lo_ulb/10-2SA.usfm

1389 lines
387 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id 2SA
\ide UTF-8
\h 2 ຊາ​ມູ​ເອນ
\toc1 2 ຊາ​ມູ​ເອນ
\toc2 2 ຊາ​ມູ​ເອນ
\toc3 2sa
\mt 2 ຊາ​ມູ​ເອນ
\s5
\c 1
\cl ​ບົດ​ທີ 1
\p
\v 1 ຫລັງ​ຈາກ​ການ​ຕາຍ​ຂອງ​ກະສັດໂຊນ​ແລ້ວ, ດາ​ວິດ​ກໍ​ໄດ້​ກັບ​ມາ​ຈາກ​ການ​ໂຈມ​ຕີ​ຄົນ​ອາ​ມາ​ເຫລັກ ​ແລະ​ໄດ້​ພັກ​ຢູ່​ທີ່​ຊິກລັກໄດ້​ສອງ​ວັນ.
\v 2 ວັນ​ທີ​ສາມ, ​ຊາຍ​ຄົນ​ຫນຶ່ງ​ໄດ້​ມາ​ຈາກ​ຄ້າຍຂອງກະສັດໂຊນ​ໃສ່​ເສື້ອ​ຜ້າ​ຂາດ ​ແລະ ​ມີ​ດິນ​ເປື້ອນ​ທີ່​ຫົວ​ຂອງ​ຂົາ. ເມື່ອ​ເຂົາ​ໄດ້​ມາ​ຮອດ​ດາ​ວິດ ກໍ​ໄດ້​ຫມອບຫນ້າ​ລົງ​​ຮອດ​ພື້ນດິນ ​ແລະ​ ໄດ້​ຫມົດ​ແຮງ​ຢູ່​ບ່ອນນັ້ນ.
\s5
\v 3 ດາ​ວິດ​ໄດ້​ຖາ​ມ​ເຂົາ​ວ່າ, "ເຈົ້າ​ມາ​ຈາກ​ໃສ?" ເຂົາ​ໄດ້​ຕອບ​ວ່າ, "ຂ້າ​ພະ​ເຈົ້າ​ມາ​ຈາກ​ຄ້າຍ​ຂອງ​ອິດ​ສະ​ຣາ​ເອນ."
\v 4 ດາ​ວິດ​ໄດ້​ຖາມ​ເຂົາ​ວ່າ, "ຂໍ​ບອກ​ຂ້ອຍ​ວ່າ ເຫດ​ຜົນ​ເປັນ​ແນວ​ໃດ​ແນ່." ເຂົາ​ໄດ້​ຕອບ​ວ່າ, "ພວກ​ປະ​ຊາ​ຊົນ​ໄດ້​ຫນີ​ຈາກ​ການ​ສູ້​ຮົບ. ມີ​ຫລາຍ​ຄົນ​ໄດ້​ລົ້ມລົງ ​ແລະ​ ມີ​ຫລາຍ​ຄົນ​ໄດ້​ຕາຍ​ແລ້ວ​. ກະສັດໂຊນ ​ແລະ​ ໂຢ​ນາ​ທານ​ລູກຊາຍຂອງເພ​ິ່ນກໍ​ຕາຍເຊັ່ນກັນ."
\v 5 ດາ​ວິດ​ຈຶ່ງ​ໄດ້​ຖາມ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ວ່າ, "ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າໂຊນ ແລະ ​ໂຢ​ນາ​ທານ​ລູກຂອງເພິ່ນໄດ້ຕາຍແລ້ວ?"
\s5
\v 6 ຊາຍ​ຫມຸ່ນນັ້ນ​ໄດ້​ຕອບ​ວ່າ, "ບັງ​ເອີນ​ທີ່​ຂ້າ​ນ້ອຍ​ມາ​ທີ່​ພູ​ເຂົາ​ກິນ​ໂບ​ອາ, ແລະ​ ທີ່ນັ້ນ​ກະສັດໂຊນ​ໄດ້​ຊົງ​ຢືນ​ຄຳ​ຫອກ​ຂອງ​ຕົນ​ຢູ່, ແລະ​ ລົດ​ມ້າ ແລະ ຄົນຂີ່ທັງຫລາຍ​ກໍ​ກຳ​ລັງ​ມາ​ໃກ້​ເພິ່ນ.
\v 7 ກະສັດໂຊນໄດ້​ຫລຽວ​ມາ​ ແລະ ເລີຍ​ເຫັນ​ຂ້າ​ນ້ອຍ ​ແລະ​ ກໍ​ໄດ້​ເອີ້ນ​ຂ້າ​ນ້ອຍ. ຂ້​າ​ນ້ອຍ​ໄດ້​ຕອບ​ວ່າ, "ຂ້າ​ນ້ອຍຢູ່​ທີ່​ນີ້."
\s5
\v 8 ເພິ່ນ​ໄດ້​ຖາມ​ຂ້າ​ນ້ອຍ​ວ່າ, "ເຈົ້າ​ແມ່ນ​ໃຜ?" ຂ້າ​ນ້ອຍ​ຕອບ​ວ່າ, ຂ້າ​ນ້ອຍ​ເປັນ​ຄົນ​ອາ​ມາ​ເຫລັກ."
\v 9 ເພິ່ນກໍໄດ້ບອກຂ້ານ້ອຍວ່າ, "ຈົ່ງ​ມາ​ຢືນ​ເຫນືອ​ເຮົາ ແລະ​ ຂ້າ​ເຮົາ​ສະ, ເພາະ​ເຮົາ​ກ​ຳ​ລັງ​ເຈັບ​ປວດ​ຢ່າງ​ແສນ​ສາ​ຫັດ, ແຕ່​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່."
\v 10 ຂ້າ​ນ້ອຍ​ຈຶ່ງ​ໄດ້​ໄປ​ຢືນ​ເຫນືອ​ເພິ່ນ ​​ແລະ​ ໄດ້ຂ້າເພິ່ນ​ເລີຍ, ເພາະ​ຂ້າ​ນ້ອຍ​ຮູ້​ວ່​າ​ເພິ່ນ​ຈະ​ບໍ່​ສາ​ມາດ​ດຳ​ລົງ​ຊີ​ວິດ​ຢູ່​ໄດ້​ອີກ​ຫລັງ​ຈາກ​ທີ່​ເພິ່ນໄດ້ລົ້ມໄປ​. ເເລ້ວເພິ່ນ​ກໍ​ໄດ້​ຖອດ​ມົງ​ກຸດ​ຢູ່​ຫົວ​ຂອງ​ເພິ່ນ ​ແລະ ​ປະ​ລັກ​ແຂນ​ຂອງເພິ່ນ ເເລະ ​ໄດ້​ນຳ​ສິ່ງ​ເຫລົ່າ​ນັ້ນ​ມາ​ໃຫ້​ທ່ານ, ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ."
\s5
\v 11 ແລ້ວ​ດາ​ວິດ​ໄດ້​ຈີກ​ເສື້ອ​ຂອງ​ເຂົາ, ​ແລະ​ຄົນ​ທັງ​ປວງ​​ທີ່​ຢູ່​ກັບ​ເຂົາກໍ​ໄດ້​ເຮັດ​ຄື​ກັນ.
\v 12 ພວກ​ເຂົາ​ໄດ້​ຄ່ຳ​ຄວນ​ຫາ​, ​ຮ້ອງ​ໄຫ້ ​ແລະ​ ໄດ້​ອົດ​ອາ​ຫານ​ຈົນ​ຮອດ​ແລງ, ​ເພື່ອ​ໂຊນ, ​ເພື່ອ​ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ເພິ່ນ, ແລະ​ ເພື່ອ​ປະ​ຊາ​ຊົນ​ຂອງ​ພ​ຣະ​ເຈົ້າ​ຢາ​ເວ, ເ​ເລະ ​ເພື່ອເຊື້້ອສາຍ​ອິດ​ສະ​ຣາ​ເອນ ເພາະ​ວ່າ​ພວກ​ເຂົາ​ໄດ້​ລົ້ມ​ຕາຍ​ດ້ວຍ​ດາບ.
\v 13 ດາ​ວິດ​ໄດ້​ຖາມ​ຊາຍ​ຫນຸ່ມ​ວ່າ," ເຈົ້າ​ມາ​ຈາກ​ໃສ?" ເຂົາ​ໄດ້​ຕອບ​ວ່າ, "ຂ້າ​ນ້ອຍ​ເປັນ​ລູກ​ຊາຍ​ຂອງ​ຄົນ​ຕ່າງ​ດ້າວໃນ​ດິນ​ແດນ, ​ຂອງ​ຄົນ​ອາ​ມາ​ເຫລັກ."
\s5
\v 14 ດາ​ວິດ​ໄດ້​ຖາມ​ເຂົາ​ວ່າ, "ເປັນ​ຫຍັງ​ເຈົ້າ​ບໍ່​ຢ້ານ​ກົວ​​ທີ່ຈະຂ້າ​ກະ​ສັດ​ຜູ້​ທີ່​ພ​ຣະ​​ຢາ​ເວ​ໄດ້​ຊົງ​ເຈີມແລ້ວນັ້ນ​ດ້ວຍ​ມື​ຂອງ​ເຈົ້າ​ເອງ?"
\v 15 ດາ​ວິດ​ກໍ​ໄດ້​ເອີ້ນ​ຊາຍ​ຄົນ​ຫນຶ່ງ ​​ແລະ ​ໄດ້​ເວົ້າ​ວ່າ, "ຈົ່ງ​ໄປ​ ແລະ​ ຂ້າ​ເຂົາ​ເສຍ." ​ແລ້ວ​ຜູ້​ຊາຍ​ຄົນ​ນັ້ນກໍ​ໄດ້​ໄປ ​​ແລະ ​ໄດ້​ຂ້າ​ເຂົາ, ເເລະ ​ຄົນ​ອາ​ມາ​ເຫລັກ​ນັ້ນ​ກໍ​ຕາຍ.
\v 16 ເເລ້ວ​ດາ​ວິດ​ໄດ້​ກ່າວ​​ແກ່​ສົບ​ຂອງ​ຄົນ​ອາ​ມາ​ເຫລັກ​ວ່າ, "ເລືອດ​ຂອງ​ເຈົ້າ​ກໍ​ຕົກ​ຢູ່​ຫົວ​ຂອງ​ເຈົ້າ ເພາະ​ວ່າ​ປາກ​ຂ​ອງ​ເຈົ້າໄດ້ເປັນພະຍານປັກ​ປຳ​ໂຕ​ເຈົ້າ ​ເເລະ​ ໄດ້​ເວົ້າວ່າ, "ຂ້າ​ນ້ອຍ​ໄດ້​ຂ້າ​ກະ​ສັດ​ຜູ້​ທີ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ເຈີມ​ໄວ້.""
\s5
\v 17 ແລ້ວ​ດາ​ວິດ​ກໍໄດ້​ຮ້ອງ​ເພງໄວ້ອາໄລໃຫ້ກະສັດໂຊນ ​ແລະ ​ໂຢ​ນາ​ທານ​ລູກ​ຂອງ​ເພິ່ນ.
\v 18 ​ເຂົາ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ປະ​ຊາ​ຊົນ​ສອນ​ເພງ​ໄວ້ອາໄລນີ້ໃຫ້​ແກ່​ເຊື້ອຊາດ​ຢູ​ດາ​, ຊຶ່ງ​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຂອງຢາ​ຊາ​.
\v 19 " ສັກ​ສີ​ຂອງ​ທ່ານ​ອິດ​ສະ​ຣາ​ເອນ​ເອີຍ, ໄດ້​ຖືກ​ຂ້າ​ເສີຍ​ແລ້ວ! ​ຢູ່​ທີ່​ສູງ​ຂອງ​ທ່ານ​ວິ​ລະ​ບູ​ລຸດ​ລົ້ມ​ລົງ​ໄດ້​ຢ່າງ​ໃດ!
\v 20 ຢ່າບອ​ກ​ເລື່ອງນີ້​ໃນ​ເມືອງ​ກັດ, ຢ່າ​ປະ​ກາດ​ເລື່ອງ​ນີ້​, ໃນ​ຫົນ​ທາງ​ເມືອງ​ອາຊະເກໂລນ​, ເພາະ​ເຫດ​ວ່າ​ພວກ​ບຸດສາວຂອງຄົນ​ຟີ​ລິດສະ​ຕີນຈະບໍ່​ປິຕິຍິນດີ, ເພ​າະ​ພວກ​ລູກ​ສາວຂອງ​ພວກ​ເຂົາ​ບໍ່​ໄດ້​ບໍ່ໄດ້ຮັບພິທີຕັດ,​ຈະ​ບໍ່​ສະ​ເຫລີມ​ສະ​ຫລອງ.
\s5
\v 21 ເທິງ​ພູ​ກິນໂບ​ອາ​ເອີຍ, ຂໍ​ຢ່າ​ມີ​ນ້ຳ​ຄ້າງ​ ຫລື​ນ້ຳ​ຝົນ​ເທິງ​ເຈົ້າ, ​ຢ່າ​ໃຫ້​ທົ່ງນາ​ອອກ​ຮວງ, ເພາະ​ວ່​າ​ທີ່​ນັ້ນ​ໂລ່​ຂອງວິ​ລະ​ບູ​ລຸດ​ໄດ້​ມີ​ມົນ​ທິນ​ແລ້ວ, ​ໂລ່​ຂອງ​ໂຊນ​ບໍ່​ໄດ້​ຖືກ​ເຈີມ​ດ້ວຍ​ນ້ຳ​ມັນ​ອີກ​ຕໍ່​ໄປ.
\v 22 ຈາກ​ເລືອດ​ຂອງ​ຄົນ​ເຫລົ່າ​ນັ້ນໄດ້ຖືກຂ້າ, ຈາກຮ່າງກາຍຂອງນັກ​ຮົບ, ຄັນ​ທະ​ນູ​ຂອງໂຢ​ນາ​ທານບໍ່​ໄດ້​ຫັນ​ກັບ​ມາ, ແລະ ​ດາບ​ຂອງ​ກະສັດໂຊນ​ກໍ​ບໍ່​ໄດ້​ກັບ​ມາ​ວ່າງ​ເປົ່າ.
\s5
\v 23 ໂຊນ ເ​ເລະ ​ໂຢ​ນາ​ທານ​ໄດ້​ເປັນ​ທີ່​ຮັກ ​ເເລະ​ ຫນ້າ​ຍິນ​ດີ​ໃນ​ຊີ​ວິດ, ແລະ ​ໃນ​ຄວາມ​ຕາຍ​ຂອງ​ພວກ​ເຂົາ ພວກ​ເຂົາ​ຈະ​ບໍ່​ແຍກ​ຈາກ​ກັນ. ພວກ​ເຂົາ​ວ່ອງ​ໄວ​ກວ່າ​ອິນ​ຊີ​ທັງ​ຫລາຍ, ພວກ​ເຂົາ​ກໍ​​ແຂງ​ແຮງກວ່າ​​ສິງໂຕທັງຝູງ.
\v 24 ລູກ​ສາວຂອງ​ອິດ​ສະ​ຣາເອນ​ເອີຍ, ຈົ່ງ​ຮ້ອງ​ໄຫ້​ເພື່ອ​ກະສັດໂຊນ, ຜູ້​ຊົງ​ປະ​ດັບ​ພວກ​ເຈົ້າ​ຢ່າງ​ອົງອາດ​ດ້ວຍ​ຜ້າ​ສີ​ແດງ​ເຂັ້ມ ເຊັ່ນ​ດຽວ​ກັບ​ເພັດ​ພອຍນາໆຊະຫນິດ, ເເລະ ​ຊົງ​ປະ​ດັບ​​ທອງ​ຄຳ​ເທິງ​ເຄື່ອງ​ແຕ່ງ​ກາຍ​ຂອງ​ພວກ​ເຈົ້າ.
\s5
\v 25 ວິ​ລະ​ບູ​ລຸດ​ໄດ້​ລົ້ມ​ລົງ​ແລ້ວ​ໃນ​ທ່າມ​ກາງ​ສົງ​ຄາມ! ໂຢ​ນາ​ທານ​ກໍ​ໄດ້​ຖືກ​ສັງ​ຫານ​ຢູ່​ເທິງ​ເນີນພູ​ຂອງ​ທ່ານ.
\v 26 ໂຢ​ນາ​ທານ​ອ້າຍ​ຂອງ​ຂ້ອຍເອີຍ, ຂ້ອຍເປັນ​ທຸກ​ເພື່ອ​ທ່ານ, ທ່ານ​ເປັນ​ທີ່​ຊື່ນ​ໃຈ​ຂອງ​ຂ້ອຍຫລາຍ​. ຄວາມ​ຮັກ​ຂອງ​ທ່ານ​ມີ​ຕໍ່​ຂ້ອຍນັ້ນ​ກໍອັດ​ສະ​ຈັນ, ເຫນືອກວ່າ​ຄວາມ​ຮັກ​ໃດໆທີ່ມີຕໍ່​ສະ​ຕ​ຣີ.
\v 27 ວິ​ລະ​ບູ​ລຸດ​ລົ້ມ​ລົງ​ໄດ້​ຢ່າງ​ໃດ, ​ແລະ​ ອາວຸດສົງຄາມ​ກໍ​ໃຊ້ການບໍ່ໄດ້ອີກແລ້ວ!"
\s5
\c 2
\cl ບົດ​ທີ 2
\p
\v 1 ຫລັງ​ຈາກ​ເຫດ​ການ​ນີ້ ດາ​ວິດ​ໄດ້​ຖາມ​ພຣະ​ຢາ​ເວ ​ແລະ ​ໄດ້ກ່າວ​ວ່າ, "ຂ້ານ້ອຍ​ຄວນ​ຂຶ້ນ​ໄປ​ຍັງ​ເມືອງ​ຫນຶ່ງ​ໃນ​ຈຳ​ນວນ​ເມືອງ​​ຕ່າງໆຂອງ​ຢູ​ດາ​ຫລືບໍ່?" ພ​ຣະ​​ຢາ​ເວ​ໄດ້​ຕອ​ບ​ເຂົາ​ວ່າ, "ຈົ່ງ​ຂຶ້ນ​ໄປ​ເຖີດ." ດາ​ວິດ​ໄດ້​ເວົ້າວ່າ, "ຂ້າ​ນ້ອຍຄວນ​ຂຶ້ນ​ໄປ​ຢູ່​ໃສ?" ພ​ຣະ​​ຢາ​ເວ​ກ່າວ​ວ່າ, "ທີ່​ເມືອງ​ເຮັບ​ໂຣນ."
\v 2 ດັ່ງນັ້ນ​ດາ​ວິດ​ຈຶ່ງ​ໄດ້​ຂຶ້ນ​ໄປ​ທີ່ນັ້ນ​ພ້ອມ​ກັບ​ເມຍ​ທັງ​ສອງ​ຂອງ​ເຂົາ​, ດ້ວຍ​ຄື​ອາ​ຮີ​ໂນ​ອາມ​ຊາວ​ຢິດ​ຊະ​ເຣນ, ​ແລະ​ ອາ​ບີ​ກາຍ​ເມຍ​ຫມ້າຍ​ຂອງ​ນາ​ບານ​ຊາວ​ກາ​ເມນ.
\v 3 ດາ​ວິດ​ກໍ​ໄດ້​ນຳ​ຄົນ​ທີ່​ຢູ່​ນຳ​ເຂົາ​ຂຶ້ນ​ໄປ​ທຸກ​ຄົນ, ຊຶ່ງ​ເເຕ່​ລະ​ຄົນ​ກໍ​ໄດ້​ພາ​ຄອບ​ຄົວ​ໄປ​ນຳ, ໄປ​ຍັງ​ເມືອງ​ຕ່າງໆ ຂອງ​ເຮັບ​ໂຣນ, ໃນສະ​ຖານ​ທີ່​ຊຶ່ງ​ພວກ​ເຂົາ​ໄດ້​ເລີ່ມ​ອາ​ໄສ​ຢູ່.
\s5
\v 4 ແລ້ວ​ຜູ້​ຄົນ​ຈາກ​ຢູ​ດາ​ກໍ​ໄດ້​ມາ​ ເ​ເລະ ໄດ້​ເຈີມ​ດາ​ວິດໃຫ້​ເປັນ​ກະ​ສັດ​ເຫນືອ​ເຊື້ອຊາດຂອງ​ຢູ​ດາ. ພວກ​ເຂົາ​ໄດ້​ມາ​ບອກ​ດາ​ວິດ​ວ່າ, "ຊາວ​ຢາ​ເບັດ​ກີ​ເລ​ອາດ​ໄດ້​ເປັນ​ຜູ້​ຝັງ​ຊາກສົບຂອງໂຊນ."
\v 5 ດັ່ງ​ນັ້ນ​ດາ​ວິ​ດ​ໄດ້​ສົ່ງ​ພວກ​ສົ່ງສານ​ໄປ​ຫາ​ຊາວ​ຢາ​ເບັດ​ກິີເລ​ອາດນັ້ນ ໄດ້​ບອກ​ກັບ​ພວກ​ເຂົາ​ວ່າ, "ຂໍ​ພວກ​ທ່ານ​ຮັບ​ພ​ຣະ​ພອນ​ຈາກ​ພ​ຣະ​​ຢາ​ເວ, ທີ່​ທ່ານ​ສະ​ເເດງ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍໍ່​ໂຊນ​ເຈົ້າ​ນາຍ​ຂອງ​ພວກ​ທ່ານ ​ແລະ ​ໄດ້​ຝັງ​ສົບ​ຂ​ອງ​ເພິ່ນ.
\s5
\v 6 ບັດ​ນີ້​ຂໍ​ພ​ຣະ​ຢາ​ເວ​ຊົງ​ສຳ​ແດງ​ຄວາມ​ຮັກ​ອັນຫມັ້ນ​ຄົງ ​ເເລະ​ ຄວາມ​ຊື່​ສັດ​ຕໍ່​ພວກ​ທ່ານ. ເຮົາ​ຈະ​ເຮັດ​ຄວາມ​ດີນີ້​ຕໍ່​ພວກ​ທ່ານ​ເພາະ​ສິ່ງນີ້​ທີ່​ທ່ານ​ໄດ້​ເຮັດ.
\v 7 ບັດ​ນີ້, ເພາະ​ສະ​ນັ້ນ ຂໍ​ໃຫ້​ມື​ຂອງ​ພວກ​ທ່ານ​ເຂັ້ມ​ແຂງ; ແລະ ​ຂໍ​ໃຫ້​ພວກ​ທ່ານ​ກ້າ​ຫານ​ເຖີດ ເພາະ​ວ່າ​ໂຊນ​ເຈ​ົ້າ​ນາຍ​ຂອງ​ພວກ​ທ່ານ​ໄດ້​ຕາຍໄປແລ້ວ, ​ເເລະ ປະຊາຊົນ​ຢູ​ດາ​ກໍ​ໄດ້​ເຈີມ​​ຕັ້ງ​ເຮົາ​ໄວ້ເປັນ​ກະ​ສັດ​ຂອງພວກ​ເຂົາແລ້ວ."
\s5
\v 8 ເ​ເຕ່​ອັບ​ເນ​ລູກ​ຊາຍ​ຂອງ​ເນຣະ, ຜູ້ບັນຊາການກອງ​ທັບ​ຂອງກະສັດໂຊນ​, ກໍ​ໄດ້​ພາ​ອີ​ຊະ​ໂບ​ເຊັດ​ລູກ​ຊາຍ​ຂອງ​ກະ​ສັດ​ໂຊນ ແລະ ໄດ້ນໍາ​ໄປ​ທີ່​ເມືອງ​ມະ​​ຫາ​ນາ​ອິມ.
\v 9 ເຂົາ​ໄດ້​ສະ​ຖາ​ປະ​ນາ​ອີ​ຊະ​ໂບ​ເຊັດ ​ໃຫ້​ເປັນ​ກະ​ສັດ​ປົກ​ຄອງ​ເຂດ​ແດນ​ກີ​ເລ​ອາດ, ອາ​ເຊ, ຢິດ​ຊະ​ເຣນ, ຄົນ​ເອ​ຟ​ຣາ​ອິມ, ຄົນ​ເບັນ​ຢາ​ມິນ, ເເລະ​ ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ.
\s5
\v 10 ເມື່ອ​ອີ​ຊະ​ໂບ​ເຊັດ​ລູກ​ຂອງ​ໂຊນ, ໄດ້​ເລີ່ມ​ປົກຄອງຊົນຊາດ​ອິດ​ສະ​ຣາ​ເອນນັ້ນ, ມີອາຍຸສີ່ສິບປີ, ເເລະ ​ໄດ້​ຊົງ​ປົກຄອງດິນແດນ​ຢູ່​ສອງ​ປີ. ເເຕ່​ເຊື້້ອສາຍຂອງ​ຢູ​ດາ​ໄດ້​ຕິດ​ຕາມ​ດາ​ວິດ.
\v 11 ເວ​ລາ​ທີ່​ດາ​ວິດ​ຊົງ​ເປັນ​ກະ​ສັດ​ປົກຄອງ​ເຊື້ອສາຍຂອງ​ຢູ​ດາ​ໃນ​ເຮັບ​ໂຣນນັ້ນ​ເປັນ​ເວ​ລາ​ເຈັດ​ປີ​ກັບ​ຫົກ​ເດືອນ.
\s5
\v 12 ອັບ​ເນ​ລູກ​ຂອງ​ເນ​ຣະ​, ແລະ ​ທະ​ຫານ​ອີ​ຊະ​ໂບ​ເຊັດ​ລູກ​ຊາຍ​ຂອງ​ໂຊນ​, ໄດ້​ອອກ​ຈາກ​ເມືອງ​ມະ​ຫາ​ນາ​ອິມ​ໄປ​ຍັງ​ເມືອງ​ກີ​ເບ​ໂອນ.
\v 13 ໂຢ​ອາບ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ ​ເ​ເລະ​ທະ​ຫານ​ຂອງ​ດາ​ວິດ ໄດ້​ອອກ​ໄປ​ພົບ​ກັບ​ພວກ​ເຂົາ​ທີ່​ເມືອງ​ກີ​ເບໂອນ. ພ​ວກ​​ເຂົາ​ໄດ້​ນັ່ງ​ທີ່​ຂອບ​ສ​ະນ້ຳ, ພວກ​ຫນຶ່ງ​ຢູ່​ຝັ່ງ​ຫນຶ່ງ​ຂອງ​ສະ​ ແລະ​ອີກ​ພວກ​ຫນຶ່ງ​ກໍຢູ່​ອີກ​ດ້ານ​ຫນຶ່ງ.
\s5
\v 14 ອັບ​ເນ​ຈຶ່ງ​ໄດ້​ເວົ້າ​ກັບ​ໂຢ​ອາບ​ວ່າ, "ຂໍ​ໃຫ້​ຄົນ​ຫນຸ່ມ​ລຸກ​ຂຶ້ນ ​ແລະ ໄດ້​ແຂ່ງ​ຂັນ​ກັນ​ຕໍ່​ຫນ້າ​ພວກ​ເຮົາ​ເບິ່ງດຸ. "ແລ້ວ​ໂຢ​ອາບ​ກໍ​ໄດ້​ຕອບ​ວ່າ, "ໃຫ້​ພວກ​ເຂົາ​ລຸກ​ຂຶ້ນ."
\v 15 ເເລ້ວ​ພວກ​ຄົນ​ຫນຸ່ມ​ກໍ​ໄດ້​ລຸກ​ຂຶ້ນ ​​ແລະ​ ໄດ້​ຮ່ວມ​ກັນ, ສິບ​ສອງ​ຄົນ​ສຳ​ລັບ​ຝ່າຍ​​ເບັນ​ຢາ​ມິນ ​ເເລະ​ຝ່າຍອີ​ຊະ​ໂບ​ເຊັດ​ລູກ​ຂອງ​ໂຊນ, ເເລະ ​ຝ່າຍ​ພວກທະຫານສິບສອງ​ຄົນ​​ຂອງ​ດາ​ວິດ.
\s5
\v 16 ແຕ່ລະຄົນຕ່າງ​ກໍ​ໄດ້​ຈັບ​ຫົວ​ຂອງ​ຄູ່​ຕໍ່​ສູ້ ເເລະ ​ໄດ້​ເເທງ​ດາບ​ທີ່​​ຂ້າງ​ຂອງ​ຄູ່​ຕໍ່​ສູ້, ເ​ເລະ​ພວກ​ເຂົາ​ຕ່າງ​ກໍ​ໄດ້​ລົ້ມ​ລົງ​ດ້ວຍ​ກັນ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ທີ່​ນັ​້ນ​ເປັນ​ພາ​ສາ​ຮິ​ບບ​ຣູ​ວ່າ, "ທົ່ງ​ດາບ" ຫລື "ສະ​ຫນາມ​ແຫ່ງ​ດາບ," ຊຶ່ງ​ຢູ່​ໃນ​ກິີເບ​ໂອນ.
\v 17 ການ​ສູ້​ຮົບ​ໃນ​ວັນ​ນັ້ນ​ດຸ​ເດືອດ​ຫລາຍ ເເລະ ​ອັບ​ເນ​ ເເລະ ​ພວກ​ຄົນ​ອິດ​ສະ​ຣາ​ເອນ​ກໍພ່າຍ​ແພ້​ທະຫານຂອງຝ່າຍ​ດາ​ວິດ.
\s5
\v 18 ລູກ​ຊາຍ​ທັງ​ສາມ​ຂອງ​ນາງ​ເຊ​ຣູ​ອີ​ຢາ​ກໍ​ໄດ້​ຢູ່​ທີ່ນັ້ນ​ຄື: ໂຢ​ອາບ, ແລະ ​ອາ​ບີ​ໄຊ, ແລະ ​ອາ​ສາ​ເຮນ. ອາ​ສາ​ເຣນ​ຜູ້​ແລ່ນ​ໄວ​ເຫມືອນ​ຟານ​ປ່າ.
\v 19 ອາ​ສາ​ເຣນໄດ້ໄລ່​ຕາມ​ອັບເນ​ຢ່າງ​ບໍ່​ລົດລະ ເເລະ​ ໄດ້​ນຳ​ເຂົາ​ໄປໂດຍ​ບໍ່​ໄດ້​ລ້ຽວ​ໄປ​ທາງ​ໃດ​ເລີຍ.
\s5
\v 20 ​ອັບ​ເນ​ໄດ້​ຫລຽວ​ຫລັງ​ມາ​ ແລະ ​ໄດ້​ເວົ້າ​ວ່າ," ນັ້ນ​ເມ່ນອ​າ​ສາ​ເຮນ​ບໍ?" ເຂົາ​ໄດ້​ຕອບ​ວ່າ, "ເເມ່ນ​ເລ້ວ."
\v 21 ອັບ​ເນ​ຈຶ່ງ​ໄດ້​ບອກ​ເຂົາ​ວ່າ, "ຈົ່ງ​ລ້ຽວ​ໄປ​ທາງ​ຂວາ​ຂອງ​​ເຈົ້າ ​ຫລື​ທາງ​ຊ້າຍ​ຂອງເຈົ້າ, ແລະ​ ຈັບ​ເອົາ​ຄົນ​ຫນຸ່ມ​ຄົນ​ຫນຶ່ງ​​ແລ້ວ​ກໍ​ຮີບເອົາ​​ອາ​ວຸດຂອງ​ເຂົາ​ໄປ." ແຕ່ອາ​ສາ​ເຮນບໍ່​ຍອມ​ຢຸດຈາກ​ການ​ໄລ່​ຕາມ.
\s5
\v 22 ດັ່ງ​ນັ້ນ​ອັບ​ເນ​ຈຶ່ງ​ໄດ້​ບອກ​ອາ​ສາ​ເຮນ​ອີກ​ເທືື່ອ​ຫນຶ່ງວ່າ, "ຈົ່ງ​ຢຸດ​ໄລ່ນຳຂ້ອຍສາ. ຈະ​ໃຫ້​ຂ້ອຍ​ຟາດ​ເຈົ້າ​ລົງ​ດິນ​ເຮັດ​ຫຍັງ​? ເເລ້ວ​ຂ້ອຍ​ຈະ​ເງີຍ​ຫນ້າ​ເບິ່ງ​ໂຢ​ອາບ, ​ພີ່​ນ້ອງ​ຂອງ​ເຈົ້າ​ໄດ​້​ແນວ​ໃດ?"
\v 23 ແຕ່ອາສາເຮນບໍ່ຢຸດໄລ່, ແລະ​ ດັ່ງ​ນັ້ນ ອັບ​ເນກໍ​ໄດ້​ແທງ​ເຂົ້າ​ໂຕ​ດ້ວຍ​ດ້າມ​ຫອກ​ຂອງ​ເຂົາ, ດັ່ງ​ນັ້ນ ຫອ​ກ​ກໍ​ທະ​ລຸ​ອອກ​ອີກ​ດ້ານ​ຫນຶ່ງ. ອາ​ສາ​ເຮນ​ກໍ​ໄດ້​ລົ້ມ​ລ​ົງ​ຕາຍ​ຢູ່​ທີ່ນັ້ນ. ດັ່ງ​ນັ້ນ ເລື່ອງ​ນີ້​ກໍ​ໄດ້​ເກີດຂຶ້ນ ທີ່​ໃຜ​ກໍ​ຕາມ​ທີ່​ມາ​ເຖິງ​ສະ​ຖານ​ທີ່​ເ​ເຫ່ງນັ້ນທ​ີ່ອາ​ສາ​ເຮນ​ລົ້ມ​ລົງ ​ເ​ເລະ ​ຕາຍ, ເຂົາ​ຈະ​ຢຸດ​ຢູ່​ບ່ອນນັ້ນ ​ເ​ເລະ​ ກໍ​ຢືນ​ຢູ່​ຊື່ໆ.
\s5
\v 24 ​ແຕ່​ໂຢ​ອາບ​ກັບ​ອາ​ບີ​ໄຊ​ກໍ​ໄດ້​ໄລ່​ຕິດ​ຕາມ​ອັບ​ເນ​ໄປ. ເມື່ອດວງ​ຕາ​ເວັນ​ກຳ​ລັງ​ຈະ​ຕົກ​, ພວກເຂົາ​ທັງ​ສອງ​ໄດ້​ມາ​ຮອດເນີນ​ພູ​ອຳ​ມາ, ຊຶ່ງ​ໃກ້​ກີ​ອາ​ ຕາມ​ທາງ​ຖິ່ນແຫ້ງແລ້ງ​ທຸ​ລະ​ກັນ​ດານ​ເມືອງ​ກິີເບ​ໂອນ.
\v 25 ຄົນ​ເບັນ​ຢາ​ມິນ​ກໍ​ໄດ້​ລວມ​ຕົວ​ກັນ​ຫລັງ​ອັບ​ເນ ​ເ​ເລະ​ ໄດ້​ຢືນ​ຢູ່​ເທິງຍອດຂ​ອງ​ເນີນ​ພູ.
\s5
\v 26 ເເລ້ວ​ອັບ​ເນ​ໄດ້​ຮ້ອງ​ຖາມ​ໂຢ​ອາບ ແລະໄດ້​ກ່າວ​ວ່າ, "ຈະ​ໃຫ້​ດາບ​ທຳ​ລາຍ​ທ່ານ​ຕະ​ຫລອດ​ໄປ​ບໍ? ອີກ​ດົນ​ປານ​ໃດ​ທ່ານ​ຈຶ່ງ​ຈະ​ສັ່ງ​ພວກ​ທະ​ຫານ​ໃຫ້​ຫັນ​ກັບ​ຈາກ​ກາ​ນ​ໄລ່​ຕາມ​ພີ່​ນ້ອງ​ຂອງ​ພວກ​ເຂົາ?"
\v 27 ໂຢ​ອາບ​ຈຶ່ງ​ໄດ້​ຕອບ​ວ່າ," ພ​ຣະ​ເຈົ້າ​ຊົງ​ພ​ຣະ​ຊົນ​ຢູ່​​ສັນ​ໃດ, ຖ້າ​ທ່ານ​ບ​ໍ່​ເວົ້າ​ຂຶ້ນ, ພ​ວກ​ທະ​ຫານ​ກໍ​ຈະ​ໄລ່​ຕາມ​ພວກ​ພີ່​ນ້ອງ​ຂອງ​ເຂົາ​ຈົນ​ຮອດ​ມື້​ອື່ນ​ເຊົ້າ!"
\s5
\v 28 ດັ່ງ​ນັ້ນ ໂຢ​ອາບ​ຈຶ່ງ​ໄດ້​ເປົ່າ​ແກ, ແລະ​ພວກ​ທະ​ຫານ​ທັງ​ປວງ​ກໍ​ໄດ້​ຢຸດ ​ແລະ​ ບໍ່​ໄດ້​ໄລ່​ຕິດ​ຕາມ​ອິດ​ສະ​ຣາເອນອີກ, ​ເເລະ​ ບໍ່​ໄດ້​ສູ້​ຮົບກັນ​ອີກ​ຕໍ່​ໄປ
\v 29 ອັບ​ເນ ​ເເລະ​ ຄົນຂອງ​ເຂົາ​ກໍ​ໄດ້​ເດີນ​ທາງ​ຕະ​ຫລອດ​ກາງ​ຄືນ​ຜ່ານ​ອາ​ຣາ​ບາ. ພວກ​ເຂົາ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ, ໄດ້​ເດີນ​ທັບ​ຕະ​ຫລອດ​ຊ່ວງ​ເຊົ້າ ແລະ​ກໍ​ໄດ້​ມາ​ຮອດ​ມາ​ຫານາ​ອິມ.
\s5
\v 30 ໂຢ​ອາບ​ກໍ​ໄດ້​ກັບ​ມາ​ຈາກ​ການ​ໄລ່​ຕິດ​ຕາມ​ອັບ​ເນ. ເຂົາ​ໄດ້​ລວບລວມ​ທະ​ຫານ​ທັງ​ຫມົດ​ຂອງ​ເຂົາ, ທີ່​ຂາດ​ຫາຍ​ໄປ​ຄື ​ອາ​ສາ​ເຮນ ແລະ​ ທະ​ຫານ​ຂອງ​ດາ​ວິດ​ສິບ​ເກົ້າ​ຄົນ.
\v 31 ແຕ່​ຄົນ​ຂອງ​ດາ​ວິດ​ໄດ້​ຂ້າ​ຄົນ​ເບັນ​ຢາ​ມິນ ​​ເເລະ​ຄົນຂອງ​ອັບ​ເນ​ຕາຍ​ໄປ​ສາມ​ລ້ອຍ​ຫົກ​ສິບ​ຄົນ​.
\v 32 ແລ້ວພວກເຂົາກໍໄດ້ນຳເອົາຊາກສົບຂອງອາສາເຮນໄປຝັງຢູ່ໃນອຸບມຸງພໍ່ຂອງ​​ເຂົາ, ຊຶ່ງ​ຢູ່​ເມືອງ​ເບັດ​ເລ​ເຮັມ. ໂຢ​ອາບ ແລະ ພວກ​ຄົນ​ຂອງ​ເຂົາ​ກໍ​ໄດ້​ເດີນ​ທາງ​ຕະ​ຫລອດ​ຄືນ, ​ແລະ​ໃນ​ ຕອນ​ເຊົ້າ​ມືດ​ກໍ​ໄດ້​ມາ​ຮອດ​ເມືອງ​ເຮັບໂຮນ.
\s5
\c 3
\cl ບົດ​ທີ 3
\p
\v 1 ບັດ​ນີ້​ກໍ​ໄດ້​ມີ​ສົງ​ຄາມ​ອັນ​ຍາວ​ນານ​ລະ​ຫວ່າງ​ເຊື້ອສາຍຂອງ​ໂຊນ​ແລະເຊື້ອສາຍຂອງ​​ດາ​ວິດ. ຝ່າຍ​ດາ​ວິດ​ກໍ​ໄດ້​ເຂັ້ມ​ແຂງ​ຫລາຍ​ຂຶ້ນ, ເເຕ່​ຝ່າຍ​ຂອງ​ໂຊນໄດ້​ອ່​ອນ​ກຳ​ລັງ​ລົງ​ເລື້້ອຍໆ.
\s5
\v 2 ມີ​ລູກຊາຍຫລາຍຄົນຂອງ​ດາ​ວິດ​ໄດ້​ເກີດ​ທີ່​ເມືອງ​ເຮັບ​ໂຣນ. ລູກ​ຫົວ​ປີ​ຂອງ​ເຂົາຄື​ອຳ​ໂນນ, ລູກຂອງອາຮີໂນອາມຊາວ​ຢິດ​ຊະ​ເຣນ.
\v 3 ລູກຊາຍຜູ້ທີ່ສອງຂອງເຂົາ, ກິ​ເລ​ອາບ, ຜູ້​ທີ່​ເປັນ​ແມ່ແມ່ນ​ນາງ​ອາ​ບີ​ກາຍ, ​​ເເມ່​ຫມ້າຍ​ຂອງ​ນາ​ບານຈາກຄາເມລ. ແລະ ​ຜູ້​ທີ່​ສາມ​ຄື, ອັບ​ຊາ​ໂລມ, ລູກ​ຊາຍ​ນາງ​ມາ​ອາ​ກາ, ລູກ​ສາວ​ກະ​ສັດ​ຕານ​ໄມ, ​ເເຫ່ງ​ເກ​ຊູ.
\s5
\v 4 ລູກຊາຍຜູ້ທີ່ສີ່ຂອງດາວິດ, ອາໂດນີຢາ, ຜູ້ເປັນລູກຊາຍຂອງນາງ​ຮັກ​ກິດ. ລູກ​ຊາຍ​ຄົນ​ທີ່​ຫ້າ​ຂອງ​ເຂົາຄື​ ເຊ​ຟາ​ຕີ​ຢາ, ຜູ້ທີ່ເປັນລູກຊາຍຂອງ​ນາງ​ອາ​ບີ​ຕານ,
\v 5 ແລະ ​ລູກ​ຊາຍຄົນ​ທີ​ຫົກ​ຄື, ​ອິດ​ທະ​ເລ​ອາມ, ຜູ້ທີ່ເປັນລູກຊາຍຂອງນາງເອັກລາ ເມຍຂອງດາວິດ. ​ພວກ​ລູກ​ຊາຍ​ເຫລົ່າ​ນີ້​ຂອງດາວິດໄດ້​ເກີດ​ຢູ່​ໃນ​ເມືອງ​ເຮັບ​ໂຣນ.
\s5
\v 6 ສິ່ງນີ້​ໄດ້​ເກີດ​ຂຶ້ນ​ໃນ​ຊ່ວງ​ສົງ​ຄາມ​ລະ​ຫວ່າງ​ຝ່າຍ​ຂອງ​ໂຊນ ​ກັບ​ຝ່າຍ​ຂອງ​ດາ​ວິດ ທີ່​ອັບ​ເນໄດ້​ເຮັດ​ໂຕ​ໃຫ້​ເຂັ້ມ​ເເຂງ​ຂຶ້ນ​ໃນ​ຝ່າຍກະສັດໂຊນ.
\v 7 ໂຊນໄດ້ມີເມຍນ້ອຍຄົນຫນຶ່ງຊື່ວ່ານາງ​ຣິຊະປາ​, ລູກສາວ​ຂອງ​ອາອີຢາ. ອິຊະ​ໂບ​ເຊັດ​ລູກຊາຍຂອງກະສັດໂຊນຈຶ່ງ​ໄດ້​ກ່າວຫາ​ອັບເນວ່າ, "ເປັນ​ຫຍັງ​ຈຶ່ງ​ໄດ້​ເຂົ້າ​ໄປນອນກັບເມຍນ້ອຍ​ພໍ່​ຂອງ​ເຮົາ?
\s5
\v 8 ອັບ​ເນ​ໄດ້​ໃຈ​ຮ້າຍ​ຫລາຍ​ໃນ​ຄຳ​ເວົ້າ​ຂອງ​ອີຊະ​ໂບ​ເຊັດ ​ແລະ​ ໄດ້​ເວົ້າ​ວ່າ," ຂ້າ​ນ້ອຍເປັນ​ຄົນ​ຮັບ​ໃຊ້​ຢູ​ດາ​ຊ​ັ້ນ​ຫວ​າ? ທຸກ​ມື້​ນີ້​ຂ້​ານ້ອຍກຳລັງ​ສຳ​ເ​ເດງ​ຄວາມ​ຈົງ​ຮັກ​ພັ​ກ​ດີຕໍ່​ເຊື້ອສາຍຂອງ​ໂຊນ, ພໍ່ຂອງ​ທ່ານ, ແລະ ​ຕໍ່​ພີ່ນ​້ອງຂອງທ່ານ, ແລະ​ ຕໍ່​ມິດ​ສະ​ຫາຍ​ຂອງ​ພໍ່​ທ່ານ, ບໍ່​ໄດ້​ມອບ​ທ່ານໄວ້​ໃນ​ມື​ຂອງ​ດາ​ວິດ. ແຕ່​ບັດ​ນີ້​ທ່ານ​ຍັງ​ກ່າວ​ຫາ​ຂ້າ​ນ້ອຍ​ດ້ວຍ​ເລື່ອງ​ຜູ້​ຍິງ​ຄົນ​ນີ້​ບໍ?
\s5
\v 9 ຂໍ​ພ​ຣະ​ຢາ​ເວ​ຊົງ​ລົງ​ໂທດ​ຂ້າ​ນ້ອຍ, ຄື​ ອັບ​ເນ​, ແລະ​ຂໍ​ຊົງ​ເພີ່ມ​ໂທດນັ້ນ​ດ້ວຍ, ຖ້າ​ຂ້າ​ນ້ອຍ​ບໍ່​ເຮັດ​ເພື່ອ​ດາ​ວິດ ດັ່ງ​ທີ່​ພ​ຣະ​​ຢາ​ເວ​ໄດ້​ຊົງ​ສາບານແກ່ເຂົາວ່າ,
\v 10 ຄື​ຍ້າຍ​ຣາຊອາ​ນາ​ຈັກ​ຈາກເຊື້ອຊາດຂອງ​ກະສັດໂຊນ ​ເເລະ​ ສະ​ຖາ​ປາ​ນາ​ບັນ​ລັງ​ຂອງ​ດາ​ວິດ​ເຫນືອ​ອິດ​​ສະ​ຣາ​ເອນ​ ແລະ ​ເຫນືອ​ຢູ​ດາ, ຕັ້ງ​ແຕ່​ດານ​ຮອດ​ເບ​ເອ​ນເຊ​ບາ."
\v 11 ອີຊະ​ໂບເຊັດ​ກໍ​ບໍ່​ສາ​ມາດ​ຕອບ​ກັບ​ອັບ​ເນ​ໄດ້ເ​ເມ່ນ​ແຕ່​ຄຳ​ດຽວ, ເພາະ​ພະ​ອົງ​ຊົງ​ເກງ​ຢ້ານ​ເຂົາ.
\s5
\v 12 ​ເເລ້ວ​ອັບ​ເນ​ກໍ​ໄດ້​ສົ່ງ​ພວກ​ສົ່ງສານ​ໄປ​ຍັງ​ດາ​ວິດ​ເພື່ອ​ເວົ້າ​ແທນ​ໂຕ​ເອງວ່າ, "ແຜ່ນ​ດິ​ນນີ້​ເປັນ​ຂອງ​ໃຜ? ຂໍ​ຊົງ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ຂ້າ​ພະ​ເຈົ້າ, ແລະ​ ທ່ານ​ຈະ​ຊົງ​ເຫັນ​ວ່າ​ມື​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ຝ່າຍ​ທ່ານ​, ເພື່ອ​ນຳ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ມາ​ຢູ່​ຝ່າຍ​ທ່ານ."
\v 13 ດາ​ວິດ​ໄດ້​ຕອບ​ວ່າ, "ດີ​ແລ້ວ, ເຮົາ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ເຈົ້າ. ແຕ່​ມີ​ສິ່ງຫນຶ່ງ​ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ເຮັດ ​ຄື​ວ່າ ເຈົ້າ​ບໍ່​ສາ​ມາດ​ມາ​ພົບ​ຫນ້າ​ເຮົາ​ໄດ້ ເວັ້ນແຕ່​ວ່າ​ເຈົ້າ​ຈະ​ນຳ​ມີ​ການ​, ລູກສາວຂອງກະສັດໂຊນ​ມາ​ດ້ວຍ, ເມື່ອ​ເຈົ້າ​ຈະ​ມາ​ພົບ​ເຮົາ."
\s5
\v 14 ເເລ້ວ​ດາ​ວິດ​ໄດ້​ສົ່ງ​ພວກ​ສົ່ງ​ສານ​ໄປ​ຍັງ​ອີ​ຊະ​ໂບ​ເຊັດ​, ລູກຊາຍຂອງໂຊນກ່າວວ່າ, "ຈົ່ງ​ມອບ​ເມຍ​ຂ້າ​ພະເຈົ້າມີການ ໃຫ້ແກ່ເຮົາ, ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຫມັ້ນ​ໄວ້​ດ້ວຍ​ຫນ​ັງ​ປາຍ​ອົງ​ຄະ​ຊາດ​ຂອງ​ພວກ​ຟິ​ລິດ​ ຫນຶ່ງ​ຮ້ອຍ​ຄົນ."
\v 15 ດັ່ງ​ນັ້ນ ອີ​ຊະ​ໂບເຊັດຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ພາ​ມີ​ກາ​ນແລະ ໄດ້ເອົານາງ ຈາກ​ຜົວ​ຂອງ​ນາງຄື, ປານ​ຕີ​ເອນ, ​ລູກ​ຊາຍ​ລາອິດ.
\v 16 ຜົວ​ຂອງ​ລາວ​ໄດ້​ໄປ​ກັບ​ລ​າວ, ຮ້ອງ​ໄຫ້​ຕາມ​ລາວ​ໄປ​ຈົນ​ຮອດ​ບາ​ຮູ​ຣິມ​. ແຕ່​ເມື່ອ​ອັບ​ເນບອກກ​ລາວ​ວ່າ, "ຈົ່ງ​ກັບ​ໄປ​ບ້ານ​ດຽວນີ້​ເລີຍ." ແລ້ວ​ເຂົາ​ກໍ​ໄດ້​ກັບ​ໄປ.
\s5
\v 17 ອັບ​ເນ​ຈຶ່ງ​ໄດ້​ກ່າວ​ກັບ​ພວກ​ຜູ້​ອາ​ວຸ​ໂສ​ຂອງ​ອິດ​ສະ​ຣາ​ເອນ​ວ່າ, "ໃນ​ອາ​ດີດ​ພວກ​ທ່ານ​ໄດ້​ພະ​ຍາ​ຍາມ​ໃຫ້​ດາ​ວິດ​ເປັນ​ກະ​ສັດ​ເຫນືອ​ພວກ​ທ່ານ.
\v 18 ບັດ​ນີ້ຈົ່ງ​ເຮັດ​ດັ່ງ​ນັ້ນ. ເພາະ​ພ​ຣະ​​ຢາ​ເວ​ໄດ້​ກ່າວເຖິງດາວິດ​ວ່າ, 'ດ້ວຍ​ມື​ຂອງ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຮົາ​ຈະ​ຊ່ວຍ​ກູ້​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ​ຈ​າກ​ພວກ​ຟິ​ລິດສະຕິນ ​ເເລະ​ ຈາກ​ມື​ສັດ​ຕູ​ທັງ​ຫມົດ​ຂອງ​ພວກ​ເຂົາ.""
\s5
\v 19 ອັບ​ເນ​ກໍ​ໄດ້​ເວົ້າ​ເປັນ​ສ່ວນ​ໂຕ​ກັບ​ຄົນ​ເບັນ​ຢາ​ມິນ​ເຊັ່ນດຽວກັນ. ເເລ້ວ​ອັບ​ເນກໍ​ໄດ້​ໄປ​ບອກດາ​ວິດ​ທີ່​ເມືອງ​ເຮັບ​ໂຣນ​ດ້ວຍ​ເຊັ່ນ​ກັນ ເພື່ອ​ອະ​ທິ​ບາຍ​ເຖິງ​ທຸກ​ສິ່ງ​ທີ່​ອິດ​ສະ​ຣາ​ເອນ ​ແລະ​ ເຊື້ອສາຍ​ທັງ​ຫມົດ​ຂອງ​ເບັນ​ຢາ​ມິນ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ດຳ​ເນີນ​ການໃຫ້ສຳເລັດ.
\v 20 ເມື່ອ​ອັບ​ເນ​ພ້ອມ​ກັບ​ຄົນ​ຂອງ​ເຂົາ​ຈຳ​ນວນ​ຊາວ​ຄົນ​ໄດ້​ມາ​ຮອດ​ເຮັບ​ໂຣນ ​ເພື່ອ​ເຂົ້າ​ເຝົ້າ​ດາ​ວິດ, ດາ​ວິດ​ໄດ້​ຈັດ​ຕຽມ​ງານ​ລ້ຽງ​ສຳ​ລັບ​ພວກ​ເຂົາ.
\s5
\v 21 ອັບ​ເນ​ໄດ້​ອະທິບາຍໃຫ້​ດາ​ວິດ​ວ່າ, "ຂ້າ​ນ້ອຍ​ຈະ​ລຸກ​ຂຶ້ນ ​ແລະ​ ຈະ​ລວມ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດມາ​ຍັງ​ທ່ານ, ກະ​ສັດ​ຜູ້​ເປັນ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ, ດັ່ງ​ນັ້ນເພື່ອ​ທີ່​ພວກ​ເຂົາ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ທ່ານ, ເ​ເລະ ​ເພື່ອ​ທີ່​ທ່ານຈະ​ຊົງ​ຄອບ​ຄອງ​ທຸກ​ຢ່າງ​ຕາມ​ໃຈ​ມັກ​ຂອງ​ທ່ານ." ດັ່ງ​ນັ້ນ​ດາ​ວິດ​ກໍ​ໄດ້​ສົ່ງ​ອັບ​ເນ​ກັບ​ໄປ, ແລະ​ ອັບ​ເນ​ກໍ​ໄດ້​ຈາ​ກ​ໄປ​ໂດຍ​ສັນ​ຕິ.
\s5
\v 22 ​ແລ້ວ​ທະ​ຫານ​ຂອງ​ດາ​ວິດ ເ​ເລະ ​ໂຢ​ອາບ​ໄດ້​ກັບ​ມາ​ຈາກ​ການ​ໄປ​ປຸ້ນ ເເລະ​ ໄດ້​ນຳ​ສິ່ງ​ຂອງ​ທີ່​ຍຶດ​ໄດ້​ຫລາຍ​ມາ​ນຳ​ກັບ​ພວກ​ເຂົາ. ແຕ່​ອັບ​ເນບໍ່​ໄດ້​ຢູ່​ກັບ​ດາ​ວິດ​ທີ່​ເຮັບ​ໂຣນເເລ້ວ. ດາ​ວິດ​ໄດ້​ສົ່ງ​ເຂົາ​ກັບ​ໄປ​ແລ້ວ, ​ເເລະ ​ເຂົາ​ກໍ​ໄດ້ຈາກ​ໄປ​ໂດຍ​ສັນ​ຕິ.
\v 23 ເມື່ອ​ໂຢ​ອາບ​ກັບ​ກອງ​ທັບ​ທັງ​ຫລາຍ​ທີ່​ເຂົາ​ໄດ້​ມາ​ຮອດ, ພວກ​ເຂົາ​ໄດ້​ບອກ​ໂຢ​ອາບ​ວ່າ, "ອັບ​ເນລູກ​ຊາຍ​ຂອງ​ເນ​ຣະໄດ້​ມາ​ເຝົ້າ​ກະ​ສັດ, ແລະ​ ເພິ່ນ​ໄດ້​ສົ່ງ​ເຂົ​າ​ກັບ​ໄປ, ແລະ ​ອັບ​ເນ​ກ​ໍໄດ້​ກັບ​ໄປ​ໂດຍ​ສັນ​ຕິ."
\s5
\v 24 ​ເເລ້ວ​ໂຢ​ອາບ​ກໍ​ໄດ້​ເຂົ້າ​ໄປ​ເຝົ້າ​ກະ​ສັດ ​ແລະ ​ໄດ້ບອກ​ວ່າ,"ທ່ານຊົງ​ເຮັດ​ຫຍັງ​ໄປ​ແລ້ວ? ເບິ່ງ​ສາ, ອັບ​ເນ​ໄດ້​ມາ​ເຂົ້າ​ເຝົ້າ​ທ່ານ! ເປັນ​ຫຍັງ​ທ່ານຈຶ່ງ​ໄດ້​ສົ່ງ​ເຂົາ​ໄປ​ແບບນີ້, ແລະ ​ເຂົາ​ກໍ​ໄດ້​ຈາກ​ໄປ​ແລ້ວ?
\v 25 ທ່ານ​ບໍ່​ຮູ້​ບໍ​ວ່າ​ອັບ​ເນ​ລູກ​ຊາຍຂອງ​ເນຣະ​ ໄດ້​ມາ​ເພື່ອ​ລໍ່້ລວງ​ທ່ານ ແລະ​ ເພື່ອລ່ວງ​ຮູ້​ທຸກ​ຢ່າງ​ທີ່​ທ່ານກຳ​ລັງ​ເຮັດ?"
\v 26 ເມື່ອ​ໂຢ​ອາບ​ໄດ​້​ເຝົ້າ​ດາ​ວິດ​ແລ້ວໆ, ເຂົາ​ໄດ້​ສົ່ງ​ຜູ້​ສົ່ງ​ສານນຳ​ອັບ​ເນ​ໄປ, ເ​ເລະ ​ພວກ​ເຂົາ​ກໍ​ໄດ້​ນຳ​ອັບ​ເນ​ກັບ​ມາ​ຈາກບໍ່​ນ້ຳ​ສ້າງທີ່ຊີຣາ, ແຕ່​ດາ​ວິດບໍ່​ໄດ້​ຮູ້​ເລື່ອງນີ້.
\s5
\v 27 ເມື່ອ​ອັບ​ເນ​​ໄດ້​ກັບ​ມາ​ຮອດ​ເຮັບ​ໂຣນ​ແລ້ວ, ໂຢ​ອາບ​ກໍ​ໄດ້​ນຳ​ເຂົາ​ຫລົບ​ເຂ​ົ້າ​ທາງ​ປະ​ຕູ​ເມືອງ​ເພື່ອ​ຈະ​ເວົ້າ​ກັບ​ເຂົາ​ຕາມ​ລຳ​ພັງ. ທີ່​ນັ້ນ​ເອງ​ໂຢ​ອາບ​ໄດ້​​ເເທງ​ທ້ອງ​ເຂົາ ເ​ເລະ ​ຂ້າ​ເຂົາ​ຕາຍ, ໂຢອ​າບ​ກໍ​ແກ​້​ແຄ້ນ​ເລືອດ​ຂອງ​ອາ​ສາ​ເຮນ​ນ້ອງ​ຊາຍ​ຂອງ​ເຂົາ.
\s5
\v 28 ​ເມື່ອ​ດາ​ວິດ​ໄດ້​ຮູ້​ເລື່ອງ​ນີ້ ທ່ານໄດ້​ເວົ້າ​ວ່າ, "ຕົວ​ເຮົາ ​ເເລະ​ ຣາ​ຊາ​ອາ​ນາ​ຈັກ​ຂອງ​ເຮົາ ປາ​ສະ​ຈາກ​ຄວາມ​ຜິດ​ສືບ​ໄປ​ເປັນ​ນິດ ​ເພາະ​ຕໍ່ຫນ້າ​ພ​ຣະ​ຢາ​ເວ​ດ້ວຍ​ເລື່ອງ​ໂລ​ຫິດ​ຂອງ​ອັບເນລູກຊາຍ​ຂອງ​ເນຣະ.
\v 29 ຂໍ​ໃຫ້​ຄວາມ​ຜິດ​​ການ​ຕາຍ​ຂອງ​ອັບ​ເນ​ຕົກ​ເຫນືອ​ຫົວ​ຂອງ​ໂຢ​ອາບ ແລະ​ ເຫນືອເຊື້ອສາຍ​ທັງ​ຫລາຍ​ຂອງ​ພໍ່​ເຂົາ. ຂໍ​ໃຫ້​ການ​ລົງໂທດ​ຕົກ​ຖືກ​ຄອບຄົວ​ຂອງໂຢອາບໃຫ້​ຄົນ​ມີ​ບາດແຜ ຫລື ໂລກ​ຜິວ​ຫນັງ ຫລື ​ຄົນ​ທີ່​ພິ​ການ ​ເເລະ ຕ້ອງ​ຍ່າງ​ດ້ວຍ​ໄມ້​ເທົ້າ ຫລື​ ຖືກ​ຂ້າ​ດ້ວຍຄົມ​ດາບ​ ຫລື ຄົນ​ຂາດ​ອາ​ຫານ."
\v 30 ດັ່ງ​ນັ້ນ​ໂຢ​ອາບ ​ເ​ເລະ ​ອາ​ບີ​ໄຊ​ນ້ອງ​ຊາຍ​ຂອງ​ເຂົາ​ໄດ້​ຂ້າ​ອັບ​ເນ, ເພາະ​ອັບ​ເນ​ໄດ້​ຂ້າ​ອາ​ສາ​ເຮນ​ນ້ອງ​ຊາຍ​ຂອງ​ພວກ​ເຂົາ​ໃນ​ສະຫນາມຮົບ​ທີ່​ກີ​ເບ​ໂອນ.
\s5
\v 31 ດາ​ວິດ​ກໍ​ໄດ້​ເວົ້າ​ກັບ​ໂຢ​ອາບ ແລະ​ ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ຢູ່​ກັບ​ທ່ານ​ວ​່າ, "​ຈົ່ງ​ຈີກ​ເສື້ອ​ຜ້າ​ຂອງ​ພວກ​ທ່ານ, ເອົາ​ຜ້າ​ກະ​ສອບ​ມັດ​ແອວ​ໄວ້, ເ​ເລະ​ ຈົ່ງ​ໄວ້​ທຸກ​ຕໍ່​ຫນ້າ​ຮ່າງກາຍ​ຂອງ​ອັບ​ເນ." ບັດ​ນີ້​ກະ​ສັດ​ດາ​ວິດ​ໄດ້ຍ່າງ​​ຕາມ​ຂະ​ບວນ​ສົບ​ໄປ.
\v 32 ພວກ​ເຂົາ​ກໍ​ໄດ້​ຝັງ​ສົບ​ອັບ​ເນ​ໄວ້​ທີ່​ເຮັບ​ໂຣນ. ກະ​ສັດ​ກໍ​ໄດ້​ຮ້ອງໄຫ້ ​​ແລະ​​ ຊົງ​ຮ້ອງ​ສຽງ​ດັງ​ທີ່​ອຸບ​ໂມງ​ຝັງ​ສົບ​ຂອງ​ອັບ​ເນ, ເ​ເລະ ​ປະ​ຊາ​ຊົນ​ທັງ​ປວງກໍ​ໄດ້​ຮ້ອງ​ໄຫ້​ເຊັ່ນ​ດຽວ​ກັນ.
\s5
\v 33 ກະ​ສັດ​ໄດ້​ຄ່ຳ​ຄວນ​ຫາ​ອັບ​ເນ ເ​ເລະ ​ໄດ້​ຮ້ອງ​ເພງວ່າ, "ຄວນບໍ່​ທີ່​ອັບ​ເນ​ຈະ​ຕາຍ ​ຄື​ຄົນ​ເຂົາ​ວ່າ?
\v 34 ມື​ຂອງ​ເຈົ້າ​ກໍ​ບໍ່​ໄດ້​ຖື​ກ​ມັດ. ​ຕີນ​ຂອງ​ເຈົ້າ​ກໍ​ບໍ່​ໄດ້​ຕິດ​ໂສ້​ຕວນ. ຄື​ຄົນ​ລົ້ມ​ລົງ​ຕໍ່​ຫນ້າ​ເນາະ. ລູກ​ຊາຍ​ຂອງ​ຄວາມບໍ່​ຍຸດ​ຕິ​ທຳ, ດັ່ງ​ນັ້ນ​ເຈົ້າ​ກໍ​ໄດ້​ລົ້ມ​ລົງ." ອີກ​ຄັ້ງ​ຫນຶ່ງ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ຮ້ອງ​ໄຫ້​ຫາ​ເຂົາ​ອີກ.
\s5
\v 35 ແລ້ວ​ປະ​ຊ​າ​ຊົນ​ທັງ​ປວງ​ກໍ​ໄດ້​ມາ​ບອກ​ດາ​ວິດ​ໃຫ້​ກິນ​ອາ​ຫານ​ເມື່ອ​ເວ​ລາ​ຍັງເ​ວັນ​ຢູ່, ແຕ່​ດາ​ວິດ​ປາ​ຖະ​ຫນາ​ວ່າ, "ຂໍ​ພ​ຣະ​ເຈົ້າ​ຊົງ​ລົ​ງໂທ​ດ​ເຮົາ, ​ແລະ​ ຊົງ​ເພີ່ມ​ໂທດນັ້ນ​ດ້ວຍ, ຖ້າ​ເຮົາ​ໄດ້​ຊິມ​ເຂົ້າຈີ່ ​ຫລື ​ສິ່ງ​ອື່ນ​ໃດ​ກ່ອນດວງ​ອາ​ທິດ​ຕົກ."
\v 36 ປະ​ຊາ​ຊົນ​ທັງ​ປວງ​ໄດ້​ສັງ​ເກດ​ເຫັນ​ການ​ໂສກ​ເສົ້າ​ຂອງ​ດາ​ວິດ, ແລະ ​ກໍ​ໄດ້​ພໍ​ໃຈພວກເຂົາ, ບໍ່​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ກະ​ສັດ​ໄດ້​ເຮັດ​ແລ້ວ​ສ້າງ​ຄວາມ​ພໍ​ໃຈ​ໃຫ້​ພວກ​ເຂົາ.
\s5
\v 37 ດັ່ງ​ນັ້ນ​ປະ​ຊາ​ຊົນ​ທັງ​ຫລ​າຍ​ອິດ​ສະ​ຣາ​ເອນ​ທັງ​ປວງ​ກໍ​ໄດ້​ເຂົ້າ​ໃຈ​ໃນ​ວັນ​ນັ້ນ​ວ່າ ກະ​ສັ​ດ​ບໍ​່ໄດ້​ມີ​ຄວາມ​ປາ​ຖະ​ຫນາ​ໃນ​ການ​ຂ້າ​ອັບ​ເນ​ລູກ​ຊາຍ​ຂອງ​ເນຣະ.
\v 38 ກະ​ສັດ​ໄດ້​ເວົ້າ​ກັບ​ພວກ​ຂ້າຣາຊການຂອງ​ຕົນວ່າ,"ພວກ​ທ່ານບໍ່​ຮູ້​ບໍວ່າ ວັນ​ນີ້​ເຈົ້າ​ຊາຍ ​ເເລະ ​ຄົນ​ທີ່​ຍິ່ງ​ໃຫ​ຍ່​ຄົ​ນ​ຫນຶ່ງ​ໄດ້​ລົ້ມ​ລົງ​ໃນອິດ​ສະ​ຣາ​ເອນ?
\v 39 ບາດນີ້ ເຮົາ​ກໍ​ອ່​ອນ​ກຳ​ລັ​ງ​ໃນ​ວັນ​ນີ້, ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ການ​ເຈີ​ມ​ເປັນ​ກະ​ສັດ​ແລ້ວ. ຜູ້​ຊາຍ​ເຫລົ່າ​ນີ້​ຊຶ່ງ​ເປັນ​ລູກຊາຍ, ​ຂອງ​ນາງ​ເຊ​ຣູ​ອີ​ຢາ​ນີ, ​ກໍ​ໂຫດຮ້າຍ​ເກີນ​ໄປສຳ​ລັບ​ເຮົາ. ຂໍ​ພ​ຣະ​​ຢາ​ເວ​ຕ​ອບ​ສະ​ຫນອ​ງ​ຜູ້​ເຮັດ​ຊົ່ວ​ໂດຍ​ການ​ລົງ​ໂທ​ດ​ເຂົາ​ຕາມ​ຄວາມ​ຊົ່ວ, ທີ່​ເຂົາ​ສົມ​ຄວນ​ໄດ້​ຮັບ​ເຖີດ."
\s5
\c 4
\cl ບົດ​ທີ 4
\p
\v 1 ເມື່ອ​ອີ​ຊະ​ໂບເຊັດ, ລູກ​ຂອງ​ກະສັດໂຊນ, ໄດ້​ຮັບ​ຮູ້​ວ່າ​ອັບ​ເນ​ໄດ້​ຕາຍ​ທີ່ເມືອງເຮັບ​ໂຣນ, ມື​ຂອງເຂົາກໍໄດ້​ອ່​ອນ​ແຮງລົງ, ແລະ​ ອິດສະ​ຣາ​ເອນ​ທັ​ງ​ຫລາຍ​ກໍ​ທໍ້​ໃຈ.
\v 2 ບັດ​ນີ້​ລູກຊາຍຂອງກະສັດໂຊນໄດ້​ມີ​ຜູ້​ຊ​າຍ​ສອງ​ຄົນ​ເປັນ​ຫົວ​ຫນ້າ​ຫນ່ວຍ​ທະ​ຫານ. ຊື່​ຂອງ​ເຂົາ​ແມ່ນ​ບາ​ອາ​ນາ ແລະ ອີກ​ຄົນ​ຫນຶ່ງ​ຊ​ື່​ເຣ​ກາບ, ທັງ​ສອງນີ້​ເປັນ​ລູກ​ຊາຍ​ຂອງ​ຣິມ​ໂມນ ຊາວ​ເມືອງ​ເບ​ເອ​ໂຣດ ຄົນ​ເຜົ່າ​ເບັນ​ຢາ​ມິນ (ເພາະ​ວ່າ​ເບ​ເອ​ໂຣ​ດຖືກ​ນັບ​ເຂົ້າ​ເປັນ​ສ່ວນ​ຫນຶ່ງ​ຂອງ​ເຜົ່າ​ເບັນ​ຢາ​ມິນ​ພ້ອມ,
\v 3 ແລະ​ ຊາວ​ເບ​ເອ​ໂຣດ​ໄດ້​ຫນີ​ໄປ​ຍັງ​ກິດ​ຕາ​ອິມ ເເລະ​ ໄດ້​ອາ​ໄສ​ຢູ່​ທີ່ນັ້ນ​ຈົນ​ເຖິງ​ທຸກວັນ​ນີ້).
\s5
\v 4 ​ບັດ​ນີ້ ໂຢ​ນາ​ທານ, ລູກຊາຍຂອງກະສັດໂຊນ, ມີ​ລູກ​ຊາ​ຍ​ຄົນ​ຫນຶ່ງ​ທີ່​​ຕີນ​ຂອງ​ເຂົາ​ເປັນ​ງ່ອຍ. ເມື່ອ​ເດັກ​ຄົນ​ນີ້​ມີ​ອາ​ຍຸ​ຫ້າ​ປີ ໄດ້​ມີ​ຂ່າ​ວ​ເລື່ອງ​ຂອງໂຊນ ​ກັບ​ໂຢ​ນາ​ທານ​ມາ​ຈາກ​ຢິດ​ຊະ​ເຣນ. ພະຍາບານຂອງເຂົາ​ໄດ້​ອຸ້ມ​ລຸກ​ຂຶ້ນ​ຫນີ. ​ເເຕ່​ເມື່ອລາວ​ກຳ​ລັງແລ່ນ​ຫນີນັ້ນ, ລູກຊາຍຂອງ​ໂຢ​ນາ​ທານ​ໄດ້​ຕົກ​ລົງ​ ແລະ​ ໄດ້​ກາຍ​ເປັນ​ງ່ອຍຂາເປັ້ຍ. ເຂົາ​ຊ​ື່​ເມ​ຟີ​ໂບ​ເຊັດ.
\s5
\v 5 ​ດັ່ງ​ນັ້ນ​ລູກ​ຊາຍ​ທັງ​ສອງ​ຂອງ​ຣິມ​ໂມນ​ຊາວ​ເບ​ເອ​ໂຣດ, ທີ່​ຊື່​ເຣ​ກາບ ​ແລະ ບາ​ອາ​ນາ, ນັ້ນ​ໄດ້​ເດີນ​ທາງ​ໃນ​ຊ່ວງ​ທີ່​ຮ້ອນ​ຂອງ​ກາງ​ເວັນ ໄປ​ຮອດ​ວັງ​ຂອງ​ອີ​ຊະ​ໂບ​ເຊັດ, ໃນຂະ​ນະ​ທີ່​ເພິ່ນກ​ຳ​ລັງ​ພັກ​ທ່ຽງ.
\v 6 ຜູ້​ຍິງ​ທີ່​ເຝົ້າ​ຍາມ​ປະ​ຕູ​ກໍ​ໄດ້ເພີ​ຫລ​ັບໄປ ​ຂະ​ນະ​ຝັດ​ຫ່ອນ​ເຂົ້າ​ສາ​ລີ, ແລະ ເຣ​ກາບ ເ​ເລະ​ ບາ​ອາ​ນາກໍ​ໄດ້​ຍ່າງ​ຍ່ອງ​ເຂົ້າ​ໄປຢ່າງ​ງຽບໆ ແລະ ​ໄດ້​ຜ່ານ​ນາງ​ໄປ​ໄດ້.
\v 7 ດັ່ງ​ນັ້ນ ຫລັງ​ຈາກ​ທີ່​ພວກ​ເຂົາ​ທັງ​ສອງ​ໄດ້​ເຂົ້າ​ໄປ​ໃນ​ວັງ​ນັ້ນ, ພວກ​ເຂົາ​ກໍ​ໄດ້​ຈູ່​ໂຈມອີ​ຊະ​ໂບ​ເຊັດ ແລະ​ ໄດ້​ຂ້າ​ເຂົາໃນ​ຂະ​ນະ​ທີ່​ເຂົາກຳ​ລັງ​ນອນ​ຫລັບ​ຢູ່​ເທິງ​ບ່ອນນອນ​ໃນ​ຫ້ອງນອນ​ຂອງເຂົາ. ແລ້ວ​ພວກ​ເຂົາ​ກໍ​ໄດ້​ຕັດ​ຫົວ​ຂອງ​ເຂົາ ​ແລະ ​ໄດ້​ນຳ​ຫົວ​ນັ້ນ​ໄປ, ພວກ​ເຂົາ​ໄດ້​ເດີນ​ທາງ​ໄປ​ຕາມ​ຫົນ​ທາງ​ຕະ​ຫລອດ​ຄືນ​ຈົນ​ຮອດ​ຮ່ອມ​ພູ​ອາຣາບາ.
\s5
\v 8 ພວກເຂົານຳເອົາຫົວຂອງອີຊະໂບເຊັດມາໃຫ້ດາວິດຢູ່ທີ່ເມືອງເຮັບໂຣນ, ແລະ ພວກເຂົາເວົ້າວ່າ, "ຂໍ​ໄດ້​ຊົງ​ເບິ່ງ​ເຖີດ, ນີ້​ຄື​ຫົວ​ຂອງ​ອີ​ຊະ​ໂບ​ເຊັດລູກຊາຍຂອງກະສັດ​ໂຊນ, ສັດ​ຕູ​ຂອງ​ທ່ານ, ຜູ້​ທີ່​ຕ້ອງ​ການ​ພ​ະ​ຍາ​ຍາມ​ຂ້າ​ທ່ານ. ໃນ​ວັນ​ນີ້​ພ​ຣະ​​ຢາ​ເວ​ໄດ້​ຊົງ​ແກ້​ແຄ້ນ​ແທນ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຕໍ່​ຕ້ານໂຊນ ​ແລະ ​ເຊື້ອ​ສາຍ​ຂອງ​ເພິ່ນ​ແລ້ວ"
\v 9 ດ​າ​ວິດ​ໄດ້​ກ່າວ​ຕອບ​ເຣ​ກາບ​ ແລະ ​ບາ​ອາ​ນາ​ອ້າຍ​ຂອງ​ເຂົາ, ລູກ​ຊາຍ​ຣິມ​ໂມນ​ຊາວ​ເບ​ເອ​ໂຣດ; ທ່ານໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, "ພ​ຣະ​​ຢາ​ເວ​ຊົງດຳລົງ​ຊີ​ວິດ​ຢູ່, ຜູ້​ຊົງ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ເຮົາ​ຈາກ​ຄວາມ​ທຸກ​ຍາກ​ທັງ​ປ່ວງ,
\v 10 ເມື່ອ​ມີ​ຜູ້​ໃດໄດ້​ບອກ​ເຮົາ​ວ່າ, "ເບິ່ງ​ແມ, ກະ​ສັດໂຊນ​​ເສຍ​ຊີ​ວິດ​ແລ້ວ," ແລ້ວ​ຄິດ​ວ່າ​ເຂົາ​ເປັນ​ຜູ້​ນຳ​ຂ່າວ​ດີ​ມາ, ເຮົາ​ກໍ​ໄດ້​ຈັບ​ເຂົາ ​ແລະ​ ໄດ້​ຂ້າ​ເສຍ​ທີ່ເມືອງ​ຊິກລັກ. ນັ້ນ​ເປັນ​ລາງວັນ​ທີ່​ເຮົາ​ໄດ້​ໃຫ້​ແກ່​ເຂົາ​ສຳ​ລັບ​ຂ່າວ​ຂອງ​ທ່ານ​ນັ້ນ.
\s5
\v 11 ຍິ່ງກວ່າ​ນັ້ນ​ເທົ່າ​ໃດ, ເມື່ອ​ເຫລົ່າ​ຄົນ​ຊົ່ວ​ໄດ້​ຂ້າ​ຄົນ​ອະ​ທຳ​ທີ່​ໃນ​ບ້ານ​ ແລະ ​ເທິງ​ບ່ອນນອນ​ຂອງ​ເຂົາ​ນັ້ນ, ຄວນບໍ​ທີ່​ເຮົາ​ຈະ​ບໍ່​ຮ້ອງ​ເອົາ​ເລືອດ​ຂອງ​ເຂົາ​ຈາກ​ມື​ຂອງ​ພວກ​ເຈົ້າ, ແລະ​ທຳ​ລາຍ​ພວກ​ເຈົ້າ​ເສຍ​ຈາກ​ແຜ່ນ​ດິນ​?"
\v 12 ແລ້ວ​ດາ​ວິດ​ກໍ​ໄດ້​ຊົງ​ອອກ​ຄຳ​ສັ່ງ​ພວກ​ຄົນ​ຫນຸ່ມ, ແລະ​ ພວກ​ເຂົາ​ກໍ​ໄດ້​ຂ້າ​ພວກ​ເຂົາ​ທັງ​ສອງ ແລະ​ ໄດ້​ຕັດ​ມື​ ແລະ​ຕັດ​ຕີນ​ຂອງ​ພວກ​ເຂົາ ແລະ​ ໄດ້​ແຂວນ​ສົບ​ພວກ​ເຂົາ​ໄວ້​ທີ່​ຂ້າງ​ສະ​ນ້ຳ​ທີ່​ເມືອງ​ເຮັບ​ໂ​ຣນ. ແຕ່​ພວກ​ເຂົາ​ໄດ້​ນຳ​​ຫົວ​ຂອງ​ອີ​ຊະ​ໂບ​ເຊັດ​ໄປ​ຝັງ​ໄວ້​ທີ່​ຝັງ​ສົບ​ຂອງ​ອັບ​ເນ​ທີ່​ເມືອງ​ເຮັບ​ໂຣນ.
\s5
\c 5
\cl ບົດທີ 5
\p
\v 1 ​ແລ້ວທຸກ​ເຜົ່າ​ຂອງ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ມາ​ຫາ​ດາ​ວິດ​ທີ່​ເມືອງ​ເຮັບ​ໂຣນ ແລະ​ ໄດ້​ກ່າວ​ວ່າ,"ເບິ່ງ​ເທີນ, ພວກ​ຂ້າ​ນ້ອຍ​ເປັນ​ກະ​ດູກ ​ແລະ​ ເນື້ອຫນັງ​ຂອງ​ທ່ານ.
\v 2 ໃນ​ອາ​ດີດ​ເມື່ອ​ບໍ່​ດົນ​ມາ​ນີ້, ​ເມື່​ອກະ​ສັດ​ໂຊນ​ຊົງ​ໄດ້​ເປັນ​ກະ​ສັດ​ຂອງພວກຂ້ານ້ອຍ, ກໍ​ເປັນ​ທ່ານ​ນັ້ນ ​ທີ່​ຊົງ​ເປັນ​ຜູ້​ນຳ​ກອງ​ທັບ​ຂອງ​ອິດ​ສະ​ຣາ​ເອນ. ພ​ຣະ​ຢາ​ເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, "ເຈົ້າ​ຈະ​ນຳ​ປະ​ຊາ​ຊົນ​ອິດ​ສາະຣາ​ເອນ​ຂອງ​ເຮົາ​, ແລະ​ ເຈົ້າ​ຈະ​ເປັນ​ຜູ້​ປົກ​ຄອງ​ເຫນືອ​ອິດ​ສະ​ຣາ​ເອນ."
\s5
\v 3 ດັ່ງ​ນັ້ນ​ພວກ​ຜູ້​ອາ​ວຸ​ໂສ​ທັງ​ຫມົດ​ຂອງ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ມາ​ເຝົ້າ​ກະ​ສັດ​ທີ່​ເມືອງ​ເຮັບ​ໂຣນ, ແລະ ​ກະ​ສັດ​ດາ​ວິດ​ກໍ​ໄດ້​ຊົງ​ເຮັດ​ພັນ​ທະ​ສັນ​ຍາກັບ​ພວກ​ເຂົາ​ ສ​ະ​ເພາະ​ຫນ້າ​ພຣະ​​ຢາ​ເວ. ພວກ​ເຂົາ​ກໍ​ໄດ້​ເຈີມ​ດາ​ວິດ​ໃຫ້​ເປັນ​ກະ​ສັດ​ເຫນືອ​ອິດ​ສະ​ຣາ​ເອນ.
\v 4 ດາ​ວິດ​ຊົງ​ມີ​ອາ​ຍຸ​ໄດ້​ສາມ​ສິບ​ປີ​ ​ເມື່ອ​ຊົງ​ເລີ່ມ​ຄອງ​ຣາດ, ແລະ ​ທ່ານໄດ້​ຊົງ​ຄອງ​ຣາດ​ຢູ່​ສີ່​ສິບ​ປີ.
\v 5 ຊົງ​ຄອງ​ຣາດ​ເຫນືອ​ຢູ​ດາຍ ທີ່​ເມືອງ​ເຮັບ​ໂຣນ​ເປັນ​ເວ​ລາ ເຈັດ​ປີ​ຫົກ​ເດືອນ, ແລະ ​ທີ່​ນະຄອນ​ເຢ​ຣູ​ຊາ​ເລັມ ທ່ານ​ໄດ້​ຊົງ​ຄອງ​ຣາດ​ສາມ​ສິບ​ປີ​ເຫນືອ​ອິດ​ສະ​ຣາ​ເອນ​ ແລະ ​ຢູ​ດາຍ​ທັງ​ຫມົດ.
\s5
\v 6 ກະ​ສັດ ​ແລະ ​ພວກ​ຄົນ​ຂອ​ງ​ເພິ່ນ​ໄດ້​ໄປ​ນະຄອນເຢ​ຣູ​ຊາ​ເລັມຕໍ່​ສູ້​ກັບ​ຄົນ​ເຢ​ບຸດ​, ພວກ​ທີ່​ອາ​ໄສ​ໃນ​ແຜ່ນ​ດິນ​ນັ້ນ. ພວກ​ເຂົາ​ໄດ້​ກ່າວ​ກັບ​ດາ​ວິດ​ວ່າ, "ເຈົ້າ​ຈະ​ບໍ່​ເຂົ້າ​ມາ​ທີ່​ນີ້ ເວັ້ນ​ແຕ່​ວ່າ​ຄົນ​ຕາ​ບອດ ​ແລະ​ ຄົນ​​ພິ​ການ​ຈະ​ຫັນ​ຫລັງ​ໃຫ້. ດາ​ວິດ​ບໍ່​ສາ​ມາດ​ເຂົ້າ​ມາ​ທີ່​ນີ້​ໄດ້."
\v 7 ຢ່າງ​ໃດ​ກໍ​ຕາມ, ດາ​ວິດ​ໄດ້​ຊົງ​ຢຶດ​ທີ່​ກຳ​ບັງ​ເຂັ້ມ​ແຂງ​​ຂອງ​ຊີ​ໂອນ​ໄດ້, ຊຶ່ງ​ບັດ​ນີ້​ກໍ​ຄື​ເມືອງ​ຂອງ​ດາ​ວິດ.
\s5
\v 8 ໃນເວລານັ້ນກະສັດດາວິດໄດ້ກ່າວວ່າ, "ໃຜ​ຈະ​ໂຈມ​ຕີ​ຄົນ​ເຢ​ບຸດ ກໍ​ໃຫ້​ຜູ້​ນັ້ນ​ໄປ​ຕາມ​ທາງ​ນ້ຳ ໄປ​ສູ່ 'ຄົນ​ພິ​ການ ​ແລະ​ ຄົນ​ຕາ​ບອດ' ຜູ້​ເປັນ​ພວກ​ສັດ​ຕູ​ຂອງ​ດາ​ວິດ." ນັ້ນ​ຄື​ເປັນຫຍັງພວກ​ເຂົາຈຶ່ງໄດ້​ເວົ້າ​ວ່າ, "ຢ່າ​ໃຫ້ 'ຄົນ​ຕາ​ບອດ ​ແລະ​ຄົນ​ພິ​ການ' ເຂົ້າ​ມາ​ໃນ​​ຣາຊວັງ."
\v 9 ດັ່ງ​ນັ້ນ ດາ​ວິດ​ກໍ​ໄດ້​ປະ​ທັບ​ຢູ່​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂ້ງ ​ແລະ​ ກໍ​ໄດ້​ຮ້ອງ​ທີ່​ນັ້ນ​ວ່າ​ເມືອງ​ດາ​ວິດ. ເພິ່ນໄດ້​ຊົງ​ເສີມ​ສ້າງ​ຮອບ​ເມືອງ, ຈາກ​ດ້ານ​ຫນ້າ​ໄປ​ຈົນ​ຮອດ​ດ້ານ​ໃນ.
\v 10 ​ດາ​ວິດ​ກໍ​ໄດ້​ຊົງ​ມີກຳ​ລັງ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ ເພາະ​ວ່າ​ພ​ຣະ​​ຢາ​ເວ, ພຣະ​ເຈົ້າ​ແຫ່ງຈອມ​ໂຢທາ​, ໄດ້​ສະ​ຖິດ​ກັບ​ເພິ່ນ.
\s5
\v 11 ​ແລ້ວ​ຮີ​ຣາມ​ກະ​ສັດ​ເມືອງ​ຕີ​ເຮ​ໄດ້​ຊົງ​ສົ່ງ​ພວກ​ຄະ​ນະຜູ້ສົ່ງຂ່າວສານ​ມາ​ຫາ​ດາ​ວິດ, ແລະ​ໄດ້​ຊົງ​ສົ່ງ​ໄມ້​ແປກ, ພວກ​ຊ່າງ​ໄມ້, ແລະ ​ພວກ​ຊ່າງ​ກໍ່​ສ້າງ. ພວກ​ເຂົາ​ໄດ້​ມາ​ສ້າງວັງສຳ​ລັບດາ​ວິດ.
\v 12 ​ດາ​ວິດ​ໄດ້​ຊົງ​ຮູ້​ວ່າ ພ​ຣະ​ຢາ​ເວ​ຊົງ​ແຕ່ງ​ຕັ້ງ​ເພິ່ນ​ໃຫ້​ເປັນ​ກະ​ສັດ​ເຫນືອ​ອິດ​ສະ​ຣາ​ເອນ, ແລະ​ເພິ່ນ​ໄດ​້​ຊົງ​ຍົກ​ຍ້ອງຣາ​ຊ​ອາ​ນາ​ຈັກ​ຂອງເພິ່ນ ດ້ວຍ​ເຫັນ​ແກ່​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເພິ່ນ.
\s5
\v 13 ​ພາຍ​ຫລັງ​ທີ່​ດາວິດໄດ້​ອອກ​ຈາກ​ເຮັບ​ໂຣນ​ ແລະ ​ໄດ້​ລົງ​ມາ​ທີ່​ນະຄອນ​ເຢ​ຣູ​ຊາ​ເລັມ, ດາ​ວິດ​ຊົງ​ໄດ້​ມີ​ເຫລົ່ານາງສະຫນົມເມຍ​ນ້ອຍ​ ແລະ ເມຍຫລາຍເພີ່ມ​ຂຶ້​ນ​ອີກ​ໃນ​ເຢ​ຣູ​ຊາ​ເລັມ​, ແລະ​ ມີ​ລູກຊາຍ ​ແລະ​ ລູກສາວໄດ້​ເກີດ​ກັບ​ເພິ່ນຕື່ມ​ອີກ.
\v 14 ຕໍ່​ໄປ​ນີ້​ເປັນ​ລາຍ​ຊື່ ທີ່​ໄດ້​ເກີດ​ລູກ​ໃນ​ຢ​ເຣູ​ຊາ​ເລັມ​ຄື: ຊາມ​ມູ​ອາ, ໂຊ​ບັບ, ນາ​ທານ, ໂຊ​ໂລ​ໂມນ,
\v 15 ອິບ​ຮາ, ເອ​ລີຊູ​ອາ​, ເນ​ເຟັກ, ຢາ​ເຟຍ,
\v 16 ເອ​ລີ​ຊາ​ມາ, ເອ​ລີ​ອາດາ, ​ແລະ​ເອ​ລີ​ເຟ​ເລັດ.
\s5
\v 17 ບັດ​ນີ້ ເມື່ອ​ຄົນ​ຟີ​ລິດ​ສະ​ຕິນ​ໄດ້​ຍິນ​ວ່າ​ດາ​ວິດ​ໄດ້​ຊົງ​ຮັບ​ການ​ເຈີມ​ເປັນ​ກະ​ສັດ​ເຫນືອ​ອິດ​ສະ​ຣາ​ເອນ, ພວກ​ເຂົາ​ທັງ​ປວງ​ກໍ​ໄດ້​ຂຶ້ນ​ໄປຊອກຫາ​ດາ​ວິດ. ແຕ່​ດາ​ວິດ​ໄດ້​ຊົງ​ຮູ້​ເລື່ອງ​ນີ້​ ແລະ​ ໄດ້​ລົງ​ໄປ​ຍັງ​ທີ່​ກຳ​ບັງ​ເຂັ້ມ​ແຂງ.
\v 18 ບັດ​ນີ້ ​ຄົນ​ຟີ​ລິດ​ສະ​ຕິນ​ກໍ​ໄດ້​ມາ ​ແລະ​ ໄດ້​ຂະຫ​ຍາຍ​​ອອກ​ໄປທີ່​ຫຸບ​ເຂົາ​ເຣ​ຟາ​ອິມ.
\s5
\v 19 ​ແລ້ວ​ດາ​ວິດ​ໄດ້​ກ່າວ​ຂໍ​ການ​ຊົງ​ຊ່ວຍ​ເຫລືອ​ຈາກ​ພ​ຣະ​​ຢາ​ເວ. ເພິ່ນ​ໄດ້​ກ່າວ​ວ່າ, "ຄວນ​ທີ່​ຂ້າ​ນ້ອຍຈະ​ຍົກ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ຄົນ​ຟີ​ລິດ​ສະ​ຕິນ​ຫ​ລື​ບໍ່?" ພ​ຣະ​ອົງ​ຈະ​ຊົງ​ມອບ​ໄຊ​ຊະ​ນະ​ເຫນືອ​ພວກ​ເຂົາ​ຫ​ລື​ບໍ່?" ພ​ຣະ​ຢາ​ເວ​ໄດ້​ກ່າວ​ກັບ​ດາ​ວິດ​ວ່າ, "ຈົ່ງໄປໂຈມຕີພວກເຂົາ, ເຮົາຈະໃຫ້ເຈົ້າສູ້ຮົບຊະນະ."
\v 20 ດັ່ງ​ນັ້ນດາ​ວິດ​ຈຶ່ງ​ໄດ້​ຊົງ​ໂຈມ​ຕີ​ທີ່ບາ​ອານ​ເປ​ຣາ​ຊິມ, ແລະ​ ທີ່​ນັ້ນ​ເອງ​ເພິ່ນໄດ້​ຊົງ​ຊະ​ນະ​ພວກ​ເຂົາ. ເພິ່ນ​ໄດ້​ກ່າວວ່າ, ” ພ​ຣະ​ຢາ​ເວ​ຊົງ​ໄດ້ຕີ​ເຫລົ່າ​ຂ້າ​ສຶກ​ຂອງ​ຂ້າ​ນ້ອຍ​ຕໍ່​ຫນ້າ​ຂ້ານ້ອຍ​ດັ່ງ​ກະ​ແສ​ນ້ຳ​ໄຫລຖ້ວມທີ່​ພຸ້ງ​ໃສ່." ດັ່ງ​ນັ້ນ ຊື່​ຂອງ​ສະ​ຖານ​ທີ່​ນັ້ນ​ຈຶ່ງ​ໄດ້​ປ່ຽນເປັນ ບາ​ອານ​ເປ​ຣາ​ຊິມ.
\v 21 ຄົນ​ຟີ​ລິດ​ສະ​ຕິນ​ໄດ້​ຖິ້ມ​ຮູບ​ເຄົາ​ລົບ​ທີ່​ນັ້ນ, ແລະ​ ດາ​ວິດ​ແລະ​ຄົນ​ຂອງ​ເພິ່ນ​ກໍ​ຂົນ​ເອົາ​ໄປ.
\s5
\v 22 ແລ້ວ​ຄົນ​ຟີ​ລິດ​ສະ​ຕິນ​ໄດ້​ຍົກ​ຂຶ້ນ​ມາ​ອີກ ແລະ ​ໄດ້​ຂະ​ຫຍາຍ​ແນວ​ອີກ​ຄັ້ງ​ຫນຶ່ງໃນ​ພູ​ເຂົາ​ເຣ​ຟາ​ອິມ.
\v 23 ດັ່ງ​ນັ້ນ​ດາ​ວິດ​ຊົງ​ໄດ້​​ສະ​ແຫວງ​ຫາ​ການ​ຊົງ​ຊ່ວຍ​ຈາກ​ພ​ຣະ​​ຢາ​ເວ ອີກ​ຄັ້ງ, ແລະ ​ພ​ຣະ​​ຢາ​ເວ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, "ເຈົ້າ​ຢ່າ​ຂື້ນ​ໄປ​ໂຈມ​ຕີ​ດ້ານ​ຫນ້າ​ຂອງ​ພວກ​ເຂົາ, ແຕ່​ຈົ່ງ​ອ້ອມ​ໄປ​ຂ້າງ​ຫລັງ​ຂອງ​ພວກ​ເຂົາ ແລະ ​ເຂົ້າ​ເຖິງ​ພວກ​ເຂົາ​ທາງ​ຫນ້າ​ຫມູ່​ຕົ້ນ​ມອນ.
\s5
\v 24 ​ເມື່ອ​ເຈົ້າ​ໄດ້​ຍິນ​ສຽງ​ຢ່າງ​ຢູ່​ເທິງ​ຕົ້ນ​ໄມ້​ໃນ​ສາຍ​ລົມ​ພັດ​ຜ່ານຍອດ​ຕົ້ນ​ມອນ​ແລ້ວ, ຈົ່ງ​ໂຈມຕີ​ເຂົ້າ​ໄປ​ດ້ວຍກອງ​ກຳ​ລັງ. ຈົ່ງ​ເຮັດ​ຢ່າງ​ນີ້​ເພາະ​ພ​ຣະ​​ຢາ​ເວ​ຈະ​ລົງ​ໄປ​ຂ້າງ​ຫນ້າ​ເຈົ້າ ເພື່ອ​ໂຈມ​ຕີ​ກອງ​ທັບ​ຂອງ​ຄົນ​ຟີ​ລິດ​ສະ​ຕິນ."
\v 25 ດັ່ງ​ນັ້ນ​ດາ​ວິ​ດ​ໄດ້​ຊົງ​ເຮັດ​ຕາມ​ທີ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ບັນ​ຊາ​ໄວ້. ​ເພິ່ນ​ໄດ້​ຊົງ​ສັງ​ຫານ​ຄົ​ນ​ຟີ​​ລິດສະ​ຕິນ​ຈາກ​ເມືອງ​ເກ​ບາ​ຈົນ​ເຖິງ​ເມືອງ​ເກ​ເຊ.
\s5
\c 6
\cl ບົດ​ທີ 6
\p
\v 1 ບັດ​ນີ້ດາ​ວິດ​ໄດ້​ຊົງລວບ​ລວມ​ຄົນ​ອິດ​ສະ​ຣາ​ເອນ​​ໄດ້ເລືອກເອົາ​ຜູ້​ເກັ່ງ​ກ້າ​ໃນ​ອິດ​ສະ​ຣາ​ເອນ​​ທັງ​ຫມົດ​ອີກ​ຄັ້ງ​ຫນຶ່ງ, ​ໄດ້​ສາມ​ຫມື່ນ​ຄົນ.
\v 2 ດາ​ວິດ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ​ ແລະ ໄດ້ໄປ​ກັບ​ປະ​ຊາ​ຊົນ​ທັງ​ຫມົດຂອງ​ເພິ່ນ ຜູ້ທີ່​ໄດ້​ຢູ່​ກັບ​ເພິ່ນທີ່​ໄດ້​ມາ​ຈາກ​ບາ​ອາ​ລາ​ໃນ​ຢູ​ດາຍ ເພື່ອ​ນຳ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້າ​ຂຶ້ນ​ມາ​ຈາກ​ທີ່​ນັ້ນ, ຊຶ່ງ​ໄດ້​ຮ້ອງ​ຕາມ​ພ​ຣະ​ນາມຂອງ​ພ​ຣະ​ຢາເ​ວ​ຈອມ​ໂຢທາ, ຜູ້​ປະ​ທັບ​ເຫນືອ​ພວກ​ເຄ​ຣຸບ.
\s5
\v 3 ​ພວກ​ເຂົາ​ກໍ​ໄດ້​ເອົາ​ລໍ້​​ຄັນໃຫມ່​ບັນ​ຈຸ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້າ. ພວກ​ເຂົາ​ໄດ້​ນຳ​ອອກ​ມາ​ຈາກ​ບ້ານ​ຂອງ​ອາ​ບີ​ນາ​ດາບ​, ຊຶ່ງ​ຢູ່​ເທິງ​ເນີນ​ພູ. ອຸດ​ຊາ ​ແລະ​ ອາ​ຮີໂອ, ​ພວກ​ລູກ​ຊາຍ​ຂອງ​ເຂົາ, ກໍ​ໄດ້​ຂັບ​ລໍ້​ຄັນ​ໃຫມ່​ນັ້ນ.
\v 4 ພວກ​ເຂົາ​ໄດ້​ນຳ​ລໍ້​ທີ່​ໄດ້​ບັນ​ທຸກ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້າ​ອອກ​ຈາກ​ບ້ານ​ຂອງ​ອາ​ບີ​ນາ​ດາບ​ຊຶ່ງ​ຢູ່​ເທິງ​ເນີນ​ພູ. ອາ​ຮີ​ໂອ​ໄດ້​ຍ່າງທາງ​ຫນ້າ​ຫີບ.
\v 5 ແລ້ວ​ດາ​ວິດ​ ແລະ​ທຸກ​ຄົນ​ຂອງ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ເລີ່ມ​ມ່ວນ​ຊື່ນ​ກັນ​ສະ​ເພາະ​ຕໍ່​ຫນ້າ​ພ​ຣະ​​ຢາ​ເວ, ໄດ້​ສະ​ເຫລີມ​ສະ​ຫລອງ​ກັນ​ດ້ວຍ​ເຄື່ອງ​ດົນ​ຕີ​ໄມ້, ດ້ວຍ​ພິນ, ດ້ວຍ​ພິນ​ໃຫຍ່, ດ້ວຍ​ສັນ​ກະ​ລໍ, ດ້ວຍກອງ, ແລະ ​​ກະຈັບປີ່.
\s5
\v 6 ເມື່ອ​ພວກ​ເຂົາ​ໄດ້​ມາ​ຮອດ​ລານ​ຟາດ​ເຂົ້າ​ນາ​ໂກນ, ເຫລົ່າ​ງົວ​ນັ້ນ​ກໍ​ໄດ້​ສະ​ດຸດ, ແລະ​ອຸດ​ຊາ​ກໍ​ໄດ້​ເດ່​ມີ​ື​ຂອງ​ເຂົາ​ອອກ​ໄປ​ຈັບ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້າ​ໄວ້, ແລະ ​ເຂົາ​ໄດ້​ຈັບ​ທັງ​ຫີບ​ໄວ້.
\v 7 ແລ້ວ​ພ​ຣະ​​ຢາ​ເວ​ກໍ​ໄດ້​ໂກດ​ຮ້າຍ​ອຸດ​ຊາ. ພ​ຣະ​ເຈົ້າ​ໄດ້​ຊົງ​ປະ​ຫານ​ເຂົາ​ທີ່​ນັ້ນ​ເພາະ​ຄວາມ​ຜິດ​ຂອງ​ເຂົາ. ອຸດ​ຊາ​ໄດ້​ຕາຍ​ທີ່​ຂ້າງຫີບພັນທະສັນຍາ​ຂອງ​ພ​ຣະ​ເຈົ້າ.
\s5
\v 8 ດາ​ວິດ​ກໍ​ໄດ້​ໃຈ​ຮ້າຍ ເພາະ​ພ​ຣະ​ເຢາ​ເວ​ໄດ້​ຊົງ​ປະ​ຫານ​ອຸດ​ຊາ, ແລະ ​ເພິ່ນໄດ້​ຮ້ອງ​ທີ່​ບ່ອນ​ນັ້ນ​ວ່າ ເປ​ເຣັດ​ອຸດ​ຊາ ສະ​ຖານ​ທີ່​ນັ້ນ​ກໍ​ໄດ້​ຊື່​ວ່າ ເປ​ເຣັດ​ອຸດ​ຊາມາ​ຈົນ​ເຖິງ​ທຸກວັນ​ນີ້.
\v 9 ໃນ​ວັນ​ນັ້ນ​ດາ​ວິດ​ກໍ​ໄດ້​ຊົງ​ຢ້ານ​ພ​ຣະ​ຢາ​ເວ. ເພິ່ນໄດ້​ກ່າວ​ວ່າ, "ເຮົາຈະນຳເອົາຫີບພັນທະສັນຍາຂອງພຣະຢາເວນີ້ໄປໄດ້ຢ່າງໃດ?"
\s5
\v 10 ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ບໍ່​ໄດ້​ຊົງ​ຍອມ​ນຳ​ຫີບພັນທະສັນຍາ​ຂອງ​ພ​ຣະ​​ຢາ​ເວ​ເຂົ້າ​ໄປ​ກັບ​ເພິ່ນ​ໃນ​ເມືອງ​ຂອງ​ດາ​ວິດ. ແຕ່​ເພິ່ນໄດ້​ຊົງ​ໃຫ້​ລ້ຽວ​ໄປ​ທີ່​ບ້ານ​ຂອງ​ໂອ​ເບັດ​ເອ​ໂດມ​ຊາວ​ເມືອງ​ກາດ.
\v 11 ຫີບ​ຂອງ​ພ​ຣະ​​ຢາ​ເວ​ກໍ​ໄດ້​ຢູ່​ທີ່​ບ້ານ​ຂອງ​ໂອ​ເບັດ​ເອ​ໂດມ​ຊາວ​ເມືອງ​ກາດ​ເປັນ​ເວ​ລາ​ສາມ​ເດືອນ. ດັ່ງ​ນັ້ນ​ພ​ຣະ​​ຢາ​ເວ​ກໍ​ໄດ້​ຊົງ​ອວຍ​ພອນ​ເຂົາ​ ແລະ​ ຄອບ​ຄົວ​ຂອງເຂົາ​ທຸກ​ຄົນ.
\s5
\v 12 ມີ​ຄົນ​ໄດ້​ໄປ​ບອກກະ​ສັດ​ດາ​ວິດ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ອວຍ​ພອນ​ຄອບ​ຄົວ​ຂອງ​ໂອ​ເບັດ​ເອ​ໂດມ ແລະ​ ທຸກ​ສິ່ງ​ທີ່​ເປັນ​ຂອງ​ເຂົາ​ເນື່ອງ​ດ້ວຍ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້າ. "ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ໄດ້​ຂຶ້ນ​ໄປ​ນຳ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້​ຈາກບ​້ານ​ຂອງ​ໂອ​ເບັດ​ເອ​ໂດມ​ເຖິງ​ເມືອງ​ຂອງ​ດາ​ວິດ​ດ້ວຍ​ຄວາມ​ຊື່ນ​ຊົມ​ຍິນ​ດີ.
\v 13 ເມື່ອ​ພວກ​ເຂົາ​ເຫລົ່າ​ນັ້ນ​ທີ່​ກຳ​ລັງ​ຫາມ​ຫີບ​ຂອງ​ພ​ຣະ​ຢາ​ເວ​ໄດ້​ຍ່າງ​ໄປ​ໄດ້​ຫົກ​ກ້​າວ, ເພິ່ນ​ກໍ​ໄດ້​ຊົງ​ຖວາຍ​ງົວ​ໂຕ​ຫນຶ່ງ​ ກັບ​ລູກ​ງົວ​ຕຸ້ຍ​ໂຕຫນຶ່ງ.
\s5
\v 14 ດາ​ວິດ​ກໍ​ໄດ້​ຊົງ​ເຕັ້ນ​ລຳ​ຕໍ່​ຫນ້າ​ພ​ຣະ​​ຢາ​ເວ ດ້ວ​ຍ​ສຸດ​ກຳ​ລັງ​ຂອງ​ເພິ່ນ; ເພິ່ນ​ໄດ້​​ສວມ​ພຽງ​ເສື້ອ​ປ່ານ​ເທົ່າ​ນັ້ນ.
\v 15 ດັ່ງ​ນັ້ນ​ດາ​ວິດ​ ແລະ​ ທຸກ​ຄົນ​ທັງ​ຫມົດ​ໃນເຮືອນຂອງ​ອິດ​ສະ​ຣາ​ເອນ ກໍ​ໄດ້​ນຳຫີບພັນທະສັນຍາຂອງ​ພ​ຣະ​​ຢາ​ເວ​ຂຶ້ນ​ມາ ດ້ວຍ​ສຽງ​ໂຮ່​ຮ້ອ​ງ ແລະ​ ດ້ວຍ​ສຽງ​ແກ​ທັງ​ຫລາຍ.
\s5
\v 16 ບັດ​ນີ້ຂະ​ນະ​ທີ່​ຫີບພັນທະສັນຍາຂອງ​ພ​ຣະ​ຢາ​ເວ​ໄດ້​ເຂົ້າ​ມາ​ຮອດ​ເມືອງ​ຂອງ​ດາ​ວິດ, ​ນາງມີ​ການ, ລູກ​ສາວ​ຂອງ​ກະ​ສັດ​ໂຊນ​, ກໍ​ໄດ້​ເບິ່ງ​ອອກ​ໄປ​ທີ່​ປ່ອງ​ຢ້ຽ​ມ. ນາງ​ໄດ້​ຊົງ​ເຫັນ​ກະ​ສັດ​ດາ​ວິດ​ຊົງ​ກຳ​ລັງ​​ໂດດ​ ແລະ ​​ກຳ​ລັງ​ເຕັ້ນ​ລຳ ​ຕໍ່​ຫນ້າ​ພ​ຣະຢາ​ເວ​. ແລ້ວ​ນາງ​ກໍ​ໄດ້​ດູ​ຖູກ​ດາ​ວິດ​ໃນ​ໃຈ.
\v 17 ພວກ​ເຂົາ​ໄດ້​ນຳ​ຫີບພັນທະສັນຍາ​ຂອງ​ພ​ຣະ​ຢາ​ເວ​ເຂົ້າ​ມາ​ຕັ້ງ​ໄວ້​ໃນ​ທີ່​ກຳ​ຫນົດ, ບ່ອນ​ກາງ​ເຕັ້ນ​ຊຶ່ງ​ດາ​ວິດ​ໄດ້​ຊົງ​ກຳ​ນົດ​ໄວ້ ແລ້ວ​ດາ​ວິດ​ກໍ​ໄດ້​ຊົງ​ຖ​ວາຍ​ເຄື່ອງ​ເຜົາ​ບູ​ຊາ. ​ແລະ ​ເຄື່​ອງ​ສັນ​ຕິ​ບູ​ຊາ​ຕໍ່​ຫນ້າ​ພ​ຣະ​​ຢາ​ເວ.
\s5
\v 18 ເມື່ອ​ດາ​ວິດ​ໄດ້​ຊົງ​ສຳ​ເລັດ​ການ​ຖ​ວາຍ​ເຄື່ອງ​ເຜົາ​ບູ​ຊາ​ ແລະ​ ເຄື່ອງ​ຖວາຍສາມັກຄີທຳແລ້ວ, ເພິ່ນ​ກໍ​ໄດ້​ຊົງ​ອວຍ​ພອນ​ປະ​ຊ​າ​ຊົນ​ໃນ​ພ​ຣະ​ນາມ​ຂອງ​ພຣະ​ຢາ​ເວ​ຈອມ​ໂຢທາ.
\v 19 ແລ້ວ​ເພິ່ນໄດ້​ຊົງ​ແຈກ​ເຂົ້າຈີ່ ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ, ຄື​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​​ທັງ​ຜູ້​ຊາຍ ​ແລະ​ ຜູ້​ຍິງ, ໃຫ້​​ເຂົ້າຈີ່ຄົນ​ລະ​ກ້ອນ, ຊີ້ນປີ້ງຜູ້ລະຕ່ອນ, ແລະ​​ເຄັກຫມາກລະແຊ້ງ​ຄົນ​ລະ​ກ້ອນ. ແລ້ວ​ປະ​ຊາ​ຊົນ​ທັງ​ປວງ​ຕ່າງ​ກໍ​ກັບ​ໄປ​ຍັງ​ບ້ານ​ຂອງ​ຕົນ.
\s5
\v 20 ​ແລ້ວ​ດາ​ວິດ​ກໍ​ໄດ​້​ຊົງ​ກັບ​ໄປ​ອວຍ​ພອນ​ແກ່​​ຄອບ​ຄົວ​ຂອງ​ເພິ່ນ. ແຕ່ນາງ​ມີ​ການ, ລູກ​ສາວ​ຂອງ​ກະສັດໂຊນ ໄດ້​ອອກ​ມາ​ພົບ​ດາ​ວິດ ​ແລະ​ ເວົ້າວ່າ, "ວັນ​ນີ້​ກະ​ສັດ​ແຫ່ງ​ອິດ​ສະ​ຣາ​ເອນ​ໄດ້​ກຽດ​ຕິ​ຍົດ​ອັນ​ຍິ່ງ​ໃຫຍ່​ເລີຍ, ຜູ້ໄດ້​ຊົງ​ແກ້​ເຄື່ອງ​ຂອງ​ທ່ານໃນວັນນີ້ຕໍ່ຫນ້າພວກສາວໃຊ້ຂອງລາວ, ຄືຄົນບ້າໃຫ້ກັບ​ຄົນ​ຮັບ​ໃຊ້​ຂອງຕົນເບິ່ງຢ່າ​ງ​ບໍ່​ອາຍ!"
\s5
\v 21 ດາ​ວິດ​ໄດ້​ຊົງ​ກ່າວ​ຕອບ​ນາງມີ​ການ​ວ່າ, "ເຮົາ​ໄດ້​ເຮັດ​ສິ່ງ​ນັ້ນ​ຕໍ່​ຫນ້າ​ພ​ຣະ​​ຢາ​ເວ, ຜູ້​ໄດ້​ຊົງ​ເລືອກ​ເຮົາ​ໄວ້​ເຫນືອ​ພໍ່​ຂອງ​ເຈົ້າ ແລະ ເຫນືອ​ຣາຊວົງ​ທັງ​ຫມົດ​ຂອງ​ເພິ່ນ, ຜູ້​ໄດ້​ຊົງ​ແຕ່ງ​ຕັ້ງ​ໃຫ້​ເຮົາ​ເປັນ​ຜ​ູ້​ນຳ​ເຫນືອ​ປະ​ຊາ​ຊົນ​ຂອງ​ພ​ຣະ​ຢາ​ເວ, ເຫນືອ​ອິດ​ສ​ະ​ຣາ​ເອນ. ຕໍ່​ຫນ້າ​ພ​ຣະ​​ຢາ​ເວ​ເຮົາ​ຈຶ່ງ​ຈະ​ຟ້ອ​ນ​ຢ່າງ​ນີ້​ຕໍ່​ໄປ!
\v 22 ເຮົາ​ຈະ​ຍອມ​ຖືກ​ດູ​ຖູກ​ຍິ່ງ​ກວ່າ​ນີ້, ແລະ ​ເຮົາ​ຈະ​ເປັນ​ຄົນ​ຕ່ຳ​ຕ້ອຍ​ໃນ​ສາຍ​ຕາ​ເຮົາເອງ. ແຕ່​ພວກ​ສາວ​ໃຊ້​ທີ່​ເຈົ້າ​ໄດ້​ເວົ້າ​ເຖິງ​ນັ້​ນ ສຳ​ລັບ​ພວກ​ເຂົາ, ເຮົາຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ກຽດ."
\v 23 ດັ່ງ​ນັ້ນ​ນາງມີ​ການ​, ລູກ​ສາວ​ຂອງ​ກະສັດໂຊນ​, ກໍ​ບໍ່​ມີ​ລູກ​ຈົນ​ເຖິງ​ມື້ຕາຍຂອງນາງ.
\s5
\c 7
\cl ​ບົດ​ທີ 7
\p
\v 1 ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ ຫລັງ​ຈາກ​ທີ່​ກະ​ສັດ​ໄດ້​ຢູ່​ໃນ​ວັງ​ຂອງ​ເພິ່ນ, ແລະ ​ຫລັງ​ຈາກ​ທີ່​ພ​ຣະ​​ຢາ​ເວ​ໄດ້​ຊົງ​ໃຫ້​ເພິ່ນ​ສະ​ງົບ​ຈາກ​ເຫລົ່າ​ສັດ​ຕູ​ຮອບ​ດ້ານ​ຂອງ​ເພິ່ນ,
\v 2 ກະ​ສັດ​ໄດ້​ກ່າວ​ກັບ​ຜູ້​ທຳ​ນ​ວາຍ​ນາ​ທານ​ວ່າ, "ຈົ່ງ​ເບິ່ງ​ເທີນ, ເຮົາ​ຢູ່​ໃນ​ວັງ​ທີ່​ເຮັດ​ດ້ວຍ​ໄມ້​ແປກ, ແຕ່​ຫີບພັນທະສັນຍາ​ຂອງ​ພ​ຣະ​ເຈົ້າ​ຊົງ​ຢູ່​ໃນ​ເຕັ້ນ."
\s5
\v 3 ແລ້ວ​ນາ​ທານ​ໄດ້​ຕອບ​ກະ​ສັດ​ວ່າ, "ຈົ່ງໄປ, ​ຊົງ​ເຮັດ​ທຸກ​ສິ່ງ​ຕາມ​ໃຈ​ຂອງ​ທ່ານ, ​ເພາະ​ພ​ຣະ​​ຢາ​ເວ​ຊົງ​ສ​ະ​ຖິດ​ກັບ​ທ່ານ."
\v 4 ແຕ່​ໃນ​ຄືນ​ດຽວ​ກັນ​ນັ້ນ ​ຄຳ​ສັ່ງ​ຂອງພ​ຣະ​ຢາ​ເວ​ໄດ້​ມາ​ເຖິງ​ນາ​ທານ, ກ່າວ​ວ່າ,
\v 5 "ຈົ່ງ​ໄປ ​ແລະ​ ບອກດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ວ່າ, 'ນີ້ແມ່ນ​ຣະ​ຢາ​ເວ​ກ່າວ​ດັ່ງ​ນີ້​ວ່າ: ເຈົ້າ​ຈະ​ສ້າງວິ​ຫານ​ໃຫ້​ເຮົາ​ຢູ່​ບໍ?
\s5
\v 6 ເພາະ​ເຮົາ​ບໍ່​ເຄີຍ​ຢູ່​ໃນ​ວິ​ຫານ​ນັບ​ແຕ່​ວັນ​ທີ່​ເຮົາ​ໄດ້​ນຳ​ຄອບ​ຄົວ​ອິດ​ສະ​ຣາ​ເອນ​ຂຶ້ນ​ມາ​ຈາກ​ເອ​ຢິບ​ຈົນ​ເຖິງວັນ​ນີ້, ແຕ່​ເຮົາ​ເອງ​ກໍ​ໄປ​ອາໄສຢູ່ຫໍ​ເຕັ້ນ​, ແລະ ​ຫໍ​​ສັກ​ສິດ.
\v 7 ໃນ​ທີ່​ຕ່າງໆທີ່​ເຮົາ​ໄດ້​ໄປ​ກັບ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ, ເຮົາ​ເຄີຍ​ເວົ້າ​ກັບ​ຜູ້​ນຳ​ຄົນ​ໃດ​ຂອງ​ຄົ​ນ​ອິດ​ສະ​ຣາ​ເອນ, ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເຂົາ​ລ້ຽງ​ດູ​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ, ​ເວົ້າ​ວ່າ,"ເປັນ​ຫຍັງ​ພວກ​ເຈົ້າ​ບໍ່​ສ້າງວິ​ຫານ​ໄມ້​ແປກ​ໃຫ້​ເຮົາ​?'""
\s5
\v 8 ສ​ະ​ນັ້ນບັດ​ນີ້, ຈົ່ງ​ໄປ​ບອກ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ວ່າ, "ນີ້​ຄື​ທີ່​ພ​ຣະ​ຢາ​ເວ​ຈອມ​ໂຢທາໄດ້​ກ່າວ​ດັ່ງ​ນີ້​ວ່າ: 'ເຮົາ​ໄດ້​ນຳ​ເຈົ້າ​ມາ​ຈາກ​ທົ່ງຫ​ຍ້າ, ຈາກ​ການ​ຕາມ​ຝູງ​ແກະ, ເພື່ອ​ໃຫ້​ເຈົ້າ​ເປັນ​ຜູ້​ນຳ​ເຫນືອ​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ.
\v 9 ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ທຸກ​ແຫ່ງ​ທີ່​ເຈົ້າ​ໄປ. ເຮົາ​ໄດ້​ກຳ​ຈັດ​ສັດ​ຕູ​ຂອງ​ເຈົ້າ​ທັງ​ຫມົດ​ໃຫ​້​ພົ້ນ​ຫນ້າ​ເຈົ້າ. ແລະ​ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຊື່​ສຽງ​ໂດ່ງ​ດັງ, ເຊັ່ນ​ດຽວ​ກັບ​ຊື່​ສຽງ​ພວກ​ຜູ້​ຍິ່ງ​ໃຫຍ່​ໃນ​ໂລກ.
\s5
\v 10 ເຮົາ​ຈະແຕ່ງຕັ້ງ​ສະຖານທີ່​ຫນຶ່ງ​ໃຫ້​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ ແລະ ​ເຮົາ​ຈະ​ກໍ່​ຕັ້ງ​ພວກ​ເຂົາ​ໄວ້, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຢູ່​ໃນ​ທີ່​ຂອງ​ພວກ​ເຂົາ​ເອງ​ ແລະ​ ບໍ່​ຖືກ​ລົບ​ກວນ​ອີກ​ຕໍ່​ໄປ. ພວກ​ປະ​ຊາ​ຊົນ​ຈະ​ຢູ່​ຢ່າງ​ບໍ່​ມີ​ການ​ກົດ​ຂີ່​ຂົ່ມ​ເຫັງ​ພວ​ກ​ເຂົາ​ອີກ, ​ດັ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໃນ​ເວ​ລາ​ທີ່​ຜ່ານ​ມາ,
\v 11 ດັ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ຕັ້ງ​ແຕ່​ສະ​ໄຫມ​ເມື່ອ​ເຮົາ​ໄດ້​ບັນ​ຊາ​ໃຫ້​ຜູ້ປົກຄອງໄດ້​ເຮັດ​ເຫນືອ​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ. ບັດ​ນີ້ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຢຸດ​ພັກ​ສະ​ງົບ​ຈາກ​ບັນ​ດາ​ສັດ​ຕູ​ຂອງ​ເຈົ້າ. ຍິ່ງ​ໄປ​ກວ່າ​ນັ້ນ, ເຮົາ​ເອງ, ພ​ຣະ​ຢາ​ເວ​ປະ​ກາດ​ກັບ​ພວກ​ເຈົ້າ​ວ່າ​ເຮົາ​ຈະ​ສ້າງ​ເຊື້ອ​ສາຍ​ໃຫ້​ເຈົ້າ.
\s5
\v 12 ເມື່ອ​ວັນ​ຂອງ​ເຈົ້າ​ຄົບ​ສົມ​ບູນ​ແລ້ວ ແລະ​ເຈົ້າ​ໄດ້​ຕາຍ​ໄປ​ຢູ່​ນຳ​ບັນ​ພະ​ບູ​ລຸດ​ຂອງ​ເຈົ້າ, ເຮົາ​ຈະ​ຍົກ​ຄອບ​ຄົວ​ຂອ​ງ​ເຈົ້າ​ຄົນ​ຫນຶ່ງ​ສືບ​ຕໍ່​ຈາກ​ເຈົ້າ, ຜູ້​ຊຶ່ງ​ເກີດ​ມາ​ຈາກ​ຕົວ​ເຈົ້າ​ເອງ, ແລະ ​ເຮົາ​ຈະ​ສ້າງ​ອາ​ນາ​ຈັກ​ຂອ​ງ​ເຂົາ.
\v 13 ເຂົາ​ຈະ​ເປັນ​ຜູ້​ສ້າງວິ​ຫານ​ເພື່ອ​ນາມ​ຂອງ​ເຮົາ, ແລະ ​ເຮົາ​ຈະ​ໃຫ​້​ບັງ​ລັງ​ແຫ່ງ​ອາ​ນາ​ຈັກ​ຂອງ​ເຂົາ​ໃຫ້​ຢູ່​ປົກ​ຄອງ​ຕະ​ຫລອດ​ໄປ.
\v 14 ເຮົາ​ຈະ​ເປັນ​ພໍ່​ເຂົາ, ແລະ ​ເຂົາ​ຈະ​ເປັນ​ລູກ​ຊາຍ​ຂອງ​ເຮົາ. ຖ້າ​ເຂົາ​ເຮັດ​ບາບ, ເຮົາຈະ​ຕີ​ສອ​ນ​ເຂົາ​ດ້ວຍ​ໄມ້​ຂອງ​ມະ​ນຸດ​ ແລະ ດ້ວຍ​ການ​ຂ້ຽນຕີ​ຢ່າງ​ລູກ​ຂອງ​ມະ​ນຸດ​ທັງ​ຫລາຍ.
\s5
\v 15 ແຕ່​ຄຳ​ສັນ​ຍາ​ຄວາມ​ສັດ​ຊື່​ຫມັ້ນ​ຄົງ​ຂອງ​ເຮົາ​ຈະ​ບໍ່​ຫນີ​ໄປ​ຈາກ​ເຂົາ​, ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​​ໂຊນ, ຜູ້​ຊຶ່ງ​ເຮົາ​ໄດ້​ເຮັດ​ຕໍ່​ຫນ້າ​ເຈົ້າ.
\v 16 ເຊື້ອ​ສາຍ​ຂອງ​ເຈົ້າ​ ແລະ​ ອາ​ນາ​ຈັກ​ຂອງ​ເຈົ້າ​ຈະ​ຕັ້ງ​ຫມັ້ນ​ຢູ່​ຕໍ່​ຫນ້າ​ເຈົ້າ​ຕະຫລອດໄປ ແລະ​ ບັນ​ລັງ​ຂອງ​ເຈົ້າ​ຈະ​ຫມັ້ນ​ຄົງ​ຕະຫລອດໄປ."
\v 17 ນາ​ທານ​ກໍ​ໄດ້​ບອກດາ​ວິດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນີ້​ທັງ​ຫມົດ​, ແລະ ​ເຂົາ​ໄດ້​ບອກ​ດາ​ວິດ​ຕາມ​​ທີ່​ພ​ຣະ​ເຈົ້​າສຳ​ແດງນີ້​ທັງ​ຫມົດ.
\s5
\v 18 ​ແລ້​ວ​ກະ​ສັດ​ດາ​ວິດ​ຈຶ່ງ​ໄດ້​ໄປ​ຢູ່​ຕໍ່​ຫນ້າພ​ຣະ​​ຢາ​ເວ ແລະ​ ໄດ້​ເວົ້າ​ວ່າ “ຂ້າ​ແດ່ພ​ຣະ​ເຈົ້າ, ພ​ຣະ​ເຈົ້າ​ຢາ​ເວ, ຂ້າ​ນ້ອຍ​ເປັນ​ໃຜ​, ແລະ ​ເຊື້ອ​ສາຍ​ຂ້າ​ນ້ອຍ​ເປັນ​ໃຜທີ່ພ​ຣະ​ອົງ​ໄດ້​ຊົງ​ນຳ​ຂ້າ​ນ້ອຍ​ມາ​ຮອດ​ຈຸດ​ນີ້?
\v 19 ບັດ​ນີ້​ສິ່ງ​ນີ້​ກໍ​ຍັງ​ເປັນ​ສິ່ງ​ເລັກ​ນ້ອຍ​, ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ, ພ​ຣະ​ເຈົ້າ​ຢາ​ເວ​. ທ່ານກ່າວ​ເຖິງ​ເຊື້ອ​ສາຍ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃນ​ອາ​ນາ​ຄົດ, ແລະ ​ໄດ້​ໃຫ້​ຂ້າ​ນ້ອຍ​ໄດ້​ຮັບ​ຮູ້​ເຖິງ​ຊົນ​ໃນ​ຮຸ້ນ​ຕໍ່​ໄປ​ໃນ​ອາ​ນາ​ຄົດ ຂ້​າ​ແຕ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​​ຢາ​ເວ!
\v 20 ຂ້າ​ພນ້ອຍ, ດາ​ວິດ​, ຈະ​ທູນ​ຂໍສິ່ງ​ໃດ​ອີກ​ຕໍ່​ພ​ຣະ​ອົງ​ໄດ້​ອີກ? ພ​ຣະ​ອົງ​ຊົງ​ຍົກ​ຍ້ອງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ຂ້າ​ແຕ່​ພ​ຣ​ະຢາ​ເວ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ.
\s5
\v 21 ເພື່ອ​ເຫັນ​ແກ່​ຄຳ​ສັ່ງ​ຂອງ​ພ​ຣະ​ອົງ, ​ແລະ​ເພື່ອ​ໃຫ​້​ສຳ​ເລັດຕາມ​ປະ​​ສົງ​ຂອງ​ພ​ຣະ​ອົງເອງ, ພ​ຣະ​ອົງ​ຊົງ​ເຮັດ​ສິ່ງ​ໃຫຍ່​ນີ້​ທັງ​ຫມົດ ແລະ ​ໄດ້​ຊົງ​ເປີດ​ເຜີຍ​ໃຫ​້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\v 22 ສະ​ນັ້ນ ພ​ຣະ​ອົງ​ຊົງ​ຍິ່ງ​ໃຫຍ່, ພ​ຣະ​ເຈົ້າ​ຢາ​ເວ​, ພ​ຣະ​ຜູ້​ເປັນ​ເຈົ້າບໍ​່ມ​ີ​ໃຜ​ສະ​ເຫມີ​​ເຫມືອນ​ພ​ຣະ​ອົງ, ແລະ​ ບໍ່​ມີ​ພ​ຣະ​ເຈົ້າ​ໃດອີກນອກ​ເຫນືອ​ພ​ຣະ​ອົງ, ຕາມ​ທີ່​ຫູ​ຂອງ​ພວກ​ຂ້າ​ນ້ອຍໄດ້​ຍິນ​ມາ.
\v 23 ຊົນ​ຊາດ​ໃດ​ຈະ​ຄື​ອິດ​ສະ​ຣາ​ເອນ​, ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ? ຊົນ​ຊາດ​ດຽວ​ໃນ​ໂລກ​ທີ່​ພ​ຣະ​ອົງຊົງໄຖ່ເອົາມາຈາກການເປັນທາດຮັບໃຊ້, ເພື່ອ​ໃຫ້​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ​ຮັບ​ກຽດ, ເພື່ອ​ຊົງ​ເຮັດ​ສິ່ງ​ຍິ່ງ​ໃຫຍ່​ ແລະ ​ການ​ກະທຳທີ່ເປັນຫນ້າຢຳເກງ​ນັ້ນ​ສຳ​ລັບ​ແຜ່ນ​ດິນ​ຂອງ​ພ​ຣ​ະ​ອົງ. ພ​ຣະ​ອົງ​ໄດ້​ຊົງ​ຂັບ​ໄລ່​ຊົນ​ຊາດ​ຕ່າງໆ ແລະ ​ບັນ​ດາ​ພ​ະ​ຕ່າງໆຂອງ​ພວກ​ເຂົາ​ໃຫ້​ພົ​້ນ​ຫນ້າ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ, ຊຶ່ງ​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ອອກ​ຈາກ​ເອ​ຢິບ.
\s5
\v 24 ​ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ອິດ​ສະ​ຣາ​ເອນ​ໃຫ້​ເປັນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ນິ​ລັນ​ດອ​ນ, ແລະ ພຣະອົງ, ​ພ​ຣ​ະ​ຢາ​ເວ, ​ກໍ​ໄດ້​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ພວກ​ເຂົາ.
\v 25 ບັດ​ນີ້, ຂ້າ​ແຕ່​ພ​ຣະ​​ຢາ​ເວ, ​ພ​ຣະ​ເຈົ້າ, ຂໍ​ໃຫ້​ຄຳ​ສັນ​ຍາ​ທີ່​ພ​ຣະ​ອົງ​ໄດ້​ກ່າວ​ໄວ້​ກ່ຽວ​ກັບ​ຜູ້​ຮັ​ບ​ໃຊ້​ຂອງ​ພ​ຣະ​ອົງ ແລະ​ ຄອບຄົວຂອງ​ເຂົາ​ນັ້ນ​ຫມັ້ນ​ຄົງ​ຢູ່ຕະຫລອດໄປ. ຂໍ​ຊົງ​ເຮັດ​ດັງ​ທີ່​ພ​ຣະ​ອົງ​ໄດ້​ກ່າວ​ໄວ້​ນັ້ນ.
\v 26 ຂໍ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ​ຍິ່ງ​ໃຫຍ່​ຕະ​ຫລອດ​ນິ​ລັນ​ດອນ, ເພື່ອ​ປະ​ຊາ​ຊົນ​ຈະ​ໄດ້​ກ່າວ​ວ່າ, "ພ​ຣະ​ເຈົ້າ​ຢາ​ເວ​ຈອມ​ໂຢທາ ເປັນ​ພ​ຣະ​ເຈົ້າ​ຂອງ​ອິດ​ສະ​ຣາ​ເອນ" ຂະ​ນະ​ທີ່​ເຊື້ອ​ສາຍ​ຂອງ​ດາ​ວິດ, ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຈະ​ຕັ້ງ​ຫມັ້ນ​ຄົງ​ຢູ່​ຕໍ່​ຫນ້າ​ພ​ຣະ​ອົງ.
\s5
\v 27 ເພາະ​ພ​ຣະ​ອົງ, ພ​ຣະ​ເຈົ້າ​ຢາ​ເວ​ຈອມ​ໂຢທາ, ພ​ຣະ​ເຈົ້າ​ຂອງ​ອິດ​ສະ​ຣາ​ເອນ, ໄດ້​ຊົງ​ສຳ​ແດງ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​. ວ່າ​ພ​ຣະ​ອົງ​ຈະ​ສ້າງ​ເຊື້ອ​ສາຍ​ໃຫ້​ເຂົາ​ນັ້ນ​ເປັນ​ເຫດ​ວ່າ, ຂ້າ​ນ້ອຍ, ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຈຶ່ງ​ມີ​ໃຈ​ກ້າ​ຫານ​ຕໍ່​ພ​ຣະ​ອົງ.
\v 28 ບັດ​ນີ້, ຂ້າ​ແຕ່​ພ​ຣະ​​ຢາ​ເວ​, ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ, ພ​ຣະ​ອົງ​ຊົງ​ເປັນ​ພ​ຣະ​ເຈົ້າ, ແລະ ​ຖ້ອຍຄຳຂອງ​ພ​ຣະ​ອົງ​ຊົ​ງວາງ​ໃຈ​ໄດ້, ແລະ ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ສັນ​ຍາ​ທີ່​ດີ​ນີ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ.
\v 29 ສະ​ນັ້ນ, ບັດ​ນີ້ ຂໍ​ຊົງ​ອວຍ​ພອນ​ເຊື້ອ​ສາຍ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ເພື່ອ​ໃຫ້​ດຳ​ເນີ​ນ​ຢູ່​ຕໍ່​ຫນ້າ​ພ​ຣະ​ອົງ​ຕະຫລອດໄປ. ເພາະ​ຂ້າ​ແຕ່​ພ​ຣະ​ຢາ​ເວ, ພ​ຣະ​ຜູ້​ເປັນ​ເຈົ້າ ໄດ້​ກ່າວ​ສິ່ງ​ເຫລົ່າ​ນີ້​ແລ້ວ, ແລະ​ ດ້ວຍ​ພ​ຣະ​ພອນ​ຂອງ​ພ​ຣະ​ອົງ ກໍ​ຂໍ​ໃຫ້​ເຊື້ອ​ສາຍ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໄດ້​ຮັບ​ພ​ຣະ​ພອນ​ຕະຫລອດໄປເປັນ​ນິດ."
\s5
\c 8
\cl ບົດ​ທີ 8
\p
\v 1 ຕໍ່​ມາ​ເຫດ​ການນີ້​ກໍ​ໄດ​້​ເກີດ​ຂຶ້ນ ດາ​ວິດ​ໄດ້​ໂຈມ​ຕີ​ຄົນ​ຟີ​​ລິດ​ສະ​ຕີນ ແລະ​ ໄດ້​ເອົາຊະນະ​ພວກ​ເຂົາ. ດັ່ງ​ນັ້ນ​ດາ​ວິດ​ໄດ້​ຍຶດ​ເມືອງ​ກັນ ​ແລະ ​ຫມູ່​ບ້ານ​ຕ່າງໆຈາກ​ການ​ຄວບ​ຄຸມ​ຂອງ​ຄົນ​ຟີ​ລິດ​ສະ​ຕິນ.
\s5
\v 2 ​ແລ້ວເພິ່ນ​ຊົງ​ເອົາຊະນະ​ຄົນ​ໂມ​ອາບ ​ແລະ ​ໄດ້​ບັງຄັບຄົນ​ຂອງ​ພວກ​ເຂົ​າ ​ໃຫ້ລຽນ​​ເປັນ​ແຖວຫນຶ່ງ ​ໂດຍໃຫ້​ພວກ​ເຂົາ​ນອນ​ລົງ​ພື້ນ​ດິນ. ເພິ່ນໄດ້​ແບ່ງ​ພວກ​ເຂົາ​ອອກ​ເປ​ັນ​ສອງ​ແຖວ​ເພື່ອ​ຂ້າ​, ແລະ ​ອີກ​ແຖວ​ຫນຶ່ງ​ໃຫ້ໄວ້​ຊີ​ວິດ. ດັ່ງ​ນັ້ນ​ຄົນ​ໂມ​ອາບ​ກໍ​ໄດ້​ກາຍ​ເປັນ​ຂ້າ​ຮັບ​ໃຊ້​ຂອງ​ດາ​ວິດ ແລະ ໄດ້​ເລີ່ມ​ນຳ​ເຄື່ອງ​ມາ​ຖວາຍ​ເພິ່ນ.
\s5
\v 3 ແລ້ວ​ດາ​ວິດ​ໄດ້​ໂຈມ​ຕີ​ຮາ​ດາເດ​ລູກ​ຊາຍ​ຂອງ​ເຣ​ໂຮບ, ກະ​ສັດ​ເມືອງ​ໂຊບາ, ທີ່​ກະ​ສັດ​ຮາ​ດາເດ​ໄດ້​ເດີນທາງໄປ​ຟື້ນ​ຟູ​ອຳ​ນາດ​ຂອງ​ເພິ່ນ​ທີ່ແຄມ​ແມ່​ນ້ຳ​ເອີຟຣັດ.
\v 4 ດາ​ວິດ​ໄດ້​ຍຶດ​ລົດ​ມ້າ ຫນຶ່ງ​ພັນ​ເຈັດ​ຮ້ອຍ​ຄັນ ແລະ​ ທະ​ຫານ​ສອງ​ຫມື່ນ​ຄົນ​ຈາກ​ເຂົາ. ດາ​ວິດ​ໄດ້​ຕັດ​ເອັນ​ມ້າ​ລົດ​ເສິກ​ທັງ​ຫມົດ, ແຕ່ໃຫ້​ເຫລື​ອພຽງ​ພໍ​​ໄວ້ ແກ່​ລົດ​ມ້າ​ຕີ​ເສິກ​ແຕ່​ຫນຶ່ງ​ຮ້ອຍ​ຄັນ.
\s5
\v 5 ເມື່ອ​ຄົນ​ອາ​ຣາມ ຊາວ​ເມືອງ​ດາ​ມັສ​ກັດ​ໄດ້​ມາ​ຊ່ວຍ​​ຮາ​ດາ​ເດ​ເຊແຫ່ງ​ໂຊ​ບາ, ດາ​ວິດ​ກໍ​ໄດ້​ຂ້າ​ຄົນ​ອາ​ຣາມ​ຊາວ​ສອງ​ພັນ​ຄົນ.
\v 6 ແລ້ວກະສັດດາວິດກໍໄດ້ຕັ້ງຄ້າຍທະຫານໄວ້ໃນດິນແດນຂອງ​ອາ​ຣາມ ຊາວ​ເມືອງ​ດາ​ມັສ​ກັດ​, ແລະ ພວກເຂົາຈຶ່ງ​ຕົກ​ລົງ​ຢູ່​ໃຕ້​ອຳ​ນາດ​ກາຍເປັນຂ້າທາດ ແລະ ຍອມເສຍສວຍໃຫ້ເພິ່ນ. ພຣະຢາເວໄດ້ໃຫ້ດາວິດໄດ້​ຮັບ​ໄຊ​ຊະ​ນະ​ທຸກ​ບ່ອນ​ທີ່​ເພິ່ນ​ໄປ​ສູ້​ຮົບ.
\s5
\v 7 ດາ​ວິດ​ໄດ້​ຢຶດເອົາໂລ້​ປ້ອງກັນທ​ອງ​ຄຳ ​ທີ່​ທະ​ຫານ​ຂອງ​ຮາ​ດາເດ​ເຊ​ຖືນັ້ນ ​ແລະ ​ໄດ້​ນຳ​ທາງພວກເຂົາ​ໄປ​ນະຄອນເຢ​ຣູ​ຊາ​ເລັມ.
\v 8 ຈາກ​ເມືອງ​ເບຕາ ​ແລະ​ ​ເມືອງ​ເບໂຣໄທ, ເມືອງ​ຕ່າງໆຂອງ​ຮາ​ດາເດ​ເອ​ເຊ, ກະ​ສັດ​ດາ​ວິດ​ໄດ້​ຢຶດ​ເອົາ​ທອງ​ສຳ​ຣິດ​ຈຳ​ນວນ​ຫລາຍ.
\s5
\v 9 ເມື່ອ​ໂຕ​ອີ​, ກະສັດແຫ່ງ​ຮາ​ມັດ​, ໄດ້​ຍິນວ່າດາ​ວິດ​ໄດ້​ຕີ​ເສິກ​ຊະ​ນະ​ກອງ​ທັບ​ທັງ​ຫລາຍ​ຂອງ​ຮາ​ດາ​ເດ​ເຊ,
\v 10 ໂຕ​ອີ​ໄດ້​ສົ່ງ​ໂຢຣາມ​ລູກຊາຍຂອງເພິ່ນ​​ໄປ​ເຝົ້າ​ກະ​ສັດ​ດາ​ວິດ ເພື່ອ​ຖວາຍ​ຄຳ​ນັບ ​ແລະ​ ຖວາຍ​ພ​ະ​ພ​ອນ​ຂອງເພິ່ນ, ​ເພາະດາ​ວິດ​ໄດ້​ຊົງ​ຕີ​ເສິ​ກ​ກັບ​ຮາ​ດາ​ເດ​ເຊ, ແລະ​ ໄດ້​ປາບ​ປາມ​ເຂົາ​ລົງ​ໄດ້, ແລະ ​ເພາະ​ວ່າ​​ຮາ​ດາ​ເດ​ເຊ​ໄດ້​ເຮັດ​ສົງ​ຄາມ ​ກັບໂຕ​ອີ. ​ຮາ​ກີ​ໂດ​ຣັມ​ກໍ​ໄດ້​ນຳ​ຊັບສິນ​ເງິ​ນ, ​ຄຳ, ແລະ ​ທອງ​ສຳ​ຣິດ​ໄປ​ຖວາຍ​ເພິ່ນ​ດ້ວຍ.
\s5
\v 11 ກະ​ສັດ​ດາ​ວິດ​ໄດ້​ມອບ​ຖວາຍ​ສິ່ງ​ເຫລົ່າ​ນີ້​ແດ່​ພ​ຣະ​​ຢາ​ເວ, ພ້ອມ​ກັບ​ເງິນ​ ແລະ​ ທອງ​ຄຳ​ຈາກ​ປະຊາຊາດ​ທັງ​ຫລາຍ​ທີ່​ເພິ່ນໄດ້ຮັບ​ໄຊ​ຊະ​ນະ -
\v 12 ນັບ​ຕັ້ງ​ແຕ່​ເອໂດມ, ໂມ​ອາບ, ພວກ​ປະ​ຊາ​ຊົນ​ຂອງ​ອຳ​ໂມນ, ຄົນ​ຟີ​ລິດ​ສະ​ຕິນ, ແລະ ​ອາ​ມາ​ເຫລັກ, ແລະ​ ດ້ວຍສິນຄ້າທັງຫມົດ​ທັງ​ຫມົດ​ທີ່ໄດ້​ຢຶດ​ມາ​ຈາກ​ຮາ​ດາເດ​ເຊ ລູກຊາຍ​ຂອງ​ເຣ​ໂຮບ, ກະ​ສັດ​ແຫ່ງ​ໂຊບານັ້ນດ້ວຍ.
\s5
\v 13 ຊື່​ຂອງ​ດາ​ວິດ​ໄດ້​ຊ່າ​ລື​​ກັນ​ໄປ​ເມື່ອ​ເພິ່ນຊົງ​ມີ​ໄຊ​ຊະ​ນະ​ເຫນືອ​ພວກ​ອາ​ຣາມ ​ໃນ​ພູ​ເຂົາ​ແຫ່ງ​ເກືອ, ທີ່​ມີ​ຈຳ​ນວນ​ເຖິງ​ຫນຶ່ງ​ຫມື່ນ​ແປດ​ພ​ັນ​ຄົນ.
\v 14 ເພິ່ນ​ໄດ້ຕັ້ງ​ກອງ​ທັບ​ທະ​ຫານ​ຮັກ​ສາ​ ຢູ່​ທົ່ວ​ເມືອງ​ເອ​ໂດມ​, ແລະ ​ຄົນ​ເອ​ໂດມ​ທັງ​ຫລາຍ​ກໍ​ເປັນ​ຂ້າ​ຮັບ​ໃຊ້​ຂອງ​ດາ​ວິດ. ພຣະ​ຢາ​ເວ​ໄດ້​ປຣະ​ທານ​ໄຊ​ຊະ​ນະ​ໃຫ​້​ແກ່​ດາ​ວິດ​ໃນ​ທຸກ​ແຫ່ງ​ທີ່​ເພິ່ນ​ໄດ້​ໄປ.
\s5
\v 15 ​ດາ​ວິດ​ໄດ້​ຊົງ​ປົກ​ຄອງ​ອິດ​ສະ​ຣາ​ເອນ​ທ​ັງ​ຫລາຍ, ແລະເພິ່ນ​ໄດ້​ເຮັດ​ຄວາມ​ຍຸດ​ຕິ​ທຳ​ແກ່​ຊົນ​ຊາດ​ຂອງ​ເພິ່ນ​ທັງ​ຫລາຍ.
\v 16 ໂຢ​ອາບ​ລູກ​ຊາຍ​ຂອງ ​ນາງ​ເຊ​ຣູ​ອີ​ຢາ​ໄດ​້​ເປັນ​ແມ່​ທັບ, ແລະ​ເຢ​ໂຮ​ຊາ​ຟັດ​ລູກ​ຊາຍ​ຂອງ​ອາ​ຮີລຸດ​ໄດ້​ເປັນ​ເຈົ້າ​ຫນ້າ​ທີ່​ຜູ້​ຈົດ​ບັນ​ທຶກ.
\v 17 ຊ​າ​ດົກ​ລູກ​ຊາຍ​ຂອງ​ອາຮີລຸດ ແລະ ອາ​ຮິ​ເມ​ເຫລັກ​ລ​ູກ​ຊາຍ​ຂອງ​ອາ​ບີ​ອາ​ທາໄດ້​ເປັນ​ປະ​ໂຣ​ຫິດ, ແລະ​ເສ​ຣາອີຢ​າ​ເປັນ​ເລຂາທິການ.
\v 18 ເບ​ເນ​ອີຢາລູກຊາຍ​ຂອງ​ເຢ​ໂຮຍ​ອາ​ດາ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຄົນ​ເລວີ ​ແລະ​ຄົນ​ເປ​ເລັດ, ແລະ​ບັນ​ດາ​ລູກຊາຍ​ຂອງ​ດາ​ວິດ​ໄດ້​ເປັນ​ບັນ​ດາ​ຫົວ​ຫນ້າ​ທີ່​ປຶກ​ສາ​ຂອງ​ກະ​ສັດ.
\s5
\c 9
\cl ບົດ​ທີ 9
\p
\v 1 ດາ​ວິດ​ໄດ້​ເວົ້​າ​ວ່າ​, "ຍັງ​ມີເຊື້້ອສາຍຜູ້ໃດຂອງ​ໂຊນ​ເຫລືອ​ຢູ່​ເພື່ອ​ທີ່​ເຮົາ​ຈະ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ແກ່​ຜູ້ນັ້ນ​ໂດຍ​ເຫັນ​ແກ່​ໂຢ​ນາ​ທານ​?"
\v 2 ມີຄົນ​ຮັບ​ໃຊ້​ໃນ​ເຊື້້ອສາຍຂອງ​ໂຊນ​ຄົນ​ຫນຶ່ງ ທີ່ຊື່ວ່າ​ຊີ​ບາ, ແລະ ​ພວ​ກເຂົາ​ໄດ້​ເອີ້ນ​ເຂົາ​ມາ​ພົບ​ດາ​ວິດ. ກະ​ສັດ​ໄດ້​ເວົ້າ​ກັບ​ເຂົາ​ວ່າ, "ເຈົ້າ​ຄື​ຊີບາ​ບໍ?" ເຂົ​າ​ໄດ້​​ຕອບ​ວ່າ, "ແມ່ນ. ຂ້າ​ນ້ອຍ​ຄື​ຜູ້​ຮັບ​ໃຊ້​ຂອງ​ທ່ານ." ດັ່ງ​ນັ້ນ
\s5
\v 3 ດັ່ງນັ້ນກະ​ສັດ​ຈຶ່ງ​ເວົ້າ​ວ່າ, "ບໍ່​ມີ​ໃຜ​ໃນ​ເຊື້ອສາຍຂອງໂຊນ​ເຫລືອ​ຢູ່​ແລ້ວບໍ ​ຜູ້​ທີ່​ເຮົາອາດ​ຈະສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ​ຕໍ່​ເຂົາ?" ຊີ​ບາ​ໄດ້​ຕອບກະ​ສັດ​ວ່າ, "ໂຢ​ນາ​ທານ​ຍັງ​ມີ​ລູກຊາຍເຫລືອ​ຢູ່​ອົງ​ຫນ​ຶ່ງ, ຜູ້ທີ່​ຕີນ​ຂອງ​ລາວ​ພິ​ການ."
\v 4 ກະ​ສັດ​ໄດ້​ຖາມ​ເຂົາ​ວ່າ, "ເຂົາ​ຢູ່​ໃສ?" ຊີ​ບາ​ຈຶ່ງ​ໄດ້​ຕອບ​ກະ​ສັດ​ວ່າ, "ເຂົາ​ຢູ່​ໃນ​ບ້ານ​ຂອງ​ມາ​ກີລູກຊາຍ​ຂ​ອງ​ອຳ​ມີ​ເອນ ໃນ​ເມືອງ​ໂລ​ເດ​ບາ."
\s5
\v 5 ແລ້ວ​ກະ​ສັດ​ດາ​ວິ​ດ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເຂົາ​ມາ​ຈາກ​ບ້ານ​ຂອງ​ມາ​ກີ​​ລູກ​ຊາຍ​ຂອງ​ອຳ​ມີ​ເອນ ທີ່​ໂລ​ເດ​ບາ.
\v 6 ດັ່ງ​ນັ້ນເມ​ຟີ​ໂບ​ເຊັດ​ລູກຊາຍ​ຂອງ​ໂຢ​ນາ​ທານ ​ລູກຊາຍຂອງ​ກະສັດໂຊນ, ​ກໍ​ໄດ້​ມາ​ເຝົ້າ​ດາ​ວິດ​ ແລະ ​ຄຸກ​ເຂົ່າ​ກົ້​ມ​ຫນ້າ​ລົງ​ພື້ນ​ເພື່ອ​ນົບ​ດາ​ວິດ ດາ​ວິດ​ຕອບ​ວ່າ, "ນີ້​ແມ່ນເມ​ຟີ​ໂບ​ເຊັດຫວ່າ​​ນິ." ເຂົາ​ໄດ້​ຕອບ​ວ່າ. "ໂອເບິ່ງ​ແມ​, ພ​ຣ​ະ​ເຈົ້າ​ຂອງ​ຂ້ານ້ອຍ, ຂ້າ​ນ້ອຍ​ເປັນ​ຜູ້​ຮັບ​ໃຊ້​ຂອງທ່ານ!"
\s5
\v 7 ດາ​ວິດ​ໄດ້​ຕ​ອບ​ວ່າ, "ຢ່າ​ຢ້ານ​ເລີຍ, ເພາະ​ເຮົາ​​ຈະ​ສະ​ແດງ​ຄວາມ​ຮັກ​ຫມັ້ັ້​ນ​ຄົງ​ຕໍ່​ເຈົ້າ​ແນ່ນອນ ເພື່ອ​ເຫັນ​ແກ່​ໂຢ​ນາ​ທານ​ພໍ່​ຂອງ​ເຈົ້າ, ແລະ​ເຮົາ​ຈະ​ຄືນ​ທີ່​ດິນ​ທັງ​ຫມົດ​ຂອງ​ໂຊນ​ປູ່​ຂອງ​ເຈົ້າ​ແກ່​ເຈົ້າ, ແລະ​ເຈົ້າ​ຈະ​ຮັບ​ປະ​ທານ​ອາ​ຫານ​ຢູ່​ທີ່​ໂຕະ​ຂອງ​ເຮົາ​ສະ​ເຫມີ​ໄປ."
\v 8 ເມ​ຟີ​ໂບ​ເຊັດ​ກໍ​ໄດ້​ຄຸກ​ເຂົ່າ​ລົງ​ຄຳ​ນັບ ​ແລະ​ໄດ້​ທູນ​ວ່າ, "ຜູ້​ຮັບ​ໃຊ້​ຂອງ​ທ່ານ​ແມ່ນ​ຜູ້​ໃດ,? ຊຶ່ງທ່ານຈະ​ຊົງ​ເຫັນ​ດ້ວຍ​ຄວາມ​ຊື່ນ​ຊົມ​ກັບ​ຫມາ​ທີ່​ຕາຍ​ແລ້ວ​ຢ້າງ​ຂ້າ​ນ້ອຍ​ນີ້?"
\s5
\v 9 ແລ້ວ​ກະ​ສັດ​ໄດ້​ເອີ້ນ​ຊີບາ, ​ຄົນ​ຮັບ​ໃຊ້​ຂອງໂຊນ, ແລະ​ໄດ້​ເວົ້າ​ກັບ​ເຂົາ​ວ່າ, "ສິ່ງ​ຂອງ​ທັງ​ຫມົດ​ທີ່​ເປັນ​ຂອງ​ໂຊນ ​ແລ​ະ​ຂອງ​ພົງ​​ພັນ​ຂອງ​​ເພິ່ນ​ເຮົາ​ໄດ້​ມອບ​ໃຫ້​ແກ່​ຫລານ​ເຈົ້າ​ນາຍ​ຂອງ​ເຈົ້າ​ແລ້ວ.
\v 10 ໂຕ​ເຈົາ​. ແລະ​ບັນ​ດາ​ລູກ​ຊາຍ​ຂອງ​ເຈົ້​າ, ແລະ​ຄົນ​ໃຊ້​ຂອງ​ເຈົ້າ​ຈະ​ຕ​້ອງ​ໄຖນາ​ໃຫ້​ເຂົາ ແລະ​ເຈົ້າ​ຈະ​ຕ້​້ອງ​ເກັບ​ກ່ຽວ​ຜົນ​ນັ້ນ​ມາ​ເພ​ື່ອ​ລູກຊາຍ​ແຫ່ງ​ເຈົ້າ​ນາຍ​ເຈົ້າ​ຈະ​ໄດ້​ມີ​ອາ​ຫານ​ກິນ. ສຳ​ລັບ​ເມ​ຟີ​ໂບ​ເຊັດ​ຫລານ​ເຈົ້າ​ນາຍ​ເຈົ້າ, ຈະ​ຕ້ອງ​ກິນ​ອາ​ຫານ​ທີ່​ໂຕະ​ຂອງ​ເຮົາ​ສະ​ເຫ​ມີ​ໄປ." ບາດນີ້ຊີບາ​ມີ​ລູກ​ຊາຍ​ສິບ​ຫ້າ​ຄົນ ແລະຄົນ​ຮັບ​ໃຊ້​ຊາວ​ຄົນ.
\s5
\v 11 ແລ້ວຊີ​ບາ​ຈຶ່ງ​ໄດ້​ທູນ​ກະ​ສັດ​ວ່າ, "ຜູ້​ຮັບ​ໃຊ້​ຂອງທ່ານ​ຈະ​ເຮັ​ດ​ທຸກ​ສິ່ງ​ກະ​ສ​ັດ​ເຈົ້າ​ນາຍ​ຂອງ​ຂ້ານ້ອຍໄດ້​ຊົງ​ມີ​ຄຳ​ສັ່ງ​ແກ່​ຜູ້​ຮັບ​ໃຊ້ເພິ່ນ." ກະ​ສັດ​ໄດ້​ເວົ້າ​ຕໍ່​ອີກວ່າ, "ສຳ​ລັບ​ເມ​ຟ​ີ​ໂບ​ເຊັດ ເຂົາ​ຈະ​ຮັບ​ປະ​ທານ​ທີ່​ໂຕະ​ກິນ​ເຂົ້າ​ຂອງ​ເຮົາ, ເຊັ່ນ​ດຽວ​ກັນ​ກັບ​ລູກຊາຍ​ຂອງ​ກະ​ສັດ​ຫນຶ່ງ."
\v 12 ເມ​ຟີ​ໂບ​ເຊ​ັດໄດ້​ມີ​ລູ​ກ​ຊາຍ​ນ້ອນຍຄົນ​ຫນຶ່ງ​ຊື່​ວ່າ​ມີ​ກາ. ທຸກ​ຄົນ​ໄດ້​ອາ​ໄສ​ຢູ່​ໃນ​ບ້ານ​ຂອງ​ຊີ​ບາ​ກໍ​ໄດ້​ເປັນ​ຄົນ​ຮ​ັບ​ໃຊ້​ຂອງ​ເມ​ຟ​ີ​ໂບ​ເຊັດ.
\v 13 ດັ່ງ​ນັ້ນ​ເມ​ຟີ​ໂບ​ເຊັດ​ຈຶ່ງ​ໄດ້​ອາ​ໄສ​ຢູ່​ໃນນະຄອນ​ເຢ​ຣູ​ຊາ​ເລັມ, ແລະ​ເຂົາ​ໄດ້​ກິນ​ອາ​ຫານ​ທີ​່​ໂຕະ​ເກົ່າ​ສະ​ເຫມີ, ເຖິງແມ່ນ​ວ່າ​ຕີນ​ຂອງ​ເຂົາ​ຈະ​ພິ​ການ.
\s5
\c 10
\cl ບົດ​ທີ 10
\p
\v 1 ສິ່ງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່​ກະ​ສັດ​ແຫ່ງ​ຄົນ​ອຳ​ໂມນ, ​ໄດ້​ຮາ​ນູນ​ລູກ​ຊາຍ​ຂອງເພິ່ນ​ກໍ​ໄດ້​ຊົງ​ຂຶ້ນ​ເປັນ​ກະ​ສັດ​ແທນ​ເພິ່ນ.
\v 2 ດາ​ວິດ​ຈຶ່ງ​ໄດ້​ກ່າວ​ວ່າ, "ເຮົາ​ຈະ​ສະ​ແດງ​ນ້ຳ​ໃຈ​ຕໍ່​ຮາ​ນູນ​ລູກ​ຊາຍ​ນາ​ຮາດ, ດັ່ງ​ທີ່​ພ​ໍ່​ຂອງ​ເຂົາ​ໄດ້​ຊົງ​ສະ​ແດງ​ຄວາມ​ກະລຸ​ນາ​ຕໍ່​ເຮົາ." ດາ​ວິດ​ຈຶ່ງ​ໄດ້​ສົ່ງ​ພວກ​ຂ້າ​ຣາຊ​ການ​ຂອງ​ເພິ່ນ​ໄປ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ຮາ​ນູນ ກ່ຽວ​ດ້ວຍ​ເລື່ອງ​ພໍ່​ຂອງ​ເຂົາ. ພວກ​ຄົນ​ຮັບ​ໃຊ້​ຂອງ​ດາ​ວິດ​ກໍ​ເຂົ້າ​ມາ​ໃນ​ແຜ່​ນ​ດິ​ນ​ຂອງ​ປະ​ຊາ​ຊົນ​ອຳ​ໂມນ.
\v 3 ແຕ່​ພ​ວກ​ຜູ້​ນຳ​ຂອງ​ຄົນ​ອຳ​ໂມນ​ໄດ້​ບອກ​ຮາ​ນູນ​ເຈົ້າ​ນາຍ​ຂອງ​ພວກ​ເຂົາ​ວ່າ, "ທ່ານ​ຊົງ​ຄິດ​ວ່າ​ດາ​ວິດ​ຊົງ​ໃຫ້​ກຽດ​ພໍ່​ຂອງ​ທ່ານແທ້ໆ ຫ​ລື ທີ່​ເຂົາ​ໄດ້​ສົ່ງ​ພວກ​ຄົນ​ເຫລົ່າ​ນັ້ນ​ມາ​ເພື່ອ​ຊົງ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ທ່ານ​? ດາ​ວິດ​ບໍ່​ໄດ້​ສົ່ງ​ພວກ​ຂ້າ​ຣາ​ຊ​ການ​ຂອງ​ເຂົາ​ມາ​ຫາ​ທ່ານເພື່ອ​ກວດ​ສອບ​ເມືອງ ເພື່ອ​ສອດ​ແນມ, ແລະ​ເພື່ອ​ຈະ​ເອົາ​ເມືອງ​ນີ້​ບໍ່?"
\s5
\v 4 ດັ່ງ​ນັ້ນ​ຮາ​ນູນ​ຈຶ່ງ​ໄດ້​ຈັບ​ພວກ​ຄົນ​ຮັບ​ໃຊ້​ຂອງ​ດາ​ວິດ​ມາ​ແຖ​ຫນວດເ​ຄິ່ງ​ຫນຶ່ງ, ແລະ ​ໄດ້​ຕັດ​ເຄື່ອງ​ແຕ່ງ​ກາຍ​ພວກ​ເຂົາ​ອອກ​ຈົນ​ເຖິງ​ສະ​ໂພກ​ຂອງ​ພວກ​ເຂົາ, ແລະ​ ໄດ້​ປ່ອຍ​ໄປ.
\v 5 ເມື່ອ​ພວກ​ເຂົາ​ໄດ້​ອະທິບາຍ​ເລື່ອງ​ນີ້​ໃຫ້​ດາ​ວິດ​ໄດ້​ຊົງ​ຮູ້, ພ​ະ​ອົງ​ກໍ​ໄດ້​ຊົງ​ສົ່ງ​ຄົນ​ໄປ​ພົບ​ເຂົາ​ເຫລົ່າ​ນັ້ນ, ເພາະ​ວ​່າ​ພວກ​ເຂົາ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຫລາຍ. ກະ​ສັດ​ໄດ້​ກ່າວ​ວ່າ, “ຈົ່ງ​ພັກ​ທີ່​ເມືອງ​ເຢ​ຣິ​ໂກ​ ຈົນ​ກວ່າ​ຫນວດ​ຂອງ​ພວກ​ເຈົ້າ​ໄດ້ປົ່ງ​ຂຶ້ນຄືນ, ​ແລ້ວຈຶ່ງ​ຄ່ອຍ​ກັບ​ມາ.”
\s5
\v 6 ເມື່ອ​ປະ​ຊາ​ຊົນ​ອຳ​ໂມນ​ໄດ້​ເຫັນ​ວ່າ ພວກ​ເຂົາ​ໄດ້​ສ້າງ​ສັດ​ຕູ​ກັບ​ດາ​ວິດ, ປະ​ຊາ​ຊົນ​ອຳ​ໂມນ​ຈຶ່ງ​ໄດ້​ສົ່ງ​ຜູ້​ສື່​ສານ​ໄປ​ຈ້າງ​ຄົນອາຣາມ ​ເມືອງ​ເບັດ​ເຣ​ໂຮບ ແລະ​ໂຊ​ບາ, ເປັນ​ທະ​ຫານ​ຈຳ​ນວນ​ສອງ​ຫມື່ນ​ຄົນ, ແລະ ​ກະ​ສັດ​ເມືອງ​ມາ​ອາ​ກາ​ພ້ອມ​ດ້ວຍ​ກຳ​ລັງ​ຄົນ ​ຫນຶ່ງ​ພັນ​ຄົນ, ແລະ​ກຳ​ລັງ​ຄົນ​ເມືອງ​ໂຕບ​ຫນຶ່ງ​ຫມື່ນ​ສອງ​ພັນ​ຄົນ.
\v 7 ເມື່ອ​ດາ​ວິດ​ໄດ້ຍິນເລື່ອງ​ນີ້, ​ເຂົາ​ຈຶ່ງ​ສົ່ງ​ໂຢ​ອາບ ​ແລະ​ກອງ​ທັບ​ເຫລົ່າ​ນັກ​ລົບ​ທັງ​ຫມົດ​ໄປ.
\v 8 ພວກ​ຄົນ​ອຳ​ໂມນ​ກໍ​ໄດ້​ຍົກ​ທັບ​ອອກ​ມາ ແລະ ​ໄດ້​ຈັດ​ແນວ​ຮົບ​ໄວ້​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ​ຂອງ​ພວກ​ເຂົາ, ໃນຂະ​ນະ​ທີ່​ຄົນ​ອາຣາມ​ຈາກ​ໂຊ​ບາ ​ແລະ ​ຈາກ​ເມືອງ​ເຣ​ໂຮບ, ແລະ​ຊາວ​ເມືອງ​ໂຕບ ​ແລະ​ຊາວ​ເມືອງ​ມາ​ອາ​ກາ, ຢູ່​ທີ່​ພື້ນ​ທີ່​ໂລ່ງ​ສະ​ເພາະ​ພວກ​ເຂົາ.
\s5
\v 9 ​ເມື່ອ​ໂຢ​ອາບ​ໄດ້​ເຫັນ​ວ່າ ການ​ສູ້​​ຮົບ​ນັ້ນປະເຊີນຫນ້າເຂົາ ຢູ່​ທັງ​ຂ້າງ​ຫນ້າ​ ແລະ​ຂ້າງ​ຫລັງ, ເຂົາ​ຈຶ່ງ​ໄດ້​ເລືອກ​ຈາກ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ ທີ່​ເກັ່ງ​ທີ່ສຸດໃນ​ການ​ສູ້​ຮົບ ​ແລະ​ໄດ້​ຈັດ​ພວກ​ເຂົາ​ໄວ້ ​ແລ້ວ​ເພື່ອ​ຕໍ່​ສູ້​ຄົນ​ອາຣາມ.
\v 10 ສຳ​ລັບ​ພວກ​ທະ​ຫານ​ທີ່​ເຫລືອ​ຢູ່​ໃນ​ກອງ​ທັບ, ເຂົາ​ໄດ້​ຈັດ​ໄວ້​ໃຫ້​ຢູ່​ໃນ​ບັງ​ຄັບ​ບັນ​ຊາ​ຂອງ​ອາ​ບີ​ໄຊ​ ນ້ອງ​ຊາຍ​ຂອງ​ເຂົາ​ເອງ, ແລະ ​ເຂົາ​ກໍ​ໄດ້​ຈັດ​ຄົນ​ເຫລົ່າ​ນັ້ນ ​ເຂົ້າ​ຕໍ່​ສູ້​ກັບ​ກອງ​ທັບ​ຂອງ​ຄົນ​ອຳ​ໂມນ.
\s5
\v 11 ໂຢ​ອາບ​ໄດ້​ກ່າວ​ວ່າ, "ອາ​ບີ​ໄຊ, ຖ້າ​ຄົນ​ອາຣາມ​ແຂງແຮງກວ່າ​ກຳ​ລັງ​ຂອງ​ເຮົາ​, ກໍ​ໃຫ້ເຈົ້າ​ໄປ​ຊ່ວຍ​ເຮົາ. ແຕ່​ຖ້າ​ກຳ​ລັງ​ຄົນ​ອຳ​ໂມ​ນ​ແຂງແຮງກວ່າ​ກຳ​ລັງ​ຂອງ​ເຈົ້າ​, ແລ້ວເຮົາຈະ​ມາ ແລະ​ຊ່ວຍ​ເຈົ້າ.
\v 12 ຈົ່ງ​ເຂັ້ມ​ແຂງ​ໄວ້, ແລະ​ ຈົ່ງ​ໃຫ້​ເຮົາ​ສະ​ແດງ​ຄວາມ​ເຂັ້ມ​ແຂງ​ຂອງພວກເຮົາ ​ເພື່ອ​ປະ​ຊາ​ຊົນ​ຂອງ​ເຮົາ ແລະ ​ເພື່ອ​ບັນ​ດາ​ເມືອງ​​ຕ່າງໆ ຂອງພ​ຣ​ະ​​ເຈົ້າ​ຂອງ​ເຮົາ, ເພື່ອ​ພ​ຣະ​ຢາ​ເວ​ຈະ​ໄດ້​ຊົງ​ເຮັດ​ຕາມ​ທີ່​ພ​ຣະ​ອົງ​ຊົງເຫັນ​ຊອບ ​ຕາມພຣະ​ປະ​ສົງ​ຂອງ​ພ​ຣະ​ອົງ."
\s5
\v 13 ດັ່ງນັ້ນໂຢ​ອາບ​ ກັບ​ພວກ​ທະ​ຫານ​ຂອງກອງ​ທັບ​ຂອງ​ເຂົາ​ ກໍ​ໄດ້​ບຸກ​ເຂົ້າ​ໄປ​ສູ້​ຮົບ​ຕ້ານກັບຄົນອາຣາມ, ທີ່​ໄດ້​ຖືກ​ກົດ​ດັນ​ໃຫ້​ຫນີ​ໄປ​ຕໍ່​ຫນ້າ​ກອງ​ທັບ​ຂອງ​ອິດ​ສະຣາ​ເອນ.
\v 14 ເມື່ອກອງ​ທັບ​ຂອງ​ຄົນ​ອຳ​ໂມນ​ໄດ້​ເຫັນ​ວ່າ​ ຄົນ​ອາຣາມ​ໄດ້​ຫນີ​ໄປ​ແລ້ວ, ພວ​ກ​ເຂົາ​ກໍ​ໄດ້​ຫນີ​ໄປ​ຈາກ​ອາ​ບີ​ໄຊ​ດ້ວຍ ແລະ​ ໄດ້​ກັບ​ເຂົ​້າ​ໄປ​ໃນ​ເມືອງ. ແລ້ວ​ໂຢ​ອາບ​ກໍ​ໄດ້​ກັບ​ຈາກ​ການ​ສູ້​ຮົບ​ກັບ​ປະ​ຊາ​ຊົນ​ອຳ​ໂມນ ​ແລະ​ໄດ້​ກັບ​ໄປ​ຍັງ​ກຸງ​ເຢຣູ​ຊາ​ເລັມ.
\s5
\v 15 ເມື່ອ​ຄົນອາຣາມໄດ້​ເຫັນ​ວ່າ ພວກ​ເຂົາ​ໄດ້​ພ່າຍ​ແພ້​ຕໍ່​ຄົນ​ອິດ​ສະ​ຣາ​ເອນ​ແລ້​ວ, ພວກ​ເຂົາ​ຈຶ່ງ​ລວມ​ຕົວ​ເຂົ້າ​ດ້ວຍ​ກັນ​ອີກ​ຄັ້ງ​ຫນຶ່ງ.
\v 16 ແລ້ວ​ຮາ​ດາ​ເດ​ເຊ​ໄດ້​ສົ່ງ​ຄົນ​ໄປ​ນຳ​ກອງ​ທະ​ຫານອາຣາມຈາກ​ອີກ​ຟາກ​ຫນຶ່ງ​ຂອງ​ແມ່​ນ້ຳ​ເອີ​ຟ​ຣັດ. ​ພວກ​ເຂົາ​ໄດ້​ມາ​ຍັງ​ເມືອງ​ເຮ​ລາມ ໂດຍ​ມີ​ໂຊ​ບັກ, ​ແມ່​ທັບ​ຂອງ​ຮ​າ​ດາ​ເດ​ເຊ​ນຳ​ຫນ້າ​ພວກ​ເຂົາໄປ.
\s5
\v 17 ເມື່ອ​​ດາ​ວິດ​ໄດ້ຮັບ​ຮູ້ໃນເລື່ອງນີ້, ພ​ະ​ອົງ​ໄດ້​ຊົງ​ຮວບ​ຮວມ​ຊາວອິດ​ສະ​ຣາ​ເອນ​ທັງ​ຫມົດ, ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ, ແລະ​ໄດ້​ມາ​ເຖິງ​ເຮ​ລາມ. ຄົນ​ອາຣາມ​ກໍ​ໄດ້​ຈັດ​ແນວ​ຮົບ​ຂອງ​ພວກ​ເຂົາ ​ເຂົ້າ​ຕໍ່​ສູ້​ດາ​ວິດ​ ແລະ​ ໄດ້​ສູ້​ຮົບ​ກັບ​ພ​ະ​ອົງ.
\v 18 ຄົນອາຣາມໄດ້​ຫນີ​ຈາກ​​ອິດ​ສະ​ຣາ​ເອນ. ດາ​ວິດ​ໄດ້​ປະ​ຫານ​ຄົນ​ອາຣາມ ​ຊຶ່ງ​ເປັນ​ທະ​ຫານ​ລົດ​ມ້າເ​ສິກ​ເຈັດ​ຮ້ອຍ​ຄົນ ແລະ​ ທະ​ຫານ​ມ້າ​ສີ່​ຫມື່ນ​ຄົນ. ໂຊ​ບັກ​ແມ່​ທັບ​ຂອງ​ພວກ​ເຂົາ​ໄດ້​ຮັບ​ບາດ​ເຈັບ ​ແລະ​ຕາຍຢູ່ທີ່​ນັ້ນ.
\v 19 ເມື່ອ​ບັນ​ດາ​ກະ​ສັດ​ພວກ​ຜູ້​ຮັບ​ໃຊ້​ຂອງ​ອາ​ດາ​ເດ​ເຊ​ເຫັນ​ວ່າ ພວກ​ເຂົາ​ໄດ້​ພ່າຍ​ແພ້​ຕໍ່​ອິດ​ສະ​ຣາ​ເອນ, ພວກ​ເຂົາ​ກໍ​ໄດ້​ເຮັດ​ສັນ​ຍາ​ສະ​ຫງົບ​ເສິກ​ກັບ​ອິດ​ສະ​ຣາ​ເອນ ແລະ ​ໄດ​້ຍອມ​ຮັບ​ໃຊ້​ພວກ​ເຂົາ. ດັ່ງ​ນັ້ນ​ຄົນ​ອາຣາມ​ຈຶ່ງ​ຢ້ານ​ທີ່​ຈະ​ຊ່ວຍ​ປະ​ຊາ​ຊົນ​ຂອງ​ຄົນ​ອຳ​ໂມນ​ອີກ​ຕໍ່​ໄປ.
\s5
\c 11
\cl ບົດ​ທີ 11
\p
\v 1 ແລ້ວ​ສິ່ງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ, ໃນ​ເວ​ລາ​ທີ່​ບັນ​ດາ​ກະ​ສັດ​ໂດຍ​ປົກ​ກະ​ຕິ​ກໍ​ໄດ​້​ອອກ​ໄປ​ຮົບ, ດາ​ວິດ​ໄດ​້​ຊົງ​ສົ່ງ​ໂຢ​ອາບ,​ພ້ອມ​ກັບ​ພວກ​ທະ​ຫານ, ​ແລະ​ກອງ​ທັບ​ຂອງ​ອິດ​ສະ​ຣາ​ເອນ​ທັງ​ຫມົດ. ພວກ​ເຂົາ​ໄດ້​ໄປ​ທຳ​ລາຍ​ກອງ​ທັບ​ຂອງ​ຄົນ​ອຳ​ໂມນ ​ແລ້ວ​ລ້ອມ​ເມືອງ​ຣັບ​ບາ​ໄວ້. ແຕ່​ດາ​ວິດ​ໄດ້​ຢູ່​ທີ່​ນະຄອນ​ເຢ​ຣູ​ຊ​ເລັມ.
\s5
\v 2 ດັ່ງ​ນັ້ນ​ມັນ​ກໍ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ບ່າຍ​ວັນ​ຫນຶ່ງ ເມື່ອ​ດາ​ວິດ​ໄດ້​ຊົງ​ລຸກ​ຂຶ້ນ​ຈາກ​ທີ​່ນອນ​ຂອງ​ເພິ່ນ ແລະ​ໄດ້​ຍ່າງ​ຢູ່​ເທິງ​ດາດ​ຟ້າ​ຫລັງ​ຄາ ຂອງ​ຣາ​ຊວັງ​ຂອງ​ເພິ່ນ. ຈາກ​ທີ່​ນັ້ນ​ເພິ່ນໄດ້​ເຫັນ​ຜູ້​ຍິງ​ຄົນ​ຫນຶ່ງ​ໄດ້​ກຳ​ລັງ​ອາບ​ນ້ຳ​ຢູ່, ແລະ​ຜູ້​ຍິງ​ຄົນ​ນັ້ນ​ງົດ​ງາມ​ຫລາຍ.
\v 3 ດັ່ງ​ນັ້ນ​ດາ​ວິດ​ໄດ້​ຊົງ​ສົ່ງ​ຄົນ​ໄປ ​ແລະ​ໄດ້​ຖາມ​ຄົນ​ທັງ​ຫລາຍ ​ທີ່​ຮູ້​ເລື່ອງ​ກ່ຽວ​ກັບ​ຜູ້​ຍິງ​ຄົນ​ນັ້​ນ. ບາງ​ຄົນ​ໄດ້​ທູນ​ວ່າ, "ອາຣາຜູ້​ຍິງ​ນີ້​ຄື​ບັດ​ເຊ​ບາ, ລູກ​ສາວ​ຂອງ​ເອ​ລີ​ອາມ, ແລະ​ນາງ​ເປັນ​ເມຍ​ຂອງ​ອູ​ຣິ​ຢາ​ຄົນ​ຮິດ​ຕີ​ບໍ່​ແມ່ນ​ບໍ?"
\s5
\v 4 ດາ​ວິດ​ກໍ​ໄດ້​ຊົງ​ສົ່ງ​ພວກ​ຜູ້​ສື່​ສານ​ໄປ ແລະ​ກໍ​ໄດ້​ນຳ​ນາງ​ມາ, ນາງ​ໄດ້​ມາ​ເຝົ້າ​ເພິ່ນ, ແລ້ວເພິ່ນ​ກໍ​ໄດ້​ຊົງ​ຫລັບ​ນອນ​ກັບ​ນາງ (ເພາະ​ວ່າ​ນາງ​​ຫາ​ກໍ​ເສັດ​ສີ້ນ​ພິ​ທີ​ຊຳ​ລະ​ຕົວ ຫລັງ​ຈາກ​ເຊົາ​ເປັນ​ປະ​ຈຳ​ເດືອນ​ແລ້ວ). ແລ້ວ​ນາງກ​ໍ​ໄດ້​ກັບ​ໄປ​ບ້ານ​ຂອງ​ນາງ.
\v 5 ຜູ້​ຍິງ​ນັ້ນ​ກໍ​ໄດ້​ຖື​ພາ, ແລະ​ນາງ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ ແລະ​ໄດ້​ບອກ​ດາ​ວິດ, ນາງ​ໄດ້​ບອກ​ວ່າ, "ຂ້າ​ນ້ອຍ​ຖື​ພາ​ແລ້ວ."
\s5
\v 6 ດາ​ວິດ​ກໍ​ໄດ້​ຊົງ​ສົ່ງ​ຄົນ​ໄປ​ຫາ​ໂຢ​ອາບບອກວ່າ, "​ຈົ່ງ​ສົ່ງ​ອູ​ຣິ​ຢາຄົນ​ຮິດ​ຕີ​ມາ​ໃຫ້​ເຮົາ." ດັ່ງ​ນັ້ນ​ໂຢ​ອາບ​ກໍ​ໄດ້​ສົ່ງ​ອູ​ຣິ​ຢາ​ໄປ​ໃຫ້​ດາ​ວິດ.
\v 7 ດາ​ວິດ​ກໍ​ໄດ້​ຮັບ​ສັ່ງ​ວ່າ​ໂຢ​ອາບ​ເປັນ​ຢ່າງ​ໃດ, ກອງ​ທັບ​ເປັນ​ຢ່າງ​ໃດ​ແດ່, ແລະ​ສົງ​ຄາມ​ເປັນ​ຢ່າງ​ໃດ.
\v 8 ດາ​ວິດ​ໄດ້​ຮັບ​ສັ່ງ​ກັບ​ອູ​ຣິ​ຢາ​ວ່າ, "ຈົ່ງ​ລົງ​ໄປ​ບ້ານ​ຂອງ​ເຈົ້າ, ແລະ​ໃຫ້​ລ້າງ​ຕີ​ນຂອງ​ເຈົ້າ​ເຖີດ." ດັ່ງ​ນັ້ນ​ອູ​ຣີ​ຢາ​ກໍ​ໄດ້​ອອກ​ໄປ​ຈາກ​ຣາ​ຊ​ວັງ​ຂອງ​ກະ​ສັດ, ແລະ​ກະ​ສັດ​ໄດ້​ຊົງ​ສົ່ງ​ຂອງ​ປະ​ທານ​ໄປ​ໃຫ້​ອູ​ຣິ​ຢາ​ຫລັງ​ຈາກ​ທີ່​ເຂົາ​ໄດ​້ຈາກ​ໄປ​ແລ້ວ.
\s5
\v 9 ແຕ່​ອູ​ຣິ​ຢາ​ໄດ້​ນອນ​ທີ່​ປະ​ຕູ​ຣາ​ຊວັງ​ຂອງ​ກະ​ສັດ ພ້ອມ​ກັບ​ມະ​ຫາ​ເລັກ​ທັງ​ຫມົດ​ຂອງ​ນາຍ​ຂອງ​ເຂົາ, ແລະ​ເຂົາ​ບໍ່​ໄດ້​ລົງ​ໄປ​ທີ່​ບ້ານ​ຂອງ​ເຂົາ.
\v 10 ເມື່ອ​ພວກ​ເຂົາ​ໄດ້​ທູນ​ດາ​ວິດ​ວ່າ, "ອູ​ຣິຢາ​ບໍ່​ໄດ້​ລົງ​ໄປ​ທີ່​ບ້ານ​ຂອງ​ເຂົາ," ດາ​ວິດ​ກໍ​ໄດ້​ຮັບ​ສັ່ງ​ແກ່​ອູ​ຣິ​ຢາ​ວ່າ, "ເຈົ້າ​ເດີນ​ທາງ​ມາ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ເຈົ້າ​ບໍ່​ລົງ​ໄປ​ບ້ານ​ຂອງ​ເຈົ້າ?"
\v 11 ອູ​ຣິ​ຢາ​ໄດ້​ທ​ູນ​ຕອບ​ດາ​ວິດ​ວ່າ, "ຫີບ​ພັນ​ທະ​ສັນ​ຍາ, ແລະ​ອິດ​ສະ​ຣາ​ເອນ ​ແລະ​ຢູ​ດາ​ຢູ່​ໃນ​ເຕັ້ນ ແລະ​ໂຢ​ອາບ​ຂອງ​ຂ້າ​​ນ້ອຍ, ກັບ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ເຈົ້າ​ນາຍ​ຂອງ​ຂ້າ​​ນ້ອຍ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ພື້ນ​ທີ່​ໂລ່ງ ແລ້ວ​ຂ້​າ​​ນ້ອຍ​ເອງ​ຈະ​ໄປ​ທີ່​ບ້ານ​ຂອງ​ຂ້າ​ນ້ອຍ​ເພື່ອ​ກິນ, ດື່ມ​ ແລະ​ນອນ​ກັບ​ເມຍ​ຂອງ​ຂ້າ​ນ້ອຍ​ໄດ້​ຢ່າງ​ໃດ? ຕາບ​ໃດທ່ານຍັງ​ມີ​ຊີ​ວິດ​ຢູ່, ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນີ້​ເລີຍ."
\s5
\v 12 ​ດັ່ງ​ນັ້ນ​ດາ​ວິດ​ກໍ​ໄດ້​ຮັບ​ສັ່ງ​ແກ່​ອູ​ຣິຢາ​ວ່າ, "ມື້​ນີ້​ກໍ​ໃຫ້​ພັກ​ຢູ່​ທີ່​ນີ້​ເຖີດ, ​ແລະ​ມື້​ອື່ນ​ເຮົາ​ຈະ​ໃຫ້​ເຈົ້າ​ໄປ." ດັ່ງ​ນັ້ນ​ອູ​ຣິ​ຢາ​ກໍ​ໄດ້​ພັກ​ຢູ່​ໃນ​ນະຄອນ​ເຢ​ຣູ​ຊາ​ເລັມ​ໃນ​ມື້​ນັ້ນ​ ແລະ​ມື້​ຕໍ່​ມາ.
\v 13 ເມື່ອ​ດາ​ວິດ​ໄດ້​ຊົງ​ຮ້ອງ​ເຂົາ​ມາ ​ເຂົາ​ກໍ​ໄດ້​ມາ​ຮັບ​ປະ​ທານ, ແລະ​ດື່ມ​ຕໍ່​ຫນ້າ​ເພິ່ນ, ແລະ​ດາ​ວິດ​ໄດ້​ຊົງ​ເຮັດ​ໃຫ້​ເຂົາ​ມືນ​ເມົາ. ໃນ​ຕອນ​ບ່າຍ​ອູ​ຣິ​ຢາ​ກໍ​ໄດ້​ອອກ​ໄປ​ນອນ​ໃນ​ທີ​່ນອນ​ກັບ​ພວກ​ຂ້າ​ຣາຊ​ການ​ຂອງ​ເຈົ້າ​ນາຍ​ຂອງ​ເຂົາ, ເຂົາ​ບໍ່​ໄດ້​ລົງ​ໄປ​ບ້ານ​ຂອງ​ເຂົາ.
\s5
\v 14 ​ດັ່ງ​ນັ້ນ​ພໍ​ເຊົ້າ​ວັນ​ໃຫມ່ ດາ​ວິດ​ໄດ້​ຊົງ​ຂຽນ​ສານ​ເຖິງ​ໂຢ​ອາບ, ແລະ​ໄດ້​ສົ່ງ​ໄປ​ກັບ​ມື​ອູ​ຣິ​ຢາ.
\v 15 ດາ​ວິດ​ໄດ້​ຊົງ​ຂຽນ​ໃນ​ສານ​ນັ້ນ​ວ່າ, "ຈົ່ງ​ຕັ້ງ​ອູ​ຣິ​ຢາ​ໃຫ້​ຢູ່​ແນວ​ຫນ້າ​ຂອງ​ກາ​ນ​ຮົບ​ທີ່​ດຸ​ເດືອດ​ທີ່​ສຸດ, ແລ້ວ​ໃຫ​້​ພວກ​ເຈົ້າ​ຖອຍ​ໄປ​ຈາກ​ເຂົາ, ເພື່ອ​ໃຫ້​ເຂົາ​ຖືກ​ຕີ ​ແລະ​ຖືກ​ຂ້າ​ຕາຍ."
\s5
\v 16 ເຂົາ​ຈຶ່ງ​ໄດ້​ກຳ​ນົດ​ໃຫ້​ອູ​ຣິຢາ​ໄປ​ທີ່ ທີ່​ເຂົາ​ໄດ້​ຮູ້​ວ່າ​ມີ​ພວກ​ທະ​ຫານ​ຂອງ​ພວກ​ສັດ​ຕູ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ທີ່​ກຳ​ລັງ​ສູ້​ຮົບ​ຢູ່.
\v 17 ເມື່ອ​ຄົນ​ຂອງ​ເມືອງ​ນັ້ນ​ໄດ້​ອອກ​ມາ​ສູ້​ຮົບ​ກັບ​ກອງ​ທັບ​ຂອງ​ໂຢ​ອາບ, ມີ​ທະ​ຫານບ​າງ​ຄົນ​ຂອງ​ດາ​ວິດ​ໄດ້​ລົ້ມ​ຕາຍ, ແລະ​ອູ​ຣິຢາ​ກໍ​ໄດ້​ຖືກ​ຂ້າ​ຕາຍ​ທີ່​ນັ້ນ​ດ້ວຍ.
\s5
\v 18 ເມື່ອ​ໂຢ​ອາບ​ໄດ້​ສົ່ງ​ຖ້ອຍ​ຄຳ​ໄປ​ທູນ​ດາ​ວິດ​ເລື່ອງ​ລາວ​ການ​ຮົບ​ທັງ​ຫມົດ​ໃຫ້​ຊົງ​ຮູ້​ກ່ຽວ​ກັບ​ສົງ​ຄາມ,
\v 19 ເຂົາ​ໄດ້​ສັ່ງ​ຜູ້​ສື່​ສານ​ນັ້ນ​ວ່າ, "ເມື່ອ​ເຈົ້າ​ທູນ​ເລື່ອງ​ລາວ​ການ​ຮົບ​ທັ້ງ​​ຫມົດ​ຕໍ່​ກະ​ສັດ​ແລ້ວ,
\v 20 ອາດ​ຈະ​ເກີດ​ຂຶ້ນ​ໄດ້​ວ່າ ກະ​ສັດ​ໄດ້​ໃຈ​ຮ້າຍ​ຂຶ້ນ​ມາ, ແລະ​ພ​ະ​ອົງ​ໄດ້​ຖາມ​ເຈົ້າ​ວ່າ, "ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ໄດ້​ເຂົ້າ​ສູ້​ຮົບ​ໃກ້​ເມືອງ​ນັ້ນ? ພວກ​ເຈົ້າ​ບໍ່​ຮູ້​ຫ​ລື​ວ່າ​ພວກ​ເຂົາ​ຈະ​ຍິງ​ຈາກ​ກຳ​ແພງ?
\s5
\v 21 ​ໃຜ​ຂ້າ​ອາ​ບີ​ເມ​ເຫລັກ​ລູກ​ຊາຍ​ຂ​ອງ​ກີ​ເດ​ໂອນ? ບໍ່​ແມ່ນ​ຜູ້​ຍິງ​ຄົນ​ຫນຶ່ງ​ເອົາ​ຫິນ​ໂມ້​ທຸ້ມ​ເຂົາ​ຈາກ​ກຳ​ແພງ​ເມືອງ, ດັ່ງ​ນັ້ນ​ເຂົາ​ໄດ້​ຕາຍ​ທີ່​ເມືອງ​ເທ​ເບັດ​ບໍ? ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃກ້​ກຳ​ແພງ?" ແລ້ວ​ໃຫ້​ເຈົ້າ​ທູນ​ວ່າ, "ອູ​ຣິ​ຢາ​ຄົນ​ຮິດ​ຕີ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ກໍ​ໄດ້​ຕາຍ​ດ້ວຍ.""
\s5
\v 22 ດັ່ງ​ນັ້ນ​ຜູ້​ສື່​ສານ​ກໍ​ໄດ້​ຈາກ​ໄປ ເຂົາ​ໄດ້​ມາ​ເຝົ້າ​ດາ​ວິ​ດ​ ແລະ​ໄດ​້​ບອກເພິ່ນ​ໃຫ້​ຊົງ​ຮູ້​ທຸກ​ຢ່າງ​ຕາມ​ທີ່​ໂຢ​ອາ​ບ​ໄດ້​ສັ່ງ​ເຂົາ​ມາ.
\v 23 ແລ້ວ​ຜູ້​ສື່​ສານ​ນັ້ນ​ກໍ​ໄດ້​ທູນ​ດາ​ວິດ​ວ່າ, "ພວກ​ສັດ​ຕູ​ມີ​ກຳ​ລັງ​ເຫນືອ​ເຮົາ​ໃນ​ຕອນ​ແລກ, ພວກ​ເຂົາ​ໄດ້​ອອກ​ມາ​ສູ້​ກັບ​ເຮົາ​ທີ່​ກາງ​ທົ່ງ​ນາ, ແຕ່​ເຮົາ​ໄດ້​ໄລ່​ພວກ​ເຂົາ​ໃຫ້​ກັບ​ໄປ​ເຖິງ​ທາ​ງ​ເຂົ້າ​ປະ​ຕູ​ເມືອງ.
\s5
\v 24 ແລ້ວ​ຍິງ​ທະ​ນູ​ຂອງ​ພວກ​ເຂົາ​ກໍ​ໄດ້​ຍິງ​ເຫລົ່າ​ທະ​ຫານ​ຂອງ​ທ່ານ​ຈາກ​ກຳ​ແພງ, ແລະ​ທະ​ຫານ​ຂອງ​ກະ​ສັດ​ບາງ​ຄົນ​ກໍ​ໄດ້​ຕາຍ, ແລະ​ອູ​ຣິ​ຢາ​ຄົນ​ຮິດ​ຕີ​ຜູ້​ຮັບ​ໃຊ້​ຂອ​ງທ່ານກໍ​ໄດ້ຕາຍ​ດ້ວຍ."
\v 25 ແລ້ວ​ດາ​ວິດ​ກໍ​ໄດ້​ຮັບ​ສັ່ງ​ຜູ້​ສື່​ສານ​ນັ້ນ​ວ່າ“ຈົ່ງ​ກ່າວ​ກັບ​ໂຢ​ອາບ​ວ່າ, "ຢ່າ​ໃຫ້​ເລື່ອງ​ນີ້​ເຮັດ​ໃຫ້​ເຈົ້າ​ທຸກ​ໃຈ, ເພາະ​ດາບ​ສັງ​ຫານ​ບໍ່​ວ່າ​ຄົນ​ນັ້ນ​ຫ​ລືຄົນ​ນີ້. ຈົ່ງ​ສູ້​ຮົບ​ໃຫ້​ເຂັ້ມ​ແຂງ, ​ແລະ​ໃຫ້​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ​ເພື່ອ​ຕໍ່​ສູ້​ເມືອງ​ນັ້ນ, ແລະ​ທຳ​ລາຍ​ໃຫ້​ໄດ້’ ແລະ​ໄດ້​ໃຫ​້​ກຳ​ລັງ​ໃຈ​ເຂົາ."
\s5
\v 26 ດັ່ງ​ນັ້ນ​ເມື່ອ​ເມຍ​ຂອງ​ອູ​ຣິ​ຢາ​ໄດ້​ຮູ້​ວ່າ ອູ​ຣິ​ຢາ​ຜົວ​ຂອງ​ນາງ​ໄດ້​ຕາຍ​ແລ້ວ, ນາງ​ກໍ​ໄດ້​ຮ້ອງ​ໄຫ້​ຢ່າງ​ຫນັກ​ເລື່ອງ​ຜົວ​ຂອງ​ນາງ.
\v 27 ເມື່ອ​ການ​ໄວ້​ທຸກ​ຂອງ​ນາງ​ໄດ້​ຜ່ານ​ໄປ​ແລ້ວ, ດາ​ວິດ​ກໍ​​ໄດ້​ສົ່ງ​ຄົນ​ໃຫ້ໄປ​ຮັບ​ນາງ​ມາ​ທີ່​​ຣາ​ຊວັງ​ຂອງ​ເພິ່ນ, ແລະ​ໄດ້​ເກີດ​ລູກ​ຊາຍ​​ຄົນ​ຫນຶ່ງ​ໃຫ້ເພິ່ນ. ແຕ່​ສິ່ງ​ຊຶ່ງ​ດາ​ວິດ​ໄດ້​ຊົງ​ເຮັດ​ນັ້ນ​ບໍ່​ເປັນ​ທີ່​ພໍ​ໃຈ​ຂອງ​ພ​ຣະຢາ​ເວ.
\s5
\c 12
\cl ບົດ​ທີ 12
\p
\v 1 ແລ້ວ​ພຣະ​ຢາ​ເວ​ຊົງ​ໃຊ້​ນາ​ທານ​ໄປ​ຫາ​ດາ​ວິດ. ນາ​ທານ​ກໍ​ໄດ້​ໄປ​ເຝົ້າ ​ແລະ​ທູນເພິ່ນ​ວ່າ, "ຍັງ​ມີ​ຜູ້​ຊາຍ​ສອງ​ຄົນ, ອາ​ໄສ​ຢູ່​ໃນ​ເມືອງ​ຫນຶ່ງ​ຜູ້​ຊາຍ​ຄົນ​ຫນຶ່ງ​​ຮັ່ງ​ມີ ແລະ​ອີກ​ຄົນ​ຫນຶ່ງ​ຍາກ​ຈົນ.
\v 2 ຜູ້​ຊາຍ​ຄົນ​ຮັ່ງ​ມີ​ນັ້ນ​ມີ​ແພະ​ແກະ ​ແລະ​ງົວ​ຫລວງ​ຫລາຍ,
\v 3 ແຕ່​ຜູ້​ຊາຍ​ຄົນ​ຍ​າກ​ຈົນ​ນັ້ນ​ບໍ່​ມີ​ຫຍັງ​ເລີຍ ເວັ້ນ​ແຕ່​ແກະ​ໂຕ​ເເມ່ໂຕ​ນ້ອຍໆ ໂຕ​ດຽວ​ທີ່​ເຂົາ​ໄດ້​ຊື້​ມາ, ຊຶ່ງ​ເຂົາ​ໄດ້​ລ້ຽງ​ໄວ້​ມັນ​ໄດ້​ເຕີບ​ໂຕ​ມາ​ກັບ​ເຂົາ ​ແລະ​ບັນ​ດາ​ລູກ​ທັງ​ຫລາຍ​ຂອງ​ເຂົາ ມັນ​ໄດ້​ກິນ​ອາ​ຫານ​ຮ່ວມ​ກັບ​ເຂົາ​ດ້ວຍ. ແລະ​ໄດ້​ດື່ມ​ຈາກ​ຖ້ວຍ​ດຽວ​ກັ​ບ​ເຂົາ, ແລະ​ມັນ​ໄດ້​ນອນ​ໃນ​ອົກ​ຂອງ​ເຂົາ ແລະ​ເປັນ​ເຫມືອ​ນ​ລູກ​ສາວ​ຂອງ​ເຂົາ.
\s5
\v 4 ມື້​ຫນຶ່ງ​ມີ​ແຂກ​ຄົນ​ຫນຶ່ງ​ ໄດ້​ເດີນ​ທາງ​ມາ​ຫາ​ຄົນ​ຮັ່ງ​ມີ, ແຕ່​ຄົນ​ຮັ່ງມີ​ບໍ່​ເຕັມ​ໃຈ​ທີ່​ຈະ​ເອົາ​ສັດ​ຈາກ​ຝູງ​ງົວ​ ແລະ​ແກະ​ຂອງ​ເຂົາ​ມາ​ເຮັດ​ອາ​ຫານ ​ສຳ​ຫລັບ​ລ້ຽງ​ແຂກ ເຂົາ​ຈຶ່ງ​ໄດ້​ເອົາ​ລູກ​ແກະ​ໂຕ​ເເມ່​ຂອງ​ຄົນ​ຈົນ ​ແລະ​ຕຽມ​ເປັນ​ອາ​ຫານ​ໃຫ້​ແກ່​ແຂກ​ຂອງ​ເຂົາ."
\v 5 ດາ​ວິດ​ກໍ​ໄດ້​ໃຈ​ຮ້າຍ​ຜູ້​ຊາຍ​ທີ່​ຮັ່ງ​ມີ​ຄົນ​ນັ້ນ​ຫລາຍ​, ແລະ​ໄດ້​ຮັບ​ສັ່ງ​ແກ​່​ນາ​ທານ​ວ່າ, "ພ​ຣະ​​ຢາ​ເວ​ຊົງ​ມີ​ຊີ​ວິດ, ຜູ້​ຊາຍ​ຄົນ​ທີ່​ເຮັດ​ເຊັ່ນ​ນັ້ນ​ສົມ​ຄວາມ​ຕາຍ.
\v 6 ເຂົາ​ຈະ​ຕ້ອງ​ຊົດ​ໃຊ້​ຄືນ​ລູກ​ແກະ​ໃຫ້​ສີ່​ເທົ່າ​ເພາະ​ເຂົາ​ໄດ້​ເຮັດ​ສິ່ງ​ນີ້, ແລະ​ເພາະ​ວ່າ​ເຂົາ​ບໍ່​ມີ​ຄວາມ​ເມດ​ຕາ​ຕໍ່​ຜູ້​ຊາຍ​ທີ່​ຍາກ​ຈົນ."
\s5
\v 7 ​ນາ​ທານ​ຈຶ່ງ​ໄດ້​ທູນ​ດາ​ວິດ​ວ່າ, "ທ່ານ​ນັ້ນ​ແຫລະ​ຄື​ຜູ້​ຊາຍ​ຄົນ​ນັ້ນ, ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນ​ໄດ້​ກ່າວ​ວ່າ, "ເຮົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ໄວ້​ໃຫ້​ປັນ​ກະ​ສັດ​ເຫນືອ​ອິດ​ສະ​ຣາ​ເອນ, ແລະ​ເຮົາ​ໄດ້​ຊ່ວຍ​ກູ້​ເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ໂຊນ.
\v 8 ເຮົາ​ໄດ້​ມອບ​ຣາ​ຊວົງ​ເຈົ້າ​ນາຍ​ຂອງ​ເຈົ້າ​ໃຫ້​ເຈົ້າ, ແລະ​ໄດ້​ມອບ​ເຫລົ່າ​ເມຍ​ຂອງ​ເຈົ້າ​ນາຍ​ຂອງ​ເຈົ້າ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ເຈົ້າ. ເຮົາ​ໄດ້​ມອບ​ວົງ​ວານ​ຂອງ​ອິດ​ສະ​ຣາ​ເອນ ​ແລະ​ຢູ​ດາຍ,​ໃຫ້​ແກ່​ເຈົ້າ​ດ້ວ​ຍເ​ຊັ່ນ​ກັນ, ແຕ່​ຖ້າ​ເທົ່າ​ນີ້​ຍັງ​ນ້ອຍ​ເກີນ​ໄປ ​ເຮົາ​ຈະ​ເພີ່ມ​ໃຫ້​ຫລ​ວງ​ຫລາຍ​ກ່ອນ​ນີ້.
\s5
\v 9 ​ດັ່ງ​ນັ້ນ​ເປັນ​ຫຍັງ​ເຈົ້າ​ເຖິງ​ໄດ້​ດູ​ຫມິ່ນ​ ພ​ຣະ​ບັນ​ຊາ​ຂອງ​ພ​ຣະ​​ຢາ​ເວ, ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ພ​ຣະ​ອົງ? ເຈົ້າ​ໄດ້​ປະ​ຫານ​ອູ​ຣິ​ຢາ​ຄົນ​ຮິດ​ຕີ​ດ້ວຍ​ດາບ ແລະ​ໄດ້​ເອົາ​ເມຍ​ຂອງ​ເຂົາ​ມາ​ເປັນ​ເມຍ​ຂອງ​ເຈົ້າ. ເຈົ້າ​ໄດ້​ຂ້າ​ເຂົາ​ດ້ວຍ​ດາບ​ຂອງກອງ​ທັບ​ຂອງ​ຄົນ​ອຳ​ໂມນ.
\v 10 ດັ່ງ​ນັ້ນ ບັດ​ນີ້​ດາບ​ນັ້ນ​ຈະ​ບໍ່​ຄາດ​ໄປ​ຈາກ​ຣາ​ຊວົງ​ຂອງ​ເຈົ້າ, ເພາະ​ເຈົ້າ​ໄດ້​ດູ​ຫມິ່ນ​ເຮົາ​ ແລະ​ໄດ້​ເອົາ​ເມຍ​ຂອງ​ອູ​ຣິ​ຢາ​ຄົນ​ຮິດ​ຕີ​ມາ​ເປັນ​ເມຍ​ຂອງ​ເຈົ້າ."
\s5
\v 11 ພ​ຣະ​ຢາ​ເວ​ກ່າວ​ວ່າ, 'ນີ້​ແຫລະ, ເຮົາ​ຈະ​ໃຫ້​ເຫດ​ຮ້າຍ​ເກີດ​ຂຶ້ນ​ກັບ​ເຈົ້າ​ຈາກ​ຄອບ​ຄົວ​ຂອງ​ເຈົ້າ​ເອງ. ຕໍ່​ຫນ້າ​ຕໍ່​ຕາ​ເຈົ້າ, ເຮົາ​ຈະ​ເອົາ​ບັນ​ດາ​ເມຍ​ຂອງ​ເຈົ້າ​ໄປ​ໃຫ້​ເພື່ອນ​ຂອງ​ເຈົ້າ, ແລະ​ເຂົາ​ຈະ​ນອນ​ຮ່ວມ​ກັ​ບ​ບັນ​ດາ​ເມຍ​ຂອງ​ເຈົ້າ​ຢ່າງ​ເປີດ​ເຜີຍ.
\v 12 ເພາະ​ເຈົ້າ​ໄດ້​ເຮັດ​ບາບ​ຂອງ​ເຈົ້າ​ນັ້ນ​ຢ່າງ​ລັບໆ, ແຕ່​ເຮົາ​ຈະ​ເຮັດ​ການ​ນີ້,​ຕໍ່​ຫນ້າ​ອິດ​ສະ​ຣາ​ເອນ​ທັ້ງ​ຫມົດ​ຢ່າງ​ເປີດ​ເຜີຍ. ""
\v 13 ແລ້ວ​ດາ​ວິດ​ຈຶ່ງ​ໄດ້​ກ່າວ​ກັບ​ນາ​ທານ​ວ່າ, "ເຮົາ​ໄດ້​ກະ​ທຳ​ບາບ​ຕໍ່​ພ​ຣະ​ຢາ​ເວ​ແລ້ວ." ນາ​ທານ​ໄດ້​ທູນ​ດາ​ວິ​ດ​ວ່າ, "ພ​ຣະ​​ຢາ​ເວ​ໄດ້​ຊົງ​ໃຫ້​ອະ​ໄພ​ບາບ​ຂອງ​ທ່ານ​ແລ້ວ​ເຊັ່ນ​ກັນ. ທ່ານ​ເອງ​ຈະ​ບໍ່​ຖືກ​ຂ້າ.
\s5
\v 14 ຢ່າງ​ໃດ​ກໍ​ຕາມ, ເພາະ​ທ່ານ​ໄດ້​ຊົງ​ຫມິ່ນ​ປະ​ຫມາດ​ພ​ຣະ​​ຢາ​ເວ​ແລ້ວ, ດ້ວຍ​ການ​ກະ​ທຳ​ຄັ້ງ​ນີ້ ລູກ​ຊາຍ​ທີ່​ເກີດ​ມາ​ນັ້ນ​ຈະ​ຕາຍ​ແນ່ນອນ."
\v 15 ແລ້ວ​ນາ​ທານ​ກໍ​ໄດ້​ກັບ​ໄປ​ຍັງ​ບ້ານ​ຂອງ​ເຂົາ. ແລະ​ພ​ຣະ​​ຢາ​ເວ​ໄດ​ຊົງ​ເຮັດ​ໃຫ້​ລູກ​ຊາຍ ຊຶ່ງ​ເມຍ​ຂອງ​ອູ​ຣິ​ຢາ​ເກີດ​ກັບ​ດາ​ວິດ​ນັ້ນ, ໄດ້​ປ່ວຍ​ຫນັກ.
\s5
\v 16 ດາ​ວິດ​ກໍ​ໄດ້​ຊົງ​ອ້ອນວອນ​ຕໍ່​ພ​ຣະ​ເຈົ້າເພື່ອ​ລູກ​ຊາຍ​ນັ້ນ. ດາ​ວິດ​ໄດ້​ຊົງ​ອົດ​ອາ​ຫານ ​ແລະ​ໄດ້​ເຂົ້າ​ໄປ​ຂ້າງ​ໃນ​ ແລະ​ໄດ້​ນອນ​ເທິງ​ພື້ນ​ຕະ​ຫລອດ​ຄືນ.
\v 17 ພວກ​ຜູ້​ອາ​ວຸ​ໂສໃນ​ວັງ​ຂອງ​ເພິ່ນ​ກໍ​ໄດ້​ລຸກ​ຂຶ້ນ​ ແລະ​ໄດ້​ມາ​ຢືນ​ຢູ່​ຂ້າງ​ເພິ່ນ, ເພື່ອ​ຈະ​ຍົກ​ເພິ່ນ​ຂຶ້ນ​ຈາກ​ພຶ້ນ, ແຕ່​ເພິ່ນບໍ່​ຊົງ​ຍອມ​ລຸກ​ຂຶ້ນ, ​ແລະ​ເພິ່ນ​ບໍ່​ກິນ​ຫຍັງ​ກັບ​ພວກ​ເຂົາ.
\v 18 ແລ້ວ​ເຫດ​ການ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ ພໍ​ມື້​ທີເຈັດ​ລູກ​ຊາຍ​ກໍ​ໄດ້​ເສຍ​ຊີ​ວິດ. ສ່ວນ​ຂ້າ​ຣາຊ​ການ​ຂອງ​ດາ​ວິດ​ກໍ​ໄດ້​ຢ້ານ ບໍ່​ກ້າ​ທູນ​ເພິ່ນວ່າ​, ລູກ​ຊາຍ​ນັ້ນ​ຕາຍ​ແລ້ວ ເພາະ​ພວກ​ເຂົາ​ໄດ້​ເວົ້າ​ກັນ​ວ່າ, "ເບິ່ງ​ເຖີດ ຂະ​ນະ​ທີ່​ລູກ​ຊາຍ​ຍັງ​ຕາຍ​ຢູ່ ພວກ​ເຮົາ​ໄດ້​ທູນ​ຕໍ່​ເພິ່ນ, ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຊົງ​ຟັງ​ສຽງ​ຂອງ​ພວກ​ເຮົາ​ເລີຍ. ເພິ່ນ​ກໍ​ອາດ​ເຮັດ​ຫຍັງ​ຕໍ່​ຕົວ​ເພິ່ນ​ເອງ​ຫ​ລື​ບໍ່? ຖ້າ​ພວກ​ເຮົາ​ທູນ​ເພິ່ນວ່າ ລູກ​ຊາຍ​ໄດ້​​ເສຍ​ຊີ​ວິດແລ້ວ?!"
\s5
\v 19 ແຕ່​ເມື່ອ​ດາ​ວິດ​ໄດ້​ແນມ​ເບິ່​ງ​ເຫລົ່າ​ຂ້າ​ຣາ​ຊ​ການ​ກຳ​ລັງ​ຊື່ມ​​ກັນ​ຢູ່, ດາ​ວິດ​ກໍ​ໄດ້​ເຂົ້າ​ໃຈ​ວ່າ​ລູກ​ຊາຍ​ນັ້ນ​ໄດ້​ເສຍ​ຊີ​ວິດແລ້ວ. ເພິ່ນຈຶ່ງ​ໄດ້​ຊົງ​ຮັບ​ສັ່ງ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ເພິ່ນວ່າ, "ເດັກ​ນັ້ນ​ໄດ້​ເສຍ​ຊີ​ວິດ​ແລ້ວ​ບໍ?" ພວກ​ເຂົາ​ໄດ້​ທູນ​ຕອບວ່າ,"ໄດ້​ເສຍ​ຊີ​ວິດ​ແລ້ວ"
\v 20 ແລ້ວ​ດາ​ວິດ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ​ຈາກ​ພື້ນ​ ແລະ​ໄດ້ຊຳ​ລະ​ລ້າງ​ຮ່າງ​ກາຍ​ຂອງ​ເພິ່ນ, ​ເຊັດ​ໂຕ​ເພິ່ນ, ປ່ຽນ​ເຄື່ອງ​ເພິ່ນ. ເພິ່ນ​ໄດ້​ດຳ​ເນີນ​ເຂົ້າ​ໄປ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະຢາ​ເວ ​ແລະ​ໄດ້​ນະ​ມັດ​ສະ​ການ​ທີ່​ນັ້ນ, ແລະ​ຫລັງ​ຈາກ​ນັ້ນ​ແລ້ວ​ເພິ່ນ​ກໍ​ໄດ້​ກັບ​ຣາຊວັງ​ຂອງ​ເພິ່ນ. ເມື່ອເພິ່ນ​ໄດ້​ຊົງ​ຮັບ​ສັ່ງ​, ໃຫ້​ຈັດ​ອາ​ຫານ​ມາ​ພວກ​ເຂົາ​ກໍ​ໄດ້​ຈັດ​ຂອງ​ກິນ​ຕໍ່​ຫນ້າ​ເພິ່ນ, ແລະ​ເພິ່ນກໍ​ໄດ້​ກິນ.
\s5
\v 21 ແລ້ວ​ເຫລົ່າ​ຂ້າ​ຣາ​ຊ​ການ​ຂອງ​ເພິ່ນ​ຈຶ່ງ​ໄດ້​ທູນ​ຖາມ​ເພິ່ນ​ວ່າ, "ເປັນ​ຫຍັງ​ທ່ານເຮັດ​ເຊັ່ນ​ນີ້? ທ່ານໄດ້​ອົດ​ອາ​ຫານ ​ແລະ​ຊົງ​ຮ້ອງໄຫ້​ເພື່ອ​ລູກ​ຊາຍ​ນັ້ນ​ໃນ​ຂະ​ນະ​ທີ່​ເຂົາ​ຊົງ​ມີ​ຊີ​ວິດ​ຢູ່, ແຕ່​ເມື່ອ​ລູກ​ຊາຍ​ນັ້ນ​ເສຍ​ຊີ​ວິດ​ແລ້ວ, ທ່ານ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ​ກິນ​ອາ​ຫານ."
\v 22 ດາ​ວິດ​ກໍ​ໄດ້​ຕອບ​ວ່າ,"ເມື່ອ​ເດັກ​ນັ້ນ​ມີ​ຊີ​ວິດຢ​ູ່ ເຮົາ​ໄດ້​ອົດ​ອາ​ຫານ ​ແລະ​ໄດ້​ຮ້ອງ​ໄຫ້. ເພາະ​ເຮົາ​ວ່າ, ໃຜ​ຈະ​ຮູ້​ໄດ້​ວ່າ​ພ​ຣະ​ຢາ​ເວ​ຈະ​ຊົງ​ເມດ​ຕາ​ເຮົາ​ຫລື​ບໍ່, ທີ່​ຈະ​ຊົງ​ໃຫ້​ເດັກ​ນັ້ນ​ມີ​ຊີ​ວິດ​ຕໍ່​ໄດ້?
\v 23 ແຕ່​ດຽວ​ນີ້​ເຂົາ​ໄດ້​ເສຍ​ຊີ​ວິດ​ແລ້ວ, ເຮົາ​ຈະ​ອົດ​ອາ​ຫານ​ເຮັດ​ຫຍັງ? ເຮົາ​ຈະ​ເຮັດ​ເດັກ​ໃຫ້​ຟື້ນ​ຂຶ້ນ​ມາ​ໄດ້​ບໍ່? ເຮົາ​ຈະ​ຕາມ​ເດັກ​ນັ້ນ​ໄປ, ແຕ່​ເຂົາ​ຈະ​ບໍ່​ກັບ​ມາ​ຫາ​ເຮົາ."
\s5
\v 24 ຕໍ່ມາ ດາວິດຊົງ​ໄປ​ຫາ​ນາງບັດເຊບາເມຍຂອງຕົນ, ແລະ​ໄດ້​ຊົງ​ຫລັບ​ນອນ​ກັບ​ນາງ, ນາງ​ກໍ​ໄດ້​ເກີດລູກ​ຊາຍ​​ຄົນ​ຫນຶ່ງ​ຊື່ວ່າ ໂຊ​ໂລ​ໂມ​ນ ພ​ຣະ​ຢາ​ເວ​ໄດ້​ຊົງ​ຮັກ​ເຂົາ.
\v 25 ແລະ​ພ​ຣະ​ອົງ​ໄດ້​ຊົງ​ໃຊ້ນາ​ທານ​ຜູ້​ທຳ​ນວຍ​​ໄປ ຕັ້ງ​ຊື່​ລູກ​ຊາຍ​ນັ້​ນ​ວ່າ ເຢ​ດີ​ດີ​ຢາ, ເພາ​ະ​ພ​ຣະ​ຢາ​ເວ​ຊົງ​ຮັກ​ເພິ່ນ.
\s5
\v 26 ​ບັດ​ນີ້​ໂຢ​ອາບ​ໄດ້​ສູ້ຮົບ​ກັບ​ຣັບບາ, ເມືອງ​ຫລວງ​ຂອງ​ຄົນ​ອຳ​ໂມນ ​ແລະ​ເຂົາ​ໄດ້​ຢຶດ​ປ້ອມ​ປາ​ການ​ຂອງ​ເມືອງ​ນັ້ນ​ໄດ້.
\v 27 ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ສົ່ງ​ຜູ້​ສື່​ສານ​ໄປ​ເຝົ້າ​ດາ​ວິດ ແລະ​ໄດ້​ທູນ​ວ່າ, "ຂ້າ​ນ້ອຍ​ໄດ້​ສູ້​ຮົບ​ກັບ​ນະຄອນ​ຣັບ​ບາ, ແລະ​ຂ້າ​ນ້ອຍ​ໄດ້​ຢຶດ​ແຫລ່ງນ້ຳ​ຂອງ​ເມືອງ​ໄດ້​ແລ້ວ.
\v 28 ບັດ​ນີ້​ຂໍ​ທ່ານ​ໄດ້​ຊົງ​ຮວບຮວມ​ທະ​ຫານ​ທີ່​ເຫລືອ ແລະ​ຕັ້ງ​​ຄ້າຍ​ຕີ​ເມືອງ​ນັ້ນ ​ແລະ​​ຢຶດ​ໃຫ້​ໄດ້, ເພາະ​ຢ້ານ​ວ່າ​ຖ້າ​ຂ້າ​ນ້ອຍ​ຕີ​ໄດ້, ກໍ​​ຈະ​ຮ້ອງ​ຊື່​ເມືອງ​ນັ້ນ​ຕາມ​ຊື່​ຂອງ​ຂ້າ​ນ້ອຍ."
\s5
\v 29 ດັ່ງ​ນັ້ນ​ດາ​ວິດ​ຈຶ່ງໄດ້​ຊົງ​ຮວບຮວມ​ທ​ະ​ທານ​ທັ້ງ​ຫມົດ ​ແລະ​ໄດ້​ຍົກ​ໄປ​ຍັງ​ເມືອງ​ຣັບ​ບາ, ເພິ່ນ​ໄດ້​ຊົງ​ຕໍ່​ສູ້ ​ແລະ​ໄດ້​ຢຶດ​ເມືອງ​ນັ້ນ​ໄດ້.
\v 30 ດາ​ວິດ​ຊົງ​ຢຶດມົງ​ກຸດ​ຈາກ​​ຫົວ​ຂອງ​ກະ​ສັດ​ຂອງ​ພວກ​ເຂົາ. ມົງ​ກຸ​ດ​ນັ້ນ​ເປັນ​ທອງ​ຄຳ​ຫນັກ​ປະ​ມານ​ສາມ​ສິບ​ຫ້າ​ກິ​ໂລ​. ປະ​ດັບ​ດ້ວຍ​ເພັດ​ພອຍ ເຂົາ​ກໍ​ໄດ້​ໃສ່​ເທິງ​ຫົວ​ຂອງ​ດາ​ວິດ. ແລ້ວ​ເພິ່ນ​ໄດ້​ຊົງຢຶດ​ຊັບ​ສົມ​ບັດ​ຂອງ​ເມືອງ​ນັ້ນ​ອອກ​ໄປ​ຢ່າງ​ຫລວງ​ຫລາຍ.
\s5
\v 31 ເພິ່ນໄດ້​ຊົງ​ນຳ​ປະ​ຊາ​ຊົນ ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ອອກ​ມາ ແລະ​ໄດ້​ຊົງ​ບັງ​ຄັບ​ໃຫ​້​ເຮັດວຽກ​ງານ​ດ້ວຍ​ເລື່ອຍ​ຕ່າງໆ, ແລະ​ຂວານ​ເຫລັກ​ຕ່າງໆ ເພິ່ນໄດ້​ຊົງ​ໃຫ້​ພວກ​ເຂົາ​ເຮັດ​ງານ​ທີ່​ເຕົາ​ເຜົາ​ດິນ​ຈີ່. ດາ​ວິດ​ໄດ້​ຊົງ​ໃຫ້​ເມືອງ​ທັງ​ຫມົດ​ ຂອງ​ຄົນ​ອຳ​ໂມນ​ໄດ້​ເຮັດ​ງານ​ໃຊ້​ແຮງ​ງານ​ນີ້. ແລ້ວ​ດາ​ວິດ​ກໍ​ໄດ້​ກັບ​ໄປ ​ນະຄອນ​ເຢ​ຣູ​ຊາ​ເລັມ​ພ້ອມ​ກັບ​ທະ​ຫານ​ທັງ​ຫມົດ.
\s5
\c 13
\cl ບົດ​ທີ 13
\p
\v 1 ເຫດ​ການ​ເຫລົ່າ​ນີ້​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່ ອຳ​ໂນນ​ລູກ​ຊາຍ​ຂອງ​ດາ​ວິດ, ໄດ້​ຊົງ​ຫລົງ​ຮັກ​ຕາ​ມາ​ລູກຊາຍຕ່າງ​ແມ່​ຂອງເພິ່ນ​ທີ່​ງົດ​ງາມ, ຕາມາ ຜູ້​ຊຶ່ງ​ເປັນ​ນ້ອງ​ສາວ​ແທ້ໆ ຂອງ​ອັບຊາ​ໂລມ, ລູກ​ຊາຍ​ອີກ​ຄົນ​ຫນຶ່ງ​ຂອງ​ດາ​ວິດ.
\v 2 ອຳ​ໂນນ​ໄດ​້​ຊົງ​ຄັບ​ອົກ​ຄັບ​ໃຈ​ຈົນ​ລົ້ມ​ປ່ວຍ​ເນື່ອງ​ດ້ວຍ​ລູກ​ສາວ​ຕາ​ມາ. ນາງ​ເປັນ​ສາວ​ພົມ​ມະ​ຈາ​ລີ, ແລະ​ເບິ່ງ​ຄື​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້​ສຳ​ຫລັບ​ອຳ​ໂນນ​ທີ່​ຈະ​ເຮັດ​ຫ​ຍັງ​ກັບ​ນາງ​ໄດ້.
\s5
\v 3 ແຕ່​ອຳ​ໂນນ​ໄດ້​ມີ​ຫມູ່​ຄົນ​ຫນຶ່ງ​ຊື່​ໂຢ​ນາ​ດາບ​ລູກ​ຊາຍ​ຂອງ​ຊາມ​ມາ​ເປັນ​ອ້າຍ​ຂອງ​ດາ​ວິດ, ໂຢ​ນາ​ດາບ​ນັ້ນ​ເປັນ​ຄົນ​ເຈົ້າ​ປັນ​ຍາ.
\v 4 ​ໂຢ​ນາ​ດາບ​ຈຶ່ງ​ໄດ້​ທູນ​ອຳ​ໂນນ​ວ່າ, "ເປັນ​ຫ​ຍັງ,​ລູກ​ຊາຍ​ຂອງ​ກະ​ສັດ​, ຈຶ່ງ​ໄດ້​ຊົງ​ຊຶມ​ເສົ້າ​ເຊັ່ນ​ນີ້​ທຸກ​ເຊົ້າ? ທ່ານຈະ​ບໍ່​ຊົງ​ບອກ​ໃຫ້​ຂ້າ​ນ້ອຍ​ຮູ້​ແດ່​ບໍ?" ດັ່ງ​ນັ້ນ​ອຳ​ໂນນ​ຈຶ່ງ​ໄດ້​ຕອບ​ເຂົາ​ວ່າ, "ເຮົາ​ຮັກ​ຕາ​ມາ​ນ້ອງ​ສາວ​ຂອງ​ອັບ​ຊາ​ໂລມ,​ນ້ອງ​ຊາຍ​ຂອງ​ເຮົາ."
\s5
\v 5 ແລ້ວ ໂຢ​ນາ​ດາບ​ຈຶ່ງ​ໄດ້​ບອກເພິ່ນ​ວ່າ, "ຂໍ​ເຊີນນອນ​ເທິງ​ບ່ອນນອນ ແລະ​ທຳ​ທ່າ​ເປັນ​ໄຂ້. ເມື່ອ​ພໍ່​ຂອງ​ທ່ານ​ມາ​ຢ້ຽມ, ກໍ​ໃຫ້​ທູນ​ວ່າ, "ຂໍ​ກະ​ລຸ​ນາ​ໃຫ້​ຕາ​ມາ​ນ້ອງ​ສາວ​ຂອງ​ຂ້າ​ນ້ອຍ​ມາ​ໃຫ້​ອາ​ຫານ​ແກ່​ຂ້າ​ນ້ອຍ ແລະ​ມາ​ຕຽມ​ອາ​ຫານ​ຕໍ່​ຫນ້າ​ຂ້າ​ນ້ອຍ ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ເຫັນ, ແລະ​ກິນ​ຈາກ​ມື​ຂອງ​ນາງ?""
\v 6 ດັ່ງ​ນັ້ນ ອຳ​ໂນນ​ຈຶ່ງນອນ ແລະ​ໄດ້​ທຳ​ທ່າ​ເປັນ​ໄຂ້ ເມື່ອ​ກະ​ສັດ​ໄດ້​ມາ​ຢ້ຽມ. ອຳ​ໂນນ​ກໍ​ໄດ້​ທູນ​ກະ​ສັດ​ວ່າ,"ຂໍ​ກາ​ລຸ​ນາ​ໃຫ້​ຕາ​ມາ​ນ້ອງ​ສາວ​ມາ​ເຮັດ​ອາ​ຫານ​ຕໍ່​ຫນ້​າຂ້າ​ນ້ອຍ ເພື່ອ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ກິນ​ຈາກ​ມື​ຂອງ​ນາງ."
\s5
\v 7 ແລ້ວ​ດາ​ວິດ​ກໍ​ຊົງ​ໃຊ້​ຄົນ​ໄປ​ແຈ້ງ​ຕາ​ມາ​ທີ່​ວັງ​ຂອງ​ເພິ່ນ​ວ່​າ, "ຈົ່ງ​ໄປ​ທີ່​ວັງ​ຂອງ​ອຳ​ໂນນ​ອ້າຍ​ຂອງ​ເຈົ້າ ແລະ​ເຮັດ​ອາ​ຫານ​ໃຫ​້​ເຂົາ."
\v 8 ດັ່ງ​ນັ້ນ​ຕາ​ມາ​ກໍ​ໄດ້​ໄປ​ຍັງ​ວັງ​ຂອງ​ອຳ​ໂນນ​ອ້າຍ​ຂອງ​ນາງ ທີ່​ເຂົາ​ກຳ​ລັງ​​ນອນ​ຢູ່. ນາງ​ໄດ້​ຈັບ​ແປ້ງ​ມາ ​ແລະ​ໄດ້​ນວດ, ແລະ​ໄດ້​ເຮັດ​ຂະ​ຫນົມ​ຕໍ່​ຫນ້າເພິ່ນ.
\v 9 ນາງ​ກໍ​ໄດ້​ປີ້ງ​ຂະ​ຫນົມ ນາງ​ກໍ​ໄດ້​ຍົກ​ຫມໍ້​ມາ​ ແລະ​ໃຫ້​ຂະ​ຫນົມ​ຕໍ່​ອ້າຍ, ແຕ່​ອຳ​ໂນນ​ກໍ​ໄດ້​ຊົງ​ປະ​ຕິ​ເສດ​ທີ່​ຈະ​ບໍ່​ກິນ. ແລ້ວ​ອຳ​ໂນນ​ໄດ້​ເວົ້າ​ກັບ​ຄົນ​ອື່ນໆ ທີ່​ຢູ່​ໃນ​ນັ້ນ​ວ່າ, "ໃຫ້​ທຸກ​ຄົນ​ອອກ​ໄປ, ອອກ​ໄປ​ຈາກ​ເຮົາ" ດັ່ງ​ນັ້ນ​ທຸກ​ຄົນ​ກໍ​ໄດ້​ອອກ​ໄປ​ຈາກ​ເພິ່ນ.
\s5
\v 10 ດັ່ງ​ນັ້ນ​ອຳ​ໂນນ​ກໍ​ໄດ້​ສັ່ງ​ກັບ​ຕາ​ມາ​ວ່າ, "ຈົ່ງ​ເອົາ​ອາ​ຫານ​ເຂົ້າ​ມາ​ໃນ​ຫ້​ອງ​ຂອງ​ອ້າຍ ເພື່ອ​ອ້າຍ​ຈະ​ໄດ້​ກິນ​ຈາ​ກມື​ຂອງ​ນ້ອງ." ດັ່ງ​ນັ້ນ​ຕາ​ມາ​ກໍ​ໄດ້​ນຳ​ຂະ​ຫມົນ​ທີ່​ນາງ​ໄດ້​ເຮັດ​ນັ້ນ​, ແລະ​ໄດ້​ນຳ​ເຂົ້າ​ໄປ​ໃນ​ຫ້ອງ​ໃຫ້​ອຳ​ໂນນ​ອ້າຍ​ຂອງ​ນາງ.
\v 11 ເມື່ອ​ນາງ​ໄດ້​ນຳ​ຂະ​ຫນົມ​ມາ​ໃກ້​ເພິ່ນ, ອຳ​ໂນນ​ກໍ​ໄດ້​ຊົງ​ຈັບ​ນາງ​ໄວ້ ແລະ​ໄດ້​ເວົ້າ​ວ່າ,"ມາ​ເຖີດ, ເຂົ້າ​ມາ​ນອນ​ກັບ​ອ້າຍ."
\v 12 ນາງ​ຈຶ່ງ​ໄດ້​ຕອບ​ເພິ່ນ​ວ່າ, "ຢ່າ​ເລີຍ, ອ້າຍ​ຂອງ​ຂ້າ​ນ້ອຍ, ຢ່າ​ໄດ້​ບັງ​ຄັບ​ຂ້າ​ນ້ອຍ​ເລີຍ, ສິ່ງ​ຢ່າງ​ນີ້​ເຂົາ​ບໍ່​ເຮັດ​ກັນ​ໃນ​ອິດ​ສະ​ຣາ​ເອນ. ຢ່າ​ເຮັດ​ເລື່ອງ​ທີ່​​ຊົ່ວ​ຊ້າ​ຢ່າງ​ນີ້​ເລີຍ!
\s5
\v 13 ​ຂ້າ​ນ້ອຍ​ຈະ​ກຳ​ຈັດ​ຄ​ວາມ​ອາຍ​ນີ້​ໄປ​ໄດ້​ຢ່າງ​ໃດ? ສ່ວນ​ອ້າຍ​ເດ່? ອ້າຍ​ກໍ​ຈະ​ເປັນ​ຄົນ​ເສຍ​ຫນ້າ​ຄົນ​ຫນຶ່ງ​ໃນ​ອິດ​ສະ​ຣາ​ເອນ! ບັດ​ນີ້, ​ຂໍ​ທູນ​ກະ​ສັດ​ເຖີດ, ເພິ່ນຈະ​ບໍ່​ຫວງ​ຂ້າ​ນ້ອຍ​ໄວ້​ຈາກ​ເພິ່ນ."
\v 14 ຢ່າງ​ໃດ​ກໍ​ຕາມ​ອຳ​ໂນນ​ບໍ່​ຍອມ​ຟັງ​ສຽງ​ນາງ. ເພາະ​ເພິ່ນ​ຊົງ​ມີ​ກຳ​ລັງ​ຫລາຍກວ່າ​ຕາ​ມາ, ເພິ່ນ​ຈຶ່ງ​ໄດ້​ຊົງ​ບັງ​ຄັບ​ນາງ ​ແລະ​ນອນ​ກັບ​ນາງ.
\s5
\v 15 ແລ້ວ​ອຳ​ໂນນ​ກໍ​ໄດ້​ຊົງ​ເບື່ອ​ຫນ່າຍ​ນາງ​ ດ້ວຍ​ຄວາມ​ກຽດ​ຊັງ​ທີ່​ສຸດ. ເພິ່ນ​ຊົງ​ກຽດ​ຊັງ​ນາງ​ຫລາຍ ​ຍິ່ງກວ່າ​ຄວາມ​ປາຖະ​ຫນາ​ຊຶ່ງ​ເພິ່ນຊົງ​ເຄີຍ​ມີ​ຕໍ່​ນາງ. ອຳ​ໂນນ​ໄດ້​ເວົ້າ​ກັບ​ນາງວ່າ, "ຈົ່ງ​ລຸກ​ຂຶ້ນ​ໄປ​ໃຫ​້​ພົ້ນ."
\v 16 ແຕ່​ນາ​ງ​ໄດ້​ຕອບເພິ່ນ​ວ່າ, "ບໍ່! ເພາະ​ຄວາມ​ຜິດ​ໃຫຍ່​ຫລວງ​ນີ້ ທີ່​ຈະ​ຊົງ​ຂັບ​ໄລ່​ຂ້າ​ນ້ອຍ​ໄປ​ກໍ​ຫລາຍ​ກວ່າ ​ສິ່ງ​ທີ່​ທ່ານ​ໄດ້​ຊົງ​ເຮັດ​ກັບ​ຂ້າ​ນ້ອຍ!" ​ແຕ່​ອຳ​ໂນນ​ບໍ່​ຍອມ​ຟັງ​ນາງ.
\v 17 ແຕ່​ໄດ້​ຊົງ​ຮ້ອງ​ມະ​ຫາດ​ເລັກ​ສ່ວນ​ພ​ະ​ອົງ ​ແລະ​ໄດ້​ເວົ້າ​ວ່າ, "ຈົ່ງ​ເອົາ​ຜູ້​ຍິງ​ຄົນ​ນີ້​ອອກ​ໄປ​ໃຫ້​ພົ້ນ​ເຮົາ, ແລ້ວ​ປິດ​ປະ​ຕູ​ໃສ່​​ໄລຫລັງ​ຈາກ​ນາງ​ອອກ​ໄປ."
\s5
\v 18 ແລະ​ມະ​ຫາດ​ເລັກ​ຂອງ​ພ​ະ​ອົງ​ ກໍ​ໄດ້​ນຳ​ນາງ​ອອກ​ໄປ ​ແລະ​ໄດ້​ປິດ​ປະ​ຕູ​ໃສ່​​ໄລຫລັງ​ຈາກນາງອອກໄປ. ຕາ​ມາ​ໄດ້​ນຸ່ງ​ເສື້ອ​ຄຸມຍ​າວ​ທີ່​ໄດ້​ປະ​ດັບ​ປະ​ດາ ເພາະ​ເຫລົ່າ​ລູກ​ສາວ​ຂອງ​ກະ​ສັດ​ທີ່​ຍັງ​ເປັນ​ຍິງ​ພົມ​ມະ​ຈາ​ລີ​ນຸ່ງ​ກັນ​ເຊັ່ນ​ນັ້ນ.
\v 19 ຕາ​ມາ​ກໍ​ໄດ້​ເອົາ​ຂີ້​ເທົາ​ໃສ່ທີ່​ຫົວ​ຂອງ​ນາງ ​ແລະ​ໄດ້​ຈີກ​ເສື້ອ​ຄຸມ​ຢາວ​ຂອງ​ນາງ. ນາງ​ໄດ້​ເອົາ​ມື​ທັງ​ສອງ​ຂ້າງ​ຂອງ​ນາງ​ຄຸມ​ຫົວ ​ແລະ​ໄດ້​ຢ່າງ​ໄປ, ຮ້ອງ​ໄຫ້​ສຽງ​ດັງ​ຂະ​ນະ​ທີ່​ນາງ​ໄດ້​ຢ່າງ​ໄປ.
\s5
\v 20 ອັບ​ຊາ​ໂລມ​ອ້າຍ​ຂອງ​ນາງ​ກໍ​ໄດ້​ເວົ້າ​ກັບ​ນາງວ່າ, "ອຳ​ໂນນ​ອ້າຍ​ຂອງ​ນ້ອງ​ໄດ້​ຢູ່​ກັບ​ນ້ອງ​ບໍ່? ແຕ່ ບັດ​ນີ້ ຈົ່ງ​ມິດ​ສາ, ນ້ອງ​ຂອງ​ອ້າຍ. ເຂົາ​ເປັນ​ອ້າຍ​ຂອງ​ເຈົ້າ. ຢ່າ​ທຸກ​ໃຈ​ເພາະ​ເລື່ອງ​ນີ້​ເລີຍ," ດັ່ງ​ນັ້ນ​ຕາມາ​ກໍ​ໄດ້​ຢູ່​ດຽວ​ດາຍ​ໃນ​ວັງ​ຂອງ​ອ້າຍ​ອັບ​ຊາ​ໂລມ.
\v 21 ແຕ່​ເມື່ອ​ກະ​ສັດ​ດາ​ວິດ​ໄດ້​ຊົງ​ຮູ້​ເລື່ອງ​ເຫລົ່າ​ນີ້​ທັງ​ຫມົດ, ເພິ່ນກໍ​ໄດ້​ໃຈ​ຮ້າຍ​ຫລາຍ.
\v 22 ອັບ​ຊາ​ໂລມ​ບໍ່​ໄດ້​ເວົ້າ​ກັບ​ອຳ​ໂນນ​ເລີຍ, ເພາະ​ອັບ​ຊາ​ໂລ​ມໄດ້​ກຽດ​ຊັງ​ເພິ່ນ​ຫລາຍ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ກັບ​ຕາ​ມາ​ນ້ອງ​ສາວ​ຂອງ​ເພິ່ນ​ໄດ້​ອັບ​ອາຍ.
\s5
\v 23 ​ແລ້ວ​ສິ່ງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ ຕໍ່​ມາ​ອີກ​ສອງ​ປີ​ເຕັມ ທີ່​ອັບ​ຊາ​ໂລມ​ໄດ້​ຈັດ​ງານ​ຕັດ​ຂົນ​ແກະ​ທີ່​ບາ​ອານ​ຮາ​ໂຊ, ຊຶ່ງ​ຢູ່​ໃກ້​ເອ​ຟ​ຣາ​ອິມ, ແລະ​ອັບ​ຊາ​ໂລມ​ໄດ້​ເຊີນ​ລູກ​ທັງ​ຫມົດ​ຂອງ​ກະ​ສັດ​ໄປ​ໃນ​ງານ​ນັ້ນ.
\v 24 ອັບ​ຊາ​ໂລມ​ໄດ້​ໄປ​ເຝົ້າ​ກະ​ສັດ ແລະ​ໄດ້​ທູນ​ວ່າ,"ເບິ່ງ​ເຖີດ, ຜ​ູ້​ຮັບ​ໃຊ້​ຂອງ​ທ່ານມີ​ງານ​ຕັດ​ຂົນ​ແກະ. ຂໍ​ທູນ​ເຊີນ,​ກະ​ສັດ​ພ້ອມ​ດ້ວຍ​ມະ​ຫາດ​ເລັກ​ຂອງ​ທ່ານ​ໄປ​ໃນ​ງານ​ນັ້ນ​ໄປ​ກັບ​ຂ້າ​ນ້ອຍ,​ຜູ້​ຮັບ​ໃຊ້​ຂອງທ່ານ."
\s5
\v 25 ກະ​ສັດ​ໄດ້​ເວົ້າ​ກັບ​ອັບ​ຊາ​ໂລມ​ວ່າ, "ບໍ່, ລູກ​ເອີຍ, ຢ່າ​ເລີຍ ພວກ​ເຮົາ​ທຸກ​ຄົນ​ບໍ່​ຄວນ​ໄປ​ກັນ​ຫມົດ​ເລີຍ ເພາະ​ວ່າ​ພວກ​ເຮົາ​ຈະ​ເປັນ​ພາ​ລະ​ແກ່​ເຈົ້າ." ອັບ​ຊາ​ໂລມ​ກໍ​ໄດ້​ຊົງ​ເກ້ຍ​ກ່ອມ​ກະ​ສັດ, ແຕ່ເພິ່ນ​ກໍ​ບໍ່​ຍອມ​ໄປ, ແຕ່​ເພິ່ນໄດ້​ຊົງ​ອວຍ​ພອນ​ໃຫ້​ອັບ​ຊາ​ໂລມ.
\v 26 ແລ້ວ​ອັບ​ຊາ​ໂລມ​ຈຶ່ງ​ໄດ້​ທູນ​ວ່າ, "ຖ້າ​ບໍ່​ກະ​ລຸ​ນາ​ໄປ ກໍ​ຂໍ​ຊົງ​ກະ​ລຸ​ນາ​ໃຫ້​ອຳ​ໂນນ​ອ້າຍ​ຂອງ​ຂ້າ​ນ້ອຍ​ໄປ​ດ້ວຍ​ກັນ​ກັບ​ພວກ​ເຮົາ​ເຖີດ." ດັ່ງ​ນັ້ນ​ກະ​ສັດ​ໄດ້​ເວົ້າ​ວ່າ,"ເປັນ​ຫຍັງ​ຈະ​ໃຫ້​ອຳ​ໂນນ​ໄປ​ກັບ​ເຈົ້າ​ດ້ວຍ?"
\s5
\v 27 ອັບ​ຊາ​ໂລມ​ໄດ້​ທູນ​ເກ້ຍ​ກ່ອມ​ດາ​ວິດ, ແລະ​ດັ່ງ​ນັ້ນ​ເພິ່ນ​ຈຶ່ງ​ໄດ້​ຊົງ​ໃຫ້​ອຳ​ໂນນ​ ແລະ​ລູກ​ຂອງ​ກະ​ສັດ​ທັງ​ຫມົດ​ໄປ​ດ້ວຍ​ກັນ​ກັບ​ອັບຊາໂລມ.
\v 28 ອັບ​ຊາ​ໂລມ​ໄດ້​ຊົງ​ບັນ​ຊາ​ພວກ​ມະ​ຫາດ​ເລັກ​ຂອງ​ເພິ່ນ​ວ່າ,"ຈົ່ງ​ຖ້າ​ເບິ່ງ​ຢ່າງ​ໃກ້​ຊິດ. ເມື່ອ​ອຳ​ໂນນ​ໄດ້​ເລີ່ມ​ເມົາ​ເຫລົ້າ​ອະ​ງຸ່ນ​ເມື່ອ​ໃດ, ແລະ​ເມື່ອ​ເຮົາ​ສັ່ງ​ພວກ​ເຈົ້າ​ວ່າ, "ຈົ່ງ​ປະ​ຫານ​ອຳ​ໂນນ," ແລ້ວ​ຈົ່ງ​ຂ້າ​ເຂົາ​ ຢ່າ​ຢ້ານ​ເລີຍ. ເຮົາ​ເອງ​ສັ່ງ​ພວກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ່? ຈົ່ງ​ເຂັ້ມ​ແຂງ​ ແລະ​ກ້າ​ຫານ​ເຖີດ."
\v 29 ດັ່ງ​ນັ້ນ​ພວກ​ມະ​ຫາດ​ເລັກ​ຂອງ​ອັບ​ຊາ​ໂລມ​ກໍ​ໄດ້​ເຮັດ​ກັບ​ອຳ​ໂນນ​ຕາມ​ທີ່​ອັບ​ຊາ​ໂລມ​ໄດ້​ຊົງ​ບັນ​ຊາ​ໄວ້. ແລ້ວ​ລູກ​ທັງ​ຫມົດ​ຂອງ​ກະ​ສັດ​ກໍ​ໄດ້​ລຸກ​ຂຶ້ນ, ແລະ​ທຸກ​ຄົນ​ກໍ​ໄດ້​ຊົງ​ຂີ່​ລໍ​ແຕ່​ລະ​ຄົນ ​ແລະ​ຫນີ​ໄປ ດັ່ງ​ນັ້ນ.
\s5
\v 30 ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ, ຂະ​ນະ​ເມື່ອ​ເຫລົ່າ,​ລູກ​ຊາຍ​ໄດ້​ຊົງ​ດຳ​ເນີນ​ຢູ່​ຕາມ​ທາງ​ໄດ້​ມີ​ຂ່າວ​ໄປ​ເຖິງ​ດາ​ວິດ​ວ່າ, "ອັບ​ຊາ​ໂລມ​ໄດ້​ຊົງ​ຂ້າ​ລູກ​ຂອງ​ເພິ່ນ​ທັງ​ຫມົດ​ແລ້ວ, ແລະ​ບໍ່​ເຫລືອ​ລອດ​ຢູ່​ຈັກ​ຄົນ​ດຽວ."
\v 31 ກະສັດຈຶ່ງລຸກຂຶ້ນຈີກເຄື່ອງນຸ່ງຫົ່ມຂອງຕົນດ້ວຍຄວາມໂສກເສົ້າ, ແລະ​ນອນ​ລົງ​ພື້ນ, ຄົນ​ຮັ​ບ​ໃຊ້​ທັງ​ຫມົດ​ກໍ​ໄດ້​ນຸ່ງ​ເສື້ອ​ຜ້າ​ຈີກ​ຂາດ​ຢືນ​ເຝົ້າ​ຢູ່.
\s5
\v 32 ​ໂຢ​ນາ​ດາບ​ລູກ​ຊາຍ​ຂອງ​ຊາມ​ມາ, ​ຫລານ​ຊາຍ​ຂອງ​ດາ​ວິດ, ໄດ້​ຊົງ​ຕອບ​ ແລະ​ໄດ້​ທູນ​ວ່າ, "ຂໍ​ຢ່າ​ໃຫ້​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ສຳ​ຄັນ​ຜິດ​ໄປ​ວ່າ ພວກ​ເຂົາ​ໄດ້​ຂ້າ​ຄົນ​ຫນຸ່ມ​ແຫນ້ນ​ທັງ​ຫມົດ​ທີ່​ເປັນ​ລູກ​ຂອງ​ກະ​ສັດ, ເພາະ​ວ່າ​ອຳ​ໂນນ​ຕາຍ​ແຕ່​ຜູ້​ດຽວ. ອັບ​ຊາ​ໂລ​ມ​ຊົງ​ວາງ​ແຜນ​ການ​ນີ້​ຕັ້ງ​ແຕ່​ມື້​ທີ່​ອຳ​ໂນນ​ໄດ້​ຊົງ​ເຮັດ​ຮຸ່ນ​ແຮງ​ຕໍ່​ຕາ​ມາ​ນ້ອງ​ສາວ​ຂອງ​ທ່ານ.
\v 33 ເພາະ​ສະ​ນັ້ນ ຂໍ​ກະ​ສັດ​ເຈົ​້າ​ນາຍ​ຂອງ​ຂ້າ​ນ້ອຍ​ຢ່າ​ທຸກ​ໃຈ, ດ້ວຍ​ຊົງຢ່າ​ເຊື່ອ​ວ່າ ລູກ​ທັງ​ຫມົດ​ຂອງ​ທ່ານ​ໄດ້​ຕາຍ,​ເພາະ​ອຳ​ໂນນ​ໄດ້​ຕາຍ​ແຕ່​ຄົນດຽວ."
\s5
\v 34 ອັ​ບ​ຊາ​ໂລມ​ກໍ​ໄດ້​ຫນີ​ໄປ. ທະ​ຫານ​ຍາມ​ໄດ້​ແງນ​ຫນ້າ​ຂຶ້ນ​ເບິ່ງ​ ແລະ​ໄດ້​ເຫັນ​ຄົນ​ຈຳ​ນວນ​ຫລາຍ​ກຳ​ລັງ​ມາ ​ຈາກ​ທາງ​ຕາມ​ຫລັງ​ເນີນ​ພູທາງ​ດ້ານ​ຕາເ​ວັນ​ຕົກ​ຂອງ​ເຂົາ.
\v 35 ແລ້ວ​ໂຢ​ນາ​ດາບ​ຈຶ່ງ​ໄດ້​ທູນ​ກະ​ສັດ​ວ່າ, "ເບິ່ງ​ເຖີດ, ບັນ​ດາ​ລູກ​ຊາຍ​ກຳ​ລັງ​ມາ​ແລ້ວ. ສິ່ງ​ນີ້​ເປັນ​ຈິງ​ຕາມ​ຖ້ອຍ​ຄຳ​ທີ່​ຜູ້​ຮັ​ບ​ໃຊ້ ​ຂ​ອງ​ທ່ານໄດ້​ທູນ​ແລ້​ວ."
\v 36 ດັ່ງ​ນັ້ນ ສິ່ງນ​ີ້​ໄດ້​ເກີດ​ຂຶ້ນ ເມື່ອ​ເຂົາ​ໄດ້​ເວົ້​າ​ຈົບ​ລົງ​ບັນ​ດາ​ລູກ​ຂອງ​ກະ​ສັດ,​ກໍ​ໄດ້​ມາ​ເຖິງ ແລະ​ຊົງ​ຮ້ອງ​ໃຫ້​ສຽງ​ດັງ​ແລະ​ຊົງ​ຂ​ົມ​ຂື່ນ. ກະ​ສັດ​ກໍ​ຊົງ​ຂົມ​ຂື່ນ ແລະ​ບັນ​ດາ​ຄົນ​ຮັ​ບ​ໃຊ້​ກໍ​ຮ້ອງ​ໄຫ້​ສະ​ອຶກ​ສະ​ອື້ນ​ດ້ວຍ​ເຊັ່ນ​ກັນ.
\s5
\v 37 ແຕ່​ອັບ​ຊາ​ໂລມ​ໄດ້​ຫນີ​ໄປ​ ແລະ​ໄດ້​ເຂົ້າ​ເຝົ້າ​ຕານ​ໄມ ລູກ​ຊາຍ​ຂອງ​ອາມ​ມີ​ຮຸດ, ກ​ະ​ສັດ​ເມືອງ​ເກ​ຊູ. ດາ​ວິດ​ໄດ້​ຊົງ​ໄວ້​ທຸກ​ໃຫ້​ລູກ​ຂອງເພິ່ນ​ທຸກ​ມື້.
\v 38 ດັ່ງ​ນັ້ນ ອັ​ບ​ຊາ​ໂລມ​ກໍ​ໄດ້​ຫນີ​ໄປ​ຍັງ​ເມືອງ​ເກ​ຊູ, ແລະ​ໄດ້​ຊົງ​ຢູ່​ທີ່​ນັ້ນ​ສາມ​ປີ.
\v 39 ໃຈ​ຂອງ​ກະ​ສັດ​ດາ​ວິດ​ຊົງ​ອາ​ໄລ​ເຖິງ​ອັ​ບຊາ​ໂລມ, ເພາະ​ເພິ່ນໄດ້​ຊົງ​ຮັບ​ການ​ເລົ້າ​ໂລມ​ເລື່ອງ​ຂອງ​ອຳ​ໂນນ ​ແລະ​ການ​ຕາຍ​ຂອງ​ເຂົາ.
\s5
\c 14
\cl ບົ​ດ​ທີ 14
\p
\v 1 ບັດ​ນີ້​ໂຢ​ອາບ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ​ ໄດ້​ຮູ້​ວ່າ​ຈິດ​ໃຈ​ຂອງ​ກະ​ສັດ​ໄດ້​ຊົງ​ປາຖະຫນາ​ຈະ​ໄດ້​ພົບ​ອັບ​ຊາ​ໂລມ.
\v 2 ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ຍັງເມືອງ​ເຕ​ກົວ ແລະ​ໄດ້​ພາ​ຜູ້​ຍິງ​ສະ​ຫລາດ​ຄົນ​ຫນຶ່ງ​ມາ​ພົບ​ເຂົາ. ເຂົາ​ໄດ້​ບອກ​ນາງວ່າ,"ຈົ່ງ​ທຳ​ທ່າ​ເປັນ​ຄົ​ນ​ໄວ້​ທຸກ ແລະ​ນຸ່ງ​ເສື້ອ​ຂອງ​ຄົນ​ໄວ​້ທຸກ. ກະ​ລຸ​ນາ​ຢ່າ​ທາ​ນ້ຳ​ມັນ, ແຕ່​ທຳ​ທ່າ​ຄື​ຜູ້​ຍິງ​ໄວ້​ທຸກ​ໃຫ້​ຜູ້​ຕາຍ​ມາ​ຫລາຍ​ມື້.
\v 3 ແລ້ວ​ຈົ່ງ​ເຂົ້າ​ໄປ​ເຝົ້າ​ກະ​ສັດ ແລະ​ທູນ​ຂໍ້​ຄວາມ​ແກ່​ທ່ານກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຈະ​ອະ​ທິ​ບາຍ​ໃຫ້​ເຈົ້າ."ດັ່ງ​ນັ້ນ​ໂຢ​ອາບ​ກໍ​ໄດ້​ບອກ​ຖ້ອຍ​ຄຳ​ໃຫ້​ຍິງ​ນັ້ນ​ທີ່​ຈະ​ໄປ​ທູນ​ແກ່​ກະ​ສັດ.
\s5
\v 4 ​ເມື່ອ​ຜູ້​ຍິງ​ຊາວ​ເຕ​ກົວ​ໄດ້​ມາ​ທູນ​ຕໍ່​ກະ​ສັດ, ນາງ​ກໍ​ໄດ້​ນອນ​ຊົບ​ຫນ້າ​ລົງ​ເຖິງ​ພື້ນດິນ ແລະ​ໄດ້​ທູນ​ວ່າ,"ຂ້າ​ແຕ່​ກະ​ສັດ, ຂໍ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ດ້ວຍ​ເຖີດ."
\v 5 ກະ​ສັດ​ໄດ້​ເວົ້າ​ກັບ​ຜູ້​ຍິງ​ນັ້ນ​ວ່​າ, "ເຈົ້າ​ມີ​ເລື່ອງ​ຫ​ຍັງ​ບໍ?" ນາງ​ໄດ້​ທູນ​ວ່າ,"ຄວາມ​ຈິງ​ເປັນ​ດັ່ງ​ນີ້ ຂ້າ​ນ້ອຍ​ເປັນ​ຍິງ​ຫມ້າຍ, ຜົວ​ຂອງ​ຂ້າ​ນ້ອຍ​ໄດ້​ຕາຍ​ແລ້ວ.
\v 6 ຂ້າ​ນ້ອຍ,​ສາວ​ໃຊ້​ຂອງ​ທ່ານ​ມີ​ລູກ​ຊາຍ​ສອງ​ຄົນ, ແລະ​ພວກ​ເຂົາ​ກໍ​ໄດ້​ແຕ່​ງ​ງານ​ກັນ​ທີ່​ທົ່ງ​ນາ, ແລະ​ບໍ່​ມີ​ໃຜ​ແຍກ​ພວກ​ເຂົາ​ອອກ. ລູກ​ຊາຍ​ຄົນ​ຫນຶ່ງ​ຈຶ່ງ​ໄດ້​ຂ້າ​ອີກ​ຄົນ​ຫນຶ່ງ​ຕາ​ຍ.
\s5
\v 7 ບັດ​ນີ້ ບັນ​ດາ​ຍາ​ດ​ພີ​ນ້ອງທັງ​ຫມົດ,​ກໍ​ໄດ້​​ຫັນ​ກັນ​ມາ​ຫາ​ສາວ​ໃຊ້​ຂອງ​ເພິ່ນ​ບອກວ່າ,"ຈົ່ງ​ມອບ​ຜູ້​ຂ້າ​ອ້າຍ​ຂອງ​ເຂົາ​ເພື່ອ​ເຮົາ​ຈະ​ຂ້າ​ເຂົາ​ໃຫ້​ຕາຍ, ເພື່ອ​ຊົດ​ໃຊ້​ຊີ​ວິດ​ຂອງ​ອ້າຍ​ເຂົາ​ທີ່​ຖືກ​ຂ້າ​ນັ້ນ.' ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ທຳ​ລາຍ​ຜູ້​ຮັບ​ມໍ​ລະ​ດົກ​ດ້ວຍ." ດັ່ງ​ນີ້​ຂ​້າ​ນ້ອຍ​ກໍ​ຈະ​ບໍ່​ມີ​ລູກ​ເຫລືອ​ຢູ່​ເລີຍ, ແລະ​ພວກ​ເຂົາ​ຈະ​ບໍ່​ເຫລືອ​ໃຫ້ ​ແມ່ນ​ແຕ່​ຊື່​ຫ​ລື​ເຊື້ອ​ສາຍ ​ຂອງ​ຜົວ​ຂ້າ​ນ້ອຍ​ເທິງ​ພື້ນ​ແຜ່ນ​ດິນ​ໂລກ​ນີ້​ເລີຍ."
\s5
\v 8 ດັ່ງ​ນັ້ນ​ກະ​ສັດ​ຈຶ່ງ​ໄດ້​ເວົ້າ​ກັບ​ຍິງ​ຄົນ​ນັ້ນ​ວ່າ, "ໄປ​ບ້ານ​ເຈົ້າ​ເຖີດ, ​ແລະ​ເຮົາ​ເອງ​ຈະ​ສັ່ງ​ການ​ບາງ​ສິ່ງ​ເພື່ອ​ເຈົ້າ."
\v 9 ຜູ້​ຍິງ​ຊາວ​ເຕ​ກົວ ຈຶ່ງ​ໄດ້​ທູນ​ກະ​ສັດ​ວ່າ,"ຂ້​າ​ແຕ່​ກະ​ສັດ,​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ, ຂໍ​ໃຫ​້​ໂທດ​ຕົກ​ຢູ່​ກັບ​ຂ້າ​ນ້ອຍ ແລະ​ກັບ​ເຊື້ອ​ສາຍ​ພໍ່​ຂອງ​ຂ້າ​ນ້ອຍ​ເຖີດ. ກະ​ສັດ​ ແລະ​ຄົ​ນ​ຮັບ​ໃຊ້​ຂອງ​ເພິ່ນ​ຢ່າ​ໃຫ້​ມິີໂທ​ດ​ເລີຍ."
\s5
\v 10 ກະ​ສັດ​ໄດ້​ຕອບ​ວ່າ, "ຖ້າ​ມີ​ໃຜ​ກ່າວ​ຫ​ຍັງ​ແກ່​ເຈົ້າ, ຈົ່ງ​ພາ​ເຂົາ​ມາ​ຫາ​ເຮົາ, ແລະ​ເຂົາ​ຈະ​ບໍ່​ແຕະ​ຕ້ອງ​ເຈົ້າ​ອີກ​ເລີຍ."
\v 11 ແລ້ວ​ນາງ​ກໍ​ໄດ້​ທູນ​ວ່າ, "ຂໍ​ກະ​ສັດ​ຊົງ​ກ່າວ,​ໃນ​ພ​ຣະ​ນາມ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ທ່ານ, ເພື່ອ​ຜູ້​ຮັ​ບ​ຜິດ​ຊອບ​ແຫ່ງ​ໂລ​ຫິດ​ຈະ​ບໍ່​ທຳ​ລາຍ​ຜ​ູ້​ໃດ​ອີກ​ຕໍ່​ໄປ, ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ບໍ່​ທຳ​ຮ້າຍ​ລູກ​ຊາຍ​ຂອງ​ຂ້າ​ນ້ອຍ." ກະ​ສັດ​ໄດ້​ກ່າວ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ມີ​ຊີ​ວິດ​ຢູ່​, ເສັ້ນ​ຜົມ​ຂອງ​ລູກ​ຊາຍ​ຂອງ​ເຈົ້າເສັ້ນ​ດຽວ​ຈະ​ບໍ່​ຕົກ​ລົງ​ເຖິງ​ດິນ."
\s5
\v 12 ແລ້ວ​ຜູ້​ຍິງ​ໄດ້​ທູນ​ວ່າ, "ຂໍ​ສາວ​ໃຊ້​ຂອງ​ທ່ານໄດ້​ທູນ​ອີກ​ຈັກ​ຄຳ​ຫນຶ່ງ​ແກ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ." ເພິ່ນ​ໄດ້​ກ່າວ​ວ່າ, "ຈົ່ງ​ເວົ້າ​ມາ."
\v 13 ດັ່ງ​ນັ້ນ​ຜູ້​ຍິງ​ນັ້ນ​ຈຶ່ງ​ໄດ້​ທ​ູນ​ວ່າ, "ເຫດ​ໃດ​ທ່ານ​ໄດ້​ຊົງ​ເຮັດ​ຜິດ​ຕໍ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ເຈົ້າ? ສຳ​ຫລັບ​ໃນ​ການ​ກ່າ​ວ​ເຊັ່ນ​ນີ້, ກະ​ສັດ​ໄດ້​ຊົງ​ເປັນ​ຄື​ບາງ​ຄົນ​ທີ່​ມີ​ຄວາມ​ຜິດ, ເພາະ​ວ່າ​ກະ​ສັດ​ຍັງ​ບໍ່​ໄດ້​ນຳ​ລູກ​ຊາຍ​ຜູ້​ຖືກ​ເນ​ລະ​ເທດ​ກັບ​ມາ​ວັງ​ເລີຍ.
\v 14 ດັ່ງ​ນັ້ນ​ພວກ​ເຮົາ​ຈະ​ຕ້ອງ​ຕາຍ, ແລະ​ພວກ​ເຮົາ​ເປັນ​ຄື​ນ້ຳ​ທີ່​ເຫີຍ​ເທິງ​ພື້ນ​ດິນ, ທີ່​ບໍ່​ສາ​ມາດຈະ​ເກັບ​ລວມ​ກັບ​ຄືນ​ມາ​ອີກ​ບໍ່​ໄດ້. ແຕ່​ພ​ຣະ​ເຈົ້າ​ບໍ່​ຊົງ​ທຳ​ລາຍຊີ​ວິດ, ແຕ່​ຊົງ​​ເຮັດ​ຜິດ​ສຳ​ຫລັບ​ຄົນ​ເຫລົ່າ​ນັ້​ນ​ທີ່​ຖືກ​ເນ​ລະ​ເທດ​ໄດ້​ກັບ​ຄືນ​ມາ​ອີກ.
\s5
\v 15 ບັດ​ນີ້, ແລ້ວທີ່​ຂ້າ​ນ້ອຍ​ໄດ້​ທູນ​ເລື່ອງ​ນີ້​ຕໍ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ, ກໍ​ເພາະ​ວ່າ​ພວກ​ປະ​ຊາ​ຊົນ​ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຢ້ານ. ດັ່ງ​ນັ້ນ​ສາວ​ໃຊ້​ຂອງເພິ່ນ​ໄດ້​ຄິດ​ວ່າ,"ບັດ​ນີ້​ຂ້ອຍ​ຈະ​ທູນ​ກະ​ສັດ. ບາງ​ທີ​ກະ​ສັດ​ຈະ​ຊົງ​ເຮັດ​ຕາມ​ຄຳ​ຂໍ​ຂອງ​ສາວ​ໃຊ້​ເພິ່ນ.
\v 16 ເພາະ​ວ່າ​ກະ​ສັດ​ຈະ​ຊົງ​ຟັງ​ເຮົາ, ເພື່ອ​ທີ່​ຈະ​ຊົງ​ຊ່ວຍ​ກູ້​ສາວ​ໃຊ້​ຂອງ​ເພິ່ນຈາກ​ມື​ຂ​ອງ​ຜູ້​ຈະ​ທຳ​ລາຍ​ທັງ​ຕົວ​ຂ້າ​ນ້ອຍ, ແລະ​ລູກ​ຊາຍ​ຂອງ​ຂ້າ​ນ້ອຍຈາກ​ມໍ​ລະ​ດົກ​ຂອງ​ພ​ຣະ​ເຈົ້າ."
\v 17 ແລ້ວ​ສາວ​ໃຊ້​ຂອງ​ເພິ່ນໄດ້​ອະ​ທິ​ຖານ​ວ່າ, "ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂໍ​ໃຫ້​​ສັນ​ຍາ​ຂອງ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້ານ້ອຍເປັນ​ທີ່​ພັກ​ພິງ​ປຽບ​ດັ່ງ​ເທວະ​ດາ​ຂອງ​ພ​ຣະ​ເຈົ້າ, ເພາະ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້​ານ້ອຍ​ຜູ້​ຊົງ​ຮູ້​ຄວາມ​ດີ​ ແລະ​ຊົ່ວ.' ຂໍ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ທ່ານ​ສະ​ຖິດ​ກັບ​ທ່ານ​ເຖີດ."
\s5
\v 18 ແລ້ວ​ກະ​ສັດ​ໄດ້​ຊົງ​ກ່າວ​ກັບ​ຍິງ​ນັ້ນ​ວ່າ, "ຈົ່ງ​ຢ່າ​ປິດ​ບັງ​ສິ່ງ​ໃດ​ຈາກ​ເຮົາ​ທີ່​ເຮົ​າ​ເອງ​ຈະ​ຖາມ​ເຈົ້າ." ຜູ້​ຍິງ​ນັ້ນ​ໄດ້​ທູນ​ວ່າ, "ຂໍ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ກ່າວ​ເຖີດ."
\v 19 ກະ​ສັດ​ຈຶ່ງ​ໄດ້​ກ່າວ​ວ່າ, "ມື​ຂອງ​ໂຢ​ອາບ​ກ່ຽວ​ຂ້ອງ​ກັບ​ເຈົ້າ​ດ້ວຍ​ໃນ​ເລື່ອງ​ທັງ​ຫມົດ​ນີ້​ແມ່ນ​ບໍ່?" ຜູ້​ຍິງ​ນັ້ນ​ໄດ້​ທູນ​ຕອບ ແລະ​ໄດ້​ກ່າວ​ວ່າ, "ຂ້າ​ແດ່​ກະ​ສັດ, ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ທ່ານ​ຊົງ​ມີ​ຊີ​ວິດ​ຢູ່ ບໍ​່​ມີ​ໃຜ​ຫນີ​ໄປ​ທາງ​ຂວາ​ມື​ຫລື​ທາງ​ຊ້າຍ​ມື​ໄດ້​ຈາກ​ທຸກ​ສ​ິ່ງ​ທີ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ໄດ້​ກ່າວ​ໄວ້​ນັ້ນ​ແລ້ວ.
\v 20 ເຂົາ​ນັ້ນ​ແຫລະ​ໂຢ​ອາບ​ຜູ້​ຮັບ​ໃຊ້​ທ່ານທີ່​ໄດ້​ເຮັດ​ສິ່ງ​ນີ້​ກໍ​ເພື່ອ​ຈະ​ແກ້​ໄຂ​ສະ​ຖາ​ນະ​ການ​ທີ່​ກຳ​ລັງ​ເປັນ​ຢູ່​ນີ້. ເຈົ້າ​ນາຍ​ຂອງ​ຂ​້າ​ນ້ອຍ​ຊົງ​ມີ​ສະ​ຕິ​ປັນ​ຍາ, ເຫມືອນ​ດັ່ງ​ສະ​ຕິ​ປັນ​ຍາ​ຂອງ​ເທວະ​ດາ​ຂອງ​ພ​ຣະ​ເຈົ້າ, ແລະ​ຊົງ​ຮູ້​ທຸກ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ."
\s5
\v 21 ດັ່ງ​ນັ້ນ​ກະ​ສັດ​ຈຶ່ງ​ໄດ້​ກ່າວ​ສັ່ງ​ໂຢ​ອາບ​ວ່າ, "ເບິ່ງ​ເຖີດ ເຮົາ​ຈະເຮັດ​ສິ່ງ​ນີ້. ດັ່ງ​ນັ້ນ​ຈົ່ງ​ໄປ, ແລະ​ນຳ​ອັບ​ຊາ​ໂລມ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ກັບ​ມາ."
\v 22 ດັ່ງ​ນັ້ນ​ໂຢ​ອາບ​ກໍ​ໄດ້​ນອນ​ລົງ​ກົ້ມ​ຫນ້າ​ລົງ​ພື້ນດິນ ແລະ​ຖ​ວາຍ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ກະ​ສັດ. ໂຢ​ອາບ​ໄດ້​ທູນ​ວ່າ, "ມື້​ນີ້​ຜູ້​ຮັບ​ໃຊ້​ຂອງ​ທ່ານຮູ້​ວ່າ, ຂ້າ​ນ້ອຍ,​ໄດ້​ຮັບ​ຄວາມ​ໂປດ​ປານ​ຈາກ​ກະ​ສັດ,​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ໃນ​ການ​ທີ່​ກະ​ສັດ​ໄດ້​ຊົງ​ພໍ​ໃຈ ຕາມ​ຄຳ​ທູນ​ຂໍ​ຂອງ​ຜູ້​ຮັບ​ໃຊ້​ຂອງທ່ານ."
\s5
\v 23 ດັ່ງ​ນັ້ນ​, ໂຢ​ອາບ​ຈຶ່ງ​ໄດ້​ລຸກ​ຂຶ້ນ​ໄປ​ຍັງ​ເມືອງ​ເກ​ຊູ, ແລະ​ໄດ້​ພາ​ອັບ​ຊາ​ໂລມ​ມາ​ຍັງ​ນະຄອນ​ເຢ​ຣູ​ຊາ​ເລັມ.
\v 24 ກະ​ສັດ​ໄດ້​ກ່າວ​ວ່າ, "ໃຫ້ເຂົາ​ກັບ​ໄປ​ວັງ​ຂອງ​ເຂົາ​ເຖີດ, ແຕ່​ຢ່າ​ໃຫ້​ເຂົ້າ​ເຝົ້າ​ເຮົາ." ດັ່ງ​ນັ້ນ​ອັບ​ຊາ​ໂລມ​ກໍ​ໄດ້​ກັບ​ໄປ​ຢູ່​ວັງ​ຂອງ​ເພິ່ນ, ແຕ່​ບໍ​ໄດ້​ເຂົ້າ​ເຝົ້າ​ຕໍ່​ຫນ້າ​ກະ​ສັດ.
\s5
\v 25 ​ບັດ​ນີ້ ​ອິດ​ສະ​ຣາ​ເອນ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ເລື່ອງ​ຄວາມ​ສະ​ງ່າ​ງາມ​ຫລາຍ​ເທົ່າ​ກັບ​ອັບ​ຊາ​ໂລມ. ນັບ​ແຕ່ປາຍຕີນ​ຈົນ​ຮອດ​ຫົວ​ຂ​ອງ​ເພິ່ນ ເພິ່ນບໍ່​ຊົງ​ມີ​ຕຳ​ນິ​ເລີຍ.
\v 26 ເມື່ອ​ເພິ່ນ​ຊົງ​ຕັດ​ຜົມ​ໃນທ້າຍ​ປີ​ຂອງ​ທຸກ​ປີ, ເພາະ​ວ່າ​ຜົມ​ເທິງ​ຫົວ​ຂອງ​ເພິ່ນ​ມີ​ນ້ຳ​ຫນັກ​ຫລາຍ, ເພິ່ນ​ໄດ້​ຊົງ​ຊັ່ງ​ຜົມ ໄດ້​ຫນັກ​ປະ​ມານ​ເຖິງ​ສອງ​ກິ​ໂລ ຊຶ່ງ​ໄດ້​ຊັ່ງ​ຕາມ​ນ້ຳ​ມາດ​ຕະ​ຖານ​ຂອງ​ກະ​ສັດ.
\v 27 ອັບ​ຊາ​ໂລມ​ໄດ້​ມີ​ລູກ​ຊາຍ​ສາມ​ຄົນ, ແລະ​ລູກ​ສາວ​ຄົນ​ຫນຶ່ງ​ຊື່​ຕາ​ມາ, ນາງ​ເປັນ​ຍິງ​ທີ່​ງາມ.
\s5
\v 28 ​ອັບ​ຊາ​ໂລມ​ໄດ້​ຢູ່​ໃນນະຄອນ​ເຢ​ຣູ​ຊາ​ເລັ​ມ​ເຖິງ​ສອງ​ປີ​ເຕັມ, ໂດຍ​ບໍ່​ໄດ້​ເຂົ້າ​ເຝົ​້າ​ຕໍ່​ຫນ້າ​ກະ​ສັດ.
\v 29 ແລ້ວ​ອັບ​ຊາ​ໂລມ​ກໍ​ໄດ້​ສົ່ງ​ຄົນ​ໄປ​ນຳຫາໂຢ​ອາບ​ໃຫ້​ນຳ​ເພິ່ນ​ເຂົ້າ​ໄປ​ເຝົ້າ​ກະສັດ, ແຕ່​ໂຢ​ອາບ​ບໍ່​ໄດ້​ມາ​ຫາ​ເພິ່ນ. ​ດັ່ງ​ນັ້ນເພິ່ນກໍ​ໄດ້​ຊົງ​ສົ່ງ​ຄົນ​ໄປ​ຄັ້ງ​ທີ່​ສອງ, ແຕ່​ໂຢ​ອາບ​ກໍ​ບໍ່​ໄດ້​ມາ​ອີກ.
\s5
\v 30 1 ​ດັ່ງ​ນັ້ນ ອັບຊາໂລມ​ຈຶ່ງ​ໄດ້​ຊົງ​ສັ່ງ​ ພວກຄົນຮັບໃຊ້​ຂອງ​ເພິ່ນ​ວ່າ, "ເບິ່ງ​ແມ, ນາ​ຂອງ​ໂຢ​ອາບ​ຢູ່​ຕໍ່​ຈາກ​ນາ​ຂອງ​ເຮົາ. ເຂົາ​ມີ​ເຂົ້າ​ບາ​ເລ​ທີ່​ນັ້ນ ຈົ່ງ​ໄປ​ເອົາ​ໄຟ​ເຜົາ." ພວກ​ຄົນຮັບໃຊ້​ຂອງ​ອັບ​ຊາ​ໂລມ​ກໍ​ໄດ້​ເອົາ​ໄຟ​ເຜົາ​ນາ.
\v 31 ແລ້ວ​ໂຢ​ອາບ​ກໍ​ໄດ້​ລຸກ​ຂຶ້ນ​ໄປ​ຫາ​ອັບ​ຊາ​ໂລມທີ່​ວັງ​ຂອງ​ເພິ່ນ, ແລະ​ໄດ​້​ທູນ​ຖາມ​ເພິ່ນວ່າ, "ເປັນ​ຫຍັງ​ພວກຄົນຮັບໃຊ້ຂອງ​ທ່ານ​ຈຶ່ງ​ເອົາ​ໄຟ​ເຜົາ​ນາ​ຂອງ​ຂ້າ​ນ້ອຍ?"
\s5
\v 32 ​ອັ​ບ​ຊາ​ໂລມ​ໄດ້​ຕອບ​ໂຢ​ອາບ​ວ່າ, "ເບິ່ງ​ເຖີດ, ເຮົາ​ສົ່ງ​ຄົນ​ໄປ​ບອກ​ທ່ານ​ວ່າ,"ມາ​ນີ້​ເຖີດ ເຮົາ​ຈະ​ສົ່ງ​ທ່ານ​ໄປ​ຫາ​ກະ​ສັດ​ທູນ​ວ່າ, "ໃຫ້​ຂ້າ​ນ້ອຍ​ມາ​ຈາກ​ເກ​ຊູ​ເຮັດ​ຫຍັງ? ຂ້າ​ນ້​ອຍ​ຢູ່​ທີ່​ນັ້ນ​ກໍ​ດີກວ່າ” ດັ່ງ​ນັ້ນ​. ບັດ​ນີ້​ຂໍ​ໃຫ້​ເຮົາ​ໄດ້​ເຂົ້າ​ເຝົ້າ​ຕໍ່​ຫນ້າ​ກະ​ສັດ, ແລະ​ຖ້າ​ເຮົາ​ມີ​ຄວາມ​ຜິດ ກ​ໍ​ໃຫ້​ເພິ່ນ​ຊົງຂ້າເຮົາ.""
\v 33 ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ເຂົ້າ​ເຝົ້າ​ກະ​ສັດ. ​ແລະ​ໄດ້​ທູນ​ເພິ່ນ​ໃຫ້​ຊົງ​ຮ​ູ້ ເມື່ອ​ກະ​ສັດ​ຊົງ​ຮ້ອງ​ຫາ​ອັບ​ຊາ​ໂລມ, ເພິ່ນຈຶ່ງ​ໄດ້​ເຂົ້າ​ໄປ​ເຝົ້າ​ກະ​ສັດ ກົ້ມ​ຫນ້າ​ລົງ​ພື້ນ​ດິນ​ຕໍ່​ຫນ້າ​ກະ​ສັດ, ແລ​ະ​ກະ​ສັດ​ກໍ​ໄດ້​ຊົງ​ຈູບ​ອັບ​ຊາ​ໂລມ.
\s5
\c 15
\cl ບົດ​ທີ 15
\p
\v 1 ອັບ​ຊາ​ໂລມ​ໄດ້​ຈັດ​ຕຽມ​ລົດ​ເສິກ ​ແລະ​ມ້າ​ຫລາຍ​ໂຕ​ສຳ​ຫລັບ​ເພິ່ນ​ເອງ, ກັບ​ທະ​ຫານ​ແລ່ນ​ນຳ​ຫນ້າ​ເພິ່ນ ຈຳ​ນວນ​ຫ້າ​ສິບ​ຄົນ.
\v 2 ອັ​ບຊາ​ໂລມ​ໄດ້​ຊົງ​ຕື່​ນ​ແຕ່​ເຊົ້າ. ຊົງ​ຢືນ​ຢູ່​ທີ່​ທາງ​ເຂົ້າ​ປະ​ຕູ ຖ້າ​ໃຜ​ມີ​ເລື່ອງ​ຖ​ວາຍ​ກະ​ສັດ,​ໃຫ້​ຊົງ​ຕັດ​ສິນ ອັບ​ຊາ​ໂລມ​ກໍ​ໄດ້​ຮ້ອງ​ຜູ້​ນັ້​ນ ​ແລະ​ໄດ້​ຖາມ​ວ່າ, "ເຈົ້າ​ມາ​ຈາກ​ເມືອງ​ໃດ?" ແລ້ວ​ເມື່ອ​ເຂົາ​ໄດ້​ທູນ​ຕອບ​ວ່າ, "ຜູ້​ຮັບ​ໃຊ້​ຂອງ​ທ່ານ​ເປັນ​ຄົນ​ເຜົ່າ​ຫນຶ່ງ​ໃນ​ອິດ​ສະ​ຣາ​ເອນ."
\s5
\v 3 ​ດັ່ງ​ນັ້ນ ອັບ​ຊາ​ໂລມ​ກໍ​ໄດ້​ຊົງ​ບອກ​ເຂົາ​ວ່າ, "ເບິ່ງ​ເຖີດ, ຄຳ​ຮ້ອງ​ຂອງ​ເຈົ້າ​ກໍ​ດີ ​ແລະ​ຖືກ​ຕ້ອງ, ແຕ່​ກະ​ສັດ​ບໍ່​ໄດ້​ຊົງ​ຕັ້ງ​ໃຜ​ໄວ້​ໃຫ້​ຟັງ​ເຈົ້າ."
\v 4 ອັບ​ຊາ​ໂລມ​ໄດ້​ກ່າວ​ເຕີມ​ວ່າ, "ຂ້າ​ນ້ອຍປາ​ຖະ​ຫນາ​ວ່າ​ຂ້າ​ນ້ອຍໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ຜູ້​ພິ​ພາກ​ສາ​ ໃນ​ແຜ່ນ​ດິນ​ນີ້ ດັ່ງ​ນັ້ນ, ເມື່ອ​ໃຜ​ມີ​ຂໍ້​ຂັດ​ແຍ່ງ​ຫລື​ຕ້ອງ​ການ​ຄຳ​ຕັດ​ສິ​ນ​ ຈະ​ໄດ້​ມາ​ຫາ​ຂ້ານ້ອຍ, ແລະ​ຂ້າ​ນ້ອຍຈະ​ໃຫ້​ຄວາມ​ຢຸດ​ຕິ​ທຳ​ແກ່​ເຂົາ!"
\s5
\v 5 ດັ່ງ​ນັ້ນ ເລື່ອງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ເມື່ອ​ມີ​ໃຜ​ເຂົ້າ​ມາ​ຫາ​ອັບ​ຊາ​ໂລມ​ເພື່ອ​ກົມ​ກາບ​ອັບຊາໂລມ, ອັບ​ຊາ​ໂລມ​ກໍ​ໄດ້​ຍື່ນ​ມື​ອອກກອດ​ ແລະ​ຈູບ​ເຂົາ.
\v 6 ອັບ​ຊາ​ໂລມ​ໄດ້​ເຮັດ​ແບບ​ນີ້​ແກ່​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ ທີ່​ມາ​ເຝົ້າ​ກະ​ສັດ​ເພື່ອ​ຂໍ​ຄຳ​ຕັດ​ສິນ. ດັ່ງ​ນັ້ນ​ອັບ​ຊາ​ໂລມ​ກໍ​ໄດ້​ຊະ​ນະ​ໃຈ​ຂອງ​ບັນ​ດາຊາວ​ອິດ​ສະ​ຣາ​ເອນ.
\s5
\v 7 ​ເມື່ອ​ລ່ວງ​ມາ​ຈົນຮອດທ້າຍ​ປີ​ທີ​ສີ່​ທີ່​ອັບ​ຊາ​ໂລມ ໄດ້​ທູນ​ກະ​ສັດ​ວ່າ,"ຂໍ​ຊົງ​ອະ​ນຸຍາດ​ໃຫ້​ຂ້າ​ນ້ອຍ​ໄປ​ ແລະ​ແກ້​ບະ ຊຶ່ງ​ຂ້າ​ນ້ອຍ​ໄດ້​ສັນຍາໄວ້​ຕໍ່​ພ​ຣະ​ຢ​ເວ​ທີ່​ເມືອງ​ເຮັບ​ໂຣນ.
\v 8 ເພາະ​ວ່າ​ຜູ້​ຮັບ​ໃຊ້​ຂອງພຣະອົງ​ໄດ້​ສັນຍາ​ໄວ້​ເມື່ອ​ຕອນ​ຍັງ​ຢູ່​ໃນ​ເມືອງ​ເກ​ຊູ​ໃນ​ຊີ​ເຣຍ​ວ່າ, "ຖ້າ​ພ​ຣະ​ຢາ​ເວ​ຊົງ​ນຳ​ຂ້າ​ນ້ອຍ​ກັບ​ມາ​ຍັງ​ນະຄອນ​ເຢ​ຣູ​ຊາ​ເລັມ​ອີກເທື່ອ​ຫນຶ່ງ​​ແລ້ວ, ຂ້ານ້ອຍ​ຈະ​ຖ​ວາຍ​ນະ​ມັດ​ສະ​ການ​ພ​ຣະ​ຢາ​ເວ.""
\s5
\v 9 ດັ່ງ​ນັ້ນ​ກະ​ສັດ​ໄດ້​ກ່າວ​ຕອບ​ເຂົາ​ວ່າ, "ຈົ່ງ​ໄປ​ເປັນ​ສຸກ​ເຖີດ" ດັ່ງ​ນັ້ນ​ອັບ​ຊາ​ໂລມ​ກໍ​ໄດ້​ລຸກ​ຂຶ້ນ​ແລະ​ໄດ້​ໄປ​ຍັງ​ເມືອງ​ເຮັບ​ໂຣນ.
\v 10 ແຕ່​ແລ້ວ​ອັບ​ຊາ​ໂລມ​ໄດ້​ສົ່ງ​ຜູ້​ຊອດ​ແນມ​ໄປ​ທົ່ວ​ອິດ​ສະ​ເອນ​ທຸກ​ເຜົ່າ, ກ່າວ​ວ່າ, "ທັນ​ທີ​ທີ່​ພວກ​ທ່ານ​ໄດ້​ຍິນ​ສຽງ​ແກ​ດັງ​ຂຶ້ນ​ເມື່ອ​ໃດ, ແລ້ວ​ພວກ​ທ່ານ​ຈົ່ງ​ກ່າວ​ວ່າ,"ອັບ​ຊາ​ໂລມ​ເປັນ​ກະ​ສັດ​ທີ່​ເຮັບ​ໂຣນ.""
\s5
\v 11 ອັບຊາໂລມ ໄດ້ເຊີນເອົາສອງຮ້ອຍຄົນ ຈາກນະຄອນເຢຣູຊາເລັມໄປກັບຕົນ, ຄົນ​ເຫລົ່າ​ນີ້​ໄດ້​ໄປ​ດ້ວຍ​ຄວາມ​ບໍ​ລິ​ສຸດ​ໃຈ​ຂອງ​ພ​ວກ​ເຂົາ. ບໍ່​ຮູ້​ເລື່ອງ​ທັ້ງ​ຫມົດ​ທີ່​ອັບ​ຊາ​ໂລມ​ໄດ້​ວາງ​ແຜນ​ໄວ້.
\v 12 ຂະ​ນະ​ເມື່ອ​ອັບ​ຊາ​ໂລມ​ຖ​ວາຍ​ເຄື່ອງ​ບູ​ຊາ​ຢູ່​ນັ້ນ, ລາວໄດ້​ສົ່ງ​ຄົນ​ໄປ​ເຊີນອາຮີໂຕ​ເຟນ​ຈາກ​ກີ​ໂລ​ເມືອງ​ຂອງ​ເຂົາ. ເຂົາ​ເປັນ​ທີ່​ປຶກ​ສາ​ຂອງ​ດາ​ວິດ. ການ​ຄົບ​ຄິດ​ກັນ​ຂອງ​ອັບ​ຊາ​ໂລມ​ກໍ​ເຂັ້ມ​ແຂ້ງ​ຂຶ້ນ, ເພາະ​ປະ​ຊາ​ຊົນ​ທີ່​ມາ​ຕິດ​ຕາມ​ອັບ​ຊາ​ໂລມ​ກໍ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
\s5
\v 13 ​ຜູ້​ສື່​ສານ​ຄົນ​ຫນຶ່ງ​ໄດ້​ມາ​ເຝົ້າ​ດາ​ວິດ ທູນ​ວ່າ, "ໃຈ​ຂອງ​ຄົນ​ອິດ​ສະ​ຣາ​ເອນ​ຄ້ອຍ​ຕາມ​ອັບ​ຊາ​ໂລມ​ໄປ​ແລ້ວ."
\v 14 ດັ່ງ​ນັ້ນ​ດາ​ວິດ​ໄດ້​ຊົງ​ຮັບ​ສັ່ງ​ແກ່​ບັນດາ​ຜູ້​ຮັບ​ໃຊ້​ທີ່​ຢູ່​ກັບເພິ່ນ​ທີ່ນະຄອນເຢ​ຣູ​ຊາ​ເລັມ​ວ່າ, "ຈົ່ງ​ລຸກ​ຂຶ້ນ ແລະ​ໃຫ້​ເຮົາ​ຫນີ​ໄປ​ເຖີດ, ບໍ່ເຊັ່ນ​ນັ້ນ​ຈະ​ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ໄດ້​ຫນີ​ຈາກ​ອັບ​ຊາ​ໂລມ.​ຈົ່ງ​ຕຽມ​ຫນີ​ໄປ​ທັນ​ທີ, ບໍ່​ເຊັ່ນ​ນັ້ນ ເຂົາ​ຈະ​ນຳ​ພວກ​ເຮົາ​ທັນ, ແລະ​ນຳ​ເຫດ​ຮ້າຍ​ມາ​ເຖິງ​ພວກ​ເຮົາ ແລະ​ເຂົາ​ຈະ​ທຳ​ລາຍ​ເມືອງ​ນີ້​ດ້ວຍ​ຄົມ​ດາບ."
\v 15 ເຫລົ່າ​ຜູ້​ຮັບ​ໃຊ້​ກະ​ສັດ​ຈຶ່ງ​ໄດ້​ທູນ​ກະ​ສັດ​ວ່າ,"ເບິງ​ເຖີດ, ບັນ​ດາ​ຜູ້​ຮັ​ບ​ໃຊ້​ຂອງ​ທ່ານພ້ອມ​ຈະ​ເຮັດ​ຕາມ​ຊຶ່ງ​ກະ​ສັດ​ເຈົ້າ​ນາຍ​ຂອງ​ພວກ​ຂ້າ​ນ້ອຍຕັດ​ສິນ​ໃຈ​ທຸກ​ປະ​ການ."
\s5
\v 16 ກະ​ສັດ​ກໍ​ໄດ້​ຊົງ​ຈາກ​ໄປ ​ແລະ​ຄົນ​ທັງ​ຫມົດ,​ໃນ​ຣາຊ​ສຳ​ນັກ​ຂອງ​ເພິ່ນ,​ກໍ​ໄປ​ພ້ອມ​ກັບເພິ່ນ.
\v 17 ກະ​ສັດ​ໄດ້​ຊົງ​ຖິ້ມ​ຜູ້​ຍິງ​ທີ່​ເປັນ​ສາວ​ໃຊ້​ໄວ້​ສິບ​ຄົນ ໃຫ້​ເຝົ້າ​ຣາຊວັງ, ຫລັງ​ຈາກ​ນັ້ນ​ກະ​ສັດ​ກໍ​ໄດ້​ອອກ​ໄປ​ປະ​ຊາ​ຊົນ​ທັງ​ຫມົດ​ກໍ​ໄດ້​ຕາມ​ເພິ່ນ​ໄປ ແລະ​ໄດ້​ຢູ່​ທີ່​ບ້ານຢູ່​ຫລັງ​ສຸດ​ທ້າຍ.
\v 18 ກອງ​ທັບ​ທັງຫມົດ​ກໍ​ໄດ້​ເດີນ​ທັບ​ໄປ​ກັບ​ເພິ່ນ, ແລະ​ຕໍ່​ຫນ້າ​ຂອງເພິ່ນ ບັນ​ດາ​ຄົນ​ເກ​ເຣັດ​ທັງ​ຫມົດ,​ແລະຄົນ​ເປ​ເລັດ​ທັງ​ຫມົດ​, ກັບ​ຄົນ​ກາດ​ທັງ​ຫມົດ ຫົກ​ຮ້ອຍ​ຄົນ​ທີ່​ໄດ້​ຕິດ​ຕາມ​ເພິ່ນ ກໍໄດ້ຍ່າງຜ່ານເພິ່ນໄປເຫມືອນກັນ.
\s5
\v 19 ແລ້ວ​ກະ​ສັດ​ຈຶ່ງ​ໄດ້​ກ່າວ​ກັບ​ອິດ​ໄຕວ່າ, "ເປັນ​ຫຍັງ​ເຈົ້າ​ຈະ​ໄປ​ກັບ​ພວກ​ເຮົາ​ດ້ວຍ? ຈົ່ງ​ກັບ​ໄປ ​ແລະ​ຢູ່​ກັບ​ກະ​ສັດ,​ເພາະ​ພວກ​ເຈົ້າ​ເປັນ​ຄົນ​ຕ່າງ​ດ້າວ ​ແລະ​ຖືກ​ເນ​ລະ​ເທດ​ມາ​ດ້ວຍ. ຈົ່ງ​ກັບ​ໄປ​ບ້ານ​ເມືອງ​ຂອງ​ພວກ​ເຈົ້າ​ເຖີດ.
\v 20 ເນື່ອງ​ຈາກ​ພວກ​ເຈົ້າ​ຫາກໍ່ມາ​ຮອດ​ມື້​ວານ​ນີ້, ເປັນ​ຫຍັງ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ເດີນ​ທາງ​ໄປ​ກັບ​ພວກ​ເຮົາ​ດ້ວຍ? ເຮົາ​ເອງ​ກໍ​ຍັງ​ບໍ່​ຮູ້​ວ່າ​ເຮົາ​ກຳ​ລັງ​ຈະ​ໄປ​ທີ່​ໃດ. ດັ່ງ​ນັ້ນ​ຈົ່ງ​ກັບ​ໄປ​ເຖີດ ແລະ​ພາ​ພວກ​ພີ່​ນ້ອງ​ຂອງ​ເຈົ້າ​ກັບ​ໄປ​ດ້ວຍ. ຂໍ​ຄວາມ​ຮັກ​ຫມັ່ນ​ຄົງ​ ແລະ​ຄວາມ​ຈິງ​ຈົ່ງ​ຢ​ູ່​ກັບ​ເຈ​ົ້າ​ເຖີດ."
\s5
\v 21 ແຕ່​ອິດ​ໄຕ​ໄດ້​ທູນ​ຕອບ​ກະ​ສັດ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ມີ​ຊີ​ວິດ​ຢູ່, ແລະ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຊົງ​ມີ​ຊີ​ວິດ​ຢູ່​, ແນ່ນອນ​ທີດຽວ ບໍ່​ວ່າ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ໄປ​ທີ່​ໃດ​ຜູ້​ຮັບ​ໃຊ້​ຂອງທ່ານ, ກໍ​ຂໍ​ໄປ​ຢູ່​ທີ່​ນັ້ນ​ດ້ວຍ, ບໍ່​ວ່າ​ຈະ​ເປັນ​ເຫດ​ໃຫ້​ມີ​ຊີ​ວິດ​ຢູ່​ຫລື​ຕາຍ​ກໍ​ຕາມ."
\v 22 ດັ່ງ​ນັ້ນ​ດາ​ວິ​ດ​ກໍ​ໄດ້​ກ່າວ​ກັບ​ອິດ​ໄຕວ່າ, "ຈົ່ງ​ໄປ​ ແລະ​ຢູ່​ກັບ​ພວກ​ເຮົາ​ຕໍ່​ໄປ." ດັ່ງ​ນັ້ນ​ອິດໄຕພ້ອມ​ກັບ​ຄົນ​ຂອງ​ເຂົາ ​ແລະ​ຄອບ​ຄົວ​ຂອງ​ເຂົາ​ທັງ​ຫມົດ​ທີ່​ໄດ້​ຢູ່​ກັບ​ເຂົາຈຶ່ງເດີນທາງຕໍ່ໄປ.
\v 23 ຊາວ​ເມືອງ​ທັງ​ຫມົດ​ກໍ​ໄດ້​ຮ້ອງ​ໄຫ້​ສຽງ​ດັງ ​ເມື່ອ​ປະ​ຊາ​ຊົນ​ທັງ​ຫມົດ​ໄດ້​ຜ່ານ​ຂ້າມ​ໄປ​ຫ້ວຍ​ກິດ​ໂຣນ, ແລະ​ທີ່​ກະ​ສັດ​ເອງ​ກໍ​ໄດ້​ຂ່າມ​ຜ່ານ​ໄປ​ເຊັ່ນ​ກັນ. ປະ​ຊາ​ຊົນ​ທັງ​ຫມົດ​ໄດ້​ເດີນ​ທາງ​ຕາມ​ເສັ້ນ​ທາງ​ໄປ​ຍັງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.
\s5
\v 24 ແມ່ນ​ແຕ່​ຊາ​ດົກ​ພ້ອມ​ຄົນ​ເລ​ວີ​ທັງ​ຫມົດ, ທີ່​ຫາມ​ຫີບພັນທະ​ສັນ​ຍາ​ຂອງ​ພ​ຣະ​ເຈົ້າ​ກໍ​ມາ​ດ້ວຍ. ພວກ​ເຂົາ​ໄດ້​ວາງ​ຫີບ​ຂອງ​ພ​ຣະ​ເຈົ້າ​ລົງ, ແລະ​ແລ້ວ​ອາ​ບີ​ອາ​ທາ​ກໍ​ໄດ້​ມາ​ຮ່ວມ​ກັບ​ພວກ​ເຂົາ​ດ້ວຍ. ພວ​ກ​ເຂົາ​ໄດ້​ຖ້າ​ຈົນ​ປະ​ຊາ​ຊົນ​ທັງ​ຫມົດ​ໄດ້​ຜ່ານ​ອອກ​ຈາກ​ເມື​ອງ​ໄປ.
\v 25 ກະ​ສັດ​ໄດ້​ກ່າວ​ກັບ​ຊາ​ດົກ​ວ່າ, "ຈົ່ງ​ຫາມ​ຫີບ​ຂອງ​ພ​ຣະ​ເຈົ້າ​ກັບ​ເຂົ​້າ​ໄປ​ໃນ​ເມືອງ​ເຖ​ີດ ຫາກວ່າ​ພ​ຣະ​ຢາ​ເວ​ຊົງ​ພໍ​ໃຈ​ເຮົາ, ພ​ຣະ​ອົງ​ຈະ​ຊົງ​ນຳ​ເຮົາ​ກັບ ແລະ​ໃຫ້​ເຮົາ​ເຫັນ​ທັງ​ຫີບ​ນັ້​ນ​ກັບ​ທີ່​ຢູ່​ຂອງ​ພ​ຣະ​ອົງ.
\v 26 ແຕ່ຖ້າ​ພ​ຣະ​ອົງ​ກ່າວ​ວ່າ,"ເຮົາ​ບໍ່​ພໍ​ໃຈ​ເຈົ້າ" ເບິ່ງ​ເຖີດ, ເຮົາ​ຢູ່​ທີ່​ນີ້, ຂໍ​ພ​ຣະ​ອົງ​ຊົງ​ເຮັດ​ກັບ​ເຮົາ​ຕາມ​ທີ່​ພ​ຣະ​ອົງ​ຊົງ​ເຫັນ​ຊ​ອບ​ເຖີດ."
\s5
\v 27 ກະ​ສັດ​ໄດ້​ກ່າວ​ກັບ​ຊາ​ດົກ​ປະໂຣ​ຫິດ​ວ່າ, "ທ່ານ​ເປັນ​ຜູ້​ທຳ​ນວຍ​ບໍ່​ແມ່ນ​ບໍ? ຈົ່ງ​ກັບ​ເຂົ້າ​ໄປ​ໃນ​ເມືອງ​ຢ່າງ​ສະ​ຫງົບ, ພ້ອມ​ກັບ​ລູກ​ຊາຍທັງ​ສອງ​ຂອງ​ທ່ານ, ຄື​ໂຢ​ນາ​ທານ​ລູກ​​ຂອງ​ອາ​ບີ​ອາ​ທາ.
\v 28 ເບິ່ງ​ເຖີດ, ເຮົາ​ຈະ​ລໍ​ຖ້າ​ຢູ່​ທີ່​ທ່າ​ຂ້າມ​ຂອງ​ອາ​ຣາ​ບາ​ຈົນ​ກວ່າ​ຈະ​ມີ​ຂ່າວ​ມາ​ຈາກ​ພວກ​ທ່ານ​ໃຫ້​ເຮົາ​ຮູ້."
\v 29 ດັ່ງ​ນັ້ນ​ຊາ​ດົກ​ກັບ​ອາ​ບີ​ອາ​ທາ​ຈຶ່ງ​ໄດ້​ຫາມ​ຫີບພັນທະສັນຍາ​ຂອງ​ພ​ຣະ​ເຈົ້າ​ກັ​ບ​ໄປ​ນະຄອນເຢ​ຣູ​ຊາ​ເລັມ​, ແລະ​ພວກ​ເຂົາ​ໄດ້​ພັກ​ຢູ່​ທີ່​ນັ້ນ.
\s5
\v 30 ແຕ່​ດາ​ວິດ​ໄດ້​ປະ​ຕີນ​ເປົ່າ​ ແລະ​ໂສກ​ເສົ້າ​ໄປ​ເທິງ​ພູ​ເຂົາ​ຫມາກກອກ​ເທດ, ແລະເພິ່ນຊົງ​ມີ​ຜ້າ​ຄຸມ​ຫົວ. ປະ​ຊາ​ຊົນ​ທັງ​ຫມົດ​ທີ່​ຢູ່​ກັບ​ເພິ່ນຊົງ​ມີ​ຜ້າ​ຄຸມ​ຫົວ, ແລະ​ພວກ​ເຂົາ​ໄດ້​ຍ່າງ​ຂຶ້ນ​ໄປ​ໂດຍ​ຮ້ອງ​ໄຫ້.
\v 31 ມີ​ຄົນ​ໄດ້​ທູນ​ດາ​ວິດ​ວ່າ, "ອາ​ຮີ​ໂຕ​ເຟນ​ຢູ່​ໃນ​ພວກ​ສົມ​ຄົບ​ຄິດ​ກັບ​ອັບ​ຊາ​ໂລມ​ດ້ວຍ." ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ໄດ້​ອະ​ທິ​ຖານ, "ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂໍ​ຊົງ​ປ່ຽນ​ໃຫ້​ຄຳ​ປຶກ​ສາ​ຂອງ​ອາ​ຮີ​ໂຕ​ເຟນ​ໃຊ້​ກາ​ນ​ບໍ່​ໄດ້​ເຖີດ."
\s5
\v 32 ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ເມື່ອ​ດາ​ວິດ​ໄດ້​ມາ​ຮອດ​ສຸດ​ຫົນ​ທາງ​ຊຶ່ງ​ທີ່​ນະ​ມັດ​ສະ​ການ​ພ​ຣະ​ເຈົ້າ, ຮູ​ຊາຍ​ຊາວ​ເມືອງ​ອາກ​ກິດ​ໄດ້​ເຂົ້າ​ມາ​ເຝົ້າ​ເພິ່ນ, ດ້ວຍ​ເສື້ອ​ຄຸມ​ທີ່​ຈີກ​ຂາດ​ ແລະ​ດິນ​ຢູ່​ເທິງ​ຫົວ​ຂອງ​ເຂົາ.
\v 33 ດາ​ວິດ​ໄດ້​ກ່າວ​ກັບ​ເຂົາ​ວ່າ, "ຖ້າ​ເຈົ້າ​ຂ້າມ​ໄປ​ກັບ​ເຮົາ, ເຈົ້າ​ຈະ​ເປ​ັນ​ພາ​ລະ​ແກ່​ເຮົາ.
\v 34 ແລະ​ກ່າວ​ກັບ​ອັບ​ຊາ​ໂລມ​ວ່າ, "ຂ້າ​ແຕ່​ກະ​ສັດ, ຂ້າ​ນ້ອຍ​ຂໍ​ຖ​ວາຍ​ຕົວ​ເປັນ​ຂ້າ​ຮັບ​ໃຊ້​ຂອງ​ທ່ານ, ດັ່ງ​ທີ່​ພວກ​ຂ້າ​ນ້ອຍ​ເປັນ​ຂ້າ​ຮັບ​ໃຊ້​ຂອງ​ພໍ່​ຂອງ​ທ່ານ​ມາ​ແຕ່​ກ່ອນ​ໃດ, ຂ້າ​ນ້ອຍ​ກໍ​ຂໍ​ເປັນ​ຂ້າ​ຮັບ​ໃຊ້​ຂອງທ່ານ​ເຊັ່ນ​ນັ້ນ," ແລ້ວ​ເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ປຶກ​ສາ​ຂອງ​ອາ​ຮີ​ໂຕ​ເຟນ​ສັບ​ສົນ​ເພື່ອ​ເຮົາ.
\s5
\v 35 ​ຊາ​ດົກ​ກັບ​ອາ​ບີ​ອາ​ທາ​ພວກ​ປະໂຣ​ຫິດ​ກໍ​ຢູ່​ກັບ​ເຈົ້າ​ບໍ່​ແມ່ນ​ບໍ? ດັ່ງ​ນັ້ນ​ສິ່ງ​ໃດ​ກໍ​ຕາມ ທີ່​ເຈົ້າ​ໄດ້​ຍິນ​ໃນ​​ຣາ​ຊວັງ, ເຈົ້າ​ຈະ​ຕ້ອງບອກ​ໃຫ້​ຊາ​ດົກ​ກັບ​ອາ​ບີ​ອາ​ທາ​ພວກ​ປະ​ໂຣ​ຫິດຮູ້.
\v 36 ດູ​ເຖີດ ພວກ​ເຂົາ​ມີ​ລູກ​ຊາຍ​ສອງ​ຄົນ​ຂອງ​ເຂົາ​ຢູ່​ດ້ວຍ, ຄື: ​ອາ​ຮີ​ມາອາດ,​ລູກ​ຊາຍ​ຂອງ​ຊາ​ດົກ, ແລະ​ໂຢ​ນາ​ທານ​, ລູກ​ຊາຍ​ຂອງ​ອາ​ບີ​ອາ​ທາ, ທ່ານ​ຈົ່ງ​ໃຊ້​ໃຫ້​ພວກ​ເຂົາ​ມາ​ບອກ​ເຮົາ​ທຸກ​ເລື້ອງ​ທີ່​ທ່ານ​ໄດ​້​ຍິນ."
\v 37 ດັ່ງ​ນັ້ນ​ຮູ​ຊາຍ, ເພື່ອນສະຫນິດ​ຂອງ​ດາ​ວິດ​ຈຶ່ງ​ໄດ້​ກັບ​ເຂົ້າ​ໄປ​ໃນ​ເມືອງ​, ພໍ​ດີ​ກັບ​ອັບ​ຊາ​ໂລມ​ໄດ້​ມາ​ຮອດ ແລະ​ໄດ້​ເຂົ້າ​ສູ່​ນະຄອນ​ເຢ​ຣູ​ຊາ​ເລັ​ມ.
\s5
\c 16
\cl ບົດ​ທີ 16
\p
\v 1 ເມື່ອ​ດາ​ວິດ​ໄດ້​ກາຍ​ເນີນ​ພູ​ໄປ​ຫນ້ອຍ​ຫນຶ່ງ, ຊີ​ບາຄົນຮັບໃຊ້​ຂອງ​ເມ​ຟີ​ໂບ​ເຊັດ​ກໍ​ໄດ້​ເຂົ​້າ​ມາ​ເຝົ້າ​ເພິ່ນ ຊີ​ບາ​ມີລໍຄູ່ຫນຶ່ງ​ພ້ອມ​ບັນ​ທຸກ​ເຂົ້າ​ຈີ່ສອງ​ຮ້ອຍ​ກ້ອນ ລູກ​ເກດ​ຫນຶ່ງ​ຮ້ອຍ​ພວງ, ແລະ ຫມາກ​ໄມ້​ສົດ​ອີກ​ຫນຶ່ງ​ຮ້ອຍ​ພວງ, ​ກັບ​ເຫລົ້າ​ອະ​ງຸ່ນ​​ເຕັມຫນຶ່ງ​ຖົງ.
\v 2 ກະ​ສັດ​ໄດ້​ກ່າວ​ກັບ​ຊີ​ບາ​ວ່າ, "ເຈົ້າ​ນຳ​ສິ່ງ​ເຫລົ່າ​ນີ້​ມາ​ເຮັດ​ຫຍັງ?" ຊີ​ບາ​ໄດ້​ທູນ​ຕອບ​ວ່າ,"ລໍ​ຄູ່​ນັ້​ນ​ເພື່ອ​ຣາຊວົງ​ຈະ​ໄດ້​ຊົງຂີ່ ສ່ວນເຂົ້າຈີ່ ​ແລະ​ຫມາກ​ໄມ້​ແຫ້ງ​ສຳ​ຫລັບ​ພວກ​ຄົນ​ຫນຸ່ມ​ຈະ​ໄດ້​ກິນ, ແລະ​ເຫລົ້າ​ອະ​ງຸ່ນ​ເພື່ອ​ຜູ້​ທີ່​ອິດ​ເມື່ອຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຈະ​ໄດ້​ດື່ມ​ກິນ."
\s5
\v 3 ກະ​ສັດ​ໄດ້​ກ່າວ​ວ່າ, "ຫລານ​ຂອງ​ເຈົ້າ​ນາຍ​ຂອງ​ເຈົ້າ​ຢູ່​ທີ​່ໃດ?" ຊີ​ບາ​ໄດ້​ທູນ​ກະ​ສັດ​ວ່າ, "ເບິ່ງ​ເຖີດ, ທ່ານ​ຊົງ​ຢູ່​ໃນນະຄອນເຢ​ຣູ​ຊາ​ເລັມ, ເພາະ​ທ່ານ​ກ່າວ​ວ່າ, "ມື້​ນີ້​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ຈະ​ຄື​ນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພ​ໍ່​ຂອງ​ເຮົາ​ໃຫ້​ແກ່​ເຮົາ.""
\v 4 ແລ້ວ​ກະ​ສັດ​ໄດ້​ກ່າວ​ກັບ​ຊີ​ບາ​ວ່າ, "ແນະ​ນຳ ບັດ​ນີ້, ຊັບສົມ​ບັດ​ຂອງ​ເມ​ຟີ​ໂບ​ເຊັດ​ກໍ​ຕົກ​ເປັນ​ຂອງ​ເຈົ້າ." ຊີ​ບາ​ໄດ້​ທູນ​ວ່າ, "ຂ້າ​ແຕ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍຂໍ​ຖວາຍ​ດ້ວຍ​ໃຈ​ຖ່ອມ. ຂໍ​ໃຫ້​ຂ້າ​ນ້ອຍ​ເປັນ​ທີ່​ພໍ​ໃຈ​ໃນ​ສາຍ​ຕາ​ຂອງ​ທ່ານ."
\s5
\v 5 ເມື່ອ​ກະ​ສັດ​ດາ​ວິດ​ໄດ້​ມາ​ຍັງ​ເມືອງ​ບາ​ຮູ​ຣິມ, ມີ​ຜູ້​ຊາຍ​ຄົນ​ຫນຶ່ງ​ຢູ່​ໃນ​ຕະ​ກູນຂອງ​ໂຊນ, ເຂົາ​ໄດ້​ອອກ​ມາ​ທີ່​ນັ້ນ. ຜູ້​ຊາຍ​ຄົນ​ນີ້​ມີ​ຊື່​ວ່າ ຊີ​ເມ​ອີ​ລູກ​ຊາຍ​ຂອງ​ເກ​ຣາ ເຂົາ​ໄດ້​ຢ່າງ​ໄປ​ປ້ອຍ​ດ່າ​ໄປ.
\v 6 ເຂົາ​ໄດ້​ເອົາ​ຫິນ​ແກວ່ງ​ໃສ່​ດາ​ວິດແລະ​​ແກວ່ງ​ໃສ່​ບັນດາຂ້າລາດສະການຂອງກະສັດ​, ຮ້າຍດ່າທະ​ຫານ​ແລະອົງຂະລັກ​ທີ່ຢູ່​ຂ້າງ​ຂວາ​ແລະ​ຂ້າງ​ຊ້າຍ​ຂອງ​ກະ​ສັດ.
\s5
\v 7 ​ຊີ​ບາ​ອີ​ໄດ້​ປ້ອຍ​ດ່າ​ສຽງ​ດັງ​ວ່າ, "ໄປ​ໃຫ້​ພົ້ນ ອອກ​ໄປ​ຈາກ​ທີ່​ນີ້, ຜູ້​ຮ້າຍ​ຂ້າ​ຄົນ, ອາດ​ຊະ​ຍາ​ກອນ!
\v 8 ພ​ຣະ​ຢາ​ເວ​ໄດ້​​ຊົງ​ຕອບ​ສະ​ຫນອງ​ພວກ​ເຈົ້າ​ທຸກ​ຄົນ​ໃນ​ເລື່ອງ​ທີ່​ເຈົ້າ​ໄດ້​ເຮັດ​ໃຫ້​ໂຣຫິດຫ​ລັ່ງ​ໃນ​ເຊື້ອ​ສາຍ​ຂອງ​ໂຊນ, ຜູ້​ຊຶ່ງ​ເຈົ້າ​ປົກ​ຄອງ​ແທນ​ຢູ່​ນັ້ນ. ພ​ຣະ​ຢາ​ເວ​ໄດ້​ຊົງ​ມອບ​ຣາ​ຊ​ອາ​ນາ​ຈັກ​ໄວ້​ໃນ​ມື​ຂອງ​ອັບ​ຊາ​ໂລມ ​ລູກ​ຊາຍ​ຂອງ​ເຈົ້າ. ເຈົ້າ​ໄດ້​ມາ​ເຖິງ​ຄວາມ​ຈິບ​ຫາຍ​ເພາະ​ເຈົ້າ​ເປັນ​ຜູ້​ຮ້າຍ​ຂ້າ​ຄົນ ອາດ​ຊະ​ຍາ​ກອນ."
\s5
\v 9 ​ແລ້ວ​ອາ​ບີ​ໄຊ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ,​ຈຶ່ງ​ໄດ້​ທູນ​ກະ​ສັດວ່າ, "ເປັນ​ຫຍັງ​ໃຫ້​ຫມາ​ຕາຍ​ໂຕ​ນີ້​ມາ​ປ້ອຍ​ດ່າ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ? ຂໍ​ໃຫ້​ຂ້າ​ນ້ອຍ​ຂ້າມ​ໄປ​ ແລະ​ຕັດ​ຫົວ​ມັນ."
\v 10 ແຕ່​ກະ​ສັດ​ໄດ້​ກ່າວ​ວ່າ,"ພວກ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ​ເອີຍ, ບໍ່​ແມ່ນ​ເລື່ອງ​ຂອງ​ພວກ​ເຈົ້າ? ບາງ​ທີ​ເຂົາ​ກຳ​ລັງ​ປ້ອຍ​ດ່າ​ເຮົາ​ເພາະ​ພ​ຣະ​ຢາ​ເວ​ໄດ້​ກ່າວ​ສັ່ງ​ເຂົາ​ວ່າ,"ຈົ່ງ​ປ້ອຍ​ດ່າ​ດາ​ວິດ" ແລ້ວ​ໃຜ​ຈະ​ສາ​ມາດ​ເວົ້າ​ກັບ​ເຂົາ​ວ່າ, "ເປັນ​ຫຍັງ​ເຈົ້າ​ຈຶ່ງ​ກຳ​ລັງ​ປ້ອຍ​ດ່າ​ກະ​ສັດ?""
\s5
\v 11 ດັ່ງ​ນັ້ນ​ດາ​ວິດ​ໄດ້​ກ່າວ​ກັບ​ອາ​ບີ​ໄຊ ​ແລະ​ຜູ້​ຮັບ​ໃຊ້​ທັງ​ຫມົດ​ຂອງ​ເພິ່ນ​ວ່າ, "ເບິ່ງ​ເຖີ​ດ, ລູກຊາຍ​ຂອງ​ເຮົາ, ຜ​ູ້​ທີ່​ໄດ້​ເກີດ​ຈາກ​ກາຍ​ຂອງ​ເຮົາ ຍັງ​ສະ​ແຫວງ​ຫາ​ຊີ​ວິດ​ຂອງ​ເຮົາ. ຍິ່ງກວ່າ​ນັ້ນ ເປັນ​ຫຍັງ​ຄົນ​ເບັນ​ຢາ​ມິນ​ຄົນ​ນີ້​ຈະ​ບໍ່​ປາ​ຖະ​ຫນາ​ໃຫ້​ເຮົາ​ຈິບ​ຫາຍ​ບໍ? ປ່ອຍ​ເຂົາ​ເຖີດ ໃຫ້​ເຂົາ​ປ້ອຍ​ດ່າ​ໄປ, ເພາະ​ພ​ຣະ​ຢາ​ເວ​ໄດ້​ຊົງ​ສັ່ງ​ໃຫ້​ເຂົາ​ເຮັດ.
\v 12 ບາງ​ທີ​ພ​ຣະ​ຢາ​ເວ​ຈະ​ຊົງ​ເຫັນ​ຄວາມ​ທຸກ​ໃຈ​ຂອງ​ເຮົາ, ແລະ​ພ​ຣະ​ຢາ​ເວ​ຈະ​ຊົງ​ປົດ​ປ່ອຍ​ເຮົາ ​ແລະ​ຊົດ​ເຊີຍ​ເຮົາ​ດ້ວຍ​ການ​ດີ​ແທນ​ຄຳ​ປ້ອຍ​ດ່າ​ຂອງ​ເຂົາ​ໃນ​ວັນ​ນີ້."
\s5
\v 13 ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ໄດ້​ຊົງ​​ໄປ​ຕາມ​ທາງ​ພ້ອມ​ກັບ​ຄົນ​ຂອງ​ເພິ່ນ, ຂະ​ນະ​ທີ່​ຊີ​ເມ​ອີ​ກໍ​ໄດ​້​ຢ່າງ​ຂ້າງ​ເພິ່ນໄປ​ຕາມ​ເນີນ​ພູ​ເຂົາ, ປ້ອຍ​ດ່າ ​ແລະ​ເອົາ​ຝຸ່ນ​​ຫວ່ານ​ໃສ່ ​ແລະ​ເອົາ​ຫິນ​ແກວ່ງ​ໃສ່​ເພິ່ນ​ຂະ​ນະ​ທີ່​ຢ່າງ​ໄປ.
\v 14 ແລ້ວ​ກະ​ສັດ​ກັບ​ທະ​ຫານ​ທັງ​ປວງ​ທີ່​ຢູ່​ກັບ​ເພິ່ນກໍ​ເມື່ອຍ​ລ້າ, ແລະເພິ່ນໄດ້​ຊົງ​ພັກ​ຜ່ອ​ນ​ເມື່ອ​ພວກ​ເຂົາ​ໄດ້​ຢຸດ​ພັກ​ໃນ​ຄືນ​ນັ້ນ.
\s5
\v 15 ​ຂະ​ນະ​ທີ່ ອັ​ບ​ຊາ​ໂລມ ​ແລະ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ ​ທີ່​ໄດ້​ຢູ່​ກັບ​ພ​ຣະ​ອົງ,​ກໍ​ໄດ້​ມາ​ຮອດນະຄອນເຢ​ຣູ​ຊາ​ເລັມ, ແລະ​ມີ​ອາ​ຮີ​ໂຕ​ເຟນ​ກໍ​ໄດ້​ມາ​ກັບ​ເພິ່ນ​ດ້ວຍ.
\v 16 ເລື່ອງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ເມື່ອ​ຮູ​ຊາຍ​ຊາວ​ອາກ​ກິດ, ເພືອນ​ຂອງ​ດາ​ວິດ,​ໄດ້​ເຂົ້າ​ເຝົ້າ​ອັບ​ຊາ​ໂລມ​ວ່າ, "ຂໍ​ກະ​ສັດ​ຈົ່ງຫມັ້ນ​ຍືນ ຂໍກະສັດຈົ່ງຫມັ້ນ​ຍືນ!"
\s5
\v 17 ແລະ​ ອັ​ບຊາ​ໂລມ​ໄດ້​ກ່າວ​ກັບ​ຮູ​ຊາຍ​ວ່າ, "ນີ້​ຄື​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ເພືອນ​ຂອງ​ທ່ານ​ບໍ່? ເປັນ​ຫຍັງ​ທ່ານ​ບໍ່​ໄປ​ກັບ​ເຂົາ?"
\v 18 ຮູ​ຊາຍ​ໄດ້​ທູນ​ອັບ​ຊາ​ໂລມ​ວ່າ, "ບໍ່! ຜູ້​ທີ່​ພ​ຣະ​ຢາ​ເວ​ກັບ​ປະ​ຊາ​ຊົນ​ເຫລົ່ນ​ນີ້,​ກັບ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ໄດ້​ເລືອກ​ຕັ້ງ​ໃຜ​ໄວ້, ຂ້​າ​ນ້ອຍ​ກໍ​ຈະ​ຢູ່​ກັບ​ຜູ້​ນັ້ນ.
\s5
\v 19 ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ນ້ອຍ​ຄວນ​ຈະ​ຮັບ​ໃຊ້​ໃຜ? ຂ້າ​ນ້ອຍ​ບໍ່​ຄວນ​ຮັບ​ໃຊ້​ລູກ​ຊາຍ​ຂອງທ່ານ​ບໍ? ຂ້າ​ນ້ອຍ​ໄດ້​ຮັບ​ໃຊ້​ພໍ່​ຂອງ​ທ່ານ​ມາ​ແລ້ວ​, ແບບ​ໃດ ກໍ​ຈະ​ຮັບ​ໃຊ້ທ່ານແບບ​ນັ້ນ."
\s5
\v 20 ແລ້ວ​ອັບ​ຊາ​ໂລມ​ໄດ້​ເວ​​ົ້າກັບອາ​ຮີ​ໂຕ​ເຟນ​ວ່າ, "ຈົ່ງ​ໃຫ້​ຄຳ​ປຶກ​ສາ​ແກ່​ເຮົາ​ວ່າ​ພວກ​ເຮົາ​ຈະ​ເຮັດ​ຈັ່ງ​ໃດ​ດີ."
\v 21 ອາ​ຮ​ີ​ໂຕ​ເຟນ​ໄດ້​ຕອບ​ອັບ​ຊາ​ໂລມ​ວ່າ, "ຈົ່ງ​ຫລັບ​ນອນ​ກັບ​ພວກ​ສາວ​ໃຊ້​ຂອງ​ພໍ່​ຂອງ​ທ່ານ ຊຶ່ງ​ທ່ານ​ໄດ້​ຊົງ​ຖິ້ມ​ໄວ້​ໃຫ້​ເຝົ້າ​ຣາ​ຊວັງ, ແລະ​ ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ຈະ​ໄດ້​ຍິນ​ວ່າ​ທ່ານໄດ້​ເຮັດ​ໃຫ້​ຕົນ​ເປັນ​ທີ່​ກຽດ​ຊັງ​ຂອງ​ພ​ໍ່​ຂອງ​ທ່ານແລ້ວ. ແລ້ວ​ບັນ​ດາ​ມື​ຂອງ​ຄົນ​ທັງ​ຫມົດ​ທີ່​ຢູ່​ຝ່າຍ​ທ່ານ​ກໍ​ຈະ​ເຂັ້ມ​ແຂ້ງ​ຂຶ້ນ."
\s5
\v 22 ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ກາງ​ເຕ້ນ​ໃຫ້​ອັບ​ຊາ​ໂລມ​ໄວ້​ເທິງ​ດາດ​ຟ້າ​ຫລັງ​ຄາ​ຂອງ​​ຣາຊວັງ, ແລະ​ອັບ​ຊາ​ໂລມ​ກໍ​ໄດ້​ຊົງ​ຫລັບ​ນອນ​ກັບ​ພວກ​ສາວ​ໃຊ້​ຂອງ​ພ​ໍ່ ຂອງ​ທ່ານ ຕໍ່​ຫນ້າ​ອິດ​ສະ​ຣາ​ເອນ​ທັງ​ຫມົດ.
\v 23 ບັດ​ນີ້ ຄຳ​ປຶກ​ສາ​ຂອງ​ອາ​ຮີ​ໂຕ​ເຟນ​ທີ່​ໄດ້​ທູນ​ຖ​ວາຍ​ໃນ​ແຕ່​ກ່ອນ​ນັ້ນ ເຫມືອນ​ກັບ​ວ່າ​ເຂົາ​ໄດ້​ຮັບ​ຄຳ​ສັ່ງ​ຂ​ອງ​ພ​ຣະ​ເຈົ້າ​ດ້ວຍ​ເຂົາ​ເອງ. ນັ້ນ​ຄື​ຄຳ​ປຶກ​ສາ​ທັງ​ຫມົດ​ຂອງ​ອາ​ຮີ​ໂຕ​ເຟນ​ໄດ້​ຮັບ​ພ​ິ​ຈາ​ລະ​ນາ​ທັງ​ດາ​ວິດ ​ແລະ​ອັບ​ຊາ​ໂລມ.
\s5
\c 17
\cl ບົດ​ທີ 17
\p
\v 1 ແລ້ວ​ອາ​ຮີ​ໂຕ​ເຟນ​ໄດ້​ທູນ​ອັບ​ຊາ​ໂລມ​ວ່າ, "ບັດ​ນີ້​ຂໍ​ໃຫ້​ຂ້າ​ນ້ອຍ​ເລືອກ​ທະ​ຫານ​ຫນຶ່ງ​ຫມື່ນ​ສອງ​ພັນ​ຄົນ, ແລະ​ຂ້າ​ນ້ອຍ​ຈະ​ຍົກ​ໄປ​ໄລ່​ຕາມ​ດາ​ວິດ​ໃນ​ຄືນ​ນີ້.
\v 2 ຂ້າ​ນ້ອຍ​ຈະ​ໄປ​ທັນເພິ່ນ ເມື່ອເພິ່ນ​​ຍັງ​ເມື່ອຍ ​ແລະ​ອ່ອນ​ກຳ​ລັງ ແລະ​ຈະ​ເຮັດ​ໃຫ້​ເພິ່ນ​ປະ​ຫລາດ​ໃຈ​ດ້ວຍ​ຄວາມ​ຢ້ານ. ທະ​ຫານ​ທັງ​ປວງ​ທີ່​ຢູ່​ກັບ​ເພິ່ນ​ກໍ​ຈະ​ຫນີ​ໄປ, ຂ້າ​ນ້ອຍ​ກໍ​ຈະ​ຂ້າ​ຟັນ​ກະ​ສັດ​ເທົ່າ​ນັ້ນ.
\v 3 ຂ້າ​ນ້ອຍ​ຈະ​ນຳ​ທະ​ຫານ​ທັງ​ປວງ​ກັບ​ມ​າ​ເຂົ້າ​ຝ່າຍ​ທ່ານ, ເຫມືອນ​ກັບ​ເຈົ້າ​ສາວ​ກຳ​ລັງ​ມາ​ຫາ​ຜົວ​ຂອງ​ນາງ, ແລະ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ຈະ​ສະຫ​ງົບ​ສຸກ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ທ່ານ."
\v 4 ສິ່ງ​ທີ່​ອາ​ຮີ​ໂຕ​ເຟນ​ໄດ້​ທູນ​ໄດ້​ເປັນ​ທີ່​ພໍ​ໃຈອັ​ບ​ຊາ​ໂລມ ​ແລະ​ເປັນ​ທີ​ພໍ​ໃຈ​ແກ່​ບັນ​ດາ​ຜູ້​ໃຫຍ່​ແຫ່ງ​ອິດ​ສະ​ຣາ​ເອນ.
\s5
\v 5 ​ແລ້ວ​ອັບ​ຊາ​ໂລມ​ໄດ້​ກ່າວ​ວ່າ, "ບັດ​ນີ້​ຈົ່ງ​ຮ້ອງ​ຮູ​ຊາຍ​ຄົນ​ອາກ​ກິດ,​ເຂົ້າ​ມາ, ແລະ​ໃຫ​້​ເຮົາ​ຟັງ​ວ່າ​ເຂົາ​ຈະ​ເວົ້າ​ຢ່າງ​ໃດ."
\v 6 ເມື່ອ​ຮູ​ຊາຍ​ໄດ້​ເຂົ້າ​ມາ​ເຝົ້າ​ອັບ​ຊາ​ໂລມ​ແລ້ວ, ອັບ​ຊາ​ໂລມ​ຈຶ່ງ​ໄດ້​ຊົງ​ອະ​ທິ​ບາຍ​ໃຫ້​ເຂົາ​ຟັງ​ວ່າ​ອາ​ຮີ​ໂຕ​ເຟນ​ໄດ້​ກ່າວ​ ແລະ​ໄດ້​ຖາມ​ຮູ​ຊາຍ​ວ່າ,"ຄວນ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ອາ​ຮີ​ໂຕ​ເຟນ​ຫລື​ບໍ່? ຖ້າ​ບໍ່, ທ່ານ​ຈົ່ງ​ບອກ​ເຮົາ​ວ່າ​ທ່ານ​ແນະ​ນຳ​ຢ່າງ​ໃດ."
\v 7 ດັ່ງ​ນັ້ນ​ຮູ​ຊາຍ​ໄດ້​ທູນ​ອັບ​ຊາ​ໂລມ​ວ່າ, "ຄຳ​ປຶກ​ສາ​ຊຶ່ງ​ອາ​ຮີ​ໂຕ​ເຟນ​ແນະ​ນຳ​ໃນ​ຄັ້ງ​ນີ້​ບໍ່​ດີ."
\s5
\v 8 ຮູ​ຊາຍ​ໄດ້​ທູນ​ຕໍ່​ໄປ​ວ່າ, "ທ່ານ​ເອງ​ຊົງ​ຮູ້​ແລ້ວ​ວ່າ ພ​ໍ່​ຂອງ​ທ່ານ ​ແລະ​ພວກ​ຂອງ​ທ່ານເປັນ​ເຫລົ່າ​ນັກ​ຮົບ, ແລະ​ຈິດ​ໃຈ​ຂອງ​ພວກ​ເຂົາ​ກຳ​ລັງ​ໂຫດ​ຮ້າຍ, ແລະ​ພວກ​ເຂົາ​ເປັນ​ເຫມືອນ​ຫມີ​ທີ່​ລູກ​ຖືກ​ລັກ​ເອົາ​ໄປ​ໃນ​ທົ່ງ. ພ​ໍ່​ຂອງ​ທ່ານ​ຊົງ​ຊຳ​ນານເ​ສິກ, ທ່ານ​ຈະ​ບໍ່​ຊົງ​ພັກ​ຢູ່​ກັບ​ກອງ​ທັບ​ໃນ​ຄືນ​ນີ້.
\v 9 ເບິ່ງ​ເຖີດ, ເຖິງ​ຂະ​ນະ​ນີ້​ເພິ່ນກໍ​ໄດ້​ຊົງ​ລີ້​ຢູ່​ໃນ​ຖ້ຳ​ບາງ​ແຫ່ງ​ຫລື​ໃນ​ອີກ​ທີ່​ຫນຶ່ງ. ແລ້ວ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ ​ເມື່ອ​ທະ​ຫານ​ຂອງ​ເພິ່ນ ໄດ້​ລົ້ມ​ຕາຍ​ໃນ​ການ​ເລ​ີ່ມ​ຈູ່​ໂຈມ ໃຜ​ກໍ​ຕາມ​ທີ່​ໄດ້​ຍິ​ນ​ເລື່ອງ​ນີ້ ​ກໍ​ຈະ​ກ່າວ​ວ່າ, "ພວກ​ທະ​ຫານ​ທີ່​ຕິດ​ຕາມ​ອັບ​ຊາ​ໂລມ​ໄດ້​ຖືກ​ຂ້າ​ຕາຍ."
\v 10 ຈາກ​ນັ້ນ ແມ່ນ​ແຕ່​ທະ​ຫານ​ທີ່​ກ້າ​ຫານ​ທີ່​ສຸດ ທີ່​ຈິດ​ໃຈ​ເຫມືອນ​ຢ່າງ​ໃຈ​ສິງ​ກໍ​ຈະ​ຢ້ານ ເພາະ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ຮູ້​ວ່າ ພໍ່​ຊົງ​ເປັນ​ທະ​ຫານ​ທີ່​ກ້າ​ຫານ, ແລະ​ເຫລົ່າ​ທະ​ຫານ​ທີ່​ຢູ່​ກັບເພິ່ນ​ເຂັ້ມ​ແຂງ​ຫລາຍ.
\s5
\v 11 ດັ່ງ​ນັ້ນ ຂ້າ​ນ້ອຍຂໍ​ທູນ​ໃຫ້​ຄຳ​ປຶກ​ສາ​ວ່າ ທ່ານ, ​ຄວນ​ທີ່​ຈະ​ຊົງ​ລວບລວມ​ອິດ​ສະ​ຣາ​ເອນ​ທັງ​ຫມົດ ຕັ້ງ​ແຕ່ເມືອງ​ດານ​ຮອດເມືອງເບ​ເອນ​ເຊ​ບາ, ໃຫ້​ຫລ​ວງ​ຫລາຍດັ່ງ​ຊາຍ​ທີ່​ທະ​ເລ, ແລະ​ທ່ານ​ກໍ​ໄປ​ຮົບ​ດ້ວຍ​ທ່ານເອງ.
\v 12 ແລ້​ວ​ພວກ​ເຮົາຈະ​ເຂົ້າ​ຮົບ​ກັບ​ເຂົາ​ໃນ​ທີ​ທີ່​ພວກ​ເຮົາ​ພົບ​ເຂົາ, ແລະ​ພວກ​ເຮົາ​ຈະ​ເຂົ້າ​ໂຈມ​ຕີ​ເຫມືອນ​ນ້ຳ​ຄ້າງ​ຕົກ​ເຫນືອ​ພື້ນ​ດິນ. ເຮົາ​ຈະ​ບໍ່​ໃຫ້​ມີ​ໃຜ​ເຫລືອ​ລອດ​ແມ່ນ​ແຕ່​ຄົນ​ດຽວ, ຫລື​ແມ່ນ​ແຕ່​ຕົວ​ດາ​ວິດ​ເອງ.
\s5
\v 13 ​ຖ​້າ​ເຂົາ​ຖອຍ​ໄປ​ລວມ​ກັນ​ໃນ​ເມືອງ, ແລ້ວ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ກໍ​ຈະ​ເອົາ​ເຊືອກ​ເຂົ້າ​ໄປ​ໃນ​ເມືອງ​ ແລະ​ເຮົາ​ຈະ​ລາກ​ມັນ​ລົງ​ໄປ​ໃນ​ແມ່​ນ້ຳ, ຈົນ​ກະ​ທັ້ງ​ບໍ່​ມີ​ໃຜ​ຫາ​ກ້ອນ​ຫີນ​ຈັກ​ກ້ອນ​ຫນຶ່ງ​ພົບ​ເຫັນ​ທີ່​ນັ້ນ."
\v 14 ແລ້ວ​ອັບ​ຊາ​ໂລມ ​ແລະ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ປວງ​ໄດ້​ກ່າວ​ວ່າ, "ຄຳ​ປຶກ​ສາ​ຂອງ​ຮູ​ຊາຍ​ຄົນ​ອາກ​ກິດ​ດີກວ່າ​ຄຳ​ປຶກ​ສາ​ຂອງ​ອາ​ຮີ​ໂຕ​ເຟນ." ​ພ​ຣະ​ຢາ​ເວ​ໄດ້​ຊົງ​ຫນູນ​ນຳ​ຄຳ​ປະ​ຕິ​ເສດ​ຕໍ່​ຄຳ​ປຶກ​ສາ​ອັນ​ດີ​ຂອງອາ​ຮີ​ໂຕ​ເຟນ ເພື່ອ​ຈະ​ຊົງ​ນຳ​ຄວາມຫ​ລົ້ມ​ຈົມ​ມາ​ຍັງ​ອັບ​ຊາ​ໂລມ.
\s5
\v 15 ​ແລ້ວ​ຮູ​ຊາຍ​ຈຶ່ງ​ໄດ້​ກ່າວ​ກັບ​ຊາ​ດົກ ​ແລະ​ອາ​ບີ​ອາ​ທາ​ປະໂຣຫິດ​ທັງ​ສອງວ່າ,"ອາ​ຮີ​ໂຕ​ເຟນ​ໄດ້​ໃຫ້​ຄຳ​ປຶກ​ສາ​ຢ່າງ​ນັ້ນ​ຢ່າງ​ນີ້​ແກ່​ອັບ​ຊາ​ໂລມ ​ແລະ​ພວກ​ຜູ້​ໃຫຍ່​ຂອງ​ອິດ​ສະ​ຣາ​ເອນ, ແຕ່​ຂ້າ​ນ້ອຍ​ໄດ້​ໃຫ​້​ຄຳ​ປຶກ​ສາ​ຢ່າງ​ອື່ນ.
\v 16 ບັດ​ນີ້​ຈົ່ງ​ຮີບ​ສົ່ງ​ຄົນ​ໄປ​ທູນ​ດາ​ວິດ​ໃຫ້​ຊົງ​ຮູ້​ວ່າ,"ຄືນ​ນີ້​ຢ່າ​ຊົງ​ພັກ​ໃນ​ທ່າ​ຂ້າມ​ຂອງ​ແມ່​ນ້ຳ​ອາ​ຣາ​ບາ, ແຕ່​ໃຫ້​ຂ້າມ​ໄປ​ໃຫ້​ໄດ້ ບໍ່​ເຊັ່ນ​ນັ້ນ​ກະ​ສັດ​ຈະ​ຊົງ​ຖືກ​ຈັບໄປ​ພ້ອມ​ກັບ​ປະ​ຊາ​ຊົນ​ທັງ​ຫມົດ​ທີ່​ຢູ່​ກັບເພິ່ນ.'"
\s5
\v 17 ມີ​ສາວ​ໃຊ້​ຄົນ​ຫນຶ່ງ​ໄດ້​ເຄີຍ​ໄປ​ ແລະ​ບອກ​ໃຫ້​ທັງ​ສອງ​ຮູ້ ເພາະ​ເຂົາ​ທັງ​ສອງ​ບໍ່​ສາ​ມາດ​ຈະ​ສ່ຽງ​ມີ​ຄົນ​ເຫັນ​ໃນ​ເມືອງ. ເມື່ອ​ຜ​ູ້​ສື່​ສານ​ມາ​ຮອດ ແລ້ວ​ພວກ​ເຂົາ​ກໍ​ໄດ້​ໄປ​, ແລະ​ໄດ້​ທູນ​ກະ​ສັດ​ດາ​ວິດ​ໃຫ້​ຊົງ​ຮູ້.
\v 18 ແຕ່​ມີ​ເດັກ​ຫນຸ່ມ​ຄົນ​ຫນຶ່ງ​ໄດ້​ເຫັນ​ພວກ​ເຂົາ​ໃນ​ຄັ້ງ​ນີ້ ແລະ​ໄດ້​ໄປ​ທູ​ນ​ອັບ​ຊາ​ໂລມ​. ໃຫ້​ຊົງ​ຮູ້​ດັ່ງ​ນັ້ນ​ໂຢ​ນາ​ທານ​ ແລະ​ອາ​ຮີ​ມາ​ອາດ​ກໍ​ໄດ້​ຮີບ​ໄປ​ຢ່າງ​ໄວ ແລະ​ໄດ້​ມາ​ເຖິງ​ບ້ານ​ຂອງ​ຜູ້​ຊາຍ​ຄົນ​ຫນຶ່ງ​ທີ່​ບາ​ຮູ​ຣິມ, ທີ່​ມີ​​ນ້ຳ​ສ້າງ​ຢູ່​ທີ່​ຂ້າງ​ບ້ານ ທີ່​ພວກ​ເຂົາ​, ໄດ້​ລົງ​ໄປ​ຢູ່​ໃນ​ນ້ຳ​ສ້າງນັ້ນ.
\s5
\v 19 ເມຍ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ ກໍ​ໄດ້​ເອົາ​ຜ້າ​ມາ​ປູ​ປິດ​ປາກ​ນ້ຳ​ສ້າງ, ແລະ​ກໍ​ໄດ້​ຍ້າຍ​ເມັດ​ເຂົ້າ​ຕາກ​ຢູ່​ເທິງ​ນັ້ນ ດັ່ງ​ນັ້ນ​ບໍ່​ມີ​ໃຜ​ຮູ້​ວ່າ​ໂຢ​ນາ​ທານ​, ແລະ​ອາ​ຮີ​ມາ​ອາດ​ຢູ່​ໃນ​ນ້ຳ​ສ້າງ​.
\v 20 ທະ​ຫານ​ຂອງ​ອັບ​ຊາ​ໂລມ ​ກໍ​ໄດ້​ມາ​ຫາ​ຜູ້​ຍິງ​ເຈົ້າ​ຂອງ​ບ້ານ ແລະ​ໄດ້​ຖາມວ່າ, ອາຮີມາອາດ ແລະໂຢນາທານຢູ່ໃສ?" ນາງຕອບວ່າ,"ພວກ​ເຂົາ​ໄດ້​ຂ້າມ​ແມ່​ນ້ຳ​ໄປ​ແລ້ວ.” ດັ່ງ​ນັ້ນ​ເມື່ອ​ພວກ​ເຂົາ​ໄດ້​ຫາ​ເບິ່ງ​ຮອບໆ ແລະ​ຄົ້ນ​ຫາ​ບໍ່​ພົບ​, ພວກ​ເຂົາ​ກໍ​ໄດ້​ກັບ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ.
\s5
\v 21 ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ມາ​ຈາກ​ທີ່​ພວກ​ເຂົາ​ເຫລົ່າ​ນັ້ນ​ໄປ​ແລ້ວ ໂຢ​ນາ​ທານ ​ແລະ​ອາ​ຮີ​ມາ​ອາດ​ໄດ້​ຂຶ້ນ​ມາ​ຈາກ​ນ້ຳ​ສ້າງ. ພວກ​ເຂົາ​ໄດ​້ໄປ​ທູນ​ກະ​ສັດ​ດາ​ວິດ​ໃຫ້​ຊົງ​ຮູ້; ເຂົາ​ທັງ​ສອງ​ໄດ້​ທູນ​ດາ​ວິດ​ວ່າ, "ຂໍ​ຊົງ​ລຸກ​ຂຶ້ນ​ ແລະ​ຮີບ​ຂ້າມ​ແມ່​ນ້ຳ​ໄປ ເພາະ​ວ່າ​ອາ​ຮີ​ໂຕ​ເຟນ​ໃຫ້​ຄຳ​ປຶກ​ສາ​ຢ່າງ​ນັ້ນ​ຢ່າງ​ນີ້​ກ່ຽວ​ກັບ​ທ່ານ."
\v 22 ແລ້ວ​ດາ​ວິດ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ ແລະ​ທະ​ຫານ​ທັງ​ຫມົດ​ທີ່​ຢູ່​ກັບ​ເພິ່ນ, ແລະ​ພວກ​ເຂົາ​ກໍ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ. ພໍ​ມື້​ເຊົ້າ​ກໍ​ບໍ່​ມີ​ເຫລືອ​ຈັກ​ຄົນ​ຫນຶ່ງ​ທີ່​ຍັງ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ.
\s5
\v 23 ​ເມື່ອ​ອາ​ຮີ​ໂຕ​ເຟນ​ໄດ້​ເຫັນ​ວ່າ​ບໍ່​ມີ​ໃຜ​ເຮັດ​ຕາມ​ຄຳ​ປຶກ​ສາ​ຂອງ​ເຂົາ, ເຂົາ​ກໍ​ໄດ້​ຂີ່​ລໍ​ ແລະ​ຈາກ​ໄປ​ຍັງ​ເມືອງ​ຂອງ​ເຂົາ. ຈັດ​ການ​ເລື່ອງ​ຄອບ​ຄົວ​ຂອງ​ເຂົາ,​ເຂົ້າທີ່ເຂົ້າ​ທາງ ​ແລະ​ໄດ້​ແຂວນ​ຄໍ​ຕົວ​ເອງ. ເຂົາ​ກໍ​ໄດ້​ຕາຍ​ ແລະ​ໄດ້​ຝັງ​ໄວ້​ທີ່​ອຸບ​ມ​ຸງ​ພໍ່​ຂອງ​ເຂົາ.
\s5
\v 24 ​ແລ້ວ​ດາ​ວິດ​ໄດ້​ມາ​ຍັງ​ເມືອງ​ມະ​ຫາ​ນາ​ອິມ. ສ່ວນ​ອັບ​ຊາ​ໂລມ​ເອງ​, ກໍ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ, ເພິ່ນ​ລວມ​ທັງ​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ທີ່​ຢູ່​ກັບ​ເພິ່ນ​ດ້ວຍ.
\v 25 ອັບ​ຊາ​ໂລມ​ໄດ້​ຊົງ​ຕັ້ງ​ອາ​ມາ​ສາ​ເປັນ​ຜູ້​ບັນ​ສາ​ການ​ແທນ​ໂຢ​ອາບ. ອາ​ມາ​ສາ​ເປັນ​ລູກ​ຊາຍ​ຂອງ​ເຢ​ເທີ​ຄົນ​ອິດ​ຊະ​ມາ​ເອນ​ທີ່​ໄດ້​ນອນ​ກັບ​ອາ​ບີ​ການ, ຜູ້​ທີ​ເປັນ​ລູກ​ສາວ​ຂອງ​ນາ​ຮາດ, ນ້ອງ​ສາວ​ຂອງ​ນາງ​ເຊຣູ​ອີ​ຢາ​ແມ່​ຂອງ​ໂຢ​ອາບ.
\v 26 ແລ້ວ​ຄົນ​ອິດ​ສະ​ຣາ​ເອນ ​ແລະ​ອັບ​ຊາ​ໂລມ ໄດ້​ຕັ້ງ​ຄ້າຍ​ຢູ່​ໃນ​ແຜ່ນ​ດິນ​ກີ​ເລ​ອາດ.
\s5
\v 27 ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ເມື່ອ​ດາ​ວິດ​ໄດ້​ມາ​ເຖິງ​ມາ​ຫະ​ນາ​ອິມ, ທີ່​ໂຊ​ບີ​ລູກ​ຊາຍ​ຂອງ​ນາ​ຮາດ​ຈາກ​ເມືອງ​ຣັບ​ບາ​ໃນ​ອຳ​ໂມນ, ແລະ​ມາ​ກີ​ລູກ​ຊາຍ​ຂອງ​ອຳ​ມີ​ເອນ​ຈາກ​ໂລ​ເດ​ບາ, ແລະ​ບາກ​ຊິນ​ໄລ​ຊາວ​​ກິ​ເລ​ອາດຊາວ​ໂຣ​ເກ​ລິມ,
\v 28 ໄດ້​ຂົນ​ທີ່ນອນ ແລະ​ຜ້າ​ຫົ່ມ, ຊາມ​ ແລະ​ຫມໍ້, ແລະ​ເຂົ້າ​ສາ​ລີ, ​ແລະ​ແປ້ງ​ບາ​ເລ, ເຂົ້າ​ຂົ້ວ, ຖົ່ວ, ຖົ່ວ​ແດງ, ແລະ​ເມັດ​ຖົ່ວ,
\v 29 ນ້ຳເ​ຜິ້ງ, ເນຍ, ແກະ, ແລະ​ເນຍ​ແຂງ​ທີ່​ໄດ້​ມາ​ຈາກ​ຝູງ​ສັດ, ດັ່ງ​ນ​ັ້ນ​ດາ​ວິດ ແລະ​ໃຫ້​ພວກ​ທະ​ຫານ​ທີ່​ຢູ່​ກັບ​ເພິ່ນ​ກໍ​ໄດ້​ກິນ. ພວກ​ເຂົາ​ໄດ້​ເວົ້າ​ວ່າ, "ພວກ​ທະ​ຫານ​ຫິວ ​ແລະ​ອ່ອນ​ເພຍ ແລະ​ກະ​ຫາຍ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ."
\s5
\c 18
\cl ບົດ​ທີ 18
\p
\v 1 ດາ​ວິດ​ໄດ້​ກວດ​ນັບ​ເຫລົ່າ​ທະ​ຫານ​ທີ່​ໄດ້​ຢູ່​ກັບເພິ່ນ ແລະ​ໄດ້​ຊົງ​ແຕ່ງ​​ຕັ້ງ​ຜູ້​ບັງ​ຄັບ​ບັນ​ຊາ​ລະ​ດັບ​ນາຍ​ພັນ ແລະ​ນາຍ​ຮ້ອຍ​ໃຫ້​ພວກ​ເຂົາ.
\v 2 ແລ້ວ​ດາ​ວິດ​ໄດ້​ຊົງ​ສົ່ງ​ກອງ​ທັບ​ອອກ​ໄປ, ຫນຶ່ງ​ໃນ​ສາມ​ໃຫ້​ຢູ່​ພາຍ​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ໂຢ​ອາບ, ແລະ​ອີກ​ຫນຶ່ງ​ໃນ​ສາມ​ໃຫ້​ຢູ່​ພາຍ​ໃຕ​ບັນ​ຊາ​ຂອງ​ອາ​ບີ​ໄຊ ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ, ນ້ອງ​ຊາຍ​ຂອງ​ໂຢ​ອາບ, ແລະ​ອີກ​ຫນຶ່ງ​ໃນ​ສາມ​ໃຫ້​ຢູ່​ພາຍ​ໃຕ​ບັງ​ຄັບ​ບັນ​ຊາ​ຂອງ​ອິດ​ໄຕ​ຄົນ​ກາກ. ກະ​ສັດ​ໄດ້​ກ່າວ​ກັບ​ກອງ​ທັບ​ວ່າ, "ເຮົາ​ເອງ​ຈະ​ອອກ​ໄປ​ກັບ​ພວກ​ທ່ານ​ແນ່ນອນ​ດ້ວຍ​ຕົວ​ເຮົາ​ເອງ​ເຊັ່ນ​ກັນ."
\s5
\v 3 ແຕ່​ພວກ​ທະ​ຫານ​ເຫລົ່າ​ນັ້ນ​ໄດ້​ທູນ​ວ່າ, "ຂໍ​ທ່ານ​ຢ່າ​ໄດ້​ໄປ​ໃນ​ການ​ຕໍ່​ສູ້​ເລີຍ, ເພາະ​ວ່າ​ຖ້າ​ພວກ​ຂ້າ​ນ້ອຍ​ຈະ​ຫນີ​ໄປ, ພວກ​ເຂົາ​ກໍ​ບໍ່​ສົນ​ໃຈ​ພວກ​ຂ້າ​ນ້ອຍ. ຫລື​ຖ​້າ​ພວກ​ຂ້າ​ນ້ອຍ​ຕາຍ​ສັກ​ເຄິ່ງ​ຫນຶ່ງ ພວກ​ເຂົາ​ກໍ​ບໍ່​ສົນ​ໃຈ​ພວກ​ຂ້າ​ນ້ອຍ! ແຕ່​ທ່ານ​ຊົງ​ມີ​ຄ່າ​ເທົ່າ​ກັບ​ພວກ​ຂ້າ​ນ້ອຍ​ຫນຶ່ງ​ຫມື່ນ​ຄົນ ເພາະ​ສະ​ນັ້ນ​ຂໍ​ທ່ານຊົງ​ຕຽມ​ພ້ອມ​ທີ່​ຈະ​ຊ່ວຍ​ພວກ​ຂ້າ​ນ້ອຍ​ຈາກ​ໃນ​ເມືອງ​ຈະ​ດີກວ່າ."
\v 4 ດັ່ງ​ນັ້ນ​ກະ​ສັດ​ຈຶ່ງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, "ເຮົາ​ຈະ​ເຮັດ​ຫຍັງ​ກໍ​ຕາມ​ທີ່​ພວກ​ທ່ານ​ເຫັນ​ວ່າ​ດີ​ທີ່​ສຸດ." ກະ​ສັດ​ຈຶ່ງ​ໄດ້​ຊົງ​ຢືນ​ທີ່​ຂ້າງ​ປະ​ຕູ​ເມືອງ​ຂະ​ນະ​ທີ່​ທະ​ຫານ​ທັງ​ຫມົດ​ໄດ້​ຢ່າງ​ອອກ​ໄປ​ເປັນ​ກອງ​ຮ້ອຍ ​ແລະ​ເປັນ​ກອງ​ທ​ັບ.
\s5
\v 5 ກະ​ສັດ​ໄດ້​ຊົງ​ບັນ​ຊາ​ໂຢ​ອາບ, ອາ​ບີ​ໄຊ, ແລະ​ອິດ​ໄຕ​ກ່າວ​ວ່າ, "ຈົ່​ງ​ເບົາ​ມື​ກັບ​ຊາຍ​ຫນຸ່ມ​ນັ້ນ, ກັບ​ອັບ​ຊາ​ໂລມເພື່ອ​ເຫັນ​ແກ່​ເຮົາ​ເຖີດ." ເຫລົ່າ​ຄົນ​ທັງ​ປວງ​ກໍ​ໄດ້​ຍິນ​ຄຳ​ບັນ​ຊາ​ຊຶ່ງ​ກະ​ສັດ​ສັ່ງ​ແກ່​ຜູ້​ບັງ​ຄັບ​ບັນ​ຊາ​ທັງ​ຫລາຍ​ດ້ວຍ​ເລື່ອງ​ກ່ຽວ​ກັບ​ອັບ​ຊາ​ໂລມ.
\s5
\v 6 ​ດັ່ງ​ນັ້ນ ກອງ​ທັບ​ຈຶ່ງ​ໄດ້​ອອກ​ໄປ​ທົ່ວ​ປະ​ເທດ​ເພື່ອ​ສູ້​ຮົບ​ກັບ​ຄົນ​ອິດ​ສະ​ຣາ​ເອນ;​ການ​ສົງ​ຄາມ​ນັ້ນ​ໄດ້​ຂະຫ​ຍາຍ​ເຂົ້າ​ໄປ​ໃນ​ປ່າ​ເອ​ຟ​ຣາ​ອິມ.
\v 7 ກອງ​ທັບ​ຂອງ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ພ່າຍ​ແພ້​ແກ່​ພວກ​ທະ​ຫານ​ຂອງ​ດາ​ວິດ​ທີ່​ນັ້ນ; ໄດ້​ມີ​ການ​ຂ້າ​ຟັນ​ກັນ​ຢ່າງ​ຫນັກ​ທີ່​ນັ້ນ ໃນ​ມື້​ນັ້ນ​ມີ​ທະ​ຫານ​ຕາຍ​ສອງ​ຫມື່ນ​ຄົນ.
\v 8 ສົງ​ຄາມ​ກໍ​ໄດ້​ກະ​ຈາຍ​ໄປ​ທົ່ວ​ປະ​ເທດ, ແລະ​ໄດ້​ມີ​ຄົນ​ທີ່​ຖືກ​ຂ້າໃນ​ປ່າ​ຫລາຍ​ກ່າວ​ຖືກ​ຂ້າ​ໃນ​ສະ​ຫມາມ​ຮົບ.
\s5
\v 9 ​ອັບ​ຊາ​ໂລມ​ໄດ້​ໄປ​ພົບ​ພວກ​ທະ​ຫານ​ຂອງ​ດາ​ວິດ​ເຂົ້າ. ອັບ​ຊາ​ໂລມ​ໄດ້​ກຳ​ລັງ​ຊົງ​ຂີ່​ລ​້​ຢູ່, ແລະລໍ​ນັ້ນ​ໄດ້​ແລ່ນ​ເຂົ້າ​ໄປ​ ໃຕ້​ຕົ້ນ​ໄມ້​ໃຫ​ຍ່​ຂອງ​ຕົ້ນ​ໂອກ ຫົວ​ຂອງ​ເພິ່ນກໍ​ຊັງ​ຕິດ​ກິ່ງ​ຕົ້ນ​ໂອກ​ແຫນ້ນ. ທ່ານກໍ​ໄດ້​ຖືກ​ແຂວນ​ຢູ່​ລະ​ວ່າງ​ຟ້າ​, ແລະ​ດິນ ຂະ​ນະ​ທີ່​ລໍ​ທີ່​ທ່ານໄດ້​ຂີ່​ມາ​ນັ້ນ​ໄດ້​ແລ່ນ​ກາຍ​ໄປ.
\v 10 ມີ​ບາງ​ຄົນ​ໄດ້​ມາ​ເຫັນ​ສິ່ງ​ນີ້ ​ແລະ​ໄດ້​ໄປ​ແຈ້ງ​ໃຫ້​ໂຢ​ອາບ​ຮູ້​ວ່າ, "ແນະ​ນຳ, ຂ້າ​ນ້ອຍ​ໄດ້​ເຫັນ​ອັບ​ຊາ​ໂລມ​ແຂວນ​ຢູ່​ທີ່​ຕົ້ນ​ໂອກ!"
\v 11 ໂຢ​ອາບ​ກໍ​ໄດ້​ເວົ້າ​ກັບ​ຜູ້​ຊາຍ​ ທີ່​ແຈ້ງ​ໃຫ້​ເຂົາ​ກ່ຽວ​ກັບ​ອັບ​ຊາ​ໂລມ,"ເບິ່ງ​ເຖີດ! ເຈົ​້າ​ເຫັນ​ພ​ະ​ອົງ​ແລ້ວ! ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຟັງເພິ່ນໃຫ້​ຕົກ​ພື້ນ​ດິນ? ເຮົາ​ກໍ​ຈະ​ໄດ້​ໃຫ້​ເງິນ​ສິບ​ຫລຽນ​ກັບ​ສາຍ​ແອວ​ແກ່​ເຈົ້າ."
\s5
\v 12 ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ຕອບ​ໂຢ​ອາບ​ວ່າ, "ເຖິງ​ແມ່ນວ່າ​ຂ້າ​ນ້ອຍ​​ໄດ້​ຮັບ​ເງິນ​ຫນຶ່ງ​ພັນ​ຫລຽນ, ຂ້າ​ນ້ອຍ​ຈະ​ບໍ່​ເດ​່ມື​ອອກ​ທຳ​ຮ້າຍ​ລູກ​ຂອງ​ກະ​ສັດ, ເພາະ​ວ່າ​ພວກ​ເຮົາ​ໄດ້​ຍິນ​ກະ​ສັດ​ໄດ້​ຊົງ​ບັນ​ຊາ​ທ່ານ, ອາ​ບີ​ໄຊ, ​ແລະ​ ອິດ​ໄຕວ່າ, "ຈະ​ບໍ່​ມີ​ໃຜ​ແຕະ​ຕ້ອງ​ອັບ​ຊາ​ໂລມ​ຊາຍ​ຫນຸ່ມ​ນັ້ນ."
\v 13 ຖ້າ​ຂ້າ​ນ້ອຍ​ຈະ​ສ່ຽງ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ໂດຍ​ບໍ່​ຖືກ​ຕ້ອງ (ແລະ​ບໍ່​ມີ​ຫຍັງ​ປິດ​ບັງ​ໃຫ້​ພົ້ນ​ກະ​ສັດ), ທ່ານ​ເອງ​ກໍ​ຈະ​ຖິ້ມ​ຂ້າ​ນ້ອຍ."
\s5
\v 14 ແລ້ວ​ໂຢ​ອາບ​ຈຶ່ງ​ໄດ້​ກ່າວ​ວ່າ, "ເຮົາ​ບໍ່​ຄວນ​ເສຍ​ເວ​ລາ​ກັບ​ເຈົ້າ​ເຊັ່ນ​ນີ້." ດັ່ງ​ນັ້ນ​ເຂົາ​ກໍ​ໄດ້​ຈັບ​ຫ​ອກ​ສາມ​ແງ່ມ​ແທງ​ເຂົ້າ​ໄປ​ໃນ​ຫົວ​ໃຈ​ຂອງ​ອັບ​ຊາ​ໂລມ​, ຂະ​ນະ​ທີ່ເພິ່ນ​ຍັງ​ຊົງ​ມີ​ຊີ​ວິດ​ຢູ່ ​ແລະ​ກຳ​ລັງ​ແຂວນ​ຕິດ​ຢູ່​ເທິງ​ຕົ້ນ​ໂອກ.
\v 15 ແລ້ວ​ທະ​ຫານ​ຫນຸ່ມ​ສິບ​ຄົນ​ທີ່​ຖື​ເຄື່ອງ​ສູ້​ຮົບ​ຂອງ​ໂຢ​ອາບ ກໍ​ໄດ້​ລ້ອມ​ອັບ​ຊາ​ໂລມ​ໄວ້, ໄດ້​ຈູ່​ໂຈມເພິ່ນ​, ແລະ​ໄດ້​ປະ​ຫານ​ເພິ່ນ.
\s5
\v 16 ​ແລ້ວ​ໂຢອ​າບ​ກໍ​ໄດ້​ເປົ່າ​ແກ, ແລະ​ກອງ​ທັບ​ກໍ​ໄດ້​ກັບ​ຈາກ​ການ​ໄລ່​ຕາມ​ອິດ​ສະ​ຣາ​ເອນ, ເພາະ​ໂຢ​ອາບ​ໄດ້​ຢຸດກອງ​ທັບ​ໄວ້.
\v 17 ພວກ​ເຂົາ​ກໍ​ໄດ້​ນຳ​ອັບ​ຊາ​ໂລມ​ມາ ​ແລະ​ໄດ້​ໂຍນ​ລົງ​ໄປ​ໃນ​ຂຸມ​ໃຫຍ່​ໃນ​ປ່າ; ພວກ​ເຂົາ​ໄດ້​ຝັງ​ຮ່າງ​ຂອງອັບຊາໂລມພາຍ​ໃຕ​້ຫີນ​ຫ້ອງ​ໃຫຍ່, ຂະ​ນະ​ທີ່​ຄົນ​ອິດ​ສະ​ຣາ​ເອນ​ທັງ​ຫມົດ​ຕ່າງ​ກໍ​ຫນີ​ກັບ​ໄປ​ທີ່​ຢູ່​ຂອງ​ຕົນ.
\s5
\v 18 ບັດ​ນີ້​ອັບ​ຊາ​ໂລມ​, ໃນ​ຂະ​ນະ​ທີ່​ຍັງ​ຊົງ​ມີ​ຊີ​ວິດ​ຢູ່​ນັ້ນ, ໄດ້​ຊົງ​ຕັ້ງ​ເສົາ​ໄວ້​ສຳ​ຫລັບ​ເພິ່ນ​ເອງ​ທີ່​ພູ​ເຂົາ​ຂອງ​ກະ​ສັດ, ເພາະເພິ່ນໄດ​້​ຊົງ​ກ່າວ​ວ່າ, "ເຮົາ​ບໍ່​ມີ​ລູກ​ຊາຍ​ທີ່​ຈະ​ສືບ​ຄວາ​ມ​ຊົງ​ຈຳ​ຂອງ​ຊື່​ຂອງ​ເຮົາ." ດັ່ງ​ນັ້ນ​ກໍ​ໄດ້​ມີ​ການ​ຮ້ອງ​ເສົາ​ນັ້ນ​ຕາມ​ຊື່​ຂອງເພິ່ນ, ເຂົາ​ໄດ້​ຮ້ອງ​ກັນ​ວ່າ ອາ​ນຸ​ສາ​ວະ​ລີ​ອັບ​ຊາ​ໂລມ ຈົນ​ທຸກ​ມື້ນ​ີ້.
\s5
\v 19 ແລ​້ວ​ອາ​ຮີ​ມາ​ລູກ​ຊາຍ​ຂອງ​ຊາ​ດົກ​ກ່າວ​ວ່າ, "ຂໍ​ໃຫ້​ຂ້າ​ນ້ອຍ​ແລ່ນ​ນຳ​ຂ່າວ​ດີ​ໄປ​ທູນ​ກະ​ສັດ, ເຖິງ​ການ​ທີ່​ພ​ຣະ​ຢາ​ເວ​ຊົງ​ຊ່ວຍ​ກູ້​ທ່ານໃຫ້​ພົ້ນ​ຈາກ​ມື​ສັດ​ຕູ​ຂອງ​ທ່ານ."
\v 20 ໂຢ​ອາບ​ກໍ​ໄດ້​ເວົ້າ​ກັບ​ເຂົາ​ວ່າ, "ທ່ານ​ຢ່າ​ເປັນ​ຄົນ​ນຳ​ຂ່າວ​ໄປ​ໃນ​ມື້​ນີ້​ເລີຍ; ທ່ານ​ຈົ່ງ​ນຳ​ຂ່າວ​ໃນ​ມື້​ຫນ້າ​ເຖີດ. ມື້​ນີ້​ທ່ານ​ຢ່າ​ນຳ​ຂ່າວ​ເລີຍ ເພາະ​ລູກ​ຊາຍ​ຂອງ​ກະ​ສັດ​ໄດ້​ຊົງ​ເສຍ​ຊີ​ວິດ​ຢູ່​ແລ້ວ."
\s5
\v 21 ແລ້ວ​ໂຢ​ອາບ​ກໍ​ໄດ້​ສັ່ງ​ ຊາວ​ເອ​ທີ​ໂອ​ເປຍ​ຄົນ​ຫນຶ່ງວ່າ, "ຈົ່ງ​ໄປທູນ​ກະ​ສັດ​ໃຫ້​ຊົງ​ຮູ້ ຕາມ​ຕາມ​ສິ່ງ​ທີ່​ເຈົ້າ​ເຫັນ." ຊາວ​ເອ​ທີ​ໂອ​ເປຍ​ນັ້ນ​ກໍ​ໄດ້​ກົ້ມ​ກາບ​ໂຢ​ອາບ. ແລ້ວ​ກໍ​ໄດ້​ແລ່ນ​ໄປ
\v 22 ແລ້ວ​ອາ​ຮີ​ມາ​​ອາດລູກ​ຊາຍ​ຂອງ​ຊາ​ດົກ ​ຈຶ່ງ​ໄດ້​ກ່າວ​ກັບ​ໂຢ​ອາບ​ອີກວ່າ, "ຂໍ​ຢ່າ​ໄດ້​ຄຳ​ນຶງ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ເລີຍ, ຂໍ​ໃຫ້​ຂ້າ​ນ້ອຍ​ແລ່ນ​ຕາມ​ຊາວ​ເອ​ທີ​ໂອ​ເປຍ​ຄົນ​ນັ້ນ​ໄປ​ດ້ວຍ." ໂຢ​ອາບ​ໄດ້​ຕອບ​ວ່າ, "ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ແລ່ນ, ລູກ​ຊາຍ​ຂອງ​ເຮົາ​ເອີຍ, ເພາະ​ວ່າ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ຮາງວັນ​ຫຍັງ​ເລີຍ​ ຈາກ​ການ​ສົ່ງ​ຂ່າວ​ນີ້​ບໍ່​ແມ່ນ​ບໍ?"ອາ​ຮີ​ມາອາດ​ໄດ້​ຕອບ​ວ່າ,
\v 23 "ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກໍ​ຕາມ ຂ້າ​ນ້ອຍ​ກໍ​ຈະ​ຂໍ​ແລ່ນ​ໄປ," ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ບອກ​ເຂົາ​ວ່າ, "ຈົ່ງ​ແລ່ນ​ໄປ​ເຖີດ" ແລ້ວ​ອາ​ຮີ​ມາ​ອາດກໍ​ໄດ້​ແລ່ນ​ໄປ​ຕາມ​ທາງ​ຮ້ອມ​ພູ​ຈໍ​ແດ​ນ, ແລະ​ໄດ້​ແລ່ນ​ກາຍ​ຊາວ​ເອ​ທີ​ໂອ​ເປຍ​ໄປ.
\s5
\v 24 ຂະ​ນະ​ນັ້ນ​ດາ​ວິ​ດ​ ໄດ້​ຢູ່​ລະຫ​ວ່າງທາງໃນ ​ແລະ​ທາງນອກ​ປະ​ຕູ​ເມືອງ. ມີ​ທະ​ຫານ​ຍາມ​ໄດ້​ຂຶ້ນ​ໄປ​ຢູ່​ເທິງ​ຫລັງ​ຄາ ​ປະ​ຕູ​ກຳ​​ແພງ​ເມືອງ. ເມື່ອ​ເຂົາ​ໄດ້​ແນມ​ເບິ່ງ, ເຂົາ​ໄດ້​ເຫັນ​ຜູ້​ຊາຍ​ຄົນ​ຫນຶ່ງ,​ກຳ​ລັງ​ແລ່ນ​ໃກ້​ເຂົ້າ​ມາ​ຄົນ​ດຽວ.
\v 25 ທະ​ຫານ​ຍາມ​ຄົນ​ນັ້ນ​ກໍ​ໄດ້​ຮ້ອງ​ສຽງ​ດັງ ​ແລະ​ໄດ້​ທູນ​ກະ​ສັດ.​ແລະ​ກະ​ສັດ​ໄດ້​ກ່າວ​ວ່າ."ຖ້າ​ເຂົາ​ມາ​ຄົນ​ດຽວ, ກໍ​ມີ​ຂ່າວ​ໃນ​ປາກ​ຂອງ​ເຂົາ." ຜູ້​ຊາຍ​ກໍ​ໄດ້​ເຂົ້າ​ມາ​ໃກ້​ ແລະ​ໃກ້​ກັບ​ເມືອງ.
\s5
\v 26 ແລ​້ວ​ທະ​ຫານ​ຍາມ​ກໍ​ໄດ້​ສັງ​ເກດ​ເຫັນ ​ຊາຍ​ອີກ​ຄົນ​ຫນຶ່ງ​ກຳ​ລັງ​ແລ່ນ​ມາ, ແລະ​ ທະ​ຫານ​ຍາມ​ກໍ​ໄດ້​ຮ້ອງບອກ ​ໄປ​ທີ່​ນາຍ​ປະ​ຕູ​ເມືອງ; ເຂົາ​ໄດ້​ເວົ້າ​ວ່າ, "ເບິ່ງ​ແມ, ມີ​ຜູ້​ຊາຍ​ອີກ​ຄົນ​ຫນຶ່ງ​ແລ່ນ​ມາ​ຄົນ​ດຽວ." ກະ​ສັດ​ໄດ້​ກ່າວ​ວ່າ, "ເຂົາ​ກໍ​ເປັນ​ຄົນ​ນຳ​ຂ່າວ​ມາ​ດ້ວຍ."
\v 27 ດັ່ງ​ນັ້ນ​ທະ​ຫານ​ຍາມ​ນັ້ນ​ໄດ້​ທູນ​ວ່າ, "ຂ້ານ້ອຍ​ຄິດ​ວ່າ​ຄົນ​ທີ່​ແລ່ນ​ມາ​ກ່ອນຄື​ ອາ​ຮິ​ມາ​ອາດ​ລູກ​ຊາຍ​ຊາ​ດົກ." ກະ​ສັດ​ໄດ້​ກ່າວ​ວ່າ, "ເຂົາ​ເປັນ​ຄົນ​ດີ ເຂົາ​ກຳ​ລັງ​ມາ​ພ້ອມ​ກັບ​ຂ່າວ​ດີ."
\s5
\v 28 ແລ້ວ​ອາ​ຮີ​ມາ​ອາດ​ໄດ້​ຮ້ອງ ​ແລະ​ໄດ້​ທູນ​ກະ​ສັດ​ວ່າ, "ຂໍ​ຄວາມ​ໂຊກ​ດີ​ມີ​ແດ່​ທຸກ​ຄົນ." ເຂົາ​ກໍ​ໄດ້​ກົ້ມ​ລົງ​ກາບ​ຕໍ່​ຫນ້າ​ກະ​ສັດ ກົ້ມ​ຫນ້າ​ລົງ​ພື້​ນ ​ແລະ​ໄດ້​ທູນ​ວ່າ, "ສັນ​ລະ​ເສີນ​ແດ່​ພ​ຣະ​ຢາ​ເວ ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ! ພ​ຣະ​ອົງ​ໄດ້​ຊົງ​ມອບ​ ບັນ​ດາ​ຜູ້​ທີ່​ຍົກ​ມື​ຂອງ​ພວກ​ເຂົາ ​ຕໍ່​ສູ້​ກັບ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ແລ້ວ."
\v 29 ດັ່ງ​ນັ້ນ​ ກະ​ສັດ​ໄດ້​ກ່າວ​ຖາມ​ວ່າ, "ອັບ​ຊາ​ໂລມ ຊາຍ​ຫນຸ່ມ​ຄົນ​ນັ້ນ​ສະ​ບາຍ​ດີ​ບໍ່?" ອາ​ຮີ​ມາ​ອາດ​ໄດ້​ທູນ​ຕອບ​ວ່າ,"ຂ້າ​ແຕ່​ກະ​ສັດ, ເມື່ອ​ໂຢ​ອາບ​ໄດ້​ໃຊ້​ຂ້າ​ນ້ອຍ ​ຜູ້​ຮັບ​ໃຊ້​ຂອງ​ກະ​ສັດ​ມາ​, ຂ້າ​ນ້ອຍ​ໄດ້​ເຫັນ​ການ​ສັບ​ສົນ​ຢ່າງ​ຫລາຍ, ແຕ່​ຂ້າ​ນ້ອຍ​ບໍ່​ຮູ້​ເລື່ອງ​ນັ້ນ​ເລີຍ."
\v 30 ກະ​ສັດ​ໄດ້​ກ່າວ​ວ່າ, "ຈົ່ງ​ຍ່າງ​ມາ​ຂ້າງໆ ແລະ​ມາ​ຢືນ​ບ່ອນ​ນີ້." ດັ່ງ​ນັ້ນ​ອາ​ຮີ​ມາ​ອາດ​ຈຶ່ງ​ໄດ້​ຍ່າງ​ມາ, ແລະ​ໄດ້​ຢືນ​ຢູ່.
\s5
\v 31 ຊາວ​ເອ​ທີ​ໂອ​ເປຍ​ກໍ​ໄດ້​ມາ​ຮອດ ​ແລະ​ໄດ້​ທູນ​ວ່າ, "ມີ​ຂ່າວ​ດີ​​ຖ​ວາຍ​ແດ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ, ເພາະ​ໃນ​ມື້​ນີ້​ພ​ຣະ​ຢາ​ເວ ​ໄດ້​ຊົງ​ແກ້​ແຄ້ນ​ໃຫ້​ທ່ານ​ ໄດ້​ຊົງ​ພົ້ນ​ຈາກ​ມື​ຂອງ​ບັນ​ດາ​ຜູ້​ທີ່​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້ທ່ານ."
\v 32 ແລ້ວ​ກະ​ສັດ​ໄດ້​ກ່າວ​ຖາມ ​ຊາວ​ເອ​ທີ​ໂອ​ເປຍ​ນັ້ນ​ວ່າ, "ອັບ​ຊາ​ໂລມ​ຊາຍ​ຫນຸ່ມ​ນັ້ນ​ສະ​ບາຍ​ດີ​ບໍ່?" ຊາວ​ເອ​ທີ​ໂອ​ເປຍ​ນັ້ນ​ໄດ້​ທູນ​ຕອບ​ວ່າ, "ຂໍ​ໃຫ້​ບັນ​ດາ​ສັດ​ຕູ​ຂອງ​ກະ​ສັດ ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​, ແລະ​ຄົນ​ທັງ​ປວງ​ທີ່​ໄດ້​ລຸກ​ຂຶ້ນ​ທຳ​ຮ້າຍທ່ານ ໃຫ້​ເປັນ​ຄື​ຊາຍ​ຫນຸ່ມ​ຄົນ​ນັ້ນ​ເຖີດ."
\v 33 ແລ້ວ​ກະ​ສັດ​ໄດ້​ຊົງ​ທຸກ​ໃຈ​ຫລາຍ, ແລະເພິ່ນ​ໄດ້​ຂຶ້ນ​ໄປ​ ເທິງ​ຫ້ອງ​ທີ່​ຢູ່​ເຫນືອ​ປະ​ຕູ ແລະ​ຊົງ​ໂສກ​ເສົ້າ. ຂະ​ນະ​ທີ່​ເພິ່ນໄປ​ເພິ່ນ​ຊົງ​ເສຍ​ໃຈ​ໄດ້​ກ່າວ​ວ່າ, "ໂອ ອັບ​ຊາ​ໂລມ​ລູກ​ພໍ່, ລູກ​ພໍ່, ອັບ​ຊາ​ໂລມ​ເອີຍ, ພໍ່​ເອງ​ຢາກ​ຈະ​ຕາຍ​ແທນ​ເຈົ້າ, ໂອ ອັບ​ຊາ​ໂລມ​ລູກ​ພໍ່, ລູກ​ພໍ່!"
\s5
\c 19
\cl ບົດ​ທີ 19
\p
\v 1 ໂຢ​ອາບ​ໄດ້​ຮັບ​ການບອກ​ກ່າວ​ວ່າ, "ເບິ່ງ​ເຖີດ ກະ​ສັດ​ໄດ​້​ຊົງ​ໂ​ສກ​ເສົ້າ ​ແລະ​ໄດ້​ໄວ້​ທຸກ​ເພື່ອ​ອັບ​ຊາ​ໂລມ."
\v 2 ເພາະ​ສະ​ນັ້ນ ໄຊ​ຊະ​ນະ​ໃນ​ມື້​ນັ້ນ​ກໍ​ໄດ້​ກາຍ​ເປັນ​ການ​ໄວ້​ທຸກ​ຂອງ​ທະ​ຫານ​ທັງ​ປວງ, ເພາະ​ໃນ​ມື້​ນັ້ນ​ພວກ​ທະ​ຫານ​ໄດ້​ຍິນ​ວ່າ, "ກະ​ສັດ​ໄດ້​ຊົງ​ທຸກ​ໃຈ​ເພາະ​ລູກ​ຊາຍ​ຂອງ​ເພິ່ນ."
\s5
\v 3 ໃນ​ມື້​ນັ້ນ​ພວກ​ທະ​ຫານ​ ໄດ້​ລັກ​ເຂົ້າ​ມາ​ໃນ​ເມືອງ​ຢ່າງ​ງຽບໆ, ຄື​ກັບ​ພວກ​ທະ​ຫານ​ທີ່​ລັກ​ຫນີ​ມາ​ຢ່າງ​ຫນ້າ​ລະ​ອາຍ ເມື່ອ​ພວ​ກ​ເຂົາ​ໄດ້​ຫນີເ​ສິກ​ກັບ​ມາ.
\v 4 ກະ​ສັດ​ໄດ້​ຊົງ​ຄຸມ​ຫນ້າ ​ແລະ​ໄດ້​ຊົງ​ໂສກ​ເສົ້າ​ ແລະ​ຊົງ​ຈົ່ມ​ສຽງ​ດັງ​ວ່າ, "ໂອ ອັບ​ຊາ​ໂລມ​ລູກ​ເອີຍ, ໂອ ອັບ​ຊາ​ໂລມ​ລູກ​ຂອງ​ພໍ່, ລູກ​ຂອງ​ພໍ່”
\s5
\v 5 ໂຢອາບໄດ້ເຂົ້າໄປ ໃນທີ່ພັກຂອງກະສັດ ແລະເວົ້າຕໍ່ເພິ່ນວ່າ, "ມື້​ນີ້ທ່ານ​ໄດ້​ຊົງ​ເຮັດ​ໃຫ້​ຜູ້​ຮັບ​ໃຊ້ ​ທະ​ຫານ​ທັງ​ຫມົດ​ຂອງ​ທ່ານ ໄດ້​ຮັບ​ຄວາມ​ລະ​ອາຍ ພວກ​ເຂົາ​ໄດ​້​ຊ່ວຍ​ຊີ​ວິດ​ຂອງ​ທ່ານໃນ​ມື້​ນີ້, ທັງ​ຊີ​ວິດ​ຂອງ​ບັນ​ດາ​ລູກ​ຊາຍ, ແລະ​ລູກ​ສາວ, ​ແລະ​ຊີ​ວິດ​ຂອງ​ບັນ​ດາ​ເມຍ, ແລະ​ຊີ​ວິດ​ຂອງ​ບັນ​ດາ​ສາວ​ໃຊ້​ຂອງ​ທ່ານ,
\v 6 ເພາະ​ວ່າ​ທ່ານ​ໄດ້​ຊົງ​ຮັກ​ຜູ້​ທີ່​ກຽດ​ຊັງ​ທ່ານ, ແລະ​ໄດ້​ຊົ​ງ​ກຽດ​ຊັງ​ຜູ້​ຮັກ​ທ່ານ. ເພາະ​ໃນ​ມື້​ນີ້ທ່ານໄດ້​ຊົງ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ແລ້ວ​ວ່າ ບັນ​ດາ​ນາຍ​ທະ​ຫານ ​ແລະ​ທະ​ຫານ​ທັງ​ຫລາຍ​ ບໍ່​ມີ​ຄ່າ​ສຳ​ຫລັບທ່ານ. ໃນ​ມື້​ນີ້​ຂ້າ​ນ້ອຍ​ເຊື່ອ​ວ່າ​ຖ້າ ​ອັບ​ຊາ​ໂລມ​ ຍັງ​ມີ​ຊີ​ວິ​ດຢູ່, ແລະ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ຕາຍ​ຫມົດ​ນັ້ນ​, ທ່ານກໍຄົງ​ຈະ​ພໍ​ໃຈ.
\s5
\v 7 ບັດ​ນີ້​ຂໍ​ທ່ານຊົງ​ລຸກ​ຂຶ້ນ ​ແລະ​ຂໍ​ອອກ​ໄປ​ກ່າວ​ໃຫ້​ກຳ​ລັງ​ໃຈ ​ແກ່​ເຫລົ່າ​ທະ​ຫານ​ຂອງ​ທ່ານ, ເພາະ​ຂ້າ​ນ້ອຍ​ໄດ້​ສາ​ບານ ​ໃນ​ພ​ຣະ​ນາມ​ພ​ຣະ​ຢາ​ເວ​ວ່າ, ຖ້າ​ທ່ານ​ບໍ່​ມາ, ຈະ​ບໍ່​ມີ​ຊາຍ​ຈັກ​ຄົນ​ຫນຶ່ງ ​ຄ້າງ​ຢູ່​ກັບ​ທ່ານ​ໃນ​ຄືນ​ນີ້. ນັ້ນ​ກໍ​ຈະ​ຮ້າຍ​ແຮງ​ຍິ່ງກວ່າ​ເຫດ​ຮ້າຍ​ອື່ນໆ ທັງຫມົດ ຊຶ່ງ​ໄດ້​ບັງ​ເກີດ​ແກ່​ທ່ານຕັ້ງ​ແຕ່​ຍັງ​ນ້ອຍ​ ມາ​ຈົນ​ເຖິງ​ບັດ​ນີ້."
\v 8 ດັ່ງ​ນັ້​ນ​ກະ​ສັດ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ, ແລະ​ປະ​ທັບ​ທີ່​ປະ​ຕູ​ເມືອງ, ແລະ​ປະ​ຊາ​ຊົນ​ທັງ​ປວງ​ ກໍ​ໄດ້​ຮັບ​ການບອກ​ເລົ່າ​ວ່າ, "ເບິ່ງ​ເຖີດ, ກະ​ສັດ​ໄດ້​ຢູ່​ທີ່​ປະ​ຕູ​ເມືອງ," ປະ​ຊາ​ຊົນ​ທັງ​ຫລາຍ​ກໍ​ໄດ້​ມາ ​ເຂົ້າ​ເຝົ້າ​ຕໍ່ຫນ້າ​ຂອງ​ກະ​ສັດ. ຝ່າຍ​ອິດ​ສະ​ຣາ​ເອນ​ນັ້ນ,​ຕ່າງ​ກໍ​ຫນີ​ໄປ​ຍັງ​ທີ່​ອາ​ໄສ​ຂອງ​ຕົນ​ຫມົດ​ແລ້ວ.
\s5
\v 9 ພວກເຂົາຖົກຖຽງກັນທົ່ວໄປໃນປະເທດ​ວ່າ, "ກະ​ສັດ​ເຄີຍ​ຊົງ​ຊ່ວຍ​ກູ້​ເຮົາ​ໃຫ້​ພົ້ນ​ຈາກ​ມື​ບັນ​ດາ​ສັດ​ຕູ​ຂອງ​ເຮົາ, ແລະ​ຊົງ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ ຈາກ​ມື​ພວກ​ຟີ​ລິດ​ສະ​ຕິນ, ແຕ່​ບັດ​ນີ້​ທ່ານ​ຊົງ​ຫນີ​ອອກ​ຈາກ​ແຜ່ນ​ດິນ​ ເພາະ​ເຫດ​ແຫ່ງ​ອັບ​ຊາ​ໂລມ.
\v 10 ອັບ​ຊາ​ໂລມ​, ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໄວ້​ ໃຫ້ເປັນກະສັດປົກຄອງ​ເຮົາ​ນັ້ນ​ ກໍ​ໄດ້​ເສຍ​ຊີ​ວິດ​ແລ້ວ​ໃນ​ສົງ​ຄາມ, ດັ່ງ​ນັ້ນ​ເປັນ​ຫຍັງ​ພວກ​ເຈົ້າ​ບໍ່​ໄດ້​ເວົ້າ​ຫຍັງ​ເລີຍ​ ໃນ​ເລື່ອງ​ທີ່​ຈະ​ທູນ​ເຊີນ​ກະ​ສັດ​ໃຫ້​ກັບຄືນມາປົກຄອງ?"
\s5
\v 11 ກະ​ສັດ​ດາ​ວິດ​ໄດ້​ສົ່ງ​ຄົນ​ໄປ​ຫາ​ຊາ​ດົກ​ ແລະ​ອາ​ບີ​ອາ​ທາ​ປະ​ໂຣຫິດ​ທັງ​ສອງ ຮັບ​ສັ່ງ​ວ່າ, "ຈົ່ງ​ເວົ້າ​ກັບ​ພວກ​ຜູ້​ອາ​ວຸ​ໂສ ​ຂອງ​ຄົນ​ຢູ​ດາຍ​ວ່າ, "ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ເປັນ​ຄົນ​ສຸດ​ທ້າຍ​ທີ່​ຈະ​ທູນ​ເຊີນ ​ກະ​ສັດ​ກັບ​ຣາ​ຊວັງ​ຂອງ​ເພິ່ນ, ໃນ​ເມື່ອ​ມີ​ຖ້ອຍ​ຄຳ​ມາ​ຈາກ​ອິດ​ສະ​ຣາ​ເອນ​ ທັງ​ປວງ​ຊື່ນ​ຊົມ​ເຖິງ​ກະ​ສັດ,​ໃຫ້​ກັບ​ຣາຊວັງ​ຂອງເພິ່ນ?
\v 12 ພວກ​ທ່ານ​ເປັນ​ພີ່​ນ້ອງ​ຂອ​ງ​ເຮົາ, ເປັນ​ກະ​ດູກ ​ແລະ​ເນື້ອ​ຂອງ​ເຮົາ. ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຈະ​ເປັນ​ຄົນ​ສຸດ​ທ້າຍ ​ທີ່​ຈະ​ທູນເ​ຊີນ​ກະ​ສັດ​ກັບ?"
\s5
\v 13 ​ແລ້ວ​ຈົ່ງ​ບອກ​ອາ​ສາ​ມາ​ວ່າ, "ທ່ານ​ບໍ່​ໄດ້​ເປັນ​ກະ​ດູກ ​ແລະ​ເນື້ອ​ຂອງ​ເຮົາ​ບໍ່? ຂໍ​ພ​ຣະ​ເຈົ້າ​ຊົງ​ລົງ​ໂທດ​ເຮົາ ແລະ​ຊົງ​ເພີ່ມ​ໂທດ​ນັ້ນ, ຖ້າ​ທ່ານ​ບໍ່​ໄດ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ ​ກອງ​ທັບ​ຕໍ່​ຫນ້າ​ເຮົາ​ແທນ​ໂຢ​ອາບ ​ຕັ້ງ​ແຕ່​ບັດ​ນີ້​ໄປ.""
\v 14 ດັ່ງ​ນັ້ນ​ທ່ານກໍ​ໄດ້​ຊົງ​ຊະ​ນະ​ໃຈ​ຂອງ​ຄົນ​ຢູ​ດາ ​ທັງ​ປວງ​ລາວ​ກັບ​ຈິດ​ໃຈ​ຂອງ​ຜູ້​ຊາຍ​ຄົນ​ດຽວ. ພວກ​ເຂົາ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ທູນ​ກະ​ສັດ​ວ່າ, "ຂໍ​ທ່ານກັບ​ພ້ອມ​ກັບ​ຜູ້​ຮັບ​ໃຊ້​ທັງ​ຫມົດ."
\v 15 ດັ່ງ​ນັ້ນ​ກະ​ສັດ​ກໍ​ໄດ້​ກັບ ​ແລະ​ມາ​ຍັງ​ແມ່​ນ້ຳ​ຈໍ​ແດນ. ບັດ​ນີ້​ຄົນ​ຢູ​ດາ​ກໍ​ໄດ້​ພາ​ກັນ​ມາ​ ທີ່​ກິນ​ການ​ເພື່ອ​ຮັບ​ກະ​ສັດ​ ແລະ​ນຳ​ກະ​ສັດ​ຂ້າມ​ແມ່​ນ້ຳ​ຈໍ​ແດນ.
\s5
\v 16 ຊີ​ເມ​ອີ ລູກ​ຊາຍ​ຂອງ​ເກ​ຣາ, ຄົນ​ເບັນ​ຢາ​ມິນ, ​ຜູ້​ມາ​ຈາກ​ບາ​ຮູ​ຣິມ, ກໍ​ໄດ້​ຮີບ​ລົງ​ມາ​ພ້ອມ​ກັບ​ຄົນ ​ຢູ​ດາ ​ເພື່ອ​ຈະ​ຮັບ​ກະ​ສັດ​ດາ​ວິດ.
\v 17 ມີ​ຄົນ​ຈາກ​ເຜົ່າ​ເບັນ​ຢາ​ມິນ​ພ້ອມ​ກັບ​ເຂົາ​ຫນຶ່ງ​ພັນ​ຄົນ, ແລະ​ຊີ​ບາ​ຜູ້ຮັບໃຊ້​ຂອງ​ໂຊນ, ພ້ອມ​ກັບ​ລູກ​ຊາຍ​ສິບ​ຫ້າ​ຄົນ. ແລະ​ຄົນ​ໃຊ້​ອີກ​ຊາວຄົນ​ ພວກ​ເຂົາ​ກໍ​ໄດ້​ຮີບ​ຂ້າມ​ແມ່​ນຳ​ຈໍ​ແດນ​ ຕໍ່​ຫນ້າ​ກະ​ສັດ.
\v 18 ພວກ​ເຂົາ​ໄດ້​ຂ້າມ​ມາ​ເພື່ອ ​ນຳ​ຣາ​ຊວົງ​ຂອງ​ກະ​ສັດ​ ແລະ​ລໍຄອຍ​ເຮັດ​ສິ່ງ​ທີ່​ເພິ່ນເຫັນດີ. ຊີ​ເມ​ອີ​ລູກ​ຊາຍ​ຂອງ​ເກ​ຣາ ໄດ້​ໂນ້ມ​ຕົວ​ລົງ​ຕໍ່​ຫນ້າ​ກະ​ສັດ ​ກ່ອນ​ທີ່​ເພິ່ນຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ.
\s5
\v 19 ຊີ​ເມ​ອີ​ໄດ້​ທູນ​ກະ​ສັດ​ວ່າ, "ຂໍ​ຢ່າງ​ຊົງ​ຖື​ໂທດ​, ການ​ລ່ວງ​ລະ​ເມີດ​ຂອງ​ຂ້ານ້ອຍ, ແລະ​ຂໍ​ຢ່າ​ຊົງ​ຈົດ​ຈຳ​ຄວາມ​ຜິດ ​ທີ່​ຜູ້​ຮັບ​ໃຊ້​ຂອງ​ທ່ານໄດ້​ເຮັດ ​ລືມ​ໃນ​ມື້​ທີ່​ກະ​ສັດ​ເຈົ​້າ​ນາຍ​ຂອງ​ຂ້າ​ນ້ອຍ ​ອອກ​ຈາກນະຄອນ​ເຢ​ຣູ​ຊາ​ເລັມ. ຂໍ​ກະ​ສັດ, ​ຢ່າ​ຊົງ​ຈົດ​ຈຳ​ໄວ້​ໃນ​​ໃຈ.
\v 20 ດ້ວຍ​ຜູ້​ຮັບ​ໃຊ້​ຂອງ​ທ່ານ ຮູ້​ແລ້ວ​ວ່າ​ຂ້າ​ນ້ອຍ​ເອງ​ໄດ້​ເຮັດ​ບາບ, ເບິ່ງ​ເຖີດ ນີ້​ເຫັນ​ເຫດ​ວ່າ​ເປັນ​ຫຍັງ​ໃນ​ມື້​ນີ້​ ຂ້າ​ນ້ອຍ​ໄດ້​ມາ​ເປັນ​ຄົນ​ແລກ​ໃນ​ເຊື້ອສາຍ​ ໂຢ​ເຊັບ ​ທັງ​ຫມົດ ທີ່​ລົງ​ມາ​ຮັບ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ."
\s5
\v 21 ​ແຕ່​ອາ​ບີ​ໄຊ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ​ໄດ້​ຕອບ​ວ່າ, "ຊີ​ເມ​ອີ​ບໍ່​ສົມ​ຄວນ​ຕາຍ​ເພາະ​ສິ່ງ​ນີ້, ເພາະ​ເຂົາ​ໄດ້​ປ້ອຍ​ດ່າ ​ຜູ້​ທີ່​ຮັບ​ການ​ແຕ່ງ​ຕັ້ງ​ຂອງ​ພ​ຣະ​ຢາ​ເວ?"
\v 22 ແລ້ວ​ດາ​ວິດ​ໄດ້​ກ່າວ​ວ່າ, "ລູກ​ຊາຍ​ທັງ​ສອງ​ຂອງ​ນາງ​ເຊ​ຣູ​ອີ​ຢາເອີຍ, ເຮົາ​ມີ​ວຽກ​ຫຍັງ​ກັບ​ທ່ານ, ຊຶ່ງ​ໃນ​ມື້​ນີ້​ທ່ານ​ຈະ​ມາ​ເດືອດ​ຮ້ອນ​ກັບ​ເຮົາ? ໃນ​ມື້​ນີ້​ຄວນ​ທີ່​ຈະ​ໃຫ້​ໃຜ​ໃນ​ອິດ​ສະ​ເອນ​ມີ​ໂທດ​ເຖິງ​ຕາຍ​ບໍ?"
\v 23 ດັ່ງ​ນັ້ນ​ກະ​ສັດ​ໄດ້​ກ່າວ​ກັບ​ຊີ​ເມ​ອີ​ວ່າ, "ເຈົ້າ​ຈະ​ບໍ່​ຕາຍ." ແລ້ວ​ກະ​ສັດ​ກໍ​ໄດ້​ຊົງ​ໃຫ້​ຄຳ​ສັນ​ຍາວ່າ ລາວຊິບໍ່ຖືກປະຫານຊີວິດ.
\s5
\v 24 ລູກ​ຊາຍ​ຂອງ​ກະສັັດໂຊນ​ ກໍ​ໄດ້​ລົງ​ມາ​ຮັບ​ກະ​ສັດ. ເພິ່ນ​ບໍ່​ໄດ້​ຊົງ​ລ້າງ​ຕີນ​ຫລື ​ແຖ​ຫນວດ​ຂອງ​ເ​ພິ່ນຫລື​, ຊົງ​ຊັກ​ເຄື່ອງ​​ຂອງເພິ່ນ​ຕັ້ງ​ແຕ່ມື້​ທີ່​ກະ​ສັດ​ໄດ້​ຈາກ​ໄປ, ຈົນ​ວັນ​ທີ່​ທ່ານ​ໄດ້​ກັບ​ມາ​ໂດຍ​ຢ່າງ​ມີ​ໄຊ.
\v 25 ​ດັ່ງ​ນັ້ນ​ເມື່ອເພິ່ນ​ໄດ້​ມາ​ ຍັງ​ນະຄອນ​ເຢ​ຣູ​ຊາ​ເລັມ ​ເພື່ອ​ຈະ​ຮັບ​ມາກະ​ສັດ​ໄດ້​ກ່າວ ​ຖາມ​ວ່າ, "ເມ​ຟີ​ໂບ​ເຊັດ ເປັ​ນ​ຫຍັງ​ທ່ານ​ບໍ່​ໄດ້​ໄປ​ກັບ​ເຮົາ?"
\s5
\v 26 ລາວຕອບວ່າ, "ຂ້າ​ແດ່ກະ​ສັດ, ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ, ຜູ້ຮັບໃຊ້​ຂອງ​ຂ້າ​ນ້ອຍ​ໄດ້​ຕວະ​ຂ້າ​ນ້ອຍ ເພາະ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ໄດ້​ບອກ​ເຂົາ​ວ່າ, "ຂ້ອຍ​ຈະ​ອານ​ລໍໂຕຫນຶ່ງ​ເພື່ອ​ຂ້ອຍ​ຈະ​ໄດ້​ຂີ່​ໄປ​ຕາມ​ກະ​ສັດ, ​ເພາະ​ວ່າ​ຜູ້​ຮັບ​ໃຊ້​ຂອ​ງ​ທ່ານພິ​ການ."
\v 27 ເຂົາ​ກັບ​ໄປ​ທູນ​ກະ​ສັດ ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ, ໃສ່​ຮ້າຍ​ຜ​ູ້​ຮັບ​ໃຊ້​ຂອງ​ພ​ຣະ​ເຈົ້າ ດັ່ງ​ນັ້ນຂໍ​ໄດ້​ຊົງ​ເຮັດ​ໃນ​ສິ່ງ​ທີ່​ທ່ານຊົງ​ເຫັນ​ວ່າ​ດີ ​ໃນ​ສາຍ​ຕາ​ຂອງ​ທ່ານເຖີດ.
\v 28 ເພາະ​ວ່າ​ທຸກ​ຄົນ​ໃນ​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ​ທັງ​ຫມົດ ​ນັ້ນ​ເປັນ​ແຕ່​ຄົນ​ທີ່​ສົມ​ຄວນ​ຕາຍ ຕໍ່​ຫນ້າ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ, ແຕ່​ທ່ານ​ກໍ​ໄດ້​ຊົງ​ແຕ່​ຕັ້ງ​ຜູ້​ຮັບ​ໃຊ້​ ຂ​ອງ​ທ່ານໄວ້​ໃນ​ຫມູ່​ຜູ້​ທີ່​ກິນ​ຮ່ວມ​ໂຕະ​ທ່ານ. ຂ້າ​ນ້ອຍ​ຈະ​ມີ​ຄວາມ​ເມດ​ຕາ​ປະ​ການ​ໃດ ​ທີ່​ຈະ​ຮ້ອງ​ທູນ​ຕໍ່​ກະ​ສັດ?"
\s5
\v 29 ​ແລ້ວ​ກະ​ສັດ​ຈຶ່ງ​ໄດ້​ກ່າວ​ກັບ​ເຂົາ​ວ່າ,"ທ່ານ​ຈະ​ເວົ້າ​ເລື່ອງ​ລາວ​ຂອງ​ທ່ານ​ຕໍ່​ໄປ​ເຮັດ​ຫຍັງ? ເຮົາ​ໄດ້​ຕັດ​ສິນ​ໃຈ​ແລ້ວ​ວ່າ ເມື່ອ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ​ໄດ້​ກັບ​ສູ່​​ຣາ​ຊວັງ​ໂດ​ຍ​ມີ​ໄຊ​ເຊັ່ນ​ນີ້​ແລ້ວ ກໍ​ໃຫ້​ຊີ​ບາ​ຮັບ​ໄປ​ຫມົດ​ເຖີດ."
\v 30 ເມຟີໂບເຊັດຕອບວ່າ, "ໃຫ້ມໍຣະດົກຕົກເປັນຂອງຊີບາຫມົດເສຍ, ການທີ່ທ່ານກັບມາຢ່າງປອດໄພກໍພຽງພໍແລ້ວສຳລັບຂ້ານ້ອຍ."
\s5
\v 31 ແລ້ວ​ບາກ​ຊິນ​ໄລ ຊາວ​​ກີ​ເລ​ອາດ​ກໍ​ໄດ້​ລົງ​ມາ​ຈາກໂຣ​ເກ​ລິມ ເພື່ອ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ສົ່ງກະ​ສັດ, ແລະ​ເຂົາ​ໄດ້​ສົ່ງ​ກະ​ສັດ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ.
\v 32 ບັດ​ນີ້​ ບາກ​ຊິນ​ໄລ​ເປັນ​ຄົນ​ເຖົ້າ​ແກ່​ຫລາຍ​ແລ້ວ, ອາ​ຍຸ​ແປດ​ສິບ​ປີ.​ເຂົາ​ໄດ້​ນຳ​ສະ​ບຽງ​ອາ​ຫານ​ ມາ​ຖ​ວາຍ​ກະ​ສັດ​ຂະ​ນະ​ເພິ່ນ​ຢູ່​ທີ່​ມະ​ຫາ​ນາ​ອິມ, ​ເພາະ​ເຂົາ​ເປັນ​ຄົນ​ຮັ່ງ​ມີ​ຫລາຍ.
\v 33 ກະ​ສັດ​ຈຶ່ງ​ໄດ້​ກ່າວ​ກັບ​ບາກ​ຊິນ​ໄລ​ວ່າ, "ຈົ່ງ​ຂ້າມ​ມາ​ຢູ່​ກັບ​ເຮົາ, ແລະ​ເຮົາ​ຈະ​ລ້ຽງ​ເບິ່ງ​ເຈົ້າ​ໃຫ້​ຢູ່​ກັບ​ເຮົາ​ທີ່​ນະຄອນເຢ​ຣູ​ຊາ​ເລັ​ມ."
\s5
\v 34 ບາກ​ຊີ​ໄລ​ໄດ້​ທູນ​ກະ​ສັດ​ວ່າ, "ຂ້າ​ນ້ອຍ​ຈະ​ຢູ່​ຕໍ່​ໄປ​ໄດ້​ອີກ​ຈັກ​ປີ ທີ່​ຂ້າ​ນ້ອຍ​ຈະ​ຂຶ້ນ​ໄປ​ຢູ່​ກັບ​ກະ​ສັດທີ່ນະຄອນເຢ​ຣູ​ຊາ​ເລັມ?
\v 35 ຂ້າ​ນ້ອຍ​ມີ​ອາ​ຍຸ​ແປດ​ສິບ​ປີ​ແລ້ວ. ຂ້າ​ນ້ອຍ​ຈະ​ສາ​ມາດ ​ແຍກວ່າ​ແມ່ນ​ຫຍັງ​ດີ​ ແມ່ນ​ຫຍັງ​ຊົ່ວ​ໄດ້​ບໍ່? ຜ​ູ້​ຮັບ​ໃຊ້​ຂອງທ່ານ​ຈະ​ຮູ້​ລົດ​ຊາດ​ຂອງ​ສິ່ງ​ທີ່​ກິນ ​ແລະ​ດື່ມ​ໄດ້​ບໍ່? ຂ້າ​ນ້ອຍ​ຈະ​ຟັງ​ສຽງ​ນັກ​ຮ້ອງ​ຊາຍ​ ແລະ​ຍິງ​ຮ້ອງ​ເພງ​ໄດ້​ອີກ​ບໍ່? ເປັນ​ຫຍັງ​ຈະ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ທ່ານ ​ເປັນ​ພາ​ລະ​ເພີ່ມ​ແກ່​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ?
\v 36 ຜູ້​ຮັບ​ໃຊ້​ຂອງ​ທ່ານ​ປະ​ສົງ​ຈະ​ຕາມ ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ກັບ​ກະ​ສັດ​ເທົ່າ​ນັ້ນ. ສະ​ນັ້ນ​ກະ​ສັດ​ຈະ​ຊົງ​ຕອບ​ແທນ​ດ້ວຍ​ລາງວັນ​ເຊັ່ນ​ນີ້?
\s5
\v 37 ຂໍ​ໃຫ້​ຜູ້​ຮັບ​ໃຊ້​ຂອງທ່ານ ໄດ້​ກັບ​ໄປ​ເພື່ອ​ຈະ​ຕາຍ​ໃນ​ເມືອງ​ຂອງ​ຂ້າ​ນ້ອຍ, ໃກ້​ທີ່​ຝັງ​ສົບ​ພໍ່​ແມ່​ຂອງ​ຂ້າ​ນ້ອຍ. ແຕ່​ຂໍ​ຈົ່ງ​ຊົງ​ແນມ​ເຫັນ​ເຖີດ, ນີ້​ຄື​ກິມ​ຮາມ​ຜູ້​ຮັບ​ໃຊ້​ຂອງ​ພ​ະ​ອົງ. ຂໍ​ໃຫ້​ເຂົາ​ຕາມ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ໄປ, ຂໍ​ຊົງ​ເຮັດ​ຕໍ່​ເຂົາ​ຕາມ​ທີ່​ຊົງ​ເຫັນ​ຄວນ."
\s5
\v 38 ກະ​ສັດ​ໄດ້​ຕອບ​ວ່າ, "ກິມ​ຮາມ​ຈະ​ຂ້າມ​ໄປ​ກັບ​ເຮົາ, ເຮົາ​ຈະ​ເຮັດ​ຄຸນ​ແກ່​ເຂົາ​ຕາມ​ທີ່​ເຈົ້າ​ເຫັນ​ຄວນ, ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປາ​ຖະ​ຫນາ​ຈາກ​ເຮົາ, ເຮົາ​ຍິນ​ດີ​ເຮັດ​ໃຫ້​ເຈົ້າ."
\v 39 ແລ້ວ​ປະ​ຊາ​ຊົນ​ທັງ​ຫມົດ ​ກໍ​ໄດ​້​ຂ້າມ​ແມ່​ນ້ຳ​ຈໍ​ແດນ, ແລະ​ກະ​ສັດ​ກໍ​ໄດ້​ຂ້າມ​ໄປ ກະ​ສັດ​ໄດ້​ຊົງ​ຈູບ​ບາກ​ຊີ​ໄລ, ແລະ​ໄດ້​ອວຍ​ພອນ​ເຂົາ. ແລ້ວ​ບາກ​ຊີ​ໄລ​ກໍ​ໄດ້​ກັບ​ໄປ​ຍັງ​ທີ່​ຢູ່​ຂອງ​ເຂົາ.
\s5
\v 40 ​ດັ່ງ​ນັ້ນ​ກະ​ສັດ​ໄດ້​ຂ​້າມ​ໄປ​ຍັງ​ກິນ​ການ, ແລະ​ກິມ​ຮາມ​ກໍ​ໄດ້​ຂ້າມ​ຕາມ​ເພິ່ນໄປ. ກອງ​ທັບ​ຂອງ​ຢູ​ດາຍ​ທັງ​ຫມົດ ​ກໍ​ໄດ​້​ນຳ​ກະ​ສັດ​ຂ້າມ​ມາ, ​ແລະ​ເຄິ່ງ​ຫນຶ່ງ​ຂອງກອງ​ທັບ​ດ້ວຍ.
\v 41 ໃນ​ບໍ່​ຊ້າ​ອິດ​ສະ​ຣາ​ເອນ​ທັງ​ຫມົດ ​ກໍ​ໄດ້​ເລີ່ມ​ມາ​ເຝົ້າ​ກະ​ສັດ ​ແລະ​ໄດ້​ທູນ​ກະ​ສັດ​ວ່າ, "ພີ່​ນ້ອງ​ຂອງ​ເຮົາ​ຄົນ​ຢູ​ດາຍ ​ຈຶ່ງ​ໄດ້​ລັກ​ພາທ່ານໄປ, ແລະ​ໄດ້​ນຳ​ກະ​ສັດ​ ແລະ​ຣາ​ຊວົງ​ຂອງ​ເພິ່ນຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ, ແລະ​ພ້ອມ​ກັບ​ຄົນ​ຂອງ​ດາ​ວິດ​ທັງ​ຫມົດ?"
\s5
\v 42 ດັ່ງ​ນັ້ນ ຄົນ​ຢູ​ດາ​ທັງ​ປວງ ​ຈຶ່ງ​ໄດ້​ຕອບ​ຄົນ​ອິດ​ສະ​ຣາ​ເອນ​ວ່າ, "ເພາະ​ວ່າ​ກະ​ສັດ​ຊົງ​ເປັນ​ພີ່​ນ້ອງ​ກັບ​ເຮົາ. ທ່ານ​ທັງ​ຫລາຍ​ຈະ​ຄຽດ ​ດ້ວຍ​ເລື່ອງ​ນີ້​ເຮັດ​ຫຍັງ? ພວກ​ເຮົາ​ໄດ້​ກິນ​ສິ່ງ​ໃດ​ທີ່​ກະ​ສັດ​ຕ້ອງ​ຈ່າຍ​ໃຫ້​ຫລື​ບໍ່? ເພິ່ນໃຫ້​ລາງ​ວັນ​ຫຍັງ​ແກ່​ເຮົາ​ບໍ່?"
\v 43 ຄົນ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ຕອບ​ຄົນ​ຢູ​ດາວ່າ, "ເຮົາ​ມີ​ສິບ​ເຜົ່າ​ທີ່​ມີ​ຄວາມ​ກ່ຽວ​ຂ້ອງ ​ສຳ​ພັນ​ກັບ​ກະ​ສັດ, ດັ່ງ​ນັ້ນ​ເຮົາ​ມີສິດ​ທິ​ໃນ​ດາ​ວິດ​ຫລາຍກວ່າ​ພວກ​ທ່ານ. ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ດູ​ຖູກ​ເຮົາ​ເຊັ່ນ​ນີ້? ບໍ່​ແມ່ນ​ພວກ​ເຮົາ​ທີ່​ເປັນ​ພວກ​ທຳອິດບໍ ທີ່​ສະ​ເຫນີ​ໃຫ້​ນຳ​ກະ​ສັດ​ຂອງ​ພວກ​ເຮົາ​ກັບ​ມາ?" ແຕ່​ຖ້ອຍ​ຄຳ​ຂອງ​ຄົນ ​ຢູ​ດາ ​ກໍ​ຮຸນ​ແຮງກວ່າ​ຖ້ອຍ​ຄຳ​ຂອງ​ຄົນ ​ອິດ​ສະ​ຣາ​ເອນ.
\s5
\c 20
\cl ບົດ​ທີ 20
\p
\v 1 ທີ່​ດຽວ​ກັນ​ນັ້ນ​ໄດ້​ມີ​ຄົນ​ກໍ່​ກວນ​ຄົນ​ຫນຶ່ງ​ຊື່​ເຊ​ບາ ​ລູກ​ຊາຍ​ຂອງ​ບີກ​ຣີ, ​ຄົນ​ເບັນ​ຢາ​ມິນ. ເຂົາ​ໄດ້​ເປົ່າ​ແກ​ ແລະ ​ໄດ້​ກ່າວ​ວ່າ, "ພວກເຮົາບໍ່ມີສ່ວນໃນດາວິດ, ທັງກໍ​ບໍ່​ໄດ​້​ມີ​ມໍ​ຣະ​ດົກ​ໃນ​ລູກ​ຊາຍ​ຂອງ​ເຢ​ຊີ. ອິດ​ສະ​ຣາ​ເອນ​ເອີຍ, ໃຫ້​ທຸກ​ຄົນ​ກັບ​ບ້ານ​ຂອງ​ຕົນ​ເອງ."
\v 2 ດັ່ງ​ນັ້ນ ຄົນ​ອິດ​ສະ​ຣາ​ເອນ​ທັງ​ປວງ​ກໍ​ໄດ້​ໄປ​ຈາກ​ດາ​ວິດ ​ແລະ​ ໄດ້​ຕິດ​ຕາມ​ເຊ​ບາ​ລູກ​ຊາຍ​ຂອງ​ບີກຣີ. ແຕ່​ຄົນ​ຢູ​ດາຍ​ຍັງ​ໄດ້​ຕິດ​ຕາມ​ກະ​ສັດ​ຂອງ​ພວກ​ເຂົາ​ຢ່າງ​ໃກ້​ຊິດ, ຈາກ​ແມ່​ນ້ຳ​ຈໍ​ແດນ​ຕ​ະຫລອດ​ທາງ​ໄປຮອດນະຄອນ​ເຢ​ຣູ​ຊາ​ເລັ​ມ.
\s5
\v 3 ເມື່ອ​ດາ​ວິດ​ໄດ້​ກັບ​ມາ​ທີ່​ຣາຊວັງ​ທີ່​ນະຄອນ​ເຢ​ຣູ​ຊາ​ເລັມ, ເພິ່ນ​ໄດ້​ນຳ​ສາວ​ໃຊ້​ທັງ​ສິບ​ຄົນ ທີ່​ເພິ່ນ​ໄດ້​ຊົງ​ໄປ​ໄວ້​ໃຫ້​ເຝົ້າ​​ຣາ​ຊ​ວັງ​ນັ້ນ, ແລະເອົາພວກເຂົາ​ໄປ​ໄວ້​ໃນ​ບ້ານ​ຫລັງ​ຫນຶ່ງ​ທີ່​ມີ​ຍາມ​ເຝົ້າ, ເພິ່ນ​ໄດ້​ຊົງ​ລ້ຽງ​ດູພວກເຂົາໃນຄວາມຕ້ອງການຕ່າງໆຂອງພວກເຂົາ, ແຕ່​ເພິ່ນ​ບໍ​ໍ່​ໄດ້​ຊົງ​ຫລັບ​ນອນ​ກັບ​ພວກ​ນາງ​ອີກ​ຕໍ່​ໄປ. ດັ່ງ​ນັ້ນ​ພວກ​ນາງ​ຈຶ່ງ​ໄດ້​ຖືກ​ກັກ​ໄວ້, ໃຫ້​ມີ​ຊີ​ວິດ​ຢູ່​ຢ່າງ​ແມ່​ຫມ້າຍ​ຈົນ​ເຖິງ​ມື້​ຕາຍ.
\s5
\v 4 ແລ້ວ​ກະ​ສັດ​ໄດ້​ກ່າວ​ກັບ​ອາ​ມາ​ສາ​ວ່າ, "ຈົ່ງ​ລະ​ດົມ​ຄົນ​ຢູ​ດາຍ​ໃຫ້​ພ້ອມ​ພາຍ​ໃນ​ສາມ​ວັນ; ຕົວ​ທ່ານ​ຈົ່ງ​ມາ​ທີ່​ນີ້, ​ດ້ວຍເຊັ່ນກັນ."
\v 5 ດັ່ງ​ນັ້ນ​ອາ​ມາ​ສາ​ກໍ​ໄດ້​ອອກ​ໄປ​ລະ​ດົມ​ຄົນ​ຢູ​ດາຍ, ແຕ່​ເຂົາ​ກໍ​ໄດ​້​ເຮັດ​ງານ​ຊ້າ​ເກີນ​ເວ​ລາ​ທີ່​ກະ​ສັດ​ໄດ້​ກຳ​ນົດ​ໃຫ້​ເຂົາ​ເຮັດ.
\s5
\v 6 ດັ່ງ​ນັ້ນ​ດາ​ວິດ​ໄດ້​ກ່າວ​ກັບ​ອາ​ບີ​ໄຊວ່າ, "ບັດ​ນີ້​ເຊ​ບາ ​ລູກ​ຊາຍ​ຂອງ​ບີກຣີ​ຈະ​ສ້າງ​ຄວາມ​ເດືອດ​ຮ້ອນໃຫ້​ເຮົາ​ຫລາຍກວ່າ​ອັບ​ຊາ​ໂລມ​ໄດ້​ເຮັດ. ທ່ານ​ຈົ່ງ​ນຳ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ​ນາຍ​ຂອງ​ທ່ານ, ເຫລົ່າ​ທະ​ຫານ​ຂອງ​ເຮົາ, ແລະ ໄລ່​ຕາມ​ເຂົາ​ໄປ, ຫລື ບໍ່​ເຊັ່ນ​ນັ້ນ​ເຂົາ​ຈະ​ຫາ​ບັນ​ດາ​ເມືອງ​ທີ່​ມີ​ປ້ອມ​ປາການໄດ້ ແລະ ​ຫນີ​ພົ​້ນ​ສາຍ​ຕາ​ເຮົາ."
\v 7 ແລ້ວ​ພວກ​ຄົນຂອງ​ໂຢ​ອາບ​ໄດ້​ອອກ​ໄປ​ໄລ່​ຕາມ​ເຂົາ, ພ້ອມ​ກັບ​ຄົນ​ເກ​ເຣັດ ​ກັບ​ຄົນ​ເປ​ເລັດ​ກັບ​ນັກ​ຮົບ​ທັງ​ຫມົດ. ພວກ​ເຂົາ​ໄດ້​ອອກ​ຈາກ​ນະຄອນເຢ​ຣູ​ຊາ​ເລັມ​ເພື່ອ​ໄລ່​ຕາມ​ເຊ​ບາ​ ບຸດ​ຊາຍ​ຂອງ​ບີກຣີ.
\s5
\v 8 ​ເມື່ອ​ພວກ​ເຂົາ​ໄດ້​ມາ​ເຖິງ​ໂງ່ນ​ຫີນ​ໃຫຍ່​ທີ່​ຢູ່​ໃນ​ເມືອງ​ກີ​ເບ​ໂອ, ອາ​ມາ​ສາ​ ກໍ​ໄດ້​ມາ​ພົບ​ພວກ​ເຂົາ. ໂຢ​ອາບ​ໄດ້​ສວມ​ໃສ່ເຄື່ອງ​ແຕ່ງ​ກາຍ​ທະ​ຫານ​ຢ່າງ​ທີ່​ເຂົາ​ໄດ້​ເຄີຍ​ໃສ່, ໂດຍ​ມີ​ດາບ​ຢູ່​ໃນ​ຝັກ​ຄັດ​ແອວ​ໄວ້. ເມື່ອ​ເຂົາ​ໄດ້​ຍ່າງ​ໄປ, ​ດາບ​ກ​ໍໄດ້​ຫລຸດ​ຕົກ​ລົງ.
\s5
\v 9 ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ຖາມ​ອາ​ສາ​ມາ​ວ່າ, "ພີ່​ນ້ອງ​ຂອງ​ຂ້ອຍ, ສະ​ບາຍ​ດີ​ບໍ່?" ໂຢ​ອາບ​ກໍ​ເອົາ​ມື​ຂວາ​ຈັບ​ຫນວດ​ຂອງ​ອາ​ສາ​ມາ​ດ້ວຍ​ຄວາມ​ຮັກ ​ແລະ​ ຈູບ​ເຂົາ.
\v 10 ອາ​ມາ​ສາ​ບໍ່​ໄດ້​ສັງ​ເກດ​ດາບ​ທີ່​ຢູ່​ໃນ​ມື​ຊ້າຍ​ຂອງ​ໂຢ​ອາ​ບ. ໂຢ​ອາບ​ຈຶ່ງ​ໄດ້​ແທງ​ທ້ອງ​ອາ​ມາ​ສາ​ຈົນ​ໄສ້​ໂລ່​ລົງພື້ນ​ດິນ. ໂຢ​ອາບ​ບໍ່​ໄດ້​ແທງ​ເຂົາ​ອີກ​ຄັ້ງ, ແລະ​ ອາ​ມາ​ສາ​ກໍ​ໄດ້​ຕາຍ. ດັ່ງ​ນັ້​ນ​ໂຢ​ອາບ​ ແລະ​ ອາ​ບີ​ໄຊ​ນ້ອງ​ຊາຍ​ຂອງ​ເຂົາ​ກໍ​ໄດ້​ໄລ່​ຕາມ​ເຊ​ບາ​ລູກ​ຊາຍ​ຂອງ​ບີກຣີ​ໄປ.
\s5
\v 11 ແລ້ວ​ທະ​ຫານ​ຄົນ​ຫນຶ່ງ​ຂອງ​ໂຢ​ອາບ​ໄດ້​ຢືນ​ຢູ່​ໃກ້​ອາ​ມາ​ສ​າ, ແລະ ໄດ້​ເວົ້າ​ວ່າ, "ໃຜ​ເຫັນ​ດ້ວຍ​ກັບ​ໂຢ​ອາບ, ​ແລະ​ ໃຜ​ຢູ່​ຝ່າຍ​ດາ​ວິດ,​ໃຫ້​ຜູ້​ນັ້ນ​ຕິດ​ຕາມ​ໂຢ​ອາບ​ໄປ."
\v 12 ອາ​ມາ​ສາ​ກໍ​ນອນ​ຈົມ​ກອງ​ເລືອດ​ຂອງ​ຕົນ​ເອງ​ຢູ່​ທີ່​ໃນ​ຫົນ​ທາງ. ເມື່ອ​ຊາຍ​ຄົນ​ນັ້ນ​ເຫັນ​ພວກ​ທະ​ຫານ​ທົງ​ຫມົດ​ໄດ້​ຢືນ​ຢູ່, ເຂົາ​ກໍ​ໄດ້​ຍ້າຍ​ອາ​ມາ​ສາ​ຈາກ​ຫົນ​ທາງ​ໄປ​ຖິ້ມ​ໃນ​ທົ່ງ​ນາ ເຂົາ​ໄດ້​ໂຍ​ນ​ເສື້ອ​ຜ້າ​ປິດ​ຮ່າງກາຍ​ເຂົາ​ໄວ້. ເພາະ​ວ່າ​ເຂົາ​ໄດ້​ເຫັນ​ວ່າ​ທຸກ​ຄົນ​ທີ່​ຜ່ານ​ມາ​ກໍ​ໄດ້​ຢືນ​ຢູ່.
\v 13 ຫລັງ​ຈາກ​ທີ່​ສົບ​ຂອງ​ອາ​ມາ​ສາ​ໄດ້​ຖືກ​ນຳ​ອອກ​ຈາກ​ຫົນ​ທາງ​ແລ້ວ, ທະ​ຫານ​ທັງ​ປວງ​ກໍ​ໄດ້​ຕາມ​ໂຢ​ອາ​ບ​ເພື່ອ​ໄລ່​ຕາມ​ເຊ​ບາ​ລູກ​ຊາຍ​ຂອງ​ບີກຣີ.
\s5
\v 14 ​ເຊ​ບາ​ກໍ​ໄດ້​ຜ່ານເຂດແດນຕ່າງໆຂອງ​ຄົນ​ອິດ​ສະ​ຣາ​ເອນ​ທຸກ​ເຜົ່າ​ຈົນ​ເຖິງອາເບັນ ແຫ່ງ​ເບັດ​ມາອາກາ​ໄປ​ຈົນ​ເຖິງ, ແລະ ​ຜ່ານ​ທະ​ລຸ​ໄປ​ທຸກ​ດິນ​ແດນ​ຂອງ​ຄົນ​ບີກ​ຣີ​ທັງ​ຫມົດ.
\v 15 ທີ່​ໄດ້​ມາ​ຮ່ວມ​ກັນ ​ແລະ​ ໄດ​້​ໄລ່​ຕິດ​ຕາມ​ເຊ​ບາ​ໄປ ພວກ​ເຂົາ​ກໍ​ໄດ​້​ຕາມ​ມາ​ທັນ​ເຂົາ​ ແລະ​ ໄດ້​ລ້ອມ​ເຂົາ​ໄວ້​ໃນ​ເມືອງ​ອາ​ເບັນ​ແຂວງ​ເບັດ​ມາ​ອາ​ກາ. ພວກ​ເຂົາ​ໄດ້​ກໍ່​ທາງ​ເນີນ​ຂຶ້ນ​ບ່ອນ​ກຳ​ແພງ. ທະ​ຫານ​ທັງ​ຫມົດ​ທີ່​ຢູ່​ກັບ​ໂຢ​ອາບ​ກໍ​ຕຳ​ກຳ​ແພງ​ເພື່ອ​ໃຫ້​ກຳ​ແພງ​ພັງ​ລົງ.
\v 16 ແລ້ວ​ມີ​ຜູ້​ຍິງ​ສະ​ຫລາດ​ຄົນ​ຫນຶ່ງ​ໄດ້​ຮ້ອງ​ອອກ​ມາ​ຈາກ​ໃນ​ເມືອງວ່າ, "ຈົ່ງ​ຟັງ, ຂໍ​ຟັງ​ແດ່, ໂຢ​ອາບ! ເຂົ້າ​ມາ​ໃກ້​ຂ້າ​ນ້ອຍແດ່ ເພື່ອ​ຂ​້າ​ນ້ອຍ​ຈະ​ເວົ້າ​ກັບ​ທ່ານ."
\s5
\v 17 ດັ່ງ​ນັ້ນ​ໂຢ​ອາບ​ກໍ​ໄດ້​ເຂົ້າ​ມາ​ໃກ້​ນາງ, ແລະ​ຜູ້​ຍິງ​ນັ້ນ​ກໍ​ໄດ້​ເວົ້າ​ວ່າ, "ທ່ານ​ຄື​ໂຢ​ອາບ​ແມ່ນ​ບໍ?" ເຂົາ​ໄດ້​ຕອບ​ວ່າ, "ແມ່ນ​ແລ້ວ."​ເຮົາ​ຄື​ໂຢ​ອາບ," ນາງ​ຈຶ່ງ​ໄດ້​ກ່າວ​ກັບ​ເຂົາ​ວ່າ, "ຂໍ​ທ່ານ​ຟັງ​ຖ້ອຍ​ຄຳ​ຂອງ​ສາວ​ໃຊ້​ຂອງ​ທ່ານ​ຈັກ​ຫນ່ອຍ." ເຂົາ​ກໍ​ໄດ້​ຕອບ​ວ່າ, ເຮົາ​ກຳ​ລັງ​ຟັງ​ຢູ່​ແລ້ວ."
\v 18 ແລ້ວ​ນາງ​ກໍ​ໄດ້​ເວົ້າ​ວ່າ, "ສະ​ໄຫມ​ໂບ​ຮານ​ພວກ​ເຂົາ​ໄດ້​ເວົ້າ​ກັນ​ວ່າ, "ໃຫ້​ຂໍ​ຄຳ​ປຶກ​ສາ​ທີ່​ອາ​ເບັນ​ໃຫ້​ແນ່ນອນ​ເທີດ" ແລະ​ ຄຳ​ປຶກ​ສາ​ນັ້ນ​ຈະ​ເຮັດ​ໃຫ້​ເລື່ອງ​ນັ້ນ​ຈົບ​ລົງ​ໄດ້.
\v 19 ພວກ​ເຮົາ​ເປັນ​ເມືອງ​ຫນຶ່ງ​ທີ່​ເຕັມ​ດ້ວຍ​ຄວາມ​ງຽບ​ສະ​ງົບ​ທີ່​ສຸດ ​ແລະ​ ສັດ​ຊື່​ໃນ​ອິດ​ສະ​ຣາ​ເອນ. ທ່ານ​ກຳ​ລັງ​ຈະ​ທຳ​ລາຍ​ເມືອງ ອັນ​ເປັນ​ເມືອງ​ແມ່​ຂອງ​ອິດ​ສະ​ຣາ​ເອນ. ​ເປັນຫ​ຍັງ​ທ່ານ​ຈຶ່ງ​ຕ້ອງການຈະ​ມ້າງ​ເພ​ມໍ​ຣະ​ດົກ​ຂອງ​ພ​ຣະ​ຢາ​ເວ?"
\s5
\v 20 ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ຕອບ​ວ່າ, "ຂໍ​ໃຫ້​ຫ່າງ​ໄກ, ຂໍ​ໃຫ້​ຫ່າງ​ໄກ​ຈາກ​ເຮົາ, ຊຶ່ງ​ເຮົາ​ຈະ​ມ້າງ​ເພ​ຫລື​ທຳ​ລາຍ​ນັ້ນ.
\v 21 ເລື່ອງ​ນີ້​ບໍ່​ເປັນ​ຄວາມ​ຈິງ. ແຕ່​ມີ​ຜູ້​ຊາຍ​ຄົນ​ຫນຶ່ງ​ຈາກ​ເຂດ​ເນີນ​ພູ​ເອ​ຟ​ຣາ​ອິມ​, ຊື່​ເຊ​ບາ​ລູກ​ຊາຍ​ຂອງ​ບີກຣີ, ໄດ້​ຍົກ​ມື​ຂອງ​ເຂົາ​ຂຶ້ນ​ຕໍ່​ສູ້​ກະ​ສັດ, ຕໍ່​ສູ້​ດາ​ວິດ. ຈົ່ງ​ມອບ​ເຂົາ​ມາ​ຄົນ​ດຽວ​, ແລະ ​ເຮົາ​ຈະ​ຖອນ​ທັບ​ຈາກ​ເມືອງ​ນີ້." ຜູ້​ຍິງ​ນັ້ນ​ຈຶ່ງ​ກ່າວ​ກັບ​ໂຢ​ອາບ​ວ່າ, "ຫົວ​ຂອງ​ເຂົາ​ຈະ​ຖືກ​ໂຍນ​ຂ້າມ​ກຳ​ແພງ​ມາ​ໃຫ້​ທ່ານ."
\v 22 ແລ້ວ​ຜູ້​ຍິງ​ນັ້ນ​ກໍ​ໄປ​ຫາ​ປະ​ຊາ​ຊົນ​ທັງ​ຫມົດ​ດ້ວຍ​ປັນ​ຍາ​ຂອງ​ນາງ. ພວກ​ເຂົາ​ກໍ​ໄດ້​ຕັດ​ຫົວ​ຂອງ​ເຊ​ບາ​ລູກ​ຊາຍ​ຂອງ​ບີິກຣີ, ແລະ ​ໄດ້​ໂຍນ​ໃຫ້​ໂຢ​ອາບ. ແລ້ວ​ເຂົາ​ກໍ​ເປົ່າ​ແກ​ ແລະ​ ທະ​ຫານ​ຂອງ​ໂຢ​ອາບ​ກໍ​ໄດ້​ແຍກ​ໄປ​ຈາກ​ເມືອງ, ທຸກ​ຄົນ​ກໍ​ໄດ້​ກັບ​ໄປ​ຍັງ​ທີ່​ຢູ່​ຂອງ​ຕົນ. ແລ້ວໂຢອາບກໍໄດ້ກັບຄືນເຢຣູຊາເລັມໄປຫາກະສັດ.
\s5
\v 23 ​ແລ້ວ​ໂຢ​ອາບ​ກໍ​ໄດ້​ກັບ​ໄປ​ເຝົ້າ​ກະ​ສັດ​ທີ່​ນະຄອນ​ເຢ​ຣູ​ຊາ​ເລັມ, ແລະ ບັດ​ນີ້​ໂຢ​ອາບ​ໄດ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ທັງ​ຫມົດ​ຂອງ​ອິດ​ສະ​ຣາ​ເອນ ແລະ​ ເບ​ນາ​ອີ​ຢາ​ລູກ​ຊາຍ​ຂອງ​ເຢ​ໂຮຍ​ອາ​ດາ​ໄດ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ຄົນ​ເກ​ເຣັດ ​ແລະ​ ຄົນ​ເປ​ເລັ​ດ.
\v 24 ອາ​ໂດ​ນີ​ຣາມ​ໄດ້​ດູ​ແລ​ບັນດາຄົນ​ງານ​ທັງຫລາຍ, ແລະ ​ເຢ​ໂຮ​ຊາ​ຟັດ​ລູກ​ຊາຍ​ຂອງ​ອາ​ຮີ​ລຸດ​ໄດ້​ເປັນ​ຜູ້​ດູ​ແລ​ກ່ຽວ​ກັບ​ແຮງ​ງານ.
\v 25 ເຊວາ​ເປັນ​ເລ​ຂາ​ທິ​ການ​ຂອງ​ສານຊາ​ດົກ​ ແລະ​ ອາ​ບີ​ອາ​ທາ​ເປັນ​ປະ​ໂຣຫິດ.
\v 26 ອີ​ຣາ​ຕະ​ກູນ​ຢາ​ອີ​ເປັນ​ຫົວ​ຫນ້າ​ຂ້າ​ຣາ​ຊ​ການ​ຊັ້ນ​ຜູ້​ໃຫຍ່​ຂອງ​ດາ​ວິດ​ດ້ວຍ.
\s5
\c 21
\cl ບົດ​ທີ 21
\p
\v 1 ໄດ້​ມີການອຶດ​ຢາກ​ອາ​ຫານ​ໃນ​ສະ​ໄຫມ​ຂອງ​ດາ​ວິດ​ຢູ່ເປັນເວລາ​ສາມ​ປີ​ຕິດ​ຕໍ່​ກັນ, ແລະ ​ດາ​ວິດ​ກໍ​ໄດ້​ສະ​ແຫວງ​ຫາ​ຫນ້າຂອງ​ພ​ຣະ​ຢາ​ເວ. ດັ່ງ​ນັ້ນ​ພ​ຣະ​ຢາ​ເວ​ຈຶ່ງ​ໄດ້​ກ່າວ​ວ່າ, "ການ​ອຶດ​ຢາກ​ອາ​ຫານ​ທີ່​ເກ​ີດ​ຂຶ້ນ​ກັບ​ພວກ​ເຈົ້າ​ນີ້ເປັນ​ເພາະ​ວ່າ​ໂຊນ​ ແລະ​ຄອບ​ຄົວ​ຂອງ​ເຂົາ, ໄດ້​ມີ​ຄວາມ​ຜິດ​ໃນ​ການ​ຂ້າ​ຄົນ ພວກ​ເຂົາ​ໄດ້​ຂ້າ​ຄົນ​ກີ​ເບ​ໂອນ."
\s5
\v 2 ບັດ​ນີ້​ຄົນ​ກີ​ເບ​ໂອນ​ນັ້ນ​ບໍ່​ແມ່ນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ; ພວກ​ເຂົາ​ເປັນ​ຄົນ​ອາ​ໂມ​ຣິດທີ່​ຍັງ​ເຫລືອ​ຢູ່. ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ໄດ້​ສັນ​ຍາ​ຕໍ່​ພວກ​ເຂົາ​ວ່າ​ຈະ​ບໍ່​ຂ້າ​ພວກ​ເຂົາ, ແຕ່​ໂຊນ​ກໍ​ໄດ້​ຊົງ​ພະ​ຍາ​ຍາມ​ທີ່​ຈະ​ສັງ​ຫານ​ພວກ​ເຂົາ​ທັງ​ຫມົດ ເພາະ​ຄວາມ​ກະ​ຕື​ລື​ລົ້ນ​ເພື່ອ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ ແລະ ​ຢູ​ດາຍ.
\v 3 ດັ່ງ​ນັ້ນ ກະ​ສັດ​ດາ​ວິດ​ໄດ້​ຊົງ​ຮ້ອງ​ປະ​ຊຸມ​ພວກ​ກີ​ເບ​ໂອນ ​ແລະ ​ໄດ້​ຖາມ​ພວກ​ເຂົາ​ວ່າ, "ເຮົາຄວນ​ຈະ​ເຮັດ​ຫຍັງ​ໃຫ້​ແກ່​ພວກ​ທ່ານ​ໄດ້? ເຮົາ​ຈະ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ແກ້​ຄວາມ​ຜິດ​ທີ່​ໄດ້​ເຮັດ​ຕໍ່​ພວກ​ເຈົ້າ​ໄດ້, ເພື່ອ​ພວກ​ທ່ານ​ຈະ​ໄດ້​ອວຍ​ພອນ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ຢາ​ເວ, ຜູ້​ໄດ​້​ຮັບ​ມໍ​ຣະ​ດົກ​ຂອງ​ຄວາມ​ດີ ​ແລະ​ ຄຳສັນ​ຍາ​ຂອງ​ພ​ຣະ​ອົງ?"
\s5
\v 4 ຄົນ​ກິ​ເບ​ໂອ​ໄດ້​ທູນ​ຕອບ​ເພິ່ນວ່າ, "ມັນ​ບໍ່​ແມ່ນ​ເລື່ອງ​ເງິນ ​ຫລື​ ທອງ​ລະຫ​ວ່າງ​ພວກ​ຂ້າ​ນ້ອຍ​ທ່ານ​ກັບ​ໂຊນ ​ຫລື​ ເຊື້ອ​ສາຍ​ຂອງ​ທ່ານ. ໃນ​ທຳ​ນອງ​ດຽວ​ກັນ ມັນ​ບໍ​່​ແມ່ນ​ເລື່ອງ​ຂອງ​ພວກ​ຂ້ານ້ອຍທີ່​ຈະ​ປະ​ຫານ​ຊີ​ວິດ​ໃຜ​ໃນ​ອິດ​ສະ​ຣາ​ເອນ." ດາ​ວິດ​ຈຶ່ງ​ໄດ້​ກ່າວ​ວ່າ, "ພວກ​ທ່າ​ນ​ເວົ້າ​ວ່າ​ຢ່າງ​ໃດ ທີ່​ເຮົາ​ຄວນ​ຈະ​ເຮັດ​ໃຫ້​ພວກ​ທ່ານ?"
\s5
\v 5 ພວກເຂົາໄດ້ຕອບກະສັດວ່າ, "ສຳ​ລັບ​ຜູ້​ຊາຍ​ຜູ້​ທີ່​ໄດ້​ພະ​ຍາ​ຍາມ​ຂ້າ​ພວກ​ຂ້າ​ນ້ອຍ, ແລະ​ ຜູ້ທີ່ໄດ້ວາງ​ແຜນ​ທຳ​ລາຍ​ພວກ​ຂ້າ​ນ້ອຍ, ດັ່ງ​ນັ້ນ​ພວກ​ຂ້າ​ນ້ອຍ​ໄດ້​ຖືກ​ທຳ​ລາຍ ​ແລະ ​ບໍ່​ມີ​ທີ່​ຢູ່​ໃນ​ເຂດ​ແດນ​ຂອງ​ອິດ​ສະ​ຣາ​ເອ​ນ -
\v 6 ຂໍ​ໃຫ້​ມ​ອບ​ເຈັດ​ຄົນ​ຈາກ​ເຊື້ອ​ສາຍ​ຂອງ​ເຂົາ​ໃຫ້​ພວກ​ຂ້າ​ນ້ອຍ, ແລະ​ ພວກ​ຂ້າ​ນ້ອຍ​ຈະ​ໄດ້​ແຂວນ​ຄໍ​ພວກ​ເຂົາ ຕໍ່​ຫນ້າ​ພ​ຣະ​ຢ​າ​ເວ ທີ່​ກິ​ເບ​ອາ​ບ້ານເກີດເມືອງນອນຂອງ​ໂຊນ, ຜູ້​ທີ່​ໄດ້​ຮັບ​ການ​ເລືອກ​ຂອງ​ພ​ຣະ​ຢາ​ເວ." ດັ່ງ​ນັ້ນ​ກະ​ສັດ​ໄດ້​ກ່າວ​ວ່າ, "ເຮົາ​ຈະ​ມອບ​ພວກ​ເຂົາ​ໃຫ້​ແກ່​ເຈົ້າ."
\s5
\v 7 ແຕ່​ກະ​ສັດ​ໄດ້​ຊົງ​ໄວ້​ຊີ​ວິດ​ເມ​ຟີ​ໂບ​ເຊັດ​ລູກ​ຊາຍ​ຂອງ​ໂຢ​ນາ​ທານ​ ແລະ ​ຫລານ​ຊາຍ​ຂອງ​ໂຊນ, ເພາະ​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຢາ​ເວ​ທີ່​ທັງ​ສອງ​ໄດ້​ເຮັດ, ຄື​ລະຫ​ວ່າງ​ດາ​ວິດ ​ກັບ​ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ໂຊນ.
\v 8 ແຕ່​ກະ​ສັດ​ໄດ້​ນຳ​ເອົາ​ລູກ​ຊາຍ​ສອງ​ຄົນ​ຂອງ​ນາງ​ຣິ​ຊະ​ປາ​ລູກ​ສາວ​ຂອງ​ອາ​ອີ​ຢາ, ລູກ​ຊາຍ​ທັງ​ສອງ​ຄົນ​ຂອງ​ນາງ​ທີ່​ໄດ້​ເກີດ​ກັບ​ໂຊນ - ຊື່​ຂອງ​ລູກ​ຊາຍ​ທັງ​ສອງ​ຄົນ​ຄື​ ອາກ​ໂມ​ນີ​ ແລະ ​ເມ​ຟີ​ໂບ​ເຊັດ; ແລະ​ ດາ​ວິດ​ກໍ​ໄດ້​ນຳ​ລູກ​ຊາຍ​ທັງ​ຫ້າ​ຄົນ​ຂອງ​ເມ​ຣາບ​ລູກ​ສາວ​ຂອງ​ໂຊນ, ຊຶ່ງ​ພວກ​ນາງ​ໄດ້​ມີ​ກັບ​ອັດ​ຣີ​ເອນ ລູກ​ຊາຍ​ຂອງ​ບາກ​ຊິນ​ໄລ​ຊາວ​ເມືອງ​ເມ​ໂຮ​ລາ.
\v 9 ເພິ່ນ​ໄດ້​ຊົງ​ມອບ​ຄົນ​ເຫລົ່າ​ນີ້​ໄວ້​ໃນ​ມື​ຂອງ​ຄົນ​ກີ​ເບ​ໂອນ. ພວກ​ເຂົາ​ຈຶ່ງ​ໄດ້​ແຂວນ​ຄໍ​ພວກ​ເຂົາ​ເທິງ​ພູ​ເຂົາ​ຕໍ່​ຫນ້າ​ພ​ຣະ​ຢາ​ເວ, ແລະ ​ພວກ​ເຂົາ​ທັງ​ເຈັດ​ຄົນ​ກໍ​ໄດ້​ຕາຍ​ໄປ​ດ້ວຍ​ກັນ. ພວກ​ເຂົ​າ​ຖືກ​ຂ້າ​ຕາຍ​ໃນ​ຊ່ວງ​ລະ​ດູ​ກ່ຽວ​ເຂົ້າ, ລະຫ​ວ່າງ​ມື້​ທຳອິດຂອງ​ມື້​ເລີ່ມ​ຕົນ​ກ່ຽວ​ເຂົ້າ​ບາ​ເລ.
\s5
\v 10 ​ແລ້ວ​ນາງ​ຣິ​ຊະ​ປາ, ລູກ​ສາວ​ຂອງ​ອາ​ອີ​ຢາ,​ກໍ​ໄດ້​ເອົາ​ຜ້າ​ກະ​ສອບ​ປູ​ໄວ້​ເທິງ​ກ້ອນ​ຫີນ​ສຳ​ລັບ​ຕົນ​ເອງເທິງ​ພູ​ເຂົາ​ຂ້າງໆ ຮ່າງ​ກາຍທັງ​ຫລາຍ​ຂອງ​ຄົນ​ຕາຍ, ຕັ້ງ​ແຕ່​ຕົ້ນ​ລະ​ດູ​ກ່ຽວ​ຈົນ​ເຖິງ​ເວ​ລາ​ທີ່​ຝົນ​ຈາກ​ທ້ອງ​ຟ້າ​ຕົກ​ຈາກ​ທ້ອງ​ຟ້າ​ຕົກ​ລົງ​ພວກ​ເຂົາ. ນາງ​ບໍ່​ຍ​ອມ​ໃຫ້​ເຫລົ່າ​ຝູງ​ນົກ​ແຫ່ງ​ທ້ອງ​ຟ້າ​ມາ​ລົບ​ກວນ​ຮ່າງ​ທັງ​ຫລາຍ​ໃນ​ເວ​ລາ​ກາງ​ເວັນ ​ຫລື​ ບໍ​່​ໃຫ້​ສັດ​ປ່າ​ມາ​ລົບ​ກວນ​ໃນ​ເວ​ລາ​ກາງ​ຄືນ.
\v 11 ເມື່ອ​ເຂົາ​ໄດ້​ທູນ​ດາ​ວິ​ດ, ໃຫ້​ຊົງ​ຮູ້​ໃນ​ສິ່ງ​ທີ່​ນາງ​ຣິ​ຊະ​ປາ​, ລູກ​ສາວ​ຂອງ​ອາ​ອີ​ຢາ​ເມຍ​ນ້ອຍ​ຂອງ​ໂຊນ​, ໄດ້​ເຮັດ​ແລ້ວ.
\s5
\v 12 ​ດັ່ງ​ນັ້ນ​ດາ​ວິດ​ກໍ​ໄດ້​ໄປ​ນຳ​ກະ​ສັດ​ໂຊນ​ ແລະ​ກະ​ສັດ​ໂຢ​ນາ​ທານ​ລູກ​ຊາຍເພິ່ນມາ​ຈາກ​ພວກ​ຄົນ​ຂອງ​ເມືອງ​ຢາ​ເບັດ​ກີ​ເລ​ອາດ​, ຜູ້​ທີ່​ໄດ້​ລັກ​ລອບ​ເອົາ​ໄປ​ຈາກ​ເມືອງ​ເບັດ​ຊານ, ທີ່​ພວກ​ຟີ​ລິດ​ສະ​ຕິນ​ແຂວນ​ທັງ​ສອງທ່ານ​ໄວ້, ຫລັງ​ຈາກ​ທີ່​ພວກ​ຟີ​ລິດ​ສະ​ຕິນ​ປະ​ຫານ​ໂຊນ​ໃນ​ກິນ​ໂບ​ອາ.
\v 13 ດາ​ວິດ​ໄດ​້​ຊົງ​ນຳ​ກະ​ສັດ​ໂຊນ ​ແລະ​ກະ​ສັດ​ໂຢ​ນາ​ທານ​ລູກ​ຊາຍ​ຂອງເພິ່ນ​ຂຶ້ນ​ມາ​ຈາກ​ທີ່​ນັ້ນ ແລະ​ພວກ​ເຂົາ​ໄດ້​ລວບ​ລວມ​ກະ​ດູກ​ຂອງ​ຄົນ​ທັງ​ເຈັດ​ຄົນ​ທີ່​ຖືກ​ແຂວນ​ຄໍ​ຕາຍ​ດ້ວຍ​ເຊັ່ນ​ກັນ ພວກ​ເຂົາ​ກໍ​ໄດ້​ຝັງ​ກະ​ສັດ​ຂອງ​ໂຊນ​, ແລະ​ຂອງ​ໂຢ​ນາ​ທານ​ລູກ​ຊາຍ​ຂ​ອງ​ເພິ່ນ​ໄວ້​ໃນ​ແຜ່ນ​ດິນ​ຂອງ​ເບັນ​ຢາ​ມິນ​ໃນ​ເມືອງ​ເຊ​ລາ, ໃນ​ອຸບ​ມຸງ​ຂອງ​ກີ​ເຊ​ພໍ່​ຂອງ​ກະສັດໂຊນ.
\s5
\v 14 ພວກເຂົາໄດ້ຝັ່ງກະດູກຂອງໂຊນ ແລະ ໂຢນາທານລູກຊາຍຂອງເຂົາໃນປະເທດເບັນຢາມິນໃນເມືອງເຊລາ, ​ໃນອຸບມຸງຂອງຶກີເຊພໍ່ຂອງເຂົາ. ພວກ​ເຂົາ​ກໍ​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ກະ​ສັດ​ໄດ້​ຊົງ​ບັນ​ຊາ​ໄວ້. ຫລັງ​ຈາກ​ນັ້ນ​ພ​ຣະ​ເຈົ້າ​ກໍ​ໄດ້​ຊົງ​ຕອບ​ຄ​ຳ​ອະ​ທິ​ຖານຂອງພວກເຂົາ​ເພື່ອ​ແຜ່ນ​ດິນ​ນັ້ນ.
\s5
\v 15 ​ແລ້ວ​ພວກ​ຟີ​ລິດ​ສະ​ຕິນ​ໄດ້​ລົງ​ມາ​ເຮັດ​ສົງ​ຄາມ​ກັບ​ຄົນ​ອິດ​ສະ​ຣາ​ເອນ​ອີກ​ຄັ້ງ. ດັ່ງ​ນັ້ນ​ດາ​ວິດ​ກໍ​ໄດ້​ລົງ​ໄປ​ພ້ອມ​ກັບ​ກອງ​ທັບ​ຂອງ​ເພິ່ນ ແລະ​ ໄດ້​ຊົງ​ສູ້​ຮົບ​ກັບ​ຄົນ​ຟີ​ລິດ​ສະ​ຕິນ. ດາ​ວິດ​ກໍ​ຊົງ​ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ​ການ​ເມື່ອຍ​ລ້າ​ຈາກ​ສົງ​ຄາມ.
\v 16 ອີ​ສະ​ບີ​ເບ​ໂນບ, ຄົນ​ຫນຶ່ງ​ໃນ​ເຊື້ອ​ສາຍ​ຍັກ, ຜູ້​ທີ່​ຫອກ​ເປັນທອງ​ສຳ​ຣິດ​ຫນັກ​ປະ​ມານ​ສາມ​ກິ​ໂລ, ແລະ ​ເປັນ​ຜູ້​ທີ່​ມີ​ດາບ​ໃຫມ່​ຄາດ​ເເອວ, ໄດ້ຄິດ​ຈະ​ຂ້າ​ດາ​ວິດ.
\v 17 ແຕ່​ອາ​ບີ​ໄຊ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ​ໄດ້​ເຂົ້າ​ມາ​ຊ່ວຍ​ດາ​ວິດ​ໄວ້, ແລະ​ ສູ້​ຮົບ​ກັບ​ຄົນ​ຟີ​ລິດ​ສະ​ຕິນ, ແລະ ​ໄດ້​ຂ້າ​ເຂົາ. ແລ້ວ​ເຫລົ່າ​ທະ​ຫານ​ຂອງ​ດາ​ວິດ​ກໍ​ໄດ້​ສັນ​ຍາ​ຕໍ່​ຫນ້າ​ເພິ່ນວ່າ, "ຂໍ​ທ່ານ​ຢ່າ​ໄປ​ເຮັດ​ສຶກ​ພ້ອມ​ກັບ​ພວກ​ຂ້າ​ນ້ອຍ​ອີກ​ຕໍ່​ໄປ​ເລີຍ, ເພື່ອພວກຂ້ານ້ອຍຈະບໍ່ສູນເສຍທ່ານໄປ."
\s5
\v 18 ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ພາຍ​ຫລັງ​ທີ່​ມີ​ການ​ຮົບ​ກັບ​ພວກ​ຟີ​ລິດ​ສະ​ຕິນ​ອີກ​ທີ່​ເມືອງ​ໂກບ​, ຄາວ​ນັ້ນ​ສິບ​ເບ​ກາຍ​ຊາວ​ເມືອງ​ຮູ​ຊາ​ໄດ້​ຂ້າ​ຄົນ​ຮ່າງ​ໃຫຍ່​ຜູ້​ຫນຶ່ງ​ຊື່ວ່າສາເຟ, ຜູ້ຊຶ່ງເປັນລູກຫລານຂອງເຣຟາອິມ.
\v 19 ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ອີກ​ຄັ້ງ​ໃນ​ການ​ຮົບ​ກັບ​ພວກ​ຟີ​ລິດ​ສະ​ຕິນ​ທີ່​ເມືອງ​ໂກບ​ອີກ, ທີ່​ເອນ​ຮາ​ນານ​ລູກ​ຊາຍ​ຂອງ​ຢາ​ອີ ຊາວ​ເບັດ​ເລ​ເຮັມ, ໄດ້​ຂ້າ​ໂກ​ລີ​ອາດ​ຊາວ​ກາດ, ​ຜູ້​ມີ​ຫອກ​ເທົ່າ​ກັບ​ໄມ້​ກຳ​ພັ້ນ​ຫູກ.
\s5
\v 20 ​ເລື່ອງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ມີ​ການ​ຮົບ​ກັນ​ອີກ​ທີ່​ເມືອງ​ກາດ ອັນ​ເປັນ​ເມືອງ​ທີ່​ມີ​ຊາຍ​ຄົນ​ຫນຶ່ງ​ຮູບ​ຮ່າງ​ໃຫຍ່ ຜ​ູ້​ທີ່​ມີ​ນິ້ວ​ມື​ຂ້າງ​ລະ​ຫົກ​ນິ້ວ ແລະ​ ນິ້ວ​ຕີນ​ຂ້າງ​ລະ​ຫົກ​ນິ້ວ ລວມ​ກັນ​ຊາວ​ສີ່​ນິ້ວ. ເຂົາ​ກໍ​ໄດ້​ສືບ​ເຊື້ອ​ສາຍ​ມາ​ຈາກ​ພວກ​ເອຟາ​ອິມ​ດ້ວຍ.
\v 21 ເມື່ອ​ເຂົາ​ທ້າ​ທ້າຍ​ອິດ​ສະ​ຣາ​ເອນ, ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ຊາມ​ມາ​, ແລະ​ຫລານ​ຊາຍ​ຂອງ​ດາ​ວິດ​ກໍ​ໄດ້​ຂ້າ​ເຂົາ.
\v 22 ຄົນ​ເຫລົ່າ​ນີ້​ສືບ​ເຊື້ອ​ສາຍ​ຄົນ​ເອ​ຟາ​ອິມ​ຂອງ​ເມືອງ​ກາດ, ແລະ ​ພວກ​ເຂົາ​ໄດ້​ຖືກ​ຂ້າ​ຕາຍ​ດ້ວຍ​ມື​ຂອງ​ດາ​ວິດ ແລະ​ດ້ວຍ​ມື​ຂອງ​ເຫລົ່າ​ທະ​ຫານ​ຂອງ​ເພິ່ນ.
\s5
\c 22
\cl ບົດ​ທີ 22
\p
\v 1 ດາ​ວິດ​ໄດ້​ຊົງ​ຮ້ອງ​ບົດ​ເພງ​ນີ້​ແກ່​ພ​ຣະ​ຢາ​ເວ ໃນ​ວັນ​ທີ່​ພ​ຣະ​ເຢ​ເວ​ຊົງ​ຊ່ວຍ​ກູ້​ເພິ່ນ​ໃຫ້​ພົ້ນ​ຈາກ​ມື​ເຫລົ່າ​ສັດ​ຕູ​ທັງ​ຫມົດ​ຂອງ​ເພິ່ນ, ແລະ​ຈາກ​ເງື້ອມ​ມື​ຂອງ​ໂຊນ.
\v 2 ເພິ່ນ​ໄດ້​ຊົງ​ອະທິຖານ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ເປັນ​ຜູ້​ຄຸມ​ຄອງ​ຂອງ​ຂ້າ​ນ້ອຍ ເປັນ​ປ້ອມ​ປາ​ການ​ຂອງ​ຂ້າ​ນ້ອຍ, ແລະ​ເປັນ​ຜູ້​ຊ່ວຍ​ກູ້​ຂອງ​ຂ້າ​ນ້ອຍ.
\s5
\v 3 ພ​ຣະ​ເຈົ້າ​ຊົງ​ເປັນຜູ້​ຄຸ້ມ​ຄອງ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ເຂົ້າ​ລີ້​ໄພ​ຢູ່​ໃນ​ພ​ຣະ​ອົງ, ພ​ຣະ​ອົງ​ຊົງ​ເປັນ​ໂລ້​ຂອງ​ຂ້າ​ນ້ອຍ, ຊົງ​ເປັນ​ພະ​ລັງ​ແຫ່ງ​ຄ​ວາມ​ລອດ​ຂອງ​ຂ້າ​ນ້ອຍ, ຊົງ​ເປັນ​ທີ່​ກຳ​ບັງ​ອັນ​ແຂງ​ແກ່ງ​ຂອງ​ຂ້າ​ນ້ອຍ​ໃຫ້​ລອດ​ຈາກ​ຄວາມ​ຮຸ​ນ​ແຮງ.
\v 4 ຂ້າ​ນ້ອຍ​ຮ້ອງ​ທູນ​ພ​ຣະ​ຢາ​ເວ​, ຜ​ູ້​ຊົງ​ສົມ​ຄວນ​ແກ່​ການ​ສັນ​ລະ​ເສີນ, ແລະ​ ຂ້າ​ນ້ອຍ​ໄດ້​ຮັບ​ການ​ຊົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ບັນ​ດາ​ສັດ​ຕູ​ຂອງ​ຂ້າ​ນ້ອຍ.
\s5
\v 5 ເພາະ​ເຫລົ່າ​ຄື້ນ​ແຫ່ງ​ຄວາມ​ຕາຍ​ໄດ້​ລ້ອມ​ຮອບ​ຂ້າ​ນ້ອຍ, ກະ​ແສ​ແຫ່ງ​ຄວາມ​ທຳ​ລາຍ​ກໍ​ໄດ້​ໄຫລ​ຖ້ວມ​ເຫນືອ​ຂ້າ​ນ້ອຍ.
\v 6 ສາຍ​ໃຍ​ຂອງ​ແດນ​ຄົນ​ຕາຍ​ພັນ​ຕົວ​ຂ້າ​ນ້ອຍ; ບ່ວງ​ແຫ່ງ​ຄວາມ​ຕາຍ​ໄດ້​ພັນ​ຮອບ​ຂ້າ​ນ້ອຍ​ຢູ່.
\s5
\v 7 ​ໃນ​ຄວາມ​ທຸກ​ລຳ​ບາກ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ໄດ້​ຮ້ອງ​ທູນ​ພ​ຣະ​ຢາ​ເວ; ຂ້ານ້ອຍ​ໄດ້​ຮ້ອງ​ທູນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ຊົງ​ໄດ້​ຍິນ​ສຽງ​ຂອງ​ຂ້າ​ນ້ອຍ​ຈາກ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ, ແລະ​ສຽງ​ຮ້ອງ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຂ້າ​ນ້ອຍ​ໄດ້​ໄປ​ເຖິງພຣະວິຫານ​ຂອງ​ພ​ຣະ​ອົງ.
\s5
\v 8 ​ແລ້ວ​ແຜ່ນ​ດິນ​ກໍ​ໄດ້​ສັ່ນ​ສະ​ເທືອນ​ ແລະ​ໄດ້​ຫວັ່ນ​ໄຫວ ຮາກ​ຖານ​ຂອງ​ຟ້າ​ກໍ​ໄດ້​ຫວັ່ນ​ໄຫວ ແລະ​ໄດ້​ສັ່ນ​ສະ​ເທືອນ, ເພາະ​ພ​ຣະ​ເຈົ້າ​ຊົງພຣະພິໂຣດ.
\v 9 ຄວັນ​ໄຟ​ກໍ​ໄດ້​ຂຶ້ນ​ໄປ​ຕາມ​ຊ່ອງ​ຮູ​ດັງ​ຂອງ​ພ​ຣະ​ອົງ, ແລະ ​ຖ່ານ​ໄຟ​ກໍ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ພ​ຣະ​ອົງ. ຖ່ານ​ເຫລົ່າ​ນັ້ນ​ກໍ​ຕິດ​ເປວ​ໄຟ.
\s5
\v 10 ​ພ​ຣະ​ອົງ​ໄດ້​ຊົງ​ເປີດ​ທ້ອງ​ຟ້າ, ​ແລະ​ໄດ້​ລົງ​ມາ ແລະ​ຄວາມ​ມືດ​ກໍ​ໄດ້​ຢູ່​ໃຕ້​ຕີນ​ຂອງ​ພ​ຣະ​ອົງ.
\v 11 ພ​ຣະ​ອົງ​ໄດ້​ຊົງ​ຂີ່ຫລັງເຄ​ຣຸບ​ຕົນ​ຫນຶ່ງ ແລະຊົງ​ບິນ​ໄປ. ພ​ຣະ​ອົງ​ໄດ້​ຊົງ​ປະ​ກົດ​ເທິງ​ປີກ​ຂອງ​ລົມ.
\v 12 ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ຄວາມ​ມືດ​ປົກ​ຄຸມ​ຢູ່​ຮອບ​ພ​ຣະ​ອົງ, ລວມ​ເຫລົ່າ​ເມກ​ຝົນ​ຫນາ​ທຶບ​ໃນ​ທ້ອງ​ຟ້າ​ທັງ​ປວງ.
\s5
\v 13 ​ຈາກ​ຄວາມ​ສະ​ຫວ່າງ​ຕໍ່​ຫນ້າ​ພ​ຣະ​ອົງ​ຖ່ານ​ໄຟ​ໄດ້​ຕົກ​ລົງ​ມາ.
\v 14 ພ​ຣະ​ຢາ​ເວ​ໄດ້​ຊົງ​ສົ່ງ​ສຽງ​ດັງ​ຮ້າຍ​ຟ້າ​ຮ້ອງ​ຈາກ​ທ້ອງ​ຟ້າ. ອົງ​ຜູ້​ສູງ​ສຸດ​ກໍ​ໄດ້​ຊົງ​ຮ້ອງ​ສຽງ​ອັນ​ສຸດ​ຣິດ.
\v 15 ພ​ຣະ​ອົງ​ໄດ້​ຊົງ​ຍິງ​ລູກ​ທະ​ນູ ແລະ​ ໄດ້​ຊົງ​ເຮັດ​ໃຫ້​ພວກ​ສັດ​ຕູກະ​ຈາຍ ຊົງ​ເຮັດ​ໃຫ້​ເກີດ​ຟ້າ​ແມບ​ເຫລື້ອມ​ ແລະ​ ໄດ້​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ແຕກ​ຫນີ​ໄປ.
\s5
\v 16 ແລ້ວຊ່ອງທາງນໍ້າກໍໄດ້ປາກົດຂຶ້ນ; ​ຮາກ​ຖານ​ໂລກ​ກໍໄດ້ຖືກເປີດເຜີຍ​ໄວ້ເວລາທີ່ພ​ຣະ​ເຈົ້າ​ຢາ​ເວຮ້ອງ​ນາບ​ຂູ່​ເຫລົ່າ​ສັດ​ຕູ, ທີ່ລົມຫາຍໃຈອອກຈາກດັງຂອງພຣະອົງ.
\s5
\v 17 ພ​ຣະ​ອົງ​ໄດ້​ຊົງ​ເດ່​ມື​ລົງ​ມາ​ຈາກ​ເທິງ​ຟ້າ; ຊົງ​ຈັບ​ຂ້າ​ນ້ອຍ! ​ພ​ຣະ​ອົງ​ໄດ້​ຊົງ​ດຶງ​ຂ້າ​ນ້ອຍ​ອອກ​ມາ​ຈາກ​ນ້ຳ​ທີ່​ຊັດ​ໄປ​ມາ.
\v 18 ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ຈາກ​ສັດ​ຕູ​ເຂັ​້ມ​ແຂງ, ຈາກ​ບັນ​ດາ​ຜູ້​ທີ່​ຊັງ​ຂ້າ​ນ້ອຍ, ເພາະ​ພວກ​ເຂົາ​ແຂ​ງ​ແຮງກວ່າ​ຂ້າ​ນ້ອຍ​ຫລາຍ.
\s5
\v 19 ​ພວ​ກ​ເຂົາ​ໄດ້​ມາ​ຕໍ່​ສູ້​ກັບ​ຂ້າ​ນ້ອຍ​ໃນ​ມື້​ທີ່​ຂ້າ​ນ້ອຍ​ໄດ້​ປະ​ສົບ​ໄພ​ພິ​ບັດ, ແຕ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ເປັນ​ທີ່​ເພິ່ງພາ​ຂອງ​ຂ້າ​ນ້ອຍ.
\v 20 ພ​ຣະ​ອົງ​ໄດ້​ຊົງ​ນຳ​ຂ້າ​ນ້ອຍ​ອອກ​ມາ​ຍັງ​ທີ່ກວ້າງ​ໃຫ​ຍ່. ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໄວ້​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ພໍ​ໃຈ​ຂ້າ​ນ້ອຍ.
\v 21 ພ​ຣະ​ຢາ​ເວ​ໄດ້​ມອບລາງວັນ​ແກ່​ຂ້າ​ນ້ອຍ​ຕາມ​ຄວາມ​ເປັນ​ທຳ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ຟື້ນ​ຟູ​ຂ້າ​ນ້ອຍ​ຕາມ​ຄວາມ​ສະ​ອາດ​ຂອງ​ມື​ທັງ​ສອງ​ຂອງ​ຂ້າ​ນ້ອຍ.
\s5
\v 22 ​ເພາະ​ຂ້າ​ນ້ອຍໄດ້​ຮັກ​ສາ​ທາງ​ຂອງ​ພ​ຣະ​ຢາ​ເວ ​ແລ ະ​ບໍ່​ໄດ້​ເຮັດໃນ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໂດຍ​ການ​ຫັນ​ຈາກ​ພ​ຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ.
\v 23 ເພາະ​ກົດ​ຫ​ມາຍ​ແຫ່ງ​ຄວາມ​ເປັນ​ທຳ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ຢູ່​ຕໍ່​ຫນ້າ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ບໍ​່​ໄດ​້​ຫັນ​ໄປ​ຈາກ​ສິ່ງ​ເຫລົ່າ​ນັ້ນ.
\s5
\v 24 ຂ້າ​ນ້ອຍ​ໄດ້​ບໍ່​ມີ​ຕຳ​ຫນິ​ຕໍ່​ພ​ຣະ​ອົງ, ແລະ ​ຂ້າ​ນ້ອຍ​ໄດ້​ຮັກ​ສາ​ຕົວ​ໄວ້​ຈາກ​ຄວາມບ​າບ.
\v 25 ເພາະ​ສະ​ນັ້ນ ພ​ຣະ​ຢາ​ເວ​ໄດ້​ຊົງ​ຕອບ​ແທນ​ຂ້າ​ນ້ອຍ​ຕາມ​ຄວາມ​ເປັນ​ທຳ​ຂ້າ​ນ້ອຍ, ຕາມ​ອັດ​ຕາ​ຄວາມ​ສະ​ອາດ​ຂອງ​ຂ້າ​ນ້ອຍ​ໃນ​ສາຍ​ຕາ​ຂອງ​ພ​ຣະ​ອົງ.
\s5
\v 26 ​​ຕໍ່​ຜູ້​ທີ່​ສັດຊື່​, ທ່ານ​ໄດ້​ສຳ​ແດງທ່ານເອງວ່າ​​ສັດຊື່​; ຕໍ່​ຜູ້​ບໍ່​ມີ​ຕຳຫ​ນິ, ທ່ານ​ໄດ້​ສຳ​ແດງທ່ານເອງວ່າ​​​ບໍ່​ມີ​ຕຳ​ຫນິ​.
\v 27 ຕໍ່​ຜ​ູ້​ທີ່​ບໍ​ຣິສຸດ, ທ່ານ​ໄດ້​ສຳ​ແດງທ່ານເອງວ່າ​​​ວ່າ​ບໍ​ຣິ​ສຸດ​, ແຕ່​ທ່ານ​ຊົງເປັນສັດຕູ​ຕໍ່​ຜູ້​ທີ່​ໄດ້​ຄົດ​ໂກງ.
\s5
\v 28 ​​ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ປະ​ຊາ​ຊົນ​ທີ່​ທຸກ​ຍາກ​ລຳ​ບາກ​ໃຫ້​ລອດ, ແຕ່​ສາຍ​ຕາ​ຂອງ​​ພ​ຣະ​ອົງ​ທ່ານ​ຕໍ່​ສູ້​ກັບ​ດວງ​ຕາ​ທີ່​ຍິ່ງຈອງຫອງ, ແລະ ​ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຕ່ຳ​ລົງ.
\v 29 ຂ້າ​ແຕ່​ພ​ຣະ​ຢາ​ເວ, ພ​ຣະ​ອົງ​ຊົງ​ເປັນ​ແສງ​ແຈ້ງ​ຂອງ​ຂ້າ​ນ້ອຍ, ພ​ຣະ​ຢາ​ເວ​ຊົງ​ເຮັດ​ໃຫ້​ເກີດ​ຄວາມ​ສະຫ​ວ່າງ​ໃນ​ຄວາມ​ມືດ​ຂອງ​ຂ້າ​ນ້ອຍ.
\s5
\v 30 ​ເພາະ​ໂດຍ​ພ​ຣະ​ອົງ ຂ້າ​ນ້ອຍ​ສາ​ມາດ​ຜ່ານ​ສິ່ງ​ກີດ​ຂວາງ​ໄດ້; ​ໂດຍ​ພ​ຣະ​ເຈົ້າ​ຂອງ​ຂ້ານ້ອຍ ຂ້າ​ນ້ອຍສາ​ມາດ​ໂດດ​ຂ້າມ​ກຳ​ແພງ​ໄດ້.
\v 31 ສຳ​ລັບ​ພ​ຣະ​ເຈົ້າ, ທາງຂອງພຣະອົງ​ຄືຄວາມສົມບູນ​ແບບ. ຖ້ອຍຄຳ​ຂອງ​ພ​ຣະ​ຢາ​ເວແມ່ນ​ບໍ່​ມີ​ຕ​ຳ​ຫນິ. ພ​ຣະ​ອົງ​ຊົງ​ເປັນ​ໂລ່ກຳບັງຂອງ​ທຸກ​ຄົນ​ທີ່​ລີ້​ໄພ​ຢູ່​ໃນ​ພ​ຣະ​ອົງ.
\s5
\v 32 ​ເພາະ​ຜູ້​ໃດ​ຈະ​ເປັນ​ພ​ຣະ​ເຈົ້າ​ອີກ ນອກ​ຈາກ​ພ​ຣະ​ຢາ​ເວ, ແລະ​ຜູ້​ໃດ​ເປັນ​ຜູ້​ປົກ​ປ້ອງ​ເວັ້ນ​ແຕ່​ພ​ຣະ​ເຈົ້າ​ຂອງ​ເຮົາ?
\v 33 ພ​ຣະ​ເຈົ້າ​ຜູ້​ຊົງ​ເປັນ​ທີ່​ລີ້​ໄພ​ຂອງ​ຂ້າ​ນ້ອຍ, ແລະ​ ພ​ຣະ​ອົງ​ຊົງ​ນຳຂ້ານ້ອຍ​ໂດຍບໍ່​ມີ​ຕໍາຫນິ​ໃນ​ທາງ​ຂອງ​ພ​ຣະ​ອົງ.
\s5
\v 34 ​ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ຕີນ​ຂອງ​ຂ້າ​ນ້ອຍ​ເປັນ​ຄື​ຢ່າງ​ຕີນກວາງ​ໂຕ​ເມຍ​ ແລະ​ຊົງ​ວາງ​ຂ້າ​ນ້ອຍ​ໄວ້​ເທິງພູ​ເຂົາ​ທີ່​ສູງ.
\v 35 ພ​ຣະ​ອົງ​ຊົງ​ຝຶກ​ມື​ຂ້າ​ນ້ອຍ​ໃຫ້​ເຮັດ​ສົງ​ຄາມ, ແຂນ​ຂ້າ​ນ້ອຍ​ພ​ຣະ​ອົງ​ໃຫ້​ໂກ່ງ​ຄັນ​ທະ​ນູ​ທອງ.
\s5
\v 36 ພ​ຣະ​ອົງ​ໄດ້​ປະ​ທານ​ໂລ່​ແຫ່ງ​ຄວາມ​ລອດ​ຂອງ​ພ​ຣະ​ອົງ​ແກ່​ຂ້າ​ນ້ອຍ​, ແລະ ​ຄວາມ​ພໍ​ໃຈ​ຂອງ​ພ​ຣະ​ອົງ​ກໍ​ເຮົດ​ໃຫ້​ຂ້າ​ນ້ອຍ​ເປັນ​ໃຫຍ່​ຂຶ້ນ.
\v 37 ພ​ຣະ​ອົງ​ໄດ້​ປະ​ທານສະຖານ​ທີ່ກວ້າງ​ຂວາງ​ສຳ​ລັບ​​ຕີນ​ຂອງ​ຂ້າ​ນ້ອຍໄດ້ເດີນໄປ, ​ດັ່ງ​ນັ້ນ​ຕີນ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ພາດລົ້ມລົງຈັກເທື່ອ.
\s5
\v 38 ​ຂ້າ​ນ້ອຍ​ໄດ້​ໄລ່​ຕາມ​ພວກ​ສັດ​ຕູ​ຂອງ​ຂ້າ​ນ້ອຍ ​ແລະ​ໄດ້​ທຳ​ລາຍ​ພວກ​ເຂົາ. ຂ້າ​ນ້ອຍ​ບໍ່​ໄດ້​ຫັນ​ກັບ​ຈົນ​ກວ່າ ພວກ​ເຂົາ​ໄດ້​ຖືກ​ທຳ​ລາຍ​ຈົນ​ຫມົດ.
\v 39 ຂ້າ​ນ້ອຍ​ທຳ​ລາຍ​ພວກ​ເຂົາ​ ແລະ​ໄດ້​ແທງ​ພວກ​ເຂົາ​ທະ​ລຸ; ພວກ​ເຂົາ​ຈຶ່ງ​ບໍ່​ສາມ​າດ​ລຸກ​ຂຶ້ນ​ອີກ. ພວກ​ເຂົາ​ໄດ້​ລົ້ມ​ລົງ​ໃຕ້​ຕີນ​ຂອງ​ຂ້າ​ນ້ອຍ.
\s5
\v 40 ​ພ​ຣະ​ອົງ​ໄດ້​ປະ​ທານ​ກຳ​ລັງ​ແກ່​ຂ້າ​ນ້ອຍ​ຄື​ສາຍ​ແອວ​ເພື່ອ​ສູ້​ໃນ​ສົງ​ຄາມ; ພ​ຣະ​ອົງ​ຊົງ​ເຮັດ​ໃຫ້​ບັນ​ດາ​ຜູ້​ທີ່​ລຸກ​ຂຶ້ນ​ສູ້​ຂ້າ​ນ້ອຍ​ຢຸດ​ລົງ.
\v 41 ພຣະອົງຊົງເຮັດໃຫ້ເຫລົ່າສັດຕູຫນີໄປ; ບັນ​ດາ​ຜູ້​ທີ່​ຊັງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ກໍ​ທຳ​ລາຍ​ທັງ​ຫມົດ.
\s5
\v 42 ພວກ​ເຂົາ​ໄດ້​ຮ້ອງ​ຫາ​ຄວາມ​ຊ່ວຍ​ເຫລືອ, ແຕ່​ບໍ່​ມີ​ໃຜ​ຊ່ວຍ​ພວກ​ເຂົາ​ໄດ້; ​ພວກ​ເຂົາ​ໄດ້​ເຂົ້າ​ຮ້ອງ​ທູນ​ພ​ຣະ​ຢາ​ເວ, ແຕ່​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ຕອບ​ພວກ​ເຂົາ.
\v 43 ຂ້າ​ນ້ອຍຈຶ່ງ​ໄດ້​ທຸບ​ເຂົາ​ແຫລກ​ລະ​ອຽດ​ເປັນຄື​ຝຸ່ນ​ດິນ, ຂ້າ​ນ້ອຍ​ໄດ້ຫ​ຍ້ຳ​ພວກ​ເຂົາ​ຄື​ຂີ້​ຕົມ​ຕາມ​ຫົນ​ທາງ.
\s5
\v 44 ​ພ​ຣະ​ອົງ​ຊົງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ການ​ຜິດ​ຖຽງ​ກັນ​ກັບ​ປະ​ຊາ​ຊົນ​ຂອງ​ຂ້າ​ນ້ອຍ. ພ​ຣະ​ອົງ​ຊົງ​ຮັກ​ສາ​ຂ້າ​ນ້ອຍ​ໄວ້​ໃຫ້​ເປັນ​ຫົວ​ຫນ້າ​ຂອງ​ບັນ​ດາ​ປະ​ຊາ​ຊົນ. ປະ​ຊາ​ຊົນ​ທີ່​ຂ້າ​ນ້ອຍ​ບໍ່​ໄດ້​ຮູ້​ຈັກ​ກໍ​ຈະ​ຮັບ​ໃຊ້​ຂ້າ​ນ້ອຍ.
\v 45 ພວກ​ຄົນ​ຕ່າງ​ດ້າວ​ຈະ​ຖືກ​ບັງ​ຄັບ​ໃຫ້ກົ້ມກາບ​ຕໍ່​ຂ້າ​ນ້ອຍ. ພໍ​ພວກ​ເຂົາ​ໄດ້​ຍິນ​ເຖິງ​ຂ້າ​ນ້ອຍ ພວກ​ເຂົາ​ກໍ​ຈະ​ເຊື່ອ​ຟັງ​ຂ້າ​ນ້ອຍ.
\v 46 ພວກ​ຄົນ​ຕ່າງ​ດ້າວ​ກໍ​ໄດ້​ເສຍ​ຂວັນ​ຕົວ​ສັ່ນ​ອອກ​ມາ​ຈາກ​ທີ່​ກຳ​ບັງ​ແຂງ​ແກ່ງ​ຂອງ​ເຂົາ.
\s5
\v 47 ​ພ​ຣະ​ຢາ​ເວ​ຊົງ​ມີ​ຊີ​ວິດ​ຢູ່! ຂໍ​ໃຫ້​ຫີນ​ຂອງ​ຂ້າ​ນ້ອຍ​ເປັນ​ທີ່​ຄວນ​ສັນ​ລະ​ເສີນ. ຂໍ​ໃຫ້​ພ​ຣະ​ເຈົ້າ​ໄດ້​ຮັບ​ການ​ຍ້ອງ​ຍໍ, ຫີນ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ນ້ອຍ.
\v 48 ນີ້​ຄື​ພ​ຣະ​ເຈົ້າ​ຜູ້​ຊົງ​ແກ້​ແຄ້ນ​ໃຫ້​ຂ້າ​ນ້ອ​ຍ, ພ​ຣະ​ອົງ​ເປັນ​ຜູ້​ທີ່​ນຳ​ຊົນ​ຊາດ​ທັງ​ຫລາຍ​ລົງ​ໃຫ້​ຢູ່​ໃຕ້​ຂ້າ​ນ້ອຍ.
\v 49 ຜູ້​ຊົງ​ນຳ​ຂ້າ​ນ້ອຍ​​ອອກ​ມາ​ຈາກ​ບັນ​ດາ​ສັດ​ຕູ​ຂອງ​ຂ້າ​ນ້ອຍ. ແທ້​ທີ່​ຈິງ, ພ​ຣະ​ອົງ​ຊົງ​ຍົກ​ຂ້ານ້ອຍ​ຈາກ​ຄົນທີ່ຕໍ່ສູ້ຂ້ານ້ອຍ. ພຣະອົງໄດ້​ຊ່ວຍຂ້ານ້ອຍຈາກຜູ້ທີ່ໂຫດ​ຮ້າຍ.
\s5
\v 50 ເພາະ​ສະ​ນັ້ນ, ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂ້າ​ນ້ອຍຈຶ່ງ​ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ​ທ່າມ​ກາງ​ບັນ​ດາ​ປະ​ຊາ​ຊົນ; ຂ້າ​ນ້ອຍ​ຈະ​ຮ້ອງ​ເພງ​ສັນລະເສີນ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ.
\v 51 ​ພ​ຣະ​ເຈົ້າ​ປະ​ທານ​ໄຊ​ຊະ​ນະ​ຍິ່ງ​ໃຫຍ່​ແກ່​ກະ​ສັດ​ຂອງ​ພ​ຣະ​ອົງ​, ແລະພຣະອົງໄດ້​ຊົງ​ອວຍ​ພອນ, ແກ່​ດາ​ວິດ ​ແລະ ​ບັນ​ດາ​ລູກ​ຫລານ​ຂອງ​ເພິ່ນ​ເປັນ​ນິ​ລັນ."
\s5
\c 23
\cl ບົດທີ 23
\p
\v 1 ບັດ​ນີ້ ນີ້​ເປັນ​ຖ້ອຍ​ຄຳ​ສຸດ​ທ້າຍ​ຂອງ​ດາ​ວິດ-ດາ​ວິດລູກ​ຊາຍ​ຂອງ​ເຢ​ຊີ, ຜູ້​ຊາຍ​ທີ່​ໄດ້​ຮັບ​ກຽດ​ຢ່າງ​ສູງ, ຜູ້​ຮັບ​ການອວຍ​ພອນ​ໂດຍ​ພ​ຣະ​ເຈົ້າ​ຂອງ​ຢາ​ໂຄບ​, ນັກ​ແຕ່ງ​ບົດ​ເພງ​ອັນ​ອອນ​ຊອນ​ຂອງ​ອິດ​ສະ​ຣາ​ເອນ. ໄດ້​ກ່າວ​ວ່າ,
\v 2 "ພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ຢາ​ເວ​ໄດ້​ກ່າວຜ່ານຂ້າ​ນ້ອຍ, ແລະ​ສັ່ງ​ຂອງ​ພ​ຣະ​ອົງ​ຢູ່​ທີ່​ລິ້ນ​ຂອງ​ຂ້າ​ນ້ອຍ.
\s5
\v 3 ພ​ຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນ​ຊົງ​ໄດ້​ກ່າວ ​ກັບ​ຂ້າ​ນ້ອຍ ຜູ້ຄຸມຊາດອິດສະຣາເອນໄດ້ກ່າວດັ່ງນີ້​ວ່າ, 'ເມື່ອ​ຜູ້​ຫນຶ່ງ​ປົກ​ຄອງ​ມະ​ນຸດ​ໂດຍ​ຍຸດ​ຕິ​ທຳ, ຜູ້​ປົກ​ຄອງ​ດ້ວຍ​ຄວາມ​ຢຳ​ເກງ​ພ​ຣະ​ເຈົ້າ.
\v 4 ເຂົາ​ຈະ​ເປັນ​ຄື​ແສງ​ເມື່ອດວງ​ຕາ​ເວັນ​ຂຶ້ນ, ໃນ​ເວ​ລາ​ມື້​ເຊົ້າ​ທີ່​ບໍ່​ມີ​ເມກ, ເມື່ອ​ຫຍ້າ​ອ່ອນງອກ​ອອກ​ຈາກ​ດິນ​ເມື່ອ​ມີ​ແສງ​ຈ້າ​ຂອງດວງ​ຕາ​ເວັນ​ພາຍ​ຫລັງ​ຝົນ.
\s5
\v 5 ເຊື້ອ​ສາຍ​ຂອງ​ຂ້າ​ນ້ອຍ,​ບໍ່​ເປັນ​ເຊັ່ນ​ນັ້ນ​ຕໍ່​ຫນ້າ​ຂອງ​ພ​ຣະ​ເຈົ້າ​ບໍ່? ເພາະ​ພ​ຣະ​ອົງ​ບໍ່​ໄດ້​ຊົງ​ເຮັດ​ພັນ​ທະ​ສັນ​ຍາ​ນິ​ລັນ​ກັບ​ຂ້າ​ນ້ອຍ, ອັນ​ເປັນ​ລະ​ບຽບ​ທຸກ​ຢ່າງ ​ແລະ​ຫມັ່ນ​ຄົງ​ຢ່າງ​ນັ້ນ​ບໍ່? ພ​ຣະ​ອົງ​ຈະ​ບໍ່​ຊົງ​ໃຫ້​ຄວາມ​ລອດ​ທຸກ​ດ້ານ ແລະ​ຄວາມ​ປາຖະ​ນາ​ທຸກ​ຢ່າງ​ຂອງ​ຂ້າ​ນ້ອຍ​ໃນ​ທຸກໆ​ສະ​ພາບ​ການ​ບໍ່?
\s5
\v 6 ແຕ່​ຄົນ​ບໍ່​ນັບ​ຖື​ພ​ຣະ​ເຈົ້າ​ທັງ​ຫມົດ​ກໍ​ຄື​ຫນາມ​ທີ່​ຖືກ​ຖອນ​ຖິ້ມ​ໄປ, ເພາະ​ວ່າ​ພວກ​ເຂົາ​ບໍ່​ສາ​ມາດ​ຈະ​ເອົາ​ມື​ຢິບ​ດ້ວຍ​ມື​ຂອງ​ໃຜ​ໄດ້.
\v 7 ຄົນ​ທີ່​ແຕະ​ຕ້ອງ​ພວກ​ມັນ ຈະ​ຕ້ອງ​ຖື​ອາ​ວຸດ​ທີ່​ເຮັດ​ດ້ວຍ​ເຫລັກ​ຫລື​ດ້າມ​ຂອງ​ຫອກ. ພວກ​ມັນ​ຈະ​ຕ້ອງ​ຖືກ​ເຜົາ​ໃຫ້​ທັງ​ຫ​ມົດ​ໄວ້​ທີ່​ນັ້ນ."
\s5
\v 8 ຕໍ່​ໄປ​ນີ້​ເປັນ​ລາຍ​ຊື່​ຂອງ​ນັກ​​ຮົບ​ຜູ້​ເກັ່ງ​ກ້າ​ຂອງ​ດາ​ວິດ ຄື: ​ໂຢ​ເຊບ​ບັດ​ເຊ​ເບັດ​ ຊາວ​ຕາ​ເກ​ໂມ ເປັນ​ຜູ້​ນຳ​ຂອງ​ເຫລົ່າ​ນັກ​ຮົບ​ຜູ້​ເກັ່ງ​ກ້າ. ເຂົາ​ໄດ​້​ຂ້າ​ຄົນ​ແປດ​ຮ້ອຍ​ຄົນ​ໃນ​ຄັ້ງ​ດຽວ.
\s5
\v 9 ​ຄົນ​ທີ່​ຮອງ​ລົງ​ມາ​ຄື: ​ເອ​ເລ​ອາ​ຊາ​ລູກ​ຊາຍ​ຂອງ​ໂດ​ໂດ, ຜູ້​ເປັນ​ລູກ​ຊາຍ​ຂອງ​ອາ​ໂຮ​ອານ ​ຜູ້​ທີ່​ເປັນ​ຫນຶ່ງ​ໃນ​ສາມ​ຂອງ​ນັກ​ຮົບ​ຜູ້​ເກັ່ງ​ກ້າ​ຂອງ​ດາ​ວິດ. ເຂົາ​ໄດ້​ຢູ່​ເມື່ອ​ພວກ​ເຂົາ​ເວົ້າ​ທ້າ​ທາຍ​ພວກ​ຟີ​ລິດ​ສະ​ຕິນ​ຊຶ່ງ​ເຕົ້າ​ໂຮມ​ກັນ​ທີ່​ນັ້ນ​ເພື່ອ​ເຮັດ​ສົງ​ຄາມ, ແລະ​ເມື່ອ​ຄົນ​ອິດ​ສະ​ຣາ​ເອນ​ໄດ້​ຖອຍ​ທັບ.
\v 10 ເອ​ເລ​ຊາ​ໄດ້​ລຸກ​ຂຶ້ນ ​ແລະ​ໄດ້​ຕໍ່​ສູ້​ພວກ​ຟີ​ລິດ​ສະ​ຕິນ ຈົນ​ກະ​ທັ້ງ​ມື​ຂອງ​ເຂົາ​ອ່ອນ​ລ້າ​ ແລະ​ມື​ຂອງ​ເຂົາ​ເປັນ​ຈັງ​ແຂງ​ຕິດ​ທີ່​ດາບ​ຂອງ​ເຂົາ. ພ​ຣະ​ຢາ​ເວ​ໄດ້​ຊົງ​ເຮັດ​ໃຫ້​ໄດ​້ໄຊ​ຊະ​ນະ​ຢ່າງ​ໃຫຍ່​ຫລວງ​ໃນ​ມື້​ນັ້ນ. ກອງ​ທັບ​ກໍ​ໄດ້​ກັບ​ຕາມ​ເອ​ເລ​ຊາ​, ເພື່ອ​ປົດ​ເອົາ​ອາ​ວຸດ​ຈາກ​ຜູ້​ທີ່​ຖືກ​ຂ້າ​ຕາຍ​ເທົ່າ​ນັ້ນ.
\s5
\v 11 ຮອງ​ຈາກ​ເຂົາ​ລົງ​ມາ​ຄື: ​ຊາມ​ມາ​ລູກ​ຊາຍ​ຂອງ​ອາ​ກີ, ຊາວ​ຮາ​ຣາ​ເຣ. ພວກ​ຟີ​ລິດ​ສະ​ຕິນ ໄດ້​ເຕົ້າ​ໂຮມ​ກັນ​ທີ່​ທົ່ງ​ຫຍ້າ​ເລ​ຮີ ເປັນ​ທີ່​ມີ​ພື້ນ​ດິນ​ຜືນ​ຫນຶ່ງ​ມີ​ຖົ່ວ​ແດງ​ເຕັມ​ໄປ​ຫມົດ, ແລະ​ກອງ​ທັບ​ກໍ​ຫນີ​ໄປ​ຈາກ​ພວກ​ເຂົາ.
\v 12 ແຕ່​ຊາມ​ມາ​ໄດ້​ຢືນ​ຢູ່​ທ່າມ​ກາງ​ຜືນ​ດິນ​ນັ້ນ ແລະ​ປ້ອງ​ກັນ​ຜືນ​ດິນ​ນັ້ນ​ໄວ້ ເຂົາ​ໄດ້​ຂ້າ​ພວກ​ຟີ​ລິດ​ສະ​ຕິນ, ແລ​ະ​ພ​ຣະ​ຢາ​ເວ​ຊົງ​ເຮັດ​ໃຫ້​ມີ​ໄຊ​ຊະ​ນະ​ຢ່າງ​ໃຫຍ່​ຫລວງ.
\s5
\v 13 ທະ​ຫາ​ນ​ສາມ​ນາຍ​ໃນ​ພວກ​ທະ​ຫານ​ສາມ​ສິບ​ຄົນ​ນັ້ນ, ໄດ້​ລົງ​ມາ​ຫາ​ດາ​ວິດ​ໃນ​ລະ​ດູ​ກ່ຽວ​ເຂົ້າ​ທີ່​ຖ້ຳ​ອາ​ດຸນ​ລຳ. ກອງ​ທັບ​ຂອງ​ຟີ​ລິດ​ສະ​ຕິນ​ໄດ້​ຕັ້ງ​ຄ້າຍ​ຢູ່​ໃນ​ຮ່ອມ​ພູ​ເຣ​ຟາ​ອິມ.
\v 14 ໃນ​ເວ​ລາ​ນັ້ນ​ດາ​ວິດ​ໄດ້​ຢູ່​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂງ, ທີ່​ຖ້ຳ, ຂະ​ນະ​ທີ່​ພ​ວກ​ຟີ​ລິດ​ສະ​ຕິນ​ກໍ​ໄດ້​ຕັ້ງ​ຫລັກ​ແຫລ່ງ​ຢູ່​ທີ່​ເບັດ​ເລ​ເຮັມ.
\s5
\v 15 ​ດາ​ວິ່ດ​ໄດ້​ຊົງ​ກະ​ຫາຍ​ນ້ຳ​ ແລະ​ກ່າວ​ວ່າ, "ຖ້າ​ພຽງ​ບາງ​ຄົນ​ຈະ​ໃຫ້​ນ້ຳ​ແກ່​ເຮົາ​ດື່ມ​ຈາກ​ນ້ຳ​ສ້າງ​ທີ່​ເບັດ​ເລ​ເຮັມ, ນ້ຳ​ສ້າງ​ທີ່​ຢູ່​ຂ້າງ​ປະ​ຕູ​ເມືອງ!"
\v 16 ດັ່ງ​ນັ້ນ​ຈອມ​ທະ​ຫານ​ສາມ​ຄົນ​ທີ່​ໄດ້​ກ່າວ​ເຖິງ​ນັ້ນ​ກໍ​ໄດ້​ແຫກ​ຄ້າຍ​ຂອງກອງ​ທັບ​ຂອງ​ຄົນ​ຟີ​ລິດ​ສະ​ຕິນ​ເຂົ້າ​ໄປ ແລະ​ໄດ້​ຕັກ​ນ້ຳ​ຈາກ​ນ້ຳ​ສ້າງ​ເບັດ​ເລ​ເຮັມ, ນ້ຳ​ສ້າງ​ທີ່​ຢູ່​ຫນ້າ​ປະ​ຕູ​ເມືອງ​ພວກ​ເຂົາ​ໄດ້​ນຳ​ນ້ຳ​ມາ​ແລະ​ໄດ້​ມາ​ຖະ​ວາຍ​ແກ່​ດາ​ວິດ, ແຕ່​ພ​ຣະ​ອົງ​ໄດ້​ຊົງ​ປະ​ຕິ​ເສດ​ທີ່​ຈະ​ຊົງ​ດື່ມ​ນ້ຳ​ນັ້ນ. ແຕ່​ພ​ຣະ​ອົງ​ໄດ້​ຊົງ​ເທ​ນ້ຳ​ນັ້ນ​ຖະ​ວາຍ​ແດ່​ພ​ຣະ​ຢາ​ເວ.
\v 17 ແລ້ວ​ພ​ຣະ​ອົງ​ໄດ້​ກ່າວ​ວ່າ, "ຂ້າ​ແຕ່​ພ​ຣະ​ຢາ​ເວ, ຂ້າ​ພ​ຣະ​ອົງ​ຄວນ​ຈະ​ດື່ມ​ໂລ​ຫິດ​ຂອງ​ບັນ​ດາ​ຜູ້​ໄດ້​ໄປ​ສ່ຽງ​ຊີ​ວິດ​ຂອງ​ພວກ​ເຂົາ​ຫລື?" ດັ່ງ​ນັ້ນ​ພ​ຣະ​ອົງ​ຈຶ່ງ​ບໍໍ່​ຊົງ​ຍອມ​ດື່ມ. ນັກ​ຮົບ​ທັງ​ສາມ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້.
\s5
\v 18 ອາ​ບີ​ໄຊ​ນ້ອງ​ຊາຍ​ຂອງ​ໂຢ​ອາບ​ແລະ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ, ໄດ້​ເປັນ​ຫົວ​ຫນ້າ​ຂອງ​ທັງ​ສາມ​ຄົ​ນ​ນັ​້ນ. ຄັ້ງ​ຫນຶ່ງ​ເຂົາ​ໄດ້​ຕໍ່​ສູ້​ດ້ວຍ​ຫອກ​ຕໍ່​ທະ​ຫານ​ສາມ​ຮ້ອຍ​ຄົນ. ແລະ​ໄດ້​ຂ້າ​ພວກ​ເຂົາ ເຂົ​າ​ກໍ​ໄດ້​ມີ​ຊື່​ສຽງ​ຮ່ວມ​ກັບ​ທະ​ຫານ​ເອກ​ສາມ​ຄົນ​ນັ້ນ.
\v 19 ເຂົາ​ໄດ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ພວກ​ເຂົາ ຢ່າງ​ໃດ​ກໍ​ຕາມ​ຊື່​ສຽງ​ຂອງ​ເຂົາ​ບໍ່​ເທົ່າ​ກັບ​ຊື່​ສຽງ​ຂອງ​ທະ​ຫານ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ທີ່​ສຸດ​ສາມ​ຄົນ​ນັ້ນ.
\s5
\v 20 ​ເບ​ນາ​ອີ​ຢາ​ແຫ່ງ​ເມືອງ​ກັບ​ເຊ​ເອນ​ລູກ​ຊາຍ​ຂອງ​ເຢ​ໂຮຍ​ອາ​ດາ; ເຂົາ​ເປັນ​ຜູ້​ຊາຍ​ແຂງ​ແຮງ ທີ່​ໄດ້​ເຮັດ​ຄວາ​ມ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ຫລາຍ​ຢ່າງ. ເຂົາ​ໄດ້​ຂ້າ​ລູກ​ຊາຍ​ທັງ​ສອງ​ຂອງ​ອາ​ຮີ​ເອວ​ແຫ່ງ​ໂມ​ອາບ. ເຂົາ​ໄດ້​ລົງ​ໄປ​ຂ້າ​ສິງ​ໂຕ​ໃນ​ນ້ຳ​ສ້າງ​ໃນ​ມື້​ທີ່​ຫິ​ມະ​ຕົກ​ດ້ວຍ.
\v 21 ແລ້ວ​ເຂົາ​ໄດ້​ຂ້າ​ຄົນ​ອີ​ຢິບ​ຄົນ​ຫນຶ່ງ​ເປັນ​ຜູ້​ຊາຍ​ຮູບ​ຮ່າງ​ສູງ​ໃຫຍ່. ຄົນ​ອີ​ຢິບ​ນັ້ນ​ຖື​ຫອກ​ຢູ່​ໃນ​ມື, ແຕ່​ເບ​ນາ​ອີຢ​າ​ໄດ້​ຕໍ່​ສູ້​ກັບ​ເຂົາ​ດ້ວຍ​ພຽງ​ໄມ້​ຄ​້ອນ. ເຂົາ​ໄດ້​ຢຶດ​ເອົາ​ຫອກ​ມາ​ຈາກ​ມື​ຂອງ​ຄົນ​ອີ​ຢິບ​ຄົນ​ນັ້ນ​ ແລະ​ໄດ້​ຂ້າ​ເຂົາ​ຕາຍ​ດ້ວຍ​ຫອກ​ຂອງ​ເຂົາ​ເອງ.
\s5
\v 22 ເບ​ນາ​ອີ​ຢາ​ລູກ​ຊາຍ​ຂອງ​ເຢ​ໂຮຍ​ອາ​ດາ​ເຮັດ​ວິ​ລະ​ກິດ​ເຫລົ່ນ​ນີ້​ຈຶ່ງ​ມີ​ຊື່​ສຽງ​ດັ່ງ​ນັກ​ຮົບ​ສາມ​ຄົນ​ນັ້ນ.
\v 23 ເຂົາ​ມີ​ຊື່​ສຽງ​ໂດ່ງ​ດັງ​ກວ່າ​ທະ​ຫານ​ສາມ​ສິບ​ຄົນ​ນັ້ນ​ໂດຍ​ທົ່ວ​ໄປ, ແຕ່​ເຂົາ​ບໍ່​ໄດ້​ຮັບ​ການ​ນັບ​ຖື​ຫລາຍ​ເຊັ່ນ​ດຽວ​ກັນ​ກັບ​ທະ​ຫານ​ເອກ​ສາມ​ຄົ​ນ​ນັ້ນ. ສະ​ນັ້​ນ ດາ​ວິດ​ກໍ​ໄດ້​ຊົງ​ຕັ້ງ​ເຂົາ​ໃຫ້​ເປັນ​ທະ​ຫານ​ຮັກ​ຊາ​ພ​ຣະ​ອົງ.
\s5
\v 24 ໃນ​ສາມ​ສິບ​ຄົນ​ນັ້ນ​ຮວມ​ຜູ້​ຊາຍ​ຕໍ່​ໄປ​ນີ້ ຄື ອາ​ສາ​ເຮນ​ນ້ອງ​ຊາຍ​ຂອງ​ໂຢ​ອາບ, ເອນ​ຮາ​ນານ​ລູກ​ຊາຍ​ຂອງ​ໂດ​ໂດ​ຊາວ​ເບັດ​ເລ​ເຮັມ,
\v 25 ຊາມ​ມາ​​ຊາວ​ເມືອງ​ຮາ​ໂຣດ, ​ເອ​ລີ​ກາຊາ​ວ​ເມືອງ​ຮາ​ໂຣດ,
\v 26 ເຮ​ເລັດ, ຊາວ​ເປ​ເລັດ, ອີ​ຣາ, ລູກ​ຊາຍ​ຂອງ​ອິກ​ເກັດ​ຊາວ​ເຕ​ກົວ,
\v 27 ອາ​ບີ​ເອ​ເຊ​ຊາວ​ເມືອງ​ອາ​ນາ​ທົດ, ເມ​ບຸນ​ນາຍ​ຊາວ​ຮູ​ຊາ,
\v 28 ຊານ​ໂມນ​ຊາວ​ອາ​ໂຮ, ມະ​ຫາ​ໄຣ​ຊາວ​ເນ​ໂຕ​ຟາ.
\s5
\v 29 ເຮ​ເລັບ​ລູກ​ຊາຍ​ຂອງ​ບາ​ອາ​ນາ,​ຊາວ​ເນ​ໂຕ​ຟາ, ອິດ​ໄຕ​ລູກ​ຊາຍ​ຂອງ​ຊາວ​ກີ​ເບ​ອາ​ເຜົ່າ​ເບັນ​ຢາ​ມິນ,
\v 30 ເບ​ນາ​ອີ​ຢາ​ຊາວ​ປີ​ຣາ​ໂທນ, ຮິດ​ໄຕ​ຊາວ​ຮ່ອມ​ພູ​ໃກ້​ເມືອງ​ກາ​ອາດ.
\v 31 ອາ​ບີ​ອານ​ໂບນ​ຊາວ​ອາ​ຣະ​ບາ ອາ​ຊະ​ມາ​ເວດ​ຊາວ​ບາ​ຮູ​ຣິມ,
\v 32 ເອ​ລີ​ອາ​ຢາ, ຊາວ​ຊາ​ອານ​ໂບນ, ບັນ​ດາ​ລູກ​ຊາຍ​ຂອງ​ຢາ​ເຊນ ໂຢ​ນາ​ທານ.
\s5
\v 33 ອາ​ຮີ​ອາມ​ລູກ​ຊາຍ​ຂອງ​ຊາ​ຮາກ​ຊາວ​ຮາ​ຣາ​ເຮ,
\v 34 ເອ​ລີ​ເຟ​ເລດ​ລູກ​ຊາຍ​ຂອງ​ອາ​ຮາ​ສະ​ໄຍ​ຊາວ​ມາ​ອາ​ກາ, ເອ​ລີ​ອາມ​ລູກ​ຊາຍ​ຂອງ​ອາ​ຮີ​ໂຕ​ເຟນ​ຊາວ​ກີ​ໂລ,
\v 35 ເຮ​ຊະ​ໂຮຊາວ​ກາ​ເມນ, ປາ​ອາ​ໄຣ​ຊາວ​ອາ​ຣັບ,
\v 36 ອີ​ການ​ລູກ​ຊາຍ​ຂອງ​ນາ​ທານ​ຊາວ​ໂຊ​ບາ, ບາ​ນີ​ຄົນ​ເຜົ່າ​ກາດ.
\s5
\v 37 ​ເຊ​ເລັກ​ຄົນ​ອຳ​ໂມນ, ນາ​ຮາ​ໄຮ​ຊາວ​ເບ​ເອ​ໂຣດ, ຄົນ​ຖື​ເຄື່ອງ​ອາ​ວຸດ​ຂອງ​ໂຢ​ອາບ​ລູກ​ຊາຍ​ຂອງ​ເຊ​ຣູ​ອີ​ຢາ,
\v 38 ອີ​ຣາ​ຊາວ​ອິດ​ໄຮ, ກ​ຄາ​ເຮັບ​ຊາວ​ອິດ​ໄຮ,
\v 39 ອູ​ຣິ​ຢາ​ຄົນ​ຮິດ​ຕີ ລວມ​ທັງ​ຫມົດ​ສາມ​ສິບ​ເຈັດ​ຄົນ.
\s5
\c 24
\cl ບົດ​ທີ 24
\p
\v 1 ອີກ​ຄັ້ງ​ຫນຶ່ງ​ທີ່​ຄວາມ​ໂກດ​ຮ້າຍ​ຂອງ​ພ​ຣະ​ຢາ​ເວ​ເກີດ​ຂຶ້ນ​ຕໍ່ອິດ​ສະ​ຣາ​ເອນ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ດາ​ວິດ​ຕໍ່​ສູ້​ພວກ​ເຂົາ ກ່າວ​ວ່າ, "ຈົ່ງ​ໄປ,​ນັບ​ຄົນ​ອິດ​ສະ​ຣາ​ເອນ ​ແລ​ະ​ຄົນ​ຢູ​ດາ."
\v 2 ກະ​ສັດ​ຈຶ່ງ​ໄດ້​ຊົງ​ຮັບ​ສັ່ງ​ກັບ​ໂຢ​ອາບ, ຜູ້​ບັນ​ຊາ​ການ​ທະ​ຫານ​ຊຶ່ງ​ຢູ່​ກັບ​ພ​ະ​ອົງ​ວ່າ, "ຈົ່ງໄປ​ໃຫ້​ທົ່ວ​ອິດ​ສະ​ຣາ​ເອນ​ທຸກ​ເຜົ່າ, ຕັ້ງ​ແຕ່​ເມືອງ​ດານ​ເຖິງ​ເບ​ເອນ​ເຊ​ບາ, ແລະ​ຈົ່ງ​ນັບ​ຈຳ​ນວນ​ປະ​ຊາ​ຊົນ, ເພື່ອ​ເຮົາ​ຈະ​ໄດ້​ຮູ້​ຈຳ​ນວນ​ລວມ​ຂອງ​ປະ​ຊາ​ຊົນ​ເພື່ອ​ເຮັດ​ສົງ​ຄາມ."
\s5
\v 3 ໂຢ​ອາບ​ໄດ້​ທູນ​ກະ​ສັດ​ວ່າ, "ຂໍ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ​້າ​ຂອງ​ທ່ານ​ຊົງ​ເພີ່ມ​ປະ​ຊາ​ຊົນ​ທີ່​ມີ​ຢູ່​ອີກ​ຮ້ອ​ຍເທົ່າ, ຂໍ​​ແນມ​ເຫັນ​ຂອງ​ກະ​ສັດ​ເຈົ້ານາຍ​ຂອງ​ຂ້າ​ນ້ອຍ​ ໄດ້​ຊົງ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ. ແຕ່​ເຫດ​ການ​ໃດ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ ຈຶ່ງ​ຊົງ​ປະ​ສົງ​ສິ່ງ​ນີ້?"
\v 4 ຢ່າງ​ໃດ​ກໍ​ຕາມ​ຄຳ​ສັ່ງ​ຂອງ​ກະ​ສັດ ​ກໍ​ໄດ້​ກົດ​ດັນ​ເຖິງ​ທີ່​ສຸດ​ຕໍ່​ໂຢ​ອາບ​ ແລະ​ກົດ​ດັນ​ບັນ​ດາ​ຜູ້​ບັງ​ຄັບ​ບັນ​ຊາ​ຂອງກອງ​ທັບ. ດັ່ງ​ນັ້ນໂຢ​ອາບ​ກັບ​ບັນ​ດາ​ຜູ້​ບັງ​ຄັບ​ບັນ​ຊາ​ ຂອງກອງ​ທັບ​ຈຶ່ງ​ໄດ້​ອອກ​ໄປ​ຈາກ​ຕໍ່​ຫນ້າ​ກະ​ສັດ ​ເພື່ອ​ນັບ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ.
\s5
\v 5 ​ພວກ​ເຂົາ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ ​ແລະ​ໄດ້​ຕັ້ງ​ຄ້າຍ​ໃນ​ເມືອງ​ອາ​ໂຣ​ເອ,​ທາງ​ທິດ​ໃຕ້​ຂອງ​ເມືອງ​ໃນ​ກາງ​ຮ່ອມ​ພ​ູ ແລ້ວ​ພວກ​ເຂົາ​ກໍ​ໄດ້​ເດີນ​ທາງ​ໄປ​ຜ່ານ​ກາດ​ໄປ​ຈົນ​ເຖິງ​ເມືອງ​ຢາ​ເຊ.
\v 6 ພວກ​ເຂົາ​ກໍ​ໄດ້​ມາ​ຍັງ​ກີ​ເລ​ອາດ ​ແລະ​ມາ​ຮອດ​ໃນ​ດິນ​ແດນ​ຂອງ​ຮິດ​ຕີ, ແລ້ວ​ຕໍ່​ໄປ​ຮອດ​ເມືອງ​ດານ ອ້ອມ​ໄປ​ຮອດ​ຊີ​ໂດນ.
\v 7 ພວກ​ເຂົາ​ໄດ້​ມາ​ຮອດ​ປ້ອມ​ຂອງ​ຮິດຕີ ແລະ​ເມືອງ​ທັງ​ຫມົດ​ຂອງ​ຄົນ​ຮີ​ວີ​ ແລະ​ຂອງ​ຄົນ​ກາ​ນາ​ອານ. ແລ້ວ​ພວກ​ເຂົາ​ໄດ້​ອອກ​ໄປ​ຍັງ​ໃນ​ຢູ​ດາຍ ​ທີ່ເນ​ເກບ​ເມືອງເບຍ​ເອເ​ຊ​ບາ​.
\s5
\v 8 ​ເມື່ອ​ພວກ​ເຂົາ​ໄດ້​ໄປ​ທົ່ວ​ແຜ່ນ​ດິນ​ນັ້ນ​ແລ້ວ, ພວກ​ເຂົາ​ຈຶ່ງ​ໄດ້​ກັບ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ເມື່ອ​ສີ້ນ​ເກົ້າ​ເດືອນ​ແລະ​ຊາວ​ມື້.
\v 9 ແລ້ວ​ໂຢ​ອາບ​ກໍ​ໄດ້​ຖ​ວາຍ​ຈຳ​ນ​ວນ​ທະ​ຫານ​ທີ່​ນັບ​ໄດ້​ທັງ​ຫມົດ​ແກ່​ກະ​ສັດ. ມີ​ທະ​ຫານ​ໃນ​ອິດ​ສະ​ຣາ​ເອນ​ຈຳ​ນວນ 800,000ຄົນ ຜູ້​ພ້ອມ​ເຮັດ​ເສິກ, ແລະ​ຄົນ​ຢູ​ດາ​ມີ 500,000ຄົນ.
\s5
\v 10 ແລ້ວ​ໃຈ​ຂອງ​ດາ​ວິດ​ກໍ​ໄດ້​ຊົງ​ສຳ​ນຶກ​ຜິດ​ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ຊົງ​ນັບ​ຈຳ​ນວນ​ປະ​ຊາ​ຊົນ​ສຳ​ເລັດ​ແລ້ວ. ດັ່ງ​ນັ້ນ​ດາ​ວິດ​ໄດ້​ຊົງ​ທູນ​ຕໍ່​ພ​ຣະ​ຢາ​ເວ​ວ່າ, "ຂ້າ​ນ້ອຍ​ໄດ້​ເຮັດ​ບາບ​ໃຫຍ່​ຫລວງ​ໃນ​ການ​ທີ່​ໄດ້​ເຮັດ​ສິ່ງ​ນີ້. ​ບັດ​ນີ້, ຂ້າ​ແດ່ພ​ຣະ​ຢາ​ເວ, ຂໍ​ພ​ຣະ​ອົງ​ຊົງ​ລົບ​ຄວາມ​ບາບ​ຊົ່ວ​ຂອງ​ຜູ້​ຮັບ ​ໃຊ້​ຂອງ​ພ​ຣະ​ອົງ​ອອກ​ໄປ, ເພາະ​ຂ້າ​ນ້ອຍ​ເຮັດ​ຢ່າງ​ໂງ່​ຈ້າ​ທີ່​ສຸດ."
\s5
\v 11 ເມື່ອ​ດາ​ວິດ​ໄດ້​ຊົງ​ລຸກ​ຂຶ້ນ​ໃນ​ຕອນ​ເຊົ້າ, ຖ້ອຍຄຳ​ຂອງ​ພ​ຣະ​ຢາ​ເວ​ກໍ​ໄດ້​ມາ​ຍັງກາດ, ​ຜູ້​ທຳ​ນວຍ​ຂອງ​ ດາ​ວິດ​ວ່າ,
\v 12 "ຈົ່ງ​ໄປ​ບອກ​ດາ​ວິດ​ວ່າ: 'ພ​ຣະ​ຢາ​ເວ​ກ່າວ​ດັ່ງ​ນີ້​ວ່າ: "ເຮົາ​ຈະ​ໃຫ້​ເຈົ້າ​ມີ​ທາງ​ເລືອກ​ສາມ​ຢ່າງ. ຈົງ​ເລືອກ​ເອົາ​ຫນຶ່ງ​ຢ່າງ."'"
\s5
\v 13 ດັ່ງ​ນັ້ນ​ກາດ​ຈຶ່ງ​ໄດ້​ເຂົ້າ​ເຝົ້າ​ດາ​ວິດ ​ແລະ​ໄດ້​ທູນ​ເພິ່ນ​ວ່າ, "ຈະ​ໃຫ້​ເກີດ​ອຶດ​ຢາກ​ອາ​ຫານ​ເປັນ​ເວ​ລາ​ສາມ​ປີ ​ໃນ​ແຜ່ນ​ດິນ​ຂອງ​ທ່ານຫລື​ບໍ່? ຫລື​ທ່ານຈະ​ຍອມ​ຫນີ​ຕໍ່​ຫນ້າ​ສັດ​ຕູ​ຂອງ​ທ່ານ ​ເປັນ​ເວ​ລາ​ສາມ​ເດືອນ​ ຂະ​ນະ​ທີ່​ພ​ວກ​ເຂົາ​ໄລ່​ຕາມທ່ານ​ຫລື​ບໍ່? ຫລື​ຈະ​ໃຫ້​ໂຣກ​ລະ​ບາດ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ ​ຂອງທ່ານເປັນ​ເວ​ລາ​ສາມ​ມື້​ຫລື​ບໍ່? ບັດ​ນີ້​ຂໍ​ທ່ານໄດ້​ຊົງ​ຄິດ​ເບິ່ງວ່າ​ຈະ​ໃຫ້​ຂ້າ​ນ້ອຍ ​ກັບ​ໄປ​ທູນ​ສິ່ງ​ໃດ​ຕໍ່​ພ​ຣະ​ອົງ​ຜູ້​ຊົງ​ໃຊ້​ຂ້າ​ນ້ອຍ​ມາ."
\v 14 ແລ້ວ​ດາ​ວິດ​ຈຶ່ງ​ໄດ້​ກ່າວ​ກັບ​ກາດ​ວ່າ, "ເຮົາ​ເປັນ​ທຸກ​ຫລາຍ. ຂໍ​ໃຫ້​ພວກ​ເຮົາ​ຕົກ​ເຂົ້າ​ໄປ​ຢູ່​ໃນມື​ຂອງ​ພ​ຣະ​ຢາ​ເວ​ຫລາຍ​ກວ່​າ ໃຫ້​ເຮົາ​ຕົກ​ເຂົ້າ​ໄປ​ໃນ​ມື​ຂອງ​ມະ​ນຸດ, ເພາະ​ພ​ຣະ​ອົງ​ມີ​ໃຈ​ເມດ​ຕາ​ໃຫຍ່​ຫລາຍ."
\s5
\v 15 ດັ່ງ​ນັ້ນ​ພ​ຣະ​ຢາ​ເວ​ຈຶ່ງ​ໄດ້​ຊົງ​ໃຫ້​ໂຣກ​ລະ​ບາດ​ເກີດ​ຂຶ້ນ ​ໃນ​ອິດ​ສະ​ຣາ​ເອນ​ຕັ້ງ​ແຕ່​ເວ​ລາ​ເຊົ້າ​ຈົນ​ຫມົດ​ເວ​ລາ​ກຳ​ນົດ, ແລະ​ປະ​ຊາ​ຊົນ​ທີ່​ໄດ້​ຕາຍ​ຈຳ​ນວນ​ເຈັດ​ຫມື່ນ​ຄົນ​ນັບ​ຕັ້ງ​ແຕ່​ເມືອງ​ດານ​ເຖິງ​ເບ​ເອນ​ເຊ​ບາ.
\v 16 ເມື່ອ​​ເທວະ​ດາ​ເດ່​ມື​ອອກ​ເຫນືອ​ນະຄອນເຢ​ຣູ​ຊາ​ເລັມ​ ເພື່ອ​ທຳ​ລາຍ​ເມືອງ​ນັ້ນ, ພ​ຣະ​ຢາ​ເວ​ໄດ້​ຊົງ​ປ່ຽນ​ໃຈ​ເພາະ​ເລື່ອງ​ເຫດ​ຮ້າຍ ​ທີ່​ຈະ​ເກີດ​ຂຶ້ນ​ນັ້ນ, ແລະ​ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​​ເທວະ​ດາ ​ຜູ້​ກຳ​ລັງ​ທຳ​ລາຍ​ປະ​ຊາ​ຊົນ​ວ່າ, "ພໍ​ແລ້ວ! ບັດ​ນີ້​ຈົ່ງ​ຢຸດ​ມື​ຂອງ​ເຈົ້າ." ໃນ​ເວ​ລາ​ນັ້ນ​ທູດ​ຂອງ​ພ​ຣະ​ຢາ​ເວ​ກໍ​ຢູ່​ທີ່​ລານ​ຟາດ​ເຂົ້າ​ຂອງ​ອາ​ໂຣ​ນາ​ຄົນ​ເຢ​ບຸດ.
\s5
\v 17 ແລ້ວ​ດາ​ວິດ​ໄດ້​ທູນ​ຕໍ່​ພ​ຣະ​ຢາ​ເວ​ຂະ​ນະ​ທີ່​ພ​ຣະ​ອົງ​ເຫັນ​ຝູງ​ເທວະ​ດາ​ຜູ້​ທີ່​ໄດ້​ປະ​ຫານ​ປະ​ຊ​າ​ຊົນ​ນັ້ນ, ແລະ​ໄດ້​ຊົງ​ທູນ​ວ່າ, "ຂ້າ​ນ້ອຍ​ເອງ​ໄດ້​ເຮັດ​ບາບ, ແລະ​ຂ້າ​ນ້ອຍ​ໄດ້​ເຮັດ​ທີ່​ເອົາ​ແຕ່​ໃຈ​ຕົນ​ເອງ. ແຕ່​ບັນ​ດາ​ແກະ​ເຫລົ່າ​ນີ້, ພວກ​ເຂົາ​ໄດ້​ເຮັດ​ຫຍັງ? ຂໍ​ມື​ຂອງ​ພ​ຣະ​ອົງ​ທຳ​ໂທດ​ຂ້າ​ນ້ອຍ​ພ​ຣະ​ອົງ ​ແລະ​ເຊື້ອ​ສາຍ​ພໍ່​ຂອງ​ຂ້​າ​ນ້ອຍ​ເຖີດ!"
\s5
\v 18 ແລ້ວ​ກາດ​ກໍ​ໄດ້​ເຂົ້າ​ມາ​ເຝົ້າ​ດາ​ວິດ ແລະ​ໄດ້​ທູນ​ເພິ່ນວ່າ, "ຂໍ​ຂຶ້ນ​ໄປ​ສ້າງ​ແທ່ນ​ບູ​ຊາ​ຖ​ວາຍ​ແດ່​ພ​ຣະ​ຢາ​ເວ​ເທິງ​ລານ​ຟາດ​ເຂົ້າ​ຂອງ​ອາ​ໂຣ​ນາ​ຄົນ​ເຢ​ບຸດ​ເຖີດ."
\v 19 ດັ່ງ​ນັ້ນ​ດາ​ວິດ​ກໍ​ໄດ້​ຂຶ້ນ​ໄປ,​ຕາມ​ຄຳ​ຂອງ​ກາດ​ຕາມ​ທີ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ບັນ​ຊາ.
\v 20 ເມື່ອ​ອາ​ໂຣ​ນາ​ໄດ້​ຫັນ​ອອກ​ໄປ​ ແລະ​ໄດ້​ເຫັນ​ກະ​ສັດ​ ແລະ​ບັນ​ດາ​ຂ້າຣາ​ຊ​ການ​ກຳ​ລັງ​ເຂົ້າ​ມາ​ຫາ​ເຂົາ. ດັ່ງ​ນັ້ນ​ອາ​ໂຣ​ນາ​ກໍ​ໄດ້​ອອກ​ໄປ ​ແລະ​ໄດ້​ກົ້ມ​ຕົວ​ລົງ​ກາບ​ລົງ​ດິນ​ຕໍ່​ກະ​ສັດ.
\s5
\v 21 ​ແລ້ວ​ອາ​ໂຣ​ນາ​ໄດ້​ທູນ​ວ່າ, "ເຫດ​ໃດ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ,​ຈຶ່ງ​ໄດ້​ມາ​ຫາ​ຜູ້​ຮັບ​ໃຊ້​ຂອງ​ທ່ານ?" ດາ​ວິດ​ໄດ້​ກ່າວ​ວ່າ, "ມາ​ຊື້​ລານ​ຟາດ​ເຂົ້າ​ຂອງ​ເຈົ້າ, ເພື່ອ​ເຮົາ​ຈະ​ສ້າງ​ແທ່ນ​ບູ​ຊາ​ຖ​ວາຍ​ແດ່​ພ​ຣະ​ຢາ​ເວ, ເພື່ອ​ທີ່​ເລື່ອງໂຫດ​ຮ້າຍ​ຈະ​ຫມົດ​ໄປ​ຈາກ​ປະ​ຊາ​ຊົນ."
\v 22 ນາ​ໂຣ​ນາ​ຈຶ່ງ​ໄດ້​ທູນ​ດາ​ວິດ​ວ່າ, "ຂໍ​ກະ​ສັດ​ເຈ​ົ້າ​ນາຍ​ຂອງ​ຂ້າ​ນ້ອຍ. ຂໍ​ຊົງ​ໄດ້​ເຮັດ​ຕາມ​ທີ່​ສາຍ​ຕາຍ ​ຂອງ​ທ່ານເຫັນ​ດີ​ເຖີດ. ເບິ່ງ​ເຖີດ, ທີ່​ນີ່​ມີ​ງົວ​ສຳ​ຫລັບ​ເຄືຶ່ອງ​ບູ​ຊາ​ເຜົາ​ທັງ​ຕົວ ແລະ​ໄມ້​ຟາດ​ເຂົ້າ​ກັບ​ແອກ​ສຳ​ລັບ​​ເປັນ​ຟືນ ຂ້າ​ແດ່​ກະ​ສັດ.
\v 23 ຂອງ​ທັງ​ຫມົດ​ນີ້ຂ້າ​ນ້ອຍ ອາ​ໂຣ​ນາ​ຂໍ​ຖ​ວາຍ​ແດ່ທ່ານ," ແລ້ວ​ເຂົາ​ໄດ້​ທູນ​ກະ​ສັດ​ອີກວ່າ, "ຂໍ​ພ​ຣະ​ຢາ​ເວ​ພ​ຣະ​ເຈົ້າ​ຂອງ​ທ່ານ​​ຊົງ​ໂປດ​ປານ​ທ່ານ."
\s5
\v 24 ກະ​ສັດ​ໄດ້​ກ່າວ​ກັບ​ອາ​ໂຣ​ນາ​ວ່າ, "ບໍ​່​ໄດ້, ເຮົາ​ຢືນ​ຢັນ​ທີ່​ຈະ​ຊື້​ຈາກ​ເຈົ້າ​ຕາມ​ລາ​ຄາ​ນັ້ນ. ເຮົາ​ຈະ​ບໍ່​ຖ​ວາຍ​ເຄື່ອງ​ບູ​ຊາ​ເຜົາ​ທ​ັງ​ຕົວ​ແດ່​ພ​ຣະ​ຢາ​ເວ ໂດຍ​ທີ່​ເຮົາ​ບໍ່​ເສຍ​ຫຍັງ​ເລີຍ." ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ໄດ້​ຊົງ​ຊື້​ລານ​ຟາດ​ເຂົ້າ ​ແລະ​ງົວ​ເປັນ​ເງິນ​ຫ້າ​ສິບ​ຫລຽນ.
\v 25 ດາ​ວິດ​ກໍ​ໄດ້​ຊົງ​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແດ່​ພ​ຣະ​ຢາ​ເວ​ທີ່​ນັ້ນ ແລະ​ຊົງ​ໄດ້​ຖ​ວາຍ​ເຄື່ອງ​ເຜົາບູ​ຊາ​ທັງ​ຕົວ​ກັບ​ເຄື່ອງ​​ບູ​ຊາ. ດັ່ງ​ນັ້ນ​ພວກ​ເຂົາ​ໄດ້​ທູນ​ອ້ອນວອນ​ຕໍ່​ພ​ຣະ​ຢາ​ເວ​ໃນ​ນາມ​ຂອງ​ແຜ່ນ​ດິນ ແລະ​ພ​ຣະ​ອົງ​ກໍ​ໄດ້​ຊົງ​ລະ​ງັບ​ໂກດ​ຮ້າຍ​ທົ່ວ​ອິດ​ສະ​ຣາ​ເອນ.