\id PSA \ide UTF-8 \h ເພງສັນຣະເສີນ \toc1 ເພງສັນຣະເສີນ \toc2 ເພງສັນຣະເສີນ \toc3 psa \mt ເພງສັນຣະເສີນ \s5 \c 1 \cl ບົດທີ 1 \p \v 1 ​ຄວາມ​ສຸກ​ເປັນ​ຂອງ​ຄົນ​ທີ່​ບໍ່​ໄດ​້​ຍ່າງ​ຕາມ​ຄຳ​ແນະ​ນຳ​ຂອງ​ຄົນ​ຊົ່ວ, ຫລື​ຢືນ​ໃນ​ທາງ​ຂອງ​ຄົນ​ບາບ​ທັງ​ຫລາຍ, ຫລື​ ນັ່ງ​ໃນ​ທີ່​ຊຸມ​ນຸມ​ຂອງ​ພວກ​ຄົນ​ຫລ​ວງ​ຫລາຍ. \v 2 ແຕ່​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອງ​ເຂົາ​ຢູ່​ໃນ​ພ​ຣະ​ຄັມ​ຂອງ​ພ​ຣະ​​ຢາ​ເວ, ​ແລະ ​ເຂົາ​ພາ​ວັນ​ນາ​ພ​ຣະ​ຄັມ​ຂອງ​ພ​ຣະ​ອົງທັງ​ກາງ​ເວັນ​ ແລະ ​ກາງ​ຄືນ. \s5 \v 3 ເຂົາ​ຈະ​ເປັນ​ຄື​ຕົ້ນ​ໄມ້​ທີ່​ປູ​ກ​ໄວ້​ໃກ້​ລຳ​ທານ​ນ້ຳ​ທັງ​ຫລາຍ​ຊຶ່ງ​ເຮັດ​ໃຫ້​ເກີດ​ຫມາກ​ຕາມ​ຣະ​ດູ​ການ​ຂອງ​ມັນ, ໃບ​ກໍ​ບໍ່​ຫ່ຽວ​ແຫ້ງ; ບໍ່​ວ່າ​ເຂົາ​ຈະ​ເຮັດ​ຫຍັງ​ກໍ​ຈະ​ຈະ​ເຣີນ​ຮຸ່ງ​ເຮືອງ. \s5 \v 4 ຄົນ​ຊົ່ວ​ຊ້າ​ບໍ່ເປັນ​ເຊັ່ນ​ນັ້ນ​ເລີຍ, ແຕ່​ກັບ​ເປັນ​ຄື​​ຂີ້ແກບ​ທີ່​ລົມ​ພັດປິວ​ໄປ. \v 5 ດັ່ງ​ນັ້ນ​ຄົນ​ຊົ່ວ​ຈະ​​ຢືນຢູ່​ບໍ່​ໄດ້​ໃນ​ວັນ​​ພິ​ພາກ​ສາ, ແລະ​ບໍ່​ມີ​ຄົນ​ບາບ​ທັງ​ຫລາຍ​ໃນ​ທີ່​ຊຸມ​ນຸມ​ຂອງ​ຄົນ​ຊອບ​ທັມ. \s5 \v 6 ​ເພາະວ່າ​ພ​ຣະ​ເຈ​ົ້າ​ຢາ​ເວ​ໄດ້​ຊົງ​ເຫັນ​ຊອບ​ທາງ​ຂອງ​ຄົນຊອບ​ທັມ, ແຕ່ທາງ​ຂອງ​ຄົນ​ຊົ່​ວ​ຈະ​ຈິບ​ຫາຍ​ໄປ. \s5 \c 2 \cl ບົດທີ 2 \p \v 1 ເປັນ​ຫຍັງ​ບັນ​ດາ​ປະ​ຊາ​ຊາດຈຶ່ງ​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ, ແລະ​ເປັນ​ຫຍັງ​ເຫລົ່າ​ປະ​ຊາ​​ຊົນຈຶ່ງ​ຄິດ​ແຜນ​ການ​ວາງ​ອຸ​ບາຍ​ອັນ​ໄຮ້​ປະ​ໂຫຍດ? \v 2 ບັນ​ດາ​ກະ​ສັດ​ຂອງ​ແຜ່ນ​ດິນ​ໂລກ​ຈຶ່ງ​ລຸກ​ຂື້ນຮ່ວມ​ຫົວ​ກັນ ແລະ​ບັນ​ດາ​ຜູ້​ປົກ​ຄອງ​ກໍ​ສຸມ​ຫົວ​ກັນ ​ກະ​ບົດ​ຕໍ່​ພ​ຣະ​ຢາ​ເວ ​ແລະ​ຕໍ່​ພ​ຣະ​​ເມຊີອາຂອງພຣະອົງ,​ ກ່າວ​ວ່າ, \v 3 "ຂໍ​ໃຫ້​ພວກ​ເຮົາ​ຢຽບ​ສາຍ​ໂສ້​ທີ່​ພວກ​ເຂົາ​ໃສ່​ພວກ​ເຮົາ ແລະ​ ປົດ​ໂສ້​ຂອງ​ພວກ​ເຂົາ​ອອກ​ໄປເສຍ." \s5 \v 4 ພ​ຣະ​ອົງ​ຜູ້​ຊົງ​ປະ​ທັບ​ໃນ​ສະ​ຫວັນ​ຈະ​​ຊົງ​ຫົວ​ຂວັນ​ພວກ​ເຂົາ; ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຫຍໍ້​ຫຍັນ​ພວກ​ເຂົາ​. \v 5 ແລ້ວ​ພ​ຣະ​ອົງ​ຈະ​ເຕືອນ​​ພວກ​ເຂົາ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ແລະ ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານ​ກົວດ້ວຍ​ຄວາມ​ໂມ​ໂຫ​ຂອງ​ພ​ຣະ​ອົງ, ກ່າວວ່າ, \s5 \v 6 "ເຮົາ​ເອງ​ໄດ້​ແຕ່ງ​ຕັ້ງ​ກະ​ສັດ​ຂອງ​ເຮົາ​ຢູ່​ເທິງ​ພູ​ເຂົາ​ຊີ​ໂອນ, ພູ​ເຂົາ​ອັນ​ສັກ​ສິດ​ຂອງ​ເຮົາ." \v 7 ຂ້າ​ນ້ອຍຈະ​ປ່າວ​ປະ​ກາດ​ຕາມ​ຄຳ​ຂອງ​ພ​ຣະ​ເຈົ້າຢາ​ເວ. ພ​ຣະ​ອົງ​ກ່າວ​ແກ່​ຂ້າ​ນ້ອຍ​ວ່າ, "ເຈົ້າ​ເປັນ​ລູກ​ຊາຍ​ຂອງ​ເຮົາ! ໃນ​ມື້​ນີ້​ເຮົາ​ເປັນ​ບິ​ດາ​ຂອງ​ເຈົ້າ. \s5 \v 8 ​ຈົ່ງ​ຂໍ​ຈາກ​ເຮົາ, ແລະ​ເຮົາ​ຈະ​ມອບ​ບັນ​ດາ​ປະ​ຊາ​ຊົນ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ເຈົ້າ ແລະ​ດິນ​ແດນ​ທີ່​ໄກ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ເຈົ້າ. \v 9 ເຈົ້າ​ຈະ​ຂ້ຽນ​ພວກ​ເຂົາ​ດ້ວຍ​ໄມ້​ແສ້​ເຫລັກ; ຄື​ກັນກັບໄຫ​ຂອງ​ຊ່າງ​ປັ້ນ​, ເຈົ້າ​ຈະ​ຟາດ​ໃຫ້​ແຕກ​ເປັນ​ປ່ຽງໆ." \s5 \v 10 ດັ່ງ​ນັ້ນ, ບັດ​ນີ້​ພວກ​ເຈົ້າ​ຜູ້​ເປັນ​ກະ​ສັດ​ທັງ​ຫລາຍ​; ຈົ່ງ​ຟັງ​ຄຳ​ເຕືອນ, ພວກ​ເຈົ້າ​ບັນ​ດາ​ຜູ້​ປົກ​ຄອງ​ແຫ່ງ​ແຜ່ນ​ດິນ​ໂລກ​ຈົ່ງ​ປັບ​ປຸງ​ຕົວເອງ. \v 11 ຈົ່ງ​ນະ​ມັສະ​ການ​ພ​ຣະ​ຢາ​ເວ​ດ້ວຍ​ຢຳ​ເກງ​ ແລະ ​​ຊື່ນ​ຊົມຍິນ​ດີດ້ວຍ​ການ​ຕີ​ແສ່ງ. \s5 \v 12 ​ຈົ່ງ​ຈູບຮັກພ​ຣະ​ບຸດ ຫລື ຈະ​ໃຫ້​ພ​ຣ​ະ​ອົງ​ໂກດ​ຮ້າຍ​ເຈົ້າ, ແລະ​ເຈົ້າ​ຈະ​ຕາຍ​ຕາມ​ທາງ ເມື່ອ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ລຸກ​ຂຶ້ນມາ​ໃນ​ທັນ​ທີ. ແຕ່​ບັນ​ດາ​ຄົນ​ທັງ​ປວງ​ທີ່​ລີ້​ພັຍຢູ່​ໃນ​ພ​ຣະ​ອົງ​ກໍ​ເປັນ​ສຸກ​​ແທ້. \s5 \c 3 \cl ບົດທີ 3 \p ເພງ​ສັນ​ຣະ​ເສີນ​ຂອງ​ກະ​ສັດ​ດາ​ວິດ, ເມື່ອ​ລາວ​ຫນີ​ຈາກ​ອັບ​ຊາ​ໂລມ​ລູກ​ຊາຍ​ຂອງ​ລາວ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຊ່າງ​ຫລວງ​ຫລາຍ​ເຫລືອ​ເກີນ! ຄົນ​ທັງ​ຫລາຍ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ. \v 2 ຫລາຍ​ຄົນ​ກ່າວເຖິງ​ຂ້າ​ນ້ອຍ​ວ່າ, "ບໍ່​ມີ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ເຈົ້າ​ສຳ​ລັບ​ລາວ." ເສລາ \s5 \v 3 ແຕ່​ເຈົ້າ, ພ​ຣະ​​ຢາ​ເວ, ​ຊົງ​ເປັນ​ໂລ້ລອ້ມຮອບ​ຂ້າ​ນ້ອຍ, ຊົງ​ເປັນ​ສັກ​ສີ​ຂອງ​ຂ້າ​ນ້ອຍ, ແລະ​ຊົງ​ເປັນ​ຜູ້​ທີ່​ຊູ​ຫົວ​ຂອງ​ຂ້າ​ນ້ອຍ​ຂຶ້ນ. \v 4 ຂ້າ​ນ້ອຍ​ຍົກ​ສຽງ​ຂອງ​ຂ້າ​ນ້ອຍ​ທູນ​ຕໍ່​ພ​ຣະ​ຢາ​ເວ, ແລະ​ພ​ຣະ​ອົງ​ຊົງ​ຕອບ​ຂ້າ​ນ້ອຍ​ຈາກ​ເນີນ​ພູ​ເຂົາບໍຣິ​ສຸດ​ຂອງ​ພຣະອົງ. ເສລາ \s5 \v 5 ຂ້າ​ນ້ອຍ​ຢຽດ​ຕົວ​ລົງ​ແລະ​ຫລັບ​ໄປ, ຂ້າ​ນ້ອຍ​ໄດ້​ຕື່ນ​ຂຶ້ນ​ອີກ, ເພາະ​ພ​ຣະຢາ​ເວ​ໄດ້​ຊົງ​ປົກ​ປ້​ອງ​ຂ້າ​ນ້ອຍ. \v 6 ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ​ຝູງຊົນຫລວງ​ຫລາຍ​ທີ່​ຕັ້ງຕົນຂຶ້ນ​ຕໍ່ສູ້​ຂ້າ​ນ້ອຍຮອບດ້ານ. \s5 \v 7 ​ຂໍ​ຊົງ​ລຸກ​ຂື້ນ, ​ຂ້າ​ແ​ດ່​ພ​ຣະ​ຢາ​ເວ! ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອ​ດ, ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ເພາະ​ພ​ຣະ​ອົງ​ຈະ​ຊົງ​ຕົບ​ຫນ້າ​ຂອງ​ສັດ​ຕຣູ​ທັງ​ປວງ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ຈະ​ຊົງ​ຫັກ​ແຂ້ວ​ຂອງ​ຄົນ​ຊົ່ວເສຍ. \v 8 ຄວາມ​ລອດ​ມາ​ຈາກ​ພ​ຣະຢາ​ເວ. ຂໍ​ພ​ຣະ​ພອນ​ຂອງ​ພ​ຣະ​ອົງ​ຢູ່​ເຫນືອ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ດ້ວຍ​ເຖີດ. ເສລາ \s5 \c 4 \cl ບົດທີ 4 \d ສຳ​ລັບ​​ຫົ​ວຫນ້​ານັກ​ດົນ​ຕຣີ; ກ່ຽ​ວ​ກັບເຄື່ອງ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ໂດຍ​ດາ​ວິດ. \p \v 1 ຂໍ​ຊົງ​ຕອບ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ຮ້ອງ​ທູນ, ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ປຣະ​ທານ​ຊ່ອງ​ທາງ​ເມື່ອ​ຂ້າ​ນ້ອຍ​ຫມົດ​​ຫົນທາງ. ຂໍ​ຊົງ​ເມດ​ຕາ​ຂ້າ​ນ້ອຍ​ ແລະ​ຊົງ​ຟັງ​ຄຳ​ຮ້ອງ​ທູນ​ຂອງ​ຂ້າ​ນ້ອຍ. \s5 \v 2 ​ປະ​ຊາ​ກອນ​ທັງ​ຫລາຍ​ເອີຍ, ພວກ​ທ່ານ​ຈະ​ປ່ຽນ​ກຽດຕິຍົດ​ຂອງ​ເຮົາ​ໃຫ້​ກາຍ​ເປັນ​ຄວາມ​ອັບ​ອາຍ​ອີກ​ດົນ​ນານ​ເທົ່າໃດ? ພວກ​ທ່ານ​ຈະ​ຮັກ​ສິ່ງ​ທີ່​ໄຮ້​ຄ່າ​ແລະ​ສະ​ແຫວງ​ຫາ​ຄຳ​ຕົວະ​ຍົວະ​ອີກ​ດົນ​ນານ​ເທົ່າໃດ? ເສລາ \v 3 ແຕ່​ຈົ່ງ​ຮູ້​ເຖີ​ດ​ວ່າ​ພ​ຣະເຈົ້າ​ຢາ​ເວ​ຊົງ​ເລືອກ​ຄົນ​ຊອບ​ທັມ​ສຳ​ລັບ​ພ​ຣະ​ອົງເອງ. ພ​ຣະ​ຢາ​ເວ​ຈະ​ຊົງ​ຟັງ​ເມື່ອ​ເຮົາຮ້ອງ​ທູນ​ຕໍ່​ພ​ຣະ​ອົງ. \s5 \v 4 ຈົ່ງຕົວສັ່ນດ້ວຍຄວາມຢ້ານ, ແຕ່​ຢ່າ​ເຮັດ​ບາບ! ຈົ່ງ​ຕຶກຕອງໃນ​ໃຈ​ເທິງທີ່ນອນ​​ຂອງ​ທ່ານ​ແລະ​ຈົ່ງ​ມິດ​ງຽບ​ຢູ່. ເສລາ \v 5 ຈົ່ງ​ຖ​ວາຍ​ບັນ​ດາ​ເຄື່ອງ​ບູ​ຊາ​ແຫ່ງ​ຄວາມ​ຊອບ​ທັມ​ ແລະ​ໄວ້​ວາງ​ໃຈ​ໃນ​ພ​ຣະຢາ​ເວ. \s5 \v 6 ​ຫລາຍ​ຄົນ​ກ່າວ​ວ່າ, "ໃຜ​ຈະ​ສຳ​ແດງ​ສິ່ງ​ດີໆ ໃຫ້​ເຮົາ​ໄດ້​ເຫັນ?" ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ສ່ອງ​ແສງ​ແຫ່ງ​ພຣະພັກຂອງ​ພ​ຣະ​ອົງ​ມາ​ເຫນືອ​​ພວກ​ເຮົາ. \v 7 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ໃຫ້​ໃຈ​ຂ້າ​ນ້ອຍ​ຍິນ​ດີ​ຫລາຍ​ກ່ວາ​ເມື່ອ​ເວ​ລາ​ທີ່​ຄົນ​ອື່ນ​ມີ​ເຂົ້າ​ ແລະ​ເຫລົ້າ​ອະ​ງຸ່ນ​ໃຫມ່​ຢ່າງ​ອຸ​ດົມ. \v 8 ຂ້າ​ນ້ອຍ​ຈະ​ເອນ​ຕົວ​ລົງ​ແລະ​ນອນ​ຫລັບ​ຢ່າງ​ເປັນ​ສຸກ, ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ເທົ່າ​ນັ້ນ​ທີ່​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ຢູ່​ລອດ​ປອດ​ພັຍ. \s5 \c 5 \cl ບົດທີ 5 \p \v 1 ກັບ​ເຄື່ອງ​ດົນ​ຕຣີ​ທັງັ​ລ​ຫາຍ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຟັງ​ຄຳ​ຮ້ອງ​ທູນ​ຂອງ​ຂ້າ​ນ້ອຍ​ທີ່​ມີ​ຕໍ່​ພ​ຣະ​ອົງ; ຂໍ​ຊົງ​ພິ​ຈາ​ຣະ​ນາ​ສຽງ​ຄ່ຳ​ຄວນ​ຂອງ​ຂ້າ​ນ້ອຍ. \v 2 ຂ້າ​ແດ່​ກະ​ສັດ​ແລະ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​ຟັງ​​ສຽງ​ຄຳຮ້ອງ​ຂອງ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ທູນ​ວິງວອນ​ຕໍ່​ພ​ຣະ​ອົງ. \v 3 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ໄຫ້ຂອງ​ຂ້າ​ນ້ອຍ​ໃນ​ຍາມ​ເຊົ້າ; ​ຂ້າ​ນ້ອຍ​ຈະ​ທູນ​ວິງວອນ​ຕ​ໍ່​ພ​ຣະ​ອົງ​ໃນ​ຍາມ​ເຊົ້າ​ ແລະ​ລໍ​ຄອຍດ້ວຍ​ຄວາມ​ຫວັງ. \s5 \v 4 ​ແນ່ນອນ​ວ່າ​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເປັນ​ພ​ຣະ​ເຈົ້າ​ຜູ້​ຊົງ​ພໍ​ໃຈ​ກັບ​ຄວາມ​ຊົ່ວ; ບັນ​ດາ​ຄົນ​ຊົ່ວ​ຈະ​ເຂົ້າ​ເຝົ້າ​ພ​ຣະ​ອົງ​ບໍ່​ໄດ້. \v 5 ຄົນ​ອວດ​ອົ່ງ​ຈອງ​ຫອງ​ຈະ​ບໍ່​ໄດ້​ຢືນ​ຢູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ກຽດ​ຊັງ​ຜູ້​ທີ່​ຊົ່ວ​ຮ້າຍ​ທັງ​ປວງ. \v 6 ພ​ຣະ​ອົງ​ຈະ​ຊົງ​ທຳ​ລາຍ​ບັນ​ດາ​​ຄົນຂີ້​ຕົວະ;​ ພ​ຣະ​ຢາ​ເວ​ຊົງ​ກຽດ​ຊັງ​ບັນ​ດາ​ຜູ້​ກໍ່​ຄວາມ​ຮຸນ​ແຮງ​ແລະ​ຫລອກ​ລວງ. \s5 \v 7 ​ແຕ່​ສຳ​ຫລັບ​ຂ້ານ້ອຍ, ເພາະ​ຄວາມ​ຊື່​ສັດແຫ່ງ​ຄຳ​ສັນ​ຍາ​ອັນ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ, ຂ້າ​ນ້ອຍ​ຈະ​ເຂົ້າ​ໄປ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ກົ້ມ​ກາບ​ລົງ​ຕໍ່​ພ​ຣະ​ວິ​ຫານ​ອັນ​ບໍຣິສຸດ​ຂອງ​ພ​ຣະ​ອົງ​ດ້ວຍ​ຄວາມ​ຢຳ​ເກງ. \v 8 ໂອ້ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ເຫດ​ເພາະ​ບັນ​ດາ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ເຂົ້າ​ໄປ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ເຮັດ​ທາງ​ຂອງພຣະ​ອົງ​ໃຫ້​ລາບລື້ນ​ຕໍ່​ຫນ້າ​ຂ້າ​ນ້ອຍ. \s5 \v 9 ​ເພາະ​ບໍ່​ມີ​ຄວາມ​ຈິງ​ໃນ​ປາກ​ຂອງ​ພວກ​ເຂົາ​ເລີຍ; ກາຍ​ພາຍ​ໃນ​ຂອງ​ພວກ​ເຂົາ​ນັ້ນ​ຊົ່ວ; ລຳ​ຄໍ​ຂອງ​ພວກ​ເຂົາ​ເປັນ​ຫລຸມ​ຝັງ​ສົບ​ທີ່​ເປີດ​ຢູ່; ພວກ​ເຂົາ​ປະ​ຈົບ​ປະ​ແຈງ​ດ້ວຍ​ລີ້ນ​ຂອງ​ພວກ​ເຂົາ. \v 10 ຂໍ​ຊົງ​ປະ​ກາດ​ວ່າ​ພວກ​ເຂົາ​ມີ​ຄວາມ​ຜິດ, ຂ້າ​ແດ່​ພ​ຣະ​ເຈົ້າ; ຂໍ​ໃຫ້​ພວກ​ເຂົາ​ລົ້ມ​ລົງ​ດ້ວຍ​ແຜນ​ຮ້າຍ​ຂອງ​ພວກ​ເຂົາ​ເອງ! ຂໍ​ຊົງ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ເພາະ​ການ​ລະ​ເມີດ​ອັນ​ຫລວງ​ຫລາຍ​ຂອງ​ພວກ​ເຂົາ, ເພາະ​ພວກ​ເຂົາ​ໄດ້​ທໍຣະ​ຍົດ​ຕໍ່​ພ​ຣະ​ອົງ. \s5 \v 11 ​ແຕ່​ຂໍ​ໃຫ້​ຄົນ​ທັງ​ປວງ​ທີ່​ລີ້​ພັຍ​ຢູ່​ໃນ​ພ​ຣະ​ອົງ​ຍິນ​ດີ; ໃຫ້​ພວກ​ເຂົາ​ເປັ່ງ​ສຽງ​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ຢູ່​ສະ​ເຫ​ມີ ເພາະ​ພ​ຣະ​ອົງ​ຊົງ​ປ້ອງ​ກັນ​ພວກ​ເຂົາ; ໃຫ້​ບັນ​ດາ​ຄົນ​ທີ່​ຮັກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​, ໄດ້​ຊື່ນ​ຊົນ​ຍິນ​ດີ​ໃນ​ພ​ຣະ​ອົງ \v 12 ເພາະ​ພ​ຣະ​ອົງ​ຈະ​ຊົງ​ອວຍ​ພອນ​ແກ່​ຄົນ​ຊອບ​ທັມ, ພ​ຣະ​ເຢາ​ເວ; ພ​ຣະ​ອົງ​ຈະ​ຊົງ​ໂອບ​ລ້ອມ​ພວກ​ເຂົາ​ດ້ວຍ​ຄວາມ​ພໍ​ໃຈ​ດັ່ງ​ໂລ້​ກຳ​ບັງ. \s5 \c 6 \cl ບົດທີ 6 \p ກ່ຽວ​ກັບ​ເຄື່ອງ​ດົນ​ຕຣີ, ຕັ້ງ​ໃນ​ຮູບ​ແບບ ຊີ​ມິ​ນິດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຢ່າ​ຊົງ​​ໂມ​ໂຫ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ຫລື​ຕີ​ສອນ​ຂ້າ​ນ້ອຍ​ດ້ວຍ​ພຣະພິໂຣດ​ຂອ​ງ​ພ​ຣະ​ອົງ. \v 2 ຂໍ​ຊົງ​ກະ​ຣຸ​ນາ​ແກ່ຂ້າ​ນ້ອຍ, ພ​ຣະ​ຢາ​ເວ, ເພາະ​ຂ້າ​ນ້ອຍ​ຫມົດ​ແຮງ; ຂໍ​ຊົງ​ຮັກ​ສາ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ກະ​ດູກ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ກໍ​ສັ່ນ​ຢູ່. \s5 \v 3 ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ເປັນ​ທຸກ​ຫນັກ. ແຕ່ພຣະອົງເຈົ້າຂ້າ, ພ​ຣະ​ຢາ​ເວ - ຈະ​ເປັນ​ແບບ​ນີ້​ໄປ​ອີກ​ດົນປານ​ໃດ? \v 4 ຂໍ​ຊົງ​ຫັນ​ກັບ​ມາ, ພ​ຣະ​ຢາ​ເວ! ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ. ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ! \v 5 ເພາະ​ໃນ​ຄວາມ​ຕາຍ ບໍ່​ມີ​ການ​ລະ​ລຶກ​ເຖິງ​ພ​ຣະ​ອົງ. ແລ້ວ​ໃນ​ແດນ​ມໍ​ຣະ​ນາ ໃຜ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງແດ່? \s5 \v 6 ຂ້າ​ນ້ອຍ​ອ່ອນ​ແຮງ​ດ້ວຍ​ການ​ຮ້ອງໃຫ້. ຂ້າ​ນ້ອຍ​ເຮັດ​ໃຫ້​ບ່ອນນອນ​ຂອງ​ຂ້ອຍ ​ປຽກ​ຊຸ່ມ​ດ້ວຍ​ນ້ຳ​ຕາ​ຕະ​ຫລອດ​ທັງ​ຄືນ; ຂ້າ​ນ້ອຍ​ລ້າງ​ບ່ອນນອນ​ຂອງ​ຂ້າ​ນ້ອຍ​ດ້ວຍ​ນ້ຳ​ຕາ​ຂອງ​ຂ້າ​ນ້ອຍ. \v 7 ຕາ​ຂອງ​ຂ້າ​ນ້ອຍ​ໃຄ່​ຟອງ​ໄປ​ດ້ວຍ​ຄວາມ​ເສົ້າ; ມັນ​ອ່ອນ​ແຮງ​ເພາະ​ບັນ​ດາ​ສັດ​ຕຣູ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ. \s5 \v 8 ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ເຮ​ົາ, ພວກ​ເຈົ້າ​ທົງ​ຫມົດ​ຜູ້​ເຮັດ​ຄວາມ​ຊົ່ວ; ເພາະ​ພ​ຣະ​ຢາ​ເວ​ ຊົງ​ໄດ້​ຍິນ​ສຽງ​ຮ້ອງໄ​ຫ້​ຂອງ​ເຮົາ​ແລ້ວ. \v 9 ພ​ຣະ​ຢາ​ເວ​ຊົງ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຄວາມ​ກະ​ຣຸ​ນາ​ຂອງ​ເຮົາ​ແລ້ວ; ພ​ຣະ​ຢາ​ເວ​ໄດ້​ຊົງ​ຮັບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ. \v 10 ບັນ​ດາ​ສັດ​ຕຣູທັງ​ປວງ​ຂອງ​ຂ້ານ້ອຍ​ຈະ​ອັບ​ອາຍ.​ ແລະ​ປະ​ສົບ​ທຸກ​ຫນັກ ພວກ​ເຂົາ​ຈະ​ຫັນ​ກັບ​ແລະ​ສັບ​ສົນ​ໃນ​ທັນ​ທີ. \s5 \c 7 \cl ບົດທີ 7 \p ສ່ວນ​ປະ​ກອບ​ດົນ​ຕຣີ​ຂອງ​​ດາ​ວິດ, ​ເຊິ່ງ​ລາວ​ຮ້ອງເຖິງ​ພ​ຣະ​ຢາ​ເວເປັນ​ຖ້ອຍ​ຄຳ​ຂອງ​ເບນ​ຢາ​ມິນ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ! ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ​ພົ້ນ​ຈາກ​ຄົນ​ທັງ​ຫລາຍ​ທີ່​ໄລ່​ຕາມ​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ \v 2 ບໍ່​ດັ່ງນັ້ນ​ແລ້ວ, ພວກ​ເຂົາ​ຈະ​ຈີກ​ຂ້າ​ນ້ອຍ​ຢ່າງ​ສິງ, ຈີກ​ຂ້າ​ນ້ອຍ​ອອກ​ເປັນ​ຕ່ອນໆ ຈົນ​ບໍ່​ມີ​ໃຜ​ສາ​ມາດ​ພາ​ຂ້າ​ນ້ອຍ​ໄປ​ສູ່່​ຄວາມ​ປອດ​ພັຍ​ໄດ້. \s5 \v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ບໍ່​ເຄີຍ​ເຮັດ​ໃນ​ສິ່ງ​ ທີ່​ບັນ​ດາ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ກ່າວ​ຫາ; ​ວ່າ​ຂ້າ​ນ້ອຍ​ໄດ້​ເຮັດ ໃນ​ມື​ຂອງ​ຂ້າ​ນ້ອຍ​ ບໍ່​ມີ​ຄວາມ​ຍຸ​ຕິ​ທັມ​ເລີຍ. \v 4 ຂ້າ​ນ້ອຍ​ບໍ່​ເຄີຍ​ເຮັດ​ຜິດ ​ຕໍ່​ຄົນ​ທີ່​ມາ​ຢ່າງ​ສັນ​ຕິ​ຕໍ່​ຂ້າ​ນ້ອຍ, ຫລື​ທຳ​ຮ້າຍ​ຄົນ​ທີ່​ມາ​ຕໍ່​ຕ້ານ ​ຂ້າ​ນ້ອຍ​ໂດຍ​ບໍ່​ໄດ້​ຄິດ. \s5 \v 5 ​ຖ້າ​ຂ້າ​ນ້ອຍ​ບໍ່​ບອກ​ຄວາມ​ຈິງ​ ກໍ​ຂໍ​ໃຫ້​ສັດ​ຕຣູ​ຂອງ​ຂ້ານ້ອຍ​ຕາມ​ລ້າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ແລະ​ໄລ່​ທັນ; ຂໍ​ໃຫ້​ເຂົາ​ຢຽບ​ຢ່ຳ​ ຮ່າງ​ກາຍ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ຂ້າ​ນ້ອຍ​ຈົນ​ຕິດ​ດິນ ​ແລະ​ປ່ອຍ​ໃຫ້​ຂ້າ​ນ້ອຍນອນ​ເກື​ອກ​ຝຸ່ນ​ຢ່າງ​ໄຮ້​ກຽຕ. ເສ​ລາ \s5 \v 6 ​ຂໍ​ຊົງ​ລຸກ​ຂຶ້ນ​ເຖີດ, ຂ້າ​ແດ່​ພ​ຣະ​ຢາ​ເວ, ດ້ວຍ​ຄວາມກີ້ວໂກດ​​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ຢືນ​ຂຶ້ນ​ຕໍ່​ຕ້ານ​ຄວາມ​ໂກດ​ຂອງ​ພວກ​ສັດ​ຕຣູ​​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ຕື່ນ​ຂຶ້ນ​ເພື່ອ​ເຫັນ​ແກ່​ຂ້າ​ນ້ອຍ ​ແລະ​ຊົງ​ພິ​ພາກ​ສາ​ຢ່າງ​ທ່ຽງ​ທັມ ​ຕາມ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ໄວ້​ສຳ​ຫລັບ​ພວກ​ເຂົາ. \v 7 ບັນ​ດາ​ປະ​ເທດ​ຕ່າງໆ ໄດ້​ມາ​ຊຸມ​ນຸມ​ອ້ອມ​ຮອບ​ຂ້າ​ນ້ອຍ; ຂໍ​ຊົງ​ກັບ​ໄປ​ຢູ່​ໃນ​ຖານະອັນ​ຊອບ​ທັມ ​ເຫນືອ​ພວກ​ເຂົາ​ອີກ​ຄັ້ງ​ຫນຶ່ງ. \s5 \v 8 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ພິ​ພາກ​ສາ​ຊົນ​ຊາດ​ຕ່າງໆ; ຂໍ​ຊົງ​ແກ້​ຕາງ​ແທນ​ຂ້າ​ນ້ອຍ, ຂ້າ​ແຕ່​ພ​ຣ​ະ​ຢາ​ເວ, ເພາະ​ຂ້າ​ນ້ອຍ​ຊອບ​ທັມ ​ແລະ​ບໍ່​ມີ​ຄວາມ​ຜິດ, ສູງ​ສຸດ. \v 9 ຂໍ​ໃຫ້​ການ​ກະ​ທຳ​ຊົ່ວ​ຂອງ​ຄົນ​ຊົ່ວ​ຮ້າຍ​ມາ​ເຖິງ​ຈຸດ​ສິ້ນ​ສຸດ, ແຕ່​ຂໍ​ຊົງ​ຕັ້ງ​ຄົນ​ຊອບ​ທັມ​ຂຶ້ນ ຂ້າ​ແດ່​ພ​ຣະ​ເຈົ້າ​ຜູ້​ຊົງຊອບ​ທັມ, ຜູ້​ຊົງ​ຢັ່ງ​ຮູ້​ຈິດ​ໃຈ​ແລະ​ຄວາມ​ຄິດ​ທັງ​ຫລາຍ. \s5 \v 10 ​ໂລ້​ຂອງ​ຂ້າ​ນ້ອຍມາ​ຈາກ​ພ​ຣະ​ເຈົ້າ, ຜູ້​ຊົງ​ຊ່ວຍ​ຄົນ​ທີ່ມີໃຈ​ສັດຊື່​ພ​ຣະ​ອົງ​ໃຫ້​ພົ້ນ​ພັຍ. \v 11 ພ​ຣະ​ເຈົ້າ​ຊົງ​ເປັນ​ຜູ້​ຕັດ​ສິນ​ທີ່​ຊອບ​ທັມ, ຊົງ​ເປັນ​ພ​ຣະ​ເຈົ້າ​ຜູ້​ຊົງ​ເຈັບຮ້ອນ​ແທນ​ໃນ​ແຕ່​ລະ​ມື້. \s5 \v 12 ຖ້າ​ຄົນ​ນັ້ນ​ບໍ່​ໄດ້​ກັບ​ໃຈ​ໃຫມ່, ພ​ຣະ​ເຈົ້າ​ຈະ​ຊົງ​ຝົນ​ດາບ​ຂອງ​ພ​ຣະ​ອົງ​ແລະ​ຈະ​ຊົງ​ຕຣຽມ​ທະ​ນູ​ຂອງ​ພ​ຣະ​ອົງ​ເພື່ອ​ເຮັດ​ສົງ​ຄາມ. \v 13 ພ​ຣະ​ອົງ​ຊົງຕຣຽມອາວຸດຕໍ່ຕ້ານເຂົາ; ເພາະພຣະອົງຈະ​ເຮັດ​ໃຫ້​ລູກ​ສອນ​ຂອງ​ພ​ຣະ​ອົງ​ເປັນ​ລູກ​ສອນ​ໄຟ. \s5 \v 14 ໃຫ້​ລອງ​ຄິດ​ເຖິງ​ຄົນ​ທີ່​ຖື​ພາ​ກັບ​ຄວາມ​ຊົ່ວ, ຄົນ​ທີ່​​ວາງແຜນ​ການ​ແຫ່ງ​ການ​ທຳ​ລາຍ, ຄົນ​ທີ່​ດຳ​ເນີນ​ການ​ຫລອກ​ລວງ​ທີ່​ອັນ​ຕະ​ລາຍ. \v 15 ເຂົາ​ຂຸດ​ຂຸມ​ແລະ​ຫ້າງ​ໄວ້​ແລ້ວ​ເຂົາ​ກໍ​ຕົກ​ລົງ​ໃນ​ຂຸມ​ທີ່​ເຂົາ​ໄດ້​ຂຸດ​ໄວ້. \v 16 ແຜນ​ແຫ່ງ​ຄວາມ​ຈິບຫາຍ​ຂອງ​ຕົວ​ເຂົາ​ເອງ​ໄດ້​ກັ​ບ​ມາ​ຕົກ​ເທິງ​ຫົວ​ຂອງ​ເຂົາ​ເອງ, ເພາະ​ຄວາມ​ຮຸນ​ແຮງ​ໄດ້​ຕົກ​ເທິງ​ຫົວ​ຂອງ​ເຂົາ​ເອງ. \s5 \v 17 ​ຂ້າ​ນ້ອຍ​ຈະ​ຖ​ວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ ​ເພາະ​ຄວາມ​ຍຸ​ຕິ​ທັມ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ຜູ້​ສູງ​ສຸດ. \s5 \c 8 \cl ບົດທີ 8 \p ສຳ​ຫລັບ​ນັກ​ດົນ​ຕຣີ; ຕັ້ງ​ຕາມ​ແບບ​ກິດ​ຕິ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​, ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ສູງສົ່ງ​​ທົ່ວ​ທັງ​ແຜ່ນ​ດິນ​ໂລກ, ພ​ຣະ​ອົງ​ຜູ້​ຊົງ​ສຳ​ແດງ​ພ​ຣະ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ເຫນືອ​ບັນ​ດາ​ຟ້າ​ສະ​ຫວັນ​ເບື້ອງ​ເທິງ. \v 2 ເປັນ​ເພາະ​ເຫລົ່າ​ສັດ​ຕຣູຂອງ​ຂ້າ ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຄຳ​ສັນ​ຣະ​ເສີນ​ໃຫ້​ອອກ​ຈາກ​ປາກ​ຂອງ​ບັນ​ດາ​ເດັກ​ອ່ອນ​ແລະ​ເດັກ​ແຮກ​ເກີດ​ທັງ​ຫລາຍ, ເພື່ອ​ຈະ​ໄດ້​ປິດ​ປາກ​ທັງ​ສັດ​ຕຣູ​ແລະ​ຜູ້​ເຮັດ​ການ​ແກ້​ແຄ້ນ​ນັ້ນເສຍ. \s5 \v 3 ເມື່ອ​ຂ້າ​ນ້ອຍ​ແນມ​ເບິ່ງ​ບັນ​ດາ​ຟ້າ​ສະ​ຫວັນ​ຂອງ​ພ​ຣະ​ອົງ​ຊຶ່ງ​ເປັນ​ສີມື​ຂອງ​ພ​ຣະ​ອົງ, ດວງ​ຈັນ​ແລະ​ດວງ​ດາວ​ທັງ​ຫລາຍ​, ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ໄວ້, \v 4 ເຊື້ອ​ສາຍ​ຂອງ​ມະ​ນຸດ​ສຳ​ຄັນ​ຫຍັງ​ແດ່​ທີ່​ພ​ຣະ​ອົງ​ຕ້ອງ​ຄິດ​ເຖິງ​ພວກ​ເຂົາ, ຫລືມະນຸດເປັນຜູ້ໃດທີ່ພຣະອົງຊົງຫ່ວງໃຍພວກເຂົາ? \v 5 ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ພວກ​ເຂົາ​ໃຫ້​ຕ່ຳ​ກວ່າ​ຊາວ​ສະ​ຫວັນ​ພຽງ​ຫນ້ອຍ​ດຽວ ​ແລະ​ໄດ້​ຊົງ​ສວມ​ສະຫງ່າຣາສີ​ແລະ​ກຽດ​ຕິ​ຍົດ​ໃຫ້​ແກ່​ພວກ​ເຂົາ. \s5 \v 6 ​ພ​ຣະ​ອົງ​ຊົງ​ໃຫ້​ເຂົາ​ຄອບ​ຄອງ​ເຫນືອ​ເຫລົ່າ​ທຸກໆ​ສິ່ງ​ທີ່​ໄດ້​ສ້າງ​ມາ​ດ້ວຍ​ມື​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ໃຫ້​ສິ່ງ​ທັງ​ປວງ​ຢູ່​ໃຕ້​ຝາ​ຕີນ​ຂອງ​ເຂົາ: \v 7 ຄື​ຝູງ​ແກະ ແລະ​ຝູງ​ງົວ​ທັງ​ຫມົດ, ແມ່ນ​​ແຕ່​ບັນ​ດາ​ສັດ​ຕ່າງໆ ແຫ່ງ​ທ້ອງ​ທົ່ງ, \v 8 ເຫລົ່າ​ນົກ​ໃນ​ທ້ອງ​ຟ້າ​ທັງ​ປວງ, ແລະ​ປາ​ໃນ​ທ້ອງ​ທະ​ເລ, ລວມ​ເຖິງ​ທຸກ​ສິ່ງ​ທີ່​ໄປ​ມາ​ຕາມ​ກະ​ແສ​ແຫ່ງ​ທະ​ເລ​ທັງ​ຫລາຍ. \s5 \v 9 ​ພ​ຣະ​ຢາ​ເວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ, ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ສູງ​ສົ່ງ​ຍິ່ງ​ໃຫຍ່​ທົ່ວ​ທັງ​ແຜ່ນ​ດິນ​ໂລກ! \s5 \c 9 \cl ບົດທີ 9 \p ເຖິງ​ບັນ​ດາ​ນັກ​ດົນ​ຕຣີ; ຕັ້ງ​ໃນ​ແບບ​ມັທ ລັບ​ເບນ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້ານ້ອຍຈະຂອບພຣະຄຸນພຣະຢາເວຈາ​ກ່​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ເລົ່າ​ເຖິງ​ສິ່ງ​ຍິ່ງ​ໃຫຍ່​ອັ​ສະ​ຈັນ​ທັງ​ຫມົດ​ຂອງ​ພຣະອົງ. \v 2 ຂ້າ​ນ້ອຍ​ຈະ​ຍິນ​ດີ​ແລະ​ຊົມ​ຊື່ນ​ໃນ​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​, ຂອ​ງ​ພ​ຣະ​ອົງ​ຜູ້​ສູງ​ສຸດ! \s5 \v 3 ​ເມື່ອ​ເຫລົ່າ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຫັນ​ຫລັງ​ກັບ, ພວກ​ເຂົາ​ກໍ​ລົ້ມ​ລົງ​ແລະ​ສູນ​ຫາຍ​ໄປ​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ. \v 4 ເພາະ​ພ​ຣະ​ອົງ​ໄດ້​ຊົງ​ປົກ​ປ້ອງ​ຄວາມ​ຍຸ​ຕິ​ທັມ​ໃຫ້​ແກ່​ຂ້າ​ນ້ອຍ; ພ​ຣະ​ອົງ​ຊົງ​ປຣະທັບເທິງ​ບັນ​ລັງ​ຂອງ​ພ​ຣະ​ອົງ, ຊົງ​ຕັດ​ສິນ​ຢ່າງ​ຊອບ​ທັມ! \s5 \v 5 ​ພ​ຣະ​ອົງ​ໄດ້​ຊົງ​ຕັດ​ສິນ​ຊົນ​ຊາດ​ຕ່າງໆ; ພ​ຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ຄົນ​ຊົ່ວ; ພ​ຣະ​ອົງ​ໄດ້​ຊົງ​ລົບ​ຊື່​ຂອງ​ພວກ​ເຂົາ​ອອກ​ໄປຕະ​ຫລອດ ແລະ​ເປັນ​ນິ​ຣັນ. \v 6 ສັດ​ຕຣູ​ກໍ​ຖືກ​ດັບ​ສູນ​ຫາຍ​ໄປ​ເມື່ອ​ພ​ຣະ​ອົງ​ຊົງ​ເອົາ​ເມືອງ​ຕ່າງໆຂອງ​ພວກ​ເຂົາ. ອາ​ນຸ​ສອນ​ທັງ​ຫມົດ​ຂອງ​ພວກ​ເຂົາ​ກໍ​ສູນ​ຫາຍ​ໄປ. \s5 \v 7 ແຕ່ພ​ຣະ​ຢາ​ເວ​ຊົງ​ດຳ​ຣົງ​ຢູ່​ຕະ​ຫລອດໄປ; ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ບັນ​ລັງ​ຂອງ​ພ​ຣະ​ອົງ​ໄວ້​ເພື່ອ​ຄວາມ​ຍຸ​ຕິ​ທັມ. \v 8 ພ​ຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ໂລກ​ດ້ວຍ​ຄວາມ​ຊອບ​ທັມ, ແລະ​ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ທ່ຽງ​ທັມ. \s5 \v 9 ​ພ​ຣະ​ຢາ​ເວ​ຈະ​ຊົງ​ເປັນ​ທີ່​ກຳ​ບັງ​ອັນ​ເຂັ້ມ​ແຂງ​ແກ່​ຄົນ​ທີ່​ຖືກ​ກົດ​ຂີ່ຂົມ​ເຫັງ, ຊົງ​ເປັນ​ທີ່​ກຳ​ບັງ​ອັນ​ເຂັ້ມ​ແຂງ​ໃນ​ຍາມ​ລຳ​ບາກ. \v 10 ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ພ​ຣະ​ນາມຊື່​ຂອງ​ພ​ຣ​ະ​ອົງ​ກໍ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ, ຂ້າ​ແຕ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ບໍ່​ຊົງ​ຖິ້ມ​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພຣະ​ອົງ. \s5 \v 11 ​ຈົ່ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ຜູ້​ຊົງ​ຄອບ​ຄອງ​ໃນ​ຊີ​ໂອນ;​ຈົ່ງ​ບອກ​ຊົນ​ຊາດ​ທັງ​ຫລາຍ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ເຮັດ. \v 12 ເພາະ​ວ່າ ​ພ​ຣະ​ເຈົ້າ​ຜູ້​ຊົງ​ແກ້​ແຄ້ນ​ແທນ​ການ​ຫລັ່ງ​ເລືອດ​ບໍ່​ລືມ​ໄລ; ພ​ຣະ​ອົງ​ບໍ່​ຊົງ​ລືມ​ສຽງ​ຮ້ອງໄຫ້​ຂອງ​ຜູ້​ຖືກ​ຂົ່ມເຫັງ. \s5 \v 13 ຂໍ​ຊົງ​ໂຜດ​ເມດ​ຕາ​ແກ່​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ; ຂໍ​ຊົງ​ແນມ​​ເບິ່ງ​ການ​ທີ່​ຂ້າ​ນ້ອຍ​ຖືກ​ຂົ່ມເຫັງ​ຈາກ​ຜູ້​ທີ່​ກຽດ​ຊັງ​ຂ້າ​ນ້ອຍ, ພ​ຣະ​ອົງ​ຊົງ​ເປັນ​ຜູ້​ທີ່​ສາ​ມາດ​ຊ່ວຍ​ຂ້າ​ນ້ອຍ​ອອກ​ຈາກ​ປະ​ຕູ​ແຫ່ງ​ຄວາມ​ຕາຍ​ໄດ​້. \v 14 ໂອ້, ເພື່ອ​ຂ້າ​ນ້​ອຍ​ຈະ​ກ່າວ​ຮ້ອງ​ຄຳ​ສັນ​ຣະ​ເສີນ​ທັງ​ປວງ​ຂອງ​ພ​ຣະ​ອົງ. ໃນ​ປະ​ຕູ​ແຫ່ງ​ລູກ​ສາວ​ຊີ​ໂອນ ຂ້າ​ພ​ຣະ​ອົງ​ຈະ​ຊື່ນ​ຊົມ​ຍິນ​ດີ​ໃນ​ຄວາມ​ລອດ​ຂອງ​ພ​ຣະ​ອົງ! \s5 \v 15 ​ຊົນ​ຊາດ​ທັງ​ຫລາຍ​ໄດ້​ຈົມ​ລົງ​ໄປ​ໃນ​ຂຸມ​ທີ່​ພວກ​ເຂົາ​ໄດ້​ຂຸດ​ໄວ້; ຕີ​ນຂອງ​ພວກ​ເຂົາ​ຕິດ​ຕາ​ຂ່າຍ​ທີ່​ພວກ​ເຂົາ​ໄດ້​ຫ້າງ​ເອົາໄວ້. \v 16 ພ​ຣະ​ຢາ​ເວ​ໄດ້​ຊົງ​ສຳ​ແດງ​ພ​ຣະ​ອົງ​ເອງ​ໃຫ້​ເປັນ​ທີ່​ຮູ້​ຈັກ; ພ​ຣະ​ອົງ​ໄດ້​ຊົງ​ພິ​ພາກ​ສາ; ຄົນ​ຊົ່ວ​ໄດ້​ຕິດ​ກັບ​ດັກ​ດ້ວຍ​ການ​ກະ​ທຳ​ຂອງ​ຕົນ​ເອງ. ເສລາ \s5 \v 17 ​ບັນ​ດາ​ຄົນ​ຊົ່ວ​ຕ່າງ​ກໍ​ຫັນ​ກັບ​ແລະ​ຖືກ​ສົ່ງ​ໄປ​ຍັງ​ແດນ​ຄົນ​ຕາຍ, ນີ້​ຄື​ປາຍ​ທາງ​ຂອງ​ປະ​ຊາ​ຊົນ​ທັງ​ຫມົດ​ທີ່​ລືມ​ພ​ຣະ​ເຈົ້າ. \v 18 ເພາະ​ຄົນ​ຂັດ​ສົນ​ຈະ​ບໍ່​ຖືກ​ລືມ​ຢູ່​ສະ​ເຫມີ​ໄປ, ແລະ​ຄວາມ​ຫວັງ​ຂອງ​ຄົນ​ທີ່​ຖືກ​​​ຂົ່ມເຫັງຈະ​ບໍ່​ສູນ​ຫາຍ​​ຕະ​ຫລອດໄປເປັນນິດ. \s5 \v 19 ​ຂໍ​ຊົງ​ລຸກ​ຂຶ້ນ, ພ​ຣະ​ຢາ​ເວ; ຢ່າໃຫ້​ມະ​ນຸດ​ມີ​ຊັຍ​ເຫນືອ​ພ​ຣະ​ອົງ​ໄດ້; ຂໍ​ໃຫ້​ຊົນ​ຊາດ​ຕ່າງໆ ຖືກ​ພິ​ພາ​ກ​ສາ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ. \v 20 ຂໍ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານກົວ, ພ​ຣະ​ຢາ​ເວ; ໃຫ້​ຊົນ​ຊາດ​ທັງ​ຫລາຍ​ໄດ້​ຮູ້​ວ່າ​ເຂົາ​ເປັນ​ພຽງ​ແຕ່​ມະ​ນຸດ​ເທົ່າ​ນັ້ນ. ເສລາ \s5 \c 10 \cl ບົດທີ 10 \p \v 1 ເປັນ​ຫຍັງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ເຫດ​ໃດ​ພ​ຣະ​ອົງ​ປຣະທັບ​ຢູ່​ຫ່າງ​ໄກ? ເຫດ​ໃດພຣະອົງ​ຊົງ​ຫລົບ​ຊ່ອນ​ພ​ຣະ​ອົງ​ເສຍໃນ​ຍາມ​ລຳ​ບາກ? \v 2 ເພາະ​ຄວາມ​ຍິ່ງ​ຍະ​ໂສ​ຂອງ​ພວກ​ເຂົາ, ພວກ​ຄົນ​ຊົ່ວ​ໄດ້​ໄລ່​ຕາມ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ; ແຕ່​ຂໍ​ຊົງ​ໂຜດ​ໃຫ້​ຄົນ​ຊົ່ວ​ ຕິດ​ກັບ​ດັກ​ແຜນ​ຮ້າຍ ​ທີ່​ພວກ​ເຂົາ​ໄດ້​ວາງ​ໄວ້. \v 3 ເພາະ​ຄົນ​ຊົ່ວ​ໂອ້ອວດຄວາມ​ປຣາ​ຖນາ​ເລິກ​ໆໃນ​ໃຈ​ຂອງ​ເຂົາ; ເຂົາ​ໃຫ້​ພອນ​ແກ່​ຄົນ​ໂລບ​ແລະ​ດູ​ຫມິ່ນ​ພ​ຣະ​ຢາ​ເວ. \s5 \v 4 ຄົນ​ຊົ່ວ​ກໍ​ເຊີດ​ຫນ້າ; ເຂົາ​ບໍ່​ໄດ້​ສະ​ແຫວງ​ຫາ​ພ​ຣະ​ເຈົ້າ. ເຂົາ​ບໍ່​ເຄີຍ​ຄິດ​ເຖິງ​ພ​ຣະ​ເຈົ້າ ​ເພາະ​ເຂົາ​ບໍ່​ສົນ​ໃຈ​ກ່ຽວ​ກັບ​ພ​ຣະ​ອົງ​ເລີຍ. \v 5 ເຂົາ​ກໍ​ຫມັ້ນ​ຄົງ​ຢູ່​ຕະ​ຫລອດ​ເວ​ລາ, ແຕ່​ກົດ​ເກນ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ກໍ​ສູງ​ເກີນ​ໄປ​ສຳ​ຫລັບ​ເຂົາ; ເຂົາ​ກ່າວ​ຄວາມຮ້າຍ​ໃສ່​ສັດ​ຕຣູ​ທັງ​ຫມົດ​ຂອງ​ເຂົາ. \s5 \v 6 ​ເຂົາ​ຄິດ​ໃນ​ໃຈ​ວ່າ,"ເຮົາ​ຈະ​ບໍ່​​ພາດ​ທ່າເສຍທີ; ເຮົາ​ຈະ​ບໍ່​ພົບ​ຄວາມ​ເດືອດ​ຮ້ອນ​ໃນຕະຫລອດທຸກຊົ່ວເຊື້ອຊາດ." \v 7 ປາກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ສາບ​ແຊ່ງ​ແລະ​ຄຳ​ຫລອກ​ລວງ, ຄຳ​ໃສ່ຮ້າຍ; ລິ້ນ​ຂອງ​ເຂົາ​ຊົ່ວ​ຮ້າຍ​ແລະ​ທຳ​ລາຍ. \s5 \v 8 ​ເຂົາ​ຜົກຈອບ​ລໍ​ຖ້າ​ຢູ່​ໃກ້​ຫມູ່​ບ້ານ​ທັງ​ຫລາຍ; ເຂົາ​ລັກ​ຂ້າ​ຄົນ​ບໍ​ຣິສຸດ​ໃນ​ທີ່​ລັບ; ຕາ​ຂອງ​ເຂົາ​ເບິ່ງ​ຫາ​ເຫຍື່ອ​ບໍ່ມີ​ທີ່​ເພິ່ງ. \v 9 ເຂົາ​ຈອບໃນ​ທີ່​ລັບ​ເຫມືອນ​ສິງ​ຖ້າຄຸບໃນ​ທີ່​ກຳ​ບັງ; ເຂົາ​ນອນ​ຖ້າ​ເພື່ອ​ຄອຍ​ຈັບ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ, ເມື່ອ​ເຂົາ​ຖືກ​ດຶງ​ເຂົ້າ​ມາ​ຕິດ​ຕາ​ຂ່າຍ​ຂອງ​ເຂົາ. \v 10 ເຫຍື່ອຂອງ​ເຂົ​າ​ຖືກ​ຂະ​ຢ້ຳ​ແລະ​ຖືກ​ທຸບ​ຕີ; ພວກ​ເຂົາ​ລົ້ມ​ລົງ​ໃນ​ຕາ​ຂ່າຍ​ທີ່​ຫນຽວ​ແຫນ້ນ​ຂອງ​ເຂົາ. \s5 \v 11 ​ເຂົາ​ຄິດ​ໃນ​ໃຈ​ຂອງ​ເຂົາ​ວ່າ, "ພ​ຣະ​ເຈົ້າ​ໄດ້​ຊົງ​ລືມ​ໄປ​ແລ້ວ; ພ​ຣະ​ອົງ​ຊົງ​ປິດ​ຕາ​ຂອງ​ພ​ຣະ​ອົງເສຍ; ພ​ຣະ​ອົງ​ຈະ​ບໍ່​ຊົງ​ສົນ​ໃຈ​ທີ່​ຈະ​ເບິ່ງ​ເລີຍ." \v 12 ຂໍ​ຊົງ​ລຸກ​ຂຶ້ນ, ພ​ຣະ​ຢາ​ເວ! ຂໍ​ຊົງ​ຍົກ​ມື​ຂອງຂ້າ​ພະ​ເຈົ້າ, ຂ້າ​ແດ່​ພ​ຣະ​ເຈົ້າ! ຂໍ​ຊົງ​ຢ່າ​ລືມ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ. \s5 \v 13 ​ເຫດ​ໃດ​ຄົນ​ຊົ່ວ​ປະ​ຕິ​ເສດ​ພ​ຣະ​ເຈົ້າ​ ແລະ​ຄິດ​ໃນ​ໃຈ​ຂອງ​ເຂົາ​ວ່າ, "ພ​ຣະ​ອົງ​ຈະ​ບໍ່​ຊົງ​ຖື​ໂທດ​ເຮົາ​ບໍ"? \v 14 ພ​ຣະ​ອົງ​ໄດ້​ຊົງ​ເຫັນ​ແລ້ວ, ເພາະ ​ພ​ຣະ​ອົງ​ຊົງ​ແນມ​ເຫັນ​ຜູ້​ທີ່​ເດືອດ​ຮ້ອນ​ແລະທົນ​ທຸກ​ຢູ່​ສະ​ເຫມີ. ຄົນ​ຂາດ​ທີ່​ເພິ່ງມອບ​ຕົວ​ໄວ້​ກັບ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ຊ່ວຍ​ເຫລືອລູກ​ກຳ​ພ້າ. \s5 \v 15 ຂໍຊົງຫັກແຂນຂອງຄົນຊົ່ວຮ້າຍ. ແລະຊົງ​ໃຫ້​ເຂົາ​ໄດ້​ຮັບ​ຜົນ​ກັມ​ຊົ່ວ​ຂອງ​ເຂົາ ຊຶ່ງ​ເຂົາ​ຄິດ​ວ່າ​ພ​ຣະ​ອົງ​ບໍ່​ມີ​ທາງ​ຮູ້. \v 16 ພ​ຣະ​ຢາ​ເວ​ຊົງ​ເປັນ​ພຣະມະຫາກະ​ສັດ​ສືບໄປ; ຊົນ​ຊາດ​ຕ່າງໆ ຖືກ​ໄລ່ອອກ​ຈາກ​ແຜ່ນ​ດິນ​ຂອງ ​ພ​ຣະ​ອົງ. \s5 \v 17 ຂ້າແດ່ພຣະຢາເວ, ພ​ຣະ​ອົງ​ຊົງ​ໄດ້​ຍິນ​ຄວາມ​ຕ້ອງ​ການ​ ຂອງ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ; ພ​ຣະ​ອົງ​ຊົງ​ປຣະ​ທານ​ກຳ​ລັງ​ໃຈ​ແກ່​ພວກ​ເຂົາ, ພ​ຣະ​ອົງ​ຊົງ​ຟັງ​ຄຳ​ອະທິຖານ​ຂອງ​ພວກ​ເຂົາ; \v 18 ພ​ຣະ​ອົງ​ຊົງ​ປ້​ອງ​ກັນ​ລູກ​ກຳ​ພ້າ​ ແລະ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ ເພື່ອ​ທີ່​ມະ​ນຸດ​ຄົນ​ໃດ​ເທິງ​ໂລກ​ຈະ​ບໍ່​ເຮັດ​ໃຫ້​ເຂົາ​ຢ້ານ​ກົວໄດ້​ອີກ​ຕໍ່​ໄປ. \s5 \c 11 \cl ບົດທີ 11 \p ສຳ​ຫລັບ​ນັກ​ດ​ົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ຢາ​ເວ; ທ່ານ​ຈະ​ເວົ້າ​ກັບ​ຂ້າ​ນ້ອຍ​ເຊັ່ນ​ນີ້​ ຫລື​ວ່າ "ຈົ່ງ​ຫນີ​ໄປ​ທີ່​ພູ​ເຂົາ​ ເຫມືອນ​ກັບ​ນົກ"? \v 2 ເພາະ​ເບິ່ງ​ເຖີດ! ຄົນ​ຊົ່ວ​ກົ່ງ​ຄັນ​ທະ​ນູ​ຂອງ​ພວກ​ເຂົາ. ພວກ​ເຂົາ​ເອົ​າ​ລູກ​ທະ​ນູ​ພາດ​ໄວ້​ທີ່​ສາຍ​ແລ້ວ ພ້ອມ​ທີ່​ຈະ​ຍິງ​ໄປ​ໃນ​ຄວາມ​ມືດ​ໃຫ້​ຖືກ​ທີ່​ໃຈ​ຄົນ​ທ່ຽງ​ທັມ. \s5 \v 3 ​ເພາະ​ຖ້າ​ຮາກ​ຖານ​ຖືກ​ທຳ​ລາຍ​ໄປ​ເສຍແລ້ວ, ຄົນ​ຊອບ​ທັມ​ຈະ​ເຮັດ​ຫຍັງ​ໄດ້? \v 4 ພ​ຣະ​ຢາ​ເວ​ ຊົງ​ສະ​ຖິດ​ໃນ​ພ​ຣະ​ວິ​ຫານ​ອັນ​ບໍຣິສຸດ​, ຂອງ​ພ​ຣະ​ອົງ ​ສາຍ​ຕາ​ຂອງ​ພ​ຣະ​ອົງ​ຊົງ​ເຝົ້າ​ເບິ່ງ. ສາຍ​ຕາ​ຂອງ​ພ​ຣະ​ອົງ​ຊົງ​ທົດ​ສອບ​ລູກ​ຫລານ​ຂອງ​ມະ​ນຸດ. \s5 \v 5 ​ພ​ຣະ​ຢາ​ເວ​ ຊົງ​ທົດ​ສອບ​ທັງ​ຄົນ​ຊອບ​ທັມ​ແລະ​ຄົນ​ຊົ່ວ, ແຕ່​ພ​ຣະ​ອົງ​ຊົງ​ກຽດ​ຊັງ​ຜູ້​ທີ່​ຮັກ​ການ​ກະ​ທຳ​ຮຸນ​ແຮງ. \v 6 ພ​ຣະ​ອົງ​ຊົງ​ເທ​ຖ່ານ​ທີ່​ລຸກ​ໄຫມ້​ແລະ​ໄຟ​ກຳມະຖັນລົງ​ເທິງຄົ​ນ​ຊົ່ວ​ຮ້າຍ; ລົມ​ຮ້ອນ​ທີ່​ເຜົາ​ໄຫມ້ຈະ​ເປັນ​ສ່ວນ​ແບ່ງ​ຈາກ​ຖ້ວຍ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ພວກ​ເຂົາ! \v 7 ເພາະ​ພ​ຣະ​ຢາ​ເວ​ຊົງ​ຊອບ​ທັມ, ແລະ​ພ​ຣະ​ອົງ​ຊົງ​ຮັກ​ຄວາມ​ຊອບ​ທັມ; ຄົນ​ສັດຊື່ຈະ​ຢູ່ຊ້ອງຫນ້າຂອງ​ພ​ຣະ​ອົງ. \s5 \c 12 \cl ບົດທີ 12 \p \v 1 ສຳ​ຫລັບ​ນັກ​ດົນ​ຕຣີ;​ ຕັ້ງ​ເປັນ​ສີ​ມີ​ນິດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ​ ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂຜດ​ຊ່ວຍ​ດ້ວຍ​ເຖີດ; ເພາະ​ຄົນ​ດີ​ໄດ້​ຫາຍ​ໄປ​ຫມົດ ຄົນ​ທີ່​ຊື່​ສັດ​ໄດ້​ສູນ​ຫາຍ​ໄປ. \s5 \v 2 ​ທຸກ​ຄົນ​ເວົ້າ​​ຄຳ​ຕົວະ​ກັບ​ເພື່ອນ​ບ້ານ; ທຸກ​ຄົນ​ເວົ້າ​ດ້ວຍ​ລິ້ນ​ປະ​ຈົບ​ປະ​ແຈງ​ ແລະ​ດ້ວຍ​ສອງ​ໃຈ. \v 3 ຂ້າ​ແດ່​ພ​ຣະຢາ​ເວ, ​ຂໍ​ຊົງ​ຕັດ​ປາກ​ທີ່​ປະ​ຈົບ​ປະ​ແຈງ​ອອກ​ໃຫ້​ຫມົດ, ແລະ​ທຸກ​ລິ້ນ​ທີ່​ໂອ້ອວດ​ໃນ​ເລື່ອງ​ໃຫຍ່​ໂຕ​ດ້ວຍ. \v 4 ຄົນ​ພວກ​ນີ້​ຄື​ບັນ​ດາ​ຄົນ​ທີ່​ພາ​ກັນ​ເວົ້າ​ວ່າ, "ເຮົາ​ຈະ​ຊະ​ນະ​ໄດ້​ດ້ວຍ​ລິ້ນ​ຂອງ​ເຮົາ. ເມື່ອ​ປາກ​ຂອງ​ເຮົາ​ເວົ້າ, ໃຜ​ຈະ​ເປັນ​ນາຍ​ເຫນືອ​ພວກ​ເຮົາ​ໄດ້? \s5 \v 5 ​"ເພາະ​ຄົນ​ຍາກ​ຈົນຖືກ​ທຳ​ຮ້າຍ​ຢ່າງ​ຮຸນ​ແຮງ, ເພາະ​ສຽງ​ຄວນຄາງ​ຂອງ​ຄົນ​ຂັດ​ສົນ, ຈຶ່ງ​ຈະ​ລຸກ​ຂຶ້ນ, ພ​ຣະ​ຢາ​ເວ​ກ່າວ​ວ່າ. "ຂ້ອຍຈະ​ຈັດ​ທີ່​​ໃຫ້ປອດ​ພັຍ​ໄວ້​ໃຫ້​ຕາມ​ທີ່​ພວກ​ເຂົາ​ປຣາຖນາ." \s5 \v 6 ພຣະ​ສັນຍາຂອງ​ພ​ຣະ​ຢາ​ເວ​ເປັນ​ພ​ຣະ​ສັນ​ຍາບໍຣິ​ສຸດ, ເປັນ​ດັ່ງ​ເຊັ່​ນ​ເງິນ​ບໍ​ຣິສຸດ​ໃນ​ເຕົາ​ຫ​ລອມ​ແຫ່ງ​ແຜ່ນ​ດິນ​ໂລກ, ຊຶ່ງ​ຖືກ​​ຫ​ລອມເຖິງ​ເຈັດ​ຄັ້ງ. \v 7 ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ຢາ​ເວ! ພ​ຣະ​ອົງ​ຊົງ​ປ້ອງ​ກັນ​ພວກ​ເຂົາ​ໄວ້. ພ​ຣະ​ອົງ​ຊົງ​ຮັກ​ສາ​ຄົນສັດຊື່ໄວ້​ຕະ​ຫລອດ​ໄປຈາກ​ຄົນ​ໃນ​ຊົ່ວ​ອາ​ຍຸ​ທີ່​ຊົ່ວ​ຮ້າຍ​ນີ້. \v 8 ຄົນ​ຊົ່ວ​ກໍ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ ໃນ​ຂະ​ນະ​ທີ່​ຄວາມ​ຊົ່ວ​ຮ້າຍ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ທ່າມ​ກາງ​ບັນ​ດາ​ລູກ​ຫລານ​ຂອງ​ມະ​ນຸດ. \s5 \c 13 \cl ບົດທີ 13 \p \v 1 ສຳ​ຫລັບ​ນັກ​ດ​ົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງດ​າວິດ. ອີກ​ດົນ​ປານ​ໃດ, ​ຂ້າ​ແດ່​ພ​ຣະ​ຢາ​ເວ,​ ພຣະ​ອົງ​ຈະ​ຊົງ​ລືມຂ້າ​ນ້ອຍ? ອີກ​​ນານ​ປານ​ໃດ​ພ​ຣະ​ອົງ​ຈະ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ຂ້າ​ນ້ອຍ? \v 2 ອີກ​​ນານ​ປານ​ໃດ​ທີ່​ຂ້າ​ນ້ອຍ​ຕ້ອງ​ກັງ​ວົນ​ແລ​ະ​ໂສກ​ເສົ້າ​ໃນ​ໃຈ​ຕະ​ຫລອດ​ທັງ​ມື້? ອີກ​​ນານ​ປານ​ໃດ​ທີ່​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ມີ​ຊັຍ​ເຫນືອ​ຂ້ານ້ອຍ? \s5 \v 3 ​ຂໍ​ຊົງ​ຫລຽວ​ເບິ່ງ​ຂ້າ​ນ້ອຍ​ແລະ​ຊົງ​ຕອບ​ຂ້າ​ນ້ອຍ! ໂຜດ​ປຣະ​ທານ​ແສງ​ສະ​ຫວ່າງ​ແກ່ດວງ​ຕາ​ຂອງ​ຂ້າ​ນ້ອຍ, ຫລືຢ້ານ​ວ່າ​ຂ້າ​ນ້ອຍ​ຈະ​ຫລັບ​ໄຫລ​ຢູ່​ໃນ​ຄວາມ​ຕາຍ. \v 4 ຂໍ​ຢ່າ​ປ່ອຍ​ໃຫ້​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ກ່າວ​ວ່າ, "ເຮົາ​ໄດ້​ຊະ​ນະ​ເຂົາ​ແລ້ວ"; ເພື່ອສັດຕຣູຂອງຂ້ານ້ອຍຈະບໍ່ເວົ້າວ່າ "ເຮົາໄດ້ມີຊັຍເຫນືອສັດຕຣູຂອງເຮົາແລ້ວ" ບໍ່​ເຊັ່ນ​ນັ້ນ ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຈະ​ຫນຳ​ໃຈ​ເມື່ອ​ຂ້າ​ນ້ອຍ​ລົ້ມ​ລົງ. \s5 \v 5 ​ແຕ່​ຂ້າ​ນ້ອຍ​ໄດ້​ໄວ້​ວາງ​ໃຈ​ໃນ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ; ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຊື່ນ​ຊົມ​ຍິນ​ດີ​ໃນ​ການຊ່ອຍໃຫ້​ພົ້ນ​ຂອງ​ພ​ຣະ​ອົງ. \v 6 ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ແດ່​ພ​ຣະ​ຢາ​ເວ ເພາະ​ພ​ຣະ​ອົງ​ໄດ້​ຊົງ​ດູ​ແລ​ຂ້າ​ນ້ອຍ​ດ້ວຍ​ໃຈ​ກວ້າງ​ຂວາງ. \s5 \c 14 \cl ບົດທີ 14 \p \v 1 ສຳ​ຫລັບ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ​ຄົນ​ໂງ່​ຄິດ​ຢູ່​ໃນ​ໃຈ​ຂອງ​ເຂົາ​ວ່າ, "ບໍ່​ມີ​ພ​ຣະ​ເຈົ້າ." ພວກ​ເຂົາ​ກໍ​​ຊົ່ວຊ້າ​ແລະ​ໄດ້​ເຮັດ​ຄວາມ​ຜິດ​ທີ່ ​ຫນ້າ​ກຽດຫນ້າຊັງ; ບໍ່​ມີ​ໃຜ​ເຮັດ​ດີ​ເລີຍ. \s5 \v 2 ​ພ​ຣະ​ຢາ​ເວ​ຊົງ​ຫລຽວ​ເບິ່ງ​ລົງ​ມາ​ຈາກ​ສະ​ຫວັນ ​​ບັນ​ດາ​ລູກ​ຂອງ​ມະ​ນຸ​ດ​ທັງ​ຫລາຍ ເພື່ອ​ເບິ່ງວ່າ​ມີ​ໃຜ​ທີ່​ເຂົ້າ​ໃຈ​ແນ່, ມີ​ໃຜ​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ແນ່. \v 3 ພວກ​ເຂົາ​ທັງ​ປວງ​ຕ່າງ​ຫັນ​ຫນີ​ໄປ​ກັນ​ຫມົດ. ພວກ​ເຂົາ​ກໍຊົ່ວຊ້າ​​ລົງພ້ອມ​ກັນ, ບໍ່​ມີ​ໃຜ​ເຮັດ​ດີ, ບໍ່​ມີ​ໃຜ​ເລີຍ, ແມ່ນ​ແຕ່​ຄົນ​ດຽວ \s5 \v 4 ​ພວກ​ເຂົາ​ບໍ່ຮູ້​ຫຍັງ​ກັນ​ເລີຍ​ບໍ, ບັນ​ດາ​ຄົນ​ທີ່​ເຮັດ​ຄວາມ​ຜິດ​ບາບ,​ ບັນ​ດາ​ຄົນ​ທີ່ກືນກິນ​ປະ​ຊາ​ກອນ​ຂອງ​ເຮົາ​ ດັ່ງ​ພວກ​ເຂົາ​ກິນ​ອາ​ຫານ, ແຕ່​ຜູ້​ທີ່​ບໍ່​ໄດ້​ພາວັນນາອະທິຖານຫາ​ພ​ຣະ​ຢາ​ເວ? \s5 \v 5 ພວກເຂົາຕົວສັ່ນດວ້ຍຄວາມຢ້ານ, ເພາະ​ພ​ຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ ​ທີ່​ຊຸມ​ນຸມ​ຂອງ​ຄົນ​ຊອບທັມ! \v 6 ພວກ​ເຈົ້າ​ຕ້ອງ​ການ​ເຮັດ​ໃຫ້​ຄົນ​ຍາກ​ຈົນ​ຂາຍ​ຫນ້າ ​ແມ່ນວ່າ​ພ​ຣະ​ຢາ​ເວ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ເຂົາ. \s5 \v 7 ​ໂອ ຄວາມ​ລອດ​ຂອງ​ອິ​ສະ​ຣາ​ເອນ​ຈະ​ມາ​ຈາກ​ຊີ​ໂອນ! ເມື່ອ​ພ​ຣະ​ຢາ​ເວ​ຊົງ​ນຳ​ປະ​ຊາ​ຊົນ​ພ​ຣະ​ອົງ​ກັບ​ຈາກ​ການ​ເປັນ​ນັກ​ໂທດ, ແລ້ວ​ຢາ​ໂຄບ​ກໍ​ຈະຊື່ນຊົມ​ຍິນ​ດີ​ແລະ​ອິ​ສະ​ຣາ​ເອນ​ຈະ​ຍິນ​ດີ! \s5 \c 15 \cl ບົດທີ 15 \p \v 1 ບົດ​ເພງ​ສັນ​ຣະເ​ສີນ​ຂອງ​ດາ​ວິດ. ​ຂ້າ​ແດ່​ພ​ຣະ​ຢາ​ເວ ຜູ້​ໃດ​ຈະ​ອາ​ສັຍ​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ໄດ​້? ຜູ້​ໃດ​ຈະ​ອາ​ສັຍ​ຢູ່​ເທິງ​ເນີນ​ພູ​ເຂົາ​ອັບໍ​ໍຣິ​ສຸດ​ຂອງ​ພ​ຣະ​ອົງ​ໄດ້? \v 2 ຄື​ຜູ້​ທີ່​ດຳ​ເນີນ​ຊີ​ວິດ​ຢ່າງ​ສັດຊື່ ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ແລະ​ເວົ້າ​ຄວາມ​ຈິງ​ຈາກ​ໃຈ​ຂອງ​ເຂົາ. \s5 \v 3 ​ເຂົາ​ບໍ່​ໃສ່ຮ້າຍ​ຄົນ​ອື່ນ​ດ້ວຍ​ລີ້ນ​ຂອງ​ເຂົາ, ເຂົາ​ບໍ່​ທຳ​ຮ້າຍ​ຄົນ​ອື່ນ ແລະ​ເຂົາ​ບໍ່​ດູ​ຫມິ່ນ​ເພື່ອນ​ບ້ານ​ຂອງ​ເຂົາ. \s5 \v 4 ຄົນທີ່ບໍ່ມີຄ່າເປັນທີ່ດູຖູກໃນສາຍຕາຂອງເຂົາ, ແຕ່​ເຂົາ​ໃຫ້​ກຽຕ​ແກ່​ບັນ​ດາ​ຄົນ​ທີ່​ຍຳ​ເກງ​ພ​ຣະ​ຢາ​ເວ. ເຂົາ​ສາ​ບານ​ໂດຍຍອມ​ໃຫ້​ຕົນ​ເອງ​ເສຍ​ປຽບ​ແລະ​ບໍ່​ກັບ​ຄຳ​ສັນ​ຍາ​ທັງ​ຫລາຍ​ຂອງ​ເຂົາ. \v 5 ເຂົາ​ບໍ່​ຄິດດອກ​ເບ້ຍ​ເມື່ອ​ເຂົາ​ໃຫ້​ຍືມ​ເງິນ. ເຂົາ​ບໍ່​ຮັບ​ສິນ​ບົນ​ ເພື່ອ​ເປັນ​ພະ​ຍານ​ໃສ່​ຮ້າຍ​ຜູ້​ບໍ​ຣິ​ສຸດ. ຜູ້​ທີ່​ເຮັດ​ສິ່ງ​ເຫລົ່າ​ນີ້​ຈະ​ບໍ່​ມີ​ທາງ​ຫວັ່ນ​ໄຫວ​ໄດ້​ເລີຍ. \s5 \c 16 \cl ບົດທີ 16 \p \v 1 ບົດ​ເພງ​ສັນ​ຣະ​ເສີນ​ໂດຍ​ດາ​ວິດ. ຂ້າແດ່ພຣະເຈົ້າ, ຂໍ​ຊົງ​ຄຸ້ມ​ຄອງ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ. \v 2 ຂ້າ​ນ້ອຍ​ທູນ​ພ​ຣະ​ຢາ​ເວ​ວ່າ, "ພ​ຣະ​ອົງ​ຊົງ​ເປັນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ; ​ຂອງ​ຂ້າ​ນ້ອຍນອກ​ຈາກ​ພ​ຣະ​ອົງ​ແລ້ວ.​ຂ້າ​ນ້ອຍບໍ່​ມີ​ຄວາມ​ດີ​ປະ​ການ​ໃດ​ເລີຍ. \v 3 ສ່ວນ​ບັນ​ດາ​ຜູ້​ສັດຊື່​ອາ​ສັຍ​ຢູ່​ແຜ່ນ​ດິນ​ໂລກ, ພວກ​ເຂົາ​ເປັນ​ຄົນ​ດີ​ມີສິລະທັມ; ຂ້າ​ນ້ອຍ​ຊື່ນ​ຊົມ​ຍິນ​ດີ​ຢ່າງ​ຍິ່ງ​ໃນ​ພວກ​ເຂົາ. \s5 \v 4 ​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພ​ະ​ອື່ນໆ, ຄວາມ​ທຸກ​ຍາກ​ຂອງ​ພວກ​ເຂົາ​ຈະ​ເພີ້ມ​ຂຶ້ນ. ຂ້າ​ນ້ອຍ​ຈະ​ບໍ່​​ຮ່ວມ​ເຄື່ອງ​ດື່ມ​ບູ​ຊາ​ດ້ວຍ​ເລືອດ​ໃຫ້​ແກ່​ບັນ​ດາ​ພ​ະ​ຂອງ​ພວກ​ເຂົາ ຫລື​ຍົກ​ຍ້ອງ​ນາມ​ພ​ະ​ເຫລົ່າ​ນັ້ນ​ດ້ວຍ​ປາກ​ຂອງ​ຂ້າ​ນ້ອຍ. \s5 \v 5 ​ຂ້າ​ແດ່​ພ​ຣະ​ເຢ​ເວ, ພ​ຣະ​ອົງ​ຊົງ​ເປັນ​ມໍ​ຣະ​ດົກ​ສ່ວນ​ທີ່​ແບ່ງ​ໄວ້​ຂອງ​ຂ້າ​ນ້ອຍແລະ​ຊົງ​ເປັນ​ຈອກ​ຂອງ​ຂ້າ​ນ້ອຍ. ພ​ຣະ​ອົງ​ຊົງ​ຖື​ປາຍ​ທາງ​ຂອງ​ຂ້າ​ນ້ອຍ​ໄວ້. \v 6 ເຊືອກວັດ​ໄດ້​ຖືກວາງ​ໄວ້​ແລ້ວ​ໃນ​ດິນ​ແດນ​ທີ່​ຮົ່ມ​ເຢັນ; ມໍຣະ​ດົກ​ທີ່​ຮົ່ມ​ເຢັນ​ນັ້ນ​ເປັນ​ຂອງ​ຂ້າ​ນ້ອຍ. \s5 \v 7 ​ຂ້າ​ນ້ອຍ​​ຈະ​ຖວາຍ​ຄຳ​ຍ້ອງ​ຍໍ​ສັນ​ຣະ​ເສີນ,​ແດ່​ພ​ຣະ​ຢາ​ເວ ​ຜູ້​ຊົງ​ປຣະ​ທານ​ຄຳ​ປຶກ​ສາ​ໃຫ້​ແກ່​ຂ້າ​ນ້ອຍ; ແມ່ນໃນ​ຍາມ​ຄ່ຳ​ຄືນ​ພ​ຣະ​ອົງ​ກໍ​ຊົງ​ສັ່ງ​ສອນ ​ໃນ​ຄວາມ​ຄິດ​ຂອງ​ຂ້າ​ນ້ອຍ. \v 8 ຂ້າ​ນ້ອຍ​ຕັ້ງ​ພ​ຣະ​ຢາ​ເວ ​ໄວ້​ຕໍ່ຫນ້າ​ຂ້າ​ນ້ອຍ​ສະ​ເຫມີ. ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນ​ໄຫວ ​ໄປ​ຈາກ​ມື​ເບື້ອງ​ຂວາ​ຂອງ​ພ​ຣະ​ອົງ. \s5 \v 9 ​ສະ​ນັ້ນ​ໃຈ​ຂອງ​ຂ້ານ​້ອຍ​ຈຶ່ງ​ຍິນ​ດີ ສັກສີ​ຂອງ​ຂ້າ​ນ້ອຍ​ຮຸ່ງເຮືອງ ແນ່ນອນ.​ ຂ້າ​ນ້ອຍ​ຈະ​ອາ​ສັຍ​ຢູ່​ຢ່າງ​ປອດ​ພັຍ. \v 10 ເພາະ​ພ​ຣະ​ອົງ​ຈະ​ບໍ່​ຊົງ​ປ່ອຍ​ໃຫ້​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຖືກ​ຖິ້ມ​ໄວ້​ໃນ​ແດນແຫ່ງຄວາມ​ຕາຍ. ພ​ຣະ​ອົງ​ຈະ​ບໍ່​ຊົງ​ປ່ອຍ​ໃຫ້​ຄົນ​ຊື່​ສັດ​ຂອງ​ພ​ຣະ​ອົງ​ໄດ້​ເຫັນຫ​ລຸມ​ນັ້ນ. \s5 \v 11 ​ພ​ຣະ​ອົງ​ຊົງ​ສອນ​ເສັ້ນ​ທາງ​ແຫ່ງ​ຊີ​ວິດ​ແກ່​ຂ້າ​ນ້ອຍ; ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຢ່າງ​ເຫລືອ​ລົ້ນ; ໃນ​ມື​ຂວາ​ຂອງ​ພ​ຣະ​ອົງ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢູ່​ຕະ​ຫລອດ!" \s5 \c 17 \cl ບົດທີ 17 \p ຄຳ​ອະ​ທິ​ຖານ​ໂດຍ​ດາ​ວິດ. \v 1 ຂໍ​ຊົງ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ຍຸຕິ​ທັມ​ຂອງ​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ; ຂໍ​ຊົງ​ສົນ​ໃຈ​ຕໍ່​ຄ​ຳ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ! ຂໍ​ຊົງ​ງ່ຽງ​ຫູ​ຟັງ​ຄຳ​ອະ​ທິ​ຖານ​ ຈາກ​ປາກ​ທີ່​ບໍ່​ມີ​ການ​ຫລອກ​ລວງ​ຂອງ​ຂ້າ​ນ້ອຍ. \v 2 ຂໍ​ໃຫ້​ການ​ຊະ​ນະ​ຄວາມ​ຂອງ​ຂ້າ​ນ້ອຍ;​ ມາ​ຈາກ​ເບື້ອງ​ຫນ້າ​ຂອງ​ພ​ຣະ​ອົງ ຂໍ​ຕາ​ຂອງ​ພ​ຣະ​ອົງ​ຊົງ​ເຫັນ​ສິ່ງ​ທີ່​ຖືກ​ຕ້ອງ! \s5 \v 3 ​ຖ້າ​ພ​ຣະ​ອົງ​ຊົງ​ທົດ​ສອບ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ, ຖ້າ​ພ​ຣະ​ອົງ​ມາ​ຫາ​ຂ້າ​ນ້ອຍໃນ​ເວ​ລາ​ກາງ​ຄືນ, ພ​ຣະ​ອົງ​ຈະ​ຊົງ​ຊຳ​ຣະ​ຂ້າ​ນ້ອຍ​ໃຫ້​ບໍ​ຣິ​ສຸດ​ແລະ​ຈະ​ບໍ່​ພົບ​ແຜນ​ການ​ຊົ່ວ​ໃດໆເລີຍ; ປາກ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່​ເວົ້າຄຳຕົວະ. \s5 \v 4 ​ສ່ວນ​ການ​ກະ​ທຳ​ທັງ​ຫລາຍ​ຂອງ​ມະ​ນຸດ​ນັ້ນ, ເປັນ​ເພາະພຣະຄັມ ​ຈາກ​ຮີມ​ສີ​ປາກ​ຂອງ​ພ​ຣະ​ອົງ​ທີ່​ຮັກ​ສາ​ຂ້າ​ນ້ອຍ​ໄວ້ ຈາກ​ທາງ​ຂອງ​ຄົນ​ຊົ່ວ. \v 5 ​ຂ້າ​ນ້ອຍ​ຈະກ້າວເດີນແລະ​ຢຶດ​ຫມັ້ນ​ໃນ​ທາງ​ຂອງ​ພ​ຣະ​ອົງ; ​ຕີ​ນຂອງ​ຂ້າ​ນ້ອຍ​ບໍ່​ຫລີກ​ຫນີຈາກທາງຂອງພຣະອົງ. \s5 \v 6 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຂ້າ​ນ້ອຍ​ອະທິຖານ​ຕໍ່​ພ​ຣະ​ອົງ, ເພື່ອ​ຂໍ​ພ​ຣະ​ອົງ​ຊົງ​ຕອບ​ຂ້າ​ນ້ອຍ, ຂໍ​ຊົງ​ຫັນ​ມາ​ຟັງ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ກາບ​ທູນ. \v 7 ຂໍ​ຊົງ​ສຳ​ແດງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຢ່າງມະ​ຫັດ​ສະ​ຈັນ, ຂ້າ​ແດ່​ພ​ຣະ​ອົງ​ຜູ້​ຊົງ​ຊ່ວຍ​ບັນ​ດາ​ຜູ້​ລີ້​ພັຍ​ໃນ​ພ​ຣະ​ອົງ​ໃຫ້​ລອດ​ພົ້ນ​ຈາກ​ເຫລົ່າ​ສັດ​ຕຣູ​ຂອງ​ພວກ​ເຂົາ​ໂດຍ​ມື​ຂວາ​ຂອງ​ພ​ຣະ​ອົງ! \s5 \v 8 ​ຂໍ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ດັ່ງ​ແກ້ວ​ຕາ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ເຊື່ອງ​ຂ້າ​ນ້ອຍ ​ໄວ້​ພາຍ​ໃຕ້​ຮົ່ມ​ປີກ​ຂອງ​ພ​ຣະ​ອົງ \v 9 ໃຫ້​ພົ້ນ​ຈາກ​ຫນ້າ​ຂອງ​ຄົນ​ຊົ່ວ​ຜູ້​ມາ​ທຳ​ຮ້າຍ​ຂ້າ​ນ້ອຍ, ພົ້ນ​ຈາກ​ສັດ​ຕຣູຂອງ​ຂ້າ​ນ້ອຍ ​ຜູ້​​ລ້ອມຂ້າງ​ຂ້າ​ນ້ອຍຢູ່. \v 10 ພວກ​ເຂົາ​ບໍ່ມີ​ຄວາມ​ເມດ​ຕາ​ຕໍ່​ທຸກ​ຄົນ ປາກ​ຂອງ​ພວກ​ເຂົາ​ເວົ້າ​ໂອ້ອວດ​ຈອງ​ຫອງ. \s5 \v 11 ​ພວກ​ເຂົາ​ໄດ້​ປິດລ້ອມ​ກ້າວເດີນ​ຂອງ​ຂ້າ​ນ້ອຍ. ພວກ​ເຂົາ​ໄດ້​ຈັບ​ຕາ​ຖ້າ​ໂຍນ​ຂ້າ​ນ້ອຍ​ລົງ​ພື້ນ. \v 12 ພວກ​ເຂົາ​ເປັນ​ເຫມືອນ​ສິງ​ທີ່​ຊອກ​ຫາ​ເຫຍື່ອ ເປັນ​ສິງ​ຫນຸ່ມ​ລັກ​ຢູ່​ໃນ​ທີ່​ລັບ. \s5 \v 13 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ລຸກ​ຂຶ້ນ! ຂໍ​ຊົງ​ໂຈມ​ຕີ​ພວກ​ເຂົາ ຂໍ​ຊົງ​ໂຍນ​ພວກ​ເຂົາ​ໃຫ້​ຫນ້າ​ຂວ້ຳ! ຂໍ​ຊົງ​ຊ່ວຍ​ກູ້​ຊີ​ວິດ ​ຂອງ​ຂ້າ​ນ້ອຍ​ຈາກ​ຄົນ​ຊົ່ວ​ດ້ວຍ​ດາບ​ຂອງ​ພ​ຣະ​ອົງ! \v 14 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫລົ່າ​ນັ້ນ​ ດ້ວຍ​ມື​ຂອງ​ພ​ຣະ​ອົງ, ຈາກ​ພວກ​ມະ​ນຸດ​ຂອງ​ໂລກ​ນີ້​ ທີ່​ຄວາມ​ຮັ່ງ​ມີ​ຂອງ​ເຂົາ​ ຢູ່​ແຕ່​ໃນ​ຊີ​ວິດ​ນີ້​ເທົ່າ​ນັ້ນ! ພ​ຣະ​ອົງ​ຈະ​ຊົງ​ໃຫ້ທ້ອງ​​​ຂອງ​ຄົນ ​ທີ່​ພ​ຣະ​ອົງ​ຊົງຮັກ​ອີ່ມ​ດ້ວຍ​ຄວາມ​ຮັ່ງ​ມີ; ພວກ​ເຂົາ​ຈະ​ມີ​ລູກ​ຫລານ​ຫລວງ​ຫລາຍ ​ແລະ​ຈະ​ຖິ້ມ​ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ​ ໄວ້​ໃຫ້​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ. \s5 \v 15 ​ແຕ່​ສຳ​ລັບ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈະຢູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ​ໃນ​ຄວ​າມ​ຊອບ​ທັມ; ຂ້າ​ນ້ອຍຈະ​ໄດ້​ອີ່ມ​ໃຈ​; ເມື່ອ​ຂ້າ​ນ້ອຍ​ຕື່ນ, ​ດ້ວຍ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ. \s5 \c 18 \cl ບົດທີ 18 \p \v 1 ເຖິງ​ບັນ​ດາ​ນັກ​ຮ້ອງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ, ເປັນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ເຈົ້າ​ຢາ​ເວ, ເມື່ອ​ຮ້ອງ​ເພງ​ເຖິງ​ພ​ຣະ​ຢາ​ເວ​ໂດຍ​ຖ້ອຍ​ຄຳ​ຂອງ​ເພງ​ໃນ​ວັນ​ທີ່​ພ​ຣະ​ເຈົ້າ​ຢາ​ເວ ຮ້ອງ​ອອກ​ມາ​ຈາກ​ມື​ທັງ​ຫມົດ ແລະ​ຈາກ​ມື​ຂອງ​ຈິດ​ວິນ​ຍານ. ເພິ່ນ​ຮ້ອງ: 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຮັກ​ພ​ຣະ​ອົງ, ຜູ້​ຊົງ​ເປັນກຳ​ລັງ​ຂອງ​ຂ້າ​ນ້ອຍ. \s5 \v 2 ພຣະຢາເວຊົງເປັນພຣະສີລາຂອງຂ້ານ້ອຍ, ຊົງ​ເປັນ​ປ້ອມ​ປາ​ການ​ຂອງ​ຂ້າ​ນ້ອຍ ຊົງ​ເປັນ​ຜູ້​ທີ່​ນຳ​ຂ້າ​ນ້ອຍ​ໄປ​ສູ່​ຄວາມ​ປອດ​ພັຍ; ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຊົງ​ເປັນພຣະສີລາຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ. ພ​ຣະ​ອົງ​ຊົງ​ເປັນ​ໂລ້​ຂອງ​ຂ້າ​ນ້ອຍ, ເປັນ​ເຂົາ​ສັດ​ແຫ່ງ​ຄວາມພົ້ນ ຂອງ​ຂ້າ​ນ້ອຍ ​ແລະ​ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ຂ້າ​ນ້ອຍ. \v 3 ​ຂ້າ​ນ້ອຍ​ຈະ​ຮ້ອງ​ຫາພ​ຣະ​ຢາ​ເວ​ ຜູ້​ຊົງ​ສົມ​ຄວນ​ຮັບ​ການ​ສັນ​ຣະ​ເສີນ, ແລະ​ຂ້າ​ນ້ອຍ​ຈະ​ລອດ​ພົ້ນ​ຈາກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ. \s5 \v 4 ​ສາຍ​ໃຍ​ແຫ່ງ​ຄວາມ​ຕາຍ​ກໍ​ອ້ອມ​ຮອບຂ້າ​ນ້ອຍ, ແລະ​ສາຍ​ນ້ຳ​ແຫ່ງ​ຄ​ວາມ​ທໍາລາຍກໍໄຫລ​​ຖ້ວມ​ຂ້າ​ນ້ອຍ. \v 5 ສາຍ​ໃຍ​ແຫ່ງ​ແດນ​ຄວາມ​ຕາຍ​ອ້ອມຮອບ​ຂ້າ​ນ້ອຍ; ບັນ​ດາ​ບ້ວງ​ແຫ່ງ​ຄວາມ​ຕາຍ​ໄດ້​ຫ້າງໃສ່​ຂ້າ​ນ້ອຍ​ໄວ້. \s5 \v 6 ​ໃນ​​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້​ຮ​້ອງ​ຫາ​ພ​ຣະ​ຢາ​ເວ​; ຂ້າ​ນ້ອຍ​ໄດ້​ຮ້ອງ​ຫາຂໍ​ຄວາມ​ຊ່ວຍ​ເຫລືອ​ຕໍ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ. ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ຂອງ​ຂ້າ​ນ້ອຍ ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ; ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ; ​ໄດ້​ໄປ​ເຖິງຕໍ່​ຫນ້າ​ຂອງ​ພ​ຣະ​ອົງ ສຽງ​ຮ້ອງ​ນັ້ນ​ໄດ້​ໄປ​ເຖິງ​ຫູ​ຂອງ​ພ​ຣະ​ອົງ. \s5 \v 7 ​ແລ້ວ​ແຜ່ນ​ດິນ​ໂລກ​ກໍ​ຖືກສັ່ນແລະສັ່ນ​ສະ​ເທືອນ;​ ຮາກ​ຖານ​ຂອງ​ພູ​ເຂົາ​ທັງ​ຫລາຍ​ກໍ​ສັ່ນ​ສະ​ເທືອນ​ແລະ​ຄອນແຄນ​ເພາະ​ພ​ຣະ​ເຈົ້າ​ຊົງ​​ໂກດ​ຮ້າຍ. \v 8 ຄວັນ​ໄດ້ຟຸ່ງຂຶ້ນ​ຈາກ​ຮູດັງ​ຂອງ​ພ​ຣະ​ອົງ, ແລະ​ໄຟ​ໄດ້​ຟົ້ງ​ອອກ​ຈາກ​ປາກ​ຂອງ​ພ​ຣະ​ອົງ. ຖ່ານ​ກໍ​ຕິດ​ແປວ​ໄຟ​ນັ້ນ. \s5 \v 9 ພຣະອົງໄດ້ຊົງເປີດຟ້າສະຫວັນ ແລະສະເດັດລົງມາ, ຄວາມ​ມືດ​ທຶບ​ໄດ້​ຢູ້​ໃຕ້​ຕີນ​ຂອງ​ພ​ຣະ​ອົງ. \v 10 ພ​ຣະ​ອົງ​ໄດ້​ຊົງ​ຂີ່​ເຄ​ຣຸບ​ແລະ​ເຫາະ​ໄປ, ​ພ​ຣະ​ອົງ​ຊົງ​ເຫາະ​ໄປ​ເທິງ​ປີກ​ຂອງ​ລົມ. \s5 \v 11 ​ພ​ຣະ​ອົງ​ຊົງ​ໃຫ້​ຄວາມ​ມືດ​ແລະ​ເມກ​ຝົນ​ຫນາ​ທຶບ​ໃນ​ທ້ອງ​ຟ້າ​ເປັນ​ເຟີງ​ອ້ອມ​ຮອບ​ພ​ຣະ​ອົງ, \v 12 ລູກ​ເຫັບ​ແລະ​ຖ່ານ​ໄຟ​ຕົກ​ອອກ​ຈາກ​ຟ້າ​ແມບ​ຕໍ່​ເບື້ອງ​ຫນ້າ​ຂອ​ງພ​ຣະ​ອົງ. \s5 \v 13 ​ພ​ຣະ​ຢາ​ເວ​, ຊົງ​ສົ່ງ​ສຽງ​ດັງ​ສະ​ນັ່ນ​ໃນ​ຟ້າ​ສະ​ຫວັນ! ສຽງ​ຂອງ​ພ​ຣະ​ອົງ​ຜູ້​ສູງ​ສຸດ​ໄດ້​ດັງ​ລັ່ນ​ອອກ​ມາ. \v 14 ພ​ຣະ​ອົງ​ຊົງ​ໄດ້​ຍິງ​ລູກ​ສອນ​ຂອງ​ພ​ຮະ​ອົງ ​ແລະ​ຊົງ​ເຮັດ​ໃຫ້​ສັດ​ຕູ​ຂອ​ງ​ພ​ຣະ​ອົງ ​ກະ​ແຈກ​ກະ​ຈາຍ​ໄປ; ຟ້າ​ແມບ​ຫລວງ​ຫລາຍ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ກະ​ແຈກ​ກະ​ຈາຍ​ໄປ. \s5 \v 15 ​ແລ້ວ​ນ້ຳ​ກໍ​ເປີດ​ອອກ​ເປັນ​ຊ່ອງ​ໃຫ້​ເຫັນ, ພື້ນ​ຂອງ​ໂລກ​ຖືກ​ເປີດ​ອອກ​ ດ້ວຍ​ສຽງ​ຮ້ອງ​ເຂົ້າ​ສູ່​ສົງ​ຄາມ​ຂອງ​ພ​ຣະ​ອົງ, ຂ້າ​ແຕ່​ພ​ຣະ​ຢາ​ເວ ດ້ວຍ​ລົມ​ຫາຍໃຈທີ່​ຟຸ່ງ​ອອກ​ມາ​ຈາກຮູ​ດັງ​ຂອງ​ພ​ຣະ​ອົງ. \s5 \v 16 ​ພ​ຣະ​ອົງ​ໄດ້​ຊົງ​ເອື້ອມ​ລົງ​ມາ​ຈາກ​ເບື້ອງ​ເທິງ; ພ​ຣະ​ອົງ​ໄດ້​ຊົງ​ຈັບ​ຂ້າ​ນ້ອຍ​ໄວ້ ພ​ຣະ​ອົງ​ໄດ້​ຊົງ​ດຶງ​ຂ້າ​ນ້ອຍ​ອອກ​ມາ​ຈາກ​ນ້ຳ​ໄຫລ. \v 17 ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ສັດ​ຕຣູ​ທີ່​ແຂງ​ແຮງ​ຂອງ​ຂ້າ​ນ້ອຍ, ​ຈາກ​ບັນ​ດາ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ ເພາະ​ວ່າ​ພວກ​ເຂົາ​ເຂັ້ມ​ແຂງ​ເກີນ​ໄປ​ສຳ​ຫລັບ​ຂ້າ​ນ້ອຍ. \s5 \v 18 ​ພວກ​ເຂົາ​ໄດ້​ມາ​ຕໍ່​ສູ້​ຂ້າ​ນ້ອຍ​ ໃນ​ມື້​ແຫ່ງ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ ​ແຕ່​ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ຄ້ຳ​ຊູ​ຂ້າ​ນ້ອຍ! \v 19 ພ​ຣະ​ອົງ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ເປັນ​ອິສຣະ​ ໃນ​ທີ່​ໂລ່ງ​ກວ້າງ; ພ​ຣະ​ອົງ​ໄດ້​ຊົງຊອ່ຍ​ເຫລືອ​ຂ້າ​ນ້ອຍ​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ພໍ​ໃຈ​ຂ້າ​ນ້ອຍ. \s5 \v 20 ​ພ​ຣະ​ຢາ​ເວ​ໄດ້​ຊົງ​ປຣະ​ທານ​ບຳ​ເຫນັດ​ລາງວັນ​ແກ່​ຂ້າ​ນ້ອຍ ​ເພາະ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ໃຫ້​ຂ້​າ​ນ້ອຍ​ ໃຫ້​ກັບ​ຄືນ​ເພາະ​ມື​ຂອງ​ຂ້າ​ນ້ອຍ​ສະ​ອາດ. \v 21 ເພາະ​ຂ້າ​ນ້ອຍ​ໄດ້​ຮັກ​ສາ​ ທາງ​ຂອງ​ພ​ຣະ​ຢາ​ເວ​ໄວ້ ແລະ​ບໍ່​ຫັນ​ຈາກ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ ໄປ​ຢ່າງ​ຊົ່ວ​ຮ້າຍ. \s5 \v 22 ​ເພາະ​ຄຳ​ຕັດ​ສິນ​ອັນ​ຊອບ​ທັມ​ທັງ​ສິ້ນ​ຂອງ​ພ​ຣະ​ອົງ​ໄດ້​ຢູ່​ຕໍ່​ຫນ້າ​ຂ້າ​ນ້ອຍ; ສ່ວນກົ​ດເກນ​ຂອ​ງ​ພ​ຣະ​ອົງ, ຂ້າ​ນ້ອຍ​ຈະ​ບໍ່​ຫັນ​ຫນີ​ໄປ​ຈາກ​ຂໍ້​ເຫລົ່​າ​ນັ້ນ​ເລີຍ. \v 23 ຂ້າ​ນ້ອຍ​ເປັນ​ຜູ້​ບໍ່ມີ​ຄວາມ​ຜິດ​ຕໍ່​ຫນ້າ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ໄດ້​ຮັກ​ສາ​ຕົວ​ເອງ​ໃຫ້​ໄກ​ຈາກ​ຄວາມ​ບາບ. \v 24 ເພາະ​ສະ​ນັ້ນ​ພ​ຣະ​ຢາ​ເວ​ ໄດ້​ຊົງ​ຊ່ວຍ​ໃຫ້​ຂ້າ​ນ້ອຍ​ໃຫ້​ກັບ​ຄືນ​ເພາະ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ນ້ອຍ, ເພາະ​ມື​ຂອງ​ຂ້າ​ນ້ອຍ​ສະ​ອາດ ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ. \s5 \v 25 ​ສຳ​ຫລັບ​ຜູ້​ທີ່​ຊື່​ສັດ,​ ພ​ຣະ​ອົງ​ຊົງ​ສຳ​ແດງ​ພ​ຣະ​ອົງ​ຊົງ​ຊື່​ສັດ;​ ສຳ​ລັບ​ຜ​ູ້​ທີ່ບໍ່ມີທີ່ຕິ​, ພ​ຣະ​ອົງ​ຊົງ​ສຳ​ແດງ​ພ​ຣະ​ອົງ​ເອງວ່າ ຊົງ​ບໍ່ມີທີ່​ຕິ. \v 26 ວ່າ​ຊົງ​ບໍ​ຣິ​ສຸດ​; ແຕ່​ພ​ຣະ​ອົງ​ຊົງ​ສະ​ຫລາດ​ຮູ້​ທັນ​ຕໍ່​ຜູ້​ທີ່​ຫລອກ​ລວງ. \s5 \v 27 ​ເພາະ​ພ​ຣະ​ອົງ​ຊົງ​ຊ່ວຍ​ບັນ​ດາ​ຄົນ​ທີ່​ທຸກ​ໃຈ, ແຕ່​ພ​ຣະ​ອົງ​ຊົງ​ດຶງ​ບັນ​ດາ​ຄົນ​ທີ່​ໂອ້ອວດ​, ​ຕາ​ທີ່​ຈອງຫອງໃຫ້​ຕ່ຳລົງ​ມາ! \v 28 ເພາະ​ພ​ຣະ​ອົງ​ປຣະ​ທານ​ແສງ​ສະຫ​ວ່າງ ​ແກ່​ຕະ​ກຽງ​ຂອງ​ຂ້​າ​ນ້ອຍ; ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ຊົງ​ເຮັດ​ໃຫ້​ຄວາມ​ມືດ​ ຂອງ​ຂ້​າ​ນ້ອຍ​ສະ​ຫວ່າງ​ຂຶ້ນ. \v 29 ເພາະ​ໂດຍ​ພ​ຣະ​ອົງ​ຂ້າ​ນ້ອຍ​ຈຶ່ງ​ສາ​ມາດ​ແລ່ນ​ຂ້ວາມ​ສິ່ງ​ກີດ​ຂວາງ​ໄດ້; ໂດຍ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈຶ່ງ​ສາ​ມາ​ດ​ໂດດ​ຂ້ວາມ​ກຳ​ແພງ​ໄດ້. \s5 \v 30 ​ສຳ​ລັບ​ພ​ຣະ​ເຈົ້າ​ແລ້ວ: ທາງ​ຂອງ​ພ​ຣະ​ອົງ​ນັ້ນ​ສົ​ມ​ບູນ. ຖ້ອຍ​ຄຳ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ບໍ​ຣິ​ສຸດ! ພ​ຣະ​ອົງ​ຊົງ​ເປັນ​ໂລ້​ໃຫ້​ແກ່​ທຸກ​ຄົນ​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ. \v 31 ເພາະ​ໃຜ​ຈະ​ເປັນ​ພ​ຣະ​ເຈົ້າ​ໄດ້​ ນອກ​ຈາກ​ພ​ຣະຢາ​ເວ? ໃຜ​ຈະ​ເປັນ​ພຣະສີລາ ​ໄດ້​ນອກ​ຈາກ​ພ​ຣະ​ເຈົ້າ​ຂອງ​ເຮົາ? \v 32 ເປັນ​ເພາະ​ພ​ຣະ​ເຈົ້າ​ຜູ້​ຊົງ​ຄາດ​ກຳ​ລັງ​ໃຫ້​ແກ່​ຂ້າ​ນ້ອຍ ເຫມືອນ​ດັ່ງ​ຄາດ​ສາຍ​ແອວ​ຜູ້​ຊົງ​ວາງ​ຄົນ​, ບໍ່ມີທີ່​ຕິ​ເທິງ​ເສັ້ນ​ທາງ​ຂອງ​ພ​ຣະ​ອົງ. \s5 \v 33 ​ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຕີ​ນຂອງ​ຂ້າ​ນ້ອຍ​ໄວ​ດັ່ງ​ກວາງ ​ແລະ​ວາງ​ຂ້າ​ນ້ອຍ​ໄວ້​ເທິງ​ທີ່​ສູງ! \v 34 ພ​ຣະ​ອົງ​ຊົງ​ຝຶກ​ຝົນ​ໃຫ້​ມື​ຂອງ​ຂ້​າ​ນ້ອຍ​ເຮັດ​ສົງ​ຄາມ ແລະ​ໃຫ້​ແຂນ​ຂອງ​ຂ້າ​ນ້ອຍ​ກົ່ງ​ທະ​ນູ​ທອງສຳລິດໄດ້. \s5 \v 35 ​ພ​ຣະ​ອົງ​ໄດ້​ປຣະ​ທານ​ ໂລ້​ແຫ່ງ​ຄວາມ​ພົ້ນຂອງ​ພ​ຣະ​ອົງ. ​ແກ່​ຂ້າ​ນ້ອຍ​ມື​ຂວາ​ຂອງ​ພ​ຣະ​ອົງ​ໄດ້​ຊົງ​ຄ້ຳຊູຂ້າ​ນ້ອຍ​ໄວ້, ແລະ​ຄວາມ​ພໍ​ໃຈ​ຂອງ​ພ​ຣະ​ອົງ​ ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຍິ່ງ​ໃຫຍ່​ຂຶ້ນ. \v 36 ພ​ຣະ​ອົງ​ໄດ້​ຊົງ​ວາງ​ຕີນ​ຂອງ​ຂ້າ​ນ້ອຍ​ໄວ້​ເທິງ​ທີ່ກວ້າງ​ ເພື່ອ​ຕີນ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່ພະລາດ​ລົ້ມ​ຈັກ​ເທື່ອ. \s5 \v 37 ​ຂ້າ​​ນ້ອຍ​ໄລ່​ຕາ​ມ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ ແລະ​ຈັບ​ພວກ​ເຂົາ​ໄວ້​ໄດ້; ຂ້າ​ນ້ອຍ​ບໍ່​ໄດ້​ຫັນ​ກັບ​ຈົນ​ກວ່າ​ພວກ​ເຂົາ​ຖືກ​ທຳ​ລາຍ. \v 38 ​ຂ້າ​ນ້ອຍ​ໄດ້​ຕີ​ພວກ​ເຂົາ​ໃຫ້​ແຫລກ​ຈົນ​ພວກ​ເຂົາ​ບໍ່​ສາ​ມາດ​ລຸກ​ຂຶ້ນໄດ້;​ພວກ​ເຂົາ​ໄດ້​ລົ້ມ​ລົງ​ໃຕ້​ຕີນ​ຂອງ​ຂ້າ​ນ້ອຍ. \v 39 ເພາະ​ພ​ຣະ​ອົງ​ຊົງ​ໃຫ້ກຳ​ລັງ​ແກ່​ຂ້າ​ນ້ອຍ​ຄື​ຄາດ​ສາຍ​ແອ​ວ​ສຳ​ລັບ​ສົງ​ຄາມ; ພ​ຣະ​ອົງ​ຊົງ​ໃຫ້​ບັນ​ດາ​ຄົນ​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ​ ຂາບລົງ​ຢູ່​ຕໍ່ຫນ້າ​ຂ້າ​ນ້ອຍ. \s5 \v 40 ​ພ​ຣະ​ອົງ​ຊົງ​ໃຫ້​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ ຫັນ​ຫລັງ​ຫນີ​ຈາກຂ້າ​ນ້ອຍ; ຂ້າ​ນ້ອຍ​ໄດ້​ທຳ​ລາຍ​ລ້າງ​ບັນ​ດາ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ. \v 41 ພວກ​ເຂົາ​ໄດ້​ຮ້ອງ​ຫາ​ຄວາມ​ຊ່ວຍ​ເຫລືອ, ແຕ່​ບໍ່​ມີ​ໃຜ​ຊ່ວຍພວກ​ເຂົາ​ໄດ້ ພ​ວກ​ເຂົາ​ໄດ້​ຮ້ອງ​ພ​ຣະ​ຢາ​ເວ, ແຕ່​ພ​ຣະ​ອົງ​ບໍ່​ຊົງ​ຕອບ​ພວກ​ເຂົາ. \v 42 ຂ້າ​ນ້ອຍ​ທຸບ​ພວກ​ເຂົາ​ໃຫ້​ແຫລກ​ລະ​ອຽດ ​ຄື​ຝຸ່ນ​ທີ່​ຖືກ​ລົ​ມ​ພັດ; ຂ້າ​ນ້ອຍ​ໂຍນ​ພວກ​ເຂົາ​ຖິ້ມ​ຄື​ຂີ້​ຕົມ​ຕາມ​ຫົນ​ທາງ. \s5 \v 43 ພຣະອົງໄດ້ຊົງຊ່ອຍເຫລືອຂ້ານ້ອຍ. ຈາກການຕໍ່ສູ້ຂອງປະ​ຊາ​ຊົນ. ​ທີ່​ຂ້າ​ນ້ອຍ​ບໍ່​ເຄີຍ​ຮູ້​ຈັກ​ ໄດ້​ມາ​ຮັບ​ໃຊ້​ຂ້າ​ນ້ອຍ. \v 44 ທັນ​ທີ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ສຽງ​ຂ້າ​ນ້ອຍ, ພວກ​ເຂົາ​ກໍ​ໄດ້​ເຮັດ​ຕາມ​ຂ້າ​ນ້ອຍ​; ພວກ​ຄົນ​ຕ່າງ​ດ້າວ​ກໍ​ຖືກ​ບັງ​ຄັບ​ໃຫ້​ກົ້ມ​ລົງ​ຕໍ່​ຂ້າ​ນ້ອຍ. \v 45 ພວກ​ຄົນ​ຕ່າງ​ດ້າວ​ຕ່າງ​ຕົວ​ສັ່ນ ​ອອກ​ມາ​ຈາກ​ປ້ອມ​ຂອງ​ພວກ​ເຂົາ. \s5 \v 46 ​ພ​ຣະ​ຢາ​ເວ​ຊົງ​ມີ​ຊີ​ວິດ​ຢູ່. ຂໍ​ໃຫ້​ພຣະສີລາຂອງ​ຂ້າ​ນ້ອຍ​ເປັນ​ທີ່​ສັນ​ຣະເສີນ ຂໍ​ພ​ຣະ​ເຈົ້າ​ແຫ່ງ​ຄວາມພົ້ນຂອງ​ຂ້າ​ນ້ອຍ​ເປັນ​ທີ່​ຍົກ​ຍ້ອງ. \v 47 ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຜູ້​ຊົງ​ແກ້​ແຄ້ນ,​ໃຫ້​ແກ່​ຂ້າ​ນ້ອຍ​ຜູ້​ຊົງ​ປາບ​ຊົນ​ຊາດ​ຕ່າງໆ ໃຫ້​ຍອມຈຳນົນຕໍ່​ຂ້າ​ນ້ອຍ. \s5 \v 48 ​ຂ້າ​ນ້ອຍ​ເປັນ​ອິສຣະ ​ຈາກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ! ແທ້​ຈິງ​ແລ້ວ​ພ​ຣະ​ອົງ ​ໄດ້​ຊົງ​ຍົກ​ຂ້າ​ນ້ອຍ​ໄວ້​ເຫນືອ ​ຜູ້​ທີ່​ລຸກ​ຂຶ້ນ​ຕໍ່​ຕ້ານ​ຂ້າ​ນ້ອຍ! ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ​ ຈາກ​ພວກ​ຄົນ​ໂຫດ​ຮ້າຍ. \v 49 ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​; ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ! \s5 \v 50 ​ພ​ຣະ​ເຈົ້າ​ປຣະ​ທານ​ຊັຍ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ແກ່​ກະ​ສັດ,​ ຂອ​ງ​ພ​ຣະ​ອົງ​ແລະ​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ ຜູ້​ໄດ້​ຮັບ​ການອວຍ​ພອນ​ໄວ້, ຄື​ແກ່​ດາ​ວິດ​ແລ​ະ​ເຊື້ອ​ສາຍ​ຂອງ​ທ່ານ​ເປັນ​ນິ​ຣັນ​ດອນ. \s5 \c 19 \cl ບົດທີ 19 \p ເຖິງ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ແລະ​ບັນ​ດາ​ພື້ນ​ຟ້າ​ເຮັດ​ໃຫ້​ເຫັນ​ຊັດ​ແຈ້ງ​ສິ່ງ​ທີ່​ໄດ້​ຊົງ​ເຮັດ​ນັ້​ນ! \v 2 ມື້​ແລ້ວ​ມື້​ອີກ​ຖ້ອຍ​ຄຳ​ກໍ​ຖືກ​ເທ​ອອກ​ມາ; ຄືນ​ແລ້ວ​ຄື​ນ​ອີກຄວາມ​ຮູ້​ກໍ​ປາ​ກົດ​ແຈ້ງ​ອອກ​ມາ. \v 3 ຖ້າ​ບໍ່​ມີ​ຄຳ​ເວົ້າ​ຫລື​ການ​ເວົ້າ​ຖ້ອຍ​ຄຳ​ອອກ​ມາ; ກໍ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ເຫລົ່າ​ນັ້​ນ. \s5 \v 4 ​ແຕ່​ຖ້ອຍ​ຄຳ​ເຫລົ່າ​ນັ້ນ ​ໄດ້​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ໂລກ, ແລະ​ຄຳ​ເວົ້າ​ເຫລົ່າ​ນັ້ນ​ ໄດ້​ໄປ​ເຖິງ​ສຸດ​ປາຍ​ແຜ່ນດິນໂລກ. ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ເຕັນ​ໄວ້​ໃຫ້​ດວງ​ຕາເວັນໃນ​ທ່າມ​ກາງ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ. \v 5 ດວງ​ຕາເວັນ​ເປັນ​ຄື​ເຈົ້າ​ບ່າວ​ທີ່​ກຳ​ລັງ​ອອກ​ມາ​ຈາກ​ ຫ້ອງ​ໂຖງ​ຂອງ​ເຂົາ ແລະ​ເປັນ​ຄື​ຄົນ​ແຂງ​ແຮງ​ທີ່​ປິ​ຕິ​ຍິນ​ດີ ​ເມື່ອ​ເຂົາ​ແລ່ນ. \v 6 ດວງ​ຕາເວັນ​ຂຶ້ນ​ຈາກຟາກ​ຟ້າ​ຫນຶ່ງ ​ແລະ​ຂ້ວາມ​ທ້ອງ​ຟ້າ​ໄປ​ຍັງ​ອີກ​ຟາກ​ຟ້າ​ຫນຶ່ງ; ບໍ່​ມີ​ຫຍັງ​ທີ່​ຈະ​ລອດ​ພົ້ນ​ຄວາມ​ຮ້ອນ​ຂອງ​ມັນ​ໄດ້. \s5 \v 7 ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ຢາ​ເວ, ​ນັ້ນ​ດີ​ພ້ອມ​ແລະ​ຟື້ນ​ຟູ​ຈິດ​ໃຈ; ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ເຊື່ອ​ຖື​ໄດ້, ເຮັດ​ໃຫ້​ຄົນ​ຮູ້​ນ້ອຍ​ມີ​ປັນ​ຍາ. \v 8 ຄຳ​ສັ່ງ​ສອນ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ຖືກ​ຕ້ອງ, ເຮັດ​ໃຫ້​ໃຈ​ປິ​ຕິ​ຍິນ​ດີ; ປັນ​ຍາ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ບໍ​ຣິ​ສຸດ​, ເຮັດ​ໃຫ້​ດວງ​ຕາ​ກະ​ຈ່າງ​ແຈ້ງ. \s5 \v 9 ​ຄວາມ​ຢຳເກງ​ພ​ຣະ​ຢາ​ເວ,​ ນັ້ນ​ບໍ​ຣິສຸດ​ແລະ​ດຳ​ຣົງ​ຢູ່​ຕະ​ຫລອດ​ໄປ​ເປັນ​ນິ​ດ; ​ກົດ​ເກນ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ຢາ​ເວ​ນັ້ນ ​ເປັນ​ຈິງ​ແລະ​ຖືກ​ຕ້ອງ​ທັງ​ຫມົດ! \v 10 ມີ​ຄ່າ​ຫລາຍ​ຍິ່ງກວ່າ​ທອງ​ຄຳ, ຫວານ​ຍິ່ງກວ່າ​ນ້ຳເ​ຜິ້ງ ​ແລະ​ນ້ຳ​ເຜິ້ງ​ທີ່​ຍ້ອຍ​ລົງ​ມາ​ຈາກ​ຮັງ. \s5 \v 11 ​ແມ່ນ​ແລ້ວ​, ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ ໄດ້​ຮັບ​ຄຳ​ຕັກ​ເຕືອນ​ຈາກ​ຖ້ອຍ​ຄຳ​ເຫລົ່າ​ນີ້; ການ​ເຊື່ອ​ຟັງ​ເຮັດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນີ້​ກໍ​ມີ​ບຳ​ເຫນັດ​ລາງວັນ​ທີ່​ຍິ່ງ​ໃຫຍ່. \v 12 ໃຜ​ແດ່​ສາ​ມາດ​ເບິ່ງ​ຄວາມ​ຜິດ​ພາດ​ ຂອງ​ຕົນ​ເອງ​ໄດ້​ທັງ​ຫມົດ? ຂ​ໍ​ຊົງ​ຊຳ​ຣະ​ຂ້າ​ນ້ອຍຈາ​ກ​ຄວາມ​ຜິດ​ບາບທີ່ແອບ​ລີ້​ຢູ່. \s5 \v 13 ​ຂໍ​ຊົງ​ປົກ​ປ້ອງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ ຈາກ​ບາບ​ແຫ່ງ​ການ​ຍິ່ງ​ຈອງ​ຫອງ; ຂໍ​ຢ່າ​ໃຫ້​ມັນ​ຄອບ​ຄອງ​ເຫນືອ​ຂ້າ​ນ້ອຍ. ແລ້ວ​ຂ້າ​ນ້ອຍ​ຈຶ່ງ​ຈະ​ດີ​ພ້​ອມ, ແລະ​ຂ້າ​ນ້ອຍ​ຈະ​ບໍ່​ມີ​ຄວາມ​ຜິດ​ອັນ​ເນື່ອງ​ມາ​ຈາກ​ ການຫລອກ​ລວງ ຫລວງ​ຫລາຍ. \v 14 ຂໍ​ໃຫ້​ບັນ​ດາ​ຖ້ອຍ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້າ​ນ້ອຍ ​ແລະ​ຄວາມ​ຄິດ​ທັງ​ຫລາຍ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ, ຂໍເປັນ​ທີ່​ພໍ​ໃຈຮັບ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ຢາ​ເວ, ຜູ້ເປັນສີລາແລະເປັນຜູ້ຊົງໄຖ່ຂ້ານ້ອຍເຖີ້ນ​. \s5 \c 20 \cl ບົດທີ 20 \p ເຖິງ​ບັນ​ດາ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ຂອງ​ດາ​ວິດ. \v 1 ຂໍພຣະຢາເວຊົງຊ່ອຍທ່ານໃນວັນຍາກລຳບາກ; ຂໍ​ພ​ຣະ​ນາມຊື່​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ຄຸ້ມ​ຄອງ​ທ່ານ \v 2 ແລະ​ຊົງ​ສົ່ງ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຖານ​ທີ່ບໍຣິສຸດ​ເພື່ອ​ຄ້ຳ​ຊູ​ທ່ານ​ຈາກ​ຊີ​ໂອນ. \s5 \v 3 ​ຂໍ​ພ​ຣະ​ອົງ​ຊົງ​ຣະ​ນຶກ​ເຖິງ​ເຄື່ອງ​ບູ​ຊາ​ທັງ​ຫມົດ​ຂອງ​ທ່ານ ​ແລະ​ຂໍ​ຊົງ​ພໍ​ໃຈ​ກັບເຄື່ອງ​ເຜົາ​ບູ​ຊາ​ຂອງ​ທ່ານ​ດ້ວຍ​ເຖີດ. ເສ​ລາ \v 4 ຂໍ​ພ​ຣະ​ອົງ​ຊົງ​ປະ​ທານ​ຕາມ​ໃຈ​ປຣາ​ຖນາ​ຂອງ​ທ່ານ ແລະ​ເຮັດ​ໃຫ້​ແຜນ​ການ​ທັງ​ປວງ​ຂອງ​ທ່ານ​ສຳ​ເລັດ. \s5 \v 5 ​ແລ້ວ​ເຮົາ​ຈະ​ຊື່ນ​ຊົມ​ຍິນ​ດີ ​ໃນ​ຊັຍ​ຊະ​ນະ​ຂອງ​ທ່ານ, ແລະ​ໃນ​ພ​ຣະ​ນາມຊື່​ແຫ່ງ​ພ​ຣະ​ເຈົ້າ​ຂອງ​ເຮົາ, ແລະ​ຈະ​ຍົກ​ທຸງ​ຂຶ້ນ. ຂໍ​ພ​ຣະ​ຢາ​ເວ​ຊົງ​ປຣະ​ທານ​ ໃຫ້​ຕາມ​ຄຳ​ພາວັນນາອະທິຖານ​ຂອງ​ທ່ານ. \v 6 ບັດ​ນີ້​ຂ້າ​ນ້ອຍ​ຮູ້​ວ່າ​ພ​ຣະ​ຢາ​ເວ​ຈະ​ຊົງ​ຊ່ວຍ​ກູ້​ຜູ້​ທີ່​ໄດ້​ຮັບ​ການ​ຊົງ​ອວຍ​ພອນ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຈະ​ຊົງ​ຕອບ​ເຂົາ​ຈາກ​ສະ​ຫວັນ​ອັນ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ ພ້ອມ​ດ້ວຍ​ພ​ຣະ​ກຳ​ລັງ​ແຫ່ງ​ມື​ຂວາ​ຂອງ​ພ​ຣະ​ອົງ​ທີ່​ສາ​ມາດ​ຊ່ວຍ​ກູ້​ເຂົາ​ໄດ້. \s5 \v 7 ​ບາງ​ຄົນ​ກໍ​ວາງ​ໃຈ​ໃນ​ບັນ​ດາ​​ຣົດ​ຮົບ ແລະ​ຄົນ​ອື່ນໆ ກໍ​ວາງ​ໃຈ​ບັນ​ດາ​ມ້າ​ຮົບ, ແຕ່​ເຮົາ​ຮ້ອງ​ຫາ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຮົາ. \v 8 ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ຕົກ​ຕ່ຳ​ແລະ​ລົ້ມ​ລົງ, ແຕ່​ເຮົາ​ຈະ​ລຸກ​ຂຶ້ນ​ແລະ​ຢືນ​ຂຶ້ນ​ຊື່ຕຣົງ! \s5 \v 9 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຊ່ວຍ​ເຫລືອພະ​ຣາ​ຊາ; ຂໍ​ຊົງ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ຮ້ອງ​ທູນ​ດ້ວຍ​ເຖີດ. \s5 \c 21 \cl ບົດທີ 21 \p \v 1 ​ເຖິງ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ຂອງ​ດາ​ວິດ. ​ຂ້າ​ແດ່​ພ​ຣະ​ຢາ​ເວ ພ​ະ​ຣາ​ຊາ​ຊື່ນ​ຊົມ​ຍິນ​ດີ​ໃນ​ພ​ະ​ກຳ​ລັງ​ຂອງ​ພ​ຣະ​ອົງ, ທ່ານ​ຈະ​ຍິນ​ດີ​ຫລາຍ​ປານ​ໃດ​ໃນ​ຄວາມ​ພົ້ນ​ທີ່​ພ​ຣະ​ອົງ​ປຣະ​ທານ​ໃຫ້! \v 2 ພ​ຣະ​ອົງ​ໄດ້​ປຣະ​ທານ​ຕາມ​ໃຈ​ປຣາ​ຖນາ​ຂອງ​ທ່ານ ແລະ​ບໍ່​ໄດ້​ປະ​ຕິ​ເສດ​ສິ່ງ​ທີ່​ປາກ​ທ່ານ​ທູນ​ຂໍ. ເສລາ \s5 \v 3 ພ​ຣະ​ອ​ົງ​ຊົງ​ນຳ​ການອວຍ​ພອນ​ອັນ​ຮັ່ງ​ມີ​ມາ; ​ພ​ຣະ​ອົງ​ຊົງ​ສວມ​ມົງ​ກຸດ​ທອງ​ຄຳ​ບໍ​ຣິສຸດ​ເທິງ​ຫົວ​ຂອງ​ທ່ານ. \v 4 ທ່ານ​ໄດ້​ທູນ​ຂໍ​ຊີ​ວິດ​ຕໍ່​ພ​ຣະ​ອົງ; ພ​ຣະ​ອົງ​ກໍ​ປະ​ທານ​ຊີ​ວິດ​ນັ້ນ​ໃຫ້​ແກ່​ທ່ານ;​ ພ​ຣະ​ອົງ​ຊົງ​ໃຫ້​ທ່ານ​ມີ​ຊີ​ວິດ​ຍືນ​ຍາວຕະ​ຫລອດ​ໄປ. \s5 \v 5 ​ກຽດ​ຕິຍົດຂອງ​ທ່ານ​ຍິ່ງ​ໃຫຍ່​ກໍ​ເປັນ​ເພາະ​ຊັຍ​ຊະ​ນະ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ປຣະ​ທານ​ຄວາມ​ສະ​ງ່າ​ງາມ​ແລະ​ບາ​ຣະ​ມີ​ໃຫ້​ແກ່​ທ່ານ. \v 6 ເພາະ​ພ​ຣະ​ອົງ​ປຣະ​ທານ​ພ​ຣະ​ພອນ​ນິ​ຣັນ​ດອນ​ໃຫ້​ແກ່​ທ່ານ; ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ທ່ານ​ຍິນ​ດີ​ດ້ວຍ​ຄວາມຊື່ນຊົມ​ຍິນ​ດີ​ຢູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ. \s5 \v 7 ເພາະພະຣາຊາໄວ້ວາງໃຈໃນພຣະຢາເວ; ໂດຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ຜູ້​ສູງ​ສຸດ ທ່ານ​ຈະ​ບໍ່​ຫວັ່ນ​ໄຫວ​ເລີຍ. \v 8 ພຣະຫັດ​ຂອງ​ພ​ຣະ​ອົງ​ຈະ​ໄລ່​ຕາມ​ສັດ​ຕຣູທັງ​ປວງ​ຂອງ​ພ​ຣະ​ອົງ; ພຣະຫັດຂວາ​ຂອງ​ພ​ຣະ​ອົງ​ຈະ​ໄລ່​ຕາມ​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ພ​ຣະ​ອົງ. \s5 \v 9 ​ເມື່ອ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ມາ​ເຖິງ, ພ​ຣະ​ອົງ​ຈະ​ເຜົາຜານ​ພວກ​ເຂົາ ​ຄື​ດັ່ງ​ເຕົາ​ຫລອມ​ທີ່​ມີ​ໄຟ​ລຸກ​ຢູ່. ພ​ຣະ​ຢາ​ເວ​ຈະ​ເຜົາ​ຜານພວກ​ເຂົາ​ໃນ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ, ແລະ​ໄຟ​ນັ້ນ​ຈະ​ກືນ​ກິນ​ພວກ​ເຂົາເສຍ. \v 10 ພ​ຣະ​ອົງ​ຈະ​ຊົງ​ທຳ​ລາຍ​ ລູກ​ຫລານ​ຂອງ​ພວກ​ເຂົາ​ໃຫ້​ຫມົດ​ໄປ ​ຈາກ​ແຜ່ນ​ດິນ​ໂລກ ແລະ​ທຳ​ລາຍ​ເຊື້ອ​ສາຍ​ຂອງ​ພວກ​ເຂົາ​ ໄປ​ຈາກ​ທ່າມ​ກາງ​ເຊື້ອ​ສາຍ​ຂ​ອງ​ມະ​ນຸດ. \s5 \v 11 ເພາະພວກເຂົາໄດ້ປອງຮ້າຍຕໍ່ພຣະອົງ; ພວກ​ເຂົາ​ໄດ້​ວາງ​ແຜນ​ຊົ່ວ​ຊຶ່ງ​ພວກ​ເຂົາ​ຈະ​ເຮັດ​ບໍ່​ສຳ​ເລັດ! \v 12 ເພາະ​ພ​ຣະ​ອົງ​ຈະ​ໃຫ້​ພວກ​ເຂົາ​ຫັນ​ຫນີ​ກັບ​ໄປ; ພ​ຣະ​ເຈົ້າ​ຈະ​ຊົງ​ເລັງ​ທະ​ນູ​ໄປ​ຕໍ່​ຫນ້າ​ພວກ​ເຂົາ. \s5 \v 13 ​ຂໍ​ຊົງ​ເປັນ​ທີ່​ຍົກ​ຍ້ອງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ​ໃນ​ພ​ຣະ​ກຳ​ລັງ​ຂອງ​ພ​ຣະ​ອົງ;​ ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຮ້ອງ​ເພງ​ແລະ​ສັນ​ຣະ​ເສີນ​ພ​ຣະອາ​ນຸ​ພາບ​ຂອງ​ພ​ຣະ​ອົງ. \s5 \c 22 \cl ບົດທີ 22 \d ເຖິງ​ຄະ​ນະ​ນັກ​ຮ້ອງ; ສົ່ງເຖິງ " ຈັງ​ຫວະ​ຂອງກວາງ." ບົດ​ເພງ​ຂອງ​ດາ​ວິດ. \p \v 1 ​ພ​ຣະ​ເຈົ້າ​ຂ​ອງ​ຂ້າ​ນ້ອຍ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ເປັນ​ຫຍັງ​ພ​ຣະ​ອົງ​ຊົງປະຖິ້ມ​ຂ້າ​ນ້ອຍເສຍ? ເປັນ​ຫຍັງ​ພ​ຣະ​ອົງ​ຊົງ​ເມີນ​ເສີຍ​ທີ່​ຈະ​ຊ່ວຍ​ຂ້າ​ນ້ອຍ ແລະ​ຊົງ​ເມີນ​ເສີຍ ​ຕໍ່​ຖ້ອຍ​ຄຳ​ແຫ່ງ​ຄວາມ​ເຈັບ​ປວດ​ ຂອງ​ຂ້າ​ນ້ອຍ? \v 2 ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຮ້ອງ​ອອກ​ມາ​ໃນ​ເວ​ລາ​ກາງ​ເວັນ, ​ແຕ່​ພ​ຣະ​ອົງ​ບໍ່​ຊົງ​ຕອບ, ແລະ​ໃນ​ຍາມ​ຄ່ຳ​ຄືນ​ຂ້າ​ນ້ອຍ​ກໍ​ບໍ່​ງຽບ​ເສີຍ! \s5 \v 3 ເຖິງ​ຢ່າງ​ໃດ​ພ​ຣະ​ອົງ​ກໍ​ຍັງ​ຊົງ​ບໍ​ຣິ​ສຸດ; ພ​ຣະ​ອົງ​ນັ່ງທີ່ເທິງບັນລັງຂອງພ​ຣະ​ອົງທ່າມ​ກາງ​ບັນ​ດາ​ຄຳ​ສັນ​ຣະ​ເສີນ​ຂອງ​ອິ​ສະ​ຣາ​ເອນ. \v 4 ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ນ້ອຍ ​ທັງ​ຫລາຍ​ໄດ້​ໄວ້​ວາງ​ໃຈ​ພ​ຣະ​ອົງ; ພວກ​ເຂົາ​ໄດ້​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ເຫລືອພວກ​ເຂົາ. \v 5 ພວກ​ເຂົາ​ໄດ້​ຮ້ອງ​ຫາ​ພ​ຣະ​ອົງ​ແລະ​ພວກ​ເຂົາ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ. ພວກ​ເຂົາ​ໄດ້​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ​ແລະ​ບໍ່​ຜິດ​ຫວັງ. \s5 \v 6 ​ແຕ່​ຂ້າ​ນ້ອຍ​ເປັນ​ພຽງ​ຫນອນ​ໂຕ​ຫນຶ່ງ​ບໍ່​ແມ່ນ​ມະ​ນຸດ, ຜູ້​ຄົນ​ກໍ​ພາ​ກັນ​ສຽດ​ສີແລະ​ປະ​ຊາ​ຊົນ​ກໍ​ດູ​ຫມິ່ນ. \v 7 ທຸກ​ຄົນ​ທີ່​ເຫັນ​ຂ້າ​ນ້ອຍ​ກໍ​ຫຍໍ້​ຫຍັນ​ຂ້າ​ນ້ອຍ; ພວກ​ເຂົາ​ເຢາະ​ເຍີ້ຍ​ຂ້າ​ນ້ອຍ ພວກ​ເຂົາ​ແກ່ງ​ຫົວ​ໃສ່​ຂ້າ​ນ້ອຍ. \v 8 ພວກ​ເຂົາ​ເວົ້າ​ວ່າ, "ເຂົາ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ; ໃຫ້​ພ​ຣະ​ຢາ​ເວ​ຊ່ວຍ​ເຂົາ​ເຖີດ. ໃຫ້​ພ​ຣະ​ອົງ​ຊ່ວຍ​ເຫລືອເຂົາ​ເຖີດ, ເພາະ​ເຂົາຊື່ນຊົມ​ຍິນ​ດີ​ໃນ​ພ​ຣະ​ອົງ." \s5 \v 9 ເພາະພຣະອົງໄດ້ຊົງນຳຂ້ານ້ອຍ ອອກມາຈາກທ້ອງແມ່; ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ ​ເມື່ອ​ຂ້າ​ນ້ອຍ​ຍັງ​ຢູ່​ທີ່ເ​ອິກ​ຂອງ​ແມ່. \v 10 ຂ້າ​ນ້ອຍ​ຖືກ​ຖິ້ມ​ໄວ້​ກັບ​ພ​ຣະ​ອົງ​ຕັ້ງ​ແຕ່​ອອກ​ຈາກ​ທ້ອງ; ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ ​ຕັ້ງ​ແຕ່​ຂ້າ​ນ້ອຍ​ຢູ່​ໃນ​ທ້ອງ​ຂອງ​ແມ່​ຂອງ​ຂ້າ​ນ້ອຍ! \s5 \v 11 ​ຂໍ​ຢ່າ​ຊົງ​ຫ່າງ​ຈາກ​ຂ້າ​ນ້ອຍ, ເພາະ​ຄວາມ​ລຳ​ບາກ​ຢູ່​ໃກ້​; ແລະ​ບໍ່​ມີ​ໃຜ​ທີ່​ຈະ​ຊ່ວຍ​ໄດ້​ເລີຍ. \v 12 ພວກ​ງົວ​ໂຕ​ຜູ້​ກໍອ້ອມ​ຮອບ​ຂ້າ​ນ້ອຍ; ງົວ​ປ່າ​ຮ້​າຍ​ທີ່​ບາ​ຊານ​ກໍ​ອ້ອມ​ຂ້າ​ນ້ອຍ​ໄວ້. \v 13 ພວກ​ເຂົາ​ອ້າ​ປາກກວ້າງ​ໃສ່​ຂ້າ​ນ້ອຍ ​ເຫມືອນ​ສິງ​ທີ່​ຄຳ​ລາມ​ກຳ​ລັງ​ຈີກ​ເຫຍື່ອ​ຂອງ​ມັນ. \s5 \v 14 ​ຂ້າ​ນ້ອຍ​ກຳ​ລັງ​ຖືກ​ເທ​ອອກ​ເຫມືອນນ້ຳ, ແລະ​ກະ​ດູກ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ກໍ​ຫລຸດ​ອອກ​ຈາກ​ກັນ. ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ລະ​ລາຍ​ຢູ່​ພາຍ​ໃນ; ​ຂ້າ​ນ້ອຍ​ຄື​ຂີ້ເຜິ້ງ. \v 15 ກຳ​ລັງ​ຂອງ​ຂ້າ​ນ້ອຍ​ກໍ​ແຫ້ງ​ໄປ​ຄື​ເສດ​ຫມໍ້​ດິນ; ລີ້ນ​ຂອງ​ຂ້າ​ນ້ອຍ​ກໍ​ຕິດ​ຢູ່​ທີ່​ເພ​ດານ​ປາກ. ພ​ຣະ​ອົງ​ໄດ້​ຊົງ​ວາງ​ຂ້າ​ນ້ອຍ​ໄວ້​ໃນ​ແດນ​ແຫ່ງ​ຄວາມ​ຕາຍ. \s5 \v 16 ​ເພາະ​ພວກ​ຫມາ​ໄດ້​ລຸມ​ອ້ອມ​ຂ້າ​ນ້ອຍ; ເຫລົ່າ​ພວກ​ຄົນ​ເຮັດ​ຊົ່ວ​ກໍ​ອ້ອມ​ຂ້າ​ນ້ອຍ; ພ​ວກ​ເຂົາ​ໄດ້​ແທງ​ມື​ແທງ​ຕີນ​ຂ້າ​ນ້ອຍ. \v 17 ຂ້າ​ນ້ອຍ​ສາ​ມາດ​ນັບ​ກະ​ດູກ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ໄດ້. ພວກ​ເຂົາ​ຈ້ອງ​ເບິ່ງ​ທີ່​ຂ້າ​ນ້ອຍ. \s5 \v 18 ​ພວກ​ເຂົາ​ໄດ້​ແບ່ງ​ເສຶ້ອ​ຄຸມ​. ຂອງ​ຂ້າ​ນ້ອຍ​ໃນ​ທ່າມ​ກາງ​ພວກ​ເຂົາ ພວກ​ເຂົາ​ໄດ້​ຈັບ​ສະ​ຫລາກ​ເສື້ອ​ຜ້າ​ຂອງ​ຂ້າ​ນ້ອຍ. \v 19 ຂໍ​ຢ່າ​ຊົງ​ຫ່າງ​ໄກ, ຂ້າ​ແດ່​ພຣະ​ຢາ​ເວ; ​ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ,​ພ​ຣະ​ຜູ້​ຊົງ​ເປັ​ນ​ກຳ​ລັງ​ຂອງ​ຂ້າ​ນ້ອຍ! \s5 \v 20 ຂໍ​ໂຜດ​ຊ່ວຍ​​​ຂ້າ​ນ້ອຍ​ໃຫ້ພົ້ນຈາກ​ຄົມ​ດາບ, ຂໍ​ຊົງ​ຊ່ວຍ​ຊີ​ວິດ​ທີ່​ເຫລືອ​ຂອງ​ຂ້າ​ນ້ອຍ​ຈາກ​ແຂ້​ວ​ຂອງ​ພວກ​ຫມາ​ປ່າ. \v 21 ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ຈາກ​ບັນ​ດາ​ເຂົາ​ຂອງ​ພວກ​ກະ​ທິງ​ປ່າ. \s5 \v 22 ​ຂ້າ​​ນ້ອຍ​ຈະ​ປະ​ກາດ ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງໃຫ້​ແກ່​ພວກ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ ໃນ​ທ່າມ​ກາງ​ທີ່​ຊຸມ​ນຸມ. \v 23 ທ່ານ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ຢາ​ເວ​ເອີຍ, ຈົ່ງ​ສັນ​ຣະເສີນ​ພ​ຣະ​ອົງ​ເຖີດ! ບັນ​ດາ​ເຊື້ອ​ສາຍ​ທັງ​ຫມົດ​ຂອງ​ຢາ​ໂຄບ​ເອີຍ, ຈົ່ງ​ຖ​ວາຍ​ກຽຕ​ແດ່​ພ​ຣະ​ອົງ​ເຖີດ! ບັນ​ດາ​ທ່ານ​ທີ່​ເປັນ​ເຊື້ອ​ສາຍ​ຂອງ​ອິ​ສະຣາ​ເອນ​ເອີຍ, ຈົ່ງ​ຢືນ​ຂຶ້ນ​ໃນ​ຄວາມ​ຢຳເກງພ​ຣະ​ອົງ​ເຖີດ. \s5 \v 24 ເພາະພຣະອົງບໍ່ຊົງດູຖູກ ຫລືລັງກຽດຕໍ່ຄວາມລຳບາກ ຂອງຄົນທີ່ທຸກຍາກ; ພ​ຣະ​ຢາ​ເວ​ບໍ່​ໄດ້​ເຊື່ອງ​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ເຂົາ; ເມື່ອ​ຄົນ​ທີ່​ທຸກ​ຍາກ​ໄດ້​ຮ້ອງ​ຕໍ່​ພ​ຣະ​ອົງ, ພ​ຣະ​ອົງ​ກໍ​ຊົງ​ຟັງ. \v 25 ເປັນ​ເພາະ​ພ​ຣະ​ອົງ​ຂ້າ​ນ້ອຍ ​ຈຶ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ໃຫຍ່; ຂ້າ​ນ້ອຍ​ຈະ​ເຮັດ​ຕາມ​ຄຳ​ປະຕິຍານ​ທັງ​ຫລາຍ​ຂອງ​​ຂ້າ​ນ້ອຍ​ຕໍ່​ຫນ້າ​ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ. \s5 \v 26 ​ຜ​ູ້​ທີ່​ຖືກ​ຂົ່ມ​ເຫັງ​ຈະ​ໄດ້​ກິນ​ອີ່​ມ; ບັນ​ດາ​ຜູ້​ທີ່​ສະ​ແຫວງ​ພ​ຣະ​ຢາ​ເວ​ ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ. ຂໍ​ໃຫ້​ໃຈ​ຂອງ​ທ່ານ​ທັງ​ຫລາຍ​ ມີ​ຊີ​ວິດ​ຢູ່​ຕະ​ຫລອດ​ໄປ. \v 27 ບັນ​ດາ​ປະ​ຊາຊົນ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ຣະ​ນຶກ​ໄດ້​ແລະ​ຫັນ​ໄປ​ຫາ​ພ​ຣະ​ຢາ​ເວ; ເຊື້ອ​ສາຍ​ທັງ​ຫມົດ​ຂອງ​ບັນ​ດາ​ປະ​ຊ​າ​ຊົນ​ຈະ​ກົ້ມ​ກາບ​ລົງ​ຕໍ່​ພ​ຣະ​ອົງ. \s5 \v 28 ​ເພາະ​ຣາ​​ຊ​ອາ​ນາ​ຈັກ​ເປັນ​ຂອງ​ພ​ຣະ​ຢາ​ເວ; ພ​ຣະ​ອົງ​ຊົງ​ຄອບ​ຄອງ​ເຫນືອ​ຊົນ​ຊາດ​ຕ່າງໆ. \v 29 ບັນ​ດາ​ຜູ້​ຮັ່ງ​ມີ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ສະ​ເຫລີມ​ສະ​ຫລອງ ​ແລະ​ຈະ​ນະ​ມັ​ສະ​ການ; ບັນ​ດາ​ຜູ້​ທີ່​ໂອ້ອວດ​ຈອງ​ຫອງ​ນັ້ນ ​ຈະ​ກົ້ມ​ກາບ​ພ​ຣະ​ອົງ, ຄື​ບັນ​ດາ​ຜູ້​ທີ່​ບໍ່​ສາ​ມາດ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ​ເອງ​ໄວ້​ໄດ້. \s5 \v 30 ​ຄົນ​ຊົ່ວ​ອາ​ຍຸ​ຫນື່ງ​ຈະ​ມາ​ຮັບ​ໃຊ້​ພ​ຣະ​ອົງ; ພວກ​ເຂົາ​ຈະ​ບອກ​ຊົ່ວ​ອາ​ຍຸ​ຕໍ່​ໄປ​ເຖິງ​ເລື່ອງ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ. \v 31 ພວກ​ເຂົາ​ຈະ​ມາ​ບອກ​ເຖິງ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ; ພວກ​ເຂົາ​ຈະ​ບອກ​ປະ​ຊາ​ຊົນ​ໃນ​ຮຸ້ນ​ຕໍ່​ໄປ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະທຳໄວ້! \s5 \c 23 \cl ບົດທີ 23 \p \v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ​ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ລ້ຽງ​ຂອງ​ຂ້າ​ນ້ອຍ​ດັ່ງ​ລ້ຽງ​ແກະ; ຂ້າ​ນ້ອຍ​ຈະ​ບໍ່​ຂາດ​ສິ່ງ​ໃດໆ. \v 2 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍນອນ​ລົງ​ທີ່​ທົ່ງ​ຫຍ້າ​ຂຽວ​ສົດ; ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ແຄມ​ນ້ຳທີ່ມິດ​ງຽບ. \s5 \v 3 ​ຊົງ​ນຳ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກັບ​ຄືນ​ມາ; ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ຕາມ​ທາງ​ຊອບ​ທັມ ເພາະ​ເຫັນ​ແກ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ. \s5 \v 4 ​ແມ່ນຂ້າ​ນ້ອຍ​ຈະ​ຍ່າງ​ໄປ​ຕາມ​ຮ່ອມ​ເຂົາ​ເງົາ​ມືດ​ມິດ, ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ​ອັນ​ຕະ​ຣາຍ​ໃດໆ ເພາະ​ພ​ຣະ​ອົງ​ສະ​ຖິດ​ກັບ​ຂ້າ​ນ້ອຍ; ໄມ້​ຄ້ອນ​ແລະ​ໄມ້​ເທົ້າ​ຂອງ​ພ​ຣະ​ອົງ​ຊົງ​ປອບ​ໃຈ​ຂ້າ​ນ້ອຍ. \s5 \v 5 ​ພ​ຣະ​ອົງ​ຊົງ​ຈັດ​ຕຣຽມ​ໂຕະ​ອາ​ຫານ ​ໃຫ້​ແກ່​ຂ້າ​ນ້ອຍ​ຕໍ່​ຫນ້າ​ສັດ​ຕຣູ​ທັງ​ຫລາຍຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ເຈີມ​ຫົວ​ຂອງ​ຂ້າ​ນ້ອຍ​ດ້ວຍ​ນ້ຳ​ມັນ; ຖ້ວຍ​ຂອງ​ຂ້າ​ນ້ອຍ​ກໍ​ລົ້ນ​ຢູ່. \s5 \v 6 ພຣະຄຸນ​ຄວາມ​ດີ​ແລະ​ຄວາມ​ຊື່​ສັດ ​ແຫ່ງ​ພັນທະສັນ​ຍາ​ຈະ​ຕິດ​ຕາມ​ຂ້າ​ນ້ອຍ​ ໄປ​ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ຂ້າ​ນ້ອຍ; ແລະ​ຂ້າ​ນ້ອຍ​ຈະ​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ ຕະ​ຫລອດ​ໄປ​​ເ​ປັນ​ນິດ! \s5 \c 24 \cl ບົດທີ 24 \p \v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ​ແຜ່ນ​ດິນ​ໂລກ​ແລະ​ທຸກ​ສິ່ງ​ມີ​ຢູ່​ໃນ​ນັ້ນ​ ທັງ​ຫມົດ​ເປັນ​ຂອງ​ພ​ຣະ​ຢາ​ເວ​, ແລະທັງ​ໂລກ​ແລະ​ບັນ​ດາ​ທຸກ​ສິ່ງ​ທີ່​ອາ​ສັຍ​ຢູ່​ໃນ​ນັ້ນ. \v 2 ເພາະ​ພ​ຣະ​ອົງ​ໄດ້​ຊົງ​ກໍ​ຕັ້ງ​ແຜ່ນ​ດິນໄວ້​ເທິງ​ມະ​ຫາ​ສະ​ມຸດ​ແລ​ະ​ຊົງ​ສ້າງ​ມັນ​ໄວ້​ເທິງ​ແມ່​ນ້ຳ​ທັງ​ປວງ. \s5 \v 3 ​ຜ​ູ້​ໃດ​ຈະ​ຂຶ້ນ​ໄປ​ເທິງ​ພູ​ເຂົາ​ຂອງ​ພ​ຣະ​ຢາ​ເວ​ໄດ້? ຜູ້​ໃດ​ຈະ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ​ຂອງ​ພ​ຣະ​ອົງ​ໄດ້? \v 4 ຄື​ຜູ້​ທີ່​ມີ​ມື​ສະ​ອາດ​ແລະ​ມີ​ໃຈ​ບໍ​ຣິສຸດ; ຄື​ຜູ້​ທີ່​ບໍ່​ໄດ້​ຍົກ​ຍ້ອງ​ຄວາມ​ຕົວະ, ແລະ​ບໍ່​ສາ​ບານ​ຢ່າງ​ຫລອກ​ລວງ. \s5 \v 5 ​ເຂົາ​ຈະ​ຮັບ​ພ​ຣະ​ພອນ​ຈາກ​ພ​ຣະ​ຢາ​ເວ​ ແລະ​ຮັບ​ຄວາມ​ຊ​ອບ​ທັມ​ຈາກ​ ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ເຂົາ. \v 6 ເຊັ່ນ​ນີ້​ແຫລະ​ເປັນ​ຍຸກ​ຂອງ​ຄົນ​ທີ່​ສະ​ແຫວງຫາ​ພ​ຣະ​ອົງ, ຄື​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາພຣະພັກ​​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ. ເສລາ \s5 \v 7 ​ຈົ່ງ​ຍົກ​ຫົວ​ຂອງ​ເຈົ້າ​ຂຶ້ນ, ປະ​ຕູ​ເມືອງ​ທັງ​ຫລາຍ​ເອີຍ; ບານ​ປະ​ຕູ​ນິ​ຣັນ​ດອນ​ເອີຍ, ຈົ່ງ​ຍົກ​ຂຶ້ນເພື່ອ​ອົງ​ກະ​ສັດ​ແຫ່ງ​ພ​ຣະສະຫງ່າຣາສີຈະ​ໄດ້​ເຂົ້າ​ມາ! \v 8 ອົງ​ກະ​ສັດ​ແຫ່ງ​ພ​ຣະ​ສະຫງ່າຣາສີນັ້ນ​ຄື​ຜູ້​ໃດ? ຄື​ພ​ຣະ​ຢາ​ເວ, ຜູ້​ຊົງ​ເຂັ້ມ​ແຂງ​ແລະ​ຊົງ​ຣິດ​​ທາ​ນຸ​ພາບ; ພ​ຣະ​ຢາ​ເວ​, ຜ​ູ້​ຊົງ​​​ມີຊັຍ​ໃນ​ສະຫນາມຮົບ. \s5 \v 9 ​ຈົ່ງ​ຍົກ​ຫົວ​ຂອງ​ເຈົ້າ​ຂຶ້ນ, ​ປະ​ຕູ​ເມືອງ​ທັງ​ຫລາຍ​ເອີຍ; ບານ​ປະ​ຕູ​ນິ​ຣັນ​ດອນ​ເອີຍ, ເພື່ອ​ອົງ​ກະ​ສັດ​ແຫ່ງ​ພ​ຣະ​ສະຫງ່າຣາສີຈະ​ໄດ້​ເຂົ້າ​ມາ! \v 10 ຄື​ພ​ຣະ​ຢາ​ເວ​ຈອມ​ໂຢ​ທາ​ ພ​ຣະ​ອົງ​ຊົງ​ເປັນ​ກະ​ສັດ​ຜູ້​ຊົງ​ພ​ຣະສະຫງ່າຣາສີ. ເສລາ \s5 \c 25 \cl ບົດທີ 25 \p \v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ສົ່ງ​ເຖິງ, ​ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍຍົກ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຂຶ້ນ​ຕໍ່​ພ​ຣະ​ອົງ! \v 2 ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ວາງ​ໃຈ​ພ​ຣະ​ອົງ. ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ; ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ສັດ​ຕຣູຂອງ​ຂ້າ​ນ້ອຍ​ໄດ້​ດີ​ໃຈ​ເຫນືອ​ຂ້າ​ນ້ອຍ​ຢ່າງ​ຜູ້​ມີ​​ຊັຍ​ຊະ​ນະ. \v 3 ຂໍ​ຢ່າ​ໃຫ້​ຜ​ູ້​ທີ່​ຫວັງ​ໃຈ​ໃນ​ພ​ຣະ​ອົງ​ຕ​້ອງ​ຂາຍ​ຫນ້າ ຂໍ​ໃຫ້​ບັນ​ດາ​ຄົນ​ທີ່​ເຮັດ​ການ​ຫັກ​ຫລັງ​ໂດຍ​ບໍ່ມີ​ເຫດ​ຜົນ​ໄດ້​ອັບ​ອາຍ! \s5 \v 4 ​ຂໍ​ຊົງ​ໃຫ້​ຂ້າ​ນ້ອຍ​ໄດ້​ຮູ້​ຈັກ​ຮູ້​ທາງ​ຂອງ​ພ​ຣ​ະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ; ຂໍ​ຊົງ​ສອນ​ວິ​ທີ​ທາງ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ. \v 5 ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ແລະ​ຂໍ​ຊົງ​ສອນ​ຂ້າ​ນ້ອຍ, ເພາະ​ພ​ຣະ​ອົງ​ຊົງ​ເປັນ ​ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຫວັງ​ໃຈ​ໃນ​ພ​ຣະ​ອົງ​ມາ​ດົນ​ນານ. \s5 \v 6 ເອີ້ນ​ໃຫ້​ກັບ​ໃຈ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​​ນຶກ​ເຖິງ​ຄວາມເມດຕາ​ແລະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ; ເພາະ​ສິ່ງ​ເຫລົ່າ​ນັ້ນ​ໄດ້​ມີ​ຢູ່​ຕະ​ຫລອດ​ມາ. \v 7 ຂໍ​ຢ່າ​ຊົງ​ຣະ​ນຶກເຖິງ​ບັນ​ດາ​ຄວາມ​ບາບ​ໃນ​ໄວ​ຫນຸ່ມ​ຂອງ​ຂ້າ​ນ້ອຍ​ຫລື​ການ​ກະ​ບົດ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ຣະ​ນຶກ​ເຖິງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ອັນ​ເນື່ອງ​ມາ​ຈາກ​ຄວາມ​ດີ​ຂອງ​ພ​ຣະ​ອົງ​, ຂ້າ​ແດ່​ພ​ຣະ​ຢາ​ເວ! \s5 \v 8 ພຣະຢາເວຊົງປະເສີດແລະຊອບທັມ; ເພາະ​ສະ​ນັ້ນ​ພ​ຣະ​ອົງ ​ຊົງ​ສອນ​​ທາງທີ່ເຂົາຈະປະພືດ​ແກ່​ບັນ​ດາ​ຄົນ​ບາບ. \v 9 ພ​ຣະ​ອົງ​ຊົງ​ນຳ​ຄົນ​ຖ່ອມ​ໃຈ​ໄປ​ໃນ​ສິ່ງ​ທີ່​ຖືກ ແລະ​ພ​ຣະ​ອົງ​ຊົງ​ສອນໃຫ້​ຮູ້​ທາງ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ພວກ​ເຂົາ. \s5 \v 10 ​ຮູ້​ທາງ​ທັງ​ຫມົດ​ຂອງ​ພ​ຣະ​ຢາ​ເວ​ເປັນ​ຄວາມ​ຮັກ​ທີ່​ຫມັ້ນ​ຄົງ​ແລະ​ຄວາມ​ຊື່​ສັດ​ຕໍ່​ບັນ​ດາ​ຄົນ​ທີ່​ຮັກ​ສາພັນທະ​ສັນ​ຍາ​ແລະ​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ. \v 11 ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ​ຂໍ​ຊົງ​ອະ​ພັຍ​ບາບ​ຂອງ​ຂ້າ​ນ້ອຍ, ເພາະ​ບາບ​​ນັ້ນ​ໃຫຍ່​ຫລາຍ. \s5 \v 12 ​ຜູ້​ໃດແດ່ ​ເປັນ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ຢາ​ເວ? ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສອນ​ເຂົາ​ເຖິງ​ເສັ້ນ​ທາງ​ທີ່​ເຂົາ​ຄວນ​ຈະ​ເລືອກ. \v 13 ຊີ​ວິດ​ຂອງ​ເຂົາ​ດຳ​ເນີນ​ໄປ​ໃນ​ຄວາມ​ດີ; ແລະ​ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ໄດ້​ແຜ່ນ​ດິນ​ເປັນ​ເຈົ້າ​ຂອງ. \s5 \v 14 ​ມິດ​ຕະ​ພາບ​ຂອງ​ພ​ຣະ​ຢາ​ເວ​ມີ​ໃຫ້​ແກ່​ບັນ​ດາ​ຄົນ​ທີ່​ໃຫ້​ກຽດຕິຍົດ​ແດ່​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ຊົງ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ. \v 15 ດວງ​ຕາ​ຂອງ​ຂ້າ​ນ້ອຍ​ຈ້ອງ​ເບິ່ງ​ທີ່​ພ​ຣະ​ຢາ​ເວ​ຢູ່​ສະ​ເຫມີ, ເພາະ​ພ​ຣະ​ອົງ​ຈະ​ຊົງ​ຖອນ​ຕີ​ນຂອງ​ຂ້າ​ນ້ອຍ​ໃຫ້​ຫລຸດ​ອອກ​ຈາກ​ຕາ​ຂ່າຍ. \v 16 ຂໍ​ຊົງ​ຫັນ​ມາ​ຫາ​ຂ້າ​ນ້ອຍ​ແລະ​ຊົງ​ມີ​ຄວາມເມດຕ​າ​ຕໍ່​ຂ້າ​ນ້ອຍ; ເພາະ​ຂ້າ​ນ້ອຍ​ໂດດ​ດ່ຽວ​ແລະ​ທຸກ​ໃຈ. \s5 \v 17 ​ຄວາມ​ທຸກ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ​ພ​ຣະ​ອົງ​ກໍ​ເພີ້ມ​ຫລາຍ​ຂຶ້ນ; ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ອອກ​ຈາກ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ! \v 18 ຂໍ​ຊົງ​ແນມ​ເບິ່ງ​ຄວາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ​ແລະ​ຄວາມ​ລຳ​ບາກ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ອະ​ພັຍ​ຄວາມບ​າບ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ. \v 19 ຂໍ​ຊົງ​ເບິ່ງພວ​ກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ, ເພາະ​ພວກ​ເຂົາ​ມີ​ກັນ​ຫລວງ​ຫລາຍ; ພວກ​ເຂົາ​ກຽດ​ຊັງ​ຂ້າ​ນ້ອຍ​ຢ່າງ​ຄຽດ​ແຄ້ນ​ຫລາຍ. \s5 \v 20 ​ຂໍ​ຊົງ​ຄຸ້ມ​ຄອງ​ຊີ​ວິດ​ຂອງ​ຂ້າ​ນ້​ອຍ ​ແລະ​ຂໍ​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ; ຂໍ​ຢ່າຊົງ​ຖິ້ມ​ຂ້າ​ນ້ອຍ​ໃຫ້​ຂ້າ​ນ້ອຍ​ຕ້ອງ​ອັ​ບ​ອາຍ, ເພາະ​ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ! \v 21 ຂໍ​ຄວາມ​ດີ​ແລະ​ຄວາມ​ສັດຊື່ປົກ​ປ້ອງ​ຂ້າ​ນ້ອຍ​ໄວ້, ເພາະ​ຂ້າ​ນ້ອຍ​​ຫວັງ​ໃຈ​ໃນ​ພ​ຣະ​ອົງ. \s5 \v 22 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ຊ່ວຍ​ເຫລືອ​ອິ​ສະ​ຣາ​ເອນ, ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ລຳ​ບາກ​ທັງ​ຫ​ມົດ​ຂອງ​ເຂົາ! \s5 \c 26 \cl ບົດທີ 26 \p \v 1 ບົດ​ເພງ​ສັນ​ຣະເ​ສີນ​ຂອງ​ດາ​ວິ​ດ. ​ຂ້າ​ແດ່​ພ​ຣະ​ຢາ​ເ​ວ, ຂໍ​ຊົງ​ຕັດ​ສິນ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ໄດ້​ດຳ​ເນີນ​ດ້ວຍ​ຄວາມ​ສັດ​ຊື່ທີ່ຖືກຕ້ອງ;​ ຂ້າ​ນ້ອຍ​ໄດ້​ວາງ​ໃຈ​ໃນ​ພ​ຣະຢາ​ເວ​ໂດຍ​ບໍ່​ຫວັ່ນ​ໄຫວ ຂ້າ​ແດ່​ພຣະ​ຢາ​ເວ. \v 2 ຂໍ​ຊົງ​ກວດ​ເບິ່ງ​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ, ແລະ​ຊົງ​ທົດ​ສອບ​ຂ້າ​ນ້ອຍ; ຂໍ​ຊົງ​ທົດ​ສອບ​ຄວາມ​ບໍ​ຣິສຸດ​ໃນ​ຕົວ​ຂອງ​ຂ້າ​ນ້ອຍ​ແລະ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ! \v 3 ເພາະ​ຄວາມ​ຊື່​ສັດ​ແຫ່​ງພັນທະສັນ​ຍາ​ຂອງ​ພ​ຣະ​ອົງ​ຢູ່​ຕໍ່​ຕາ​ຂອງ​ຂ້າ​ນ້ອຍ, ​ແລະ​ຂ້າ​ນ້ອຍ​ດຳ​ເນີນ​ໃນ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ. \s5 \v 4 ​ຂ້າ​ນ້ອຍ​ບໍ່​ເຂົ້າສ່ວນ​ກັບ​ພວກ​ຄົນ​ຫລອກ​ລວງ, ​ຂ້າ​ນ້ອຍ​ບໍ່​​ຫຍຸ້ງ​ກ່ຽວ​ກັບ​ພວກ​ຄົນ​ທີ່​ບໍ່​ຈິງ​ໃຈ. \v 5 ຂ້າ​ນ້ອຍ​ກຽດຊັງ​ທີ່​ຊຸມ​ນຸມ​ຂອງ​ພວກ​ຄົນ​ເຮັດ​ຊົ່ວ, ແລະ​ຂ້າ​ນ້ອຍຫລີກຫນີຈາກພວກ​ຄົນ​ຊົ່ວ​ຮ້າຍ. \s5 \v 6 ​ຂ້າ​ນ້ອຍ​ລ້າງ​ມື​ຂອງ​ຂ້າ​ນ້ອຍ​ເພື່ອ​ສະ​ແດງ​ຄວາມ​ບໍ​ຣິ​ສຸດ, ຂ້ານ້ອຍຍ່າງ​ຮອບ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, \v 7 ເພື່ອ​ເປັ່ງ​ສຽງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແລະ​ເລົ່າ​ເຖິງ​ການ​ອັ​ສະ​ຈັນ​ທັງ​ຫມົດ​ຂອງ​ພ​ຣະ​ອົງ. \v 8 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຮັກ​ວິ​ຫານ​ຂອງ​ພ​ຣະ​ອົງ​ ​ຊຶ່ງ​ເປັນ​ບ່ອນສະ​ຖິດ​ຂອງ​ພ​ຣະ​ອົງ,​ ທີ່ຊຶ່ງສະຫງ່າຣາສີຂອງພຣະອົງປຣະທັບຢູ່! \s5 \v 9 ​ຂໍ​ຢ່າ​ຊົງ​ທຳ​ລາຍ​ຂ້າ​ນ້ອຍ​ໄປ​ພ້ອມ​ກັບ​ພວກ​ຄົນ​ບາບ, ຫລື​ທຳ​ລາຍ​ຊີ​ວິດ​ຂ້າ​ນ້ອຍ​ໄປ​ພ້ອມ​ກັບ​ພວກ​ຄົນ​​ຫີວ​ເລືອດ, \v 10 ຊຶ່ງ​ເປັນ​ພວກ​ທີ່​ມີ​ແຜນ​ຊົ່ວ​ຢູ່​ມື​ຂອງ​ເຂົາ, ແລະ​ມື​ຂວາ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ສິນ​ບົນ, \s5 \v 11 ​ແຕ່​ສຳ​ຫລັບ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈະ​ດຳ​ເນີນ​ໃນ​ຄວາມ​​ສັດຊື່ທີ່ຖືກຕ້ອງ;​ ຂໍ​ຊົງ​ໄຖ່​ຂ້າ​ນ້ອຍ​ແລະ​ຊົງ​ເມດຕາ​ຕໍ່​ຂ້າ​ນ້ອຍ. \v 12 ຕີນ​ຂອງ​ຂ້າ​ນ້ອຍ​ຢືນ​ຕິດ​ພື້ນ​ດິນ; ຂ້າ​ນ້ອຍ​ຈະ​ຖວາຍ​​ຄຳສັນຣະເສີນແດ່​ພ​ຣະ​ຢາ​ເວ​ໃນ​ທ່າມ​ກາງ​ທີ່​ຊຸມ​ນຸມ! \s5 \c 27 \cl ບົດທີ 27 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ​ພ​ຣະ​ຢາ​ເວ​ຊົງ​ເປັນ​ຄວາມ​ສະຫ​ວ່າງ​ແລະ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ຢ້ານ​ຜູ້​ໃດແດ່? ພ​ຣະ​ຢາ​ເວ​ຊົງ​ເປັນ​ທີ່​ລີ້​ພັຍ​ແຫ່ງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ເກງກົວ​ຜູ້​ໃດແດ່? \s5 \v 2 ເມື່ອ​ພວກ​ຄົນ​ເຮັດ​ຊົ່ວ​ເຂົ້າ​ມາ​ໃກ້​ເພື່ອ​ກັດ​ກິນ​ເນື້ອ​ຂ້າ​ນ້ອຍ, ພ​ວກ​ສັດ​ຕຣູຂອງ​ຂ້າ​ນ້ອຍ​ກໍ​ໄດ້​ສະ​ດຸດ​ແລະ​ລົ້ມ​ລົງ. \v 3 ແມ່ນກອງ​ທັບ​ຕັ້ງ​ຄ້າຍ​ຕໍ່​ສູ້​ຂ້າ​ນ້ອຍ, ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ບໍ່​ຢ້ານ; ແມ່ນ​ສົງ​ຄາມ​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ,​ ເຖິງແມ່ນດັ່ງ​ນັ້ນ​ກໍ​ຕາມ​ຂ້າ​ນ້ອຍ​ຈະ​ຍັງ​ມີ​ຄວາມ​ຫມັ້ນ​ໃຈ. \s5 \v 4 ​ສິ່ງ​ຫນຶ່ງ​ທີ່​ຂ້າ​ນ້ອຍ​ໄດ້​ທູນ​ຂໍ​ຈາກ​ພ​ຣະ​ຢາ​ເວ, ແລະ​ຂ້າ​ນ້ອຍ​ຈະ​ສະ​ແຫວງ​ຫາ​ສິ່ງ​ນັ້ນ: ນັ້ນ​ຄື​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ຢູ່​ໃນ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ຕະ​ຫລອດ​ວັນ​ຄືນ​ແຫ່ງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ, ເພື່ອ​ຈະ​ໄດ້​ເບິ່ງ​ຄວາມ​ງາມ​ຂອງ​ພ​ຣະ​ຢາ​ເວ​ແລະ​ຈະ​ເຝົ້າ​ພາ​ວັນ​ນາ​ໃນພຣະວິຫານຂອງ​ພ​ຣະ​ອົງ. \s5 \v 5 ເພາະໃນວັນແຫ່ງຄວາມຍາກລຳບາກ; ພ​ຣະ​ອົງ​ຈະ​ເຊື່ອງ​ຂ້າ​ນ້ອຍ​ໄວ້​ໃນ​ທີ່​ກຳ​ບັງ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ຈະ​ເກັບ​ຂ້າ​ນ້ອ​ຍ​ໄວ້​ໃນ​ພຣະວິ​ຫານ​ຂອງ​ພ​ຣະ​ອົງ ພ​ຣະ​ອົງ​ຈະ​ຊົງ​ຕັ້ງ​ຂ້າ​ນ້ອຍ​ໄວ້​ສູງ​ເທິງ​ໂງ່ນຫີນ! \v 6 ​ແລ້ວ​ຫົວ​ຂອງ​ຂ້າ​ນ້ອຍ​ຈະ​ເຊີດ​ຂຶ້ນ​ເຫນືອ​ພວກ​ສັດ​ຕຣູ​ທີ່​ຢູ່​ລ້ອມ​ຮອບ​ຂ້າ​ນ້ອຍ, ແລະ​ຂ້າ​ນ້ອຍ​ຈະ​ຖ​ວາຍ​ເຄື່ອງ​ບູ​ຊາ​ແຫ່ງ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ໃນພຣະ​ວິ​ຫານ​ຂອງ​ພ​ຣະ​ອົງ! ຂ້າ​ນ້ອຍ​ຮ້ອງ​ເພງ​ແລະ​ຖ​ວ​າຍ​ບົດ​ເພງ​ແດ່​ພ​ຣະ​ຢາ​ເວ! \s5 \v 7 ຈົ່ງ​ຟັງ, ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ນ້ອຍເມື່ອ​ຂ້າ​ນ້ອຍ​ຮ້ອງ​ທູນ, ແລະຂໍ​ຊົງ​ກະ​ຣຸ​ນາ​ຕໍ່​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ! \v 8 ໃຈ​ຂອງ​ຂ້າ​ນ້ອຍ​ເວົ້າ​ເຖິງ​ພ​ຣະ​ອົງ​ວ່າ, "ຈົ່ງ​ສະ​ແຫວງ​ຫາ​ພຣະພັກ​ຂອງ​ພ​ຣະ​ອົງ!" ຂ້າ​ນ້ອຍ​ສະ​ແຫວງ​ຫາພຣະພັກ​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ! \s5 \v 9 ຂໍ​ຢ່າ​ຂັບ​ໄລ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ; ​ໄປ​ດ້ວຍ​ຄວາມ​ໂກດ​ຮ້າຍ; ພ​ຣະ​ອ​ົງ​ຊົງ​ເປັນ​ຜູ້​ຊ່ວຍ​ຂ້າ​ນ້ອຍ; ຂໍ​ຢ່າ​ຊົງ​ລືມ​ຂ້າ​ນ້ອຍ​ຫລື​ຖິ້ມ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ຂ້າ​ນ້ອຍ! \v 10 ແມ່ນ​ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ຖິ້ມ​ຂ້າ​ນ້ອຍ, ແຕ່​ພ​ຣະ​ຢາ​ເວ​ຊົງ​ຮັບ​ຂ້າ​ນ້ອຍ​ໄວ້. \s5 \v 11 ​ຂໍ​ຊົງ​ສອນ​ທາງ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ! ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ເທິງ​ທາງ​ທີ່​ປອດ ເຫດ​ເພາະ​ພວກ​ສັດ​ຕູ​ຂອງ​ຂ້າ​ນ້ອຍ. \v 12 ຂໍ​​ຢ່າ​ຊົງມອບ​ຂ້າ​ນ້ອຍ​ໃຫ້​ເປັນ​ໄປ​ຕາມ​ໃຈ​ຊອບ​ຂອງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ ເພາະ​ພວກ​ຂີ້​ຕົວະ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ, ແລະ​ພວກ​ເຂົາ​ຫາຍ​ໃຈ​ເອົາ​ຄວາມ​ໂຫດ​ຮ້າຍ​ອອກ​ມາ! \s5 \v 13 ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ແກ່​ຂ້າ​ນ້ອຍ​ຖ້າ​ຂ້າ​ນ້ອຍ​ບໍ່​ເຊື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ເຫັນ​ຄວາມ​ດີ​ຂອງ​ພ​ຣະ​ຢາ​ເວ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ເປັນ? \v 14 ຈົ່ງ​ລໍ​ຖ້າ​ພ​ຣະ​ຢາ​ເວ; ຈົ່ງ​ເຂັ້ມ​ແຂງ, ແລະ​ຈົ່ງ​ໃຫ້​ໃຈ​ຂອງ​ທ່ານ​ກ້າ​ຫານ​ເຖີດ! ຈົ່ງ​ລໍ​ຖ້າ​ ພ​ຣະ​ຢາ​ເວ! \s5 \c 28 \cl ບົດທີ 28 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ສົ່ງ​ເຖິງ, ຂ້າແດ່ພຣະຢາເວ, ຂ້ານ​້ອຍ​ຮ້ອງ​ທູນ​ຕໍ່​ພ​ຣະ​ອົງ, ຂ້າແດ່ພຣະສີລາ​ຂອງ​ຂ້າ​ນ້ອຍ. ຂໍ​ຢ່າ​ຊົງ​ເມີນເສີຍ​ຂ້າ​ນ້ອຍ ຖ້າ​ພ​ຣະ​ອົງ​ບໍ່​ຊົງ​ຕອບ​ສະ​ຫນອງ​ຕໍ່​ຂ້​າ​ນ້ອຍ, ຂ້າ​ນ້ອຍ​ກໍ​ຄົງ​ຈະ​ໄປ​ພ້ອມ​ກັບ​ບັນ​ດາ​ຄົນ​ທີ່​ລົງ​ໄປ​ຍັງ​ແດນ​ມໍ​ຣະ​ນາ. \v 2 ຂໍ​ຊົງ​ຟັງ​ສຽງ​ຮ້ອງວິງວອນ​ຂອງ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ອົງ, ເມື່ອ​ຂ້າ​ນ້ອຍ​ຊູ​ມື​ໄປ​ຍັງ​​ພ​ຣະວິ​ຫານ​ອັນ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ! \s5 \v 3 ຂໍຢ່າຊົງດຶງຂ້ານ້ອຍໄປພ້ອມກັບຄົນຊົ່ວ ຄື​ບັນ​ດາ​ຄົນ​ທີ່​ເຮັດ​ຄວາມ​ຜິດ​ບາບ, ຜູ້​ທີ່​ເວົ້າ​ກັບ​ເພື່ອນ​ບ້ານ​ຂອງ​ພວກ​ເຂົາ​ຢ່າງ​ສັນ​ຕິ​ແຕ່​ມີ​ຄວາມ​ຊົ່ວຢູ່​ໃນ​ໃຈ​ຂອງ​ພ​ວກ​ເຂົາ. \v 4 ຂໍ​ຊົງ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ຢ່າງ​​ສະສົມ​ກັບ​ການ​ກະ​ທຳ​ຂອງພວກ​ເຂົາ ແລະ​ຂໍ​ຊົງ​ຕອບ​ສະ​ຫນອງ​ພວກ​ເຂົາ​ຕາມ​ຂະ​ຫນາດ​ຄວາມ​ຊົ່ວ​ຂອງ​ພວກ​ເຂົາ, ຂໍ​ຊົງ​ຕອບ​ສ​ະ​ຫນອງ​ພວກ​ເຂົາ​ຕາມ​ຜົນ​ແຫ່ງ​ນ້ຳ​ມື​ຂອງ​ພວກ​ເຂົາ​ແລະ​ຂໍ​ຊົງ​ຕອບ​ແທນ​ພວກ​ເຂົາ​ໃຫ້​ສະສົມ. \v 5 ເພາະ​ພວກ​ເຂົາ​ບໍ່​ເຂົ້າ​ໃຈ​​ຄຳ​ຍ້ອງ​ຍໍ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ຢາ​ເວ​ຫລື​ຜົນ​ງານ​ແຫ່ງ​ມື​ຂອງ​ພ​ຣະ​ອົງ, ພ​ຣະ​ອົງ​ຈະ​ຊົງ​ທຳລາຍ ພວກ​ເຂົາ​ລົງ​ແລະ​ບໍ່​ຊົງ​ສ້າງ​ພວກ​ເຂົາ​ຂຶ້ນ​ມາ​ອີກ. \s5 \v 6 ​ຖ​ວາຍ​ຄຳ​ຍ້ອງ​ຍໍ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເພາະ​ພ​ຣ​ະ​ອົງ​ຊົງ​ຟັງ​ສຽງ​ຮ້ອງຂໍ​ຂອງ​ຂ້າ​ນ້ອຍ! \v 7 ພ​ຣະ​ຢາ​ເວ​ຊົງ​ເປັນ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ແລະ​ເປັນ​ໂລ້​ຂອງ​ຂ້າ​ນ້ອຍ; ໃຈ​ຂອງ​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ. ເພາະ​ສະ​ນັ້ນ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຈະ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ, ແລະ​ຂ້​າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ການ​ຮ້ອງ​ເພງ. \v 8 ພ​ຣະ​ຢາ​ເວ​ຊົງ​ເປັນ​ກຳ​ລັງ​ຂອງ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ຊົງ​ເປັ​ນ​ທີ່​ລີ້​ພັຍ​ແຫ່ງ​ຄວາມ​ພົ້ນ​ຂອງ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຫົດສົງ. \s5 \v 9 ຂໍ​ຊົງ​ຊ່ວຍ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໃຫ້​ລອດ ແລະ​ຂໍ​ຊົງ​ອວຍ​ພອນ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ. ຂໍ​ຊົງ​ເປັນ​ຜູ້​ລ້ຽງ​ດູ​ພວກ​ເຂົາ​ແລະ​ອຸ້ມ​ຊູ​ພວກ​ເຂົາ​ຕະ​ຫລອດ​ໄປ. \s5 \c 29 \cl ບົດທີ 29 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ບັນ​ດາ​ລູກ​​ຂອງ​ພ​ຣະ​ເຈົ້າ​ເອີຍ, ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ເຖີດ, ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ເພາະ​ພ​ຣະ​ສະຫງ່າຣາສີ​ແລະ​ພຣະກຳ​ລັງ​ຂອງ​ພ​ຣະ​ອົງ. \v 2 ຈົ່ງ​ຖວາຍ​ພ​ຣະ​​ສະຫງ່າຣາສີ​ຊຶ່ງ​ຄວນ​ແກ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ແດ່​ພ​ຣະ​ຢາ​ເວ. ຈົ່ງ​ກົ້ມ​ກາບ​ພ​ຣະ​ຢາ​ເວ​ໃນ​ຄວາມ​ສະ​ງ່າ​ງາມ​ແຫ່ງ​ຄວາມ​ບໍ​ຣິ​ສຸດ. \s5 \v 3 ​ສຽງ​ຂອງ​ພ​ຣະ​ຢາ​ເວ​ໄດ້​ຍິນ​ຢູ່​ເຫນືອ​ນ້ຳ​ທັງ​ຫລາຍ; ພ​ຣະ​ເຈົ້າ​ແຫ່ງ​ສະຫງ່າຣາສີຊົງ​ເປັ່ງ​ສຽງດັ່ງ​ຟ້າ​ຮ້ອງ, ພ​ຣະ​ຢາ​ເວ​ຊົງ​ແຜດ​ສຽງ​ຟ້າ​ຮ້ອງ​ເຫນືອ​ນ້ຳ​ຫລວງ​ຫລາຍ. \v 4 ສຽງ​ຂອງ​ພ​ຣະ​ຢາ​ເວ​ຊົງຣິດທາ​ນຸ​ພາບ; ສຽງ​ຂອງ​ພ​ຣະ​ຢາ​ເວ​ຊົງ​ມີ​ອຳ​ນາດ​ບາ​ຣ​ະມີ. \v 5 ສຽງ​ຂອງ​ພ​ຣະ​ຢາ​ເວ​ຕັດ​ຕົ້ນ​ແປກ; ພ​ຣະ​ຢາ​ເວ​ຊົງ​ຕັດ​ຕົ້ນ​ແປກ​ແຫ່ງ​ເລ​ບາ​ນອນ​ລົງ​ເປັນຕ່ອນໆ. \s5 \v 6 ​ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ເລ​ບາ​ນອນ​ກະໂດດ​ເຫມືອນ​ລູກ​ງົວ​ແລະພູເຂົາເຮີໂມນເຕັ້ນ​ດັ່ງ​ກະ​ທິງ​ຫນຸ່ມ. \v 7 ສຽງ​ຂອງ​ພ​ຣະ​ຢາ​ເວ​ພົ່ນ​ແປວ​ໄຟ​ອອກ​ມາ. \v 8 ສຽງ​ຂອງ​ພ​ຣະ​ຢາ​ເວ​ສັ່ນ​ທີ່​​ແຫ້ງ​ແລ້ງ​ກັນ​ດານ; ພ​ຣະ​ຢາ​ເວ​ຊົງ​ສັ່ນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານຄາເດັດ. \s5 \v 9 ​ສຽງ​ຂອງ​ພ​ຣະ​ຢາ​ເວ​ເຮັດ​ໃຫ້​ຕົ້ນ​ໂອກ​ຫມຸນ​ຄວ້າງແລະ​ຊົງ​ເຮັດ​ໃຫ້​ໃບໄມ້ລົ່ນລົງສູ່ພື້ນ. ທຸກ​ຄົນ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ກ່າວ​ວ່າ, "ສະຫງ່າຣາ​ສິ​!" \v 10 ພ​ຣະ​ຢາ​ເວ​ຊົງປະທັບດັ່ງ​ພ​ຣະ​ຣາ​ຊາ​ເຫນືອ​ນ້ຳ​ເລິກທັງຫລາຍ; ​ພ​ຣະ​ຢາ​ເວ​ຊົງ​ປະທັບ​ດັ່ງ​ກະສັດຕະ​ຫລອດ​ໄປ​ເປັນ​ນິ​​ດ. \s5 \v 11 ​ພ​ຣະ​ຢາ​ເວ​ປຣະ​ທານ​ກຳ​ລັງ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ; ພ​ຣະ​ຢາ​ເວ​ຊົງ​ອວຍ​ພອນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ. \s5 \c 30 \cl ບົດທີ 30 \p ເພງ​ສັນ​ຣະ​ເສີນ; ເປັນ​ບົດ​ເພງ​ທີ່​ແຕ່ງ​ຂຶ້ນ​ຢູ່​ໃນ​ພ​ຣະ​ວິ​ຫານ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້​ອຍ​ຈະ​ຍົກ​ຍ້ອງ, ພ​ຣະ​ອົງ​ ເພາະພຣະອົງໄດ້​ຊົງ​ຍົກ​ຂ້າ​ນ້ອຍ​ຂຶ້ນ​ແລະ​ບໍ່​ຊົງ​ປ່ອຍ​ໃຫ້​ສັດ​ຕຣູ​ຂອງ​ຂ້າ​ນ້ອຍໄດ້​ຍິນ​ດີ​ເຫນືອ​ຂ້າ​ນ້ອຍ. \v 2 ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ຂ້າ​ນ້ອຍ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຕໍ່​ພ​ຣະ​ອົງ, ​ແລະ​ພ​ຣະ​ອົງ​ໄດ້​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໃຫ້​ຫາຍ. \v 3 ຂ້າ​ແດ່​ພ​ຣະ​ຢາ​ເວ, ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ອອກ​ຈາກ​ແດນ​ມໍ​ຣະ​ນາ; ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ​້​ຂ້າ​ນ້ອຍ​ຍັງ​ຄົງ​ມີ​ຊີ​ວິດ​ຈາກ​ການ​ລົງ​ໄປ​ຍັງ​ຫລຸມ​ແຫ່ງ​ຄວາມ​ຕາຍ. \s5 \v 4 ​ພວກ​ທ່ານ​ຜູ້​ເປັນ​ປະ​ຊາ​ຊົນ​ທີ່​ສັດຊື່​ຂອ​ງ​ພຣະ​ອົງ​ເອີຍ, ​ຈົ່​ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ຈົ່ງ​ຖວາຍ​ຂອບ​ພຣະຄຸນ​ເມື່ອ​ພວກ​ທ່ານ​ຣະ​ນຶກ​ເຖິງ​ຄວາມ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ. \v 5 ເພາະ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ຄົງ​ຢູ່​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ; ແຕ່​ຄວາມ​ພໍ​ໃຈ​ຂອງ​ພ​ຣະ​ອົງ​ຄົງ​ຢູ່​ຕະ​ຫລອດ​ໄປ​ເປັນ​. ນິ​​ດ ການ​ຮ້ອງ​ໃຫ້ ​ຄົງ​ຢູ່ພຽງ​ຊົ່ວ​ຄືນ, ແຕ່​ຄວາມ​ຊື່ນ​ຊົມ​ຍິນ​ດີ​ມາ​ເຖິງ​ໃນ​ຍາມ​ເຊົ້າ. \s5 \v 6 ​ຂ້າ​ນ້ອຍ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຫມັ້ນ​ໃຈ​ວ່າ "ຂ້າ​ນ້ອຍ​ຈະ​ບໍ່​ມີ​ທາງ​ຫວັ່ນ​ໄຫວ​ເລີຍ" \v 7 ຂ້າ​ແດ່​ພ​ຣະ​ຢາ​ເວ ໂດຍ​ຄວາມ​ພໍ​ໃຈ​ຂອງ​ພ​ຣະ​ອົງ ພ​ຣະ​ອົງ​ໄດ້​ສະ​ຖາ​ປະນາ​ຂ້າ​ນ້ອຍ​ໄວ້​ດັ່ງ​ພູ​ເຂົາ​ທີ່​ແຂງ​ແກ່ນ ແຕ​່ເມື່ອ​ພ​ຣະ​ອົງ​ໄດ້​ຊົງ​ລີ້​ຫນ້າ ຂ້າ​ນ້ອຍ​ກໍ​ລຳ​ບາກ​ຫລາຍ \v 8 ຂ້າ​ແດ່​ພ​ຣະ​ຢາ​ເວ ຂ້າ​ນ້ອຍ​ຮ້ອງ​ທູນ​ຕໍ່​ພ​ຣະ​ອົງ ແລະ​ສະ​ແຫວງ​ຫາ​ຄວາມ​ພໍ​ໃຈ​ຈາກ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ \s5 \v 9 ​ຖ້າ​ຂ້າ​ນ້ອຍ​ໄປ​ຍັງ​ຫລຸມ​ຝັງສົບ, ຈະ​ມີ​ປະ​ໂຫຍດ​ຫຍັງ​ໃນ​ຄວາມ​ຕາຍ​ຂອງ​ຂ້າ​ນ້ອຍ? ຜົງຂີ້ດິນນັ້ນ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ບໍ່? ມັນ​ຈະ​ປະ​ກາດ​ເຖິງ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ບໍ່? \v 10 ຈົ່ງ​ຟັງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂຜດ​ຟັງ​ແລະ​ເມດ​ຕາ​ຕໍ່​ຂ້າ​ນ້ອຍ! ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ເປັນ​ຜູ້​ອຸ​ປະ​ຖຳ​ຂອງ​ຂ້າ​ນ້ອຍ. \s5 \v 11 ພ​ຣະ​ອົງ​ໄດ້​ຊົງ​ປ່ຽນ​ຄວາມ​ເສົ້າ​ໂສກ​ຂອງ​ຂ້າ​ນ້ອຍ​ໃຫ້​ກາຍ​ເປັນ​ການ​ເຕັ້ນ​ລຳ; ພ​ຣະ​ອົງ​ໄດ້​ຊົງ​ຖອ​ດ​ເສື້ອ​ຜ້າ​ກະ​ສອບ​ຂອງ​ຂ້າ​ນ້ອຍ​ອອກ​ແລະ​ຊົງ​ສວມ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຍິນ​ດີ. \v 12 ດັ່ງ​ນັ້ນ ບັດ​ນີ້​ກຽຕ​ຂອງ​ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ​ແລະ​ຈະ​ບໍ່​ງຽບ; ​ຂ​້າ​ແດ່​ພ​ຣະ​ຢ​າ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ​ຕ​ະ​ຫລອດ​ໄປ​ເປັນ​ນິ​​ດ! \s5 \c 31 \cl ບົດທີ 31 \p ເຖິງ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ໃນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ; ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ. ຂໍ​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ​ໃນ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ. \v 2 ຂໍ​ຊົງ​ຟັງ​ຂ້າ​ນ້ອຍ; ຂໍ​ຊົງ​​ຊ່ວຍ​ເຫລືອ​ຂ້າ​ນ້ອຍ; ຂໍ​ຊົງ​ເປັນ​ພຣະສີລາ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ, ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ທີ່​ຈະ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ. \s5 \v 3 ​ເພາະ​ພ​ຣະ​ອົງ​ຊົງ​ເປັນ​ພຣະສີລາ​ແລະ​ປ້ອມ​ປ້ອງ​ກັນ​ຂອງ​ຂ້າ​ນ້ອຍ; ​ຂໍ​ຊົງ​ນຳ​ແລະ​ພາ​ຂ້າ​ນ້ອຍ​ໄປ, ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. \v 4 ຂໍ​ຊົງ​ປົດ​ຂ້າ​ນ້ອຍ​ອອກ​ຈາກ​ຕາ​ຂ່າຍ​ທີ່​ພວກ​ເຂົາ​ໄດ້​ວາງ​ເຊື່ອງ​ໄວ້​ດັກ​ຂ້າ​ນ້ອຍ, ເພາະ​ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ. \s5 \v 5 ​ຂ້າ​ນ້ອຍ​ຂໍ​ມອບ​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ໄວ​້ໃນ​ພຣະຫັດຂອ​ງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ຈິງ ພ​ຣະ​ອົງ​ຈະ​ຊົງ​ໄຖ່​ຂ້າ​ນ້ອຍ. \v 6 ຂ້າ​ນ້ອຍ​ກຽດ​ຊັງ​ຜູ້​ທີ່​ຮັບ​ໃຊ້​ບັນ​ດາ​ຮູບ​ເຄົາ​ຣົບ​ທີ່​ໄຮ້​ຄ່າ, ແຕ່​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ. \v 7 ຂ້າ​ນ້ອຍ​ຈະ​ຊື່ນຊົມຍິນ​ດີ​ໃນ​ຄວາມ​ຊື່​ສັດ​ແຫ່ງ​ພຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ແນມ​ເຫັນ​ຄວາມ​ທຸກ​ຍາກ​ຂອງ​ຂ້​າ​ນ້ອຍ ພ​ຣະ​ອົງ​ຊົງ​ຮູ້​ເຖິງ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ! \s5 \v 8 ​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ມອບ​ຂ້າ​ນ້ອຍ​ໄວ້​ໃນ​ມື​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ. ພ​ຣະ​ອົງ​ໄດ້​ວາງ​ຕີ​ນຂອງ​ຂ້າ​ນ້ອຍ​ໄວ້​ໃນ​ທີ່​ໂລ່ງກວ້າງ. \v 9 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງເມດຕາ​ຕໍ່​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ຢູ່​ໃນ​ຄວາມ​ທຸກ​ໃຈ; ດວງ​ຕາ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ​ໄປ​ດ້ວຍ​ຄວາມ​ເສົ້າ​ພ້ອມ​ທັງ​ຈິດໃຈ​ແລະ​ຮ່າງ​ກາຍ​ຂອງ​ຂ້າ​ນ້ອຍ. \s5 \v 10 ​ເພາະ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ​ໄປ​ດ້ວຍ​ຄວາມ​ໂສກ​ເສົ້າ​ແລະ​ເດືອນ​ປີ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ​ໄປ​ດ້ວຍ​ການ​ຄ້ຳ​ຄວນ ກຳ​ລັງ​ຂອງ​ຂ້າ​ນ້ອຍ​ກໍ​ຫມົດ​ໄປ​ເພາະ​ຄວາມ​ບາບ​ຂອງ​ຂ້າ​ນ້ອຍ, ແລະ​ກະ​ດູກ​ຂອງ​ຂ້າ​ນ້ອຍ​ກໍ​ຊຸດໂຊມໄປ. \v 11 ເພາະ​ສັດ​ຕຣູ​ທັງ​ປວງ​ຂອງ​ຂ້າ​ນ້ອຍ, ເຮັດ​ໃຫ້​ຜູ້​ຄົນດູຫມິ່ນ​ຂ້າ​ນ້ອຍ; ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ​ກໍ​ຕົກ​ໃຈ​ຢ້ານ​ຕໍ່​ຄວາມ​ເປັນ​ໄປ​ຂອງ​ຂ້ານ້ອຍ, ແລະ​ບັນ​ດາ​ຄົນ​ທີ່​ຮູ້​ຈັກ​ຂ້າ​ນ້ອຍ​ຕ່າງ​ກໍ​ຢ້ານ​ກົວ. ບັນ​ດາ​ຄົນ​ທີ່​ເຫັນ​ຂ້າ​ນ້ອຍ​ຕາມ​ທາງ​ກໍ​ແລ່ນ​ຫນີຈາກ​ຂ້າ​ນ້ອຍ. \s5 \v 12 ​ຂ້າ​ນ້ອຍ​ຖືກ​ລືມ​ດັ່ງ​ຄົນ​ຕາຍ​ແລ້ວ​ທີ່​ບໍ່​ມີ​ໃຜ​ສົນ​ໃຈ. ຂ້າ​ນ້ອຍ​ເປັນ​ດັ່ງ​ຫມໍ້​ທີ່​ແຕກ​ແລ້ວ. \v 13 ເພາະ​ຂ້າ​ນ້ອຍ​ໄດ້​ຍິນ​ສຽງ​ຊິ່ມ​ກັນ​ເລື່ອງ​ທີ່​ຕາ​ຢ້ານ​ຫລາຍ​ຈາກ​ທຸກ​ດ້ານ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ຮ່ວມ​ກັນ​ວາງ​ແຜນ​ຕໍ່​ສູ້​ຂ້າ​ນ້ອຍ. ພວກ​ເຂົາ​ຫມາຍ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ. \s5 \v 14 ​ແຕ່​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຈະ​ກ່າວ​ວ່າ, "ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ." \v 15 ປາຍ​ທາງ​ຂອງ​ຂ້າ​ນ້ອຍ​ຢູ່​ໃນ​ພຣະຫັດຂອງ​ພ​ຣະ​ອົງ. ຂໍ​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ​ຈາກ​ນ້ຳ​ມື​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ແລະ​ຈາກ​ບັນ​ດາ​ຄົນ​ທີ່​ໄລ່​ລ້າ​ຂ້າ​ນ້ອຍ. \v 16 ຂໍ​ຊົງ​ໃຫ້​ພຣະພັກຂອງ​ພ​ຣະ​ອົງ​ຊົງ​ສ່ອງ​ແສງ​ມາ​ເຫນືອ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ; ຂໍຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນໃນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອ​ງ​ພ​ຣະ​ອົງ. \s5 \v 17 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ; ເພາະ​ຂ້າ​ນ້ອຍ​ຮ້ອງ​ຫາ​ພ​ຣະ​ອົງ! ຂໍ​ໃຫ້​ຄົນ​ຊົ່ວ​ໄດ້​ອັບ​ອາຍ! ຂໍ​ໃຫ້​ພວກ​ເຂົາ​ມິດ​ງຽບ​ໃນ​ແດນ​ມໍ​ຣະນາ. \v 18 ຂໍ​ໃຫ້​ປ​າກ​ຄົນ​ຂີ້​ຕົວະ​ທີ່​ເວົ້າ​ດູ​ຫມິ່ນນິນທາ​​ຄົນ​ຊອບ​ທັມ​ຢ່າງອວດ​ດີ​ກາຍ​ເປັນ​ໃບ້. \s5 \v 19 ​ຄວາມ​ດີ​ຂອງ​ພ​ຣະ​ອົງ​ນັ້ນ​ຍິ່ງ​ໃຫຍ່​ຫລາຍ ທີ່​ພ​ຣະ​ອົງ​ໄດ້​ຊົງ​ສະ​ສົມ​ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ​ໄວ້, ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ເພື່ອ​ບັນ​ດາ​ຜູ້​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ​ຕໍ່​ຫນ້າ​ບັນ​ດາ​ລູກ​ຫລານ​ທັງ​ຫມົດ​ຂອງ​ມະ​ນຸດ! \v 20 ພ​ຣະ​ອົງ​ໄດ້​ຊົງ​ເຊື່ອງ​ພວກ​ເຂົາ​ໄວ້​ໃນ​ທີ່​ກຳ​ບັງ​ຕໍ່​ຫນ້າ​ພ​ຣະ​ອົງ​, ຈາກ​ການ​ປອງ​ຮ້າຍ​ຂອງ​ມະ​ນຸດ. ພ​ຣະ​ອົງ​ໄດ້​ຊົງ​ເຊື່ອງ​ພວກ​ເຂົາ​ໄວ້​ໃນ​ທີ່​ກຳ​ບັງ​ຈາກ​ລິ້ນ​ທີ່​ຜິດ​ຖຽງ​ກັນ. \s5 \v 21 ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ໃຫ້​ຂ້າ​ນ້ອຍ​ເຫັນ​ເຖິງ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ອັນ​ມະ​ຫັດສະ​ຈັນ​ຂອງ​ພ​ຣະ​ອົງ​ເມື່ອ​ຂ້າ​ນ້ອຍ​ຢູ່​ເມືອງ​ທີ່​ຖືກ​ລ້ອມ​ໄວ້. \v 22 ແມ່ນວ່າ​ຂ້າ​ນ້ອຍ​ຫລົງ​ປາກ​ເວົ້າ​ວ່າ, "ຂ້າ​ນ້ອຍ​ຖືກ​ຕັດ​ຂາດ​ໄປ​ຈາກ​ສາຍ​ຕາ​ຂອງ​ພ​ຣະ​ອົງ​ແລ້​ວ," ແຕ່​ພ​ຣະ​ອົງ​ຊົງ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ເມື່ອ​ຂ້າ​ນ້ອຍ​ຮ້ອງ​ຕໍ່​ພ​ຣະ​ອົງ. \s5 \v 23 ​ໂອ, ທຸກ​ຄົນ​ທີ່ມີ​ໃຈ​​ສັດຊື່​ເອີຍ, ຈົ່ງ​ຮັກ​ພ​ຣະ​ຢາ​ເວ, ພ​ຣະ​ຢາ​ເວ​ຊົງ​ຄຸ້ມ​ຄອງ​ຜູ້​ທີ່​​ສັດຊື່, ແຕ່​ພ​ຣະ​ອົງ​ຊົງ​ຕອບ​ແທນ​ຜູ້​ຈອງ​ຫອງ​ຢ່າງ​ຕາມສົມຄວນ​ທີ່ໄດ້ຮັບ. \v 24 ຈົ່ງ​ເຂັ້​ມ​ແຂງ​ແລະ​ເຊື່ອ​ຫມັ້ນ​ເຖີດ, ບັນ​ດາ​ທ່ານ​ທີ່​ວາງ​ໃຈ​ໃນ​ຄວາມ​ອຸ​ປະ​ຖຳ​ຂອງ​ພ​ຣະ​ຢາ​ເວ. \s5 \c 32 \cl ບົດທີ 32 \d ບົດ​ເພງ​ຂອງ​ດາ​ວິດ. \p \v 1-2 ​​ບຸ​ກຄົນ​ຜູ້​ທີ່​ເຮັດ​ຜິດ​ຂອງ​ເຂົາ​ໄດ້​ຮັບ​ການ​ອະພັຍ​ກໍ​ເປັນ​ສຸກ, ຄື​ຜູ້​ຊຶ່ງ​ຄວາມ​ບາບ​ຂອງ​ເຂົາ​ໄດ້​ຮັບ​ການ​ຍົກໂທດ​ແລ້ວ. ບຸ​ກຄົນ​ທີ່​ພ​ຣະ​ຢາ​ເວ​ບໍ່​ຊົງ​ຖືໂທດ​ແລະ​ຜູ້​ທີ່​ຈິດ​ວິນ​ຍານ​ຂອງ​ເຂົາ​ບໍ່​ມີ​ການ​ຫລອກ​ລວງ​ກໍ​ເປັນ​ສຸກ. \s5 \v 3 ​ເມື່ອ​ຂ້າ​ນ້ອຍ​ຍັງ​ມິດ​ງຽບ​ຢູ່, ກະ​ດູກ​ຂອງ​ຂ້າ​ນ້ອຍ​ກໍຊຸດໂຊມໄປ​ ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ໄດ້​ຄ້ຳ​ຄວນ​ຕະ​ຫລອດ​ທັງ​ວັນ. \v 4 ​ພ​ຣະ​ອົງ​ຊົງ​ລົງໂທດ​ຢູ່​ເທິງ​ຂ້າ​ນ້ອຍ​ຕະ​ຫລອດ​ທັງ​ເວັນ​ທັງ​ຄືນ. ກຳ​ລັງ​ຂອງ​ຂ້າ​ນ້ອຍ​ກໍ​​ອ່ອນ​ແຮງລົງ​ດັ່ງ​ຄວາມ​ແຫ້ງ​ແລ້ງ​ໃນ​ຣະ​ດູ​ຮ້ອນ. ເສລາ \s5 \v 5 ​ແລ້ວ​ຂ້າ​ນ້ອຍ​ກໍ​ຍອມ​ສາ​ຣະ​ພາບ​ຄວາມ​ບາບ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ບໍ່​ເຊື່ອງ​ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ​ອີກ​ຕໍ່​ໄປ. ຂ້າ​ນ້ອຍ​ທູນ​ວ່າ, "ຂ້າ​ນ້ອຍ​ຈະ​ສາ​ຣະ​ພາບ​ການ​ຜິດ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ຢາ​ເວ," ແລະ​ພ​ຣະ​ອົງ​ໄດ້​ຊົງ​ອະພັຍ​ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ. ເສລາ \v 6 ເພາະ​ເຫດ​ນີ້, ບັນ​ດາ​ຜູ້​ຊອບ​ທັມ​ທັງ​ປວງ​ຄວນ​ອະ​ທິ​ຖານ​ຕໍ່​ພ​ຣະ​ອົງ​ໃນ​ຍາມ​ມີ​ຄວາມ​ທຸກ​ຍາກ​ໃຫຍ່​ຫລວງ​ດັ່ງ​ນ້ຳ​ມາກໄຫລ​ລັ່ງເຂົ້າມາ, ນ້ຳ​ນັ້ນ​ຈະ​ບໍ່​ໄຫລຖ້ວມ​ເຖິງ​ຄົນ​ເຫລົ່າ​ນັ້ນ. \s5 \v 7 ​ພ​ຣະ​ອົງ​ຊົງ​ເປັນ​ທີ່​ກຳ​ບັງ​ຂອງ​ຂ້າ​ນ້ອຍ;​ ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ຈາກ​ຄວາມ​ຍາກ​ລຳ​ບາກ. ພ​ຣະ​ອົງ​ຈະ​ຊົງ​ລາຍລ້ອມ​ຂ້າ​ນ້ອຍ​ດ້ວຍບົດເພງ​ແຫ່ງ​ຊັຍ​ຊະ​ນະ. ເສລາ \v 8 ເຮົາ​ຈະ​ແນະ​ນຳ​ເຈົ້າ​ແລະ​ສອນ​ເຈົ້າ​ໃນທາງທີ່ເຈົ້າຄວນຈະໄປ. ເຮົາຈະແນະນຳເຈົ້າແລະ​ຈັບ​ຕາ​ເບິ່ງ​ເຈົ້າ​ຢູ່. \s5 \v 9 ​ຢ່າ​ເປັນ​ເຫມືອນ​ມ້າ​ຫລື​ລໍ, ​ທີ່​ບໍ່​ມີ​ຄວາມ​ເຂົ້າ​ໃຈ; ຊຶ່ງ​ຕ້ອງ​ໃສ່​​ເຊືອກ​ຂວາງ​ປາກ​ແລະ​ບັງ​ຫຽນ​ເທົ່າ​ນັ້ນ​ເພື່ອ​ຄວບ​ຄຸມ​ພວກ​ມັນ​ທີ່​ຈະ​ໃຫ້​ພວກ​ມັນ​ໄປ​ທີ່​ໃດໆ ຕາມ​ທີ່​ເຈົ້າ​ຕ້ອງ​ການ​ໄດ້. \v 10 ຄົນ​ຊົ່ວ​ກໍ​ມີ​ຄວາມ​ທຸກ​ໂສກ​ຫລວງ​ຫລາຍ, ແຕ່​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ​ຈະ​ລ້ອມ​ຮອບ​ຜູ້​ທີ່​ວາງ​ໃຈ​ໃນ​ພ​ຣະ​ອົງ ທ່ານ​ຜູ້​ຊອບ​ທັມ​ເອີຍ. \s5 \v 11 ​ຈົ່ງ​ຍິນ​ດີ​ແລະຊື່ນໃຈໃນ​ພ​ຣະ​ຢາ​ເວ​ເຖີດ, ທຸກ​ທ່ານ​ທີ່​ມີ​ໃຈ​ສັດຊື່ເອີຍ; ຈົ່ງ​ໂຮ​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ເຖີດ. \s5 \c 33 \cl ບົດທີ 33 \p \v 1 ​ທ່ານ​ຜູ້​ຊອບ​ທັມ, ຈົ່ງ​ຊື່ນ​ຊົມ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ; ເປັນ​ການ​ສົມ​ຄວນ​ທີ່​ຄົນ​ທ່ຽງ​ທັມ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ. \v 2 ຈົ່ງ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ ພ​ຣະ​ຢາ​ເວ​ດ້ວຍ​ພິນ; ດ້ວຍ​ການ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ​ພ້ອມ​ກັບ​ພິນ​ສິບ​ສາຍ. \v 3 ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່ຖວາຍ​ແດ່​ພ​ຣະ​ອົງ; ​ຈົ່ງ​ຫລິ້ນ​ຢ່າງ​ຄ່ອງ​ແຄ້ວ​ແລະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນ​ດີ. \s5 \v 4 ​ເພາະ​ຖ້ອຍຄຳຂອງ​ພ​ຣະ​ຢາ​ເວ​ນັ້ນ​ທ່ຽງ​ຕົງ, ແລະ​ທຸກ​ສິ່ງ​ທີ່​ພ​ຣະ​ອົງ​ກະ​ທຳ​ນັ້ນ​ດີ​ງາມ. \v 5 ພ​ຣະ​ອົງ​ຊົງ​ຮັກ​ຄວາມ​ຊອບ​ທັມ​ແລະ​ຄວາມ​ສັດຊື່. ແຜ່ນ​ດິນ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ພ​ຣະ​ຢາ​ເວ. \v 6 ດ້ວຍ​ຖ້ອຍຄຳຂ​ອງ​ພ​ຣະ​ຢາ​ເວ ບັນ​ດາ​ທ້ອງ​ຟ້າ​ກໍ​ໄດ້​ຖືກ​ສ້າງ​ຂຶ້ນ, ແລະ​ດວງ​ດາວ​ທັງ​ປວງ​ໄດ້​ຖືກ​ສ້າງ​​ຂຶ້ນ​ໂດຍ​ລົມ​ຈາກພຣະໂອດ​ຂອງ​ພ​ຣະ​ອົງ. \s5 \v 7 ​ພ​ຣະ​ອົງ​ຊົງ​ຮວບ​ຮວມ​ນ້ຳ​ໃນ​ທະ​ເລທຸກແຫ່ງ​ເຂົ້າ​ດ້ວຍ​ກັນໃນບ່ອນດຽວ; ພ​ຣະ​ອົງ​ຊົງ​ເກັບ​ມະ​ຫາ​ສະ​ມຸດເລິກ​ໄວ້​ໃນ​ບ່ອນຂອງມັນ. \v 8 ໃຫ້ທຸກສິ່ງ​ທັງ​ແຜ່ນ​ດິນ​ໂລກ​ຢຳ​ເກງ​ພ​ຣະ​ຢາ​ເວ​ເຖີດ; ໃຫ້​ທຸກ​ຄົນ​ທີ່​ອາ​ສັຍ​ຢູ່​ໃນ​ໂລກ​ຈົ່ງໃຫ້ກຽດຕິຍົດແກ່ພຣະອົງໃນ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ. \v 9 ເພາະ​ເມື່ອ​ພ​ຣະ​ອົງ​ກ່າວ, ມັນ​ກໍ​ເປັນ​ໄປ​ຕາມ​ນັ້ນ; ​ພໍ​ພ​ຣະ​ອົງ​ຊົງ​ບັນ​ຊາ, ມັນ​ກໍ​ເກີດ​ຂຶ້ນ​ມາ. \s5 \v 10 ​ພ​ຣະ​ຢາ​ເວ​ຊົງ​ຫ​ມົດ​ຄວາມ​ອົດ​ທົນ​ກັບ​ພັນ​ທະ​ມິດ​ແຫ່ງ​ປະ​ຊາ​ຊາ​ຊົນ​ທັງ​ຫລາຍ; ພ​ຣະ​ອົງ​ຊົງ​ມ້າງ​ແຜນ​ການ​ຕ່າງໆ ຂອງ​ປະ​ຊາ​ຊົນ​ທັງ​ຫລາຍ. \v 11 ບັນ​ດາ​ແຜນ​ການ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ຢັ້ງ​ຢືນ​ຢູ່​ເປັນ​ນິ​ດ, ຄື​ແຜນ​ການ​ໃນ​ໃຈ​ຂອງ​ພ​ຣະ​ອົງ​ສຳລັບ​ທຸກ​ຊົນຊາດ. \v 12 ຊົນ​ຊາດ​ທີ່​ພ​ຣະ​ເຈົ້າ​ຂອງ​ເຂົາ​ຄື​ພ​ຣະ​ຢາ​ເວ​ກໍ​ເປັນ​ສຸກ, ຄື​ຊົນ​ຊາດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ​ເອງ. \s5 \v 13 ​ພ​ຣະ​ຢາ​ເວຫລຽວລົງຈາກ​ຟ້າ​ສະ​ຫວັນ; ພ​ຣະ​ອົງ​ເຫັນ​ປະ​ຊ​າ​ກອນ​ທັງ​ຫມົດ. \v 14 ຈາກ​ສະ​ຖານ​ທີ່​ພ​ຣະ​ອົງ​ຢູ່, ພ​ຣະ​ອົງ​ຫລຽວເຫັນ​ເຫນືອ​ບັນ​ດາ​ຜູ້​ອາ​ສັຍ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທັງ​ຫມົດ. \v 15 ພ​ຣະ​ອົງ​ຜ​ູ້​ຊົງ​ສ້າງ​ຈິດ​ໃຈ​ຂອງ​ພວກ​ເຂົາ​ທັງ​ປວງ​ແລະ​ຊົງ​ເຝົ້າ​ເບິ່ງ​ການ​ກະ​ທຳ​ທັງ​ຫມົດ​ຂອງ​ພວກ​ເຂົາ. \s5 \v 16 ​ກະສັດບໍ່​ຫ່ອນຊະນະ​​ໄດ້​ໂດຍກອງ​ທັບ​ມະ​ຫາສານ; ນັກ​ຮົບ​ກໍ​ບໍ່​ລອດ​ໄດ້​ດ້ວຍ​ກຳ​ລັງ​ທີ່​ແຂງ​ແຮງ​ຂອງ​ເຂົາ​ເອງ. \v 17 ມ້າ​​ເສິກ​ກໍ​ເປັນ​ຄວາມ​ຫມັ້ນ​ໃຈ​ທີ່​ຈອມ​ປອມ​ສຳ​ຫລັບ​ຊັຍ​ຊະ​ນະ; ກຳ​ລັງ​ແຂງ​ແຮງ​ຂອງ​ເຂົາ​ກໍ​ບໍ່​ສາ​ມາດ​ຊ່ວຍ​ເຫລືອເຂົາ​ໄດ້​ເລີຍ, ລາວ​ບໍ່​ສາ​ມາດ​ກູ້​ພັຍ​ໄດ້. \s5 \v 18 ​ເບິ່ງ​ເຖີດ, ​ສາຍຕາ​ຂອງ​ພ​ຣະ​ຢາ​ເວ​ຊົງ​ຢູ່​ເຫນືອ​ບັນ​ດາ​ຜູ້​ທີ່​ຢຳ​ເກງ ​ພ​ຣະ​ອົງ, ເຫນືອ​ບັນ​ດາ​ຜູ້​ທີ່​ເຊື່ອ​ຫມັ້ນ​ໃນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ \v 19 ເພື່ອ​ນຳ​ຊີ​ວິດ​ຂອງ​ພວກ​ເຂົາ​ອອກ​ຈາກ​ຄວາມ​ຕາຍ​ແລະ​ຮັກ​ສາ​ພວກ​ເຂົາ​ໃຫ້​ມີ​ຊີ​ວິດ​ຢູ່​ໃນ​ຍາມ​ອຶດ​ຢາກ​ອາ​ຫານ. \s5 \v 20 ​ເຮົາ​ທັງ​ຫລາຍ​ລໍ​ຖ້າ​ພ​ຣະ​ຢາ​ເວ; ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຊ່ວຍເຫລືອ​ແລະ​ຊົງ​ເປັນ​ໂລ້​ຂອງ​ເຮົາ​ທັງ​ຫລາຍ. \v 21 ຈິດ​ໃຈ​ຂອງ​ເຮົາ​ທັງ​ຫລາຍ​ຍິນ​ດີ​ໃນ​ພ​ຣະ​ອົງ, ເພາະ​ເຮົາ​ວາງ​ໃຈ​ໃນ​ພ​ຣະ​ນາມຊື່ບໍຣິ​​ສຸດ​ຂອງ​ພ​ຣະ​ອົງ. \s5 \v 22 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຢູ່​ກັບ​ຂ້າ​ນ້ອຍ​ທັງ​ຫລາຍ, ຕາມ​ທີ່​ຂ້າ​ນ້ອຍ​ທັງ​ຫລາຍ​ມີ​ຄວາມ​ວາງ​ໃຈ​ໃນ​ພ​ຣະ​ອົງ. \s5 \c 34 \cl ບົດທີ 34 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ; ໃນ​ເວ​ລາ​ທີ່​ເຂົາ​ກຳ​ລັງ​ທຳ​ທ່າ​ວ່າ​ເປັນ​ບ້າ​ກ່ອນ​ຫນ້າ ອຳ​ມີ​ເມ​ເຫລັກ, ຜູ້​ທີ່​ຂັບ​ໄລ່​ລາວ​ອອກ. \v 1 ​ຂ້ານ້ອຍ​ຈະ​ສັນ​ຣະ​ເສີນພ​ຣະ​ຢາ​ເວ​ຕະ​ຫລອດ​ເວ​ລາ, ຄຳ​ສັນ​ຣະ​ເສີນ​ຂອງ​ພ​​ຣະ​ອົງ​ຈະ​ຢູ່​ທີ່​ປາກ​ຂອງ​ຂ້າ​​ນ້ອຍ​ສະ​ເຫມີ. \s5 \v 2 ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ! ຂໍ​ໃຫ້​ຜູ້​ທີ່​ຖືກ​ກົດ​ຂີ່​ໄດ້​ຍິນ​ແລະຊື່ນຊົມ​ຍິນ​ດີ. \v 3 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ກັບ​ຂ້າ​​ນ້ອຍ​ເຖີດ, ໃຫ້​ເຮົາ​ຍົກ​ຍ້ອງ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ດ້ວຍ​ກັນ. \s5 \v 4 ​ຂ້າ​ນ້ອຍ​ໄດ້​ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ​ແລະ​ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ, ​ແລ​ະ​ພ​ຣະ​ອົງ​ໄດ້​ປຣະ​ທານ​ຊັຍ​ຊະ​ນະ​ເຫນືອ​ຄວາມ​ຢ້ານ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ. \v 5 ບັນ​ດາ​ຜູ້​ທີ່​ຫລຽວເບິ່ງ​ພ​ຣະ​ອົງ​ຈະ​ເບີກ​ບານ, ແລະ​ໃບ​ຫນ້າ​ຂອງ​ພວກ​ເຂົາ​ຈະ​ບໍ່​ອັບ​ອາຍ. \v 6 ຜູ້​ທີ່​ຖືກ​ກົດ​ຂີ່​ຄົນ​ນີ້​ໄດ້​​ຮ້ອງຫາ​ແລະ​ພ​ຣະ​ຢາ​ເວ​ໄດ້​ຊົງ​ຕອບ​ເຂົາ ແລະ​ໄດ້​ຊົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ລຳ​ບາກ​ທັງ​ຫມົດ​ຂອງ​ເຂົາ. \s5 \v 7 ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ຢາ​ເວ​ຕັ້ງ​ຄ້າຍ​ລ້ອມ​ຮອບ​ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ​ແລະ​ຊ່ວຍ​ເຫລືອ​ພວກ​ເຂົາ. \v 8 ຈົ່ງ​ພິສູດ​ແລະ​ຈະ​ເຫັນ​ວ່າ​ພ​ຣະ​ຢາ​ເວ​ຊົງ​ປະ​ເສີດ. ບັນ​ດາ​ຜູ້​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ​ກໍ​ເປັ​ນ​ສຸກ ບັນ​ດາ​ຜູ້​ທີ່​ປອດ​ພັຍຢູ່ໃນ​ພ​ຣະ​ອົງ​ເອີຍ. \v 9 ຈົ່ງ​ຢຳ​ເກງ​ພ​ຣະ​ຢາ​ເວ, ປະ​ຊາ​ຊົນ​ຜູ້​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ. ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພ​ຣະ​ອົງ​ບໍ່​ຂາດ​ເຂີນ. \s5 \v 10 ແຕ່​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ​ຈະ​ບໍ່​ຂາດ​ສິ່ງ​ດີ​ໃດໆເລີຍ ແລະ​ທຸກ​ທໍ​ຣະ​ມານ, ແຕ່​ບັນ​ດາ​ຜູ້​ທີ່​ເຫັນ​ພ​ຣະ​ຢາ​ເວ​ຈະ​ບໍ່​ຂາດ​ເຂີນ​ອາ​ຫານ​ທີ່​ດີ​ເລີຍ. \v 11 ມາ​ເຖີດລູກ​ຊາຍ​ເອີຍ​, ຈົ່ງ​ຟັງ​ເຮົາ, ເຮົາ​ຈະ​ສອນ​ເຈົ້າ​ເຖິງ​ຄວາມ​ຢຳ​ເກງ​ພ​ຣະ​ຢາ​ເວ. \s5 \v 12 ​ມີ​ມະ​ນຸດ​ຄົນ​ໃດ​ແດ່​ທີ່​ປຣາ​ຖນາ​ຊິ​ວິດ​ແລະ​ຮັກ​ທີ່​ຈະ​ມີ​ອາ​ຍຸ​ຍືນ​ຍາວ, ​ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ສິ່ງ​ດີ? \v 13 ກໍ​ຈົ່ງ​ຮັກ​ສາ​ລີ້ນ​ຂອງ​ເຈົ້າ​ຈາກ​ຄວາມ​ຊົ່ວ​ແລະ​ຮັກ​ສາ​ຮີມ​ສົບ​ປາກ​ຂອງ​ເຈົ້າ​ຈາກ​ການ​ເວົ້າ​ຕົວະ. \v 14 ຈົ່ງ​ຫັນ​ຫນີ​ຈາກ​ຄວາມ​ຊົ່ວ​ແລະ​ຈົ່ງ​ເຮັດ​ດີ. ຈົ່ງ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ແລະ​ຕິດ​ຕາມ​ມັນ. \s5 \v 15 ​ສາຍ​ຕາ​ຂອງ​ພ​ຣະ​​ຢາ​ເວ​ຊົງ​ຢູ່​ເຫນືອ​ຄົນ​ຊອບ​ທັມ​ແລະ​ຫູ​ຂອງ​ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ຂໍ​ຂອງ​ພວກ​ເຂົາ. \v 16 ພຣະພັກ​ຂອງ​ພ​ຣະ​ຢາ​ເວ​ຕໍ່​ສູ້​ບັນ​ດາ​ຜູ້​ເຮັດ​ຊົ່ວ, ເພື່ອ​ຈະ​ຕັດ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຂົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ. \v 17 ຄົນ​ຊອບ​ທັມ​ຮ້ອງ​ຂໍ​ແລະ​ພ​ຣະ​ຢາ​ເວ​ຊົງ​ຟັງ​ເຂົາ​ແລະ​ພ​ຣະ​ອົງ​ຊົງ​ຊ່ວຍ​ເຫລືອພວກ​ເຂົາ​ຈາກ​ຄວາມຍ​າກ​ລຳ​ບາກ​ທັງ​ຫມົດ​ຂອງ​ພວກ​ເຂົາ. \s5 \v 18 ​ພ​ຣະ​ຢາ​ເວ​ຊົງ​ໃກ້​ຊິດ​ຜູ້​ທີ່​ຂາດກຳລັງໃຈ​ ແລະ​ຊົງ​ຊ່ວຍ​ບັນ​ດາ​ຜູ້​ທີ່​​ຫມົດຫ​ວັງໃຫ້​ໄດ້ພົ້ນ. \v 19 ຄົນ​ຊອບ​ທັມ​ມີ​ຄວາມ​ຍາກ​ລຳ​ບາກ​ຫລາຍ​ຢ່າງ ແຕ່​ພ​ຣະ​ຢາ​ເວ​ຊົງ​ຊ່ວຍ​ນຳ​ພວກ​ເຂົາ​ໃຫ້​ພົ້ນ​ອອກ​ມາ​ທັງ​ຫມົດ \v 20 ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ກະ​ດູກ​ທຸກຊີກ​ຂອງ​ເຂົາ ແມ່ນແຕ່​ກະ​ດູກ​ຊີກຫນຶ່ງ​ກໍ​ຈະ​ບໍ່ຖືກຫັກ​ຖິ້ມ. \s5 \v 21 ​ຄວາມ​ຊົ່ວ​ຈະ​ຂ້າ​ຄົນ​ຊົ່ວ. ບັນ​ດາ​ຜູ້​ທີ່​ກຽດຊັງ​ຄວາມ​ຊອບ​ທັມ​ຈະ​ຖືກ​ລົງ​ໂທດ. \v 22 ພ​ຣະ​ຢາ​ເວ​ຊົງ​ຊ່ວຍ​ເຫລືອຊີ​ວິດ​ຂອງ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. ບັນ​ດາ​ຜູ້​ທີ່​ລີ້​ພັຍ​ໃນ​ພ​ຣະ​ອົງ​ບໍ່​ມີ​ໃຜ​ທີ່​ຈະ​ຖືກ​ລົງ​ໂທດ. \s5 \c 35 \cl ບົດທີ 35 \p \v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ ຂ​ໍ​ຊົງ​ຕໍ່​ຕ້ານ​ບັນ​ດາ​ຜູ້​ທີ່​ຕໍ່​ຕ້ານ​ຂ້າ​ນ້ອຍ ​ຂໍ​ຊົງ​ຕໍ່​ສູ້​ບັນດາຜູ້ທີ່ຕໍ່ສູ້ຂ້າ​ນ້ອຍ \v 2 ຂໍ​ຊົງໂຜດຈັບ​ໂລ້​ແລ​ະ​ເສື້ອຫຸ້ມເກາະຂອງ​ພ​ຣະ​ອົງ ຂໍ​ຊົງ​ລຸກ​ຂຶ້ນ​ແລະ​ຊ່​ວຍກູ້​ຂ້າ​ນ້ອຍ \v 3 ຂໍ​ຊົງ​ໃຊ້​ຫອກ​ແລະ​ຂວານ​ຂຶ້ນ​ຕໍ່​ສູ້​ບັນ​ດາ​ຜູ້​ທີ່​ໄລ່​ຕາມ​ຂ້າ​ນ້ອຍ ຂໍ​ຊົງ​ກ່າວ​ແກ່​ຈິດ​ໃຈ​ຂອງ​ຂ້າ​ນ້ອຍວ່າ "ເຮົາ​ເປັນ​ຄວາມ​ພົ້ນ​ຂອ​ງ​ເຈົ້າ" \s5 \v 4 ຂໍ​ໃຫ້​ບັນ​ດາ​ຜູ້​ສະ​ແຫວງ​ຫາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄດ້​ອັບ​ອາຍ​ແລະ​ແລະພ່າຍແພ້. ​ຂໍ​ໃຫ້​ບັນ​ດາ​ຜູ້​ວາງ​ແຜນ​ເຮັດ​ຮ້າຍ​ຂ້າ​ນ້ອຍ​ໄດ້​ຫັນ​ກັບ​ໄປ​ແລະ​ພ່າຍ​ແພ້. \v 5 ຂໍ​ໃຫ້​ພວກ​ເຂົາ​ເປັນ​ຄື​ຂີ້​ແກບ​ຕໍ່​ຫນ້າ​ລົມ, ເມື່ອ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ຢາ​ເວ​ຂັບ​ໄລ່​ພວກ​ເຂົາ​ໄປ. \v 6 ຂໍ​ໃຫ້​ທາງ​ຂອງ​ພວກ​ເຂົາ​ມືດ​ມິດ​ແລະ​ມື່ນພະລາດ, ເມື່ອ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ຢາ​ເວ​ຂັບ​ໄລ່​ພວກ​ເຂົາ​ໄປ. \s5 \v 7 ພວກ​ເຂົາ​ໄດ້​ຫ້າງ​ແຮ້ວໃສ່​ຂ້າ​ນ້ອຍ​ໂດຍ​ບໍ່​ມີ​ສາ​ເຫດ; ພວ​ກ​ເຂົາ​ໄດ້​ຂຸດ​ຂຸມ​ດັກ​ຈັບຊີ​ວິດ​ຂ້າ​ນ້ອຍໃຫ້ຕົກລົງໃນຂຸມນັ້ນ. \v 8 ຂໍ​ໃຫ້​ພັຍ​ພິ​ບັດ​ຕາມ​ທັນ​ພວກ​ເຂົາ​ຢ່າງ​ບໍ່​ທັນ​ຕັ້ງ​ຕົວ. ຂໍ​ໃຫ້​ພວກ​ເຂົາ​ຕິດ​ແຮ້ວ​ທີ່​ວາງ​ໄວ້​ເອງ. ຂໍ​ໃຫ້​ພວກ​ເຂົາ​ຕົກ​ລົງ​ໄປ​ໃນ​ພັຍ​ພິ​ບັດ​ຂອງ​ພວກ​ເຂົາ​ເອງ. \s5 \v 9 ​ແຕ່​ຂ້າ​ນ້ອຍ​ຈະ​ຊື່ນ​ຊົມ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ​ແລະປິຕິ​ຍິນ​ດີ​ໃນ​ການ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພ​ຣະ​ອົງ. \v 10 ກະ​ດູກ​ທຸກ​ຊີກຂອງ​ຂ້າ​ນ້ອຍ​ຈະ​ເວົ້າ​ວ່າ, "ຂ້າ​ແດ່​ພ​ຣະ​ຢາ​ເວ, ຜູ້​ໃດ​ເປັນ​ດັ່ງ​ພ​ຣະ​ອົງ ຜູ້​ຊົງ​ຊ່ວຍ​ເຫລືອ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ​ຈາກ​ພວກ​ທີ່​ແຂງ​ແຮງ​ເກີນ​ໄປ​ສຳ​ຫລັບ​ພ​ວກ​ເຂົາ ແລະ​ຊົງ​ຊ່ວຍ​ເຫລືອຄົນ​ຍາກ​ຈົນ​ແລະ​ຂັດ​ສົນ​ຈາກ​ຜູ້​ທີ່​ຫາ​ທາງ​ປຸ້ນ​ພວກ​ເຂົາ?" \s5 \v 11 ພວກ​ພະ​ຍານ​ຄົນ​ຊົ່ວ​ກໍ​ລຸກ​ຂຶ້ນ; ພວກ​ເຂົາ​ເວົ້າ​ຕົວະ​ໃສ່​ຮ້າຍ​ຂ້າ​ນ້ອຍ. \v 12 ພວກ​ເຂົາ​ຕອບ​ແທນ​ຄວາມ​ດີ​ຂອງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຊົ່ວ. ຂ້າ​ນ້ອຍ​ເສົ້າ​ໃຈ. \s5 \v 13 ​ແຕ່​, ເມື່ອ​ຍາມ​ທີ່​ພວກ​ເຂົາ​ເຈັບ​ປ່ວຍ, ຂ້າ​ນ້ອ​ຍ​ໄດ້ໃ​ສ​່ເຄື່ອງໄວ້ທຸກ; ຂ້າ​ນ້ອຍ​ໄດ້​ຖືສິນ​ອົດ​ອາ​ຫາ​ນ​ເພື່ອ​ພວກ​ເຂົາ​ດ້ວຍ​ກົ້ມ​ຫົວ​ລົງ​​ພາວັນນາອະທິຖານ.​ \v 14 ຂ້າ​ນ້ອຍ​ເປັນ​ທຸກ​ໂສກ​ເສົ້າ​ເພື່ອ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ໂນ້ມ​ຕົວ​ລົງ​ໄວ້​ທຸກ​ເຫມືອນ​ໄວ້​ທຸກ​ໃຫ້​ແກ່​ແມ່​ຂອງ​ຂ້າ​ນ້ອຍ. \s5 \v 15 ​ແຕ່​ເມື່ອ​ຂ້າ​ນ້ອຍ​ສະ​ດຸດ​ລົ້ມ, ພວກ​ເຂົາ​ກັບ​ດີ​ໃຈ​ແລະ​ສຸມ​ຫົວ​ກັນ; ​ພວກ​ເຂົາ​ສຸມ​ຫົວ​ກັນ​ຕໍ່​ສູ້​ຂ້​າ​ນ້ອຍ, ໂດຍ​ທີ່​ຂ້ານ້ອຍ​ບໍ່​ທັນ​ຮູ້​ຕົວ. ​ພວກ​ເຂົາ​ບໍ່​ຢຸດ​ທີ່​ຈະ​ຈີກ​​ຂ້າ​ນ້ອຍຖິ້ມ. \v 16 ພວກ​ເຂົາ​ເຢາະ​ເຍີ້ຍ​ຂ້າ​ນ້ອຍ​ຢ່າງ​ລົບ​ລູ່; ພວກ​ເຂົາ​ກັດ​ແຂ້ວ​ໃສ່​ຂ້າ​ນ້ອຍ. \s5 \v 17 ​ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ອົງ​ຈະ​ຊົງ​ຫລຽວເບິ່ງ​ອີກ​ດົນ​ປານ​ໃດ? ຂໍ​ຊົງ​ຊ່ວຍ​ກູ້​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ຈາກ​ການ​ຈູ່​ໂຈມ​ທຳ​ລາຍ​ຂອງ​ພວກ​ເຂົາ, ຂໍ​ຊົງ​ຊ່ວຍ​ຊີ​ວິດ​ຂ້າ​ນ້ອຍ​ຈາກ​ຝູງ​ສິງ​ໂຕ. \v 18 ແລ້ວ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ໃນ​ທີ່​ປະ​ຊຸມ​ໃຫຍ່; ຂ້າ​ນ້ອຍ​ຈະ​ສັນ​ຣະເສີນ​ພ​ຣະ​ອົງ​ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ຫລວງ​ຫລາຍ. \s5 \v 19 ​ຂໍ​ຢ່າ​ໃຫ້​ສັດ​ຕຣູຄື​ຄົນ​ຂີ້ຕົວະ​ຂອງ​ຂ້າ​ນ້ອຍ​ໄດ້​ດີ​ໃຈ​ເຫນືອ​ຂ້າ​ນ້ອຍ; ຂໍ​ຊົງ​ຢ່າ​ໃຫ້​ພວກ​ເຂົາ​ໄດ້​ເຮັ​ດ​ຕາມ​ແຜນ​ຊົ່ວ​ຂອງ​ພວກ​ເຂົາ. \v 20 ເພາະ​ພວກ​ເຂົາ​ບໍ່​ໄດ້​ເວົ້າ​ຈາ​ດ້ວຍ​ສັນ​ຕິ​ພາບ, ແຕ່​ພວກ​ເຂົາ​ຄິດ​ຖ້ອຍ​ຄຳ​ຫລອກ​ລວງ​ຕໍ່​ຕ້ານ​ບັນ​ດາ​ຜູ້​ທີ່​ຢູ່​ຢ່າງ​ສະ​ຫງົບ​ໃນ​ແຜ່​ນ​ດິນ​ຂອງ​ຂ​້າ​ນ້ອຍ​ທັ​ງ​ຫລາຍ. \s5 \v 21 ​ພວກ​ເຂົາ​ອ້າ​ປາກ​ກວ້າງ​ໃສ່​ຂ້າ​ນ້ອຍ; ພວກ​ເຂົາ​ໄດ້​ເວົ້າ​ວ່າ,"ຫັ້ນ​ເດ, ຫັ້ນ​ເດ, ພວກ​ເຮົ​າ​ໄດ້​ເຫັນ​ກັບ​ຕາ​ແລ້ວ." \v 22 ພ​ຣະ​ອົງ​ໄດ້​ຊົງຫລຽວເຫັນ​ແລ້ວ, ຂ້າ​ແດ່​ພ​ຣະ​ຢ​າ​ເວ, ຂໍ​ຢ່າ​ຊົງ​ງຽບ; ຂ້າ​ແດ່​ພ​ຣະ​ອົງ​ຜູ້​ເປັນ​ເຈົ້າ, ຂໍ​ຢ່າ​ຊົງ​ສະ​ຖິດ​ໄກ​ຈາກ​ຂ້າ​ນ້ອຍ. \v 23 ຂໍ​ຊົງ​ລຸກ​ຂຶ້ນ​ແລະ​ຊົງ​ຕື່ນ​ເພື່ອ​ຄວາມ​ເປັນ​ທັມ​ຂອງ​ຂ້າ; ຂ້າ​ແດ່​ພ​ຣະ​ເຈົ້າ​ແລະ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​ໃຫ້​ຄວາມ​ເປັນ​ທັມ​ແກ່​ຂ້າ​ນ້ອຍ​ດ້ວຍ​ເຖີດ. \s5 \v 24 ​ຂໍ​ຊົງ​ໃຫ້​ຄວາມ​ເປັນ​ທັມ​ແກ່​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ​ເພາະ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ; ຂໍ​ຢ່າ​ໃຫ້​ພວກ​ເຂົາ​ໄດ້​ດີ​ໃຈ​ເຫນືອ​ຂ້າ​ນ້ອຍ \v 25 ຂໍ​ຢ່າ​ໃຫ້​ພວກ​ເຂົາ​ຄິດ​ໃນ​ໃຈ​ວ່າ, "ຫັ້ນ​ເດ, ເຮົາ​ໄດ້​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ແລ້ວ." ຂໍ​​ຢ່າ​ໃຫ້​ພວກ​ເຂົາ​ເວົ້າ​ວ່າ, "ເຮົາ​ໄດ້​ກື​ນ​ກິນ​ເຂົາ​ແລ້ວ." \v 26 ຂໍ​ຊົງໃຫ້​ບັນ​ດາ​ຄົນ​ທີ່​ຢາກ​ທຳ​ຮ້າຍ​ຂ້າ​ນ້ອຍ​ໄດ້​ອັບ​ອາຍ​ແລະ​ພ່າຍ​ແພ້. ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ເຢາະ​ເຍີ້ຍ​ຂ້າ​ນ້ອຍ​ໄດ້​ຄຸມ​ຕົວ​ດ້ວຍ​ຄວາມ​ອາຍ​ແລະ​ຄວາມ​ພ່າຍແພ້. \s5 \v 27 ​ຂໍ​ໃຫ້​ບັນ​ດາ​ຜ​ູ້​ທີ່​ປຣາ​ຖະນາ​ເຫັນ​ຂ້າ​ນ້ອຍ​ມີ​ຊັຍ​ໄດ້​ໂຮ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ແລະ​ປິ​ຕິຍິນດີ; ຂໍ​ໃຫ້​ພວກ​ເຂົາ​ເວົ້າ​ຕະ​ຫລອດ​ໄປ​ວ່າ, "ຈົ່ງສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຜູ້​ຊົງ​ພໍ​ໃຈ​ໃນ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ຂອງ​ຜູ້​ຮັບ​ໃຊ້​ຂອ​ງ​ພ​ຣະ​ອົງ." \v 28 ແລ້ວ​ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ຄວາມ​ຍຸ​ຕິ​ທັມ​ຂອງ​ພ​ຣ​ະ​ອົງ​ແລະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຕ​ະ​ຫລອດ​ທັງ​ມື້. \s5 \c 36 \cl ບົດທີ 36 \p \v 1 ​ຄົນ​ຊົ່ວ​ເວົ້າ​ເຖິງ​ຄວາມ​ບາບ​ຂອງ​ເຂົາ​ຈາກ​ສ່ວນເ​ລິກ​ໃນ​ໃຈ​ຂອງ​ເຂົາ ບໍ່​ມີ​ຄວາມ​ເກງ​ກົວ​ພ​ຣະ​ເຈົ້າ​ຢູ່​ໃນ​ສາຍ​ຕາ​ຂອງ​ເຂົາ \v 2 ເພາະ​ເຂົາ​ປອບ​ໃຈ​ຕົນເອງ ຄິດ​ວ່າ​ບາບ​ຂອງ​ເຂົາ​ຈະ​ບໍ່​ຖືກ​ຄົ້ນ​ພົບ​ແລະ​ບໍ່​ເປັນ​ທີ່ລັງ​ກຽດ​ \s5 \v 3 ​ຄຳ​ເວົ້າ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ບາບ​ແລະ​ການ​ຫລອກ​ລວງ; ເຂົາ​ບໍ່​ຕ້ອງ​ການ​ເປັນ​ຄົນ​ສະ​ຫລາດ​ແລະ​ເຮັດ​ດີ. \v 4 ໃນ​ຂະ​ນະ​ທີ່​ເຂົາ​ນອນ​ໃນ​ທີ່ນອນ, ເຂົາ​ວາງ​ແຜນ​ທີ່​ຈະ​ເຮັດ​ບາບ​ໄວ້​ຫລາຍ​ວິ​ທີ; ເຂົ​າ​ມຸ້ງໄປ​ທາງ​ຊົ່ວ; ເຂົາ​ບໍ່​ປະ​ຕິ​ເສດ​ຄວາມ​ຊົ່ວ​ເລີຍ​ຂ້າ​ແດ່​ພ​ຣະ​ຢາ​ເວ. \s5 \v 5 ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄປ​ເຖິງ​ຟ້າ​ສະ​ຫວັນ, ພ​ຣະ​ຢາ​ເວ, ຄວາມ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພ​ຣະ​ອົງ​ໄປ​ເຖິງ​ຫມູ່​ເມກ. \v 6 ຄວາ​ມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ເປັນ​ດັ່ງ​ບັນ​ດາ​ພູ​ເຂົາ​ຂອງ​ພ​ຣະ​ເຈົ້າ; ການ​ພິ​ພາກ​ສາ​ຂອງ​ພ​ຣະ​ອົງ​ເປັນ​ດັ່ງ​ທະເລເລິກ. ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ທັງ​ບັນ​ດາ​ມະ​ນຸດ​ແລະ​ສັດ​ທັງ​ຫລາຍ. \s5 \v 7 ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ມີ​ຄ່າ​ຫລາຍ, ຂ້າ​ແດ່​ພ​ຣະ​ເຈົ້າ! ມະ​ນຸດ​ທັງ​ຫລາຍ​ເຂົ້າ​ລີ້​ພັຍ​ພາຍ​ໃຕ້​ຮົ່ມ​ປີກ​ຂອງ​ພ​ຣະ​ອົງ. \v 8 ພວກ​ເຂົາ​ຈະ​ອີ່​ມ​ຢ່າງ​ອຸ​ດົມ​ສົມ​ບູນ​ດ້ວຍ​ຄວາມ​ຮັ່ງ​ມີ​ດ້ວຍ​ອາ​ຫານ​ອັນດີຂ​ອງ​ພ​ຣະ​ອົງ; ພ​ຣະ​ອົງ​ຈະ​ຊົງ​ໃຫ້​ພວກ​ເຂົາ​ດື່ມ​ຈາກ​ແມ່​ນ້ຳ​ແຫ່ງ​ພ​ຣະ​ພອນ​ອັນ​ມີ່​ຄ່າ​ຂອງ​ພ​ຣະ​ອົງ. \v 9 ເພາະ​ນ້ຳ​ພຸ​ແຫ່ງ​ຊີ​ວິດ​ຢ​ູ່​ກັບ​ພ​ຣະ​ອົງ; ເຮົາ​ເຫັນ​ຄວາມ​ສະ​ຫວ່າງໃນ​ແສງ​ສະ​ຫວ່າງ​ຂອງ​ພ​ຣະ​ອົງ. \s5 \v 10 ​ຂໍ​ຊົງ​ຂະ​ຫຍາຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄປ​ຍັງ​ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ພ​ຣະ​ອົງ​ຢ່າງ​ເຕັມ​ຂະຫນາດ, ແລະ​ການ​ປົກ​ປ້ອງ​ຂອງ​ພ​ຣະ​ອົງ​ແກ່​ຜູ້​ທີ່​ມີ​ໃຈ​ທ່ຽງ​ທັມ. \v 11 ຂໍ​ຢ່າ​ໃຫ້​ຕີນ​ຂອງ​ຄົນ​ຈອງ​ຫອງ​ມາ​ໃກ້​ຂ້າ​ນ້ອຍ. ຂໍ​ຢ່າ​ໃຫ້​ມື​ຂອງ​ຄົນ​ຊົ່ວ​ຂັບ​ໄລ່​ຂ້າ​ນ້ອຍ​ໄປ. \v 12 ບັນ​ດາ​ຄົນ​ເຮັດ​ຊົ່ວ​ກໍ​ໄດ້​ລົ້ມ​ລົງ​ທີ່​ນັ້ນ; ພວກ​ເຂົາ​ຖືກ​ຊັດ​ລົງ​ແລະ​ບໍ່​ສາ​ມາດ​ລຸກ​ຂຶ້ນ​ໄດ້. \s5 \c 37 \cl ບົດທີ 37 \d ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \p \v 1 ຢ່າ​ກັງ​ວົນ​ໃຈ​ເພາະ​ພວກ​ຄົນ​ເຮັດ​ຊົ່ວ; ຢ່າ​ອິດ​ສາ​ບັນ​ດາ​ຜູ້​ປະ​ພຶດ​ຊົ່ວຮ້າຍ. \v 2 ເພາະ​ອີກ​ບໍ່​ດົນ​ພວກ​ເຂົາ​ຈະ​ແຫ້ງ​ໄປ​ຄື​ຫຍ້າ​ແລະ​ຫ່ຽວ​ໄປ​ຄື​ພືດ​ສົດ. \s5 \v 3 ຈົ່ງວາງໃຈໃນພຣະຢາເວ ແລະເຮັດສິ່ງທີ່ດີ; ຈົ່ງ​ຢູ່​ອາ​ສັຍ​ໃນ​ແຜ່ນ​ດິນ​ແລະ​ໄດ້​ຮັບ​ການ​ລ້ຽງ​ດູ​ຢ່າງ​ດີເຖີດ. \v 4 ແລ້ວ​ຈົ່ງ​ປິ​ຕິ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ​, ແລະ​ພ​ຣະ​ອົງ​ຈະ​ປຣະ​ທານ​ຕາມ​ໃຈ​ປຣາ​ຖນາ​ຂອງ​ທ່ານ. \s5 \v 5 ​ຈົ່ງ​ມອບ​ທາງ​ຂອງ​ເຈົ້າ​ໃຫ້​ແກ່​ພ​ຣະ​ຢາ​ເວ; ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ແທນ​ເຈົ້າ. \v 6 ພ​ຣະ​ອົງ​ຈະ​ເຮັດໃຫ້ຄວາມ​ຊອບ​ທັມ​ຂອງ​ເຈົ້າຈະເຣີນຮຸ່ງເຮືອງອອກໄປ​ເຫມືອນ​ດັ່ງ​ຕາ​ເວັນໃນຍາມທ່ຽງ​​. \s5 \v 7 ​ຈົ່ງ​ສະຫ​ງົບ​ຢູ່​ຕໍ່​ຫນ້າ​ພ​ຣະ​ຢາ​ເວ​ແລະ​ລໍ​ຖ້າ​ພ​ຣະ​ອົງ​ດ້ວຍ​ຄວາມ​ພຽນ. ຢ່າ​ກັງວົນ​ຖ້າ​ບາງ​ຄົນ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ທີ່​ເຂົາ​ເຮັດ​ຫລື​ເມື່ອ​ເຂົາ​ວາງ​ແຜນ​ຊົ່ວ. \s5 \v 8 ​ຢ່າ​ຮ້າຍ​ແລະ​ວຸ້ນ​ວາຍ​ເລີຍ. ຢ່າ​ວິ​ຕົກ​ກັງ​ວົນ. \v 9 ພວກ​ຄົນ​ເຮັດ​ຊົ່ວ​ຈະ​ຖືກ​ຕັດ​ອອກ​ໄປ, ແຕ່​ບັນ​ດາ​ຜູ້​ທີ່​ລໍ​ຖ້າ​ພ​ຣະ​ຢາ​ເວ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ. \v 10 ອີກ​ຈັກ​ຫນ້ອຍ​ຄົນ​ຊົ່ວ​ກໍ​ຈະ​ສູນ​ຫາຍ​ໄປ; ທ່ານ​ຈະ​ເບິ່ງ​ສະ​ຖານ​ທີ່​ຂອງ​ເຂົາ, ແຕ່​ວ່າ​ເຂົາ​ຈະ​ຈາກ​ໄປ​ແລ້ວ. \s5 \v 11 ​ແຕ່​ຄົນ​ທີ່​ມີ​ໃຈ​ອ່ອນ​ສຸ​ພາບ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ​ແລະ​ຈະ​ເບີກ​ບານ​ໃນ​ຄວາມ​ຈະ​ເຣີນ​ຮັ່ງມີ​ຢ່າງ​ຫລວງ​ຫລາຍ. \v 12 ຄົນ​ຊົ່ວ​ປອງ​ຮ້າຍ​ຄົນ​ຊອບ​ທັມ​ແລະ​ກັດ​ແຂ້ວ​ຄ້ຽວຟັນໃສ່​ເຂົາ. \v 13 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຫົວ​ຂວັນໃສ່​ເຂົາ, ເພາະ​ພ​ຣະ​ອົງ​ຊົງ​ເຫັນ​ວ່າ​ວັນ​ເວ​ລາ​ຂອງ​ເຂົາ​ໃກ້​ເຂົ້າ​ມາ​ແລ້ວ. \s5 \v 14 ​ພວກ​ຄົນ​ຊົ່ວ​ໄດ້​ຖອດ​ດາບ​ຂອງ​ພວກ​ເຂົາ​ອອກ​ແລະ​ກົ່ງ​ຄັນ​ທະ​ນູ​ເພື່ອ​ຍິງ​ໄປ​ຍັງ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ​ແລະ​ຄົນ​ທີ່​ຂັດ​ສົນ, ເພື່ອ​ຂ້າ​ບັນ​ດາ​ຜູ້​ທີ່​ຊອບ​ທັມ. \v 15 ໃຈ​ຂອງ​ພວກ​ຄົນ​ຊົ່ວ​ຈະ​ຖືກ​ແທງ​ດ້ວຍ​ດາບ​ຂອງ​ພວກ​ເຂົ​າ​ເອງ, ແລະ​ຄັນ​ທະ​ນູ​ຂອງ​ພ​ວກ​ເຂົາ​ຈະ​ຫັກ. \s5 \v 16 ​ສິ່ງເລັກໆ ນ້ອຍໆ ທີ່​ຄົນ​ຊອບ​ທັມ​ມີ​ກໍ​ດີກວ່າ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ຄົນ​ຊົ່ວ​ຈຳ​ນວນ​ຫລາຍ. \v 17 ເພາະ​ພຣະອົງຈະໃຫ້ກຳລັງ​ຂອງ​ຄົນ​ຊົ່ວ​​ຫາຍໄປ, ແຕ່​ພ​ຣະ​ຢາ​ເວ​ຊົງ​ຄຸ້ມຄອງ​ຄົນ​ຊອບ​ທັມໄວ້. \s5 \v 18 ​ພ​ຣະ​ຢາ​ເວຊົງ​ເຝົ້າ​ເບິ່ງ​ຄົນ​ທີ່​ເຊື່ອຟັງມື້​ຕໍ່​ມື້, ແລະ​ມໍ​ຣະ​ດົກ​ຂອງ​ພວກ​ເຂົາ​ຈະ​ຢັ້ງ​ຢືນ​ເປັນ​ນິດ. \v 19 ພວກ​ເຂົາ​ຈະ​ບໍ່​ອັບ​ອາຍ​ເມື່ອ​ເຖິງ​ຍາມ​ຊົ່ວ​ຮ້າຍ. ເມື່ອ​ຄວາມ​ອຶດ​ຢາກ​ມາ​ເຖິງ, ພວກ​ເຂົາ​ຈະ​ມີ​ກິນ​ຢ່າງ​ພຽງ​ພໍ. \s5 \v 20 ​ແຕ່​ຄົນ​ຊົ່ວ​ຈະ​ຕາຍ​ໄປ. ພວກ​ສັດ​ຕຣູ​ຂອງ​ພ​ຣະ​ຢາ​ເວ​ຈະ​ເປັນ​ດັ່ງ​ຄວາມ​ສະ​ງ່າ​ງາມ​ຂອງ​ທົ່ງ​ຫຍ້າ; ພວກ​ເຂົາ​ຈະ​ຖືກ​ເຜົາ​ຜານ​ແລະ​ຫັບຫາຍ​ໄປ​ໃນ​ຄວັນ. \v 21 ຄົນ​ຊົ່ວ​ຂໍ​ຢືມ​ແລະ​ບໍ່​ຈ່າຍ​ຄືນ, ແຕ່​ຄົນ​ຊອບ​ທັມ​ນັ້ນ​ໃຈ​ກວ້າງ​ແລະ​ແຈກ​ຈ່າຍ. \s5 \v 22 ​ບັນ​ດາ​ຜູ້​ທີ່​ພ​ຣະ​ເຈົ້າ​ຊົງ​ອວຍ​ພ​ຣະ​ພອນ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ; ​ບັນ​ດາ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ສາບ​ແຊ່ງ ​ຈະ​ຖືກ​ຕັດ​ອອກ​ໄປ. \v 23 ກ້າວຕີນ​ຂອງ​ມະ​ນຸດ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໄດ້​ໂດຍ​ພ​ຣະ​ຢາ​ເວ, ຄື​ຄົນ​ທີ່​ທາງ​ຂອງ​ເຂົາ​ເປັນ​ທີ່​ຍົກ​ຍ້ອງ ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ຢາ​ເວ. \v 24 ແມ່ນວ່າ​ເຂົາ​ສະ​ດຸດ, ເຂົາ​ຈະ​ບໍ່​ລົ້ມ​ລົງ, ເພາະ​ພ​ຣະ​ຢາ​ເວ​ຊົງ​ປະ​ຄອງ​ເຂົ​າ​ໄວ້​ດ້ວຍ​ມືຂອງ​ພ​ຣະ​ອົງ. \s5 \v 25 ​ຂ້າ​ນ້ອຍ​ເຄີຍ​ຫນຸ່ມ​ແລະ​ດຽວ​ນີ້​ກໍ​ເຖົ້າ​ແກ່​ແລ້ວ; ຂ້າ​ນ້ອຍ​ບໍ່​ເຄີຍ​ເຫັນ​ຄົນ​ຊອບ​ທັມຖືກ​ຖິ້ມ​ຫລື​ລູກ​ຫລານ​ຂອງ​ເຂົາ​ຂໍ​ທານ​ເພື່ອ​ຈະ​ໄດ້​ອາ​ຫານ. \v 26 ເຂົາ​ມີ​ເມດ​ຕາ​ແລະ​ໃຫ້​ຢືມ​ມາ​ຍາວ​ນານ, ແລະ​ລູກ​ຫລານ​ຂອງ​ເຂົາ​ກໍ​ກາຍ​ເປັນ​ພອນ. \v 27 ຈົ່ງ​ຫັ​ນ​ຫນີ​ຈາກ​ຄວາມ​ຊົ່ວ​ແລະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ; ແລ້ວ​ທ່ານ​ຈະ​ຢູ່​ຢ່າງ​ປອດ​ພັຍ​ຕະ​ຫລອດ​ໄປ. \s5 \v 28 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ຮັກ​ຄວາມ​ຍຸ​ຕິ​ທັມ​ແລະ​ບໍ່​ຖິ້ມ​ຜູ້​ທີ່​ຕິດ​ຕາມ​ຢ່າງ​ຊື່​ສັດ. ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ຮັກສາ​ໄວ້​ຕະ​ຫລອດ​ໄປ​ເປັນ​ນິ​ດ, ແຕ່​ບັນ​ດາ​ລູກ​ຫລານ​ຂອງ​ຄົນ​ຊົ່ວ​ຈະ​ຖືກ​ຕັດ​ອອກ​ໄປເສຍ. \v 29 ຄົນ​ຊອບ​ທັມ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ເປັນ​ມໍ​ຣະ​ດົກ​ແລະ​ອ​າ​ສັຍ​ຢູ່​ທີ່​ນັ້ນ​ຕະ​ຫລອດ​ໄປ​ເປັນ​ນິ​​ດ. \v 30 ປາກ​ຂອງ​ຄົນ​ຊອບ​ທັມເວົ້າ​ເຖິງ​ປັນ​ຍາ​ແລະ​ເພີ່ມ​ພູນຄວາມ​ຍຸ​ຕິ​ທັມ. \s5 \v 31 ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຂົາ​ຢູ່​ໃນ​ໃຈ​ຂອງ​ເຂົາ; ຕີນ​ຂອງ​ເຂົາ​ຈະ​ບໍ່​ມື່ນຖະໄຫລ. \v 32 ຄົນ​ຊົ່ວ​ຖ້າ​ເບິ່ງ​ຄົນ​ຊອບ​ທັມ​ແລະ​ຫາ​ທາງ​ຂ້າ​ເຂົາເສຍ. \v 33 ພ​ຣະ​ຢາ​ເວ​ຈະ​ບໍ່​ຊົງ​ຖິ້ມ​ເຂົາ​ໄວ້​ໃນ​ເງື້ອມ​ມື​ຂອງ​ຄົນ​ຊົ່ວ​ຫລື​ຊົງ​ລົງ​ໂທ​ດ​ເຂົາ​ເມື່ອ​ພ​ຣະ​ອົງ​ຊົງ​ພິ​ພາກ​ສາ. \s5 \v 34 ​ຈົ່ງ​ລໍ​ຖ້າ​ພ​ຣະ​ຢາ​ເວ​ແລະ​ຮັກ​ສາ​ທາງ​ຂອງ​ພ​ຣະ​ອົງ​ໄວ້, ແລະ​ພ​ຣະ​ອົງ​ຈະ​ຊົງ​ຍົກ​ທ່ານ​ຂຶ້ນ​ໃຫ້​ຄອບ​ຄອງ​ແຜ່ນ​ດິນ. ທ່ານ​ຈະ​ເບິ່ງ​ເຫັນ​ເມື່ອ​ຄົນ​ຊົ່ວ​ຖືກ​ຕັດ​ອອກ​ໄປ. \s5 \v 35 ​ຂ້າ​ນ້ອຍ​ເຄີຍ​ເຫັນ​ຄົນ​ຊົ່ວ​ແລະ​ຄົນ​ທີ່​ຫນ້າ​ຢ້ານ​ແພ່ຢາຍ​ອອກ​ໄປ​ເຫມືອນ​ຕົ້ນ​ໄມ້​ຂຽວ​ທີ່​ປູກ​ໃນ​ດິນ​ທີ່​ເຫມາະ​ສົມ​ກັບ​ມັນ. \v 36 ແຕ່​ເມື່ອ​ຂ້າ​ນ້ອຍ​ຜ່ານ​ໄປ​ອີກ​ຄັ້ງ​ຫນຶ່ງ, ເຂົາ​ກໍ​ບໍ່​ຢູ່​ທີ່​ນັ້ນ​ແລ້ວ. ຂ້າ​ນ້ອຍ​ເບິ່ງ​ຫາ​ເຂົາ ແຕ່​ກໍ​ບໍ່​ພົບ​ເລີຍ. \s5 \v 37 ຈົ່ງ​ເຝົ້າ​ເບິ່ງ​ຄົນ​ທີ່​ມີ​ຄວາມ​ຊື່​ສັດ​ສຸ​ຈະ​ຣິດ, ແລະ​ຈົ່ງ​ຫມາຍ​ຄົນ​ທ່ຽງ​ຕຣົງ​ໄວ້​; ເພາະ​ມີ​ອາ​ນາ​ຄົດ​ທີ່​ດີ​ສຳ​ຫລັບ​ຄົນ​ສະ​ງົບ​ສຸກ. \v 38 ຄົນ​ບາບ​ຈະ​ຖືກ​ທຳ​ລາຍ​ໄປ​ຢ່າງ​ສິ້ນ​ເຊີງ; ອາ​ນະ​ຄົດ​ຂອງ​ຄົນ​ຊົ່ວ​ກໍ​ຖືກ​ຕັດ​ອອກ​ໄປ. \s5 \v 39 ​ຄວາມ​ພົ້ນຂອງ​ຄົນ​ຊອບ​ທັມ​ມາ​ຈາກ​ພ​ຣະ​ຢາ​ເວ; ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ພວກ​ເຂົາ​ໃນ​ຍາມ​ຍາກ​ລຳ​ບາກ. \v 40 ພ​ຣະ​ຢາ​ເວຊົງຄຸ້ມຄອງພວກ​ເຂົາ​ແລະ​ຊົງ​ຊ່ວຍ​ເຫລືອພວກ​ເຂົາ. ພ​ຣະ​ອົງ​ຊົງ​ຊ່ວຍ​ກູ້​ພວກ​ເຂົາ​ຈາກ​ພວກ​ຄົນ​ຊົ່ວ​ແລະ​ຊ່ວຍ​ພວກ​ເຂົາ​ໃຫ້ພົ້ນ​ເພາະ​ພວກ​ເຂົາ​ໄດ້​ລີ້​ພັຍ​ໃນ​ພ​ຣະ​ອົງ. \s5 \c 38 \cl ບົດທີ 38 \p ບົ​ດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ, ເພື່ອ​ເຮັດ​ໃຫ້​ຄວາມ​ຊົງ​ຈຳ. \v 1 ຂ້າ​ແດ່ ​ພ​ຣະ​ຢາ​ເວ, ຂໍ​ຢ່າ​​ນາບຂູ່ຂ້າ​ນ້ອຍ​ດ້ວຍ​ຄວາມ​​ຮ້າຍ​ຂອງ​ພ​ຣະ​ອົງ; ຂໍ​ຢ່າ​ຊົງ​ລົງ​ໂທດ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ. \v 2 ເພາະ​ລູກ​ທະ​ນູ​ຂອງ​ພ​ຣະ​ອົງ​ປັກ​ເຂົ້າ​ໃນ​ຕົວ​ຂ້າ​ນ້ອຍ, ແລະ​ມື​ຂອງ​ພ​ຣະ​ອົງ​ໄດ້​ກົດ​ຂ້າ​ນ້ອຍ​ລົງ. \s5 \v 3 ​ທັງ​ຮ່າງ​ກາຍ​ຂອງ​ຂ້າ​ນ້ອຍ​ກໍ​ເຈັບ​ປ່ວຍ​ເນື່ອງ​ດ້ວຍ​ຄວາມ​​ຮ້າຍ ຂອງ​ພ​ຣະ​ອົງ; ເປັນ​ເພາະ​ຄວາມ​ບາບ​ຂອງ​ຂ້າ​ນ້ອຍ ກະ​ດູກ​ຂອງ​ຂ້າ​ນ້ອຍຈຶ່ງ​ບໍ່​ມີ​ສະ​ພາບ​ດີ​ເລີຍ. \v 4 ເພາະ​ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ​ຖ້ວມ​ຂ້າ​ນ້ອຍ; ມັນ​ເປັນ​ພາ​ຣະ​ທີ່​ຫນັກ​ເກີນ​ໄປ​ສຳ​ຫລັບ​ຂ້າ​ນ້ອຍ. \s5 \v 5 ​ບາດ​ແຜ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ກໍ​ຕິດ​ເຊື້ອ​ແລະ​ເຫມັນ​ເນົ່າ​ກໍ​ເພາະ​ບາບ​ອັບ​ໂງ່​ຈ້າ​ຂອງ​ຂ້າ​ນ້ອຍ. \v 6 ຂ້າ​ນ້ອຍ​ນ້ອມ​ຕົວ​ລົງ​ແລະ​ອັບ​ອາຍ​ຢູ່​ທຸກ​ມື້; ຂ້າ​ນ້ອຍ​ໃຊ້​ຊີ​ວິດ​ຢ່າງ​ທຸກ​ໂສກ​ຕະ​ຫລອດ​ວັນ​ຍັງ​ຄ່ຳ. \s5 \v 7 ສຳ​ຫລັບ​ພາຍ​ໃນ​ຂອງ​ຂ້າ​ນ້ອຍ, ​ເພາະ​ຂ້າ​ນ້ອຍ​ເຕັມ​ໄປ​ດ້ວຍ​ຮອຍ​ໄຫມ້​ພາຍ​ໃນ​ຂ້າ​ນ້ອຍ; ເນື້ອ​ຫນັງ​ຂອງ​ຂ້າ​ນ້ອຍ​ບໍ່​ມີ​ສະ​ພາບ​ດີ​ເລີຍ. \v 8 ຂ້າ​ນ້ອຍ​ຫມົດ​ແຮງ​ແລະ​ຖືກ​ຂະ​ຍີ້ຢ່າງ​ຮຸນ​ແຮງ; ຂ້າ​ນ້ອຍ​ຮ້ອງ​ຄາງ​ເພາະ​ຄວາມ​ເຈັບ​ປວດ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ. \s5 \v 9 ​ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ ພ​ຣະ​ອົງ​ຊົງ​ເຂົ້າ​ໃຈ​ຄວາມ​ປຣາ​ຖນາ​ຈາກ​ກົ້ນ​ບຶ້ງ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ ແລະ​ການ​ຄ້ຳ​ຄວນ​ຂອງ​ຂ້າ​ນ້ອຍ​ກໍ​ບໍ່​ໄດ້​ເຊື່ອງ​ໄວ້​ຈາກ​ພ​ຣະ​ອົງ \v 10 ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ເຕັ້ນ​ຢ່າງ​ຮຸ່ນ​ແຮງ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ ແລະ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ​ກໍສູນເສຍຄວາມສະຫວ່າງ. \s5 \v 11 ​ຫມູ່​ເພື່ອນ​ແລະ​ເພື່ອນບ້ານ​ຂອງ​ຂ້າ​ນ້ອຍ​ກໍ​ພາ​ກັນ​ຫລົບ​ລີກ​ຂ້າ​ນ້ອຍ​ເພາະ​ສະ​ພາບ​ຂອງ​ຂ້າ​ນ້ອຍ ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ​ກໍ​ຢືນ​ຢູ່​ແຕ່​ຫ່າງໆ \v 12 ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ວາງບ້ວງ​ດັກ​ຂ້າ​ນ້ອຍ. ພວກ​ທີ່​ຫາ​ທາງ​ທຳ​ຮ້າຍ​ຂ້າ​ນ້ອຍ​ກໍ​ເວົ້າ​ຖ້ອຍ​ຄຳ​ຂູ່​ເຂັນ ແລະ​ກ່າວ​ຄຳ​ຫລອກ​ລວງ​ຕະ​ຫລອດ​ວັນ​ຍັງ​ຄ່ຳ \s5 \v 13 ​ແຕ່​, ຂ້າ​ນ້ອຍ​ເປັນ​ເຫມືອນ​ຄົນ​ຫູ​ຫນວກ​ແລະ​ບໍ່​ໄດ້​ຍິນ​ຫຍັງ​ເລີຍ; ຂ້າ​ນ້ອຍ​ເປັນ​ເຫມືອນ​ຄົນ​ໃບ້​ທີ່​ເວົ້າ​ບໍ່​ໄດ້. \v 14 ຂ້າ​ນ້ອຍ​ເປັນ​ເຫມືອນ​ຄົນ​ທີ່​ບໍ່​ໄດ້​ຍິນ​ແລະ​ຄື​ຄົນ​ທີ່​ຕອບ​ບໍ່​ໄດ້ ຂ້າ​ແດ່​ພ​ຣະ​ຢາ​ເວ. \s5 \v 15 ຂ້າ​ແດ່ພຣະຢາເວ ຂ້າ​ນ້ອຍ​ລໍ​ຄອຍ​ພ​ຣະ​ອົງ; ພ​ຣະ​ອົງ​ຈະ​ຊົງ​ຕອບຂ້ານ້ອຍ, ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ. \v 16 ຂ້າ​ນ້ອຍ​ເວົ້າ​ແບບ​ນີ້​ເພື່ອ​ທີ່​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່​ໄດ້​ເຢາະ​ເຍີ້ຍ​ຂ້າ​ນ້ອຍ. ຖ້າ​ຕີນ​ຂອງ​ຂ້າ​ນ້ອຍ​ມື່ນ​ໄຫລ, ພວກ​ເຂົາ​ຈະ​ເຮັດ​ສິ່ງ​ທີ່​ຫນ້າ​ຢ້ານ​ແກ່​ຂ້າ​ນ້ອຍ. \s5 \v 17 ​ເພາະ​ຂ້າ​ນ້ອຍ​ເກືອບຈະ​ລົ້ມ​ລົງ​ແລ້ວ, ແລະ​ຂ້າ​ນ້ອຍເຈັບ​ປວດ​ຢູ່​ຕະ​ຫລອດ​ເວ​ລາ. \v 18 ຂ້າ​ນ້ອຍ​ສາ​ຣະ​ພາບ​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ທຸກ​ໃຈ​ໃນ​ເລື້ອງ​ບາບ​ຂອງ​ຂ້າ​ນ້ອຍ. \s5 \v 19 ​ແຕ່​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ມີ​ຈຳ​ນວນ​ຫລວງ​ຫລາຍ; ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ຢ່າງ​ຜິດໆ ກໍ​ມີ​ຫລວງ​ຫລາຍ. \v 20 ພວກ​ເຂົາ​ຕອບ​ແທນ​ຄວາມ​ດີ​ຂອງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຊົ່ວ; ພວກ​ເຂົາ​ລຸມ​ກ່າວ​ໂທ​ດ​ຂ້າ​ນ້ອຍ​ແມ່ນວ່າ​ຂ້າ​ນ້ອຍ​ຕິດ​ຕາມ​ແຕ່​ສິ່ງ​ທີ່​ດີ. \s5 \v 21 ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ, ​ຂ້າ​ແດ່​ພ​ຣະ​ຢາ​ເວ; ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ຢ່າ​ສະ​ຖິດ​ຫ່າງ​ໄກ​ຈາກ​ຂ້າ​ນ້ອຍ. \v 22 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊົງ​ເປັນ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ, ຂໍ​ມາ​ຊ່ວຍ​ຂ້າ​ນ້ອຍ​ໂດ​ຍໄວເຖີດ. \s5 \c 39 \cl ບົດທີ 39 \p ເຖິງ​ຄະ​ນະ​ດົນ​ຕຣີ, ສຳ​ຫລັບ ເຈ​ດູ​ທັນ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ​ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ວ່າ, "ຂ້າ​ນ້ອຍ​ຈະ​ເຝົ້າ​ຣະ​ວັງ​ສິ່ງ​ທີ່​ຂ້າ​ນ້ອຍ​ເວົ້າ​ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ບາບ​ດ້ວຍ​ລິ້ນ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ຈະ​ປິດ​ປາກ​ຂອງ​ຂ້າ​ນ້ອຍ​ໄວ້​ໃນ​ຂະ​ນະ​ທີ່​ຢູ່​ຕໍ່​ຫນ້າ​ຄົນ​ຊົ່ວ." \s5 \v 2 ຂ້າ​ນ້ອຍ​ມິດ​ງຽບ; ຂ້າ​ນ້ອຍ​ເກັບ​ຄຳ​ເວົ້​າ​ຂອງ​ຂ້າ​ນ້ອຍ​ໄວ້ ແມ່ນ​ຈະ​ເວົ້າ​ຫຍັງ​ທີ່​ດີ​ກໍ​ຕາມ, ແລະ​ຄວາມ​ເຈັບ​ປວດ​ຂອງ​ຂ້າ​ນ້ອຍ​ກໍ​ຍິ່ງ​ຫນ​ັກ​ຂຶ້ນ. \v 3 ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ຮ້ອນ​ຢູ່; ເມື່ອ​ຂ້າ​ນ້ອຍ​ຄິດ​ເຖິງ​ເລື່ອງ​ເຫລົ່າ​ນີ້, ມັນ​ໄຫມ້​ດັ່ງ​ເຊັ່ນ​ໄຟ ແລ້ວ​ໃນ​ທີ່​ສຸດ​ຂ້າ​ນ້ອຍ​ກໍ​ເວົ້າ​ວ່າ. \s5 \v 4 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ນ້ອຍ​ຮູ້​ວ່າ​ເມື່ອ​ໃດ​ຈະ​ເຖິງ​ບັ້ນ​ປາຍ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ແລະ​ເວ​ລາ​ຂອງ​ຂ້າ​ນ້ອຍ​ເຫລືອ​ຢູ່​ເທົ່າ​ໃດ. ຂໍ​ຊົງ​ສຳ​ແດງ​ໃຫ້​ຮູ້​ວ່າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ນັ້ນ​ສັ້ນ​ຂະ​ຫນາດ​ໃດ. \v 5 ເບິ່ງ​ແມ, ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ວັນ​ເວ​ລາ​ຂອງ​ຂ້າ​ນ້ອຍ​ຍ​າວ​ພຽງ​ແຄ່​ຝາ​ມື​ຂອງ​ຂ້າ​ນ້ອຍ, ແລະ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ໄຮ້​ຄ່າ​ສະ​ເພາະ​ຫນ້າ​ພຣະອົງ. ມະ​ນຸດ​ທຸກ​ຄ​ົນ​ຢູ່​ໄດ້​ພຽງ​ແຄ່​ລົມ​ຫາຍ​ໃຈ​ດຽວ. ເສ​ລາ \s5 \v 6 ແນ່ນອນ ມະນຸດທຸກ​ຄົນເດີນໄປມາດັ່ງເຊັ່ນເງົາ.​ ທຸກຄົນເລັ່ງຮີບ​ໃນ​ການ​ສະ​ສົມ​ຄວາມ​ລ້ຳ​ລວຍ​ແມ່ນ​ພວກ​ເຂົາ​ບໍ່​ຮູ້​ວ່າ​ໃຜ​ຈະ​ມາ​ຮັບ​ຄວາມ​ລ້ຳ​ລວຍ​ນັ້ນ​ຕໍ່​ໄປ. \v 7 ບັດ​ນີ້, ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ, ຂ້າ​ນ້ອຍ​ລໍ​ຖ​້າ​ຫຍັງ? ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຫວັງ​ດຽວ​ຂອງ​ຂ້າ​ນ້ອຍ. \s5 \v 8 ​ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ບາບ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ; ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ຖືກ​ຄົນ​ໂງ່​ຫົວ​ເຢາະ​ເຍີ້ຍ. \v 9 ຂ້າ​ນ້ອຍ​ມິດ​ງຽບ​ຢູ່​ແລະ​ບໍ່​ສາ​ມາດ​ເປີດ​ປາກ​ຂອງ​ຂ້າ​ນ້ອຍ​ອອກ​ໄດ້, ເພາະ​ວ່າ​ພ​ຣະ​ອົງ​ເອງ​ໄດ້​ຊົງ​ເປັນ​ຜູ້​​ກະ​ທຳເຊັ່ນ​ນັ້ນ. \s5 \v 10 ​ຂໍ​ຢ່າ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ບາດ​ເຈັບ​ເລີຍ; ຂ້າ​ນ້ອຍ​ຈົມ​ຢູ່​ໃນ​ຄວາມ​ອັນ​ຕະ​ຣາຍ​ແຫ່ງ​ມື​ຂອງ​ພ​ຣະ​ອົງ. \v 11 ເມື່ອ​ພ​ຣະ​ອົງ​ຊົງ​ຕີ​ສອນ​ບັນ​ດາ​ປະ​ຊາ​ກອນ​ເພາະ​ຄວາມ​ບາບ, ພ​ຣະ​ອົງ​ຊົງ​ກິນ​ສິ່ງ​ທີ່​ພວກ​ເຂົາ​ປຣາຖນາ​ໄປ​ຄື​ແມງ​ມັນ​ແມງ​ເມົ່າ; ປະ​ຊາ​ກອນ​ທັ​ງ​ຫມົດ​ນັ້ນ​ໄຮ້​ຄ່າ​ເປັນ​ແຕ່​ພຽງ​ໄອ​ນ້ຳ. ເສລາ \s5 \v 12 ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​, ຂ້າແດ່ພຣະຢາເວ, ແລະ​ຊົງ​ຟັງ​ຂ້າ​ນ້ອຍ, ຂໍ​ຊົງ​ຟັງ​ສຽງ​ຮ້ອງ​ໃຫ້​ຂອງ​ຂ້າ​ນ້ອຍ​ຂໍ​ຢ່າ​ຊົງ​ເສີຍ​ຕໍ່​ຂ້າ​ນ້ອຍ! ເພາະ​ຂ້າ​ນ້ອຍ​ເປັນ​ຄື​ຄົນ​ຕ່າງ​ດ້າວ​ສຳລັບ​ພ​ຣະ​ອົງ, ເປັນ​ຜູ້​ລີ້​ໄພ​ຄື​ເຊັ່ນ​ບັນ​ດາ​ເຊື້ອ​ສາຍ​ທັງ​ປວງ​ຂອງ​ຂ້າ​ນ້ອຍ​ເຄີຍ​ເປັນ. \v 13 ຂໍ​ຢ່າ​ຊົງ​ຈ້ອ​ງ​ເບິ່ງ​ຂ້າ​ນ້ອຍ​ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ຍິ້ມ​ອີກ​ຄັ້ງ ກ່ອນ​ທີ່​ຂ້າ​ນ້ອຍ​ຈະ​ຈາກໄປ." \s5 \c 40 \cl ບົດທີ 40 \p ເຖິງ​ຄະ​ນະ​ນັກ​ຮ້ອງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ນ້ອຍ​ໄດ້​ພຽງ​ລໍ​ຄອຍ​ພ​ຣະ​ຢາ​ເວ; ພ​ຣະ​ອົງ​ຊົງ​ຟັງ​ຂ້າ​ນ້ອຍ​ແລະ​ຊົງ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຂ້າ​ນ້ອຍ. \v 2 ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ຂຶ້ນ​ມາ​ຈາກ​​ຂຸມ​ອັນ​ຕະ​ຣາຍ ອອກ​ຈາກ​ຂີ້​ຕົມ, ແລະ​ຊົງ​ວາງ​ຕີນ​ຂອງ​ຂ້າ​ນ້ອຍ​ໄວ້​ເທິງໂງ່ນ​ຫີນ​, ແລະ​ເຮັດ​ໃຫ້​ບາດກ້າວ​ຂອງ​ນ້ອຍ​ຫມັ້ນ​ຄົງ. \s5 \v 3 ​ພ​ຣະ​ອົງ​ໄດ້​ສອນ​ບົດ​ເພງ​ໃຫມ່​ໄວ້​ໃນ​ປາກ​ຂອງ​ຂ້າ​ນ້ອຍ​, ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ, ຄົນ​ເປັນ​ແບບ​ນີ້​ຈະ​ເຫັນ​ແລະ​ຖວາຍກຽດຕິຍົດ​ແດ່​ພ​ຣະ​ອົງ ແລະ​ຈະ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ. \v 4 ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ​ແລະ​ບໍ່​ຍົກ​ຍ້ອງ​ຄົນ​ຍິ່ງ​ຈອງ​ຫອງ​ຫລື​ບັນ​ດາ​ຜູ້​ທີ່​ຫັນ​ຫນີ​ຈາກ​ພ​ຣະ​ອົງ​ໄປ​ຫາ​ຄວາມ​ບໍ່​ຈິງ. \s5 \v 5 ​ຂ້າ​ແດ່​ພ​ຣະ​ຢາ​ເວພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ພຣະອົງ​ໄດ້​ເຮັດ​ອັ​ສະ​ຈັນ​​ຢ່າງ​ຫລວງ​ຫລາຍ, ແລະດຳຣິຂອງ​ພ​ຣະ​ອົງ​​ຊຶ່ງ​ເກີນກວ່າ​ທີ່​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ນັບ​ໄດ້; ຖ້າ​ຂ້າ​ນ້ອຍ​ຈະ​ປະ​ກາດ​ແລະ​ກ່າວ​ເຖິງ​ສິ່ງ​ເຫລົ່າ​ນັ້ນ ກໍ​ຄົງ​ມີ​ຫລາຍ​ເກີນກວ່າ​ທີ່​ຈະ​ນັບ​ໄດ້. \v 6 ພ​ຣະ​ອົງ​ບໍ່​ຊົງ​ຍິນ​ດີ​ໃນ​ສັດຖວາຍ​ບູ​ຊາ​ແລະ​ເຄື່ອງ​ບູ​ຊາ, ແຕ່​ພ​ຣະ​ອົງ​ໄດ້​ຊົງ​ເປີດ​ຫູ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ບໍ່​ຊົງ​ປະ​ສົງ​ເຄື່ອງ​ເຜົາ​ບູ​ຊາ​ຫລື​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ. \s5 \v 7 ​ແລ້ວ​ຂ້າ​ນ້ອຍ​ທູນ​ວ່າ, "ເບິ່ງ​ແມ້, ຂ້າ​ນ້ອຍ​ມາ​ແລ້ວ; ພຣະເຈົ້າຂ້າ ມີ​ຂໍ້​ຂຽນ​ກ່ຽວ​ກັບ​ຂ້າ​ນ້ອຍ​ໃນ​ຫນັງ​ສື​ກົດ​ບັນ​ຍັດ ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ. \v 8 ຂ້ານ້ອຍປິ​ຕິ​ຍິນ​ດີ​ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພ​ຣະ​ອົງ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຮັກ​ສາ​ຄຳ​ສອນ​ຂອງ​ພ​ຣະ​ອົງ​ຢູ່​ໃນ​ໃຈ​ຂອງ​ຂ້າ​ນ້ອຍ." \v 9 ຂ້າ​ນ້ອຍ​ໄດ້​ປະ​ກາດ​ຂ່າວ​ດີ​ແຫ່ງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ໃຫຍ່; ຂ​້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ຮູ້​ວ່າ​ຮີມ​ສົບ​ປາກ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຢຸດຢັ້ງ​ທີ່​ຈະ​ປະ​ກາດ​ເລີຍ. \s5 \v 10 ​ຂ້າ​ນ້ອຍ​ບໍ່​ໄດ້​ປິດ​ບັງ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ​ໄວ້​ພຽງ​ແຕ່​ໃນ​ໃຈ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ໄດ້​ປະ​ກາດ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ແລະ​ຄວາມ​ພົ້ນຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ບໍ່​ໄດ້​ປົກ​ປິດ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ຫລື​ຄວາມ​ຈິງ​ຂອງ​ພ​ຣ​ະ​ອົງ​ໄວ້​ຈາກ​ທີ່​ຊຸມ​ນຸມ​ໃຫຍ່​ເລີຍ. \v 11 ຂໍ​ຢ່າ​ຊົງ​ຢ່າ​ຢຸດ​ຄວາມ​ຕັ້ງ​ໃຈ​ຂອງ​ພ​ຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ, ຂ້າ​ແດ່ພ​ຣະ​ຢາ​ເວ, ຂໍ​ໃຫ້​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ແລະ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ຄຸ້ມ​ຄອງ​ຮັກ​ສາ​ຂ້າ​ນ້ອຍ​ຢູ່​ສະ​ເຫມີ. \s5 \v 12 ​ຄວາມ​ຍາກ​ລຳ​ບາກ​ອັນ​ນັບ​ບໍ່​ຖ້ວນ​ໄດ້​ລ້ອມ​ຂ້າ​ນ້ອຍ; ຄວາມ​ຜິດ​ບາບ​ຂອງ​ຂ້າ​ນ້ອຍ​ ໄດ້​ຕາມ​ທັນ​ຂ້າ​ນ້ອຍ ​ເຮັ​ດ​ໃຫ້​ຂ້າ​ນ້ອຍ​ບໍ່​ສາ​ມາດ​ເບິ່ງ​ເຫັນ​ຫ​ຍັງ​ໄດ້; ມັນ​ມີ​ຫລາຍກວ່າ​ເສັ້ນ​ຜົມ​ເທິງ​ຫົວ​ຂອງ​ຂ້າ​ນ້ອຍ, ແລະ​ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ຫົດ​ຫູ່. \v 13 ຂໍ​ພ​ຣະ​ອົງ​ຊົງ​ໂຜດ, ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ, ຂໍ​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ; ຂ້າ​ແດ່​ພ​ຣະ​ຢາ​ເວ. \s5 \v 14 ​ຂໍ​ຊົງ​ຮີບ​ມາ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ ຂໍ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ຄວາມ​ອັບ​ອາຍ. ແລະ​ຂໍ​ໃຫ້​ຜູ້​ທີ່​ໄລ່​ລ້າ​ເພື່ອ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄດ້​ຫມົດ​ຫວັງ​ຂໍ​ໃຫ້,​ບັນ​ດາ​ຜູ້​ທີ່​ຍິນ​ດີ​ໃນ​ການ​ທຳ​ຮ້າຍ​ຂ້າ​ນ້ອຍ​ໄດ້​ຫັນ​ກັບ​ໄປ​ແລະ​ໄດ້​ຮັບ​ຄວາມ​ອັບ​ອາຍ. \v 15 "ຫັ້ນ​ເດ, ຫັ​້ນ​ເດ!" \s5 \v 16 ​ແຕ່​ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ປິ​ຕິ​ຍິນ​ດີແລະຊື່ນຊົມຍິນດີ​ໃນ​ພ​ຣະ​ອົງ; ໃຫ້​ທຸກ​ຄົນ​ທີ່​ຮັກ​ຄວາມ​ພົ້ນ​ຂອ​ງພ​ຣະ​ອົງ​ກ່າວ​ຢູ່​ສະ​ເຫມີ​ວ່າ, "ຂໍ​ໃຫ້​ພ​ຣະ​ຢາ​ເວ​ເປັນ​ທີ່​ສັນ​ຣະ​ເສີນ." \v 17 ຂ້າ​ນ້ອຍ​ຍາກ​ຈົນ​ແລະ​ຂັດ​ສົນ; ແຕ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຣະ​ນຶກ​ເຖິງ​ຂ້າ​ນ້ອຍ. ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ; ​ແລະ​ພ​ຣະ​ອົງ​ມາ​ເພື່ອ​ເປັນ​ຜູ້​ຊ່ວຍ​ກູ້​ຂອງ​ຂ້າ​ນ້ອຍ; ຂໍ​ຢ່າ​ຊົງ​ລໍ​ຊ້າ, ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ. \s5 \c 41 \cl ບົດທີ 41 \p \v 1 ຜູ້​ໃດ​ທີ່​ເອົາ​ໃຈ​ໃສ່​ຄົນ​ອ່ອນ​ແອ​ໃນ​ຍາມ​ຍາກ​ລຳ​ບາກ​ກໍ​ເປັນ​ສຸກ ພ​ຣະ​ຢາ​ເວ​ຈະ​ຊົງ​ຊ່ວຍ​ເຫລືອ​ເຂົາ \v 2 ພ​ຣະ​ຢາ​ເວ​ຈະ​ຊົງ​ເກັບ​ເຂົາ​ໄວ້​ແລະ​ຊົງ​ຮັກ​ສາ​ຊີ​ວິດ​ຂອງ​ເຂົາ ແລະ​ເຂົາ​ຈະ​ໄດ້​ຮັບ​ພ​ຣະ​ພອນ​ເທິງ​ແຜ່ນ​ດິນ​ໂລກ ພ​ຣະ​ຢາ​ເວ​ຈະ​ບໍ່​ຊົງ​ມອບ​ເຂົາ​ໃຫ້​ໄປ​ຕາມ​ໃຈ​ມັກ​ຂອງ​ພວກ​ສັດ​ຕຣູ​ຂອງ​ເຂົາ \v 3 ພ​ຣະ​ຢາ​ເວ​ຈະ​ຊົງ​ອູ້​ມຊູ​ເມື່ອ​ເຂົາ​ຢູ່​ເທິງ​ຕຽງ​ແຫ່ງ​ການ​ທົນ​ທຸກ ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຕຽງ​ແຫ່ງ​ຄວາມ​ເຈັບ​ປ່ວຍ​ກາຍ​ເປັນ​ຕຽງ​ແຫ່ງ​ການ​ຮັກ​ສາ \s5 \v 4 ​ຂ້າ​ນ້ອຍ​ທູນ​ວ່າ, "ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ເມດ​ຕາ​ຂ້າ​ນ້ອຍ​ດ້ວຍ​ເຖີດ! ຂໍ​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໃຫ້​ຫາຍ, ເພາະ​ຂ້າ​ນ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພ​ຣະ​ອົງ." \v 5 ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ເວົ້າ​ບໍ່​ດີ​ໃສ່​ຂ້າ​ນ້ອຍ​ວ່າ, ເວົ້າ​ວ່າ,'ເມື່ອ​ໃດ​ເຂົາ​ຈະ​ຕາຍ​ແລະ​ຊື່​ຂອງ​ເຂົາ​ຈະ​ຖືກລືມໄ​ລໄປ?' \v 6 ຖ້າ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ມາ​ເຫັນ​ຂ້າ​ນ້ອຍ, ເຂົາ​ເວົ້າ​ສິ່ງ​ໄຮ້​ສາ​ລະ; ໃຈ​ຂອງ​ເຂົາ​ເກັບ​ເລື່ອງ​ຄວາມ​ພິ​ນາດ​ຂອງ​ຂ້າ​ນ້ອຍ​ໄວ້; ພໍ​ເມື່ອ​ເຂົາ​ໄປ​ຈາກ​ຂ້າ​ນ້ອຍ, ເຂົາ​ກໍ​ເລົ່າ​ເລື່ອງ​ນັ້ນ​ໃຫ້​ຄົນ​ອື່ນ​ຟັງ. \s5 \v 7 ​ຜູ້​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ທັງ​ຫມົດ​ກໍ​ຊຸບຊິບກັນ​ເລື່ອງ​ຂ້າ​ນ້ອຍ; ພວກ​ເຂົາ​ຕໍ່​ຕ້ານ​ຂ້າ​ນ້ອຍ​ເພື່ອ​ຫວັງ​ໃຫ້​ຂ້າ​ນ້ອຍ​ເຈັບ​ປວດ. \v 8 ພວກ​ເຂົາ​ກ່າວ​ວ່າ, "ເຊື້ອ​ແຫ່ງ​ຄວາມ​ຊົ່ວ​ໄດ້​ຝັງແ​ຫນັ້ນ​ຢູ່​ໃນ​ເຂົາ, ບັດ​ນີ້​ເຂົາ​ກຳ​ລັງ​ນອນ​ລົງ ແລ້ວ​ເຂົາ​ຈະ​ບໍ່​ໄດ້​ລຸກ​ຂຶ້ນ​ອີກ​ຕໍ່​ໄປ." \v 9 ເຖິງ​ປານນັ້ນ, ແມ່ນ​​ແຕ່ເພື່ອນ​ສະ​ນິດ​ຂອງ​ຂ້າ​ນ້ອຍ, ຜູ້​ທີ່​ຂ້າ​ນ້ອຍ​ໄວ້​ໃຈ​ຜູ້​ທີ່​ໄດ້​​ກິນອາ​ຫານ​ຂອງ​ຂ້າ​ນ້ອຍ, ກໍ​ໄດ້​ໍ່ສູ້​​ຂ້າ​ນ້ອຍ ຂ້າ​ແດ່​ພ​ຣະ​ຢາ​ເວ. \s5 \v 10 ​ແຕ່​ພ​ຣະ​ອົງ​, ພ​ຣະ​ຢາ​ເວ, ຂໍຊົງ​ເມດ​ຕາ​ຕໍ່​ຂ້າ​ນ້ອຍ​ແລະ​ຊົງ​ຍົກ​ຂ້າ​ນ້ອຍ​ຂຶ້ນ ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ຕອບ​ໂຕ້​ພວກ​ເຂົາ. \v 11 ເພາະ​ນີ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຮູ້​ວ່າ​ພ​ຣະ​ອົງ​ຊົງ​ພໍໃຈ​ໃນ​ຂ້າ​ນ້ອຍ, ເພາະ​ສັດ​ຕຣູຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ມີ​ຊັຍ​ຊະ​ນະ​ເຫນືອ​ຂ້າ​ນ້ອຍ. \v 12 ສຳ​ລັບ​ຂ້າ​ນ້ອຍ​ແລ້ວ, ພ​ຣະ​ອົງ​ຊົງ​ອຸ້ມຊູ​ຂ້າ​ນ້ອຍ​ເພາະ​ຄວາມ​ຊື່​ສັດ​ສຸດ​ຈະ​ຣິດ​ຂອງ​ຂ້າ​ນ້ອຍ ແລະ​ຈະ​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໄວ້​ຕໍ່​ເບື້ອງ​ຫນ້າຂອງ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິ​ດ. \s5 \v 13 ​ຂໍ​ໃຫ້​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ແຫ່ງ​ອິ​ສະ​ຣາ​ເອນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຈາກ​ນິ​ຣັນ​ການ​ຈົນ​ເຖິງ​ນິ​ຣັນ​ການ. ອາ​ແມນແລະ​ອາ​ແມນ. ປື້ມ​ຫົວ​ທີ2 \s5 \c 42 \cl ບົດທີ 42 \p ເຖິງ​ຄະ​ນະ​ນັກ​ຮ້ອງ. ມາກ​ຊິວ ລູກ​ຊາຍ​ຂອງ​ໂຄ​ລັດ. \v 1 ດັ່ງ​ກວາງ​ກະ​ເສືອກ​ກະ​ສົນ​ຫາ​ລຳ​ນ້ຳ, ຂ້າ​ນ້ອຍ​ກໍ​ກະ​ຫາຍ​ຫາ​ພ​ຣະ​ອົງ​ນັ້ນ, ຂ້າ​ແດ່​ພ​ຣະ​ເຈົ້າ. \v 2 ຂ້າ​ນ້ອຍ​ກະ​ຫາຍ​ຫາ​ພ​ຣະ​ເຈົ້າ, ກະ​ຫາຍ​ຫາ​ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່, ເມື່ອ​ໃດ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ມາ​ຢູ່​ຕໍ່​ເບື້ອງ​ພຣະພັກ​ຂອງ​ພ​ຣະ​ເຈົ້າ? \s5 \v 3 ​ນ້ຳ​ຕາ​ຂອງ​ຂ້າ​ນ້ອຍ​ໄຫລ​ຖ້ວມ​ທັງເ​ວັນ​ທັງ​ຄືນ ໃນ​ຂະ​ນະ​ທີ່​ພວກ​ສັດ​ຕູຣູຂອງ​ຂ້າ​ນ້ອຍ​ພາ​ກັນ​ເວົ້າ​ວ່າ "ພ​ຣະ​ເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?" \v 4 ຂ້າ​ນ້ອຍ​ຣະ​ນຶກ​ເຖິງ​ສິ່ງ​ເຫລົ່າ​ນີ້​ເມື່ອ​ຂ້າ​ນ້ອຍ​ລະ​ບາຍ​ຄວາມ​ໃນ​ໃຈ​ອອກ​ມາ ຕອນ​ທີ່​ຂ້າ​ນ້ອຍ​ໄປ​ກັບ​ຝູງ​ຊົນ​ຫລວງ​ຫລາຍ​ແລະ​ນຳ​ພວກ​ເຂົາ​ໄປ​ຍັງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ​ດ້ວຍ​ສຽງ​ແຫ່ງ​ຄວາມ​ຍິນ​ດີ​ແລະ​ສຽງ​ສັນ​ຣະ​ເສີນ​ຝູງ​ຊົນ​ພາ​ກັນສະເຫລີມສະ​ຫລອງ​ເທ​ສະ​ການ. \s5 \v 5 ​ຈິດ​ໃຈ​ຂອງ​ຂ້າ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫົດ​ຫູ່? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ພໍ​ໃຈ​ຢູ່​ພາຍ​ໃນ​ຂ້າ? ຈົ່ງ​ຫວັງ​ໃນ​ພ​ຣະ​ເຈົ້າ, ເພາະ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຜູ້​ຊົງ​ເປັນ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ​ອີກ​ຄັ້ງ. \v 6 ຂ້າ​ແດ່​ພ​ຣະ​ເຈົ້າ​, ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ຫົດ​ຫູ່​ຢູ່​ພາຍ​ໃນ​ຂ້າ​ນ້ອຍ, ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ຈຶ່ງ​ຣະ​ນຶກ​ເຖິງ​ພ​ຣະ​ອົງ​ຈາກ​ດິນ​ແດນ​ແຫ່ງ​ແມ່​ນ້ຳ​ຈໍ​ແດນ​, ຈາກຍອດ​ເຂົາ​ທັງ​ສາມ​ແຫ່ງ​ພູ​ເຂົາ​ເຮີ​ໂມນ ແລະ​ຈາກ​ເນີນ​ພູ​ມີ​ຊາ. \s5 \v 7 ທີ່ເ​ລິກຮ້ອງ​ຫາ​ທີ່​ເລິກ​ດ້ວຍ​ສຽງ​ຂອງ​ນ້ຳ​ຕົກ​ຂອງ​ພ​ຣະ​ອົງ; ຄ​ື້ນ​​ຂອງ​ ພ​ຣະ​ອົງ​ໄດ້​ຖ້ວມ​ຂ້າ​ນ້ອຍ​ແລ້ວ. \v 8 ແຕ່ພ​ຣະ​ຢາ​ເວ​ຍັງ​ຈະ​ຊົງ​ບັນ​ຊາ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໃນ​ຍ​າມ​ກາງ​ເວັນ; ບົດ​ເພງ​ຂອງ​ພ​ຣະ​ອົງ​ຈະ​ຢູ່​ກັບ​ຂ້າ​ນ້ອຍ​ໃນ​ຍາມ​ກາງ​ຄືນ ເປັນ​ຄຳ​ອະ​ທິ​ຖານ​ແດ່​ພ​ຣະ​ເຈົ້າ​ແຫ່ງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ. \s5 \v 9 ​ຂ້າ​ນ້ອຍ​ຈະ​ທູນ​ຕໍ່​ພ​ຣະ​ເຈົ້າ, ອົງເປັນສີລາ​ຂອງ​ຂ້າ​ນ້ອຍ​ວ່າ, "ເປັນຫຍັງນໍ ພ​ຣະ​ອົງ​ຊົງ​ລືມ​ຂ້າ​ນ້ອຍເສຍ? ເປັນຫຍັງນໍ ຂ້ານ້ອຍ​​ຈຶ່ງ​ທຸກ​ໂສກ​ເພາະ​ການ​ຂົ່ມ​ເຫັງ​ຂອງ​ສັດ​ຕຣູ?" \v 10 ພວກສັດຕຣູ​ຂອງ​ຂ້າ​ນ້ອຍ​ກໍ​ທັບ​ຖົມ​ຂ້າ​ນ້ອຍ ​ເຫມືອນ​​ດັ່ງ​ດາບ​ທີ່​ຢູ່​ໃນ​ກະ​ດູກ​ຂອງ​ຂ້າ​ນ້ອຍ, ເມື່ອ​ພ​ວກ​ເຂົ​າ​ເວົ້າ​ກັບ​ຂ້າ​ນ້ອຍ​ສະ​ເຫມີ​ວ່າ, "ພ​ຣະ​ເຈົ້າ​ຂອງ​ເຈົ້າ​​ຢູ່​ທີ່​ໃດ?" \s5 \v 11 ເປັນ​ຫຍັງ​ເຈົ້າ​ເຖິງ​ຫົດ​ຫູ່, ຈິດ​ໃຈ​ຂອງ​ຂ້າ​ເອີຍ? ເປັນ​ຫຍັງ​ເຈົ້າ​ບໍ່​ພໍ​ໃຈ​ຢູ່​ພາຍ​ໃນ​ຂ້າ? ຈົ່ງ​ຫວັງ​ໃນ​ພ​ຣະ​ເຈົ້າ, ເພາະ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຜູ້​ຊົງ​ເປັນ​ຄວາມ​ພົ້ນ​ແລະ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ອີກ​ຄັ້ງ. \s5 \c 43 \cl ບົດທີ 43 \p \v 1 ​ຂ້າ​ແດ່​ພ​ຣະ​ເຈົ້າ ຂໍ​ປຣະ​ທານ​ຄວາມ​ຍຸ​ຕິ​ທັມ​ແກ່​ຂ້າ​ນ້ອຍ ແລະ​ຂໍ​ຊົງ​ສູ້​ຄະ​ດີ​ຂອງ​ຂ້າ​ນ້ອຍ​ກັບ​ພວກ​ຊົນ​ຊາ​ດອະທັມ \v 2 ເພາະ​ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ແຫ່ງ​ກຳ​ລັງ​ຂອງ​ຂ້າ​ນ້ອຍ ພ​ຣະ​ອົງ​ຊົງ​ປະ​ຕິ​ເສດ​ຂ້າ​ນ້ອຍ? ຂ້າ​ນ້ອຍ​ຢູ່​ໃນ​ຄວາມ​ທຸກ​ໂສກ​ເພາະ​ການ​ຂົ່ມ​ເຫັງ​ຂອງ​ສັດ​ຕຣູ​? \s5 \v 3 ຂໍ​ຊົງ​ສົ່ງ​ຄວາມ​ສະ​​ຫວ່າງ​ແລະ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ມາ ໃຫ້​ທັງ​ສອງ​ນຳ​ຂ້າ​ນ້ອຍ ໃຫ້​ທັງ​ສອງ​ນຳ​ຂ້າ​ນ້ອຍ​ໄປ​ສູ່​ພູ​ເຂົາ​ສັກ​ສິດ​ຂອງ​ພ​ຣະ​ອົງ​ແລະ​ໄປ​ເຖິງ​ທີ່​ຢູ່​ຂອງ​ພ​ຣະ​ອົງ \v 4 ແລ້ວ​ຂ້າ​ນ້ອຍ​ຈະ​ໄປ​ຍັງ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ເຈົ້າ ໄປ​ຍັງ​ພ​ຣະ​ເຈົ້າ​ຜູ້​ຊົງ​ເປັນ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຢ່າງ​ເຫລືອ​ລົ້ນ​ຂອງ​ຂ້າ​ນ້ອຍ ຂ້າ​ແດ່​ພ​ຣະ​ຈົ້າ ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ພິນ​ເຂົາ​ຄູ່ \s5 \v 5 ​ຈິດ​ໃຈ​ຂອງ​ຂ້າ​ເອີຍ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫົດ​ຫູ່? ເປັນ​ຫຍັງ​ເຈົ້າ​ບໍ່​ພໍ​ໃຈ​ຢູ່​ຂ້າງ​ໃນ​ຂ້າ? ຈົ່ງ​ຫວັງ​ໃນ​ພ​ຣະ​ເຈົ້າ ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຜູ້​ຊົງ​ເປັນ​ຄວາມ​ລອດ​ແລະ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ອີກ​ຄັ້ງ \s5 \c 44 \cl ບົດທີ 44 \p \v 1 ສຳ​ຫລັບ​ຄະ​ນະ​ນັກ​ຮ້ອງ. ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂຄ​ລັດ. ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ຍິນ​ກັບ​ຫູ,​ ຂ້າ​ແດ່​ພ​ຣະ​ເຈົ້າ, ບັນພະບຸຣຸດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ບອກ​ເລົ່າ​ເຖິງ​ການ​ທີ່​ພ​ຣະ​ອົງ​ຊົງ​ກະ​ທຳ​ໃນ​ສມັຍ​ຂອງພວກ​ເຂົາ, ໃນ​ສມັຍ​ບູ​ຮານ​ນັ້ນ. \v 2 ພ​ຣະ​ອົງ​ໄດ້​ຊົງ​ໄລ່​ຊົນ​ຊ​າດ​ຕ່າງໆ ອອກ​ໄປ​ດ້ວຍ​ມື​ຂອງ​ພ​ຣະ​ອົງ, ແຕ່​ພ​ຣະ​ອົງ​ໄດ​້​ຊົງໃຫ້ປະ​ຊາ​ຊົນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄວ້ ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ປະ​ຊາ​ຊົນ​ນັ້ນ​ທຸກ​ໃຈ, ແຕ່​ພ​ຣະ​ອົງ​ຊົງ​ກະ​ຈາຍ​ປະ​ຊາ​ຊົນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ອອກ​ໄປ​ໃນ​ແຜ່ນ​ດິນ. \s5 \v 3 ເພາະພວກເຂົາບໍ່ໄດ້ຮັບແຜ່ນດິນເປັນກຳມະສິດຂອງຕົນເອງໄດ້ ໂດຍດາບຂອງພວກເຂົາເອງ. ແລະ​ແຂນ​ຂອງ​ພວກ​ເຂົາ​ກໍ​ຊ່ວຍ​ພວກ​ເຂົາ​ໄວ້​ບໍ່​ໄດ້ ແຕ່​ໂດຍ​ພຣະຫັດ​ຂວາ​ຂອງ​ພ​ຣະ​ອົງ ແລະ​ຫູ​ຂອງ​ພ​ຣະ​ອົງ ແລະ​ໂດຍ​ຄວາມ​ສະ​ຫວ່າງ​ແຫ່ງ​ພ​ຣະ​ພັກ​ຂອງ​ພ​ຣະ​ອົງ ເພາະ​ພ​ຣະ​ອົງ​ໄດ້​ຊົງ​ພໍ​ໃຈ​ໃນ​ພວກ​ເຂົາ \v 4 ຂ້າ​ແດ່​ພ​ຣະ​ເຈົ້າ ພ​ຣະ​ອົງ​ຊົງ​ເປັນ​ກະ​ສັດ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ມອບ​ຊັຍ​ຊະ​ນະ​ໃຫ້​ແກ່​ຢາ​ໂຄບ​ດ້ວຍ​ເຖີດ \s5 \v 5 ​ຂ້າ​ນ້ອຍ​ທັງ​ຫລ​າຍ​ຈະ​ຍູ້​ສັດ​ຕຣູລົ້ມ​ລົງ​ໄດ້​ໂດຍ​ພ​ຣະ​ອົງ; ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຢຽບ​ບັນ​ດາ​ຜູ້​ທີ່​ລຸກ​ຂຶ້ນ​ສູ້​ໄດ້​ໂດຍ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​. \v 6 ເພາະ​ຂ້າ​ນ້ອຍ​ຈະ​ບໍ່​ວາງ​ໃຈ​ໃນ​ຄັນ​ທະ​ນູ​ຂອງ​ຂ້າ​ນ້ອຍ, ​ແລະ​ດາບ​ຂອງ​ຂ້າ​ນ້ອຍ​ກໍ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ​ບໍ່​ໄດ້. \s5 \v 7 ​ແຕ່​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍ​ໃຫ້ພົ້ນ​ຈາກ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ຊົງ​ເຮັດ​ໃຫ້​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ອັບ​ອາຍ. \v 8 ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ອວດ​ເຖິງ​ພ​ຣະ​ເຈົ້າ​ຕະ​ຫລອດ​ວັນ​ຍັງ​ຄ່ຳ, ແລ້​ວຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິ​​ດ. ເສ​ລາ \s5 \v 9 ​ແຕ່​ບັດ​ນີ້ ພ​ຣະ​ອົງ​ໄດ້​ຊ​ົງ​ຖິ້ມ​ຂ້າ​ນ້ອຍ​ທັງ​ຫລາຍ​ແລະ​ນຳ​ຄວາມ​ພ່າຍ​ແພ້​ມາ​ສູ່​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ພ​ຣະ​ອົງ​ບໍ່​ໄດ້​ອອກ​ໄປ​ກັບ​ກອງ​ທັບ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ. \v 10 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ຫັນ​ຫນີ​ຈາກ​ສັດ​ຕຣູ; ແລະ​ບັນ​ດາ​ຜູ້​ທີ່​ກຽດ​ຊ​ັງ​ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ໄດ້​ຢຶດ​ຂອງ​ຮີບ​ໄປ. \v 11 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ຄື​ແກະ​ທີ່​ຖືກ​ໃຊ້​ເພື່ອ​ເປັນ​ອາ​ຫານ ແລະ​ຊົງ​ກະ​ແຈກ​ກະ​ຈາຍ​ຂ້າ​ນ້ອຍ​ທັງ​ຫລາຍ​ໄປ​ທ່າມ​ກາງ​ຊົນ​ຊາດ​ຕ່າງໆ. \s5 \v 12 ພ​ຣະ​ອົງ​​ໄດ້ຂາຍ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໂດຍ​ເປົ່າໆ; ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເພີ່ມ​ຄວາມ​ຮັ່ງ​ມີ​ຂອງ​ພ​ຣະ​ອົງ​ຂຶ້ນ​ໃນ​ການ​ກະ​ທຳ​ເຊັ່ນ​ນີ້. \v 13 ພ​ຣະ​ອົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ທີ່​ເຢາະ​ເຢີ້ຍ​ຂອງ​ເພື່ອນ​ບ້ານ​ເປັນ​ທີ່​ຫົວ​ຂວັນ​, ແລ້ວ​ເຢີ້ຍ​ຫຍັນຈາກ​ບັນ​ດາ​ຄົນ​ທີ່​ຢູ່​ລ້ອມ​ຮອບ​ຂ້າ​ນ້ອຍ​ທັງ​ຫລາຍ. \v 14 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ກາຍ​ເປັນ​ທີ່​ດູ​ຫມິ່ນ​ໃນ​ທ່າມ​ກາງ​ຊົນ​ຊາດ​ຕ່າງໆ, ປະ​ຊາ​ຊົນ​ທັງ​ຫລາຍ​ກໍ​ພາ​ກັນ​ແກ່ງ​ຫົວ​ໃສ່ຂ້າ​ນ້ອຍ. \s5 \v 15 ​ຄວາມ​ພາຍ​ແພ້​ຂອງ​ຂ້າ​ນ້ອຍ​ຢູ່​ຕໍ່​ຫນ້າ​ຂ້າ​ນ້ອຍ​ຕະ​ຫລອດ​ວັນ​ຍັງ​ຄ່ຳ, ແລະ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ກໍ​ປົກ​ຄຸມ​ຂ້າ​ນ້ອຍ​ໄວ້ \v 16 ເນື່ອງ​ດ້ວຍ​ສຽງ​ຂອງ​ຄົນ​ທີ່​ເຢາະ​ເຢີ້ຍ​ແລະ​ດູ​ຫມິ່ນ, ເນື່ອງ​ດ້ວຍ​ສັດ​ຕຣູ​ແລະຜູ້​ແກ້​ແຄ້ນ. \v 17 ທັງ​ຫມົດ​ນີ້​ຈຶ່ງ​ໄດ້​ຕົກ​ມາ​ຍັງ​ຂ້າ​ນ້ອຍ​ທັງ​ຫລາຍ; ແຕ່​ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ບໍ່​ລືມ​ພ​ຣະ​ອົງ ຫລື​ເຮັດ​ຜິດ​ຕໍ່​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ. \s5 \v 18 ​ໃຈ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ບໍ່​ໄດ້​ຫັນ​ກັບ; ກ້າວເດີນ​ຂອງ​ຂ້າ​ນ້ອຍ​ທັ​ງ​ຫລາຍ​ບໍ່​ໄດ້​ໄປ​ຈາກ​ທາງ​ທີ່​ພ​ຣະ​ອົງ​ຂີດ​ໄວ້. \v 19 ແຕ່​ພ​ຣະ​ອົງ​ຍັງ​ຊົງ​ທຸບ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໃຫ້​ແຕກ​ໃນ​ທີ່​ຂອງ​ພວກ​ຫມາ​ປ່າ ​ແລະ​ປົກ​ຄຸມ​ຂ້າ​ນ້ອຍ​ທັງ​ຫລາຍ​ດ້ວຍ​ເງົາ​ແຫ່ງ​ຄວາມ​ຕາຍ. \v 20 ຖ້າ​ຫາກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ລືມ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຫລື​ຍື່ນ​ມື​ຂຶ້ນ​ຕໍ່​ພະ​ອື່ນ, \v 21 ພ​ຣະ​ເຈົ້າ​ຈະ​ບໍ່​ຊົງ​ຮູ້​ບໍ່? ເພາະ​ພ​ຣະ​ອົງ​ຊົງ​ຮູ້​ຄວາມ​ລັບ​ຂອງ​ຈິດ​ໃຈ. \v 22 ເພາະ​ເຫັນ​ແກ່​ພ​ຣະ​ອົງ, ຂ້າ​ນ້ອຍ​ທັງ​ຫລາຍ​ຖືກ​ຂ້າ​ຫມົດມື້ຮອດ​ຄ່ຳ; ຂ້າ​ນ້ອຍ​ທ​ັງ​ຫລາຍ​ເປັນ​ຄື​ແກະ​ສຳ​ຫລັບ​ນຳ​ໄປ​ຂ້າ ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ. \s5 \v 23 ຂໍ​ຊົງ​ລຸກ​ຂຶ້ນ, ​ຂ້າແດ່ອົງພຣະຜູ້ເປັນເຈົ້າ ດ້ວຍເຫດໃດພ​ຣະ​ອົງ​ຊົງຫລັບ​ຢູ່? ຂໍ​ຊົງ​ຕື່ນ​ເຖີດ, \v 24 ເຫດໃດພ​ຣະ​ອົງ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ແລະ​ຊົງ​ລືມ​ຄວາມ​ທຸກ​ຍາກ​ແລະ​ການ​ຖືກ​ກົດ​ຂີ່​ຂອງ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ? \s5 \v 25 ເພາະ​ຂ້າ​ນ້ອຍ​ທັງ​ຫລາຍ​ລະ​ລາຍ​ໄປ​ສູ່​ຜົງຂີ້​ດິນ; ຮ່າງ​ກາຍ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເກາະ​ຕິດ​ດິນ. \v 26 ຂໍ​ຊົງ​ລຸກ​ຂຶ້ນ​ເພື່ອ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍ​ແລະ​ຊົງ​ໄຖ່​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ເຫັນ​ແກ່​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ. \s5 \c 45 \cl ບົດທີ 45 \p ສຳ​ຫລັບ​ຄະ​ນະ​ນັກ​ຮ້ອງ; ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂຄ​ລັດ. ບົດ​ເພງ​ແຫ່ງ​ຄວາມ​ຮັກ. \v 1 ​ໃຈ​ຂ້າ​ນ້ອຍ​ເຕັມ​ລົ້ນ​ໄປ​ດ້ວຍ​ເລື່ອງ​ທີ່​ດີ; ຂ້າ​ນ້ອຍ​ຈະ​ອ່ານ​ຖ້ອຍ​ຄຳ​ທີ່​ຂ້າ​ນ້ອຍ​ໄດ້​ປະ​ພັນ​ກ່ຽວ​ກັບ​ພ​ະ​ຣາ​ຊາ​ດ້ວຍ​ສຽງ​ດັງ; ລິ້ນ​ຂອງ​ຂ້າ​ນ້ອຍ​ເປັນ​ຄຳ​ກາບກອນ​ຜູ້​ປະ​ພັນ​ທີ່​ພ້ອ​ມ​ແລ້ວ. \v 2 ພ​ະ​ອົງ​ຊົງ​ງາມ​ສະ​ງ່າ​ຍິ່ງກວ່າ​ເຊື້ອ​ຊາດ​ຂອງ​ມະ​ນຸດ​ຄົນ​ໃດ ພ​ະ​ຄຸນ​ຖືກ​ເທ​ມາ​ຍັງ​ຮິມ​ສົບ​ປາກ​ຂອງ ​ພ​ະ​ອົງ; ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ​ພ​ຣະ​ເຈົ້າ​ໄດ້​ຊົງ​ອວຍ​ພອນ​ພ​ະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິ​ດ. \s5 \v 3 ​ຂ້າ​ແດ່​ຜູ້​ຊົງ​ອຳ​ນາດ, ຂໍ​ຊົງ​ຄາດ​ດາບ​ຂອງ​ພະ​ອົງ​ໄວ້​ຂ້າງ​ກາຍ, ​ດ້ວຍ​ພ​ະ​ສິ​ຣິ​ແລະ​ບາ​ຣາ​ມີ​ຂອງ​ພ​ະ​ອົງ. \v 4 ຂໍ​ພ​ະ​ອົງ​ຊົງ​ຂີ່​ມ້າ​ຢ່າງ​ມີ​ຊັຍ​ເນື່ອງ​ດ້ວຍ​ຄວາມ​ສັດ​ຈິງ, ຄວາມ​ສຸ​ພາບ​ອ່ອນ​ໂຍນ, ແລະ​ຄວາມ​ຊອບ​ທັມ; ມື​ຂວາ​ຂອງ​ພ​ະ​ອົງ​ຈະ​ຊົງ​ສອນ​ເຖິງ​ສິ່ງ​ທີ່ຍິ່ງ​ໃຫຍ່ແກ່​ພ​ະ​ອົງ. \s5 \v 5 ​ລູກ​ທະ​ນູ​ຂອງ​ພຣ​ະ​ອົງ​ນັ້ນ​ຄົມ; ປະ​ຊາ​ຊົນ​ກໍ​ລົ້ມ​ລົງ​ໃຕ້​ພຣ​ະ​ອົງ ລູກ​ທະ​ນູ​ຂອງ​ພຣ​ະ​ອົງ​ກໍ​ຢູ່​ໃນ​ຫົວ​ໃຈ​ຂອງ​ພວກ​ສັດ​ຕຣູຂອງ​ພ​ະ​ຣາ​ຊາ. \v 6 ພຣ​ະ​ທີ່​ນັ່ງ​, ພຣະ​ເຈົ້າ, ​ຂອງ​ພ​ະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິ​​ດ; ຄະ​ທາ​ແຫ່ງ​ຄວາມ​ຍຸ​ຕິ​ທັມ​ເປັນ​ຄະ​ທາ​ແຫ່ງ​ຣາຊະ​ອາ​ນາ​ຈັກ​ຂອງ​ພ​ະ​ອົງ. \v 7 ພຣ​ະ​ອົງ​ໄດ້​ຊົງ​ຮັກ​ຄວາມ​ຊອບ​ທັມ​ແລະ​ກຽດ​ຊັງ​ຄວາມ​ຊົ່ວ; ເພາະ​ສະ​ນັ້ນ​ພ​ຣະ​ເຈົ້າ, ຊຶ່ງ​ເປັນ​ພ​ຣະ​ເຈົ້າ, ​ຂອງ​ພ​ະ​ອົງ ໄດ້​ຊົງ​​ອວຍພອນ​ພ​ະ​ອົງ​ດ້ວຍ​ນ້ຳ​ມັນ​ແຫ່ງ​ຄວາມ​ຍິນ​ດີ​ຍິ່ງ​ກວ່າ​ບັນ​ດາ​ເພື່ອນ​ຂອງ​ພ​ະ​ອົງ. \s5 \v 8 ເຄື່ອງ​ນຸງ​ທັງ​ຫມົດ​ຂອງ​ພ​ະ​ອົງ​ກໍ​ຫອມ​ໄປ​ດ້ວຍ​ກິ່ນ​ມົດຍອບ ກຳຍານ ​ແລະ​ຢາງ​ໄມ້​ຫອມ ຈາກ​ພ​ະ​ຣາ​ຊວັງ​ງາ​ຊ້າງ ເຄື່ອງ​ສາຍ​ເຮັດ​ໃຫ້​ພ​ະ​ອົງ​ຍິນ​ດີ \v 9 ບັນ​ດາ​ລູກ​ສາວ​ຂອງ​ກະ​ສັດ​ຕ່າງໆ ນັ່ງຢູ່​ທ່າມ​ກາງ​ສະ​ຕຣີ​ສູງ​ສັກ​ຂອງ​ພ​ະ​ອົງ ພ​ະ​ຣາ​ຊີ​ນີ​ປະ​ດັບ​ດ້ວຍ​ທອງ​ຄຳ​ແຫ່ງ​ເມືອງໂອ​ເຟຍ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພ​ະ​ອົງ. \s5 \v 10 ​ຈົ່ງ​ຟັງ​ເຖີດ, ເຈົ້າ​ສາວ​ເອີຍ, ຈົ່ງວິ​ເຄາະ​ແລະ​ງ່ຽງ​ຫູ​ຂອງ​ພະນາງມາ; ຈົ່ງ​ລືມ​ປະ​ຊາ​ຊົນ​ຂອງ​​ເຈົ້າແລະ​ບ້ານ​ລູກ​ສາວ​ຂອງ​ພ​ະ​ນາງ. \v 11 ດ້ວຍ​ວິ​ທີ​ນີ້ ພ​ະ​ຣາ​ຊາ​ຊົງ​ປຣາຖນາ​ຄວາມ​ງາມ​ຂອງ​​ເຈົ້າ; ພ​ະ​ອົງ​ຊົງ​ເປັນ​ເຈົ້າ​ນາຍ​ຂອງ​​ເຈົ້າ; ຈົ່ງ​ເຄົາ​ຣົບ​ພ​ະ​ອົງ​ເຖີດ. \s5 \v 12 ​ເຈົ້າ​ສາວ​ແຫ່ງ​ເມືອງ​ຕີ​ເຣ​ຈະ​ຢູ່​ທີ່​ນັ້ນ​ພ້ອມ​ກັບ​ຂອງ​ກຳ​ນັນ; ​ເສດ​ຖີ​ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ຈະ​ຂໍ​ຄວາມ​ພໍ​ໃຈ​ຈາກ​ເຈົ້າ. \v 13 ເຈົ້າ​ສາວ​ຂອງ​ກະ​ສັດ​ໃນ​ພ​ະ​ຣາ​ຊວັງ​ຊົງ​ສະ​ງ່າ​ຣາ​ສີ​ທັງ​ຫມົດ; ຜ້າ​ຊົງ​ຂອງ​ພ​ວກ​ນາງ​ເຮັດ​ດ້ວຍ​ທອງ​ຄຳ. \s5 \v 14 ​ນ​າງ​ຖືກ​ນຳ​ໄປ​ເຂົ້າ​ເຝົ້າ​ພ​ະ​ຣາ​ຊາ​ດ້ວຍ​ເຄື່ອງ​ຊົງ​ລາຍ​ປັກ;​ ລູກ​ສາວ​ພົ​ມະ​ຈາ​ຣີ, ບັນ​ດາ​ເພື່ອນ​ຂອງ​ນາງ​ທີ່​ຕິດ​ຕາມ​ນາງ​ຈະ​ຖືກ​ນຳ​ມາ​ເຂົ້າ​ເຝົ້າ​ພ​ະ​ອົງ. \v 15 ພວກ​ເຂົາ​ຈະ​ຖືກ​ນຳ​ມາ​ດ້ວຍ​ຄວາມ​ຍິນ​ດີ​ແລະ​ຊົມ​ຊື່ນ; ພວກ​ເຂົາ​ຈະ​ເຂົ້າ​ສູ່​ພ​ະ​ຣາຊວັງ​ຂອງ​ພ​ະ​ຣາ​ຊາ. \s5 \v 16 ​ບັນ​ດາ​ລູກ​ຊາຍ​ຂອງ​ພ​ະ​ອົງ​ຈະ​ມາ​ແທນ​ທີ່​ບັນ​ພະ​ບຸຣຸດ​ຂອງ​ພ​ະ​ອົງ, ຜູ້​ຊຶ່ງ​ພ​ະ​ອົງ​ຈະ​ຊົງ​ແຕ່ງ​ຕັ້ງ​ພວກ​ເຂົາ​ເປັນ​ເຈົ້າ​ປົກ​ຄອງ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ. \v 17 ຂ້າ​ນ້ອຍ​ຈະ​ເຮັດ​ໃຫ້​​ຊື່​ສຽງຂອງ​ພ​ະ​ອົງ​ເປັນ​ທີ່​ຣະ​ນຶກ​ເຖິງ​ຕະ​ຫລອດ​ທຸກ​ຊົ່ວ​ຊາດ; ເພາະ​ສະ​ນັ້ນ​ປະ​ຊາ​ຊົນ​ຈະ​ຖວາຍ​ຂອບ​ພ​ະ​ຄຸນ​ແດ່​ພະ​ອົງ​ສະ​ເຫມີ​ໄປ​ເປັນ​ນິ​ຣັນ. \s5 \c 46 \cl ບົດທີ 46 \p ສຳ​ຫລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​​ລູກ​ຊາຍ​ຂອງ​ໂຄ​ລັດ; ເຖິງ ອາ​ໂມດ. ສຽງ​ເພງ. \v 1 ​ພ​ຣະ​ເຈົ້າ​ຊົງ​ເປັນ​ທີ່​ລີ້​ພັຍ​ແລະ​ກຳ​ລັງ​ຂອງ​ເຮົາ, ເປັນ​ຄວາມ​ຊ່ວຍ​ເຫລືອ​ທີ່​ຕຣຽມ​ພ້ອມ​ໃນ​ຍາມ​ຍາກ​ລຳ​ບາກ. \v 2 ເພາະ​ສະ​ນັ້ນ​ເຮົາ​ຈະ​ບໍ່​ຢ້ານ​, ແມ້​ແຕ່​ວ່າ​ແຜ່ນ​ດິນ​ໂລກ​ຈະ​ປ່ຽນ​ແປງ, ແມ່ນ​ວ່າ​ພູ​ເຂົາ​ທັງ​ຫລາຍ​ຈະ​ສັ່ນ​ສ​ະ​ເທືອນ​ໃນ​ໃຈ​ກາງ​ຂອງ​ທະ​ເລ, \v 3 ແມ່ນວ່າ​ນ້ຳ​ທະ​ເລ​ສົ່ງ​ສຽງ​ຮ້ອງແລະ​ຄື້ນ​ຊັດ​ແຮງ, ແລະ​ແມ່ນພູ​ເຂົາ​ທັງ​ຫລາຍ​ຈະ​ສັ່ນ​ສະ​ເທືອນ​ດ້ວຍ​ການ​ຂະ​ຫ​ຍາຍ​ຕົວ​ອອກ​ຂອງ​ມັນ. ເສ​ລາ \s5 \v 4 ​ມີ​ແມ່​ນ້ຳ​ສາຍ​ຫນຶ່ງ, ມີ​ລຳ​ທານ​ແຍກ​ຊຶ່ງ​ເຮັດ​ໃຫ້​​ນະ​ຄອນ​ຂອງ​ພ​ຣະ​ເຈົ້າ​ມີ​ຄວາມ​ສຸກ, ຄື​ສະ​ຖານ​ທີ​ສັກ​ສິດ​ແຫ່ງ​ອົງ​ຜູ້​ສູງ​ສຸດ. \v 5 ພ​ຣະ​ເຈົ້າ​ຊົງ​ຢູ່​ທ່າມ​ກາງ​ນະ​ຄອນ​ນັ້ນ; ນ​ະ​ຄອນ​ນັ້ນ​ຈະ​ບໍ່​ຫວັ່ນ​ໄຫວ; ພ​ຣະ​ເຈົ້າ​ຈະ​ຊົງ​ຊ່ວຍ​ເຫລືອ​ນະ​ຄອນ​ນັ້ນ, ແລະ​ພ​ຣະ​ເຈົ້າ​ຊົງ​ເຮັດ​ເຊັ່ນ​ນັ້ນ​ໃນ​ຍາມ​ເຊົ້າ​ມືດ. \s5 \v 6 ຊົນຊາດທັງຫລາຍກໍຫວາດຫວັ່ນຕົກໃຈ ແລະອານາຈັກຕ່າງໆກໍ​ສັ່ນ​ສະ​ເທືອນ; ພໍ​ພ​ຣະ​ອົງ​ຊົງ​ເປັ່ງ​ສຽງ​ຂອງ​ພ​ຣະ​ອົງ, ແຜ່ນ​ດິນ​ໂລກ​ກໍ​ຖະ​ຫລົ່ມ​ໄປ. \v 7 ພ​ຣະ​ຢາ​ເວ​ຈອມໂຍທາ ສະຖິດກັບ​ເຮົາ​ທັງ​ຫລາຍ; ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ເຮົາ​ທັງ​ຫລ​າຍ. ເສລາ \s5 \v 8 ​ມາ​ເຖີດ, ມາ​ເບິ່ງ​ບັນ​ດາ​ສິ່ງ​ທີ່​ພ​ຣະ​ເຈົ້າ​ຢາ​ເວ​ກະ​ທຳ, ເບິ່ງ​ຄວາມ​ພັງ​ທະ​ລາຍ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ເກີດ​ຂຶ້ນ​ເທິງ​ແຜ່ນ​ດິນ​ໂລກ. \v 9 ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ສົງ​ຄາມ​ສະຫ​ງົບ​ຈົ​ນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ; ພ​ຣະ​ອົງ​ຊົງ​ຫັກ​ຄັນ​ທະ​ນູ​ແລະ​ສັບ​ຫອກ​ໃຫ້​ເປັນ​ຊິ້ນໆ; ພ​ຣະ​ອົງ​ຊົງ​ເຜົາ​ໂລ້​ທັງ​ຫລາຍ. \s5 \v 10 ຈົ່ງ​ງຽບສະຫງົບ​ແລະ​ຮູ້​ວ່າ​ເຮົ​າ​ຄື​ພ​ຣະ​ເຈົ້າ; ເຮົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ; ເຮົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ​ເທິງ​ແຜ່ນ​ດິນ​ໂລກ. \v 11 ພ​ຣະ​ຢາ​ເວ ​ຈອມໂຍທາ ສະຖິດ​ຢູ່​ກັບ​ເຮົາ; ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ເຮົາ​ທັ​ງ​ຫລາຍ. ເສລາ \s5 \c 47 \cl ບົດທີ 47 \p ສຳ​ຫລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນຣະ​ເສີນ​ລູກ​ຊາຍ​ຂອງ​ໂຄ​ລັດ. \v 1 ປະ​ຊາ​ກອນ​ທັງ​ປວງ​ເອີຍ, ຈົ່ງ​ຕົບ​ມື​ຂອງ​ທ່ານ​ເຖີດ; ຈົ່ງ​ໂຫ່​ຮ້ອງ​ແດ່​ພ​ຣະ​ເຈົ້າ​ດ້ວຍ​ສຽງ​ແຫ່ງ​ຊັຍ​ຊະ​ນະ. \v 2 ເພາະ​ພ​ຣະ​ຢາ​ເວ​ຜູ້​ສູງ​ສຸດ​ເປັນ​ທີ່​ນ່າ​ຢ້ານ​ຢຳ; ພ​ຣະ​ອົງ​ຊົງ​ເປັນ​ກະ​ສັດ​ຜູ້​ຍິ່ງ​ໃຫຍ່​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ຫມົດ. \s5 \v 3 ​ພ​ຣະ​ອົງ​ຊົງ​ປາບປະ​ຊາ​ກອນ​ທັງ​ຫລາຍ​ໃຫ້​ຢູ່​ພາຍ​ໃຕ້​ເຮົາ ແລະ​ຊົນ​ຊາດ​ທັງ​ຫລາຍ​ໃຫ້​ຢູ່​ພາຍ​ໃຕ້​ຕີນ​ຂອງ​ເຮົາ. \v 4 ພ​ຣະ​ອົງ​ຊົງ​ເລືອກ​ມໍ​ຣະ​ດົກ​ຂອງ​ເຮົາ​ໄວ້​ໃຫ້​ພວກ​ເຮົາ, ເປັນ​ກຳ​ມະ​ສິດ​ຂອງ​ຢາ​ໂຄບ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ. ເສ​ລາ \v 5 ພ​ຣະ​ເຈົ້າ​ຊົງສະເດັດ​ຂຶ້ນ​ດ້ວຍ​ສຽງ​ໂຫ່​ຮ້ອງ, ພ​ຣະ​ຢາ​ເວ​ສະເດັດຂຶ້ນ​ດ້ວຍ​ສຽງ​ແກ. \s5 \v 6 ​ຈົ່ງ​ຮ້ອງ​ສັນຣະ​ເສີນ​ແດ່​ພ​ຣະ​ເຈົ້າ, ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ເຖີດ; ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ແດ່​ກະ​ສັດ​ຂອງ​ເຮົາ, ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ເຖີດ. \v 7 ເພາະ​ພ​ຣະ​ເຈົ້າ​ຊົງ​ເປັນ​ກະ​ສັດ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ຫມົດ; ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ດ້ວຍ​ຄວາມ​ເຂົ້າ​ໃຈ. \s5 \v 8 ​ພ​ຣະ​ເຈົ້າ​ຊົງ​ຄອບ​ຄອງ​ເຫນືອ​ຊົນ​ຊາດ​ທັງ​ຫລາຍ; ພ​ຣະ​ເຈົ້າ​ຊົງ​ຢູ່​ເທິງ​ບັນ​ລັງບໍຣິ​ສຸດ​ຂອງ​ພ​ຣະ​ອົງ. \v 9 ບັນ​ດາ​ເຈົ້າ​ນາຍ​ຂອງ​ປະ​ຊ​າ​ກອນ​ທັງ​ຫລາຍ​ໄດ້​ມາ​ຊຸມ​ນຸ​ມ​ພ້ອມ​ກັນ​ໃນ​ຖາ​ນະ​ປະ​ຊາ​ກອນ​ຂອງ​ພ​ຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ; ເພາະ​ໂລ້​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ໂລກ​ເປັນ​ຂອງ​ພ​ຣະ​ເຈົ້າ; ພ​ຣະ​ອົງ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ຢ່າງ​ຍິ່ງ​ໃຫຍ່. \s5 \c 48 \cl ບົດທີ 48 \p \v 1 ບົດ​ເພງ; ບົດ​ເພງ​ສັນຣະ​ເສີນ​ລູກ​ຊາຍ​ໂຄ​ລັດ. ​ພ​ຣະ​ຢາ​ເວ​ນັ້ນ​ຍິ່ງ​ໃຫຍ່​ແລະ​ສົມ​ຄວນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຢ່າງ​ຍິ່ງ, ໃນ​ນະ​ຄອນ​ແຫ່ງ​ພ​ຣະ​ເຈົ້າ​ຂອງ​ເຮົາ ເທິງ​ພູ​ເຂົາ​ສັກ​ສິດ​ຂອງ​ພ​ຣະ​ອົງ. \v 2 ສູງ​ສົ່ງ​ແລະ​ງາມ​ຫລາຍ, ເປັນ​ຄວາມ​ຊື່​ນ​ຊົມ​ຍິນ​ດີ​ຂອງ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ, ຄື​ພູ​ເຂົາ​ຊີ​ໂອນ​, ທາງ​ດ້ານ​ທິດ​ເຫນືອ, ຊຶ່ງ​ເປັນ​ນະ​ຄອນ​ຂອງ​ກະ​ສັດ​ຜູ້​ຍິ່ງ​ໃຫຍ່. \v 3 ພ​ຣະ​ເຈົ້າ​ຊົງ​ເຮັດ​ໃຫ້​ພ​ຣະ​ອົງ​ເອງ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ປາ​ສາດ​ທັງ​ຫລາຍ​ຂອງ​ຊີ​ໂອນ​ວ່າ​ຊົງ​ເປັນ​ທີ່​ລີ້​ພັຍ. \s5 \v 4 ​ເພາະ​ເບິ່ງ​ເຖີດ, ບັນ​ດາ​ກະ​ສັດ​ໄດ້​ມາ​ຊຸມ​ນຸມ​ກັນ; ພວກ​ເຂົາ​ໄດ້​ຜ່ານ​ໄປ​ພ້ອມ​ກັນ. \v 5 ພວກ​ເຂົາ​ໄດ້​ເຫັນ​ນະ​ຄອນ​ນັ້ນ, ແລ້ວ​ພວກ​ເຂົາ​ກໍ​ປະ​ຫລາດ​ໃຈ​ພວກ​ເຂົາ​ຕ່າງ​ທໍ້​ໃຈ, ​ແລະ​ພວກ​ເຂົາ​ກໍ​ຮີບ​ຫນີ​ໄປ. \v 6 ຄວາມ​ຢ້ານ​ກົວ​ໄດ້​ຄອບ​ງຳ​ພວກ​ເຂົາ​ທີ່​ນັ້ນ, ມີ​ຄວາມ​ເຈັບ​ປວດ​ດັ່ງ​ຕອນ​ທີ່​ຜູ້​ຍິງ​ກຳ​ລັງ​ເກີດ​ລູກ. \s5 \v 7 ​ພ​ຣະ​ອົງ​ຊົງ​ທຳ​ລາຍກອງ​ເຮືອ​ແຫ່ງ​ເມືອງ​ທາ​ຊິດ​ດ້ວຍ​ລົມ​ຕະ​ວັນ​ອອກ. \v 8 ດັ່ງ​ທີ່​ເຮົາ​ເຄີຍ​ໄດ້​ຍິນ​ມາ, ເຮົາ​ກໍ​ໄດ້​ເຫັນ​ໃນ​ນະ​ຄອນ​ຂອງ​ພ​ຣະ​ຢາ​ເວ​ຈອມໂຍທາ, ​ເຊັ່ນ​ນັ້ນ ໃນ​ນະ​ຄອນ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຮົາ; ພ​ຣະ​ເຈົ້າ​ຈະ​ສະ​ຖາ​ປະນາ​ນະຄອນ​ນັ້ນ​ໄວ້​ຕະ​ຫລອດ​ໄປ​ເປັນ​ນິ​ດ. ເສລາ \s5 \v 9 ເຮົາ​ໄດ້​ຣະ​ນຶກ​ເຖິງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ, ຂ້າແຕ່ພຣະເຈົ້າ, ເມື່ອ​ຢູ່​ກາງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ. \v 10 ພຣະນາມຊື່​ຂອງ​ພ​ຣະ​ອົງ​ເປັນ​ເຊັ່ນ​ໃດ, ຂ້າ​ແດ່​ພ​ຣະ​ເຈົ້າ,​ ຄຳ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ກໍ​ໄປ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ເຊັ່ນ​ນັ້ນ; ພຣະຫັດ​ຂວາ​ຂ​ອງ​ພ​ຣະ​ອົງ​ຊົງ​ເຕັມ​ໄປ​ດ້ວຍ​ຄວາມ​ຊອບ​ທັມ. \s5 \v 11 ​ໃຫ້​ພູ​ເຂົາ​ຊີ​ໂອນ​ຍິນ​ດີ​ເຖີດ, ໃຫ້​ເຫລົ່າ​ລູກ​ສາວ​ຂອງ​ຢູ​ດາ​ຊື່ນ​ຊົມ​ຍິນ​ດີ​ເພາະ​ການ​ພິ​ພາກ​ສາ​ອັນ​ຊອບທັມຂອງ​ພ​ຣະ​ອົງ. \s5 \v 12 ຈົ່ງ​ຍ່າງ​ຮອບພູເຂົາຊີໂອນເຖີດ, ຈົ່ງໄປຮອບໆຊີ​ໂອນຈົ່ງ​ນັບ​ຫໍ​ຄອຍ​ຂອງ​ຊີ​ໂອນ, \v 13 ຈົ່ງ​ສັງ​ເກດ​ກຳ​ແພງ​ຂອງ​ຊີ​ໂອນ​ໃຫ້​ດີ, ແລະ​ເບິ່ງ​ທີ່​ປາ​ສາດ​ທັງ​ຫລາຍ​ຂອງ​ຊີ​ໂອນ​ເພື່ອ​ທ່ານ​ຈະ​ໄດ້​ເລົ່າ​ເລື່ອງ​ລາວ​ໃຫ້​ແກ່​ຄົນ​ໃນ​ຊົ່ວ​ອາ​ຍຸ​ຕໍ່​ໄປ. \s5 \v 14 ​ເພາະ​ພ​ຣະ​ເຈົ້າ​ອົງ​ນີ້​ຄື​ພ​ຣະ​ເຈົ້າ​ຂອງ​ເຮົາ​ຕະ​ຫລອດ​ໄປ​ເປັນ​ນິ​ດ; ພ​ຣະ​ອົງ​ຈະ​ຊົງ​ເປັນ​ຜູ້​ນຳ​ຂອງ​ເຮົາ​ຈົນ​ເຖິງ​ຄວາມ​ຕາຍ. \s5 \c 49 \cl ບົດທີ 49 \p ສຳ​ຫລັບ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂຄ​ລັດ. \v 1 ​ຊົນ​ຊາດ​ທັງ​ຫມົດ​ເອີຍ, ຈົ່ງ​ຟັງ​ສິ່ງ​ນີ້; ບັນ​ດາ​ຜູ້​ອາ​ສັຍ​ທັງ​ຫມົດ​ໃນ​ໂລກ​ເອີຍຈົ່ງ​ງ່ຽງ​ຫູ​ຟັງ​ເຖີດ, \v 2 ທັງ​ຄົນ​ຖາ​ນະ​ຕ່ຳ​ຕ້ອຍ​ແລະ​ຄົນ​ຖາ​ນະ​ສູງ, ທັງ​ຄົນ​ລ້ຳ​ລວຍ​ແລະ​ຄົນ​ຍາກ​ຈົນ​ດ້ວຍ. \s5 \v 3 ປາກ​ຂອງ​ຂ້າ​ນ້ອຍ​ຈະ​ເຜີຍ​ປັນ​ຍາ ແລະ​ການ​ພາ​ວັນ​ນາ​ແຫ່ງ​ຈິດ​ໃຈ​ຂ້າ​ນ້ອຍ​ຈະ​ເປັນ​ຄວາມ​ເຂົ້າ​ໃຈ. \v 4 ຂ້າ​ນ້ອຍ​ຈະ​ງ່ຽງ​ຫູ​ຂອງ​ຂ້າ​ນ້ອຍ​ຟັງ​ຄຳ​ປຽບ​ທຽບ; ຂ້າ​ນ້ອຍ​ຈະ​ເລີ່ມ​ຄຳ​ປຽບ​ທຽບ​ຂອງ​ຂ້າ​ນ້ອຍ​ດ້ວຍ​ພິນ​ເຂົາ​ຄູ່. \v 5 ເປັນ​ຫຍັງ​ຂ້າ​ນ້ອຍ​ຈະ​ຕ້ອງ​ຢ້ານ​ວັນ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ, ເມື່ອ​ຄວາມ​ບາບ​ຜິດ​ອ້ອມຮອບ​ຢູ່​ທີ່​ຕີນ​ຂອງ​ຂ້າ​ນ້ອຍ? \s5 \v 6 ເປັນ​ຫຍັງ​ຂ້າ​ນ້ອຍ​ຈະ​ຕ້ອງ​ຢ້ານ​ບັນ​ດາ​ຜູ້​ທີ່​ວາງ​ໃຈ​ໃນ​ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ​ແລ​ະ​ອວດ​ເຖິງ​ລະ​ດັບ​ຄວາມ​ລ້ຳ​ລວຍ​ຂອງ​ພວກ​ເຂົາ? \v 7 ແນ່ນອນ ບໍ່ມີ​ໃຜ​ສາ​ມາດ​ໄຖ່​ພີ່​ນ້ອງ​ຂອງ​ເຂົາ​ຫລື​ຊຳ​ຣະ​ຄ່າ​ໄຖ່​ຕົວ​ເຂົາ​ໃຫ້​ແກ່ພ​ຣະ​ເຈົ້າ​ໄດ້, \v 8 ເພາະ​ການ​ໄຖ່​ຊີ​ວິດ​ຂອງ​ຄົນ​ຫນຶ່ງ​ນັ້ນ​ມີ​ຄ່າ​ສູງ​ຫລາຍ, ແລະ​ບໍ່​ມີ​ໃຜ​ສາ​ມາດ​ຊຳ​ຣະ​ສິ່ງ​ທີ່​ພວກ​ເຮົາ​ຕິດ​ຄ້າງ​ໄວ້​ໄດ້. \s5 \v 9 ​ບໍ່​ມີ​ໃຜ​ສາ​ມາດ​ມີ​ຊີ​ວິດ​ຢູ່​ໄດ້​ຕະ​ຫລອດ​ໄປ​ເພື່ອ​ຮ່າງ​ກາຍ​ຂອງ​ເຂົາ​ຈະ​ບໍ່​ເນົ່າ​ເປື່ອຍ. \v 10 ເພາະ​ເຂົາ​ຈະ​ເຫັນ​ຄວາມ​ເນົ່າ​ເປື່ອຍ; ຄົນ​ມີ​ປັນ​ຍາ​ກໍ​ຕາຍ ຄົນ​ໂງ່​ແລະ​ຄົນ​ຂີ້​ຕົວະ​ກໍ​ພິນາດເຫມືອນກັນ ແລະ​ຖິ້ມ​ຄວາມ​ຮັ່ງ​ມີ​ຂອງ​ພວກ​ເຂົາ​ໄວ້​ໃຫ້​ແກ່​ຄົນ​ອື່ນ. \s5 \v 11 ​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກ​ເຂົາ​ຄື​ຄອບ​ຄົວ​ຂອງ​ພວກ​ເຂົາ​ຈະ​ຢູ່​ຕະ​ຫ​ລອດ​ໄປ​ເປັນ​ນິ​ດ, ແລະ​ເປັນ​ທີ່​ຢູ່​ອາ​ສັຍ​ຂອງ​ເຂົາ​ທຸກ​ຊົ່ວ​ເຊື້ອຊາດ; ພວກ​ເຂົາ​ຮ້ອງ​ທີ່​ດິນ​ຂອງ​ພ​ວກ​ເຂົາ​ຕາມ​ຊື່​ຂອງ​ພວກ​ເຂົາ​ເອງ. \s5 \v 12 ​ແຕ່​ມະ​ນຸດ, ແມ່ນມີ​ຄວາມ​ຮັ່ງ​ມີ​ກໍ​ບໍ່​ສາ​ມາດ​ຮັກ​ສາ​ຊີ​ວິດ​ໄວ້​ໄດ;​້ ເຂົາ​ເປັນ​ດັ່ງໂຕ​ສັດ​ຕ່າງໆ​​ທີ່​ພິນາດໄດ້. \v 13 ນີ້​ຄື, ​ວິ​ທີ​ທາງ, ​ຂອງ​ຄວາມ​ໂງ່​ຈ້າ​ຂອງ​ພວກ​ເຂົາ; ແລະ​ຕໍ່​ຈາກ​ເຂົາ ກໍ​ຄື​ພວກ​ທີ່ຍອມ​ຮັບ​ຄຳ​ເວົ້າ​ຂອງ​ພວກ​ເຂົາ. ເສ ລາ \s5 \v 14 ​ເປັນ​ເຫມືອນ​ແກະ ພວກ​ເຂົາ​ຖືກ​ກຳ​ນົດ​ໄວ້​ສຳ​ລັບ​ແດນ​ຄົນ​ຕາຍ, ແລະ​ຄວາມ​ຕາຍ​ຈະ​ເປັນ​ຜູ້​ລ້ຽງ​ແກະ​ຂອງ​ພວກ​ເຂົາ. ຄົນ​ຊື່ສັດຈະ​ປົກ​ຄອງ​ເຫນືອ​ພວກ​ເຂົາ​ໃນ​ຍາມ​ເຊົ້າ, ແລະ​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ຈະ​ເນົ່າ​ເປື່ອຍ​ໄປ​ໃນ​ແດນ​ຄົນ​ຕາຍ, ແລະ​ບໍ່​ມີ​ທີ່​ໃຫ້​ພ​ວກ​ເຂົາ​ຢູ່​ອາ​ສັຍ. \v 15 ແຕ່​ພ​ຣະ​ເຈົ້າ​ຈະ​ຊົງ​ໄຖ່​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຈາກ​ອຳ​ນາດ​ຂອງ​ແດນ​ຄົນ​ຕາຍ; ພ​ຣະ​ອົງ​ຈະ​ຊົງ​ຮັບ​ຂ້າ​ນ້ອຍ​ໄວ້. ເສລາ \s5 \v 16 ​ຢ່າ​ຢ້ານ​ເມື່ອ​ຜູ້​ຫນຶ່ງ​ໄດ້​ກາຍ​ເປັນ​ຄົນ​ລ້ຳ​ລວຍ, ແລະ​ຊັບ​ສິນ​ຂອງ​ບ້ານ​ເຂົາ​ເພີ່ມ​ຫລາຍ​ຂຶ້ນ. \v 17 ເພາະ​ເມື່ອ​ເຂົາ​ຕາຍ ເຂົາ​ຈະ​ເອົາ​ຫຍັງ​ໄປ​ບໍ່​ໄດ້​ເລີຍ; ​ຊັບ​ສິນ​ຂອງ​ເຂົາ​ຈະ​ບໍ່​ຕາມ​ເຂົ​າ​ລົງ​ໄປ. \s5 \v 18 ເມື່ອເຂົາຍັງມີຊີວິດຢູ່ ຈິດ​ໃຈ​ຂອງ​ເຂົາ​ກໍ​ເປັນ​ສຸກ - ແລະ​ມະ​ນຸດ​ທັງ​ຫລາຍ​ສັນ​ຣະ​ເສີນ​ເຈົ້າ​ເມື່ອ​ເຈົ້າ​ຢູ່​ເພື່ອ​ຕົວ​ເອງ - \v 19 ເຂົາ​ຈະ​ໄປ​ຢູ່​ກັບ​ຄົນ​ໃນ​ຍຸກ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ແລະ​ພວກ​ເຂົາ​ຈະ​ບໍ່​ໄດ້​ເຫັນ​ຄວາມ​ສະ​ຫວ່າງ​ອີກ​ເລີຍ. \v 20 ບຸກ​ຄົນ​ຜູ້​ທີ່​ມີ​​ຄວາມ​ຮັ່ງ​ມີ ​ແຕ່​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ກໍ​ເປັນເຫມືອນ​, ດັ່ງ​ເຫລົ່າ​ສັດ​ເດ​ຍຣະ​ສານ​ຊຶ່ງ​ຕ້ອງ​ພິນາດ​ໄປ. \s5 \c 50 \cl ບົດທີ 50 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ. \v 1 ພ​ຣະ​ເຈົ້າ​ຜູ້​ຊົງ​ຣິດ​ອຳ​ນາດ, ​ຂ້າ​ແຕ່​ພ​ຣະ​ຢາ​ເວ, ໄດ້​ຊົງ​ກ່າວ​ ແລະ​ໄດ້​ຊົງ​ເອີ້ນ​ແຜ່ນ​ດິນ​ໂລກ​ຈາກ​ທີ່ຕາເວັນ​ຂຶ້ນ​ໄປ​ຈົນ​ເຖິງ​ທີ່ຕາເວັນ​ຕົກ. \v 2 ສຽງ​ອອກ​ມາ​ຈາກ​ຊີ​ໂອນ, ​ເປັນ​ຄວາມ​ງົດ​ງາມ​ທີ່​ສົມ​ບູ​ນ​ພ້ອມ, ພ​ຣະ​ເຈົ້າ​ໄດ້​ສົ່ງ​ສຽງ​ອອກ​ມາ​ຈາກ​ທີ່ນັ້ນ. \s5 \v 3 ​ພ​ຣະ​ເຈົ້າ​ຂອງ​ເຮົາ​ສະເດັດມາ​ແລະ​ບໍ່​ຊົງ​ງຽບ​ຢູ່; ໄຟ​ໄດ້​ເຜົາຜານ​ຢູ່​ເບື້ອງ​ຫນ້າ​ພ​ຣະ​ອົງ, ​ແລະ​ມີ​ພາ​ຍຸ​ຮຸນ​ແຮງ​ອ້ອມ​ຮອບ​ພ​ຣະ​ອົງ. \v 4 ພ​ຣະ​ອົງ​ຊົງ​ເອີ້ນຟ້າ​ສະ​ຫວັນ​ເບື້ອງ​ເທິງ​ແລະ​ແຜ່ນ​ດິນ​ໂລກ​ເພື່ອ​ພ​ຣະ​ອົງ​ຈ​ະ​ໄດ້​ພິ​ພາກ​ສາ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ: \v 5 "ຈົ່ງ​ຮວບ​ຮວມ​ຄົນ​ທີ່​ຊື່​ສັດ​ຂອງ​ເຮົາ​ມາ​ໃຫ້​ເຮົາ, ຄື​ບັນ​ດາ​ຜູ້​ທີ່​ໄດ້​ເຮັດ​ຄຳ​ສັນ​ຍາ​ກັບ​ເຮົາ​ດ້ວຍ​ເຄື່ອງ​ບູ​ຊາ." \s5 \v 6 ຟ້າ​ສະ​ຫວັນ​ຈະ​ປະ​ກາດ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ, ເພາະ​ພ​ຣະ​ເຈົ້າ​ເອງ​ຊົງ​ເປັນ​ຜູ້​ພິ​ພາກ​ສາ. ເສລາ \s5 \v 7 ຈົ່ງ​ຟັງ​ເຖີດ, ​ປະ​ຊາ​ກອນ​ຂອງ​ເຮົາ​ເອີຍ, ແລະ​ເຮົາ​ຈະ​ເວົ້າ, ເຮົາ​ຄື​ ພ​ຣະ​ເຈົ້າ, ພ​ຣະ​ເຈົ້າ​ຂອງ​ເຈົ້າ. \v 8 ເຮົາ​ຈະ​ບໍ່​ຕຳ​ນິ​ເຈົ້າ​ໃນ​ເລື່ອງ​ເຄື່ອງ​ບູ​ຊາ​ຂອງ​ເຈົ້າ; ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ເຈົ້າ​ຢູ່​ຕໍ່​ຫນ້າ​ເຮົາ​ສະ​ເຫມີ. \s5 \v 9 ເຮົາ​ຈະ​ບໍ່​ຮັບ​ງົວ​ໂຕ​ຜູ້​ຈາກ​ເຮືອນ​​ຂອງເຈົ້າ, ຫລື​ແພະ​ໂຕ​ຜູ້​ຈາກ​ຄອກ​ຂອງ​ເຈົ້າ. \v 10 ເພາະ​ສັດ​ທຸກ​ໂຕ​ໃນ​ປ່າ​ເປັນ​ຂອງ​ເຮົາ, ລວມ​ທັງ​ຝູງ​ງົວ​ເທິງ​ພູ​ເຂົາ​ນັບ​ພັນ​ລູກ. \v 11 ເຮົາ​ຮູ້​ຈັກ​ນົກ​ທຸກ​ໂຕ​ແຫ່ງ​ພູ​ເຂົາ​ທັງ​ຫລາຍ, ແລະ​ສັດ​ປ່າ​ແຫ່ງ​ທ້ອງ​ທົ່ງ​ເປັນ​ຂອງ​ເຮົາ. \s5 \v 12 ​ຖ້າ​ເຮົາ​ຫິວ, ເຮົາ​ຈະ​ບໍ່​ບອກ​ເຈົ້າ, ເພາະ​ໂລກ​ນີ້​ເປັນ​ຂອງ​ເຮົາ, ລວມ​ທັງ​ທຸກ​ສິ່ງ​ໃນ​ນັ້ນ​ດ້ວຍ. \v 13 ເຮົາ​ຈະ​ກິນ​ເນື້ອ​ງົວ​ໂຕ​ຜູ້​ຫລື​ດື່ມ​ເລືອດ​ຂອງ​ແພະ​ບໍ່? \s5 \v 14 ຈົ່ງຖະຫວາຍເຄື່ອງບູຊາແຫ່ງການຂອບພຣະຄຸນແດ່ພຣະເຈົ້າ, ແລະ​ຖວາຍ​ຄຳ​ປະ​ຕິ​ຍານ​ແດ່​ອົງ​ຜູ້​ສູງ​ສຸດ. \v 15 ຈົ່ງ​ຮ້ອງ​ທູນ​ເຮົາ​ໃນ​ວັນ​ຍາກ​ລຳ​ບາກ; ເຮົາ​ຈະ​ຊ່ວຍ​ກູ້​ເຈົ້າ, ​ແລະ​ເຈົ້າ​ຈະ​ຖວາຍ​ກຽຕ​ເຮົາ." \s5 \v 16 ແຕ່​ພ​ຣະ​ເຈົ້າ​ຊົງ​ກ່າວ​ກັບ​ຄົນ​ຊົ່ວ​ວ່າ, "ເຈົ້າ​ມີ​ສິດ​ຫຍັງ​ມາ​ປະ​ກາດ​ກົດ​ເກນ​ຂອງ​ເຮົາ, ທີ່​ເຈົ້າ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ເຮົາດ້ວຍ​ປາກ​ຂອງ​ເຈົ້າ, \v 17 ໃນ​ເມື່ອ​ເຈົ້າ​ກຽດ​ຊັງ​ຄຳ​ສັ່ງ​ສອນ​ແລະ​ຖິ້ມ​ຖ້ອຍ​ຄຳ​ຂອງ​ເຮົາ​ໄປ? \s5 \v 18 ເມື່ອ​ເຈົ້າ​ເຫັນ​ໂຈນ, ເຈົ້າ​ກໍ​ຄົບ​ກັບ​ເຂົາ; ເຈົ້າ​ມີ​ສ່ວນ​ຮ່ວມ​ກັບ​ບັນ​ດາ​ຜູ້​ລາວລ່ວງ​ປະ​ເວ​ນີ. \v 19 ເຈົ້າ​ຍົກ​ປາກ​ຂອງ​ເຈົ້າ​ໃຫ້​ແກ່​ຄວາມ​ຊົ່ວ, ແລະ​ລິ້ນ​ຂອງ​ເຈົ້າ​ເວົ້າ​ຄຳ​ຫລອກລວງ. \v 20 ເຈົ້າ​ນັ່ງ​ລົງ​ແລະ​ເວົ້າ​ຕໍ່​ຕ້ານ​ພີ່​ນ້ອງ​ຂອງ​ເຈົ້າ; ເຈົ້າ​ໃສ່​ຮ້າຍ​ລູກ​ຂອງ​ແມ່​ຂອງ​ເຈົ້າ​ເອງ. \s5 \v 21 ​ເຈົ້າ​ໄດ້​ເຮັດ​ສິ່​ງ​ເຫລົ່າ​ນີ້ ແຕ່​ເຮົາ​ໄດ້​ມິດ​ງຽບ, ແລ້ວ​ເຈົ້າກໍ​ຄິດ​ວ່າ​ເຮົາ​ເປັນ​ເຫມືອນກັບ​ເຈົ້. ແຕ່​ເຮົາ​ຈະ​ຕຳ​ນິ​ເຈົ້າ​ແລະ​ເວົ້າ​ທຸກ​ສິ່ງ​ທີ່​ເຈົ້າ,​ໄດ້​ກະ​ທຳ​ຂຶ້ນ​ມາ​ຕໍ່​ຕາ​ຂອງ​ເຈົ້າ. \v 22 ຈົ່ງ​ພິ​ຈາ​ຣະ​ນາ​ເລື່ອງ​ນີ້​ໃຫ້​ດີ, ເຈົ້າ​ຜູ້​ລືມ​ພ​ຣະ​ເຈົ້າ, ບໍ່​ສະ​ນັ້ນ​ເຮົາ​ຈະ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ, ແລະ​ຈະ​​ບໍ່​ມີ​ໃຜ​ມາ​ຊ່ວຍ​ເຈົ້າ​ໄດ້​ເລີຍ. \s5 \v 23 ​ບຸກ​ຄົນ​ຜູ້​​ທີ່​ຖວາຍ​ເຄື່ອງ​ບູ​ຊາ​ແຫ່ງ​ການ​ຂ​ອບ​ພ​ຣະ​ຄຸນ​ສັນ​ຣະ​ເສີ​ນ​ເຮົາ, ແລະ​ທຸກ​ຄົນ​ທີ່​ວາງ​ທາງ​ຍ່າງ​ຂອງ​ເຂົາ​ໃນ​ທາງ​ທີ່​ຖືກ​ຕ້ອງ, ເຮົາ​ກໍ​ຈະ​ສຳ​ແດງ​ຄວາມ​ພົ້ນ​ຂອງ​ພ​ຣະ​ເຈ້າ." \s5 \c 51 \cl ບົດທີ 51 \p ສຳ​ຫ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ເພງ​ສັນ​ຣະ​ເສີນ​ຂອງ​ກະ​ສັດ​ດາ​ວິດ; ເມື່ອ​ຕອນ​ທີ່ ນາ​ທານ​ຜູ້​ເຜີຍ​ພ​ຣະ​ຄັມມາ​ຫາ​ທ່ານ​ຫລັງ​ທີ່​ລາວ​ໄດ້​ນອນ​ກັບ​ບັດ​ເຊ​ບາ. \v 1 ​ ຂໍ​ຊົງເມດ​ຕາ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ, ​ຕາມ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ; ເພື່ອ​ເຫັນ​ແກ່​ການ​ກະ​ທຳ​ຫລວງ​ຫລາຍ​ອັນ​ຊົງ​ເມດຕາອັນຍິ່ງໃຫຍ່ຂອງ​ພ​ຣະ​ອົງ, ຂໍ​ຊົງ​ລົບ​ບັນ​ດາ​ການ​ບາບ​ຂ​ອງຂ້າ​ນ້ອຍ. \v 2 ຂໍ​ຊົງ​ລ້າງ​ຂ້າ​ນ້ອຍ​ໃຫ້​ຫມົດ​ກ້ຽງ​ຈາກ​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ ແລະ​ຂໍ​ຊົງ​ຊຳ​ຣະ​ຂ້າ​ນ້ອຍ​ຈາກ​ບາບ​ຂອງ​ຂ້າ​ນ້ອຍ. \s5 \v 3 ​ເພາະ​ຂ້າ​ນ້ອຍ​ຮູ້​ເຖິງ​ບັນ​ດາ​ຄວາມຜິດບາບຂອງ​ຂ້າ​ນ້ອຍ, ແລະ​ບາບ​ຂອງ​ຂ້າ​ນ້ອຍ​ກໍ​ຢູ່​ຕໍ່ຫນ້າ​ຂ້າ​ນ້ອຍ​ສະ​ເຫມີ. \v 4 ຂ້າ​ນ້ອຍ​ໄດ້​ເຮັດ​ບາບ​ຕໍ່ ​ພ​ຣະ​ອົງ, ຕໍ່​ພ​ຣະ​ອົງ​ເທົ່າ​ນັ້ນ, ແລະ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂ​ອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ຖືກ​ຕ້ອງ​ເມື່ອ​ພ​ຣະ​ອົງ​ກ່າວ​; ພ​ຣະ​ອົງ​ຊົງ​ຖືກ​ຕ້ອງ​ເມື່ອ​ພ​ຣະ​ອົງ​ຊົງ​ຕັດ​ສິນ. \s5 \v 5 ​ເບິ່ງ​ເຖີດ, ຂ້າ​ນ້ອຍ​ໄດ້​ເກີດ​ມາ​ໃນ​ຄວາມ​ບາບ; ທັນ​ທີ​ທີ່​ແມ່​ຂ​ອງ​ຂ້າ​ນ້ອຍ​ຖື​ພາ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ກໍ​ຢູ່​ໃນ​ຄວາມ​ບາບ​ແລ້ວ. \v 6 ເບິ່ງ​ເຖີດ, ພ​ຣະ​ອົງ​ຊົງ​ປຣາ​ຖນາ​ຄວາມ​ຊື່​ສັດ​ສຸ​​ຈະ​ຣິດ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ຈະ​ຊົງ​ເຮັດ​ໃຫ້​ຂ້າ​ນ້​ອຍ​ຮູ້​ຈັກ​ສະ​ຕິ​ປັນ​ຍາ​ໃນ​ໃຈ​ຂອງ​ຂ້າ​ນ້ອຍ. \s5 \v 7 ​ຂໍ​ຊົງ​ຊຳ​ຣະ​ຂ້າ​ນ້ອຍ​ໃຫ້​ບໍ​ຣິ​ສຸດ​ດ້ວຍຕົ້ນ​ຫູສົບ, ແລະ​ຂ້າ​ນ້ອຍ​ຈະ​ສະ​ອາດ; ຂໍ​ຊົງ​ລ້າງ​ຂ້າ​ນ້ອຍ, ແລະ​ຂ້າ​ນ້ອຍ​ຈະ​ຂາວ​ຍິ່ງກວ່າ​ຫິ​ມະ. \v 8 ຂໍ​ຊົງ​ໃຫ້​ຂ້າ​ນ້ອຍ​ໄດ້​ຍິນ ​ເຖິງ​ຄວາມຊົມຊື່ນ​ເບີກບານ​ແລະ​ຄວາມ​ຍິນ​ດີ ເພື່ອ​ກະ​ດູກ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຫັກ​ຈະ​ໄດ້​ຍິນ​ດີ. \v 9 ຂໍ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ບາບ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ແລະ​ຊົງ​ລົບ​ຄວາມ​ຜິດ​ທັງ​ສິ້ນ​ຂອງ​ຂ້າ​ນ້ອຍເສຍ. \s5 \v 10 ​ຂໍ​ຊົງ​ສ້າງ​ໃຈ​ສະ​ອາດ​ພາຍ​ໃນ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ, ແລະ​ຊົງ​ສ້າງ​ຈິດ​ວິນ​ຍານ​ທີ່​ຖືກ​ຕ້ອງ​ຂຶ້ນ​ໃຫມ່​ພາຍ​ໃນ​ຂ້າ​ນ້​ອຍ. \v 11 ຂໍ​ຢ່າ​ຊົງ​ໄລ່​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພຣະພັກ​ຂອງ​ພ​ຣະ​ອົງ, ແລະ​ຂໍ​ຢ່າ​ຊົງ​ເອົາ​​ພ​ຣະວິນ​ຍານ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ. \s5 \v 12 ​ຂໍ​ຊົງຮື້ຟື້ນຄວາມ​ຊົມຊື່ນ​ໃນ​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ຮັກສາ​ຂ້າ​ນ້ອຍ​ໄວ້ ​ພ​ຣະ​ອົງ​ດ້ວຍ​ວິນ​ຍານ​ແຫ່ງ​ຄວາມ​ເຕັມ​ໃຈ. \v 13 ແລ້ວ​ຂ້າ​ນ້ອຍ​ຈະ​ສອນ​ບັນ​ດາ​ຄົນບາບ​ເຖິງ​ພຣະຄຳສັ່ງຂອງພຣະອົງ, ​​ແລະ​ບັນ​ດາຄົນ​ບາບ​ຈະ​ຫັນ​ກັບ​ມາ​ຫາ​ພ​ຣະ​ອົງ ຂ້າ​ແດ່​ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ. \s5 \v 14 ຂໍຊົງອະພັຍຂ້ານ້ອຍໃນການຫລັ່ງເລືອດ, ຂ້າແດ່ພຣະເຈົ້າ, ແລະ​ຂ້າ​ນ້ອຍ​ຈະ​ໂຫ່​ຮ້ອງ​ສຳ​ລັບ​ຄວາມ​ຍິນ​ດີ​ແຫ່ງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ. \v 15 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຂໍ​ຊົງ​ເປີດ​ຮິມສົບ​ປາກ​ຂອງ​ຂ້າ​ນ້ອຍ, ແລະ​ປາກ​ຂອງ​ຂ້າ​ນ້ອຍ​ຈະ​ກ່າວ​ຄຳ​ສັນ​ຣະ​ເສີນ​ພ​ຣະ​ອົງ. \v 16 ​ເພາະ​ພ​ຣະ​ອົງ​ບໍ່​ຊົງ​ຍິນ​ດີ​ໃນ​ເຄື່ອງ​ບູ​ຊາ, ເຖິງ​ຂ້າ​ນ້ອຍ​ຈະ​ຖວາຍ; ​ໃຫ້​ພ​ຣະ​ອົງ​ກໍ​ບໍ່​ໄດ້​ຊົງ​ພໍ​ໃຈ​ໃນ​ເຄື່ອງ​ເຜົາ​ບູ​ຊາ​ທັງ​ຫລາຍ. \s5 \v 17 ​ເຄື່ອງ​ບູ​ຊາ​ຂອງ​ພ​ຣະ​ເຈົ້າ​ຄື​ຈິດ​ວິນ​ຍາ​ນ​ທີ່​ແຕກ​ສະ​ຫລາຍ. ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ຈະ​ບໍ່​ຊົງ​ດູ​ຫມິ່ນ​ຈິດ​ໃຈ​ທີ່​ແຕກ​ສະ​ຫລາຍ​ແລະ​ໃຈ​ທີ່​ສຳ​ນຶກ​ຜິດ​ເລີຍ. \v 18 ຂໍ​ຊົງ​ເຮັດ​ດີ​ແກ່​ຊີ​ໂອນ​ຕາມຄວາມ​ພໍໃຈ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ສ້າງ​ກຳ​ແພງ​ຂອງ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃຫມ່. \v 19 ແລ້ວ​ພ​ຣະ​ອົງ​ຈະ​ຊົງ​ພໍ​ໃຈ​ໃນ​ບັນ​ດາ​ເຄື່ອງ​ບູ​ຊາ​ແຫ່ງ​ຄວາມ​ຊອບ​ທັມ, ໃນ​ບັນ​ດາ​ສັດ​ບູ​ຊາ​ແລະ​ເຄື່ອງ​ເຜົາ​ບູ​ຊາ​ທັງ​ຕົວ; ແລ​້ວ​ປະ​ຊາ​ກອນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຖວາຍ​ງົວ​ໂຕ​ຜູ້​ເທິງ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ອົງ. \s5 \c 52 \cl ບົດທີ 52 \p ສຳ​ລັບ​ນັກ​ດົນ​ຕຣີ. ຄຳ​ແນະ​ນຳຂອງ​ດາ​ວິດ; ເມື່ອ​ອາ​ຣົມ​ຄວາມ​ຮູ້​ສຶກ​ມາ ແລະ​ບອກ​ກັບ​ຈິດ​ວິນ​ຍານ, ແລະ​ບອກ​ກັບ​ລາວ​ວ່າ,"ດາວິດ​ໄດ້​ມາ​ທີ່​ເຮືອນ​ຂອງ​ອາ​ຄີ​ເມ​ເດັດ." \v 1 ເຈົ້າ​ຜູ້​ມີ​ອຳ​ນາດ ​ ເປັນ​ຫຍັງ​ເຈົ້າ​ເຖິງ​ພູມ​ໃຈ​ໃນ​ການ​ສ້າງ​ປັນ​ຫາ? ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ເຈົ້າ​ມາ​ທຸກ​ມື້. \v 2 ລິ້ນ​ຂອງ​ເຈົ້າ​ວາງ​ແຜນ​ທຳ​ລາຍ​ດັ່ງ​ມີດ​ໂກນ​ທີ່​ຄົມ, ເຮັດ​ການ​ຫລອກ​ລວງ. \s5 \v 3 ​ເຈົ້າ​ຮັກ​ຄວາມ​ຊົ່ວ​ຫລາຍ​ກວ່າ​ຄວາມ​ດີ ແລະ​ຮັກ​ການ​ຂີ້​ຕົວະ​ຫລາຍກວ່າ​ການ​ເວົ້າ​ເຖິງ​ຄວາມ​ຊອບ​ທັມ. ເສລາ \s5 \v 4 ເຈົ້າ​ຮັກ​ຖ້ອຍ​ຄຳ​ທັງ​ຫມົດ​ທີ່​ກັດ​ກິນ​ຄົນ​ອື່ນ, ເຈົ້າ​ຜູ້​ມີ​ລິ້ນ​ຫລອກ​ລວງ. \v 5 ພ​ຣະ​ເຈົ້າ​ຈະ​ຊົງ​ທຳ​ລາຍ​ເຈົ້າ​ຕະ​ຫລອດ​ໄປ​ເປັນ​ນິດ; ພ​ຣະ​ອົງ​ຈະ​ຊົງ​ຈັບ​ເຈົ້າ​ແລະ​ຊົງ​ດຶງ​ເຈົ້າ​ອອກ​ຈາກ​ເຕັນ​ຂອງ​ເຈົ້າ ແລະ​ຊົງ​ຖອນ​ຮາກ​ຖອນ​ໂຄນ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ຄົນ​ເປັນ. ເສ ລາ \s5 \v 6 ​ຄົນ​ຊອບ​ທັມຈະ​ເຫັນ​ແລະ​ຢ້ານ; ພວກ​ເຂົາ​ຈະ​ຫົວ​ເຢາະ​ເຢີ້ຍ​ຄົນ​ອະ​ທັມ​ແລະ​ກ່າວ​ວ່າ, \v 7 " ຈົ່ງເບິ່ງ, ນີ້​ຄື​ຜູ້​ຊາຍ​ທີ່​ບໍ່​ໃຫ້​ພ​ຣະ​ເຈົ້າ​ເປັນ​ທີ່​ລີ້​ພັຍ​ຂອງ​ເຂົາ, ແຕ່​ເຂົາ​ໄດ້​ວາງ​ໃຈ​ ໃນຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ຄວາມ​ຮັ່ງ​ມີ​ຂອງ​ເຂົາ, ແລະ​ເຂົາ​ໄດ້​ມີ​ກຳ​ລັງ​ຂຶ້ນ​ເມື່ອ​ເຂົາ​ໄດ້​ທຳ​ລາຍ​ຄົນ​ອື່​ນ." \s5 \v 8 ແຕ່​ສຳ​ລັບ​ຂ້າ​ນ້ອຍ​ແລ້ວ, ຂ້າ​ນ້ອຍ​ເປັນ​ດັ່ງ​ຕົ້ນ​ຫມາກກອກ​ເທດ​ຂຽວ​ສົດ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ; ຂ້າ​ນ້ອຍ​ຈະ​ວາງ​ໃຈ​ໃນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ເຈົ້າ​ຕ​ະ​ຫລອດ​ໄປ​ເປັນ​ນິ​ດ. \v 9 ຂ້າ​ນ້ອຍ​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິ​ດ​ສຳ​ລັບ​ສິ່ງ​ທີ່​ພ​ຣະ​ອົງ​ໄດ​້​ຊົງ​ເຮັດ. ຂ້າ​ນ້ອຍ​ຈະ​ລໍຄອຍ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ເພາະ​ວ່າ​ເປັນ​ພ​ຣະ​ນາມຊື່​ທີ່​ປະ​ເສີດ, ຕໍ່​ຫນ້າ​ບັນ​ດາ​ຜູ້​ຊອບ​ທັມ​ຂອງ​ພ​ຣະ​ອົງ. \s5 \c 53 \cl ບົດທີ 53 \p ສຳ​ລັບ​ນັກ​ດົນ​ຕີຣ; ສົ່ງ​ເຖິງ​ມາ​ຫາ​ຣາດ. ຄຳ​ແນະ​ນຳ​ຂອງ​ດາ​ວິດ. \v 1 ຄົນ​ໂງ່​ເວົ້າ​ໃນ​ໃຈ​ຂອງ​ເຂົາ​ວ່າ,"ບໍ່ມີພຣະເຈົ້າ." ພວກ​ເຂົາ​ກໍ​ຊົ່ວຊາມ​ລົງ​ແລະ​ໄດ້​ເຮັດ​ຄວາມ​ຜິດ​ບາບ​ທີ່​ຫນ້າ​ກຽດຫ​ນ້າ​ຊັງ ບໍ່​ມີ​ໃຜ​ເຮັດ​ຄວາມ​ດີ​ເລີຍ. \v 2 ພ​ຣະ​ເຈົ້າ​ຊົງ​ຫລຽວ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ​ເພື່ອ​ເບິ່ງ​ບັນ​ດາ​ລູກ​ຂອງ​ມະ​ນຸດ ເພື່ອ​ເບິ່ງວ່າ​ມີ​ໃຜ​ແດ່​ທີ່​ເຂົ້າ​ໃຈ, ມີ​ໃຜ​ແດ່​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ. \v 3 ພວກ​ເຂົາ​ທັງ​ຫມົດ​ຕ່າງ​ຫັນ​ຫນີ​ໄປ. ພວກ​ເຂົາ​ຕ່າງ​ກໍ​ຊົ່ວ​ລົງ​ດ້ວຍ​ກັນ. ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ດີ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ. \s5 \v 4 ​ບັນ​ດາ​ຜູ້​ທີ່​ເຮັດ​ຄວາມ​ຜິດ​ບາບ - ຄື​ບັນ​ດາ​ຜູ້​ທີ່ກືນ​ກິນ​ປະ​ຊາ​ກອນ​ຂອງ​ເຮົາ​ຄື​ດັ່ງ​ກິນ​ເຂົ້າ​ຫນົມ​ປັງ​ແລ​ະ​ພວກ​ເຂົາ​ບໍ່​ຮ້ອງ​ທູນ​ພ​ຣະ​ເຈົ້າ ບໍ່​ມີ​ຄວາມ​ເຂົ້າ​ໃຈ​ບໍ່? \v 5 ພວ​ກ​ເຂົາ​ຕ່າງ​ຕົກ​ຢູ່​ໃນ​ຄວາມ​ຢ້ານ​ຢ່າງ​ຫລາຍ, ແມ່ນ​ວ່າ​ບໍ່​ມີ​ສາ​ເຫດ​ທີ່​ເຮັດ​ໃຫ້​ຢ້ານ; ເພາະ​ພ​ຣະ​ເຈົ້າ​ຈະ​ຊົງ​ເຮັດ​ໃຫ້​ກະ​ດູກ​ຂອງ​ຜູ້ທີ່​ຈະ​ຕັ້ງ​ຄ້າຍ​ຕໍ່​ສູ້​ເຈົ້າ​ກະ​ແຈກ​ກະ​ຈາຍ​ໄປ; ຄົນ​ແບບ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ເພາະ​ພ​ຣະ​ເຈົ້າ​ໄດ້​ຊົງ​ປະ​ຕິ​ເສດ​ພວກ​ເຂົາ​ແລ້ວ. \s5 \v 6 ​ໂອ, ຄວາມ​ພົ້ນ​ຂອງ​ອິ​ສະ​ຣາ​ເອນ​ຈະ​ມາ​ຈາກ​ຊີ​ໂອນ! ເມື່ອ​ພ​ຣະ​ເຈົ້າ​ຊົງ​ນຳ​ປະ​ຊາ​ກອນ​ພ​ຣະ​ອົງ​ກັບ​ຄືນ​ມາ​ຈາກ​ການ​ເປັນ​ຊະ​ເລີຍ, ແລ້ວ​ຢາ​ໂຄບ​ຈະຊື່ນຊົມ​ຍິນ​ດີ​ແລະ​ອິດສະ​ຣາ​ເອນ​ຈະ​ຍິນ​ດີ! \s5 \c 54 \cl ບົດທີ 54 \p ສຳ​ລັບ​ນັກ​ດົນ​ຕີ; ເຄື່ອງ​ດົນ​ຕຣີ. ຄຳ​ແນ​ະ​ນຳ​ຂອງ​ດາ​ວິດ; ເມື່ອ ມາ​ແລະ​ເວົ້າ​ກັບ​ໂຊນວ່າ,"​ເປັນ​ຫຍັງ​ດາ​ວິດ​ຈຶ່ງ​ເຊື່ອງ​ພະ​ອົງ​ຈາກ​ພວ​ກ​ເຮົາ?" \v 1 ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍໃຫ້​ພົ້ນ​ໂດຍ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ແລະ​ຊົງ​ຕັດ​ສິນ​ຂ້າ​ນ້ອຍ​ດ້ວຍ​ພ​ຣະ​ກຳ​ລັງ​ຂອ​ງ​ພ​ຣະ​ອົງ. \v 2 ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ​ຂໍ​ຊົງ​ງ່ຽງ​ຫູ​ຟັງ​ຕໍ່​ຖ້ອຍ​ຄຳ​ຈາກ​ປາກ​ຂ້າ​ນ້ອຍ. \v 3 ເພາະ​ຄົນ​ແປ​ກ​ຫນ້າ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ, ແລະ​ພວກ​ຄົນ​ໂຫດ​ຮ້າຍ​ໄດ້​ຫມາຍ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ ພວກ​ເຂົາ​ບໍ່​ເຫັນ​ພ​ຣະ​ເຈົ້າ​ຢູ່​ໃນ​ສາຍ​ຕາ​ຂອງ​ພວກ​ເຂົາ. ເສ​ລາ \s5 \v 4 ​ເບິ່ງ​ເຖີດ, ພ​ຣະ​ເຈົ້າຊົງ​ເປັ​ນ​ຜູ້​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ; ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ຄ້ຳ​ຈູນຊີວິດ​ຂ້າ​ນ້ອຍ. \v 5 ພ​ຣະ​ອົງ​ຈະ​ຊົງ​ຕອບ​ໂຕ້​ບັນ​ດາ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ດ້ວຍ​ສິ່ງ​ຊົ່ວ​ຮ້າຍ; ຂໍ​ຊົງ​ທຳ​ລາຍ​ພວກ​ເຂົາ​ດ້ວຍ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ, ທຳ​ລາຍ​ພວກ​ເຂົາ! \s5 \v 6 ​ຂ້າ​ນ້ອຍຈະ​ຖວາຍ​ເຄື່ອງ​ບູ​ຊາ​ແດ່​ພ​ຣະ​ອົງ​ດ້ວຍ​ເຄື່ອງ​ບູ​ຊາ​ສະມັກ​ໃຈ​; ຂ້າ​ນ້ອຍ​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣ​ະ​ຢາ​ເວ, ເພາະ​ພ​ຣະ​ນາມຊື່​ນັ້ນ​ປະ​ເສີດ. \v 7 ເພາະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍຈາກ​ຄວາມ​ຍາກ​ລຳ​ບາກ​ທຸກ​ຢ່າງ; ຕາ​ຂອງ​ຂ້າ​ນ້ອຍໄດ້​ເບິ່ງ​ເຫັນ​ຊັຍ​ຊະ​ນະ​ເຫນືອ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ. \s5 \c 55 \cl ບົດທີ 55 \p ສຳ​ລັບ​ນັກ​ດົນ​ຕຣີ; ເຄື່ອງ​ດົນ​ຕຣີ. ຄຳ​ແນະ​ນຳ​ຂອງ​ດາ​ວິດ. \v 1 ຂໍ​ຊົງ​ງ່ຽງ​ຫູ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ; ແລະ​ຂໍ​ຊົງ​ຢ່າ​ລີ້​ພ​ຣະ​ອົງ​ຈາກ​ຄຳ​ວິງວອນ​ຂອງ​ຂ້າ​ນ້ອຍ. \v 2 ຂໍ​ຊົງ​ສະ​ດັບ​ຟັງ​ຂ້າ​ນ້ອຍ​ແລ​ະ​ຊົງ​ຕອບ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ບໍ່​ໄດ້​ບັນ​ເທົາ​ໃນ​ຄວາມ​ລຳ​ບາກ​ຂອງ​ຂ້າ​ນ້ອຍ \v 3 ເພາະ​ສຽງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ, ເພາະ​ການ​ກົດ​ຂີ່​ຂອງ​ຄົນ​ຊົ່ວ; ເຫດ​ວ່າ​ພວກ​ເຂົາ​ນຳ​ຄວາມ​ທຸກ​ມາ​ໃຫ້​ຂ້າ​ນ້ອຍ​ແລະ​​ຂົ່​ມ​ເຫັງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ໂກດ​ຮ້າຍ. \s5 \v 4 ໃຈ​ຂອງ​ຂ້າ​ນ້ອຍ​ສັ່ນ​ຢ້ານ​ຢູ່​ພາຍ​ໃນ, ແລະ​ຄວາມ​ເປັນ​ຕາ​ຢ້ານ​ຂອງ​ຄວ​າມ​ຕາຍ​ໄດ້​ຕົກ​ມາ​ເທິງ​ຂ້າ​ນ້ອຍ. \v 5 ຄວາມ​ຢ້ານ​ແລະ​ຄວາມ​ສັ່ນ​ເຊັ່ນ​ມາ​ເຫນືອ​ຂ້າ​ນ້ອຍ, ແລະ​ຄວາມ​ຢ້ານ​ໄດ້​ຖ້ວມ​ລົ້ນ​ຂ້າ​ນ້ອຍ. \s5 \v 6 ຂ້າ​ນ້ອຍ​ກ່າວ​ວ່າ, "ໂອ, ຂໍ​ພຽງ​ຂ້າ​ນ້ອຍ​ມີ​ປີກ​ດັ່ງ​ນົກ​ພິ​ລາບ! ແລ້ວ​ຂ້າ​ນ້ອຍ​ກໍ​ຈະ​ບິນ​ຫນີ​ໄປ​ແລະ​ຢູ່​ຢ່າງ​ສະຫ​ງົບ. \v 7 ເບິ່ງ​ເຖີດ, ແລ້ວ​ຂ້າ​ນ້ອຍ​ຈະ​ບິນ​ຫນີ​ໄປ​ໃຫ້​ໄກ; ຂ້າ​ນ້ອຍ​ຈະ​ພັກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ເສ​ລາ \s5 \v 8 ຂ້າ​ນ້ອຍ​ຈະ​ຮີບ​ໄປ​ຍັງ​ທີ່​ກຳ​ບັງ​ໃຫ້​ພົ້ນ​ຈາກ​ລົມ​ແຮງ​ກ້າ​ແລະ​ພາ​ຍຸ." \v 9 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຂໍ​ຊົງ​ເຜົາຜານ​ພວກ​ເຂົາ, ຂໍ​ຊົງ​ໃຫ້​ພາ​ສາ​ຂອງ​ພວກ​ເຂົາ​ວຸ້ນ​ວາຍ​ໄປ! ເພາະ​ຂ້າ​ນ້ອຍ​ເຄີຍ​ເຫັນ​ຄວາມ​ຮຸນ​ແຮງ​ແລະ​ຄວາມ​ວຸ້ນ​ວາຍ​ໃນ​ເມືອງ. \s5 \v 10 ​ພວກ​ເຂົາ​ຍ່າງ​ເທິງ​ກຳ​ແພງ​ເມືອງ​ຢູ່​ທັງ​ເວັນ​ທັງ​ຄືນ; ແລະ​ຄ​ວາມ​ຊົ່ວ​ຮ້າຍ​ແລະ​ຄວາມ​ທຸກ​ຮ້ອນ​ຢູ່​ໃນ​ທ່າມ​ກາງ​ເມືອງ​ນັ້ນ. \v 11 ຄົນ​ຊົ່ວ​ຮ້າຍ​ຢູ່​ໃນ​ທ່າມ​ກາງ​ເມືອງ​ນັ້ນ; ການ​ກົດ​ຂີ່​ແລະ​ການ​ຫລອກ​ລວງ​ບໍ່​ໄດ້​ຫາຍ​ຈາກ​ຫົນ​ທາງ​ຂອງ​ເມືອງ​ນັ້ນ​ໄປ​ເລີຍ. \s5 \v 12 ​ເພາະ​ບໍ່​ແມ່ນ​ສັດ​ຕຣູ​ທີ່​ນາບຂູ່ຂ້ານ້ອຍ, ຂ້ານ້ອຍ​ຈຶ່ງ​ຈະ​ທົນ​ໄດ້ ແລະ​ບໍ່​ແມ່ນຜູ້​ທີ່​ກຽດ​ຊັງ​ຂ້ານ້ອຍ​; ທີ່​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້ານ້ອຍ, ແລ້ວຂ້າ​ນ້ອຍຈຶ່ງ​ຈະ​ລີ້​ຕົວ​ຈາກ​ເຂົາ. \v 13 ແຕ່​ເປັນ​ທ່ານ, ເປັນ​ຜູ້​ເທົ່າ​ທຽມ​ກັບ​ຂ້ານ້ອຍ, ເປັນ​ເພື່ອນ​ສະຫ​ນິດ​ຂອງ​ຂ້ານ້ອຍ. \v 14 ເຮົາ​ເຄີຍ​ມີສາ​​ມະ​ຄີ​ທັມ​ທີ່​​ຫນ້າ​ຊື່ນ​ໃຈ​ດ້ວຍ​ກັນ; ເຮົາ​ເຄີຍ​ຍ່າງ​ໃນ​ພຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ​ພ້ອມ​ກັບ​ຝູງ​ຊົນ. \s5 \v 15 ​ຂໍ​ໃຫ້​ຄວາມ​ຕາຍ​ມາ​ເທິງ​ພວກ​ເຂົາ​ໃນ​ທັນ​ທີ; ຂໍ​ໃຫ້​ພວກ​ເຂົາ​ລົງ​ໄປ​ຍັງ​ແດນ​ຄົນ​ຝຕາຍ​ທັງ​ເປັນ, ເປັນ​ສະ​ຖານ​ທີ່​ຄວາມ​ຊົ່ວ​ຮ້າຍ​, ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ. \s5 \v 16 ​ແຕ່​ສຳ​ຫລັບ​ເຮົາ, ເຮົາ​ຈະ​ຮ້ອງ​ຫາ​ພ​ຣະ​ເຈົ້າ, ແລະ​ພ​ຣະ​ຢາ​ເວ​ຈະ​ຊົງ​ຊ່ວຍ​ເຮົາ​ໃຫ້​ພົ້ນ. \v 17 ໃນ​ເວ​ລາ​ແລງ, ເວ​ລາ​ເຊົ້າ​ແລະ​ທ່ຽງ ເຮົາ​ຮ້ອງ​ທຸກ​ແລະ​ຄ້ຳ​ຄວນ; ພ​ຣະ​ອົງ​ຈ​ະ​ຊົງ​ຟັງ​ສຽງ​ຂອງ​ເຮົ​າ. \v 18 ພ​ຣະ​ອົງ​ຈະ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ເຮົາ​ໃຫ້​ປອດ​ພັຍ​ຈາກ​ສົງ​ຄາມ​ທີ່​ຕໍ່​ຕ້ານ​ເຮົາ, ເພາະ​ບັນ​ດາ​ຄົນ​ທີ່​ຕໍ່​ສູ້​ເຮົາ​ມີ​ກັນ​ຫລວງ​ຫລ​າຍ. \s5 \v 19 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຜູ້​ຊົງ​ຄອບ​ຄອງ​ຈາກ​ນິ​ຣັ​ນ​ການ, ຈະ​ຊົງ​ສະ​ດັບ​ຟັງ​ແລະ​ເຮັດ​ໃຫ້​ພວກ​ເຂົາ​ອັບ​ອາຍ. ພວກ​ເຂົາ​ບໍ່​ເຄີຍ​ປ່ຽນ, ແລະ​ພວກ​ເຂົາ​ບໍ່​ຢ້ານ​ກົວ​ພ​ຣະ​ເຈົ້າ. \s5 \v 20 ​ເພື່ອນ​ຂອງ​ເຮົາ​ໄດ້​ຍົກ​ມື​ຂອງ​ເຂົາ​ຂຶ້ນ​ຕໍ່​ສ​ູ້​ບັນ​ດາ​ຄົນ​ທີ່​ຢູ່​ສະ​ຫງົບ​ກັບ​ເຂົາ; ເຂົາ​ບໍ່​ເຄົາ​ຣົບ​ຕໍ່​ຄຳ​ສັນ​ຍາ​ທີ່​ເຂົາ​ເຄີຍ​ເຮັດ​ໄວ້. \v 21 ຄຳ​ເວົ້າ​ຂອງ​ເຂົາລື່ນ​ເຫມືອນ​ເນີຍ, ແຕ່​ໃນ​ໃຈ​ຂອງ​ເຂົາ​ມ​ີ​ຄວາມ​ເປັນ​ສັດ​ຕຣູ ຖ້ອຍ​ຄຳ​ຂອງ​ເຂົາ​ນຸ້ມນວນກວ່າ​ນ້ຳ​ມັນ; ແຕ່​ພວກ​ເຂົາ​ເປັນ​ຄື​ດາບ​ທີ່​ຖືກ​ຊັກ​ອອກ​ມາ​ແລ້ວ. \s5 \v 22 ຈົ່ງວາງພາລະຂອງທ່ານໄວ້ກັບພຣະຢາເວ, ແລະ​ພ​ຣະ​ອົງ​ຈະ​ຊົງ​ຄ້ຳ​ຊູ​ທ່ານ; ພ​ຣະ​ອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ຄົນ​ຊອບ​ທັມພ່າຍແພ້​ເລີຍ. \v 23 ແຕ່​ພ​ຣະ​ອົງ​, ຂ້າ​ແດ່​ພ​ຣະ​ເຈົ້າ, ຈະ​ຊົງ​ໂຍນ​ຄົນ​ຊົ່ວ​ລົງ​ສູ່​ຂຸມ​ແຫ່ງ​ການ​ຖືກ​ທຳ​ລາຍ; ພວກ​ທີ່​ກະ​ຫາຍ​ເລືອດ​ແລະ​ຫລອກລວງ​ຈະ​ມີ​ຊີ​ວິດຢ​ູ່​ບໍ່​ເຖິງ​ເຄິ່ງ​ຫນຶ່ງ​ຂອງ​ຄົນ​ອື່ນ​ທົ່ວໄປ ແຕ່​ຂ້າ​ນ້ອຍ​ຈະ​ວາງ​ໃຈ​ໃນ​ພ​ຣະ​ອົງ. \s5 \c 56 \cl ບົດທີ 56 \p \v 1 ສຳ​ລັບ​ຄະ​ນະ​ດົນ​ຕຣີ; ສົ່ງ​ເຖິງໂຈ​ນາດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ເມື​່ອ​ຄົນ​ຟີ​ລິສະ​ຕິນ​ຈັບ​ລາວ​ຢູ່​ທີ່​ກາດ. ຂໍ​ຊົງ​ເມດ​ຕາ​ແກ່​ຂ້າ​ນ້ອຍ, ​ຂ້າ​ແດ່​ ພ​ຣະ​ເຈົ້າ, ເພາະ​ຜູ້​ຄົນ​ກຳ​ລັງ​ໂຈມ​ຕີ​ຂ້າ​ນ້ອຍ! ບັນ​ດາ​ຜູ້​ທີ່​ຕໍ່​ສູ້​ຂ້າ​ນ້ອຍ​ໂຈມ​ຕີ​ຂ້າ​ນ້ອຍ​ຕະ​ຫລອດ​ວັນ​ຍັ່ງ​ຄ່ຳ. \v 2 ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ຢຽບ​ຍ່ຳ​ຂ້າ​ນ້ອຍ​ຕະ​ຫລອດ​ວັນ​ຍັ່ງ​ຄ່ຳ; ເພາະ​ພວກ​ທີ່​ຕໍ່​ສູ້​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຈອງ​ຫອງ​ມີ​ກັນ​ຫລວງ​ຫລາຍ. \s5 \v 3 ​ເມື່ອ​ຂ້າ​ນ້ອຍ​ຢ້ານ​ກົວ, ຂ້າ​ນ້ອຍ​ຈະ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ. \v 4 ໃນ​ພ​ຣະ​ເຈົ້າ​ຜູ້​ຊຶ່ງ​ຂ້າ​ນ້ອຍ​ສັນ​ຣະ​ເສີນ - ສຳ​ລັບ​ສິ່ງ​ທີ່ໄດ້ຊົງສັນຍາໄວ້; ຂ້າ​ນ້ອຍ​ໄວ້​ວາງ​ໃຈ ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ; ພຽງ​ແຕ່​ມະ​ນຸດ​ຈະ​ເຮັດ​ຫ​ຍັງ​ຂ້າ​ນ້ອຍ​ໄດ້? \s5 \v 5 ພວກ​ເຂົາ​ຕໍ່​ສູ້​ຖ້ອຍ​ຄຳ​ຂອງ​ຂ້າ​ນ້ອຍ​ຕະ​ຫລອ​ດ​ວັນ​ຍັງ​ຄ່ຳ; ພວກ​ເຂົາ​ຄິດ​ແ​ຕ່​ປອງ​ຮ້າຍ​ຂ້າ​ນ້ອຍ. \v 6 ພວກ​ເຂົາ​ລວ​ມຕົວກັນ, ພວກ​ເຂົາ​​ລີ້​ຈຸ້ມກັນຊອມເບິ່ງສິ່ງທີ່ຂ້າກະທຳ, ແລະ​ພວກເຂົາ​ຕິດ​ຕາມ​ທຸກ​ຂັ້ນ​ຕອນ​ຂອງ​ຂ້າ​ນ້ອນ, ໄດ້​ລໍ​ຖ້າ​ໂອກາດດີທີ່ຈະເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ. \s5 \v 7 ຂໍ​ຢ່​າ​ຊົງ​ໃຫ້​ພວກ​ເຂົາ​ຫນີ​ພົ້ນ​ຈາກ​ການ​ເຮັດ​ຜິດ. ຂ້າ​ແດ່​ພ​ຣະ​ເຈົ້າ, ​ຂໍ​ຊົງ​ໂຍນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ. \v 8 ​ພ​ຣະ​ອົງ​ຊົງຮູ້ວ່າ​ການ​ເດືອດຮ້ອນ​ຕົກຖືກ​ຂ້າ​ນ້ອຍ ແລະ​ເກັບ​ນ້ຳ​ຕາ​ຂອງ​ຂ້າ​ນ້ອຍໄວ້ໃນກວດຂອງພຣະອົງ; ນ້ຳຕານັ້ນບໍ່ໄດ້ຢູ່ໃນບັນທຶກຂອງພຣະອົງບໍ? \s5 \v 9 ​ແລ້ວ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ ຈະ​ຫັນ​ກັບ​ໄປ​ໃນ​ວັນ​ທີ່​ຂ້າ​ນ້ອຍ​ຮ້ອງ​ທູນ​ຕໍ່​ພ​ຣະ​ອົງ; ຂ້າ​ນ້ອຍ​ຮູ້​ເຊັ່ນ​ນີ້​ວ່າ, ພ​ຣະ​ເຈົ້າ​ຊົງ​ຢູ່​ຝ່າຍ​ຂ້າ​ນ້ອຍ. \v 10 ໃນ​ພ​ຣະ​ເຈົ້າ - ຜູ້​ຊຶ່ງ​ຂ້າ​ນ້ອຍ​ສັນ​ຣະ​ເສີນ​ຖ້ອຍ​ຄຳ, ໃນພຣະຢາເວ-ຜູ້ຊຶ່ງຂ້ານ້ອຍສັນຣະເສີນຖ້ອຍຄຳ, \v 11 ໃນ​ພ​ຣະ​ເຈົ້າ​ຂ້າ​ນ້ອຍ​ໄວ​້ວາງ​ໃຈ, ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ. ຜູ້​ໃດ​ຈະ​ເຮັດ​ຫຍັງ​ແກ່​ຂ້າ​ນ້ອຍ​ໄດ້? \s5 \v 12 ຂ້າແດ່ພຣະເຈົ້າ ຫນ້າທີ່ຈະ​ເຮັດ​ຕາມ​ຄຳ​ສັນ​ຍາ​ຂອງ​ຂ້ານ້ອຍ​ທີ່​ມີ​ຕໍ່​ພ​ຣະ​ອົງ​ຢູ່​ທີ່​ຂ້າ​ນ້ອຍ, ຂ້າ​ແດ່ພ​ຣະ​ເຈົ້າ; ຂ້າ​ນ້ອຍ​ຖວາຍ​ເຄື່ອງ​ບູ​ຊາ​ແຫ່ງ​ການ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ. \v 13 ເພາະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຂ້າ​ນ້ອຍ​; ຈາກ​ຄວາມ​ຕາຍ ພ​ຣະ​ອົງ​ໄດ້​ຊົງ​ຮັກ​ສາ​ຕີນ​ຂອງ​ຂ້າ​ນ້ອຍ​ບໍ່​ໃຫ້​ລົ້ມ, ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ດຳ​ເນີນ​ຕໍ່​ຫນ້າ​ພ​ຣະ​ເຈົ້າ​ໃນ​ຄວາມ​ສະຫ​ວ່າງ​ແຫ່ງ​ການ​ມີ​ຊີ​ວິດ. \s5 \c 57 \cl ບົດທີ 57 \p ສຳ​ຫລັບ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ທາ​ຫາດ. ບົດ​ເພງ​ສັ​ນ​ຣະ​ເສີນ​ຂອງ​ດາ​ວິດ. ໃນ​ເວ​ລາ​ທີ່​ເພີ່ນ​ໄດ້​ຫນີ​ຈາກ​ໂຊນ, ​ລີ້ຢູ່​ໃນ​ຖ້ຳ. \v 1 ​ຂ້າ​ແຕ່​ພ​ຣະ​ເຈົ້າ, ຂໍ​ຊົງ​​ເມດຕາ​ຂ້າ​ນ້ອຍ, ຂໍ​ຊົງ​ເມດຕາ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ​ຈົນ​ກວ່າ​ຄວາມ​ທຸກ​ຍາກ​ລຳ​ບາກ​ທັງ​ຫລາຍ​ຜ່ານ​ພົ້ນ​ໄປ. ຂ້າ​ນ້ອຍ​ຢູ່​ພາຍ​ໃຕ້​ປີກ​ແຫ່ງ​ການ​ຄຸ້ມ​ຄອງ​ຂອງ​ພ​ຣະ​ອົງ​ຈົນ​ກວ່າ​ຄວາມ​ຊົ່ວຮ້າຍ​ນີ້​ຜ່ານ​ພົ້ນ​ໄປ. \s5 \v 2 ​ຂ້າ​ນ້ອຍ​ຈະ​ຮ້ອງ​ທູນ​ຕໍ່​ພ​ຣະ​ເຈົ້າ​ຜູ້​ສູງ​ສຸດ ຕໍ່​ພ​ຣະ​ເຈົ້າ​ຜູ້​ຊົງ​ກະ​ທຳ​ທຸກ​ສິ່ງ​ເພື່ອ​ຂ້າ​ນ້ອຍ. \v 3 ​ພ​ຣະ​ອົງ​ຈະ​ຊົງ​ສົ່ງ​ຄວາມ​ຊ່ວຍ​ເຫລືອ​ມາ​ຈາກ​ຟ້າ​ສະ​ຫວັນແລະ​ຊ່ວຍ​ຂ້າ​ນ້ອຍ​ໃຫ້ພົ້ນພັຍ, ພ​ຣະ​ອົງ​ຊົງ​ໃຈ​ຮ້າຍ​ບັນ​ດາ​ຜູ້​ທີ່​ກົດ​ຂີ່​ຂ້າ​ນ້ອຍ. ເສລາ ພ​ຣະ​ເຈົ້າ​ຈະ​ຊົງ​ສົ່ງ​ສາຍ​ຕາ​ແຫ່ງ​ຄວາມ​ຮັກ​ແລະ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ​ມາ​ຍັງ​ຂ້າ​ນ້ອຍ. \s5 \v 4 ​ຊີ​ວິດຂອງ​ຂ້າ​ນ້ອຍ​ຢູ່​ທ່າມ​ກາງ​ເຫລົ່າ​ສິງ; ຂ້າ​ນ້ອຍ​ຢູ່​ທ່າມ​ກາງ​ບັນ​ດາ​ຜູ້​ທີ່​ພ້ອມ​ຈະ​ກັດ​ກິນ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ຢູ່​ທ່າມ​ກາງ​ຜູ້​ຄົນ​ທີ່​ແຂ້ວ​ຂອງ​ເຂົາ​ເປັນ​ຫອກ​ແລະ​ລູກ​ທະ​ນູ, ແລະ​ບັນ​ດາ​ຜູ້​ທີ່​ລີ້ນ​ຂອງ​ເຂົາ​ເປັນ​ດາບ​ຄົມ. \v 5 ຂ້າ​ນ້ອຍ ຂໍ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເຫນືອ​ຟ້າ​ສະ​ຫວັນ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ຢູ່​ເຫນືອ​ທັງ​ແຜ່ນ​ດິນ​ໂລກ. \s5 \v 6 ​ພວກ​ເຂົາ​ກາງ​ຕາ​ຫນ່າງ​ດັກ​ຈັບ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈຶ່ງ​ໄດ້​ທຸກ​ໃຈ. ພວກ​ເຂົາ​ໄດ້​ຂຸດຂຸມ​ພາງ​ໄວ້​ຕໍ່​ຫນ້າ​ຂ້າ​ນ້ອຍ. ແຕ່​ພວກ​ເຂົາ​ກັບ​ຕົກ​ລົງ​ໄປ​ກາງ​ຂຸມ​ນັ້ນເສຍ​ເອງ! ເສລາ \s5 \v 7 ​ຂ້າ​ແດ່​ພ​ຣະ​ເຈົ້າ, ໃຈ​ຂອງ​ຂ້າ​ນ້ອຍ​ຫມັ້ນ​ຄົງ, ໃຈ​ຂອງ​ຂ້າ​ນ້ອຍ​ຫມັ້ນ​ຄົງ​; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ, ແມ່ນ​ແລ້ວ, ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ. \v 8 ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ເອີຍ; ຈົ່ງ​ຕື່ນ​ເຖີດ, ພິນ​ໃຫຍ່​ແລະ​ພິນ​ເຂົາ​ຄູ່; ຈົ່ງ​ຕື່ນ​ເຖີດ ຂ້າ​ນ້ອຍ​ຈະ​ປຸກ​ຕາ​ເວັນ​ໃຫ້​ຕື່ນ​ຂຶ້ນ ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ. \s5 \v 9 ຂ້າ​ນ້ອຍ​ຈະ​ຮ​້ອງ​ສັນ​ຣະ​ເສີນ​ພ​ຣະ​ອົງ​, ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ, ທ່າມ​ກາງ​ຊົນ​ຊາດ​ທັງ​ຫລາຍ; ຂ້າ​ນ້ອຍ​ຈະ​ຍ້ອງ​ຍໍ​ສັນ​ຣະ​ເສີນ​ພ​ຣະ​ອົງ​ທ່າມ​ຊົນ​ຊາດ​ທັງ​ຫລາຍ. \v 10 ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ​ໃຫຍ່​ຍິ່ງ ສູງ​ເຖິງ​ຟ້າ​ສະ​ຫວັນ; ແລະ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ​ສູງ​ເຖິງ​ເມກ. \v 11 ຂ້າ​ແດ່​ພ​ຣະ​ເຈົ້າ​ຂໍ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເຫນືອ​ຟ້າ​ສະ​ຫວັນ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂໍ​ພ​ຣະສະຫງ່າຣາສີຂອງ​ພ​ຣະ​ອົງ​ເປັນ​ທີ່​ຍົກ​ຍ້ອງ​ເຫນືອ​ທົ່ວທັງ​ແຜ່ນ​ດິນ​ໂລກ. \s5 \c 58 \cl ບົດທີ 58 \d ສຳ​ຫລັບ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ທາ​ເດດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \p \v 1 ​ພວກ​ທ່ານ​ທີ່​ເປັນ​ຜູ້​ປົກ​ຄອງ​ເວົ້າ​ຢ່າງ​ຊອບ​ທັມບໍ່? ທ່ານ​ພິ​ພາກ​ສາ​ປະ​ຊາ​ຊົນ​ຢ່າງ​ທ່ຽງ​ທັມ​ບໍ່? \v 2 ບໍ່​ເລີຍ ທ່ານ​ກະ​ທຳ​ການ​ຊົ່ວ​ຢູ່​ໃນ​ໃຈ​ຂອງ​ທ່ານ; ທ່ານ​ປ່ອຍ​ການ​ທາ​ຣຸນ​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ດ້ວຍ​ມື​ຂອງ​ທ່ານ. \s5 \v 3 ຄົນ​ຊົ່ວ​ກໍ​ເຮັດ​ຜິດ​ມາ​ຕະ​ຫລອດ​ແມ່ນຕອນ​ທີ່​ພວກ​ເຂົາ​ຍັງ​ຢູ່​ໃນ​ທ້ອງ; ພວກ​ເຂົາ​ເຮັດ​ຜິດ​ໄປ​ແລະ​ເວົ້າ​ຂີ້​ຕົວະ​ມາ​ແຕ່​ເກີດ. \v 4 ພິດ​ຂອງ​ພວກ​ເຂົາ​ເປັນ​ດັ່ງ​ພິດ​ງູ; ພວກ​ເຂົາ​ເປັນ​ດັ່ງ​ງູ​ພິດ​ຫູ​ຫນວກ​ທີ່​ປິດ​ຫູ​ຂອງ​ມັນ, \v 5 ທີ່​ບໍ່​ໃສ່​່ໃຈ​ຕໍ່​ສຽງ​ຂອງ​ຫມໍ​ງູ ບໍ່​ວ່າ​ພວກ​ເຂົາ​ຈະ​ມີ​ຄວາມ​ຊ່ຽວ​ຊານ​ພຽງ​ໃດ, ຂ້າ​ແດ່​ພ​ຣະ​ເຈົ້າ. \s5 \v 6 ​ຂໍ​ຊົງ​ຫັກ​ແຂ້ວ​ໃນ​ປາກ​ຂອງ​ພວກ​ເຂົາ, ພ​ຣະ​ເຈົ້າ; ຂໍ​ຊົງ​ຫັກ​ແຂ້ວ​ໃຫຍ່​ຂອງ​ສິງ​ຫນຸ່ມ, ຂ້າ​ແດ່​ພ​ຣະ​ຢາ​ເວ. \v 7 ຂໍ​ໃຫ້​ເຂົາ​ທັງ​ຫລາຍ​ສະ​ຫລາຍ​ໄປ​ດັ່ງ​ນ້ຳ​ທີ່​ໄຫລ​ອອກ; ເມື່ອ​ພວກ​ເຂົາ​ຍິງ​ລູກ​ທະ​ນູ​ຂອງ​ພວກ​ເຂົາ​ອອກ​ໄປ, ຂໍ​ໃຫ້​ມັນ​ເປັນ​ດັ່ງ​ລູກ​ທະ​ນູ​ທີ່​ໄຮ້​ປະ​ໂຫຍດ. \v 8 ຂໍ​ໃຫ້​ເຂົາ​ດັ່ງ​ຫອຍ​ທາກ​ທີ່​ສະຫ​ລາຍ​ແລະ​ຕາຍ​ໄປ, ດ​ັ່ງ​ເດັກ​ແຮກ​ເກີດ​ທີ່​ຍັງ​ບໍ່​ເຖິງ​ກຳ​ຫນົດ​ເກີດ​ຂອງ​ຜູ້​ຍິງ​ຄົນ​ຫນຶ່ງ​ທີ່​ບໍ່​ເຄີຍ​ໄດ້​ເຫັນ​ແສງ​ຕາເວັນ. \s5 \v 9 ​ກ່ອນ​ທີ່​ຫມໍ້​ຂອງ​ເຈົ້າ​ຮູ້​ສຶກ​ຮ້ອນ​ຈາກ​ເປວ​ໄຟ​ທີ່​ໄຫມ້​ຕົ້ນ​ຫນາມ, ທັງ​ຫນາມ​ສົດ​ແລະ​ຫນາມ​ທີ່​ໄຫມ້​ເປັນເ​ເປວ​ໄຟ, ພ​ຣະ​ອົງ​ກໍ​ຈະ​ຊົງ​ໂກດ​ຮ້າຍ​ເຂົາ​ໄປ​ດ້ວຍ​ພາ​ຍຸ​ຫມຸນ. \v 10 ຄົນ​ຊອບ​ທັມ​ຈະ​ຍິນ​ດີ​ເມື່ອ​ເຂົາ​ເຫັນ​ການ​ແກ້​ແຄ້ນ​ຂອງ​ພ​ຣະ​ເຈົ້າ; ເຂົາ​ຈະ​ລ້າງ​ຕີນ​ຂອງ​ເຂົາ​ໃນ​ເລືອດ​ຂອງ​ຄົນ​ຊົ່ວ, \v 11 ດັ່ງ​ນັ້ນ​ຄົນ​ເຫລົ່າ​ນັ້ນ​ຈະ​ກ່​າວ​ວ່າ, "ມີ​ບຳ​ເຫນັດ​, ສຳ​ຫລັບ​ຄົນ​ຊອບ​ທັມ; ມີ​ພ​ຣະ​ເຈົ້າ​ຜູ້​ຊົງ​ພິ​ພາກ​ສາ​ແຜ່ນ​ດິນ​ໂລກ." \s5 \c 59 \cl ບົດທີ 59 \p \v 1 ຂ້າແດ່ພຣະເຈົ້າ, ຂອງຂ້ານ້ອຍ ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ຕັ້ງ​ຂ້າ​ນ້​ອຍ​ໄວ້​ເທິງ​ທີ່​ສູງ​ໄກ​ຈາກ​ບັນ​ດາ​ຜູ້​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ນ້ອຍ \v 2 ຂໍ​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໃຫ້​ປອດ​ພັຍ​ຈາກ​ບັນ​ດາ​ຜູ້​ເຮັ​ດ​ຜິດ​ບາບ ແລະ​ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ຄົນ​​ທີ່ຫີວ​ເລືອດ. \s5 \v 3 ​ເບິ່ງ​ເຖີດ, ເພາະ​ພວກ​ເຂົາ​ລັກ​ຊຸ້ມ​ຖ້າ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ. ພວກ​ຄົນ​ເຮັດ​ຊົ່ວ​ທີ່​ມີ​ອຳ​ນາດ​ຮ່ວມ​ຫົວ​ກັນ​ຕໍ່​ສູ້​ຂ້າ​ນ້ອຍ, ແຕ່​ບໍ່​ແມ່ນ​ເພາະ​ເຫດ​ການ​ບາບ​ຂອງ​ຂ້າ​ນ້ອຍ​ຫລື​ຄວາມ​ຜິດຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ. \v 4 ພວກ​ເຂົາ​ຕຽມ​ແລ່ນ​ໃສ່​ຂ້າ​ນ້ອຍ​ແມ່ນວ່າ​ຂ້າ​ນ້ອຍ​ບໍ່​ມີ​ຄວາມ​ຜິດ; ຂໍ​ຊົງ​ຕື່ນ​ຂຶ້ນ​ແລະ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ແລະ​ຊົງ​ຫລຽວເບິ່ງ. \s5 \v 5 ​ຂ້າ​ແດ່, ​ພ​ຣະຢາ​ເວ​ພ​ຣະ​ເຈົ້າ​ອົງ​ຈອມໂຍທາ​ຜູ້​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ອິ​ສະ​ຣາ​ເອນ, ຂໍ​ຊົງ​ລຸກ​ຂຶ້ນ​ແລະ​ລົງ​ໂທດ​ບັນ​ດາ​ຊົນ​ຊາດ​ທັງ​ຫມົດ; ຂໍ​ຢ່າ​ຊົງເມດຕາ​ຕໍ່​ບັນ​ດາ​ຄົນທໍຣະຍົດທີ່​ຊົ່ວ​ຮ້າຍ​ຄົນ​ໃດ​ເລີຍ. ເສ​ລາ \s5 \v 6 ພວກ​ເຂົາ​ກັບ​ມາ​ໃນ​ຕອນ​ເເລງ, ພວກ​ເຂົາ​ເຫົ່າ​ຫ​ອນ​ຄື​ຫມາ​ແລະ​ເລາະ​ໄປ​ຮອບ​ເມືອງ. \v 7 ເບິ່ງ​ເຖີດ, ພວກ​ເຂົາ​ເວົ້າ​ບໍ່​ມ່ວນ​ອອກ​ມາ​ດ້ວຍ​ປາກ​ຂອງ​ພວກ​ເຂົາ; ດາບ​ກໍ​ຢູ່​ໃນ​ຮິມ​ສົບປາກ​ຂອງ​ພວກ​ເຂົາ, ເພາະ​ພວກ​ເຂົາ​ເວົ້າ​ວ່າ, "ໃຜ​ຈະ​ໄດ້​ຍິນ​ພວກ​ເຮົາ?" \s5 \v 8 ຂ້າ​ແດ່​ພ​ຣະ​ອົງ, ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ຫົວ​ຂວັນ​ພວກ​ເຂົາ, ພ​ຣະ​ອົງ​ຊົງ​ຫົວ​ເຍາະ​ເຍີ້ຍ​ບັນ​ດາ​ຊົນ​ຊາດ​ທັງ​ຫມົດ. \v 9 ຂ້າ​ແດ່​ພ​ຣະ​ເຈົ້າ, ພຣະອົງຊົງເປັນກຳ​ລັງ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ເຝົ້າ​ເບິ່ງ​ພ​ຣະ​ອົງ ພ​ຣະ​ອົງ​ຊົງ​ເປັນ​ປ້ອມ​ປ້ອງກັນ​ທີ່​ສ​ູງ​ຂອງ​ຂ້າ​ນ້ອຍ. \s5 \v 10 ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ ຈະ​ຊົງ​ມາ​ພົບ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອ​ງ​ພ​ຣະ​ອົງ; ພ​ຣະ​ເຈົ້າຈະ​ຊົງ​ໃຫ້​ຂ້າ​ນ້ອຍ​ເບິ່ງ​ເຫັນ​ຄວາມ​ປຣາ​ຖ​ນາ​ຂອງ​ຂ້າ​ນ້ອຍ ​ຢູ່​ເທິງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ. ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຜູ້​ຊົງ​ເປັນ​ໂລ້​ຂ​ອງ​ຂ້າ​ນ້ອຍ​ທັງ​ຫລາຍ \v 11 ຂໍ​ຢ່າ​ຊົງ​ສັງ​ຫານ​ພວກ​ເຂົາເສຍ, ຫລືຢ້ານວ່າ​ຊົນ​ຊາດ​ຂອງ​ຂ້າ​ນ້ອຍ​ຈະ​ລືມ. ຂໍ​ຊົງ​ໃຫ້​ພວກ​ເຂົາ​ກະ​ແຈກ​ກະ​ຈາຍ​ໄປ​ດ້ວຍ​ພະ​ລັງ​ອຳ​ນາດ​ຂອງ​ພ​ຣະ​ອົງ​ ແລະ​ຊົງ​ໃຫ້​ພວກ​ເຂົາ​ລົ້ມ​ລົງ. \s5 \v 12 ​ເພາະ​ບາບ​ຈາ​ກປາກ​ຂອງ​ພວກ​ເຂົາ ແລະ​ເພາະ​ຖ້ອຍ​ຄຳ​ຈາກ​ຮີມ​ສົບປາກ​ຂອງ​ພວກ​ເຂົາ, ຂໍ​ຊົງ​ໃຫ້​ພວກ​ເຂົາ​ຕິດ​ກັ​ບ​ໂດຍ​ຄວາມ​ໂອ້ອວດ​ຂອງ​ພວກ​ເຂົາ, ແລະ​ເພາະ​ບັນ​ດາ​ການ​ແຊ່ງ​ສາບ​ແລະ​ການ​ຂີ້​ຕົວະ​ພວກ​ເຂົາ​ເປັ່ງ​ອອກ​ມາ​ນັ້ນ. \v 13 ຂໍ​ຊົງ​ເຜົາຜານ​ພ​ວກ​ເຂົາໂດຍ​ຄວາມ​ໃຈ​ຮ້າຍ, ຂໍ​ຊົງ​ເຜົາຜານ​ພວກ​ເຂົາ​ຈົນ​ພວກ​ເຂົາ​ຈະ​ບໍ່​ມີ​ເຫລືອອີກ​ຕໍ່​ໄປ; ຂໍ​ຊົງ​ໃຫ້​ພວກ​ເຂົາ​ຮູ້​ວ່າ​ພ​ຣະ​ເຈົ້າ​ຊົງ​ປົກ​ຄອງ​ເຫນືອ​ຢາ​ໂຄບ​ແລະ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ. ເສ ລາ \s5 \v 14 ​ພວກ​ເຂົາ​ກັບ​ມາ​ໃນ​ຕອນ​ແລງ, ພວກ​ເຂົາ​ເຫົ່າ​ຫອນ​ຄື​ຫມາ​ແລະ​ເລາະ​ໄປ​ຮອບ​ເມືອງ. \v 15 ເຂົາ​ເລາະລຽບ​ເບິ່ງ​ຫາ​ອາ​ຫານ ແລະ​ຖ້າ​ພວກ​ເຂົາ​ບໍ່​ໄດ້​ກິນ​ອີ່ມ​ກໍ​ຂູ່​ເຫົ່າ​ເຫມືອນຫມາ. \s5 \v 16 ​ແຕ່​ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ເຖິງ​ພ​ຣະ​ກຳ​ລັງ​ຂອງ​ພ​ຣະ​ອົງ, ແລະ​ໃນ​ຍາມ​ເຊົ້າ ຂ້າ​ນ້ອຍ​ຈະ​ຮ​້ອງ​ເພງ​ກ່ຽວ​ກັບ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ ເພາະ​ພ​ຣະ​ອົງ​ຊົງ​ເປັນ​ປ້ອມ​ປ້ອງ​ກັນ​ທີ່​ສູງ​ຂອງ​ຂ້າ​ນ້ອຍ​ແລະ​ຊົງ​ເປັນ​ທີ່​ລີ້​ພັຍ​ໃນ​ວັນ​ແຫ່ງ​ຄວາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ. \v 17 ຂ້າ​ແຕ່, ​ພ​ຣະ​ກຳ​ລັງ​ຂອງ​ພ​ຣະ​ອົງ, ຂ້ານ​້ອຍ​ຈະ​ຮ​້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ ເພາະ​ພ​ຣະ​ເຈົ້າ​ຊົງ​ເປັນ​ປ້ອມ​ປ້ອງກັນ​ທີ່​ສູງ, ຊົງ​ເປັນ​ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ຂ້າ​ນ້ອຍ. \s5 \c 60 \cl ບົດທີ 60 \p \v 1 ສຳ​ຫລັບ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ຊູ​ຊານ ອີ​ດົບ. ຄຳ​ແນ​ະ​ນຳ​ຂອງ​ດາວ​ິດ, ເພື່​ອການ​​ສັ່ງ​ສອນ. ໃນ​ເວ​ລາ​ທີ່​ລາວ​ໄດ້​ຕໍ່​ສູ້​ກັບ ອາ​ລາມ ນາ​ຮາ​ລຽມ ແລະກັບ ອາ​ລາມ ໂຊ​ບາ, ແລະ ຈອດ ກັບ​ມາ​ແລະ​ຂ້າ​ສິບ​ສອງ​ພັນ​ຄົນ​ທີ່​ຮ່ອມ​ພູ​ເກືອ. ​ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ຊົງ​ປະຖິ້ມ​ຂ້າ​ນ້ອຍ​ທັງ​ຫລາຍ; ພ​ຣະ​ອົງ​ຊົງ​ທຳລາຍ​ແນວ​ປ້ອງ​ກັນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ; ດ້ວຍ​ຄວາມ​ໃຈ​ຮ້າຍ; ຟື້ນ​ຄືນ​ຂ້າ​ນ້ອຍ​ຂື້ນ​ໃຫມ່. \s5 \v 2 ​ພ​ຣະ​ອົງ​ໄດ້ໂກດ​ຮ້າຍພວກຂ້ານ້ອຍ; ຂໍ​ຊົງ​ຮື້ຟື້ນ​ຂ້າ​ນ້ອຍ​ທັງ​ຫລາຍ​ອີກ​ຄັ້ງ​ເຖີດ; ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ແຜ່ນ​ດິນ​ສັ່ນ​ສະ​ເທືອນ, ພ​ຣະ​ອົງ​ໄດ້​ຊົງ​ຈີກ​ມັນ​ອອກ​ຈາກ​ກັນ ຂໍ​ຊົງ​ຮັກ​ສາ​ຮອຍ​ແຍກ​ນັ້ນ​ເຖີດ ເພາະ​ມັນ​ສັ່ນ​ສະ​ເທືອນ. \v 3 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ປະ​ຊາ​ຊົນ​​ຂອງ​ພ​ຣະ​ອົງ​ເຫັນ​ບັນ​ດາ​ສິ່ງ​ທີ່ຍາກ​ລຳ​ບາກ; ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ດື່ມ​ເຫລົ້າ​ອະ​ງຸ່ນ​ແຫ່ງ​ຄວາມ​ໂຊເຊ. \s5 \v 4 ສຳລັບບັນດາຜູ້ທີ່ຖວາຍກຽຕແດ່ພຣະອົງ, ພ​ຣະ​ອົງ​ຊົງ​ຕັ້ງ​ທຸງ​ຫນຶ່ງ​ໄວ້​ເພື່ອ​ສະ​ແດງ​ເຖິງ​ການ​ຕໍ່​ຕ້ານ​ບັນ​ດາ​ຜູ້​ຖື​ທະ​ນູ. ເສລາ \v 5 ເພື່ອ​ບັນ​ດາ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ​ຈະ​ໄດ​້​ຮັບ​ການ​ຊ່ວຍ​ກູ້, ຂໍ​ຊົງ​ຊ່ວຍ​ເຫລືອຂ້າ​ນ້ອຍ​ທັງ​ຫລາຍ​ດ້ວຍ​ມື​ຂວາ​ຂອງ​ພ​ຣະ​ອົງ​ແລະ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ. \s5 \v 6 ​ພ​ຣະ​ເຈ້າ​ກ່າວ​ດ້ວຍ​ຄວາມ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງວ່າ, "ເຮົາ​ຈະ​ຍິນ​ດີ; ເຮົາ​ຈະ​ແບ່ງ​ເມືອງ ​ຊີ​ເຄມ ແລະ​ແບ່ງ​ຮ່ອມ​ພູ​ເຂົາ ​ເມືອງ​ສຸ​ໂຄດອອກ. \v 7 ກີ​ເລ​ອາດ​ເປັນ​ຂອງ​ເຮົາ ແລະ​ມາ​ນາ​ເຊ​ເປັນ​ຂອງ​ເຮົາ; ເອ​ຟ​ຣາ​ອິມ​ກໍ​ເປັນ​ຫມວກ​ປ້ອງ​ກັນ​ຫົວ​ຂອງ​ເຮົາ; ຢູ​ດາຍ​ເປັນ​ຕະ​ບອງແຫ່ງຣາຊອຳນາດ​ຂອງ​ເຮົາ. \s5 \v 8 ໂມ​ອາບ​ເປັນ​ອ່າງ​ລ້າງ​ສ່ວຍ​ຂອງ​ເຮົາ; ເຮົາ​ໂຍນ​ເກີບ​ຂອ​ງ​ເຮົາ​ລົງ​ເທິງ​ເອ​ໂດມ; ເຮົາ​ຈະ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ມີ​ຊັຍ​ເຫນືອ​ຟີ​ລິ​ສະ​ຕິນ." \v 9 ຜູ້​ໃດ​ຈະ​ນຳ​ຂ້າ​ນ້ອຍ​ເຂົ້າ​ໄປ​ຍັງ​ເມືອງ​ທີ່​ແຂງ​ແກ່ນ? ຜູ້​ໃດ​ຈະ​ນຳ​ຂ້າ​ນ້ອຍ​ໄປ​ຍັງ​ເອ​ໂດມ? \s5 \v 10 ຂ້າ​ແດ່​ພ​ຣະ​ເຈົ້າ ແຕ່​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ປະ​ຕິ​ເສດ​ຂ້າ​ນ້ອຍ​ທັງ​ຫລາຍ​ແລ້ວ​ບໍ? ພ​ຣະ​ອົງຈະ​ບໍ່​ຊົງ​ໄປ​ຮົບ​ກັບ​ກອງ​ທັບ​ຂອງ​ພວກຂ້າ​ນ້ອຍ​ທັງ​ຫລາຍອີກບໍ?. \v 11 ຂໍ​ຊົງໂຜດ​ປຣະ​ທານ​ຄວາມ​ຊ່ວຍ​ເຫລືອ​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ຕໍ່​ຕ້ານ​ສັດ​ຕຣູ, ເພາະ​ຄວາມ​ຊ່ວຍ​ເຫລືອ​ຂອງ​ມະ​ນຸດ​ໃຊ້ການ​ຫຍັງບໍ່ໄດ້. \v 12 ເຮົາ​ຈະ​ມີ​ຊັຍ​ຊະ​ນະ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພ​ຣະ​ເຈົ້າ; ພ​ຣະ​ອົງ​ຈະ​ຊົງ​ຢຽບ​ພວກ​ສັດ​ຕຣູ​ຂອງ​ເຮົາ​ລົງ. \s5 \c 61 \cl ບົດທີ 61 \p \v 1 ສຳ​ລັບ​ນັກ​ດົນ​ຕຣີ; ກ່ຽວ​ກັບ​ເຄື່ອງ​ຫລິ້ນ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. ຂໍ​ຊົງ​ຟັງ​ສຽງ​ຮ້ອງຫາຂອງ​ຂ້າ​ນ້ອຍ, ​ຂ້າ​ແດ່​ພ​ຣະ​ເຈົ້າ; ຂໍ​ຊົງ​ຟັງ​ຄຳພາວັນນາ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ. \v 2 ຂ້າ​ນ້ອຍ​ຈະ​ຮ້ອງຫາພ​ຣະ​ອົງ​ຈາກ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ເມື່ອ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ອ່ອນ​ແຮງ​ໄປ; ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ຍັງໂງ່ນ​ຫີນ​ທີ່​ສູງກວ່າ​ຂ້າ​ນ້ອຍ. \v 3 ເພາະ​ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ສຳ​ລັບ​ຂ້າ​ນ້ອຍ, ຊົງ​ເປັນ​ຫໍ​ຄອຍ​ແຂ​ງ​ແກ່ນ​ຈາກ​ສັດ​ຕຣູ​ພວກ​ນັ້ນ. \s5 \v 4 ຂໍ​ໃຫ້​ຂ້າ​ນ້ອຍ​​ຢູ່ໃນພຣະວິຫານຂອງພຣະອົງເປັນນິດ, ຂໍໃຫ້ຂ້ານ້ອຍລີ້ພັຍຢູ່​ພາຍ​ໃຕ້​ທີ່​ກຳ​ບັງ​ແຫ່ງ​ປີກ​ຂອງ​ພ​ຣະ​ອົງ. ເສລາ \v 5 ຂ້າ​ແດ່​ພ​ຣະ​ເຈົ້າ, ເພາະ​ພ​ຣະ​ອົງ​ຊົງ​ຟັງ​ຄຳ​ສັນຍາ​ຂອງ​ຂ້າ​ນ້ອຍ, ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ມໍ​ຣະ​ດົກ​ຂອງ​ຜູ້​ທີ່​ຍົກ​ຍ້ອງ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. \s5 \v 6 ​ພ​ຣະ​ອົງ​ຈະ​ຊົງຕື່ມ​ອາ​ຍຸ​ຍືນ​ຍາວ​ຂອງ​ພ​ະ​ຣາ​ຊາ; ປີ​ເດື​ອນ​ຂອງ​ທ່ານ​ຈະ​ຍືນ​ນານ​ໄປ​ຫລາຍ​ຊົ່ວ​ອາ​ຍຸ. \v 7 ທ່ານ​ຈະ​ດຳ​ຣົງ​ຢູ່​ຊ້ອງຫນ້າ​​ຂອງ​ພ​ຣະ​ເຈົ້າ​ເປັນ​ນິ​ຣັນ. \s5 \v 8 ​ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ເປັນ​ນິ​ດ ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ເຮັດ​ຕາມ​ຄຳສັນຍາ​ຂອງ​ຂ້າ​ນ້ອຍ​ທຸກ​ວັນ. \s5 \c 62 \cl ບົດທີ 62 \p \v 1 ສຳ​ລັບ​ນັກ​ດົນ​ຕຣີ; ຫລັງ​ຈາກ​ລັກ​ສະ​ນະ​ຂອງ ​ຂ້າ​ນ້ອຍ​ສະ​ງົບ​ຄອຍ​ພຣະ​ເຈົ້າ​ເທົ່າ​ນັ້ນ; ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ​ມາ​ຈາກ​ພ​ຣະ​ອົງ \v 2 ພ​ຣະ​ອົງ​ເທົ່າ​ນັ້ນ​ຊົງເ​ປັນ​ສີລາ​ແຫ່ງຄວາມ​ພົ້ນຂອງ​ຂ້າ​ນ້ອຍ​ຊົງ​ເປັນ​ປ້ອມ​ປ້ອງ​ກັນ​ທີ່​ສູງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນ​ໄຫວ​ເລີຍ. \s5 \v 3 ດົນນານ​ປາ​ນໃດ​, ພວກ​ເຈົ້າ​ທັງ​ຫມົດ, ​ຈະ​ໂຈມ​ຕີ​ຄົນ​ຫນຶ່ງ​, ຈົນ​ເຈົ້າ​ສາ​ມາດ​ຈັບ​ເຂົາ​ລົງ​ດັ່ງ​ກຳ​ແພງ​ທີ່​ເພ​ພັງ? \v 4 ພວກ​ເຂົາ​ປຶກ​ສາ​ກັບ​ທ່ານ​ ພຽງ​ເພື່ອ​ຈະ​ພາ​ທ່ານ​ລົງ​ມາ​ຈາກ​ຕຳ​ແຫນ່ງ​ອັນ​ຊົງ​ກຽຕ​ຂອງ​ທ່ານ; ພ​ວກ​ເຂົາ​ຮັກ​ໃນ​ການ​ເຫລົ່າ​ເລື່ອງ​ຂີ້​ຕົວະ, ພວກ​ເຂົາ​ອວຍ​ພອນ​ທ່ານ​ດ້ວຍ​ປາກ​ຂອງ​ພວກ​ເຂົາ ແຕ່​ໃນ​ໃຈ​ຂອງ​ພວກ​ເຂົາ ພວກ​ເຂົາ​ປ້ອຍ​ດ່າ​ທ່ານ. ເສລາ \s5 \v 5 ​ຂ້າ​ນ້ອຍ​ສະ​ງົບ​ຄອຍພ​ຣະ​ເຈົ້າ​ເທົ່າ​ນັ້ນ; ເພາະ​ຄວາມ​ຫວັງ​ຂອງ​ນ້ອຍ​ຕັ້ງ​ຫມັ້ນຢູ່​ເທິງ​ພ​ຣະ​ອົງ. \v 6 ພ​ຣະ​ອົງ​ເທົ່າ​ນັ້​ນ​ຊົງ​ເປັນ​ສີລາ​ແລະ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ຊົງ​ເປັນ​ປ້ອມ​ປ້ອງກັນນ​ທີ່​ສູງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນ​ໄຫວ. \s5 \v 7 ​ດ້ວຍ​ພ​ຣະ​ເຈົ້າ​ຊົງ​ເປັນ​ຄວາມ​ພົ້ນ​ແລະ​ກຽຕ​ຂອງ​ຂ້າ​ນ້ອຍ; ສີລາ​ແຫ່ງ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ແລະ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ​ຢູ່​ໃນ​ພ​ຣະ​ເຈົ້າ ປະ​ຊາ​ຊົນ​ເອີຍ. \v 8 ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ອົງ​ຕະ​ຫລອດ​ເວ​ລາ, ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ, ຈົ່ງ​ລະ​ບາຍ​ຄວາມ​ໃນ​ໃຈ​ຂອງ​ທ່ານ​ຕໍ່​ພ​ຣະ​ອົງ; ພ​ຣະ​ເຈົ້າ​ຊົງ​ເປັນ​ທີ່​ລີ້​ພັຍ​ສຳ​ລັບ​ເຮົາ. ເສລາ \s5 \v 9 ​ແນ່ນອນ ບັນ​ດາ​ຄົນ​ຖາ​ນະ​ຕ່ຳ​ກໍອາ​ນິ​ຈັງ ບັນ​ດາ​ຄົນ​ຖາ​ນະ​ສູງ​ກໍ​ເປັນ​ເລື່ອງ​ບໍ່​ຈິງ; ພວກ​ເຂົາ​ແທບ​ບໍ່​ມີ​ນ້ຳ​ຫນັກ​ເລີຍ​ເທິງ​ຕາ​ຊັ່ງ; ເມື່ອ​ໄດ້​ຊັ່ງ​ພ້ອ​ມ​ກັນ, ພວກ​ເຂົາ​ກໍ​ເບົາ​ກ່າວ​ລົມຫາຍໃຈ. \v 10 ຢ່າວາງ​ໃຈ​ໃນ​ການ​ບີບ​ບັງ​ຄັບ​ຫລື​ການ​ປຸ້ນ; ແລະ​ຢ່າ​ຫວັງລົມໆ ແລ້ງໆ, ໃນ​ຄວາມ​ລຳ້​ລວຍ​ເພາະ​ສິ່ງ​ເຫລົ່າ​ນັ້ນ​ຈະ​ບໍ່​ເກ​ີ​ດ​ຜົນ; ຢ່າ​ປັກ​ໃຈ​ຂອງ​ເຈົ້າ​ເທິງ​ສິ່ງ​ເຫລົ່າ​ນັ້ນ. \s5 \v 11 ​ພ​ຣ​ະ​ເຈົ້າ​ໄດ້​ກ່າວ​ວ່າ, ຂ້າ​ນ້ອຍ​ໄດ້​ຍິນ​ພຣະເຈົ້າກາ່ວ​ຫລາຍກວ່າຫນຶ່ງຄັ້ງ: ​ວ່າ​ຣິດ​ອຳ​ນາດ​ເປັນ​ຂອງ​ພ​ຣະ​ເຈົ້າ. \v 12 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ເປັນ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ຊົງ​ຕອບ​ແທນ​ທຸກ​ຄົນ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າໄດ້​ເຮັດ​ໄວ້. \s5 \c 63 \cl ບົດທີ 63 \p \v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ, ໃນ​ເວ​ລາ​ທີ່​ເພີ່ນ​ກຳ​ລັງ​ຢູ່​ໃນ​ຄວາມ​ມືດ​ມິດ​ຂອງ​ຍູ​ດາ. ຂ້າແດ່ພຣະເຈົ້າ, ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ຂ້າ​ນ້ອຍ​ຈະ​ສະ​ແຫວງ​ຫາ​ພ​ຣະ​ອົງ​ຢ່າງ​ຮ້ອນ​ຮົນ, ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກະ​ຫາຍ​ຫາ​ພ​ຣະ​ອົງ, ແລະ​ເນື້ອ​ຫນັງ​ຂອງ​ຂ້າ​ນ້ອຍ​ປຣາ​ຖນາ​ຫາ​ພ​ຣະ​ອົງ​ໃນ​ດິນ​ແດນ​ທີ່​ແຫ້ງ​ແລ້ງ​ແລະ​ອ່ອນ​ລ້າ​ທີ່​ຂາດ​ນ້ຳລໍ່ລ້ຽງ. \v 2 ດັ່ງ​ນັ້ນ ຂ້າ​ນ້ອຍ​ຈຶ່ງ​ໄດ້​ຫລຽວເບິ່ງ​ພ​ຣະ​ອົງ​ໃນ​ພຣະວິຫານ​ເພື່ອ​ເຫັນ​ຣິດ​ອໍາ​ນາດ​ແລະ​ພ​ຣະ​ສະຫງ່າຣາສີ​ຂ​ອງ​ພ​ຣະ​ອົງ. \s5 \v 3 ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄ​ຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດີກວ່າ​ຊີ​ວິດ, ຮີມສົບປາກ​ຂອງ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ. \v 4 ເຊັ່ນ​ນັ້ນ​ແຫລະ ຂ້າ​ນ້ອຍ​ຈະ​ຖວາຍ​ຄຳ​ໂມ​ທະ​ນາ​ແດ່​ພ​ຣະ​ອົງ​ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ມີ​ຊີ​ວິດ​ຢູ່; ​ຂ້າ​ນ້ອຍ​ຈະ​ຊູ​ມື​ຂອງ​ຂ​້າ​ນ້ອຍ​ໃນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. \s5 \v 5 ຊຶ່ງຈະເປັນເຫມືອນຂ້ານ້ອຍ ໄດ້ກິນມື້ທີ່ມີໄຂກະດູກແລະໄຂມັນ; ຮີມສົບ​ປາກ​ຂອງ​ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ຄວາມ​ຊື່ນ​ບານ, \v 6 ເມື່ອ​ຂ້າ​ນ້ອຍ​ລະ​ນຶກ​ເຖິງ​ພ​ຣະ​ອົງ,​ໃນ​ຂະ​ນະ​ທີ່​ຢູ່​ເທິງ​ທີ່ນອນ​ແລະ​ຄິດ​ເຖິງ​ພ​ຣະ​ອົງ​ຕະຫລອດທັງ​ຄືນ. \s5 \v 7 ​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ເປັນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ, ແລະ​ຂ້າ​ນ້ອຍ​ຈະຊື່ນຊົມ​ຍິນ​ດີ​ພາຍ​ໃຕ້​ຮົ່ມ​ປີກ​ຂອງ​ພ​ຣະ​ອົງ. \v 8 ຂ້າ​ນ້ອຍ​ຕິດ​ພັນຢູ່​ກັບ​ພ​ຣະ​ອົງ; ມື​ຂວາ​ຂອງ​ພ​ຣະ​ອົງ​ຊົງ​ຮັກສາຂ້າ​ນ້ອຍໄວ້ໃຫ້ປອດພັຍ. \s5 \v 9 ​ແຕ່​ບັນ​ດາ​ຜູ້​ທີ່​ຫາ​ທາງ​ທຳ​ລາຍ​ຊີ​ວິດ​ຂອງ​ຂ້​າ​ນ້ອຍ​ຈະ​ລົງ​ໄປ​ຍັງທີ່ເລິກ​ຂ​ອງ​ແຜ່ນ​ດິນ​ໂລກ; \v 10 ພວກ​ເຂົາ​ຈະ​ຖືກມອບ​ໃຫ້​ແກ່​ບັນ​ດາ​ພວກ​ທີ່​ມື​ຂອງ​ພວກ​ເຂົາ​ຖື​ດາບ, ແລະ​ພວ​ກ​ເຂົາ​ຈະ​ກາຍ​ເປັນ​ອາ​ຫານ​ຂອງ​ພວກ​ຫມາ​ຈິ້ງ​ຈອກ. \s5 \v 11 ​ແຕ່​ພ​ະ​ຣາ​ຊາ​ຈະ​ຊົງ​ຍິນ​ດີ​ໃນ​ພ​ຣະ​ເຈົ້າ, ທຸກ​ຄົນ​ທີ່​ສາ​ບານ​ໂດຍ​ອ້າງ​ພ​ຣະ​ເຈົ້າ​ຈະ​ພາກ​ພູ​ມໃຈ​ໃນ​ພ​ຣະ​ອົງ, ແຕ່​ປາກ​ຂອງ​ບັນ​ດາ​ຄົນ​ເວົ້າ​ຂີ້​ຕ​ົວະ​ຈະ​ຖືກ​ງັບໄວ້. \s5 \c 64 \cl ບົດທີ 64 \p ສຳ​ລັບ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂໍ​ຊົງ​ຟັງສຽງ​ຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ຟັງ​ສຽງ​ຮ້ອງ​ທຸກ​ຂອງ​ຂ້າ​ນ້ອຍ; ຂໍໍ​ຊົງ​ປົກ​ປ້ອງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄວ້​ຈາກ​ຄວາມ​ຢ້ານ​ກົວ​ພວກ​ສັດ​ຕຣູຂອງ​ຂ້າ​ນ້ອຍ. \v 2 ຂໍ​ຊົງ​ເຊື່ອງ​ຂ້າ​ນ້ອຍ​ໄວ້​ຈາກ​ການ​ວາງ​ແຜນ​ລັບ​ຂອງ​ພວກ​ຄົນ​ເຮັດ​ຊົ່ວ, ຈາກ​ການ​ເຈ​ຣະ​ຈາ​ຂອງ​ບັນ​ດາ​ຜູ້​ເຮັດ​ຄວາມ​ຜິດ​ບາບ. \s5 \v 3 ​ພວກ​ເຂົາ​ໄດ້​ຝຶກ​ຝົນລິ້ນ​ຂອງ​ພວກ​ເຂົາ​ຄົມ​ດັ່ງ​ດາບ; ພວກ​ເຂົາ​ໄດ້​ເອົາ​ຄຳ​ຂົມ​ຂຶ່ນ​ເລັງມາ​ຢ່າງ​ລູກ​ທະ​ນູ, ມີ​ຄຳ​ເວົ້າ​ທີ່​ຂົມ​ຂື່ນ, \v 4 ເພື່ອ​ພວກ​ເຂົາ​ຈະ​ໄດ້​ຍິງ​ບາງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຈາກ​ທີ່່ລັບ; ພວກ​ເຂົາ​ຍິງ​ໃສ່​ເຂົາ​ໃນ​ທັນ​ທີ​ແລະ​ບໍ່​ຢ້ານ​ກົວ​ຫຍັງ​ເລີຍ. \s5 \v 5 ​ພວກ​ເຂົາ​ໃຫ້​ກຳ​ລັງ​ໃຈ​ພວກ​ເຂົາ​ເອງ​ໃນ​ແຜນ​ຊົ່ວ; ພວກ​ເຂົາ​ສຸມ​ຫົວ​ເວົ້າ​ກັນ​ຢ່າງ​ລັບໆເພື່ອ​ວາງ​ກັບ​ດັກ; ພວກ​ເຂົາ​ເວົ້າ​ວ່າ, "ໃຜ​ຈະ​ເຫັນ​ເຮົາ​ໄດ້?" \v 6 ພວກ​ເຂົາ​ຄິດ​ຄົ້ນ​ແຜນ​ຊົ່ວ​ທັງ​ຫລາຍ​ຂຶ້ນ​ມາ; "ເຮົາ​ເຮັດ​ສຳ​ເລັດ​ແລ້ວ" ພວກ​ເຂົາ​ເວົ້າ​ວ່າ." ເປັນ​ແຜນກ​ານ​ທີ່​ດີ​ເລີດ ຄວາມ​ຄິດ​ພາຍ​ໃນ​ແລະ​ຈິດ​ໃຈ​ຂອງ​ມະ​ນຸດ​ນັ້ນ​ຊ່າງ​ເລິກ​ລັບ​ບໍ່ມີໃຜຢັ່ງຮູ້ໄດ້ເລີຍ. \s5 \v 7 ​ແຕ່​ພ​ຣະ​ເຈົ້າຊົງ​ຍິງ​ທະ​ນູ​ໃສ່​ພວກ​ເຂົາ, ເຂົາ​ຈະ​ບາດ​ເຈັບ​ດ້ວຍ​ທະ​ນູ​ຂອງ​ພ​ຣະ​ອົງ ​ໃນ​ທັນ​ທີ. \v 8 ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ສະ​ດຸດ, ໃນ​ເມື່ອ​ລິ້ນ​ຂອງ​ພວກ​ເຂົາ​ຕໍ່​ສູ້​ພວກ​ເຂົາ​ເອງ, ທຸກ​ຄົນ​ທີ່​ເຫັນ​ພວກ​ເຂົາ​ພາ​ກັນ​ແກ່ງ​ຫົວ. \v 9 ແລ້​ວ​ປະ​ຊາ​ຊົນ​ທັງຫມົດ​ຈະ​ຢ້ານ​ກົວ ​ແລະ​ຈະ​ປະ​ກາດ​ເຖິງ​ພ​ຣະຣາຊກິດຂອງພ​ຣະ​ເຈົ້າ. ພວກ​ເຂົາ​ຈະ​ຄິດ​ຢ່າງ​ສະ​ຫລາດ​ເຖິງ​ສິ່ງ​ຊຶ່ງພຣະອົາ​ໄດ້​ຊົງ​ກະທຳ. \s5 \v 10 ​ຄົນ​ຊອບ​ທັມ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ​ແລະ​ຈະ​ລີ້​ພັຍ​ໃນ​ພ​ຣະ​ອົງ​; ຄົນ​ທີ່​ມີ​ໃຈ​ທ່ຽງ​ທັມ​ທັງ​ຫມົດ​ຈະ​ພາກ​ພູ​ມໃຈ​ໃນ​ພ​ຣະ​ອົງ. \s5 \c 65 \cl ບົດທີ 65 \p \v 1 ສຳ​ລັບ​ນັກ​ດົນ​ຕຣີ. ບົດ​ເພງ​ສັນຣະ​ເສີນ. ບົດ​ເພງ​ຂອງ​ດາ​ວິດ. \v 2 ຂ້​າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ເຈົ້າ​ໃນ​ຊີ​ໂອນ, ການ​ສັນ​ຣະ​ເສີນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ລໍຄອຍ​ຖ້າ​ພ​ຣະ​ອົງ; ຄຳ​ສັນຍານ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ມີ​ຕໍ່ພ​ຣະ​ອົງ. ພ​ຣະ​ອົງ​ຜູ້​ຊົງ​ຕອບ​ຄຳພາວັນນາ​ອະທິ​ຖານ, ເນຶ້ອ​ຫນັງ​ທັງ​ຫມົດ​ຈະ​ມາ​ຍັງ​ພ​ຣະ​ອົງ. \v 3 ຄວາມ​ຜິດ​ບາບ​ຊະ​ນະ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ; ສ່ວນ​ຄວາມ​ຜິ​ດບາບຂອງ​ຂ້າ​ນ້ອຍ​ທັງ​ຫລາຍ ພ​ຣະ​ອົງ​ກໍ​​ຊົງ​ອະ​ພັຍ​ໃຫ້ຫມົດສິ້ນ. \s5 \v 4 ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ເລືອກ​ແລະ​ນຳ​ມາ​ໃກ້​ພ​ຣະ​ອົງ​ກໍ​ເປັນ​ສຸກ ເພື່ອ​ເຂົາ​ຈະ​ໄດ້​ຢູ່​ໃນ​ບໍ​ຣິ​ເວນ​ທີ່​ປຣະທັບຂອງ​ພ​ຣະ​ອົງ. ຂ້າ​ນ້ອຍ​ທັງ​ຫລ​າຍ​ຈະ​ອີ່ມ​ບໍຣິບູນ​ດ້ວຍ​ຂອງ​ດີ​ແຫ່ງ​ພ​ຣະ​ວິ​ຫານ​ຂອງ​ພ​ຣ​ະ​ອົງ ພ​ຣະ​ວິ​ຫານ​ສັກ​ສິດ​ຂອງ​ພ​ຣະ​ອົງ ໂອ​ຂ້າ​ແດ່ພຣະເຈົ້າ, ​ແຫ່ງ​ຄວາມ​ພົ້ນຂອງ​ຂ້າ​ນ້ອຍ​ທັງ​ຫລາຍ. \s5 \v 5 ​ພ​ຣະ​ອົງ​ຈະ​ຊົງ​ຕອບ​ຂ້າ​ນ້ອຍ​ທັງ​ຫລາຍ​ດ້ວຍ​ຄວາມ​ຊອບ​ທັມ ​ໂດຍ​ການ​ກະ​ທຳ​ທີ່​ຫນ້າ​ອັ​ສະ​ຈັນ, ພ​ຣະ​ອົງ​ຜູ້​ຊົງ​ເປັນ​ຄວາມ​ຫມັ້ນ​ໃຈ​ຂອງ​ບັນ​ດາ​ທີ່​ສຸດ​ປາຍ​ທັງ​ຫມົດ ​ຂອງ​ແຜ່ນ​ດິນ​ໂລກ ແລະ​ຂອງ​ຄົນ​ທີ່​ຢູ່​ໄກ​ຟາກ​ທະ​ເລ. \s5 \v 6 ​ເພາະ​ພ​ຣະ​ອົງ​ຜູ້​ໄດ້​ຊົງ​ສ້າງ​ພູ​ເຂົາ​ໃຫ້​ຫມັ້ນ​ຄົງ, ພ​ຣະ​ອົງ​ຜູ້​ຊົງ​ຄາດ​ດ້ວຍ​ພ​ຣະ​ກຳ​ລັງ. \v 7 ຄື​ພ​ຣະ​ອົງ​ຜູ້​ຊົງລະງັບສຽງອຶກກະທຶກຂອງທະເລ, ສຽງອຶກກະທຶກຂອງ​ຄື້ນ​ທະ​ເລ​ອັນ​ປັ່ນ​ປ່ວນສະຫງົບລົງ, ສຽງອຶກກະທຶກຂອງປະຊາຊົນທັງຫລາຍມິດງຽບ. \s5 \v 8 ບັນ​ດາ​ຜູ້​ຢູ່​ໃນ​ທີ່​ໄກ​ຂອງສົ້ນ​ແຜ່ນ​ດິນ​ໂລກ​ກໍ​ຢ້ານ​ກົວຕໍ່​ຂໍ້​ພິ​ສູດ​ແຫ່ງ​ພຣະຣາຊກິດຂອງ​ພ​ຣະ​ອົງ; ພ​ຣະ​ອົ​ງ​ຊົງ​ກະ​ທຳ​ໃຫ້​ຕາເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ຊື່ນ​ບານ. \v 9 ພ​ຣະ​ອົງສະເດັດ​ມາ​ຊົງ​ຊ່ວຍ​ເຫລືອ​ແຜ່ນ​ດິນ​ໂລກ​; ຊົງ​ຫົດ​ນ້ຳ​ໃຫ້​ແກ່​ມັນ; ພ​ຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອຸ​ດົມ​ຍິ່ງ​ດ້ວຍ​ແມ່​ນ້ຳ​ຂອງ​ພ​ຣະ​ເຈົ້າ​; ຊຶ່ງ​ມີ​ນ້ຳ​ເຕັມ ພ​ຣະ​ອົງ​ຊົງ​ຈັດ​ຫາ​ເຂົ້າ​ໃຫ້​ແກ່​ມະ​ນຸດ​ເມື່ອ​ຕອນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຈັດ​ຕຣຽມ​ແຜ່ນ​ດິນ​ໂລກ​ໄວ້. \s5 \v 10 ​ພ​ຣະ​ອົງ​ຊົງ​ຫົດ​ນ້ຳ​ຕາມ​ຮອຍ​ໄຖ​ຂອງ​ມັນ​ຢ່າງ​ອຸ​ດົມ​ສົມ​ບູນ; ແລະ​ໃຫ້​ຮອຍ​ໄຖ​ນັ້ນຮາບ​ລົງ; ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ມັນ​ອ່ອນ​ນຸ້ມ​ດ້ວຍ​ເມັດ​ຝົນ; ພ​ຣະ​ອົງ​ຊົງ​ອວຍ​ພອ​ນເມັດ​ທີ່ງອກ​ຂຶ້ນ​ເທິງ​ດິນ. \v 11 ພ​ຣະ​ອົງ​ຊົງ​ໃສ່​ມົງ​ກຸດ​ປີ​ເດືອນ​ດ້ວຍ​ຄວາມ​ດີ​ຂອງ​ພ​ຣະ​ອົງ; ຫົນ​ທາງ​ທັງ​ຫລາຍ​ທີ່​ຣົຖ​ມ້າ​ຂອງ​ພ​ຣະ​ອົງ​ຜ່ານ​ໄປ​ກໍ​ມີ​ຄວາມ​ໄພ​ບູ​ນຢົດ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ. \v 12 ທົ່ງ​ຫຍ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກໍ​ມີ​ນ້ຳ​ຫມອກຍ້ອຍ, ແລະ​ເນີນ​ເຂົາ​ທັງ​ຫລາຍ​ຖືກປົກ​ຄຸມ​ດ້ວຍ​ຄວາມ​ຍິນ​ດີ. \s5 \v 13 ​ທົ່ງ​ຫຍ້າ​ທັງ​ຫລາຍ​ຖືກ​ຄຸມ​ດ້ວຍ​ຝູງ​ແບ້​ແກະ;, ຮ່ວມ​ພູ​ທັງ​ຫລາຍ​ຕ່າງ​ຖືກ​ປົກຄຸມ​ໄປ​ດ້ວຍ​ເຂົ້າ ພວກ​ເຂົາ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ ແລະ​ພວກ​ເຂົາ​ຮ້ອງ​ລຳທຳເພງ. \s5 \c 66 \cl ບົດທີ 66 \p ສຳ​ລັບ​ນັກ​ດົນ​ຕຣີ. ບົດ​ເພງ, ສັນ​ຣະ​ເສີນ. \v 1 ​ແຜ່ນ​ດິນ​ໂລກ​ທັງ​ຫມົດ​ເອີຍ, ຈົ່ງ​ເຮັດ​ສຽງ​ຊື່ນ​ບານ​ແດ່​ພ​ຣະ​ເຈົ້າ; \v 2 ຈົ່ງ​ຮ້ອງ​ເພງ​ເຖິງ​ພຣະສີຣິ​ແຫ່ງ​ພ​ຣະ​ນາມ​ຊື່ພ​ຣະ​ອົງ; ຈົ່ງ​ເຮັດ​ໃຫ້​ການ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ມີ​ສະ​ງ່າ​ຣາ​ສີ. \s5 \v 3 ຈົ່ງທູນຕໍ່ພຣະເຈົ້າວ່າ "ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ນັ້ນ​ຫນ້າອັສະຈັນ​ພຽງ​ໃດ ໂດຍ​ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ, ບັນ​ດາ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ຈະ​ຍອມ​ຕໍ່​ພ​ຣະ​ອົງ. \v 4 ແຜ່ນ​ດິນ​ໂລກ​ທັງ​ຫມົດ​ຈະ​ນະ​ມັສະ​ການ​ພ​ຣະ​ອົງ, ​ແລະ​ຈະ​ຮ້ອງ​ເພງ​ແດ່​ພ​ຣະ​ເຈົ້າ, ພ​ວກ​ເຂົາ​ຈະ​ຮ້ອງ​ເພງ​ແດ່​ພ​ຣະ​ນາ​ມຊື່​ຂອງ​ພ​ຣະ​ອົງ ເສລາ* . \s5 \v 5 ຈົ່ງມາແລະເບິ່ງ​ການ​ກະທຳຂອງພຣະເຈົ້າ; ກິຈະການຂອງ​ພ​ຣະ​ອົງທີ່ຊົງກະທຳ​ນັ້ນອັສະຈັນ​ທ່າມ​ກາງ​ບັນ​ດາ​ລູກ​ຂອງ​ມະ​ນຸດ. \v 6 ພ​ຣະ​ອົງ​ຊົງ​ປ່ຽນ​ທະ​ເລ​ໃຫ້​ເປັນ​ດິນ​ແຫ້ງ; ພວກ​ເຂົາ​ໄດ້​ຍ່າງ​ຂ້ວາມ​ຜ່ານ​ແມ່​ນ້ຳ​ໄປ ທີ່​ນັ້ນ​ເຮົາ​ໄດ້​ຍິນ​ດີ​ໃນ​ພ​ຣະ​ອົງ. \v 7 ພ​ຣະ​ອົງ​ຊົງ​ປົກ​ຄອງ​ດ້ວຍ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ເປັນ​ນິ​ດ; ສາຍ​ຕາ​ຂອງ​ພ​ຣະ​ອົງ​ເຝົ້າ​ສັງ​ເກດ​ບັນ​ດາ​ປະ​ຊາ​ຊາດທັງຫລາຍ​ຢູ່ ຢ່າ​ໃຫ້​ພວກ​ກະບົດ​ຍ​ົກຍ້ອງຕົນ​ເອງ​ເລີຍ. ເສລາ \s5 \v 8 ​ປະ​ຊາ​ຊົນ​ເອີຍ ຈົ່ງ​ຖວາຍ​ຄຳຍ້ອງຍໍສັນຣະເສີນ​ແດ່​ພ​ຣະ​ເຈົ້າ, ຈົ່ງ​ໃຫ້​ສຽງ​ສັນ​ຣ​ະ​ເສີນ​ພ​ຣະ​ອົງ​ເປັນ​ທີ່​ໄດ້​ຍິນ. \v 9 ພ​ຣະ​ອົງ​ຊົງ​ໃຫ້​ເຮົາ​ຢູ່​ທ່າມ​ກາງ​ຄົນ​ເປັນ​ແລະ​ບໍ່​ຊົງ​ຍອມ​ໃຫ້​ຕີນ​ຂອງ​ເຮົາ​ພະລາດລົ້ມ, ຂ້າ​ແດ່​ພ​ຣະ​ເຈົ້າເພາະ​ ພ​ຣະ​ອົງ​ຊົງ​ລອງ​ໃຈ​ຂ​້າ​ນ້ອຍ​ທັງ​ຫລາຍ. \s5 \v 10 ຂ້າແດ່, ພຣະເຈົ້າ, ​ພ​ຣະ​ອົງ​ຊົງ​ທົດ​ສອບ​ພວກ​ຂ້າ​ນ້ອຍ; ​ດັ່ງ​ທົດ​ສອບ​ເງິນ. \v 11 ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຂ້າ​ນ້ອຍ​ທັງ​ຫລາຍ​ເຂົ້າ​ໄປ​ໃນ​ຕາ​ຂ່າຍ; ພ​ຣະ​ອົງ​ໄດ້​ຊົງ​ວາງ​ພາ​ຣະ​ຫນັກ​ໄວ້​ເທິງ​ຫລັງ​ຂ​້າ​ນ້ອຍ​ທັ​ງ​ຫລາຍ. \v 12 ພ​ຣະ​ອົງ​ຊົງ​ໃຫ້​ຜູ້​ຄົນ​ຂັບ​ຣົຖ​ແລ່ນ​ທັບ​ຫົວ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ; ພວກ​ຂ້າ​ນ້ອຍ​ຕ້ອງ​ລຸຍ​ນ້ຳ​ລຸຍ​ໄຟ, ແຕ່​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຂ້າ​ນ້ອຍ​ທັງ​ຫລາຍ​ເຂົ້າ​ມາ​ສູ່​ທີ່​ກວ້າງ​ໃຫຍ່. \s5 \v 13 ຂ້າ​ນ້ອຍ​ຈະ​ມາ​ຍັງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ; ​ພ້ອມ​ດ້ວຍ​ເຄື່ອງ​ເຜົາ​ບູ​ຊາ ຂ້າ​ນ້ອຍ​ຈະ​ກ່າວ​ຄຳ​ສັນ​ຍາຕໍ່​ພ​ຣະ​ອົງ \v 14 ຊຶ່ງ​ຮີມ​ສົບປາກ​ຂອງ​ຂ້າ​ນ້ອຍ​ໄດ້​ສັນ​ຍາ​ແລະ​ປາກ​ຂອງ​ຂ້ານ້​້ອຍ​ໄດ້​ກ່າວ​ໄວ້​ເມື່ອ​ຕອນ​ທີ່​ຂ້າ​ນ້ອຍ​ໄດ້​ຕົກ​ຢູ່​ໃນ​ຄວາມ​ທຸກ​ໃຈ. \v 15 ຂ້າ​ນ້ອຍ​ຈະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພ​ຣະ​ອົງ​ທີ່​ມີ​ໄຂ​ມັນ​ສັດ​ພ້ອມ​ກັບ​ກິ່ນ​ຫອມ​ຂອງ​ບັນ​ດາ​ແກະ​ໂຕ​ຜູ້; ຂ້າ​ນ້ອຍ​ຈະ​ຖວາຍ​ດ້ວຍ​ງົວ​ແລະ​ແບ້​ທັງ​ຫລ​າຍ. ເສລາ \s5 \v 16 ​ບັນ​ດາ​ຜ​ູ້​ທີ່​ຢຳ​ເກງ​ພ​ຣະ​ເຈົ້າ​ເອີຍ, ຈົ່ງ​ມາ​ແລະ​ຟັງ​ເຖີດ, ແລະ​ເຮົາ​ຈະ​ປະ​ກາດ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ເພື່ອ​ຈິດ​ໃຈ​ຂອງ​ເຮົາ. \v 17 ເຮົາ​ໄດ້​ຮ້ອງ​ຕໍ່​ພ​ຣະ​ອົງ​ດ້ວຍ​ປາກ​ເຮົາ, ແລະ​ພ​ຣະ​ອົງ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ດ້ວຍ​ລີ້ນ​ຂອງ​ເຮົາ. \v 18 ຖ້າ​ເຮົາ​ໄດ້​ເຫັນ​ຄວາມ​ບາບ​ພາຍໃນ​ໃຈ​ຂອງ​ເຮົາ, ອົງ​ພ​ຣ​ະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​​ຟັງສຽງຂອງ​ເຮົາ. \s5 \v 19 ​ແຕ່​ພ​ຣະ​ເຈົ້າໄ​​ດ້ຍິນສຽງຂ້ອຍ​ແນ່ນອນ; ພ​ຣະ​ອົງ​ໃສ່​ໃຈ​ຕໍ່​ຄຳພາວັນນາ​ອະ​ທິ​ຖານ​ຂອງ​ຂ້ອຍ. \v 20 ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈົ້າ, ຜູ້​ບໍ່​ຊົງ​ຫັນ​ຫນີ​ໄປ​ຈາກ​ຄຳພາວັນນາ​ອະ​ທິ​ຖານ​ຂອງ​ຂ້ອຍ ຫລື​ຫັນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄປ​ຈາກຂ້ອຍ. \s5 \c 67 \cl ບົດທີ 67 \p \v 1 ສຳ​ລັບ​ນັກ​ດົນ​ຕຣີ; ກ່ຽວ​ກັບ​ເຄື່ອງດ​ົນ​ຕຣີ​ທັງ​ຫລາຍ. ບົດ​ເພ​ງ​ສັນ​ຣະ​ເສີນ. ​ຂໍ​ພ​ຣະ​ເຈົ້າ​ຊົງ​ເມດຕາ​ຕໍ່ພວກ​ຂ້າ​ນ້ອຍ, ​ແລະ​ຊົງ​ອວຍ​ພອນ​ພວກຂ້າ​ນ້ອຍ​ ແລະ​ຊົງ​ໃຫ້​ພຣະພັກ​ຂອງ​ພ​ຣະ​ອົງ​ທໍ​ແສງ​ມາ​ເຫນືອ​ພວກຂ້າ​ນ້ອ​ຍ​ ເສ ລາ \v 2 ເພື່ອ​​ທົ່ວທັງ​ໂລກ​ນີ້​​ຈະ​ຮູ້ຈັກພຣະປະສົງ, ແລະ​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ທ່າມ​ກາງ​ປະ​ຊາ​ຊົນ​ທັງ​ຫມົດ. \s5 \v 3 ​ຂໍ​ໃຫ້​ຊົນ​ຊາ​ດ​ທັງ​ຫລາຍ​ສັນ​ຣະ​ເສີນ​ພ​ຣະ​ອົງ, ພ​ຣະ​ເຈົ້າ​; ໃຫ້​ຄົນ​ທັງ​ປວງ​ສັນ​ຣະ​ເສີນ​ພ​ຣະ​ອົງ. \v 4 ໂອ, ຂໍ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ຍິນ​ດີ​ແລະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ, ເພາະ​ພ​ຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຍຸ​ຕິ​ທັມ​ແລະ​ປົກ​ຄອງ​ເຫນືອ​ຊົນ​ຊາດ​ທັງ​ຫລາຍ​ເທິງ​ແຜ່ນ​ດິນ​ໂລກ. ເສລາ \s5 \v 5 ຂໍ​ໃຫ້​ຊົນ​ຊາດ​ທັ​ງຫລາຍ​ສັນ​ຣະ​ເສີນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ເຈົ້າ; ຂໍ​ໃຫ້​ຊົນ​ຊາດ​ທັ​ງ​ຫມົດ​ສັນ​ຣະ​ເສີນ​ພ​ຣະ​ອົງ. \v 6 ແຜ່ນດິນໂລກໄດ້ເກີດຜົນຂອງມັນ ແລະພຣະເຈົ້າ, ຄື​ພ​ຣະ​ເຈົ້າ​ຂອງ​ເຮົາ​, ໄດ້​ຊົງ​ອວຍ​ພອນ​ເຮົາ. \s5 \v 7 ​ພ​ຣະ​ເຈົ້າ​ໄດ້​ຊົງ​ອວຍ​ພອນ​ແກ່ພວກເຮົາ, ແລະທີ່​ສຸດ​ປາຍ​ທັ​ງ​ຫມົດ​ແຫ່ງ​ແຜ່ນ​ດິນ​ໂລກ​ຖວາຍພຣະ​ກຽດຕິຍົດ​ແດ່​ພ​ຣະ​ອົງ. \s5 \c 68 \cl ບົດທີ 68 \p \v 1 ຂໍ​ພ​ຣະ​ເຈົ້າ​ຊົງ​ລຸກ​ຂຶ້ນ ໃຫ້​ບັນ​ດາ​ສັດ​ຕຣູຂອງ​ພ​ຣະ​ອົງ​ກະ​ຈາຍ​ໄປ ໃຫ້​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ພ​ຣະ​ອົງ​ຫນີໄປ​ຕໍ່​ຫນ້າ​ພ​ຣະ​ອົງ \v 2 ຄວັນ​ຖືກ​ຂັບ​ໄປ​​ສັນໃດ ກໍ​ຂໍ​ຊົງ​ໄລ່​ພວກ​ເຂົາ​ໄປ​ສັນນັ້ນ ຂີ້ເ​ຜິ້ງ​ເປື່ອຍ​ຕໍ່​​ຫນ້າ​ໄຟ​ສັນໃດ ກໍ​ຂໍ​ໃຫ້​ຄົນ​ຊົ່ວ​ພິນາດ​ຕໍ່​ຫນ້າ​ພ​ຣະ​ເຈົ້າ​ສັນ​ນັ້ນ \v 3 ແຕ່​ຂໍ​ໃຫ້​ຄົນ​ຊອບ​ທັມຍິນ​ດີ ໃຫ້​ເຂົາຍິນ​ດີ ສຸກໃຈ ​ຢູ່ຊ້ອງຫນ້າ​ພ​ຣະ​ອົງ ຂໍ​ໃຫ້​ພວກ​ເຂົາ​ຊື່ນຊົມຍິນ​ດີ​ແລະ​ມີ​ຄວາມ​ສຸກ. \s5 \v 4 ​ຈົ່ງ​ຮ້ອງ​ເພງ​​​ຖວາຍ​ພ​ຣະ​ເຈົ້າ, ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ! ຈົ່ງ​ສັນ​ຣະ​ເສີນພ​ຣະ​ອົງ ​ຜູ້​ຊົງ​ເຄືຶ່ອນ​ຜ່ານ​ທີ່​ຮ່ອມ​ພູ​ເຂົາ​ຂອງ​ແມ່​ນ້ຳ​ຈໍ​ແດນ! ພ​ຣະ​ຢາ​ເວ​ຄື​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ! ຈົ່ງ​ຊື່ນ​ຊົມ​ຍິນ​ດີຢູ່ຊ້ອງ​ຫນ້າ ​ພ​ຣະ​ອົງ​ເຖີດ! \v 5 ພໍ່​ຂອງ​ເດັກ​ກຳ​ພ້າ, ຜູ້​ພິ​ພາກ​ສາ​ຂອງ​ບັນ​ດາ​ຍິງ​ຫມ້າຍ, ຄື​ພ​ຣະ​ເຈົ້າ​ຜູ້​ຢູ່​ສະຖິດຢູ່ໃນ​ສະ​ຖານ​ທີ່​ສັກ​ສິດ. \v 6 ພ​ຣະ​ເຈົ້າ​ຊົງ​ເອົາ​ຄົນ​ເປົ່າປ່ຽວ​ໄປ​ໄວ້​ໃນ​ຄອບ​ຄົວ​ທັງ​ຫລາຍ; ພ​ຣະ​ອົງ​ຊົງ​ນຳ​ບັນ​ດາ​ຊະ​ເລີຍ​ອອກ​ມາ​ດ້ວຍ​ການ​ຮ້ອງ​ເພງ; ແຕ່​ພວກ​ກະບົດ​​ອາ​ສັຍ​ໃນ​ແຜ່ນ​ດິນ​ທີ່​ເປົ່າປ່ຽວ. \s5 \v 7 ຂ້າ​ແດ່​ພ​ຣະ​ເຈົ້າ, ເມື່ອ​ພ​ຣະ​ອົງ​ສະເດັດນຳຫນ້າ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງອອກໄປ, ເມື່ອ​ພ​ຣະ​ອົງ​ຊົງນຳຂະບວນ​ເດີນ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ເສລາ \v 8 ແຜ່ນ​ດິນ​ໂລກ​ກໍ​ໄດ້​ຫວັ່ນ​ໄຫ​ວ; ທ້ອງ​ຟ້າ​ກໍ​ໄດ້​ເທ​ຝົນ​ລົງ​ມາ​ຕໍ່​ຫນ້າ​ພ​ຣະ​ເຈົ້າ, ຕໍ່​ຫນ້າ​ພ​ຣະ​ເຈົ້າ​ເມື່ອ​ພ​ຣະ​ອົງ​ມາ​ຍັງ​ພູ​ເຂົາ​ຊີ​ນາຍ, ຕໍ່​ຫນ້າ​ພ​ຣະ​ເຈົ້າ, ຄື​ພ​ຣະ​ເຈົ້າ​ຂອງ​ອິສະ​ຣາ​ເອນ. \s5 \v 9 ​ຂ້າ​ແດ່, ​ພ​ຣະ​ເຈົ້າ, ພ​ຣະ​ອົງ​ໄດ້​ຊົງ​ເທ​ຝົ​ນ​ລົງ​ມາ​ຫລວງ​ຫລາຍ, ພ​ຣະ​ອົງ​ໄດ້​ຊົງ​ເສີມ​ກຳ​ລັງ​ໃຫ້​ແກ່​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ ​ເມື່ອ​ມັນ​ເມື່ອຍ​ລ້າ. \v 10 ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ກໍ​ໄດ້​ອາ​ສັຍ​ຢູ່​ໃນ​ນັ້ນ; ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ໃຫ້​ແກ່​ຄົນ​ຍາກ​ຈົນ​ຈາກ​ຄວາມ​ດີ​ຂອງ​ພ​ຣະ​ອົງ. \s5 \v 11 ​ອົງ​ພ​ຣະ​ຜ​ູ້​ເປັນ​ເຈົ້າ, ​ໄດ້​ຊົງ​ອອກຄຳສັ່ງ​ບັນ​ຊາ ແລະ​ບັນ​ດາ​ຜູ້​ປະ​ກາດ​ເລື່ອງ​ນັ້ນ​ກໍ​ເປັນ​ກອງ​ທັບ​ໃຫຍ່. \v 12-13 ບັນ​ດາ​ກະ​ສັດ​ແຫ່ງກອງ​ທັບ​ທັງ​ຫລາຍ​ກໍ​ຫນີ​ໄປ, ພວກ​ເຂົາ​ຫນີ, ແລະ​ພວກ​ຜູ້​ຍິງ​ທີ່​ກຳ​ລັງ​ລໍ​ຖ້າ​ທີ່​ບ້ານກ​ໍ​ແບ່ງ​ຂອງ​ທີ່​ຮີບ​ມາ​ໄດ້: ພວກ​ນົກ​ກາງ​ແກ​ກໍ​ຫຸ້ມ​ດ້ວຍ​ເງິນ​ພ້ອມ​ກັບ​ປີກ​ຫຸ້ມ​ດ້ວຍ​ຄຳ. ໃນ​ຂະ​ນະ​ທີ່​ບາງ​ຄົນ​ໃນ​ພວກ​ເຈົ້າ​ໄດ້​ຢູ່​ທ່າມ​ກາງ​ຝູງ​ແກະ​ເປັນ​ຫຍັງ​ພວກ​ເຈົ້າ​ເຮັດ​ເຊັ່ນ​ນີ້?. \s5 \v 14 ພ​ຣະ​ຜູ້​ຊົງ​ຣິດ​ອຳ​ນາດ​ຊົງ​ເຮັດ​ໃຫ້​ກະ​ສັດ​ທັງ​ຫລາຍ​ກະ​ແຈກ​ກະ​ຈາຍ​ໄປ​ໃນ​ທີ່​ນັ້ນ ເປັນ​ເຫມືອນ​ເມື່ອ​ຕອນ​ທີ່​ຫິ​ມະ​ໄດ້​ຕົກ​ເທິງ​ພູ​ເຂົາ​ຊານ​ໂມນ \v 15 ພູ​ເຂົາ​ທີ່​ແຂງ​ແກ່ນຄື​ແດນ​ພູ​ເຂົາ​ແຫ່ງ​ບາ​ຊານ ພູ​ເຂາ​ທີ່​ສູງ​ຄື​ແດນ​ພູ​ເຂົາ​ແຫ່ງ​ບາ​ຊານ ແດນ​ພູ​ເຂົ​າ​ສູງ​ເອີຍ. \v 16 ເປັນ​ຫຍັງ​ເຈົ້າຫລຽວ​ເບິ່ງ​ທີ່​ພູ​ເຂົາ​ຊຶ່ງ​ພ​ຣະ​ເຈົ້າ​ຊົງ​ປະ​ສົງ​ໃຫ້​ເປັນ​ສະ​ຖານ​ທີ່ພ​ຣະອົງ​ຈະ​ຢູ່​ດ້ວຍ​ຄວາມ​ອິດ​ສາ? ພ​ຣະ​ຢາ​ເວ​ຈະ​ຢູ່​ໃນ​ທີ່​ນັ້ນ​ເປັນ​ນິດ. \s5 \v 17 ​ບັນ​ດາ​ຣົຖ​ຮົບ​ຂ​ອງ​ພ​ຣະ​ເຈົ້າ​, ນັບ​ເປັນ​ສອງ​ຫມື່ນ ນັບ​ເປັນ​ຫລາຍ​ພັນ​ຫລາຍ​ຫມື່ນ ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ທ່າມ​ກາງ​ພວກ​ເຂົາ​ໃນ​ສະ​ຖານ​ທ່ີ່ບໍຣິສຸດ​ດ່ັ່ງ​ເຊັ່ນ​ທີ່​ພູ​ເຂົາ​ຊີ​ນາຍ. \v 18 ພ​ຣະ​ອົງ​ໄດ້​ຂຶ້ນ​ສູ່​ເບື້ອງ​ສູງ ໄດ້​ຊົງ​ນຳ​ຊະ​ເລີຍ​ໄປ​ນຳ ແລະ​​ໄດ້​ຊົງ​ຮັບ​ຂອງ​ຂວັນ​ຈາກ​ເຫລົ່າ​ມະ​ນຸດ​ແມ່ນກະ​ທັ້ງ​ຈາກ​ຜູ້​ທີ່​ຕໍ່​ສູ້ພຣະ​ເຈົ້າ ເພື່​ອ​ພ​ຣະ​ເຈົ້າ​ພ​ຣະ​ຢາ​ເວ​ຈະ​ຊົງ​ຢູ່​ທີ່​ນັ້​ນ. \s5 \v 19 ຈົ່ງຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊົງ​ແບກ​ພາ​ຣະຫນັກ​​ຂອງພວກ​ເຮົາ​ຢູ່​ທຸກ​ມື້ທຸກຄືນ, ພ​ຣະ​ເຈ້າ, ​ຜູ້​ຊົງ​ເປັນ​ຄວາມ​ພົ້ນ​ຂອງ​ເຮົາ. ເສລາ \v 20 ພ​ຣະ​ເຈົ້າ​ຂອງ​ເຮົາ​ຊົງ​ເປັນ​ພ​ຣະ​ເຈົ້າ; ​ຜູ້​ຊົງ​ຊ່ວຍ​ໃຫ້ລອດພົ້ນ ພ​ຣະ​ຢາ​ເວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ ຊົງ​ເປັນ​ຜູ້​ທີ່​ສາ​ມາດ​ຊ່ວຍ​ກູ້​ໃຫ້ພົ້ນຈາກ​ຄວາມ​ຕາຍ. \v 21 ແຕ່​ພ​ຣະ​ເຈົ້າ​ຈະ​ຊົງ​ທຸບ​ຫົວ​ຂອງ​ບັນ​ດາ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ໃຫ້​ແຕກ, ຄື​ທຸກ​ກະ​ໂຫລກ​ຂອງ​ຜູ້​ທີ່​ດຳ​ເນີນ​ໃນ​ທາງ​ທີ່​ຂັດ​ແຍ່ງ​ກັບ​ພ​ຣະ​ອົງ. \s5 \v 22 ​ອົງ​ພ​ຣ​ະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວວ່າ, "ເຮົາ​ຈະ​ນຳ​ພວກ​ສັດ​ຕຣູຂອງ​ເຮົາ​ກັບ​ມາ​ຈາກ​ບາ​ຊານ; ເຮົາ​ຈະ​ນຳ​ພວກ​ເຂົາ​ກັບ​ມາ​ຈາກ​ທີ່​ເລິກ​ຂອງ​ທະ​ເລ \v 23 ເພື່ອ​ເຈົ້າ​ຈະ​ໄດ້ຢຽບຢ່ຳບັນ​ດາ​ສັດ​ຕູ​ຂອງ​ເຈົ້າ, ເອົາ​ຕີນ​ຂອງ​ເຈົ້າ​ຈຸ່ມ​ລົງ​ໃນ​ເລືອດ​ແລະ​ເພື່ອ​ລີ້ນ​ຂອງ​ຫມ​າ​ທັງ​ຫລາຍ​ຂອງ​ເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ​ຂອງ​ພວກ​ມັນ​ຈາກ​ພວກ​ສັດ​ຕຣູ​ຂອງ​ເຈົ້າ." \s5 \v 24 ​ພວກ​ເຂົາ​ໄດ້​ເຫັນ​ຂະ​ບວນ​ແຫ່​ຂອງ​ພ​ຣະ​ອົງ, ພ​ຣະ​ເຈົ້າ, ຂະ​ບວນ​ແຫ່​ຂອງ​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຜູ້​ເປັນ​ພ​ຣະ​ມະ​ຫາ​ກະ​ສັດ, ​ຂ​ອງ​ຂ້າ​ນ້ອຍ​ເຂົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ \v 25 ພວກ​ນັກ​ຮ້ອງ​​ໄດ້​ນຳ​ຫນ້າ, ພວກ​ນັກ​ດົນ​ຕຣີ​ດ້ານ​ຫລັງ​ແລະ​ທາງ​ກາງ​ມີ​ຍິງ​ສາວ​ທີ່​ຍັງ​ບໍ່​ແຕ່ງ​ງານ​ຫລິ້ນ​ຕີ​ກອງ. \s5 \v 26 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ; ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈ້າ​ໃນ​ທີ່​ຊຸມ​ນຸມ​ໃຫຍ່, ​ທ່ານ​ທັງ​ຫລາຍ​ຜູ້​ເປັນ​ເຊື້ອ​ສາຍ​ແທ້​ຈິງ​ຂອງ​ອິ​ສະ​ຣາ​ເອນ​ເອີຍ. \v 27 ມີ​ເບັນ​ຢາ​ມິນ​ເຜົ່າ​ເລັກ​ນ້ອຍ​ທີ່​ສຸດ​ນຳ​ຫນ້າ, ​ດັ້ງ​ນັ້ນ​ຜູ້​ນຳ​ຂອງ​ຢູ​ດາ​ແລະ​ພວກ​ຝູງ​ຊົນ, ແລ້ວ​ບັນ​ດາ​ພວກ​ຜູ້​ນຳ​ເຊ​ບູ​ໂລນ​ແລະ​ພວກ​ຜູ້​ນຳ​ຂອງ​ເນັບ​ທາ​ລີ. \s5 \v 28 ​ອິ​ສະ​ຣາ​ເອນ, ພ​ຣະ​ເຈົ້າ, ​ຂອ​ງ​ເຈົ້າ​ໄດ້​ຊົງ​ບັ​ນ​ຊາ​ກຳ​ລັງ​ຂອງ​ເຈົ້າ ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ສຳ​ແດງຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ດັ່ງ​ທີ່​ພ​ຣະ​ອົງ​ເຄີຍ​ສຳ​ແດງ​ມາ​ແລ້ວ​ໃນ​ອາ​ດິດ. \v 29 ຂໍ​ຊົງ​ສຳ​ແດງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ທີ່​ເຢ​ຣູ​ຊາ​ເລັມ, ທີ່​ຊຶ່ງ​ບັນ​ດາ​ພ​ະ​ຣາ​ຊາ​ນຳ​ຂອງ​ຂວັນ​ມາ​ຖວາຍ​ພ​ຣະ​ອົງ. \s5 \v 30 ​ຂໍ​ຊົງ​ເປັ່ງ​ສຽງ​ນາບ​ຂູ່​ໃນ​ການ​ສູ້​ຮົບ​ໃສ່​ພວກ​ສັດ​ຮ້າຍ​ປ່າ​ເຖື່ອນ​ໃນ​ປ່າ ໃສ່​ຊົນ​ຊາດ​ທັງ​ຫລາຍ, ຕໍ່​ຝູງ​ງົວ​ແລ​ະ​ຝູງ​ລູກ​ງົວ, ຂໍ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ອັບ​ອາຍ​ແລະ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ນຳ​ຂອງ​ບັນນາການ​ມາ​ຖວາຍ​ແດ່​ພ​ຣະ​ອົງ; ຂໍ​ຊົງ​ເຮັດ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ທີ່​ຮັກ​ໃນ​ການ​ກໍ່​ສົງ​ຄາມ​ກະ​ແຈກ​ກະ​ຈາຍ​ໄປ. \v 31 ພວກ​ເຈົ້າ​ນາຍ​ຈະ​ອອກ​ມາ​ຈາກ​ເອ​ຢິບ; ພວກ​ຄົນ​ເອ​ທີ​ໂອ​ເປຍ​ຈະ​ຮີບ​ຍົກ​ມື​ຂອງ​ພວກ​ເຂົາ​ອອກ​ຕໍ່​ພ​ຣະ​ເຈົ້າ. \s5 \v 32 ຈົ່ງ​ຮ້ອງ​ເພງ​ແດ່​ພ​ຣະ​ເຈົ້າ, ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ແຫ່ງ​ແຜ່ນ​ດິນ​ໂລກ​ເອີຍ; ເສລາ ຈົ່ງ​ຮ້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ເຖີດ. \v 33 ຕໍ່​ພ​ຣະ​ອົງ​ຜູ້​ຊົງ​ຂັບ​ເຄື່ອນ​ໄປ​ເທິງ​ຟ້າ​ສະ​ຫວັນ​ແຫ່ງ​ບັນ​ດາ​ຟ້າ​ສະ​ຫວັນ​, ຊຶ່ງ​ມີ​ມາ​ຕັ້ງ​ແຕ່​ໂບ​ຮານ; ເບິ່ງ​ເຖີດ, ພ​ຣະ​ອົງ​ຊົງ​ເປັ່ງ​ສຽງ​ຂອງ​ພ​ຣະ​ອົງ​ຂຶ້ນ​ດ້ວຍ​ຣິ​​ທາ​ນຸ​ພາບ. \s5 \v 34 ​ຈົ່ງ​ປະ​ກາດ​ເຖິງຣິດທາ​ນຸ​ພາບ​ແດ່​ພ​ຣະ​ເຈົ້າ; ພຣະສະຫງ່າ​ຣາ​ສີ​ຂອງ​ ພ​ຣະ​ອົງ​ຢູ່​ເຫນືອ​ອິ​ສະ​ຣາ​ເອນ, ແລະ​ຣິດອຳນາດຍິ່ງໃຫຍ່ຂອງ​ພ​ຣະ​ອົງ​ຢູ່​ໃນ​ບັນ​ດາ​ທ້ອງ​ຟ້າ. \v 35 ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ຊົງ​ເປັນທີ່​ຫນ້າ​ຢຳ​ເກງ​ໃນ​ສະ​ຖານທີ່ບໍຣິສຸດ​ຂອງ​ພ​ຣະ​ອົງ; ພ​ຣະ​ເຈົ້າ​ຂອງ​ອິ​ສະ​ຣາ​ເອນ-ພ​ຣະ​ອົງ​ຊົງ​ປຣະ​ທານ​ກຳ​ລັງ​ແລະ​ອຳ​ນາດ​ແກ່​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ. ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈົ້າ. \s5 \c 69 \cl ບົດທີ 69 \p ສຳ​ລັບ​​ຄະ​ນະນັກ​ດົນ​ຕຣີ; ສົ່ງ​ເຖິງ ໂຊ​ຊາ​ນິມ. ບົດ​ເພງ​ສັນຣະ​ເສີນ​ຂອງ​ດາ​ວິດ. \v 1 ​ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ, ຂ້າ​ແດ່​ພ​ຣະ​ເຈົ້າ; ເພາະ​ນ້ຳ​ເຮັດ​ໃຫ້​ຊີ​ວິດ​ຂ້າ​ນ້ອຍ​ຕົກ​ຢູ່​ໃນ​ອັນ​ຕະ​ຣາຍ. \v 2 ຂ້າ​ນ້ອຍ​ຈົມ​ຢູ່​ໃນ​ຂີ້​ຕົມ, ທີ່​ຊຶ່ງ​ບໍ່​ມີ​ທີ່​ຢືນ, ຂ້າ​ນ້ອຍ​ໄດ້​ມາ​ຍັງ​ທີ່​ນ້ຳ​ເລິກ; ທີ່​ຊຶ່ງ​ນ້ຳ​ໄຫລ​ຖ້ວມ​ຂ້າ​ນ້ອຍ. \s5 \v 3 ​ຂ້າ​ນ້ອຍ​​ອິດອ​ອ່ນ​ກັບ​ການ​ຮ້ອງ​ໃຫ້​ຂອງ​ຂ້າ​ນ້ອຍ; ລຳ​ຄໍ​ຂອງ​ຂ້າ​ນ້ອຍ​ແຫ້ງ ຕາ​ຂອງ​ນ້ອຍ​ກໍ​ອ່ອນ​ແຮງ​ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ລໍ​ຄອຍ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ. \v 4 ບັນ​ດາ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ຢ່າງ​ບໍ່ມີ​ເຫດ​ຜົນ​ມີ​ຫລາຍ​ຍິ່ງ​ກວ່າ​ເສັ້ນ​ຜົມ​ເທິງ​ຫົວ​ຂອງ​ຂ້າ​ນ້ອຍ; ບັນ​ດາ​ຄົນ​ທີ່​ຕັດ​ຂ້າ​ນ້ອຍ​ຖິ້​ມ, ຄົນ​ທີ່​ເປັນ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຫດ​ຜົນ​ທີ່​ບໍ່​ຖືກ​ຕ້ອງ​ກໍ​ມີ​ກຳ​ລັງ​ຫລາຍ; ຂ້າ​ນ້ອຍ​ຕ້ອງ​ສົ່ງ​ຄືນ​ສິ່ງ​ທີ່​ຂ້າ​ນ້ອຍ​ບໍ່​ໄດ້​ລັກ​ໄປ. \s5 \v 5 ຂ້າແດ່ພຣະເຈົ້າ, ພ​ຣະ​ອົງ​ຊົງ​ຮູ້​ເຖິງ​ຄວາມ​ໂງ່​ຈ້າ​ຂອງ​ຂ້າ​ນ້ອຍ​ແລະ​ຄວາມ​ຜິດ​ບາບ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ, ​ເຊື່ອງ​ໄວ້​ຈາກ​ພ​ຣະ​ອົງ​ບໍ່​ໄດ້​ ຂ້າ​ແດ່​ພ​ຣະ​ຢາ​ເວ, ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​​ຈອມໂຍທາ.​ \v 6 ຂໍ​ຢ່າ​ຊົງ​ໃຫ້​ບັນ​ດາ​ຜູ້​ລໍ​ຄອຍພ​ຣະ​ອົງ​ຕ້ອງ​ອັບ​ອາຍ​ເພາະ​ຂ້າ​ນ້ອຍ​ເລີຍ, ຂໍ​ຢ່າ​ຊົງ​ໃຫ້​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ໄດ້​ຮັບ​ຄວາມ​ອັບ​ອາຍ​ເພາະ​ຂ້າ​ນ້ອຍ​ເລີຍ, ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ອິ​ສະ​ຣາ​ເອນ. \s5 \v 7 ​ເພາະ​ເຫັນ​ແກ່​ພ​ຣະ​ອົງ ຂ້າ​ນ້ອຍ​ຈຶ່ງ​ໄດ້​ຮັບ​ການ​ຫມິ່ນປະຫມາດ; ຄວາມ​ຂາຍ​ຫນ້າ​ໄດ້​ຄຸມ​ຫນ້າ​ຂ້າ​ນ້ອຍ​ໄວ້. \v 8 ຂ້າ​ນ້ອຍ​ກາຍ​ເປັນ​ຄົນ​ແປກ​ຫນ້າ​ສຳ​ຫລັບ​ເຫລົ່າ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ, ແລະ​ເປັນ​ຄົນ​ຕ່າງ​ດ້າວ​ສຳ​ຫລັບ​ລູກ​ທັງ​ຫລາຍ​ແຫ່ງ​ແມ່​ຂອງ​ຂ້າ​ນ້ອຍ. \v 9 ຄວາມ​ຮ້ອນ​ໃຈ​ໃນ​ເລື່ອງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ໄດ້​ເຜົາຜານ​ຂ້າ​ນ້ອຍ, ແລະ​ຄຳຫມິ່ນປະຫມາດຂອງ​ຜູ້​ທີ່​ເຍາະ​ເຍີ້ຍ​ພ​ຣະ​ອົງ​ຕົກ​ເທິງ​ຂ້າ​ນ້ອຍ. \s5 \v 10 ເມື່ອຂ້ານ້ອຍອົດອາຫານແລະຖ່ອມຕົວລົງ, ພວກ​ເຂົາ​ໄດ້​ດູ​ຖູກ​ຂ້າ​ນ້ອຍ. \v 11 ເມື່ອ​ຂ້າ​ນ້ອຍ​ໃຊ້​ຜ້າ​ກະ​ສອບ​ມາ​ເປັນ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ກັບ​ກາຍ​ເປັນ​ຂີ້​ປາກ​ຂອງ​ພວກ​ເຂົາ. \v 12 ​ບັນ​ດາ​ຄົນ​ທີ່​ນັ່ງ​ທີ່​ປະ​ຕູ​ເມືອງ​ກໍ​ເວົ້າ​ເລື່ອງ​ຂ້​າ​ນ້ອຍ ຂ້າ​ນ້ອຍ​ເປັນ​ເພງ​ຂອງ​ຄົນ​ຂີ້​ເມົາ. \s5 \v 13 ຂ້າແດ່ພຣະຢາເວ, ຂ້າ​ນ້ອຍຈະພາວັນນາ​ອະ​ທິ​ຖານ​ຕໍ່​ພ​ຣະ​ອົງ​ໃນ​ຍາມ​ທີ່​ພ​ຣະ​ອົງ​ຈະ​ຊົງ​ຍອມ​ຮັບ; ຂໍຊົງ​ຕອບ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ສັດ​ຈິງ​ແຫ່ງ​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ. \v 14 ຂໍ​ຊົງ​ດຶງ​ຂ້າ​ນ້ອຍ​ຂຶ້ນ​ຈາກ​ຂີ້​ຕົມ, ​ແລະ​ຢ່າ​ຊົງ​ປ່ອຍ​ໃຫ້​ຂ້າ​ນ້ອຍ​ຈົມ​ເລີຍ; ຂໍ​ຊົງ​ນຳຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ບັນ​ດາ​ຄົນ​ທີ່ກ​ຽດ​ຊັງ​ຂ້​າ​ນ້ອຍ ແລະ​ຊົງ​ຊ່ວຍ​ເຫລືອໃຫ້​ພົ້ນ​ຈາກ​ນ້ຳ​ເລິກ. \v 15 ຂໍ​ຢ່າ​ຊົງ​ໃຫ້​ນ້ຳ​ຖ້ວມ​ຂ້າ​ນ້ອຍ ແລະ​ຢ່າ​ຊົງ​ໃຫ້​ທີ່​ເລິກ​ກືນ​ຂ້າ​ນ້ອຍເສຍ. ຂໍ​ຢ່າ​ຊົງ​ໃຫ້ຂຸມ​ເລິກ​ນັ້ນ​ປິດ​ປາກ​ຂອງ​ມັນ​ງັບ​ຂ້າ​ນ້ອຍ​ໄວ້. \s5 \v 16 ຂ້າແດ່, ພຣະຢາເວ, ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ປະ​ເສີດ, ເພາະ​ຄວາມເມດຕາ​ຂອງ​ພ​ຣະ​ອົງ​ສຳ​ລັບ​ຂ້າ​ນ້ອຍ​ນັ້ນ​ມີ​ຫລວງ​ຫລາຍ, ຂໍ​ຊົງ​ມາ​ຫາ​ຂ້າ​ນ້ອຍ​ດ້ວຍ​ເຖີດ. \v 17 ຂໍ​ຢ່າ​ຊົງ​ເຊື່ອງ​ຫນ້າ​ຂອງ​ພ​ຣະ​ອົງ, ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ເລີຍ; ເພາະ​ຂ້າ​ນ້ອຍ​ຢູ່​ໃນ​ຄວາມ​ທຸກ​ໃຈ ຂໍ​ຊົງ​ຮີບ​ຕອບ​ຂ້າ​ນ້ອຍ​ເຖີດ. \s5 \v 18 ​ຂໍຊົງໂຜດ​ມາ​ຫາ​ຂ້າ​ນ້ອຍ​ແລະ​ຊົງ​ໄຖ່​ຂ້າ​ນ້ອຍ. ເພາະ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ​ອ້ຍ​ຕັ້ງ​ຄ່​າ​ຫົວ​ຂ້າ​ນ້ອຍ​ໄວ້. \v 19 ພ​ຣະ​ອົງ​ຊົງ​ຮູ້​ເຖິງ​ການ​ຖືກ​ເຍາະ​ເຍີ້ຍ​ຂອງ​ຂ້າ​ນ້ອຍ, ທັງ​ຄວາມ​ອັບ​ອາຍ, ​ແລະ​ເສຍກຽຕ​ຂອງ​ຂ້າ​ນ້ອຍ, ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ທັງ​ຫມົດ​ຕ່າງ​ຢູ່ຊ້ອງຫນ້າ​ຂອງ​ພ​ຣະ​ອົງ. \s5 \v 20 ​ຄຳຫມິ່ນປະຫມາດ ເຮັດ​ໃຫ້​ຈິດໃຈ​ຂ້າ​ນ້ອຍ​ເມື່ອຍອິດອ່ອນຫ​ລາຍ; ຂ້າ​ນ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ຫນັກ​ໃຈ; ຂ້າ​ນ້ອຍ​ໄດ້​ແນມ​ຫາ​ບາງ​ຄົນ​ທີ່​ຈະ​ມາ​ອີ່​ຕົນ, ແຕ່​ກໍ​ບໍ່​ມີ​ເລີຍ ຂ້າ​ນ້ອຍ​ໄດ້​ແນມ​ຫາ​ຄົນ​ປອບ​ໃຈ; ແຕ່​ຂ້າ​ນ້ອຍ​ບໍ່​ພົບ​ໃຜ​ເລີຍ. \v 21 ຂ້ານ້ອຍຫີວເຂົ້າພວກ​ເຂົາ​ເອົາຢາ​ພິດ​ໃຫ້ເປັນ​ອາ​ຫານ​; ເມື່ອຂ້ານ້ອຍຫີວນຳ້ພວກ​ເຂົາ​ໃຫ້​ນ້ຳ​ສົ້ມ​​ແກ່​ຂ້າ​ນ້ອຍ​ດື່ມ. \s5 \v 22 ​ຂໍ​ຊົງ​ໃຫ້​ໂຕະ​ອາ​ຫານ​ທີ່​ຕັ້ງ​ຢູ່​ຕໍ່​ຫນ້າ​ພວກ​ເຂົາ​ກາຍ​ເປັນ​ກັບ​ດັກ; ​ເມື່ອ​ພວກ​ເຂົາ​ຄິດ​ວ່າ​ພວກ​ເຂົາ​ປອດ​ພັຍ​ແລ້ວ, ຂໍ​ໃຫ້​ມ​ັນ​ກາຍ​ເປັນ​ບ້ວງ​ແຮ້ວ. \v 23 ຂໍ​ຊົງ​ໃຫ້​ດວງ​ຕາ​ຂອງ​ພວກ​ເຂົາ​ມືດ​ໄປ​ເພື່ອ​ພວກ​ເຂົາ​ບໍ່​ສາ​ມາດ​ເບິ່ງ​​ເຫັນ​ໄດ້; ແລະ​ຊົງ​ເຮັດ​ໃຫ້​ບັ້ນເ​ເອວ​ຂອງ​ພວກ​ເຂົາ​ສັ່ນ​ສະ​ເທືອນ​ສະ​ເຫມີ. \s5 \v 24 ​ຂໍ​ຊົງ​ເທ​ຄວາມໂກດຮ້າຍ​ຂອງ​ພ​ຣະ​ອົງ​ລົງ​ເທິງ​ພວກ​ເຂົາ, ແລະ​ໃຫ້​ຄວາມ​ໂກດ​ແຄ້ນ​ອັນ​ຮ້ອນ​ຍິ່ງ​ຂອງ​ພ​ຣະ​ອົງ​ຕາມ​ທັນ​ພວກ​ເຂົາ. \v 25 ຂໍ​ໃຫ້​ສະ​ຖານ​ທີ່​ຂອງ​ພວກ​ເຂົາ​ບໍ່​ມີ​ຫຍັງ; ຢ່າ​ໃຫ້​ມີ​ຜູ້​ໃດ​ອາສັຍ​ຢູ່​ໃນ​ເຕັນ​ທັງ​ຫລາຍ​ຂອ​ງ​ພວກ​ເຂົາ​ເລີຍ. \s5 \v 26 ​ເພາະ​ພວ​ກ​ເຂົາ​ໄດ້​ຂົ່ມ​ເຫັງ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຂ້ຽນ​ຕີ. ພ​ວກ​ເຂົາ​ເລົ່າ​ຊ້ຳ​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ໃຫ້​ບາດ​ເຈັບ​ແລ້ວ. \v 27 ຂໍ​ຊົງ​ກ່າວ​ໂທດ​ພວກ​ເຂົາ​ດ້ວຍ​ເລື່ອງ​ການ​ເຮັດ​ຜິດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ; ຢ່າ​ປ່ອຍ​ໃຫ້​ພວກ​ເຂົາ​ເຂົ້າ​ມາ​ໃນ​ຊັຍ​ຊະ​ນະ​ແຫ່ງ​ຄວາມ​ຊອບ​ທັມ​ຂ​ອງ​ພ​ຣະ​ອົງ. \s5 \v 28 ​ຂໍ​ໃຫ້​ພວກ​ເຂົາ​ຖືກ​ລົບ​ອອກ​ຈາກ​ຫນັງ​ສື​ແຫ່ງ​ຊີ​ວິດ ແລະ​ຢ່າ​ໃຫ້​ຖືກ​ບັນ​ທຶກ​ລົງ​ໄປ​ໄວ້​ໃນ​ຫມູ່​ຄົນ​ຊອບ​ທັມ. \v 29 ​ແຕ່​ຂ້າ​ນ້ອຍ​ທຸກ​ຍາກ​ແລະ​ໂສກ​ເສົ້າ; ຂ້າ​ແດ່​, ພ​ຣະ​ເຈ້າ, ຂໍ​ຄວາມ​ພົ້ນຂອງ​ພ​ຣະ​ອົງ​ວາງ​ຂ້າ​ນ້ອຍ​ໄວ້​ເທິງ​ທີ່​ສູງ. \s5 \v 30 ​ຂ້າ​ນ້ອຍ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ເຈົ້າ​ດ້ວຍ​ບົດ​ເພງ ແລະ​ຈະ​ຍົກ​ຍ້ອງ​ພ​ຣະ​ອົງ​ດ້ວຍ​ການ​ຂອບ​ພ​ຣະ​ຄຸນ. \v 31 ການນີ້ຈະເຮັດໃຫ້ພຣະຢາເວ ພໍໃຈຫລາຍກວ່າ ການຖວາຍບູຊາງົວໂຕຜູ້ຫລືງົວຫນຸ່ມນັ້ນ. \s5 \v 32 ​ບັນ​ດາ​ຜູ້​ຖ່ອມ​ຕົວ​ໄດ້​ເຫັນ​ການ​ນັ້ນ​ແລະ​ຍິນ​ດີ, ທ່ານ​ຜູ້​ສ​ະແຫວງຫາ​ພ​ຣະ​ເຈົ້າ​, ຂໍ​ໃຫ້ໄດ້ຮັບຄຳເລົ້າໂລມ​ໃຈ​ຂອງ​ທ່ານ​. \v 33 ເພາະ​ພ​ຣະ​ຢ​າ​ເວ ​ຊົງ​ຟັງ​ຜູ້​ຂັດ​ສົນ​ອະທິຖານຫາແລະ​ບໍ່​ຊົງ​ດູ​ຫມິ່ນ​ບັນ​ດາ​ຄົນ​ທີ່​ຖືກ​ຈອງ​ຈຳ​ໄວ​້​ຂອງ​ພ​ຣະ​ອົງ. \s5 \v 34 ​ຂໍ​ຟ້າ​ສະ​ຫວັນ​ແລ​ະ​ແຜ່ນ​ດິນ​ໂລກ​ສັນ​ຣະ​ເສີນ​ພ​ຣະ​ອົງ, ທັງ​ທະ​ເລ​ແລະ​ທຸກ​ສິ່ງ​ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ນັ້ນ. \v 35 ເພາະ​ພ​ຣະ​ເຈົ້າ ​ຈະ​ຊົງ​ຊ່ວຍ​ຊີ​ໂອ​ນ​ໃຫ້ພົ້ນ​ແລະ​ຈະ​ຊົງ​ສ້າງ​ເມືອງ​ທັງ​ຫລາຍ​ຂອງ​ຢູ​ດາ​ຂຶ້ນ; ປະ​ຊາ​ຊົນ​ຈະ​ອາ​ສັຍ​ຢູ່​ທີ່​ນັ້ນ​ແລະ​ໄດ້​ໄວ້​ເປັນ​ກຳ​ມະ​ສິດ. \v 36 ເຊື້ອ​ສາຍ​ຜ​ູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຈະ​ໄດ້​ເປັນ​ມໍ​ຣະ​ດົກ; ແລະ​ບັນ​ດາ​ຜູ້​ທີ່​ຮັກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ຈະ​ຢູ່​ທີ່​ນັ້ນ. \s5 \c 70 \cl ບົດທີ 70 \p ສຳ​ລັບ​ຄະ​ນະ​ນັກດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ; ນຳ​ມາ​ເຊິ່ງ​ຄວາມ​ຊົງ​ຈຳ. \v 1 ຂ້າແດ່ພຣະເຈົ້າ, ພຣະຢາເວ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ ຂໍ​ຊົງ​ໂຜດສະເດັດ​ມາ​ແລະ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ. \v 2 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ພະ​ຍາ​ຍາມ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄດ້​ອັບ​ອາຍ​ແລະ​ຂາຍ​ຫນ້າ; ຂໍ​ໃຫ້​ພວກ​ເຂົາ​ຫັນ​ກັບ​ໄປ​ແລະ​ໄດ້​ຮັບ​ຄວາມ​ສັບສົນວຸ້ນວາຍ, ຄື​ບັນ​ດາ​ຜ​ູ້​ທີ່​ພໍໃຈ​ໃນ​ຄວາມ​ເຈັບ​ປວດ​ຂອງ​ຂ້າ​ນ້ອຍ. \v 3 ຂໍ​ໃຫ້​ພວກ​ເຂົາ​ໄດ້​ຫັນ​ກັບ​ໄປ​ເພາະ​ຄວາມ​ຂາຍ​ຫນ້າ​ຂອງ​ພວກ​ເຂົາ, ຄື​ບັນ​ດາ​ຜູ້​ທີ່​ເວົ້າ​ວ່າ, "ຫັ້ນ​ເດ, ຫັ້ນ​ເດ" \s5 \v 4 ໃຫ້​ບັນ​ດາ​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ທັງ​ຫມົດ​ຍິນ​ດີ​ໃນ​ພ​ຣະ​ອົງ; ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຮັກ​ຄວາມພົ້ນ​ຂອງ​ພ​ຣະ​ອົງ​ກ່າວ​ຢູ່​ສະ​ເຫມີ​ວ່າ, "ຂໍ​ໃຫ້​ພ​ຣະ​ເຈົ້າໄດ້ຮັບການສັນຣະເສີນ." \v 5 ແຕ່ຂ້ານ້ອຍຍາກຈົນແລະຂັດສົນ, ຂ້າແດ່ພຣະເຈົ້າ, ຂໍ​ຊົງ​ຮີບ​ມາ​ຫາ​ຂ້າ​ນ້ອຍ ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ແລ​ະ​ພ​ຣະ​ອົງ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ; ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຢ່າ​ຊັກ​ຊ້າ. \s5 \c 71 \cl ບົດທີ 71 \p \v 1 ຂ້າ​ແດ່,​ ພ​ຣະ​ຢາ​ເວ, ຂ້າ​ນ້ອຍລີ້​ພັຍ​ໃນ​ພ​ຣະ​ອົງ; ​ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ອັບ​ອາຍ​ເລີຍ. \v 2 ຂໍ​ຊົງກອບ​ກູ້​ເອົາຂ້າ​ນ້ອຍ​ແລະ​ຊົງ​ໃຫ້​ຂ້າ​ນ້ອຍ​ປອດ​ພັຍ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ງ່ຽງ​ຫູ​ຂອງ​ພ​ຣະ​ອົງ​ ຟັງ​ຂ້າ​ນ້ອຍ​ແລະ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ. \v 3 ຂໍ​ຊົງ​ເປັນ​ບ່ອນ​ລີ້​ພັຍ​ຂອງ​ຂ້າ​ນ້ອຍ​ທີ່​ຂ້າ​ນ້ອຍ​ຈະ​ເຂົ້າ​ໄປ​ຮົບ​ໄດ້​ສະ​ເຫມີ; ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ໃຫ້​ຊ່ວຍ​ຂ້າ​ນ້ອຍ​ໃຫ້ພົ້ນ, ເພາະ​ພ​ຣະ​ອົງ​ຊົງ​ເປັນ​ທີ່ເພິ່ງແລະ​ປ້ອມ​ປ້ອງກັນ​ຂອງ​ຂ້າ​ນ້ອຍ. \s5 \v 4 ຂ້າ​ແດ່​ພ​ຣະ​ເຈົ້າ, ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​, ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ຊົ່ວ ພົ້ນ​ຈາກ​ມື​ຂອງ​ຄົນ​ຊົ່ວຊາມ​ແລະ​ຄົນ​ໂຫດ​ຮ້າຍ. \v 5 ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ, ພ​ຣະ​ຢາ​ເວ. ​ ເພາະ​ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຫວັງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້​ວາງ​ໃຈ​ໃນ​ພ​ຣະ​ອົງ​, ຕັ້ງ​ແຕ່​ຂ້າ​ນ້ອຍ​ເປັນ​ເດັກ​ມາ. \s5 \v 6 ​ຂ້າ​ນ້ອຍ​ໄດ້​ຮັບ​ການ​ຊ່ວຍຊູ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ; ພ​ຣະ​ອົງ​ຊົງ​ເປັນ​ຜູ້​ນຳ​ຂ້າ​ນ້ອຍ​; ອອກ​ມາ​ຈາກ​ທ້ອງ​ແມ່​ຂອງ​ຂ້າ​ນ້ອຍ ຄຳ​ສັນ​ຣະ​ເສີນ​ຂອງ​ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ພ​ຣະ​ອົງ​ຢູ່​ສະ​ເຫມີ. \v 7 ຂ້າ​ນ້ອຍ​ເປັນ​ຕົວ​ຢ່າງ​ແກ່​ຜູ້​ຄົນ​ຫລວງ​ຫລາຍ; ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ແຂງ​ແກ່ນ​ຂອງ​ຂ້າ​ນ້ອຍ. \s5 \v 8 ປາກຂອງຂ້ານ້ອຍ ເຕັມໄປດ້ວຍຄຳສັນຣະເສີນພຣະອົງ, ແລະ​ດ້ວຍ​ການ​ຖວາຍພຣະ​ກຽຕ​ພ​ຣະ​ອົງ​ຕະ​ຫລອດ​ວັນ​ຍັງ​ຄ່ຳ. \v 9 ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ​ ໄປ​ໃນ​ໄວ​ເຖົ້າ​ຂອງ​ຂ້າ​ນ້ອຍ; ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ​ເມື່ອ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ຫມົດ​ລົງ. \s5 \v 10 ​ເພາະ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ກຳ​ລັງ​ເວົ້າ​ເຖິງ​ຂ້າ​ນ້ອຍ; ບັນ​ດາ​ຄົນ​ທີ່​ເຝົ້າ​ເອົາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ສຸມ​ຫົວ​ກັນ​ວາງ​ແຜນ. \v 11 ພວກ​ເຂົາ​ກ່າວ​ວ່າ, "ພ​ຣະ​ເຈົ້າ​ຊົງ​ຖິ້ມ​ເຂົາ​ແລ້ວ; ຈົ່ງ​ໄລ່​ຕາມ​ແລະ​ຈັບ​ເຂົ້າ​ໄວ້, ​ເພາະ​ບໍ່​ມີ​ໃຜ​ຊ່ວຍ​ເຂົາ​ໃຫ້​ພົ້ນ​ໄດ້." \s5 \v 12 ຂ້າ​ແດ່​ພ​ຣະ​ເຈ້າ, ຢ່າ​ຊົງ​ຢູ່​ໄກ​ຈາກ​ຂ້າ​ນ້ອຍ​ເລີຍ; ຂ້າ​ແດ່​ພ​ຣະ​ເຈົ້າ​, ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ຮີບ​ມາ​ຊ່ວຍ​ຂ້າ​ນ້ອຍ​ເຖີດ. \v 13 ຂໍ​ໃຫ້​ພວກ​ເຂົາໄດ້​ຮັບ​ຄວາມ​ອັບ​ອາຍ​ແລະ​ຖືກ​ທຳ​ລາ​ຍ; ຄື​ບັນ​ດາ​ຜູ້​ທີ່​ເປັນ​ສັດຕຣູ​ຕໍ່​ຊີ​ວິດ​ຂອງ​ຂ້າ​ນ້ອຍ ຂໍ​ໃຫ້​ພວກ​ເຂົາ​ຖືກ​ໂຈມ​ຕີໄປ​ດ້ວຍ​ການ​ພ່າຍແພ້​ແລະ​ຄວາມ​ອັບ​ອາຍ, ຄື​ບັນ​ດາ​ຜູ້​ທີ່​ຫາ​ທາງ​ທຳ​ຮ້າຍ​ຂ້າ​ນ້ອຍ. \s5 \v 14 ​ແຕ່​ຂ້າ​ນ້ອຍ​ຈະ​ຫວັງ​ໃຈ​ໃນ​ພ​ຣະ​ອົງ​ຢູ່​ສະ​ເຫມີ​ ແລະ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ. \v 15 ປາກ​ຂອງ​ຂ້າ​ນ້ອຍ​ຈະ​ເລົ່າ​ເຖິງ​ຄວາມ​ຊອບ​ທັມ ​ແລະ​ຄວາມ​ພົ້ນຂອງ​ພ​ຣະ​ອົງ,​ຕະ​ຫລອດ​ວັນ​ຍັ່ງ​ຄ່ຳ ແມ່ນວ່າ​ຂ້າ​ນ້ອຍ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ກໍ​ຕາມ \v 16 ຂ້າ​ນ້ອຍ​ຈະ​ມາ​ດ້ວຍ​ເລື່ອງ​ກະ​ທຳ​ອັນ​ຊົງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ຢາ​ເວ​ພ​ຣະ​ຜູ້​ເປັນ​ເຈົ້າ; ຂ້າ​ນ້ອຍ​ຈະ​ເອີ່ຍ​ເຖິງ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ ຂອງ​ພ​ຣະ​ອົງ​ແຕ່​ຜູ້​ດຽວ. \s5 \v 17 ​ຂ້​າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ໄດ້​ຊົງ​ສອນ​ຂ້າ​ນ້ອຍ​ຕັ້ງ​ແຕ່​ຍັງ​ນ້ອຍ, ແມ່ນວ່າ​ບັດ​ນີ້​ຂ້າ​ນ້ອຍກ​ປະ​ກາດ​ເຖິງ​ບັນ​ດາ​ການ​ກະ​ທຳ​ອັນ​ມະ​ຫັດ​ສະ​ຈັນ​ຂອງ​ພ​ຣ​ະ​ອົງ. \v 18 ແມ່ນ​ຍາມ​ຂ້າ​ນ້ອຍ​ເຖົ້າ​ແລະ​ມີ​ຜົມ​ງອກ​ກໍ​ຕາມ, ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຢ່າ​ຊົງ​ລືມ​ຂ້າ​ນ້ອຍ, ເມື່ອ​ຂ້າ​ນ້ອຍ​ໄດ້​ປະ​ກາດ​ເຖິງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ,​ໃຫ້​ແກ່​ຊົ່ວ​ອາ​ຍຸ​ຖັດ​ໄປ ແລະ​ປະ​ກາດ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ແກ່​ທຸກ​ຄົນ​ທີ່​ຈະ​ເກີດ​ມາ​ນັ້ນ. \s5 \v 19 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຄວາມ​ຊອບ​ທຳ​ຂອງ​ພ​ຣະ​ອົງ​ກໍ​ສູງ​ສຸດ​ເຊັ່ນ​ກັນ​ພ​ຣະ​ອົງ, ​ຜູ້​ໄດ້​ຊົງ​ກະທຳ​ສິ່ງ​ຍິ່ງ​ໃຫຍ່, ຂ້າ​ແດ່​ພ​ຣະ​ເຈົ້າ, ຜູ້​ໃດ​ຈະ​ຄື​ດັ່ງ​ພ​ຣະ​ອົງ? \v 20 ພ​ຣ​ະ​ອົງ​ຜ​ູ້​ໄດ້​ຊົງ​ສຳ​ແດງ​ຄວາມ​ທຸກ​ຍາກ​ລຳ​ບາກ ​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ ຈະ​ຊົງ​ຮື້ຟື້ນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ແລະ​ຈະ​ຊົງ​ນຳ​ຂ້າ​ນ້ອຍ​ທັງ​ຫລາຍ​ຈາກ​ຂຶ້ນ​ມາ​ຈາກ​ທີ່​ເລິກ​ຂອງ​ແຜ່ນ​ດິນ​ໂລກ​ອີກ​ຄັ້ງ. \s5 \v 21 ​ພ​ຣະ​ອົງໄດ້​ຊົງ​ເຮັດໃຫ້​ຂ້າ​ນ້ອຍມີກຽຕຫລາຍກວ່າທີ່ຂ້ານ້ອຍມີ; ​ແລະ​ທັງຈະປອບ​ໂຍນ​ຂ້າ​ນ້ອຍ. \v 22 ຂ້າ​ແດ່​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ດ້ວຍ​ພິນ​ໃຫຍ່​, ເນື່ອງ​ດ້ວຍ​ຄວາມ​ສັດ​ຈິງ​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ອົງ​ບໍ​ຣິ​ສຸດ; ​ແຫ່ງ​ອິ​ສະ​ຣາ​ເອນ ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ​ດ້ວຍ​ພິນ​ແດ່​ພ​ຣະ​ອົງ. \s5 \v 23 ​ຮີມສົບປາກ​ຂອງ​ຂ້າ​ນ້ອຍ​ຈະ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ເມືຶ່ອ​ຂ້າ​ນ້ອຍ ​ຮ້ອງ​ສັນ​ຣະ​ເສີນ​ແດ​່ພ​ຣະ​ອົງ-ແມ່ນ​ກະ​ທັ້ງ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຊຶ່ງ​ພ​ຣະ​ອົງ​, ໄດ້​ຊົງ​ໄຖ່​ໄວ້​ກໍ​ເຊັ່ນ​ກັນ. \v 24 ລິ້ນ​ຂອງ​ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ,​ຕະ​ຫລອດ​ວັນ​ຍັງ​ຄ່ຳ; ເພາະ​ພວກ​ເຂົາ​ຖືກ​ເຮັດ​ໃຫ້​ອັບ​ອາຍ​ແລະ​ສັບ​ສົນ, ຄື​ບັນ​ດາ​ຜູ້​ທີ່​ຫາ​ທາງ​ທຳ​ຮ້າຍ​ຂ້າ​ນ້ອຍ. \s5 \c 72 \cl ບົດທີ 72 \p \v 1 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ປຣະ​ທານ​ການ​ພິ​ພາກ​ສາ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ ​ແກ່​ພະ​ຣາ​ຊ​າ ແລະ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ ​ແກ່​ລູກ​ຂອງ​ພ​ະ​ຣາ​ຊາ \v 2 ຂໍ​ໃຫ້​ທ່ານ​ພິ​ພາກ​ສາ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ ​ດ້ວຍ​ຄວາມ​ຊອບ​ທັມ​ແລະ​ພິ​ພາກ​ສາ​ຄົນ​ຍາກ​ຈົນ​ຂອງ​ພ​ຣະ​ອົງ ​ດ້ວຍ​ຄວາມ​ຍຸ​ຕິ​ທັມ \v 3 ໃຫ້​ບັນ​ດາ​ພູ​ເຂົາ​ສ້າງ​ສັນ​ຕິ​ສຸກ​ເພື່ອ​ປະ​ຊາ​ຊົນ​ຂໍ​ໃຫ້​ເນີນ​ເຂົາ​ທັງ​ຫລາຍ​ສ້າງ​ຄວາມ​ຊອບ​ທັມ. \s5 \v 4 ​ຂໍ​ທ່ານ​ສູ້​ຄະ​ດີ​ເພື່ອ​ຄົນ​ຍາກ​ຈົນ​ໃນ​ຫ​ມູ່​ປະ​ຊາ​ຊົນ; ຂໍ​ທ່ານ​ຊ່ວຍ​ລູກ​ຫລານ​ຂອງ​ຄົນ​ຂັດ​ສົນ ແລະ​ທຸບ​ຜູ້​ກົດ​ຂີ່​ໃຫ້​ແຕກ​ເປັນ​ຕ່ອນໆ. \v 5 ຂໍ​ໃຫ້​ພວກ​ເຂົ​າ​ຖວາຍ​ກຽຕ​ພ​ຣະ​ອົງ​​ຈົນ​ກວ່າ​ທີ່ດວງ​ອາທິດ​ດຳ​ຣົງ​ຢູ່, ແລະ​​ຈົນ​ກວ່າ​ທີ່ດວງ​ຈ​ັນ​ດຳ​ຣົງ​ຢູ່​ຕະ​ຫລອດ​ທຸກເຊື້ອ​ຊາດ. \s5 \v 6 ​ຂໍ​ໃຫ້​ທ່ານ​ລົງ​ມາ​ດັ່ງ​ຝົນ​ທີ່​ຕົກ​ເທິງ​ທົ່ງນາຊຶ່ງ​ຕັດ​ແລ້ວ, ດັ່ງ​ເມັດ​ຝົນ​ທີ່​ເທິງ​ແຜ່ນ​ດິນ​ໂລ​ກ. \v 7 ຂໍ​ໃຫ້​ຄວາມ​ຊອບ​ທັມ​ຈະ​ເຣີນງອກ​ງາມ​ໃນ​ສມັຍ​ຂອງ​ທ່ານ, ແລະ​ຂໍ​ໃຫ້​ມີ​ຄວາມ​ສົມ​ບູນ​ພູນ​ສຸກ​ຈົນ​ກວ່າ​ບໍ່​ມີ​ດວງ​ຈັນ​ອີກ​ຕໍ່​ໄປ. \s5 \v 8 ​ຂໍ​ໃຫ້​ທ່ານ​ຄອບ​ຄອງ​ຈາກ​ທະ​ເລ​ເຖິງ​ທະ​ເລ, ແລະ​ຈາກ​ແມ່​ນ້ຳ​ນັ້ນ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ. \v 9 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານກົ້ມ​ກາບ​ລົງຕໍ່​ຫນ້າ​ທ່ານ; ຂໍ​ໃຫ້​ບັ​ນ​ດາ​ສັດ​ຕຣູຂອງ​ທ່ານ​ກົ້ມກາບເຖິງພື້ນ​ດິນເຊັ່ນກັນ. \v 10 ຂໍ​ໃຫ້​ບັນ​ດາກະສັດ​ແຫ່ງ​ເມືອງ​ທາ​ຊິດ ​ແລະ​ເກາ​ະ​ທັງ​ຫລາຍ​ຖວາຍ​ເຄື່ອງ​ບັນນາການ; ຂໍ​ໃຫ້​ບັນ​ດາ​ກະສັດ​ແຫ່ງ ​ເຊບ​າແລະ ​ເສ​ບາ ​ຖວາຍ​ຂອງ​ຂວັນ​ທັງ​ຫລາຍ. \s5 \v 11 ​ແນ່ນອນ, ຂໍ​ໃຫ້​ກະສັດທັງ​ຫມົດ​ກົ້ມ​ກາບ​ລົງ​ຕໍ່ຫນ້າທ່ານ; ຂໍ​ໃຫ້​ຊົນ​ຊາດ​ທັງ​ຫມົດ​ຮັບ​ໃຊ້​ທ່ານ. \v 12 ເພາະ​ທ່ານ​ຊ່ວຍ​ເຫລືອ​ຄົນ​ຂັດ​ສົນ​ຜ​ູ້​ຮ້ອງຂໍ ແລະ​ຄົນ​ຍ​າກ​ຈົນ​ຜູ້​ທີ່​ບໍ່​ມີ​ຄົນ​ຊ່ວຍ​ເຫລືອ. \s5 \v 13 ​ທ່ານ​ເມດ​ຕາ​ຄົນ​ຍາກ​ຈົນ​ແລະ​ຄົນ​ຂັດ​ສົນ, ແລະ​ທ່ານ​ຊ່ວຍ​ຊີ​ວິດ​ຄົນ​ຂັດ​ສົນ. \v 14 ທ່ານ​ໄຖ່​ຊີ​ວິດ​ຂອງ​ພວກ​ເຂົາ​ຈາກ​ການ​ບີບ​ບັງ​ຄັບ​ແລະ​ຄວາມ​ກົດ​ຂີ່, ແລະ​ໂລ​ຫິດ​ຂອງ​ພວກ​ເຂົາ​ກໍ​ມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ທ່ານ. \s5 \v 15 ​ຂໍ​ໃຫ້​ທ່ານ​ມີ​ຊີ​ວິດ​ຍືນ​ຍາວ! ຂໍ​ໃຫ້​ທ່ານ​ໄດ້​ຮັບ​ທອງ​ແຫ່ງ​ເຊ​ບາ. ຂໍ​ໃຫ້​ປະ​ຊາ​ຊົນ​ອະ​ທິ​ຖານ​ເພື່ອ​ທ່ານ​ຢູ່​ສະ​ເຫມີ; ຂໍ​ພ​ຣະ​ເຈົ້າ​ຊົງ​ອວຍ​ພອນ​ທ່ານ​ຕະ​ຫລອດ​ວັນ​ຮອດ​ຄ່ຳ. \v 16 ຂໍ​ໃຫ້​ມີ​ເຂົ້າ​ອຸ​ດົມ​ສົມ​ບູນ​ໃນ​ແຜ່ນ​ດິນ; ຂໍ​ໃຫ້​ຜົນ​ລະ​ປູກ​ເຫລົ່າ​ນັ້ນ​ເຄື່ອນ​ໄຫວ​ເທິງຍອດ​ເຂົາ​ທັງ​ຫລາຍ. ຂໍ​ໃຫ້​ປະ​ຊາ​ຊົນ​ຈະ​ເຣີນງອກ​ງາມ​ຂຶ້ນ​ໃນ​ເມືອງ​ທັງ​ຫລາຍ​ຄື​ຫຍ້າ​ແຫ່ງ​ທ້ອງ​ທົ່ງ. \s5 \v 17 ​ຂໍ​ໃຫ້​ຊື່​ຂອງ​ທ່ານ​ດຳ​ຣົງ​ຢູ່​ເປັນ​ນິ​ດ; ຂໍ​ໃຫ້​ຊື່​ຂອງ​ທ່ານ​ຢັ້ງ​ຢືນ​ຢ່າງດວງ​ອາ​ທິດ; ຂໍ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ພອນ​ໃນ​ທ່ານ; ຂໍ​ໃຫ້​ປະ​ຊາ​ຊາດ​ທັງ​ຫມົດ​ຮ້ອງ​ທ່ານ​ວ່າ​ຜູ້​ໄດ້​ຮັບ​ພ​ຣະ​ພອນ. \s5 \v 18 ​ຂໍ​ໃຫ້​ພ​ຣະ​​ຢາ​ເວ, ພ​ຣະ​ເຈົ້າ​, ຂອງ​ອິ​ສະ​ຣາ​ເອນ​ໄດ້​ຮັບ​ການ​ຖວາຍ​ຄຳ​ສັນ​ຣະ​ເສີນ, ພ​ຣະ​ອົງ​ຜູ້​ຊົງ​ກະ​ທຳ​ສິ່ງ​ອັ​ສະ​ຈັນ​ທັງ​ຫລາຍ​ແດ່​ພ​ຣະ​ອົງ​ດຽວ. \v 19 ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ອັນ​ຊົງ​ສະ​ງ່າ​ຣາ​ສີ​ຕະ​ຫລອດ​ໄປ​ເປັນ​ນິດ​, ແລະ​ຂໍ​ໃຫ້​ແຜ່ນ​ດິນ​ໂລກ​ທັງ​ຫມົດ​ເຕັມ​ໄປ​ດ້ວຍ​ພ​ຣະສະຫງ່າຣາ​ສີ​ຂອງ​ພ​ຣະ​ອົງ. ອາ​ແມນ,​ແລະ​ອາ​ແມນ. \v 20 ຄຳ​ພາວັນນາອະ​ທິ​ຖານ​ທັງ​ຫລາຍ​ຂອງ​ດາວ​ວິດ​ຜູ້​ເປັນ​ລູກ​ຂອງ​ເຢ​ຊີ​ໄດ້​ຈົບ​ລົງ​ແລ້ວ. ຫນັງ​ສື​ເຫລັ້ມ​ສາມ \s5 \c 73 \cl ບົດທີ 73 \p ບົດ​ເພງ​ສັນຣະ​ເສີນ​ຂອງ​ອາ​ສາບ. \v 1 ​ພ​ຣະ​ເຈົ້າ​​ຊົງ​ດີ​ຕໍ່​ອິ​ສະ​ຣາ​ເອນ, ຕໍ່​ບັນ​ດາ​ຜູ້​ມີ​ໃຈ​ບໍ​ຣິສຸດ. \v 2 ແຕ່​ສ່ວນ​ຂ້າ​ນ້ອຍ, ຕີນ​ຂອງ​ຂ້າ​ນ້ອຍ​ເກືອບ​ລື້ນ​ໄຫລ; ຕີນ​ຂອງ​ຂ້າ​ນ້ອຍ​ຫມົດ​ສິ້ນ​ຈາກ​ພາຍ​ໃນຂ້ານ​ອ້ຍ \v 3 ເພາະ​ຂ້າ​ນ້ອຍ​ໄດ້​ອິດ​ສາ​ຄົນ​ຈອງ​ຫ​ອງ​ເມື່ອ​ຂ້າ​ນ້ອຍ​ໄດ້​ເຫັນ​ຄວາມ​ຈະ​ເຣີນຮັ່ງ​ມີ​ຂອງ​ຄົ​ນ​ຊົ່ວ. \s5 \v 4 ​ເພາະ​ເຂົາ​ທັງ​ຫລາຍ​ບໍ່​ມີ​ຄວາມ​ເຈັບ​ປວດ​ໄປ​ຈົ​ນ​ເຖິງ​ຄວາມ​ຕາຍ​ຂອງ​ພວກ​ເຂົາ, ແຕ່​ພວກ​ເຂົາ​ກັບ​ແຂງ​ແຮງ​ແລະ​ໄດ້​ຮັບ​ການ​ລ້ຽງ​ດູ​ຢ່າງ​ດີ. \v 5 ເຂົາ​ທັງ​ຫລາຍ​ພົ້ນ​ຈາກ​ພາ​ຣະ​ທັງ​ຫລາຍ​ຢ່າງ​ຄົນ​ອື່ນໆ; ພວກ​ເຂົາ​ບໍ່​ຕ້ອງ​ທຸກ​ໃຈ​ຢ່າງ​ຄົນ​ອື່ນໆ. \s5 \v 6 ​ຄວາມ​ຈອງຫອງ​ຈຶ່ງ​ເປັນ​ດັ່ງ​ສາຍ​ຄໍ​ປະ​ດັບ​ຮອບ​ຄໍ​ຂອງ​ພວກ​ເຂົາ; ​ຄວາມ​ຂົ່ມ​ເຫັງ​ຄຸມ​ພວກ​ເຂົາ​ໄວ້​ຄື​ຢ່າງ​ເສື້ອ​ຄຸມ. \v 7 ເພາະ​ຄວາມ​ມືດບອດ​ແບບ​ນັ້ນ​ເຮັດ​ໃຫ້​ຄວາມ​ບາບ​ເຂົ້າ​ມາ, ຄວາມ​ຄິດ​ຊົ່ວ​ຮ້າຍ​ທັງ​ຫລາຍ​ຜ່ານ​ເຂົ້າ​ມາ​ໃນ​ໃຈ​ພວກ​ເຂົາ. \s5 \v 8 ​ພວກ​ເຂົາ​ຫົວ​ຂວັນ​ແລະ​ເວົ້າ​ຊົ່ວ​ຮ້າຍ; ໃນ​ຄວາມ​ຈອງ​ຫອງ​ຂອງ​ພວກ​ເຂົາ ພວກ​ເຂົາ​ຂູ່​ວ່າ​ຈະ​ບີບ​ບັງ​ຄັບ. \v 9 ເຂົາ​ທັງ​ຫລາຍ​ອ້າ​ປາກ​ສູ້​ຟ້າ​ສະ​ຫວັນ, ແລະ​ລີ້ນ​ຂອງ​ພວກ​ເຂົາ​ກໍ​ເລາະ​ໄປ​ໃນ​ໂລກ. \s5 \v 10 ​ເພາະ​ສະ​ນັ້ນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ຈຶ່ງ​ຫັນ​ໄປ​ຫາ​ພວກ​ເຂົາ​ແລະ​ນ້ຳ​ທີ່​ອຸ​ດົມ​ສົມ​ບູນ​ກໍ​ແຫ້ງ​ໄປ. \v 11 ​ພວກ​ເຂົາ​ເວົ້າ​ວ່າ "ພ​ຣະ​ເຈົ້າ​ຊົງ​ຮູ້​ໄດ້​ຢ່າງ​ໃດ? ພ​ຣະ​ເຈົ້າ​ຜູ້​ສູງ​ສຸດ​ມີ​ຄວາມ​ຮູ້​ບໍ່?" \v 12 ຈົ່ງ​ຣະ​ວັງ: ພ​ວກ​ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ຊົ່ວ; ພວກ​ເຂົາ​ສະ​ບາຍ​ຢູ່​ສະ​ເຫມີ, ກຳ​ລັງ​ມັ້ງຄັ້ງສົມບູນ​​ແລະ​ມີຫລາຍ​ຂຶ້ນເລື້ອຍໆ. \s5 \v 13 ​ເປັນ​ການ​ບໍ່​ມີ​ປະ​ໂຫຍດ​ທີ່​ຂ້າ​ນ້ອຍ​ໄດ້​ປົກ​ປ້ອງ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ໄວ້​ແລະ​ໄດ້​ຊຳ​ຣະ​ມື​ຂອງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ບໍ​ຣິສຸດ. \v 14 ເພາະ​ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ທຸກ​ທໍ​ຣະ​ມານ​ຕະ​ຫລອດ​ວັນ​ຍັງ​ຄ່ຳ​ແລະ​ຖືກ​ຕີ​ສອນ​ຢູ່​ທຸກ​ເຊົ້າ. \v 15 ຖ້າ​ຂ້າ​ນ້ອຍ​ໄດ້​ກ່າວ​ວ່າ, "ຂ້າ​ນ້ອຍ​ຈະ​ເວົ້າ​ເຊັ່ນ​ນີ້," ແລ້ວ​ຂ້າ​ນ້ອຍ​ກໍ​ຄົງ​ບໍ່​ໄດ້​ປ​ະ​ຕິ​ບັດ​ຕໍ່​ພວກ​ລູກ​ຊາຍ​ຂອງ​ພ​ຣະ​ອົງ​ໃນ​ຊົ່ວ​ອາ​ຍຸ​ນີ້. \s5 \v 16 ​ເຖິງ​ແມ່ນ​ວ່າ​ຂ້າ​ນ້ອຍ​ໄດ້​ພະ​ຍາ​ຍາມ​ເຮັດ​ຄວາມ​ເຂົ້າ​ໃຈ​ສິ່ງ​ເຫລົ່າ​ນີ້, ແຕ່​ກໍ​ຍາກ​ເກີນ​ໄປ​ສຳ​ລັບ​ຂ້​າ​ນ້ອຍ. \v 17 ແລ້ວ​ຂ້າ​ນ້ອຍ​ໄດ້​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່ນະ​ມັ​ສະ​ການຂອງ​ພ​ຣະ​ເຈົ້າ, ​ແລະ​ຈຶ່ງ​ໄດ້​ເຂົ້າ​ໃຈ​ເຖິງ​ປາຍ​ທາງ​ຂອງ​ພວກ​ເຂົາ. \s5 \v 18 ​ພ​ຣະ​ອົງ​ຊົງ​ວາງ​ພວກ​ເຂົາ​ໄວ້​ໃນ​ທີ່​ຈະພະລາດມື່ນ; ພ​ຣະ​ອົງ​ຊົງ​ນຳ​ພວກ​ເຂົາ​ລົງ​ໄປ​ສູ່​ຄວາມ​ພິ​ນາດ. \v 19 ພວກ​ເຂົາ​ຊ່າງ​ກາຍ​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໄດ້​ໃນ​ທັນ​ທີ! ພວກ​ເຂົາ​ມາ​ເຖິງ​ຈຸດ​ຈົບ​ແລະ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຄວາມ​ຢ້ານ​ທີ່​ໂຫດ​ຮ້າຍ. \v 20 ຂ້າ​ແດ່​ພ​ຣະ​ຜູ້​ເປັ​ນ​ເຈົ້າ, ພວກ​ເຂົາ​ເປັນ​ດັ່ງ​ຄວາມ​ຝັນ​ທີ່​ຫາຍ​ໄປ​ເມື່ອ​ຕື່ນ​ຂຶ້ນ; ເມື່ອ​ພ​ຣະ​ອົງ​ຊົງ​ຕື່ນ​ຂຶ້ນ, ພ​ຣະ​ອົງ​ກໍ​ຈະ​ບໍ່​ຊົງ​ຄິດ​ເຖິງ​ຄວາມ​ຝັນ​ເຫລົ່າ​ນັ້ນ​ເລີຍ. \s5 \v 21 ເພາະຈິດໃຈຂອງຂ້ານ້ອຍໂສກເສົ້າ, ແລະ​ຂ້າ​ນ້ອຍ​ເຈັບ​ປວດ​ຂົມຂື່ນໃນຈິດວິນຍານ. \v 22 ຂ້າ​ນ້ອຍ​ບໍ່​ຮູ້​ແລະ​ຂາດ​ຄວາມ​ເຂົ້າ​ໃຈ; ຂ້າ​ນ້ອຍ​ໄດ້​ເປັນ​ຄື​ສັດ​ທີ່​ບໍ່ມີ​ຄວາມ​ຮູ້​ສຶກ​ຕໍ່​​ພ​ຣະພັກພຣະ​ອົງ. \s5 \v 23 ​ແຕ່​ປານ​ນັ້ນ​ກໍ​ດີ ຂ້າ​ນ້ອຍ​ຢູ່​ກັບ​ພ​ຣະ​ອົງ​ສະ​ເຫມີ; ພ​ຣະ​ອົງ​ຊົງ​ຈັບ​ມື​ຂວາ​ຂອງ​ຂ້າ​ນ້ອຍ​ໄວ້. \v 24 ພ​ຣະ​ອົງ​ຊົງ​ນຳ​ຂ້າ​ນ້ອຍ​ດ້ວຍ​ຄຳ​ແນະ​ນຳ​ຂອງ​ພ​ຣະ​ອົງ​ແລະ​ພາຍ​ຫລັງ​ກໍ​ຊົງ​ຮັບ​ຂ້າ​ນ້ອຍ​ໄປ​ສູ່​ກຽດ​ຕິ​ຍົດ. \s5 \v 25 ​ນອກ​ຈາກ​ພ​ຣະ​ອົງ​ແລ້ວ, ຂ້າ​ນ້ອຍ​ມີ​ໃຜ​ໃນ​ຟ້າ​ສະ​ຫວັນ​ບໍ່? ນອກ​ຈາກ​ພ​ຣະ​ອົງ​ແລ້ວ ບໍ່​ມີ​ຜູ້​ໃດ​ເທິງ​ໂລກ​ທີ່​ຂ້າ​ນ້ອຍ​ປຣາ​ຖນາ. \v 26 ເນື້ອ​ຫນັງ​ແລະ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ກໍ​ອິດ​ເມື່ອຍ ແຕ່​ພ​ຣະ​ເຈົ້າ, ​ຊົງ​ເປັນ​ກຳ​ລັງ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຕະ​ຫລອດ​ໄປ. \s5 \v 27 ​ບັນ​ດາ​ຜູ້​ທີ່​ຫ່າງ​ເຫີນ​ຈາກ​ພ​ຣະ​ອົງ, ​ກໍ​ຈະ​ພິ​ນາດໄປ ພ​ຣະ​ອົງ​ຈະ​ຊົງ​ທຳ​ລາຍ​ບັນ​ດາ​ຜູ້​ບໍ່​ຊື່​ສັດ​ຕໍ່​ພ​ຣະ​ອົງ. \v 28 ແຕ່​ສ່ວນ​ຂ້າ​ນ້ອຍ, ​ທັງ​ຫມົດ​ທີ່​ຂ້າ​ນ້ອຍ​ຈະ​ເຮັ​ດ​ກໍ​ຄື​ການ​ເຂົ້າ​ໃກ້​ພ​ຣະ​ເຈົ້າ. ຂ້າ​ນ້ອຍ​ໄດ​້​ໃຫ້​ພ​ຣະ​ຢາ​ເວ​ພ​ຣະ​ຜູ້​ເປັນ​ເຈົ້າ​, ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ. ​ຂ້າ​ນ້ອຍ​ຈະ​ປະ​ກາດ​ເຖິງ​ທຸກສິ່ງທີ່ພ​ຣະ​ອົງໄດ້ຊົງກະທຳ. \s5 \c 74 \cl ບົດທີ 74 \p ບົດ​ຄວາມ​ຂອງ​ອາ​ສາບ. \v 1 ​ຂ້າ​ແດ່​ພ​ຣະ​ເຈົ້າ, ເຫດໃດພ​ຣະ​ອົງ​ຊົງ​ປະ​ຕິ​ເສດ​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ນິ​ດ? ເຫດໃດຄວາມ​ຄຽດຮ້າຍ​ຂອງ​ພ​ຣະ​ອົງ​ເຜົາ​ຜານ​ແກະ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ອົງ? \v 2 ຂໍ​ຊົງ​ຣະ​ນຶກ​ເຖິງ​ປະ​ຊາຊົນ​ຂອງ​ພ​ຣະ​ອົງ, ຜູ້​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ຊື້​ມາ​ໃນ​ສມັຍບູ​ຮານ ເປັນ​ເຜົ່າ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ໄຖ່​ໄວ້​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ​ເອງ, ແລະ​ຂໍ​ຊົງ​ລະ​ນຶກ​ເຖິງ​ພູ​ເຂົາ​ຊີ​ໂອນ​ທີ່​ຊຶ່ງ​ພ​ຣະ​ອົງ​ຢູ່​ນັ້ນ. \s5 \v 3 ຂໍ​ຍ່າ​ງເລາະ​ເບິ່ງ​ສິ່ງ​ທີ່​ຫັກ​ເພພັງ, ແລະ​ຄວາມ​ເສຍ​ຫາຍ​ທັງ​ຫມົດ​ທີ່​ສັດ​ຕຣູນັ້ນ​ໄດ້​ເຮັດ​ໃນ​ສະ​ຖານ​ທີ່​ບໍ​ຣິ​ສຸດ. \v 4 ພວກ​ສັດ​ຕຣູຂອງ​ພ​ຣະ​ອົງ​ໄດ້​ຮ້ອງ​ຢູ່​ກາງ​ສະ​ຖານ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ໄວ້; ພວກ​ເຂົາໄດ້​ປັກ​ທຸງ​ຮົບ​ຂອງ​ພວກ​ເຂົາ​ຂຶ້ນ. \v 5 ພວກ​ເຂົານັ້ນເປັນເຫມືອນຄົນຕັດໄມ້​ ບຸກ​ເຂົ້າ​ໄປ​ຟັນ​ໄມ້ດ້ວຍ​ຂວານ. \v 6 ພວກ​ເຂົ​າ​ທຸບ​ຕີ​ແລະ​ພັງ​ໄມ້​ແກະ​ສະ​ລັກ​ທັງ​ຫມົດ​ລົງ; ພວກ​ເຂົາ​ພັງ​ສິ່ງ​ເຫລົ່າ​ນັ້ນ​ດ້ວຍ​ຂວານ​ແລະ​ຄ້ອນ. \s5 \v 7 ​ເຂົາ​ທັງ​ຫລາຍ​ເອົາ​ໄຟ​ຈູດສະ​ຖານ​ນະ​ມັ​ສະ​ການ​ຂອງ​ພ​ຣະ​ອົງ; ພວກ​ເຂົາ​ເຮັດ​ໃຫ້​ສະ​ຖານ​ທີ່​ຢູ່​ຂອງ​ພ​ຣະ​ອົງ, ​ເປັນ​​ມົນ​​ທິນ​ໄປພັງ​ລົງ​ຈົນ​ເຖິງ​ດິນ. \v 8 ເຂົາ​ທັງ​ຫລາຍ​ໄດ້​ຄິດ​ໃນ​ໃຈ​ວ່າ, "ເຮົາ​ຈະ​ທຳ​ລາຍ​ພວກ​ເຂົາ​ທັງ​ຫມົດ." ພວກ​ເຂົາ​ຈູດ​ເຜົາ​ສະ​ຖານ​ທີ່​ປະ​ຊຸມ​ຂອງ​ພ​ຣະ​ອົງ​ທັງ​ຫມົດ​ໃນ​ແຜ່ນ​ດິນ. \s5 \v 9 ​ພວກ​ເຮົາ​ບໍ່​ເຫັນ​ບັນ​ດາ​ຫມາຍ​ສຳ​ຄັນ​ທັງ​ຫລາຍ​ອີກ​ເລີຍ; ບໍ່​ມີ​ຜູ້​ທຳ​ນວຍອີກ​ແລ້ວ, ແລະ​ບໍ່​ມີ​ແມ່ນແຕ່ຄົນ​ດຽວໃນ​ພວກ​ເຮົາ​ທີ່​ຮູ້​ວ່າ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ອີກ​ດົນ​ປານ​ໃດ. \v 10 ຂ້າ​ແດ່​ພ​ຣະ​ເຈົ້າ, ສັດ​ຕຣູ​ນັ້ນ​ຈະ​ດູ​ຫມິ່ນ​ພ​ຣະ​ອົງ​ຢູ່​ດົນ​ປານ​ໃດ? ສັດ​ຕຣູ​ຈະ​ຫມິ່ນປະຫມາດ​ພ​ຣະ​ນາມຊື່​ພ​ຣະ​ອົງ​ເປັ​ນ​ນິ​ດ​ບໍ່? \v 11 ດ້ວຍເຫດໃດພ​ຣະ​ອົງ​ຈຶ່ງ​ຢັ້ງ​ມື​ຂອງ​ພ​ຣະ​ອົງ​ໄວ້ ຄື​ມື​ຂວາ​ຂອງ​ພ​ຣະ​ອົງ? ຂໍ​ຍື່ນ​ມື​ຂວາ​ຂອງ​ພ​ຣະ​ອົງ​ຈາກ​ຫລັງ​ຂອງ​ພ​ຣະ​ອົງ​ແລະ​ທຳ​ລາຍ​ພວກ​ເຂົາ​ເຖີດ. \s5 \v 12 ​ເຖິງ​ປານ​ນັ້ນ ພ​ຣະ​ເຈົ້າ, ​ຜູ້​ເປັນ​ກະ​ສັດ​ຂອງ​ພວກຂ້າ​ນ້ອຍ​ຕັ້ງ​ແຕ່​ບູ​ຮານ ຊົງ​ນຳ​ຄວາມ​ພົ້ນມາ​ເທິງ​ແຜ່ນ​ດິນ​ໂລກ. \v 13 ພ​ຣະ​ອົງ​ໄດ້​ຊົງ​ແຍກ​ທະ​ເລ​ດ້ວຍ​ຣິທາ​ນຸ​ພາບ​ຂອງ​ພ​ຣະ​ອົງ, ພ​ຣະ​ອົງ​ຊົງ​ທຸບ​ບັນ​ດາ​ຫົວ​ຂອງ​ສັດ​ທະ​ເລ​ທີ່ມາໃນ​ນ້ຳ. \s5 \v 14 ​ພ​ຣະ​ອົງ​ໄດ້​ຊົງ​ຢຽບ​ຫົວ​ມັງກອນທີ່ຊື່ວ່າເລ​ວີ​ອາ​ທານ ພ​ຣະ​ອົງ ​ຊົງ​ໃຫ້​ມັນ​ກາຍ​ເປັນ​ອາ​ຫານ​ແກ່​ບັນ​ດາ​ສັດ​ທີ່​ອາ​ສັຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​​ກັນ​ດານ. \v 15 ພ​ຣະ​ອົງ​ເອງ​ຊົງ​ທຸບ​ຕາ​ນ້ຳ​ພຸ​ແລະ​ລຳ​ທານ​ທັ​ງ​ຫລາຍ​ໃຫ້​ເປີດ​ອອກ​ພ​ຣະ​ອົງ​, ໄດ້​ຊົງ​ເຮັດ​ໃຫ້​ແມ່​ນ້ຳ​ທີ່​ໄຫລ​ຢູ່​ແຫ້ງ​ໄປ. \s5 \v 16 ​ວັນ​ເປັນ​ຂອງ​ພ​ຣະ​ອົງ, ແລະ​ຄືນ​ກໍ​ເປັນ​ຂອງ​ພ​ຣະ​ອົງ​ເຊັ່ນ​ກັນ; ພ​ຣະ​ອົງ​ເອ​ງ​ຊົງຕັ້ງດວງ​ອາ​ທິດ​ແລະ​ດວງ​ເດືອນ​ໄວ້​ໃນ​ທີ່​ຂອງ​ມັນ. \v 17 ພ​ຣະ​ອົງ​ຊົງ​ຈັດ​ເຂດ​ແດນ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ໂລກ; ພ​ຣະ​ອົງ​ເອ​ງ​ໄດ້​ຊົງ​ສ້າງ​ຣະ​ດູ​ຮ້ອນ​ແລະ​ຣະ​ດູ​ຫນາວ. \s5 \v 18 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​ນຶກ​ເຖິງ​ການ​ທີ່​ສັດ​ຕຣູໄດ້​ຫົວຂັວນໃສ່​ພ​ຣະ​ອົງ, ແລະ​ຊົນ​ຊາດ​ໂງ່​ຈ້າ​ໄດ້​ຫມິ່ນ​ປະ​ມາດ​ຕໍ່​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ. \v 19 ຂໍ​ຢ່າ​ຊົງ​ມອບ​ຊີ​ວິດ​ນົກ​ເຂົາ​ຂອງ​ພ​ຣະ​ອົງ​ແກ່​ສັດ​ປ່າ. ຂໍ​ຢ່າ​ຊົງ​ລືມ​ຊີ​ວິດ​ຂອງ​ປະ​ຊາ​ກອນ​ທີ່​ຖືກ​ກົດ​ຂີ່​ຂອງ​ພ​ຣະ​ອົງ​ເປັນ​ນິ​ດ. \s5 \v 20 ​ຂໍ​ຊ​ົງ​ຣະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ, ເພາະ​ບັນ​ດາ​ເຂດ​ແດນ​ທີ່​ມືດ​ຂ​ອງ​ແຜ່ນ​ດິນ​ເຕັມ​ໄປ​ດ້ວຍ​ບັນ​ດາ​ທີ່​ອາ​ສັຍ​ຂອງ​ຄວາມ​ຮຸນ​ແຮງ. \v 21 ຂໍ​ຢ່າ​ໃຫ້​ຜູ້​ທີ່​ຖືກ​ກົດ​ຂີ່​ຕ້ອງ​ກັບ​ໄປ​ດ້ວຍ​ຄວາມ​ຂາຍ​ຫນ້າ; ຂໍ​ໃຫ​້​ຄົນ​ຍາກ​ຈົນ​ແລະ​ຄົນ​ຖື​ກ​ກົດ​ຂີ່​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. \s5 \v 22 ​ຈົ່ງ​ລຸກ​ຂື້ນ, ຂ້າ​ແດ່​ພ​ຣະ​ເຈ້າ; ຂໍ​ຊົງ​ລຸກ​ຂຶ້ນ​ປົກ​ປ້ອງ​ກຽຕ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ຣະ​ນຶກວ່າ​ພວກ​ຄົນ​ໂງ່​ຈ້າຫົວຂວັນໃສ່ພ​ຣະ​ອົງ​ຢູ່​ວັນ​ຍັງ​ຄ່ຳ. \v 23 ຂໍ​ຢ່າ​ຊົງ​ລືມ​ສຽງ​ພວກ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ ຫລື​ສຽງ​ຮ້າຍ​ກາດ​ຂອງ​ບັນ​ດາ​ຜູ້​ທີ່​ທ້າ​ທາຍ​ພ​ຣະ​ອົງ​ຢ່າງ​ຕໍ່​ເນື່ອງ. \s5 \c 75 \cl ບົດທີ 75 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ທາ​ເຊັດ. ບົດ​ເພງ​ສັນຣະ​ເສິນ​ຂອງ​ອາ​ສາບ, ບົດ​ເພງ. \v 1 ຂ້າ​ແດ່​ພ​ຣະ​ເຈ້າ, ພວກຂ້າ​ນ້ອຍ​​​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ; ພວກຂ້າ​ນ້ອຍ​ຂໍ​ຂອບ​ພ​ຣະ​ຄຸນ, ເພາະ​ພ​ຣະ​ອົງ​ຊົງ​ສຳ​ແດງ​ເຖິງ​ການ​ຊົງ​ສະ​ຖິດ​ຂອງ​ພ​ຣະ​ອົງ; ເຫລົ່າ​ປະ​ຊາ​ຊົນ​ຕ່າງ​ເລົ່າ​ເຖິງ​ການ​ອັ​ສະ​ຈັ​ນ​ຂອງ​ພ​ຣະ​ອົງ. \v 2 ເມື່ອ​ເຖິງ​ເວ​ລາ​ຫນຶ່ງ​ແລ້ວ ເຮົາ​ຈະ​ຕັດ​ສິນ​ຢ່າງ​ຍຸ​ຕິ​ທັມ. \v 3 ແມ່ນ​ວ່າ​ແຜ່ນ​ດິນ​ໂລກ​ແລະ​ບັນ​ດາ​ຜູ້​ຢູ່​ອາສັຍ​ທັງ​ຫມົດ​ຈະ​ສັ່ນ​ດ້ວຍ​ຄວາມ​ຢ້ານ, ເຮົາ​ເຮັດ​ໃຫ້​ບັນ​ດາ​ເສົາ​ຫລັກ​ຂອງ​ແຜ່ນ​ດິນ​ໂລກ​ຫມັ້ນ​ຄົງ. ເສລາ \s5 \v 4 ​ເຮົາ​ເວົ້າ​ກັບ​ຄົນ​ຈອງ​ຫອງວ່າ, "ຢ່າ​ຈອງ​ຫອງ," ແລະ​ກັບ​ຄົນ​ຊົ່ວ​ວ່າ, "ຢ່າ​ຍົກ​ເຂົາ​ນັ້​ນ​ຂຶ້ນ. \v 5 ຢ່າ​ຍົກ​ເຂົາ​ຂອງ​ເຈົ້າ​ຂຶ້ນ​ໃຫ້​ສູງ; ຢ່າ​ເວົ້າ​ອວດ​ດີ" ແລະບອກພວກເຂົາໃຫ້ຢຸດອວດອ້າງ." \v 6 ເພາະ​ການ​ຕັດສິນບໍ່​ໄດ້​ມາ​ຈາກ​ທິດ​ຕາ​ເວັນ​ອອກ​ຫລື​ຈາກ​ທິດ​ຕາ​ເວັນ​ຕົກ ມັນບໍ່ໄດ້ມາຈາກທິດເຫນືອ ຫລືທິດໃຕ້ມັນ​ບໍ່​ໄດ້​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. \s5 \v 7 ​ແຕ່​ພ​ຣະ​ເຈົ້າ​ເປັນ​ຜູ້​ພິ​ພາກ​ສາ, ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ລົງ ແລະ​ພ​ຣະ​ອົງ​ຊົງ​ຍົກ​ຂຶ້ນ. \v 8 ເພາະ​ພ​ຣະ​ຢາ​ເວ ​ຊົງຖື​ຈອກ​ໃບ​ຫນຶ່ງ​ທີ່​ມີ​ເຫລົ້າ​ອະ​ງຸ່ນ​ເປັນ​ຟອງ ຊຶ່ງ​ຖືກ​ປະ​ສົມ​ດ້ວຍ​ເຄື່ອງ​ເທດ​ຕ່າງໆ. ແລະ​ຊົງ​ເທ​ອອກ ຄົນ​ຊົ່ວ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ດື່ມ​ມັນ​ຈົນ​ຢົດ​ສຸດ​ທ້າຍ. \s5 \v 9 ​ແຕ່​ຂ້າ​ນ້ອຍ​ຈະ​ເລົ່າ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​; ໄດ້​ຊົງ​ເຮັດ​ຢູ່​ເລື້ອຍ ​ໄປ​ຂ້າ​ນ້ອຍ​ຈະ​ຮ້ອງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ. \v 10 ພ​ຣະ​ອົງ​ຊົງ​ບອກວ່າ, "ເຮົາ​ຈະ​ຕັດ​ບັນ​ດາ​ເຂົາ​ຂອງ​ຄົນ​ຊົ່ວ​ທັງ​ຫມົດ, ແຕ່​ບັນ​ດາ​ເຂົາ​ຂອງ​ຄົນ​ຊອບ​ທັມ​ຈະ​ຖືກ​ຍົກ​ຂຶ້ນ." \s5 \c 76 \cl ບົດທີ 76 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ, ກ່ຽວ​ກັບ​ເຄື່ອງ​ດົນຕຣີ​ທັງ​ຫລາຍ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ, ເປັນ​ບົດ​ເພງ. \v 1 ພ​ຣະ​ເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ຢູ​ດາ; ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ໃຫຍ່​ຫລາຍ​ໃນ​ອິ​ສະ​ຣາ​ເອນ. \v 2 ທີ່​ຢູ່​ຂອງ​ພ​ຣະ​ອົງ​ຢູ່​ໃນ​ຊາ​ເລັມ; ທີ່​ຊົງ​ສະ​ຖິດ​ຂອງ​ພ​ຣະ​ອົງ​ຢູ່​ໃນ​ຊີ​ໂອນ. \v 3 ພ​ຣະ​ອົງ​ຊົງ​ຫັກ​ບັນ​ດາ​ລູກ​ທະ​ນູ, ໂລ້, ດາບ, ແລະ​ບັນ​ດາ​ອາ​ວຸດ​ອື່ນໆ ແຫ່ງ​ສົງ​ຄາມ. ເສ​ລາ \s5 \v 4 ພ​ຣະ​ອົງ​ຊົງ​ສ່ອງ​ແສງ​ສະຫວ່າງ​ແລະ​ຊົງ​ສຳ​ແດງ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ, ເມື່ອ​ພ​ຣະ​ອົງ​ລົງ​ມາ​ຈາກ​ພູ​ເຂົາ, ທີ່​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ຫານ​ບັນ​ດາ​ເຫຍື່ອ​ຂ​ອງ​ພ​ຣະ​ອົງ. \v 5 ບັນ​ດາ​ຄົນ​ໃຈ​ກ້າ​ໄດ້​ຖືກ​ຮີບ​ເຂົ້າ​ຂອງ; ພວກ​ເຂົາ​ໄດ້​ລ່ວງລັບ​ໄປ. ບັນ​ດາ​ນັກ​ຮົບ​ທັງ​ຫມົດ​ຕ່າງ​ຂ​າດ​ຄວາມ​ຊ່ວຍ​ເຫລືອ. \s5 \v 6 ​ຂ້າ​ແດ່​ພ​ຣະ​ເຈົ້າ, ​ຂອງ​ຢາ​ໂຄບ, ພໍ​ພ​ຣະ​ອົງ​ຊົງ​ສັ່ງ​ສອນ ທັ້ງ​ຜູ້​ຂີ່​ມ້າ​ແລະ​ມ້າ​ກໍ​ລ່ວງ​ລັບ​ໄປ. \v 7 ແຕ່​ພ​ຣະ​ອົງ​ເຈົ້າ, ພ​ຣະ​ອົງ​ຊົງ​ເປັນ​ທີ່​ນ່າ​ຢ້ານ​ກົວ​ຢຳ​ເກງ; ເມື່ອ​ພ​ຣະ​ອົງໂກດຮ້າຍ ບໍ່ມີໃຜ​ສາ​ມາດ​ຢືນ​ຢູ່ຊ້ອງ​ຫນ້າ​ພ​ຣະ​ອົງ​ໄດ້? \s5 \v 8 ພ​ຣະ​ອົງ​ໄດ້​ຊົງ​ລັ່ນ​ຄຳ​ຕັດ​ສິນ​ຂອງ​ພ​ຣະ​ອົງ​; ໃຫ້​ໄດ້​ຍິນ​ຈາກ​ຟ້າ​ສະ​ຫວັນ ແຜ່ນ​ດິນ​ໂລກ​ກໍ​ຢ້ານ​ແລະ​ມິດ​ງຽບ. \v 9 ຂ້າ​ແດ່​ພ​ຣະ​ເຈົ້າ, ເມື່ອ​ພ​ຣະ​ອົງ​ຊົງ​ລຸກ​ຂຶ້ນ, ​ເຮັດ​ການ​ຕັດ​ສິນ​ແລະ​ຊ່ວຍ​ບັນ​ດາ​ຜູ້​ຖືກ​ກົດ​ຂີ່​ແຫ່ງ​ແຜ່ນ​ດິນ​ໂລກ​ທັງ​ຫມົດ​ໃຫ້ພົ້ນ. \s5 \v 10 ​ແນ່ນອນ ການ​ຕັດ​ສິນ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພ​ຣະ​ອົງ​ຕໍ່​ມະ​ນຸດ​ຈະ​ນຳ​ການ​ສັນ​ຣະ​ເສີນ​ມາ​ສູ່​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ຄາດ​ພ​ຣະ​ອົງ​ເອງ​ດ້ວຍ​ສິ່ງ​ທີ່​ຫລົງ​ເຫລືອ​ຈາກ​ຄວາມໂ​ກດ​ຮ້າຍ​ຂອງ​ພ​ຣະ​ອົງ. \s5 \v 11 ​ຈົ່ງ​ປະ​ຕິ​ຍານ​ຕໍ່​ພ​ຣະ​ຢາ​ເວ​ພຣະ​ເຈົ້າ​. ຂອງ​ທ່ານ​ແລະ​ຮັກ​ສາ​ຄຳ​ສັນ​ຍາ​ເຫລົ່າ​ນັ້ນ​ໄວ້ ໃຫ້​ທຸກ​ຄົນ​ທີ່​ຢູ່​ອ້ອມ​ພ​ຣະ​ອົງ​ນຳ​ບັນ​ດາ​ຂອງ​ຖວາຍ​ມາ​ຍັງ​ພ​ຣະ​ອົງ​ຜູ້​ຊຶ່ງ​ເປັນ​ທີ່​ຢຳ​ເກງ. \v 12 ​ພ​ຣະ​ອົງ​ຊົງ​ຕັດ​ວິນ​ຍານ​ຂອງ​ບັນ​ດາ​ເຈົ້າ​ນາຍ​ອອກ​ໄປເສຍ; ພ​ຣະ​ອົງ​ຊົງ​ເປັນ​ທີ່​ຢຳ​ເກງຕໍ່​ບັນ​ດາ​ກະ​ສັ​ດ​ແຫ່ງ​ແຜ່ນ​ດິນ​ໂລກ. \s5 \c 77 \cl ບົດທີ 77 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ; ຫລັງ​ຈາກ​ລັກ​ສະ​ນະ​ຂອງ​ເຈ​ດຸ​ທັນ. ບົດ​ເພງ​ສັນຣະ​ເສີນ​ຂອງ​ອາ​ສາບ. \v 1 ​ຂ້າ​ນ້ອຍ​ຮ້ອງທຸກຕໍ່ພ​ຣະ​ເຈົ້າ​; ດ້ວຍ​ສຽງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຮ້ອງຫາຕໍ່ພ​ຣະ​ເຈ້າ​ດ້ວຍ​ສຽງ​ຂອງ​ຂ້າ​ນ້ອຍ ແລະ​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ​ຈະ​ຊົງ​ຟັງສຽງ​ຂ້າ​ນ້ອຍ. \s5 \v 2 ​ໃນ​ວັນ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້ສະແຫວງ​ຫາ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ; ຍາມ​ຄ່ຳ​ຄືນ ຂ້າ​ນ້ອຍ​ໄດ້​ຍື່ນ​ມື​ຂອງ​ຂ້າ​ນ້ອຍ​ເຂົ້າ​ອອກ, ​ແລະ​ມື​ນັ້ນ​ບໍ່​ອິດ​ເມື່ອຍ​ເລີຍ ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ບໍ່​ຍອມ​ຮັບ​ການ​ປອບ​ໂຍນ. \v 3 ຂ້າ​ນ້ອຍ​ໄດ້​ຣະ​ນຶກ​ເຖິງ​ພ​ຣະ​ເຈົ້າ​ເມື່ອ​ຂ້າ​ນ້ອຍ​ໄດ້​ຕຶກຕອງ​; ຂ້າ​ນ້ອຍ​ໄດ້​ຣະ​ນຶກ​ເຖິງ​ພ​ຣະ​ອົງ​ເມື່ອ​ຂ້າ​ນ້ອຍອ​ອ່ນ​ກຳ​ລັງ. ເສລາ \s5 \v 4 ​ພ​ຣະ​ອົງ​ໄດ້​ຊົງ​ຈັບ​ຫນັງ​ຕາ​ຂອງ​ຂ້​າ​ນ້ອຍ​ໃຫ້​ເປີດ​ອອກ; ຂ້າ​ນ້ອຍ​ທຸກ​ໃຈ​ເກີນກວ່າ​ທີ່​ຈະ​ເວົ້າ​ໄດ້. \v 5 ຂ້າ​ນ້ອຍ​ໄດ້​ຣະ​ນຶກ​ເຖິງວັນ​ເກົ່າໆ, ເຖິງ​ເວ​ລາ​ທີ່​ຜ່ານ​ໄປ​ນານ​ແລ້ວ. \s5 \v 6 ​ໃນ​ຍາມ​ກາງ​ຄືນ ຂ້າ​ນ້ອຍ​ຣະ​ນຶກ​ເຖິງ​ບົດ​ເພງ​ທີ່​ຂ້າ​ນ້ອຍ​ເຄີຍ​ຮ້ອງ.​ ຂ້າ​ນ້ອຍ​ໄດ້​ຄິດ​ຕຶກ​ຕອງ​ແລະ​ໄດ້​ພະ​ຍາ​ຍາມ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ເຄີຍ​ເກີດ​ຂຶ້ນ​ມາ​ແລ້ວ. \v 7 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຖິ້ມ​ຂ້າ​ນ້ອຍ​ເປັນ​ນິ​ດບໍ? ພ​ຣະ​ອົງ​ຈະ​ບໍ່​ຊົງ​ເມດ​ຕາ​ຂ້າ​ນ້ອຍ​ອີກ​ເລີຍ​ບໍ? \s5 \v 8 ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະອົງ​ໄດ້​ຫມົດ​ສິ້ນ​ໄປ​ເປັນ​ນິ​ດ​ແລ້ວ​ບໍ່? ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄດ້​ລົ້ມ​ເລິກ​ໄປ​ເປັນ​ນິດ​ແລ້ວ​ບໍ? \v 9 ພ​ຣະ​ເຈົ້າ​ໄດ້​ຊົງ​ລືມ​ທີ່​ຈະ​ເມດ​ຕາ​ແລ້ວ​ບໍ? ຄວາມ​ໃຈ​ຮ້າຍ​ຂອງ​ພ​ຣະ​ອົງ​ໄດ້​ປິດ​ບັງ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ​ໄປ​ແລ້ວ​ບໍ? ເສ​ລາ \s5 \v 10 ຂ້າ​ນ້ອຍ​ກ່າວ​ວ່າ, "ນີ້​ແຫລະ​ຄື​ຄວາມ​ທຸກ​ໂສກ​ຂອງ​ຂ້າ​ນ້ອຍ: ຄື​ການ​ປ່ຽນ​ໄປ​ຂອງ​ມື​ຂວາ​ຂອງ​ຜູ້​ສູງ​ສຸດ​ທີ່​ມີ​ຕໍ່​ພວກ​ເຮົາ." \s5 \v 11 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ແຕ່​ຂ້າ​ນ້ອຍ​ຈະ​ຣະ​ນຶກ​ເຖິງ​ການ​ກະ​ທຳ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ຣະ​ນຶກ​ເຖິງ​ບັນ​ດາ​ການ​ກະ​ທຳ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​ໃນ​ສມັຍ​ບູ​ຮານ. \v 12 ຂ້າ​ນ້ອຍ​ຈະ​ນຶກ​ເຖິງ​ການ​ກະ​ທຳ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ແລະ​ຈະ​ຕຶກ​ຕອງ​ເຖິງ​ສິ່ງ​ເຫລົ່າ​ນັ້ນ. \s5 \v 13 ​ຂ້າ​ແດ່​ພ​ຣະ​ເຈົ້າ, ທຸກ​ສິ່ງ​ຂອງ​ພ​ຣະ​ອົງ​ບໍ​ຣິ​ສຸດ, ພ​ຣະ​ອົງ​ໃຜຈະ​ທຽບ​ກັບ​ພ​ຣະ​ເຈົ້າ​, ຜູ້​ຍິ່ງ​ໃຫຍ່​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ບໍ? \v 14 ພ​ຣະ​ອົງ​ຄື​ພ​ຣະ​ເຈົ້າຜູ້​ຊົງ​ເຮັດ​ການ​ອັ​ສະ​ຈັນ​ທັງ​ຫລາຍ; ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ໃນ​ທ່າມ​ກາງ​ຊົນ​ຊາດ​ທັງ​ຫລາຍ. \v 15 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ຊັຍ​ຊະ​ນະ​ແກ່​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ, ​ດ້ວຍ​ຣິດທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ - ຄື​ແກ່​ບັນ​ດາ​ລູກ​ຫລານ​ຂອງ​ຢາ​ໂຄບ​ແລະ​ໂຢ​ເຊັບ. ເສ​ລາ \s5 \v 16 ​ຂ້າ​ແດ່​ພ​ຣະ​ເຈົ້າ, ທະ​ເລ​ໄດ້​ເຫັນ​ພ​ຣະ​ອົງ; ທະ​ເລ​ໄດ້​ເຫັນ​ພ​ຣະ​ອົງ, ແລະ​ພວກ​ມັນ​ກໍ​ຢ້ານ​ກົວ; ບັນ​ດາ​ທີ່​ເລິກ​ກໍ​ສັ່ນ​ສະ​ເທືອນ. \v 17 ບັນ​ດາ​ເມກ​ເທ​ນ້ຳ​ລົງ​ມາ; ບັນ​ດາ​ທ້ອງ​ຟ້າ​ກໍ​ຮ້ອງ​ສຽງ; ບັນ​ດາ​ລູກທະ​ນູ​ຂອງ​ພ​ຣະ​ອົງ​ກໍປີວ​ໄປ. \s5 \v 18 ​ສຽງ​ຟ້າ​ຮ້ອງ​ຂອ​ງ​ພ​ຣະ​ອົງ​ໄດ້​ຍິນ​ຢູ່​ໃນ​ພາ​ຍຸ; ຟ້າ​ແມບ​ເຮັດ​ໃຫ້​ທັງ​ໂລກ​ສະຫ​ວ່າງ; ແຜ່ນ​ດິນ​ໂລກ​ກໍ​ໄດ້​ສັ່ນ​​ສະ​ເທືອນ. \v 19 ພ​ຣະ​ອົງ​ຍ່າງ​ເທິງ​ຄື້ນ​ນ້ຳ​ຂ້ວາມ​ທ້ອງ​ທະ​ເລ​ໄປ​, ແຕ່ຮອຍ​ບາດ​ຍ່າງ​ຂອງ​ພ​ຣະ​ອົງ​ກໍ​ເບິ່ງ​ບໍ່​ເຫັນ. \v 20 ພ​ຣະ​ອົງ​ໄດ້​ຊົງ​ນຳ​ປະ​ຊາກອ​ນ​ຂອງ​ພ​ຣະ​ອົງ​ດັ່ງ​ນຳ​ຝູງ​ແບ້ ​ແກະ ໂດຍ​ມື​ຂອງ​ໂມ​ເຊ​ແລະ​ອາ​ໂຣນ. \s5 \c 78 \cl ບົດທີ 78 \p ບົດ​ຄວາມ​ຂອງ​ອາ​ສາບ. \v 1 ​ປະ​ຊາ​ກອນ​ຂອງ​ຂ້າ​ເອີຍ, ຈົ່ງ​ຟັງ​ຄຳ​ສອນ​ຂອງ​ຂ້າ, ຈົ່ງ​ຟັງ​ບັນ​ດາ​ຖ້ອຍ​ຄຳ​ແຫ່ງ​ປາກ​ຂ້າ. \v 2 ຂ້າ​ຈະ​ອ້າ​ປາກ​ກ່າວ​​ບັນ​ດາ​ຄຳ​ເລິກ​ລັບ; ຂ້າ​ຈະ​ຮ້ອງ​ເພງ​ເຖິງ​ບັນ​ດາ​ສິ່ງ​ທີ່​ຖືກ​ເຊື່ອ​ງ​ໄວ້​ໃນ​ອາ​ດີດ. \s5 \v 3 ​ເຫລົ່າ​ນີ້​ຄື​ບັນ​ດາ​ສິ່ງ​ທີ່​ເຮົາ​ເຄີຍ​ໄດ້​ຍິນ​ແລະ​ໄດ້​ຮຽນ​ຮູ້​ມາ​ແລ້ວ, ເຖິງ​ບັນ​ດາ​ສິ່ງ​ທີ່​ເຊື້ອ​ສາຍ​ຂອງ​ເຮົາ​ໄດ້​ບອກ​ເຮົາ. \v 4 ເຮົາ​ຈະ​ບໍ່​ເຊື່ອງ​ສິ່ງ​ເຫລົ່າ​ນັ້ນ​ໄວ້​ຈາກ​ບັນ​ດາ​ລູກ​ຫລານ​ຂອງ​ພວກ​ເຂົາ. ເຮົາ​ຈະ​ບອກ​ແກ່​ຄົນ​ຮຸ້ນ​ຖັດ​ໄປ​ເຖິງ​ບັນ​ດາ​ການ​ກະ​ທຳ​ອັນ​ຫນ້າ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ຢາ​ເວ, ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ, ແລະ​ການ​ອັ​ສະ​ຈັນ​ຕ່າງໆ ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ. \s5 \v 5 ​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ມອບບັນ​ດາ​​ກົດ​ບັນ​ຍັດ​ໄວ້​ໃນ​ຢາ​ໂຄບ​ແລະ​ຊົງ​ຕັ້ງ​​​ຂໍ້​ຄຳ​ສັ່ງ​ໄວ້​ໃນ​ອິ​ສະ​ຣາ​ເອນ. ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ແກ່​ບັນ​ດາເຊື້ອ​ສາຍ​ຂອງ​ເຮົາ​ວ່າ​ພວກ​ເຂົາ​ຕ້ອງ​ສອນ​ເລື່ອງ​ລາວ​ເຫລົ່າ​ນັ້ນ​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ. \v 6 ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ແບບ​ນີ້​ເພື່ອ​ຄົນ​ຮຸ້ນ​ຕໍ່​ໄປ​ຈະ​ໄດ້​ຮູ້​ເລື່ອງ​ບັນ​ດາ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ, ຄື​ລູກ​ຫລານ​ທີ່​ຍັງ​ບໍ່​ເກີດ​ມາ, ຜູ້​ຊຶ່ງ​ຄວນ​ເລົ່າ​ເລື່ອງ​ລາວ​ນັ້ນ​ໃຫ້​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ​ຕໍ່​ໄປ​ອີກ. \s5 \v 7 ​ແລ້ວ​ພວກ​ເຂົາ​ຈະ​ຕັ້ງຄວາມ​ຫວັງ​ຂອງ​ພວກ​ເຂົ​າ​ ໄວ້​ໃນ​ພ​ຣະ​ເຈົ້າ, ​ແລະ​ບໍ່​ລືມ​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ ແຕ່​ຮັກ​ສາ​ບັນ​ດາ​​​ຂໍ້ຄໍາ​ສັ່ງຂອງ​ພ​ຣະ​ອົງ​ໄວ້. \v 8 ແລ້ວ​ພວກ​ເຂົາ​ຈະ​ບໍ່​ເປັນເຫມືອນບັນພະບຸຣຸດຂອງ​ພວກ​ເຂົາ​, ຜູ້​ຊຶ່ງ​ເປັນ​ເຊື້ອຊາດທີ່​ດື້ດ້ານ​ແລະ​ມັກ​ຕົວະ ເປັນ​ເຊື້ອຊາດ​ທີ່​ຈິດ​ໃຈ​ບໍ່​ຖືກ​ຕ້ອງ, ແລະ​ເປັນ​ຜູ້​ຊຶ່ງ​ຈິ​ດວ​ິນ​ຍານບໍ່ຖວາຍ​ແລະຊື່ສັດ​ຕໍ່​ພ​ຣະ​ເຈົ້າ. \s5 \v 9 ຄົນ​ເອ​ຟ​ຣາ​ອິມ​ໄດ້​ມີ​ທະ​ນູ​ເປັນ​ອາ​ວຸດ, ແຕ່​ພວກ​ເຂົາ​ໄດ້​ຫັນ​ໄປ​ໃນ​ວັນ​ສົງ​ຄາມ. \v 10 ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຮັກ​ສາ​ພັນທະສັນຍ​າກັບ​ພ​ຣະ​ເຈົ້າ, ແລະ​ພວກ​ເຂົ​າ​ໄດ້​ປະ​ຕິ​ເສດ​ທີ່​ຈະເຮັດຕາມ​ກົດບັນຍັດຂອງພ​ຣະ​ອົງ. \v 11 ພວກ​ເຂົາ​ໄດ້​ລືມ​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ ຄື​ບັນ​ດາ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ແກ່​ພວກ​ເຂົາ. \s5 \v 12 ​ພວກ​ເຂົາ​ໄດ້​ລືມ​ສິ່ງ​ອັສະ​ຈັນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ຕໍ່​ຫນ້າ​ຕໍ່​ຕາ​ບັນພະບຸຣຸດຂອງ​ພວກ​ເຂົາ​ໃນ​ແຜ່ນ​ດິນເ​ອ​ຢິບ, ໃນ​ທີ່​ດິນ​ຂອງ​ໂຊ​ອານ. \v 13 ພ​ຣະ​ອົງ​ໄດ້​ຊົງ​ແຍກນ້ຳ​ທະ​ເລ​ແລະ​ໄດ້​ຊົງ​ນຳ​ພວກ​ເຂົ​າ​ຂ້ວາມ​ທະ​ເລ​ໄປ ​ພ​ຣະ​ອົງ; ໄດ້​ຊົງ​ເຮັດ​ໃຫ້​ນ້ຳ​ຕັ້ງ​ຄື​ກຳ​ແພງ. \v 14 ໃນ​ກາງ​ເວັນ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ດ້ວຍ​ເມກ​ແລະ​ໃນ​ຕະ​ຫລອດ​ທັງ​ຄືນ​ດ້ວຍ​ແສງ​ໄຟ. \s5 \v 15 ​ພ​ຣະ​ອົງ​ໄດ້​ຊົງ​ແຍກໂງ່ນ​ຫີນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ປຣ​ະ​ທານ​ນ້ຳ​ໃຫ້​ພວກ​ເຂົາ​ດື່ມ​ຢ່​າງ​ອຸ​ດົມ, ພຽງ​ພໍ​ທີ່​ຈະ​ເຕີມ​ບັນ​ດາ​ທີ່​ເລິກ​ຂອງ​ທະ​ເລ. \v 16 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​​ນ້ຳ​ໄດ້​ໄຫລ​ອອກ​ມາ​ຈາກ​ຫີນຜາຊັນ​ແລະ​ໄດ້​ຊົງ​ເຮັດ​ໃຫ້​ນ້ຳ​ໄຫລ​ລົງ​ມາ​ຄື​ແມ່​ນ້ຳ​ທັງ​ຫລາຍ. \s5 \v 17 ​ແຕ່​ພວກ​ເຂົາ​ຍັງ​ໄດ້​ເຮັດ​ບາບ​ຕໍ່​ພ​ຣະ​ອົງ, ຢ່າງ​ຕໍ່​ເນື່ອງ ໄດ້​ກະ​ບົດ​ຕໍ່​ອົງ​ຜູ້​ສູງ​ສຸດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. \v 18 ພວກ​ເຂົາ​ໄດ້​ທ້າ​ທ້າຍ​ພ​ຣະ​ເຈົ້າ ໃນ​ໃຈ​ຂອງ​ເຂົາ​ໂດຍ​ຮຽກ​ຮ້ອງ​ຫາ​ອາ​ຫານ​ເພື່ອ​ເຮັດ​ໃຫ້​ຄວາມ​ຫິວ​ຂອງ​ພວກ​ເຂົາ​ໄດ້​ອີ່ມ. \s5 \v 19 ​ພວກ​ເຂົາ​ໄດ້​ເວົ້າ​ຕໍ່ສູ້ພ​ຣະ​ເຈົ້າ; ພວກ​ເຂົາ​ໄດ້​ເວົ້າ​ວ່າ, "ພ​ຣະ​ເຈົ້າ, ຊົງ​ຕຣຽມ​ໂຕະ​ໄວ້​ສຳ​ລັບ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໄດ້​ບໍ່? \v 20 ເບິ່ງ​ເຖີດ​ເມື່ອ​ພ​ຣະ​ອົງ​ຊົງ​ຕີ​ຫີນ, ນ້ຳ​ກໍ​ໄດ້​ພຸ່ງ​ອອກ​ມາ​ແລະ​ລຳ​ນ້ຳ​ທັງ​ຫລາຍ​ກໍ​ໄຫລ​ລົ້ນ ແຕ່​ພ​ຣະ​ອົງ, ​ຊົງ​ປຣະ​ທານ​ອາ​ຫານ​ໄດ້​ບໍ່? ພ​ຣະ​ອົງ​ຈະ​ຊົງ​ຈັດ​ເນື້ອ​ໃຫ້​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໄດ້​ບໍ່?" \s5 \v 21 ເມື່ອ​ພ​ຣະ​ຢາ​ເວ​, ຊົງ​ຟັງ​ເລື່ອງ​ນີ້​ແລ້ວ ພ​ຣະ​ອົງ​ກໍ​ຊົງ​ໂກດຮ້າຍ, ດັ່ງ​ນັ້ນ​ໄຟ​ຂອງ​ພ​ຣະ​ອົງ​ໄດ້​ເຜົາ​ຜານຢາ​ໂຄບ, ແລະ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ໄດ້​ໂຈມ​ຕີ​ອິ​ສະ​ຣາ​ເອນ, \v 22 ເພາະ​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ໃນ​ພ​ຣະ​ເຈົ້າ​ແລະ​ບໍ່​ໄວ້​ວາງ​ໃຈ​ໃນ​ການ​ຊ່ວຍ​ໃຫ້​ພົ້ນຂອງ​ພ​ຣະ​ອົງ. \s5 \v 23 ​ແຕ່​ພ​ຣະ​ອົງ​ຍັງ​ໄດ້​ສັ່ງບັນ​ດາ​ທ້ອງ​ຟ້າ​ເບື້ອງ​ເທິງ​ແລະ​ເປີດ​ບັນ​ດາ​ປະ​ຕູ​ແຫ່ງ​ທ້ອງ​ຟ້າ​ທັງ​ຫລາຍ​ອອກ. \v 24 ພ​ຣະ​ອົງ​ໄດ້​ຊົງ​ໂຜດສົ່ງ​ເມັດເຂົ້າຄືມາ​ນາ​ລົງ​​ຈາກສະຫວັນ, ຕົກລົງມາໃຫ້​ພວກ​ເຂົາໄດ້​ກິນອີ່ມທ້ອງ. \v 25 ປະ​ຊາ​ຊົນ​ຕ່າງ​ໄດ້​ກິນ​ອາ​ຫານ​ຂອງ​ພວກ​ທູດ​ສະ​ຫວັນ. ພ​ຣະ​ອົງ​ໄດ້​ຊົງ​ສົ່ງ​ອາ​ຫານ​ໃຫ້​ເຂົາ​ຢ່າງ​ສົ​ມ​ບູນ. \s5 \v 26 ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ລົມ​ຕະ​ເວັນ​ອອກ​ພັດ​ໃນ​ທ້ອງ​ຟ້າ, ແລະ​ໄດ້​ຊົງ​ນຳ​ລົມ​ໃຕ້​ດ້ວຍ​ຣິດ​ອຳນາດຂອງ​ພ​ຣະ​ອົງ. \v 27 ພ​ຣະ​ອົງ​ໄດ້​ຊົງ​ໂຜດ​ເນື້ອ​ໃຫ້​ພວກ​ເຂົາ​ຢ່າງ​ຜົງຂີ້​ດິນ, ຄື​ບັນ​ດາ​ນົກ​ຢ່າງ​ຫລວງ​ຫລາຍ​ເຫມືອນ​ຢ່າງ​ຊາຍ​ໃນ​ທະ​ເລ. \v 28 ພວກ​ມັນ​ໄດ້​ຕົກ​ລົງ​ມາ​ກາງ​ຄ້າຍ​ຂອງ​ພວກ​ເຂົາ, ແລະ​ຮອບໆ​ເຕັນ​ຂອງ​ພວກ​ເຂົາ. \s5 \v 29 ດັ່ງ​ນັ້ນ​ພວກ​ເຂົາ​ໄດ້​ກິນ​ແລະ​ອີ່ມ​ຫນຳສຳລານ. ພ​ຣະ​ອົງ​ໄດ້​ປຣະ​ທານ​ສິ່ງ​ທີ່ພວກ​ເຂົາ​ຢາກ​ກິນ​ແກ່​ພວກ​ເຂົາ. \v 30 ​ແຕ່​ພວກ​ເຂົາ​ຍັງ​ຫີວກະຫາຍບໍ່​ອີ່ມພໍ; ໃນ​ຂະ​ນະ​ທີ່​ອາ​ຫານ​ຍັງ​ຢູ່​ໃນ​ປາກ​ຂອງ​ພວກ​ເຂົາ. \s5 \v 31 ​ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ພ​ຣະ​ເຈົ້າ ​ກໍ​ໄດ້​ໂຈມ​ຕີ​ພວກ​ເຂົາ ​ແລະ​ໄດ້​ສັງ​ຫານ​ຄົນ​ແຂງ​ແຮງ​ທີ່​ສຸດ​ຂອງ​ພວກ​ເຂົເສຍ. ພ​ຣະ​ອົງ​ໄດ້​ຂ້າ​ບັນ​ດາ​ຄົນ​ຫນຸ່ມ​ແຫ່ງ​ອິ​ສະ​ຣາ​ເອນເສຍ. \v 32 ເຖິງປານ​​ນັ້ນ, ​ກໍ​ຕາມ ພວກ​ເຂົາ​ກໍ​ຍັງ​ໄດ້​ເຮັດ​ບາບ​ຕໍ່​ໄປ​ແລະ​ບໍ່​ໄດ້​ເຊື່ອ​ໃນ​ການ​ກະ​ທຳ​ອັນ​ອັ​ສະ​ຈັນ​ຕ່າງໆ ຂອງ​ພ​ຣະ​ອ​ົງ. \s5 \v 33 ​ເພາະ​ສະ​ນັ້ນ​ພ​ຣະ​ເຈົ້າ​, ຈຶ່ງຊົງ​ເຮັດ​ໃຫ້​ວັນ​ຂອງ​ພວກ​ເຂົາ​ສັ້ນ​ລົງ ປີ​ເດືອນ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຫນ້າ​ຢ້ານ​ກົວ. \v 34 ເມື່ອ​ໃດ​ກໍ​ຕາມ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ທ​ຸກ​ທໍ​ຣະ​ມານ, ພວກ​ເຂົາ​ກໍ​ສະ​ແຫວງ​ຫາ​ພ​ຣະ​ອົງ, ແລະ​ພວກ​ເຂົາ​ກໍ​ກັບ​ມາ​ແລະ​ຊອກຫາ​ພ​ຣະ​ເຈົ້າ​ດ້ວຍ​ໃຈ​ຮ້ອນ​ຮົນ. \s5 \v 35 ​ພວກ​​ເຂົາ​ກໍ​ຈະ​ຣະ​ນຶກວ່າ​ພ​ຣະ​ເຈົ້າ, ​ໄດ້​ຊົງ​ເປັນ​ພຣະສີລາ​ຂອງ​ພວກ​ເຂົາແລະ​ພ​ຣະ​ເຈົ້າ​, ຜູ້​ສູງ​ສຸດ​ນັ້ນ​ໄດ້​ຊົງ​ເປັນ​ພ​ຣະ​ຜູ້​ໄຖ່ຂອງ​ພວກ​ເຂົາ. \v 36 ແຕ່​ພວກ​ເຂົາ​ກໍ​ປະ​ຈົບປະແຈງ​ພ​ຣະ​ອົງ​ດ້ວຍ​ປາກ​ຂອງ​ພວກ​ເຂົາ​ແລະ​ຕົວະ​ດ້ວຍ​ບັນ​ດາ​ຄຳ​ເວົ້າ​ບໍ່ຈິງຂອງ​ພວກ​ເຂົາ. \v 37 ເພາະ​ໃຈ​ຂອງ​ພວກ​ເຂົາ​ບໍ່​ຢຶດ​ຫມັ້ນ​ຢູ່​ໃນ​ພ​ຣະ​ອົງ, ​ແລະ​ພວກ​ເຂົາ​ບໍ່​ຊື່​ສັດຕໍ່​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ. \s5 \v 38 ​ເຖິງ​ປານນັ້ນ​ກໍ​ຕາມ, ພ​ຣະ​ອົງຍັງ​ຊົງ​ເມດ​ຕາ, ໄດ້​ຊົງ​ອະ​ພັຍ​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ​ແລະ​ບໍ່​ໄດ້​ຊົງ​ທຳ​ລາຍ​ພວກ​ເຂົາ. ແທ້​ຈິງ​ແລ້ວ​ພ​ຣະ​ອົງ​ໄດ້​ຊົງ​ຍັບ​ຢັ້ງ​ຄວາມໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ​ຢູ່​ຫລາຍ​ເທື່ອ​ແລະ​ບໍ່​ໄດ້​ຊົງ​ກວນ​ຄວາມ​ໂກດ​ຮ້າຍ​ທັງ​ຫ​ມົດ​ຂອງ​ພ​ຣະ​ອົງ​ຂຶ້ນ​ມາ. \s5 \v 39 ພຣະອົງນຶກໄດ້ວ່າພວກເຂົາຖືກສ້າງຈາກເນື້ອຫນັງ, ເປັ​ນ​ລົມ​ທີ່​ຜ່ານ​ໄປ​ແລ້ວ​ບໍ່​ໄດ້​ກັບ​ມາ​ອີກ. \v 40 ພວກ​ເຂົາ​ໄດ​້​ກະ​ບົດ​ຕໍ່​ພ​ຣະ​ອົງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ​ແລະ​ໄດ້​ເຮັດ​ໃຫ້​ພ​ຣະ​ອົງ​ເສຍ​ໃຈໃນ​ທີ່​ແຫ້ງ​ແລ້ງ​ຫລາຍ​ເທື່ອ! \v 41 ພວກ​ເຂົາ​ຍັງ​ໄດ້​ທ້າ​ທ້າຍ​ພ​ຣະ​ເຈົ້າ​ຫລາຍ​ເທື່ອ​ທີ່​ໄດ້​ເຮັດ​ໃຫ້​ອົງ​ບໍ​ຣິ​ສຸດ​ຂອງຊາດ​ອິ​ສະ​ຣາ​ເອນ​ເສົ້າ​ໃຈ. \s5 \v 42 ພວກເຂົາບໍ່ໄດ້ຣະນຶກຣິດອຳນາດຂອງພຣະອົງ, ເຖິງ​ການ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ພວກ​ເຂົາ​ຈາກ​ສັດ​ຕຣູ \v 43 ເມື່ອ​ພ​ຣະ​ອົງ​ໄດ້​ຊົງ​ເຮັ​ດ​​ຫມາຍ​ສຳ​ຄັນ​ທີ່​ຫນ້າ​ຢ້ານ​ກົວ​ຂອງ​ພ​ຣະ​ອົງ​ໃນເ​ອ​ຢິບ​ແລະ​ການ​ອັ​ສະ​ຈັນ​ທັງ​ຫລາຍ​ຂອງ​ພ​ຣະ​ອ​ົງ​ໃນ​ທີ່​ດິນ​ຂອງ​ໂຊ​ອານ. \s5 \v 44 ພ​ຣະ​ອົງ​ໄດ້​ຊົງ​ປ່ຽນ​ແມ່​ນ້ຳ​ຂອງ​ເອຢິບ​ໃຫ້​ເປັນ​ເລືອດ​ເພື່ອ​ພວກ​ເຂົາ​ບໍ່​ສາ​ມາດ​ດື່ມ​ຈາກ​ລຳ​ນ້ຳ​ທັງ​ຫລາຍ​ຂອງ​ພວກ​ເຂົາ​ໄດ້. \v 45 ພ​ຣະ​ອົງ​ໄດ້​ຊົງ​ສົ່ງ​ຝູງ​ຮີ້ນ​ທີ່​ໄດ້​ມາ​ກັດ​ກິນ​ພວກ​ເຂົາ​ ຝູງ​ກົບ​ໄດ້​ຂຶ້ນ​ມາ​ທຳ​ລາຍ​ແຜ່ນ​ດິນ​ຂອງ​ພວກ​ເຂົາ. \v 46 ພ​ຣະ​ອົງ​ໄດ້​ສົ່ງ​ຝູງຕັກແຕນມາທຳລາຍ​ພືດຜົນ​ຂອງ​ພວກ​ເຂົາ​ແກ່​ຕັກແຕນອ່ອນແລະຕັກແຕນວັຍບິນ. \s5 \v 47 ​ພ​ຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ບັນ​ດາ​ຕົ້ນ​ອະ​ງຸ່ນ​ຂອງ​ພວກ​ເຂົາ​ດ້ວຍ​ຫມາກ​ເຫັບ​ແລະ​ບັນ​ດາ​ຕົ້ນ​ເດື່ອ​ຂອງ​ພວກ​ເຂົາ​ດ້ວຍ​ນ້ຳກ້າມ. \v 48 ພ​ຣະ​ອົງ​ໄດ້​ຊົງ​ໃຫ້ຫມາກເຫັບ​ລົງ​ເທິງ​ຝູງ​ງົວ​ຂອງ​ພວກ​ເຂົາ​ແລະ​ໄດ້​ຊົງ​ໂຍນ​ສາຍ​ຟ້າ​ໃສ່​ຝູງ​ສັດ​ຂອງ​ພວກ​ເຂົາ. \v 49 ຄວາມ​ໂກດ​ຮ້າຍ​ອັນ​ຮ້ອນ​ແຮງ​ຂອງ​ພ​ຣະ​ອົງ​ໄດ້​ຟາດ​ໃສ່​ພວກ​ເຂົາ. ພ​ຣະ​ອົງ​ໄດ້​ສົ່ງ​ທັງ​ຄວາມ​​ໂກດ​ແຄ້ນ​ຮຸນ​ແຮງ, ຄວາມ​ໂກດ​ຮ້າຍ, ​ແລະ​ຄວາມ​ທຸກ​ລຳ​ບາກ​ມາ​ເປັນ​ດັ່ງ​ບັນ​ດາ​ທູດ​ສະ​ຫວັນ​ຜູ້​ນຳ​ຄວາມ​ຕາຍ​ມາ. \s5 \v 50 ​ພ​ຣະ​ອົງ​ໄດ້​ຊົງ​ຍົກ​ທາງ​ສຳ​ລັບ​ຄວາມ​ໂກດຮ້າຍ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ບໍ່​ໄດ້​ຊົງ​ລະ​ເວັ້ນ​ພ​ວກ​ເຂົາ​ຈາກ​ຄວາມ​ຕາຍ​ແຕ່​ໄດ້​ຊົງ​ມອບ​ພວກ​ເຂົາ​ໃຫ້​ແກ່​ໂຣກ​ລະ​ບາດ. \v 51 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ຫານ​ລູກ​ຫົວ​ປີ​ທັງ​ຫມົດ​ໃນເ​ອຢິບ, ຄື​ຜົນ​ແຮກ​ແຫ່ງ​ກຳ​ລັງ​ຂອງ​ພວກ​ເຂົາ​ໃນ​ບັນ​ດາ​ເຕັນ​ຂອງ​ຮາມ. \s5 \v 52 ​ແລ້ວ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ ອອກ​ມາ​ດັ່ງ​ນຳ​ແກະ​ແລະ​ໄດ້​ຊົງ​ພາ​ພວກ​ເຂົາ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຄື​ພາ​ຝູງ​ແບ້ ແກະ. \v 53 ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ໄປ​ຢ່າງ​ປອດ​ພັຍ​ແລະ​ບໍ່​ຢ້ານ​ກົວ, ແຕ່​ທະ​ເລ​ໄດ້​ຖ້ວມ​ສັດ​ຕຣູ​ຂອງ​ພວກ​ເຂົາ. \s5 \v 54 ​ແລ້ວ​ພ​ຣະ​ອົງ​ໄດ້​ຊົງ​ພາ​ພວກ​ເຂົາ​ມາ​ຍັງ​ເຂດ​ແດນ​ແຫ່ງ​ແຜ່ນ​ດິນບໍຣິສຸດ​ຂອງ​ພ​ຣະ​ອົງ, ຍັງ​ພູ​ເຂົາ​ນີ້ຊຶ່ງ​ພຣະຫັດຂວາ​ຂອງພຣະ​ອົງ​ໄດ້​ຊົງ​ສ້າງ​ຂຶ້ນ. \v 55 ພ​ຣະ​ອົງ​ໄດ້​ຊົງ​ໄລ່ປະ​ຊາ​ຊາດ​ຕ່າງໆ ອອກ​ໄປ​ຕໍ່​ຫນ້າ​ພວກ​ເຂົາ​ແລະ​ໄດ້​ຊົງ​ແບ່ງ​ທີ່​ດິນ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ພວກ​ເຂົາ. ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ເຜົ່າ​ທັງ​ຫລາຍ​ຂອງ​ອິສະ​ຣາ​ເອນ​ຕາມ​ເຕັ​ນ​ຂອງ​ພວກ​ເຂົາ. \s5 \v 56 ​ແຕ່​ເຂົາ​ທັງ​ຫລາຍ​ກໍ​ຍັງ​ໄດ້​ທ້າ​ທາຍ​ແລະ​ກະ​ບົດ​ຕໍ່​ພ​ຣະ​ເຈົ້າ ​ອົງຊົງຣິທານຸພາບ​ສູງ​ສຸດ​ແລະ​ບໍ່​ໄດ້​ຮັກ​ສາ​ບັນ​ດາ​ຂໍ້ຄຳສັ່ງທີ່​ເຂັ້ມ​ງວດ​ຂອງ​ພ​ຣະ​ອົງ. \v 57 ພວກ​ເຂົາ​ບໍ່​ໄດ້​ຊື່​ສັດ​ແລະ​ກະບົດເຫມືອນ​ຢ່າງ​ບັນພະບຸຣຸດຂອງ​ພວກ​ເຂົາ; ພວກ​ເຂົາ​ຕ່າງ​ໄວ້​ໃຈ​ບໍ່​ໄດ້​ຄືຫນ້າ​ທະ​ນູ​ບ້ຽວ. \s5 \v 58 ເພາະ​ພ​ວກ​ເຂົາ​ໄດ້​ເຮັດ​ໃຫ້​ພ​ຣະ​ອົງ​ໂກດ​ຮ້າຍ​ດ້ວຍ​ເລື່ອງ​ສະ​ຖານ​ສູງ​ຂອງ​ເຂົາ​ແລະ​ໄດ້​ຍຸ​ແຍ່​ພ​ຣະ​ອົງ​ໃຫ້ໂກດ​ຮ້າຍ​ດ້ວຍ​ຄວາມ​ຫວງ​ແຫນ​ດ້ວຍ​ເລື່ອງ​ບັນ​ດາ​ຮູບ​ເຄົາ​ຣົບ​ຂອງ​ພວກ​ເຂົາ. \v 59 ເມື່ອ​ພ​ຣະ​ເຈົ້າ​, ໄດ້​ຊົງຮັບຟັງ​ເລື່ອງ​ນີ້​ແລ້ວ ພ​ຣະ​ອົງ​ໄດ້​ຊົງ​ກິ້ວ​ກາດ​ຫລາຍ​ແລະ​ຊົງ​ປະ​ຕິ​ເສດ​ອິ​ສະ​ຣາ​ເອນ​ຢ່າງ​ຫມົດ​ສິ້ນ. \s5 \v 60 ​ພ​ຣະ​ອົງ​ໄດ້​ຊົງປະ​ຖິ້ມ​ສະ​ຖານ​ນະ​ມັ​ສະ​ການ​ແຫ່ງ​ເມືອງ​ຊີ​ໂລ, ຄື​ທີ່​ ພ​ຣະ​ອົງ​ເຄີຍ​ຢູ່​ທ່າມ​ກາງ​ປະ​ຊາ​ຊົນ. \v 61 ພ​ຣະ​ອົງ​ໄດ້​ຊົງ​ປ່ອຍ​ໃຫ້​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ຖືກ​ຈັບ​ເປັນ​ສະ​ເລີຍ​ແລະ​ຊົງ​ປຣະ​ທານ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ມື​ຂອງ​ສັດ​ຕຣູ. \s5 \v 62 ​ພ​ຣະ​ອົງ​ໄດ້​ຊົງ​ມອບ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ໃຫ້​ແກ່​ດາບ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ກິ້ວ​ກາດ​ຕໍ່​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ. \v 63 ໄຟ​ໄດ້​ເຜົາຜານ​ບັນ​ດາ​ຄົນ​ຫນຸ່ມ​ໆຂອງ​ພວກ​ເຂົາ, ແລະ​ພວກ​ສາວໆ ຂອງ​ພວກ​ເຂົາ​ຈຶ່ງ​ບໍ່​ມີ​ເພງ​ແຕ່ງ​ງານ. \s5 \v 64 ​ບັນ​ດາ​ປະ​ໂລ​ຫິດ​ຂອງ​ພວກ​ເຂົາ​ໄດ້​ລົ້ມ​ລົງ​ດ້ວຍ​ດາບ, ແລະ​ບັນ​ດາ​ຍິງຫ​ມ້າຍ​ຂອງ​ພວກ​ເຂົາ​ບໍ່​ອາດ​ຮ້ອງ​ໃຫ້​ໄວ້​ທຸກ. \v 65 ແລ້ວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຕື່ນ​ຄື​ຢ່າງ​ຕື່ນນອນ, ດັ່ງ​ຢ່າງ​ນັກ​ຮົບ​ໂຫ່​ຮ້ອງ​ເພາະ​ຣິດ​ເຫລົ້າ​ອະ​ງຸ່ນ. \v 66 ພ​ຣະ​ອົງ​ໄດ້​ຊົງ​ໄລ່​ພວກ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ໃຫ້​ກັບ​ໄປ; ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ພວກ​ເຂົາ​ອັບ​ອາຍ​ເປັນ​ນິດ. \s5 \v 67 ​ພ​ຣະ​ອົງ​ໄດ້​ຊົງ​ປະ​ຕິ​ເສດ​ເຕັນ​ຂອງ​ໂຢ​ເຊັບ, ແລະ​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເລື​ອກ​ເຜົ່າ​ເອ​ຟ​ຣາ​ອິມ. \v 68 ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ເຜົ່າ​ຢູ​ດາ​ແລະ​ພູ​ເຂົາ​ຊີ​ໂອນ​ຊຶ່ງ​ພ​ຣະ​ອົງ​ຊົງ​ຮັກ. \v 69 ພ​ຣ​ະ​ອົງ​ໄດ້​ຊົງ​ສ້າງ​ສະ​ຖານ​ນະ​ມັ​​ສະ​ການ​ຂອງ​ພ​ຣະ​ອົງ​ຄື​ຢ່າງ​ຟ້າ​ສະ​ຫວັນ, ຄື​ຢ່າງ​ແຜ່ນ​ດິນ​ໂລກ​ຊຶ່ງ​ພ​ຣະ​ອົງ​ຊົງ​ສະ​ຖາ​ປະ​ນາ​ໄວ້​ເປັນ​ນີ​ດ. \s5 \v 70 ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ດາ​ວິດ, ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ແລະ​ໄດ້​ຊົງ​ພາ​ທ່ານ​ມາ​ຈາກ​ຄອກ​ແກະ. \v 71 ພ​ຣະ​ອົງ​ໄດ້​ຊົງ​ພາ​ທ່ານ​ມາ​ຈາກ​ການ​ດູ​ແລ​ແມ່​ແກະ​ທີ່​ມີ​ລູກ​ອ່ອນ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ພາ​ທ່ານ​ໃຫ​້​ເປັນ​ຜູ້​ລ້ຽງ​ດູ​ແກະ​ຂອງ​ຢາ​ໂຄບ, ຄື​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ ແລະ​ຂອງ​ອິ​ສະ​ຣາ​ເອນ, ຊຶ່ງ​ເປັນ​ມໍ​ຣະ​ດົກ​ຂອງພ​ຣະ​ອົງ. \v 72 ດາ​ວິດ​ໄດ້​ລ້ຽງ​ດູ​ພວກ​ເຂົາ​ດັ່ງ​ລ້ຽງ​ແກະ​ດ້ວຍ​ຄວາມ​ຊື່​ສັດ​ສຸ​ຈະ​ຣິດ​ແຫ່ງ​ຈິດ​ໃຈ​ຂອງ​ທ່າ​ນ, ແລະ​ທ່ານ​ໄດ້​ນຳ​ພວກ​ເຂົາ​ດ້ວຍ​ພິກໄຫວ​​ອັນສະຫລາດຂອງ​ທ່ານ. \s5 \c 79 \cl ບົດທີ 79 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ. \v 1 ຂ້າ​ແດ່​ພ​ຣະ​ເຈົ້າ, ບັນ​ດາ​ຄົນ​ຕ່າງ​ຊາດ​ໄດ້​ລ່ວງ​ລ້ຳ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ​; ພວກ​ເຂົາ​ໄດ້​ເຮັດ​ໃຫ້​ພ​ຣະ​ວິ​ຫານ​ບໍຣິສຸດ​ຂອງ​ພ​ຣະ​ອົງ​​ເປັນມົນທິນ; ພວກ​ເຂົາ​ໄດ້​ເຮັດ​ໃຫ້​ນະຄອນ​ເຢ​ຣູ​ຊາ​ເລັມ​ຖືກທຳລາຍ. \v 2 ພວກ​ເຂົາ​ໄດ້​ຍົກ​ສົບ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃຫ້​ເປັນ​ອາ​ຫານ​ແກ່​ພວກ​ນົກ​ໃນ​ທ້ອງ​ຟ້າ, ໃຫ້​ຮ່າງ​ກາຍ​ຂອງ​ບັນ​ດາ​ຜູ້​ຈົ່ງ​ຮັກ​ພັກ​ດີ​ຂອງ​ພ​ຣະ​ອົງ​ແກ່​ພວກ​ສັດ​ປ່າ​ແຫ່ງ​ແຜ່ນ​ດິນ​ໂລກ. \v 3 ພວກເຂົາໄດ້ຫລັ່ງເລືອດຂອງພວກເຂົາອອກ ເຫມືອນນ້ຳຮອບໆນະຄອນເຢຣູຊາເລັມ, ແລະ​ບໍ່​ມີ​ໃຜ​ໄດ້​ຝັງ​ພວກ​ເຂົາ​ເລີຍ. \s5 \v 4 ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ກາຍ​ເປັນ​ທີ່​ຫມິ່ນປະຫມາດ​ສຳ​ລັບ​ເພື່ອນ​ບ້ານ, ​ເປັນ​ທີ່​ຖືກ​ຫົວ​ຂວັນ​ແລະ​ຫຍໍ້​ຫຍັນ​ແກ່​ບັນ​ດາ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ຂ້າ​ນ້ອຍ​ທັງ​ຫລາຍ. \v 5 ຂ້າ​ແດ່​ພ​ຣະ​ຢາ​ເວ, ອີກ​ດົນ​ປານ​ໃດ? ພ​ຣ​ະ​ອົງ​ຈະໂກດຮ້າຍ​ໄປ​ຕະ​ຫລອດ​ບໍ່? ຄວາມ​ໂກດຮ້າຍ​ເພາະ​ຄວາມ​ຫວງ​ແຫນ​ຂອງ​ພ​ຣະ​ອົງ​ຈະ​ໄຫມ້​ດັ່ງ​ໄຟ​ໄປ​ອີກ​ດົນ​ເທົ່າ​ໃດ? \s5 \v 6 ຂໍ​ຊົງ​ເທ​ຄວາມ​ໂກດ​ແຄ້ນລົງ​ເຫນືອ​ບັນ​ດາ​ປະ​ຊາ​ກອນ​ທີ່​ບໍ່​ຮູ້​ຈັກ​ພ​ຣະ​ອົງ ແລະ​ເຫນືອ​ຣາຊ​ອາ​ນາ​ຈັກ​ທັງ​ຫລາຍ​ທີ່​ບໍ່​ຮ້ອງອອກ​​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. \v 7 ເພາະ​ເຂົາ​ໄດ້​ກືນ​ກິນ​ຢາ​ໂຄບ​ແລະ​ໄດ້​ທຳ​ລາຍ​ຫມູ່​ບ້ານ​ທັງ​ຫລາຍ​ຂອງ​ເຂົາ. \s5 \v 8 ​ຂໍ​ຢ່າ​ຊົງ​ຖື​ຄວາມ​ຊົ່ວ​ຂອງ​ບັນ​ພະ​ບຸ​ຣຸດ​ທັງ​ຫລາຍ​ມາ​ຕໍ່​ສູ້​ຂ້າ​ນ້ອຍ​ທັງ​ຫລາຍ​ເລີຍ; ຂໍ​ການ​ກະ​ທຳ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ​ມາ​ຍັງ​ຂ້າ​ນ້ອຍ​ທັງ​ຫລາຍ, ເພາະ​ຂ້າ​ນ້ອຍ​ທັງ​ຫລາຍ​ຕົກ​ຕ່ຳ​ຫລາຍ. \v 9 ຂ້າ​ແດ່​ພ​ຣະ​ເຈົ້າ, ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ, ຂໍ​ຊົງ​ຊ່ວຍ​ຂ້​າ​ນ້ອຍ​ທັງ​ຫລາຍ ເພື່ອ​ເຫັນ​ແກ່​ພ​ຣະ​ສິ​ຣິ​ແຫ່ງ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍ; ​ໃຫ້​ລອດ​ແລະ​ຊົງ​ອະ​ພັຍ​ການ​ບາບ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. \s5 \v 10 ​ເປັນ​ຫຍັງ​ບັນ​ດາ​ປະ​ຊາ​ຊາດ​ຈຶ່ງຖາມຂ້ານ້ອຍວ່າ "ພ​ຣະ​ເຈົ້າ​ຂອງ​ພວກ​ເຂົາ​ຢູ່​ທີ່​ໃດ?" ຂໍ​ໃຫ້​ໂລ​ຫິດ​ຂອງ​ບັນ​ດາ​ຜູ້​ຮັບໃ​ຊ້​ຂອງ​ພ​ຣະ​ອົງ​ທີ່​ຫລັ່ງ​ອອກ​ໄດ້​ຮັບ​ການ​ແກ້​ແຄ້ນ​ໃຫ້​ຕົກ​ໄປ​ເທິງ​ບັນ​ດາ​ປະ​ຊາ​ຊາດ​ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ຂ້າ​ນ້ອຍ​ທັ​ງ​ຫລາຍ \v 11 ຂໍ​ໃຫ້​ບັນ​ດາ​ສຽງ​​ຄວນ​ຄາງຂອງ​ນັກ​ໂທດ​ມາ​ຢູ່​ຕໍ່​ຫນ້າ​ພ​ຣະ​ອົງ ຂໍ​ຊົງ​ຮັກ​ສາ​ລູກ​ຫລານ​ຂອງ​ຜູ້​ທີ່​ຕາຍ​ໄປ​ແລ້ວ​ໃຫ້​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ຣິ​​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ. \s5 \v 12 ​ຂ້າ​ແດ່ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຕອບ​ໂຕ້​ໃຫ້​ຕົກ​ໄປ​ເທິງ​ຕັກ​ຂອງ​ຄົນ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເຈັດ​ຄັ້ງ ໃຫ້​ຫລາຍ​ເທົ່າ​ກັບ​ການ​ດູ​ຫມິ່ນ​ທີ່​ພວກ​ເຂົາ​ໄດ້​ດູ​ຫມິ່ນ​ພ​ຣະ​ອົງ \v 13 ດັ່ງ​ນັ້ນ​ຂ້າ​ນ້ອຍ​ທັງ​ຫລາຍ​ຜູ້​ເປັນ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ແລະ​ແກະ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ອົງ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ເປັນ​ນິ​ດ ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ກ່າວ​ບັນ​ດາ​ຄຳ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ແກ່​ທຸກ​ຊົ່ວ​ອາ​ຍຸ. \s5 \c 80 \cl ບົດທີ 80 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ, ສົ່ງ​ເຖິງ​ໂຊ​ຊາ​ນິມ​ໃນ​ແບບ​ຂ​ອງ​ອີ​ດັດ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ. \v 1 ຂ້າ​ແດ່​ພ​ຣະ​ຜູ້​ຊົງລ້ຽງ​ດູອິ​ສະ​ຣາ​ເອນ​ດັ່ງລ້ຽງ​ແກະ, ​ຂໍ​ຊົງ​ສົນ​ໃຈ​ຟັງ, ​ຄື​ພ​ຣະ​ອົງ​ຜູ້​ຊົງ​ນຳ​ໂຍ​ເຊັບ​ຍ່າງ​ນຳ​ຝູງ ແບ້ ​ແກະ ພ​ຣະ​ຜູ້​ປຣະທັບ​ເຫນືອ​ເຫລົ່າ​ເຄ​ຣຸບ, ຂໍ​ຊົງ​ສົ່ງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ! \v 2 ຜູ້ປາກົດພຣະອົງເອງຕໍ່​ຫນ້າ​ເອ​ຟ​ຣາ​ອິມ, ແລະ​ເບັນ​ຢາ​ມິນ; ແລະ​ມາ​ນາ​ເຊ​, ຂໍ​ຊົງ​ປຸກ​ຣິທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ຂຶ້ນ ຂໍ​ສະເດັດມາ​ແລະ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍ​ໃຫ້​ພົ້ນ. \v 3 ຂ້າ​ແດ່​ພ​ຣະ​ເຈົ້າ; ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ທັງ​ຫລາຍ, ຂໍ​ໃຫ້​ຫນ້າ​ຂອງ​ພ​ຣະ​ອົງ​ສົ່ງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ພົ້ນ. \s5 \v 4 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຈອມໂຍທາ, ພ​ຣະ​ອົງ​ຈະ​​ຮ້າຍ​ຕໍ່​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ເມື່ອ​ພວກ​ເຂົາ​ອະ​ທິ​ຖານ​ອີກ​ດົນ​ປານ​ໃດ? \v 5 ພ​ຣະ​ອົງ​ໄດ້​ຊົງ​ລ້ຽງ​ພວກ​ເຂົາ​ດ້ວຍ​ອາ​ຫານ​ແຫ່ງ​ນ້ຳ​ຕາ ແລະ​ຊົງ​ປຣະ​ທານ​ນ້ຳ​ຕາ​ໃຫ້​ພວກ​ເຂົາ​ດື່ມ​ຢ່າງ​ຫລວງ​ຫລາຍ. \v 6 ພ​ຣະ​ອົງ​ຊົງ​ເຮັດບ​າງ​ສິ່ງ​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ໃຫ້​ຫມູ່​ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເອົາ​ມາ​ຖຽງ​ກັນ, ແລະ​ບັນ​ດາ​ສັດ​ຕຣູຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ພາ​ກັນ​ຫົວ​ຂວັນ​ກັນ​ໃນ​ເລື່ອງ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ. \s5 \v 7 ​ຂ້າ​ແດ່​ພ​ຣະ​ເຈົ້າ​ອົງ​ຣິ​ທາ​ນຸ​ພາບ, ​ຂໍ​ຊົງ​ຮື້​ຟື້ນ​ຂ້​າ​ນ້ອຍ​ທັງ​ຫລາຍ; ຂໍ​ພຣະພັກ​ຂອງ​ພ​ຣະ​ອົງ​ສົ່ງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ພົ້ນ. \v 8 ພ​ຣະ​ອົງ​ໄດ້​ຊົງ​ນຳ​ເຄືອ​ອະ​ງຸ່ນ​ອອກ​ຈາກ​ເອ​ຢິບ; ພ​ຣະ​ອົງ​ໄດ້​ຊົງ​ຂັບ​ໄລ່​ບັນ​ດາ​ປະ​ຊາ​ຊາດ​ອອກ​ໄປ​ແລະ​ໄດ້​ຊົງ​ປູກ​ເຄືອ​ອະ​ງຸ່ນ​ໄວ້. \s5 \v 9 ​ພ​ຣະ​ອົງ​ໄດ້​ຊົງ​ຕຣຽມ​ແຜ່ນ​ດິນ​ໃຫ້​ໂລ່ງ​ໄວ້​ສຳ​ຫລັບ​ມັນ; ມັນ​ກໍ​ໄດ້​ຢັ່ງ​ຮາກ​ເລິກ​ແລະ​ໄດ້​ແຜ່​ເຕັມ​ແຜ່ນ​ດິນ. \v 10 ບັນ​ດາ​ພູ​ເຂົາ​ໄດ້​ຖືກ​ປົກ​ຄຸມ​ດ້ວຍ​ບັນ​ດາ​ກິ່ງ​ກ້ານ​ຂອງ​ມັນ,​ຕົ້ນ​ແຄນ​ຂອງ​ພ​ຣະ​ເຈົ້າ​ໂດຍ​ສາ​ຂາ​ຂອງ​ມັນ. \v 11 ມັນ​ໄດ້​ແຜ່​ກິ່ງ​ຂອງ​ມັນ​ໄປ​ໄກ​ຮອດ​ທະ​ເລ ແລະ​ບັນ​ດາ​ຫນໍ່​ຂອງ​ມັນ​ໄປ​ຮອດ​ແມ່​ນ້ຳ​ເອີ​ຟ​ຣັດ. \s5 \v 12 ​ເຫດໃດພ​ຣະ​ອົງ​ໄດ້​ຊົງ​ພັງ​ກຳ​ແພງ​ຂອງ​ມັນ​ລົງ ເພື່ອ​ໃຫ້​ພວກ​ເຂົາ​ທັງ​ຫມົດ​ທີ່​ຜ່ານ​ທາງ​ໄດ້​ລັກ​ເອົາ​ຫມາກ​ຂອງ​ມັນ. \v 13 ບັນ​ດາ​ຫມູ​ປ່າ​ກໍ​ອອກ​ຈາກ​ດົງ​ຢຽບ​ຢ່ຳ​ມັນ, ​ແລະ​ບັນ​ດາ​ສັດ​ປ່າ​ໃນ​ທ້ອງ​ທົ່ງ​ກໍ​ກິນ​ມັນ​ເປັນ​ອາ​ຫານ. \s5 \v 14 ຂ້າແດ່ພຣະເຈົ້າ, ອົງຊົງຣິດອຳນາດຍິ່ງໃຫຍ່; ຂໍ​ຊົງ​ແນມ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ​ແລະ​ຊົງ​ສັງ​ເກດ​ແລະ​ດູ​ແລ​ເຄືອ​ອະ​ງຸ່​ນ​ນີ້​ດ້ວຍ​ເຖີດ. \v 15 ນີ້ຄື​ເບ້ຍອະງຸ່ນ​ທີ່​ມື​ຂວາ​ຂອງ​ພ​ຣະ​ອົງ​ໄດ້​ຊົງ​ປູກ​ໄວ້, ຄື​ຫນໍ່​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ເຕີບ​ໃຫຍ່. \v 16 ມັນ​ໄດ້​ຖືກ​ເຜົາເສຍ​ແລະ​ໄດ້​ຖືກ​ຕັດ​ລົງ​ພວກ​ມັນ​ທຳ​ລາຍ​ໄປ​ເພາະ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ. \s5 \v 17 ​ຂໍ​ພຣະຫັດຂອງ​ພ​ຣະ​ອົງ​ຢູ່​ເຫນືອ​ຄົນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພ​ຣະ​ອົງ, ເຫນືອ​ບຸດ​ມະ​ນຸດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ແຂງ​ແຮງ​ເພື່ອ​ພ​ຣະ​ອົງ​ເອງ. \v 18 ແລ້ວ​ຂ້າ​ນ້ອ​ຍ​ທັງ​ຫລາຍ​ຈະ​ບໍ່​ຫັນ​ໄປ​ຈາກ​ພ​ຣະ​ອົງ;​ ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຮ້ອງທູນອອກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. \s5 \v 19 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຈອມໂຍທາ, ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ທັງ​ຫລາຍ; ຂໍ​ພຣະພັກ​ຂອງ​ພ​ຣະ​ອົງ​ສົ່ງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ໄດ້ພົ້ນ. \s5 \c 81 \cl ບົດທີ 81 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ; ສົ່ງ​ເຖິງ​ແບບ​ກິດ​ຕິດ. ບ​ົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ. \v 1 ​ຈົ່ງ​ຮ້ອງ​ເພງ​ແດ່​ພ​ຣະ​ເຈົ້າ​ພຣະກຳ​ລັງ​ຂອງ​ເຮົາ​ດ້ວຍ​ສຽງ​ດັງ; ຈົ່ງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ແດ່​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ. \v 2 ຈົ່ງ​ຮ້ອງ​ເພງ​ແລະ​ຕົບແສ່ງ, ຈົ່ງ​ຮ້ອງ​ເພງ​ຊື່ນ​ບານ​ພ້ອມ​ກັບ​ພິນ. \v 3 ຈົ່ງ​ເປົ່າ​ເຂົາ​ແກະ​ໂຕ​ຜູ້​ໃນ​ວັນ​ເດືອນອອກໃຫມ່​, ແລະ​ດວງຈັນເຕັມດວງ, ເມື່ອວ​ັນ​ເທ​ສະ​ການ​ລ້ຽງ​ຂອງ​ເຮົາ​ໄດ້​ເລີ່ມ​ຂຶ້ນ. \s5 \v 4 ​ເພາະ​ນີ້​ຄື​ກົດ​ບັນ​ຍັດຂອງ​ອິ​ສະ​ຣາ​ເອນ, ເປັນ​​ຂໍ້​​ຄຳ​ສັ່ງ​ທີ່​ພ​ຣະ​​ເ​ຈົ້າ​ຂອງ​ຢາ​ໂຄບ​ໄດ້​ຊົງ​ປຣະ​ທານ​ໃຫ້. \v 5 ພ​ຣະ​ອົງ​ໄດ້​ຊົງ​ຕັ້ງໃຫ້​ເປັນກົດ​ບັນ​ຍັດໃນ​ໂຢ​ເຊັບ ເມື່ອ​ພ​ະ​ອົງ​ໄດ້​ສະເດັດອອກ​ໄປ​ໂຈມ​ຕີ​ແຜ່ນ​ດິນເ​ອ​ຢິບ, ​ຊຶ່ງ​ຂ້າ​ນ້ອຍ​ໄດ້​ຍິນ​ສຽງ​ເວົ້າ​ທີ່​ຂ້າ​ນ້ອຍ​ບໍ່​ຮູ້​ຈັກ. \s5 \v 6 "ເຮົາ​ໄດ້​ປົດ​ພາ​ຣະ​ຈາກ​ບ່າ​ຂອງ​ເຂົາ; ມື​ຂອງ​ເຂົາ​ໄດ້​ພົ້ນ​ຈາກ​ການ​ຖື​ກະ​ຕ່າ. \v 7 ເຈົ້າ​ໄດ້​ຮ້ອງບອກ​ໃນ​ຄວາມ​ທຸກ​ໃຈ​ຂອງ​ເຈົ້າ, ແລະ​ເຮົາ​ໄດ້​ຊ່ວຍ​ເຈົ້າ; ເຮົາ​ໄດ້​ຕອບ​ເຈົ້າ​ຈາກ​ເມກ​ຄະ​ນອງ​ທີ່​ມືດ​ທຶບ. ເຮົາ​ໄດ້​ທົດ​ສອບ​ເຈົ້າ​ທີ່​ນ້ຳ​ແຫ່ງ​ເມ​ຣີ​ບາ. ເສ ລາ \s5 \v 8 ຈົ່ງ​ຟັງ, ​ປະ​ຊາ​ກອນ​ຂອງ​ເຮົາ​ເອີຍ, ເພາະ​ເຮົາ​ຕັກ​ເຕືອນ​ເຈົ້າ, ອິ​ສະ​ຣາ​ເອນ​ເອີຍ ຖ້າ​ພຽງ​ແຕ່​ເຈົ້າ​ຈະ​ຟັງ​ເຮົາ! \v 9 ຕ້ອງ​ບໍ່​ມີ​ພ​ະເຈົ້າ​ຕ່າງ​ດ້າວ​ໃດ​ທ່າມ​ກາງ​ພວກ​ເຈົ້າ​ເລີຍ; ເຈົ້າ​ຕ້ອງ​ບໍ່​ນະ​ມັ​ສະ​ການ​ພ​ະເຈົ້າ​ຕ່າງ​ດ້າວ​ໃດໆ. \v 10 ເຮົາ​ຄື​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຈົ້າ, ຜູ້​ໄດ້​ພາ​ເຈົ້າ​ອອກ​ມາ​ຈາກ​ແຜ່ນ​ດິນເ​ອ​ຢິບ ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ​ໃຫ້​ກວ້າງ. ແລະ​ເຮົາ​ຈະ​ປ້ອນ​ໃຫ້​ອີ່ມ. \s5 \v 11 ແຕ່​ປະ​ຊາ​ກອນ​ຂອງ​ເຮົາ​ບໍ່​ໄດ້​ຟັງ​ບັນ​ດາ​ຖ້ອຍ​ຄຳ​ຂອງ​ເຮົາ; ອິ​ສະ​ຣາ​ເອນ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ. \v 12 ດັ່ງ​ນັ້ນ​ເຮົາ​ຈຶ່ງ​ໄດ້​ປ່ອຍ​ພວກ​ເຂົາ​ໄປ​ຕາມ​ທາງ​ທີ່​ດື້​ດ້ານ​ຂອງ​ພວກ​ເຂົາ​ເອງ ເພື່ອ​ທີ່​ພວກ​ເຂົາ​ຈະ​ໄດ້​ເຮັດ​ຕາມ​ທີ່​ພວກ​ເຂົາ​ເຫັນ​ວ່າ​ຖືກ​ຕ້ອງ. \s5 \v 13 ​ໂອ, ປະ​ຊາ​ກອນ​ເຮົາ​ຄ​ວນ​ຈະ​ຟັງ​ເຮົາ; ໂອ, ປະ​ຊາ​ກອນ​ຂອ​ງ​ເຮົາ​ຄວນ​ຈະ​ຍ່າງ​ໃນ​ບັນ​ດາ​ທາງ​ຂອງ​ເຮົາ. \v 14 ແລ້ວ​ເຮົາ​ກໍ​ຈະ​ປາບ​ສັດ​ຕຣູ​ຂອງ​ພວກ​ເຂົາ​ໃນ​ທັນ​ໃດ ແລະ​ຈະ​ຫັນ​ມື​ຂອງ​ເຮົາ​ຕໍ່​ສູ້​ບັນ​ດາ​ຜູ້​ຂົ່ມ​ເຫັງ​ພວກ​ເຂົາ. \s5 \v 15 ​ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ພ​ຣະ​ຢາ​ເວ​ກົ້ມ​ຕົວ​ລົງ​ດ້ວຍ​ຄວາມ​ຢ້ານ​ຕໍ່​ຫນ້າ​ພ​ຣະ​ອົງ! ຂໍ​ໃຫ້​ພວກ​ເຂົາ​ໄດ້​ອັບ​ອາຍ​ເປັນ​ນິດ. \v 16 ເຮົາ​ຈະ​ລ້ຽງ​ອິສະ​ຣາ​ເອນ​ດ້ວຍ​ເຂົ້າ​ສາ​ລີ​ຢ່າງດີ; ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອີ່ມ​ໃຈ​ດ້ວຍ​ນ້ຳເ​ຜິ້ງ​ທີ່​ອອກ​ມາ​ຈາກ​ຫີນ." \s5 \c 82 \cl ບົດທີ 8​2 \p \v 1 ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ. ພຣະເຈົ້າ, ຊົງປຣະທັບໃນ​ທີ່ຊຸມນຸມຂອງພຣະເຈົ້າ; ໃນທ່າມ​ກາງ​ບັນ​ດາ​ພ​ະເຈົ້າ​ທັງ​ຫລາຍ ພ​ຣະ​ອົງ​ຊົງ​ຕັດ​ສິນ. \v 2 ເຈົ້າ​ທັງ​ຫລາຍ​ຈະ​ຕັດ​ສິນ​ຢ່າງ​ຍຸ​ຕິ​ທັມແລະ​ເຊົາ​ເຂົ້າ​ຂ້າງ​ຄົນ​ຊົ່ວ​ອີກ​ດົນ​ປານ​ໃດ? ເສລາ \s5 \v 3 ​ຈົ່ງ​ປົກ​ປ້ອງ​ຄົນ​ຍາກ​ຈົນ​ແລະ​ເດັກ​ກຳ​ພ້າ; ຈົ່ງ​ປົກ​ປ້ອງ​ສິດ​ຂອງ​ຜູ້​ທຸກ​ຍາກ​ແລະ​ຜູ້​ຂັດ​ສົ​ນ. \v 4 ຈົ່ງ​ຊ່ວຍ​ຄົນ​ຍາກ​ຈົນ​ແລະ​ຄົນ​ຂັດ​ສົນ​ໃຫ້​ພົ້ນ​ພັຍ; ຈົ່ງ​ເອົາ​ພວກ​ເຂົາ​ອອກ​ຈາກ​ເງື້ອມ​ມື​ຂອງ​ຄົນ​ຊົ່ວ. \s5 \v 5 ​ພວກ​ເຂົາ​ບໍ່​ຮູ້​ແລະ​ບໍ່​ເຂົ້າ​ໃຈ; ພວກ​ເຂົາ​ເລາະ​ໄປ​ໃນ​ຄວາມ​ມືດ; ບັນ​ດາ​ຮາກ​ຖານ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ກໍ​ຫວັ່ນ​ໄຫວ. \s5 \v 6 ​ເຮົາ​ໄດ້​ກ່າວ​ວ່າ, "ເຈົ້າ​ທັງ​ຫລາຍ​ເປັນ​ພ​ະເຈົ້າທັງຫລາຍ, ເປັນ​ບັນ​ດາ​ລູກ​ຂອງ​ອົງ​ຜູ້​ສູງ​ສຸດ. \v 7 ເຖິງ​ປານ​ນັ້ນ​ກໍ​ຕາມ ພວກ​ເຈົ້າ​ກໍ​ຈະ​ຕາຍ​ຢ່າງ​ມະ​ນຸດ​ແລະ​ລົ້ມ​ລົງ​ດັ່ງ​​ໃນ​ບັນ​ດາ​ເຈົ້າ​ນາຍ​ທັງ​ຫລາຍ." \s5 \v 8 ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຊົງ​ລຸກ​ຂຶ້ນ​ຕັດ​ສິນ​ແຜ່ນ​ດິນ​ໂລກ, ເພາະ​ບັນ​ດາ​ປະ​ຊາ​ຊາດ​ທັງ​ຫມົດ​ເປັນ​ມໍ​ຣະ​ດົກ​ຂອງ​ພ​ຣ​ະ​ອົງ. \s5 \c 83 \cl ບົດທີ 83 \p \v 1 ບົດ​ເພງ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ອາ​ສາບ. \v 2 ​ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຢ່າ​ຊົງ​ມິດ​ງຽບ​ຢູ່ ຂ້າ​ແດ່​ພ​ຣະ​ເຈົ້າ, ຂໍ​ຢ່າ​ຊົງ​ເສີຍ​ຕໍ່​ຂ້າ​ນ້ອຍ​ທັງ​ຫລາຍ​ແລະ​ມິດ​ງຽບ​ຢ​ູ່. ເບິ່ງ​ເຖີດ, ບັນ​ດ​າ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ກຳ​ລັງ​ສ້າງ​ຄວາມ​ວຸ້ນ​ວາຍ, ແລະ​ບັນ​ດາ​ຜູ້​ທີ່​ຊັງ​ພ​ຣະ​ອົງ​ໄດ້​ຍົກ​ຫົວ​ຂອງ​ພວກ​ເຂ​ົ​າຂຶ້ນ. \s5 \v 3 ​ເຂົາ​ທັງ​ຫລາຍ​ວາງ​ແຜນ​ຕໍ່​ສູ້​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ ແລະ​ຮ່ວມ​ກັນ​ວາງ​ແຜນ​ຕໍ່​ສ​ູ້​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປົກ​ປ້ອງ​ໄວ້. \v 4 ເຂົາ​ທັງ​ຫລາຍ​ໄດ້​ເວົ້າ​ວ່າ, "ມາ​ເຖີດ, ໃຫ້​ເຮົາ​ທຳ​ລາຍ​ພວກ​ເຂົາ​ໃນ​ຖາ​ນະ​ທີ່​ເປັນ​ຊົນ​ຊາດ​ຫນຶ່ງ ແລ້ວ​ຊື່​ຂອງ​ອິ​ສະ​ຣາ​ເອນ​ຈະ​ບໍ່​ເປັນ​ທີ່​ຈົດ​ຈຳ​ອີກ​ຕໍ່​ໄປ." \v 5 ພວກ​ເຂົາ​ໄດ້​ສຸມ​ຫົວ​ກັນ​ວາງ​ແຜນ​ດ້ວຍ​ວິ​ທີ​ດຽວ​ກັນ; ພວກ​ເຂົາ​ໄດ້​ສ້າງ​ພັນ​ທະ​ມິດ​ຂຶ້ນ​ຕໍ່​ສູ້​ ພ​ຣະ​ອົງ. \s5 \v 6 ​ນີ້​ລວມ​ໄປ​ເຖິງ​ບັນ​ດາ​ເຕັນ​ຂອງ​ເອ​ໂດມ​ແລະ​ຄົນ​ອິຊະ​ມາ​ເອນ, ແລະ​ຄົນ​ໂມ​ອາບ​ແລະ​ຄົນ​ຮັກ​ກິດ, ເປັນ​ຜູ້​ທີ່​ໄດ້​ວາງ​ແຜນ​ຮ່ວມ​ກັນ \v 7 ເກ​ບານ, ອຳ​ໂມນ, ອາ​ມາ​ເຫລັກ; ແລະ​ລວມ​ໄປ​ເຖິງ​ຟີ​ລິ​ສະ​ຕິນ​ກັບ​ຊາວ​ເມືອງ​ຕີ​ເຣ. \s5 \v 8 ​ອັດ​ຊີ​ເຣຍກໍສົມ​ທົບ​ພວກ​ເຂົາ​ດ້ວຍ; ພວກ​ເຂົາ​ກຳ​ລັງ​ຊ່ວຍ​ເຫລືອ​ບັນ​ດາ​ຂອງ​ລູກ​ຫລານ​ຂອງ​ໂລດ. ເສ ລາ \s5 \v 9 ​ຂໍ​ພ​ຣະ​ອົງ​ຊົງ​ເຮັດ​ແກ່​ພວກ​ເຂົາ​ເຫມືອນ​ຢ່າງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ແກ່​ຄົນ​ມີ​ດີ​ອານ, ຢ່າງ​ທີ່​ໄດ້​ຊົງ​ເຮັດ​ແກ່​ສີ​ເສ​ຣາ​ແລະ​ຢາ​ບິນ​ທີ່​ແມ່​ນ້ຳ​ກີ​ໂຊນ. \v 10 ພວກ​ເຂົາ​ໄດ້​ພິ​ນາດ​ໄປ​ທີ່​ເມືອງ​ເອນ​ໂດ​ເຣ ແລະ​ກາຍ​ເປັນ​ຄື​ປຸ໋ຍ​ຄອກ​ສຳ​ລັບ​ແຜ່ນ​ດິນ​ໂລກ. \s5 \v 11 ​ຂໍ​ຊົງ​ເຮັດ​ໃຫ້​ພວກ​ຜູ້​ນຳ​ຂອງ​ພວກ​ເຂົາ​ເປັນ​ດັ່ງ​ໂອ​ເຣັບ​ແລະ​ເຊ​ເອັບ, ແລະ​ບັນ​ດາ​ເຈົ້າ​ນາຍ​ທັງ​ຫ​ມົດ​ຂອງ​ພວກ​ເຂົາ​ເປັນ​ດັ່ງ​ເຊ​ບາ​ແລະ​ຊັນ​ມຸນ​ນາ. \v 12 ພວກ​ເຂົາ​ໄດ້​ກ່າວ​ວ່າ, "ໃຫ້​ເຮົາ​ເອົາ​ບັນ​ດາ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ເຈົ້າ​ມາ​ເປັນ​ຂອງ​ພວກ​ເຮົາ​ເຖີດ." \s5 \v 13 ຂ້າ​ແດ່​ພ​ຣະ​ເຈົ້າ​, ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ເຮັດ​ໃຫ້​ພວກ​ເຂົາເຫມືອນຂີ້​ຝຸ່ນ​ດິນ​ທີ່​ວົນ​ວຽນ, ເຫມືອນແກ​ບ​ຕໍ່​ຫນ້າ​ລົມ, \v 14 ເຫມືອນຢ່າງ​ໄຟ​ທີ່​ເຜົາ​ຜານປ່າ​ໄມ້, ແລະ​ຢ່າງ​ແປວ​ໄຟ​ທີ່​ໄຫມ້ເນີນພູ​ເຂົາ​. \v 15 ຂໍ​ຊົງ​ໄລ່​ຕາມ​ພວກ​ເຂົາ​ໄປ​ດ້ວຍ​ພາ​ຍຸ​ຮຸນ​ແຮງ​ຂອງ​ພ​ຣະ​ອົງ, ແລະ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານ​ກົວ​ດ້ວຍ​ພາ​ຍຸ​ຂອງ​ພ​ຣະ​ອົງ. \s5 \v 16 ​ຂໍ​ຊົງ​ໃຫ້​ບັນ​ດາ​ໃບ​ຫນ້າ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອາຍ ເພື່ອ​ພວກ​ເຂົາ​ຈະ​ໄດ້​ສະ​ແຫວງ​ຫາ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ, ​ພ​ຣະ​ຢາ​ເວ. \v 17 ຂໍ​ໃຫ້​ພວກ​ເຂົາ​ອັບ​ອາຍ​ແລະ​ຢ້ານ​ກົວ​ຢູ່​ເປັນ​ນິດ; ໃຫ້​ພວກ​ເຂົາ​ຈິບຫາຍ​ໄປ​ໃນ​ຄວາມ​ອັບ​ປະ​ຍົດ. \s5 \v 18 ​ແລ້ວ​ພວກ​ເຂົາ​ຈະ​ຮູ້​ວ່າ​ພ​ຣະ​ອົງ​ຜູ້​ດຽວ, ພ​ຣະ​ຢາ​ເວ, ຊົງ​ເປັນ​ຜູ້​ສູງ​ສຸດ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ຫມົດ. \s5 \c 84 \cl ບົດທີ 84 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕີ; ສົ່ງ​ເຖິງ​ແບບ​ກິດຕິ. ບົດ​ເພງ​ສັນ​ລະ​ເສີນ​ຂອງ​ລູກ​ຊາຍ​ຂອງ​ໂກ​ຣາ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ​ອົງ​ຈອມໂຍທາ, ທີ່​ປະທັບ​ຂອງ ​ພ​ຣະ​ອົງ​ຊ່າງ​ງົດ​ງາມ​ແທ້ໆ! \v 2 ຂ້າ​ນ້ອຍ​ປາຖະ​ຫນາ​​ຢາກ​ຢູ່​ໃນ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ,​ ຄວາມ​ປາ​ຖະ​ຫນາ​ຂອງ​ຂ້າ​ນ້ອຍ​ທີ່​ມີ​ຕໍ່​ພ​ຣະ​ວິ​ຫານ​ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ອ່ອນ​ແຮງ. ທັງ​ຈິດ​ໃຈ​ແລະ​ກາຍ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ກຳ​ລັງ​ຮ້ອງ​ຫາ​ພ​ຣະ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່. \s5 \v 3 ​ແມ່ນແຕ່​ນົກ​ກະ​ຈອກ​ກໍ​ຫາ​ບ້ານ​ໄດ້​ແລ້ວ​ແລະ​ນົກ​ນາງ​ແອ່ນ​ຫາ​ຮັງ​ສຳ​ລັບ​ຕົວ​ມັນ​ໄດ້, ໃນ​ທີ່​ທີ່​ມັນ​ຈະ​ວາງ​ໄຂ່​ອອກ​ລູກ​ຂອງ​ມັນ​ໃກ້​ກັບ​ບັນ​ດາ​ແທ່ນ​ບູ​ຊາ​ຂອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ​ອົງ​ຈອມໂຍທາ ຜູ້​ຊົງ​ເປັນ​ພ​ຣະ​ຣາ​ຊາ​ແລະ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ. \v 4 ຜູ້​ທີ່​ອາ​ສັຍ​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ກໍ​ເປັນ​ສຸກ; ພວກ​ເຂົາ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຢູ່​ເລື້ອຍ​ໄປ. ເສ ​ລາ \s5 \v 5 ​ຄົນ​ທີ່​ກຳ​ລັງ​ຂອງ​ເຂົາ​ຢູ່​ໃນ​ພ​ຣະ​ອົງ​ກໍ​ເປັນ​ສຸກ, ໃນ​ຜູ້​ທີ່​ໃຈ​ຂອງ​ເຂົາ​ເປັນ​ບັນ​ດາ​ທາງ​ຫລວງ​ຂຶ້ນ​ໄປ​ຍັງ​ຊີ​ໂອນ. \v 6 ຂະ​ນະ​ທີ່​ຜ່ານ​ໄປ​ຕາມ​ຮ່ອມພູ​ແຫ້ງແລ້ງແຫ່ງ​ບາກາ, ພວກ​ເຂົາ​ກໍ​ພົບ​ບັນ​ດາ​ນ້ຳ​ພຸ​ທີ່​ຈະ​ດື່ມ. ຝົນ​ຕົ້ນ​ຣະ​ດູ​ປົກ​ຄຸມ​ທີ່​ນັ້ນ​ດ້ວຍ​ພ​ຣະ​ພອນ​ທັງ​ຫລາຍ. \s5 \v 7 ​ພວກ​ເຂົາ​ໄປ​ດ້ວຍ​ກຳ​ລັງ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ; ພວກ​ເຂົາ​ທຸກ​ຄົນ​ເຂົ້າ​ເຝົ້າ​ຕໍ່​ຫນ້າ​ພ​ຣະ​ເຈົ້າ​ໃນ​ຊີ​ໂອນ. \v 8 ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຈອມໂຍທາ, ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ; ຂ້າ​ແດ່​ພ​ຣະ​ເຈົ້າຂອງ​ຢາ​ໂຄບ​. ຂໍ​ຊົງ​ຟັງ​ສິ່ງ​ທີ່​ຂ້າ​ນ້ອຍ​ກຳ​ລັງ​ຮ້ອງຂໍ! ເສ ລາ \v 9 ຂ້າ​ແຕ່​ພ​ຣະ​ເຈົ້າ, ຂໍ​ແນມ​ເບິ່ງ​ໂລ້​ຂ​ອງ​ຂ້າ​ນ້ອຍ​ທັງ​ຫລາຍ; ຂໍ​ຊົງ​ສຳ​ແດງ​ຄວາມ​ຫວ່ງ​ໃຍ​ຕໍ່​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຈີມ​ໄວ້. \v 10 ເພາະ​ວັນດຽວ​ໃນ​ບໍ​ຣິ​ເວນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ກໍ​ດີກວ່າ​ພັນວັນໃນ​ທີ່​ອື່ນ. ຂ້າ​ນ້ອຍ​ຂໍ​ເປັນ​ຄົນ​ເຝົ້າ​ປະ​ຕູ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ​ດີກວ່າ​ຢູ່​ໃນ​ບັນ​ດາ​ເຕັນ​ຂອງ​ຄົນ​ຊົ່ວ. \s5 \v 11 ​ເພາະ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຊົງ​ເປັນ​ດວງ​ອາ​ທິດ​ແລະ​ປັນ​ໂລ້​ຂອງ​ເຮົາ; ພ​ຣະ​ຢາ​ເວ​ຈະ​ຊົງ​ປຣະ​ທານ​ພ​ຣະ​ຄຸນ​ແລະ​ສັກ​ສີ; ພ​ຣະ​ອົງ​ບໍ່​ໄດ້​ຊົງ​ຫນ່ຽວລັ້ງ​ສິ່ງ​ທີ່​ດີ​ອັນ​ໃດ​ຈາກ​ບັນ​ດາ​ຜູ້​ທີ່​ດຳ​ເນີນ​ໃນ​ຄວາມ​ຊື່​ສັດ​ສຸ​ຈະ​ລິດ. \v 12 ຂ້າ​ແດ່​ພ​ຣະ​ຢາ​ເວ​ອົງຈອມໂຍທາ,​ ຄົນ​ທີ່​ວາງ​ໃຈ​ໃນ​ພ​ຣະ​ອົງ​ກໍ​ເປັນ​ສຸກ. \s5 \c 85 \cl ບົດທີ 85 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂກ​ຣາ. \v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ຄວາມ​ເມດ​ຕາ​ແກ່​ແຜ່ນ​ດິນ​ຂອ​ງ​ພ​ຣະ​ອົງ; ພ​​ຣະ​ອົງ​ໄດ້​ຊົງ​ຮື້​ຟື້ນ​ຄວາມ​ເປັນ​ຢູ່​ທີ່​ດີ​ຂອງ​ຢາ​ໂຄບ. \v 2 ພ​ຣະ​ອົງ​ໄດ້​ຊົງ​ຍົກ​ໂທດ​ຄວາມ​ບາບ​ຂອງ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ໄດ້​ປົກປິດ​ຄວາມ​ບາບ​ທັງ​ຫມົດ​ຂອງ​ພວກ​ເຂົາ. ເສ​ ລາ \s5 \v 3 ​ພ​ຣະ​ອົງ​ໄດ້​ຊົງ​ກຳຈັດ​ຄວາມ​ໂຫດ​ຮ້າຍ​ທັງ​ຫມົດ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ຊົງ​ຫັນ​ຈາກ​ຄວາມ​ໃຈ​ຮ້າຍ​ອັນ​ຮ້ອນ​ແຮງ​ຂອງ​ພ​ຣະ​ອົງ. \v 4 ຂ້າ​ແດ່​ພ​ຣະ​ເຈົ້າແຫ່ງ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ທັງ​ຫລາຍໃຫ້ກັບຄືນສູ່ສະພາບດີ, ຂໍຊົງລະງັບຄວາມຮ້າຍທີ່ມີຕໍ່ຂ້ານ້ອຍທັງຫລາຍ. \v 5 ພ​ຣະ​ອົງ​ຈະ​ໃຈ​ຮ້າຍ​ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ນິ​ດ​ບໍ່? ພ​ຣະ​ອົງ​ຈະ​ຊົງ​ໃຫ້​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ໄປ​ຈົນ​ເຖິງ​ຊົ່ວ​ອາ​ຍຸ​ໃນ​ອາ​ນາ​ຄົດ​ບໍ່? \s5 \v 6 ພຣະອົງຈະບໍ່ຊົງຮື້ຟື້ນພວກຂ້ານ້ອຍຂື້ນອີກບໍ? ເພື່ອ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ຈະ​ຊື່ນ​ຊົນ​ຍິນ​ດີ​ໃນ​ພ​ຣະ​ອົງ. \v 7 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ສຳ​ແດງ​ຄວາມ​ຊື່​ສັດ, ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ​ທັງ​ຫລາຍ. \s5 \v 8 ​ຂ້າ​ນ້ອຍ​ຈະ​ຟັງ​ສິ່ງ​ທີ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ກ່າວ, ເພາະ​ພ​ຣະ​ອົງ​ຈະ​ຊົງ​ສ້າງ​ສັນ​ຕິ​ພາບ​ກັບ​ປະ​ຊາກອ​ນ​ຂອງ​ພ​ຣະ​ອົງ. ຄື​ແກ່​ບັນ​ດາ​ຜູ້​ທີ່​ຕິດ​ຕາມ​ພ​ຣະ​ອົງ​ຢ່າງ​ຊື່​ສັດ ແຕ່​ສະ​ນັ້ນ​ກໍ​ຕາມ ພວກ​ເຂົາ​ຕ້ອງ​ບໍ່​ຫັນ​ກັບ​ໄປ​ສູ່​ບັນ​ດາ​ທາງ​ແຫ່ງ​ຄວາມ​ໂງ່ອີກ. \v 9 ທີ່​ຄວາມລອດ​ຂອງ​ພ​ຣະ​ອົງ​ຢູ່​ໃກ້​ຄົນ​ທີ່​ຢຳ​ເກງ​ພ​ຣະ​ອົງ; ເພື່ອ​ສະ​ງ່າ​ຣາ​ສີ​ຈະ​ດຳ​ຣົງ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ. \s5 \v 10 ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ແລະ​ຄວາມ​ແທ້​ຈິງ​ໄດ້​ມາ​ພໍ້​ກັນ​; ຄວາມ​ຊອບ​ທັມ​ແລະ​ສັນ​ຕິ​ພາບ​ໄດ້​ຈູບ​ກັນ​ແລ​ະ​ກັນ. \v 11 ຄວາມ​ແທ້​ຈິງ​ກໍ​ງອກ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ, ແລະ​ຄວ​າມ​ຊອບ​ທັມ​ກໍ​ແນມ​ລົງ​ມາ​ຈາກ​ທ້ອງ​ຟ້າ. \s5 \v 12 ແມ່ນ​ແລ້ວ, ພ​ຣະ​ຢາ​ເວ​ຈະ​ປຣະ​ທານ​ບັນ​ດາ​ພ​ຣະ​ພອນ​ທີ່​ດີ, ແລະ​ແຜ່ນ​ດິນ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ຜະ​ລິດ​ຜົນ​ຂອງ​ມັນ​ອອກ​ມາ. \v 13 ຄວາມ​ຊອບ​ທັມຈະ​ນຳ​ຫນ້າ​ພ​ຣະ​ອົງ​ແລະ​ຕຣຽມ​ຫົນ​ທາງ​ໄວ້​ສຳ​ຫລັບ​ກ້າວ​ຍ່າງ​ຂອງ​ພ​ຣະ​ອົງ. \s5 \c 86 \cl ບົດທີ 86 \p ຄຳ​ອະ​ທິ​ຖານ​ຂອງ​ດາ​ວິດ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຮັບ​ຟັງ, ແລະ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ, ​ເພາະ​ຂ້າ​ນ້ອຍ​ຍາກ​ຈົນ​ແລະ​ຖືກ​ກົດ​ຂີ່. \v 2 ຂໍ​ຊົງ​ຄຸ້ມ​ຄອງ​ຂ້າ​ນ້ອຍ​ເພາະ​ຂ້າ​ນ້ອຍ​ເປັນ​ຜູ້​ຈົງ​ຮັກ​ພັກ​ດີ, ຂ້າ​ແດ່​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ​ຂໍ​ຊົງ​ຊ່ວຍ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃຫ້​ພົ້ນ​ຄື​ຜູ້​ທີ່​ວາງ​ໃຈ​ໃນ​ພ​ຣະ​ອົງ. \s5 \v 3 ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍ​ຊົງ​ເມດຕາຕໍ່​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ຮ້ອງທູນ​ຕໍ່​ພ​ຣະ​ອົງ​ວັນ​ຍັງ​ຄ່ຳ. \v 4 ຂໍ​ຊົງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຍິນ​ດີ, ຂ້າ​ແດ່​ພ​ຣ​ະ​ຜູ້​ເປັນ​ເຈົ້າ, ເພາະ​ຂ້າ​ນ້ອຍ​ອະ​ທິ​ຖານ​ຕໍ່​ພ​ຣະ​ອົງ. \s5 \v 5 ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ອົງ​ຊົງ​ປະ​ເສີດ, ແລະ​ຊົງ​ພ້ອມ​ທີ່​ຍົກໂທດແລະໃຫ້​ອະ​ພັຍ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ພ​ຣະ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່​ແກ່​ບັນ​ດາ​ຜູ້​ທີ່​ພາວັນນາອະທິຖານຕໍ່​ພ​ຣະ​ອົງ​ທັງ​ຫມົດ. \v 6 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​​ຟັງສຽງ​ວິງວອນ​ຂອງ​ຂ້າ​ນ້ອຍ. \v 7 ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ອົງ​ໃນ​ວັນ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ຂອງ​ຂ້າ​ນ້ອຍ, ເພາະ​ພ​ຣະ​ອົງ​ຈະ​ຊົງ​ຕອບ​ຂ້າ​ນ້ອຍ ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ. \s5 \v 8 ​ໃນ​ບັນ​ດາ​ພ​ະເຈົ້າ​ທັງ​ຫລາຍ ບໍ່​ມີ​ຜູ້​ໃດ​ທຽບ​ກັບ​ພ​ຣະ​ອົງ​ໄດ້ ບໍ່​ມີ​ການ​ກະ​ທຳ​ໃດໆ, ທີ່​ເປັນ​ຄື​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ. \v 9 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ບັນ​ດາ​ຊົນ​ຊາດ​ທັງ​ຫມົດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຈະ​ມາ​ແລະ​ກາບ​ລົງ​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ, ພວກ​ເຂົາ​ຈະ​ເທີດ​ທູ​ນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. \s5 \v 10 ​ເພາະ​ພ​ຣະ​ອົງ​ຊົງ​ຍິ່ງ​ໃຫຍ່​ແລະ​ຊົງ​ເຮັດ​ການ​ອັ​ສະ​ຈັນ​ຕ່າງໆ; ພ​ຣະ​ອົງ​ແຕ່​ຜູ້​ດຽວ​ຊົງ​ເປັນ​ພ​ຣະ​ເຈົ້າ. \v 11 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ສອນ​ບັນ​ດາ​ສິ່ງ​ທີ່​ຢາກ​ໃຫ້​ເຮັດ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. ແລ້ວ​ຂ້າ​ນ້ອຍ​ຈະ​ດຳ​ເນີນ​ໃນ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ. ຂໍ​ຊົງ​ລວມ​ໃຈ​ຂອງ​ຂ້າ​ນ້ອຍ​ເປັນ​ໃຈ​ດຽວ​ເພື່ອ​ເຄົາ​ຣົບ​ຢຳ​ເກງ​ຕໍ່​ພ​ຣະ​ອົງ. \v 12 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ພ​ຣະ​ອົງ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ; ຂ້າ​ນ້ອຍ​ຈະ​ເທີດ​ທູນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ເປັນ​ນິ​ດ. \s5 \v 13 ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ຊົງ​ມີ​ຕໍ່​ຂ້າ​ນ້ອຍ​ນັ້ນ​ໃຫຍ່​ຫລາຍ; ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຈາກ​ທີ່​ເລິກ​ຂອງ​ແດນ​ຄົນ​ຕາຍ. \v 14 ຂ້າ​ແດ່​ພ​ຣະ​ເຈົ້າ, ຄົນ​ຈອງ​ຫອງ​ໄດ້​ລຸກ​ຂຶ້ນ​ຕໍ່​ສ​ູ້ຂ້າ​ນ້ອຍ ກຸ່ມ​ຄົນ​ໂຫດ​ຮ້າຍ​ມຸ້ງ​ເອົາ​ຊີ​ວິດ​ຂ້າ​ນ້ອຍ. ພວກ​ເຂົາ​ບໍ່​ເຄົາ​ຣົບ​ຢຳ​ເກງ​ພ​ຣະ​ອົງ​ເລີຍ. \s5 \v 15 ​ຂ້າ​ແດ່ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ແຕ່​ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ, ​ແຫ່ງ​ພ​ຣະ​ເມດຕາ​ແລະຊົງ​ພ​ຣະ​ຄຸນ, ບໍ່ຮ້າຍ​ງ່າຍ ແລະ​ຊົງ​ອຸ​ດົມ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ແລະ​ຄວາມ​ສັດ​ຈິງ. \v 16 ຂໍ​ຊົງ​ຫັນ​ມາ​ຫາ​ຂ້າ​ນ້ອຍ​ແລະ​ຊົງ​ພ​ຣະ​ເມດ​ຕາ​ຂ້າ​ນ້ອຍ​ດ້ວຍ​ເຖີດ; ຂໍ​ຊົງ​ປຣະ​ທານ​ພ​ຣະ​ກຳ​ລັງ​ຂອງ​ພ​ຣະ​ອົງ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ; ແລະ​ຂໍ​ຊົງ​ຊ່ວຍ​ລູກຊາຍຂອງຍິງຄົນຮັບໃຊ້ຂອງພຣະອົງໃຫ້ພົ້ນ. \v 17 ຂໍ​ຊົງ​ສຳ​ແດງ​ຫມາຍ​ສຳ​ຄັນ​ແຫ່ງຄວາມ​ເມດ​ຕາ​ແກ່​ຂ້າ​ນ້ອຍ. ເພື່ອ​ຄົນ​ທີ່​ກຽດ​ຊັງ​ຂ້າ​ນ້ອຍ​ຈະ​ເຫັນ​ແລ້ວ​ອັບ​ອາຍ​ເພາະພ​ຣະ​ອົງ, ຄື​ພ​ຣະ​ຢາ​ເວ ໄດ້​ຊົງ​ຊ່ວຍ​ເຫລືອ​ຂ້າ​ນ້ອຍ​ແລະ​ໄດ້​ຊົງ​ປອບ​ໃຈ​ຂ້າ​ນ້ອຍ. \s5 \c 87 \cl ບົດທີ 87 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ໂກ​ຣາ; ບົດ​ເພງ. \v 1 ມີ​ເມືອງ​ທີ່​ຕັ້ງ​ໄວ້​ເທິງ​ພູ​ເຂົາ​ສັກ​ສິດ​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ວາງ​ຮາກ​ຖານ​ໄວ້; \v 2 ພ​ຣະ​ຢາ​ເວ​ຊົງ​ຮັກ​ບັນ​ດາ​ປະ​ຕູ​ຂອງ​ຊີ​ໂອນ​ຫລາຍ​ຍິ່ງກວ່າ​ບັນ​ດາ​ເຕັນ​ຂອງ​ຢາ​ໂຄບ​ທັງ​ຫມົດ. \v 3 ໂອ ເມືອງ​ຂອງ​ພ​ຣະ​ເຈົ້າ​ເອີຍ, ບັນ​ດາ​ສິ່ງ​ທີ່​ມີ​ສະ​ຫງ່າ​ຣາ​ສີ​ຕ່າງ​ກ່າວ​ເຖິງ​ນາງ. ເສລາ \s5 \v 4 "ເຮົາ​ໄດ້​ເວົ້າ​ເຖິງ​ຣາ​ຫັບ​ແລະ​ບາ​ບີ​ໂລນ​ແກ່​ບັນ​ດາ​ຜູ້​ຕິດ​ຕາມ​ເຮົາ. ເບິ່ງ​ເຖີດ, ມີ​ຟີ​ລິ​ສະ​ຕິນ, ແລະ​ຕີ​ເຣ, ພ້​ອມ​ກັບ​ເອ​ທີ​ໂອ​ເປຍ- ແລະ​ຈະ​ກ່າວ​ວ່າ, 'ຜູ້​ນີ້​ໄດ້​ເກີດ​ທີ່​ນັ້ນ." \s5 \v 5 ສ່ວນ​ພູເຂົາຊີ​ໂອນ​ກໍ​ຈະ​ກ່າວ​ວ່າ, "ບັນດາຊົນຊາດ​ທັງຫລາຍເປັ​ນຂອງພູນີ້; ແລະ​ອົງ​ຜູ້ຊົງຣິທານຸພາບ​ສູງ​ສຸດ​​ຈະ​ຊົງ​ເຮັດໃຫ້ເຂັ້ມແຂງຂຶ້ນ." \v 6 ພ​ຣະ​ຢາ​ເວຊົງ​ບັນ​ທຶກ​ໄວ້​ໃນ​ປື້ມ​ທະ​ບຽນ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ​ວ່າ, "ຜູ້​ນີ້​ໄດ້​ເກີດ​ທີ່​ນັ້ນ."ເສລາ \s5 \v 7 ດັ່ງ​ນັ້ນ​ບັນ​ດາ​ນັກ​ຮ້ອງ​ແລະ​ນັກ​ເຕັ້ນ​ກ່າວ​ພ້ອມ​ກັນ​ວ່າ, "ນ້ຳ​ພຸ​ທັງ​ຫມົດ​ຂອງ​ເຮົາ​ຢູ່​ໃນ​ພູເຂົາຊີໂອນ." \s5 \c 88 \cl ບົດທີ 88 \p ບົດ​ເພງ, ບົດ​ເພງ​ສັນ​ຣະ​ເສີນ​ລູກ​ຊາຍ​ຂອງ​ໂກຣາ; ສຳ​ລັບ​ຄະ​ນະ​ນົກ​ດົນ​ຕຣີ; ສົ່ງ​ເຖິງ​ແບບ​ມາ​ຫາ​ລາດ ເລນອນ. ແບບ​ຂອງ​ເຮ​ມານ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ແຫ່ງ​ຄວາມ​ພົ້ນຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຮ້ອງຫາ​​ພ​ຣະ​ອົງ​​ຕໍ່​ຫນ້າ​ພ​ຣະ​ອົງ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ. \v 2 ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ສົນ​ໃຈ​ຕໍ່​ສຽງ​ຮ້ອງຂໍ​ຂອງ​ຂ້າ​ນ້ອຍ. \s5 \v 3 ເພາະ​ຂ້າ​ນ້ອຍ​ໄດ້​ເຕັມ​ໄປ​ດ້ວຍ​ບັນ​ດາ​ຄວາມ​ທຸກ​ຍາກ​ລຳ​ບາກ, ແລະ​ຊີ​ວິ​ດ​ຂອງ​ຂ້າ​ນ້ອຍ​ໄດ້​ລົງ​ໄປ​ເຖິງ​ແດນ​ຄົນ​ຕາຍ. \v 4 ບັນ​ດາ​ຜູ້​ຄົນ​ຕ່າງ​ປະ​ຕິ​ບັດ​ຕໍ່​ຂ້າ​ນ້ອຍ​ຄື​ຜູ້​ທີ່​ລົງ​ໄປ​ຍັງຫ​ລຸມ​ແຫ່ງ​ຄວາມ​ຕາ​ຍ; ຂ້າ​ນ້ອຍ​ເປັນ​ຊາຍ​ຄົນ​ຫນຶ່ງ​ທີ່​ບໍ່​ມີ​ກຳ​ລັງ. \s5 \v 5 ​ຂ້າ​ນ້ອຍ​ໄດ້​ຖືກ​ຖິ້ມ​ໄວ້​ທ່າມ​ກາງ​ຄົນ​ຕາຍ; ຂ້າ​ນ້ອຍ​ເປັນ​ຄື​ຄົນ​ຕາຍ​ທີ່ນອນ​ຢູ່​ໃນຂຸມຝັງ​ສົບ, ເປັນ​ຜູ້​ທີ່​ພ​ຣະ​ອົງ​ບໍ່​ສົນ​ໃຈ​ອີກ​ຕໍ່​ໄປ​ເພາະ​ພວກ​ເຂົາ​ຖືກ​ຕັດ​ອອກ​ຈາກ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ. \v 6 ພ​ຣະ​ອົງ​ຊົງ​ວາງ​ຂ້າ​ນ້ອຍ​ໄວ້​ໃນຂຸມທີ່ເລິກສຸດ, ຂອງ​ຂຸມ​ແຫ່ງ​ຄວາມ​ຕາຍ ໃນ​ບັນ​ດາ​ແດນ​ທີ່​ມືດ​ແລະ​ຫນາ. \s5 \v 7 ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ທັບເຕັງຢ່າງຫນັກ​ເທິງ​ຂ້າ​ນ້ອຍ, ແລະ​ບັນ​ດາ​ຄື້ນ​ແຫ່ງຄວາມໂກດຮ້າຍຂອງ​ພ​ຣະ​ອົງ​ທັງ​ຫມົດ​ໄດ້​ຊັດ​ຖ້ວມ​ຂ້າ​ນ້ອຍ. ເສ ລາ \s5 \v 8 ​ເປັນ​ເພາະ​ພ​ຣະ​ອົງ, ບັນ​ດາ​ຫມູ່ເພື່ອນຂອງ​ຂ້າ​ນ້ອ​ຍ​ຈຶ່ງ​ໄດ້​ເຫີນ​ຫ່າງ​ຈາກ​ຂ້າ​ນ້ອຍ. ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ເປັນ​ພາບ​ທີ່​ຫນ້າ​ຕົກ​ໃຈ​ຕໍ່​ພວກ​ເຂົາ. ຂ້າ​ນ້ອຍ​ຖືກ​ຂັງ​ໄວ້​ແລະ​ຂ້າ​ນ້ອຍ​ຫນີ​ອອກ​ໄປ​ບໍ່​ໄດ້. \s5 \v 9 ​ດວງ​ຕາ​ຂອງ​ຂ້າ​ນ້ອຍ​ອິ​ດ​ເມື່ອຍ​ໄປ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ; ຂ້າ​ແຕ່​ພ​ຣະ​ຢາ​ເວ; ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ອົງ​ວັນ​ຮອດ​ຄ​່ຳ ຂ້າ​ນ້ອຍ​ຍື່ນ​ມື​ຂອງ​ຂ້າ​ນ້ອຍ​ອອກ​ຕໍ່​ພ​ຣະ​ອົງ. \v 10 ພ​ຣະ​ອົງ​ຈະ​ຊົງ​ເຮັດ​ການ​ອັສະ​ຈັນ​ເພື່ອ​ຄົນ​ຕາຍ​ບໍ່? ບັນ​ດາ​ຜູ້​ທີ່​ຕາຍ​ໄປ​ແລ້ວ​ຈະ​ລຸກ​ຂຶ້ນ​ແລະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ບໍ່? ເສລາ \s5 \v 11 ຄວາມ​ຊື່​ສັດ​ແຫ່ງພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຈະ​ຖືກ​ປະ​ກາດ​ໃນ​ຂຸມ​ຝັງ​ສົບ, ຫລື​ປະ​ກາດ​ຄວາມ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພ​ຣະ​ອົງ​ໃນ​ແດນ​ຄົນ​ຕາຍ​ບໍ່? \v 12 ການ​ກະ​ທຳ​ອັນ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​ຈະ​ເປັນ​ຮູ້​ຈັກ​ກັນ​ໃນ​ຄວາມ​ມືດ, ຫລື​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ແຜ່ນ​ດິນ​ແຫ່ງ​ຄວາມຫ​ລົງ​ລືມ​ບໍ່​? \s5 \v 13 ຂ້າ​ແດ່​ພ​ຣະ​ຢາ​ເວ, ແຕ່​ຂ້າ​ນ້ອຍ​ຮ້ອງຫາ​ພ​ຣະ​ອົງໃນ​ຍາມ​ເຊົ້າ​; ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​ມາຢູ່​ຊ້ອງຫນ້າ​ພ​ຣະ​ອົງ. \v 14 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ປະ​ຕິ​ເສດ​ຂ້າ​ນ້ອຍ? ພ​ຣະ​ອົງ​ຊົງ​ເຊື່ອງ​ຫນ້າ​ຂອງ​ພ​ຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ? \s5 \v 15 ຂ້າ​ນ້ອຍ​ເຄີຍ​ທຸກ​ຍາກ​ແລະ​ເກືອບ​ຕາຍ​ມາ​ແລ້ວ​ຕັ້ງ​ແຕ່​ຂ້າ​ນ້ອຍຍັງຫນຸ່ມນັ້ນ. ຂ້າ​ນ້ອຍ​ໄດ້​ທົນ​ທຸກ​ເນື່ອງ​ຈາກ​ຄວາມ​ຢ້ານ​ກົວ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍ​ທໍ້​ແທ້. \v 16 ບັນ​ດາ​ການ​ກະ​ທຳ​ແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ໄດ້​ຜ່ານ​ໄປ​ເທິງ​ຂ້າ​ນ້ອຍ, ບັນ​ດາ​ການ​ກະ​ທຳ​​ທີ່​ຫນ້າ​ຢ້ານ​ຈາກ​ພ​ຣະ​ອົງ​ໄດ້​ທຳ​ລາຍ​ລ້າງ​ຂ້າ​ນ້ອຍ. \s5 \v 17 ​ພວກ​ມັນ​ໄດ້​ອ້ອມ​ຂ້າ​ນ້ອຍ​ເຫມືອນຢ່າງ​ນ້ຳ​ຖ້ວມຕະຫລອດວັນ​; ພວກມ​ັນ​ໂອບ​ອ້ອມ​ຂ້າ​ນ້ອຍ​ໄວ້​ຮອບ​ດ້ານ. \v 18 ພ​ຣະ​ອົງ​ໄດ້​ຊົງ​ເອົາ​ບັນ​ດາ​​ເພື່ອນທີ່ໃກ້​ຊິດ​ອອກ​ໄປ​ຈາກ​ຂ້າ​ນ້ອຍ. ມີ​ພຽງ​ຄວາມ​ມືດ​ເປັນ​ເພື່ອນໃກ້ຊິດ​ຂອງ​ຂ້າ​ນ້ອຍ. \s5 \c 89 \cl ບົດທີ 89 \p ຄຳ​ແນະ​ນຳ​ຂອງ​ອີ​ທານ. \v 1 ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ເຖິງ​ບັນ​ດາ​ການ​ກະ​ທຳ​ແຫ່ງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ​ເປັນ​ນິ​ດ. ຂ້າ​ນ້ອຍ​ຈະ​ປະ​ກາດ​ເຖິງ​ຄວາມ​ສັດ​ຈິງ​ຂອງ​ພ​ຣະ​ອົງ​ແກ່​ບັນ​ດາ​ຊົ່ວ​ອາ​ຍຸ​ຄົນ​ໃນ​ອາ​ນາ​ຄົດ. \v 2 ເພາະ​ຂ້າ​ນ້ອຍ​ໄດ້​ກ່າວ​ວ່າ, "ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ໄດ້​ຖືກ​ສະ​ຖາ​ປະ​ນາ​ໄວ້​ເປັນ​ນິ​ຣັນ; ພ​ຣະ​ອົງ​ໄດ້​ຊົງ​ສະ​ຖາ​ປະ​ນາ​ຄວາມ​ແທ້​ຈິງ​ຂອງ​ພ​ຣະ​ອົງ​ໄວ້​ໃນ​ຟ້າ​ສະ​ຫວັນ." \s5 \v 3 "ເຮົາ​ໄດ້​ເຮັດ​ພັນທະ​ສັນ​ຍາ​ໄວ້​ກັບ​ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອ​ງ​ເຮົາ, ເຮົາ​ໄດ້​ໃຫ້ຄຳສັນຍາ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ. \v 4 ເຮົາ​ຈະ​ສະ​ຖາ​ປະ​ນາ​ເຊື້ອ​ສາຍ​ຂອງ​ເຈົ້າ​ໄວ້​ເປັນ​ນິ​ດ, ແລະ​ເຮົາ​ຈະ​ສະ​ຫງວ​ນບັນ​ລັງ​ຂອງ​ເຈົ້າ​ໄວ້​ທຸກ​ຊົ່ວ​ຊາດ."ເສ ລາ \s5 \v 5 ຂ້າ​ແດ່​ພ​ຣະ​ຢາ​ເວ, ຟ້າ​ສະ​ຫວັນ​ຍົກ​ຍ້ອງ​ສັນ​ຣະ​ເສີນ​ບັນ​ດາ​ການ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ ຄວາມ​ແທ້​ຈິງ​ຂອງ​ພ​ຣະ​ອົງເປັນ​ທີ່​ສັນ​ຣະ​ເສີນ​ໃນ​ທີ່​ປະ​ຊຸມ​ຂອງ​ບັນ​ດາ​ຜູ້​ບໍ​ຣິສຸດ. \v 6 ເພາະ​ມີຜູ້​ໃດ​ເທິງ​ທ້ອງ​ຟ້າ​ທຽບ​ກັບ​ພ​ຣະ​ຢາ​ເວ​ໄດ້? ເພາະຜູ້​ໃດ​ໃນ​ທ່າມ​ກາງ​ບັນ​ດາ​ລູກ​ຂອງ​ພະເຈົ້າ​ທັງ​ຫລາຍ​ເປັນ​ດັ່ງ​ພ​ຣະ​ຢາ​ເວ​ໄດ້?. \s5 \v 7 ພຣະອົງຊົງເປັນພຣະເຈົ້າ, ຜູ້ໄດ້ຮັບການຍົກຍ້ອງຢ່າງຍິ່ງໃຫຍ່ ແລະ​ຫນ້າ​ຢ້ານ​ກົວ​ໃນ​ທ່າ​ມ​ກາງ​ຄົນ​ທັງ​ປວງ​ທີ່​ຢູ່​ອ້ອມ​ຮອບ​ພ​ຣະ​ອົງ. \v 8 ຂ້າ​ແດ່​ພ​ຣະ​ຢາ​ເວ ພ​ຣະ​ເຈົ້າ, ຈອມໂຍທາ​ ຜູ້​ໃດ​ຈະ​ແຂງ​ແກ່ນ​ດັ່ງ​ພ​ຣະ​ອົງ​ຜູ້​, ເປັນ​ພ​ຣະ​ຢາ​ເວ​ໄດ້? ຄວາມ​ແທ້​ຈິງ​ຂອງ​ພ​ຣະ​ອົງ​ອ້ອມ​ຮອບ​ພ​ຣະ​ອົງ. \s5 \v 9 ​ພ​ຣະ​ອົງ​ຊົງ​ປົກ​ຄອງ​ທະ​ເລ​ທີ່​ປັ່ນ​ປ່ວນ; ເມື່ອ​ບັນ​ດາ​ຄື້ນ​ຊັດ​ແຮງ, ພ​ຣະ​ອົງ​ຊົງ​ເຮັ​ດ​ໃຫ້​ມັນ​ສະ​ຫ​ງົບ. \v 10 ພ​ຣະ​ອົງ​ໄດ້​ຊົງ​ຢຽບ​ ມັງກອນຄືຣາ​ຮາບເຫມືອນ​ຜູ້​ຖືກ​ຂ້າ. ພ​ຣະ​ອົງ​ໄດ້​ຊົງ​ກະ​ຈາຍ​ພວກ​ສັດ​ຕຣູ​ຂອງ​ພ​ຣະອົງ​ດ້ວຍແຂນທີ່​ແຂງ​ແກ່ນ​ຂອງ​ພ​ຣະ​ອົງ. \s5 \v 11 ​ຟ້າ​ສະ​ຫວັນ​ເປັນ​ຂອງ​ພ​ຣະ​ອົງ, ແລະ​ແຜ່​ນ​ດິນ​ໂລກ​ດ້ວຍ. ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ໂລກ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ. \v 12 ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ທິດ​ເຫນືອ​ແລະ​ທິດ​ໃຕ້. ພູ​ເຂົາ​ຕາ​ໂບ​ແລະ​ພູ​ເຂົາ​ເຮີ​ໂມນ​ຊື່ນ​ຊົນ​ຍິນ​ດີ​ໃນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ. \s5 \v 13 ​ພ​ຣະ​ອົງ​ຊົງ​ມີ​ແຂນ​ຊົງຣິດ​ອຳ​ນາດ​ແລະ​ມື​ອັນ​ແຂງ​ແກ່ນ, ແລະ​ມື​ຂວາ​ຂອງພ​ຣະ​ອົງ​ກໍສູງ​ສົ່ງ. \v 14 ຄວາມ​ຊອບ​ທັມ​ແລະ​ຄວາມ​ຍຸ​ຕິ​ທັມ​ເປັນ​ຮາກ​ຖານ​ແຫ່ງ​ບັນ​ລັງ​ຂອງ​ພ​ຣະ​ອົງ. ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ແລະ​ຄວາມຈິງ​ກໍກ້າວ​ເດີນໄປ​ນຳ​ຫນ້າ​ພ​ຣະ​ອົງ. \s5 \v 15 ຂ້າແດ່ພຣະຢາເວ! ​ປະ​ຊາ​ກອນ​ຜ​ູ້​ທີ່​ນະ​ມັ​ສະ​ການ​ພ​ຣະ​ອົງ​ກໍ​ເປັນ​ສຸກ, ພວກ​ເຂົາ​ເດີນ​ໃນ​ຄວາມ​ສະ​ຫວ່າງ​ແຫ່ງ​ພ​ຣະພັກຂອງ​ພ​ຣະ​ອົງ. \v 16 ພວກ​ເຂົາ​ຊົມຊື່ນຍິນ​ດີ​ໃນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ຕະ​ຫລອດ​ວັນ​ຍັງ​ຄ່ຳ, ແລະ​ພວກ​ເຂົາ​ຍົກ​ຍ້ອງ​ເຊີດ​ຊູ​ພ​ຣະ​ອົງ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ. \s5 \v 17 ​ເພາະ​ພ​ຣະ​ອົງ​ຊົງ​ເປັນ​ກຳ​ລັງ​ອັນ​ສູງ​ສົ່ງ​ຂອງ​ເຂົາ​ທັງ​ຫລາຍ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ມີ​ຊັຍ​ຊະ​ນະ​ໂດຍ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ. \v 18 ເພາະ​ໂລ້​ຂອງ​ເຮົາ​ເປັນ​ຂອງ​ພ​ຣະ​ຢາ​ເວ; ບັນ​ດາ​ກະ​ສັດ​ຂອງ​ເຮົາ​ເປັນ​ຂອງ​ອົງ​ບໍ​ຣິສຸດ​ແຫ່ງ​ອິ​ສະ​ຣາ​ເອນ. \s5 \v 19 ເມື່ອ​ດົນ​ມາ​ແລ້ວ ພ​ຣະ​ອົງ​ໄດ້​ກ່າວ​ໃນ​ນິ​ມິດ​ແກ່​ບັນ​ດາ​ຜູ້​ທີ່​ຊື່​ສັດ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ກ່າວ​ວ່າ, "ເຮົາ​ໄດ້​ຕັ້ງ​ມົງ​ກຸດ​ເທິງ​ຜູ້​ແຂງ​ແກ່ນຄົນ​ຫນຶ່ງ; ເຮົາ​ໄດ້​ຍົກ​ຄົນ​ຫນຶ່ງ​ທີ່​ຖືກ​ເລືອກ​ຈາກ​ທ່າມ​ກາງ​ຫມູ່​ປະ​ຊາ​ຊົນ​ຂຶ້ນ. \v 20 ເຮົາ​ໄດ້​ເລືອກ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ; ເຮົາ​ໄດ້​ເຈີມ​ເຂົາ​ໄວ້​ດ້ວຍ​ນ້ຳ​ມັນ​ບໍ​ຣິສຸດ​ຂອງ​ເຮົາ. \v 21 ມື​ຂອງ​ເຮົາ​ຈະ​ປະ​ຄັບ​ປະ​ຄອງ​ເຂົາ; ແຂນ​ຂອງ​ເຮົາ​ຈະ​ເສີມ​ກຳ​ລັງ​ເຂົາ. \v 22 ບໍ່​ມີ​ສັດ​ຕຣູ​ໃດ​ຈະ​ຕົວະ​ເຂົາ​ໄດ້; ບໍ່​ມີ​ລູກ​ຂອງ​ຄວາມ​ຊົ່ວ​ຈະ​ຂົ່ມ​ເຫັງ​ເຂົາ​ໄດ້. \v 23 ເຮົາ​ຈະ​ຢຽບ​ຢ່ຳ​ພວກ​ສັດ​ຕຣູຂອງ​ເຂົາ​ຕໍ່​ຫນ້າ​ເຂົ​າ; ເຮົາ​ຈະ​ຂ້າ​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ເຂົາ. \s5 \v 24 ​ຄວາມ​ຈິງ​ແລະ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ເຮົາ​ຈະ​ຢູ່​ກັບ​ເຂົາ; ເຂົາ​ຈະ​ເປັນ​ຜູ້​ມີ​ຊັຍ​ຊະ​ນະ​ໂດຍ​ນາມຊື່​ຂອງ​ເຮົາ. \v 25 ເຮົາ​ຈະ​ເອົາ​ມື​ຂອງ​ເຂົາ​ວາງ​ເທິງ​ທະ​ເລ​ແລະ​ມື​ຂວາ​ຂອງ​ເຂົາ​ເທິງ​ແມ່​ນ້ຳ​ທັງ​ຫລາຍ. \v 26 ເຂົາ​ຈະ​ຮ້ອງ​ຕໍ່​ເຮົາ​ວ່າ, 'ຂ້າ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ພ​ຣະ​ອົງ​ຊົງ​ເປັນ​ພໍ່​ຂອງ​ຂ້າ​ນ້ອຍ, ແລະ​ຊົງ​ເປັນພຣະສີລາ​ແຫ່ງ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ.' \s5 \v 27 ແລະ​ເຮົາ​ຈະ​ໃຫ້​ເຂົາ​ເປັນ​ຄື​ລູກ​ຫົວ​ປີ​ຂອງ​ເຮົາ, ເປັນ​ຜູ້​ໄດ້​ຮັບ​ການ​ຍົກ​ສູງ​ສຸດ​ແຫ່ງ​ບັນ​ດາ​ກະ​ສັດ​ຂອງ​ແຜ່ນ​ດິນ​ໂລກ. \v 28 ເຮົາ​ຈະ​ຂະຫ​ຍາຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ເຮົາ​ກັບ​ເຂົາ​ເປັນ​ນິ​ດ; ແລະ​ພັນທະສັນ​ຍາ​ຂອງ​ເຮົາ​ກັບ​ເຂົາ​ຈະ​ຫມັ້ນ​ຄົງ​ຢູ່. \v 29 ເຮົາ​ຈະ​ເຮັດ​ໃຫ້​ບັນ​ດາ​ລູກ​ຫລານ​ຂອງ​ເຂົາ​ມີ​ຢູ່​ຕະ​ຫລອດ​ໄປ​ເປັນ​ນິດ ແລະ​ບັນ​ລັງ​ຂອງ​ເຂົາ​ດຳ​ຣົງ​ຢູ່​ດັ່ງ​ເຊັ່ນ​ທ້ອງ​ຟ້າ​ເບື້ອງ​ເທິງ. \s5 \v 30 ​ຖ້າ​ລູກ​ຫລານ​ຂອງ​ເຂົາ​ຖິ້ມ​ກົດບັນຍັດຂອງ​ເຮົາ​ແລະ​ບໍ່​ດຳ​ເນີນ​ຕາມ​ບັນ​ດາ​ຂໍ້ຄຳສັ່ງຂອງ​ເຮົານັ້ນ, \v 31 ຖ້າ​ພວກ​ເຂົາ​ຝ່າ​ຝືນ​ບັນ​ດາ​ກົດ​ບັນ​ຍັດ​ຂອງ​ເຮົາ​ແລະ​ບໍ່​ຮັກ​ສາ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ​ໄວ້, \v 32 ແລ້ວ​ເຮົາ​ຈະ​ລົງ​ໂທດ​ການ​ບາບ​ຂອງ​ພວກ​ເຂົາ​ດ້ວຍ​ໄມ້​ແສ້ ​ແລະ​ລົງ​ໂທດ​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ​ດ້ວຍ​ການ​ຂ້ຽນ. \s5 \v 33 ​ແຕ່​ເຮົາ​ຈະ​ບໍ່​ຖອນ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ເຮົາ​ໄປ​ຈາກ​ເຂົາ ​ຫລື​ບໍ່​ຊື່​ສັດ​ຕໍ່​ຄຳ​ສັນ​ຍາ​ຂອງ​ເຮົາ. \v 34 ເຮົາ​ຈະ​ບໍ່​ຝ່າ​ຝືນ​ພັນທະ​ສັນ​ຍາ​ຂອງ​ເຮົາ​ຫລື​ປ່ຽນ​ແປງ​ບັນ​ດາ​ຖ້ອຍ​ຄຳ​ແຫ່ງ​ຮີມ​ສົບ​ປາກ​ຂອງ​ເຮົາ. \s5 \v 35 ​ເຮົາ​ໄດ້​ສາ​ບານ​ໂດຍ​ຄວາມ​ບໍ​ຣິ​ສຸດ​ຂອງ​ເຮົາ​-ພຽງ​ຄັ້ງ​ດຽວ​ເປັນ​ພໍ ​ເຮົາ​ຈະ​ບໍ່​ຕົວະ​ຕໍ່ດາ​ວິດຈັກເທື່ອ. \v 36 ບັນ​ດາ​ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ດຳ​ຣົງຢູ່​ເປັນ​ນິ​ດ​ແລະ​ບັນລັງ​ຂອງ​ເຂົາ​ຈະ​ຍືນ​ນານ​ດັ່ງ​ເຊັ່ນ​ດວງ​ອາ​ທິດ​ຕໍ່​ຫນ້​າ​ເຮົາ. \v 37 ບັນ​ລັງ​ນັ້ນ​ຈະ​ຖືກ​ສະ​ຖາ​ປະ​ນາ​ໄວ້​ເປັນ​ນິ​ດ​ດັ່ງ​ເຊັ່ນ​ດວງ​ຈັນ, ຊຶ່ງ​ເປັນ​ພະ​ຍານ​ທີ່​ຊື່​ສັດ​ໃນ​ທ້ອງ​ຟ້າ."ເສລາ \s5 \v 38 ແຕ່ພ​ຣະ​ອົງ​ໄດ້​ຊົງ​ປະ​ຕິ​ເສດ​ແລະ​ຊົງ​ປະຖິ້ມ​ແລ້ວ; ພ​ຣະ​ອົງ​ໄດ້​ຊົງ​ໂກດ​ຮ້າຍ​ຕໍ່​ກະ​ສັດ​ທີ່​ໄດ້​ຮັບ​ການ​ເຈີມ​ໄວ້​ຂອງ​ພ​ຣະ​ອົງ. \v 39 ພ​ຣະ​ອົງ​ໄດ້​ຊົງ​ຍົກ​ເລິກ​ພັນທະ​ສັນ​ຍາທີ່​ເຮັດ​ໄວ້​ກັບຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ຊົງ​ເຮັ​ດ​ໃຫ້​ມົງ​ກຸດ​ຂອງ​ກະ​ສັດ​ເປັນມົນທິນ​ເທິງ​ພື້ນ​ດິນ. \v 40 ພ​ຣະ​ອົງ​ໄດ້​ຊົງ​ພັງ​ກຳ​ແພງ​ທັງ​ຫມົດ​ຂອງ​ກະ​ສັດ​ລົງ. ພ​ຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ທ່ານ​ລົງ. \s5 \v 41 ​ຄົນ​ທັງ​ປວງ​ທີ່​ຜ່ານ​ໄປ​ກໍ​ໄດ້​ປຸ້ນ​ທ່ານ. ທ່ານ​ກາຍ​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ຕໍ່​ບັນ​ດາ​ເພື່ອນ​ບ້ານ​ຂອງ​ທ່ານ. \v 42 ພ​ຣະ​ອົງ​ໄດ້​ຊົງ​ຍົກ​ມື​ຂວາ​ພວກ​ສັດ​ຕຣູ​ຂອງ​ທ່ານ​ຂຶ້ນ; ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ພວກ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ທ່ານ​ຍິນ​ດີ. \v 43 ພ​ຣະ​ອົງ​ຊົງ​ຫັນ​ຄົມ​ດາບ​ຂອງ​ທ່ານ​ໄປ​ແລະ​ບໍ່​ຊົງ​ໃຫ້​ທ່ານ​ຢືນ​ຫມັ້ນ​ໃນ​ສົງ​ຄາມ​ໄດ້. \s5 \v 44 ​ພ​ຣະ​ອົງ​ຊົງ​ໃຫ້​ຄວາມ​ຮຸ່ງເຮືອງ​ຂອງ​ທ່ານ​ສິ້​ນ​ສຸດ​ລົງ; ພ​ຣະ​ອົງ​ໄດ້​ຊົງ​ນຳ​ບັນ​ລັງ​ຂອງ​ທ່ານ​ລົງ​ສູ່​ພື້ນ​ດິນ. \v 45 ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ວັນ​ເວ​ລາ​ວັຍ​ຫນຸ່ມ​ຂອງ​ທ່ານ​ສັ້ນ​ລົງ. ພ​ຣະ​ອົງ​ໄດ້​ຊົງ​ຄຸມ​ທ່ານ​ດ້ວຍ​ຄວາມ​ອາຍ. ເສລາ \s5 \v 46 ​ຂ້າ​ແດ​່​ພ​ຣະ​ຢາ​ເວ, ອີກ​ດົນ​ປານໃດ? ພ​ຣະ​ອົງ​ຈະ​ລີ້​ພ​ຣະ​ອົງ​ເອງ​, ເປັນ​ນິດ​ບໍ່? ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ຈະ​ໄຫມ້​​ເຫມືອນໄຟ​ຢູ່​ດົນ​ປານ​ໃດ? \v 47 ໂອ, ຂໍ​ຊົງ​ຣະ​ນຶກວ່າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ນັ້ນ​ສັ້ນ​ຊ່ຳໃດ, ແລະ​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ລູກ​ຫລານ​ຂອງ​ມະ​ນຸດ​ທັງ​ຫມົດ​ມາ​ບໍ່ມີປະ​ໂຫຍດ​ແທ້ໆ! \v 48 ໃຜ​ສາ​ມາດ​ມີ​ຊີ​ວິດ​ຢູ່​ໄດ້​ໂດຍ​ບໍ່​ຕາຍ, ​ຫລື​ສາ​ມາດ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຕົນ​ຈາກ​ເງື້ອມ​ມື​ແຫ່ງ​ແດນ​ຄົນ​ຕາຍ​ໄດ້? ເສລາ \s5 \v 49 ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ, ບັນ​ດາ​ການ​ກະ​ທຳ​ຂອງ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຕັ້ງ​ແຕ່​ເກົ່າ​ກ່ອນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສັນ​ຍາໄວ້​ແກ່​ດາ​ວິດ​ດ້ວຍ​ຄວາມສັດຈິງ​ຂອງ​ພ​ຣະ​ອົງ​ນັ້ນ​ຢູ່​ທີ່​ໃດ? \v 50 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຂໍ​ຊົງ​ຣະ​ນຶກ​ເຖິງ​ການຫມິ່ນປະຫມາດທີ່​ຖືກບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ແລະ​ການ​ທີ່​ຂ້າ​ນ້ອຍ​ແບກຮັບ​ຫມິ່ນ​ປະ​ຫມາດ​ຫລ​ວງ​ຫລາຍ​ຈາກ​ຊົນ​ຊ​າດ​ທັງ​ຫລາຍ​ໄວ້​ໃນ​ໃຈ​ຂອງ​ຂ້າ​ນ້ອຍ. \v 51 ຂ້າ​ແດ່​ພ​ຣະ​ຢາ​ເວ, ບັນ​ດາ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ໄດ້ຫຍໍ້ຫຍັນພວກເຂົາ; ພວກເຂົາຫມິ່ນປະຫມາດ ຮອຍ​ຕີນ​ຂອງ​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເຈີມ​ໄວ້. \s5 \v 52 ຈົ່ງຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ເປັນ​ນິດ. ອາ​ແມນ​ ແລະ​ອາ​ແມນ. ຫນັງ​ສື​ຫົວ​ທີ່​ສີ່ \s5 \c 90 \cl ບົດທີ 90 \p ຄຳ​ອະ​ທິ​ຖານ​ຂອງ​ໂມ​ເຊ ຄົນ​ຂອງ​ພ​ຣະ​ເຈົ້າ. \v 1 ​ຂ້າ​ແດ່​ອ​ົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ທຸກ​ຊົ່ວ​ເຊື້ອຊາດ. \v 2 ກ່ອນ​ທີ່​ພູ​ເຂົາ​ທັງ​ຫລ​າຍ​ໄດ້​ຖືກ​ສ້າງ​ຂຶ້ນ, ຫລື​ກ່ອນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ແຜ່ນ​ດິນ​ແລະ​ໂລກ, ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຕັ້ງ​ແຕ່​ນິ​ຣັນ​ການ​ເຖິງ​ນິ​ຣັນ​ການ. \s5 \v 3 ​ພ​ຣະ​ອົງ​ຊັງ​ໃຫ້​ມະ​ນຸດ​ກັບ​ເປັນ​ຂ​ີ້​ຝຸ່ນ​ດິນ, ແລະ​ພ​ຣະ​ອົງ​ກ່າວ​ວ່າ, "ບັນ​ດາ​ເຊື້ອ​ສາຍ​ຂອງ​ມະ​ນຸ​ດທັງ​ຫລາຍ​ເອີຍ, ຈົ່ງ​ກັບ​ມາ​ເຖີດ." \v 4 ເພາະ​ພັນ​ປີ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ​ເປັນ​ເຫມືອນ​ວານ​ນີ້​ຊຶ່ງ​ຜ່ານ​ໄປ​ແລ້ວ​, ແລະ​ເປັນ​ດັ່ງ​ຍາມ​ດຽວ​ໃນ​ເວ​ລາ​ກາງ​ຄືນ. \s5 \v 5 ​ພ​ຣະ​ອົງ​ຊົງ​ກວາດ​ເຂົາ​ທັງ​ຫລາຍ​ໄປ​ຄືກວາດ​ດ້ວຍ​ນ້ຳ​ຖ້ວມ​ແລະ​ພວກ​ເຂົາ​ກໍ​ຫລັບ​ໄຫລ; ໃນ​ເວ​ລາ​ເຊົ້າ​ພວກ​ເຂົາ​ເປັນ​ຄື​ຫຍ້າ​ທີ່ງອກ​ຂຶ້ນ. \v 6 ​ໃນ​ເວ​ລາ​ເຊົ້າ​ມັນ​ກໍ​ບານ​ອອກ​ແລະ​ງອກ​ຂຶ້ນ; ໃນ​ເວ​ລາ​ແລງ​ກໍ​ຫ່ຽວ​ລົງ​ແລະ​ແຫ້ງ​ໄປ. \s5 \v 7 ຂ້າ​ນ້ອຍ​ທັງ​ຫລາຍຖືກ​ຄວາມ​ຮ້າຍ​ຂອງ​ພ​ຣະ​ອົງ​ເຜົາ​ຜານເສຍ, ແລະ​ໃນ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ຢ້ານ​ກົວ. \v 8 ພ​ຣະ​ອົງ​ຊົງ​ຕັ້ງ​ບັນ​ດາ​ຄວາມ​ຊົ່ວ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄວ້​ຕໍ່​ຫນ້າ​ພ​ຣະ​ອົງ, ຊົງ​ຕັ້ງ​ບັນ​ດາ​ຄວາມ​ບາບ​ທີ່​ເຊື່ອງ​ຊ້ອນຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄວ້​ໃນ​ຄວາມ​ສະ​ຫວ່າງ​ແຫ່ງ​ພຣະພັກຂອງ​ພ​ຣະ​ອົງ. \s5 \v 9 ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ຫມົດ​ໄປ​ພາຍ​ໃຕ້​ຄວາມ​ໂກດ​ຮ້າຍ​ຂອ​ງ​ພ​ຣະ​ອົງ; ບັນ​ດາ​ປີ​ຂອງ​ພວກ​ຂ້າ​ນ້ອຍ​ຜ່ານ​ໄປ​ຢ່າງ​ໄວວາ​ເຫມືອນຢ່າງ​ສຽງ​ລົມ​ຫາຍ​ໃຈ. \v 10 ບັນ​ດາ​ປີ​ຂ​ອງ​ພວກ​ຂ້າ​ນ້ອຍ​ຄື​ເຈັດ​ສິບປີ, ​ຫລື​ແປດ​ສິບປີ ຖ້າ​ພວກ​ຂ້າ​ນ້ອຍ​ມີ​ສຸກ​ຂະ​ພາບ​ດີ; ແມ່ນແຕ່​ວ່າ​ບັນ​ດາ​ປີ​ທີ່​ດີ​ທີ່​ສຸດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ຖືກ​ຫມາຍໄວ້​ດ້ວຍ​ຄວາມ​ຍາກ​ລຳ​ບາກ​ແລະ​ຄວາ​ມ​ເສົ້າ​ໂສກ ເວລາ​ປີເຫລົ່າ​ນັ້​ນ​ກໍ​ຜ່ານ​ໄປ​ຢ່າງ​ໄວວາ, ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ກໍ​ຕາຍ​ໄປ. \s5 \v 11 ​ຜູ້​ໃດ​ຈະ​ຮູ້​ເຖິງ​ພະ​ລັງ​ແຫ່ງ​ຄວາມ​ໃຈ​ຮ້າຍ​ຂອງ​ພ​ຣະ​ອົງ, ແລະ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ ທີ່​ມີ​ຂະ​ຫນາດ​ເທົ່າ​ກັບ​ຄວາມ​ຢ້ານ​ກົວ​ພ​ຣະ​ອົງ​ໄດ້? \v 12 ດັ່ງ​ນັ້ນ​ຂໍ​ຊົງ​ສອນ​ຂ້າ​ນ້ອຍ​ທັ​ງ​ຫລາຍ​ໃຫ້​ຕຶກ​ຕອງ​ເຖິງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ເພື່ອ​ທີ່​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ໄດ້​ດຳ​ເນີນ​ຊີ​ວິດ​ຢ່າງ​ມີ​ປັນ​ຍາ. \v 13 ຂໍ​ຊົງ​ກັບ​ມາ, ຂ້າ​ແດ່​ພ​ຣະ​ຢາ​ເວ! ຍັງ​ອີກ​ດົນ​ປານ​ໃດ? ຂໍ​ຊົງ​ເມດ​ຕາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. \s5 \v 14 ຂໍ​ຊົງ​ໃຫ້​ຂ້​າ​ນ້ອຍ​ທັງ​ຫລາຍ​ອີ່ມ​ເອີບໃນ​ເວ​ລາ​ເຊົ້າ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ພ​ຣະ​ອົງ, ເພື່ອ​ຂ້າ​ນ້ອຍ​ທັງ​ຫ​ລາຍ​ຈະ​ໄດ້​ຊື່ນຊົມ​ແລະ​ຍິນ​ດີ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ພວກຂ້າ​ນ້ອຍ​. \v 15 ຂໍ​ຊົງ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ຍິນ​ດີ​ຕາມ​​ສັດສ່ວນ​ເທົ່າ​ກັບ​ຈຳ​ນວນ​ວັນ​ທັງຫລາຍ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ພວກຂ້ານ້ອຍ​​ທຸກ​ຍາກ​ນັ້ນ ແລະ​ຕາມ​ບັນ​ດາ​ປີ​ທີ່ພວກຂ້າ​ນ້ອຍ​ໄດ້​ປະ​ສົບ​ຄວາມ​ຍາກ​ລຳ​ບາກ​ນັ້ນ. \v 16 ຂໍ​ໃຫ້​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໄດ້​ເຫັນ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​, ແລະ​ໃຫ້​ລູກ​ຫລານ​ຂອງ​ພວກຂ້າ​ນ້ອຍ​ໄດ້​ເຫັນ​ຄວາມ​ສະ​ຫງ່າ​ງາມ​ຂອງ​ພ​ຣະ​ອົງ. \s5 \v 17 ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ເຈົ້າ​ຂອງ​ພວກຂ້າ​ນ້ອຍຂໍຊົງໂຜດປຣະທານພຣະພອນແຫ່ງຄາມເມດຕາ​ເປັນ​ຂອງ​ພວກ​ຂ້າ​ນ້ອຍ; ຂໍ​ຊົງ​ໃຫ້​ການ​ງານ​ຈາກ​ມື​ຂອງພວກຂ້າ​ນ້ອຍ​ໄດ້​ຈະ​ເຣີນ​ຮຸ່ງ​ເຮື່ອງ; ຂໍ​ຊົງ​ເຮັດ​ໃຫ້​ການ​ງານ​ແຫ່ງ​ມື​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ສຳເລັດຜົນ. \s5 \c 91 \cl ບົດທີ 91 \p \v 1 ​ຜູ້​ທີ່​ອາ​ສັຍ​ຢູ່​ໃນ​ກຳ​ບັງ​ຂອງ​ອົງ​ຜູ້​ສູງ​ສຸດ​ຈະ​ຢູ່​ໃນ​ຮົ່ມ​ເງົາ​ຂອງ​ຜູ້​ຊົງ​ຣິດ​ອຳ​ນາດ. \v 2 ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ພ​ຣະ​ຢາ​ເວ​ວ່າ, "ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ​ແລະ​ປ້ອມ​ປ້ອງ​ກັນ​ຂອງ​ຂ້າ​ນ້ອຍ, ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຜ​ູ້​ທີ່​ຂ້າ​ນ້ອ​ຍ​ໄວ້​ວາງ​ໃຈ." \s5 \v 3 ເພາະ​ພ​ຣະ​ອົງ​ຈະ​ຊົງ​ຊ່ວຍ​ກູ້​ທ່ານ​ໃຫ້​ພົ້ນ​ຈາກ​ກັບ​ດັກ​ຂອງ​ນາຍ​ພານ​ແລະ​ພົ້ນ​ຈາກ​ໂຣກ​ຣະ​ບາດ​ຮ້າຍ​ແຮງ​ນັ້ນ. \v 4 ພ​ຣະ​ອົງ​ຈະ​ຊົງ​ປົກ​ທ່ານ​ໄວ້​ດ້ວຍ​ປີກ​ຂອງ​ພ​ຣະ​ອົງ, ແລະ​ທ່ານ​ຈະ​ພົບ​ທີ່​ລີ້​ພັຍ​ພາຍ​ໃຕ້​ປີກ​ຂອງ​ພ​ຣະ​ອົງ​. ຄວາມ​ແທ້​ຈິງ​ຂອງ​ພ​ຣ​ະ​ອົງ​ເປັນ​ໂລ້​ແລະ​ທີ່​ຄຸ້ມ​ພັຍ. \s5 \v 5 ​ທ່ານ​ຈະ​ບໍ່​ຢ້ານ​ກົວ​ຄວາມ​ອັນ​ຕະ​ຣາຍ​ໃນເວລາ​ກາງ​ຄືນ, ຫລື​ລູກ​ທະ​ນູ​ທີ່​ປິວໄປ​ໃນເວລາ​ກາງ​ເວັນ, \v 6 ຫລື​ຢ້ານ​ໂຣກ​ຣະ​ບາດ​ທີ່​ເລາະ​ໄປ​ທົ່ວ​ໃນ​ຄວາມ​ມືດ, ຫລື​ໂຣກ​ພັຍ​ຊຶ່ງ​ມາ​ເຖິງ​ໃນ​ທ່ຽງ​ວັນ. \v 7 ພັນ​ຄົນ​ຈະ​ລົ້ມ​ຢູ່​ຂ້າງໆ ທ່ານ​ແລະ​ຫມື່ນ​ຄົນ​ທີ່​ຂວາ​ມື​ຂອງ​ທ່ານ ແຕ່​ພັຍ​ນັ້ນ​ຈະ​ບໍ່​ມາ​ເຖິງ​ທ່ານ. \s5 \v 8 ​ທ່ານ​ຈະ​ໄດ້​ແຕ່​ເຝົ້າ​ເບິ່ງ​ແລະ​ເຫັນ​ການ​ລົງ​ໂທດ​ຄົນ​ຊົ່ວ​ເທົ່າ​ນັ້ນ. \v 9 ເພາະ​ພ​ຣະ​ຢາ​ເວ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ! ຈົ່ງ​ໃຫ້​ອົງ​ຜູ້​ສູງ​ສຸດ​ເປັນ​ທີ່​ລີ້​ພັຍ​ຂອງ​ທ່ານ​ດ້ວຍ. \s5 \v 10 ບໍ່​ມີ​ຄວາມ​ຊົ່ວ​ຈະ​ຕາມ​ມາ​ທັນ​ທ່ານ​ໄດ້; ບໍ່​ມີ​ໂຣກ​ພັຍ​ໄຂ້​ເຈັບ​ຈະ​ມາ​ໃກ້​ທີ່​ພັກ​ຂອງ​ທ່ານ. \v 11 ເພາະ​ພ​ຣະ​ອົງ​ຈະ​ຊົງ​ບັນ​ຊາ​ເຫລົ່າ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ອົງ​ໃຫ້​ປົກ​ປ້ອງ​ທ່ານ, ເພື່ອ​ຄຸ້ມ​ຄອງ​ທ່ານ​ໃນ​ບັນ​ດາ​ທາງ​ທັງ​ຫມົດ​ຂອງ​ທ່ານ. \s5 \v 12 ​ເຫລົ່າ​ທູດ​ສະ​ຫວັນ​ຈະ​ຍົກ​ທ່ານ​ຂຶ້ນ​ດ້ວຍ​ມື​ຂອງ​ພວກ​ເຂົາ​ເພື່ອ​ຕີນ​ຂອງ​ທ່ານ​ຈະ​ບໍ່​ຕຳ​ຫີນ. \v 13 ທ່ານ​ຈະ​ເອົາ​ຊະ​ນະ​ເຫລົ່າ​ສິງ​ແລະ​ງູ​ພິດ​ໄວ້​ໃຕ້​ຕີນ​ຂອງ​ທ່ານ; ທ່ານ​ຈະ​ຢຽ​ບ​ຢ່ຳ​ເຫລົ່າ​ສິງ​ຫນຸ່ມ​ແລະ​ງູ​ຮ້າຍ. \s5 \v 14 ​ເພາະ​ພ​ຣະ​ອົງ​ໄດ້​ກ່າວ​ແກ່​ຂ້າ​ນ້ອຍ​ວ່າ, ເຮົາ​ຈະ​ຊ່ວຍ​ກູ້​ເຂົ​າ. ເຮົາ​ຈະ​ປົກ​ປ້ອງ​ເພາະ​ເຂົາ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ເຮົາ. \v 15 ເມື່ອ​ເຂົາ​ຮ້ອງ​ຫາເຮົາ, ເຮົາ​ກໍ​ຈະ​ຕອບ​ເຂົ​າ. ເຮົາ​ຈະ​ຢູ່​ກັບ​ເຂົາ​ໃນ​ຍາ​ມ​ລຳ​ບາກ; ເຮົາ​ຈະ​ໃຫ້​ຊັຍ​ຊະ​ນະ​ແກ່​ເຂົາ​ແລະ​ໃຫ້​ກຽຕ​ເຂົາ. \v 16 ເຮົາ​ຈະ​ໃຫ້​ເຂົ​າ​ອີ່ມ​ໃຈ​ດ້ວຍ​ຊີ​ວິດ​ທີ່​ຍືນ​ຍາວ ​ແລະ​ສຳ​ແດງ​ຄວາມ​ພົ້ນຂອງ​ເຮົາ​ໃຫ້​ເຂົ​າ​ເຫັນ. \s5 \c 92 \cl ບົດທີ 92 \p ບົດ​ເພງ​ສັນ​ຣະ​ເສີນ, ບົດ​ເພງ​ສຳ​ລັບ​ວັນ​ສະ​ບາ​ໂຕ. \v 1 ​ເປັນ​ການ​ດີ​ທີ່​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ ​ແລະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່,​ຂອງ​ພ​ຣະ​ອົງ​ຜູ້​ສູງ​ສຸດ. \v 2 ເພື່ອ​ປະ​ກາດ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ ​ໃນ​ເວ​ລາ​ເຊົ້າ​ແລະ​ຄວາມ​ຈິງ​ຂອງ​ພ​ຣະ​ອົງ​ທຸກ​ຄືນ, \v 3 ດ້ວຍ​ພິນ​ສິບ​ສາຍ​ແລະ​ດ້ວຍ​ທຳ​ນອງ​ຂອງ​ພິນ​ເຂົາ​ຄູ່. \s5 \v 4 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​, ໄດ້​ຊົງ​ກະ​ທຳ​ໃຫ້​ຂ້າ​ນ້ອຍ​ຍິນ​ດີ​ດ້ວຍ​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່​ນບານ​ເນື່ອງ​ດ້ວຍ​ການ​ກະ​ທຳ​ແຫ່ງພຣະຫັດຂອງ​ພ​ຣະ​ອົງ. \v 5 ຂ້າ​ແດ່​ພ​ຣະ​ຢາ​ເວ! ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ໃຫຍ່​ຫລວງ​ຫລາຍ, ບັນ​ດາ​ຄຳສັ່ງຂອງ​ພ​ຣະ​ອົງ​ກໍ​ສຸດ​ເລິກ​ລັບ. \s5 \v 6 ອັນນີ້ເປັນສິ່ງ​ຄົນໂງ່​​ຈ້າ​ບໍ່ສາມາດຮູ້ຈັກ, ຄົນເບົາປັນຍາບໍ່ສາມາດເຂົ້າໃຈເລື່ອງນີ້: \v 7 ເມື່ອ​ຄົນ​ຊົ່ວ​ງອກ​ຂຶ້ນ​ມາເຫມືອນ​ຢ່າງ​ຕົ້ນ​ຫຍ້າ, ແລະ​ແມ່ນ​ວ່າເມື່ອ​ບັນ​ດາ​ຄົນ​ເຮັດ​ຊົ່ວ​ທັງ​ປວງ​ຈະ​ເຣີນ​ຂຶ້ນ, ພວກ​ເຂົາ​ກໍ​ຍັງ​ຕ້ອງ​ຖືກ​ທຳ​ລາຍ​ເປັນ​ນິ​ດ. \s5 \v 8 ຂ້າແດ່ພຣະຢາເວ, ແຕ່​ພ​ຣະ​ອົງ​ຈະ​ຊົງ​ຄອບ​ຄອງ​ເປັນ​ນິດ. \v 9 ເພາະ​ເຫດ​ນີ້​, ຂ້າແດ່ພຣະຢາເວ, ຂໍ​ຊົງ​ແນມ​ເບິ່ງ​ພວກ​ສັດ​ຕຣູ​ຂອງ​ພ​ຣະ​ອົງ, ພວກ​ເຂົາ​ຈະ​ພິ​ນາດ​ໄປ! ບັນ​ດາ​ຄົນ​ເຮັດ​ຊົ່ວ​ທັງ​ປວງ​ຈະ​ຕ້ອງ​ຖືກ​ເຮັດ​ໃຫ້​ກະ​ແຈກ​ກະ​ຈາຍ​ໄປ. \s5 \v 10 ​ພ​ຣະ​ອົງ​ໄດ​້​ຊົງ​ຍົກ​ເຂົາ​ຂອງ​ຂ້າ​ນ້ອຍ​ຂຶ້ນ​ເຫມືອນຢ່າງ​ເຂົາ​ຂອງ​ງົວ​ກະ​ທິງ; ຂ້າ​ນ້ອຍ​ໄດ້​ຮັບ​ການ​ຊົງ​ເຈີມ​ດ້ວຍ​ນ້ຳ​ມັນ​ໃຫມ່. \v 11 ຕາ​ຂອງ​ຂ້າ​ນ້ອຍ​ໄດ້​ເບິ່ງ​ເຫັນ​ການ​ລົ້ມ​ລົງ​ຂອງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ; ​ຫູ​ຂອງ​ຂ້າ​ນ້ອຍ​ໄດ້​ຍິນ​ເຖິງ​ຄາວ​ເຄາະ​ຂອງ​ພວກ​ສັດ​ຕຣູ​ຊົ່ວ​ຮ້າຍ​ຂອງ​ຂ້າ​ນ້ອຍ. \s5 \v 12 ​ຄົນ​ຊອບ​ທັມ​ຈະ​ງອກ​ງາມ​ຂຶ້ນ​ຄື​ຢ່າງ​ຕົ້ນ​ຕານ; ພວກ​ເຂົາ​ຈະ​ເຕີບ​ໃຫຍ່​ຂຶ້ນ​ຄື​ຢ່າງ​ຕົ້ນ​ແປກ​ໃນ​ເລ​ບາ​ນອນ. \v 13 ພວກ​ມັນ​ໄດ້​ຖືກ​ປູກ​ໄວ້​ໃນ ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ; ພວກ​ມັນ​ຈະ​ໆເຣີນ​ຂຶ້ນ​ຕາມເດີ່ນ​ໃນ​ບໍ​ຣິ​ເວນພຣະວິຫານ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ. \s5 \v 14 ​ພວກ​ມັນ​ອອກ​ຜົນ​ແມ່ນ​ວ່າ​ພວກ​ມັນ​ແກ່​ແລ້ວ; ພວກ​ມັນ​ຍັງ​ຄົງ​ສົດ​ແລະ​ຂຽວ​ຢູ່, \v 15 ເພື່ອ​ເປັນ​ການ​ປະ​ກາດ​ວ່າ​ພ​ຣະ​ຢາ​ເວ​ນັ້​ນ​ຊົງ​ທ່ຽງ​ທັມ. ​ພ​ຣະອົງ​ຊົງ​ເປັນຫີນສີລາ​ຂອງ​ຂ້າ​ນ້ອຍ, ແລະ​ບໍ່​ມີ​ຄວາມອະທັມ​ໃນ​ພ​ຣະ​ອົງ​ເລີຍ. \s5 \c 93 \cl ບົດທີ 93 \p \v 1 ​ພ​ຣະ​ຢ​າ​ເວ​ຊົງ​ຄອບ​ຄອງ; ພ​ຣະ​ອົງ​ຊົງ​ສວມ​ຄວາມ​ຍິ່ງ​ໃຫຍ່​ພ​ຣະ​ຢາ​ເວ​; ພຣະຢາເວໄດ້​ຊົງ​ສວມ​ແລະ​ໄດ້​ຊົງ​ຄາດ​ພ​ຣະ​ອົງ​ເອງ​ດ້ວຍ​ພ​ຣະ​ກຳ​ລັງ​. ໂລກ​ໄດ້​ຖືກ​ຕັ້ງ​ໄວ້​ຢ່າງ​ຫມັ້ນ​ຄົງ; ມັນ​ບໍ່​ສາ​ມາດ​ສັ່ນ​ຄອນ​ໄດ້. \v 2 ພ​ຣະ​ບັນລັງ​ຂອງ​ພ​ຣະ​ອົງ​ກໍໄດ້ຕັ້ງຫມັ້ນຄົງ​​ໄວ້​ແລ້ວ​ຕັ້ງ​ແຕ່​ສມັຍ​ບ​ູຮານ; ​ພ​ຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ຕັ້ງ​ແຕ່​ນິ​ຣັນ​ການ. \s5 \v 3 ຂ້າແດ່ພຣະຢາເວ, ບັນ​ດາ​ມະ​ຫາ​ສະ​ຫມຸດ​ກໍ​ຄຶ​ກ​ຄະ​ນອງ; ພວກ​ມັນ​ໄດ້​ຍົກ​ສຽງ​ຂອງ​ພວກ​ມັນ​ຂຶ້ນ​ຄື​ບັນ​ດາ​ສຽງ​ຄື້ນ​ທີ່​ຊັດ​ແຮງ​; ແລະ​ສຽງ​ກຶກ​ກ້ອງ​ຂອງ​ມະ​ຫາ​ສະ​ຫມຸດ. \v 4 ​ຜູ້​ປຣະທັບເທິງ​ທີ່​ສູງ​ນັ້ນ​ຊົງ​ຣິດ​ອຳ​ນາດ, ຍິ່ງກວ່າ​ສຽງ​ຊັດ​ແຮງ​ຂອງ​ນ້ຳ​ມາກຫລາຍ, ຍິ່ງກວ່າ​ຄື້ນ​ຈອມ​ທຳ​ລາຍ​ທີ່​ຊົງ​ອຳ​ນາດ​ແຫ່ງ​ທະ​ເລ, ພ​ຣະ​ຢາ​ເວຊົງ​ປຣະ​ທັບ​ຢູ່​ເທິງ​ບັນ​ລັງ​ສູງ​ສຸດ. \s5 \v 5 ​ບັນ​ດາ​ພ​ຣະ​ບັນ​ຊາ​ອັນ​ຈິງ​ຈັງ​ຂອງ​ພ​ຣະ​ອົງ​ນັ້ນ, ​ເປັນ​ທີ່​ໄວ້​ວາງ​ໃຈ​ໄດ້; ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ຢູ່​ດ້ວຍ​ຄວາມ​ບໍ​ຣິ​ສຸດ​ເປັນ​ນິ​ດ. \s5 \c 94 \cl ບົດທີ 94 \p \v 1 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ​ແຫ່ງ​ການ​ແກ້​ແຄ້ນ, ພ​ຣະ​ເຈົ້າ​ຜູ້​ຊົງ​ເຮັດ​ການ​ແກ້​ແຄ້ນ, ຂໍ​ຊົງ​ສ່ອງ​ແສງ​ມາ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ​ເຖີດ. \v 2 ຂໍ​ຊົງ​ລຸກ​ຂຶ້ນ, ຂ້າ​ແດ່​ພ​ຣະ​ຜູ້​ຊົງ​ຕັດ​ສິນ​ໂລກ, ໃຫ້​ຄົນ​ຈອງ​ຫອງ​ໄດ້​ຮັບ​ຜົນ​ຕອບ​ແທນ​ທີ່​ສະ​ສົມ​ຂອງ​ພວກ​ເຂົາ. \s5 \v 3 ຂ້າແດ່ພຣະຢາເວ, ສ່ວນຄົນຊົ່ວຮ້າຍນັ້ນຈະດີໃຈໄປ​ດົນ​ປານ​ໃດ? ພວກ​ຄົນ​ຊົ່ວ​ຈະ​ຢູ່​ອີກ​ດົນ​ປານ​ໃດ​ນໍ? \v 4 ພວກ​ເຂົາ​ເວົ້າ​ບັນ​ດາ​ຖ້ອຍ​ຄຳ​; ຈອງ​ຫອງ​ຂອງ​ພວກ​ເຂົາ​ອອກ​ມາ ບັນ​ດາ​ຄົນ​ທີ່​ເຮັດ​ຊົ່ວ​ກໍ​ອວດ​ຕົວ. \s5 \v 5 ​ຂ້າແດ່ພຣະເຈົ້າຢາເວ, ພວກ​ເຂົາ​ຢຽ​ບ​ຢ້ຳ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ ພວກ​ເຂົາ​ເຮັດ​ໃຫ້​ຊົນ​ຊາດ​ທີ່​ເປັນ​ຂ​ອງ​ພ​ຣະ​ອົງ​ຕ້ອງ​ເຈັບ​ປວດ. \v 6 ພວກ​ເຂົາ​ສັງ​ຫານ​ແມ່​ຫມ້າຍ​ແລະ​ຄົນ​ຕ່າງ​ດ້າວ​ທີ່​ອາ​ສັຍ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ພວກ​ເຂົາ, ແລະ​ພວກ​ເຂົາ​ຂ້າ​ລູກ​ກຳ​ພ້າ. \v 7 ແລະ​ພວກ​ເຂົາ​ກ່າວ​ວ່າ, "ພ​ຣ​ະ​ຢາ​ເວ​ຈະ​ບໍ່​ຊົງແນມ​ເບິ່ງ, ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ບໍ່​ຊົງ​ສົນ​ໃຈ​ເລື່ອງ​ນີ້." \s5 \v 8 ພວກ​ຄົນ​ໂງ່​ຈ້າ, ຈົ່ງ​ເຂົ້າ​ໃຈ, ພວກ​ຄົນ​ໂງ່​ເອີຍ, ເມື່ອ​ໃດ​ພວກ​ເຈົ້າ​ຈະ​ຮຽນ​ຮູ້? \v 9 ພ​ຣະ​ອົງ​ຜູ້​ໄດ້​ຊົງ​ສ້າງ​ຫູ, ພ​ຣະ​ອົງ​ຈະ​ບໍ່​ຊົງ​ໄດ້​ຍິນ​ບໍ່? ພ​ຣະ​ອົງ​ຜູ້​ຊົງປັ້ນ​ດວງ​ຕາ, ພ​ຣະ​ອົງ​ຈະ​ບໍ່​ຊົງ​ເຫັນ​ບໍ່? \s5 \v 10 ພຣະອົງຜູ້ຊົງວາງລະບຽບຕໍ່ປະ​ຊາ​ຊາດ, ພຣະອົງຈະບໍ່ລົງໂທດພວກເຂົາບໍ? ຄື​ພ​ຣະ​ອົງ​ຜູ້​ຊົງ​ປຣະ​ທານ​ຄວາມ​ຮູ້​ໃຫ້​ມະ​ນຸດ. \v 11 ພ​ຣະ​ຢາ​ເວ​ຊົງ​ຮູ້​ຄວາມ​ຄິດ​ທັງ​ຫລາຍ​ຂອງ​ມະ​ນຸດ, ວ່າ​ມັນ​ເປັນ​ພຽງ​ອາຍ​ຫມອກ. \s5 \v 12 ຂ້າແດ່ພຣະຢາເວ, ຜູ້​ທີ່​ພ​ຣະ​ອົງ​ຊົງ​ສັ່ງ​ສອນ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ພ​ຣະ​ອົງ​ຊົງ​ສອນ​ຈາກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 13 ພ​ຣະ​ອົງ​ຊົງ​ໃຫ້​ເຂົາ​ພັກ​ໃນ​ຍາມ​ຍາກ​ລຳ​ບາກ​ຈົນ​ກວ່າ​ຂຸມ​ຈະ​ໄດ້​ຂຸດ​ໄວ້​ສຳ​ຫລັບ​ຄົນ​ຊົ່ວ. \s5 \v 14 ​ເພາະ​ພ​ຣະ​ຢາ​ເວ​ຈະ​ບໍ່​ຊົງປະ​ຖິ້ມ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ແລະ​ຈະ​ບໍ່​ຊົງ​ປ່ອຍ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ. \v 15 ເພາະ​ການ​ຕັດ​ສິນ​ຈະ​ເປັນ​ທີ່​ຊອບ​ທັມ​ອີກ​ຄັ້ງ; ແລະ​ຄົນ​ທີ່​ມີ​ໃຈ​ທ່ຽງ​ທັມ​ທັງ​ປວງ​ຈະ​ຕິດ​ຕາມ​ໄປ. \v 16 ຜູ້​ໃດ​​ຈະ​ລຸກ​ຂຶ້ນ​ປ້ອງ​ກັນ​ຂ້າ​ນ້ອຍ​ຈາກ​ພວກ​ຄົນ​ເຮັດ​ຊົ່ວ? ຜູ້​ໃດ​ຈະ​ຢືນ​ຂຶ້ນ​ຝ່າຍ​ຂ້າ​ນ້ອຍ​ໃນ​ການ​ຕໍ່​ສ​ູ້​ກັບ​ພວກ​ຄົນ​ຊົ່ວ? \s5 \v 17 ຖ້າ​ພ​ຣະ​ຢາ​ເວ​ບໍ່​ໄດ້​ເປັນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍຄົງນອນ​ລົງ​ໃນ​ແດນ​ແຫ່ງ​ຄວາມ​ສະຫ​ງົບ​ໃນ​ບໍ່​ຊ້າ. \v 18 ເມື່ອ​ຂ້າ​ນ້ອຍ​ໄດ້​ເວົ້າ​ວ່າ, "ຕີນ​ຂອງ​ຂ້າ​ນ້ອຍພະລາດລົ້ມ," ຂ້າ​ແດ່​ພ​ຣະ​ຢາ​ເວ, ຄວາມ​ຊື່​ສັດ​ແຫ່ງ​ພັນທະສັນ​ຍາ​ຂອງ​ພ​ຣະ​ອົງ​ໄດ້​ດຶງ​ຂ້າ​ນ້ອຍ​ຂຶ້​ນ. \v 19 ເມື່ອ​ບັນ​ດາ​ຄວາມ​ກັງ​ວົນ​ພາຍ​ໃນ​ຂ້າ​ນ້ອຍ​ມີ​ຫລວງ​ຫລາຍ, ການ​ປອບ​ໃຈ​ຂອງ​ພ​ຣະ​ອົງ​ເຮັ​ດ​ໃຫ້​ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ. \s5 \v 20 ​ບັ​ນ​ລັງ​ແຫ່ງ​ການ​ທຳ​ລາຍ ຄື​ຜູ້​ທີ່​ສ້າງ​ຄວາມ​ບໍ່​ຍຸ​ຕິ​ທັມ​ໂດຍ​ອາ​ສັຍ​ກົດ​ບັນ​ຍັດ, ຈະ​ສາ​ມາດ​ເປັນ​ພັນ​ທະ​ມິດ​ກັບ​ພ​ຣະ​ອົງ​ໄດ້​ຫລື​ບໍ່? \v 21 ເຂົາ​ທັງ​ຫລາຍ​ສຸມ​ຫົວ​ກັນ​ເພື່ອ​ເອົາ​ຊີ​ວິດ​ຂອງ​ຄົນ​ຊອບ​ທັມ​ແລະ​ພວກ​ເຂົ​າ​ລົງ​ໂທດ​ຄົນ​ບໍ່​ມີ​ຄວາມ​ຜິດ​ໃຫ້​ເຖິງ​ຕາຍ. \s5 \v 22 ແຕ່​ພ​ຣະ​ຢາ​ເວ​, ຊົງ​ເປັນ​ຫໍ​ຄອຍ​ທີ່​ສູງ​ຂອງ​ຂ້າ​ນ້ອຍ, ແລະ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ຊົງ​ເປັນ​ຫີນດານ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ. \v 23 ພ​ຣະ​ອົງ​ຈະ​ຊົງ​ໃຫ້​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ​ຕົກ​ມາ​ເທິງ​ພວກ​ເຂົາ ແລະ​ຈະ​ຊົງ​ຕັດ​ພວກ​ເຂົາ​ອອກ​ຖິ້ມ​ໄປ​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເອງ. ພ​ຣະ​ຢາ​ເວຂອງ​ເຮົາ​ຈະ​ຊົງ​ຕັດ​ພວກ​ເຂົາ​ອອກ​ໄປ. \s5 \c 95 \cl ບົດທີ 95 \p \v 1 ມາເຖີດ, ໃຫ້​ເຮົາ​ຮ້ອງ​ເພງ​ແດ່​ພ​ຣະ​ຢາ​ເວ; ໃຫ້​ເຮົາ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ຊົນ​ຍິນ​ດີ​ແດ່​ພຣະສີລາແຫ່ງ​ຄວາມ​ພົ້ນຂອງ​ເຮົາ. \v 2 ໃຫ້​ເຮົາ​ເຂົ້າ​ມາ​ຢູ່​ຊ້ອງຫນ້າຂອງ​ພ​ຣະ​ອົງ​ດ້ວຍ​ການ​ຂອບພຣະ​ຄຸນ; ໃຫ້​ເຮົາ​ຮ້ອງ​ເພງ​ຖວາຍ​ພ​ຣະ​ອົງ​ດ້ວຍ​ບັນ​ດາ​ບົດ​ເພງ​ຍ້ອງຍໍ​ແຫ່ງ​ການ​ສັນ​ຣະ​ເສີນ. \v 3 ເພາະ​ພ​ຣະ​ຢາ​ເວ​ຊົງ​ເປັນ​ພ​ຣະ​ເຈົ້າ​ຍິ່ງໃຫ​ຍ່ ແລະ​ຊົງ​ເປັນ​ກະ​ສັ​ດ​ໃຫຍ່​ຍິ່ງ​ເຫນືອ​ບັນ​ດາ​ ພ​ະ​ເຈົ້າທັງ​ປວງ. \s5 \v 4 ​ບັນ​ດາ​ທີ່​ເລິກ​ຂອງ​ແຜ່ນ​ດິນ​ໂລກ​ຢູ່​ໃນ​ມື​ຂອງ​ພ​ຣະ​ອົງ; ບັນ​ດາ​ທີ່​ສູງ​ຂອງ​ພູ​ເຂົ​າ​ທັງ​ຫລາຍ​ກໍ​ເປັນ​ຂອງ​ພ​ຣະ​ອົງ. \v 5 ທະ​ເລ​ເປັນ​ຂອ​ງ​ພ​ຣະ​ອົງ​, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ມັນ​ຂຶ້ນ​ມາ, ແລະ​ມື​ຂອງ​ພ​ຣະ​ອົງ​ໄດ້​ຊົງ​ປັ້ນ​ແຜ່ນ​ດິນ​ແຫ້ງ. \s5 \v 6 ​ມາ​ເຖີດ, ໃຫ້​ເຮົາ​ນະ​ມັ​ສະ​ການ​ແລະ​ກົ້ມ​ກາບ​ລົງ; ໃຫ້​ເຮົາ​ຄຸກ​ເຂົ່າ​ລົງ​ຕໍ່​ຫນ້າ​ຂອງ​ພ​ຣະ​ຢາ​ເວ​, ອົງ​ພ​ຣະ​ຜູ້​ສ້າງ​ຂອງ​ເຮົາ: \v 7 ເພາະ​ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ເຮົາ, ແລະ​ເຮົາ​ເປັນ​ປະ​ຊາ​ກອນ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ອົງ, ແລະ​ເປັນ​ແກະ​ແຫ່ງ​ມື​ຂອງ​ພ​ຣະ​ອົງ - ມື້​ນີ້​ທ່ານ​ທັງ​ຫລາຍ​ຄົງ​ໄດ້​ຍິນ​ສຽງ​ຂອງ​ພ​ຣະ​ອົງ​ວ່າ! \s5 \v 8 "ຢ່າ​ໃຫ້​ຈິດ​ໃຈ​ຂອງ​ພ​ວກ​ເຈົ້າ​ດື້​ດ້ານ​, ຄື​ຢ່າງ​ທີ່​ເມ​ຣີ​ບາ, ​ຫລື​ເຫມືອນ​ຢ່າງ​ມື້​ນັ້ນ​ທີ່​ມັດ​ສາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. \v 9 ທີ່​ຊຶ່ງ​ບັນພະບຸຣຸດ​ທັງ​ຫລາຍ​ຂອງ​ພວກ​ເຈົ້າ​, ໄດ້​ທົດ​ລອງ​ເຮົາ​ແລະ​ໄດ້​ພິ​ສູດ​ເຮົາ ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ໄດ້​ເຫັນ​ການ​ກະ​ທຳ​ທັງ​ຫລາຍ​ຂອງ​ເຮົາ​ມາ​ແລ້ວ​ກໍ​ຕາມ. \s5 \v 10 ​ເຮົາ​ໄດ້​ໃຈ​ຮ້າຍ​ຄົນ​ຊົ່ວ​ອາ​ຍຸ​ນີ້​ເປັນ​ເວ​ລາ​ສີ່​ສິບ​ປີ​ແລະ​ໄດ້​ກ່າວ​ວ່າ 'ນີ້​ຄື​ຊົນ​ຊາດ​ທີ່​ມີ​ຈິດ​ໃຈ​ຝ່າ​ຝືນ​ໄປ; ພວກ​ເຂົາ​ບໍ່​ໄດ້​ຮູ້​ຈັກ​ບັນ​ດາ​ທາງ​ຂອງ​ເຮົາ.' \v 11 ເພາະ​ສະ​ນັ້ນ ເຮົາ​ຈຶ່ງ​ໄດ້​ຄິດ​ດ້ວຍ​ຄວາມ​ໃຈ​ຮ້າຍ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ສູ່​ທີ່​ຢຸດ​ພັກ​ຂອງ​ເຮົາ​ເລີຍ." \s5 \c 96 \cl ບົດທີ 96 \p \v 1 ໂອ, ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ແດ່​ພ​ຣະ​ຢາ​ເວ, ແຜ່ນ​ດິນ​ໂລກ​ທັງ ​ຫມົດ​ເອີຍ​ຈົ່ງ​ຮ້ອງ​ເພງ​ແດ່​ພ​ຣະ​ຢາ​ເວ​ເຖີດ, \v 2 ຈົ່ງ​ຮ້ອງ​ເພງ​ແດ່​ພ​ຣະ​ຢາ​ເວ, ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. \s5 \v 3 ​ຈົ່ງ​ປະ​ກາດ​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ​ທຸກໆມື້ ຈົ່ງ​ເລົ່າ​ເຖິງ​ພ​ຣະ​ສະຫງ່າຣາສີຂອງ​ພ​ຣະ​ອົງ​ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ, ແລະ​ບັນ​ດາ​ພຣະຣາຊ​ກິດ​ອັນ​ມະ​ຫັດ​ສະ​ຈັນ​ຂອງ​ພ​ຣະ​ອົງ​ທ່າມ​ກາງ​ຊົນ​ຊາ​ດ​ທັງ​ປວງ. \v 4 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ຍິ່ງ​ໃຫຍ່​ແລະ​ຊົງ​ສົມ​ຄວນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຢ່າງ​ຍິ່ງ​ໃຫຍ່. ພ​ຣະ​ອົງ​ຊົງ​ເປັນ​ທີ່​ຢ້ານ​ກົວ​ເຫນືອ​ບັນ​ດາ​ພ​ະເຈົ້າ​ອື່ນໆ ທັງ​ຫມົດ. \s5 \v 5 ​ເພາະ​ບັນ​ດາ​ພ​ະເຈົ້າ​ທັງ​ຫມົດ​ຂອງ​ຊົນ​ຊາດ​ຕ່າງໆເປັນ​ຮູບ​ເຄົາ​ຣົບ, ​ແຕ່​ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ໄດ້​ຊົງ​ສ້າງ​ຟ້າ​ສະ​ຫວັນ. \v 6 ​ຄວາມ​ສະ​ງ່າ​ງາມ​ແລະ​ກຽຕສັກສີມີ​ຢູ່ຊ້ອງພຣະພັກຂອງ​ພ​ຣະ​ອົງ, ກຳ​ລັງ​ແລະ​ຄວາມ​ງົດ​ງາມ​ຢູ່​ໃນ​ສະ​ຖານ​ນະ​ມັ​ສະ​ການ​ຂອງ​ພ​ຣະ​ອົງ. ບັນ​ດາ​ເຊື້ອ​ສາຍ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ເອີຍ. \s5 \v 7 ​ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ​ເພາະ​ພ​ຣະ​ສະຫງ່າຣາສີ, ແລະ​ກຳ​ລັງ​ຂອງ​ພ​ຣະ​ອົງ. \v 8 ຈົ່ງ​ຖວາຍ​ກຽຕ​ແດ່​ພ​ຣະ​ຢາ​ເວ​ຊຶ່ງ​ຄວນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. ຈົ່ງ​ນຳ​ຂອງ​ຖວາຍ​ມາ​ຍັງ​ບໍ​ຣິ​ເວນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ. \s5 \v 9 ​ຈົ່ງ​ກົ້ມ​ກາບ​ຕໍ່​ພ​ຣະ​ຢາ​ເວ ດ້ວຍ​ສວມ​ເຄື່ອງ​ແຕ່ງ​ກາຍ​ທີ່​ຖວາຍກຽຕ​ແດ່​ຄວາມ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ. ແຜ່ນ​ດິນ​ໂລກ​ທັງ​ຫມົດ​ເອີຍ, ຈົ່ງ​ຕົວ​ສັ່ນຕໍ່ຫນ້າ​ພ​ຣະ​ອົງ. \v 10 ຈົ່ງ​ກ່າວ​ໃນ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ຄອບ​ຄອງ." ແຜ່ນ​ດິນ​ໂລກ​ກໍ​ຖືກ​ຕັ້ງໄວ້ແລ້ວ ໂລກ​ບໍ່​ສາ​ມາດ​ສັ່ນ​ຄອນ​ໄດ້​ເລີຍ. ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຍຸ​ຕິ​ທັມ. \s5 \v 11 ​ຈົ່ງ​ໃຫ້​ຟ້າ​ສະ​ຫວັນ​ຍິນ​ດີ, ແລະ​ຜ່ານ​ດິນ​ໂລກຊື່ນຊົມ​ຍິນ​ດີ; ໃຫ້​ທະ​ເລ​ສົ່ງ​ສຽງ​ກຶກ​ກ້ອງ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ. \v 12 ໃຫ້​ທົ່ງ​ນາ​ທັງ​ຫລາຍ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນຊື່ນຊົມ​ຍິນ​ດີ. ແລ້ວ​ໃຫ້​ຕົ້ນ​ໄມ້​ທັງ​ຫມົດ​ຂອງ​ປ່າ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ \v 13 ຢູ່ຕໍ່ຫນ້າ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ກຳ​ລັງ​ມາ. ພ​ຣະ​ອົງ​ກຳ​ລັງ​ມາ​ຕັດ​ສິນ​ໂລກ​ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ໂລກ.​ດ້ວຍ​ຄວາມ​ຊອບ​ທັມ​ແລະ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ. \s5 \c 97 \cl ບົດທີ 97 \p \v 1 ພ​ຣະ​ຢາ​ເວ​ຊົງ​ຄອບ​ຄອງ, ຈົ່ງ​ໃຫ້​ແຜ່ນ​ດິນ​ໂລກ​ຊື່ນຊົມຍິນ​ດີ, ໃຫ້​ແຜ່ນ​ດິນ​ຊາຍ​ທະ​ເລ​ຫລວງ​ຫລາຍ​ນັ້ນ​ຍິນ​ດີ. \v 2 ​ຫມູ່​ເມກ​ແລະ​ຄວາມ​ມືດ​ທຶບ​ຢູ່​ຮອບ​ພ​ຣະ​ອົງ. ຄວາມ​ຊອບ​ທັມ​ແລະ​ຄວາມ​ຍຸ​ຕິ​ທັມ​ເປັນ​ຮາກ​ຖານ​ແຫ່ງ​ພ​ຣະ​ບັນລັງ​ຂອງ​ພ​ຣະ​ອົງ. \s5 \v 3 ໄຟ​ຟົ້ງໄປລ່ວງ​ຫນ້າ​ພ​ຣະ​ອົງ ​ແລະ​ເຜົາ​ຜານບັນ​ດາ​ສັດ​ຕຣູ​ທີ່​ຢູ່​ທຸກ​ດ້ານ​ຂອງ​ພ​ຣະ​ອົງເສຍ. \v 4 ຟ້າ​ແລບ​ຂອງ​ພ​ຣະ​ອົງ​; ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ສະ​ຫວ່າງ​ຂຶ້ນ ແຜ່ນ​ດິນ​ໂລກ​ເຫັນ​ແລະ​ສັ່ນ​ສະ​ທ້ານ. \v 5 ພູ​ເຂົາ​ທັງ​ຫລາຍ​ລະ​ລາຍ​ລົງ​ຢ່າງ​ຂີ້ເ​ຜິ້ງ​ຕໍ່​ຫນ້າ​ພ​ຣະ​ຢາ​ເວ, ຕໍ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ຫມົດ. \s5 \v 6 ​ບັນ​ດາ​ທ້ອງ​ຟ້າ​ປະ​ກາດ​ເຖິງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ, ແລະ​ບັນ​ດາ​ຊົນ​ຊາດ​ທັງ​ຫມົດ​ເຫັນ​ພ​ຣະ​ສິ​ຣິ​ຂອງ​ພ​ຣະ​ອົງ. \v 7 ທຸກ​ຄົນ​ທີ່​ນະ​ມັ​ສະ​ການ​ບັນ​ດາ​ຮູບ​ເຄົາ​ຣົບ​ແກະ​ສະ​ລັກ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ, ຄື​ທຸກ​ຄົນ​ທີ່​ໂອ້ອວດ​ໃນ​ພ​ະ​ເຈົ້າໄຮ້​ຄ່າ - ບັນ​ດາ​ພ​ະ​ເຈົ້າທັງ​ຫລາຍ​ຂອງ​ເຈົ້າ, ຈົ່ງ​ກົ້ມ​ກາບ​ຕໍ່​ພ​ຣະ​ອົງ. \v 8 ຊີ​ໂອນ​ໄດ້​ຍິນ​ແລະ​ຍິນ​ດີ ແລະ​ເມືອງ​ທັງ​ຫລາຍ​ຂອງ​ຢູ​ດາ​ກໍ​ຍິນ​ດີ ຂ້າ​ແດ່​ພ​ຣະ​ຢາ​ເວ ເພາະ​ຄຳ​ຕັດ​ສິນ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ. \s5 \v 9 ຂ້າ​ແດ່​ພ​ຣະ​​ຢາ​ເວ, ເພາະ​ພ​ຣະ​ອົງ​ຊົງ​, ເປັນ​ອົງ​ຜູ້​ສູງ​ສຸດ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ຫມົດ. ພ​ຣະ​ອົງຊົງ​ເປັນ​ທີ່​ຍົກ​ຍ້ອງ​ຢ່າງ​ສູງ​ເຫນືອ​ບັນ​ດາ​ພ​ະເຈົ້າ​ທັງ​ປວງ. \v 10 ບັນ​ດາ​ຜູ້​ຮັກ​ພ​ຣະ​ຢາ​ເວ​ເອີຍ, ຈົ່ງ​ກຽດ​ຊັງ​ຄວາມ​ຊົ່ວ ​ພ​ຣະ​ອົງ​ຊົງ​ຄຸ້ມ​ຄອງ​ບັນ​ດາ​ຊີ​ວິດ​ຂອງ​ປະ​ຊາ​ຊ​ົນ​ຂອງ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ຊົງ​ເອົາ​ພວ​ກ​ເຂົາ​ອອກ​ຈາກ​ມື​ຂອງ​ຄົນ​ຊົ່ວ. \v 11 ຄວາມ​ສະ​ຫວ່າງ​ໄດ້​ສ່ອງ​ໄວ້​ເພື່ອ​ຄົນ​ຊອບ​ທັມ ແລະ​ສ່ອງ​ຄວາມ​ຍິນ​ດີ​ໄວ້​ເພື່ອ​ຄົນ​ທີ່​ມີ​ໃຈ​ຊື່​ສັດ ທ່ານ​ທັງ​ຫລາຍ​ຜູ້​ຊອບ​ທັມ​ເອີຍ. \s5 \v 12 ​ຈົ່ງ​ຍິນ​ດີ​ໃນ​ພ​ຣະ​ຢາ​ເວ​ເຖີດ, ແລະ​ຈົ່ງ​ຖວາຍ​ຂອບ​ພ​ຣະ​ຄຸນ​ເມື່ອ​ພວກ​ທ່ານ​ຣະ​ນຶກ​ເຖິງ​ຄວາມ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ. \s5 \c 98 \cl ບົດທີ 98 \p ບົດ​ເພງ​ສັນ​ຣະ​ເສີນ. \v 1 ​ໂອ, ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ສິ່ງອັສະຈັນ​ແລະຫນ້າງຶດງໍ້ຕ່າງໆ; ພຣະຫັດຂວາ​ແລະພຣະກຳລັງບໍຣິສຸດຂອງ​ພ​ຣະ​ອົງ​ໄດ້​ໃຫ້​ຊັຍ​ຊະ​ນະ​ແກ່​ພ​ຣະ​ອົງເອງ. \v 2 ພ​ຣະ​ຢາ​ເວ​ໄດ້​ຊົງ​ໃຫ້​ຄວາມ​ພົ້ນ​ຂອງ​ພ​ຣະ​ອົງ​ເປັນ​ທີ່​ຮູ້​ຈັກ; ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ຄວາມ​ຍຸ​ຕິ​ທັມ​ຂອງ​ພ​ຣະ​ອົງ ​ແກ່​ບັນ​ດາ​ປະ​ຊາ​ຊາດ​ທັງ​ຫມົດ​ຢ່າງ​ເປີດ​ເຜີຍ. \s5 \v 3 ​ພ​ຣະ​ອົງ​ຊົງ​ຣະ​ນຶກ​ເຖິງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ແຫ່ງ​ພັນທະສັນ​ຍາ​ແລະ​ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ​, ຕໍ່​ຄອບ​ຄົວ​ອິ​ສະ​ຣາ​ເອນ ບັນ​ດາ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ທັງ​ຫມົດ​ຈະ​ໄດ້​ເຫັນ​ຊັຍ​ຊະ​ນະ​ຂອງ​ພ​ຣະ​ເຈົ້າ​ຂອງ​ເຮົາ. \v 4 ແຜ່ນ​ດິນ​ໂລກ​ທັງ​ຫມົດ​ເອີຍ; ຈົ່ງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ​ຖວາຍ​ແດ່​ພ​ຣະ​ຢາ​ເວ, ຈົ່ງ​ໂຫ່​ຮ້ອງ​ອອກ​ມາ​ເປັນ​ບົດ​ເພງ. \s5 \v 5 ​ຈົ່ງ​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນ​ດີ ແລະ​ຮ້ອງ​​ເພງ​ສັນຣະເສີນ, ຈົ່ງ​ຮ້ອ​ເພງ​ສັນຣະເສີນຖວາຍ​ແດ່​ພ​ຣະ​ຢາ​ເວ, ​ດ້ວຍ​ພິນ​ເຂົາ​ຄູ່ ແລະ​ດ້ວຍ​ບົດ​ເພງ​ຕ​າມ​ທຳ​ນອງ. \v 6 ດ້ວຍ​ສຽງ​ແກ​ແລະ​ສຽງ​ເປົ່າ​ເຂົາ​ສັດ, ​ຈົ່ງ​ເຮັດ​ສຽງ​ຊື່ນ​ບານ​ຕໍ່​ຫນ້າ​ກະ​ສັດ ຄື​ພ​ຣະ​ຢາ​ເວ. \s5 \v 7 ໃຫ້​ທະ​ເລ​ກັບ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ໂຫ່​ຮ້ອງ, ອີກ​ທັງ​ແຜ່ນ​ດິນ​ໂລກ​ກັບ​ບັນ​ດາ​ຜູ້​ອາ​ສັຍ​ຢູ່​ໃນ​ນັ້ນ! \v 8 ໃຫ້​ແມ່​ນ້ຳ​ທັງ​ຫລາຍ​ຕົບ​ມື​ຂອງ​ພວກ​ມັນ ແລະ​ໃຫ້​ບັນດາ​ພູ​ເຂົາ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ. \v 9 ພ​ຣະ​ຢາ​ເວ​ກຳ​ລັງ​ມາ​ຕັດ​ສິນ​ໂລກ, ພ​ຣະ​ອົງ​ຈະ​ຊົງ​ຕັດ​ສິນ​ໂລກ​ດ້ວຍ​ຄວາມ​ຊອບ​ທັມ, ແລະ​ຈະ​ຊົງ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ຍຸ​ຕິ​ທັມ. \s5 \c 99 \cl ບົດທີ 99 \p \v 1 ພ​ຣະ​ຢາ​ເວ​ຊົງ​ຄອບ​ຄອງ, ໃຫ້​ຊົນ​ຊາດ​ທັງ​ຫລາຍ​ຕົວ​ສັ່ນ. ພ​ຣະ​ອົງ​ຢູ່​ເທິງ​ບັນ​ລັງ​ເຫນືອ​ເຄ​ຣຸບ; ແຜ່ນ​ດິນ​ໂລກ​ກໍ​ໄຫວ. \v 2 ພ​ຣະ​ຢາ​ເວ​ຊົງ​ຍິ່ງ​ໃຫຍ່​ໃນ​ຊີ​ໂອນ; ພ​ຣະ​ອົງ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເຊີດ​ຊູ​ເຫນືອ​ບັນ​ດາ​ປະ​ຊາ​ຊົນ​ທັງ​ຫມົດ. \v 3 ຈົ່ງ​ໃຫ້​ພວກ​ເຂົາ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ອັນ​ຍິ່ງ​ໃຫຍ່​ແລະ​ນ່າ​ຢ້ານ​ກົວ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ບໍ​ຣິສຸດ. \s5 \v 4 ພ​ຣະ​ມາ​ຫາ​ກະ​ສັດ​ຊົງ​ຣິ​ທາ​ນຸ​ພາບ, ແລະ​ພ​ຣະ​ອົງ​ຊົງ​ຮັກ​ຄວາມ​ຍຸ​ຕິ​ທັມ. ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ຄວາມ​ຍຸ​ຕິ​ທັມ ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ຄວາມ​ຊອບ​ທັມ​ແລະ​ຄວາມ​ຍຸຕິ​ທັມ​ໃນ​ຢາ​ໂຄບ. \v 5 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ ​ພ​ຣະ​ເຈົ້າ, ​ຂອງ​ເຮົາ​ແລະ​ນະ​ມັສະ​ການ​ທີ່​ແທ່ນ​ຮອງ​ຕີນ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ຊົງ​ບໍ​ຣິສຸດ. \s5 \v 6 ​ໂມ​ເຊ​ແລະ​ອາ​ໂຣນ​ໄດ່​ຢູ່​ທ່າມ​ກາງ​ພວກ​ປະ​ໂລ​ຫິດ​ຂອງ​ພ​ຣະ​ອົງ ແລະ​ຊາ​ມູ​ເອນ​ໄດ້​ຢູ່​ທ່າມ​ກາງ​ພວກ​ທີ່​ອະ​ທິ​ຖານ​ຕໍ່​ພ​ຣະ​ອົງ. ທ່ານ​ເຫລົ່າ​ນັ້ນ​ໄດ້​ອະ​ທິ​ຖານ​ຕໍ່​ພ​ຣະ​ຢາ​ເວ ແລະ​ພ​ຣະ​ອົງ​ໄດ້​ຊົງ​ຕອບ​ທ່ານ​ເຫລົ່າ​ນັ້ນ. \v 7 ພ​ຣະ​ອົງ​ໄດ້​ກ່າວ​ກັບ​ທ່ານ​ເຫລົ່າ​ນັ້ນ​ຈາກ​ເສົາ​ເມກ. ພວກ​ທ່ານ​ໄດ້​ຮັກ​ສາ​ບັນ​ດາ​ພ​ຣະ​ບັນ​ຊາ​ອັນ​ຈິງ​ຈັງ​ຂອງ​ພ​ຣະ​ອົງ​ແລະ​ບັນ​ດາ​ກົດ​ບັນ​ຍັດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ແກ່​ພວ​ກ​ທ່ານ. \s5 \v 8 ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​, ຂອງ​ຂ້າ​ນ້ອຍ​ທັງ​ຫມົດ. ພ​ຣະ​ອົງ​ໄດ້​ຊົງ​ຕອບ​ທ່ານ​ເຫລົ່າ​ນັ້ນ ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ, ​ຜູ້​ຊົງ​ອະ​ພັຍ​ໂທດ​ສຳ​ລັບ​ທ່ານ​ເຫລົ່າ​ນັ້ນ ແຕ່​ຊົງ​ເປັນ​ຜູ້​ລົງ​ໂທດ​ຕໍ່​ການ​ກະ​ທຳ​ຜິດ​ບາບ​ທັງ​ຫລາຍ​ຂອງ​ທ່ານ​ເຫລົ່າ​ນັ້ນ​ດ້ວຍ. \v 9 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​, ຂອງ​ເຮົາ ແລະ​ຈົ່ງ​ນະ​ມັ​ສະ​ການ​ທີ່​ພູ​ເຂົາ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​, ຂອງ​ເຮົາ​ຊົງ​ບໍ​ຣິ​ສຸດ. \s5 \c 100 \cl ບົດທີ 100 \p ບົດ​ເພງ​ສັນ​ຣະ​ເສີນສຳ​ລັບ​ຂອບ​ພ​ຣະ​ຄຸນ​ພ​ຣະ​ເຈົ້າ. \v 1 ​ແຜ່ນ​ດິນ​ໂລກ​ທັງ​ ຫມົດ​ເອີຍ, ຈົ່ງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ​ຖວາຍ​ແດ່​ພ​ຣະ​ຢາ​ເວ, \v 2 ຈົ່ງ​​ຮັບ​ໃຊ້ພ​ຣະ​ຢາ​ເວ​ດ້ວຍ​ຄວາມ​ຍິ​ນ​ດີ; ຈົ່ງ​ເຂົ້າ​ມາຢ​ູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ​ດ້ວຍ​ການ​ຮ້ອງ​ເພງ​ຊື່ນ​ບານ. \s5 \v 3 ​ຈົ່ງ​ຮູ້ເ​ຖີດ​ວ່າ​ພ​ຣະ​ຢາ​ເວ​ຊົງ​ເປັນ​ພ​ຣະ​ເຈົ້າ; ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ເຮົາ​ທັງ​ຫລາຍ, ແລະ​ເຮົາ​ກໍ​ເປັນ​ຂອງ​ພ​ຣະ​ອົງ. ເຮົາ​ເປັນ​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ, ​ແລະ​ເປັນ​ແກະ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພ​ຣະ​ອົງ. \s5 \v 4 ​ຈົ່ງ​ເຂົ້າ​ສູ່​ປະ​ຕູ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ ດ້ວຍ​ການ​ຂອບ​ພ​ຣະ​ຄຸນ​ ແລະ​ເຂົ້າ​ບັນ​ດ​າ​ບໍ​ຣິ​ເວນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ດ້ວຍ​ການ​ສັນ​ຣະ​ເສີນ ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ແລະ​ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, \v 5 ເພາະ​ພ​ຣະ​ຢາ​ເວ​ຊົງ​ປະ​ເສີດ; ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິ​ດແລະ​ຄວາມ​ແທ້​ຈິງ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ຊົ່ວ​ເຊື້ອຊ​າດ. \s5 \c 101 \cl ບົດທີ 101 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ​ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ເລື່ອງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ແລະ​ຄວາມ​ຍຸ​ຕິ​ທັມ; ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຈະ​ຮ້ອງ​​ເພງ​ສັນ​ຣະ​ເສີນ​ຖວາຍ​ແດ່​ພ​ຣະ​ອົງ. \s5 \v 2 ​ຂ້າ​ນ້ອຍ​ຈະ​ດຳ​ເນີນ​ໃນ​ທາງ​ແຫ່ງ​ຄວາມ​ຊື່​ສັດ​ສຸ​ຈະ​ຣິດ. ໂອ, ເມື່ອ​ໃດ​ພ​ຣະ​ອົງ​ຈະ​ມາ​ຫາ​ຂ້າ​ນ້ອຍ? ຂ້າ​ນ້ອຍ​ຈະ​ດຳ​ເນີນ​ດ້ວຍ​ຄວາມ​ຊື່​ສັດ​ສຸ​ຈະ​ຣິດ​ພາຍ​ໃນ​ເຮືອນ​ຂອງ​ຂ້າ​ນ້ອຍ. \v 3 ຂ້າ​ນ້ອຍ​ຈະ​ບໍ່​ຕັ້ງ​ການ​ກະ​ທຳ​ຜິດ​ໄວ້​ຕໍ່​ຫນ້າ​ຕໍ່​ຕາ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຊັງ​ຄວາມ​ຊົ່ວ​ອັນ​ບໍ່ມີ​ຄ່າ; ມັນ​ຈະ​ບໍ່​ເກາະ​ຕິດ​ຂ້າ​ນ້ອຍ. \s5 \v 4 ​ພວກ​ຄົນ​ບໍ່​ຈິງ​ໃຈ​ຈະ​ໄປ​ຈາກ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ບໍ່​ກ່ຽວ​ພັນ​ກັບ​ຄວາມ​ຊົ່ວ​ຮ້າຍ. \v 5 ຂ້າ​ນ້ອຍ​ຈະ​ທຳ​ລາຍ​ຜູ້​ທີ່​ໃສ່​ຮ້າຍ​ເພື່ອນ​ບ້ານ​ຢ່າງ​ລັບໆ. ຂ້າ​ນ້ອຍ​ຈະ​ບໍ່​ທົນ​ຕໍ່​ຄົນ​ທີ່​ເຮັດ​ຕົວ​ໂອ້ອວດ​ແລະ​​ມີ​ທ່າ​ທີ​ຈອງ​ຫອງ. \v 6 ຂ້າ​ນ້ອຍ​ຈະ​ເບິ່ງ​ຫາ​ຄົ​ນ​ຊື່​ສັດ​ແຫ່ງ​ແຜ່ນ​ດິນ​ເພື່ອ​ໃຫ້​ນັ່​ງ​ທີ່​ດ້ານ​ຂ້າງ​ຂ້າ​ນ້ອຍ. ບັນ​ດາ​ຜູ້​ດຳ​ເນີນ​ຢູ່​ໃນ​ທາງ​ຊື່​ສັດ​ສຸຈະ​ຣິດ​ຈະ​ຮັບ​ໃຊ້​ຂ້າ​ນ້ອຍ. \s5 \v 7 ພວກ​ຄົນ​ຫລອກ​ລວງ​ຈະ​ບໍ່​ເຫລືອ​ຢູ່ໃນ​ເຮືອນ​ຂອງ​ຂ້າ​ນ້ອຍ; ພວກ​ຄົນ​ຂີ້​ຕົວະ​ບໍ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ຂ້າ​ນ້ອຍ. \v 8 ທຸກໆ​ເຊົ້າ ຂ້າ​ນ້ອຍ​ຈະ​ທຳ​ລາຍ​ຄົນ​ຊົ່ວ​ທັງ​ຫມົດ​ຈາກ​ແຜ່ນ​ດິນ; ຂ້າ​ນ້ອຍ​ຈະ​ຍ້າຍ​ບັນ​ດາ​ຄົນ​ເຮັດ​ຊົ່ວ​ທັງ​ຫມົດ​ອອກ​ໄປ​ຈາກ​ນະ​ຄອນ​ຂອງ​ພ​ຣະ​ຢາ​ເວ. \s5 \c 102 \cl ບົດ​ທີ 102 \p ຄຳ​ອະ​ທິ​ຖານ​ຂອງ​ຄົນ​ທີ່​ທຸກ​ທໍ​ຣະ​ມານ​ເມື່ອ​ລາວ​ຖືກ​ຄອບ​ງຳ ແລະ​ໄຫ້​ສຽງ​ຮ້ອງ​ຂອງ​ລາວ​ຕໍ່​ຫນ້າ​ພ​ຣະ​ຢາ​ເວ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ຂໍ​ຊົງ​ຟັງຄຳ​ຮ້ອງຫາ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ອົງ. \v 2 ຂໍ​ຢ່າ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ​ໃນ​ຍາມ​ແຫ່ງ​ຄວາມ​ຍາກ​ລຳ​ບາກ. ຂໍ​ຊົງ​ຟັງ​ຂ້າ​ນ້ອຍ. ເມື່ອ​ຂ້າ​ນ້ອຍ​ຮ້ອງຫາ​ຕໍ່​ພ​ຣະ​ອົງ​ຂໍ​ຊົງ​ຕອບ​ຂ້າ​ນ້ອຍ​ໂດຍ​ໄວ. \s5 \v 3 ​ເພາະ​ວັນ​ເວ​ລາ​ຂອງ​ຂ້າ​ນ້ອຍ​ຜ່ານ​ໄປ​ເຫມືອນຢ່າງ​ຄວັນໄຟ, ແລະ​ກະ​ດູກ​ຂອງ​ຂ້າ​ນ້ອຍ​ໄຫມ້​ໄປ​ເຫມືອນ​ຢ້າງ​ໄຟ. \v 4 ໃຈ​ຂອງ​ຂ້າ​ນ້ອຍ​ຖືກ​ຢຽບ​ຢ່ຳ, ແລະ​ຂ້າ​ນ້ອຍ​ເປັນ​ຄື​ຫຍ້າ​ທີ່​ຫ່ຽວ​ໄປ. ຂ້າ​ນ້ອຍ​ລືມ​ທີ່​ຈະ​ກິນ​ອາ​ຫານ​ໃດໆ. \s5 \v 5 ​ດ້ວຍ​ສຽງ​ຮ້ອງ​ຄາງ​ບໍ່​ຢຸດ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈຶ່ງ​ໄດ້​ຈ່ອຍ​ລົງ​ຢ່າງ​ຫລາຍ. \v 6 ຂ້າ​ນ້ອຍ​ເປັນ​ຄື​ນົກ​ປ່າ​ແຫ່ງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ຂ້າ​ນ້ອຍ​ກາຍ​ເປັນ​ຄື​ນົກ​ເຄົ້າແມວ​ໃນບ່ອນ​ຮົກ​ຮ້າງ​ເພ​ພັງ. \s5 \v 7 ​ຂ້າ​ນ້ອຍນອນ​ບໍ່​ຫລັບ​ຄື​ນົກ​ໂດດ​ດ່ຽວ​, ເທິງ​ຫລັງ​ຄາ​ບ້ານ. \v 8 ພວກສັດຕຣູຂອງຂ້ານ້ອຍກໍຫຍໍ້ຫຍັນຂ້ານ້ອຍຕະຫລອດທັງວັນ; ຜ​ູ້​ທີ່​​ເຍີ້ຍຫຍັນ​ຂ້າ​ນ້ອຍ​ໃຊ້​ຊື່​ຂອງ​ຂ້າ​ນ້ອຍ​ປ້ອຍ​ດ່າ. \s5 \v 9 ​ຂ້າ​ນ້ອຍ​ກິນ​ຂີ້​ເຖົ່າ​ຄື​ອາ​ຫານ​ແລະ​ເຄື່ອງ​ດື່ມ​ຂອງ​ຂ້າ​ນ້ອຍ​ດ້ວຍ​ນ້ຳ​ຕາ. \v 10 ເພາະ​ຄວາມ​ໃຈ​ຮ້າຍ​ອັນ​ຮຸນ​ແຮງ​ຂອງ​ພ​ຣະ​ອົງ, ພ​ຣະ​ອົງ​ໄດ້​ຊົງ​ຍົກ​ຂ້າ​ນ້ອຍ​ຂຶ້ນ​ແລະ​ຊົງ​ໂຍນ​ຂ້າ​ນ້ອຍ​ລົງ. \s5 \v 11 ວັນ​ເວ​ລາ​ຂອງ​ຂ້າ​ນ້ອຍ​ເປັນ​ຄື​ເງົາ​ທີ່​ຈາງ​ຫາຍ​ໄປ, ແລະ​ຂ້າ​ນ້ອຍ​ໄດ້​ຫ່ຽວ​ໄປ​ຄື​ຫຍ້າ. \v 12 ຂ້າ​ແດ່​, ພ​ຣະ​ຢາ​ເວ, ແຕ່​ພ​ຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ເປັນ​ນີດ, ແລະ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊົ່ວເຊື້ອ​ຊາດ, \s5 \v 13 ພ​ຣະ​ອົງ​ຈະ​ຊົງ​ລຸກ​ຂຶ້ນ​ແລະ​ຊົງ​ເມດ​ຕາ​ຊີ​ໂອນ. ບັດ​ນີ້​ຄື​ເວ​ລ​າ​ທີ່​ຈະ​ຊົງ​ກະ​ຣຸ​ນາ​ເມືອງນີ້ ເພາະ​ເວ​ລາ​ທີ່​ກຳ​ຫນົດ​ນັ້ນ​ມາ​ເຖິງ​ແລ້ວ. \v 14 ເພາະ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ປະ​ຄອງ​ບັນ​ດາ​ກ້ອນ​ຫີນ​ຂອງເມືອງ​ນີ້​ດ້ວຍ​ຮັກ​ແລະ​ຮູ້​ສຶກ​​ສົງ​ສານ​ຝຸ່ນ​ດິນ​ແຫ່ງ​ຊາກຮົກ​ຮ້າງ​ເພ​ພັງ​.​ \v 15 ບັນ​ດາ​ປະ​ຊາ​ຊາດ​ຈະ​ຢຳ​ເກງ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ຄື​ພ​ຣະ​ຢາ​ເວ, ແລະ​ບັນ​ດາ​ກະ​ສັດ​ທັງ​ຫມົດ​ແຫ່ງ​ແຜ່ນ​ດິນ​ໂລກ​ ຈະ​ຖວາຍ​ກຽຕ​ແດ່​ພ​ຣະ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ. \v 16 ພ​ຣະ​ຢາ​ເວ​ຈະ​ຊົງ​ສ້າງ​ຊີ​ໂອນ​ຂຶ້ນ​ອີກ​ແລະ​ຈະ​ຊົງ​ປະ​ກົດ​ດ້ວຍ​ພ​ຣະ​ສະຫງ່າຣາສີຂອງ​ພ​ຣະ​ອົງ. \s5 \v 17 ​ໃນ​ເວ​ລາ​ນັ້ນ, ພ​ຣະ​ອົງ​ຈະ​ຊົງ​ຕອບ​ສະ​ຫນອງ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ຄົນ​ສິ້ນ​ເນື້ອ​ປະ​ດາ​ຕົວ; ພ​ຣະ​ອົງ​ຈະ​ບໍ່​ຊົງ​ປະ​ຕິ​ເສດ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ. \v 18 ເລື່ອງ​ນີ້​ຈະ​ຖືກ​ບັນ​ທຶກ​ໄວ້​ໃຫ້​ຄົນ​ຮຸ້ນ​ຫລັງ, ແລະ​ເພື່ອ​ປະ​ຊາ​ຊົນ​ທີ່​ຍັງ​ບໍ່​ເກີດ​ມາ​ຈະ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. \s5 \v 19 ເພາະ​ພ​ຣະ​ອົງ​ໄດ້​ແນມ​ເບິ່ງ​ຈາກ​ທີ່​ສູງ​ອັນ​ບໍ​ລິ​ສຸດ; ພ​ຣະ​ຢາ​ເວ​ໄດ້​ແນມ​ເບິ່ງ​ແຜ່ນ​ດິນ​ໂລກ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ, \v 20 ເພື່​ອຊົງ​ຟັງ​ສຽງ​ຄ່ຳ​ຄວນ​ຂອງ​ບັນ​ດາ​ນັກ​ໂທດ, ເພື່ອ​ຊົງ​ປ່ອຍ​ບັນ​ດາ​ຄົນ​ທີ່​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ໃຫ້​ເປັນ​ອິສຣະ. \s5 \v 21 ​ແລ້ວ​ມະ​ນຸດ​ທັງ​ຫລາຍ​ຈະ​ປະ​ກາດ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​, ໃນ​ຊີ​ໂອນ​ແລະ​ກ່າວ​ຄຳ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ \v 22 ເມື່ອ​ຊົນ​ຊາດ​ແລະ​ອາ​ນາ​ຈັກ​ທັ​ງ​ຫລາຍ​ມາ​ຊຸມ​ນຸມ​ກັນ​ເພື່ອ​ຮັບ​ໃຊ້​ພ​ຣະ​ຢາ​ເວ. \s5 \v 23 ​ພ​ຣະ​ອົງ​ໄດ້​ຊົງ​ເອົາ​ກຳ​ລັງ​ຂອງ​ຂ້າ​ນ້ອຍ​ໄປ​ໃນ​ເວລາ​ເຄິ່ງ​ກາງ​ຂອງ​ຊີ​ວິດ. ພ​ຣະ​ອົງ​ໄດ້​ຊົງ​ຫຍໍ້​ເວ​ລາ​ຂອງ​ຂ້າ​ນ້ອຍ. \v 24 ຂ້າ​ນ້ອຍ​ໄດ້​ທູນວ່າ, "ຂ້າ​ແດ່​ພ​ຣະ​ເຈົ້າ​, ຂອງ​ຂ້າ​ນ້ອຍ ຂໍ​ຢ່າ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ເວລາ​ເຄິ່ງ​ກາງ​ຂອງ​ຊີ​ວິດ; ພ​ຣະ​ອົງ​ຊົງ​ສະຖິດຢູ່​ທີ່​ນີ້​ຕະ​ຫລອດ​ທຸກ​ຊົ່ວ​ເຊື້ອຊາດ. \s5 \v 25 ໃນ​ສມັຍບ​ູຮານ; ພ​ຣະ​ອົງ​ຊົງ​ວາງ​ໂລກ​ໃນ​ທີ່​ຂ​ອງ​ມັນ ຟ້າ​ສະ​ຫວັນ​ກໍ​ເປັນ​ຜົນ​ງານ​ແຫ່ງ​ພຣະຫັດຂອງ​ພ​ຣະ​ອົງ. \v 26 ສິ່ງ​ເຫລົ່າ​ນີ້​ຈະ​ພິ​ນາດ​ໄປ​ແຕ່​ພ​ຣະ​ອົງ​ຈະ​ຊົງ​ດຳ​ຣົງ​ຢູ່; ສິ່ງ​ເຫລົ່າ​ນີ້​ທັງ​ຫ​ມົດ​ຈະ​ເກົ່າ​ໄປ​ຄື​ເຄື່ອງ​ນຸ່ງ​ຫົ່ມ ພ​ຣະ​ອົງ​ຈະ​ຊົງ​ຖອດ​ສິ່ງ​ເຫລົ່າ​ນີ້​ອອກ, ແລະ​ສິ່ງ​ເຫລົ່າ​ນີ້​ກໍ​ຈະ​ສູນ​ຫາຍ​ໄປ. \v 27 ແຕ່​ພ​ຣະ​ອົງ​ຊົງ​ຄື​ເກົ່າ, ແລະ​ປີ​ເດືອນ​ຂອງ​ພ​ຣະ​ອົງ​ຈະ​ບໍ່​ມີ​ທີ່​ສິ້ນ​ສຸດ. \s5 \v 28 ​ລູກ​ຫລານ​ຂອງ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຈະ​ມີ​ຊີ​ວິດຢ​ູ່​ຕໍ່​ໄປ, ແລະ​ເຊື້ອ​ສາຍ​ຂອງ​ພວກ​ເຂົາ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ຫນ້າ​ພ​ຣະ​ອົງ." \s5 \c 103 \cl ບົດທີ 103 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​, ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ແລະ​ດ້ວຍ​ທຸກ​ສິ່ງ​ທີ່​ມີ​ຢູ່​ພາຍ​ໃນ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ. \v 2 ​ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​, ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ ແລະ​ຂ້າ​ນ້ອຍ​ຣະ​ນຶກ​ເຖິງ​ການ​ກະ​ທຳ​ອັນ​ປະ​ເສີດ​ຂອ​ງພ​ຣະ​ອົງ​ທັງ​ຫມົດ. \s5 \v 3 ​ພ​ຣະ​ອົງ​ຊົງ​ອະ​ພັຍ​ໂທດຄວາມ​ບາບ​ທັງ​ຫມົດ​ຂອງ​ທ່ານ; ພ​ຣະ​ອົງ​ຊົງ​ຮັກ​ສາ​ໂຣກ​ພັຍ​ໄຂ້​ເຈັບ​ທັງ​ຫມົດ​ຂອງ​ທ່ານ. \v 4 ພ​ຣະ​ອົງ​ຊົງ​ໄຖ່​ຊີ​ວິດ​ຂອງ​ທ່ານ​ຈາກ​ຄວາມ​ພິ​ນາດ; ພ​ຣະ​ອ​ົງ​ຊົງ​ສວມ​ມົງ​ກຸດ​ທ່ານ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ແລະ​​ການ​ກະ​ທຳ​ແຫ່ງຄວາມ​ເມດ​ຕາ​ອັນ​ອ່ອນ​ໂຍນ. \v 5 ພ​ຣະ​ອົງ​ຊົງ​ໃຫ້​ຊີ​ວິ​ດ​ຂອງ​ທ່ານ​ອີ່ມ​ດ້ວຍ​ຂອງ​ດີ​ທັງ​ຫລາຍ​ເພື່ອ​ໃຫ້​ວັຍ​ຫນຸ່ມ​ຂອງ​ທ່ານ​ກັບ​ຄືນ​ມາ​ໃຫມ່​ຢ່າງ​ນົກອິນ​ຊີ. \s5 \v 6 ​ພ​ຣະ​ຢ​າ​ເວ​ຊົງ​ກະ​ທຳ​ການ​ທ່ຽງ​ທັມ​ແລະ​ຊົງ​ກະ​ທຳ​ການ​ຍຸ​ຕິ​ທັມ​ແກ່​ທຸກ​ຄົນ​ທີ່​ຖືກ​ບີບ​ບັງ​ຄັບ. \v 7 ພ​ຣະ​ອົງ​ຊົງ​ສຳ​ແດງ​ແຜນ​ການ​ຂອງ​ພ​ຣະ​ອົງ​ໃຫ້​ໂມ​ເຊ​ໄດ້​ຮູ້, ຄື​ບັນ​ດາ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ແກ່​ເຊື້ອ​ສາຍ​ອິ​ສະ​ຣາ​ເອນ. \v 8 ພ​ຣະ​ຢາ​ເວ​ຊົງ​ພຣະກະ​ຣຸ​ນາ​ແລະ​ຊົງ​ມີ​ພ​ຣະ​ຄຸນ; ພ​ຣະ​ອົງ​ຊົງ​ອົດ​ກັ້ນ; ພ​ຣະ​ອົງ​ຊົງ​ຊື່​ສັດ​ຢ່າງ​ຍິ່ງ​ໃຫຍ່​ຕາມ​ພັນທະສັນ​ຍາ. \s5 \v 9 ​ພ​ຣ​ະ​ອົງ​ຈະ​ບໍ່​ຊົງ​ຕີ​ສອນ​ຢູ່​ສະ​ເຫມີ; ພ​ຣະ​ອົງ​ບໍ່​ໃຈ​ຮ້າຍ​ຢູ່​ສະ​ເຫມີ. \v 10 ພ​ຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທຳ​ຕໍ່​ເຮົາ​ຕາມ​ທີ່​ສົມ​ຄວນ​ແກ່​​ບາບ​ຂອງ​ເຮົາ ຫລື​ຕອບ​ສະ​ຫນອງ​ເຮົາ​ຕາມ​ຂະ​ຫນາດ​ຄວາມ​ຊົ່ວ​ຂອງ​ເຮົາ. \s5 \v 11 ​ເພາະ​ຟ້າ​ສະຫວັນສູງ​ເຫນືອ​ແຜ່ນ​ດິນ​ໂລກຫລາຍເທົ່າ​ໃດ, ຄວາມ​ຊື່​ສັດ​ແຫ່ງ​ພະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ມີ​ຕໍ່​​ຜູ້​ທີ່​ຍົກ​ຍ້ອງ​ພ​ຣະ​ອົງ​ກໍ​ໃຫຍ່​ຍິ່ງ​ເທົ່າ​ນັ້ນ. \v 12 ຕະ​ເວັນ​ອອກ​ໄກ​ຈາກ​ຕະ​ເວັນ​ຕົກຫລາຍ​ເທົ່າ​ໃດ, ນີ້​ກໍ​ຄື​ໄລ​ຍະ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປົດ​ການ​ເຮັດ​ຜິດ​ບາບ​ຂອງ​ເຮົາ​ໄປ​ໄກ​ຈາກ​ເຮົາ​ເທົ່າ​ນັ້ນ. \v 13 ພໍ່​ເມດຕາລູກໆ​​ຂອງຕົນຫລາຍເທົ່າໃດ, ພ​ຣະ​ຢາ​ເວ​ກໍ​ຊົງ​ເມດຕາຄົນ​ທີ່​ຍົກ​ຍ້ອງ​ພ​ຣະ​ອົງຫລາຍເທົ່າ​ນັ້ນ. \s5 \v 14 ​ເພາະ​ພ​ຣະ​ອົງ​ຊົງ​ຮູ້​ວ່າ​ເຮົາ​ໄດ້​ຖືກ​ປັ້ນ​ຂຶ້ນ​ມາ​ຢ່າງ​ໃດ; ພ​ຣະ​ອົງ​ຊົງ​ຮູ້​ວ່າ​ເຮົາ​ເປັນ​ແຕ່​ຝຸ່ນ​ດິນ. \v 15 ສ່ວນ​ມະ​ນຸດ​ນັ້ນ, ວັນ​ເວ​ລາ​ຂອງ​ເຂົາ​ເປັນ​ຄື​ຫຍ້າ; ເຈົ້າ​ຈະໆ​ເຣີນ​ຂຶ້ນ​ຄື​ດອກ​ໄມ້​ໃນ​ທົ່ງ​ນາ. \v 16 ລົມ​ກໍ​ພັດ​ພາ​ມັນ​ໄປ, ແລະ​ມັນ​ກໍ​ຫາຍ​ໄປ, ແລະ​ບໍ່​ມີ​ໃຜ​ບອກ​ໄດ້ເຫັນ​ເຖິງ​ທີ່​ຊຶ່ງ​ມັນ​ເຄີຍງອກ​ຂຶ້ນ​ມາ​ກ່ອນ. \s5 \v 17 ​ແຕ່​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ, ​ນັ້ນ​ດຳ​ຣົງ​ຢູ່​ຕັ້ງ​ແຕ່​ນິ​ຣັນ​ການ​ເຖິງ​ນິ​ຣັນ​ການ​ ຕໍ່​ຜູ້​ທີ່​ຍົກ​ຍ້ອງ​ພ​ຣະ​ອົງ. ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ຍືນ​ຍາວ​ໄປ​ເຖິງ​ເຊື້ອ​ສາຍ​ທັງ​ຫລາຍ​ຂອງ​ພວກ​ເຂົາ. \v 18 ພວກ​ເຂົາ​ຮັກ​ສາ​ຄຳ​ສັນ​ຍາ​ຂອງພ​ຣະ​ອົງ ​ແລະ​ຣະ​ນຶກ​ເຖິງ​ການ​ເຮັດ​ຕາມ​ບັນ​ດາ​ຂໍ້​ບັງ​ຄັບ​ຂອງ​ພ​ຣະ​ອົງ. \v 19 ​ພ​ຣະ​ຢາ​ເວ​, ໄດ້​ຊົງ​ສະ​ຖາ​ປະ​ນາ​ບັນ​ລັງ​ຂອງ​ພ​ຣະ​ອົງ​ໄວ້​ໃນຟ້າ​ສະ​ຫວັນ, ແລະ​ຣາຊ​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ​ຄອບ​ຄອງ​ເຫນືອ​ທຸກ​ຄົນ. \s5 \v 20 ​ທ່ານ​ທັງ​ຫລາຍ​ຜູ້​ເປັນ​ທູດ​ສະ​ຫວັນ​ຂອງ​ພ​ຣະ​ອົງ, ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ທ່ານ​ຜູ້​ຊົງ​ຣິດ​ອຳ​ນາດ​ຊຶ່ງ​ເປັນ​ຜູ້​ທີ່​ເຂັ້ມ​ແຂງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ ແລະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ. \v 21 ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ຄື​ພວກ​ທ່ານ​ຜູ້​ເປັນ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ​ທີ່​ເຮັດ​ຕາມ​ໃຈ​ຂອງ​ພ​ຣະ​ອົງ, ສິ່ງ​ທີ່​ພ​ຣະ​ອົງ​ຊົງ​ສ້າງ​ເອີຍ. \v 22 ຈົ່ງ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ໃນ​ທຸກ​ສະ​ຖານ​ທີ່​ທີ່​ພ​ຣະ​ອົງ​ຄອບ​ຄອງ​ຢູ່. ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ. \s5 \c 104 \cl ບົດທີ 104 \p \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ, ພ​ຣະ​ອົງ​ໄດ້​ຊົງ​ສວມຄວາມສະ​ງ່າ​ງາມ​ ແລະ​ຄວາມ​ຍິ່ງ​ໃຫຍ່. \v 2 ພ​ຣະ​ອົງ​ຊົງ​ຫຸ້ມ​ຫໍ່ພ​ຣະ​ອົງ​ເອງ​ດ້ວຍ​ແສງ​ສະ​ຫວ່າງ​ຣັສມີ ພ​ຣະ​ອົງ​ຊົງ​ກາງ​ຟ້າ​ສະ​ຫວັນ​ອອກ​ດັ່ງ​ຜ້າ​ເຕັນ. \v 3 ພ​ຣະ​ອົງ​ຊົງ​ວາງ​​ຄານ​ທີ່​ຂອງ​ພ​ຣະ​ອົງ​ໄວ້​ເທິງ​ເມກ;​ ພ​ຣະ​ອົງ​ຊົງ​ໃຫ້​ເມກ​ທັງ​ຫລາຍ​ເປັນ​ມ້າ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ດຳ​ເນີນ​ໄປ​ເທິງ​ປີກ​ຂອງ​ລົມ. \s5 \v 4 ​ພ​ຣະ​ອົງ​ຊົງ​ໃຊ້ລົມ​ໃຫ້ເປັນ​ທູດ​ສື່​ສານ​ຂອງ​ພຣະ​ອ​ົງ ຊົງ​ໃຫ້ເ​ເສງຟ້າແມບເຫລື້ອມ​​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. \v 5 ພ​ຣະ​ອົງ​ໄດ້​ຊົງ​ຕັ້ງແລະວາງ​​ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ ແລະ​ມັນ​ຈະ​ບໍ່​ສັ່ນ​ຄອ​ນ​ເລີຍ. \s5 \v 6 ​ພ​ຣະ​ອົງ​ໄດ້​ຊົງ​ຫຸ້ມຫໍ່​ແຜ່ນ​ດິນ​ໂລກ​ດ້ວຍ​ນ້ຳເຫມືອນ​ດັ່ງ​ເຄື່ອງ​ນຸ່ງ​ຫົ່ມ; ນ້ຳ​ກໍ​ໄດ້ປົກ​ຄຸມ​ພູ​ເຂົາ​ທັງ​ຫລາຍ. \v 7 ການ​ນາບ​ຂູ່​ຂອງ​ພ​ຣະ​ອົງ​ເຮັດ​ໃຫ້​ນ້ຳ​ນັ້ນຫລົບຖອຍ​ໄປ; ​ໂດຍ​ສຽງຮ້ອງ​ສັ່ງ​ດັ່ງ​ຟ້າ​ຮ້ອງ​ຂອງພ​ຣະ​ອົງ ເມື່ອ​ພ​ຣະ​ອົງ​ຊົງ​ສັ່ງ​​ນ້ຳ​ນັ້ນ​ກໍ​ຫນີ​ໄປ. \s5 \v 8 ​ບັ​ນ​ດາ​ພູ​ເຂົາ​ຈຶ່ງ​ໄດ້​ຜຸດ​ຂຶ້ນ, ແລະ​​ຮ່ອມ​ພູ​ທັງຫລາຍກໍ​ໄດ້​ຂະ​ຍາຍ​ອອກ​ເຂົ້າ​ສູ່​ທີ່​ ທີ່​ພ​ຣະ​ອົງ​ໄດ້​ຊົງ​ກຳ​ນົດໄວ້​ສຳ​ລັບ​ພວກ​ມັນ. \v 9 ພ​ຣະ​ອົງ​ໄດ້​ຊົງ​ວາງ​ຂອບ​ເຂດ​ໄວ້​ໃຫ້​ພວກ​ມັນ​ທີ່​ພວກ​ມັນ​ຈະ​ຂ້ວາມ​ໄປ​ບໍ່​ໄດ້; ພວກ​ມັນ​ຈະ​ບໍ່​ໄດ້​ປົກ​ຄຸມ​ແຜ່ນ​ດິນ​ອີກ. \s5 \v 10 ​ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ນ້ຳ​ພຸ​ຕ່າງໆ; ໄຫລ​ລົງ​ໄປ​ສູ່​ຮ່ອມ​ພູ​ທັງ​ຫລາຍ ລຳ​ນ້ຳ​ເຫລົ່າ​ນັ້ນ​ກໍ​ໄຫລ​ໄປ​ລະ​ຫວ່າງເນີນ​ພູ​​ດ້ວຍ. \v 11 ລຳ​ນ້ຳ​ເຫລົ່າ​ນັ້ນ​ໄດ້​ສົ່ງ​ນ້ຳ​ໃຫ້​ແກ່ບັນດາ​​ສັດປ່າ​ທັງ​ຫມົດ​ແຫ່ງ​ທ້ອງ​ທົ່ງ; ໃຫ້​ພວກ​ລໍ​ປ່າ​ໄດ້​ບັນເທົາ​ຄວາມ​ກະ​ຫາຍນ້ຳ​ຂອງ​ພວກ​ມັນ. \v 12 ທີ່​ແຄມ​ຝັ່ງ​ແມ່​ນ້ຳ​ນັ້ນ ຝູງ​ນົກ​ໃນ​ອາ​ກາດ​ຈຶ່ງ​ໄດ້​ສ້າງ​ຮັງ​ຂອງ​ພວກ​ມັນ; ພວກ​ນົກ​ຕ່າງ​ກໍ​ຮ້ອງ​ເພງ​ໃນ​ທ່າມ​ກາງ​ກິ່ງ​ໄມ້​ເຫລົ່າ​ນັ້ນ. \s5 \v 13 ​ພ​ຣະ​ອົງ​ຊົງ​ຫົດ​ພູ​ເຂົາ​ດ້ວຍ​ນ້ຳ​ຈາກ​ບັນ​ດາ​ຄັງ​ນ້ຳ​ຂອງ​ພ​ຣະ​ອົງ​ໃນ​ທ້ອງ​ຟ້າ. ແຜ່ນ​ດິນ​ໂລກ​ກໍ​ໄດ້​ອີ່ມ​ດ້ວຍ​ຜົນ​ແຫ່ງ​ການ​ກະ​ທຳ​ຂອງ​ພ​ຣະ​ອົງ. \v 14 ພ​ຣະ​ອົງ​ຊົງ​ໃຫ້​ຫຍ້າ​ງອກ​ຂຶ້ນ​ມາ​ເພື່ອ​ສັດ​ລ້ຽງ ແລະ​ຊົງ​ໃຫ້​ຜັກ​ທັງ​ຫລາຍ​ເພື່ອ​ມະ​ນຸດ​ໄດ້​ເພາະ​ປູກ ເພື່ອ​ມະ​ນຸດ​ຈະ​ເຮັດ​ໃຫ້​ເກີດ​ອາ​ຫານ​ຈາກ​ແຜ່ນ​ດິນ​ໂລກ. \v 15 ພ​ຣະ​ອົງ​ຊົງ​ເຮັດ​ເຫລົ້າ​ອະ​ງຸ່ນ​ເພື່ອ​ເຮັດ​ໃຫ້​ມະ​ນຸດ​ມີ​ຄວາມ​ສຸກ, ຊົງ​ປຣະ​ທານ​ນ້ຳມັນ​ເພື່ອ​ເຮັດ​ໃຫ້​ຫນ້າ​ຂອງ​ເຂົ​າ​ສົດ​ໃສ, ແລະ​ຊົງ​ປຣະ​ທານ​ອາ​ຫານ​ເພື່ອໃຫ້ພວກ​​ເຂົາມີເຫື່ອແຮງຂຶ້ນໃຫມ່. \s5 \v 16 ສ່ວນ​ຕົ້ນ​ໄມ້​ຂອງ​ພ​ຣະ​ຢາ​ເວ ໄດ້​ຮັບ​ຝົນ​ຢ່າງ​ຫລວງ​ຫລາຍ; ຄື​ຕົ້ນ​ແປກ​ແຫ່ງ​ເລ​ບາ​ນອນ​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ປູກ​ໄວ້. \v 17 ເທິງຕົ້ນໄມ້ນັ້ນຝູງນົກ​ໄດ້​ສ້າງ​ຮັງ​ຂອງ​ພວກ​ມັນ​ຢູ່​ໃນ​ນັ້ນ. ນົກ​ຍາງ​ມີ​ຕົ້ນ​ສົນ​ສາມ​ໃບ​ເປັນ​ບ້ານ​ຂອງ​ມັນ. \v 18 ແບ້ປ່າກໍອາສັຍ​ຢູ່​ເທິງ​ພູ​ເຂົາ​ສູງ​ທັງ​ຫລາຍ; ບັນ​ດາ​ທີ່​ສູງ​ຂອງ​ຫນ້າຜາ​ເປັນ​ທີ່​ລີ້​ພັຍ​ຂອງ​ໂຕ​ກະ​ຕ່າຍ. \s5 \v 19 ​ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ດວງ​ເດືອນໃຫ້​ກຳ​ນົດ​ຣະ​ດູ​ການ​ທັງ​ຫລາຍ; ດວງ​ຕາເວັນ​ໃຫ້​ຮູ້​ຈັກ​ເວ​ລາ​ຂອງ​ມັນ. \v 20 ພ​ຣະ​ອົງ​ຊົງ​ສ້າງ​ຄວາມ​ມືດ​ຂອງ​ກາງ​ຄືນ​ໃຫ້​ເປັນ​ເວ​ລາ​ທີ່​ບັນ​ດາ​ສັດ​ປ່າ​ທັງ​ຫມົດ​ຂອງ​ປ່າ​ຈະ​ໄດ້​ອອກ​ມາ. \s5 \v 21 ​​ສິງ​ໂຕ​ຫນຸ່ມ​ແຜດສຽງຮ້ອງເວລາອອກ​ຫາ​ເຫຍື່ອ​ຂອງ​ມັນ​ແລະ​ຊອກ​ຫາ​ອາ​ຫານ​ຂອງ​ມັນ​ພ​ຣະ​ເຈົ້າຈັດໄວ້ໃຫ້. \v 22 ເມື່ອຕາ​ເວັນຂຶ້ນ, ພວກ​ມັນ​ກໍ​ພັກ​ຜ່ອນ​ແລະ​ນອນ​ຫລັບ​ໃນ​ຖ້ຳ​ທັງ​ຫລາຍ​ຂອງ​ພວກ​ມັນ. \s5 \v 23 ໃນ​ຂະ​ນະ​ດຽວ​ກັນ, ມະ​ນຸດ​ທັງ​ຫລາຍ​ກໍ​ອອກ​ໄປ​ເຮັດ​ວຽກ​ງານ​ຂອງ​ພວກ​ເຂົາ​ແລະ​ອອກ​ແຮງ​ໄປ​ຈົນ​ເຖິງ​ເວ​ລາ​ແລງ. \v 24 ຂ້າ​ແດ​່​ພ​ຣະ​ຢາ​ເວ, ​ພ​ຣະ​ອົງ​ໄດ້ສ້າງ​ຫລາຍສິ່ງ​ຫລາຍແນວ! ​ພຣະອົງໄດ້ສ້າງສັບພະທຸກສິ່ງ ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ທຸກ​ສິ່ງ​ເຫລົ່າ​ນັ້ນ​ດ້ວຍ​ພຣະປັນ​ຍາ; ແຜ່ນ​ດິນ​ໂລກ​ເຕັມ​ລົ້ນ​ໄປ​ດ້ວຍ​ສິ່ງທີ່​​ພ​ຣະ​ອົງໄດ້ສ້າງ. \s5 \v 25 ​ທະ​ເລ​ຢູ່​ຂ້າງ​ນັ້ນ, ທັງ​ເລິກ​ແລະ​ກວ້າງ, ຄັບ​ຄັ່ງ​ໄປ​ດ້ວຍ​ສິ່ງ​ທີ່​ມີ​ຊີ​ວິດ​ຈົນນັບ​ບໍ່​ຖ້ວນ, ທັງ​ສັດນ້ອຍ​ແລະ​ໃຫຍ່. \v 26 ເຮືອ​ກໍ​ແລ່ນ​ໄປ​ມາທີ່​ນັ້ນ, ແລະ​ເງືອກ​ກໍ​ຢູ່​ທີ່​ນັ້ນ, ຊຶ່ງ​ພ​ຣ​ະ​ອົງ​ໄດ້​ຊົງ​ສ້າງ​ໄວ້​ໃຫ້ລອຍ​ຫລິ້ນ​ໃນ​ທະ​ເລ. \s5 \v 27 ສິ່ງ​ທັງ​ຫມົດ​ນີ້ຫລຽວ​ຫາ​ພ​ຣະ​ອົງ​ເພື່ອ​ໃຫ້​ພ​ຣະ​ອົງ​ຊົງ​ປຣະ​ທານ​ອາ​ຫານ​ແກ່​ພວກ​ມັນ​ຕາມ​ເວ​ລາ. \v 28 ເມື່ອ​ພ​ຣະ​ອົງ​ຊົງ​ປຣະ​ທານ​ໃຫ້​ແກ່​ພວກ​ມັນ​ພວກ ພວກ​ມັນ​ກໍ​ມາ​ຮວມ​ກັນ, ເມື່ອ​ພ​ຣະ​ອົງ​ຊົງ​ກາງ​ມື​ອອກ; ພວກ​ມັນ​ກໍ​ໄດ້​ອີ່ມທ້ອງ. \s5 \v 29 ​ເມື່ອ​ພ​ຣະ​ອົງ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ, ພວກ​ມັນ​ກໍ​ລຳ​ບາກ; ຖ້າ​ພ​ຣະ​ອົງ​ຊົງ​ເອົາ​ລົມ​ຫາຍ​ໃຈ​ພວກ​ມັນ​ໄປ, ພວກ​ມັນ​ກໍ​ຕາຍ​ແລະ​ກັບ​ເປັນ​ຝຸ່ນ​ດິນ. \v 30 ເມື່ອ​ພ​ຣະ​ອົງ​ຊົງ​ສົ່ງ​ພ​ຣະ​ວິນຍານຂອງ​ພ​ຣະ​ອົງ​ອອກ​ໄປ​, ພວກ​ມັນ​ກໍ​ຖືກ​ສ້າງ​ຂຶ້ນ, ແລະ​ພ​ຣະ​ອົງ​ກໍ​ຊົງ​ປ່ຽນ​ໂສມຫນ້າ​ຂອງ​ແຜ່ນດິນໂລກຄືນ​ໃຫມ່. \s5 \v 31 ​ຂໍ​ໃຫ້ສະຫງ່າຣາສີຂອງ​ພ​ຣະ​ຢາ​ເວ​ດຳ​ຣົງ​ຢູ່​ເປັນ​ນິດ; ຂໍ​ໃຫ້ພ​ຣະ​ຢາ​ເວ​ຊົງ​ປິ​ຕິ​ຍິນ​ດີ​ໃນ​ການ​ຊົງ​ສ້າງ​ຂອງ​ພ​ຣະ​ອົງ. \v 32 ພ​ຣະ​ອົງ​ແນມ​​ລົງ​ມາ​ຍັງ​ແຜ່ນ​ດິນ​ໂລກ, ແລະ​ມັນ​ກໍ​ສັ່ນ​ສະເ​ທືອນ; ພ​ຣະ​ອົງ​ຊົງ​ແຕະ​ຕ້ອງ​ພູ​ເຂົາ ແລະ​ພວກ​ມັນ​ກໍ​ມີ​ຄວັນ​ໄຟຟົ້ງຂຶ້ນ​ມາໂລດ. \s5 \v 33 ​ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ຖວາຍ​ແດ່​ພ​ຣະ​ຢາ​ເວ​ດ້ວຍ​ສິ້ນ​ສຸດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ຖວາຍ​ແດ່​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ຕາບ​ເທົ່າ​ທີ່​ຂ້າ​ນ້ອຍ​ຍັງ​ມີ​ຊີ​ວິດ​ຢູ່. \v 34 ຂໍ​ໃຫ້​ບົດເພງ​​ນັ້ນຈົ່ງ​ເປັນ​ທີ່​ພໍ​ໃຈ​ພ​ຣະ​ອົງ; ຂ້າ​ນ້ອຍ​ຊົມຊື່ນຍິນ​ດີ​ໃນ​ພ​ຣະ​ຢາ​ເວ. \s5 \v 35 ​ຂໍ​ໃຫ້​ບັນ​ດາ​ຄົນ​ບາບ​ສູນ​ສິ້ນ​ໄປ​ຈາກ​ແຜ່ນ​ດິນ​ໂລກ, ແລະ​ຂໍ​ຢ່າ​ໃຫ້​ມີ​ຄົນ​ຊົ່ວ​ອີກ​ເລີຍ. ຂ້າ​ນ້ອຍ​ຂໍ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ​. ດ້ວຍ​ສິ້ນ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ ຈົງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. \s5 \c 105 \cl ​ບົດ​ທີ 105 \p \v 1 ຈົ່ງ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ, ຈົ່ງ​ປະກາດ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ; ຈົ່ງ​ໃຫ້​ສິ່ງທີ່ພຣະອົງໄດ້ກະ​ທຳ​​ໄດ້​ເປັນ​ທີ່ຮູ້​ຈັກ​ໃນ​ທ່າມ​ກາງ​ຊົນ​ຊາດ​ທັງ​ຫລາຍ. \v 2 ຈົ່ງ​ຮ້ອງ​ເພງ​ຖວາຍ​ແດ່​ພ​ຣະ​ອົງ; ຈົ່ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ຖວາຍ​ແດ່​ພ​ຣະ​ອົງ ຈົ່ງ​ເລົ່າ​ເຖິງ​ກາ​ນ​ກະ​ທຳ​ອັນ​ອັ​ສະ​ຈັນ​ທັງ​ຫມົດ​ຂອງ​ພ​ຣະ​ອົງ. \v 3 ຈົ່ງອວດ​ພ​ຣະ​ນາມຊື່​ບໍ​ຣິສຸດ​ຂອງ​ພ​ຣະ​ອົງ; ໃຫ້​ໃຈ​ຂອງ​ທຸກຄົນທີ່ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ​ຊື່ນ​ບານ. \s5 \v 4 ​ຈົ່ງ​ສະ​ແຫວງ​ຫາ​ພ​ຣະ​ຢາ​ເວ; ​ແລະ​ກຳ​ລັງ​ຂອງ​ພ​ຣະ​ອົງ. ຈົ່ງ​ສະ​ແຫວງ​ຫ​າ​ພຣະພັກຂອງ​ພ​ຣະ​ອົງ​ຢູ່​ສະ​ເຫມີ. \v 5 ຈົ່ງ​ຣະ​ນຶກ​ເຖິງ​ບັນ​ດາ​ສິ່ງ​ທີ່ຫນ້າ​ຢ້ານ​ກົວ​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້, ບັນ​ດາ​ການ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​, ແລະ​ບັນ​ດາ​ຄຳ​ພິ​ພາກ​ສາ​ຈາກພຣະໂ​ອດ​ຂອງພ​ຣະ​ອົງ, \v 6 ທ່ານ​ຜູ້​ເປັນ​ເຊື້ອ​ສາຍ​ທັງ​ຫລາຍ​ຂອງ​ອັບ​ຣາ​ຮາມ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ເອີຍ, ທ່ານ​ຜູ້​ເປັນ​ປະ​ຊາ​ກອນ​ຂອງ​ຢາ​ໂຄບ, ບັນ​ດາ​ຜູ້​ທີ່​ພ​ຣະ​ອົງ​ຊົງ​ເລືອກໄວ້. \s5 \v 7 ​ພ​ຣະ​ອົງ​ຄື​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຮົາ ຄືຂໍ້​ຄຳ​​ສັ່ງ​ຂອງ​ພ​ຣະ​ອົງໃຊ້ກັນ​ຢູ່​ທົ່ວ​ທັງ​ແຜ່ນ​ດິນ​ໂລກ. \v 8 ພ​ຣະ​ອົງ​ຊົງ​ຣະ​ນຶກ​ເຖິງພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຢູ່​ເປັນ​ນິດ, ຄື​​ເປັນພຣະ​ສັນຍາ​ທີ່​ພ​ຣະ​ອົງ​ຊົງ​ມີໄວ້​ຫລາຍຊົ່ວພັນເ​ຊັ່ນຄົນ. \s5 \v 9 ​ພ​ຣະ​ອົງ​ຊົງ​ຣະ​ນຶກ​ເຖິງ​ຄຳ​ສັນ​ຍາ​ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ ແລະ​ຄຳ​ສັນຍາ​ພ​ຣະ​ອົງ​ກັບ​ອີ​ຊາກ. \v 10 ນີ້​ຄື​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ຢືນ​ຢັນ​ກັບ​ຢາ​ໂຄບ ​ໃຫ້​ເປັນ​ກົດ​ບັນ​ຍັດ ແລະ​ກັບ​ອິ​ສະ​ຣາ​ເອນ​ໃຫ້​ເປັນ​ຄຳ​ສັນ​ຍາ​ນິ​ຣັນ. \v 11 ພ​ຣະ​ອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ແຜ່ນ​ດິນ​ກາ​ນາ​ອານ​ແກ່​ເຈົ້າ​ໃຫ້​ເປັນ​ສ່ວນ​ແບ່ງ​ແຫ່ງ​ມໍ​ຣະ​ດົກ​ຂອງ​ເຈົ້າ​ທັງ​ຫລາຍ." \s5 \v 12 ພ​ຣະ​ອົງ​ໄດ້​ກ່າວ​ເລື່ອງ​ນີ້​ເມື່ອ​ພວກ​ເຂົາ​ຍັງ​ມີ​ພຽງ​ຈຳ​ນວນ​ນ້ອຍ, ພຽງ​ເລັກ​ນ້ອຍ, ແລະ​ຍັງ​ເປັນ​ພວກ​ຄົນ​ແປກ​ຫນ້າ​ໃນ​ແຜ່ນ​ດິນ​ນັ້ນ. \v 13 ພວກ​ເຂົາ​ໄດ້​ທ່ອງ​ທ່ຽວ​ຈາກ​ຊົນ​ຊາດ​ຫນຶ່ງ​ໄປ​ຍັງ​ອີກ​ຊົນ​ຊາດ​ຫນຶ່ງ ແລະ​ຈາກ​​ອາ​ນາ​ຈັກ​ຫນຶ່ງ​ໄປ​ຍັງ​ອີກ​​ອາ​ນາ​ຈັກ​ຫນຶ່ງ. \s5 \v 14 ​ພ​ຣະ​ອົງ​ບໍ່​ຊົງ​ຍອມ​ໃຫ້​ຜູ້​ໃດ​ບີບ​ບັງ​ຄັບ​ພວກ​ເຂົາ; ພ​ຣະ​ອົງ​ຊົງ​ເຕືອນ​ກະ​ສັດ​ທັງ​ຫລາຍ​ເພື່ອ​ເຫັນ​ແກ່​ພວກ​ເຂົາ. \v 15 ພ​ຣະ​ອົງ​ໄດ້​ກ່າວ​ວ່າ,“ຢ່າ​ແຕະ​ຕ້ອງ​ບັນ​ດາ​ຜູ້​ທີ່​ເຮົາ​ເຈີມ​ໄວ້, ແລະ​ຢ່າ​ເຮັດ​ອັນ​ຕະ​ຣາຍ​ບັນ​ດາ​ຜູ້​ເຜີຍ​ຂໍ້​ຄຳ​ສັ່ງ​ຂອງ​ເຮົ​າ.” \s5 \v 16 ພ​ຣ​ະ​ອົງ​ໄດ້​ສົ່ງການ​ອຶດຢາກອາ​ຫານໃຫ້​ເກີດ​ຂຶ້ນ​ເທິງ​ແຜ່ນ​ດິນ​ ພ​ຣະ​ອົງ​ຊົງ​ທຳ​ລາຍ​ແຫລ່ງສະ​ບຽງ​ອາ​ຫານ​ທັງ​ຫມົດ. \v 17 ພ​ຣະ​ອົງ​ໄດ້​ຊົງ​ໃຊ້​ຊາຍ​ຄົ​ນ​ຫນຶ່ງ​ໄປ​ຂ້າງ​ຫນ້າ​ພວກ​ເຂົາ ໂຢ​ເຊບ​ໄດ້​ຖືກ​ຂາຍ​ໄປ​ເປັນ​ທາດ​ຮັບ​ໃຊ້. \s5 \v 18 ​ຕີນ​ທັງ​ຄູ່​ຂອງ​ເຂົາ​ຖືກ​ມັດ​ດ້ວຍ​ໂສ້; ຄໍ​ຂອງ​ເຂົາ​ຖືກ​ໃສ່​ປອກ​ເຫລັກ, \v 19 ຈົນ​ກວ່​າ​ຈະ​ເຖິງ​ເວ​ລາ,​ສິ່ງທີ່ເພິ່ນໄດ້ທຳນວາຍ​ໄດ້​ກາຍ​ເປັນ​ຈິງ, ແລະຖ້ອຍຄຳຂອງ​ພ​ຣະ​ຢາ​ເວ​ໄດ້​ຊົງ​ພິ​ສູດ​ເຂົາວ່າຖືກຕ້ອງ. \s5 \v 20 ​ກະສັດ​ກໍ​ຊົງ​ໃຫ້​ບັນ​ດາ​ຜູ້​ຮັບ​ໃຊ້​ໄປ​ປ່ອຍ​ໂຕ​ເຂົາ; ຜູ້​ປົກ​ຄອງ​ຂອງ​ປະ​ຊາ​ຊົນ​ກໍ​ປ່ອຍ​ເຂົາ​ເປັນ​ອິສຣະ. \v 21 ເພິ່ນໄດ້​ຊົງ​ຖືກແຕ່ງຕັ້ງ​​ໃຫ້​ດູ​ແລ​ພ​ະ​ຣາ​ຊະວັງ​ຂອງ​ພ​ະ​ອົງ​ໃນ​ຖາ​ນະ​ຜູ້​ປົກ​ຄອງ ​ດູ​ແລ​ບັນ​ດາ​ຊັບ​ສິນ​ຂອງ​ພ​ະ​ອົງ​ທັງ​ຫມົດ. \v 22 ໃຫ້​ສັ່ງ​ສອນ​ບັນ​ດາ​ເຈົ້າ​ນາຍ​ຂອງ​ພ​ະ​ອົງ​ຕາມ​ທີ່​ກະ​ສັດ​ຊົງ​ປະ​ສົງ ແລະ​ສອນ​ປັນ​ຍາ​ໃຫ້​ແກ່​ບັນ​ດາ​ຜູ້​ອາ​ວຸ​ໂສ​ຂອງ​ພ​ະ​ອົງ. \v 23 ແລ້ວ​ອິ​ສະ​ຣາ​ເອນ​ໄດ້​ເຂົ້າ​ມາ​ສູ່​ເອ​ຢິບ, ແລະ​ຢາ​ໂຄບ​ໄດ້​ອາ​ສັຍ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ຮາມ​ຊົ່ວ​ໄລ​ຍະ​ຫນຶ່ງ. \s5 \v 24 ​ພ​ຣະ​ຢາ​ເວ​ໄດ້​ຊົງ​ເຮັດ​ໃຫ້​ປະ​ຊາຊົນ​ຂອງ​ພ​ຣະ​ອົງ​, ມີ​ລູກ​ຫລາຍ ແລະ​ໄດ້​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ແຂງ​ແກ່ນກວ່າ​​ສັດ​ຕຣູ​ຂອງ​ພວກ​ເຂົາ. \v 25 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ສັດ​ຕຣູຂອງ​ພວກ​ເຂົາ​ກຽດ​ຊັງ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ, ເພື່ອ​ຂົ່ມ​ເຫັງ​ຜູ້​ຮັບ​ໃຊ້ຂອງພ​ຣະ​ອ​ົງ. \v 26 ພ​ຣະ​ອົງ​ໄດ້​ຊົງ​ໃຊ້​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ແລະ​ອາ​ໂຣນ​ຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ໄວ້. \v 27 ເຂົາ​ທັງ​ສອງ​ໄດ້​ສຳ​ແດງ​ບັນ​ດາ​ຫມາຍ​ສຳ​ຄັນ​ຂອງ​ພ​ຣະ​ອົງ​ທ່າມ​ກາງ​ຄົນ​ເອຢິບ, ສຳ​ແດງ​ການ​ອັ​ສະ​ຈັນ​ຂອງ​ພ​ຣະ​ອົງ​ໃນ​ແຜ່ນ​ດິນ​ຂອງ​ຮ​າມ. \s5 \v 28 ພ​ຣະ​ອົງ​ໄດ້​ຊົງ​ໃຊ້​ຄວາມ​ມືດ​ມາ​ແລະ​ໄດ້​ຊົງ​ເຮັດ​ໃຫ້​ແຜ່ນ​ດິນ​ມືດ, ແຕ່​ປະ​ຊາ​ຊົນ​ຂອງ​ແຜ່ນ​ດິນ​ນັ້ນ​ບໍ່​ໄດ້​ເຊື່ອ​ຟັງ​​ຂໍ້ຄຳສັ່ງ​ຂອງ​ພ​ຣະ​ອົງ. \v 29 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ນ້ຳ​ກາຍ​ເປັນ​ເລືອດ ແລະ​ໄດ້​ຊົງ​ຂ້າ​ປາ​ຂອງ​ພວກ​ເຂົ​າຕາຍຫມົດ. \v 30 ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ກົບ​ຫລວງ​ຫລາຍ​ແມ່ນ​ແຕ່​ໃນ​ຫ້ອງ​ຕ່າງໆ, ຂອງ​ບັນ​ດາ​ຜູ້​ປົກ​ຄອງ​ຂອງ​ພວກ​ເຂົາ. \s5 \v 31 ​ພ​ຣະ​ອົງ​ໄດ້ສັ່ງ, ໃຫ້ຝູງ​ເຫລືອກ​ກໍ​ມາ​ແລະ​ຝູງ​ຮີ້ນ​ໄດ້​ເຂົ້າ​ມາ​ເຕັມ​ໄປ​ທົ່ວ​ເຂດ​ແດນ​ຂອງ​ພວກ​ເຂົາ. \v 32 ພ​ຣະ​ອົງ​ໄດ້​ຊົງ​ປ່ຽ​ນ​ຝົນ​ໃຫ້​ກາຍ​ເປັນ​ລູກ​ເຫັບ​ແກ່​ພວກ​ເຂົາ, ດ້ວຍ​ແປວ​ໄຟ​ເທິງ​ແຜ່ນ​ດິນ​ຂອງ​ພວກ​ເຂົາ. \v 33 ພ​ຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ເຄື່ອ​ອະ​ງຸ່ນ​ແລະ​ຕົ້ນ​ເດື່ອ​ເທດ​ຂອງ​ພວກ​ເຂົາ; ພ​ຣະ​ອົງ​ໄດ້​ຊົງ​ຕັດ​ຕົ້ນ​ໄມ້​ທັງ​ຫລາຍ​ໃນ​ເຂດ​ແດນ​ຂ​ອງພວກ​ເຂົາ. \s5 \v 34 ​ພ​ຣະ​ອົງ​ໄດ້​ກ່າວ, ແລະ​ຕັກ​ແຕນ​ທັງ​ຫລາຍ​ກໍ​ມາ, ມີ​ຕັກ​ແຕນ​ຫລວງ​ຫລາຍ. \v 35 ພວກ​ຕັກ​ແຕນ​ໄດ້​ມາ​ກິນ​ພືດ​ຜັກ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ຈົນ​ຫມົດ; ພວກ​ມັນ​ໄດ້​ກິນ​ພືດ​ຜົນແຫ່ງພື້ນ​ດິນ​ຂອງ​ພວກ​ເຂົ​າ​ຈົນ​ຫມົດ. \v 36 ພ​ຣະ​ອົງ​ໄດ້​​ຂ້າ​​ລູກ​ຊາຍກົກທັງຫລາຍໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ຄື​ບັນ​ດາ​ຜົນ​​ແຮກ​ແຫ່ງ​ກຳ​ລັງ​ທັງ​ຫມົດ​ຂອງ​ພວກ​ເຂົາ. \s5 \v 37 ​ແລ້ວ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ຄົນ​ອິ​ສະ​ຣາ​ເອນ​ອອກ​ໄປ​ພ້ອມ​ກັບ​ເງິນ​ແລະ​ທອງ​ຄຳ; ບໍ່​ມີ​ຈັກ​ຄົນ​ຫນຶ່ງ​ໃນ​ເຜົ່າ​ຂອງ​ພ​ຣະ​ອົງ​ສະ​ດຸດ​ຕາມ​ທາງ. \v 38 ເອ​ຢິບ​ໄດ້​ຍິນ​ດີ​ເມື່ອ​ເຂົາ​ທັງ​ຫລາຍ​ຈາກ​ໄປ, ເພາະ​ຄົ​ນ​ເອຢິບ​ຕ່າງ​ຢ້ານ​ກົວ​ພວກ​ເຂົາ. \v 39 ພ​ຣ​ະ​ອົງ​ໄດ້​​ກາງ​ເມກ​ເປັນ​ເຄື່ອງ​ກຳ​ບັງ ປະຊາຊົນຂອງພຣະອົງ ແລະ​ໄດ້​ຊົງ​ໃຫ້​ໄຟ​ສ່ອງ​ສະ​ຫວ່າງ​ເວ​ລາ​ກາງ​ຄືນ. \s5 \v 40 ​ເມື່ອ​ບັນ​ດາ​ຄົນ​ອິ​ສະ​ຣາ​ເອນ​ໄດ້​ຮ້ອງ​ຂໍ​ອາ​ຫານ ແລະ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ນົກ​ຂຸ້ມ​ມາ​ແລະ​ໄດ້​ໃຫ້​ພວກ​ເຂົາ​ອີ່ມ​ດ້ວຍ​ອາ​ຫານ​ຈາກ​ຟ້າ. \v 41 ພ​ຣະ​ອົງ​ຊົງ​ແຍກ​ຫີນ, ແລະ​ນ້ຳ​ທັງ​ຫລາຍ​ກໍ​ໄດ້​ໄຫລ​ອອກ​ມາ​ຈາກ​ຫີນ; ນ້ຳນັ້ນ​ໄດ້​ໄຫລ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ດັ່ງ​ແມ່​ນ້ຳ. \v 42 ເພາະ​ພ​ຣະ​ອົງ​ໄດ​້​ຊົງ​ຣະ​ນຶກ​ເຖິງ​ພຣະ​ສັນ​ຍາ​ອັນສັກ​ສິດ​ຂອງ​ພ​ຣະ​ອົງ​ທີ່​ໄດ້​ຊົງ​ກະ​ທຳ​ໄວ້​ກັບ​ອັບ​ຣາ​ຮາມ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. \s5 \v 43 ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ອອກ​ມາ​ດ້ວຍ​ຄວາມ​ຊື່ນ​ບານ, ໄດ້​ນຳ​ຜູ້​ທີ່​ຊົງ​ເລືອກ​ໄວ້​ດ້ວຍ​ສຽງ​ໂຫ່​ຮ້ອງ​ແຫ່ງ​ຊັຍ​ຊະ​ນະ. \v 44 ພ​ຣະ​ອົງ​ໄດ້​​ປຣະ​ທານ​ແຜ່ນ​ດິນ​ທັງ​ຫລາຍ​ຂອງ​​ປະ​ຊາ​ຊົນຊາດອື່ນໃຫ້​ແກ່​ພວກ​ເຂົາ ພວກ​ເຂົ​າ​ໄດ້​ຖື​ກຳ​ມະ​ສິດ​ແຫ່ງ​ຄວາມ​ຮັ່ງ​ມີ​ຂອງ​ຊົນ​ຊ​າດ​ທັງ​ຫລາຍ \v 45 ເພື່ອ​ພວກ​ເຂົາ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ ແລະ​ເຊື່ອ​ຟັງ​ເຮັ​ດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ ຈົ່ງ​ສັນ​ຣະ​ເສີນ​ພ​ຣະຢາ​ເວ​ເຖີດ. \s5 \c 106 \cl ບົດທີ 106 \p \v 1 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ຈົ່ງ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ, ​ເພາະ​ພ​ຣະ​ອົງ​ຊົງ​ປະ​ເສີດ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳຣົງ​ເປັນ​ນິດ. \v 2 ຜູ້​ໃດ​ສາ​ມາດ​ພັນລະ​ນາ​ເຖິງ​ການ​ກະ​ທຳ​ອັນ​ຊົງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ຢາ​ເວ ຫລື​ປະ​ກາດ​ເຖິງ​ການ​ກະ​ທຳ​ທີ່​ສົມ​ຄວນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ​ໄດ້​ຄົບ​ຖ້ວນ?. \s5 \v 3 ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່ຖືກ​ຕ້ອງ, ແລະ​ການ​ກະ​ທຳ​ຂອງ​ເຂົາ​ທ່ຽງ​ທັມ​ຢູ່​ສະ​ເຫມີ​ກໍ​ເປັນ​ສຸກ. \v 4 ຂ້​າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​ນຶກ​ເຖິງ​ຂ້າ​ນ້ອຍ​, ເມື່ອ​ ພ​ຣະ​ອົງ​ຊົງ​ສຳ​ແດງ​ຄວາມ​ເມດ​ຕາ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ເມື່ອ​ພຣະ​ອົງ​ຊົງ​ຊ່ວຍ​ພວກ​ເຂົາ​ໃຫ້​ພົ້ນ. \v 5 ແລ້ວ​ຂ້າ​ນ້ອຍ​ຈະ​ເຫັນ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮື່ອງ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ຊົງ​ເລືອກ​ຂອງ​ພ​ຣະ​ອົງ, ແລະ​ຈະ​ຊື່ນ​ບານ​ໃນ​ຄວາມ​ຍິນ​ດີ​ແຫ່ງ​ຊົນ​ຊາດ​ຂອງ​ພ​ຣະ​ອົງ, ແລະ​ມີ​ກຽຕ​ຮ່ວມ​ກັບ​ມໍ​ຣະ​ດົກ​ຂອງ​ພ​ຣະ​ອົງ. \s5 \v 6 ​ພວກຂ້າ​ນ້ອຍ​​ໄດ້​ເຮັດ​ບາບ​ຄື​ຢ່າງ​ພວກ​ບັນ​ພະ​ບຸຣຸດຂອງພວກ​ຂ້າ​ນ້ອຍ​ ແລະໄດ້​ກະທຳຜິດ; ແລະ​ໄດ້​ປະພຶດຢ່າງຊົ່ວຮ້າຍ. \v 7 ​ບັນ​ພະ​ບຸ​ຣຸ​ດ​ຂອງ​ພວກຂ້າ​ນ້ອຍ​ບໍ່​ໄດ້​ຊື່ນ​ຊົມໃນພຣະຣາຊກິດອັນຍິ່ງໃຫຍ່​ຂອງ​ພ​ຣະ​ອົງ​ໃນ​ອີ​ຢິບ; ພວກ​ເຂົາ​ບໍ່​ໄດ້​ສົນ​ໃຈ​ຕໍ່​ການ​ກະ​ທຳ​ຫລວງ​ຫລາຍ​ແຫ່ງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ; ພວກ​ເຂົາ​ໄດ້​ກະ​ບົດ​ທີ່​ທະ​ເລ, ທີ່​ທະ​ເລ​ແດງ. \s5 \v 8 ​ເຖິງ​ປານນັ້ນ​ກໍ​ຕາມ, ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ພວກ​ເຂົາ​ໃຫ້​ພົ້ນເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ ເພື່ອ​ພ​ຣະ​ອົງ​ຈະ​ໄດ້​ສຳ​ແດງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ. \v 9 ພ​ຣະ​ອົງ​ໄດ້​ຊົງ​ນາບ​ຂູ່ທະ​ເລ​ແດງ, ແລະ​ມັນ​ກໍ​ແຫ້ງ​ໄປ ແລ້ວ ​ພ​ຣະ​ອົງ​ໄດ້​ນຳ​ພວກ​ເຂົາ​ຂ້ວາມ​ຜ່ານ​ທີ່​ເລິກ, ເຫມືອນ​ຢ່າງ​ກັບຍ່າງ​ຂ້ວາມ​ຖິ່ນ​ທຸ​ຣະ​ກັນ​ດານ. \s5 \v 10 ​ພ​ຣະ​ອົງ​ໄດ້​​ຊ່ວຍ​ພວກ​ເຂົາ​ຈາກ​ມື​ຂອງ​​ຄົນ​ທີ່​ກຽດ​ຊັງ​ພວກ​ເຂົາ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ພວກ​ເຂົາ​ຈາກ​ມື​ຂອງ​ສັດ​ຕຣູ. \v 11 ແລະ​ນ້ຳ​ໄດ້​ຖ້ວມ​ພວກ​ສັດ​ຕຣູ​ຂອງ​ພວກ​ເຂົ​າ ບໍ່​ມີ​ພວກ​ຄົນ​ເຫລົ່າ​ນັ້ນ​ຈັກ​ຄົ​ນ​ດຽວ​ໄດ້​ລອດ​ຊີ​ວິ​ດ​ເລີຍ. \v 12 ແລ້ວ​ພວກ​ເຂົາ​ກໍໄດ້​ເຊື່ອ​ຖ້ອຍ​ຄຳ​​ຂອງ​ພ​ຣະ​ອົງ, ແລະ​ພວກ​ເຂົາ​ໄດ້​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ອົງ. \s5 \v 13 ແຕ່​ພວກ​ເຂົາ​ໄດ້​ລືມ​ສິ່ງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້​ຢ່າງ​ໄວ; ພວກ​ເຂົາ​ບໍ່​ໄດ້​ລໍ​ຖ້າ​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ. \v 14 ພວກ​ເຂົາ​ໄດ້​ເກີດ​ຄວາມ​ຢາກ​ຢ່າງ​ຮຸ່ນ​ແຮງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ​ພວກ​ເຂົາ​ໄດ້​ທ້າ​ທາຍ​ພ​ຣະ​ເຈົ້າ​ໃນ​ທີ່​ແຫ້​ງ​ແລ້ງ. \v 15 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ໃຫ້​ແກ່​ພວກ​ເຂົາ​ຕາມ​ຄຳ​ຂໍ​ຂອງ​ພວກ​ເຂົາ, ແຕ່​ໄດ້​ຊົງ​ສົ່ງ​ໂຣກ​ພັຍ​ທີ່​ກັດ​ກິນ​ຮ່າງ​ກາຍ​​ຂອງ​ພວກ​ເຂົາ. \s5 \v 16 ພວກ​ເຂົາ​ກໍ​ໄດ້​ອິດ​ສາ​ໂມ​ເຊ​ແລະ​ອາ​ໂຣນ, ຜູ້​ເປັນ​ປະ​ໂລ​ຫິດ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ຢາ​ເວ. \v 17 ແລະ​ໄດ້​ຖົມ​​ອາ​ບີ​ຣາມກັບຄອບຄົວຂອງພວກເຂົາດ້ວຍ. \v 18 ໄຟ​ໄດ້​ລຸກ​ໄຫມ້​ທ່າມ​ກາງ​ພວກ​ເຂົາ; ໄຟ​ໄດ້​ເຜົາຜານ​ຄົນ​ຊົ່ວເສຍ. \s5 \v 19 ພວກ​ເຂົາ​ໄດ້​ສ້າງ​ຮູບ​​ງົວ​ທີ່ໂຮເຣັບ ​ແລະ​ໄດ້​ນະ​ມັ​ສະ​ການ​ຮູບ​ໂລ​ຫະ​ທີ່​ໄດ້​ຫລໍ່​ຂຶ້ນ. \v 20 ພວກ​ເຂົາ​ໄດ້​ເອົາ​ພ​ຣະ​ສິ​ຣິ​ຂອງ​ພ​ຣະ​ເຈົ້າ ​ໄປ​ແລກ​ກັບ​ຮູບ​ປັ້ນ​ຂອງ​ງົວ​ທີ່​ກິນ​ຫຍ້າ. \v 21 ພວກ​ເຂົາ​ໄດ້​ລືມ​ພ​ຣະ​ເຈົ້​າ​, ຜູ້​ຊົງ​ຊ່ວຍ​ພວກ​ເຂົາ​ໃຫ້ພົ້ນ ຜູ້​ໄດ້​ຊົງ​ເຮັດ​ການ​ກະ​ທຳ​ໃຫຍ່​ຍິ່ງ​ໃນເ​ອ​ຢິບ. \s5 \v 22 ພຣະອົງໄດ້ທຳການອັສະຈັນຕ່າງໆ ໃນ​ແຜ່ນ​ດິນ​ຂອງ​ຮາມ ແລະກິຈະການ​ອັນ​​ຊົງ​ຣິດ​ທາ​ນຸ​ພາບ​ທີ່​ທະ​ເລ​ແດງ. \v 23 ພ​ຣະ​ອົງ​ໄດ້​​ບັນ​ຊາ​ຄວາມ​ພິ​ນາດ​ຂອງ​ພວກ​ເຂົ​າ, ຖ້າ​ບໍ່​ແມ່ນ​ເພາະ​ໂມ​ເຊ ຜູ້​ໄດ້​ຮັບ​ການ​ເລືອກ​ຂອງ​ພ​ຣະ​ອົງ ໄດ້​ມາ​ຢືນ​ແທກ​ລະ​ຫວ່າງ​ພ​ຣະ​ອົງ​ກັບ​ຄວາມ​ຜິດ​ນັ້ນ​ເພື່ອ​ຫັນ​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ອົງ​ໄປເສຍຈາກ​ການ​ທຳ​ລາຍ​ພວກ​ເຂົາ. \s5 \v 24 ​ຕໍ່​ມາ​ພວກ​ເຂົາ​ໄດ້​ຖືກ​ແຜ່ນ​ດິນ​ທີ່​ເຕັມ​ໄປ​ດ້ວຍ​ພືດຜົນ; ພວກ​ເຂົ​າ​ບໍ່​ໄດ້​ເຊື່ອ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ. \v 25 ແຕ່​ໄດ້​ຈົ່ມວ່າຢູ່​ໃນ​ເຕັນ​​ຂອງ​ພວກ​ເຂົາ, ແລະ​ບໍ່ຍອມ​​ເຊື່ອ​ຟັງ​ສຽງ​ຂອງ​ພ​ຣະ​ຢາ​ເວ. \s5 \v 26 ເພາະ​ສະ​ນັ້ນ ພ​ຣະ​ອົງ​ໄດ້​ຊົງ​ຍົກ​ມື​ຂອງ​ພ​ຣະ​ອົງ​ຂຶ້ນ​ແລະ​ໄດ້​ຊົງ​ເຕືອນ​ພວກ​ເຂົາ​ວ່າ ພ​ຣະ​ອົງ​ຈະ​ປ່ອຍ​ໃຫ້​ພວກ​ເຂົ​າ​ຕາຍ​ໃນ​ຖິ່ນ​ແຫ້ງ​ແລ້ງກັນດານນັ້ນ, \v 27 ໃຫ້​ເຊື້ອ​ສາຍ​ຂອງ​ພວກ​ເຂົາ​ກະ​ແຈກ​ກະ​ຈາຍ​ໄປ​ທ່າມ​ກາງ​​ປະ​ຊາ​ຊາດ, ແລະ​ໃຫ້​ພວກ​ເຂົາ​ກະ​ແຈກ​ກະ​ຈາຍ​ໄປ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ຕ່າງ​ດ້າວ. \s5 \v 28 ​ພວກ​ເຂົາ​ໄດ້​ນະ​ມັ​ການ​ພະ​ບາ​ອານ​ແຫ່ງ​ເມືອງ​ເປ​ອໍ ແລະ​ໄດ້​ເຄື່ອງ​ຖວາຍ​ບູ​ຊາ​ທີ່​ໄດ້​ຖວາຍ​ໃຫ້​ແກ່​ຄົນ​ຕາຍ. \v 29 ພວກ​ເຂົາ​ໄດ້​ເຮັດໃຫ້ພ​ຣະ​ອົງ​ໂກດ​ຮ້າຍ​ດ້ວຍ​ການ​ກະ​ທຳ​ຂອງ​ພ​ວກ​ເຂົາ ແລະ​ໂຣກ​ຣະ​ບາດ​ກໍ​ໄດ້​ເກີດ​ຂຶ້ນ​ທ່າມ​ກາງ​ພວກ​ເຂົ​າ. \s5 \v 30 ​ແລ້ວ​ຟີ​ເນ​ຫັດ​ໄດ້​ຢືນ​ຂຶ້ນ​ຂວາງ, ແລະ​ໂຣກ​ຣະ​ບາດ​ນັ້ນ​ກໍ​ຢຸດ. \v 31 ຊຶ່ງ​ໄດ້​ຖື​ວ່າ​ເປັນ​ການ​ກະ​ທຳ​ຊອບ​ທັມຂອ​ງ​ເຂົ​າ​ຕໍ່​ທຸກ​ຊົ່ວເຊື້ອ​ຊາດ​ເປັນ​ນິດ. \s5 \v 32 ​ພວກ​ເຂົາ​ໄດ້​ເຮັດ​ໃຫ້​ພ​ຣະ​ຢາ​ເວ​, ໂກດຮ້າຍ​ທີ່​ບໍ່ນ້ຳ​​ແຫ່ງ​ເມ​ຣິ​ບາ​ດ້ວຍ, ​ແລະ​ໂມ​ເຊ​ໄດ້​ທົນ​ທຸກ​ທໍ​ຣະ​ມານ​ເພາະ​ພວກ​ເຂົາ. \v 33 ພວກ​ເຂົ​າ​ໄດ້​ເຮັ​ດ​ໃຫ້​ໂມ​ເຊ​ຂົມ​ຂື່ນ, ແລະ​ໂມ​ເຊ​ຈຶ່ງ​ໄດ້​ເວົ້າ​ຖ້ອຍ​ຄຳ​ບໍ່​ທັນ​ຄິດສາກ່ອນ. \v 34 ພວກ​ເຂົາ​ບໍ່​ໄດ້​ທຳ​ລາຍ​ຊົນ​ຊາດ​ທັງ​ຫລາຍ​ຕາມ​ທີ່​ພ​ຣະ​ຢາ​ເວ ​ໄດ້​ຊົງ​ສັ່ງ​ພວກ​ເຂົາ​ໄວ້, \v 35 ແຕ່​ພວກ​ເຂົາ​ໄດ້​ໂອ້​ລົມ​ກັບ​ຊົນ​ຊາດ​ຕ່າງໆ ແລະ​ໄດ້​ຮຽນ​ຮູ້​ວິ​ທີ​ທາງ​ຂອງ​ຄົນ​ເຫລົ່າ​ນັ້ນ \v 36 ແລະ​ໄດ້​ນະ​ມັ​ສະ​ການ​ບັນ​ດາ​ຮູບ​ເຄົາ​ຣົບ​ຂອງ​ພວກ​ຄົນ​ເຫລົ່າ​ນັ້ນ, ຊຶ່ງ​ໄດ້​ກາຍ​ເປັນ​ບ້ວງ​ແຮ້ວ​ສຳ​ຫ​ລັບ​ພວກ​ເຂົາ. \s5 \v 37 ​ພວກ​ເຂົາ​ໄດ້​ເອົາ​​ລູກ​ຊາຍ​ແລະລູກ​ສາວ​ຂອງ​ພວກ​ເຂົາ​ໄປ​ຖວາຍ​ບູ​ຊາ​​ໃຫ້​ແກ່​ຮູບປັ້ນ. \v 38 ພວ​ກ​ເຂົາ​ໄດ້​ຫລັ່ງ​ເລືອດ​ຂອງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ, ຄື​ເລືອດ​ຂອງ​​ລູກ​ຊາຍ​ແລະ​ລູກ​ສາວ​ຂອງ​ພວກ​ເຂົາ, ຜູ້​ຊຶ່ງ​ພວກ​ເຂົາ​ໄດ້​ຖວາຍ​ບູ​ຊາ​​ໃຫ້​ແກ່​​ຮູບ​ເຄົາ​ຣົບ​ແຫ່ງ​ກາ​ນາ​ອານ​ເຮັດ​ໃຫ້​ແຜ່ນ​ດິນ​ເປັນ​ມົນ​ທິນ​ໄປ​ດ້ວຍ​ເລືອດ. \v 39 ພວກ​ເຂົາ​ໄດ້​ເປັນ​ມົນ​ທິນ​ໂດຍ​ການ​ກະ​ທຳ​​ຂອງ​ພວກ​ເຂົາ ໃນ​ການ​ກະ​ທຳ​​ຂອງ​ພວກ​ເຂົາ; ພວກ​ເຂົາ​ເປັນ​ຄື​ພວກ​ຍິງ​ໂສ​ເພ​ນີ. \s5 \v 40 ດັ່ງ​ນັ້ນ​ພ​ຣະ​ຢາ​ເວ ​ໄດ້​ໂກດ​ຮ້າຍ​ປະ​ຊາ​ຊົນ​ຂອ​ງ​ພ​ຣະ​ອົງ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ກຽດຊັງປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ເອງ. \v 41 ພ​ຣະ​ອົງ​ໄດ້​​ມອບ​ພວກ​ເຂົາ​ໄວ້​ໃນ​ມື​ບັນ​ດາ​ປະ​ຊ​າ​ຊາດ, ແລະ​​ຜູ້​ທີ່​ກຽດ​ຊັງ​ພວກ​ເຂົາ​ໄດ້​ປົກ​ຄອງ​ເຫນືອ​ພວກ​ເຂົາ. \s5 \v 42 ​ພວກ​ສັດ​ຕຣູ​ຂອງ​ພວກ​ເຂົາ​ໄດ້​ບີບ​ບັງ​ຄັບ​ພວກ​ເຂົາ, ແລ​ະ​ພວກ​ເຂົາ​ໄດ້​ຕົກ​ຢູ່​ພ​າຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຜູ້​ທີ່​ມີ​ອຳ​ນາດ​ເຫນືອ​ພວກ​ເຂົາ. \v 43 ພ​ຣະ​ອົງ​ໄດ້​ມາ​ຊ່ວຍ​ພວກ​ເຂົາ​ຫລາຍ​ຄັ້ງ, ແຕ່​ພວກ​ເຂົາ​ຍັງ​ຄົງ​ກະ​ບົດ​ແລະ​ໄດ້​ຖືກ​ນຳ​ໃຫ້​ຕົກ​ຕ່ຳ​ໂດຍ​ຄວາມ​ບາບ​ຂອງ​ພວກ​ເຂົ​າ​ເອງ. \s5 \v 44 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພ​ຣະ​ອົງ​ໄດ້​ຊົງ​ສົນ​ໃຈ​ຕໍ່​ຄວາມ​ທຸກ​ໃຈ​ຂອງ​ພວກ​ເຂົາ ​ເມື່ອ​ພ​ຣະ​ອົງ​ຟັງສຽງ​ຮ້ອງ​ທູນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພວກ​ເຂົາ.​ \v 45 ພ​ຣະ​ອົງ​ໄດ້​ຊົງ​ຣະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ ​ທີ່​ມີ​ກັບ​ພວກ​ເຂົາ ແລະ​ໄດ້​​ເມດ​ຕາ​ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ. \v 46 ພ​ຣະ​ອົງ​ໄດ້ເຮັດ​ໃຫ້​​ຜູ້​ທີ່​ມີ​ຊັຍ​ຊະ​ນະ​ເຫນືອ​ພວກ​ເຂົາ​ໄດ້​ເມດ​ຕາ​ພວກ​ເຂົາ. \s5 \v 47 ​ຂ້າ​ແຕ່​ພ​ຣະ​ຢາ​ເວ, ພ​ຣະ​ເຈົ້າ, ​ຂອງພວກ​ຂ້າ​ນ້ອຍ​ ຂໍ​ຊົງ​ຊ່ວຍພວກ​ຂ້າ​ນ້ອຍ​​ໃຫ້​ພົ້ນ ແລະ​ຂໍ​ຊົງ​ຮວບ​ຮວມພວກ​ຂ້າ​ນ້ອຍ​​ຈາກ​ທ່າມ​ກາງ​ປະ​ຊາ​ຊົນ​ຕ່າງໆ ເພື່ອ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ໄດ້​ຖວາຍ​ຂອບພ​ຣະ​ຄຸນ​ແດ່​ພ​ຣະ​ນາມຊື່​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ ແລະ​ຖວາຍ​ພ​ຣະ​ສິ​ຣິ​ໃນ​ບັນ​ດາ​ຄຳ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ. \v 48 ​ຂໍ​ໃຫ້​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ, ​ຂອ​ງ​ອິ​ສະ​ຣາ​ເອນ, ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຈາກ​ນິ​ຣັນ​ການ​ຈົນ​ເຖິງ​ນິ​ຣັນ​ການ. ຂໍ​ໃຫ້​ປະ​ຊາ​ຊົນທັງ​ຫມົດ​ກ່າວ​ວ່າ “ອາ​ແມນ” ຈົ່​ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ, ເຫລັ້ມທີຫ້າ. \s5 \c 107 \cl ​ບົດ​ທີ 107 \p \v 1 ຈົ່ງ​ຖວາຍ​ຂອບພ​ຣະ​ຄຸນ​ແດ່​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ຊົງ​ປະ​ເສີດ, ແລະ​ຄວາມ​ຊື່​ສັ​ດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \v 2 ໃຫ​້​ຜ​ູ້​ທີ່​ໄດ້​ຮັບ​ການ​ໄຖ່​ຂອງ​ພ​ຣະ​ຢາ​ເວ, ​ກ່າວ​ອອກ​ມາ ຄື​ຜູ້​ທີ່​ໄດ້​ຮັບ​ການ​ຊ່ວຍ​ກູ້​ຈາກ​ມື​ຂອງ​ສັດ​ຕຣູ. \v 3 ພ​ຣະ​ອົງ​ໄດ້​ຊົງ​ຮວບ​ຮວມ​ພວ​ກ​ເຂົາ​ອອກ​ມາ​ຈາກ​​ແຜ່ນ​ດິນ​ຂອງ​ຄົນ​ຕ່າງ​ດ້າວ, ຈາກທິດ​ຕາ​​ເວັນ​ອອກ​ແລະ​ຈາກທິດ​ຕາ​ເວັນ​ຕົກ, ຈາກ​ທິດເຫນືອ​ແລະ​ຈາກທິດ​ໃຕ້. \s5 \v 4 ພວກ​ເຂົາ​ໄດ້​ເລາະໄ​ປ​ໃນຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເທິງ​ຫົນ​ທາງ​ໃນ​ທີ່ປ່ຽວ ​ແລະ​ຫາ​ບໍ່​ພົບ​ທາງທີ່ຈະເຂົ້າໄປໃນເມືອງ​ນັ້ນໄດ້. \v 5 ​ພວກ​ເຂົາ​ໄດ້ພາກັນ​ຫິວເຂົ້າ​ແລະ​ກະ​ຫາຍນ້ຳ, ​ພວກ​ເຂົາ​ໄດ້​ຫມົດ​ແຮງ​ຈາກ​ຄວາມ​ອ່ອນ​ລ້າ. \v 6 ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາ​ພ​ຣະ​ຢາ​ເວ, ​ທ່າມ​ກາງ​ຄວາມ​ທຸກ​ຍາກ​ຂອງ​ພວກ​ເຂົາ ແລ​ະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ໃຈ​ຂອງ​ພວ​ກ​ເຂົາ. \v 7 ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ໄປ​ໃນ​ທາງ​ຊື່​ເພື່ອ​ພວກ​ເຂົ​າ​ຈະ​ໄດ້​ໄປ​ເຖິງ​ເມືອງ​ທີ່​ຈະ​ເຂົ້າ​ອາ​ສັຍ​ໄດ້. \s5 \v 8 ​ໂອ ປະ​ຊານ​ເຫລົ່າ​ນັ້ນ​ຄວນ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ແລະ​ເພາະ​ສິ່ງ​ອັ​ສະ​ຈັນ​ຕ່າງໆ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້​ເພື່ອ​ມະ​ນຸດ​ທັງ​ຫລາຍ. \v 9 ເພາະ​ພ​ຣະ​ອົງ​ໃຫ້​ຄວາມ​ປຣາຖນາ​ຂອງ​ຜູ້​ທີ່​ຫີວນ້ຳ​ໄດ້​ອີ່​ມພໍໃຈ ແລະ​ຄວາມ​ປຣາ​ຖນາ​ຂອງ​ຜູ້​ທີ່​ຫິວເຂົ້າ ພ​ຣະ​ອົງ​ໄດ້​ຊົງ​ເຕີມ​ໃຫ້​ເຕັມ​ດ້ວຍ​ສິ່ງ​ດີ. \v 10 ບາງ​ຄົນ​ກໍ​ໄດ້​ນັ່ງ​ຢູ່​ໃນ​ຄວາມ​ມືດ​ແລະ​ເສົ້າ​ໂສກ ຄື​ພວກ​ນັກ​ໂທດ​ທີ່​ຢູ່​ໃນ​ຄວາມ​ທຸກ​ຍາກ​ແລະ​ຖືກ​ລ່າມ​ໂສ້. \s5 \v 11 ​ນີ້​ເປັນ​ເພາະ​ພວກ​ເຂົາ​ໄດ້​ກະ​ບົດ​ຕໍ່ຄຳ​ສັ່ງ​ຂອງ​ພ​ຣະ​ເຈົ້າ​, ແລະ​ປະ​ຕິ​ເສດຖ້ອຍ​ຄຳ​​ຂອງ​ພຣະອົງ​ຜູ້​ສູງ​ສຸດ. \v 12 ພ​ຣະ​ອົງ​ໄດ້ເຮັ​ດ​ໃຫ້​ໃຈ​ຂອງ​ເຂົາ​ທັງ​ຫລາຍ​ຖ່ອມ​ລົງ​ດ້ວຍ​ຄວາມ​ທຸກ​ຍາກ​ລຳ​ບາກ ພວກ​ເຂົາ​ໄດ້​ສະ​ດຸດ​ແລະ​ບໍ່​ມີ​ໃຜ​ຊ່ວຍ​ໃຫ້​ພວກ​ເຂົາ​ລຸກ​ຂຶ້ນ \v 13 ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາພ​ຣະ​ຢາ​ເວ​, ໃນ​ຍາມ​ຍາກ​ລຳ​ບາກ ແລະ​ພ​ຣະ​ອົງ​ໄດ້​ຊົງ​ພ​າ​ພວກ​ເຂົ​າ​ອອກ​ຈາກ​ຄວາ​ມ​ທຸກ​ໂສກ​ຂອງ​ພວກ​ເຂົ​າ. \s5 \v 14 ພ​ຣະ​ອົງ​ໄດ້​ຊົງ​ນຳພວກ​ເຂົາ​ອອກ​ມາ​ຈາກ​ຄວາມ​ມືດ​ແລະ​ຄວາ​ມເສົ້າ​ໂສກ​ແລະ​ໄດ້​ຊົງ​ຫັກ​ໂສ້​ທີ່​ລ່າມ​ພວກ​ເຂົາ​ໃຫ​້​ຂ​າດ. \v 15 ໂອ ປະ​ຊາ​ຊົນ​ເຫລົ່າ​ນັ້ນ​ຄວນ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ​ຄວາມ​ຊື່​ສັດ​ແຫ່​ງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ​ເພາະ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ທີ່​ພ​ຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້​ເພື່ອ​ມະ​ນຸດ​ທັງ​ຫລາຍ! \v 16 ເພາະ​ພ​ຣະ​ອົງ​ໄດ້​ມ້າງ​ປະ​ຕູເຮັດດ້ວຍ​ທອງ​ສຳ​ຣິດ​ແລະ​ໄດ້​​ຕັດ​ທ່ອນ​ເຫລັກ​ໃຫ້ຫມຸ່ນໄປ. \s5 \v 17 ​ພວກ​ເຂົາ​ໄດ້​ເປັນ​ຄົນ​ໂງ່​ໃນທາງ​ແຫ່ງ​ການ​ກະ​ບົດ​ຂອງ​ພວກ​ເຂົາ ​ແລະ​ໄດ້​ທຸກ​ຍາກ​ເພາະ​ຄວາມ​ຊົ່ວ​ຂອງ​ພວກ​ເຂົາ. \v 18 ພວກ​ເຂົາ​ໄດ້​ສູນ​ເສຍ​ຄວາມ​ປຣາຖນາ​ທີ່​ຈະ​ກິນອາ​ຫານ​ໃດໆ, ແລະ​ພວກ​ເຂົາ​ໄດ້​ເຂົ້າ​ມາ​ໃກ້ປະ​ຕູ​ແຫ່ງ​ຄວາມ​ຕາຍ. \v 19 ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາ​ພ​ຣະ​ຢາ​ເວ​, ໃນ​ຄວາມ​ຍາກ​ລຳ​ບາກ​ຂອງ​ພວກ​ເຂົ​າ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ພາ​ພວກ​ເຂົາ​ໃຫ້​ພົ້ນ​ ຈາກ​ຄວາມ​ທຸກ​ໂສກ​ຂອງ​ພວກ​ເຂົາ. \s5 \v 20 ພ​​ຣະ​ອົງ​ໄດ້​ຊົງ​ໃຊ້ຖ້ອຍ​ຄຳ​ຂອງ​ພ​ຣະ​ອົງ​ໄປ, ​ແລະ​ໄດ້​ຮັກ​ສາ​ພວກ​ເຂົາ​ທັງ​ຫລາຍ ແລະ​ພ​ຣະ​ອົງ​ໄດ້​​ຊ່ວຍພວກ​​ເຂົາ​ໃຫ້ພົ້ນຈາກ​ຂຸມຝັງສົບ​ຂອງ​ພວກ​ເຂົາ. \v 21 ໂອ ປະ​ຊາ​ຊົນ​ເຫລົ່າ​ນັ້ນ​ຄວນ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ແລະ​ເພາະ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ທີ່​ພ​ຣະ​ອົງ​ໄດ້​ກະ​ທຳ​ໄວ້​ ເພື່ອ​ມະ​ນຸດ​ທັງ​ຫລາຍ! \v 22 ໃຫ້​ພວກ​ເຂົາ​ຖວາຍ​ເຄື່ອງ​ບູ​ຊາ​ແຫ່ງ​ການ​ຂອບ​ພ​ຣະ​ຄຸນ​ແລະ​ປະ​ກາດ​​ພ​ຣະ​ຣາ​ຊະ​ກິດ​ຂອງ​ພ​ຣະ​ອົງ​ດ້ວຍ​ການ​ຮ້ອງ​ເພງ. \s5 \v 23 ​ບາງ​ຄົນ​ກໍ​ລົງ​ເຮືອ​ກຳ​ປັ່ນ​ເດີນ​ທາງ​ໄປ​ມາໃນ​ທະ​ເລ​ແລະ​ເຮັດ​ອາ​ຊີບ​ລ້ຽງຊີວິດໃນ​ທະ​ເລກ້ວາງ. \v 24 ຄົນ​ເຫລົ່າ​ນີ້​ໄດ້​ເຫັນ​ພ​ຣະ​ຣາຊະ​ກິດ​ຂອງ​ພ​ຣະ​ຢາ​ເວ,​ແລະ​ການ​ອັ​ສະ​ຈັນ​ທີ່​ພ​ຣະ​ອົງ​ຊົງເຮັດໃນ​ຄື້ນທະ​ເລ. \s5 \v 25 ​ເພາະ​ພ​ຣະ​ອົງ​ໄດ້​ຊົງສັ່ງແລະ​ໄດ້​ໃຫ້​ເກີດ​ລົມ​ພາ​ຍຸ​ຊຶ່ງ​ເຮັດ​ໃຫ້ຄື້ນ​ທະ​ເລ​ພັດ​ມາ. \v 26 ທະ​ເລ​ນັ້ນ​ໄດ້​ຖືກ​ຊັດ​ຂຶ້ນ​ໄປ​ສູ່​ທ້ອງ​ຟ້າ; ແລະ​ພວ​ກ​ມັນ​ໄດ້​ລົງ​ໄປ​ສູ່​ທີ່​ເລິກ​. ຊີ​ວິດ​ຂອງ​ພວກ​ເຂົາ​ໄດ້​ລະ​ລາຍໄປໃນຄວາມ​ທຸກ​ໂສກ. \v 27 ພວກ​ເຂົາ​ໄດ້​ສະ​ດຸດ​ລົ້ມ ແລະ​ໂຊ​ເຊ​ໄປ​ຢ່າງ​ພວກ​ຄົນ​ເມົາເຫລົ້າ ແລະ​ຫມົດ​ປັນ​ຍາ. \s5 \v 28 ​ແລ້ວ​ພວກ​ເຂົາ​ໄດ້​ຮ້ອງຫາ​ພ​ຣະ​ຢາ​ເວ​ທ່າມ​ກາງ​ຄວາມ​ທຸກ​ລຳ​ບາກ​ຂອງ​ພວ​ກ​ເຂົາ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ພາ​ພວກ​ເຂົາ​ອອກ​ຈາກ​ຄວາມ​ທຸກ​ໂສກຂອງ​ພວກ​ເຂົາ. \v 29 ພ​ຣະ​ອົງ​ໄດ້​​ເຮັດ​ໃຫ້​ພາ​ຍຸ​ສະຫ​ງົບ​ລົງ, ແລະ​ຄື້ນ​ທະ​ເລ​ກໍ​ໄດ້​ມິດ​ງຽບ. \v 30 ແລ້ວ​ພວກ​ເຂົາ​ກໍ​ໄດ້​ຍິນ​ດີ​ເພາະ​ທະ​ເລ​ໄດ້​ສະຫ​ງົບ​ລົງ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ນຳ​ພວກ​ເຂົາ​ມາ​ເຖິງ​ເມືອງ​ທ່າ​ເຮືອທີ່​ເຂົາ​ປຣາ​ຖນາ. \s5 \v 31 ໂອ ປະ​ຊາຊົນ​ເຫລົ່າ​ນັ້ນ​ຄວນ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ແລະ​ເພາະ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ທີ່​ພ​ຣະ​ອົງ​ໄດ​້​ຊົງກະ​ທຳ​ໄວ້​ເພື່ອ​ມະ​ນຸດ​ທັງ​ຫລາຍ! \v 32 ໃຫ້​ພວກ​ເຂົາ​ຍົກ​ຍ້ອງ​ພ​ຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ຊົນ​ ແລະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ກອງປະຊຸມຂອງ​ບັນ​ດາ​ຜູ້​ອາ​ວຸ​ໂສ. \s5 \v 33 ​ພ​ຣະ​ອົງ​ໄດ້​ປ່ຽນ​ແມ່​ນ້ຳ​ໃຫ້​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ນ້ຳ​ພຸເຮັດ​ໃຫ້​ເປັນ​ແຜ່ນ​ດິນ​ແຫ້ງ​ເປົ່າ, \v 34 ແລະ​ແຜ່ນ​ດິນ​ທີ່​ມີ​ຜົນ​ດົກ​ໃຫ້​ເປັນ​ທີ່​ຮ້າງ​ເປົ່າ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຊາວ​ແຜ່ນ​ດິນ​ນັ້ນ. \v 35 ພ​ຣະ​ອົງ​ປ່ຽນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃຫ້​ເປັນ​ສະ​ນ້ຳ ແລະ​ແຜ່ນ​ດິນ​ແຫ້ງ​ເປົ່າ​ໃຫ້​ເປັນ​ນ້ຳ​ພຸ​ທັງ​ຫລາຍ. \s5 \v 36 ແລະ​ພ​ຣະ​ອົງໃຫ້​ຄົນ​ຫິວ​ໂຫຍ​ອາ​ສັຍ​ທີ່​ນັ້ນ, ແລະ​ພວກ​ເຂົາ​ສ້າງ​ເມືອງ​ທີ່​ຈະ​ອາ​ສັຍ​ໄດ້. \v 37 ພວກ​ເຂົາ​ສ້າງ​ເມືອງ​ຫນຶ່ງ​ຂຶ້ນ​ມາ​ເພື່ອ​ຫວ່ານ​ນາ​ເພື່ອ​ປູກ​​ສວນ​ອະ​ງຸ່ນ, ແລະ​ເພື່ອ​ໃຫ້​ເກີດ​ການ​ເກັບ​ກ່ຽວ​ຢ່າງ​ອຸ​ດົມ​ສົມ​ບູນ. \v 38 ພ​ຣະ​ອົງ​ຊົງ​ອວຍ​ພອນ​ພວກ​ເຂົາ. ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຈຳ​ນວນ​ມະ​ຫາ​ສານ ພ​ຣະ​ອົງ​ບໍ່​ໄດ້​ໃຫ້​ຝູງ​ສັດ​ຂອງ​ພວກ​ເຂົາ​ລົດ​ຈຳ​ນວ​ນ​ລົງ​ເລີຍ. \s5 \v 39 ​ພວກ​ເຂົາ​ໄດ້​ຖືກ​ລົດ​ທອນ​ຈຳ​ນວນ​ແລະ​ຖື​ກ​ຢຽບ​ໃຫ້​ຕ່ຳ​ໂດຍ​ຄວາມ​ທຸກ​ໃຈ​ທີ່​ເຈັບ​ປວດ​ແລະ​ການ​ທົນ​ທຸກ. \v 40 ພ​ຣະ​ອົງ​​ເທ​ຄວາມ​​ຫມິ່ນປະ ຫມາດ​ລົງ​ເທິງ​ພວກ​ຜູ້​ນຳ ແລະ​ເຮັດ​ໃຫ້​ພວກ​ເຂົາ​ເລາະ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ທີ່​ຊຶ່ງ​ບໍ່​ມີ​ຫົນ​ທາງ. \s5 \v 41 ​ແຕ່​ພ​ຣະ​ອົງ​ຊົງ​ປົກ​ປ້ອງ​ຄົນ​ຂັດ​ສົນ​ຈາກ​ຄວາມ​ທຸກ​ຍາກ​ແລະ​ຊົງ​ດູ​ແລ​ບັນ​ດາ​ຄົວ​ເຮືອນ​ຂອງ​ເຂົາ​ຄື​ດູ​ແລ​ຝູງ​ແບ້ ​ແກະ. \v 42 ຄົນ​ຊອບ​ທັມ​ຈະ​ເຫັນ​ສິ່ງ​ນີ້​ແລະ​ຊື່ນ​ບານ, ແລະ​ຄວາມ​ຊົ່ວ​ທັງ​ຫມົດ​ກໍ​ປິດ​ປາກ​ຂອງ​ມັນ. \v 43 ຜູ້​ໃດ​ມີ​ປັນ​ຍາ​ກໍ​ຄວນ​ສັງ​ເກດ​ສິ່ງ​ເຫລົ່າ​ນີ້​ແລະ​ຕຶກ​ຕອງ​ເຖິງ​ກິ​ຈະ​ການ​ແຫ່ງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ. \s5 \c 108 \cl ບົດທີ 108 \p ບົດ​ເພງ, ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ​ຂ​້າ​ແດ່​ພ​ຣະ​ເຈົ້າ, ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ຫມັ້ນ​ຄົງ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ, ແມ່ນ​ແລ້ວ​ພ​ຣະ​ເຈົ້າ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ດ້ວຍ​ຈິດ​ໃຈ​ທີ່​ຍົກ​ຍ້ອງ​ຂອງ​ຂ້າ​ນ້ອຍ. \v 2 ພິນ​ໃຫຍ່​ແລະພິນເຂົາຄູ່ເອີຍ; ຈົ່ງຕື່ນເຖີດຂ້ານ້ອຍຈະປຸກຕາເວັນໃຫ້ລຸກຂຶ້ນ. \s5 \v 3 ຂ້າ​ແດ່​ພ​ຣະ​ຢ​າ​ເວ, ຂ້າ​ນ້ອຍ​ຖວາຍ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ​, ທ່າມ​ກາງ​ຊົນ​ຊາດທັງຫລາຍ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ​ທ່າມ​ກາງ​ຊົນທຸກ​ຊາດທຸກພາສາ. \v 4 ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໃຫຍ່​ຍິ່ງ​ເຫນືອ​ບັນ​ດາ​ຟ້​າສະ​ຫວັນ; ຄວາມ​ສັດ​ຈິງຂອງ​ພ​ຣະ​ອ​ົງ​ສູງ​ໄປ​ເຖິງ​ທ້ອງ​ຟ້າ. \s5 \v 5 ຂ້າ​ແດ່​ພ​ຣະ​ເຈ​ົ້າ, ຂໍ​ຊົງ​ໄດ້​ຮັບ​ການ​ຍົກ​ຍ້ອງ​ເຫນືອ​​ຟ້າ​ສ​ະ​ຫວັນ,​ ແລະສະຫງ່າຣາສີຂອງ​ພ​ຣະ​ອົງ​ໄດ້​ຮັບ​ການ​ຍົກ​ຍ້ອງ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ. \v 6 ເພື່​ອ​ໃຫ້​​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ, ຂໍ​ຊົງ​ຊ່ວຍ​ກູ້ພວກ​ຂ້າ​ນ້ອຍ​ດ້ວຍ​ມື​ຂວາ​ຂອງ​ພ​ຣະ​ອົງ, ແລະ​ຂໍ​ຊົງ​ຕອບຄຳອະທິຖານ​ຂ້າ​ນ້ອຍແດ່. \s5 \v 7 ​ພ​ຣະ​ເຈົ້າ​, ໄດ້​ກ່າວ​ດ້ວຍ​ຄວາມ​ບໍ​ຣິສຸດ​ຂອງ​ພ​ຣະ​ອົງ​ວ່າ; "ເຮົາ​ຈະ​ຍິນ​ດີ ເຮົາ​ຈະ​ແບ່ງ​ເມືອງ​ຊີ​ເຄມ; ແລະ​ແບ່ງ​ຮ່ອມ​ພູ​ເຂົ​າ​ເມືອງ​ຊຸກ​ໂກດ​ອອກ. \v 8 ກີ​ເລ​ອາດ​ເປັນ​ຂອງ​ເຮົາ, ແລະ​ມາ​ນາ​ເຊ​ເປັນ​ຂອງ​ເຮົາ; ເອ​ຟ​ຣາ​ອິມ​ກໍ​ເປັນ​ຫມວກ​ເຫລັກ​ຂອງ​ເຮົາ; ​ຢູ​ດາ​ເປັນ​ຕະ​ບອງ​ຄອງອຳນາດຂອງ​ເຮົາ. \s5 \v 9 ​ເຮົາຈະໃຊ້ໂມ​ອາບ​ເປັນ​ອ່າງ​ລ້າງ​ສ່ວຍຂອງ​ເຮົາ; ເຮົາ​ຈະ​ໂຍນ​ເກີບ​ຂອງ​ເຮົາ​ລົງ​ເທິງ​ເອ​ໂດມ; ເຮົາ​ຈະ​ໂຫ່​ຮ້ອງ​ດ້ວຍ​ຊັຍ​ຊະ​ນະ​ເພາະ​ຟີ​ລິ​ສະ​ຕິນ. \v 10 ຜູ້ໃດຈະພາຂ້ານ້ອຍເຂົ້າໄປໃນເມືອງທີ່ແຂງແກ່ນ? ຜູ້​ໃດ​ຈະ​ນຳ​ຂ້າ​ນ້ອຍ​ໄປ​ຍັງ​ເອ​ໂດມ? \s5 \v 11 ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ອົງ​ໄດ້​ຊົງ​ຖິ້ມ​ພວກຂ້າ​ນ້ອຍ​ແລ້ວ​ບໍ່? ພ​ຣະ​ອົງຈະ​ບໍ່​​ໄປ​ຮົບ​ກັບ​ກອງ​ທັບ​ຂອງ​ພວກຂ້າ​ນ້ອຍ​ບໍ? \v 12 ຂໍ​ຊົງ​ປຣະ​ທານ​ຄວາມ​ຊ່ວຍ​ເຫລືອ​ແກ່​ພວກຂ້າ​ນ້ອຍ​ໃນ​ການ​ຕໍ່​ຕ້ານ​ສັດ​ຕຣູ. \v 13 ເຮົາ​ຈະ​ມີ​ຊັຍ​ຊະ​ນະ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພ​ຣະ​ເຈົ້າ; ພ​ຣະ​ອົງ​ຈະ​ຊົງ​ຢຽບ​ພວກ​ສັດ​ຕຣູ​ຂອງ​ເຮົາ​ລົງ​. \s5 \c 109 \cl ບົດທີ 109 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ແດ່ພ​ຣະ​ເຈົ້າ, ​ຜູ້​ຊຶ່ງ​ຂ້າ​ນ້ອຍ​ສັນ​ຣະ​ເສີນ ຂໍ​ຢ່າ​ຊົງ​ມິ​ດງຽບ, \v 2 ເພາະ​ຄົນ​ຊົ່ວ​ແລະ​ຄົນ​ຫລອກ​ລວງ​ໂຈມ​ຕີ​ຂ້າ​ນ້ອຍ; ພວກ​ເຂົາ​ເວົ້າ​ຕົວະ​ໃສ່​ຂ້າ​ນ້ອຍ. \v 3 ພວກ​ເຂົາ​ອ້ອມ​ຂ້າ​ນ້ອຍ​ແລະ​ເວົ້າ​ສິ່ງ​ທີ່ຫ​ນ້າ​ກຽດ​ຊັງ, ແລະ​ພວກ​ເຂົາ​ໂຈມ​ຕີ​ຂ້າ​ນ້ອຍ​ໂດຍ​ບໍ່ມີ​ສາ​ເຫດ. \s5 \v 4 ​ພວກ​ເຂົາ​ຕອບ​ແທນ​ຄວາມ​ຮັກ​ຂອງ​ຂ້າ​ນ້ອຍ, ​ໂດຍ​ໃສ່​ຮ້າຍ​ຂ້າ​ນ້ອຍ​ແຕ່​ຂ້າ​ນ້ອຍ​ອະ​ທິ​ຖານ​ເພື່ອ​ພວກ​ເຂົາ. \v 5 ພວກ​ເຂົາ​ຕອບ​ແທນ​ຄວາມ​ດີ​ຂອງ​ຂ້າ​ນ້ອຍ ​ດ້ວຍ​ຄວາມ​ຊົ່ວ ແລະ​ພວກ​ເຂົາ​ກຽດ​ຊັງ​ຄວາມ​ຮັກ​ຂອງ​ຂ້າ​ນ້ອຍ. \s5 \v 6 ຂໍ​ຊົງ​ຕັ້ງ​ຄົນ​ຊົ່ວ​ໃຫ້​ຢູ່​ເຫນືອ​ສັດ​ຕູຣູເຊັ່ນ​ພວກ​ຄົນ​ເຫລົ່າ​ນີ້; ຂໍ​ຊົງ​ຕັ້ງ​ຜູ້​ກ່າວ​ໂທດ​ໃຫ້​ຢືນ​ທີ່​ຂວາ​ມື​ຂອງ​ເຂົາ. \v 7 ເມື່ອ​ເຂົາ​ຖືກ​ຕັດ​ສິນ​ຄວາມ ກໍ​ຂໍ​ໃຫ້​ພົບ​ວ່າ​ເຂົາ​ຜິດ, ຂໍ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ຖືກ​ຖື​ວ່າ​ເປັນ​ບາບ; ຂໍ​ໃຫ້​ວັນ​ເວ​ລາ​ເຂົາ​ເຫລືອ​ຫນ້ອຍ. \s5 \v 8 ຂໍ​ໃຫ້​ວັນ​ເວ​ລາ​ຂອງ​ລາວ​ມີ​ຫນ້ອຍ; ​ຂໍ​ໃຫ້​ອີກ​ຜູ້​ຫນຶ່ງ​ມາ​ຢືດ​ຕຳ​ແຫນ່ງ​ຂອງ​ເຂົາ. \v 9 ຂໍ​ໃຫ້​ລູກໆຂອງ​ເຂົາ​ກຳ​ພ້າພໍ່, ແລະ​ຂໍ​ໃຫ້​ເມຍ​ຂອງ​ເຂົາ​ເປັນຫ​ມ້າຍ. \v 10 ຂໍ​ໃຫ້​ລູກໆຂອງ​ເຂົາ​ເລາະ​ໄປ​ແລະ​ຂໍ​ທານ, ທ່ຽວ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເມື່ອ​ພວກ​ເຂົາ​ອອກ​ຈາກ​ບ້ານ​ ທີ່​ເພ​ພັງ​​ຂອງ​ພວກ​ເຂົາ. \s5 \v 11 ​ຂໍ​ໃຫ້​ເຈົ້າ​ຫນີ້​ມາ​ຢຶດ​ຂອງ​ທັງ​ຫມົດ​ທີ່​ເຂົາ​ມີ​ຢູ່; ຂໍ​ພວກ​ຄົນ​ຕ່າງ​ຖິ່ນ​ມາ​ປຸ້ນ​ສິ່​ງ​ທີ່​ເຂົາ​ຫ​າ​ມາ​ໄດ້. \v 12 ຂໍ​ຢ່າ​ໃຫ້​ຜ​ູ້​ໃດ​ຍື່ນ​ຄວາມ​ກະ​ຣຸ​ນາ​ໃດໆໃຫ້​ແກ່​ເຂົາ; ຂໍ​ຢ່າ​ໃຫ້​ຜູ້​ໃດ​ເມດ​ຕາ​ລູກໆ ທີ່​ກຳ​ພ້າ​ຂອງ​ເຂົາ. \v 13 ຂໍ​ໃຫ້​ລູກ​ຫລານ​ຂອງ​ເຂົາ​ຖ​ືກ​ທຳ​ລາຍ; ຂໍ​ໃຫ້​ຊື່​ຂອງ​ພວກ​ເຂົາ​ຖືກ​ລົບ​ອອກ​ຈາກ​ຄົນ​ໃນ​ຮຸ້ນຫລັງເຖີດ. \s5 \v 14 ​ຂໍ​ໃຫ້​ຄວາມ​ບາບ​ທັງ​ຫລາຍ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ຖືກ​ຂຸດ​ຄຸ້ຍ​ຂຶ້ນ​ຕໍ່​ພ​ຣະ​ຢາ​ເວ; ແລະ​ຂໍ​ຢ່າໃຫ້​ບາບ​ຂອງ​ແມ່​ຂອງ​ເຂົາ​ໄດ້ຮັບການອະພັຍ. \v 15 ຂໍ​ໃຫ​້​ຄວາມ​ຜິດ​ຂອງ​ພວກ​ເຂົາ​ຢູ່​ຕໍ່​ຫນ້າ​ພ​ຣະ​ຢາ​ເວ​ສະ​ເຫມີ; ຂໍ​ໃຫ້​ພ​ຣະ​ຢາ​ເວ​ທຳ​ລາຍ​ຄວາມ​ຈົດ​ຈຳ​ຂອງ​ພວກ​ເຂົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ. \v 16 ຂໍ​ໃຫ້​ພ​ຣະ​ຢາ​ເວ​ຊົງ​ກະ​ທຳ​ເຊັ່ນ​ນີ້, ​ເພາະ​ຊາຍ​ຄົນ​ນີ້​ບໍ່​ເຄີຍ​ສົນ​ໃຈ​ທີ່​ສະ​ແດງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ, ແຕ່​ກັບ​ຂົ່ມ​ຂູ່​ຜູ້​ທີ່​ຖືກ​ບີບ​ບັງ​ຄັບ, ຄົນ​ຂັດ​ສົນ ແລະ​ທໍ້​ໃຈ​ຈົນ​ຕາຍ. \s5 \v 17 ເຂົາໄດ້ຮັກທີ່ຈະສາບແຊ່ງ; ຂໍ​ໃຫ້​ຄຳ​​ປ່ອຍ​ດ່າ​ນັ້ນ​ກັ​ບ​ໄປ​ຕົກ​ເທິງ​ເຂົາ. ເຂົາ​ໄດ້​ກຽດ​ຊັງ​ຄຳ​ອວຍ​ພອນ; ຂໍ​ໃຫ້​ພອນ​ບໍ່​ມາເຖິງ​ເຂົາ. \v 18 ເຂົາ​ໄດ້​ສວມ​ການ​​ສາບ​ແຊ່ງຢ່າງ​ກັບ​ສວມ​ເສື້ອ​ຜ້າ, ແລະ​ຄຳ​ແຊ່ງ​ສາບ​ຂອງ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ຮ່າງ​ກາຍ​ຂອງ​ເຂົາ​ຄື​ຢ່າງ​ນ້ຳ, ເຂົ້າ​ໄປ​ໃນ​ກະ​ດູກ​ຂອງ​ເຂົາ​ຢ່າງ​ນ້ຳ​ມັນ. \s5 \v 19 ​ຂໍ​ໃຫ້​ຄຳ​ປ່ອຍ​ດ່າ​ຂອງ​ເຂົາ​ນັ້ນ​ເປັນ​ຄື​ເສື້ອ​ຜ້າ​ທີ່​ເຂົາ​ສວມ​ໃສ່​ເພື່ອ​ປົກ​ປິດ​ຕົວ​ເອງ, ຄື​ເຂັມ​ຂັດ​ທີ່​ເຂົາ​ຄາດ​ໄວ້​ສະ​ເຫມີ. \v 20 ຂໍ​ໃຫ້​ສິ່ງ​ນີ້​ເປັນ​ບຳ ​ເຫນັດ​ຈາກ​ພ​ຣະ​ຢາ​ເວ​ແກ່​​ຜູ້​ທີ່​ກ່າວ​ຫາ​ຕໍ່​ຂ້າ​ນ້ອຍ, ແກ່​ຜູ້​ທີ່​ກ່າວ​ສິ່ງ​ຊົ່ວ​ກ່ຽວ​ກັບ​ຂ້າ​ນ້ອຍ. \s5 \v 21 ​ຂ້າ​ແດ່​ພ​ຣະ​ຢາ​ເວ,​ ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ,​ຂອງ​ຂ້າ​ນ້ອຍຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ຄວາມເມດຕາ​ເພື່ອ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ປະ​ເສີດ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້ພົ້ນ. \v 22 ເພາະ​ຂ້າ​ນ້ອຍ​ຖືກ​ກົດ​ຂີ່​ແລະ​ຂັດ​ສົນ, ແລະ​ໃຈ​ຂ້າ​ນ້ອຍ​ກໍ​ບາດ​ເຈັບ​ຢູ່​ພາຍ​ໃນ​ຂ້າ​ນ້ອຍ. \v 23 ຂ້າ​ນ້ອຍກຳ​ລັງ​ຈາກ​ໄປ​ຢ່າງ​ເງົາ​ໃນ​ຕອນ​ຄ່ຳ ຂ້າ​ນ້ອຍ​ຖືກ​ພັດ​ອອກ​ໄປເຫມືອນແມງໄມ້. \s5 \v 24 ຫົວ​ເຂົ່າ​ຂອງ​ຂ້າ​ນ້ອຍ​ກໍ​ອ່ອນ​ແຮງ​ຈາກ​ການ​ອົດ​ອາ​ຫານ; ຂ້າ​ນ້ອຍ​ກຳ​ລັງ​ກາຍ​ເປັນ​ຄົນ​ທີ່​ມີ​ຫນັງ​ຫຸ້ມ​ກະ​ດູກ. \v 25 ເມື່ອຄົນເຫັນແລ້ວເຂ​ົາກໍເຍາະ​ເຍີ້ຍ​ຫົວຂວັນຂອງ​​ຂ້າ​ນ້ອຍ; ​ພວກ​ເຂົາ​ທັງ​ຫລາຍ​ເຫັນ​ຂ້າ​ນ້ອຍ ພວກ​ເຂົາ​ກໍ​ແກ່ງ​ຫົວ. \s5 \v 26 ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ, ​ຂ້າ​ແດ່​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ. \v 27 ຂໍ​ໃຫ້​ພວກ​ເຂົາ​ຮູ້​ວ່າ​ນີ້​ເປັນ​ສີ​ມື​ຂອງ​ພ​ຣະ​ອົງ, ນັ້ນ​ຄື​ພ​ຣະ​ອົງ, ພ​ຣະ​ຢາ​ເວ​, ໄດ້​ຊົງ​ເຮັດ​ການ​ນີ້. \s5 \v 28 ​ແມ່ນ​ວ່າ​ພວກ​ເຂົາ​ປ່ອຍ​ດ່າ​ຂ້າ​ນ້ອຍ, ຂໍ​ຊົງ​ໂຜດອວຍ​ພອນ​ຂ້າ​ນ້ອຍ ​ເມື່ອ​ພວກ​ເຂົາ​ໂຈມ​ຕີ; ກໍ​ຂໍ​ໃຫ້​ພວກ​ເຂົາ​ໄດ້​ອັບ​ອາຍ ແຕ່​ຂໍ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຍິນ​ດີ. \v 29 ຂໍ​ໃຫ້​ພວກ​ສັດ​ຕຣູຂອງ​ຂ້າ​ນ້ອຍ​; ໄດ້​ຫົ່ມ​ຄວາມ​ຂາຍ​ຫນ້າ​ຂໍ​ໃຫ້​ພວກ​ເຂົາ​ໄດ້​ສວມ​ຄວາມ​ອັ​ບ​ອາຍ​ຢ່າງ​ເສື້ອ​ຄຸມ. \s5 \v 30 ​ດ້ວຍ​ປາກ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ຖວາຍ​ຂອບ​ພ​ຣະ​ຄຸນ​ຢ່າງ​ຍິ່ງ​ແດ່​ພ​ຣະ​ຢ​າ​ເວ; ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ທ່າມ​ກາງ​ຝູງ​ຊົນ. \v 31 ເພາະ​ພ​ຣະ​ອົງ​ຊົງ​ຢືນ​ທີ່​ຂວາ​ມື​ຂອງ​ຄົນ​ຂັດ​ສົນ, ເພື່ອ​ຊ່ວຍ​ເຂົາ​ໃຫ້​ລອດ​ຈາກ​ບັນ​ດາ​ຜູ້​ທີ່​ພິ​ພາກ​ສາ​ເຂົາ. \s5 \c 110 \cl ບົດທີ 110 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ​ພ​ຣະ​ຢາ​ເວ​, ກ່າວ​ກັບ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ວ່າ, "ຈົ່ງ​ນັ່ງ​ທີ່​ຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ສັດ​ຕຣູ​ຂອງ​ເຈົ້າ​ເປັນ​ແທ່ນ​ຮອງ​ຕີນ​ຂອງ​ເຈົ້າ." \s5 \v 2 ພ​ຣະ​ຢາ​ເວ ​ຈະ​ຊົງ​ຍື່ນ​ກະ​ບອງ​ແຫ່ງ​ພ​ຣະ​ກຳ​ລັງ​ຂອງ​ທ່ານ​ຈາກ​ຊີ​ໂອນ; ໃຫ້​ຄອບ​ຄອງ​ທ່າມ​ກາງ​ພວກ​ສັດ​ຕຣູ​ຂອງ​ທ່ານ. \v 3 ປະ​ຊາ​ຊົນ​ຂອງ​ທ່ານ​ຈະ​ຕິດ​ຕາມ​ທ່ານ​ໄປ​ໂດຍ​ສວມ​​ເຄື່ອງ​ແຕ່ງ​ກາຍ​ບໍ​ຣິ​ສຸດ​ດ້ວຍ​ສະ​ມັກ​ໃຈ​ໃນ​ວັນ​ແຫ່ງ​ອຳ​ນາດ​ຂອງ​ທ່ານ; ຈາກ​ທ້ອງ​ຂອງ​ເວ​ລາ​ເຊົ້າ ໄວ​ຫນຸ່ມ​ຂອງ​ທ່ານ​ຈະ​ເປັນ​ຂອງ​ທ່ານ​ຄື​ຢ່າງ​ນ້ຳ​ຫມອກ. \s5 \v 4 ​ພ​ຣະ​ຢາ​ເວ​ໄດ້​ຊົງສັນຍາແລ້ວ, ແລະ​ຈະ​ບໍ່​ປ່ຽນ​ແປງວ່າ: "ເຈົ້າ​ເປັນ​ປະ​ໂ​ລ​ຫິດເປັນ​ນິດ, ຕາມ​ຢ່າງ​ເມ​ຄີ​ເຊ​ເດັກ." \s5 \v 5 ອົງພຣະຜູ້ເປັນເຈົ້າຊົງຢູ່ທີ່ຂວາມືຂອງທ່ານ. ພ​ຣະ​ອົງ​ຈະ​ຊົງ​ປຣະ​ຫານບັນດາ​ກະສັດໃນ​ວັນ​ແຫ່ງ​ຄວາມ​ໃຈ​ຮ້າຍ​ຂອງ​ພ​ຣະ​ອົງ. \v 6 ພຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​​ປະ​ຊາ​ຊາດທັງຫລາຍ; ພ​ຣະ​ອົງ​ຈະ​ຊົງ​ໃຫ້​ສະຫ​ນາມ​ຮົ​ບ​ເຕັມ​ໄປ​ດ້ວຍ​ຊາກ​ສົບ; ພ​ຣະ​ອົງ​ຈະ​ປຣະ​ຫານ​ພວກ​ຜູ້​ນຳ​ປະ​ຊາ​ຊາດ​ທ​ັງ​ຫລາຍ. \s5 \v 7 ​ກະ​ສັດ​ຈະ​ຊົງ​ດື່ມ​ນ້ຳຈາກ​ລຳ​ທານ​ຂ້າງ​ທາງ, ແລ້ວ​ທ່ານ​ຈະ​ຊົງ​ຍົກ​ຫົວ​ຂອງ​ທ່ານ​ຂຶ້ນ​ສູງ​ຫລັງ​ຈາກ​ຊັຍ​ຊະ​ນະ. \s5 \c 111 \cl ບົດທີ 111 \p \v 1 ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ຂ້ານ້ອຍຈະ​ຖວາຍ​ການ​ຂອບ​ພ​ຣະ​ຄຸນ​ແດ່​ ພ​ຣະ​ຢາ​ເວ ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ​ທີ່​ຊຸມ​ນຸມ​ຂອງ​ຄົນ​ຊອບທັມ​, ໃນ​ການ​ຊຸມ​ນຸມ​ຂອງ​ພວກ​ເຂົາ. \v 2 ພາຣະກິດ​ຂອງ​ພ​ຣະ​ຢາ​ເວ​, ນັ້ນ​ໃຫຍ່​ຍິ່ງຫລາຍ​ເປັນ​ທີ່ລໍຄອຍ​​ຂອງ​ທຸກ​ຄົນ​ທີ່​ປຣາ​ຖນາ​ສິ່ງ​ເຫລົ່າ​ນັ້ນ. \v 3 ການ​ກະ​ທຳ​ຂອງ​ພ​ຣະ​ອົງ​ສູງ​ສົ່ງ​ແລະ​ຮຸ່ງ​ເຮືອງ, ແລະ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ. \s5 \v 4 ​ພ​ຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ອັ​ສະ​ຈັນ​ຕ່າງໆ ຊຶ່ງ​ຈະ​ເປັນ​ທີ່​ຣະ​ນຶກ​ເຖິງ; ພ​ຣະ​ຢາ​ເວ​ຊົງ​ມີ​ພ​ຣະ​ຄຸນ​ແລະ​ຊົງ​ພ​ຣະ​ກາ​ຣຸ​ນາ. \v 5 ພ​ຣະ​ອົງ​ຊົງ​ປຣະ​ທານ​ອາ​ຫານ​ແກ່​ບັນ​ດາ​ຜູ້​ຕິດ​ຕາມ​ທີ່​ສັດ​ຊື່​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ຈະ​ຊົງ​ຣະ​ນຶກ​ເຖິງ​ພັນທະສັນ​ຍາ​ຂອງ​ພ​ຣະ​ອົງ​ສະ​ເຫມີ. \v 6 ພ​ຣະ​ອົງ​ໄດ້​​ສຳ​ແດງ​ພາຣະກິດ​​ອັນ​ຊົງ​ຣິ​ທາ​ນຸ​ພາບ​ຂອງ​ພ​ຣະ​ອົງ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ ໂດຍ​ຊົງ​ປຣະ​ທານ​ມໍ​ຣະ​ດົກ​ຂອງ​​ປະ​ຊາ​ຊາດ​ທັງ​ຫລາຍ​ໃຫ້​ແກ່​ພວກ​ເຂົາ. \s5 \v 7 ບັນ​ດາ​ຜົນ​ງານ​ແຫ່ງ​ມື​ຂອງ​ພ​ຣະ​ອົງ​ນັ້ນ​ຄື​ຄວາມ​ຫນ້າ​ເຊື່ອ​ຖື​ແລະ​ຄວາມ​ຍຸ​ຕິ​ທັມ; ບັນ​ດາ​ຄຳ​ສັ່ງ​ສອນ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ເຊື່ອ​ຖື​ໄດ້. \v 8 ພ​ຣະ​ອົງ​ໄດ້​ຊົງ​ຕັ້ງພັນທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ເປັນ​ນິ​ຣັນ​ດອນ, ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ນັ້ນ​ສັກ​ສິດ​ແລະ​ຫນ້າ​ຢຳ​ເກງ. \v 9 ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ຊັຍ​ຊະ​ນະ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ໄດ້​ແຕ່ງ​ຕັ້ງ​ພັນ​ທະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ໄປ​, ບໍ​ຣິ​ສຸດ ແລະ​ອັ​ສະ​ຈັນ​ແມ່​ນ​ນາມ​ຊື່​ນີ້. \s5 \v 10 ​ການ​ຖວາຍ​ກຽຕ​ແດ່​ພ​ຣະ​ຢາ​ເວ ​ເປັນ​ທີ່​ເລີ່ມ​ຕົ້ນ​ຂອງ​ສະ​ຕິ​ປັນ​ຍາ​; ບັນ​ດາ​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ກໍ​ໄດ້​ຄວາມ​ເຂົ້າ​ໃຈ​ດີ. ການ​ສັນ​ຣະ​ເສີນ​ຂອງ​ພ​ຣະ​ອົງ ​ດຳ​ຣົງ​ຢູ່​ເປັນ​ນິດ. \s5 \c 112 \cl ບົດທີ 112 \p \v 1 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ຄົນ​ທີ່​ເຊື່ອ​ຟັງ​ພ​ຣະ​ຢາ​ເວ​ກໍ​ເປັນ​ສຸກ, ຜູ້​ນັ້ນ​ຍິນ​ດີ​ຢ່າງ​ຍິ່ງ​ໃນ​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 2 ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ມີ​ອຳ​ນາດ​ໃນ​ແຜ່ນ​ດິນ​ໂລກ; ເຊື້ອ​ສາຍ​ຂອງ​ຄົນ​ຊອບ​ທັມ​ຈະ​ໄດ້​ຮັບ​ພ​ຣະ​ພອນ. \s5 \v 3 ​ຊັບ​ສົມ​ບັດ​ແລະ​ຄວາມ​ຮັ່ງ​ມີ​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ; ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ຈະ​ດຳ​ຣົງ​ຢູ່​ເປັນ​ນິດ. \v 4 ແສງ​ສະ​ຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຄວາມ​ມືດ​ສຳ​ລັບ​ຄົນ​ສັດຊື່; ພ​ຣະ​ອົງ​ຊົງ​ມີ​ພ​ຣະ​ຄຸນ, ຊົງ​ພ​ຣະ​ກາ​ຣຸ​ນາ ແລະ​ຊົງ​ຍຸ​ຕິ​ທັມ. \v 5 ເປັນ​ເລື່ອງ​ທີ່​ດີ​ສຳ​ລັບ​ຄົນ​ທີ່​ສະ​ແດງ​ຄວາມ​ເມດ​ຕາ​ແລະ​ໃຫ້​ຢືມ​ເງິນ, ຄື​ຜູ້​ດຳ​ເນີນ​ກິ​ຈະ​ການ​ຂອງ​ເຂົາ​ດ້ວຍ​ຄວາມ​ຊື່​ສັດ​ສຸຈະ​ຣິດ. \s5 \v 6 ​ເພາະ​ເຂົາ​ຈະ​ບໍ່​ຫລົ້ມ​ຈົມ​ເລີຍ; ຄົນ​ທີ່​ຊອບ​ທັມ​ຈະ​ມີ​ຄົນ​ຣະ​ນຶກ​ເຖິງ​ຢູ່​ເປັນ​ນິ​ຣັນ. \v 7 ເຂົາ​ຈະ​ບໍ່​ຢ້ານ​ຂ່າວ​ຮ້າຍ; ໃຈ​ຂອງ​ເຂົາ​ຫມັ້ນ​ຄົງ​ໃນ​ການ​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ. \s5 \v 8 ​ຈິດ​ໃຈ​ຂອງ​ເຂົາ​ສະຫ​ງົບ​, ໂດຍ​ບໍ່ມີ​ຄວາມ​ຢ້ານ, ​ຈົນ​ກວ່າ​ເຂົາ​ເບິ່ງ​ເຫັນ​ຊັຍ​ຊະ​ນະ​ເຫນືອ​ສັດ​ຕຣູ​ຂອງ​ເຂົາ. \v 9 ເຂົາ​ແຈກ​ຈ່​າຍ​ໃຫ້​ແກ່​ຄົນ​ຍາກ​ຈົນ​ດ້ວຍ​ໃຈ​ເມດ​ຕາ; ຄວາມ​ຊອບ​ທັມ​ຂອງ​ເຂົາ​ດຳ​ຣົົງ​ຢູ່​ເປັນ​ນິດ; ເຂົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ​ດ້ວຍ​ກຽຕ. \s5 \v 10 ​ຄົ​ນ​ຊົ່ວ​ຮ້າຍ​ຈະ​ເຫັນ​ສິ່ງ​ນີ້​ແລ້ວເກີດຄວາມບໍ່ພໍໃຈ; ເຂົາ​ຈະ​ຂົບ​ແຂ້ວ​ດ້ວຍ​ຄວາມ​ໂກດຮ້າຍ​ກຽດຊັງ​ແລະ​ເຂົາ​ຈະ​ລະ​ລາຍ​ໄປ; ຄວາມ​ປຣາຖ​ນາ​ຂອງ​ພວກ​ຄົນ​ຊົ່ວ​ຮ້າຍ​ຈະພັງ​ພິ​ນາດ. \s5 \c 113 \cl ບົດທີ 113 \p \v 1 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ຢາ​ເວ​ເອີຍ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ​ເຖີດ. \v 2 ຂໍ​ໃຫ້​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ, ​ເປັນ​ທີ່​ສັນ​ຣະ​ເສີນ​ທັງ​ບັດ​ນີ້​ແລະ​ຕະ​ຫລອດ​ໄປ. \s5 \v 3 ​ຕັ້ງ​ແຕ່​ທິດຕາເວັນອອກ​​ຈົນ​ເຖິງ​​ທິດ​ຕາເວັນຕົກ, ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​ຄວນ​ໄດ້​ຮັບ​ການ​ສັນ​ຣະ​ເສີນ. \v 4 ພ​ຣະ​ຢາ​ເວ​ເປັນ​ທີ່​ຍົກ​ຍ້ອງ​ເຊີດ​ຊູ​ເຫນືອ​ປະ​ຊາ​ຊາດ​ທັງ​ຫມົດ, ແລະ​ສະຫງ່າຣາສີ​ຂອງ​ພ​ຣະ​ອົງ​ສູງ​ເຫນືອ​ທ້ອງ​ຟ້າ​ທັງ​ຫລາຍ. \s5 \v 5 ​ບໍ່ມີຜູ້​ໃດ​ເປັນ​ເຫມືອນພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຮົາ, ຜູ້​ຊຶ່ງ​ທີ່​ປະ​ທັບ​ຂອງ​ພ​ຣະ​ອົງ​ຢູ່ເຫນືອຟ້າສະຫວັນ​, \v 6 ແຕ່ພຣະອົງຫລຽວ​ລົງ​ມາ​ທີ່​ທ້ອງ​ຟ້າ​ແລະ​ທີ່​ແຜ່ນ​ດິນ​ໂລກ? \s5 \v 7 ພ​ຣະ​ອົງ​ຊົງ​ຍົກ​ຄົນ​ຈົນ​ຂຶ້ນ​ມາ​ຈາກ​ດິນ​ແລະ​ຊົງ​ຍົກ​ຄົນ​ຂັດ​ສົນ​ຂຶ້ນ​ມາ​ຈາກກອງ​ຂີ້​ເຖົ່າ, \v 8 ເພື່ອ​ໃຫ​້​ເຂົາ​ນັ່ງ​ກັບ​ບັນ​ດາ​ເຈົ້າ​ເມືອງ, ກັບ​ເຈົ້າ​ເມືອງ​ຂອງ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ. \s5 \v 9 ​ພ​ຣະ​ອົງ​ຊົງ​ປຣະ​ທ​ານ​ບ້ານ​ໃຫ້​ແກ່​ຍິງ​ຫມັນ​ໃຫ້​ມີ​ບ້ານ​ຢູ່, ພ​ຣະ​ອົງ​ໃຫ້​ນາງ​ເປັນ​ແມ່​ແຫ່ງ​ຄວາມຊື່ນ​ບານ​ຂອງ​ລູກ​ທັງ​ຫລາຍ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ! \s5 \c 114 \cl ບົດທີ 114 \p \v 1 ​ເມື່ອ​ອິ​ສະ​ຣາ​ເອນ​ໄດ້​ອອກ​ຈາກ​ເອ​ຢິບ, ຄື​ເຊື້ອ​ສາຍ​ຢາ​ໂຄບ​ອອກ​ຈາກ​ປະ​ຊາ​ຊົນ​ຊຶ່ງ​ເວົ້າ​ພາ​ສາ​ຕ່າງ​ຊາດ, \v 2 ຢູ​ດາ​ໄດ້​ກາຍ​ເປັນ​ປະ​ຊາຊົນ​​ຂອງ​ພ​ຣະເຈົ້າ​ອົງບໍຣິສຸດ, ອິ​ສະ​ຣາ​ເອນເປັນ​ຣາຊອານາຈັກຂອງ​ພ​ຣະ​ອົງ. \s5 \v 3 ​ທະ​ເລແດງ​ໄດ້​ເຫັນ​ແລະ​ໄດ້ປົບ​ຫນີໄປ; ຈໍ​ແດນ​ໄດ້​ຫັນ​ຫລັງ​ກັບ. \v 4 ບັນ​ດາ​ພູ​ເຂົາ​ໄດ້​ກະ​ໂດດ​ເຫມືອນຝູງ​ແບ້​ຕົວ​ຜູ້, ບັນ​ດາ​ເນີນ​ເຂົາ​ໄດ້​ກະ​ໂດດ​ເຫມືອນ​ຝູງ​ລູກ​ແກະ ທະ​ເລ​ເອີຍ. \s5 \v 5 ​ເປັນ​ຫຍັງ​ເຈົ້າ​ໄດ້​ຫນີ? ແມ່​ນ້ຳ​ຈໍ​ແດນ​ເອີຍ, ເປັນ​ຫຍັງ​ເຈົ້າ​ໄດ້​ຫັນ​ຫລັງ​ກັບ? \v 6 ພູ​ເຂົາ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໄດ້​ກະ​ໂດດ​ເຫມືອນຝູງ​ແບ້ ໂ​ຕ​ຜູ້? ເນີນ​ພູ​ນ້ອຍໆ ເອີຍ, ເປັນ​ຫ​ຍັງ​ເຈົ້າ​ຈຶ່ງ​ໄດ້​ກະ​ໂດດ​ເຫມືອນ​ຝູງ​​ແກະນ້ອຍ? \v 7 ແຜ່ນ​ດິນໂລກ​ເອີຍ, ຈົ່ງ​ຕົວ​ສັ່ນ ຕໍ່​ຫນ້າ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເຖີດ, ຄື​ຕໍ່​ຫນ້າ​ພ​ຣະ​ເຈົ້າ, ​ຂອງ​ຢາ​ໂຄບ. \s5 \v 8 ພ​ຣະ​ອົງ​ໄດ້​ຊົງ​ປ່ຽນ​ຫີນ​ໃຫ້​ເປັນ​ສະ​ນ້ຳ, ຄື​ຊົງ​ປ່ຽນ​ຫີນ​ແຂງ​ໃຫ້​ເປັນ​ນ້ຳ​ພຸ​ທັ​ມະ​ຊາດ. \s5 \c 115 \cl ບົດທີ 115 \p \v 1 ​ພ​ຣະ​​ກຽຕ​ນີ້​ບໍ່​ແມ່ນມີ​ແກ່​ພວກ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢ​າ​ເວ, ບໍ່​ແມ່ນ​ມີ​ແກ່​ພວກຂ້າ​ນ້ອຍ​ເລີຍ, ແຕ່​ມີ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ ເນື່ອງ​ຈາກ​ຄວາມ​ຊື່​ສັດແຫ່ງ​ຄຳ​ສັນ​ຍາ​ແລະ​ຄວາມ​ເຊື່ອ​ຖື​ໄດ້​ຂອງ​ພ​ຣະ​ອົງ. \v 2 ເປັນ​ຫຍັງ​ບັນ​ດາ​ປະ​ຊາ​ຊາດ​ຈະ​ກ່າວ​ວ່າ, "ພ​ຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ​ຢູ່​ໃສ?" \s5 \v 3 ​ພ​ຣະ​ເຈົ້າຂອງ​ເຮົາ​ທັງ​ຫລາຍ​ຢູ່​ໃນ​ສະ​ຫວັນ; ພ​ຣະ​ອົງ​ກໍ​ຊົງ​ກະ​ທຳ​ສິ່ງ​ໃດໆ ກໍ​ໄດ້​ທີ່​ພ​ຣະ​ອົງ​ຊົງ​ພໍ​ໃຈ. \v 4 ຮູບ​ເຄົາຣົບ​ທັງ​ຫລາຍ​ຂອງ​ຄົນ​ເຫລົ່າ​ນັ້ນ​ເປັນ​ເງິນ​ແລະ​ທອງ​ຄຳ, ເປັນ​ຜົນ​ງານ​ທີ່ສ້າງຂຶ້ນດ້ວຍ​ມື​​ຂອງ​ມະ​ນຸດ. \s5 \v 5 ຮູບເຫລົ່ານັ້ນມີປາກ, ແຕ່​ພວກ​ມັນ​ເວົ້າ​ບໍ່​ໄດ້; ມີ​ຕາແຕ່​ພວກ​ມັນ​ເບິ່ງ​ບໍ່​ເຫັນ. \v 6 ພວກ​ເຂົາມີ​ຫູ,​ ແຕ່​ພວກ​ມັນ​ຟັງ​ບໍ່​ໄດ້, ພວກ​ເຂົາມີ​ດັງ, ​​ແຕ່​ພວກ​ມັນ​ດົມ​ກິ່ນ​ບໍ່​ໄດ້. \s5 \v 7 ຮູບເຫລົ່ານັ້ນ​ມີ​ມື​ແຕ່​ຄຳ​ບໍ່​ໄດ້ ພວກ​ມັນ​ມີ​ຕີນ, ແຕ່​ພວກ​ມັນ​ຍ່າງ​ໄປມາບໍ່​ໄດ້; ​ຮູບ​ເຫລົ່າ​ນັ້ນ​ເວົ້າ​ຈາກ​ປ​າກ​ບໍ່​ໄດ້. \v 8 ຜູ້​ທີ່​ເຮັດ​ຮູບ​ເຫລົ່າ​ນັ້ນ​ຈະ​ເປັນ​ຄື​ຮູບ​ເຫລົ່າ​ນັ້​ນ ທຸກ​ຄົນ​ທີ່​ວາງ​ໃຈ​ໃນ​ຮູບ​ເຫລົ່າ​ນັ້ນ​ກໍ​ເຊັ່ນ​ກັນ. \s5 \v 9 ​ອິ​​ສະ​ຣາ​ເອນ​ເອີຍ, ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ​ເຖີດ; ພ​ຣະ​ອົງ​ຊົງ​ເປັນ​ຜູ້​ຊ່ວຍຊູ​ແລະ​ເປັນ​ໂລ້​ຂອງ​ເຈົ້າ. \v 10 ເຊື້ອ​ສາຍ​ອາ​ໂຣນ​ເອີຍ, ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ​ເຖີດ; ພ​ຣະ​ອົງ​ຊົງ​ເປັນ​ຜູ້​ຊ່ວຍຊູ​ແລະ​ເປັນ​ໂລ້​ຂອງ​ເຈົ້າ. \v 11 ທ່ານ​ຜູ້​ຖວາຍ​ພ​ຣະ​ກຽຕ​ພ​ຣະ​ຢາ​ເວ​ເອີຍ, ຈົ່ງ​ວາງ​ໃຈ​ໃນ​ພ​ຣະ​ອົງ​ເຖີດ; ພ​ຣະ​ອົງ​ຊົງ​ເປັນ​ຜູ້​ຊ່ວຍຊູ​ແລະ​ເປັນ​ໂລ້​ຂອງ​ເຈົ້າ. \s5 \v 12 ​ພ​ຣະ​ຢາ​ເວ​ ຊົງ​ລະ​ນຶກ​ເຖິງພວກ​ຂ້າ​ນ້ອ​ຍ​ ພ​ຣະ​ອົງ​ຈະ​ຊົງ​ອວຍ​ພ​ຣະ​ພອນພວກເຮົາ; ພ​ຣະ​ອົງ​ຈະ​ຊົງ​ອວຍ​ພອນ​​ເຊື້ອ​ສາຍ​ອິ​ສະ​ຣາ​ເອນ; ພ​ຣະ​ອົງ​ຈະ​ຊົງ​ອວຍ​ພອນ​ເຊື້ອ​ສາຍ​ອາ​ໂຣນ. \v 13 ພ​ຣະ​ອົງ​ຈະ​ຊົງ​ອວຍ​ພ​ຣ​ະ​ພອນ​​ຜູ້​ທີ່​ຖວາຍ​ພ​ຣະ​ກຽຕ​ຂອງ​ພ​ຣະ​ຢາ​ເວ, ທັງ​ຜູ້​ອາ​ຍຸ​ນ້ອຍ​ແລະ​ຜູ້​ສູງ​ອາ​ຍຸ. \v 14 ຂໍ​ພ​ຣະ​ຢາ​ເວ​ຊົງ​ໃຫ້​ພວກ​ທ່ານ​ເພີ່ມ​ພູນ​ຫລາຍ​ຂຶ້ນ​ເລື້ອຍໆ, ທັງ​ທ່ານ​ແລະ​ລູກ​ຫລານ​ທັງ​ຫລາຍ​ຂອງ​ທ່ານ. \s5 \v 15 ​ຂໍ​ໃຫ້​ພວກ​ທ່ານ​ຮັບ​ພ​ຣະ​ພອນ​ຈາກ​ພ​ຣະ​ຢາ​ເວ, ຜູ້​ຊົງ​ສ້າງ​ຟ້າ​ສະ​ຫວັນ​ແລະ​ແຜ່ນ​ດິນ​ໂລກ \v 16 ທ້ອງ​ຟ້າ​ທັງ​ຫລາຍ​ເປັນ​ຂອງ​ພ​ຣະ​ຢາ​ເວ​; ແຕ່ ​ພ​ຣະ​ອົງ​ປຣະ​ທານ​ແຜ່ນ​ດິນ​ໂລກ​ແກ່​ມະ​ນຸດ​ທັງ​ຫລາຍ. \s5 \v 17 ​ຄົນ​ຕາຍ​ບໍ່​ອາດ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ແລະ​ທຸກ​ຄົ​ນ​ທີ່​ລົງ​ໄປ​ສູ່​ທີ່​ງຽບ​ສະຫ​ງົບ​ກໍ​ເຊັ່​ນ​ກັນ; \v 18 ແຕ່​ຂ້າ​ນ້ອຍ​​ຈະ​ຖວາຍ​ຄຳ​ສັນຣະເສີນ​ແດ່​ພ​ຣະ​ຢາ​ເວ ຕັ້ງ​ແຕ່​ບັດ​ນີ້​ເປັນ​ຕົ້ນ​ໄປ​ເປັນ​ນິດ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. \s5 \c 116 \cl ບົດທີ 116 \p \v 1 ​ຂ້າ​ນ້ອຍ​ຮັກ​ພ​ຣະ​ຢາ​ເວ ເພາະ​ພ​ຣະ​ອົງ​ຊົງ​ຟັງ​ສຽງ​ແລະ​ຄຳ​ວິງວອນ​ຂໍ​ຄວາມ​ເມດ​ຕາ​ຂອງ​ຂ້າ​ນ້ອຍ. \v 2 ເພາະ​ພ​ຣະ​ອົງ​ໄດ້​ງ່ຽງ​ຫູ​ຟັງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ອົງ​ຕາບ​ທີ່​ຂ້າ​ນ້ອຍ​ມີ​ຊີ​ວິດ​ຢູ່. \s5 \v 3 ເຊືອກ​ແຫ່ງ​ຄວາມ​ຕາຍ​​ໄດ້​ອ້ອມ​ຂ້າ​ນ້ອຍ, ແລະ​ບ້ວງ​ແຫ່ງ​ແດນ​ຄົນ​ຕາຍ​ໄດ້​ຈັບ​ຂ້າ​ນ້ອຍ​ໄວ້; ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຈັບ​ປວດ​ແລະ​ເສຍ​ໃຈ. \v 4 ແລ້ວ​ຂ້າ​ນ້ອຍ​ໄດ້​ຮ້ອງຫາ​ອອກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​ວ່າ "ຂ້າ​ແຕ່​ພ​ຣະ​ຢາ​ເວ ຂໍ​ຊົງ​ຊ່ວຍ​ຊີວິດ​ຂ້າ​ນ້ອຍ​ເຖີດ." \s5 \v 5 ພ​ຣະ​ຢາ​ເວ​ຊົງ​ມີ​ພ​ຣະ​ຄຸນ​ແລະ​ຊົງ​ຍຸຕິ​ທັມ; ພ​ຣະ​ເຈົ້າ, ຂອງ​ເຮົາ​ທັງ​ຫລາຍ​ຊົງ​ພ​ຣະ​ກາ​ຣຸ​ນາ. \v 6 ພ​ຣະ​ຢາ​ເວ​ຊົງປົກ​ປ້ອງ​ຄົນ​ຮູ້​ນ້ອຍ​ໄວ້; ເມື່ອ​ຂ້າ​ນ້ອຍ​ຕົກ​ຕ່ຳ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ. \s5 \v 7 ດວງວິນ​ຍານ​ຂອງ​ຂ້າ​ເອີຍ​ຈົ່ງ​ກັບ​ໄປ​ສູ່​ທີ່​ພັກ​ຂອງ​ເຈົ້າ​ເຖີດ, ເພາະ​ພ​ຣະ​ຢາ​ເວ​ຊົງ​ດີ​ຕໍ່​ເຈົ້າ​ແລ້ວ. \v 8 ເພາະ​ພ​ຣະ​ອົງ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ຈາກ​ຄວາມ​ຕາຍ, ຊ່ວຍລະ​ງັບນ້ຳ​ຕາ​ຂ້າ​ນ້ອຍ,​ ແລະ​ຊ່ວຍ​ຕີນ​ຂ້າ​ນ້ອຍຈາກ​ການ​ສະ​ດຸດ. \s5 \v 9 ຂ້າ​ນ້ອຍ​ຈະ​ຮັບ​ໃຊ້​ພ​ຣະ​ຢາ​ເວ ​ໃນ​ດິນ​ແດນ​ຂອງ​ຄົນ​ເປັນ. \v 10 ຂ້າ​ນ້ອຍ​ໄດ້​ເຊື່ອ​ໃນ​ພ​ຣະ​ອົງ​ຢູ່ ແມ່ນ​ເມື່ອ​ຂ້າ​ນ້ອຍ​ກ່າວ​ວ່າ, "ຂ້າ​ນ້ອຍທຸກ​ຍາກ​ຍິ່ງ​ຫນັກ" \v 11 ຂ້າ​ນ້ອຍ​ກ່າວ​ໃນ​ເວ​ລາ​ຕົກ​ໃຈ​ວ່າ, “ມະ​ນຸດ​ທຸກ​ຄົນ​ເປັນ​ຄົນ​ຫລອກ​ລວງ.” \s5 \v 12 ຂ້າ​ນ້ອຍ​ຈະ​ເອົາ​ຫຍັງ​ຕອບ​ແທນ​ພ​ຣະ​ຢາ​ເວ ສຳ​ຫລັບ​ຄວາມ​ດີ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ທີ່​ມີ​ຕໍ່​ຂ້າ​ນ້ອຍ? \v 13 ຂ້າ​ນ້ອຍ​ຈະ​ຍົກ​ຖ້ວຍ​ແຫ່ງ​ຄວາມ​ພົ້ນ, ແລະ​ຮ້ອງ​ອອກ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ. \v 14 ຂ້າ​ນ້ອຍ​ຈະ​ແກ້​ບົນ​ແດ່​ພ​ຣະ​ຢາ​ເວ ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ປວງ​ຂອງ​ພ​ຣະ​ອົງ. \v 15 ຄວາມ​ຕາຍ​​ແຫ່ງ​ໄພ່​ພົນ​ຂອງພ​ຣະ​ອົງ​ມີ​ຄ່າ​ຫລາຍ​ຍິ່ງ​ໃນ​ສາຍ​ພຣະເນດຂອງ​ພ​ຣະ​ຢາ​ເວ. \s5 \v 16 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ​ເປັ​ນ​ຜູ້ບົວລະບັດ​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເປັນ​ລູກ​ຊາຍ​ຂອງ​ທາ​ດ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ໄດ້​ຊົງ​ຖອດ​ໂສ້​ລ່າມ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ. \v 17 ​ຂ້າ​ນ້ອຍ​ຈະ​ຖວາຍ​ເຄື່ອງ​ບູ​ຊາ​ຂອບ​ພ​ຣະ​ຄຸນ​ແດ່​ພ​ຣະ​ອົງ ແລະ​ຮ້ອງ​ອອກ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ. \s5 \v 18 ​ຂ້າ​ນ້ອຍ​ຈະ​ຖວາຍຕາມທີ່ໄດ້ສັນຍາ​ແດ່​ພ​ຣະ​ຢາ​ເວ ​ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ປວງ​ຂອງ​ພ​ຣະ​ອົງ, \v 19 ໃນ​ລານ​ຕ່າງໆ ແຫ່ງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ, ໃນ​ທ່າມ​ກາງ​ກຸງ​ເຢ​ຣູ​ຊາ​ເລັມ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. \s5 \c 117 \cl ບົດທີ 117 \p \v 1 ​ປະ​ຊາ​ຊົນ​ທັງ​ຫມົດ​ເອີຍ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ, ຊົນ​ຊາດ​ທັງ​ປວງ​ເອີຍ ຈົ່ງ​ຍົກ​ຍ້ອງ​ພ​ຣະ​ອົງ​ເຖີດ. \v 2 ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ມີ​ຕໍ່​ພວກ​ເຮົາ​ນັ້ນ​ໃຫຍ່​ຍິ່ງ​ຫນັກ, ແລະ​ຄວາມ​ຫນ້າ​ເຊື່ອ​ຖື​ຂອງ​ພ​ຣະ​ຢາ​ເວ​ດຳ​ຣົງ​ເປັນ​ນິດ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. \s5 \c 118 \cl ບົດທີ 118 \p \v 1 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ປະ​ເສີດ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \v 2 ໃຫ້​ອິ​ສະ​ຣາ​ເອນ​ກ່າວ​ເຖີດ​ວ່າ, "ຄວາມ​ຊື່​ສັດ​ແຫ່ງ​ຄ​ຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ." \s5 \v 3 ໃຫ້​ເຊຶ້ອ​ສາຍ​ອາ​ໂຣນ​ກ່າວ​ເຖີດ​ວ່າ, "ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ." \v 4 ໃຫ້​ບັນ​ດາ​ຜູ້​ທີ່​ຕິດ​ຕາມ​ຢ່າງ​ສັດ​ຊື່​ຕໍ່​ພ​ຣະ​ຢ​າ​ເວ, ​ກ່າວ​ເຖີດ​ວ່າ, "ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ" \s5 \v 5 ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ຢ​າ​ເວ​ຈາກ​ຄວາມ​ຄັບ​ແຄ້ນ​ໃຈ; ພ​ຣະ​ຢາ​ເວ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ​ແລະ​ປຣະ​ທານ​ຄວາມ​ໂລ່ງ​ໃຈ​ໃຫ້​ແກ່​ຂ້າ​ນ້ອຍ. \v 6 ພ​ຣະ​ຢາ​ເວ ​ຊົງ​ຢູ່​ຝ່າຍ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ບໍ່​ຢ້ານ​ມະ​ນຸດ; ​ຈະ​ເຮັດ​ຫຍັງ​ແກ່​ຂ້າ​ນ້ອຍ​ໄດ້? \v 7 ພ​ຣະ​ຢາ​ເວ​, ຊົງ​ຢູ່​ຝ່າຍ​ຂ້າ​ນ້ອຍ​ປຽບ​ດັ່ງ​ຜູ້​ຊ່ວຍຊູ​ຂອງ​ຂ້າ​ນ້ອຍ; ດັ່ງ​ນັ້ນ​ຂ້າ​ນ້ອຍ​ຈະ​ເບິ່ງ​ເຫັນ​ຊັຍ​ຊະ​ນະ​ຕໍ່​ຜູ່​ກຽດ​ຊັງ​ຂ້າ​ນ້ອຍ. \s5 \v 8 ​ການໄວ້ວາງໃຈ​ໃນ​ພ​ຣະ​ຢາ​ເວ ກໍ​ດີກວ່າ​ວາງ​ໃຈ​ໃນ​ມະ​ນຸດ. \v 9 ເຂົ້າ​ລີ້​ພັຍ​ຢູ່​ໃນ​ພ​ຣະ​ຢາ​ເວ ກໍ​ດີກວ່າ​ວາງ​ໃຈ​ໃນ​ບັນ​ດາ​ເຈ​ົ້າ​ເມືອງ. \s5 \v 10 ​ປະ​ຊາ​ຊາດ​ທັງ​ຫມົດ​ໄດ້​ອ້ອມ​ຂ້າ​ນ້ອຍ; ໃນ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ.​ຂ້າ​ນ້ອຍ​ໄດ້​ທຳລາຍ​ພວກ​ເຂົາ. \v 11 ເຂົາ​ທັງ​ຫລາຍ​ໄດ້​ອ້ອມ​ຂ້າ​ນ້ອຍ​; ຖືກ​ຕ້ອງ​ແລ້ວ, ພວກ​ເຂົາ​ໄດ້​ອ້ອມ​ຂ້າ​ນ້ອຍ​ທຸກ​ດ້ານ; ໃນ​ພ​ຣະ​ນາມຊື່​ພ​ຣະ​ຢາ​ເວ ຂ້າ​ນ້ອຍ​ທຳລາຍ​ພວກ​ເຂົາ. \v 12 ພວກເຂົາ​ໄດ້​ອ້ອມ​ຂ້າ​ນ້ອຍ​ຄືຝູງເ​ຜິ້ງ; ພວກ​ເຂົາ​ໄດ້​ສູນ​ສິ້ນ​ໄປ​ຢ່າງ​ໄວ​ຄື​ໄຟ​ໄຫມ້​ກາງ​ພຸ່ມ​ຫນາມ;​ ໃນ​ພ​ຣະ​ນາມຊື່​ພຣະ​ຢາ​ເວ ຂ້າ​ນ້ອຍທຳລາຍ​ພວກ​ເຂົາ. \s5 \v 13 ​ພວກ​ເຂົາ​ໄດ້​ໂຈມ​ຕີ​ຂ້າ​ນ້ອຍ​ເພື່ອ​ກະ​ແທກ​ໃຫ້​ຂ້າ​ນ້ອຍ​ລົ້ມ​ລົງ, ແຕ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ຊ່ວຍຊູຂ້າ​ນ້ອຍ. \v 14 ພ​ຣະ​ຢາ​ເວ ​ຊົງ​ເປັນ​ກຳ​ລັງ ແລະ​ເປັນ​ຄວາມ​ຊື່ນຊົມ​ຍິນ​ດີ​ຂອງ​ຂ້າ​ນ້ອຍ, ແລະ​ພ​ຣະ​ອົງ​ຊົງ​ເປັນ​ຜູ້​ຊ່ວຍ​ກູ້​ຂອງ​ຂ້າ​ນ້ອຍ. \s5 \v 15 ​ມີ​ສຽງ​ຍິນ​ດີ​ແລະ​ຊັຍ​ໂຢ​ຢູ່​ໃນ​ເຕັນ​ຕ່າງໆ; ມື​ຂວາຂອງ​ພ​ຣະ​ຢາ​ເວ​ຊົງ​ມີ​ຊັຍ. \v 16 ມື​ຂວາ​ຂອງ​ພ​ຣະ​ຢາ​ເວ ​ຊົງ​ເປັນ​ທີ່​ເຊີດ​ຊູ; ມື​ຂວາ​ຂອງ​ພ​ຣະ​ຢາ​ເວ​ຊົງ​ມີ​ຊັຍ. \s5 \v 17 ​ຂ້າ​ນ້ອຍ​ຈະ​ບໍ່​ຕາຍ, ແຕ່​ຂ້າ​ນ້ອຍ​ຈະ​ເປັນ​ຢູ່ ແລະ​ປະ​ກາດ​ພ​ຣະ​ຣາ​ຊ​ກິດ​ຂອງ​ພ​ຣະ​ຢາ​ເວ. \v 18 ພ​ຣະ​ຢາ​ເວ​ໄດ້​ຊົງ​ຕີ​ສອນ​ຂ້າ​ນ້ອຍ​ຢ່າງ​ຫນັກ; ແຕ່​ພ​ຣະ​ອົງ​ບໍ່​ຊົງ​ມອບ​ຂ້າ​ນ້ອຍ​ໄວ້​ກັບ​ຄວາມ​ຕາຍ. \s5 \v 19 ​ຂໍ​ເປີດ​ປະ​ຕູ​ຄວາມ​ຊອບ​ທັມ​ໃຫ້​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ເຂົ້າ​ປະ​ຕູ​ນັ້ນ ແລະ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ຢາ​ເວ. \v 20 ນີ້​ຄື​ປະ​ຕູ​ຂອງ​ພ​ຣະ​ຢາ​ເວ; ຄົນ​ຊອບ​ທັມ​ຈະ​ເຂົ້າ​ໄປ​ທາງ​ນັ້ນ. \v 21 ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ ພ​ຣ​ະ​ອົງ, ເພາະ​ພ​ຣະ​ອົງ​ຊົງ​ຕອບ​ຂ້າ​ນ້ອຍ, ແລະ​ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ພົ້ນ​ຂອງ​ຂ້າ​ນ້ອຍ. \s5 \v 22 ຫີນ​ຊຶ່ງ​ຊ່າງ​ກໍ​ໄດ້​ຖິ້ມ ໄດ້​ເປັນ​ຫີນ​ມຸມ​ເອກ​ແລ້ວ. \v 23 ສິ່ງ​ນີ້​ເປັນ​ມາ​ຈາກ​ພ​ຣະ​ຢາ​ເວ; ເປັນ​ສິ່ງ​ອັ​ສະ​ຈັນ​ໃນ​ສາຍ​ຕາ​ຂອງ​ພວກ​ເຮົາ​. \s5 \v 24 ​ມື້​ນີ້​ເປັນມື້ທີ່​ພ​ຣະ​ຢາ​ເວ ໄດ້​ຊົງ​ສ້າງ; ເຮົາ​ຈະ​ຊົມຊື່ນແລະ​ຍິນ​ດີ​ໃນ​ວັນ​ນັ້ນ. \v 25 ຂໍ​ຊົງ​ໂຜດ​ເຖີດ​ພ​ຣະ​ເຈົ້າ​ຂ້າ,​ ຂ້າ​ແດ່​ພ​ຣະ​ຢາ​ເວ, ​ຂໍ​ຊົງ​ປຣະ​ທານ​ຊັຍ​ຊະ​ນະ​ແກ່​ຂ້າ​ນ້ອຍ, ຂໍ​ຊົງ​ປຣະ​ທານ​ຄວາມ​ສຳ​ເລັດແກ່​ຂ້າ​ນ້ອຍ​ທັງ​ຫລາຍ​ເຖີດ. \s5 \v 26 ຜູ້​ເຂົ້າ​ມາ​ໃນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ​ກໍ​ເປັນ​ສຸກ; ພວກ​ເຮົາ​ອວຍ​ພອນ​ພວກ​ທ່ານ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ. \v 27 ພ​ຣະ​ຢາ​ເວ​ຊົງ​ເປັນ​ພ​ຣະ​ເຈົ້າ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ຄວາມ​ສະ​ຫວ່າງ​ແກ່​ພວກ​ເຮົາ ຈົ່ງ​ມັດ​ເຄື່ອງ​ຖວາຍ​ບູ​ຊາ​ດ້ວຍ​ເຊືອກ​ກັບ​ແທ່ນ​ບູ​ຊ​າ. \v 28 ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ, ​ຂອງ​ຂ້າ​ນ້ອຍ ແລະ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ​, ຂອງ​ຂ​້າ​ນ້ອຍ ຂ້າ​ນ້ອຍ​ຈະ​ຍົກ​ຍ້ອງ​ພ​ຣະ​ອົງ. \s5 \v 29 ​ໂອ, ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ຢາ​ເວ; ເພາະ​ພ​ຣະ​ອົງ​ຊົງ​ປະ​ເສີດ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \s5 \c 119 \cl ບົດທີ 119 \p \v 1 ​ບັນ​ດາ​ຜູ້​ທີ່​ທາງ​ຂອງ​ເຂົາ​​ບໍ່ມີຄວາມຜິດນັ້ນ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ດຳ​ເນີນ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ຢາ​ເວ. \v 2 ບັນ​ດາ​ຜູ້​ທີ່​ຮັກ​ສາ​ຄຳສັ່ງ​ອັນ​ຈິງ​ຈັງ​ຂອງ​ພ​ຣະ​ອົງ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ສະ​ແຫວງ​ຫາ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຂົາ. \s5 \v 3 ​ພວກ​ເຂົາ​ບໍ່​ເຮັດ​ຜິດ ພວກ​ເຂົາເດີນ​ຕາມ​ທາງ​ຂອງ​ພ​ຣະ​ອົງ. \v 4 ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ໃຫ້​ພວກ​ຂ້າ​ນ້ອຍ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​​​ຂອງ​ພ​ຣະ​ອົງ ເພື່ອ​ວ່າ​ພວກ​ຂ້າ​ນ້ອຍ​ຄວນ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອ​ນ​​ຢ່າງ​ລະ​ມັດ​ຣະ​ວັງ. \s5 \v 5 ​ໂອ, ເພື​່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ຕັ້ງ​ຢູ່​ຢ່າງ​ຫມັ້ນ​ຄົງ​ໃນ​ການ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ! \v 6 ແລ້ວ​ຂ້າ​ນ້ອຍ​ຈະບໍ່​ອັບ​ອາຍ ເມື່ອ​ຂ້າ​ນ້ອຍ​ຈົດ​ຈໍ່​ຢູ່​ທີ່​ຄຳ​ສັ່ງ​ສອນ​ທັງ​ຫມົດ​ຂອງພ​ຣະ​ອົງ. \s5 \v 7 ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ດ້ວຍ​ໃຈ​ທ່ຽງ​ຕົງ ເມື່ອ​ຂ້າ​ນ້ອຍ​ຮຽນຮູ້​ຂໍ້​ຄຳ​ສັ່ງ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 8 ຂ້າ​ນ້ອຍ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ທັງ​​ຫລາຍ​ຂອງ​ພ​ຣະ​ອົງ; ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ​ໄວ້​ດຽວ​ດາຍ. ເບັດ. \s5 \v 9 ​ຄົນ​ຫນຸ່ມ​ຈະ​ຮັກ​ສາ​ທາງ​ຂອງ​ຕົນ​ໃຫ້​ບໍ​ຣິ​ສຸດ​ໄດ້​ຢ່າງ​ໃດ? ກໍ​ໂດຍ​ເຊື່ອ​ຟັງ ພ​ຣະ​ດຳ​ຣັດ​ຂອງພ​ຣະ​ອົງ. \v 10 ຂ້າ​ນ້ອຍ​ສະ​ແຫວງ​ຫາ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ​; ຂໍ​ຢ່າ​ໃຫ້​ຂ້ານ​້ອຍ​ຫລົງ​ໄປ​ຈາກ​ຂໍ້​ຄຳ​ສັ່​ງ​ທັງ​ຫລາຍ​ຂອງພ​ຣະ​ອົງ. \s5 \v 11 ​ຂ້າ​ນ້ອຍ​ໄດ້​ຮວບ​ຮວມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ໄວ້​ໃນ​ໃຈ ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ບາບ​ຕໍ່​ພ​ຣະ​ອົງ. \v 12 ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ, ຂ້າ​ແດ່ ​ພ​ຣະ​ຢາ​ເວ; ຂໍ​ຊົງ​ສອນ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. \s5 \v 13 ​ຂ້າ​ນ້ອຍ​ໄດ້​ປະ​ກາດ​ດ້ວຍ​ປາກ​ຂອງ​ຂ້າ​ນ້ອຍ​ເຖິງ​ບັນ​ດາ​ກົດ​ຫມາຍ​ອັນ​ຊອບ​ທັມ​ທັງ​ສິ້ນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​ໄວ້. \v 14 ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ​ໃນ​ທາງ​ແຫ່ງ​ກົດ​ຫມາຍ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຫລາຍກວ່າ​ຄວາມ​ມັ່ງ​ມີ​ທັງ​ຫມົດ. \s5 \v 15 ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ ແລະ​ໃສ່​ໃຈ​ໃນ​ທາງ​ທັງ​ຫລາຍ​ຂອງພ​ຣະ​ອົງ. \v 16 ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ​ໃນ​ກົດ​ບັນ​ຍັດ​ທັງ​​ຫລາຍ​ຂອງພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ບໍ່​ລືມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. ກິ​ເມ. \s5 \v 17 ​ຂໍ​ຊົງ​ເມດ​ຕາ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ເພື່ອ​ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດ​ຢູ່ ແລະ​ປະ​ຕິ​ບັດ​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. \v 18 ຂໍ​ຊົງ​ເປີດ​ຕາ​ຂ້າ​ນ້ອຍ ເພື່ອ​ຂ້າ​ນ້ອຍ​ຈະ​ເຫັນ​ບັນ​ດາ​ສິ່ງ​ອັ​ສະ​ຈັນ​ໃນ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \s5 \v 19 ​ຂ້າ​ນ້ອຍ​ເປັນ​ຄົນ​ຕ່າງ​ດ້າວ​ເທິງ​ແຜ່ນ​ດິນ; ຂໍ​ຢ່າ​ຊົງ​ເຊື່ອງ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ຈາກ​ຂ້າ​ນ້ອຍ. \v 20 ຄວາມ​ປຣາ​ຖນາ​ຂອງ​ຂ້າ​ນ້ອຍ​ກະ​ຫາຍ​ທີ່​ຈະ​ຮຽນ​ຮູ້​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ເວ​ລາ. \s5 \v 21 ​ພ​ຣະ​ອົງ​ຊົງ​ຕຳ​ນິ​ຄົນ​ໂອ​ຫັງ, ຄົນ​ທີ່​ຖືກ​ສາບ, ຄື​ຜູ້​ທີ່​ຫລົງ​ໄປ​ຈາກ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງພ​ຣະ​ອົງ. \v 22 ຂ້າ​ນ້ອຍ​ໄດ້​ພົ້ນ​ຈາກ​ຄວາມ​ອັບ​ອ​າຍ ແລ​ະ​ຂາຍ​ຫນ້າ, ເພາະ​ຂ້າ​ນ້ອຍ​ໄດ້​ເຊື່ອ​ຟັງ​ກົດ​ບັນ​ຍັດ​ທັງ​​ຫລາຍ​ແຫ່ງ​ສັນ​ຍາ​ຂອງພ​ຣະ​ອົງ. \s5 \v 23 ເຖິງແມ່ນວ່າ​ພວກ​ຜູ້​ປົກ​ຄອງ​ນັ່ງ​ປຶກ​ສາ​ກັນ​ແລະ​ໃສ່​ຮ້າຍ​ຂ້າ​ນ້ອຍ, ແຕ່​ຜູ້​ຮັບ​ໃຊ້​ຂອງພ​ຣະ​ອົງ​ຈະ​ຊອກ​ຫາ​ກົດ​ບັນ​ຍັດ​ທັງ​​ຫລາຍ​ຂອງ​ພ​ຣະ​ອົງ. \v 24 ກັດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຄົງ​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ນ້ອຍ, ແລະ​ສິ່ງ​ເຫລົ່າ​ນັ້ນ​ເປັນ​ເປັນ​ທີ່​ປຶກ​ສາ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ. ດາ​ເລ. \s5 \v 25 ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຕິດ​ຢູ່​ໃນ​ຂີ້​ຝຸ່ນ! ຂໍ​ຊົງ​ປຣະ​ທານ​ຊີ​ວິດ​ແກ່​ຂ້າ​ນ້ອຍ​ໂດຍ​ພ​ຣະ​ດຳ​ຣັດ​ຂອງພ​ຣະ​ອົງ. \v 26 ຂ້າ​ນ້ອຍ​ໄດ້​ບອກ​ເຖິງ​ທາງ​ຂອງ​ຂ້າ​ນ້ອຍ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ, ຂໍ​ຊົງ​ສອນ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. \s5 \v 27 ​ຂໍ​ຊົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ເຂົ້າ​ໃຈ​ບັນ​ດາ​ທາງ​ແຫ່ງ​ຄຳ​ສັ່ງ​ສອນ​ທັງ​ຫລ​າຍ​ຂອງ​ພ​ຣະ​ອົງ, ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ເຖິງ​ຄຳ​ສອນ​ອັນ​ອັ​ສະ​ຈັນ​ຕ່າງໆ ຂອງ​ພ​ຣະ​ອົງ. \v 28 ຂ້າ​ນ້ອຍ​ຈົ່ມ​ຢູ່ໃນ​ຄວາມ​ໂສກ​ເສົ້າ​ຢ່າງ​ຍິ່ງ! ຂໍ​ຊົງ​ເສີມ​ກຳ​ລັງ​ຂ້າ​ນ້ອຍ​ໂດຍ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣ​ະ​ອົງ​ເຖີດ. \s5 \v 29 ​ຂໍ​ຊົງ​ຫັນ​ຂ້າ​ນ້ອຍ​ໄປ​ຈາກ​ທາງ​ຫລອກ​ລວງ; ຂໍ​ຊົງ​ກະ​ຣຸ​ນາ​ສອນ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. \v 30 ຂ້າ​ນ້ອຍ​ໄດ້​ເລືອກ​ທາງ​ແຫ່ງ​ຄວາມ​ຊື່​ສັດ; ຂ້າ​ນ້ອຍ​ຮັກ​ສາ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ໄວ້​ຕົງ​ຫນ້າ​ຂ້າ​ນ້ອຍ​ສະ​ເຫມີ. \s5 \v 31 ຂ້າ​ນ້ອຍ​ຍືດ​ຫມັ້ນ​ຢູ່​ກັບ​ກັດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ; ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ອັບ​ອາຍ. \v 32 ຂ້າ​ນ້ອຍ​ຈະ​ແລ່ນ​ໃນ​ທາງ​ແຫ່ງ​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ​ເພາະ​ພ​ຣະ​ອົງ​ຊົງ​ຂະ​ຍາຍ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ໃຫ້​ກວ້າງ​ທີ່​ຈະ​ກະ​ທຳ​ເຊັ່ນ​ນັ້ນ. ເຮ. \s5 \v 33 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ສອນ​ຂ້າ​ນ້ອຍ, ​ເຖິງ​ທາງ​ແຫ່ງ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ຈະ​ຮັກ​ສາ​ໄວ້​ຈົນ​ເຖິງ​ທີ່​ສຸດ. \v 34 ຂໍ​ຊົງ​ປຣະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ, ແລະ​ເພື່ອ​ຂ້າ​ນ້ອຍ​ຈະ​ຮັກ​ສາ​ກົດ​ບັນ​ຍັດ​ຂ​ອງ​ພ​ຣະ​ອົງ​ໄວ້; ແລະ​ຂ້າ​ນ້ອຍ​ຈະ​ປະ​ຕິ​ເສດ​ຕາມ​ດ້ວຍ​ສຸດ​ໃຈ. \s5 \v 35 ​ຂໍ​ຊົງ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ທາງ​ແຫ່ງ​ສັນ​ຍາ​ທັງ​ຫລາຍ​ຂ​ອງ​ພ​ຣະ​ອົງ, ເພາະ​ຂ້າ​ນ້ອຍ​ຍິນ​ດີ​ທີ່​ຈະ​ເດີນ​ໃນ​ທາງ​ນັ້ນ. \v 36 ຂໍ​ຊົງ​ໂນ້ມ​ໃຈ​ຂ້າ​ນ້ອຍ​ເຂົາ​ຫາ​ກົດ​ບັນ​ຍັດ​ທັງ​​ຫລາຍ​ແຫ່ງ​ສັນ​ຍາ​ຂອງພ​ຣະ​ອົງ ແລະ​ອອກ​ຫ່າງ​ຈາກ​ການ​ໄດ້​ມາ​ຊຶ່ງ​ບໍ່​ຊອບ​ທັມ. \s5 \v 37 ຂໍ​ຊົງ​ຫັນ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ​ໄປ​ຈາກ​ການ​ເບິ່ງ​ເຫັນ​ສິ່ງ​ທີ່​ໄຮ້​ຄ່າ; ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ໄວ້​ໃນ​ບັນ​ດາ​ທາງ​ຂອງ​ພ​ຣະ​ອົງ. \v 38 ຂໍ​ຊົງ​ເຮັດ​ຕາມ​ພ​ຣະ​ສັນ​ຍາ​ຂອງພ​ຣະ​ອົງ​ຕໍ່​ຜູ້​ຮັບ​ໃຊ້​ຂອງພ​ຣະ​ອົງ ທີ່​ພ​ຣະ​ອົງ​ມີ​ໄວ້​ສຳ​ລັບ​ຜູ້​ທີ່​ຖວາຍ​ກຽຕຂ​ອງ​ພ​ຣະ​ອົງ. \s5 \v 39 ​ຂໍ​ຊົງ​ເອົາ​ການ​ເຢາະ​ເຍີ້ຍ​ຊຶ່ງ​ຂ້າ​ນ້ອຍ​ກັງ​ວົນ​ນັ້ນ​ອອກ​ໄປ, ​ເພາະ​ບັນ​ດາ​ຄຳ​ຕັດ​ສິນ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ນັ້ນ​ປະ​ເສີດ. \v 40 ເບິ່ງ​ເຖີດ, ຂ້າ​ນ້ອຍ​ໄດ້​ໂຫຍ​ຫາ​ຄ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ຮື້​ຟື້ນ​ຂ້າ​ນ້ອຍ​ໃນ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ເຖີດ. ວາ. \s5 \v 41 ​ຂ້າ​ແດ່​ພ​ຣະ​ຢ​າ​ເວ, ຂໍ​ປຣະ​ທານ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ​ມາ​ເຖິງ​ຂ້າ​ນ້ອຍ- ຄື​ຄວາມ​ລອດ​ຂອງ​ພ​ຣະ​ອົງ​ຕາມ​ພ​ຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ; \v 42 ແລ້ວ​ຂ້າ​ນ້ອຍ​ຈະ​ມີ​ຄຳ​ຕອບ​ໃຫ້​ຜູ້​ທີ່​ເຢາະ​ເຍີ້ຍ​ຂ້າ​ນ້ອຍ, ​ເພາະ​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. \s5 \v 43 ​ຂໍ​ຢ່າ​ຊົງ​ນຳ​ພ​ຣະ​ດຳ​ຣັດ​ແຫ່ງ​ຄວາມ​ຈິງ​ໄປ​ຈາກ​ປາກ​ຂ້າ​ນ້ອຍ, ​ເພາະ​ຂ້າ​ນ້ອຍ​ໄດ້​ລໍ​ຖ້າ​ບັນ​ດາ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ. \v 44 ຂ້າ​ນ້ອຍ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​, ສະ​ເຫມີ​ໄປ​ເປັນ​ນິ​ຣັນ. \s5 \v 45 ​ຂ້າ​ພ​ຣະ​ອົງ​ຈະ​ເດີນ​ຢ່າງ​ຫມັ້ນ​ຄົງ, ເພາະ​ຂ້າ​ນ້ອຍ​ໄດ້​ສະ​ແຫວງ​ຫາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 46 ຂ້າ​ນ້ອຍ​ຈະ​ກ່າວ​ເຖິງ​ພ​ຣະ​ໂອ​ວາດ​ອັນ​ຈິງ​ຈັງ​ຂອງ​ພ​ຣະ​ອົງ​ຕໍ່​ຫນ້າ​ບັນ​ດາ​ກະ​ສັດ ແລະ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ອັບ​ອາຍ. \s5 \v 47 ​ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ​ໃນ​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງພ​ຣະ​ອົງ, ຊຶ່ງ​ຂ້າ​ນ້ອຍ​ຮັກ. \v 48 ຂ້າ​ນ້ອຍ​ຈະ​ຊູ​ມື​ຂອງ​ຂ້າ​ນ້ອຍ​ຂຶ້ນ​ຕໍ່​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງພ​ຣະ​ອົງ​ຊຶ່ງ​ຂ້າ​ນ້ອຍ​ຮັກ; ຂ້າ​ນ້ອຍ​ຈະ​ຊອ​ກ​ຫາ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. ຊາ​ຍິນ. \s5 \v 49 ​ຂໍ​ຊົງ​ຣະ​ນຶກ​ເຖິງ​ບັນ​ດາ​ພ​ຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ທີ່​ມີ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ເພາະ​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ຄວາມ​ຫວັງ​ແກ່​ຂ້າ​ນ້ອຍ. \v 50 ນີ້​ຄື​ການ​ປອບ​ໂຍນ​ໃນ​ຍາມ​ທຸກ​ຍາກ​ຂອງ​ຂ້າ​ນ້ອຍ: ວ່າ​ພ​ຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ​ໄດ້​ຮັກ​ສາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄວ້. \s5 \v 51 ຄົນ​ໂອ​ຫັງ​ເຢາະ​ເຍີ້ຍ​ຂ້າ​ນ້​ອຍ, ​ສະ​ນັ້ນ​ຂ້າ​ນ້ອຍ​ບໍ່​ໄດ້​ຫັນ​ອອກ​ຈາກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 52 ຂ້າ​ນ້ອຍ​ໄດ້​ຄິດ​ເຖິງ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ ທີ່​ມີ​ມາ​ແຕ່​ການ​ກ່ອນ, ຂ້າ​ແດ່​ພ​ຣະ​ຢາ​ເວ, ແລະ​ຂ້າ​ນ້ອຍ​ກໍ​ປອບ​ໂຍນ​ຕົງ​ເອງ. \s5 \v 53 ​ຄວາມ​ໃຈ​ຮ້າຍ​ອັນ​ຮ້ອນ​ແຮງ​ໄດ້​ເກາະ​ຄຸມ​ຂ້າ​ນ້ອຍ ເນື່ອງ​ຈາກ​ຄົນ​ຊົ່ວ​ຜູ້​ປະ​ຕິ​ເສດ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 54 ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ໄດ້​ເປັນ​ບົດ​ເພງ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ ໃນ​ບ້ານ​ທີ່​ຂ້າ​ນ້ອຍ​ອາ​ສັຍ​ຢູ່​ຊົ່ວ​ຄາວ. \s5 \v 55 ຂ້າ​ນ້ອຍ​ຄິດ​ເຖິງ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ໃນ​ຍາມ​ຄ່ຳ​ຄືນ, ຂ້າ​ແດ່​ພ​ຣະ​ຢາ​ເວ, ແລະ​ຂ້າ​ນ້ອຍ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 56 ສິ່ງ​ນີ້​ແຫລະ​ທີ່​ຂ້າ​ນ້ອຍ​ໄດ້​ກະ​ທຳ ເພາະ​ຂ້າ​ນ້ອຍ​ໄດ້​ປະ​ຕິ​ບັດ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. ຫັດ. \s5 \v 57 ພ​ຣະ​ຢາ​ເວ​ແມ່ນ​ທຸກ​ສ່ວນ​ຕ່າງໆ; ຂ້າ​ນ້ອຍ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ພ​ຣະ​ດຳ​ຣັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 58 ຂ້າ​ນ້ອຍ​ວິງວອນ​ຂໍ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ​ຢ່າງ​ຮ້ອນ​ຮົນ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ກາ​ຣຸ​ນາ​ແກ່​ຂ້າ​ນ້ອຍ​, ຕາມ​ດຳ​ຣັດ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້. \s5 \v 59 ຂ້າ​ນ້ອຍ​ໄດ້​ກວດ​ສອບ​ບັນ​ດາ​ທາງ​ຂອງ​ຂ້າ​ນ້ອຍ ແລະ​ຂ້າ​ນ້ອຍ​ໄດ້​ຫັນ​ຕີນ​ຂອງ​ຂ້າ​ນ້ອຍ​ໄປ​ຍັງ​ບັນ​ດາ​ກົດ​ບັນ​ຍັດ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ. \v 60 ຂ້າ​ນ້ອຍ​ຮີບ​ເຮັ່ງ​ແລະ​ບໍ່​ໄດ້​ຊ້າ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 61 ແມ່ນ​ເຊືອກ​ທັງ​ຫລາຍ​ຂອງ​ຄົນ​ຊົ່ວ​ໄດ້​ດັກ​ຂ້າ​ນ້ອຍ​ໄວ້; ຂ້າ​ນ້ອຍ​ກໍ​ບໍ່​ລືມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 62 ພໍ​ທ່ຽງ​ຄືນ ຂ້າ​ນ້ອຍ​ລຸກ​ຂຶ້ນ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ເນື່ອງ​ດ້ວຍ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 63 ​ຂ້າ​ນ້ອຍ​ເປັນ​ມິດ​ກັບ​ທຸກ​ຄົນ​ທີ່​ຖວາຍ​ກຽຕ​ພ​ຣະ​ອົງ, ກັບ​ຄົນ​ທັງ​ຫມົດ​ທີ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 64 ຂ້າ​ແດ່​ພ​ຣະ​ຢາ​ເວ, ແຜ່ນ​ດິນ​ໂລກ, ​ເຕັມ​ດ້ວຍ​ຄວາມ​ຊື່​ສັດ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ສອນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. ທີດ. \s5 \v 65 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ດີ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​, ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. \v 66 ຂໍ​ຊົງ​ສອນ​ວິ​ຈາ​ຣະ​ນາ​ແລະ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ​ຢ່າງ​ຖ່ອງ​ແທ້, ເພາະ​ຂ້າ​ນ້ອຍ​ໄດ້​ເຊື່ອ​ໃນ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 67 ​ເມື່ອ​ກ່ອນ​ຂ້າ​ນ້ອຍ​ໄດ້​ທົນ​ທຸກ​ທໍ​ຣະ​ມານ, ຂ້າ​ນ້ອຍ​ໄດ້​ຫລົງ​ເຈີ່ນ​ໄປ​ແຕ່​ບັດ​ນິ້​ຂ້າ​ນ້ອຍ​ປະ​ຕິ​ບັດ​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອ​ົງ. \v 68 ພ​ຣະ​ອົງ​ຊົງ​ດີ​ປະ​ເສີດ, ແລະ​ພ​ຣະ​ອົງ​ຄື​ຜູ້​ນັ້ນ​ທີ່​ຊົງ​ກະ​ທຳ​ການ​ດີ; ຂໍ​ຊົງ​ສອນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. \s5 \v 69 ​ຄົນ​ໂອ​ຫັງ​ໄດ້​ປ້າຍ​ຄວາມ​ບໍ່​ຈິງ​ໃສ່​ຂ້າ​ນ້ອຍ, ແຕ່​ຂ້າ​ນ້ອຍ​ຮັກ​ສາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ. \v 70 ຈິດ​ໃຈ​ຂອງ​ພວກ​ເຂົາ​ແຂ້ງ​ກະ​ດ້າງ, ແຕ່​ຂ້າ​ນ້ອຍ​ປິ​ຕິ​ຍິນ​ດີ​ໃນ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \s5 \v 71 ​ດີ​ແລ້ວ​ທີ່​ຂ້າ​ນ້ອຍ​ໄດ້​ທຸກ​ຍາກ ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ຮຽນ​ຮູ້​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 72 ຄຳ​ສັ່ງ​ສອນ​ຈາກ​ປາກ​ຂອງ​ພ​ຣະ​ອົງ​ສຳ​ຫລັບ​ຂ້າ​ນ້ອຍ​ແລ້ວ​ກໍ​ມີ​ຄ່າ​ຍິ່ງກວ່າ​ທອງ​ຄຳ​ແລະ​ເງິນ​ເປັນ​ພັນໆແທ່ງ. ໂຢດ. \s5 \v 73 ​ມື​ຂອງພ​ຣະ​ອົງ​ໄດ້​ຊົງ​ສ້າງ​ແລະ​ໄດ້​ຊົງ​ຕົບ​ແຕ່ງ​ຂ້າ​ນ້ອຍ​, ຂໍ​ຊົງ​ປຣະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ. ເພື່ອ​ຂ້າ​ນ້ອຍ​ຈະ​ຮຽນ​ຮູ້​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 74 ບັນ​ດາ​ຜູ້​ທີ່​ຖວາຍ​ກຽຕ​ພ​ຣະ​ອົງ​ຈະ​ຍີນ​ດີ​ເມື່ອ​ພວກ​ເຂົາ​ເຫັນ​ຂ້າ​ນ້ອຍ ເພາະ​ວ່າ​ຂ້າ​ນ້ອຍ​ພົບ​ຄວາມ​ຫວັງ​ໃນ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. \s5 \v 75 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ຮູ້​, ວ່າ​ບັນ​ດາ​ກົດ​ບັນ​ຍັດ​ຂອງ​ພ​ຮະ​ອົງ​ນັ້ນ​ຖືກ​ຕ້ອງ​ແລ້ວ, ແລະ​ໃນ​ຄວາມ​ຊື່​ສັດ​ນັ້ນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ຂ້າ​ນ້ອຍ​ນັ້ນ​ທຸກ​ຍາກ. \v 76 ຂໍ​ຄວາມ​ຊື່​ສັດ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ປອບ​ໂຍນ​ຂ້າ​ນ້ອຍ ຕາມ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ກັບ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. \s5 \v 77 ຂໍ​ຊົງ​ສຳ​ແດງ​ຄວາມ​ກາ​ຣຸ​ນາ ເພື່ອ​ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດ​ຢູ່, ເພາະ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ນ້ອຍ. \v 78 ຂໍ​ຊົງ​ໃຫ້​ຄົນ​ໂອ​ຫັງ​ອັບ​ອາຍ ເພາະ​ພວກ​ເຂົາ​ໄດ້​ໃສ່​ຮ້າຍ​ຂ້າ​ນ້ອຍ; ສ່ວນ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 79 ​ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຖວາຍ​ພ​ຣະ​ກຽຕ​ພ​ຣະ​ອົງ​ຫັນ​ກັບ​ມາ​ຫາ​ຂ້າ​ນ້ອຍຄື​ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ນັ້ນ. \v 80 ຂໍ​ໃ​ຫ້​ໃຈ​ຂອງ​ຂ້າ​ນ້ອຍ​ໄຮ້​ຕຳ​ນິ​ດ້ວຍ​ການເຄົາ​ຣົບ​ນັບ​ຖື​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ ດັ່ງ​ນັ້ນ​ຂ້າ​ນ້ອຍ​ຈະ​ບໍ່​ຕ້ອງ​ຖືກ​ເຮັດ​ໃຫ້​ອັບ​ອາຍ. ກາດ. \s5 \v 81 ຂ້າ​ນ້ອຍ​ຫມົດ​ແຮງ​ກັບ​ການ​ລໍ​ຖ້າ​ທີ່​ພ​ຣະ​ອົງ​ອາດ​ຈະ​ມາ​ຊ່ວຍ​ກູ້​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້​ຫວັງ​ໃນ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. \v 82 ຕາ​ຂອງ​ຂ້າ​ນ້ອຍ​ຖ້າ​ທີ່​ຈະ​ເຫັນ​ພ​ຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ; ເມື່ອ​ໃດ​ທີ່​ພ​ຣະ​ອົງ​ຈະ​ຊົງ​ປອບ​ໂຍນ​ຂ້າ​ນ້ອຍ? \s5 \v 83 ເພາະ​ຂ້າ​ນ້ອຍ​ໄດ້​ເປັນ​ເຫມືອນ​ຖົງ​ຫນັງ​ເຫລົ້າ​ອະ​ງຸ່ນ​ທີ່​ຖືກ​ກຸມ​ຄວັນ​; ຂ້າ​ນ້ອຍ​ບໍ່​ລືມ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 84 ຜູ້​ຮັບ​ໃຊ​້ຂອງ​ນ້ອຍ​ຕ້ອງ​ທົນ​ຢູ່​ອີກ​ດົນ​ປານ​ໃດ, ເມື່ອ​ໃດ​ທີ່​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ການ​ພິ​ພາກ​ສາ​ພວກ​ກົດ​ຂີ່​ຜູ້​ຂົ່ມ​ເຫັງ​ຂ້າ​ນ້ອຍ? \s5 \v 85 ຄົນ​ໂອ​ຫັງ​ໄດ້​ຂຸດ​ຫລຸມ​ພາງ​ດັກ​ຂ້າ​ນ້ອຍ, ຄື​ຄົນ​ເຫລົ່າ​ນັ້ນ​ທີ່​ຝ່າ​ຝືນ​ກັບ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 86 ບັນ​ດາ​ກົດ​ບັນ​ຍັດ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ກໍ​ເຊື່ອ​ຖື​ໄດ້, ຄົນ​ເຫລົ່າ​ນັ້ນ​ຂົ່ມ​ເຫັງ​ຂ້າ​ນ້ອຍ​ຢ່າງ​ບໍ່​ຍຸ​ຕິ​ທັມ; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ. \s5 \v 87 ​ພວກ​ເຂົາ​ເກືອບ​ເຮັດ​ໃຫ້​ຂ້າ​ນ້ອຍ​ສູນ​ສິ້ນ​ໄປ​ຈາກ​ແຜ່ນ​ດິນ​ໂລກ​ແລ້ວ,​ແຕ່​ຂ້າ​ນ້ອຍ​ບໍ່​ປະ​ຕິ​ເສດ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 88 ດ້ວຍ​ຄວາມ​ຮັກ​ຫມັ່ນ​ຄົງ​ຂອງ​ພ​ຣະ​ອົງ, ຂໍ​ຊົງ​ຮັກ​ສາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​, ເພື່ອ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ເຊື່ອ​ຟັງ​ບັນ​ດາ​ພ​ຣະ​ບັນ​ຊາ​ຂອງ​ພ​ຣະ​ອົງ. ຣາ​ເມດ. \s5 \v 89 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ເປັນ​ນິດ; ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ໄດ້​ຕັ້ງ​ຫມັ້ນ​ຄົງ​ໃນ​ທ້ອງ​ຟ້າ. \v 90 ຄວາມ​ຊື່​ສັດ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊ​ົ່ວ​ຊາດ; ພ​ຣະ​ອົງ​ໄດ້​ຊົງ​ສະ​ຖາ​ປະ​ນາ​ແຜ່ນ​ດິນ​ໂລກ, ​ແລະ​ມັນ​ກໍ​ຍັງ​ຄົງ​ຢູ່. \s5 \v 91 ​ທຸກ​ສິ່ງ​ເຫລົ່າ​ນີ້​ຕັ້ງ​ຫມັ້ນ​ຢູ່​ຈົນ​ທຸກວັນ​ນີ້, ດັ່ງ​ທີ່​ພ​ຣະ​ອົງ​ໄດ້​ກ່າວ​ໃນ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ເພາະ​ທຸກ​ສິ່ງ​ເປັນ​ຂອງ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. \v 92 ຖ້າ​ກົດ​ບັນ​ຍັດ​ຂອງ​ພ​ຣ​ະ​ອົງ​ບໍ່​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຄົງ​ໄດ້​ພິ​ນາດ​ໄປ​ໃນ​ຄວາມ​ທຸກ​ຍາກ​ແລ້ວ. \s5 \v 93 ຂ້າ​ນ້ອຍ​ຈະ​ບໍ່​ມີ​ທາງ​ລືມ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ເລີຍ​, ເພາະ​ໂດ​ຍ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ເຫລົ່າ​ນັ້ນ. \v 94 ພ​ຣະ​ອົງ​ໄດ້​ຊົງ​ຮັກ​ສາ​ຊີ​ວິດ​ຂ້າ​ນ້ອຍ​ໄວ້, ຂ້າ​ນ້ອຍ​ເປັນ​ຂອງ​ພ​ຣະ​ອົງ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ ເພາະ​ຂ້າ​ນ້ອຍ​ສະ​ແຫວງ​ຫາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 95 ​ຄົນ​ຊົ່ວ​ຕຣຽມ​ທຳ​ລາຍ​ຂ້າ​ນ້ອຍ, ແຕ່​ຂ້າ​ນ້ອຍ​ຈະ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ໃນ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ. \v 96 ຂ້າ​ນ້ອຍ​ໄດ້​ເຄີຍ​ເຫັນ​ມາ​ແລ້ວ​ວ່າ​ທຸກ​ສິ່ງ​ມີ​ຂໍ້​ຈຳ​ກັດ​ຂອງ​ມັນ, ແຕ່​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ກວ້າງ​ຂວາງ​ໄຮ້​ຂີດ​ຈຳ​ກັດ. \s5 \v 97 ​ໂອ ຂ້າ​ນ້ອຍ​ຮັກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ແທ້ໆ! ເປັນ​ຄຳ​ວິງວອນ​ຂອງ​ຂ້າ​ນ້ອຍ​ຕະ​ຫລອດ​ທັງ​ວັນ. \v 98 ກົດ​ບັນ​ຍັດ​ທັງ​​ຫລາຍ​ຂອງ​ພ​ຣະ​ອົງ​ເຮັດ​ໃຫ້​ຂ້າ​ນ້ອຍ​ສະ​ຫລາດກວ່າ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ, ​ເພາະ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ນັ້ນ​ຢູ່​ກັບ​ຂ້າ​ນ້ອຍ​ສະ​ເຫມີ. \s5 \v 99 ​ຂ້າ​ນ້ອຍ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍກວ່າ​ຄຣູ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​, ເພາະ​ຂ້າ​ນ້ອຍ​ຊອກ​ຫາ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ. \v 100 ຂ້າ​ນ້ອຍ​ເຂົ້າ​ໃຈ​ຫລາຍກວ່າ​ຜູ້​ທີ່​ອາ​ຍຸ​ໃຫຍ່ກວ່າ​ຂ້າ​ນ້ອຍ; ນີ້​ເປັນ​ເພາະ​ຂ້າ​ນ້ອຍ​ໄດ້​ຮັກ​ສາ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 101 ​ຂ້າ​ນ້ອຍຢັ້ງ​ຕີນ​ໄວ້​ຈາກ​ທາງ​ຊ​ົ່ວ​ທຸກ​ຢ່າງ ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ປະ​ຕິ​ບັດ​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອ​ົງ. \v 102 ຂ້າ​ນ້ອຍ​ບໍ່​ໄດ້​ຫັນ​ໄປ​ຈາກ​ບັນ​ດາ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສອນ​ຂ້າ​ນ້ອຍ. \s5 \v 103 ​ບັນ​ດາ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ນັ້ນ​ຊ່າງ​ມີ​ຣົດ​ຊາດ​ຫວານ​ແກ່​ຂ້າ​ນ້ອຍ, ແມ່ນ​ລະ, ຫວານກວ່າ​ນ້ຳເ​ຜິ້ງ​ເມື່ອ​ເຖິງ​ປາກ​ຂອງ​ຂ້າ​ນ້ອຍ! \v 104 ໂດຍ​ທາງ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ຂ້າ​ນ້ອຍ​ສາ​ມາດ​ເຂົ້າ​ໃຈ​ໄດ້ ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ກຽດ​ຊັງ​ທາງ​ທີ່​ຜິດ​ທັງ​ຫລາຍ. ນັນ. \s5 \v 105 ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ເປັນ​ຕ​ະ​ກຽງ​ແກ່​ຕີນ​ຂ້າ​ນ້ອຍ ແລະ​ເປັນ​ຄວາມ​ສະ​ຫວ່າງ​ແກ່​ທາງ​ຂອງ​ຂ້າ​ນ້ອຍ. \v 106 ຂ້າ​ນ້ອຍ​ໄດ້​ສາ​ບານ​ແລະ​ໄດ້​ຢືນ​ຢັນ​ວ່າ, ຂ້າ​ນ້ອຍ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 107 ​ຂ້າ​ແດ່​ພ​ຣະ​ຢາ​ເວ; ຂ້າ​ນ້ອຍ​ທຸກ​ຍາກ​ຫລາຍ, ຂໍ​ຊົງ​ຮັກ​ສາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄວ້​. ຕາມ​ທີ່​ພ​ຣະ​ອົງ​ໄດ້​ສັນ​ຍາ​ດ້ວຍ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. \v 108 ຂ້າ​ແດ່​ພ​ຣະ​ຢ​ເວ, ຂໍ​ຊົງ​ຮັບ​ເຄື່ອງ​ບູ​ຊາ​ຖວາຍ​ດ້ວຍ​ຄວາມ​ສະ​ມັກ​ໃຈ​ຈາກ​ປາກ​ຂອງ​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ສອນ​ກົດ​ບັນ​ຍັດ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. \s5 \v 109 ແຕ່​ສະ​ນັ້ນ​ຂ້າ​ນ້ອຍ​ບໍ່​ລືມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 110 ​ຄົນ​ຊົ່ວ​ໄດ້​ວາງ​ກັບ​ດັກ​ຂ້າ​ນ້ອຍ, ແຕ່​ຂ້າ​ນ້ອຍ​ບໍ່​ຫັນ​ເຫ​ຈາກ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 111 ​ຂ້າ​ນ້ອຍ​ຮັບ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໄວ້​ເປັນ​ມໍ​ຣະ​ດົກ​ຂອງ​ຂ້າ​ນ້ອຍ​ເປັນ​ນິດ, ເພາະ​ສິ່ງ​ເຫລົ່າ​ນັ້ນ​ເປັນ​ຄວາມ​ຊື່ນ​ບານ​ແກ່​ຈິດ​ໃຈ​ຂ້າ​ນ້ອຍ. \v 112 ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ເຊື່ອ​ຫມັ້ນ​ໃນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ເປັນ​ນິດ​ຈົນ​ເຖິງ​ການ​ອາ​ວະ​ສານ. ຊາ​ເມັກ. \s5 \v 113 ​ຂ້າ​ນ້ອຍ​ກຽດ​ຊັງ​ຄົນ​ສອງ​ໃຈ, ແຕ່​ຂ້າ​ນ້ອຍ​ຮັກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 114 ພ​ຣະ​ອົງ​ຊົງ​ເປັນ​ທີ່​ກຳ​ບັງ​ແລະ​ເປັນ​ໂລ້​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ລໍ​ຖ້າ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ. \s5 \v 115 ​ຈົ່ງ​ໄປ​ຈາກ​ເຮົາ, ເຈົ້າ​ຄົນ​ເຮັດ​ຊົ່ວ, ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ເຮັດ​ຕາມ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ເຈົ້າ​ຂອງ​ຂ້າ​ນ້ອຍ. \v 116 ຂໍ​ຊົງ​ຄ້ຳ​ຈູນ​ຂ້າ​ນ້ອຍ​ໄວ້​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ ເພື່ອ​ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດຢ​ູ່ ແລະ​ບໍ່​ອັບ​ອາຍ​ໃນ​ຄວາມ​ຫວັງ​ຂອງ​ຂ້າ​ນ້ອຍ. \s5 \v 117 ແລະ​ຂ້າ​ນ້ອຍ​ຈະ​ລອດ, ແລະ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ສະ​ເຫມີ. \v 118 ພ​ຣະ​ອົງ​ຊົງ​ປະ​ຕິ​ເສດ​ທຸກ​ຄົນ​ທີ່​ຫັນ​ເຫ​ຈາກ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ເພາະ​ຄົນ​ເຫລົ່າ​ນັ້ນ​ໄດ້​ຫລອກ​ລວງ​ແລະ​ເຊື່ອ​ຖື​ບໍ່​ໄດ້. \s5 \v 119 ​ພ​ຣະ​ອົງ​ຊົງ​ຖິ້ມ​ຄົນ​ຊົ່ວ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ​ເປັນ​ຄື​ຂີ້​ແຮ່​; ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ຮັກ​ພ​ຣະ​ໂອ​ວາດ​ອັນ​ຈິງ​ຈັງ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 120 ຮ່າງ​ກາຍ​ຂ້າ​ນ້ອຍ​ສັ່ນ​ໃນ​ຄວາມ​ເກງ​ກົວ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ຢຳ​ເກງ​ກົດ​ຫມາຍ​ອັນ​ຊອບ​ທັມ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. ອາ​ຍິນ. \s5 \v 121 ຂ້າ​ນ້ອຍ​ເຮັດ​ສິ່ງ​ທີ່​ຍຸ​ຕິ​ທັມ​ແລະ​ຖືກ​ຕ້ອງ; ຂໍ​ຢ່າ​ຊົງ​ຖິ້ມ​ຂ້າ​ນ້ອຍ​ໄວ້​ກັບ​ຜູ້​ກົດ​ຂີ່​ຂົ່ມ​ເຫັງ​ຂ້າ​ນ້ອຍ. \v 122 ຂໍ​ຊົງ​ຮັບ​ປະ​ກັນ​ສະ​ຫວັດ​ດີ​ພາບ​ຜູ້​ຮັບ​ໃຊ້​ຂອ​ງ​ພ​ຣະ​ອົງ; ຂໍ​ຢ່າ​ຊົງ​ໃຫ້​ຄົນ​ໂອ​ຫັງ​ກົດ​ຂີ່​ຂົ່ມ​ເຫັງ​ຂ້າ​ນ້ອຍ. \s5 \v 123 ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ​ເມື່ອຍ​ລ້າ ຂະ​ນະ​ທີ່​ຂ້າ​ນ້ອຍ​​ລໍ​ຖ້າ​ຄວາມ​ລອດ​ຂອງ​ພ​ຣະ​ອົງ ແລະ​ລໍ​ຖ້າ​ພ​ຣະ​ດຳ​ຣັດ​ອັນ​ຊອບ​ທັມ​ຂອງ​ພ​ຣະ​ອົງ. \v 124 ຂໍ​ຊົງ​ສຳ​ແດງ​ຄວາມ​ຊື່​ສັດ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ແກ່​ຜູ້​ຮັບ​ໃຊ້​ຂອງ ​ພ​ຣະ​ອົງ, ແລະ​ຂໍ​ຊົງ​ສອນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ. \s5 \v 125 ​ຂ້າ​ນ້ອຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ປຣະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ ເພື່ອ​ຂ້າ​ນ້ອຍ​ຈະ​ຮູ້​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ. \v 126 ເຖິງ​ເວ​ລາ​ທີ່​ພ​ຣະ​ຢາ​ເວ​ຈະ​ຊົງ​ຈັດ​ການ, ​ເພາະ​ປະ​ຊາ​ຊົນ​ໄດ້​ລະ​ເມີດ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \s5 \v 127 ແນ່ນອນ ຂ້າ​ນ້ອຍ​ຮັກ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ຍິ່ງກວ່າ​ທອງ​ຄຳ ຍິ່ງກວ່າ​ທອງ​ບໍ​ຣິ​ສຸດ. \v 128 ເພາະ​ສະ​ນັ້ນ​ຂ້າ​ນ້ອຍ​ຈະ​ຕິດ​ຕາມ​ຄຳ​ສັ່ງ​ສອນ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ຢ່າງ​ເຄັ່ງ​ຄັດ, ແລະ​ຂ້າ​ນ້ອຍ​ກຽດ​ຊັງ​ທາງ​ແຫ່ງ​ຄວາມ​ຫລອກ​ລວງ​ທຸກ​ທາງ. ເປ້. \s5 \v 129 ​ບັນ​ດາ​ກົດ​ລະ​ບຽບ​ຂອງ​ພ​ຣະ​ອົງ​ຫນ້າ​ອັ​ສະ​ຈັນ, ນັ້ນ​ຄື​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ຂ້າ​ນ້ອຍ​ຈຶ່ງ​ເຊື່ອ​ຫມັ້ນ​ໃນ​ບັນ​ດາ​ກົດ​ລະ​ບຽບ​ເຫລົ່າ​ນັ້ນ. \v 130 ການ​ເປີດ​ເຜີຍ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ໃຫ້​ຄວາມ​ສະ​ຫວ່າງ; ທັງ​ໃຫ້​ຄວາມ​ເຂົ້າ​ໃຈ​ແກ່​ຄົນ​ທີ່​ຂາດ​ປະ​ສົບ​ການ. \s5 \v 131 ​ຂ້າ​ນ້ອຍ​ອ້າ​ປາກ​ແລະ​ເມື່ອຍ​ຫອບ, ເພາະ​ຂ້າ​ນ້ອຍ​ປຣາ​ຖນາ​ກົດ​ບັນ​ຍັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 132 ຂໍ​ຊົງ​ຫັນ​ມາ​ຫາ​ຂ້າ​ນ້ອຍ​ແລະ​ມີ​ກະ​ຣຸ​ນາ​ຕໍ່​ຂ້າ​ນ້ອຍ, ເຊັ່ນ​ດຽວ​ກັບ​ທີ່​ພ​ຣະ​ອົງ​ຊົງ​ເຄີຍ​ເຮັດ​ຕໍ່​ຜູ້​ທີ່​ຮັກ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ສະ​ເຫມີ. \s5 \v 133 ​ຂໍ​ຊົງ​ນຳ​ຢ່າງ​ຕີນ​ຂອງ​ຂ້າ​ນ້ອຍ​ຕາມ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ; ແຕ່​ຂໍ​ຢ່າ​ຊົງ​ໃຫ້​ຄວາມ​ບາບ​ໃດໆ ມີ​ອຳ​ນາດ​ເຫນືອ​ຂ້າ​ນ້ອຍ. \v 134 ຂໍ​ຊົງ​ໄຖ່​ຂ້າ​ນ້ອຍ​ໃຫ້​ພົ້ນ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຂອງ​ມະ​ນຸດ ເພື່ອ​ຂ້າ​ນ້ອຍ​ຈ​ະ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \s5 \v 135 ​ຂໍ​ຊົງ​ໃຫ້​ມື​ຂອງ​ພ​ຣະ​ອົງ​ທໍ​ແສງ​ມາ​ຍັງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ ແລະ​ຂໍ​ຊົງ​ສອນ​ກົດ​ຫມາຍ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ \v 136 ບັນ​ດາ​ສາຍ​ທານ​ແຫ່ງ​ນ້ຳ​ຕາ​ໄຫລ​ລົງ​ມາ​ຈາກ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ ເພາະ​ປະ​ຊາ​ຊົນ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ \s5 \v 137 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງຊອບ​ທັມ, ແລະ​ກົ​ດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ກໍ​ທ່ຽງ​ທັມ. \v 138 ບັນ​ດາ​ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປຣະ​ທານ​ນັ້ນ​ຊອບ​ທັມ ແລະ​ແທ້​ຈິງ. \s5 \v 139 ​ຄວາມ​ຮ້າຍ​ກາດ​ໄດ້​ທຳ​ລາຍ​ຂ້າ​ນ້ອຍ ເພາະ​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ລືມ​ພ​ຣະ​ດຳ​ຣັດ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ. \v 140 ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ອົງ​ໄດ້​ຖືກ​ທົດ​ສອບ​ຫລາຍ​, ແລະ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ​ຮັກ​ສິ່ງນັ້ນ. \s5 \v 141 ຂ້າ​ນ້ອຍ​ຕ່ຳ​ຕ້ອຍ​ແລະ​ຖືກ​ດູ​ຫມິ່ນ, ແຕ່​ຂ້າ​ນ້ອຍ​ບໍ່​ລືມ​ຄຳ​ສັ່ງ​ສອນ​ທັ​ງ​ຫລາຍ​ຂອງ​ພ​ຣະ​ອົງ. \v 142 ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ​ຊອບ​ທັມ​ຖືກ​ຕ້ອງ​ຢູ່​ເປັນ​ນິດ, ແລະ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ກໍ​ເຊື່ອ​ຖື​ໄດ້. \s5 \v 143 ​ຄວາມ​ທຸກ​ຍາກ​ແລະ​ຄວາມ​ຣະທົມຂົມຂື່ນ​ໄດ້​ມາ​ສູ່​ຂ້າ​ນ້ອຍ, ກົດ​ບັນ​ຍັດ​ທ​ັງ​ຫລາຍ​ຂອງ​ພ​ຣະ​ອົງ​ຍັງ​ຄົງ​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ນ້ອຍ. \v 144 ກົດ​ບັນ​ຍັດ​ທັງ​ຫລາຍ​ແຫ່ງ​ສັນ​ຍາ​ຂອງ​ພ​ຣະ​ອົງ​ຊອບ​ທັມ​ເປັນ​ນິດ; ຂໍ​ຊົງ​ປຣະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ນ້ອຍ​ເພື່ອ​ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດ​ຢູ່. ໂອບ. \s5 \v 145 ຂ້າ​ນ້ອຍ​ໄດ້​ຮ້ອງ​ໄຫ້​ອອກ​ມາ​ຈາ​ກ​ຫົວ​ໃຈ," ຂໍ​ຊົງ​ຕອບ​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ, ​ຂ້າ​ນ້ອຍ​ຈະ​ຮັກ​ສາ​ກົດ​ຫມາຍຂອງ​ພ​ຣະ​ອົງ. \v 146 ຂ້າ​ນ້ອຍຮ້ອງ​ຫາພ​ຣະ​ອົງ; ຂໍ​ຊົງ​ຊ່ວຍ​ໃຫ້​ຂ້າ​ນ້ອຍ​ປອດ​ພັຍ, ແລະ​ຄ່ຳ​ຄວນ​ເຖິງ​ພ​ຣະ​ດຳ​ຣັດ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພ​ຣະ​ອົງ. \s5 \v 147 ​ຂ້າ​ນ້ອຍລຸກ​ຂຶ້ນ ກ່ອນ​ຮຸ່ງ​ເຊົ້າ​ແລະ​ຮ້ອງ​ຫາ​ຄວາມ​ຊ່ວຍ​ເຫລືອ. ຂ້າ​ນ້ອຍ​ມີ​ຄວາມ​ຫວັງ​ຢູ່​ໃນ​ພ​ຣະ​ຄັມ​. \v 148 ຕາ​ຂອງ​ຂ້າ​ນ້ອຍ​ເປີດ​ອອກ​ກ່ອນ​ທີ່​ກາງ​ຄືນ​ຈະ​ມາ ດັ່ງ​ນັ້ນ​,​ຂ້າ​ນ້ອຍ​ຈະ​ໄຕ່​ຕອງ​ພ​ຣະ​ຄັມ​ຂອງ​ພ​ຣະ​ອົງ. \s5 \v 149 ​ສຽງຮ້ອງ​ຂອງ​ຂ້າ​ນ້ອຍ​ຢູ່​ໃນ​ຄວາມ​ເຊື່ອ​ແຫ່ງ​ພັນ​ທະ​ສັນ​ຍາ; ເຮັດ​ໃຫ້​ຂ້ອຍ​ມີ​ຊີ​ວິດ​ຢູ່, ພ​ຣະ​ຢາ​ເວ, ດັ່ງ​ທີ່​ທ່ານ​ໄດ້​ສັນ​ຍາ​ໄວ້​ໃນ​ພ​ຣະ​ດຳ​ຣັດ​ຂອ​ງະພຣະອົງ. \v 150 ບັນ​ດາ​ຜູ້​ທີ່​ຖືກກ​ການ​ຂົ່ມ​ເຫັງ​ທັງ​ຫລາຍ​ກັບ​ມາ​ໃກ້​ເຮົາ, ແຕ່​ພວກ​ເຂົາ​ໄດ້​ຫ່າງ​ອອກ​ກົດ​ຫມາຍ​ຂອງ​ພ​ຣະ​ອົງ. \s5 \v 151 ​ພ​ຣະ​ອົງ​ຊົງຢູ່​ໃກ້​ຊິດຂ້າ​ນ້ອຍ, ພ​ຣະ​ຢາ​ເວ, ແລະ​ພ​ຣະ​ບັດ​ຂອງ​ທ່ານ​ກໍ​ເປັນ​ນັບ​ຖື, \v 152 ​ດົນ​ນານ​ມາ​ແລ້ວ ຂ້າ​ນ້ອຍ​ໄ​ດ້​ຮຽນ​ຮູ້​ຈາກ​ກົດ​ບັນ​ຍັດ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພ​ຣະ​ອົງ. ເຣດ. \s5 \v 153 ຂໍ​ຊົງ​ເບິ່ງ​ຄວາມ​ທຸກ​ທໍ​ຣະ​ມານຂອງ​ຂ້າ​ນ້ອຍ ແລະ​ຂໍ​ຊົງ​ຊ່ວຍ​ຂ້າ​ນ້​ອຍ​​ໃຫ້​ພົ້ນ​ແນ່, ເພາະ​ວ່າ​ຂ້າ​ນ້ອຍ​ບໍ່​ໄດ້​ປະ​ຖິ້ມກົດ​ຫມາຍ​ຂອງ​ພ​ຣະ​ອົງ. \v 154 ​ຂໍ​ຊົງ​ໂຜດ​ເປັນ​ທະ​ນາຍ​ຄວາມ​ແກ້​ຄະ​ດີ​ໃຫ້​ຂ້າ​ນ້ອຍ, ແລະ​ປ່ອຍ​ຂ້າ​ນ້ອຍ​ໃຫ້​ເປັນ​ອິ​ສຣະ, ໂຜດ​ຊ່ວຍ​ໃຫ້​ພົ້ນ​ຕາມ​ທີ່​ໄດ້​ສັນ​ຍາ​ໄວ້​ດ້ວຍ. \s5 \v 155 ຄົນ​ຊົ່ວ​ຮ້າຍ​ຈະ​ບໍ່ໄດ້ຖືກ​ຊ່ວຍ​ກູ້​ໃຫ້​ພົ້ນ​ພັຍ, ເພາະ​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 156 ຄວາມ​ເອັນ​ດູ​ຂອງ​ພ​ຣະ​ອົງ​ນັ້ນ​ກໍ​ຍິ່ງ​ໃຫຍ່, ພ​ຣະ​ຢາ​ເວ, ໂຜດ​ສຳ​ແດງ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ, ແລະ​ຊ່ວຍ​ໃຫ້​ຂ້າ​ນ້ອຍ​ໄດ້​ພົ້ນ​ດ້ວຍ​ເຖີດ. \s5 \v 157 ສັດ​ຕຣູ ແລະ​ຜູ້​ທີ່​ຂົມ​ເຫັງ​ນັ້ນ​ມີ​ຢູ່​ຫລວງ​ຫລາຍ, ແຕ່​ຂ້າ​ນ້ອຍ​ບໍ່​ໄດ້​ລະ​ເລີຍ​ທີ່​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. ​ \v 158 ເມື່ອ​ເບິ່ງ​ຄົນ​ທໍ​ຣະ​ຍົດ​ນີ້ ກໍ​ຫນ້າ​ເບື່ອ​ເຕັມ​ທີ ເພາະ​ວ່າ​ເຂົາ​ບໍ່​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ. \s5 \v 159 ພ​ຣະ​ອົງ​ຮູ້​ວ່າ​ຂ້າ​ນ້ອຍ​ຮັກ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ​ຫລາຍ​ເທົ່າ​ໃດ; ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ລອດ​ພົ້ນ​ດ້ວຍ​ເຖີດ, ພ​ຣະ​ຢາ​ເວ, ຕາມ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ໃນ​ພັນ​ທະ​ສັນ​ຍາ​ແຫ່ງ​ຄວາມ​ສັດ​ຊື່. ​ \v 160 ແກ່ນ​ແທ້​ຂອງ​ກົດ​ບັຍັດ​ລ້ວນ​ແຕ່​ເປັນ​ຄວາມ​ຈິງ; ການ​ຕັດ​ສິນ​ອັນ​ຍຸ​ຕິ​ທັມ​ຂອງ​ພ​ຣະ​ອົງ​ກໍ​ດຳ​ຣົງ​ຢູ່​ສືບ​ໄປ​ເປັນ​ນິດ. ຊິນ. \s5 \v 161 ​ແມ່ນ​ເຊືອກ​ທັງ​ຫລາຍ​ຂອງ​ຄົນ​ຊົ່ວ​ໄດ້​ດັກ​ຂ້າ​ນ້ອຍ​ໄວ້; ຫົວ​ໃຈ​ຂອງ​ຂ້າ​ນ້ອຍ​ໄດ້​ຖ່ອມ​ຕົວ​ລົງ, ຂ້າ​ນ້ອຍ​ກໍ​ບໍ່​ລືມ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 162 ຂ້າ​ນ້ອຍ​ມີ​ຄວາມ​ສຸກ​ເຫລືອ​ຫລາຍ ດັ່ງ​ຄົນ​ທີ່​ພົບ​ຊັບ​ສົມ​ບັດ​ມັ່ງ​ຄັ່ງ. \s5 \v 163 ຂ້​າ​ນ້ອຍ​ກຽດ​ຊັງ​ການ​ຕົວະ​ຍົວະ​ທ​ຸກ​ປະ​ການ, ແຕ່​ຂ້າ​ນ້ອຍ​ຮັກ​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອ​ົງ. \v 164 ຂ້າ​ນ້ອຍ​ໂມ​ທະ​ນາ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ມື້​ຫນຶ່ງ​ເຈັດ​ເທື່ອ ຍ້ອນ​ການ​ຕັດ​ສິນ​ອັນ​ຍຸ​ຕິ​ທັມຂອງ​ພ​ຣະ​ອົງ. \s5 \v 165 ຄົນ​ທີ່​ຮັກ​ກົດ​ບັນ​ຍັດ​ກໍ​ມີ​ຄວາມ​ປອດ​ພັຍ​ດີ ແລະ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ພວກ​ເຂ​ົ​າ​ລົ້ມ​ລົງ​ໄດ້. \v 166 ຂ້າ​ນ້ອຍ​ລໍ​ຖ້າ​ພ​ຣະ​ອົງ​ມາ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ພັຍ, ພ​ຣະ​ຢາ​ເວ, ແລະ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ເຮັດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ.​ \s5 \v 167 ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ, ແລະ​ຮັກ​ຄຳ​ສັ່ງ​ສອນນັ້ນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ​ \v 168 ຂ້າ​ນ້ອຍ​ຂັບ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະອົງ ແລະ​ຄຳ​ແນະ​ນຳ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ຊົງ​ເຫັນ​ທຸກ​ສິ່ງ​ທີ່​ຂ້າ​ນ້ອຍ​ໄດ້​ເຮັດ​ນັ້ນ. \s5 \v 169 ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງ​ໄຫ້​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ພ​ຣະ​ຢາ​ເວ; ໂຜດ​ໃຫ້​ຂ້າ​ນ້ອຍ​ເຂົ້າ​ໃຈ​ໃນ​ຖ້ອຍ​ຄຳ​ຂອງ​ພ​ຣະ​ອົງ​ດ້ວຍ​ເຖີດ. ​ \v 170 ຂ້າ​ນ້ອຍ​ຈະ​ຍ້ອງ​ຍໍ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຕະ​ລອດ​ໄປ; ໂຜດ​ຊ່ວຍ​ຂ້າ​ນ້ອຍ, ຕາມ​ທີ່​ໄດ້​ຊົງ​ສັນ​ຍາ​ຕາ​ມຖ້ອຍ​ຄຳ​ຂອງ​ພ​ຣະ​ອົງ​ດ້ວຍ. \s5 \v 171 ​ຂ້າ​ນ້ອຍ​ຈະ​ຍ້ອງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ຕະ​ລອດ​ໄປ, ເພາະ​ພ​ຣະ​ອົງ​ສັ່ງ​ສອນ​ໃຫ້​ຂ້າ​ນ້ອຍ​ຮູ້​ກົດ​ບັນ​ຍັດ​ຂອງ​ພ​ຣະ​ອົງ. \v 172 ຂ້າ​ຈະ​ຮ້ອງ​ເພງ​ທີ່​ກ່າວ​ເຖິງ​ກົດ​ບັນ​ຍັດ, ເພາະ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ​ຖືກ​ຕ້ອງ​ແລະ​ທ່ຽງ​ທັມ. \s5 \v 173 ຂໍ​ມື​ຂອງ​ພ​ຣະ​ອົງ​ມາ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ເພາະ​ຂ້າ​ນ້ອຍ​ໄດ້​ເລືອກ​ທີ່​ຈະ​ເຮັດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ. \v 174 ຂ້າ​ນ້ອຍ​ຄອງ​ຄອຍ​ການ​ໂຜດ​ມາ​ຊ່ວຍ​ຂອງ​ພ​ຣະ​ອົງ, ພ​ຣະ​ຢາ​ເວ, ແລະ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ເປັນ​ຄວາມ​ສຸກ​ຂອງ​ຂ້າ​ນ້ອຍ. \s5 \v 175 ຂໍ​ຊົງ​ໂຜດ​ຮັກ​ສາ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໄວ້​ດ້ວຍ, ແລະ​ຂໍ​ໃຫ້​ຄຳ​ແນະ​ນຳ​ຂອງ​ພ​ຣະ​ອົງ ຊ່ວຍ​ຊູ​ຂ້າ​ນ້ອຍ​ດ້ວຍ. \v 176 ​ ຂ້າ​ນ້ອຍ​ຫລົງ​ທາງ​ດັ່ງ​ທີ່​ແກະ​ໄດ້​ຫລົງ​ທາງ​ໄປ; ຂໍຊົງ​ຊອກ​ຫາ​ຂ້າ​ນ້ອຍ​ແນ່​ຖ້ອນ, ເຫມືອນ​ດັ່ງ​ຊອກ​ຫາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເພາະ​ຂ້າ​ນ້ອຍ​ບໍ່​ໄດ້​ປະ​ຖິ້ມ​ຂໍ້​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ​ຈັກ​ເທື່ອ. \s5 \c 120 \cl ບົດທີ 120 \p ບົດ​ເພງ​ຂອງ​ເມ​ເຊັກ. \v 1 ​ໃນ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ນ້ອຍ ຂ​້າ​ນ້ອຍ​ໄດ້​ຮ​້ອງຫາ​ພ​ຣະ​ຢາ​ເວ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ ຂ້າ​ແຕ່​ພ​ຣະ​ຢາ​ເວ. \v 2 ຂໍ​ຊົງ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ຄົນ​ທີ່​ຫລອກ​ລວງ​ດ້ວຍ​ຮີບສົບ​ປາກ​ຂີ້​ຕົວະ​ຂອງ​ພວກ​ເຂົາ, ແລະ​ການ​ຫລອກ​ລວງ​ດ້ວຍ​ລິ້ນ​ຂອງ​ພວກ​ເຂົາ. \s5 \v 3 ​ພ​ຣະ​ອົງ​ຈະ​ລົງ​ໂທດ​ແກ່​ພວກ​ເຈົ້າ, ແລະ​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ສິ່ງ​ໃດ​ແກ່​ພວກ​ເຈົ້າ​ອີກ, ພວກ​ເຈົ້າ​ຜູ້​ຊຶ່ງ​ມີ​ລີ້ນ​ທີ່​ຫລອກ​ລວງ? \v 4 ພ​ຣະ​ອົງ​ຈະ​ຊົງ​ລົງ​ໂທດ​ພວກ​ເຈົ້າ​ດ້ວຍ​​ລູກ​ທະ​ນູ​ຂອງ​ນັກ​ຮົບ​ຊຶ່ງ​ໄດ້​ຄັດ​ໃຫ້​ແຫລມ​ຄົມ​ໂດຍ​ການ​ເຜົາ​ດ້ວຍ​ຖ່ານ​ຂອງ​ຕົ້ນ​ຊາກ. \s5 \v 5 ວິ​ບັດ​ແກ່​ຂ້າ​ນ້ອຍ ເພາະ​ຂ້າ​ນ້ອຍ​ອາ​ສັຍ​ຊົ່ວ​ຄາວ​ກັບ​ຄົນ​ເມ​ເຊັກ​; ຂ້າ​ນ້ອຍ​ໄດ້​ພັກ​ຢູ່​ທ່າມ​ກາງ​ເຕັ​ນ​ຂອງ​ຄົນ​ເຄ​ດາ. ​ \v 6 ຂ້າ​ນ້ອຍ​ພັກ​ຢູ່​ດົນ​ເກີນ​ໄປ​ແລ້ວ​ກັບ​ຜູ້​ກຽດ​ຊັງ​ສັນ​ຕິ​ພາບ. \v 7 ຂ້າ​ນ້ອຍ​ຮັກ​ສັນ​ຕິ​ພາບ, ແຕ່​ເມື​່ອ​ຂ້າ​ນ້ອຍ​ເວົ້າ, ພວກ​ເຂົາ​ຈະ​ເອົາ​ແຕ່​ເຮັດ​ສົງ​ຄາມ. \s5 \c 121 \cl ​ບົດ​ທີ 121 \p ບົດ​ເພງ​ຂອງ​ເມ​ເຊັກ. \v 1 ຂ້າ​ພ​ຣະ​ອົງ​ຈະ​ເງີຍ​ຫນ້າ​ເບິ່ງ​ຂຶ້ນ​ໄປ​ຍັງ​ພູ​ເຂົາ. ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ຈະ​ມາ​ຈາກ​ໃສ? \v 2 ຄວາມ​ຊ່ວ​ຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ມາ​ຈາກ​ພ​ຣະ​ຢາ​ເວ, ຜູ້​ຊົງ​ສ້າງ​ທ້ອງ​ຟ້າ​ແລະ​ແຜ່ນ​ດິນ​ໂລກ. \s5 \v 3 ​ພ​​ຣະ​ອົງ​ຈະ​ບໍ່​ຊົງ​ເຮັດ​ໃຫ້​ຕີນ​ຂອງ​ທ່ານ​ລື້ນ​ໄຫລ; ພ​ຣະ​ອົງຜູ້​ຊົງ​ປົກ​ປ້ອງ​ທ່ານ​ຈະ​ບໍ່​ຊົງ​ເຄີ້ມ​ຫລັບ​ຫລື​ຊົງ​ຫລັບ​ສະຫ​​ນິດ​ໄປ. \v 4 ເບິ່ງ​ເຖີດ, ພ​ຣະ​ອົງ​ຜູ້​ຊົງ​ຮັກສາ​ອິ​ສະ​ຣາ​ເອນ​ຈະ​ບໍ່​ຊົງ​ເຄີ່ມ​ຫລັບ​ຫລື​ຊົງ​ຫລັບ​ສະຫ​ນິດ​ໄປ. \s5 \v 5 ​ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ພິ​ທັກ​ທ່ານ; ພ​ຣະ​ຢາ​ເວ​ຊົງ​ເປັນ​ຮົ່ມ​ເງົາ​ທີ່​ຂວາ​ມື​ຂອງ​ທ່ານ. \v 6 ດວງ​ຕາເວັນຈະ​ບໍ່​ເຮັດ​ອັນ​ຕ​ະ​ຣາຍ​ທ່ານ​ໃນ​ເວ​ລາ​ກາງ​ເວັນ, ຫລື​ດວງ​ເດືອນກໍຈະບໍ່ເປັນອັນຕະຣາຍໃນ​ເວ​ລາ​ກາງ​ຄືນ. \s5 \v 7 ​ພ​ຣະ​ຢາ​ເວ​ຈະ​ຊົງ​ປົກ​ປ້ອງ​ທ່ານ​ໃຫ​້​ພົ້ນ​ອັນ​ຕະ​ຣາຍ​ທັງ​ຫມົດ, ແລະ​ພ​ຣະ​ອົງ​ຈະ​ຊົງ​ປົກ​ປ້ອງ​ຊີ​ວິດ​ຂອງ​ທ່ານ. \v 8 ພ​ຣະ​ຢາ​ເວ​ຈະ​ຊົງ​ປົກ​ປ້ອງ​ໃນ​ທຸກ​ສິ່ງ​ທີ່​ທ່ານ​ກະ​ທຳ​ຕັ້ງ​ແຕ່​ບັດ​ນີ້​ແລະ​ສືບ​ໄປ​ເປັນ​ນິດ. \s5 \c 122 \cl ​ບົດ​ທີ 122 \p ບົດ​ເພງ​ຂອງ​ເມ​ເຊັດ, ຂອງ​ດາ​ວິດ. \v 1 ຂ້າ​ນ້ອຍ​ໄດ້​ມີ​ຄວາມ​ຍິນ​ດີ ເມື່ອ​ພວກ​ເຂົາ​ໄດ້​ກ່າວ​ແກ່​ຂ້າ​ນ້ອຍ​ວ່າ, "ຂໍ​ໃຫ້​ພວກ​ເຮົາ​ໄປ​ຍັງ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ກັນ​ເຖີດ." \v 2 ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ; ຕີນ​ທັງ​ຫລາຍ​ຂອງ​ພວກ​ເຮົາ​ກຳ​ລັງ​ຢືນ​ຢູ່​ພາຍ​ໃນ​ປະ​ຕູ​ຂອງ​ເຈົ້າ! \v 3 ກຸງ​ເຢ​ຣູ​ຊາ​ເລັມ​, ໄດ້​ຖືກ​ສ້າງ​ໄວ້​ຢ່າງ​ນະ​ຄອນ​ທີ່​ວາງ​ແຜນ​ໄວ້​ຢ່າງ​ຮອບ​ຄອບ! \s5 \v 4 ​ບັນ​ດາ​ເຜົ່າ​ຕ່າງໆ ຂຶ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ - ຄື​ບັນ​ດາ​ເຜົ່າ​ຂອງ​ພ​ຣະ​ຢາ​ເວ - ດັ່ງ​ເປັນ​ສັກ​ຂີ​ພະ​ຍານ​ສຳ​ລັບ​ອິ​ສະ​ຣາ​ເອນ, ເພື່ອ​ຂອບ​ພ​ຣະ​ຄຸນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ. \v 5 ພ​ຣະ​ທີ່​ນັ່ງ​ແຫ່ງ​ການ​ພິ​ພາກ​ສາ​ຕັ້ງ​ຢູ່​ທີ່​ນັ້ນ, ຄື​ພ​ຣະ​ທີ່​ນັ່ງ​ຂອງ​ຣາ​ຊວົງ​ດາ​ວິດ. \s5 \v 6 ​ຈົ່ງ​ອະ​ທິ​ຖານ​ຂໍ​ຄວາມສະຫງົບສຸກ​ໃຫ້​ກຸງ​ເຢ​ຣູ​ຊາ​ເລັມ​ວ່າ! "ຂໍ​ບັນ​ດາ​ຜູ້​ທີ່​ຮັກ​ເຈົ້າ​ຈົ່ງ​ມີຄວາມສະຫງົບສຸກ. \v 7 ຂໍ​ຄວາມສະຫງົບສຸກ​ຈົ່ງ​ມີ​ຢູ່​ພາຍ​ໃນ​ກຳ​ແພງ​ທັງ​ຫລາຍ​ທີ່​ປ້ອງ​ກັນ​ເຈົ້າ ແລະ​ຂໍ​ໃຫ້​ມີ​ຄວາມປອດພັຍດີ​ຢູ່​ພາຍ​ໃນ​ປ້ອມ​ຂອງ​ເຈົ້າ." \s5 \v 8 ເພື່ອ​ເຫັນ​ແກ່​ພີ່​ນ້ອງ​ຊາຍຍິງ​ແລະ​ຫມູ່ເພື່ອນ​ທັງ​ຫລາຍ​​ຂອງ​ເຮົາ ເຮົາ​ຈະ​ເວົ້າ​ວ່າ, "ຂໍ​ໃຫ້​ຄວາມສະຫງົບສຸກຈົ່ງ​ຢູ່​ພາຍ​ໃນ​ເຈົ້າ." \v 9 ເພື່ອ​ເຫັນ​ແກ່​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ, ​ຂອງ​ພວກ​ເຮົາ ​ເຮົາ​ຈະ​ສະ​ແຫວງ​ຫາ​ຄວາມ​ດີ​ສຳ​ລັບ​ເຈົ້າ. \s5 \c 123 \cl ​ບົດ​ທີ 123 \p ບົດ​ເພງ​ຂອງ​ອາ​ເຊັດ. \v 1 ຂ້າ​ແດ່​ພ​ຣະ​ອົງ​ຜູ້​ປຣະທັບໃນ​ທ້ອງ​ຟ້າ, ຂ້າ​​ນ້ອຍເງີຍ​ຫນ້າ​ເບິ່ງ​ພ​ຣະ​ອົງ. \v 2 ເບິ່ງ​ເຖີດ, ດວງ​ຕາ​ຂອງ​​ຄົ​ນ​ຮັບ​ໃຊ້ ແນມ​ເບິ່ງ​ມື​ນາຍ​ຂອງ​ພວກ​ເຂົາ, ​ດວງ​ຕາ​ຂອງ​​ຍິງ​ຮັບ​ໃຊ້ ແນມ​ເບິ່ງມືນາຍ​ຍິງ​ຂອງ​ພວກ​ນາງສັນໃດ, ​ດັ່ງ​ນັ້ນ​ດວງ​ຕາ​ທັງ​ຫລາຍ​ຂອງ​ພວກ​ເຮົາ​ກໍແນມເບິ່ງ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ເຮົາ ຈົນ​ກວ່າ​ພ​ຣະ​ອົງ​ຈະ​ມີ​ຄວາມເມດຕາ​ຕໍ່​ພວກ​ເຮົາສັນນັ້ນ. \s5 \v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂຜດເມດຕາ​ຕໍ່​ພວກ​ຂ້າ​ນ້ອຍ, ຂໍ​ຊົງ​ໂຜດເມດຕາ​ຕໍ່​ພວກ​ຂ້າ​ນ້ອຍ​ເຖີດ. ເພາະ​ພວກ​ຂ້າ​ນ້ອຍ​ທົນ​ຕໍ່​ການ​ຫມິ່ນ​ປະ​ຫມາດ​ຫລາຍ​ແລ້ວ. \v 4 ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ຮັບ​ຄວາມ​ເຢາະ​ເຍີ້ຍ​ຂອງ​ຄົນ​ອວດ​ດີ​ແລະ​ການ​ດູ​ຖູກ​ຂອງ​ຄົນ​ຈອງ​ຫອງ​ຫລາຍ​ເກີນ​ພໍ​ແລ້ວ. \s5 \c 124 \cl ​ບົດ​ທີ 124 \p ບົດ​ເພງ​ຂອງ​ອາ​ເຊັດ; ຂອງ​ດາ​ວິດ. \v 1 "ຖ້າ​ພ​ຣະ​ຢາ​ເວ ​ບໍ່​ໄດ້​ຊົງ​ຢູ່​ຝ່າຍ​ພວກ​ເຮົາ," ບັດ​ນີ້​ຂໍ​ໃຫ້​ອິ​ສະ​ຣາ​ເອນ​ກ່າວ​ວ່າ, \v 2 "ຖ້າ​ບໍ່​ແມ່ນ​ພ​ຣະ​ຢ​າ​ເວ, ​ຜູ້​ໄດ້​ຊົງ​ຢູ່​ຝ່າຍ​ພວກ​ເຮົາ ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ພວກ​ເຮົາ, \v 3 ເມື່ອ​ຄວາມ​ຄຽດ​ແຄ້ນ​ຂອງ​ພວກ​ເຂົາ​ໄດ້​ພຸ່ງ​ຂຶ້ນ​ຕໍ່​ພວກ​ເຮົາ ພວກ​ເຂົາ​ກໍ​ຈະ​ກືນ​ພວກ​ເຮົາເສຍ​ທັງ​ເປັນ. \s5 \v 4 ​ກະ​ແສ​ນ້ຳ​ຄົງ​ໄຫລ​ຖ້ວມ​ພວກ​ເຮົາ; ແລ້ວ​ນ້ຳ​ກໍ​ຄົງ​ກວາດ​ພວກ​ເຮົາ​ໄປ. \v 5 ແລ້ວ​ນ້ຳ​ທີ່​ໄຫລ​ແຮງ​ຈະ​ໄດ້​ເຮັດ​ໃຫ​້​ພວກ​ເຮົາ​ຈົມ​ນ້ຳ​ຕາຍ." \s5 \v 6 ໂມທະນາຂອບພຣະຄຸນ​ແດ່​ພ​ຣະ​ຢາ​ເວ, ຜ​ູ້​ບໍ່​ໄດ້​ຊົງ​ຍອມ​ໃຫ້​ພວກ​ເຮົາ​ຖືກ​ຈີກ​ດ້ວຍ​ແຂ້ວ​ຂອງ​ພວກ​ເຂົາ. \v 7 ພວກ​ເຮົາ​ໄດ້​ຫນີ​ລອດ​ໄປ​ໄດ້​ເຫມືອນ​ຢ່າງ​ນົກ ​ພົ້ນ​ຈາກ​ກັບ​ດັກ​ຂອງ​ບັນ​ດາ​ພານ​ນົກ ກັບ​ດັກ​ນັ້ນ​ກໍ​ໄດ້​ຫັກ ແລ​ະ​ພວກ​ເຮົາ​ໄດ້​ຫນີ​ລອດ​ໄປ​ໄດ້. \s5 \v 8 ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພວກ​ເຮົາ​ຢູ່ໃນ​ພ​ຣະນາມຊື່ພຣະ​ຢາ​ເວ, ຜູ້​ຊົງ​ສ້າງ​ທ້ອງ​ຟ້າ​ແລະ​ແຜ່​ນ​ດິນໂລກ. \s5 \c 125 \cl ​ບົດ​ທີ 125 \p ບົດ​ເພງ​ຂອງ​ອາ​ເຊັດ. \v 1 ບັນ​ດາ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຢາ​ເວ, ​ກໍ​ຄື​ພູ​ເຂົາ​ຊີ​ໂອນ, ຊຶ່ງບໍ່​ຫວັ່ນ​ໄຫວ, ແຕ່​ດຳ​ຣົງ​ຢູ່​ເປັນ​ນິດ. \v 2 ພູ​ເຂົາ​ຢູ່ອ້ອມ​ນະ​ຄອນ​ເຢ​ຣູ​ຊາ​ເລັມ,​ ພ​ຣະ​ຢາ​ເວ​, ຊົງ​ຢູ່​ຮອບ​ປະ​ຊາ​ຊົນ​ຂ​ອງ​ພ​ຣະ​ອົງ ຕັ້ງ​ແຕ່​ບັດ​ນີ້​ສືບ​ໄປ​ເປັນ​ນິດ. \v 3 ກະ​ບອງ​ຂອງ​ຄວາມ​ອະ​ທັມ​​ຈະບໍ່​ປົກ​ຄອງ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ຊອບ​ທັມ. ບໍ່​ສະ​ນັ້ນ​ແລ້ວ​ຄົນ​ຊອບ​ທັມ​ອາດ​ຈະຍື່ນມື​ເຮັດ​ສິ່ງ​ທີ່​ຜິດ. \s5 \v 4 ​ຂ້າ​ແດ່ພ​ຣະ​ຢາ​ເວ, ຂໍ​ຊົງ​ເຮັດ​ການ​ດີ​ຕໍ່​ຄົນ​ດີ, ແລະ​ຕໍ່​ຄົນ​ທີ່​​ດວງ​ໃຈ​ທີ່​ມີ​ຄວາມ​ສັດຊື່​ຂອງ​ພວກ​ເຂົາ. \v 5 ແຕ່​ສຳ​ລັບ​ຜູ້​ທີ່​ຫັນ​ເຂົ້າ​ຫາ​ທາງ​ຄົດ​ໂກງ​ຂອງ​ພວກ​ເຂົາ, ພ​ຣະ​ຢາ​ເວ​ຈະ​ຊົງ​ພາ​ພວກ​ເຂົາ​ໄປ​ພ້ອມ​ກັບ​ຜູ້​ເຮັດ​ຊົ່ວ​ທັງ​ຫລາຍ. ຂໍ​ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ໃນ​ອິ​ສະ​ຣາ​ເອນ. \s5 \c 126 \cl ​ບົດ​ທີ 126 \p ບົດ​ເພງ​ຂອງ​ອາ​ເຊັດ. \v 1 ເມື່ອ​ພ​ຣະ​ຢ​າ​ເວ​ໄດ້​ຊົງ​ຮື້​ຟື້ນ​ຊີ​ໂອນ​ກັບ​ສູ່​ສະ​ພາບ​ດີ, ພວ​ກ​ເຮົາ​ກໍ​ເປັນ​ຄື​ຄົນ​ເຫລົ່າ​ນັ້ນ​ທີ່​ຝັນ​ໄປ. \s5 \v 2 ແລ້ວ​ປາກ​​ຂອງ​ພວກ​ເຮົາ​ກໍ​ໄດ້​ຫົວ​ຂວັນ​ເຕັມ​ທີ ແລະ​ລີ້ນ​ຂອງ​ພວກ​ເຮົາ​ໄດ້​ຮ້ອງ​ເພງ. ແລ້ວ​ພວກ​ເຂົາ​ໄດ້​ເວົ້າ​ກັນ​ທ່າມ​ກາງ​​ປະ​ຊາ​ຊົນ​ທັງ​ຫລາຍ​ວ່າ, "ພ​ຣະ​ຢາ​ເວ​ໄດ້​ຊົງ​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່​ໃຫ້​ພວກ​ເຂົາ." \v 3 ພ​ຣະ​ຢາ​ເວ, ​ໄດ້​ຊົງ​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່​ໃຫ້​ພວກ​ເຮົາ;​ ພວກ​ເຮົາ​ຊ່າງ​ມີ​ຄວາມ​ຍິນ​ດີ​ເຫລືອ​ເກີນ. \s5 \v 4 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຮື້​ຟື້ນ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ກັບ​ສູ່​ສະ​ພາບ​ດີ, ຢ່າງ​ສາຍນ້ຳ​ໄຫລ​ຄືນມາສູ່ຫ້ວຍໃນ​ເນ​ເກບ. \v 5 ບັນ​ດາ​ເຫລົ່າ​ນັ້ນ​ທີ່​ຫວ່ານ​ດ້ວຍ​ນ້ຳ​ຕາ​ຈະ​ໄດ້​ເກັບ​ດ້ວຍ​ສຽງ​ໂຫ່​ຮ້ອງ​ແຫ່ງ​ຄວາມ​ຍິນ​ດີ. \v 6 ຜ​ູ້​ທີ່​ຮ້ອງ​ໄຫ້​ອອກ​ໄປ ໂດຍ​ຫາບ​ເມັດ​ພືດ​ເພື່ອ​ຈະ​ຫວ່ານ, ຈະ​ກັບ​ບ້ານ​ດ້ວຍ​ສຽງ​ໂຫ່​ຮ້ອງ​ແຫ່ງ​ຄວາມ​ຍິນ​ດີ, ໂດຍ​​ຫາບ​​ຟ່ອນ​ເຂົ້າ​ມາ​ພ້ອມ​ກັບ​ເຂົາ​ດ້ວຍ. \s5 \c 127 \cl ​ບົດ​ທີ 127 \p ບົດ​ເພງ​ຂອງ​ອາ​ເຊັດ, ຂອງ​ໂຊ​ໂລມອນ. \v 1 ຖ້າ​ພ​ຣະ​ຢາ​ເວ ​ບໍ່​ກໍ່ບ້ານ​​ສ້າງເຮືອນ, ບັນ​ດາ​ຜູ້​ກໍ່ສ້າງທັງຫມົດ​ກໍ​​ບໍ່ມີປະໂຫຍດ, ຖ້າ​ພ​ຣະ​ຢາ​ເວ​ບໍ່​ໄດ້​ຊົງ​ພິ​ທັກ​ເມືອງ, ຄົນ​ຍາມ​ທີ່​ເຝົ້າ​ຍາມ​ກໍ​ໃຊ້ການບໍ່ໄດ້. \v 2 ເປັນ​ການ​ເມື່ອຍ​ເປົ່າ​ທີ່​ທ່ານ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ, ແລ້ວ​ກັບ​ບ້ານ​ຈົນ​ເດິກ, ຫລື​ກິນ​ອາ​ຫານ​ທີ່​ໄດ້​ຈາກ​ເຮັດວຽກທຳງານຫນັກ, ເພາະ​ພ​ຣະ​ຢາ​ເວ, ​ຈະ​ຊົງ​ປຣະ​​ທານ​ແກ່​ຜູ້​ທີ່​ພ​ຣະ​ອົງ​ຊົງ​ຮັກ​ຂະ​ນະ​ທີ່​ພວກ​ເຂົານອນຫ​ລັບ. \s5 \v 3 ເບິ່ງ​ເຖີດ, ລູກ​ທັງ​ຫລາຍ​ເປັນ​ມໍ​ຣະ​ດົກ​ຈາກ​ພ​ຣະ​ຢາ​ເວ, ແລະ​ພຣະ​ພອນ​ຂອງ​ທ້ອງ​ກໍ​ເປັນ​ລາງວັນ​ຈາກ​ພ​ຣະ​ອົງ. \v 4 ລູກ​ທັງ​ຫລາຍ​ທີ່​ເກີດ​ເມື່ອ​ພໍ່​ຍັງ​ຫນຸ່ມ, ກໍ​ຄື​​ລູກ​ທະ​ນູ​ໃນ​ມື​ນັກ​ຮົບ. \v 5 ຊາຍ​ໃດ​ມີ​ລູກ​ທະ​ນູ​ເຕັມ​ແລ່ງ​ກໍ​ເປັນ​ສຸກ. ເຂົາ​ຈະ​ບໍ່​ຕ້ອງ​ອັບ​ອາຍ​ເມື່ອ​ເຂົາ​ຕອບ​ໂຕ້​ບັນ​ດາ​ສັດ​ຕຣູ​ຂອງ​ເຂົາ​ທີ່​ປະ​ຕູ​ເມືອງ. \s5 \c 128 \cl ​ບົດ​ທີ 128 \p ບົດ​ເພງ​ຂອງ​ອາ​ເຊັດ. \v 1 ທຸກ​ຄົນ​ທີ່ຢ້ານຢຳ​ພ​ຣະ​ຢາ​ເວ​, ກໍ​ເປັນ​ສຸກ ຄື​ຜູ້​ທີ່​ເດີນ​ໃນ​ທາງ​ຂອງ​ພ​ຣະ​ອົງ. \v 2 ສິ່ງ​ທີ່​ມື​ຂອງ​ທ່ານ​ໄດ້​ຫາ​ມາ, ທ່ານ​ກໍ​ຈະ​ປິ​ຕິ​ຍິນ​ດີ; ແລະ​ທ່ານ​ຈະ​ເປັນ​ສຸກ​ແລະ​ມີຄວາມຈະເຣີນຂຶ້ນ. \s5 \v 3 ​ເມຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ຕົ້ນ​ອະ​ງຸ່ນ​ພັນດີ ຫມາກ​ດົກງາມ; ຢູ່​ພາຍ​ໃນ​ບ້ານ​ຂອງ​ເຈົ້າ ລູກໆ ຂອງ​ເຈົ້າຈະ​ເປັນ​ຄື​ບັນ​ດາ​ຕົ້ນ​ຫມາກກອກ​ ​ຂະ​ນະ​ທີ່​ເຂົາ​​ນັ່ງ​ຢູ່ອ້ອມ​ໂຕະ​ຂອງ​ເຈົ້າ. \v 4 ແມ່ນ​ແລ້ວ, ແນ່ນອນ​ຄົນ​ທີ່​ຖວາຍ​ພ​ຣະ​ກຽຕ​ແດ່​ພ​ຣະ​ຢາ​ເວ, ​ຈະ​ໄດ້​ຮັບ​ພ​ຣະ​ພອນ. \v 5 ຂໍ​ພ​ຣະ​ຢາ​ເວ, ​ຊົງ​ອວຍພອນ​ເຈົ້າຈາກ​ຊີ​ໂອນ; ຂໍ​ໃຫ້ເຈົ້​າ​ເຫັນ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ຂອງ​ກຸງ​ເຢ​ຣູ​ຊາ​ເລັມ ຕະ​ຫລອດ​ວັນ​ຄືນ​ແຫ່ງ​ຊີ​ວິດ​ຂອງ​ເຈົ້າ. \v 6 ຂໍ​ໃຫ້​ເຈົ້າໄດ້​ມີ​ຊີ​ວິດ​ທີ່​ຈະ​ເຫັນ​ລູກ​ຫລານ​ຂອງ​ເຈົ້າ. ຂໍ​ໃຫ້​ສັນ​ຕິ​ສຸກ​ມີ​ຢູ່​ໃນ​ອິ​ສະ​ຣາ​ເອນ. \s5 \c 129 \cl ​ບົດ​ທີ 129 \p ບົດ​ເພງ​ຂອງ​ອາ​ເຊັດ. \v 1 "ນັບ​ຕັ້ງ​ແຕ່​ໄວ​ຫນຸ່ມ​ຂອງ​ຂ້ານ້ອຍ​ພວກ​ເຂົາ​ກໍ​ໄດ້​ຂົ່ມ​ເຫັງ​ຂ້ານ້ອຍ," ໃຫ້​ອິ​ສະ​ຣາ​ເອນ​ກ່າວ​ເຖີດ​ວ່າ. \v 2 "ນັບ​ຕັ້ງ​ແຕ່​ວັຍ​ຫນຸ່ມ​ຂອງ​ຂ້ານ້ອຍ​ພວກ​ເຂົາ​ກໍ​ໄດ້​ຂົ່ມ​ເຫັງ​ຂ້ານ້ອຍ, ແຕ່​ພວກ​ເຂົາ​ກໍ​ຍັງ​ເອົາ​ຊະ​ນະ​ຂ້ານ້ອຍ​ບໍ່​ໄດ້. \v 3 ພວກເຂົາຂີດ​ເທິງ​ຫລັງ​ຂອງຂ້ານ້ອຍໃຫ້ເປັນຮອຍບາດແຜ; ໃຫ້ເປັນດັ່ງ​ຮອຍ​ດິນນາທີ່ຖືກໄຖ​ແລ້ວ. \s5 \v 4 ພຣະຢາເວເປັນອົງທີ່ຊອບທັມ; ພ​ຣະ​ອົງ​ໄດ້​ຊົງແ​ກ້ເຊືອກ​ມັດ​ຂອງ​ຄົນ​ຊົ່ວ​ອອກ." \v 5 ຂໍ​ໃຫ້​ທຸກ​ຄົນ​ທີ່​ກຽດ​ຊັງ​ຊີ​ໂອນ​ຕ້ອງ​ໄດ້​ຮັບ​ຄວາມ​ອັບ​ອາຍ,​ແລະ​ໄດ້​ຖອຍ​ກັບ​ໄປ. \s5 \v 6 ​ຂໍ​ໃຫ້​ພວກ​ເຂົາ​ເປັນ​ເຫມືອນ​ຫຍ້າ​ທີ່ງອກ​ເທິງ​ຫລັງ​ຄາ ຊຶ່ງ​ຫ່ຽວ​ແຫ້ງ​ໄປ​ກ່ອນ​ທີ່​ມັນ​ໃຫຍ່​ຂຶ້ນ, \v 7 ຊຶ່ງ​ຄົນ​ເກັບ​ກ່ຽວ​ໄດ້​ບໍ່​ເຖິງ​ກຳ​ມື ຫລື​ບໍ່​ພໍ​ທີ່​ຈະ​ຮວບ​ມັດ​ເປັນ​ຟ່ອນ​ໄວ້​ໃນກ​ຳມືຂອງ​ຜູ້​ກ່ຽວ. \v 8 ຂໍ​ໃຫ້​ຄົນ​ທີ່​ຜ່ານ​ໄປ​ເວົ້າ​ວ່າ, "ຂໍ​ພ​ຣະ​ພອນ​ຂອງ​ພ​ຣະ​ຢາ​ເວ​, ຊົງ​ດຳ​ຣົງ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ ພວກ​ເຮົາ​ຂໍ​ອວຍ​ພອນ​ພວກ​ເຈົ້າໃນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢ​າ​ເວ." \s5 \c 130 \cl ບົດ​ທີ 130 \p ບົດ​ເພງ​ຂອງ​ອາ​ເຊັດ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຈາກ​ທີ່​ເລິກ, ຂ້າ​ນ້ອຍ​ຮ້ອງຫາພ​ຣະ​ອົງ. \v 2 ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຂໍ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ນ້ອຍ; ຂໍ​ງ່ຽງ​ຫູ​ຂອງ​ພ​ຣະ​ອົງ ຟັງ​ສຽງ​ເອີ້ນຫາຂໍ​ຄວາມ​ເມດ​ຕາ​ຂອງ​ຂ້າ​ນ້ອຍ. \s5 \v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຖ້າ​ພ​ຣະ​ອົງ​ຈະ​ຊົງ​ບັນ​ທຶກ​ຄວາມ​ຊົ່ວ​ໄວ້, ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຜູ້​ໃດ​ຈະ​ຢືນ​ຢູ່​ໄດ້? \v 4 ແຕ່​ພ​ຣະ​ອົງ​ຊົງ​ມີ​ການ​ອະ​ພັຍ ເພື່ອ​ຄົນ​ຈະ​ຢຳ​ເກງ​ພ​ຣະ​ອົງ, ຂ້າ​ນ້ອຍ​ລໍ​ຄອຍ​ພ​ຣະ​ຢ​າ​ເວ. \s5 \v 5 ຂ້າ​ນ້ອຍ​ລໍ​ຄອຍ​ຖ້າ​ພ​ຣະ​ຢາ​ເວ, ​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ລໍ​ຄອຍ​ຢ່າງຮ້ອນຮົນຢູ່, ແລະ​ຂ້າ​ນ້ອຍ​ໄວ້ວາງ​ໃຈໃນ​ຖ້ອຍຄຳຂອງ​ພ​ຣະ​ອົງ. \v 6 ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ລໍ​ຖ້າ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ຍິ່ງກວ່າ​ຄົນ​ຍາມ​ລໍ​ຄອຍຖ້າ​ໃຫ້ເຖິງ​ຮຸ່ງ​ເຊົ້າ. \s5 \v 7 ​ອິ​ສະ​ຣາ​ເອນ​ເອີຍ, ຈົ່ງ​ວາງ​ໃຈໃນ​ພ​ຣະ​ຢາ​ເວ, ພ​ຣະ​ຢາ​ເວ​ຊົງ​ພ​ຣະ​ເມດຕາ,​ ແລະ​ພ​ຣະ​ອົງ​ຊົງ​ເຕັ​ມ​ໃຈ​ຢ່າງ​ຍິ່ງ​ທີ່​ຈະ​ຍົກ​ໂທດ​ໃຫ້. \v 8 ພ​ຣະ​ອົງ​ຄື​ຜູ້ທີ່​ຈະ​ຊົງ​ໄຖ່​ອິ​ສະ​ຣາ​ເອນ​ອອກ​ຈາກ​ບາບ​ທັງ​ຫມົດ​ຂອງ​ເຂົາ. \s5 \c 131 \cl ​ບົດ​ທີ 131 \p ບົດ​ເພງ​ຂອງ​ອາ​ເຊັດ; ຂອງ​ດາ​ວິດ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຈິດ​ໃຈ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ອວດ​ຕົວ. ແລະ​ຕາ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຈອງ​ຫອງ ຂ້າ​ນ້ອຍ​ບໍ່​ໄດ້​ມີ​ຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່​ສຳ​ລັບ​ຕົວ​ເອງ​ຫລື​ກັງ​ວົນ​ໃນ​ສິ່ງ​ຕ່າງໆ ທີ່​ເກີນ​ຕົວ​ຂອງ​ຂ້າ​ນ້ອຍ. \s5 \v 2 ​ແຕ່ຂ້າ​ນ້ອຍ​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ສະ​ຫງົບ​ແລະ​ມິດ; ເຫມືອນ​ເດັກ​ຢ່າ​ນົມ​ຈາກ​ແມ່​ຂອງ​ເຂົາ, ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ພາຍ​ໃນ​ຕົວ​ຂ້າ​ນ້ອຍ​ຄື​ຢ່າງ​ເດັກ​ທີ່​ຢ່າ​ນົມ​ແລ້ວ. \v 3 ອິ​ສະ​ຣາ​ເອນ​ເອີຍ, ຈົ່ງ​ຫວັງ​ໃຈໃນ​ພ​ຣະ​ຢາ​ເວ​ເຖີດ ຕັ້ງ​ແຕ່​ບັດ​ນີ້​ແລະ​ສືບ​ໄປ​ເປັນ​ນິດ. \s5 \c 132 \cl ​ບົດ​ທີ 132 \p ບົດ​ເພງ​ຂອງ​ອາ​ເຊັດ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​ນຶກ​ເຖິງ​ດາ​ວິດ ແລະ​ຄວາມ​ລຳ​ບາກ​ທັງ​ຫມົດ​ຂອງເ​ພິ່ນ​ເຖີດ. \v 2 ຂໍ​ຊົງ​ຣະນຶກທີ່ິ່ເພິ່ນ ​ຊົງ​ສາ​ບານ​ຕໍ່​ພ​ຣະ​ຢາ​ເວ​ໄວ້, ເຖິງ​ສິ່ງ​ທີ່​ພ​ະ​ອົງ​ຊົງ​ສາ​ບານ​ໄວ້​ກັບ​ຜູ້​ຊົງ​ຣິດ​ອຳ​ນາດ​ຂອງ​ຢາ​ໂຄບວ່າ. \s5 \v 3 ພ​ະ​ອົງ​ຊົງ​ສາ​ບານ​ວ່າ, "ຂ້າ​ນ້ອຍ​ຈະ​ບໍ່​ເຂົ້າ​ບ້ານ ຫລື​ເຂົ້າ​ໄປ​ເຖິງ​ທີ່ນອນ​ຂອງ​ຂ້າ​ນ້ອຍ, \v 4 ຂ້າ​ນ້ອຍ​ຈະ​ບໍ່​ໃຫ້​ດວງ​ຕາ​ຂ້າ​ນ້ອຍ​ຫລັບ​ຫລື​ພັກຜ່ອນ \v 5 ຈົນ​ກວ່າ​ຂ້າ​ນ້ອຍ​ຈະ​ຫາ​ສະ​ຖານ​ທີ່​ສຳ​ລັບ​ພ​ຣະ​ເວ​ໄດ້, ຄື​ຜາ​ສາດ​ຂອງ​ອົງ​ຜູ້​ຊົງ​ຣິດ​ອຳ​ນາດ​ຂອງ​ຢາ​ໂຄບ." \s5 \v 6 ເບິ່ງ​ເຖີດ, ພວກ​ຂ້າ​ນ້ອຍ​ໄດ້​ຍິນ​ເລື່ອງ​ນີ້​ໃນ​ເອ​ຟ​ຣາ​ທາ; ພວກ​ຂ້າ​ນ້ອຍ​ໄດ້​ພົບ​ສິ່ງ​ນີ້​ໃນ​ທົ່ງ​ນາ​ຂອງ​ເຢ​ອາ​ຣິມພວກຂ້ານ້ອຍໄດ້ພົບຫີບນີ້. \v 7 ພວກ​ຂ້າ​ນ້ອຍ​ຈະ​ໄປ​ຍັງ​ຜາ​ສາດ​ຂອງ​ພ​ຣະ​ເຈົ້າ; ພວກ​ຂ້າ​ນ້​ອຍ​ຈະ​ໄດ້​ນະ​ມັ​ສະ​ການ​ທີ່​ແທ່ນ​ຮອງ​ຕີນ​ຂອງ​ພ​ຣະ​ອົງ. \v 8 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ລຸກ​ຂຶ້ນ​, ໄປ​ຍັງ​ທີ່​ປຣະ​ທັບ​ຂອງ​ພ​ຣະ​ອົງ, ທັງ​ພ​ຣະ​ອົງ​ແລະ​ຫີບ​ແຫ່ງ​ອາ​ນຸ​ພາບ​ຂອງ​ພ​ຣະ​ອົງ! \s5 \v 9 ຂໍ​ໃຫ້​ປະ​ໂລ​ຫິດ​ຂອງ​ພ​ຣະ​ອົງ​ສວມ​ຄວາມ​ສັດ​ຊື່; ແລະ​ໃຫ້​ຜູ້​ຈົງ​ຮັກ​ພັກ​ດີ​ຂອງ​ພ​ຣະ​ອົງ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ. \v 10 ເພາະ​ເຫັນ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ຂໍ​ຢ່າ​ເມີນ​ຫນ້າ​ຫນີ​ຈາກ​ກະ​ສັດ​ທີ່​ໄດ້​ຮັບ​ການ​ຊົງ​ເຈີມ​ຂອງ​ພ​ຣະ​ອົງ. \s5 \v 11 ​ພ​ຣະ​ຢາ​ເວ, ​ໄດ້ຊົງສາບ​ານ​ກັບ​ດາ​ວິດ, ​ເປັນ​ຄຳສາບານຊຶ່ງ​ພ​ຣະ​ອົງ​ຈະ​ບໍ່​ຖອນຄືນ​ຄຳ​ວ່າ: "ເຮົາ​ຈະ​ຕັ້ງ​ຄົນ​ຫນຶ່ງ​ໃນ​ເຊຶ້ອ​ສາຍ​ຂອງ​ເຈົ້າ​ໄວ້​ເທິງ​ບັນ​ລັງ​ຂອງ​ເຈົ້າ. \v 12 ຖ້າ​ລູກ​ຊາຍ​ທັງ​ຫລາຍ​ຂອງ​ເຈົ້າ​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​, ແລະ​ຂໍ້​ຄຳ​ສັ່ງ​ຊຶ່ງ​ເຮົາ​ຈະ​ສອນ​ພວກ​ເຂົາ​ແລ້ວ​ລູກ​ທັງ​ຫລາຍ​ຂອ​ງ​ພວກ​ເຂົາ​ຈະ​ນັ່​ງ​ເທິງ​ບັນ​ລັງ​ຂອງ​ເຈົ້າ​ເປັນ​ນິດ." \s5 \v 13 ພ​ຣະ​ຢາ​ເວ​ໄດ້​ຊົງ​ເລືອກ​ຊີ​ໂອນ, ພ​ຣະ​ອົງ​ໄດ້​ມີ​ພ​ຣະ​ປະ​ສົງ​ຈະ​ໃຫ້​ເປັນ​ທີ່​ປະທັບ​ຂອງ​ພ​ຣະ​ອົງ. \v 14 "ນີ້​ເປັນ​ທີ່​ຢູ່ອາສັຍຂອງ​ເຮົາ​ເປັນ​ນິດ. ເຮົາ​ຈະ​ຢູ່​ທີ່​ນີ້, ເພາະ​ເຮົາ​ປຣາ​ຖນາ​ເຊັ່ນ​ນັ້ນ. \s5 \v 15 ​ເຮົາ​ຈະ​ອວຍ​ພອນ​ຢ່າງ​ຫລວງ​ຫລາຍ​ແກ່​ອາ​ຫານ​ຂອງ​ເມືອງ​ນີ້. ເຮົາ​ຈະ​ໃຫ້​ຄົນ​ທຸກຈົນ ​ຂອງ​ເມືອງ​ນີ້​ອີ່ມ​ດ້ວຍ​ອາ​ຫານ. \v 16 ເຮົາ​ຈະ​ອວຍພອນທຸກສິ່ງທີ່​​ປະ​ໂລ​ຫິດກະທຳ, ຜູ້​ຈົງ​ຮັກ​ພັກ​ດີ​ຂອງ​ເມືອງ​ນີ້​ຈະ​ຮ້ອງ​ສຽງ​ດັງ​ດ້ວຍ​ຄວາມ​ຍິນ​ດີ. \s5 \v 17 ​ທີ່​ນັ້ນ​ເຮົາ​ຈະ​ເຮັດ​ເຂົາ​ອັນ​ຫນຶ່ງງອກ​ຂຶ້ນ​ມາ​ສຳ​ລັບ​ດາ​ວິດ ແລະ​ຕັ້ງ​ຕະ​ກຽງ​ດວງ​ຫນຶ່ງ​ສຳ​ລັບ​ຜູ້​ທີ່​ເຮົາ​ໄດ້​ຫົດສົງ​ໄວ້​ຂອງ​ເຮົາ. \v 18 ເຮົາ​ຈະ​ສວມ​ຄວາມ​ອາຍ​ແກ່​ສັດ​ຕຣູ​ຂອງ​ເຂົາ, ແຕ່​ເຮົາ​ຈະ​ສວມ​ລາວ​ດ້ວຍ​ມົງ​ກຸດ​ຊຶ່ງ​ຈະ​ເປັ່ງ​ປະ​ກາຍ." \s5 \c 133 \cl ບົດ​ທີ 133 \p ບົດ​ເພງ​ຂອງ​ອາ​ເຊັດ, ຂອງ​ດາ​ວິດ. \v 1 ເບິ່ງ​ເຖີດ, ເປັນ​ການ​ດີ​ແລະ​ຫນ້າ​ຊື່ນ​ໃຈ​ຫລາຍ​ເທົ່າໃດ ​ທີ່​ພີ່ນ້ອງອາ​ສັຍ​ຢູ່​ດ້ວຍ​ກັນ! \s5 \v 2 ເຫມືອນນ້ຳມັນຢ່າງດີຢູ່ເທິງຫົວ ໄຫລລົງມາເທິງຫນວດເຄົາ​-ຂອງ​ອາ​ໂຣນ, ແລະ​ແລ້ວ​ກໍ​ໄຫລ​ລົງ​ມາ​ເທິງ​ຄໍ​ເສື້ອ​ຄຸມ​ຂອງ​ທ່ານ. \v 3 ເຫມືອນນ້ຳ​ຄ້າງ​ແຫ່ງ​ພູ​ເຂົາ​ເຮີ​ໂມນ ຊຶ່ງ​ຕົກ​ລົງ​ມາ​​ອາບ​ພູ​ເຂົາ​ຊີ​ໂອນ​. ເພາະ​ວ່າ​ທີ່​ນັ້ນ ​ພ​ຣະ​ຢາ​ເວ​, ໄດ້​ສັນຍາ​ເຖິງພ​ຣະ​ພ​ອນຂອງພຣະອົງ - ຄື​ຊີ​ວິດ​ຍືນ​ຍາວ​ເປັນ​ນິດ. \s5 \c 134 \cl ​ບົດ​ທີ 134 \p ບົດ​ເພງ​ຂອງ​ອາ​ເຊັດ. \v 1 ມາເຖີດ, ມາ​ຖວາຍ​ສ​ັນ​ຣະ​ເສີນຍ້ອງຍໍ​ແດ່​ພ​ຣະ​ຢາ​ເວ, ທ່ານ​ຜູ້​ຮັບ​ໃຊ້​ທັງ​ຫມົດ​ຂອງ​ພ​ຣະ​ຢາ​ເວ, ທ່ານ​ທັງ​ຫລາຍ​ຜູ້​ຊຶ່ງ​ຮັບ​ໃຊ້​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ​ໃນ​ຍາມ​ຄ່ຳ​ຄືນ. \v 2 ຈົ່ງ​ຊູ​ມື​ຂອງ​ພວກ​ທ່ານ​ຂຶ້ນ​ໄປ​ຍັງ​ສະ​ຖານ​ບໍຣິ​ສຸດ ແລະ​ຖວາຍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ. \s5 \v 3 ​ຂໍ​ພ​ຣະ​ຢາ​ເວ​ໄດ້​ຊົງ​ອວຍ​ພອນ​ທ່ານ​ຈາກ​ຊີໂອນ, ພ​ຣະ​ອົງ​ຜູ້​ຊຶ່ງ​ໄດ້​ຊົງ​ສ້າງ​ທ້ອງ​ຟ​້າ​ແລະ​ແຜ່ນ​ດິນ​ໂລກ. \s5 \c 135 \cl ​ບົດ​ທີ 135 \p \v 1 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ຢາ​ເວ.​ ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ, \v 2 ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ຢາ​ເວ​ເອີຍ, ທ່ານ​ທັງ​ຫລາຍ​ຜູ້​ທີ່​ຢູ່​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ຢາ​ເວ, ໃນ​ເດີ່ນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ເຈົ້າ​, ຂອງ​ພວກ​ເຮົາ. \s5 \v 3 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ ເພາະ​ພ​ຣະ​ອົງ​ປະ​ເສີດ ຈົ່ງ​ຮ້ອງ​ເພງ​ສັນຣະເສີນພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ ເພາະ​ເປັນ​ເລື່ອງ​ທີ່​ຫນ້າ​ຍິ​ນ​ດີທີ່​ຈະ​ເຮັດ​ເຊັ່ນ​ນັ້ນ \v 4 ເພາະ​ພ​ຣະ​ຢາ​ເວ​ໄດ້​ຊົງ​ເລືອກ​ຢາ​ໂຄບ​ໄວ້​ສຳ​ລັບ​ພ​ຣະ​ອົງ​ເອງ​ແລະ​ຊົງ​ເລືອກ​ອິ​ສະ​ຣາ​ເອນ​ເປັນ​ກຳ​ມະ​ສິດ​ຂອງ​ພ​ຣະ​ອົງ. \s5 \v 5 ຮູ້​ວ່າ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຂອງ​ເຮົາ​ຊົງ​ເຫນືອກວ່າ​ບັນ​ດາ​ພ​ະ​ເຈົ້າທັງ​ຫມົດ. \v 6 ພ​ຣະ​ຢາ​ເວ​ຊົງ​ພໍ​ໃຈ​ສິ່ງ​ໃດ, ພ​ຣະ​ອົງ​ກໍ​ຊົງ​ເຮັດ​ສິ່ງ​ນັ້ນ, ໃນ​ທ້ອງ​ຟ້າ​ແລະ​ເທິງ​ແຜ່ນ​ດິນ​ໂລກ ໃນ​ທະ​ເລ​ແລະ​ທີ່​ເລິກ​ຂອງ​ມະ​ຫາ​ສະ​ມຸດ​ທັງ​ຫມົດ. \s5 \v 7 ​ພ​ຣະ​ອົງ​ຊົງ​ເຮັ​ດ​ໃຫ້​ເມກ​ລອຍ​ຂຶ້ນ​ມາ​ຈາກ​ທີ່​ໄກໆ, ຊົງ​ເຮັດ​ໃຫ້​ຟ້າ​ແລບ​ພຸ່ງ​ເຂົ້າ​ມາ​ພ້ອມ​ກັບ​ຝົນ​ແລະ​ນຳ​ລົມ​ອອກ​ຈາກ​ຄັງ​ຂອງ​ພ​ຣະ​ອົງ. \s5 \v 8 ​ພ​ຣະ​ອົງ​ຊົງ​ຂ້າ​ລູກ​ຫົວ​ປີ​ຂອງ​ເອ​ຢິບ, ທັງ​ຂອ​ງ​ຄົນ​ແລະ​ຂອງ​ສັດ. \v 9 ພ​ຣະ​ອົງ​ຊົງ​ສົ່ງ​ຫມາຍ​ສຳ​ຄັນ​ແລະ​ການ​ອັ​ສະ​ຈັນ​ຕ່າງໆ, ມາ​ທ່າມ​ກາງ​ເຈົ້າ ເອ​ຢິບ​ເອີຍ, ເພື່ອ​ຕໍ່​ສູ້​ຟາ​ໂຣ​ແລະ​ຂ້າ​ຣາ​ຊ​ການ​ທັງ​ຫມົດ​ຂອງ​ເຂົາ. \s5 \v 10 ​ພ​ຣະ​ອົງ​ໄດ້​ຊົງ​ໂຈມ​ຕີ​​ປະ​ຊາ​ຊາດ​ເປັນ​ອັນ​ຫລາຍ ແລະ​ໄດ້ຂ້າ​ບັນ​ດາ​ກະ​ສັດ​ຜູ້​ມີ​ອຳ​ນາດ \v 11 ຄື​ສີ​ໂອນ ກະ​ສັດ​ຂອງ​ຄົນ​ອາ​ໂມ​ ແລະ​ໂອກ ກະ​ສັດ​ແຫ່ງ​ບາ​ຊານ ອີກ​ທັງ​ຣາ​ຊ​ອາ​ນາ​ຈັກ​ທັງ​ຫມົດ​ແຫ່ງ​ກາ​ນາ​ອານ. \s5 \v 12 ພ​ຣະ​ອົງ​ໄດ້​ປຣະ​ທານ​ແຜ່ນ​ດິນ​ຂອງພວກ​ເຂົາ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ພວກ​ເຮົາ, ເປັນ​ມໍ​ລະ​ດົກ​ແກ່​ອິ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ. \v 13 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ, ​ດຳ​ຣົງ​ຢູ່​ເປັນ​ນິດ; ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ກຽດ​ຕິ​ຄຸນ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊົ່ວ​ເຊັ່ນອາ​ຍຸ. \s5 \v 14 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ປົກ​ປ້ອງ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ແລະ​ຊົງ​ເມດ​ຕາ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. \v 15 ​ຮູບ​ເຄົາ​ຣົບ​ຂອງ​ບັນດາ​ຊົນຊາດ​ເປັນ​ເງິນ​ແລະ​ທ​ອງ​ຄຳ​, ເປັນ​ຜົນ​ງານ​ຂອງ​ສີມື​ມະ​ນຸດ​ທັງ​ຫລາຍ. \v 16 ຮູບ​ເຄົາ​ຣົບ​ເຫລົ່າ​ນັ້ນ​ມີ​ປາກ, ແຕ່​ພວກ​ມັນ​ເວົ້າ​ບໍ່​ໄດ້, ພວກ​ມັນ​ມີ​ຕາ, ແຕ່​ພວກ​ມັນ​ເບິ່ງ​ບໍ່​ໄດ້. \v 17 ພວກ​ມັນ​ມີ​ຫູ, ແຕ່​ພວກ​ມັນ​ຟັງ​ບໍ່​ໄດ້, ທັງ​ບໍ່​ມີ​ລົມ​ຫາຍ​ໃຈ​ໃນ​ປາກ​ຂອງ​ຮູບ​ເຄົາ​ຣົບ​ເຫລົ່າ​ນັ້ນ. \v 18 ຜູ້​ທີ່​ເຮັດ​ຮູບ​ເຫລົ່າ​ນັ້ນ​ຈະ​ເປັນ​ຄື​ຮູບ​ເຫລົ່າ​ນັ້ນ, ເຊັ່ນ​ດຽວ​ກັບ​ທຸກ​ຄົນ​ທີ່​ວາງ​ໃຈ​ໃນ​ຮູບ​ເຫລົ່າ​ນັ້ນ. \s5 \v 19 ​ເຊື້ອ​ສາຍ​ອິ​ສະ​ຣາ​ເອນ​ເອີຍ, ຈົ່ງ​ຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ເຊື້ອ​ສາຍ​ອາ​ໂຣນ​ເອີຍ, ຈົ່ງ​ຍ້ອງຍໍສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວເຖີ້ນ,. \v 20 ເຊື້ອ​ສາຍ​ເລ​ວີ​ເອີຍ​ຈົ່ງ​ຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວເຖີດ, ເຈົ້າ​ຜູ້​ຖວາຍ​ກຽຕ​ແດ່​ພ​ຣະ​ຢາ​ເວ​​ເອີຍ, ຈົ່ງ​ຍ້ອງຍໍ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວເຖີ້ນ. \v 21 ຈົ່ງຍ້ອງຍໍສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວໃນ​ຊີ​ໂອນ, ຄື​ພ​ຣະ​ອົງຜູ້​ຊົງ​ປຣະທັບ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເຖີດ. \s5 \c 136 \cl ບົດ​ທີ 136 \p \v 1 ໂອ, ຈົ່ງ​ໂມທະນາຂອບ​ພ​ຣະ​ຄຸນ​ພ​ຣະ​ຢາ​ເວ; ເພາະ​ພ​ຣະ​ອົງ​ຊົງ​ປະ​ເສີດ, ​ເພາະ​ຄວມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \v 2 ໂອ, ຈົ່ງໂມທະນາ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ຜູ້​ຊົງເປັນພຣະເຈົ້າ​ຢູ່​ເຫນືອ​ພ​ະເຈົ້າ​ທັງ​ຫລາຍ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \v 3 ໂອ​, ຈົ່ງໂມທະນາ​ຂອບ​ພ​ຣະ​ຄຸນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຜູ້​ຊົງ​ຢູ່​ເຫນືອ​ເຈົ້າ​ທັງ​ຫລາຍ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \s5 \v 4 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊົງ​ກະ​ທຳ​ການ​ອັ​ສະ​ຈັນ​ຍິ່ງ​ໃຫຍ່​ທັງ​ຫລາຍ​ແຕ່​ຜູ້​ດຽວ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ- \v 5 ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊ​ົງ​ສ້າງ​ທ້ອງ​ຟ້າ, ດ້ວຍ​ຄວາມ​ເຂົ້າ​ໃຈ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \s5 \v 6 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊົງ​ກາງ​ແຜ່ນ​ດິນ​ໂລກ​ອອກ​ເຫນືອ​ຫ້ວຍ​ນ້ຳ​ທັງ​ຫລາຍ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ- \v 7 ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊົງ​ສ້າງ​ດວງ​ສະ​ຫວ່າງ​ຂະ​ຫນາດ​ໃຫຍ່ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \s5 \v 8 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ຊົງ​ສ້າງດວງ​ອາທິດ​ປົກ​ຄອງ​ກາງເວັນ,​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ- \v 9 ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງດຳຣົງເປັນນິດ. \s5 \v 10 ​ພ​ຣະ​ອົງໄດ້ຂ້າ​ບັນ​ດາ​ລູກ​ຫົວ​ປີ​ຂອງເ​ອ​ຢິບ, ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄ​ຳ​ສັນ​ຍາ​ຂອງພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ- \v 11 ແລະ​ຊົງ​ນຳ​ອິ​ສະ​ຣາ​ເອນ​ອອກ​ມາ​ຈາກທ່າມ​ກາງ​ຄົນເ​ອ​ຢິບ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ- \v 12 ດ້ວຍ​ມືອັນຊົງຣິດແລະແຂນທີ່​ເຂັ້ມ​ແຂງ​​ທີ່​ຍົກ​ຊູ​ຂຶ້ນ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນນິດ. \s5 \v 13 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ ຜູ້​ໄດ້​ຊົງ​ແຍກ​ທະ​ເລ​ແຫ່ງ​ຕົ້ນ​ກົກ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ​ດຳ​ຣົງ​ເປັນ​ນິດ- \v 14 ແລະ​ຊົງ​ເຮັດ​ໃຫ້​ອິ​ສະ​ຣາ​ເອນ​ຜ່ານ​ໄປ​ທ່າມ​ກາງ​ທະ​ເລ​ນັ້ນ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງພຣະ​ອົງ, ​ດຳ​ຣົງ​ເປັນ​ນິດ- \v 15 ແຕ່​ຊົງ​ຂວ້ຳຟາ​ໂຣ​ແລະ​ກອງ​ທັບ​ຂອງ​ພ​ະ​ອົງ​ໃນ​ທະ​ເລ​ຕົ້ນ​ກົກ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \s5 \v 16 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ ຜູ້​ຊົງ​ນຳ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ- \v 17 ພຣະອົງ​ໄດ້ຂ້າກະ​ສັດຜູ້ມີອຳນາດ​ທັງ​ຫລາຍ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ​. \s5 \v 18 ​ຈົ່ງ​ຂອງ​ພ​ຣະ​ຄຸນ​ພ​ຣະ​ອົງ​ຜູ້​ຊົງ​ຂ້າ​ບັນ​ດາ​ກະ​ສັດ​ຜູ້​ມີ​ຊື່​ສຽງ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ- \v 19 ຄືເຈົ້າສີ​ໂຫນ ກະ​ສັດ​ຂອງ​ຄົນ​ອາ​ໂມ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ- \v 20 ແລະເຈົ້າ​ໂອກ ກະ​ສັດ​ແຫ່ງ​ບາ​ຊານ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \s5 \v 21 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ, ​ຜູ້​ຊົງ​ປຣະ​ທານ​ແຜ່ນ​ດິນ​ຂອງ​ພວ​ກ​ເຂົາ​ໃຫ້​ເປັ​ນ​ມໍ​ຣະ​ດົກ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​, ດຳ​ຣົງ​ເປັ​ນ​ນິດ - \v 22 ປຣະທານໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ອິ​ສະ​ຣາ​ເອນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັ​ນ​ນິດ. \v 23 ພ​ຣະ​ອົງ​ຊົງ​ລະ​ນຶກ​ເຖິງ​ແລະ​ຊ່ວຍ​ເຮົາ​ຜູ້​ຢູ່​ໃນ​ຖາ​ນະ​ຕ່ຳ​ຕ້ອຍ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \s5 \v 24 ​ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ, ​ຜູ້​ຊົງ​ຊ່ວຍ​ເຮົາ​ໃຫ້​ລອດ​ພົ້ນ​ຈາກ​ສັດ​ຕຣູທັງ​ຫລາຍ ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ, ​ດຳ​ຣົງ​ເປັນ​ນິດ- \v 25 ພ​ຣະ​ອົງ​ປຣະ​ທານ​ອາ​ຫານ​ແກ່​ສິ່ງ​ມີ​ຊີ​ວິດ​ທັງ​ປວງ, ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ. \v 26 ໂອ ຈົ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ເຈົ້າ, ​ແຫ່ງ​ທ້ອງ​ຟ້າ​ເພາະ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ​ດຳ​ຣົງ​ເປັນ​ນິດ. \s5 \c 137 \cl ບົດ​ທີ 137 \p \v 1 ໃກ້​ແຄມ​ນ້ຳ​ແຫ່ງ​ບາ​ບີ​ໂລນ​ພວກຂ້ານ້ອຍໄດ້​ນັ່ງ​ລົງ​ແລະ​ຮ້ອງ​ໄຫ້​ເມື່ອ​ພວກ​ຂ້າ​ນ້ອຍຣະ​ນຶກ​ເຖິງ​ຊີ​ໂອນ. \v 2 ທີ່​ຕົ້ນ​ຫລິວ​ທັງ​ຫລາຍ ທີ່​ນັ້ນ​ພວກ​ຂ້າ​ນ້ອຍໄດ້​ແຂວນ​ພິນ​ເຂົາ​ຄູ່​ຂອງ​ພວກ​ຂ້ານ້ອຍ. \s5 \v 3 ​ທີ່​ນັ້ນ​ຜູ້​ທີ່​ຈັບ​ພວກ​ຂ້າ​ນ້ອຍເປັນ​ຊະ​ເລີຍ​ໄດ້​ບອກ​ໃຫ້, ​ພວກ​ຂ້ານ້ອຍ​ຮ້ອງ​ເພງ ແລະ​ຜູ້​ທີ່​ໄດ້​ເຍາະ​ເຍີ້ຍ​ພວກຂ້ານ້ອຍ, "ຈົ່ງ​ຮ້ອງ​ເພງ​ກ່ຽວກັບຊີ​ໂອນ​​ໃຫ້​ພວກ​ເຮົາ​ຟັງແດ່." \v 4 ພວກ​ເຮົາ​ຈະ​ຮ້ອງ​ເພງ​ຂອງ​ພ​ຣະ​ຢາ​ເວ​ໄດ້​ຢ່າງ​ໃດ​ທີ່​ໃນ​ແຜ່ນ​ດິນ​ຕ່າງ​ດ້າວ? ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ. \s5 \v 5 ​ຖ້າ​ເຮົາ​ລະ​ເລີຍ​ຄວາມ​ຊົງ​ຈຳ​ຂອງ​ເຈົ້າ, ກໍ​ຂໍ​ໃຫ້​ມື​ຂວາ​ຂອງ​ເຮົາ​ລືມ​ສີ​ມື​ຂອງ​ເຈົ້າ. \v 6 ຂໍ​ໃຫ້​ລິ້ນ​ຂອງ​ເຮົາ​ເກາະ​ຕິດ​ເພ​ດານ​ປາກ​ຂອງ​ເຮົາ ຖ້າ​ເຮົາ​ບໍ່​ຣະ​ນຶກ​ເຖິງ​ເຈົ້າ​ອີກ​ຕໍ່​ໄປ, ຖ້າ​ເຮົາ​ບໍ່​ໄດ້​ຮັກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ຫລາຍກວ່າ​ຄວາມ​ຍິນ​ດີ​ສູງ​ສຸດ​ຂອງ​ເຮົາ. \s5 \v 7 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຣະ​ນຶກ​ເຖິງ​ສິ່ງ​ທີ່​ພວກ​ຄົນ​ເອ​ໂດມ​ເຮັດ​ໃນ​ມື້​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ແຕກ. ພວກ​ເຂົາ​ໄດ້​ເວົ້າ​ວ່າ, "ຈົ່ງ​ທຳ​ລາຍ​ມັນ​ລົງ, ຈົນ​ເຖິງ​ຖານ​ຮາກ​ຂອງ​ມັນ​ເລີຍ." \s5 \v 8 ລູກສາວແຫ່ງບາບີໂລນເອີຍ, ເຈົ້າ​ຈະ​ຕ້ອງ​ຖືກ​ລ້າງ​ຜານ​ໃນ​ໄວ​ນີ້ - ໃຫ້​ຜູ້​ນັ້ນ​ເປັນ​ສຸກ, ຄື​ຜູ້​ຊຶ່ງ​ໄດ້​ຕອບ​ແທນ​ເຈົ້າ​ໃຫ້​ສະ​ສົມ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ເຮົ​າ. \v 9 ໃຫ້​ຜູ້​ນັ້ນ​ເປັນ​ສຸກ, ຄື​ຜູ້​ທີ່​ເອົາ​ແລະ​ໂຍນ​ລູກ​ນ້ອຍ​ຂອງ​ເຈົ້າ​ກະ​ແທກ​ລົງ​ກັບ​ກ້ອນ​ຫີນ. \s5 \c 138 \cl ບົດ​ທີ 138 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ນ້ອຍ; ຕໍ່​ຫນ້າ​ພ​ະ​ເຈົ້າທັງ​ຫລາຍ​ ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ອົງ. \v 2 ຂ້າ​ນ້ອຍ​ຈະ​ກາບ​ລົງ​ຍັງ​ພ​ຣະ​ວິ​ຫານ​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ ແລະຈະ​ຂອບພ​ຣະ​ຄຸນ​ພ​ຣະ​ນາມ​ຊື່ຂອງ​ພ​ຣະ​ອົງ​ເພາະ​ຄວ​າມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ແລະ. ຄວາມ​ຫນ້າ​ໄວ້​ວາງ​ໃຈ​ໄດ້​ຂອງ​ພ​ຣະ​ອົງ ພ​ຣະ​ອົງ​ໄດ້​ຊົງ​ເຊີດ​ຊູເຮັດໃຫ້​ຖ້ອຍຄຳ​ແລະ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ສຳ​ຄັນ​ຍິ່ງ​ກວ່າ​ສິ່ງ​ໃດໆ. ເ \s5 \v 3 ​ໃນ​ມື້​ທີ່​ຂ້າ​ນ້ອຍ​ໄດ້​ຮ້ອງຫາ​ພ​ຣະ​ອົງ, ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ກ້າ​ຫານ​ແລະ​ເຂັ້ມ​ແຂງ. \v 4 ຂ້າ​ແດ່​ພ​ຣະ​ຢາ​ເວ, ກະ​ສັດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ໂລກ​ຈະ​ຊົງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ, ເພາະ​ບັນ​ດາ​ກະ​ສັດ​ເຫລົ່າ​ນັ້ນ​ຈະ​ໄດ້​ຍິນຖ້ອຍຄຳ​ຈາກ​ປາກ​ຂອງ​ພ​ຣະ​ອົງ. \s5 \v 5 ທ່ານ​ເຫລົ່າ​ນັ້ນ​ຈະ​​ຮ້ອງ​ເພງ​ເຖິງ​​ກິ​ຈະ​ການ​ຂອງ​ພ​ຣະ​ຢາ​ເວ, ເພາະ​ສະຫງ່າຣາສີ​ຂອງ​ພ​ຣະ​ຢາ​ເວ​ນັ້ນ​ໃຫຍ່​ຍິ່ງ. \v 6 ເຖິງວ່າ​ພ​ຣະ​ຢາ​ເວ​ຈະຢູ່​ສູງ​ສຸດ ພ​ຣະ​ອົງ​ກໍຍັງເຝົ້າເບິ່ງ​ຄົ​ນ​ຕ່ຳ​ຕ້ອຍ, ແຕ່​ຄົນ​ໂອ​ຫັງ​ພ​ຣະ​ອົງ​ຊົງ​ຮູ້​ຈັກ​ແຕ່​ໄກແສນໄກໄດ້. \s5 \v 7 ​ແມ່​ນ​ຂ້າ​ນ້ອຍຍ​່າງ​ຢູ່​ກາງ​ອັນ​ຕະ​ຣາຍ, ພ​ຣະ​ອົງ​ຈະ​ຊົງ​ຮັກ​ສາ​ຊີ​ວິດ​ຂ້າ​ນ້ອຍ​ໄວ້; ພ​ຣະ​ອົງ​ຈະ​ຍື່ນ​ມື​ອອກ​ຕໍ່​ຕ້ານ ຄວາມ​ໂຫດ​ຮ້າຍ​ຂອງ​ສັດ​ຕຣູທັ​ງ​ຫລາຍ​ຂອງ​ຂ້າ​ນ້ອຍ, ແລະ​ມື​ຂວາ​ຂອງ​ພ​ຣະ​ອົງ​ກໍ​ຈະ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ. \v 8 ພ​ຣະ​ຢາ​ເວ, ​ຊົງ​ສະ​ຖິດ​ຢູ່​ກັບ​ຂ້າ​ນ້ອຍ​ຈົນ​ເຖິງ​ທີ່​ສຸດ; ຂ​້າ​ແດ່​ພ​ຣະ​ຢາ​ເວ, ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ດຳ​ຣົງ​ເປັນ​ນິດ, ຂໍ​ຢ່າ​ຊົງ​ປະ​ຖິ້ມຜູ້​ທີ່​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ພ​ຣະ​ອົງ​ນັ້ນ​ເລີຍ. \s5 \c 139 \cl ບົດ​ທີ 139 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີ​ຂອງ​ດາ​ວິດ. \v 1 ຂ້າ​ແດ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ໄດ້​ຊົງ​ກວດ​ສອບ​ຂ້າ​ນ້ອຍ, ແລະ​ພ​ຣະ​ອົງ​ຊົງ​ຮູ້​ຈັກ​ຂ້າ​ນ້ອຍ. \v 2 ພ​ຣະ​ອົງ​ຊົງ​ຮູ້​ເມື່ອ ​ຂ້າ​ນ້ອຍ​ນັ່ງ​ລົງ​ແລະ​ເມື່ອ​ຂ້າ​ນ້ອຍ​ລຸກ​ຂຶ້ນ; ພ​ຣະ​ອົງ​ຊົງ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ຂ້າ​ນ້ອຍ​ໄດ້​ແຕ່​ໄກ. \s5 \v 3 ​ພ​ຣະ​ອົງ​ຊົງ​ສັງ​ເກດ​ທາງເດີນ​ຂອງ​ຂ້າ​ນ້ອຍ; ແລະ​ການນອນ​ຂອງ​ຂ້າ​ນ້ອຍ ພ​ຣະ​ອົງ​ຊົງ​ລື້ງ​ເຄີຍ​ກັບ​ທາງ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ. \v 4 ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ກ່ອນ​ທີ່​ຈະ​ມີ​ຄຳ​ເວົ້າ​ອອກ​ມາ, ພ​ຣະ​ອົງ​ກໍ​ໄດ້​ຊົງ​ຮູ້​ຄວາມ​ຫມົດ​ແລ້ວ. \v 5 ພ​ຣະ​ອົງ​ຊົງ​ອ້ອມ​ຂ້າ​ນ້ອຍ​ຢູ່​ທັງ​ຂ້າງ​ຫລັງ​ແລະ​ຂ້າງ​ຫນ້າ ແລະ​ຊົງ​ວາງ​ມື​ຂອງ​ພ​ຣະ​ອົງ​ເທິງ​ຂ້າ​ນ້ອຍ. \v 6 ຄວາມ​ຮອບ​ຮູ້​ຢ່າງ​ນີ້​ຫລາຍ​ເກີນ​ໄປ​ສຳລັບ​ຂ້າ​ນ້ອຍ; ສູງ​ເກີນ​ໄປ, ​ແລະ​ຂ້າ​ນ້ອຍ​ບໍ່​ອາດ​ເອື້ອມ​ເຖິງ. \s5 \v 7 ​ຂ້າ​ນ້ອຍ​ຈະ​ຫນີ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ​ໄປ​ທີ່​ໃດ​ໄດ້? ທີ່​ໃດ​ທີ່​ຂ້າ​ນ້ອຍ​ຈະ​ຫນີ​ຈາກ​ພຣະພັກຂອງ​ພ​ຣະ​ອົງ​ໄດ້ແດ່? \v 8 ຖ້າ​ຂ້​າ​ນ້ອຍ​ຂຶ້ນ​ໄປ​ຍັງ​ທ້ອງ​ຟ້າ, ພ​ຣະ​ອົງ​ກໍ​ສະ​ຖິດ​ທີ່​ນັ້ນ; ຖ້າ​ຂ້າ​ນ້ອຍ​ຈະ​ນອນ​ໃນ​ແດນ​ຄົນ​ຕາຍ ເບິ່ງ​ເຖີດ, ພ​ຣະ​ອົງ​ກໍ​ຊົງ​ຢູ່​ທີ່​ນັ້ນ. \s5 \v 9 ຖ້າ​ຂ້າ​ນ້ອຍ​ຈະ​ບິນ​ຫນີ​ດ້ວຍ​ປີກ​ຂອງ​ຮຸ່ງ​ເຊົ້າ​ແລະ​ໄປ​ອາ​ສັຍ​ຢູ່​ໃນ​ສ່ວນ​ຂອງ​ສຸດ​ຂອບ​ຂອງ​ຟາກ​ທະ​ເລ​ພຸ້ນ, \v 10 ​ແມ່ນ​ທີ່​ນັ້ນ ພຣະຫັດ​ຂອງ​ພ​ຣະ​ອົງ​ຈະ​ຊົງ​ຈູງ​ຂ້າ​ນ້ອຍ, ແລະພຣະຫັດ​ຂວາ​ຂອງ​ພ​ຣະ​ອົງ​ຈະ​ຊ່ວຍ​ຂ້າ​ນ້ອຍ​ໄວ້. \s5 \v 11 ​ຖ້າ​ຂ້າ​ນ້ອຍ​ໄດ້​ເວົ້າ​ວ່າ, "ຄວາມ​ມືດ​ຈະ​ບັງ​ເຮົາ​ໄວ້, ແລະ​ຄວາມ​ສະ​ຫວ່າງ​ຮອບ​ເຮົາ​ຈະ​ເປັນ​ກາງ​ຄືນ," \v 12 ແມ່ນ​ຄວາມ​ມືດ​ກໍ​ບໍ່​ມືດ​ສຳ​ລັບ​ພ​ຣະ​ອົງ. ກາງ​ຄືນ​ກໍ​ສະ​ຫວ່າງ​ຢ່າງ​ກາງ​ເວັນ, ເພາະ​ທັງ​ຄວາມ​ມືດ​ແລະ​ຄວາມ​ສະ​ຫວ່າງ​ເປັນ​ຄື​ກັນ​ສຳ​ລັບ​ພ​ຣະ​ອົງ. \s5 \v 13 ​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຮ່າງ​ກາຍ​ໃນ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ປະ​ກອບ​ຂ້າ​ນ້ອຍ​ເຂົ້າ​ກັນ​ໃນ​ທ້ອງ​ແມ່​ຂອງ​ຂ້າ​ນ້ອຍ. \v 14 ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສ້າງ​ຂ້າ​ນ້ອຍ​ຢ່າງ​ອັ​ສະ​ຈັນ. ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ຮູ້​ເລື່ອງ​ນີ້​ດີ. \s5 \v 15 ​ກະ​ດູກ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຖືກ​ເຊື່ອງ​ໄວ້​ຈາກ​ພ​ຣະ​ອົງ, ເມື່ອ​ຂ້າ​ນ້ອຍ​ໄດ້​ຖືກ​ສ້າງ​ຢູ່​ໃນ​​ທ້ອງ ເມື່ອ​ຂ້າ​ນ້ອຍ​ໄດ້​ຖືກ​ປະ​ດິດ​ຂຶ້ນ​ມາ​ພາຍ​ໃນ​ທີ່ເ​ລິກ​ແຫ່ງ​ໂລກ. \v 16 ພ​ຣະ​ອົງ​ຊົງ​ແນມ​ເຫັນ​ຂ້າ​ນ້ອຍ​ຕັ້ງ​ແຕ່ຢ​ູ່​ໃນ​ທ້ອງ; ມື້​ທັງ​ຫມົດ​ທີ່​ກຳ​ນົດ​ໃຫ້​ຂ້າ​ນ້ອຍ​ນັ້ນ​ຖືກບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຂອງ​ພ​ຣະ​ອົງ ກ່ອນ​ທີ່​ວັນໃດໆໃນວັນເຫລົ່ານີ້ຍັງບໍ່​ໄດ້​ເກີດ​ຂຶ້ນ. \s5 \v 17 ​ຂ້າ​ແດ່​ພ​ຣະ​ເຈົ້າ, ພ​ຣະ​ດຳ​ຣິຂອງ​ພ​ຣະ​ອົງ​ສຳ​ລັບ​ຂ້າ​ນ້ອຍ​ນັ້ນ​ລ້ຳ​ຄ່າ​ຍິ່ງ, ຮວມ​ກັນ​ເຂົ້າ​ກໍ​ມາກມາຍຫລວງ​ຫລາຍ! \v 18 ຖ້າ​​ຂ້າ​ນ້ອຍ​ຈະ​ພະ​ຍາ​ຍາມ​ນັບ​ສິ່ງ​ນັ້ນ, ພວກ​ມັນ​ກໍ​ຫລາຍກວ່າເມັດ​ຊາຍ. ເມື່ອ​ຂ້າ​ນ້ອຍ​ຕື່ນ​ຂຶ້ນ, ຂ້າ​ນ້ອຍ​ກໍ​ຍັງ​ຄົງ​ຢູ່​ກັບ​ພ​ຣະ​ອົງ. \s5 \v 19 ​​ຂ້າແດ່​ພ​ຣະ​ເຈົ້າ, ຖ້າ​ພຽງ​ແຕ່​ພ​ຣະ​ອົງ​ຈະ​ຊົງ​ຂ້າຄົນ​ອະ​ທັມ​ເຈົ້າ​ຄົນ​ໂຫດ​ຮ້າຍ​ທັງ​ຫລາຍ, ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ເຮົາ. \v 20 ພວກ​ເຂົາ​ກະ​ບົດ​ຕໍ່​ພ​ຣະ​ອົງ​ແລະ​ກະ​ທຳ​ໂດຍ​ການ​ຫລອກ​ລວງ; ພວກ​ສັດ​ຕຣູ​ຂອງ​ພ​ຣະ​ອົງ​ເວົ້າ​ຕົວະ. \s5 \v 21 ​ຂ້າ​ແດ່​​ພ​ຣະ​ຢາ​ເວ, ຂ້າ​ນ້ອຍ​ບໍ່​ໄດ້​ກຽດ​ຊັງຜູ້​ທີ່​ກຽດ​ຊັງ​ພ​ຣະ​ອົງ​ບໍ່? ຂ້າ​ນ້ອຍ​ບໍ່​ໄດ້​ອາ​ຄາດ​ແຄ້ນ​ຜູ້​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ພ​ຣະ​ອົງ​ບໍ່? \v 22 ຂ້າ​ນ້ອຍ​ກຽດ​ພວກ​ເຂົາ​ຢ່າງ​ສຸດ​ຂີດ; ພວກ​ເຂົາ​ກາຍ​ເປັນ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ. \s5 \v 23 ​ຂ້າ​ແດ່ພ​ຣະ​ເຈົ້າ, ຂໍ​ຊົງ​ກວດ​ຄົ້ນ​ຂ້າ​ນ້ອຍ​ແລະ​ຊົງ​ຮູ້​ຈັກ​ຈິດ​ໃຈ​ຂອງ​ຂ້​າ​ນ້ອຍ​ເຖີດ; ຂໍ​ຊົງ​ທົດ​ສອບ​ຂ້າ​ນ້ອຍ ແລະ​ຊົງ​ຮູ້​ຄວາມ​ຄິດ​ຂອງ​ຂ້າ​ນ້ອຍ​ເຖີດ. \v 24 ເບິ່ງວ່າ​ມີ​ທາງ​ຊົ່ວ​ໃດໆ ໃນ​ຂ້າ​ນ້ອຍ, ​ແລະ​ທີ່​ຈະ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ທາງ​ນິ​ຣັນ​ດອນ. \s5 \c 140 \cl ບົດ​ທີ 140 \p ສຳ​ລັບ​ຄະ​ນະ​ນັກ​ດົນ​ຕຣີ. ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ແດ່​ພ​ຣະ​ຢ​າ​ເວ, ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ຄົນ​ຊົ່ວ​ຮ້າຍ; ຂໍ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ໄວ້​ຈາກ​ຄົນ​ໂຫດຮ້າຍ. \v 2 ພວກ​ເຂົາ​ວາງ​ແຜນ​ຮ້າຍ​ຢູ່​ໃນ​ໃຈ; ພວກ​ເຂົ​າ​ເຮັດ​ໃຫ​້​ເກີດ​ສົງ​ຄາມ​ທຸກ​ມື້. \v 3 ລີ້ນ​​ຂອງ​ພວກ​ເຂົາ​ເຮັດ​ໃຫ​້​ບາດ​ເຈັບ​ໄດ້ຄື​ງູພິດ; ພິດ​ຂອງ​ງູ​ຢູ່​ໃນ​ຮິມ​ສົບ​ປາກ​ຂອງ​ພວກ​ເຂົາ. ເສ ລາ \s5 \v 4 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຄຸ້ມ​ຄອງ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ອະ​ທັມ; ຂໍ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ໄວ້​ຈາກ​ຄົນ​ໂຫດຮ້າຍ ຜູ້​ຄິດ​ແຜນ​ການ​ຈະ​ໃຫ້​ຂ້າ​ນ້ອຍ​ລົ້ມ​ລົງ. \v 5 ຄົນ​ໂອ​ຫັງ​ໄດ້​ວາງ​ກັບ​ດັກ​ສຳ​ລັບ​ຂ້າ​ນ້ອຍ; ພວກ​ເຂົາ​ໄດ້​ກາງ​ຕາ​ຫນ່າງ; ພວກ​ເຂົ​າ​ໄດ້​ຫ້າງ​ແຮ້ວ​ດັກ​ຂ້າ​ນ້ອຍ. ເສ ລາ \s5 \v 6 ​ຂ້າ​ນ້ອຍ​ໄດ້​ກ່າວຕໍ່​ພ​ຣະ​ຢາ​ເວ​ວ່າ, "ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈ​ົ້າ; ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ຮັບ​ຟັງ​ສຽງ​ອ້ອນວອນ​ຂໍ​ຄວາມ​ເມດ​ຕາ​ຂອງ​ຂ້າ​ນ້ອຍ." \v 7 ຂ້າແດ່​ພ​ຣະ​ຢາ​ເວ​, ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ​ຜູ້​ຊົງ​ມີ​ອຳ​ນາດ​ສາ​ມາດ​ຊ່ວຍ​ຂ້າ​ຂ້າ​ນ້ອຍໃຫ້​ພົ້ນ​ໄດ້; ພ​ຣະ​ອົງ​ໄດ້​ຊົງ​ເປັນ​ໂລ້​ກຳ​ບັງ​ຫົວ​ຂ້າ​ນ້ອຍ​ໄວ້​ໃນ​ຍາມ​ສົງ​ຄາມ. \v 8 ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຢ່າ​ຊົງ​ໃຫ້​ຄົນ​ອະທັມ​ສົມ​ປຣາຖນາ; ຂໍ​ຢ່າ​ຊົງ​ໃຫ້​ແຜນ​ຮ້າຍ​ຂອງ​ພວກ​ເຂົາ​ສຳ​ເລັດ. ເສ ລາ \s5 \v 9 ຜູ້​ທີ່​ອ້ອມ​ຂ້າ​ນ້ອຍ​ນັ້ນ​ໄດ້​ຍົກ​ຫົວ​ຂອງ​ພວກ​ເຂົາ​ຂຶ້ນ; ຂໍ​ປ່ອຍ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ຂອງ​ຮີມ​ສົບປາກ​ຂອງ​ພວກ​ເຂົາ​ເອງ​ປົກ​ຄຸມ​ພວກ​ເຂົາ. \v 10 ຂໍ​ໃຫ້​ຖ່ານໄຟ​ທີ່​ລຸກ​ໄຫມ້​ຕົກ​ລົງເທິງ​ພວກ​ເຂົາ, ຈົ່ງ​ໂຍນ​ພວກ​ເຂົາ​ລົງ​ໃນ​ໄຟ ລົງ​ໃນ​ບໍ່ເລິກ​ຈົນ​ຂຶ້ນ​ມາ​ບໍ່​ໄດ້​ອີກ​ເລີຍ. \v 11 ຂໍ​ຢ່າ​ໃຫ້​ລິ້ນ​ຂອງ​ຄົນ​ທີ່​ໃສ່​ຮ້າຍ​ຢູ່​ຢ່າງ​ຫມັ້ນ​ຄົງ​ໃນ​ແຜ່ນ​ດິນ; ຂໍ​ໃຫ້​ສິ່ງຊົ່ວຮ້າຍ​ໄລ່​ລ້າ​ຄົນ​ທໍາ​ລາຍເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຕາຍ​ໄປ. \s5 \v 12 ຂ້າ​ນ້ອຍ​ຮູ້​ວ່າ ພ​ຣະ​ຢາ​ເວ​ຈະ​ຊົງ​ພິ​ພາກ​ສາ​ດ້ວຍ​ຄວາມ​ເມດ​ຕາ​ແກ່​ຜູ້​ທຸກ​ຍາກ, ແລ​ະ​ພ​ຣະ​ອົງ​ຈະ​ຊົງ​ໃຫ້​ຄວາມ​ຍຸ​ຕິ​ທັມ​ແກ່​ຄົນ​ຂັດ​ສົນ. \v 13 ທີ່​ຄົນ​ຊອບ​ທັມ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ; ຄົນ​ສັດຊື່​ຈະ​ດຳ​ຣົງ​ຢູ່​ຕໍ່​ຫນ້າ​ຂອງ​ພ​ຣະ​ອົງ. \s5 \c 141 \cl ບົດ​ທີ 141 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍຮ້ອງຫາ​ຕໍ່​ພ​ຣະ​ອົງ; ຂໍ​ຊົງ​ຮີບ​ເຂົ້າ​ມາ​ຫາ​ຂ້າ​ນ້ອຍ​ດ້ວຍ​ເຖີດ. ຂໍ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ນ້ອຍ ເມື່ອ​ຂ້າ​ນ້ອຍ​ຮ້ອງຫາ​ຕໍ່ພ​ຣະ​ອົງ. \v 2 ຂໍ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​ເປັນ​ເຫມືອນ​ເຄື່ອງ​ຫອ​ມ; ເພາະ​ຕໍ່​ຫນ້າ​ພ​ຣະ​ອົງ ຂໍ​ໃຫ້​ມື​ທີ່​ຍົກ​ຊູ​ຂຶ້ນ​ຂອງ​ຂ້າ​ນ້ອຍ​ເປັນ​ເຫມືອນ​ເຄື່ອງ​ຖວາຍ​ບູ​ຊາ​ເວ​ລາ​ແລງ. \s5 \v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຕັ້ງ​ຍາມ​ເຝົ້າ​ປາກ​ຂອງ​ຂ້າ​ນ້ອຍ; ຂໍ​ຊົງ​ເຝົ້າ​ຣະ​ວັງ​ປະ​ຕູ​ຮິມ​ສົບ​ປາກ​ຂອງ​ຂ້າ​ນ້ອຍ. \v 4 ຢ່າ​ໃຫ້​ໃຈ​ຂອງ​ຂ້າ​ນ້ອຍ​ປຣາ​ຖນາ​ສິ່ງ​ຊົ່ວໃດໆ ຫລື​ຮ່ວມ​ໃນ​ກິ​ຈະ​ກຳ​ແຫ່ງ​ຄວາມ​ບາບ​ກັບ​ຄົນ​ຜູ້​ຊຶ່ງ​ກະ​ທຳ​ສິ່ງ​ຊົ່ວ​ຮ້າຍ. ແລະ​ຂໍ​ຢ່າ​ໃຫ້​ຂ້າ​ນ້ອຍ​ກິນ​ຂອງ​ດີໃດໆຂອງພວກເຂົາ. \s5 \v 5 ຂໍ​ໃຫ້​ຄົນ​ຊອບ​ທັມ​ຕີ​ຂ້າ​ນ້ອຍ; ແລະ​ເມດ​ຕາ​ຕໍ່​ຂ້າ​ນ້ອຍ. ຂໍ​ໃຫ້​ເຂົາ​ປັບ​ປຸງ​ຂ້າ​ນ້ອຍ; ເຫມືອນ​ນ້ຳ​ມັນ​ເທິງ​ຫົວ​ຂອງ​ຂ້າ​ນ້ອຍ​; ຂໍ​ຢ່າ​ໃຫ້​ຫົວ​ຂອງ​ຂ້າ​ນ້ອຍ​ປະ​ຕິ​ເສດ​ທີ່​ຈະ​ຍອມ​ຮັບ​ສິ່ງ​ນັ້ນ. ແຕ່​ຂໍ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ​ຕໍ່​ຕ້ານ​ການ​ກະ​ທຳ​ຊົ່ວ​ຕ່າງໆ ຂອງ​ພວກ​ເຂົາ​ສະ​ເຫມີ. \v 6 ບັນ​ດາ​ຜູ້​ນຳ​ຂອງ​ພວກ​ເຂົາ​ຈະ​ຖືກ​ໂຍນ​ລົງ​ມາ​ຈາກຍອດ​ຫນ້າ​ຜາ​ສູງ; ພວກ​ເຂົາ​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ຂ້າ​ນ້ອຍ​ວ່າ​ເປັນ​ຖ້ອຍ​ຄຳ​ຫນ້າ​ຊື່ນ​ຊົນ. \v 7 ພວກ​ເຂົາ​ຈະ​ຕ້ອງ​ເວົ້າ​ວ່າ, "ເຫມືອນ​ກັບ​ເມື່ອ​ຄົນ​ໄຖ​ແລະ​ເຮັ​ດ​ໃຫ້​ດິນ​ແຕກ, ດັ່ງ​ນັ້ນ​ກະ​ດູກ​ຂອງ​ພວກ​ເຮົາ​ກໍ​ໄດ້​ກະ​ຈາຍ​ທີ່​ປາກ​ແດນ​ຄົນ​ຕາຍສັນນັ້ນ." \s5 \v 8 ດວງ​ຕາ​ຂອງ​ຂ້າ​ນ້ອຍ​ຈ້ອງ​ໄປ​ຍັງ​ພ​ຣະ​ອົງ, ຂ​້າ​ແດ່ພ​ຣະ​ຢາ​ເວ​, ພ​ຣະ​ຜູ້​ເປັນ​ເຈົ້າ, ຂ້າ​ນ້ອຍ​ລີ້​ພັຍ​ໃນ​ພ​ຣະ​ອົງ ຂໍ​ຢ່າ​ຊົງ​ໃຫ້​ດວງວິນ​ຍານ​ຂອງ​ຂ​້າ​ນ້ອຍ​ປາ​ສະ​ຈາກ​ເຄື່ອງ​ປ້ອງ​ກັນ. \v 9 ຂໍ​ຊົງ​ປົກ​ປ້ອງ​ຂ້າ​ນ້ອຍ​ຈາກ​ບ້ວງ​ແຮ້ວ​ທີ່​ພວກ​ເຂົາ​ວາງ​ດັກ​ຂ້າ​ນ້ອຍ​ໄວ້, ​ແລະ​ຈາກ​ກັບ​ດັກ​ຂອງ​ຜູ້​ເຮັດ​ຄວາມ​ຊົ່ວ. \v 10 ຂໍໃຫ້ຄົນຊົ່ວຮ້າຍຕົກລົງໄປໃນຕາຫນ່າງຂອງພວກເຂົາເອງ ຂະ​ນະ​ທີ່​ຂ້າ​ນ້ອຍ​ຫນີ​ໄປ​ໄດ້. \s5 \c 142 \cl ບົດ​ທີ 142 \p ຄຳ​ແນະ​ນຳ​ຂອງ​ດາ​ວິດ, ເມື່ອ​ເພິ່ນ ອະ​ທິ​ຖານຢູ່ໃນ​​ຖ້ຳ;. \v 1 ດ້ວຍ​ສຽງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຮ້ອງຫາ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​ຢາ​ເວ; ​ດ້ວຍ​ສຽງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍອ້ອນວອນ​ຂໍ​ຄວາມເມດຕາ​ຈາກ​ພ​ຣະ​ຢາ​ເວ. \v 2 ຂ້າ​ນ້ອຍ​ລະ​ບາຍ​ຄວາມ​ທຸກ​ຂອງ​ຂ້າ​ນ້ອຍ​ຕໍ່​ຫນ້າ​ພ​ຣະ​ອົງ; ຂ້າ​ນ້ອຍ​ຮ້ອງຫາ​ເລື່ອງ​ຄວາມ​ລຳ​ບາກ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ອົງ. \s5 \v 3 ເມື່ອວິນຍານພາຍໃນຂອງຂ້ານ້ອຍອ່ອນແຮງ, ພ​ຣະ​ອົງ​ຊົງ​ຮູ້​ຈັກ​ທາງ​ຂອງ​ຂ້າ​ນ້ອຍ ໃນ​ວິ​ທີ​ທີ່​ຂ້າ​ນ້ອຍ​ເດີນ​ໄປ ພວກ​ເຂົາ​ໄດ້​ເຊື່ອງ​ກັບ​ດັກ​ສຳ​ລັບ​ຂ້າ​ນ້ອຍ​ໄວ້. \v 4 ຂ້າ​ນ້ອຍ​ເບິ່ງ​ໄປ​ທາງ​ຂວາ​ຂອງ​ຂ້າ​ນ້ອຍ​ແລະ​ເຫັນ​ວ່າ​ບໍ່​ມີ​ໃຜ​ສົນ​ໃຈ​ຂ້າ​ນ້ອຍ ບໍ່​ມີ​ທາງ​ຫນີ​ສຳ​ລັບ​ຂ້າ​ນ້ອຍ; ບໍ່​ມີ​ໃຜ​ສົນ​ໃຈ​ກ່ຽວ​ກັບ​ຊີ​ວິດ​ຂອງ​ຂ້າ​ນ້ອຍ. \v 5 ຂ້າ​ນ້ອຍ​ຮ້ອງຫາ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ; ຂ້າ​ນ້ອຍ​ໄດ້​ກ່າວວ່າ, "ພ​ຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ນ້ອຍ, ເປັ​ນ​ສ່ວນ​ຫນຶ່ງ​ຂອງ​ຂ້າ​ນ້ອຍ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ເປັນ. \s5 \v 6 ​ຂໍ​ຊົງ​ຟັງ​ສຽງ​ຮ້ອງທູນ​ຂອງ​ຂ້າ​ນ້ອຍ, ເພາະ​ຂ້າ​ນ້ອຍ​ຕົກ​ຕ່ຳ​ຫລາຍ; ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ຜູ້​ຂົ່ມ​ເຫັງ, ເພາະ​ພວກ​ເຂົາ​ແຂງ​ແຮງ​ເກີນ​ກຳ​ລັງ​ຂ້າ​ນ້ອຍ. \v 7 ຂໍ​ຊົງ​ນຳ​ດວງວິນ​ຍານ​ຂອງ​ຂ້າ​ນ້ອຍ​ອອກ​ຈາກ​ຄຸກ ເພື່ອ​ຂ້າ​ນ້ອຍ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ. ຄົນ​ຊອບ​ທັມຈະ​ອ້ອມ​ຂ້າ​ນ້ອຍ​ໄວ້ ເພາະ​ພ​ຣະ​ອົງ​ຈະ​ຊົງ​ເຮັດ​ແກ່​ຂ້າ​ນ້ອຍ​ຢ່າງ​ດີ." \s5 \c 143 \cl ບົດ​ທີ 143 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ຂໍ​ຊົງ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພຣະ​ຢາ​ເວ; ຂໍ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ນ້ອຍ. ຕໍ່​ຫນ້າ​ພ​ຣະ​ອົງ​ຊົງ​ສັດ​ຊື່​ແລະ​ຊອບ​ທັມ, ຂໍ​ຊົງ​ຕອບ​ຂ້າ​ນ້ອຍ​ເຖີດ! \v 2 ຂໍ​ຢ່າ​ຊົງ​ຕັດ​ສິນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເພາະ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ​ບໍ່​ມີ​ໃຜ​ຊອບ​ທັມ​ເລີຍ. \s5 \v 3 ສັດ​ຕຣູ​ໄດ້​ໄລ່​ກວດດວງວິ​ຍານ​ຂອງ​ຂ້າ​ນ້ອຍ; ເຂົາ​ໄດ້ຢຽບ​ຢ່ຳ​ຊີ​ວິດ​ຂ້າ​ນ້ອຍ​ລົງ​ເຖິງ​ດິນ; ເຂົາ​ເຮັດ​​ໃຫ້​ຂ້າ​ນ້ອຍ​ຢູ່​ໃນ​ທີ່​ມືດ ເຫມືອນ​ຄົນ​ທີ່​ໄດ້​ຕາຍ​ດົນ​ແລ້ວ. \v 4 ວິນ​ຍານ​ຂອງ​ຂ້າ​ນ້ອຍ​ໄດ້​ຖືກ​ຄອບ​ງຳ​ຢູ່​ພາຍ​ໃນ​ຂ້າ​ນ້ອຍ; ໃຈ​ຂ້າ​ນ້ອຍ​ກໍ​ສິ້ນ​ຫວັງ​. \s5 \v 5 ຂ້າ​ນ້ອຍ​ຣະ​ນຶກ​ເຖິງ​ສມັຍ​ເກົ່າ; ຂ້າ​ນ້ອຍ​ຊອກ​ຫາ​ສິ່ງກະທຳ​ທັງ​ຫມົດ​ຂອງ​ພ​ຣະ​ອົງ; ຂ້າ​ນ້ອຍຕຶກ​ຕອງ​ເຖິງ​ພາ​ຣະ​ກິດທັງ​ຫລາຍ​ຂ​ອງ​ພ​ຣະ​ອົງ. \v 6 ຂ້າ​ນ້ອຍ​ຊູ​ມື​ຂຶ້ນ​ໄປ​ຍັງ​ພ​ຣະ​ອົງ; ດວງວິນ​ຍານ​ຂອງ​ຂ້າ​ນ້ອຍ​ກະ​ຫາຍ​ຫາ​ພ​ຣະ​ອົງ​ຢ່າງ​ແຜ່ນ​ດິນ​ທີ່​ແຫ້ງ. ເສ​ລາ \s5 \v 7 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ຕອບ​ຂ້າ​ນ້ອຍ​ໂດຍ​ໄວ້​ເຖີດ, ເພາະ​ວິນ​ຍານ​ຂອງ​ຂ​້າ​ນ້ອຍ​ສູນ​ສິ້ນ​ໄປ​ແລ້ວ, ຂໍ​ຢ່າ​ຊົງ​ລີ້​ຫນ້າ​ຂອງ​ພ​ຣະ​ອົງ​ຈາກ​ຂ້າ​ນ້ອຍ ບໍ່​ສະ​ນັ້ນ​ຂ້າ​ນ້ອຍ​ຈະ​ເປັນ​ເຫມືອນ​ຄົນ​ເຫລົ່າ​ນັ້ນ​ທີ່​ລົງ​ໄປ​ຍັງ​ຫລຸມ​ເລິກ. \v 8 ຂໍ​ຊົງ​ໃຫ້​ຂ້າ​ນ້ອຍ​ໄດ້​ຍິນ​ເຖິງ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ​ໃນ​ເວ​ລາ​ຮຸ່ງ​ເຊົ້າ, ເພາະ​ຂ້າ​ນ້ອຍ​ວາງ​ໃຈ​ໃນ​ພຣະ​ອົງ. ຂໍ​ຊົງ​ສອນ​ຂ້າ​ນ້ອຍ​ເຖິງ​ທາງ​ທີ່​ຄວນ​ເດີນ, ເພາະ​ຂ້າ​ນ້ອຍ​ຍົກ​ດວງວິນ​ຍານ​ຂອງ​ຂ້າ​ນ້ອຍ​ຕໍ່​ພ​ຣະ​ອົງ. \s5 \v 9 ​ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ, ຂ້າ​ແດ່​ພ​ຣະ​ຢາ​ເວ; ຂ້າ​ນ້ອຍ​ໄດ້​ຫນີ​ມາ​ລີ້​ຢູ່​ໃນ​ພ​ຣະ​ອົງ. \v 10 ຂໍ​ຊົງ​ສອນ​ໃຫ້​ຂ້າ​ນ້ອຍ​ເຮັດ​ຕາມ​ພຣະທັຍ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ເປັ​ນ​ພ​ຣະ​ເຈົ້າ. ​ຂອງ​ຂ້າ​ນ້ອຍ ຂໍ​ພ​ຣະ​ວິນ​ຍານ​ປະ​ເສີດ​ຂອງ​ພ​ຣະ​ອົງ ຊົງ​ນຳ​ຂ້າ​ນ້ອຍ​ໄປ​ໃນ​ດິນ​ແດນ​ແຫ່ງ​ຄວາມ​ຊອບທັມ. \s5 \v 11 ຂ້າ​ແດ່​ພ​ຣະ​ຢາ​ເວ, ເພາະ​ເຫັນ​ແກ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ; ຂໍ​ຊົງ​ຮັກ​ສາ​ຊີ​ວິດ​ຂ້າ​ນ້ອຍ​ໄວ້ ໂດຍ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ, ​ຂໍ​ຊົງ​ນຳ​ດວງວິນ​ຍານ​ຂອງ​ຂ້າ​ນ້ອຍ​ອອກ​ມາ​ຈາກ​ຄວາມ​ຍາກ​ລຳ​ບາກ. \v 12 ໃນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ອົງ ຂໍ​ຊົງ​ທຳ​ລາຍ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ, ແລະ​ຂໍ​ຊົງ​ກຳ​ຈັດ​ສັດ​ຕຣູ​ທັງ​ຫມົດ​ຂອງ​ຂ້າ​ນ້ອຍ​ເພາະ​ຂ້າ​ນ້ອຍ​ເປັ​ນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ. \s5 \c 144 \cl ບົດ​ທີ 144 \p ບົດ​ເພງ​ສັນ​ຣະ​ເສີນ​ຂອງ​ດາ​ວິດ. \v 1 ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ພຣະສີລາ​ຂອງ​ຂ້າ​ນ້ອຍ, ຜູ້​ຊົງ​ຝຶກ​ມື​ທັງ​ຫລາຍ​ຂອງ​ຂ້າ​ນ້ອຍ​ໃຫ້​ເຮັດ​ສົງ​ຄາມ ແລະ​ຝຶກ​ນິ້ວ​ມື​ຂອງ​ຂ້າ​ນ້ອຍ​ໃຫ້​ເຮັດເ​ສິກ. \v 2 ພ​ຣະ​ອົງ​ຊົງ​ເປັນ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ແລະ​ຊົງ​ເປັນ​ປ້ອມ​ປ້ອງກັນ​ຂອງ​ຂ້າ​ນ້ອຍ, ຊົງ​ເປັນ​ຫໍ​ຄອຍ​ສູງ ແລະ​ຊົງ​ເປັນ​ຜູ້​ຊຶ່ງ​ຂ້າ​ນ້ອຍ​ເຂົ້າ​ລີ້​ພັຍ, ຜູ້​ຊົງ​ປາບ​ຊົນ​ຊາດ​ທັງ​ຫລາຍໃຫ້​ຢູ່​ໃຕ້ອຳນາດພຣະອົງ. \s5 \v 3 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ມະ​ນຸດ​ເປັນ​ຜູ້​ໃດນໍຊຶ່ງ​ພ​ຣະ​ອົງຕ້ອງ​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ເຂົາ ຫລື​ລູກ​ຂອງ​ລູກ​ມະ​ນຸດ​ເປັນ​​ຜູ້​ໃດ​ທີ່​ພ​ຣະ​ອົງ​ຊົງ​ຄິດ​ເຖິງ​ເຂົາ? \v 4 ມະ​ນຸດ​ເປັນ​ເຫມືອນ​ລົມ​ຫາຍ​ໃຈ; ວັນ​ເວ​ລ​າ​ທັງ​ຫລາຍ​ຂອງ​ເຂົາ​ເຫມືອນ​ເງົາ​ທີ່​ຜ່ານ​ໄປ. \s5 \v 5 ​ຂ້າ​ແດ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ໂນ້ມ​ທ້ອງ​ຟ້າ​ລົງແລະສະເດັດ​ລົງ​ມາ; ຂໍ​ຊົງ​ແຕະ​ຕ້ອງ​ພູ​ເຂົາ​ທັງ​ຫລາຍ​ແລະ​ເຮັດ​ໃຫ້​ມີ​ຄວັນ​ຂຶ້ນ. \v 6 ຂໍ​ຊົງ​ສົ່ງ​ໃຫ້​ສາຍ​ຟ້າ​ແມບ​ທັງຫ​ລ​າຍ​ອອກ​ໄປ​ແລະ​ເຮັ​ດ​ໃຫ້​ພວກ​ສັດ​ຕຣູ​ຂອງ​ຂ້າ​ນ້ອຍ​ກະ​ແຈກ​ກະ​ຈາຍ; ຂໍ​ຊົງຍິງລູກທະນູ​ຂອງ​ພ​ຣະ​ອົງ ແລະ​ຂັບ​ໄລ່​ໃຫ້​ພວກ​ມັນ​ສັບ​ສົນ. \s5 \v 7 ​ຂໍ​ຢຽດພຣະຫັດຂອງ​ພ​ຣະ​ອົງ​ຈາກ​ທີ່​ສູງ; ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ວັງ​ນ້ຳເລິກ, ໃຫ້​ພົ້ນ​ຈາກ​ພວກ​ມື​ຄົນ​ຕ່າງ​ຊາດ. \v 8 ປາກ​ຂອງ​ພວກ​ເຂົາ​ເວົ້າ​ຕົວະ, ແລະ​ມື​ຂວາ​ຂອງ​ພວກ​ເຂົາ​ບໍ່​ຊື່​ຕຣົງ. \s5 \v 9 ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ແດ່​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ເຈົ້າ; ​ຂ້າ​ນ້ອຍ​ຈະ​ດິດ​ພິນ​ສິບ​ສາຍ​ສັນຣະເສີນແດ່​ພ​ຣະ​ອົງ, \v 10 ຜູ້​ປຣະ​ທານ​ຄວາມ​ພົ້ນແກ່​​ກະ​ສັດ, ແລະ​ຜູ້​ຊົງ​ຊ່ວຍ​ກູ້​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃຫ້​ພົ້ນ​ຈາກ​ດາບ​ຊົ່ວ​ຮ້າຍ. \v 11 ຂໍ​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ແລະ​ປ່ອຍ​ຂ້າ​ນ້ອຍ​ໃຫ້​ເປັນ​ອິ​ສະ​ລະ​ຈາກ​ມື​ພວກ​ຄົນ​ຕ່າງ​ຊາດ. ປາກ​ຂອງ​ພວກ​ເຂົາ​ເວົ້າ​ຕົວະ, ແລະ​ມື​ຂວາ​ຂອງ​ພວກ​ເຂົາ​ບໍ່​ຊື່​ຕຣົງ. \s5 \v 12 ​ຂໍ​ໃຫ້​ລູກ​ຊາຍ​ຂອງ​ຂ້າ​ນ້ອຍ​ເປັນ​ເຫມືອນ​ຕົ້ນ​ໄມ້​ໃຫຍ່​ເຕັມ​ຂະ​ຫນາດ​ເມື່ອ​ພວກ​ເຂົາ​ຍັງ​ຫນຸ່ມໆຢູ່, ແລະ​ຂໍ​ໃຫ້​​ລູກ​ຍິງ​ຂອງ​ຂ້າ​ນ້ອຍ​​ເປັນ​ເຫມືອນ​ເສົາ​ຫົວ​ມຸມ​ທີ່​ໄດ້​ສະ​ລັກ​ຕາມ​ແບບ​ພ​ະ​ຣາ​ຊວັງ. \v 13 ຂໍ​ໃຫ້​ຍຸ້ງ​ສາງ​ຂອງ​ຂ້າ​ນ້ອຍ​ເຕັມ​ໄປ​ດ້ວຍ​ຜົນ​ຜະ​ລິດ​ທຸກ​ຊະ​ນິດ, ແລະ​ຂໍ​ໃຫ້​ຝູງ​ແກະ​ຂອງ​ຂ້າ​ນ້ອຍ​​ຜະ​ລິດ​ອອກ​ມາ​ເປັນ​ພັນ​ເປັນ​ຫມື່ນ​ທີ່​ໃນ​ທ້ອງ​ທົ່ງ​ຂອງ​ຂ້າ​ນ້ອຍເ​ຖີ້ນ​. \s5 \v 14 ແລ້ວ​ຂໍ​ໃຫ້​ຝູງ​ງົວ​ຂອງພວກ​ຂ້າ​ນ້ອຍ​​ມີ​ລູກ​ນ້ອຍ​ຫລວງ​ຫລາຍ. ບໍ່​ມີໃຜ​ພັງ​ເຂົ້າ​ມາ​ໃນ​ກຳ​ແພງ​ຂອງ​ພວກຂ້າ​ນ້ອຍ​ໄດ້; ຂໍ​ຢ່າ​ໃຫ້​ມີ​ຊະ​ເລີຍ​ແລະ​ສຽງ​ຮ້ອງ​ທຸກ​ໃນ​ຫົນ​ທາງ​​ຂອງ​ພວກຂ້າ​ນ້ອຍ. \v 15 ຄົນ​ທີ່​ຮັບ​ພອນ​ເຊັ່ນ​ນັ້ນ​ເປັນ​ສຸກ ຄວາມ​ສຸກ​ຄື​ຄົນ​ທີ່​ພ​ຣະ​ເຈົ້າ​; ຂອງ​ເຂົາ​ຄື​ພ​ຣະ​ຢາ​ເວ. \s5 \c 145 \cl ບົດ​ທີ 145 \p ບົດ​ເພງ​ສັນ​ຣະ​ເສີນ​​ຍ້ອງ​ຍໍ. ຂອງ​ດາ​ວິດ. \v 1 ຂ້າ​ນ້ອຍ​ຈະ​ຍົກ​ຍ້ອງ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ເຈົ້າ, ກະ​ສັດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ ​ຕະ​ຫລອດ​ໄປ​ເປັນ​ນິດ. \v 2 ທຸກໆມື້ ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ແດ່​ພ​ຣະ​ອົງ; ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ໄປ​ເປັນ​ນິດ. \v 3 ພ​ຣະ​ຢາ​ເວ​ນັ້ນ​ຍິ່ງ​ໃຫຍ່; ແລະ​ສົມ​ຄວນ​ຈະ​ໄດ້​ຮັບ​ການ​ສັນ​ຣະ​ເສີນ​ຢ່າງ​ຍິ່ງ ຄວາມ​ໃຫຍ່​ຍິ່ງ​ຂອງ​ພ​ຣະ​ອົງ​ນັ້ນ​ບໍ່​ອາດ​ຈະ​ຮູ້​ໄດ້. \s5 \v 4 ຄົນ​ຮຸ້ນ​ຫນຶ່ງ​ຈະ​ຍົກ​ຍ້ອງ​ພ​ຣະ​ຣາ​ຊ​ກິດ​ທັງ​ຫລາຍ​ຂອງ​ພ​ຣະ​ອ​ົງ ໃຫ້​ຄົນ​ອີກ​ຮຸ້ນ​ຫນຶ່ງ​ຟັງ ແລະ​ຈະ​ປະ​ກາດ​​ກິຈະການ​ອັນ​ຍິ່ງໃຫຍ່​ຂອງ​ພ​ຣະ​ອົງ. \v 5 ຂ​້າ​ນ້ອຍ​ຈະ​ຕຶກ​ຕອງ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ໃນ​ສະຫງ່າຣາສີ​ອັນ​ສູງ​ສົ່ງ​ຂອງ​ພ​ຣະ​ອົງ, ແລະ​ໃນ​ພ​ຣະ​ຣາ​ຊ​ກິດ​ຕ່າງໆ ອັນ​ມະ​ຫັ​ສະ​ຈັນ​ຂອງພ​ຣະ​ອົງ. \s5 \v 6 ​ພວກ​ເຂົາ​ຈະ​ກ່າວ​ເຖິງ​ຣິດອຳນາດ​ແຫ່ງ​ພ​ຣະ​ຣາ​ຊ​ກິດ​ອັນ​ຍິ່ງໃຫຍ່​ຂອງ​ພ​ຣະ​ອົງ, ແລະ​ຂ້າ​ນ້ອຍ​ຈະ​ເລົ່າ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ. \v 7 ເຂົາ​ທັງ​ຫລາຍ​ຈະ​ປະ​ກາດ​ອອກ​ມາ​ເຖິງ​ຄຸນ​ຄວາມ​ດີ​ອັນ​ອຸ​ດົມ​ຂອງ​ພ​ຣະ​ອົງ, ​ແລະ​ພວກ​ເຂົາ​ຈະ​ຮ້ອງ​ເພງ​ເຖິ​ງ​ຄວາມ​ຊອບ​ທັມ​ຂອງ​ພ​ຣະ​ອົງ. \s5 \v 8 ​ພ​ຣະ​ຢາ​ເວ​ຊົງ​ເປັນ​ພ​ຣະ​ຄຸນ​ແລະ​​ຄວາມເມດຕາກາ​ຣຸ​ນາ, ຊົງ​​ຮ້າຍ​ຊ້າ​ແລະ​ຊົງ​ມີ​ຄວາມ​ຊື່​ສັດ​ແຫ່ງ​ຄຳ​ສັນ​ຍາ​ຢ່າງ​ອຸ​ດົມ. \v 9 ພ​ຣະ​ຢາ​ເວ​ຊົງ​ດີ​ຕໍ່​ທຸກ​ຄົນ; ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ​ເປັນ​ພ​ຣະ​ຣາ​ຊ​ກິດ​ຂອງພ​ຣະ​ອົງ​ທັງ​ຫມົດ. \s5 \v 10 ​ພ​ຣະ​ຣາ​ຊ​ກິດ​ທັງ​ສິ້ນ​ຂອງພ​ຣະ​ອົງ​ຈະ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ, ຂ້າ​ແດ່​ພ​ຣະ​ຢາ​ເວ; ຜູ້​ຈົງ​​ຮັກ​ພັກ​ດີ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ, ​ຈະ​ສັນ​ຣະ​ເສີນ​ແດ່ພ​ຣະ​ອົງ. \v 11 ຜູ້​ຈົງ​ຮັກ​ພັກ​ດີ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ​ຈະ​ກ່າວ​ເຖິງ​ສະຫງ່າຣາສີແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງພຣະ​ອົງ, ແລະ​ພວກ​ເຂົາ​ຈະ​ເລົ່າ​ເຖິງຣິດ​ອຳ​ນາດ​ຂອງພ​ຣະ​ອົງ. \v 12 ​​ພວກ​ເຂົາ​ຈະ​ເຮັດ​ໃຫ້​ບັນ​ດາ​ມະ​ນຸດ​ຊາດ​ຮູ້​ເຖິງ​ພ​ຣະຣາ​ຊ​ກິດ​ອັນ​ຊົງ​ອາ​ນຸ​ພາບ ແລະ​ຣັສມີ​ຍອດ​ຢ້ຽມ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ. \s5 \v 13 ພ​ຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ​ເປັນ​ພ​ຣະ​ຣາ​ຊ​ອາ​ນາ​ຈັກ​ນິ​ຣັນ​ດອນ,​ແລະ​ການ​ຄອບ​ຄອງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ຕະ​ຫລອດ​ທຸກ​ຊົ່ວ​ເຊື້ອຊາດ. \s5 \v 14 ​ພ​ຣະ​ຢາ​ເວ​ ຊົງ​ຊ່ວຍ​ເຫລືອ​ທຸກ​ຄົນ​ທີ່​ກຳ​ລັງ​ຈະ​ລົ້ມ ແລະ​ຊົງ​ອູ້ມ​ຊູ​ທຸກ​ຄົນ​ທີ່​ລົ້ມ​ລົງ​ໃຫ້​ລຸກ​ຂຶ້ນ. \v 15 ດວງ​ຕາ​ທຸກດວງ​ເຝົ້າ​ຄອຍ​ພ​ຣ​ະ​ອົງ; ພ​ຣະ​ອົງ​ປຣະ​ທານ​ອາ​ຫານ​ໃຫ້​ພວກ​ເຂົາ​ຕົງ​ຕາມ​ເວ​ລາ. \v 16 ພ​ຣະ​ອົງ​ຊົງ​ຍື່ນ​ມື​ຂອງພ​ຣະ​ອົງ​ອອກ​ແລະ​ຊົງ​ໃຫ້​ສົມ​ຄວນ​ສິ່ງ​ທີ່​ມີ​ຊິ​ວິດ​ອີ່ມ​ຕາມ​ຄວາມ​ປຣາ​ຖນາ. \s5 \v 17 ​ພ​ຣະ​ຢາ​ເວ ​ຊົງ​ຊອບ​ທັມ​ໃນ​​ທຸກ​ທາງ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ ແລະ​ຊົງ​ພ​ຣະ​ຄຸນ​ໃນ​ທຸກ​ສິ່ງ​ທີ່​ພ​ຣະ​ອົງ​ຊົງ​ກະ​ທຳ. \v 18 ພ​ຣະ​ຢາ​ເວ​ ສະ​ຖິດ​ໃກ້​ທຸກ​ຄົນ​ທີ່​ຮ້ອງຫາ​ພ​ຣະ​ອົງ, ຄື​ທຸກ​ຄົນ​ທີ່​ຮ້ອງຫາ​ພ​ຣະ​ອົງ​ດ້ວຍ​ໃຈ​ຈິງ. \v 19 ​ພຣະ​ອົງ​ປຣະ​ທານ​ຕາມ​ຄວາມ​ປຣາ​ຖນາ​ຂອງ​ບັນ​ດາ​ຜູ້​ທີ່​ຖວາຍ​ກຽຕ​ພ​ຣະ​ອົງ; ພ​ຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງຫາ​ຂອງ​ພວກ​ເຂົາ​ດ້ວຍ; ​ແລະ​ຊົງ​ຊ່ວຍ​ພວກ​ເຂົາ​ໃຫ​້​ພົ້ນ. \s5 \v 20 ​ພ​ຣະ​ຢາ​ເວ ​ຊົງ​ເຝົ້າ​ເບິ່ງທຸກ​ຄົນ​ທີ່​ຮັກ​ພ​ຣະ​ອົງ, ແຕ່​ພ​ຣະ​ອົງ​ຈະ​ຊົງ​ທຳ​ລາຍ​ຄົ​ນ​ຊົ່ວ​ທຸກ​ຄົນ. \v 21 ປາກ​ຂອງ​ຂ້າ​ນ້ອຍ​ຈະ​ກ່າວ​ສັ​ນ​ຣະ​ເສີນ​ພ​ຣະ​ຢາ​ເວ; ຂໍ​ມະ​ນຸດ​ຊາດ​ທັງ​ຫມົດ​ຈົ່ງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ນາມຊື່​ບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ​, ຕະ​ຫລອດ​ໄປ​ເປັນ​ນິດ​ເຖີດ. \s5 \c 146 \cl ບົດ​ທີ 146 \p \v 1 ຈົ່ງສັນຣະເສີນພຣະຢາເວ, ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ, ດວງວິນ​ຍານ​ຂອງ​ເຮົາ​ເອີຍ. \v 2 ຂ້າ​ນ້ອຍ​ຈະ​ສັນ​ຣະ​ເສີນ​ພ​ຣ​ະ​ຢາ​ເວ; ຕາບ​ເທົ່າ​ທີ່​ຂ້າ​ນ້ອຍ​ມີ​ຊີ​ວິດ​ຢູ່ ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນຣະ​ເສີນພ​ຣະ​ເຈົ້າຂອງ​ຂ້າ​ນ້ອຍ ຂະ​ນະ​ທີ່​ຂ້າ​ນ້ອຍ​ຍັງ​ມີ​ຊີ​ວິດຢ​ູ່. \s5 \v 3 ​ຢ່າ​ວາງ​ໃຈ​ໃນເຈົ້າ​ເມືອງ​ທັງ​ຫລາຍ​ຫລື​ໃນ​ມະ​ນຸດ​ຊາດ​, ເພາະ​ໃນ​ພວກ​ເຂົາ​ນັ້ນ​ບໍ່​ມີ​ຄວາມ​ພົ້ນ. \v 4 ເມື່ອ​ລົມ​ຫາຍ​ໃຈ​ຂອງ​ເຂົາ​ຫມົດ​ໄປ, ເຂົາ​ກໍ​ກັບ​ເປັນ​ດິນ; ໃນ​ວັນ​ດຽວ​ກັນ​ນັ້ນ​ແຜນ​ງານ​ຂອງ​ເຂົາ​ກໍ​ສູນ​ສິ້ນ​ໄປ. \s5 \v 5 ​ຜູ້​ທີ່​ເປັນ​ສຸກ​ຄື​ຄົນ​ທີ່​ມີ​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​ເປັນ​ຜູ້​ຊ່ວຍເຫລືອ, ຄື​ຜູ້​ທີ່​ຄວາມ​ຫວັງ​ຂອງ​ເຂົາ​ຢູ່​ໃນ​ພ​ຣະ​ຢາເວ​ພ​ຣະ​ເຈົ້າ​ຂອງ​ເຂົາ. \v 6 ພ​ຣ​ະ​ຢາ​ເວ​ ໄດ້​ຊົງ​ສ້າງ​ທ້ອງ​ຟ້າ​ແລະ​ແຜ່ນ​ດິນ​ໂລກ ທະ​ເລ, ແລະ​ທຸກ​ສິ່ງ​ທັງ​ຫມົດ​ຊຶ່ງ​ຢູ່​ໃນ​ທີ່​ເຫລົ່າ​ນັ້ນ; ພ​ຣະ​ອົງ​ຊົງ​ຮັກ​ສາພຣະ​​ສັນຍາ​ໄວ້​ເປັນ​ນິດ. \s5 \v 7 ​ພ​ຣະ​ອົງ​ຊົງ​ກະ​ທຳ​ຄວາມ​ຍຸ​ຕິ​ທັມ​ເພື່ອ​ຄົນ​ທີ່​ຖືກ​ບີບ​ບັງ​ຄັບ ແລະ​ປຣະ​ທານ​ອາ​ຫານ​ແກ່​ຄົນ​ທີ່​ຫິວ. ພ​ຣະ​ຢາ​ເວ​ຊົງ​ປ່ອຍ​ຜູ້​ຖືກ​ຄຸມ​ຂັງ​ໃຫ້​ເປັນ​ອິສຣະ; \v 8 ພ​ຣະ​ຢາ​ເວ​ ຊົງ​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ, ພ​ຣະ​ຢາ​ເວ​; ຊົງ​ອຸ້ມ​ຊູ​ຜູ້​ຖືກ​ກົດ​ຂີ່​ໃຫ້​ລຸກ​ຂຶ້ນ; ພ​ຣະ​ຢາ​ເວ ຊົງ​ຮັກ​ພວກ​ຄົນ​ຊອບ​ທັມ. \s5 \v 9 ​ພ​ຣະ​ຢາ​ເວ ​ຊົງ​ປົກ​ປ້ອງ​ຄົນ​ຕ່າງ​ດ້າວ​ໃນ​ດິນ​ແດນ; ພ​ຣະ​ອົງ​ຊົງ​ຊ່ວຍຊູ​ເດັກ​ກຳ​ພ້າ​ພໍ່​ແລະ​ຍິງ​ມ້າຍ, ແຕ່​ພ​ຣະ​ອົງ​ຊົງ​ຂັດ​ຂວາງ​ທາງ​ຂອງ​ຄົນ​ຊົ່ວ. \v 10 ພ​ຣະ​ຢາ​ເວ ຈະ​ຊົງ​ຄອບ​ຄອງ​ເປັນ​ນິດ, ຊີ​ໂອນ​ເອີຍ, ​ພ​ຣະ​ເຈົ້າຂອງ​ເຈົ້າ​ຈະ​ຊົງ​ຄອບ​ຄອງ​ທຸກ​ຊົ່ວເຊື້ອ​ຊາດ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. \s5 \c 147 \cl ບົດ​ທີ 147 \p \v 1 ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ເພາະ​ເປັນ​ການ​ດີ​ທີ່​ຈະ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ເຈົ້າ​ຂອງ​ພວກ​ເຮົາ, ເປັນ​ການ​ຫນ້າ​ຊື່ນ​ຊົ​ມ, ​ແລະ​ສົມ​ຄວນ​ທີ່​ຈະ​ສັນ​ຣະ​ເສີນ​ພ​ຣະ​ອົງ. \s5 \v 2 ​ພ​ຣະ​ຢາ​ເວ​ ຊົງ​ສ້າງ​ກຸງ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ມາ​ໃຫມ່, ພ​ຣະ​ອົງ​ຊົງ​ຮວບ​ຮວມ​ຄົນ​ອິ​ສະ​ຣາ​ເອ​ນ​ທີ່​ກະ​ແຈກ​ກະ​ຈາຍ​ໄປ. \v 3 ພ​ຣະ​ອົງ​ຊົງ​ຮັກ​ສາ​ຄົນ​ທີ່​ໃຈ​ແຕກ​ສະຫ​ລາຍ ແລະ​ຊົງ​ພັນ​ແຜນ​ໃຫ້​ພວກ​ເຂົາ. \s5 \v 4 ​ພ​ຣະ​ອົງ​ຊົງ​ນັບ​ຈຳ​ນວນດາວ​ທັງ​ຫລາຍ, ພ​ຣະ​ອົງ​ຊົງ​ຕັ້ງ​ຊື່​ມັນ​ທຸກດວງ. \v 5 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າຂ​ອງ​ເຮົາ​ຍິ່ງໃຫຍ່, ແລະ​ຊົງ​ຣິ​ທາ​ນຸ​ພາບ​ຫລາຍ​ ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ອົງ​, ນັ້ນ​ສຸດ​ຈະ​ຊັ່ງຊາໄດ້. \s5 \v 6 ​ພ​ຣະ​ຢາ​ເວ ​ຊົງ​ຊ່ວຍຊູ​ຜູ້​ຖືກ​ຂົ່ມ​ເຫັງ, ພ​ຣະ​ອົງຊົງ​ໂຍນ​ຄົນ​ຊົ່ວລົງ​ເຖິງ​ດິນ. \v 7 ຈົ່ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ແດ່​ພ​ຣະ​ຢາ​ເວ, ​ດ້ວຍ​ການ​ຂອບ​ພ​ຣະ​ຄຸນ ​ຈົ່ງ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ເຈົ້າ​, ຂອງ​ພວກ​ເຮົາ​ດ້ວຍ​ພິນ. \s5 \v 8 ​ພ​ຣະ​ອົງ​ຊົງ​ປົກຄຸມ​ທ້ອງ​ຟ້າ​ດ້ວຍ​ເມກ ແລະ​ຊົງ​ຕຽມ​ຝົນ​ໃຫ້​ແຜ່ນ​ດິນ​ໂລກ, ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຫຍ້າ​ງອກ​ເທິງ​ພູ​ເຂົາ​ທັງ​ຫລາຍ. \v 9 ພ​ຣະ​ອົງ​ປຣະ​ທານ​ອາ​ຫານ​ແກ່​ສັດ ແລະ​ແກ່​ພວກ​ລູກ​ນົກ​ກາ​ພວກ​ມັນ​ຮ້ອງເມື່ອມັນຫີວໂຫຍ. \s5 \v 10 ​ພ​ຣ​ະ​ອົງ​ບໍ່​ໄດ້​ພໍ​ໃຈ​ໃນ​ກຳ​ລັງ​ຂອງ​ມ້າ, ພ​ຣະ​ອົງ​ບໍ່​ໄດ້​ຊົງ​ຍິນ​ດີ​ໃນ​ຂາ​ອັນ​ແຂງ​ແຮງ​ຂອງ​ມະ​ນຸດ. \v 11 ພ​ຣະ​ຢາ​ເວ​, ຊົງ​ຍິນ​ດີ​ໃນ​ຄົນ​ທີ່​ຖວາຍພຣະ​ກຽຕ​ແດ່​ພ​ຣະ​ອົງ, ໃນ​ຄົນ​ທີ່​ຫວັງ​ໃນ​ຄວາມ​ຊື່​ສັດ​ແຫ່ງພຣະ​ສັນ​ຍາ​ຂອງ​ພ​ຣະ​ອົງ. \s5 \v 12 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ກຸງ​ເຢ​ຣູ​ຊ​າ​ເລັມ​ເອີຍ. ຈົ່ງ​ຍ້ອງຍໍສັນ​ຣະ​ເສີນພ​ຣະ​ເຈົ້າຂອງເຈົ້າ​ເຖີດ, ຊີ​ໂອນ​ເອີຍ. \v 13 ເພາະ​ພ​ຣະ​ອົງ​ຊົງ​ຮັກສາປະ​ຕູ​ເມືອງຂອງ​ເຈົ້າ​ໃຫ້ເຂັ້ມແຂງ, ພ​ຣະ​ອົງ​ຊົງ​ອວຍ​ພ​ອນ​ລູກ​ທັງ​ຫລາຍ​ທີ່​ຢູ່​ທ່າມ​ກາງ​ເຈົ້າ. \v 14 ພ​ຣະ​ອົງ​ຊົງ​ປຣະ​​ທານ​ຄວາມ​ຮັ່ງ​ມີ​ໃນ​ເຂດ​ແດນ​ຂອງ​ເຈົ້າ ຊົງ​ໃຫ້​ເຈົ້າ​ອີ່ມ​ດ້ວຍ​ເຂົ້າ​ສາ​ລີ​ທີ່​ດີ​ທີ່​ສຸດ. \s5 \v 15 ​ພ​ຣະ​ອົງ​ຊົງ​ໃຊ້​ພ​ຣະ​ບັນ​ຍັດຂອງພຣະອົງ​ໄປ​ຍັງ​ແຜ່ນ​ດິນ​ໂລກ, ພ​ຣະ​ຄຳສັ່ງຂອງ​ພ​ຣະ​ອົງ​ແລ່ນ​ໄປ​ຢ່າງວອງ​ໄວ. \v 16 ພ​ຣະ​ອົງ​ປຣະ​ທານ​ຫິ​ມະ​ຢ່າງ​ປຸຍ​ຂົນ​ແກະ, ພ​ຣະ​ອົງ​ຊົງ​ໂຮຍນ້ຳ​ຄ້າງ​ເຫລື້ອມໆ​ກະຈາຍທົ່ວຫນ້າດິນ. \s5 \v 17 ​ພ​ຣະ​ອົງ​ຊົງ​ໂຍນ​ລູກ​ເຫັບ​ຂອງ​ພ​ຣະ​ອົງ​ລົງມາແຂງເຫມືອນ​ຂີ້ຫີນ, ບໍ່ມີໃຜ​ຈະ​ທົນ​ທານ​ຄວາມ​ຫນາວ​ຂອງພ​ຣະ​ອົງ​ໄດ້? \v 18 ພ​ຣະ​ອົງ​ສົ່ງ​ພ​ຣະ​ບັນ​ຊາ​ຂອງພຣະ​ອົງ​ອອກ​ໄປ​ແລະ​ລະ​ລາຍ​ພວກ​ມັນເສຍ, ພ​ຣະ​ອົງ​ຊົງ​ໃຫ້​ລົມ​ຂອງ​ພ​ຣະອົງ​ພັດ​ແລະ​ນ້ຳ​ກໍ​ໄຫລຖ້ວມ. \s5 \v 19 ​ພ​ຣະ​ອົງ​ໄດ້​ຊົງ​ສຳ​ແດງ​​ຖ້ອຍ​ຄຳ​ຂອງພ​ຣະ​ອົງ​, ແກ່​ຢາ​ໂຄບ ກົດ​ບັນ​ຍັດ​ແລະ​ກົດ​ຫມາຍ​ແຫ່ງ​ຄວາມ​ຊອບ​ທັມຂອງ​ພ​ຣະ​ອົງ​ແກ່​ອິ​ສະ​ຣາ​ເອນ. \v 20 ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເຮັດ​ເຊັ່ນ​ນີ້​ແກ່​ປະ​ຊາ​ຊາດ​ອື່ນ​ໃດ, ແລະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ບັນ​ດາ​ກົດ​ຫມາຍ​ຂ​ອງ​ພ​ຣະ​ອົງ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. \s5 \c 148 \cl ບົດ​ທີ 148 \p \v 1 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. ຈົ່ງ​ສັນ​ຣະ​ເສີນ​ອົງ​ພ​ຣະ​ຢາ​ເວ​; ໃນ​ທ້ອງ​ຟ້າຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ,​ໃນ​ທີ່​ສູງຈົ່ງ​ສັນຣະ​ເສີນພ​ຣະ​ອົງ. \v 2 ບັນ​ດາ​ທູດ​ສະ​ຫວັນ​ທັງ​ຫລ​າຍ​ເອີຍ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ; ບັນ​ດາ​ພົນ​ໂຍ​ທາ​ທັງ​ຫມົດ​ຂອງ​ພ​ຣະ​ອົງທີ່ເມືອງສະຫວັນ. \s5 \v 3 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖ​ີດ, ດວງ​ຕາເວັນ​ແລະ​ດວງ​ເດືອນ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ, ພ້ອມດວງດາວ​ທັງ​ຫມົດ​ທີ່​ສ່ອງ​ແສງ. \v 4 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ, ທ້ອງ​ຟ້າ​ທີ່​ສູງ​ສຸດ ແລະ​ວັງ​ນ້ຳ​ທັງ​ຫລາຍ​ຊຶ່ງ​ຢູ່​ເຫນືອ​ທ້ອງ​ຟ້າ​ດ້ວຍ. \s5 \v 5 ​ຈົ່ງ​ໃຫ້​ສິ່ງ​ເຫລົ່າ​ນັ້ນ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ອົງ​ໄດ້​ຊົງ​ສັ່ງ ສິ່ງ​ເຫລົ່າ​ນັ້ນ​ກໍ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ. \v 6 ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ສິ່ງ​ເຫລົ່າ​ນັ້ນ​ໄວ້​ຕະ​ຫລອດ​ໄປ​ເ​ປັນ​ນິດ; ພ​ຣະ​ອົງ​ໄດ້​ປຣະ​ທານ​ກົດ​ບັນ​ຍັດ​ຊຶ່ງ​ຈະ​ບໍ່​ປ່ຽນ​ແປງ. \s5 \v 7 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​, ຈາກ​ແຜ່ນ​ດິນ​ໂລກ​ເຖີດ ເຈົ້າ​ສັດ​ທະ​ເລ​ຂະ​ຫນາດ​ໃຫຍ່​ທັງ​ຫລາຍ​ແລະ​ທີ່​ມະ​ຫາ​ສະ​ມຸດ​ເລິກ​ທັງ​ປວງ, \v 8 ໄຟ​ກັ​ບ​ລູກ​ເຫັບ, ຫິ​ມະ​ກັບ​ເຫລົ່າ​ເມກ, ລົມ​ພາ​ຍຸ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພ​ຣະ​ອົງ. \s5 \v 9 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ, ບັນ​ດາ​ພູ​ເຂົາ​ແລະ​ເນີນ​ເຂົາ​ທັງ​ຫມົດ, ຕົ້ນ​ໄມ້​ມີ​ຜົນ​ແລະ​ໄມ້​ສົນ​ສີ​ດາ​ທັງ​ຫມົດ. \v 10 ບັນ​ດາ​ສັດ​ປ່າ​ແລະ​ບັນ​ດາ​ສັດ​ໃຊ້​ງານ​ທັງ​ຫມົດ, ສັດ​ທີ່​ເລືອ​ຄານ​ແລະ​ພວກ​ນົກ. \s5 \v 11 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ, ບັນ​ດາ​ກະ​ສັດ​ຂອງ​ແຜ່ນ​ດິນ​ໂລກ ​ແລະ​ຊົນ​ຊາດ​ທັງ​ຫມົດ, ເຈົ້າ​ເມືອງ​ທັງ​ຫລາຍ ​ແລະ​ຜູ້​ຄອບ​ຄອງ​ທັງ​ຫມົດ​ຂອງ​ແຜ່ນ​ດິນ​ໂລກ. \v 12 ທັງ​ພວກ​ຊາຍ​ຫນຸ່ມ​ແລະ​ຍິງ​ສາວ​ທັງ​ຫລາຍ, ຜູ້​ອາ​ວຸ​ໂສ​ແລະ​ເດັກໆ. \s5 \v 13 ​ຈົ່ງ​ໃຫ້​ຄົນ​ທັງ​ຫມົດ​ນີ້​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ຢາ​ເວ, ເພາະ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ, ​ເທົ່າ​ນັ້ນ​ທີ່​ຄວນ​ໄດ້​ຮັບ​ການ​ຍົກ​ຍ້ອງ ແລະ​ສະຫງ່າຣາສີຂອງ​ພ​ຣະ​ອົງ ​ຊົງ​ແຜ່​ອອກ​ໄປ​ທົ່ວແຜ່ນ​ດິນ​ໂລກ​ແລະ​ບັນ​ດາ​ທ້ອງ​ຟ້າ. \v 14 ພ​ຣະ​ອົງ​ໄດ້​ຊົງ​ຍົກ​ເຂົາ​ຂອງ​ປະ​ຊາ​ຊົນ​ຂຶ້ນ ເພື່ອ​ໃຫ້​ເປັນ​ທີ່​ສັນ​ຣະ​ເສີນ​ຂອງ​ຜູ້​ຈົງ​ຮັກ​ພັກ​ດີ​ຕໍ່​ພ​ຣະ​ອົງ, ຄື​ຄົນ​ອິ​ສະ​ຣາ​ເອນ​ຜູ້​ຊຶ່ງ​ຢູ່​ໃກ້​ພ​ຣະ​ອົງ, ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. \s5 \c 149 \cl ບົດທີ 149 \p \v 1 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ, ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ພ​ຣະ​ຢ​າ​ເວ​, ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ຂອງ​ຜູ້ຈົງ​ຮັກ​ພັກ​ດີ. \s5 \v 2 ຈົ່ງ​ໃຫ້​ອິ​ສະ​ຣາ​ເອນ​ຍິນ​ດີ​ໃນ​ຜູ້​ສ້າງ​ຂອງ​ພວກ​ເຂົາ; ໃຫ້​ປະ​ຊາ​ຊົນ​ຂອງ​ຊີ​ໂອນ​ປິ​ຕິ​ຍິນດີ ໃນ​ກະ​ສັດ​ຂອງ​ພວກ​ເຂົ​າ. \v 3 ຈົ່ງ​ໃຫ້​ພວກ​ເຂົາ​ສັນ​ຣະ​ເສີນ​ພ​ຣະ​ນາມຊື່​ຂອງ​ພ​ຣະ​ອົງ​ ດ້ວຍ​ການ​ເຕັ້ນ​ລຳ; ຈົ່ງ​ໃຫ້​ພວກ​ເຂົາ​ຮ້ອງ​ເພງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ຕີ​ກອງ​ແລະ​ພິນ. \s5 \v 4 ​ເພາະ​ພ​ຣະ​ຢາ​ເວ​ຊົງ​ຊື່ນ​ບານ​ໃນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ; ພ​ຣະ​ອົງ​ຍົກ​ຍ້ອງ​ຄົນ​ທີ່​ຖ່ອມ​ໃຈ​ດ້ວຍ​ຄວາມ​ພົ້ນ. \v 5 ຈົ່ງ​ໃຫ້​ຜູ້​ຊອບ​ທັມຍິນ​ດີ​ໃນ​ຊັຍ​ຊະ​ນະ​ນີ້; ຈົ່ງ​ໃຫ້​ພວກ​ເຂົາ​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນ​ດີ​ເທິງ​ທີ່ນອນ​ຂອງ​ພວກ​ເຂົາ. \s5 \v 6 ຈົ່ງ​ໃຫ້​ການ​ສັນ​ຣະ​ເສີນ​ພ​ຣະ​ເຈົ້າ, ​ຢູ່​ໃນ​ປາກ​ຂອງ​ພວກ​ເຂົາ ແລະ​ໃຫ້​ດາບ​ສອງ​ຄົມ​ຢູ່​ໃນ​ມື​ຂອງ​ພວກ​ເຂົາ \v 7 ເພື່ອ​ເຮັດ​ການ​ຕອບ​ສະ​ຫນອງ​ຕໍ່​ບັນ​ດາ​ປະ​ຊາ​ຊາດ ແລະ​ເຮັດ​ການ​ລົງ​ໂທດ​ຊົນ​ຊາ​ດ​ທັງ​ຫລາຍ. \s5 \v 8 ​ພວກ​ເຂົາ​ຈະ​ເອົ​າ​ພວກ​ໂສ້​ລ່າມ​ບັນ​ດາ​ກະ​ສັດ​ຂອງ​ພວກ​ເຂົາ ແລະ​ເອົາ​ຕວນ​ເຫລັກ​ມັດບັນ​ດາ​​ຜູ້​ນຳ​ຂອງ​ພວກ​ເຂົາ. \v 9 ພວກ​ເຂົາ​ຈະ​ເຮັດ​ແກ່​ເຂົາ​ທັງ​ຫລາຍ​ຕາມ​ຄຳ​ພິ​ພາກ​ສາ​ທີ່​ບັນ​ທຶກ​ໄວ້​ແລ້ວ. ນີ້​ເປັນ​ກຽດຕແກ່​ຜ​ູ້​ຈົງ​ຮັກ​ພັກ​ດີ​ທັງ​ຫມົດ​ຂອງ​ພ​ຣະ​ອົງ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ. \s5 \c 150 \cl ບົດທີ 150 \p \v 1 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢ​າ​ເວ​ເຖີດ, ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ເຈົ້າ; ​ໃນ​ສະ​ຖາ​ນບໍ​ຣິ​ສຸດ​ຂອງ​ພ​ຣະ​ອົງ. \v 2 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ໃນ​ທ້ອງ​ຟ້າ​ທັງ​ຫລາຍ​ ອັນ​ອາ​ນຸ​ພາບ​ຂອງ​ພ​ຣະ​ອົງ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ ເຖີດ ເພາະ​ກິ​ຈະ​ການ​ອັນ​ຊົງ​ອາ​ນຸ​ພາ​ບ​ທັງ​ຫລາຍ​ຂອງ​ພ​ຣະ​ອົງ ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ເຖີດ​ ຕາມ​ຄວາມ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພ​ຣະ​ອົງ, \s5 \v 3 ​ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ສຽງ​ແກ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ພິນ​ໃຫຍ່​ແລະ​ພິນ​ເຂົາ​ຄູ່. \v 4 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ ​ດ້ວຍ​ຕີ​ກອງ​ແລະ​ການ​ເຕັ້ນລຳ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ເຄື່ອງ​ສາຍ​ທັງ​ຫລາຍ ​ແລະ​ເຄື່ອງ​ເປົ່າ​ທັງ​ຫລາຍ. \v 5 ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ສຽງ​ຊິ່ງ​ທັງ​ຫລາຍ; ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ອົງ​ດ້ວຍ​ສຽງ​ສາບ​ທັງ​ຫລາຍ. \s5 \v 6 ​ຈົ່ງ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ. ຈົ່ງ​ສັນ​ຣະ​ເສີນ​ພ​ຣະ​ຢາ​ເວ​ເຖີດ.