lo_ulb/18-JOB.usfm

2070 lines
342 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id JOB
\ide UTF-8
\h ພຣະຄັມ ໂຢບ
\toc1 ພຣະຄັມ ໂຢບ
\toc2 ພຣະຄັມ ໂຢບ
\toc3 job
\mt ພຣະຄັມ ໂຢບ
\s5
\c 1
\cl ບົດທີ 1
\p
\v 1 ມີ​ຊາຍ​ຄົນຫນຶ່ງ​ອາໄສຢູ່ໃນດິນແດນອູ­ເຊ ຊື່ຂອງເຂົາຄື​ໂຢບ; ໂຢບເປັນ​ຄົນ​ສັດ­ຊື່ ແລະ​ ​ເປັນ​ຄົນ​ດີ​. ເຂົາເປັນຄົນຂາບ­ໄຫວ້​ພຣະເຈົ້າ, ແລະບໍ່ເຄີຍເຮັດຊົ່ວ.
\v 2 ໂຢບ​ມີ​ລູກ­ຊາຍ​ເຈັດ​ຄົນ ແລະ​ລູກ­ສາວ​ສາມ​ຄົນ.
\v 3 ເຂົາມີ​ຝູງແກະ​ເຈັດ​ພັນ​ໂຕ, ອູດ​ສາມ​ພັນ​ໂຕ, ງົວ​ກຽນ​ຫ້າ​ຮ້ອຍ​ຄູ່, ແລະຝູງ​ລໍ​​ຫ້າ​ຮ້ອຍ​ໂຕ ແລະເຂົາມີທາດຮັບ​ໃຊ້​ຈຳ­ນວນ​ຫລວງ­ຫລາຍ. ເຂົາເປັນຜູ້ຊາຍທີ່ຍິ່ງໃຫຍ່ທີ່ສຸດໃນທ່າມກາງ​ບັນ­ດາ​ຊາວ​ຕາ­ເວັນ​ອອກ.
\s5
\v 4 ໃນວັນກຳນົດຂອງລູກ​ຊາຍຂອງ​ລາວ​ແຕ່­ລະ­ຄົນ​, ລາວຈະຈັດງານລ້ຽງໃນເຮືອນຂອງລາວ. ພວກເຂົາໄດ້ເຊີນ ແລະເອີ້ນນ້ອງສາຍທັງສາມຂອງພວກເຂົາມາເພື່ອກິນ ແລະ ດື່ມຮ່ວມກັນກັບພວກເຂົາ.
\v 5 ເມື່ອມື້ຈັດ​ງານ​​ລ້ຽງ​ເຫລົ່ານັ້ນຜ່ານໄປ, ໂຢບໄດ້ເອີ້ນພວກເຂົາມາ ແລະ ຊຳລະພວກເຂົາໃຫ້ບໍຣິສຸດ​. ໂຢບ​ຕື່ນ​ແຕ່​ເຊົ້າ ແລະ ​ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ເພື່ອ​ໃຫ້​ລູກ​ຂອງ​ເຂົາແຕ່ລະຄົນ, ເພາະເຂົາເວົ້າວ່າ, "ພວກລູກຂອງຂ້ານ້ອຍ​ອາດ­ຈະ​ເຮັດ​ບາບ ແລະ​​ການ​ປະ­ຫມາດ​ພຣະ­ເຈົ້າຢູ່ໃນໃຈ." ໂຢບໄດ້ກ່າວສິ່ງນີ້ສະເຫມີ.
\s5
\v 6 ແລ້ວມາເຖິງວັນຫນຶ່ງ ເມື່ອບັນດາລູກຊາຍຂອງພຣະເຈົ້າໄດ້ມາປາກົດຕົວຂອງພວກເຂົາຕໍ່ຫນ້າພຣະຢາເວ. ຊາຕານກໍໄດ້ເຂົ້າມາພ້ອມກັບພວກເຂົາດ້ວຍ.
\v 7 ພຣະຢາເວໄດ້ຊົງກ່າວແກ່ຊາຕານວ່າ,“ເຈົ້າ​ມາ​ແຕ່​ໃສ?" ແລ້ວຊາຕານໄດ້ທູນ​ຕອບພຣະຢາເວ​ວ່າ, “ພະເນຈອນໄປເທິງແຜ່ນດິນໂລກ, ​ໄປໆ​ແລະມາໆ ເທິງແຜ່ນດິນ.”
\v 8 ພຣະຢາເວໄດ້ຊົງກ່າວວ່າ, "ເຈົ້າໄດ້ເຫັນໂຢບ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​​ບໍ? ເພາະບໍ່­ມີ​ໃຜເທິງແຜ່ນ​ໂລກທີ່ເປັນເຫມືອນລາວ, ລາວເປັນຄົນ​ບໍ່ມີຄວາມຜິດ ແລະລາວເປັນຄົນສັດຊື່, ລາວເປັນຄົນຂາບ­ໄຫວ້​ພຣະ­ເຈົ້າ ແລະ ບໍ່ເຄີຍເຮັດຊົ່ວ.”
\s5
\v 9 ແລ້ວຊາຕານໄດ້ທູນ​ຕອບພຣະຢາເວ​ວ່າ, “ໂຢບ​​ຂາບໄຫວ້​ພຣະອົງ​ໂດຍປາສະຈາກເຫດຜົນຢ່າງອື່ນບໍ?
\v 10 ບໍ່ແມ່ນພຣະອົງ​ຊົງກັ້ນອະນາເຂດລ້ອມຮອບລາວ, ເຮືອນຂອງລາວ, ແລະລ້ອມຮອບທຸກ​ດ້ານຢ່າງນັ້ນບໍ? ພຣະ­ອົງ​ໄດ້ຊົງ​ອວຍ­ພອນ​​ວຽກ​ງານ​ທຸກ​ຢ່າງ​ຂອງລາວ​. ຝູງສັດຂອງລາວໃຫ້ມີຄວາມຈະເລີນຂຶ້ນໃນດິນແດນນັ້ນ.
\v 11 ”ແຕ່​ບັດ­ນີ້ ຂໍພຣະ­ອົງຊົງຍື່ນພຣະຫັດຂອງພຣະອົງ ແລະ ແຕະຕ້ອງ​ທຸກ​ສິ່ງ​ທຸກຢ່າງເຂົາມີໄປ ແລະ ເບິ່ງວ່າເຂົາຈະບໍ່ປ້ອຍ­ດ່າ​ພຣະ­ອົງ​ຕໍ່­ຫນ້າຂອງ​ພຣະອົງ.”
\v 12 ພຣະຢາເວ​ຊົງ​ແກ່ຊາຕານ​ວ່າ, “ເບິ່ງແມ, ທຸກ​ສິ່ງທຸກຢ່າງ​ທີ່​ໂຢບ​ມີກໍຢູ່ໃນມືຂອງເຈົ້າ​ນັ້ນ." ຂໍພຽງແຕ່ຕໍ່ລາວເອງ, ຢ່າຍື່ນມືຂອງເຈົ້າແຕະຕ້ອງລາວ.” ແລ້ວຊາຕານຈຶ່ງ​ໄດ້​​​ຈາກໄປ​ຕໍ່ຫນ້າ​ຂອງ​ພຣະຢາເວ.
\s5
\v 13 ແລ້ວມາເຖິງມື້­ຫນຶ່ງ ຂະ­ນະ​ທີ່ບັນດາ​ລູກຊາຍ​ ແລະລູກສາວຂອງ​ໂຢບ ກຳ­ລັງ​ກິນ​ ແລະດື່ມເຫລົ້າອະງຸ່ນຢູ່­ໃນ​ເຮືອນ​ຂອງ​ອ້າຍ​ກົກຂອງພວກເຂົາ.
\v 14 ມີ­ຜູ້ສົ່ງຂ່າວຄົນ​ຫນຶ່ງ​ແລ່ນ​ມາຫາ­​ໂຢບ ແລະເວົ້າ​ວ່າ, "ຝູງ​ງົວທັງຫລາຍກຳລັງ​ໄຖ​ນາ​ ແລະ ​ຝູງລໍກຳ­ລັງ​ກິນ​ຫຍ້າ​ຢູ່ຂ້າງໆ.
\v 15 ​ພວກ​ເຊ­ບາ​ໄດ້ເຂົ້າໂຈມຕີ ແລະ​ ປຸ້ນ​ເອົາ​ງົວ​ກັບ​ລໍ​ທັງ​ຫມົດ​ໄປ. ຄົນເຊບາ​ໄດ້​ຂ້າ​ຄົນຮັບ­ໃຊ້​ທັງ​ຫມົດດ້ວຍດາບ. ມີ​ຂ້ານ້ອຍ​ຄົນ​ດຽວ ທີ່​ລອດ​ຊີ­ວິດ​ຫນີ​ມາ­ບອກ​ທ່ານໄດ້.”
\s5
\v 16 ໃນຂະ­ນະ​ທີ່​ລາວກຳລັງ​ເວົ້າ​ຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ເຈົ້າມາ ແລະ ເວົ້າ​ວ່າ, “ໄຟຂອງພຣະເຈົ້າລົງມາຈາກທ້ອງຟ້າ ແລະ ໄດ້ເຜົາໄຫມ້ຝູງແກະ ແລະ ບັນດາທາດທັງຫມົດ. ຍັງ​ຂ້າ­ນ້ອຍພຽງ​ຄົນ​ດຽວ​ທີ່​ລອດ​ຊີ­ວິດ​ຫນີ​ມາ­ບອກ​ທ່ານ.”
\v 17 ໃນຂະ­ນະ​ທີ່ເຂົາກຳລັງເວົ້າຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ເຂົ້າມາ ແລະ ເວົ້າວ່າ, “ມີ​ຄົນຄັນເດອາ​ໄດ້ຕັ້ງເປັນ​ສາມກຸ່ມ ໄດ້ເອົາໂຈມຕີຝູງ​ອູດ ແລະ ໄດ້ເອົາພວກມັນໄປ ສຳລັບພວກທາດທັງຫລາຍ ຄົນຄັນ­ເດ­ອາ​ໄດ້ຂ້າພວກເຂົາດ້ວຍຄົມດາບ. ຍັງ​ຂ້າ­ນ້ອຍພຽງ​ຄົນ​ດຽວ​ທີ່​ລອດ​ຊີ­ວິດ​ຫນີ​ມາບອກ​ທ່ານ.”
\s5
\v 18 ໃນຂະ­ນະ​ທີ່​ລາວກຳລັງ​ເວົ້າ​ຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ຟ້າວເຂົ້າມາ ແລະເວົ້າ​ວ່າ, “ບັນດາ​ລູກ­ຊາຍ​ ແລະ ລູກສາວທີ່ກຳລັງກິນ ແລະດື່ມເຫລົ້າອະງຸ່ນຢູ່ເຮືອນຂອງອ້າຍກົກຂອງພວກເຂົານັ້ນ.
\v 19 ໄດ້​ມີ​ລົມແຮງໄດ້​ພັດ​ມາ​ຈາກຖິ່ນທຸລະກັນດານ ແລະ ​ໄດ້​ພັດ​ປະທະເຮືອນ​ຊານນັ້ນທັງສີ່ດ້ານ, ຈົນເຮືອນພັງລົ້ມທັບຄົນຫນູ່ມສາວທັງຫລາຍແລະ ພວກເຂົາຕາຍ. ຍັງ​ຂ້າ­ນ້ອຍພຽງ​ຄົນ​ດຽວ​ທີ່​ລອດ​ຊີ­ວິດ​ຫນີ​ມາ­ບອກ​ທ່ານ.”
\s5
\v 20 ແລ້ວ​ໂຢບຈຶ່ງ​ໄດ້​ລຸກ­ຂຶ້ນ, ຈີກ​ເສື້ອຄຸມ​ຂອງ­ເຂົາ, ແຖຜົມຂອງເຂົາ, ກົ້ມຫນ້າລົງດິນ ແລະນະມັດສະການພຣະເຈົ້າ.
\v 21 “ຂ້ານ້ອຍເປັນຄົນຕົວເປົ່າ ເມື່ອຂ້ານ້ອຍອອກມາຈາກທ້ອງແມ່ຂອງຂ້ານ້ອຍ, ແລະຂ້ານ້ອຍຈະເປັນຄົນຕົວເປົ່າຈະກັບທີ່ນັ້ນ. ຄືພຣະຢາເວຜູ້​ຊົງ​ໂຜດ​ປຣະ­ທານ, ແລະ ​ຄືພຣະຢາເວ ຜູ້ກໍຊົງເອົາຄືນໄປ. ຂໍສາທຸການ​ພຣະ­ນາມ​ຂອງ​ພຣະຢາເວ.”
\v 22 ໃນເຫດທັງຫມົດເຫລົ່ານີ້, ໂຢບກໍ​ບໍ່­ໄດ້​ເຮັດ​ບາບ, ຫລືບໍ່ໄດ້ກ່າວໂທດ ​ພຣະ­ເຈົ້າ​ວ່າຊົງກະທຳຜິດເລີຍ.
\s5
\c 2
\cl ບົດທີ 2
\p
\v 1 ແລ້ວກໍເຖິງວັນທີ່ບັນດາລູກຊາຍ​ຂອງ​ພຣະ­ເຈົ້າ​ໄດ້​ມາປະກົດຕໍ່ຫນ້າຂອງ​ພຣະຢາເວ. ຊາຕານ​ກໍ​ມາ​ນຳພ້ອມກັບພວກເຂົາຕໍ່ຫນ້າ​ຂອງ​ພຣະຢາເວດ້ວຍ.
\v 2 ພຣະຢາເວ​ຊົງ​ເວົ້າກັບຊາຕານ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ຊາຕານຈຶ່ງໄດ້ທູນ​ຕອບພຣະຢາເວ ແລະ ເວົ້າ​ວ່າ, “ພະເນຈອນໄປເທິງແຜ່ນດິນໂລກ, ຈາກ​ໄປໆ ມາໆ ເທິງແຜ່ນດິນໂລກ.”
\s5
\v 3 ພຣະ­ຜູ້­ຢາເວ​ຊົງກ່າວແກ່ມານຊາຕານ­ວ່າ, “ເຈົ້າ​ໄດ້​ເຫັນ​ໂຢບ ຜູ້​ຮັບ­ໃຊ້​ຂອງ​ເຮົາ​ຫລື​ບໍ? ໃນ​ໂລກ​ນີ້ ບໍ່ມີໃຜເຫມືອນກັນກັບລາວ, ລາວເປັນຄົນ​ສັດ­ຊື່ ແລະລາວເປັນຄົນດີ, ຜູ້ທີ່ຂາບໄຫວ້​ພຣະ­ເຈົ້າ ແລະ ບໍ່ເຄີຍເຮັດຊົ່ວ. ລາວຍັງຢືດຫມັ້ນຕໍ່ຄວາມສັດຊື່ຂອງລາວ, ເຖິງ​ແມ່ນວ່າ ເຈົ້າຊັກຊວນເຮົາໃຫ້ຕໍ່ສູ້ກັບລາວ, ເພື່ອທຳລາຍລາວໂດຍ​​ບໍ່­ມີ​ເຫດ­ຜົນ.”
\s5
\v 4 ­ມານຊາຕານ​ໄດ້​ທູນ​ຕອບ​ພຣະຢາເວ ແລະເວົ້າວ່າ, “ຫນັງແທນຫນັງ, ໂດຍແທ້, ຄົນຫນຶ່ງຄົນຈະສະຫ­ລະທຸກສິ່ງທີ່ລາວມີ​ເພື່ອ​ທົດແທນ​ຊີ­ວິດ​ຂອງລາວ.
\v 5 ແຕ່​ບັດ­ນີ້ ຂໍຊົງຢຽດພຣະຫັດຂອງພຣະອົງ ແລະ ແຕະຕ້ອງກະດູກ ແລະ ຊີ້ນຂອງລາວ, ແລະເບິ່ງ​ວ່າ​ລາວຈະ​ປ້ອຍ­ດ່າ​ພຣະ­ອົງ​ຕໍ່­ຫນ້າ​ພຣະອົງຫລືບໍ.”
\v 6 ດັ່ງນັ້ນ ພຣະຢາເວຈຶ່ງ​ຊົງ​ກ່າວ​ຕໍ່​ພະ­ຍາ­ມານ​ວ່າ, “ເບິ່ງແມ, ​ຢູ່​ໃຕ້​ອຳ­ນາດ​ຂອງ​ເຈົ້າ; ມີພຽງຊີວິດຂອງລາວເທົ່ານັ້ນ ເຈົ້າ​ຢ່າ​ຂ້າລາວ​.”
\s5
\v 7 ແລ້ວ​­ມານຊາຕານ​ໄດ້​ຫນິີອອກ­ຈາກ​ພຣະ­ພັກ​ຂອງພຣະຢາເວ. ມັນ​ໄດ້​ເຮັດ­ໃຫ້​ໂຢບ​ເປັນຝີຮ້າຍຕັ້ງແຕ່ຕີນໄປຈົນເຖິງຫົວຂອງລາວ.
\v 8 ໂຢບ ຈຶ່ງໄດ້​ເອົາຫມໍ້ທີ່ແຕກເປັນປ່ຽງມາ​ຂູດ​ຕາມ​​ຕົວ​ຂອງລາວ, ແລະ ເຂົາໄດ້ນັ່ງຢູ່ທ່າມກາງກອງຂີ້ເຖົ່າ.
\s5
\v 9 ແລ້ວເມຍຂອງລາວ ໄດ້ເວົ້າກັບລາວວ່າ, “ເຈົ້າຈະ​ຍັງ​ຈະ​ຍຶດຫມັ້ນ​ໃນ​ຄວາມ​ສັດ­ຊື່ຂອງເຈົ້າຢູ່ບໍ? ຂໍໃຫ້ປ້ອຍ​ດ່າ​ພຣະ­ເຈົ້າ ແລະ​ຕາຍ​ເສຍ.”
\v 10 ແຕ່ໂຢບ​ໄດ້​ຕອບນາງ​ວ່າ, “ເຈົ້າ​ເວົ້າ​ເຫມືອນຍິງໂງ່ຈ້າເວົ້າ. ເມື່ອພວກເຮົາໄດ້ຮັ​ບສິ່ງທີ່ດີຈາກພຣະ­ເຈົ້າ​ປຣະ­ທານ​ ແລະ ພວກເຮົາບໍ່ສົມຄວນໄດ້ຮັບສິ່ງທີ່ບໍ່ດີບາງເທື່ອບໍ?” ໃນເຫດການທັງຫມົດເຫລົ່ານີ້, ໂຢບ​ກໍ​ບໍ່­ໄດ້​ເວົ້າສິ່ງ­ໃດ​ປະຫມາດ​ພຣະ­ເຈົ້າ​ເລີຍ.
\s5
\v 11 ເມື່ອ​ມິດ​ສະ­ຫາຍ​ສາມ​ຄົນ​ຂອງ​ໂຢບໄດ້­ຍິນ​ຂ່າວ​ວ່າ​ບໍ່ດີທັງຫມົດທີ່ເກີດຂຶ້ນກັບໂຢບ. ພວກເຂົາແຕ່ລະຄົນຈຶ່ງໄດ້ມາຈາກສະຖານທີ່ຂອງພວກເຂົາ ຄືເອ­ລີ­ຟັດ ຊາວ­ເມືອງ​ເຕ­ມານ ບິນ­ດັດ ຊາວ­ເມືອງ​ຊູ­ອາ ແລະ​ ໂຊ­ຟາ ຊາວ­ເມືອງ​ນາ­ອາ­ມາ. ພວກເຂົາ ​ກໍ​ນັດ​ກັນ​ມາ​ຢ້ຽມ­ຢາມ​ລາວ ແລະ ເພື່ອ​ເລົ້າ​ໂລມ​ຈິດ­ໃຈ​ລາວ.
\s5
\v 12 ເມື່ອພວກເຂົາເບິ່ງຈາກບ່ອນໄກ, ພວກ­ເຂົາ​ຈື່​ລາວບໍ່ໄດ້­. ​ພວກ­ເຂົາ​​ຈຶ່ງຮ້ອງ­ສຽງດັງ ແລະ ຮ້ອງໄຫ້; ພວກເຂົາແຕ່ລະຄົນຈີກ​ເສື້ອ­ຜ້າ​ຂອງ­ຕົນ ແລະ ​​ຫວ່ານ​ຂີ້­ຝຸ່ນ​ດິນ​ເທິງ​ອາ­ກາດ ແລະເຫນືອຫົວ​ຂອງພວກເຂົາ.
\v 13 ແລ້ວພວກເຂົາຈຶ່ງນັ່ງ​ຢູ່­ເທິງພື້ນດິນຮ່ວມ​ກັບ​ໂຢບເປັນເວລາ​ເຈັດ​ມື້​ເຈັດ​ຄືນ​. ໂດຍ​ບໍ່​ເວົ້າ​​ຫຍັງເລີຍກັບລາວ, ເພາະ​ພວກ­ເຂົາ​ເຫັນໄດ້ເຫັນ​ວ່າຄວາມໂສກເສົ້າຂອງລາວກໍຮຸນແຮງ​ຢ່າງຫລວງຫລາຍ.
\s5
\c 3
\cl ບົດທີ 3
\p
\v 1 ຫລັງຈາກນີ້, ໂຢບ​ກໍ​ເປີດປາກຂອງລາວ ແລະ ​ປ້ອຍດ່າ​ວັນທີ່­ລາວເກີດມາ.
\v 2 ລາວເວົ້າວ່າ,
\v 3 "ຂໍໃຫ້ວັນນັ້ນທີ່​ຂ້ານ້ອຍໄດ້ເກີດມາ ຈົ່ງພິນາດ, ​ຄ່ຳ​ຄືນທີ່ໄດ້ກ່າວ, 'ເດັກຊາຍຄົນຫນຶ່ງໄດ້​ເກີດມາ.'
\s5
\v 4 ຂໍໃຫ້ວັນນັ້ນຈົ່ງມືດມິດ; ຂໍໃຫ້​ພຣະ­­ເຈົ້າຈາກເບື້ອງເທິງຢ່າ​ລະນຶກ​ເຖິງ​ວັນ​ນັ້ນ​ອີກ, ຢ່າ​ໃຫ້​ແສງ­ສະ­ຫວ່າງ​ສ່ອງ​ໃນ​ວັນ​ນັ້ນ.
\v 5 ຂໍໃຫ້ຄວາມມືດມິດ ແລະ ເງົາແຫ່ງຄວາມຕາຍຮຽກຮ້ອງສິດທິເຫນືອມັນ. ຂໍໃຫ້ເມກປົກຄຸມເຫນືອມັນ; ຂໍໃຫ້ທຸກສິ່ງເຮັດໃຫ້​ວັນ​ນັ້ນ​ມືດ​ມິດ ເປັນຄວາມຢ້ານກົວຢ່າງແທ້ຈິງ.
\s5
\v 6 ໃນຄໍ່າຄືນນັ້ນ, ຂໍໃຫ້ຄວາມມືດມິດເຂົ້າມາຢືດຄອງມັນ. ຂໍໃຫ້ມັນບໍ່ມີຄວາມຊື່ນຊົມຍິນດີໃນທ່າມກາງບັນດາກາງເວັນຂອງປີນັ້ນ; ຂໍໃຫ້ມັນບໍ່ໄດ້ເຂົ້າສູ່ການນັບຈຳນວນເດືອນທັງຫລາຍ.
\v 7 ເບິ່ງແມ, ຂໍ­ໃຫ້​ຄືນ​ນັ້ນ ເປັນ​ຫມັນ; ​ປາສະ­ຈາກ​ຄວາມ​ມ່ວນຊື່ນເຂົ້າມາພາຍໃນມັນ.
\s5
\v 8 ຂໍໃຫ້ພວກເຂົາສາບ­ແຊ່ງ​ວັນ​ນັ້ນ, ຄົນເຫລົ່ານັ້ນທີ່ຮູ້ວິທີຄວບຄຸມເລວີໄດ້.
\v 9 ຂໍໃຫ້ດວງດາວທັງຫລາຍຂອງແສງສະຫວ່າງໃນວັນນັ້ນມືດມິດ. ຂໍໃຫ້ວັນນັ້ນເບິ່ງແສງອະລຸນ, ແຕ່ຫາບໍ່ພໍ ຫລື ບໍ່ເຫັນເປືອກຕາຂອງແສງອະລຸນ.
\v 10 ເພາະມັນ​ບໍ່ປິດປະຕູ​ໃນທ້ອງຂອງແມ່ຂອງຂ້າ­ນ້ອຍ, ແລະ ​ເພາະ​ມັນບໍ່ໄດ້ເຊື່ອງຄວາມລຳບາກໃຫ້ພົ້ນສາຍຕາຂອງຂ້ານ້ອຍ.
\s5
\v 11 ເປັນຫຍັງຂ້າ­ນ້ອຍ​ຈຶ່ງບໍ່ຕາຍເສຍຕັ້ງ­ແຕ່​ຢູ່­ໃນ​ທ້ອງ​ແມ່? ເປັນຫຍັງວິນຍານຂອງ​ຂ້າ­ນ້ອຍບໍ່ອອກຈາກຮ່າງກາຍ ເມື່ອແມ່ຂອງຂ້ານ້ອຍໃຫ້ກຳເນີດຂ້ານ້ອຍ?
\v 12 ເປັນ­ຫຍັງຫົວເຂົ່າຂອງ​ແມ່​ຂອງ​ຂ້ານ້ອຍ​ຈຶ່ງ​ອູ້ມ​ຂ້າ­ນ້ອຍ​ໄວ້​? ເປັນຫຍັງຊວງເອິກຂອງແມ່ຂອງນ້ອຍ​ຈຶ່ງ​ໃຫ້​ຂ້າ­ນ້ອຍໄດ້​ກິນ​ນົມ?
\s5
\v 13 ເພາະບັດນີ້ ​ຂ້າ­ນ້ອຍ​ກຳລັງຈະໄດ້ນອນລົງຢ່າງສະຫງົບ. ຂ້ານ້ອຍຈະນອນຫລັບ ແລະພັກຜ່ອນ.
\v 14 ພ້ອມກັບບັນດາ​ກະ­ສັດ ແລະ​ຜູ້ໃຫ້​ຄຳປຶກ­ສາ​ທັງ­ຫລາຍໃນແຜ່ນດິນໂລກນີ້, ຜູ້ທີ່ສ້າງຂຸດຝັງສົບສຳລັບພວກເຂົາເອງວ່າ ບັດນີ້ຢູ່ໃນການທຳລາຍ.
\s5
\v 15 ຫລື​ຂ້າ­ນ້ອຍ​ກຳລັງຈະນອນລົງພ້ອມກັບບັນດາເຈົ້າຊາຍທີ່ເຄີຍມີຄຳ, ຢູ່ທີ່ເຮືອນທັງຫລາຍຂອງພວກເຂົາ ຖືກເຮັດໃຫ້ເຕັມໄປດ້ວຍເງິນ.
\v 16 ຫລື​ວ່າຂ້ານ້ອຍຫນ້າຈະຕາຍຕອນເກີດມາ, ເປັນເຫມືອນເດັກນ້ອຍທີ່ບໍ່ມີວັນໄດ້ເຫັນແສງສະຫວ່າງ.
\s5
\v 17 ທີ່ນັ້ນຄົນຊົ່ວຮ້າຍຈາກຄວາມທຸກຍາກ; ທີ່ນັ້ນຄົນທີ່ອ່ອນລ້າໄດ້ຢຸດພັກຜ່ອນ.
\v 18 ທີ່ນັ້ນຄົນທີ່ຖືກຄຸມຂັງໄດ້​ສະ­ຫງົບ​ສຸກດ້ວຍກັນ; ພວກເຂົາບໍ່​ໄດ້­ຍິນ​ສຽງ​ຮ້າຍ​ຂອງ​ຜູ້ກົດຂີ່ທາດ.
\v 19 ທັງຜູ້ເລັກນ້ອຍ ແລະທັງຜູ້ໃຫ່ຍຢູ່​ທີ່​ນັ້ນ; ທາດກໍເປັນ​ອິສະຫລະຈາກເຈົ້ານາຍຂອງພວກເຂົາ.
\s5
\v 20 ເປັນ­ຫຍັງນໍຜູ້ທີ່ຢູ່ໃນຄວາມທຸກເວດທະນາຍັງໄດ້ຮັບ​ແສງສະຫວ່າງ? ເປັນຫຍັງ ຈຶ່ງໃຫ້ຊີວິດແກ່ຄົນຫນຶ່ງທີ່ມີໃຈຂົມຂື່ນ,
\v 21 ແກ່ຄົນຫນຶ່ງທີ່​ລໍ­ຄອຍ​ຄວາມ​ຕາຍ ໂດຍທີ່ມັນຍັງບໍ່ມາ; ແກ່ຄົນຫນຶ່ງທີ່ຂຸດຫາຄວາມ​ຕາຍຫລາຍກວ່າຂຸດຫາຊັບສົມບັດທີ່ເຊື່ອງໄວ້ຫລື?
\v 22 ເປັນຫຍັງແສງສະຫວ່າງ ຈຶ່ງສ່ອງມາໃຫ້ແກ່ຄົນຫນຶ່ງທີ່ຊື່ນຊົມຍິນດີຢ່າງຫລາຍ ແລະ ມີ​ຄວາມ­ສຸກ ເມື່ອເຂົາພົບອຸໂມງຝັງ​ສົບ?
\s5
\v 23 ເປັນຫຍັງແສງສະຫວ່າງຈຶ່ງສ່ອງມາໃຫ້ແກ່ຊາຍຄົນຫນຶ່ງທີ່ວິຖີຖືກປິດຊ້ອນເອົາໄວ້, ຊາຍຄົນຫນຶ່ງທີ່ພຣະ­ເຈົ້າ​ຊົງໄດ້ກັ້ນເອົາໄວ້?
\v 24 ເພາະຂ້າ­ນ້ອຍຖອນຫາຍໃຈແທນການກິນອາຫານ; ການ​ຮ້ອງໄຫ້​ຂອງຂ້າ­ນ້ອຍເທອອກມາເຫມືອນນໍ້າໄຫລ.
\s5
\v 25 ເພາະ​ສິ່ງນັ້ນ​ທີ່​ຂ້າ­ນ້ອຍ​ຢ້ານ​ກົວ​ກໍໄດ້ມາເຫນືອຂ້ານ້ອຍແລ້ວ; ສິ່ງທີ່ຂ້ານ້ອຍໄດ້ຢ້ານກົວ ກໍໄດ້ມາເຖິງ​ຂ້ານ້ອຍແລ້ວ.
\v 26 ຂ້ານ້ອຍ​ບໍ່­ມີ​ຄວາມ​ສະ­ຫງົບ, ແລະຂ້ານ້ອຍ​ໄດ້​ຢຸດ​ພັກຜ່ອນ; ແຕ່ຄວາມ​ຍາກ​ລຳ­ບາກ​ກັບມາແທນທີ່."
\s5
\c 4
\cl ບົດທີ 4
\p
\v 1 ຕໍ່ມາເອ­ລີ­ຟັດ ຊາວ​ເຕ­ມານ​ໄດ້ຕອບ ແລະ​ເວົ້າ­ວ່າ,
\v 2 ຖ້າ​ຫາກມີຄົນພະຍາຍາມເວົ້າກັບເຈົ້າ, ເຈົ້າຈະມີຄວາມອົດທົນບໍ? ແຕ່ແມ່ນໃຜທີ່ສາມາດຢຸດການເວົ້າຂອງເຂົາເອງໄດ້?
\v 3 ເບິ່ງແມ, ເຈົ້າ​ໄດ້​ສັ່ງສອນ​​ມາ​ຫລາຍ​ແລ້ວ; ​ເຈົ້າໄດ້ເສີມກຳລັງ​ມືທີ່​ອ່ອນ​ແຮງ.
\s5
\v 4 ຖ້ອຍຄຳຂອງເຈົ້າໄດ້­ຫນູນໃຈຄົນທີ່ກຳລັງຈະລົ້ມລົງ; ເຈົ້າໄດ້ເຮັດໃຫ້ບັນດາຫົວເຂົ່າທີ່ອ່ອນເປ້ຍໃຫ້ເຂັ້ມແຂງຂຶ້ນ.
\v 5 ແຕ່​ບັດ­ນີ້ ຄວາມ​ຍາກ​ລຳ­ບາກ​ໄດ້​ມາ​ຖືກ​ເຈົ້າ​ແລ້ວ; ເຮັດໃຫ້ເຈົ້າອ່ອນແຮງໄປ; ມັນແຕະຕ້ອງເຈົ້າ, ແລະ ເຈົ້າກໍທຸກທໍຣະມານ.
\v 6 ບໍ່ແມ່ນຄວາມຢໍາເກງຂອງເຈົ້າ, ແລະ ຄວາມຫມັ້ນໃຈຂອງເຈົ້າ ແລະ ຄວາມຊື່ສັດຂອງເຈົ້າທີ່ເປັນຄວາມຫວັງຂອງເຈົ້າບໍ?
\s5
\v 7 ຂໍໃຫ້ເຈົ້າຄິດ​ເຖິງສິ່ງນີ້, ມີໃຜທີ່ເຄີຍຖືກລົງໂທດເມື່ອເຂົາບໍ່ມີຄວາມຜິດຫລື? ຫລືມີເວລາໃດທີ່​ຄົນ​ຊອບ­ທັມແຕ່​ໄດ້­ຮັບ​ຄວາມ​ພິນາດ?
\v 8 ຕາມສິ່ງ​ທີ່​ຂ້ອຍ​ໄດ້​ເຫັນມາ, ຄົນເຫລົ່ານັ້ນທີ່​ໄຖ່​ຄວາມ​ຜິດ, ຫວ່ານ​ຄວາມ​ເດືອນຮ້ອນ ແລະ ກໍຕ້ອງເກັບກ່ຽວສິ່ງເຫລົ່ານັ້ນ.
\v 9 ໂດຍ​ລົມພະຍຸຂອງພຣະເຈົ້າ ພວກເຂົາຈຶ່ງພິນາດ; ໂດຍການລະບາຍລົມແຫ່ງ​ພຣະ­ພິ­ໂຣດ​ຂອງພຣະອົງ ພວກເຂົາກໍຖືກເຜົາຜານໄປ.
\s5
\v 10 ​ສຽງແຜດ​­ຮ້ອງ​ຄວນຄາງ​ຂອງສິງ, ສຽງຂອງສິງຮ້າຍ, ແຂ້ວຂອງບັນດາສິ່ງໂຕຫນຸ່ມ - ພວກມັນຖືກທຳລາຍ.
\v 11 ​ສິງໂຕພິນາດເພາະຂາດເຫຍື່ອ; ບັນດາລູກຂອງມັນ ຖືກເຮັດໃຫ້ກະ­ຈັດກະ­ຈາຍ​ໄປທຸກໆບ່ອນ.
\s5
\v 12 ບັດນີ້ ເລື່ອງຫນຶ່ງທີ່ໄດ້​ມາ​ເຖິງ​ຂ້ອຍ​ຢ່າງ​ເປັນຄວາມລັບ, ແລະຫູຂອງຂ້ອຍໄດ້ຍິນສຽງກະຊິບກ່ຽວກັບສິ່ງນັ້ນ.
\v 13 ດັ່ງຝັນຮ້າຍທີ່ກຸກກວນຂ້ອຍນອນຕອນກາງຄືນ, ເມື່ອຄົນກຳລັງນອນລັບຕື່ນຕົກໃຈ.
\s5
\v 14 ໃນຍາມຄໍ່າຄືນເມື່ອຄວາມຢ້ານກົວ ແລະການ​ຕົວ​ສັ່ນເຫນືອຂ້ານ້ອຍ ແລະ ກະດູກທັງຫມົດຂອງຂ້ານ້ອຍກໍຖືກສັ່ນສະທ້ານ.
\v 15 ເມື່ອມີ​ວິນຍານດວງຫນຶ່ງໄດ້ພັດຫນ້າຂ້ານ້ອຍໄປ, ແລະຂົນ​ຫນັງ​ຂອງ​ຂ້ານ້ອຍ ກໍ​ລຸກ​​ດ້ວຍ​ຄວາມ​ຕົກໃຈ.
\s5
\v 16 ວິນຍານດວງນັ້ນໄດ້ຢືນ​ຢູ່​ທີ່​ນັ້ນ, ແຕ່ຂ້ານ້ອຍບໍ່ສາມາດ​ຈ້ອງ​ເບິ່ງລັກສະນະຂອງວິນຍານນັ້ນໄດ້, ມີຮູບຮ່າງຫນຶ່ງຢູ່ຕໍ່ຕາຂອງຂ້ານ້ອຍ; ມີຄວາມງຽບ, ແລະຂ້ານ້ອຍ​ໄດ້­ຍິນ​ສຽງ​ດັງ​ອອກ​ມາ​ວ່າ:
\v 17 “ມະ­ນຸດທີ່ຕ້ອງການຕາຍສາມາດເປັນຜູ້ຄົນ​ຊອບ­ທັມໄດ້ຫລາຍກວ່າ​ພຣະເຈົ້າເປັນແນວໃດນັ້ນບໍ? ​ມະນຸດຄົນຫນຶ່ງສາມາດເປັນຜູ້​ບໍຣິສຸດກວ່າພຣະຜູ້ສ້າງຂອງເຂົາຢ່າງນັ້ນບໍ?
\s5
\v 18 ເບິ່ງແມ, ຖ້າພຣະ­ເຈົ້າ​ບໍ່​ມອບຄວາມໄວ້ວາງໃຈແກ່ບັນດາຜູ້ຮັບໃຊ້​ຂອງ​ພຣະ­ອົງ; ຖ້າພຣະ­ອົງກ່າວກ່າວໂທດເທ­ວະ­ດາ​ເຫລົ່ານັ້ນຂອງພຣະອົງວ່າ, ໂງ່ຈ້າ.
\v 19 ແລ້ວມັນຈະຍິ່ງເປັນຈິງຫລາຍຂຶ້ນເທົ່າໃດ ຫລືສຳລັບຄົນເຫລົ່ານັ້ນທີ່ອາໃສໃນເຮືອນສ້າງດ້ວຍດິນຫນຽວ​, ຄົນທີ່ຖານຮາກຂອງເຂົາເປັນຂີ້ຝຸ່ນ, ຄົນທີ່ຖືກ​ບີບ​ເຫມືອນ​ບີບ​ແມງ​ເມົ່າ.
\s5
\v 20 ໃນຊ່ວງລະຫວ່າງ​ຕອນເຊົ້າ ແລະຕອນແລງພວກເຂົາຖືກທຳລາຍ; ພວກເຂົາພິນາດໂດຍປາສະຈາກຄົນໃດສັງເກດເຫັນພວກເຂົ້າ.
\v 21 ສາຍເຕັນທັງຫລາຍຂອງພວກເຂົາບໍ່ໄດ້ຖືກແກ້ອອກຈາກທ່າມກາງພວກເຂົາຫລື? ພວກເຂົາຕາຍ, ພວກເຂົາຕາຍໄປໂດຍປາສະຈາກປັນຍາ.
\s5
\c 5
\cl ບົດທີ 5
\p
\v 1 ຮ້ອງອອກດຽວນີ້; ມີຜູ້ໃດຈະຕອບເຈົ້າບໍ? ຜູ້ບໍຣິສຸດຄົນໃດທີ່ເຈົ້າຈະຫັນໄປຫາບໍ?
\v 2 ເພາະຄວາມໂກດ​ເຄືອງຂ້າຄົນໂງ່; ຄົນ​ອິດສາຂ້າຄົນບໍ່ຮູ້ສຳນຶກ.
\v 3 ຂ້ານ້ອຍ​ເຄີຍເຫັນ​ຄົນ​ໂງ່​ຈ້າເຖິງຮາກ, ແຕ່​ທັນ­ໃດ​ນັ້ນຂ້ານ້ອຍກໍໄດ້ໄດ້​­ແຊ່ງສາບບ້ານຂອງເຂົາ.
\s5
\v 4 ບັນດາ­ລູກ­ຫລານ​ຂອງ​ລາວຢູ່ຫ່າງໄກຈາກ​ຄວາມ​ປອດ­ພັຍ; ​ພວກເຂົາຖືກກະບົດບີບທີ່ຢູ່ປະຕູເມືອງ. ​ບໍ່­ມີ​ໃຜ​ຊ່ວຍກູ້ພວກເຂົາໄດ້.
\v 5 ຄົນ​ຜູ້​ອຶດຢາກກໍເຂົ້າ​ ຈະ​ກິນ​ພືດຜົນ ທີ່ເກັບ­ກ່ຽວ​ຂອງ­ພວກເຂົາ; ພວກເຂົາເກັບພືດຜົນແມ້ແຕ່ເມັດທີ່ຕົກທ່າມກາງພຸ່ມ​ຫນາມ. ຄົນທີ່ຫິວກະຫາຍ ­ກໍປາຖະຫນາຄວາມຫມັ້ນຄົງຂອງພວກເຂົາ.
\s5
\v 6 ເພາະຄວາມ​ລຳ­ບາກ​ທັງຫລາຍບໍ່­ໄດ້​ງອກ​ອອກ​ມາ​ຈາກ​ດິນ; ຫລືຄວາມທຸກຍາກບໍ່ໄດ້ງອກມາຈາກພື້ນດິນ.
\v 7 ແຕ່ມະນຸດທັງປວງເກີດມາເພື່ອ​ຄວາມ​ຍາກ​ລຳ­ບາກ, ​ເຫມືອນ​ກັບ​ແປວ­ໄຟ​ຍ່ອມ​ປິວ​ຂຶ້ນ​ຈາກ​ກອງໄຟ.
\s5
\v 8 ແຕ່ສຳລັບຂ້ານ້ອຍ, ຂ້ານ້ອຍ​ຈະ​ຄືນ​ໄປ​ຫາ​ພຣະ­ເຈົ້າ; ຕໍ່ຫນ້າພຣະອົງ ຂ້ານ້ອຍຈະມອບເລື່ອງລາວຂອງຂ້ານ້ອຍ—
\v 9 ພຣະອົງ​ຜູ້ຊົງ­ກະ­ທຳ​ການ​ອັນ­ຍິ່ງ­ໃຫຍ່, ຍາກ​ທີ່ຈະເຂົ້າໃຈສິ່ງຕ່າງໆ​ທີ່​ອັ­ສະ­ຈັນ​ຢ່າງ​ນັບ​ບໍ່​ຖ້ວນ.
\v 10 ພຣະ­ອົງ​ຊົງປຣະທານຝົນ­ຕົກ​ລົງມາ​ເທິງ​ແຜ່ນ­ດິນ, ແລະ​ຊົງ​ໃຫ້​ນ້ຳ​ຝົນຫົດ​ທົ່ງນາທັງຫລາຍ.
\s5
\v 11 ​ພຣະອົງຊົງ​ເຮັດແບບນີ້ ເພື່ອຍົກ​ຄົນ​ຕ່ຳ­ຕ້ອຍໃຫ້ສູງ​ຂຶ້ນ; ເພື່ອຍົກຊູຄົນເຫລົ່ານັ້ນທີ່​ໂສກ­ເສົ້າ​ເສຍ­ໃຈໃຫ້ຢູ່ຢ່າງປອດພັຍ.
\v 12 ພຣະອົງ​ຊົງ​ຂັດ­ຂວາງ​ເລ້­ກົນ​ຂອງ​ຄົນ​ຫລອກ­ລວງ, ເພື່ອມືຂອງພວກເຂົາຈະບໍ່ສາມາດເຮັດ​ຫຍັງ​ສຳ­ເລັດ​ໄດ້.
\v 13 ພຣະອົງໄດ້ວາງກົນອຸບາຍຄົນທີ່ສະຫລາດ ດ້ວຍການກະທຳອັນຫລອກລວງຂອງພວກເຂົາ; ແຜນການຕ່າງໆຂອງຄົນທີ່ບິດເບືອນກໍເລັ່ງພວກເຂົາໄປສູ່ຈຸດຈົບ.
\s5
\v 14 ພວກເຂົາຜະເຊີນຫນ້າກັບຄວາມມືດໃນຊ່ວງເວລາກາງວັນ, ແລະໃນ ຊ່ວງເວລາ​ກາງ­ເວັນເຫມືອນກັບມັນເປັນເວລາກາງຄືນ​.
\v 15 ແຕ່​ພຣະ­ເຈົ້າ​ຊົງ​ຊ່ວຍ​ຄົນ​ຍາກ­ຈົນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍຄົມດາບຂອງພວກເຂົາ ແລະ​ຄົນ​ຂັດ​ສົນຈາກມືຂອງຄົນທີ່ມີກຳລັງ.
\v 16 ດັ່ງນັ້ນ ຄົນຍາກຈົນຈຶ່ງມີຄວາມຫວັງ, ແລະຄວາມຍຸຕິທັມປິດປາກຂອງນາງເອງ.
\s5
\v 17 ເບິ່ງແມ, ພຣະພອນເປັນຂອງຄົນທີ່ພຣະເຈົ້າຊົງ​ຕິ​ສອນ; ດ້ວຍເຫດນີ້, ຂໍຢ່າ​ໄດ້ດູຫມິ່ນການຕິສອນຂອງ​ພຣະ­ອົງ​ຜູ້ຊົງຍິ່ງໃຫ່ຍ.
\v 18 ເພາະພຣະ­ອົງຊົງ​ເຮັດ­ໃຫ້​ບາດ­ເຈັບ ແລະ ຈາກນັ້ນ​ພຣະອົງ​ຊົງ​ພັນ​ບາດ­ແຜ​ໃຫ້; ພຣະອົງຊົງໃຫ້ບາດແຜ ແລະ ຈາກນັ້ນມື​ຂອງ​ພຣະ­ອົງ​ຊົງປີ່ນປົວ.
\v 19 ພຣະ­ອົງ​ຈະຊົງຊ່ວຍເຈົ້າຈາກຄວາມທຸກຍາກຫົກຢ່າງແລ້ວ; ແທ້ຈິງ, ໃນຄວາມທຸກຍາກເຈັດຢ່າງ; ບໍ່ມີຄວາມຊົ່ວໃດທີ່ຈະແຕະຕ້ອງເຈົ້າໄດ້.
\s5
\v 20 ເມື່ອ​ມີ­ການ​ອຶດ­ຢາກ ພຣະ­ອົງ​ຈະ​ຊົງ​ຊ່ອຍ​ເຈົ້າ​ບໍ່​ໃຫ້​ຕາຍ; ແລະ​ ໃນ​ສົງຄາມຈາກມືທີ່ມີດາບທັງຫລາຍ​.
\v 21 ເຈົ້າຈະຖືກເຊື່ອງເອົາໄວ້ຈາກລີ້ນທີ່ປະນາມ; ແລະ ເຈົ້າຈະບໍ່ຢ້ານກົວການທຳລາຍເມື່ອວັນນັ້ນ​ມາ​ເຖິງ.
\v 22 ເຈົ້າ​ຈະ​ຫົວ­ຂວັນ​ການ​ທຳ­ລາຍ ແລະ ​ການ​ອຶດ­ຢາກ, ແລະ ເຈົ້າຈະ​ບໍ່​ຢ້ານ​ກົວ​ສັດປ່າທັງຫລາຍແຫ່ງແຜ່ນດິນໂລກ.
\s5
\v 23 ເພາະເຈົ້າຈະມີພັນທະສັນຍາກັບບັນດາກ້ອນຫີນໃນທົ່ງນາ, ແລະ ບັນດາສັດຮ້າຍຈະຜູກມິດກັບເຈົ້າ.
\v 24 ເຈົ້າ​ຈະຮູ້ວ່າຜ້າ​ເຕັນຂອງເຈົ້າ​ຢູ່ໃນຄວາມ​ປອດພັຍ; ເຈົ້າຈະຢ້ຽມຢາມຝູງແກະຂອງເຈົ້າ ແລະ ເຈົ້າຈະບໍ່ສູນເສຍສິ່ງໃດໆເລີຍ.
\v 25 ເຈົ້າ​ຈະຮູ້ດ້ວຍວ່າລູກຫລານ​ຂອງເຈົ້າຈະຍິ່ງໃຫຍ່, ເຊື້ອສາຍຂອງເຈົ້າຈະເປັນເຫມືອນຕົ້ນຫຍ້າຢູ່ເທິງພື້ນດິນ;
\s5
\v 26 ເຈົ້າ​ຈະ​ມາເຖິງທີ່ອຸໂມງຝັງສົບ, ເມື່ອເຈົ້າເຖົ້າ​ແກ່ເຫມືອນ​ເມັດ​ເຂົ້າ​ສຸກ ​ທີ່ຖືກນຳມາຕາມເວລາຂອງມັນ.
\v 27 ເບິ່ງແມ, ເຮົາໄດ້ກວດສອບສິ່ງນີ້ແລ້ວ, ມັນເປັນເຊັ່ນນີ້; ຈົ່ງຟັງໃຫ້ດີ, ແລະຮູ້ສິ່ງນີ້ເພື່ອຕົວຂອງເຈົ້າເອງ ​ເຖີ້ນ."
\s5
\c 6
\cl ບົດທີ 6
\p
\v 1 ແລ້ວ​ໂຢບ​ຈຶ່ງຕອບ​ວ່າ ແລະ ເວົ້າວ່າ,
\v 2 “ໂອ, ຖ້າພຽງຄວາມ​ເສົ້າ​ໂສກ​ຂອງຂ້າ​ນ້ອຍ; ໄດ້ຮັບການ​ຊັ່ງ​ນໍ້າຫນັກ; ຖ້າເອົາ​ຄວາມ​ລຳບາກ​ຍາກ​ເຂັນ​ຂອງຂ້າ​ນ້ອຍມາວາງໃສ່​ໄວ້​ໃນ​ຕາ­ຊິງ!
\v 3 ບັດ­ນີ້ ມັນຄົງຈະ​ຫນັກຍິ່ງກວ່າ​ດິນ­ຊາຍ​ໃນ​ທະ­ເລ. ນັ້ນຈຶ່ງເປັນສາ​ເຫດ​ທີ່ຄຳ​ເວົ້າ​ຂອງ​ຂ້າ​ນ້ອຍຂາດການຕຶກຕອງ.
\s5
\v 4 ເພາະ​ທະ­ນູ​ທັງຫລາຍຂອງ​ອົງ​ຜູ້ຊົງ​ມີ​ຣິດ​­ທາ­ນຸ­ພາບກໍ​ຢູ່­ໃນ​ຕົວ​ຂ້ານ້ອຍ, ຈິດວິນຍານ​ຂອງ​ຂ້ານ້ອຍ​ດື່ມຢາ​ພິດ; ຄວາມ​ຫນ້າ​ຢ້ານຂອງພຣະ­ເຈົ້າໄດ້ຖືກຈັດແຖວເຂົ້າມາ​ຕໍ່­ສູ້ຂ້ານ້ອຍ.
\v 5 ລວາ​ປ່າ​ຈະຮ້ອງ​ຢ່າງສີ້ນຫວັງ ເມື່ອ​ມັນ​ມີ​ຫຍ້າ​ກິນນັ້ນຫລື? ຫລື​ງົວ­ຜູ້ອ່ອນເພຍດ້ວຍຄວາມຫິວ ເມື່ອມັນມີເຟືອງໃຫ້ກິນບໍ?
\v 6 ຈະ​ກິນ​ສິ່ງ​ທີ່​ຈືດໂດຍ​ບໍ່​ໃສ່​ເກືອ​ໄດ້​ບໍ? ຫລື​ໄຂ່​ຂາວ​ນັ້ນ​ມີ​ຣົດ​ແຊບ​ຫລື?
\s5
\v 7 ຂ້ານ້ອຍປະຕິເສດບໍ່​ແຕະ­ຕ້ອງສິ່ງເຫລົ່ານັ້ນ; ກັບເປັນ​ອາຫານເຫລົ່ານັ້ນ ເປັນຫນ້າລັງກຽດສຳລັບຂ້ານ້ອຍ.
\v 8 ໂອ, ຂ້ານ້ອຍມີຄຳຮ້ອງຂໍ; ໂອ, ທີ່ພຣະເຈົ້າ​ຈະ​ປຣະ­ທານ​ສິ່ງທີ່ຂ້ານ້ອຍປາຖະຫນາໃຫ້ແກ່ຂ້ານ້ອຍ:
\v 9 ມັນຄົງເຮັດໃຫ້​ພຣະ­ເຈົ້າ​ພໍພຣະ­ທັຍ​ທີ່​ຈະ​ບີບ­ຄັ້ນຂ້ານ້ອຍ, ທີ່ພຣະ­ອົງ​ຈະໃຊ້​ພຣະ­ຫັດ​ຂອງ​ພຣະອົງ​ ແລະ​ ຕັດ​ຂ້ານ້ອຍອອກໄປຈາກຊີວິດນີ້!
\s5
\v 10 ຂໍໃຫ້ສິ່ງນີ້ເປັນການປອບໃຈ​ຂອງ​ຂ້ານ້ອຍ—ເຖິງແມ່ນວ່າຂ້ານ້ອຍເຈັບປວດຢ່າງແສນສາຫັດ ໂດຍບໍ່ໄດ້ຮັບການບັນເທົາລົງ: ທີ່ຂ້ານ້ອຍບໍ່ປະຕິເສດພຣະຄັມຂອງອົງ​ບໍ­ຣິ­ສຸດ​ນັ້ນ.
\v 11 ແມ່ນຫຍັງຄືກຳລັງຂອງຂ້ານ້ອຍ, ທີ່ຂ້ານ້ອຍສົມຄວນຖອຍຫລື? ຈຸດ​ອາວະ­ສານ​ຂອງຂ້ານ້ອຍແມ່ນຫຍັງ, ທີ່ຂ້ານ້ອຍ​ຈະ​ຕໍ່​ຊີ­ວິດ​ຂອງ​ຂ້ອຍ​ອອກໄປໄດ້?
\s5
\v 12 ກຳ­ລັງ​ຂອງຂ້ານ້ອຍເປັນ​ກຳ­ລັງຂອງບັນດາກ້ອນ​ຫີນ​ບໍ? ຫລືເນື້ອຫນັງ​ຂອງ​ຂ້ານ້ອຍເຮັດຈານທອງ­ເຫລືອງຫລື​ຢ່າງໃດ?
\v 13 ມັນບໍ່ເປັນຄວາມຈິງ ຫລືທີ່ຂ້ານ້ອຍບໍ່ມີຄວາມຊ່ວຍເຫລືອອັນໃດໃນຕົວເອງຂອງຂ້ານ້ອຍ, ແລະສະຕິ​ປັນ­ຍາກໍຖືກໄລ່ອອກຈາກຂ້ານ້ອຍແລ້ວ​?
\s5
\v 14 ຕໍ່ຄົນທີ່ລົ້ມລົງ, ເພື່ອນໆຂອງເຂົາຄວນສະແດງຄວາມສັດຊື່ຕໍ່ລາວ; ແມ້ແຕ່ລາວຜູ້ທີ່ປະຖິິ້ມຄວາມຢໍາເກງຂອງ​ອົງ​ຜູ້​ມີ​ຣິດທາ­ນຸ­ພາບກໍຕາມ.
\v 15 ແຕ່ພີ່­ນ້ອງ​ທັງຫລາຍຂອງຂ້ານ້ອຍ ໄດ້ໃຫ້ຄວາມຊື່ສັດແກ່ຂ້ານ້ອຍ ທີ່ເປັນເຫມືອນສາຍນໍ້າເຫືອດແຫ້ງ, ເປັນເຫມືອນສາຍນໍ້າ​ທີ່ເຫືອດຫາຍໄປສູ່ຄວາມເປົ່າຫວ່າງ.
\v 16 ຊຶ່ງຖືກເຮັດໃຫ້ມືດທຶບເພາະນໍ້າກ້ອນປົກຄຸມພວກມັນ, ແລະເພາະມີຫິມະທີ່ເຊື່ອງຢູ່ພາຍໃນພວກມັນ.
\v 17 ເມື່ອ​ພວກມັນ​ລະລາຍ, ພວກມັນກໍ​ຫາຍ​ໄປ; ເມື່ອອາກາດ​ຮ້ອນ, ພວກມັນລະລາຍໄຫລອອກໄປຈາກທີ່ຂອງພວກມັນ.
\s5
\v 18 ພວກຫມຸ່​ຄົນທີ່​ເດີນທາງໄປ ຕາມທາງຂອງພວກ­ເຂົາຊອກຫານໍ້າ; ພວກເຂົາພະເນຈອນເຂົ້າໄປໃນດິນແດນທີ່ແຫ້ງແລ້ງຫ່ຽວແຫ້ງ.
\v 19 ພວກຫມູ່ຄົນຈາກ​ເມືອງ​ເຕ­ມາ​ຫລຽວ​ເບິ່ງໄປ ທີ່ນັ້ນໃນຂະນະທີ່ສະຫາຍທັງຫລາຍແຫ່ງ​ເຊ­ບາ​ ກໍຫວັງໃນສິ່ງດຽວກັນ.
\v 20 ​ພວກ­ເຂົາຕ້ອງ​ຜິດ​ຫວັງ ເພາະພວກເຂົາຫມັ້ນໃຈວ່າຈະໄດ້ພົບນໍ້າ. ພວກເຂົາໄດ້ໄປ​ເຖິງ​ບ່ອນ­ນັ້ນ, ແຕ່ພວກເຂົາຖືກຫລອກ.
\s5
\v 21 ເພາະເວລາ­ນີ້ ພວກເຈົ້າຄືເພື່ອນ​ທັງ­ຫລາຍ​ກໍ​ບໍ່­ມີ​ຄວາມ​ຫມາຍສຳລັບຂ້ອຍ; ພວກເຈົ້າ​ເຫັນ​ຄວາມ​ລຳ­ບາກ​ຍາກ​ເຂັນ​ຂອງ​ຂ້ອຍ ແລະ​ຄວາມ​ຢ້ານ​ກົວ.
\v 22 ຂ້ອຍໄດ້​ເວົ້າກັບພວກເຈົ້າ​ວ່າ ‘ຂໍຂອງ­ຂວັນ​ໃຫ້​ຂ້ອຍ​ແດ່? ຫລື ‘ຂໍ​ສິນ­ບົນ​ຈາກ​ຊັບ­ສິນ​ຂອງ​ພວກເຈົ້າ​ໃຫ້​ຂ້ອຍ?
\v 23 ຫລື​ ‘ຂໍ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ສັດຕຣູ? ຫລື​ ‘ຂໍ​ໄຖ່​ຂ້ອຍ​ຈາກ​ມື​ຂອງພວກ​ຜູ້​ມີ​ອຳ­ນາດບໍ?
\s5
\v 24 ສອນ​ຂ້ານ້ອຍ​ແດ່, ແລະ ຂ້າ​ນ້ອຍ​ຈະຢືດຫມັ້ນໃນສັນຕິສຸກຂອງຂ້ານ້ອຍ; ຂໍ​ເຮັດ­ໃຫ້​ຂ້ານ້ອຍ​ເຂົ້າ­ໃຈ​ວ່າ ຂ້ານ້ອຍ​ຜິດ​ໃນເລື່ອງໃດ.
\v 25 ຖ້ອຍຄຳຄວາມຈິງນີ້ ເຮັດໃຫ້ເຈັບປວດຈິງຫລື! ແຕ່ການໂຕ້ແຍ້ງຕ່າງໆຂອງພວກເຈົ້າ, ແທ້ຈິງແລ້ວເປັນການຕຳນິຂ້ອຍວ່າ ມີຄວາມຜິດແນວໃດ?
\s5
\v 26 ພວກເຈົ້າ​ວາງແຜນທີ່ຈະເມີນເສີຍ­ຄຳ​ປາ​ໄສຂອງຂ້ອຍ​ຫລືບໍ່, ປະຕິບັດຕໍ່ຄຳປາໄສທັງສິ້ນຂອງຊາຍຄົນຫນຶ່ງທີ່ຫມົດ​ຫວັງ​ເຫມືອນກັບສາຍ​ລົມບໍ?
\v 27 ແທ້ຈິງແລ້ວ, ພວກເຈົ້າ​ຈັບສະຫລາກເພື່ອເອົາ​ລູກ­ກຳ­ພ້າ​ພໍ່, ແລະ ​ຕໍ່ລອງລາຄາເພື່ອນຂອງພວກເຈົ້າເຫມືອນກັບເຂົາເປັນສິນຄ້າ.
\s5
\v 28 ດັ່ງນັ້ນ, ​ບັດ­ນີ້, ຂໍ​ເບິ່ງຂ້ອຍ ເພາະແນ່ນອນທີ່ຂ້ອຍຈະບໍ່​ຂີ້ຕົວະຕໍ່ຫນ້າພວກ​ເຈົ້າ.
\v 29 ຂໍຈົ່ງ​ຄືນ​ມາ​ຄິດ​ໃຫມ່ເຖີ້ນ, ຂ້ອຍຂໍຮ້ອງພວກເຈົ້າ; ຢ່າ​ປ່ອຍໃຫ້ມີຄວາມບໍ່ເປັນທັມກັບພວກເຈົ້າເລີຍ; ຈິງທີ່ສຸດ, ຂໍ​ຄືນ​ມາ​ຄິດ​ໃຫມ່​ເຖີດ, ເພາະເລື່ອງລາວຂອງ ຂ້ອຍ​ກໍຊອບ­ທັມ​ຢູ່.
\v 30 ລີ້ນຂອງຂ້ອຍມີ​ຄວາມ​ຊົ່ວ­ຊ້າບໍ? ປາກຂອງຂ້ອຍບໍ່ຮູ້ຣົດຊາດສິ່ງຕ່າງໆ ທີ່ປອງຮ້າຍໄດ້ແມ່ນບໍ?
\s5
\c 7
\cl ບົດທີ 7
\p
\v 1 “ມະ­ນຸດ​ບໍ່­ໄດ້ເຮັດວຽກຫນັກເທິງ­ແຜ່ນ­ດິນ­ໂລກ​ບໍ? ມື້ທັງຫລາຍຂອງເຂົາບໍ່ໄດ້ເປັນເຫມືອນມື້ທັງຫລາຍ ຂອງຄົນທີ່ເປັນລູກ­ຈ້າງ​ຄົນຫນຶ່ງບໍ?
\v 2 ເຫມືອນ​ກັບ​ລູກ­ຈ້າງ​ຄົນຫນຶ່ງ ກັບລູກ​ຈ້າງຄົນຫນຶ່ງ​ທີ່ຄອຍຖ້າຄ່າແຮງງານຂອງຕົນ—
\v 3 ດັ່ງນັ້ນ ຂ້ານ້ອຍຈຶ່ງຖືກເຮັດໃຫ້ອົດທົນຕໍ່ເດືອນທັງຫລາຍ ແຫ່ງຄວາມທຸກຍາກຂອງຂ້ານ້ອຍ; ຂ້ານ້ອຍໄດ້ຮັບມອບຄືນທັງຫລາຍທີ່ເຕັມໄປດ້ວຍຄວາມຍາກລຳບາກ.
\s5
\v 4 ເມື່ອຂ້ານ້ອຍ​ນອນ​ລົງ, ຂ້ານ້ອຍ​ກ່າວ​ກັບຕົນເອງວ່າ, 'ເມື່ອໃດ​ຫນໍ ຂ້ານ້ອຍ​ຈະ​ລຸກ­ຂຶ້ນ ແລະ​ເມື່ອໃດທີ່ກາງ­ຄືນນັ້ນ​ຈະ​ຜ່ານ​ພົ້ນ​ໄປ?' ຂ້ານ້ອຍ​ກໍ​ພິກ​ໄປ​ພິກ​ມາ​ຈົນຮຸ່ງເຊົ້າ.
\v 5 ເນື້ອຫນັງ​ຂອງ​ຂ້ານ້ອຍ​ເຕັມ​ໄປ​ດ້ວຍ​ຫນອນ ແລະເຕັມໄປດ້ວຍຂີ່​ຝຸ່ນ; ບາດແຜໃນ ເນື້ອຫນັງ​ຂອງ​ຂ້ານ້ອຍ​ກໍ​ຫ່ຽວ­ແຫ້ງ​ໄປ ແລະ​ມີ​ນ້ຳ​ຫນອງ​ໄຫລ​ອອກ​ມາ
\s5
\v 6 ມື້ທັງຫລາຍຂອງຂ້ານ້ອຍ ກໍ​ໄວ​ກວ່າ​ກະ­ສວຍ​ທໍ­ຜ້າ​ຂອງ​ຊ່າງ​ທໍ; ແລະພວກມັນຜ່ານໄປໂດຍ​ສິ້ນ­ສຸດ​ລົງ​ດ້ວຍ​ຂາດ​ຄວາມ​ຫວັງ.
\v 7 ພຣະເຈົ້າ, ຊົງເອີ້ນມາເພື່ອໃຫ້ຈົດຈຳວ່າຊີວິດຂອງຂ້ານ້ອຍເປັນພຽງລົມຫາຍໃຈ; ຈະບໍ່ໄດ້ເຫັນສິ່ງທີ່ດີອີກຕໍ່ໄປແລ້ວ.
\s5
\v 8 ດວງຕາ​ຂອງພຣະເຈົ້າ, ຜູ້ຊົງ​ເບິ່ງ​ຂ້າ­ນ້ອຍຈະບໍ່ຊົງເບິ່ງຂ້ານ້ອຍ​ອີກ​ຕໍ່­ໄປ; ​ດວງຕາ​ຂອງ​ພຣະ­ເຈົ້າ ຈະຢູ່ເຫນືອ​ຂ້າ­ນ້ອຍ, ແຕ່ຂ້ານ້ອຍ​ຈະບໍ່ໄດ້ຢູ່​ເສຍ​ແລ້ວ.
\v 9 ເຫມືອນກັບກ້ອນເມກທີ່ຖືກສະລາຍ​ຈາງໄປ ແລະ​ ຈາງຫາຍ​ໄປ​ສັນ­ໃດ, ດັ່ງບຸກ​ຄົນ­ທີ່​ລົງ​ໄປ​ສູ່​ແດນ​ຄົນ​ຕາຍ​ກໍ​ບໍ່ໄດ້​ຂຶ້ນ​ມາ​ສັນ­ນັ້ນ.
\v 10 ລາວຈະ​ບໍ່​ກັບ​ໄປ​ເຮືອນ​ຂອງຕົນ​ອີກ; ຫລືສະຖານທີ່ຂອງ​­ລາວກໍ​ຈະ​ບໍ່​ຮູ້­ຈັກ​​ຕໍ່ໄປອີກເລີຍ.
\s5
\v 11 ເພາະ­ສະ­ນັ້ນ ຂ້າ­ນ້ອຍ​ຈຶ່ງ​ບໍ່​ຫ້າມ​ປາກ​ຂອງ​ຂ້າ­ນ້ອຍ; ຂ້ານ້ອຍ​ຈະ​ເວົ້າ​ດ້ວຍ​ຄວາມທຸກ​ແສນ​ຣະ​ທົມໃນວິນຍານ​ຂອງ​ຂ້າ­ນ້ອຍ; ຂ້ານ້ອຍ​ຈະ​ຈົ່ມ​ດ້ວຍ​ຄວາມ​ຂົມ­ຂື່ນ​ໃນ​ຈິດ­ໃຈ​ຂອງ​ຂ້າ­ນ້ອຍ.
\v 12 ຂ້ານ້ອຍ​ເປັນ​ທະ­ເລ ຫລື​ ເປັນ​ສັດຮ້າຍແຫ່ງທະເລທີ່ພຣະ­ອົງ​ຊົງວາງເວນຍາມໄວ້ ເພື່ອປົກປ້ອງເຫນືອຂ້ານ້ອຍນັ້ນຫລື?
\s5
\v 13 ເມື່ອ​ຂ້າ­ນ້ອຍ​ເວົ້າ​ວ່າ, ‘ຕຽງ​ຂອງ​ຂ້ານ້ອຍ​ຈະໃຫ້ຄວາມສະບາຍແກ່ຂ້ານ້ອຍ, ແລະຕັ່ງອີ້ຂອງຂ້ານ້ອຍ ຈະບັນເທົາ​ການ​ຮ້ອງ­ທຸກ​ຂອງ​ຂ້ານ້ອຍ,
\v 14 ແລ້ວ​ພຣະ­ອົງ​ກໍ​ເຮັດ­ໃຫ້​ຂ້າ­ນ້ອຍ​ຢ້ານ​ກົວ​ດ້ວຍ​ຄວາມ​ຝັນທັງຫລາຍ ແລະ​ຊົງຂູ່ຂ້າຂ້ານ້ອຍ ໂດຍຜ່ານທາງ​ນິ­ມິດທັງຫລາຍ.
\v 15 ດັ່ງນັ້ນ ຂ້ານ້ອຍຈຶ່ງເລືອກການ​ຮັດ​ຄໍ​ຕາຍ ແລະຄວາມ​ຕາຍຊຶ່ງດີກວ່າການມີ​ຊີ­ວິດຢູ່ ກັບກະດູກເຫລົ່ານີ້​ຂອງ​ຂ້າ­ນ້ອຍ.
\s5
\v 16 ຂ້າ­ນ້ອຍ​ເບື່ອ​ຊີ­ວິດຂອງຂ້າ­ນ້ອຍ​; ຂ້ານ້ອຍຈະ​ບໍ່ປາຖະຫນາມີຊີວິດຢູ່ສະເຫມີ​ໄປ; ຂໍຊົງປ່ອຍ​ຂ້າ­ນ້ອຍໄວ້ພຽງ​ລຳ­ພັງ​ເຖີດ ເພາະວັນທັງຫລາຍຂອງຂ້ານ້ອຍ ​ເປັນ​ແຕ່​ພຽງ​ສິ່ງ​ທີ່​ໄຮ້​ປະໂຫຍດ.
\v 17 ມະນຸດ​ເປັນ​ສິ່ງ­ໃດ ທີ່ພຣະ­ອົງຊົງສົມຄວນເອົາໃຈ­ໃສ່ລາວ, ທີ່ພຣະອົງຊົງສົມຄວນຈະມີໃຈຈົດຈໍ່ກັບລາວ.
\v 18 ທີ່ພຣະອົງສົມຄວນເຝົ້າເບິ່ງ­ລາວທຸກ​ເຊົ້າ ແລະທົດສອບລາວທຸກເທື່ອຫລື?
\s5
\v 19 ອີກ​ດົນ​ປານ­ໃດ​ ທີ່ມັນຈະຢູ່ຕໍ່ຫນ້າພຣະອົງ ຈະຊົງເບິ່ງຫນີໄປຈາກຂ້ານ້ອຍ, ກ່ອນທີ່ພຣະອົງຈະ​ປ່ອຍ​ຂ້າ­ນ້ອຍ​ໄວ້ຕາມ​ລຳ­ພັງ ເພື່ອ​ຂ້າ­ນ້ອຍ​ຈະ​ກືນ​ນ້ຳ­ລາຍ​ຂອງ­ຕົນລົງຄໍ​ໄດ້.
\v 20 ເຖິງແມ່ນ ຂ້ານ້ອຍໄດ້ເຮັດ​ບາບໄປ, ​ແລ້ວການກະທຳອັນໃດທີ່ເຮັດຕໍ່ພຣະອົງ, ຜູ້​ຊົງປົກ​ປັກ​ຮັກ­ສາ​ມະ­ນຸດທັງຫລາຍ? ເປັນຫຍັງ​ພຣະ­ອົງ​ຈຶ່ງ​ໄດ້​ເຮັດ­ໃຫ້​ຂ້ານ້ອຍ​ເປັນ​ເປົ້າ​​ຂອງ​ພຣະ­ອົງ, ດັ່ງນັ້ນຂ້ານ້ອຍຈຶ່ງເປັນ​ພາ­ລະ​ຫນັກສຳລັບພຣະອົງ?
\s5
\v 21 ເປັນ­ຫຍັງ​ພຣະ­ອົງ​ບໍ່​ອະພັຍ​ແກ່​ການ​ລະ­ເມີດ​ຂອງ​ຂ້າ­ນ້ອຍ ແລະ​ ນຳ​ເອົາ​ຄວາມ​ຊົ່ວ­ຊ້າ​ຂອງ​ຂ້າ­ນ້ອຍ​ອອກໄປ​ຫລື? ເພາະ​ບັດ­ນີ້ ຂ້າ­ນ້ອຍ​ຈະ​ນອນ​ລົງ​ໃນ​ຂີ້­ຝຸ່ນ​ດິນ; ພຣະ­ອົງ​ຈະ​ໄດ້​ສະແຫວງຫາ​ຂ້ານ້ອຍ​ຢ່າງຖີ່ຖ້ວນ, ແຕ່ຂ້າ­ນ້ອຍ​ຈະ​ບໍ່­ຢູ່ທີ່ນີ້​ແລ້ວ.”
\s5
\c 8
\cl ບົດທີ 8
\p
\v 1 ແລ້ວ​ບິນ­ດັດ​ຄົນ​ຊູ­ອາໄດ້​ຕອບ ແລະ ເວົ້າ​ວ່າ,
\v 2 “ເຈົ້າ​ຈະ​ເວົ້າ​ຢ່າງ​ນີ້​ຢູ່​ອີກດົນ​ປານ­ໃດ? ​ຄຳ​ເວົ້າ​ຂອງ​ເຈົ້າ​ຈະ​ເປັນລົມ​ພາ­ຍຸ​ດົນ​ປານ­ໃດ?
\v 3 ພຣະ­ເຈົ້າ​ໄດ້​ປັ່ນ­ປ່ວນ​ຄວາມ­ຍຸ­ຕິ­ທັມ​ບໍ? ຫລື​ ອົງ​ຜູ້​ມີ​ຣິດ​­ທາ­ນຸ­ພາບ​ປັ່ນ­ປ່ວນ​ຄວາມ­ທ່ຽງ­ທັມບໍ?
\s5
\v 4 ບັນດາ​ລູກ​ທັງຫລາຍຂອງ​ທ່ານ​ໄດ້​ເຮັດ​ບາບ​ຕໍ່​ພຣະ­ອົງ; ພວກເຮົາຮູ້ເລື່ອງນີ້, ເພາະ​ພຣະ­ອົງມອບພວກເຂົາໄວ້ໃນມືຂອງຄວາມບາບທັງຫລາຍ​ຂອງ​ພວກ­ເຂົາ.
\v 5 ຖ້າ​ເຈົ້າ​ຈະ​ຫມັ່ນ​ສະ­ແຫວງ­ຫາ​ພຣະ­ເຈົ້າ ແລະນຳການ​ອ້ອນ­ວອນຂອງເຈົ້າ​ຕໍ່​ອົງ​ຜູ້​ມີ​ຣິດ​­ທາ­ນຸ­ພາບ
\s5
\v 6 ຖ້າ​ເຈົ້າ​ບໍ­ຣິ­ສຸດ ແລະ ​ທ່ຽງ​ທັມ​ແທ້, ແລ້ວພຣະ­ອົງ​ກໍ​ຈະ​ຊົງປຸກພຣະອົງໃຫ້​ຕື່ນ​ຂຶ້ນ ​ເພື່ອ​ເຈົ້າແນ່ນອນ ແລະ​ຊົງຟື້ນຄືນສູ່ສະຖານທີ່ອັນ​ຄວາມ​ຊອບ­ທັມຂອງ​ເຈົ້າ​.
\v 7 ເຖິງ​ແມ່ນວ່າ ການ​ເລີ່ມ​ຕົ້ນ​ຂອງ​ເຈົ້າ​ຈະ​ເລັກ­ນ້ອຍ, ແຕ່​ສະຖານະຕອນທ້າຍຂອງເຈົ້າຈະຍັງຄົງຍິ່ງ​ໃຫຍ່​ຫລາຍກ່ວາ.
\s5
\v 8 ຂໍຈົ່ງຖາມ​ຄົນ​ບູ­ຮານ​ເບິ່ງ, ແລະເອົາໃຈໃສ່ຕໍ່ສິ່ງທີ່ບັນບັນ­ພະບູຣຸດ​ທັງຫລາຍຂອງພວກເຮົາໄດ້ຮຽນຮູ້.
\v 9 (ພວກເຮົາພຽງແຕ່ເປັນຄົນທີ່ເກີດ​ມື້­ວານ­ນີ້ ເພາະມື້ທັງຫລາຍຂອງພວກເຮົາ ເທິງແຜ່ນ­ດິນໂລກນີ້ ເປັນພຽງແຕ່​ເງົາ).
\v 10 ພວກ­ເຂົາ​ຈະ​ບໍ່​ສອນ​ເຈົ້າ ແລະ​ບອກ​ເຈົ້າຫລື? ພວກເຂົາຈະບໍ່ເວົ້າຖ້ອຍຄຳຕ່າງໆຈາກຫົວໃຈ​ຂອງ​ພວກ­ເຂົາ​ບໍ?
\s5
\v 11 ຕົ້ນກົກສາມາດເຕີບໂຕໄດ້ໂດຍບໍ່ມີບຶງໄດ້ບໍ? ຕົ້ນ­ອໍ້​ຈະ​ງອກ​ງາມ​ໃນ​ບ່ອນ​ທີ່​ບໍ່­ມີ​ນ້ຳ​ໄດ້​ບໍ?
\v 12 ໃນຂະ­ນະ​ທີ່ພວກມັນຍັງຄົງຂຽວສົດ ແລະບໍ່ຖືກຕັດ, ພວກມັນກໍ​​ຫ່ຽວ­ແຫ້ງ​ໄປ​ກ່ອນ​ຕົ້ນ­ໄມ້​ອື່ນໆ.
\s5
\v 13 ດັ່ງນັ້ນແລ້ວ ວິຖີຂອງທຸກຄົນທີ່ຫລົງລືມພຣະເຈົ້າ, ຄວາມຫວັງຂອງຄົນທີ່ບໍ່ນັບຖືພຣະເຈົ້າຈະພັງພິ­ນາດ​ໄປ.
\v 14 ຄວາມຫມັ້ນໃຈຂອງເຂົາກໍຈະຫັກ​ສະ­ບັ້ນໄປ, ແລະຄວາມ​ໄວ້ວາງ­ໃຈ​ຂອງພວກເຂົາອ່ອນໄຫວເຫມືອນ​ຄື​ໃຍ​ແມງ­ມຸມ.
\v 15 ພວກ­ເຂົາ​ເພິ່ງ​ເຮືອນຂອງ­ຕົນ, ແຕ່​ມັນ​ທົນ​ບໍ່​ໄຫວຮັບພວກເຂົາ; ­ເຂົາ​ຍຶດ​ມັນ​ໄວ້, ແຕ່​ມັນ​ກໍ​ບໍ່​ທົນ​ຢູ່.
\s5
\v 16 ພາຍໃຕ້​ດວງ​ຕາເວັນ ລາວຈະ​ຂຽວ​ສົດ, ແລະ​ກິ່ງ​ຂອງ​ມັນ​ກໍ​ງອກແຜ່​ອອກ​ໄປ​ເທິງ​ສວນທັງຫມົດ​ຂອງ​ເຂົາ.
\v 17 ຮາກ​ຂອງ​ມັນກໍຫໍ່ຫຸ້ມຫີນ; ພວກເຂົາຊອກຫາສະຖານທີ່ທີ່ດີໃນທ່າມກາງກ້ອນຫີນນັ້ນ.
\v 18 ຖ້າບຸກຄົນນີ້ຖືກທຳລາຍໄປຈາກສະຖານທີ່ຂອງເຂົາ, ແລ້ວສະຖານທີ່ນັ້ນ ຈະປະຕິເສດເຂົາ ແລະເວົ້າວ່າ, ‘ຂ້ອຍ​ບໍ່​ເຄີຍ​ເຫັນ​ເຈົ້າ.
\s5
\v 19 ເບິ່ງ​ແມ, ນີ້​ຄື "ຄວາມຍິນດີ" ຂອງພຶດຕິກຳຂອງບຸກຄົນ; ຫນຶ່ງຕົ້ນໄມ້ອຶ່ນໆ ຈະງອກຈາກດິນດຽວກັນໃນສະຖານທີ່ຂອງເຂົາ.
\v 20 ເບິ່ງແມ, ພຣະ­ເຈົ້າ​ຈະ​ບໍ່­ໄດ້​ປະ​ຖິ້ມ​ຄົນ​ດີ​ຮອບ​ຄອບ, ຫລືພຣະອົງຈະປະມືຈາກຄົນທີ່ເຮັດ​ຊົ່ວ­ຮ້າຍ.
\s5
\v 21 ແດ່ພຣະ­ອົງຈະເຕີມປາກຂອງທ່ານດ້ວຍສຽງຫົວ, ຮີມ­ປາກຂອງທ່ານດ້ວຍການໂຫ່­ຮ້ອງ​ສະ­ເຫມີ.
\v 22 ຄົນ​ເຫລົ່າ­ນັ້ນ​ທີ່​ກຽດ­ຊັງ​ເຈົ້າຈະ​ຫົ່ມ​ຄວາມ​ອັບ­ອາຍ; ​ບ່ອນ​ອາ­ໄສ​ຂອງ​ຄົນ​ຊົ່ວ​ຈະ​ບໍ່­ມີ​ຕໍ່ໄປ​ອີກ​ເລີຍ.”
\s5
\c 9
\cl ບົດທີ 9
\p
\v 1 ແລ້ວ​ໂຢບຈຶ່ງໄດ້​ຕອບ​ ແລະເວົ້າວ່າ,
\v 2 “ຈິງ​ແທ້ຂ້ອຍຮູ້ເລື່ອງນີ້ດີ. ​ເປັນ​ຢ່າງ​ນັ້ນແຕ່​ຄົນຫນຶ່ງຄົນສາມາດເປັນຄົນ​ຊອບທັມ​ຕໍ່­ຫນ້າ​​ພຣະ­ເຈົ້າ​ໄດ້​ຢ່າງ­ໃດ?
\v 3 ຖ້າລາວຕ້ອງການ​ໂຕ້​ແຍ້ງ​ກັບ​ພຣະ­ເຈົ້າ, ໃນ​ຫນຶ່ງພັນ​ເທື່ອລາວບໍ່ສາມາດ​ຕອບ​ພຣະອົງ​ໄດ້​ເລີຍແມ້ແຕ່ເທື່ອດຽວ.
\s5
\v 4 ພຣະ­ທັຍຂອງພຣະ­ອົງເຕັມໄປດ້ວຍພຣະປັນຍາກຳລັງຂອງພຣະອົງກໍ​ແຂງ­ແຮງ; ມີ­ໃຜທີ່​ໄດ້​ເຄີຍແຂງຂໍ້ຕໍ່­ສູ້​ກັບ​ພຣະ­ອົງ ແລະ​ເຮັດໄດ້­ສຳເລັດ​ບໍ?—
\v 5 ພຣະ­ອົງ​ຜູ້​ໄດ້​ເຄື່ອນ​ຍ້າຍ​ພູ­ເຂົາທັງຫລາຍ ເມື່ອ​ພຣະ­ອົງ​ໄດ້​ລົ້ມ​ມັນ​ດ້ວຍ​ພຣະ­ພິ­ໂຣດ​ຂອງ​ພຣະ­ອົງ ໂດຍບໍ່ໄດ້ເຕືອນກ່ອນ—
\v 6 ພຣະອົງຜູ້​ຊົງ​ສັ່ນ​ແຜ່ນ­ດິນ­ໂລກ​ໃຫ້​ອອກ­ຈາກ​ບ່ອນ​ຂອງ​ມັນ ແລະ​ຊົງເຮັດໃຫ້ຄານເສົາ​ຂອງ​ມັນ​ກໍ​ສັ່ນສະ­ເທືອນ.
\s5
\v 7 ເຊັ່ນດຽວກັບພຣະເຈົ້າຜູ້ຊົງສັ່ງດວງຕາເວັນ​ບໍ່ໃຫ້​ຂຶ້ນມາ, ແລະມັນກໍບໍ່ຂຶ້ນມາ, ແລະຜູ້ຊົງປົກຄຸມດວງດາວທັງຫລາຍເອົາໄວ້.
\v 8 ຜູ້​ຊົງໄດ້​ຄຶງ​ທ້ອງຟ້າ­​ອອກ​ ແລະ ​ຊົງໄດ້​ຢຽບ​ຄື້ນທັງຫລາຍໃນ​ທະ­ເລ.
\v 9 ຜູ້ຊົງ​ໄດ້​ສ້າງ​ຫມູ່ດາວ​ແຂ້, ​ຫມູ່​ດາວ​ໄຖ, ຫມູ່ດາວ​ລູກ​ໄກ່, ແລະ ​ຫມູ່​ດາວ​ທິດ­ໃຕ້
\s5
\v 10 ເຊັ່ນດຽວກັບ ຂ້ານ້ອຍຊົງກະ­ທຳ​ສິ່ງ​ຍິ່ງໃຫຍ່ທັງຫລາຍ, ທີ່​ບໍ່ສາມາດ​ເຂົ້າ­ໃຈ​ໄດ້— ແນ່ທີ່ສຸດ, ສິ່ງ​ອັດ­ສະ­ຈັນ​ຫລວງຫລາຍຢ່າງ​ນັບ​ບໍ່​ຖ້ວນ.
\v 11 ເບິ່ງແມ, ພຣະ­ອົງ​ໄດ້​ຜ່ານ​ຂ້ານ້ອຍ​ໄປ ແລະ ຂ້າ​ນ້ອຍ​ບໍ່ໄດ້​ເຫັນ​ພຣະ­ອົງ; ພຣະ­ອົງ​ໄດ້​ຜ່ານ​ກາຍ­ໄປ, ຂ້ານ້ອຍ​ບໍ່ໄດ້​ສັງ­ເກດ​ເຫັນພຣະອົງ.
\v 12 ຖ້າພຣະ­ອົງຊົງ​ເອົາ​ບາງສິ່ງໄປ, ໃຜ​ຈະ​ຫ້າມ​ພຣະ­ອົງ​ໄດ້? ໃຜ​ຈະສາມາດ​ເວົ້າກັບພຣະ­ອົງ​ໄດ້ວ່າ, ‘ພຣະ­ອົງ​ໄດ້ຊົງ​ກະທຳ​ຫຍັງ​ຫັ້ນ?
\s5
\v 13 ພຣະ­ເຈົ້າ​ຈະ​ບໍ່­ໄດ້​ຫັນ​ພຣະ­ພິ­ໂຣດ​ຂອງ​ພຣະ­ອົງ​; ຜູ້ຊ່ວຍ​ທັັງຫລາຍ​ຂອງ​ເຮົາຫັນກົ້ມກາບທີ່ເບື້ອງລຸ່ມຂອງພຣະອົງ.
\v 14 ຂ້ານ້ອຍ​ຈະ​ຕອບ​ພຣະ­ອົງ​ໄດ້​ນ້ອຍພຽງ­ໃດ, ຂ້ານ້ອຍສາມາດເລືອກ​ຖ້ອຍ­ຄຳ​ຫຍັງ​ມາ​ໃຫ້ເຫດຜົນກັບ​ພຣະ­ອົງ?
\v 15 ເຖິງ­ແມ່ນວ່າ​ຂ້ານ້ອຍ​ເປັນຄົນຊອບ­ທັມ, ຂ້ານ້ອຍ​ກໍບໍ່ສາມາດ​ຕອບ​ພຣະ­ອົງ​­ໄດ້; ຂ້ານ້ອຍເຮັດໄດ້ພຽງແຕ່​ຂໍ​ພຣະ­ກະ­ຣຸ­ນາ​ຕໍ່​ການພິ­ພາກ­ສາ​ຂອງ​ຂ້ານ້ອຍ.
\s5
\v 16 ເຖິງແມ່ນວ່າ ​ຂ້ານ້ອຍໄດ້​ຮ້ອງ​ທູນ ແລະ​ພຣະ­ອົງ​ໄດ້ຊົງ​ຕອບ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ບໍ່​ເຊື່ອ​ວ່າ​ພຣະ­ອົງ​ໄດ້​ຟັງ­ສຽງ​ຂອງ​ຂ້ານ້ອຍ.
\v 17 ເພາະ​ພຣະ­ອົງໄດ້ຊົງ​ທຸບ­ຕີ​ຂ້ານ້ອຍ​ດ້ວຍ​ຄວາມປັ່ນປ່ວນ ແລະຊົງ​ເພີ່ມ­ທະ­ວີ​ບາດ­ແຜ​ຂອງ​ຂ້ານ້້ອຍ​ໂດຍ​ບໍ່­ມີ​ເຫດ­ຜົນ.
\v 18 ພຣະ­ອົງ​ຈະ​ບໍ່​ຊົງ ແມ້ແຕ່ອະນຸຍາດໃຫ້ຂ້ານ້ອຍໄດ້ຢຸດພັກຫາຍໃຈ; ກົງກັນຂວ້າມ. ພຣະອົງເຮັດໃຫ້ຂ້ານ້ອຍເຕັມໄດ້ວຍ​ຄວາມ​ຂົມ­ຂື່ນ​.
\s5
\v 19 ຖ້າ​ຫາກເປັນເລື່ອງກຳລັງແລ້ວ, ເບິ່ງແມ!, ​ພຣະ­ອົງ​ຊົງເຂັ້ມແຂງ! ຖ້າ​ຫາກເປັນ​ເລື່ອງ​ຄວາມຍຸຕິທັມ ໃຜສາມາດອອກຫມາຍຮຽກພຣະອົງ?
\v 20 ຖ້າແມ່ນວ່າຂ້ານ້ອຍ​ຢູ່ໃນຄວາມຖືກຕ້ອງ, ປາກ​ຂອງ​ຂ້ານ້ອຍ​ຈະ​ກ່າວ​ໂທດ​ຂ້ານ້ອຍເອງ; ແລະເຖິງແມ່ນວ່າຂ້ານ້ອຍ​ອ້າງ​ວ່າ​ຕົວ​ດີ​ຮອບ​ຄອບ, ຄຳເວົ້າທັງຫລາຍຂອງຂ້ານ້ອຍ ກໍຈະພິສູດໃຫ້ເຫັນວ່າ ຂ້ານ້ອຍເປັນຄົນຜິດເອງ.
\s5
\v 21 ເຖິງ​ແມ່ນ​ຂ້ານ້ອຍ​ດີ​ຮອບ​ຄອບ, ແຕ່ຂ້ານ້ອຍ​ກໍ​ບໍ່​ຫ່ວງຕົວ​​ເອງ; ຂ້ານ້ອຍ​ກຽດ­ຊັງ​ຊີ­ວິດ​ຂອງ​ຂ້ານ້ອຍເອງ
\v 22 ມັນບໍ່ແຕກຕ່າງກັນເລີຍ, ຊຶ່ງຂ້ານ້ອຍຈຶ່ງເວົ້າວ່າ ພຣະອົງຊົງທຳລາຍທັງ​ຄົນ​ດີ​ຮອບ​ຄອບ ແລະ ທີ່​ຄົນ​ຊົ່ວຮ້າຍຄືກັນ.
\v 23 ຖ້າໂຣກລະບາດນຳ​ຄວາມ​ຕາຍ​ມາ​ໂດຍ​ໄວ, ພຣະ­ອົງກໍຊົງຫົວ​ເຍາະ­ເຍີ້ຍ​ໃຫ້ກັບຄວາມ​ລຳ­ບາກ​ຍາກ​ເຂັນ​ຂອງ​ຜູ້​ບໍ່­ມີ​ຄວາມ​ຜິດ.
\v 24 ແຜ່ນດິນໂລກ​ນີ້​ໄດ້​ມອບ​ໄວ້​ໃນ​ມື​ຂອງ​ຄົນ​ຊົ່ວ, ພຣະ­ອົງ​ຊົງປົກຄຸມຫນ້າຂອງ​ບັນ­ດາ​ຜູ້​ພິ­ພາກສາຂອງແຜ່ນດິນ​ໂລກ. ຖ້າ​ບໍ່​ແມ່ນ​ພຣະ­ອົງທີ່ຊົງກະທຳສິ່ງນີ້, ແລ້ວ​ຈະແມ່ນ​ໃຜທີ່ກະທຳ?
\s5
\v 25 ວັນ​ທັງ­ຫລາຍ​ຂອງ​ຂ້າ­ນ້ອຍ​ໄວ​ກວ່າ​ນັກ​ແລ່ນສົ່ງສານຄົນຫນຶ່ງ; ວັນທັງຫລາຍຂອງຂ້ານ້ອຍຈະແລ່ນຫນີໄປ; ໂດຍບໍ່ເຫັນສິ່ງດີໃນທີ່ແຫ່ງໃດເລີຍ.
\v 26 ພວກມັນ​ໄວເຫມືອນກັບ​ເຮືອ​ໄວ, ແລະ ໄວເຫມືອນ​ນົກ​ອິນ­ຊີ​ທີ່ບິນ​ລົງ­ມາ​ຈັບ​ເຫຍື່ອ.
\s5
\v 27 ຖ້າ​ຂ້າ­ນ້ອຍໄດ້ເວົ້າ​ວ່າ ຂ້ານ້ອຍ​ຈະ​ລືມ​ຄຳ​ຮ້ອງ­ທຸກທັງຫລາຍ​ຂອງ​ຂ້ານ້ອຍ, ທີ່ຂ້ານ້ອຍຈະເອົາໃບຫນ້າໂສກ​ເສົ້າ​ຂອງ​ຂ້ານ້ອຍອອກໄປ ແລະຈະມີຄວາມສຸກ,
\v 28 ຂ້າ­ນ້ອຍຄົງຖືກເຮັດໃຫ້​ເກີດຄວາມ​ຢ້ານ​ກົວຕໍ່​ບັນ­ດາຄວາມມທຸກ​ຂອງ​ຂ້າ­ນ້ອຍ ເພາະ​ຂ້າ­ນ້ອຍ​ຮູ້­ວ່າພຣະ­ອົງ​ຈະ​ບໍ່​ຖື​ວ່າ​ຂ້າ­ນ້ອຍ​ບໍ່­ມີ​ຄວາມ​ຜິດ.
\v 29 ​ຂ້າ­ນ້ອຍຈະຖືກລົງໂທດ; ເຫດ​ໃດ, ແລ້ວ, ​ຂ້າ­ນ້ອຍ​ຈຶ່ງ​ຕ້ອງພະຍາຍາມໂດຍບໍ່ມີປະໂຫຍດ​ຢ່າງ​ນັ້ນ?
\s5
\v 30 ຖ້າ​ຂ້າ­ນ້ອຍໄດ້​ຊຳ­ລະ​ຕົວເອງ ດ້ວຍ​ຫິ­ມະທີ່ລະລາຍເປັນນໍ້າ ແລະ​ໄດ້ເຮັດໃຫ້​ມື​ຂອງ​ຂ້າ­ນ້ອຍ​ສະອາດທີ່ສຸດ,
\v 31 ພຣະ­ອົງ​ຍັງຈະ​​ຈຸ່ມ​ຂ້າ­ນ້ອຍ​ລົງ​ໄປ​ໃນ​ຂຸມຂີ້ຕົມ, ແລະ​ເສື້ອ­ຜ້າ​ຂອງ​ຂ້າ­ນ້ອຍກໍເປັນທີ່ຫນ້າ​ກຽດ­ຊັງ​ພ້ອມກັບຕົວຂ້າ­ນ້ອຍ.
\s5
\v 32 ເພາະພຣະ­ເຈົ້າ​ບໍ່ໄດ້ເປັນ​ມະ­ນຸດ​ຄືຂ້ານ້ອຍ, ຊຶ່ງຂ້ານ້ອຍເອງເປັນ, ຂ້ານ້ອຍ​ຈະສາມາດ​ຕອບ​ພຣະ­ອົງ, ຄືພວກ​ເຮົາ​ຈະສາມາດເຂົ້າ​ມາໃນສານ​​ນຳ­ກັນ.
\v 33 ບໍ່​ມີຜູ້ຕັດສິນຄະດີຄວາມລະຫວ່າງພວກເຮົາຄືຜູ້ທີ່ສາມາດວາງມືຂອງລາວເຫມືອນພວກເຮົາ­ທັງ​ສອງຝ່າຍ​ໄດ້.
\s5
\v 34 ບໍ່ມີຜູ້ຕັດສິນຄະດີຄວາມຄົນອຶ່ນທີ່ສາມາດເອົາ​ໄມ້­ແສ້​ຂອງພຣະເຈົ້າອອກໄປ​ຈາກຂ້ານ້ອຍໄດ້, ຜູ້ທີ່ສາມາດເກັບການຂົ່ມຂູ່ຂອງພຣະອົງທີ່ເຮັດໃຫ້ຂ້ານ້ອຍຢ້ານກົວໄວ້ໄດ້.
\v 35 ແລ້ວຂ້ານ້ອຍ​ຈະ​ເວົ້າຂຶ້ນມາ ແລະ​ບໍ່​ຢ້ານ​ກົວ​ພຣະ­ອົງ, ແຕ່​ເຫມືອນກັບສິ່ງຕ່າງໆໃນເວລານີ້, ຂ້ານ້ອຍບໍ່ສາມາດເຮັດ​ຢ່າງ​ນັ້ນໄດ້.
\s5
\c 10
\cl ບົດທີ 10
\p
\v 1 ຂ້ານ້ອຍ​ເບື່ອຫນ່າຍ​ຊີ­ວິດ​ຂອງຂ້ານ້ອຍ; ຂ້ານ້ອຍ​ຈະໃຫ້ເສຣີພາບແກ່ການ​ຮ້ອງ­ທຸກຂອງຂ້ານ້ອຍ, ຂ້ານ້ອຍ​ຈະ​ເວົ້າ​ດ້ວຍ​​ຄວາມຂົມ­ຂື່ນໃນຈິດ­ໃຈ​ຂອງຂ້ານ້ອຍ.
\v 2 ຂ້ານ້ອຍ​ຈະ​ຮ້ອງຂໍ​ຕໍ່ພຣະ­ເຈົ້າ​ວ່າ, ‘ຂໍ​ຊົງຢ່າພຽງແຕ່​ໄດ້​ກ່າວ​ໂທດ​ຂ້າ­ນ້ອຍເທົ່ານັ້ນ; ແຕ່ຂໍຊົງສຳແດງໃຫ້​ຂ້າ­ນ້ອຍ​ຮູ້­ວ່າ​ເຫດ​ໃດ​ພຣະ­ອົງ​ຈຶ່ງຊົງກ່າວໂທດຂ້ານ້ອຍ.
\v 3 ມັນເປັນສິ່ງທີ່ດີສຳລັບພຣະ­ອົງ​ທີ່ວ່າ ພຣະອົງສົມຄວນ​ບີບ​ບັງ­ຄັບຂ້ານ້ອຍ, ​ຫມິ່ນ­ປະ­ຫມາດ​ສິ່ງ​ທີ່​ອອກ​ມາ​ຈາກ​ມືຂອງ​ພຣະ­ອົງ ໃນຂະນະທີ່ພຣະອົງຊົງຍິ້ມໃຫ້ກັບແຜນການຕ່າງໆຂອງ​ຄົນ​ຊົ່ວແມ່ນບໍ?
\s5
\v 4 ພຣະ­ອົງ​ຊົງມີ​ດວງຕາ​ເຫມືອນ​ຕາ​ຄົນ​ບໍ? ພຣະ­ອົງ​ເຫັນ​ເຫມືອນກັບ​ມະ­ນຸດຄົນຫນຶ່ງ​ເຫັນ​ບໍ?
\v 5 ວັນທັງຫລາຍ​ຂອງ​ພຣະ­ອົງ​ເປັນເຫມືອນ​ວັນທັງຫລາຍ​ຂອງ​ມະ­ນຸດ​ບໍ ຫລືປີທັງຫລາຍ​ຂອງ​ພຣະ­ອົງ ເປັນ​ເຫມືອນ​​ປີທັງຫລາຍ​ຂອງ​ຄົນເຮົາ​ບໍ,
\v 6 ທີ່​ພຣະ­ອົງ​ຊົງໄດ້​ຄອຍ​ຖ້າ​ຈັບ​ຄວາມ​ຊົ່ວ­ຊ້າ​ຂອງ​ຂ້າ­ນ້ອຍ ແລະ ຊົງ​ຄົ້ນ­ຫາ​ຄວາມບາບ​ຂອງ​ຂ້າ­ນ້ອຍ.
\v 7 ເຖິງແມ່ນວ່າ ​ພຣະ­ອົງ​ຊົງຮູ້ວ່າ​ຂ້າ­ນ້ອຍ​ບໍ່­ໄດ້​ເຮັດຜິດ ແລະ ​ບໍ່­ມີ​ໃຜຈັກຄົນທີ່ສາມາດ​ຊ່ວຍ​ໃຫ້​ຂ້ານ້ອຍພົ້ນ​ອອກ­ຈາກ​ມືຂອງ​ພຣະ­ອົງ​ໄດ້ຢ່າງນັ້ນຫລື?
\s5
\v 8 ມື​ຂອງ​ພຣະ­ອົງໄດ້ຊົງ​ສ້າງ​ ແລະປັ້ນແຕ່ງ​ຂ້າ­ນ້ອຍເຂົ້າດ້ວຍກັນ, ເຖິງ​ປານ​ນັ້ນ​ພຣະ­ອົງ​ໄດ້​ຫັນ​ມາ​ທຳ­ລາຍ​ຂ້າ­ນ້ອຍເສຍ.
\v 9 ຂໍ​ຊົງໄດ້​ລະ­ນຶກ​ວ່າ, ຂ້ານ້ອຍຮ້ອງທູນຂໍ, ທີ່​ພຣະ­ອົງ​ໄດ້ຊົງປັ້ນ​ຂ້າ­ນ້ອຍ​ເຫມືອນປັ້ນ​ດິນ­ຫນຽວນັ້ນ; ພຣະ­ອົງ​ຈະ​ນຳ​ຂ້າ­ນ້ອຍ​ໃຫ້​ກັບໄປ​ເປັນ​ຂີ້­ຝຸ່ນ​ອີກຄັ້ງຢ່າງນັ້ນ​ຫລື?
\s5
\v 10 ພຣະ­ອົງ​ບໍ່­ໄດ້ຊົງ​ຖອກ​ຂ້າ­ນ້ອຍ​ອອກ​ເຫມືອນຖອກ​ນ້ຳ​ນົມ ແລະ​ຊົງເຮັດ­ໃຫ້​ຂ້າ­ນ້ອຍເປັນ​ເຫມືອນ​ເນີຍ​ແຂງ​ບໍ?
\v 11 ແລະຊົງ​ໄດ້​ສານ​ຂ້າ­ນ້ອຍ​ເຂົ້າກັນດ້ວຍ​ກະ­ດູກ ແລະ​ເສັ້ນ​ເອັນທັງຫລາຍ.
\s5
\v 12 ພຣະ­ອົງ​ໄດ້​ຊົງປຣະ­ທານ​ຊີ­ວິດໃຫ້ແກ່ຂ້ານ້ອຍ ແລະພັນທະສັນຍາແຫ່ງຄວາມສັດຊື່; ຄວາມຊ່ວຍເຫລືອຂອງພຣະອົງໄດ້ຊົງ​​ດູແລ­ຮັກ­ສາ​­ວິນ­ຍານຂ້ານ້ອຍ.
\v 13 ແຕ່​ສິ່ງຕ່າງໆເຫລົ່າ​ນີ້​ ພຣະອົງ​ໄດ້​ຊົງເຊື່ອງ­ໄວ້​ໃນ​ໃຈ​ຂອງ​ພຣະ­ອົງ— ຂ້າ­ນ້ອຍ​ຮູ້­ວ່າ​ນີ້​ເປັນ​ພຣະ­ປະ­ສົງ​ຂອງ​ພຣະ­ອົງໄດ້ຊົງກຳລັງຄິດ:
\v 14 ຊຶ່ງຖ້າ​ຂ້ານ້ອຍ​ໄດ້ເຮັດ​ບາບ, ພຣະ­ອົງກໍຈະສັງເກດເຫັນ; ພຣະອົງ​ຈະບໍ່­ໄດ້​ປ່ອຍ​ຕົວ​ຂ້າ­ນ້ອຍໄປໃນຄວາມຊົ່ວຮ້າຍ​ຂອງ​ຂ້າ­ນ້ອຍ.
\s5
\v 15 ຖ້າຫາກ​ຂ້າ­ນ້ອຍ​ເປັນຊົ່ວ­ຮ້າຍ, ວິ­ບັດ​ຈົ່ງເກີດແກ່​ຂ້າ­ນ້ອຍເຖີດ; ແມ່ນວ່າຖ້າ​ ຂ້າ­ນ້ອຍເປັນຄົນ​ຊອບ­ທັມ, ຂ້າ­ນ້ອຍກໍບໍ່ສາມາດ​ຍັງ​ເງີຍ​ຫົວ​ຂອງ​ຂ້າ­ນ້ອຍ​ຂຶ້ນ​ໄດ້, ເລື່ອງຈາກຂ້າ­ນ້ອຍຖືກເຮັດໃຫ້​ເຕັມ​ດ້ວຍການດູຫມິ່ນ ແລະຂ້ານ້ອຍກຳລັງ​ເບິ່ງ​ຄວາມ­ທຸກທໍຣະມານ​ຂອງ​ຂ້າ­ນ້ອຍເອງ.
\v 16 ຖ້າຫົວຂອງຂ້ານ້ອຍເງີຍຂຶ້ນເອງໄດ້, ພຣະອົງກໍຊົງ​ໄລ່​ລ້າ​ຂ້າ­ນ້ອຍ​ເຫມືອນລ່າ​ໂຕ​ສິງຕົວຫນຶ່ງ; ອີກຄັ້ງທີ່ພຣະອົງສະແດງຣິດ­ທາ­ນຸ­ພາບຂອງພຣະອົງເອງຕໍ່ຫນ້າ​ຂ້ານ້ອຍ​.
\s5
\v 17 ພຣະ­ອົງຊົງ​ໄດ້​ນຳ​ພະ­ຍານ​ຂອງ​ພຣະ­ອົງ​ຄົນໃຫມ່ທັງຫລາຍມາຕໍ່ສູ້ຂ້າ­ນ້ອຍ​ ແລະ ພຣະອົງ​ໄດ້​ເພີ່ມ​ຄວາມໂກດຮ້າຍຂອງພຣະອົງເອງຕໍ່​ຂ້າ­ນ້ອຍ; ພຣະ­ອົງ​ໄດ້​ໂຈມຕີຂ້ານ້ອຍດ້ວຍບັນດາກອງທັບທີ່ສົດໃຫມ່ທັງຫລາຍ.
\s5
\v 18 ເຫດ​ໃດ​ພຣະ­ອົງ​ຈຶ່ງໄດ້ຊົງ​ນຳ​ຂ້າ­ນ້ອຍ​ອອກ​ມາ​ຈາກ​ທ້ອງ​ຂອງແມ່? ຂ້າ­ນ້ອຍຢາກໃຫ້ວິນຍານຂອງຂ້ານ້ອຍ ຖືກເຮັດໃຫ້ຕາຍໄປ ແລະບໍ່ຕ້ອງມີດວງຕາໃດໄດ້ເຄີຍເຫັນ​ຂ້າ­ນ້ອຍ.
\v 19 ​ຂ້າ­ນ້ອຍ​ຈະໄດ້ເປັນເຫມືອນກັບຂ້ານ້ອຍບໍ່­ໄດ້​ເກີດ​ມາ; ຂ້າ­ນ້ອຍ​ຈະໄດ້ຖືກອຸ້ມອອກຈາກ​ທ້ອງ​ແມ່​ໄປ​ເຖິງ​ຂຸມ​ຝັງ​ສົບ​.
\s5
\v 20 ວັນ​ທັງຫລາຍ​ຂອງ​ຂ້າ­ນ້ອຍ​ບໍ່ໄດ້ມີພຽງແຕ່​ຫນ້ອຍ​ດຽວ​ບໍ? ຂໍ​ຊົງຢຸດ​ເຖີດ, ຂໍ​ຊົງປ່ອຍ​ຂ້າ­ນ້ອຍໄວ້​ຢູ່ຕາມ​ລຳ­ພັງ ເພື່ອ​ຂ້າ­ນ້ອຍ​ອາດໄດ້ເຊົາພັກເລັກນ້ອຍ.
\v 21 ກ່ອນ​ທີ່​ຂ້າ­ນ້ອຍ​ຈະ​ໄປ​ສູ່​ບ່ອນ​ທີ່​ໆຂ້າ­ນ້ອຍຈະ​ບໍ່ຫັນ​ກັບມາອີກ, ໄປເຖິງ​ແຜ່ນ­ດິນ​ແຫ່ງ​ຄວາມ​ມືດ ແລະດິນແດນທີ່ເປັນ​ເງົາ​ມັດ­ຈຸ­ຣາດ,
\v 22 ແຜ່ນ­ດິນ​ທີ່ມີ​ຄວາມ​ມືດ​ທຶບເຫມືອນເວລາກາງຄືນ, ເປັນ​ແຜ່ນ­ດິນ​ຂອງ​ເງົາ​ມັດ­ຈຸຣາດ, ຄືທີ່ໆປາສະຈາກ​ລະ­ບຽບ, ທີ່​ຄວາມ​ສະ­ຫວ່າງ​ເປັນ​ເຫມືອນ​ເວລາກາງຄືນ.’”
\s5
\c 11
\cl ບົດທີ 11
\p
\v 1 ແລ້ວ​ໂຊ­ຟາ​ຊາວ​ນາ­ອາ­ມາ​ໄດ້ຕອບ ແລະເວົ້າ​ວ່າ,
\v 2 “ຖ້ອຍຄຳຫລວງຫລາຍເຊັ່ນນີ້ ສົມຄວນ​ທີ່​ຈະ​ບໍ່ໄດ້ຮັບຄຳຕອບຫລື?­ ສົມຄວນທີ່ຊາຍຄົນນັ້ນ, ຜູ້ທີ່ເວົ້າບໍ່ເຊົາ, ຈະໄດ້ຮັບຄວາມເຊື່ອຖືຫລື?
\v 3 ສົມຄວນ​ທີ່ການໂອ້ອວດຂອງເຈົ້າ ຈະເຮັດໃຫ້ຄົນອື່ນໆ​​ມິດງຽບເສຍຫລື? ແລະ​ເມື່ອ​ເຈົ້າ​ເຍາະ­ເຍີ້ຍຄຳສອນຂອງພວກເຮົາ, ຈະບໍ່​ມີ​ຄົນໃດທີ່​ເຮັດ­ໃຫ້​ເຈົ້າຮູ້ສຶກ​ອັບ­ອາຍ​ບໍ?
\s5
\v 4 ເພາະ​ເຈົ້າ​ກ່າວຕໍ່ພຣະເຈົ້າວ່າ, ‘ຄວາມເຊື່ອຂອງຂ້ານ້ອຍ​ບໍ­ຣິ­ສຸດ, ແລະຂ້ານ້ອຍ​ບໍ່ດີເລີຍ​ໃນ​ສາຍ​ຕາຂອງພຣະອົງ.
\v 5 ແຕ່, ໂອ, ຂໍໃຫ້​ພຣະ­ເຈົ້າ​ເວົ້າ ແລະ​ຊົງເປີດ​ປາກ​ຂອງ​ພຣະ­ອົງ​ຕໍ່ສູ້ກັບ​ເຈົ້າ;
\v 6 ທີ່​ພຣະ­ອົງຈະຊົງ​ສະ­ແດງໃຫ້ເຫັນເຖິງຄວາມລີ້ລັບຂອງ​ສະ­ຕິ­ປັນ­ຍາ​! ເພາະພຣະອົງຊົງຍິ່ງໃຫຍ່ໃນ​ຄວາມ​ເຂົ້າ­ໃຈ. ຂໍຊົງຮູ້ວ່າ​ພຣະ­ເຈົ້າຊົງ​ເອີ້ນ​ຮ້ອງ​ຈາກ​ເຈົ້າ​ຫນ້ອຍ​ກວ່າ​ຄວາມຫລອກລວງອັນ​ຊົ່ວ­ຮ້າຍຂອງ​ເຈົ້າ​ອີກ.
\s5
\v 7 ເຈົ້າສາມາດເຂົ້າໃຈພຣະເຈົ້າໄດ້ດ້ວຍການສະແຫວງຫາພຣະອົງຢ່າງນັ້ນຫລື? ທ່ານສາມາດເຂົ້າໃຈ​ອົງ​ຜູ້​ມີ​ຣິດ​­ທາ­ນຸ­ພາບ​ໄດ້​ຢ່າງຄົບຖ້ວນຢ່າງນັ້ນຫລື?
\v 8 ເລື່ອງລາວນີ້ ກໍສູງເຫນືອຟ້າສະຫວັນ; ເຈົ້າ​ສາມາດ​ເຮັດສິ່ງໃດ​ໄດ້ຫລື? ມັນເລິກກວ່າແດນຄົນຕາຍ; ເຈົ້າສາມາດຮູ້ໄດ້ຢ່າງໃດຫລື?
\v 9 ວັດແທກຂະຫນາດຂອງມັນກໍຍາວ​ກວ່າແຜ່ນດິນ​ໂລກ, ແລະມັນ​ກວ້າງ​ກ່ວາທ້ອງ​ທະເລ.
\s5
\v 10 ຖ້າ​ພຣະ­ອົງ​ໄດ້​ຜ່ານ­ໄປ ແລະ​ຊົງປິດປາກໃຜຄົນຫນຶ່ງ, ຖ້າພຣະອົງ​ຊົງ​ເອີ້ນໃຜຄົນຫນຶ່ງ ເພື່ອພິພາກສາ, ແລ້ວໃຜຈະທີ່ສາມາດ​ຂັດ­ຂວາງ​ພຣະ­ອົງ​ໄດ້?
\v 11 ເພາະ​ພຣະ­ອົງຊົງ​ຮູ້​ຈັກຄົນຫລອກລວງ; ເມື່ອ​ພຣະ­ອົງຊົງ​ໄດ້​ເຫັນ​ຄວາມ​ຊົ່ວ­ຮ້າຍ, ພຣະ­ອົງ​ຈະ​ບໍ່­ຊົງສັງເກດຢ່າງນັ້ນຫລື?
\v 12 ແຕ່​ຄົນໂງ່ຍ່ອມບໍ່ມີຄວາມເຂົ້າໃຈ; ພວກເຂົາຈະຮັບມັນ ກໍຕໍ່ເມື່ອລວາປ່າຕົວຫນຶ່ງເກີດລູກອອກມາເປັນມະນຸດ.
\s5
\v 13 ແຕ່ສົມມຸດວ່າ ​ເຈົ້າໄດ້ເຮັດໃຫ້ຫົວໃຈຂອງເຈົ້າທ່ຽງທັມ ແລະໄດ້​ຢຽດ​ມື​ຂອງ​ເຈົ້າ​ອອກ​ໄປ​ຫາ​ພຣະ­ອົງ;
\v 14 ສົມມຸດວ່າ ​ຄວາມ​ຊົ່ວ­ຮ້າຍ​ຢູ່­ໃນ​ມື​ຂອງ​ເຈົ້າ, ແຕ່ເຈົ້າໄດ້ວາງມັນໄວ້ຫ່າງໄກຈາກຕົວເຈົ້າ, ແລະບໍ່ຍອມໃຫ້ຄວາມບໍ່ຊອບທັມອາ­ໄສ​ຢູ່­ໃນ​ເຕັນ​ທັງຫລາຍຂອງ​ເຈົ້າ.
\s5
\v 15 ແລ້ວເຈົ້າ​ຈະຖືກເຮັດໃຫ້​ເງີຍ​ຫນ້າ​ຂຶ້ນ​ໂດຍ​ປາ­ສະ­ຈາກສັນຍານຂອງຄວາມອັບອາຍຢ່າງແນ່ນອນ, ທີ່ຈິງແລ້ວ, ເຈົ້າຈະຖືກເຮັດໃຫ້​ຫມັ້ນ­ຄົງ ແລະ​ບໍ່​ຕ້ອງ​ຢ້ານ​ກົວສິ່ງໃດ.
\v 16 ເຈົ້າຈະລືມຄວາມ­ທຸກ​ຍາກ​ຂອງ​ເຈົ້າ; ເຈົ້າ​ຈະ​ຈົດ​ຈຳ​ໄດ້​ພຽງແຕ່ເຫມືອນ​ນ້ຳ​ທີ່​ໄດ້​ໄຫລ​ຜ່ານ​​ໄປ.
\v 17 ແລ້ວ​ຊີ­ວິດ​ຂອງ​ເຈົ້າ​ຈະສ່ອງສະຫວ່າງຍິ່ງກວ່າເວລາ​ກາງ­ເວັນ, ເຖິງແມ່ນວ່າມີຄວາມມືດມິດ, ແຕ່ມັນຈະເປັນເຫມືອນເວລາຕອນ​ເຊົ້າ.
\s5
\v 18 ແລະ​ເຈົ້າ​ຈະໄດ້ຮັບການເຮັດໃຫ້ຫມັ້ນຄົງປອດພັຍເພາະມີຄວາມຫວັງ; ແທ້ຈິງແລ້ວ, ທ່ານຈະພົບກັບຄວາມປອດພັຍກ່ຽວກັບຕົວຂອງເຈົ້າ ແລະຈະໄດ້​ນອນ​ພັກ​ສະຫງົບໃນຄວາມ​ປອດ­ພັຍ.
\v 19 ເຈົ້າ​ຈະ​ນອນ​ລົງໃນການພັກສະຫງົບດ້ວຍ, ແລະ​ບໍ່­ມີ​ໃຜຈະ​ເຮັດ­ໃຫ້​ເຈົ້າ​ຢ້ານ​ກົວໄດ້; ຄວາມຈິງຄື, ຄົນ​ເປັນ​ຈຳ­ນວນ​ຫລາຍ​ຈະ​ສະແຫວງຫາຄວາມເພິງພໍໃຈ​ຈາກ​ເຈົ້າ.
\s5
\v 20 ແຕ່­ວ່າດວງ​ຕາທັງຫລາຍ​ຂອງ​ຄົນ​ຊົ່ວ­ຮ້າຍ​ຈະ​ຜິດຫວັງ; ພວກ­ເຂົາຈະ​ບໍ່ມີທາງ​ຫນີ​­ພົ້ນໄດ້; ​ຄວາມ​ຫວັງດຽວ​ຂອງ​ພວກເຂົາ​ກໍຈະ​ເຫມືອນລົມຫາຍໃຈສຸດທ້າຍຂອງຊີວິດເທົ່ານັ້ນ​.”
\s5
\c 12
\cl ບົດທີ 12
\p
\v 1 ແລ້ວ​ໂຢບ​ຈຶ່ງໄດ້ຕອບ ແລະເວົ້າ​ວ່າ,
\v 2 ບໍ່ຕ້ອງສົງໃສເລີຍວ່າເຈົ້າເປັນຄົນທີ່ມີສະຕິປັນຍາ­​ຈະ​ຕາຍ​ໄປ​ພ້ອມ­ກັບ​ເຈົ້າ.
\v 3 ແຕ່​ຂ້ອຍ​ກໍ​ມີ​ຄວາມ​ເຂົ້າ­ໃຈ​ຄື​ກັນກັບ​ເຈົ້າ; ຂ້ອຍ​ບໍ່​ດີກ­ວ່າ​ເຈົ້າ. ທີ່ຈິງແລ້ວ, ໃນເລື່ອງສິ່ງຕ່າງໆເຫລົ່ານີ້ແມ່ນບໍ?
\s5
\v 4 ຂ້ານ້ອຍ​ເປັນບາງສິ່ງທີ່ມີໄວ້ ເພື່ອເພື່ອນ­ບ້ານຫົວ​ເຍາະ­ເຍີ້ຍຂ້ານ້ອຍ—ຂ້ານ້ອຍ, ເປັນຄົນທີ່ໄດ້ຮ້ອ​ງທູນ​ພຣະ­ເຈົ້າ ແລະ​ພຣະອົງ​ໄດ້​ຕອບ! ຂ້ານ້ອຍ, ເປັນຄົນ​ດີ​ຮອບ​ຄອບ​ອັນ​ຊອບ­ທັມ ແລະບໍ່ມີຂໍ້ບົກຜ່ອງ— ​ບັດນີ້ ຂ້ານ້ອຍເປັນ​ຄົນທີ່ຖືກ​ຫົວ­ຂວັນ.
\v 5 ໃນ​ຄວາມ​ຄິດ​ຂອງບາງຄົນ​ຜູ້​ທີ່­ຢູ່​ຢ່າງ​ສະ­ບາຍ ກໍມີຄຳຫມິ່ນ­ປະ­ຫມາດ, ສຳລັບຄົນທີ່ມີເຄາະຮ້າຍ; ເຂົາຄິດໃນສີ່ງທີ່ນຳເຄາະຮ້າຍມາໃຫ້ແກ່ຄົນເຫລົ່ານັ້ນ ທີ່​ຕີນກຳລັງມື່ນລົ້ມຫລາຍຍິ່ງຂຶ້ນ.
\v 6 ເຕັນ​ທັງຫລາຍຂອງ​ພວກໂຈນ​ກໍຈະເຣີນ​ຮັ່ງ­ມີ, ແລະ​ຄົນເຫລົ່ານັ້ນທີ່​​ຍົວະ­ເຍົ້າ​ພຣະ­ເຈົ້າ​ກໍຮູ້ສຶກ​ຫມັ້ນ­ຄົງ; ມືທັງຫລາຍຂອງພວກເຂົາເປັນພະຂອງພວກເຂົາ.
\s5
\v 7 ແຕ່ເວລານີ້ ​ຂໍ​ຖາມ​ສັດຮ້າຍທັງຫລາຍ ແລະພວກ​ມັນ​ຈະ​ສອນ​ເຈົ້າ; ຖາມບັນດາ​ນົກ​ໃນ​ທ້ອງຟ້າເບິ່ງ, ແລະພວກ​ມັນ​ຈະ​ບອກ​ເຈົ້າ
\v 8 ຫລື​ເວົ້າ­ກັບ​ແຜ່ນດິນ­ໂລກ ແລະ ​ມັນ​ຈະ​ສອນ​ເຈົ້າ; ແລະ ​ປາ​ໃນທະ­ເລ​ຈະ​ປະ­ກາດ​ແກ່​ເຈົ້າ.
\s5
\v 9 ສັດຕົວໃດໃນທ່າມສິ່ງທັງຫມົດເຫລົ່ານີ້ ທີ່ບໍ່ຮູ້ວ່າມືຂອງພຣະຢາເວເອງໄດ້ເຮັດສິ່ງນີ້ບໍ?
\v 10 ໃນມືຂອງພຣະອົງ ຄືຊີວິດຂອງທຸກສິ່ງທີ່ມີຊີວິດຢູ່ ແລະລົມຫາຍໃຈຂອງມວນມະນຸດທັງຫມົດ.
\s5
\v 11 ຫູບໍ່ໄດ້​ຊີມ​ຖ້ອຍ­ຄຳຕ່າງໆ ເຫມືອນກັບເພດານຊີມ​ຣົດ​ອາ­ຫານ​ບໍ່​ແມ່ນ​ຫລື?
\v 12 ຜູ້ຄົນທີ່ມີອາຍຸພ້ອມກັບສະ­ຕິ­ປັນ­ຍາ​; ວັນທັງຫລາຍກໍຄືຄວາມເຂົ້າໃຈ.
\s5
\v 13 ພຣະສະ­ຕິ­ປັນ­ຍາ ແລະ​ ຣິດ­ທາ­ນຸ­ພາບ​ຢູ່​ກັບ​ພຣະ­ເຈົ້າ; ພຣະ­ອົງ​ມີ​ຄຳ​ແນະ­ນຳ ແລະ ​ຄວາມ​ເຂົ້າ­ໃຈ.
\v 14 ເບິ່ງ​ແມ, ພຣະອົງ​ໄດ້​ມ້າງ​ທຳລາຍ, ແລະ ​ບໍ່ສາມາດສ້າງຂຶ້ນ​ໃຫມ່ໄດ້; ຖ້າພຣະອົງ​ໄດ້​ກັກ​ຂັງໃຜບາງຄົນ, ກໍ​ບໍ່­ມີ​ຜູ້­ໃດສາມາດປ່ອຍຕົວ​ໄດ້.
\v 15 ເບິ່ງແມ, ຖ້າພຣະອົງຊົງກັກນໍ້າເອົາໄວ້, ພວກມັນກໍຈະເຫືອດແຫ້ງ; ແລະ ຖ້າພຣະອົງຊົງສົ່ງພວກມັນອອກໄປ, ພວກມັນກໍຈະຖ້ວມແຜ່ນດິນ.
\s5
\v 16 ພຣະ­ອົງສະເດັດມາພ້ອມກັບຣິດທານຸພາບ ແລະ​ພຣະສະຕິປັນຍາ​; ທັງຄົນທີ່ຖືກຫລອກ ແລະຄົນທີ່ຫລອກລວງ ກໍຢູ່ໃນອຳນາດຂອງພຣະອົງ.
\v 17 ພຣະ­ອົງຊົງ​ໄດ້​ນຳ​ທີ່​ປຶກ­ສາໄປ​ຕົວ​ເປົ່າໃນຄວາມໂສກເສົ້າ; ແລະ​ພຣະ­ອົງ​ຊົງໄດ້​ກະ­ທຳ​ຜູ້​ພິ­ພາກສາ​ໄປສູ່ການ­ເປັນ​ຄົນ​ໂງ່ຈ້າ.
\v 18 ພຣະ­ອົງຊົງ​ໄດ້​ປົດໂສ້ສິດອຳນາດຂອງ​ບັນ­ດາ​ກະ­ສັດ​ທັງຫລາຍ; ພຣະອົງຊົງເອົາ​ຜ້າ​ຄາດແອວຂອງພວກເຂົາ.
\s5
\v 19 ພຣະ­ອົງຊົງ​ໄດ້​ນຳໃຫ້ພວກປະໂລຫິດໄປ​ຕົວ​ເປົ່າໃນຄວາມໂສກເສົ້າ ແລະຊົງ​ໄດ້​ລົ້ມ​ຜູ້​ມີ​ກຳ­ລັງ​ເສຍ.
\v 20 ພຣະ­ອົງຊົງກຳຈັດ​ຄຳ​ເວົ້າຂອງຄົນເຫລົ່ານັ້ນທີ່ໄດ້ຮັບຄວາມໄວ້ວາງໃຈ ແລະເອົາຄວາມເຂົ້າໃຈອອກໄປຈາກພວກຜູ້ໃຫ່ຍ.
\v 21 ພຣະ­ອົງ​ໄດ້​ຖອກ​ຄວາມ​ອັບ­ອາຍ​ເທິງບັນດາ​ເຈົ້າ​ຊາຍ ແລະ​ໄດ້​ກະ­ທຳ­ໃຫ້​ຜູ້​ທີ່​ແຂງ­ແຮງ​ອ່ອນ​ກຳ­ລັງ.
\s5
\v 22 ພຣະ­ອົງຊົງ​ສຳແດງ​ສິ່ງລໍ້າ​ເລິກຕ່າງໆ​ຈາກ​ຄວາມ​ມືດ ແລະ​ຊົງໄດ້​ນຳ​ເງົາ​ມັດ­ຈຸ­ຣາດອອກ​ມາ­ສູ່​ຄວາມ​ສະ­ຫວ່າງ.
\v 23 ພຣະ­ອົງຊົງ​ໄດ້ກະ­ທຳ­ໃຫ້​ປະ­ຊາ­ຊາດ​ເຂັ້ມແຂງ​ຂຶ້ນ, ແລະພຣະອົງຊົງ​ໄດ້​ທຳ­ລາຍພວກເຂົາ; ພຣະ­ອົງຊົງ​ໄດ້​ຂະ­ຫຍາຍ​ບັນ­ດາ​ປະ­ຊາ­ຊາດຕ່າງໆ, ແລະພຣະອົງຊົງ​ໄດ້​ນຳ​ພວກ­ເຂົາ​ມາເຫມືອນກັບນັກໂທດດ້ວຍ.
\s5
\v 24 ພຣະ­ອົງຊົງ​ໄດ້​ນຳ​ຄວາມ​ເຂົ້າ­ໃຈ​ອອກໄປ​ ຈາກບັນດາຜູ້ປົກຄອງປະຊາຊົນເທິງແຜ່ນດິນ​ໂລກນີ້; ພຣະອົງ​ໄດ້​ກະ­ທຳ­ໃຫ້​ພວກ­ເຂົາ​ພະ­ເນ­ຈອນ​ໄປ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ ຊຶ່ງ​ບໍ່­ມີ​ຫົນທາງ.
\v 25 ພວກ­ເຂົາ​ທັງ­ຫລາຍ​ງົມ​ຢູ່­ໃນ​ຄວາມ​ມືດ ປາ­ສະຈາກ​ຄວາມ​ສະ­ຫວ່າງ ແລະ​ພຣະ­ອົງ​ໄດ້​ເຮັດ­ໃຫ້​ພວກ­ເຂົາ​ໂຊ​ເຊ​ເຫມືອນກັບ​ຄົນ​ເມົາ.
\s5
\c 13
\cl ບົດທີ 13
\p
\v 1 ເບິ່ງ​ແມ, ດວງຕາ​ຂອງ​ຂ້ອຍ​ໄດ້​ເຫັນ​ສິ່ງ​ທັງຫມົດ​ນີ້​ແລ້ວ, ແລະຫູ​ຂອງ​ຂ້ອຍ​ໄດ້­ຍິນ ແລະ​ເຂົ້າ­ໃຈ​ເລື່ອງ​ນີ້​ແລ້ວ.
\v 2 ສິ່ງ­ໃດ​ທີ່​ເຈົ້າ​ທັງຫລາຍ​ຮູ້, ຂ້ອຍ​ກໍ​ຮູ້​ເຫມືອນກັນ; ຂ້ອຍ​ບໍ່​ໄດ້ດ້ອຍໄປກວ່າ​ເຈົ້າເລີຍ.
\s5
\v 3 ແຕ່ຢ່າງໃດກໍຕາມ, ຂ້ານ້ອຍ ກໍຄວນ​ທູນ​ຕໍ່​ອົງ​ຜູ້​ຊົງ​ຣິດທານຸພາບ; ແລະຂ້ານ້ອຍ​ປາ­ຖະ­ຫນາໃຫ້ເຫດຜົນຕໍ່​​ພຣະ­ເຈົ້າ.
\v 4 ແຕ່ສ່ວນ​ເຈົ້າ ຈະປ້າຍສີຄວາມຈິງ​ດ້ວຍ​ການ​ຂີ້­ຕົວະ; ພວກເຈົ້າ​ທັງຫລາຍເປັນ​ແພດ​ທີ່​ໃຊ້​ບໍ່­ໄດ້.
\v 5 ໂອ, ພວກເຈົ້າຈະຢຶດຫມັ້ນໃນສັນຕິຂອງພວກເຈົ້າ! ​ນັ້ນ​ຈະ​ເປັນ​ສະ­ຕິ­ປັນ­ຍາ​ຂອງ​ພວກເຈົ້າ.
\s5
\v 6 ບັດນີ້ ຂໍ​ຟັງ​ການ​ຫາ​ເຫດ­ຜົນ​ຂອງ​ຂ້ອຍ; ​ຂໍ​ຟັງ​ຄຳ​ອ້ອນວອນ​ຂອງ​ຮິມ­ປາກ​ຂອງ​ຂ້ອຍ.
\v 7 ພວກເຈົ້າ​ທັງ­ຫລາຍ​ຈະ​ເວົ້າຢ່າງ​ຊົ່ວຮ້າຍ​ເພື່ອ​ພຣະ­ເຈົ້າ​ບໍ, ແລະ ພວກເຈົ້າຈະ​ເວົ້າ​ຄວາມ​ບໍ່​ຈິງ​ເພື່ອ​ພຣະ­ອົງ​ຢ່າງນັ້ນບໍ?
\v 8 ພວກເຈົ້າ​ທັງ­ຫລາຍ​ຈະ​ສະ­ແດງ​ຄວາມກະຣຸນາຕໍ່ພຣະອົງຈິງໆບໍ? ພວກກທ່ານຈະໂຕ້ຖຽງໃນສານໃນຖານະທະນາຍຄວາມ ເພື່ອ​ພຣະ­ເຈົ້າ​ຈິງໆບໍ?
\s5
\v 9 ເມື່ອ​ພຣະ­ອົງຊົງ​ໄດ້​ຄົ້ນ​ພົບພວກ​ເຈົ້າ ມັນຈະມີ​ຜົນດີ​ແກ່​ເຈົ້າ​ບໍ ຫລື​? ພວກເຈົ້າສາມາດ​ຈະ​ເຍາະ­ເຍີ້ຍ​ພຣະ­ອົງ​ໄດ້​ເຫມືອນ​ກັບທີ່ພວກເຈົ້າ​ເຍາະ­ເຍີ້ຍ​ມະ­ນຸດ​ໄດ້ຢ່າງນັ້ນບໍ?
\v 10 ພຣະ­ອົງ​ຈະ​ໄດ້​ລົງ­ໂທດພວກ​ເຈົ້າ​ທັງ­ຫລາຍ​ຢ່າງແນ່ນອນ ຖ້າ​ພວກເຈົ້າ​ສະ­ແດງ​ຄວາມ​ລຳ­ອຽງ​ຢ່າງ​ລັບໆ.
\s5
\v 11 ຄວາມສະຫງ່າຣາສີຂອງພຣະອົງ ​ຈະ​ບໍ່​ເຮັດ­ໃຫ້​ພວກເຈົ້າ​ຢ້ານ​ກົວເລີຍບໍ? ຄວາມຫນ້າຢ້ານກົວຂອງ​ພຣະ­ອົງ​ຈະ​ບໍ່​ຕົກ​ລົງມາເຫນືອພວກ​ເຈົ້າ​ເລີຍບໍ?
\v 12 ຄຳກ່າວທັງຫລາຍທີ່ໂດດເດັ່ນຂອງພວກເຈົ້າ ເປັນພຽງສຸພາສິດທີ່ເຮັດຈາກຂີ້­ເຖົ່າ; ການປ້ອງກັນຂອງພວກເຈົ້າເປັນການປ້ອງກັນເຮັດມາຈາກດິນ.
\s5
\v 13 ຂໍ​ຈົ່ງຍຶດຫມັ້ນໃນສັນຕິຂອງພວກເຈົ້າໄວ້, ປ່ອຍຂ້ອຍໄວ້ຕາມລຳພັງເຖີ້ນ, ເພື່ອ​ຂ້ອຍ​ຈະ​ເວົ້າ, ປ່ອຍໃຫ້​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ແກ່​ຂ້ອຍ ກໍ​ຂໍ​ໃຫ້​ເກີດ​ຖ້ອນ.
\v 14 ຂ້ອຍຈະກັດກິນຊີ້ນຂອງຂ້ອຍເອງ; ຂ້ອຍຈະເອົາຊີວິດຝາກໄວ້ໃນມືຂອງຂ້ອຍ.
\v 15 ເບິ່ງແມ, ​ພຣະ­ອົງຊົງ​ໄດ້​ປະ­ຫານ​ຂ້ານ້ອຍ​ເສຍ, ຂ້ານ້ອຍ​ຈະ​ບໍ່ມີຄວາມຫວັງຫລົງເຫລືອອີກ; ໃນທີ່ສຸດ, ຂ້ານ້ອຍ​ຈະປົກປ້ອງວິທີຂອງຂ້ານ້ອຍ​ຕໍ່ຫນ້າ​​ພຣະ­ອົງກໍບໍ່ໄດ້.
\s5
\v 16 ນີ້ຈະເປັນເຫດຜົນສຳລັບການພົ້ນຜິດຂອງຂ້ານ້ອຍ, ທີ່ຂ້ານ້ອຍບໍ່ໄດ້ມາຢູ່ຕໍ່ຫນ້າພຣະ­ອົງເຫມືອນກັນຄົນຊອບທັມ.
\v 17 ຂ້າແດ່ພຣະເຈົ້າ, ຂໍ​ຊົງຟັງ​ຖ້ອຍ­ຄຳ​ຂອງ​ຂ້ານ້ອຍ ດ້ວຍຄວາມເອົາໃຈໃສ່; ຂໍໃຫ້ຄຳປະກາດຂອງຂ້ານ້ອຍມາເຖິງຫູຂອງພຣະອົງ.
\s5
\v 18 ເບິ່ງ​ແມເວລານີ້, ຂໍໂຜດເບິ່ງ ຂ້ານ້ອຍໄດ້ຕັ້ງການປ້ອງກັນຂອງຂ້ານ້ອຍ; ຂ້ານ້ອຍຮູ້ຂ້ານ້ອຍ​ບໍ­ຣິ­ສຸດ.
\v 19 ໃຜ​ນໍ ຄວນຄົນທີ່ໂຕ້ຖຽງກັບຂ້ານ້ອຍໃນສານຫລື? ຖ້າຫາກພຣະອົງສະເດັດມາເພື່ອເຮັດສິ່ງນີ້, ແລະຖ້າຂ້ານ້ອຍໄດ້ຮັບການພິສູດວ່າຜິດແທ້, ແລ້ວຂ້ານ້ອຍຈະມິດ​ງຽບ​ຢູ່ ແລະຍອມມອບຊີວິດຂອງຂ້ານ້ອຍ.
\s5
\v 20 ຂ້າແດ່ພຣະເຈົ້າ, ຂໍຊົງເຮັດພຽງສອງສິ່ງເພື່ອຂ້ານ້ອຍ, ແລ້ວຂ້ານ້ອຍ​ຈະ​ບໍ່​ເຊື່ອງ​ຕົວ​ເອງຈາກ​ຫນ້າຂອງ​ພຣະ­ອົງ.
\v 21 ຂໍຈົ່ງຖອນ​ມືແຫ່ງການກົດຂີ່ຂອງພຣະອົງຈາກຂ້ານ້ອຍ, ແລະຂໍຊົງ​ຢ່າປ່ອຍໃຫ້ການຄຸກຄາມຂອງພຣະອົງໃຫ້ຂ້ານ້ອຍ​ຢ້ານ​ກົວ.
\v 22 ແລ້ວຂໍ​ຊົງ​ເອີ້ນ​ຂ້ານ້ອຍ, ແລ້ວ​ຂ້າ­ນ້ອຍ​ຈະ​ຂໍ​ຕອບ; ຫລື​ປ່ອຍ​ໃຫ້​ຂ້າ­ນ້ອຍ​ທູນຂໍຕໍ່ພຣະອົງ, ແລະ​​ພຣະ­ອົງ​ໄດ້​ຕອບ​ແກ່​ຂ້າ­ນ້ອຍ.
\s5
\v 23 ບັນ­ດາ​ຄວາມ​ຊົ່ວ­ຊ້າ ແລະ​ ຄວາມ​ຜິດ­ບາບ​ຂອງ​ຂ້າ­ນ້ອຍ​ມີ​ເທົ່າ­ໃດຫລື? ຂໍ​​ໃຫ້​ຂ້າ­ນ້ອຍ​ຮູ້​ເຖິງ​ການ​ກະທຳາຜິດ ແລະ​ຄວາມບາບ​ຂອງ​ຂ້າ­ນ້ອຍເຖີດ.
\v 24 ເປັນ­ຫຍັງ​ພຣະ­ອົງ​ຈິ່ງຊົງ​ຫັນ​ຫນ້າຂອງພຣະອົງຈາກຂ້ານ້ອຍ ແລະ​ຊົງປະຕິບັດຕໍ່ຂ້ານ້ອຍ​ເຫມືອນເປັນ​ສັດ­ຕຣູ​ຂອງ​ພຣະ­ອົງ?
\v 25 ພຣະ­ອົງ​ຈະຂົ່ມເຫັງຂ້ານ້ອຍທີ່ເປັນເຫມືອນ ​ໃບ​ໄມ້​ທີ່​ຖືກ​ລົມ­ພັດ​ຫັກ​ບໍ? ແລະ​ພຣະອົງຈະ​​ໄລ່​ຕິດ­ຕາມຂ້ານ້ອຍທີ່ເປັນເຫມືອນ​ເຟືອງ​ແຫ້ງນີ້​ບໍ?
\s5
\v 26 ເພາະ​ພຣະ­ອົງ​ຊົງໄດ້​ຈາ­ຣຶກ​ສິ່ງ​ທີ່ຂົມ­ຂື່ນຕ່າງໆ ເພື່ອ​ຕໍ່­ສູ້​ຂ້ານ້ອຍ; ແລະພຣະອົງເຮັດໃຫ້ຂ້ານ້ອຍຮັບມໍຣະດົກຄວາມຊົ່ວຮ້າຍຂອງ​ໄວ​ຫນຸ່ມຂອງຂ້ານ້ອຍ​ຢູ່.
\v 27 ພຣະອົງຊົງວາງຕີນຂອງຂ້ານ້ອຍໃນຫຸ້ນທັງຫລາຍ, ພຣະ­ອົງ​ໄດ້ເຝົ້າເບິ່ງທາງທັງຫລາຍຂອງຂ້ານ້ອຍຢ່າງໃກ້ຊິດ; ພຣະອົງຊົງກວດແຜ່ນດິນທີ່ຕີນຂອງຂ້ານ້ອຍໄດ້ຍ່າງ.
\v 28 ເຖິງແມ່ນວ່າ, ຂ້ານ້ອຍເປັນເຫມືອນສິ່ງເນົ່າເປື່ອຍທີ່ຕ້ອງຖິ້ມ, ເປັນເຫມືອນຜ້າທີ່ຖືກໂຕມອດກັດກິນກໍຕາມ.
\s5
\c 14
\cl ບົດທີ 14
\p
\v 1 ມະ­ນຸດ, ​ທີ່​ເກີດ​ມາ​ຈາກ​ຜູ້­ຍິງ, ຍ່ອມມີຊີວິດພຽງແຕ່ບໍ່​ພໍເທົ່າໃດມື້ ແລະ​ ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ­ຍາກ​ໃຈ.
\v 2 ລາວງອກ​ອອກ​ມາດິນ​ເຫມືອນກັບ​ດອກ­ໄມ້ດອກຫນຶ່ງ ແລະກໍ​ຖືກ​ຕັດ​ໃຫ້​ລົ້ມ­ລົງ; ­ເຂົາ​ຫນີ​ໄປ​ຄື​ເງົາ ແລະ​ ບໍ່­ຢູ່​ຕໍ່­ໄປ​ອີກ.
\v 3 ພຣະອົງ​ໄດ້​ເບິ່ງ​ສິ່ງເຫລົ່ານີ້​ບໍ? ພຣະອົງຊົງ​ນຳ​ຂ້າ­ນ້ອຍ​ເຂົ້າສູ່​ການ​ພິພາກ­ສາ​ຂອງ​ພຣະ­ອົງອີກ​ບໍ?
\s5
\v 4 ໃຜສາມາດນຳ​ສິ່ງ​ທີ່ສະ­ອາດ​ອອກ​ມາ​ຈາກບາງ​ສິ່ງ​ບໍ່​ສະ­ອາດ​ໄດ້ຢ່າງໃດ? ບໍ່ມີໃຜເຮັດຫຍັງເລີຍ?
\v 5 ວັນທັງຫລາຍຂອງມະນຸດ ກໍ​ຖືກ​ກຳ­ນົດ​ໄວ້​ແລ້ວ. ຈຳ­ນວນ​ເດືອນທັງຫລາຍ​ຂອງ​ເຂົາ​ກໍ​ຢູ່​ກັບ​ພຣະ­ອົງ; ພຣະ­ອົງ​ໄດ້​ຊົງກຳ­ນົດ​ຂອບ­ເຂດ​ຂອງ​ລາວ​ ວ່າລາວບໍ່ສາມາດ​ຜ່ານ­ໄປ​ໄດ້.
\v 6 ຂໍຊົງ​ໄດ້​ຫັນ​ຫນ້າ​ໄປ​ຈາກ​ລາວເພື່ອລາວຈະໄດ້ຢຸດພັກ, ເພື່ອລາວຈະໄດ້ຂົມຂື່ນໃນວັນຂອງລາວເຫມືອນກັບລູກຈ້າງຄົນຫນຶ່ງ ຖ້າຫາກລາວເຮັດໄດ້ເຊັ່ນນັ້ນ.
\s5
\v 7 ສິ່ງນັ້ນສາມາດເປັນຄວາມຫວັງໃຫ້ກັບຕົ້ນໄມ້ຫນຶ່ງ; ຖ້າຫາກມັນຖືກ​ຕັດ​ລົງ, ມັນ​ກໍ​ຈະ​ແຕກ​ຫນໍ່ຂຶ້ນ​ອີກ, ເພື່ອຕົ້ນ​ຫນໍ່​ອ່ອນ​ຂອງ​ມັນ​ຈະ​ບໍ່​ຫາຍໄປ.
\v 8 ເຖິງແມ່ນວ່າ ​ຮາກ​ຂອງ​ມັນ​ໃນແຜ່ນດິນຈະເຖົ້າ, ແລະເຫງົ້າ ​ຂອງ​ມັນ​ຈະ​ຕາຍ​ໃນ​​ດິນ,
\v 9 ແຕ່ມັນ­ໄດ້ກິນ​​ນ້ຳພຽງຈັກເລັກນ້ອຍ, ມັນກໍຈະ​ປົ່ງ​ ແລະ​ແຕກ​ກິ່ງ​ອອກ​ເຫມືອນ​ກັບຕົ້ນ­ໄມ້​ອ່ອນຕົ້ນຫນຶ່ງ.
\s5
\v 10 ແຕ່​ມະ­ນຸດທີ່​ຕາຍ; ເຂົາກໍກາຍເປັນຄົນອ່ອນແອ; ແທ້ຈິງແລ້ວ, ມະ­ນຸດ​ສິ້ນ​ລົມ​ຫາຍ­ໃຈ, ແລະ​­ເຂົາ​ຢູ່​ບ່ອນ​ໃດ​?
\v 11 ເຫມືອນນ້ຳໃນ​ທະ­ເລ­ສາບທີ່ແຫ້ງ​ໄປ, ແລະ​ເຫມືອນກັບແມ່­ນ້ຳທີ່ບໍ່ມີນໍ້າ ແລະ ກໍ​ເຫືອດ​ແຫ້ງ​.
\v 12 ດັ່ງນັ້ນຄົນລົ້ມລົງ ແລະ ບໍ່ລຸກຂຶ້ນມາອີກ. ຈົນກວ່າ​ທ້ອງ­ຟ້າທັງຫລາຍ​ບໍ່­ມີອີກຕໍ່ໄປ, ພວກ­ເຂົາຈະບໍ່​ຕື່ນ​ຂຶ້ນ ຫລື ຖືກປຸກຈາກການນອນຫລັບຂອງ​ພວກ­ເຂົາ​.
\s5
\v 13 ໂອ, ຫາກ​ພຣະ­ອົງ​ໄດ້​ເຊື່ອງ​ຂ້າ­ນ້ອຍ​ໄວ້​ໃນ​ແດນ​ຄົນ​ຕາຍ​ຈາກຄວາມຍາກລຳບາກຕ່າງໆ, ແລະສິ່ງພຣະອົງຈະຊົງຮັກສາ​ຂ້ານ້ອຍ​ໄວ້ໃນທີ່ສ່ວນຕົນ​ຈົນກວ່າ​ຄວາມໂກດຮ້າຍຂອງ​ພຣະ­ອົງ​ພົ້ນ​ໄປ, ທີ່​ພຣະອົງ​ຈະຕັ້ງກຳ­ນົດ​ເວ­ລາ​ໃຫ້​ຂ້າ­ນ້ອຍຢູ່ທີ່ນັ້ນ ແລະ​ຈາກນັ້ນຈຶ່ງຊົງລະ­ນຶກ​ເຖິງ​ຂ້າ­ນ້ອຍອີກ!
\v 14 ຖ້າ​ມະ­ນຸດຄົນຫນຶ່ງ​ຕາຍ​ແລ້ວ, ເຂົາຈະ​ມີ­ຊີ­ວິດ​ອີກ​ບໍ? ຖ້າຫາກມີໄດ້, ຂ້າ­ນ້ອຍກໍປາຖະຫນາທີ່​ຈະ​ຄອຍຖ້າ​​ຢູ່​ຕະ­ຫລອດໃນຊ່ວງເວລາອັນອ່ອນແອ​ຂອງ​ຂ້ານ້ອຍ ຈົນ​ກວ່າ​ການ​ປົດ​ປ່ອຍ​ຂອງ​ຂ້າ­ນ້ອຍ​ຈະ​ມາ​ເຖິງ.
\s5
\v 15 ພຣະ­ອົງ​ຈະ​ຊົງໄດ້​ເອີ້ນ, ແລະ ​ຂ້າ­ນ້ອຍ​ຈະ​ທູນ​ຕອບ​ພຣະອົງ. ພຣະ­ອົງ​ຈະຊົງມີຄວາມປາຖະຫນາສຳລັບການວາງແຜນແຫ່ງ​ມືຂອງ​ພຣະ­ອົງ.
\v 16 ​ພຣະ­ອົງຈະຊົງ​ນັບຈຳນວນ ແລະດູແລ​ບາດ­ກ້າວທັງຫມົດ​ຂອງ​ຂ້າ­ນ້ອຍ; ພຣະ­ອົງ​ຈະບໍ່­ຊົງໄດ້​ຈ້ອງ​ຈັບ​ຜິດຕາມຄວາມບາບຂອງ​ຂ້າ­ນ້ອຍ​.
\v 17 ການກະທຳຜິດ​ຂອງ​ຂ້າ­ນ້ອຍ ຈະຖືກ​ໃສ່​ໄວ້​ໃນ​ຖົງ​ທີ່​ປຣະ­ທັບ­ຕຣາ​ໄວ້; ແລະ​ພຣະ­ອົງຈະປົກປິດຄວາມ​ຊົ່ວ­ຊ້າ​ຂອງ​ຂ້າ­ນ້ອຍ​.
\s5
\v 18 ເຖິງວ່າ​ພູ­ເຂົາທັງຫລາຍລົ້ມ​​ລົງ ແລະ ສະລາຍ​ໄປ; ເຖິງວ່າກ້ອນ​ຫີນ​ທັງຫລາຍ​ຖືກ​ຍ້າຍ​ໄປ​ຈາກ​ບ່ອນ​ຂອງ​ມັນ;
\v 19 ນ້ຳທັງຫລາຍກັດ​ເຊາະກ້ອນ​ຫີນ​ໄປ; ນໍ້າທີ່ຖ້ວມຊຳລະລ້າງພັດເອົາ​ຂີ້ຝຸ່ນ​ອອກໄປຈາກແຜ່ນດິນໂລກ. ເຊັ່ນດຽວກັນກັບສິ່ງນີ້, ພຣະອົງຊົງ​​ທຳ­ລາຍ​ຄວາມ​ຫວັງ​ທັງຫລາຍຂອງ​ມະ­ນຸດ​.
\s5
\v 20 ພຣະ­ອົງປ່ອຍລາວໃຫ້ຜ່າຍແພ້ສະເຫມີ​, ແລະ ­ເຂົາ​ກໍ​ລ່ວງ​ລັບ​ໄປ; ພຣະ­ອົງ​ຊົງໄດ້​ປ່ຽນ​ໃບຫນ້າ​ຂອງ­ເຂົາ ແລະ ​ໄດ້​ສົ່ງ​ເຂົາ​ອອກໄປສູ່ຄວາມຕາຍ.
\v 21 ຖ້າບັນ­ດາ​ລູກ­ຊາຍ​ຂອງ​­ເຂົາ​ໄດ້­ຮັບ​ກຽຕ; ແລະ ​­ເຂົາ​ກໍ​ບໍ່​ຮູ້; ແລະຖ້າພວກ­ເຂົາ​ຖືກເຮັດໃຫ້​ຕົກ­ຕ່ຳ​ລົງ; ­ເຂົາ​ບໍ່​ຮູ້​ບໍ່​ເຫັນ.
\v 22 ເຂົາ​ຮູ້­ສຶກ​ໄດ້ພຽງ​ຄວາມ­ເຈັບປວດ​ໃນ​ຮ່າງກາຍ​ຂອງຕົນ, ແລະ​ ເຂົາໄດ້ແຕ່ຄໍ້າຄວນກັບຕົວເອງເທົ່ານັ້ນ.
\s5
\c 15
\cl ບົດທີ 15
\p
\v 1 ແລ້ວ​ເອ­ລີ­ຟັດ​ຊາວ​ເຕ­ມານໄດ້​ຕອບ ແລະເວົ້າ​ວ່າ,
\v 2 “ຄວນ​ທີ່​ຄົນ​ມີ​ປັນ­ຍາ​ຈະ​ຕອບ​ດ້ວຍ​ຄວາມ​ຮູ້ທີ່ໄຮ້ປະໂຫຍດ ແລະ​ຕື່ມເຕັມຕົວເອງດ້ວຍລົມ​ຕາ­ວັນ​ອອກ​ບໍ?
\v 3 ຄວນຫລື​ທີ່​ລາວຈະ​ໃຫ້ເຫດຜົນດ້ວຍການເວົ້າຈາອັນຫາປະໂຫຍດບໍ່ໄດ້ ໃນດ້ວຍຖ້ອຍຄຳທີ່ລາວບໍ່ສາມາດເຮັດໃຫ້ສິ່ງດີໃດໆເກີດຂຶ້ນໄດ້?
\s5
\v 4 ແທ້ຈິງແລ້ວ, ເຈົ້າ​ເຄົາລົບພຣະເຈົ້ານ້ອຍລົງ; ເຈົ້າຄັດຄ້ານການອຸທິດຕໍ່ພຣະອົງ.
\v 5 ເພາະ​ຄວາມຊົ່ວຮ້າຍຂອງເຈົ້າ ສອນປາກຂອງ​ເຈົ້າ; ​ເຈົ້າ​ເລືອກ​ເອົາ​ລີ້ນ​ຂອງ​ຄົນ​ສະ­ຫລາດ​ແກມ​ໂກງ.
\v 6 ບໍ່​ແມ່ນປາກຂອງຂ້ອຍ; ທີ່ຈິງແລ້ວ, ​ຮິມ­ປາກ​ຂອງ​ເຈົ້າຕ່າງຫາກ​ປັກ​ປ້ຳ​ເຈົ້າ​ເອງ.
\s5
\v 7 ເຈົ້າ​ເປັນ​ມະ­ນຸດ​ຄົນ​ທຳ­ອິດ​ທີ່​ເກີດ​ມາ​ບໍ? ​ເຈົ້າ​ໄດ້ເກີດຢູ່ກ່ອນ​ໂນນ­ພູທັງຫລາຍ​ບໍ?
\v 8 ເຈົ້າເຄີຍ​ໄດ້​ຟັງ​ຄວາມ​ຮູ້ອັນເລິກ­ລັບ​ຂອງ​ພຣະ­ເຈົ້າ​ບໍ? ​ເຈົ້າ​ຈຳ­ກັດ​ສະ­ຕິປັນຍາ​ໄວ້​ສະ­ເພາະ​ຕົວ​ເຈົ້າ​ບໍ?
\v 9 ເຈົ້າ​ຮູ້­ຈັກ​ຫຍັງ​ແດ່​ທີ່​­ເຮົາ​ບໍ່​ຮູ້​ບໍ? ແມ່ນຫຍັງຄືສິ່ງທີ່ເຈົ້າ​ເຂົ້າໃຈ​ທີ່​ພວກເຮົາບໍ່ເຂົ້າໃຈບໍ?
\s5
\v 10 ໃນ​ພວກ­ເຮົາທັງສອງຕ່າງກໍ​ມີ­​ຜົມ​ຫງອກ ແລະ​​ອາ­ຍຸ​ກໍຫລາຍຍິ່ງກວ່າພໍ່​ຂອງ​ເຈົ້າອີກ.
\v 11 ​ການເລົ້າ​ໂລມ​ຂອງ​ພຣະ­ເຈົ້າຫນ້ອຍເກີນໄປບໍ, ທີ່ໃຊ້ຄຳເວົ້າສຸພາບ​ອ່ອນ​ຫວານ​ຕໍ່ເຈົ້ານັ້ນ?
\s5
\v 12 ເຫດ​ໃດ​ຫົວໃຈຂອງເຈົ້າ​ຈຶ່ງ​ນຳເຈົ້າອອກຫ່າງໄປ? ເປັນຫຍັງດວງຕາຂອງເຈົ້າຈຶ່ງພຶບ,
\v 13 ດັ່ງນັ້ນເຈົ້າຈຶ່ງ​ຫັນ​ຈິດວິນຍານ​ຂອງ​ເຈົ້າ​ຕໍ່­ສູ້​ພຣະ­ເຈົ້າ ແລະ​ກ່າວຖ້ອຍ­ຄຳເຊັ່ນນັ້ນອອກມາຈາກ​ປາກ​ຂອງ​ເຈົ້າ?.
\v 14 ຄົນແບບໃດທີ່ເຂົາສົມຄວນໄດ້ຮັບການຊຳລະໃຫ້ສະອາດ? ຄົນແບບໃດທີ່ເກີດ​ມາຈາກ​ຜູ້­ຍິງຄົນຫນຶ່ງທີ່ເຂົາສົມຄວນເປັນຄົນຊອບທັມຫລື?
\s5
\v 15 ເບິ່ງ​ແມ, ພຣະ­ເຈົ້າ​ບໍ່­ໄດ້ຊົງ​ວາງ­ໃຈ ແມ່ນແຕ່​ຜູ້​ບໍ­ຣິ­ສຸດທັງຫລາຍ​ຂອງ​ພຣະ­ອົງ; ແທ້ຈິງແລ້ວ, ແລະທ້ອງຟ້າທັງຫລາຍ ​ກໍ​ບໍ່​ບໍ­ຣິ­ສຸດ​ໃນ​ສາຍ​ຕາ​ຂອງ​ພຣະ­ອົງ.
\v 16 ແລ້ວ​ຄົນຫນຶ່ງທີ່ ​ຄວາມ​ຊົ່ວ­ຊ້າ ແລະເສື່ອມທັມ, ກໍຍິ່ງສະອາດຫນ້ອຍກວ່ານັ້ນ​ເທົ່າ­ໃດ ຄົນທີ່ດື່ມ­​ຊົ່ວ­ຮ້າຍ​ເຫມືອນນໍ້າດື່ມ!
\s5
\v 17 ຂ້ອຍ​ຈະ​ສະ­ແດງ​ແກ່​ເຈົ້າເຫັນ; ຈົ່ງຟັງ​ຂ້ອຍ​; ຂ້ອຍ​ຈະ​ກ່າວ​ໃຫ້​​ຟັງສິ່ງ­ຕ່າງໆທີ່ຂ້ອຍ​ໄດ້​ເຄີຍເຫັນແກ່ເຈົ້າ,
\v 18 ສິ່ງຕ່າງໆ​ທີ່​ບັນດາຄົນ​ມີ​ປັນ­ຍາທີ່​ໄດ້ຮັບການຖ່າຍທອດມາກຈາກພໍ່ທັງຫລາຍຂອງພວກເຂົາ, ສິ່ງຕ່າງໆ ທີ່​ບັນ­ພະ­ບຸຣຸດ​ຂອງ​ພວກ­ເຂົາ ບໍ່­ເຄີຍ​ປິດ­ບັງ​ໄວ້.
\s5
\v 19 ທັງຫມົດນີ້ ຄືບັນດາບັນ­ພະ­ບຸຣຸດ​ຂອງ​ພວກ­ເຂົາ, ຜູ້​ດຽວທີ່ທີ່​ໄດ້­ຮັບ​ມອບ​ແຜ່ນ­ດິນ, ແລະທີ່ບໍ່ມີຄົນແປກຫນ້າຜ່ານໄປທ່າມກາງພວກເຂົາ.
\v 20 ຄົນ​ຊົ່ວ​ຮ້າຍເຈັບປວດ​ຕະ­ຫລອດວັນເວລາຂອງພວກເຂົາ, ຈຳນວນປີທັງຫລາຍທີ່ຖືກເກັບໄວ້​ ເພື່ອໃຫ້ຜູ້ກົດຂີ່ທຸກທໍຣະມານ.
\v 21 ສຽງແຫ່ງ​ຄວາມ​ຢ້ານ​ກົວ​ ກໍຢູ່­ໃນ​ຫູ​ຂອງ​ພວກ­ເຂົາ, ໃນຂະນະທີ່ເຂົາມີຄວາມຮຸ່ງເຮືອງ, ຜູ້​ທຳ­ລາຍ​ຈະ​ມາ​ເຫນືອລາວ.
\s5
\v 22 ເຂົາ​ບໍ່​ຄິດວ່າ​ເຂົາ​ຈະຫັນອອກໄປຈາກ​ຄວາມ​ມືດ; ດາບກໍຄອຍຖ້າລາວຢູ່.
\v 23 ­ເຂົາໄປສະຖານທີ່ຫລາກຫລາຍເພື່ອຫາອາຫານ, ເຂົາເວົ້າວ່າ, ​‘ມັນຢູ່​ທີ່​ໃດ? ­ເຂົາ​ຮູ້​ວ່າ​ວັນແຫ່ງຄວາມມືດນັ້ນ​ຢູ່​ພຽງ​ແຕ່​ເອື້ອມ​ມື.
\v 24 ຄວາມ­ລຳບາກ ແລະຄວາມທຸກ​​ຈະ​ເຮັດ­ໃຫ້ເຂົາ​ຢ້ານ​ກົວ; ພວກມັນມີອຳນາດໂຈມຕີເຂົາ, ເຫມືອນກັບກະສັດອົງຫນຶ່ງ​ຕຽມ​ພ້ອມ​ແລ້ວ​ສຳ­ລັບ​ການ​ເຮັດສົງຄາມ.
\s5
\v 25 ເພາະ​­ເຂົາ​ໄດ້​ຢຽດ​ມື​ຂອງ­ຕົນ​ອອກ​ຕໍ່­ສູ້​ພຣະ­ເຈົ້າ ແລະ​ໄດ້ປະພຶດຢ່າງຍິ່ງຜະຫຍອງຕໍ່ຜູ້ຊົງຣິດທານຸພາບ,
\v 26 ຄົນຊົ່ວຮ້າຍນີ້​ແລ່ນ​ເຂົ້າ​ໃສ່​ພຣະ­ອົງດ້ວຍຄໍທີ່ຕັ້ງຊັນ, ພ້ອມ­ກັບ​ໂລ່​ຫນາ.
\s5
\v 27 ນີ້ຄືຄວາມຈິງ, ເຖິງແມ່ນວ່າເຂົາ​ໄດ້​ປົກ​ຄຸມຫນ້າ​ຂອງ­ຕົນ​ດ້ວຍ​ຄວາມ​ອ້ວນ​ຂອງ­ຕົນ​ແລ້ວ ແລະ​ຮວບ­ຮວມ​ໄຂ­ມັນ​ມາ​ໄວ້​ທີ່​ບັ້ນ­ແອວ​ຂອງ​ພວກ­ເຂົາ​.
\v 28 ແລະ​ໄດ້ໃຊ້ຊີວິດ­ໃນ​ເມືອງ​ຮ້າງ​ເປົ່າ; ໃນ​ເຮືອນທັງຫລາຍທີ່​ບໍ່­ມີ​ຄົນອາ­ໄສຢູ່ດຽວນີ້ ແລະພ້ອມທີ່ຈະເປັນກອງຊາກຫັກພັງແລ້ວ.
\s5
\v 29 ­ເຂົາ​ຈະ​ບໍ່​ຮັ່ງ­ມີ; ຄວາມຮັ່ງມີຂອງ­ລາວຈະ​ບໍ່​ຫມັ້ນ­ຄົງ​ຢູ່; ແມ່ນແຕ່ເງົາຂອງລາວ ກໍຈະ​ບໍ່ຢູ່ຕະຫລອດໄປໃນ​ແຜ່ນ­ດິນໂລກນີ້.
\v 30 ລາວ​ຈະບໍ່ແຍກອອກຈາກຄວາມມືດມິດ; ແປວ­ໄຟອັນຫນຶ່ງ​ຈະ​ເຮັດ­ໃຫ້​ຫນໍ່​ຂອງ​ລາວ​ແຫ້ງ​ໄປ; ແລະ​ໂດຍ​ລົມ​ຫາຍ­ໃຈຈາກປາກຂອງພຣະເຈົ້າ​ຈະ​ຕ້ອງຫາຍ​ໄປ.
\s5
\v 31 ຢ່າ​ປ່ອຍໃຫ້​­ລາວໄວ້ວາງ­ໃຈ​ໃນສິ່ງຕ່າງໆທີ່ສູນເສຍເປົ່າ​, ການ​ຫລອກ­ລວງ​ຕົວ​ລາວ​ເອງ; ເພາະ​ການສູນເສຍເປົ້່າ ຈະເປັນລາງວັນຂອງລາວ.
\v 32 ມັນຈະເກີດຂຶ້ນກ່ອນ​ເວ​ລາ­​ຕາຍຂອງລາວຈະມາເຖິງ; ແລະ​ກິ່ງກ້ານ​ຂອງ​ລາວຈະ​ບໍ່​ຂຽວສົດ.
\v 33 ­ລາວຈະ​ຫລົ່ນເຫມືອນ​ກັບຫມາກອະ­ງຸ່ນ​ທີ່​ບໍ່ສຸກ; ລາວຈະຖິ້ມ​ດອກ​ບານທັງຫລາຍ​ຂອງ​ລາວເຫມືອນຕົ້ນຫມາກກອກ.
\s5
\v 34 ເພາະ­ວ່າ​ເພື່ອນຂອງຄົນບໍ່ຊອບທັມ​ນັ້ນ​ຈະ​ເປັນ​ຫມັນ; ​ໄຟ​ຈະ​ເຜົາ​ຜານ​ເຕັ້ນທີ່ຕິດສິນບົນຂອງພວກເຂົາ.
\v 35 ພວກ­ເຂົາ​​ຕັ້ງ­ທ້ອງ​ຄວາມ​ຊົ່ວຮ້າຍ ແລະເຮັດໃຫ້ກໍ່​ເກີດ​ຄວາມບໍ່ຊອບທັມ; ​​ມົດລູກຂອງ​ພວກ­ເຂົາ​ກໍ​ຕຽມ​ການ​ຫລອກ­ລວງ.”
\s5
\c 16
\cl ບົດທີ 16
\p
\v 1 ແລ້ວ​ໂຢບໄດ້​ຕອບ ແລະເວົ້າ​ວ່າ,
\v 2 “ຂ້ອຍ​ເຄີຍ​ໄດ້­ຍິນ​ສິ່ງຕ່າງໆນີ້​ມາ​ຫລາຍ​ແລ້ວ; ເຈົ້າ​ທຸກ​ຄົນ​ເປັນ​ຜູ້​ເລົ້າ​ໂລມ​ທີ່​ຫນ້າສັງເວດທີ່ສຸດ.
\v 3 ຖ້ອຍຄຳ​ລົມໆ​ແລ້ງໆທັງຫລາຍ​ຈະ​ມີທີ່ຈົບ​ສິ້ນ​ເມື່ອ­ໃດ​ຫນໍ? ມີສິ່ງໃດຜິດປົກກະຕິ ພວກເຈົ້າ​ທີ່ເຮັດໃຫ້​ຕອບ​ຢ່າງ​ນີ້ບໍ?
\s5
\v 4 ຂ້ອຍ​ສາມາດເວົ້າ​ເຫມືອນພວກ​ເຈົ້າ​ທັງ­ຫລາຍ​​ໄດ້​ຄື­ກັນ, ຖ້າ​ພວກເຈົ້າ​ຢູ່­ໃນທີ່ຂອງຂ້ອຍ. ຂ້ອຍສາມາດສະສົມ ແລະລວມຖ້ອຍຄຳຕ່າງໆ ມາເພື່ອໂຈມຕີພວກເຈົ້າ​ ແລະ​ສັ່ນ​ຫົວ​ຂອງ​ຂ້ອຍເຍາະ​ເຍີ້ຍ​ເຈົ້າໄດ້.
\v 5 ໂອ, ຂ້ອຍ​ຈະຫນູນໃຈພວກເຈົ້າດ້ວຍປາກຂອງ​​ຂອງ​ຂ້ອຍ​­ໄດ້ຢ່າງໃດ! ແລະ​ການ­ປອບໂຍນ​ຮິມ­ປາກ​ຂອງ​ຂ້ອຍ ຈະ​ລະ­ງັບ​ຄວາມ­ເຈັບ​ປວດ​ຂອງ​ເຈົ້າ​ກໍ­ໄດ້​ດ້ວຍ!
\s5
\v 6 ຖ້າ​ຂ້ານ້ອຍເວົ້າ, ຄວາມ­ເຈັບ​ປວດ​ຂອງ​ຂ້ານ້ອຍກໍ​ບໍ່​ລະ­ງັບລົງ; ຖ້າຂ້ານ້ອຍ​ມິດ​ງຽບ​ຢູ່, ຈະ​ຊ່ວຍ​ບັນ­ເທົາ​ຄວາມ­ເຈັບ​ປວດ​ຂອງ​ຂ້ານ້ອຍໄດ້​ບໍ?
\v 7 ແຕ່­ວ່າດຽວ­ນີ້​, ຂ້າແດ່ພຣະເຈົ້າ, ພຣະອົງ​ໄດ້​ເຮັດໃຫ້​ຂ້ານ້ອຍອ່ອນແຮງໄປ. ພຣະ­ອົງ​ໄດ້ເຮັດໃຫ້ຄອບຄົວຂອງຂ້ານ້ອຍໂສກເສົ້າ.
\v 8 ພຣະ­ອົງ​ໄດ້​ເຮັດໃຫ້ຂ້ານ້ອຍແຫ້ງຫ່ຽວໄປ, ຊຶ່ງມັນ​ເປັນ​ພະ­ຍານ​ປັກ​ປ້ຳ​ຂ້ານ້ອຍ; ແລະ​ຮ່າງກາຍທີ່ຈ່ອຍຜອມຂອງຂ້ານ້ອຍ​ກໍ​ລຸກ­ຂຶ້ນ​ປັກ​ປ້ຳ​ຂ້ານ້ອຍ, ແລະມັນ​ເປັນ​ພະ­ຍານ​ຕໍ່ຕ້ານໃບ​ຫນ້າ​ຂອງຂ້ານ້ອຍ.
\s5
\v 9 ພຣະ­ອົງ​ໄດ້​ຈີກຂ້ານ້ອ​ຍດ້ວຍຫນາມແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະ­ອົງ​ ແລະຊົງຂົ່ມເຫັງຂ້ານ້ອຍ ພຣະ­ອົງ​ໄດ້ຊົງ​ບິບບີ້ຂ້ານ້ອຍດ້ວຍ​ແຂ້ວ​ຂອງພຣະອົງ​; ສັດ­ຕຣູ​ຂອງ​ຂ້ານ້ອຍປີ້ນ​ຕາ​ຕໍ່­ສູ້​ຂ້ານ້ອຍ ໃນຂະນະທີ່ເຂົາຈີກຂ້ານ້ອຍເປັນຕ່ອນໆ.
\v 10 ຜູ້ຄົນໄດ້​ອ້າ​ປາກ​ໃສ່​ຂ້ານ້ອຍ; ພວກ­ເຂົາ​ໄດ້ຕົບ​ແກ້ມ​ປະ­ຈານ​ຂ້ານ້ອຍຢ່າງເສື່ອມເສຍ; ພວກ­ເຂົາໄດ້​ສຸມ​ຫົວ​ກັນ​ປັກ​ປ້ຳ​ຂ້ານ້ອຍ.
\s5
\v 11 ພຣະ­ເຈົ້າຊົງ​ໄດ້​ມອບ​ຂ້ານ້ອຍ​ໃຫ້​ແກ່​ຄົນ​ອະ­ທັມ ແລະຊົງ​ໄດ້​ໂຍນ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ຄົນ​ຊົ່ວ­ຮ້າຍ.
\v 12 ຂ້ານ້ອຍ​ໄດ້ເຄີຍຢູ່​ສຸກສະ­ບາຍ, ແຕ່ພຣະ­ອົງຊົງ​ໄດ້​ທຳລາຍ​ຂ້ານ້ອຍເສຍ. ແທ້ຈິງແລ້ວ, ພຣະອົງໄດ້ຊົງ​ຊຸກ​ຄໍ​ຂ້ານ້ອຍ ແລະ​ໄດ້ຊົງຟາດ​ຂ້ານ້ອຍ​ລົງ​ເປັນ​ຕ່ອນໆ; ພຣະ­ອົງຊົງ​ໄດ້​ຕັ້ງ​ຂ້ານ້ອຍ​ໃຫ້­ເປັນ​ເປົ້າ​ຂອງ​ພຣະ­ອົງດ້ວຍ.
\s5
\v 13 ເຫລົ່ານັກ​ຍິງທະ­ນູ​ຂອງ​ພຣະ­ອົງ​ອ້ອມ​ຂ້ານ້ອຍ; ພຣະ­ອົງ​ໄດ້​ແທງ​ແອວ​ຂອງ​ຂ້ານ້ອຍ ແລະ​ບໍ່ຊົງ­ໄດ້​ສົງສານຂ້ານ້ອຍ​ເລີຍ; ພຣະ­ອົງ​ໄດ້​ຖອກ​ນ້ຳ­ບີ​ຂອງ​ຂ້ານ້ອຍ​ລົງ​ເທິງ​ດິນ.
\v 14 ພຣະ­ອົງ​ໄດ​້ຊົງຊົນ​ກຳ­ແພງຂອງຂ້ານ້ອຍຄັ້ງແລ້ວຄັ້ງອີກ; ​ພຣະ­ອົງຊົງ​ໄດ້​ແລ່ນ​ເຂົ້າ​ໃສ່​ຂ້ານ້ອຍ​ເຫມືອນ​ນັກຮົບຄົນຫນຶ່ງ.
\s5
\v 15 ຜິວຫນັງຂອງຂ້ານ້ອຍກໍຖືກຫຍິບເຫມືອນ​­ກະ­ສອບ; ຂ້ານ້ອຍຖືກດັນເຂົ້າລົງໄປເຖິງພື້ນດິນ​.
\v 16 ໃບຫນ້າ​ຂອງ​ຂ້ານ້ອຍ​ເປັນສີແດງ​ດ້ວຍ​ການ​ຮ້ອງ­ໄຫ້; ເປືອກຕາຂອງຂ້ານ້ອຍເປັນເງົາ​ມັດ­ຈຸ­ຣາດ​.
\v 17 ເຖິງ­ແມ່ນວ່າ​ ບໍ່ມີຄວາມຮຸນແຮງໃນ​ມື​ຂອງ​ຂ້ານ້ອຍ​, ແລະ​ຄຳ​ອະ­ທິ­ຖານ​ຂອງ​ຂ້ານ້ອຍ​ກໍ​ບໍ­ຣິສຸດ.
\s5
\v 18 ແຜ່ນ­ດິນ­ໂລກ​ເອີຍ, ຢ່າ​ປິດ­ບັງ​ເລືອດ​ຂອງ​ຂ້ານ້ອຍ​ເລີຍ; ຢ່າ​ໃຫ້​ສຽງ­ຮ້ອງ​ຂອງ​ຂ້ານ້ອຍບໍ່​ມີ​ບ່ອນ​ຢຸດ​ພັກເຖີດ.
\v 19 ເບິ່ງ​ແມ, ແມ່ນວ່າບັດ­ນີ້, ​ພະ­ຍານ​ຂອງ​ຂ້ານ້ອຍ​ກໍ​ຢູ່​ເທິງທ້ອງຟ້າ; ເຂົາ​ຜູ້​ຮັບ­ຮອງ​ຂ້ານ້ອຍ​ກໍ​ຢູ່­ໃນ​ທີ່​ສູງ.
\s5
\v 20 ເພື່ອນທັງຫລາຍ​ຂອງ​ຂ້ານ້ອຍ​ດູ­ຫມິ່ນ​ຂ້ານ້ອຍ, ແຕ່ດວງ​ຕາ​ຂອງ​ຂ້ານ້ອຍ​ຖອກ​ນ້ຳ​ຕາ​ຕໍ່ພຣະ­ເຈົ້າ.
\v 21 ຂ້ານ້ອຍຮ້ອງຂໍ​ໃຫ້​ຜູ້ເປັນພະຍານໃນທ້ອງຟ້ານັ້ນໂຕ້ຖຽງ​​ກັບພຣະ­ເຈົ້າ ແທນຊາຍຄົນນີ້ ເຫມືອນ​ທີ່​ມະ­ນຸດຄົນຫນຶ່ງເຮັດໃຫ້ກັບພື່ອນບ້ານຂອງເຂົາ​.
\v 22 ເພາະເມື່ອ​ຫລາຍ​ປີຜ່ານໄປ, ຂ້ານ້ອຍ​ຈະ​ໄປ​ຍັງສະຖານທີ່ໆຂ້ານ້ອຍ​ຈະ​ບໍ່​ກັບມາອີກ.
\s5
\c 17
\cl ບົດທີ 17
\p
\v 1 ວິນຍານຂອງຂ້ານ້ອຍຖືກເຜົາຜານ, ແລະວັນ​ທັງຫລາຍ​ຂອງ​ຂ້ານ້ອຍ​ກໍ​ຈົບ­ລົງ; ຂຸມ​ຝັງ​ສົບກໍຕຽມພ້ອມສຳລັບຂ້ານ້ອຍ​ແລ້ວ.
\v 2 ແນ່ນອນເລີຍວ່າ ຈະຕ້ອງມີຄົນ​ທີ່​ເຍາະ­ເຍີ້ຍຂ້ານ້ອຍ; ​​ດວງຕາ​ຂອງ​ຂ້ານ້ອຍ ຕ້ອງ​ຈ້ອງເບິ່ງການ​ນິນ­ທາ​ຂອງ​ພວກ­ເຂົາສະເຫມີ.
\v 3 ບັດນີ້, ຂໍຊົງສັນຍາ, ຂໍຊົງເປັນຜູ້ຄໍ້າ​ປະ­ກັນເພື່ອຂ້ານ້ອຍດ້ວຍຕົວຂອງພຣະອົງເອງເຖີດ; ໃຜອີກ​ຢູ່​ບ່ອນ­ນັ້ນ​ທີ່​ຈະ­ຊ່ວຍຂ້ານ້ອຍໄດ້ຫລື?
\s5
\v 4 ຂ້າແດ່ພຣະເຈົ້າ, ເພາະ​ພຣະ­ອົງ​ໄດ້​ຊົງປິດ​ໃຈ​ຂອງ​ພວກ­ເຂົາ​​ຈາກ​ຄວາມ​ເຂົ້າ­ໃຈ; ສະ­ນັ້ນ, ພຣະ­ອົງ​ຈະ​ບໍ່­ໄດ້​ຍົກ­ຍ້ອງ​ພວກ­ເຂົາເຫນືອຂ້ານ້ອຍ.
\v 5 ເຂົາຜູ້​ປະນາມພວກເພື່ອນຂອງເຂົາ ເພືື່ອເຫັນແກ່ລາງວັນ, ດວງຕາຂອງລູກຫລານຂອງພວກເຂົາຈະ​ມືດ​ມົວ​ໄປ.
\s5
\v 6 ແດ່ພຣະ­ອົງ​ໄດ້ຊົງ​ກະ­ທຳ­ໃຫ້​ຂ້ານ້ອຍ​ເປັນ​ບ່ອນ​ນິນ­ທາ​ຂອງ​ຜູ້ຄົນ; ແລະ​ພວກ­ເຂົາ​ຖົ່ມ­ນ້ຳ­ລາຍ​ຫົດ​ຫນ້າ​ຂອງ​ຂ້ານ້ອຍ.
\v 7 ດວງ­ຕາ​ຂອງ​ຂ້ານອຍ​ໄດ້​ມືດ​ມົວ​ໄປ​ດ້ວຍ​ຄວາມ­ທຸກ​ໂສກ; ແລະ​ອະ­ໄວ­ຍະ­ວະ​ໃນຮ່າງກາຍຂອງຂ້ານ້ອຍທັງ​ຫມົດ​ກໍຈ່ອຍບາງ​ເຫມືອນ​ກັບ​ເງົາ.
\v 8 ຄົນ​ທີ່ສັດຊື່ທ່ຽງທັມ​ຈະຂາດສະຕິໄປເພາະສິ່ງນີ້; ແລະ​ຄົນທີ່​ບໍ່­ມີ​ຄວາມ​ຜິດ​ກໍ​ຈະ​ລຸກ­ຂຶ້ນ​ປັກ​ປ້ຳ​ຄົນ​ໜ້າ­ຊື່­ໃຈ­ຄົດທີ່ບໍ່ນັບຖືພຣະເຈົ້າ.
\s5
\v 9 ຄົນ​ຊອບ­ທັມຍັງ​ຈະ​ຍຶດ­ຫມັ້ນ​ຢູ່​ກັບ​ທາງ​ຂອງ­ຕົນ; ເຂົາຜູ້​ທີ່​ມີ​ມືທີ່​ສະ­ອາດ​ກໍ​ຈະ​ແຂງ­ແຮງ​ຫລາຍ​ຂຶ້ນ ແລະຫລາຍຂຶ້ນ.
\v 10 ແຕ່​ສຳລັບພວກ​ເຈົ້າທຸກ​ຄົນ​ຈົ່ງ​ມາ​ດຽວນີ້; ຂ້ານ້ອຍຈະ​ບໍ່​ພົບ​ຄົນ­ທີ່​ມີ​ປັນ­ຍາ​ຈັກ​ຄົນຫນຶ່ງ​ໃນ​ທ່າມກາງພວກ​ເຈົ້າ.
\s5
\v 11 ວັນທັງຫລາຍ​ຂອງ​ຂ້ານ້ອຍ​ກໍ​ຜ່ານ​ພົ້ນ​ໄປ, ແຜນ­ການ​ທັງຫລາຍຂອງ​ຂ້ານ້ອຍ​ກໍ​ກະຈັດກະຈາຍໄປ ແລະທັງຄວາມປາຖະຫນາແຫ່ງຫົວໃຈຂອງຂ້ານ້ອຍດ້ວຍ.
\v 12 ຜູ້ຄົນ​ເຫລົ່າ­ນັ້ນ, ​ຜູ້ເຍາະເຍີ້ຍເຫລົ່ານັ້ນ, ປ່ຽນຄໍ່າຄືນໃຫ້­ເປັນ​ກາງ­ເວັນ; ຄວາມສະຫວ່າງຢູ່ໃກ້ຄວາມມືດມິດ.
\s5
\v 13 ຕັ້ງແຕ່ຂ້ານ້ອຍເຫັນແດນ​ຄົນ​ຕາຍວ່າ​ເປັນເຫມືອນ​ເຮືອນ​ຂອງ​ຂ້ານ້ອຍ; ຂ້ານ້ອຍ​ໄດ້​ກາງ​ບ່ອນ​ນອນຂອງຂ້ານ້ອຍ​ໃນ​ຄວາມ​ມືດ.
\v 14 ຕັ້ງແຕ່ຂ້ານ້ອຍ​ໄດ້​ກ່າວຕໍ່ຂຸມເລິກວ່າ ‘ເຈົ້າ​ເປັນ​ພໍ່​ຂອງ​ຂ້ອຍ, ແລະ​ເວົ້າ­ກັບ​ຫນອນ​ວ່າ, ‘ເຈົ້າ​ເປັນ​ແມ່​ຂອງ​ຂ້ອຍ, ແລະ​ເປັນ​ເອື້ອຍ​ຂອງ​ຂ້ອຍ,
\v 15 ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ຢູ່​ທີ່​ໃດ? ໃຜທີ່ສາມາດເຫັນໄດ້, ເພື່ອເປັນຄວາມຫວັງໃຫ້ແກ່ຂ້ານ້ອຍໄດ້?
\v 16 ຄວາມ​ຫວັງ​ນັ້ນ​ຈະ​ລົງ​ໄປ​ທີ່​ດ່ານ​ປະ­ຕູ​ແດນ​ຄົນ​ຕາຍກັບຂ້ານ້ອຍ ເມື່ອເຮົາ​ກາຍເປັນ​ຂີ້­ຝຸ່ນ​ບໍ?”
\s5
\c 18
\cl ບົດທີ 18
\p
\v 1 ແລ້ວ​ບິນ­ດັດ ຄົນ​ຊູ­ອາໄດ້​ຕອບ ແລະເວົ້າ​ວ່າ,
\v 2 “ເມື່ອໃດທີ່ເຈົ້າຈະເຊົາເວົ້າ? ພິນິດເບິ່ງເຖີດ, ແລະຫລັງຈາກນັ້ນເຮົາຈຶ່ງຈະເວົ້າ.
\s5
\v 3 ເປັນ­ຫຍັງ​ພວກເຮົາ​ຈຶ່ງ​ຖືກ​ນັບ​ໃຫ້­ເປັນເຫມືອນ​ສັດຮ້າຍ; ເປັນ­ຫຍັງ​ພວກເຮົາ​ຈຶ່ງກາຍ​ເປັນ​ຄົນ​ໂງ່​ໃນ​ສາຍ­ຕາ​ຂອງ​ເຈົ້າ?
\v 4 ເຈົ້າ​ຜູ້​ຈີກ​ຕົວ​ຂອງ​ເຈົ້າ​ດ້ວຍ​ຄວາມ​ຮ້າຍ​ຂອງ​ເຈົ້າ, ​ແຜ່ນ­ດິນ­ໂລກສົມຄວນ​ຖືກ​ປະ​ຖິ້ມເພາະ​ເຈົ້າ​ ຫລື​ກ້ອນ​ຫີນທັງຫລາຍ​ຍ້າຍ​ອອກ​ຈາກ​ບ່ອນ​ຂອງ​ມັນ​ບໍ?
\s5
\v 5 ແທ້ຈິງ, ຄວາມ​ສະ­ຫວ່າງ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຖືກ​ດັບ​ມອດ​ໄປ ແລະ​ແປວ­ໄຟ​ຂອງ​ເຂົາ​ຈະ​ບໍ່​ສ່ອງ­ແສງ​ອີກ.
\v 6 ຄວາມ​ສະ­ຫວ່າງ​​ຈະຖືກເຮັດໃຫ້​ມືດໄປໃນເຕັນຂອງເຂົາ; ແລະ​ຕະ­ກຽງ​ຂອງ​ເຂົາທີ່ຕັ້ງເຫນືອເຂົາ​ຈະ​ດັບ​ມອດ​ໄປ.
\s5
\v 7 ບາດ­ກ້າວ​ອັນ​ແຂງ­ແຮງ​ຂອງ​ເຂົາກໍ​ຈະ​ສັ້ນ​ເຂົ້າ; ແລະ​ແຜນການທັງຫລາຍຂອງເຂົາ ຈະເຮັດໃຫ້ເຂົາລົ້ມລົງ.
\v 8 ເພາະ​ເຂົາຈະ​ຖືກ​ໂຍນ​ເຂົ້າ­ໄປ​ໃນ​ບ້ວງ­ແຮ້ວ​ດ້ວຍ​ຕີນ​ຂອງ​ເຂົາ​ເອງ ແລະ​ເຂົາຈະ​ຍ່າງ​ຢູ່​ເທິງ​ຂຸມກັບດັກ.
\s5
\v 9 ກັບ​ດັກອັນຫນຶ່ງ​ຈະ​ຈັບ​ສົ້ນ­ຕີນ​ຂອງ​ເຂົາ​ໄວ້; ບ້ວງແຮ້ວ​ຈະ​ມັດເຂົາໄວ້ໃຫ້ແຫນັ້ນ.
\v 10 ມີ​ບ້ວງ­ແຮ້ວ​ເຊື່ອງ​ຢູ່­ໃນ​ດິນ​ໄວ້​ດັກ​ຈັບ​ເຂົາ; ແລະບ້ວງມີ​ແຮ້ວ​​ເພື່ອຈັບເຂົາວາງ​ຕາມ​ທາງຂອງເຂົາ.
\v 11 ສິ່ງ​ຫນ້າ​ຢ້ານ​ຈະ​ເຮັດ­ໃຫ້​ເຂົາຢ້ານທຸກ­ດ້ານ; ພວກມັນຈະ​ໄລ່ຕາມ​ສົ້ນ­ຕີນ​ຂອງ​ເຂົາ.
\s5
\v 12 ຄວາມມັ່ງຄັ່ງຂອງ​ເຂົາ​ຈະຫັນໄປສູ່ຄວາມຫິວໂຫຍ, ແລະ​ພັຍ­ພິ­ບັດຈະພ້ອມທີ່ດ້ານຂ້າງຂອງ​ເຂົາ.
\v 13 ອະໄວຍະວະຕ່າງໆຂອງຮ່າງກາຍຂອງເຂົາ ​ຈະຖືກກັດ​ກິນ; ແທ້ຈິງແລ້ວ, ​ລູກ­ກົກ​ຂອງ​ຄວາມ​ຕາຍ​ຈະ​ກັດກິນອະໄວຍະວະທັງຫລາຍຂອງເຂົາ​.
\s5
\v 14 ເຂົາຖືກຈີກຂາດຈາກຄວາມປອດພັຍແຫ່ງເຕັນຂອງລາວ ແລະເດີນຂະບວນໄປສູ່ກະສັດແຫ່ງຄວາມສະຫຍົດສະຫຍອງ.
\v 15 ຜູ້ຄົນທີ່ບໍ່ປາຖະຫນາຈະອາໃສຢູ່ໃນເຕັນຂອງເຂົາ ຫລັງຈາກທີ່ພວກເຂົາເຫັນວ່າ ມີກຳມະຖັນກະຈັດກະຈາຍໄປທົ່ວເຕັນຂອງເຂົາ.
\s5
\v 16 ຮາກຕ່າງໆຂອງເຂົາຈະຂາດນໍ້າທີ່­ຢູ່​ທາງ​ລຸ່ມ​ຈະ​ແຫ້ງ​ໄປ; ກິ່ງຂອງເຂົາທີ່­ຢູ່​ເທິງຂຶ້ນໄປ​ຈະ​ຖືກ​ຕັດ​ອອກ.
\v 17 ຄວາມຊົງຈຳຂອງເຂົາຈະຕາຍໄປຈາກແຜ່ນດິນໂລກ; ເຂົາຈະບໍ່ມີຊື່ຢູ່­ໃນ​ຖະ­ຫນົນ.
\s5
\v 18 ເຂົາຈະຖືກ​ຂັບ­ໄລ່​ຈາກ​ຄວາມ​ສະ­ຫວ່າງ​ເຂົ້າ​ສູ່​ຄວາມ​ມືດ ແລະ​ຈະ​ຖືກ​ຂັບ​ໄລ່­ອອກ​ໄປ​ຈາກ​ແຜ່ນ­ດິນ­ໂລກນີ້.
\v 19 ເຂົາຈະ​ບໍ່­ມີ​ລູກ ຫລື​ຫລານ​ຊາຍທ່າມ­ກາງ​ຄົນຂອງເຂົາ, ຫລືບໍ່ມີຍາຕມິດຄົງ​ເຫລືອ​ຢູ່­ໃນ​ບ່ອນ​ທີ່​ເຂົາ​ເຄີຍ​​ຢູ່.
\v 20 ວັນຫນຶ່ງຄົນເຫລົ່ານັ້ນທີ່ອາໄສຢູ່ທາງທິດຕາເວັນຕົກ ຈະຖືກເຮັດໃຫ້ຂະຫຍອງຂັວນກັບສິ່ງທີ່ເກີດຂຶ້ນຕໍ່ເຂົາ; ຄົນເຫລົ່ານັ້ນທີ່ອາໄສຢູ່ທາງຕາເວັນອອກ ຈະຖືກເຮັດໃຫ້ສະທ້ານຢ້ານກົວໂດຍສິ່ງນີ້.
\s5
\v 21 ແນ່ນອນວ່ານັ້ນຄືບ້ານທັງຫລາຍຂອງຄົນບໍ່ຊອບທັມ, ສະຖານທີ່ທັງຫລາຍຂອງຄົນທີ່ບໍ່ຮູ້ຈັກພຣະເຈົ້າ.”
\s5
\c 19
\cl ບົດທີ 19
\p
\v 1 ແລ້ວໂຢບຈຶ່ງໄດ້ຕອບ ແລະເວົ້າວ່າ,
\v 2 ແລະທຳລາຍຂ້ານ້ອຍໃຫ້ເປັນຕ່ອນໆ ດ້ວຍຄຳເວົ້າຂອງທ່ານອີກດົນປານໃດ?
\s5
\v 3 ທ່ານ​ໄດ້​ຫມິ່ນ­ປະ­ຫມາດ​ຂ້ານ້ອຍ​ຢ່າງນີ້ສິບຄັ້ງແລ້ວ; ແລະ​ທ່ານໄດ້​ດ່າ​ຂ້ານ້ອຍຢ່າງ​ບໍ່​ລະ­ອາຍ​ເລີຍ ຫລືທີ່ເຈົ້າໄດ້ປະຕິບັດຕໍ່ຂ້ານ້ອຍຢ່າງຫຍາບຄາຍນີ້.
\v 4 ຖ້າຫາກເປັນຄວາມຈິງທີ່ຂ້ານ້ອຍໄດ້ເຮັດຜິດ, ຄວາມຜິດຂອງຂ້ານ້ອຍກໍຍັງຄົງເປັນຄວາມກັງວົນຂອງຂ້ານ້ອຍເອງ.
\s5
\v 5 ຖ້າຫາກເປັນຄວາມຈິງທິ່ເຈົ້າ​ຈະຍົກຕົວເອງຂຶ້ນເຫນືອຂ້ານ້ອຍ ແລະໃຊ້ຄວາມ​ຍາກ​ລຳ­ບາກ​ຂອງຂ້ານ້ອຍໂຈມຕີຂ້ານ້ອຍ.
\v 6 ແລ້ວເຈົ້າສົມຄວນຮູ້ວ່າພຣະເຈົ້າໄດ້ຊົງກະທຳສິ່ງທີ່ຜິດຕໍ່ຂ້ານ້ອຍ ແລະໄດ້​ຊົງ​ຈັບ​ຂ້ານ້ອຍໄວ້ໃນບ້ວງ​ແຮ້ວ​ຂອງພຣະອົງ.
\s5
\v 7 ເບິ່ງແມ, ຂ້ານ້ອຍຮ້ອງຂໍວ່າ, "ຮຸນແຮງ!", ແຕ່ຂ້ານ້ອຍບໍ່ໄດ້ຮັບຄຳຕອບຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອ ແຕ່ບໍ່ມີຄວາມຍຸຕິທັມເກີດຂຶ້ນ.
\v 8 ພຣະ­ອົງ​ຊົງໄດ້ປິດລ້ອມ​ທາງ​ຂອງຂ້ານ້ອຍເພື່ອວ່າຂ້ານ້ອຍຈະບໍ່ສາມາດຜ່ານໄປໄດ້, ແລະພຣະອົງໄດ້ຊົງຕັ້ງຄວາມມືດໃນວິທີຂອງຂ້ານ້ອຍ.
\v 9 ພຣະ­ອົງ​ໄດ້ຊົງ​ປົດເປື້ອງສັກສີຂອງຂ້ານ້ອຍ ແລະ​ພຣະອົງໄດ້ຊົງ​ຖອດມົງກຸດອອກຈາກຫົວຂອງຂ້ານ້ອຍ.
\s5
\v 10 ພຣະ­ອົງ​ຊົງ​ທຳ­ລາຍ​ຂ້ານ້ອຍ​ໃນ​ທຸກ​ດ້ານ, ແລະຂ້ານ້ອຍໄດ້ຈາກໄປ; ພຣະ­ອົງ​ຊົງ​ຮື້​ຖອນ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ເຫມືອນກັບຖອນຕົ້ນໄມ້ຕົ້ນຫນຶ່ງ.
\v 11 ພຣະ­ເຈົ້າ​ໄດ້ຊົງ​ພິ­ໂຣດ​ຂ້ານ້ອຍ​ຢ່າງ​ຮ້າຍ­ແຮງເພື່ອໂຈມຕີຂ້ານ້ອຍ; ພຣະອົງໄດ້ຊົງ​ນັບວ່າຂ້ານ້ອຍເປັນ​ເຫມືອນຫນຶ່ງໃນບັນດາ​ສັດ­ຕຣູ​ຜູ້​ຮ້າຍ​ກາດ​ຂອງ​ພຣະອົງ.
\v 12 ກອງທະຫານຂອງພຣະ­ອົງມາຮ່ວມກັນ; ພວກເຂົາສຸມກອງດິນເພື່ອໂຈມຕີຂ້ານ້ອຍ ແລະ​ຕັ້ງຄ້າຍປິດ​ລ້ອມ​ເຕັນ​ຂອງ​ຂ້ານ້ອຍ​ໄວ້.
\s5
\v 13 ພຣະ­ເຈົ້າ​ຊົງ​ເຮັດ­ໃຫ້​ພີ່­ນ້ອງ​ຂອງຂ້ານ້ອຍຫ່າງໄກຈາກ​ຂ້ານ້ອຍ; ບັນດາຄົນຮູ້ຈັກຂ້ານ້ອຍ​​ກໍເລີ້ມ​ຫັນ​ຫນີ​ຈາກ​ຂ້ານ້ອຍ.
\v 14 ພວກຍາຕ​ພີ່­ນ້ອງ​ຂ້ານ້ອຍ ໄດ້ເຮັດໃຫ້ຂ້ານ້ອຍຜິດຫວັງ; ​ເພື່ອນ​ຝູງ​ສະຫນິດ ໄດ້ຫລົງລືມ​ຂ້ານ້ອຍ;
\s5
\v 15 ຄົນເຫລົ່ານັ້ນ ທີ່ຄັ້ງຫນຶ່ງເຄີຍອາໄສເປັນແຂກໃນບ້ານຂອງຂ້ານ້ອຍ ແລະ​ສາວ​ໃຊ້​ທັງຫມົດຂອງຂ້ານ້ອຍ ເຫັນຂ້ານ້ອຍເປັນຄົນແປກຫນ້າ; ​​ຂ້ານ້ອຍ​ເຫມືອນ​ຄົນ​ຕ່າງ​ດ້າວໃນສາຍຕາຂອງພວກເຂົາ.
\v 16 ຂ້ານ້ອຍເອີ້ນທາດຂອງຂ້ານ້ອຍ, ແຕ່ເຂົາບໍ່ຕອບຂ້ານ້ອຍເຖິງແມ່ນວ່າຂ້ານ້ອຍອ້ອນວອນເຂົາດ້ວຍຄຳເວົ້າຂອງຂ້ານ້ອຍກໍຕາມ.
\s5
\v 17 ລົມຫາຍໃຈຂອງຂ້ານ້ອຍ ເປັນທີ່ຫນ້າລັງກຽດຕໍ່ເມຍ​ຂອງ​ຂ້ານ້ອຍ; ຂ້ານ້ອຍເປັນທີ່ກິ່ນເຫມັນສະອິດສະອຽນ ແມ້ແຕ່ຄົນເຫລົ່ານັ້ນທີ່ໄດ້ເກີດມາຈາກທ້ອງແມ່ຂອງຂ້ານ້ອຍ.
\v 18 ແມ້ແຕ່ເດັກ ຫນຸ່ມທັງຫລາຍ ​ກໍຍັງດູຫມິ່ນ​ຂ້ານ້ອຍ; ຖ້າຂ້ານ້ອຍລຸກຂຶ້ນເວົ້າ, ພວກເຂົາເວົ້າໂຈມຕີຂ້ານ້ອຍ,.
\v 19 ຄົນເຫລົ່ານັ້ນ ທີ່ຂ້ານ້ອຍຮັກໄດ້ຫັນມາໂຈມຕິຂ້ານ້ອຍ.
\s5
\v 20 21 ກະດູກທັງຫລາຍຂອງຂ້ານ້ອຍຕິດກັບຫນັງ ແລະຊີ້ນຂອງຂ້ານ້ອຍ, ຂ້ານ້ອຍມີຊີິວິດລອດພຽງຫນັງຫຸ້ມແຂ້ວຂອງຂ້ານ້ອຍເທົ່ານັ້ນ.
\v 21 ແລະຂໍຈົ່ງສົງສານຂ້ານ້ອຍເພື່ອນທັງຫລາຍຂອງຂ້ານ້ອຍ. ເພາະພຣະຫັດຂອງພຣະເຈົ້າໄດ້ຊົງແຕະຕ້ອງຂ້ານ້ອຍແລ້ວ.
\v 22 ເຫມືອນກັບວ່າເຈົ້າເປັນ​ພຣະ­ເຈົ້າລະ? ເປັນ­ຫຍັງ​ເຈົ້າ​ຈຶ່ງ​ບໍ່​ພໍ­ໃຈ​ກັບ​ການເຜົາຜານຊີ້ນຂອງຂ້ານ້ອຍ?
\s5
\v 23 ໂອ, ທີ່ຖ້ອຍຄຳທັງຫລາຍຂອງຂ້ານ້ອຍໄດ້ຖືກບັນທຶກເອົາໄວ້! ໂອ, ຖ້າພວກມັນໄດ້ຖືກ​ບັນ­ທຶກໄວ້ໃນຫນັງສືເຫລັ້ມຫນຶ່ງ!
\v 24 ໂອ, ດ້ວຍເຫລັກ ແລະກົ່ວ ພວກມັນໄດ້ຖືກສະຫລັກໃນກ້ອນຫີນຊົ່ວນິຣັນດອນ!
\s5
\v 25 ແຕ່ສຳລັບຂ້ານ້ອຍແລ້ວ, ຂ້ານ້ອຍຮູ້ວ່າພຣະຜູ້ໄຖ່ຂ້ານ້ອຍ ຊົງມີຊີິວິດຢູ່, ແລະພຣະອົງຈະຊົງຢືນຢູ່ເທິງແຜ່ນດິນໂລກໃນທີ່ສຸດ;
\v 26 ຫລັງຈາກທີ່ຜິວຫນັງຂອງຂ້ານ້ອຍ, ຄືຮ່າງກາຍນີ້, ຖືກທຳລາຍໄປແລ້ວ, ໃນຊີ້ນຫນັງຂອງຂ້ານ້ອຍ. ຂ້ານ້ອຍ​ຈະ​ເຫັນ​ພຣະ­ເຈົ້າ
\v 27 ຂ້ານ້ອຍ​ຈະ​ເຫັນ​ພຣະ­ເຈົ້າດ້ວຍ​ຕາ​ຂ້ານ້ອຍ​ເອງ-ຄືຂ້ານ້ອຍ, ແລະບໍ່ແມ່ນຄົນອື່ນ. ຫົວໃຈຂອງຂ້ານ້ອຍແຕກສະຫລາຍພາຍໃນຂ້ານ້ອຍ.
\s5
\v 28 ຖ້າຫາກເຈົ້າເວົ້າວ່າ, 'ພວກ­ເຮົາຈະຂົ່ມເຫັງເຂົາໄດ້​ຢ່າງ­ໃດ! ຮາກແຫ່ງຄວາມທຸກທັງຫລາຍຂອງເຂົາ ຝັງຢູ່ໃນຕົວເຂົາຕ່າງຫາກ.'
\v 29 ຢ່າງນັ້ນແລ້ວ ຈົ່ງ​ຢ້ານ​ກົວ​ດາບເຖີດ, ເພາະ ພຣະ­ພິ­ໂຣດນຳມາຊຶ່ງການລົງໂທດດ້ວຍດາບ, ເພື່ອ​ວ່າເຈົ້າ​ຈະ​ຮູ້­ວ່າມີ​ການ​ພິພາກສາ."
\s5
\c 20
\cl ບົດທີ 20
\p
\v 1 ແລ້ວ​ໂຊ­ຟາ​ຊາວ​ນາ­ອາ­ມາໄດ້​ຕອບ​ ແລະເວົ້າວ່າ,
\v 2 “ເພາະ​ຄວາມ​ຄິດ​ຂອງ​ຂ້ານ້ອຍ ເຮັດໃຫ້ຂ້ານ້ອຍຕອບຄວາມ​ຮີບ​ຮ້ອນເພາະຄວາມກັງວົນທີ່ຢູ່ພາຍໃນຂ້ານ້ອຍ.
\v 3 ຂ້ານ້ອຍ​ໄດ້​ຟັງ​ຄຳ​ຕິ­ຕຽນ​ທີ່​ຫມິ່ນ­ປະ­ຫມາດທີ່ບໍ່ໃຫ້ກຽຕຂ້ານ້ອຍແລ້ວ, ແຕ່ວິນຍານຫນຶ່ງຈາກຄວາມເຂົ້າໃຈຂອງຂ້ານ້ອຍຕອບຂ້ານ້ອຍ.
\s5
\v 4 ເຈົ້າບໍ່ຮູ້ຄວາມຈິງນີ້ຈາກຍຸກໂບຮານ ເມື່ອພຣະເຈົ້າຊົງວາງມະນຸດໄວ້ເທິງແຜ່ນດິນໂລກນີ້:
\v 5 ທີ່​ຊັຍ­ຊະ­ນະ​ຂອງ​ຄົນ​ຊົ່ວ​ນັ້ນ​ສັ້ນ, ແລະ​ຄວາມ​ຍິນດີຂອງຄົນທີ່ບໍ່ນັບຖືພຣະເຈົ້າ ກໍຢູ່ພຽງຊົ່ວຂະນະຫນຶ່ງຫລື?
\s5
\v 6 ເຖິງ​ແມ່ນວ່າ ​ຄວາມ​ສູງ​ຂອງລາວ​ຂຶ້ນ​ໄປ​ເຖິງ​ທ້ອງຟ້າທັງຫລາຍ ແລະ​ຫົວ​ຂອງ​ເຂົາໄປ​ເຖິງ​ຫມູ່​ເມກທັງຫລາຍ.
\v 7 ແຕ່ຄົນເຊັ່ນນີ້ຈະຈິບຫາຍໄປຢ່າງຖາວອນ ເຫນືອນກັບຫນ້າຂອງລາວເອງ; ຄົນເຫລົ່ານັ້ນທີ່ໄດ້ເບິ່ງເຫັນລາວຈະເວົ້າວ່າ, ‘ເຂົາ​ຢູ່​ທີ່​ໃດບໍ?
\s5
\v 8 ເຂົາ​ຈະ​ບິນ​ໄປ​ຄື​ຄວາມ​ຝັນ ແລະ​ຈະ​ບໍ່­ຖືກຄົ້ນພົບ, ອັນທີ່ຈິງແລ້ວ, ເຂົາຈະຖືກໄລ່ອອກໄປ​ເຫມືອນກັບນິມິດຍາມຄໍ່າ­ຄືນ.
\v 9 ດວງ­ຕາ​ທີ່ໄດ້​ເຫັນ​ເຂົາຈະ​ບໍ່​ເຫັນ​ເຂົາ​ອີກຕໍ່ໄປ; ສະຖານທີ່ຂອງເຂົາຈະບໍ່ເຫັນເຂົາອີກຕໍ່ໄປ.
\s5
\v 10 ລູກ­ທັງຫລາຍ​ຂອງ​ເຂົາຈະ​ຂໍໂທດຕໍ່ຄົນຍາກຈົນ; ມືທັງສອງຂອງເຂົາ ຈະຕ້ອງມອບຄວາມມັ່ງຄັ່ງຂອງເຂົາຄືນໃຫ້.
\v 11 ກະ­ດູກທັງຫລາຍ​ຂອງເຂົາຈະ​ເຕັມ​ໄປ​ດ້ວຍກຳລັງຂອງຄົນຫນຸ່ມ, ແຕ່ມັນຈະນອນລົງໄປພ້ອມກັບເຂົາ​ໃນ​ຂີ້­ຝຸ່ນ​ດິນ.
\s5
\v 12 ເຖິງ​ແມ່ນວ່າ­ ຄວາມ​ຊົ່ວຮ້າຍ​ຈະ​ຫວານ​ຢູ່­ໃນ​ປາກ​ຂອງ​ເຂົາ, ເຖິງແມ່ນວ່າ ລາວເຊື່ອງມັນ­ໄວ້​ກ້ອງ​ລີ້ນ​ຂອງ​ລາວ,
\v 13 ເຖິງແມ່ນວ່າລາວຢຶດມັນໄວ້ທີ່ນັ້ນ ແລະບໍ່ຍອມປ່ອຍມັນໄປ, ແຕ່​ອົມ​ໄວ້​ໃນ​ປາກ​ຂອງ​ເຂົາ-
\v 14 ອາ­ຫານໃນລຳໃສ້ຂອງລາວຈະກາຍເປັນຣົດຂົມ; ມັນກາຍເປັນພິດ ເຫມືອນພິດງູຢູ່ພາຍໃນລາວ.
\s5
\v 15 ລາວກືນຄວາມມັ່ງຄັ່ງລົງ​ໄປ, ແຕ່​ລາວຈະ​ຮາກ​ມັນ​ອອກ​ມາ​ອີກ; ພຣະ­ເຈົ້າ​ຈະ​ໂຍນພວກ​ມັນ​ອອກ​ມາ​ຈາກ​ທ້ອງ​ຂອງລາວ.
\v 16 ລາວຈະ​ດູດ​ພິດ​ຂອງ​ງູ​; ລີ້ນ​ຂອງ​ງູ­ທີ່ມີພິດຮ້າຍ​ຈະ​ຂ້າ​ລາວເສຍ.
\s5
\v 17 ລາວ​ຈະ​ບໍ່ມີຄວາມສຸກກັບ​ສາຍນ້ຳຕ່າງໆ, ​ກະແສນໍ້າແຮງແຫ່ງນ້ຳເຜິ້ງ ແລະເນີຍເເຫລວ.
\v 18 ລາວຈະ​ສົ່ງ​ຄືນ​ຫມາກໄມ້ຈາກການເຮັດວຽກຫນັກຂອງລາວ ແລະຈະບໍ່ສາມາດກິນມັນໄດ້. ລາວຈະບໍ່ມີຄວາມສຸກກັບຄວາມມັ່ງຄັ່ງທີ່ຫາມາຈາກການຄ້າຂອງລາວ.
\v 19 ເພາະ​ລາວໄດ້​ບຽດ­ບຽນ ແລະ​ປະ​ຖິ້ມ​ຄົນ​ຍາກ­ຈົນ; ລາວໄດ້ໃຊ້ຄວາມຮຸນແຮງ ເພື່ອ​ຢຶດ​ເຮືອນທັງຫລາຍທີ່ລາວ​ບໍ່­ໄດ້​ສ້າງ.
\s5
\v 20 ເພາະລາວບໍ່ຮູ້ຈັກພິ່ງພໍໃຈກັບຕົວເອງ, ລາວຈະບໍ່ສາມາດເກັບຮັກສາສິ່ງໃດທີ່ລາວພໍໃຈເອົາໄວ້.
\v 21 ເຫດ​ສະ­ນັ້ນ ບໍ່­ມີສິ່ງໃດຫລົງເຫລືອທີ່ລາວບໍ່ໄດ້ຜານ; ດັ່ງນັ້ນຄວາມຮຸ່ງເຮືອງຂອງລາວຈະບໍ່ຄົງຢູ່.
\v 22 ໃນຄວາມອຸດົມສົມບູນແຫ່ງຄວາມມັ່ງຄັ່ງຂອງລາວ; ລາວຈະລົ້ມລົງໃນຄວາມທຸກຍາກ ມືຂອງທຸກຄົນທີ່ຢູ່ໃນຄວາມຍາກຈົນຈະມາໂຈມຕີລາວ.
\s5
\v 23 ເມື່ອລາວຈະ​ເຕີມ​ທ້ອງ​ຂອງ​ເຂົາໃຫ້​ເຕັມ, ພຣະ­ເຈົ້າ​ຈະ​ໄດ້​ສົ່ງ​ຄວາມອຳມະຫິດແຫ່ງພຣະ​ພິ­ໂຣດ​ມາ​ເຖິງເຂົາ; ພຣະເຈົ້າຈະຖອກຝົນແຫ່ງພຣະພິໂຣດລົງມາເຖິງເຂົາໃນຂະນະທີ່ເຂົາກຳລັງກິນອາຫານ​ຢູ່.
\v 24 ເຖິງແມ່ນວ່າ ຊາຍຄົນນັ້ນຈະຫນີໄປຈາກ​ອາ­ວຸດ​ເຫລັກ, ຄັນ​ທະ­ນູ​ທອງເຫລືອງ​ຈະ​ຍິງເຂົາ.
\v 25 ລູກທະນູຈະແທງຫລັງຂອງເຂົາ ແລະຈະທະລຸອອກມາ; ອັນທີ່ຈິງ, ຈຸດທີ່ຄົມແຫລມຈະ​ອອກ​ມາ​ຈາກ​ຕັບ​ຂອງເຂົາ; ຄວາມ​ຫນ້າ​ຢ້ານ​ມາ​ເຖິງ​ເຂົາ.
\s5
\v 26 ຄວາມ​ມືດສະຫນິດຕຽມໄວ້ສຳລັບຊັບສົມບັດຂອງລາວ; ໄຟ​ທີ່​ບໍ່​ຕ້ອງ​ເປົ່າຈະ​ເຜົາຜານລາວ; ມັນຈະເຜົາຜານສິ່ງທີ່ຫລົງເຫລືອຢູ່ໃນ​ເຕັນ​ຂອງ​ລາວ.
\v 27 ຟ້າ­ສະ­ຫວັນ​ຈະ​ສະ­ແດງ​ຄວາມ​ຊົ່ວ­ຊ້າ​ຂອງ​ລາວ ແລະ​ແຜ່ນ­ດິນ­ໂລກ​ຈະ​ລຸກ­ຂຶ້ນ​ຕໍ່­ສູ້​ລາວໃນຖານະພະຍານຜູ້ຫນຶ່ງ.
\s5
\v 28 ຄວາມມັ່ງຄັ່ງແຫ່ງເຮືອນຂອງລາວ ຈະຖືກກວາດໄປ; ສິນຄ້າຂອງລາວຈະໄຫລອອກໄປໃນວັນແຫ່ງພຣະພິໂຣດຂອງພຣະເຈົ້າ.
\v 29 ນີ້​ເປັນ​ຊະຕາຂອງຄົນຊົ່ວຮ້າຍຈາກພຣະເຈົ້າ, ​ມໍ­ຣະ­ດົກ​ທີ່​ສຳຮອງໄວ້ສຳລັບລາວໂດຍພຣະເຈົ້າ​.”
\s5
\c 21
\cl ບົດທີ 21
\p
\v 1 ແລ້ວ​ໂຢບໄດ້​ຕອບ ແລະເວົ້າ​ວ່າ,
\v 2 “ຂໍ​ຈົ່ງຟັງ​ຖ້ອຍ­ຄຳ​ຂອງ​ຂ້ານ້ອຍໃຫ້ດີ ແລະຂໍ​ໃຫ້​ຄຳ​ເວົ້ານີ້ເປັນການ​ປອບໂຍນ­ໃຈທີ່​ຂ້ານ້ອຍມອບໃຫ້ແກ່ຂ້ານ້ອຍເຖີດ.
\v 3 ຕໍ່ກອນກັບຂ້ານ້ອຍເຖີດ, ແລະຂ້ານ້ອຍ​ຈະ​ເວົ້າດ້ວຍເຊັ່ນກັນ; ຫລັງຈາກທີ່ຂ້ານ້ອຍເວົ້າແລ້ວ, ກໍ​ຈົ່ງເຍາະ­ເຍີ້ຍ​ຕໍ່­ໄປ​ສາ.
\s5
\v 4 ສ່ວນ​ຂ້ານ້ອຍ​ແລ້ວ, ຂ້ານ້ອຍໄດ້ຈົ່ມວ່າບຸກຄົນຫນຶ່ງຫລື? ເປັນຫຍັງຂ້ານ້ອຍຈຶ່ງບໍ່ສົມຄວນທີ່ຈະອົດທົນ?
\v 5 ຈົ່ງ​ເບິ່ງຂ້ານ້ອຍ ແລະ​ຈົ່ງ​ປະ­ຫລາດ​ໃຈ​ສາ ແລະ​​ຈົ່ງ​ເອົາ​ມືຂອງເຈົ້າ​ປິດ​ປາກ​ຂອງ​ເຈົ້າໄວ້.
\v 6 ເມື່ອ​ຂ້ານ້ອຍລະ­ນຶກ​ເຖິງ​ການທົນທຸກຂອງຂ້ານ້ອຍ, ຂ້ານ້ອຍກໍ​ປະ­ຫລາດ​ໃຈແລ້ວ, ແລະ​ຮ່າງກາຍຂອງຂ້ານ້ອຍກໍສັ່ນ​ສະ­ທ້ານ​ໄປຫມົດ.
\s5
\v 7 ເປັນ­ຫຍັງ​ຄົນ​ຊົ່ວ​ຈຶ່ງ​ມີ­ຊີ­ວິດ​ຢູ່ຕໍ່ໄປ, ຈົນ​ເຖິງ​ເຖົ້າ​ແກ່ ແລະ​ມີພະລັງແຂງແຮງ​ຂຶ້ນ?
\v 8 ເຊື້ອ­ສາຍທັງຫລາຍ​ຂອງ​ພວກ­ເຂົາໄດ້ຮັບການ​ຕັ້ງ​ຫມັ້ນ­ຄົງພ້ອມກັບພວກເຂົາ​ຢູ່­ໃນ​ສາຍ­ຕາ​ຂອງ​ພວກ­ເຂົາ, ແລະພົງພັນຂອງພວກເຂົາໄດ້ຮັບການກໍ່ຕັ້ງຕໍ່ຫນ້າຕໍ່ຕາພວກເຂົາ.
\v 9 ເຮືອນທັງຫລາຍ​ຂອງ​ພວກ­ເຂົາ​​ກໍ​ປອດ­ພັຍ​ປາ­ສະ­ຈາກ​ຄວາມ​ຢ້ານ​ກົວ; ແລະ​ບໍ່ມີໄມ້­ແສ້​ຂອງ​ພຣະ­ເຈົ້າ​ຢູ່​ເທິງ​ພວກ­ເຂົາ.
\s5
\v 10 ງົວ­ເຖິກ​ຂອງ​ພວກ­ເຂົາຜະສົມພັນໄດ້; ມັນເຮັດໄດ້ສຳເລັດ; ແມ່ງົວ​ຂອງ​ພວກ­ເຂົາ​ອອກ­ລູກ ແລະ​ບໍ່­ມີ​ຫລຸ​ລູກ.
\v 11 ພວກ­ເຂົາ​ສົ່ງ​ລູກນ້ອຍໆ​ຂອງພວກເຂົາອອກ​ໄປ​ຢູ່​ຄື​ຝູງ​ແບ້​ແກະ ແລະ​ບັນດາລູກ­​ຂອງ​ພວກ­ເຂົາ​ກໍ​ເຕັ້ນ­ລຳ.
\v 12 ພວກ­ເຂົາຮ້ອງເພງດ້ວຍສຽງ​ກອງ ແລະ​ພິນ​ຄູ່ ແລະ​ປິ­ຕິ­ຍິນ­ດີດ້ວຍສຽງດົນຕຣີຈາກ​​ຂຸ່ຍ.
\s5
\v 13 ພວກເຂົາໃຊ້ເວລາໃນວັນທັງຫລາຍຂອງພວກເຂົາກັບຄວາມຮຸ່ງເຮືອງ; ແລະພວກເຂົາ​ລົງ​ໄປ​ທີ່​ແດນ​ຄົນ​ຕາຍ​ຢ່າງສະຫງົບ.
\v 14 ພວກ­ເຂົາ​ຈຶ່ງ​ທູນ​ພຣະ­ເຈົ້າ​ວ່າ, ‘ຂໍ​ຊົງແຍກໄປຈາກພວກເຮົາ ພວກເຮົາບໍ່ປາຖະຫນາຄວາມຮູ້ໃດໆ ໃນທາງຂອງ​ພຣະ­ອົງ.
\v 15 ສິ່ງໃດຄືຜູ້ຊົງ​ມີ​ຣິດ​ອຳ­ນາດ​, ທີ່ພວກເຮົາສົມຄວນນະມັດສະການພຣະອົງຫລື? ພວກເຮົາຈະໄດ້ຮັບຜົນປະໂຫຍດຫຍັງ ຖ້າຫາກພວກເຮົາ​ອະ­ທິ­ຖານ​ຕໍ່​ພຣະ­ອົງ?'
\s5
\v 16 ເບິ່ງ​ແມ, ບໍ່ແມ່ນຄວາມ​ຮຸ່ງເຮືອງຂອງ​ພວກ­ເຂົາທີ່ຢູ່ໃນ​​ກຳ­ມື​ຂອງ​ພວກ­ເຂົາບໍ? ຂ້ານ້ອຍບໍ່ມີສິ່ງໃດທີ່ຈະຕ້ອງເຮັດກັບຄຳແນະນຳຂອງຄົນຊົ່ວ.
\v 17 ຫລາຍ​ເທື່ອ​ເທົ່າ­ໃດທີ່ຕະ­ກຽງ​ຂອງ​ຄົນ​ຊົ່ວ​ດັບ​ມອດ, ຫລືທີ່ຄວາມ​ຍາກ​ລຳ­ບາກ​ມາ​ເຖິງ​ພວກ­ເຂົາ​? ຫລາຍ​ເທື່ອ​ເທົ່າ­ໃດທີ່ມັນເກີດຂຶ້ນທີ່ພຣະ­ເຈົ້າ ເຮັດໃຫ້ພວກເຂົາໂສກເສົ້າດ້ວຍ​ພຣະ­ພິ­ໂຣດ​ຂອງ​ພຣະ­ອົງ​?
\v 18 ຫລາຍ​ເທື່ອ​ເທົ່າ­ໃດທີ່ພວກ­ເຂົາ​ຕ້ອງກາຍເປັນ​ຄື​ເຟືອງທ່າມກາງສາຍ​ລົມ­ພັດ​ປິວ​ ຫລື​ເຫມືອນ​ຂີ້ແກບ​ທີ່​ຖືກພາ­ຍຸ​ພັດ​ໄປ?
\s5
\v 19 ເຈົ້າເວົ້າວ່າ, 'ພຣະ­ເຈົ້າຊົງຍົກຄວາມຮັບຜິດຄົນຫນຶ່ງຂຶ້ນມາ ເພື່ອໃຫ້ບັນດາ​​ລູກ­​ຂອງພຣະອົງ​ຊົດໃຊ້.' ໃຫ້ລາວຊົດໃຊ້ດ້ວຍຕົວເອງເຖີດ, ເພື່ອວ່າລາວຈະຮູ້ຄວາມຮັບຜິດຂອງລາວ.
\v 20 ໃນດວງ­ຕາ​ຂອງ​­ລາວ​ເອງ ເຫັນຄວາມພິນາດຂອງລາວເອງ, ແລະໃຫ້ລາວດື່ມພຣະພິໂຣດ​ອົງ​ຊົງ​ຣິດທານຸພາບ​ເຖີດ.
\v 21 ເພາະສິ່ງໃດຈະເປັນການເອົາໃຈໃສ່ຄອບຄົວຂອງລາວ, ເມື່ອຈຳນວນເດືອນທັງຫລາຍຂອງລາວຖືກຕັດອອກຫລື?
\s5
\v 22 ມີ​ຜູ້­ໃດສາມາດສອນ­ຄວາມ​ຮູ້​ໃຫ້​ກັບພຣະ­ເຈົ້າ​ ເນື່ອງຈາກ ພຣະ­ອົງ​ຊົງ​ພິ­ພາກ­ສາ​ ແມ້ແຕ່ຄົນເຫລົ່ານັ້ນທີ່ຢູ່ສູງ?
\v 23 ຊາຍຄົນ​ຫນຶ່ງ​ຕາຍ ໃນຂະນະທີ່ກຳລັງຂອງລາວ​ແຂງ­ແຮງເຕັມທີ່, ງຽບສະຫງົບ ແລະສຸກ​ສະ­ບາຍຢ່າງເຕັມທີ່.
\v 24 ຮ່າງ­ກາຍ​ຂອງ​ລາວເຕັມ​ໄປ​ດ້ວຍ​ນ້ຳ​ນົມ ແລະ​ໄຂໃນກະ­ດູກ​ຂອງ​ລາວກໍ​ຊຸ່ມ ແລະມີສຸຂະພາບດີ.
\s5
\v 25 ຊາຍອີກ​ຄົນ​ຫນຶ່ງ​ຕາຍ​ດ້ວຍ​ຈິດວິນຍານທີ່​ຂົມ­ຂື່ນ ຄືຄົນຫນຶ່ງທີ່ບໍ່ເຄີຍ​ມີປະສົບການກັບສິ່ງດີໆ.
\v 26 ພວກ­ເຂົາ​ລົ້ມຕົວນອນ​ໃນ​ຂີ້­ຝຸ່ນ​ດິນ​ຄື­ກັນ, ແລະ​ບັນດາຕົວ​ຫນອນ​ກໍ​ກັດ​ກິນ​ປົກຄຸມພວກເຂົາ​ທັງ​ສອງ​.
\s5
\v 27 ເບິ່ງ​ແມ, ຂ້ານ້ອຍຮູ້​ຄວາມ​ຄິດ​ທັງຫລາຍຂອງ​ເຈົ້າ, ແລະ​ອຸ­ບາຍທັງຫລາຍທີ່ເຈົ້າປາຖະຫນາ​ເຮັດ​ຜິດ​ຕໍ່ຂ້ານ້ອຍ.
\v 28 ເພາະ​ເຈົ້າ​ເວົ້າ​ວ່າ, ‘ຕອນນີ້ເຮືອນຂອງເຈົ້າຊາຍ​ຢູ່​ທີ່​ໃດ? ເຕັນ​ຊຶ່ງ​ຄົນ​ຊົ່ວ​ເຄີຍອາ­ໄສ​ນັ້ນ​ຢູ່​ທີ່​ໃດ?
\s5
\v 29 ເຈົ້າ​ບໍ່­ເຄີຍ​ຖາມ​ຄົນສັນຈອນມາບໍ? ​ເຈົ້າ​ບໍ່​ໄດ້ຮັບ​ຮູ້​ເຖິງຫລັກຖານທີ່​ພວກ­ເຂົາ​ສາມາດບອກໄດ້,
\v 30 ວ່າ​ຄົນ​ຊົ່ວ​ໄດ້​ຖືກມ້ຽນ­ໄວ້​ຈາກວັນແຫ່ງຄວາມພິນາດ, ແລະ​ທີ່­ລາວ​ຈະໄດ້​ຖືກ​ນຳອອກ­ໄປຈາກວັນແຫ່ງ​ຄວາມໂກດຮ້າຍຫລື?
\s5
\v 31 ໃຜ​ຈະກ່າວໂທດ​ວິ­ທີ​ທາງ​ຂອງ​ຄົນຊົ່ວ​ຕໍ່­ຫນ້າ​ລາວ? ​ຜູ້­ໃດຈະຕອບແທນລາວສຳລັບສິ່ງ​ທີ່​ລາວ​ໄດ້​ເຮັດ.
\v 32 ເຖິງ​ຢ່າງ​ນັ້ນ​ ລາວຈະ​ຖືກ​ຫາມ​ໄປ​ຍັງ​ຂຸມ​ຝັງ​ສົບ; ແລະ​ບັນດາຜູ້ຊາຍຈະເຝົາເຫນືອ​ອຸ­ໂມງຝັງສົບ.
\v 33 ດິນ​ແຫ່ງ​ພູ­ເຂົາຈະເປັນຂອງຫວານສຳລັບລາວ; ທຸກຄົນຈະ​ຕາມ​ລາວ​ໄປ, ຢ່າງທີ່ມີຄົນຈຳນວນຫລວງຫລາຍໄດ້ໄປກ່ອນລາວແລ້ວທີ່ນັ້ນ.
\s5
\v 34 ແລ້ວເຈົ້າປອບໂຍນຂ້ານ້ອຍດ້ວຍສິ່ງທີ່​​ເປົ່າໆ, ເພາະໃນຄຳຕອບທັງຫລາຍ​ຂອງ​ເຈົ້າ​ບໍ່­ມີ​ສິ່ງໃດເລີຍ ນອກຈາກການເວົ້າ​ຂີ້­ຕົວະແມ່ນບໍ”
\s5
\c 22
\cl ບົດທີ 22
\p
\v 1 ແລ້ວ​ເອ­ລີ­ຟັດ​ຊາວ​ເຕ­ມານ​ໄດ້ຕອບ ແລະເວົ້າ​ວ່າ,
\v 2 “ຄົນສາມາດເປັນ​ປະ­ໂຫຍດ​ຕໍ່​ພຣະ­ເຈົ້າ​ໄດ້​ບໍ? ຄົນ​ສະ­ຫລາດ​ຄົນຫນຶ່ງສາມາດ​ເປັນ​ປະ­ໂຫຍດຕໍ່ພຣະອົງໄດ້ບໍ?
\v 3 ການທີ່ເຈົ້າເປັນຄົນຊອບທັມນັ້ນສ້າງຄວາມພໍພຣະທັຍຢ່າງໃດໃຫ້ກັບອົງຜູ້ຊົງຣິດທານຸພາບຫລື? ການທິ່ເຈົ້າເຮັດໃຫ້ວິທີທາງຂອງເຈົ້າບໍ່ມີທາງດີນັ້ນ ເຮັດໃຫ້ພຣະອົງໄດ້ຮັບອັນໃດ?
\s5
\v 4 ເປັນເພາະຄວາມ​ຢຳ​ເກງ​ຂອງເຈົ້າຕໍ່ພຣະ­ອົງ​ ທີ່ເຮັດໃຫ້ພຣະອົງຊົງຕຳນິເຈົ້າ ແລະ ນຳເຈົ້າເຂົ້າສູ່ການພິພາກສາຢ່າງນັ້ນຫລື?
\v 5 ບໍ່ແມ່ນເພາະຄວາມ​ຊົ່ວ​ອັນຍິ່ງໃຫຍ່ຂອງ​ເຈົ້າ​ບໍ່ແມ່ນບໍ? ບໍ່​ແມ່ນ​ເພາະຄວາມອະທັມ​ທີ່ບໍ່​ສິ້ນ­ສຸດຂອງເຈົ້າ ບໍ່​ແມ່ນ​ບໍ?
\s5
\v 6 ເພາະ​ເຈົ້າໄດ້ຮຽກຮ້ອງການຄໍ້າປະກັນຫນີ້ຈາກພີ່ນ້ອງຂອງເຈົ້າ ໂດຍບໍ່ມີເຫດຜົນ ແລະ​ເຈົ້າໄດ້ປຸ້ນ​ເສື້ອ­ຜ້າ​ຂອງ​ຄົນ­ທີ່​ເປືອຍ​ກາຍ​ຢູ່.
\v 7 ເຈົ້າ​ບໍ່­ໄດ້​ໃຫ້​ນ້ຳ​ແກ່​ຄົນ­ທີ່​ຫິວ​ນ້ຳ ແລະ​ເຈົ້າ​ບໍ່­ໄດ້​ເອົາ​ເຂົ້າ​ໃຫ້​ແກ່​ຄົນ­ທີ່​ຫິວ​ເຂົ້າ.
\v 8 ເຖິງແມ່ນວ່າເຈົ້າ, ເປັນຄົນທີ່ມີກຳລັງທີ່ຄອບຄອງແຜ່ນດິນໂລກ, ເຖິງແມ່ນວ່າເຈົ້າ, ເປັນຄົນມີກຽຕ, ທີ່ອາໄສຢູ່ທີ່ນັ້ນ.
\s5
\v 9 ເຈົ້າໄດ້ສົ່ງແມ່­ຫມ້າຍ​ອອກ​ໄປດ້ວຍຄວາມວ່າງ​ເປົ່າ; ແລະ​ແຂນ​ທັງຫລາຍຂອງຄົນທີ່ກຳພ້າໄດ້ຖືກເຮັດໃຫ້​ຫັກ.
\v 10 ດ້ວຍເຫດນັ້ນ, ບ້ວງແຮ້ວຈຶ່ງ​ຢູ່​ຮອບ​ຕົວເຈົ້າ ແລະ​ຄວາມ​ຢ້ານ​ຢ່າງກະທັນຫັນ ກໍເຮັດໃຫ້ເຈົ້າລຳບາກ.
\v 11 ມີຄວາມ​ມືດ ເພື່ອວ່າ​​ເຈົ້າຈະ​ບໍ່​ສາມາດແນມເຫັນ​; ແລະ​ນ້ຳ​ທີ່​ຖ້ວມ​ກໍ​ປົກ​ຄຸມ​ເຈົ້າ​ໄວ້.
\s5
\v 12 ພຣະ­ເຈົ້າ​ບໍ່­ໄດ້​ສະ­ຖິດ​ຢູ່­ໃນ​ທີ່​ສູງ​ໃນ​ທ້ອງຟ້າ​ບໍ? ເບິ່ງ​ດາວທັງຫລາຍ ​ທີ່ຢູ່ໃນທີ່​ສູງ​, ພວກມັນຢູ່​ສູງສັກພຽງໃດ!
\v 13 ເຈົ້າເວົ້າວ່າ, ‘ພຣະ­ເຈົ້າຊົງ​ຮູ້​ເລື່ອງອັນ­ໃດຫລື? ພຣະ­ອົງ​ຊົງສາມາດຕັດສິນຜ່ານຄວາມ​ມືດ​ທຶບ​ໄດ້​ບໍ?
\v 14 ເມກ​ທຶບ​ປົກຄຸມ​ພຣະ­ອົງ​ໄວ້, ເພື່ອວ່າພຣະ­ອົງຈະ​ບໍ່ຊົງສາມາດ​ເຫັນພວກເຮົາ; ແລະ​ພຣະ­ອົງຊົງດຳເນີນໂດຍ​ຮອບ​ເທິງທ້ອງ​ຟ້າ.
\s5
\v 15 ເຈົ້າຈະຮັກສາວິທີ​ທາງ​ເກົ່າ​ທີ່​ຄົນ​ຊົ່ວ​ເຄີຍ​ດຳ­ເນີນ​ນັ້ນ-
\v 16 ຄືຄົນເຫລົ່ານັ້ນທີ່ຖືກຈັບໄປກ່ອນ​ເວ­ລ​າ​ກຳ­ນົດ​ຂອງ​ພວກ­ເຂົາ, ຄົນເຫລົ່ານັ້ນທີ່ຮາກ­ຖານ​ໄດ້ຖືກພັດ​ໄປເຫມືອນແມ່ນໍ້າສາຍຫນຶ່ງ,
\v 17 ຄົນເຫລົ່ານັ້ນ ທີ່ໄດ້ທູນຕໍ່ພຣະເຈົ້າວ່າ, ‘ຂໍ​ຊົງແຍກໄປຈາກພວກເຮົາເຖີດ’, ຄົນເຫລົ່ານັ້ນທີ່ໄດ້ເວົ້າວ່າ, ອົງຊົງມີ​ຣິດ​ທານຸພາບ​ຈະຊົງສາມາດ​ເຮັດ​ສິ່ງ­ໃດ​ຕໍ່ພວກເຮົາຫລື?
\s5
\v 18 ແຕ່​ພຣະ­ອົງ​ໄດ້ຊົງເຕີມ​ເຮືອນ​ຂອງ​ພວກ­ເຂົາໃຫ້​ເຕັມ​ດ້ວຍສິ່ງຕ່າງໆທີ່ດີ; ແຜນການທັງຫລາຍຂອງຄົນຊົ່ວ ກໍ​​ຫ່າງ​ໄກ​ຈາກ​ຂ້ານ້ອຍ.
\v 19 ຄົນ​ຊອບ­ທັມ​ຈະ​ເຫັນໂຊກຊະຕາຂອງພວກເຂົາ ແລະ​ຊົມ­ຊື່ນ­ຍິນ­ດີ; ຄົນ​ບໍ່­ມີ​ຄວາມ​ຜິດຈະຫົວ​ເຍາະ­ເຍີ້ຍພວກເຂົາ.
\v 20 ພວກເຂົາເວົ້າວ່າ, 'ແນ່ນອນເລີຍວ່າ ຄົນເຫລົ່ານັ້ນຜູ້ໄດ້ລຸກຂຶ້ນໂຈມຕີພວກເຮົາ ຈະຖືກຕັດອອກໄປ; ໄຟໄດ້ເຜົາຜານຊັບສົມບັດທັງຫລາຍຂອງພວກເຂົາ­.'
\s5
\v 21 ບັດນີ້ ຈົ່ງ​ເຫັນດ້ວຍກັບພຣະ­ເຈົ້າ ແລະຈົ່ງຍອມຈຳນົນຕໍ່ພຣະອົງດ້ວຍການກະທຳເຊັ່ນນີ້, ສິ່ງດີກໍຈະເກີດຂຶ້ນກັບເຈົ້າ.
\v 22 ຂ້ານ້ອຍຂໍຮ້ອງນຳເຈົ້າ, ​ຈົ່ງຍອມຮັບຄຳສັ່ງສອນ​ຈາກ​ປາກ​ຂອງ​ພຣະ­ອົງ; ຈົ່ງບັນຈຸຖ້ອຍຄຳທັງຫລາຍຂອງພຣະອົງໄວ້ໃນຫົວໃຈ​ຂອງ​ເຈົ້າ.
\s5
\v 23 ຖ້າ​ຫາກເຈົ້າ​ຫັນກັບ​ມາ​ຫາ​ພຣະ­ເຈົ້າ​ອົງ​ມີ​ຣິດ​ທານຸພາບ, ເຈົ້າຈະໄດ້ຮັບການສ້າງຂຶ້ນໃຫມ່. ຖ້າຫາກເຈົ້າເອົາຄວາມອະທັມໄວ້ຫ່າງໄກຈາກເຕັນຂອງເຈົ້າ.
\v 24 ວາງຊັບສົມບັດຂອງເຈົ້າ​ລົງໃນ​ຂີ້­ຝຸ່ນ​ດິນ ແລະ​ຄຳຂອງ​ເມືອງ​ໂອ­ຟີທ່າມກາງບັນດາ​ຫີນ​ໃນ​ແມ່­ນ້ຳທັງຫລາຍ.
\v 25 ແລະ​​ອົງ​ມີ​ຣິດທານຸພາບ​ຈະ​ເປັນຊັບສົມບັດຂອງເຈົ້າ, ເປັນເງິນອັນລໍ້າຄ່າແກ່ເຈົ້າ.
\s5
\v 26 ເພາະເຈົ້າຈະມີຄວາມເພິງພໍໃຈໃນອົງຜູ້ຊົງຣິດທານຸພາບ; ເຈົ້າຈະເງີຍຫນ້າຂຶ້ນຕໍ່ພຣະເຈົ້າ.
\v 27 ເຈົ້າ​ຈະ​ອະ­ທິ­ຖານ​ຕໍ່​ພຣະ­ອົງ ແລະ​ພຣະ­ອົງ​ຈະ​ໄດ້​ຟັງ​ເຈົ້າ; ແລະ​ເຈົ້າ​ຈະ​ໃຫ້​ຕາມ​ຄຳ​ປະ­ຕິ­ຍານ​ຂອງ​ເຈົ້າຕໍ່ພຣະອົງ.
\v 28 ເຈົ້າ​ຈະ​ຕັດ­ສິນ­ໃຈ​ໃນ​ສິ່ງໃດໆ ແລະ​ສິ່ງນັ້ນ​ຈະມີການຢືນຢັນສຳລັບເຈົ້າ; ​ແສງ­ສະ­ຫວ່າງ​ສ່ອງ​ມາທາງ​ຂອງເຈົ້າ
\s5
\v 29 ພຣະເຈົ້າຊົງເຮັດໃຫ້ຄົນຍິ່ງຖ່ອມຕົວລົງ ແລະພຣະອົງຊົງຊ່ວຍຄົນທີ່ມີດວງຕາອ່ອນໂຍນໃຫ້ລອດ.
\v 30 ພຣະ­ອົງ​ຈະຊ່ວຍ​ຄົນ ແມ່ນແຕ່ຄົນທີ່ມີຄວາ​ມຜິດ​ໃຫ້​ພົ້ນ; ຄືຄົນທີ່ຈະໄດ້ຮັບການຊ່ວຍຜ່ານທາງມືທີ່ສະອາດ​ຂອງ​ເຈົ້າ.”
\s5
\c 23
\cl ບົດທີ 23
\p
\v 1 ແລ້ວໂຢບໄດ້ຕອບ ແລະເວົ້າ​ວ່າ,
\v 2 "ຄຳ​ຮ້ອງ­ທຸກ​ຂອງ​ຂ້ານ້ອຍ ເປັນຄວາມຂົມ­ຂື່ນ​; ມືຂອງຂ້ານ້ອຍຫນັກເພາະການຮ້ອງຄວນ​ຄາງ​ຂອງ​ຂ້ານ້ອຍ.
\s5
\v 3 ໂອ, ທີ່ຂ້ານ້ອຍ​​ຮູ້­ວ່າ ຂ້ານ້ອຍຈະ​ພົບ​ພຣະ­ອົງ​ໄດ້​ຢູ່ໃສ! ໂອ, ເພື່ອຂ້ານ້ອຍ​ຈະ​ມາ​ເຖິງ​ພຣະ­ທີ່­ນັ່ງ​ຂອງ​ພຣະ­ອົງ!
\v 4 ຂ້ານ້ອຍຈະ​ຍື່ນ​ຄະ­ດີ​ຂອງ​ຂ້ານ້ອຍ​ຕໍ່​ຫນ້າພຣະ­ອົງ ແລະ​ເຕີມປາກຂອງຂ້ານ້ອຍດ້ວຍຄຳໂຕ້​ແຍ້ງ​ທັງຫລາຍ.
\v 5 ຂ້ານ້ອຍ​ຈະ​ຮູ້​ຄຳ​ຕອບຕ່າງໆ​ຂອງ​ພຣະ­ອົງ ທີ່ພຣະອົງຈະຊົງຕອບຂ້ານ້ອຍ ແລະ​ເຂົ້າ­ໃຈ​ສິ່ງ​ທີ່​ພຣະ­ອົງ​ຈະ​ເວົ້າ​ກັບ​ຂ້ານ້ອຍ.
\s5
\v 6 ພຣະ­ອົງ​ຈະຊົງ​ໄດ້​ໂຕ້​ແຍ້ງ​ກັບ​ຂ້ານ້ອຍໃນຄວາມ­ຍິ່ງ­ໃຫຍ່​ແຫ່ງ​ຣິດ­ທາ­ນຸ­ພາບ​ອັນ​ຂອງ​ພຣະ­ອົງ​ຫລື? ບໍ່ເລີຍ, ພຣະ­ອົງ​ຈະ​ໃຫ້​ກຳ­ລັງ​ແກ່​ຂ້ານ້ອຍ.
\v 7 ໃນ​ບ່ອນ­ນັ້ນ ຄົນ​ທ່ຽງ​ທັມອາດ​ຈະ​ໂຕ້ແຍ້ງ​ກັບ​ພຣະ­ອົງ​ໄດ້. ດ້ວຍວິທີການນີ້ ​ຂ້ານ້ອຍ​ຈະໄດ້​ຮັບ​ການ​ປະກາດວ່າ ບໍ່ມີຄວາມຜິດຊົ່ວນິຣັນດອນ ໂດຍຄວາມຍຸຕິທັມຂອງຂ້ານ້ອຍ.
\s5
\v 8 ເບິ່ງ​ແມ, ຂ້ານ້ອຍ​ຍ່າງ​ໄປທາງທິດຕາເວັນອອກ, ແຕ່​ພຣະ­ອົງ​ບໍ່­ໄດ້​ສະ­ຖິດ​ຢູ່​ບ່ອນ­ນັ້ນ, ແຕ່​ຂ້ານ້ອຍກໍ​ບໍ່​ສັງ­ເກດ​ເຫັນ​ພຣະ­ອົງ.
\v 9 ໄປທາງທິດເຫນືອ ທີ່ຊຶ່ງ​ພຣະ­ອົງ​ຊົງກະ­ທຳ​ກິ­ຈະ­ການ, ແຕ່ຂ້ານ້ອຍ​ບໍ່ສາມາດ​ເຫັນ​ພຣະ­ອົງ, ແລະໄປທາງທິດໃຕ້, ທີ່ຊຶ່ງພຣະອົງ ​ເຊື່ອງພຣະອົງ­ໄວ້ ເພື່ອຂ້ານ້ອຍ​ຈະບໍ່ສາມາດເຫັນພຣະ­ອົງ​ໄດ້.
\s5
\v 10 ແຕ່​ພຣະ­ອົງຊົງ​ໄດ້​ຮູ້​ຫົນທາງ​ທີ່​ຂ້ານ້ອຍ​ໄປ; ເມື່ອ​ພຣະ­ອົງ​ໄດ້​ທົດ­ສອບ​ຂ້ານ້ອຍ​ແລ້ວ, ຂ້ານ້ອຍກໍ​ຈະອອກມາ​ເປັນ​ເຫມືອນ​ຄຳ.
\v 11 ຕີນ​ຂອງ​ຂ້ານ້ອຍ​ຢຶດຫມັ້ນໃນບາດກ້າວທັງຫລາຍຂອງຕິດ​ຮອຍ​ຕີນຂອງ​ພຣະ­ອົງ​. ຂ້ານ້ອຍໄດ້ຮັກສາວິທີທາງຂອງພຣະອົງ ແລະ​ບໍ່­ໄດ້​ຫັນ​ໄປ​ທາງ­ຂ້າງ​ເລີຍ.
\v 12 ຂ້ານ້ອຍ​ບໍ່­ໄດ້​ຫນີ​ໄປ​ຈາກ​ພຣະ­ບັນ­ຍັດ​ແຫ່ງ​ຮິມ​ພຣະ­ໂອດ​ຂອງ​ພຣະ­ອົງ; ຂ້ານ້ອຍ​ໄດ້ເຫັນຄຸນຄ່າຕໍ່ບັນດາ​ພຣະ­ທັມ​ແຫ່ງ​ພຣະ­ໂອດ​ຂອງ​ພຣະ­ອົງ ສູງ​ຍິ່ງກວ່າສ່ວນແບ່ງ​ອາ­ຫານຂອງຂ້ານ້ອຍ.
\s5
\v 13 ແຕ່​ພຣະ­ອົງຄືຜູ້ຫນຶ່ງທີ່ຊົງເມດຕາ, ໃຜສາມາດເຮັດໃຫ້ພຣະອົງຫັນກັບໄດ້ຫລື? ພຣະ­ອົງ​ມີ​ພຣະ­ປະ­ສົງ​ສິ່ງ­ໃດ, ພຣະ­ອົງ​ກໍ­ໄດ້​ກະ­ທຳ​ສິ່ງ​ນັ້ນ.
\v 14 ເພາະ­ວ່າ​ພຣະ­ອົງຊົງ​ຈະ​ໄດ້​ເຮັດ​ສິ່ງ​ທີ່​ພຣະ­ອົງ​ໄດ້​ກຳ­ນົດທີ່ຕໍ່ຕ້ານ​ຂ້ານ້ອຍ​ນັ້ນ​ຄົບ­ຖ້ວນ, ມີອີກຫລາຍຢ່າງເປັນເຫມືອນສິ່ງເຫລົ່ານັ້ນ.
\s5
\v 15 ດ້ວຍເຫດ­ນັ້ນ, ຂ້ານ້ອຍ​ຈຶ່ງ​ສະ​ທົກ​ສະ­ທ້ານໃນການຊົງສະຖິດຂອງ​ພຣະ­ອົງ; ເມື່ອ​ຂ້ານ້ອຍ​ຄິດເຖິງພຣະອົງ, ຂ້ານ້ອຍ​ກໍ​ຢ້ານກົວ​ພຣະ­ອົງ.
\v 16 ເພາະພຣະ­ເຈົ້າ​ໄດ້​ຊົງກະ­ທຳ­ໃຫ້​ໃຈ​ຂອງ​ຂ້ານ້ອຍ​ອ່ອນ­ແຮງ; ​ອົງຜູ້ຊົງ​ມີ​ຣິດທານຸພາບ​ໄດ້​ເຮັດ­ໃຫ້​ຂ້ານ້ອຍສະທົກ​ສະ­ທ້ານ.
\v 17 ຂ້ານ້ອຍ​ບໍ່­ໄດ້​ຖືກນຳໄປຍັງຈຸດຈົບໂດຍ​ຄວາມ​ມືດ​, ເພາະຄວາມ​ມືດ​ທຶບທີ່ປົກຄຸກໃບຫນ້າອັນສິ້ນຫວັງຂອງຂ້ານ້ອຍ​.
\s5
\c 24
\cl ບົດທີ 24
\p
\v 1 ເປັນ­ຫຍັງເວລາທັງຫລາຍເພື່ອການຕັດສິນຄົນຊົ່ວຮ້າຍ ຈຶ່ງບໍ່ຕັ້ງໂດຍອົງຜູ້ຊົງຣິດຫລື? ເປັນຫຍັງຄົນເຫລົ່ານັ້ນທີ່ບໍ່ມີຄວາມຊື່ສັດຕໍ່ພຣະອົງຈຶ່ງບໍ່ໄດ້ເຫັນ​ວັນແຫ່ງການພິພາກສາທັງຫລາຍຂອງ​ພຣະ­ອົງມາເຖິງຫລື?
\s5
\v 2 ມີ​ຄົນຊົ່ວຮ້າຍຜູ້ທີ່​ຍ້າຍ​ຫລັກ​ເຂດ­ແດນຕ່າງໆ; ມີຄົນຊົ່ວຮ້າຍຜູ້ທີ່ໃຊ້ກຳລັງບັງຄັບເອົາ​ຝູງ​ແບ້​ແກະ ແລະເກັບພວກມັນໄວ້ໃນທົ່ວນາຂອງຕົວເອງ.
\v 3 ພວກ­ເຂົາຂັບ​ໄລ່​ຕ້ອນ​ຝູງລວາ​ຂອງ​ຄົນ​ກຳ­ພ້າ​ພໍ່​; ພວກ­ເຂົາ​ເອົາ​ງົວ​ຂອງ​ແມ່­ຫມ້າຍ​ໄປ​ເປັນ​ຂອງປະ­ກັນ.
\v 4 ພວກ­ເຂົາບີບບັງຄັບ​ຄົນ​ຂັດ​ສົນ​ໃຫ້ອອກໄປຈາກທາງຂອງພວກເຂົາ; ຄົນ​ຍາກ­ຈົນ​ແຫ່ງ​ແຜ່ນ­ດິນ­ໂລກ​ທັງຫມົດລ້ວນແຕ່​ເຊື່ອງ​ຕົວ​ຈາກພວກເຂົາ.
\s5
\v 5 ເບິ່ງ​ແມ, ຄົນຍາກຈົນເຫລົ່ານີ້ອອກໄປເຮັດວຽກຂອງພວກເຂົາເຫມືອນກັບພວກ​ລວາ​ປ່າ​ຢູ່­ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ, ຊອກຫາອາຫານຢ່າງຖີ່ຖ້ວນ; ບາງທີອາຣາບາ ຈະຕຽມອາຫານໃຫ້ພວກເຂົາເພື່ອບັນດາລູກ​ທັງ­ຫລາຍ​ຂອງ​ພວກ­ເຂົາ.
\v 6 ຄົນຍາກຈົນເກັບກ່ຽວໃນເວລາກາງຄືນໃນທົ່ງຫຍ້າຂອງຄົນອື່ນ. ພວກ­ເຂົາຮວບຮວມຜົນອະງຸ່ນທັງຫລາຍຈາກການ​ເກັບກ່ຽວຂອງຄົນເຫລົ່ານັ້ນທີ່ຊົ່ວຮ້າຍ.
\v 7 ພວກ­ເຂົານອນ​ເປືອຍ​ກາຍ​ຕະ­ຫລອດ​ຄືນ​ໂດຍ​ບໍ່­ມີ​ເສື້ອ­ຜ້າປົກປິດ; ແລະ​ພວກເຂົາບໍ່­ມີ​ຜ້າ­ຫົ່ມ​ກັນຄວາມ​ຫນາວ.
\s5
\v 8 ພວກ­ເຂົາ​ປຽກ​ຊຸ່ມໄປດ້ວຍຫິມະຈາກ​ພູ­ເຂົາທັງຫລາຍ; ພວກເຂົານອນລົງຂ້າງໆກ້ອນ​ຫີນໃ່ຫ່ຍເພາະ​ບໍ່­ມີ​ບ່ອນ​ກຳ​ບັງ.
\v 9 ມີຄົນ​ຊົ່ວຮ້າຍທີ່​ຈັບ​ເອົາ​ເດັກ​ກຳ­ພ້າ​ພໍ່​ໄປ​ຈາກ​ເອິກຂອງແມ່, ແລະ​ຄົນຊົ່ວຮ້າຍທີ່ຈັບເດັກເປັນປະກັນຈາກຄົນ​ຍາກ­ຈົນ.
\v 10 ແຕ່ຄົນຍາກຈົນໄປຕົວເປົ່າໂດຍບໍ່ມີ​ເສື້ອ­ຜ້າ, ເຖິງແມ່ນວ່າພວກເຂົາ​​ຫິວກໍຕາມ, ພວກເຂົາກໍຕ້ອງແບກ​ຟ່ອນ​ເຂົ້າ­ໄປ​ຈາກ​ຄົນ­ທີ່​ຫິວ.
\s5
\v 11 ຄົນຍາກຈົນ​ເຮັດນ້ຳ­ມັນໃນກຳ­ແພງທັງຫລາຍຂອງ​ຄົນ​ເຫລົ່າ​ນັ້ນທີ່ຊົ່ວຮ້າຍ; ພວກ­ເຂົາ​ຢຽບອະ­ງຸ່ນໃນບໍ່ອະງຸ່ນຂອງຄົນຊົ່ວຮ້າຍ; ແຕ່ພວກເຂົາກັບທົນທຸກໃນຄວາມຫິວກະຫາຍ​.
\v 12 ໃນເມືອງນັ້ນຜູ້ຄົນຕ່າງຄວນຄາງ; ​ຄົນທີ່​ບາດ­ເຈັບ​ຮ້ອງ​ຂໍສຽງດັງ, ແຕ່​ພຣະ­ເຈົ້າ​ບໍ່­ໄດ້​ສົນ​ໃຈ​ໃນ​ຄຳອະທີຖານທັງຫລາຍຂອງພວກເຂົາ.
\s5
\v 13 ຄົນຊົ່ວເຫລົ່ນນີ້ບາງຄົນກະ­ບົດ​ຕໍ່​ຄວາມ​ສະ­ຫວ່າງ; ພວກເຂົາບໍ່ຮູ້ທາງຂອງມັນ, ຫລືພວກເຂົາບໍ່ຢູ່ໃນ​ທາງ​ຂອງ​ຄວາມ​ສະ​ຫວ່າງ­ນັ້ນ.
\v 14 ກ່ອນຈະສະຫວ່າງ​ຄາດ­ຕະ­ກຳກໍ​ລຸກ­ຂຶ້ນ​ ແລະເຂົາຂ້າຄົນຍາກ­ຈົນ ແລະ​ຄົນ​ຂັດ​ສົນ; ​ໃນ​ກາງ­ຄືນ​ເຂົາເປັນ​ເຫມືອນຄົນ­ຂີ້­ລັກ.
\s5
\v 15 ເຊັ່ນດຽວກັນ, ດວງຕາ​ຂອງ​ຄົນລ່ວງ­ປະ­ເວ­ນີ​ກໍຄອຍ​ຖ້າ​ເວ­ລາ​ຄ່ຳ; ລາວເວົ້າ​ວ່າ, ‘ບໍ່­ມີ​ດວງຕາ​ໃດ​ຈະ​ເຫັນ​ຂ້ານ້ອຍ, ແລະ​ລາວ­ກໍ​ປົກ​ຫນ້າ​ຂອງ​ລາວ.
\v 16 ໃນ​ຍາມ​ມືດ ຄົນຊົ່ວຮ້າຍ​ເຈາະ​ເຂົ້າ­ໄປ​ໃນ​ເຮືອນຕ່າງໆ; ແຕ່ພວກ­ເຂົາເກັບຕົວເອງງຽບໃນເວລາກາງວັນ; ພວກ­ເຂົາ​ບໍ່​ສົນໃຈ​ຄວາມ​ສະ­ຫວ່າງ.
\v 17 ສຳລັບພວກເຂົາທັງ ຫມົດ ຄວາມມືດທຶບ ກໍເປັນເຫມືອນເວລາເຊົ້າ; ເພາະ​ພວກເຂົາເປັນເພື່ອນກັບຄວາມຫນ້າກົວແຫ່ງຄວາມມືດທືບ.
\s5
\v 18 ພວກ­ເຂົາຜ່ານໄປຢ່າງໄວວາ, ແຕ່ກໍເປັນເຫມືອນກັບຟອງ​ທີ່ຢູ່ເທິງຜີວນໍ້າ; ສ່ວນ​ແບ່ງດິນແດນ​ຂອງ​ພວກ­ເຂົາ​ຖືກ​ສາບ­ແຊ່ງ​; ບໍ່ມີໃຜໄປເຮັດວຽກໃນສວນ­ອະ­ງຸ່ນ​ຂອງ­ພວກເຂົາໄດ້.
\v 19 ເມື່ອຄວາມ​ແຫ້ງ­ແລ້ງ ແລະ​ຄວາມ​ຮ້ອນ​ເຮັດ­ໃຫ້​ຫິ­ມະ​ລະລາຍເປັນນໍ້າ, ດັ່ງນັ້ນແດນຄົນຕາຍ​ກໍ​ຈັບ​ເອົາຄົນເຫລົ່ານັ້ນທີ່ໄດ້ເຮັດ​ບາບ​.
\s5
\v 20 ທ້ອງ​ແມ່ທີ່ອຸ້ມລາວມາ​ຈະ​ລືມລາວ; ຕົວ​ໜອນ​ຈະ​ກິນ​ຕົວລາວຢ່າງ​ແຊບ; ດ້ວຍວິທີນີ້ ຄົນຊົ່ວຮ້າຍຈະຖືກທຳລາຍເຫມືອນກັບຕົ້ນໄມ້ຕົ້ນຫນຶ່ງ.
\v 21 ຄົນຊົ່ວຮ້າຍທີ່ລ້າງຜານ​ຫມັນ​ທີ່​ບໍ່­ມີ​ລູກ; ເຂົາບໍ່ໄດ້ເຮັດສິ່ງດີແກ່​ແມ່­ຫມ້າຍ.
\s5
\v 22 ແຕ່ພຣະເຈົ້າຍັງຊົງລາກຄົນທີ່​ມີ​ກຳ­ລັງອອກໄ​ດ້ວຍຣິດທານຸພາບຂອງພຣະອົງ. ພຣະອົງຊົງລຸກ­ຂຶ້ນ ແລ້ວ​ບໍ່­ຊົງເສີມກຳລັງໃນຊີວິດຂອງພວກເຂົາ.
\v 23 ພຣະ­ເຈົ້າ​ຊົງຍອມໃຫ້ພວກເຂົາຄິດວ່າພວກເຂົາປອດພັຍ, ແລະ​ພວກ­ເຂົາມີຄວາມສຸກກ່ຽວກັບສິ່ງນັ້ນ, ແຕ່ສາຍຕາຂອງ​ພຣະ­ອົງ​ຢູ່​ເຫນືອທາງທັງຫລາຍ​ຂອງ​ພວກ­ເຂົາ.
\s5
\v 24 ຄົນເຫລົ່ານີ້ ໄດ້ຮັບການຍົກຍໍ ແຕ່ກໍເປັນພຽງຊ່ວງເວລາຫນຶ່ງເທົ່ານັ້ນ, ພວກເຂົາຈະຕ້ອງຈາກໄປ; ອັນທີ່ຈິງ, ພວກເຂົາຈະຖືກນຳລົງໄປທີ່ຕໍ່າ; ພວກ­ເຂົາຈະ​ຖືກ​ຮວບຮວມເຫມືອນກັບຄົນອຶ່ນໆ ທັງຫມົດ; ພວກເຂົາຈະຖືກຕັດ​ອອກໄປ​ເຫມືອນ​ກັບ​ຮວງ​ເຂົ້າ.
\v 25 ຖ້າຫາກມັນບໍ່ເປັນເຊັ່ນນັ້ນແລ້ວ, ໃຜທີ່ສາມາດ​ຈະ​ພິ­ສູດ​ໄດ້​ວ່າ​ ຂ້ານ້ອຍ​ຂີ້­ຕົວະ; ໃຜທີ່ສາມາດ​ເຮັດໃຫ້ຄຳເວົ້າຂອງຂ້ານ້ອຍບໍ່­ມີ​ປະ­ໂຫຍດ?"
\s5
\c 25
\cl ບົດທີ 25
\p
\v 1 1 ແລ້ວ​ບິນ­ດັດ​ຄົນ​ຊູ­ອາ​ໄດ້ຕອບ ແລະເວົ້າ​ວ່າ,
\v 2 “ພຣະ­ເຈົ້າຊົງຄອບຄອງ ແລະ​ຫນ້າ​ຢຳ​ເກງ​; ພຣະ­ອົງຊົງບັນຊາໃນສະຖານທີ່ສູງແຫ່ງທ້ອງຟ້າຂອງ​ພຣະ­ອົງ.
\v 3 ກອງ­ທັບ​ທັງຫລາຍຂອງ​ພຣະ­ອົງ​ ມີ​ຈຳ­ນວນທີ່ສິ້ນສຸດ​ບໍ? ມີໃຜຫລື ທີ່​ພຣະ­ອົງ​ບໍ່­ໄດ້​ສ່ອງ​ແສງສະຫວ່າງມາ​ເຫນືອ​ລາວແດ່?
\s5
\v 4 ແລ້ວ​ມະ­ນຸດ​ຈະສາມາດເປັນຄົນ​ຊອບ­ທັມ​ຕໍ່​ພຣະ­ເຈົ້າ​ໄດ້​ຢ່າງ­ໃດ? ເຂົາຜູ້ທີ່​ເກີດ​ຈາກ​ຜູ້­ຍິງຄົນຫນຶ່ງທີ່​ບໍ­ຣິ­ສຸດ, ເປັນທີ່ຍອມຮັບຕໍ່ພຣະອົງໄດ້​ຢ່າງ­ໃດ?
\v 5 ເບິ່ງ​ແມ, ເຖິງ​ແມ່ນແຕ່​ ດວງ­ເດືອນ​ກໍ​ບໍ່­ສະຫວ່າງແຈ້ງຕໍ່ພຣະອົງ; ດວງ​ດາວ​ທັງຫລາຍກໍ​ບໍ່​ບໍ­ຣິ­ສຸດ​ໃນ​ສາຍ​ຕາ​ຂອງ​ພຣະ­ອົງ.
\v 6 ມະນຸດຍິ່ງນ້ອຍກວ່ານັ້ນ​ເທົ່າ­ໃດ, ຜູ້ທີ່​ເປັນ­ພຽງ​ຕົວ​ຫນອນ - ​ລູກ​ຂອງ​ມະ­ນຸດ, ຜູ້ທີ່​ຕົວ​ຫນອນຕົວຫນຶ່ງ!"
\s5
\c 26
\cl ບົດທິ 26
\p
\v 1 ແລ້ວໂຢບໄດ້ຕອບ ແລະເວົ້າ​ວ່າ,
\v 2 “ເຈົ້າ​ໄດ້​ຊ່ວຍເຫລືອຄົນທີ່​ບໍ່­ມີ​ກຳ­ລັງ​ຈິງໆ! ​ເຈົ້າ​ໄດ້​ຊ່ວຍແຂນ​ທີ່ບໍ່ມີກຳລັງ!
\v 3 ເຈົ້າໄດ້ໃຫ້ຄຳແນະນຳແກ່ຄົນທີ່ບໍ່­ມີ​ສະ­ຕິ­ປັນ­ຍາ ແລະປະກາດແກ່ລາວດ້ວຍຄວາມຮູ້ທີ່ດີເຫລືອເກີນ!
\v 4 ການທີ່ເຈົ້າ​ໄດ້​ກ່າວ​ຖ້ອຍ­ຄຳເຫລົ່ານີ້ມັນຊ່ວຍໃຜໄດ້ແດ່? ວິນຍານຂອງໃຜທີ່ອອກຈາກ​ເຈົ້າ​ແມ່ນ​ຂອງ​ໃຜ?
\s5
\v 5 ຄວາມຕາຍກໍຖືກສ້າງຂຶ້ນມາ ເພື່ອຄວາມຫນ້າຢ້ານກົວ, ທັງຄົນເຫລົ່ານັ້ນທີ່ຢູ່ໃຕ້ນໍ້າທັງຫລາຍ ແລະທຸກສິ່ງທີ່ອາໄສຢູ່ໃນນໍ້ານັ້ນ.
\v 6 ແດນຄົນຕາຍ​ກໍຖືກເຮັດໃຫ້ເປືອຍເປົ່າ​ຕໍ່​ຫນ້າພຣະ­ເຈົ້າ; ການທຳລາຍ ກໍບໍ່ມີສິ່ງປົກປິດຕໍ່ພຣະອົງ.
\s5
\v 7 ພຣະ­ອົງ​ຊົງໄດ້​ຄຶງ​ທ້ອງຟ້າທາງ​ທິດເຫນືອ ເທິງພື້ນທີ່ຫວ່າງເປົ່າ ແລະພຣະອົງຊົງ​ແຂວນ​ແຜ່ນດິນໂລກ​ໄວ້​ເຫນືອ​ບ່ອນ​ທີ່​ວ່າງ​ເປົ່າ.
\v 8 ພຣະ­ອົງ​ຊົງໄດ້​ຫຸ້ມ​ຫໍ່​ນ້ຳ​ໄວ້​ໃນ​ເມກ​ທຶບ​ຂອງ​ພຣະ­ອົງ, ແຕ່ເມກທັງຫລາຍ​ນັ້ນ​ກໍ​ຈະບໍ່​ແຕກກະຈາຍໃຕ້ນໍ້ານັ້ນ.
\s5
\v 9 ພຣະ­ອົງ​ຊົງປົກຄຸມຜິວດວງເດືອນ ແລະແຜ່ເມກທັງຫລາຍຂອງພຣະອົງເທິງດວງເດືອນນັ້ນ.
\v 10 ພຣະ­ອົງ​ຊົງໄດ້​ຂີດ​ຫມາຍເປັນວົງມົນ​ໄວ້​ເທິງ​ຜິວ​ນ້ຳ ເພື່ອ​ເປັນເສັ້ນແບ່ງລະຫວ່າງຄວາມສະຫວ່າງແລະ​ຄວາມ​ມືດ.
\s5
\v 11 ເສົາ​ທັງຫລາຍຂອງທ້ອງຟ້າ​ກໍ​ຫວັ່ນ­ໄຫວ ແລະ​ປະ­ຫລາດ​ໃຈຕໍ່ການວ່າກ່າວຂອງ​ພຣະ­ອົງ​.
\v 12 ພຣະ­ອົງ​ໄດ້ຊົງເຮັດໃຫ້​ທະ­ເລ​​ສະ­ຫງົບ​ດ້ວຍ​ຣິດ­ທາ­ນຸ­ພາບ​ຂອງ​ພຣະ­ອົງ; ໂດຍຄວາມເຂົ້າໃຈຂອງພຣະອົງ ພຣະອົງໄດ້ຊົງເຮັດໃຫ້ຣາຮັບກະແຈກກະຈາຍ.
\s5
\v 13 ໂດຍລົມຫາຍໃຈຂອງພຣະອົງໄດ້ເຮັດໃຫ້ບັນດາທ້ອງຟ້າສ່ອງ​ໃສ; ​ພຣະ­ຫັດ​ຂອງ​ພຣະ­ອົງ​ໄດ້​ແທງ​ງູ​ທີ່​ກຳ­ລັງ​ຫນີ​ໄປ.
\v 14 ເບິ່ງ​ແມ, ສິ່ງ​ເຫລົ່າ​ນີ້​ເປັນ­ພຽງເສັ້ນຂອບແຫ່ງວິທີທາງທັງຫລາຍຂອງພຣະ­ອົງ; ສຽງ​ຊຶ່ມ​ຄ່ອຍໆທີ່ເຮົາ​ໄດ້­ຍິນຈາກພຣະອົງນັ້ນຊ່າງເບົາເຫລືອເກີນ. ໃຜສາມາດເຂົ້າໃຈສຽງຟ້າຮ້ອງແຫ່ງ​ຣິດ­ທາ­ນຸ­ພາບ​​ຂອງ​ພຣະ­ອົງ​ໄດ້?”
\s5
\c 27
\cl ບົດທີ 27
\p
\v 1 ໂຢບ​ໄດ້​ກ່າວຕໍ່ໄປ ແລະລາວໄດ້ເວົ້າວ່າ​,
\v 2 “ຕາບໃດພຣະ­ເຈົ້າຍັງ​ມີ​ພຣະ­ຊົນ​ຢູ່​ຢ່າງແນ່ນອນ, ຜູ້ຊົງເອົາ​ຄວາມ­ຍຸ­ຕິ­ທັມຂອງຂ້ານ້ອຍອອກໄປ, ​ອົງ​ຜູ້​ມີ​ຣິດທານຸພາບ, ຜູ້​ມີ​ເຮັດໃຫ້ຊີວິດ​ຂອງຂ້ານ້ອຍ​ຂົມ­ຂື່ນ,
\v 3 ໃນຂະນະທີ່ຊີວິດຂອງຂ້ານ້ອຍ, ແລະລົມຫາຍໃຈຈາກພຣະເຈົ້າຍັງຢູ່ໃນຮູ­ດັງ​ຂອງຂ້ານ້ອຍ, ນີ້ຄືສິ່ງທີ່ຂ້ານ້ອຍຈະເຮັດ.
\s5
\v 4 ຮີມ­ປາກ​ຂອງ​ຂ້ານ້ອຍຈະ​ບໍ່​ເວົ້າ​ຄວາມ​ບໍ່​ຈິງ ແລະ​ລີ້ນ​ຂອງ​ຂ້ານ້ອຍຈະ​ບໍ່​ເປັ່ງ​ຄຳຂີ້​ຕົວະ.
\v 5 ຂ້ານ້ອຍບໍ່ຍອມຮັບວ່າພວກເຈົ້າທັງສາມເປັນການຖືກຕ້ອງ; ຈົນກວ່າຂ້ານ້ອຍຕາຍ ຈະບໍ່ມີວັນປະຕິເສດຄວາມຊື່ສັດຂອງຂ້ານ້ອຍ.
\s5
\v 6 ຂ້ານ້ອຍໄດ້​ຍຶດຄວາມຊອບທັມຂອງຂ້ານ້ອຍ​ ແລະບໍ່­ຍອມ​ປ່ອຍມັນ​ໄປ; ຄວາມຄິດທັງຫລາຍ​ຂອງ​ຂ້ານ້ອຍ​ບໍ່​ຕຳ­ນິ​ຂ້ານ້ອຍ ນານຕາບຈົນເຖິງທີ່ຂ້ານ້ອຍມີ​ຊີ­ວິດ​ຢູ່.
\v 7 ປ່ອຍໃຫ້ສັດຕຣູຂອງຂ້ານ້ອຍ​ເປັນ​ເຫມືອນ​ຄົນ​ຊົ່ວຮ້າຍ; ປ່ອຍໃຫ້ລາວຜູ້ທີ່ລຸກຂຶ້ນ​ຕໍ່­ສູ້​ຂ້ານ້ອຍເປັນ​ເຫມືອນ​ຄົນ​ອະ­ທັມ.
\s5
\v 8 ເພາະ​ອັນ­ໃດຄື­ຄວາມ​ຫວັງ​ຂອງ​ຄົນ​ທີ່ບໍ່ນັບຖືພຣະເຈົ້າ ເມື່ອພຣະເຈົ້າຊົງຕັດລາວອອກໄປ, ເມື່ອພຣະເຈົ້າໄດ້ເອົາຊີວິດຂອງລາວໄປຫລື?­
\v 9 ພຣະ­ເຈົ້າ​ຈະ​ໄດ້​ຟັງ​ສຽງ­ຮ້ອງ​ໄຫ້ຂອງລາວ? ເມື່ອ​ຄວາມ​ຍາກ​ລຳ­ບາກ​ມາ­ເຫນືອລາວຫລື?
\v 10 ລາວຈະ​ປິ­ຕິ­ຍິນ­ດີກັບຕົວເອງໃນ​ອົງ​ຜູ້​ມີ​ຣິດ​ທານຸພາບ ແລະກາບທູນພຣະເຈົ້າ​ຈະ​ທຸກ​ເວ­ລາ​ບໍ?
\s5
\v 11 ຂ້ານ້ອຍຈະ​ສັ່ງ­ສອນ​ເຈົ້າ​ທັງ­ຫລາຍ​ກ່ຽວກັບ​ພຣະ­ຫັດ​ຂອງ​ພຣະ­ເຈົ້າ; ຂ້ານ້ອຍຈະ​ບໍ່​ປິດ­ບັງ​ພຣະ­ດຳ­ຣິຕ່າງໆ​ຂອງ​ພຣະ­ເຈົ້າ​ອົງ​ຜູ້ຊົງ​ມິ​ຣິດທານຸພາບ​.
\v 12 ເບິ່ງ​ແມ, ພວກເຈົ້າ​ທຸກ​ຄົນ​ໄດ້​ເຫັນຕົວ​ເອງ​ຂອງພວກເຈົ້າ; ເປັນ­ຫຍັງພວກ​ເຈົ້າ​ຈຶ່ງ​ເວົ້າ​ສິ່ງທັງຫມົດທີ່ເຫລວໄຫລ​ເຊັ່ນ​ນີ້?
\s5
\v 13 ນີ້ຄືຈຸດຫມາຍປາຍທາງ​ຂອງ​ຄົນ​ຊົ່ວຮ້າຍຕໍ່​ພຣະ­ເຈົ້າ, ມໍຣະດົກຂອງຜູ້​ບີບ​ບັງ­ຄັບທັງຫລາຍທີ່​ໄດ້­ຮັບ​ຈາກ​​ອົງ​ຜູ້​ມີ​ຣິດທານຸພາບ.
\v 14 ຖ້າ​ຫາກລູກ­ຂອງ​ລາວເພີ່ມ​ຂຶ້ນ, ມັນກໍ​ເພື່ອ​​ດາບ; ເຊື້ອສາຍຂອງລາວຈະບໍ່ມີວັນທີ່ອາຫານພຽງພໍ​ກິນ.
\s5
\v 15 ຄົນເຫລົ່ານີ້ ທີ່ຊ່ວຍຊີວິດ​ຂອງ​ເຂົາໃຫ້ລອດ ຈະຖືກ​ຝັງ​ໂດຍໂຣກລະບາດຮຸນແຮງ, ແລະ​ແມ່­ຫມ້າຍ​ທັງ­ຫລາຍ​ຂອງ​ພວກ­ເຂົາ​ຈະ​ບໍ່​ຮ້ອງ​ຄວນຄາງເພື່ອພວກເຂົາ.
\v 16 ເຖິງ​ແມ່ນວ່າ ຄົນຊົ່ວຮ້າຍສະສົມເງິນໄວ້ເຫມືອນກັບສະສົມຝຸ່ນ ແລະສະສົມເສື້ອຜ້າ ເຫມືອນສະສົມຂີ້ດິນ.
\v 17 ເຂົາ​ຈະສະສົມເສື້ອຜ້າ, ແຕ່ຄົນຊອບ­ທັມ​ຈະເອົາໄປ​ນຸ່ງ, ແລະ​ຄົນ​ທີ່ບໍ່­ມີ​ຄວາມ​ຜິດ​ຈະ​ແບ່ງ​ເງິນ​ກັນທ່າມກາງພວກເຂົາເອງ.
\s5
\v 18 ເຂົາສ້າງເຮືອນຂອງລາວເຫມືອນແມງມຸມສ້າງຮັງ, ເຫມືອນ​ກະ​ຕູບ​ທີ່​ຄົນ​ຍາມ​ສ້າງ.
\v 19 ເຂົານອນລົງເທິງຕຽງຂອງຄົນ­ຮັ່ງ­ມີ​, ແຕ່​ເຂົາຈະເຮັດຕໍ່ໄປບໍ່ໄດ້; ເຂົາເປີດຕາຂອງເຂົາ ແລະທຸກສິ່ງກໍຫາຍໄປ.
\s5
\v 20 ຄວາມຢ້ານກົວຈະຖ້ວມລາວເຫມືອນກັບນໍ້າຖ້ວມ; ພາຍຸພັດລາວໄປໃນເວລາກາງຄືນ.
\v 21 ລົມຈາກທິດຕາເວັນອອກຈະຫອບເອົາລາວໄປ, ແລະ​ລາວຈາກໄປ; ມັນກວາດລາວອອກໄປຈາກ​ບ່ອນ​ຂອງ​ລາວ.
\s5
\v 22 ມັນ​ໂຍນ​ຕົວມັນເອງໃສ່ລາວ ແລະບໍ່ຢຸດຢັ້ງ; ລາວພະຍາຍາມຫນີອອກໄປຈາກມືຂອງມັນ.
\v 23 ມັນຕົບມືຂອງມັນໃສ່ລາວດ້ວຍການເຍາະເຍີ້ຍ; ມັນຂູ່ລາວໃຫ້ອອກ​ໄປ​ຈາກ​ບ່ອນ​ຂອງ​ລາວ.
\s5
\c 28
\cl ບົດທີ 28
\p
\v 1 ແນ່ນອນແລ້ວ​ມີ​ບໍ່ແຮ່​ເງິນ, ມີສະຖານທີ່ ໆ ພວກເຂົາກັ່ນ​​ຄຳ​.
\v 2 ແຮ່​ເຫລັກຖືກເອົາອອກ​ມາ​ຈາກ​ພື້ນ­ດິນ; ແຮ່ທອງ­ເຫລືອງຖືກຫລອມ​ມາ​ຈາກ​ກ້ອນຫີນ.
\s5
\v 3 ມະ­ນຸດຄົນຫນຶ່ງ​ກຳຫນົດຈຸດສິ້ນສຸດໃຫ້ກັບ​ຄວາມ​ມືດ, ແລະ​ຄົ້ນ­ຫາ​ໄປ​ຍັງ​ເຂດຫ່າງ​ໄກ​ທີ່­ສຸດ, ກ້ອນຫີນຕ່າງໆ ໃນທີ່ລັບ ແລະໃນຄວາມມືດທືບ.
\v 4 ­ເຂົາ​ເປີດອຸໂມງທີ່ຢູ່ຫ່າງໄກຈາກທີ່ຜູ້ຄົນອາໄສຢູ່, ສະຖານທີ່ຕ່າງໆ ທີ່ຕີນຂອງຜູ້ຄົນຫລົງລືມ. ລາວແຂວນເອົາໄວ້ໄກຈາກຜູ້ຄົນ; ລາວແກ່ວງໄປແລະມາ.
\s5
\v 5 ສຳລັບ​ແຜ່ນ­ດິນໂລກ, ​ອາ­ຫານກໍ​ອອກ​ມາ, ເບື້ອງລຸ່ມກັບມາເປັນເຫມືອນໄຟ.
\v 6 ກ້ອນ​ຫີນທັງຫລາຍຂອງມັນເປັນສະຖານທີ່ໆ ມໍຣະກົດຖືກຄົ້ນພົບ, ແລະ​ຂີ້­ຂອງມັນບັນຈຸ​ຄຳ.
\s5
\v 7 ບໍ່­ມີ​ນົກ​ໂຕ​ໃດທີ່ເປັນເຫຍື່ອ​ຮູ້­ຈັກ​ທາງ​ນັ້ນ, ບໍ່ມີດວງ​ຕາຂອງ​ນົກຕົວໃດທີ່ແນມເຫັນມັນ​.
\v 8 ສັດທີ່ອວດອ້າງບໍ່ໄດ້ເຄີຍ​ຍ່າງ​ທາງ­ນັ້ນ, ຫລື​ໂຕ​ສິງໂຕ​ໂຫດ­ຮ້າຍ​ກໍບໍ່​ໄດ້ຜ່ານ­ບ່ອນ­ນັ້ນ.
\s5
\v 9 ມະນຸດຄົນຫນຶ່ງວາງມືຂອງເຂົາເທິງຫີນ​ເຫລັກໄຟ; ເຂົາເຮັດໃຫ້​ພູ­ເຂົາຕ່າງໆຖືກທຳລາຍ​ລົງ​ເຖິງ​ຮາກທັງຫລາຍຂອງມັນ.
\v 10 ເຂົາຕັດຊ່ອງທາງຕ່າງໆ ໃນທ່າມກາງກ້ອນຫີນທັງຫລາຍ; ດວງຕາຂອງເຂົາແນມເຫັນສິ່ງທີ່ມີຄ່າທຸກຢ່າງທີ່ນັ້ນ.
\v 11 ລາວປິດແມ່ນໍ້າຕ່າງໆ ເພື່ອ​ນໍ້າຈະບໍ່ໄຫລ; ​ສິ່ງ​ທີ່​ປິດ­ບັງ​ໄວ້ທີ່ນັ້ນ ເຂົາກໍນຳອອກມາສູ່ຄວາມສະຫວ່າງ.
\s5
\v 12 ສະ­ຕິ­ປັນ­ຍາຈະຖືກ​ຄົ້ນພົບ​​ບ່ອນ​ໃດ? ສະຖານທີ່ແຫ່ງຄວາມ​ເຂົ້າ­ໃຈ​ຢູ່​ທີ່​ໃດ?
\v 13 ມະ­ນຸດ​ບໍ່​ຮູ້­ຈັກ​ຄ່າ​ຂອງ​ສະ­ຕິ­ປັນ­ຍາ; ຫລືບໍ່ໄດ້ພົບມັນໃນແຜ່ນ­ດິນ​ຂອງ​ຄົນ​ເປັນ​.
\v 14 ນໍ້າເລິກພາຍໃຕ້ແຜ່ນດິນໂລກເວົ້າວ່າ, ‘ມັນບໍ່ຢູ່ໃນ​ຂ້ານ້ອຍ​’ ແລະ​ທະ­ເລ​ກ່າວ​ວ່າ‘ມັນບໍ່­ຢູ່​ກັບຂ້ານ້ອຍ'.
\s5
\v 15 ມັນບໍ່ສາມາດໄດ້ມາດ້ວຍ​ຄຳ; ຫລືບໍ່ສາມາດໄດ້ຮັບການຕີລາຄາດ້ວຍເງິນ.
\v 16 ມັນບໍ່ສາມາດໄດ້ຮັບການວັດຄຸນຄ່າດ້ວຍຄຳແຫ່ງໂອຟີ ດ້ວຍພອຍ​ສີ­ນ້ຳ​ເຂົ້າ​ປະ­ເສີດ ຫລື​ແກ້ວ​ໄພ­ທູນ​.
\v 17 ​ຄຳ ແລະ​ແກ້ວ​ບໍ­ຣິ­ສຸດ​​ບໍ່­ສາມາດມີຄ່າທຽບເທົ່າມັນໄດ້ ຫລື​ບໍ່ສາມາດແລກ­ປ່ຽນ​ກັບ​ເຄື່ອງ​ຄຳ​ບໍ­ຣິ­ສຸດ​ເນື້ອດີ.
\s5
\v 18 ຢ່າ​ເອີ່ຍ​ເຖິງ​ຄຸນຄ່າຂອງຫີນປະ​ກາ​ລັງ ແລະ​ຍົກມໍຣະກົດເລີຍ; ແທ້ຈິງແລ້ວ, ລາຄາຂອງ​ສະ­ຕິ­ປັນ­ຍາ​ນັ້ນມີຫລາຍສູງ​ກວ່າ​ບັນດາທັບທິມ.
\v 19 ຍົກເຫລືອງຂອງ​ເມືອງ​ເອ­ທີ­ໂອ­ເປຍ ກໍ​ບໍ່ສາມາດປຽບ​ຄ່າໄດ້ດ້ວຍ​ຄຳ​ບໍ­ຣິ­ສຸດ​.
\s5
\v 20 ແລ້ວສະຕິປັນຍາມາຈາກ​ໃສ? ສະຖານທີ່ຂອງ​ຄວາມ​ເຂົ້າ­ໃຈ​ຢູ່​ທີ່​ໃດຫລື?
\v 21 ສະຕິປັນຍານັ້ນ​ທີ່​ເຊື່ອງ​ພົ້ນ​ຈາກ​ດວງຕາທັງຫລາຍ​ຂອງ​ສິ່ງ​ທີ່​ມີ­ຊີ­ວິດທັງຫມົດ ແລະ​ປິດ­ບັງ​ໄວ້​ຈາກບັນດາ​ນົກ​ແຫ່ງທ້ອງຟ້າ.
\v 22 ການທຳລາຍ ແລະຄວາມຕາຍເວົ້າວ່າ, ‘ເຮົາ​ໄດ້­ຍິນ​ຂ່າວຊ່າ­ລືກ່ຽວກັບມັນດ້ວຍ​ຫູ​ຂອງ​ເຮົາ’
\s5
\v 23 ພຣະ­ເຈົ້າ​ຊົງເຂົ້າໃຈ​ທາງ​ໄປ​ຫາ​ສະ­ຕິ­ປັນ­ຍາ​ນັ້ນ; ​ພຣະ­ອົງ​ຊົງ​ຮູ້ຈັກສະຖານທີ່​ຂອງ​ສະ­ຕິ­ປັນ­ຍາ​ດ້ວຍ.
\v 24 ເພາະ​ພຣະ­ອົງ​ທອດ​ພຣະ­ເນດ​ໄປ​ເຖິງ​ທີ່­ສຸດ​ປາຍ​ແຜ່ນ­ດິນ­ໂລກ ແລະຊົງ​ເຫັນ​ທຸກ​ສິ່ງ​ທີ່​ໃຕ້ທ້ອງຟ້າສະຫວັນທັງຫມົດ.
\v 25 ພຣະ­ອົງ​ໄດ້ຊົງ​ກຳ­ນົດ​ນ້ຳ­ແຮງລົມ ແລະ​ແບ່ງນໍ້າທັງຫລາຍອອກດ້ວຍເຄື່ອງ​ຜອງ.
\s5
\v 26 ​ພຣະ­ອົງ​ໄດ້​ສ້າງ​ກົດ­ເກນສຳລັບ​​ຝົນ ແລະ​ສ້າງ​ທາງ​ໄວ້ສຳລັບ​ຟ້າຮ້ອງ​ຟ້າ­ຜ່າ.
\v 27 ແລ້ວ​ພຣະ­ອົງ​ທອດ​ພຣະ­ເນດ​ສະ­ຕິ­ປັນ­ຍາ ແລະ​ໄດ້​ປະ­ກາດມັນອອກໄປ; ພຣະອົງໄດ້​ຊົງສະ­ຖາ­ປະ­ນາມັນ, ແທ້ຈິງແລ້ວ, ແລະ ພຣະອົງໄດ້ຊົງທົດ​ລອງ​ມັນ.
\v 28 ຕໍ່ຜູ້ຄົນ ພຣະ­ອົງ​ກ່າວ​​ວ່າ, ‘ເບິ່ງ​ແມ, ຄວາມ​ຢຳ​ເກງ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ນັ້ນ​ແຫລະ ຄື​ສະ­ຕິ­ປັນ­ຍາ; ການອອກຫ່າງຈາກຄວາມຊົ່ວ ກໍເປັນ​ຄວາມ​ເຂົ້າ­ໃຈ.’”
\s5
\c 29
\cl ບົດທີ 29
\p
\v 1 ​ໂຢບ​ຈຶ່ງເວົ້າຕໍ່ໄປ ແລະກ່າວວ່າ,
\v 2 “ໂອ ຫາກຂ້ານ້ອຍ​ຢາກ​ຈະ​ຢູ່​ຄື​ຂ້ານ້ອຍໄດ້ເປັນເມື່ອຫລາຍ​ເດືອນ​ກ່ອນທີ່ພຣະເຈົ້າໄດ້ຊົງຫ່ວງໄຍຂ້ານ້ອຍ,
\v 3 ເມື່ອ​ຕະ­ກຽງ​ຂອງ​ພຣະ­ອົງ​ສ່ອງສະຫວ່າງເຫນືອ​ເທິງ​ຫົວຂອງ​ຂ້ານ້ອຍ, ແລະເມື່ອຂ້ານ້ອຍໄດ້ເດີນຜ່ານຄວາມມືດ ໂດຍຄວາມສະຫວ່າງ​ຂອງ​ພຣະ­ອົງ.
\s5
\v 4 ໂອ, ຫາກຂ້ານ້ອຍຈະເປັນຢ່າງທີ່ຂ້ານ້ອຍໄດ້ເປັນໃນຄວາມສົມບູນແຫ່ງວັນທັງຫລາຍຂອງຂ້ານ້ອຍ ​ເມື່ອ​ສຳພັນທະພາບກັບພຣະເຈົ້າໄດ້ຢູ່ໃນເຕັນຂອງຂ້ານ້ອຍ,
\v 5 ເມື່ອ​ອົງ​ຜູ້​ມີ​ຣິດທານຸພາບຍັງຊົງ​​ຢູ່​ກັບ​ຂ້ານ້ອຍ, ແລະ​ບັນດາລູກຂອງຂ້ານ້ອຍໄດ້ຢູ່ລ້ອມຮອບ​ຂ້ານ້ອຍ,
\v 6 ເມື່ອຫົນທາງຂອງຂ້ານ້ອຍໄດ້ຖືກປົກຄຸມໄວ້ດ້ວຍສ່ວນທີ່ດີທີ່ສຸດ, ແລະກ້ອນຫີນນັ້ນໄດ້ຫລັ່ງສາຍນໍ້າແຫ່ງ​​​ນ້ຳ­ມັນ​ອອກ​ໃຫ້ແກ່ຂ້ານ້ອຍ.
\s5
\v 7 ເມື່ອ​ຂ້ານ້ອຍ​ອອກ​ມາ­ຍັງ​ປະ­ຕູ​ເມືອງ, ເມື່ອຂ້ານ້ອຍ​ຕຽມໄດ້​ນັ່ງ​ໃນບ່ອນຂອງ​ຂ້ານ້ອຍທີ່ລານເມືອງ,
\v 8 ຄົນ​ຫນຸ່ມທັງຫລາຍ​ເຫັນຂ້ານ້ອຍແລະຢູ່ຫ່າງຈາກຂ້ານ້ອຍດ້ວຍຄວາມເຄົາຣົບ, ແລະຄົນ​ສູງ​ອາ­ຍຸ​ໄດ້ລຸກ­ຂຶ້ນ ແລະ​ຢືນ­ຕ້ອນຮັບຂ້ານ້ອຍ.
\s5
\v 9 ບັນດາເຈົ້າ​ນາຍ​ທັງຫລາຍຢຸດ​ການໂອ້ລົມ ເມື່ອຂ້ານ້ອຍມາເຖິງ; ພວກເຂົາໄດ້ເອົາ​ມື​ປິດ​ປາກ​ຂອງ­ຕົນ​ໄວ້.
\v 10 ສຽງ​ຂອງ​ບັນດາຂ້າ­ຣາ­ຊະ­ການທັງຫລາຍ​ກໍ​ສະ­ຫງົບ​ລົງ: ແລະ​ລີ້ນ​ຂອງ​ພວກ­ເຂົາ​ກໍ​ຕິດ​ເພ­ດານ​ປາກຂອງພວກເຂົາ.
\s5
\v 11 ເພາະຫລັງຈາກ​ຫູ​ຂອງພວກເຂົາໄດ້­ຍິນຂ້ານ້ອຍ, ​ແລ້ວພວກເຂົາຈະອວຍພອນຂ້ານ້ອຍ; ຫລັງຈາກດວງຕາຂອງພວກເຂົາ ໄດ້ເຫັນຂ້ານ້ອຍ, ພວກເຂົາຈະໃຫ້ຄຳພະຍານຕໍ່ຂ້ານ້ອຍ ແລະຍອມຮັບຂ້ານ້ອຍ.
\v 12 ເພາະ­ວ່າ​ຂ້ານ້ອຍໄດ້​ຊ່ວຍ​ຄົນ​ຍາກ­ຈົນ ເມື່ອເຂົາ​ຮ້ອງ​ໃຫ້​ຊ່ວຍ, ແລະ​ຊ່ວຍຄົນທີ່ເດັກ​ກຳ­ພ້າ​ພໍ່ ເມື່ອເຂົາ​ບໍ່­ມີ​ໃຜ​ຊ່ວຍ​ເຂົາ.
\v 13 ການອວຍພອນ​ຂອງ​ລາວຜູ້ທີ່ຈະຕ້ອງຕາຍກໍໄດ້ມາເຖິງຂ້ານ້ອຍ; ຂ້ານ້ອຍໄດ້­ເປັນ​ເຫດ​ໃຫ້​ຈິດ­ໃຈ​ຂອງ​ແມ່­ຫມ້າຍ​ ຮ້ອງ­ເພງ​ດ້ວຍ​ຄວາມ​ຊົມຊື່ນ­ຍິນດີ.
\s5
\v 14 ຂ້ານ້ອຍໄດ້​ເອົາ​ຄວາມ​ຊອບ­ທັມ ແລະ​ມັນ​ກໍ​ຫໍ່​ຫຸ້ມ​ຂ້ານ້ອຍໄວ້; ຄວາມ­ຍຸ­ຕິ­ທັມ​ຂອງ​ຂ້ານ້ອຍໄດ້ເປັນເຫມືອນ​ເສື້ອ­ຄຸມ ແລະ​ຜ້າ​ຄຽນ​ຫົວ
\v 15 ແລະຂ້ານ້ອຍໄດ້ເປັນ​ຕີນ​ໃຫ້​ຄົນ​ງ່ອຍ.
\v 16 ຂ້ານ້ອຍ​ເປັນ​ພໍ່​ໃຫ້​ຄົນ​ຂັດ​ສົນ; ຂ້ານ້ອຍພິ­ຈາ­ຣະ­ນາ​ຄະດີ ແມ້ແຕ່​ຂອງ​ຜູ້​ທີ່​ຂ້ານ້ອຍບໍ່​ຮູ້­ຈັກ.
\s5
\v 17 ຂ້ານ້ອຍໄດ້ຫັກ​ກະ­ດູກ​ຄາງ​ຂອງ​ຄົນ​ຊົ່ວ; ຂ້ານ້ອຍໄດ້ຊ່ວຍຜູ້ຕົກເປັນເຫຍື່ອອອກຈາກລະຫວ່າງ​ແຂ້ວ​ຂອງ​ລາວ.
\v 18 ແລ້ວ​ຂ້ານ້ອຍ​ໄດ້ເວົ້າວ່າ, ‘ຂ້ານ້ອຍຈະ​ຕາຍ​ໃນ​ຮັງ​ຂອງຂ້ານ້ອຍ; ​ຂ້ານ້ອຍຈະ​ເພີ່ມ­ທະ­ວີ​ຄູນວັນ​ທັງຫລາຍຂອງຂ້ານ້ອຍ​ເຫມືອນກັບເມັດ­ຊາຍທັງຫລາຍ.
\v 19 ຮາກທັງຫລາຍຂອງ​ຂ້ານ້ອຍຈະ​ແຜ່ຂະຫຍາຍ​ໄປ​ເຖິງ​ນ້ຳ, ແລະ​ນ້ຳ­ຫມອກຈະຢອດລົງ​ເທິງ​ກິ່ງທັງ​ຂອງຂ້ານ້ອຍ​ຕະ­ຫລອດທັງ​ຄືນ.
\s5
\v 20 ກຽດສະ­ຫງ່າ­ຣາ­ສີ​ທີ່ຂ້ານ້ອຍມີນັ້ນ ​ສົດ­ໃຫມ່ສະເຫມີ, ແລະ​ຄັນ​ທະ­ນູ​ແຫ່ງກຳລັງຂອງ​ຂ້ານ້ອຍໃຫມ່ໃນ​ມືຂ້ານ້ອຍ​ສະ­ເຫມີ​.­
\v 21 ຄົນ​ທັງ­ຫລາຍ​ຫງ່ຽງ​ຫູ​ຟັງ​ຂ້ານ້ອຍ; ພວກເຂົາໄດ້ລໍ​ຄອຍຂ້ານ້ອຍ; ແລະພວກເຂົາໄດ້ນິ້ງ​ງຽບ​ຢູ່ ເພື່ອຟັງ​ຄຳ​ສັ່ງ­ສອນ​ຂອງຂ້ານ້ອຍ.
\v 22 ຫລັງ​ຈາກຖ້ອຍຄຳຂອງຂ້ານ້ອຍຖືກກ່າວແລ້ວ, ພວກ­ເຂົາ​ກໍ​ບໍ່​ເວົ້າ​ອີກ​ເລີຍ; ຄຳ​ຂອງຂ້ານ້ອຍກໍ​ຢອດ­ລົງໄປເຫມືອນກັບນໍ້າທີ່ຖອກເທິງ​ພວກ­ເຂົາ.
\s5
\v 23 ພວກ­ເຂົາໄດ້ລໍ​ຄອຍຂ້ານ້ອຍເຫມືອນກັບ​ຄອຍ​ຖ້າສາຍ​ຝົນ; ພວກ­ເຂົາໄດ້ເປີດ​ປາກ​ຂອງ­ຕົນກວ້າງເພື່ອດື່ມຖ້ອຍຄຳທັງຫລາຍຂອງຂ້ານ້ອຍ, ​ເຫມືອນກັບພວກເຂົາຈະດື່ມ​ນ້ຳ​ຝົນ­ຕົກ​ທ້າຍ​ຣະ­ດູ.
\v 24 ຂ້ານ້ອຍ​­ໄດ້ຍິ້ມໃຫ້​ພວກ­ເຂົາ ເມື່ອພວກເຂົາບໍ່ໄດ້ຄາດຫວັງສິ່ງນັ້ນ ພວກ­ເຂົາ​ກໍ​ບໍ່​ປະຕິເສດແສງສະຫວ່າງແຫ່ງຫນ້າຂອງຂ້ານ້ອຍ.
\s5
\v 25 ຂ້ານ້ອຍໄດ້ກຳນົດທາງຂອງ​ພວກ­ເຂົາ ແລະ​ນັ່ງ​ເຫມືອນກັບເປັນ​ຫົວ­ຫນ້າຂອງພວກເຂົາ; ຂ້ານ້ອຍໄດ້ມີຊີວິດຢູ່ເຫມືອນກັບກະສັດທີ່ຢູ່ໃນກອງທັບຂອງເຂົາ, ເຫມືອນກັບຜູ້ຫນຶ່ງທີ່ປອບໂຍນບັນດາຄົນໄວ້ທຸກ.
\s5
\c 30
\cl ບົດທີ 30
\p
\v 1 ເວລານີ້ ຄົນເຫລົ່ານັ້ນທີ່ອາຍຸນ້ອຍກວ່າຂ້ອຍກັບບໍ່ໄດ້ເຮັດສິ່ງໃດນອກຈາກການເຍາະເຍີ້ຍຂ້ານ້ອຍ- ​ຄົນ­ທີ່​ຫນຸ່ມເຫລົ່ານີ້ທີ່​ຂ້ານ້ອຍ ຈະປະຕິເສດເຫລົ່າ​ພໍ່​ຂອງ​ພວກ­ເຂົາ​ບໍ່­ໃຫ້ເຮັດວຽກຄຽງຂ້າງພວກ​ຫມາ​ທີ່​ເຝົ້າ​ຝູງ​ສັດ​ຂອງຂ້ານ້ອຍ.
\v 2 ອັນທີ່ຈິງແລ້ວ, ກຳລັງແຫ່ງມືທັງຫລາຍຂອງພໍ່ຂອງພວກເຂົາ, ພວກຜູ້ຊາຍທີ່ມີ​ກຳ­ລັງໃນວັຍຜູ້ໃຫ່ຍຂອງພວກເຂົາໄດ້ສາບສູນໄປ ສາມາດຊ່ວຍຂ້ານ້ອຍໄດ້ຫລາຍປານໃດ?
\v 3 ພວກເຂົາຝ່າຍຜອມເພາະ​ຄວາມ​ຍາກຈົນ ແລະ​ຫິວ­ໂຫຍ; ພວກ­ເຂົາ​ໄດ້ທົນທໍຣະມານທີ່ພື້ນດິນແຫ້ງແລ້ງ​ກັນ­ດານ ແລະ​ຮ້າງ​ເປົ່າຫວ່າງອັນມືດມິດ.
\s5
\v 4 ພວກ­ເຂົາ​ໄດ້ເກັບຜັກທ່າມກາງ​ພຸ່ມ­ໄມ້ ແລະເກັບໃບຂອງພຸ່ມໄມ້ຕ່າງໆ; ເກັບ​ຮາກທັງຫລາຍຂອງ​ຕົ້ນ​ຊາກ­ມາ​ເປັນ​ອາ­ຫານ.
\v 5 ພວກ­ເຂົາໄດ້​ຖືກ​ຂັບ​ໄລ່­ອອກຈາກ​ທ່າມ­ກາງ​ປະຊາກອນຜູ້ທີ່​ຮ້ອງ​ຕາມ​​ຫລັງພວກເຂົາເຫມືອນກັບຄົນທີ່ຮ້ອງຕາມຫລັງ​ໂຈນ.
\v 6 ດັ່ງນັ້ນ ພວກ­ເຂົາ​ຈຶ່ງໄດ້ອາໄສຢູ່ຕາມແຄມແມ່ນໍ້າຕ່າງໆ, ໃນ​ຮູ​ຕ່າງໆຢູ່­ໃນແຜ່ນ​ດິນ​ແລະ​ຫລືບ​ຫີນຕ່າງໆ;
\s5
\v 7 ທ່າມ­ກາງ​ພຸ່ມ­ໄມ້ທັງຫລາຍ ພວກ­ເຂົາ​ສົ່ງສຽງຮ້ອງ​ເຫມືອນກັບພວກລວາ; ​ພາຍ­ໃຕ້​ພຸ່ມໄມ້ທັງຫລາຍ ພວກເຂົາໄດ້ລວມຕົວກັນ.
\v 8 ພວກ­ເຂົາ​ໄດ້ເປັນ​ລູກຊາຍ​ຂອງພວກ​ຄົນ​ໂງ່, ຄວາມຈິງຄື, ເປັນ​ລູກຊາຍ​ຂອງພວກທີ່ບໍ່ມີຊື່ສຽງ! ພວກ­ເຂົາ​ຖືກຂັບໄລ່ອອກຈາກດິນແດນດ້ວຍແສ້.
\s5
\v 9 ແຕ່ເວລານີ້ຕໍ່ບັນດາລູກຊາຍທັງຫລາຍຂອງພວກເຂົາ ຂ້ານ້ອຍໄດ້​ກາຍ­ເປັນ​ເພງແຫ່ງການ​ເຍາະ­ເຍີ້ຍ​ຂອງ​ພວກ­ເຂົາ; ຄວາມຈິງຄື, ຕອນນີ້ ຂ້ານ້ອຍເປັນ​ຕົວຕະຫລົກສຳລັບ​ພວກ­ເຂົາ.
\v 10 ພວກ­ເຂົາ​ທັງ­ຫລາຍ​ກຽດ­ຊັງຂ້ານ້ອຍ ແລະຢືນ​ຫ່າງ​ໄກ​ຈາກ​ຂ້ານ້ອຍ; ພວກເຂົາ​ຖົ່ມ­ນ້ຳ­ລາຍ​ໃສ່​ຫນ້າ​ຂອງຂ້ານ້ອຍ.
\v 11 ເພາະ​ພຣະ­ເຈົ້າ​ໄດ້​ຊົງແກ້​ສາຍ​ທະ­ນູ​ຂອງ​ຂ້ານ້ອຍ ແລະໄດ້ຊົງ​ໃຫ້​ຂ້ານ້ອຍ​ຕົກ­ຕໍ່າ ແລະບັນດາຄົນເຫລົ່ານນັ້ນທີ່ໄດ້ເວົ້າສຽດສີຂ້ານ້ອຍໄດ້ຖິ້ມສິ່ງທີ່ຢຶດຖືທັ່ງ​ໃ່ສ່ຕໍ່ຫນ້າຂອງ​ຂ້ານ້ອຍ.
\s5
\v 12 ​ຂ້າງ​ຂວາ​ມື​ຂອງຂ້ານ້ອຍນັ້ນຝູງຊົນກໍ​ລຸກ­ຂຶ້ນ; ພວກ­ເຂົາ​ຂັບໄລ່ຂ້ານ້ອຍອອກໄປ ແລະ​ຂຸດກອງດິນລວມກັນ​ໄວ້​ຕໍ່­ສູ້ຂ້ານ້ອຍ.
\v 13 ພວກ­ເຂົາ​ທຳ­ລາຍ​ຫົນ­ທາງ​ຂອງຂ້ານ້ອຍ; ພວກ­ເຂົາຍູ້ຄວາມພິນາດໄປທາງຫນ້າຂ້ານ້ອຍ​, ພວກຄົນທີ່ບໍ່­ມີ​ຜູ້­ໃດ​ຕ້ານ­ທານ​ພວກ­ເຂົາ​ໄວ້​ເລີຍ.
\s5
\v 14 ພວກ­ເຂົາ​ມາຕໍ່ສູ້ຂ້ານ້ອຍ​ເຫມືອນ​ກັບກອງທັບແລ່ນ​ມາ​ທາງ​ປ່ອງ​ກວ້າງຂອງກຳແພງເມືອງ; ໃນທ່າມກາງການທຳລາຍນັ້ນ ພວກເຂົາກິ້ງຕົວເທິງຂ້ານ້ອຍ.
\v 15 ຄວາມ​ຢ້ານກົວຕົກມາເຫນືອຂ້ານ້ອຍ; ກຽຕຂອງຂ້ານ້ອຍຖືກກຳຈັດອອກໄປເຫມືອນກັບມັນເປັນພຽງແຕ່ສາຍລົມ ແລະ​ຄວາມ​ຈະ­ເຣີນ​ຮຸ່ງ­ເຮືອງ​ຂອງຂ້ານ້ອຍກໍຜ່ານໄປ​​ເຫມືອນກັບກ້ອນ​ເມກ.
\s5
\v 16 ບັດ­ນີ້​ຊີວິດ​ຂອງຂ້ານ້ອຍກຳລັງ​ໄຫລ​ອອກຈາກ​ພາຍ­ໃນຂ້ານ້ອຍໄປ; ວັນ​ເວ­ລາ​ແຫ່ງ​ຄວາມ­ທຸກທໍຣະມານທັງຫລາຍຂອງຂ້ານ້ອຍ ໄດ້​​ຈັບ​ຕົວຂ້ານ້ອຍໄວ້ຈົນຫມັ້ນ.
\v 17 ໃນຍາມກາງ­ຄືນ ​ກະ­ດູກທັງຫລາຍພາຍໃນຂ້ານ້ອຍຖືກເຈາະແທງ; ​ຄວາມ­ເຈັບ​ປວດ​ທີ່​ກັດ​ກິນ​ຂ້ານ້ອຍາ​ນັ້ນ​ເຮັດໃຫ້ຂ້ານ້ອຍບໍ່​ຢຸດ​ພັກ​ເລີຍ.
\s5
\v 18 ກຳລັງອັນຍິ່ງໃຫ່ຍຂອງພຣະເຈົ້າ ໄດ້ຢືດເສື້ອຜ້າຂອງຂ້ານ້ອຍ. ມັນ​ໄດ້ຫໍ່ຫຸ້ມຂ້ານ້ອຍ​ເຫມືອນກັບຄໍ​ເສື້ອ­ຮັດ​​ຂ້ານ້ອຍ
\v 19 ພຣະອົງໄດ້ຊົງໂຍນຂ້ານ້ອຍລົງໄປໃນ​​ຂີ້ຕົມ; ຂ້ານ້ອຍໄດ້ກາຍເປັນເຫມືອນຂີ້­ຝຸ່ນ​ ແລະ​ຂີ້­ເຖົ່າ​ໄຟ.
\s5
\v 20 ຂ້າ­ແດ່ພຣະເຈົ້າ, ຂ້ານ້ອຍ​ຮ້ອງ​ທູນ​ພຣະ­ອົງ; ແຕ່ພຣະ­ອົງ​ບໍ່​ໄດ້­ຮັບ​ຟັງ​ຂ້າ­ນ້ອຍ, ຂ້າ­ນ້ອຍ​ຢືນ​ຂຶ້ນ ແລະ​ພຣະ­ອົງ​ບໍ່­ໄດ້​ເບິ່ງ.
\v 21 ພຣະ­ອົງ​ຊົງປ່ຽນແປງ ແລະຊົງ​ໂຫດ­ຮ້າຍ​ຕໍ່​ຂ້າ­ນ້ອຍ; ດ້ວຍກຳລັງແຫ່ງ​ພຣະ­ຫັດ ພຣະອົງຊົງຂົ່ມເຫັງຂ້ານ້ອຍ.
\s5
\v 22 ພຣະ­ອົງ​ຊົງ​ຍົກ​ຂ້າ­ນ້ອຍ​ຂຶ້ນ​ເທິງສາຍ​ລົມ ແລະ​ຊົງເຮັດ​ໃຫ້​ລົມ­ພັດ​ຂ້າ­ນ້ອຍ​ໄປ; ພຣະອົງຊົງໂຍນຂ້າ­ນ້ອຍໄປມາໃນພະຍຸ.
\v 23 ເພາະຂ້າ­ນ້ອຍ​ຮູ້​​ວ່າ​ ພຣະ­ອົງ​ຈະ­ໃຫ້​ຂ້າ­ນ້ອຍໄປເຖິງຄວາມ​ຕາຍ​ເສຍ, ​ໄປເຖິງ​ສູ່​ບ່ອນທີ່ເປັນຈຸດຫມາຍປາຍທາງສຳລັບທຸກສິ່ງທີ່ມີຊີວິດ.
\s5
\v 24 ແຕ່ຈະບໍ່ມີໃຜທີ່ຍື່ນມືຂໍຄວາມຊ່ວຍເຫລືອ ເມື່ອເຂົາລົ້ມລົງຢ່າງນັ້ນບໍ? ບໍ່ມີໃຜທີ່ມີຄວາມທຸກຈະຮ້ອງຂໍຄວາມຊ່ວຍເຫລືອບໍ?
\v 25 ຂ້ານ້ອຍ​ບໍ່­ໄດ້​ຮ້ອງ­ໄຫ້ ເພາະເຂົາທີ່ຕົກຢູ່ໃນຄວາມທຸກບໍ? ຂ້ານ້ອຍບໍ່ໄດ້​​ທຸກ​ໂສກເພາະ​ຄົນທີ່​ຂັດ​ສົນ​ບໍ?
\v 26 ​ເມື່ອ​ຂ້ານ້ອຍໄດ້​ຊອກ­ຫາ​ສິ່ງ​ດີ, ແລະຄວາມຊົ່ວໄດ້ເຂົ້າມາ; ເມື່ອ​ຂ້ານ້ອຍໄດ້ລໍ​ຄອຍ​ຖ້າ​ຄວາມ​ສະ­ຫວ່າງ, ຄວາມ​ມືດ​ກໍ​ມາ​ແທນທີ່.
\s5
\v 27 ຈິດ­ໃຈ​ຂອງ​ຂ້ານ້ອຍ ຖືກເຮັດໃຫ້ທຸກຍາກ ແລະບໍ່ໄດ້ຢຸດພັກ; ວັນທັງຫລາຍແຫ່ງ​ຄວາມເຈັບປວດໄດ້ມາເຫນືອຂ້ານ້ອຍ.­
\v 28 ຂ້ານ້ອຍໄດ້ໄປເຫມືອນກັບຄົນທີ່ກຳລັງຢູ່ໃນຄວາມມືດ, ແຕ່ບໍ່ແມ່ນເພາະດວງຕາເວັນ; ຂ້ານ້ອຍ​ຢືນ​ຂຶ້ນ​ໃນ​ທີ່​ຊຸມ­ນຸມ­ຊົນ ແລະ​ຮ້ອງ​ຂໍ​ຄວາມ​ຊ່ວຍ­ເຫລືອ.
\v 29 ຂ້ານ້ອຍ​ເປັນ​ພີ່­ນ້ອງ​ຂອງຝູງ​ຫມາ​ໄນ, ເປັນ​ເພື່ອນ​ຂອງພວກ​ນົກ​ກະ­ຈອກ​ເທດ.
\s5
\v 30 ຜີວ​ຫນັງ​ຂ້ານ້ອຍເປັນສີ​ດຳ ແລະຫລຸດລວ່ງຈາກຂ້ານ້ອຍ; ກະ­ດູກ​ຂອງ​ຂ້ານ້ອຍຖືກເຜົາດ້ວຍຄວາມ​ຮ້ອນ​.
\v 31 ເພາະ­ສະ­ນັ້ນ ສຽງ​ພິນ​ຄູ່​ຂອງຂ້ານ້ອຍ ຈຶ່ງຫັນໄປສູ່ເພງໄວ້ທຸກ, ​ສຽງ​ຂຸ່ຍ​ຂອງ​ຂ້ານ້ອຍບັນເລງເພງສຳລັບຄົນເຫລົ່ານັ້ນທີ່​ຮ້ອງ­ໄຫ້ຄໍ້າຄວນ.
\s5
\c 31
\cl ບົດທີ 31
\p
\v 1 ຂ້າໄດ້ເຮັດສັນຍາກັບດວງຕາຂອງຂ້ານ້ອຍ; ແລ້ວຂ້ານ້ອຍຄວນຈະເບິ່ງ​ຍິງບໍຣິສຸດ​ດ້ວຍ​ໃຈປາຖະຫນາ​ຢ່າງນັ້ນບໍ?
\v 2 ເພາະສິ່ງໃດທີ່ເປັນສ່ວນແບ່ງຈາກພຣະເຈົ້າເບື້ອງບົນ ເປັນມໍຣະດົກຈາກອົງຜູ້​ຊົງຣິດທານຸພາບເທິງທີ່ສູງບໍ?
\s5
\v 3 ຂ້ານ້ອຍຄິດວ່າເຫດຫານເລວຮ້າຍມີໄວ້ສຳລັບຄົນອະທັມ ແລະຄວາມພິນາດທີ່ມີໄວ້ສຳລັບຄົນ​ເຮັດ​ຜິດ.
\v 4 ພຣະ­ເຈົ້າ​ບໍ່ໄດ້ຊົງ­ຮູ້ຫົນທາງທັງຫລາຍຂອງຂ້ານ້ອຍ ແລະນັບບາດກ້າວທັງສິ້ນຂອງຂ້ານ້ອຍຫລື?
\s5
\v 5 ຖ້າຫາກຂ້ານ້ອຍ​ໄດ້ເດີນໄປກັບຄວາມຂີ້ຕົວະ, ຖ້າຫາກຕີນຂອງຂ້ານ້ອຍເລັງໄປສູ່ການ​ຫລອກ­ລວງ.
\v 6 ຂໍໃຫ້​ພຣະ­ເຈົ້າ​ໄດ້ຮັບການ​ຊັ່ງ​ຢ່າງສົມດຸນ ເພື່ອ ພຣະ­ອົງ​ຈະຊົງ​ຮູ້­ເຖິງຄວາມຊື່ສັດຂອງ​ຂ້ານ້ອຍ.
\s5
\v 7 ຖ້າ​ຫາກຕີນຂ້ານ້ອຍ​ຫັນອອກ​ໄປຈາກທາງທີ່ຖືກຕ້ອງ, ຖ້າຫາກຈິດໃຈຂອງຂ້ານ້ອຍໄດ້ຕິດຕາມດວງຕາຂອງຂ້ານ້ອຍ, ຖ້າຫາກຈຸດໃດໆໄດ້ເຮັດໃຫ້ມືຂອງຂ້ານ້ອຍມີມົນທິນ,
\v 8 ແລ້ວຂໍໃຫ້ຂ້ານ້ອຍຫວ່ານ ແລະມີອີກຄົນມາກິນເສຍ; ອັນທີ່ຈິງ, ​ຂໍ​ໃຫ້​ການເກັບກ່ຽວຖືກຖອນອອກໄປຈາກທົ່ງນາຂອງຂ້ານ້ອຍ.
\s5
\v 9 ຖ້າ​ຫາກຈິດໃຈຂອງຂ້ານ້ອຍໄດ້ຖືກຫລອກລວງໂດຍຜູ້ຍິງຄົນຫນ່ຶ່ງ, ຖ້າຫາກຂ້ານ້ອຍໄດ້​ດັກຈອບ​ລີ້​​ຢູ່ທີ່​ ນອກ​ປະ­ຕູ​ເຮືອນ​ຂອງເພື່ອນບ້ານຂ້ານ້ອຍ.
\v 10 ແລ້ວ​ຂໍ​ໃຫ້​ເມຍ​ຂອງຂ້ານ້ອຍ ​ຮັບ­ໃຊ້​ຄົນອຶ່ນ, ​ໃຫ້​ຊາຍ​ອື່ນໆ​ນອນ​ນຳ​ນາງ.
\s5
\v 11 ເພາະນັ້ນຈະເປັນອາຊະຍາກັມຮ້າຍແຮງ, ແທ້ຈິງແລ້ວ, ມັນຈະ​ເປັນອາຊະຍາກັມທີ່​ຖືກ​ໂທດ ໂດຍຜູ້ພິພາກສາທັງຫລາຍ.
\v 12 ເພາະນັ້ນເປັນໄຟທີ່ເຜົາຜານທຸກສິ່ງ ເພື່ອແດນຄົນຕາຍ ແລະທີ່ເຜົາໄຫມ້ການເກັບກ່ຽວທຸກຢ່່າງຂອງຂ້ານ້ອຍ.
\s5
\v 13 ຖ້າຫາກຂ້ານ້ອຍໄດ້ເມີນເສີຍຕໍ່ຄຳຮ້ອງຂໍຄວາມຍຸຕິທັມ ຈາກ​ຄົນຮັບ­ໃຊ້ຊາຍ ແລະຄົນຮັບໃຊ້ຍິງ​ຂອງຂ້ານ້ອຍ ເມື່ອພວກເຂົາໄດ້ໂຕ້ຖຽງກັບ​ຂ້ານ້ອຍ,
\v 14 ແລ້ວສິ່ງທີ່ຂ້ານ້ອຍຈະ​ເຮັດເມື່ອພຣະ­ເຈົ້າຊົງລຸກຂຶ້ນກ່າວໂທດຂ້ານ້ອຍຫລື? ເມື່ອພຣະອົງມາຕັດສິນຂ້ານ້ອຍ, ຂ້ານ້ອຍຈະຕອບພຣະອົງ​ຢ່າງ­ໃດ?
\v 15 ຄົນທີ່ໄດ້ສ້າງຂ້ານ້ອຍໃນທ້ອງແມ່ ກໍບໍ່ໄດ້ປັ້ນພວກເຂົາດ້ວຍຫລື? ບໍ່ແມ່ນຜູ້ດຽວກັນນີ້ທີ່ໄດ້ປັ້ນພວກເຮົາທຸກຄົນໃນທ້ອງນັ້ນ?
\s5
\v 16 ຖ້າຫາກ ຂ້ານ້ອຍບໍ່​ເຄີຍປະ­ຕິ­ເສດຄົນ​ຍາກ­ຈົນຈາກຄວາມປາຖະຫນາຂອງພວກເຂົາ, ຫລືຖ້າ ຂ້ານ້ອຍໄດ້ເປັນເຫດໃຫ້ດວງຕາທັງຫລາຍຂອງ ແມ່­ຫມ້າຍ​ມົວລົງໄປຈາກການຮ້ອງໃຫ້,
\v 17 ຫລືຖ້າ ຂ້ານ້ອຍໄດ້ກິນອາຫານຂອງ ຂ້ານ້ອຍຕາມລຳພັງ ແລະ​ບໍ່​ເຄີຍ​ໃຫ້​ບັນດາຄົນເຫລົ່ານັ້ນທີ່­ກຳ­ພ້າ​ພໍ່ມາກິນນຳ
\v 18 ເພາະຈາກວັຍຫນຸ່ມ ຂອງ ຂ້ານ້ອຍ​ລູກກຳພ້າໄດ້​ເຕີບໂຕຂຶ້ນພ້ອມກັບ ຂ້ານ້ອຍເຫມືອນກັບ ຂ້ານ້ອຍເປັນພໍ່ຂອງເຂົາ, ແລະ ຂ້ານ້ອຍໄດ້ຊີ້ນຳແມ່ຂອງເຂົາ ຄືຍິງຫມ້າຍຄົນຫນຶ່ງຈາກທ້ອງແມ່ຂອງ ຂ້ານ້ອຍເອງ.
\s5
\v 19 ຖ້າ​ ຂ້ານ້ອຍໄດ້ພົບເຫັນ​ຄົນໃດຕາຍເພາະ​ຂາດເສື້ອຜ້າ, ຫລືຖ້າ ຂ້ານ້ອຍໄດ້ເຫັນຄົນຂັດສົນບໍ່ມີເສື້ອຜ້າໃສ່;
\v 20 ຖ້າຈິດໃຈຂອງເຂົາບໍ່ໄດ້ອວຍພອນ ຂ້ານ້ອຍເພາະເຂົາບໍ່ໄດ້ຮັບການເຮັດໃຫ້ອົບອຸ່ນດ້ວຍຂົນແກະຂອງ ຂ້ານ້ອຍ,
\v 21 ຖ້າຫາກ ຂ້ານ້ອຍຍົກມືຂອງ ຂ້ານ້ອຍຕໍ່ສູ້ຄົນທີ່ກຳພ້າພໍ່ເພາະ ຂ້ານ້ອຍໄດ້ເຫັນຜູ້ສະຫນັບສະຫນູນຂອງ ຂ້ານ້ອຍທີ່ປະຕູເມືອງ ກໍຂໍຈົ່ງກ່າວຫາ ຂ້ານ້ອຍ!
\s5
\v 22 ຖ້າ ຂ້ານ້ອຍໄດ້ເຮັດສິ່ງຕ່າງໆເຫລົ່ານີ້, ດັ່ງນັ້ນຂໍໃຫ້ໄຫລ່ຂອງຂ້ານ້ອຍຫລຸດ​ອອກ­ຈາກ​ບ່າ​ຂອງ​ ຂ້ານ້ອຍເສຍ, ແລະຂໍ​ໃຫ້​ລຳ​ແຂນ​ຂອງ​ ຂ້ານ້ອຍແຕກ​ຫັກຈາກຂໍ້ຕໍ່ຂອງມັນ.
\v 23 ເພາະ ຂ້ານ້ອຍໄດ້ຢ້ານກົວການທຳລາຍຈາກພຣະເຈົ້າຢ່າງຫລາຍ; ເພາະພຣະບາຣະມີຂອງພຣະອົງ, ຂ້ານ້ອຍບໍ່ສາມາດໄປເຮັດສິ່ງຕ່າງໆເຫລົ່ານັ້ນໄດ້.
\s5
\v 24 ຖ້າ ຂ້ານ້ອຍໄດ້ເຮັດຄຳເປັນຄວາມຫວັງຂອງ ຂ້ານ້ອຍ, ແລະຖ້າ ຂ້ານ້ອຍໄດ້ເວົ້າຕໍ່ຄຳເນື້ອດີວ່າ, ' ເຈົ້າເປັນຄວາມຫມັ້ນໃຈຂອງ ຂ້ານ້ອຍ'
\v 25 ຖ້າ ຂ້ານ້ອຍໄດ້ຊື່ນຊົມຍິນດີເພາະຄວາມຄົງມັ່ງຄັ່ງຂອງ ຂ້ານ້ອຍນັ້ນຍິ່ງໃຫ່ຍ, ເພາະມືຂອງ ຂ້ານ້ອຍໄດ້ຮັບຊັບສົມບັດຫລວງຫລາຍ ກໍຈົ່ງກ່າວຫາ ຂ້ານ້ອຍ!
\s5
\v 26 ຖ້າຫາກຂ້ານ້ອຍໄດ້ເຫັນດວງອາທິດເມື່ອມັນສ່ອງແສງ, ຫລືດວງຈັນດຳເນີນໃນຄວາມສະຫວ່າງຂອງມັນ,
\v 27 ເພື່ອວ່າປາກຂອງ ຂ້ານ້ອຍໄດ້ຈູບມືຂອງ ຂ້ານ້ອຍໃນການນະມັດສະການສິ່ງເຫລົ່ານັ້ນ-
\v 28 ນີ້ກໍຈະເປັນຄວາມຄວາມຜິດທາງອາຍາຮ້າຍແຮງທີ່​ຈະ​ຕ້ອງ​ຖືກ​ໄດ້ຮັບໂທດໂດຍຜູ້ພິພາກສາທັງຫລາຍ, ເພາະຂ້ານ້ອຍຈະປະຕິເສດພຣະເຈົ້າຜູ້ຊົງຢູ່ເບື້ອງເທິງ.
\s5
\v 29 ຖ້າ ຂ້ານ້ອຍໄດ້ຊື່ນຊົມຍິນດີຕໍ່ຫາຍະນະທີ່ເກີດກັບຄົນທີ່ກຽດຊັງ ຂ້ານ້ອຍຫລື​ສະແດງຄວາມຍິນດີກັບຕົວເອງເມື່ອຄວາມພິນາດຕາມທັນພວກເຂົາ, ກໍຈົ່ງກ່າວຫາ ຂ້ານ້ອຍເຖີດ!
\v 30 ອັນທີ່ຈິງແລ້ວ, ຂ້ານ້ອຍບໍ່​ເຄີຍ​ແມ້ແຕ່ອະນຸຍາດໃຫ້ປາກຂອງ ຂ້ານ້ອຍເຮັດ​ບາບ​ດ້ວຍ​ການຂໍຊີວິດຂອງເຂົາພ້ອມກັບຄຳ​ສາບ­ແຊ່ງ​.
\s5
\v 31 ຖ້າຫາກມະນຸດທັງຫລາຍຢູ່ໃນເຕັນຂອງ ຂ້ານ້ອຍບໍ່ເຄີຍເວົ້າວ່າ, ' ໃຜສາມາດພົບຄົນຫນຶ່ງທີ່ບໍ່ໄດ້ອິ່ມຫນໍາດ້ວຍອາຫານຂອງໂຢບຫລື?
\v 32 (ແມ້ແຕ່ຄົນຕ່າງຊາດກໍບໍ່ເຄີຍຕ້ອງພັກຢູ່ທີ່ເດີ່ນເມືອງ, ເພາະ ຂ້ານ້ອຍໄດ້ເປີດປະຕູຂອງ ຂ້ານ້ອຍໃຫ້ກັບນັກເດີນທາງສະເຫມີ) ແລະຖ້າບໍ່ເປັນຢ່າງນັ້ນແລ້ວ. ກໍຂໍຈົ່ງກ່າວຫາ ຂ້ານ້ອຍເຖີດ.
\s5
\v 33 ເຫມືອນກັບມະນຸດທັງຫລາຍ, ຖ້າ ຂ້ານ້ອຍໄດ້ປິດບັງບາບຂອງ ຂ້ານ້ອຍ ໂດຍການເຊື່ອງຄວາມຜິດ ຂ້ານ້ອຍພາຍໃນເສື້ອຄຸມຂອງ ຂ້ານ້ອຍ.
\v 34 (ເພາະ ຂ້ານ້ອຍໄດ້ຢ້ານກົວ​ຝູງ­ຊົນໃຫ່ຍເພາະການດູຫມີ່ນຄອບຄົວທັງຫລາຍ ເຮັດໃຫ້ ຂ້ານ້ອຍຢ້ານກົວ ເພື່ອຂ້ານ້ອຍໄດ້​ມິດ​ງຽບ ແລະຈະບໍ່ອອກໄປດ້ານນອກ), ກໍຈົ່ງກ່າວຫາ ຂ້ານ້ອຍເຖີດ.
\s5
\v 35 ໂອ, ຖ້າພຽງແຕ່ ຂ້ານ້ອຍໄດ້ມີ​ໃຜ​ບາງຄົນ​ຟັງສຽງຂອງ​ຂ້ານ້ອຍ! ເບິ່ງແມ, ນີ້ຄືລາຍມືຊື່ຂ້ານ້ອຍ; ຂໍ​ໃຫ້​ພຣະ­ເຈົ້າ​ຜູ້​ມີຣິດທານຸພາບ​​ຊົງ​ຕອບ​ຂ້ານ້ອຍ! ຖ້າພຽງແຕ່ມີຂໍ້ກ່າວຫາທີ່ປໍລະປັກຂອງຂ້ານ້ອຍໄດ້ບັນທຶກເອົາໄວ້.
\v 36 ​ແນ່ນອນທີ່ ຂ້ານ້ອຍຈະ​ແບກມັນເທິງບ່າຂອງ ຂ້ານ້ອຍຢ່າງເປີດເຜີຍ; ຂ້ານ້ອຍຈະໃສ່ໄວ້ເຫມືອນກັບເປັນມົງກຸດ.
\v 37 ຂ້ານ້ອຍຈະ​ປະກາດຕໍ່​ພຣະ­ເຈົ້າເຫມືອນລາຍງານເຖິງບາດກ້າວທັງຫລາຍຂອງ ຂ້ານ້ອຍ. ເປັນເຫມືອນເຈົ້າຊາຍທີ່ມີຄວາມຫມັ້ນໃຈ ຂ້ານ້ອຍຈະຂຶ້ນໄປຫາພຣະອົງ.
\s5
\v 38 ຖ້າຫາກທີ່ດິນຂອງ ຂ້ານ້ອຍເຄີຍຮ້ອງຕໍ່ສູ້ ຂ້ານ້ອຍ ແລະຮ່ອງດິນທັງຫລາຍຂອງມັນຮ້ອງໃຫ້ດ້ວຍກັນ.
\v 39 ຖ້າ​ ຂ້ານ້ອຍໄດ້​ກິນການເກັບກ່ຽວຂອງມັນ ໂດຍບໍ່ຈ່າຍລາຄາ ຫລືໄດ້ເປັນເຫດໃຫ້ພວກເຈົ້າຂອງມັນສູນເສຍຊີວິດຂອງພວກເຂົາ,
\v 40 ແລ້ວ​ຂໍ​ໃຫ້​​ຫນາມທັງຫລາຍເຕີບໂຕແທນທີ່ສາລີ ແລະຫຍ້າແທນເຂົ້າບາເລ." ຖ້ອຍຄຳທັງຫລາຍຂອງໂຢບກໍຈົບລົງ.
\s5
\c 32
\cl ບົດທີ 32
\p
\v 1 ດັ່ງນັ້ນຊາຍສາມຄົນຈຶ່ງໄດ້ຢຸດຕອບໂຢບເພາະເຂົາເປັນຄົນຊອບທັມໃນສາຍຕາຂອງລາວເອງ.
\v 2 ແລ້ວ​ເອ­ລີ­ຮູ ລູກ­ຊາຍ​ບາ­ຣາ­ເກນຄົນ​ບູ­ເຊ, ຄອບ­ຄົວຂອງ​ລາມ; ກໍຮ້ອນຮົນໄປດ້ວຍຄວາມໂກດ. ລາວໂກດຮ້າຍໂຢບ ເພາະລາວອ້າງວ່າຕົນເອງຖືກຕ້ອງແທນທີ່ຈະເປັນພຣະເຈົ້າ.
\s5
\v 3 ເອ­ລີ­ຮູ ມີຄວາມໂກດຕໍ່ເພື່ອນທັງຫລາຍທັງສາມຄົນດ້ວຍ ເພາະພວກເຂົາບໍ່ມີຄຳຕອບໃຫ້ກັບໂຢບ, ແລະພວກເຂົາກໍຍັງຄົງໄດ້ຕຳຫນິໂຢບ.
\v 4 ​ເອ­ລີ­ຮູໄດ້ລໍ​ຄອຍທີ່ຈະເວົ້າກັບ​ໂຢບ​ ເພາະຜູ້ຊາຍມີອາຍຸກວ່າລາວ.
\v 5 ແຕ່​ເມື່ອ​ເອ­ລີ­ຮູ​ເຫັນ​ວ່າ​ບໍ່­ມີ​ຄຳ​ຕອບ​ໃດ ຈາກ​ປາກຊາຍທັງສາມເຫລົ່ານັ້ນແລ້ວ, ຄວາມໂກດຂອງລາວ​ຈຶ່ງພຸ່ງຂຶ້ນ.
\s5
\v 6 ແລະ​ເອ­ລີ­ຮູ ລູກ­ຊາຍ​ບາ­ຣາ­ເກນ ຄົນ​ບູ­ເຊ ກ່າວ​ວ່າ, “ ຂ້ານ້ອຍເປັນຄົນຫນຸ່ມ ແລະ​ພວກທ່ານ​ທັງ­ຫລາຍ​ເປັນຜູ້ອາວຸໂສ. ດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງງຽບ ແລະບໍ່ກ້າບອກພວກທ່ານເຖິງຄວາມຄິດເຫັນຂອງຂ້ານ້ອຍ.
\v 7 ວັນທັງຫລາຍທີ່ຍາວນານສົມຄວນເວົ້າ; ​ປີ​ທັງຫລາຍເພີ່ມຂຶ້ນ ສົມຄວນສອນ​ສະ­ຕິ­ປັນ­ຍາ’.
\s5
\v 8 ແຕ່​ມີ​ຈິດ­ວິນ­ຍານດວງຫນຶ່ງ​ໃນ​ມະ­ນຸດ; ລົມຫາຍໃຈຂອງອົງຊົງຣິດທານູພາບ ປະມານຄວາມເຂົ້າໃຈໃຫ້ແກ່ລາວ.
\v 9 ບໍ່​ແມ່ນ​ພຽງແຕ່ຄົນທີ່ຍິ່ງໃຫ່ຍ​ເທົ່າ​ນັ້ນ​ທີ່​ເປັນ​ຄົນ​ສະ­ຫລາດ ຫລືບໍ່ພຽງແຕ່​ຄົນມີ​​ອາ­ຍຸສູງເທົ່ານັ້ນທີ່​ເຂົ້າ­ໃຈ​ຄວາມ­ຍຸຕິ­ທັມ.
\v 10 ເພາະ­ສະ­ນັ້ນ ຂ້ອຍ​ຈຶ່ງເວົ້າພັບພວກທ່ານ​ວ່າ ‘ຂໍ​ຈົ່ງຟັງ​ຂ້ອຍ; ຂ້ອຍຈະບອກເຈົ້າໃຫ້ເຫັນເຖິງຄວາມຮູ້ຂອງຂ້ອຍ.
\s5
\v 11 ເບິ່ງ​ແມ ຂ້າ​ໄດ້​ຄອຍ​ຖ້າ​ຟັງ​ຄຳທັງຫລາຍ​ຂອງ​ພວກເຈົ້າ​ທັງ­ຫລາຍ; ຂ້ານ້ອຍໄດ້​ຟັງຄຳໂຕ້ຖຽງທັງຫລາຍຂອງພວກ​ທ່ານ​ໃນຂະ­ນະ​ທີ່ພວກ​ທ່ານກຳລັງຄິດກັບສິ່ງທີ່ພວກທ່ານຈະເວົ້າອັນໃດ.
\v 12 ແທ້ຈິງແລ້ວ, ຂ້ານ້ອຍໄດ້ຕັ້ງໃຈຟັງພວກທ່ານ, ​ເບິ່ງ​ແມ, ບໍ່­ມີ​ຜູ້­ໃດໃນພວກກທ່ານທີ່ສາມາດເຮັດໃຫ້ໂຢບສຳນຶກ ຫລືບໍໍໍໍໍ່ມີໃຜທີ່ຈະ​ຕອບສະຫນອງຖ້ອຍຄຳ​ທັງຫລາຍ​ຂອງ​ໂຢບ​ໄດ້.
\s5
\v 13 ຈົ່ງລະວັງທີ່ຈະບໍ່ເວົ້າວ່າ, ‘ເຮົາ​ໄດ້​ພົບ​ສະ­ຕິ­ປັນ­ຍາ!' ພຣະ­ເຈົ້າຈະຊົງປາບໂຢບໃຫ້ພ່າຍແພ້; ໃນເມື່ອມະນຸດບໍ່ສາມາດເຮັດໄດ້.
\v 14 ເພາະໂຢບ​ບໍ່­ໄດ້​ກ່າວ​ຖ້ອຍ­ຄຳທັງຫລາຍ​ຂອງ​ລາວຕໍ່ສູ້​ຂ້ານ້ອຍ, ດັ່ງນັ້ນຂ້ານ້ອຍຈະ​ບໍ່​ຕອບລາວດ້ວຍ​ຖ້ອຍ­ຄຳ​ທັງຫລາຍຂອງ​ພວກ​ທ່ານ.
\s5
\v 15 ຊາຍທັງສາມຄົນເຫລົ່ານີ້ ຖືກເຮັດໃຫ້ເປັນໃບ້ແລ້ວ, ພວກ­ເຂົາ​ບໍ່ສາມາດຕອບໂຢບໄດ້ອີກຕໍ່ໄປ. ພວກເຂົາບໍ່ມີຖ້ອຍຄຳແມ່ນແຕ່ຄຳດຽວທີ່ຈະເວົ້າ.
\v 16 ຂ້ານ້ອຍສົມຄວນທີ່ຈະ​ຄອຍ​ຖ້າບໍ ເພາະພວກ­ເຂົາ​​ບໍ່​ເວົ້າ, ເພາະ​ພວກ­ເຂົາ​ຢືນນິ້ງງຽບ ແລະບໍ່​ຕອບ​ອີກແລ້ວຢ່າງນັ້ນບໍ?
\s5
\v 17 ບໍ່ເລີຍ, ຂ້ານ້ອຍຈະຕອບໃນສ່ວນຂອງຂ້ານ້ອຍດ້ວຍເຊັ່ນດຽວ, ຂ້ານ້ອຍຈະບອກພວກເຂົາເຖິງຄວາມຮູ້ຂອງຂ້ານ້ອຍ.
\v 18 ເພາະ​ຂ້ານ້ອຍເຕັມໄປດ້ວຍຖ້ອຍຄຳຕ່າງໆ; ວິນຍານພາຍໃນຕົວຂ້ານ້ອຍບັງ­ຄັບ​ຂ້ານ້ອຍ.
\v 19 ເບິ່ງ​ແມ, ຫນ້າເອິກຂອງຂ້ານ້ອຍກໍເຫມືອນກັບເຫລົ້າອະງຸ່ນຫມັກ ທີ່ບໍ່ມີຊ່ອງລະບາຍອາກາດ; ເຫມືອນກັບ ຖົງ​ຫນັງ​ເຫລົ້າ​ອະ­ງຸ່ນ​ໃຫມ່​, ມັນພ້ອມຈະ​ລະ­ເບີດ​ຢູ່​ແລ້ວ.
\s5
\v 20 ຂ້ານ້ອຍຈະ​ເວົ້າເພື່ອ ຂ້ານ້ອຍຈະໄດ້ມີ​ຄວາມ​ສົດຊື່ນ; ຂ້ານ້ອຍຈະເປີດ​ຮິມ­ປາກຂອງຂ້ານ້ອຍ ແລະຕອບ.
\v 21 ຂ້ານ້ອຍຈະ​ບໍ່​ສະ­ແດງ​ຄວາມລຳອຽງ; ຫລືຂ້ານ້ອຍຈະບໍ່ໄປປະຈົບປະແຈງຜູ້ໃດ
\v 22 ເພາະ​ຂ້ານ້ອຍບໍ່ຮູ້ຈະປະຈົບປະແຈງແນວໃດ; ຖ້າຫາກຂ້ານ້ອຍເຮັດຢາງ​ນັ້ນ, ບໍ່ຊ້າພຣະ­ເຈົ້າ​ຜູ້​​ສ້າງ​ຂອງຂ້ານ້ອຍ ກໍຊົງເອົາຂ້ານ້ອຍໄປ.
\s5
\c 33
\cl ບົດທີ 33
\p
\v 1 ດັ່ງນັ້ນເວລານີ້, ໂຢບ​ເອີຍ, ຢ່າງ­ໃດ​ກໍ​ຕາມ ຂໍ​ຟັງ​ຄຳຂອງຂ້ອຍ ຂໍໃຫ້ຟັງຄຳເວົ້າ​ຂອງຂ້ອຍ; ແລະ​ຟັງ​ຖ້ອຍ­ຄຳ​ທັງ​ຫມົດ​ຂອງ​ຂ້ອຍ.
\v 2 ເບິ່ງ​ແມ, ບັດ­ນີ້​ຂ້ອຍໄດ້​ອ້າ​ປາກຂອງຂ້ອຍ; ລີ້ນ​ຂອງຂ້ອຍພາຍ­ໃນ​ປາກ​ຂອງ​ຂ້ອຍ.
\v 3 ຖ້ອຍ­ຄຳ​ຂອງ​ຂ້ານ້ອຍ​ທັງຫລາຍສະ­ແດງ​ຄວາມ­ທ່ຽງ­ທັມ​ຂອງ​ຈິດ­ໃຈ; ແລະ​ຮິມ­ປາກ​ຂອງຂ້ານ້ອຍ​ຈະ​ກ່າວ​ຄວາມ​ຮູ້​ຢ່າງ​ຈິງ​ໃຈ.
\s5
\v 4 ພຣະ­ວິນ­ຍານ​ຂອງ​ພຣະ­ເຈົ້າ​ໄດ້​ສ້າງ​ຂ້າ­ພະ­ເຈົ້າ ແລະ​ລົມ​ຫາຍໃຈ​ຂອງ​ອົງ​ຜູ້​ມີ​ຣິດທານຸພາບ​ໄດ້ຊົງ​ໃຫ້​ຊີ­ວິດ​ໃຫ້ແກ່​ຂ້າ­ພະ­ເຈົ້າ.
\v 5 ຂໍ​ຕອບ​ຂ້າ­ພະ­ເຈົ້າເຖີດ, ຖ້າທ່ານສາມາດ, ຕັ້ງຖ້ອຍ­ຄຳທັງຫລາຍ​ຂອງ​ທ່ານ ​ຕໍ່ຫນ້າ​ຂ້າ­ພະ­ເຈົ້າ ແລະຢືນຂຶ້ນ.
\s5
\v 6 ເບິ່ງ​ແມ, ຂ້າ­ນ້ອຍເປັນ​ເຫມືອນ​ຢ່າງທີ່ທ່ານ​ເປັນໃນສາຍຕາຂອງ​ພຣະ­ເຈົ້າ; ຂ້ານ້ອຍໄດ້ຖືກປັ້ນຮ່າງ​ຈາກ​ດິນ​ຄື­ກັນ.
\v 7 ເບິ່ງແມ, ​ຄວາມ​ຢ້ານ​ກົວ​ຂ້າ­ພະ­ເຈົ້າບໍ່ໄດ້​ເຮັດ­ໃຫ້​ທ່ານ​ຢ້ານກົວ; ຫລືຄວາມກົດດັນຂອງຂ້າ­ນ້ອຍກໍຈະ​ບໍ່ເຮັດໃຫ້​ທ່ານຫນັກຫນ່ວງ​ເກີນ​ໄປ.
\s5
\v 8 ທ່ານ​ເວົ້າ​ໃຫ້​ຂ້າ­ພະ­ເຈົ້າ​ຟັງ ແລະ​ຂ້າ­ພະ­ເຈົ້າ​ໄດ້­ຍິນ​ສຽງ​ຖ້ອຍ­ຄຳກ່າວທັງຫລາຍ​ຂອງ​ທ່ານ​ວ່າ,
\v 9 ‘ຂ້າ­ພະ­ເຈົ້າເປັນຄົນ​ບໍ­ຣິ­ສຸດ ແລະປາ­ສະ­ຈາກ​ການ​ລະ­ເມີດ; ຂ້າ­ພະ­ເຈົ້າເປັນຄົນ​ບໍ­ຣິສຸດ, ແລະ ບໍ່­ມີ​ຄວາມ​ບາບ​ໃນ​ຂ້າ­ພະ­ເຈົ້າ​ເລີຍ.
\s5
\v 10 ເບິ່ງ​ແມ, ພຣະ­ອົງ​ຊົງ​ຫາ​ໂອກາດໂຈມຕີ​ຂ້າ­ນ້ອຍ; ພຣະ­ອົງ​ຊົງເຫັນ​ຂ້າ­ນ້ອຍ​ເປັນ​ສັດ­ຕຣູກັບ​ພຣະ­ອົງ.
\v 11 ພຣະ­ອົງ​ຊົງວາງໄດ້​ເອົາ​ມັດ​ຕີນ​ຂອງ​ຂ້າ­ນ້ອຍໄວ້; ແລະພຣະອົງ​ໄດ້​ເຝົ້າ​ເບິ່ງ​ທາງ​ຂອງ​ຂ້າ­ນ້ອຍທັງ​ຫມົດ,
\v 12 ເບິ່ງແມ, ໃນ​ເລື່ອງ​ນີ້ ທ່ານ​ບໍ່​ຍຸ­ຕິ­ທັມ​ເລີຍ -ຂ້າ­ພະ­ເຈົ້າ​ຈະ​ຕອບ​ທ່ານ, ເພາະພຣະ­ເຈົ້າຍິ່ງ​ໃຫຍ່​ກວ່າ​ມະ­ນຸດ.
\s5
\v 13 ເປັນ­ຫຍັງ​ທ່ານ​ຕ້ອງລໍາບາກໃນການຕໍ່ສູ້ກັບ​ພຣະ­ອົງຫລື? ​ພຣະ­ອົງ​ບໍ່­ໄດ້ຊົງ​ລາຍ​ງານ​ສິ່ງໃດໆ ທີ່​ພຣະ­ອົງ​ເຮັດເລີຍ.
\v 14 ເພາະ​ພຣະ­ເຈົ້າຊົງ​ກ່າວ​ເທື່ອຫນຶ່ງ-ແມ່ນ, ສອງ​ເທື່ອ, ໂດຍຜ່ານ ທາງມະ­ນຸດທີ່​ບໍ່​ຮູ້​ເຫັນ​ໄດ້.
\v 15 ໃນ​ຄວາມ​ຝັນຫນຶ່ງ, ໃນ​ນິ­ມິດຫນຶ່ງຍາມ​ກາງ­ຄືນ, ​ເມື່ອມະນຸດນອນ​ຫລັບ​ສະ­ນິດ, ສະຫງົບຢູ່ເທິງ​ບ່ອນ​ນອນ​ນັ້ນ-
\s5
\v 16 ແລ້ວ​ພຣະ­ອົງ​ໄດ້​ເປີດ​ຫູ​ຂອງ​ມະ­ນຸດ, ແລະ​ສັ່ນຂວັນພວກເຂົາດ້ວຍຄວາມຢ້ານກົວ,
\v 17 ເພື່ອ​ດຶງມະນຸດກັບມາຈາກ​ເປົ້າ​ຫມາຍ​ຄວາມບາບຂອງລາວ, ແລະ​ຕັດ​ຄວາມ​ຈອງ­ຫອງ​ອອກ​ເສຍ​ຈາກລາວ.
\v 18 ພຣະ­ເຈົ້າຊົງໄດ້ຍຶດ​​​ຊີວິດຂອງ​ມະນຸດໄວ້​ຈາກ​ຂຸມ​ຝັງ​ສົບ​ຄົນ​ຕາຍ, ແລະ​ຊີ­ວິດ​ຂອງ​ພວກ­ເຂົາ​ໄວ້​ຈາກ​ຂວ້າມໄປສູ່ຄວາມຕາຍ.
\s5
\v 19 ມະ­ນຸດ​ຍັງ​ຖືກ​ລົງໂທດດ້ວຍຄວາມເຈັບປວດເທິງ​ຕຽງ­ນອນ​ຂອງ​ພວກ­ເຂົາ, ແລະ​ດ້ວຍ​ຄວາມ­ເຈັບ​ປວດ​ຢ່າງ​ສາ­ຫັດ​ໃນ​ກະ­ດູກ​ຕ່າງໆ​ຂອງ​ລາວ.
\v 20 ເພື່ອວ່າຊີ­ວິດ​ຂອງ​­ລາວຈະ​ເບື່ອ​ອາ­ຫານ, ແລະ​ຈິດ­ໃຈຂອງລາວຈະ​ເບື່ອ​ອາ­ຫານ​ທີ່​ແຊບ.
\s5
\v 21 ເນື້ອ​ຫນັງ​ຂອງ​ລາວຖືກທຳລາຍໄປເພື່ອມັນຈະບໍ່ສາມາດຖືກເບິ່ງ​ບໍ່​ເຫັນ; ກະ­ດູກທັງຫລາຍຂອງລາວ, ທີ່ບໍ່ເຄີຍຍິ່ງເຫັນ, ບັດນີ້ກໍຍື່ນ​ອອກ​ມາ.
\v 22 ອັນທີ່ຈິງແລ້ວ, ​ຈິດ­ວິນ­ຍານ​ຂອງ​­ລາວ​ເຂົ້າ­ໄປ​ໃກ້​ຂຸມ​ຝັງ​ສົບ​ຄົນ​ຕາຍ, ​ຊີ­ວິດ​ຂອງ​­ລາວກໍໃກ້ກັບ ​ຄົນເຫລົ່ານັ້ນທີ່ປາຖະຫນາຈະທຳລາຍນັ້ນ.
\s5
\v 23 ແຕ່ຖ້າ​ມີເທວະດາອົງຫນຶ່ງຜູ້ສາມາດເປັນຄົນກາງສຳລັບລາວ. ຄົນກາງຄົນຫນຶ່ງ, ຜູ້ມາຈາກທ່າມກາງເທວະດານັບພັນໆ​ເພື່ອສະແດງໃຫ້ລາວເຫັນສິ່ງຖືກຕ້ອງທີ່ຈະເຮັດ.
\v 24 ແລະຖ້າເທວະດານັ້ນ​ກະ­ຣຸ­ນາ​ຕໍ່­ລາວ ແລະທູນຕໍ່ພຣະເຈົ້າ​ວ່າ, ‘ຂໍ​ຈົ່ງຊ່ວຍຄົນນີ້ໃຫ້ລອດພົ້ນ​ຈາກການລົງ​ໄປ​ຍັງ​ຂຸມ​ຝັງ​ສົບ​ຄົນ​ຕາຍ; ຂ້າ­ນ້ອຍ​ໄດ້ພົບ​ຄ່າ­ໄຖ່ສຳລັບລາວ,'
\s5
\v 25 ແລ້ວເນື້ອ​ຫນັງ​ຂອງ​ລາວ​ຈະ​ສົດຊື່ນຂຶ້ນຍິ່ງກວ່າເດັກເນື້ອ​ຫນັງ​ເດັກ; ­ລາວຈະຫັນ​ກັບ​ໄປ​ສູ່​ກຳ­ລັງ​ຄື​ຕອນ​ຍັງ​ຫນຸ່ມຂອງລາວ.
\v 26 ­ລາວ​ຈຶ່ງ​ຈະ​ອະ­ທິ­ຖານ​ຕໍ່​ພຣະ­ເຈົ້າ ແລະ​ພຣະ­ອົງ​ຈະ​ຊົງກະຣຸນາ ເພື່ອວ່າລາວຈະເຫັນ­ພຣະ­ພັກ​ພຣະ­ອົງ​ດ້ວຍ​ຄວາມ​ຊື່ນຊົມ­ຍິນດີ. ພຣະ­ເຈົ້າ​ຈະປຣະທານຊັຍຊະນະຂອງພຣະອົງໃຫ້ແກ່ຄົນນັ້ນ.
\s5
\v 27 ແລ້ວຄົນນັ້ນຈະຮ້ອງເພງຕໍ່ຫນ້າຄົນອື່ນ ແລະເວົ້າວ່າ, ‘ຂ້ອຍ​ບາບ​ແລ້ວ ແລະ​ເຫັນ​ຜິດ​ເປັນ​ຖືກ, ແຕ່ຄວາມບາບຂອງຂ້ານ້ອຍໄດ້ຮັບການລົງໂທດ.
\v 28 ພຣະ­ເຈົ້າ​ໄດ້ຊົງຊ່ວຍ​ໄຖ່​ຈິດ­ວິນ­ຍານ​ຂອງຂ້າພະເຈົ້າຈາກ​ການ​ລົງ​ໄປ​ສູ່​ຂຸມ​ຝັງ​ສົບ​ຄົນ​ຕາຍ ແລະ​ຊີ­ວິດ​ຂອງ​ຂ້ານ້ອຍ ຍັງຄົງເຫັນ​ຄວາມ​ສະ­ຫວ່າງ.'
\s5
\v 29 ເບິ່ງ​ແມ, ພຣະ­ເຈົ້າ​ຊົງກະ­ທຳ​ສິ່ງ​ເຫລົ່າ​ນີ້ກັບຄົນຫນຶ່ງສອງຄັ້ງ, ແມ່ນ, ແມ້ເຖິງສາມຄັ້ງ,
\v 30 ເພື່ອ­ຈະ​ນຳ​ຈິດ­ວິນ­ຍານ​ຂອງ​ລາວ​ມາ​ຈາກ​ຂຸມ​ຝັງ​ສົບ​ຄົນ​ຕາຍນັ້ນ, ເພື່ອ​ວ່າລາວຈະໄດ້ເຂົ້າໃຈດ້ວຍຄວາມ​ສະ­ຫວ່າງ​ແຫ່ງຊີ­ວິດ.
\s5
\v 31 ຂໍ​ຕັ້ງ­ໃຈ​ເຖີດ, ໂຢບ​, ແລະຂໍຟັງ​ຂ້າ­ນ້ອຍຈະ​ເວົ້າ; ຂໍຈົ່ງງຽບ ແລະຂ້ານ້ອຍຈະເວົ້າ,
\v 32 ຖ້າ​ຫາກທ່ານ​ມີສິ່ງໃດກະເວົ້າ, ຈົ່ງຕອບ​ຂ້ານ້ອຍ​; ເພາະ​ຂ້າ­ນ້ອຍ​ປາ­ຖະ­ຫນາທີ່ຈະພິສູດວ່າມ່ານຢູ່ໃນຄວາມຖືກຕ້ອງ.
\v 33 ຖ້າ​ບໍ່​ດັ່ງ­ນັ້ນ, ​ຂໍ​ຟັງ​ຂ້າ­ນ້ອຍ; ຂໍ​ໃຫ້​ງຽບ, ແລະ​ຂ້າ­ນ້ອຍ​ຈະ​­ສອນ​ສະຕິ​ປັນ­ຍາໃຫ້ແກ່ທ່ານ.”
\s5
\c 34
\cl ບົດທີ 34
\p
\v 1 ຍິ່ງກວ່ານັ້ນ, ເອ­ລີ­ຮູ​ເວົ້າ​ຕໍ່­ໄປ​ວ່າ:
\v 2 “ຂໍຟັງຖ້ອຍຄຳທັງຫລາຍຂອງຂ້ານ້ອຍ, ເຈົ້າ​ຜູ້​ມີ​ປັນ­ຍາ; ຂໍ​ຟັງ​ຖ້ອຍ­ຄຳ​ຂອງ​ຂ້າ­ພະ­ເຈົ້າ, ເຈົ້າ​ຜູ້​ມີ​ຄວາມ​ຮູ້.
\v 3 ເພາະ​ຫູ​ກໍ​​ຊີມ​ຖ້ອຍ­ຄຳຕ່າງໆ ເຫມືອນ​ກັບ​ລີ້ນ​ຊີມ​ຣົດຊາດອາ­ຫານ.
\s5
\v 4 ຂໍ​ໃຫ້​ເຮົາ​ເລືອກ​ສິ່ງ​ທີ່​ຖືກສຳລັບຕົວເຮົາເອງ: ຂໍ​ໃຫ້ພວກ​ຄົ້ນຫາສິ່ງທີ່ດີໃນທ່າມກາງພວກເຮົາ.
\v 5 ເພາະ​ໂຢບ​ກ່າວ​ວ່າ, ‘ຂ້າ­ພະ­ເຈົ້າ​ເປັນ​ຄົນ​ຊອບ­ທັມ, ​ແຕ່ພຣະ­ເຈົ້າ​ໄດ້​ເອົາ​ຄວາມ­ຊອບ­ທັມ​ຂອງ​ຂ້າ­ນ້ອຍ​ໄປ​ເສຍ.
\v 6 ພຣະອົງບໍ່ໄດ້ສົນພຣະທັຍຄວາມຖືກຕ້ອງຂອງຂ້າ­ນ້ອຍ, ຂ້ານ້ອຍຖືກ​ນັບ​ເປັນ​ຄົນ​ຂີ້­ຕົວະ. ບາດແຜຂອງ​ຂ້າ­ພະ­ເຈົ້າ​ ບໍ່ສາມາດ​ຮັກ­ສາ​ບໍ່​ເຊົາໄດ້​, ເຖິງແມ່ນວ່າ​ຂ້ານ້ອຍ​ບໍ່​ໄດ້ມີບາບ.'
\s5
\v 7 ຄົນແບບໃດ​ຫນໍ​ທີ່​ຈະ​ເຫມືອນ​ໂຢບ, ຜູ້ທີ່​ດື່ມ​ຄວາມ​ຫມິ່ນ­ປະ­ຫມາດ​ເຫມືອນດື່ມນໍ້າ.
\v 8 ຜູ້​ທີ່ເຂົ້າ​ສັງ­ຄົມ​ກັບ​ຄົນ​ເຮັດ​ຄວາມ​ຊົ່ວ­ຊ້າ, ແລະຜູ້ທີ່​ຍ່າງ​ໄປ​ກັບ​ຄົນ​ຊົ່ວຫລື?
\v 9 ເພາະ​ລາວ​ໄດ້​ກ່າວ​ວ່າ, ‘ບໍ່ໄດ້​ປະ­ໂຫຍດ​ຫຍັງ​ກັບການທີ່ຄົນຫນຶ່ງເພິງພໍໃຈ ໃນການເຮັດສິ່ງທີ່ພຣະເຈົ້າຕ້ອງການ.'
\s5
\v 10 ຂໍຟັງຂ້ານ້ອຍເຖີດ, ເຈົ້າ​ຜູ້​ມີ​ຄວາມ​ເຂົ້າ­ໃຈ: ການທີ່ເຈົ້າໄດ້ເຮັດຄວາມຊົ່ວນັ້ນ ກໍເປັນສິ່ງທີ່ຫ່າງໄກຈາກພຣະອົງ; ການທີ່ອົງ​ຜູ້​ຊົງມີ​ຣິດ​ທານຸພາບ ຈະຊົງເຮັດຄວາມບາບນັ້ນກໍເປັນເລື່ອງທີ່ຢູ່ຫ່າງຈາກພຣະອົງ.
\v 11 ເພາະ​ພຣະ­ອົງຊົງ​ຕອບສະຫນອງຕາມການ­ເຮັດ​ຂອງ​ມະ­ນຸດ; ​ພຣະ­ອົງ​ຊົງເຮັດ​ໃຫ້​ທູກເຄີຍໄດ້ຮັບ ລາງວັນແຫ່ງວິຖີທາງທັງຫລາຍຂອງລາວເອງ.
\v 12 ແທ້ຈິງ​ແລ້ວ, ພຣະ­ເຈົ້າ​ຈະ​ບໍ່​ກະ­ທຳສິ່ງ​ຊົ່ວຮ້າຍໃດໆ, ຫລືອົງຜູ້ຊົງມີຣິດທານຸພາບ​ຈະ​ບໍ່ຊົງບິດເບືອນ​ຄວາມ­ຍຸ­ຕິ­ທັມ.
\s5
\v 13 ໃຜທີ່​ແຕ່ງ­ຕັ້ງ​ໃຫ້​ພຣະ­ອົງ​ເຫນືຶອແຜ່ນດິນ​ໂລກນີ້ຫລື​? ໃຜ​ທີ່ວາງ​ໂລກທັງຫມົດພາຍໃຕ້​ພຣະ­ອົງຫລື?
\v 14 ຖ້າ​ພຣະ­ອົງຊົງຕັ້ງພຣະປະສົງສຳລັບພຣະອົງເອງເທົ່ານັ້ນ, ແລະຖ້າພຣະອົງໄດ້ຊົງ​ຮວບ­ຮວມພຣະ​ວິນ­ຍານຂອງພຣະອົງກັບລົມຫາຍໃຈຂອງພຣະອົງ ກັບ​ຄືນສູ່​ພຣະ­ອົງເອງ,
\v 15 ແລ້ວເນື້ອ​ຫນັງ​ທັງ​ຫມົດ​ກໍ​ຈະ​ພິ­ນາດ​ໄປ​ນຳ­ກັນ; ມວນ​ມະ­ນຸດ​ກໍ​ຈະ​ກັບ​ໄປ​ເປັນ​ຂີ້­ຝຸ່ນ​ດິນອີກຄັ້ງ.
\s5
\v 16 ຖ້າ​ທ່ານ​ມີ​ຄວາມ​ເຂົ້າ­ໃຈ, ຂໍ​ຟັງ​ຂໍ້​ນີ້; ຟັງ­ສຽງ​ຖ້ອຍ­ຄຳ​ຂອງ​ຂ້າ­ພະ­ເຈົ້າ.
\v 17 ຜູ້​ທີ່​ກຽດ­ຊັງ​ຄວາມ­ຍຸ­ຕິ­ທັມ ສາມາດປົກຄອງໄດ້ບໍ? ທ່ານ​ຈະຕຳນິພຣະເຈົ້າ, ​ຜູ້ຊົງ​ທີ່​ຊອບ­ທັມ ແລະຊົງຣິດຫລື?
\s5
\v 18 ພຣະເຈົ້າ, ຜູ້ກ່າວ​ແກ່​ກະ­ສັດອົງຫນຶ່ງ​ວ່າ, ‘ເຈົ້າ​ຜູ້​ຊົ່ວ­ຮ້າຍ’ ແລະ​ກ່າວແກ່​ພວກຂຸນນາງ​ວ່າ, ‘ພວກເຈົ້າ​ຜູ້​ຊົ່ວຮ້າຍ’?
\v 19 ພຣະເຈົ້າຜູ້ບໍ່ຊົງສຳແດງຄວາມ​ອະ­ຄະ­ຕິ​ແກ່ພວກຜູ້ນຳ ຫລື​ບໍ່­ໄດ້​ຍອມຮັບ​ຄົນ­ຮັ່ງ­ມີ​ຫລາຍ­ກວ່າ​ຄົນ​ຍາກ­ຈົນ, ເພາະ​ພວກເຂົາລ້ວນເປັນ​ສີ​ພຣະ­ຫັດ​ຂອງ​ພຣະ­ອົງ.
\v 20 ໃນຊ່ວງຂະນະຫນຶ່ງພວກເຂົາກໍຕາຍ; ໃນຍາມ​ທ່ຽງ​ຄືນຜູ້ຄົນຈະ​ຕົວ​ສັ່ນ ແລະ​ຈະຕາຍ​ໄປ; ແລະຄົນທີ່​ມີ​ກຳລັງຈະຖືກ​ເອົາ​ໄປ​ເສຍ, ແຕ່​ບໍ່​ແມ່ນ​ດ້ວຍ​ມື​ຂອງມະ­ນຸດ.
\s5
\v 21 ເພາະດວງຕາຂອງພຣະ­ອົງ​ຊົງ​ເຫັນບັນດາທາງຂອງທຸກຄົນ; ພຣະອົງຊົງເຫັນທຸກບາດກ້າວຂອງ​ພວກ­ເຂົາທັງຫມົດ​.
\v 22 ບໍ່­ມີ​ບ່ອນ​ມືດ­ຄຶ້ມ, ຫລື​ເງົາ​ມັດ­ຈຸ­ຣາດ ທີ່ຄົນ​ເຮັດ​ຄວາມ​ຊົ່ວ­ຊ້າ​ຈະ​ລີ້​ຕົວ​ໄດ້.
\v 23 ເພາະ​ພຣະ­ເຈົ້າ​ຈະ​ບໍ່ເປັນຕ້ອງພິສູດຄົນເພີ່ມຂຶ້ນ; ­ບໍ່ຈຳເປັນທີ່ໃຜຄົນໃດຈະຕ້ອງໄປເຂົ້າ​ເຝົ້າ​ພຣະ­ອົງໃນ​ການ​ພິ­ພາກ­ສາ.
\s5
\v 24 ພຣະ­ອົງ​ຊົງທຳລາຍຄົນທັງຫລາຍທີ່ມີກຳລັງໃຫ້ແຫລກ​ເປັນ​ຕ່ອນໆ​ ເພາະວິທີທັງຫລາຍຂອງພວກເຂົາ, ​ບໍ່ຈຳເປັນ​ຕ້ອງໄດ້ຮັບການກວດສອບເພີ່ມຕື່ມ; ພຣະອົງຊົງວາງຄົນອື່ນໄວ້ໃນທີ່ຂອງ​ພວກເຂົາ.
\v 25 ດ້ວຍວິທີການນີ້ ພຣະ­ອົງ​ຊົງ​ເຖິງການກະທຳທັງຫລາຍ​ພວກ­ເຂົາ; ພຣະອົງຊົງໂຄ່ນຄົນເຫລົ່ານີ້ໃນເວລາກາງຄືນ; ພວກ­ເຂົາ​ກໍ​ຖືກທຳລາຍແລ້ວ.
\s5
\v 26 ຕໍ່­ຫນ້າ­ຕໍ່­ຕາ​ຄົນ​ອື່ນໆ ພຣະ­ອົງຊົງຂ້າ​ພວກ­ເຂົາ ເພາະການກະທຳ​ຢ່າງ​​ຊົ່ວຮ້າຍເຊັ່ນອາຊະຍາກັມ.
\v 27 ເພາະ­ພວກ­ເຂົາຫັນ​ອອກ​ຈາກ​ການ​ຕິດ­ຕາມ​ພຣະ­ອົງ ແລະ​ປະຕິເສດທີ່ຈະຍອມຮັບວິຖິ­ທາງ​ທັງຫລາຍຂອງ​ພຣະ­ອົງ​ແຕ່​ຢ່າງ­ໃດ​ເລີຍ.
\v 28 ດ້ວຍ​ວິທີນີ້, ພວກ­ເຂົາ​ໄດ້​ເຮັດ­ໃຫ້​ການ­ຮ້ອງໃຫ້​ຂອງ​ຄົນ​ຍາກ­ຈົນ​ມາ​ເຖິງ​ພຣະ­ອົງ; ​ພຣະ­ອົງຊົງ​ໄດ້ຍິນ​ຟັງ​ສຽງ­ຮ້ອງ​ຂອງ​ຄົນທີ່ເຈັບປ່ວຍ.
\s5
\v 29 ເມື່ອ​ພຣະ­ອົງ​ຊົງງຽບ, ໃຜ​ສາມາດຕຳຫນິພຣະອົງໄດ້ຫລື? ຖ້າ​ພຣະ­ອົງ​ຊົງ​ເຊື່ອງ​ພຣະ­ພັກ​ຂອງ​ພຣະ­ອົງ, ໃຜ​ສາມາດເຂົ້າໃຈພຣະອົງໄດ້ຫລື? ພຣະອົງປົກຄອງເຫນືອຊົນຊາດ ແລະສ່ວນບຸກຄົນເຊັ່ນກັນ.
\v 30 ເພື່ອ​ວ່າຄົນທີ່ບໍ່ຖືພຣະເຈົ້າຈະບໍ່ໄດ້ປົກຄອງ, ເພື່ອວ່າ​ຈະບໍ່ມີໃຜທີ່ເຮັດໃຫ້ຜູ້ຄົນຕິດກັບດັກ​.
\s5
\v 31 ສົມມຸດວ່າ ມີບາງຄົນເວົ້າກັບພຣະເຈົ້າວ່າ, ‘ແນ່ນອນທີ່ຂ້າ­ນ້ອຍ​ເປັນຄົນຜິດ, ແຕ່ຂ້າ­ນ້ອຍ​ຈະ​ບໍ່​ເຮັດ​ບາບອີກ​ອີກ​ຕໍ່­ໄປ,
\v 32 ຂໍ​ຊົງໂຜດ​ສອນ​ຂ້າ­ນ້ອຍ​ເຖິງ​ສິ່ງ​ທີ່​ຂ້າ­ນ້ອຍ​ເບິ່ງ​ບໍ່​ເຫັນ; ຂ້ານ້ອຍໄດ້ເຮັດບາບ, ແຕ່ຂ້ານ້ອບຈະບໍ່ເຮັດບາບອີກຕໍ່ໄປ,
\v 33 ທ່ານຄິດວ່າພຣະເຈົ້າຈະລົງໂທດຄວາມບາບຂອງຄົນ​ບໍ, ໃນເມື່ອທ່ານ​​ຕ້ອງ​ເລືອກ, ບໍ່ແມ່ນ, ຂ້າ­ພະ­ເຈົ້າ. ເຫດ​ສະ­ນັ້ນ ຈົ່ງເວົ້າສິ່ງທີ່ທ່ານຮູ້ເຖີດ.
\s5
\v 34 ​ຄົນທັງຫລາຍຜູ້ມີຄວາມເຂົ້າ­ໃຈຈະ​ເວົ້າ­ກັບ​ຂ້າ­ພະ­ເຈົ້າ- ອັນທີ່ຈິງ, ​ຄົນທີມີປັນຍາໄດ້ຍິນຂ້ານ້ອຍເວົ້າວ່າ,
\v 35 ໂຢບ​ເວົ້າ​ໂດຍປາສະຈາກຄວາມຮູ້; ຖ້ອຍຄຳ​ຂອງ​ເຂົາ ປາສະຈາກ​ສະ­ຕິ­ປັນ­ຍາ
\s5
\v 36 ຖ້າພຽງໂຢບຖືກການທົດລອງດ້ວຍລາຍລະອຽດເລັກນ້ອຍທີ່ສຸດ ໃນເລື່ອງຂອງເຂົາ ເພາະ­ການເວົ້າຂອງເຂົາທີ່ ເຫມືອນກັບຄົນຊົ່ວຮ້າຍ.
\v 37 ເພາະ​ເຂົາ​ເພີ່ມ​ການ­ກະ­ບົດ​ເຂົ້າໃນຄວາມ​ບາບ​ຂອງ​ເຂົົາ; ເຂົາ​ຕົບ­ມືຂອງເຂົາເຍາະ​ເຍີ້ຍ​ຢູ່​ທ່າມ­ກາງ​ພວກເຮົາ; ແລະ​ເຂົາສະສົມ​ຖ້ອຍ­ຄຳທັງຫລາຍ​ຂອງ​ເຂົາ ເພື່ອຕໍ່ສູ້ກັບ​ພຣະ­ເຈົ້າ.”
\s5
\c 35
\cl ບົດທີ 35
\p
\v 1 ຈາກນັ້ນເອ­ລີ­ຮູ​ເວົ້າ​ຕໍ່­ໄປ​ວ່າ, ເວົ້າວ່າ
\v 2 “ເມື່ອທ່ານເວົ້າວ່າ " ​ຄວາມຊອບທັມຂອງຂ້ານ້ອຍຕໍ່ພຣະພັກພຣະເຈົ້າ’ ທ່ານຄິດວ່າສິ່ງນີ້ຍຸຕິທັມຫລື?
\v 3 ເພາະທ່ານຖາມວ່າ, 'ມັນຈະເປັນປະໂຫຍດຫຍັງສຳລັບຂ້ານ້ອຍບໍ? ແລະ, ’ຂ້ານ້ອຍດີກວ່ານີ້ບໍ ຖ້າຫາກຂ້ານ້ອຍເຮັດບາບ?
\s5
\v 4 ຂ້າ­ນ້ອຍ​ຈະ​ຕອບ​ທ່ານ, ທັງທ່ານ ແລະ​ມິດ​ສະ­ຫາຍ​ທັງຫລາຍຂອງ​ທ່ານດ້ວຍ​.
\v 5 ຈົ່ງ​ເບິ່ງຂຶ້ນໄປ​ທ້ອງ­ຟ້າ ແລະເບິ່ງ​ເມກ​, ຈົ່ງເບິ່ງທ້ອງຟ້າທີ່ສູງກວ່າ​ທ່ານ.
\s5
\v 6 ຖ້າ​ທ່ານ​ເຮັດ​ບາບ, ທ່ານ​ຈະ​ໄດ້​ຫຍັງ​ທີ່​ກະ­ທົບ­ກະ­ເທືອນ​ພຣະ­ອົງ? ຖ້າຫາກ​ການ​ລະ­ເມີດ​ຂອງ​ທ່ານ​ທະ­ວີ​ຂຶ້ນ, ທ່ານ​ເຮັດ​ສິ່ງໃດ​ແກ່​ພຣະ­ອົງຫລື?
\v 7 ຖ້າ​ຫາກທ່ານ​ເປັນ​ຄົນ​ຊອບ­ທັມ, ທ່ານ​ຖວາຍ​ຫຍັງ​ແກ່​ພຣະ­ອົງໄດ້ຫລື? ​ພຣະ­ອົງຈະຊົງ​ໄດ້­ຮັບ​ສິ່ງໃດ​ຈາກ​ມື​ຂອງ​ທ່ານໄດ້ຢູ່ຫລື?
\v 8 ຄວາມ​ຊົ່ວ​ຂອງ​ທ່ານ​ ອາດ​ເປັນ​ອັນ­ຕະ­ຣາຍ​ແກ່​ມະນຸດຄົນຫນຶ່ງ, ເພາະທ່ານເປັນມະນຸດຄົນຫນຶ່ງ, ແລະ​ຄວາມ​ຊອບ­ທັມ​ຂອງ​ທ່ານ​ກໍ​ເປັນ​ປະ­ໂຫຍດ​ແກ່​ລູກຊາຍຂອງ​ມະ­ນຸດ.
\s5
\v 9 ເພາະການກະທຳແຫ່ງການຖືກ​ບີບ​ບັງ­ຄັບຢ່າງຫລວງຫລາຍ, ຜູ້ຄົນຈຶ່ງຮ້ອງ­ໃຫ້; ພວກເຂົາຮຽກຂໍຄວາມຊ່ວຍເຫລືອຈາກແຂນທັງຫລາຍຂອງມະນຸດທີ່ມີຣິດອຳນາດ.
\v 10 ແຕ່​ບໍ່­ມີ​ຈັກ​ຄົນ​ເວົ້າ​ວ່າ, ‘ພຣະ­ເຈົ້າ​ຜູ້​ໄດ້​ສ້າງ​ຂ້າ­ພະ­ເຈົ້າ, ຜູ້​ປຣະ­ທານບົດ​ເພງ​ໃນ​ຍາມຄໍ່າ­ຄືນ.
\v 11 ຜູ້​ຊົງ​ສອນ​ເຮົາ​ຫລາຍ­ກວ່າຊົງ​ສອນເຫລົ່າ​ສັດຮ້າຍເທິງ​ແຜ່ນ­ດິນ­ໂລກນີ້, ແລະຜູ້ສ້າງ​ເຮົາໃຫ້​ສະ­ຫລາດ​ກວ່າບັນດາ​ນົກ​ໃນທ້ອງຟ້າ?
\s5
\v 12 ທີ່ນັ້ນ, ພວກເຂົາຮ້ອງ­ທຸກ, ແຕ່ພຣະເຈົ້າ​ບໍ່ປຣະທານຄຳຕອບ ເພາະຄວາມ​ຈອງ­ຫອງ​ຂອງມະນຸດທີ່​ຊົ່ວຮ້າຍ.
\v 13 ພຣະ­ເຈົ້າ​ບໍ່­ຊົງໄດ້ຍິນສຽງຮ້ອງໃຫ້ຂອງຄົນໂງ່ຈ້າ; ​ອົງ​ຜູ້​ຊົງມີ​ຣິດທານຸພາບ ຈະບໍ່ຊົງສົນພຣະທັຍເລີຍ.
\v 14 ພຣະອົງຈະຊົງຕອບທ່ານຫນ້ອຍຊ່ຳໃດ ຖ້າທ່ານທ່ານບໍ່​ເຫັນ​ພຣະ­ອົງ, ຊຶ່ງເລື່ອງລາວຂອງທ່ານຢູ່ຕໍ່​ພຣະ­ພັກ​ພຣະ­ອົງ, ແລະຊຶ່ງທ່ານກຳລັງຄອຍຖ້າພຣະອົງ!
\s5
\v 15 ພຣະອົງຊົງຕອບທ່ານນ້ອຍຊ່ຳໃດ ຖ້າຫານທ່ານເວົ້າວ່າ ພຣະອົງບໍ່ເຄີຍລົງໂທດຄົນໃດດ້ວຍພຣະ­ພິ­ໂຣດ, ແລະທີ່​ພຣະ­ອົງບໍ່​ໄດ້​ຊົງ​ສົນ​ພຣະ­ທັຍ​ຕໍ່ຄວາມຍິ່ງຂອງຜູ້ຄົນມັກຫລາຍ.
\v 16 ດັ່ງນັ້ນ ໂຢບ​ຈຶ່ງ​ອ້າ​ປາກ​ຂອງເຂົາເວົ້າ ພຽງເພື່ອເວົ້າຢ່າງຄົນໂງ່ເທົ່ານັ້ນ; ເຂົາເພີ່ມພູນຖ້ອຍຄຳທັງຫລາຍ​ໂດຍ​ປາ­ສະ­ຈາກ​ຄວາມ​ຮູ້.”
\s5
\c 36
\cl ບົດທີ 36
\p
\v 1 ​ເອ­ລີ­ຮູ​ຍັງຄົງກ່າວຕໍ່ໄປ ແລະເວົ້າ​ວ່າ,
\v 2 "ອະນຸຍາດໃຫ້​ຂ້ານ້ອຍ​ເວົ້າດົນແດ່ຫນ້ອຍຫນຶ່ງ ແລະຂ້ານ້ອຍຈະ​ສະ­ແດງໃຫ້ທ່ານເຫັນບາງສິ່ງ ເພາະ​ຂ້ານ້ອຍ​ມີ​ສິ່ງ​ທີ່​ຈະ​ເວົ້າ​ອີກຈັກຫນ່ອຍເພື່ອປົກປ້ອງພຣະເຈົ້າ.
\v 3 ຂ້ານ້ອຍຈະໄດ້ຮັບ​ເອົາ​ຄວາມ​ຮູ້​ຂອງຂ້ານ້ອຍມາຈາກ​ບ່ອນ​ໄກ; ແລະ​ຂ້ານ້ອຍຍອມຮັບວ່າຄວາມ​ຊອບ­ທັມນັ້ນ ເປັນຂອງພຣະຜູ້​ໄດ້​ສ້າງ​ຂ້ານ້ອຍ.
\s5
\v 4 ເພາະອັນ​ທີ່​ຈິງ, ​ຖ້ອຍ­ຄຳ​ທັງຫລາຍຂອງ​ຂ້າ­ພະ­ເຈົ້າ​ຈະບໍ່​ຜິດໄປ; ບາງຄົນທີ່ເປັນຜູ້ໃຫ່ຍໃນດ້ານຄວາມຮູ້ຢູ່ກັບທ່ານ.
\v 5 ເບິ່ງ​ແມ, ພຣະ­ເຈົ້າ​ຊົງມີ​ຣິດ­ທາ­ນຸ­ພາບ, ແລະ​ບໍ່­ຊົງ​ຫມິ່ນ­ປະ­ຫມາດ​ຜູ້­ໃດ​ເລີຍ; ພຣະ­ອົງ​ມີ​ຣິດ­ທາ­ນຸ­ພາບ​ໃນ​ເລື່ອງ​ພະລັງແຫ່ງຄວາມເຂົ້າໃຈ.
\s5
\v 6 ພຣະ­ອົງ​ບໍ່­ໄດ້​ຊົງລ້ຽງ­ຊີ­ວິດ​ຂອງຄົນ​ຊົ່ວ ແຕ່​ຊົງໄດ້​ເຮັດສິ່ງທີ່ຖືກຕ້ອງສຳລັນຄົນເຫລົ່ານັ້ນທີ່ທຸກຍາກແທນ.
\v 7 ພຣະ­ອົງ​ບໍ່­ຊົງໄດ້​ຫັນ​ພຣະ­ເນດ​ຂອງ​ພຣະ­ອົງ​ຈາກ​ຄົນ​ຊອບ­ທັມ ແຕ່​ຊົງຕັ້ງພວກເຂົາເທິງບັນລັງເຫມືອນ​ບັນ­ດາ​ກະ­ສັດທັງຫລາຍ​ໄວ້​ເປັນ­ນິດ, ແລະ​ພວກ­ເຂົາ​ໄດ້ຮັບການຍົກຂຶ້ນ​ບ່ອນ​ສູງ.
\s5
\v 8 ​ຖ້າ​ພວກ­ເຂົາ​ຖືກ​ລ່າມດ້ວຍໂສ້ ແລະຕິດກັບດັກແຫ່ງຄວາມທຸກທໍຣະມານ,
\v 9 ແລ້ວພຣະ­ອົງ​ຊົງເປີດເຜີຍຕໍ່ພວກເຂົາເຖິງສິ່ງທີ່ພວກເຂົາໄດ້ກະທຳ, ແລະການລະ­ເມີດ​ຂອງ​ພວກ­ເຂົາ​ກັບຄວາມຍິ່ງຂອງ​ພວກ­ເຂົາ.
\s5
\v 10 ພຣະ­ອົງຊົງ​ເປີດ​ຫູ​ຂອງ​ພວກ­ເຂົາຕໍ່ຄຳສອນຂອງພຣະອົງດ້ວຍເຊັ່ນກັນ, ແລະຊົງບັນຊາ​ພວກ­ເຂົາ​ໃຫ້ຫັນກັບ​ຈາກ​ຄວາມ​ຊົ່ວ­ຮ້າຍ.
\v 11 ຖ້າ​ພວກ­ເຂົາ​​ເຊື່ອ​ຟັງພຣະອົງ ແລະ​ນະມັດສະການ​ພຣະ­ອົງ. ພວກ­ເຂົາ​ຈະ​ໃຊ້ວັນທັງຫລາຍຂອງພວກເຂົາໃນຄວາມຈະເຣີນຮຸ່ງເຮືອງ, ​​ປີທັງຫລາຍຂອງພວກເຂົາ​ດ້ວຍ​ຄວາມ­ສຸກ​ໃຈ.
\v 12 ເຖິງຢ່າງໃດ, ​ຖ້າ​ພວກ­ເຂົາ​ບໍ່​ເຊື່ອ​ຟັງ; ພວກ­ເຂົາ​ກໍ​ຈະ​ຈິບ­ຫາຍ​ດ້ວຍ​ດາບ; ແລະພວກເຂົາຈະ​ຕາຍ​ເພາະພວກເຂົາຂາດ​ຄວາມ​ຮູ້.
\s5
\v 13 ຄົນເຫລົ່ານັ້ນ ທີ່ບໍ່ນັບຖືພຣະເຈົ້າໃນຈິດໃຈ ກໍສະສົມຄວາມໂກດຂອງພວກເຂົາ; ພວກເຂົາບໍ່ຮອ້ງຂໍຄວາມຊ່ວຍເຫລືຶອແມ້ເມື່ອພຣະເຈົ້າຊົງມັດພວກເຂົາ.
\v 14 ພວກເຂົາ​ຕາຍ​ເມື່ອ​ຍັງ​ວັຍຫນຸ່ມ​ຢູ່; ແລະ​ຊີ­ວິດ​ຂອງ​ພວກເຂົາ​ຢູ່​ທ່າມ­ກາງ​ໂສເພນີໃນວິຫານທັງຫລາຍ.
\s5
\v 15 ພຣະເຈົ້າຊົງຊ່ວຍກູ້​ຄົນທີ່ເດືອດຮ້ອນໂດຍຜ່ານຄວາມລຳບາກຂອງພວກເຂົາ; ພຣະອົງຊົງເປີດຫູຂອງພວກເຂົາ ໂດຍຜ່ານການກົດຂີ່ຂອງພວກເຂົາ.
\v 16 ແທ້ຈິງ, ພຣະ­ອົງ​ຊົງດຶງທ່ານອອກຈາກຄວາມເຈັບປວດ ເພື່ອເຂົ້າໄປໃນສະຖານທີ່ກວ້າງທີ່ບໍ່ມີຄວາມທຸກລຳບາກ ແລະທີ່​ໂຕະ​​ຂອງ​ທ່ານຈະເຕັມໄປດ້ວຍອາຫານທີ່ເຕັມໄປດ້ວຍໄຂມັນ.
\s5
\v 17 ແຕ່​ທ່ານກໍ​ກັບ​ໄປດ້ວຍການ​ພິ­ພາກ­ສາທີ່ຄວນແກ່​ຄົນ​ຊົ່ວຮ້າຍ ແລະ​ຄວາມ­ຍຸດ­ຕິ­ທຳ​ໄດ້ຈັບ​ທ່ານເອົາໄວ້.
\v 18 ຢ່າປ່ອຍໃຫ້ຄວາມໂກດຂອງທ່ານຊັກນຳທ່ານສູ່ການເຍາະເຍີ້ຍ, ຫລືຄວາມຫ­ຍິ່ງ­ໃຫຍ່ແຫ່ງຄ່າໄຖ່ຊ່ວຍ​ທ່ານ​ໃຫ້​ພົ້ນ​ໄດ້.
\s5
\v 19 ຄວາມຮັ່ງມີຂອງທ່ານສາມາດໃຫ້ຜົນປະໂຫຍດແກ່ທ່ານ, ເພື່ອວ່າທ່ານຈະບໍ່ຕົກຢູ່ໃນຄວາມລຳບາກ, ຫລືກຳລັງທັງຫມົດຂອງທ່ານສາມາດຊ່ວຍທ່ານໄດ້ຫລື?
\v 20 ຢ່າປາຖະຫນາ ເວລາກາງ­ຄືນ, ເພື່ອເຮັດບາບຕໍ່ຄົນອື່ນ, ເມື່ອຜູ້ຄົນຖືກຕັດອອກຈາກສະຖານທີ່ຂອງພວກເຂົາ.
\v 21 ຈົ່ງລະ­ວັງທີ່ທ່ານຈະບໍ່ຫັນ​​ໄປ​ຫາ​ຄວາມບາບ ເພາະ​ທ່ານກຳລັງຖືກທົດສອບໂດຍຄວາມທຸກທໍຣະມານ ເພື່ອທ່ານຈະຄົງຫ່າງໄກຈາກຄວາມບາບ.
\s5
\v 22 ເບິ່ງ​ແມ, ພຣະ­ເຈົ້າ​ຊົງໄດ້ຮັບການຍົກຍ້ອງໃນຣິດທານຸພາບຂອງພຣະອົງ​; ຜູ້­ໃດທີ່​ເປັນ​ຜູ້​ສັ່ງສອນໄດ້​ເຫມືອນກັບ​ພຣະ­ອົງ​ບໍ?
\v 23 ຜູ້­ໃດທີ່ເຄີຍສັ່ງສອນພຣະອົງກ່ຽວກັບວິທີທາງຂອງພຣະອົງຫລື? ​​ຜູ້­ໃດສາມາດເວົ້າກັບພຣະອົງ​ວ່າ ‘ພຣະ­ອົງ​ໄດ້​ກະ­ທຳສິ່ງທີ່​ບໍ່ຊອບທັມ​ແລ້ວ?
\v 24 ຈົ່ງ​ລະ­ນຶກ​ເຖິງ​ການ​ຍົກ­ຍ້ອງ​ພຣະ­ຣາ­ຊະ­ກິດທັງຫລາຍ​ຂອງ​ພຣະ­ອົງ, ຕາມທີ່ປະຊາຊົນໄດ້ຮ້ອງສັນຣະເສີນ.
\s5
\v 25 ປະຊາຊົນ​ທັງ­ປວງ ໄດ້​ເບິ່ງ​ເຫນືອພຣະຣາຊະກິດເຫລົ່ານັ້ນ, ແຕ່ພວກເຂົາເຫັນ​ພຣະຣາຊະກິດເຫລົ່ານັ້ນຈາກທີ່ໄກເທົ່ານັ້ນ.
\v 26 ເບິ່ງ​ແມ, ພຣະ­ເຈົ້າຊົງຫ​ຍິ່ງ­ໃຫຍ່, ແຕ່​ເຮົາ​ບໍ່ເຂົ້າໃຈພຣະອົງດີ; ຈຳນວນປີທັງຫລາຍຂອງ​ພຣະ­ອົງ​ກໍບໍ່ສາມາດນັບໄດ້.
\s5
\v 27 ເພາະ​ພຣະ­ອົງຊົງດຶງ​ເມັດ​ນ້ຳທັງຫລາຍທີ່ພຣະອົງຊົງກັ່ນໃຫ້ເປັນນໍ້າຝົນຈາກ​ອາຍ​ນ້ຳ­ຂອງ​ພຣະ­ອົງ.
\v 28 ທີ່ກ້ອນ​ເມກ​ທັງຫລາຍ​ຖອກ​ເທລົງ­ມາ ແລະ​ຍ້ອຍ​ລົງຢ່າງ​ອຸ­ດົມ­ສົມ­ບູນເຫນ່ືອມວນມະ­ນຸດ​.
\v 29 ອັນທີ່ຈິງ, ໃຜ​ສາມາດ​ເຂົ້າ­ໃຈ​ການ​ແຜ່ອອກຢ່າງກວ້າງຂວາງຂອງກ້ອນ​ເມກ​ທັງຫລາຍ ແລະສຽງຟ້າຮ້ອງຈາກ​ກະທ່ອມ​ຂອງ​ພຣະ­ອົງ​ໄດ້ຫລື?
\s5
\v 30 ເບິ່ງ​ເຖີດ, ພຣະ­ອົງ​ຊົງແຜ່ຟ້າ​ແລບ​ຂອງ​ພຣະ­ອົງລ້ອມຮອບພຣະອົງ ແລະ​ຊົງປົກຄຸມຮາກທັງຫລາຍຂອງ​ທະ­ເລ.
\v 31 ດ້ວຍວິທີການນີ້, ​ພຣະ­ອົງຊົງຕັດສິນປະຊາຊົນທັງຫລາຍ ແລະປຣະທານອາຫານຢ່າງ​ອຸ­ດົມ­ສົມ­ບູນ.
\s5
\v 32 ພຣະ­ອົງ​ຊົງເຕີມພຣະຫັດຂອງພຣະອົງດ້ວຍຟ້າ​ແລບ​ດ້ວຍຟ້າແລບ ຈົນວ່າພຣະອົງຊົງ​ບັນ­ຊາມັນ​ໃຫ້​ຜ່າລົງຕົງຈຸດທີ່ຫມາຍເອົາໄວ້.
\v 33 ສຽງຟ້າຮ້ອງ​ຂອງ​ມັນເຕືອນເຖິງອາຍຸ, ​​ຝູງ​ສັດສາມາດໄດ້ຍິນສຽງມັນກຳລັງມາດ້ວຍ.
\s5
\c 37
\cl ບົດທີ 37
\p
\v 1 ອັນທີ່ຈິງ, ຈິດໃຈຂອງຂ້ານ້ອຍສັ່ນໄຫວດ້ວຍເລື່ອງນີ້; ມັນຖືກເຄື່ອນອອກຈາກທີ່ຂອງມັນ,
\v 2 ຂໍຈົ່ງຟັງເຖີດ, ໂອ, ໄດ້ຍິນສຽງອັນດັງຂອງພຣະອົງ, ­ສຽງທີ່ອອກ​ຈາກ​ພຣະ­ໂອດ ​ຂອງ​ພຣະ­ອົງ,
\v 3 ພຣະ­ອົງ​ໄດ້​ປ່ອຍ​ໃຫ້ມັນອອກໄປພາຍໃນທ້ອງ​ຟ້າ​ທັງ​ຫມົດ ແລະ​ພຣະອົງຊົງສົ່ງຟ້າ​ແລບ​ຂອງ​ພຣະ­ອົງ​ໄປ​ເຖິງ​ສຸດ​ປາຍ​ແຜ່ນ­ດິນ­ໂລກ.
\s5
\v 4 ສຽງຫນຶ່ງຄຳລາມຫລັງຈາກມັນ; ພຣະອົງຊົງເຮັດໃຫ້ຟ້າຮ້ອງດ້ວຍພຣະສຸ­ຣະ­ສຽງແຫ່ງ​ພຣະບາຣະມີຂອງພຣະ­ອົງ; ພຣະອົງບໍ່ຊົງຢັບຢັ້ງຟ້າແມບທີ່ແລ່ນຢ່າງໄວວາ ເມື່ອພຣະ­ສຸ­ຣະ­ສຽງຂອງພຣະອົງເປັນທີ່ໄດ້ຍິນ.
\v 5 ພຣະ­ເຈົ້າ​ຊົງເຮັດ​ໃຫ້​ຟ້າ­ຮ້ອງ​ຢ່າງຫນ້າຢໍາເກງ​​ດ້ວຍ​ພຣະ­ສຸ­ຣະ­ສຽງ​ຂອງ​ພຣະ­ອົງ; ພຣະ­ອົງຊົງເຮັດໃຫ້ສິ່ງຕ່າງໆທີ່ຍັງຫຍິ່ງໃຫ່ຍທີ່ເຮົາບໍ່ສາມາດເຂົ້າໃຈໄດ້​.
\v 6 ເພາະ​ພຣະ­ອົງ​ກ່າວ​ຕໍ່​ຫິ­ມະ​ວ່າ, ‘ຈົ່ງຕົກລົງເທິງ​ແຜ່ນ­ດິນໂລກ’; ເຊັ່ນດຽວກັນກັບສາຍຝົນທີ່ເທລົງມາວ່າ, ຈົ່ງກາຍເປັນຝົນຫ່າໃຫ່ຍທີ່ເທລົງມາ.
\s5
\v 7 ພຣະ­ອົງ​ຊົງຢຸດ​ມື​ຂອງ​ມະ­ນຸດ​ທຸກ​ຄົນຈາກການເຮັດວຽກ ເພື່ອວ່າມະນຸດທັງຫລາຍທີ່ພຣະອົງໄດ້ຊົງສ້າງຈະເຫັນພຣະຣາຊະກິດຕ່າງໆ​ຂອງ​ພຣະ­ອົງ.
\v 8 ແລ້ວ​ສັດ­ຮ້າຍທັງຫລາຍກໍເຂົ້າໄປເຊື່ອງຕົວ ແລະ​ພັກ​ຢູ່­ໃນ​ຖ້ຳ​ຂອງ​ມັນ.
\v 9 ລົມ​ບ້າ­ຫມູອອກ​ມາ​ຈາກ​ທາງ​ທິດ­ໃຕ້ ແລະ​ຄວາມ​ຫນາວ​ມາ​ຈາກ​ລົມ​ທາງທິດເຫນືອ.
\s5
\v 10 ໂດຍລົມຫາຍໃຈຂອງພຣະ­ເຈົ້າ; ຄວາມຫນາວກໍຖືກ​ປຣະ­ທານມາ​ນ້ຳ­ທັງຫລາຍເກາະຕົວ​ແຂງ​ເຫມືອນກັບໂລຫະ.
\v 11 ອັນທີ່ແທ້ຈິງ, ພຣະອົງຊົງເຮັດໃຫ້ເມກຫນາທືບຫນັກໄປດ້ວຍຄວາມ​ຊຸ່ມ​ຊື່ນ​​; ພຣະ­ອົງ​ກະ­ຈາຍ​ເມກ​ແຫ່ງ​ຟ້າ​ແລບຂອງພຣະອົງຜ່ານກ້ອນເມກທັງຫລາຍ.
\s5
\v 12 ພຣະອົງຊົງຫນຸນກ້ອນເມກທັງຫາຍ ໂດຍການນຳຂອງ​ພຣະ­ອົງ, ເພື່ອ​ວ່າພວກ​ມັນຈະ​ເຮັດ​ໃນສິ່ງໃດກໍຕາມ​ທີ່​ພຣະ­ອົງ​ໄດ້ຊົງ​ບັນ­ຊາ​ພວກມັນ​ເຫນືອ​ຫນ້າຂອງ​ໂລກທັງຫມົດ​ນີ້.
\v 13 ພຣະອົງຊົງເຮັດໃຫ້ທຸກສິ່ງນີ້ເກີດຂຶ້ນ; ບາງຄັ້ງມັນເກີດຂຶ້ນເພື່ອການກວດແກ້, ບາງຄັ້ງເພື່ອດິນແດນຂອງພຣະອົງ ແລະບາງຄັ້ງເປັນດັ່ງການກະທຳແຫ່ງພັນທະສັນຍາອັນສັດຊື່.
\s5
\v 14 ຂໍຟັງສິ່ງນີ້, ່ທ່ານໂຢບ​ເອີຍ, ຈົ່ງຢຸດ ແລະຄິດເຖິງພຣະຣາຊະກິດທັງຫລາຍທີ່ຫນ້າຢໍາເກງຂອງພຣະເຈົ້າ.
\v 15 ທ່ານຮູ້ບໍ່ວ່າພຣະເຈົ້າຊົງຝືນພຣະທັມຂອງພຣະອົງເຫນືອກ້ອນເມກທັງຫລາຍ ແລະເຮັດໃຫ້ຟ້າແລບມີແສງຢູ່ໃນພວກມັນພຽງໃດ?
\s5
\v 16 ທ່ານເຂົ້າໃຈເຖິງກ້ອນເມກທັງຫລາຍທີ່ລອຍຢູ່, ພຣະຣາຊະກິດອັນອັສະຈັນທັງຫລາຍຂອງພຣະເຈົ້າ, ຜູ້ຊົງ​ສົມບູນແບບໃນຄວາມຮູ້ຫລື?
\v 17 ທ່ານເຂົ້າໃຈກ່ຽວກັບການທີ່ເສື້ອຜ້າທັງຫລາຍຂອງທ່ານຮ້ອນ ເມື່ອດິນແດນນັ້ນສະຫງົບ ເພາະລົມນັ້ນມາຈາກທິດໃຕ້ຫລື?
\s5
\v 18 ທ່ານສາມາດ​ແຜ່ທ້ອງ​ຟ້າ​ໄດ້ເຫມືອນກັບ​ພຣະ­ອົງ​ໄດ້​ບໍ- ທ້ອງຟ້າທີ່​ແຂງແຮງ​ເຫມືອນ​ກະ­ຈົກທີ່ເຮັດຈາກໂລຫະຫລອມຢ່າງນັ້ນຫລື?
\v 19 ຂໍຈົ່ງ​ສອນ​ເຮົາ​ເຖິງສິ່ງທີ່ ເຮົາສົມ​ຄວນ​ຈະ​ທູນຕໍ່​ພຣະ­ອົງ; ເພາະ​ເຮົາບໍ່ສາມາດເຜີຍຄຳໂຕ້ແຍ້ງທັງຫລາຍຂອງເຮົາໄດ້ ເພາະຄວາມ​ມືດແຫ່ງຈິດໃຈຂອງເຮົາ.
\v 20 ພຣະອົງຊົງສົມຄວນໄດ້ຮັບການບອກຫລື? ຂ້າ­ພະ­ເຈົ້າ​ປາຖະຫນາຈະທູນຕໍ່ພຣະອົງ? ມັນເປັນການທີ່ຄົນຫນຶ່ງປາຖະຫນາຖືກກືນກິນ?
\s5
\v 21 ບັດ­ນີ້, ຜູ້ຄົນບໍ່ສາມາດເຫັນທີ່ດວງອາທິດເມື່ອມັນສ່ອງແສງໃນທ້ອງຟ້າຫລັງຈາກລົມພັດຜ່ານ ແລະໄດ້ເອົາກ້ອນເມກທັງຫລາຍອອກໄປ.
\v 22 ແສງ​ທອງ​ເປັ່ງອອກມາຈາກທາງທິດ-ເຫນືອພຣະ­ເຈົ້າຊົງພຣະບາຣະມີອັນ​ຫນ້າ​ຢຳ​ເກງ.
\s5
\v 23 ສຳລັບອົງ​ຜູ້​ມີ​ຣິດທານຸພາບ, ເຮົາບໍ່ສາມາດຄົ້ນພົບພຣະອົງ! ພຣະອົງຊົງຫຍິ່ງໃຫ່ຍດ້ວຍ​ຣິດ­ທາ­ນຸ­ພາບ; ພຣະອົງບໍ່ຊົງກົດຂີ່ຄວາມ­ຍຸ­ຕິ­ທັມ ​ແລະ​ຄວາມ­ຊອບ­ທັມອັນອຸດົມສົມບູນ.
\v 24 ດ້ວຍເຫດນີ້, ຜູ້ຄົນຈຶ່ງຢຳເກງພຣະອົງ. ພຣະອົງບໍ່ຊົງສົນພຣະທັຍຄົນເຫລົ່ານັ້ນ ທີ່ມີປັນຫາໃນຄວາມຄິດຂອງພວກເຂົາເອງ.”
\s5
\c 38
\cl ບົດທີ 38
\p
\v 1 ແລ້ວ​ພຣະ­ຢາເວໄດ້ຊົງຮຽກ​ໂຢບ​ໃຫ້ອອກຈາກ​ພະ­ຍຸຮ້າຍ ແລະກ່າວວ່າ​,
\v 2 " ຜູ້ນີ້ຄື​ໃຜທີ່ນຳຄວາມມືດມາສູ່ແຜນງານຕ່າງໆ ໂດຍບັນດາຖ້ອຍຄຳທີ່ປາສະຈາກຄວາມຮູ້ຫລື?
\v 3 ບັດ­ນີ້ ຈົ່ງຄາດເອວຂອງເຈົ້າເຫມືອນກັບຊາຍຄົນຫນຶ່ງ ເພາະເຮົາຈະຖາມຄຳຖາມເຈົ້າ; ແລະເຈົ້າຕ້ອງຕອບເຮົາ.
\s5
\v 4 ເຈົ້າ​ຢູ່​ໃສ​ເມື່ອ​ເຮົາ​ສ້າງ​ໂລກ? ບອກເຮົາ, ຖ້າ​ຫາກເຈົ້າ​ມີຄວາມເຂົ້າໃຈຢ່າງຫລວງຫລາຍ.
\v 5 ຜູ້­ໃດ​ກຳ­ນົດຂອບເຂດທັງຫລາຍໃຫ້ກັບມັນຫລື? ​ບອກເຮົາ, ຖ້າຫາກຮູ້. ໃຜ​ຄືຜູ້ທີ່ວາງເສັ້ນຂອບແດນເຫນືອມັນຫລື?
\s5
\v 6 ຮາກຖານຂອງມັນວາງຢູ່ເທິງສິ່ງໃດຫລື? ໃຜວາງສີລາມຸມເອກໃຫ້ກັບມັນຫລື?
\v 7 ເມື່ອໃດທີ່ດາວປະຈຳຮຸ່ງເຊົ້າໄດ້ຮ້ອງເພງດ້ວຍກັນ ແລະບັນດາຊາຍທັງຫລາຍຂອງພຣະເຈົ້າຮ້ອງດ້ວຍຄວາມຍິນດີຫລື?
\s5
\v 8 ໃຜ​ອັດ​ປະ­ຕູ​ຕັນ​ນ້ຳ​ທະ­ເລ​ທັງຫລາຍ ເມື່ອ​ມັນ​ລະ­ເບີດ­ອອກ​ມາ​ເຫມືອນກັບມັນໄດ້ອອກມາຈາກທ້ອງນັ້ນ-
\v 9 ​ເຮົາ​ໄດ້ສ້າງກ້ອນເມກທັງຫລາຍໃຫ້ເປັນເສື້ອຜ້າຂອງມັນ, ແລະຄວາມມືດທືບເປັນຜ້າຫໍ່ຕົວຂອງມັນເມື່ອໃດຫລື?
\s5
\v 10 ນັ້ນຄືເມື່ອເຮົາ​ໄດ້​ກຳ­ນົດເຄື່ອງຫມາຍໄວ້ເປັນເຂດກັ້ນສຳລັບທະເລ, ແລະ​ເມື່ອເຮົາໄດ້ວາງຊື່ ແລະປະຕູທັງຫລາຍຂອງນັ້ນ,
\v 11 ແລະເມື່ອເຮົາ​ໄດ້​ບອກຕໍ່​ມັນ​ວ່າ, 'ເຈົ້າມາ​ໄກ​ເທົ່າ​ນີ້, ແຕ່ບໍ່ໄກ​ໄປກວ່ານີ້; ນີ້ຄືບ່ອນທີ່ເຮົາກັ້ນເຂດໄວ້ໃຫ້ກັບ ຄວາມຍິ່ງແຫ່ງກະ­ແສ​ຄື້ນທັງຫລາຍຂອງເຈົ້າ​.'
\s5
\v 12 ຕັ້ງແຕ່ວັນທັງຫລາຍຂອງເຈົ້າເລີ່ມຕົ້ນ, ເຈົ້າເຄີຍອອກຄຳສັ່ງໃຫ້ຍາມເຊົ້າເລີ່ມຕົ້ນ ແລະເຮັດໃຫ້ຍາມຮຸ່ງເຊົ້າຮູ້ສະຖານທີ່ຂອງມັນໃນແຜນການຂອງສິ່ງຕ່າງໆ,
\v 13 ເພື່ອວ່າມັນຈະຈັບດ້ານຕ່າງໆຂອງແຜ່ນດິນໂລກນີ້ ຊຶ່ງຄົນຊົ່ວຮ້າຍຈະຖືກສັ່ນສະເທືອນເພາະມັນ​ຫລື?
\s5
\v 14 ແຜ່ນດິນໂລກຖືກເຮັດໃຫ້ປ່ຽນແປງໃນສະພາບເຫມືອນດິນຫນຽວ ທີ່ປ່ຽນແປງໄປພາຍໃຕ້ຕຣາປຣະທັບອັນຫນຶ່ງ; ທຸກສິ່ງເທິງ​ນັ້ນຢືນແຈ້ງເຫມືອນກັບຜ້າຜືນຫນຶ່ງ​
\v 15 'ແສງ­ສະ­ຫວ່າງ ' ​ຂອງຄົນຊົ່ວຮ້າຍນັ້ນຖືກຫນີໄປຈາກພວກເຂົາ; ແຂນທີ່ຍົກຂອງພວກເຂົາກໍຫັກ.
\s5
\v 16 ເຈົ້າເຄີຍໄປຍັງແຫລ່ງນໍ້າຂອງ​ແປວ​ທະ­ເລ​ບໍ? ເຈົ້າເຄີຍ​ຍ່າງ​ເທິງສ່ວນທີ່​ຕໍ່າທີ່ສຸດຂອງທີ່ເລິກ​ໄດ້​ຫລື?
\v 17 ປະຕູແຫ່ງຄວາມຕາຍໄດ້ຖືກສຳແດງແກ່ເຈົ້າບໍ? ເຈົ້າເຄີຍເຫັນປະຕູແຫ່ງເງົາຄວາມຕາຍບໍ?
\v 18 ເຈົ້າເຂົ້າໃຈແຜ່ນດິນໂລກໃນເລື່ອງການຂະຫຍາຍຂອງມັນບໍ? ບອກເຮົາ, ຖ້າ​ເຈົ້າຮູ້­ທັງຫມົດກ່ຽວກັບມັນ.
\s5
\v 19 ທີ່ໃດຄືເສັ້ນທາງໄປສູ່ສະຖານທີ່ພັກແຫ່ງຄວາມສະຫວ່າງ - ເຊັ່ນດຽວກັນສຳລັບຄວາມມືດ, ສະຖານທີ່ຂອງມັນຢູ່ໃສບໍ?
\v 20 ເຈົ້າສາມາດນຳຄວາມ​ແສງ­ສະ­ຫວ່າງ ແລະ​ຄວາມ​ມືດມາຍັງທີ່ແຫ່ງການເຮັດວຽກຂອງພວກມັນໄດ້ບໍ? ເຈົ້າສາມາດຄົ້ນຫາທາງກັບໄປສູ່ບ້ານທັງຫລາຍຂອງພວກມັນໄດ້ບໍ?
\v 21 ບໍ່ຕ້ອງສົງໄສເລີຍວ່າ ເຈົ້າຮູ້, ເພາະ­ວ່າ​ເຈົ້າໄດ້ເກີດມາແລ້ວ; ຈຳນວນວັນທັງຫລາຍຂອງເຈົ້ານັ້ນໃຫ່ຍຫລາຍ!
\s5
\v 22 ເຈົ້າເຄີຍເຂົ້າໄປໃນຄັງສຳລັບເກັບຫິມະ, ຫລືເຈົ້າເຄີຍເຫັນຄັງເກັບຫມາກເຫັບ​ບໍ,
\v 23 ສິ່ງຕ່າງໆເຫລົ່ານີ້ທີ່ເຮົາໄດ້ເກັບໄວ້ສຳລັບເວລາລຳບາກ, ສຳລັບວັນທັງຫລາຍໃນສົງຄາມ ແລະການເຮັດ​ເສິກ​ສົງຄາມ?
\v 24 ແມ່ນຫຍັງຄືເສັ້ນທາງບ່ອນທີ່ຟ້າແລບຖືກປ່ອຍ ຫລືໄປຍັງສະຖານບ່ອນທີ່ ລົມທັງຫລາຍກະຈາຍອອກໄປຈາກທິດຕາເວັນອອກເຫນືອແຜ່ນດິນໂລກນີ້?
\s5
\v 25 ໃຜທີ່ໄດ້ສ້າງ​ປ່ອງສຳລັບນໍ້າຝົນຫລວງຫລາຍ, ຫລືໃຜທີ່ໄດ້ສ້າງເສັ້ນທາງໃຫ້ກັບຟ້າຮ້ອງດັງສະຫນັ່ນ​,
\v 26 ເພື່ອເຮັດໃຫ້ມັນເປັນຝົນລົດລົງມາເທິງແຜ່ນດິນທັງຫລາຍທີ່ບໍ່ມີຄົນອາໄສ​ຢູ່, ແລະເຫນືອຖິ່ນທຸຣະກັນດານທີ່ບໍ່ມີໃຜຢູ່,
\v 27 ເພື່ອຊ່ວຍເຫລືອບໍຣິເວນຕ່າງໆທີ່ເປັນຫມັນ ແລະໂດດດ່ຽວ ແລະ ເພື່ອເຮັດໃຫ້ຫຍ້າທີ່ນຸ້ມງອກງາມຂຶ້ນມາ?
\s5
\v 28 ຝົນນັ້ນມີພໍ່ຫລືບໍ? ໃຜທີ່ເຮັດນໍ້າຫມອກເກີດຂຶ້ນ?
\v 29 ນໍ້າແຂງນັ້ນອອກມາຈາກທ້ອງແມ່ຂອງຜູ້ໃດບໍ? ໃຜ​ເຮັດໃຫ້ນໍ້າກ້ອນແຂງສີຂາວອອກມາຈາກທ້ອງຟ້າ?
\v 30 ນໍ້າທັງຫລາຍໄດ້ເຊື່ອງຕົວ ແລະກາຍເປັນເຫມືອນຫີນ; ຜີວຂອງທີ່ເລິກກາຍເປັນນໍ້າກ້ອນ.
\s5
\v 31 ເຈົ້າ​ສາມາດມັດ​ດາວ​ລູກ​ໄກ່, ຫລືຄ້າຍເຊືອກຜູກ​ດາວ​ໄຖ​ໄດ້​ບໍ?
\v 32 ເຈົ້າສາມາດນຳໃຫ້ກຸ່ມດາວຕ່າງໆປະກົດຂຶ້ນໃນເວລາທີ່ເຫມາະສົມຂອງພວກມັນຫລື? ​​ເຈົ້າ​ສາມາດນຳທາງໃຫ້ຫມີກັບລູກໆ ຂອງມັນໄດ້ບໍ?
\v 33 ເຈົ້າ​ຮູ້ເຖິງ​ກົດ­ຫມາຍຕ່າງໆຂອງທ້ອງຟ້າຢ່າງນັ້ນ​ບໍ? ເຈົ້າ​ສາມາດຕັ້ງ​ກົດ­ຫມາຍຂອງທ້ອງຟ້າເຫນືອແຜ່ນດິນໂລກໄດ້​ບໍ?
\s5
\v 34 ເຈົ້າສາມາດຍົກສຽງຂອງເຈົ້າຂຶ້ນຕໍ່ກ້ອນເມກທັງຫລາຍເພື່ອວ່ານໍ້າຝົນອັນອຸດົມສົມບູນຈະເທລົງປົກຄຸມເຈົ້າຢ່າງນັ້ນຫລື​?
\v 35 ເຈົ້າສາມາດ​ສັ່ງສາຍ​ຟ້າ­ຜ່າ​ລົງ­ມາ ທີ່ພວກມັນ​ອອກໄປ, ທີ່ພວກມັນ​ເວົ້າ​ຫລື​ວ່າ, 'ພວກເຮົາຢູ່ທີ່ນີ້'?
\s5
\v 36 ໃຜ​ໄດ້ໃສ່ສະຕິປັນຍາໄວ້ໃນກ້ອນເມກທັງຫລາຍ ຫລືໄດ້ໃຫ້ຄວາມເຂົ້າໃຈແກ່ຫມອກທັງຫລາຍຫລື?
\v 37 ໃຜສາມາດນັບຈຳນວນກ້ອນເມກດ້ວຍທັກສະຂອງເຂົາໄດ້ຫລື?
\v 38 ເມື່ອໃດທີ່ຝົນແລ່ນເຂົ້າເກາະກັນຈົນເປັນກ້ອນ ແລະດິນທັງຫລາຍຂອງແຜ່ນດິນໂລກລວມຕົວກັນຈົນຫນາແຫນ້ນ?
\s5
\v 39 ເຈົ້າສາມາດ​ລ່າເຫຍື່ອ​ໃຫ້ແກ່ນາງ​ສິງ​ ຫລືເຮັດໃຫ້ລູກວັຍ ຫນຸ່ມ​ຂອງມັນ​ອີ່ມ​ໄດ້​ບໍ?
\v 40 ເມື່ອໃດທີ່ພວກ​ມັນ​ຫມູບ​ຢູ່­ໃນ​ຖ້ຳ​ຂອງພວກ​ມັນ ແລະເຊື່ອງຕົວຄອຍຖ້າ​ຢູ່­ໃນ​ທີ່​ກຳ​ບັງ?
\s5
\v 41 ໃຜ​ຈັດ​ຫາ​ເຫຍື່ອ​ໃຫ້​ແກ່ກັບອີ່ກາ ເມື່ອ​ລູກນ້ອຍຂອງພວກມັນຮ້ອງຕໍ່ພຣະເຈົ້າ ແລະຍ່າງໂຊເຊເພາະຂາດອາຫານ?
\s5
\c 39
\cl ບົດທີ 39
\p
\v 1 ເຈົ້າ​ຮູ້​ບໍ​ວ່າ ເວລາໃດທີ່​ແບ້​ປ່າ​ເກີດຕາມຊອ່ງຜາຕ່່າງໆ ເກີດລູກນ້ອຍຂອງມັນ? ເຈົ້າ​ສາມາດເຝົ້າເບິ່ງ​ກວາງ​ນັ້ນກຳລັງເກີດລູກຂອງພວກມັນ​ບໍ?
\v 2 ເຈົ້າສາມາດນັບເດືອນຕ່າງໆທີ່ພວກມັນ​ຢູ່­ໃນ​ທ້ອງ​ແມ່​ຈັກ​ເດືອນ? ເຈົ້າຮູ້ເວລາເມື່ອພວກມັນເກີດລູກນ້ອຍຂອງພວກມັນບໍ?
\s5
\v 3 ພວກມັນ​ຫມູບ­ລົງ ແລະໃຫ້ກຳເນີດລູກນ້ອຍຂອງພວກມັນ, ແລະຈາກນັ້ນຄວາມເຈັບປວດຂອງພວກມັນກໍຫາຍໄປ?
\v 4 ລູກ​ນ້ອຍທັງຫລາຍ​ຂອງພວກ​ມັນໄດ້​ເຕີບ­ໂຕແຂງແຮງໃນທົ່ງໂລ່ງ; ພວກມັນອອກໄປ ແລະ​ບໍ່​ກັບ​ມາ​ອີກ.
\s5
\v 5 ໃຜປ່ອຍໃຫ້​ລໍ​ປ່າ​ໄປຢ່າງອິສະຫລະ? ໃຜ​ໄດ້ແກ້​ມັດເຊືອກ​ໃຫ້ກັບລວາທີ່ຄ່ອງແຄ້ວນັ້ນ,
\v 6 ບ້ານຂອງໃຜທີ່ເຮົາໄດ້ສ້າງໄວ້ໃນອາຣາບາ, ຄືບ້ານຂອງເຂົາໃນແຜ່ນດິນເກືອນັ້ນຫລື?
\s5
\v 7 ມັນຫົວເຍາະເຍີ້ຍສຽງລົບກວນທັງຫລາຍໃນເມືອງນັ້ນ, ມັນບໍ່ໄດ້ຍິນສຽງຕະໂກນຂອງຄົນຂັບໄລ່.
\v 8 ມັນພະເນຈອນໄປຕາມພູເຂົາຕ່າງໆ ເຫມືອນກັບເປັນ​ປ່າ​ຫຍ້າ​ບ່ອນ​ມັນ​ຫາ​ກິນ; ບ່ອນ​ມັນ​ຊອກ­ຫາ​ຫຍ້າ​ອັນ​ຂຽວ​ສົດ ເພື່ອຈະກິນ.
\s5
\v 9 ງົວ​ກະ­ທິງ​ຈະມີຄວາມສຸກທີ່ໄດ້​ເຮັດ­ວຽກ​ໃຫ້​ເຈົ້າ​ບໍ? ມັນພໍໃຈທີ່ຈະຢູ່ໃນ​ຄອກງົວ​ຂອງ​ເຈົ້າ​ບໍ?
\v 10 ເຈົ້າສາມາດຄວບຄຸມງົວປ່າໃຫ້ໄຖ​ນາ​ໄດ້​ດ້ວຍໄມ້ເທົ້າອັນຫນຶ່ງບໍ? ຫລື​ມັນ​ຈະ​ໄຖ​ຄາດ​ລຳຫ້ວຍຕ່າງໆ​ໃຫ້ກັບ​ເຈົ້າ​ບໍ?
\s5
\v 11 ເຈົ້າໄວ້ໃຈມັນເພາະມັນມີກຳລັງເຂັ້ມແຂງຢ່າງນັ້ນບໍ? ເຈົ້າຈະປ່ອຍການງານຂອງເຈົ້າໄວ້ໃຫ້ມັນເຮັດຢ່າງນັ້ນບໍ?
\v 12 ​ເຈົ້າຈະ​ເພິ່ງ​ອາ­ໄສມັນນຳຮວງເຂົ້າກັບໄປຍັງບ້ານຂອງເຈົ້າ, ໃຫ້ມັນຮວບຮວມຮວງເຂົ້າທີ່ລານຟາດເຂົ້າຂອງເຈົ້າຢ່າງນັ້ນບໍ?
\s5
\v 13 ປີກ​ທັງຫລາຍຂອງ​ນົກ​ກະ­ຈອກ​ເທດ​ກໍພືອອກຢ່າງອວດໂຕ, ແຕ່ພວກມັນ​ ແມ່ນປີກແລະຂົນທີ່ໃຫ້ຄວາມຮັກບໍ?
\v 14 ເພາະມັນອອກໄຂ່ທັງຫລາຍຂອງມັນເທິງແຜ່ນດິນໂລກ, ແລະມັນ​ປະ​ໄຂ່ເຫລົ່ານັ້ນ​ອົບ­ອຸ່ນ​ຢູ່­ໃນຝຸ່ນ​;
\v 15 ມັນລືມວ່າ ຕີນສັດອຶ່ນ​ອາດ­ຈະ​ມາ​ຢຽບໄຂ່ເຫລົ່ານັ້ນ ຫລື​ສັດ­ປ່າ​ອາດ­ຈະ​ຢຽບຢໍ່າພວກມັນໄດ້.
\s5
\v 16 ມັນ​ເຮັດ​ການຢ່າງຮຸນແຮງກັບລູກນ້ອຍທັງຫລາຍຂອງມັນ ເຫມືອນກັບວ່າ​ໄຂ່​ນັ້ນ​ບໍ່​ແມ່ນ​ຂອງ­ມັນ; ມັນ​ບໍ່ຢ້ານວ່າແຮງຂອງມັນອາດ​ເສຍ​ໄປ​ລ້າໆ.
\v 17 ເພາະພຣະເຈົ້າໄດ້ຊົງຖອນສະຕິປັນຍາຈາກມັນ ແລະບໍ່ປຣະທານຄວາມເຂົ້າໃຈໃດໆ ໃຫ້ກັບມັນ.
\v 18 ເມື່ອ​ມັນ​ແລ່ນ​ຫນີໄປໄວ, ມັນຫົວເຍາະເຍີ້ຍມ້າ ແລະຜູ້ທີ່ຂີ່ມ້ານັ້ນ.
\s5
\v 19 ເຈົ້າໄດ້ມອບກຳລັງໃຫ້ກັບມ້າບໍ? ເຈົ້າສວມຄໍຂອງມັນດ້ວຍແຝງຍາວຫຸ້ມຄໍຂອງມັນບໍ?
\v 20 ເຈົ້າເຮັດໃຫ້ມັນກະໂດດ​​ເຕັ້ນ​ໄດ້​ເຫມືອນ​ຕັກ­ແຕນບໍ? ຄວາມຍິ່ງໃຫ່ຍຂອງສຽງທີ່ອອກມາຈາກດັງຂອງມັນກໍຫນ້າ​​ກົວ.
\s5
\v 21 ມັນ​ເກືອກ​ກົ້ວ​ດິນ​ດ້ວຍກຳລັງ ແລະຊຶ່ນຊົມຍິນດີໃນກຳລັງຂອງມັນ; ມັນຟ້າວອອກໄປເພື່ອເຂົ້າຫາອາວຸດ
\v 22 ມັນເຍາະເຍີ້ຍຄວາມກົວ ແລະບໍ່​ຫວັ່ນໄຫວ; ມັນບໍ່​ຫັນກັບຈາກດາບ.
\v 23 ງູຫາງກະດິ່ງສັ່ນປາຍຫາງ, ເພື່ອຕໍ່ສູ້ດ້ານຂ້າງຂອງມັນ ພ້ອມກັບຫອກແຫລມກັບທວນ.
\s5
\v 24 ມັນກືນພື້ນດິນດ້ວຍຄວາມດຸຮ້າຍ ແລະຄວາມໂກດແຄ້ນ; ໃນສຽງແກ, ມັນບໍ່ສາມາດຢືນຢູ່ບ່ອນດຽວ.
\v 25 ເມື່ອໃດກໍຕາມທີ່ສຽງ​ເປົ່າ​ແກດັງຂຶ້ນ, ມັນ​ຮູ້­ຈັກ​ວ່າ​, 'ຍິນດີ!' ມັນໄດ້ກິ່ນສົງຄາມຈາກທີ່ໄກ- ​ສຽງໂຫ່ຮ້ອງດັງສະຫນັ່ນຂອງຜູ້ບັນຊາການທັງຫລາຍ ແລະສຽງຂອງມວນຊົນ.
\s5
\v 26 ມັນແມ່ນສະຕິປັນຍາຂອງເຈົ້າບໍ ເຮັດໃຫ້ແຫລວ​ບິນ​ໄດ້ທີ່​ມັນ​ກາງ​ປີກ​ບິນ​ໄປ​ທາງ​ທິດ­ໃຕ້?
\s5
\v 27 ມັນແມ່ນຄຳສັ່ງຂອງເຈົ້າບໍ ທີ່ເຮັດໃຫ້ນົກ​ອິນ­ຊີ​ຂຶ້ນໄປບ່ອນສູງ ແລະເຮັດ​ຮັງຂອງມັນທີ່​ສູງ​?
\v 28 ມັນອາໄສຢູ່ເທິງຫນ້າຜາ ແລະ​ເຮັດ​ຮັງ​ຂອງ​ມັນ​ເທິງ​ໂງ່ນ​ຫີນ​ສູງຂອງຫນ້າຜາ, ເປັນ​ປ້ອມ​ທີ່ເຂັ້ມ­ແຂງ​ຫນຶ່ງ.
\s5
\v 29 ຈາກທີ່ນັ້ນມັນຫລຽວ​ຫາເຫຍື່ອ; ສາຍຕາຂອງມັນເຫັນເຫຍື່ອເຫລົ່ານັ້ນຈາກທີ່ໄກ.
\v 30 ລູກນ້ອຍຂອງມັນດື່ມເລືອດເຊັ່ນກັນ; ມີຜູ້ທີ່ຖືກຂ້າຢູ່ບ່ອນໃດມັນກໍຈະຢູ່ບ່ອນນັ້ນ."
\s5
\c 40
\cl ບົດທີ 40
\p
\v 1 ພຣະ­ຢາເວ​ກ່າວ​ຕໍ່​ໂຢບ​ຕໍ່ໄປ; ພຣະອົງໄດ້ກ່າວວ່າ,
\v 2 ສົມຄວນຫລຶທີ່ຜູ້ປາຖະຫນາການຕັດສິນຈະພະຍາຍາມແກ້ໄຂອົງຜູ້ຊົງຣິດທານຸພາບໃຫ້ຖືກຕ້ອງ? ເຂົາຜູ້ທີ່ໂຕ້ຖຽງກັບພຣະເຈົ້າ, ຂໍໃຫ້ເຂົາຕອບເຖີດ."
\s5
\v 3 ແລ້ວໂຢບໄດ້ທູນຕອບພຣະຢາເວ​​ ແລະເວົ້າ​ວ່າ:
\v 4 ເບິ່ງແມ, ຂ້າ​ນ້ອຍເປັນຄົນທີ່ບໍ່ສຳຄັນອັນໃດ; ຂ້ານ້ອຍຈະສາມາດທູນຕອບພຣະອົງຢ່າງໃດໄດ້? ­ຂ້ານ້ອຍວາງມືຂອງຂ້ານ້ອຍເຫນືອປາກຂອງຂ້ານ້ອຍ.
\v 5 ຂ້າ­ນ້ອຍໄດ້​ເວົ້າແລ້ວ, ແລະຂ້ານ້ອຍຈະບໍ່ຕອບ; ແທ້ຈິງ, ສອງຄັ້ງ, ແຕ່ຂ້ານ້ອຍຈະບໍ່ເຮັດອີກຕໍ່ໄປ."
\s5
\v 6 ແລ້ວ​ພຣະຢາເວໄດ້ຕອບໂຢບອອກມາຈາກ​ລົມ­ພະ­ຍຸ​ແຮງ ແລະກ່າວວ່າ,
\v 7 ບັດ­ນີ້ ​ຈົ່ງ​ມັດແອວຂອງເຈົ້າເຫມືອນກັບຊາຍຄົນຫນຶ່ງ ເພາະເຮົາຈະຖາມຄຳຖາມເຈົ້າ ແລະເຈົ້າຕ້ອງຕອບເຮົາ.
\s5
\v 8 ເຈົ້າ​ຈະ​ເວົ້າ​ຈິງໆ ຫລຶວ່າເຮົາບໍ່ຍຸຕິທັມ? ເຈົ້າຈະຕຳນິເຮົາເພື່ອເຈົ້າຈະຮຽກຮ້ອງວ່າເຈົ້າຖືກຕ້ອງຢ່າງນັ້ນຫລື?
\v 9 ເຈົ້າ​ມີ​ແຂນຫນຶ່ງເຫມືອນກັບແຂນຂອງພຣະເຈົ້າຫລື? ເຈົ້າ​ສາມາດເຮັດໃຫ້ຟ້າຮ້ອງດ້ວຍສຽງເຫມືອນກັບພຣະອົງຫລື?
\s5
\v 10 ບັດນີ້, ຈົ່ງສວມຕົວເອງດ້ວຍຄວາມສະຫງ່າຣາສີ ແລະຄວາມມີກຽຕ; ຈົ່ງແຕ່ງກາຍຂອງເຈົ້າດ້ວຍກຽຕ ແລະບາຣະມີ.
\v 11 ຈົ່ງກະຈາຍຄວາມໂກດຮ້າຍອັນເກີນຄວນຂອງເຈົ້າ; ​ເບິ່ງທີ່ທຸກ​ຄົນທີ່ ຍິ່ງ ແລະ​ເຮັດ­ໃຫ້​­ເຂົາ​ຖ່ອມ­ຕົວ​ລົງ.
\s5
\v 12 ຈົ່ງ​ເບິ່ງ​ທີ່ທຸກຄົນທີ່ຍິ່ງ ແລະເຮັດໃຫ້ເຂົາຖ່ອມຕົວລົງ; ກຳ­ຈັດ​ຄົນຊົ່ວຮ້າຍເມື່ອພວກເຂົາຢືນຂຶ້ນ.
\v 13 ຝັງ​ພວກ­ເຂົາ​ໃນແຜ່ນດິນນີ້ດ້ວຍກັນ; ກັກຂັງໃບຫນ້າຂອງພວກເຂົາໃນສະຖານທີ່ເຊື່ອງຕົວ.
\v 14 ແລ້ວ​ເຮົາຍອມຮັບກ່ຽວກັບເຈົ້າວ່າ ມືຂວາຂອງເຈົ້າຈະສາມາດຊ່ວຍຕົວເຈົ້າເອງໃຫ້ລອດພົ້ນໄດ້​.
\s5
\v 15 ບັດນີ້ ຈົ່ງ​ເບິ່ງສັດທີ່ໂຕໃຫ່ຍທີ່ສຸດ, ທີ່ເຮົາ​ໄດ້​ສ້າງ​ມັນເຫມືອນກັບສ້າງເຈົ້າ; ມັນ​ກິນ​ຫຍ້າ​ເຫມືອນ​ງົວ.
\v 16 ບັດນີ້ ເບິ່ງເຖີດ, ​ກຳລັງຂອງມັນຢູ່ໃນເອວຂອງມັນ; ອຳນາດຂອງມັນຢູ່ໃນກ້າມທ້ອງຂອງ​ມັນ​.
\s5
\v 17 ເສັ້ນເອັນທັງຫລາຍທີ່​ກົກ­ຂາ​ຂອງ​ມັນ​ກໍ​ປະສານເຂົ້າດ້ວຍກັນ.
\v 18 ກະ­ດູກ​ທັງຫລາຍຂອງມັນເປັນເຫມືອນ​ທອງ​ສຳ­ລິດ; ​ແຂ່ງ​ຂາ​ທັງຫລາຍຂອງມັນ​ເຫມືອນກັບ​ທ່ອນ​ເຫລັກ.
\s5
\v 19 ມັນເປັນຫົວຫນ້າຂອງສິ່ງທີ່ຊົງສ້າງທັງຫລາຍຂອງພຣະເຈົ້າ, ມີພຽງພຣະເຈົ້າເທົ່ານັ້ນ, ຜູ້ທີ່ໄດ້ສ້າງມັນຂຶ້ນມາ, ທີ່ສາມາດປາບມັນໃຫ້ພ່າຍແພ້.
\v 20 ເພາະເນີນເຂົາທັງຫລາຍຈັດຕຽມອາຫານໃຫ້ກັບມັນ. ສັດຮ້າຍທັງຫລາຍແຫ່ງທົ່ງຫຍ້າຫລິ້ນຢູ່ໃກ້ໆ.
\v 21 ມັນ​ນອນ​ລົງຢູ່​ລຸ່ມກົກບົວໃນຮົ່ມຂອງກົກ​ອໍ້​ຢູ່ໃນ​ຫນອງ​ບຶງ.
\s5
\v 22 ກົກ​ບົວປົກຄຸມມັນດ້ວຍຮົ່ມເງົາ; ​ກົກ​ຊະ​ໂນ​ໃກ້​ນ້ຳ ກໍຢູ່ລ້ອມຮອບມັນ.
\v 23 ເບິ່ງແມ, ຖ້າຫາກແມ່ນໍ້າສາຍຫນຶ່ງຖ້ວມລົ້ນຕະລິ່ງ, ມັນກໍບໍ່ຫວັ່ນໄຫວ; ມັນຫມັ້ນໃຈ, ເຖິງແມ້ແມ່ນໍ້າຈໍແດນຈະຍັງ​ໄຫລ​ພຸ່ງພ່ານຢູ່ທີ່ປາກຂອງພວກມັນ​.
\v 24 ໃຜ​ສາ­ມາດຈັບມັນໄດ້ດ້ວຍຂອງເກາະ, ຫລືແທງດັງຂອງມັນຜ່ານທາງກັບດັກໄດ້ຫລື?
\s5
\c 41
\cl ບົດທີ 41
\p
\v 1 ເຈົ້າສາມາດ​​ເອົາລາກເລວິອາທານອອກ​ໄດ້​ດ້ວຍເບັດໃສ່ປາບໍ? ຫລື​ມັດ​ຜູກ​ລີ້ນ​ຂອງ​ມັນດ້ວຍເຊືອກ​ໄດ້​ບໍ?
\v 2 ເຈົ້າ​ສາມາດ​ເອົາກໍ້​ເຊືອກເຂົ້າໄປໃນຮູດັງຂອງມັນ, ຫລື ເຈາະລີ້ນຂອງມັນໃຫ້ທະລຸດ້ວຍຂໍເກາະໄດ້​ບໍ?
\v 3 ມັນ​ຈະ​ຂໍອ້ອນວອນເຈົ້າ​ໃຫ້​ປ່ອຍ​ຫລື​ບໍ່? ມັນ​ຈະເວົ້າຖ້ອຍຄຳອ່ອນຫວານກັບເຈົ້າຫລືບໍ?
\s5
\v 4 ມັນ​ຈະ​ເຮັດພັນທະສັນຍາ​ກັບ​ເຈົ້າ, ເພື່ອເຈົ້າຈະເອົາມັນໄປເປັນທາດ​ຕະ­ຫລອດ​ໄປຢ່າງນັ້ນ​ບໍ?
\v 5 ເຈົ້າ​ຈະຫລິ້ນກັບມັນເຫມືອນຫລິ້ນກັບນົກໄດ້ຫລື? ເຈົ້າຈະມັດມັນດ້ວຍເຊືອກສຳລັບທາດຍິງທັງຫລາຍຂອງເຈົ້າໄດ້ບໍ?
\v 6 ກຸ່ມຊາວປະມົງທັງຫລາຍຈະຕໍ່ລອງກັບມັນໄດ້ບໍ? ພວກເຂົາຈະແບ່ງມັນເພື່ອແລກປ່ຽນໃນທ່າມກາງພໍ່ຄ້າໄດ້ບໍ?
\s5
\v 7 ເຈົ້າ​ສາມາດແທງຫນັງ​ຂອງ​ມັນດ້ວຍຫລາວ ຫລື ແທງຫົວມັນ​ດ້ວຍຫອກຈັບປາຢ່າງນັ້ນບໍ?
\v 8 ວາງມືຂອງເຈົ້າເທິງມັນພຽງແຕ່ຄັ້ງຫນຶ່ງ ແລະເຈົ້າຈະລະນຶກເຖິງສົງຄາມ ແລະບໍ່ເຮັດມັນອີກ.
\v 9 ເບິ່ງແມ, ຄວາມຫວັງຂອງຄົນໃດທີ່ເຮັດສິ່ງນັ້ນ ຍ່ອມເປັນການຂິີ້ຕົວະ; ຈະບໍ່ມີຄົນໃດຖືກໂຍນລົງໄປເທິງພື້ນດ້ວຍການຢາກເຫັນຂອງມັນດອກຫລື?
\s5
\v 10 ບໍ່ມີໃຜທີ່ດຸ​ຮ້າຍ ພໍທີ່ຈະປຸກເລວິອາທານໃຫ້ລຸກຂຶ້ນ; ແລ້ວໃຜຄືມັນຫລືສາມາດຢືນຕໍ່ຫນ້າເຮົາໄດ້?
\v 11 ໃຜໄດ້ມອບສິ່ງໃດກໍຕາມ​ທີ່​ຢູ່ກັບເຮົາກ່ອນ ເພື່ອເຮົາຈະສົມຄວນຕອບແທນມັນຫລື? ສິ່ງໃດກໍຕາມທີ່ຢູ່ພາຍໃຕ້ທ້ອງຟ້າລ້ວນເປັນຂອງເຮົາ.
\v 12 ເຮົາຈະບໍ່ນິ້ງງຽບ​ເນື່ອງຈາກຂາທັງຫລາຍຂອງເລວີອາທານ, ຫລືບໍ່ນິ້ງງຽບກ່ຽວ­ກັບກຳລັງ​ຂອງ​ມັນ. ຫລືບໍ່ນິ້ງງຽບ​ກ່ຽວ­ກັບຮູບຮ່າງອັນສະຫງ່າງາມ​ຂອງ​ມັນ.
\s5
\v 13 ​ໃຜ​ສາ­ມາດ​ລອກ​ຫນັງ​ຄຸມດ້ານນອກຂອງ​ມັນ​ອອກ​ໄດ້ຫລື? ໃຜ​ສາ­ມາດ​ແທງ​ທະລຸເສື້ອເກາະສອງຊັ້ນຂອງ​ມັນ​ໄດ້ລື?
\v 14 ໃຜ​ທີ່ສາມາດເປີດປະຕູທັງຫລາຍແຫ່ງຫນ້າຂອງມັນ- ປາກ​ຂອງ​ມັນ​ກໍ​ເຕັມ​ດ້ວຍ​ແຂ້ວ​ອັນ​ຫນ້າ​ຢ້ານ​ຫລາຍ.
\v 15 ຫລັງ​ຂອງ​ມັນຖືກສ້າງໃຫ້ເປັນແນວທາງ​ແຜ່ນ​ເຫລັກ​ທັງຫລາຍ; ຕິດກັນ ແຫນັ້ນເຫມືອນກັບຕິດແຈບເຂົ້າໄວ້
\s5
\v 16 ອັນຫນຶ່ງຕິດກັບອີກອັນ ຊຶ່ງອາກາດບໍ່ສາມາດທະລຸພວກມັນໄດ້.
\v 17 ພວກມັນຢືດຕິດກັນ; ພວກມັນເກາະຕິດກັນແຫນັ້ນ ເພື່ອວ່າພວກມັນຈະບໍ່ສາມາດຖືກດຶງໃຫ້ຂາດຈາກກັນ.
\v 18 ເມື່ອປະກາຍໄຟແລບອອກມາຈາກສຽງຫາຍໃຈຂອງມັນ; ດວງຕາຂອງມັນເປັນເຫມືອນກັບຫນັງຕາຂອງ​ແສງ​ອາລຸນ.
\s5
\v 19 ​ແປວ­ໄຟ​ຮ້ອນ­ຮົນ​ອອກ​ມາ​ຈາກ​ປາກ​ຂອງ​ມັນ ແລະ​​ປະ­ກາຍ​ໄຟ​ປິວ​ອອກ​ມາ.
\v 20 ມີ​ຄວັນ​ອອກ​ມາ​ຈາກ​ຮູ­ດັງ​ຂອງ​ມັນ ເຫມືອນ​ກັບຫມໍ້ຕົ້ມນໍ້າທີ່ກຳລັງຟົດຕັ້ງຢູ່ເທິງໄຟທີ່ຖືກພັດໃຫ້ຮ້ອນຢ່າງຫລາຍ.
\v 21 ລົມ​ຫາຍ­ໃຈ​ຂອງ​ມັນ​ຈຸດຖ່ານໃຫ້ຮ້ອນ​ຈົນ​ເປັນ​ໄຟ; ​ແປວ­ໄຟ​ອອກ​ມາ​ຈາກ​ປາກ​ຂອງ​ມັນ.
\s5
\v 22 ໃນຄໍ​ຂອງ​ມັນຄືກຳລັງ, ແລະຄວາມສະຫຍົດສະຫຍອງເຕັ້ນຕໍ່ ຫນ້າມັນ.
\v 23 ຮອຍຫ່ຽວຂອງຫນັງ​ຂອງ​ມັນເກາະຕິດກັນ; ພວກມັນເກາະແຫນັ້ນຢູ່ເທິງຕົວຂອງມັນ.​ພວກມັນບໍ່ສາມາດຖືກເຮັດໃຫ້ເຄື່ອນໄປໃສໄດ້.
\v 24 ຫົວ­ໃຈ​ຂອງ​ມັນ​ແຂງ­​ເຫມືອນ​ຫີນ-ອັນທີ່ຈິງ, ແຂງ​ເຫມືອນກັບຫີນໂມ້ແປ້ງທີ່ຈົມລົງ.
\s5
\v 25 ເມື່ອ​ມັນ​ຍົກຕົວຂອງມັນເອງ​ຂຶ້ນ, ແມ້ແຕ່ພຣະເຈົ້າທັງຫລາຍກໍຕ້ອງ​ຕົກ­ໃຈ​ຢ້ານ ເພາະຄວາມກົວ, ພວກ­ເຂົາ​ຈຶ່ງຖອຍຫລັງ.
\v 26 ຖ້າ​ເອົາ​ດາບ​ເຫລັ້ມຫນຶ່ງຕໍ່ສູ້ມັນ, ດາບນັ້ນເຮັດຫຍັງມັນບໍ່ໄດ້ - ແລະແມ້ແຕ່​ຫອກອັນຫນຶ່ງ, ລູກ​ທະ­ນູ, ຫລື​ອາວຸດໃດໆກໍຕາມ.
\v 27 ມັນຄິດເຖິງເຫລັກວ່າເປັນ​ເຟືອງເຂົ້າ, ແລະ​ທອງ​ສຳ­ລິດ​ເປັນເຫມືອນ​ໄມ້​ຜຸພັງ.
\s5
\v 28 ລູກ​ທະ­ນູດອກຫນຶ່ງບໍ່ສາມາດ​ເຮັດ­ໃຫ້​ມັນ​ຫນີ​ໄປ​ໄດ້; ສຳລັບມັນແລ້ວຫີນສະລິງ​​​ກໍກາຍເປັນແກບ.
\v 29 ໄມ້­ຄ້ອນເຫັນເຫມືອນ​ກັບ​ຕໍ­ເຟືອງ; ມັນ​ຫົວ­ຂວັນໃຫ້ກັບການຕໍ່ສູ້ດ້ວຍ​ຊັດ​ຫອກ​ໃສ່.
\v 30 ສ່ວນດ້ານລຸ່ມຂອງມັນເປັນເຫມືອນຫມໍ້ແຕກທີ່ແຫລມຄົມ; ທັນຖິ້ມຫາງທີ່ແຜ່ອອກລົງໃນຂີ້ຕົມເຫມືອນກັບວ່າມັນເປັນເລື່ອນນວດເຂົ້າ.
\s5
\v 31 ມັນ​ເຮັດ­ໃຫ້​ຟອງຈາກທີ່ເລິກລອຍຂຶ້ນມາເຫມືອນກັບຫມໍ້ຕົ້ມ​ນ້ຳ​ຟົດ; ມັນເຮັດໃຫ້​ນ້ຳ​ທະ­ເລ​​ເຫມືອນກັບຫມໍ້ຂີ້ເຜິ້ງ​.
\v 32 ມັນປຸກໃຫ້ຕື່ນດ້ວຍແສງດ້ານຫລັງມັນ; ຄົນຈະຄິດວ່າທີ່ເລິກມີຜົມສິເທົາ.
\s5
\v 33 ເທິງແຜ່ນດິນໂລກ ບໍ່ມີໃຜທຽບມັນໄດ້, ຄືຜູ້ທີ່ໃຊ້ຊີວິດໂດຍປາສະຈາກ​ຄວາມ​ຢ້ານກົວ.
\v 34 ມັນ​ເຫັນທຸກສິ່ງທີ່ອວດຈອງຫອງ; ມັນເປັນຣາຊາເຫມືອນລູກຊາຍທັງຫລາຍຂອງຄວາມຍິ່ງ."
\s5
\c 42
\cl ບົດທີ 42
\p
\v 1 ແລ້ວໂຢບຈຶ່ງໄດ້​ທູນ​ພຣະ­ຢາເວ ແລະກ່າວວ່າ,
\v 2 "ຂ້າ​ນ້ອຍຮູ້ວ່າ ພຣະ­ອົງສາມາດເຮັດທຸກສິ່ງ; ບໍ່ມີພຣະປະສົງໃດຂອງພຣະອົງທີ່ສາມາດຖືກຢຸດຢັ້ງໄດ້.
\v 3 'ໃຜເປັນຜູ້ນີ້ທີ່ຊ້ອນແຜນການທັງຫລາຍໂດຍປາສະຈາກຄວາມຮູ້?' ແທ້ຈິງແລ້ວ, ​ຂ້າ­ນ້ອຍ​ໄດ້ກ່າວສິ່ງຕ່າງໆ ທີ່ຂ້ານ້ອຍບໍ່ເຂົ້າໃຈ, ທີ່ຍາກເກີນກວ່າທີ່ຂ້ານ້ອຍຈະເຂົ້າໃຈໄດ້ສິ່ງຕ່າງໆ, ຊຶ່ງຂ້ານ້ອຍບໍ່ມີຄວາມຮູ້ກ່ຽວກັບສິ່ງເຫລົ່ານັ້ນເລີຍ.
\s5
\v 4 ພຣະ­ອົງ​ຊົງ​ກ່າວແກ່​ຂ້າ­ນ້ອຍ, 'ບັດນີ້, ​ຈົ່ງ​ຟັງ, ແລະເຮົາຈະເວົ້າເຮົາຈະຖາມສິ່ງຕ່າງໆໃຫ້ແກ່ເຈົ້າ ແລະເຈົ້າຈະບອກເຮົາ'
\v 5 ຂ້າ­ນ້ອຍ​ໄດ້ຍິນກ່ຽວກັບພຣະອົງດ້ວຍການໄດ້ຍິນຈາກຫູຂອງຂ້ານ້ອຍ, ແຕ່​ບັດ­ນີ້​ດວງຕາຂ້າ­ນ້ອຍ​ໄດ້​ເຫັນ​ພຣະ­ອົງ​.
\v 6 ດັ່ງ­ນັ້ນ ຂ້າ­ນ້ອຍ​ຈຶ່ງດູຖືກຕົວເອງ; ຂ້ານ້ອຍໄດ້​ປ່ຽນ​ໃຈ​ໄປ​ນັ່ງ​ຢູ່­ໃນ​ຝຸ່ນ​ດິນ ແລະ​ຂີ້­ເຖົ່າ​.
\s5
\v 7 ເມື່ອຫລັງ​ຈາກ​ທີ່ພຣະອົງໄດ້ກ່າວຖ້ອຍຄຳເຫລົ່ານີ້ແກ່ໂຢບ, ­ພຣະຢາເວ​ຊົງ​ກ່າວ​ຕໍ່​ເອ­ລີ­ຟັດ​ ຊາວເທມານວ່າ, “ຄວາມໂກດຂອງເຮົາ​ພຸ່ງຂຶ້ນຕໍ່ເຈົ້າ ແລະຕໍ່​ເພື່ອນທັງ​ສອງ​ຄົນ​ຂອງ​ເຈົ້າ, ເພາະ​​ເຈົ້າ​ບໍ່​ເວົ້າ​ຄວາມ­ຈິງ​ກ່ຽວ­ກັບ​ເຮົາຢ່າງຖືກຕ້ອງ, ເຫມືອນກັບຜູ້​ຮັບ­ໃຊ້ຂອງເຮົາ​ຄືໂຢບ​​ໄດ້ກ່າວ.
\v 8 ດັ່ງນັ້ນບັດ­ນີ້, ຈົ່ງ​ເອົາ​ງົວ­ເຖິກ​ເຈັດ​ໂຕ​ກັບ​ແກະ​ເຖິກ​ເຈັດ​ໂຕຂອງເຈົ້າ​, ໄປ​ຫາ​ຜູ້ຮັບໃຊ້ເຮົາຄືໂຢບ, ແລະ​ຈົ່ງຖວາຍເຄື່ອງເຜົາ​ຖວາຍ​ບູ­ຊາ​ສຳ­ລັບເພື່ອຕົວຂອງ​ເຈົ້າ​ເອງ. ຜູ້ຮັບໃຊ້ຂອງເຮົາຄືໂຢບ​ຈະອະທິຖານເພື່ອເຈົ້າ, ແລະເຮົາ​ຈະຍອມຮັບຄຳອະທິຖານຂອງເຈົ້າ​, ເພື່ອວ່າເຮົາຈະຈັດການກັບເຈົ້າ ຕາມຄວາມໂງ່ຈ້າຂອງເຈົ້ານັ້ນ. ເຈົ້າບໍ່ໄດ້ເວົ້າສິ່ງທີ່ຖືກຕ້ອງກ່ຽວກັບເຮົາ ເຫມືອນກັບຜູ້ຮັບໃຊ້ຂອງເຮົາ ຄືໂຢບໄດ້ກ່າວ.”
\v 9 ດັ່ງນັ້ນເອ­ລີ­ຟັດ ຊາວເທມານ, ບິນ­ດັດ ຊາວຊູອາ ແລະ​ໂຊ­ຟາຊາວນາມາອາ ຈຶ່ງໄດ້ໄປ ແລະໄດ້ເຮັດຕາມທີ່ພຣະຢາເວຊົງບັນຊາພວກເຂົາ, ແລະພຣະຢາເວໄດ້ຊົງມອບຮັບໂຢບ.
\s5
\v 10 ເມື່ອ​ໂຢບໄດ້ອະທິຖານ ເພື່ອເພື່ອນທັງຫລາຍຂອງລາວ, ພຣະ­ຢາເວໄດ້ຊົງ​ເຮັດ­ໃຫ້ຄວາມອຸ­ດົມ­ສົມ­ບູນ​ຂຶ້ນ​ອີກແກ່ໂຢບ​. ພຣະຢາເວ ຊົງມອບໃຫ້ແກ່ເຂົາຫລາຍເປັນ​ສອງ​ເທົ່າຈາກສິ່ງທີ່ເຂົາມີມາກ່ອນ.
\v 11 ແລ້ວບັນດາ​ອ້າຍນ້ອງ­ຊາຍທັງຫລາຍ, ອີກທັງເອື້ອຍ ແລະນ້ອງ­ສາວ ແລະທຸກຄົນທີ່ເຄີຍເປັນຄົນຮູ້ຈັກກັນກັບເຂົາກ່ອນຫນ້ານີ້- ພວກເຂົາ ໄດ້ມາຫາໂຢບທີ່ນັ້ນ ແລະກິນອາຫານຮ່ວມ​ກິນ​ລ້ຽງ​ຮ່ວມກັບເຂົາໃນເຮືອນຂອງເຂົາ. ພວກເຂົາໄດ້ໂສກເສົ້າຮ່ວມກັບໂຢບ ແລະປອບໂຍນເຂົາກັນ ພັຍພິບັດຕ່າງໆ ທີ່ພຣະຢາເວໄດ້ຊົງນຳມາເຫນືອເຂົາ. ທຸກຄົນແຕ່ລະຄົນ ໄດ້ມອບແຜ່ນເງິນຫນຶ່ງແຜ່ນ ແລະແຫວນຄຳຫນຶ່ງວົງແກ່ໂຢບ.
\s5
\v 12 ພຣະຢາເວໄດ້ຊົງ​ອວຍ­ພອນ​ໃຫ້​ໂຢບ ໃນຊ່ວງບັ້ນປາຍຂອງ​ຊີ­ວິດໃຫ້ມີໃຫ້ມີຫລາຍກວ່າຕອນຕົ້ນ; ໂຢບ​ໄດ້​ເປັນ​ເຈົ້າ​ຂອງ​ແກະ​ສິບ​ສີ່​ພັນ​ໂຕ, ອູດ​ຫົກ​ພັນ​ໂຕ, ງົວ​ກວຽນ​ພັນ​ຄູ່ ແລະ​ລໍຕົວເມຍ​ພັນ​ໂຕ.
\v 13 ລາວມີ​ລູກ­ຊາຍ​ເຈັດ​ຄົນ ແລະ​ລູກ­ສາວ​ສາມ​ຄົນ.
\v 14 ລາວ​ເອີ້ນ​ຊື່​ລູກ­ສາວ​ກົກ​ວ່າ ເຢ­ມີ­ມາ, ເອີ້ນ​ຜູ້​ຖ້ວນ​ສອງ​ວ່າ ເກ­ຊີ­ຢາ ແລະ​ຜູ້​ຖ້ວນ​ສາມ​ວ່າ ເກ­ເຣັນ​ຮາ​ປຸກ.
\s5
\v 15 ໃນແຜ່ນດິນທັງຫລາຍ ບໍ່­ມີ​ຍິງ​ໃດ​ຄົນໃດທີ່ຖືກພົບວ່າງົດງາມເທົ່າ​ລູກ­ສາວ​ຂອງ​ໂຢບ. ພໍ່​ຂອງ​ພວກ​ນາງ​ໄດ້​ແບ່ງ​ມໍ­ຣະ­ດົກ​ໃຫ້​ພວກ​ນາງ​ເຫມືອນ​ກັບມອບ​ໃຫ້ບັນດາ​ອ້າຍນ້ອງຊາຍຂອງພວກນາງ.
\v 16 ຫລັງຈາກ​ນີ້​ໄປ, ໂຢບ​ໄດ້​ມີ­ຊີ­ວິດ​ຢູ່​ອີກຮ້ອຍ​ສີ່­ສິບ­ປີ; ລາວໄດ້ເຫັນບັນດາລູກຊາຍ ແລະຫລານຊາຍທັງຫລາຍຈົນ​ສີ່ຊ່ວງອາຍຸຄົນ.
\v 17 ແລ້ວໂຢບຈຶ່ງ​ສິ້ນ​ຊີ­ວິດ, ຂະນະທີ່ເຖົ້າແກ່ແລ້ວ ແລະມີຊີວິດຈົນເຕັມອາຍຸໄຂ.