອາ​ສັຍ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທັງ​ຫມົດ.
\v 15 ພ​ຣະ​ອົງ​ຜ​ູ້​ຊົງ​ສ້າງ​ຈິດ​ໃຈ​ຂອງ​ພວກ​ເຂົາ​ທັງ​ປວງ​ແລະ​ຊົງ​ເຝົ້າ​ເບິ່ງ​ການ​ກະ​ທຳ​ທັງ​ຫມົດ​ຂອງ​ພວກ​ເຂົາ.
\s5
\v 16 ​ກະສັດບໍ່​ຫ່ອນຊະນະ​​ໄດ້​ໂດຍກອງ​ທັບ​ມະ​ຫາສານ; ນັກ​ຮົບ​ກໍ​ບໍ່​ລອດ​ໄດ້​ດ້ວຍ​ກຳ​ລັງ​ທີ່​ແຂງ​ແຮງ​ຂອງ​ເຂົາ​ເອງ.
\v 17 ມ້າ​​ເສິກ​ກໍ​ເປັນ​ຄວາມ​ຫມັ້ນ​ໃຈ​ທີ່​ຈອມ​ປອມ​ສຳ​ຫລັບ​ຊັຍ​ຊະ​ນະ; ກຳ​ລັງ​ແຂງ​ແຮງ​ຂອງ​ເຂົາ​ກໍ​ບໍ່​ສາ​ມາດ​ຊ່ວຍ​ເຫລືອເຂົາ​ໄດ້​ເລີຍ, ລາວ​ບໍ່​ສາ​ມາດ​ກູ້​ພັຍ​ໄດ້.
\s5
\v 18 ​ເບິ່ງ​ເຖີດ, ​ສາຍຕາ​ຂອງ​ພ​ຣະ​ຢາ​ເວ​ຊົງ​ຢູ່​ເຫນືອ​ບັນ​ດາ​ຜູ້​ທີ່​ຢຳ​ເກງ ​ພ​ຣະ​ອົງ, ເຫນືອ​ບັນ​ດາ​ຜູ້​ທີ່​ເຊື່ອ​ຫມັ້ນ​ໃນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ
\v 19 ເພື່ອ​ນຳ​ຊີ​ວິດ​ຂອງ​ພວກ​ເຂົາ​ອອກ​ຈາກ​ຄວາມ​ຕາຍ​ແລະ​ຮັກ​ສາ​ພວກ​ເຂົາ​ໃຫ້​ມີ​ຊີ​ວິດ​ຢູ່​ໃນ​ຍາມ​ອຶດ​ຢາກ​ອາ​ຫານ.
\s5
\v 20 ​ເຮົາ​ທັງ​ຫລາຍ​ລໍ​ຖ້າ​ພ​ຣະ​ຢາ​ເວ; ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຊ່ວຍເຫລືອ​ແລະ​ຊົງ​ເປັນ​ໂລ້​ຂອງ​ເຮົາ​ທັງ​ຫລາຍ.
\v 21 ຈິດ​ໃຈ​ຂອງ​ເຮົາ​ທັງ​ຫລາຍ​ຍິນ​ດີ​ໃນ​ພ​ຣະ​ອົງ, ເພາະ​ເຮົາ​ວາງ​ໃຈ​ໃນ​ພ​ຣະ​ນາມຊື່ບໍຣິ​​ສຸດ​ຂອງ​ພ​ຣະ​ອົງ.
\s5
\v 22 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຢູ່​ກັບ​ຂ້າ​ນ້ອຍ​ທັງ​ຫລາຍ, ຕາມ​ທີ່​ຂ້າ​ນ້ອຍ​ທັງ​ຫລາຍ​ມີ​ຄວາມ​ວາງ​ໃຈ​ໃນ​ພ​ຣະ​ອົງ.
\s5
\c 34
\cl ບົດທີ 34
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ; ໃນ​ເວ​ລາ​ທີ່​ເຂົາ​ກຳ​ລັງ​ທຳ​ທ່າ​ວ່າ​ເປັນ​ບ້າ​ກ່ອນ​ຫນ້າ ອຳ​ມີ​ເມ​ເຫລັກ, ຜູ້​ທີ່​ຂັບ​ໄລ່​ລາວ​ອອກ.
\v 1 ​ຂ້ານ້ອຍ​ຈະ​ສັນ​ຣະ​ເສີນພ​ຣະ​ຢາ​ເວ​ຕະ​ຫລອດ​ເວ​ລາ, ຄຳ​ສັນ​ຣະ​ເສີນ​ຂອງ​ພ​​ຣະ​ອົງ​ຈະ​ຢູ່​ທີ່​ປາກ​ຂອງ​ຂ້າ​​ນ້ອຍ​ສະ​ເຫມີ.
\s5
\v 2 ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ! ຂໍ​ໃຫ້​ຜູ້​ທີ່​ຖືກ​ກົດ​ຂີ່​ໄດ້​ຍິນ​ແລະຊື່ນຊົມ​ຍິນ​ດີ.
\v 3 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ກັບ​ຂ້າ​​ນ້ອຍ​ເຖີດ, ໃຫ້​ເຮົາ​ຍົກ​ຍ້ອງ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ດ້ວຍ​ກັນ.
\s5
\v 4 ​ຂ້າ​ນ້ອຍ​ໄດ້​ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ​ແລະ​ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ, ​ແລ​ະ​ພ​ຣະ​ອົງ​ໄດ້​ປຣະ​ທານ​ຊັຍ​ຊະ​ນະ​ເຫນືອ​ຄວາມ​ຢ້ານ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ.
\v 5 ບັນ​ດາ​ຜູ້​ທີ່​ຫລຽວເບິ່ງ​ພ​ຣະ​ອົງ​ຈະ​ເບີກ​ບານ, ແລະ​ໃບ​ຫນ້າ​ຂອງ​ພວກ​ເຂົາ​ຈະ​ບໍ່​ອັບ​ອາຍ.
\v 6 ຜູ້​ທີ່​ຖືກ​ກົດ​ຂີ່​ຄົນ​ນີ້​ໄດ້​​ຮ້ອງຫາ​ແລະ​ພ​ຣະ​ຢາ​ເວ​ໄດ້​ຊົງ​ຕອບ​ເຂົາ ແລະ​ໄດ້​ຊົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ລຳ​ບາກ​ທັງ​ຫມົດ​ຂອງ​ເຂົາ.
\s5
\v 7 ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ຢາ​ເວ​ຕັ້ງ​ຄ້າຍ​ລ້ອມ​ຮອບ​ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ​ແລະ​ຊ່ວຍ​ເຫລືອ​ພວກ​ເຂົາ.
\v 8 ຈົ່ງ​ພິສູດ​ແລະ​ຈະ​ເຫັນ​ວ່າ​ພ​ຣະ​ຢາ​ເວ​ຊົງ​ປະ​ເສີດ. ບັນ​ດາ​ຜູ້​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ​ກໍ​ເປັ​ນ​ສຸກ ບັນ​ດາ​ຜູ້​ທີ່​ປອດ​ພັຍຢູ່ໃນ​ພ​ຣະ​ອົງ​ເອີຍ.
\v 9 ຈົ່ງ​ຢຳ​ເກງ​ພ​ຣະ​ຢາ​ເວ, ປະ​ຊາ​ຊົນ​ຜູ້​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ. ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ​ບໍ່​ຂາດ​ເຂີນ.
\s5
\v 10 ແຕ່​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ​ຈະ​ບໍ່​ຂາດ​ສິ່ງ​ດີ​ໃດໆເລີຍ ແລະ​ທຸກ​ທໍ​ຣະ​ມານ, ແຕ່​ບັນ​ດາ​ຜູ້​ທີ່​ເຫັນ​ພ​ຣະ​ຢາ​ເວ​ຈະ​ບໍ່​ຂາດ​ເຂີນ​ອາ​ຫານ​ທີ່​ດີ​ເລີຍ.
\v 11 ມາ​ເຖີດລູກ​ຊາຍ​ເອີຍ​, ຈົ່ງ​ຟັງ​ເຮົາ, ເຮົາ​ຈະ​ສອນ​ເຈົ້າ​ເຖິງ​ຄວາມ​ຢຳ​ເກງ​ພ​ຣະ​ຢາ​ເວ.
\s5
\v 12 ​ມີ​ມະ​ນຸດ​ຄົນ​ໃດ​ແດ່​ທີ່​ປຣາ​ຖນາ​ຊິ​ວິດ​ແລະ​ຮັກ​ທີ່​ຈະ​ມີ​ອາ​ຍຸ​ຍືນ​ຍາວ, ​ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ສິ່ງ​ດີ?
\v 13 ກໍ​ຈົ່ງ​ຮັກ​ສາ​ລີ້ນ​ຂອງ​ເຈົ້າ​ຈາກ​ຄວາມ​ຊົ່ວ​ແລະ​ຮັກ​ສາ​ຮີມ​ສົບ​ປາກ​ຂອງ​ເຈົ້າ​ຈາກ​ການ​ເວົ້າ​ຕົວະ.
\v 14 ຈົ່ງ​ຫັນ​ຫນີ​ຈາກ​ຄວາມ​ຊົ່ວ​ແລະ​ຈົ່ງ​ເຮັດ​ດີ. ຈົ່ງ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ແລະ​ຕິດ​ຕາມ​ມັນ.
\s5
\v 15 ​ສາຍ​ຕາ​ຂອງ​ພ​ຣະ​​ຢາ​ເວ​ຊົງ​ຢູ່​ເຫນືອ​ຄົນ​ຊອບ​ທັມ​ແລະ​ຫູ​ຂອງ​ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ຂໍ​ຂອງ​ພວກ​ເຂົາ.
\v 16 ພຣະພັກ​ຂອງ​ພ​ຣະ​ຢາ​ເວ​ຕໍ່​ສູ້​ບັນ​ດາ​ຜູ້​ເຮັດ​ຊົ່ວ, ເພື່ອ​ຈະ​ຕັດ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຂົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ.
\v 17 ຄົນ​ຊອບ​ທັມ​ຮ້ອງ​ຂໍ​ແລະ​ພ​ຣະ​ຢາ​ເວ​ຊົງ​ຟັງ​ເຂົາ​ແລະ​ພ​ຣະ​ອົງ​ຊົງ​ຊ່ວຍ​ເຫລືອພວກ​ເຂົາ​ຈາກ​ຄວາມຍ​າກ​ລຳ​ບາກ​ທັງ​ຫມົດ​ຂອງ​ພວກ​ເຂົາ.
\s5
\v 18 ​ພ​ຣະ​ຢາ​ເວ​ຊົງ​ໃກ້​ຊິດ​ຜູ້​ທີ່​ຂາດກຳລັງໃຈ​ ແລະ​ຊົງ​ຊ່ວຍ​ບັນ​ດາ​ຜູ້​ທີ່​​ຫມົດຫ​ວັງໃຫ້​ໄດ້ພົ້ນ.
\v 19 ຄົນ​ຊອບ​ທັມ​ມີ​ຄວາມ​ຍາກ​ລຳ​ບາກ​ຫລາຍ​ຢ່າງ ແຕ່​ພ​ຣະ​ຢາ​ເວ​ຊົງ​ຊ່ວຍ​ນຳ​ພວກ​ເຂົາ​ໃຫ້​ພົ້ນ​ອອກ​ມາ​ທັງ​ຫມົດ
\v 20 ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ກະ​ດູກ​ທຸກຊີກ​ຂອງ​ເຂົາ ແມ່ນແຕ່​ກະ​ດູກ​ຊີກຫນຶ່ງ​ກໍ​ຈະ​ບໍ່ຖືກຫັກ​ຖິ້ມ.
\s5
\v 21 ​ຄວາມ​ຊົ່ວ​ຈະ​ຂ້າ​ຄົນ​ຊົ່ວ. ບັນ​ດາ​ຜູ້​ທີ່​ກຽດຊັງ​ຄວາມ​ຊອບ​ທັມ​ຈະ​ຖືກ​ລົງ​ໂທດ.
\v 22 ພ​ຣະ​ຢາ​ເວ​ຊົງ​ຊ່ວຍ​ເຫລືອຊີ​ວິດ​ຂອງ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. ບັນ​ດາ​ຜູ້​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ​ບໍ່​ມີ​ໃຜ​ທີ່​ຈະ​ຖືກ​ລົງ​ໂທດ.
\s5
\c 35
\cl ບົດທີ 35
\p
\v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ ຂ​ໍ​ຊົງ​ຕໍ່​ຕ້ານ​ບັນ​ດາ​ຜູ້​ທີ່​ຕໍ່​ຕ້ານ​ຂ້າ​ນ້ອຍ ​ຂໍ​ຊົງ​ຕໍ່​ສູ້​ບັນດາຜູ້ທີ່ຕໍ່ສູ້ຂ້າ​ນ້ອຍ
\v 2 ຂໍ​ຊົງໂຜດຈັບ​ໂລ້​ແລ​ະ​ເສື້ອຫຸ້ມເກາະຂອງ​ພ​ຣະ​ອົງ ຂໍ​ຊົງ​ລຸກ​ຂຶ້ນ​ແລະ​ຊ່​ວຍກູ້​ຂ້າ​ນ້ອຍ
\v 3 ຂໍ​ຊົງ​ໃຊ້​ຫອກ​ແລະ​ຂວານ​ຂຶ້ນ​ຕໍ່​ສູ້​ບັນ​ດາ​ຜູ້​ທີ່​ໄລ່​ຕາມ​ຂ້າ​ນ້ອຍ ຂໍ​ຊົງ​ກ່າວ​ແກ່​ຈິດ​ໃຈ​ຂອງ​ຂ້າ​ນ້ອຍວ່າ "ເຮົາ​ເປັນ​ຄວາມ​ພົ້ນ​ຂອ​ງ​ເຈົ້າ"
\s5
\v 4 ຂໍ​ໃຫ້​ບັນ​ດາ​ຜູ້​ສະ​ແຫວງ​ຫາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄດ້​ອັບ​ອາຍ​ແລະ​ແລະພ່າຍແພ້. ​ຂໍ​ໃຫ້​ບັນ​ດາ​ຜູ້​ວາງ​ແຜນ​ເຮັດ​ຮ້າຍ​ຂ້າ​ນ້ອຍ​ໄດ້​ຫັນ​ກັບ​ໄປ​ແລະ​ພ່າຍ​ແພ້.
\v 5 ຂໍ​ໃຫ້​ພວກ​ເຂົາ​ເປັນ​ຄື​ຂີ້​ແກບ​ຕໍ່​ຫນ້າ​ລົມ, ເມື່ອ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ຢາ​ເວ​ຂັບ​ໄລ່​ພວກ​ເຂົາ​ໄປ.
\v 6 ຂໍ​ໃຫ້​ທາງ​ຂອງ​ພວກ​ເຂົາ​ມືດ​ມິດ​ແລະ​ມື່ນພະລາດ, ເມື່ອ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ຢາ​ເວ​ຂັບ​ໄລ່​ພວກ​ເຂົາ​ໄປ.
\s5
\v 7 ພວກ​ເຂົາ​ໄດ້​ຫ້າງ​ແຮ້ວໃສ່​ຂ້າ​ນ້ອຍ​ໂດຍ​ບໍ່​ມີ​ສາ​ເຫດ; ພວ​ກ​ເຂົາ​ໄດ້​ຂຸດ​ຂຸມ​ດັກ​ຈັບຊີ​ວິດ​ຂ້າ​ນ້ອຍໃຫ້ຕົກລົງໃນຂຸມນັ້ນ.
\v 8 ຂໍ​ໃຫ້​ພັຍ​ພິ​ບັດ​ຕາມ​ທັນ​ພວກ​ເຂົາ​ຢ່າງ​ບໍ່​ທັນ​ຕັ້ງ​ຕົວ. ຂໍ​ໃຫ້​ພວກ​ເຂົາ​ຕິດ​ແຮ້ວ​ທີ່​ວາງ​ໄວ້​ເອງ. ຂໍ​ໃຫ້​ພວກ​ເຂົາ​ຕົກ​ລົງ​ໄປ​ໃນ​ພັຍ​ພິ​ບັດ​ຂອງ​ພວກ​ເຂົາ​ເອງ.
\s5
\v 9 ​ແຕ່​ຂ້າ​ນ້ອຍ​ຈະ​ຊື່ນ​ຊົມ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ​ແລະປິຕິ​ຍິນ​ດີ​ໃນ​ການ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພ​ຣະ​ອົງ.
\v 10 ກະ​ດູກ​ທຸກ​ຊີກຂອງ​ຂ້າ​ນ້ອຍ​ຈະ​ເວົ້າ​ວ່າ, "ຂ້າ​ແດ່​ພ​ຣະ​ຢາ​ເວ, ຜູ້​ໃດ​ເປັນ​ດັ່ງ​ພ​ຣະ​ອົງ ຜູ້​ຊົງ​ຊ່ວຍ​ເຫລືອ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ​ຈາກ​ພວກ​ທີ່​ແຂງ​ແຮງ​ເກີນ​ໄປ​ສຳ​ຫລັບ​ພ​ວກ​ເຂົາ ແລະ​ຊົງ​ຊ່ວຍ​ເຫລືອຄົນ​ຍາກ​ຈົນ​ແລະ​ຂັດ​ສົນ​ຈາກ​ຜູ້​ທີ່​ຫາ​ທາງ​ປຸ້ນ​ພວກ​ເຂົາ?"
\s5
\v 11 ພວກ​ພະ​ຍານ​ຄົນ​ຊົ່ວ​ກໍ​ລຸກ​ຂຶ້ນ; ພວກ​ເຂົາ​ເວົ້າ​ຕົວະ​ໃສ່​ຮ້າຍ​ຂ້າ​ນ້ອຍ.
\v 12 ພວກ​ເຂົາ​ຕອບ​ແທນ​ຄວາມ​ດີ​ຂອງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຊົ່ວ. ຂ້າ​ນ້ອຍ​ເສົ້າ​ໃຈ.
\s5
\v 13 ​ແຕ່​, ເມື່ອ​ຍາມ​ທີ່​ພວກ​ເຂົາ​ເຈັບ​ປ່ວຍ, ຂ້າ​ນ້ອ​ຍ​ໄດ້ໃ​ສ​່ເຄື່ອງໄວ້ທຸກ; ຂ້າ​ນ້ອຍ​ໄດ້​ຖືສິນ​ອົດ​ອາ​ຫາ​ນ​ເພື່ອ​ພວກ​ເຂົາ​ດ້ວຍ​ກົ້ມ​ຫົວ​ລົງ​​ພາວັນນາອະທິຖານ.
\v 14 ຂ້າ​ນ້ອຍ​ເປັນ​ທຸກ​ໂສກ​ເສົ້າ​ເພື່ອ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ໂນ້ມ​ຕົວ​ລົງ​ໄວ້​ທຸກ​ເຫມືອນ​ໄວ້​ທຸກ​ໃຫ້​ແກ່​ແມ່​ຂອງ​ຂ້າ​ນ້ອຍ.
\s5
\v 15 ​ແຕ່​ເມື່ອ​ຂ້າ​ນ້ອຍ​ສະ​ດຸດ​ລົ້ມ, ພວກ​ເຂົາ​ກັບ​ດີ​ໃຈ​ແລະ​ສຸມ​ຫົວ​ກັນ; ​ພວກ​ເຂົາ​ສຸມ​ຫົວ​ກັນ​ຕໍ່​ສູ້​ຂ້​າ​ນ້ອຍ, ໂດຍ​ທີ່​ຂ້ານ້ອຍ​ບໍ່​ທັນ​ຮູ້​ຕົວ. ​ພວກ​ເຂົາ​ບໍ່​ຢຸດ​ທີ່​ຈະ​ຈີກ​​ຂ້າ​ນ້ອຍຖິ້ມ.
\v 16 ພວກ​ເຂົາ​ເຢາະ​ເຍີ້ຍ​ຂ້າ​ນ້ອຍ​ຢ່າງ​ລົບ​ລູ່; ພວກ​ເຂົາ​ກັດ​ແຂ້ວ​ໃສ່​ຂ້າ​ນ້ອຍ.
\s5
\v 17 ​ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ອົງ​ຈະ​ຊົງ​ຫລຽວເບິ່ງ​ອີກ​ດົນ​ປານ​ໃດ? ຂໍ​ຊົງ​ຊ່ວຍ​ກູ້​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ຈາກ​ການ​ຈູ່​ໂຈມ​ທຳ​ລາຍ​ຂອງ​ພວກ​ເຂົາ, ຂໍ​ຊົງ​ຊ່ວຍ​ຊີ​ວິດ​ຂ້າ​ນ້ອຍ​ຈາກ​ຝູງ​ສິງ​ໂຕ.
\v 18 ແລ້ວ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ໃນ​ທີ່​ປະ​ຊຸມ​ໃຫຍ່; ຂ້າ​ນ້ອຍ​ຈະ​ສັນ​ຣະເສີນ​ພ​ຣະ​ອົງ​ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ຫລວງ​ຫລາຍ.
\s5
\v 19 ​ຂໍ​ຢ່າ​ໃຫ້​ສັດ​ຕຣູຄື​ຄົນ​ຂີ້ຕົວະ​ຂອງ​ຂ້າ​ນ້ອຍ​ໄດ້​ດີ​ໃຈ​ເຫນືອ​ຂ້າ​ນ້ອຍ; ຂໍ​ຊົງ​ຢ່າ​ໃຫ້​ພວກ​ເຂົາ​ໄດ້​ເຮັ​ດ​ຕາມ​ແຜນ​ຊົ່ວ​ຂອງ​ພວກ​ເຂົາ.
\v 20 ເພາະ​ພວກ​ເຂົາ​ບໍ່​ໄດ້​ເວົ້າ​ຈາ​ດ້ວຍ​ສັນ​ຕິ​ພາບ, ແຕ່​ພວກ​ເຂົາ​ຄິດ​ຖ້ອຍ​ຄຳ​ຫລອກ​ລວງ​ຕໍ່​ຕ້ານ​ບັນ​ດາ​ຜູ້​ທີ່​ຢູ່​ຢ່າງ​ສະ​ຫງົບ​ໃນ​ແຜ່​ນ​ດິນ​ຂອງ​ຂ​້າ​ນ້ອຍ​ທັ​ງ​ຫລາຍ.
\s5
\v 21 ​ພວກ​ເຂົາ​ອ້າ​ປາກ​ກວ້າງ​ໃສ່​ຂ້າ​ນ້ອຍ; ພວກ​ເຂົາ​ໄດ້​ເວົ້າ​ວ່າ,"ຫັ້ນ​ເດ, ຫັ້ນ​ເດ, ພວກ​ເຮົ​າ​ໄດ້​ເຫັນ​ກັບ​ຕາ​ແລ້ວ."
\v 22 ພ​ຣະ​ອົງ​ໄດ້​ຊົງຫລຽວເຫັນ​ແລ້ວ, ຂ້າ​ແດ່​ພ​ຣະ​ຢ​າ​ເວ, ຂໍ​ຢ່າ​ຊົງ​ງຽບ; ຂ້າ​ແດ່​ພ​ຣະ​ອົງ​ຜູ້​ເປັນ​ເຈົ້າ, ຂໍ​ຢ່າ​ຊົງ​ສະ​ຖິດ​ໄກ​ຈາກ​ຂ້າ​ນ້ອຍ.
\v 23 ຂໍ​ຊົງ​ລຸກ​ຂຶ້ນ​ແລະ​ຊົງ​ຕື່ນ​ເພື່ອ​ຄວາມ​ເປັນ​ທັມ​ຂອງ​ຂ້າ; ຂ້າ​ແດ່​ພ​ຣະ​ເຈົ້າ​ແລະ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​ໃຫ້​ຄວາມ​ເປັນ​ທັມ​ແກ່​ຂ້າ​ນ້ອຍ​ດ້ວຍ​ເຖີດ.
\s5
\v 24 ​ຂໍ​ຊົງ​ໃຫ້​ຄວາມ​ເປັນ​ທັມ​ແກ່​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ​ເພາະ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ; ຂໍ​ຢ່າ​ໃຫ້​ພວກ​ເຂົາ​ໄດ້​ດີ​ໃຈ​ເຫນືອ​ຂ້າ​ນ້ອຍ
\v 25 ຂໍ​ຢ່າ​ໃຫ້​ພວກ​ເຂົາ​ຄິດ​ໃນ​ໃຈ​ວ່າ, "ຫັ້ນ​ເດ, ເຮົາ​ໄດ້​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ແລ້ວ." ຂໍ​​ຢ່າ​ໃຫ້​ພວກ​ເຂົາ​ເວົ້າ​ວ່າ, "ເຮົາ​ໄດ້​ກື​ນ​ກິນ​ເຂົາ​ແລ້ວ."
\v 26 ຂໍ​ຊົງໃຫ້​ບັນ​ດາ​ຄົນ​ທີ່​ຢາກ​ທຳ​ຮ້າຍ​ຂ້າ​ນ້ອຍ​ໄດ້​ອັບ​ອາຍ​ແລະ​ພ່າຍ​ແພ້. ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ເຢາະ​ເຍີ້ຍ​ຂ້າ​ນ້ອຍ​ໄດ້​ຄຸມ​ຕົວ​ດ້ວຍ​ຄວາມ​ອາຍ​ແລະ​ຄວາມ​ພ່າຍແພ້.
\s5
\v 27 ​ຂໍ​ໃຫ້​ບັນ​ດາ​ຜ​ູ້​ທີ່​ປຣາ​ຖະນາ​ເຫັນ​ຂ້າ​ນ້ອຍ​ມີ​ຊັຍ​ໄດ້​ໂຮ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ແລະ​ປິ​ຕິຍິນດີ; ຂໍ​ໃຫ້​ພວກ​ເຂົາ​ເວົ້າ​ຕະ​ຫລອດ​ໄປ​ວ່າ, "ຈົ່ງສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຜູ້​ຊົງ​ພໍ​ໃຈ​ໃນ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ຂອງ​ຜູ້​ຮັບ​ໃຊ້​ຂອ​ງ​ພ​ຣະ​ອົງ."
\v 28 ແລ້ວ​ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ຄວາມ​ຍຸ​ຕິ​ທັມ​ຂອງ​ພ​ຣ​ະ​ອົງ​ແລະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຕ​ະ​ຫລອດ​ທັງ​ມື້.
\s5
\c 36
\cl ບົດທີ 36
\p
\v 1 ​ຄົນ​ຊົ່ວ​ເວົ້າ​ເຖິງ​ຄວາມ​ບາບ​ຂອງ​ເຂົາ​ຈາກ​ສ່ວນເ​ລິກ​ໃນ​ໃຈ​ຂອງ​ເຂົາ ບໍ່​ມີ​ຄວາມ​ເກງ​ກົວ​ພ​ຣະ​ເຈົ້າ​ຢູ່​ໃນ​ສາຍ​ຕາ​ຂອງ​ເຂົາ
\v 2 ເພາະ​ເຂົາ​ປອບ​ໃຈ​ຕົນເອງ ຄິດ​ວ່າ​ບາບ​ຂອງ​ເຂົາ​ຈະ​ບໍ່​ຖືກ​ຄົ້ນ​ພົບ​ແລະ​ບໍ່​ເປັນ​ທີ່ລັງ​ກຽດ​
\s5
\v 3 ​ຄຳ​ເວົ້າ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ບາບ​ແລະ​ການ​ຫລອກ​ລວງ; ເຂົາ​ບໍ່​ຕ້ອງ​ການ​ເປັນ​ຄົນ​ສະ​ຫລາດ​ແລະ​ເຮັດ​ດີ.
\v 4 ໃນ​ຂະ​ນະ​ທີ່​ເຂົາ​ນອນ​ໃນ​ທີ່ນອນ, ເຂົາ​ວາງ​ແຜນ​ທີ່​ຈະ​ເຮັດ​ບາບ​ໄວ້​ຫລາຍ​ວິ​ທີ; ເຂົ​າ​ມຸ້ງໄປ​ທາງ​ຊົ່ວ; ເຂົາ​ບໍ່​ປະ​ຕິ​ເສດ​ຄວາມ​ຊົ່ວ​ເລີຍ​ຂ້າ​ແດ່​ພ​ຣະ​ຢາ​ເວ.
\s5
\v 5 ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄປ​ເຖິງ​ຟ້າ​ສະ​ຫວັນ, ພ​ຣະ​ຢາ​ເວ, ຄວາມ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພ​ຣະ​ອົງ​ໄປ​ເຖິງ​ຫມູ່​ເມກ.
\v 6 ຄວາ​ມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ເປັນ​ດັ່ງ​ບັນ​ດາ​ພູ​ເຂົາ​ຂອງ​ພ​ຣະ​ເຈົ້າ; ການ​ພິ​ພາກ​ສາ​ຂອງ​ພ​ຣະ​ອົງ​ເປັນ​ດັ່ງ​ທະເລເລິກ. ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ທັງ​ບັນ​ດາ​ມະ​ນຸດ​ແລະ​ສັດ​ທັງ​ຫລາຍ.
\s5
\v 7 ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ມີ​ຄ່າ​ຫລາຍ, ຂ້າ​ແດ່​ພ​ຣະ​ເຈົ້າ! ມະ​ນຸດ​ທັງ​ຫລາຍ​ເຂົ້າ​ລີ້​ພັຍ​ພາຍ​ໃຕ້​ຮົ່ມ​ປີກ​ຂອງ​ພ​ຣະ​ອົງ.
\v 8 ພວກ​ເຂົາ​ຈະ​ອີ່​ມ​ຢ່າງ​ອຸ​ດົມ​ສົມ​ບູນ​ດ້ວຍ​ຄວາມ​ຮັ່ງ​ມີ​ດ້ວຍ​ອາ​ຫານ​ອັນດີຂ​ອງ​ພ​ຣະ​ອົງ; ພ​ຣະ​ອົງ​ຈະ​ຊົງ​ໃຫ້​ພວກ​ເຂົາ​ດື່ມ​ຈາກ​ແມ່​ນ້ຳ​ແຫ່ງ​ພ​ຣະ​ພອນ​ອັນ​ມີ່​ຄ່າ​ຂອງ​ພ​ຣະ​ອົງ.
\v 9 ເພາະ​ນ້ຳ​ພຸ​ແຫ່ງ​ຊີ​ວິດ​ຢ​ູ່​ກັບ​ພ​ຣະ​ອົງ; ເຮົາ​ເຫັນ​ຄວາມ​ສະ​ຫວ່າງໃນ​ແສງ​ສະ​ຫວ່າງ​ຂອງ​ພ​ຣະ​ອົງ.
\s5
\v 10 ​ຂໍ​ຊົງ​ຂະ​ຫຍາຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄປ​ຍັງ​ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ພ​ຣະ​ອົງ​ຢ່າງ​ເຕັມ​ຂະຫນາດ, ແລະ​ການ​ປົກ​ປ້ອງ​ຂອງ​ພ​ຣະ​ອົງ​ແກ່​ຜູ້​ທີ່​ມີ​ໃຈ​ທ່ຽງ​ທັມ.
\v 11 ຂໍ​ຢ່າ​ໃຫ້​ຕີນ​ຂອງ​ຄົນ​ຈອງ​ຫອງ​ມາ​ໃກ້​ຂ້າ​ນ້ອຍ. ຂໍ​ຢ່າ​ໃຫ້​ມື​ຂອງ​ຄົນ​ຊົ່ວ​ຂັບ​ໄລ່​ຂ້າ​ນ້ອຍ​ໄປ.
\v 12 ບັນ​ດາ​ຄົນ​ເຮັດ​ຊົ່ວ​ກໍ​ໄດ້​ລົ້ມ​ລົງ​ທີ່​ນັ້ນ; ພວກ​ເຂົາ​ຖືກ​ຊັດ​ລົງ​ແລະ​ບໍ່​ສາ​ມາດ​ລຸກ​ຂຶ້ນ​ໄດ້.
\s5
\c 37
\cl ບົດທີ 37
\d ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\p
\v 1 ຢ່າ​ກັງ​ວົນ​ໃຈ​ເພາະ​ພວກ​ຄົນ​ເຮັດ​ຊົ່ວ; ຢ່າ​ອິດ​ສາ​ບັນ​ດາ​ຜູ້​ປະ​ພຶດ​ຊົ່ວຮ້າຍ.
\v 2 ເພາະ​ອີກ​ບໍ່​ດົນ​ພວກ​ເຂົາ​ຈະ​ແຫ້ງ​ໄປ​ຄື​ຫຍ້າ​ແລະ​ຫ່ຽວ​ໄປ​ຄື​ພືດ​ສົດ.
\s5
\v 3 ຈົ່ງວາງໃຈໃນພຣະຢາເວ ແລະເຮັດສິ່ງທີ່ດີ; ຈົ່ງ​ຢູ່​ອາ​ສັຍ​ໃນ​ແຜ່ນ​ດິນ​ແລະ​ໄດ້​ຮັບ​ການ​ລ້ຽງ​ດູ​ຢ່າງ​ດີເຖີດ.
\v 4 ແລ້ວ​ຈົ່ງ​ປິ​ຕິ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ​, ແລະ​ພ​ຣະ​ອົງ​ຈະ​ປຣະ​ທານ​ຕາມ​ໃຈ​ປຣາ​ຖນາ​ຂອງ​ທ່ານ.
\s5
\v 5 ​ຈົ່ງ​ມອບ​ທາງ​ຂອງ​ເຈົ້າ​ໃຫ້​ແກ່​ພ​ຣະ​ຢາ​ເວ; ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ແທນ​ເຈົ້າ.
\v 6 ພ​ຣະ​ອົງ​ຈະ​ເຮັດໃຫ້ຄວາມ​ຊອບ​ທັມ​ຂອງ​ເຈົ້າຈະເຣີນຮຸ່ງເຮືອງອອກໄປ​ເຫມືອນ​ດັ່ງ​ຕາ​ເວັນໃນຍາມທ່ຽງ​​.
\s5
\v 7 ​ຈົ່ງ​ສະຫ​ງົບ​ຢູ່​ຕໍ່​ຫນ້າ​ພ​ຣະ​ຢາ​ເວ​ແລະ​ລໍ​ຖ້າ​ພ​ຣະ​ອົງ​ດ້ວຍ​ຄວາມ​ພຽນ. ຢ່າ​ກັງວົນ​ຖ້າ​ບາງ​ຄົນ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ທີ່​ເຂົາ​ເຮັດ​ຫລື​ເມື່ອ​ເຂົາ​ວາງ​ແຜນ​ຊົ່ວ.
\s5
\v 8 ​ຢ່າ​ຮ້າຍ​ແລະ​ວຸ້ນ​ວາຍ​ເລີຍ. ຢ່າ​ວິ​ຕົກ​ກັງ​ວົນ.
\v 9 ພວກ​ຄົນ​ເຮັດ​ຊົ່ວ​ຈະ​ຖືກ​ຕັດ​ອອກ​ໄປ, ແຕ່​ບັນ​ດາ​ຜູ້​ທີ່​ລໍ​ຖ້າ​ພ​ຣະ​ຢາ​ເວ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ.
\v 10 ອີກ​ຈັກ​ຫນ້ອຍ​ຄົນ​ຊົ່ວ​ກໍ​ຈະ​ສູນ​ຫາຍ​ໄປ; ທ່ານ​ຈະ​ເບິ່ງ​ສະ​ຖານ​ທີ່​ຂອງ​ເຂົາ, ແຕ່​ວ່າ​ເຂົາ​ຈະ​ຈາກ​ໄປ​ແລ້ວ.
\s5
\v 11 ​ແຕ່​ຄົນ​ທີ່​ມີ​ໃຈ​ອ່ອນ​ສຸ​ພາບ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ​ແລະ​ຈະ​ເບີກ​ບານ​ໃນ​ຄວາມ​ຈະ​ເຣີນ​ຮັ່ງມີ​ຢ່າງ​ຫລວງ​ຫລາຍ.
\v 12 ຄົນ​ຊົ່ວ​ປອງ​ຮ້າຍ​ຄົນ​ຊອບ​ທັມ​ແລະ​ກັດ​ແຂ້ວ​ຄ້ຽວຟັນໃສ່​ເຂົາ.
\v 13 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຫົວ​ຂວັນໃສ່​ເຂົາ, ເພາະ​ພ​ຣະ​ອົງ​ຊົງ​ເຫັນ​ວ່າ​ວັນ​ເວ​ລາ​ຂອງ​ເຂົາ​ໃກ້​ເຂົ້າ​ມາ​ແລ້ວ.
\s5
\v 14 ​ພວກ​ຄົນ​ຊົ່ວ​ໄດ້​ຖອດ​ດາບ​ຂອງ​ພວກ​ເຂົາ​ອອກ​ແລະ​ກົ່ງ​ຄັນ​ທະ​ນູ​ເພື່ອ​ຍິງ​ໄປ​ຍັງ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ​ແລະ​ຄົນ​ທີ່​ຂັດ​ສົນ, ເພື່ອ​ຂ້າ​ບັນ​ດາ​ຜູ້​ທີ່​ຊອບ​ທັມ.
\v 15 ໃຈ​ຂອງ​ພວກ​ຄົນ​ຊົ່ວ​ຈະ​ຖືກ​ແທງ​ດ້ວຍ​ດາບ​ຂອງ​ພວກ​ເຂົ​າ​ເອງ, ແລະ​ຄັນ​ທະ​ນູ​ຂອງ​ພ​ວກ​ເຂົາ​ຈະ​ຫັກ.
\s5
\v 16 ​ສິ່ງເລັກໆ ນ້ອຍໆ ທີ່​ຄົນ​ຊອບ​ທັມ​ມີ​ກໍ​ດີກວ່າ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ຄົນ​ຊົ່ວ​ຈຳ​ນວນ​ຫລາຍ.
\v 17 ເພາະ​ພຣະອົງຈະໃຫ້ກຳລັງ​ຂອງ​ຄົນ​ຊົ່ວ​​ຫາຍໄປ, ແຕ່​ພ​ຣະ​ຢາ​ເວ​ຊົງ​ຄຸ້ມຄອງ​ຄົນ​ຊອບ​ທັມໄວ້.
\s5
\v 18 ​ພ​ຣະ​ຢາ​ເວຊົງ​ເຝົ້າ​ເບິ່ງ​ຄົນ​ທີ່​ເຊື່ອຟັງມື້​ຕໍ່​ມື້, ແລະ​ມໍ​ຣະ​ດົກ​ຂອງ​ພວກ​ເຂົາ​ຈະ​ຢັ້ງ​ຢືນ​ເປັນ​ນິດ.
\v 19 ພວກ​ເຂົາ​ຈະ​ບໍ່​ອັບ​ອາຍ​ເມື່ອ​ເຖິງ​ຍາມ​ຊົ່ວ​ຮ້າຍ. ເມື່ອ​ຄວາມ​ອຶດ​ຢາກ​ມາ​ເຖິງ, ພວກ​ເຂົາ​ຈະ​ມີ​ກິນ​ຢ່າງ​ພຽງ​ພໍ.
\s5
\v 20 ​ແຕ່​ຄົນ​ຊົ່ວ​ຈະ​ຕາຍ​ໄປ. ພວກ​ສັດ​ຕຣູ​ຂອງ​ພ​ຣະ​ຢາ​ເວ​ຈະ​ເປັນ​ດັ່ງ​ຄວາມ​ສະ​ງ່າ​ງາມ​ຂອງ​ທົ່ງ​ຫຍ້າ; ພວກ​ເຂົາ​ຈະ​ຖືກ​ເຜົາ​ຜານ​ແລະ​ຫັບຫາຍ​ໄປ​ໃນ​ຄວັນ.
\v 21 ຄົນ​ຊົ່ວ​ຂໍ​ຢືມ​ແລະ​ບໍ່​ຈ່າຍ​ຄືນ, ແຕ່​ຄົນ​ຊອບ​ທັມ​ນັ້ນ​ໃຈ​ກວ້າງ​ແລະ​ແຈກ​ຈ່າຍ.
\s5
\v 22 ​ບັນ​ດາ​ຜູ້​ທີ່​ພ​ຣະ​ເຈົ້າ​ຊົງ​ອວຍ​ພ​ຣະ​ພອນ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ; ​ບັນ​ດາ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ສາບ​ແຊ່ງ ​ຈະ​ຖືກ​ຕັດ​ອອກ​ໄປ.
\v 23 ກ້າວຕີນ​ຂອງ​ມະ​ນຸດ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໄດ້​ໂດຍ​ພ​ຣະ​ຢາ​ເວ, ຄື​ຄົນ​ທີ່​ທາງ​ຂອງ​ເຂົາ​ເປັນ​ທີ່​ຍົກ​ຍ້ອງ ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ຢາ​ເວ.
\v 24 ແມ່ນວ່າ​ເຂົາ​ສະ​ດຸດ, ເຂົາ​ຈະ​ບໍ່​ລົ້ມ​ລົງ, ເພາະ​ພ​ຣະ​ຢາ​ເວ​ຊົງ​ປະ​ຄອງ​ເຂົ​າ​ໄວ້​ດ້ວຍ​ມືຂອງ​ພ​ຣະ​ອົງ.
\s5
\v 25 ​ຂ້າ​ນ້ອຍ​ເຄີຍ​ຫນຸ່ມ​ແລະ​ດຽວ​ນີ້​ກໍ​ເຖົ້າ​ແກ່​ແລ້ວ; ຂ້າ​ນ້ອຍ​ບໍ່​ເຄີຍ​ເຫັນ​ຄົນ​ຊອບ​ທັມຖືກ​ຖິ້ມ​ຫລື​ລູກ​ຫລານ​ຂອງ​ເຂົາ​ຂໍ​ທານ​ເພື່ອ​ຈະ​ໄດ້​ອາ​ຫານ.
\v 26 ເຂົາ​ມີ​ເມດ​ຕາ​ແລະ​ໃຫ້​ຢືມ​ມາ​ຍາວ​ນານ, ແລະ​ລູກ​ຫລານ​ຂອງ​ເຂົາ​ກໍ​ກາຍ​ເປັນ​ພອນ.
\v 27 ຈົ່ງ​ຫັ​ນ​ຫນີ​ຈາກ​ຄວາມ​ຊົ່ວ​ແລະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ; ແລ້ວ​ທ່ານ​ຈະ​ຢູ່​ຢ່າງ​ປອດ​ພັຍ​ຕະ​ຫລອດ​ໄປ.
\s5
\v 28 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ຮັກ​ຄວາມ​ຍຸ​ຕິ​ທັມ​ແລະ​ບໍ່​ຖິ້ມ​ຜູ້​ທີ່​ຕິດ​ຕາມ​ຢ່າງ​ຊື່​ສັດ. ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ຮັກສາ​ໄວ້​ຕະ​ຫລອດ​ໄປ​ເປັນ​ນິ​ດ, ແຕ່​ບັນ​ດາ​ລູກ​ຫລານ​ຂອງ​ຄົນ​ຊົ່ວ​ຈະ​ຖືກ​ຕັດ​ອອກ​ໄປເສຍ.
\v 29 ຄົນ​ຊອບ​ທັມ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ​ແລະ​ອ​າ​ສັຍ​ຢູ່​ທີ່​ນັ້ນ​ຕະ​ຫລອດ​ໄປ​ເປັນ​ນິ​​ດ.
\v 30 ປາກ​ຂອງ​ຄົນ​ຊອບ​ທັມເວົ້າ​ເຖິງ​ປັນ​ຍາ​ແລະ​ເພີ່ມ​ພູນຄວາມ​ຍຸ​ຕິ​ທັມ.
\s5
\v 31 ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຂົາ​ຢູ່​ໃນ​ໃຈ​ຂອງ​ເຂົາ; ຕີນ​ຂອງ​ເຂົາ​ຈະ​ບໍ່​ມື່ນຖະໄຫລ.
\v 32 ຄົນ​ຊົ່ວ​ຖ້າ​ເບິ່ງ​ຄົນ​ຊອບ​ທັມ​ແລະ​ຫາ​ທາງ​ຂ້າ​ເຂົາເສຍ.
\v 33 ພ​ຣະ​ຢາ​ເວ​ຈະ​ບໍ່​ຊົງ​ຖິ້ມ​ເຂົາ​ໄວ້​ໃນ​ເງື້ອມ​ມື​ຂອງ​ຄົນ​ຊົ່ວ​ຫລື​ຊົງ​ລົງ​ໂທ​ດ​ເຂົາ​ເມື່ອ​ພ​ຣະ​ອົງ​ຊົງ​ພິ​ພາກ​ສາ.
\s5
\v 34 ​ຈົ່ງ​ລໍ​ຖ້າ​ພ​ຣະ​ຢາ​ເວ​ແລະ​ຮັກ​ສາ​ທາງ​ຂອງ​ພ​ຣະ​ອົງ​ໄວ້, ແລະ​ພ​ຣະ​ອົງ​ຈະ​ຊົງ​ຍົກ​ທ່ານ​ຂຶ້ນ​ໃຫ້​ຄອບ​ຄອງ​ແຜ່ນ​ດິນ. ທ່ານ​ຈະ​ເບິ່ງ​ເຫັນ​ເມື່ອ​ຄົນ​ຊົ່ວ​ຖືກ​ຕັດ​ອອກ​ໄປ.
\s5
\v 35 ​ຂ້າ​ນ້ອຍ​ເຄີຍ​ເຫັນ​ຄົນ​ຊົ່ວ​ແລະ​ຄົນ​ທີ່​ຫນ້າ​ຢ້ານ​ແພ່ຢາຍ​ອອກ​ໄປ​ເຫມືອນ​ຕົ້ນ​ໄມ້​ຂຽວ​ທີ່​ປູກ​ໃນ​ດິນ​ທີ່​ເຫມາະ​ສົມ​ກັບ​ມັນ.
\v 36 ແຕ່​ເມື່ອ​ຂ້າ​ນ້ອຍ​ຜ່ານ​ໄປ​ອີກ​ຄັ້ງ​ຫນຶ່ງ, ເຂົາ​ກໍ​ບໍ່​ຢູ່​ທີ່​ນັ້ນ​ແລ້ວ. ຂ້າ​ນ້ອຍ​ເບິ່ງ​ຫາ​ເຂົາ ແຕ່​ກໍ​ບໍ່​ພົບ​ເລີຍ.
\s5
\v 37 ຈົ່ງ​ເຝົ້າ​ເບິ່ງ​ຄົນ​ທີ່​ມີ​ຄວາມ​ຊື່​ສັດ​ສຸ​ຈະ​ຣິດ, ແລະ​ຈົ່ງ​ຫມາຍ​ຄົນ​ທ່ຽງ​ຕຣົງ​ໄວ້​; ເພາະ​ມີ​ອາ​ນາ​ຄົດ​ທີ່​ດີ​ສຳ​ຫລັບ​ຄົນ​ສະ​ງົບ​ສຸກ.
\v 38 ຄົນ​ບາບ​ຈະ​ຖືກ​ທຳ​ລາຍ​ໄປ​ຢ່າງ​ສິ້ນ​ເຊີງ; ອາ​ນະ​ຄົດ​ຂອງ​ຄົນ​ຊົ່ວ​ກໍ​ຖືກ​ຕັດ​ອອກ​ໄປ.
\s5
\v 39 ​ຄວາມ​ພົ້ນຂອງ​ຄົນ​ຊອບ​ທັມ​ມາ​ຈາກ​ພ​ຣະ​ຢາ​ເວ; ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ພວກ​ເຂົາ​ໃນ​ຍາມ​ຍາກ​ລຳ​ບາກ.
\v 40 ພ​ຣະ​ຢາ​ເວຊົງຄຸ້ມຄອງພວກ​ເຂົາ​ແລະ​ຊົງ​ຊ່ວຍ​ເຫລືອພວກ​ເຂົາ. ພ​ຣະ​ອົງ​ຊົງ​ຊ່ວຍ​ກູ້​ພວກ​ເຂົາ​ຈາກ​ພວກ​ຄົນ​ຊົ່ວ​ແລະ​ຊ່ວຍ​ພວກ​ເຂົາ​ໃຫ້ພົ້ນ​ເພາະ​ພວກ​ເຂົາ​ໄດ້​ລີ້​ພັຍ​ໃນ​ພ​ຣະ​ອົງ.
\s5
\c 38
\cl ບົດທີ 38
\p
ບົ​ດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ, ເພື່ອ​ເຮັດ​ໃຫ້​ຄວາມ​ຊົງ​ຈຳ.
\v 1 ຂ້າ​ແດ່ ​ພ​ຣະ​ຢາ​ເວ, ຂໍ​ຢ່າ​​ນາບຂູ່ຂ້າ​ນ້ອຍ​ດ້ວຍ​ຄວາມ​​ຮ້າຍ​ຂອງ​ພ​ຣະ​ອົງ; ຂໍ​ຢ່າ​ຊົງ​ລົງ​ໂທດ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ.
\v 2 ເພາະ​ລູກ​ທະ​ນູ​ຂອງ​ພ​ຣະ​ອົງ​ປັກ​ເຂົ້າ​ໃນ​ຕົວ​ຂ້າ​ນ້ອຍ, ແລະ​ມື​ຂອງ​ພ​ຣະ​ອົງ​ໄດ້​ກົດ​ຂ້າ​ນ້ອຍ​ລົງ.
\s5
\v 3 ​ທັງ​ຮ່າງ​ກາຍ​ຂອງ​ຂ້າ​ນ້ອຍ​ກໍ​ເຈັບ​ປ່ວຍ​ເນື່ອງ​ດ້ວຍ​ຄວາມ​​ຮ້າຍ ຂອງ​ພ​ຣະ​ອົງ; ເປັນ​ເພາະ​ຄວາມ​ບາບ​ຂອງ​ຂ້າ​ນ້ອຍ ກະ​ດູກ​ຂອງ​ຂ້າ​ນ້ອຍຈຶ່ງ​ບໍ່​ມີ​ສະ​ພາບ​ດີ​ເລີຍ.
\v 4 ເພາະ​ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ​ຖ້ວມ​ຂ້າ​ນ້ອຍ; ມັນ​ເປັນ​ພາ​ຣະ​ທີ່​ຫນັກ​ເກີນ​ໄປ​ສຳ​ຫລັບ​ຂ້າ​ນ້ອຍ.
\s5
\v 5 ​ບາດ​ແຜ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ກໍ​ຕິດ​ເຊື້ອ​ແລະ​ເຫມັນ​ເນົ່າ​ກໍ​ເພາະ​ບາບ​ອັບ​ໂງ່​ຈ້າ​ຂອງ​ຂ້າ​ນ້ອຍ.
\v 6 ຂ້າ​ນ້ອຍ​ນ້ອມ​ຕົວ​ລົງ​ແລະ​ອັບ​ອາຍ​ຢູ່​ທຸກ​ມື້; ຂ້າ​ນ້ອຍ​ໃຊ້​ຊີ​ວິດ​ຢ່າງ​ທຸກ​ໂສກ​ຕະ​ຫລອດ​ວັນ​ຍັງ​ຄ່ຳ.
\s5
\v 7 ສຳ​ຫລັບ​ພາຍ​ໃນ​ຂອງ​ຂ້າ​ນ້ອຍ, ​ເພາະ​ຂ້າ​ນ້ອຍ​ເຕັມ​ໄປ​ດ້ວຍ​ຮອຍ​ໄຫມ້​ພາຍ​ໃນ​ຂ້າ​ນ້ອຍ; ເນື້ອ​ຫນັງ​ຂອງ​ຂ້າ​ນ້ອຍ​ບໍ່​ມີ​ສະ​ພາບ​ດີ​ເລີຍ.
\v 8 ຂ້າ​ນ້ອຍ​ຫມົດ​ແຮງ​ແລະ​ຖືກ​ຂະ​ຍີ້ຢ່າງ​ຮຸນ​ແຮງ; ຂ້າ​ນ້ອຍ​ຮ້ອງ​ຄາງ​ເພາະ​ຄວາມ​ເຈັບ​ປວດ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ.
\s5
\v 9 ​ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ ພ​ຣະ​ອົງ​ຊົງ​ເຂົ້າ​ໃຈ​ຄວາມ​ປຣາ​ຖນາ​ຈາກ​ກົ້ນ​ບຶ້ງ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ ແລະ​ການ​ຄ້ຳ​ຄວນ​ຂອງ​ຂ້າ​ນ້ອຍ​ກໍ​ບໍ່​ໄດ້​ເຊື່ອງ​ໄວ້​ຈາກ​ພ​ຣະ​ອົງ
\v 10 ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ເຕັ້ນ​ຢ່າງ​ຮຸ່ນ​ແຮງ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ ແລະ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ​ກໍສູນເສຍຄວາມສະຫວ່າງ.
\s5
\v 11 ​ຫມູ່​ເພື່ອນ​ແລະ​ເພື່ອນບ້ານ​ຂອງ​ຂ້າ​ນ້ອຍ​ກໍ​ພາ​ກັນ​ຫລົບ​ລີກ​ຂ້າ​ນ້ອຍ​ເພາະ​ສະ​ພາບ​ຂອງ​ຂ້າ​ນ້ອຍ ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ​ກໍ​ຢືນ​ຢູ່​ແຕ່​ຫ່າງໆ
\v 12 ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ວາງບ້ວງ​ດັກ​ຂ້າ​ນ້ອຍ. ພວກ​ທີ່​ຫາ​ທາງ​ທຳ​ຮ້າຍ​ຂ້າ​ນ້ອຍ​ກໍ​ເວົ້າ​ຖ້ອຍ​ຄຳ​ຂູ່​ເຂັນ ແລະ​ກ່າວ​ຄຳ​ຫລອກ​ລວງ​ຕະ​ຫລອດ​ວັນ​ຍັງ​ຄ່ຳ
\s5
\v 13 ​ແຕ່​, ຂ້າ​ນ້ອຍ​ເປັນ​ເຫມືອນ​ຄົນ​ຫູ​ຫນວກ​ແລະ​ບໍ່​ໄດ້​ຍິນ​ຫຍັງ​ເລີຍ; ຂ້າ​ນ້ອຍ​ເປັນ​ເຫມືອນ​ຄົນ​ໃບ້​ທີ່​ເວົ້າ​ບໍ່​ໄດ້.
\v 14 ຂ້າ​ນ້ອຍ​ເປັນ​ເຫມືອນ​ຄົນ​ທີ່​ບໍ່​ໄດ້​ຍິນ​ແລະ​ຄື​ຄົນ​ທີ່​ຕອບ​ບໍ່​ໄດ້ ຂ້າ​ແດ່​ພ​ຣະ​ຢາ​ເວ.
\s5
\v 15 ຂ້າ​ແດ່ພຣະຢາເວ ຂ້າ​ນ້ອຍ​ລໍ​ຄອຍ​ພ​ຣະ​ອົງ; ພ​ຣະ​ອົງ​ຈະ​ຊົງ​ຕອບຂ້ານ້ອຍ, ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ.
\v 16 ຂ້າ​ນ້ອຍ​ເວົ້າ​ແບບ​ນີ້​ເພື່ອ​ທີ່​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່​ໄດ້​ເຢາະ​ເຍີ້ຍ​ຂ້າ​ນ້ອຍ. ຖ້າ​ຕີນ​ຂອງ​ຂ້າ​ນ້ອຍ​ມື່ນ​ໄຫລ, ພວກ​ເຂົາ​ຈະ​ເຮັດ​ສິ່ງ​ທີ່​ຫນ້າ​ຢ້ານ​ແກ່​ຂ້າ​ນ້ອຍ.
\s5
\v 17 ​ເພາະ​ຂ້າ​ນ້ອຍ​ເກືອບຈະ​ລົ້ມ​ລົງ​ແລ້ວ, ແລະ​ຂ້າ​ນ້ອຍເຈັບ​ປວດ​ຢູ່​ຕະ​ຫລອດ​ເວ​ລາ.
\v 18 ຂ້າ​ນ້ອຍ​ສາ​ຣະ​ພາບ​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ທຸກ​ໃຈ​ໃນ​ເລື້ອງ​ບາບ​ຂອງ​ຂ້າ​ນ້ອຍ.
\s5
\v 19 ​ແຕ່​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ມີ​ຈຳ​ນວນ​ຫລວງ​ຫລາຍ; ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ຢ່າງ​ຜິດໆ ກໍ​ມີ​ຫລວງ​ຫລາຍ.
\v 20 ພວກ​ເຂົາ​ຕອບ​ແທນ​ຄວາມ​ດີ​ຂອງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຊົ່ວ; ພວກ​ເຂົາ​ລຸມ​ກ່າວ​ໂທ​ດ​ຂ້າ​ນ້ອຍ​ແມ່ນວ່າ​ຂ້າ​ນ້ອຍ​ຕິດ​ຕາມ​ແຕ່​ສິ່ງ​ທີ່​ດີ.
\s5
\v 21 ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ, ​ຂ້າ​ແດ່​ພ​ຣະ​ຢາ​ເວ; ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ຢ່າ​ສະ​ຖິດ​ຫ່າງ​ໄກ​ຈາກ​ຂ້າ​ນ້ອຍ.
\v 22 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊົງ​ເປັນ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ, ຂໍ​ມາ​ຊ່ວຍ​ຂ້າ​ນ້ອຍ​ໂດ​ຍໄວເຖີດ.
\s5
\c 39
\cl ບົດທີ 39
\p
ເຖິງ​ຄະ​ນະ​ດົນ​ຕຣີ, ສຳ​ຫລັບ ເຈ​ດູ​ທັນ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ​ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ວ່າ, "ຂ້າ​ນ້ອຍ​ຈະ​ເຝົ້າ​ຣະ​ວັງ​ສິ່ງ​ທີ່​ຂ້າ​ນ້ອຍ​ເວົ້າ​ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ບາບ​ດ້ວຍ​ລິ້ນ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ຈະ​ປິດ​ປາກ​ຂອງ​ຂ້າ​ນ້ອຍ​ໄວ້​ໃນ​ຂະ​ນະ​ທີ່​ຢູ່​ຕໍ່​ຫນ້າ​ຄົນ​ຊົ່ວ."
\s5
\v 2 ຂ້າ​ນ້ອຍ​ມິດ​ງຽບ; ຂ້າ​ນ້ອຍ​ເກັບ​ຄຳ​ເວົ້​າ​ຂອງ​ຂ້າ​ນ້ອຍ​ໄວ້ ແມ່ນ​ຈະ​ເວົ້າ​ຫຍັງ​ທີ່​ດີ​ກໍ​ຕາມ, ແລະ​ຄວາມ​ເຈັບ​ປວດ​ຂອງ​ຂ້າ​ນ້ອຍ​ກໍ​ຍິ່ງ​ຫນ​ັກ​ຂຶ້ນ.
\v 3 ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ຮ້ອນ​ຢູ່; ເມື່ອ​ຂ້າ​ນ້ອຍ​ຄິດ​ເຖິງ​ເລື່ອງ​ເຫລົ່າ​ນີ້, ມັນ​ໄຫມ້​ດັ່ງ​ເຊັ່ນ​ໄຟ ແລ້ວ​ໃນ​ທີ່​ສຸດ​ຂ້າ​ນ້ອຍ​ກໍ​ເວົ້າ​ວ່າ.
\s5
\v 4 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ນ້ອຍ​ຮູ້​ວ່າ​ເມື່ອ​ໃດ​ຈະ​ເຖິງ​ບັ້ນ​ປາຍ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ແລະ​ເວ​ລາ​ຂອງ​ຂ້າ​ນ້ອຍ​ເຫລືອ​ຢູ່​ເທົ່າ​ໃດ. ຂໍ​ຊົງ​ສຳ​ແດງ​ໃຫ້​ຮູ້​ວ່າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ນັ້ນ​ສັ້ນ​ຂະ​ຫນາດ​ໃດ.
\v 5 ເບິ່ງ​ແມ, ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ວັນ​ເວ​ລາ​ຂອງ​ຂ້າ​ນ້ອຍ​ຍ​າວ​ພຽງ​ແຄ່​ຝາ​ມື​ຂອງ​ຂ້າ​ນ້ອຍ, ແລະ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ໄຮ້​ຄ່າ​ສະ​ເພາະ​ຫນ້າ​ພຣະອົງ. ມະ​ນຸດ​ທຸກ​ຄ​ົນ​ຢູ່​ໄດ້​ພຽງ​ແຄ່​ລົມ​ຫາຍ​ໃຈ​ດຽວ. ເສ​ລາ
\s5
\v 6 ແນ່ນອນ ມະນຸດທຸກ​ຄົນເດີນໄປມາດັ່ງເຊັ່ນເງົາ. ທຸກຄົນເລັ່ງຮີບ​ໃນ​ການ​ສະ​ສົມ​ຄວາມ​ລ້ຳ​ລວຍ​ແມ່ນ​ພວກ​ເຂົາ​ບໍ່​ຮູ້​ວ່າ​ໃຜ​ຈະ​ມາ​ຮັບ​ຄວາມ​ລ້ຳ​ລວຍ​ນັ້ນ​ຕໍ່​ໄປ.
\v 7 ບັດ​ນີ້, ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ, ຂ້າ​ນ້ອຍ​ລໍ​ຖ​້າ​ຫຍັງ? ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຫວັງ​ດຽວ​ຂອງ​ຂ້າ​ນ້ອຍ.
\s5
\v 8 ​ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ບາບ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ; ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ຖືກ​ຄົນ​ໂງ່​ຫົວ​ເຢາະ​ເຍີ້ຍ.
\v 9 ຂ້າ​ນ້ອຍ​ມິດ​ງຽບ​ຢູ່​ແລະ​ບໍ່​ສາ​ມາດ​ເປີດ​ປາກ​ຂອງ​ຂ້າ​ນ້ອຍ​ອອກ​ໄດ້, ເພາະ​ວ່າ​ພ​ຣະ​ອົງ​ເອງ​ໄດ້​ຊົງ​ເປັນ​ຜູ້​​ກະ​ທຳເຊັ່ນ​ນັ້ນ.
\s5
\v 10 ​ຂໍ​ຢ່າ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ບາດ​ເຈັບ​ເລີຍ; ຂ້າ​ນ້ອຍ​ຈົມ​ຢູ່​ໃນ​ຄວາມ​ອັນ​ຕະ​ຣາຍ​ແຫ່ງ​ມື​ຂອງ​ພ​ຣະ​ອົງ.
\v 11 ເມື່ອ​ພ​ຣະ​ອົງ​ຊົງ​ຕີ​ສອນ​ບັນ​ດາ​ປະ​ຊາ​ກອນ​ເພາະ​ຄວາມ​ບາບ, ພ​ຣະ​ອົງ​ຊົງ​ກິນ​ສິ່ງ​ທີ່​ພວກ​ເຂົາ​ປຣາຖນາ​ໄປ​ຄື​ແມງ​ມັນ​ແມງ​ເມົ່າ; ປະ​ຊາ​ກອນ​ທັ​ງ​ຫມົດ​ນັ້ນ​ໄຮ້​ຄ່າ​ເປັນ​ແຕ່​ພຽງ​ໄອ​ນ້ຳ. ເສລາ
\s5
\v 12 ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​, ຂ້າແດ່ພຣະຢາເວ, ແລະ​ຊົງ​ຟັງ​ຂ້າ​ນ້ອຍ, ຂໍ​ຊົງ​ຟັງ​ສຽງ​ຮ້ອງ​ໃຫ້​ຂອງ​ຂ້າ​ນ້ອຍ​ຂໍ​ຢ່າ​ຊົງ​ເສີຍ​ຕໍ່​ຂ້າ​ນ້ອຍ! ເພາະ​ຂ້າ​ນ້ອຍ​ເປັນ​ຄື​ຄົນ​ຕ່າງ​ດ້າວ​ສຳລັບ​ພ​ຣະ​ອົງ, ເປັນ​ຜູ້​ລີ້​ໄພ​ຄື​ເຊັ່ນ​ບັນ​ດາ​ເຊື້ອ​ສາຍ​ທັງ​ປວງ​ຂອງ​ຂ້າ​ນ້ອຍ​ເຄີຍ​ເປັນ.
\v 13 ຂໍ​ຢ່າ​ຊົງ​ຈ້ອ​ງ​ເບິ່ງ​ຂ້າ​ນ້ອຍ​ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ຍິ້ມ​ອີກ​ຄັ້ງ ກ່ອນ​ທີ່​ຂ້າ​ນ້ອຍ​ຈະ​ຈາກໄປ."
\s5
\c 40
\cl ບົດທີ 40
\p
ເຖິງ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້າ​ນ້ອຍ​ໄດ້​ພຽງ​ລໍ​ຄອຍ​ພ​ຣະ​ຢາ​ເວ; ພ​ຣະ​ອົງ​ຊົງ​ຟັງ​ຂ້າ​ນ້ອຍ​ແລະ​ຊົງ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຂ້າ​ນ້ອຍ.
\v 2 ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ຂຶ້ນ​ມາ​ຈາກ​​ຂຸມ​ອັນ​ຕະ​ຣາຍ ອອກ​ຈາກ​ຂີ້​ຕົມ, ແລະ​ຊົງ​ວາງ​ຕີນ​ຂອງ​ຂ້າ​ນ້ອຍ​ໄວ້​ເທິງໂງ່ນ​ຫີນ​, ແລະ​ເຮັດ​ໃຫ້​ບາດກ້າວ​ຂອງ​ນ້ອຍ​ຫມັ້ນ​ຄົງ.
\s5
\v 3 ​ພ​ຣະ​ອົງ​ໄດ້​ສອນ​ບົດ​ເພງ​ໃຫມ່​ໄວ້​ໃນ​ປາກ​ຂອງ​ຂ້າ​ນ້ອຍ​, ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ, ຄົນ​ເປັນ​ແບບ​ນີ້​ຈະ​ເຫັນ​ແລະ​ຖວາຍກຽດຕິຍົດ​ແດ່​ພ​ຣະ​ອົງ ແລະ​ຈະ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ.
\v 4 ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ​ແລະ​ບໍ່​ຍົກ​ຍ້ອງ​ຄົນ​ຍິ່ງ​ຈອງ​ຫອງ​ຫລື​ບັນ​ດາ​ຜູ້​ທີ່​ຫັນ​ຫນີ​ຈາກ​ພ​ຣະ​ອົງ​ໄປ​ຫາ​ຄວາມ​ບໍ່​ຈິງ.
\s5
\v 5 ​ຂ້າ​ແດ່​ພ​ຣະ​ຢາ​ເວພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ພຣະອົງ​ໄດ້​ເຮັດ​ອັ​ສະ​ຈັນ​​ຢ່າງ​ຫລວງ​ຫລາຍ, ແລະດຳຣິຂອງ​ພ​ຣະ​ອົງ​​ຊຶ່ງ​ເກີນກວ່າ​ທີ່​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ນັບ​ໄດ້; ຖ້າ​ຂ້າ​ນ້ອຍ​ຈະ​ປະ​ກາດ​ແລະ​ກ່າວ​ເຖິງ​ສິ່ງ​ເຫລົ່າ​ນັ້ນ ກໍ​ຄົງ​ມີ​ຫລາຍ​ເກີນກວ່າ​ທີ່​ຈະ​ນັບ​ໄດ້.
\v 6 ພ​ຣະ​ອົງ​ບໍ່​ຊົງ​ຍິນ​ດີ​ໃນ​ສັດຖວາຍ​ບູ​ຊາ​ແລະ​ເຄື່ອງ​ບູ​ຊາ, ແຕ່​ພ​ຣະ​ອົງ​ໄດ້​ຊົງ​ເປີດ​ຫູ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ບໍ່​ຊົງ​ປະ​ສົງ​ເຄື່ອງ​ເຜົາ​ບູ​ຊາ​ຫລື​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ.
\s5
\v 7 ​ແລ້ວ​ຂ້າ​ນ້ອຍ​ທູນ​ວ່າ, "ເບິ່ງ​ແມ້, ຂ້າ​ນ້ອຍ​ມາ​ແລ້ວ; ພຣະເຈົ້າຂ້າ ມີ​ຂໍ້​ຂຽນ​ກ່ຽວ​ກັບ​ຂ້າ​ນ້ອຍ​ໃນ​ຫນັງ​ສື​ກົດ​ບັນ​ຍັດ ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ.
\v 8 ຂ້ານ້ອຍປິ​ຕິ​ຍິນ​ດີ​ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພ​ຣະ​ອົງ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຮັກ​ສາ​ຄຳ​ສອນ​ຂອງ​ພ​ຣະ​ອົງ​ຢູ່​ໃນ​ໃຈ​ຂອງ​ຂ້າ​ນ້ອຍ."
\v 9 ຂ້າ​ນ້ອຍ​ໄດ້​ປະ​ກາດ​ຂ່າວ​ດີ​ແຫ່ງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ໃຫຍ່; ຂ​້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ຮູ້​ວ່າ​ຮີມ​ສົບ​ປາກ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຢຸດຢັ້ງ​ທີ່​ຈະ​ປະ​ກາດ​ເລີຍ.
\s5
\v 10 ​ຂ້າ​ນ້ອຍ​ບໍ່​ໄດ້​ປິດ​ບັງ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ​ໄວ້​ພຽງ​ແຕ່​ໃນ​ໃຈ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ໄດ້​ປະ​ກາດ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ແລະ​ຄວາມ​ພົ້ນຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ບໍ່​ໄດ້​ປົກ​ປິດ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ຫລື​ຄວາມ​ຈິງ​ຂອງ​ພ​ຣ​ະ​ອົງ​ໄວ້​ຈາກ​ທີ່​ຊຸມ​ນຸມ​ໃຫຍ່​ເລີຍ.
\v 11 ຂໍ​ຢ່າ​ຊົງ​ຢ່າ​ຢຸດ​ຄວາມ​ຕັ້ງ​ໃຈ​ຂອງ​ພ​ຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ, ຂ້າ​ແດ່ພ​ຣະ​ຢາ​ເວ, ຂໍ​ໃຫ້​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ແລະ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ຄຸ້ມ​ຄອງ​ຮັກ​ສາ​ຂ້າ​ນ້ອຍ​ຢູ່​ສະ​ເຫມີ.
\s5
\v 12 ​ຄວາມ​ຍາກ​ລຳ​ບາກ​ອັນ​ນັບ​ບໍ່​ຖ້ວນ​ໄດ້​ລ້ອມ​ຂ້າ​ນ້ອຍ; ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ​ ໄດ້​ຕາມ​ທັນ​ຂ້າ​ນ້ອຍ ​ເຮັ​ດ​ໃຫ້​ຂ້າ​ນ້ອຍ​ບໍ່​ສາ​ມາດ​ເບິ່ງ​ເຫັນ​ຫ​ຍັງ​ໄດ້; ມັນ​ມີ​ຫລາຍກວ່າ​ເສັ້ນ​ຜົມ​ເທິງ​ຫົວ​ຂອງ​ຂ້າ​ນ້ອຍ, ແລະ​ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ຫົດ​ຫູ່.
\v 13 ຂໍ​ພ​ຣະ​ອົງ​ຊົງ​ໂຜດ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ, ຂໍ​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ; ຂ້າ​ແດ່​ພ​ຣະ​ຢາ​ເວ.
\s5
\v 14 ​ຂໍ​ຊົງ​ຮີບ​ມາ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ ຂໍ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ຄວາມ​ອັບ​ອາຍ. ແລະ​ຂໍ​ໃຫ້​ຜູ້​ທີ່​ໄລ່​ລ້າ​ເພື່ອ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄດ້​ຫມົດ​ຫວັງ​ຂໍ​ໃຫ້,​ບັນ​ດາ​ຜູ້​ທີ່​ຍິນ​ດີ​ໃນ​ການ​ທຳ​ຮ້າຍ​ຂ້າ​ນ້ອຍ​ໄດ້​ຫັນ​ກັບ​ໄປ​ແລະ​ໄດ້​ຮັບ​ຄວາມ​ອັບ​ອາຍ.
\v 15 "ຫັ້ນ​ເດ, ຫັ​້ນ​ເດ!"
\s5
\v 16 ​ແຕ່​ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ປິ​ຕິ​ຍິນ​ດີແລະຊື່ນຊົມຍິນດີ​ໃນ​ພ​ຣະ​ອົງ; ໃຫ້​ທຸກ​ຄົນ​ທີ່​ຮັກ​ຄວາມ​ພົ້ນ​ຂອ​ງພ​ຣະ​ອົງ​ກ່າວ​ຢູ່​ສະ​ເຫມີ​ວ່າ, "ຂໍ​ໃຫ້​ພ​ຣະ​ຢາ​ເວ​ເປັນ​ທີ່​ສັນ​ຣະ​ເສີນ."
\v 17 ຂ້າ​ນ້ອຍ​ຍາກ​ຈົນ​ແລະ​ຂັດ​ສົນ; ແຕ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຣະ​ນຶກ​ເຖິງ​ຂ້າ​ນ້ອຍ. ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ; ​ແລະ​ພ​ຣະ​ອົງ​ມາ​ເພື່ອ​ເປັນ​ຜູ້​ຊ່ວຍ​ກູ້​ຂອງ​ຂ້າ​ນ້ອຍ; ຂໍ​ຢ່າ​ຊົງ​ລໍ​ຊ້າ, ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ.
\s5
\c 41
\cl ບົດທີ 41
\p
\v 1 ຜູ້​ໃດ​ທີ່​ເອົາ​ໃຈ​ໃສ່​ຄົນ​ອ່ອນ​ແອ​ໃນ​ຍາມ​ຍາກ​ລຳ​ບາກ​ກໍ​ເປັນ​ສຸກ ພ​ຣະ​ຢາ​ເວ​ຈະ​ຊົງ​ຊ່ວຍ​ເຫລືອ​ເຂົາ
\v 2 ພ​ຣະ​ຢາ​ເວ​ຈະ​ຊົງ​ເກັບ​ເຂົາ​ໄວ້​ແລະ​ຊົງ​ຮັກ​ສາ​ຊີ​ວິດ​ຂອງ​ເຂົາ ແລະ​ເຂົາ​ຈະ​ໄດ້​ຮັບ​ພ​ຣະ​ພອນ​ເທິງ​ແຜ່ນ​ດິນ​ໂລກ ພ​ຣະ​ຢາ​ເວ​ຈະ​ບໍ່​ຊົງ​ມອບ​ເຂົາ​ໃຫ້​ໄປ​ຕາມ​ໃຈ​ມັກ​ຂອງ​ພວກ​ສັດ​ຕຣູ​ຂອງ​ເຂົາ
\v 3 ພ​ຣະ​ຢາ​ເວ​ຈະ​ຊົງ​ອູ້​ມຊູ​ເມື່ອ​ເຂົາ​ຢູ່​ເທິງ​ຕຽງ​ແຫ່ງ​ການ​ທົນ​ທຸກ ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຕຽງ​ແຫ່ງ​ຄວາມ​ເຈັບ​ປ່ວຍ​ກາຍ​ເປັນ​ຕຽງ​ແຫ່ງ​ການ​ຮັກ​ສາ
\s5
\v 4 ​ຂ້າ​ນ້ອຍ​ທູນ​ວ່າ, "ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ເມດ​ຕາ​ຂ້າ​ນ້ອຍ​ດ້ວຍ​ເຖີດ! ຂໍ​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໃຫ້​ຫາຍ, ເພາະ​ຂ້າ​ນ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພ​ຣະ​ອົງ."
\v 5 ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ເວົ້າ​ບໍ່​ດີ​ໃສ່​ຂ້າ​ນ້ອຍ​ວ່າ, ເວົ້າ​ວ່າ,'ເມື່ອ​ໃດ​ເຂົາ​ຈະ​ຕາຍ​ແລະ​ຊື່​ຂອງ​ເຂົາ​ຈະ​ຖືກລືມໄ​ລໄປ?'
\v 6 ຖ້າ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ມາ​ເຫັນ​ຂ້າ​ນ້ອຍ, ເຂົາ​ເວົ້າ​ສິ່ງ​ໄຮ້​ສາ​ລະ; ໃຈ​ຂອງ​ເຂົາ​ເກັບ​ເລື່ອງ​ຄວາມ​ພິ​ນາດ​ຂອງ​ຂ້າ​ນ້ອຍ​ໄວ້; ພໍ​ເມື່ອ​ເຂົາ​ໄປ​ຈາກ​ຂ້າ​ນ້ອຍ, ເຂົາ​ກໍ​ເລົ່າ​ເລື່ອງ​ນັ້ນ​ໃຫ້​ຄົນ​ອື່ນ​ຟັງ.
\s5
\v 7 ​ຜູ້​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ທັງ​ຫມົດ​ກໍ​ຊຸບຊິບກັນ​ເລື່ອງ​ຂ້າ​ນ້ອຍ; ພວກ​ເຂົາ​ຕໍ່​ຕ້ານ​ຂ້າ​ນ້ອຍ​ເພື່ອ​ຫວັງ​ໃຫ້​ຂ້າ​ນ້ອຍ​ເຈັບ​ປວດ.
\v 8 ພວກ​ເຂົາ​ກ່າວ​ວ່າ, "ເຊື້ອ​ແຫ່ງ​ຄວາມ​ຊົ່ວ​ໄດ້​ຝັງແ​ຫນັ້ນ​ຢູ່​ໃນ​ເຂົາ, ບັດ​ນີ້​ເຂົາ​ກຳ​ລັງ​ນອນ​ລົງ ແລ້ວ​ເຂົາ​ຈະ​ບໍ່​ໄດ້​ລຸກ​ຂຶ້ນ​ອີກ​ຕໍ່​ໄປ."
\v 9 ເຖິງ​ປານນັ້ນ, ແມ່ນ​​ແຕ່ເພື່ອນ​ສະ​ນິດ​ຂອງ​ຂ້າ​ນ້ອຍ, ຜູ້​ທີ່​ຂ້າ​ນ້ອຍ​ໄວ້​ໃຈ​ຜູ້​ທີ່​ໄດ້​​ກິນອາ​ຫານ​ຂອງ​ຂ້າ​ນ້ອຍ, ກໍ​ໄດ້​ໍ່ສູ້​​ຂ້າ​ນ້ອຍ ຂ້າ​ແດ່​ພ​ຣະ​ຢາ​ເວ.
\s5
\v 10 ​ແຕ່​ພ​ຣະ​ອົງ​, ພ​ຣະ​ຢາ​ເວ, ຂໍຊົງ​ເມດ​ຕາ​ຕໍ່​ຂ້າ​ນ້ອຍ​ແລະ​ຊົງ​ຍົກ​ຂ້າ​ນ້ອຍ​ຂຶ້ນ ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ຕອບ​ໂຕ້​ພວກ​ເຂົາ.
\v 11 ເພາະ​ນີ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຮູ້​ວ່າ​ພ​ຣະ​ອົງ​ຊົງ​ພໍໃຈ​ໃນ​ຂ້າ​ນ້ອຍ, ເພາະ​ສັດ​ຕຣູຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ມີ​ຊັຍ​ຊະ​ນະ​ເຫນືອ​ຂ້າ​ນ້ອຍ.
\v 12 ສຳ​ລັບ​ຂ້າ​ນ້ອຍ​ແລ້ວ, ພ​ຣະ​ອົງ​ຊົງ​ອຸ້ມຊູ​ຂ້າ​ນ້ອຍ​ເພາະ​ຄວາມ​ຊື່​ສັດ​ສຸດ​ຈະ​ຣິດ​ຂອງ​ຂ້າ​ນ້ອຍ ແລະ​ຈະ​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໄວ້​ຕໍ່​ເບື້ອງ​ຫນ້າຂອງ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິ​ດ.
\s5
\v 13 ​ຂໍ​ໃຫ້​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ແຫ່ງ​ອິ​ສະ​ຣາ​ເອນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຈາກ​ນິ​ຣັນ​ການ​ຈົນ​ເຖິງ​ນິ​ຣັນ​ການ. ອາ​ແມນແລະ​ອາ​ແມນ. ປື້ມຫົວທີ2
\s5
\c 42
\cl ບົດທີ 42
\p
ເຖິງ​ຄະ​ນະ​ນັກ​ຮ້ອງ. ມາກ​ຊິວ ລູກ​ຊາຍ​ຂອງ​ໂຄ​ລັດ.
\v 1 ດັ່ງ​ກວາງ​ກະ​ເສືອກ​ກະ​ສົນ​ຫາ​ລຳ​ນ້ຳ, ຂ້າ​ນ້ອຍ​ກໍ​ກະ​ຫາຍ​ຫາ​ພ​ຣະ​ອົງ​ນັ້ນ, ຂ້າ​ແດ່​ພ​ຣະ​ເຈົ້າ.
\v 2 ຂ້າ​ນ້ອຍ​ກະ​ຫາຍ​ຫາ​ພ​ຣະ​ເຈົ້າ, ກະ​ຫາຍ​ຫາ​ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່, ເມື່ອ​ໃດ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ມາ​ຢູ່​ຕໍ່​ເບື້ອງ​ພຣະພັກ​ຂອງ​ພ​ຣະ​ເຈົ້າ?
\s5
\v 3 ​ນ້ຳ​ຕາ​ຂອງ​ຂ້າ​ນ້ອຍ​ໄຫລ​ຖ້ວມ​ທັງເ​ວັນ​ທັງ​ຄືນ ໃນ​ຂະ​ນະ​ທີ່​ພວກ​ສັດ​ຕູຣູຂອງ​ຂ້າ​ນ້ອຍ​ພາ​ກັນ​ເວົ້າ​ວ່າ "ພ​ຣະ​ເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?"
\v 4 ຂ້າ​ນ້ອຍ​ຣະ​ນຶກ​ເຖິງ​ສິ່ງ​ເຫລົ່າ​ນີ້​ເມື່ອ​ຂ້າ​ນ້ອຍ​ລະ​ບາຍ​ຄວາມ​ໃນ​ໃຈ​ອອກ​ມາ ຕອນ​ທີ່​ຂ້າ​ນ້ອຍ​ໄປ​ກັບ​ຝູງ​ຊົນ​ຫລວງ​ຫລາຍ​ແລະ​ນຳ​ພວກ​ເຂົາ​ໄປ​ຍັງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ​ດ້ວຍ​ສຽງ​ແຫ່ງ​ຄວາມ​ຍິນ​ດີ​ແລະ​ສຽງ​ສັນ​ຣະ​ເສີນ​ຝູງ​ຊົນ​ພາ​ກັນສະເຫລີມສະ​ຫລອງ​ເທ​ສະ​ການ.
\s5
\v 5 ​ຈິດ​ໃຈ​ຂອງ​ຂ້າ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫົດ​ຫູ່? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ພໍ​ໃຈ​ຢູ່​ພາຍ​ໃນ​ຂ້າ? ຈົ່ງ​ຫວັງ​ໃນ​ພ​ຣະ​ເຈົ້າ, ເພາະ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຜູ້​ຊົງ​ເປັນ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ​ອີກ​ຄັ້ງ.
\v 6 ຂ້າ​ແດ່​ພ​ຣະ​ເຈົ້າ​, ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ຫົດ​ຫູ່​ຢູ່​ພາຍ​ໃນ​ຂ້າ​ນ້ອຍ, ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ຈຶ່ງ​ຣະ​ນຶກ​ເຖິງ​ພ​ຣະ​ອົງ​ຈາກ​ດິນ​ແດນ​ແຫ່ງ​ແມ່​ນ້ຳ​ຈໍ​ແດນ​, ຈາກຍອດ​ເຂົາ​ທັງ​ສາມ​ແຫ່ງ​ພູ​ເຂົາ​ເຮີ​ໂມນ ແລະ​ຈາກ​ເນີນ​ພູ​ມີ​ຊາ.
\s5
\v 7 ທີ່ເ​ລິກຮ້ອງ​ຫາ​ທີ່​ເລິກ​ດ້ວຍ​ສຽງ​ຂອງ​ນ້ຳ​ຕົກ​ຂອງ​ພ​ຣະ​ອົງ; ຄ​ື້ນ​​ຂອງ​ ພ​ຣະ​ອົງ​ໄດ້​ຖ້ວມ​ຂ້າ​ນ້ອຍ​ແລ້ວ.
\v 8 ແຕ່ພ​ຣະ​ຢາ​ເວ​ຍັງ​ຈະ​ຊົງ​ບັນ​ຊາ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໃນ​ຍ​າມ​ກາງ​ເວັນ; ບົດ​ເພງ​ຂອງ​ພ​ຣະ​ອົງ​ຈະ​ຢູ່​ກັບ​ຂ້າ​ນ້ອຍ​ໃນ​ຍາມ​ກາງ​ຄືນ ເປັນ​ຄຳ​ອະ​ທິ​ຖານ​ແດ່​ພ​ຣະ​ເຈົ້າ​ແຫ່ງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ.
\s5
\v 9 ​ຂ້າ​ນ້ອຍ​ຈະ​ທູນ​ຕໍ່​ພ​ຣະ​ເຈົ້າ, ອົງເປັນສີລາ​ຂອງ​ຂ້າ​ນ້ອຍ​ວ່າ, "ເປັນຫຍັງນໍ ພ​ຣະ​ອົງ​ຊົງ​ລືມ​ຂ້າ​ນ້ອຍເສຍ? ເປັນຫຍັງນໍ ຂ້ານ້ອຍ​​ຈຶ່ງ​ທຸກ​ໂສກ​ເພາະ​ການ​ຂົ່ມ​ເຫັງ​ຂອງ​ສັດ​ຕຣູ?"
\v 10 ພວກສັດຕຣູ​ຂອງ​ຂ້າ​ນ້ອຍ​ກໍ​ທັບ​ຖົມ​ຂ້າ​ນ້ອຍ ​ເຫມືອນ​​ດັ່ງ​ດາບ​ທີ່​ຢູ່​ໃນ​ກະ​ດູກ​ຂອງ​ຂ້າ​ນ້ອຍ, ເມື່ອ​ພ​ວກ​ເຂົ​າ​ເວົ້າ​ກັບ​ຂ້າ​ນ້ອຍ​ສະ​ເຫມີ​ວ່າ, "ພ​ຣະ​ເຈົ້າ​ຂອງ​ເຈົ້າ​​ຢູ່​ທີ່​ໃດ?"
\s5
\v 11 ເປັນ​ຫຍັງ​ເຈົ້າ​ເຖິງ​ຫົດ​ຫູ່, ຈິດ​ໃຈ​ຂອງ​ຂ້າ​ເອີຍ? ເປັນ​ຫຍັງ​ເຈົ້າ​ບໍ່​ພໍ​ໃຈ​ຢູ່​ພາຍ​ໃນ​ຂ້າ? ຈົ່ງ​ຫວັງ​ໃນ​ພ​ຣະ​ເຈົ້າ, ເພາະ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຜູ້​ຊົງ​ເປັນ​ຄວາມ​ພົ້ນ​ແລະ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ອີກ​ຄັ້ງ.
\s5
\c 43
\cl ບົດທີ 43
\p
\v 1 ​ຂ້າ​ແດ່​ພ​ຣະ​ເຈົ້າ ຂໍ​ປຣະ​ທານ​ຄວາມ​ຍຸ​ຕິ​ທັມ​ແກ່​ຂ້າ​ນ້ອຍ ແລະ​ຂໍ​ຊົງ​ສູ້​ຄະ​ດີ​ຂອງ​ຂ້າ​ນ້ອຍ​ກັບ​ພວກ​ຊົນ​ຊາ​ດອະທັມ
\v 2 ເພາະ​ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ແຫ່ງ​ກຳ​ລັງ​ຂອງ​ຂ້າ​ນ້ອຍ ພ​ຣະ​ອົງ​ຊົງ​ປະ​ຕິ​ເສດ​ຂ້າ​ນ້ອຍ? ຂ້າ​ນ້ອຍ​ຢູ່​ໃນ​ຄວາມ​ທຸກ​ໂສກ​ເພາະ​ການ​ຂົ່ມ​ເຫັງ​ຂອງ​ສັດ​ຕຣູ​?
\s5
\v 3 ຂໍ​ຊົງ​ສົ່ງ​ຄວາມ​ສະ​​ຫວ່າງ​ແລະ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ມາ ໃຫ້​ທັງ​ສອງ​ນຳ​ຂ້າ​ນ້ອຍ ໃຫ້​ທັງ​ສອງ​ນຳ​ຂ້າ​ນ້ອຍ​ໄປ​ສູ່​ພູ​ເຂົາ​ສັກ​ສິດ​ຂອງ​ພ​ຣະ​ອົງ​ແລະ​ໄປ​ເຖິງ​ທີ່​ຢູ່​ຂອງ​ພ​ຣະ​ອົງ
\v 4 ແລ້ວ​ຂ້າ​ນ້ອຍ​ຈະ​ໄປ​ຍັງ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ເຈົ້າ ໄປ​ຍັງ​ພ​ຣະ​ເຈົ້າ​ຜູ້​ຊົງ​ເປັນ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຢ່າງ​ເຫລືອ​ລົ້ນ​ຂອງ​ຂ້າ​ນ້ອຍ ຂ້າ​ແດ່​ພ​ຣະ​ຈົ້າ ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ພິນ​ເຂົາ​ຄູ່
\s5
\v 5 ​ຈິດ​ໃຈ​ຂອງ​ຂ້າ​ເອີຍ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫົດ​ຫູ່? ເປັນ​ຫຍັງ​ເຈົ້າ​ບໍ່​ພໍ​ໃຈ​ຢູ່​ຂ້າງ​ໃນ​ຂ້າ? ຈົ່ງ​ຫວັງ​ໃນ​ພ​ຣະ​ເຈົ້າ ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຜູ້​ຊົງ​ເປັນ​ຄວາມ​ລອດ​ແລະ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ອີກ​ຄັ້ງ
\s5
\c 44
\cl ບົດທີ 44
\p
\v 1 ສຳ​ຫລັບ​ຄະ​ນະ​ນັກ​ຮ້ອງ. ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂຄ​ລັດ. ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ຍິນ​ກັບ​ຫູ, ຂ້າ​ແດ່​ພ​ຣະ​ເຈົ້າ, ບັນພະບຸຣຸດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ບອກ​ເລົ່າ​ເຖິງ​ການ​ທີ່​ພ​ຣະ​ອົງ​ຊົງ​ກະ​ທຳ​ໃນ​ສມັຍ​ຂອງພວກ​ເຂົາ, ໃນ​ສມັຍ​ບູ​ຮານ​ນັ້ນ.
\v 2 ພ​ຣະ​ອົງ​ໄດ້​ຊົງ​ໄລ່​ຊົນ​ຊ​າດ​ຕ່າງໆ ອອກ​ໄປ​ດ້ວຍ​ມື​ຂອງ​ພ​ຣະ​ອົງ, ແຕ່​ພ​ຣະ​ອົງ​ໄດ​້​ຊົງໃຫ້ປະ​ຊາ​ຊົນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄວ້ ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ປະ​ຊາ​ຊົນ​ນັ້ນ​ທຸກ​ໃຈ, ແຕ່​ພ​ຣະ​ອົງ​ຊົງ​ກະ​ຈາຍ​ປະ​ຊາ​ຊົນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ອອກ​ໄປ​ໃນ​ແຜ່ນ​ດິນ.
\s5
\v 3 ເພາະພວກເຂົາບໍ່ໄດ້ຮັບແຜ່ນດິນເປັນກຳມະສິດຂອງຕົນເອງໄດ້ ໂດຍດາບຂອງພວກເຂົາເອງ. ແລະ​ແຂນ​ຂອງ​ພວກ​ເຂົາ​ກໍ​ຊ່ວຍ​ພວກ​ເຂົາ​ໄວ້​ບໍ່​ໄດ້ ແຕ່​ໂດຍ​ພຣະຫັດ​ຂວາ​ຂອງ​ພ​ຣະ​ອົງ ແລະ​ຫູ​ຂອງ​ພ​ຣະ​ອົງ ແລະ​ໂດຍ​ຄວາມ​ສະ​ຫວ່າງ​ແຫ່ງ​ພ​ຣະ​ພັກ​ຂອງ​ພ​ຣະ​ອົງ ເພາະ​ພ​ຣະ​ອົງ​ໄດ້​ຊົງ​ພໍ​ໃຈ​ໃນ​ພວກ​ເຂົາ
\v 4 ຂ້າ​ແດ່​ພ​ຣະ​ເຈົ້າ ພ​ຣະ​ອົງ​ຊົງ​ເປັນ​ກະ​ສັດ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ມອບ​ຊັຍ​ຊະ​ນະ​ໃຫ້​ແກ່​ຢາ​ໂຄບ​ດ້ວຍ​ເຖີດ
\s5
\v 5 ​ຂ້າ​ນ້ອຍ​ທັງ​ຫລ​າຍ​ຈະ​ຍູ້​ສັດ​ຕຣູລົ້ມ​ລົງ​ໄດ້​ໂດຍ​ພ​ຣະ​ອົງ; ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຢຽບ​ບັນ​ດາ​ຜູ້​ທີ່​ລຸກ​ຂຶ້ນ​ສູ້​ໄດ້​ໂດຍ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​.
\v 6 ເພາະ​ຂ້າ​ນ້ອຍ​ຈະ​ບໍ່​ວາງ​ໃຈ​ໃນ​ຄັນ​ທະ​ນູ​ຂອງ​ຂ້າ​ນ້ອຍ, ​ແລະ​ດາບ​ຂອງ​ຂ້າ​ນ້ອຍ​ກໍ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ​ບໍ່​ໄດ້.
\s5
\v 7 ​ແຕ່​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍ​ໃຫ້ພົ້ນ​ຈາກ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ຊົງ​ເຮັດ​ໃຫ້​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ອັບ​ອາຍ.
\v 8 ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ອວດ​ເຖິງ​ພ​ຣະ​ເຈົ້າ​ຕະ​ຫລອດ​ວັນ​ຍັງ​ຄ່ຳ, ແລ້​ວຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິ​​ດ. ເສ​ລາ
\s5
\v 9 ​ແຕ່​ບັດ​ນີ້ ພ​ຣະ​ອົງ​ໄດ້​ຊ​ົງ​ຖິ້ມ​ຂ້າ​ນ້ອຍ​ທັງ​ຫລາຍ​ແລະ​ນຳ​ຄວາມ​ພ່າຍ​ແພ້​ມາ​ສູ່​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ພ​ຣະ​ອົງ​ບໍ່​ໄດ້​ອອກ​ໄປ​ກັບ​ກອງ​ທັບ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ.
\v 10 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ຫັນ​ຫນີ​ຈາກ​ສັດ​ຕຣູ; ແລະ​ບັນ​ດາ​ຜູ້​ທີ່​ກຽດ​ຊ​ັງ​ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ໄດ້​ຢຶດ​ຂອງ​ຮີບ​ໄປ.
\v 11 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ຄື​ແກະ​ທີ່​ຖືກ​ໃຊ້​ເພື່ອ​ເປັນ​ອາ​ຫານ ແລະ​ຊົງ​ກະ​ແຈກ​ກະ​ຈາຍ​ຂ້າ​ນ້ອຍ​ທັງ​ຫລາຍ​ໄປ​ທ່າມ​ກາງ​ຊົນ​ຊາດ​ຕ່າງໆ.
\s5
\v 12 ພ​ຣະ​ອົງ​​ໄດ້ຂາຍ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໂດຍ​ເປົ່າໆ; ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເພີ່ມ​ຄວາມ​ຮັ່ງ​ມີ​ຂອງ​ພ​ຣະ​ອົງ​ຂຶ້ນ​ໃນ​ການ​ກະ​ທຳ​ເຊັ່ນ​ນີ້.
\v 13 ພ​ຣະ​ອົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ທີ່​ເຢາະ​ເຢີ້ຍ​ຂອງ​ເພື່ອນ​ບ້ານ​ເປັນ​ທີ່​ຫົວ​ຂວັນ​, ແລ້ວ​ເຢີ້ຍ​ຫຍັນຈາກ​ບັນ​ດາ​ຄົນ​ທີ່​ຢູ່​ລ້ອມ​ຮອບ​ຂ້າ​ນ້ອຍ​ທັງ​ຫລາຍ.
\v 14 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ກາຍ​ເປັນ​ທີ່​ດູ​ຫມິ່ນ​ໃນ​ທ່າມ​ກາງ​ຊົນ​ຊາດ​ຕ່າງໆ, ປະ​ຊາ​ຊົນ​ທັງ​ຫລາຍ​ກໍ​ພາ​ກັນ​ແກ່ງ​ຫົວ​ໃສ່ຂ້າ​ນ້ອຍ.
\s5
\v 15 ​ຄວາມ​ພາຍ​ແພ້​ຂອງ​ຂ້າ​ນ້ອຍ​ຢູ່​ຕໍ່​ຫນ້າ​ຂ້າ​ນ້ອຍ​ຕະ​ຫລອດ​ວັນ​ຍັງ​ຄ່ຳ, ແລະ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ກໍ​ປົກ​ຄຸມ​ຂ້າ​ນ້ອຍ​ໄວ້
\v 16 ເນື່ອງ​ດ້ວຍ​ສຽງ​ຂອງ​ຄົນ​ທີ່​ເຢາະ​ເຢີ້ຍ​ແລະ​ດູ​ຫມິ່ນ, ເນື່ອງ​ດ້ວຍ​ສັດ​ຕຣູ​ແລະຜູ້​ແກ້​ແຄ້ນ.
\v 17 ທັງ​ຫມົດ​ນີ້​ຈຶ່ງ​ໄດ້​ຕົກ​ມາ​ຍັງ​ຂ້າ​ນ້ອຍ​ທັງ​ຫລາຍ; ແຕ່​ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ບໍ່​ລືມ​ພ​ຣະ​ອົງ ຫລື​ເຮັດ​ຜິດ​ຕໍ່​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\s5
\v 18 ​ໃຈ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ບໍ່​ໄດ້​ຫັນ​ກັບ; ກ້າວເດີນ​ຂອງ​ຂ້າ​ນ້ອຍ​ທັ​ງ​ຫລາຍ​ບໍ່​ໄດ້​ໄປ​ຈາກ​ທາງ​ທີ່​ພ​ຣະ​ອົງ​ຂີດ​ໄວ້.
\v 19 ແຕ່​ພ​ຣະ​ອົງ​ຍັງ​ຊົງ​ທຸບ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໃຫ້​ແຕກ​ໃນ​ທີ່​ຂອງ​ພວກ​ຫມາ​ປ່າ ​ແລະ​ປົກ​ຄຸມ​ຂ້າ​ນ້ອຍ​ທັງ​ຫລາຍ​ດ້ວຍ​ເງົາ​ແຫ່ງ​ຄວາມ​ຕາຍ.
\v 20 ຖ້າ​ຫາກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ລືມ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຫລື​ຍື່ນ​ມື​ຂຶ້ນ​ຕໍ່​ພະ​ອື່ນ,
\v 21 ພ​ຣະ​ເຈົ້າ​ຈະ​ບໍ່​ຊົງ​ຮູ້​ບໍ່? ເພາະ​ພ​ຣະ​ອົງ​ຊົງ​ຮູ້​ຄວາມ​ລັບ​ຂອງ​ຈິດ​ໃຈ.
\v 22 ເພາະ​ເຫັນ​ແກ່​ພ​ຣະ​ອົງ, ຂ້າ​ນ້ອຍ​ທັງ​ຫລາຍ​ຖືກ​ຂ້າ​ຫມົດມື້ຮອດ​ຄ່ຳ; ຂ້າ​ນ້ອຍ​ທ​ັງ​ຫລາຍ​ເປັນ​ຄື​ແກະ​ສຳ​ຫລັບ​ນຳ​ໄປ​ຂ້າ ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ.
\s5
\v 23 ຂໍ​ຊົງ​ລຸກ​ຂຶ້ນ, ​ຂ້າແດ່ອົງພຣະຜູ້ເປັນເຈົ້າ ດ້ວຍເຫດໃດພ​ຣະ​ອົງ​ຊົງຫລັບ​ຢູ່? ຂໍ​ຊົງ​ຕື່ນ​ເຖີດ,
\v 24 ເຫດໃດພ​ຣະ​ອົງ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ແລະ​ຊົງ​ລືມ​ຄວາມ​ທຸກ​ຍາກ​ແລະ​ການ​ຖືກ​ກົດ​ຂີ່​ຂອງ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ?
\s5
\v 25 ເພາະ​ຂ້າ​ນ້ອຍ​ທັງ​ຫລາຍ​ລະ​ລາຍ​ໄປ​ສູ່​ຜົງຂີ້​ດິນ; ຮ່າງ​ກາຍ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເກາະ​ຕິດ​ດິນ.
\v 26 ຂໍ​ຊົງ​ລຸກ​ຂຶ້ນ​ເພື່ອ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍ​ແລະ​ຊົງ​ໄຖ່​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ເຫັນ​ແກ່​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\s5
\c 45
\cl ບົດທີ 45
\p
ສຳ​ຫລັບ​ຄະ​ນະ​ນັກ​ຮ້ອງ; ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂຄ​ລັດ. ບົດ​ເພງ​ແຫ່ງ​ຄວາມ​ຮັກ.
\v 1 ​ໃຈ​ຂ້າ​ນ້ອຍ​ເຕັມ​ລົ້ນ​ໄປ​ດ້ວຍ​ເລື່ອງ​ທີ່​ດີ; ຂ້າ​ນ້ອຍ​ຈະ​ອ່ານ​ຖ້ອຍ​ຄຳ​ທີ່​ຂ້າ​ນ້ອຍ​ໄດ້​ປະ​ພັນ​ກ່ຽວ​ກັບ​ພ​ະ​ຣາ​ຊາ​ດ້ວຍ​ສຽງ​ດັງ; ລິ້ນ​ຂອງ​ຂ້າ​ນ້ອຍ​ເປັນ​ຄຳ​ກາບກອນ​ຜູ້​ປະ​ພັນ​ທີ່​ພ້ອ​ມ​ແລ້ວ.
\v 2 ພ​ະ​ອົງ​ຊົງ​ງາມ​ສະ​ງ່າ​ຍິ່ງກວ່າ​ເຊື້ອ​ຊາດ​ຂອງ​ມະ​ນຸດ​ຄົນ​ໃດ ພ​ະ​ຄຸນ​ຖືກ​ເທ​ມາ​ຍັງ​ຮິມ​ສົບ​ປາກ​ຂອງ ​ພ​ະ​ອົງ; ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ​ພ​ຣະ​ເຈົ້າ​ໄດ້​ຊົງ​ອວຍ​ພອນ​ພ​ະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິ​ດ.
\s5
\v 3 ​ຂ້າ​ແດ່​ຜູ້​ຊົງ​ອຳ​ນາດ, ຂໍ​ຊົງ​ຄາດ​ດາບ​ຂອງ​ພະ​ອົງ​ໄວ້​ຂ້າງ​ກາຍ, ​ດ້ວຍ​ພ​ະ​ສິ​ຣິ​ແລະ​ບາ​ຣາ​ມີ​ຂອງ​ພ​ະ​ອົງ.
\v 4 ຂໍ​ພ​ະ​ອົງ​ຊົງ​ຂີ່​ມ້າ​ຢ່າງ​ມີ​ຊັຍ​ເນື່ອງ​ດ້ວຍ​ຄວາມ​ສັດ​ຈິງ, ຄວາມ​ສຸ​ພາບ​ອ່ອນ​ໂຍນ, ແລະ​ຄວາມ​ຊອບ​ທັມ; ມື​ຂວາ​ຂອງ​ພ​ະ​ອົງ​ຈະ​ຊົງ​ສອນ​ເຖິງ​ສິ່ງ​ທີ່ຍິ່ງ​ໃຫຍ່ແກ່​ພ​ະ​ອົງ.
\s5
\v 5 ​ລູກ​ທະ​ນູ​ຂອງ​ພຣ​ະ​ອົງ​ນັ້ນ​ຄົມ; ປະ​ຊາ​ຊົນ​ກໍ​ລົ້ມ​ລົງ​ໃຕ້​ພຣ​ະ​ອົງ ລູກ​ທະ​ນູ​ຂອງ​ພຣ​ະ​ອົງ​ກໍ​ຢູ່​ໃນ​ຫົວ​ໃຈ​ຂອງ​ພວກ​ສັດ​ຕຣູຂອງ​ພ​ະ​ຣາ​ຊາ.
\v 6 ພຣ​ະ​ທີ່​ນັ່ງ​, ພຣະ​ເຈົ້າ, ​ຂອງ​ພ​ະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິ​​ດ; ຄະ​ທາ​ແຫ່ງ​ຄວາມ​ຍຸ​ຕິ​ທັມ​ເປັນ​ຄະ​ທາ​ແຫ່ງ​ຣາຊະ​ອາ​ນາ​ຈັກ​ຂອງ​ພ​ະ​ອົງ.
\v 7 ພຣ​ະ​ອົງ​ໄດ້​ຊົງ​ຮັກ​ຄວາມ​ຊອບ​ທັມ​ແລະ​ກຽດ​ຊັງ​ຄວາມ​ຊົ່ວ; ເພາະ​ສະ​ນັ້ນ​ພ​ຣະ​ເຈົ້າ, ຊຶ່ງ​ເປັນ​ພ​ຣະ​ເຈົ້າ, ​ຂອງ​ພ​ະ​ອົງ ໄດ້​ຊົງ​​ອວຍພອນ​ພ​ະ​ອົງ​ດ້ວຍ​ນ້ຳ​ມັນ​ແຫ່ງ​ຄວາມ​ຍິນ​ດີ​ຍິ່ງ​ກວ່າ​ບັນ​ດາ​ເພື່ອນ​ຂອງ​ພ​ະ​ອົງ.
\s5
\v 8 ເຄື່ອງ​ນຸງ​ທັງ​ຫມົດ​ຂອງ​ພ​ະ​ອົງ​ກໍ​ຫອມ​ໄປ​ດ້ວຍ​ກິ່ນ​ມົດຍອບ ກຳຍານ ​ແລະ​ຢາງ​ໄມ້​ຫອມ ຈາກ​ພ​ະ​ຣາ​ຊວັງ​ງາ​ຊ້າງ ເຄື່ອງ​ສາຍ​ເຮັດ​ໃຫ້​ພ​ະ​ອົງ​ຍິນ​ດີ
\v 9 ບັນ​ດາ​ລູກ​ສາວ​ຂອງ​ກະ​ສັດ​ຕ່າງໆ ນັ່ງຢູ່​ທ່າມ​ກາງ​ສະ​ຕຣີ​ສູງ​ສັກ​ຂອງ​ພ​ະ​ອົງ ພ​ະ​ຣາ​ຊີ​ນີ​ປະ​ດັບ​ດ້ວຍ​ທອງ​ຄຳ​ແຫ່ງ​ເມືອງໂອ​ເຟຍ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພ​ະ​ອົງ.
\s5
\v 10 ​ຈົ່ງ​ຟັງ​ເຖີດ, ເຈົ້າ​ສາວ​ເອີຍ, ຈົ່ງວິ​ເຄາະ​ແລະ​ງ່ຽງ​ຫູ​ຂອງ​ພະນາງມາ; ຈົ່ງ​ລືມ​ປະ​ຊາ​ຊົນ​ຂອງ​​ເຈົ້າແລະ​ບ້ານ​ລູກ​ສາວ​ຂອງ​ພ​ະ​ນາງ.
\v 11 ດ້ວຍ​ວິ​ທີ​ນີ້ ພ​ະ​ຣາ​ຊາ​ຊົງ​ປຣາຖນາ​ຄວາມ​ງາມ​ຂອງ​​ເຈົ້າ; ພ​ະ​ອົງ​ຊົງ​ເປັນ​ເຈົ້າ​ນາຍ​ຂອງ​​ເຈົ້າ; ຈົ່ງ​ເຄົາ​ຣົບ​ພ​ະ​ອົງ​ເຖີດ.
\s5
\v 12 ​ເຈົ້າ​ສາວ​ແຫ່ງ​ເມືອງ​ຕີ​ເຣ​ຈະ​ຢູ່​ທີ່​ນັ້ນ​ພ້ອມ​ກັບ​ຂອງ​ກຳ​ນັນ; ​ເສດ​ຖີ​ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ຈະ​ຂໍ​ຄວາມ​ພໍ​ໃຈ​ຈາກ​ເຈົ້າ.
\v 13 ເຈົ້າ​ສາວ​ຂອງ​ກະ​ສັດ​ໃນ​ພ​ະ​ຣາ​ຊວັງ​ຊົງ​ສະ​ງ່າ​ຣາ​ສີ​ທັງ​ຫມົດ; ຜ້າ​ຊົງ​ຂອງ​ພ​ວກ​ນາງ​ເຮັດ​ດ້ວຍ​ທອງ​ຄຳ.
\s5
\v 14 ​ນ​າງ​ຖືກ​ນຳ​ໄປ​ເຂົ້າ​ເຝົ້າ​ພ​ະ​ຣາ​ຊາ​ດ້ວຍ​ເຄື່ອງ​ຊົງ​ລາຍ​ປັກ; ລູກ​ສາວ​ພົ​ມະ​ຈາ​ຣີ, ບັນ​ດາ​ເພື່ອນ​ຂອງ​ນາງ​ທີ່​ຕິດ​ຕາມ​ນາງ​ຈະ​ຖືກ​ນຳ​ມາ​ເຂົ້າ​ເຝົ້າ​ພ​ະ​ອົງ.
\v 15 ພວກ​ເຂົາ​ຈະ​ຖືກ​ນຳ​ມາ​ດ້ວຍ​ຄວາມ​ຍິນ​ດີ​ແລະ​ຊົມ​ຊື່ນ; ພວກ​ເຂົາ​ຈະ​ເຂົ້າ​ສູ່​ພ​ະ​ຣາຊວັງ​ຂອງ​ພ​ະ​ຣາ​ຊາ.
\s5
\v 16 ​ບັນ​ດາ​ລູກ​ຊາຍ​ຂອງ​ພ​ະ​ອົງ​ຈະ​ມາ​ແທນ​ທີ່​ບັນ​ພະ​ບຸຣຸດ​ຂອງ​ພ​ະ​ອົງ, ຜູ້​ຊຶ່ງ​ພ​ະ​ອົງ​ຈະ​ຊົງ​ແຕ່ງ​ຕັ້ງ​ພວກ​ເຂົາ​ເປັນ​ເຈົ້າ​ປົກ​ຄອງ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ.
\v 17 ຂ້າ​ນ້ອຍ​ຈະ​ເຮັດ​ໃຫ້​​ຊື່​ສຽງຂອງ​ພ​ະ​ອົງ​ເປັນ​ທີ່​ຣະ​ນຶກ​ເຖິງ​ຕະ​ຫລອດ​ທຸກ​ຊົ່ວ​ຊາດ; ເພາະ​ສະ​ນັ້ນ​ປະ​ຊາ​ຊົນ​ຈະ​ຖວາຍ​ຂອບ​ພ​ະ​ຄຸນ​ແດ່​ພະ​ອົງ​ສະ​ເຫມີ​ໄປ​ເປັນ​ນິ​ຣັນ.
\s5
\c 46
\cl ບົດທີ 46
\p
ສຳ​ຫລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​​ລູກ​ຊາຍ​ຂອງ​ໂຄ​ລັດ; ເຖິງ ອາ​ໂມດ. ສຽງ​ເພງ.
\v 1 ​ພ​ຣະ​ເຈົ້າ​ຊົງ​ເປັນ​ທີ່​ລີ້​ພັຍ​ແລະ​ກຳ​ລັງ​ຂອງ​ເຮົາ, ເປັນ​ຄວາມ​ຊ່ວຍ​ເຫລືອ​ທີ່​ຕຣຽມ​ພ້ອມ​ໃນ​ຍາມ​ຍາກ​ລຳ​ບາກ.
\v 2 ເພາະ​ສະ​ນັ້ນ​ເຮົາ​ຈະ​ບໍ່​ຢ້ານ​, ແມ້​ແຕ່​ວ່າ​ແຜ່ນ​ດິນ​ໂລກ​ຈະ​ປ່ຽນ​ແປງ, ແມ່ນ​ວ່າ​ພູ​ເຂົາ​ທັງ​ຫລາຍ​ຈະ​ສັ່ນ​ສ​ະ​ເທືອນ​ໃນ​ໃຈ​ກາງ​ຂອງ​ທະ​ເລ,
\v 3 ແມ່ນວ່າ​ນ້ຳ​ທະ​ເລ​ສົ່ງ​ສຽງ​ຮ້ອງແລະ​ຄື້ນ​ຊັດ​ແຮງ, ແລະ​ແມ່ນພູ​ເຂົາ​ທັງ​ຫລາຍ​ຈະ​ສັ່ນ​ສະ​ເທືອນ​ດ້ວຍ​ການ​ຂະ​ຫ​ຍາຍ​ຕົວ​ອອກ​ຂອງ​ມັນ. ເສ​ລາ
\s5
\v 4 ​ມີ​ແມ່​ນ້ຳ​ສາຍ​ຫນຶ່ງ, ມີ​ລຳ​ທານ​ແຍກ​ຊຶ່ງ​ເຮັດ​ໃຫ້​​ນະ​ຄອນ​ຂອງ​ພ​ຣະ​ເຈົ້າ​ມີ​ຄວາມ​ສຸກ, ຄື​ສະ​ຖານ​ທີ​ສັກ​ສິດ​ແຫ່ງ​ອົງ​ຜູ້​ສູງ​ສຸດ.
\v 5 ພ​ຣະ​ເຈົ້າ​ຊົງ​ຢູ່​ທ່າມ​ກາງ​ນະ​ຄອນ​ນັ້ນ; ນ​ະ​ຄອນ​ນັ້ນ​ຈະ​ບໍ່​ຫວັ່ນ​ໄຫວ; ພ​ຣະ​ເຈົ້າ​ຈະ​ຊົງ​ຊ່ວຍ​ເຫລືອ​ນະ​ຄອນ​ນັ້ນ, ແລະ​ພ​ຣະ​ເຈົ້າ​ຊົງ​ເຮັດ​ເຊັ່ນ​ນັ້ນ​ໃນ​ຍາມ​ເຊົ້າ​ມືດ.
\s5
\v 6 ຊົນຊາດທັງຫລາຍກໍຫວາດຫວັ່ນຕົກໃຈ ແລະອານາຈັກຕ່າງໆກໍ​ສັ່ນ​ສະ​ເທືອນ; ພໍ​ພ​ຣະ​ອົງ​ຊົງ​ເປັ່ງ​ສຽງ​ຂອງ​ພ​ຣະ​ອົງ, ແຜ່ນ​ດິນ​ໂລກ​ກໍ​ຖະ​ຫລົ່ມ​ໄປ.
\v 7 ພ​ຣະ​ຢາ​ເວ​ຈອມໂຍທາ ສະຖິດກັບ​ເຮົາ​ທັງ​ຫລາຍ; ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ເຮົາ​ທັງ​ຫລ​າຍ. ເສລາ
\s5
\v 8 ​ມາ​ເຖີດ, ມາ​ເບິ່ງ​ບັນ​ດາ​ສິ່ງ​ທີ່​ພ​ຣະ​ເຈົ້າ​ຢາ​ເວ​ກະ​ທຳ, ເບິ່ງ​ຄວາມ​ພັງ​ທະ​ລາຍ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ເກີດ​ຂຶ້ນ​ເທິງ​ແຜ່ນ​ດິນ​ໂລກ.
\v 9 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ສົງ​ຄາມ​ສະຫ​ງົບ​ຈົ​ນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ; ພ​ຣະ​ອົງ​ຊົງ​ຫັກ​ຄັນ​ທະ​ນູ​ແລະ​ສັບ​ຫອກ​ໃຫ້​ເປັນ​ຊິ້ນໆ; ພ​ຣະ​ອົງ​ຊົງ​ເຜົາ​ໂລ້​ທັງ​ຫລາຍ.
\s5
\v 10 ຈົ່ງ​ງຽບສະຫງົບ​ແລະ​ຮູ້​ວ່າ​ເຮົ​າ​ຄື​ພ​ຣະ​ເຈົ້າ; ເຮົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ; ເຮົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ​ເທິງ​ແຜ່ນ​ດິນ​ໂລກ.
\v 11 ພ​ຣະ​ຢາ​ເວ ​ຈອມໂຍທາ ສະຖິດ​ຢູ່​ກັບ​ເຮົາ; ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ເຮົາ​ທັ​ງ​ຫລາຍ. ເສລາ
\s5
\c 47
\cl ບົດທີ 47
\p
ສຳ​ຫລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນຣະ​ເສີນ​ລູກ​ຊາຍ​ຂອງ​ໂຄ​ລັດ.
\v 1 ປະ​ຊາ​ກອນ​ທັງ​ປວງ​ເອີຍ, ຈົ່ງ​ຕົບ​ມື​ຂອງ​ທ່ານ​ເຖີດ; ຈົ່ງ​ໂຫ່​ຮ້ອງ​ແດ່​ພ​ຣະ​ເຈົ້າ​ດ້ວຍ​ສຽງ​ແຫ່ງ​ຊັຍ​ຊະ​ນະ.
\v 2 ເພາະ​ພ​ຣະ​ຢາ​ເວ​ຜູ້​ສູງ​ສຸດ​ເປັນ​ທີ່​ນ່າ​ຢ້ານ​ຢຳ; ພ​ຣະ​ອົງ​ຊົງ​ເປັນ​ກະ​ສັດ​ຜູ້​ຍິ່ງ​ໃຫຍ່​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ຫມົດ.
\s5
\v 3 ​ພ​ຣະ​ອົງ​ຊົງ​ປາບປະ​ຊາ​ກອນ​ທັງ​ຫລາຍ​ໃຫ້​ຢູ່​ພາຍ​ໃຕ້​ເຮົາ ແລະ​ຊົນ​ຊາດ​ທັງ​ຫລາຍ​ໃຫ້​ຢູ່​ພາຍ​ໃຕ້​ຕີນ​ຂອງ​ເຮົາ.
\v 4 ພ​ຣະ​ອົງ​ຊົງ​ເລືອກ​ມໍ​ຣະ​ດົກ​ຂອງ​ເຮົາ​ໄວ້​ໃຫ້​ພວກ​ເຮົາ, ເປັນ​ກຳ​ມະ​ສິດ​ຂອງ​ຢາ​ໂຄບ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ. ເສ​ລາ
\v 5 ພ​ຣະ​ເຈົ້າ​ຊົງສະເດັດ​ຂຶ້ນ​ດ້ວຍ​ສຽງ​ໂຫ່​ຮ້ອງ, ພ​ຣະ​ຢາ​ເວ​ສະເດັດຂຶ້ນ​ດ້ວຍ​ສຽງ​ແກ.
\s5
\v 6 ​ຈົ່ງ​ຮ້ອງ​ສັນຣະ​ເສີນ​ແດ່​ພ​ຣະ​ເຈົ້າ, ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ເຖີດ; ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ແດ່​ກະ​ສັດ​ຂອງ​ເຮົາ, ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ເຖີດ.
\v 7 ເພາະ​ພ​ຣະ​ເຈົ້າ​ຊົງ​ເປັນ​ກະ​ສັດ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ຫມົດ; ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ດ້ວຍ​ຄວາມ​ເຂົ້າ​ໃຈ.
\s5
\v 8 ​ພ​ຣະ​ເຈົ້າ​ຊົງ​ຄອບ​ຄອງ​ເຫນືອ​ຊົນ​ຊາດ​ທັງ​ຫລາຍ; ພ​ຣະ​ເຈົ້າ​ຊົງ​ຢູ່​ເທິງ​ບັນ​ລັງບໍຣິ​ສຸດ​ຂອງ​ພ​ຣະ​ອົງ.
\v 9 ບັນ​ດາ​ເຈົ້າ​ນາຍ​ຂອງ​ປະ​ຊ​າ​ກອນ​ທັງ​ຫລາຍ​ໄດ້​ມາ​ຊຸມ​ນຸ​ມ​ພ້ອມ​ກັນ​ໃນ​ຖາ​ນະ​ປະ​ຊາ​ກອນ​ຂອງ​ພ​ຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ; ເພາະ​ໂລ້​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ໂລກ​ເປັນ​ຂອງ​ພ​ຣະ​ເຈົ້າ; ພ​ຣະ​ອົງ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ຢ່າງ​ຍິ່ງ​ໃຫຍ່.
\s5
\c 48
\cl ບົດທີ 48
\p
\v 1 ບົດ​ເພງ; ບົດ​ເພງ​ສັນຣະ​ເສີນ​ລູກ​ຊາຍ​ໂຄ​ລັດ. ​ພ​ຣະ​ຢາ​ເວ​ນັ້ນ​ຍິ່ງ​ໃຫຍ່​ແລະ​ສົມ​ຄວນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຢ່າງ​ຍິ່ງ, ໃນ​ນະ​ຄອນ​ແຫ່ງ​ພ​ຣະ​ເຈົ້າ​ຂອງ​ເຮົາ ເທິງ​ພູ​ເຂົາ​ສັກ​ສິດ​ຂອງ​ພ​ຣະ​ອົງ.
\v 2 ສູງ​ສົ່ງ​ແລະ​ງາມ​ຫລາຍ, ເປັນ​ຄວາມ​ຊື່​ນ​ຊົມ​ຍິນ​ດີ​ຂອງ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ, ຄື​ພູ​ເຂົາ​ຊີ​ໂອນ​, ທາງ​ດ້ານ​ທິດ​ເຫນືອ, ຊຶ່ງ​ເປັນ​ນະ​ຄອນ​ຂອງ​ກະ​ສັດ​ຜູ້​ຍິ່ງ​ໃຫຍ່.
\v 3 ພ​ຣະ​ເຈົ້າ​ຊົງ​ເຮັດ​ໃຫ້​ພ​ຣະ​ອົງ​ເອງ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ປາ​ສາດ​ທັງ​ຫລາຍ​ຂອງ​ຊີ​ໂອນ​ວ່າ​ຊົງ​ເປັນ​ທີ່​ລີ້​ພັຍ.
\s5
\v 4 ​ເພາະ​ເບິ່ງ​ເຖີດ, ບັນ​ດາ​ກະ​ສັດ​ໄດ້​ມາ​ຊຸມ​ນຸມ​ກັນ; ພວກ​ເຂົາ​ໄດ້​ຜ່ານ​ໄປ​ພ້ອມ​ກັນ.
\v 5 ພວກ​ເຂົາ​ໄດ້​ເຫັນ​ນະ​ຄອນ​ນັ້ນ, ແລ້ວ​ພວກ​ເຂົາ​ກໍ​ປະ​ຫລາດ​ໃຈ​ພວກ​ເຂົາ​ຕ່າງ​ທໍ້​ໃຈ, ​ແລະ​ພວກ​ເຂົາ​ກໍ​ຮີບ​ຫນີ​ໄປ.
\v 6 ຄວາມ​ຢ້ານ​ກົວ​ໄດ້​ຄອບ​ງຳ​ພວກ​ເຂົາ​ທີ່​ນັ້ນ, ມີ​ຄວາມ​ເຈັບ​ປວດ​ດັ່ງ​ຕອນ​ທີ່​ຜູ້​ຍິງ​ກຳ​ລັງ​ເກີດ​ລູກ.
\s5
\v 7 ​ພ​ຣະ​ອົງ​ຊົງ​ທຳ​ລາຍກອງ​ເຮືອ​ແຫ່ງ​ເມືອງ​ທາ​ຊິດ​ດ້ວຍ​ລົມ​ຕະ​ວັນ​ອອກ.
\v 8 ດັ່ງ​ທີ່​ເຮົາ​ເຄີຍ​ໄດ້​ຍິນ​ມາ, ເຮົາ​ກໍ​ໄດ້​ເຫັນ​ໃນ​ນະ​ຄອນ​ຂອງ​ພ​ຣະ​ຢາ​ເວ​ຈອມໂຍທາ, ​ເຊັ່ນ​ນັ້ນ ໃນ​ນະ​ຄອນ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຮົາ; ພ​ຣະ​ເຈົ້າ​ຈະ​ສະ​ຖາ​ປະນາ​ນະຄອນ​ນັ້ນ​ໄວ້​ຕະ​ຫລອດ​ໄປ​ເປັນ​ນິ​ດ. ເສລາ
\s5
\v 9 ເຮົາ​ໄດ້​ຣະ​ນຶກ​ເຖິງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ, ຂ້າແຕ່ພຣະເຈົ້າ, ເມື່ອ​ຢູ່​ກາງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ.
\v 10 ພຣະນາມຊື່​ຂອງ​ພ​ຣະ​ອົງ​ເປັນ​ເຊັ່ນ​ໃດ, ຂ້າ​ແດ່​ພ​ຣະ​ເຈົ້າ, ຄຳ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ກໍ​ໄປ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ເຊັ່ນ​ນັ້ນ; ພຣະຫັດ​ຂວາ​ຂ​ອງ​ພ​ຣະ​ອົງ​ຊົງ​ເຕັມ​ໄປ​ດ້ວຍ​ຄວາມ​ຊອບ​ທັມ.
\s5
\v 11 ​ໃຫ້​ພູ​ເຂົາ​ຊີ​ໂອນ​ຍິນ​ດີ​ເຖີດ, ໃຫ້​ເຫລົ່າ​ລູກ​ສາວ​ຂອງ​ຢູ​ດາ​ຊື່ນ​ຊົມ​ຍິນ​ດີ​ເພາະ​ການ​ພິ​ພາກ​ສາ​ອັນ​ຊອບທັມຂອງ​ພ​ຣະ​ອົງ.
\s5
\v 12 ຈົ່ງ​ຍ່າງ​ຮອບພູເຂົາຊີໂອນເຖີດ, ຈົ່ງໄປຮອບໆຊີ​ໂອນຈົ່ງ​ນັບ​ຫໍ​ຄອຍ​ຂອງ​ຊີ​ໂອນ,
\v 13 ຈົ່ງ​ສັງ​ເກດ​ກຳ​ແພງ​ຂອງ​ຊີ​ໂອນ​ໃຫ້​ດີ, ແລະ​ເບິ່ງ​ທີ່​ປາ​ສາດ​ທັງ​ຫລາຍ​ຂອງ​ຊີ​ໂອນ​ເພື່ອ​ທ່ານ​ຈະ​ໄດ້​ເລົ່າ​ເລື່ອງ​ລາວ​ໃຫ້​ແກ່​ຄົນ​ໃນ​ຊົ່ວ​ອາ​ຍຸ​ຕໍ່​ໄປ.
\s5
\v 14 ​ເພາະ​ພ​ຣະ​ເຈົ້າ​ອົງ​ນີ້​ຄື​ພ​ຣະ​ເຈົ້າ​ຂອງ​ເຮົາ​ຕະ​ຫລອດ​ໄປ​ເປັນ​ນິ​ດ; ພ​ຣະ​ອົງ​ຈະ​ຊົງ​ເປັນ​ຜູ້​ນຳ​ຂອງ​ເຮົາ​ຈົນ​ເຖິງ​ຄວາມ​ຕາຍ.
\s5
\c 49
\cl ບົດທີ 49
\p
ສຳ​ຫລັບ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂຄ​ລັດ.
\v 1 ​ຊົນ​ຊາດ​ທັງ​ຫມົດ​ເອີຍ, ຈົ່ງ​ຟັງ​ສິ່ງ​ນີ້; ບັນ​ດາ​ຜູ້​ອາ​ສັຍ​ທັງ​ຫມົດ​ໃນ​ໂລກ​ເອີຍຈົ່ງ​ງ່ຽງ​ຫູ​ຟັງ​ເຖີດ,
\v 2 ທັງ​ຄົນ​ຖາ​ນະ​ຕ່ຳ​ຕ້ອຍ​ແລະ​ຄົນ​ຖາ​ນະ​ສູງ, ທັງ​ຄົນ​ລ້ຳ​ລວຍ​ແລະ​ຄົນ​ຍາກ​ຈົນ​ດ້ວຍ.
\s5
\v 3 ປາກ​ຂອງ​ຂ້າ​ນ້ອຍ​ຈະ​ເຜີຍ​ປັນ​ຍາ ແລະ​ການ​ພາ​ວັນ​ນາ​ແຫ່ງ​ຈິດ​ໃຈ​ຂ້າ​ນ້ອຍ​ຈະ​ເປັນ​ຄວາມ​ເຂົ້າ​ໃຈ.
\v 4 ຂ້າ​ນ້ອຍ​ຈະ​ງ່ຽງ​ຫູ​ຂອງ​ຂ້າ​ນ້ອຍ​ຟັງ​ຄຳ​ປຽບ​ທຽບ; ຂ້າ​ນ້ອຍ​ຈະ​ເລີ່ມ​ຄຳ​ປຽບ​ທຽບ​ຂອງ​ຂ້າ​ນ້ອຍ​ດ້ວຍ​ພິນ​ເຂົາ​ຄູ່.
\v 5 ເປັນ​ຫຍັງ​ຂ້າ​ນ້ອຍ​ຈະ​ຕ້ອງ​ຢ້ານ​ວັນ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ, ເມື່ອ​ຄວາມ​ບາບ​ຜິດ​ອ້ອມຮອບ​ຢູ່​ທີ່​ຕີນ​ຂອງ​ຂ້າ​ນ້ອຍ?
\s5
\v 6 ເປັນ​ຫຍັງ​ຂ້າ​ນ້ອຍ​ຈະ​ຕ້ອງ​ຢ້ານ​ບັນ​ດາ​ຜູ້​ທີ່​ວາງ​ໃຈ​ໃນ​ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ​ແລ​ະ​ອວດ​ເຖິງ​ລະ​ດັບ​ຄວາມ​ລ້ຳ​ລວຍ​ຂອງ​ພວກ​ເຂົາ?
\v 7 ແນ່ນອນ ບໍ່ມີ​ໃຜ​ສາ​ມາດ​ໄຖ່​ພີ່​ນ້ອງ​ຂອງ​ເຂົາ​ຫລື​ຊຳ​ຣະ​ຄ່າ​ໄຖ່​ຕົວ​ເຂົາ​ໃຫ້​ແກ່ພ​ຣະ​ເຈົ້າ​ໄດ້,
\v 8 ເພາະ​ການ​ໄຖ່​ຊີ​ວິດ​ຂອງ​ຄົນ​ຫນຶ່ງ​ນັ້ນ​ມີ​ຄ່າ​ສູງ​ຫລາຍ, ແລະ​ບໍ່​ມີ​ໃຜ​ສາ​ມາດ​ຊຳ​ຣະ​ສິ່ງ​ທີ່​ພວກ​ເຮົາ​ຕິດ​ຄ້າງ​ໄວ້​ໄດ້.
\s5
\v 9 ​ບໍ່​ມີ​ໃຜ​ສາ​ມາດ​ມີ​ຊີ​ວິດ​ຢູ່​ໄດ້​ຕະ​ຫລອດ​ໄປ​ເພື່ອ​ຮ່າງ​ກາຍ​ຂອງ​ເຂົາ​ຈະ​ບໍ່​ເນົ່າ​ເປື່ອຍ.
\v 10 ເພາະ​ເຂົາ​ຈະ​ເຫັນ​ຄວາມ​ເນົ່າ​ເປື່ອຍ; ຄົນ​ມີ​ປັນ​ຍາ​ກໍ​ຕາຍ ຄົນ​ໂງ່​ແລະ​ຄົນ​ຂີ້​ຕົວະ​ກໍ​ພິນາດເຫມືອນກັນ ແລະ​ຖິ້ມ​ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ​ໄວ້​ໃຫ້​ແກ່​ຄົນ​ອື່ນ.
\s5
\v 11 ​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກ​ເຂົາ​ຄື​ຄອບ​ຄົວ​ຂອງ​ພວກ​ເຂົາ​ຈະ​ຢູ່​ຕະ​ຫ​ລອດ​ໄປ​ເປັນ​ນິ​ດ, ແລະ​ເປັນ​ທີ່​ຢູ່​ອາ​ສັຍ​ຂອງ​ເຂົາ​ທຸກ​ຊົ່ວ​ເຊື້ອຊາດ; ພວກ​ເຂົາ​ຮ້ອງ​ທີ່​ດິນ​ຂອງ​ພ​ວກ​ເຂົາ​ຕາມ​ຊື່​ຂອງ​ພວກ​ເຂົາ​ເອງ.
\s5
\v 12 ​ແຕ່​ມະ​ນຸດ, ແມ່ນມີ​ຄວາມ​ຮັ່ງ​ມີ​ກໍ​ບໍ່​ສາ​ມາດ​ຮັກ​ສາ​ຊີ​ວິດ​ໄວ້​ໄດ;​້ ເຂົາ​ເປັນ​ດັ່ງໂຕ​ສັດ​ຕ່າງໆ​​ທີ່​ພິນາດໄດ້.
\v 13 ນີ້​ຄື, ​ວິ​ທີ​ທາງ, ​ຂອງ​ຄວາມ​ໂງ່​ຈ້າ​ຂອງ​ພວກ​ເຂົາ; ແລະ​ຕໍ່​ຈາກ​ເຂົາ ກໍ​ຄື​ພວກ​ທີ່ຍອມ​ຮັບ​ຄຳ​ເວົ້າ​ຂອງ​ພວກ​ເຂົາ. ເສ ລາ
\s5
\v 14 ​ເປັນ​ເຫມືອນ​ແກະ ພວກ​ເຂົາ​ຖືກ​ກຳ​ນົດ​ໄວ້​ສຳ​ລັບ​ແດນ​ຄົນ​ຕາຍ, ແລະ​ຄວາມ​ຕາຍ​ຈະ​ເປັນ​ຜູ້​ລ້ຽງ​ແກະ​ຂອງ​ພວກ​ເຂົາ. ຄົນ​ຊື່ສັດຈະ​ປົກ​ຄອງ​ເຫນືອ​ພວກ​ເຂົາ​ໃນ​ຍາມ​ເຊົ້າ, ແລະ​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ຈະ​ເນົ່າ​ເປື່ອຍ​ໄປ​ໃນ​ແດນ​ຄົນ​ຕາຍ, ແລະ​ບໍ່​ມີ​ທີ່​ໃຫ້​ພ​ວກ​ເຂົາ​ຢູ່​ອາ​ສັຍ.
\v 15 ແຕ່​ພ​ຣະ​ເຈົ້າ​ຈະ​ຊົງ​ໄຖ່​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຈາກ​ອຳ​ນາດ​ຂອງ​ແດນ​ຄົນ​ຕາຍ; ພ​ຣະ​ອົງ​ຈະ​ຊົງ​ຮັບ​ຂ້າ​ນ້ອຍ​ໄວ້. ເສລາ
\s5
\v 16 ​ຢ່າ​ຢ້ານ​ເມື່ອ​ຜູ້​ຫນຶ່ງ​ໄດ້​ກາຍ​ເປັນ​ຄົນ​ລ້ຳ​ລວຍ, ແລະ​ຊັບ​ສິນ​ຂອງ​ບ້ານ​ເຂົາ​ເພີ່ມ​ຫລາຍ​ຂຶ້ນ.
\v 17 ເພາະ​ເມື່ອ​ເຂົາ​ຕາຍ ເຂົາ​ຈະ​ເອົາ​ຫຍັງ​ໄປ​ບໍ່​ໄດ້​ເລີຍ; ​ຊັບ​ສິນ​ຂອງ​ເຂົາ​ຈະ​ບໍ່​ຕາມ​ເຂົ​າ​ລົງ​ໄປ.
\s5
\v 18 ເມື່ອເຂົາຍັງມີຊີວິດຢູ່ ຈິດ​ໃຈ​ຂອງ​ເຂົາ​ກໍ​ເປັນ​ສຸກ - ແລະ​ມະ​ນຸດ​ທັງ​ຫລາຍ​ສັນ​ຣະ​ເສີນ​ເຈົ້າ​ເມື່ອ​ເຈົ້າ​ຢູ່​ເພື່ອ​ຕົວ​ເອງ -
\v 19 ເຂົາ​ຈະ​ໄປ​ຢູ່​ກັບ​ຄົນ​ໃນ​ຍຸກ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ແລະ​ພວກ​ເຂົາ​ຈະ​ບໍ່​ໄດ້​ເຫັນ​ຄວາມ​ສະ​ຫວ່າງ​ອີກ​ເລີຍ.
\v 20 ບຸກ​ຄົນ​ຜູ້​ທີ່​ມີ​​ຄວາມ​ຮັ່ງ​ມີ ​ແຕ່​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ກໍ​ເປັນເຫມືອນ​, ດັ່ງ​ເຫລົ່າ​ສັດ​ເດ​ຍຣະ​ສານ​ຊຶ່ງ​ຕ້ອງ​ພິນາດ​ໄປ.
\s5
\c 50
\cl ບົດທີ 50
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ.
\v 1 ພ​ຣະ​ເຈົ້າ​ຜູ້​ຊົງ​ຣິດ​ອຳ​ນາດ, ​ຂ້າ​ແຕ່​ພ​ຣະ​ຢາ​ເວ, ໄດ້​ຊົງ​ກ່າວ​ ແລະ​ໄດ້​ຊົງ​ເອີ້ນ​ແຜ່ນ​ດິນ​ໂລກ​ຈາກ​ທີ່ຕາເວັນ​ຂຶ້ນ​ໄປ​ຈົນ​ເຖິງ​ທີ່ຕາເວັນ​ຕົກ.
\v 2 ສຽງ​ອອກ​ມາ​ຈາກ​ຊີ​ໂອນ, ​ເປັນ​ຄວາມ​ງົດ​ງາມ​ທີ່​ສົມ​ບູ​ນ​ພ້ອມ, ພ​ຣະ​ເຈົ້າ​ໄດ້​ສົ່ງ​ສຽງ​ອອກ​ມາ​ຈາກ​ທີ່ນັ້ນ.
\s5
\v 3 ​ພ​ຣະ​ເຈົ້າ​ຂອງ​ເຮົາ​ສະເດັດມາ​ແລະ​ບໍ່​ຊົງ​ງຽບ​ຢູ່; ໄຟ​ໄດ້​ເຜົາຜານ​ຢູ່​ເບື້ອງ​ຫນ້າ​ພ​ຣະ​ອົງ, ​ແລະ​ມີ​ພາ​ຍຸ​ຮຸນ​ແຮງ​ອ້ອມ​ຮອບ​ພ​ຣະ​ອົງ.
\v 4 ພ​ຣະ​ອົງ​ຊົງ​ເອີ້ນຟ້າ​ສະ​ຫວັນ​ເບື້ອງ​ເທິງ​ແລະ​ແຜ່ນ​ດິນ​ໂລກ​ເພື່ອ​ພ​ຣະ​ອົງ​ຈ​ະ​ໄດ້​ພິ​ພາກ​ສາ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ:
\v 5 "ຈົ່ງ​ຮວບ​ຮວມ​ຄົນ​ທີ່​ຊື່​ສັດ​ຂອງ​ເຮົາ​ມາ​ໃຫ້​ເຮົາ, ຄື​ບັນ​ດາ​ຜູ້​ທີ່​ໄດ້​ເຮັດ​ຄຳ​ສັນ​ຍາ​ກັບ​ເຮົາ​ດ້ວຍ​ເຄື່ອງ​ບູ​ຊາ."
\s5
\v 6 ຟ້າ​ສະ​ຫວັນ​ຈະ​ປະ​ກາດ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ, ເພາະ​ພ​ຣະ​ເຈົ້າ​ເອງ​ຊົງ​ເປັນ​ຜູ້​ພິ​ພາກ​ສາ. ເສລາ
\s5
\v 7 ຈົ່ງ​ຟັງ​ເຖີດ, ​ປະ​ຊາ​ກອນ​ຂອງ​ເຮົາ​ເອີຍ, ແລະ​ເຮົາ​ຈະ​ເວົ້າ, ເຮົາ​ຄື​ ພ​ຣະ​ເຈົ້າ, ພ​ຣະ​ເຈົ້າ​ຂອງ​ເຈົ້າ.
\v 8 ເຮົາ​ຈະ​ບໍ່​ຕຳ​ນິ​ເຈົ້າ​ໃນ​ເລື່ອງ​ເຄື່ອງ​ບູ​ຊາ​ຂອງ​ເຈົ້າ; ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ເຈົ້າ​ຢູ່​ຕໍ່​ຫນ້າ​ເຮົາ​ສະ​ເຫມີ.
\s5
\v 9 ເຮົາ​ຈະ​ບໍ່​ຮັບ​ງົວ​ໂຕ​ຜູ້​ຈາກ​ເຮືອນ​​ຂອງເຈົ້າ, ຫລື​ແພະ​ໂຕ​ຜູ້​ຈາກ​ຄອກ​ຂອງ​ເຈົ້າ.
\v 10 ເພາະ​ສັດ​ທຸກ​ໂຕ​ໃນ​ປ່າ​ເປັນ​ຂອງ​ເຮົາ, ລວມ​ທັງ​ຝູງ​ງົວ​ເທິງ​ພູ​ເຂົາ​ນັບ​ພັນ​ລູກ.
\v 11 ເຮົາ​ຮູ້​ຈັກ​ນົກ​ທຸກ​ໂຕ​ແຫ່ງ​ພູ​ເຂົາ​ທັງ​ຫລາຍ, ແລະ​ສັດ​ປ່າ​ແຫ່ງ​ທ້ອງ​ທົ່ງ​ເປັນ​ຂອງ​ເຮົາ.
\s5
\v 12 ​ຖ້າ​ເຮົາ​ຫິວ, ເຮົາ​ຈະ​ບໍ່​ບອກ​ເຈົ້າ, ເພາະ​ໂລກ​ນີ້​ເປັນ​ຂອງ​ເຮົາ, ລວມ​ທັງ​ທຸກ​ສິ່ງ​ໃນ​ນັ້ນ​ດ້ວຍ.
\v 13 ເຮົາ​ຈະ​ກິນ​ເນື້ອ​ງົວ​ໂຕ​ຜູ້​ຫລື​ດື່ມ​ເລືອດ​ຂອງ​ແພະ​ບໍ່?
\s5
\v 14 ຈົ່ງຖະຫວາຍເຄື່ອງບູຊາແຫ່ງການຂອບພຣະຄຸນແດ່ພຣະເຈົ້າ, ແລະ​ຖວາຍ​ຄຳ​ປະ​ຕິ​ຍານ​ແດ່​ອົງ​ຜູ້​ສູງ​ສຸດ.
\v 15 ຈົ່ງ​ຮ້ອງ​ທູນ​ເຮົາ​ໃນ​ວັນ​ຍາກ​ລຳ​ບາກ; ເຮົາ​ຈະ​ຊ່ວຍ​ກູ້​ເຈົ້າ, ​ແລະ​ເຈົ້າ​ຈະ​ຖວາຍ​ກຽຕ​ເຮົາ."
\s5
\v 16 ແຕ່​ພ​ຣະ​ເຈົ້າ​ຊົງ​ກ່າວ​ກັບ​ຄົນ​ຊົ່ວ​ວ່າ, "ເຈົ້າ​ມີ​ສິດ​ຫຍັງ​ມາ​ປະ​ກາດ​ກົດ​ເກນ​ຂອງ​ເຮົາ, ທີ່​ເຈົ້າ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ເຮົາດ້ວຍ​ປາກ​ຂອງ​ເຈົ້າ,
\v 17 ໃນ​ເມື່ອ​ເຈົ້າ​ກຽດ​ຊັງ​ຄຳ​ສັ່ງ​ສອນ​ແລະ​ຖິ້ມ​ຖ້ອຍ​ຄຳ​ຂອງ​ເຮົາ​ໄປ?
\s5
\v 18 ເມື່ອ​ເຈົ້າ​ເຫັນ​ໂຈນ, ເຈົ້າ​ກໍ​ຄົບ​ກັບ​ເຂົາ; ເຈົ້າ​ມີ​ສ່ວນ​ຮ່ວມ​ກັບ​ບັນ​ດາ​ຜູ້​ລາວລ່ວງ​ປະ​ເວ​ນີ.
\v 19 ເຈົ້າ​ຍົກ​ປາກ​ຂອງ​ເຈົ້າ​ໃຫ້​ແກ່​ຄວາມ​ຊົ່ວ, ແລະ​ລິ້ນ​ຂອງ​ເຈົ້າ​ເວົ້າ​ຄຳ​ຫລອກລວງ.
\v 20 ເຈົ້າ​ນັ່ງ​ລົງ​ແລະ​ເວົ້າ​ຕໍ່​ຕ້ານ​ພີ່​ນ້ອງ​ຂອງ​ເຈົ້າ; ເຈົ້າ​ໃສ່​ຮ້າຍ​ລູກ​ຂອງ​ແມ່​ຂອງ​ເຈົ້າ​ເອງ.
\s5
\v 21 ​ເຈົ້າ​ໄດ້​ເຮັດ​ສິ່​ງ​ເຫລົ່າ​ນີ້ ແຕ່​ເຮົາ​ໄດ້​ມິດ​ງຽບ, ແລ້ວ​ເຈົ້າກໍ​ຄິດ​ວ່າ​ເຮົາ​ເປັນ​ເຫມືອນກັບ​ເຈົ້. ແຕ່​ເຮົາ​ຈະ​ຕຳ​ນິ​ເຈົ້າ​ແລະ​ເວົ້າ​ທຸກ​ສິ່ງ​ທີ່​ເຈົ້າ,​ໄດ້​ກະ​ທຳ​ຂຶ້ນ​ມາ​ຕໍ່​ຕາ​ຂອງ​ເຈົ້າ.
\v 22 ຈົ່ງ​ພິ​ຈາ​ຣະ​ນາ​ເລື່ອງ​ນີ້​ໃຫ້​ດີ, ເຈົ້າ​ຜູ້​ລືມ​ພ​ຣະ​ເຈົ້າ, ບໍ່​ສະ​ນັ້ນ​ເຮົາ​ຈະ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ, ແລະ​ຈະ​​ບໍ່​ມີ​ໃຜ​ມາ​ຊ່ວຍ​ເຈົ້າ​ໄດ້​ເລີຍ.
\s5
\v 23 ​ບຸກ​ຄົນ​ຜູ້​​ທີ່​ຖວາຍ​ເຄື່ອງ​ບູ​ຊາ​ແຫ່ງ​ການ​ຂ​ອບ​ພ​ຣະ​ຄຸນ​ສັນ​ຣະ​ເສີ​ນ​ເຮົາ, ແລະ​ທຸກ​ຄົນ​ທີ່​ວາງ​ທາງ​ຍ່າງ​ຂອງ​ເຂົາ​ໃນ​ທາງ​ທີ່​ຖືກ​ຕ້ອງ, ເຮົາ​ກໍ​ຈະ​ສຳ​ແດງ​ຄວາມ​ພົ້ນ​ຂອງ​ພ​ຣະ​ເຈ້າ."
\s5
\c 51
\cl ບົດທີ 51
\p
ສຳ​ຫ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ເພງ​ສັນ​ຣະ​ເສີນ​ຂອງ​ກະ​ສັດ​ດາ​ວິດ; ເມື່ອ​ຕອນ​ທີ່ ນາ​ທານ​ຜູ້​ເຜີຍ​ພ​ຣະ​ຄັມມາ​ຫາ​ທ່ານ​ຫລັງ​ທີ່​ລາວ​ໄດ້​ນອນ​ກັບ​ບັດ​ເຊ​ບາ.
\v 1 ຂໍ​ຊົງເມດ​ຕາ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ, ​ຕາມ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ; ເພື່ອ​ເຫັນ​ແກ່​ການ​ກະ​ທຳ​ຫລວງ​ຫລາຍ​ອັນ​ຊົງ​ເມດຕາອັນຍິ່ງໃຫຍ່ຂອງ​ພ​ຣະ​ອົງ, ຂໍ​ຊົງ​ລົບ​ບັນ​ດາ​ການ​ບາບ​ຂ​ອງຂ້າ​ນ້ອຍ.
\v 2 ຂໍ​ຊົງ​ລ້າງ​ຂ້າ​ນ້ອຍ​ໃຫ້​ຫມົດ​ກ້ຽງ​ຈາກ​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ ແລະ​ຂໍ​ຊົງ​ຊຳ​ຣະ​ຂ້າ​ນ້ອຍ​ຈາກ​ບາບ​ຂອງ​ຂ້າ​ນ້ອຍ.
\s5
\v 3 ​ເພາະ​ຂ້າ​ນ້ອຍ​ຮູ້​ເຖິງ​ບັນ​ດາ​ຄວາມຜິດບາບຂອງ​ຂ້າ​ນ້ອຍ, ແລະ​ບາບ​ຂອງ​ຂ້າ​ນ້ອຍ​ກໍ​ຢູ່​ຕໍ່ຫນ້າ​ຂ້າ​ນ້ອຍ​ສະ​ເຫມີ.
\v 4 ຂ້າ​ນ້ອຍ​ໄດ້​ເຮັດ​ບາບ​ຕໍ່ ​ພ​ຣະ​ອົງ, ຕໍ່​ພ​ຣະ​ອົງ​ເທົ່າ​ນັ້ນ, ແລະ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂ​ອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ຖືກ​ຕ້ອງ​ເມື່ອ​ພ​ຣະ​ອົງ​ກ່າວ​; ພ​ຣະ​ອົງ​ຊົງ​ຖືກ​ຕ້ອງ​ເມື່ອ​ພ​ຣະ​ອົງ​ຊົງ​ຕັດ​ສິນ.
\s5
\v 5 ​ເບິ່ງ​ເຖີດ, ຂ້າ​ນ້ອຍ​ໄດ້​ເກີດ​ມາ​ໃນ​ຄວາມ​ບາບ; ທັນ​ທີ​ທີ່​ແມ່​ຂ​ອງ​ຂ້າ​ນ້ອຍ​ຖື​ພາ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ກໍ​ຢູ່​ໃນ​ຄວາມ​ບາບ​ແລ້ວ.
\v 6 ເບິ່ງ​ເຖີດ, ພ​ຣະ​ອົງ​ຊົງ​ປຣາ​ຖນາ​ຄວາມ​ຊື່​ສັດ​ສຸ​​ຈະ​ຣິດ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ຈະ​ຊົງ​ເຮັດ​ໃຫ້​ຂ້າ​ນ້​ອຍ​ຮູ້​ຈັກ​ສະ​ຕິ​ປັນ​ຍາ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ.
\s5
\v 7 ​ຂໍ​ຊົງ​ຊຳ​ຣະ​ຂ້າ​ນ້ອຍ​ໃຫ້​ບໍ​ຣິ​ສຸດ​ດ້ວຍຕົ້ນ​ຫູສົບ, ແລະ​ຂ້າ​ນ້ອຍ​ຈະ​ສະ​ອາດ; ຂໍ​ຊົງ​ລ້າງ​ຂ້າ​ນ້ອຍ, ແລະ​ຂ້າ​ນ້ອຍ​ຈະ​ຂາວ​ຍິ່ງກວ່າ​ຫິ​ມະ.
\v 8 ຂໍ​ຊົງ​ໃຫ້​ຂ້າ​ນ້ອຍ​ໄດ້​ຍິນ ​ເຖິງ​ຄວາມຊົມຊື່ນ​ເບີກບານ​ແລະ​ຄວາມ​ຍິນ​ດີ ເພື່ອ​ກະ​ດູກ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຫັກ​ຈະ​ໄດ້​ຍິນ​ດີ.
\v 9 ຂໍ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ບາບ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ແລະ​ຊົງ​ລົບ​ຄວາມ​ຜິດ​ທັງ​ສິ້ນ​ຂອງ​ຂ້າ​ນ້ອຍເສຍ.
\s5
\v 10 ​ຂໍ​ຊົງ​ສ້າງ​ໃຈ​ສະ​ອາດ​ພາຍ​ໃນ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ, ແລະ​ຊົງ​ສ້າງ​ຈິດ​ວິນ​ຍານ​ທີ່​ຖືກ​ຕ້ອງ​ຂຶ້ນ​ໃຫມ່​ພາຍ​ໃນ​ຂ້າ​ນ້​ອຍ.
\v 11 ຂໍ​ຢ່າ​ຊົງ​ໄລ່​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພຣະພັກ​ຂອງ​ພ​ຣະ​ອົງ, ແລະ​ຂໍ​ຢ່າ​ຊົງ​ເອົາ​​ພ​ຣະວິນ​ຍານ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ.
\s5
\v 12 ​ຂໍ​ຊົງຮື້ຟື້ນຄວາມ​ຊົມຊື່ນ​ໃນ​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ຮັກສາ​ຂ້າ​ນ້ອຍ​ໄວ້ ​ພ​ຣະ​ອົງ​ດ້ວຍ​ວິນ​ຍານ​ແຫ່ງ​ຄວາມ​ເຕັມ​ໃຈ.
\v 13 ແລ້ວ​ຂ້າ​ນ້ອຍ​ຈະ​ສອນ​ບັນ​ດາ​ຄົນບາບ​ເຖິງ​ພຣະຄຳສັ່ງຂອງພຣະອົງ, ​​ແລະ​ບັນ​ດາຄົນ​ບາບ​ຈະ​ຫັນ​ກັບ​ມາ​ຫາ​ພ​ຣະ​ອົງ ຂ້າ​ແດ່​ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ.
\s5
\v 14 ຂໍຊົງອະພັຍຂ້ານ້ອຍໃນການຫລັ່ງເລືອດ, ຂ້າແດ່ພຣະເຈົ້າ, ແລະ​ຂ້າ​ນ້ອຍ​ຈະ​ໂຫ່​ຮ້ອງ​ສຳ​ລັບ​ຄວາມ​ຍິນ​ດີ​ແຫ່ງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ.
\v 15 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຂໍ​ຊົງ​ເປີດ​ຮິມສົບ​ປາກ​ຂອງ​ຂ້າ​ນ້ອຍ, ແລະ​ປາກ​ຂອງ​ຂ້າ​ນ້ອຍ​ຈະ​ກ່າວ​ຄຳ​ສັນ​ຣະ​ເສີນ​ພ​ຣະ​ອົງ.
\v 16 ​ເພາະ​ພ​ຣະ​ອົງ​ບໍ່​ຊົງ​ຍິນ​ດີ​ໃນ​ເຄື່ອງ​ບູ​ຊາ, ເຖິງ​ຂ້າ​ນ້ອຍ​ຈະ​ຖວາຍ; ​ໃຫ້​ພ​ຣະ​ອົງ​ກໍ​ບໍ່​ໄດ້​ຊົງ​ພໍ​ໃຈ​ໃນ​ເຄື່ອງ​ເຜົາ​ບູ​ຊາ​ທັງ​ຫລາຍ.
\s5
\v 17 ​ເຄື່ອງ​ບູ​ຊາ​ຂອງ​ພ​ຣະ​ເຈົ້າ​ຄື​ຈິດ​ວິນ​ຍາ​ນ​ທີ່​ແຕກ​ສະ​ຫລາຍ. ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ຈະ​ບໍ່​ຊົງ​ດູ​ຫມິ່ນ​ຈິດ​ໃຈ​ທີ່​ແຕກ​ສະ​ຫລາຍ​ແລະ​ໃຈ​ທີ່​ສຳ​ນຶກ​ຜິດ​ເລີຍ.
\v 18 ຂໍ​ຊົງ​ເຮັດ​ດີ​ແກ່​ຊີ​ໂອນ​ຕາມຄວາມ​ພໍໃຈ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ສ້າງ​ກຳ​ແພງ​ຂອງ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃຫມ່.
\v 19 ແລ້ວ​ພ​ຣະ​ອົງ​ຈະ​ຊົງ​ພໍ​ໃຈ​ໃນ​ບັນ​ດາ​ເຄື່ອງ​ບູ​ຊາ​ແຫ່ງ​ຄວາມ​ຊອບ​ທັມ, ໃນ​ບັນ​ດາ​ສັດ​ບູ​ຊາ​ແລະ​ເຄື່ອງ​ເຜົາ​ບູ​ຊາ​ທັງ​ຕົວ; ແລ​້ວ​ປະ​ຊາ​ກອນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຖວາຍ​ງົວ​ໂຕ​ຜູ້​ເທິງ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ອົງ.
\s5
\c 52
\cl ບົດທີ 52
\p
ສຳ​ລັບ​ນັກ​ດົນ​ຕຣີ. ຄຳ​ແນະ​ນຳຂອງ​ດາ​ວິດ; ເມື່ອ​ອາ​ຣົມ​ຄວາມ​ຮູ້​ສຶກ​ມາ ແລະ​ບອກ​ກັບ​ຈິດ​ວິນ​ຍານ, ແລະ​ບອກ​ກັບ​ລາວ​ວ່າ,"ດາວິດ​ໄດ້​ມາ​ທີ່​ເຮືອນ​ຂອງ​ອາ​ຄີ​ເມ​ເດັດ."
\v 1 ເຈົ້າ​ຜູ້​ມີ​ອຳ​ນາດ ເປັນ​ຫຍັງ​ເຈົ້າ​ເຖິງ​ພູມ​ໃຈ​ໃນ​ການ​ສ້າງ​ປັນ​ຫາ? ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ເຈົ້າ​ມາ​ທຸກ​ມື້.
\v 2 ລິ້ນ​ຂອງ​ເຈົ້າ​ວາງ​ແຜນ​ທຳ​ລາຍ​ດັ່ງ​ມີດ​ໂກນ​ທີ່​ຄົມ, ເຮັດ​ການ​ຫລອກ​ລວງ.
\s5
\v 3 ​ເຈົ້າ​ຮັກ​ຄວາມ​ຊົ່ວ​ຫລາຍ​ກວ່າ​ຄວາມ​ດີ ແລະ​ຮັກ​ການ​ຂີ້​ຕົວະ​ຫລາຍກວ່າ​ການ​ເວົ້າ​ເຖິງ​ຄວາມ​ຊອບ​ທັມ. ເສລາ
\s5
\v 4 ເຈົ້າ​ຮັກ​ຖ້ອຍ​ຄຳ​ທັງ​ຫມົດ​ທີ່​ກັດ​ກິນ​ຄົນ​ອື່ນ, ເຈົ້າ​ຜູ້​ມີ​ລິ້ນ​ຫລອກ​ລວງ.
\v 5 ພ​ຣະ​ເຈົ້າ​ຈະ​ຊົງ​ທຳ​ລາຍ​ເຈົ້າ​ຕະ​ຫລອດ​ໄປ​ເປັນ​ນິດ; ພ​ຣະ​ອົງ​ຈະ​ຊົງ​ຈັບ​ເຈົ້າ​ແລະ​ຊົງ​ດຶງ​ເຈົ້າ​ອອກ​ຈາກ​ເຕັນ​ຂອງ​ເຈົ້າ ແລະ​ຊົງ​ຖອນ​ຮາກ​ຖອນ​ໂຄນ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ຄົນ​ເປັນ. ເສ ລາ
\s5
\v 6 ​ຄົນ​ຊອບ​ທັມຈະ​ເຫັນ​ແລະ​ຢ້ານ; ພວກ​ເຂົາ​ຈະ​ຫົວ​ເຢາະ​ເຢີ້ຍ​ຄົນ​ອະ​ທັມ​ແລະ​ກ່າວ​ວ່າ,
\v 7 " ຈົ່ງເບິ່ງ, ນີ້​ຄື​ຜູ້​ຊາຍ​ທີ່​ບໍ່​ໃຫ້​ພ​ຣະ​ເຈົ້າ​ເປັນ​ທີ່​ລີ້​ພັຍ​ຂອງ​ເຂົາ, ແຕ່​ເຂົາ​ໄດ້​ວາງ​ໃຈ​ ໃນຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ຄວາມ​ຮັ່ງ​ມີ​ຂອງ​ເຂົາ, ແລະ​ເຂົາ​ໄດ້​ມີ​ກຳ​ລັງ​ຂຶ້ນ​ເມື່ອ​ເຂົາ​ໄດ້​ທຳ​ລາຍ​ຄົນ​ອື່​ນ."
\s5
\v 8 ແຕ່​ສຳ​ລັບ​ຂ້າ​ນ້ອຍ​ແລ້ວ, ຂ້າ​ນ້ອຍ​ເປັນ​ດັ່ງ​ຕົ້ນ​ຫມາກກອກ​ເທດ​ຂຽວ​ສົດ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ; ຂ້າ​ນ້ອຍ​ຈະ​ວາງ​ໃຈ​ໃນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ເຈົ້າ​ຕ​ະ​ຫລອດ​ໄປ​ເປັນ​ນິ​ດ.
\v 9 ຂ້າ​ນ້ອຍ​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິ​ດ​ສຳ​ລັບ​ສິ່ງ​ທີ່​ພ​ຣະ​ອົງ​ໄດ​້​ຊົງ​ເຮັດ. ຂ້າ​ນ້ອຍ​ຈະ​ລໍຄອຍ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ເພາະ​ວ່າ​ເປັນ​ພ​ຣະ​ນາມຊື່​ທີ່​ປະ​ເສີດ, ຕໍ່​ຫນ້າ​ບັນ​ດາ​ຜູ້​ຊອບ​ທັມ​ຂອງ​ພ​ຣະ​ອົງ.
\s5
\c 53
\cl ບົດທີ 53
\p
ສຳ​ລັບ​ນັກ​ດົນ​ຕີຣ; ສົ່ງ​ເຖິງ​ມາ​ຫາ​ຣາດ. ຄຳ​ແນະ​ນຳ​ຂອງ​ດາ​ວິດ.
\v 1 ຄົນ​ໂງ່​ເວົ້າ​ໃນ​ໃຈ​ຂອງ​ເຂົາ​ວ່າ,"ບໍ່ມີພຣະເຈົ້າ." ພວກ​ເຂົາ​ກໍ​ຊົ່ວຊາມ​ລົງ​ແລະ​ໄດ້​ເຮັດ​ຄວາມ​ຜິດ​ບາບ​ທີ່​ຫນ້າ​ກຽດຫ​ນ້າ​ຊັງ ບໍ່​ມີ​ໃຜ​ເຮັດ​ຄວາມ​ດີ​ເລີຍ.
\v 2 ພ​ຣະ​ເຈົ້າ​ຊົງ​ຫລຽວ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ​ເພື່ອ​ເບິ່ງ​ບັນ​ດາ​ລູກ​ຂອງ​ມະ​ນຸດ ເພື່ອ​ເບິ່ງວ່າ​ມີ​ໃຜ​ແດ່​ທີ່​ເຂົ້າ​ໃຈ, ມີ​ໃຜ​ແດ່​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ.
\v 3 ພວກ​ເຂົາ​ທັງ​ຫມົດ​ຕ່າງ​ຫັນ​ຫນີ​ໄປ. ພວກ​ເຂົາ​ຕ່າງ​ກໍ​ຊົ່ວ​ລົງ​ດ້ວຍ​ກັນ. ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ດີ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ.
\s5
\v 4 ​ບັນ​ດາ​ຜູ້​ທີ່​ເຮັດ​ຄວາມ​ຜິດ​ບາບ - ຄື​ບັນ​ດາ​ຜູ້​ທີ່ກືນ​ກິນ​ປະ​ຊາ​ກອນ​ຂອງ​ເຮົາ​ຄື​ດັ່ງ​ກິນ​ເຂົ້າ​ຫນົມ​ປັງ​ແລ​ະ​ພວກ​ເຂົາ​ບໍ່​ຮ້ອງ​ທູນ​ພ​ຣະ​ເຈົ້າ ບໍ່​ມີ​ຄວາມ​ເຂົ້າ​ໃຈ​ບໍ່?
\v 5 ພວ​ກ​ເຂົາ​ຕ່າງ​ຕົກ​ຢູ່​ໃນ​ຄວາມ​ຢ້ານ​ຢ່າງ​ຫລາຍ, ແມ່ນ​ວ່າ​ບໍ່​ມີ​ສາ​ເຫດ​ທີ່​ເຮັດ​ໃຫ້​ຢ້ານ; ເພາະ​ພ​ຣະ​ເຈົ້າ​ຈະ​ຊົງ​ເຮັດ​ໃຫ້​ກະ​ດູກ​ຂອງ​ຜູ້ທີ່​ຈະ​ຕັ້ງ​ຄ້າຍ​ຕໍ່​ສູ້​ເຈົ້າ​ກະ​ແຈກ​ກະ​ຈາຍ​ໄປ; ຄົນ​ແບບ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ເພາະ​ພ​ຣະ​ເຈົ້າ​ໄດ້​ຊົງ​ປະ​ຕິ​ເສດ​ພວກ​ເຂົາ​ແລ້ວ.
\s5
\v 6 ​ໂອ, ຄວາມ​ພົ້ນ​ຂອງ​ອິ​ສະ​ຣາ​ເອນ​ຈະ​ມາ​ຈາກ​ຊີ​ໂອນ! ເມື່ອ​ພ​ຣະ​ເຈົ້າ​ຊົງ​ນຳ​ປະ​ຊາ​ກອນ​ພ​ຣະ​ອົງ​ກັບ​ຄືນ​ມາ​ຈາກ​ການ​ເປັນ​ຊະ​ເລີຍ, ແລ້ວ​ຢາ​ໂຄບ​ຈະຊື່ນຊົມ​ຍິນ​ດີ​ແລະ​ອິດສະ​ຣາ​ເອນ​ຈະ​ຍິນ​ດີ!
\s5
\c 54
\cl ບົດທີ 54
\p
ສຳ​ລັບ​ນັກ​ດົນ​ຕີ; ເຄື່ອງ​ດົນ​ຕຣີ. ຄຳ​ແນ​ະ​ນຳ​ຂອງ​ດາ​ວິດ; ເມື່ອ ມາ​ແລະ​ເວົ້າ​ກັບ​ໂຊນວ່າ,"​ເປັນ​ຫຍັງ​ດາ​ວິດ​ຈຶ່ງ​ເຊື່ອງ​ພະ​ອົງ​ຈາກ​ພວ​ກ​ເຮົາ?"
\v 1 ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍໃຫ້​ພົ້ນ​ໂດຍ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ແລະ​ຊົງ​ຕັດ​ສິນ​ຂ້າ​ນ້ອຍ​ດ້ວຍ​ພ​ຣະ​ກຳ​ລັງ​ຂອ​ງ​ພ​ຣະ​ອົງ.
\v 2 ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ​ຂໍ​ຊົງ​ງ່ຽງ​ຫູ​ຟັງ​ຕໍ່​ຖ້ອຍ​ຄຳ​ຈາກ​ປາກ​ຂ້າ​ນ້ອຍ.
\v 3 ເພາະ​ຄົນ​ແປ​ກ​ຫນ້າ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ, ແລະ​ພວກ​ຄົນ​ໂຫດ​ຮ້າຍ​ໄດ້​ຫມາຍ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ ພວກ​ເຂົາ​ບໍ່​ເຫັນ​ພ​ຣະ​ເຈົ້າ​ຢູ່​ໃນ​ສາຍ​ຕາ​ຂອງ​ພວກ​ເຂົາ. ເສ​ລາ
\s5
\v 4 ​ເບິ່ງ​ເຖີດ, ພ​ຣະ​ເຈົ້າຊົງ​ເປັ​ນ​ຜູ້​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ; ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ຄ້ຳ​ຈູນຊີວິດ​ຂ້າ​ນ້ອຍ.
\v 5 ພ​ຣະ​ອົງ​ຈະ​ຊົງ​ຕອບ​ໂຕ້​ບັນ​ດາ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ດ້ວຍ​ສິ່ງ​ຊົ່ວ​ຮ້າຍ; ຂໍ​ຊົງ​ທຳ​ລາຍ​ພວກ​ເຂົາ​ດ້ວຍ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ, ທຳ​ລາຍ​ພວກ​ເຂົາ!
\s5
\v 6 ​ຂ້າ​ນ້ອຍຈະ​ຖວາຍ​ເຄື່ອງ​ບູ​ຊາ​ແດ່​ພ​ຣະ​ອົງ​ດ້ວຍ​ເຄື່ອງ​ບູ​ຊາ​ສະມັກ​ໃຈ​; ຂ້າ​ນ້ອຍ​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣ​ະ​ຢາ​ເວ, ເພາະ​ພ​ຣະ​ນາມຊື່​ນັ້ນ​ປະ​ເສີດ.
\v 7 ເພາະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍຈາກ​ຄວາມ​ຍາກ​ລຳ​ບາກ​ທຸກ​ຢ່າງ; ຕາ​ຂອງ​ຂ້າ​ນ້ອຍໄດ້​ເບິ່ງ​ເຫັນ​ຊັຍ​ຊະ​ນະ​ເຫນືອ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ.
\s5
\c 55
\cl ບົດທີ 55
\p
ສຳ​ລັບ​ນັກ​ດົນ​ຕຣີ; ເຄື່ອງ​ດົນ​ຕຣີ. ຄຳ​ແນະ​ນຳ​ຂອງ​ດາ​ວິດ.
\v 1 ຂໍ​ຊົງ​ງ່ຽງ​ຫູ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ; ແລະ​ຂໍ​ຊົງ​ຢ່າ​ລີ້​ພ​ຣະ​ອົງ​ຈາກ​ຄຳ​ວິງວອນ​ຂອງ​ຂ້າ​ນ້ອຍ.
\v 2 ຂໍ​ຊົງ​ສະ​ດັບ​ຟັງ​ຂ້າ​ນ້ອຍ​ແລ​ະ​ຊົງ​ຕອບ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ບໍ່​ໄດ້​ບັນ​ເທົາ​ໃນ​ຄວາມ​ລຳ​ບາກ​ຂອງ​ຂ້າ​ນ້ອຍ
\v 3 ເພາະ​ສຽງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ, ເພາະ​ການ​ກົດ​ຂີ່​ຂອງ​ຄົນ​ຊົ່ວ; ເຫດ​ວ່າ​ພວກ​ເຂົາ​ນຳ​ຄວາມ​ທຸກ​ມາ​ໃຫ້​ຂ້າ​ນ້ອຍ​ແລະ​​ຂົ່​ມ​ເຫັງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ໂກດ​ຮ້າຍ.
\s5
\v 4 ໃຈ​ຂອງ​ຂ້າ​ນ້ອຍ​ສັ່ນ​ຢ້ານ​ຢູ່​ພາຍ​ໃນ, ແລະ​ຄວາມ​ເປັນ​ຕາ​ຢ້ານ​ຂອງ​ຄວ​າມ​ຕາຍ​ໄດ້​ຕົກ​ມາ​ເທິງ​ຂ້າ​ນ້ອຍ.
\v 5 ຄວາມ​ຢ້ານ​ແລະ​ຄວາມ​ສັ່ນ​ເຊັ່ນ​ມາ​ເຫນືອ​ຂ້າ​ນ້ອຍ, ແລະ​ຄວາມ​ຢ້ານ​ໄດ້​ຖ້ວມ​ລົ້ນ​ຂ້າ​ນ້ອຍ.
\s5
\v 6 ຂ້າ​ນ້ອຍ​ກ່າວ​ວ່າ, "ໂອ, ຂໍ​ພຽງ​ຂ້າ​ນ້ອຍ​ມີ​ປີກ​ດັ່ງ​ນົກ​ພິ​ລາບ! ແລ້ວ​ຂ້າ​ນ້ອຍ​ກໍ​ຈະ​ບິນ​ຫນີ​ໄປ​ແລະ​ຢູ່​ຢ່າງ​ສະຫ​ງົບ.
\v 7 ເບິ່ງ​ເຖີດ, ແລ້ວ​ຂ້າ​ນ້ອຍ​ຈະ​ບິນ​ຫນີ​ໄປ​ໃຫ້​ໄກ; ຂ້າ​ນ້ອຍ​ຈະ​ພັກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ເສ​ລາ
\s5
\v 8 ຂ້າ​ນ້ອຍ​ຈະ​ຮີບ​ໄປ​ຍັງ​ທີ່​ກຳ​ບັງ​ໃຫ້​ພົ້ນ​ຈາກ​ລົມ​ແຮງ​ກ້າ​ແລະ​ພາ​ຍຸ."
\v 9 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຂໍ​ຊົງ​ເຜົາຜານ​ພວກ​ເຂົາ, ຂໍ​ຊົງ​ໃຫ້​ພາ​ສາ​ຂອງ​ພວກ​ເຂົາ​ວຸ້ນ​ວາຍ​ໄປ! ເພາະ​ຂ້າ​ນ້ອຍ​ເຄີຍ​ເຫັນ​ຄວາມ​ຮຸນ​ແຮງ​ແລະ​ຄວາມ​ວຸ້ນ​ວາຍ​ໃນ​ເມືອງ.
\s5
\v 10 ​ພວກ​ເຂົາ​ຍ່າງ​ເທິງ​ກຳ​ແພງ​ເມືອງ​ຢູ່​ທັງ​ເວັນ​ທັງ​ຄືນ; ແລະ​ຄ​ວາມ​ຊົ່ວ​ຮ້າຍ​ແລະ​ຄວາມ​ທຸກ​ຮ້ອນ​ຢູ່​ໃນ​ທ່າມ​ກາງ​ເມືອງ​ນັ້ນ.
\v 11 ຄົນ​ຊົ່ວ​ຮ້າຍ​ຢູ່​ໃນ​ທ່າມ​ກາງ​ເມືອງ​ນັ້ນ; ການ​ກົດ​ຂີ່​ແລະ​ການ​ຫລອກ​ລວງ​ບໍ່​ໄດ້​ຫາຍ​ຈາກ​ຫົນ​ທາງ​ຂອງ​ເມືອງ​ນັ້ນ​ໄປ​ເລີຍ.
\s5
\v 12 ​ເພາະ​ບໍ່​ແມ່ນ​ສັດ​ຕຣູ​ທີ່​ນາບຂູ່ຂ້ານ້ອຍ, ຂ້ານ້ອຍ​ຈຶ່ງ​ຈະ​ທົນ​ໄດ້ ແລະ​ບໍ່​ແມ່ນຜູ້​ທີ່​ກຽດ​ຊັງ​ຂ້ານ້ອຍ​; ທີ່​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້ານ້ອຍ, ແລ້ວຂ້າ​ນ້ອຍຈຶ່ງ​ຈະ​ລີ້​ຕົວ​ຈາກ​ເຂົາ.
\v 13 ແຕ່​ເປັນ​ທ່ານ, ເປັນ​ຜູ້​ເທົ່າ​ທຽມ​ກັບ​ຂ້ານ້ອຍ, ເປັນ​ເພື່ອນ​ສະຫ​ນິດ​ຂອງ​ຂ້ານ້ອຍ.
\v 14 ເຮົາ​ເຄີຍ​ມີສາ​​ມະ​ຄີ​ທັມ​ທີ່​​ຫນ້າ​ຊື່ນ​ໃຈ​ດ້ວຍ​ກັນ; ເຮົາ​ເຄີຍ​ຍ່າງ​ໃນ​ພຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ​ພ້ອມ​ກັບ​ຝູງ​ຊົນ.
\s5
\v 15 ​ຂໍ​ໃຫ້​ຄວາມ​ຕາຍ​ມາ​ເທິງ​ພວກ​ເຂົາ​ໃນ​ທັນ​ທີ; ຂໍ​ໃຫ້​ພວກ​ເຂົາ​ລົງ​ໄປ​ຍັງ​ແດນ​ຄົນ​ຝຕາຍ​ທັງ​ເປັນ, ເປັນ​ສະ​ຖານ​ທີ່​ຄວາມ​ຊົ່ວ​ຮ້າຍ​, ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ.
\s5
\v 16 ​ແຕ່​ສຳ​ຫລັບ​ເຮົາ, ເຮົາ​ຈະ​ຮ້ອງ​ຫາ​ພ​ຣະ​ເຈົ້າ, ແລະ​ພ​ຣະ​ຢາ​ເວ​ຈະ​ຊົງ​ຊ່ວຍ​ເຮົາ​ໃຫ້​ພົ້ນ.
\v 17 ໃນ​ເວ​ລາ​ແລງ, ເວ​ລາ​ເຊົ້າ​ແລະ​ທ່ຽງ ເຮົາ​ຮ້ອງ​ທຸກ​ແລະ​ຄ້ຳ​ຄວນ; ພ​ຣະ​ອົງ​ຈ​ະ​ຊົງ​ຟັງ​ສຽງ​ຂອງ​ເຮົ​າ.
\v 18 ພ​ຣະ​ອົງ​ຈະ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ເຮົາ​ໃຫ້​ປອດ​ພັຍ​ຈາກ​ສົງ​ຄາມ​ທີ່​ຕໍ່​ຕ້ານ​ເຮົາ, ເພາະ​ບັນ​ດາ​ຄົນ​ທີ່​ຕໍ່​ສູ້​ເຮົາ​ມີ​ກັນ​ຫລວງ​ຫລ​າຍ.
\s5
\v 19 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຜູ້​ຊົງ​ຄອບ​ຄອງ​ຈາກ​ນິ​ຣັ​ນ​ການ, ຈະ​ຊົງ​ສະ​ດັບ​ຟັງ​ແລະ​ເຮັດ​ໃຫ້​ພວກ​ເຂົາ​ອັບ​ອາຍ. ພວກ​ເຂົາ​ບໍ່​ເຄີຍ​ປ່ຽນ, ແລະ​ພວກ​ເຂົາ​ບໍ່​ຢ້ານ​ກົວ​ພ​ຣະ​ເຈົ້າ.
\s5
\v 20 ​ເພື່ອນ​ຂອງ​ເຮົາ​ໄດ້​ຍົກ​ມື​ຂອງ​ເຂົາ​ຂຶ້ນ​ຕໍ່​ສ​ູ້​ບັນ​ດາ​ຄົນ​ທີ່​ຢູ່​ສະ​ຫງົບ​ກັບ​ເຂົາ; ເຂົາ​ບໍ່​ເຄົາ​ຣົບ​ຕໍ່​ຄຳ​ສັນ​ຍາ​ທີ່​ເຂົາ​ເຄີຍ​ເຮັດ​ໄວ້.
\v 21 ຄຳ​ເວົ້າ​ຂອງ​ເຂົາລື່ນ​ເຫມືອນ​ເນີຍ, ແຕ່​ໃນ​ໃຈ​ຂອງ​ເຂົາ​ມ​ີ​ຄວາມ​ເປັນ​ສັດ​ຕຣູ ຖ້ອຍ​ຄຳ​ຂອງ​ເຂົາ​ນຸ້ມນວນກວ່າ​ນ້ຳ​ມັນ; ແຕ່​ພວກ​ເຂົາ​ເປັນ​ຄື​ດາບ​ທີ່​ຖືກ​ຊັກ​ອອກ​ມາ​ແລ້ວ.
\s5
\v 22 ຈົ່ງວາງພາລະຂອງທ່ານໄວ້ກັບພຣະຢາເວ, ແລະ​ພ​ຣະ​ອົງ​ຈະ​ຊົງ​ຄ້ຳ​ຊູ​ທ່ານ; ພ​ຣະ​ອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ຄົນ​ຊອບ​ທັມພ່າຍແພ້​ເລີຍ.
\v 23 ແຕ່​ພ​ຣະ​ອົງ​, ຂ້າ​ແດ່​ພ​ຣະ​ເຈົ້າ, ຈະ​ຊົງ​ໂຍນ​ຄົນ​ຊົ່ວ​ລົງ​ສູ່​ຂຸມ​ແຫ່ງ​ການ​ຖືກ​ທຳ​ລາຍ; ພວກ​ທີ່​ກະ​ຫາຍ​ເລືອດ​ແລະ​ຫລອກລວງ​ຈະ​ມີ​ຊີ​ວິດຢ​ູ່​ບໍ່​ເຖິງ​ເຄິ່ງ​ຫນຶ່ງ​ຂອງ​ຄົນ​ອື່ນ​ທົ່ວໄປ ແຕ່​ຂ້າ​ນ້ອຍ​ຈະ​ວາງ​ໃຈ​ໃນ​ພ​ຣະ​ອົງ.
\s5
\c 56
\cl ບົດທີ 56
\p
\v 1 ສຳ​ລັບ​ຄະ​ນະ​ດົນ​ຕຣີ; ສົ່ງ​ເຖິງໂຈ​ນາດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ເມື​່ອ​ຄົນ​ຟີ​ລິສະ​ຕິນ​ຈັບ​ລາວ​ຢູ່​ທີ່​ກາດ. ຂໍ​ຊົງ​ເມດ​ຕາ​ແກ່​ຂ້າ​ນ້ອຍ, ​ຂ້າ​ແດ່​ ພ​ຣະ​ເຈົ້າ, ເພາະ​ຜູ້​ຄົນ​ກຳ​ລັງ​ໂຈມ​ຕີ​ຂ້າ​ນ້ອຍ! ບັນ​ດາ​ຜູ້​ທີ່​ຕໍ່​ສູ້​ຂ້າ​ນ້ອຍ​ໂຈມ​ຕີ​ຂ້າ​ນ້ອຍ​ຕະ​ຫລອດ​ວັນ​ຍັ່ງ​ຄ່ຳ.
\v 2 ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຢຽບ​ຍ່ຳ​ຂ້າ​ນ້ອຍ​ຕະ​ຫລອດ​ວັນ​ຍັ່ງ​ຄ່ຳ; ເພາະ​ພວກ​ທີ່​ຕໍ່​ສູ້​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຈອງ​ຫອງ​ມີ​ກັນ​ຫລວງ​ຫລາຍ.
\s5
\v 3 ​ເມື່ອ​ຂ້າ​ນ້ອຍ​ຢ້ານ​ກົວ, ຂ້າ​ນ້ອຍ​ຈະ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ.
\v 4 ໃນ​ພ​ຣະ​ເຈົ້າ​ຜູ້​ຊຶ່ງ​ຂ້າ​ນ້ອຍ​ສັນ​ຣະ​ເສີນ - ສຳ​ລັບ​ສິ່ງ​ທີ່ໄດ້ຊົງສັນຍາໄວ້; ຂ້າ​ນ້ອຍ​ໄວ້​ວາງ​ໃຈ ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ; ພຽງ​ແຕ່​ມະ​ນຸດ​ຈະ​ເຮັດ​ຫ​ຍັງ​ຂ້າ​ນ້ອຍ​ໄດ້?
\s5
\v 5 ພວກ​ເຂົາ​ຕໍ່​ສູ້​ຖ້ອຍ​ຄຳ​ຂອງ​ຂ້າ​ນ້ອຍ​ຕະ​ຫລອ​ດ​ວັນ​ຍັງ​ຄ່ຳ; ພວກ​ເຂົາ​ຄິດ​ແ​ຕ່​ປອງ​ຮ້າຍ​ຂ້າ​ນ້ອຍ.
\v 6 ພວກ​ເຂົາ​ລວ​ມຕົວກັນ, ພວກ​ເຂົາ​​ລີ້​ຈຸ້ມກັນຊອມເບິ່ງສິ່ງທີ່ຂ້າກະທຳ, ແລະ​ພວກເຂົາ​ຕິດ​ຕາມ​ທຸກ​ຂັ້ນ​ຕອນ​ຂອງ​ຂ້າ​ນ້ອນ, ໄດ້​ລໍ​ຖ້າ​ໂອກາດດີທີ່ຈະເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ.
\s5
\v 7 ຂໍ​ຢ່​າ​ຊົງ​ໃຫ້​ພວກ​ເຂົາ​ຫນີ​ພົ້ນ​ຈາກ​ການ​ເຮັດ​ຜິດ. ຂ້າ​ແດ່​ພ​ຣະ​ເຈົ້າ, ​ຂໍ​ຊົງ​ໂຍນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ.
\v 8 ​ພ​ຣະ​ອົງ​ຊົງຮູ້ວ່າ​ການ​ເດືອດຮ້ອນ​ຕົກຖືກ​ຂ້າ​ນ້ອຍ ແລະ​ເກັບ​ນ້ຳ​ຕາ​ຂອງ​ຂ້າ​ນ້ອຍໄວ້ໃນກວດຂອງພຣະອົງ; ນ້ຳຕານັ້ນບໍ່ໄດ້ຢູ່ໃນບັນທຶກຂອງພຣະອົງບໍ?
\s5
\v 9 ​ແລ້ວ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ ຈະ​ຫັນ​ກັບ​ໄປ​ໃນ​ວັນ​ທີ່​ຂ້າ​ນ້ອຍ​ຮ້ອງ​ທູນ​ຕໍ່​ພ​ຣະ​ອົງ; ຂ້າ​ນ້ອຍ​ຮູ້​ເຊັ່ນ​ນີ້​ວ່າ, ພ​ຣະ​ເຈົ້າ​ຊົງ​ຢູ່​ຝ່າຍ​ຂ້າ​ນ້ອຍ.
\v 10 ໃນ​ພ​ຣະ​ເຈົ້າ - ຜູ້​ຊຶ່ງ​ຂ້າ​ນ້ອຍ​ສັນ​ຣະ​ເສີນ​ຖ້ອຍ​ຄຳ, ໃນພຣະຢາເວ-ຜູ້ຊຶ່ງຂ້ານ້ອຍສັນຣະເສີນຖ້ອຍຄຳ,
\v 11 ໃນ​ພ​ຣະ​ເຈົ້າ​ຂ້າ​ນ້ອຍ​ໄວ​້ວາງ​ໃຈ, ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ. ຜູ້​ໃດ​ຈະ​ເຮັດ​ຫຍັງ​ແກ່​ຂ້າ​ນ້ອຍ​ໄດ້?
\s5
\v 12 ຂ້າແດ່ພຣະເຈົ້າ ຫນ້າທີ່ຈະ​ເຮັດ​ຕາມ​ຄຳ​ສັນ​ຍາ​ຂອງ​ຂ້ານ້ອຍ​ທີ່​ມີ​ຕໍ່​ພ​ຣະ​ອົງ​ຢູ່​ທີ່​ຂ້າ​ນ້ອຍ, ຂ້າ​ແດ່ພ​ຣະ​ເຈົ້າ; ຂ້າ​ນ້ອຍ​ຖວາຍ​ເຄື່ອງ​ບູ​ຊາ​ແຫ່ງ​ການ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ.
\v 13 ເພາະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຂ້າ​ນ້ອຍ​; ຈາກ​ຄວາມ​ຕາຍ ພ​ຣະ​ອົງ​ໄດ້​ຊົງ​ຮັກ​ສາ​ຕີນ​ຂອງ​ຂ້າ​ນ້ອຍ​ບໍ່​ໃຫ້​ລົ້ມ, ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ດຳ​ເນີນ​ຕໍ່​ຫນ້າ​ພ​ຣະ​ເຈົ້າ​ໃນ​ຄວາມ​ສະຫ​ວ່າງ​ແຫ່ງ​ການ​ມີ​ຊີ​ວິດ.
\s5
\c 57
\cl ບົດທີ 57
\p
ສຳ​ຫລັບ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ທາ​ຫາດ. ບົດ​ເພງ​ສັ​ນ​ຣະ​ເສີນ​ຂອງ​ດາ​ວິດ. ໃນ​ເວ​ລາ​ທີ່​ເພີ່ນ​ໄດ້​ຫນີ​ຈາກ​ໂຊນ, ​ລີ້ຢູ່​ໃນ​ຖ້ຳ.
\v 1 ​ຂ້າ​ແຕ່​ພ​ຣະ​ເຈົ້າ, ຂໍ​ຊົງ​​ເມດຕາ​ຂ້າ​ນ້ອຍ, ຂໍ​ຊົງ​ເມດຕາ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ​ຈົນ​ກວ່າ​ຄວາມ​ທຸກ​ຍາກ​ລຳ​ບາກ​ທັງ​ຫລາຍ​ຜ່ານ​ພົ້ນ​ໄປ. ຂ້າ​ນ້ອຍ​ຢູ່​ພາຍ​ໃຕ້​ປີກ​ແຫ່ງ​ການ​ຄຸ້ມ​ຄອງ​ຂອງ​ພ​ຣະ​ອົງ​ຈົນ​ກວ່າ​ຄວາມ​ຊົ່ວຮ້າຍ​ນີ້​ຜ່ານ​ພົ້ນ​ໄປ.
\s5
\v 2 ​ຂ້າ​ນ້ອຍ​ຈະ​ຮ້ອງ​ທູນ​ຕໍ່​ພ​ຣະ​ເຈົ້າ​ຜູ້​ສູງ​ສຸດ ຕໍ່​ພ​ຣະ​ເຈົ້າ​ຜູ້​ຊົງ​ກະ​ທຳ​ທຸກ​ສິ່ງ​ເພື່ອ​ຂ້າ​ນ້ອຍ.
\v 3 ​ພ​ຣະ​ອົງ​ຈະ​ຊົງ​ສົ່ງ​ຄວາມ​ຊ່ວຍ​ເຫລືອ​ມາ​ຈາກ​ຟ້າ​ສະ​ຫວັນແລະ​ຊ່ວຍ​ຂ້າ​ນ້ອຍ​ໃຫ້ພົ້ນພັຍ, ພ​ຣະ​ອົງ​ຊົງ​ໃຈ​ຮ້າຍ​ບັນ​ດາ​ຜູ້​ທີ່​ກົດ​ຂີ່​ຂ້າ​ນ້ອຍ. ເສລາ ພ​ຣະ​ເຈົ້າ​ຈະ​ຊົງ​ສົ່ງ​ສາຍ​ຕາ​ແຫ່ງ​ຄວາມ​ຮັກ​ແລະ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ​ມາ​ຍັງ​ຂ້າ​ນ້ອຍ.
\s5
\v 4 ​ຊີ​ວິດຂອງ​ຂ້າ​ນ້ອຍ​ຢູ່​ທ່າມ​ກາງ​ເຫລົ່າ​ສິງ; ຂ້າ​ນ້ອຍ​ຢູ່​ທ່າມ​ກາງ​ບັນ​ດາ​ຜູ້​ທີ່​ພ້ອມ​ຈະ​ກັດ​ກິນ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ຢູ່​ທ່າມ​ກາງ​ຜູ້​ຄົນ​ທີ່​ແຂ້ວ​ຂອງ​ເຂົາ​ເປັນ​ຫອກ​ແລະ​ລູກ​ທະ​ນູ, ແລະ​ບັນ​ດາ​ຜູ້​ທີ່​ລີ້ນ​ຂອງ​ເຂົາ​ເປັນ​ດາບ​ຄົມ.
\v 5 ຂ້າ​ນ້ອຍ ຂໍ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເຫນືອ​ຟ້າ​ສະ​ຫວັນ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ຢູ່​ເຫນືອ​ທັງ​ແຜ່ນ​ດິນ​ໂລກ.
\s5
\v 6 ​ພວກ​ເຂົາ​ກາງ​ຕາ​ຫນ່າງ​ດັກ​ຈັບ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈຶ່ງ​ໄດ້​ທຸກ​ໃຈ. ພວກ​ເຂົາ​ໄດ້​ຂຸດຂຸມ​ພາງ​ໄວ້​ຕໍ່​ຫນ້າ​ຂ້າ​ນ້ອຍ. ແຕ່​ພວກ​ເຂົາ​ກັບ​ຕົກ​ລົງ​ໄປ​ກາງ​ຂຸມ​ນັ້ນເສຍ​ເອງ! ເສລາ
\s5
\v 7 ​ຂ້າ​ແດ່​ພ​ຣະ​ເຈົ້າ, ໃຈ​ຂອງ​ຂ້າ​ນ້ອຍ​ຫມັ້ນ​ຄົງ, ໃຈ​ຂອງ​ຂ້າ​ນ້ອຍ​ຫມັ້ນ​ຄົງ​; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ, ແມ່ນ​ແລ້ວ, ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ.
\v 8 ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ເອີຍ; ຈົ່ງ​ຕື່ນ​ເຖີດ, ພິນ​ໃຫຍ່​ແລະ​ພິນ​ເຂົາ​ຄູ່; ຈົ່ງ​ຕື່ນ​ເຖີດ ຂ້າ​ນ້ອຍ​ຈະ​ປຸກ​ຕາ​ເວັນ​ໃຫ້​ຕື່ນ​ຂຶ້ນ ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ.
\s5
\v 9 ຂ້າ​ນ້ອຍ​ຈະ​ຮ​້ອງ​ສັນ​ຣະ​ເສີນ​ພ​ຣະ​ອົງ​, ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ, ທ່າມ​ກາງ​ຊົນ​ຊາດ​ທັງ​ຫລາຍ; ຂ້າ​ນ້ອຍ​ຈະ​ຍ້ອງ​ຍໍ​ສັນ​ຣະ​ເສີນ​ພ​ຣະ​ອົງ​ທ່າມ​ຊົນ​ຊາດ​ທັງ​ຫລາຍ.
\v 10 ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ​ໃຫຍ່​ຍິ່ງ ສູງ​ເຖິງ​ຟ້າ​ສະ​ຫວັນ; ແລະ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ​ສູງ​ເຖິງ​ເມກ.
\v 11 ຂ້າ​ແດ່​ພ​ຣະ​ເຈົ້າ​ຂໍ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເຫນືອ​ຟ້າ​ສະ​ຫວັນ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ພ​ຣະສະຫງ່າຣາສີຂອງ​ພ​ຣະ​ອົງ​ເປັນ​ທີ່​ຍົກ​ຍ້ອງ​ເຫນືອ​ທົ່ວທັງ​ແຜ່ນ​ດິນ​ໂລກ.
\s5
\c 58
\cl ບົດທີ 58
\d ສຳ​ຫລັບ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ທາ​ເດດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\p
\v 1 ​ພວກ​ທ່ານ​ທີ່​ເປັນ​ຜູ້​ປົກ​ຄອງ​ເວົ້າ​ຢ່າງ​ຊອບ​ທັມບໍ່? ທ່ານ​ພິ​ພາກ​ສາ​ປະ​ຊາ​ຊົນ​ຢ່າງ​ທ່ຽງ​ທັມ​ບໍ່?
\v 2 ບໍ່​ເລີຍ ທ່ານ​ກະ​ທຳ​ການ​ຊົ່ວ​ຢູ່​ໃນ​ໃຈ​ຂອງ​ທ່ານ; ທ່ານ​ປ່ອຍ​ການ​ທາ​ຣຸນ​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ດ້ວຍ​ມື​ຂອງ​ທ່ານ.
\s5
\v 3 ຄົນ​ຊົ່ວ​ກໍ​ເຮັດ​ຜິດ​ມາ​ຕະ​ຫລອດ​ແມ່ນຕອນ​ທີ່​ພວກ​ເຂົາ​ຍັງ​ຢູ່​ໃນ​ທ້ອງ; ພວກ​ເຂົາ​ເຮັດ​ຜິດ​ໄປ​ແລະ​ເວົ້າ​ຂີ້​ຕົວະ​ມາ​ແຕ່​ເກີດ.
\v 4 ພິດ​ຂອງ​ພວກ​ເຂົາ​ເປັນ​ດັ່ງ​ພິດ​ງູ; ພວກ​ເຂົາ​ເປັນ​ດັ່ງ​ງູ​ພິດ​ຫູ​ຫນວກ​ທີ່​ປິດ​ຫູ​ຂອງ​ມັນ,
\v 5 ທີ່​ບໍ່​ໃສ່​່ໃຈ​ຕໍ່​ສຽງ​ຂອງ​ຫມໍ​ງູ ບໍ່​ວ່າ​ພວກ​ເຂົາ​ຈະ​ມີ​ຄວາມ​ຊ່ຽວ​ຊານ​ພຽງ​ໃດ, ຂ້າ​ແດ່​ພ​ຣະ​ເຈົ້າ.
\s5
\v 6 ​ຂໍ​ຊົງ​ຫັກ​ແຂ້ວ​ໃນ​ປາກ​ຂອງ​ພວກ​ເຂົາ, ພ​ຣະ​ເຈົ້າ; ຂໍ​ຊົງ​ຫັກ​ແຂ້ວ​ໃຫຍ່​ຂອງ​ສິງ​ຫນຸ່ມ, ຂ້າ​ແດ່​ພ​ຣະ​ຢາ​ເວ.
\v 7 ຂໍ​ໃຫ້​ເຂົາ​ທັງ​ຫລາຍ​ສະ​ຫລາຍ​ໄປ​ດັ່ງ​ນ້ຳ​ທີ່​ໄຫລ​ອອກ; ເມື່ອ​ພວກ​ເຂົາ​ຍິງ​ລູກ​ທະ​ນູ​ຂອງ​ພວກ​ເຂົາ​ອອກ​ໄປ, ຂໍ​ໃຫ້​ມັນ​ເປັນ​ດັ່ງ​ລູກ​ທະ​ນູ​ທີ່​ໄຮ້​ປະ​ໂຫຍດ.
\v 8 ຂໍ​ໃຫ້​ເຂົາ​ດັ່ງ​ຫອຍ​ທາກ​ທີ່​ສະຫ​ລາຍ​ແລະ​ຕາຍ​ໄປ, ດ​ັ່ງ​ເດັກ​ແຮກ​ເກີດ​ທີ່​ຍັງ​ບໍ່​ເຖິງ​ກຳ​ຫນົດ​ເກີດ​ຂອງ​ຜູ້​ຍິງ​ຄົນ​ຫນຶ່ງ​ທີ່​ບໍ່​ເຄີຍ​ໄດ້​ເຫັນ​ແສງ​ຕາເວັນ.
\s5
\v 9 ​ກ່ອນ​ທີ່​ຫມໍ້​ຂອງ​ເຈົ້າ​ຮູ້​ສຶກ​ຮ້ອນ​ຈາກ​ເປວ​ໄຟ​ທີ່​ໄຫມ້​ຕົ້ນ​ຫນາມ, ທັງ​ຫນາມ​ສົດ​ແລະ​ຫນາມ​ທີ່​ໄຫມ້​ເປັນເ​ເປວ​ໄຟ, ພ​ຣະ​ອົງ​ກໍ​ຈະ​ຊົງ​ໂກດ​ຮ້າຍ​ເຂົາ​ໄປ​ດ້ວຍ​ພາ​ຍຸ​ຫມຸນ.
\v 10 ຄົນ​ຊອບ​ທັມ​ຈະ​ຍິນ​ດີ​ເມື່ອ​ເຂົາ​ເຫັນ​ການ​ແກ້​ແຄ້ນ​ຂອງ​ພ​ຣະ​ເຈົ້າ; ເຂົາ​ຈະ​ລ້າງ​ຕີນ​ຂອງ​ເຂົາ​ໃນ​ເລືອດ​ຂອງ​ຄົນ​ຊົ່ວ,
\v 11 ດັ່ງ​ນັ້ນ​ຄົນ​ເຫລົ່າ​ນັ້ນ​ຈະ​ກ່​າວ​ວ່າ, "ມີ​ບຳ​ເຫນັດ​, ສຳ​ຫລັບ​ຄົນ​ຊອບ​ທັມ; ມີ​ພ​ຣະ​ເຈົ້າ​ຜູ້​ຊົງ​ພິ​ພາກ​ສາ​ແຜ່ນ​ດິນ​ໂລກ."
\s5
\c 59
\cl ບົດທີ 59
\p
\v 1 ຂ້າແດ່ພຣະເຈົ້າ, ຂອງຂ້ານ້ອຍ ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ຕັ້ງ​ຂ້າ​ນ້​ອຍ​ໄວ້​ເທິງ​ທີ່​ສູງ​ໄກ​ຈາກ​ບັນ​ດາ​ຜູ້​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ
\v 2 ຂໍ​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໃຫ້​ປອດ​ພັຍ​ຈາກ​ບັນ​ດາ​ຜູ້​ເຮັ​ດ​ຜິດ​ບາບ ແລະ​ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ຄົນ​​ທີ່ຫີວ​ເລືອດ.
\s5
\v 3 ​ເບິ່ງ​ເຖີດ, ເພາະ​ພວກ​ເຂົາ​ລັກ​ຊຸ້ມ​ຖ້າ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ. ພວກ​ຄົນ​ເຮັດ​ຊົ່ວ​ທີ່​ມີ​ອຳ​ນາດ​ຮ່ວມ​ຫົວ​ກັນ​ຕໍ່​ສູ້​ຂ້າ​ນ້ອຍ, ແຕ່​ບໍ່​ແມ່ນ​ເພາະ​ເຫດ​ການ​ບາບ​ຂອງ​ຂ້າ​ນ້ອຍ​ຫລື​ຄວາມ​ຜິດຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ.
\v 4 ພວກ​ເຂົາ​ຕຽມ​ແລ່ນ​ໃສ່​ຂ້າ​ນ້ອຍ​ແມ່ນວ່າ​ຂ້າ​ນ້ອຍ​ບໍ່​ມີ​ຄວາມ​ຜິດ; ຂໍ​ຊົງ​ຕື່ນ​ຂຶ້ນ​ແລະ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ແລະ​ຊົງ​ຫລຽວເບິ່ງ.
\s5
\v 5 ​ຂ້າ​ແດ່, ​ພ​ຣະຢາ​ເວ​ພ​ຣະ​ເຈົ້າ​ອົງ​ຈອມໂຍທາ​ຜູ້​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ອິ​ສະ​ຣາ​ເອນ, ຂໍ​ຊົງ​ລຸກ​ຂຶ້ນ​ແລະ​ລົງ​ໂທດ​ບັນ​ດາ​ຊົນ​ຊາດ​ທັງ​ຫມົດ; ຂໍ​ຢ່າ​ຊົງເມດຕາ​ຕໍ່​ບັນ​ດາ​ຄົນທໍຣະຍົດທີ່​ຊົ່ວ​ຮ້າຍ​ຄົນ​ໃດ​ເລີຍ. ເສ​ລາ
\s5
\v 6 ພວກ​ເຂົາ​ກັບ​ມາ​ໃນ​ຕອນ​ເເລງ, ພວກ​ເຂົາ​ເຫົ່າ​ຫ​ອນ​ຄື​ຫມາ​ແລະ​ເລາະ​ໄປ​ຮອບ​ເມືອງ.
\v 7 ເບິ່ງ​ເຖີດ, ພວກ​ເຂົາ​ເວົ້າ​ບໍ່​ມ່ວນ​ອອກ​ມາ​ດ້ວຍ​ປາກ​ຂອງ​ພວກ​ເຂົາ; ດາບ​ກໍ​ຢູ່​ໃນ​ຮິມ​ສົບປາກ​ຂອງ​ພວກ​ເຂົາ, ເພາະ​ພວກ​ເຂົາ​ເວົ້າ​ວ່າ, "ໃຜ​ຈະ​ໄດ້​ຍິນ​ພວກ​ເຮົາ?"
\s5
\v 8 ຂ້າ​ແດ່​ພ​ຣະ​ອົງ, ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ຫົວ​ຂວັນ​ພວກ​ເຂົາ, ພ​ຣະ​ອົງ​ຊົງ​ຫົວ​ເຍາະ​ເຍີ້ຍ​ບັນ​ດາ​ຊົນ​ຊາດ​ທັງ​ຫມົດ.
\v 9 ຂ້າ​ແດ່​ພ​ຣະ​ເຈົ້າ, ພຣະອົງຊົງເປັນກຳ​ລັງ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ເຝົ້າ​ເບິ່ງ​ພ​ຣະ​ອົງ ພ​ຣະ​ອົງ​ຊົງ​ເປັນ​ປ້ອມ​ປ້ອງກັນ​ທີ່​ສ​ູງ​ຂອງ​ຂ້າ​ນ້ອຍ.
\s5
\v 10 ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ ຈະ​ຊົງ​ມາ​ພົບ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອ​ງ​ພ​ຣະ​ອົງ; ພ​ຣະ​ເຈົ້າຈະ​ຊົງ​ໃຫ້​ຂ້າ​ນ້ອຍ​ເບິ່ງ​ເຫັນ​ຄວາມ​ປຣາ​ຖ​ນາ​ຂອງ​ຂ້າ​ນ້ອຍ ​ຢູ່​ເທິງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ. ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຜູ້​ຊົງ​ເປັນ​ໂລ້​ຂ​ອງ​ຂ້າ​ນ້ອຍ​ທັງ​ຫລາຍ
\v 11 ຂໍ​ຢ່າ​ຊົງ​ສັງ​ຫານ​ພວກ​ເຂົາເສຍ, ຫລືຢ້ານວ່າ​ຊົນ​ຊາດ​ຂອງ​ຂ້າ​ນ້ອຍ​ຈະ​ລືມ. ຂໍ​ຊົງ​ໃຫ້​ພວກ​ເຂົາ​ກະ​ແຈກ​ກະ​ຈາຍ​ໄປ​ດ້ວຍ​ພະ​ລັງ​ອຳ​ນາດ​ຂອງ​ພ​ຣະ​ອົງ​ ແລະ​ຊົງ​ໃຫ້​ພວກ​ເຂົາ​ລົ້ມ​ລົງ.
\s5
\v 12 ​ເພາະ​ບາບ​ຈາ​ກປາກ​ຂອງ​ພວກ​ເຂົາ ແລະ​ເພາະ​ຖ້ອຍ​ຄຳ​ຈາກ​ຮີມ​ສົບປາກ​ຂອງ​ພວກ​ເຂົາ, ຂໍ​ຊົງ​ໃຫ້​ພວກ​ເຂົາ​ຕິດ​ກັ​ບ​ໂດຍ​ຄວາມ​ໂອ້ອວດ​ຂອງ​ພວກ​ເຂົາ, ແລະ​ເພາະ​ບັນ​ດາ​ການ​ແຊ່ງ​ສາບ​ແລະ​ການ​ຂີ້​ຕົວະ​ພວກ​ເຂົາ​ເປັ່ງ​ອອກ​ມາ​ນັ້ນ.
\v 13 ຂໍ​ຊົງ​ເຜົາຜານ​ພ​ວກ​ເຂົາໂດຍ​ຄວາມ​ໃຈ​ຮ້າຍ, ຂໍ​ຊົງ​ເຜົາຜານ​ພວກ​ເຂົາ​ຈົນ​ພວກ​ເຂົາ​ຈະ​ບໍ່​ມີ​ເຫລືອອີກ​ຕໍ່​ໄປ; ຂໍ​ຊົງ​ໃຫ້​ພວກ​ເຂົາ​ຮູ້​ວ່າ​ພ​ຣະ​ເຈົ້າ​ຊົງ​ປົກ​ຄອງ​ເຫນືອ​ຢາ​ໂຄບ​ແລະ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ. ເສ ລາ
\s5
\v 14 ​ພວກ​ເຂົາ​ກັບ​ມາ​ໃນ​ຕອນ​ແລງ, ພວກ​ເຂົາ​ເຫົ່າ​ຫອນ​ຄື​ຫມາ​ແລະ​ເລາະ​ໄປ​ຮອບ​ເມືອງ.
\v 15 ເຂົາ​ເລາະລຽບ​ເບິ່ງ​ຫາ​ອາ​ຫານ ແລະ​ຖ້າ​ພວກ​ເຂົາ​ບໍ່​ໄດ້​ກິນ​ອີ່ມ​ກໍ​ຂູ່​ເຫົ່າ​ເຫມືອນຫມາ.
\s5
\v 16 ​ແຕ່​ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ເຖິງ​ພ​ຣະ​ກຳ​ລັງ​ຂອງ​ພ​ຣະ​ອົງ, ແລະ​ໃນ​ຍາມ​ເຊົ້າ ຂ້າ​ນ້ອຍ​ຈະ​ຮ​້ອງ​ເພງ​ກ່ຽວ​ກັບ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ ເພາະ​ພ​ຣະ​ອົງ​ຊົງ​ເປັນ​ປ້ອມ​ປ້ອງ​ກັນ​ທີ່​ສູງ​ຂອງ​ຂ້າ​ນ້ອຍ​ແລະ​ຊົງ​ເປັນ​ທີ່​ລີ້​ພັຍ​ໃນ​ວັນ​ແຫ່ງ​ຄວາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ.
\v 17 ຂ້າ​ແຕ່, ​ພ​ຣະ​ກຳ​ລັງ​ຂອງ​ພ​ຣະ​ອົງ, ຂ້ານ​້ອຍ​ຈະ​ຮ​້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ ເພາະ​ພ​ຣະ​ເຈົ້າ​ຊົງ​ເປັນ​ປ້ອມ​ປ້ອງກັນ​ທີ່​ສູງ, ຊົງ​ເປັນ​ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ຂ້າ​ນ້ອຍ.
\s5
\c 60
\cl ບົດທີ 60
\p
\v 1 ສຳ​ຫລັບ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ຊູ​ຊານ ອີ​ດົບ. ຄຳ​ແນ​ະ​ນຳ​ຂອງ​ດາວ​ິດ, ເພື່​ອການ​​ສັ່ງ​ສອນ. ໃນ​ເວ​ລາ​ທີ່​ລາວ​ໄດ້​ຕໍ່​ສູ້​ກັບ ອາ​ລາມ ນາ​ຮາ​ລຽມ ແລະກັບ ອາ​ລາມ ໂຊ​ບາ, ແລະ ຈອດ ກັບ​ມາ​ແລະ​ຂ້າ​ສິບ​ສອງ​ພັນ​ຄົນ​ທີ່​ຮ່ອມ​ພູ​ເກືອ. ​ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ຊົງ​ປະຖິ້ມ​ຂ້າ​ນ້ອຍ​ທັງ​ຫລາຍ; ພ​ຣະ​ອົງ​ຊົງ​ທຳລາຍ​ແນວ​ປ້ອງ​ກັນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ; ດ້ວຍ​ຄວາມ​ໃຈ​ຮ້າຍ; ຟື້ນ​ຄືນ​ຂ້າ​ນ້ອຍ​ຂື້ນ​ໃຫມ່.
\s5
\v 2 ​ພ​ຣະ​ອົງ​ໄດ້ໂກດ​ຮ້າຍພວກຂ້ານ້ອຍ; ຂໍ​ຊົງ​ຮື້ຟື້ນ​ຂ້າ​ນ້ອຍ​ທັງ​ຫລາຍ​ອີກ​ຄັ້ງ​ເຖີດ; ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ແຜ່ນ​ດິນ​ສັ່ນ​ສະ​ເທືອນ, ພ​ຣະ​ອົງ​ໄດ້​ຊົງ​ຈີກ​ມັນ​ອອກ​ຈາກ​ກັນ ຂໍ​ຊົງ​ຮັກ​ສາ​ຮອຍ​ແຍກ​ນັ້ນ​ເຖີດ ເພາະ​ມັນ​ສັ່ນ​ສະ​ເທືອນ.
\v 3 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ປະ​ຊາ​ຊົນ​​ຂອງ​ພ​ຣະ​ອົງ​ເຫັນ​ບັນ​ດາ​ສິ່ງ​ທີ່ຍາກ​ລຳ​ບາກ; ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ດື່ມ​ເຫລົ້າ​ອະ​ງຸ່ນ​ແຫ່ງ​ຄວາມ​ໂຊເຊ.
\s5
\v 4 ສຳລັບບັນດາຜູ້ທີ່ຖວາຍກຽຕແດ່ພຣະອົງ, ພ​ຣະ​ອົງ​ຊົງ​ຕັ້ງ​ທຸງ​ຫນຶ່ງ​ໄວ້​ເພື່ອ​ສະ​ແດງ​ເຖິງ​ການ​ຕໍ່​ຕ້ານ​ບັນ​ດາ​ຜູ້​ຖື​ທະ​ນູ. ເສລາ
\v 5 ເພື່ອ​ບັນ​ດາ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ​ຈະ​ໄດ​້​ຮັບ​ການ​ຊ່ວຍ​ກູ້, ຂໍ​ຊົງ​ຊ່ວຍ​ເຫລືອຂ້າ​ນ້ອຍ​ທັງ​ຫລາຍ​ດ້ວຍ​ມື​ຂວາ​ຂອງ​ພ​ຣະ​ອົງ​ແລະ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ.
\s5
\v 6 ​ພ​ຣະ​ເຈ້າ​ກ່າວ​ດ້ວຍ​ຄວາມ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງວ່າ, "ເຮົາ​ຈະ​ຍິນ​ດີ; ເຮົາ​ຈະ​ແບ່ງ​ເມືອງ ​ຊີ​ເຄມ ແລະ​ແບ່ງ​ຮ່ອມ​ພູ​ເຂົາ ​ເມືອງ​ສຸ​ໂຄດອອກ.
\v 7 ກີ​ເລ​ອາດ​ເປັນ​ຂອງ​ເຮົາ ແລະ​ມາ​ນາ​ເຊ​ເປັນ​ຂອງ​ເຮົາ; ເອ​ຟ​ຣາ​ອິມ​ກໍ​ເປັນ​ຫມວກ​ປ້ອງ​ກັນ​ຫົວ​ຂອງ​ເຮົາ; ຢູ​ດາຍ​ເປັນ​ຕະ​ບອງແຫ່ງຣາຊອຳນາດ​ຂອງ​ເຮົາ.
\s5
\v 8 ໂມ​ອາບ​ເປັນ​ອ່າງ​ລ້າງ​ສ່ວຍ​ຂອງ​ເຮົາ; ເຮົາ​ໂຍນ​ເກີບ​ຂອ​ງ​ເຮົາ​ລົງ​ເທິງ​ເອ​ໂດມ; ເຮົາ​ຈະ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ມີ​ຊັຍ​ເຫນືອ​ຟີ​ລິ​ສະ​ຕິນ."
\v 9 ຜູ້​ໃດ​ຈະ​ນຳ​ຂ້າ​ນ້ອຍ​ເຂົ້າ​ໄປ​ຍັງ​ເມືອງ​ທີ່​ແຂງ​ແກ່ນ? ຜູ້​ໃດ​ຈະ​ນຳ​ຂ້າ​ນ້ອຍ​ໄປ​ຍັງ​ເອ​ໂດມ?
\s5
\v 10 ຂ້າ​ແດ່​ພ​ຣະ​ເຈົ້າ ແຕ່​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ປະ​ຕິ​ເສດ​ຂ້າ​ນ້ອຍ​ທັງ​ຫລາຍ​ແລ້ວ​ບໍ? ພ​ຣະ​ອົງຈະ​ບໍ່​ຊົງ​ໄປ​ຮົບ​ກັບ​ກອງ​ທັບ​ຂອງ​ພວກຂ້າ​ນ້ອຍ​ທັງ​ຫລາຍອີກບໍ?.
\v 11 ຂໍ​ຊົງໂຜດ​ປຣະ​ທານ​ຄວາມ​ຊ່ວຍ​ເຫລືອ​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ຕໍ່​ຕ້ານ​ສັດ​ຕຣູ, ເພາະ​ຄວາມ​ຊ່ວຍ​ເຫລືອ​ຂອງ​ມະ​ນຸດ​ໃຊ້ການ​ຫຍັງບໍ່ໄດ້.
\v 12 ເຮົາ​ຈະ​ມີ​ຊັຍ​ຊະ​ນະ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພ​ຣະ​ເຈົ້າ; ພ​ຣະ​ອົງ​ຈະ​ຊົງ​ຢຽບ​ພວກ​ສັດ​ຕຣູ​ຂອງ​ເຮົາ​ລົງ.
\s5
\c 61
\cl ບົດທີ 61
\p
\v 1 ສຳ​ລັບ​ນັກ​ດົນ​ຕຣີ; ກ່ຽວ​ກັບ​ເຄື່ອງ​ຫລິ້ນ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ຂໍ​ຊົງ​ຟັງ​ສຽງ​ຮ້ອງຫາຂອງ​ຂ້າ​ນ້ອຍ, ​ຂ້າ​ແດ່​ພ​ຣະ​ເຈົ້າ; ຂໍ​ຊົງ​ຟັງ​ຄຳພາວັນນາ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ.
\v 2 ຂ້າ​ນ້ອຍ​ຈະ​ຮ້ອງຫາພ​ຣະ​ອົງ​ຈາກ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ເມື່ອ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ອ່ອນ​ແຮງ​ໄປ; ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ຍັງໂງ່ນ​ຫີນ​ທີ່​ສູງກວ່າ​ຂ້າ​ນ້ອຍ.
\v 3 ເພາະ​ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ສຳ​ລັບ​ຂ້າ​ນ້ອຍ, ຊົງ​ເປັນ​ຫໍ​ຄອຍ​ແຂ​ງ​ແກ່ນ​ຈາກ​ສັດ​ຕຣູ​ພວກ​ນັ້ນ.
\s5
\v 4 ຂໍ​ໃຫ້​ຂ້າ​ນ້ອຍ​​ຢູ່ໃນພຣະວິຫານຂອງພຣະອົງເປັນນິດ, ຂໍໃຫ້ຂ້ານ້ອຍລີ້ພັຍຢູ່​ພາຍ​ໃຕ້​ທີ່​ກຳ​ບັງ​ແຫ່ງ​ປີກ​ຂອງ​ພ​ຣະ​ອົງ. ເສລາ
\v 5 ຂ້າ​ແດ່​ພ​ຣະ​ເຈົ້າ, ເພາະ​ພ​ຣະ​ອົງ​ຊົງ​ຟັງ​ຄຳ​ສັນຍາ​ຂອງ​ຂ້າ​ນ້ອຍ, ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ມໍ​ຣະ​ດົກ​ຂອງ​ຜູ້​ທີ່​ຍົກ​ຍ້ອງ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ.
\s5
\v 6 ​ພ​ຣະ​ອົງ​ຈະ​ຊົງຕື່ມ​ອາ​ຍຸ​ຍືນ​ຍາວ​ຂອງ​ພ​ະ​ຣາ​ຊາ; ປີ​ເດື​ອນ​ຂອງ​ທ່ານ​ຈະ​ຍືນ​ນານ​ໄປ​ຫລາຍ​ຊົ່ວ​ອາ​ຍຸ.
\v 7 ທ່ານ​ຈະ​ດຳ​ຣົງ​ຢູ່​ຊ້ອງຫນ້າ​​ຂອງ​ພ​ຣະ​ເຈົ້າ​ເປັນ​ນິ​ຣັນ.
\s5
\v 8 ​ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ເປັນ​ນິ​ດ ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ເຮັດ​ຕາມ​ຄຳສັນຍາ​ຂອງ​ຂ້າ​ນ້ອຍ​ທຸກ​ວັນ.
\s5
\c 62
\cl ບົດທີ 62
\p
\v 1 ສຳ​ລັບ​ນັກ​ດົນ​ຕຣີ; ຫລັງ​ຈາກ​ລັກ​ສະ​ນະ​ຂອງ ​ຂ້າ​ນ້ອຍ​ສະ​ງົບ​ຄອຍ​ພຣະ​ເຈົ້າ​ເທົ່າ​ນັ້ນ; ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ​ມາ​ຈາກ​ພ​ຣະ​ອົງ
\v 2 ພ​ຣະ​ອົງ​ເທົ່າ​ນັ້ນ​ຊົງເ​ປັນ​ສີລາ​ແຫ່ງຄວາມ​ພົ້ນຂອງ​ຂ້າ​ນ້ອຍ​ຊົງ​ເປັນ​ປ້ອມ​ປ້ອງ​ກັນ​ທີ່​ສູງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນ​ໄຫວ​ເລີຍ.
\s5
\v 3 ດົນນານ​ປາ​ນໃດ​, ພວກ​ເຈົ້າ​ທັງ​ຫມົດ, ​ຈະ​ໂຈມ​ຕີ​ຄົນ​ຫນຶ່ງ​, ຈົນ​ເຈົ້າ​ສາ​ມາດ​ຈັບ​ເຂົາ​ລົງ​ດັ່ງ​ກຳ​ແພງ​ທີ່​ເພ​ພັງ?
\v 4 ພວກ​ເຂົາ​ປຶກ​ສາ​ກັບ​ທ່ານ​ ພຽງ​ເພື່ອ​ຈະ​ພາ​ທ່ານ​ລົງ​ມາ​ຈາກ​ຕຳ​ແຫນ່ງ​ອັນ​ຊົງ​ກຽຕ​ຂອງ​ທ່ານ; ພ​ວກ​ເຂົາ​ຮັກ​ໃນ​ການ​ເຫລົ່າ​ເລື່ອງ​ຂີ້​ຕົວະ, ພວກ​ເຂົາ​ອວຍ​ພອນ​ທ່ານ​ດ້ວຍ​ປາກ​ຂອງ​ພວກ​ເຂົາ ແຕ່​ໃນ​ໃຈ​ຂອງ​ພວກ​ເຂົາ ພວກ​ເຂົາ​ປ້ອຍ​ດ່າ​ທ່ານ. ເສລາ
\s5
\v 5 ​ຂ້າ​ນ້ອຍ​ສະ​ງົບ​ຄອຍພ​ຣະ​ເຈົ້າ​ເທົ່າ​ນັ້ນ; ເພາະ​ຄວາມ​ຫວັງ​ຂອງ​ນ້ອຍ​ຕັ້ງ​ຫມັ້ນຢູ່​ເທິງ​ພ​ຣະ​ອົງ.
\v 6 ພ​ຣະ​ອົງ​ເທົ່າ​ນັ້​ນ​ຊົງ​ເປັນ​ສີລາ​ແລະ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ຊົງ​ເປັນ​ປ້ອມ​ປ້ອງກັນນ​ທີ່​ສູງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນ​ໄຫວ.
\s5
\v 7 ​ດ້ວຍ​ພ​ຣະ​ເຈົ້າ​ຊົງ​ເປັນ​ຄວາມ​ພົ້ນ​ແລະ​ກຽຕ​ຂອງ​ຂ້າ​ນ້ອຍ; ສີລາ​ແຫ່ງ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ແລະ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ​ຢູ່​ໃນ​ພ​ຣະ​ເຈົ້າ ປະ​ຊາ​ຊົນ​ເອີຍ.
\v 8 ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ອົງ​ຕະ​ຫລອດ​ເວ​ລາ, ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ, ຈົ່ງ​ລະ​ບາຍ​ຄວາມ​ໃນ​ໃຈ​ຂອງ​ທ່ານ​ຕໍ່​ພ​ຣະ​ອົງ; ພ​ຣະ​ເຈົ້າ​ຊົງ​ເປັນ​ທີ່​ລີ້​ພັຍ​ສຳ​ລັບ​ເຮົາ. ເສລາ
\s5
\v 9 ​ແນ່ນອນ ບັນ​ດາ​ຄົນ​ຖາ​ນະ​ຕ່ຳ​ກໍອາ​ນິ​ຈັງ ບັນ​ດາ​ຄົນ​ຖາ​ນະ​ສູງ​ກໍ​ເປັນ​ເລື່ອງ​ບໍ່​ຈິງ; ພວກ​ເຂົາ​ແທບ​ບໍ່​ມີ​ນ້ຳ​ຫນັກ​ເລີຍ​ເທິງ​ຕາ​ຊັ່ງ; ເມື່ອ​ໄດ້​ຊັ່ງ​ພ້ອ​ມ​ກັນ, ພວກ​ເຂົາ​ກໍ​ເບົາ​ກ່າວ​ລົມຫາຍໃຈ.
\v 10 ຢ່າວາງ​ໃຈ​ໃນ​ການ​ບີບ​ບັງ​ຄັບ​ຫລື​ການ​ປຸ້ນ; ແລະ​ຢ່າ​ຫວັງລົມໆ ແລ້ງໆ, ໃນ​ຄວາມ​ລຳ້​ລວຍ​ເພາະ​ສິ່ງ​ເຫລົ່າ​ນັ້ນ​ຈະ​ບໍ່​ເກ​ີ​ດ​ຜົນ; ຢ່າ​ປັກ​ໃຈ​ຂອງ​ເຈົ້າ​ເທິງ​ສິ່ງ​ເຫລົ່າ​ນັ້ນ.
\s5
\v 11 ​ພ​ຣ​ະ​ເຈົ້າ​ໄດ້​ກ່າວ​ວ່າ, ຂ້າ​ນ້ອຍ​ໄດ້​ຍິນ​ພຣະເຈົ້າກາ່ວ​ຫລາຍກວ່າຫນຶ່ງຄັ້ງ: ​ວ່າ​ຣິດ​ອຳ​ນາດ​ເປັນ​ຂອງ​ພ​ຣະ​ເຈົ້າ.
\v 12 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ເປັນ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ຊົງ​ຕອບ​ແທນ​ທຸກ​ຄົນ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າໄດ້​ເຮັດ​ໄວ້.
\s5
\c 63
\cl ບົດທີ 63
\p
\v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ, ໃນ​ເວ​ລາ​ທີ່​ເພີ່ນ​ກຳ​ລັງ​ຢູ່​ໃນ​ຄວາມ​ມືດ​ມິດ​ຂອງ​ຍູ​ດາ. ຂ້າແດ່ພຣະເຈົ້າ, ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ຂ້າ​ນ້ອຍ​ຈະ​ສະ​ແຫວງ​ຫາ​ພ​ຣະ​ອົງ​ຢ່າງ​ຮ້ອນ​ຮົນ, ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກະ​ຫາຍ​ຫາ​ພ​ຣະ​ອົງ, ແລະ​ເນື້ອ​ຫນັງ​ຂອງ​ຂ້າ​ນ້ອຍ​ປຣາ​ຖນາ​ຫາ​ພ​ຣະ​ອົງ​ໃນ​ດິນ​ແດນ​ທີ່​ແຫ້ງ​ແລ້ງ​ແລະ​ອ່ອນ​ລ້າ​ທີ່​ຂາດ​ນ້ຳລໍ່ລ້ຽງ.
\v 2 ດັ່ງ​ນັ້ນ ຂ້າ​ນ້ອຍ​ຈຶ່ງ​ໄດ້​ຫລຽວເບິ່ງ​ພ​ຣະ​ອົງ​ໃນ​ພຣະວິຫານ​ເພື່ອ​ເຫັນ​ຣິດ​ອໍາ​ນາດ​ແລະ​ພ​ຣະ​ສະຫງ່າຣາສີ​ຂ​ອງ​ພ​ຣະ​ອົງ.
\s5
\v 3 ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄ​ຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດີກວ່າ​ຊີ​ວິດ, ຮີມສົບປາກ​ຂອງ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ.
\v 4 ເຊັ່ນ​ນັ້ນ​ແຫລະ ຂ້າ​ນ້ອຍ​ຈະ​ຖວາຍ​ຄຳ​ໂມ​ທະ​ນາ​ແດ່​ພ​ຣະ​ອົງ​ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ມີ​ຊີ​ວິດ​ຢູ່; ​ຂ້າ​ນ້ອຍ​ຈະ​ຊູ​ມື​ຂອງ​ຂ​້າ​ນ້ອຍ​ໃນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ.
\s5
\v 5 ຊຶ່ງຈະເປັນເຫມືອນຂ້ານ້ອຍ ໄດ້ກິນມື້ທີ່ມີໄຂກະດູກແລະໄຂມັນ; ຮີມສົບ​ປາກ​ຂອງ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ຄວາມ​ຊື່ນ​ບານ,
\v 6 ເມື່ອ​ຂ້າ​ນ້ອຍ​ລະ​ນຶກ​ເຖິງ​ພ​ຣະ​ອົງ,​ໃນ​ຂະ​ນະ​ທີ່​ຢູ່​ເທິງ​ທີ່ນອນ​ແລະ​ຄິດ​ເຖິງ​ພ​ຣະ​ອົງ​ຕະຫລອດທັງ​ຄືນ.
\s5
\v 7 ​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ເປັນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ, ແລະ​ຂ້າ​ນ້ອຍ​ຈະຊື່ນຊົມ​ຍິນ​ດີ​ພາຍ​ໃຕ້​ຮົ່ມ​ປີກ​ຂອງ​ພ​ຣະ​ອົງ.
\v 8 ຂ້າ​ນ້ອຍ​ຕິດ​ພັນຢູ່​ກັບ​ພ​ຣະ​ອົງ; ມື​ຂວາ​ຂອງ​ພ​ຣະ​ອົງ​ຊົງ​ຮັກສາຂ້າ​ນ້ອຍໄວ້ໃຫ້ປອດພັຍ.
\s5
\v 9 ​ແຕ່​ບັນ​ດາ​ຜູ້​ທີ່​ຫາ​ທາງ​ທຳ​ລາຍ​ຊີ​ວິດ​ຂອງ​ຂ້​າ​ນ້ອຍ​ຈະ​ລົງ​ໄປ​ຍັງທີ່ເລິກ​ຂ​ອງ​ແຜ່ນ​ດິນ​ໂລກ;
\v 10 ພວກ​ເຂົາ​ຈະ​ຖືກມອບ​ໃຫ້​ແກ່​ບັນ​ດາ​ພວກ​ທີ່​ມື​ຂອງ​ພວກ​ເຂົາ​ຖື​ດາບ, ແລະ​ພວ​ກ​ເຂົາ​ຈະ​ກາຍ​ເປັນ​ອາ​ຫານ​ຂອງ​ພວກ​ຫມາ​ຈິ້ງ​ຈອກ.
\s5
\v 11 ​ແຕ່​ພ​ະ​ຣາ​ຊາ​ຈະ​ຊົງ​ຍິນ​ດີ​ໃນ​ພ​ຣະ​ເຈົ້າ, ທຸກ​ຄົນ​ທີ່​ສາ​ບານ​ໂດຍ​ອ້າງ​ພ​ຣະ​ເຈົ້າ​ຈະ​ພາກ​ພູ​ມໃຈ​ໃນ​ພ​ຣະ​ອົງ, ແຕ່​ປາກ​ຂອງ​ບັນ​ດາ​ຄົນ​ເວົ້າ​ຂີ້​ຕ​ົວະ​ຈະ​ຖືກ​ງັບໄວ້.
\s5
\c 64
\cl ບົດທີ 64
\p
ສຳ​ລັບ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂໍ​ຊົງ​ຟັງສຽງ​ຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ຟັງ​ສຽງ​ຮ້ອງ​ທຸກ​ຂອງ​ຂ້າ​ນ້ອຍ; ຂໍໍ​ຊົງ​ປົກ​ປ້ອງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄວ້​ຈາກ​ຄວາມ​ຢ້ານ​ກົວ​ພວກ​ສັດ​ຕຣູຂອງ​ຂ້າ​ນ້ອຍ.
\v 2 ຂໍ​ຊົງ​ເຊື່ອງ​ຂ້າ​ນ້ອຍ​ໄວ້​ຈາກ​ການ​ວາງ​ແຜນ​ລັບ​ຂອງ​ພວກ​ຄົນ​ເຮັດ​ຊົ່ວ, ຈາກ​ການ​ເຈ​ຣະ​ຈາ​ຂອງ​ບັນ​ດາ​ຜູ້​ເຮັດ​ຄວາມ​ຜິດ​ບາບ.
\s5
\v 3 ​ພວກ​ເຂົາ​ໄດ້​ຝຶກ​ຝົນລິ້ນ​ຂອງ​ພວກ​ເຂົາ​ຄົມ​ດັ່ງ​ດາບ; ພວກ​ເຂົາ​ໄດ້​ເອົາ​ຄຳ​ຂົມ​ຂຶ່ນ​ເລັງມາ​ຢ່າງ​ລູກ​ທະ​ນູ, ມີ​ຄຳ​ເວົ້າ​ທີ່​ຂົມ​ຂື່ນ,
\v 4 ເພື່ອ​ພວກ​ເຂົາ​ຈະ​ໄດ້​ຍິງ​ບາງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຈາກ​ທີ່່ລັບ; ພວກ​ເຂົາ​ຍິງ​ໃສ່​ເຂົາ​ໃນ​ທັນ​ທີ​ແລະ​ບໍ່​ຢ້ານ​ກົວ​ຫຍັງ​ເລີຍ.
\s5
\v 5 ​ພວກ​ເຂົາ​ໃຫ້​ກຳ​ລັງ​ໃຈ​ພວກ​ເຂົາ​ເອງ​ໃນ​ແຜນ​ຊົ່ວ; ພວກ​ເຂົາ​ສຸມ​ຫົວ​ເວົ້າ​ກັນ​ຢ່າງ​ລັບໆເພື່ອ​ວາງ​ກັບ​ດັກ; ພວກ​ເຂົາ​ເວົ້າ​ວ່າ, "ໃຜ​ຈະ​ເຫັນ​ເຮົາ​ໄດ້?"
\v 6 ພວກ​ເຂົາ​ຄິດ​ຄົ້ນ​ແຜນ​ຊົ່ວ​ທັງ​ຫລາຍ​ຂຶ້ນ​ມາ; "ເຮົາ​ເຮັດ​ສຳ​ເລັດ​ແລ້ວ" ພວກ​ເຂົາ​ເວົ້າ​ວ່າ." ເປັນ​ແຜນກ​ານ​ທີ່​ດີ​ເລີດ ຄວາມ​ຄິດ​ພາຍ​ໃນ​ແລະ​ຈິດ​ໃຈ​ຂອງ​ມະ​ນຸດ​ນັ້ນ​ຊ່າງ​ເລິກ​ລັບ​ບໍ່ມີໃຜຢັ່ງຮູ້ໄດ້ເລີຍ.
\s5
\v 7 ​ແຕ່​ພ​ຣະ​ເຈົ້າຊົງ​ຍິງ​ທະ​ນູ​ໃສ່​ພວກ​ເຂົາ, ເຂົາ​ຈະ​ບາດ​ເຈັບ​ດ້ວຍ​ທະ​ນູ​ຂອງ​ພ​ຣະ​ອົງ ​ໃນ​ທັນ​ທີ.
\v 8 ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ສະ​ດຸດ, ໃນ​ເມື່ອ​ລິ້ນ​ຂອງ​ພວກ​ເຂົາ​ຕໍ່​ສູ້​ພວກ​ເຂົາ​ເອງ, ທຸກ​ຄົນ​ທີ່​ເຫັນ​ພວກ​ເຂົາ​ພາ​ກັນ​ແກ່ງ​ຫົວ.
\v 9 ແລ້​ວ​ປະ​ຊາ​ຊົນ​ທັງຫມົດ​ຈະ​ຢ້ານ​ກົວ ​ແລະ​ຈະ​ປະ​ກາດ​ເຖິງ​ພ​ຣະຣາຊກິດຂອງພ​ຣະ​ເຈົ້າ. ພວກ​ເຂົາ​ຈະ​ຄິດ​ຢ່າງ​ສະ​ຫລາດ​ເຖິງ​ສິ່ງ​ຊຶ່ງພຣະອົາ​ໄດ້​ຊົງ​ກະທຳ.
\s5
\v 10 ​ຄົນ​ຊອບ​ທັມ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ​ແລະ​ຈະ​ລີ້​ພັຍ​ໃນ​ພ​ຣະ​ອົງ​; ຄົນ​ທີ່​ມີ​ໃຈ​ທ່ຽງ​ທັມ​ທັງ​ຫມົດ​ຈະ​ພາກ​ພູ​ມໃຈ​ໃນ​ພ​ຣະ​ອົງ.
\s5
\c 65
\cl ບົດທີ 65
\p
\v 1 ສຳ​ລັບ​ນັກ​ດົນ​ຕຣີ. ບົດ​ເພງ​ສັນຣະ​ເສີນ. ບົດ​ເພງ​ຂອງ​ດາ​ວິດ.
\v 2 ຂ້​າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ເຈົ້າ​ໃນ​ຊີ​ໂອນ, ການ​ສັນ​ຣະ​ເສີນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ລໍຄອຍ​ຖ້າ​ພ​ຣະ​ອົງ; ຄຳ​ສັນຍານ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ມີ​ຕໍ່ພ​ຣະ​ອົງ. ພ​ຣະ​ອົງ​ຜູ້​ຊົງ​ຕອບ​ຄຳພາວັນນາ​ອະທິ​ຖານ, ເນຶ້ອ​ຫນັງ​ທັງ​ຫມົດ​ຈະ​ມາ​ຍັງ​ພ​ຣະ​ອົງ.
\v 3 ຄວາມ​ຜິດ​ບາບ​ຊະ​ນະ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ; ສ່ວນ​ຄວາມ​ຜິ​ດບາບຂອງ​ຂ້າ​ນ້ອຍ​ທັງ​ຫລາຍ ພ​ຣະ​ອົງ​ກໍ​​ຊົງ​ອະ​ພັຍ​ໃຫ້ຫມົດສິ້ນ.
\s5
\v 4 ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ເລືອກ​ແລະ​ນຳ​ມາ​ໃກ້​ພ​ຣະ​ອົງ​ກໍ​ເປັນ​ສຸກ ເພື່ອ​ເຂົາ​ຈະ​ໄດ້​ຢູ່​ໃນ​ບໍ​ຣິ​ເວນ​ທີ່​ປຣະທັບຂອງ​ພ​ຣະ​ອົງ. ຂ້າ​ນ້ອຍ​ທັງ​ຫລ​າຍ​ຈະ​ອີ່ມ​ບໍຣິບູນ​ດ້ວຍ​ຂອງ​ດີ​ແຫ່ງ​ພ​ຣະ​ວິ​ຫານ​ຂອງ​ພ​ຣ​ະ​ອົງ ພ​ຣະ​ວິ​ຫານ​ສັກ​ສິດ​ຂອງ​ພ​ຣະ​ອົງ ໂອ​ຂ້າ​ແດ່ພຣະເຈົ້າ, ​ແຫ່ງ​ຄວາມ​ພົ້ນຂອງ​ຂ້າ​ນ້ອຍ​ທັງ​ຫລາຍ.
\s5
\v 5 ​ພ​ຣະ​ອົງ​ຈະ​ຊົງ​ຕອບ​ຂ້າ​ນ້ອຍ​ທັງ​ຫລາຍ​ດ້ວຍ​ຄວາມ​ຊອບ​ທັມ ​ໂດຍ​ການ​ກະ​ທຳ​ທີ່​ຫນ້າ​ອັ​ສະ​ຈັນ, ພ​ຣະ​ອົງ​ຜູ້​ຊົງ​ເປັນ​ຄວາມ​ຫມັ້ນ​ໃຈ​ຂອງ​ບັນ​ດາ​ທີ່​ສຸດ​ປາຍ​ທັງ​ຫມົດ ​ຂອງ​ແຜ່ນ​ດິນ​ໂລກ ແລະ​ຂອງ​ຄົນ​ທີ່​ຢູ່​ໄກ​ຟາກ​ທະ​ເລ.
\s5
\v 6 ​ເພາະ​ພ​ຣະ​ອົງ​ຜູ້​ໄດ້​ຊົງ​ສ້າງ​ພູ​ເຂົາ​ໃຫ້​ຫມັ້ນ​ຄົງ, ພ​ຣະ​ອົງ​ຜູ້​ຊົງ​ຄາດ​ດ້ວຍ​ພ​ຣະ​ກຳ​ລັງ.
\v 7 ຄື​ພ​ຣະ​ອົງ​ຜູ້​ຊົງລະງັບສຽງອຶກກະທຶກຂອງທະເລ, ສຽງອຶກກະທຶກຂອງ​ຄື້ນ​ທະ​ເລ​ອັນ​ປັ່ນ​ປ່ວນສະຫງົບລົງ, ສຽງອຶກກະທຶກຂອງປະຊາຊົນທັງຫລາຍມິດງຽບ.
\s5
\v 8 ບັນ​ດາ​ຜູ້​ຢູ່​ໃນ​ທີ່​ໄກ​ຂອງສົ້ນ​ແຜ່ນ​ດິນ​ໂລກ​ກໍ​ຢ້ານ​ກົວຕໍ່​ຂໍ້​ພິ​ສູດ​ແຫ່ງ​ພຣະຣາຊກິດຂອງ​ພ​ຣະ​ອົງ; ພ​ຣະ​ອົ​ງ​ຊົງ​ກະ​ທຳ​ໃຫ້​ຕາເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ຊື່ນ​ບານ.
\v 9 ພ​ຣະ​ອົງສະເດັດ​ມາ​ຊົງ​ຊ່ວຍ​ເຫລືອ​ແຜ່ນ​ດິນ​ໂລກ​; ຊົງ​ຫົດ​ນ້ຳ​ໃຫ້​ແກ່​ມັນ; ພ​ຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອຸ​ດົມ​ຍິ່ງ​ດ້ວຍ​ແມ່​ນ້ຳ​ຂອງ​ພ​ຣະ​ເຈົ້າ​; ຊຶ່ງ​ມີ​ນ້ຳ​ເຕັມ ພ​ຣະ​ອົງ​ຊົງ​ຈັດ​ຫາ​ເຂົ້າ​ໃຫ້​ແກ່​ມະ​ນຸດ​ເມື່ອ​ຕອນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຈັດ​ຕຣຽມ​ແຜ່ນ​ດິນ​ໂລກ​ໄວ້.
\s5
\v 10 ​ພ​ຣະ​ອົງ​ຊົງ​ຫົດ​ນ້ຳ​ຕາມ​ຮອຍ​ໄຖ​ຂອງ​ມັນ​ຢ່າງ​ອຸ​ດົມ​ສົມ​ບູນ; ແລະ​ໃຫ້​ຮອຍ​ໄຖ​ນັ້ນຮາບ​ລົງ; ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ມັນ​ອ່ອນ​ນຸ້ມ​ດ້ວຍ​ເມັດ​ຝົນ; ພ​ຣະ​ອົງ​ຊົງ​ອວຍ​ພອ​ນເມັດ​ທີ່ງອກ​ຂຶ້ນ​ເທິງ​ດິນ.
\v 11 ພ​ຣະ​ອົງ​ຊົງ​ໃສ່​ມົງ​ກຸດ​ປີ​ເດືອນ​ດ້ວຍ​ຄວາມ​ດີ​ຂອງ​ພ​ຣະ​ອົງ; ຫົນ​ທາງ​ທັງ​ຫລາຍ​ທີ່​ຣົຖ​ມ້າ​ຂອງ​ພ​ຣະ​ອົງ​ຜ່ານ​ໄປ​ກໍ​ມີ​ຄວາມ​ໄພ​ບູ​ນຢົດ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ.
\v 12 ທົ່ງ​ຫຍ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກໍ​ມີ​ນ້ຳ​ຫມອກຍ້ອຍ, ແລະ​ເນີນ​ເຂົາ​ທັງ​ຫລາຍ​ຖືກປົກ​ຄຸມ​ດ້ວຍ​ຄວາມ​ຍິນ​ດີ.
\s5
\v 13 ​ທົ່ງ​ຫຍ້າ​ທັງ​ຫລາຍ​ຖືກ​ຄຸມ​ດ້ວຍ​ຝູງ​ແບ້​ແກະ;, ຮ່ວມ​ພູ​ທັງ​ຫລາຍ​ຕ່າງ​ຖືກ​ປົກຄຸມ​ໄປ​ດ້ວຍ​ເຂົ້າ ພວກ​ເຂົາ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ ແລະ​ພວກ​ເຂົາ​ຮ້ອງ​ລຳທຳເພງ.
\s5
\c 66
\cl ບົດທີ 66
\p
ສຳ​ລັບ​ນັກ​ດົນ​ຕຣີ. ບົດ​ເພງ, ສັນ​ຣະ​ເສີນ.
\v 1 ​ແຜ່ນ​ດິນ​ໂລກ​ທັງ​ຫມົດ​ເອີຍ, ຈົ່ງ​ເຮັດ​ສຽງ​ຊື່ນ​ບານ​ແດ່​ພ​ຣະ​ເຈົ້າ;
\v 2 ຈົ່ງ​ຮ້ອງ​ເພງ​ເຖິງ​ພຣະສີຣິ​ແຫ່ງ​ພ​ຣະ​ນາມ​ຊື່ພ​ຣະ​ອົງ; ຈົ່ງ​ເຮັດ​ໃຫ້​ການ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ມີ​ສະ​ງ່າ​ຣາ​ສີ.
\s5
\v 3 ຈົ່ງທູນຕໍ່ພຣະເຈົ້າວ່າ "ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ນັ້ນ​ຫນ້າອັສະຈັນ​ພຽງ​ໃດ ໂດຍ​ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ, ບັນ​ດາ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ຈະ​ຍອມ​ຕໍ່​ພ​ຣະ​ອົງ.
\v 4 ແຜ່ນ​ດິນ​ໂລກ​ທັງ​ຫມົດ​ຈະ​ນະ​ມັສະ​ການ​ພ​ຣະ​ອົງ, ​ແລະ​ຈະ​ຮ້ອງ​ເພງ​ແດ່​ພ​ຣະ​ເຈົ້າ, ພ​ວກ​ເຂົາ​ຈະ​ຮ້ອງ​ເພງ​ແດ່​ພ​ຣະ​ນາ​ມຊື່​ຂອງ​ພ​ຣະ​ອົງ ເສລາ* .
\s5
\v 5 ຈົ່ງມາແລະເບິ່ງ​ການ​ກະທຳຂອງພຣະເຈົ້າ; ກິຈະການຂອງ​ພ​ຣະ​ອົງທີ່ຊົງກະທຳ​ນັ້ນອັສະຈັນ​ທ່າມ​ກາງ​ບັນ​ດາ​ລູກ​ຂອງ​ມະ​ນຸດ.
\v 6 ພ​ຣະ​ອົງ​ຊົງ​ປ່ຽນ​ທະ​ເລ​ໃຫ້​ເປັນ​ດິນ​ແຫ້ງ; ພວກ​ເຂົາ​ໄດ້​ຍ່າງ​ຂ້ວາມ​ຜ່ານ​ແມ່​ນ້ຳ​ໄປ ທີ່​ນັ້ນ​ເຮົາ​ໄດ້​ຍິນ​ດີ​ໃນ​ພ​ຣະ​ອົງ.
\v 7 ພ​ຣະ​ອົງ​ຊົງ​ປົກ​ຄອງ​ດ້ວຍ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ເປັນ​ນິ​ດ; ສາຍ​ຕາ​ຂອງ​ພ​ຣະ​ອົງ​ເຝົ້າ​ສັງ​ເກດ​ບັນ​ດາ​ປະ​ຊາ​ຊາດທັງຫລາຍ​ຢູ່ ຢ່າ​ໃຫ້​ພວກ​ກະບົດ​ຍ​ົກຍ້ອງຕົນ​ເອງ​ເລີຍ. ເສລາ
\s5
\v 8 ​ປະ​ຊາ​ຊົນ​ເອີຍ ຈົ່ງ​ຖວາຍ​ຄຳຍ້ອງຍໍສັນຣະເສີນ​ແດ່​ພ​ຣະ​ເຈົ້າ, ຈົ່ງ​ໃຫ້​ສຽງ​ສັນ​ຣ​ະ​ເສີນ​ພ​ຣະ​ອົງ​ເປັນ​ທີ່​ໄດ້​ຍິນ.
\v 9 ພ​ຣະ​ອົງ​ຊົງ​ໃຫ້​ເຮົາ​ຢູ່​ທ່າມ​ກາງ​ຄົນ​ເປັນ​ແລະ​ບໍ່​ຊົງ​ຍອມ​ໃຫ້​ຕີນ​ຂອງ​ເຮົາ​ພະລາດລົ້ມ, ຂ້າ​ແດ່​ພ​ຣະ​ເຈົ້າເພາະ​ ພ​ຣະ​ອົງ​ຊົງ​ລອງ​ໃຈ​ຂ​້າ​ນ້ອຍ​ທັງ​ຫລາຍ.
\s5
\v 10 ຂ້າແດ່, ພຣະເຈົ້າ, ​ພ​ຣະ​ອົງ​ຊົງ​ທົດ​ສອບ​ພວກ​ຂ້າ​ນ້ອຍ; ​ດັ່ງ​ທົດ​ສອບ​ເງິນ.
\v 11 ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຂ້າ​ນ້ອຍ​ທັງ​ຫລາຍ​ເຂົ້າ​ໄປ​ໃນ​ຕາ​ຂ່າຍ; ພ​ຣະ​ອົງ​ໄດ້​ຊົງ​ວາງ​ພາ​ຣະ​ຫນັກ​ໄວ້​ເທິງ​ຫລັງ​ຂ​້າ​ນ້ອຍ​ທັ​ງ​ຫລາຍ.
\v 12 ພ​ຣະ​ອົງ​ຊົງ​ໃຫ້​ຜູ້​ຄົນ​ຂັບ​ຣົຖ​ແລ່ນ​ທັບ​ຫົວ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ; ພວກ​ຂ້າ​ນ້ອຍ​ຕ້ອງ​ລຸຍ​ນ້ຳ​ລຸຍ​ໄຟ, ແຕ່​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຂ້າ​ນ້ອຍ​ທັງ​ຫລາຍ​ເຂົ້າ​ມາ​ສູ່​ທີ່​ກວ້າງ​ໃຫຍ່.
\s5
\v 13 ຂ້າ​ນ້ອຍ​ຈະ​ມາ​ຍັງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ; ​ພ້ອມ​ດ້ວຍ​ເຄື່ອງ​ເຜົາ​ບູ​ຊາ ຂ້າ​ນ້ອຍ​ຈະ​ກ່າວ​ຄຳ​ສັນ​ຍາຕໍ່​ພ​ຣະ​ອົງ
\v 14 ຊຶ່ງ​ຮີມ​ສົບປາກ​ຂອງ​ຂ້າ​ນ້ອຍ​ໄດ້​ສັນ​ຍາ​ແລະ​ປາກ​ຂອງ​ຂ້ານ້​້ອຍ​ໄດ້​ກ່າວ​ໄວ້​ເມື່ອ​ຕອນ​ທີ່​ຂ້າ​ນ້ອຍ​ໄດ້​ຕົກ​ຢູ່​ໃນ​ຄວາມ​ທຸກ​ໃຈ.
\v 15 ຂ້າ​ນ້ອຍ​ຈະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພ​ຣະ​ອົງ​ທີ່​ມີ​ໄຂ​ມັນ​ສັດ​ພ້ອມ​ກັບ​ກິ່ນ​ຫອມ​ຂອງ​ບັນ​ດາ​ແກະ​ໂຕ​ຜູ້; ຂ້າ​ນ້ອຍ​ຈະ​ຖວາຍ​ດ້ວຍ​ງົວ​ແລະ​ແບ້​ທັງ​ຫລ​າຍ. ເສລາ
\s5
\v 16 ​ບັນ​ດາ​ຜ​ູ້​ທີ່​ຢຳ​ເກງ​ພ​ຣະ​ເຈົ້າ​ເອີຍ, ຈົ່ງ​ມາ​ແລະ​ຟັງ​ເຖີດ, ແລະ​ເຮົາ​ຈະ​ປະ​ກາດ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ເພື່ອ​ຈິດ​ໃຈ​ຂອງ​ເຮົາ.
\v 17 ເຮົາ​ໄດ້​ຮ້ອງ​ຕໍ່​ພ​ຣະ​ອົງ​ດ້ວຍ​ປາກ​ເຮົາ, ແລະ​ພ​ຣະ​ອົງ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ດ້ວຍ​ລີ້ນ​ຂອງ​ເຮົາ.
\v 18 ຖ້າ​ເຮົາ​ໄດ້​ເຫັນ​ຄວາມ​ບາບ​ພາຍໃນ​ໃຈ​ຂອງ​ເຮົາ, ອົງ​ພ​ຣ​ະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​​ຟັງສຽງຂອງ​ເຮົາ.
\s5
\v 19 ​ແຕ່​ພ​ຣະ​ເຈົ້າໄ​​ດ້ຍິນສຽງຂ້ອຍ​ແນ່ນອນ; ພ​ຣະ​ອົງ​ໃສ່​ໃຈ​ຕໍ່​ຄຳພາວັນນາ​ອະ​ທິ​ຖານ​ຂອງ​ຂ້ອຍ.
\v 20 ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈົ້າ, ຜູ້​ບໍ່​ຊົງ​ຫັນ​ຫນີ​ໄປ​ຈາກ​ຄຳພາວັນນາ​ອະ​ທິ​ຖານ​ຂອງ​ຂ້ອຍ ຫລື​ຫັນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄປ​ຈາກຂ້ອຍ.
\s5
\c 67
\cl ບົດທີ 67
\p
\v 1 ສຳ​ລັບ​ນັກ​ດົນ​ຕຣີ; ກ່ຽວ​ກັບ​ເຄື່ອງດ​ົນ​ຕຣີ​ທັງ​ຫລາຍ. ບົດ​ເພ​ງ​ສັນ​ຣະ​ເສີນ. ​ຂໍ​ພ​ຣະ​ເຈົ້າ​ຊົງ​ເມດຕາ​ຕໍ່ພວກ​ຂ້າ​ນ້ອຍ, ​ແລະ​ຊົງ​ອວຍ​ພອນ​ພວກຂ້າ​ນ້ອຍ​ ແລະ​ຊົງ​ໃຫ້​ພຣະພັກ​ຂອງ​ພ​ຣະ​ອົງ​ທໍ​ແສງ​ມາ​ເຫນືອ​ພວກຂ້າ​ນ້ອ​ຍ​ ເສ ລາ
\v 2 ເພື່ອ​​ທົ່ວທັງ​ໂລກ​ນີ້​​ຈະ​ຮູ້ຈັກພຣະປະສົງ, ແລະ​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ທັງ​ຫມົດ.
\s5
\v 3 ​ຂໍ​ໃຫ້​ຊົນ​ຊາ​ດ​ທັງ​ຫລາຍ​ສັນ​ຣະ​ເສີນ​ພ​ຣະ​ອົງ, ພ​ຣະ​ເຈົ້າ​; ໃຫ້​ຄົນ​ທັງ​ປວງ​ສັນ​ຣະ​ເສີນ​ພ​ຣະ​ອົງ.
\v 4 ໂອ, ຂໍ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ຍິນ​ດີ​ແລະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ, ເພາະ​ພ​ຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຍຸ​ຕິ​ທັມ​ແລະ​ປົກ​ຄອງ​ເຫນືອ​ຊົນ​ຊາດ​ທັງ​ຫລາຍ​ເທິງ​ແຜ່ນ​ດິນ​ໂລກ. ເສລາ
\s5
\v 5 ຂໍ​ໃຫ້​ຊົນ​ຊາດ​ທັ​ງຫລາຍ​ສັນ​ຣະ​ເສີນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ເຈົ້າ; ຂໍ​ໃຫ້​ຊົນ​ຊາດ​ທັ​ງ​ຫມົດ​ສັນ​ຣະ​ເສີນ​ພ​ຣະ​ອົງ.
\v 6 ແຜ່ນດິນໂລກໄດ້ເກີດຜົນຂອງມັນ ແລະພຣະເຈົ້າ, ຄື​ພ​ຣະ​ເຈົ້າ​ຂອງ​ເຮົາ​, ໄດ້​ຊົງ​ອວຍ​ພອນ​ເຮົາ.
\s5
\v 7 ​ພ​ຣະ​ເຈົ້າ​ໄດ້​ຊົງ​ອວຍ​ພອນ​ແກ່ພວກເຮົາ, ແລະທີ່​ສຸດ​ປາຍ​ທັ​ງ​ຫມົດ​ແຫ່ງ​ແຜ່ນ​ດິນ​ໂລກ​ຖວາຍພຣະ​ກຽດຕິຍົດ​ແດ່​ພ​ຣະ​ອົງ.
\s5
\c 68
\cl ບົດທີ 68
\p
\v 1 ຂໍ​ພ​ຣະ​ເຈົ້າ​ຊົງ​ລຸກ​ຂຶ້ນ ໃຫ້​ບັນ​ດາ​ສັດ​ຕຣູຂອງ​ພ​ຣະ​ອົງ​ກະ​ຈາຍ​ໄປ ໃຫ້​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ພ​ຣະ​ອົງ​ຫນີໄປ​ຕໍ່​ຫນ້າ​ພ​ຣະ​ອົງ
\v 2 ຄວັນ​ຖືກ​ຂັບ​ໄປ​​ສັນໃດ ກໍ​ຂໍ​ຊົງ​ໄລ່​ພວກ​ເຂົາ​ໄປ​ສັນນັ້ນ ຂີ້ເ​ຜິ້ງ​ເປື່ອຍ​ຕໍ່​​ຫນ້າ​ໄຟ​ສັນໃດ ກໍ​ຂໍ​ໃຫ້​ຄົນ​ຊົ່ວ​ພິນາດ​ຕໍ່​ຫນ້າ​ພ​ຣະ​ເຈົ້າ​ສັນ​ນັ້ນ
\v 3 ແຕ່​ຂໍ​ໃຫ້​ຄົນ​ຊອບ​ທັມຍິນ​ດີ ໃຫ້​ເຂົາຍິນ​ດີ ສຸກໃຈ ​ຢູ່ຊ້ອງຫນ້າ​ພ​ຣະ​ອົງ ຂໍ​ໃຫ້​ພວກ​ເຂົາ​ຊື່ນຊົມຍິນ​ດີ​ແລະ​ມີ​ຄວາມ​ສຸກ.
\s5
\v 4 ​ຈົ່ງ​ຮ້ອງ​ເພງ​​​ຖວາຍ​ພ​ຣະ​ເຈົ້າ, ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ! ຈົ່ງ​ສັນ​ຣະ​ເສີນພ​ຣະ​ອົງ ​ຜູ້​ຊົງ​ເຄືຶ່ອນ​ຜ່ານ​ທີ່​ຮ່ອມ​ພູ​ເຂົາ​ຂອງ​ແມ່​ນ້ຳ​ຈໍ​ແດນ! ພ​ຣະ​ຢາ​ເວ​ຄື​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ! ຈົ່ງ​ຊື່ນ​ຊົມ​ຍິນ​ດີຢູ່ຊ້ອງ​ຫນ້າ ​ພ​ຣະ​ອົງ​ເຖີດ!
\v 5 ພໍ່​ຂອງ​ເດັກ​ກຳ​ພ້າ, ຜູ້​ພິ​ພາກ​ສາ​ຂອງ​ບັນ​ດາ​ຍິງ​ຫມ້າຍ, ຄື​ພ​ຣະ​ເຈົ້າ​ຜູ້​ຢູ່​ສະຖິດຢູ່ໃນ​ສະ​ຖານ​ທີ່​ສັກ​ສິດ.
\v 6 ພ​ຣະ​ເຈົ້າ​ຊົງ​ເອົາ​ຄົນ​ເປົ່າປ່ຽວ​ໄປ​ໄວ້​ໃນ​ຄອບ​ຄົວ​ທັງ​ຫລາຍ; ພ​ຣະ​ອົງ​ຊົງ​ນຳ​ບັນ​ດາ​ຊະ​ເລີຍ​ອອກ​ມາ​ດ້ວຍ​ການ​ຮ້ອງ​ເພງ; ແຕ່​ພວກ​ກະບົດ​​ອາ​ສັຍ​ໃນ​ແຜ່ນ​ດິນ​ທີ່​ເປົ່າປ່ຽວ.
\s5
\v 7 ຂ້າ​ແດ່​ພ​ຣະ​ເຈົ້າ, ເມື່ອ​ພ​ຣະ​ອົງ​ສະເດັດນຳຫນ້າ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງອອກໄປ, ເມື່ອ​ພ​ຣະ​ອົງ​ຊົງນຳຂະບວນ​ເດີນ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ເສລາ
\v 8 ແຜ່ນ​ດິນ​ໂລກ​ກໍ​ໄດ້​ຫວັ່ນ​ໄຫ​ວ; ທ້ອງ​ຟ້າ​ກໍ​ໄດ້​ເທ​ຝົນ​ລົງ​ມາ​ຕໍ່​ຫນ້າ​ພ​ຣະ​ເຈົ້າ, ຕໍ່​ຫນ້າ​ພ​ຣະ​ເຈົ້າ​ເມື່ອ​ພ​ຣະ​ອົງ​ມາ​ຍັງ​ພູ​ເຂົາ​ຊີ​ນາຍ, ຕໍ່​ຫນ້າ​ພ​ຣະ​ເຈົ້າ, ຄື​ພ​ຣະ​ເຈົ້າ​ຂອງ​ອິສະ​ຣາ​ເອນ.
\s5
\v 9 ​ຂ້າ​ແດ່, ​ພ​ຣະ​ເຈົ້າ, ພ​ຣະ​ອົງ​ໄດ້​ຊົງ​ເທ​ຝົ​ນ​ລົງ​ມາ​ຫລວງ​ຫລາຍ, ພ​ຣະ​ອົງ​ໄດ້​ຊົງ​ເສີມ​ກຳ​ລັງ​ໃຫ້​ແກ່​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ ​ເມື່ອ​ມັນ​ເມື່ອຍ​ລ້າ.
\v 10 ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ກໍ​ໄດ້​ອາ​ສັຍ​ຢູ່​ໃນ​ນັ້ນ; ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ໃຫ້​ແກ່​ຄົນ​ຍາກ​ຈົນ​ຈາກ​ຄວາມ​ດີ​ຂອງ​ພ​ຣະ​ອົງ.
\s5
\v 11 ​ອົງ​ພ​ຣະ​ຜ​ູ້​ເປັນ​ເຈົ້າ, ​ໄດ້​ຊົງ​ອອກຄຳສັ່ງ​ບັນ​ຊາ ແລະ​ບັນ​ດາ​ຜູ້​ປະ​ກາດ​ເລື່ອງ​ນັ້ນ​ກໍ​ເປັນ​ກອງ​ທັບ​ໃຫຍ່.
\v 12-13 ບັນ​ດາ​ກະ​ສັດ​ແຫ່ງກອງ​ທັບ​ທັງ​ຫລາຍ​ກໍ​ຫນີ​ໄປ, ພວກ​ເຂົາ​ຫນີ, ແລະ​ພວກ​ຜູ້​ຍິງ​ທີ່​ກຳ​ລັງ​ລໍ​ຖ້າ​ທີ່​ບ້ານກ​ໍ​ແບ່ງ​ຂອງ​ທີ່​ຮີບ​ມາ​ໄດ້: ພວກ​ນົກ​ກາງ​ແກ​ກໍ​ຫຸ້ມ​ດ້ວຍ​ເງິນ​ພ້ອມ​ກັບ​ປີກ​ຫຸ້ມ​ດ້ວຍ​ຄຳ. ໃນ​ຂະ​ນະ​ທີ່​ບາງ​ຄົນ​ໃນ​ພວກ​ເຈົ້າ​ໄດ້​ຢູ່​ທ່າມ​ກາງ​ຝູງ​ແກະ​ເປັນ​ຫຍັງ​ພວກ​ເຈົ້າ​ເຮັດ​ເຊັ່ນ​ນີ້?.
\s5
\v 14 ພ​ຣະ​ຜູ້​ຊົງ​ຣິດ​ອຳ​ນາດ​ຊົງ​ເຮັດ​ໃຫ້​ກະ​ສັດ​ທັງ​ຫລາຍ​ກະ​ແຈກ​ກະ​ຈາຍ​ໄປ​ໃນ​ທີ່​ນັ້ນ ເປັນ​ເຫມືອນ​ເມື່ອ​ຕອນ​ທີ່​ຫິ​ມະ​ໄດ້​ຕົກ​ເທິງ​ພູ​ເຂົາ​ຊານ​ໂມນ
\v 15 ພູ​ເຂົາ​ທີ່​ແຂງ​ແກ່ນຄື​ແດນ​ພູ​ເຂົາ​ແຫ່ງ​ບາ​ຊານ ພູ​ເຂາ​ທີ່​ສູງ​ຄື​ແດນ​ພູ​ເຂົາ​ແຫ່ງ​ບາ​ຊານ ແດນ​ພູ​ເຂົ​າ​ສູງ​ເອີຍ.
\v 16 ເປັນ​ຫຍັງ​ເຈົ້າຫລຽວ​ເບິ່ງ​ທີ່​ພູ​ເຂົາ​ຊຶ່ງ​ພ​ຣະ​ເຈົ້າ​ຊົງ​ປະ​ສົງ​ໃຫ້​ເປັນ​ສະ​ຖານ​ທີ່ພ​ຣະອົງ​ຈະ​ຢູ່​ດ້ວຍ​ຄວາມ​ອິດ​ສາ? ພ​ຣະ​ຢາ​ເວ​ຈະ​ຢູ່​ໃນ​ທີ່​ນັ້ນ​ເປັນ​ນິດ.
\s5
\v 17 ​ບັນ​ດາ​ຣົຖ​ຮົບ​ຂ​ອງ​ພ​ຣະ​ເຈົ້າ​, ນັບ​ເປັນ​ສອງ​ຫມື່ນ ນັບ​ເປັນ​ຫລາຍ​ພັນ​ຫລາຍ​ຫມື່ນ ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ທ່າມ​ກາງ​ພວກ​ເຂົາ​ໃນ​ສະ​ຖານ​ທ່ີ່ບໍຣິສຸດ​ດ່ັ່ງ​ເຊັ່ນ​ທີ່​ພູ​ເຂົາ​ຊີ​ນາຍ.
\v 18 ພ​ຣະ​ອົງ​ໄດ້​ຂຶ້ນ​ສູ່​ເບື້ອງ​ສູງ ໄດ້​ຊົງ​ນຳ​ຊະ​ເລີຍ​ໄປ​ນຳ ແລະ​​ໄດ້​ຊົງ​ຮັບ​ຂອງ​ຂວັນ​ຈາກ​ເຫລົ່າ​ມະ​ນຸດ​ແມ່ນກະ​ທັ້ງ​ຈາກ​ຜູ້​ທີ່​ຕໍ່​ສູ້ພຣະ​ເຈົ້າ ເພື່​ອ​ພ​ຣະ​ເຈົ້າ​ພ​ຣະ​ຢາ​ເວ​ຈະ​ຊົງ​ຢູ່​ທີ່​ນັ້​ນ.
\s5
\v 19 ຈົ່ງຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊົງ​ແບກ​ພາ​ຣະຫນັກ​​ຂອງພວກ​ເຮົາ​ຢູ່​ທຸກ​ມື້ທຸກຄືນ, ພ​ຣະ​ເຈ້າ, ​ຜູ້​ຊົງ​ເປັນ​ຄວາມ​ພົ້ນ​ຂອງ​ເຮົາ. ເສລາ
\v 20 ພ​ຣະ​ເຈົ້າ​ຂອງ​ເຮົາ​ຊົງ​ເປັນ​ພ​ຣະ​ເຈົ້າ; ​ຜູ້​ຊົງ​ຊ່ວຍ​ໃຫ້ລອດພົ້ນ ພ​ຣະ​ຢາ​ເວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ ຊົງ​ເປັນ​ຜູ້​ທີ່​ສາ​ມາດ​ຊ່ວຍ​ກູ້​ໃຫ້ພົ້ນຈາກ​ຄວາມ​ຕາຍ.
\v 21 ແຕ່​ພ​ຣະ​ເຈົ້າ​ຈະ​ຊົງ​ທຸບ​ຫົວ​ຂອງ​ບັນ​ດາ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ໃຫ້​ແຕກ, ຄື​ທຸກ​ກະ​ໂຫລກ​ຂອງ​ຜູ້​ທີ່​ດຳ​ເນີນ​ໃນ​ທາງ​ທີ່​ຂັດ​ແຍ່ງ​ກັບ​ພ​ຣະ​ອົງ.
\s5
\v 22 ​ອົງ​ພ​ຣ​ະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວວ່າ, "ເຮົາ​ຈະ​ນຳ​ພວກ​ສັດ​ຕຣູຂອງ​ເຮົາ​ກັບ​ມາ​ຈາກ​ບາ​ຊານ; ເຮົາ​ຈະ​ນຳ​ພວກ​ເຂົາ​ກັບ​ມາ​ຈາກ​ທີ່​ເລິກ​ຂອງ​ທະ​ເລ
\v 23 ເພື່ອ​ເຈົ້າ​ຈະ​ໄດ້ຢຽບຢ່ຳບັນ​ດາ​ສັດ​ຕູ​ຂອງ​ເຈົ້າ, ເອົາ​ຕີນ​ຂອງ​ເຈົ້າ​ຈຸ່ມ​ລົງ​ໃນ​ເລືອດ​ແລະ​ເພື່ອ​ລີ້ນ​ຂອງ​ຫມ​າ​ທັງ​ຫລາຍ​ຂອງ​ເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ​ຂອງ​ພວກ​ມັນ​ຈາກ​ພວກ​ສັດ​ຕຣູ​ຂອງ​ເຈົ້າ."
\s5
\v 24 ​ພວກ​ເຂົາ​ໄດ້​ເຫັນ​ຂະ​ບວນ​ແຫ່​ຂອງ​ພ​ຣະ​ອົງ, ພ​ຣະ​ເຈົ້າ, ຂະ​ບວນ​ແຫ່​ຂອງ​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຜູ້​ເປັນ​ພ​ຣະ​ມະ​ຫາ​ກະ​ສັດ, ​ຂ​ອງ​ຂ້າ​ນ້ອຍ​ເຂົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ
\v 25 ພວກ​ນັກ​ຮ້ອງ​​ໄດ້​ນຳ​ຫນ້າ, ພວກ​ນັກ​ດົນ​ຕຣີ​ດ້ານ​ຫລັງ​ແລະ​ທາງ​ກາງ​ມີ​ຍິງ​ສາວ​ທີ່​ຍັງ​ບໍ່​ແຕ່ງ​ງານ​ຫລິ້ນ​ຕີ​ກອງ.
\s5
\v 26 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ; ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈ້າ​ໃນ​ທີ່​ຊຸມ​ນຸມ​ໃຫຍ່, ​ທ່ານ​ທັງ​ຫລາຍ​ຜູ້​ເປັນ​ເຊື້ອ​ສາຍ​ແທ້​ຈິງ​ຂອງ​ອິ​ສະ​ຣາ​ເອນ​ເອີຍ.
\v 27 ມີ​ເບັນ​ຢາ​ມິນ​ເຜົ່າ​ເລັກ​ນ້ອຍ​ທີ່​ສຸດ​ນຳ​ຫນ້າ, ​ດັ້ງ​ນັ້ນ​ຜູ້​ນຳ​ຂອງ​ຢູ​ດາ​ແລະ​ພວກ​ຝູງ​ຊົນ, ແລ້ວ​ບັນ​ດາ​ພວກ​ຜູ້​ນຳ​ເຊ​ບູ​ໂລນ​ແລະ​ພວກ​ຜູ້​ນຳ​ຂອງ​ເນັບ​ທາ​ລີ.
\s5
\v 28 ​ອິ​ສະ​ຣາ​ເອນ, ພ​ຣະ​ເຈົ້າ, ​ຂອ​ງ​ເຈົ້າ​ໄດ້​ຊົງ​ບັ​ນ​ຊາ​ກຳ​ລັງ​ຂອງ​ເຈົ້າ ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ສຳ​ແດງຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ດັ່ງ​ທີ່​ພ​ຣະ​ອົງ​ເຄີຍ​ສຳ​ແດງ​ມາ​ແລ້ວ​ໃນ​ອາ​ດິດ.
\v 29 ຂໍ​ຊົງ​ສຳ​ແດງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ທີ່​ເຢ​ຣູ​ຊາ​ເລັມ, ທີ່​ຊຶ່ງ​ບັນ​ດາ​ພ​ະ​ຣາ​ຊາ​ນຳ​ຂອງ​ຂວັນ​ມາ​ຖວາຍ​ພ​ຣະ​ອົງ.
\s5
\v 30 ​ຂໍ​ຊົງ​ເປັ່ງ​ສຽງ​ນາບ​ຂູ່​ໃນ​ການ​ສູ້​ຮົບ​ໃສ່​ພວກ​ສັດ​ຮ້າຍ​ປ່າ​ເຖື່ອນ​ໃນ​ປ່າ ໃສ່​ຊົນ​ຊາດ​ທັງ​ຫລາຍ, ຕໍ່​ຝູງ​ງົວ​ແລ​ະ​ຝູງ​ລູກ​ງົວ, ຂໍ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ອັບ​ອາຍ​ແລະ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ນຳ​ຂອງ​ບັນນາການ​ມາ​ຖວາຍ​ແດ່​ພ​ຣະ​ອົງ; ຂໍ​ຊົງ​ເຮັດ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ທີ່​ຮັກ​ໃນ​ການ​ກໍ່​ສົງ​ຄາມ​ກະ​ແຈກ​ກະ​ຈາຍ​ໄປ.
\v 31 ພວກ​ເຈົ້າ​ນາຍ​ຈະ​ອອກ​ມາ​ຈາກ​ເອ​ຢິບ; ພວກ​ຄົນ​ເອ​ທີ​ໂອ​ເປຍ​ຈະ​ຮີບ​ຍົກ​ມື​ຂອງ​ພວກ​ເຂົາ​ອອກ​ຕໍ່​ພ​ຣະ​ເຈົ້າ.
\s5
\v 32 ຈົ່ງ​ຮ້ອງ​ເພງ​ແດ່​ພ​ຣະ​ເຈົ້າ, ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ແຫ່ງ​ແຜ່ນ​ດິນ​ໂລກ​ເອີຍ; ເສລາ ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ເຖີດ.
\v 33 ຕໍ່​ພ​ຣະ​ອົງ​ຜູ້​ຊົງ​ຂັບ​ເຄື່ອນ​ໄປ​ເທິງ​ຟ້າ​ສະ​ຫວັນ​ແຫ່ງ​ບັນ​ດາ​ຟ້າ​ສະ​ຫວັນ​, ຊຶ່ງ​ມີ​ມາ​ຕັ້ງ​ແຕ່​ໂບ​ຮານ; ເບິ່ງ​ເຖີດ, ພ​ຣະ​ອົງ​ຊົງ​ເປັ່ງ​ສຽງ​ຂອງ​ພ​ຣະ​ອົງ​ຂຶ້ນ​ດ້ວຍ​ຣິ​​ທາ​ນຸ​ພາບ.
\s5
\v 34 ​ຈົ່ງ​ປະ​ກາດ​ເຖິງຣິດທາ​ນຸ​ພາບ​ແດ່​ພ​ຣະ​ເຈົ້າ; ພຣະສະຫງ່າ​ຣາ​ສີ​ຂອງ​ ພ​ຣະ​ອົງ​ຢູ່​ເຫນືອ​ອິ​ສະ​ຣາ​ເອນ, ແລະ​ຣິດອຳນາດຍິ່ງໃຫຍ່ຂອງ​ພ​ຣະ​ອົງ​ຢູ່​ໃນ​ບັນ​ດາ​ທ້ອງ​ຟ້າ.
\v 35 ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ຊົງ​ເປັນທີ່​ຫນ້າ​ຢຳ​ເກງ​ໃນ​ສະ​ຖານທີ່ບໍຣິສຸດ​ຂອງ​ພ​ຣະ​ອົງ; ພ​ຣະ​ເຈົ້າ​ຂອງ​ອິ​ສະ​ຣາ​ເອນ-ພ​ຣະ​ອົງ​ຊົງ​ປຣະ​ທານ​ກຳ​ລັງ​ແລະ​ອຳ​ນາດ​ແກ່​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ. ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈົ້າ.
\s5
\c 69
\cl ບົດທີ 69
\p
ສຳ​ລັບ​​ຄະ​ນະນັກ​ດົນ​ຕຣີ; ສົ່ງ​ເຖິງ ໂຊ​ຊາ​ນິມ. ບົດ​ເພງ​ສັນຣະ​ເສີນ​ຂອງ​ດາ​ວິດ.
\v 1 ​ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ, ຂ້າ​ແດ່​ພ​ຣະ​ເຈົ້າ; ເພາະ​ນ້ຳ​ເຮັດ​ໃຫ້​ຊີ​ວິດ​ຂ້າ​ນ້ອຍ​ຕົກ​ຢູ່​ໃນ​ອັນ​ຕະ​ຣາຍ.
\v 2 ຂ້າ​ນ້ອຍ​ຈົມ​ຢູ່​ໃນ​ຂີ້​ຕົມ, ທີ່​ຊຶ່ງ​ບໍ່​ມີ​ທີ່​ຢືນ, ຂ້າ​ນ້ອຍ​ໄດ້​ມາ​ຍັງ​ທີ່​ນ້ຳ​ເລິກ; ທີ່​ຊຶ່ງ​ນ້ຳ​ໄຫລ​ຖ້ວມ​ຂ້າ​ນ້ອຍ.
\s5
\v 3 ​ຂ້າ​ນ້ອຍ​​ອິດອ​ອ່ນ​ກັບ​ການ​ຮ້ອງ​ໃຫ້​ຂອງ​ຂ້າ​ນ້ອຍ; ລຳ​ຄໍ​ຂອງ​ຂ້າ​ນ້ອຍ​ແຫ້ງ ຕາ​ຂອງ​ນ້ອຍ​ກໍ​ອ່ອນ​ແຮງ​ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ລໍ​ຄອຍ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ.
\v 4 ບັນ​ດາ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ຢ່າງ​ບໍ່ມີ​ເຫດ​ຜົນ​ມີ​ຫລາຍ​ຍິ່ງ​ກວ່າ​ເສັ້ນ​ຜົມ​ເທິງ​ຫົວ​ຂອງ​ຂ້າ​ນ້ອຍ; ບັນ​ດາ​ຄົນ​ທີ່​ຕັດ​ຂ້າ​ນ້ອຍ​ຖິ້​ມ, ຄົນ​ທີ່​ເປັນ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຫດ​ຜົນ​ທີ່​ບໍ່​ຖືກ​ຕ້ອງ​ກໍ​ມີ​ກຳ​ລັງ​ຫລາຍ; ຂ້າ​ນ້ອຍ​ຕ້ອງ​ສົ່ງ​ຄືນ​ສິ່ງ​ທີ່​ຂ້າ​ນ້ອຍ​ບໍ່​ໄດ້​ລັກ​ໄປ.
\s5
\v 5 ຂ້າແດ່ພຣະເຈົ້າ, ພ​ຣະ​ອົງ​ຊົງ​ຮູ້​ເຖິງ​ຄວາມ​ໂງ່​ຈ້າ​ຂອງ​ຂ້າ​ນ້ອຍ​ແລະ​ຄວາມ​ຜິດ​ບາບ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ, ​ເຊື່ອງ​ໄວ້​ຈາກ​ພ​ຣະ​ອົງ​ບໍ່​ໄດ້​ ຂ້າ​ແດ່​ພ​ຣະ​ຢາ​ເວ, ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​​ຈອມໂຍທາ.
\v 6 ຂໍ​ຢ່າ​ຊົງ​ໃຫ້​ບັນ​ດາ​ຜູ້​ລໍ​ຄອຍພ​ຣະ​ອົງ​ຕ້ອງ​ອັບ​ອາຍ​ເພາະ​ຂ້າ​ນ້ອຍ​ເລີຍ, ຂໍ​ຢ່າ​ຊົງ​ໃຫ້​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ໄດ້​ຮັບ​ຄວາມ​ອັບ​ອາຍ​ເພາະ​ຂ້າ​ນ້ອຍ​ເລີຍ, ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ອິ​ສະ​ຣາ​ເອນ.
\s5
\v 7 ​ເພາະ​ເຫັນ​ແກ່​ພ​ຣະ​ອົງ ຂ້າ​ນ້ອຍ​ຈຶ່ງ​ໄດ້​ຮັບ​ການ​ຫມິ່ນປະຫມາດ; ຄວາມ​ຂາຍ​ຫນ້າ​ໄດ້​ຄຸມ​ຫນ້າ​ຂ້າ​ນ້ອຍ​ໄວ້.
\v 8 ຂ້າ​ນ້ອຍ​ກາຍ​ເປັນ​ຄົນ​ແປກ​ຫນ້າ​ສຳ​ຫລັບ​ເຫລົ່າ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ, ແລະ​ເປັນ​ຄົນ​ຕ່າງ​ດ້າວ​ສຳ​ຫລັບ​ລູກ​ທັງ​ຫລາຍ​ແຫ່ງ​ແມ່​ຂອງ​ຂ້າ​ນ້ອຍ.
\v 9 ຄວາມ​ຮ້ອນ​ໃຈ​ໃນ​ເລື່ອງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ໄດ້​ເຜົາຜານ​ຂ້າ​ນ້ອຍ, ແລະ​ຄຳຫມິ່ນປະຫມາດຂອງ​ຜູ້​ທີ່​ເຍາະ​ເຍີ້ຍ​ພ​ຣະ​ອົງ​ຕົກ​ເທິງ​ຂ້າ​ນ້ອຍ.
\s5
\v 10 ເມື່ອຂ້ານ້ອຍອົດອາຫານແລະຖ່ອມຕົວລົງ, ພວກ​ເຂົາ​ໄດ້​ດູ​ຖູກ​ຂ້າ​ນ້ອຍ.
\v 11 ເມື່ອ​ຂ້າ​ນ້ອຍ​ໃຊ້​ຜ້າ​ກະ​ສອບ​ມາ​ເປັນ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ກັບ​ກາຍ​ເປັນ​ຂີ້​ປາກ​ຂອງ​ພວກ​ເຂົາ.
\v 12 ​ບັນ​ດາ​ຄົນ​ທີ່​ນັ່ງ​ທີ່​ປະ​ຕູ​ເມືອງ​ກໍ​ເວົ້າ​ເລື່ອງ​ຂ້​າ​ນ້ອຍ ຂ້າ​ນ້ອຍ​ເປັນ​ເພງ​ຂອງ​ຄົນ​ຂີ້​ເມົາ.
\s5
\v 13 ຂ້າແດ່ພຣະຢາເວ, ຂ້າ​ນ້ອຍຈະພາວັນນາ​ອະ​ທິ​ຖານ​ຕໍ່​ພ​ຣະ​ອົງ​ໃນ​ຍາມ​ທີ່​ພ​ຣະ​ອົງ​ຈະ​ຊົງ​ຍອມ​ຮັບ; ຂໍຊົງ​ຕອບ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ສັດ​ຈິງ​ແຫ່ງ​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ.
\v 14 ຂໍ​ຊົງ​ດຶງ​ຂ້າ​ນ້ອຍ​ຂຶ້ນ​ຈາກ​ຂີ້​ຕົມ, ​ແລະ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ຈົມ​ເລີຍ; ຂໍ​ຊົງ​ນຳຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ບັນ​ດາ​ຄົນ​ທີ່ກ​ຽດ​ຊັງ​ຂ້​າ​ນ້ອຍ ແລະ​ຊົງ​ຊ່ວຍ​ເຫລືອໃຫ້​ພົ້ນ​ຈາກ​ນ້ຳ​ເລິກ.
\v 15 ຂໍ​ຢ່າ​ຊົງ​ໃຫ້​ນ້ຳ​ຖ້ວມ​ຂ້າ​ນ້ອຍ ແລະ​ຢ່າ​ຊົງ​ໃຫ້​ທີ່​ເລິກ​ກືນ​ຂ້າ​ນ້ອຍເສຍ. ຂໍ​ຢ່າ​ຊົງ​ໃຫ້ຂຸມ​ເລິກ​ນັ້ນ​ປິດ​ປາກ​ຂອງ​ມັນ​ງັບ​ຂ້າ​ນ້ອຍ​ໄວ້.
\s5
\v 16 ຂ້າແດ່, ພຣະຢາເວ, ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ປະ​ເສີດ, ເພາະ​ຄວາມເມດຕາ​ຂອງ​ພ​ຣະ​ອົງ​ສຳ​ລັບ​ຂ້າ​ນ້ອຍ​ນັ້ນ​ມີ​ຫລວງ​ຫລາຍ, ຂໍ​ຊົງ​ມາ​ຫາ​ຂ້າ​ນ້ອຍ​ດ້ວຍ​ເຖີດ.
\v 17 ຂໍ​ຢ່າ​ຊົງ​ເຊື່ອງ​ຫນ້າ​ຂອງ​ພ​ຣະ​ອົງ, ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ເລີຍ; ເພາະ​ຂ້າ​ນ້ອຍ​ຢູ່​ໃນ​ຄວາມ​ທຸກ​ໃຈ ຂໍ​ຊົງ​ຮີບ​ຕອບ​ຂ້າ​ນ້ອຍ​ເຖີດ.
\s5
\v 18 ​ຂໍຊົງໂຜດ​ມາ​ຫາ​ຂ້າ​ນ້ອຍ​ແລະ​ຊົງ​ໄຖ່​ຂ້າ​ນ້ອຍ. ເພາະ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ​ອ້ຍ​ຕັ້ງ​ຄ່​າ​ຫົວ​ຂ້າ​ນ້ອຍ​ໄວ້.
\v 19 ພ​ຣະ​ອົງ​ຊົງ​ຮູ້​ເຖິງ​ການ​ຖືກ​ເຍາະ​ເຍີ້ຍ​ຂອງ​ຂ້າ​ນ້ອຍ, ທັງ​ຄວາມ​ອັບ​ອາຍ, ​ແລະ​ເສຍກຽຕ​ຂອງ​ຂ້າ​ນ້ອຍ, ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ທັງ​ຫມົດ​ຕ່າງ​ຢູ່ຊ້ອງຫນ້າ​ຂອງ​ພ​ຣະ​ອົງ.
\s5
\v 20 ​ຄຳຫມິ່ນປະຫມາດ ເຮັດ​ໃຫ້​ຈິດໃຈ​ຂ້າ​ນ້ອຍ​ເມື່ອຍອິດອ່ອນຫ​ລາຍ; ຂ້າ​ນ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ຫນັກ​ໃຈ; ຂ້າ​ນ້ອຍ​ໄດ້​ແນມ​ຫາ​ບາງ​ຄົນ​ທີ່​ຈະ​ມາ​ອີ່​ຕົນ, ແຕ່​ກໍ​ບໍ່​ມີ​ເລີຍ ຂ້າ​ນ້ອຍ​ໄດ້​ແນມ​ຫາ​ຄົນ​ປອບ​ໃຈ; ແຕ່​ຂ້າ​ນ້ອຍ​ບໍ່​ພົບ​ໃຜ​ເລີຍ.
\v 21 ຂ້ານ້ອຍຫີວເຂົ້າພວກ​ເຂົາ​ເອົາຢາ​ພິດ​ໃຫ້ເປັນ​ອາ​ຫານ​; ເມື່ອຂ້ານ້ອຍຫີວນຳ້ພວກ​ເຂົາ​ໃຫ້​ນ້ຳ​ສົ້ມ​​ແກ່​ຂ້າ​ນ້ອຍ​ດື່ມ.
\s5
\v 22 ​ຂໍ​ຊົງ​ໃຫ້​ໂຕະ​ອາ​ຫານ​ທີ່​ຕັ້ງ​ຢູ່​ຕໍ່​ຫນ້າ​ພວກ​ເຂົາ​ກາຍ​ເປັນ​ກັບ​ດັກ; ​ເມື່ອ​ພວກ​ເຂົາ​ຄິດ​ວ່າ​ພວກ​ເຂົາ​ປອດ​ພັຍ​ແລ້ວ, ຂໍ​ໃຫ້​ມ​ັນ​ກາຍ​ເປັນ​ບ້ວງ​ແຮ້ວ.
\v 23 ຂໍ​ຊົງ​ໃຫ້​ດວງ​ຕາ​ຂອງ​ພວກ​ເຂົາ​ມືດ​ໄປ​ເພື່ອ​ພວກ​ເຂົາ​ບໍ່​ສາ​ມາດ​ເບິ່ງ​​ເຫັນ​ໄດ້; ແລະ​ຊົງ​ເຮັດ​ໃຫ້​ບັ້ນເ​ເອວ​ຂອງ​ພວກ​ເຂົາ​ສັ່ນ​ສະ​ເທືອນ​ສະ​ເຫມີ.
\s5
\v 24 ​ຂໍ​ຊົງ​ເທ​ຄວາມໂກດຮ້າຍ​ຂອງ​ພ​ຣະ​ອົງ​ລົງ​ເທິງ​ພວກ​ເຂົາ, ແລະ​ໃຫ້​ຄວາມ​ໂກດ​ແຄ້ນ​ອັນ​ຮ້ອນ​ຍິ່ງ​ຂອງ​ພ​ຣະ​ອົງ​ຕາມ​ທັນ​ພວກ​ເຂົາ.
\v 25 ຂໍ​ໃຫ້​ສະ​ຖານ​ທີ່​ຂອງ​ພວກ​ເຂົາ​ບໍ່​ມີ​ຫຍັງ; ຢ່າ​ໃຫ້​ມີ​ຜູ້​ໃດ​ອາສັຍ​ຢູ່​ໃນ​ເຕັນ​ທັງ​ຫລາຍ​ຂອ​ງ​ພວກ​ເຂົາ​ເລີຍ.
\s5
\v 26 ​ເພາະ​ພວ​ກ​ເຂົາ​ໄດ້​ຂົ່ມ​ເຫັງ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຂ້ຽນ​ຕີ. ພ​ວກ​ເຂົາ​ເລົ່າ​ຊ້ຳ​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ໃຫ້​ບາດ​ເຈັບ​ແລ້ວ.
\v 27 ຂໍ​ຊົງ​ກ່າວ​ໂທດ​ພວກ​ເຂົາ​ດ້ວຍ​ເລື່ອງ​ການ​ເຮັດ​ຜິດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ; ຢ່າ​ປ່ອຍ​ໃຫ້​ພວກ​ເຂົາ​ເຂົ້າ​ມາ​ໃນ​ຊັຍ​ຊະ​ນະ​ແຫ່ງ​ຄວາມ​ຊອບ​ທັມ​ຂ​ອງ​ພ​ຣະ​ອົງ.
\s5
\v 28 ​ຂໍ​ໃຫ້​ພວກ​ເຂົາ​ຖືກ​ລົບ​ອອກ​ຈາກ​ຫນັງ​ສື​ແຫ່ງ​ຊີ​ວິດ ແລະ​ຢ່າ​ໃຫ້​ຖືກ​ບັນ​ທຶກ​ລົງ​ໄປ​ໄວ້​ໃນ​ຫມູ່​ຄົນ​ຊອບ​ທັມ.
\v 29 ​ແຕ່​ຂ້າ​ນ້ອຍ​ທຸກ​ຍາກ​ແລະ​ໂສກ​ເສົ້າ; ຂ້າ​ແດ່​, ພ​ຣະ​ເຈ້າ, ຂໍ​ຄວາມ​ພົ້ນຂອງ​ພ​ຣະ​ອົງ​ວາງ​ຂ້າ​ນ້ອຍ​ໄວ້​ເທິງ​ທີ່​ສູງ.
\s5
\v 30 ​ຂ້າ​ນ້ອຍ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ເຈົ້າ​ດ້ວຍ​ບົດ​ເພງ ແລະ​ຈະ​ຍົກ​ຍ້ອງ​ພ​ຣະ​ອົງ​ດ້ວຍ​ການ​ຂອບ​ພ​ຣະ​ຄຸນ.
\v 31 ການນີ້ຈະເຮັດໃຫ້ພຣະຢາເວ ພໍໃຈຫລາຍກວ່າ ການຖວາຍບູຊາງົວໂຕຜູ້ຫລືງົວຫນຸ່ມນັ້ນ.
\s5
\v 32 ​ບັນ​ດາ​ຜູ້​ຖ່ອມ​ຕົວ​ໄດ້​ເຫັນ​ການ​ນັ້ນ​ແລະ​ຍິນ​ດີ, ທ່ານ​ຜູ້​ສ​ະແຫວງຫາ​ພ​ຣະ​ເຈົ້າ​, ຂໍ​ໃຫ້ໄດ້ຮັບຄຳເລົ້າໂລມ​ໃຈ​ຂອງ​ທ່ານ​.
\v 33 ເພາະ​ພ​ຣະ​ຢ​າ​ເວ ​ຊົງ​ຟັງ​ຜູ້​ຂັດ​ສົນ​ອະທິຖານຫາແລະ​ບໍ່​ຊົງ​ດູ​ຫມິ່ນ​ບັນ​ດາ​ຄົນ​ທີ່​ຖືກ​ຈອງ​ຈຳ​ໄວ​້​ຂອງ​ພ​ຣະ​ອົງ.
\s5
\v 34 ​ຂໍ​ຟ້າ​ສະ​ຫວັນ​ແລ​ະ​ແຜ່ນ​ດິນ​ໂລກ​ສັນ​ຣະ​ເສີນ​ພ​ຣະ​ອົງ, ທັງ​ທະ​ເລ​ແລະ​ທຸກ​ສິ່ງ​ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ນັ້ນ.
\v 35 ເພາະ​ພ​ຣະ​ເຈົ້າ ​ຈະ​ຊົງ​ຊ່ວຍ​ຊີ​ໂອ​ນ​ໃຫ້ພົ້ນ​ແລະ​ຈະ​ຊົງ​ສ້າງ​ເມືອງ​ທັງ​ຫລາຍ​ຂອງ​ຢູ​ດາ​ຂຶ້ນ; ປະ​ຊາ​ຊົນ​ຈະ​ອາ​ສັຍ​ຢູ່​ທີ່​ນັ້ນ​ແລະ​ໄດ້​ໄວ້​ເປັນ​ກຳ​ມະ​ສິດ.
\v 36 ເຊື້ອ​ສາຍ​ຜ​ູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຈະ​ໄດ້​ເປັນ​ມໍ​ຣະ​ດົກ; ແລະ​ບັນ​ດາ​ຜູ້​ທີ່​ຮັກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ຈະ​ຢູ່​ທີ່​ນັ້ນ.
\s5
\c 70
\cl ບົດທີ 70
\p
ສຳ​ລັບ​ຄະ​ນະ​ນັກດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ; ນຳ​ມາ​ເຊິ່ງ​ຄວາມ​ຊົງ​ຈຳ.
\v 1 ຂ້າແດ່ພຣະເຈົ້າ, ພຣະຢາເວ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ ຂໍ​ຊົງ​ໂຜດສະເດັດ​ມາ​ແລະ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ.
\v 2 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ພະ​ຍາ​ຍາມ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄດ້​ອັບ​ອາຍ​ແລະ​ຂາຍ​ຫນ້າ; ຂໍ​ໃຫ້​ພວກ​ເຂົາ​ຫັນ​ກັບ​ໄປ​ແລະ​ໄດ້​ຮັບ​ຄວາມ​ສັບສົນວຸ້ນວາຍ, ຄື​ບັນ​ດາ​ຜ​ູ້​ທີ່​ພໍໃຈ​ໃນ​ຄວາມ​ເຈັບ​ປວດ​ຂອງ​ຂ້າ​ນ້ອຍ.
\v 3 ຂໍ​ໃຫ້​ພວກ​ເຂົາ​ໄດ້​ຫັນ​ກັບ​ໄປ​ເພາະ​ຄວາມ​ຂາຍ​ຫນ້າ​ຂອງ​ພວກ​ເຂົາ, ຄື​ບັນ​ດາ​ຜູ້​ທີ່​ເວົ້າ​ວ່າ, "ຫັ້ນ​ເດ, ຫັ້ນ​ເດ"
\s5
\v 4 ໃຫ້​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ທັງ​ຫມົດ​ຍິນ​ດີ​ໃນ​ພ​ຣະ​ອົງ; ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຮັກ​ຄວາມພົ້ນ​ຂອງ​ພ​ຣະ​ອົງ​ກ່າວ​ຢູ່​ສະ​ເຫມີ​ວ່າ, "ຂໍ​ໃຫ້​ພ​ຣະ​ເຈົ້າໄດ້ຮັບການສັນຣະເສີນ."
\v 5 ແຕ່ຂ້ານ້ອຍຍາກຈົນແລະຂັດສົນ, ຂ້າແດ່ພຣະເຈົ້າ, ຂໍ​ຊົງ​ຮີບ​ມາ​ຫາ​ຂ້າ​ນ້ອຍ ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ແລ​ະ​ພ​ຣະ​ອົງ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ; ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຢ່າ​ຊັກ​ຊ້າ.
\s5
\c 71
\cl ບົດທີ 71
\p
\v 1 ຂ້າ​ແດ່, ພ​ຣະ​ຢາ​ເວ, ຂ້າ​ນ້ອຍລີ້​ພັຍ​ໃນ​ພ​ຣະ​ອົງ; ​ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ອັບ​ອາຍ​ເລີຍ.
\v 2 ຂໍ​ຊົງກອບ​ກູ້​ເອົາຂ້າ​ນ້ອຍ​ແລະ​ຊົງ​ໃຫ້​ຂ້າ​ນ້ອຍ​ປອດ​ພັຍ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ງ່ຽງ​ຫູ​ຂອງ​ພ​ຣະ​ອົງ​ ຟັງ​ຂ້າ​ນ້ອຍ​ແລະ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ.
\v 3 ຂໍ​ຊົງ​ເປັນ​ບ່ອນ​ລີ້​ພັຍ​ຂອງ​ຂ້າ​ນ້ອຍ​ທີ່​ຂ້າ​ນ້ອຍ​ຈະ​ເຂົ້າ​ໄປ​ຮົບ​ໄດ້​ສະ​ເຫມີ; ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ໃຫ້​ຊ່ວຍ​ຂ້າ​ນ້ອຍ​ໃຫ້ພົ້ນ, ເພາະ​ພ​ຣະ​ອົງ​ຊົງ​ເປັນ​ທີ່ເພິ່ງແລະ​ປ້ອມ​ປ້ອງກັນ​ຂອງ​ຂ້າ​ນ້ອຍ.
\s5
\v 4 ຂ້າ​ແດ່​ພ​ຣະ​ເຈົ້າ, ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​, ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ຊົ່ວ ພົ້ນ​ຈາກ​ມື​ຂອງ​ຄົນ​ຊົ່ວຊາມ​ແລະ​ຄົນ​ໂຫດ​ຮ້າຍ.
\v 5 ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ, ພ​ຣະ​ຢາ​ເວ. ເພາະ​ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຫວັງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້​ວາງ​ໃຈ​ໃນ​ພ​ຣະ​ອົງ​, ຕັ້ງ​ແຕ່​ຂ້າ​ນ້ອຍ​ເປັນ​ເດັກ​ມາ.
\s5
\v 6 ​ຂ້າ​ນ້ອຍ​ໄດ້​ຮັບ​ການ​ຊ່ວຍຊູ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ; ພ​ຣະ​ອົງ​ຊົງ​ເປັນ​ຜູ້​ນຳ​ຂ້າ​ນ້ອຍ​; ອອກ​ມາ​ຈາກ​ທ້ອງ​ແມ່​ຂອງ​ຂ້າ​ນ້ອຍ ຄຳ​ສັນ​ຣະ​ເສີນ​ຂອງ​ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ພ​ຣະ​ອົງ​ຢູ່​ສະ​ເຫມີ.
\v 7 ຂ້າ​ນ້ອຍ​ເປັນ​ຕົວ​ຢ່າງ​ແກ່​ຜູ້​ຄົນ​ຫລວງ​ຫລາຍ; ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ແຂງ​ແກ່ນ​ຂອງ​ຂ້າ​ນ້ອຍ.
\s5
\v 8 ປາກຂອງຂ້ານ້ອຍ ເຕັມໄປດ້ວຍຄຳສັນຣະເສີນພຣະອົງ, ແລະ​ດ້ວຍ​ການ​ຖວາຍພຣະ​ກຽຕ​ພ​ຣະ​ອົງ​ຕະ​ຫລອດ​ວັນ​ຍັງ​ຄ່ຳ.
\v 9 ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ​ ໄປ​ໃນ​ໄວ​ເຖົ້າ​ຂອງ​ຂ້າ​ນ້ອຍ; ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ​ເມື່ອ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ຫມົດ​ລົງ.
\s5
\v 10 ​ເພາະ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ກຳ​ລັງ​ເວົ້າ​ເຖິງ​ຂ້າ​ນ້ອຍ; ບັນ​ດາ​ຄົນ​ທີ່​ເຝົ້າ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ສຸມ​ຫົວ​ກັນ​ວາງ​ແຜນ.
\v 11 ພວກ​ເຂົາ​ກ່າວ​ວ່າ, "ພ​ຣະ​ເຈົ້າ​ຊົງ​ຖິ້ມ​ເຂົາ​ແລ້ວ; ຈົ່ງ​ໄລ່​ຕາມ​ແລະ​ຈັບ​ເຂົ້າ​ໄວ້, ​ເພາະ​ບໍ່​ມີ​ໃຜ​ຊ່ວຍ​ເຂົາ​ໃຫ້​ພົ້ນ​ໄດ້."
\s5
\v 12 ຂ້າ​ແດ່​ພ​ຣະ​ເຈ້າ, ຢ່າ​ຊົງ​ຢູ່​ໄກ​ຈາກ​ຂ້າ​ນ້ອຍ​ເລີຍ; ຂ້າ​ແດ່​ພ​ຣະ​ເຈົ້າ​, ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ຮີບ​ມາ​ຊ່ວຍ​ຂ້າ​ນ້ອຍ​ເຖີດ.
\v 13 ຂໍ​ໃຫ້​ພວກ​ເຂົາໄດ້​ຮັບ​ຄວາມ​ອັບ​ອາຍ​ແລະ​ຖືກ​ທຳ​ລາ​ຍ; ຄື​ບັນ​ດາ​ຜູ້​ທີ່​ເປັນ​ສັດຕຣູ​ຕໍ່​ຊີ​ວິດ​ຂອງ​ຂ້າ​ນ້ອຍ ຂໍ​ໃຫ້​ພວກ​ເຂົາ​ຖືກ​ໂຈມ​ຕີໄປ​ດ້ວຍ​ການ​ພ່າຍແພ້​ແລະ​ຄວາມ​ອັບ​ອາຍ, ຄື​ບັນ​ດາ​ຜູ້​ທີ່​ຫາ​ທາງ​ທຳ​ຮ້າຍ​ຂ້າ​ນ້ອຍ.
\s5
\v 14 ​ແຕ່​ຂ້າ​ນ້ອຍ​ຈະ​ຫວັງ​ໃຈ​ໃນ​ພ​ຣະ​ອົງ​ຢູ່​ສະ​ເຫມີ​ ແລະ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ.
\v 15 ປາກ​ຂອງ​ຂ້າ​ນ້ອຍ​ຈະ​ເລົ່າ​ເຖິງ​ຄວາມ​ຊອບ​ທັມ ​ແລະ​ຄວາມ​ພົ້ນຂອງ​ພ​ຣະ​ອົງ,​ຕະ​ຫລອດ​ວັນ​ຍັ່ງ​ຄ່ຳ ແມ່ນວ່າ​ຂ້າ​ນ້ອຍ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ກໍ​ຕາມ
\v 16 ຂ້າ​ນ້ອຍ​ຈະ​ມາ​ດ້ວຍ​ເລື່ອງ​ກະ​ທຳ​ອັນ​ຊົງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ຢາ​ເວ​ພ​ຣະ​ຜູ້​ເປັນ​ເຈົ້າ; ຂ້າ​ນ້ອຍ​ຈະ​ເອີ່ຍ​ເຖິງ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ ຂອງ​ພ​ຣະ​ອົງ​ແຕ່​ຜູ້​ດຽວ.
\s5
\v 17 ​ຂ້​າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ໄດ້​ຊົງ​ສອນ​ຂ້າ​ນ້ອຍ​ຕັ້ງ​ແຕ່​ຍັງ​ນ້ອຍ, ແມ່ນວ່າ​ບັດ​ນີ້​ຂ້າ​ນ້ອຍກ​ປະ​ກາດ​ເຖິງ​ບັນ​ດາ​ການ​ກະ​ທຳ​ອັນ​ມະ​ຫັດ​ສະ​ຈັນ​ຂອງ​ພ​ຣ​ະ​ອົງ.
\v 18 ແມ່ນ​ຍາມ​ຂ້າ​ນ້ອຍ​ເຖົ້າ​ແລະ​ມີ​ຜົມ​ງອກ​ກໍ​ຕາມ, ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຢ່າ​ຊົງ​ລືມ​ຂ້າ​ນ້ອຍ, ເມື່ອ​ຂ້າ​ນ້ອຍ​ໄດ້​ປະ​ກາດ​ເຖິງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ,​ໃຫ້​ແກ່​ຊົ່ວ​ອາ​ຍຸ​ຖັດ​ໄປ ແລະ​ປະ​ກາດ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ແກ່​ທຸກ​ຄົນ​ທີ່​ຈະ​ເກີດ​ມາ​ນັ້ນ.
\s5
\v 19 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຄວາມ​ຊອບ​ທຳ​ຂອງ​ພ​ຣະ​ອົງ​ກໍ​ສູງ​ສຸດ​ເຊັ່ນ​ກັນ​ພ​ຣະ​ອົງ, ​ຜູ້​ໄດ້​ຊົງ​ກະທຳ​ສິ່ງ​ຍິ່ງ​ໃຫຍ່, ຂ້າ​ແດ່​ພ​ຣະ​ເຈົ້າ, ຜູ້​ໃດ​ຈະ​ຄື​ດັ່ງ​ພ​ຣະ​ອົງ?
\v 20 ພ​ຣ​ະ​ອົງ​ຜ​ູ້​ໄດ້​ຊົງ​ສຳ​ແດງ​ຄວາມ​ທຸກ​ຍາກ​ລຳ​ບາກ ​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ ຈະ​ຊົງ​ຮື້ຟື້ນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ແລະ​ຈະ​ຊົງ​ນຳ​ຂ້າ​ນ້ອຍ​ທັງ​ຫລາຍ​ຈາກ​ຂຶ້ນ​ມາ​ຈາກ​ທີ່​ເລິກ​ຂອງ​ແຜ່ນ​ດິນ​ໂລກ​ອີກ​ຄັ້ງ.
\s5
\v 21 ​ພ​ຣະ​ອົງໄດ້​ຊົງ​ເຮັດໃຫ້​ຂ້າ​ນ້ອຍມີກຽຕຫລາຍກວ່າທີ່ຂ້ານ້ອຍມີ; ​ແລະ​ທັງຈະປອບ​ໂຍນ​ຂ້າ​ນ້ອຍ.
\v 22 ຂ້າ​ແດ່​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ດ້ວຍ​ພິນ​ໃຫຍ່​, ເນື່ອງ​ດ້ວຍ​ຄວາມ​ສັດ​ຈິງ​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ອົງ​ບໍ​ຣິ​ສຸດ; ​ແຫ່ງ​ອິ​ສະ​ຣາ​ເອນ ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ​ດ້ວຍ​ພິນ​ແດ່​ພ​ຣະ​ອົງ.
\s5
\v 23 ​ຮີມສົບປາກ​ຂອງ​ຂ້າ​ນ້ອຍ​ຈະ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ເມືຶ່ອ​ຂ້າ​ນ້ອຍ ​ຮ້ອງ​ສັນ​ຣະ​ເສີນ​ແດ​່ພ​ຣະ​ອົງ-ແມ່ນ​ກະ​ທັ້ງ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຊຶ່ງ​ພ​ຣະ​ອົງ​, ໄດ້​ຊົງ​ໄຖ່​ໄວ້​ກໍ​ເຊັ່ນ​ກັນ.
\v 24 ລິ້ນ​ຂອງ​ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ,​ຕະ​ຫລອດ​ວັນ​ຍັງ​ຄ່ຳ; ເພາະ​ພວກ​ເຂົາ​ຖືກ​ເຮັດ​ໃຫ້​ອັບ​ອາຍ​ແລະ​ສັບ​ສົນ, ຄື​ບັນ​ດາ​ຜູ້​ທີ່​ຫາ​ທາງ​ທຳ​ຮ້າຍ​ຂ້າ​ນ້ອຍ.
\s5
\c 72
\cl ບົດທີ 72
\p
\v 1 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ປຣະ​ທານ​ການ​ພິ​ພາກ​ສາ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ ​ແກ່​ພະ​ຣາ​ຊ​າ ແລະ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ ​ແກ່​ລູກ​ຂອງ​ພ​ະ​ຣາ​ຊາ
\v 2 ຂໍ​ໃຫ້​ທ່ານ​ພິ​ພາກ​ສາ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ ​ດ້ວຍ​ຄວາມ​ຊອບ​ທັມ​ແລະ​ພິ​ພາກ​ສາ​ຄົນ​ຍາກ​ຈົນ​ຂອງ​ພ​ຣະ​ອົງ ​ດ້ວຍ​ຄວາມ​ຍຸ​ຕິ​ທັມ
\v 3 ໃຫ້​ບັນ​ດາ​ພູ​ເຂົາ​ສ້າງ​ສັນ​ຕິ​ສຸກ​ເພື່ອ​ປະ​ຊາ​ຊົນ​ຂໍ​ໃຫ້​ເນີນ​ເຂົາ​ທັງ​ຫລາຍ​ສ້າງ​ຄວາມ​ຊອບ​ທັມ.
\s5
\v 4 ​ຂໍ​ທ່ານ​ສູ້​ຄະ​ດີ​ເພື່ອ​ຄົນ​ຍາກ​ຈົນ​ໃນ​ຫ​ມູ່​ປະ​ຊາ​ຊົນ; ຂໍ​ທ່ານ​ຊ່ວຍ​ລູກ​ຫລານ​ຂອງ​ຄົນ​ຂັດ​ສົນ ແລະ​ທຸບ​ຜູ້​ກົດ​ຂີ່​ໃຫ້​ແຕກ​ເປັນ​ຕ່ອນໆ.
\v 5 ຂໍ​ໃຫ້​ພວກ​ເຂົ​າ​ຖວາຍ​ກຽຕ​ພ​ຣະ​ອົງ​​ຈົນ​ກວ່າ​ທີ່ດວງ​ອາທິດ​ດຳ​ຣົງ​ຢູ່, ແລະ​​ຈົນ​ກວ່າ​ທີ່ດວງ​ຈ​ັນ​ດຳ​ຣົງ​ຢູ່​ຕະ​ຫລອດ​ທຸກເຊື້ອ​ຊາດ.
\s5
\v 6 ​ຂໍ​ໃຫ້​ທ່ານ​ລົງ​ມາ​ດັ່ງ​ຝົນ​ທີ່​ຕົກ​ເທິງ​ທົ່ງນາຊຶ່ງ​ຕັດ​ແລ້ວ, ດັ່ງ​ເມັດ​ຝົນ​ທີ່​ເທິງ​ແຜ່ນ​ດິນ​ໂລ​ກ.
\v 7 ຂໍ​ໃຫ້​ຄວາມ​ຊອບ​ທັມ​ຈະ​ເຣີນງອກ​ງາມ​ໃນ​ສມັຍ​ຂອງ​ທ່ານ, ແລະ​ຂໍ​ໃຫ້​ມີ​ຄວາມ​ສົມ​ບູນ​ພູນ​ສຸກ​ຈົນ​ກວ່າ​ບໍ່​ມີ​ດວງ​ຈັນ​ອີກ​ຕໍ່​ໄປ.
\s5
\v 8 ​ຂໍ​ໃຫ້​ທ່ານ​ຄອບ​ຄອງ​ຈາກ​ທະ​ເລ​ເຖິງ​ທະ​ເລ, ແລະ​ຈາກ​ແມ່​ນ້ຳ​ນັ້ນ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ.
\v 9 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານກົ້ມ​ກາບ​ລົງຕໍ່​ຫນ້າ​ທ່ານ; ຂໍ​ໃຫ້​ບັ​ນ​ດາ​ສັດ​ຕຣູຂອງ​ທ່ານ​ກົ້ມກາບເຖິງພື້ນ​ດິນເຊັ່ນກັນ.
\v 10 ຂໍ​ໃຫ້​ບັນ​ດາກະສັດ​ແຫ່ງ​ເມືອງ​ທາ​ຊິດ ​ແລະ​ເກາ​ະ​ທັງ​ຫລາຍ​ຖວາຍ​ເຄື່ອງ​ບັນນາການ; ຂໍ​ໃຫ້​ບັນ​ດາ​ກະສັດ​ແຫ່ງ ​ເຊບ​າແລະ ​ເສ​ບາ ​ຖວາຍ​ຂອງ​ຂວັນ​ທັງ​ຫລາຍ.
\s5
\v 11 ​ແນ່ນອນ, ຂໍ​ໃຫ້​ກະສັດທັງ​ຫມົດ​ກົ້ມ​ກາບ​ລົງ​ຕໍ່ຫນ້າທ່ານ; ຂໍ​ໃຫ້​ຊົນ​ຊາດ​ທັງ​ຫມົດ​ຮັບ​ໃຊ້​ທ່ານ.
\v 12 ເພາະ​ທ່ານ​ຊ່ວຍ​ເຫລືອ​ຄົນ​ຂັດ​ສົນ​ຜ​ູ້​ຮ້ອງຂໍ ແລະ​ຄົນ​ຍ​າກ​ຈົນ​ຜູ້​ທີ່​ບໍ່​ມີ​ຄົນ​ຊ່ວຍ​ເຫລືອ.
\s5
\v 13 ​ທ່ານ​ເມດ​ຕາ​ຄົນ​ຍາກ​ຈົນ​ແລະ​ຄົນ​ຂັດ​ສົນ, ແລະ​ທ່ານ​ຊ່ວຍ​ຊີ​ວິດ​ຄົນ​ຂັດ​ສົນ.
\v 14 ທ່ານ​ໄຖ່​ຊີ​ວິດ​ຂອງ​ພວກ​ເຂົາ​ຈາກ​ການ​ບີບ​ບັງ​ຄັບ​ແລະ​ຄວາມ​ກົດ​ຂີ່, ແລະ​ໂລ​ຫິດ​ຂອງ​ພວກ​ເຂົາ​ກໍ​ມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ທ່ານ.
\s5
\v 15 ​ຂໍ​ໃຫ້​ທ່ານ​ມີ​ຊີ​ວິດ​ຍືນ​ຍາວ! ຂໍ​ໃຫ້​ທ່ານ​ໄດ້​ຮັບ​ທອງ​ແຫ່ງ​ເຊ​ບາ. ຂໍ​ໃຫ້​ປະ​ຊາ​ຊົນ​ອະ​ທິ​ຖານ​ເພື່ອ​ທ່ານ​ຢູ່​ສະ​ເຫມີ; ຂໍ​ພ​ຣະ​ເຈົ້າ​ຊົງ​ອວຍ​ພອນ​ທ່ານ​ຕະ​ຫລອດ​ວັນ​ຮອດ​ຄ່ຳ.
\v 16 ຂໍ​ໃຫ້​ມີ​ເຂົ້າ​ອຸ​ດົມ​ສົມ​ບູນ​ໃນ​ແຜ່ນ​ດິນ; ຂໍ​ໃຫ້​ຜົນ​ລະ​ປູກ​ເຫລົ່າ​ນັ້ນ​ເຄື່ອນ​ໄຫວ​ເທິງຍອດ​ເຂົາ​ທັງ​ຫລາຍ. ຂໍ​ໃຫ້​ປະ​ຊາ​ຊົນ​ຈະ​ເຣີນງອກ​ງາມ​ຂຶ້ນ​ໃນ​ເມືອງ​ທັງ​ຫລາຍ​ຄື​ຫຍ້າ​ແຫ່ງ​ທ້ອງ​ທົ່ງ.
\s5
\v 17 ​ຂໍ​ໃຫ້​ຊື່​ຂອງ​ທ່ານ​ດຳ​ຣົງ​ຢູ່​ເປັນ​ນິ​ດ; ຂໍ​ໃຫ້​ຊື່​ຂອງ​ທ່ານ​ຢັ້ງ​ຢືນ​ຢ່າງດວງ​ອາ​ທິດ; ຂໍ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ພອນ​ໃນ​ທ່ານ; ຂໍ​ໃຫ້​ປະ​ຊາ​ຊາດ​ທັງ​ຫມົດ​ຮ້ອງ​ທ່ານ​ວ່າ​ຜູ້​ໄດ້​ຮັບ​ພ​ຣະ​ພອນ.
\s5
\v 18 ​ຂໍ​ໃຫ້​ພ​ຣະ​​ຢາ​ເວ, ພ​ຣະ​ເຈົ້າ​, ຂອງ​ອິ​ສະ​ຣາ​ເອນ​ໄດ້​ຮັບ​ການ​ຖວາຍ​ຄຳ​ສັນ​ຣະ​ເສີນ, ພ​ຣະ​ອົງ​ຜູ້​ຊົງ​ກະ​ທຳ​ສິ່ງ​ອັ​ສະ​ຈັນ​ທັງ​ຫລາຍ​ແດ່​ພ​ຣະ​ອົງ​ດຽວ.
\v 19 ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ອັນ​ຊົງ​ສະ​ງ່າ​ຣາ​ສີ​ຕະ​ຫລອດ​ໄປ​ເປັນ​ນິດ​, ແລະ​ຂໍ​ໃຫ້​ແຜ່ນ​ດິນ​ໂລກ​ທັງ​ຫມົດ​ເຕັມ​ໄປ​ດ້ວຍ​ພ​ຣະສະຫງ່າຣາ​ສີ​ຂອງ​ພ​ຣະ​ອົງ. ອາ​ແມນ,​ແລະ​ອາ​ແມນ.
\v 20 ຄຳ​ພາວັນນາອະ​ທິ​ຖານ​ທັງ​ຫລາຍ​ຂອງ​ດາວ​ວິດ​ຜູ້​ເປັນ​ລູກ​ຂອງ​ເຢ​ຊີ​ໄດ້​ຈົບ​ລົງ​ແລ້ວ. ຫນັງ​ສື​ເຫລັ້ມ​ສາມ
\s5
\c 73
\cl ບົດທີ 73
\p
ບົດ​ເພງ​ສັນຣະ​ເສີນ​ຂອງ​ອາ​ສາບ.
\v 1 ​ພ​ຣະ​ເຈົ້າ​​ຊົງ​ດີ​ຕໍ່​ອິ​ສະ​ຣາ​ເອນ, ຕໍ່​ບັນ​ດາ​ຜູ້​ມີ​ໃຈ​ບໍ​ຣິສຸດ.
\v 2 ແຕ່​ສ່ວນ​ຂ້າ​ນ້ອຍ, ຕີນ​ຂອງ​ຂ້າ​ນ້ອຍ​ເກືອບ​ລື້ນ​ໄຫລ; ຕີນ​ຂອງ​ຂ້າ​ນ້ອຍ​ຫມົດ​ສິ້ນ​ຈາກ​ພາຍ​ໃນຂ້ານ​ອ້ຍ
\v 3 ເພາະ​ຂ້າ​ນ້ອຍ​ໄດ້​ອິດ​ສາ​ຄົນ​ຈອງ​ຫ​ອງ​ເມື່ອ​ຂ້າ​ນ້ອຍ​ໄດ້​ເຫັນ​ຄວາມ​ຈະ​ເຣີນຮັ່ງ​ມີ​ຂອງ​ຄົ​ນ​ຊົ່ວ.
\s5
\v 4 ​ເພາະ​ເຂົາ​ທັງ​ຫລາຍ​ບໍ່​ມີ​ຄວາມ​ເຈັບ​ປວດ​ໄປ​ຈົ​ນ​ເຖິງ​ຄວາມ​ຕາຍ​ຂອງ​ພວກ​ເຂົາ, ແຕ່​ພວກ​ເຂົາ​ກັບ​ແຂງ​ແຮງ​ແລະ​ໄດ້​ຮັບ​ການ​ລ້ຽງ​ດູ​ຢ່າງ​ດີ.
\v 5 ເຂົາ​ທັງ​ຫລາຍ​ພົ້ນ​ຈາກ​ພາ​ຣະ​ທັງ​ຫລາຍ​ຢ່າງ​ຄົນ​ອື່ນໆ; ພວກ​ເຂົາ​ບໍ່​ຕ້ອງ​ທຸກ​ໃຈ​ຢ່າງ​ຄົນ​ອື່ນໆ.
\s5
\v 6 ​ຄວາມ​ຈອງຫອງ​ຈຶ່ງ​ເປັນ​ດັ່ງ​ສາຍ​ຄໍ​ປະ​ດັບ​ຮອບ​ຄໍ​ຂອງ​ພວກ​ເຂົາ; ​ຄວາມ​ຂົ່ມ​ເຫັງ​ຄຸມ​ພວກ​ເຂົາ​ໄວ້​ຄື​ຢ່າງ​ເສື້ອ​ຄຸມ.
\v 7 ເພາະ​ຄວາມ​ມືດບອດ​ແບບ​ນັ້ນ​ເຮັດ​ໃຫ້​ຄວາມ​ບາບ​ເຂົ້າ​ມາ, ຄວາມ​ຄິດ​ຊົ່ວ​ຮ້າຍ​ທັງ​ຫລາຍ​ຜ່ານ​ເຂົ້າ​ມາ​ໃນ​ໃຈ​ພວກ​ເຂົາ.
\s5
\v 8 ​ພວກ​ເຂົາ​ຫົວ​ຂວັນ​ແລະ​ເວົ້າ​ຊົ່ວ​ຮ້າຍ; ໃນ​ຄວາມ​ຈອງ​ຫອງ​ຂອງ​ພວກ​ເຂົາ ພວກ​ເຂົາ​ຂູ່​ວ່າ​ຈະ​ບີບ​ບັງ​ຄັບ.
\v 9 ເຂົາ​ທັງ​ຫລາຍ​ອ້າ​ປາກ​ສູ້​ຟ້າ​ສະ​ຫວັນ, ແລະ​ລີ້ນ​ຂອງ​ພວກ​ເຂົາ​ກໍ​ເລາະ​ໄປ​ໃນ​ໂລກ.
\s5
\v 10 ​ເພາະ​ສະ​ນັ້ນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ຈຶ່ງ​ຫັນ​ໄປ​ຫາ​ພວກ​ເຂົາ​ແລະ​ນ້ຳ​ທີ່​ອຸ​ດົມ​ສົມ​ບູນ​ກໍ​ແຫ້ງ​ໄປ.
\v 11 ​ພວກ​ເຂົາ​ເວົ້າ​ວ່າ "ພ​ຣະ​ເຈົ້າ​ຊົງ​ຮູ້​ໄດ້​ຢ່າງ​ໃດ? ພ​ຣະ​ເຈົ້າ​ຜູ້​ສູງ​ສຸດ​ມີ​ຄວາມ​ຮູ້​ບໍ່?"
\v 12 ຈົ່ງ​ຣະ​ວັງ: ພ​ວກ​ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ຊົ່ວ; ພວກ​ເຂົາ​ສະ​ບາຍ​ຢູ່​ສະ​ເຫມີ, ກຳ​ລັງ​ມັ້ງຄັ້ງສົມບູນ​​ແລະ​ມີຫລາຍ​ຂຶ້ນເລື້ອຍໆ.
\s5
\v 13 ​ເປັນ​ການ​ບໍ່​ມີ​ປະ​ໂຫຍດ​ທີ່​ຂ້າ​ນ້ອຍ​ໄດ້​ປົກ​ປ້ອງ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ໄວ້​ແລະ​ໄດ້​ຊຳ​ຣະ​ມື​ຂອງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ບໍ​ຣິສຸດ.
\v 14 ເພາະ​ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ທຸກ​ທໍ​ຣະ​ມານ​ຕະ​ຫລອດ​ວັນ​ຍັງ​ຄ່ຳ​ແລະ​ຖືກ​ຕີ​ສອນ​ຢູ່​ທຸກ​ເຊົ້າ.
\v 15 ຖ້າ​ຂ້າ​ນ້ອຍ​ໄດ້​ກ່າວ​ວ່າ, "ຂ້າ​ນ້ອຍ​ຈະ​ເວົ້າ​ເຊັ່ນ​ນີ້," ແລ້ວ​ຂ້າ​ນ້ອຍ​ກໍ​ຄົງ​ບໍ່​ໄດ້​ປ​ະ​ຕິ​ບັດ​ຕໍ່​ພວກ​ລູກ​ຊາຍ​ຂອງ​ພ​ຣະ​ອົງ​ໃນ​ຊົ່ວ​ອາ​ຍຸ​ນີ້.
\s5
\v 16 ​ເຖິງ​ແມ່ນ​ວ່າ​ຂ້າ​ນ້ອຍ​ໄດ້​ພະ​ຍາ​ຍາມ​ເຮັດ​ຄວາມ​ເຂົ້າ​ໃຈ​ສິ່ງ​ເຫລົ່າ​ນີ້, ແຕ່​ກໍ​ຍາກ​ເກີນ​ໄປ​ສຳ​ລັບ​ຂ້​າ​ນ້ອຍ.
\v 17 ແລ້ວ​ຂ້າ​ນ້ອຍ​ໄດ້​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່ນະ​ມັ​ສະ​ການຂອງ​ພ​ຣະ​ເຈົ້າ, ​ແລະ​ຈຶ່ງ​ໄດ້​ເຂົ້າ​ໃຈ​ເຖິງ​ປາຍ​ທາງ​ຂອງ​ພວກ​ເຂົາ.
\s5
\v 18 ​ພ​ຣະ​ອົງ​ຊົງ​ວາງ​ພວກ​ເຂົາ​ໄວ້​ໃນ​ທີ່​ຈະພະລາດມື່ນ; ພ​ຣະ​ອົງ​ຊົງ​ນຳ​ພວກ​ເຂົາ​ລົງ​ໄປ​ສູ່​ຄວາມ​ພິ​ນາດ.
\v 19 ພວກ​ເຂົາ​ຊ່າງ​ກາຍ​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໄດ້​ໃນ​ທັນ​ທີ! ພວກ​ເຂົາ​ມາ​ເຖິງ​ຈຸດ​ຈົບ​ແລະ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຄວາມ​ຢ້ານ​ທີ່​ໂຫດ​ຮ້າຍ.
\v 20 ຂ້າ​ແດ່​ພ​ຣະ​ຜູ້​ເປັ​ນ​ເຈົ້າ, ພວກ​ເຂົາ​ເປັນ​ດັ່ງ​ຄວາມ​ຝັນ​ທີ່​ຫາຍ​ໄປ​ເມື່ອ​ຕື່ນ​ຂຶ້ນ; ເມື່ອ​ພ​ຣະ​ອົງ​ຊົງ​ຕື່ນ​ຂຶ້ນ, ພ​ຣະ​ອົງ​ກໍ​ຈະ​ບໍ່​ຊົງ​ຄິດ​ເຖິງ​ຄວາມ​ຝັນ​ເຫລົ່າ​ນັ້ນ​ເລີຍ.
\s5
\v 21 ເພາະຈິດໃຈຂອງຂ້ານ້ອຍໂສກເສົ້າ, ແລະ​ຂ້າ​ນ້ອຍ​ເຈັບ​ປວດ​ຂົມຂື່ນໃນຈິດວິນຍານ.
\v 22 ຂ້າ​ນ້ອຍ​ບໍ່​ຮູ້​ແລະ​ຂາດ​ຄວາມ​ເຂົ້າ​ໃຈ; ຂ້າ​ນ້ອຍ​ໄດ້​ເປັນ​ຄື​ສັດ​ທີ່​ບໍ່ມີ​ຄວາມ​ຮູ້​ສຶກ​ຕໍ່​​ພ​ຣະພັກພຣະ​ອົງ.
\s5
\v 23 ​ແຕ່​ປານ​ນັ້ນ​ກໍ​ດີ ຂ້າ​ນ້ອຍ​ຢູ່​ກັບ​ພ​ຣະ​ອົງ​ສະ​ເຫມີ; ພ​ຣະ​ອົງ​ຊົງ​ຈັບ​ມື​ຂວາ​ຂອງ​ຂ້າ​ນ້ອຍ​ໄວ້.
\v 24 ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ດ້ວຍ​ຄຳ​ແນະ​ນຳ​ຂອງ​ພ​ຣະ​ອົງ​ແລະ​ພາຍ​ຫລັງ​ກໍ​ຊົງ​ຮັບ​ຂ້າ​ນ້ອຍ​ໄປ​ສູ່​ກຽດ​ຕິ​ຍົດ.
\s5
\v 25 ​ນອກ​ຈາກ​ພ​ຣະ​ອົງ​ແລ້ວ, ຂ້າ​ນ້ອຍ​ມີ​ໃຜ​ໃນ​ຟ້າ​ສະ​ຫວັນ​ບໍ່? ນອກ​ຈາກ​ພ​ຣະ​ອົງ​ແລ້ວ ບໍ່​ມີ​ຜູ້​ໃດ​ເທິງ​ໂລກ​ທີ່​ຂ້າ​ນ້ອຍ​ປຣາ​ຖນາ.
\v 26 ເນື້ອ​ຫນັງ​ແລະ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ ແຕ່​ພ​ຣະ​ເຈົ້າ, ​ຊົງ​ເປັນ​ກຳ​ລັງ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຕະ​ຫລອດ​ໄປ.
\s5
\v 27 ​ບັນ​ດາ​ຜູ້​ທີ່​ຫ່າງ​ເຫີນ​ຈາກ​ພ​ຣະ​ອົງ, ​ກໍ​ຈະ​ພິ​ນາດໄປ ພ​ຣະ​ອົງ​ຈະ​ຊົງ​ທຳ​ລາຍ​ບັນ​ດາ​ຜູ້​ບໍ່​ຊື່​ສັດ​ຕໍ່​ພ​ຣະ​ອົງ.
\v 28 ແຕ່​ສ່ວນ​ຂ້າ​ນ້ອຍ, ​ທັງ​ຫມົດ​ທີ່​ຂ້າ​ນ້ອຍ​ຈະ​ເຮັ​ດ​ກໍ​ຄື​ການ​ເຂົ້າ​ໃກ້​ພ​ຣະ​ເຈົ້າ. ຂ້າ​ນ້ອຍ​ໄດ​້​ໃຫ້​ພ​ຣະ​ຢາ​ເວ​ພ​ຣະ​ຜູ້​ເປັນ​ເຈົ້າ​, ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ. ​ຂ້າ​ນ້ອຍ​ຈະ​ປະ​ກາດ​ເຖິງ​ທຸກສິ່ງທີ່ພ​ຣະ​ອົງໄດ້ຊົງກະທຳ.
\s5
\c 74
\cl ບົດທີ 74
\p
ບົດ​ຄວາມ​ຂອງ​ອາ​ສາບ.
\v 1 ​ຂ້າ​ແດ່​ພ​ຣະ​ເຈົ້າ, ເຫດໃດພ​ຣະ​ອົງ​ຊົງ​ປະ​ຕິ​ເສດ​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ນິ​ດ? ເຫດໃດຄວາມ​ຄຽດຮ້າຍ​ຂອງ​ພ​ຣະ​ອົງ​ເຜົາ​ຜານ​ແກະ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ອົງ?
\v 2 ຂໍ​ຊົງ​ຣະ​ນຶກ​ເຖິງ​ປະ​ຊາຊົນ​ຂອງ​ພ​ຣະ​ອົງ, ຜູ້​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ຊື້​ມາ​ໃນ​ສມັຍບູ​ຮານ ເປັນ​ເຜົ່າ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ໄຖ່​ໄວ້​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ​ເອງ, ແລະ​ຂໍ​ຊົງ​ລະ​ນຶກ​ເຖິງ​ພູ​ເຂົາ​ຊີ​ໂອນ​ທີ່​ຊຶ່ງ​ພ​ຣະ​ອົງ​ຢູ່​ນັ້ນ.
\s5
\v 3 ຂໍ​ຍ່າ​ງເລາະ​ເບິ່ງ​ສິ່ງ​ທີ່​ຫັກ​ເພພັງ, ແລະ​ຄວາມ​ເສຍ​ຫາຍ​ທັງ​ຫມົດ​ທີ່​ສັດ​ຕຣູນັ້ນ​ໄດ້​ເຮັດ​ໃນ​ສະ​ຖານ​ທີ່​ບໍ​ຣິ​ສຸດ.
\v 4 ພວກ​ສັດ​ຕຣູຂອງ​ພ​ຣະ​ອົງ​ໄດ້​ຮ້ອງ​ຢູ່​ກາງ​ສະ​ຖານ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ໄວ້; ພວກ​ເຂົາໄດ້​ປັກ​ທຸງ​ຮົບ​ຂອງ​ພວກ​ເຂົາ​ຂຶ້ນ.
\v 5 ພວກ​ເຂົານັ້ນເປັນເຫມືອນຄົນຕັດໄມ້​ ບຸກ​ເຂົ້າ​ໄປ​ຟັນ​ໄມ້ດ້ວຍ​ຂວານ.
\v 6 ພວກ​ເຂົ​າ​ທຸບ​ຕີ​ແລະ​ພັງ​ໄມ້​ແກະ​ສະ​ລັກ​ທັງ​ຫມົດ​ລົງ; ພວກ​ເຂົາ​ພັງ​ສິ່ງ​ເຫລົ່າ​ນັ້ນ​ດ້ວຍ​ຂວານ​ແລະ​ຄ້ອນ.
\s5
\v 7 ​ເຂົາ​ທັງ​ຫລາຍ​ເອົາ​ໄຟ​ຈູດສະ​ຖານ​ນະ​ມັ​ສະ​ການ​ຂອງ​ພ​ຣະ​ອົງ; ພວກ​ເຂົາ​ເຮັດ​ໃຫ້​ສະ​ຖານ​ທີ່​ຢູ່​ຂອງ​ພ​ຣະ​ອົງ, ​ເປັນ​​ມົນ​​ທິນ​ໄປພັງ​ລົງ​ຈົນ​ເຖິງ​ດິນ.
\v 8 ເຂົາ​ທັງ​ຫລາຍ​ໄດ້​ຄິດ​ໃນ​ໃຈ​ວ່າ, "ເຮົາ​ຈະ​ທຳ​ລາຍ​ພວກ​ເຂົາ​ທັງ​ຫມົດ." ພວກ​ເຂົາ​ຈູດ​ເຜົາ​ສະ​ຖານ​ທີ່​ປະ​ຊຸມ​ຂອງ​ພ​ຣະ​ອົງ​ທັງ​ຫມົດ​ໃນ​ແຜ່ນ​ດິນ.
\s5
\v 9 ​ພວກ​ເຮົາ​ບໍ່​ເຫັນ​ບັນ​ດາ​ຫມາຍ​ສຳ​ຄັນ​ທັງ​ຫລາຍ​ອີກ​ເລີຍ; ບໍ່​ມີ​ຜູ້​ທຳ​ນວຍອີກ​ແລ້ວ, ແລະ​ບໍ່​ມີ​ແມ່ນແຕ່ຄົນ​ດຽວໃນ​ພວກ​ເຮົາ​ທີ່​ຮູ້​ວ່າ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ອີກ​ດົນ​ປານ​ໃດ.
\v 10 ຂ້າ​ແດ່​ພ​ຣະ​ເຈົ້າ, ສັດ​ຕຣູ​ນັ້ນ​ຈະ​ດູ​ຫມິ່ນ​ພ​ຣະ​ອົງ​ຢູ່​ດົນ​ປານ​ໃດ? ສັດ​ຕຣູ​ຈະ​ຫມິ່ນປະຫມາດ​ພ​ຣະ​ນາມຊື່​ພ​ຣະ​ອົງ​ເປັ​ນ​ນິ​ດ​ບໍ່?
\v 11 ດ້ວຍເຫດໃດພ​ຣະ​ອົງ​ຈຶ່ງ​ຢັ້ງ​ມື​ຂອງ​ພ​ຣະ​ອົງ​ໄວ້ ຄື​ມື​ຂວາ​ຂອງ​ພ​ຣະ​ອົງ? ຂໍ​ຍື່ນ​ມື​ຂວາ​ຂອງ​ພ​ຣະ​ອົງ​ຈາກ​ຫລັງ​ຂອງ​ພ​ຣະ​ອົງ​ແລະ​ທຳ​ລາຍ​ພວກ​ເຂົາ​ເຖີດ.
\s5
\v 12 ​ເຖິງ​ປານ​ນັ້ນ ພ​ຣະ​ເຈົ້າ, ​ຜູ້​ເປັນ​ກະ​ສັດ​ຂອງ​ພວກຂ້າ​ນ້ອຍ​ຕັ້ງ​ແຕ່​ບູ​ຮານ ຊົງ​ນຳ​ຄວາມ​ພົ້ນມາ​ເທິງ​ແຜ່ນ​ດິນ​ໂລກ.
\v 13 ພ​ຣະ​ອົງ​ໄດ້​ຊົງ​ແຍກ​ທະ​ເລ​ດ້ວຍ​ຣິທາ​ນຸ​ພາບ​ຂອງ​ພ​ຣະ​ອົງ, ພ​ຣະ​ອົງ​ຊົງ​ທຸບ​ບັນ​ດາ​ຫົວ​ຂອງ​ສັດ​ທະ​ເລ​ທີ່ມາໃນ​ນ້ຳ.
\s5
\v 14 ​ພ​ຣະ​ອົງ​ໄດ້​ຊົງ​ຢຽບ​ຫົວ​ມັງກອນທີ່ຊື່ວ່າເລ​ວີ​ອາ​ທານ ພ​ຣະ​ອົງ ​ຊົງ​ໃຫ້​ມັນ​ກາຍ​ເປັນ​ອາ​ຫານ​ແກ່​ບັນ​ດາ​ສັດ​ທີ່​ອາ​ສັຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​​ກັນ​ດານ.
\v 15 ພ​ຣະ​ອົງ​ເອງ​ຊົງ​ທຸບ​ຕາ​ນ້ຳ​ພຸ​ແລະ​ລຳ​ທານ​ທັ​ງ​ຫລາຍ​ໃຫ້​ເປີດ​ອອກ​ພ​ຣະ​ອົງ​, ໄດ້​ຊົງ​ເຮັດ​ໃຫ້​ແມ່​ນ້ຳ​ທີ່​ໄຫລ​ຢູ່​ແຫ້ງ​ໄປ.
\s5
\v 16 ​ວັນ​ເປັນ​ຂອງ​ພ​ຣະ​ອົງ, ແລະ​ຄືນ​ກໍ​ເປັນ​ຂອງ​ພ​ຣະ​ອົງ​ເຊັ່ນ​ກັນ; ພ​ຣະ​ອົງ​ເອ​ງ​ຊົງຕັ້ງດວງ​ອາ​ທິດ​ແລະ​ດວງ​ເດືອນ​ໄວ້​ໃນ​ທີ່​ຂອງ​ມັນ.
\v 17 ພ​ຣະ​ອົງ​ຊົງ​ຈັດ​ເຂດ​ແດນ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ໂລກ; ພ​ຣະ​ອົງ​ເອ​ງ​ໄດ້​ຊົງ​ສ້າງ​ຣະ​ດູ​ຮ້ອນ​ແລະ​ຣະ​ດູ​ຫນາວ.
\s5
\v 18 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​ນຶກ​ເຖິງ​ການ​ທີ່​ສັດ​ຕຣູໄດ້​ຫົວຂັວນໃສ່​ພ​ຣະ​ອົງ, ແລະ​ຊົນ​ຊາດ​ໂງ່​ຈ້າ​ໄດ້​ຫມິ່ນ​ປະ​ມາດ​ຕໍ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ.
\v 19 ຂໍ​ຢ່າ​ຊົງ​ມອບ​ຊີ​ວິດ​ນົກ​ເຂົາ​ຂອງ​ພ​ຣະ​ອົງ​ແກ່​ສັດ​ປ່າ. ຂໍ​ຢ່າ​ຊົງ​ລືມ​ຊີ​ວິດ​ຂອງ​ປະ​ຊາ​ກອນ​ທີ່​ຖືກ​ກົດ​ຂີ່​ຂອງ​ພ​ຣະ​ອົງ​ເປັນ​ນິ​ດ.
\s5
\v 20 ​ຂໍ​ຊ​ົງ​ຣະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ, ເພາະ​ບັນ​ດາ​ເຂດ​ແດນ​ທີ່​ມືດ​ຂ​ອງ​ແຜ່ນ​ດິນ​ເຕັມ​ໄປ​ດ້ວຍ​ບັນ​ດາ​ທີ່​ອາ​ສັຍ​ຂອງ​ຄວາມ​ຮຸນ​ແຮງ.
\v 21 ຂໍ​ຢ່າ​ໃຫ້​ຜູ້​ທີ່​ຖືກ​ກົດ​ຂີ່​ຕ້ອງ​ກັບ​ໄປ​ດ້ວຍ​ຄວາມ​ຂາຍ​ຫນ້າ; ຂໍ​ໃຫ​້​ຄົນ​ຍາກ​ຈົນ​ແລະ​ຄົນ​ຖື​ກ​ກົດ​ຂີ່​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ.
\s5
\v 22 ​ຈົ່ງ​ລຸກ​ຂື້ນ, ຂ້າ​ແດ່​ພ​ຣະ​ເຈ້າ; ຂໍ​ຊົງ​ລຸກ​ຂຶ້ນ​ປົກ​ປ້ອງ​ກຽຕ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ຣະ​ນຶກວ່າ​ພວກ​ຄົນ​ໂງ່​ຈ້າຫົວຂວັນໃສ່ພ​ຣະ​ອົງ​ຢູ່​ວັນ​ຍັງ​ຄ່ຳ.
\v 23 ຂໍ​ຢ່າ​ຊົງ​ລືມ​ສຽງ​ພວກ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ ຫລື​ສຽງ​ຮ້າຍ​ກາດ​ຂອງ​ບັນ​ດາ​ຜູ້​ທີ່​ທ້າ​ທາຍ​ພ​ຣະ​ອົງ​ຢ່າງ​ຕໍ່​ເນື່ອງ.
\s5
\c 75
\cl ບົດທີ 75
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ທາ​ເຊັດ. ບົດ​ເພງ​ສັນຣະ​ເສິນ​ຂອງ​ອາ​ສາບ, ບົດ​ເພງ.
\v 1 ຂ້າ​ແດ່​ພ​ຣະ​ເຈ້າ, ພວກຂ້າ​ນ້ອຍ​​​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ; ພວກຂ້າ​ນ້ອຍ​ຂໍ​ຂອບ​ພ​ຣະ​ຄຸນ, ເພາະ​ພ​ຣະ​ອົງ​ຊົງ​ສຳ​ແດງ​ເຖິງ​ການ​ຊົງ​ສະ​ຖິດ​ຂອງ​ພ​ຣະ​ອົງ; ເຫລົ່າ​ປະ​ຊາ​ຊົນ​ຕ່າງ​ເລົ່າ​ເຖິງ​ການ​ອັ​ສະ​ຈັ​ນ​ຂອງ​ພ​ຣະ​ອົງ.
\v 2 ເມື່ອ​ເຖິງ​ເວ​ລາ​ຫນຶ່ງ​ແລ້ວ ເຮົາ​ຈະ​ຕັດ​ສິນ​ຢ່າງ​ຍຸ​ຕິ​ທັມ.
\v 3 ແມ່ນ​ວ່າ​ແຜ່ນ​ດິນ​ໂລກ​ແລະ​ບັນ​ດາ​ຜູ້​ຢູ່​ອາສັຍ​ທັງ​ຫມົດ​ຈະ​ສັ່ນ​ດ້ວຍ​ຄວາມ​ຢ້ານ, ເຮົາ​ເຮັດ​ໃຫ້​ບັນ​ດາ​ເສົາ​ຫລັກ​ຂອງ​ແຜ່ນ​ດິນ​ໂລກ​ຫມັ້ນ​ຄົງ. ເສລາ
\s5
\v 4 ​ເຮົາ​ເວົ້າ​ກັບ​ຄົນ​ຈອງ​ຫອງວ່າ, "ຢ່າ​ຈອງ​ຫອງ," ແລະ​ກັບ​ຄົນ​ຊົ່ວ​ວ່າ, "ຢ່າ​ຍົກ​ເຂົາ​ນັ້​ນ​ຂຶ້ນ.
\v 5 ຢ່າ​ຍົກ​ເຂົາ​ຂອງ​ເຈົ້າ​ຂຶ້ນ​ໃຫ້​ສູງ; ຢ່າ​ເວົ້າ​ອວດ​ດີ" ແລະບອກພວກເຂົາໃຫ້ຢຸດອວດອ້າງ."
\v 6 ເພາະ​ການ​ຕັດສິນບໍ່​ໄດ້​ມາ​ຈາກ​ທິດ​ຕາ​ເວັນ​ອອກ​ຫລື​ຈາກ​ທິດ​ຕາ​ເວັນ​ຕົກ ມັນບໍ່ໄດ້ມາຈາກທິດເຫນືອ ຫລືທິດໃຕ້ມັນ​ບໍ່​ໄດ້​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.
\s5
\v 7 ​ແຕ່​ພ​ຣະ​ເຈົ້າ​ເປັນ​ຜູ້​ພິ​ພາກ​ສາ, ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ລົງ ແລະ​ພ​ຣະ​ອົງ​ຊົງ​ຍົກ​ຂຶ້ນ.
\v 8 ເພາະ​ພ​ຣະ​ຢາ​ເວ ​ຊົງຖື​ຈອກ​ໃບ​ຫນຶ່ງ​ທີ່​ມີ​ເຫລົ້າ​ອະ​ງຸ່ນ​ເປັນ​ຟອງ ຊຶ່ງ​ຖືກ​ປະ​ສົມ​ດ້ວຍ​ເຄື່ອງ​ເທດ​ຕ່າງໆ. ແລະ​ຊົງ​ເທ​ອອກ ຄົນ​ຊົ່ວ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ດື່ມ​ມັນ​ຈົນ​ຢົດ​ສຸດ​ທ້າຍ.
\s5
\v 9 ​ແຕ່​ຂ້າ​ນ້ອຍ​ຈະ​ເລົ່າ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​; ໄດ້​ຊົງ​ເຮັດ​ຢູ່​ເລື້ອຍ ​ໄປ​ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ.
\v 10 ພ​ຣະ​ອົງ​ຊົງ​ບອກວ່າ, "ເຮົາ​ຈະ​ຕັດ​ບັນ​ດາ​ເຂົາ​ຂອງ​ຄົນ​ຊົ່ວ​ທັງ​ຫມົດ, ແຕ່​ບັນ​ດາ​ເຂົາ​ຂອງ​ຄົນ​ຊອບ​ທັມ​ຈະ​ຖືກ​ຍົກ​ຂຶ້ນ."
\s5
\c 76
\cl ບົດທີ 76
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ, ກ່ຽວ​ກັບ​ເຄື່ອງ​ດົນຕຣີ​ທັງ​ຫລາຍ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ, ເປັນ​ບົດ​ເພງ.
\v 1 ພ​ຣະ​ເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ຢູ​ດາ; ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ໃຫຍ່​ຫລາຍ​ໃນ​ອິ​ສະ​ຣາ​ເອນ.
\v 2 ທີ່​ຢູ່​ຂອງ​ພ​ຣະ​ອົງ​ຢູ່​ໃນ​ຊາ​ເລັມ; ທີ່​ຊົງ​ສະ​ຖິດ​ຂອງ​ພ​ຣະ​ອົງ​ຢູ່​ໃນ​ຊີ​ໂອນ.
\v 3 ພ​ຣະ​ອົງ​ຊົງ​ຫັກ​ບັນ​ດາ​ລູກ​ທະ​ນູ, ໂລ້, ດາບ, ແລະ​ບັນ​ດາ​ອາ​ວຸດ​ອື່ນໆ ແຫ່ງ​ສົງ​ຄາມ. ເສ​ລາ
\s5
\v 4 ພ​ຣະ​ອົງ​ຊົງ​ສ່ອງ​ແສງ​ສະຫວ່າງ​ແລະ​ຊົງ​ສຳ​ແດງ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ, ເມື່ອ​ພ​ຣະ​ອົງ​ລົງ​ມາ​ຈາກ​ພູ​ເຂົາ, ທີ່​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ຫານ​ບັນ​ດາ​ເຫຍື່ອ​ຂ​ອງ​ພ​ຣະ​ອົງ.
\v 5 ບັນ​ດາ​ຄົນ​ໃຈ​ກ້າ​ໄດ້​ຖືກ​ຮີບ​ເຂົ້າ​ຂອງ; ພວກ​ເຂົາ​ໄດ້​ລ່ວງລັບ​ໄປ. ບັນ​ດາ​ນັກ​ຮົບ​ທັງ​ຫມົດ​ຕ່າງ​ຂ​າດ​ຄວາມ​ຊ່ວຍ​ເຫລືອ.
\s5
\v 6 ​ຂ້າ​ແດ່​ພ​ຣະ​ເຈົ້າ, ​ຂອງ​ຢາ​ໂຄບ, ພໍ​ພ​ຣະ​ອົງ​ຊົງ​ສັ່ງ​ສອນ ທັ້ງ​ຜູ້​ຂີ່​ມ້າ​ແລະ​ມ້າ​ກໍ​ລ່ວງ​ລັບ​ໄປ.
\v 7 ແຕ່​ພ​ຣະ​ອົງ​ເຈົ້າ, ພ​ຣະ​ອົງ​ຊົງ​ເປັນ​ທີ່​ນ່າ​ຢ້ານ​ກົວ​ຢຳ​ເກງ; ເມື່ອ​ພ​ຣະ​ອົງໂກດຮ້າຍ ບໍ່ມີໃຜ​ສາ​ມາດ​ຢືນ​ຢູ່ຊ້ອງ​ຫນ້າ​ພ​ຣະ​ອົງ​ໄດ້?
\s5
\v 8 ພ​ຣະ​ອົງ​ໄດ້​ຊົງ​ລັ່ນ​ຄຳ​ຕັດ​ສິນ​ຂອງ​ພ​ຣະ​ອົງ​; ໃຫ້​ໄດ້​ຍິນ​ຈາກ​ຟ້າ​ສະ​ຫວັນ ແຜ່ນ​ດິນ​ໂລກ​ກໍ​ຢ້ານ​ແລະ​ມິດ​ງຽບ.
\v 9 ຂ້າ​ແດ່​ພ​ຣະ​ເຈົ້າ, ເມື່ອ​ພ​ຣະ​ອົງ​ຊົງ​ລຸກ​ຂຶ້ນ, ​ເຮັດ​ການ​ຕັດ​ສິນ​ແລະ​ຊ່ວຍ​ບັນ​ດາ​ຜູ້​ຖືກ​ກົດ​ຂີ່​ແຫ່ງ​ແຜ່ນ​ດິນ​ໂລກ​ທັງ​ຫມົດ​ໃຫ້ພົ້ນ.
\s5
\v 10 ​ແນ່ນອນ ການ​ຕັດ​ສິນ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພ​ຣະ​ອົງ​ຕໍ່​ມະ​ນຸດ​ຈະ​ນຳ​ການ​ສັນ​ຣະ​ເສີນ​ມາ​ສູ່​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ຄາດ​ພ​ຣະ​ອົງ​ເອງ​ດ້ວຍ​ສິ່ງ​ທີ່​ຫລົງ​ເຫລືອ​ຈາກ​ຄວາມໂ​ກດ​ຮ້າຍ​ຂອງ​ພ​ຣະ​ອົງ.
\s5
\v 11 ​ຈົ່ງ​ປະ​ຕິ​ຍານ​ຕໍ່​ພ​ຣະ​ຢາ​ເວ​ພຣະ​ເຈົ້າ​. ຂອງ​ທ່ານ​ແລະ​ຮັກ​ສາ​ຄຳ​ສັນ​ຍາ​ເຫລົ່າ​ນັ້ນ​ໄວ້ ໃຫ້​ທຸກ​ຄົນ​ທີ່​ຢູ່​ອ້ອມ​ພ​ຣະ​ອົງ​ນຳ​ບັນ​ດາ​ຂອງ​ຖວາຍ​ມາ​ຍັງ​ພ​ຣະ​ອົງ​ຜູ້​ຊຶ່ງ​ເປັນ​ທີ່​ຢຳ​ເກງ.
\v 12 ​ພ​ຣະ​ອົງ​ຊົງ​ຕັດ​ວິນ​ຍານ​ຂອງ​ບັນ​ດາ​ເຈົ້າ​ນາຍ​ອອກ​ໄປເສຍ; ພ​ຣະ​ອົງ​ຊົງ​ເປັນ​ທີ່​ຢຳ​ເກງຕໍ່​ບັນ​ດາ​ກະ​ສັ​ດ​ແຫ່ງ​ແຜ່ນ​ດິນ​ໂລກ.
\s5
\c 77
\cl ບົດທີ 77
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ; ຫລັງ​ຈາກ​ລັກ​ສະ​ນະ​ຂອງ​ເຈ​ດຸ​ທັນ. ບົດ​ເພງ​ສັນຣະ​ເສີນ​ຂອງ​ອາ​ສາບ.
\v 1 ​ຂ້າ​ນ້ອຍ​ຮ້ອງທຸກຕໍ່ພ​ຣະ​ເຈົ້າ​; ດ້ວຍ​ສຽງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຮ້ອງຫາຕໍ່ພ​ຣະ​ເຈ້າ​ດ້ວຍ​ສຽງ​ຂອງ​ຂ້າ​ນ້ອຍ ແລະ​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ​ຈະ​ຊົງ​ຟັງສຽງ​ຂ້າ​ນ້ອຍ.
\s5
\v 2 ​ໃນ​ວັນ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້ສະແຫວງ​ຫາ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ; ຍາມ​ຄ່ຳ​ຄືນ ຂ້າ​ນ້ອຍ​ໄດ້​ຍື່ນ​ມື​ຂອງ​ຂ້າ​ນ້ອຍ​ເຂົ້າ​ອອກ, ​ແລະ​ມື​ນັ້ນ​ບໍ່​ອິດ​ເມື່ອຍ​ເລີຍ ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ບໍ່​ຍອມ​ຮັບ​ການ​ປອບ​ໂຍນ.
\v 3 ຂ້າ​ນ້ອຍ​ໄດ້​ຣະ​ນຶກ​ເຖິງ​ພ​ຣະ​ເຈົ້າ​ເມື່ອ​ຂ້າ​ນ້ອຍ​ໄດ້​ຕຶກຕອງ​; ຂ້າ​ນ້ອຍ​ໄດ້​ຣະ​ນຶກ​ເຖິງ​ພ​ຣະ​ອົງ​ເມື່ອ​ຂ້າ​ນ້ອຍອ​ອ່ນ​ກຳ​ລັງ. ເສລາ
\s5
\v 4 ​ພ​ຣະ​ອົງ​ໄດ້​ຊົງ​ຈັບ​ຫນັງ​ຕາ​ຂອງ​ຂ້​າ​ນ້ອຍ​ໃຫ້​ເປີດ​ອອກ; ຂ້າ​ນ້ອຍ​ທຸກ​ໃຈ​ເກີນກວ່າ​ທີ່​ຈະ​ເວົ້າ​ໄດ້.
\v 5 ຂ້າ​ນ້ອຍ​ໄດ້​ຣະ​ນຶກ​ເຖິງວັນ​ເກົ່າໆ, ເຖິງ​ເວ​ລາ​ທີ່​ຜ່ານ​ໄປ​ນານ​ແລ້ວ.
\s5
\v 6 ​ໃນ​ຍາມ​ກາງ​ຄືນ ຂ້າ​ນ້ອຍ​ຣະ​ນຶກ​ເຖິງ​ບົດ​ເພງ​ທີ່​ຂ້າ​ນ້ອຍ​ເຄີຍ​ຮ້ອງ. ຂ້າ​ນ້ອຍ​ໄດ້​ຄິດ​ຕຶກ​ຕອງ​ແລະ​ໄດ້​ພະ​ຍາ​ຍາມ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ເຄີຍ​ເກີດ​ຂຶ້ນ​ມາ​ແລ້ວ.
\v 7 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຖິ້ມ​ຂ້າ​ນ້ອຍ​ເປັນ​ນິ​ດບໍ? ພ​ຣະ​ອົງ​ຈະ​ບໍ່​ຊົງ​ເມດ​ຕາ​ຂ້າ​ນ້ອຍ​ອີກ​ເລີຍ​ບໍ?
\s5
\v 8 ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະອົງ​ໄດ້​ຫມົດ​ສິ້ນ​ໄປ​ເປັນ​ນິ​ດ​ແລ້ວ​ບໍ່? ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄດ້​ລົ້ມ​ເລິກ​ໄປ​ເປັນ​ນິດ​ແລ້ວ​ບໍ?
\v 9 ພ​ຣະ​ເຈົ້າ​ໄດ້​ຊົງ​ລືມ​ທີ່​ຈະ​ເມດ​ຕາ​ແລ້ວ​ບໍ? ຄວາມ​ໃຈ​ຮ້າຍ​ຂອງ​ພ​ຣະ​ອົງ​ໄດ້​ປິດ​ບັງ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ​ໄປ​ແລ້ວ​ບໍ? ເສ​ລາ
\s5
\v 10 ຂ້າ​ນ້ອຍ​ກ່າວ​ວ່າ, "ນີ້​ແຫລະ​ຄື​ຄວາມ​ທຸກ​ໂສກ​ຂອງ​ຂ້າ​ນ້ອຍ: ຄື​ການ​ປ່ຽນ​ໄປ​ຂອງ​ມື​ຂວາ​ຂອງ​ຜູ້​ສູງ​ສຸດ​ທີ່​ມີ​ຕໍ່​ພວກ​ເຮົາ."
\s5
\v 11 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ແຕ່​ຂ້າ​ນ້ອຍ​ຈະ​ຣະ​ນຶກ​ເຖິງ​ການ​ກະ​ທຳ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ຣະ​ນຶກ​ເຖິງ​ບັນ​ດາ​ການ​ກະ​ທຳ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​ໃນ​ສມັຍ​ບູ​ຮານ.
\v 12 ຂ້າ​ນ້ອຍ​ຈະ​ນຶກ​ເຖິງ​ການ​ກະ​ທຳ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ແລະ​ຈະ​ຕຶກ​ຕອງ​ເຖິງ​ສິ່ງ​ເຫລົ່າ​ນັ້ນ.
\s5
\v 13 ​ຂ້າ​ແດ່​ພ​ຣະ​ເຈົ້າ, ທຸກ​ສິ່ງ​ຂອງ​ພ​ຣະ​ອົງ​ບໍ​ຣິ​ສຸດ, ພ​ຣະ​ອົງ​ໃຜຈະ​ທຽບ​ກັບ​ພ​ຣະ​ເຈົ້າ​, ຜູ້​ຍິ່ງ​ໃຫຍ່​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ບໍ?
\v 14 ພ​ຣະ​ອົງ​ຄື​ພ​ຣະ​ເຈົ້າຜູ້​ຊົງ​ເຮັດ​ການ​ອັ​ສະ​ຈັນ​ທັງ​ຫລາຍ; ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ໃນ​ທ່າມ​ກາງ​ຊົນ​ຊາດ​ທັງ​ຫລາຍ.
\v 15 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ຊັຍ​ຊະ​ນະ​ແກ່​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ, ​ດ້ວຍ​ຣິດທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ - ຄື​ແກ່​ບັນ​ດາ​ລູກ​ຫລານ​ຂອງ​ຢາ​ໂຄບ​ແລະ​ໂຢ​ເຊັບ. ເສ​ລາ
\s5
\v 16 ​ຂ້າ​ແດ່​ພ​ຣະ​ເຈົ້າ, ທະ​ເລ​ໄດ້​ເຫັນ​ພ​ຣະ​ອົງ; ທະ​ເລ​ໄດ້​ເຫັນ​ພ​ຣະ​ອົງ, ແລະ​ພວກ​ມັນ​ກໍ​ຢ້ານ​ກົວ; ບັນ​ດາ​ທີ່​ເລິກ​ກໍ​ສັ່ນ​ສະ​ເທືອນ.
\v 17 ບັນ​ດາ​ເມກ​ເທ​ນ້ຳ​ລົງ​ມາ; ບັນ​ດາ​ທ້ອງ​ຟ້າ​ກໍ​ຮ້ອງ​ສຽງ; ບັນ​ດາ​ລູກທະ​ນູ​ຂອງ​ພ​ຣະ​ອົງ​ກໍປີວ​ໄປ.
\s5
\v 18 ​ສຽງ​ຟ້າ​ຮ້ອງ​ຂອ​ງ​ພ​ຣະ​ອົງ​ໄດ້​ຍິນ​ຢູ່​ໃນ​ພາ​ຍຸ; ຟ້າ​ແມບ​ເຮັດ​ໃຫ້​ທັງ​ໂລກ​ສະຫ​ວ່າງ; ແຜ່ນ​ດິນ​ໂລກ​ກໍ​ໄດ້​ສັ່ນ​​ສະ​ເທືອນ.
\v 19 ພ​ຣະ​ອົງ​ຍ່າງ​ເທິງ​ຄື້ນ​ນ້ຳ​ຂ້ວາມ​ທ້ອງ​ທະ​ເລ​ໄປ​, ແຕ່ຮອຍ​ບາດ​ຍ່າງ​ຂອງ​ພ​ຣະ​ອົງ​ກໍ​ເບິ່ງ​ບໍ່​ເຫັນ.
\v 20 ພ​ຣະ​ອົງ​ໄດ້​ຊົງ​ນຳ​ປະ​ຊາກອ​ນ​ຂອງ​ພ​ຣະ​ອົງ​ດັ່ງ​ນຳ​ຝູງ​ແບ້ ​ແກະ ໂດຍ​ມື​ຂອງ​ໂມ​ເຊ​ແລະ​ອາ​ໂຣນ.
\s5
\c 78
\cl ບົດທີ 78
\p
ບົດ​ຄວາມ​ຂອງ​ອາ​ສາບ.
\v 1 ​ປະ​ຊາ​ກອນ​ຂອງ​ຂ້າ​ເອີຍ, ຈົ່ງ​ຟັງ​ຄຳ​ສອນ​ຂອງ​ຂ້າ, ຈົ່ງ​ຟັງ​ບັນ​ດາ​ຖ້ອຍ​ຄຳ​ແຫ່ງ​ປາກ​ຂ້າ.
\v 2 ຂ້າ​ຈະ​ອ້າ​ປາກ​ກ່າວ​​ບັນ​ດາ​ຄຳ​ເລິກ​ລັບ; ຂ້າ​ຈະ​ຮ້ອງ​ເພງ​ເຖິງ​ບັນ​ດາ​ສິ່ງ​ທີ່​ຖືກ​ເຊື່ອ​ງ​ໄວ້​ໃນ​ອາ​ດີດ.
\s5
\v 3 ​ເຫລົ່າ​ນີ້​ຄື​ບັນ​ດາ​ສິ່ງ​ທີ່​ເຮົາ​ເຄີຍ​ໄດ້​ຍິນ​ແລະ​ໄດ້​ຮຽນ​ຮູ້​ມາ​ແລ້ວ, ເຖິງ​ບັນ​ດາ​ສິ່ງ​ທີ່​ເຊື້ອ​ສາຍ​ຂອງ​ເຮົາ​ໄດ້​ບອກ​ເຮົາ.
\v 4 ເຮົາ​ຈະ​ບໍ່​ເຊື່ອງ​ສິ່ງ​ເຫລົ່າ​ນັ້ນ​ໄວ້​ຈາກ​ບັນ​ດາ​ລູກ​ຫລານ​ຂອງ​ພວກ​ເຂົາ. ເຮົາ​ຈະ​ບອກ​ແກ່​ຄົນ​ຮຸ້ນ​ຖັດ​ໄປ​ເຖິງ​ບັນ​ດາ​ການ​ກະ​ທຳ​ອັນ​ຫນ້າ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ຢາ​ເວ, ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ, ແລະ​ການ​ອັ​ສະ​ຈັນ​ຕ່າງໆ ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ.
\s5
\v 5 ​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ມອບບັນ​ດາ​​ກົດ​ບັນ​ຍັດ​ໄວ້​ໃນ​ຢາ​ໂຄບ​ແລະ​ຊົງ​ຕັ້ງ​​​ຂໍ້​ຄຳ​ສັ່ງ​ໄວ້​ໃນ​ອິ​ສະ​ຣາ​ເອນ. ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ແກ່​ບັນ​ດາເຊື້ອ​ສາຍ​ຂອງ​ເຮົາ​ວ່າ​ພວກ​ເຂົາ​ຕ້ອງ​ສອນ​ເລື່ອງ​ລາວ​ເຫລົ່າ​ນັ້ນ​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ.
\v 6 ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ແບບ​ນີ້​ເພື່ອ​ຄົນ​ຮຸ້ນ​ຕໍ່​ໄປ​ຈະ​ໄດ້​ຮູ້​ເລື່ອງ​ບັນ​ດາ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ, ຄື​ລູກ​ຫລານ​ທີ່​ຍັງ​ບໍ່​ເກີດ​ມາ, ຜູ້​ຊຶ່ງ​ຄວນ​ເລົ່າ​ເລື່ອງ​ລາວ​ນັ້ນ​ໃຫ້​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ​ຕໍ່​ໄປ​ອີກ.
\s5
\v 7 ​ແລ້ວ​ພວກ​ເຂົາ​ຈະ​ຕັ້ງຄວາມ​ຫວັງ​ຂອງ​ພວກ​ເຂົ​າ​ ໄວ້​ໃນ​ພ​ຣະ​ເຈົ້າ, ​ແລະ​ບໍ່​ລືມ​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ ແຕ່​ຮັກ​ສາ​ບັນ​ດາ​​​ຂໍ້ຄໍາ​ສັ່ງຂອງ​ພ​ຣະ​ອົງ​ໄວ້.
\v 8 ແລ້ວ​ພວກ​ເຂົາ​ຈະ​ບໍ່​ເປັນເຫມືອນບັນພະບຸຣຸດຂອງ​ພວກ​ເຂົາ​, ຜູ້​ຊຶ່ງ​ເປັນ​ເຊື້ອຊາດທີ່​ດື້ດ້ານ​ແລະ​ມັກ​ຕົວະ ເປັນ​ເຊື້ອຊາດ​ທີ່​ຈິດ​ໃຈ​ບໍ່​ຖືກ​ຕ້ອງ, ແລະ​ເປັນ​ຜູ້​ຊຶ່ງ​ຈິ​ດວ​ິນ​ຍານບໍ່ຖວາຍ​ແລະຊື່ສັດ​ຕໍ່​ພ​ຣະ​ເຈົ້າ.
\s5
\v 9 ຄົນ​ເອ​ຟ​ຣາ​ອິມ​ໄດ້​ມີ​ທະ​ນູ​ເປັນ​ອາ​ວຸດ, ແຕ່​ພວກ​ເຂົາ​ໄດ້​ຫັນ​ໄປ​ໃນ​ວັນ​ສົງ​ຄາມ.
\v 10 ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຮັກ​ສາ​ພັນທະສັນຍ​າກັບ​ພ​ຣະ​ເຈົ້າ, ແລະ​ພວກ​ເຂົ​າ​ໄດ້​ປະ​ຕິ​ເສດ​ທີ່​ຈະເຮັດຕາມ​ກົດບັນຍັດຂອງພ​ຣະ​ອົງ.
\v 11 ພວກ​ເຂົາ​ໄດ້​ລືມ​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ ຄື​ບັນ​ດາ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ແກ່​ພວກ​ເຂົາ.
\s5
\v 12 ​ພວກ​ເຂົາ​ໄດ້​ລືມ​ສິ່ງ​ອັສະ​ຈັນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ຕໍ່​ຫນ້າ​ຕໍ່​ຕາ​ບັນພະບຸຣຸດຂອງ​ພວກ​ເຂົາ​ໃນ​ແຜ່ນ​ດິນເ​ອ​ຢິບ, ໃນ​ທີ່​ດິນ​ຂອງ​ໂຊ​ອານ.
\v 13 ພ​ຣະ​ອົງ​ໄດ້​ຊົງ​ແຍກນ້ຳ​ທະ​ເລ​ແລະ​ໄດ້​ຊົງ​ນຳ​ພວກ​ເຂົ​າ​ຂ້ວາມ​ທະ​ເລ​ໄປ ​ພ​ຣະ​ອົງ; ໄດ້​ຊົງ​ເຮັດ​ໃຫ້​ນ້ຳ​ຕັ້ງ​ຄື​ກຳ​ແພງ.
\v 14 ໃນ​ກາງ​ເວັນ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ດ້ວຍ​ເມກ​ແລະ​ໃນ​ຕະ​ຫລອດ​ທັງ​ຄືນ​ດ້ວຍ​ແສງ​ໄຟ.
\s5
\v 15 ​ພ​ຣະ​ອົງ​ໄດ້​ຊົງ​ແຍກໂງ່ນ​ຫີນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ປຣ​ະ​ທານ​ນ້ຳ​ໃຫ້​ພວກ​ເຂົາ​ດື່ມ​ຢ່​າງ​ອຸ​ດົມ, ພຽງ​ພໍ​ທີ່​ຈະ​ເຕີມ​ບັນ​ດາ​ທີ່​ເລິກ​ຂອງ​ທະ​ເລ.
\v 16 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​​ນ້ຳ​ໄດ້​ໄຫລ​ອອກ​ມາ​ຈາກ​ຫີນຜາຊັນ​ແລະ​ໄດ້​ຊົງ​ເຮັດ​ໃຫ້​ນ້ຳ​ໄຫລ​ລົງ​ມາ​ຄື​ແມ່​ນ້ຳ​ທັງ​ຫລາຍ.
\s5
\v 17 ​ແຕ່​ພວກ​ເຂົາ​ຍັງ​ໄດ້​ເຮັດ​ບາບ​ຕໍ່​ພ​ຣະ​ອົງ, ຢ່າງ​ຕໍ່​ເນື່ອງ ໄດ້​ກະ​ບົດ​ຕໍ່​ອົງ​ຜູ້​ສູງ​ສຸດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.
\v 18 ພວກ​ເຂົາ​ໄດ້​ທ້າ​ທ້າຍ​ພ​ຣະ​ເຈົ້າ ໃນ​ໃຈ​ຂອງ​ເຂົາ​ໂດຍ​ຮຽກ​ຮ້ອງ​ຫາ​ອາ​ຫານ​ເພື່ອ​ເຮັດ​ໃຫ້​ຄວາມ​ຫິວ​ຂອງ​ພວກ​ເຂົາ​ໄດ້​ອີ່ມ.
\s5
\v 19 ​ພວກ​ເຂົາ​ໄດ້​ເວົ້າ​ຕໍ່ສູ້ພ​ຣະ​ເຈົ້າ; ພວກ​ເຂົາ​ໄດ້​ເວົ້າ​ວ່າ, "ພ​ຣະ​ເຈົ້າ, ຊົງ​ຕຣຽມ​ໂຕະ​ໄວ້​ສຳ​ລັບ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໄດ້​ບໍ່?
\v 20 ເບິ່ງ​ເຖີດ​ເມື່ອ​ພ​ຣະ​ອົງ​ຊົງ​ຕີ​ຫີນ, ນ້ຳ​ກໍ​ໄດ້​ພຸ່ງ​ອອກ​ມາ​ແລະ​ລຳ​ນ້ຳ​ທັງ​ຫລາຍ​ກໍ​ໄຫລ​ລົ້ນ ແຕ່​ພ​ຣະ​ອົງ, ​ຊົງ​ປຣະ​ທານ​ອາ​ຫານ​ໄດ້​ບໍ່? ພ​ຣະ​ອົງ​ຈະ​ຊົງ​ຈັດ​ເນື້ອ​ໃຫ້​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໄດ້​ບໍ່?"
\s5
\v 21 ເມື່ອ​ພ​ຣະ​ຢາ​ເວ​, ຊົງ​ຟັງ​ເລື່ອງ​ນີ້​ແລ້ວ ພ​ຣະ​ອົງ​ກໍ​ຊົງ​ໂກດຮ້າຍ, ດັ່ງ​ນັ້ນ​ໄຟ​ຂອງ​ພ​ຣະ​ອົງ​ໄດ້​ເຜົາ​ຜານຢາ​ໂຄບ, ແລະ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ໄດ້​ໂຈມ​ຕີ​ອິ​ສະ​ຣາ​ເອນ,
\v 22 ເພາະ​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ໃນ​ພ​ຣະ​ເຈົ້າ​ແລະ​ບໍ່​ໄວ້​ວາງ​ໃຈ​ໃນ​ການ​ຊ່ວຍ​ໃຫ້​ພົ້ນຂອງ​ພ​ຣະ​ອົງ.
\s5
\v 23 ​ແຕ່​ພ​ຣະ​ອົງ​ຍັງ​ໄດ້​ສັ່ງບັນ​ດາ​ທ້ອງ​ຟ້າ​ເບື້ອງ​ເທິງ​ແລະ​ເປີດ​ບັນ​ດາ​ປະ​ຕູ​ແຫ່ງ​ທ້ອງ​ຟ້າ​ທັງ​ຫລາຍ​ອອກ.
\v 24 ພ​ຣະ​ອົງ​ໄດ້​ຊົງ​ໂຜດສົ່ງ​ເມັດເຂົ້າຄືມາ​ນາ​ລົງ​​ຈາກສະຫວັນ, ຕົກລົງມາໃຫ້​ພວກ​ເຂົາໄດ້​ກິນອີ່ມທ້ອງ.
\v 25 ປະ​ຊາ​ຊົນ​ຕ່າງ​ໄດ້​ກິນ​ອາ​ຫານ​ຂອງ​ພວກ​ທູດ​ສະ​ຫວັນ. ພ​ຣະ​ອົງ​ໄດ້​ຊົງ​ສົ່ງ​ອາ​ຫານ​ໃຫ້​ເຂົາ​ຢ່າງ​ສົ​ມ​ບູນ.
\s5
\v 26 ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ລົມ​ຕະ​ເວັນ​ອອກ​ພັດ​ໃນ​ທ້ອງ​ຟ້າ, ແລະ​ໄດ້​ຊົງ​ນຳ​ລົມ​ໃຕ້​ດ້ວຍ​ຣິດ​ອຳນາດຂອງ​ພ​ຣະ​ອົງ.
\v 27 ພ​ຣະ​ອົງ​ໄດ້​ຊົງ​ໂຜດ​ເນື້ອ​ໃຫ້​ພວກ​ເຂົາ​ຢ່າງ​ຜົງຂີ້​ດິນ, ຄື​ບັນ​ດາ​ນົກ​ຢ່າງ​ຫລວງ​ຫລາຍ​ເຫມືອນ​ຢ່າງ​ຊາຍ​ໃນ​ທະ​ເລ.
\v 28 ພວກ​ມັນ​ໄດ້​ຕົກ​ລົງ​ມາ​ກາງ​ຄ້າຍ​ຂອງ​ພວກ​ເຂົາ, ແລະ​ຮອບໆ​ເຕັນ​ຂອງ​ພວກ​ເຂົາ.
\s5
\v 29 ດັ່ງ​ນັ້ນ​ພວກ​ເຂົາ​ໄດ້​ກິນ​ແລະ​ອີ່ມ​ຫນຳສຳລານ. ພ​ຣະ​ອົງ​ໄດ້​ປຣະ​ທານ​ສິ່ງ​ທີ່ພວກ​ເຂົາ​ຢາກ​ກິນ​ແກ່​ພວກ​ເຂົາ.
\v 30 ​ແຕ່​ພວກ​ເຂົາ​ຍັງ​ຫີວກະຫາຍບໍ່​ອີ່ມພໍ; ໃນ​ຂະ​ນະ​ທີ່​ອາ​ຫານ​ຍັງ​ຢູ່​ໃນ​ປາກ​ຂອງ​ພວກ​ເຂົາ.
\s5
\v 31 ​ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ພ​ຣະ​ເຈົ້າ ​ກໍ​ໄດ້​ໂຈມ​ຕີ​ພວກ​ເຂົາ ​ແລະ​ໄດ້​ສັງ​ຫານ​ຄົນ​ແຂງ​ແຮງ​ທີ່​ສຸດ​ຂອງ​ພວກ​ເຂົເສຍ. ພ​ຣະ​ອົງ​ໄດ້​ຂ້າ​ບັນ​ດາ​ຄົນ​ຫນຸ່ມ​ແຫ່ງ​ອິ​ສະ​ຣາ​ເອນເສຍ.
\v 32 ເຖິງປານ​​ນັ້ນ, ​ກໍ​ຕາມ ພວກ​ເຂົາ​ກໍ​ຍັງ​ໄດ້​ເຮັດ​ບາບ​ຕໍ່​ໄປ​ແລະ​ບໍ່​ໄດ້​ເຊື່ອ​ໃນ​ການ​ກະ​ທຳ​ອັນ​ອັ​ສະ​ຈັນ​ຕ່າງໆ ຂອງ​ພ​ຣະ​ອ​ົງ.
\s5
\v 33 ​ເພາະ​ສະ​ນັ້ນ​ພ​ຣະ​ເຈົ້າ​, ຈຶ່ງຊົງ​ເຮັດ​ໃຫ້​ວັນ​ຂອງ​ພວກ​ເຂົາ​ສັ້ນ​ລົງ ປີ​ເດືອນ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຫນ້າ​ຢ້ານ​ກົວ.
\v 34 ເມື່ອ​ໃດ​ກໍ​ຕາມ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ທ​ຸກ​ທໍ​ຣະ​ມານ, ພວກ​ເຂົາ​ກໍ​ສະ​ແຫວງ​ຫາ​ພ​ຣະ​ອົງ, ແລະ​ພວກ​ເຂົາ​ກໍ​ກັບ​ມາ​ແລະ​ຊອກຫາ​ພ​ຣະ​ເຈົ້າ​ດ້ວຍ​ໃຈ​ຮ້ອນ​ຮົນ.
\s5
\v 35 ​ພວກ​​ເຂົາ​ກໍ​ຈະ​ຣະ​ນຶກວ່າ​ພ​ຣະ​ເຈົ້າ, ​ໄດ້​ຊົງ​ເປັນ​ພຣະສີລາ​ຂອງ​ພວກ​ເຂົາແລະ​ພ​ຣະ​ເຈົ້າ​, ຜູ້​ສູງ​ສຸດ​ນັ້ນ​ໄດ້​ຊົງ​ເປັນ​ພ​ຣະ​ຜູ້​ໄຖ່ຂອງ​ພວກ​ເຂົາ.
\v 36 ແຕ່​ພວກ​ເຂົາ​ກໍ​ປະ​ຈົບປະແຈງ​ພ​ຣະ​ອົງ​ດ້ວຍ​ປາກ​ຂອງ​ພວກ​ເຂົາ​ແລະ​ຕົວະ​ດ້ວຍ​ບັນ​ດາ​ຄຳ​ເວົ້າ​ບໍ່ຈິງຂອງ​ພວກ​ເຂົາ.
\v 37 ເພາະ​ໃຈ​ຂອງ​ພວກ​ເຂົາ​ບໍ່​ຢຶດ​ຫມັ້ນ​ຢູ່​ໃນ​ພ​ຣະ​ອົງ, ​ແລະ​ພວກ​ເຂົາ​ບໍ່​ຊື່​ສັດຕໍ່​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\s5
\v 38 ​ເຖິງ​ປານນັ້ນ​ກໍ​ຕາມ, ພ​ຣະ​ອົງຍັງ​ຊົງ​ເມດ​ຕາ, ໄດ້​ຊົງ​ອະ​ພັຍ​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ​ແລະ​ບໍ່​ໄດ້​ຊົງ​ທຳ​ລາຍ​ພວກ​ເຂົາ. ແທ້​ຈິງ​ແລ້ວ​ພ​ຣະ​ອົງ​ໄດ້​ຊົງ​ຍັບ​ຢັ້ງ​ຄວາມໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ​ຢູ່​ຫລາຍ​ເທື່ອ​ແລະ​ບໍ່​ໄດ້​ຊົງ​ກວນ​ຄວາມ​ໂກດ​ຮ້າຍ​ທັງ​ຫ​ມົດ​ຂອງ​ພ​ຣະ​ອົງ​ຂຶ້ນ​ມາ.
\s5
\v 39 ພຣະອົງນຶກໄດ້ວ່າພວກເຂົາຖືກສ້າງຈາກເນື້ອຫນັງ, ເປັ​ນ​ລົມ​ທີ່​ຜ່ານ​ໄປ​ແລ້ວ​ບໍ່​ໄດ້​ກັບ​ມາ​ອີກ.
\v 40 ພວກ​ເຂົາ​ໄດ​້​ກະ​ບົດ​ຕໍ່​ພ​ຣະ​ອົງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ​ແລະ​ໄດ້​ເຮັດ​ໃຫ້​ພ​ຣະ​ອົງ​ເສຍ​ໃຈໃນ​ທີ່​ແຫ້ງ​ແລ້ງ​ຫລາຍ​ເທື່ອ!
\v 41 ພວກ​ເຂົາ​ຍັງ​ໄດ້​ທ້າ​ທ້າຍ​ພ​ຣະ​ເຈົ້າ​ຫລາຍ​ເທື່ອ​ທີ່​ໄດ້​ເຮັດ​ໃຫ້​ອົງ​ບໍ​ຣິ​ສຸດ​ຂອງຊາດ​ອິ​ສະ​ຣາ​ເອນ​ເສົ້າ​ໃຈ.
\s5
\v 42 ພວກເຂົາບໍ່ໄດ້ຣະນຶກຣິດອຳນາດຂອງພຣະອົງ, ເຖິງ​ການ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ພວກ​ເຂົາ​ຈາກ​ສັດ​ຕຣູ
\v 43 ເມື່ອ​ພ​ຣະ​ອົງ​ໄດ້​ຊົງ​ເຮັ​ດ​​ຫມາຍ​ສຳ​ຄັນ​ທີ່​ຫນ້າ​ຢ້ານ​ກົວ​ຂອງ​ພ​ຣະ​ອົງ​ໃນເ​ອ​ຢິບ​ແລະ​ການ​ອັ​ສະ​ຈັນ​ທັງ​ຫລາຍ​ຂອງ​ພ​ຣະ​ອ​ົງ​ໃນ​ທີ່​ດິນ​ຂອງ​ໂຊ​ອານ.
\s5
\v 44 ພ​ຣະ​ອົງ​ໄດ້​ຊົງ​ປ່ຽນ​ແມ່​ນ້ຳ​ຂອງ​ເອຢິບ​ໃຫ້​ເປັນ​ເລືອດ​ເພື່ອ​ພວກ​ເຂົາ​ບໍ່​ສາ​ມາດ​ດື່ມ​ຈາກ​ລຳ​ນ້ຳ​ທັງ​ຫລາຍ​ຂອງ​ພວກ​ເຂົາ​ໄດ້.
\v 45 ພ​ຣະ​ອົງ​ໄດ້​ຊົງ​ສົ່ງ​ຝູງ​ຮີ້ນ​ທີ່​ໄດ້​ມາ​ກັດ​ກິນ​ພວກ​ເຂົາ​ ຝູງ​ກົບ​ໄດ້​ຂຶ້ນ​ມາ​ທຳ​ລາຍ​ແຜ່ນ​ດິນ​ຂອງ​ພວກ​ເຂົາ.
\v 46 ພ​ຣະ​ອົງ​ໄດ້​ສົ່ງ​ຝູງຕັກແຕນມາທຳລາຍ​ພືດຜົນ​ຂອງ​ພວກ​ເຂົາ​ແກ່​ຕັກແຕນອ່ອນແລະຕັກແຕນວັຍບິນ.
\s5
\v 47 ​ພ​ຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ບັນ​ດາ​ຕົ້ນ​ອະ​ງຸ່ນ​ຂອງ​ພວກ​ເຂົາ​ດ້ວຍ​ຫມາກ​ເຫັບ​ແລະ​ບັນ​ດາ​ຕົ້ນ​ເດື່ອ​ຂອງ​ພວກ​ເຂົາ​ດ້ວຍ​ນ້ຳກ້າມ.
\v 48 ພ​ຣະ​ອົງ​ໄດ້​ຊົງ​ໃຫ້ຫມາກເຫັບ​ລົງ​ເທິງ​ຝູງ​ງົວ​ຂອງ​ພວກ​ເຂົາ​ແລະ​ໄດ້​ຊົງ​ໂຍນ​ສາຍ​ຟ້າ​ໃສ່​ຝູງ​ສັດ​ຂອງ​ພວກ​ເຂົາ.
\v 49 ຄວາມ​ໂກດ​ຮ້າຍ​ອັນ​ຮ້ອນ​ແຮງ​ຂອງ​ພ​ຣະ​ອົງ​ໄດ້​ຟາດ​ໃສ່​ພວກ​ເຂົາ. ພ​ຣະ​ອົງ​ໄດ້​ສົ່ງ​ທັງ​ຄວາມ​​ໂກດ​ແຄ້ນ​ຮຸນ​ແຮງ, ຄວາມ​ໂກດ​ຮ້າຍ, ​ແລະ​ຄວາມ​ທຸກ​ລຳ​ບາກ​ມາ​ເປັນ​ດັ່ງ​ບັນ​ດາ​ທູດ​ສະ​ຫວັນ​ຜູ້​ນຳ​ຄວາມ​ຕາຍ​ມາ.
\s5
\v 50 ​ພ​ຣະ​ອົງ​ໄດ້​ຊົງ​ຍົກ​ທາງ​ສຳ​ລັບ​ຄວາມ​ໂກດຮ້າຍ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ບໍ່​ໄດ້​ຊົງ​ລະ​ເວັ້ນ​ພ​ວກ​ເຂົາ​ຈາກ​ຄວາມ​ຕາຍ​ແຕ່​ໄດ້​ຊົງ​ມອບ​ພວກ​ເຂົາ​ໃຫ້​ແກ່​ໂຣກ​ລະ​ບາດ.
\v 51 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ຫານ​ລູກ​ຫົວ​ປີ​ທັງ​ຫມົດ​ໃນເ​ອຢິບ, ຄື​ຜົນ​ແຮກ​ແຫ່ງ​ກຳ​ລັງ​ຂອງ​ພວກ​ເຂົາ​ໃນ​ບັນ​ດາ​ເຕັນ​ຂອງ​ຮາມ.
\s5
\v 52 ​ແລ້ວ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ ອອກ​ມາ​ດັ່ງ​ນຳ​ແກະ​ແລະ​ໄດ້​ຊົງ​ພາ​ພວກ​ເຂົາ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຄື​ພາ​ຝູງ​ແບ້ ແກະ.
\v 53 ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ໄປ​ຢ່າງ​ປອດ​ພັຍ​ແລະ​ບໍ່​ຢ້ານ​ກົວ, ແຕ່​ທະ​ເລ​ໄດ້​ຖ້ວມ​ສັດ​ຕຣູ​ຂອງ​ພວກ​ເຂົາ.
\s5
\v 54 ​ແລ້ວ​ພ​ຣະ​ອົງ​ໄດ້​ຊົງ​ພາ​ພວກ​ເຂົາ​ມາ​ຍັງ​ເຂດ​ແດນ​ແຫ່ງ​ແຜ່ນ​ດິນບໍຣິສຸດ​ຂອງ​ພ​ຣະ​ອົງ, ຍັງ​ພູ​ເຂົາ​ນີ້ຊຶ່ງ​ພຣະຫັດຂວາ​ຂອງພຣະ​ອົງ​ໄດ້​ຊົງ​ສ້າງ​ຂຶ້ນ.
\v 55 ພ​ຣະ​ອົງ​ໄດ້​ຊົງ​ໄລ່ປະ​ຊາ​ຊາດ​ຕ່າງໆ ອອກ​ໄປ​ຕໍ່​ຫນ້າ​ພວກ​ເຂົາ​ແລະ​ໄດ້​ຊົງ​ແບ່ງ​ທີ່​ດິນ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ພວກ​ເຂົາ. ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ເຜົ່າ​ທັງ​ຫລາຍ​ຂອງ​ອິສະ​ຣາ​ເອນ​ຕາມ​ເຕັ​ນ​ຂອງ​ພວກ​ເຂົາ.
\s5
\v 56 ​ແຕ່​ເຂົາ​ທັງ​ຫລາຍ​ກໍ​ຍັງ​ໄດ້​ທ້າ​ທາຍ​ແລະ​ກະ​ບົດ​ຕໍ່​ພ​ຣະ​ເຈົ້າ ​ອົງຊົງຣິທານຸພາບ​ສູງ​ສຸດ​ແລະ​ບໍ່​ໄດ້​ຮັກ​ສາ​ບັນ​ດາ​ຂໍ້ຄຳສັ່ງທີ່​ເຂັ້ມ​ງວດ​ຂອງ​ພ​ຣະ​ອົງ.
\v 57 ພວກ​ເຂົາ​ບໍ່​ໄດ້​ຊື່​ສັດ​ແລະ​ກະບົດເຫມືອນ​ຢ່າງ​ບັນພະບຸຣຸດຂອງ​ພວກ​ເຂົາ; ພວກ​ເຂົາ​ຕ່າງ​ໄວ້​ໃຈ​ບໍ່​ໄດ້​ຄືຫນ້າ​ທະ​ນູ​ບ້ຽວ.
\s5
\v 58 ເພາະ​ພ​ວກ​ເຂົາ​ໄດ້​ເຮັດ​ໃຫ້​ພ​ຣະ​ອົງ​ໂກດ​ຮ້າຍ​ດ້ວຍ​ເລື່ອງ​ສະ​ຖານ​ສູງ​ຂອງ​ເຂົາ​ແລະ​ໄດ້​ຍຸ​ແຍ່​ພ​ຣະ​ອົງ​ໃຫ້ໂກດ​ຮ້າຍ​ດ້ວຍ​ຄວາມ​ຫວງ​ແຫນ​ດ້ວຍ​ເລື່ອງ​ບັນ​ດາ​ຮູບ​ເຄົາ​ຣົບ​ຂອງ​ພວກ​ເຂົາ.
\v 59 ເມື່ອ​ພ​ຣະ​ເຈົ້າ​, ໄດ້​ຊົງຮັບຟັງ​ເລື່ອງ​ນີ້​ແລ້ວ ພ​ຣະ​ອົງ​ໄດ້​ຊົງ​ກິ້ວ​ກາດ​ຫລາຍ​ແລະ​ຊົງ​ປະ​ຕິ​ເສດ​ອິ​ສະ​ຣາ​ເອນ​ຢ່າງ​ຫມົດ​ສິ້ນ.
\s5
\v 60 ​ພ​ຣະ​ອົງ​ໄດ້​ຊົງປະ​ຖິ້ມ​ສະ​ຖານ​ນະ​ມັ​ສະ​ການ​ແຫ່ງ​ເມືອງ​ຊີ​ໂລ, ຄື​ທີ່​ ພ​ຣະ​ອົງ​ເຄີຍ​ຢູ່​ທ່າມ​ກາງ​ປະ​ຊາ​ຊົນ.
\v 61 ພ​ຣະ​ອົງ​ໄດ້​ຊົງ​ປ່ອຍ​ໃຫ້​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ຖືກ​ຈັບ​ເປັນ​ສະ​ເລີຍ​ແລະ​ຊົງ​ປຣະ​ທານ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ມື​ຂອງ​ສັດ​ຕຣູ.
\s5
\v 62 ​ພ​ຣະ​ອົງ​ໄດ້​ຊົງ​ມອບ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ດາບ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ກິ້ວ​ກາດ​ຕໍ່​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ.
\v 63 ໄຟ​ໄດ້​ເຜົາຜານ​ບັນ​ດາ​ຄົນ​ຫນຸ່ມ​ໆຂອງ​ພວກ​ເຂົາ, ແລະ​ພວກ​ສາວໆ ຂອງ​ພວກ​ເຂົາ​ຈຶ່ງ​ບໍ່​ມີ​ເພງ​ແຕ່ງ​ງານ.
\s5
\v 64 ​ບັນ​ດາ​ປະ​ໂລ​ຫິດ​ຂອງ​ພວກ​ເຂົາ​ໄດ້​ລົ້ມ​ລົງ​ດ້ວຍ​ດາບ, ແລະ​ບັນ​ດາ​ຍິງຫ​ມ້າຍ​ຂອງ​ພວກ​ເຂົາ​ບໍ່​ອາດ​ຮ້ອງ​ໃຫ້​ໄວ້​ທຸກ.
\v 65 ແລ້ວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຕື່ນ​ຄື​ຢ່າງ​ຕື່ນນອນ, ດັ່ງ​ຢ່າງ​ນັກ​ຮົບ​ໂຫ່​ຮ້ອງ​ເພາະ​ຣິດ​ເຫລົ້າ​ອະ​ງຸ່ນ.
\v 66 ພ​ຣະ​ອົງ​ໄດ້​ຊົງ​ໄລ່​ພວກ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ໃຫ້​ກັບ​ໄປ; ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ພວກ​ເຂົາ​ອັບ​ອາຍ​ເປັນ​ນິດ.
\s5
\v 67 ​ພ​ຣະ​ອົງ​ໄດ້​ຊົງ​ປະ​ຕິ​ເສດ​ເຕັນ​ຂອງ​ໂຢ​ເຊັບ, ແລະ​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເລື​ອກ​ເຜົ່າ​ເອ​ຟ​ຣາ​ອິມ.
\v 68 ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ເຜົ່າ​ຢູ​ດາ​ແລະ​ພູ​ເຂົາ​ຊີ​ໂອນ​ຊຶ່ງ​ພ​ຣະ​ອົງ​ຊົງ​ຮັກ.
\v 69 ພ​ຣ​ະ​ອົງ​ໄດ້​ຊົງ​ສ້າງ​ສະ​ຖານ​ນະ​ມັ​​ສະ​ການ​ຂອງ​ພ​ຣະ​ອົງ​ຄື​ຢ່າງ​ຟ້າ​ສະ​ຫວັນ, ຄື​ຢ່າງ​ແຜ່ນ​ດິນ​ໂລກ​ຊຶ່ງ​ພ​ຣະ​ອົງ​ຊົງ​ສະ​ຖາ​ປະ​ນາ​ໄວ້​ເປັນ​ນີ​ດ.
\s5
\v 70 ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ດາ​ວິດ, ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ແລະ​ໄດ້​ຊົງ​ພາ​ທ່ານ​ມາ​ຈາກ​ຄອກ​ແກະ.
\v 71 ພ​ຣະ​ອົງ​ໄດ້​ຊົງ​ພາ​ທ່ານ​ມາ​ຈາກ​ການ​ດູ​ແລ​ແມ່​ແກະ​ທີ່​ມີ​ລູກ​ອ່ອນ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ພາ​ທ່ານ​ໃຫ​້​ເປັນ​ຜູ້​ລ້ຽງ​ດູ​ແກະ​ຂອງ​ຢາ​ໂຄບ, ຄື​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ ແລະ​ຂອງ​ອິ​ສະ​ຣາ​ເອນ, ຊຶ່ງ​ເປັນ​ມໍ​ຣະ​ດົກ​ຂອງພ​ຣະ​ອົງ.
\v 72 ດາ​ວິດ​ໄດ້​ລ້ຽງ​ດູ​ພວກ​ເຂົາ​ດັ່ງ​ລ້ຽງ​ແກະ​ດ້ວຍ​ຄວາມ​ຊື່​ສັດ​ສຸ​ຈະ​ຣິດ​ແຫ່ງ​ຈິດ​ໃຈ​ຂອງ​ທ່າ​ນ, ແລະ​ທ່ານ​ໄດ້​ນຳ​ພວກ​ເຂົາ​ດ້ວຍ​ພິກໄຫວ​​ອັນສະຫລາດຂອງ​ທ່ານ.
\s5
\c 79
\cl ບົດທີ 79
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ.
\v 1 ຂ້າ​ແດ່​ພ​ຣະ​ເຈົ້າ, ບັນ​ດາ​ຄົນ​ຕ່າງ​ຊາດ​ໄດ້​ລ່ວງ​ລ້ຳ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ​; ພວກ​ເຂົາ​ໄດ້​ເຮັດ​ໃຫ້​ພ​ຣະ​ວິ​ຫານ​ບໍຣິສຸດ​ຂອງ​ພ​ຣະ​ອົງ​​ເປັນມົນທິນ; ພວກ​ເຂົາ​ໄດ້​ເຮັດ​ໃຫ້​ນະຄອນ​ເຢ​ຣູ​ຊາ​ເລັມ​ຖືກທຳລາຍ.
\v 2 ພວກ​ເຂົາ​ໄດ້​ຍົກ​ສົບ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃຫ້​ເປັນ​ອາ​ຫານ​ແກ່​ພວກ​ນົກ​ໃນ​ທ້ອງ​ຟ້າ, ໃຫ້​ຮ່າງ​ກາຍ​ຂອງ​ບັນ​ດາ​ຜູ້​ຈົ່ງ​ຮັກ​ພັກ​ດີ​ຂອງ​ພ​ຣະ​ອົງ​ແກ່​ພວກ​ສັດ​ປ່າ​ແຫ່ງ​ແຜ່ນ​ດິນ​ໂລກ.
\v 3 ພວກເຂົາໄດ້ຫລັ່ງເລືອດຂອງພວກເຂົາອອກ ເຫມືອນນ້ຳຮອບໆນະຄອນເຢຣູຊາເລັມ, ແລະ​ບໍ່​ມີ​ໃຜ​ໄດ້​ຝັງ​ພວກ​ເຂົາ​ເລີຍ.
\s5
\v 4 ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ກາຍ​ເປັນ​ທີ່​ຫມິ່ນປະຫມາດ​ສຳ​ລັບ​ເພື່ອນ​ບ້ານ, ​ເປັນ​ທີ່​ຖືກ​ຫົວ​ຂວັນ​ແລະ​ຫຍໍ້​ຫຍັນ​ແກ່​ບັນ​ດາ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ຂ້າ​ນ້ອຍ​ທັງ​ຫລາຍ.
\v 5 ຂ້າ​ແດ່​ພ​ຣະ​ຢາ​ເວ, ອີກ​ດົນ​ປານ​ໃດ? ພ​ຣ​ະ​ອົງ​ຈະໂກດຮ້າຍ​ໄປ​ຕະ​ຫລອດ​ບໍ່? ຄວາມ​ໂກດຮ້າຍ​ເພາະ​ຄວາມ​ຫວງ​ແຫນ​ຂອງ​ພ​ຣະ​ອົງ​ຈະ​ໄຫມ້​ດັ່ງ​ໄຟ​ໄປ​ອີກ​ດົນ​ເທົ່າ​ໃດ?
\s5
\v 6 ຂໍ​ຊົງ​ເທ​ຄວາມ​ໂກດ​ແຄ້ນລົງ​ເຫນືອ​ບັນ​ດາ​ປະ​ຊາ​ກອນ​ທີ່​ບໍ່​ຮູ້​ຈັກ​ພ​ຣະ​ອົງ ແລະ​ເຫນືອ​ຣາຊ​ອາ​ນາ​ຈັກ​ທັງ​ຫລາຍ​ທີ່​ບໍ່​ຮ້ອງອອກ​​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ.
\v 7 ເພາະ​ເຂົາ​ໄດ້​ກືນ​ກິນ​ຢາ​ໂຄບ​ແລະ​ໄດ້​ທຳ​ລາຍ​ຫມູ່​ບ້ານ​ທັງ​ຫລາຍ​ຂອງ​ເຂົາ.
\s5
\v 8 ​ຂໍ​ຢ່າ​ຊົງ​ຖື​ຄວາມ​ຊົ່ວ​ຂອງ​ບັນ​ພະ​ບຸ​ຣຸດ​ທັງ​ຫລາຍ​ມາ​ຕໍ່​ສູ້​ຂ້າ​ນ້ອຍ​ທັງ​ຫລາຍ​ເລີຍ; ຂໍ​ການ​ກະ​ທຳ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ​ມາ​ຍັງ​ຂ້າ​ນ້ອຍ​ທັງ​ຫລາຍ, ເພາະ​ຂ້າ​ນ້ອຍ​ທັງ​ຫລາຍ​ຕົກ​ຕ່ຳ​ຫລາຍ.
\v 9 ຂ້າ​ແດ່​ພ​ຣະ​ເຈົ້າ, ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ, ຂໍ​ຊົງ​ຊ່ວຍ​ຂ້​າ​ນ້ອຍ​ທັງ​ຫລາຍ ເພື່ອ​ເຫັນ​ແກ່​ພ​ຣະ​ສິ​ຣິ​ແຫ່ງ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍ; ​ໃຫ້​ລອດ​ແລະ​ຊົງ​ອະ​ພັຍ​ການ​ບາບ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ.
\s5
\v 10 ​ເປັນ​ຫຍັງ​ບັນ​ດາ​ປະ​ຊາ​ຊາດ​ຈຶ່ງຖາມຂ້ານ້ອຍວ່າ "ພ​ຣະ​ເຈົ້າ​ຂອງ​ພວກ​ເຂົາ​ຢູ່​ທີ່​ໃດ?" ຂໍ​ໃຫ້​ໂລ​ຫິດ​ຂອງ​ບັນ​ດາ​ຜູ້​ຮັບໃ​ຊ້​ຂອງ​ພ​ຣະ​ອົງ​ທີ່​ຫລັ່ງ​ອອກ​ໄດ້​ຮັບ​ການ​ແກ້​ແຄ້ນ​ໃຫ້​ຕົກ​ໄປ​ເທິງ​ບັນ​ດາ​ປະ​ຊາ​ຊາດ​ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ຂ້າ​ນ້ອຍ​ທັ​ງ​ຫລາຍ
\v 11 ຂໍ​ໃຫ້​ບັນ​ດາ​ສຽງ​​ຄວນ​ຄາງຂອງ​ນັກ​ໂທດ​ມາ​ຢູ່​ຕໍ່​ຫນ້າ​ພ​ຣະ​ອົງ ຂໍ​ຊົງ​ຮັກ​ສາ​ລູກ​ຫລານ​ຂອງ​ຜູ້​ທີ່​ຕາຍ​ໄປ​ແລ້ວ​ໃຫ້​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ຣິ​​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ.
\s5
\v 12 ​ຂ້າ​ແດ່ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຕອບ​ໂຕ້​ໃຫ້​ຕົກ​ໄປ​ເທິງ​ຕັກ​ຂອງ​ຄົນ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເຈັດ​ຄັ້ງ ໃຫ້​ຫລາຍ​ເທົ່າ​ກັບ​ການ​ດູ​ຫມິ່ນ​ທີ່​ພວກ​ເຂົາ​ໄດ້​ດູ​ຫມິ່ນ​ພ​ຣະ​ອົງ
\v 13 ດັ່ງ​ນັ້ນ​ຂ້າ​ນ້ອຍ​ທັງ​ຫລາຍ​ຜູ້​ເປັນ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ແລະ​ແກະ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ອົງ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ເປັນ​ນິ​ດ ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ກ່າວ​ບັນ​ດາ​ຄຳ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ແກ່​ທຸກ​ຊົ່ວ​ອາ​ຍຸ.
\s5
\c 80
\cl ບົດທີ 80
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ, ສົ່ງ​ເຖິງ​ໂຊ​ຊາ​ນິມ​ໃນ​ແບບ​ຂ​ອງ​ອີ​ດັດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ.
\v 1 ຂ້າ​ແດ່​ພ​ຣະ​ຜູ້​ຊົງລ້ຽງ​ດູອິ​ສະ​ຣາ​ເອນ​ດັ່ງລ້ຽງ​ແກະ, ​ຂໍ​ຊົງ​ສົນ​ໃຈ​ຟັງ, ​ຄື​ພ​ຣະ​ອົງ​ຜູ້​ຊົງ​ນຳ​ໂຍ​ເຊັບ​ຍ່າງ​ນຳ​ຝູງ ແບ້ ​ແກະ ພ​ຣະ​ຜູ້​ປຣະທັບ​ເຫນືອ​ເຫລົ່າ​ເຄ​ຣຸບ, ຂໍ​ຊົງ​ສົ່ງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ!
\v 2 ຜູ້ປາກົດພຣະອົງເອງຕໍ່​ຫນ້າ​ເອ​ຟ​ຣາ​ອິມ, ແລະ​ເບັນ​ຢາ​ມິນ; ແລະ​ມາ​ນາ​ເຊ​, ຂໍ​ຊົງ​ປຸກ​ຣິທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ຂຶ້ນ ຂໍ​ສະເດັດມາ​ແລະ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍ​ໃຫ້​ພົ້ນ.
\v 3 ຂ້າ​ແດ່​ພ​ຣະ​ເຈົ້າ; ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ທັງ​ຫລາຍ, ຂໍ​ໃຫ້​ຫນ້າ​ຂອງ​ພ​ຣະ​ອົງ​ສົ່ງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ພົ້ນ.
\s5
\v 4 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຈອມໂຍທາ, ພ​ຣະ​ອົງ​ຈະ​​ຮ້າຍ​ຕໍ່​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ເມື່ອ​ພວກ​ເຂົາ​ອະ​ທິ​ຖານ​ອີກ​ດົນ​ປານ​ໃດ?
\v 5 ພ​ຣະ​ອົງ​ໄດ້​ຊົງ​ລ້ຽງ​ພວກ​ເຂົາ​ດ້ວຍ​ອາ​ຫານ​ແຫ່ງ​ນ້ຳ​ຕາ ແລະ​ຊົງ​ປຣະ​ທານ​ນ້ຳ​ຕາ​ໃຫ້​ພວກ​ເຂົາ​ດື່ມ​ຢ່າງ​ຫລວງ​ຫລາຍ.
\v 6 ພ​ຣະ​ອົງ​ຊົງ​ເຮັດບ​າງ​ສິ່ງ​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ໃຫ້​ຫມູ່​ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເອົາ​ມາ​ຖຽງ​ກັນ, ແລະ​ບັນ​ດາ​ສັດ​ຕຣູຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ພາ​ກັນ​ຫົວ​ຂວັນ​ກັນ​ໃນ​ເລື່ອງ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ.
\s5
\v 7 ​ຂ້າ​ແດ່​ພ​ຣະ​ເຈົ້າ​ອົງ​ຣິ​ທາ​ນຸ​ພາບ, ​ຂໍ​ຊົງ​ຮື້​ຟື້ນ​ຂ້​າ​ນ້ອຍ​ທັງ​ຫລາຍ; ຂໍ​ພຣະພັກ​ຂອງ​ພ​ຣະ​ອົງ​ສົ່ງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ພົ້ນ.
\v 8 ພ​ຣະ​ອົງ​ໄດ້​ຊົງ​ນຳ​ເຄືອ​ອະ​ງຸ່ນ​ອອກ​ຈາກ​ເອ​ຢິບ; ພ​ຣະ​ອົງ​ໄດ້​ຊົງ​ຂັບ​ໄລ່​ບັນ​ດາ​ປະ​ຊາ​ຊາດ​ອອກ​ໄປ​ແລະ​ໄດ້​ຊົງ​ປູກ​ເຄືອ​ອະ​ງຸ່ນ​ໄວ້.
\s5
\v 9 ​ພ​ຣະ​ອົງ​ໄດ້​ຊົງ​ຕຣຽມ​ແຜ່ນ​ດິນ​ໃຫ້​ໂລ່ງ​ໄວ້​ສຳ​ຫລັບ​ມັນ; ມັນ​ກໍ​ໄດ້​ຢັ່ງ​ຮາກ​ເລິກ​ແລະ​ໄດ້​ແຜ່​ເຕັມ​ແຜ່ນ​ດິນ.
\v 10 ບັນ​ດາ​ພູ​ເຂົາ​ໄດ້​ຖືກ​ປົກ​ຄຸມ​ດ້ວຍ​ບັນ​ດາ​ກິ່ງ​ກ້ານ​ຂອງ​ມັນ,​ຕົ້ນ​ແຄນ​ຂອງ​ພ​ຣະ​ເຈົ້າ​ໂດຍ​ສາ​ຂາ​ຂອງ​ມັນ.
\v 11 ມັນ​ໄດ້​ແຜ່​ກິ່ງ​ຂອງ​ມັນ​ໄປ​ໄກ​ຮອດ​ທະ​ເລ ແລະ​ບັນ​ດາ​ຫນໍ່​ຂອງ​ມັນ​ໄປ​ຮອດ​ແມ່​ນ້ຳ​ເອີ​ຟ​ຣັດ.
\s5
\v 12 ​ເຫດໃດພ​ຣະ​ອົງ​ໄດ້​ຊົງ​ພັງ​ກຳ​ແພງ​ຂອງ​ມັນ​ລົງ ເພື່ອ​ໃຫ້​ພວກ​ເຂົາ​ທັງ​ຫມົດ​ທີ່​ຜ່ານ​ທາງ​ໄດ້​ລັກ​ເອົາ​ຫມາກ​ຂອງ​ມັນ.
\v 13 ບັນ​ດາ​ຫມູ​ປ່າ​ກໍ​ອອກ​ຈາກ​ດົງ​ຢຽບ​ຢ່ຳ​ມັນ, ​ແລະ​ບັນ​ດາ​ສັດ​ປ່າ​ໃນ​ທ້ອງ​ທົ່ງ​ກໍ​ກິນ​ມັນ​ເປັນ​ອາ​ຫານ.
\s5
\v 14 ຂ້າແດ່ພຣະເຈົ້າ, ອົງຊົງຣິດອຳນາດຍິ່ງໃຫຍ່; ຂໍ​ຊົງ​ແນມ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ​ແລະ​ຊົງ​ສັງ​ເກດ​ແລະ​ດູ​ແລ​ເຄືອ​ອະ​ງຸ່​ນ​ນີ້​ດ້ວຍ​ເຖີດ.
\v 15 ນີ້ຄື​ເບ້ຍອະງຸ່ນ​ທີ່​ມື​ຂວາ​ຂອງ​ພ​ຣະ​ອົງ​ໄດ້​ຊົງ​ປູກ​ໄວ້, ຄື​ຫນໍ່​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ເຕີບ​ໃຫຍ່.
\v 16 ມັນ​ໄດ້​ຖືກ​ເຜົາເສຍ​ແລະ​ໄດ້​ຖືກ​ຕັດ​ລົງ​ພວກ​ມັນ​ທຳ​ລາຍ​ໄປ​ເພາະ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ.
\s5
\v 17 ​ຂໍ​ພຣະຫັດຂອງ​ພ​ຣະ​ອົງ​ຢູ່​ເຫນືອ​ຄົນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພ​ຣະ​ອົງ, ເຫນືອ​ບຸດ​ມະ​ນຸດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ແຂງ​ແຮງ​ເພື່ອ​ພ​ຣະ​ອົງ​ເອງ.
\v 18 ແລ້ວ​ຂ້າ​ນ້ອ​ຍ​ທັງ​ຫລາຍ​ຈະ​ບໍ່​ຫັນ​ໄປ​ຈາກ​ພ​ຣະ​ອົງ; ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຮ້ອງທູນອອກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ.
\s5
\v 19 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຈອມໂຍທາ, ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ທັງ​ຫລາຍ; ຂໍ​ພຣະພັກ​ຂອງ​ພ​ຣະ​ອົງ​ສົ່ງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ໄດ້ພົ້ນ.
\s5
\c 81
\cl ບົດທີ 81
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ແບບ​ກິດ​ຕິດ. ບ​ົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ.
\v 1 ​ຈົ່ງ​ຮ້ອງ​ເພງ​ແດ່​ພ​ຣະ​ເຈົ້າ​ພຣະກຳ​ລັງ​ຂອງ​ເຮົາ​ດ້ວຍ​ສຽງ​ດັງ; ຈົ່ງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ແດ່​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ.
\v 2 ຈົ່ງ​ຮ້ອງ​ເພງ​ແລະ​ຕົບແສ່ງ, ຈົ່ງ​ຮ້ອງ​ເພງ​ຊື່ນ​ບານ​ພ້ອມ​ກັບ​ພິນ.
\v 3 ຈົ່ງ​ເປົ່າ​ເຂົາ​ແກະ​ໂຕ​ຜູ້​ໃນ​ວັນ​ເດືອນອອກໃຫມ່​, ແລະ​ດວງຈັນເຕັມດວງ, ເມື່ອວ​ັນ​ເທ​ສະ​ການ​ລ້ຽງ​ຂອງ​ເຮົາ​ໄດ້​ເລີ່ມ​ຂຶ້ນ.
\s5
\v 4 ​ເພາະ​ນີ້​ຄື​ກົດ​ບັນ​ຍັດຂອງ​ອິ​ສະ​ຣາ​ເອນ, ເປັນ​​ຂໍ້​​ຄຳ​ສັ່ງ​ທີ່​ພ​ຣະ​​ເ​ຈົ້າ​ຂອງ​ຢາ​ໂຄບ​ໄດ້​ຊົງ​ປຣະ​ທານ​ໃຫ້.
\v 5 ພ​ຣະ​ອົງ​ໄດ້​ຊົງ​ຕັ້ງໃຫ້​ເປັນກົດ​ບັນ​ຍັດໃນ​ໂຢ​ເຊັບ ເມື່ອ​ພ​ະ​ອົງ​ໄດ້​ສະເດັດອອກ​ໄປ​ໂຈມ​ຕີ​ແຜ່ນ​ດິນເ​ອ​ຢິບ, ​ຊຶ່ງ​ຂ້າ​ນ້ອຍ​ໄດ້​ຍິນ​ສຽງ​ເວົ້າ​ທີ່​ຂ້າ​ນ້ອຍ​ບໍ່​ຮູ້​ຈັກ.
\s5
\v 6 "ເຮົາ​ໄດ້​ປົດ​ພາ​ຣະ​ຈາກ​ບ່າ​ຂອງ​ເຂົາ; ມື​ຂອງ​ເຂົາ​ໄດ້​ພົ້ນ​ຈາກ​ການ​ຖື​ກະ​ຕ່າ.
\v 7 ເຈົ້າ​ໄດ້​ຮ້ອງບອກ​ໃນ​ຄວາມ​ທຸກ​ໃຈ​ຂອງ​ເຈົ້າ, ແລະ​ເຮົາ​ໄດ້​ຊ່ວຍ​ເຈົ້າ; ເຮົາ​ໄດ້​ຕອບ​ເຈົ້າ​ຈາກ​ເມກ​ຄະ​ນອງ​ທີ່​ມືດ​ທຶບ. ເຮົາ​ໄດ້​ທົດ​ສອບ​ເຈົ້າ​ທີ່​ນ້ຳ​ແຫ່ງ​ເມ​ຣີ​ບາ. ເສ ລາ
\s5
\v 8 ຈົ່ງ​ຟັງ, ​ປະ​ຊາ​ກອນ​ຂອງ​ເຮົາ​ເອີຍ, ເພາະ​ເຮົາ​ຕັກ​ເຕືອນ​ເຈົ້າ, ອິ​ສະ​ຣາ​ເອນ​ເອີຍ ຖ້າ​ພຽງ​ແຕ່​ເຈົ້າ​ຈະ​ຟັງ​ເຮົາ!
\v 9 ຕ້ອງ​ບໍ່​ມີ​ພ​ະເຈົ້າ​ຕ່າງ​ດ້າວ​ໃດ​ທ່າມ​ກາງ​ພວກ​ເຈົ້າ​ເລີຍ; ເຈົ້າ​ຕ້ອງ​ບໍ່​ນະ​ມັ​ສະ​ການ​ພ​ະເຈົ້າ​ຕ່າງ​ດ້າວ​ໃດໆ.
\v 10 ເຮົາ​ຄື​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຈົ້າ, ຜູ້​ໄດ້​ພາ​ເຈົ້າ​ອອກ​ມາ​ຈາກ​ແຜ່ນ​ດິນເ​ອ​ຢິບ ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ​ໃຫ້​ກວ້າງ. ແລະ​ເຮົາ​ຈະ​ປ້ອນ​ໃຫ້​ອີ່ມ.
\s5
\v 11 ແຕ່​ປະ​ຊາ​ກອນ​ຂອງ​ເຮົາ​ບໍ່​ໄດ້​ຟັງ​ບັນ​ດາ​ຖ້ອຍ​ຄຳ​ຂອງ​ເຮົາ; ອິ​ສະ​ຣາ​ເອນ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ.
\v 12 ດັ່ງ​ນັ້ນ​ເຮົາ​ຈຶ່ງ​ໄດ້​ປ່ອຍ​ພວກ​ເຂົາ​ໄປ​ຕາມ​ທາງ​ທີ່​ດື້​ດ້ານ​ຂອງ​ພວກ​ເຂົາ​ເອງ ເພື່ອ​ທີ່​ພວກ​ເຂົາ​ຈະ​ໄດ້​ເຮັດ​ຕາມ​ທີ່​ພວກ​ເຂົາ​ເຫັນ​ວ່າ​ຖືກ​ຕ້ອງ.
\s5
\v 13 ​ໂອ, ປະ​ຊາ​ກອນ​ເຮົາ​ຄ​ວນ​ຈະ​ຟັງ​ເຮົາ; ໂອ, ປະ​ຊາ​ກອນ​ຂອ​ງ​ເຮົາ​ຄວນ​ຈະ​ຍ່າງ​ໃນ​ບັນ​ດາ​ທາງ​ຂອງ​ເຮົາ.
\v 14 ແລ້ວ​ເຮົາ​ກໍ​ຈະ​ປາບ​ສັດ​ຕຣູ​ຂອງ​ພວກ​ເຂົາ​ໃນ​ທັນ​ໃດ ແລະ​ຈະ​ຫັນ​ມື​ຂອງ​ເຮົາ​ຕໍ່​ສູ້​ບັນ​ດາ​ຜູ້​ຂົ່ມ​ເຫັງ​ພວກ​ເຂົາ.
\s5
\v 15 ​ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ພ​ຣະ​ຢາ​ເວ​ກົ້ມ​ຕົວ​ລົງ​ດ້ວຍ​ຄວາມ​ຢ້ານ​ຕໍ່​ຫນ້າ​ພ​ຣະ​ອົງ! ຂໍ​ໃຫ້​ພວກ​ເຂົາ​ໄດ້​ອັບ​ອາຍ​ເປັນ​ນິດ.
\v 16 ເຮົາ​ຈະ​ລ້ຽງ​ອິສະ​ຣາ​ເອນ​ດ້ວຍ​ເຂົ້າ​ສາ​ລີ​ຢ່າງດີ; ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອີ່ມ​ໃຈ​ດ້ວຍ​ນ້ຳເ​ຜິ້ງ​ທີ່​ອອກ​ມາ​ຈາກ​ຫີນ."
\s5
\c 82
\cl ບົດທີ 82
\p
\v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ. ພຣະເຈົ້າ, ຊົງປຣະທັບໃນ​ທີ່ຊຸມນຸມຂອງພຣະເຈົ້າ; ໃນທ່າມ​ກາງ​ບັນ​ດາ​ພ​ະເຈົ້າ​ທັງ​ຫລາຍ ພ​ຣະ​ອົງ​ຊົງ​ຕັດ​ສິນ.
\v 2 ເຈົ້າ​ທັງ​ຫລາຍ​ຈະ​ຕັດ​ສິນ​ຢ່າງ​ຍຸ​ຕິ​ທັມແລະ​ເຊົາ​ເຂົ້າ​ຂ້າງ​ຄົນ​ຊົ່ວ​ອີກ​ດົນ​ປານ​ໃດ? ເສລາ
\s5
\v 3 ​ຈົ່ງ​ປົກ​ປ້ອງ​ຄົນ​ຍາກ​ຈົນ​ແລະ​ເດັກ​ກຳ​ພ້າ; ຈົ່ງ​ປົກ​ປ້ອງ​ສິດ​ຂອງ​ຜູ້​ທຸກ​ຍາກ​ແລະ​ຜູ້​ຂັດ​ສົ​ນ.
\v 4 ຈົ່ງ​ຊ່ວຍ​ຄົນ​ຍາກ​ຈົນ​ແລະ​ຄົນ​ຂັດ​ສົນ​ໃຫ້​ພົ້ນ​ພັຍ; ຈົ່ງ​ເອົາ​ພວກ​ເຂົາ​ອອກ​ຈາກ​ເງື້ອມ​ມື​ຂອງ​ຄົນ​ຊົ່ວ.
\s5
\v 5 ​ພວກ​ເຂົາ​ບໍ່​ຮູ້​ແລະ​ບໍ່​ເຂົ້າ​ໃຈ; ພວກ​ເຂົາ​ເລາະ​ໄປ​ໃນ​ຄວາມ​ມືດ; ບັນ​ດາ​ຮາກ​ຖານ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ກໍ​ຫວັ່ນ​ໄຫວ.
\s5
\v 6 ​ເຮົາ​ໄດ້​ກ່າວ​ວ່າ, "ເຈົ້າ​ທັງ​ຫລາຍ​ເປັນ​ພ​ະເຈົ້າທັງຫລາຍ, ເປັນ​ບັນ​ດາ​ລູກ​ຂອງ​ອົງ​ຜູ້​ສູງ​ສຸດ.
\v 7 ເຖິງ​ປານ​ນັ້ນ​ກໍ​ຕາມ ພວກ​ເຈົ້າ​ກໍ​ຈະ​ຕາຍ​ຢ່າງ​ມະ​ນຸດ​ແລະ​ລົ້ມ​ລົງ​ດັ່ງ​​ໃນ​ບັນ​ດາ​ເຈົ້າ​ນາຍ​ທັງ​ຫລາຍ."
\s5
\v 8 ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ລຸກ​ຂຶ້ນ​ຕັດ​ສິນ​ແຜ່ນ​ດິນ​ໂລກ, ເພາະ​ບັນ​ດາ​ປະ​ຊາ​ຊາດ​ທັງ​ຫມົດ​ເປັນ​ມໍ​ຣະ​ດົກ​ຂອງ​ພ​ຣ​ະ​ອົງ.
\s5
\c 83
\cl ບົດທີ 83
\p
\v 1 ບົດ​ເພງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ.
\v 2 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຢ່າ​ຊົງ​ມິດ​ງຽບ​ຢູ່ ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຢ່າ​ຊົງ​ເສີຍ​ຕໍ່​ຂ້າ​ນ້ອຍ​ທັງ​ຫລາຍ​ແລະ​ມິດ​ງຽບ​ຢ​ູ່. ເບິ່ງ​ເຖີດ, ບັນ​ດ​າ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ກຳ​ລັງ​ສ້າງ​ຄວາມ​ວຸ້ນ​ວາຍ, ແລະ​ບັນ​ດາ​ຜູ້​ທີ່​ຊັງ​ພ​ຣະ​ອົງ​ໄດ້​ຍົກ​ຫົວ​ຂອງ​ພວກ​ເຂ​ົ​າຂຶ້ນ.
\s5
\v 3 ​ເຂົາ​ທັງ​ຫລາຍ​ວາງ​ແຜນ​ຕໍ່​ສູ້​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ ແລະ​ຮ່ວມ​ກັນ​ວາງ​ແຜນ​ຕໍ່​ສ​ູ້​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປົກ​ປ້ອງ​ໄວ້.
\v 4 ເຂົາ​ທັງ​ຫລາຍ​ໄດ້​ເວົ້າ​ວ່າ, "ມາ​ເຖີດ, ໃຫ້​ເຮົາ​ທຳ​ລາຍ​ພວກ​ເຂົາ​ໃນ​ຖາ​ນະ​ທີ່​ເປັນ​ຊົນ​ຊາດ​ຫນຶ່ງ ແລ້ວ​ຊື່​ຂອງ​ອິ​ສະ​ຣາ​ເອນ​ຈະ​ບໍ່​ເປັນ​ທີ່​ຈົດ​ຈຳ​ອີກ​ຕໍ່​ໄປ."
\v 5 ພວກ​ເຂົາ​ໄດ້​ສຸມ​ຫົວ​ກັນ​ວາງ​ແຜນ​ດ້ວຍ​ວິ​ທີ​ດຽວ​ກັນ; ພວກ​ເຂົາ​ໄດ້​ສ້າງ​ພັນ​ທະ​ມິດ​ຂຶ້ນ​ຕໍ່​ສູ້​ ພ​ຣະ​ອົງ.
\s5
\v 6 ​ນີ້​ລວມ​ໄປ​ເຖິງ​ບັນ​ດາ​ເຕັນ​ຂອງ​ເອ​ໂດມ​ແລະ​ຄົນ​ອິຊະ​ມາ​ເອນ, ແລະ​ຄົນ​ໂມ​ອາບ​ແລະ​ຄົນ​ຮັກ​ກິດ, ເປັນ​ຜູ້​ທີ່​ໄດ້​ວາງ​ແຜນ​ຮ່ວມ​ກັນ
\v 7 ເກ​ບານ, ອຳ​ໂມນ, ອາ​ມາ​ເຫລັກ; ແລະ​ລວມ​ໄປ​ເຖິງ​ຟີ​ລິ​ສະ​ຕິນ​ກັບ​ຊາວ​ເມືອງ​ຕີ​ເຣ.
\s5
\v 8 ​ອັດ​ຊີ​ເຣຍກໍສົມ​ທົບ​ພວກ​ເຂົາ​ດ້ວຍ; ພວກ​ເຂົາ​ກຳ​ລັງ​ຊ່ວຍ​ເຫລືອ​ບັນ​ດາ​ຂອງ​ລູກ​ຫລານ​ຂອງ​ໂລດ. ເສ ລາ
\s5
\v 9 ​ຂໍ​ພ​ຣະ​ອົງ​ຊົງ​ເຮັດ​ແກ່​ພວກ​ເຂົາ​ເຫມືອນ​ຢ່າງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ແກ່​ຄົນ​ມີ​ດີ​ອານ, ຢ່າງ​ທີ່​ໄດ້​ຊົງ​ເຮັດ​ແກ່​ສີ​ເສ​ຣາ​ແລະ​ຢາ​ບິນ​ທີ່​ແມ່​ນ້ຳ​ກີ​ໂຊນ.
\v 10 ພວກ​ເຂົາ​ໄດ້​ພິ​ນາດ​ໄປ​ທີ່​ເມືອງ​ເອນ​ໂດ​ເຣ ແລະ​ກາຍ​ເປັນ​ຄື​ປຸ໋ຍ​ຄອກ​ສຳ​ລັບ​ແຜ່ນ​ດິນ​ໂລກ.
\s5
\v 11 ​ຂໍ​ຊົງ​ເຮັດ​ໃຫ້​ພວກ​ຜູ້​ນຳ​ຂອງ​ພວກ​ເຂົາ​ເປັນ​ດັ່ງ​ໂອ​ເຣັບ​ແລະ​ເຊ​ເອັບ, ແລະ​ບັນ​ດາ​ເຈົ້າ​ນາຍ​ທັງ​ຫ​ມົດ​ຂອງ​ພວກ​ເຂົາ​ເປັນ​ດັ່ງ​ເຊ​ບາ​ແລະ​ຊັນ​ມຸນ​ນາ.
\v 12 ພວກ​ເຂົາ​ໄດ້​ກ່າວ​ວ່າ, "ໃຫ້​ເຮົາ​ເອົາ​ບັນ​ດາ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ເຈົ້າ​ມາ​ເປັນ​ຂອງ​ພວກ​ເຮົາ​ເຖີດ."
\s5
\v 13 ຂ້າ​ແດ່​ພ​ຣະ​ເຈົ້າ​, ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ເຮັດ​ໃຫ້​ພວກ​ເຂົາເຫມືອນຂີ້​ຝຸ່ນ​ດິນ​ທີ່​ວົນ​ວຽນ, ເຫມືອນແກ​ບ​ຕໍ່​ຫນ້າ​ລົມ,
\v 14 ເຫມືອນຢ່າງ​ໄຟ​ທີ່​ເຜົາ​ຜານປ່າ​ໄມ້, ແລະ​ຢ່າງ​ແປວ​ໄຟ​ທີ່​ໄຫມ້ເນີນພູ​ເຂົາ​.
\v 15 ຂໍ​ຊົງ​ໄລ່​ຕາມ​ພວກ​ເຂົາ​ໄປ​ດ້ວຍ​ພາ​ຍຸ​ຮຸນ​ແຮງ​ຂອງ​ພ​ຣະ​ອົງ, ແລະ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານ​ກົວ​ດ້ວຍ​ພາ​ຍຸ​ຂອງ​ພ​ຣະ​ອົງ.
\s5
\v 16 ​ຂໍ​ຊົງ​ໃຫ້​ບັນ​ດາ​ໃບ​ຫນ້າ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອາຍ ເພື່ອ​ພວກ​ເຂົາ​ຈະ​ໄດ້​ສະ​ແຫວງ​ຫາ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ, ​ພ​ຣະ​ຢາ​ເວ.
\v 17 ຂໍ​ໃຫ້​ພວກ​ເຂົາ​ອັບ​ອາຍ​ແລະ​ຢ້ານ​ກົວ​ຢູ່​ເປັນ​ນິດ; ໃຫ້​ພວກ​ເຂົາ​ຈິບຫາຍ​ໄປ​ໃນ​ຄວາມ​ອັບ​ປະ​ຍົດ.
\s5
\v 18 ​ແລ້ວ​ພວກ​ເຂົາ​ຈະ​ຮູ້​ວ່າ​ພ​ຣະ​ອົງ​ຜູ້​ດຽວ, ພ​ຣະ​ຢາ​ເວ, ຊົງ​ເປັນ​ຜູ້​ສູງ​ສຸດ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ຫມົດ.
\s5
\c 84
\cl ບົດທີ 84
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕີ; ສົ່ງ​ເຖິງ​ແບບ​ກິດຕິ. ບົດ​ເພງ​ສັນ​ລະ​ເສີນ​ຂອງ​ລູກ​ຊາຍ​ຂອງ​ໂກ​ຣາ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ​ອົງ​ຈອມໂຍທາ, ທີ່​ປະທັບ​ຂອງ ​ພ​ຣະ​ອົງ​ຊ່າງ​ງົດ​ງາມ​ແທ້ໆ!
\v 2 ຂ້າ​ນ້ອຍ​ປາຖະ​ຫນາ​​ຢາກ​ຢູ່​ໃນ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ, ຄວາມ​ປາ​ຖະ​ຫນາ​ຂອງ​ຂ້າ​ນ້ອຍ​ທີ່​ມີ​ຕໍ່​ພ​ຣະ​ວິ​ຫານ​ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ອ່ອນ​ແຮງ. ທັງ​ຈິດ​ໃຈ​ແລະ​ກາຍ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ກຳ​ລັງ​ຮ້ອງ​ຫາ​ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່.
\s5
\v 3 ​ແມ່ນແຕ່​ນົກ​ກະ​ຈອກ​ກໍ​ຫາ​ບ້ານ​ໄດ້​ແລ້ວ​ແລະ​ນົກ​ນາງ​ແອ່ນ​ຫາ​ຮັງ​ສຳ​ລັບ​ຕົວ​ມັນ​ໄດ້, ໃນ​ທີ່​ທີ່​ມັນ​ຈະ​ວາງ​ໄຂ່​ອອກ​ລູກ​ຂອງ​ມັນ​ໃກ້​ກັບ​ບັນ​ດາ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ​ອົງ​ຈອມໂຍທາ ຜູ້​ຊົງ​ເປັນ​ພ​ຣະ​ຣາ​ຊາ​ແລະ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ.
\v 4 ຜູ້​ທີ່​ອາ​ສັຍ​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ກໍ​ເປັນ​ສຸກ; ພວກ​ເຂົາ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຢູ່​ເລື້ອຍ​ໄປ. ເສ ​ລາ
\s5
\v 5 ​ຄົນ​ທີ່​ກຳ​ລັງ​ຂອງ​ເຂົາ​ຢູ່​ໃນ​ພ​ຣະ​ອົງ​ກໍ​ເປັນ​ສຸກ, ໃນ​ຜູ້​ທີ່​ໃຈ​ຂອງ​ເຂົາ​ເປັນ​ບັນ​ດາ​ທາງ​ຫລວງ​ຂຶ້ນ​ໄປ​ຍັງ​ຊີ​ໂອນ.
\v 6 ຂະ​ນະ​ທີ່​ຜ່ານ​ໄປ​ຕາມ​ຮ່ອມພູ​ແຫ້ງແລ້ງແຫ່ງ​ບາກາ, ພວກ​ເຂົາ​ກໍ​ພົບ​ບັນ​ດາ​ນ້ຳ​ພຸ​ທີ່​ຈະ​ດື່ມ. ຝົນ​ຕົ້ນ​ຣະ​ດູ​ປົກ​ຄຸມ​ທີ່​ນັ້ນ​ດ້ວຍ​ພ​ຣະ​ພອນ​ທັງ​ຫລາຍ.
\s5
\v 7 ​ພວກ​ເຂົາ​ໄປ​ດ້ວຍ​ກຳ​ລັງ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ; ພວກ​ເຂົາ​ທຸກ​ຄົນ​ເຂົ້າ​ເຝົ້າ​ຕໍ່​ຫນ້າ​ພ​ຣະ​ເຈົ້າ​ໃນ​ຊີ​ໂອນ.
\v 8 ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຈອມໂຍທາ, ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ; ຂ້າ​ແດ່​ພ​ຣະ​ເຈົ້າຂອງ​ຢາ​ໂຄບ​. ຂໍ​ຊົງ​ຟັງ​ສິ່ງ​ທີ່​ຂ້າ​ນ້ອຍ​ກຳ​ລັງ​ຮ້ອງຂໍ! ເສ ລາ
\v 9 ຂ້າ​ແຕ່​ພ​ຣະ​ເຈົ້າ, ຂໍ​ແນມ​ເບິ່ງ​ໂລ້​ຂ​ອງ​ຂ້າ​ນ້ອຍ​ທັງ​ຫລາຍ; ຂໍ​ຊົງ​ສຳ​ແດງ​ຄວາມ​ຫວ່ງ​ໃຍ​ຕໍ່​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຈີມ​ໄວ້.
\v 10 ເພາະ​ວັນດຽວ​ໃນ​ບໍ​ຣິ​ເວນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ກໍ​ດີກວ່າ​ພັນວັນໃນ​ທີ່​ອື່ນ. ຂ້າ​ນ້ອຍ​ຂໍ​ເປັນ​ຄົນ​ເຝົ້າ​ປະ​ຕູ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ​ດີກວ່າ​ຢູ່​ໃນ​ບັນ​ດາ​ເຕັນ​ຂອງ​ຄົນ​ຊົ່ວ.
\s5
\v 11 ​ເພາະ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຊົງ​ເປັນ​ດວງ​ອາ​ທິດ​ແລະ​ປັນ​ໂລ້​ຂອງ​ເຮົາ; ພ​ຣະ​ຢາ​ເວ​ຈະ​ຊົງ​ປຣະ​ທານ​ພ​ຣະ​ຄຸນ​ແລະ​ສັກ​ສີ; ພ​ຣະ​ອົງ​ບໍ່​ໄດ້​ຊົງ​ຫນ່ຽວລັ້ງ​ສິ່ງ​ທີ່​ດີ​ອັນ​ໃດ​ຈາກ​ບັນ​ດາ​ຜູ້​ທີ່​ດຳ​ເນີນ​ໃນ​ຄວາມ​ຊື່​ສັດ​ສຸ​ຈະ​ລິດ.
\v 12 ຂ້າ​ແດ່​ພ​ຣະ​ຢາ​ເວ​ອົງຈອມໂຍທາ, ຄົນ​ທີ່​ວາງ​ໃຈ​ໃນ​ພ​ຣະ​ອົງ​ກໍ​ເປັນ​ສຸກ.
\s5
\c 85
\cl ບົດທີ 85
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂກ​ຣາ.
\v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ຄວາມ​ເມດ​ຕາ​ແກ່​ແຜ່ນ​ດິນ​ຂອ​ງ​ພ​ຣະ​ອົງ; ພ​​ຣະ​ອົງ​ໄດ້​ຊົງ​ຮື້​ຟື້ນ​ຄວາມ​ເປັນ​ຢູ່​ທີ່​ດີ​ຂອງ​ຢາ​ໂຄບ.
\v 2 ພ​ຣະ​ອົງ​ໄດ້​ຊົງ​ຍົກ​ໂທດ​ຄວາມ​ບາບ​ຂອງ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ໄດ້​ປົກປິດ​ຄວາມ​ບາບ​ທັງ​ຫມົດ​ຂອງ​ພວກ​ເຂົາ. ເສ​ ລາ
\s5
\v 3 ​ພ​ຣະ​ອົງ​ໄດ້​ຊົງ​ກຳຈັດ​ຄວາມ​ໂຫດ​ຮ້າຍ​ທັງ​ຫມົດ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ຊົງ​ຫັນ​ຈາກ​ຄວາມ​ໃຈ​ຮ້າຍ​ອັນ​ຮ້ອນ​ແຮງ​ຂອງ​ພ​ຣະ​ອົງ.
\v 4 ຂ້າ​ແດ່​ພ​ຣະ​ເຈົ້າແຫ່ງ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍໃຫ້ກັບຄືນສູ່ສະພາບດີ, ຂໍຊົງລະງັບຄວາມຮ້າຍທີ່ມີຕໍ່ຂ້ານ້ອຍທັງຫລາຍ.
\v 5 ພ​ຣະ​ອົງ​ຈະ​ໃຈ​ຮ້າຍ​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ນິ​ດ​ບໍ່? ພ​ຣະ​ອົງ​ຈະ​ຊົງ​ໃຫ້​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ໄປ​ຈົນ​ເຖິງ​ຊົ່ວ​ອາ​ຍຸ​ໃນ​ອາ​ນາ​ຄົດ​ບໍ່?
\s5
\v 6 ພຣະອົງຈະບໍ່ຊົງຮື້ຟື້ນພວກຂ້ານ້ອຍຂື້ນອີກບໍ? ເພື່ອ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ຈະ​ຊື່ນ​ຊົນ​ຍິນ​ດີ​ໃນ​ພ​ຣະ​ອົງ.
\v 7 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ສຳ​ແດງ​ຄວາມ​ຊື່​ສັດ, ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ.
\s5
\v 8 ​ຂ້າ​ນ້ອຍ​ຈະ​ຟັງ​ສິ່ງ​ທີ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ກ່າວ, ເພາະ​ພ​ຣະ​ອົງ​ຈະ​ຊົງ​ສ້າງ​ສັນ​ຕິ​ພາບ​ກັບ​ປະ​ຊາກອ​ນ​ຂອງ​ພ​ຣະ​ອົງ. ຄື​ແກ່​ບັນ​ດາ​ຜູ້​ທີ່​ຕິດ​ຕາມ​ພ​ຣະ​ອົງ​ຢ່າງ​ຊື່​ສັດ ແຕ່​ສະ​ນັ້ນ​ກໍ​ຕາມ ພວກ​ເຂົາ​ຕ້ອງ​ບໍ່​ຫັນ​ກັບ​ໄປ​ສູ່​ບັນ​ດາ​ທາງ​ແຫ່ງ​ຄວາມ​ໂງ່ອີກ.
\v 9 ທີ່​ຄວາມລອດ​ຂອງ​ພ​ຣະ​ອົງ​ຢູ່​ໃກ້​ຄົນ​ທີ່​ຢຳ​ເກງ​ພ​ຣະ​ອົງ; ເພື່ອ​ສະ​ງ່າ​ຣາ​ສີ​ຈະ​ດຳ​ຣົງ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ.
\s5
\v 10 ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ແລະ​ຄວາມ​ແທ້​ຈິງ​ໄດ້​ມາ​ພໍ້​ກັນ​; ຄວາມ​ຊອບ​ທັມ​ແລະ​ສັນ​ຕິ​ພາບ​ໄດ້​ຈູບ​ກັນ​ແລ​ະ​ກັນ.
\v 11 ຄວາມ​ແທ້​ຈິງ​ກໍ​ງອກ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ, ແລະ​ຄວ​າມ​ຊອບ​ທັມ​ກໍ​ແນມ​ລົງ​ມາ​ຈາກ​ທ້ອງ​ຟ້າ.
\s5
\v 12 ແມ່ນ​ແລ້ວ, ພ​ຣະ​ຢາ​ເວ​ຈະ​ປຣະ​ທານ​ບັນ​ດາ​ພ​ຣະ​ພອນ​ທີ່​ດີ, ແລະ​ແຜ່ນ​ດິນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຜະ​ລິດ​ຜົນ​ຂອງ​ມັນ​ອອກ​ມາ.
\v 13 ຄວາມ​ຊອບ​ທັມຈະ​ນຳ​ຫນ້າ​ພ​ຣະ​ອົງ​ແລະ​ຕຣຽມ​ຫົນ​ທາງ​ໄວ້​ສຳ​ຫລັບ​ກ້າວ​ຍ່າງ​ຂອງ​ພ​ຣະ​ອົງ.
\s5
\c 86
\cl ບົດທີ 86
\p
ຄຳ​ອະ​ທິ​ຖານ​ຂອງ​ດາ​ວິດ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຮັບ​ຟັງ, ແລະ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ, ​ເພາະ​ຂ້າ​ນ້ອຍ​ຍາກ​ຈົນ​ແລະ​ຖືກ​ກົດ​ຂີ່.
\v 2 ຂໍ​ຊົງ​ຄຸ້ມ​ຄອງ​ຂ້າ​ນ້ອຍ​ເພາະ​ຂ້າ​ນ້ອຍ​ເປັນ​ຜູ້​ຈົງ​ຮັກ​ພັກ​ດີ, ຂ້າ​ແດ່​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ​ຂໍ​ຊົງ​ຊ່ວຍ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃຫ້​ພົ້ນ​ຄື​ຜູ້​ທີ່​ວາງ​ໃຈ​ໃນ​ພ​ຣະ​ອົງ.
\s5
\v 3 ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍ​ຊົງ​ເມດຕາຕໍ່​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ຮ້ອງທູນ​ຕໍ່​ພ​ຣະ​ອົງ​ວັນ​ຍັງ​ຄ່ຳ.
\v 4 ຂໍ​ຊົງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຍິນ​ດີ, ຂ້າ​ແດ່​ພ​ຣ​ະ​ຜູ້​ເປັນ​ເຈົ້າ, ເພາະ​ຂ້າ​ນ້ອຍ​ອະ​ທິ​ຖານ​ຕໍ່​ພ​ຣະ​ອົງ.
\s5
\v 5 ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ອົງ​ຊົງ​ປະ​ເສີດ, ແລະ​ຊົງ​ພ້ອມ​ທີ່​ຍົກໂທດແລະໃຫ້​ອະ​ພັຍ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ພ​ຣະ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່​ແກ່​ບັນ​ດາ​ຜູ້​ທີ່​ພາວັນນາອະທິຖານຕໍ່​ພ​ຣະ​ອົງ​ທັງ​ຫມົດ.
\v 6 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​​ຟັງສຽງ​ວິງວອນ​ຂອງ​ຂ້າ​ນ້ອຍ.
\v 7 ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ອົງ​ໃນ​ວັນ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ຂອງ​ຂ້າ​ນ້ອຍ, ເພາະ​ພ​ຣະ​ອົງ​ຈະ​ຊົງ​ຕອບ​ຂ້າ​ນ້ອຍ ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ.
\s5
\v 8 ​ໃນ​ບັນ​ດາ​ພ​ະເຈົ້າ​ທັງ​ຫລາຍ ບໍ່​ມີ​ຜູ້​ໃດ​ທຽບ​ກັບ​ພ​ຣະ​ອົງ​ໄດ້ ບໍ່​ມີ​ການ​ກະ​ທຳ​ໃດໆ, ທີ່​ເປັນ​ຄື​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ.
\v 9 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ບັນ​ດາ​ຊົນ​ຊາດ​ທັງ​ຫມົດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຈະ​ມາ​ແລະ​ກາບ​ລົງ​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ, ພວກ​ເຂົາ​ຈະ​ເທີດ​ທູ​ນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ.
\s5
\v 10 ​ເພາະ​ພ​ຣະ​ອົງ​ຊົງ​ຍິ່ງ​ໃຫຍ່​ແລະ​ຊົງ​ເຮັດ​ການ​ອັ​ສະ​ຈັນ​ຕ່າງໆ; ພ​ຣະ​ອົງ​ແຕ່​ຜູ້​ດຽວ​ຊົງ​ເປັນ​ພ​ຣະ​ເຈົ້າ.
\v 11 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ສອນ​ບັນ​ດາ​ສິ່ງ​ທີ່​ຢາກ​ໃຫ້​ເຮັດ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. ແລ້ວ​ຂ້າ​ນ້ອຍ​ຈະ​ດຳ​ເນີນ​ໃນ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ. ຂໍ​ຊົງ​ລວມ​ໃຈ​ຂອງ​ຂ້າ​ນ້ອຍ​ເປັນ​ໃຈ​ດຽວ​ເພື່ອ​ເຄົາ​ຣົບ​ຢຳ​ເກງ​ຕໍ່​ພ​ຣະ​ອົງ.
\v 12 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ພ​ຣະ​ອົງ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ; ຂ້າ​ນ້ອຍ​ຈະ​ເທີດ​ທູນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ເປັນ​ນິ​ດ.
\s5
\v 13 ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ຊົງ​ມີ​ຕໍ່​ຂ້າ​ນ້ອຍ​ນັ້ນ​ໃຫຍ່​ຫລາຍ; ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຈາກ​ທີ່​ເລິກ​ຂອງ​ແດນ​ຄົນ​ຕາຍ.
\v 14 ຂ້າ​ແດ່​ພ​ຣະ​ເຈົ້າ, ຄົນ​ຈອງ​ຫອງ​ໄດ້​ລຸກ​ຂຶ້ນ​ຕໍ່​ສ​ູ້ຂ້າ​ນ້ອຍ ກຸ່ມ​ຄົນ​ໂຫດ​ຮ້າຍ​ມຸ້ງ​ເອົາ​ຊີ​ວິດ​ຂ້າ​ນ້ອຍ. ພວກ​ເຂົາ​ບໍ່​ເຄົາ​ຣົບ​ຢຳ​ເກງ​ພ​ຣະ​ອົງ​ເລີຍ.
\s5
\v 15 ​ຂ້າ​ແດ່ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ແຕ່​ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ, ​ແຫ່ງ​ພ​ຣະ​ເມດຕາ​ແລະຊົງ​ພ​ຣະ​ຄຸນ, ບໍ່ຮ້າຍ​ງ່າຍ ແລະ​ຊົງ​ອຸ​ດົມ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ແລະ​ຄວາມ​ສັດ​ຈິງ.
\v 16 ຂໍ​ຊົງ​ຫັນ​ມາ​ຫາ​ຂ້າ​ນ້ອຍ​ແລະ​ຊົງ​ພ​ຣະ​ເມດ​ຕາ​ຂ້າ​ນ້ອຍ​ດ້ວຍ​ເຖີດ; ຂໍ​ຊົງ​ປຣະ​ທານ​ພ​ຣະ​ກຳ​ລັງ​ຂອງ​ພ​ຣະ​ອົງ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ; ແລະ​ຂໍ​ຊົງ​ຊ່ວຍ​ລູກຊາຍຂອງຍິງຄົນຮັບໃຊ້ຂອງພຣະອົງໃຫ້ພົ້ນ.
\v 17 ຂໍ​ຊົງ​ສຳ​ແດງ​ຫມາຍ​ສຳ​ຄັນ​ແຫ່ງຄວາມ​ເມດ​ຕາ​ແກ່​ຂ້າ​ນ້ອຍ. ເພື່ອ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ຈະ​ເຫັນ​ແລ້ວ​ອັບ​ອາຍ​ເພາະພ​ຣະ​ອົງ, ຄື​ພ​ຣະ​ຢາ​ເວ ໄດ້​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ​ແລະ​ໄດ້​ຊົງ​ປອບ​ໃຈ​ຂ້າ​ນ້ອຍ.
\s5
\c 87
\cl ບົດທີ 87
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ໂກ​ຣາ; ບົດ​ເພງ.
\v 1 ມີ​ເມືອງ​ທີ່​ຕັ້ງ​ໄວ້​ເທິງ​ພູ​ເຂົາ​ສັກ​ສິດ​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ວາງ​ຮາກ​ຖານ​ໄວ້;
\v 2 ພ​ຣະ​ຢາ​ເວ​ຊົງ​ຮັກ​ບັນ​ດາ​ປະ​ຕູ​ຂອງ​ຊີ​ໂອນ​ຫລາຍ​ຍິ່ງກວ່າ​ບັນ​ດາ​ເຕັນ​ຂອງ​ຢາ​ໂຄບ​ທັງ​ຫມົດ.
\v 3 ໂອ ເມືອງ​ຂອງ​ພ​ຣະ​ເຈົ້າ​ເອີຍ, ບັນ​ດາ​ສິ່ງ​ທີ່​ມີ​ສະ​ຫງ່າ​ຣາ​ສີ​ຕ່າງ​ກ່າວ​ເຖິງ​ນາງ. ເສລາ
\s5
\v 4 "ເຮົາ​ໄດ້​ເວົ້າ​ເຖິງ​ຣາ​ຫັບ​ແລະ​ບາ​ບີ​ໂລນ​ແກ່​ບັນ​ດາ​ຜູ້​ຕິດ​ຕາມ​ເຮົາ. ເບິ່ງ​ເຖີດ, ມີ​ຟີ​ລິ​ສະ​ຕິນ, ແລະ​ຕີ​ເຣ, ພ້​ອມ​ກັບ​ເອ​ທີ​ໂອ​ເປຍ- ແລະ​ຈະ​ກ່າວ​ວ່າ, 'ຜູ້​ນີ້​ໄດ້​ເກີດ​ທີ່​ນັ້ນ."
\s5
\v 5 ສ່ວນ​ພູເຂົາຊີ​ໂອນ​ກໍ​ຈະ​ກ່າວ​ວ່າ, "ບັນດາຊົນຊາດ​ທັງຫລາຍເປັ​ນຂອງພູນີ້; ແລະ​ອົງ​ຜູ້ຊົງຣິທານຸພາບ​ສູງ​ສຸດ​​ຈະ​ຊົງ​ເຮັດໃຫ້ເຂັ້ມແຂງຂຶ້ນ."
\v 6 ພ​ຣະ​ຢາ​ເວຊົງ​ບັນ​ທຶກ​ໄວ້​ໃນ​ປື້ມ​ທະ​ບຽນ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ​ວ່າ, "ຜູ້​ນີ້​ໄດ້​ເກີດ​ທີ່​ນັ້ນ."ເສລາ
\s5
\v 7 ດັ່ງ​ນັ້ນ​ບັນ​ດາ​ນັກ​ຮ້ອງ​ແລະ​ນັກ​ເຕັ້ນ​ກ່າວ​ພ້ອມ​ກັນ​ວ່າ, "ນ້ຳ​ພຸ​ທັງ​ຫມົດ​ຂອງ​ເຮົາ​ຢູ່​ໃນ​ພູເຂົາຊີໂອນ."
\s5
\c 88
\cl ບົດທີ 88
\p
ບົດ​ເພງ, ບົດ​ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂກຣາ; ສຳ​ລັບ​ຄະ​ນະ​ນົກ​ດົນ​ຕຣີ; ສົ່ງ​ເຖິງ​ແບບ​ມາ​ຫາ​ລາດ ເລນອນ. ແບບ​ຂອງ​ເຮ​ມານ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຮ້ອງຫາ​​ພ​ຣະ​ອົງ​​ຕໍ່​ຫນ້າ​ພ​ຣະ​ອົງ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ.
\v 2 ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ສົນ​ໃຈ​ຕໍ່​ສຽງ​ຮ້ອງຂໍ​ຂອງ​ຂ້າ​ນ້ອຍ.
\s5
\v 3 ເພາະ​ຂ້າ​ນ້ອຍ​ໄດ້​ເຕັມ​ໄປ​ດ້ວຍ​ບັນ​ດາ​ຄວາມ​ທຸກ​ຍາກ​ລຳ​ບາກ, ແລະ​ຊີ​ວິ​ດ​ຂອງ​ຂ້າ​ນ້ອຍ​ໄດ້​ລົງ​ໄປ​ເຖິງ​ແດນ​ຄົນ​ຕາຍ.
\v 4 ບັນ​ດາ​ຜູ້​ຄົນ​ຕ່າງ​ປະ​ຕິ​ບັດ​ຕໍ່​ຂ້າ​ນ້ອຍ​ຄື​ຜູ້​ທີ່​ລົງ​ໄປ​ຍັງຫ​ລຸມ​ແຫ່ງ​ຄວາມ​ຕາ​ຍ; ຂ້າ​ນ້ອຍ​ເປັນ​ຊາຍ​ຄົນ​ຫນຶ່ງ​ທີ່​ບໍ່​ມີ​ກຳ​ລັງ.
\s5
\v 5 ​ຂ້າ​ນ້ອຍ​ໄດ້​ຖືກ​ຖິ້ມ​ໄວ້​ທ່າມ​ກາງ​ຄົນ​ຕາຍ; ຂ້າ​ນ້ອຍ​ເປັນ​ຄື​ຄົນ​ຕາຍ​ທີ່ນອນ​ຢູ່​ໃນຂຸມຝັງ​ສົບ, ເປັນ​ຜູ້​ທີ່​ພ​ຣະ​ອົງ​ບໍ່​ສົນ​ໃຈ​ອີກ​ຕໍ່​ໄປ​ເພາະ​ພວກ​ເຂົາ​ຖືກ​ຕັດ​ອອກ​ຈາກ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ.
\v 6 ພ​ຣະ​ອົງ​ຊົງ​ວາງ​ຂ້າ​ນ້ອຍ​ໄວ້​ໃນຂຸມທີ່ເລິກສຸດ, ຂອງ​ຂຸມ​ແຫ່ງ​ຄວາມ​ຕາຍ ໃນ​ບັນ​ດາ​ແດນ​ທີ່​ມືດ​ແລະ​ຫນາ.
\s5
\v 7 ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ທັບເຕັງຢ່າງຫນັກ​ເທິງ​ຂ້າ​ນ້ອຍ, ແລະ​ບັນ​ດາ​ຄື້ນ​ແຫ່ງຄວາມໂກດຮ້າຍຂອງ​ພ​ຣະ​ອົງ​ທັງ​ຫມົດ​ໄດ້​ຊັດ​ຖ້ວມ​ຂ້າ​ນ້ອຍ. ເສ ລາ
\s5
\v 8 ​ເປັນ​ເພາະ​ພ​ຣະ​ອົງ, ບັນ​ດາ​ຫມູ່ເພື່ອນຂອງ​ຂ້າ​ນ້ອ​ຍ​ຈຶ່ງ​ໄດ້​ເຫີນ​ຫ່າງ​ຈາກ​ຂ້າ​ນ້ອຍ. ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ເປັນ​ພາບ​ທີ່​ຫນ້າ​ຕົກ​ໃຈ​ຕໍ່​ພວກ​ເຂົາ. ຂ້າ​ນ້ອຍ​ຖືກ​ຂັງ​ໄວ້​ແລະ​ຂ້າ​ນ້ອຍ​ຫນີ​ອອກ​ໄປ​ບໍ່​ໄດ້.
\s5
\v 9 ​ດວງ​ຕາ​ຂອງ​ຂ້າ​ນ້ອຍ​ອິ​ດ​ເມື່ອຍ​ໄປ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ; ຂ້າ​ແຕ່​ພ​ຣະ​ຢາ​ເວ; ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ອົງ​ວັນ​ຮອດ​ຄ​່ຳ ຂ້າ​ນ້ອຍ​ຍື່ນ​ມື​ຂອງ​ຂ້າ​ນ້ອຍ​ອອກ​ຕໍ່​ພ​ຣະ​ອົງ.
\v 10 ພ​ຣະ​ອົງ​ຈະ​ຊົງ​ເຮັດ​ການ​ອັສະ​ຈັນ​ເພື່ອ​ຄົນ​ຕາຍ​ບໍ່? ບັນ​ດາ​ຜູ້​ທີ່​ຕາຍ​ໄປ​ແລ້ວ​ຈະ​ລຸກ​ຂຶ້ນ​ແລະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ບໍ່? ເສລາ
\s5
\v 11 ຄວາມ​ຊື່​ສັດ​ແຫ່ງພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຈະ​ຖືກ​ປະ​ກາດ​ໃນ​ຂຸມ​ຝັງ​ສົບ, ຫລື​ປະ​ກາດ​ຄວາມ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພ​ຣະ​ອົງ​ໃນ​ແດນ​ຄົນ​ຕາຍ​ບໍ່?
\v 12 ການ​ກະ​ທຳ​ອັນ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​ຈະ​ເປັນ​ຮູ້​ຈັກ​ກັນ​ໃນ​ຄວາມ​ມືດ, ຫລື​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ແຜ່ນ​ດິນ​ແຫ່ງ​ຄວາມຫ​ລົງ​ລືມ​ບໍ່​?
\s5
\v 13 ຂ້າ​ແດ່​ພ​ຣະ​ຢາ​ເວ, ແຕ່​ຂ້າ​ນ້ອຍ​ຮ້ອງຫາ​ພ​ຣະ​ອົງໃນ​ຍາມ​ເຊົ້າ​; ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​ມາຢູ່​ຊ້ອງຫນ້າ​ພ​ຣະ​ອົງ.
\v 14 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ປະ​ຕິ​ເສດ​ຂ້າ​ນ້ອຍ? ພ​ຣະ​ອົງ​ຊົງ​ເຊື່ອງ​ຫນ້າ​ຂອງ​ພ​ຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ?
\s5
\v 15 ຂ້າ​ນ້ອຍ​ເຄີຍ​ທຸກ​ຍາກ​ແລະ​ເກືອບ​ຕາຍ​ມາ​ແລ້ວ​ຕັ້ງ​ແຕ່​ຂ້າ​ນ້ອຍຍັງຫນຸ່ມນັ້ນ. ຂ້າ​ນ້ອຍ​ໄດ້​ທົນ​ທຸກ​ເນື່ອງ​ຈາກ​ຄວາມ​ຢ້ານ​ກົວ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ທໍ້​ແທ້.
\v 16 ບັນ​ດາ​ການ​ກະ​ທຳ​ແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ໄດ້​ຜ່ານ​ໄປ​ເທິງ​ຂ້າ​ນ້ອຍ, ບັນ​ດາ​ການ​ກະ​ທຳ​​ທີ່​ຫນ້າ​ຢ້ານ​ຈາກ​ພ​ຣະ​ອົງ​ໄດ້​ທຳ​ລາຍ​ລ້າງ​ຂ້າ​ນ້ອຍ.
\s5
\v 17 ​ພວກ​ມັນ​ໄດ້​ອ້ອມ​ຂ້າ​ນ້ອຍ​ເຫມືອນຢ່າງ​ນ້ຳ​ຖ້ວມຕະຫລອດວັນ​; ພວກມ​ັນ​ໂອບ​ອ້ອມ​ຂ້າ​ນ້ອຍ​ໄວ້​ຮອບ​ດ້ານ.
\v 18 ພ​ຣະ​ອົງ​ໄດ້​ຊົງ​ເອົາ​ບັນ​ດາ​​ເພື່ອນທີ່ໃກ້​ຊິດ​ອອກ​ໄປ​ຈາກ​ຂ້າ​ນ້ອຍ. ມີ​ພຽງ​ຄວາມ​ມືດ​ເປັນ​ເພື່ອນໃກ້ຊິດ​ຂອງ​ຂ້າ​ນ້ອຍ.
\s5
\c 89
\cl ບົດທີ 89
\p
ຄຳ​ແນະ​ນຳ​ຂອງ​ອີ​ທານ.
\v 1 ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ເຖິງ​ບັນ​ດາ​ການ​ກະ​ທຳ​ແຫ່ງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ​ເປັນ​ນິ​ດ. ຂ້າ​ນ້ອຍ​ຈະ​ປະ​ກາດ​ເຖິງ​ຄວາມ​ສັດ​ຈິງ​ຂອງ​ພ​ຣະ​ອົງ​ແກ່​ບັນ​ດາ​ຊົ່ວ​ອາ​ຍຸ​ຄົນ​ໃນ​ອາ​ນາ​ຄົດ.
\v 2 ເພາະ​ຂ້າ​ນ້ອຍ​ໄດ້​ກ່າວ​ວ່າ, "ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ໄດ້​ຖືກ​ສະ​ຖາ​ປະ​ນາ​ໄວ້​ເປັນ​ນິ​ຣັນ; ພ​ຣະ​ອົງ​ໄດ້​ຊົງ​ສະ​ຖາ​ປະ​ນາ​ຄວາມ​ແທ້​ຈິງ​ຂອງ​ພ​ຣະ​ອົງ​ໄວ້​ໃນ​ຟ້າ​ສະ​ຫວັນ."
\s5
\v 3 "ເຮົາ​ໄດ້​ເຮັດ​ພັນທະ​ສັນ​ຍາ​ໄວ້​ກັບ​ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອ​ງ​ເຮົາ, ເຮົາ​ໄດ້​ໃຫ້ຄຳສັນຍາ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ.
\v 4 ເຮົາ​ຈະ​ສະ​ຖາ​ປະ​ນາ​ເຊື້ອ​ສາຍ​ຂອງ​ເຈົ້າ​ໄວ້​ເປັນ​ນິ​ດ, ແລະ​ເຮົາ​ຈະ​ສະ​ຫງວ​ນບັນ​ລັງ​ຂອງ​ເຈົ້າ​ໄວ້​ທຸກ​ຊົ່ວ​ຊາດ."ເສ ລາ
\s5
\v 5 ຂ້າ​ແດ່​ພ​ຣະ​ຢາ​ເວ, ຟ້າ​ສະ​ຫວັນ​ຍົກ​ຍ້ອງ​ສັນ​ຣະ​ເສີນ​ບັນ​ດາ​ການ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ ຄວາມ​ແທ້​ຈິງ​ຂອງ​ພ​ຣະ​ອົງເປັນ​ທີ່​ສັນ​ຣະ​ເສີນ​ໃນ​ທີ່​ປະ​ຊຸມ​ຂອງ​ບັນ​ດາ​ຜູ້​ບໍ​ຣິສຸດ.
\v 6 ເພາະ​ມີຜູ້​ໃດ​ເທິງ​ທ້ອງ​ຟ້າ​ທຽບ​ກັບ​ພ​ຣະ​ຢາ​ເວ​ໄດ້? ເພາະຜູ້​ໃດ​ໃນ​ທ່າມ​ກາງ​ບັນ​ດາ​ລູກ​ຂອງ​ພະເຈົ້າ​ທັງ​ຫລາຍ​ເປັນ​ດັ່ງ​ພ​ຣະ​ຢາ​ເວ​ໄດ້?.
\s5
\v 7 ພຣະອົງຊົງເປັນພຣະເຈົ້າ, ຜູ້ໄດ້ຮັບການຍົກຍ້ອງຢ່າງຍິ່ງໃຫຍ່ ແລະ​ຫນ້າ​ຢ້ານ​ກົວ​ໃນ​ທ່າ​ມ​ກາງ​ຄົນ​ທັງ​ປວງ​ທີ່​ຢູ່​ອ້ອມ​ຮອບ​ພ​ຣະ​ອົງ.
\v 8 ຂ້າ​ແດ່​ພ​ຣະ​ຢາ​ເວ ພ​ຣະ​ເຈົ້າ, ຈອມໂຍທາ​ ຜູ້​ໃດ​ຈະ​ແຂງ​ແກ່ນ​ດັ່ງ​ພ​ຣະ​ອົງ​ຜູ້​, ເປັນ​ພ​ຣະ​ຢາ​ເວ​ໄດ້? ຄວາມ​ແທ້​ຈິງ​ຂອງ​ພ​ຣະ​ອົງ​ອ້ອມ​ຮອບ​ພ​ຣະ​ອົງ.
\s5
\v 9 ​ພ​ຣະ​ອົງ​ຊົງ​ປົກ​ຄອງ​ທະ​ເລ​ທີ່​ປັ່ນ​ປ່ວນ; ເມື່ອ​ບັນ​ດາ​ຄື້ນ​ຊັດ​ແຮງ, ພ​ຣະ​ອົງ​ຊົງ​ເຮັ​ດ​ໃຫ້​ມັນ​ສະ​ຫ​ງົບ.
\v 10 ພ​ຣະ​ອົງ​ໄດ້​ຊົງ​ຢຽບ​ ມັງກອນຄືຣາ​ຮາບເຫມືອນ​ຜູ້​ຖືກ​ຂ້າ. ພ​ຣະ​ອົງ​ໄດ້​ຊົງ​ກະ​ຈາຍ​ພວກ​ສັດ​ຕຣູ​ຂອງ​ພ​ຣະອົງ​ດ້ວຍແຂນທີ່​ແຂງ​ແກ່ນ​ຂອງ​ພ​ຣະ​ອົງ.
\s5
\v 11 ​ຟ້າ​ສະ​ຫວັນ​ເປັນ​ຂອງ​ພ​ຣະ​ອົງ, ແລະ​ແຜ່​ນ​ດິນ​ໂລກ​ດ້ວຍ. ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ໂລກ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.
\v 12 ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ທິດ​ເຫນືອ​ແລະ​ທິດ​ໃຕ້. ພູ​ເຂົາ​ຕາ​ໂບ​ແລະ​ພູ​ເຂົາ​ເຮີ​ໂມນ​ຊື່ນ​ຊົນ​ຍິນ​ດີ​ໃນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ.
\s5
\v 13 ​ພ​ຣະ​ອົງ​ຊົງ​ມີ​ແຂນ​ຊົງຣິດ​ອຳ​ນາດ​ແລະ​ມື​ອັນ​ແຂງ​ແກ່ນ, ແລະ​ມື​ຂວາ​ຂອງພ​ຣະ​ອົງ​ກໍສູງ​ສົ່ງ.
\v 14 ຄວາມ​ຊອບ​ທັມ​ແລະ​ຄວາມ​ຍຸ​ຕິ​ທັມ​ເປັນ​ຮາກ​ຖານ​ແຫ່ງ​ບັນ​ລັງ​ຂອງ​ພ​ຣະ​ອົງ. ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ແລະ​ຄວາມຈິງ​ກໍກ້າວ​ເດີນໄປ​ນຳ​ຫນ້າ​ພ​ຣະ​ອົງ.
\s5
\v 15 ຂ້າແດ່ພຣະຢາເວ! ​ປະ​ຊາ​ກອນ​ຜ​ູ້​ທີ່​ນະ​ມັ​ສະ​ການ​ພ​ຣະ​ອົງ​ກໍ​ເປັນ​ສຸກ, ພວກ​ເຂົາ​ເດີນ​ໃນ​ຄວາມ​ສະ​ຫວ່າງ​ແຫ່ງ​ພ​ຣະພັກຂອງ​ພ​ຣະ​ອົງ.
\v 16 ພວກ​ເຂົາ​ຊົມຊື່ນຍິນ​ດີ​ໃນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ຕະ​ຫລອດ​ວັນ​ຍັງ​ຄ່ຳ, ແລະ​ພວກ​ເຂົາ​ຍົກ​ຍ້ອງ​ເຊີດ​ຊູ​ພ​ຣະ​ອົງ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ.
\s5
\v 17 ​ເພາະ​ພ​ຣະ​ອົງ​ຊົງ​ເປັນ​ກຳ​ລັງ​ອັນ​ສູງ​ສົ່ງ​ຂອງ​ເຂົາ​ທັງ​ຫລາຍ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ມີ​ຊັຍ​ຊະ​ນະ​ໂດຍ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ.
\v 18 ເພາະ​ໂລ້​ຂອງ​ເຮົາ​ເປັນ​ຂອງ​ພ​ຣະ​ຢາ​ເວ; ບັນ​ດາ​ກະ​ສັດ​ຂອງ​ເຮົາ​ເປັນ​ຂອງ​ອົງ​ບໍ​ຣິສຸດ​ແຫ່ງ​ອິ​ສະ​ຣາ​ເອນ.
\s5
\v 19 ເມື່ອ​ດົນ​ມາ​ແລ້ວ ພ​ຣະ​ອົງ​ໄດ້​ກ່າວ​ໃນ​ນິ​ມິດ​ແກ່​ບັນ​ດາ​ຜູ້​ທີ່​ຊື່​ສັດ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ກ່າວ​ວ່າ, "ເຮົາ​ໄດ້​ຕັ້ງ​ມົງ​ກຸດ​ເທິງ​ຜູ້​ແຂງ​ແກ່ນຄົນ​ຫນຶ່ງ; ເຮົາ​ໄດ້​ຍົກ​ຄົນ​ຫນຶ່ງ​ທີ່​ຖືກ​ເລືອກ​ຈາກ​ທ່າມ​ກາງ​ຫມູ່​ປະ​ຊາ​ຊົນ​ຂຶ້ນ.
\v 20 ເຮົາ​ໄດ້​ເລືອກ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ; ເຮົາ​ໄດ້​ເຈີມ​ເຂົາ​ໄວ້​ດ້ວຍ​ນ້ຳ​ມັນ​ບໍ​ຣິສຸດ​ຂອງ​ເຮົາ.
\v 21 ມື​ຂອງ​ເຮົາ​ຈະ​ປະ​ຄັບ​ປະ​ຄອງ​ເຂົາ; ແຂນ​ຂອງ​ເຮົາ​ຈະ​ເສີມ​ກຳ​ລັງ​ເຂົາ.
\v 22 ບໍ່​ມີ​ສັດ​ຕຣູ​ໃດ​ຈະ​ຕົວະ​ເຂົາ​ໄດ້; ບໍ່​ມີ​ລູກ​ຂອງ​ຄວາມ​ຊົ່ວ​ຈະ​ຂົ່ມ​ເຫັງ​ເຂົາ​ໄດ້.
\v 23 ເຮົາ​ຈະ​ຢຽບ​ຢ່ຳ​ພວກ​ສັດ​ຕຣູຂອງ​ເຂົາ​ຕໍ່​ຫນ້າ​ເຂົ​າ; ເຮົາ​ຈະ​ຂ້າ​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ເຂົາ.
\s5
\v 24 ​ຄວາມ​ຈິງ​ແລະ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ເຮົາ​ຈະ​ຢູ່​ກັບ​ເຂົາ; ເຂົາ​ຈະ​ເປັນ​ຜູ້​ມີ​ຊັຍ​ຊະ​ນະ​ໂດຍ​ນາມຊື່​ຂອງ​ເຮົາ.
\v 25 ເຮົາ​ຈະ​ເອົາ​ມື​ຂອງ​ເຂົາ​ວາງ​ເທິງ​ທະ​ເລ​ແລະ​ມື​ຂວາ​ຂອງ​ເຂົາ​ເທິງ​ແມ່​ນ້ຳ​ທັງ​ຫລາຍ.
\v 26 ເຂົາ​ຈະ​ຮ້ອງ​ຕໍ່​ເຮົາ​ວ່າ, 'ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ພ​ຣະ​ອົງ​ຊົງ​ເປັນ​ພໍ່​ຂອງ​ຂ້າ​ນ້ອຍ, ແລະ​ຊົງ​ເປັນພຣະສີລາ​ແຫ່ງ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ.'
\s5
\v 27 ແລະ​ເຮົາ​ຈະ​ໃຫ້​ເຂົາ​ເປັນ​ຄື​ລູກ​ຫົວ​ປີ​ຂອງ​ເຮົາ, ເປັນ​ຜູ້​ໄດ້​ຮັບ​ການ​ຍົກ​ສູງ​ສຸດ​ແຫ່ງ​ບັນ​ດາ​ກະ​ສັດ​ຂອງ​ແຜ່ນ​ດິນ​ໂລກ.
\v 28 ເຮົາ​ຈະ​ຂະຫ​ຍາຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ເຮົາ​ກັບ​ເຂົາ​ເປັນ​ນິ​ດ; ແລະ​ພັນທະສັນ​ຍາ​ຂອງ​ເຮົາ​ກັບ​ເຂົາ​ຈະ​ຫມັ້ນ​ຄົງ​ຢູ່.
\v 29 ເຮົາ​ຈະ​ເຮັດ​ໃຫ້​ບັນ​ດາ​ລູກ​ຫລານ​ຂອງ​ເຂົາ​ມີ​ຢູ່​ຕະ​ຫລອດ​ໄປ​ເປັນ​ນິດ ແລະ​ບັນ​ລັງ​ຂອງ​ເຂົາ​ດຳ​ຣົງ​ຢູ່​ດັ່ງ​ເຊັ່ນ​ທ້ອງ​ຟ້າ​ເບື້ອງ​ເທິງ.
\s5
\v 30 ​ຖ້າ​ລູກ​ຫລານ​ຂອງ​ເຂົາ​ຖິ້ມ​ກົດບັນຍັດຂອງ​ເຮົາ​ແລະ​ບໍ່​ດຳ​ເນີນ​ຕາມ​ບັນ​ດາ​ຂໍ້ຄຳສັ່ງຂອງ​ເຮົານັ້ນ,
\v 31 ຖ້າ​ພວກ​ເຂົາ​ຝ່າ​ຝືນ​ບັນ​ດາ​ກົດ​ບັນ​ຍັດ​ຂອງ​ເຮົາ​ແລະ​ບໍ່​ຮັກ​ສາ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ​ໄວ້,
\v 32 ແລ້ວ​ເຮົາ​ຈະ​ລົງ​ໂທດ​ການ​ບາບ​ຂອງ​ພວກ​ເຂົາ​ດ້ວຍ​ໄມ້​ແສ້ ​ແລະ​ລົງ​ໂທດ​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ​ດ້ວຍ​ການ​ຂ້ຽນ.
\s5
\v 33 ​ແຕ່​ເຮົາ​ຈະ​ບໍ່​ຖອນ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ເຮົາ​ໄປ​ຈາກ​ເຂົາ ​ຫລື​ບໍ່​ຊື່​ສັດ​ຕໍ່​ຄຳ​ສັນ​ຍາ​ຂອງ​ເຮົາ.
\v 34 ເຮົາ​ຈະ​ບໍ່​ຝ່າ​ຝືນ​ພັນທະ​ສັນ​ຍາ​ຂອງ​ເຮົາ​ຫລື​ປ່ຽນ​ແປງ​ບັນ​ດາ​ຖ້ອຍ​ຄຳ​ແຫ່ງ​ຮີມ​ສົບ​ປາກ​ຂອງ​ເຮົາ.
\s5
\v 35 ​ເຮົາ​ໄດ້​ສາ​ບານ​ໂດຍ​ຄວາມ​ບໍ​ຣິ​ສຸດ​ຂອງ​ເຮົາ​-ພຽງ​ຄັ້ງ​ດຽວ​ເປັນ​ພໍ ​ເຮົາ​ຈະ​ບໍ່​ຕົວະ​ຕໍ່ດາ​ວິດຈັກເທື່ອ.
\v 36 ບັນ​ດາ​ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ດຳ​ຣົງຢູ່​ເປັນ​ນິ​ດ​ແລະ​ບັນລັງ​ຂອງ​ເຂົາ​ຈະ​ຍືນ​ນານ​ດັ່ງ​ເຊັ່ນ​ດວງ​ອາ​ທິດ​ຕໍ່​ຫນ້​າ​ເຮົາ.
\v 37 ບັນ​ລັງ​ນັ້ນ​ຈະ​ຖືກ​ສະ​ຖາ​ປະ​ນາ​ໄວ້​ເປັນ​ນິ​ດ​ດັ່ງ​ເຊັ່ນ​ດວງ​ຈັນ, ຊຶ່ງ​ເປັນ​ພະ​ຍານ​ທີ່​ຊື່​ສັດ​ໃນ​ທ້ອງ​ຟ້າ."ເສລາ
\s5
\v 38 ແຕ່ພ​ຣະ​ອົງ​ໄດ້​ຊົງ​ປະ​ຕິ​ເສດ​ແລະ​ຊົງ​ປະຖິ້ມ​ແລ້ວ; ພ​ຣະ​ອົງ​ໄດ້​ຊົງ​ໂກດ​ຮ້າຍ​ຕໍ່​ກະ​ສັດ​ທີ່​ໄດ້​ຮັບ​ການ​ເຈີມ​ໄວ້​ຂອງ​ພ​ຣະ​ອົງ.
\v 39 ພ​ຣະ​ອົງ​ໄດ້​ຊົງ​ຍົກ​ເລິກ​ພັນທະ​ສັນ​ຍາທີ່​ເຮັດ​ໄວ້​ກັບຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ຊົງ​ເຮັ​ດ​ໃຫ້​ມົງ​ກຸດ​ຂອງ​ກະ​ສັດ​ເປັນມົນທິນ​ເທິງ​ພື້ນ​ດິນ.
\v 40 ພ​ຣະ​ອົງ​ໄດ້​ຊົງ​ພັງ​ກຳ​ແພງ​ທັງ​ຫມົດ​ຂອງ​ກະ​ສັດ​ລົງ. ພ​ຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ທ່ານ​ລົງ.
\s5
\v 41 ​ຄົນ​ທັງ​ປວງ​ທີ່​ຜ່ານ​ໄປ​ກໍ​ໄດ້​ປຸ້ນ​ທ່ານ. ທ່ານ​ກາຍ​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ຕໍ່​ບັນ​ດາ​ເພື່ອນ​ບ້ານ​ຂອງ​ທ່ານ.
\v 42 ພ​ຣະ​ອົງ​ໄດ້​ຊົງ​ຍົກ​ມື​ຂວາ​ພວກ​ສັດ​ຕຣູ​ຂອງ​ທ່ານ​ຂຶ້ນ; ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ພວກ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ທ່ານ​ຍິນ​ດີ.
\v 43 ພ​ຣະ​ອົງ​ຊົງ​ຫັນ​ຄົມ​ດາບ​ຂອງ​ທ່ານ​ໄປ​ແລະ​ບໍ່​ຊົງ​ໃຫ້​ທ່ານ​ຢືນ​ຫມັ້ນ​ໃນ​ສົງ​ຄາມ​ໄດ້.
\s5
\v 44 ​ພ​ຣະ​ອົງ​ຊົງ​ໃຫ້​ຄວາມ​ຮຸ່ງເຮືອງ​ຂອງ​ທ່ານ​ສິ້​ນ​ສຸດ​ລົງ; ພ​ຣະ​ອົງ​ໄດ້​ຊົງ​ນຳ​ບັນ​ລັງ​ຂອງ​ທ່ານ​ລົງ​ສູ່​ພື້ນ​ດິນ.
\v 45 ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ວັນ​ເວ​ລາ​ວັຍ​ຫນຸ່ມ​ຂອງ​ທ່ານ​ສັ້ນ​ລົງ. ພ​ຣະ​ອົງ​ໄດ້​ຊົງ​ຄຸມ​ທ່ານ​ດ້ວຍ​ຄວາມ​ອາຍ. ເສລາ
\s5
\v 46 ​ຂ້າ​ແດ​່​ພ​ຣະ​ຢາ​ເວ, ອີກ​ດົນ​ປານໃດ? ພ​ຣະ​ອົງ​ຈະ​ລີ້​ພ​ຣະ​ອົງ​ເອງ​, ເປັນ​ນິດ​ບໍ່? ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ຈະ​ໄຫມ້​​ເຫມືອນໄຟ​ຢູ່​ດົນ​ປານ​ໃດ?
\v 47 ໂອ, ຂໍ​ຊົງ​ຣະ​ນຶກວ່າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ນັ້ນ​ສັ້ນ​ຊ່ຳໃດ, ແລະ​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ລູກ​ຫລານ​ຂອງ​ມະ​ນຸດ​ທັງ​ຫມົດ​ມາ​ບໍ່ມີປະ​ໂຫຍດ​ແທ້ໆ!
\v 48 ໃຜ​ສາ​ມາດ​ມີ​ຊີ​ວິດ​ຢູ່​ໄດ້​ໂດຍ​ບໍ່​ຕາຍ, ​ຫລື​ສາ​ມາດ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຕົນ​ຈາກ​ເງື້ອມ​ມື​ແຫ່ງ​ແດນ​ຄົນ​ຕາຍ​ໄດ້? ເສລາ
\s5
\v 49 ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ, ບັນ​ດາ​ການ​ກະ​ທຳ​ຂອງ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຕັ້ງ​ແຕ່​ເກົ່າ​ກ່ອນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສັນ​ຍາໄວ້​ແກ່​ດາ​ວິດ​ດ້ວຍ​ຄວາມສັດຈິງ​ຂອງ​ພ​ຣະ​ອົງ​ນັ້ນ​ຢູ່​ທີ່​ໃດ?
\v 50 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຂໍ​ຊົງ​ຣະ​ນຶກ​ເຖິງ​ການຫມິ່ນປະຫມາດທີ່​ຖືກບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ແລະ​ການ​ທີ່​ຂ້າ​ນ້ອຍ​ແບກຮັບ​ຫມິ່ນ​ປະ​ຫມາດ​ຫລ​ວງ​ຫລາຍ​ຈາກ​ຊົນ​ຊ​າດ​ທັງ​ຫລາຍ​ໄວ້​ໃນ​ໃຈ​ຂອງ​ຂ້າ​ນ້ອຍ.
\v 51 ຂ້າ​ແດ່​ພ​ຣະ​ຢາ​ເວ, ບັນ​ດາ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ໄດ້ຫຍໍ້ຫຍັນພວກເຂົາ; ພວກເຂົາຫມິ່ນປະຫມາດ ຮອຍ​ຕີນ​ຂອງ​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຈີມ​ໄວ້.
\s5
\v 52 ຈົ່ງຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ເປັນ​ນິດ. ອາ​ແມນ​ ແລະ​ອາ​ແມນ. ຫນັງ​ສື​ຫົວ​ທີ່​ສີ່
\s5
\c 90
\cl ບົດທີ 90
\p
ຄຳ​ອະ​ທິ​ຖານ​ຂອງ​ໂມ​ເຊ ຄົນ​ຂອງ​ພ​ຣະ​ເຈົ້າ.
\v 1 ​ຂ້າ​ແດ່​ອ​ົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ທຸກ​ຊົ່ວ​ເຊື້ອຊາດ.
\v 2 ກ່ອນ​ທີ່​ພູ​ເຂົາ​ທັງ​ຫລ​າຍ​ໄດ້​ຖືກ​ສ້າງ​ຂຶ້ນ, ຫລື​ກ່ອນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ແຜ່ນ​ດິນ​ແລະ​ໂລກ, ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຕັ້ງ​ແຕ່​ນິ​ຣັນ​ການ​ເຖິງ​ນິ​ຣັນ​ການ.
\s5
\v 3 ​ພ​ຣະ​ອົງ​ຊັງ​ໃຫ້​ມະ​ນຸດ​ກັບ​ເປັນ​ຂ​ີ້​ຝຸ່ນ​ດິນ, ແລະ​ພ​ຣະ​ອົງ​ກ່າວ​ວ່າ, "ບັນ​ດາ​ເຊື້ອ​ສາຍ​ຂອງ​ມະ​ນຸ​ດທັງ​ຫລາຍ​ເອີຍ, ຈົ່ງ​ກັບ​ມາ​ເຖີດ."
\v 4 ເພາະ​ພັນ​ປີ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ​ເປັນ​ເຫມືອນ​ວານ​ນີ້​ຊຶ່ງ​ຜ່ານ​ໄປ​ແລ້ວ​, ແລະ​ເປັນ​ດັ່ງ​ຍາມ​ດຽວ​ໃນ​ເວ​ລາ​ກາງ​ຄືນ.
\s5
\v 5 ​ພ​ຣະ​ອົງ​ຊົງ​ກວາດ​ເຂົາ​ທັງ​ຫລາຍ​ໄປ​ຄືກວາດ​ດ້ວຍ​ນ້ຳ​ຖ້ວມ​ແລະ​ພວກ​ເຂົາ​ກໍ​ຫລັບ​ໄຫລ; ໃນ​ເວ​ລາ​ເຊົ້າ​ພວກ​ເຂົາ​ເປັນ​ຄື​ຫຍ້າ​ທີ່ງອກ​ຂຶ້ນ.
\v 6 ​ໃນ​ເວ​ລາ​ເຊົ້າ​ມັນ​ກໍ​ບານ​ອອກ​ແລະ​ງອກ​ຂຶ້ນ; ໃນ​ເວ​ລາ​ແລງ​ກໍ​ຫ່ຽວ​ລົງ​ແລະ​ແຫ້ງ​ໄປ.
\s5
\v 7 ຂ້າ​ນ້ອຍ​ທັງ​ຫລາຍຖືກ​ຄວາມ​ຮ້າຍ​ຂອງ​ພ​ຣະ​ອົງ​ເຜົາ​ຜານເສຍ, ແລະ​ໃນ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ຢ້ານ​ກົວ.
\v 8 ພ​ຣະ​ອົງ​ຊົງ​ຕັ້ງ​ບັນ​ດາ​ຄວາມ​ຊົ່ວ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄວ້​ຕໍ່​ຫນ້າ​ພ​ຣະ​ອົງ, ຊົງ​ຕັ້ງ​ບັນ​ດາ​ຄວາມ​ບາບ​ທີ່​ເຊື່ອງ​ຊ້ອນຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄວ້​ໃນ​ຄວາມ​ສະ​ຫວ່າງ​ແຫ່ງ​ພຣະພັກຂອງ​ພ​ຣະ​ອົງ.
\s5
\v 9 ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຫມົດ​ໄປ​ພາຍ​ໃຕ້​ຄວາມ​ໂກດ​ຮ້າຍ​ຂອ​ງ​ພ​ຣະ​ອົງ; ບັນ​ດາ​ປີ​ຂອງ​ພວກ​ຂ້າ​ນ້ອຍ​ຜ່ານ​ໄປ​ຢ່າງ​ໄວວາ​ເຫມືອນຢ່າງ​ສຽງ​ລົມ​ຫາຍ​ໃຈ.
\v 10 ບັນ​ດາ​ປີ​ຂ​ອງ​ພວກ​ຂ້າ​ນ້ອຍ​ຄື​ເຈັດ​ສິບປີ, ​ຫລື​ແປດ​ສິບປີ ຖ້າ​ພວກ​ຂ້າ​ນ້ອຍ​ມີ​ສຸກ​ຂະ​ພາບ​ດີ; ແມ່ນແຕ່​ວ່າ​ບັນ​ດາ​ປີ​ທີ່​ດີ​ທີ່​ສຸດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ຖືກ​ຫມາຍໄວ້​ດ້ວຍ​ຄວາມ​ຍາກ​ລຳ​ບາກ​ແລະ​ຄວາ​ມ​ເສົ້າ​ໂສກ ເວລາ​ປີເຫລົ່າ​ນັ້​ນ​ກໍ​ຜ່ານ​ໄປ​ຢ່າງ​ໄວວາ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ຕາຍ​ໄປ.
\s5
\v 11 ​ຜູ້​ໃດ​ຈະ​ຮູ້​ເຖິງ​ພະ​ລັງ​ແຫ່ງ​ຄວາມ​ໃຈ​ຮ້າຍ​ຂອງ​ພ​ຣະ​ອົງ, ແລະ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ທີ່​ມີ​ຂະ​ຫນາດ​ເທົ່າ​ກັບ​ຄວາມ​ຢ້ານ​ກົວ​ພ​ຣະ​ອົງ​ໄດ້?
\v 12 ດັ່ງ​ນັ້ນ​ຂໍ​ຊົງ​ສອນ​ຂ້າ​ນ້ອຍ​ທັ​ງ​ຫລາຍ​ໃຫ້​ຕຶກ​ຕອງ​ເຖິງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ທີ່​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ໄດ້​ດຳ​ເນີນ​ຊີ​ວິດ​ຢ່າງ​ມີ​ປັນ​ຍາ.
\v 13 ຂໍ​ຊົງ​ກັບ​ມາ, ຂ້າ​ແດ່​ພ​ຣະ​ຢາ​ເວ! ຍັງ​ອີກ​ດົນ​ປານ​ໃດ? ຂໍ​ຊົງ​ເມດ​ຕາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\s5
\v 14 ຂໍ​ຊົງ​ໃຫ້​ຂ້​າ​ນ້ອຍ​ທັງ​ຫລາຍ​ອີ່ມ​ເອີບໃນ​ເວ​ລາ​ເຊົ້າ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ພ​ຣະ​ອົງ, ເພື່ອ​ຂ້າ​ນ້ອຍ​ທັງ​ຫ​ລາຍ​ຈະ​ໄດ້​ຊື່ນຊົມ​ແລະ​ຍິນ​ດີ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ພວກຂ້າ​ນ້ອຍ​.
\v 15 ຂໍ​ຊົງ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ຍິນ​ດີ​ຕາມ​​ສັດສ່ວນ​ເທົ່າ​ກັບ​ຈຳ​ນວນ​ວັນ​ທັງຫລາຍ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ພວກຂ້ານ້ອຍ​​ທຸກ​ຍາກ​ນັ້ນ ແລະ​ຕາມ​ບັນ​ດາ​ປີ​ທີ່ພວກຂ້າ​ນ້ອຍ​ໄດ້​ປະ​ສົບ​ຄວາມ​ຍາກ​ລຳ​ບາກ​ນັ້ນ.
\v 16 ຂໍ​ໃຫ້​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໄດ້​ເຫັນ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​, ແລະ​ໃຫ້​ລູກ​ຫລານ​ຂອງ​ພວກຂ້າ​ນ້ອຍ​ໄດ້​ເຫັນ​ຄວາມ​ສະ​ຫງ່າ​ງາມ​ຂອງ​ພ​ຣະ​ອົງ.
\s5
\v 17 ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ເຈົ້າ​ຂອງ​ພວກຂ້າ​ນ້ອຍຂໍຊົງໂຜດປຣະທານພຣະພອນແຫ່ງຄາມເມດຕາ​ເປັນ​ຂອງ​ພວກ​ຂ້າ​ນ້ອຍ; ຂໍ​ຊົງ​ໃຫ້​ການ​ງານ​ຈາກ​ມື​ຂອງພວກຂ້າ​ນ້ອຍ​ໄດ້​ຈະ​ເຣີນ​ຮຸ່ງ​ເຮື່ອງ; ຂໍ​ຊົງ​ເຮັດ​ໃຫ້​ການ​ງານ​ແຫ່ງ​ມື​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ສຳເລັດຜົນ.
\s5
\c 91
\cl ບົດທີ 91
\p
\v 1 ​ຜູ້​ທີ່​ອາ​ສັຍ​ຢູ່​ໃນ​ກຳ​ບັງ​ຂອງ​ອົງ​ຜູ້​ສູງ​ສຸດ​ຈະ​ຢູ່​ໃນ​ຮົ່ມ​ເງົາ​ຂອງ​ຜູ້​ຊົງ​ຣິດ​ອຳ​ນາດ.
\v 2 ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ພ​ຣະ​ຢາ​ເວ​ວ່າ, "ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ​ແລະ​ປ້ອມ​ປ້ອງ​ກັນ​ຂອງ​ຂ້າ​ນ້ອຍ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຜ​ູ້​ທີ່​ຂ້າ​ນ້ອ​ຍ​ໄວ້​ວາງ​ໃຈ."
\s5
\v 3 ເພາະ​ພ​ຣະ​ອົງ​ຈະ​ຊົງ​ຊ່ວຍ​ກູ້​ທ່ານ​ໃຫ້​ພົ້ນ​ຈາກ​ກັບ​ດັກ​ຂອງ​ນາຍ​ພານ​ແລະ​ພົ້ນ​ຈາກ​ໂຣກ​ຣະ​ບາດ​ຮ້າຍ​ແຮງ​ນັ້ນ.
\v 4 ພ​ຣະ​ອົງ​ຈະ​ຊົງ​ປົກ​ທ່ານ​ໄວ້​ດ້ວຍ​ປີກ​ຂອງ​ພ​ຣະ​ອົງ, ແລະ​ທ່ານ​ຈະ​ພົບ​ທີ່​ລີ້​ພັຍ​ພາຍ​ໃຕ້​ປີກ​ຂອງ​ພ​ຣະ​ອົງ​. ຄວາມ​ແທ້​ຈິງ​ຂອງ​ພ​ຣ​ະ​ອົງ​ເປັນ​ໂລ້​ແລະ​ທີ່​ຄຸ້ມ​ພັຍ.
\s5
\v 5 ​ທ່ານ​ຈະ​ບໍ່​ຢ້ານ​ກົວ​ຄວາມ​ອັນ​ຕະ​ຣາຍ​ໃນເວລາ​ກາງ​ຄືນ, ຫລື​ລູກ​ທະ​ນູ​ທີ່​ປິວໄປ​ໃນເວລາ​ກາງ​ເວັນ,
\v 6 ຫລື​ຢ້ານ​ໂຣກ​ຣະ​ບາດ​ທີ່​ເລາະ​ໄປ​ທົ່ວ​ໃນ​ຄວາມ​ມືດ, ຫລື​ໂຣກ​ພັຍ​ຊຶ່ງ​ມາ​ເຖິງ​ໃນ​ທ່ຽງ​ວັນ.
\v 7 ພັນ​ຄົນ​ຈະ​ລົ້ມ​ຢູ່​ຂ້າງໆ ທ່ານ​ແລະ​ຫມື່ນ​ຄົນ​ທີ່​ຂວາ​ມື​ຂອງ​ທ່ານ ແຕ່​ພັຍ​ນັ້ນ​ຈະ​ບໍ່​ມາ​ເຖິງ​ທ່ານ.
\s5
\v 8 ​ທ່ານ​ຈະ​ໄດ້​ແຕ່​ເຝົ້າ​ເບິ່ງ​ແລະ​ເຫັນ​ການ​ລົງ​ໂທດ​ຄົນ​ຊົ່ວ​ເທົ່າ​ນັ້ນ.
\v 9 ເພາະ​ພ​ຣະ​ຢາ​ເວ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ! ຈົ່ງ​ໃຫ້​ອົງ​ຜູ້​ສູງ​ສຸດ​ເປັນ​ທີ່​ລີ້​ພັຍ​ຂອງ​ທ່ານ​ດ້ວຍ.
\s5
\v 10 ບໍ່​ມີ​ຄວາມ​ຊົ່ວ​ຈະ​ຕາມ​ມາ​ທັນ​ທ່ານ​ໄດ້; ບໍ່​ມີ​ໂຣກ​ພັຍ​ໄຂ້​ເຈັບ​ຈະ​ມາ​ໃກ້​ທີ່​ພັກ​ຂອງ​ທ່ານ.
\v 11 ເພາະ​ພ​ຣະ​ອົງ​ຈະ​ຊົງ​ບັນ​ຊາ​ເຫລົ່າ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ອົງ​ໃຫ້​ປົກ​ປ້ອງ​ທ່ານ, ເພື່ອ​ຄຸ້ມ​ຄອງ​ທ່ານ​ໃນ​ບັນ​ດາ​ທາງ​ທັງ​ຫມົດ​ຂອງ​ທ່ານ.
\s5
\v 12 ​ເຫລົ່າ​ທູດ​ສະ​ຫວັນ​ຈະ​ຍົກ​ທ່ານ​ຂຶ້ນ​ດ້ວຍ​ມື​ຂອງ​ພວກ​ເຂົາ​ເພື່ອ​ຕີນ​ຂອງ​ທ່ານ​ຈະ​ບໍ່​ຕຳ​ຫີນ.
\v 13 ທ່ານ​ຈະ​ເອົາ​ຊະ​ນະ​ເຫລົ່າ​ສິງ​ແລະ​ງູ​ພິດ​ໄວ້​ໃຕ້​ຕີນ​ຂອງ​ທ່ານ; ທ່ານ​ຈະ​ຢຽ​ບ​ຢ່ຳ​ເຫລົ່າ​ສິງ​ຫນຸ່ມ​ແລະ​ງູ​ຮ້າຍ.
\s5
\v 14 ​ເພາະ​ພ​ຣະ​ອົງ​ໄດ້​ກ່າວ​ແກ່​ຂ້າ​ນ້ອຍ​ວ່າ, ເຮົາ​ຈະ​ຊ່ວຍ​ກູ້​ເຂົ​າ. ເຮົາ​ຈະ​ປົກ​ປ້ອງ​ເພາະ​ເຂົາ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ເຮົາ.
\v 15 ເມື່ອ​ເຂົາ​ຮ້ອງ​ຫາເຮົາ, ເຮົາ​ກໍ​ຈະ​ຕອບ​ເຂົ​າ. ເຮົາ​ຈະ​ຢູ່​ກັບ​ເຂົາ​ໃນ​ຍາ​ມ​ລຳ​ບາກ; ເຮົາ​ຈະ​ໃຫ້​ຊັຍ​ຊະ​ນະ​ແກ່​ເຂົາ​ແລະ​ໃຫ້​ກຽຕ​ເຂົາ.
\v 16 ເຮົາ​ຈະ​ໃຫ້​ເຂົ​າ​ອີ່ມ​ໃຈ​ດ້ວຍ​ຊີ​ວິດ​ທີ່​ຍືນ​ຍາວ ​ແລະ​ສຳ​ແດງ​ຄວາມ​ພົ້ນຂອງ​ເຮົາ​ໃຫ້​ເຂົ​າ​ເຫັນ.
\s5
\c 92
\cl ບົດທີ 92
\p
ບົດ​ເພງ​ສັນ​ຣະ​ເສີນ, ບົດ​ເພງ​ສຳ​ລັບ​ວັນ​ສະ​ບາ​ໂຕ.
\v 1 ​ເປັນ​ການ​ດີ​ທີ່​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ ​ແລະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່,​ຂອງ​ພ​ຣະ​ອົງ​ຜູ້​ສູງ​ສຸດ.
\v 2 ເພື່ອ​ປະ​ກາດ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ ​ໃນ​ເວ​ລາ​ເຊົ້າ​ແລະ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ທຸກ​ຄືນ,
\v 3 ດ້ວຍ​ພິນ​ສິບ​ສາຍ​ແລະ​ດ້ວຍ​ທຳ​ນອງ​ຂອງ​ພິນ​ເຂົາ​ຄູ່.
\s5
\v 4 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​, ໄດ້​ຊົງ​ກະ​ທຳ​ໃຫ້​ຂ້າ​ນ້ອຍ​ຍິນ​ດີ​ດ້ວຍ​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່​ນບານ​ເນື່ອງ​ດ້ວຍ​ການ​ກະ​ທຳ​ແຫ່ງພຣະຫັດຂອງ​ພ​ຣະ​ອົງ.
\v 5 ຂ້າ​ແດ່​ພ​ຣະ​ຢາ​ເວ! ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ໃຫຍ່​ຫລວງ​ຫລາຍ, ບັນ​ດາ​ຄຳສັ່ງຂອງ​ພ​ຣະ​ອົງ​ກໍ​ສຸດ​ເລິກ​ລັບ.
\s5
\v 6 ອັນນີ້ເປັນສິ່ງ​ຄົນໂງ່​​ຈ້າ​ບໍ່ສາມາດຮູ້ຈັກ, ຄົນເບົາປັນຍາບໍ່ສາມາດເຂົ້າໃຈເລື່ອງນີ້:
\v 7 ເມື່ອ​ຄົນ​ຊົ່ວ​ງອກ​ຂຶ້ນ​ມາເຫມືອນ​ຢ່າງ​ຕົ້ນ​ຫຍ້າ, ແລະ​ແມ່ນ​ວ່າເມື່ອ​ບັນ​ດາ​ຄົນ​ເຮັດ​ຊົ່ວ​ທັງ​ປວງ​ຈະ​ເຣີນ​ຂຶ້ນ, ພວກ​ເຂົາ​ກໍ​ຍັງ​ຕ້ອງ​ຖືກ​ທຳ​ລາຍ​ເປັນ​ນິ​ດ.
\s5
\v 8 ຂ້າແດ່ພຣະຢາເວ, ແຕ່​ພ​ຣະ​ອົງ​ຈະ​ຊົງ​ຄອບ​ຄອງ​ເປັນ​ນິດ.
\v 9 ເພາະ​ເຫດ​ນີ້​, ຂ້າແດ່ພຣະຢາເວ, ຂໍ​ຊົງ​ແນມ​ເບິ່ງ​ພວກ​ສັດ​ຕຣູ​ຂອງ​ພ​ຣະ​ອົງ, ພວກ​ເຂົາ​ຈະ​ພິ​ນາດ​ໄປ! ບັນ​ດາ​ຄົນ​ເຮັດ​ຊົ່ວ​ທັງ​ປວງ​ຈະ​ຕ້ອງ​ຖືກ​ເຮັດ​ໃຫ້​ກະ​ແຈກ​ກະ​ຈາຍ​ໄປ.
\s5
\v 10 ​ພ​ຣະ​ອົງ​ໄດ​້​ຊົງ​ຍົກ​ເຂົາ​ຂອງ​ຂ້າ​ນ້ອຍ​ຂຶ້ນ​ເຫມືອນຢ່າງ​ເຂົາ​ຂອງ​ງົວ​ກະ​ທິງ; ຂ້າ​ນ້ອຍ​ໄດ້​ຮັບ​ການ​ຊົງ​ເຈີມ​ດ້ວຍ​ນ້ຳ​ມັນ​ໃຫມ່.
\v 11 ຕາ​ຂອງ​ຂ້າ​ນ້ອຍ​ໄດ້​ເບິ່ງ​ເຫັນ​ການ​ລົ້ມ​ລົງ​ຂອງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ; ​ຫູ​ຂອງ​ຂ້າ​ນ້ອຍ​ໄດ້​ຍິນ​ເຖິງ​ຄາວ​ເຄາະ​ຂອງ​ພວກ​ສັດ​ຕຣູ​ຊົ່ວ​ຮ້າຍ​ຂອງ​ຂ້າ​ນ້ອຍ.
\s5
\v 12 ​ຄົນ​ຊອບ​ທັມ​ຈະ​ງອກ​ງາມ​ຂຶ້ນ​ຄື​ຢ່າງ​ຕົ້ນ​ຕານ; ພວກ​ເຂົາ​ຈະ​ເຕີບ​ໃຫຍ່​ຂຶ້ນ​ຄື​ຢ່າງ​ຕົ້ນ​ແປກ​ໃນ​ເລ​ບາ​ນອນ.
\v 13 ພວກ​ມັນ​ໄດ້​ຖືກ​ປູກ​ໄວ້​ໃນ ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ; ພວກ​ມັນ​ຈະ​ໆເຣີນ​ຂຶ້ນ​ຕາມເດີ່ນ​ໃນ​ບໍ​ຣິ​ເວນພຣະວິຫານ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ.
\s5
\v 14 ​ພວກ​ມັນ​ອອກ​ຜົນ​ແມ່ນ​ວ່າ​ພວກ​ມັນ​ແກ່​ແລ້ວ; ພວກ​ມັນ​ຍັງ​ຄົງ​ສົດ​ແລະ​ຂຽວ​ຢູ່,
\v 15 ເພື່ອ​ເປັນ​ການ​ປະ​ກາດ​ວ່າ​ພ​ຣະ​ຢາ​ເວ​ນັ້​ນ​ຊົງ​ທ່ຽງ​ທັມ. ​ພ​ຣະອົງ​ຊົງ​ເປັນຫີນສີລາ​ຂອງ​ຂ້າ​ນ້ອຍ, ແລະ​ບໍ່​ມີ​ຄວາມອະທັມ​ໃນ​ພ​ຣະ​ອົງ​ເລີຍ.
\s5
\c 93
\cl ບົດທີ 93
\p
\v 1 ​ພ​ຣະ​ຢ​າ​ເວ​ຊົງ​ຄອບ​ຄອງ; ພ​ຣະ​ອົງ​ຊົງ​ສວມ​ຄວາມ​ຍິ່ງ​ໃຫຍ່​ພ​ຣະ​ຢາ​ເວ​; ພຣະຢາເວໄດ້​ຊົງ​ສວມ​ແລະ​ໄດ້​ຊົງ​ຄາດ​ພ​ຣະ​ອົງ​ເອງ​ດ້ວຍ​ພ​ຣະ​ກຳ​ລັງ​. ໂລກ​ໄດ້​ຖືກ​ຕັ້ງ​ໄວ້​ຢ່າງ​ຫມັ້ນ​ຄົງ; ມັນ​ບໍ່​ສາ​ມາດ​ສັ່ນ​ຄອນ​ໄດ້.
\v 2 ພ​ຣະ​ບັນລັງ​ຂອງ​ພ​ຣະ​ອົງ​ກໍໄດ້ຕັ້ງຫມັ້ນຄົງ​​ໄວ້​ແລ້ວ​ຕັ້ງ​ແຕ່​ສມັຍ​ບ​ູຮານ; ​ພ​ຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ຕັ້ງ​ແຕ່​ນິ​ຣັນ​ການ.
\s5
\v 3 ຂ້າແດ່ພຣະຢາເວ, ບັນ​ດາ​ມະ​ຫາ​ສະ​ຫມຸດ​ກໍ​ຄຶ​ກ​ຄະ​ນອງ; ພວກ​ມັນ​ໄດ້​ຍົກ​ສຽງ​ຂອງ​ພວກ​ມັນ​ຂຶ້ນ​ຄື​ບັນ​ດາ​ສຽງ​ຄື້ນ​ທີ່​ຊັດ​ແຮງ​; ແລະ​ສຽງ​ກຶກ​ກ້ອງ​ຂອງ​ມະ​ຫາ​ສະ​ຫມຸດ.
\v 4 ​ຜູ້​ປຣະທັບເທິງ​ທີ່​ສູງ​ນັ້ນ​ຊົງ​ຣິດ​ອຳ​ນາດ, ຍິ່ງກວ່າ​ສຽງ​ຊັດ​ແຮງ​ຂອງ​ນ້ຳ​ມາກຫລາຍ, ຍິ່ງກວ່າ​ຄື້ນ​ຈອມ​ທຳ​ລາຍ​ທີ່​ຊົງ​ອຳ​ນາດ​ແຫ່ງ​ທະ​ເລ, ພ​ຣະ​ຢາ​ເວຊົງ​ປຣະ​ທັບ​ຢູ່​ເທິງ​ບັນ​ລັງ​ສູງ​ສຸດ.
\s5
\v 5 ​ບັນ​ດາ​ພ​ຣະ​ບັນ​ຊາ​ອັນ​ຈິງ​ຈັງ​ຂອງ​ພ​ຣະ​ອົງ​ນັ້ນ, ​ເປັນ​ທີ່​ໄວ້​ວາງ​ໃຈ​ໄດ້; ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ຢູ່​ດ້ວຍ​ຄວາມ​ບໍ​ຣິ​ສຸດ​ເປັນ​ນິ​ດ.
\s5
\c 94
\cl ບົດທີ 94
\p
\v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ແຫ່ງ​ການ​ແກ້​ແຄ້ນ, ພ​ຣະ​ເຈົ້າ​ຜູ້​ຊົງ​ເຮັດ​ການ​ແກ້​ແຄ້ນ, ຂໍ​ຊົງ​ສ່ອງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ​ເຖີດ.
\v 2 ຂໍ​ຊົງ​ລຸກ​ຂຶ້ນ, ຂ້າ​ແດ່​ພ​ຣະ​ຜູ້​ຊົງ​ຕັດ​ສິນ​ໂລກ, ໃຫ້​ຄົນ​ຈອງ​ຫອງ​ໄດ້​ຮັບ​ຜົນ​ຕອບ​ແທນ​ທີ່​ສະ​ສົມ​ຂອງ​ພວກ​ເຂົາ.
\s5
\v 3 ຂ້າແດ່ພຣະຢາເວ, ສ່ວນຄົນຊົ່ວຮ້າຍນັ້ນຈະດີໃຈໄປ​ດົນ​ປານ​ໃດ? ພວກ​ຄົນ​ຊົ່ວ​ຈະ​ຢູ່​ອີກ​ດົນ​ປານ​ໃດ​ນໍ?
\v 4 ພວກ​ເຂົາ​ເວົ້າ​ບັນ​ດາ​ຖ້ອຍ​ຄຳ​; ຈອງ​ຫອງ​ຂອງ​ພວກ​ເຂົາ​ອອກ​ມາ ບັນ​ດາ​ຄົນ​ທີ່​ເຮັດ​ຊົ່ວ​ກໍ​ອວດ​ຕົວ.
\s5
\v 5 ​ຂ້າແດ່ພຣະເຈົ້າຢາເວ, ພວກ​ເຂົາ​ຢຽ​ບ​ຢ້ຳ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ ພວກ​ເຂົາ​ເຮັດ​ໃຫ້​ຊົນ​ຊາດ​ທີ່​ເປັນ​ຂ​ອງ​ພ​ຣະ​ອົງ​ຕ້ອງ​ເຈັບ​ປວດ.
\v 6 ພວກ​ເຂົາ​ສັງ​ຫານ​ແມ່​ຫມ້າຍ​ແລະ​ຄົນ​ຕ່າງ​ດ້າວ​ທີ່​ອາ​ສັຍ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ພວກ​ເຂົາ, ແລະ​ພວກ​ເຂົາ​ຂ້າ​ລູກ​ກຳ​ພ້າ.
\v 7 ແລະ​ພວກ​ເຂົາ​ກ່າວ​ວ່າ, "ພ​ຣ​ະ​ຢາ​ເວ​ຈະ​ບໍ່​ຊົງແນມ​ເບິ່ງ, ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ບໍ່​ຊົງ​ສົນ​ໃຈ​ເລື່ອງ​ນີ້."
\s5
\v 8 ພວກ​ຄົນ​ໂງ່​ຈ້າ, ຈົ່ງ​ເຂົ້າ​ໃຈ, ພວກ​ຄົນ​ໂງ່​ເອີຍ, ເມື່ອ​ໃດ​ພວກ​ເຈົ້າ​ຈະ​ຮຽນ​ຮູ້?
\v 9 ພ​ຣະ​ອົງ​ຜູ້​ໄດ້​ຊົງ​ສ້າງ​ຫູ, ພ​ຣະ​ອົງ​ຈະ​ບໍ່​ຊົງ​ໄດ້​ຍິນ​ບໍ່? ພ​ຣະ​ອົງ​ຜູ້​ຊົງປັ້ນ​ດວງ​ຕາ, ພ​ຣະ​ອົງ​ຈະ​ບໍ່​ຊົງ​ເຫັນ​ບໍ່?
\s5
\v 10 ພຣະອົງຜູ້ຊົງວາງລະບຽບຕໍ່ປະ​ຊາ​ຊາດ, ພຣະອົງຈະບໍ່ລົງໂທດພວກເຂົາບໍ? ຄື​ພ​ຣະ​ອົງ​ຜູ້​ຊົງ​ປຣະ​ທານ​ຄວາມ​ຮູ້​ໃຫ້​ມະ​ນຸດ.
\v 11 ພ​ຣະ​ຢາ​ເວ​ຊົງ​ຮູ້​ຄວາມ​ຄິດ​ທັງ​ຫລາຍ​ຂອງ​ມະ​ນຸດ, ວ່າ​ມັນ​ເປັນ​ພຽງ​ອາຍ​ຫມອກ.
\s5
\v 12 ຂ້າແດ່ພຣະຢາເວ, ຜູ້​ທີ່​ພ​ຣະ​ອົງ​ຊົງ​ສັ່ງ​ສອນ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ພ​ຣະ​ອົງ​ຊົງ​ສອນ​ຈາກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 13 ພ​ຣະ​ອົງ​ຊົງ​ໃຫ້​ເຂົາ​ພັກ​ໃນ​ຍາມ​ຍາກ​ລຳ​ບາກ​ຈົນ​ກວ່າ​ຂຸມ​ຈະ​ໄດ້​ຂຸດ​ໄວ້​ສຳ​ຫລັບ​ຄົນ​ຊົ່ວ.
\s5
\v 14 ​ເພາະ​ພ​ຣະ​ຢາ​ເວ​ຈະ​ບໍ່​ຊົງປະ​ຖິ້ມ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ແລະ​ຈະ​ບໍ່​ຊົງ​ປ່ອຍ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ.
\v 15 ເພາະ​ການ​ຕັດ​ສິນ​ຈະ​ເປັນ​ທີ່​ຊອບ​ທັມ​ອີກ​ຄັ້ງ; ແລະ​ຄົນ​ທີ່​ມີ​ໃຈ​ທ່ຽງ​ທັມ​ທັງ​ປວງ​ຈະ​ຕິດ​ຕາມ​ໄປ.
\v 16 ຜູ້​ໃດ​​ຈະ​ລຸກ​ຂຶ້ນ​ປ້ອງ​ກັນ​ຂ້າ​ນ້ອຍ​ຈາກ​ພວກ​ຄົນ​ເຮັດ​ຊົ່ວ? ຜູ້​ໃດ​ຈະ​ຢືນ​ຂຶ້ນ​ຝ່າຍ​ຂ້າ​ນ້ອຍ​ໃນ​ການ​ຕໍ່​ສ​ູ້​ກັບ​ພວກ​ຄົນ​ຊົ່ວ?
\s5
\v 17 ຖ້າ​ພ​ຣະ​ຢາ​ເວ​ບໍ່​ໄດ້​ເປັນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍຄົງນອນ​ລົງ​ໃນ​ແດນ​ແຫ່ງ​ຄວາມ​ສະຫ​ງົບ​ໃນ​ບໍ່​ຊ້າ.
\v 18 ເມື່ອ​ຂ້າ​ນ້ອຍ​ໄດ້​ເວົ້າ​ວ່າ, "ຕີນ​ຂອງ​ຂ້າ​ນ້ອຍພະລາດລົ້ມ," ຂ້າ​ແດ່​ພ​ຣະ​ຢາ​ເວ, ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ພ​ຣະ​ອົງ​ໄດ້​ດຶງ​ຂ້າ​ນ້ອຍ​ຂຶ້​ນ.
\v 19 ເມື່ອ​ບັນ​ດາ​ຄວາມ​ກັງ​ວົນ​ພາຍ​ໃນ​ຂ້າ​ນ້ອຍ​ມີ​ຫລວງ​ຫລາຍ, ການ​ປອບ​ໃຈ​ຂອງ​ພ​ຣະ​ອົງ​ເຮັ​ດ​ໃຫ້​ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ.
\s5
\v 20 ​ບັ​ນ​ລັງ​ແຫ່ງ​ການ​ທຳ​ລາຍ ຄື​ຜູ້​ທີ່​ສ້າງ​ຄວາມ​ບໍ່​ຍຸ​ຕິ​ທັມ​ໂດຍ​ອາ​ສັຍ​ກົດ​ບັນ​ຍັດ, ຈະ​ສາ​ມາດ​ເປັນ​ພັນ​ທະ​ມິດ​ກັບ​ພ​ຣະ​ອົງ​ໄດ້​ຫລື​ບໍ່?
\v 21 ເຂົາ​ທັງ​ຫລາຍ​ສຸມ​ຫົວ​ກັນ​ເພື່ອ​ເອົາ​ຊີ​ວິດ​ຂອງ​ຄົນ​ຊອບ​ທັມ​ແລະ​ພວກ​ເຂົ​າ​ລົງ​ໂທດ​ຄົນ​ບໍ່​ມີ​ຄວາມ​ຜິດ​ໃຫ້​ເຖິງ​ຕາຍ.
\s5
\v 22 ແຕ່​ພ​ຣະ​ຢາ​ເວ​, ຊົງ​ເປັນ​ຫໍ​ຄອຍ​ທີ່​ສູງ​ຂອງ​ຂ້າ​ນ້ອຍ, ແລະ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ຊົງ​ເປັນ​ຫີນດານ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ.
\v 23 ພ​ຣະ​ອົງ​ຈະ​ຊົງ​ໃຫ້​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ​ຕົກ​ມາ​ເທິງ​ພວກ​ເຂົາ ແລະ​ຈະ​ຊົງ​ຕັດ​ພວກ​ເຂົາ​ອອກ​ຖິ້ມ​ໄປ​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເອງ. ພ​ຣະ​ຢາ​ເວຂອງ​ເຮົາ​ຈະ​ຊົງ​ຕັດ​ພວກ​ເຂົາ​ອອກ​ໄປ.
\s5
\c 95
\cl ບົດທີ 95
\p
\v 1 ມາເຖີດ, ໃຫ້​ເຮົາ​ຮ້ອງ​ເພງ​ແດ່​ພ​ຣະ​ຢາ​ເວ; ໃຫ້​ເຮົາ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ຊົນ​ຍິນ​ດີ​ແດ່​ພຣະສີລາແຫ່ງ​ຄວາມ​ພົ້ນຂອງ​ເຮົາ.
\v 2 ໃຫ້​ເຮົາ​ເຂົ້າ​ມາ​ຢູ່​ຊ້ອງຫນ້າຂອງ​ພ​ຣະ​ອົງ​ດ້ວຍ​ການ​ຂອບພຣະ​ຄຸນ; ໃຫ້​ເຮົາ​ຮ້ອງ​ເພງ​ຖວາຍ​ພ​ຣະ​ອົງ​ດ້ວຍ​ບັນ​ດາ​ບົດ​ເພງ​ຍ້ອງຍໍ​ແຫ່ງ​ການ​ສັນ​ຣະ​ເສີນ.
\v 3 ເພາະ​ພ​ຣະ​ຢາ​ເວ​ຊົງ​ເປັນ​ພ​ຣະ​ເຈົ້າ​ຍິ່ງໃຫ​ຍ່ ແລະ​ຊົງ​ເປັນ​ກະ​ສັ​ດ​ໃຫຍ່​ຍິ່ງ​ເຫນືອ​ບັນ​ດາ​ ພ​ະ​ເຈົ້າທັງ​ປວງ.
\s5
\v 4 ​ບັນ​ດາ​ທີ່​ເລິກ​ຂອງ​ແຜ່ນ​ດິນ​ໂລກ​ຢູ່​ໃນ​ມື​ຂອງ​ພ​ຣະ​ອົງ; ບັນ​ດາ​ທີ່​ສູງ​ຂອງ​ພູ​ເຂົ​າ​ທັງ​ຫລາຍ​ກໍ​ເປັນ​ຂອງ​ພ​ຣະ​ອົງ.
\v 5 ທະ​ເລ​ເປັນ​ຂອ​ງ​ພ​ຣະ​ອົງ​, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ມັນ​ຂຶ້ນ​ມາ, ແລະ​ມື​ຂອງ​ພ​ຣະ​ອົງ​ໄດ້​ຊົງ​ປັ້ນ​ແຜ່ນ​ດິນ​ແຫ້ງ.
\s5
\v 6 ​ມາ​ເຖີດ, ໃຫ້​ເຮົາ​ນະ​ມັ​ສະ​ການ​ແລະ​ກົ້ມ​ກາບ​ລົງ; ໃຫ້​ເຮົາ​ຄຸກ​ເຂົ່າ​ລົງ​ຕໍ່​ຫນ້າ​ຂອງ​ພ​ຣະ​ຢາ​ເວ​, ອົງ​ພ​ຣະ​ຜູ້​ສ້າງ​ຂອງ​ເຮົາ:
\v 7 ເພາະ​ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ເຮົາ, ແລະ​ເຮົາ​ເປັນ​ປະ​ຊາ​ກອນ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ອົງ, ແລະ​ເປັນ​ແກະ​ແຫ່ງ​ມື​ຂອງ​ພ​ຣະ​ອົງ - ມື້​ນີ້​ທ່ານ​ທັງ​ຫລາຍ​ຄົງ​ໄດ້​ຍິນ​ສຽງ​ຂອງ​ພ​ຣະ​ອົງ​ວ່າ!
\s5
\v 8 "ຢ່າ​ໃຫ້​ຈິດ​ໃຈ​ຂອງ​ພ​ວກ​ເຈົ້າ​ດື້​ດ້ານ​, ຄື​ຢ່າງ​ທີ່​ເມ​ຣີ​ບາ, ​ຫລື​ເຫມືອນ​ຢ່າງ​ມື້​ນັ້ນ​ທີ່​ມັດ​ສາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.
\v 9 ທີ່​ຊຶ່ງ​ບັນພະບຸຣຸດ​ທັງ​ຫລາຍ​ຂອງ​ພວກ​ເຈົ້າ​, ໄດ້​ທົດ​ລອງ​ເຮົາ​ແລະ​ໄດ້​ພິ​ສູດ​ເຮົາ ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ໄດ້​ເຫັນ​ການ​ກະ​ທຳ​ທັງ​ຫລາຍ​ຂອງ​ເຮົາ​ມາ​ແລ້ວ​ກໍ​ຕາມ.
\s5
\v 10 ​ເຮົາ​ໄດ້​ໃຈ​ຮ້າຍ​ຄົນ​ຊົ່ວ​ອາ​ຍຸ​ນີ້​ເປັນ​ເວ​ລາ​ສີ່​ສິບ​ປີ​ແລະ​ໄດ້​ກ່າວ​ວ່າ 'ນີ້​ຄື​ຊົນ​ຊາດ​ທີ່​ມີ​ຈິດ​ໃຈ​ຝ່າ​ຝືນ​ໄປ; ພວກ​ເຂົາ​ບໍ່​ໄດ້​ຮູ້​ຈັກ​ບັນ​ດາ​ທາງ​ຂອງ​ເຮົາ.'
\v 11 ເພາະ​ສະ​ນັ້ນ ເຮົາ​ຈຶ່ງ​ໄດ້​ຄິດ​ດ້ວຍ​ຄວາມ​ໃຈ​ຮ້າຍ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ສູ່​ທີ່​ຢຸດ​ພັກ​ຂອງ​ເຮົາ​ເລີຍ."
\s5
\c 96
\cl ບົດທີ 96
\p
\v 1 ໂອ, ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ແດ່​ພ​ຣະ​ຢາ​ເວ, ແຜ່ນ​ດິນ​ໂລກ​ທັງ ​ຫມົດ​ເອີຍ​ຈົ່ງ​ຮ້ອງ​ເພງ​ແດ່​ພ​ຣະ​ຢາ​ເວ​ເຖີດ,
\v 2 ຈົ່ງ​ຮ້ອງ​ເພງ​ແດ່​ພ​ຣະ​ຢາ​ເວ, ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ.
\s5
\v 3 ​ຈົ່ງ​ປະ​ກາດ​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ​ທຸກໆມື້ ຈົ່ງ​ເລົ່າ​ເຖິງ​ພ​ຣະ​ສະຫງ່າຣາສີຂອງ​ພ​ຣະ​ອົງ​ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ, ແລະ​ບັນ​ດາ​ພຣະຣາຊ​ກິດ​ອັນ​ມະ​ຫັດ​ສະ​ຈັນ​ຂອງ​ພ​ຣະ​ອົງ​ທ່າມ​ກາງ​ຊົນ​ຊາ​ດ​ທັງ​ປວງ.
\v 4 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ຍິ່ງ​ໃຫຍ່​ແລະ​ຊົງ​ສົມ​ຄວນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຢ່າງ​ຍິ່ງ​ໃຫຍ່. ພ​ຣະ​ອົງ​ຊົງ​ເປັນ​ທີ່​ຢ້ານ​ກົວ​ເຫນືອ​ບັນ​ດາ​ພ​ະເຈົ້າ​ອື່ນໆ ທັງ​ຫມົດ.
\s5
\v 5 ​ເພາະ​ບັນ​ດາ​ພ​ະເຈົ້າ​ທັງ​ຫມົດ​ຂອງ​ຊົນ​ຊາດ​ຕ່າງໆເປັນ​ຮູບ​ເຄົາ​ຣົບ, ​ແຕ່​ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ໄດ້​ຊົງ​ສ້າງ​ຟ້າ​ສະ​ຫວັນ.
\v 6 ​ຄວາມ​ສະ​ງ່າ​ງາມ​ແລະ​ກຽຕສັກສີມີ​ຢູ່ຊ້ອງພຣະພັກຂອງ​ພ​ຣະ​ອົງ, ກຳ​ລັງ​ແລະ​ຄວາມ​ງົດ​ງາມ​ຢູ່​ໃນ​ສະ​ຖານ​ນະ​ມັ​ສະ​ການ​ຂອງ​ພ​ຣະ​ອົງ. ບັນ​ດາ​ເຊື້ອ​ສາຍ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ເອີຍ.
\s5
\v 7 ​ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ​ເພາະ​ພ​ຣະ​ສະຫງ່າຣາສີ, ແລະ​ກຳ​ລັງ​ຂອງ​ພ​ຣະ​ອົງ.
\v 8 ຈົ່ງ​ຖວາຍ​ກຽຕ​ແດ່​ພ​ຣະ​ຢາ​ເວ​ຊຶ່ງ​ຄວນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. ຈົ່ງ​ນຳ​ຂອງ​ຖວາຍ​ມາ​ຍັງ​ບໍ​ຣິ​ເວນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ.
\s5
\v 9 ​ຈົ່ງ​ກົ້ມ​ກາບ​ຕໍ່​ພ​ຣະ​ຢາ​ເວ ດ້ວຍ​ສວມ​ເຄື່ອງ​ແຕ່ງ​ກາຍ​ທີ່​ຖວາຍກຽຕ​ແດ່​ຄວາມ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ. ແຜ່ນ​ດິນ​ໂລກ​ທັງ​ຫມົດ​ເອີຍ, ຈົ່ງ​ຕົວ​ສັ່ນຕໍ່ຫນ້າ​ພ​ຣະ​ອົງ.
\v 10 ຈົ່ງ​ກ່າວ​ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ຄອບ​ຄອງ." ແຜ່ນ​ດິນ​ໂລກ​ກໍ​ຖືກ​ຕັ້ງໄວ້ແລ້ວ ໂລກ​ບໍ່​ສາ​ມາດ​ສັ່ນ​ຄອນ​ໄດ້​ເລີຍ. ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຍຸ​ຕິ​ທັມ.
\s5
\v 11 ​ຈົ່ງ​ໃຫ້​ຟ້າ​ສະ​ຫວັນ​ຍິນ​ດີ, ແລະ​ຜ່ານ​ດິນ​ໂລກຊື່ນຊົມ​ຍິນ​ດີ; ໃຫ້​ທະ​ເລ​ສົ່ງ​ສຽງ​ກຶກ​ກ້ອງ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ.
\v 12 ໃຫ້​ທົ່ງ​ນາ​ທັງ​ຫລາຍ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນຊື່ນຊົມ​ຍິນ​ດີ. ແລ້ວ​ໃຫ້​ຕົ້ນ​ໄມ້​ທັງ​ຫມົດ​ຂອງ​ປ່າ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ
\v 13 ຢູ່ຕໍ່ຫນ້າ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ກຳ​ລັງ​ມາ. ພ​ຣະ​ອົງ​ກຳ​ລັງ​ມາ​ຕັດ​ສິນ​ໂລກ​ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ໂລກ.​ດ້ວຍ​ຄວາມ​ຊອບ​ທັມ​ແລະ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ.
\s5
\c 97
\cl ບົດທີ 97
\p
\v 1 ພ​ຣະ​ຢາ​ເວ​ຊົງ​ຄອບ​ຄອງ, ຈົ່ງ​ໃຫ້​ແຜ່ນ​ດິນ​ໂລກ​ຊື່ນຊົມຍິນ​ດີ, ໃຫ້​ແຜ່ນ​ດິນ​ຊາຍ​ທະ​ເລ​ຫລວງ​ຫລາຍ​ນັ້ນ​ຍິນ​ດີ.
\v 2 ​ຫມູ່​ເມກ​ແລະ​ຄວາມ​ມືດ​ທຶບ​ຢູ່​ຮອບ​ພ​ຣະ​ອົງ. ຄວາມ​ຊອບ​ທັມ​ແລະ​ຄວາມ​ຍຸ​ຕິ​ທັມ​ເປັນ​ຮາກ​ຖານ​ແຫ່ງ​ພ​ຣະ​ບັນລັງ​ຂອງ​ພ​ຣະ​ອົງ.
\s5
\v 3 ໄຟ​ຟົ້ງໄປລ່ວງ​ຫນ້າ​ພ​ຣະ​ອົງ ​ແລະ​ເຜົາ​ຜານບັນ​ດາ​ສັດ​ຕຣູ​ທີ່​ຢູ່​ທຸກ​ດ້ານ​ຂອງ​ພ​ຣະ​ອົງເສຍ.
\v 4 ຟ້າ​ແລບ​ຂອງ​ພ​ຣະ​ອົງ​; ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ສະ​ຫວ່າງ​ຂຶ້ນ ແຜ່ນ​ດິນ​ໂລກ​ເຫັນ​ແລະ​ສັ່ນ​ສະ​ທ້ານ.
\v 5 ພູ​ເຂົາ​ທັງ​ຫລາຍ​ລະ​ລາຍ​ລົງ​ຢ່າງ​ຂີ້ເ​ຜິ້ງ​ຕໍ່​ຫນ້າ​ພ​ຣະ​ຢາ​ເວ, ຕໍ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ຫມົດ.
\s5
\v 6 ​ບັນ​ດາ​ທ້ອງ​ຟ້າ​ປະ​ກາດ​ເຖິງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ, ແລະ​ບັນ​ດາ​ຊົນ​ຊາດ​ທັງ​ຫມົດ​ເຫັນ​ພ​ຣະ​ສິ​ຣິ​ຂອງ​ພ​ຣະ​ອົງ.
\v 7 ທຸກ​ຄົນ​ທີ່​ນະ​ມັ​ສະ​ການ​ບັນ​ດາ​ຮູບ​ເຄົາ​ຣົບ​ແກະ​ສະ​ລັກ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ, ຄື​ທຸກ​ຄົນ​ທີ່​ໂອ້ອວດ​ໃນ​ພ​ະ​ເຈົ້າໄຮ້​ຄ່າ - ບັນ​ດາ​ພ​ະ​ເຈົ້າທັງ​ຫລາຍ​ຂອງ​ເຈົ້າ, ຈົ່ງ​ກົ້ມ​ກາບ​ຕໍ່​ພ​ຣະ​ອົງ.
\v 8 ຊີ​ໂອນ​ໄດ້​ຍິນ​ແລະ​ຍິນ​ດີ ແລະ​ເມືອງ​ທັງ​ຫລາຍ​ຂອງ​ຢູ​ດາ​ກໍ​ຍິນ​ດີ ຂ້າ​ແດ່​ພ​ຣະ​ຢາ​ເວ ເພາະ​ຄຳ​ຕັດ​ສິນ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ.
\s5
\v 9 ຂ້າ​ແດ່​ພ​ຣະ​​ຢາ​ເວ, ເພາະ​ພ​ຣະ​ອົງ​ຊົງ​, ເປັນ​ອົງ​ຜູ້​ສູງ​ສຸດ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ຫມົດ. ພ​ຣະ​ອົງຊົງ​ເປັນ​ທີ່​ຍົກ​ຍ້ອງ​ຢ່າງ​ສູງ​ເຫນືອ​ບັນ​ດາ​ພ​ະເຈົ້າ​ທັງ​ປວງ.
\v 10 ບັນ​ດາ​ຜູ້​ຮັກ​ພ​ຣະ​ຢາ​ເວ​ເອີຍ, ຈົ່ງ​ກຽດ​ຊັງ​ຄວາມ​ຊົ່ວ ​ພ​ຣະ​ອົງ​ຊົງ​ຄຸ້ມ​ຄອງ​ບັນ​ດາ​ຊີ​ວິດ​ຂອງ​ປະ​ຊາ​ຊ​ົນ​ຂອງ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ຊົງ​ເອົາ​ພວ​ກ​ເຂົາ​ອອກ​ຈາກ​ມື​ຂອງ​ຄົນ​ຊົ່ວ.
\v 11 ຄວາມ​ສະ​ຫວ່າງ​ໄດ້​ສ່ອງ​ໄວ້​ເພື່ອ​ຄົນ​ຊອບ​ທັມ ແລະ​ສ່ອງ​ຄວາມ​ຍິນ​ດີ​ໄວ້​ເພື່ອ​ຄົນ​ທີ່​ມີ​ໃຈ​ຊື່​ສັດ ທ່ານ​ທັງ​ຫລາຍ​ຜູ້​ຊອບ​ທັມ​ເອີຍ.
\s5
\v 12 ​ຈົ່ງ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ​ເຖີດ, ແລະ​ຈົ່ງ​ຖວາຍ​ຂອບ​ພ​ຣະ​ຄຸນ​ເມື່ອ​ພວກ​ທ່ານ​ຣະ​ນຶກ​ເຖິງ​ຄວາມ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ.
\s5
\c 98
\cl ບົດທີ 98
\p
ບົດ​ເພງ​ສັນ​ຣະ​ເສີນ.
\v 1 ​ໂອ, ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ສິ່ງອັສະຈັນ​ແລະຫນ້າງຶດງໍ້ຕ່າງໆ; ພຣະຫັດຂວາ​ແລະພຣະກຳລັງບໍຣິສຸດຂອງ​ພ​ຣະ​ອົງ​ໄດ້​ໃຫ້​ຊັຍ​ຊະ​ນະ​ແກ່​ພ​ຣະ​ອົງເອງ.
\v 2 ພ​ຣະ​ຢາ​ເວ​ໄດ້​ຊົງ​ໃຫ້​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ; ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ຄວາມ​ຍຸ​ຕິ​ທັມ​ຂອງ​ພ​ຣະ​ອົງ ​ແກ່​ບັນ​ດາ​ປະ​ຊາ​ຊາດ​ທັງ​ຫມົດ​ຢ່າງ​ເປີດ​ເຜີຍ.
\s5
\v 3 ​ພ​ຣະ​ອົງ​ຊົງ​ຣະ​ນຶກ​ເຖິງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ແຫ່ງ​ພັນທະສັນ​ຍາ​ແລະ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ​, ຕໍ່​ຄອບ​ຄົວ​ອິ​ສະ​ຣາ​ເອນ ບັນ​ດາ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ທັງ​ຫມົດ​ຈະ​ໄດ້​ເຫັນ​ຊັຍ​ຊະ​ນະ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຮົາ.
\v 4 ແຜ່ນ​ດິນ​ໂລກ​ທັງ​ຫມົດ​ເອີຍ; ຈົ່ງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ​ຖວາຍ​ແດ່​ພ​ຣະ​ຢາ​ເວ, ຈົ່ງ​ໂຫ່​ຮ້ອງ​ອອກ​ມາ​ເປັນ​ບົດ​ເພງ.
\s5
\v 5 ​ຈົ່ງ​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນ​ດີ ແລະ​ຮ້ອງ​​ເພງ​ສັນຣະເສີນ, ຈົ່ງ​ຮ້ອ​ເພງ​ສັນຣະເສີນຖວາຍ​ແດ່​ພ​ຣະ​ຢາ​ເວ, ​ດ້ວຍ​ພິນ​ເຂົາ​ຄູ່ ແລະ​ດ້ວຍ​ບົດ​ເພງ​ຕ​າມ​ທຳ​ນອງ.
\v 6 ດ້ວຍ​ສຽງ​ແກ​ແລະ​ສຽງ​ເປົ່າ​ເຂົາ​ສັດ, ​ຈົ່ງ​ເຮັດ​ສຽງ​ຊື່ນ​ບານ​ຕໍ່​ຫນ້າ​ກະ​ສັດ ຄື​ພ​ຣະ​ຢາ​ເວ.
\s5
\v 7 ໃຫ້​ທະ​ເລ​ກັບ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ໂຫ່​ຮ້ອງ, ອີກ​ທັງ​ແຜ່ນ​ດິນ​ໂລກ​ກັບ​ບັນ​ດາ​ຜູ້​ອາ​ສັຍ​ຢູ່​ໃນ​ນັ້ນ!
\v 8 ໃຫ້​ແມ່​ນ້ຳ​ທັງ​ຫລາຍ​ຕົບ​ມື​ຂອງ​ພວກ​ມັນ ແລະ​ໃຫ້​ບັນດາ​ພູ​ເຂົາ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ.
\v 9 ພ​ຣະ​ຢາ​ເວ​ກຳ​ລັງ​ມາ​ຕັດ​ສິນ​ໂລກ, ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ໂລກ​ດ້ວຍ​ຄວາມ​ຊອບ​ທັມ, ແລະ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຍຸ​ຕິ​ທັມ.
\s5
\c 99
\cl ບົດທີ 99
\p
\v 1 ພ​ຣະ​ຢາ​ເວ​ຊົງ​ຄອບ​ຄອງ, ໃຫ້​ຊົນ​ຊາດ​ທັງ​ຫລາຍ​ຕົວ​ສັ່ນ. ພ​ຣະ​ອົງ​ຢູ່​ເທິງ​ບັນ​ລັງ​ເຫນືອ​ເຄ​ຣຸບ; ແຜ່ນ​ດິນ​ໂລກ​ກໍ​ໄຫວ.
\v 2 ພ​ຣະ​ຢາ​ເວ​ຊົງ​ຍິ່ງ​ໃຫຍ່​ໃນ​ຊີ​ໂອນ; ພ​ຣະ​ອົງ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເຊີດ​ຊູ​ເຫນືອ​ບັນ​ດາ​ປະ​ຊາ​ຊົນ​ທັງ​ຫມົດ.
\v 3 ຈົ່ງ​ໃຫ້​ພວກ​ເຂົາ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ອັນ​ຍິ່ງ​ໃຫຍ່​ແລະ​ນ່າ​ຢ້ານ​ກົວ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ບໍ​ຣິສຸດ.
\s5
\v 4 ພ​ຣະ​ມາ​ຫາ​ກະ​ສັດ​ຊົງ​ຣິ​ທາ​ນຸ​ພາບ, ແລະ​ພ​ຣະ​ອົງ​ຊົງ​ຮັກ​ຄວາມ​ຍຸ​ຕິ​ທັມ. ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ຄວາມ​ຍຸ​ຕິ​ທັມ ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ຄວາມ​ຊອບ​ທັມ​ແລະ​ຄວາມ​ຍຸຕິ​ທັມ​ໃນ​ຢາ​ໂຄບ.
\v 5 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ ​ພ​ຣະ​ເຈົ້າ, ​ຂອງ​ເຮົາ​ແລະ​ນະ​ມັສະ​ການ​ທີ່​ແທ່ນ​ຮອງ​ຕີນ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ຊົງ​ບໍ​ຣິສຸດ.
\s5
\v 6 ​ໂມ​ເຊ​ແລະ​ອາ​ໂຣນ​ໄດ່​ຢູ່​ທ່າມ​ກາງ​ພວກ​ປະ​ໂລ​ຫິດ​ຂອງ​ພ​ຣະ​ອົງ ແລະ​ຊາ​ມູ​ເອນ​ໄດ້​ຢູ່​ທ່າມ​ກາງ​ພວກ​ທີ່​ອະ​ທິ​ຖານ​ຕໍ່​ພ​ຣະ​ອົງ. ທ່ານ​ເຫລົ່າ​ນັ້ນ​ໄດ້​ອະ​ທິ​ຖານ​ຕໍ່​ພ​ຣະ​ຢາ​ເວ ແລະ​ພ​ຣະ​ອົງ​ໄດ້​ຊົງ​ຕອບ​ທ່ານ​ເຫລົ່າ​ນັ້ນ.
\v 7 ພ​ຣະ​ອົງ​ໄດ້​ກ່າວ​ກັບ​ທ່ານ​ເຫລົ່າ​ນັ້ນ​ຈາກ​ເສົາ​ເມກ. ພວກ​ທ່ານ​ໄດ້​ຮັກ​ສາ​ບັນ​ດາ​ພ​ຣະ​ບັນ​ຊາ​ອັນ​ຈິງ​ຈັງ​ຂອງ​ພ​ຣະ​ອົງ​ແລະ​ບັນ​ດາ​ກົດ​ບັນ​ຍັດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ແກ່​ພວ​ກ​ທ່ານ.
\s5
\v 8 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​, ຂອງ​ຂ້າ​ນ້ອຍ​ທັງ​ຫມົດ. ພ​ຣະ​ອົງ​ໄດ້​ຊົງ​ຕອບ​ທ່ານ​ເຫລົ່າ​ນັ້ນ ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ, ​ຜູ້​ຊົງ​ອະ​ພັຍ​ໂທດ​ສຳ​ລັບ​ທ່ານ​ເຫລົ່າ​ນັ້ນ ແຕ່​ຊົງ​ເປັນ​ຜູ້​ລົງ​ໂທດ​ຕໍ່​ການ​ກະ​ທຳ​ຜິດ​ບາບ​ທັງ​ຫລາຍ​ຂອງ​ທ່ານ​ເຫລົ່າ​ນັ້ນ​ດ້ວຍ.
\v 9 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​, ຂອງ​ເຮົາ ແລະ​ຈົ່ງ​ນະ​ມັ​ສະ​ການ​ທີ່​ພູ​ເຂົາ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​, ຂອງ​ເຮົາ​ຊົງ​ບໍ​ຣິ​ສຸດ.
\s5
\c 100
\cl ບົດທີ 100
\p
ບົດ​ເພງ​ສັນ​ຣະ​ເສີນສຳ​ລັບ​ຂອບ​ພ​ຣະ​ຄຸນ​ພ​ຣະ​ເຈົ້າ.
\v 1 ​ແຜ່ນ​ດິນ​ໂລກ​ທັງ​ ຫມົດ​ເອີຍ, ຈົ່ງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ​ຖວາຍ​ແດ່​ພ​ຣະ​ຢາ​ເວ,
\v 2 ຈົ່ງ​​ຮັບ​ໃຊ້ພ​ຣະ​ຢາ​ເວ​ດ້ວຍ​ຄວາມ​ຍິ​ນ​ດີ; ຈົ່ງ​ເຂົ້າ​ມາຢ​ູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ​ດ້ວຍ​ການ​ຮ້ອງ​ເພງ​ຊື່ນ​ບານ.
\s5
\v 3 ​ຈົ່ງ​ຮູ້ເ​ຖີດ​ວ່າ​ພ​ຣະ​ຢາ​ເວ​ຊົງ​ເປັນ​ພ​ຣະ​ເຈົ້າ; ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ເຮົາ​ທັງ​ຫລາຍ, ແລະ​ເຮົາ​ກໍ​ເປັນ​ຂອງ​ພ​ຣະ​ອົງ. ເຮົາ​ເປັນ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ, ​ແລະ​ເປັນ​ແກະ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ອົງ.
\s5
\v 4 ​ຈົ່ງ​ເຂົ້າ​ສູ່​ປະ​ຕູ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ ດ້ວຍ​ການ​ຂອບ​ພ​ຣະ​ຄຸນ​ ແລະ​ເຂົ້າ​ບັນ​ດ​າ​ບໍ​ຣິ​ເວນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ດ້ວຍ​ການ​ສັນ​ຣະ​ເສີນ ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ແລະ​ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ,
\v 5 ເພາະ​ພ​ຣະ​ຢາ​ເວ​ຊົງ​ປະ​ເສີດ; ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິ​ດແລະ​ຄວາມ​ແທ້​ຈິງ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ຊົ່ວ​ເຊື້ອຊ​າດ.
\s5
\c 101
\cl ບົດທີ 101
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ​ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ເລື່ອງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ແລະ​ຄວາມ​ຍຸ​ຕິ​ທັມ; ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຈະ​ຮ້ອງ​​ເພງ​ສັນ​ຣະ​ເສີນ​ຖວາຍ​ແດ່​ພ​ຣະ​ອົງ.
\s5
\v 2 ​ຂ້າ​ນ້ອຍ​ຈະ​ດຳ​ເນີນ​ໃນ​ທາງ​ແຫ່ງ​ຄວາມ​ຊື່​ສັດ​ສຸ​ຈະ​ຣິດ. ໂອ, ເມື່ອ​ໃດ​ພ​ຣະ​ອົງ​ຈະ​ມາ​ຫາ​ຂ້າ​ນ້ອຍ? ຂ້າ​ນ້ອຍ​ຈະ​ດຳ​ເນີນ​ດ້ວຍ​ຄວາມ​ຊື່​ສັດ​ສຸ​ຈະ​ຣິດ​ພາຍ​ໃນ​ເຮືອນ​ຂອງ​ຂ້າ​ນ້ອຍ.
\v 3 ຂ້າ​ນ້ອຍ​ຈະ​ບໍ່​ຕັ້ງ​ການ​ກະ​ທຳ​ຜິດ​ໄວ້​ຕໍ່​ຫນ້າ​ຕໍ່​ຕາ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຊັງ​ຄວາມ​ຊົ່ວ​ອັນ​ບໍ່ມີ​ຄ່າ; ມັນ​ຈະ​ບໍ່​ເກາະ​ຕິດ​ຂ້າ​ນ້ອຍ.
\s5
\v 4 ​ພວກ​ຄົນ​ບໍ່​ຈິງ​ໃຈ​ຈະ​ໄປ​ຈາກ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ບໍ່​ກ່ຽວ​ພັນ​ກັບ​ຄວາມ​ຊົ່ວ​ຮ້າຍ.
\v 5 ຂ້າ​ນ້ອຍ​ຈະ​ທຳ​ລາຍ​ຜູ້​ທີ່​ໃສ່​ຮ້າຍ​ເພື່ອນ​ບ້ານ​ຢ່າງ​ລັບໆ. ຂ້າ​ນ້ອຍ​ຈະ​ບໍ່​ທົນ​ຕໍ່​ຄົນ​ທີ່​ເຮັດ​ຕົວ​ໂອ້ອວດ​ແລະ​​ມີ​ທ່າ​ທີ​ຈອງ​ຫອງ.
\v 6 ຂ້າ​ນ້ອຍ​ຈະ​ເບິ່ງ​ຫາ​ຄົ​ນ​ຊື່​ສັດ​ແຫ່ງ​ແຜ່ນ​ດິນ​ເພື່ອ​ໃຫ້​ນັ່​ງ​ທີ່​ດ້ານ​ຂ້າງ​ຂ້າ​ນ້ອຍ. ບັນ​ດາ​ຜູ້​ດຳ​ເນີນ​ຢູ່​ໃນ​ທາງ​ຊື່​ສັດ​ສຸຈະ​ຣິດ​ຈະ​ຮັບ​ໃຊ້​ຂ້າ​ນ້ອຍ.
\s5
\v 7 ພວກ​ຄົນ​ຫລອກ​ລວງ​ຈະ​ບໍ່​ເຫລືອ​ຢູ່ໃນ​ເຮືອນ​ຂອງ​ຂ້າ​ນ້ອຍ; ພວກ​ຄົນ​ຂີ້​ຕົວະ​ບໍ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ຂ້າ​ນ້ອຍ.
\v 8 ທຸກໆ​ເຊົ້າ ຂ້າ​ນ້ອຍ​ຈະ​ທຳ​ລາຍ​ຄົນ​ຊົ່ວ​ທັງ​ຫມົດ​ຈາກ​ແຜ່ນ​ດິນ; ຂ້າ​ນ້ອຍ​ຈະ​ຍ້າຍ​ບັນ​ດາ​ຄົນ​ເຮັດ​ຊົ່ວ​ທັງ​ຫມົດ​ອອກ​ໄປ​ຈາກ​ນະ​ຄອນ​ຂອງ​ພ​ຣະ​ຢາ​ເວ.
\s5
\c 102
\cl ບົດ​ທີ 102
\p
ຄຳ​ອະ​ທິ​ຖານ​ຂອງ​ຄົນ​ທີ່​ທຸກ​ທໍ​ຣະ​ມານ​ເມື່ອ​ລາວ​ຖືກ​ຄອບ​ງຳ ແລະ​ໄຫ້​ສຽງ​ຮ້ອງ​ຂອງ​ລາວ​ຕໍ່​ຫນ້າ​ພ​ຣະ​ຢາ​ເວ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​ຟັງຄຳ​ຮ້ອງຫາ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ອົງ.
\v 2 ຂໍ​ຢ່າ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ​ໃນ​ຍາມ​ແຫ່ງ​ຄວາມ​ຍາກ​ລຳ​ບາກ. ຂໍ​ຊົງ​ຟັງ​ຂ້າ​ນ້ອຍ. ເມື່ອ​ຂ້າ​ນ້ອຍ​ຮ້ອງຫາ​ຕໍ່​ພ​ຣະ​ອົງ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ​ໂດຍ​ໄວ.
\s5
\v 3 ​ເພາະ​ວັນ​ເວ​ລາ​ຂອງ​ຂ້າ​ນ້ອຍ​ຜ່ານ​ໄປ​ເຫມືອນຢ່າງ​ຄວັນໄຟ, ແລະ​ກະ​ດູກ​ຂອງ​ຂ້າ​ນ້ອຍ​ໄຫມ້​ໄປ​ເຫມືອນ​ຢ້າງ​ໄຟ.
\v 4 ໃຈ​ຂອງ​ຂ້າ​ນ້ອຍ​ຖືກ​ຢຽບ​ຢ່ຳ, ແລະ​ຂ້າ​ນ້ອຍ​ເປັນ​ຄື​ຫຍ້າ​ທີ່​ຫ່ຽວ​ໄປ. ຂ້າ​ນ້ອຍ​ລືມ​ທີ່​ຈະ​ກິນ​ອາ​ຫານ​ໃດໆ.
\s5
\v 5 ​ດ້ວຍ​ສຽງ​ຮ້ອງ​ຄາງ​ບໍ່​ຢຸດ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈຶ່ງ​ໄດ້​ຈ່ອຍ​ລົງ​ຢ່າງ​ຫລາຍ.
\v 6 ຂ້າ​ນ້ອຍ​ເປັນ​ຄື​ນົກ​ປ່າ​ແຫ່ງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ຂ້າ​ນ້ອຍ​ກາຍ​ເປັນ​ຄື​ນົກ​ເຄົ້າແມວ​ໃນບ່ອນ​ຮົກ​ຮ້າງ​ເພ​ພັງ.
\s5
\v 7 ​ຂ້າ​ນ້ອຍນອນ​ບໍ່​ຫລັບ​ຄື​ນົກ​ໂດດ​ດ່ຽວ​, ເທິງ​ຫລັງ​ຄາ​ບ້ານ.
\v 8 ພວກສັດຕຣູຂອງຂ້ານ້ອຍກໍຫຍໍ້ຫຍັນຂ້ານ້ອຍຕະຫລອດທັງວັນ; ຜ​ູ້​ທີ່​​ເຍີ້ຍຫຍັນ​ຂ້າ​ນ້ອຍ​ໃຊ້​ຊື່​ຂອງ​ຂ້າ​ນ້ອຍ​ປ້ອຍ​ດ່າ.
\s5
\v 9 ​ຂ້າ​ນ້ອຍ​ກິນ​ຂີ້​ເຖົ່າ​ຄື​ອາ​ຫານ​ແລະ​ເຄື່ອງ​ດື່ມ​ຂອງ​ຂ້າ​ນ້ອຍ​ດ້ວຍ​ນ້ຳ​ຕາ.
\v 10 ເພາະ​ຄວາມ​ໃຈ​ຮ້າຍ​ອັນ​ຮຸນ​ແຮງ​ຂອງ​ພ​ຣະ​ອົງ, ພ​ຣະ​ອົງ​ໄດ້​ຊົງ​ຍົກ​ຂ້າ​ນ້ອຍ​ຂຶ້ນ​ແລະ​ຊົງ​ໂຍນ​ຂ້າ​ນ້ອຍ​ລົງ.
\s5
\v 11 ວັນ​ເວ​ລາ​ຂອງ​ຂ້າ​ນ້ອຍ​ເປັນ​ຄື​ເງົາ​ທີ່​ຈາງ​ຫາຍ​ໄປ, ແລະ​ຂ້າ​ນ້ອຍ​ໄດ້​ຫ່ຽວ​ໄປ​ຄື​ຫຍ້າ.
\v 12 ຂ້າ​ແດ່​, ພ​ຣະ​ຢາ​ເວ, ແຕ່​ພ​ຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ເປັນ​ນີດ, ແລະ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊົ່ວເຊື້ອ​ຊາດ,
\s5
\v 13 ພ​ຣະ​ອົງ​ຈະ​ຊົງ​ລຸກ​ຂຶ້ນ​ແລະ​ຊົງ​ເມດ​ຕາ​ຊີ​ໂອນ. ບັດ​ນີ້​ຄື​ເວ​ລ​າ​ທີ່​ຈະ​ຊົງ​ກະ​ຣຸ​ນາ​ເມືອງນີ້ ເພາະ​ເວ​ລາ​ທີ່​ກຳ​ຫນົດ​ນັ້ນ​ມາ​ເຖິງ​ແລ້ວ.
\v 14 ເພາະ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ປະ​ຄອງ​ບັນ​ດາ​ກ້ອນ​ຫີນ​ຂອງເມືອງ​ນີ້​ດ້ວຍ​ຮັກ​ແລະ​ຮູ້​ສຶກ​​ສົງ​ສານ​ຝຸ່ນ​ດິນ​ແຫ່ງ​ຊາກຮົກ​ຮ້າງ​ເພ​ພັງ​.
\v 15 ບັນ​ດາ​ປະ​ຊາ​ຊາດ​ຈະ​ຢຳ​ເກງ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ຄື​ພ​ຣະ​ຢາ​ເວ, ແລະ​ບັນ​ດາ​ກະ​ສັດ​ທັງ​ຫມົດ​ແຫ່ງ​ແຜ່ນ​ດິນ​ໂລກ​ ຈະ​ຖວາຍ​ກຽຕ​ແດ່​ພ​ຣະ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ.
\v 16 ພ​ຣະ​ຢາ​ເວ​ຈະ​ຊົງ​ສ້າງ​ຊີ​ໂອນ​ຂຶ້ນ​ອີກ​ແລະ​ຈະ​ຊົງ​ປະ​ກົດ​ດ້ວຍ​ພ​ຣະ​ສະຫງ່າຣາສີຂອງ​ພ​ຣະ​ອົງ.
\s5
\v 17 ​ໃນ​ເວ​ລາ​ນັ້ນ, ພ​ຣະ​ອົງ​ຈະ​ຊົງ​ຕອບ​ສະ​ຫນອງ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ຄົນ​ສິ້ນ​ເນື້ອ​ປະ​ດາ​ຕົວ; ພ​ຣະ​ອົງ​ຈະ​ບໍ່​ຊົງ​ປະ​ຕິ​ເສດ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ.
\v 18 ເລື່ອງ​ນີ້​ຈະ​ຖືກ​ບັນ​ທຶກ​ໄວ້​ໃຫ້​ຄົນ​ຮຸ້ນ​ຫລັງ, ແລະ​ເພື່ອ​ປະ​ຊາ​ຊົນ​ທີ່​ຍັງ​ບໍ່​ເກີດ​ມາ​ຈະ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ.
\s5
\v 19 ເພາະ​ພ​ຣະ​ອົງ​ໄດ້​ແນມ​ເບິ່ງ​ຈາກ​ທີ່​ສູງ​ອັນ​ບໍ​ລິ​ສຸດ; ພ​ຣະ​ຢາ​ເວ​ໄດ້​ແນມ​ເບິ່ງ​ແຜ່ນ​ດິນ​ໂລກ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ,
\v 20 ເພື່​ອຊົງ​ຟັງ​ສຽງ​ຄ່ຳ​ຄວນ​ຂອງ​ບັນ​ດາ​ນັກ​ໂທດ, ເພື່ອ​ຊົງ​ປ່ອຍ​ບັນ​ດາ​ຄົນ​ທີ່​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ໃຫ້​ເປັນ​ອິສຣະ.
\s5
\v 21 ​ແລ້ວ​ມະ​ນຸດ​ທັງ​ຫລາຍ​ຈະ​ປະ​ກາດ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​, ໃນ​ຊີ​ໂອນ​ແລະ​ກ່າວ​ຄຳ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ
\v 22 ເມື່ອ​ຊົນ​ຊາດ​ແລະ​ອາ​ນາ​ຈັກ​ທັ​ງ​ຫລາຍ​ມາ​ຊຸມ​ນຸມ​ກັນ​ເພື່ອ​ຮັບ​ໃຊ້​ພ​ຣະ​ຢາ​ເວ.
\s5
\v 23 ​ພ​ຣະ​ອົງ​ໄດ້​ຊົງ​ເອົາ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ໄປ​ໃນ​ເວລາ​ເຄິ່ງ​ກາງ​ຂອງ​ຊີ​ວິດ. ພ​ຣະ​ອົງ​ໄດ້​ຊົງ​ຫຍໍ້​ເວ​ລາ​ຂອງ​ຂ້າ​ນ້ອຍ.
\v 24 ຂ້າ​ນ້ອຍ​ໄດ້​ທູນວ່າ, "ຂ້າ​ແດ່​ພ​ຣະ​ເຈົ້າ​, ຂອງ​ຂ້າ​ນ້ອຍ ຂໍ​ຢ່າ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ເວລາ​ເຄິ່ງ​ກາງ​ຂອງ​ຊີ​ວິດ; ພ​ຣະ​ອົງ​ຊົງ​ສະຖິດຢູ່​ທີ່​ນີ້​ຕະ​ຫລອດ​ທຸກ​ຊົ່ວ​ເຊື້ອຊາດ.
\s5
\v 25 ໃນ​ສມັຍບ​ູຮານ; ພ​ຣະ​ອົງ​ຊົງ​ວາງ​ໂລກ​ໃນ​ທີ່​ຂ​ອງ​ມັນ ຟ້າ​ສະ​ຫວັນ​ກໍ​ເປັນ​ຜົນ​ງານ​ແຫ່ງ​ພຣະຫັດຂອງ​ພ​ຣະ​ອົງ.
\v 26 ສິ່ງ​ເຫລົ່າ​ນີ້​ຈະ​ພິ​ນາດ​ໄປ​ແຕ່​ພ​ຣະ​ອົງ​ຈະ​ຊົງ​ດຳ​ຣົງ​ຢູ່; ສິ່ງ​ເຫລົ່າ​ນີ້​ທັງ​ຫ​ມົດ​ຈະ​ເກົ່າ​ໄປ​ຄື​ເຄື່ອງ​ນຸ່ງ​ຫົ່ມ ພ​ຣະ​ອົງ​ຈະ​ຊົງ​ຖອດ​ສິ່ງ​ເຫລົ່າ​ນີ້​ອອກ, ແລະ​ສິ່ງ​ເຫລົ່າ​ນີ້​ກໍ​ຈະ​ສູນ​ຫາຍ​ໄປ.
\v 27 ແຕ່​ພ​ຣະ​ອົງ​ຊົງ​ຄື​ເກົ່າ, ແລະ​ປີ​ເດືອນ​ຂອງ​ພ​ຣະ​ອົງ​ຈະ​ບໍ່​ມີ​ທີ່​ສິ້ນ​ສຸດ.
\s5
\v 28 ​ລູກ​ຫລານ​ຂອງ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຈະ​ມີ​ຊີ​ວິດຢ​ູ່​ຕໍ່​ໄປ, ແລະ​ເຊື້ອ​ສາຍ​ຂອງ​ພວກ​ເຂົາ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ຫນ້າ​ພ​ຣະ​ອົງ."
\s5
\c 103
\cl ບົດທີ 103
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​, ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ແລະ​ດ້ວຍ​ທຸກ​ສິ່ງ​ທີ່​ມີ​ຢູ່​ພາຍ​ໃນ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ.
\v 2 ​ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​, ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ ແລະ​ຂ້າ​ນ້ອຍ​ຣະ​ນຶກ​ເຖິງ​ການ​ກະ​ທຳ​ອັນ​ປະ​ເສີດ​ຂອ​ງພ​ຣະ​ອົງ​ທັງ​ຫມົດ.
\s5
\v 3 ​ພ​ຣະ​ອົງ​ຊົງ​ອະ​ພັຍ​ໂທດຄວາມ​ບາບ​ທັງ​ຫມົດ​ຂອງ​ທ່ານ; ພ​ຣະ​ອົງ​ຊົງ​ຮັກ​ສາ​ໂຣກ​ພັຍ​ໄຂ້​ເຈັບ​ທັງ​ຫມົດ​ຂອງ​ທ່ານ.
\v 4 ພ​ຣະ​ອົງ​ຊົງ​ໄຖ່​ຊີ​ວິດ​ຂອງ​ທ່ານ​ຈາກ​ຄວາມ​ພິ​ນາດ; ພ​ຣະ​ອ​ົງ​ຊົງ​ສວມ​ມົງ​ກຸດ​ທ່ານ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ແລະ​​ການ​ກະ​ທຳ​ແຫ່ງຄວາມ​ເມດ​ຕາ​ອັນ​ອ່ອນ​ໂຍນ.
\v 5 ພ​ຣະ​ອົງ​ຊົງ​ໃຫ້​ຊີ​ວິ​ດ​ຂອງ​ທ່ານ​ອີ່ມ​ດ້ວຍ​ຂອງ​ດີ​ທັງ​ຫລາຍ​ເພື່ອ​ໃຫ້​ວັຍ​ຫນຸ່ມ​ຂອງ​ທ່ານ​ກັບ​ຄືນ​ມາ​ໃຫມ່​ຢ່າງ​ນົກອິນ​ຊີ.
\s5
\v 6 ​ພ​ຣະ​ຢ​າ​ເວ​ຊົງ​ກະ​ທຳ​ການ​ທ່ຽງ​ທັມ​ແລະ​ຊົງ​ກະ​ທຳ​ການ​ຍຸ​ຕິ​ທັມ​ແກ່​ທຸກ​ຄົນ​ທີ່​ຖືກ​ບີບ​ບັງ​ຄັບ.
\v 7 ພ​ຣະ​ອົງ​ຊົງ​ສຳ​ແດງ​ແຜນ​ການ​ຂອງ​ພ​ຣະ​ອົງ​ໃຫ້​ໂມ​ເຊ​ໄດ້​ຮູ້, ຄື​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ແກ່​ເຊື້ອ​ສາຍ​ອິ​ສະ​ຣາ​ເອນ.
\v 8 ພ​ຣະ​ຢາ​ເວ​ຊົງ​ພຣະກະ​ຣຸ​ນາ​ແລະ​ຊົງ​ມີ​ພ​ຣະ​ຄຸນ; ພ​ຣະ​ອົງ​ຊົງ​ອົດ​ກັ້ນ; ພ​ຣະ​ອົງ​ຊົງ​ຊື່​ສັດ​ຢ່າງ​ຍິ່ງ​ໃຫຍ່​ຕາມ​ພັນທະສັນ​ຍາ.
\s5
\v 9 ​ພ​ຣ​ະ​ອົງ​ຈະ​ບໍ່​ຊົງ​ຕີ​ສອນ​ຢູ່​ສະ​ເຫມີ; ພ​ຣະ​ອົງ​ບໍ່​ໃຈ​ຮ້າຍ​ຢູ່​ສະ​ເຫມີ.
\v 10 ພ​ຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທຳ​ຕໍ່​ເຮົາ​ຕາມ​ທີ່​ສົມ​ຄວນ​ແກ່​​ບາບ​ຂອງ​ເຮົາ ຫລື​ຕອບ​ສະ​ຫນອງ​ເຮົາ​ຕາມ​ຂະ​ຫນາດ​ຄວາມ​ຊົ່ວ​ຂອງ​ເຮົາ.
\s5
\v 11 ​ເພາະ​ຟ້າ​ສະຫວັນສູງ​ເຫນືອ​ແຜ່ນ​ດິນ​ໂລກຫລາຍເທົ່າ​ໃດ, ຄວາມ​ຊື່​ສັດ​ແຫ່ງ​ພະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ມີ​ຕໍ່​​ຜູ້​ທີ່​ຍົກ​ຍ້ອງ​ພ​ຣະ​ອົງ​ກໍ​ໃຫຍ່​ຍິ່ງ​ເທົ່າ​ນັ້ນ.
\v 12 ຕະ​ເວັນ​ອອກ​ໄກ​ຈາກ​ຕະ​ເວັນ​ຕົກຫລາຍ​ເທົ່າ​ໃດ, ນີ້​ກໍ​ຄື​ໄລ​ຍະ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປົດ​ການ​ເຮັດ​ຜິດ​ບາບ​ຂອງ​ເຮົາ​ໄປ​ໄກ​ຈາກ​ເຮົາ​ເທົ່າ​ນັ້ນ.
\v 13 ພໍ່​ເມດຕາລູກໆ​​ຂອງຕົນຫລາຍເທົ່າໃດ, ພ​ຣະ​ຢາ​ເວ​ກໍ​ຊົງ​ເມດຕາຄົນ​ທີ່​ຍົກ​ຍ້ອງ​ພ​ຣະ​ອົງຫລາຍເທົ່າ​ນັ້ນ.
\s5
\v 14 ​ເພາະ​ພ​ຣະ​ອົງ​ຊົງ​ຮູ້​ວ່າ​ເຮົາ​ໄດ້​ຖືກ​ປັ້ນ​ຂຶ້ນ​ມາ​ຢ່າງ​ໃດ; ພ​ຣະ​ອົງ​ຊົງ​ຮູ້​ວ່າ​ເຮົາ​ເປັນ​ແຕ່​ຝຸ່ນ​ດິນ.
\v 15 ສ່ວນ​ມະ​ນຸດ​ນັ້ນ, ວັນ​ເວ​ລາ​ຂອງ​ເຂົາ​ເປັນ​ຄື​ຫຍ້າ; ເຈົ້າ​ຈະໆ​ເຣີນ​ຂຶ້ນ​ຄື​ດອກ​ໄມ້​ໃນ​ທົ່ງ​ນາ.
\v 16 ລົມ​ກໍ​ພັດ​ພາ​ມັນ​ໄປ, ແລະ​ມັນ​ກໍ​ຫາຍ​ໄປ, ແລະ​ບໍ່​ມີ​ໃຜ​ບອກ​ໄດ້ເຫັນ​ເຖິງ​ທີ່​ຊຶ່ງ​ມັນ​ເຄີຍງອກ​ຂຶ້ນ​ມາ​ກ່ອນ.
\s5
\v 17 ​ແຕ່​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ, ​ນັ້ນ​ດຳ​ຣົງ​ຢູ່​ຕັ້ງ​ແຕ່​ນິ​ຣັນ​ການ​ເຖິງ​ນິ​ຣັນ​ການ​ ຕໍ່​ຜູ້​ທີ່​ຍົກ​ຍ້ອງ​ພ​ຣະ​ອົງ. ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ຍືນ​ຍາວ​ໄປ​ເຖິງ​ເຊື້ອ​ສາຍ​ທັງ​ຫລາຍ​ຂອງ​ພວກ​ເຂົາ.
\v 18 ພວກ​ເຂົາ​ຮັກ​ສາ​ຄຳ​ສັນ​ຍາ​ຂອງພ​ຣະ​ອົງ ​ແລະ​ຣະ​ນຶກ​ເຖິງ​ການ​ເຮັດ​ຕາມ​ບັນ​ດາ​ຂໍ້​ບັງ​ຄັບ​ຂອງ​ພ​ຣະ​ອົງ.
\v 19 ​ພ​ຣະ​ຢາ​ເວ​, ໄດ້​ຊົງ​ສະ​ຖາ​ປະ​ນາ​ບັນ​ລັງ​ຂອງ​ພ​ຣະ​ອົງ​ໄວ້​ໃນຟ້າ​ສະ​ຫວັນ, ແລະ​ຣາຊ​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ​ຄອບ​ຄອງ​ເຫນືອ​ທຸກ​ຄົນ.
\s5
\v 20 ​ທ່ານ​ທັງ​ຫລາຍ​ຜູ້​ເປັນ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ອົງ, ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ທ່ານ​ຜູ້​ຊົງ​ຣິດ​ອຳ​ນາດ​ຊຶ່ງ​ເປັນ​ຜູ້​ທີ່​ເຂັ້ມ​ແຂງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ ແລະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ.
\v 21 ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ຄື​ພວກ​ທ່ານ​ຜູ້​ເປັນ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ​ທີ່​ເຮັດ​ຕາມ​ໃຈ​ຂອງ​ພ​ຣະ​ອົງ, ສິ່ງ​ທີ່​ພ​ຣະ​ອົງ​ຊົງ​ສ້າງ​ເອີຍ.
\v 22 ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ໃນ​ທຸກ​ສະ​ຖານ​ທີ່​ທີ່​ພ​ຣະ​ອົງ​ຄອບ​ຄອງ​ຢູ່. ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ.
\s5
\c 104
\cl ບົດທີ 104
\p
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ, ພ​ຣະ​ອົງ​ໄດ້​ຊົງ​ສວມຄວາມສະ​ງ່າ​ງາມ​ ແລະ​ຄວາມ​ຍິ່ງ​ໃຫຍ່.
\v 2 ພ​ຣະ​ອົງ​ຊົງ​ຫຸ້ມ​ຫໍ່ພ​ຣະ​ອົງ​ເອງ​ດ້ວຍ​ແສງ​ສະ​ຫວ່າງ​ຣັສມີ ພ​ຣະ​ອົງ​ຊົງ​ກາງ​ຟ້າ​ສະ​ຫວັນ​ອອກ​ດັ່ງ​ຜ້າ​ເຕັນ.
\v 3 ພ​ຣະ​ອົງ​ຊົງ​ວາງ​​ຄານ​ທີ່​ຂອງ​ພ​ຣະ​ອົງ​ໄວ້​ເທິງ​ເມກ; ພ​ຣະ​ອົງ​ຊົງ​ໃຫ້​ເມກ​ທັງ​ຫລາຍ​ເປັນ​ມ້າ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ດຳ​ເນີນ​ໄປ​ເທິງ​ປີກ​ຂອງ​ລົມ.
\s5
\v 4 ​ພ​ຣະ​ອົງ​ຊົງ​ໃຊ້ລົມ​ໃຫ້ເປັນ​ທູດ​ສື່​ສານ​ຂອງ​ພຣະ​ອ​ົງ ຊົງ​ໃຫ້ເ​ເສງຟ້າແມບເຫລື້ອມ​​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\v 5 ພ​ຣະ​ອົງ​ໄດ້​ຊົງ​ຕັ້ງແລະວາງ​​ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ ແລະ​ມັນ​ຈະ​ບໍ່​ສັ່ນ​ຄອ​ນ​ເລີຍ.
\s5
\v 6 ​ພ​ຣະ​ອົງ​ໄດ້​ຊົງ​ຫຸ້ມຫໍ່​ແຜ່ນ​ດິນ​ໂລກ​ດ້ວຍ​ນ້ຳເຫມືອນ​ດັ່ງ​ເຄື່ອງ​ນຸ່ງ​ຫົ່ມ; ນ້ຳ​ກໍ​ໄດ້ປົກ​ຄຸມ​ພູ​ເຂົາ​ທັງ​ຫລາຍ.
\v 7 ການ​ນາບ​ຂູ່​ຂອງ​ພ​ຣະ​ອົງ​ເຮັດ​ໃຫ້​ນ້ຳ​ນັ້ນຫລົບຖອຍ​ໄປ; ​ໂດຍ​ສຽງຮ້ອງ​ສັ່ງ​ດັ່ງ​ຟ້າ​ຮ້ອງ​ຂອງພ​ຣະ​ອົງ ເມື່ອ​ພ​ຣະ​ອົງ​ຊົງ​ສັ່ງ​​ນ້ຳ​ນັ້ນ​ກໍ​ຫນີ​ໄປ.
\s5
\v 8 ​ບັ​ນ​ດາ​ພູ​ເຂົາ​ຈຶ່ງ​ໄດ້​ຜຸດ​ຂຶ້ນ, ແລະ​​ຮ່ອມ​ພູ​ທັງຫລາຍກໍ​ໄດ້​ຂະ​ຍາຍ​ອອກ​ເຂົ້າ​ສູ່​ທີ່​ ທີ່​ພ​ຣະ​ອົງ​ໄດ້​ຊົງ​ກຳ​ນົດໄວ້​ສຳ​ລັບ​ພວກ​ມັນ.
\v 9 ພ​ຣະ​ອົງ​ໄດ້​ຊົງ​ວາງ​ຂອບ​ເຂດ​ໄວ້​ໃຫ້​ພວກ​ມັນ​ທີ່​ພວກ​ມັນ​ຈະ​ຂ້ວາມ​ໄປ​ບໍ່​ໄດ້; ພວກ​ມັນ​ຈະ​ບໍ່​ໄດ້​ປົກ​ຄຸມ​ແຜ່ນ​ດິນ​ອີກ.
\s5
\v 10 ​ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ນ້ຳ​ພຸ​ຕ່າງໆ; ໄຫລ​ລົງ​ໄປ​ສູ່​ຮ່ອມ​ພູ​ທັງ​ຫລາຍ ລຳ​ນ້ຳ​ເຫລົ່າ​ນັ້ນ​ກໍ​ໄຫລ​ໄປ​ລະ​ຫວ່າງເນີນ​ພູ​​ດ້ວຍ.
\v 11 ລຳ​ນ້ຳ​ເຫລົ່າ​ນັ້ນ​ໄດ້​ສົ່ງ​ນ້ຳ​ໃຫ້​ແກ່ບັນດາ​​ສັດປ່າ​ທັງ​ຫມົດ​ແຫ່ງ​ທ້ອງ​ທົ່ງ; ໃຫ້​ພວກ​ລໍ​ປ່າ​ໄດ້​ບັນເທົາ​ຄວາມ​ກະ​ຫາຍນ້ຳ​ຂອງ​ພວກ​ມັນ.
\v 12 ທີ່​ແຄມ​ຝັ່ງ​ແມ່​ນ້ຳ​ນັ້ນ ຝູງ​ນົກ​ໃນ​ອາ​ກາດ​ຈຶ່ງ​ໄດ້​ສ້າງ​ຮັງ​ຂອງ​ພວກ​ມັນ; ພວກ​ນົກ​ຕ່າງ​ກໍ​ຮ້ອງ​ເພງ​ໃນ​ທ່າມ​ກາງ​ກິ່ງ​ໄມ້​ເຫລົ່າ​ນັ້ນ.
\s5
\v 13 ​ພ​ຣະ​ອົງ​ຊົງ​ຫົດ​ພູ​ເຂົາ​ດ້ວຍ​ນ້ຳ​ຈາກ​ບັນ​ດາ​ຄັງ​ນ້ຳ​ຂອງ​ພ​ຣະ​ອົງ​ໃນ​ທ້ອງ​ຟ້າ. ແຜ່ນ​ດິນ​ໂລກ​ກໍ​ໄດ້​ອີ່ມ​ດ້ວຍ​ຜົນ​ແຫ່ງ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ.
\v 14 ພ​ຣະ​ອົງ​ຊົງ​ໃຫ້​ຫຍ້າ​ງອກ​ຂຶ້ນ​ມາ​ເພື່ອ​ສັດ​ລ້ຽງ ແລະ​ຊົງ​ໃຫ້​ຜັກ​ທັງ​ຫລາຍ​ເພື່ອ​ມະ​ນຸດ​ໄດ້​ເພາະ​ປູກ ເພື່ອ​ມະ​ນຸດ​ຈະ​ເຮັດ​ໃຫ້​ເກີດ​ອາ​ຫານ​ຈາກ​ແຜ່ນ​ດິນ​ໂລກ.
\v 15 ພ​ຣະ​ອົງ​ຊົງ​ເຮັດ​ເຫລົ້າ​ອະ​ງຸ່ນ​ເພື່ອ​ເຮັດ​ໃຫ້​ມະ​ນຸດ​ມີ​ຄວາມ​ສຸກ, ຊົງ​ປຣະ​ທານ​ນ້ຳມັນ​ເພື່ອ​ເຮັດ​ໃຫ້​ຫນ້າ​ຂອງ​ເຂົ​າ​ສົດ​ໃສ, ແລະ​ຊົງ​ປຣະ​ທານ​ອາ​ຫານ​ເພື່ອໃຫ້ພວກ​​ເຂົາມີເຫື່ອແຮງຂຶ້ນໃຫມ່.
\s5
\v 16 ສ່ວນ​ຕົ້ນ​ໄມ້​ຂອງ​ພ​ຣະ​ຢາ​ເວ ໄດ້​ຮັບ​ຝົນ​ຢ່າງ​ຫລວງ​ຫລາຍ; ຄື​ຕົ້ນ​ແປກ​ແຫ່ງ​ເລ​ບາ​ນອນ​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ປູກ​ໄວ້.
\v 17 ເທິງຕົ້ນໄມ້ນັ້ນຝູງນົກ​ໄດ້​ສ້າງ​ຮັງ​ຂອງ​ພວກ​ມັນ​ຢູ່​ໃນ​ນັ້ນ. ນົກ​ຍາງ​ມີ​ຕົ້ນ​ສົນ​ສາມ​ໃບ​ເປັນ​ບ້ານ​ຂອງ​ມັນ.
\v 18 ແບ້ປ່າກໍອາສັຍ​ຢູ່​ເທິງ​ພູ​ເຂົາ​ສູງ​ທັງ​ຫລາຍ; ບັນ​ດາ​ທີ່​ສູງ​ຂອງ​ຫນ້າຜາ​ເປັນ​ທີ່​ລີ້​ພັຍ​ຂອງ​ໂຕ​ກະ​ຕ່າຍ.
\s5
\v 19 ​ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ດວງ​ເດືອນໃຫ້​ກຳ​ນົດ​ຣະ​ດູ​ການ​ທັງ​ຫລາຍ; ດວງ​ຕາເວັນ​ໃຫ້​ຮູ້​ຈັກ​ເວ​ລາ​ຂອງ​ມັນ.
\v 20 ພ​ຣະ​ອົງ​ຊົງ​ສ້າງ​ຄວາມ​ມືດ​ຂອງ​ກາງ​ຄືນ​ໃຫ້​ເປັນ​ເວ​ລາ​ທີ່​ບັນ​ດາ​ສັດ​ປ່າ​ທັງ​ຫມົດ​ຂອງ​ປ່າ​ຈະ​ໄດ້​ອອກ​ມາ.
\s5
\v 21 ​​ສິງ​ໂຕ​ຫນຸ່ມ​ແຜດສຽງຮ້ອງເວລາອອກ​ຫາ​ເຫຍື່ອ​ຂອງ​ມັນ​ແລະ​ຊອກ​ຫາ​ອາ​ຫານ​ຂອງ​ມັນ​ພ​ຣະ​ເຈົ້າຈັດໄວ້ໃຫ້.
\v 22 ເມື່ອຕາ​ເວັນຂຶ້ນ, ພວກ​ມັນ​ກໍ​ພັກ​ຜ່ອນ​ແລະ​ນອນ​ຫລັບ​ໃນ​ຖ້ຳ​ທັງ​ຫລາຍ​ຂອງ​ພວກ​ມັນ.
\s5
\v 23 ໃນ​ຂະ​ນະ​ດຽວ​ກັນ, ມະ​ນຸດ​ທັງ​ຫລາຍ​ກໍ​ອອກ​ໄປ​ເຮັດ​ວຽກ​ງານ​ຂອງ​ພວກ​ເຂົາ​ແລະ​ອອກ​ແຮງ​ໄປ​ຈົນ​ເຖິງ​ເວ​ລາ​ແລງ.
\v 24 ຂ້າ​ແດ​່​ພ​ຣະ​ຢາ​ເວ, ​ພ​ຣະ​ອົງ​ໄດ້ສ້າງ​ຫລາຍສິ່ງ​ຫລາຍແນວ! ​ພຣະອົງໄດ້ສ້າງສັບພະທຸກສິ່ງ ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ທຸກ​ສິ່ງ​ເຫລົ່າ​ນັ້ນ​ດ້ວຍ​ພຣະປັນ​ຍາ; ແຜ່ນ​ດິນ​ໂລກ​ເຕັມ​ລົ້ນ​ໄປ​ດ້ວຍ​ສິ່ງທີ່​​ພ​ຣະ​ອົງໄດ້ສ້າງ.
\s5
\v 25 ​ທະ​ເລ​ຢູ່​ຂ້າງ​ນັ້ນ, ທັງ​ເລິກ​ແລະ​ກວ້າງ, ຄັບ​ຄັ່ງ​ໄປ​ດ້ວຍ​ສິ່ງ​ທີ່​ມີ​ຊີ​ວິດ​ຈົນນັບ​ບໍ່​ຖ້ວນ, ທັງ​ສັດນ້ອຍ​ແລະ​ໃຫຍ່.
\v 26 ເຮືອ​ກໍ​ແລ່ນ​ໄປ​ມາທີ່​ນັ້ນ, ແລະ​ເງືອກ​ກໍ​ຢູ່​ທີ່​ນັ້ນ, ຊຶ່ງ​ພ​ຣ​ະ​ອົງ​ໄດ້​ຊົງ​ສ້າງ​ໄວ້​ໃຫ້ລອຍ​ຫລິ້ນ​ໃນ​ທະ​ເລ.
\s5
\v 27 ສິ່ງ​ທັງ​ຫມົດ​ນີ້ຫລຽວ​ຫາ​ພ​ຣະ​ອົງ​ເພື່ອ​ໃຫ້​ພ​ຣະ​ອົງ​ຊົງ​ປຣະ​ທານ​ອາ​ຫານ​ແກ່​ພວກ​ມັນ​ຕາມ​ເວ​ລາ.
\v 28 ເມື່ອ​ພ​ຣະ​ອົງ​ຊົງ​ປຣະ​ທານ​ໃຫ້​ແກ່​ພວກ​ມັນ​ພວກ ພວກ​ມັນ​ກໍ​ມາ​ຮວມ​ກັນ, ເມື່ອ​ພ​ຣະ​ອົງ​ຊົງ​ກາງ​ມື​ອອກ; ພວກ​ມັນ​ກໍ​ໄດ້​ອີ່ມທ້ອງ.
\s5
\v 29 ​ເມື່ອ​ພ​ຣະ​ອົງ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ, ພວກ​ມັນ​ກໍ​ລຳ​ບາກ; ຖ້າ​ພ​ຣະ​ອົງ​ຊົງ​ເອົາ​ລົມ​ຫາຍ​ໃຈ​ພວກ​ມັນ​ໄປ, ພວກ​ມັນ​ກໍ​ຕາຍ​ແລະ​ກັບ​ເປັນ​ຝຸ່ນ​ດິນ.
\v 30 ເມື່ອ​ພ​ຣະ​ອົງ​ຊົງ​ສົ່ງ​ພ​ຣະ​ວິນຍານຂອງ​ພ​ຣະ​ອົງ​ອອກ​ໄປ​, ພວກ​ມັນ​ກໍ​ຖືກ​ສ້າງ​ຂຶ້ນ, ແລະ​ພ​ຣະ​ອົງ​ກໍ​ຊົງ​ປ່ຽນ​ໂສມຫນ້າ​ຂອງ​ແຜ່ນດິນໂລກຄືນ​ໃຫມ່.
\s5
\v 31 ​ຂໍ​ໃຫ້ສະຫງ່າຣາສີຂອງ​ພ​ຣະ​ຢາ​ເວ​ດຳ​ຣົງ​ຢູ່​ເປັນ​ນິດ; ຂໍ​ໃຫ້ພ​ຣະ​ຢາ​ເວ​ຊົງ​ປິ​ຕິ​ຍິນ​ດີ​ໃນ​ການ​ຊົງ​ສ້າງ​ຂອງ​ພ​ຣະ​ອົງ.
\v 32 ພ​ຣະ​ອົງ​ແນມ​​ລົງ​ມາ​ຍັງ​ແຜ່ນ​ດິນ​ໂລກ, ແລະ​ມັນ​ກໍ​ສັ່ນ​ສະເ​ທືອນ; ພ​ຣະ​ອົງ​ຊົງ​ແຕະ​ຕ້ອງ​ພູ​ເຂົາ ແລະ​ພວກ​ມັນ​ກໍ​ມີ​ຄວັນ​ໄຟຟົ້ງຂຶ້ນ​ມາໂລດ.
\s5
\v 33 ​ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ຖວາຍ​ແດ່​ພ​ຣະ​ຢາ​ເວ​ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ຖວາຍ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ຕາບ​ເທົ່າ​ທີ່​ຂ້າ​ນ້ອຍ​ຍັງ​ມີ​ຊີ​ວິດ​ຢູ່.
\v 34 ຂໍ​ໃຫ້​ບົດເພງ​​ນັ້ນຈົ່ງ​ເປັນ​ທີ່​ພໍ​ໃຈ​ພ​ຣະ​ອົງ; ຂ້າ​ນ້ອຍ​ຊົມຊື່ນຍິນ​ດີ​ໃນ​ພ​ຣະ​ຢາ​ເວ.
\s5
\v 35 ​ຂໍ​ໃຫ້​ບັນ​ດາ​ຄົນ​ບາບ​ສູນ​ສິ້ນ​ໄປ​ຈາກ​ແຜ່ນ​ດິນ​ໂລກ, ແລະ​ຂໍ​ຢ່າ​ໃຫ້​ມີ​ຄົນ​ຊົ່ວ​ອີກ​ເລີຍ. ຂ້າ​ນ້ອຍ​ຂໍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​. ດ້ວຍ​ສິ້ນ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ ຈົງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.
\s5
\c 105
\cl ​ບົດ​ທີ 105
\p
\v 1 ຈົ່ງ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ, ຈົ່ງ​ປະກາດ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ; ຈົ່ງ​ໃຫ້​ສິ່ງທີ່ພຣະອົງໄດ້ກະ​ທຳ​​ໄດ້​ເປັນ​ທີ່ຮູ້​ຈັກ​ໃນ​ທ່າມ​ກາງ​ຊົນ​ຊາດ​ທັງ​ຫລາຍ.
\v 2 ຈົ່ງ​ຮ້ອງ​ເພງ​ຖວາຍ​ແດ່​ພ​ຣະ​ອົງ; ຈົ່ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ຖວາຍ​ແດ່​ພ​ຣະ​ອົງ ຈົ່ງ​ເລົ່າ​ເຖິງ​ກາ​ນ​ກະ​ທຳ​ອັນ​ອັ​ສະ​ຈັນ​ທັງ​ຫມົດ​ຂອງ​ພ​ຣະ​ອົງ.
\v 3 ຈົ່ງອວດ​ພ​ຣະ​ນາມຊື່​ບໍ​ຣິສຸດ​ຂອງ​ພ​ຣະ​ອົງ; ໃຫ້​ໃຈ​ຂອງ​ທຸກຄົນທີ່ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ​ຊື່ນ​ບານ.
\s5
\v 4 ​ຈົ່ງ​ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ; ​ແລະ​ກຳ​ລັງ​ຂອງ​ພ​ຣະ​ອົງ. ຈົ່ງ​ສະ​ແຫວງ​ຫ​າ​ພຣະພັກຂອງ​ພ​ຣະ​ອົງ​ຢູ່​ສະ​ເຫມີ.
\v 5 ຈົ່ງ​ຣະ​ນຶກ​ເຖິງ​ບັນ​ດາ​ສິ່ງ​ທີ່ຫນ້າ​ຢ້ານ​ກົວ​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້, ບັນ​ດາ​ການ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​, ແລະ​ບັນ​ດາ​ຄຳ​ພິ​ພາກ​ສາ​ຈາກພຣະໂ​ອດ​ຂອງພ​ຣະ​ອົງ,
\v 6 ທ່ານ​ຜູ້​ເປັນ​ເຊື້ອ​ສາຍ​ທັງ​ຫລາຍ​ຂອງ​ອັບ​ຣາ​ຮາມ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ເອີຍ, ທ່ານ​ຜູ້​ເປັນ​ປະ​ຊາ​ກອນ​ຂອງ​ຢາ​ໂຄບ, ບັນ​ດາ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ເລືອກໄວ້.
\s5
\v 7 ​ພ​ຣະ​ອົງ​ຄື​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຮົາ ຄືຂໍ້​ຄຳ​​ສັ່ງ​ຂອງ​ພ​ຣະ​ອົງໃຊ້ກັນ​ຢູ່​ທົ່ວ​ທັງ​ແຜ່ນ​ດິນ​ໂລກ.
\v 8 ພ​ຣະ​ອົງ​ຊົງ​ຣະ​ນຶກ​ເຖິງພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຢູ່​ເປັນ​ນິດ, ຄື​​ເປັນພຣະ​ສັນຍາ​ທີ່​ພ​ຣະ​ອົງ​ຊົງ​ມີໄວ້​ຫລາຍຊົ່ວພັນເ​ຊັ່ນຄົນ.
\s5
\v 9 ​ພ​ຣະ​ອົງ​ຊົງ​ຣະ​ນຶກ​ເຖິງ​ຄຳ​ສັນ​ຍາ​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ ແລະ​ຄຳ​ສັນຍາ​ພ​ຣະ​ອົງ​ກັບ​ອີ​ຊາກ.
\v 10 ນີ້​ຄື​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຢືນ​ຢັນ​ກັບ​ຢາ​ໂຄບ ​ໃຫ້​ເປັນ​ກົດ​ບັນ​ຍັດ ແລະ​ກັບ​ອິ​ສະ​ຣາ​ເອນ​ໃຫ້​ເປັນ​ຄຳ​ສັນ​ຍາ​ນິ​ຣັນ.
\v 11 ພ​ຣະ​ອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ແຜ່ນ​ດິນ​ກາ​ນາ​ອານ​ແກ່​ເຈົ້າ​ໃຫ້​ເປັນ​ສ່ວນ​ແບ່ງ​ແຫ່ງ​ມໍ​ຣະ​ດົກ​ຂອງ​ເຈົ້າ​ທັງ​ຫລາຍ."
\s5
\v 12 ພ​ຣະ​ອົງ​ໄດ້​ກ່າວ​ເລື່ອງ​ນີ້​ເມື່ອ​ພວກ​ເຂົາ​ຍັງ​ມີ​ພຽງ​ຈຳ​ນວນ​ນ້ອຍ, ພຽງ​ເລັກ​ນ້ອຍ, ແລະ​ຍັງ​ເປັນ​ພວກ​ຄົນ​ແປກ​ຫນ້າ​ໃນ​ແຜ່ນ​ດິນ​ນັ້ນ.
\v 13 ພວກ​ເຂົາ​ໄດ້​ທ່ອງ​ທ່ຽວ​ຈາກ​ຊົນ​ຊາດ​ຫນຶ່ງ​ໄປ​ຍັງ​ອີກ​ຊົນ​ຊາດ​ຫນຶ່ງ ແລະ​ຈາກ​​ອາ​ນາ​ຈັກ​ຫນຶ່ງ​ໄປ​ຍັງ​ອີກ​​ອາ​ນາ​ຈັກ​ຫນຶ່ງ.
\s5
\v 14 ​ພ​ຣະ​ອົງ​ບໍ່​ຊົງ​ຍອມ​ໃຫ້​ຜູ້​ໃດ​ບີບ​ບັງ​ຄັບ​ພວກ​ເຂົາ; ພ​ຣະ​ອົງ​ຊົງ​ເຕືອນ​ກະ​ສັດ​ທັງ​ຫລາຍ​ເພື່ອ​ເຫັນ​ແກ່​ພວກ​ເຂົາ.
\v 15 ພ​ຣະ​ອົງ​ໄດ້​ກ່າວ​ວ່າ,“ຢ່າ​ແຕະ​ຕ້ອງ​ບັນ​ດາ​ຜູ້​ທີ່​ເຮົາ​ເຈີມ​ໄວ້, ແລະ​ຢ່າ​ເຮັດ​ອັນ​ຕະ​ຣາຍ​ບັນ​ດາ​ຜູ້​ເຜີຍ​ຂໍ້​ຄຳ​ສັ່ງ​ຂອງ​ເຮົ​າ.”
\s5
\v 16 ພ​ຣ​ະ​ອົງ​ໄດ້​ສົ່ງການ​ອຶດຢາກອາ​ຫານໃຫ້​ເກີດ​ຂຶ້ນ​ເທິງ​ແຜ່ນ​ດິນ​ ພ​ຣະ​ອົງ​ຊົງ​ທຳ​ລາຍ​ແຫລ່ງສະ​ບຽງ​ອາ​ຫານ​ທັງ​ຫມົດ.
\v 17 ພ​ຣະ​ອົງ​ໄດ້​ຊົງ​ໃຊ້​ຊາຍ​ຄົ​ນ​ຫນຶ່ງ​ໄປ​ຂ້າງ​ຫນ້າ​ພວກ​ເຂົາ ໂຢ​ເຊບ​ໄດ້​ຖືກ​ຂາຍ​ໄປ​ເປັນ​ທາດ​ຮັບ​ໃຊ້.
\s5
\v 18 ​ຕີນ​ທັງ​ຄູ່​ຂອງ​ເຂົາ​ຖືກ​ມັດ​ດ້ວຍ​ໂສ້; ຄໍ​ຂອງ​ເຂົາ​ຖືກ​ໃສ່​ປອກ​ເຫລັກ,
\v 19 ຈົນ​ກວ່​າ​ຈະ​ເຖິງ​ເວ​ລາ,​ສິ່ງທີ່ເພິ່ນໄດ້ທຳນວາຍ​ໄດ້​ກາຍ​ເປັນ​ຈິງ, ແລະຖ້ອຍຄຳຂອງ​ພ​ຣະ​ຢາ​ເວ​ໄດ້​ຊົງ​ພິ​ສູດ​ເຂົາວ່າຖືກຕ້ອງ.
\s5
\v 20 ​ກະສັດ​ກໍ​ຊົງ​ໃຫ້​ບັນ​ດາ​ຜູ້​ຮັບ​ໃຊ້​ໄປ​ປ່ອຍ​ໂຕ​ເຂົາ; ຜູ້​ປົກ​ຄອງ​ຂອງ​ປະ​ຊາ​ຊົນ​ກໍ​ປ່ອຍ​ເຂົາ​ເປັນ​ອິສຣະ.
\v 21 ເພິ່ນໄດ້​ຊົງ​ຖືກແຕ່ງຕັ້ງ​​ໃຫ້​ດູ​ແລ​ພ​ະ​ຣາ​ຊະວັງ​ຂອງ​ພ​ະ​ອົງ​ໃນ​ຖາ​ນະ​ຜູ້​ປົກ​ຄອງ ​ດູ​ແລ​ບັນ​ດາ​ຊັບ​ສິນ​ຂອງ​ພ​ະ​ອົງ​ທັງ​ຫມົດ.
\v 22 ໃຫ້​ສັ່ງ​ສອນ​ບັນ​ດາ​ເຈົ້າ​ນາຍ​ຂອງ​ພ​ະ​ອົງ​ຕາມ​ທີ່​ກະ​ສັດ​ຊົງ​ປະ​ສົງ ແລະ​ສອນ​ປັນ​ຍາ​ໃຫ້​ແກ່​ບັນ​ດາ​ຜູ້​ອາ​ວຸ​ໂສ​ຂອງ​ພ​ະ​ອົງ.
\v 23 ແລ້ວ​ອິ​ສະ​ຣາ​ເອນ​ໄດ້​ເຂົ້າ​ມາ​ສູ່​ເອ​ຢິບ, ແລະ​ຢາ​ໂຄບ​ໄດ້​ອາ​ສັຍ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ຮາມ​ຊົ່ວ​ໄລ​ຍະ​ຫນຶ່ງ.
\s5
\v 24 ​ພ​ຣະ​ຢາ​ເວ​ໄດ້​ຊົງ​ເຮັດ​ໃຫ້​ປະ​ຊາຊົນ​ຂອງ​ພ​ຣະ​ອົງ​, ມີ​ລູກ​ຫລາຍ ແລະ​ໄດ້​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ແຂງ​ແກ່ນກວ່າ​​ສັດ​ຕຣູ​ຂອງ​ພວກ​ເຂົາ.
\v 25 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ສັດ​ຕຣູຂອງ​ພວກ​ເຂົາ​ກຽດ​ຊັງ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ, ເພື່ອ​ຂົ່ມ​ເຫັງ​ຜູ້​ຮັບ​ໃຊ້ຂອງພ​ຣະ​ອ​ົງ.
\v 26 ພ​ຣະ​ອົງ​ໄດ້​ຊົງ​ໃຊ້​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ແລະ​ອາ​ໂຣນ​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ໄວ້.
\v 27 ເຂົາ​ທັງ​ສອງ​ໄດ້​ສຳ​ແດງ​ບັນ​ດາ​ຫມາຍ​ສຳ​ຄັນ​ຂອງ​ພ​ຣະ​ອົງ​ທ່າມ​ກາງ​ຄົນ​ເອຢິບ, ສຳ​ແດງ​ການ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​ໃນ​ແຜ່ນ​ດິນ​ຂອງ​ຮ​າມ.
\s5
\v 28 ພ​ຣະ​ອົງ​ໄດ້​ຊົງ​ໃຊ້​ຄວາມ​ມືດ​ມາ​ແລະ​ໄດ້​ຊົງ​ເຮັດ​ໃຫ້​ແຜ່ນ​ດິນ​ມືດ, ແຕ່​ປະ​ຊາ​ຊົນ​ຂອງ​ແຜ່ນ​ດິນ​ນັ້ນ​ບໍ່​ໄດ້​ເຊື່ອ​ຟັງ​​ຂໍ້ຄຳສັ່ງ​ຂອງ​ພ​ຣະ​ອົງ.
\v 29 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ນ້ຳ​ກາຍ​ເປັນ​ເລືອດ ແລະ​ໄດ້​ຊົງ​ຂ້າ​ປາ​ຂອງ​ພວກ​ເຂົ​າຕາຍຫມົດ.
\v 30 ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ກົບ​ຫລວງ​ຫລາຍ​ແມ່ນ​ແຕ່​ໃນ​ຫ້ອງ​ຕ່າງໆ, ຂອງ​ບັນ​ດາ​ຜູ້​ປົກ​ຄອງ​ຂອງ​ພວກ​ເຂົາ.
\s5
\v 31 ​ພ​ຣະ​ອົງ​ໄດ້ສັ່ງ, ໃຫ້ຝູງ​ເຫລືອກ​ກໍ​ມາ​ແລະ​ຝູງ​ຮີ້ນ​ໄດ້​ເຂົ້າ​ມາ​ເຕັມ​ໄປ​ທົ່ວ​ເຂດ​ແດນ​ຂອງ​ພວກ​ເຂົາ.
\v 32 ພ​ຣະ​ອົງ​ໄດ້​ຊົງ​ປ່ຽ​ນ​ຝົນ​ໃຫ້​ກາຍ​ເປັນ​ລູກ​ເຫັບ​ແກ່​ພວກ​ເຂົາ, ດ້ວຍ​ແປວ​ໄຟ​ເທິງ​ແຜ່ນ​ດິນ​ຂອງ​ພວກ​ເຂົາ.
\v 33 ພ​ຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ເຄື່ອ​ອະ​ງຸ່ນ​ແລະ​ຕົ້ນ​ເດື່ອ​ເທດ​ຂອງ​ພວກ​ເຂົາ; ພ​ຣະ​ອົງ​ໄດ້​ຊົງ​ຕັດ​ຕົ້ນ​ໄມ້​ທັງ​ຫລາຍ​ໃນ​ເຂດ​ແດນ​ຂ​ອງພວກ​ເຂົາ.
\s5
\v 34 ​ພ​ຣະ​ອົງ​ໄດ້​ກ່າວ, ແລະ​ຕັກ​ແຕນ​ທັງ​ຫລາຍ​ກໍ​ມາ, ມີ​ຕັກ​ແຕນ​ຫລວງ​ຫລາຍ.
\v 35 ພວກ​ຕັກ​ແຕນ​ໄດ້​ມາ​ກິນ​ພືດ​ຜັກ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ຈົນ​ຫມົດ; ພວກ​ມັນ​ໄດ້​ກິນ​ພືດ​ຜົນແຫ່ງພື້ນ​ດິນ​ຂອງ​ພວກ​ເຂົ​າ​ຈົນ​ຫມົດ.
\v 36 ພ​ຣະ​ອົງ​ໄດ້​​ຂ້າ​​ລູກ​ຊາຍກົກທັງຫລາຍໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ຄື​ບັນ​ດາ​ຜົນ​​ແຮກ​ແຫ່ງ​ກຳ​ລັງ​ທັງ​ຫມົດ​ຂອງ​ພວກ​ເຂົາ.
\s5
\v 37 ​ແລ້ວ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຄົນ​ອິ​ສະ​ຣາ​ເອນ​ອອກ​ໄປ​ພ້ອມ​ກັບ​ເງິນ​ແລະ​ທອງ​ຄຳ; ບໍ່​ມີ​ຈັກ​ຄົນ​ຫນຶ່ງ​ໃນ​ເຜົ່າ​ຂອງ​ພ​ຣະ​ອົງ​ສະ​ດຸດ​ຕາມ​ທາງ.
\v 38 ເອ​ຢິບ​ໄດ້​ຍິນ​ດີ​ເມື່ອ​ເຂົາ​ທັງ​ຫລາຍ​ຈາກ​ໄປ, ເພາະ​ຄົ​ນ​ເອຢິບ​ຕ່າງ​ຢ້ານ​ກົວ​ພວກ​ເຂົາ.
\v 39 ພ​ຣ​ະ​ອົງ​ໄດ້​​ກາງ​ເມກ​ເປັນ​ເຄື່ອງ​ກຳ​ບັງ ປະຊາຊົນຂອງພຣະອົງ ແລະ​ໄດ້​ຊົງ​ໃຫ້​ໄຟ​ສ່ອງ​ສະ​ຫວ່າງ​ເວ​ລາ​ກາງ​ຄືນ.
\s5
\v 40 ​ເມື່ອ​ບັນ​ດາ​ຄົນ​ອິ​ສະ​ຣາ​ເອນ​ໄດ້​ຮ້ອງ​ຂໍ​ອາ​ຫານ ແລະ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ນົກ​ຂຸ້ມ​ມາ​ແລະ​ໄດ້​ໃຫ້​ພວກ​ເຂົາ​ອີ່ມ​ດ້ວຍ​ອາ​ຫານ​ຈາກ​ຟ້າ.
\v 41 ພ​ຣະ​ອົງ​ຊົງ​ແຍກ​ຫີນ, ແລະ​ນ້ຳ​ທັງ​ຫລາຍ​ກໍ​ໄດ້​ໄຫລ​ອອກ​ມາ​ຈາກ​ຫີນ; ນ້ຳນັ້ນ​ໄດ້​ໄຫລ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ດັ່ງ​ແມ່​ນ້ຳ.
\v 42 ເພາະ​ພ​ຣະ​ອົງ​ໄດ​້​ຊົງ​ຣະ​ນຶກ​ເຖິງ​ພຣະ​ສັນ​ຍາ​ອັນສັກ​ສິດ​ຂອງ​ພ​ຣະ​ອົງ​ທີ່​ໄດ້​ຊົງ​ກະ​ທຳ​ໄວ້​ກັບ​ອັບ​ຣາ​ຮາມ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\s5
\v 43 ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ອອກ​ມາ​ດ້ວຍ​ຄວາມ​ຊື່ນ​ບານ, ໄດ້​ນຳ​ຜູ້​ທີ່​ຊົງ​ເລືອກ​ໄວ້​ດ້ວຍ​ສຽງ​ໂຫ່​ຮ້ອງ​ແຫ່ງ​ຊັຍ​ຊະ​ນະ.
\v 44 ພ​ຣະ​ອົງ​ໄດ້​​ປຣະ​ທານ​ແຜ່ນ​ດິນ​ທັງ​ຫລາຍ​ຂອງ​​ປະ​ຊາ​ຊົນຊາດອື່ນໃຫ້​ແກ່​ພວກ​ເຂົາ ພວກ​ເຂົ​າ​ໄດ້​ຖື​ກຳ​ມະ​ສິດ​ແຫ່ງ​ຄວາມ​ຮັ່ງ​ມີ​ຂອງ​ຊົນ​ຊ​າດ​ທັງ​ຫລາຍ
\v 45 ເພື່ອ​ພວກ​ເຂົາ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ ແລະ​ເຊື່ອ​ຟັງ​ເຮັ​ດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ ຈົ່ງ​ສັນ​ຣະ​ເສີນ​ພ​ຣະຢາ​ເວ​ເຖີດ.
\s5
\c 106
\cl ບົດທີ 106
\p
\v 1 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ຈົ່ງ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ, ​ເພາະ​ພ​ຣະ​ອົງ​ຊົງ​ປະ​ເສີດ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳຣົງ​ເປັນ​ນິດ.
\v 2 ຜູ້​ໃດ​ສາ​ມາດ​ພັນລະ​ນາ​ເຖິງ​ການ​ກະ​ທຳ​ອັນ​ຊົງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ຢາ​ເວ ຫລື​ປະ​ກາດ​ເຖິງ​ການ​ກະ​ທຳ​ທີ່​ສົມ​ຄວນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ໄດ້​ຄົບ​ຖ້ວນ?.
\s5
\v 3 ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່ຖືກ​ຕ້ອງ, ແລະ​ການ​ກະ​ທຳ​ຂອງ​ເຂົາ​ທ່ຽງ​ທັມ​ຢູ່​ສະ​ເຫມີ​ກໍ​ເປັນ​ສຸກ.
\v 4 ຂ້​າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​ນຶກ​ເຖິງ​ຂ້າ​ນ້ອຍ​, ເມື່ອ​ ພ​ຣະ​ອົງ​ຊົງ​ສຳ​ແດງ​ຄວາມ​ເມດ​ຕາ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ເມື່ອ​ພຣະ​ອົງ​ຊົງ​ຊ່ວຍ​ພວກ​ເຂົາ​ໃຫ້​ພົ້ນ.
\v 5 ແລ້ວ​ຂ້າ​ນ້ອຍ​ຈະ​ເຫັນ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮື່ອງ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ຊົງ​ເລືອກ​ຂອງ​ພ​ຣະ​ອົງ, ແລະ​ຈະ​ຊື່ນ​ບານ​ໃນ​ຄວາມ​ຍິນ​ດີ​ແຫ່ງ​ຊົນ​ຊາດ​ຂອງ​ພ​ຣະ​ອົງ, ແລະ​ມີ​ກຽຕ​ຮ່ວມ​ກັບ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ.
\s5
\v 6 ​ພວກຂ້າ​ນ້ອຍ​​ໄດ້​ເຮັດ​ບາບ​ຄື​ຢ່າງ​ພວກ​ບັນ​ພະ​ບຸຣຸດຂອງພວກ​ຂ້າ​ນ້ອຍ​ ແລະໄດ້​ກະທຳຜິດ; ແລະ​ໄດ້​ປະພຶດຢ່າງຊົ່ວຮ້າຍ.
\v 7 ​ບັນ​ພະ​ບຸ​ຣຸ​ດ​ຂອງ​ພວກຂ້າ​ນ້ອຍ​ບໍ່​ໄດ້​ຊື່ນ​ຊົມໃນພຣະຣາຊກິດອັນຍິ່ງໃຫຍ່​ຂອງ​ພ​ຣະ​ອົງ​ໃນ​ອີ​ຢິບ; ພວກ​ເຂົາ​ບໍ່​ໄດ້​ສົນ​ໃຈ​ຕໍ່​ການ​ກະ​ທຳ​ຫລວງ​ຫລາຍ​ແຫ່ງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ; ພວກ​ເຂົາ​ໄດ້​ກະ​ບົດ​ທີ່​ທະ​ເລ, ທີ່​ທະ​ເລ​ແດງ.
\s5
\v 8 ​ເຖິງ​ປານນັ້ນ​ກໍ​ຕາມ, ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ພວກ​ເຂົາ​ໃຫ້​ພົ້ນເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ ເພື່ອ​ພ​ຣະ​ອົງ​ຈະ​ໄດ້​ສຳ​ແດງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ.
\v 9 ພ​ຣະ​ອົງ​ໄດ້​ຊົງ​ນາບ​ຂູ່ທະ​ເລ​ແດງ, ແລະ​ມັນ​ກໍ​ແຫ້ງ​ໄປ ແລ້ວ ​ພ​ຣະ​ອົງ​ໄດ້​ນຳ​ພວກ​ເຂົາ​ຂ້ວາມ​ຜ່ານ​ທີ່​ເລິກ, ເຫມືອນ​ຢ່າງ​ກັບຍ່າງ​ຂ້ວາມ​ຖິ່ນ​ທຸ​ຣະ​ກັນ​ດານ.
\s5
\v 10 ​ພ​ຣະ​ອົງ​ໄດ້​​ຊ່ວຍ​ພວກ​ເຂົາ​ຈາກ​ມື​ຂອງ​​ຄົນ​ທີ່​ກຽດ​ຊັງ​ພວກ​ເຂົາ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ພວກ​ເຂົາ​ຈາກ​ມື​ຂອງ​ສັດ​ຕຣູ.
\v 11 ແລະ​ນ້ຳ​ໄດ້​ຖ້ວມ​ພວກ​ສັດ​ຕຣູ​ຂອງ​ພວກ​ເຂົ​າ ບໍ່​ມີ​ພວກ​ຄົນ​ເຫລົ່າ​ນັ້ນ​ຈັກ​ຄົ​ນ​ດຽວ​ໄດ້​ລອດ​ຊີ​ວິ​ດ​ເລີຍ.
\v 12 ແລ້ວ​ພວກ​ເຂົາ​ກໍໄດ້​ເຊື່ອ​ຖ້ອຍ​ຄຳ​​ຂອງ​ພ​ຣະ​ອົງ, ແລະ​ພວກ​ເຂົາ​ໄດ້​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ອົງ.
\s5
\v 13 ແຕ່​ພວກ​ເຂົາ​ໄດ້​ລືມ​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້​ຢ່າງ​ໄວ; ພວກ​ເຂົາ​ບໍ່​ໄດ້​ລໍ​ຖ້າ​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ.
\v 14 ພວກ​ເຂົາ​ໄດ້​ເກີດ​ຄວາມ​ຢາກ​ຢ່າງ​ຮຸ່ນ​ແຮງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ​ພວກ​ເຂົາ​ໄດ້​ທ້າ​ທາຍ​ພ​ຣະ​ເຈົ້າ​ໃນ​ທີ່​ແຫ້​ງ​ແລ້ງ.
\v 15 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ໃຫ້​ແກ່​ພວກ​ເຂົາ​ຕາມ​ຄຳ​ຂໍ​ຂອງ​ພວກ​ເຂົາ, ແຕ່​ໄດ້​ຊົງ​ສົ່ງ​ໂຣກ​ພັຍ​ທີ່​ກັດ​ກິນ​ຮ່າງ​ກາຍ​​ຂອງ​ພວກ​ເຂົາ.
\s5
\v 16 ພວກ​ເຂົາ​ກໍ​ໄດ້​ອິດ​ສາ​ໂມ​ເຊ​ແລະ​ອາ​ໂຣນ, ຜູ້​ເປັນ​ປະ​ໂລ​ຫິດ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ຢາ​ເວ.
\v 17 ແລະ​ໄດ້​ຖົມ​​ອາ​ບີ​ຣາມກັບຄອບຄົວຂອງພວກເຂົາດ້ວຍ.
\v 18 ໄຟ​ໄດ້​ລຸກ​ໄຫມ້​ທ່າມ​ກາງ​ພວກ​ເຂົາ; ໄຟ​ໄດ້​ເຜົາຜານ​ຄົນ​ຊົ່ວເສຍ.
\s5
\v 19 ພວກ​ເຂົາ​ໄດ້​ສ້າງ​ຮູບ​​ງົວ​ທີ່ໂຮເຣັບ ​ແລະ​ໄດ້​ນະ​ມັ​ສະ​ການ​ຮູບ​ໂລ​ຫະ​ທີ່​ໄດ້​ຫລໍ່​ຂຶ້ນ.
\v 20 ພວກ​ເຂົາ​ໄດ້​ເອົາ​ພ​ຣະ​ສິ​ຣິ​ຂອງ​ພ​ຣະ​ເຈົ້າ ​ໄປ​ແລກ​ກັບ​ຮູບ​ປັ້ນ​ຂອງ​ງົວ​ທີ່​ກິນ​ຫຍ້າ.
\v 21 ພວກ​ເຂົາ​ໄດ້​ລືມ​ພ​ຣະ​ເຈົ້​າ​, ຜູ້​ຊົງ​ຊ່ວຍ​ພວກ​ເຂົາ​ໃຫ້ພົ້ນ ຜູ້​ໄດ້​ຊົງ​ເຮັດ​ການ​ກະ​ທຳ​ໃຫຍ່​ຍິ່ງ​ໃນເ​ອ​ຢິບ.
\s5
\v 22 ພຣະອົງໄດ້ທຳການອັສະຈັນຕ່າງໆ ໃນ​ແຜ່ນ​ດິນ​ຂອງ​ຮາມ ແລະກິຈະການ​ອັນ​​ຊົງ​ຣິດ​ທາ​ນຸ​ພາບ​ທີ່​ທະ​ເລ​ແດງ.
\v 23 ພ​ຣະ​ອົງ​ໄດ້​​ບັນ​ຊາ​ຄວາມ​ພິ​ນາດ​ຂອງ​ພວກ​ເຂົ​າ, ຖ້າ​ບໍ່​ແມ່ນ​ເພາະ​ໂມ​ເຊ ຜູ້​ໄດ້​ຮັບ​ການ​ເລືອກ​ຂອງ​ພ​ຣະ​ອົງ ໄດ້​ມາ​ຢືນ​ແທກ​ລະ​ຫວ່າງ​ພ​ຣະ​ອົງ​ກັບ​ຄວາມ​ຜິດ​ນັ້ນ​ເພື່ອ​ຫັນ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ໄປເສຍຈາກ​ການ​ທຳ​ລາຍ​ພວກ​ເຂົາ.
\s5
\v 24 ​ຕໍ່​ມາ​ພວກ​ເຂົາ​ໄດ້​ຖືກ​ແຜ່ນ​ດິນ​ທີ່​ເຕັມ​ໄປ​ດ້ວຍ​ພືດຜົນ; ພວກ​ເຂົ​າ​ບໍ່​ໄດ້​ເຊື່ອ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\v 25 ແຕ່​ໄດ້​ຈົ່ມວ່າຢູ່​ໃນ​ເຕັນ​​ຂອງ​ພວກ​ເຂົາ, ແລະ​ບໍ່ຍອມ​​ເຊື່ອ​ຟັງ​ສຽງ​ຂອງ​ພ​ຣະ​ຢາ​ເວ.
\s5
\v 26 ເພາະ​ສະ​ນັ້ນ ພ​ຣະ​ອົງ​ໄດ້​ຊົງ​ຍົກ​ມື​ຂອງ​ພ​ຣະ​ອົງ​ຂຶ້ນ​ແລະ​ໄດ້​ຊົງ​ເຕືອນ​ພວກ​ເຂົາ​ວ່າ ພ​ຣະ​ອົງ​ຈະ​ປ່ອຍ​ໃຫ້​ພວກ​ເຂົ​າ​ຕາຍ​ໃນ​ຖິ່ນ​ແຫ້ງ​ແລ້ງກັນດານນັ້ນ,
\v 27 ໃຫ້​ເຊື້ອ​ສາຍ​ຂອງ​ພວກ​ເຂົາ​ກະ​ແຈກ​ກະ​ຈາຍ​ໄປ​ທ່າມ​ກາງ​​ປະ​ຊາ​ຊາດ, ແລະ​ໃຫ້​ພວກ​ເຂົາ​ກະ​ແຈກ​ກະ​ຈາຍ​ໄປ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ຕ່າງ​ດ້າວ.
\s5
\v 28 ​ພວກ​ເຂົາ​ໄດ້​ນະ​ມັ​ການ​ພະ​ບາ​ອານ​ແຫ່ງ​ເມືອງ​ເປ​ອໍ ແລະ​ໄດ້​ເຄື່ອງ​ຖວາຍ​ບູ​ຊາ​ທີ່​ໄດ້​ຖວາຍ​ໃຫ້​ແກ່​ຄົນ​ຕາຍ.
\v 29 ພວກ​ເຂົາ​ໄດ້​ເຮັດໃຫ້ພ​ຣະ​ອົງ​ໂກດ​ຮ້າຍ​ດ້ວຍ​ການ​ກະ​ທຳ​ຂອງ​ພ​ວກ​ເຂົາ ແລະ​ໂຣກ​ຣະ​ບາດ​ກໍ​ໄດ້​ເກີດ​ຂຶ້ນ​ທ່າມ​ກາງ​ພວກ​ເຂົ​າ.
\s5
\v 30 ​ແລ້ວ​ຟີ​ເນ​ຫັດ​ໄດ້​ຢືນ​ຂຶ້ນ​ຂວາງ, ແລະ​ໂຣກ​ຣະ​ບາດ​ນັ້ນ​ກໍ​ຢຸດ.
\v 31 ຊຶ່ງ​ໄດ້​ຖື​ວ່າ​ເປັນ​ການ​ກະ​ທຳ​ຊອບ​ທັມຂອ​ງ​ເຂົ​າ​ຕໍ່​ທຸກ​ຊົ່ວເຊື້ອ​ຊາດ​ເປັນ​ນິດ.
\s5
\v 32 ​ພວກ​ເຂົາ​ໄດ້​ເຮັດ​ໃຫ້​ພ​ຣະ​ຢາ​ເວ​, ໂກດຮ້າຍ​ທີ່​ບໍ່ນ້ຳ​​ແຫ່ງ​ເມ​ຣິ​ບາ​ດ້ວຍ, ​ແລະ​ໂມ​ເຊ​ໄດ້​ທົນ​ທຸກ​ທໍ​ຣະ​ມານ​ເພາະ​ພວກ​ເຂົາ.
\v 33 ພວກ​ເຂົ​າ​ໄດ້​ເຮັ​ດ​ໃຫ້​ໂມ​ເຊ​ຂົມ​ຂື່ນ, ແລະ​ໂມ​ເຊ​ຈຶ່ງ​ໄດ້​ເວົ້າ​ຖ້ອຍ​ຄຳ​ບໍ່​ທັນ​ຄິດສາກ່ອນ.
\v 34 ພວກ​ເຂົາ​ບໍ່​ໄດ້​ທຳ​ລາຍ​ຊົນ​ຊາດ​ທັງ​ຫລາຍ​ຕາມ​ທີ່​ພ​ຣະ​ຢາ​ເວ ​ໄດ້​ຊົງ​ສັ່ງ​ພວກ​ເຂົາ​ໄວ້,
\v 35 ແຕ່​ພວກ​ເຂົາ​ໄດ້​ໂອ້​ລົມ​ກັບ​ຊົນ​ຊາດ​ຕ່າງໆ ແລະ​ໄດ້​ຮຽນ​ຮູ້​ວິ​ທີ​ທາງ​ຂອງ​ຄົນ​ເຫລົ່າ​ນັ້ນ
\v 36 ແລະ​ໄດ້​ນະ​ມັ​ສະ​ການ​ບັນ​ດາ​ຮູບ​ເຄົາ​ຣົບ​ຂອງ​ພວກ​ຄົນ​ເຫລົ່າ​ນັ້ນ, ຊຶ່ງ​ໄດ້​ກາຍ​ເປັນ​ບ້ວງ​ແຮ້ວ​ສຳ​ຫ​ລັບ​ພວກ​ເຂົາ.
\s5
\v 37 ​ພວກ​ເຂົາ​ໄດ້​ເອົາ​​ລູກ​ຊາຍ​ແລະລູກ​ສາວ​ຂອງ​ພວກ​ເຂົາ​ໄປ​ຖວາຍ​ບູ​ຊາ​​ໃຫ້​ແກ່​ຮູບປັ້ນ.
\v 38 ພວ​ກ​ເຂົາ​ໄດ້​ຫລັ່ງ​ເລືອດ​ຂອງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ, ຄື​ເລືອດ​ຂອງ​​ລູກ​ຊາຍ​ແລະ​ລູກ​ສາວ​ຂອງ​ພວກ​ເຂົາ, ຜູ້​ຊຶ່ງ​ພວກ​ເຂົາ​ໄດ້​ຖວາຍ​ບູ​ຊາ​​ໃຫ້​ແກ່​​ຮູບ​ເຄົາ​ຣົບ​ແຫ່ງ​ກາ​ນາ​ອານ​ເຮັດ​ໃຫ້​ແຜ່ນ​ດິນ​ເປັນ​ມົນ​ທິນ​ໄປ​ດ້ວຍ​ເລືອດ.
\v 39 ພວກ​ເຂົາ​ໄດ້​ເປັນ​ມົນ​ທິນ​ໂດຍ​ການ​ກະ​ທຳ​​ຂອງ​ພວກ​ເຂົາ ໃນ​ການ​ກະ​ທຳ​​ຂອງ​ພວກ​ເຂົາ; ພວກ​ເຂົາ​ເປັນ​ຄື​ພວກ​ຍິງ​ໂສ​ເພ​ນີ.
\s5
\v 40 ດັ່ງ​ນັ້ນ​ພ​ຣະ​ຢາ​ເວ ​ໄດ້​ໂກດ​ຮ້າຍ​ປະ​ຊາ​ຊົນ​ຂອ​ງ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ກຽດຊັງປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ເອງ.
\v 41 ພ​ຣະ​ອົງ​ໄດ້​​ມອບ​ພວກ​ເຂົາ​ໄວ້​ໃນ​ມື​ບັນ​ດາ​ປະ​ຊ​າ​ຊາດ, ແລະ​​ຜູ້​ທີ່​ກຽດ​ຊັງ​ພວກ​ເຂົາ​ໄດ້​ປົກ​ຄອງ​ເຫນືອ​ພວກ​ເຂົາ.
\s5
\v 42 ​ພວກ​ສັດ​ຕຣູ​ຂອງ​ພວກ​ເຂົາ​ໄດ້​ບີບ​ບັງ​ຄັບ​ພວກ​ເຂົາ, ແລ​ະ​ພວກ​ເຂົາ​ໄດ້​ຕົກ​ຢູ່​ພ​າຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຜູ້​ທີ່​ມີ​ອຳ​ນາດ​ເຫນືອ​ພວກ​ເຂົາ.
\v 43 ພ​ຣະ​ອົງ​ໄດ້​ມາ​ຊ່ວຍ​ພວກ​ເຂົາ​ຫລາຍ​ຄັ້ງ, ແຕ່​ພວກ​ເຂົາ​ຍັງ​ຄົງ​ກະ​ບົດ​ແລະ​ໄດ້​ຖືກ​ນຳ​ໃຫ້​ຕົກ​ຕ່ຳ​ໂດຍ​ຄວາມ​ບາບ​ຂອງ​ພວກ​ເຂົ​າ​ເອງ.
\s5
\v 44 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພ​ຣະ​ອົງ​ໄດ້​ຊົງ​ສົນ​ໃຈ​ຕໍ່​ຄວາມ​ທຸກ​ໃຈ​ຂອງ​ພວກ​ເຂົາ ​ເມື່ອ​ພ​ຣະ​ອົງ​ຟັງສຽງ​ຮ້ອງ​ທູນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພວກ​ເຂົາ.
\v 45 ພ​ຣະ​ອົງ​ໄດ້​ຊົງ​ຣະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ ​ທີ່​ມີ​ກັບ​ພວກ​ເຂົາ ແລະ​ໄດ້​​ເມດ​ຕາ​ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ.
\v 46 ພ​ຣະ​ອົງ​ໄດ້ເຮັດ​ໃຫ້​​ຜູ້​ທີ່​ມີ​ຊັຍ​ຊະ​ນະ​ເຫນືອ​ພວກ​ເຂົາ​ໄດ້​ເມດ​ຕາ​ພວກ​ເຂົາ.
\s5
\v 47 ​ຂ້າ​ແຕ່​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ, ​ຂອງພວກ​ຂ້າ​ນ້ອຍ​ ຂໍ​ຊົງ​ຊ່ວຍພວກ​ຂ້າ​ນ້ອຍ​​ໃຫ້​ພົ້ນ ແລະ​ຂໍ​ຊົງ​ຮວບ​ຮວມພວກ​ຂ້າ​ນ້ອຍ​​ຈາກ​ທ່າມ​ກາງ​ປະ​ຊາ​ຊົນ​ຕ່າງໆ ເພື່ອ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ໄດ້​ຖວາຍ​ຂອບພ​ຣະ​ຄຸນ​ແດ່​ພ​ຣະ​ນາມຊື່​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ ແລະ​ຖວາຍ​ພ​ຣະ​ສິ​ຣິ​ໃນ​ບັນ​ດາ​ຄຳ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ.
\v 48 ​ຂໍ​ໃຫ້​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ, ​ຂອ​ງ​ອິ​ສະ​ຣາ​ເອນ, ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຈາກ​ນິ​ຣັນ​ການ​ຈົນ​ເຖິງ​ນິ​ຣັນ​ການ. ຂໍ​ໃຫ້​ປະ​ຊາ​ຊົນທັງ​ຫມົດ​ກ່າວ​ວ່າ “ອາ​ແມນ” ຈົ່​ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ, ເຫລັ້ມທີຫ້າ.
\s5
\c 107
\cl ​ບົດ​ທີ 107
\p
\v 1 ຈົ່ງ​ຖວາຍ​ຂອບພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ຊົງ​ປະ​ເສີດ, ແລະ​ຄວາມ​ຊື່​ສັ​ດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\v 2 ໃຫ​້​ຜ​ູ້​ທີ່​ໄດ້​ຮັບ​ການ​ໄຖ່​ຂອງ​ພ​ຣະ​ຢາ​ເວ, ​ກ່າວ​ອອກ​ມາ ຄື​ຜູ້​ທີ່​ໄດ້​ຮັບ​ການ​ຊ່ວຍ​ກູ້​ຈາກ​ມື​ຂອງ​ສັດ​ຕຣູ.
\v 3 ພ​ຣະ​ອົງ​ໄດ້​ຊົງ​ຮວບ​ຮວມ​ພວ​ກ​ເຂົາ​ອອກ​ມາ​ຈາກ​​ແຜ່ນ​ດິນ​ຂອງ​ຄົນ​ຕ່າງ​ດ້າວ, ຈາກທິດ​ຕາ​​ເວັນ​ອອກ​ແລະ​ຈາກທິດ​ຕາ​ເວັນ​ຕົກ, ຈາກ​ທິດເຫນືອ​ແລະ​ຈາກທິດ​ໃຕ້.
\s5
\v 4 ພວກ​ເຂົາ​ໄດ້​ເລາະໄ​ປ​ໃນຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເທິງ​ຫົນ​ທາງ​ໃນ​ທີ່ປ່ຽວ ​ແລະ​ຫາ​ບໍ່​ພົບ​ທາງທີ່ຈະເຂົ້າໄປໃນເມືອງ​ນັ້ນໄດ້.
\v 5 ​ພວກ​ເຂົາ​ໄດ້ພາກັນ​ຫິວເຂົ້າ​ແລະ​ກະ​ຫາຍນ້ຳ, ​ພວກ​ເຂົາ​ໄດ້​ຫມົດ​ແຮງ​ຈາກ​ຄວາມ​ອ່ອນ​ລ້າ.
\v 6 ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາ​ພ​ຣະ​ຢາ​ເວ, ​ທ່າມ​ກາງ​ຄວາມ​ທຸກ​ຍາກ​ຂອງ​ພວກ​ເຂົາ ແລ​ະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ໃຈ​ຂອງ​ພວ​ກ​ເຂົາ.
\v 7 ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ໄປ​ໃນ​ທາງ​ຊື່​ເພື່ອ​ພວກ​ເຂົ​າ​ຈະ​ໄດ້​ໄປ​ເຖິງ​ເມືອງ​ທີ່​ຈະ​ເຂົ້າ​ອາ​ສັຍ​ໄດ້.
\s5
\v 8 ​ໂອ ປະ​ຊານ​ເຫລົ່າ​ນັ້ນ​ຄວນ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ແລະ​ເພາະ​ສິ່ງ​ອັ​ສະ​ຈັນ​ຕ່າງໆ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້​ເພື່ອ​ມະ​ນຸດ​ທັງ​ຫລາຍ.
\v 9 ເພາະ​ພ​ຣະ​ອົງ​ໃຫ້​ຄວາມ​ປຣາຖນາ​ຂອງ​ຜູ້​ທີ່​ຫີວນ້ຳ​ໄດ້​ອີ່​ມພໍໃຈ ແລະ​ຄວາມ​ປຣາ​ຖນາ​ຂອງ​ຜູ້​ທີ່​ຫິວເຂົ້າ ພ​ຣະ​ອົງ​ໄດ້​ຊົງ​ເຕີມ​ໃຫ້​ເຕັມ​ດ້ວຍ​ສິ່ງ​ດີ.
\v 10 ບາງ​ຄົນ​ກໍ​ໄດ້​ນັ່ງ​ຢູ່​ໃນ​ຄວາມ​ມືດ​ແລະ​ເສົ້າ​ໂສກ ຄື​ພວກ​ນັກ​ໂທດ​ທີ່​ຢູ່​ໃນ​ຄວາມ​ທຸກ​ຍາກ​ແລະ​ຖືກ​ລ່າມ​ໂສ້.
\s5
\v 11 ​ນີ້​ເປັນ​ເພາະ​ພວກ​ເຂົາ​ໄດ້​ກະ​ບົດ​ຕໍ່ຄຳ​ສັ່ງ​ຂອງ​ພ​ຣະ​ເຈົ້າ​, ແລະ​ປະ​ຕິ​ເສດຖ້ອຍ​ຄຳ​​ຂອງ​ພຣະອົງ​ຜູ້​ສູງ​ສຸດ.
\v 12 ພ​ຣະ​ອົງ​ໄດ້ເຮັ​ດ​ໃຫ້​ໃຈ​ຂອງ​ເຂົາ​ທັງ​ຫລາຍ​ຖ່ອມ​ລົງ​ດ້ວຍ​ຄວາມ​ທຸກ​ຍາກ​ລຳ​ບາກ ພວກ​ເຂົາ​ໄດ້​ສະ​ດຸດ​ແລະ​ບໍ່​ມີ​ໃຜ​ຊ່ວຍ​ໃຫ້​ພວກ​ເຂົາ​ລຸກ​ຂຶ້ນ
\v 13 ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາພ​ຣະ​ຢາ​ເວ​, ໃນ​ຍາມ​ຍາກ​ລຳ​ບາກ ແລະ​ພ​ຣະ​ອົງ​ໄດ້​ຊົງ​ພ​າ​ພວກ​ເຂົ​າ​ອອກ​ຈາກ​ຄວາ​ມ​ທຸກ​ໂສກ​ຂອງ​ພວກ​ເຂົ​າ.
\s5
\v 14 ພ​ຣະ​ອົງ​ໄດ້​ຊົງ​ນຳພວກ​ເຂົາ​ອອກ​ມາ​ຈາກ​ຄວາມ​ມືດ​ແລະ​ຄວາ​ມເສົ້າ​ໂສກ​ແລະ​ໄດ້​ຊົງ​ຫັກ​ໂສ້​ທີ່​ລ່າມ​ພວກ​ເຂົາ​ໃຫ​້​ຂ​າດ.
\v 15 ໂອ ປະ​ຊາ​ຊົນ​ເຫລົ່າ​ນັ້ນ​ຄວນ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ​ຄວາມ​ຊື່​ສັດ​ແຫ່​ງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ​ເພາະ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້​ເພື່ອ​ມະ​ນຸດ​ທັງ​ຫລາຍ!
\v 16 ເພາະ​ພ​ຣະ​ອົງ​ໄດ້​ມ້າງ​ປະ​ຕູເຮັດດ້ວຍ​ທອງ​ສຳ​ຣິດ​ແລະ​ໄດ້​​ຕັດ​ທ່ອນ​ເຫລັກ​ໃຫ້ຫມຸ່ນໄປ.
\s5
\v 17 ​ພວກ​ເຂົາ​ໄດ້​ເປັນ​ຄົນ​ໂງ່​ໃນທາງ​ແຫ່ງ​ການ​ກະ​ບົດ​ຂອງ​ພວກ​ເຂົາ ​ແລະ​ໄດ້​ທຸກ​ຍາກ​ເພາະ​ຄວາມ​ຊົ່ວ​ຂອງ​ພວກ​ເຂົາ.
\v 18 ພວກ​ເຂົາ​ໄດ້​ສູນ​ເສຍ​ຄວາມ​ປຣາຖນາ​ທີ່​ຈະ​ກິນອາ​ຫານ​ໃດໆ, ແລະ​ພວກ​ເຂົາ​ໄດ້​ເຂົ້າ​ມາ​ໃກ້ປະ​ຕູ​ແຫ່ງ​ຄວາມ​ຕາຍ.
\v 19 ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາ​ພ​ຣະ​ຢາ​ເວ​, ໃນ​ຄວາມ​ຍາກ​ລຳ​ບາກ​ຂອງ​ພວກ​ເຂົ​າ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ພາ​ພວກ​ເຂົາ​ໃຫ້​ພົ້ນ​ ຈາກ​ຄວາມ​ທຸກ​ໂສກ​ຂອງ​ພວກ​ເຂົາ.
\s5
\v 20 ພ​​ຣະ​ອົງ​ໄດ້​ຊົງ​ໃຊ້ຖ້ອຍ​ຄຳ​ຂອງ​ພ​ຣະ​ອົງ​ໄປ, ​ແລະ​ໄດ້​ຮັກ​ສາ​ພວກ​ເຂົາ​ທັງ​ຫລາຍ ແລະ​ພ​ຣະ​ອົງ​ໄດ້​​ຊ່ວຍພວກ​​ເຂົາ​ໃຫ້ພົ້ນຈາກ​ຂຸມຝັງສົບ​ຂອງ​ພວກ​ເຂົາ.
\v 21 ໂອ ປະ​ຊາ​ຊົນ​ເຫລົ່າ​ນັ້ນ​ຄວນ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ແລະ​ເພາະ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ທີ່​ພ​ຣະ​ອົງ​ໄດ້​ກະ​ທຳ​ໄວ້​ ເພື່ອ​ມະ​ນຸດ​ທັງ​ຫລາຍ!
\v 22 ໃຫ້​ພວກ​ເຂົາ​ຖວາຍ​ເຄື່ອງ​ບູ​ຊາ​ແຫ່ງ​ການ​ຂອບ​ພ​ຣະ​ຄຸນ​ແລະ​ປະ​ກາດ​​ພ​ຣະ​ຣາ​ຊະ​ກິດ​ຂອງ​ພ​ຣະ​ອົງ​ດ້ວຍ​ການ​ຮ້ອງ​ເພງ.
\s5
\v 23 ​ບາງ​ຄົນ​ກໍ​ລົງ​ເຮືອ​ກຳ​ປັ່ນ​ເດີນ​ທາງ​ໄປ​ມາໃນ​ທະ​ເລ​ແລະ​ເຮັດ​ອາ​ຊີບ​ລ້ຽງຊີວິດໃນ​ທະ​ເລກ້ວາງ.
\v 24 ຄົນ​ເຫລົ່າ​ນີ້​ໄດ້​ເຫັນ​ພ​ຣະ​ຣາຊະ​ກິດ​ຂອງ​ພ​ຣະ​ຢາ​ເວ,​ແລະ​ການ​ອັ​ສະ​ຈັນ​ທີ່​ພ​ຣະ​ອົງ​ຊົງເຮັດໃນ​ຄື້ນທະ​ເລ.
\s5
\v 25 ​ເພາະ​ພ​ຣະ​ອົງ​ໄດ້​ຊົງສັ່ງແລະ​ໄດ້​ໃຫ້​ເກີດ​ລົມ​ພາ​ຍຸ​ຊຶ່ງ​ເຮັດ​ໃຫ້ຄື້ນ​ທະ​ເລ​ພັດ​ມາ.
\v 26 ທະ​ເລ​ນັ້ນ​ໄດ້​ຖືກ​ຊັດ​ຂຶ້ນ​ໄປ​ສູ່​ທ້ອງ​ຟ້າ; ແລະ​ພວ​ກ​ມັນ​ໄດ້​ລົງ​ໄປ​ສູ່​ທີ່​ເລິກ​. ຊີ​ວິດ​ຂອງ​ພວກ​ເຂົາ​ໄດ້​ລະ​ລາຍໄປໃນຄວາມ​ທຸກ​ໂສກ.
\v 27 ພວກ​ເຂົາ​ໄດ້​ສະ​ດຸດ​ລົ້ມ ແລະ​ໂຊ​ເຊ​ໄປ​ຢ່າງ​ພວກ​ຄົນ​ເມົາເຫລົ້າ ແລະ​ຫມົດ​ປັນ​ຍາ.
\s5
\v 28 ​ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາ​ພ​ຣະ​ຢາ​ເວ​ທ່າມ​ກາງ​ຄວາມ​ທຸກ​ລຳ​ບາກ​ຂອງ​ພວ​ກ​ເຂົາ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ພາ​ພວກ​ເຂົາ​ອອກ​ຈາກ​ຄວາມ​ທຸກ​ໂສກຂອງ​ພວກ​ເຂົາ.
\v 29 ພ​ຣະ​ອົງ​ໄດ້​​ເຮັດ​ໃຫ້​ພາ​ຍຸ​ສະຫ​ງົບ​ລົງ, ແລະ​ຄື້ນ​ທະ​ເລ​ກໍ​ໄດ້​ມິດ​ງຽບ.
\v 30 ແລ້ວ​ພວກ​ເຂົາ​ກໍ​ໄດ້​ຍິນ​ດີ​ເພາະ​ທະ​ເລ​ໄດ້​ສະຫ​ງົບ​ລົງ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ມາ​ເຖິງ​ເມືອງ​ທ່າ​ເຮືອທີ່​ເຂົາ​ປຣາ​ຖນາ.
\s5
\v 31 ໂອ ປະ​ຊາຊົນ​ເຫລົ່າ​ນັ້ນ​ຄວນ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ແລະ​ເພາະ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ທີ່​ພ​ຣະ​ອົງ​ໄດ​້​ຊົງກະ​ທຳ​ໄວ້​ເພື່ອ​ມະ​ນຸດ​ທັງ​ຫລາຍ!
\v 32 ໃຫ້​ພວກ​ເຂົາ​ຍົກ​ຍ້ອງ​ພ​ຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ຊົນ​ ແລະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ກອງປະຊຸມຂອງ​ບັນ​ດາ​ຜູ້​ອາ​ວຸ​ໂສ.
\s5
\v 33 ​ພ​ຣະ​ອົງ​ໄດ້​ປ່ຽນ​ແມ່​ນ້ຳ​ໃຫ້​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ນ້ຳ​ພຸເຮັດ​ໃຫ້​ເປັນ​ແຜ່ນ​ດິນ​ແຫ້ງ​ເປົ່າ,
\v 34 ແລະ​ແຜ່ນ​ດິນ​ທີ່​ມີ​ຜົນ​ດົກ​ໃຫ້​ເປັນ​ທີ່​ຮ້າງ​ເປົ່າ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຊາວ​ແຜ່ນ​ດິນ​ນັ້ນ.
\v 35 ພ​ຣະ​ອົງ​ປ່ຽນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃຫ້​ເປັນ​ສະ​ນ້ຳ ແລະ​ແຜ່ນ​ດິນ​ແຫ້ງ​ເປົ່າ​ໃຫ້​ເປັນ​ນ້ຳ​ພຸ​ທັງ​ຫລາຍ.
\s5
\v 36 ແລະ​ພ​ຣະ​ອົງໃຫ້​ຄົນ​ຫິວ​ໂຫຍ​ອາ​ສັຍ​ທີ່​ນັ້ນ, ແລະ​ພວກ​ເຂົາ​ສ້າງ​ເມືອງ​ທີ່​ຈະ​ອາ​ສັຍ​ໄດ້.
\v 37 ພວກ​ເຂົາ​ສ້າງ​ເມືອງ​ຫນຶ່ງ​ຂຶ້ນ​ມາ​ເພື່ອ​ຫວ່ານ​ນາ​ເພື່ອ​ປູກ​​ສວນ​ອະ​ງຸ່ນ, ແລະ​ເພື່ອ​ໃຫ້​ເກີດ​ການ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ.
\v 38 ພ​ຣະ​ອົງ​ຊົງ​ອວຍ​ພອນ​ພວກ​ເຂົາ. ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຈຳ​ນວນ​ມະ​ຫາ​ສານ ພ​ຣະ​ອົງ​ບໍ່​ໄດ້​ໃຫ້​ຝູງ​ສັດ​ຂອງ​ພວກ​ເຂົາ​ລົດ​ຈຳ​ນວ​ນ​ລົງ​ເລີຍ.
\s5
\v 39 ​ພວກ​ເຂົາ​ໄດ້​ຖືກ​ລົດ​ທອນ​ຈຳ​ນວນ​ແລະ​ຖື​ກ​ຢຽບ​ໃຫ້​ຕ່ຳ​ໂດຍ​ຄວາມ​ທຸກ​ໃຈ​ທີ່​ເຈັບ​ປວດ​ແລະ​ການ​ທົນ​ທຸກ.
\v 40 ພ​ຣະ​ອົງ​​ເທ​ຄວາມ​​ຫມິ່ນປະ ຫມາດ​ລົງ​ເທິງ​ພວກ​ຜູ້​ນຳ ແລະ​ເຮັດ​ໃຫ້​ພວກ​ເຂົາ​ເລາະ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ທີ່​ຊຶ່ງ​ບໍ່​ມີ​ຫົນ​ທາງ.
\s5
\v 41 ​ແຕ່​ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ຄົນ​ຂັດ​ສົນ​ຈາກ​ຄວາມ​ທຸກ​ຍາກ​ແລະ​ຊົງ​ດູ​ແລ​ບັນ​ດາ​ຄົວ​ເຮືອນ​ຂອງ​ເຂົາ​ຄື​ດູ​ແລ​ຝູງ​ແບ້ ​ແກະ.
\v 42 ຄົນ​ຊອບ​ທັມ​ຈະ​ເຫັນ​ສິ່ງ​ນີ້​ແລະ​ຊື່ນ​ບານ, ແລະ​ຄວາມ​ຊົ່ວ​ທັງ​ຫມົດ​ກໍ​ປິດ​ປາກ​ຂອງ​ມັນ.
\v 43 ຜູ້​ໃດ​ມີ​ປັນ​ຍາ​ກໍ​ຄວນ​ສັງ​ເກດ​ສິ່ງ​ເຫລົ່າ​ນີ້​ແລະ​ຕຶກ​ຕອງ​ເຖິງ​ກິ​ຈະ​ການ​ແຫ່ງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ.
\s5
\c 108
\cl ບົດທີ 108
\p
ບົດ​ເພງ, ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ​ຂ​້າ​ແດ່​ພ​ຣະ​ເຈົ້າ, ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຫມັ້ນ​ຄົງ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ, ແມ່ນ​ແລ້ວ​ພ​ຣະ​ເຈົ້າ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ດ້ວຍ​ຈິດ​ໃຈ​ທີ່​ຍົກ​ຍ້ອງ​ຂອງ​ຂ້າ​ນ້ອຍ.
\v 2 ພິນ​ໃຫຍ່​ແລະພິນເຂົາຄູ່ເອີຍ; ຈົ່ງຕື່ນເຖີດຂ້ານ້ອຍຈະປຸກຕາເວັນໃຫ້ລຸກຂຶ້ນ.
\s5
\v 3 ຂ້າ​ແດ່​ພ​ຣະ​ຢ​າ​ເວ, ຂ້າ​ນ້ອຍ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ​, ທ່າມ​ກາງ​ຊົນ​ຊາດທັງຫລາຍ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ​ທ່າມ​ກາງ​ຊົນທຸກ​ຊາດທຸກພາສາ.
\v 4 ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໃຫຍ່​ຍິ່ງ​ເຫນືອ​ບັນ​ດາ​ຟ້​າສະ​ຫວັນ; ຄວາມ​ສັດ​ຈິງຂອງ​ພ​ຣະ​ອ​ົງ​ສູງ​ໄປ​ເຖິງ​ທ້ອງ​ຟ້າ.
\s5
\v 5 ຂ້າ​ແດ່​ພ​ຣະ​ເຈ​ົ້າ, ຂໍ​ຊົງ​ໄດ້​ຮັບ​ການ​ຍົກ​ຍ້ອງ​ເຫນືອ​​ຟ້າ​ສ​ະ​ຫວັນ, ແລະສະຫງ່າຣາສີຂອງ​ພ​ຣະ​ອົງ​ໄດ້​ຮັບ​ການ​ຍົກ​ຍ້ອງ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ.
\v 6 ເພື່​ອ​ໃຫ້​​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ, ຂໍ​ຊົງ​ຊ່ວຍ​ກູ້ພວກ​ຂ້າ​ນ້ອຍ​ດ້ວຍ​ມື​ຂວາ​ຂອງ​ພ​ຣະ​ອົງ, ແລະ​ຂໍ​ຊົງ​ຕອບຄຳອະທິຖານ​ຂ້າ​ນ້ອຍແດ່.
\s5
\v 7 ​ພ​ຣະ​ເຈົ້າ​, ໄດ້​ກ່າວ​ດ້ວຍ​ຄວາມ​ບໍ​ຣິສຸດ​ຂອງ​ພ​ຣະ​ອົງ​ວ່າ; "ເຮົາ​ຈະ​ຍິນ​ດີ ເຮົາ​ຈະ​ແບ່ງ​ເມືອງ​ຊີ​ເຄມ; ແລະ​ແບ່ງ​ຮ່ອມ​ພູ​ເຂົ​າ​ເມືອງ​ຊຸກ​ໂກດ​ອອກ.
\v 8 ກີ​ເລ​ອາດ​ເປັນ​ຂອງ​ເຮົາ, ແລະ​ມາ​ນາ​ເຊ​ເປັນ​ຂອງ​ເຮົາ; ເອ​ຟ​ຣາ​ອິມ​ກໍ​ເປັນ​ຫມວກ​ເຫລັກ​ຂອງ​ເຮົາ; ​ຢູ​ດາ​ເປັນ​ຕະ​ບອງ​ຄອງອຳນາດຂອງ​ເຮົາ.
\s5
\v 9 ​ເຮົາຈະໃຊ້ໂມ​ອາບ​ເປັນ​ອ່າງ​ລ້າງ​ສ່ວຍຂອງ​ເຮົາ; ເຮົາ​ຈະ​ໂຍນ​ເກີບ​ຂອງ​ເຮົາ​ລົງ​ເທິງ​ເອ​ໂດມ; ເຮົາ​ຈະ​ໂຫ່​ຮ້ອງ​ດ້ວຍ​ຊັຍ​ຊະ​ນະ​ເພາະ​ຟີ​ລິ​ສະ​ຕິນ.
\v 10 ຜູ້ໃດຈະພາຂ້ານ້ອຍເຂົ້າໄປໃນເມືອງທີ່ແຂງແກ່ນ? ຜູ້​ໃດ​ຈະ​ນຳ​ຂ້າ​ນ້ອຍ​ໄປ​ຍັງ​ເອ​ໂດມ?
\s5
\v 11 ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ໄດ້​ຊົງ​ຖິ້ມ​ພວກຂ້າ​ນ້ອຍ​ແລ້ວ​ບໍ່? ພ​ຣະ​ອົງຈະ​ບໍ່​​ໄປ​ຮົບ​ກັບ​ກອງ​ທັບ​ຂອງ​ພວກຂ້າ​ນ້ອຍ​ບໍ?
\v 12 ຂໍ​ຊົງ​ປຣະ​ທານ​ຄວາມ​ຊ່ວຍ​ເຫລືອ​ແກ່​ພວກຂ້າ​ນ້ອຍ​ໃນ​ການ​ຕໍ່​ຕ້ານ​ສັດ​ຕຣູ.
\v 13 ເຮົາ​ຈະ​ມີ​ຊັຍ​ຊະ​ນະ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພ​ຣະ​ເຈົ້າ; ພ​ຣະ​ອົງ​ຈະ​ຊົງ​ຢຽບ​ພວກ​ສັດ​ຕຣູ​ຂອງ​ເຮົາ​ລົງ​.
\s5
\c 109
\cl ບົດທີ 109
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້າ​ແດ່ພ​ຣະ​ເຈົ້າ, ​ຜູ້​ຊຶ່ງ​ຂ້າ​ນ້ອຍ​ສັນ​ຣະ​ເສີນ ຂໍ​ຢ່າ​ຊົງ​ມິ​ດງຽບ,
\v 2 ເພາະ​ຄົນ​ຊົ່ວ​ແລະ​ຄົນ​ຫລອກ​ລວງ​ໂຈມ​ຕີ​ຂ້າ​ນ້ອຍ; ພວກ​ເຂົາ​ເວົ້າ​ຕົວະ​ໃສ່​ຂ້າ​ນ້ອຍ.
\v 3 ພວກ​ເຂົາ​ອ້ອມ​ຂ້າ​ນ້ອຍ​ແລະ​ເວົ້າ​ສິ່ງ​ທີ່ຫ​ນ້າ​ກຽດ​ຊັງ, ແລະ​ພວກ​ເຂົາ​ໂຈມ​ຕີ​ຂ້າ​ນ້ອຍ​ໂດຍ​ບໍ່ມີ​ສາ​ເຫດ.
\s5
\v 4 ​ພວກ​ເຂົາ​ຕອບ​ແທນ​ຄວາມ​ຮັກ​ຂອງ​ຂ້າ​ນ້ອຍ, ​ໂດຍ​ໃສ່​ຮ້າຍ​ຂ້າ​ນ້ອຍ​ແຕ່​ຂ້າ​ນ້ອຍ​ອະ​ທິ​ຖານ​ເພື່ອ​ພວກ​ເຂົາ.
\v 5 ພວກ​ເຂົາ​ຕອບ​ແທນ​ຄວາມ​ດີ​ຂອງ​ຂ້າ​ນ້ອຍ ​ດ້ວຍ​ຄວາມ​ຊົ່ວ ແລະ​ພວກ​ເຂົາ​ກຽດ​ຊັງ​ຄວາມ​ຮັກ​ຂອງ​ຂ້າ​ນ້ອຍ.
\s5
\v 6 ຂໍ​ຊົງ​ຕັ້ງ​ຄົນ​ຊົ່ວ​ໃຫ້​ຢູ່​ເຫນືອ​ສັດ​ຕູຣູເຊັ່ນ​ພວກ​ຄົນ​ເຫລົ່າ​ນີ້; ຂໍ​ຊົງ​ຕັ້ງ​ຜູ້​ກ່າວ​ໂທດ​ໃຫ້​ຢືນ​ທີ່​ຂວາ​ມື​ຂອງ​ເຂົາ.
\v 7 ເມື່ອ​ເຂົາ​ຖືກ​ຕັດ​ສິນ​ຄວາມ ກໍ​ຂໍ​ໃຫ້​ພົບ​ວ່າ​ເຂົາ​ຜິດ, ຂໍ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ຖືກ​ຖື​ວ່າ​ເປັນ​ບາບ; ຂໍ​ໃຫ້​ວັນ​ເວ​ລາ​ເຂົາ​ເຫລືອ​ຫນ້ອຍ.
\s5
\v 8 ຂໍ​ໃຫ້​ວັນ​ເວ​ລາ​ຂອງ​ລາວ​ມີ​ຫນ້ອຍ; ​ຂໍ​ໃຫ້​ອີກ​ຜູ້​ຫນຶ່ງ​ມາ​ຢືດ​ຕຳ​ແຫນ່ງ​ຂອງ​ເຂົາ.
\v 9 ຂໍ​ໃຫ້​ລູກໆຂອງ​ເຂົາ​ກຳ​ພ້າພໍ່, ແລະ​ຂໍ​ໃຫ້​ເມຍ​ຂອງ​ເຂົາ​ເປັນຫ​ມ້າຍ.
\v 10 ຂໍ​ໃຫ້​ລູກໆຂອງ​ເຂົາ​ເລາະ​ໄປ​ແລະ​ຂໍ​ທານ, ທ່ຽວ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເມື່ອ​ພວກ​ເຂົາ​ອອກ​ຈາກ​ບ້ານ​ ທີ່​ເພ​ພັງ​​ຂອງ​ພວກ​ເຂົາ.
\s5
\v 11 ​ຂໍ​ໃຫ້​ເຈົ້າ​ຫນີ້​ມາ​ຢຶດ​ຂອງ​ທັງ​ຫມົດ​ທີ່​ເຂົາ​ມີ​ຢູ່; ຂໍ​ພວກ​ຄົນ​ຕ່າງ​ຖິ່ນ​ມາ​ປຸ້ນ​ສິ່​ງ​ທີ່​ເຂົາ​ຫ​າ​ມາ​ໄດ້.
\v 12 ຂໍ​ຢ່າ​ໃຫ້​ຜ​ູ້​ໃດ​ຍື່ນ​ຄວາມ​ກະ​ຣຸ​ນາ​ໃດໆໃຫ້​ແກ່​ເຂົາ; ຂໍ​ຢ່າ​ໃຫ້​ຜູ້​ໃດ​ເມດ​ຕາ​ລູກໆ ທີ່​ກຳ​ພ້າ​ຂອງ​ເຂົາ.
\v 13 ຂໍ​ໃຫ້​ລູກ​ຫລານ​ຂອງ​ເຂົາ​ຖ​ືກ​ທຳ​ລາຍ; ຂໍ​ໃຫ້​ຊື່​ຂອງ​ພວກ​ເຂົາ​ຖືກ​ລົບ​ອອກ​ຈາກ​ຄົນ​ໃນ​ຮຸ້ນຫລັງເຖີດ.
\s5
\v 14 ​ຂໍ​ໃຫ້​ຄວາມ​ບາບ​ທັງ​ຫລາຍ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ຖືກ​ຂຸດ​ຄຸ້ຍ​ຂຶ້ນ​ຕໍ່​ພ​ຣະ​ຢາ​ເວ; ແລະ​ຂໍ​ຢ່າໃຫ້​ບາບ​ຂອງ​ແມ່​ຂອງ​ເຂົາ​ໄດ້ຮັບການອະພັຍ.
\v 15 ຂໍ​ໃຫ​້​ຄວາມ​ຜິດ​ຂອງ​ພວກ​ເຂົາ​ຢູ່​ຕໍ່​ຫນ້າ​ພ​ຣະ​ຢາ​ເວ​ສະ​ເຫມີ; ຂໍ​ໃຫ້​ພ​ຣະ​ຢາ​ເວ​ທຳ​ລາຍ​ຄວາມ​ຈົດ​ຈຳ​ຂອງ​ພວກ​ເຂົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ.
\v 16 ຂໍ​ໃຫ້​ພ​ຣະ​ຢາ​ເວ​ຊົງ​ກະ​ທຳ​ເຊັ່ນ​ນີ້, ​ເພາະ​ຊາຍ​ຄົນ​ນີ້​ບໍ່​ເຄີຍ​ສົນ​ໃຈ​ທີ່​ສະ​ແດງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ, ແຕ່​ກັບ​ຂົ່ມ​ຂູ່​ຜູ້​ທີ່​ຖືກ​ບີບ​ບັງ​ຄັບ, ຄົນ​ຂັດ​ສົນ ແລະ​ທໍ້​ໃຈ​ຈົນ​ຕາຍ.
\s5
\v 17 ເຂົາໄດ້ຮັກທີ່ຈະສາບແຊ່ງ; ຂໍ​ໃຫ້​ຄຳ​​ປ່ອຍ​ດ່າ​ນັ້ນ​ກັ​ບ​ໄປ​ຕົກ​ເທິງ​ເຂົາ. ເຂົາ​ໄດ້​ກຽດ​ຊັງ​ຄຳ​ອວຍ​ພອນ; ຂໍ​ໃຫ້​ພອນ​ບໍ່​ມາເຖິງ​ເຂົາ.
\v 18 ເຂົາ​ໄດ້​ສວມ​ການ​​ສາບ​ແຊ່ງຢ່າງ​ກັບ​ສວມ​ເສື້ອ​ຜ້າ, ແລະ​ຄຳ​ແຊ່ງ​ສາບ​ຂອງ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ຮ່າງ​ກາຍ​ຂອງ​ເຂົາ​ຄື​ຢ່າງ​ນ້ຳ, ເຂົ້າ​ໄປ​ໃນ​ກະ​ດູກ​ຂອງ​ເຂົາ​ຢ່າງ​ນ້ຳ​ມັນ.
\s5
\v 19 ​ຂໍ​ໃຫ້​ຄຳ​ປ່ອຍ​ດ່າ​ຂອງ​ເຂົາ​ນັ້ນ​ເປັນ​ຄື​ເສື້ອ​ຜ້າ​ທີ່​ເຂົາ​ສວມ​ໃສ່​ເພື່ອ​ປົກ​ປິດ​ຕົວ​ເອງ, ຄື​ເຂັມ​ຂັດ​ທີ່​ເຂົາ​ຄາດ​ໄວ້​ສະ​ເຫມີ.
\v 20 ຂໍ​ໃຫ້​ສິ່ງ​ນີ້​ເປັນ​ບຳ ​ເຫນັດ​ຈາກ​ພ​ຣະ​ຢາ​ເວ​ແກ່​​ຜູ້​ທີ່​ກ່າວ​ຫາ​ຕໍ່​ຂ້າ​ນ້ອຍ, ແກ່​ຜູ້​ທີ່​ກ່າວ​ສິ່ງ​ຊົ່ວ​ກ່ຽວ​ກັບ​ຂ້າ​ນ້ອຍ.
\s5
\v 21 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ,​ຂອງ​ຂ້າ​ນ້ອຍຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ຄວາມເມດຕາ​ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ປະ​ເສີດ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້ພົ້ນ.
\v 22 ເພາະ​ຂ້າ​ນ້ອຍ​ຖືກ​ກົດ​ຂີ່​ແລະ​ຂັດ​ສົນ, ແລະ​ໃຈ​ຂ້າ​ນ້ອຍ​ກໍ​ບາດ​ເຈັບ​ຢູ່​ພາຍ​ໃນ​ຂ້າ​ນ້ອຍ.
\v 23 ຂ້າ​ນ້ອຍກຳ​ລັງ​ຈາກ​ໄປ​ຢ່າງ​ເງົາ​ໃນ​ຕອນ​ຄ່ຳ ຂ້າ​ນ້ອຍ​ຖືກ​ພັດ​ອອກ​ໄປເຫມືອນແມງໄມ້.
\s5
\v 24 ຫົວ​ເຂົ່າ​ຂອງ​ຂ້າ​ນ້ອຍ​ກໍ​ອ່ອນ​ແຮງ​ຈາກ​ການ​ອົດ​ອາ​ຫານ; ຂ້າ​ນ້ອຍ​ກຳ​ລັງ​ກາຍ​ເປັນ​ຄົນ​ທີ່​ມີ​ຫນັງ​ຫຸ້ມ​ກະ​ດູກ.
\v 25 ເມື່ອຄົນເຫັນແລ້ວເຂ​ົາກໍເຍາະ​ເຍີ້ຍ​ຫົວຂວັນຂອງ​​ຂ້າ​ນ້ອຍ; ​ພວກ​ເຂົາ​ທັງ​ຫລາຍ​ເຫັນ​ຂ້າ​ນ້ອຍ ພວກ​ເຂົາ​ກໍ​ແກ່ງ​ຫົວ.
\s5
\v 26 ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ, ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\v 27 ຂໍ​ໃຫ້​ພວກ​ເຂົາ​ຮູ້​ວ່າ​ນີ້​ເປັນ​ສີ​ມື​ຂອງ​ພ​ຣະ​ອົງ, ນັ້ນ​ຄື​ພ​ຣະ​ອົງ, ພ​ຣະ​ຢາ​ເວ​, ໄດ້​ຊົງ​ເຮັດ​ການ​ນີ້.
\s5
\v 28 ​ແມ່ນ​ວ່າ​ພວກ​ເຂົາ​ປ່ອຍ​ດ່າ​ຂ້າ​ນ້ອຍ, ຂໍ​ຊົງ​ໂຜດອວຍ​ພອນ​ຂ້າ​ນ້ອຍ ​ເມື່ອ​ພວກ​ເຂົາ​ໂຈມ​ຕີ; ກໍ​ຂໍ​ໃຫ້​ພວກ​ເຂົາ​ໄດ້​ອັບ​ອາຍ ແຕ່​ຂໍ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຍິນ​ດີ.
\v 29 ຂໍ​ໃຫ້​ພວກ​ສັດ​ຕຣູຂອງ​ຂ້າ​ນ້ອຍ​; ໄດ້​ຫົ່ມ​ຄວາມ​ຂາຍ​ຫນ້າ​ຂໍ​ໃຫ້​ພວກ​ເຂົາ​ໄດ້​ສວມ​ຄວາມ​ອັ​ບ​ອາຍ​ຢ່າງ​ເສື້ອ​ຄຸມ.
\s5
\v 30 ​ດ້ວຍ​ປາກ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ຢ່າງ​ຍິ່ງ​ແດ່​ພ​ຣະ​ຢ​າ​ເວ; ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ທ່າມ​ກາງ​ຝູງ​ຊົນ.
\v 31 ເພາະ​ພ​ຣະ​ອົງ​ຊົງ​ຢືນ​ທີ່​ຂວາ​ມື​ຂອງ​ຄົນ​ຂັດ​ສົນ, ເພື່ອ​ຊ່ວຍ​ເຂົາ​ໃຫ້​ລອດ​ຈາກ​ບັນ​ດາ​ຜູ້​ທີ່​ພິ​ພາກ​ສາ​ເຂົາ.
\s5
\c 110
\cl ບົດທີ 110
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ​ພ​ຣະ​ຢາ​ເວ​, ກ່າວ​ກັບ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ວ່າ, "ຈົ່ງ​ນັ່ງ​ທີ່​ຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ສັດ​ຕຣູ​ຂອງ​ເຈົ້າ​ເປັນ​ແທ່ນ​ຮອງ​ຕີນ​ຂອງ​ເຈົ້າ."
\s5
\v 2 ພ​ຣະ​ຢາ​ເວ ​ຈະ​ຊົງ​ຍື່ນ​ກະ​ບອງ​ແຫ່ງ​ພ​ຣະ​ກຳ​ລັງ​ຂອງ​ທ່ານ​ຈາກ​ຊີ​ໂອນ; ໃຫ້​ຄອບ​ຄອງ​ທ່າມ​ກາງ​ພວກ​ສັດ​ຕຣູ​ຂອງ​ທ່ານ.
\v 3 ປະ​ຊາ​ຊົນ​ຂອງ​ທ່ານ​ຈະ​ຕິດ​ຕາມ​ທ່ານ​ໄປ​ໂດຍ​ສວມ​​ເຄື່ອງ​ແຕ່ງ​ກາຍ​ບໍ​ຣິ​ສຸດ​ດ້ວຍ​ສະ​ມັກ​ໃຈ​ໃນ​ວັນ​ແຫ່ງ​ອຳ​ນາດ​ຂອງ​ທ່ານ; ຈາກ​ທ້ອງ​ຂອງ​ເວ​ລາ​ເຊົ້າ ໄວ​ຫນຸ່ມ​ຂອງ​ທ່ານ​ຈະ​ເປັນ​ຂອງ​ທ່ານ​ຄື​ຢ່າງ​ນ້ຳ​ຫມອກ.
\s5
\v 4 ​ພ​ຣະ​ຢາ​ເວ​ໄດ້​ຊົງສັນຍາແລ້ວ, ແລະ​ຈະ​ບໍ່​ປ່ຽນ​ແປງວ່າ: "ເຈົ້າ​ເປັນ​ປະ​ໂ​ລ​ຫິດເປັນ​ນິດ, ຕາມ​ຢ່າງ​ເມ​ຄີ​ເຊ​ເດັກ."
\s5
\v 5 ອົງພຣະຜູ້ເປັນເຈົ້າຊົງຢູ່ທີ່ຂວາມືຂອງທ່ານ. ພ​ຣະ​ອົງ​ຈະ​ຊົງ​ປຣະ​ຫານບັນດາ​ກະສັດໃນ​ວັນ​ແຫ່ງ​ຄວາມ​ໃຈ​ຮ້າຍ​ຂອງ​ພ​ຣະ​ອົງ.
\v 6 ພຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​​ປະ​ຊາ​ຊາດທັງຫລາຍ; ພ​ຣະ​ອົງ​ຈະ​ຊົງ​ໃຫ້​ສະຫ​ນາມ​ຮົ​ບ​ເຕັມ​ໄປ​ດ້ວຍ​ຊາກ​ສົບ; ພ​ຣະ​ອົງ​ຈະ​ປຣະ​ຫານ​ພວກ​ຜູ້​ນຳ​ປະ​ຊາ​ຊາດ​ທ​ັງ​ຫລາຍ.
\s5
\v 7 ​ກະ​ສັດ​ຈະ​ຊົງ​ດື່ມ​ນ້ຳຈາກ​ລຳ​ທານ​ຂ້າງ​ທາງ, ແລ້ວ​ທ່ານ​ຈະ​ຊົງ​ຍົກ​ຫົວ​ຂອງ​ທ່ານ​ຂຶ້ນ​ສູງ​ຫລັງ​ຈາກ​ຊັຍ​ຊະ​ນະ.
\s5
\c 111
\cl ບົດທີ 111
\p
\v 1 ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ຂ້ານ້ອຍຈະ​ຖວາຍ​ການ​ຂອບ​ພ​ຣະ​ຄຸນ​ແດ່​ ພ​ຣະ​ຢາ​ເວ ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ​ທີ່​ຊຸມ​ນຸມ​ຂອງ​ຄົນ​ຊອບທັມ​, ໃນ​ການ​ຊຸມ​ນຸມ​ຂອງ​ພວກ​ເຂົາ.
\v 2 ພາຣະກິດ​ຂອງ​ພ​ຣະ​ຢາ​ເວ​, ນັ້ນ​ໃຫຍ່​ຍິ່ງຫລາຍ​ເປັນ​ທີ່ລໍຄອຍ​​ຂອງ​ທຸກ​ຄົນ​ທີ່​ປຣາ​ຖນາ​ສິ່ງ​ເຫລົ່າ​ນັ້ນ.
\v 3 ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ສູງ​ສົ່ງ​ແລະ​ຮຸ່ງ​ເຮືອງ, ແລະ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ.
\s5
\v 4 ​ພ​ຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ຊຶ່ງ​ຈະ​ເປັນ​ທີ່​ຣະ​ນຶກ​ເຖິງ; ພ​ຣະ​ຢາ​ເວ​ຊົງ​ມີ​ພ​ຣະ​ຄຸນ​ແລະ​ຊົງ​ພ​ຣະ​ກາ​ຣຸ​ນາ.
\v 5 ພ​ຣະ​ອົງ​ຊົງ​ປຣະ​ທານ​ອາ​ຫານ​ແກ່​ບັນ​ດາ​ຜູ້​ຕິດ​ຕາມ​ທີ່​ສັດ​ຊື່​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ຈະ​ຊົງ​ຣະ​ນຶກ​ເຖິງ​ພັນທະສັນ​ຍາ​ຂອງ​ພ​ຣະ​ອົງ​ສະ​ເຫມີ.
\v 6 ພ​ຣະ​ອົງ​ໄດ້​​ສຳ​ແດງ​ພາຣະກິດ​​ອັນ​ຊົງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ ໂດຍ​ຊົງ​ປຣະ​ທານ​ມໍ​ຣະ​ດົກ​ຂອງ​​ປະ​ຊາ​ຊາດ​ທັງ​ຫລາຍ​ໃຫ້​ແກ່​ພວກ​ເຂົາ.
\s5
\v 7 ບັນ​ດາ​ຜົນ​ງານ​ແຫ່ງ​ມື​ຂອງ​ພ​ຣະ​ອົງ​ນັ້ນ​ຄື​ຄວາມ​ຫນ້າ​ເຊື່ອ​ຖື​ແລະ​ຄວາມ​ຍຸ​ຕິ​ທັມ; ບັນ​ດາ​ຄຳ​ສັ່ງ​ສອນ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ເຊື່ອ​ຖື​ໄດ້.
\v 8 ພ​ຣະ​ອົງ​ໄດ້​ຊົງ​ຕັ້ງພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ເປັນ​ນິ​ຣັນ​ດອນ, ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ນັ້ນ​ສັກ​ສິດ​ແລະ​ຫນ້າ​ຢຳ​ເກງ.
\v 9 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ຊັຍ​ຊະ​ນະ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ແຕ່ງ​ຕັ້ງ​ພັນ​ທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ໄປ​, ບໍ​ຣິ​ສຸດ ແລະ​ອັ​ສະ​ຈັນ​ແມ່​ນ​ນາມ​ຊື່​ນີ້.
\s5
\v 10 ​ການ​ຖວາຍ​ກຽຕ​ແດ່​ພ​ຣະ​ຢາ​ເວ ​ເປັນ​ທີ່​ເລີ່ມ​ຕົ້ນ​ຂອງ​ສະ​ຕິ​ປັນ​ຍາ​; ບັນ​ດາ​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ກໍ​ໄດ້​ຄວາມ​ເຂົ້າ​ໃຈ​ດີ. ການ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ ​ດຳ​ຣົງ​ຢູ່​ເປັນ​ນິດ.
\s5
\c 112
\cl ບົດທີ 112
\p
\v 1 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ຄົນ​ທີ່​ເຊື່ອ​ຟັງ​ພ​ຣະ​ຢາ​ເວ​ກໍ​ເປັນ​ສຸກ, ຜູ້​ນັ້ນ​ຍິນ​ດີ​ຢ່າງ​ຍິ່ງ​ໃນ​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 2 ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ມີ​ອຳ​ນາດ​ໃນ​ແຜ່ນ​ດິນ​ໂລກ; ເຊື້ອ​ສາຍ​ຂອງ​ຄົນ​ຊອບ​ທັມ​ຈະ​ໄດ້​ຮັບ​ພ​ຣະ​ພອນ.
\s5
\v 3 ​ຊັບ​ສົມ​ບັດ​ແລະ​ຄວາມ​ຮັ່ງ​ມີ​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ; ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ຈະ​ດຳ​ຣົງ​ຢູ່​ເປັນ​ນິດ.
\v 4 ແສງ​ສະ​ຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຄວາມ​ມືດ​ສຳ​ລັບ​ຄົນ​ສັດຊື່; ພ​ຣະ​ອົງ​ຊົງ​ມີ​ພ​ຣະ​ຄຸນ, ຊົງ​ພ​ຣະ​ກາ​ຣຸ​ນາ ແລະ​ຊົງ​ຍຸ​ຕິ​ທັມ.
\v 5 ເປັນ​ເລື່ອງ​ທີ່​ດີ​ສຳ​ລັບ​ຄົນ​ທີ່​ສະ​ແດງ​ຄວາມ​ເມດ​ຕາ​ແລະ​ໃຫ້​ຢືມ​ເງິນ, ຄື​ຜູ້​ດຳ​ເນີນ​ກິ​ຈະ​ການ​ຂອງ​ເຂົາ​ດ້ວຍ​ຄວາມ​ຊື່​ສັດ​ສຸຈະ​ຣິດ.
\s5
\v 6 ​ເພາະ​ເຂົາ​ຈະ​ບໍ່​ຫລົ້ມ​ຈົມ​ເລີຍ; ຄົນ​ທີ່​ຊອບ​ທັມ​ຈະ​ມີ​ຄົນ​ຣະ​ນຶກ​ເຖິງ​ຢູ່​ເປັນ​ນິ​ຣັນ.
\v 7 ເຂົາ​ຈະ​ບໍ່​ຢ້ານ​ຂ່າວ​ຮ້າຍ; ໃຈ​ຂອງ​ເຂົາ​ຫມັ້ນ​ຄົງ​ໃນ​ການ​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ.
\s5
\v 8 ​ຈິດ​ໃຈ​ຂອງ​ເຂົາ​ສະຫ​ງົບ​, ໂດຍ​ບໍ່ມີ​ຄວາມ​ຢ້ານ, ​ຈົນ​ກວ່າ​ເຂົາ​ເບິ່ງ​ເຫັນ​ຊັຍ​ຊະ​ນະ​ເຫນືອ​ສັດ​ຕຣູ​ຂອງ​ເຂົາ.
\v 9 ເຂົາ​ແຈກ​ຈ່​າຍ​ໃຫ້​ແກ່​ຄົນ​ຍາກ​ຈົນ​ດ້ວຍ​ໃຈ​ເມດ​ຕາ; ຄວາມ​ຊອບ​ທັມ​ຂອງ​ເຂົາ​ດຳ​ຣົົງ​ຢູ່​ເປັນ​ນິດ; ເຂົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ​ດ້ວຍ​ກຽຕ.
\s5
\v 10 ​ຄົ​ນ​ຊົ່ວ​ຮ້າຍ​ຈະ​ເຫັນ​ສິ່ງ​ນີ້​ແລ້ວເກີດຄວາມບໍ່ພໍໃຈ; ເຂົາ​ຈະ​ຂົບ​ແຂ້ວ​ດ້ວຍ​ຄວາມ​ໂກດຮ້າຍ​ກຽດຊັງ​ແລະ​ເຂົາ​ຈະ​ລະ​ລາຍ​ໄປ; ຄວາມ​ປຣາຖ​ນາ​ຂອງ​ພວກ​ຄົນ​ຊົ່ວ​ຮ້າຍ​ຈະພັງ​ພິ​ນາດ.
\s5
\c 113
\cl ບົດທີ 113
\p
\v 1 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ຢາ​ເວ​ເອີຍ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ​ເຖີດ.
\v 2 ຂໍ​ໃຫ້​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ, ​ເປັນ​ທີ່​ສັນ​ຣະ​ເສີນ​ທັງ​ບັດ​ນີ້​ແລະ​ຕະ​ຫລອດ​ໄປ.
\s5
\v 3 ​ຕັ້ງ​ແຕ່​ທິດຕາເວັນອອກ​​ຈົນ​ເຖິງ​​ທິດ​ຕາເວັນຕົກ, ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​ຄວນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ.
\v 4 ພ​ຣະ​ຢາ​ເວ​ເປັນ​ທີ່​ຍົກ​ຍ້ອງ​ເຊີດ​ຊູ​ເຫນືອ​ປະ​ຊາ​ຊາດ​ທັງ​ຫມົດ, ແລະ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ສູງ​ເຫນືອ​ທ້ອງ​ຟ້າ​ທັງ​ຫລາຍ.
\s5
\v 5 ​ບໍ່ມີຜູ້​ໃດ​ເປັນ​ເຫມືອນພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຮົາ, ຜູ້​ຊຶ່ງ​ທີ່​ປະ​ທັບ​ຂອງ​ພ​ຣະ​ອົງ​ຢູ່ເຫນືອຟ້າສະຫວັນ​,
\v 6 ແຕ່ພຣະອົງຫລຽວ​ລົງ​ມາ​ທີ່​ທ້ອງ​ຟ້າ​ແລະ​ທີ່​ແຜ່ນ​ດິນ​ໂລກ?
\s5
\v 7 ພ​ຣະ​ອົງ​ຊົງ​ຍົກ​ຄົນ​ຈົນ​ຂຶ້ນ​ມາ​ຈາກ​ດິນ​ແລະ​ຊົງ​ຍົກ​ຄົນ​ຂັດ​ສົນ​ຂຶ້ນ​ມາ​ຈາກກອງ​ຂີ້​ເຖົ່າ,
\v 8 ເພື່ອ​ໃຫ​້​ເຂົາ​ນັ່ງ​ກັບ​ບັນ​ດາ​ເຈົ້າ​ເມືອງ, ກັບ​ເຈົ້າ​ເມືອງ​ຂອງ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ.
\s5
\v 9 ​ພ​ຣະ​ອົງ​ຊົງ​ປຣະ​ທ​ານ​ບ້ານ​ໃຫ້​ແກ່​ຍິງ​ຫມັນ​ໃຫ້​ມີ​ບ້ານ​ຢູ່, ພ​ຣະ​ອົງ​ໃຫ້​ນາງ​ເປັນ​ແມ່​ແຫ່ງ​ຄວາມຊື່ນ​ບານ​ຂອງ​ລູກ​ທັງ​ຫລາຍ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ!
\s5
\c 114
\cl ບົດທີ 114
\p
\v 1 ​ເມື່ອ​ອິ​ສະ​ຣາ​ເອນ​ໄດ້​ອອກ​ຈາກ​ເອ​ຢິບ, ຄື​ເຊື້ອ​ສາຍ​ຢາ​ໂຄບ​ອອກ​ຈາກ​ປະ​ຊາ​ຊົນ​ຊຶ່ງ​ເວົ້າ​ພາ​ສາ​ຕ່າງ​ຊາດ,
\v 2 ຢູ​ດາ​ໄດ້​ກາຍ​ເປັນ​ປະ​ຊາຊົນ​​ຂອງ​ພ​ຣະເຈົ້າ​ອົງບໍຣິສຸດ, ອິ​ສະ​ຣາ​ເອນເປັນ​ຣາຊອານາຈັກຂອງ​ພ​ຣະ​ອົງ.
\s5
\v 3 ​ທະ​ເລແດງ​ໄດ້​ເຫັນ​ແລະ​ໄດ້ປົບ​ຫນີໄປ; ຈໍ​ແດນ​ໄດ້​ຫັນ​ຫລັງ​ກັບ.
\v 4 ບັນ​ດາ​ພູ​ເຂົາ​ໄດ້​ກະ​ໂດດ​ເຫມືອນຝູງ​ແບ້​ຕົວ​ຜູ້, ບັນ​ດາ​ເນີນ​ເຂົາ​ໄດ້​ກະ​ໂດດ​ເຫມືອນ​ຝູງ​ລູກ​ແກະ ທະ​ເລ​ເອີຍ.
\s5
\v 5 ​ເປັນ​ຫຍັງ​ເຈົ້າ​ໄດ້​ຫນີ? ແມ່​ນ້ຳ​ຈໍ​ແດນ​ເອີຍ, ເປັນ​ຫຍັງ​ເຈົ້າ​ໄດ້​ຫັນ​ຫລັງ​ກັບ?
\v 6 ພູ​ເຂົາ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໄດ້​ກະ​ໂດດ​ເຫມືອນຝູງ​ແບ້ ໂ​ຕ​ຜູ້? ເນີນ​ພູ​ນ້ອຍໆ ເອີຍ, ເປັນ​ຫ​ຍັງ​ເຈົ້າ​ຈຶ່ງ​ໄດ້​ກະ​ໂດດ​ເຫມືອນ​ຝູງ​​ແກະນ້ອຍ?
\v 7 ແຜ່ນ​ດິນໂລກ​ເອີຍ, ຈົ່ງ​ຕົວ​ສັ່ນ ຕໍ່​ຫນ້າ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເຖີດ, ຄື​ຕໍ່​ຫນ້າ​ພ​ຣະ​ເຈົ້າ, ​ຂອງ​ຢາ​ໂຄບ.
\s5
\v 8 ພ​ຣະ​ອົງ​ໄດ້​ຊົງ​ປ່ຽນ​ຫີນ​ໃຫ້​ເປັນ​ສະ​ນ້ຳ, ຄື​ຊົງ​ປ່ຽນ​ຫີນ​ແຂງ​ໃຫ້​ເປັນ​ນ້ຳ​ພຸ​ທັ​ມະ​ຊາດ.
\s5
\c 115
\cl ບົດທີ 115
\p
\v 1 ​ພ​ຣະ​​ກຽຕ​ນີ້​ບໍ່​ແມ່ນມີ​ແກ່​ພວກ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢ​າ​ເວ, ບໍ່​ແມ່ນ​ມີ​ແກ່​ພວກຂ້າ​ນ້ອຍ​ເລີຍ, ແຕ່​ມີ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ ເນື່ອງ​ຈາກ​ຄວາມ​ຊື່​ສັດແຫ່ງ​ຄຳ​ສັນ​ຍາ​ແລະ​ຄວາມ​ເຊື່ອ​ຖື​ໄດ້​ຂອງ​ພ​ຣະ​ອົງ.
\v 2 ເປັນ​ຫຍັງ​ບັນ​ດາ​ປະ​ຊາ​ຊາດ​ຈະ​ກ່າວ​ວ່າ, "ພ​ຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ​ຢູ່​ໃສ?"
\s5
\v 3 ​ພ​ຣະ​ເຈົ້າຂອງ​ເຮົາ​ທັງ​ຫລາຍ​ຢູ່​ໃນ​ສະ​ຫວັນ; ພ​ຣະ​ອົງ​ກໍ​ຊົງ​ກະ​ທຳ​ສິ່ງ​ໃດໆ ກໍ​ໄດ້​ທີ່​ພ​ຣະ​ອົງ​ຊົງ​ພໍ​ໃຈ.
\v 4 ຮູບ​ເຄົາຣົບ​ທັງ​ຫລາຍ​ຂອງ​ຄົນ​ເຫລົ່າ​ນັ້ນ​ເປັນ​ເງິນ​ແລະ​ທອງ​ຄຳ, ເປັນ​ຜົນ​ງານ​ທີ່ສ້າງຂຶ້ນດ້ວຍ​ມື​​ຂອງ​ມະ​ນຸດ.
\s5
\v 5 ຮູບເຫລົ່ານັ້ນມີປາກ, ແຕ່​ພວກ​ມັນ​ເວົ້າ​ບໍ່​ໄດ້; ມີ​ຕາແຕ່​ພວກ​ມັນ​ເບິ່ງ​ບໍ່​ເຫັນ.
\v 6 ພວກ​ເຂົາມີ​ຫູ, ແຕ່​ພວກ​ມັນ​ຟັງ​ບໍ່​ໄດ້, ພວກ​ເຂົາມີ​ດັງ, ​​ແຕ່​ພວກ​ມັນ​ດົມ​ກິ່ນ​ບໍ່​ໄດ້.
\s5
\v 7 ຮູບເຫລົ່ານັ້ນ​ມີ​ມື​ແຕ່​ຄຳ​ບໍ່​ໄດ້ ພວກ​ມັນ​ມີ​ຕີນ, ແຕ່​ພວກ​ມັນ​ຍ່າງ​ໄປມາບໍ່​ໄດ້; ​ຮູບ​ເຫລົ່າ​ນັ້ນ​ເວົ້າ​ຈາກ​ປ​າກ​ບໍ່​ໄດ້.
\v 8 ຜູ້​ທີ່​ເຮັດ​ຮູບ​ເຫລົ່າ​ນັ້ນ​ຈະ​ເປັນ​ຄື​ຮູບ​ເຫລົ່າ​ນັ້​ນ ທຸກ​ຄົນ​ທີ່​ວາງ​ໃຈ​ໃນ​ຮູບ​ເຫລົ່າ​ນັ້ນ​ກໍ​ເຊັ່ນ​ກັນ.
\s5
\v 9 ​ອິ​​ສະ​ຣາ​ເອນ​ເອີຍ, ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ​ເຖີດ; ພ​ຣະ​ອົງ​ຊົງ​ເປັນ​ຜູ້​ຊ່ວຍຊູ​ແລະ​ເປັນ​ໂລ້​ຂອງ​ເຈົ້າ.
\v 10 ເຊື້ອ​ສາຍ​ອາ​ໂຣນ​ເອີຍ, ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ​ເຖີດ; ພ​ຣະ​ອົງ​ຊົງ​ເປັນ​ຜູ້​ຊ່ວຍຊູ​ແລະ​ເປັນ​ໂລ້​ຂອງ​ເຈົ້າ.
\v 11 ທ່ານ​ຜູ້​ຖວາຍ​ພ​ຣະ​ກຽຕ​ພ​ຣະ​ຢາ​ເວ​ເອີຍ, ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ອົງ​ເຖີດ; ພ​ຣະ​ອົງ​ຊົງ​ເປັນ​ຜູ້​ຊ່ວຍຊູ​ແລະ​ເປັນ​ໂລ້​ຂອງ​ເຈົ້າ.
\s5
\v 12 ​ພ​ຣະ​ຢາ​ເວ​ ຊົງ​ລະ​ນຶກ​ເຖິງພວກ​ຂ້າ​ນ້ອ​ຍ​ ພ​ຣະ​ອົງ​ຈະ​ຊົງ​ອວຍ​ພ​ຣະ​ພອນພວກເຮົາ; ພ​ຣະ​ອົງ​ຈະ​ຊົງ​ອວຍ​ພອນ​​ເຊື້ອ​ສາຍ​ອິ​ສະ​ຣາ​ເອນ; ພ​ຣະ​ອົງ​ຈະ​ຊົງ​ອວຍ​ພອນ​ເຊື້ອ​ສາຍ​ອາ​ໂຣນ.
\v 13 ພ​ຣະ​ອົງ​ຈະ​ຊົງ​ອວຍ​ພ​ຣ​ະ​ພອນ​​ຜູ້​ທີ່​ຖວາຍ​ພ​ຣະ​ກຽຕ​ຂອງ​ພ​ຣະ​ຢາ​ເວ, ທັງ​ຜູ້​ອາ​ຍຸ​ນ້ອຍ​ແລະ​ຜູ້​ສູງ​ອາ​ຍຸ.
\v 14 ຂໍ​ພ​ຣະ​ຢາ​ເວ​ຊົງ​ໃຫ້​ພວກ​ທ່ານ​ເພີ່ມ​ພູນ​ຫລາຍ​ຂຶ້ນ​ເລື້ອຍໆ, ທັງ​ທ່ານ​ແລະ​ລູກ​ຫລານ​ທັງ​ຫລາຍ​ຂອງ​ທ່ານ.
\s5
\v 15 ​ຂໍ​ໃຫ້​ພວກ​ທ່ານ​ຮັບ​ພ​ຣະ​ພອນ​ຈາກ​ພ​ຣະ​ຢາ​ເວ, ຜູ້​ຊົງ​ສ້າງ​ຟ້າ​ສະ​ຫວັນ​ແລະ​ແຜ່ນ​ດິນ​ໂລກ
\v 16 ທ້ອງ​ຟ້າ​ທັງ​ຫລາຍ​ເປັນ​ຂອງ​ພ​ຣະ​ຢາ​ເວ​; ແຕ່ ​ພ​ຣະ​ອົງ​ປຣະ​ທານ​ແຜ່ນ​ດິນ​ໂລກ​ແກ່​ມະ​ນຸດ​ທັງ​ຫລາຍ.
\s5
\v 17 ​ຄົນ​ຕາຍ​ບໍ່​ອາດ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ແລະ​ທຸກ​ຄົ​ນ​ທີ່​ລົງ​ໄປ​ສູ່​ທີ່​ງຽບ​ສະຫ​ງົບ​ກໍ​ເຊັ່​ນ​ກັນ;
\v 18 ແຕ່​ຂ້າ​ນ້ອຍ​​ຈະ​ຖວາຍ​ຄຳ​ສັນຣະເສີນ​ແດ່​ພ​ຣະ​ຢາ​ເວ ຕັ້ງ​ແຕ່​ບັດ​ນີ້​ເປັນ​ຕົ້ນ​ໄປ​ເປັນ​ນິດ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.
\s5
\c 116
\cl ບົດທີ 116
\p
\v 1 ​ຂ້າ​ນ້ອຍ​ຮັກ​ພ​ຣະ​ຢາ​ເວ ເພາະ​ພ​ຣະ​ອົງ​ຊົງ​ຟັງ​ສຽງ​ແລະ​ຄຳ​ວິງວອນ​ຂໍ​ຄວາມ​ເມດ​ຕາ​ຂອງ​ຂ້າ​ນ້ອຍ.
\v 2 ເພາະ​ພ​ຣະ​ອົງ​ໄດ້​ງ່ຽງ​ຫູ​ຟັງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ອົງ​ຕາບ​ທີ່​ຂ້າ​ນ້ອຍ​ມີ​ຊີ​ວິດ​ຢູ່.
\s5
\v 3 ເຊືອກ​ແຫ່ງ​ຄວາມ​ຕາຍ​​ໄດ້​ອ້ອມ​ຂ້າ​ນ້ອຍ, ແລະ​ບ້ວງ​ແຫ່ງ​ແດນ​ຄົນ​ຕາຍ​ໄດ້​ຈັບ​ຂ້າ​ນ້ອຍ​ໄວ້; ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຈັບ​ປວດ​ແລະ​ເສຍ​ໃຈ.
\v 4 ແລ້ວ​ຂ້າ​ນ້ອຍ​ໄດ້​ຮ້ອງຫາ​ອອກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​ວ່າ "ຂ້າ​ແຕ່​ພ​ຣະ​ຢາ​ເວ ຂໍ​ຊົງ​ຊ່ວຍ​ຊີວິດ​ຂ້າ​ນ້ອຍ​ເຖີດ."
\s5
\v 5 ພ​ຣະ​ຢາ​ເວ​ຊົງ​ມີ​ພ​ຣະ​ຄຸນ​ແລະ​ຊົງ​ຍຸຕິ​ທັມ; ພ​ຣະ​ເຈົ້າ, ຂອງ​ເຮົາ​ທັງ​ຫລາຍ​ຊົງ​ພ​ຣະ​ກາ​ຣຸ​ນາ.
\v 6 ພ​ຣະ​ຢາ​ເວ​ຊົງປົກ​ປ້ອງ​ຄົນ​ຮູ້​ນ້ອຍ​ໄວ້; ເມື່ອ​ຂ້າ​ນ້ອຍ​ຕົກ​ຕ່ຳ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ.
\s5
\v 7 ດວງວິນ​ຍານ​ຂອງ​ຂ້າ​ເອີຍ​ຈົ່ງ​ກັບ​ໄປ​ສູ່​ທີ່​ພັກ​ຂອງ​ເຈົ້າ​ເຖີດ, ເພາະ​ພ​ຣະ​ຢາ​ເວ​ຊົງ​ດີ​ຕໍ່​ເຈົ້າ​ແລ້ວ.
\v 8 ເພາະ​ພ​ຣະ​ອົງ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ຈາກ​ຄວາມ​ຕາຍ, ຊ່ວຍລະ​ງັບນ້ຳ​ຕາ​ຂ້າ​ນ້ອຍ, ແລະ​ຊ່ວຍ​ຕີນ​ຂ້າ​ນ້ອຍຈາກ​ການ​ສະ​ດຸດ.
\s5
\v 9 ຂ້າ​ນ້ອຍ​ຈະ​ຮັບ​ໃຊ້​ພ​ຣະ​ຢາ​ເວ ​ໃນ​ດິນ​ແດນ​ຂອງ​ຄົນ​ເປັນ.
\v 10 ຂ້າ​ນ້ອຍ​ໄດ້​ເຊື່ອ​ໃນ​ພ​ຣະ​ອົງ​ຢູ່ ແມ່ນ​ເມື່ອ​ຂ້າ​ນ້ອຍ​ກ່າວ​ວ່າ, "ຂ້າ​ນ້ອຍທຸກ​ຍາກ​ຍິ່ງ​ຫນັກ"
\v 11 ຂ້າ​ນ້ອຍ​ກ່າວ​ໃນ​ເວ​ລາ​ຕົກ​ໃຈ​ວ່າ, “ມະ​ນຸດ​ທຸກ​ຄົນ​ເປັນ​ຄົນ​ຫລອກ​ລວງ.”
\s5
\v 12 ຂ້າ​ນ້ອຍ​ຈະ​ເອົາ​ຫຍັງ​ຕອບ​ແທນ​ພ​ຣະ​ຢາ​ເວ ສຳ​ຫລັບ​ຄວາມ​ດີ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ທີ່​ມີ​ຕໍ່​ຂ້າ​ນ້ອຍ?
\v 13 ຂ້າ​ນ້ອຍ​ຈະ​ຍົກ​ຖ້ວຍ​ແຫ່ງ​ຄວາມ​ພົ້ນ, ແລະ​ຮ້ອງ​ອອກ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ.
\v 14 ຂ້າ​ນ້ອຍ​ຈະ​ແກ້​ບົນ​ແດ່​ພ​ຣະ​ຢາ​ເວ ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ປວງ​ຂອງ​ພ​ຣະ​ອົງ.
\v 15 ຄວາມ​ຕາຍ​​ແຫ່ງ​ໄພ່​ພົນ​ຂອງພ​ຣະ​ອົງ​ມີ​ຄ່າ​ຫລາຍ​ຍິ່ງ​ໃນ​ສາຍ​ພຣະເນດຂອງ​ພ​ຣະ​ຢາ​ເວ.
\s5
\v 16 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ​ເປັ​ນ​ຜູ້ບົວລະບັດ​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເປັນ​ລູກ​ຊາຍ​ຂອງ​ທາ​ດ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ໄດ້​ຊົງ​ຖອດ​ໂສ້​ລ່າມ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ.
\v 17 ​ຂ້າ​ນ້ອຍ​ຈະ​ຖວາຍ​ເຄື່ອງ​ບູ​ຊາ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ ແລະ​ຮ້ອງ​ອອກ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ.
\s5
\v 18 ​ຂ້າ​ນ້ອຍ​ຈະ​ຖວາຍຕາມທີ່ໄດ້ສັນຍາ​ແດ່​ພ​ຣະ​ຢາ​ເວ ​ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ປວງ​ຂອງ​ພ​ຣະ​ອົງ,
\v 19 ໃນ​ລານ​ຕ່າງໆ ແຫ່ງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ, ໃນ​ທ່າມ​ກາງ​ກຸງ​ເຢ​ຣູ​ຊາ​ເລັມ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.
\s5
\c 117
\cl ບົດທີ 117
\p
\v 1 ​ປະ​ຊາ​ຊົນ​ທັງ​ຫມົດ​ເອີຍ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ, ຊົນ​ຊາດ​ທັງ​ປວງ​ເອີຍ ຈົ່ງ​ຍົກ​ຍ້ອງ​ພ​ຣະ​ອົງ​ເຖີດ.
\v 2 ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ມີ​ຕໍ່​ພວກ​ເຮົາ​ນັ້ນ​ໃຫຍ່​ຍິ່ງ​ຫນັກ, ແລະ​ຄວາມ​ຫນ້າ​ເຊື່ອ​ຖື​ຂອງ​ພ​ຣະ​ຢາ​ເວ​ດຳ​ຣົງ​ເປັນ​ນິດ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.
\s5
\c 118
\cl ບົດທີ 118
\p
\v 1 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ປະ​ເສີດ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\v 2 ໃຫ້​ອິ​ສະ​ຣາ​ເອນ​ກ່າວ​ເຖີດ​ວ່າ, "ຄວາມ​ຊື່​ສັດ​ແຫ່ງ​ຄ​ຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ."
\s5
\v 3 ໃຫ້​ເຊຶ້ອ​ສາຍ​ອາ​ໂຣນ​ກ່າວ​ເຖີດ​ວ່າ, "ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ."
\v 4 ໃຫ້​ບັນ​ດາ​ຜູ້​ທີ່​ຕິດ​ຕາມ​ຢ່າງ​ສັດ​ຊື່​ຕໍ່​ພ​ຣະ​ຢ​າ​ເວ, ​ກ່າວ​ເຖີດ​ວ່າ, "ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ"
\s5
\v 5 ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ຢ​າ​ເວ​ຈາກ​ຄວາມ​ຄັບ​ແຄ້ນ​ໃຈ; ພ​ຣະ​ຢາ​ເວ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ​ແລະ​ປຣະ​ທານ​ຄວາມ​ໂລ່ງ​ໃຈ​ໃຫ້​ແກ່​ຂ້າ​ນ້ອຍ.
\v 6 ພ​ຣະ​ຢາ​ເວ ​ຊົງ​ຢູ່​ຝ່າຍ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ບໍ່​ຢ້ານ​ມະ​ນຸດ; ​ຈະ​ເຮັດ​ຫຍັງ​ແກ່​ຂ້າ​ນ້ອຍ​ໄດ້?
\v 7 ພ​ຣະ​ຢາ​ເວ​, ຊົງ​ຢູ່​ຝ່າຍ​ຂ້າ​ນ້ອຍ​ປຽບ​ດັ່ງ​ຜູ້​ຊ່ວຍຊູ​ຂອງ​ຂ້າ​ນ້ອຍ; ດັ່ງ​ນັ້ນ​ຂ້າ​ນ້ອຍ​ຈະ​ເບິ່ງ​ເຫັນ​ຊັຍ​ຊະ​ນະ​ຕໍ່​ຜູ່​ກຽດ​ຊັງ​ຂ້າ​ນ້ອຍ.
\s5
\v 8 ​ການໄວ້ວາງໃຈ​ໃນ​ພ​ຣະ​ຢາ​ເວ ກໍ​ດີກວ່າ​ວາງ​ໃຈ​ໃນ​ມະ​ນຸດ.
\v 9 ເຂົ້າ​ລີ້​ພັຍ​ຢູ່​ໃນ​ພ​ຣະ​ຢາ​ເວ ກໍ​ດີກວ່າ​ວາງ​ໃຈ​ໃນ​ບັນ​ດາ​ເຈ​ົ້າ​ເມືອງ.
\s5
\v 10 ​ປະ​ຊາ​ຊາດ​ທັງ​ຫມົດ​ໄດ້​ອ້ອມ​ຂ້າ​ນ້ອຍ; ໃນ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ.​ຂ້າ​ນ້ອຍ​ໄດ້​ທຳລາຍ​ພວກ​ເຂົາ.
\v 11 ເຂົາ​ທັງ​ຫລາຍ​ໄດ້​ອ້ອມ​ຂ້າ​ນ້ອຍ​; ຖືກ​ຕ້ອງ​ແລ້ວ, ພວກ​ເຂົາ​ໄດ້​ອ້ອມ​ຂ້າ​ນ້ອຍ​ທຸກ​ດ້ານ; ໃນ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ ຂ້າ​ນ້ອຍ​ທຳລາຍ​ພວກ​ເຂົາ.
\v 12 ພວກເຂົາ​ໄດ້​ອ້ອມ​ຂ້າ​ນ້ອຍ​ຄືຝູງເ​ຜິ້ງ; ພວກ​ເຂົາ​ໄດ້​ສູນ​ສິ້ນ​ໄປ​ຢ່າງ​ໄວ​ຄື​ໄຟ​ໄຫມ້​ກາງ​ພຸ່ມ​ຫນາມ; ໃນ​ພ​ຣະ​ນາມຊື່​ພຣະ​ຢາ​ເວ ຂ້າ​ນ້ອຍທຳລາຍ​ພວກ​ເຂົາ.
\s5
\v 13 ​ພວກ​ເຂົາ​ໄດ້​ໂຈມ​ຕີ​ຂ້າ​ນ້ອຍ​ເພື່ອ​ກະ​ແທກ​ໃຫ້​ຂ້າ​ນ້ອຍ​ລົ້ມ​ລົງ, ແຕ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ຊ່ວຍຊູຂ້າ​ນ້ອຍ.
\v 14 ພ​ຣະ​ຢາ​ເວ ​ຊົງ​ເປັນ​ກຳ​ລັງ ແລະ​ເປັນ​ຄວາມ​ຊື່ນຊົມ​ຍິນ​ດີ​ຂອງ​ຂ້າ​ນ້ອຍ, ແລະ​ພ​ຣະ​ອົງ​ຊົງ​ເປັນ​ຜູ້​ຊ່ວຍ​ກູ້​ຂອງ​ຂ້າ​ນ້ອຍ.
\s5
\v 15 ​ມີ​ສຽງ​ຍິນ​ດີ​ແລະ​ຊັຍ​ໂຢ​ຢູ່​ໃນ​ເຕັນ​ຕ່າງໆ; ມື​ຂວາຂອງ​ພ​ຣະ​ຢາ​ເວ​ຊົງ​ມີ​ຊັຍ.
\v 16 ມື​ຂວາ​ຂອງ​ພ​ຣະ​ຢາ​ເວ ​ຊົງ​ເປັນ​ທີ່​ເຊີດ​ຊູ; ມື​ຂວາ​ຂອງ​ພ​ຣະ​ຢາ​ເວ​ຊົງ​ມີ​ຊັຍ.
\s5
\v 17 ​ຂ້າ​ນ້ອຍ​ຈະ​ບໍ່​ຕາຍ, ແຕ່​ຂ້າ​ນ້ອຍ​ຈະ​ເປັນ​ຢູ່ ແລະ​ປະ​ກາດ​ພ​ຣະ​ຣາ​ຊ​ກິດ​ຂອງ​ພ​ຣະ​ຢາ​ເວ.
\v 18 ພ​ຣະ​ຢາ​ເວ​ໄດ້​ຊົງ​ຕີ​ສອນ​ຂ້າ​ນ້ອຍ​ຢ່າງ​ຫນັກ; ແຕ່​ພ​ຣະ​ອົງ​ບໍ່​ຊົງ​ມອບ​ຂ້າ​ນ້ອຍ​ໄວ້​ກັບ​ຄວາມ​ຕາຍ.
\s5
\v 19 ​ຂໍ​ເປີດ​ປະ​ຕູ​ຄວາມ​ຊອບ​ທັມ​ໃຫ້​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ເຂົ້າ​ປະ​ຕູ​ນັ້ນ ແລະ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ຢາ​ເວ.
\v 20 ນີ້​ຄື​ປະ​ຕູ​ຂອງ​ພ​ຣະ​ຢາ​ເວ; ຄົນ​ຊອບ​ທັມ​ຈະ​ເຂົ້າ​ໄປ​ທາງ​ນັ້ນ.
\v 21 ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ ພ​ຣ​ະ​ອົງ, ເພາະ​ພ​ຣະ​ອົງ​ຊົງ​ຕອບ​ຂ້າ​ນ້ອຍ, ແລະ​ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ.
\s5
\v 22 ຫີນ​ຊຶ່ງ​ຊ່າງ​ກໍ​ໄດ້​ຖິ້ມ ໄດ້​ເປັນ​ຫີນ​ມຸມ​ເອກ​ແລ້ວ.
\v 23 ສິ່ງ​ນີ້​ເປັນ​ມາ​ຈາກ​ພ​ຣະ​ຢາ​ເວ; ເປັນ​ສິ່ງ​ອັ​ສະ​ຈັນ​ໃນ​ສາຍ​ຕາ​ຂອງ​ພວກ​ເຮົາ​.
\s5
\v 24 ​ມື້​ນີ້​ເປັນມື້ທີ່​ພ​ຣະ​ຢາ​ເວ ໄດ້​ຊົງ​ສ້າງ; ເຮົາ​ຈະ​ຊົມຊື່ນແລະ​ຍິນ​ດີ​ໃນ​ວັນ​ນັ້ນ.
\v 25 ຂໍ​ຊົງ​ໂຜດ​ເຖີດ​ພ​ຣະ​ເຈົ້າ​ຂ້າ, ຂ້າ​ແດ່​ພ​ຣະ​ຢາ​ເວ, ​ຂໍ​ຊົງ​ປຣະ​ທານ​ຊັຍ​ຊະ​ນະ​ແກ່​ຂ້າ​ນ້ອຍ, ຂໍ​ຊົງ​ປຣະ​ທານ​ຄວາມ​ສຳ​ເລັດແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ເຖີດ.
\s5
\v 26 ຜູ້​ເຂົ້າ​ມາ​ໃນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​ກໍ​ເປັນ​ສຸກ; ພວກ​ເຮົາ​ອວຍ​ພອນ​ພວກ​ທ່ານ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ.
\v 27 ພ​ຣະ​ຢາ​ເວ​ຊົງ​ເປັນ​ພ​ຣະ​ເຈົ້າ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ຄວາມ​ສະ​ຫວ່າງ​ແກ່​ພວກ​ເຮົາ ຈົ່ງ​ມັດ​ເຄື່ອງ​ຖວາຍ​ບູ​ຊາ​ດ້ວຍ​ເຊືອກ​ກັບ​ແທ່ນ​ບູ​ຊ​າ.
\v 28 ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ ແລະ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​, ຂອງ​ຂ​້າ​ນ້ອຍ ຂ້າ​ນ້ອຍ​ຈະ​ຍົກ​ຍ້ອງ​ພ​ຣະ​ອົງ.
\s5
\v 29 ​ໂອ, ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ຢາ​ເວ; ເພາະ​ພ​ຣະ​ອົງ​ຊົງ​ປະ​ເສີດ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\s5
\c 119
\cl ບົດທີ 119
\p
\v 1 ​ບັນ​ດາ​ຜູ້​ທີ່​ທາງ​ຂອງ​ເຂົາ​​ບໍ່ມີຄວາມຜິດນັ້ນ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ດຳ​ເນີນ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ຢາ​ເວ.
\v 2 ບັນ​ດາ​ຜູ້​ທີ່​ຮັກ​ສາ​ຄຳສັ່ງ​ອັນ​ຈິງ​ຈັງ​ຂອງ​ພ​ຣະ​ອົງ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຂົາ.
\s5
\v 3 ​ພວກ​ເຂົາ​ບໍ່​ເຮັດ​ຜິດ ພວກ​ເຂົາເດີນ​ຕາມ​ທາງ​ຂອງ​ພ​ຣະ​ອົງ.
\v 4 ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ໃຫ້​ພວກ​ຂ້າ​ນ້ອຍ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​​​ຂອງ​ພ​ຣະ​ອົງ ເພື່ອ​ວ່າ​ພວກ​ຂ້າ​ນ້ອຍ​ຄວນ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອ​ນ​​ຢ່າງ​ລະ​ມັດ​ຣະ​ວັງ.
\s5
\v 5 ​ໂອ, ເພື​່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ຕັ້ງ​ຢູ່​ຢ່າງ​ຫມັ້ນ​ຄົງ​ໃນ​ການ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ!
\v 6 ແລ້ວ​ຂ້າ​ນ້ອຍ​ຈະບໍ່​ອັບ​ອາຍ ເມື່ອ​ຂ້າ​ນ້ອຍ​ຈົດ​ຈໍ່​ຢູ່​ທີ່​ຄຳ​ສັ່ງ​ສອນ​ທັງ​ຫມົດ​ຂອງພ​ຣະ​ອົງ.
\s5
\v 7 ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ດ້ວຍ​ໃຈ​ທ່ຽງ​ຕົງ ເມື່ອ​ຂ້າ​ນ້ອຍ​ຮຽນຮູ້​ຂໍ້​ຄຳ​ສັ່ງ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 8 ຂ້າ​ນ້ອຍ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ທັງ​​ຫລາຍ​ຂອງ​ພ​ຣະ​ອົງ; ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ​ໄວ້​ດຽວ​ດາຍ. ເບັດ.
\s5
\v 9 ​ຄົນ​ຫນຸ່ມ​ຈະ​ຮັກ​ສາ​ທາງ​ຂອງ​ຕົນ​ໃຫ້​ບໍ​ຣິ​ສຸດ​ໄດ້​ຢ່າງ​ໃດ? ກໍ​ໂດຍ​ເຊື່ອ​ຟັງ ພ​ຣະ​ດຳ​ຣັດ​ຂອງພ​ຣະ​ອົງ.
\v 10 ຂ້າ​ນ້ອຍ​ສະ​ແຫວງ​ຫາ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ​; ຂໍ​ຢ່າ​ໃຫ້​ຂ້ານ​້ອຍ​ຫລົງ​ໄປ​ຈາກ​ຂໍ້​ຄຳ​ສັ່​ງ​ທັງ​ຫລາຍ​ຂອງພ​ຣະ​ອົງ.
\s5
\v 11 ​ຂ້າ​ນ້ອຍ​ໄດ້​ຮວບ​ຮວມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ໄວ້​ໃນ​ໃຈ ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ບາບ​ຕໍ່​ພ​ຣະ​ອົງ.
\v 12 ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ, ຂ້າ​ແດ່ ​ພ​ຣະ​ຢາ​ເວ; ຂໍ​ຊົງ​ສອນ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ.
\s5
\v 13 ​ຂ້າ​ນ້ອຍ​ໄດ້​ປະ​ກາດ​ດ້ວຍ​ປາກ​ຂອງ​ຂ້າ​ນ້ອຍ​ເຖິງ​ບັນ​ດາ​ກົດ​ຫມາຍ​ອັນ​ຊອບ​ທັມ​ທັງ​ສິ້ນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ໄວ້.
\v 14 ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ​ໃນ​ທາງ​ແຫ່ງ​ກົດ​ຫມາຍ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຫລາຍກວ່າ​ຄວາມ​ມັ່ງ​ມີ​ທັງ​ຫມົດ.
\s5
\v 15 ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ ແລະ​ໃສ່​ໃຈ​ໃນ​ທາງ​ທັງ​ຫລາຍ​ຂອງພ​ຣະ​ອົງ.
\v 16 ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ​ໃນ​ກົດ​ບັນ​ຍັດ​ທັງ​​ຫລາຍ​ຂອງພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ບໍ່​ລືມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. ກິ​ເມ.
\s5
\v 17 ​ຂໍ​ຊົງ​ເມດ​ຕາ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ເພື່ອ​ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດ​ຢູ່ ແລະ​ປະ​ຕິ​ບັດ​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ.
\v 18 ຂໍ​ຊົງ​ເປີດ​ຕາ​ຂ້າ​ນ້ອຍ ເພື່ອ​ຂ້າ​ນ້ອຍ​ຈະ​ເຫັນ​ບັນ​ດາ​ສິ່ງ​ອັ​ສະ​ຈັນ​ໃນ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\s5
\v 19 ​ຂ້າ​ນ້ອຍ​ເປັນ​ຄົນ​ຕ່າງ​ດ້າວ​ເທິງ​ແຜ່ນ​ດິນ; ຂໍ​ຢ່າ​ຊົງ​ເຊື່ອງ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ຈາກ​ຂ້າ​ນ້ອຍ.
\v 20 ຄວາມ​ປຣາ​ຖນາ​ຂອງ​ຂ້າ​ນ້ອຍ​ກະ​ຫາຍ​ທີ່​ຈະ​ຮຽນ​ຮູ້​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ເວ​ລາ.
\s5
\v 21 ​ພ​ຣະ​ອົງ​ຊົງ​ຕຳ​ນິ​ຄົນ​ໂອ​ຫັງ, ຄົນ​ທີ່​ຖືກ​ສາບ, ຄື​ຜູ້​ທີ່​ຫລົງ​ໄປ​ຈາກ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງພ​ຣະ​ອົງ.
\v 22 ຂ້າ​ນ້ອຍ​ໄດ້​ພົ້ນ​ຈາກ​ຄວາມ​ອັບ​ອ​າຍ ແລ​ະ​ຂາຍ​ຫນ້າ, ເພາະ​ຂ້າ​ນ້ອຍ​ໄດ້​ເຊື່ອ​ຟັງ​ກົດ​ບັນ​ຍັດ​ທັງ​​ຫລາຍ​ແຫ່ງ​ສັນ​ຍາ​ຂອງພ​ຣະ​ອົງ.
\s5
\v 23 ເຖິງແມ່ນວ່າ​ພວກ​ຜູ້​ປົກ​ຄອງ​ນັ່ງ​ປຶກ​ສາ​ກັນ​ແລະ​ໃສ່​ຮ້າຍ​ຂ້າ​ນ້ອຍ, ແຕ່​ຜູ້​ຮັບ​ໃຊ້​ຂອງພ​ຣະ​ອົງ​ຈະ​ຊອກ​ຫາ​ກົດ​ບັນ​ຍັດ​ທັງ​​ຫລາຍ​ຂອງ​ພ​ຣະ​ອົງ.
\v 24 ກັດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຄົງ​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ນ້ອຍ, ແລະ​ສິ່ງ​ເຫລົ່າ​ນັ້ນ​ເປັນ​ເປັນ​ທີ່​ປຶກ​ສາ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ. ດາ​ເລ.
\s5
\v 25 ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຕິດ​ຢູ່​ໃນ​ຂີ້​ຝຸ່ນ! ຂໍ​ຊົງ​ປຣະ​ທານ​ຊີ​ວິດ​ແກ່​ຂ້າ​ນ້ອຍ​ໂດຍ​ພ​ຣະ​ດຳ​ຣັດ​ຂອງພ​ຣະ​ອົງ.
\v 26 ຂ້າ​ນ້ອຍ​ໄດ້​ບອກ​ເຖິງ​ທາງ​ຂອງ​ຂ້າ​ນ້ອຍ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ, ຂໍ​ຊົງ​ສອນ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ.
\s5
\v 27 ​ຂໍ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ເຂົ້າ​ໃຈ​ບັນ​ດາ​ທາງ​ແຫ່ງ​ຄຳ​ສັ່ງ​ສອນ​ທັງ​ຫລ​າຍ​ຂອງ​ພ​ຣະ​ອົງ, ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ເຖິງ​ຄຳ​ສອນ​ອັນ​ອັ​ສະ​ຈັນ​ຕ່າງໆ ຂອງ​ພ​ຣະ​ອົງ.
\v 28 ຂ້າ​ນ້ອຍ​ຈົ່ມ​ຢູ່ໃນ​ຄວາມ​ໂສກ​ເສົ້າ​ຢ່າງ​ຍິ່ງ! ຂໍ​ຊົງ​ເສີມ​ກຳ​ລັງ​ຂ້າ​ນ້ອຍ​ໂດຍ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣ​ະ​ອົງ​ເຖີດ.
\s5
\v 29 ​ຂໍ​ຊົງ​ຫັນ​ຂ້າ​ນ້ອຍ​ໄປ​ຈາກ​ທາງ​ຫລອກ​ລວງ; ຂໍ​ຊົງ​ກະ​ຣຸ​ນາ​ສອນ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ.
\v 30 ຂ້າ​ນ້ອຍ​ໄດ້​ເລືອກ​ທາງ​ແຫ່ງ​ຄວາມ​ຊື່​ສັດ; ຂ້າ​ນ້ອຍ​ຮັກ​ສາ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ໄວ້​ຕົງ​ຫນ້າ​ຂ້າ​ນ້ອຍ​ສະ​ເຫມີ.
\s5
\v 31 ຂ້າ​ນ້ອຍ​ຍືດ​ຫມັ້ນ​ຢູ່​ກັບ​ກັດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ; ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ.
\v 32 ຂ້າ​ນ້ອຍ​ຈະ​ແລ່ນ​ໃນ​ທາງ​ແຫ່ງ​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ​ເພາະ​ພ​ຣະ​ອົງ​ຊົງ​ຂະ​ຍາຍ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ໃຫ້​ກວ້າງ​ທີ່​ຈະ​ກະ​ທຳ​ເຊັ່ນ​ນັ້ນ. ເຮ.
\s5
\v 33 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ສອນ​ຂ້າ​ນ້ອຍ, ​ເຖິງ​ທາງ​ແຫ່ງ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ຈະ​ຮັກ​ສາ​ໄວ້​ຈົນ​ເຖິງ​ທີ່​ສຸດ.
\v 34 ຂໍ​ຊົງ​ປຣະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ, ແລະ​ເພື່ອ​ຂ້າ​ນ້ອຍ​ຈະ​ຮັກ​ສາ​ກົດ​ບັນ​ຍັດ​ຂ​ອງ​ພ​ຣະ​ອົງ​ໄວ້; ແລະ​ຂ້າ​ນ້ອຍ​ຈະ​ປະ​ຕິ​ເສດ​ຕາມ​ດ້ວຍ​ສຸດ​ໃຈ.
\s5
\v 35 ​ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ທາງ​ແຫ່ງ​ສັນ​ຍາ​ທັງ​ຫລາຍ​ຂ​ອງ​ພ​ຣະ​ອົງ, ເພາະ​ຂ້າ​ນ້ອຍ​ຍິນ​ດີ​ທີ່​ຈະ​ເດີນ​ໃນ​ທາງ​ນັ້ນ.
\v 36 ຂໍ​ຊົງ​ໂນ້ມ​ໃຈ​ຂ້າ​ນ້ອຍ​ເຂົາ​ຫາ​ກົດ​ບັນ​ຍັດ​ທັງ​​ຫລາຍ​ແຫ່ງ​ສັນ​ຍາ​ຂອງພ​ຣະ​ອົງ ແລະ​ອອກ​ຫ່າງ​ຈາກ​ການ​ໄດ້​ມາ​ຊຶ່ງ​ບໍ່​ຊອບ​ທັມ.
\s5
\v 37 ຂໍ​ຊົງ​ຫັນ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ​ໄປ​ຈາກ​ການ​ເບິ່ງ​ເຫັນ​ສິ່ງ​ທີ່​ໄຮ້​ຄ່າ; ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ໄວ້​ໃນ​ບັນ​ດາ​ທາງ​ຂອງ​ພ​ຣະ​ອົງ.
\v 38 ຂໍ​ຊົງ​ເຮັດ​ຕາມ​ພ​ຣະ​ສັນ​ຍາ​ຂອງພ​ຣະ​ອົງ​ຕໍ່​ຜູ້​ຮັບ​ໃຊ້​ຂອງພ​ຣະ​ອົງ ທີ່​ພ​ຣະ​ອົງ​ມີ​ໄວ້​ສຳ​ລັບ​ຜູ້​ທີ່​ຖວາຍ​ກຽຕຂ​ອງ​ພ​ຣະ​ອົງ.
\s5
\v 39 ​ຂໍ​ຊົງ​ເອົາ​ການ​ເຢາະ​ເຍີ້ຍ​ຊຶ່ງ​ຂ້າ​ນ້ອຍ​ກັງ​ວົນ​ນັ້ນ​ອອກ​ໄປ, ​ເພາະ​ບັນ​ດາ​ຄຳ​ຕັດ​ສິນ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ນັ້ນ​ປະ​ເສີດ.
\v 40 ເບິ່ງ​ເຖີດ, ຂ້າ​ນ້ອຍ​ໄດ້​ໂຫຍ​ຫາ​ຄ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ເຖີດ. ວາ.
\s5
\v 41 ​ຂ້າ​ແດ່​ພ​ຣະ​ຢ​າ​ເວ, ຂໍ​ປຣະ​ທານ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ​ມາ​ເຖິງ​ຂ້າ​ນ້ອຍ- ຄື​ຄວາມ​ລອດ​ຂອງ​ພ​ຣະ​ອົງ​ຕາມ​ພ​ຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ;
\v 42 ແລ້ວ​ຂ້າ​ນ້ອຍ​ຈະ​ມີ​ຄຳ​ຕອບ​ໃຫ້​ຜູ້​ທີ່​ເຢາະ​ເຍີ້ຍ​ຂ້າ​ນ້ອຍ, ​ເພາະ​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ.
\s5
\v 43 ​ຂໍ​ຢ່າ​ຊົງ​ນຳ​ພ​ຣະ​ດຳ​ຣັດ​ແຫ່ງ​ຄວາມ​ຈິງ​ໄປ​ຈາກ​ປາກ​ຂ້າ​ນ້ອຍ, ​ເພາະ​ຂ້າ​ນ້ອຍ​ໄດ້​ລໍ​ຖ້າ​ບັນ​ດາ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ.
\v 44 ຂ້າ​ນ້ອຍ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​, ສະ​ເຫມີ​ໄປ​ເປັນ​ນິ​ຣັນ.
\s5
\v 45 ​ຂ້າ​ພ​ຣະ​ອົງ​ຈະ​ເດີນ​ຢ່າງ​ຫມັ້ນ​ຄົງ, ເພາະ​ຂ້າ​ນ້ອຍ​ໄດ້​ສະ​ແຫວງ​ຫາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 46 ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ພ​ຣະ​ໂອ​ວາດ​ອັນ​ຈິງ​ຈັງ​ຂອງ​ພ​ຣະ​ອົງ​ຕໍ່​ຫນ້າ​ບັນ​ດາ​ກະ​ສັດ ແລະ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ອັບ​ອາຍ.
\s5
\v 47 ​ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ​ໃນ​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງພ​ຣະ​ອົງ, ຊຶ່ງ​ຂ້າ​ນ້ອຍ​ຮັກ.
\v 48 ຂ້າ​ນ້ອຍ​ຈະ​ຊູ​ມື​ຂອງ​ຂ້າ​ນ້ອຍ​ຂຶ້ນ​ຕໍ່​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງພ​ຣະ​ອົງ​ຊຶ່ງ​ຂ້າ​ນ້ອຍ​ຮັກ; ຂ້າ​ນ້ອຍ​ຈະ​ຊອ​ກ​ຫາ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. ຊາ​ຍິນ.
\s5
\v 49 ​ຂໍ​ຊົງ​ຣະ​ນຶກ​ເຖິງ​ບັນ​ດາ​ພ​ຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ມີ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ເພາະ​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ຄວາມ​ຫວັງ​ແກ່​ຂ້າ​ນ້ອຍ.
\v 50 ນີ້​ຄື​ການ​ປອບ​ໂຍນ​ໃນ​ຍາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ: ວ່າ​ພ​ຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ໄດ້​ຮັກ​ສາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄວ້.
\s5
\v 51 ຄົນ​ໂອ​ຫັງ​ເຢາະ​ເຍີ້ຍ​ຂ້າ​ນ້​ອຍ, ​ສະ​ນັ້ນ​ຂ້າ​ນ້ອຍ​ບໍ່​ໄດ້​ຫັນ​ອອກ​ຈາກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 52 ຂ້າ​ນ້ອຍ​ໄດ້​ຄິດ​ເຖິງ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ ທີ່​ມີ​ມາ​ແຕ່​ການ​ກ່ອນ, ຂ້າ​ແດ່​ພ​ຣະ​ຢາ​ເວ, ແລະ​ຂ້າ​ນ້ອຍ​ກໍ​ປອບ​ໂຍນ​ຕົງ​ເອງ.
\s5
\v 53 ​ຄວາມ​ໃຈ​ຮ້າຍ​ອັນ​ຮ້ອນ​ແຮງ​ໄດ້​ເກາະ​ຄຸມ​ຂ້າ​ນ້ອຍ ເນື່ອງ​ຈາກ​ຄົນ​ຊົ່ວ​ຜູ້​ປະ​ຕິ​ເສດ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 54 ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ໄດ້​ເປັນ​ບົດ​ເພງ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ ໃນ​ບ້ານ​ທີ່​ຂ້າ​ນ້ອຍ​ອາ​ສັຍ​ຢູ່​ຊົ່ວ​ຄາວ.
\s5
\v 55 ຂ້າ​ນ້ອຍ​ຄິດ​ເຖິງ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ໃນ​ຍາມ​ຄ່ຳ​ຄືນ, ຂ້າ​ແດ່​ພ​ຣະ​ຢາ​ເວ, ແລະ​ຂ້າ​ນ້ອຍ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 56 ສິ່ງ​ນີ້​ແຫລະ​ທີ່​ຂ້າ​ນ້ອຍ​ໄດ້​ກະ​ທຳ ເພາະ​ຂ້າ​ນ້ອຍ​ໄດ້​ປະ​ຕິ​ບັດ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. ຫັດ.
\s5
\v 57 ພ​ຣະ​ຢາ​ເວ​ແມ່ນ​ທຸກ​ສ່ວນ​ຕ່າງໆ; ຂ້າ​ນ້ອຍ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ພ​ຣະ​ດຳ​ຣັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 58 ຂ້າ​ນ້ອຍ​ວິງວອນ​ຂໍ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ​ຢ່າງ​ຮ້ອນ​ຮົນ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ກາ​ຣຸ​ນາ​ແກ່​ຂ້າ​ນ້ອຍ​, ຕາມ​ດຳ​ຣັດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້.
\s5
\v 59 ຂ້າ​ນ້ອຍ​ໄດ້​ກວດ​ສອບ​ບັນ​ດາ​ທາງ​ຂອງ​ຂ້າ​ນ້ອຍ ແລະ​ຂ້າ​ນ້ອຍ​ໄດ້​ຫັນ​ຕີນ​ຂອງ​ຂ້າ​ນ້ອຍ​ໄປ​ຍັງ​ບັນ​ດາ​ກົດ​ບັນ​ຍັດ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\v 60 ຂ້າ​ນ້ອຍ​ຮີບ​ເຮັ່ງ​ແລະ​ບໍ່​ໄດ້​ຊ້າ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 61 ແມ່ນ​ເຊືອກ​ທັງ​ຫລາຍ​ຂອງ​ຄົນ​ຊົ່ວ​ໄດ້​ດັກ​ຂ້າ​ນ້ອຍ​ໄວ້; ຂ້າ​ນ້ອຍ​ກໍ​ບໍ່​ລືມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 62 ພໍ​ທ່ຽງ​ຄືນ ຂ້າ​ນ້ອຍ​ລຸກ​ຂຶ້ນ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ເນື່ອງ​ດ້ວຍ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 63 ​ຂ້າ​ນ້ອຍ​ເປັນ​ມິດ​ກັບ​ທຸກ​ຄົນ​ທີ່​ຖວາຍ​ກຽຕ​ພ​ຣະ​ອົງ, ກັບ​ຄົນ​ທັງ​ຫມົດ​ທີ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 64 ຂ້າ​ແດ່​ພ​ຣະ​ຢາ​ເວ, ແຜ່ນ​ດິນ​ໂລກ, ​ເຕັມ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ສອນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. ທີດ.
\s5
\v 65 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ດີ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​, ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ.
\v 66 ຂໍ​ຊົງ​ສອນ​ວິ​ຈາ​ຣະ​ນາ​ແລະ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ​ຢ່າງ​ຖ່ອງ​ແທ້, ເພາະ​ຂ້າ​ນ້ອຍ​ໄດ້​ເຊື່ອ​ໃນ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 67 ​ເມື່ອ​ກ່ອນ​ຂ້າ​ນ້ອຍ​ໄດ້​ທົນ​ທຸກ​ທໍ​ຣະ​ມານ, ຂ້າ​ນ້ອຍ​ໄດ້​ຫລົງ​ເຈີ່ນ​ໄປ​ແຕ່​ບັດ​ນິ້​ຂ້າ​ນ້ອຍ​ປະ​ຕິ​ບັດ​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອ​ົງ.
\v 68 ພ​ຣະ​ອົງ​ຊົງ​ດີ​ປະ​ເສີດ, ແລະ​ພ​ຣະ​ອົງ​ຄື​ຜູ້​ນັ້ນ​ທີ່​ຊົງ​ກະ​ທຳ​ການ​ດີ; ຂໍ​ຊົງ​ສອນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ.
\s5
\v 69 ​ຄົນ​ໂອ​ຫັງ​ໄດ້​ປ້າຍ​ຄວາມ​ບໍ່​ຈິງ​ໃສ່​ຂ້າ​ນ້ອຍ, ແຕ່​ຂ້າ​ນ້ອຍ​ຮັກ​ສາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ.
\v 70 ຈິດ​ໃຈ​ຂອງ​ພວກ​ເຂົາ​ແຂ້ງ​ກະ​ດ້າງ, ແຕ່​ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ​ໃນ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\s5
\v 71 ​ດີ​ແລ້ວ​ທີ່​ຂ້າ​ນ້ອຍ​ໄດ້​ທຸກ​ຍາກ ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ຮຽນ​ຮູ້​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 72 ຄຳ​ສັ່ງ​ສອນ​ຈາກ​ປາກ​ຂອງ​ພ​ຣະ​ອົງ​ສຳ​ຫລັບ​ຂ້າ​ນ້ອຍ​ແລ້ວ​ກໍ​ມີ​ຄ່າ​ຍິ່ງກວ່າ​ທອງ​ຄຳ​ແລະ​ເງິນ​ເປັນ​ພັນໆແທ່ງ. ໂຢດ.
\s5
\v 73 ​ມື​ຂອງພ​ຣະ​ອົງ​ໄດ້​ຊົງ​ສ້າງ​ແລະ​ໄດ້​ຊົງ​ຕົບ​ແຕ່ງ​ຂ້າ​ນ້ອຍ​, ຂໍ​ຊົງ​ປຣະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ. ເພື່ອ​ຂ້າ​ນ້ອຍ​ຈະ​ຮຽນ​ຮູ້​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 74 ບັນ​ດາ​ຜູ້​ທີ່​ຖວາຍ​ກຽຕ​ພ​ຣະ​ອົງ​ຈະ​ຍີນ​ດີ​ເມື່ອ​ພວກ​ເຂົາ​ເຫັນ​ຂ້າ​ນ້ອຍ ເພາະ​ວ່າ​ຂ້າ​ນ້ອຍ​ພົບ​ຄວາມ​ຫວັງ​ໃນ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ.
\s5
\v 75 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຮູ້​, ວ່າ​ບັນ​ດາ​ກົດ​ບັນ​ຍັດ​ຂອງ​ພ​ຮະ​ອົງ​ນັ້ນ​ຖືກ​ຕ້ອງ​ແລ້ວ, ແລະ​ໃນ​ຄວາມ​ຊື່​ສັດ​ນັ້ນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ຂ້າ​ນ້ອຍ​ນັ້ນ​ທຸກ​ຍາກ.
\v 76 ຂໍ​ຄວາມ​ຊື່​ສັດ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ປອບ​ໂຍນ​ຂ້າ​ນ້ອຍ ຕາມ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ກັບ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\s5
\v 77 ຂໍ​ຊົງ​ສຳ​ແດງ​ຄວາມ​ກາ​ຣຸ​ນາ ເພື່ອ​ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດ​ຢູ່, ເພາະ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ນ້ອຍ.
\v 78 ຂໍ​ຊົງ​ໃຫ້​ຄົນ​ໂອ​ຫັງ​ອັບ​ອາຍ ເພາະ​ພວກ​ເຂົາ​ໄດ້​ໃສ່​ຮ້າຍ​ຂ້າ​ນ້ອຍ; ສ່ວນ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 79 ​ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຖວາຍ​ພ​ຣະ​ກຽຕ​ພ​ຣະ​ອົງ​ຫັນ​ກັບ​ມາ​ຫາ​ຂ້າ​ນ້ອຍຄື​ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ.
\v 80 ຂໍ​ໃ​ຫ້​ໃຈ​ຂອງ​ຂ້າ​ນ້ອຍ​ໄຮ້​ຕຳ​ນິ​ດ້ວຍ​ການເຄົາ​ຣົບ​ນັບ​ຖື​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ ດັ່ງ​ນັ້ນ​ຂ້າ​ນ້ອຍ​ຈະ​ບໍ່​ຕ້ອງ​ຖືກ​ເຮັດ​ໃຫ້​ອັບ​ອາຍ. ກາດ.
\s5
\v 81 ຂ້າ​ນ້ອຍ​ຫມົດ​ແຮງ​ກັບ​ການ​ລໍ​ຖ້າ​ທີ່​ພ​ຣະ​ອົງ​ອາດ​ຈະ​ມາ​ຊ່ວຍ​ກູ້​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້​ຫວັງ​ໃນ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ.
\v 82 ຕາ​ຂອງ​ຂ້າ​ນ້ອຍ​ຖ້າ​ທີ່​ຈະ​ເຫັນ​ພ​ຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ; ເມື່ອ​ໃດ​ທີ່​ພ​ຣະ​ອົງ​ຈະ​ຊົງ​ປອບ​ໂຍນ​ຂ້າ​ນ້ອຍ?
\s5
\v 83 ເພາະ​ຂ້າ​ນ້ອຍ​ໄດ້​ເປັນ​ເຫມືອນ​ຖົງ​ຫນັງ​ເຫລົ້າ​ອະ​ງຸ່ນ​ທີ່​ຖືກ​ກຸມ​ຄວັນ​; ຂ້າ​ນ້ອຍ​ບໍ່​ລືມ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 84 ຜູ້​ຮັບ​ໃຊ​້ຂອງ​ນ້ອຍ​ຕ້ອງ​ທົນ​ຢູ່​ອີກ​ດົນ​ປານ​ໃດ, ເມື່ອ​ໃດ​ທີ່​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ການ​ພິ​ພາກ​ສາ​ພວກ​ກົດ​ຂີ່​ຜູ້​ຂົ່ມ​ເຫັງ​ຂ້າ​ນ້ອຍ?
\s5
\v 85 ຄົນ​ໂອ​ຫັງ​ໄດ້​ຂຸດ​ຫລຸມ​ພາງ​ດັກ​ຂ້າ​ນ້ອຍ, ຄື​ຄົນ​ເຫລົ່າ​ນັ້ນ​ທີ່​ຝ່າ​ຝືນ​ກັບ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 86 ບັນ​ດາ​ກົດ​ບັນ​ຍັດ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ກໍ​ເຊື່ອ​ຖື​ໄດ້, ຄົນ​ເຫລົ່າ​ນັ້ນ​ຂົ່ມ​ເຫັງ​ຂ້າ​ນ້ອຍ​ຢ່າງ​ບໍ່​ຍຸ​ຕິ​ທັມ; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ.
\s5
\v 87 ​ພວກ​ເຂົາ​ເກືອບ​ເຮັດ​ໃຫ້​ຂ້າ​ນ້ອຍ​ສູນ​ສິ້ນ​ໄປ​ຈາກ​ແຜ່ນ​ດິນ​ໂລກ​ແລ້ວ,​ແຕ່​ຂ້າ​ນ້ອຍ​ບໍ່​ປະ​ຕິ​ເສດ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 88 ດ້ວຍ​ຄວາມ​ຮັກ​ຫມັ່ນ​ຄົງ​ຂອງ​ພ​ຣະ​ອົງ, ຂໍ​ຊົງ​ຮັກ​ສາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​, ເພື່ອ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ເຊື່ອ​ຟັງ​ບັນ​ດາ​ພ​ຣະ​ບັນ​ຊາ​ຂອງ​ພ​ຣະ​ອົງ. ຣາ​ເມດ.
\s5
\v 89 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ເປັນ​ນິດ; ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ໄດ້​ຕັ້ງ​ຫມັ້ນ​ຄົງ​ໃນ​ທ້ອງ​ຟ້າ.
\v 90 ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊ​ົ່ວ​ຊາດ; ພ​ຣະ​ອົງ​ໄດ້​ຊົງ​ສະ​ຖາ​ປະ​ນາ​ແຜ່ນ​ດິນ​ໂລກ, ​ແລະ​ມັນ​ກໍ​ຍັງ​ຄົງ​ຢູ່.
\s5
\v 91 ​ທຸກ​ສິ່ງ​ເຫລົ່າ​ນີ້​ຕັ້ງ​ຫມັ້ນ​ຢູ່​ຈົນ​ທຸກວັນ​ນີ້, ດັ່ງ​ທີ່​ພ​ຣະ​ອົງ​ໄດ້​ກ່າວ​ໃນ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ເພາະ​ທຸກ​ສິ່ງ​ເປັນ​ຂອງ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\v 92 ຖ້າ​ກົດ​ບັນ​ຍັດ​ຂອງ​ພ​ຣ​ະ​ອົງ​ບໍ່​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຄົງ​ໄດ້​ພິ​ນາດ​ໄປ​ໃນ​ຄວາມ​ທຸກ​ຍາກ​ແລ້ວ.
\s5
\v 93 ຂ້າ​ນ້ອຍ​ຈະ​ບໍ່​ມີ​ທາງ​ລືມ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ເລີຍ​, ເພາະ​ໂດ​ຍ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ເຫລົ່າ​ນັ້ນ.
\v 94 ພ​ຣະ​ອົງ​ໄດ້​ຊົງ​ຮັກ​ສາ​ຊີ​ວິດ​ຂ້າ​ນ້ອຍ​ໄວ້, ຂ້າ​ນ້ອຍ​ເປັນ​ຂອງ​ພ​ຣະ​ອົງ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ ເພາະ​ຂ້າ​ນ້ອຍ​ສະ​ແຫວງ​ຫາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 95 ​ຄົນ​ຊົ່ວ​ຕຣຽມ​ທຳ​ລາຍ​ຂ້າ​ນ້ອຍ, ແຕ່​ຂ້າ​ນ້ອຍ​ຈະ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ໃນ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\v 96 ຂ້າ​ນ້ອຍ​ໄດ້​ເຄີຍ​ເຫັນ​ມາ​ແລ້ວ​ວ່າ​ທຸກ​ສິ່ງ​ມີ​ຂໍ້​ຈຳ​ກັດ​ຂອງ​ມັນ, ແຕ່​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ກວ້າງ​ຂວາງ​ໄຮ້​ຂີດ​ຈຳ​ກັດ.
\s5
\v 97 ​ໂອ ຂ້າ​ນ້ອຍ​ຮັກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ແທ້ໆ! ເປັນ​ຄຳ​ວິງວອນ​ຂອງ​ຂ້າ​ນ້ອຍ​ຕະ​ຫລອດ​ທັງ​ວັນ.
\v 98 ກົດ​ບັນ​ຍັດ​ທັງ​​ຫລາຍ​ຂອງ​ພ​ຣະ​ອົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ສະ​ຫລາດກວ່າ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ, ​ເພາະ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ນັ້ນ​ຢູ່​ກັບ​ຂ້າ​ນ້ອຍ​ສະ​ເຫມີ.
\s5
\v 99 ​ຂ້າ​ນ້ອຍ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍກວ່າ​ຄຣູ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​, ເພາະ​ຂ້າ​ນ້ອຍ​ຊອກ​ຫາ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\v 100 ຂ້າ​ນ້ອຍ​ເຂົ້າ​ໃຈ​ຫລາຍກວ່າ​ຜູ້​ທີ່​ອາ​ຍຸ​ໃຫຍ່ກວ່າ​ຂ້າ​ນ້ອຍ; ນີ້​ເປັນ​ເພາະ​ຂ້າ​ນ້ອຍ​ໄດ້​ຮັກ​ສາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 101 ​ຂ້າ​ນ້ອຍຢັ້ງ​ຕີນ​ໄວ້​ຈາກ​ທາງ​ຊ​ົ່ວ​ທຸກ​ຢ່າງ ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ປະ​ຕິ​ບັດ​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອ​ົງ.
\v 102 ຂ້າ​ນ້ອຍ​ບໍ່​ໄດ້​ຫັນ​ໄປ​ຈາກ​ບັນ​ດາ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສອນ​ຂ້າ​ນ້ອຍ.
\s5
\v 103 ​ບັນ​ດາ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ນັ້ນ​ຊ່າງ​ມີ​ຣົດ​ຊາດ​ຫວານ​ແກ່​ຂ້າ​ນ້ອຍ, ແມ່ນ​ລະ, ຫວານກວ່າ​ນ້ຳເ​ຜິ້ງ​ເມື່ອ​ເຖິງ​ປາກ​ຂອງ​ຂ້າ​ນ້ອຍ!
\v 104 ໂດຍ​ທາງ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ຂ້າ​ນ້ອຍ​ສາ​ມາດ​ເຂົ້າ​ໃຈ​ໄດ້ ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ກຽດ​ຊັງ​ທາງ​ທີ່​ຜິດ​ທັງ​ຫລາຍ. ນັນ.
\s5
\v 105 ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ເປັນ​ຕ​ະ​ກຽງ​ແກ່​ຕີນ​ຂ້າ​ນ້ອຍ ແລະ​ເປັນ​ຄວາມ​ສະ​ຫວ່າງ​ແກ່​ທາງ​ຂອງ​ຂ້າ​ນ້ອຍ.
\v 106 ຂ້າ​ນ້ອຍ​ໄດ້​ສາ​ບານ​ແລະ​ໄດ້​ຢືນ​ຢັນ​ວ່າ, ຂ້າ​ນ້ອຍ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 107 ​ຂ້າ​ແດ່​ພ​ຣະ​ຢາ​ເວ; ຂ້າ​ນ້ອຍ​ທຸກ​ຍາກ​ຫລາຍ, ຂໍ​ຊົງ​ຮັກ​ສາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄວ້​. ຕາມ​ທີ່​ພ​ຣະ​ອົງ​ໄດ້​ສັນ​ຍາ​ດ້ວຍ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ.
\v 108 ຂ້າ​ແດ່​ພ​ຣະ​ຢ​ເວ, ຂໍ​ຊົງ​ຮັບ​ເຄື່ອງ​ບູ​ຊາ​ຖວາຍ​ດ້ວຍ​ຄວາມ​ສະ​ມັກ​ໃຈ​ຈາກ​ປາກ​ຂອງ​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ສອນ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ.
\s5
\v 109 ແຕ່​ສະ​ນັ້ນ​ຂ້າ​ນ້ອຍ​ບໍ່​ລືມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 110 ​ຄົນ​ຊົ່ວ​ໄດ້​ວາງ​ກັບ​ດັກ​ຂ້າ​ນ້ອຍ, ແຕ່​ຂ້າ​ນ້ອຍ​ບໍ່​ຫັນ​ເຫ​ຈາກ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 111 ​ຂ້າ​ນ້ອຍ​ຮັບ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄວ້​ເປັນ​ມໍ​ຣະ​ດົກ​ຂອງ​ຂ້າ​ນ້ອຍ​ເປັນ​ນິດ, ເພາະ​ສິ່ງ​ເຫລົ່າ​ນັ້ນ​ເປັນ​ຄວາມ​ຊື່ນ​ບານ​ແກ່​ຈິດ​ໃຈ​ຂ້າ​ນ້ອຍ.
\v 112 ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ເຊື່ອ​ຫມັ້ນ​ໃນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ເປັນ​ນິດ​ຈົນ​ເຖິງ​ການ​ອາ​ວະ​ສານ. ຊາ​ເມັກ.
\s5
\v 113 ​ຂ້າ​ນ້ອຍ​ກຽດ​ຊັງ​ຄົນ​ສອງ​ໃຈ, ແຕ່​ຂ້າ​ນ້ອຍ​ຮັກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 114 ພ​ຣະ​ອົງ​ຊົງ​ເປັນ​ທີ່​ກຳ​ບັງ​ແລະ​ເປັນ​ໂລ້​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ລໍ​ຖ້າ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ.
\s5
\v 115 ​ຈົ່ງ​ໄປ​ຈາກ​ເຮົາ, ເຈົ້າ​ຄົນ​ເຮັດ​ຊົ່ວ, ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ເຮັດ​ຕາມ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ເຈົ້າ​ຂອງ​ຂ້າ​ນ້ອຍ.
\v 116 ຂໍ​ຊົງ​ຄ້ຳ​ຈູນ​ຂ້າ​ນ້ອຍ​ໄວ້​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ ເພື່ອ​ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດຢ​ູ່ ແລະ​ບໍ່​ອັບ​ອາຍ​ໃນ​ຄວາມ​ຫວັງ​ຂອງ​ຂ້າ​ນ້ອຍ.
\s5
\v 117 ແລະ​ຂ້າ​ນ້ອຍ​ຈະ​ລອດ, ແລະ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ສະ​ເຫມີ.
\v 118 ພ​ຣະ​ອົງ​ຊົງ​ປະ​ຕິ​ເສດ​ທຸກ​ຄົນ​ທີ່​ຫັນ​ເຫ​ຈາກ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ເພາະ​ຄົນ​ເຫລົ່າ​ນັ້ນ​ໄດ້​ຫລອກ​ລວງ​ແລະ​ເຊື່ອ​ຖື​ບໍ່​ໄດ້.
\s5
\v 119 ​ພ​ຣະ​ອົງ​ຊົງ​ຖິ້ມ​ຄົນ​ຊົ່ວ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ເປັນ​ຄື​ຂີ້​ແຮ່​; ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ຮັກ​ພ​ຣະ​ໂອ​ວາດ​ອັນ​ຈິງ​ຈັງ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 120 ຮ່າງ​ກາຍ​ຂ້າ​ນ້ອຍ​ສັ່ນ​ໃນ​ຄວາມ​ເກງ​ກົວ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ຢຳ​ເກງ​ກົດ​ຫມາຍ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. ອາ​ຍິນ.
\s5
\v 121 ຂ້າ​ນ້ອຍ​ເຮັດ​ສິ່ງ​ທີ່​ຍຸ​ຕິ​ທັມ​ແລະ​ຖືກ​ຕ້ອງ; ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ​ໄວ້​ກັບ​ຜູ້​ກົດ​ຂີ່​ຂົ່ມ​ເຫັງ​ຂ້າ​ນ້ອຍ.
\v 122 ຂໍ​ຊົງ​ຮັບ​ປະ​ກັນ​ສະ​ຫວັດ​ດີ​ພາບ​ຜູ້​ຮັບ​ໃຊ້​ຂອ​ງ​ພ​ຣະ​ອົງ; ຂໍ​ຢ່າ​ຊົງ​ໃຫ້​ຄົນ​ໂອ​ຫັງ​ກົດ​ຂີ່​ຂົ່ມ​ເຫັງ​ຂ້າ​ນ້ອຍ.
\s5
\v 123 ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ​ເມື່ອຍ​ລ້າ ຂະ​ນະ​ທີ່​ຂ້າ​ນ້ອຍ​​ລໍ​ຖ້າ​ຄວາມ​ລອດ​ຂອງ​ພ​ຣະ​ອົງ ແລະ​ລໍ​ຖ້າ​ພ​ຣະ​ດຳ​ຣັດ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ.
\v 124 ຂໍ​ຊົງ​ສຳ​ແດງ​ຄວາມ​ຊື່​ສັດ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ແກ່​ຜູ້​ຮັບ​ໃຊ້​ຂອງ ​ພ​ຣະ​ອົງ, ແລະ​ຂໍ​ຊົງ​ສອນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ.
\s5
\v 125 ​ຂ້າ​ນ້ອຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ປຣະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ ເພື່ອ​ຂ້າ​ນ້ອຍ​ຈະ​ຮູ້​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\v 126 ເຖິງ​ເວ​ລາ​ທີ່​ພ​ຣະ​ຢາ​ເວ​ຈະ​ຊົງ​ຈັດ​ການ, ​ເພາະ​ປະ​ຊາ​ຊົນ​ໄດ້​ລະ​ເມີດ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\s5
\v 127 ແນ່ນອນ ຂ້າ​ນ້ອຍ​ຮັກ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ຍິ່ງກວ່າ​ທອງ​ຄຳ ຍິ່ງກວ່າ​ທອງ​ບໍ​ຣິ​ສຸດ.
\v 128 ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ຈະ​ຕິດ​ຕາມ​ຄຳ​ສັ່ງ​ສອນ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ຢ່າງ​ເຄັ່ງ​ຄັດ, ແລະ​ຂ້າ​ນ້ອຍ​ກຽດ​ຊັງ​ທາງ​ແຫ່ງ​ຄວາມ​ຫລອກ​ລວງ​ທຸກ​ທາງ. ເປ້.
\s5
\v 129 ​ບັນ​ດາ​ກົດ​ລະ​ບຽບ​ຂອງ​ພ​ຣະ​ອົງ​ຫນ້າ​ອັ​ສະ​ຈັນ, ນັ້ນ​ຄື​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ຂ້າ​ນ້ອຍ​ຈຶ່ງ​ເຊື່ອ​ຫມັ້ນ​ໃນ​ບັນ​ດາ​ກົດ​ລະ​ບຽບ​ເຫລົ່າ​ນັ້ນ.
\v 130 ການ​ເປີດ​ເຜີຍ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ໃຫ້​ຄວາມ​ສະ​ຫວ່າງ; ທັງ​ໃຫ້​ຄວາມ​ເຂົ້າ​ໃຈ​ແກ່​ຄົນ​ທີ່​ຂາດ​ປະ​ສົບ​ການ.
\s5
\v 131 ​ຂ້າ​ນ້ອຍ​ອ້າ​ປາກ​ແລະ​ເມື່ອຍ​ຫອບ, ເພາະ​ຂ້າ​ນ້ອຍ​ປຣາ​ຖນາ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 132 ຂໍ​ຊົງ​ຫັນ​ມາ​ຫາ​ຂ້າ​ນ້ອຍ​ແລະ​ມີ​ກະ​ຣຸ​ນາ​ຕໍ່​ຂ້າ​ນ້ອຍ, ເຊັ່ນ​ດຽວ​ກັບ​ທີ່​ພ​ຣະ​ອົງ​ຊົງ​ເຄີຍ​ເຮັດ​ຕໍ່​ຜູ້​ທີ່​ຮັກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ສະ​ເຫມີ.
\s5
\v 133 ​ຂໍ​ຊົງ​ນຳ​ຢ່າງ​ຕີນ​ຂອງ​ຂ້າ​ນ້ອຍ​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ; ແຕ່​ຂໍ​ຢ່າ​ຊົງ​ໃຫ້​ຄວາມ​ບາບ​ໃດໆ ມີ​ອຳ​ນາດ​ເຫນືອ​ຂ້າ​ນ້ອຍ.
\v 134 ຂໍ​ຊົງ​ໄຖ່​ຂ້າ​ນ້ອຍ​ໃຫ້​ພົ້ນ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຂອງ​ມະ​ນຸດ ເພື່ອ​ຂ້າ​ນ້ອຍ​ຈ​ະ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\s5
\v 135 ​ຂໍ​ຊົງ​ໃຫ້​ມື​ຂອງ​ພ​ຣະ​ອົງ​ທໍ​ແສງ​ມາ​ຍັງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ແລະ​ຂໍ​ຊົງ​ສອນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ
\v 136 ບັນ​ດາ​ສາຍ​ທານ​ແຫ່ງ​ນ້ຳ​ຕາ​ໄຫລ​ລົງ​ມາ​ຈາກ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ ເພາະ​ປະ​ຊາ​ຊົນ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ
\s5
\v 137 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງຊອບ​ທັມ, ແລະ​ກົ​ດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ກໍ​ທ່ຽງ​ທັມ.
\v 138 ບັນ​ດາ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ນັ້ນ​ຊອບ​ທັມ ແລະ​ແທ້​ຈິງ.
\s5
\v 139 ​ຄວາມ​ຮ້າຍ​ກາດ​ໄດ້​ທຳ​ລາຍ​ຂ້າ​ນ້ອຍ ເພາະ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ລືມ​ພ​ຣະ​ດຳ​ຣັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 140 ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ໄດ້​ຖືກ​ທົດ​ສອບ​ຫລາຍ​, ແລະ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ​ຮັກ​ສິ່ງນັ້ນ.
\s5
\v 141 ຂ້າ​ນ້ອຍ​ຕ່ຳ​ຕ້ອຍ​ແລະ​ຖືກ​ດູ​ຫມິ່ນ, ແຕ່​ຂ້າ​ນ້ອຍ​ບໍ່​ລືມ​ຄຳ​ສັ່ງ​ສອນ​ທັ​ງ​ຫລາຍ​ຂອງ​ພ​ຣະ​ອົງ.
\v 142 ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ຊອບ​ທັມ​ຖືກ​ຕ້ອງ​ຢູ່​ເປັນ​ນິດ, ແລະ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ກໍ​ເຊື່ອ​ຖື​ໄດ້.
\s5
\v 143 ​ຄວາມ​ທຸກ​ຍາກ​ແລະ​ຄວາມ​ຣະທົມຂົມຂື່ນ​ໄດ້​ມາ​ສູ່​ຂ້າ​ນ້ອຍ, ກົດ​ບັນ​ຍັດ​ທ​ັງ​ຫລາຍ​ຂອງ​ພ​ຣະ​ອົງ​ຍັງ​ຄົງ​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ນ້ອຍ.
\v 144 ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຊອບ​ທັມ​ເປັນ​ນິດ; ຂໍ​ຊົງ​ປຣະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ​ເພື່ອ​ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດ​ຢູ່. ໂອບ.
\s5
\v 145 ຂ້າ​ນ້ອຍ​ໄດ້​ຮ້ອງ​ໄຫ້​ອອກ​ມາ​ຈາ​ກ​ຫົວ​ໃຈ," ຂໍ​ຊົງ​ຕອບ​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ, ​ຂ້າ​ນ້ອຍ​ຈະ​ຮັກ​ສາ​ກົດ​ຫມາຍຂອງ​ພ​ຣະ​ອົງ.
\v 146 ຂ້າ​ນ້ອຍຮ້ອງ​ຫາພ​ຣະ​ອົງ; ຂໍ​ຊົງ​ຊ່ວຍ​ໃຫ້​ຂ້າ​ນ້ອຍ​ປອດ​ພັຍ, ແລະ​ຄ່ຳ​ຄວນ​ເຖິງ​ພ​ຣະ​ດຳ​ຣັດ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\s5
\v 147 ​ຂ້າ​ນ້ອຍລຸກ​ຂຶ້ນ ກ່ອນ​ຮຸ່ງ​ເຊົ້າ​ແລະ​ຮ້ອງ​ຫາ​ຄວາມ​ຊ່ວຍ​ເຫລືອ. ຂ້າ​ນ້ອຍ​ມີ​ຄວາມ​ຫວັງ​ຢູ່​ໃນ​ພ​ຣະ​ຄັມ​.
\v 148 ຕາ​ຂອງ​ຂ້າ​ນ້ອຍ​ເປີດ​ອອກ​ກ່ອນ​ທີ່​ກາງ​ຄືນ​ຈະ​ມາ ດັ່ງ​ນັ້ນ​,​ຂ້າ​ນ້ອຍ​ຈະ​ໄຕ່​ຕອງ​ພ​ຣະ​ຄັມ​ຂອງ​ພ​ຣະ​ອົງ.
\s5
\v 149 ​ສຽງຮ້ອງ​ຂອງ​ຂ້າ​ນ້ອຍ​ຢູ່​ໃນ​ຄວາມ​ເຊື່ອ​ແຫ່ງ​ພັນ​ທະ​ສັນ​ຍາ; ເຮັດ​ໃຫ້​ຂ້ອຍ​ມີ​ຊີ​ວິດ​ຢູ່, ພ​ຣະ​ຢາ​ເວ, ດັ່ງ​ທີ່​ທ່ານ​ໄດ້​ສັນ​ຍາ​ໄວ້​ໃນ​ພ​ຣະ​ດຳ​ຣັດ​ຂອ​ງະພຣະອົງ.
\v 150 ບັນ​ດາ​ຜູ້​ທີ່​ຖືກກ​ການ​ຂົ່ມ​ເຫັງ​ທັງ​ຫລາຍ​ກັບ​ມາ​ໃກ້​ເຮົາ, ແຕ່​ພວກ​ເຂົາ​ໄດ້​ຫ່າງ​ອອກ​ກົດ​ຫມາຍ​ຂອງ​ພ​ຣະ​ອົງ.
\s5
\v 151 ​ພ​ຣະ​ອົງ​ຊົງຢູ່​ໃກ້​ຊິດຂ້າ​ນ້ອຍ, ພ​ຣະ​ຢາ​ເວ, ແລະ​ພ​ຣະ​ບັດ​ຂອງ​ທ່ານ​ກໍ​ເປັນ​ນັບ​ຖື,
\v 152 ​ດົນ​ນານ​ມາ​ແລ້ວ ຂ້າ​ນ້ອຍ​ໄ​ດ້​ຮຽນ​ຮູ້​ຈາກ​ກົດ​ບັນ​ຍັດ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພ​ຣະ​ອົງ. ເຣດ.
\s5
\v 153 ຂໍ​ຊົງ​ເບິ່ງ​ຄວາມ​ທຸກ​ທໍ​ຣະ​ມານຂອງ​ຂ້າ​ນ້ອຍ ແລະ​ຂໍ​ຊົງ​ຊ່ວຍ​ຂ້າ​ນ້​ອຍ​​ໃຫ້​ພົ້ນ​ແນ່, ເພາະ​ວ່າ​ຂ້າ​ນ້ອຍ​ບໍ່​ໄດ້​ປະ​ຖິ້ມກົດ​ຫມາຍ​ຂອງ​ພ​ຣະ​ອົງ.
\v 154 ​ຂໍ​ຊົງ​ໂຜດ​ເປັນ​ທະ​ນາຍ​ຄວາມ​ແກ້​ຄະ​ດີ​ໃຫ້​ຂ້າ​ນ້ອຍ, ແລະ​ປ່ອຍ​ຂ້າ​ນ້ອຍ​ໃຫ້​ເປັນ​ອິ​ສຣະ, ໂຜດ​ຊ່ວຍ​ໃຫ້​ພົ້ນ​ຕາມ​ທີ່​ໄດ້​ສັນ​ຍາ​ໄວ້​ດ້ວຍ.
\s5
\v 155 ຄົນ​ຊົ່ວ​ຮ້າຍ​ຈະ​ບໍ່ໄດ້ຖືກ​ຊ່ວຍ​ກູ້​ໃຫ້​ພົ້ນ​ພັຍ, ເພາະ​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 156 ຄວາມ​ເອັນ​ດູ​ຂອງ​ພ​ຣະ​ອົງ​ນັ້ນ​ກໍ​ຍິ່ງ​ໃຫຍ່, ພ​ຣະ​ຢາ​ເວ, ໂຜດ​ສຳ​ແດງ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ, ແລະ​ຊ່ວຍ​ໃຫ້​ຂ້າ​ນ້ອຍ​ໄດ້​ພົ້ນ​ດ້ວຍ​ເຖີດ.
\s5
\v 157 ສັດ​ຕຣູ ແລະ​ຜູ້​ທີ່​ຂົມ​ເຫັງ​ນັ້ນ​ມີ​ຢູ່​ຫລວງ​ຫລາຍ, ແຕ່​ຂ້າ​ນ້ອຍ​ບໍ່​ໄດ້​ລະ​ເລີຍ​ທີ່​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 158 ເມື່ອ​ເບິ່ງ​ຄົນ​ທໍ​ຣະ​ຍົດ​ນີ້ ກໍ​ຫນ້າ​ເບື່ອ​ເຕັມ​ທີ ເພາະ​ວ່າ​ເຂົາ​ບໍ່​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ.
\s5
\v 159 ພ​ຣະ​ອົງ​ຮູ້​ວ່າ​ຂ້າ​ນ້ອຍ​ຮັກ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ​ຫລາຍ​ເທົ່າ​ໃດ; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ​ພົ້ນ​ດ້ວຍ​ເຖີດ, ພ​ຣະ​ຢາ​ເວ, ຕາມ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ໃນ​ພັນ​ທະ​ສັນ​ຍາ​ແຫ່ງ​ຄວາມ​ສັດ​ຊື່.
\v 160 ແກ່ນ​ແທ້​ຂອງ​ກົດ​ບັຍັດ​ລ້ວນ​ແຕ່​ເປັນ​ຄວາມ​ຈິງ; ການ​ຕັດ​ສິນ​ອັນ​ຍຸ​ຕິ​ທັມ​ຂອງ​ພ​ຣະ​ອົງ​ກໍ​ດຳ​ຣົງ​ຢູ່​ສືບ​ໄປ​ເປັນ​ນິດ. ຊິນ.
\s5
\v 161 ​ແມ່ນ​ເຊືອກ​ທັງ​ຫລາຍ​ຂອງ​ຄົນ​ຊົ່ວ​ໄດ້​ດັກ​ຂ້າ​ນ້ອຍ​ໄວ້; ຫົວ​ໃຈ​ຂອງ​ຂ້າ​ນ້ອຍ​ໄດ້​ຖ່ອມ​ຕົວ​ລົງ, ຂ້າ​ນ້ອຍ​ກໍ​ບໍ່​ລືມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 162 ຂ້າ​ນ້ອຍ​ມີ​ຄວາມ​ສຸກ​ເຫລືອ​ຫລາຍ ດັ່ງ​ຄົນ​ທີ່​ພົບ​ຊັບ​ສົມ​ບັດ​ມັ່ງ​ຄັ່ງ.
\s5
\v 163 ຂ້​າ​ນ້ອຍ​ກຽດ​ຊັງ​ການ​ຕົວະ​ຍົວະ​ທ​ຸກ​ປະ​ການ, ແຕ່​ຂ້າ​ນ້ອຍ​ຮັກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອ​ົງ.
\v 164 ຂ້າ​ນ້ອຍ​ໂມ​ທະ​ນາ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ມື້​ຫນຶ່ງ​ເຈັດ​ເທື່ອ ຍ້ອນ​ການ​ຕັດ​ສິນ​ອັນ​ຍຸ​ຕິ​ທັມຂອງ​ພ​ຣະ​ອົງ.
\s5
\v 165 ຄົນ​ທີ່​ຮັກ​ກົດ​ບັນ​ຍັດ​ກໍ​ມີ​ຄວາມ​ປອດ​ພັຍ​ດີ ແລະ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ພວກ​ເຂ​ົ​າ​ລົ້ມ​ລົງ​ໄດ້.
\v 166 ຂ້າ​ນ້ອຍ​ລໍ​ຖ້າ​ພ​ຣະ​ອົງ​ມາ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ພັຍ, ພ​ຣະ​ຢາ​ເວ, ແລະ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ເຮັດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ.
\s5
\v 167 ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ, ແລະ​ຮັກ​ຄຳ​ສັ່ງ​ສອນນັ້ນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ.
\v 168 ຂ້າ​ນ້ອຍ​ຂັບ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະອົງ ແລະ​ຄຳ​ແນະ​ນຳ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ຊົງ​ເຫັນ​ທຸກ​ສິ່ງ​ທີ່​ຂ້າ​ນ້ອຍ​ໄດ້​ເຮັດ​ນັ້ນ.
\s5
\v 169 ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງ​ໄຫ້​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ພ​ຣະ​ຢາ​ເວ; ໂຜດ​ໃຫ້​ຂ້າ​ນ້ອຍ​ເຂົ້າ​ໃຈ​ໃນ​ຖ້ອຍ​ຄຳ​ຂອງ​ພ​ຣະ​ອົງ​ດ້ວຍ​ເຖີດ.
\v 170 ຂ້າ​ນ້ອຍ​ຈະ​ຍ້ອງ​ຍໍ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຕະ​ລອດ​ໄປ; ໂຜດ​ຊ່ວຍ​ຂ້າ​ນ້ອຍ, ຕາມ​ທີ່​ໄດ້​ຊົງ​ສັນ​ຍາ​ຕາ​ມຖ້ອຍ​ຄຳ​ຂອງ​ພ​ຣະ​ອົງ​ດ້ວຍ.
\s5
\v 171 ​ຂ້າ​ນ້ອຍ​ຈະ​ຍ້ອງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຕະ​ລອດ​ໄປ, ເພາະ​ພ​ຣະ​ອົງ​ສັ່ງ​ສອນ​ໃຫ້​ຂ້າ​ນ້ອຍ​ຮູ້​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ.
\v 172 ຂ້າ​ຈະ​ຮ້ອງ​ເພງ​ທີ່​ກ່າວ​ເຖິງ​ກົດ​ບັນ​ຍັດ, ເພາະ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ​ຖືກ​ຕ້ອງ​ແລະ​ທ່ຽງ​ທັມ.
\s5
\v 173 ຂໍ​ມື​ຂອງ​ພ​ຣະ​ອົງ​ມາ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ເພາະ​ຂ້າ​ນ້ອຍ​ໄດ້​ເລືອກ​ທີ່​ຈະ​ເຮັດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ.
\v 174 ຂ້າ​ນ້ອຍ​ຄອງ​ຄອຍ​ການ​ໂຜດ​ມາ​ຊ່ວຍ​ຂອງ​ພ​ຣະ​ອົງ, ພ​ຣະ​ຢາ​ເວ, ແລະ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ເປັນ​ຄວາມ​ສຸກ​ຂອງ​ຂ້າ​ນ້ອຍ.
\s5
\v 175 ຂໍ​ຊົງ​ໂຜດ​ຮັກ​ສາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄວ້​ດ້ວຍ, ແລະ​ຂໍ​ໃຫ້​ຄຳ​ແນະ​ນຳ​ຂອງ​ພ​ຣະ​ອົງ ຊ່ວຍ​ຊູ​ຂ້າ​ນ້ອຍ​ດ້ວຍ.
\v 176 ຂ້າ​ນ້ອຍ​ຫລົງ​ທາງ​ດັ່ງ​ທີ່​ແກະ​ໄດ້​ຫລົງ​ທາງ​ໄປ; ຂໍຊົງ​ຊອກ​ຫາ​ຂ້າ​ນ້ອຍ​ແນ່​ຖ້ອນ, ເຫມືອນ​ດັ່ງ​ຊອກ​ຫາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເພາະ​ຂ້າ​ນ້ອຍ​ບໍ່​ໄດ້​ປະ​ຖິ້ມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ​ຈັກ​ເທື່ອ.
\s5
\c 120
\cl ບົດທີ 120
\p
ບົດ​ເພງ​ຂອງ​ເມ​ເຊັກ.
\v 1 ​ໃນ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ ຂ​້າ​ນ້ອຍ​ໄດ້​ຮ​້ອງຫາ​ພ​ຣະ​ຢາ​ເວ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ ຂ້າ​ແຕ່​ພ​ຣະ​ຢາ​ເວ.
\v 2 ຂໍ​ຊົງ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ຄົນ​ທີ່​ຫລອກ​ລວງ​ດ້ວຍ​ຮີບສົບ​ປາກ​ຂີ້​ຕົວະ​ຂອງ​ພວກ​ເຂົາ, ແລະ​ການ​ຫລອກ​ລວງ​ດ້ວຍ​ລິ້ນ​ຂອງ​ພວກ​ເຂົາ.
\s5
\v 3 ​ພ​ຣະ​ອົງ​ຈະ​ລົງ​ໂທດ​ແກ່​ພວກ​ເຈົ້າ, ແລະ​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ສິ່ງ​ໃດ​ແກ່​ພວກ​ເຈົ້າ​ອີກ, ພວກ​ເຈົ້າ​ຜູ້​ຊຶ່ງ​ມີ​ລີ້ນ​ທີ່​ຫລອກ​ລວງ?
\v 4 ພ​ຣະ​ອົງ​ຈະ​ຊົງ​ລົງ​ໂທດ​ພວກ​ເຈົ້າ​ດ້ວຍ​​ລູກ​ທະ​ນູ​ຂອງ​ນັກ​ຮົບ​ຊຶ່ງ​ໄດ້​ຄັດ​ໃຫ້​ແຫລມ​ຄົມ​ໂດຍ​ການ​ເຜົາ​ດ້ວຍ​ຖ່ານ​ຂອງ​ຕົ້ນ​ຊາກ.
\s5
\v 5 ວິ​ບັດ​ແກ່​ຂ້າ​ນ້ອຍ ເພາະ​ຂ້າ​ນ້ອຍ​ອາ​ສັຍ​ຊົ່ວ​ຄາວ​ກັບ​ຄົນ​ເມ​ເຊັກ​; ຂ້າ​ນ້ອຍ​ໄດ້​ພັກ​ຢູ່​ທ່າມ​ກາງ​ເຕັ​ນ​ຂອງ​ຄົນ​ເຄ​ດາ.
\v 6 ຂ້າ​ນ້ອຍ​ພັກ​ຢູ່​ດົນ​ເກີນ​ໄປ​ແລ້ວ​ກັບ​ຜູ້​ກຽດ​ຊັງ​ສັນ​ຕິ​ພາບ.
\v 7 ຂ້າ​ນ້ອຍ​ຮັກ​ສັນ​ຕິ​ພາບ, ແຕ່​ເມື​່ອ​ຂ້າ​ນ້ອຍ​ເວົ້າ, ພວກ​ເຂົາ​ຈະ​ເອົາ​ແຕ່​ເຮັດ​ສົງ​ຄາມ.
\s5
\c 121
\cl ​ບົດ​ທີ 121
\p
ບົດ​ເພງ​ຂອງ​ເມ​ເຊັກ.
\v 1 ຂ້າ​ພ​ຣະ​ອົງ​ຈະ​ເງີຍ​ຫນ້າ​ເບິ່ງ​ຂຶ້ນ​ໄປ​ຍັງ​ພູ​ເຂົາ. ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ຈະ​ມາ​ຈາກ​ໃສ?
\v 2 ຄວາມ​ຊ່ວ​ຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ມາ​ຈາກ​ພ​ຣະ​ຢາ​ເວ, ຜູ້​ຊົງ​ສ້າງ​ທ້ອງ​ຟ້າ​ແລະ​ແຜ່ນ​ດິນ​ໂລກ.
\s5
\v 3 ​ພ​​ຣະ​ອົງ​ຈະ​ບໍ່​ຊົງ​ເຮັດ​ໃຫ້​ຕີນ​ຂອງ​ທ່ານ​ລື້ນ​ໄຫລ; ພ​ຣະ​ອົງຜູ້​ຊົງ​ປົກ​ປ້ອງ​ທ່ານ​ຈະ​ບໍ່​ຊົງ​ເຄີ້ມ​ຫລັບ​ຫລື​ຊົງ​ຫລັບ​ສະຫ​​ນິດ​ໄປ.
\v 4 ເບິ່ງ​ເຖີດ, ພ​ຣະ​ອົງ​ຜູ້​ຊົງ​ຮັກສາ​ອິ​ສະ​ຣາ​ເອນ​ຈະ​ບໍ່​ຊົງ​ເຄີ່ມ​ຫລັບ​ຫລື​ຊົງ​ຫລັບ​ສະຫ​ນິດ​ໄປ.
\s5
\v 5 ​ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ພິ​ທັກ​ທ່ານ; ພ​ຣະ​ຢາ​ເວ​ຊົງ​ເປັນ​ຮົ່ມ​ເງົາ​ທີ່​ຂວາ​ມື​ຂອງ​ທ່ານ.
\v 6 ດວງ​ຕາເວັນຈະ​ບໍ່​ເຮັດ​ອັນ​ຕ​ະ​ຣາຍ​ທ່ານ​ໃນ​ເວ​ລາ​ກາງ​ເວັນ, ຫລື​ດວງ​ເດືອນກໍຈະບໍ່ເປັນອັນຕະຣາຍໃນ​ເວ​ລາ​ກາງ​ຄືນ.
\s5
\v 7 ​ພ​ຣະ​ຢາ​ເວ​ຈະ​ຊົງ​ປົກ​ປ້ອງ​ທ່ານ​ໃຫ​້​ພົ້ນ​ອັນ​ຕະ​ຣາຍ​ທັງ​ຫມົດ, ແລະ​ພ​ຣະ​ອົງ​ຈະ​ຊົງ​ປົກ​ປ້ອງ​ຊີ​ວິດ​ຂອງ​ທ່ານ.
\v 8 ພ​ຣະ​ຢາ​ເວ​ຈະ​ຊົງ​ປົກ​ປ້ອງ​ໃນ​ທຸກ​ສິ່ງ​ທີ່​ທ່ານ​ກະ​ທຳ​ຕັ້ງ​ແຕ່​ບັດ​ນີ້​ແລະ​ສືບ​ໄປ​ເປັນ​ນິດ.
\s5
\c 122
\cl ​ບົດ​ທີ 122
\p
ບົດ​ເພງ​ຂອງ​ເມ​ເຊັດ, ຂອງ​ດາ​ວິດ.
\v 1 ຂ້າ​ນ້ອຍ​ໄດ້​ມີ​ຄວາມ​ຍິນ​ດີ ເມື່ອ​ພວກ​ເຂົາ​ໄດ້​ກ່າວ​ແກ່​ຂ້າ​ນ້ອຍ​ວ່າ, "ຂໍ​ໃຫ້​ພວກ​ເຮົາ​ໄປ​ຍັງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ກັນ​ເຖີດ."
\v 2 ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ; ຕີນ​ທັງ​ຫລາຍ​ຂອງ​ພວກ​ເຮົາ​ກຳ​ລັງ​ຢືນ​ຢູ່​ພາຍ​ໃນ​ປະ​ຕູ​ຂອງ​ເຈົ້າ!
\v 3 ກຸງ​ເຢ​ຣູ​ຊາ​ເລັມ​, ໄດ້​ຖືກ​ສ້າງ​ໄວ້​ຢ່າງ​ນະ​ຄອນ​ທີ່​ວາງ​ແຜນ​ໄວ້​ຢ່າງ​ຮອບ​ຄອບ!
\s5
\v 4 ​ບັນ​ດາ​ເຜົ່າ​ຕ່າງໆ ຂຶ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ - ຄື​ບັນ​ດາ​ເຜົ່າ​ຂອງ​ພ​ຣະ​ຢາ​ເວ - ດັ່ງ​ເປັນ​ສັກ​ຂີ​ພະ​ຍານ​ສຳ​ລັບ​ອິ​ສະ​ຣາ​ເອນ, ເພື່ອ​ຂອບ​ພ​ຣະ​ຄຸນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ.
\v 5 ພ​ຣະ​ທີ່​ນັ່ງ​ແຫ່ງ​ການ​ພິ​ພາກ​ສາ​ຕັ້ງ​ຢູ່​ທີ່​ນັ້ນ, ຄື​ພ​ຣະ​ທີ່​ນັ່ງ​ຂອງ​ຣາ​ຊວົງ​ດາ​ວິດ.
\s5
\v 6 ​ຈົ່ງ​ອະ​ທິ​ຖານ​ຂໍ​ຄວາມສະຫງົບສຸກ​ໃຫ້​ກຸງ​ເຢ​ຣູ​ຊາ​ເລັມ​ວ່າ! "ຂໍ​ບັນ​ດາ​ຜູ້​ທີ່​ຮັກ​ເຈົ້າ​ຈົ່ງ​ມີຄວາມສະຫງົບສຸກ.
\v 7 ຂໍ​ຄວາມສະຫງົບສຸກ​ຈົ່ງ​ມີ​ຢູ່​ພາຍ​ໃນ​ກຳ​ແພງ​ທັງ​ຫລາຍ​ທີ່​ປ້ອງ​ກັນ​ເຈົ້າ ແລະ​ຂໍ​ໃຫ້​ມີ​ຄວາມປອດພັຍດີ​ຢູ່​ພາຍ​ໃນ​ປ້ອມ​ຂອງ​ເຈົ້າ."
\s5
\v 8 ເພື່ອ​ເຫັນ​ແກ່​ພີ່​ນ້ອງ​ຊາຍຍິງ​ແລະ​ຫມູ່ເພື່ອນ​ທັງ​ຫລາຍ​​ຂອງ​ເຮົາ ເຮົາ​ຈະ​ເວົ້າ​ວ່າ, "ຂໍ​ໃຫ້​ຄວາມສະຫງົບສຸກຈົ່ງ​ຢູ່​ພາຍ​ໃນ​ເຈົ້າ."
\v 9 ເພື່ອ​ເຫັນ​ແກ່​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ, ​ຂອງ​ພວກ​ເຮົາ ​ເຮົາ​ຈະ​ສະ​ແຫວງ​ຫາ​ຄວາມ​ດີ​ສຳ​ລັບ​ເຈົ້າ.
\s5
\c 123
\cl ​ບົດ​ທີ 123
\p
ບົດ​ເພງ​ຂອງ​ອາ​ເຊັດ.
\v 1 ຂ້າ​ແດ່​ພ​ຣະ​ອົງ​ຜູ້​ປຣະທັບໃນ​ທ້ອງ​ຟ້າ, ຂ້າ​​ນ້ອຍເງີຍ​ຫນ້າ​ເບິ່ງ​ພ​ຣະ​ອົງ.
\v 2 ເບິ່ງ​ເຖີດ, ດວງ​ຕາ​ຂອງ​​ຄົ​ນ​ຮັບ​ໃຊ້ ແນມ​ເບິ່ງ​ມື​ນາຍ​ຂອງ​ພວກ​ເຂົາ, ​ດວງ​ຕາ​ຂອງ​​ຍິງ​ຮັບ​ໃຊ້ ແນມ​ເບິ່ງມືນາຍ​ຍິງ​ຂອງ​ພວກ​ນາງສັນໃດ, ​ດັ່ງ​ນັ້ນ​ດວງ​ຕາ​ທັງ​ຫລາຍ​ຂອງ​ພວກ​ເຮົາ​ກໍແນມເບິ່ງ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຮົາ ຈົນ​ກວ່າ​ພ​ຣະ​ອົງ​ຈະ​ມີ​ຄວາມເມດຕາ​ຕໍ່​ພວກ​ເຮົາສັນນັ້ນ.
\s5
\v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂຜດເມດຕາ​ຕໍ່​ພວກ​ຂ້າ​ນ້ອຍ, ຂໍ​ຊົງ​ໂຜດເມດຕາ​ຕໍ່​ພວກ​ຂ້າ​ນ້ອຍ​ເຖີດ. ເພາະ​ພວກ​ຂ້າ​ນ້ອຍ​ທົນ​ຕໍ່​ການ​ຫມິ່ນ​ປະ​ຫມາດ​ຫລາຍ​ແລ້ວ.
\v 4 ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ຮັບ​ຄວາມ​ເຢາະ​ເຍີ້ຍ​ຂອງ​ຄົນ​ອວດ​ດີ​ແລະ​ການ​ດູ​ຖູກ​ຂອງ​ຄົນ​ຈອງ​ຫອງ​ຫລາຍ​ເກີນ​ພໍ​ແລ້ວ.
\s5
\c 124
\cl ​ບົດ​ທີ 124
\p
ບົດ​ເພງ​ຂອງ​ອາ​ເຊັດ; ຂອງ​ດາ​ວິດ.
\v 1 "ຖ້າ​ພ​ຣະ​ຢາ​ເວ ​ບໍ່​ໄດ້​ຊົງ​ຢູ່​ຝ່າຍ​ພວກ​ເຮົາ," ບັດ​ນີ້​ຂໍ​ໃຫ້​ອິ​ສະ​ຣາ​ເອນ​ກ່າວ​ວ່າ,
\v 2 "ຖ້າ​ບໍ່​ແມ່ນ​ພ​ຣະ​ຢ​າ​ເວ, ​ຜູ້​ໄດ້​ຊົງ​ຢູ່​ຝ່າຍ​ພວກ​ເຮົາ ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ພວກ​ເຮົາ,
\v 3 ເມື່ອ​ຄວາມ​ຄຽດ​ແຄ້ນ​ຂອງ​ພວກ​ເຂົາ​ໄດ້​ພຸ່ງ​ຂຶ້ນ​ຕໍ່​ພວກ​ເຮົາ ພວກ​ເຂົາ​ກໍ​ຈະ​ກືນ​ພວກ​ເຮົາເສຍ​ທັງ​ເປັນ.
\s5
\v 4 ​ກະ​ແສ​ນ້ຳ​ຄົງ​ໄຫລ​ຖ້ວມ​ພວກ​ເຮົາ; ແລ້ວ​ນ້ຳ​ກໍ​ຄົງ​ກວາດ​ພວກ​ເຮົາ​ໄປ.
\v 5 ແລ້ວ​ນ້ຳ​ທີ່​ໄຫລ​ແຮງ​ຈະ​ໄດ້​ເຮັດ​ໃຫ​້​ພວກ​ເຮົາ​ຈົມ​ນ້ຳ​ຕາຍ."
\s5
\v 6 ໂມທະນາຂອບພຣະຄຸນ​ແດ່​ພ​ຣະ​ຢາ​ເວ, ຜ​ູ້​ບໍ່​ໄດ້​ຊົງ​ຍອມ​ໃຫ້​ພວກ​ເຮົາ​ຖືກ​ຈີກ​ດ້ວຍ​ແຂ້ວ​ຂອງ​ພວກ​ເຂົາ.
\v 7 ພວກ​ເຮົາ​ໄດ້​ຫນີ​ລອດ​ໄປ​ໄດ້​ເຫມືອນ​ຢ່າງ​ນົກ ​ພົ້ນ​ຈາກ​ກັບ​ດັກ​ຂອງ​ບັນ​ດາ​ພານ​ນົກ ກັບ​ດັກ​ນັ້ນ​ກໍ​ໄດ້​ຫັກ ແລ​ະ​ພວກ​ເຮົາ​ໄດ້​ຫນີ​ລອດ​ໄປ​ໄດ້.
\s5
\v 8 ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພວກ​ເຮົາ​ຢູ່ໃນ​ພ​ຣະນາມຊື່ພຣະ​ຢາ​ເວ, ຜູ້​ຊົງ​ສ້າງ​ທ້ອງ​ຟ້າ​ແລະ​ແຜ່​ນ​ດິນໂລກ.
\s5
\c 125
\cl ​ບົດ​ທີ 125
\p
ບົດ​ເພງ​ຂອງ​ອາ​ເຊັດ.
\v 1 ບັນ​ດາ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ, ​ກໍ​ຄື​ພູ​ເຂົາ​ຊີ​ໂອນ, ຊຶ່ງບໍ່​ຫວັ່ນ​ໄຫວ, ແຕ່​ດຳ​ຣົງ​ຢູ່​ເປັນ​ນິດ.
\v 2 ພູ​ເຂົາ​ຢູ່ອ້ອມ​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ພ​ຣະ​ຢາ​ເວ​, ຊົງ​ຢູ່​ຮອບ​ປະ​ຊາ​ຊົນ​ຂ​ອງ​ພ​ຣະ​ອົງ ຕັ້ງ​ແຕ່​ບັດ​ນີ້​ສືບ​ໄປ​ເປັນ​ນິດ.
\v 3 ກະ​ບອງ​ຂອງ​ຄວາມ​ອະ​ທັມ​​ຈະບໍ່​ປົກ​ຄອງ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ຊອບ​ທັມ. ບໍ່​ສະ​ນັ້ນ​ແລ້ວ​ຄົນ​ຊອບ​ທັມ​ອາດ​ຈະຍື່ນມື​ເຮັດ​ສິ່ງ​ທີ່​ຜິດ.
\s5
\v 4 ​ຂ້າ​ແດ່ພ​ຣະ​ຢາ​ເວ, ຂໍ​ຊົງ​ເຮັດ​ການ​ດີ​ຕໍ່​ຄົນ​ດີ, ແລະ​ຕໍ່​ຄົນ​ທີ່​​ດວງ​ໃຈ​ທີ່​ມີ​ຄວາມ​ສັດຊື່​ຂອງ​ພວກ​ເຂົາ.
\v 5 ແຕ່​ສຳ​ລັບ​ຜູ້​ທີ່​ຫັນ​ເຂົ້າ​ຫາ​ທາງ​ຄົດ​ໂກງ​ຂອງ​ພວກ​ເຂົາ, ພ​ຣະ​ຢາ​ເວ​ຈະ​ຊົງ​ພາ​ພວກ​ເຂົາ​ໄປ​ພ້ອມ​ກັບ​ຜູ້​ເຮັດ​ຊົ່ວ​ທັງ​ຫລາຍ. ຂໍ​ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ໃນ​ອິ​ສະ​ຣາ​ເອນ.
\s5
\c 126
\cl ​ບົດ​ທີ 126
\p
ບົດ​ເພງ​ຂອງ​ອາ​ເຊັດ.
\v 1 ເມື່ອ​ພ​ຣະ​ຢ​າ​ເວ​ໄດ້​ຊົງ​ຮື້​ຟື້ນ​ຊີ​ໂອນ​ກັບ​ສູ່​ສະ​ພາບ​ດີ, ພວ​ກ​ເຮົາ​ກໍ​ເປັນ​ຄື​ຄົນ​ເຫລົ່າ​ນັ້ນ​ທີ່​ຝັນ​ໄປ.
\s5
\v 2 ແລ້ວ​ປາກ​​ຂອງ​ພວກ​ເຮົາ​ກໍ​ໄດ້​ຫົວ​ຂວັນ​ເຕັມ​ທີ ແລະ​ລີ້ນ​ຂອງ​ພວກ​ເຮົາ​ໄດ້​ຮ້ອງ​ເພງ. ແລ້ວ​ພວກ​ເຂົາ​ໄດ້​ເວົ້າ​ກັນ​ທ່າມ​ກາງ​​ປະ​ຊາ​ຊົນ​ທັງ​ຫລາຍ​ວ່າ, "ພ​ຣະ​ຢາ​ເວ​ໄດ້​ຊົງ​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່​ໃຫ້​ພວກ​ເຂົາ."
\v 3 ພ​ຣະ​ຢາ​ເວ, ​ໄດ້​ຊົງ​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່​ໃຫ້​ພວກ​ເຮົາ; ພວກ​ເຮົາ​ຊ່າງ​ມີ​ຄວາມ​ຍິນ​ດີ​ເຫລືອ​ເກີນ.
\s5
\v 4 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຮື້​ຟື້ນ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ກັບ​ສູ່​ສະ​ພາບ​ດີ, ຢ່າງ​ສາຍນ້ຳ​ໄຫລ​ຄືນມາສູ່ຫ້ວຍໃນ​ເນ​ເກບ.
\v 5 ບັນ​ດາ​ເຫລົ່າ​ນັ້ນ​ທີ່​ຫວ່ານ​ດ້ວຍ​ນ້ຳ​ຕາ​ຈະ​ໄດ້​ເກັບ​ດ້ວຍ​ສຽງ​ໂຫ່​ຮ້ອງ​ແຫ່ງ​ຄວາມ​ຍິນ​ດີ.
\v 6 ຜ​ູ້​ທີ່​ຮ້ອງ​ໄຫ້​ອອກ​ໄປ ໂດຍ​ຫາບ​ເມັດ​ພືດ​ເພື່ອ​ຈະ​ຫວ່ານ, ຈະ​ກັບ​ບ້ານ​ດ້ວຍ​ສຽງ​ໂຫ່​ຮ້ອງ​ແຫ່ງ​ຄວາມ​ຍິນ​ດີ, ໂດຍ​​ຫາບ​​ຟ່ອນ​ເຂົ້າ​ມາ​ພ້ອມ​ກັບ​ເຂົາ​ດ້ວຍ.
\s5
\c 127
\cl ​ບົດ​ທີ 127
\p
ບົດ​ເພງ​ຂອງ​ອາ​ເຊັດ, ຂອງ​ໂຊ​ໂລມອນ.
\v 1 ຖ້າ​ພ​ຣະ​ຢາ​ເວ ​ບໍ່​ກໍ່ບ້ານ​​ສ້າງເຮືອນ, ບັນ​ດາ​ຜູ້​ກໍ່ສ້າງທັງຫມົດ​ກໍ​​ບໍ່ມີປະໂຫຍດ, ຖ້າ​ພ​ຣະ​ຢາ​ເວ​ບໍ່​ໄດ້​ຊົງ​ພິ​ທັກ​ເມືອງ, ຄົນ​ຍາມ​ທີ່​ເຝົ້າ​ຍາມ​ກໍ​ໃຊ້ການບໍ່ໄດ້.
\v 2 ເປັນ​ການ​ເມື່ອຍ​ເປົ່າ​ທີ່​ທ່ານ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ, ແລ້ວ​ກັບ​ບ້ານ​ຈົນ​ເດິກ, ຫລື​ກິນ​ອາ​ຫານ​ທີ່​ໄດ້​ຈາກ​ເຮັດວຽກທຳງານຫນັກ, ເພາະ​ພ​ຣະ​ຢາ​ເວ, ​ຈະ​ຊົງ​ປຣະ​​ທານ​ແກ່​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ​ຂະ​ນະ​ທີ່​ພວກ​ເຂົານອນຫ​ລັບ.
\s5
\v 3 ເບິ່ງ​ເຖີດ, ລູກ​ທັງ​ຫລາຍ​ເປັນ​ມໍ​ຣະ​ດົກ​ຈາກ​ພ​ຣະ​ຢາ​ເວ, ແລະ​ພຣະ​ພອນ​ຂອງ​ທ້ອງ​ກໍ​ເປັນ​ລາງວັນ​ຈາກ​ພ​ຣະ​ອົງ.
\v 4 ລູກ​ທັງ​ຫລາຍ​ທີ່​ເກີດ​ເມື່ອ​ພໍ່​ຍັງ​ຫນຸ່ມ, ກໍ​ຄື​​ລູກ​ທະ​ນູ​ໃນ​ມື​ນັກ​ຮົບ.
\v 5 ຊາຍ​ໃດ​ມີ​ລູກ​ທະ​ນູ​ເຕັມ​ແລ່ງ​ກໍ​ເປັນ​ສຸກ. ເຂົາ​ຈະ​ບໍ່​ຕ້ອງ​ອັບ​ອາຍ​ເມື່ອ​ເຂົາ​ຕອບ​ໂຕ້​ບັນ​ດາ​ສັດ​ຕຣູ​ຂອງ​ເຂົາ​ທີ່​ປະ​ຕູ​ເມືອງ.
\s5
\c 128
\cl ​ບົດ​ທີ 128
\p
ບົດ​ເພງ​ຂອງ​ອາ​ເຊັດ.
\v 1 ທຸກ​ຄົນ​ທີ່ຢ້ານຢຳ​ພ​ຣະ​ຢາ​ເວ​, ກໍ​ເປັນ​ສຸກ ຄື​ຜູ້​ທີ່​ເດີນ​ໃນ​ທາງ​ຂອງ​ພ​ຣະ​ອົງ.
\v 2 ສິ່ງ​ທີ່​ມື​ຂອງ​ທ່ານ​ໄດ້​ຫາ​ມາ, ທ່ານ​ກໍ​ຈະ​ປິ​ຕິ​ຍິນ​ດີ; ແລະ​ທ່ານ​ຈະ​ເປັນ​ສຸກ​ແລະ​ມີຄວາມຈະເຣີນຂຶ້ນ.
\s5
\v 3 ​ເມຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ຕົ້ນ​ອະ​ງຸ່ນ​ພັນດີ ຫມາກ​ດົກງາມ; ຢູ່​ພາຍ​ໃນ​ບ້ານ​ຂອງ​ເຈົ້າ ລູກໆ ຂອງ​ເຈົ້າຈະ​ເປັນ​ຄື​ບັນ​ດາ​ຕົ້ນ​ຫມາກກອກ​ ​ຂະ​ນະ​ທີ່​ເຂົາ​​ນັ່ງ​ຢູ່ອ້ອມ​ໂຕະ​ຂອງ​ເຈົ້າ.
\v 4 ແມ່ນ​ແລ້ວ, ແນ່ນອນ​ຄົນ​ທີ່​ຖວາຍ​ພ​ຣະ​ກຽຕ​ແດ່​ພ​ຣະ​ຢາ​ເວ, ​ຈະ​ໄດ້​ຮັບ​ພ​ຣະ​ພອນ.
\v 5 ຂໍ​ພ​ຣະ​ຢາ​ເວ, ​ຊົງ​ອວຍພອນ​ເຈົ້າຈາກ​ຊີ​ໂອນ; ຂໍ​ໃຫ້ເຈົ້​າ​ເຫັນ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ຂອງ​ກຸງ​ເຢ​ຣູ​ຊາ​ເລັມ ຕະ​ຫລອດ​ວັນ​ຄືນ​ແຫ່ງ​ຊີ​ວິດ​ຂອງ​ເຈົ້າ.
\v 6 ຂໍ​ໃຫ້​ເຈົ້າໄດ້​ມີ​ຊີ​ວິດ​ທີ່​ຈະ​ເຫັນ​ລູກ​ຫລານ​ຂອງ​ເຈົ້າ. ຂໍ​ໃຫ້​ສັນ​ຕິ​ສຸກ​ມີ​ຢູ່​ໃນ​ອິ​ສະ​ຣາ​ເອນ.
\s5
\c 129
\cl ​ບົດ​ທີ 129
\p
ບົດ​ເພງ​ຂອງ​ອາ​ເຊັດ.
\v 1 "ນັບ​ຕັ້ງ​ແຕ່​ໄວ​ຫນຸ່ມ​ຂອງ​ຂ້ານ້ອຍ​ພວກ​ເຂົາ​ກໍ​ໄດ້​ຂົ່ມ​ເຫັງ​ຂ້ານ້ອຍ," ໃຫ້​ອິ​ສະ​ຣາ​ເອນ​ກ່າວ​ເຖີດ​ວ່າ.
\v 2 "ນັບ​ຕັ້ງ​ແຕ່​ວັຍ​ຫນຸ່ມ​ຂອງ​ຂ້ານ້ອຍ​ພວກ​ເຂົາ​ກໍ​ໄດ້​ຂົ່ມ​ເຫັງ​ຂ້ານ້ອຍ, ແຕ່​ພວກ​ເຂົາ​ກໍ​ຍັງ​ເອົາ​ຊະ​ນະ​ຂ້ານ້ອຍ​ບໍ່​ໄດ້.
\v 3 ພວກເຂົາຂີດ​ເທິງ​ຫລັງ​ຂອງຂ້ານ້ອຍໃຫ້ເປັນຮອຍບາດແຜ; ໃຫ້ເປັນດັ່ງ​ຮອຍ​ດິນນາທີ່ຖືກໄຖ​ແລ້ວ.
\s5
\v 4 ພຣະຢາເວເປັນອົງທີ່ຊອບທັມ; ພ​ຣະ​ອົງ​ໄດ້​ຊົງແ​ກ້ເຊືອກ​ມັດ​ຂອງ​ຄົນ​ຊົ່ວ​ອອກ."
\v 5 ຂໍ​ໃຫ້​ທຸກ​ຄົນ​ທີ່​ກຽດ​ຊັງ​ຊີ​ໂອນ​ຕ້ອງ​ໄດ້​ຮັບ​ຄວາມ​ອັບ​ອາຍ,​ແລະ​ໄດ້​ຖອຍ​ກັບ​ໄປ.
\s5
\v 6 ​ຂໍ​ໃຫ້​ພວກ​ເຂົາ​ເປັນ​ເຫມືອນ​ຫຍ້າ​ທີ່ງອກ​ເທິງ​ຫລັງ​ຄາ ຊຶ່ງ​ຫ່ຽວ​ແຫ້ງ​ໄປ​ກ່ອນ​ທີ່​ມັນ​ໃຫຍ່​ຂຶ້ນ,
\v 7 ຊຶ່ງ​ຄົນ​ເກັບ​ກ່ຽວ​ໄດ້​ບໍ່​ເຖິງ​ກຳ​ມື ຫລື​ບໍ່​ພໍ​ທີ່​ຈະ​ຮວບ​ມັດ​ເປັນ​ຟ່ອນ​ໄວ້​ໃນກ​ຳມືຂອງ​ຜູ້​ກ່ຽວ.
\v 8 ຂໍ​ໃຫ້​ຄົນ​ທີ່​ຜ່ານ​ໄປ​ເວົ້າ​ວ່າ, "ຂໍ​ພ​ຣະ​ພອນ​ຂອງ​ພ​ຣະ​ຢາ​ເວ​, ຊົງ​ດຳ​ຣົງ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ ພວກ​ເຮົາ​ຂໍ​ອວຍ​ພອນ​ພວກ​ເຈົ້າໃນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢ​າ​ເວ."
\s5
\c 130
\cl ບົດ​ທີ 130
\p
ບົດ​ເພງ​ຂອງ​ອາ​ເຊັດ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຈາກ​ທີ່​ເລິກ, ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ອົງ.
\v 2 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຂໍ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ນ້ອຍ; ຂໍ​ງ່ຽງ​ຫູ​ຂອງ​ພ​ຣະ​ອົງ ຟັງ​ສຽງ​ເອີ້ນຫາຂໍ​ຄວາມ​ເມດ​ຕາ​ຂອງ​ຂ້າ​ນ້ອຍ.
\s5
\v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຖ້າ​ພ​ຣະ​ອົງ​ຈະ​ຊົງ​ບັນ​ທຶກ​ຄວາມ​ຊົ່ວ​ໄວ້, ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຜູ້​ໃດ​ຈະ​ຢືນ​ຢູ່​ໄດ້?
\v 4 ແຕ່​ພ​ຣະ​ອົງ​ຊົງ​ມີ​ການ​ອະ​ພັຍ ເພື່ອ​ຄົນ​ຈະ​ຢຳ​ເກງ​ພ​ຣະ​ອົງ, ຂ້າ​ນ້ອຍ​ລໍ​ຄອຍ​ພ​ຣະ​ຢ​າ​ເວ.
\s5
\v 5 ຂ້າ​ນ້ອຍ​ລໍ​ຄອຍ​ຖ້າ​ພ​ຣະ​ຢາ​ເວ, ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ລໍ​ຄອຍ​ຢ່າງຮ້ອນຮົນຢູ່, ແລະ​ຂ້າ​ນ້ອຍ​ໄວ້ວາງ​ໃຈໃນ​ຖ້ອຍຄຳຂອງ​ພ​ຣະ​ອົງ.
\v 6 ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ລໍ​ຖ້າ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ຍິ່ງກວ່າ​ຄົນ​ຍາມ​ລໍ​ຄອຍຖ້າ​ໃຫ້ເຖິງ​ຮຸ່ງ​ເຊົ້າ.
\s5
\v 7 ​ອິ​ສະ​ຣາ​ເອນ​ເອີຍ, ຈົ່ງ​ວາງ​ໃຈໃນ​ພ​ຣະ​ຢາ​ເວ, ພ​ຣະ​ຢາ​ເວ​ຊົງ​ພ​ຣະ​ເມດຕາ, ແລະ​ພ​ຣະ​ອົງ​ຊົງ​ເຕັ​ມ​ໃຈ​ຢ່າງ​ຍິ່ງ​ທີ່​ຈະ​ຍົກ​ໂທດ​ໃຫ້.
\v 8 ພ​ຣະ​ອົງ​ຄື​ຜູ້ທີ່​ຈະ​ຊົງ​ໄຖ່​ອິ​ສະ​ຣາ​ເອນ​ອອກ​ຈາກ​ບາບ​ທັງ​ຫມົດ​ຂອງ​ເຂົາ.
\s5
\c 131
\cl ​ບົດ​ທີ 131
\p
ບົດ​ເພງ​ຂອງ​ອາ​ເຊັດ; ຂອງ​ດາ​ວິດ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ອວດ​ຕົວ. ແລະ​ຕາ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຈອງ​ຫອງ ຂ້າ​ນ້ອຍ​ບໍ່​ໄດ້​ມີ​ຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່​ສຳ​ລັບ​ຕົວ​ເອງ​ຫລື​ກັງ​ວົນ​ໃນ​ສິ່ງ​ຕ່າງໆ ທີ່​ເກີນ​ຕົວ​ຂອງ​ຂ້າ​ນ້ອຍ.
\s5
\v 2 ​ແຕ່ຂ້າ​ນ້ອຍ​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ສະ​ຫງົບ​ແລະ​ມິດ; ເຫມືອນ​ເດັກ​ຢ່າ​ນົມ​ຈາກ​ແມ່​ຂອງ​ເຂົາ, ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ພາຍ​ໃນ​ຕົວ​ຂ້າ​ນ້ອຍ​ຄື​ຢ່າງ​ເດັກ​ທີ່​ຢ່າ​ນົມ​ແລ້ວ.
\v 3 ອິ​ສະ​ຣາ​ເອນ​ເອີຍ, ຈົ່ງ​ຫວັງ​ໃຈໃນ​ພ​ຣະ​ຢາ​ເວ​ເຖີດ ຕັ້ງ​ແຕ່​ບັດ​ນີ້​ແລະ​ສືບ​ໄປ​ເປັນ​ນິດ.
\s5
\c 132
\cl ​ບົດ​ທີ 132
\p
ບົດ​ເພງ​ຂອງ​ອາ​ເຊັດ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​ນຶກ​ເຖິງ​ດາ​ວິດ ແລະ​ຄວາມ​ລຳ​ບາກ​ທັງ​ຫມົດ​ຂອງເ​ພິ່ນ​ເຖີດ.
\v 2 ຂໍ​ຊົງ​ຣະນຶກທີ່ິ່ເພິ່ນ ​ຊົງ​ສາ​ບານ​ຕໍ່​ພ​ຣະ​ຢາ​ເວ​ໄວ້, ເຖິງ​ສິ່ງ​ທີ່​ພ​ະ​ອົງ​ຊົງ​ສາ​ບານ​ໄວ້​ກັບ​ຜູ້​ຊົງ​ຣິດ​ອຳ​ນາດ​ຂອງ​ຢາ​ໂຄບວ່າ.
\s5
\v 3 ພ​ະ​ອົງ​ຊົງ​ສາ​ບານ​ວ່າ, "ຂ້າ​ນ້ອຍ​ຈະ​ບໍ່​ເຂົ້າ​ບ້ານ ຫລື​ເຂົ້າ​ໄປ​ເຖິງ​ທີ່ນອນ​ຂອງ​ຂ້າ​ນ້ອຍ,
\v 4 ຂ້າ​ນ້ອຍ​ຈະ​ບໍ່​ໃຫ້​ດວງ​ຕາ​ຂ້າ​ນ້ອຍ​ຫລັບ​ຫລື​ພັກຜ່ອນ
\v 5 ຈົນ​ກວ່າ​ຂ້າ​ນ້ອຍ​ຈະ​ຫາ​ສະ​ຖານ​ທີ່​ສຳ​ລັບ​ພ​ຣະ​ເວ​ໄດ້, ຄື​ຜາ​ສາດ​ຂອງ​ອົງ​ຜູ້​ຊົງ​ຣິດ​ອຳ​ນາດ​ຂອງ​ຢາ​ໂຄບ."
\s5
\v 6 ເບິ່ງ​ເຖີດ, ພວກ​ຂ້າ​ນ້ອຍ​ໄດ້​ຍິນ​ເລື່ອງ​ນີ້​ໃນ​ເອ​ຟ​ຣາ​ທາ; ພວກ​ຂ້າ​ນ້ອຍ​ໄດ້​ພົບ​ສິ່ງ​ນີ້​ໃນ​ທົ່ງ​ນາ​ຂອງ​ເຢ​ອາ​ຣິມພວກຂ້ານ້ອຍໄດ້ພົບຫີບນີ້.
\v 7 ພວກ​ຂ້າ​ນ້ອຍ​ຈະ​ໄປ​ຍັງ​ຜາ​ສາດ​ຂອງ​ພ​ຣະ​ເຈົ້າ; ພວກ​ຂ້າ​ນ້​ອຍ​ຈະ​ໄດ້​ນະ​ມັ​ສະ​ການ​ທີ່​ແທ່ນ​ຮອງ​ຕີນ​ຂອງ​ພ​ຣະ​ອົງ.
\v 8 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ລຸກ​ຂຶ້ນ​, ໄປ​ຍັງ​ທີ່​ປຣະ​ທັບ​ຂອງ​ພ​ຣະ​ອົງ, ທັງ​ພ​ຣະ​ອົງ​ແລະ​ຫີບ​ແຫ່ງ​ອາ​ນຸ​ພາບ​ຂອງ​ພ​ຣະ​ອົງ!
\s5
\v 9 ຂໍ​ໃຫ້​ປະ​ໂລ​ຫິດ​ຂອງ​ພ​ຣະ​ອົງ​ສວມ​ຄວາມ​ສັດ​ຊື່; ແລະ​ໃຫ້​ຜູ້​ຈົງ​ຮັກ​ພັກ​ດີ​ຂອງ​ພ​ຣະ​ອົງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ.
\v 10 ເພາະ​ເຫັນ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ຂໍ​ຢ່າ​ເມີນ​ຫນ້າ​ຫນີ​ຈາກ​ກະ​ສັດ​ທີ່​ໄດ້​ຮັບ​ການ​ຊົງ​ເຈີມ​ຂອງ​ພ​ຣະ​ອົງ.
\s5
\v 11 ​ພ​ຣະ​ຢາ​ເວ, ​ໄດ້ຊົງສາບ​ານ​ກັບ​ດາ​ວິດ, ​ເປັນ​ຄຳສາບານຊຶ່ງ​ພ​ຣະ​ອົງ​ຈະ​ບໍ່​ຖອນຄືນ​ຄຳ​ວ່າ: "ເຮົາ​ຈະ​ຕັ້ງ​ຄົນ​ຫນຶ່ງ​ໃນ​ເຊຶ້ອ​ສາຍ​ຂອງ​ເຈົ້າ​ໄວ້​ເທິງ​ບັນ​ລັງ​ຂອງ​ເຈົ້າ.
\v 12 ຖ້າ​ລູກ​ຊາຍ​ທັງ​ຫລາຍ​ຂອງ​ເຈົ້າ​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​, ແລະ​ຂໍ້​ຄຳ​ສັ່ງ​ຊຶ່ງ​ເຮົາ​ຈະ​ສອນ​ພວກ​ເຂົາ​ແລ້ວ​ລູກ​ທັງ​ຫລາຍ​ຂອ​ງ​ພວກ​ເຂົາ​ຈະ​ນັ່​ງ​ເທິງ​ບັນ​ລັງ​ຂອງ​ເຈົ້າ​ເປັນ​ນິດ."
\s5
\v 13 ພ​ຣະ​ຢາ​ເວ​ໄດ້​ຊົງ​ເລືອກ​ຊີ​ໂອນ, ພ​ຣະ​ອົງ​ໄດ້​ມີ​ພ​ຣະ​ປະ​ສົງ​ຈະ​ໃຫ້​ເປັນ​ທີ່​ປະທັບ​ຂອງ​ພ​ຣະ​ອົງ.
\v 14 "ນີ້​ເປັນ​ທີ່​ຢູ່ອາສັຍຂອງ​ເຮົາ​ເປັນ​ນິດ. ເຮົາ​ຈະ​ຢູ່​ທີ່​ນີ້, ເພາະ​ເຮົາ​ປຣາ​ຖນາ​ເຊັ່ນ​ນັ້ນ.
\s5
\v 15 ​ເຮົາ​ຈະ​ອວຍ​ພອນ​ຢ່າງ​ຫລວງ​ຫລາຍ​ແກ່​ອາ​ຫານ​ຂອງ​ເມືອງ​ນີ້. ເຮົາ​ຈະ​ໃຫ້​ຄົນ​ທຸກຈົນ ​ຂອງ​ເມືອງ​ນີ້​ອີ່ມ​ດ້ວຍ​ອາ​ຫານ.
\v 16 ເຮົາ​ຈະ​ອວຍພອນທຸກສິ່ງທີ່​​ປະ​ໂລ​ຫິດກະທຳ, ຜູ້​ຈົງ​ຮັກ​ພັກ​ດີ​ຂອງ​ເມືອງ​ນີ້​ຈະ​ຮ້ອງ​ສຽງ​ດັງ​ດ້ວຍ​ຄວາມ​ຍິນ​ດີ.
\s5
\v 17 ​ທີ່​ນັ້ນ​ເຮົາ​ຈະ​ເຮັດ​ເຂົາ​ອັນ​ຫນຶ່ງງອກ​ຂຶ້ນ​ມາ​ສຳ​ລັບ​ດາ​ວິດ ແລະ​ຕັ້ງ​ຕະ​ກຽງ​ດວງ​ຫນຶ່ງ​ສຳ​ລັບ​ຜູ້​ທີ່​ເຮົາ​ໄດ້​ຫົດສົງ​ໄວ້​ຂອງ​ເຮົາ.
\v 18 ເຮົາ​ຈະ​ສວມ​ຄວາມ​ອາຍ​ແກ່​ສັດ​ຕຣູ​ຂອງ​ເຂົາ, ແຕ່​ເຮົາ​ຈະ​ສວມ​ລາວ​ດ້ວຍ​ມົງ​ກຸດ​ຊຶ່ງ​ຈະ​ເປັ່ງ​ປະ​ກາຍ."
\s5
\c 133
\cl ບົດ​ທີ 133
\p
ບົດ​ເພງ​ຂອງ​ອາ​ເຊັດ, ຂອງ​ດາ​ວິດ.
\v 1 ເບິ່ງ​ເຖີດ, ເປັນ​ການ​ດີ​ແລະ​ຫນ້າ​ຊື່ນ​ໃຈ​ຫລາຍ​ເທົ່າໃດ ​ທີ່​ພີ່ນ້ອງອາ​ສັຍ​ຢູ່​ດ້ວຍ​ກັນ!
\s5
\v 2 ເຫມືອນນ້ຳມັນຢ່າງດີຢູ່ເທິງຫົວ ໄຫລລົງມາເທິງຫນວດເຄົາ​-ຂອງ​ອາ​ໂຣນ, ແລະ​ແລ້ວ​ກໍ​ໄຫລ​ລົງ​ມາ​ເທິງ​ຄໍ​ເສື້ອ​ຄຸມ​ຂອງ​ທ່ານ.
\v 3 ເຫມືອນນ້ຳ​ຄ້າງ​ແຫ່ງ​ພູ​ເຂົາ​ເຮີ​ໂມນ ຊຶ່ງ​ຕົກ​ລົງ​ມາ​​ອາບ​ພູ​ເຂົາ​ຊີ​ໂອນ​. ເພາະ​ວ່າ​ທີ່​ນັ້ນ ​ພ​ຣະ​ຢາ​ເວ​, ໄດ້​ສັນຍາ​ເຖິງພ​ຣະ​ພ​ອນຂອງພຣະອົງ - ຄື​ຊີ​ວິດ​ຍືນ​ຍາວ​ເປັນ​ນິດ.
\s5
\c 134
\cl ​ບົດ​ທີ 134
\p
ບົດ​ເພງ​ຂອງ​ອາ​ເຊັດ.
\v 1 ມາເຖີດ, ມາ​ຖວາຍ​ສ​ັນ​ຣະ​ເສີນຍ້ອງຍໍ​ແດ່​ພ​ຣະ​ຢາ​ເວ, ທ່ານ​ຜູ້​ຮັບ​ໃຊ້​ທັງ​ຫມົດ​ຂອງ​ພ​ຣະ​ຢາ​ເວ, ທ່ານ​ທັງ​ຫລາຍ​ຜູ້​ຊຶ່ງ​ຮັບ​ໃຊ້​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ໃນ​ຍາມ​ຄ່ຳ​ຄືນ.
\v 2 ຈົ່ງ​ຊູ​ມື​ຂອງ​ພວກ​ທ່ານ​ຂຶ້ນ​ໄປ​ຍັງ​ສະ​ຖານ​ບໍຣິ​ສຸດ ແລະ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ.
\s5
\v 3 ​ຂໍ​ພ​ຣະ​ຢາ​ເວ​ໄດ້​ຊົງ​ອວຍ​ພອນ​ທ່ານ​ຈາກ​ຊີໂອນ, ພ​ຣະ​ອົງ​ຜູ້​ຊຶ່ງ​ໄດ້​ຊົງ​ສ້າງ​ທ້ອງ​ຟ​້າ​ແລະ​ແຜ່ນ​ດິນ​ໂລກ.
\s5
\c 135
\cl ​ບົດ​ທີ 135
\p
\v 1 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ຢາ​ເວ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ,
\v 2 ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ຢາ​ເວ​ເອີຍ, ທ່ານ​ທັງ​ຫລາຍ​ຜູ້​ທີ່​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ, ໃນ​ເດີ່ນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ​, ຂອງ​ພວກ​ເຮົາ.
\s5
\v 3 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ ເພາະ​ພ​ຣະ​ອົງ​ປະ​ເສີດ ຈົ່ງ​ຮ້ອງ​ເພງ​ສັນຣະເສີນພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ ເພາະ​ເປັນ​ເລື່ອງ​ທີ່​ຫນ້າ​ຍິ​ນ​ດີທີ່​ຈະ​ເຮັດ​ເຊັ່ນ​ນັ້ນ
\v 4 ເພາະ​ພ​ຣະ​ຢາ​ເວ​ໄດ້​ຊົງ​ເລືອກ​ຢາ​ໂຄບ​ໄວ້​ສຳ​ລັບ​ພ​ຣະ​ອົງ​ເອງ​ແລະ​ຊົງ​ເລືອກ​ອິ​ສະ​ຣາ​ເອນ​ເປັນ​ກຳ​ມະ​ສິດ​ຂອງ​ພ​ຣະ​ອົງ.
\s5
\v 5 ຮູ້​ວ່າ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຂອງ​ເຮົາ​ຊົງ​ເຫນືອກວ່າ​ບັນ​ດາ​ພ​ະ​ເຈົ້າທັງ​ຫມົດ.
\v 6 ພ​ຣະ​ຢາ​ເວ​ຊົງ​ພໍ​ໃຈ​ສິ່ງ​ໃດ, ພ​ຣະ​ອົງ​ກໍ​ຊົງ​ເຮັດ​ສິ່ງ​ນັ້ນ, ໃນ​ທ້ອງ​ຟ້າ​ແລະ​ເທິງ​ແຜ່ນ​ດິນ​ໂລກ ໃນ​ທະ​ເລ​ແລະ​ທີ່​ເລິກ​ຂອງ​ມະ​ຫາ​ສະ​ມຸດ​ທັງ​ຫມົດ.
\s5
\v 7 ​ພ​ຣະ​ອົງ​ຊົງ​ເຮັ​ດ​ໃຫ້​ເມກ​ລອຍ​ຂຶ້ນ​ມາ​ຈາກ​ທີ່​ໄກໆ, ຊົງ​ເຮັດ​ໃຫ້​ຟ້າ​ແລບ​ພຸ່ງ​ເຂົ້າ​ມາ​ພ້ອມ​ກັບ​ຝົນ​ແລະ​ນຳ​ລົມ​ອອກ​ຈາກ​ຄັງ​ຂອງ​ພ​ຣະ​ອົງ.
\s5
\v 8 ​ພ​ຣະ​ອົງ​ຊົງ​ຂ້າ​ລູກ​ຫົວ​ປີ​ຂອງ​ເອ​ຢິບ, ທັງ​ຂອ​ງ​ຄົນ​ແລະ​ຂອງ​ສັດ.
\v 9 ພ​ຣະ​ອົງ​ຊົງ​ສົ່ງ​ຫມາຍ​ສຳ​ຄັນ​ແລະ​ການ​ອັ​ສະ​ຈັນ​ຕ່າງໆ, ມາ​ທ່າມ​ກາງ​ເຈົ້າ ເອ​ຢິບ​ເອີຍ, ເພື່ອ​ຕໍ່​ສູ້​ຟາ​ໂຣ​ແລະ​ຂ້າ​ຣາ​ຊ​ການ​ທັງ​ຫມົດ​ຂອງ​ເຂົາ.
\s5
\v 10 ​ພ​ຣະ​ອົງ​ໄດ້​ຊົງ​ໂຈມ​ຕີ​​ປະ​ຊາ​ຊາດ​ເປັນ​ອັນ​ຫລາຍ ແລະ​ໄດ້ຂ້າ​ບັນ​ດາ​ກະ​ສັດ​ຜູ້​ມີ​ອຳ​ນາດ
\v 11 ຄື​ສີ​ໂອນ ກະ​ສັດ​ຂອງ​ຄົນ​ອາ​ໂມ​ ແລະ​ໂອກ ກະ​ສັດ​ແຫ່ງ​ບາ​ຊານ ອີກ​ທັງ​ຣາ​ຊ​ອາ​ນາ​ຈັກ​ທັງ​ຫມົດ​ແຫ່ງ​ກາ​ນາ​ອານ.
\s5
\v 12 ພ​ຣະ​ອົງ​ໄດ້​ປຣະ​ທານ​ແຜ່ນ​ດິນ​ຂອງພວກ​ເຂົາ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ພວກ​ເຮົາ, ເປັນ​ມໍ​ລະ​ດົກ​ແກ່​ອິ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ.
\v 13 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ​ດຳ​ຣົງ​ຢູ່​ເປັນ​ນິດ; ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ກຽດ​ຕິ​ຄຸນ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊົ່ວ​ເຊັ່ນອາ​ຍຸ.
\s5
\v 14 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ປົກ​ປ້ອງ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ແລະ​ຊົງ​ເມດ​ຕາ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\v 15 ​ຮູບ​ເຄົາ​ຣົບ​ຂອງ​ບັນດາ​ຊົນຊາດ​ເປັນ​ເງິນ​ແລະ​ທ​ອງ​ຄຳ​, ເປັນ​ຜົນ​ງານ​ຂອງ​ສີມື​ມະ​ນຸດ​ທັງ​ຫລາຍ.
\v 16 ຮູບ​ເຄົາ​ຣົບ​ເຫລົ່າ​ນັ້ນ​ມີ​ປາກ, ແຕ່​ພວກ​ມັນ​ເວົ້າ​ບໍ່​ໄດ້, ພວກ​ມັນ​ມີ​ຕາ, ແຕ່​ພວກ​ມັນ​ເບິ່ງ​ບໍ່​ໄດ້.
\v 17 ພວກ​ມັນ​ມີ​ຫູ, ແຕ່​ພວກ​ມັນ​ຟັງ​ບໍ່​ໄດ້, ທັງ​ບໍ່​ມີ​ລົມ​ຫາຍ​ໃຈ​ໃນ​ປາກ​ຂອງ​ຮູບ​ເຄົາ​ຣົບ​ເຫລົ່າ​ນັ້ນ.
\v 18 ຜູ້​ທີ່​ເຮັດ​ຮູບ​ເຫລົ່າ​ນັ້ນ​ຈະ​ເປັນ​ຄື​ຮູບ​ເຫລົ່າ​ນັ້ນ, ເຊັ່ນ​ດຽວ​ກັບ​ທຸກ​ຄົນ​ທີ່​ວາງ​ໃຈ​ໃນ​ຮູບ​ເຫລົ່າ​ນັ້ນ.
\s5
\v 19 ​ເຊື້ອ​ສາຍ​ອິ​ສະ​ຣາ​ເອນ​ເອີຍ, ຈົ່ງ​ຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ເຊື້ອ​ສາຍ​ອາ​ໂຣນ​ເອີຍ, ຈົ່ງ​ຍ້ອງຍໍສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວເຖີ້ນ,.
\v 20 ເຊື້ອ​ສາຍ​ເລ​ວີ​ເອີຍ​ຈົ່ງ​ຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວເຖີດ, ເຈົ້າ​ຜູ້​ຖວາຍ​ກຽຕ​ແດ່​ພ​ຣະ​ຢາ​ເວ​​ເອີຍ, ຈົ່ງ​ຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວເຖີ້ນ.
\v 21 ຈົ່ງຍ້ອງຍໍສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວໃນ​ຊີ​ໂອນ, ຄື​ພ​ຣະ​ອົງຜູ້​ຊົງ​ປຣະທັບ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເຖີດ.
\s5
\c 136
\cl ບົດ​ທີ 136
\p
\v 1 ໂອ, ຈົ່ງ​ໂມທະນາຂອບ​ພ​ຣະ​ຄຸນ​ພ​ຣະ​ຢາ​ເວ; ເພາະ​ພ​ຣະ​ອົງ​ຊົງ​ປະ​ເສີດ, ​ເພາະ​ຄວມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\v 2 ໂອ, ຈົ່ງໂມທະນາ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ຜູ້​ຊົງເປັນພຣະເຈົ້າ​ຢູ່​ເຫນືອ​ພ​ະເຈົ້າ​ທັງ​ຫລາຍ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\v 3 ໂອ​, ຈົ່ງໂມທະນາ​ຂອບ​ພ​ຣະ​ຄຸນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຜູ້​ຊົງ​ຢູ່​ເຫນືອ​ເຈົ້າ​ທັງ​ຫລາຍ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\s5
\v 4 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊົງ​ກະ​ທຳ​ການ​ອັ​ສະ​ຈັນ​ຍິ່ງ​ໃຫຍ່​ທັງ​ຫລາຍ​ແຕ່​ຜູ້​ດຽວ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ-
\v 5 ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊ​ົງ​ສ້າງ​ທ້ອງ​ຟ້າ, ດ້ວຍ​ຄວາມ​ເຂົ້າ​ໃຈ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\s5
\v 6 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊົງ​ກາງ​ແຜ່ນ​ດິນ​ໂລກ​ອອກ​ເຫນືອ​ຫ້ວຍ​ນ້ຳ​ທັງ​ຫລາຍ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ-
\v 7 ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊົງ​ສ້າງ​ດວງ​ສະ​ຫວ່າງ​ຂະ​ຫນາດ​ໃຫຍ່ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\s5
\v 8 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊົງ​ສ້າງດວງ​ອາທິດ​ປົກ​ຄອງ​ກາງເວັນ,​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ-
\v 9 ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງດຳຣົງເປັນນິດ.
\s5
\v 10 ​ພ​ຣະ​ອົງໄດ້ຂ້າ​ບັນ​ດາ​ລູກ​ຫົວ​ປີ​ຂອງເ​ອ​ຢິບ, ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄ​ຳ​ສັນ​ຍາ​ຂອງພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ-
\v 11 ແລະ​ຊົງ​ນຳ​ອິ​ສະ​ຣາ​ເອນ​ອອກ​ມາ​ຈາກທ່າມ​ກາງ​ຄົນເ​ອ​ຢິບ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ-
\v 12 ດ້ວຍ​ມືອັນຊົງຣິດແລະແຂນທີ່​ເຂັ້ມ​ແຂງ​​ທີ່​ຍົກ​ຊູ​ຂຶ້ນ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນນິດ.
\s5
\v 13 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ໄດ້​ຊົງ​ແຍກ​ທະ​ເລ​ແຫ່ງ​ຕົ້ນ​ກົກ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ​ດຳ​ຣົງ​ເປັນ​ນິດ-
\v 14 ແລະ​ຊົງ​ເຮັດ​ໃຫ້​ອິ​ສະ​ຣາ​ເອນ​ຜ່ານ​ໄປ​ທ່າມ​ກາງ​ທະ​ເລ​ນັ້ນ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງພຣະ​ອົງ, ​ດຳ​ຣົງ​ເປັນ​ນິດ-
\v 15 ແຕ່​ຊົງ​ຂວ້ຳຟາ​ໂຣ​ແລະ​ກອງ​ທັບ​ຂອງ​ພ​ະ​ອົງ​ໃນ​ທະ​ເລ​ຕົ້ນ​ກົກ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\s5
\v 16 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ ຜູ້​ຊົງ​ນຳ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ-
\v 17 ພຣະອົງ​ໄດ້ຂ້າກະ​ສັດຜູ້ມີອຳນາດ​ທັງ​ຫລາຍ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ​.
\s5
\v 18 ​ຈົ່ງ​ຂອງ​ພ​ຣະ​ຄຸນ​ພ​ຣະ​ອົງ​ຜູ້​ຊົງ​ຂ້າ​ບັນ​ດາ​ກະ​ສັດ​ຜູ້​ມີ​ຊື່​ສຽງ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ-
\v 19 ຄືເຈົ້າສີ​ໂຫນ ກະ​ສັດ​ຂອງ​ຄົນ​ອາ​ໂມ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ-
\v 20 ແລະເຈົ້າ​ໂອກ ກະ​ສັດ​ແຫ່ງ​ບາ​ຊານ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\s5
\v 21 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ, ​ຜູ້​ຊົງ​ປຣະ​ທານ​ແຜ່ນ​ດິນ​ຂອງ​ພວ​ກ​ເຂົາ​ໃຫ້​ເປັ​ນ​ມໍ​ຣະ​ດົກ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​, ດຳ​ຣົງ​ເປັ​ນ​ນິດ -
\v 22 ປຣະທານໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ອິ​ສະ​ຣາ​ເອນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັ​ນ​ນິດ.
\v 23 ພ​ຣະ​ອົງ​ຊົງ​ລະ​ນຶກ​ເຖິງ​ແລະ​ຊ່ວຍ​ເຮົາ​ຜູ້​ຢູ່​ໃນ​ຖາ​ນະ​ຕ່ຳ​ຕ້ອຍ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\s5
\v 24 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ, ​ຜູ້​ຊົງ​ຊ່ວຍ​ເຮົາ​ໃຫ້​ລອດ​ພົ້ນ​ຈາກ​ສັດ​ຕຣູທັງ​ຫລາຍ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ, ​ດຳ​ຣົງ​ເປັນ​ນິດ-
\v 25 ພ​ຣະ​ອົງ​ປຣະ​ທານ​ອາ​ຫານ​ແກ່​ສິ່ງ​ມີ​ຊີ​ວິດ​ທັງ​ປວງ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ.
\v 26 ໂອ ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ເຈົ້າ, ​ແຫ່ງ​ທ້ອງ​ຟ້າ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ​ດຳ​ຣົງ​ເປັນ​ນິດ.
\s5
\c 137
\cl ບົດ​ທີ 137
\p
\v 1 ໃກ້​ແຄມ​ນ້ຳ​ແຫ່ງ​ບາ​ບີ​ໂລນ​ພວກຂ້ານ້ອຍໄດ້​ນັ່ງ​ລົງ​ແລະ​ຮ້ອງ​ໄຫ້​ເມື່ອ​ພວກ​ຂ້າ​ນ້ອຍຣະ​ນຶກ​ເຖິງ​ຊີ​ໂອນ.
\v 2 ທີ່​ຕົ້ນ​ຫລິວ​ທັງ​ຫລາຍ ທີ່​ນັ້ນ​ພວກ​ຂ້າ​ນ້ອຍໄດ້​ແຂວນ​ພິນ​ເຂົາ​ຄູ່​ຂອງ​ພວກ​ຂ້ານ້ອຍ.
\s5
\v 3 ​ທີ່​ນັ້ນ​ຜູ້​ທີ່​ຈັບ​ພວກ​ຂ້າ​ນ້ອຍເປັນ​ຊະ​ເລີຍ​ໄດ້​ບອກ​ໃຫ້, ​ພວກ​ຂ້ານ້ອຍ​ຮ້ອງ​ເພງ ແລະ​ຜູ້​ທີ່​ໄດ້​ເຍາະ​ເຍີ້ຍ​ພວກຂ້ານ້ອຍ, "ຈົ່ງ​ຮ້ອງ​ເພງ​ກ່ຽວກັບຊີ​ໂອນ​​ໃຫ້​ພວກ​ເຮົາ​ຟັງແດ່."
\v 4 ພວກ​ເຮົາ​ຈະ​ຮ້ອງ​ເພງ​ຂອງ​ພ​ຣະ​ຢາ​ເວ​ໄດ້​ຢ່າງ​ໃດ​ທີ່​ໃນ​ແຜ່ນ​ດິນ​ຕ່າງ​ດ້າວ? ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ.
\s5
\v 5 ​ຖ້າ​ເຮົາ​ລະ​ເລີຍ​ຄວາມ​ຊົງ​ຈຳ​ຂອງ​ເຈົ້າ, ກໍ​ຂໍ​ໃຫ້​ມື​ຂວາ​ຂອງ​ເຮົາ​ລືມ​ສີ​ມື​ຂອງ​ເຈົ້າ.
\v 6 ຂໍ​ໃຫ້​ລິ້ນ​ຂອງ​ເຮົາ​ເກາະ​ຕິດ​ເພ​ດານ​ປາກ​ຂອງ​ເຮົາ ຖ້າ​ເຮົາ​ບໍ່​ຣະ​ນຶກ​ເຖິງ​ເຈົ້າ​ອີກ​ຕໍ່​ໄປ, ຖ້າ​ເຮົາ​ບໍ່​ໄດ້​ຮັກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ຫລາຍກວ່າ​ຄວາມ​ຍິນ​ດີ​ສູງ​ສຸດ​ຂອງ​ເຮົາ.
\s5
\v 7 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​ນຶກ​ເຖິງ​ສິ່ງ​ທີ່​ພວກ​ຄົນ​ເອ​ໂດມ​ເຮັດ​ໃນ​ມື້​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ແຕກ. ພວກ​ເຂົາ​ໄດ້​ເວົ້າ​ວ່າ, "ຈົ່ງ​ທຳ​ລາຍ​ມັນ​ລົງ, ຈົນ​ເຖິງ​ຖານ​ຮາກ​ຂອງ​ມັນ​ເລີຍ."
\s5
\v 8 ລູກສາວແຫ່ງບາບີໂລນເອີຍ, ເຈົ້າ​ຈະ​ຕ້ອງ​ຖືກ​ລ້າງ​ຜານ​ໃນ​ໄວ​ນີ້ - ໃຫ້​ຜູ້​ນັ້ນ​ເປັນ​ສຸກ, ຄື​ຜູ້​ຊຶ່ງ​ໄດ້​ຕອບ​ແທນ​ເຈົ້າ​ໃຫ້​ສະ​ສົມ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ເຮົ​າ.
\v 9 ໃຫ້​ຜູ້​ນັ້ນ​ເປັນ​ສຸກ, ຄື​ຜູ້​ທີ່​ເອົາ​ແລະ​ໂຍນ​ລູກ​ນ້ອຍ​ຂອງ​ເຈົ້າ​ກະ​ແທກ​ລົງ​ກັບ​ກ້ອນ​ຫີນ.
\s5
\c 138
\cl ບົດ​ທີ 138
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ; ຕໍ່​ຫນ້າ​ພ​ະ​ເຈົ້າທັງ​ຫລາຍ​ ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ອົງ.
\v 2 ຂ້າ​ນ້ອຍ​ຈະ​ກາບ​ລົງ​ຍັງ​ພ​ຣະ​ວິ​ຫານ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ ແລະຈະ​ຂອບພ​ຣະ​ຄຸນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ເພາະ​ຄວ​າມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ແລະ. ຄວາມ​ຫນ້າ​ໄວ້​ວາງ​ໃຈ​ໄດ້​ຂອງ​ພ​ຣະ​ອົງ ພ​ຣະ​ອົງ​ໄດ້​ຊົງ​ເຊີດ​ຊູເຮັດໃຫ້​ຖ້ອຍຄຳ​ແລະ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ສຳ​ຄັນ​ຍິ່ງ​ກວ່າ​ສິ່ງ​ໃດໆ. ເ
\s5
\v 3 ​ໃນ​ມື້​ທີ່​ຂ້າ​ນ້ອຍ​ໄດ້​ຮ້ອງຫາ​ພ​ຣະ​ອົງ, ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ກ້າ​ຫານ​ແລະ​ເຂັ້ມ​ແຂງ.
\v 4 ຂ້າ​ແດ່​ພ​ຣະ​ຢາ​ເວ, ກະ​ສັດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ໂລກ​ຈະ​ຊົງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ, ເພາະ​ບັນ​ດາ​ກະ​ສັດ​ເຫລົ່າ​ນັ້ນ​ຈະ​ໄດ້​ຍິນຖ້ອຍຄຳ​ຈາກ​ປາກ​ຂອງ​ພ​ຣະ​ອົງ.
\s5
\v 5 ທ່ານ​ເຫລົ່າ​ນັ້ນ​ຈະ​​ຮ້ອງ​ເພງ​ເຖິງ​​ກິ​ຈະ​ການ​ຂອງ​ພ​ຣະ​ຢາ​ເວ, ເພາະ​ສະຫງ່າຣາສີ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ໃຫຍ່​ຍິ່ງ.
\v 6 ເຖິງວ່າ​ພ​ຣະ​ຢາ​ເວ​ຈະຢູ່​ສູງ​ສຸດ ພ​ຣະ​ອົງ​ກໍຍັງເຝົ້າເບິ່ງ​ຄົ​ນ​ຕ່ຳ​ຕ້ອຍ, ແຕ່​ຄົນ​ໂອ​ຫັງ​ພ​ຣະ​ອົງ​ຊົງ​ຮູ້​ຈັກ​ແຕ່​ໄກແສນໄກໄດ້.
\s5
\v 7 ​ແມ່​ນ​ຂ້າ​ນ້ອຍຍ​່າງ​ຢູ່​ກາງ​ອັນ​ຕະ​ຣາຍ, ພ​ຣະ​ອົງ​ຈະ​ຊົງ​ຮັກ​ສາ​ຊີ​ວິດ​ຂ້າ​ນ້ອຍ​ໄວ້; ພ​ຣະ​ອົງ​ຈະ​ຍື່ນ​ມື​ອອກ​ຕໍ່​ຕ້ານ ຄວາມ​ໂຫດ​ຮ້າຍ​ຂອງ​ສັດ​ຕຣູທັ​ງ​ຫລາຍ​ຂອງ​ຂ້າ​ນ້ອຍ, ແລະ​ມື​ຂວາ​ຂອງ​ພ​ຣະ​ອົງ​ກໍ​ຈະ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ.
\v 8 ພ​ຣະ​ຢາ​ເວ, ​ຊົງ​ສະ​ຖິດ​ຢູ່​ກັບ​ຂ້າ​ນ້ອຍ​ຈົນ​ເຖິງ​ທີ່​ສຸດ; ຂ​້າ​ແດ່​ພ​ຣະ​ຢາ​ເວ, ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ, ຂໍ​ຢ່າ​ຊົງ​ປະ​ຖິ້ມຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ພ​ຣະ​ອົງ​ນັ້ນ​ເລີຍ.
\s5
\c 139
\cl ບົດ​ທີ 139
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີ​ຂອງ​ດາ​ວິດ.
\v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ໄດ້​ຊົງ​ກວດ​ສອບ​ຂ້າ​ນ້ອຍ, ແລະ​ພ​ຣະ​ອົງ​ຊົງ​ຮູ້​ຈັກ​ຂ້າ​ນ້ອຍ.
\v 2 ພ​ຣະ​ອົງ​ຊົງ​ຮູ້​ເມື່ອ ​ຂ້າ​ນ້ອຍ​ນັ່ງ​ລົງ​ແລະ​ເມື່ອ​ຂ້າ​ນ້ອຍ​ລຸກ​ຂຶ້ນ; ພ​ຣະ​ອົງ​ຊົງ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ຂ້າ​ນ້ອຍ​ໄດ້​ແຕ່​ໄກ.
\s5
\v 3 ​ພ​ຣະ​ອົງ​ຊົງ​ສັງ​ເກດ​ທາງເດີນ​ຂອງ​ຂ້າ​ນ້ອຍ; ແລະ​ການນອນ​ຂອງ​ຂ້າ​ນ້ອຍ ພ​ຣະ​ອົງ​ຊົງ​ລື້ງ​ເຄີຍ​ກັບ​ທາງ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ.
\v 4 ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ກ່ອນ​ທີ່​ຈະ​ມີ​ຄຳ​ເວົ້າ​ອອກ​ມາ, ພ​ຣະ​ອົງ​ກໍ​ໄດ້​ຊົງ​ຮູ້​ຄວາມ​ຫມົດ​ແລ້ວ.
\v 5 ພ​ຣະ​ອົງ​ຊົງ​ອ້ອມ​ຂ້າ​ນ້ອຍ​ຢູ່​ທັງ​ຂ້າງ​ຫລັງ​ແລະ​ຂ້າງ​ຫນ້າ ແລະ​ຊົງ​ວາງ​ມື​ຂອງ​ພ​ຣະ​ອົງ​ເທິງ​ຂ້າ​ນ້ອຍ.
\v 6 ຄວາມ​ຮອບ​ຮູ້​ຢ່າງ​ນີ້​ຫລາຍ​ເກີນ​ໄປ​ສຳລັບ​ຂ້າ​ນ້ອຍ; ສູງ​ເກີນ​ໄປ, ​ແລະ​ຂ້າ​ນ້ອຍ​ບໍ່​ອາດ​ເອື້ອມ​ເຖິງ.
\s5
\v 7 ​ຂ້າ​ນ້ອຍ​ຈະ​ຫນີ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ໄປ​ທີ່​ໃດ​ໄດ້? ທີ່​ໃດ​ທີ່​ຂ້າ​ນ້ອຍ​ຈະ​ຫນີ​ຈາກ​ພຣະພັກຂອງ​ພ​ຣະ​ອົງ​ໄດ້ແດ່?
\v 8 ຖ້າ​ຂ້​າ​ນ້ອຍ​ຂຶ້ນ​ໄປ​ຍັງ​ທ້ອງ​ຟ້າ, ພ​ຣະ​ອົງ​ກໍ​ສະ​ຖິດ​ທີ່​ນັ້ນ; ຖ້າ​ຂ້າ​ນ້ອຍ​ຈະ​ນອນ​ໃນ​ແດນ​ຄົນ​ຕາຍ ເບິ່ງ​ເຖີດ, ພ​ຣະ​ອົງ​ກໍ​ຊົງ​ຢູ່​ທີ່​ນັ້ນ.
\s5
\v 9 ຖ້າ​ຂ້າ​ນ້ອຍ​ຈະ​ບິນ​ຫນີ​ດ້ວຍ​ປີກ​ຂອງ​ຮຸ່ງ​ເຊົ້າ​ແລະ​ໄປ​ອາ​ສັຍ​ຢູ່​ໃນ​ສ່ວນ​ຂອງ​ສຸດ​ຂອບ​ຂອງ​ຟາກ​ທະ​ເລ​ພຸ້ນ,
\v 10 ​ແມ່ນ​ທີ່​ນັ້ນ ພຣະຫັດ​ຂອງ​ພ​ຣະ​ອົງ​ຈະ​ຊົງ​ຈູງ​ຂ້າ​ນ້ອຍ, ແລະພຣະຫັດ​ຂວາ​ຂອງ​ພ​ຣະ​ອົງ​ຈະ​ຊ່ວຍ​ຂ້າ​ນ້ອຍ​ໄວ້.
\s5
\v 11 ​ຖ້າ​ຂ້າ​ນ້ອຍ​ໄດ້​ເວົ້າ​ວ່າ, "ຄວາມ​ມືດ​ຈະ​ບັງ​ເຮົາ​ໄວ້, ແລະ​ຄວາມ​ສະ​ຫວ່າງ​ຮອບ​ເຮົາ​ຈະ​ເປັນ​ກາງ​ຄືນ,"
\v 12 ແມ່ນ​ຄວາມ​ມືດ​ກໍ​ບໍ່​ມືດ​ສຳ​ລັບ​ພ​ຣະ​ອົງ. ກາງ​ຄືນ​ກໍ​ສະ​ຫວ່າງ​ຢ່າງ​ກາງ​ເວັນ, ເພາະ​ທັງ​ຄວາມ​ມືດ​ແລະ​ຄວາມ​ສະ​ຫວ່າງ​ເປັນ​ຄື​ກັນ​ສຳ​ລັບ​ພ​ຣະ​ອົງ.
\s5
\v 13 ​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຮ່າງ​ກາຍ​ໃນ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ປະ​ກອບ​ຂ້າ​ນ້ອຍ​ເຂົ້າ​ກັນ​ໃນ​ທ້ອງ​ແມ່​ຂອງ​ຂ້າ​ນ້ອຍ.
\v 14 ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຂ້າ​ນ້ອຍ​ຢ່າງ​ອັ​ສະ​ຈັນ. ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ຮູ້​ເລື່ອງ​ນີ້​ດີ.
\s5
\v 15 ​ກະ​ດູກ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຖືກ​ເຊື່ອງ​ໄວ້​ຈາກ​ພ​ຣະ​ອົງ, ເມື່ອ​ຂ້າ​ນ້ອຍ​ໄດ້​ຖືກ​ສ້າງ​ຢູ່​ໃນ​​ທ້ອງ ເມື່ອ​ຂ້າ​ນ້ອຍ​ໄດ້​ຖືກ​ປະ​ດິດ​ຂຶ້ນ​ມາ​ພາຍ​ໃນ​ທີ່ເ​ລິກ​ແຫ່ງ​ໂລກ.
\v 16 ພ​ຣະ​ອົງ​ຊົງ​ແນມ​ເຫັນ​ຂ້າ​ນ້ອຍ​ຕັ້ງ​ແຕ່ຢ​ູ່​ໃນ​ທ້ອງ; ມື້​ທັງ​ຫມົດ​ທີ່​ກຳ​ນົດ​ໃຫ້​ຂ້າ​ນ້ອຍ​ນັ້ນ​ຖືກບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຂອງ​ພ​ຣະ​ອົງ ກ່ອນ​ທີ່​ວັນໃດໆໃນວັນເຫລົ່ານີ້ຍັງບໍ່​ໄດ້​ເກີດ​ຂຶ້ນ.
\s5
\v 17 ​ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ດຳ​ຣິຂອງ​ພ​ຣະ​ອົງ​ສຳ​ລັບ​ຂ້າ​ນ້ອຍ​ນັ້ນ​ລ້ຳ​ຄ່າ​ຍິ່ງ, ຮວມ​ກັນ​ເຂົ້າ​ກໍ​ມາກມາຍຫລວງ​ຫລາຍ!
\v 18 ຖ້າ​​ຂ້າ​ນ້ອຍ​ຈະ​ພະ​ຍາ​ຍາມ​ນັບ​ສິ່ງ​ນັ້ນ, ພວກ​ມັນ​ກໍ​ຫລາຍກວ່າເມັດ​ຊາຍ. ເມື່ອ​ຂ້າ​ນ້ອຍ​ຕື່ນ​ຂຶ້ນ, ຂ້າ​ນ້ອຍ​ກໍ​ຍັງ​ຄົງ​ຢູ່​ກັບ​ພ​ຣະ​ອົງ.
\s5
\v 19 ​​ຂ້າແດ່​ພ​ຣະ​ເຈົ້າ, ຖ້າ​ພຽງ​ແຕ່​ພ​ຣະ​ອົງ​ຈະ​ຊົງ​ຂ້າຄົນ​ອະ​ທັມ​ເຈົ້າ​ຄົນ​ໂຫດ​ຮ້າຍ​ທັງ​ຫລາຍ, ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ເຮົາ.
\v 20 ພວກ​ເຂົາ​ກະ​ບົດ​ຕໍ່​ພ​ຣະ​ອົງ​ແລະ​ກະ​ທຳ​ໂດຍ​ການ​ຫລອກ​ລວງ; ພວກ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ເວົ້າ​ຕົວະ.
\s5
\v 21 ​ຂ້າ​ແດ່​​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ບໍ່​ໄດ້​ກຽດ​ຊັງຜູ້​ທີ່​ກຽດ​ຊັງ​ພ​ຣະ​ອົງ​ບໍ່? ຂ້າ​ນ້ອຍ​ບໍ່​ໄດ້​ອາ​ຄາດ​ແຄ້ນ​ຜູ້​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ພ​ຣະ​ອົງ​ບໍ່?
\v 22 ຂ້າ​ນ້ອຍ​ກຽດ​ພວກ​ເຂົາ​ຢ່າງ​ສຸດ​ຂີດ; ພວກ​ເຂົາ​ກາຍ​ເປັນ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ.
\s5
\v 23 ​ຂ້າ​ແດ່ພ​ຣະ​ເຈົ້າ, ຂໍ​ຊົງ​ກວດ​ຄົ້ນ​ຂ້າ​ນ້ອຍ​ແລະ​ຊົງ​ຮູ້​ຈັກ​ຈິດ​ໃຈ​ຂອງ​ຂ້​າ​ນ້ອຍ​ເຖີດ; ຂໍ​ຊົງ​ທົດ​ສອບ​ຂ້າ​ນ້ອຍ ແລະ​ຊົງ​ຮູ້​ຄວາມ​ຄິດ​ຂອງ​ຂ້າ​ນ້ອຍ​ເຖີດ.
\v 24 ເບິ່ງວ່າ​ມີ​ທາງ​ຊົ່ວ​ໃດໆ ໃນ​ຂ້າ​ນ້ອຍ, ​ແລະ​ທີ່​ຈະ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ທາງ​ນິ​ຣັນ​ດອນ.
\s5
\c 140
\cl ບົດ​ທີ 140
\p
ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້າ​ແດ່​ພ​ຣະ​ຢ​າ​ເວ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ຄົນ​ຊົ່ວ​ຮ້າຍ; ຂໍ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ໄວ້​ຈາກ​ຄົນ​ໂຫດຮ້າຍ.
\v 2 ພວກ​ເຂົາ​ວາງ​ແຜນ​ຮ້າຍ​ຢູ່​ໃນ​ໃຈ; ພວກ​ເຂົ​າ​ເຮັດ​ໃຫ​້​ເກີດ​ສົງ​ຄາມ​ທຸກ​ມື້.
\v 3 ລີ້ນ​​ຂອງ​ພວກ​ເຂົາ​ເຮັດ​ໃຫ​້​ບາດ​ເຈັບ​ໄດ້ຄື​ງູພິດ; ພິດ​ຂອງ​ງູ​ຢູ່​ໃນ​ຮິມ​ສົບ​ປາກ​ຂອງ​ພວກ​ເຂົາ. ເສ ລາ
\s5
\v 4 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຄຸ້ມ​ຄອງ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ອະ​ທັມ; ຂໍ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ໄວ້​ຈາກ​ຄົນ​ໂຫດຮ້າຍ ຜູ້​ຄິດ​ແຜນ​ການ​ຈະ​ໃຫ້​ຂ້າ​ນ້ອຍ​ລົ້ມ​ລົງ.
\v 5 ຄົນ​ໂອ​ຫັງ​ໄດ້​ວາງ​ກັບ​ດັກ​ສຳ​ລັບ​ຂ້າ​ນ້ອຍ; ພວກ​ເຂົາ​ໄດ້​ກາງ​ຕາ​ຫນ່າງ; ພວກ​ເຂົ​າ​ໄດ້​ຫ້າງ​ແຮ້ວ​ດັກ​ຂ້າ​ນ້ອຍ. ເສ ລາ
\s5
\v 6 ​ຂ້າ​ນ້ອຍ​ໄດ້​ກ່າວຕໍ່​ພ​ຣະ​ຢາ​ເວ​ວ່າ, "ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈ​ົ້າ; ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ຮັບ​ຟັງ​ສຽງ​ອ້ອນວອນ​ຂໍ​ຄວາມ​ເມດ​ຕາ​ຂອງ​ຂ້າ​ນ້ອຍ."
\v 7 ຂ້າແດ່​ພ​ຣະ​ຢາ​ເວ​, ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຜູ້​ຊົງ​ມີ​ອຳ​ນາດ​ສາ​ມາດ​ຊ່ວຍ​ຂ້າ​ຂ້າ​ນ້ອຍໃຫ້​ພົ້ນ​ໄດ້; ພ​ຣະ​ອົງ​ໄດ້​ຊົງ​ເປັນ​ໂລ້​ກຳ​ບັງ​ຫົວ​ຂ້າ​ນ້ອຍ​ໄວ້​ໃນ​ຍາມ​ສົງ​ຄາມ.
\v 8 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຢ່າ​ຊົງ​ໃຫ້​ຄົນ​ອະທັມ​ສົມ​ປຣາຖນາ; ຂໍ​ຢ່າ​ຊົງ​ໃຫ້​ແຜນ​ຮ້າຍ​ຂອງ​ພວກ​ເຂົາ​ສຳ​ເລັດ. ເສ ລາ
\s5
\v 9 ຜູ້​ທີ່​ອ້ອມ​ຂ້າ​ນ້ອຍ​ນັ້ນ​ໄດ້​ຍົກ​ຫົວ​ຂອງ​ພວກ​ເຂົາ​ຂຶ້ນ; ຂໍ​ປ່ອຍ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ຂອງ​ຮີມ​ສົບປາກ​ຂອງ​ພວກ​ເຂົາ​ເອງ​ປົກ​ຄຸມ​ພວກ​ເຂົາ.
\v 10 ຂໍ​ໃຫ້​ຖ່ານໄຟ​ທີ່​ລຸກ​ໄຫມ້​ຕົກ​ລົງເທິງ​ພວກ​ເຂົາ, ຈົ່ງ​ໂຍນ​ພວກ​ເຂົາ​ລົງ​ໃນ​ໄຟ ລົງ​ໃນ​ບໍ່ເລິກ​ຈົນ​ຂຶ້ນ​ມາ​ບໍ່​ໄດ້​ອີກ​ເລີຍ.
\v 11 ຂໍ​ຢ່າ​ໃຫ້​ລິ້ນ​ຂອງ​ຄົນ​ທີ່​ໃສ່​ຮ້າຍ​ຢູ່​ຢ່າງ​ຫມັ້ນ​ຄົງ​ໃນ​ແຜ່ນ​ດິນ; ຂໍ​ໃຫ້​ສິ່ງຊົ່ວຮ້າຍ​ໄລ່​ລ້າ​ຄົນ​ທໍາ​ລາຍເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຕາຍ​ໄປ.
\s5
\v 12 ຂ້າ​ນ້ອຍ​ຮູ້​ວ່າ ພ​ຣະ​ຢາ​ເວ​ຈະ​ຊົງ​ພິ​ພາກ​ສາ​ດ້ວຍ​ຄວາມ​ເມດ​ຕາ​ແກ່​ຜູ້​ທຸກ​ຍາກ, ແລ​ະ​ພ​ຣະ​ອົງ​ຈະ​ຊົງ​ໃຫ້​ຄວາມ​ຍຸ​ຕິ​ທັມ​ແກ່​ຄົນ​ຂັດ​ສົນ.
\v 13 ທີ່​ຄົນ​ຊອບ​ທັມ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ; ຄົນ​ສັດຊື່​ຈະ​ດຳ​ຣົງ​ຢູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ.
\s5
\c 141
\cl ບົດ​ທີ 141
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍຮ້ອງຫາ​ຕໍ່​ພ​ຣະ​ອົງ; ຂໍ​ຊົງ​ຮີບ​ເຂົ້າ​ມາ​ຫາ​ຂ້າ​ນ້ອຍ​ດ້ວຍ​ເຖີດ. ຂໍ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ນ້ອຍ ເມື່ອ​ຂ້າ​ນ້ອຍ​ຮ້ອງຫາ​ຕໍ່ພ​ຣະ​ອົງ.
\v 2 ຂໍ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​ເປັນ​ເຫມືອນ​ເຄື່ອງ​ຫອ​ມ; ເພາະ​ຕໍ່​ຫນ້າ​ພ​ຣະ​ອົງ ຂໍ​ໃຫ້​ມື​ທີ່​ຍົກ​ຊູ​ຂຶ້ນ​ຂອງ​ຂ້າ​ນ້ອຍ​ເປັນ​ເຫມືອນ​ເຄື່ອງ​ຖວາຍ​ບູ​ຊາ​ເວ​ລາ​ແລງ.
\s5
\v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຕັ້ງ​ຍາມ​ເຝົ້າ​ປາກ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ເຝົ້າ​ຣະ​ວັງ​ປະ​ຕູ​ຮິມ​ສົບ​ປາກ​ຂອງ​ຂ້າ​ນ້ອຍ.
\v 4 ຢ່າ​ໃຫ້​ໃຈ​ຂອງ​ຂ້າ​ນ້ອຍ​ປຣາ​ຖນາ​ສິ່ງ​ຊົ່ວໃດໆ ຫລື​ຮ່ວມ​ໃນ​ກິ​ຈະ​ກຳ​ແຫ່ງ​ຄວາມ​ບາບ​ກັບ​ຄົນ​ຜູ້​ຊຶ່ງ​ກະ​ທຳ​ສິ່ງ​ຊົ່ວ​ຮ້າຍ. ແລະ​ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ກິນ​ຂອງ​ດີໃດໆຂອງພວກເຂົາ.
\s5
\v 5 ຂໍ​ໃຫ້​ຄົນ​ຊອບ​ທັມ​ຕີ​ຂ້າ​ນ້ອຍ; ແລະ​ເມດ​ຕາ​ຕໍ່​ຂ້າ​ນ້ອຍ. ຂໍ​ໃຫ້​ເຂົາ​ປັບ​ປຸງ​ຂ້າ​ນ້ອຍ; ເຫມືອນ​ນ້ຳ​ມັນ​ເທິງ​ຫົວ​ຂອງ​ຂ້າ​ນ້ອຍ​; ຂໍ​ຢ່າ​ໃຫ້​ຫົວ​ຂອງ​ຂ້າ​ນ້ອຍ​ປະ​ຕິ​ເສດ​ທີ່​ຈະ​ຍອມ​ຮັບ​ສິ່ງ​ນັ້ນ. ແຕ່​ຂໍ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​ຕໍ່​ຕ້ານ​ການ​ກະ​ທຳ​ຊົ່ວ​ຕ່າງໆ ຂອງ​ພວກ​ເຂົາ​ສະ​ເຫມີ.
\v 6 ບັນ​ດາ​ຜູ້​ນຳ​ຂອງ​ພວກ​ເຂົາ​ຈະ​ຖືກ​ໂຍນ​ລົງ​ມາ​ຈາກຍອດ​ຫນ້າ​ຜາ​ສູງ; ພວກ​ເຂົາ​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ຂ້າ​ນ້ອຍ​ວ່າ​ເປັນ​ຖ້ອຍ​ຄຳ​ຫນ້າ​ຊື່ນ​ຊົນ.
\v 7 ພວກ​ເຂົາ​ຈະ​ຕ້ອງ​ເວົ້າ​ວ່າ, "ເຫມືອນ​ກັບ​ເມື່ອ​ຄົນ​ໄຖ​ແລະ​ເຮັ​ດ​ໃຫ້​ດິນ​ແຕກ, ດັ່ງ​ນັ້ນ​ກະ​ດູກ​ຂອງ​ພວກ​ເຮົາ​ກໍ​ໄດ້​ກະ​ຈາຍ​ທີ່​ປາກ​ແດນ​ຄົນ​ຕາຍສັນນັ້ນ."
\s5
\v 8 ດວງ​ຕາ​ຂອງ​ຂ້າ​ນ້ອຍ​ຈ້ອງ​ໄປ​ຍັງ​ພ​ຣະ​ອົງ, ຂ​້າ​ແດ່ພ​ຣະ​ຢາ​ເວ​, ພ​ຣະ​ຜູ້​ເປັນ​ເຈົ້າ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ ຂໍ​ຢ່າ​ຊົງ​ໃຫ້​ດວງວິນ​ຍານ​ຂອງ​ຂ​້າ​ນ້ອຍ​ປາ​ສະ​ຈາກ​ເຄື່ອງ​ປ້ອງ​ກັນ.
\v 9 ຂໍ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ຈາກ​ບ້ວງ​ແຮ້ວ​ທີ່​ພວກ​ເຂົາ​ວາງ​ດັກ​ຂ້າ​ນ້ອຍ​ໄວ້, ​ແລະ​ຈາກ​ກັບ​ດັກ​ຂອງ​ຜູ້​ເຮັດ​ຄວາມ​ຊົ່ວ.
\v 10 ຂໍໃຫ້ຄົນຊົ່ວຮ້າຍຕົກລົງໄປໃນຕາຫນ່າງຂອງພວກເຂົາເອງ ຂະ​ນະ​ທີ່​ຂ້າ​ນ້ອຍ​ຫນີ​ໄປ​ໄດ້.
\s5
\c 142
\cl ບົດ​ທີ 142
\p
ຄຳ​ແນະ​ນຳ​ຂອງ​ດາ​ວິດ, ເມື່ອ​ເພິ່ນ ອະ​ທິ​ຖານຢູ່ໃນ​​ຖ້ຳ;.
\v 1 ດ້ວຍ​ສຽງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຮ້ອງຫາ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ຢາ​ເວ; ​ດ້ວຍ​ສຽງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍອ້ອນວອນ​ຂໍ​ຄວາມເມດຕາ​ຈາກ​ພ​ຣະ​ຢາ​ເວ.
\v 2 ຂ້າ​ນ້ອຍ​ລະ​ບາຍ​ຄວາມ​ທຸກ​ຂອງ​ຂ້າ​ນ້ອຍ​ຕໍ່​ຫນ້າ​ພ​ຣະ​ອົງ; ຂ້າ​ນ້ອຍ​ຮ້ອງຫາ​ເລື່ອງ​ຄວາມ​ລຳ​ບາກ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ອົງ.
\s5
\v 3 ເມື່ອວິນຍານພາຍໃນຂອງຂ້ານ້ອຍອ່ອນແຮງ, ພ​ຣະ​ອົງ​ຊົງ​ຮູ້​ຈັກ​ທາງ​ຂອງ​ຂ້າ​ນ້ອຍ ໃນ​ວິ​ທີ​ທີ່​ຂ້າ​ນ້ອຍ​ເດີນ​ໄປ ພວກ​ເຂົາ​ໄດ້​ເຊື່ອງ​ກັບ​ດັກ​ສຳ​ລັບ​ຂ້າ​ນ້ອຍ​ໄວ້.
\v 4 ຂ້າ​ນ້ອຍ​ເບິ່ງ​ໄປ​ທາງ​ຂວາ​ຂອງ​ຂ້າ​ນ້ອຍ​ແລະ​ເຫັນ​ວ່າ​ບໍ່​ມີ​ໃຜ​ສົນ​ໃຈ​ຂ້າ​ນ້ອຍ ບໍ່​ມີ​ທາງ​ຫນີ​ສຳ​ລັບ​ຂ້າ​ນ້ອຍ; ບໍ່​ມີ​ໃຜ​ສົນ​ໃຈ​ກ່ຽວ​ກັບ​ຊີ​ວິດ​ຂອງ​ຂ້າ​ນ້ອຍ.
\v 5 ຂ້າ​ນ້ອຍ​ຮ້ອງຫາ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ; ຂ້າ​ນ້ອຍ​ໄດ້​ກ່າວວ່າ, "ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ, ເປັ​ນ​ສ່ວນ​ຫນຶ່ງ​ຂອງ​ຂ້າ​ນ້ອຍ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ເປັນ.
\s5
\v 6 ​ຂໍ​ຊົງ​ຟັງ​ສຽງ​ຮ້ອງທູນ​ຂອງ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ຕົກ​ຕ່ຳ​ຫລາຍ; ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ຜູ້​ຂົ່ມ​ເຫັງ, ເພາະ​ພວກ​ເຂົາ​ແຂງ​ແຮງ​ເກີນ​ກຳ​ລັງ​ຂ້າ​ນ້ອຍ.
\v 7 ຂໍ​ຊົງ​ນຳ​ດວງວິນ​ຍານ​ຂອງ​ຂ້າ​ນ້ອຍ​ອອກ​ຈາກ​ຄຸກ ເພື່ອ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. ຄົນ​ຊອບ​ທັມຈະ​ອ້ອມ​ຂ້າ​ນ້ອຍ​ໄວ້ ເພາະ​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ແກ່​ຂ້າ​ນ້ອຍ​ຢ່າງ​ດີ."
\s5
\c 143
\cl ບົດ​ທີ 143
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພຣະ​ຢາ​ເວ; ຂໍ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ນ້ອຍ. ຕໍ່​ຫນ້າ​ພ​ຣະ​ອົງ​ຊົງ​ສັດ​ຊື່​ແລະ​ຊອບ​ທັມ, ຂໍ​ຊົງ​ຕອບ​ຂ້າ​ນ້ອຍ​ເຖີດ!
\v 2 ຂໍ​ຢ່າ​ຊົງ​ຕັດ​ສິນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເພາະ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ​ບໍ່​ມີ​ໃຜ​ຊອບ​ທັມ​ເລີຍ.
\s5
\v 3 ສັດ​ຕຣູ​ໄດ້​ໄລ່​ກວດດວງວິ​ຍານ​ຂອງ​ຂ້າ​ນ້ອຍ; ເຂົາ​ໄດ້ຢຽບ​ຢ່ຳ​ຊີ​ວິດ​ຂ້າ​ນ້ອຍ​ລົງ​ເຖິງ​ດິນ; ເຂົາ​ເຮັດ​​ໃຫ້​ຂ້າ​ນ້ອຍ​ຢູ່​ໃນ​ທີ່​ມືດ ເຫມືອນ​ຄົນ​ທີ່​ໄດ້​ຕາຍ​ດົນ​ແລ້ວ.
\v 4 ວິນ​ຍານ​ຂອງ​ຂ້າ​ນ້ອຍ​ໄດ້​ຖືກ​ຄອບ​ງຳ​ຢູ່​ພາຍ​ໃນ​ຂ້າ​ນ້ອຍ; ໃຈ​ຂ້າ​ນ້ອຍ​ກໍ​ສິ້ນ​ຫວັງ​.
\s5
\v 5 ຂ້າ​ນ້ອຍ​ຣະ​ນຶກ​ເຖິງ​ສມັຍ​ເກົ່າ; ຂ້າ​ນ້ອຍ​ຊອກ​ຫາ​ສິ່ງກະທຳ​ທັງ​ຫມົດ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍຕຶກ​ຕອງ​ເຖິງ​ພາ​ຣະ​ກິດທັງ​ຫລາຍ​ຂ​ອງ​ພ​ຣະ​ອົງ.
\v 6 ຂ້າ​ນ້ອຍ​ຊູ​ມື​ຂຶ້ນ​ໄປ​ຍັງ​ພ​ຣະ​ອົງ; ດວງວິນ​ຍານ​ຂອງ​ຂ້າ​ນ້ອຍ​ກະ​ຫາຍ​ຫາ​ພ​ຣະ​ອົງ​ຢ່າງ​ແຜ່ນ​ດິນ​ທີ່​ແຫ້ງ. ເສ​ລາ
\s5
\v 7 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຕອບ​ຂ້າ​ນ້ອຍ​ໂດຍ​ໄວ້​ເຖີດ, ເພາະ​ວິນ​ຍານ​ຂອງ​ຂ​້າ​ນ້ອຍ​ສູນ​ສິ້ນ​ໄປ​ແລ້ວ, ຂໍ​ຢ່າ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ຂ້າ​ນ້ອຍ ບໍ່​ສະ​ນັ້ນ​ຂ້າ​ນ້ອຍ​ຈະ​ເປັນ​ເຫມືອນ​ຄົນ​ເຫລົ່າ​ນັ້ນ​ທີ່​ລົງ​ໄປ​ຍັງ​ຫລຸມ​ເລິກ.
\v 8 ຂໍ​ຊົງ​ໃຫ້​ຂ້າ​ນ້ອຍ​ໄດ້​ຍິນ​ເຖິງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໃນ​ເວ​ລາ​ຮຸ່ງ​ເຊົ້າ, ເພາະ​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພຣະ​ອົງ. ຂໍ​ຊົງ​ສອນ​ຂ້າ​ນ້ອຍ​ເຖິງ​ທາງ​ທີ່​ຄວນ​ເດີນ, ເພາະ​ຂ້າ​ນ້ອຍ​ຍົກ​ດວງວິນ​ຍານ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ອົງ.
\s5
\v 9 ​ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ; ຂ້າ​ນ້ອຍ​ໄດ້​ຫນີ​ມາ​ລີ້​ຢູ່​ໃນ​ພ​ຣະ​ອົງ.
\v 10 ຂໍ​ຊົງ​ສອນ​ໃຫ້​ຂ້າ​ນ້ອຍ​ເຮັດ​ຕາມ​ພຣະທັຍ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ເປັ​ນ​ພ​ຣະ​ເຈົ້າ. ​ຂອງ​ຂ້າ​ນ້ອຍ ຂໍ​ພ​ຣະ​ວິນ​ຍານ​ປະ​ເສີດ​ຂອງ​ພ​ຣະ​ອົງ ຊົງ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ດິນ​ແດນ​ແຫ່ງ​ຄວາມ​ຊອບທັມ.
\s5
\v 11 ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ຮັກ​ສາ​ຊີ​ວິດ​ຂ້າ​ນ້ອຍ​ໄວ້ ໂດຍ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ, ​ຂໍ​ຊົງ​ນຳ​ດວງວິນ​ຍານ​ຂອງ​ຂ້າ​ນ້ອຍ​ອອກ​ມາ​ຈາກ​ຄວາມ​ຍາກ​ລຳ​ບາກ.
\v 12 ໃນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ຂໍ​ຊົງ​ທຳ​ລາຍ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ກຳ​ຈັດ​ສັດ​ຕຣູ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ເພາະ​ຂ້າ​ນ້ອຍ​ເປັ​ນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\s5
\c 144
\cl ບົດ​ທີ 144
\p
ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ.
\v 1 ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ພຣະສີລາ​ຂອງ​ຂ້າ​ນ້ອຍ, ຜູ້​ຊົງ​ຝຶກ​ມື​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ໃຫ້​ເຮັດ​ສົງ​ຄາມ ແລະ​ຝຶກ​ນິ້ວ​ມື​ຂອງ​ຂ້າ​ນ້ອຍ​ໃຫ້​ເຮັດເ​ສິກ.
\v 2 ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ແລະ​ຊົງ​ເປັນ​ປ້ອມ​ປ້ອງກັນ​ຂອງ​ຂ້າ​ນ້ອຍ, ຊົງ​ເປັນ​ຫໍ​ຄອຍ​ສູງ ແລະ​ຊົງ​ເປັນ​ຜູ້​ຊຶ່ງ​ຂ້າ​ນ້ອຍ​ເຂົ້າ​ລີ້​ພັຍ, ຜູ້​ຊົງ​ປາບ​ຊົນ​ຊາດ​ທັງ​ຫລາຍໃຫ້​ຢູ່​ໃຕ້ອຳນາດພຣະອົງ.
\s5
\v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ມະ​ນຸດ​ເປັນ​ຜູ້​ໃດນໍຊຶ່ງ​ພ​ຣະ​ອົງຕ້ອງ​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ເຂົາ ຫລື​ລູກ​ຂອງ​ລູກ​ມະ​ນຸດ​ເປັນ​​ຜູ້​ໃດ​ທີ່​ພ​ຣະ​ອົງ​ຊົງ​ຄິດ​ເຖິງ​ເຂົາ?
\v 4 ມະ​ນຸດ​ເປັນ​ເຫມືອນ​ລົມ​ຫາຍ​ໃຈ; ວັນ​ເວ​ລ​າ​ທັງ​ຫລາຍ​ຂອງ​ເຂົາ​ເຫມືອນ​ເງົາ​ທີ່​ຜ່ານ​ໄປ.
\s5
\v 5 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂນ້ມ​ທ້ອງ​ຟ້າ​ລົງແລະສະເດັດ​ລົງ​ມາ; ຂໍ​ຊົງ​ແຕະ​ຕ້ອງ​ພູ​ເຂົາ​ທັງ​ຫລາຍ​ແລະ​ເຮັດ​ໃຫ້​ມີ​ຄວັນ​ຂຶ້ນ.
\v 6 ຂໍ​ຊົງ​ສົ່ງ​ໃຫ້​ສາຍ​ຟ້າ​ແມບ​ທັງຫ​ລ​າຍ​ອອກ​ໄປ​ແລະ​ເຮັ​ດ​ໃຫ້​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ກະ​ແຈກ​ກະ​ຈາຍ; ຂໍ​ຊົງຍິງລູກທະນູ​ຂອງ​ພ​ຣະ​ອົງ ແລະ​ຂັບ​ໄລ່​ໃຫ້​ພວກ​ມັນ​ສັບ​ສົນ.
\s5
\v 7 ​ຂໍ​ຢຽດພຣະຫັດຂອງ​ພ​ຣະ​ອົງ​ຈາກ​ທີ່​ສູງ; ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ວັງ​ນ້ຳເລິກ, ໃຫ້​ພົ້ນ​ຈາກ​ພວກ​ມື​ຄົນ​ຕ່າງ​ຊາດ.
\v 8 ປາກ​ຂອງ​ພວກ​ເຂົາ​ເວົ້າ​ຕົວະ, ແລະ​ມື​ຂວາ​ຂອງ​ພວກ​ເຂົາ​ບໍ່​ຊື່​ຕຣົງ.
\s5
\v 9 ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ແດ່​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ເຈົ້າ; ​ຂ້າ​ນ້ອຍ​ຈະ​ດິດ​ພິນ​ສິບ​ສາຍ​ສັນຣະເສີນແດ່​ພ​ຣະ​ອົງ,
\v 10 ຜູ້​ປຣະ​ທານ​ຄວາມ​ພົ້ນແກ່​​ກະ​ສັດ, ແລະ​ຜູ້​ຊົງ​ຊ່ວຍ​ກູ້​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃຫ້​ພົ້ນ​ຈາກ​ດາບ​ຊົ່ວ​ຮ້າຍ.
\v 11 ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ແລະ​ປ່ອຍ​ຂ້າ​ນ້ອຍ​ໃຫ້​ເປັນ​ອິ​ສະ​ລະ​ຈາກ​ມື​ພວກ​ຄົນ​ຕ່າງ​ຊາດ. ປາກ​ຂອງ​ພວກ​ເຂົາ​ເວົ້າ​ຕົວະ, ແລະ​ມື​ຂວາ​ຂອງ​ພວກ​ເຂົາ​ບໍ່​ຊື່​ຕຣົງ.
\s5
\v 12 ​ຂໍ​ໃຫ້​ລູກ​ຊາຍ​ຂອງ​ຂ້າ​ນ້ອຍ​ເປັນ​ເຫມືອນ​ຕົ້ນ​ໄມ້​ໃຫຍ່​ເຕັມ​ຂະ​ຫນາດ​ເມື່ອ​ພວກ​ເຂົາ​ຍັງ​ຫນຸ່ມໆຢູ່, ແລະ​ຂໍ​ໃຫ້​​ລູກ​ຍິງ​ຂອງ​ຂ້າ​ນ້ອຍ​​ເປັນ​ເຫມືອນ​ເສົາ​ຫົວ​ມຸມ​ທີ່​ໄດ້​ສະ​ລັກ​ຕາມ​ແບບ​ພ​ະ​ຣາ​ຊວັງ.
\v 13 ຂໍ​ໃຫ້​ຍຸ້ງ​ສາງ​ຂອງ​ຂ້າ​ນ້ອຍ​ເຕັມ​ໄປ​ດ້ວຍ​ຜົນ​ຜະ​ລິດ​ທຸກ​ຊະ​ນິດ, ແລະ​ຂໍ​ໃຫ້​ຝູງ​ແກະ​ຂອງ​ຂ້າ​ນ້ອຍ​​ຜະ​ລິດ​ອອກ​ມາ​ເປັນ​ພັນ​ເປັນ​ຫມື່ນ​ທີ່​ໃນ​ທ້ອງ​ທົ່ງ​ຂອງ​ຂ້າ​ນ້ອຍເ​ຖີ້ນ​.
\s5
\v 14 ແລ້ວ​ຂໍ​ໃຫ້​ຝູງ​ງົວ​ຂອງພວກ​ຂ້າ​ນ້ອຍ​​ມີ​ລູກ​ນ້ອຍ​ຫລວງ​ຫລາຍ. ບໍ່​ມີໃຜ​ພັງ​ເຂົ້າ​ມາ​ໃນ​ກຳ​ແພງ​ຂອງ​ພວກຂ້າ​ນ້ອຍ​ໄດ້; ຂໍ​ຢ່າ​ໃຫ້​ມີ​ຊະ​ເລີຍ​ແລະ​ສຽງ​ຮ້ອງ​ທຸກ​ໃນ​ຫົນ​ທາງ​​ຂອງ​ພວກຂ້າ​ນ້ອຍ.
\v 15 ຄົນ​ທີ່​ຮັບ​ພອນ​ເຊັ່ນ​ນັ້ນ​ເປັນ​ສຸກ ຄວາມ​ສຸກ​ຄື​ຄົນ​ທີ່​ພ​ຣະ​ເຈົ້າ​; ຂອງ​ເຂົາ​ຄື​ພ​ຣະ​ຢາ​ເວ.
\s5
\c 145
\cl ບົດ​ທີ 145
\p
ບົດ​ເພງ​ສັນ​ຣະ​ເສີນ​​ຍ້ອງ​ຍໍ. ຂອງ​ດາ​ວິດ.
\v 1 ຂ້າ​ນ້ອຍ​ຈະ​ຍົກ​ຍ້ອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ເຈົ້າ, ກະ​ສັດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ ​ຕະ​ຫລອດ​ໄປ​ເປັນ​ນິດ.
\v 2 ທຸກໆມື້ ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິດ.
\v 3 ພ​ຣະ​ຢາ​ເວ​ນັ້ນ​ຍິ່ງ​ໃຫຍ່; ແລະ​ສົມ​ຄວນ​ຈະ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຢ່າງ​ຍິ່ງ ຄວາມ​ໃຫຍ່​ຍິ່ງ​ຂອງ​ພ​ຣະ​ອົງ​ນັ້ນ​ບໍ່​ອາດ​ຈະ​ຮູ້​ໄດ້.
\s5
\v 4 ຄົນ​ຮຸ້ນ​ຫນຶ່ງ​ຈະ​ຍົກ​ຍ້ອງ​ພ​ຣະ​ຣາ​ຊ​ກິດ​ທັງ​ຫລາຍ​ຂອງ​ພ​ຣະ​ອ​ົງ ໃຫ້​ຄົນ​ອີກ​ຮຸ້ນ​ຫນຶ່ງ​ຟັງ ແລະ​ຈະ​ປະ​ກາດ​​ກິຈະການ​ອັນ​ຍິ່ງໃຫຍ່​ຂອງ​ພ​ຣະ​ອົງ.
\v 5 ຂ​້າ​ນ້ອຍ​ຈະ​ຕຶກ​ຕອງ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ໃນ​ສະຫງ່າຣາສີ​ອັນ​ສູງ​ສົ່ງ​ຂອງ​ພ​ຣະ​ອົງ, ແລະ​ໃນ​ພ​ຣະ​ຣາ​ຊ​ກິດ​ຕ່າງໆ ອັນ​ມະ​ຫັ​ສະ​ຈັນ​ຂອງພ​ຣະ​ອົງ.
\s5
\v 6 ​ພວກ​ເຂົາ​ຈະ​ກ່າວ​ເຖິງ​ຣິດອຳນາດ​ແຫ່ງ​ພ​ຣະ​ຣາ​ຊ​ກິດ​ອັນ​ຍິ່ງໃຫຍ່​ຂອງ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ຈະ​ເລົ່າ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ.
\v 7 ເຂົາ​ທັງ​ຫລາຍ​ຈະ​ປະ​ກາດ​ອອກ​ມາ​ເຖິງ​ຄຸນ​ຄວາມ​ດີ​ອັນ​ອຸ​ດົມ​ຂອງ​ພ​ຣະ​ອົງ, ​ແລະ​ພວກ​ເຂົາ​ຈະ​ຮ້ອງ​ເພງ​ເຖິ​ງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ.
\s5
\v 8 ​ພ​ຣະ​ຢາ​ເວ​ຊົງ​ເປັນ​ພ​ຣະ​ຄຸນ​ແລະ​​ຄວາມເມດຕາກາ​ຣຸ​ນາ, ຊົງ​​ຮ້າຍ​ຊ້າ​ແລະ​ຊົງ​ມີ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຢ່າງ​ອຸ​ດົມ.
\v 9 ພ​ຣະ​ຢາ​ເວ​ຊົງ​ດີ​ຕໍ່​ທຸກ​ຄົນ; ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ​ເປັນ​ພ​ຣະ​ຣາ​ຊ​ກິດ​ຂອງພ​ຣະ​ອົງ​ທັງ​ຫມົດ.
\s5
\v 10 ​ພ​ຣະ​ຣາ​ຊ​ກິດ​ທັງ​ສິ້ນ​ຂອງພ​ຣະ​ອົງ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ; ຜູ້​ຈົງ​​ຮັກ​ພັກ​ດີ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ​ຈະ​ສັນ​ຣະ​ເສີນ​ແດ່ພ​ຣະ​ອົງ.
\v 11 ຜູ້​ຈົງ​ຮັກ​ພັກ​ດີ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ຈະ​ກ່າວ​ເຖິງ​ສະຫງ່າຣາສີແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງພຣະ​ອົງ, ແລະ​ພວກ​ເຂົາ​ຈະ​ເລົ່າ​ເຖິງຣິດ​ອຳ​ນາດ​ຂອງພ​ຣະ​ອົງ.
\v 12 ​​ພວກ​ເຂົາ​ຈະ​ເຮັດ​ໃຫ້​ບັນ​ດາ​ມະ​ນຸດ​ຊາດ​ຮູ້​ເຖິງ​ພ​ຣະຣາ​ຊ​ກິດ​ອັນ​ຊົງ​ອາ​ນຸ​ພາບ ແລະ​ຣັສມີ​ຍອດ​ຢ້ຽມ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ.
\s5
\v 13 ພ​ຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ​ເປັນ​ພ​ຣະ​ຣາ​ຊ​ອາ​ນາ​ຈັກ​ນິ​ຣັນ​ດອນ,​ແລະ​ການ​ຄອບ​ຄອງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ຕະ​ຫລອດ​ທຸກ​ຊົ່ວ​ເຊື້ອຊາດ.
\s5
\v 14 ​ພ​ຣະ​ຢາ​ເວ​ ຊົງ​ຊ່ວຍ​ເຫລືອ​ທຸກ​ຄົນ​ທີ່​ກຳ​ລັງ​ຈະ​ລົ້ມ ແລະ​ຊົງ​ອູ້ມ​ຊູ​ທຸກ​ຄົນ​ທີ່​ລົ້ມ​ລົງ​ໃຫ້​ລຸກ​ຂຶ້ນ.
\v 15 ດວງ​ຕາ​ທຸກດວງ​ເຝົ້າ​ຄອຍ​ພ​ຣ​ະ​ອົງ; ພ​ຣະ​ອົງ​ປຣະ​ທານ​ອາ​ຫານ​ໃຫ້​ພວກ​ເຂົາ​ຕົງ​ຕາມ​ເວ​ລາ.
\v 16 ພ​ຣະ​ອົງ​ຊົງ​ຍື່ນ​ມື​ຂອງພ​ຣະ​ອົງ​ອອກ​ແລະ​ຊົງ​ໃຫ້​ສົມ​ຄວນ​ສິ່ງ​ທີ່​ມີ​ຊິ​ວິດ​ອີ່ມ​ຕາມ​ຄວາມ​ປຣາ​ຖນາ.
\s5
\v 17 ​ພ​ຣະ​ຢາ​ເວ ​ຊົງ​ຊອບ​ທັມ​ໃນ​​ທຸກ​ທາງ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ ແລະ​ຊົງ​ພ​ຣະ​ຄຸນ​ໃນ​ທຸກ​ສິ່ງ​ທີ່​ພ​ຣະ​ອົງ​ຊົງ​ກະ​ທຳ.
\v 18 ພ​ຣະ​ຢາ​ເວ​ ສະ​ຖິດ​ໃກ້​ທຸກ​ຄົນ​ທີ່​ຮ້ອງຫາ​ພ​ຣະ​ອົງ, ຄື​ທຸກ​ຄົນ​ທີ່​ຮ້ອງຫາ​ພ​ຣະ​ອົງ​ດ້ວຍ​ໃຈ​ຈິງ.
\v 19 ​ພຣະ​ອົງ​ປຣະ​ທານ​ຕາມ​ຄວາມ​ປຣາ​ຖນາ​ຂອງ​ບັນ​ດາ​ຜູ້​ທີ່​ຖວາຍ​ກຽຕ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງຫາ​ຂອງ​ພວກ​ເຂົາ​ດ້ວຍ; ​ແລະ​ຊົງ​ຊ່ວຍ​ພວກ​ເຂົາ​ໃຫ​້​ພົ້ນ.
\s5
\v 20 ​ພ​ຣະ​ຢາ​ເວ ​ຊົງ​ເຝົ້າ​ເບິ່ງທຸກ​ຄົນ​ທີ່​ຮັກ​ພ​ຣະ​ອົງ, ແຕ່​ພ​ຣະ​ອົງ​ຈະ​ຊົງ​ທຳ​ລາຍ​ຄົ​ນ​ຊົ່ວ​ທຸກ​ຄົນ.
\v 21 ປາກ​ຂອງ​ຂ້າ​ນ້ອຍ​ຈະ​ກ່າວ​ສັ​ນ​ຣະ​ເສີນ​ພ​ຣະ​ຢາ​ເວ; ຂໍ​ມະ​ນຸດ​ຊາດ​ທັງ​ຫມົດ​ຈົ່ງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ​, ຕະ​ຫລອດ​ໄປ​ເປັນ​ນິດ​ເຖີດ.
\s5
\c 146
\cl ບົດ​ທີ 146
\p
\v 1 ຈົ່ງສັນຣະເສີນພຣະຢາເວ, ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ, ດວງວິນ​ຍານ​ຂອງ​ເຮົາ​ເອີຍ.
\v 2 ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣ​ະ​ຢາ​ເວ; ຕາບ​ເທົ່າ​ທີ່​ຂ້າ​ນ້ອຍ​ມີ​ຊີ​ວິດ​ຢູ່ ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນຣະ​ເສີນພ​ຣະ​ເຈົ້າຂອງ​ຂ້າ​ນ້ອຍ ຂະ​ນະ​ທີ່​ຂ້າ​ນ້ອຍ​ຍັງ​ມີ​ຊີ​ວິດຢ​ູ່.
\s5
\v 3 ​ຢ່າ​ວາງ​ໃຈ​ໃນເຈົ້າ​ເມືອງ​ທັງ​ຫລາຍ​ຫລື​ໃນ​ມະ​ນຸດ​ຊາດ​, ເພາະ​ໃນ​ພວກ​ເຂົາ​ນັ້ນ​ບໍ່​ມີ​ຄວາມ​ພົ້ນ.
\v 4 ເມື່ອ​ລົມ​ຫາຍ​ໃຈ​ຂອງ​ເຂົາ​ຫມົດ​ໄປ, ເຂົາ​ກໍ​ກັບ​ເປັນ​ດິນ; ໃນ​ວັນ​ດຽວ​ກັນ​ນັ້ນ​ແຜນ​ງານ​ຂອງ​ເຂົາ​ກໍ​ສູນ​ສິ້ນ​ໄປ.
\s5
\v 5 ​ຜູ້​ທີ່​ເປັນ​ສຸກ​ຄື​ຄົນ​ທີ່​ມີ​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ເປັນ​ຜູ້​ຊ່ວຍເຫລືອ, ຄື​ຜູ້​ທີ່​ຄວາມ​ຫວັງ​ຂອງ​ເຂົາ​ຢູ່​ໃນ​ພ​ຣະ​ຢາເວ​ພ​ຣະ​ເຈົ້າ​ຂອງ​ເຂົາ.
\v 6 ພ​ຣ​ະ​ຢາ​ເວ​ ໄດ້​ຊົງ​ສ້າງ​ທ້ອງ​ຟ້າ​ແລະ​ແຜ່ນ​ດິນ​ໂລກ ທະ​ເລ, ແລະ​ທຸກ​ສິ່ງ​ທັງ​ຫມົດ​ຊຶ່ງ​ຢູ່​ໃນ​ທີ່​ເຫລົ່າ​ນັ້ນ; ພ​ຣະ​ອົງ​ຊົງ​ຮັກ​ສາພຣະ​​ສັນຍາ​ໄວ້​ເປັນ​ນິດ.
\s5
\v 7 ​ພ​ຣະ​ອົງ​ຊົງ​ກະ​ທຳ​ຄວາມ​ຍຸ​ຕິ​ທັມ​ເພື່ອ​ຄົນ​ທີ່​ຖືກ​ບີບ​ບັງ​ຄັບ ແລະ​ປຣະ​ທານ​ອາ​ຫານ​ແກ່​ຄົນ​ທີ່​ຫິວ. ພ​ຣະ​ຢາ​ເວ​ຊົງ​ປ່ອຍ​ຜູ້​ຖືກ​ຄຸມ​ຂັງ​ໃຫ້​ເປັນ​ອິສຣະ;
\v 8 ພ​ຣະ​ຢາ​ເວ​ ຊົງ​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ, ພ​ຣະ​ຢາ​ເວ​; ຊົງ​ອຸ້ມ​ຊູ​ຜູ້​ຖືກ​ກົດ​ຂີ່​ໃຫ້​ລຸກ​ຂຶ້ນ; ພ​ຣະ​ຢາ​ເວ ຊົງ​ຮັກ​ພວກ​ຄົນ​ຊອບ​ທັມ.
\s5
\v 9 ​ພ​ຣະ​ຢາ​ເວ ​ຊົງ​ປົກ​ປ້ອງ​ຄົນ​ຕ່າງ​ດ້າວ​ໃນ​ດິນ​ແດນ; ພ​ຣະ​ອົງ​ຊົງ​ຊ່ວຍຊູ​ເດັກ​ກຳ​ພ້າ​ພໍ່​ແລະ​ຍິງ​ມ້າຍ, ແຕ່​ພ​ຣະ​ອົງ​ຊົງ​ຂັດ​ຂວາງ​ທາງ​ຂອງ​ຄົນ​ຊົ່ວ.
\v 10 ພ​ຣະ​ຢາ​ເວ ຈະ​ຊົງ​ຄອບ​ຄອງ​ເປັນ​ນິດ, ຊີ​ໂອນ​ເອີຍ, ​ພ​ຣະ​ເຈົ້າຂອງ​ເຈົ້າ​ຈະ​ຊົງ​ຄອບ​ຄອງ​ທຸກ​ຊົ່ວເຊື້ອ​ຊາດ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.
\s5
\c 147
\cl ບົດ​ທີ 147
\p
\v 1 ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ເພາະ​ເປັນ​ການ​ດີ​ທີ່​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ເຈົ້າ​ຂອງ​ພວກ​ເຮົາ, ເປັນ​ການ​ຫນ້າ​ຊື່ນ​ຊົ​ມ, ​ແລະ​ສົມ​ຄວນ​ທີ່​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ.
\s5
\v 2 ​ພ​ຣະ​ຢາ​ເວ​ ຊົງ​ສ້າງ​ກຸງ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ມາ​ໃຫມ່, ພ​ຣະ​ອົງ​ຊົງ​ຮວບ​ຮວມ​ຄົນ​ອິ​ສະ​ຣາ​ເອ​ນ​ທີ່​ກະ​ແຈກ​ກະ​ຈາຍ​ໄປ.
\v 3 ພ​ຣະ​ອົງ​ຊົງ​ຮັກ​ສາ​ຄົນ​ທີ່​ໃຈ​ແຕກ​ສະຫ​ລາຍ ແລະ​ຊົງ​ພັນ​ແຜນ​ໃຫ້​ພວກ​ເຂົາ.
\s5
\v 4 ​ພ​ຣະ​ອົງ​ຊົງ​ນັບ​ຈຳ​ນວນດາວ​ທັງ​ຫລາຍ, ພ​ຣະ​ອົງ​ຊົງ​ຕັ້ງ​ຊື່​ມັນ​ທຸກດວງ.
\v 5 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າຂ​ອງ​ເຮົາ​ຍິ່ງໃຫຍ່, ແລະ​ຊົງ​ຣິ​ທາ​ນຸ​ພາບ​ຫລາຍ​ ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ອົງ​, ນັ້ນ​ສຸດ​ຈະ​ຊັ່ງຊາໄດ້.
\s5
\v 6 ​ພ​ຣະ​ຢາ​ເວ ​ຊົງ​ຊ່ວຍຊູ​ຜູ້​ຖືກ​ຂົ່ມ​ເຫັງ, ພ​ຣະ​ອົງຊົງ​ໂຍນ​ຄົນ​ຊົ່ວລົງ​ເຖິງ​ດິນ.
\v 7 ຈົ່ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ​ດ້ວຍ​ການ​ຂອບ​ພ​ຣະ​ຄຸນ ​ຈົ່ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ເຈົ້າ​, ຂອງ​ພວກ​ເຮົາ​ດ້ວຍ​ພິນ.
\s5
\v 8 ​ພ​ຣະ​ອົງ​ຊົງ​ປົກຄຸມ​ທ້ອງ​ຟ້າ​ດ້ວຍ​ເມກ ແລະ​ຊົງ​ຕຽມ​ຝົນ​ໃຫ້​ແຜ່ນ​ດິນ​ໂລກ, ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຫຍ້າ​ງອກ​ເທິງ​ພູ​ເຂົາ​ທັງ​ຫລາຍ.
\v 9 ພ​ຣະ​ອົງ​ປຣະ​ທານ​ອາ​ຫານ​ແກ່​ສັດ ແລະ​ແກ່​ພວກ​ລູກ​ນົກ​ກາ​ພວກ​ມັນ​ຮ້ອງເມື່ອມັນຫີວໂຫຍ.
\s5
\v 10 ​ພ​ຣ​ະ​ອົງ​ບໍ່​ໄດ້​ພໍ​ໃຈ​ໃນ​ກຳ​ລັງ​ຂອງ​ມ້າ, ພ​ຣະ​ອົງ​ບໍ່​ໄດ້​ຊົງ​ຍິນ​ດີ​ໃນ​ຂາ​ອັນ​ແຂງ​ແຮງ​ຂອງ​ມະ​ນຸດ.
\v 11 ພ​ຣະ​ຢາ​ເວ​, ຊົງ​ຍິນ​ດີ​ໃນ​ຄົນ​ທີ່​ຖວາຍພຣະ​ກຽຕ​ແດ່​ພ​ຣະ​ອົງ, ໃນ​ຄົນ​ທີ່​ຫວັງ​ໃນ​ຄວາມ​ຊື່​ສັດ​ແຫ່ງພຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ.
\s5
\v 12 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ກຸງ​ເຢ​ຣູ​ຊ​າ​ເລັມ​ເອີຍ. ຈົ່ງ​ຍ້ອງຍໍສັນ​ຣະ​ເສີນພ​ຣະ​ເຈົ້າຂອງເຈົ້າ​ເຖີດ, ຊີ​ໂອນ​ເອີຍ.
\v 13 ເພາະ​ພ​ຣະ​ອົງ​ຊົງ​ຮັກສາປະ​ຕູ​ເມືອງຂອງ​ເຈົ້າ​ໃຫ້ເຂັ້ມແຂງ, ພ​ຣະ​ອົງ​ຊົງ​ອວຍ​ພ​ອນ​ລູກ​ທັງ​ຫລາຍ​ທີ່​ຢູ່​ທ່າມ​ກາງ​ເຈົ້າ.
\v 14 ພ​ຣະ​ອົງ​ຊົງ​ປຣະ​​ທານ​ຄວາມ​ຮັ່ງ​ມີ​ໃນ​ເຂດ​ແດນ​ຂອງ​ເຈົ້າ ຊົງ​ໃຫ້​ເຈົ້າ​ອີ່ມ​ດ້ວຍ​ເຂົ້າ​ສາ​ລີ​ທີ່​ດີ​ທີ່​ສຸດ.
\s5
\v 15 ​ພ​ຣະ​ອົງ​ຊົງ​ໃຊ້​ພ​ຣະ​ບັນ​ຍັດຂອງພຣະອົງ​ໄປ​ຍັງ​ແຜ່ນ​ດິນ​ໂລກ, ພ​ຣະ​ຄຳສັ່ງຂອງ​ພ​ຣະ​ອົງ​ແລ່ນ​ໄປ​ຢ່າງວອງ​ໄວ.
\v 16 ພ​ຣະ​ອົງ​ປຣະ​ທານ​ຫິ​ມະ​ຢ່າງ​ປຸຍ​ຂົນ​ແກະ, ພ​ຣະ​ອົງ​ຊົງ​ໂຮຍນ້ຳ​ຄ້າງ​ເຫລື້ອມໆ​ກະຈາຍທົ່ວຫນ້າດິນ.
\s5
\v 17 ​ພ​ຣະ​ອົງ​ຊົງ​ໂຍນ​ລູກ​ເຫັບ​ຂອງ​ພ​ຣະ​ອົງ​ລົງມາແຂງເຫມືອນ​ຂີ້ຫີນ, ບໍ່ມີໃຜ​ຈະ​ທົນ​ທານ​ຄວາມ​ຫນາວ​ຂອງພ​ຣະ​ອົງ​ໄດ້?
\v 18 ພ​ຣະ​ອົງ​ສົ່ງ​ພ​ຣະ​ບັນ​ຊາ​ຂອງພຣະ​ອົງ​ອອກ​ໄປ​ແລະ​ລະ​ລາຍ​ພວກ​ມັນເສຍ, ພ​ຣະ​ອົງ​ຊົງ​ໃຫ້​ລົມ​ຂອງ​ພ​ຣະອົງ​ພັດ​ແລະ​ນ້ຳ​ກໍ​ໄຫລຖ້ວມ.
\s5
\v 19 ​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​​ຖ້ອຍ​ຄຳ​ຂອງພ​ຣະ​ອົງ​, ແກ່​ຢາ​ໂຄບ ກົດ​ບັນ​ຍັດ​ແລະ​ກົດ​ຫມາຍ​ແຫ່ງ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ​ແກ່​ອິ​ສະ​ຣາ​ເອນ.
\v 20 ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເຮັດ​ເຊັ່ນ​ນີ້​ແກ່​ປະ​ຊາ​ຊາດ​ອື່ນ​ໃດ, ແລະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ບັນ​ດາ​ກົດ​ຫມາຍ​ຂ​ອງ​ພ​ຣະ​ອົງ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.
\s5
\c 148
\cl ບົດ​ທີ 148
\p
\v 1 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. ຈົ່ງ​ສັນ​ຣະ​ເສີນ​ອົງ​ພ​ຣະ​ຢາ​ເວ​; ໃນ​ທ້ອງ​ຟ້າຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ,​ໃນ​ທີ່​ສູງຈົ່ງ​ສັນຣະ​ເສີນພ​ຣະ​ອົງ.
\v 2 ບັນ​ດາ​ທູດ​ສະ​ຫວັນ​ທັງ​ຫລ​າຍ​ເອີຍ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ; ບັນ​ດາ​ພົນ​ໂຍ​ທາ​ທັງ​ຫມົດ​ຂອງ​ພ​ຣະ​ອົງທີ່ເມືອງສະຫວັນ.
\s5
\v 3 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖ​ີດ, ດວງ​ຕາເວັນ​ແລະ​ດວງ​ເດືອນ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ, ພ້ອມດວງດາວ​ທັງ​ຫມົດ​ທີ່​ສ່ອງ​ແສງ.
\v 4 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ, ທ້ອງ​ຟ້າ​ທີ່​ສູງ​ສຸດ ແລະ​ວັງ​ນ້ຳ​ທັງ​ຫລາຍ​ຊຶ່ງ​ຢູ່​ເຫນືອ​ທ້ອງ​ຟ້າ​ດ້ວຍ.
\s5
\v 5 ​ຈົ່ງ​ໃຫ້​ສິ່ງ​ເຫລົ່າ​ນັ້ນ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສັ່ງ ສິ່ງ​ເຫລົ່າ​ນັ້ນ​ກໍ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.
\v 6 ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ສິ່ງ​ເຫລົ່າ​ນັ້ນ​ໄວ້​ຕະ​ຫລອດ​ໄປ​ເ​ປັນ​ນິດ; ພ​ຣະ​ອົງ​ໄດ້​ປຣະ​ທານ​ກົດ​ບັນ​ຍັດ​ຊຶ່ງ​ຈະ​ບໍ່​ປ່ຽນ​ແປງ.
\s5
\v 7 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​, ຈາກ​ແຜ່ນ​ດິນ​ໂລກ​ເຖີດ ເຈົ້າ​ສັດ​ທະ​ເລ​ຂະ​ຫນາດ​ໃຫຍ່​ທັງ​ຫລາຍ​ແລະ​ທີ່​ມະ​ຫາ​ສະ​ມຸດ​ເລິກ​ທັງ​ປວງ,
\v 8 ໄຟ​ກັ​ບ​ລູກ​ເຫັບ, ຫິ​ມະ​ກັບ​ເຫລົ່າ​ເມກ, ລົມ​ພາ​ຍຸ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພ​ຣະ​ອົງ.
\s5
\v 9 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ, ບັນ​ດາ​ພູ​ເຂົາ​ແລະ​ເນີນ​ເຂົາ​ທັງ​ຫມົດ, ຕົ້ນ​ໄມ້​ມີ​ຜົນ​ແລະ​ໄມ້​ສົນ​ສີ​ດາ​ທັງ​ຫມົດ.
\v 10 ບັນ​ດາ​ສັດ​ປ່າ​ແລະ​ບັນ​ດາ​ສັດ​ໃຊ້​ງານ​ທັງ​ຫມົດ, ສັດ​ທີ່​ເລືອ​ຄານ​ແລະ​ພວກ​ນົກ.
\s5
\v 11 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ, ບັນ​ດາ​ກະ​ສັດ​ຂອງ​ແຜ່ນ​ດິນ​ໂລກ ​ແລະ​ຊົນ​ຊາດ​ທັງ​ຫມົດ, ເຈົ້າ​ເມືອງ​ທັງ​ຫລາຍ ​ແລະ​ຜູ້​ຄອບ​ຄອງ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ.
\v 12 ທັງ​ພວກ​ຊາຍ​ຫນຸ່ມ​ແລະ​ຍິງ​ສາວ​ທັງ​ຫລາຍ, ຜູ້​ອາ​ວຸ​ໂສ​ແລະ​ເດັກໆ.
\s5
\v 13 ​ຈົ່ງ​ໃຫ້​ຄົນ​ທັງ​ຫມົດ​ນີ້​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ, ​ເທົ່າ​ນັ້ນ​ທີ່​ຄວນ​ໄດ້​ຮັບ​ການ​ຍົກ​ຍ້ອງ ແລະ​ສະຫງ່າຣາສີຂອງ​ພ​ຣະ​ອົງ ​ຊົງ​ແຜ່​ອອກ​ໄປ​ທົ່ວແຜ່ນ​ດິນ​ໂລກ​ແລະ​ບັນ​ດາ​ທ້ອງ​ຟ້າ.
\v 14 ພ​ຣະ​ອົງ​ໄດ້​ຊົງ​ຍົກ​ເຂົາ​ຂອງ​ປະ​ຊາ​ຊົນ​ຂຶ້ນ ເພື່ອ​ໃຫ້​ເປັນ​ທີ່​ສັນ​ຣະ​ເສີນ​ຂອງ​ຜູ້​ຈົງ​ຮັກ​ພັກ​ດີ​ຕໍ່​ພ​ຣະ​ອົງ, ຄື​ຄົນ​ອິ​ສະ​ຣາ​ເອນ​ຜູ້​ຊຶ່ງ​ຢູ່​ໃກ້​ພ​ຣະ​ອົງ, ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.
\s5
\c 149
\cl ບົດທີ 149
\p
\v 1 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ພ​ຣະ​ຢ​າ​ເວ​, ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ຂອງ​ຜູ້ຈົງ​ຮັກ​ພັກ​ດີ.
\s5
\v 2 ຈົ່ງ​ໃຫ້​ອິ​ສະ​ຣາ​ເອນ​ຍິນ​ດີ​ໃນ​ຜູ້​ສ້າງ​ຂອງ​ພວກ​ເຂົາ; ໃຫ້​ປະ​ຊາ​ຊົນ​ຂອງ​ຊີ​ໂອນ​ປິ​ຕິ​ຍິນດີ ໃນ​ກະ​ສັດ​ຂອງ​ພວກ​ເຂົ​າ.
\v 3 ຈົ່ງ​ໃຫ້​ພວກ​ເຂົາ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ ດ້ວຍ​ການ​ເຕັ້ນ​ລຳ; ຈົ່ງ​ໃຫ້​ພວກ​ເຂົາ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ຕີ​ກອງ​ແລະ​ພິນ.
\s5
\v 4 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ຊື່ນ​ບານ​ໃນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຍົກ​ຍ້ອງ​ຄົນ​ທີ່​ຖ່ອມ​ໃຈ​ດ້ວຍ​ຄວາມ​ພົ້ນ.
\v 5 ຈົ່ງ​ໃຫ້​ຜູ້​ຊອບ​ທັມຍິນ​ດີ​ໃນ​ຊັຍ​ຊະ​ນະ​ນີ້; ຈົ່ງ​ໃຫ້​ພວກ​ເຂົາ​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນ​ດີ​ເທິງ​ທີ່ນອນ​ຂອງ​ພວກ​ເຂົາ.
\s5
\v 6 ຈົ່ງ​ໃຫ້​ການ​ສັນ​ຣະ​ເສີນ​ພ​ຣະ​ເຈົ້າ, ​ຢູ່​ໃນ​ປາກ​ຂອງ​ພວກ​ເຂົາ ແລະ​ໃຫ້​ດາບ​ສອງ​ຄົມ​ຢູ່​ໃນ​ມື​ຂອງ​ພວກ​ເຂົາ
\v 7 ເພື່ອ​ເຮັດ​ການ​ຕອບ​ສະ​ຫນອງ​ຕໍ່​ບັນ​ດາ​ປະ​ຊາ​ຊາດ ແລະ​ເຮັດ​ການ​ລົງ​ໂທດ​ຊົນ​ຊາ​ດ​ທັງ​ຫລາຍ.
\s5
\v 8 ​ພວກ​ເຂົາ​ຈະ​ເອົ​າ​ພວກ​ໂສ້​ລ່າມ​ບັນ​ດາ​ກະ​ສັດ​ຂອງ​ພວກ​ເຂົາ ແລະ​ເອົາ​ຕວນ​ເຫລັກ​ມັດບັນ​ດາ​​ຜູ້​ນຳ​ຂອງ​ພວກ​ເຂົາ.
\v 9 ພວກ​ເຂົາ​ຈະ​ເຮັດ​ແກ່​ເຂົາ​ທັງ​ຫລາຍ​ຕາມ​ຄຳ​ພິ​ພາກ​ສາ​ທີ່​ບັນ​ທຶກ​ໄວ້​ແລ້ວ. ນີ້​ເປັນ​ກຽດຕແກ່​ຜ​ູ້​ຈົງ​ຮັກ​ພັກ​ດີ​ທັງ​ຫມົດ​ຂອງ​ພ​ຣະ​ອົງ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.
\s5
\c 150
\cl ບົດທີ 150
\p
\v 1 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢ​າ​ເວ​ເຖີດ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ເຈົ້າ; ​ໃນ​ສະ​ຖາ​ນບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ.
\v 2 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ທ້ອງ​ຟ້າ​ທັງ​ຫລາຍ​ ອັນ​ອາ​ນຸ​ພາບ​ຂອງ​ພ​ຣະ​ອົງ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ ເຖີດ ເພາະ​ກິ​ຈະ​ການ​ອັນ​ຊົງ​ອາ​ນຸ​ພາ​ບ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ​ ຕາມ​ຄວາມ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພ​ຣະ​ອົງ,
\s5
\v 3 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ສຽງ​ແກ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ພິນ​ໃຫຍ່​ແລະ​ພິນ​ເຂົາ​ຄູ່.
\v 4 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ ​ດ້ວຍ​ຕີ​ກອງ​ແລະ​ການ​ເຕັ້ນລຳ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ເຄື່ອງ​ສາຍ​ທັງ​ຫລາຍ ​ແລະ​ເຄື່ອງ​ເປົ່າ​ທັງ​ຫລາຍ.
\v 5 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ສຽງ​ຊິ່ງ​ທັງ​ຫລາຍ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ສຽງ​ສາບ​ທັງ​ຫລາຍ.
\s5
\v 6 ​ຈົ່ງ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.