lo_ulb/44-JHN.usfm

1670 lines
284 KiB
Plaintext
Raw Permalink Normal View History

2021-01-22 21:47:03 +00:00
\id JHN
\ide UTF-8
\h ໂຢຮັນ
\toc1 ໂຢຮັນ
\toc2 ໂຢຮັນ
\toc3 jhn
\mt ໂຢຮັນ
\s5
\c 1
\cl ບົດທີ 1
\p
\v 1 ພຣະ­ທັມຊົງດຳຣົງນັບຕັ້ງແຕ່ຕົ້ນເດີມ, ແລະພຣະທັມຊົງຢູ່ກັບພຣະ­ເຈົ້າ, ພຣະ­ທັມຊົງເປັນພຣະ­ເຈົ້າ.
\v 2 ພຣະທັມນີ້ດຳຣົງມາຕັ້ງແຕ່ເລີ່ມຕົ້ນກັບພຣະ­ເຈົ້າ.
\v 3 ທຸກສິ່ງຖືກສ້າງຂຶ້ນໂດຍພຣະອົງ, ແລະຖ້າບໍ່ມີພຣະອົງ ກໍບໍ່ມີຈັກສິ່ງທີ່ຖືກສ້າງຂື້ນໄວ້.
\s5
\v 4 ມີຊີ­ວິດທີ່ຢູ່ໃນພຣະ­ອົງ, ຊຶ່ງຊີ­ວິດນັ້ນເປັນ­ຄວາມສະຫວ່າງຂອງມະ­ນຸດ­ທຸກຄົນ.
\v 5 ຄວາມສະ­ຫວ່າງສ່ອງເຂົ້າມາໃນຄວາມມືດ, ແລະຄວາມມືດນັ້ນບໍ່ເອົາຊະ­ນະຄວາມສະ­ຫວ່າງໄດ້.
\s5
\v 6 ຍັງມີຊາຍຄົນຫນຶ່ງທີ່ພຣະ­ເຈົ້າໄດ້ສົ່ງມາ, ຊາຍຄົນນີ້ຊື່­ວ່າໂຢຮັນ.
\v 7 ທ່ານມາເພື່ອຈະເປັນພະ­ຍານເຖິງຄວາມສະ­ຫວ່າງນັ້ນ, ເພື່ອທີ່ທຸກຄົນຈະໄດ້ເຊື່ອຜ່ານທ່ານ.
\v 8 ໂຢຮັນບໍ່ແມ່ນຄວາມສະ­ຫວ່າງນັ້ນ, ແຕ່ທ່ານມາເພື່ອເປັນພະ­ຍານເຖິງຄວາມສະ­ຫວ່າງນັ້ນ.
\s5
\v 9 ຄືຄວາມສະ­ຫວ່າງທີ່ແທ້ຈິງ ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທັງປວງ ເຊິ່ງໄດ້ເຂົ້າມາໃນໂລກນີ້.
\s5
\v 10 ພຣະ­ອົງຊົງຢູ່ໃນໂລກ, ໂລກນີ້ຖືກສ້າງຂຶ້ນຜ່ານທາງພຣະອົງນັ້ນ, ແຕ່ໂລກນີ້ພັດບໍ່ໄດ້ຮູ້­ຈັກພຣະ­ອົງ.
\v 11 ພຣະ­ອົງເຂົ້າມາເພື່ອຊົນຊາດຂອງພຣະອົງ, ແຕ່ຊົນຊາດຂອງພຣະອົງບໍ່ຍອມຮັບພຣະອົງ.
\s5
\v 12 ແຕ່ຄົນຫລວງຫລາຍທີ່ຕ້ອນ­ຮັບພຣະ­ອົງ, ຄົນທີ່ເຊື່ອໃນພຣະນາມຂອງພຣະ­ອົງ, ພຣະ­ອົງຈະໃຫ້ຄົນນັ້ນໄດ້ສິດເປັນບຸດຂອງພຣະ­ເຈົ້າ.
\v 13 ບໍ່ແມ່ນໂດຍທາງສາຍເລືອດ, ຫລືໂດຍຄວາມຕ້ອງການຂອງມະນຸດ, ແຕ່ເປັນໂດຍພຣະ­ເຈົ້າ.
\s5
\v 14 ພຣະ­ທັມຊົງ­ເກີດເປັນມະ­ນຸດແລະຢູ່ທ່າມກາງພວກເຮົາ. ເຮົາໄດ້ເຫັນສະ­ຫງ່າຣາ­ສີຂອງພຣະ­ອົງ, ເປັນສະ­ຫງ່າຣາ­ສີແບບດຽວກັນຊຶ່ງມາຈາກພຣະ­ບິດາຜູ້ດຽວເທົ່ານັ້ນ, ທີ່ເຕັມດ້ວຍພຣະຄຸນແລະຄວາມຈິງ.
\v 15 ໂຢ­ຮັນໄດ້ເປັນພະ­ຍານເຖິງພຣະອົງແລະຮ້ອງສຽງດັງວ່າ, “ທ່ານຜູ້ນີ້ຄືຄົນທີ່ເຮົາໄດ້ບອກແກ່ທ່ານວ່າ ‘ທ່ານຜູ້ທີ່ສະເດັດມາພາຍ­ຫລັງເຮົາ ເປັນໃຫຍ່ກວ່າເຮົາ, ເພາະທ່ານເປັນຢູ່ກ່ອນເຮົາ’.”
\s5
\v 16 ເພາະວ່າໂດຍຄວາມຄົບບໍ­ຣິ­ບູນຂອງພຣະອົງເຮັດໃຫ້ເຮົາທັງຫລາຍໄດ້ຮັບພຣະ­ຄຸນຊ້ອນພຣະ­ຄຸນ.
\v 17 ເພາະ­ບັນຍັດເຫລົ່ານັ້ນທີ່ໄດ້ຊົງປຣະ­ທານຜ່ານທາງໂມ­ເຊ. ສ່ວນພຣະ­ຄຸນແລະຄວາມຈິງມາທາງພຣະ­ເຢຊູ­ຄຣິດ.
\v 18 ບໍ່ເຄີຍມີໃຜເຫັນພຣະເຈົ້າເລີຍ. ພຣະ­ອົງດຽວທີ່ຊົງເປັນພຣະ­ເຈົ້າ, ຜູ້ປຣະທັບໃນເອິກຂອງພຣະ­ບິ­ດາ, ໄດ້ສະ­ແດງໃຫ້ພຣະເຈົ້າເປັນທີ່ຮູ້ຈັກ.
\s5
\v 19 ນີ້ເປັນຄຳພະ­ຍານຂອງໂຢ­ຮັນ ເມື່ອພວກຢິວຈາກນະຄອນເຢ­ຣູ­ຊາ­ເລັມໄດ້ສົ່ງພວກປະ­ໂລ­ຫິດແລະພວກຄົນເລ­ວີໄປຖາມທ່ານວ່າ, “ທ່ານເປັນໃຜ?”
\v 20 ທ່ານຍອມຮັບ, ບໍ່ໄດ້ປະ­ຕິເສດແຕ່ຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນພຣະ­ຄຣິດ.”
\v 21 ພວກເຂົາຈຶ່ງຖາມທ່ານອີກວ່າ, “ແລ້ວທ່ານເປັນໃຜ? ທ່ານແມ່ນເອ­ລີຢາແມ່ນບໍ?” ທ່ານຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນຜູ້ນັ້ນ.” ພວກເຂົາຖາມວ່າ, “ທ່ານຄືຜູ້ປະກາດພຣະ­ທັມແມ່ນບໍ?” ທ່ານຕອບວ່າ, “ບໍ່ແມ່ນ.”
\s5
\v 22 ແລ້ວພວກເຂົາກໍຖາມທ່ານອີກວ່າ, “ແລ້ວທ່ານເປັນໃຜ, ເພື່ອພວກເຮົາຈະໄດ້ເອົາຄຳຕອບນັ້ນໄປບອກຄົນແກ່ຄົນສົ່ງເຮົາມາ? ແລ້ວທ່ານຈະບອກວ່າທ່ານເປັນໃຜ?”
\v 23 ທ່ານຕອບວ່າ, “ຂ້າພຣະເຈົ້າເປັນສຽງຮ້ອງ ປ່າວປະກາດໃນປ່າວ່າ: ‘ຈົ່ງເຮັດຫົນທາງຂອງອົງພຣະ­ຜູ້­ເປັນ­ເຈົ້າໃຫ້ຊື່ໄປ, ເຫມືອນກັບທີ່ຜູ້ປະກາດພຣະທັມ ເອຊາ­ຢາ ໄດ້ບອກໄວ້.
\s5
\v 24 ບັດນີ້ຄົນເຫລົ່ານັ້ນທີ່ພວກຟາ­ຣີ­ຊາຍສົ່ງໄປ.
\v 25 ພວກເຂົາຖາມທ່ານວ່າ, “ເປັນຫຍັງທ່ານຈຶ່ງໃຫ້ຮັບບັບ­ຕິສະມາ ໃນເມື່ອທ່ານເອງກໍບໍ່ແມ່ນພຣະ­ຄຣິດ ຫລື ເອ­ລີ­ຢາ ຫລືຜູ້ປະກາດພຣະທັມນັ້ນ?”
\s5
\v 26 ໂຢ­ຮັນຕອບພວກເຂົາວ່າ, “ເຮົາໃຫ້ຮັບບັບຕິ­ສະ­ມາດ້ວຍນໍ້າ. ແຕ່ໃນທ່າມ­ກາງພວກທ່ານມີຜູ້ໜຶ່ງຊຶ່ງທ່ານບໍ່ຮູ້ຈັກ.
\v 27 ທ່ານທີ່ມາພາຍ­ຫລັງຂ້າພະເຈົ້ານັ້ນ, ຂ້າພະເຈົ້າບໍ່ສົມ­ຄວນແມ້ນແຕ່ຈະແກ້ສາຍ­ຮັດເກີບຂອງຜູ້ນັ້ນ.”
\v 28 ສິ່ງເຫລົ່ານີ້ເກີດຂຶ້ນເມື່ອໂຢ­ຮັນກຳ­ລັງໃຫ້ຮັບບັບ­ຕິ­ສະ­ມາຢູ່ທີ່ບ້ານເບັດ­ທາ­ນີ, ອີກຟາກຫນຶ່ງຂອງແມ່­ນ້ຳຢໍ­ແດນ.
\s5
\v 29 ວັນຕໍ່ມາ ໂຢ­ຮັນເຫັນພຣະ­ເຢຊູກຳ­ລັງມາຫາທ່ານແລະທ່ານບອກວ່າ, “ເບິ່ງແມ, ພຣະ­ເມ­ສານ້ອຍຂອງພຣະ­ເຈົ້າ ຜູ້ທີ່ຈະມາເອົາຄວາມຜິດບາບຂອງ­ໂລກນີ້ອອກໄປ!
\v 30 ນີ້ຄືທ່ານທີ່ຂ້າພຣະເຈົ້າກ່າວເຖິງວ່າ 'ທ່ານທີ່ຈະມາພາຍຫລັງຂ້າພຣະເຈົ້າຊົງເປັນໃຫຍ່ກວ່າຂ້າພຣະເຈົ້າ, ເພາະພຣະອົງຊົງເປັນຢູ່ກ່ອນຂ້າພຣະເຈົ້າ.'
\v 31 ຂ້າພຣະເຈົ້າບໍ່ຮູ້­ຈັກທ່ານຜູ້ນີ້, ແຕ່ເພື່ອທ່ານຈະໄດ້ຖືກປະກົດແຈ້ງແກ່ຄົນອິ­ສຣາ­ເອນ ທີ່ຂ້າພຣະເຈົ້າໄດ້ມາໃຫ້ຮັບບັບ­ຕິ­ສະ­ມາໃນນ້ຳ.”
\s5
\v 32 ໂຢ­ຮັນເປັນພະ­ຍານວ່າ, “ຂ້າພຣະເຈົ້າໄດ້ເຫັນພຣະວິນ­ຍານລັກສະນະເຫມືອນດັ່ງນົກເຂົາ ລົງມາຈາກຟ້າສະ­ຫວັນ, ສະ­ຖິດຢູ່ເທິງທ່ານ.
\v 33 ຂ້າພຣະເຈົ້າບໍ່ຮູ້­ຈັກທ່ານ, ແຕ່ທ່ານທີ່ໄດ້ສົ່ງຂ້າພຣະເຈົ້າມາເພື່ອໃຫ້ບັບ­ຕິ­ສະ­ມາດ້ວຍນ້ຳນັ້ນ ບອກຂ້າພຣະເຈົ້າວ່າ, 'ເຈົ້າຈະເຫັນພຣະວິນ­ຍານເປັນເຫມືອນນົກເຂົາລົງມາ­ສະຖິດຢູ່ເຫນືອທ່ານຜູ້ນັ້ນ, ທ່ານນັ້ນຄືຜູ້ທີ່ຈະໃຫ້ບັບ­ຕິ­ສະ­ມາດ້ວຍພຣະວິນ­ຍານບໍ­ຣິ­ສຸດ.'
\v 34 ຂ້າພຣະເຈົ້າໄດ້ເຫັນແລະເປັນພະ­ຍານວ່າ ທ່ານຜູ້ນັ້ນເປັນພຣະ­ບຸດຂອງພຣະ­ເຈົ້າ.”
\s5
\v 35 ອີກຄັ້ງຫນຶ່ງ, ໃນວັນຕໍ່ມາ, ໃນຂະນະທີ່ໂຢ­ຮັນກຳ­ລັງຢືນຢູ່ກັບສາວົກຂອງທ່ານສອງຄົນ.
\v 36 ພວກເຂົາເຫັນພຣະ­ເຢຊູກຳ­ລັງສະເດັດກາຍ­ໄປ ແລະທ່ານຈຶ່ງກ່າວວ່າ, "ເບິ່ງແມ, ພຣະເມສານ້ອຍຂອງພຣະ­ເຈົ້າ!”
\s5
\v 37 ເມື່ອສາວົກສອງຄົນຂອງທ່ານໄດ້ຍິນທ່ານເວົ້າເຊັ່ນ­ນັ້ນ ພວກເຂົາຈຶ່ງຕາມພຣະ­ເຢຊູໄປ.
\v 38 ເມື່ອພຣະ­ເຢຊູຫັນກັບມາແລະເຫັນພວກເຂົາກຳລັງຕິດ­ຕາມພຣະອົງ ຈຶ່ງເວົ້າກັບພວກເຂົາວ່າ, “ພວກທ່ານຕ້ອງການສິ່ງໃດ?” ພວກເຂົາຕອບວ່າ, “ຮັບບີ (ແປຄວາມໝາຍວ່າ ອາ­ຈານ) ທ່ານພັກຢູ່ທີ່ໃດ?”
\v 39 ພຣະ­ອົງຈິ່ງບອກພວກເຂົາວ່າ, “ຈົ່ງມາແລະເບິ່ງເອງເຖີດ” ເມື່ອພວກເຂົາຕາມພຣະອົງໄປແລະໄດ້ເຫັນບ່ອນຊຶ່ງພຣະ­ອົງຊົງພັກຢູ່, ພວກເຂົາຈິ່ງຢູ່ກັບພຣະ­ອົງໃນວັນນັ້ນ, ຕອນນັ້ນເປັນເວລາສີ່ໂມງແລງ.
\s5
\v 40 ຫນຶ່ງໃນສາວົກສອງຄົນທີ່ໄດ້ຍິນໂຢ­ຮັນເວົ້າແລະຕິດ­ຕາມພຣະເຢຊູຄືອັນ­ເດ­ອາ, ອ້າຍຂອງຊີ­ໂມນເປ­ໂຕ.
\v 41 ເຂົາໄດ້ໄປຫາຊີ­ໂມນອ້າຍຂອງຕົນແລະບອກວ່າ, “ເຮົາໄດ້ພົບພຣະເມຊີອາແລ້ວ” (ຫມາຍເຖີງ ພຣະ­ຄຣິດ).
\v 42 ແລ້ວເຂົາກໍພາທ່ານມາຫາພຣະເຢຊູ, ແລະພຣະ­ເຢຊູເບິ່ງເຂົາແລ້ວກ່າວວ່າ, “ທ່ານຄືຊີໂມນລູກຂອງໂຢຮັນ, ທ່ານຈະຖືກເອີ້ນວ່າ ເກ­ຟາ” (ແປວ່າ: ເປໂຕ).
\s5
\v 43 ວັນຕໍ່ມາ, ເມື່ອພຣະ­ເຢຊູຕ້ອງການຈາກໄປທີ່ແຂວງຄາ­ລີເລ, ພຣະ­ອົງຊົງພົບກັບຟີ­ລິບແລະກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”.
\v 44 ຟີ­ລິບມາຈາກເບັດ­ຊາ­ອີ­ດາ, ເມືອງຂອງອັນເດ­ອາແລະເປ­ໂຕ.
\v 45 ຟີ­ລິບໄດ້ພົບກັບນະ­ທາ­ນາ­ເອັນແລ້ວບອກກັບເຂົາວ່າ, “ເຮົາໄດ້ພົບພຣະອົງຜູ້ເຊິ່ງໂມ­ເຊໄດ້ກ່າວເຖິງໃນພຣະບັນຍັດ, ແລະທີ່ພວກຜູ້ປະ­ກາດພຣະ­ທັມໄດ້ກ່າວເຖິງຄື: ພຣະເຢ­ຊູລູກຂອງໂຢ­ເຊັບ, ຈາກເມືອງນາ­ຊາ­ເຣັດ.”
\s5
\v 46 ນະ­ທາ­ນາ­ເອັນເວົ້າກັບທ່ານວ່າ, “ມີສິ່ງດີອັນໃດທີ່ມາຈາກນາຊາ­ເຣັດດ້ວຍຫລື?” ຟີ­ລິບຕອບກັບເຂົາວ່າ, “ຈົ່ງມາແລະເບິ່ງເອົາເອງເຖີດ.”
\v 47 ພຣະ­ເຢຊູເບິ່ງເຫັນນະ­ທາ­ນາ­ເອັນກຳລັງມາຫາພຣະອົງ ຈິ່ງຊົງກ່າວເຖິງລາວວ່າ, “ເບິ່ງແມ, ຊົນຊາດອິ­ຣາເອນທີ່ແທ້ຈິງ ຜູ້ເຊິ່ງບໍ່ມີອຸ­ບາຍຫລອກຫລວງ.”
\v 48 ນະທານາເອັນເວົ້າກັບພຣະ­ອົງວ່າ, “ທ່ານຮູ້­ຈັກຂ້າ­ນ້ອຍດ້ວຍຫລື?” ພຣະ­ເຢຊູຕອບລາວວ່າ, “ກ່ອນທີ່ຟີ­ລິບຈະເອີ້ນທ່ານ, ເຮົາເຫັນທ່ານ, ຕອນທີ່ທ່ານຢູ່ກ້ອງຕົ້ນໝາກເດື່ອເທດ.”
\s5
\v 49 ນະ­ທາ­ນາ­ເອັນທູນຕອບວ່າ, “ຮັບບີ, ພຣະອົງຊົງເປັນພຣະບຸດຂອງພຣະ­ເຈົ້າ! ພຣະອົງຊົງເປັນກະ­ສັດຂອງຊາດອິສຣາເອນ!”
\v 50 ພຣະ­ເຢຊູຕອບເພິ່ນວ່າ, “ເພາະເຮົາບອກກັບທ່ານວ່າ 'ເຮົາເຫັນທ່ານຢູ່ກ້ອງຕົ້ນໝາກເດື່ອ' ທ່ານຈຶ່ງເຊື່ອເຮົາຫລື? ທ່ານຈະເຫັນສິ່ງທີ່ຍິ່ງໃຫຍ່ກວ່ານີ້.”
\v 51 “ແນ່ແທ້, ແນ່ແທ້, ເຮົາບອກກັບທ່ານວ່າ ທ່ານຈະໄດ້ເຫັນທ້ອງຟ້າສະຫວັນເປີດອອກ ແລະເທ­ວະດາຂອງພຣະ­ເຈົ້າ ຂຶ້ນໆ ລົງໆ ຢູ່ເທິງບຸດມະນຸດ.”
\s5
\c 2
\cl ບົດທີ 2
\p
\v 1 ສາມວັນຕໍ່ມາ ມີງານສົມ­ລົດທີ່ບ້ານກາ­ນາໃນແຂວງຄາ­ລີເລ ແລະມານດາຂອງພຣະ­ເຢຊູກໍຢູ່ທີ່ນັ້ນນຳ.
\v 2 ພຣະ­ເຢຊູແລະເຫລົ່າສາ­ວົກກໍໄດ້ຮັບເຊີນໄປໃນງານສົມຣົດດ້ວຍ.
\s5
\v 3 ເມື່ອເຫລົ້າແວງຫມົດ, ມານດາຂອງພຣະ­ເຢຊູມາທູນພຣະອົງວ່າ, “ພວກເຂົາບໍ່ມີເຫລົ້າແວງແລ້ວ.”
\v 4 ພຣະ­ເຢຊູຊົງຕອບນາງວ່າ, “ນາງເອີຍ, ທ່ານມາຫາເຮົາເຮັດຫຍັງ? ຍັງບໍ່ເຖິງເວລາຂອງເຮົາ.”
\v 5 ມານດາຂອງພຣະ­ອົງບອກກັບຄົນໃຊ້ວ່າ, “ບໍ່ວ່າພຣະອົງບອກອັນໃດແກ່ທ່ານ, ຈົ່ງເຮັດຕາມ.”
\s5
\v 6 ຂະນະນັ້ນ ມີອ່າງຫີນຢູ່ທີ່ນັ້ນຫົກໜ່ວຍທີ່ເອົາໄວ້ໃຊ້ສຳລັບເຮັດພິທີຊຳ­ຣະຂອງພວກຢິວ, ອ່າງແຕ່ລະໜ່ວຍສາມາດບັນຈຸນ້ຳໄດ້ແປດສິບເຖິງຮ້ອຍຊາວລິດ.
\v 7 ພຣະ­ເຢຊູຊົງບອກກັບພວກເຂົາວ່າ, “ຈົ່ງຕັກນ້ຳໃສ່ອ່າງແຕ່ລະໜ່ວຍໃຫ້ເຕັມ.” ພວກເຂົາຈິ່ງຕັກນ້ຳໃສ່ອ່າງເຫລົ່າ­ນັ້ນເຕັມພຽງປາກອ່າງ.
\v 8 ແລ້ວພຣະ­ອົງຊົງບອກກັບພວກຄົນໃຊ້ວ່າ, “ຈົ່ງຕັກແລະນຳໄປໃຫ້ພະ­ນັກ­ງານເສີບເນີ” ພວກເຂົາກໍເຮັດຕາມ.
\s5
\v 9 ຫົວໜ້າພະ­ນັກ­ງານເສີບຊີມນ້ຳລ້າທີ່ກາຍ­ເປັນເຫລົ້າແວງນັ້ນ, ແຕ່ເພິ່ນບໍ່ຮູ້ວ່າເຫລົ້າແວງນັ້ນມາຈາກໃສ (ແຕ່ຄົນໃຊ້ທີ່ຕັກນ້ຳໄປໃຫ້ຫົວຫນ້ານັ້ນກໍຮູ້ດີ). ແລ້ວເພິ່ນຈຶ່ງເອີ້ນເຈົ້າບ່າວມາ
\v 10 ແລ້ວເວົ້າກັບເຂົາວ່າ, “ທຸກຄົນເຄີຍເອົາເຫລົ້າແວງອັນດີມາໃຫ້ກ່ອນ, ແລ້ວຈິ່ງເອົາອັນບໍ່ດີມາໃຫ້ເມື່ອແຂກດື່ມ ໃຫ້ເມື່ອຄົນເມົາແລ້ວ. ແຕ່ທ່ານໄດ້ກັກເຫລົ້າແວງອັນດີໆ ໄວ້ຈົນເຖິງຕອນນີ້.”
\s5
\v 11 ນີ້ຄືຫມາຍສຳ­ຄັນຄັ້ງທຳອິດທີ່ພຣະ­ເຢຊູເຮັດໃນບ້ານກາ­ນາແຂວງຄາ­ລີ­ເລ, ແລະພຣະ­ອົງໄດ້ຊົງສຳ­ແດງ­ຣິດທານຸພາບຂອງພຣະ­ອົງ, ແລະ ພວກສາ­ວົກກໍເຊື່ອໃນພຣະ­ອົງ.
\s5
\v 12 ­ຫລັງຈາກນັ້ນ, ພຣະເຢຊູ, ມານດາ, ແລະນ້ອງຊາຍຂອງພຣະອົງ, ແລະສາ­ວົກຂອງພຣະ­ອົງກໍລົງໄປຍັງເມືອງກາ­ເປ­ນາ­ອູມ ພວກເຂົາຢູ່ທີ່ນັ້ນປະມານສອງສາມມື້.
\s5
\v 13 ເມື່ອເທ­ສະ­ການປັດ­ສະ­ຄາຂອງຄົນຢິວໃກ້ເຂົ້າມາ, ແລະພຣະ­ເຢຊູສະ­ເດັດຂຶ້ນໄປຍັງນະຄອນເຢ­ຣູ­ຊາ­ເລັມ.
\v 14 ພຣະອົງໄດ້ພົບຄົນຂາຍ ງົວ, ແກະ, ແລະນົກເຂົາ, ແລະພວກຄົນແລກປ່ຽນເງິນກໍນັ່ງຢູ່ທີ່ນັ້ນດ້ວຍ.
\s5
\v 15 ພຣະ­ອົງຊົງເອົາເຊືອກມາເຮັດເປັນແສ້ ແລະຂັບໄລ່ຄົນເຫລົ່ານັ້ນອອກໄປຈາກບໍ­ຣິ­ເວນພຣະ­ວິ­ຫານ, ລວມທັງແກະແລະງົວດ້ວຍ. ພຣະອົງຊົງຖອກເງິນຂອງພວກແລກປ່ຽນເງິນແລະຂວ້ຳໂຕະຂອງພວກເຂົາ.
\v 16 ແລ້ວພຣະ­ອົງຊົງກ່າວແກ່ບັນ­ດາຄົນທີ່ຂາຍນົກເຂົາວ່າ, “ເອົາຂອງເຫລົ່ານີ້ອອກໄປຈາກທີ່ນີ້ເສັຽ. ເຊົາເຮັດໃຫ້ທີ່ສະ­ຖິດຂອງພຣະ­ບິ­ດາຂອງເຮົາໃຫ້ເປັນຕະຫລາດເສັຽເທາະ.”
\s5
\v 17 ເຫລົ່າສາ­ວົກຂອງພຣະ­ອົງຣະ­ນຶກເຖິງຄຳທີ່ໄດ້ຖືກຂຽນໄວ້ວ່າ, “ຄວາມຮ້ອນ­ຮົນໃນເລື່ອງທີ່ສະຖິດຂອງພຣະ­ອົງຈະເຜົາຜານພຣະ­ອົງ.”
\v 18 ແລ້ວພວກຢິວທີ່ມີອຳນາດກໍໂຕ້ຕອບກັບພຣະອົງວ່າ, “ທ່ານຈະສຳ­ແດງຫມາຍສຳ­ຄັນອັນໃດໃຫ້ແກ່ເຮົາ ໃນເມື່ອທ່ານເຮັດສິ່ງທັງປວງເຫລົ່ານີ້?”
\v 19 ພຣະ­ເຢຊູຕອບວ່າ, “ຖ້າມ້າງພຣະວິ­ຫານນີ້ ແລ້ວເຮົາຈະສ້າງຂຶ້ນໃຫມ່ໃນສາມວັນ.”
\s5
\v 20 ແລ້ວຄົນຢິວທີ່ມີອຳນາດກໍເວົ້າວ່າ, “ພຣະວິ­ຫານນີ້ໃຊ້ເວລາສ້າງທັງຫມົດສີ່ສິບຫົກປີຈຶ່ງສຳ­ເລັດ, ແຕ່ທ່ານຈະສ້າງຂຶ້ນໃຫມ່ໃນສາມວັນຫລື?”
\v 21 ຢ່າງໃດກໍຕາມ, ພຣະ­ວິ­ຫານທີ່ພຣະ­ອົງຫມາຍເຖິງນັ້ນຄືພຣະ­ກາຍຂອງພຣະ­ອົງ.
\v 22 ເພາະເມື່ອພຣະ­ອົງຟື້ນຂຶ້ນມາຈາກຄວາມຕາຍແລ້ວ, ພວກສາ­ວົກຂອງພຣະອົງຈຶ່ງຣະ­ນຶກເຖີງສິ່ງທີ່ພຣະອົງກ່າວໄວ້, ແລະພວກເຂົາໄດ້ເຊື່ອໃນພຣະຄັມພີ ແລະໃນຖ້ອຍຄຳນີ້ທີ່ພຣະ­ອົງໄດ້ກ່າວເອົາໄວ້.
\s5
\v 23 ເມື່ອພຣະ­ອົງຍັງຢູ່ໃນນະຄອນເຢ­ຣູ­ຊາ­ເລັມໃນຊ່ວງເທສະການປັດສະ­ຄາ, ມີຫລາຍຄົນໄດ້ເຊື່ອໃນພຣະນາມຂອງພຣະ­ອົງ ເມື່ອພວກເຂົາໄດ້ເຫັນຫມາຍສຳຄັນທີ່ພຣະ­ອົງເຮັດ.
\v 24 ແຕ່ພຣະ­ເຢຊູບໍ່ໄວ້ໃຈພວກເຂົາ, ເພາະພຣະອົງຊົງຮູ້ຈັກພວກເຂົາທັງຫມົດ
\v 25 ເພາະພຣະ­ອົງບໍ່ຕ້ອງການໃຫ້ໃຜມາເປັນພະຍານແກ່ພຣະອົງດ້ວຍເລື່ອງຂອງມະ­ນຸດ, ເພາະພຣະ­ອົງຮູ້ວ່າມີອັນໃດຢູ່ໃນພວກເຂົາ.
\s5
\c 3
\cl ບົດທີ 3
\p
\v 1 ຂະນະນັ້ນ ມີຟາຣີຊາຍທີ່ເປັນຜູ້ນຳຊາວຢິວຄົນໜຶ່ງ ຊື່ນີໂກເດມ.
\v 2 ຊາຍຄົນນີ້ມາຫາພຣະເຢຊູໃນເວລາກາງຄືນແລະເວົ້າກັບພຣະ­ອົງວ່າ, “ຮັບບີ, ພວກຂ້ານ້ອຍຮູ້ວ່າທ່ານເປັນອາຈານທີ່ມາຈາກພຣະເຈົ້າ, ເພາະບໍ່ມີຜູ້ໃດອາດສາມາດເຮັດການອັດສະຈັນເຫລົ່ານີ້ໄດ້ເຫມືອນທ່ານເຮັດຢູ່, ເວັ້ນແຕ່ຈາກພຣະເຈົ້າຈະຊົງສະຖິດຢູ່ກັບຜູ້ນັ້ນ.”
\s5
\v 3 ພຣະ­ເຢຊູຕອບເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ນອກເສັຽຈາກຄົນນັ້ນຈະບັງເກີດໃຫມ່, ເຂົາຈະບໍ່ສາມາດເຫັນຣາ­ຊະອານາຈັກຂອງພຣະເຈົ້າ.”
\v 4 ນີ­ໂກ­ເດມທູນກັບພຣະ­ອົງວ່າ, “ຄົນເຮົາຈະບັງເກີດໃຫມ່ໄດ້ຢ່າງ­ໃດ ຫາກເຂົາມີອາຍຸຫລາຍແລ້ວ? ເຂົາຈະກັບເຂົ້າໄປຢູ່ໃນທ້ອງມາດາເປັນເທື່ອທີ່ສອງ, ແລະເກີດໃຫມ່ໄດ້ຫລື?”
\s5
\v 5 ພຣະ­ເຢຊູຕອບວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ຖ້າຄົນນັ້ນບໍ່ເກີດໃຫມ່ໂດຍນ້ຳແລະພຣະ­ວິນ­ຍານ, ເຂົາບໍ່ສາມາດເຂົ້າໃນລາ­ຊະອານາຈັກຂອງພຣະ­ເຈົ້າໄດ້.
\v 6 ສິ່ງຊຶ່ງເກີດຈາກເນື້ອກາຍກໍເປັນເນື້ອກາຍ, ສິ່ງຊຶ່ງເກີດຈາກພຣະວິນຍານກໍເປັນພຣະວິນຍານ.
\s5
\v 7 ຢ່າປະ­ຫລາດໃຈໃນສິ່ງທີ່ເຮົາກ່າວແກ່ທ່ານວ່າ 'ທ່ານຈະຕ້ອງບັງເກີດໃໝ່.
\v 8 ລົມພັດໄປຕາມໃຈຂອງມັນ; ທ່ານໄດ້ຍິນສຽງຂອງລົມ, ແຕ່ທ່ານບໍ່ຮູ້ວ່າມັນມາຈາກໃສ ແລ້ວຈະໄປໃສ. ທຸກຄົນທີ່ບັງ­ເກີດໃຫມ່ໂດຍພຣະ­ວິນ­ຍານກໍເປັນເຊັ່ນ­ນັ້ນ.”
\s5
\v 9 ນີ­ໂກ­ເດມຕອບພຣະ­ອົງວ່າ, “ສິ່ງເຫລົ່ານີ້ຈະເກີດຂຶ້ນໄດ້ຢ່າງໃດ?”
\v 10 ພຣະ­ເຢຊູຕອບວ່າ, “ທ່ານເປັນອາ­ຈານຂອງຄົນອິສຣາ­ເອນ, ເຫດໃດທ່ານຈິ່ງຍັງບໍ່ເຂົ້າໃຈສິ່ງເຫລົ່ານີ້?
\v 11 ເຮົາບອກຄວາມຈິງແກ່ທ່ານວ່າ, ເຮົາເວົ້າໃນສິ່ງທີ່ເຮົາຮູ້, ແລະເຮົາເປັນພະຍານໃນສິ່ງທີ່ພວກເຮົາໄດ້ເຫັນ. ແຕ່ເຖິງຢ່າງນັ້ນທ່ານກໍຍັງບໍ່ຍອມຮັບຄຳພະ­ຍານຂອງເຮົາ.
\s5
\v 12 ຖ້າເຮົາບອກທ່ານເຖິງສິ່ງຝ່າຍໂລກແລະທ່ານຍັງບໍ່ເຊື່ອ, ແລ້ວທ່ານຈະເຊື່ອເຮົາໄດ້ຢ່າງ­ໃດ ຫາກເຮົາບອກທ່ານເຖິງສິ່ງທີ່ກ່ຽວກັບສະ­ຫວັນ?
\v 13 ບໍ່ມີຜູ້ໃດໄດ້ເຄີຍຂຶ້ນໄປສູ່ສະ­ຫວັນ ຍົກເວັ້ນແຕ່ພຽງທ່ານຜູ້ນັ້ນທີ່ມາຈາກສະ­ຫວັນ ຄືບຸດມະ­ນຸດ.”
\s5
\v 14 ເຫມືອນໂມ­ເຊທີ່ໄດ້ຍົກງູຂຶ້ນໃນປ່າ, ບຸດມະ­ນຸດກໍຈະຕ້ອງຖືກຍົກຂຶ້ນເຊັ່ນດຽວກັນ,
\v 15 ເພື່ອທຸກຄົນທີ່ເຊື່ອໃນພຣະ­ອົງຈະໄດ້ຮັບມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ.
\s5
\v 16 ເພາະ­ວ່າພຣະ­ເຈົ້າຊົງຮັກໂລກ ຈົນພຣະອົງໄດ້ປຣະ­ທານພຣະບຸດພຽງອົງດຽວຂອງພຣະ­ອົງ, ເພື່ອທຸກຄົນທີ່ເຊື່ອໃນພຣະອົງນັ້ນບຈະບໍ່ຕາຍ ແຕ່ມີຊີ­ວິດອັນຕະ­ຫລອດໄປເປັນນິດ.
\v 17 ເພາະ­ວ່າພຣະ­ເຈົ້າບໍ່ໄດ້ສົ່ງພຣະບຸດເຂົ້າມາໃນໂລກເພື່ອຈະລົງໂທດໂລກນີ້, ແຕ່ເພື່ອ­ໂລກໃຫ້ລອດໂດຍຜ່ານທາງພຣະອົງ.
\v 18 ຄົນທີ່ເຊື່ອໃນພຣະອົງຈະບໍ່ຖືກຕັດສິນໂທດ, ແຕ່ຄົນທີ່ບໍ່ເຊື່ອໃນພຣະອົງກໍໄດ້ຖືກຕັດສີນລົງ­ໂທດແລ້ວ, ເພາະວ່າເຂົາບໍ່ເຊື່ອພຣະນາມພຣະ­ບຸດອົງດຽວຂອງພຣະ­ເຈົ້າ.
\s5
\v 19 ນີ້ຄືສາເຫດຂອງການພິພາກສາຄື: ­ຄວາມສະ­ຫວ່າງໄດ້ເຂົ້າມາໃນໂລກນີ້, ແລະມະ­ນຸດນັ້ນຮັກຄວາມມືດແທນທີ່ຈະຮັກຄວາມສະ­ຫວ່າງ ເພາະວ່າ­ການກະທຳຂອງເຂົານັ້ນຊົ່ວຮ້າຍ.
\v 20 ເພາະທຸກຄົນທີ່ເຮັດການຊົ່ວກໍຊັງຄວາມສະ­ຫວ່າງ ແລະບໍ່ມາເຖິງຄວາມສະ­ຫວ່າງ, ເພື່ອຄວາມຊົ່ວຂອງເຂົາຈະບໍ່ຖືກເປີດ­ເຜີຍ.
\v 21 ແຕ່ສຳລັບ­ຄົນເຫລົ່ານັ້ນທີ່ປະພຶດຕາມຄວາມຈິງກໍຈະມາເຖິງຄວາມສະ­ຫວ່າງ ເພື່ອທີ່­ການກະທຳຂອງເຂົາທີ່ຈະໄດ້ສຳເລັດໃນພຣະເຈົ້າຈະໄດ້ປະ­ກົດ."
\s5
\v 22 ຫລັງຈາກນີ້, ພຣະ­ເຢຊູແລະພວກສາ­ວົກໄດ້ໄປຍັງແຂວງຢູດາຍ. ທີ່ນັ້ນພຣະ­ອົງໃຊ້ເວລາກັບພວກສາວົກແລະໃຫ້ຮັບບັບ­ຕິສະ­ມາແກ່ພວກເຂົາ.
\v 23 ໃນຂະນະນັ້ນໂຢ­ຮັນກໍໃຫ້ຮັບບັບ­ຕິສະມາຢູ່ທີ່ບ້ານໄອ­ໂນນ ໃກ້ບ້ານຊາ­ລາ­ອິມ ເພາະທີ່ນັ້ນມີນ້ຳຫລາຍກວ່າ. ຜູ້ຄົນໄດ້ມາຫາເພິ່ນແລະຮັບບັບ­ຕິ­ສະ­ມາ,
\v 24 ເພາະໃນຕອນນັ້ນໂຢ­ຮັນຍັງບໍ່ໄດ້ຖືກຄັງຄຸກ.
\s5
\v 25 ເກີດການໂຕ້ແຍ້ງກັນຂຶ້ນລະ­ຫວ່າງສາວົກບາງຄົນຂອງໂຢຮັນແລະຄົນຢິວດ້ວຍເລື່ອງພິທີຊຳ­ຣະລ້າງ.
\v 26 ພວກເຂົາໄປຫາໂຢຮັນແລະເວົ້າກັບທ່ານວ່າ, “ຮັບບີ, ຄົນນັ້ນທີ່ເຄີຍຢູ່ກັບທ່ານອີກຟາກຂອງແມ່­ນ້ຳຢໍ­ແດນ, ຄົນທີ່ທ່ານມາເພື່ອເປັນພະຍານ, ເຂົາກຳ­ລັງໃຫ້ຮັບບັບ­ຕິ­ສະ­ມາ, ແລະຄົນທັງຫມົດກໍກຳລັງໄປທີ່ນັ້ນ.”
\s5
\v 27 ໂຢ­ຮັນຕອບວ່າ, “ມະ­ນຸດບໍ່ສາມາດຮັບສິ່ງໃດໄດ້ ນອກຈາກສິ່ງນັ້ນຖືກມອບແກ່ເຂົາຈາກສະ­ຫວັນ.
\v 28 ທ່ານເອງກໍສາມາດເປັນພະ­ຍານເຖິງສິ່ງທີ່ເຮົາໄດ້ກ່າວວ່າ ‘ຂ້າພຣະເຈົ້າບໍ່ແມ່ນພຣະ­ຄຣິດ,' ແຕ່ 'ຂ້າພຣະເຈົ້າໄດ້ຖືກສົ່ງມາກ່ອນທ່ານຜູ້ນັ້ນ.
\s5
\v 29 ເຈົ້າສາວເປັນຂອງເຈົ້າບ່າວສັນໃດ. ຂະນະນີ້ສະຫາຍຂອງເຈົ້າບ່າວທີ່ຢືນຢູ່ ແລະໄດ້ຍິນສຽງຂອງເຈົ້າບ່າວ ກໍຊື່ນຊົມຍິນດີຢ່າງຍິ່ງ ເພາະສຽງຂອງເຈົ້າບ່າວ ແລະຄວາມຊື່ນຊົມຍິນ­ດີຂອງຂ້າພຣະເຈົ້າກໍຄົບຖ້ວນແລ້ວ.
\v 30 ພຣະ­ອົງຈະຕ້ອງສຳຄັນຫລາຍຂື້ນ, ແຕ່ຂ້າພຣະເຈົ້າຈະສຳຄັນຫນ້ອຍລົງ.”
\s5
\v 31 ພຣະ­ອົງຜູ້ມາຈາກເບື້ອງເທິງຊົງຢູ່ເຫນືອສິ່ງອື່ນໃດ. ຜູ້ທີ່ມາຈາກໂລກກໍຢູ່ຝ່າຍໂລກ ແລະກ່າວກ່ຽວກັບຝ່າຍໂລກ ພຣະ­ອົງຜູ້ຊົງມາຈາກສະ­ຫວັນ ກໍຢູ່ເຫນືອທຸກສິ່ງອື່ນໃດ.
\v 32 ພຣະ­ອົງຊົງເປັນພະຍານເຖິງສິ່ງທີ່ພຣະອົງໄດ້ເຫັນ ແລະໄດ້ຍິນ, ແຕ່ບໍ່ມີໃຜຍອມຮັບຄຳພະ­ຍານຂອງພຣະ­ອົງ.
\v 33 ແຕ່ຄົນທີ່ຍອມຮັບຄຳພະຍານຂອງພຣະ­ອົງກໍໄດ້ຢືນຢັນແລ້ວວ່າພຣະ­ເຈົ້າຊົງເປັນຈິງ.
\s5
\v 34 ເພາະຜູ້ທີ່ພຣະ­ເຈົ້າໄດ້ສົ່ງມານັ້ນກໍກ່າວພຣະ­ທັມຂອງພຣະເຈົ້າ. ເພາະພຣະອົງບໍ່ໄດ້ຮັບພຣະ­ວິນ­ຍານຢ່າງຈຳ­ກັດ.
\v 35 ພຣະ­ບິ­ດາຊົງຮັກພຣະ­ບຸດແລະໄດ້ມອບທຸກຢ່າງໄວ້ໃນພຣະ­ຫັດຂອງພຣະ­ອົງ.
\v 36 ຄົນທີ່ເຊື່ອໃນພຣະ­ບຸດກໍໄດ້ຮັບຊີ­ວິດອັນຕະຫລອດໄປເປັນ­ນິດ, ແຕ່ສຳລັບຜູ້ທີ່ບໍ່ເຊື່ອຟັງພຣະ­ບຸດນັ້ນຈະບໍ່ໄດ້ເຫັນຊີ­ວິດ, ແຕ່ພຣະ­ພິ­ໂຣດຂອງພຣະ­ເຈົ້າຈະຕົກຢູ່ກັບເຂົາ."
\s5
\c 4
\cl ບົດທີ 4
\p
\v 1 ເມື່ອພຣະ­ເຢຊູຮູ້ວ່າພວກຟາ­ຣີ­ຊາຍໄດ້ຍິນວ່າ ພຣະ­ອົງມີຄົນຕິດຕາມ ແລະຮັບບັບ­ຕິ­ສະ­ມາຫລາຍກວ່າໂຢ­ຮັນ,
\v 2 (ພຣະເຢຊູບໍ່ໄດ້ຊົງໃຫ້ບັບ­ຕິ­ສະ­ມາເອງ ແຕ່ພວກສາ­ວົກຂອງພຣະອົງເປັນຜູ້ໃຫ້),
\v 3 ພຣະ­ອົງຈຶ່ງອອກຈາກແຂວງຢູ­ດາຍແລະກັບໄປຍັງແຂວງຄາ­ລີ­ເລອີກ.
\s5
\v 4 ພຣະ­ອົງຈຳເປັນຕ້ອງເດີນທາງຜ່ານແຂວງຊາ­ມາ­ເຣັຽ.
\v 5 ເມື່ອພຣະ­ອົງໄດ້ສະ­ເດັດໄປເຖິງເມືອງຫນຶ່ງຂອງແຂວງຊາ­ມາ­ເຣັຽຊື່ເມືອງ ຊີ­ຂາ, ຢູ່ໃກ້ກັບທີ່ດິນຊຶ່ງຢາ­ໂຄບມອບໃຫ້ໂຢ­ເຊັບລູກຊາຍຂອງຕົນ.
\s5
\v 6 ທີ່ນັ້ນມີນ້ຳ­ສ້າງຂອງຢາ­ໂຄບ. ພຣະ­ເຢຊູເມື່ອຍກັບການເດີນ­ທາງ ຈຶ່ງນັ່ງພັກທີ່ຂ້າງນ້ຳ­ສ້າງນັ້ນ. ຕອນນັ້ນເປັນເວ­ລາທ່ຽງ.
\v 7 ຍິງຊາວຊາ­ມາ­ເຣັຽຄົນຫນຶ່ງໄດ້ມາຕັກນ້ຳ, ແລະພຣະເຢຊູກ່າວກັບນາງວ່າ, “ເຮົາຂໍນໍ້າໃຫ້ເຮົາດື່ມແດ່ໄດ້ບໍ.”
\v 8 ຂະນະນັ້ນພວກສາ­ວົກຂອງພຣະ­ອົງເຂົ້າໄປໃນເມືອງເພື່ອຊື້ອາຫານ.
\s5
\v 9 ຍິງຊາວຊາ­ມາ­ເຣັຽທູນພຣະ­ອົງວ່າ, “ດ້ວຍເຫດໃດທ່ານຜູ້ເປັນຄົນຢິວ, ມາຂໍດື່ມ­ນ້ຳນຳຂ້າ­ນ້ອຍຜູ້ເປັນຊາວຊາ­ມາເຣັຽ?” ເພາະຄົນຢິວມັກບໍ່ຍຸ່ງກ່ຽວໃດໆກັບຄົນຊາ­ມາ­ເຣັຽ.
\v 10 ພຣະເຢຊູຊົງຕອບນາງນັ້ນວ່າ, “ຖ້າເຈົ້າໄດ້ຮູ້­ຈັກຂອງປຣະ­ທານຂອງພຣະ­ເຈົ້າແລະຜູ້ທີ່ກຳ­ລັງເວົ້າກັບເຈົ້າວ່າ ‘ຂໍນ້ຳໃຫ້ເຮົາດື່ມ’ ເຈົ້າຄົງຈະຂໍຈາກທ່ານຜູ້ນັ້ນ, ແລະທ່ານຄົງຈະມອບນ້ຳແຫ່ງຊີ­ວິດນັ້ນແກ່ເຈົ້າ.”
\s5
\v 11 ຍິງນັ້ນຕອບພຣະ­ອົງວ່າ, “ນາຍເອີຍ, ນາຍບໍ່ມີຄຸທີ່ຈະຕັກນໍ້າແລະນ້ຳ­ສ້າງນີ້ກໍເລິກ. ແລ້ວນາຍຈະຫານ້ຳແຫ່ງຊີ­ວິດນັ້ນມາແຕ່ໃສ?
\v 12 ນາຍບໍ່ໄດ້ຍິ່ງໃຫຍ່ກວ່າຢາ­ໂຄບບັນ­ພະ­ບຸ­ຣຸດຂອງເຮົາ, ຜູ້ໄດ້ໃຫ້ນ້ຳ­ສ້າງນີ້ແກ່ເຮົາແລະດື່ມ, ທັງຕົວທ່ານເອງ ທັງບັນດາລູກແລະຝູງສັດ.”
\s5
\v 13 ພຣະ­ເຢຊູຕອບຍິງນັ້ນວ່າ, “ທຸກຄົນທີ່ດື່ມນ້ຳຈາກບໍ່ນີ້ກໍຍັງຈະກະຫາຍນ້ຳອີກຄັ້ງ.
\v 14 ແຕ່ໃຜກໍຕາມທີ່ດື່ມນ້ຳທີ່ເຮົາມອບໃຫ້, ເຂົາຈະບໍ່ກະຫາຍຫີວອີກເລີຍ, ເພາະນ້ຳຊຶ່ງເຮົາຈະໃຫ້ແກ່ເຂົານັ້ນຈະກາຍເປັນນ້ຳ­ພຸໃນຕົວເຂົາ, ພຸ່ງຂຶ້ນເຖິງຊີ­ວິດອັນຕະຫລອດໄປເປັນ­ນິດ.”
\s5
\v 15 ຍິງນັ້ນທູນພຣະ­ອົງວ່າ, “ນາຍເອີຍ, ຂໍນ້ຳນັ້ນໃຫ້ຂ້ານ້ອຍເພື່ອຂ້າ­ນ້ອຍຈະບໍ່ກະຫາຍແລະບໍ່ຕ້ອງມາຕັກທີ່ບໍ່ນີ້ອີກ.”
\v 16 ພຣະເຢຊູບອກກັບຍິງນັ້ນວ່າ, “ຈົ່ງໄປເອີ້ນຜົວຂອງເຈົ້າແລະກັບມາທີ່ນີ້ອີກ.”
\s5
\v 17 ຍິງນັ້ນຕອບວ່າ, “ຂ້າ­ນ້ອຍບໍ່ມີຜົວ” ພຣະ­ເຢຊູຕອບວ່າ, “ຖືກແລ້ວທີ່ເຈົ້າບອກວ່າ 'ຂ້ານ້ອຍບໍ່ມີຜົວ'.
\v 18 ເພາະເຈົ້າໄດ້ມີຜົວມາຫ້າຄົນແລ້ວ, ແລະຄົນທີ່ເຈົ້າມີຕອນ­ນີ້ກໍບໍ່ແມ່ນຜົວຂອງເຈົ້າ. ທີ່ເຈົ້າເວົ້ານັ້ນເປັນ­ຄວາມຈິງ.”
\s5
\v 19 ຍິງນັ້ນທູນພຣະ­ອົງວ່າ, “ນາຍເອີຍ, ຂ້າ­ນ້ອຍເຫັນແລ້ວວ່າ ທ່ານເປັນຜູ້ທຳ­ນວາຍ.
\v 20 ບັນ­ພະ­ບຸ­ຣຸດຂອງພວກຂ້ານ້ອຍເຄີຍນະ­ມັດ­ສະ­ການເທິງພູນີ້, ແຕ່ພວກທ່ານບອກວ່າເຢ­ຣູຊາເລັມ ຄືສະຖານ­ທີ່ທີ່ຄົນຈະໄປນະ­ມັດ­ສະ­ການ.”
\s5
\v 21 ພຣະ­ເຢຊູກ່າວກັບນາງວ່າ, “ຈົ່ງເຊື່ອເຮົາເທາະ, ຍິງເອີຍ, ເວລານັ້ນມາເຖິງ ເມື່ອເຈົ້າຈະນະ­ມັດ­ສະ­ການພຣະບິດາບໍ່ໄດ້ໃນທີ່ພູນີ້ ຫລື ທີ່ກຸງເຢ­ຣູ­ຊາ­ເລັມ.
\v 22 ເຈົ້ານະ­ມັດ­ສະ­ການໃນສິ່ງທີ່ເຈົ້າບໍ່ຮູ້ຈັກ. ເຮົານະ­ມັດ­ສະ­ການສິ່ງທີ່ເຮົາຮູ້­ຈັກ, ເພາະຄວາມລອດພົ້ນນັ້ນມາຈາກຄົນຢິວ.
\s5
\v 23 ແຕ່ຊົ່ວໂມງນັ້ນໃກ້ເຂົ້າມາແລ້ວ, ແລະຕອນນີ້ກໍມາເຖິງແລ້ວ, ເມື່ອຜູ້ທີ່ນະ­ມັດ­ສະ­ການທີ່ແທ້ຈິງຈະນະ­ມັດ­ສະ­ການພຣະບິດາໃນວິນຍານແລະໃນຄວາມຈິງ, ເພາະພຣະ­ບິ­ດາຊົງສະແຫວງຫາຄົນແບບນັ້ນທີ່ຈະນະ­ມັດ­ສະ­ການພຣະ­ອົງ.
\v 24 ພຣະເຈົ້າເປັນພຣະ­ວິນ­ຍານແລະຜູ້ທີ່ນະ­ມັດ­ສະ­ການພຣະ­ອົງຕ້ອງນະມັດ­ສະ­ການໃນວິນຍານແລະໃນຄວາມຈິງ.”
\s5
\v 25 ຍິງນັ້ນທູນພຣະ­ອົງວ່າ, “ຂ້າ­ນ້ອຍຮູ້ວ່າພຣະ­ເມ­ຊີ­ອາ ກຳລັງສະເດັດມາ (ຜູ້ທີ່ເອີ້ນວ່າພຣະ­ຄຣິດ). ເມື່ອພຣະ­ອົງສ­ເດັດມາ, ພຣະ­ອົງຈະອະທິບາຍທຸກສິ່ງແກ່ພວກເຮົາ.”
\v 26 ພຣະເຢຊູກ່າວກັບນາງວ່າ, “ເຮົາຜູ້ທີ່ເວົ້າກັບເຈົ້າຢູ່ຕອນນີ້, ຄືຜູ້ນັ້ນ.”
\s5
\v 27 ເມື່ອພວກສາ­ວົກຂອງພຣະ­ອົງໄດ້ກັບມາ, ພວກເຂົາຕ່າງປະຫລາດໃຈວ່າເປັນຫຍັງພຣະ­ອົງຈຶ່ງສົນ­ທະ­ນາກັບຜູ້­ຍິງ, ແຕ່ບໍ່ມີໃຜຖາມວ່າ, “ພຣະອົງຕ້ອງການອັນໃດ?” ຫລື “ເຫດໃດພຣະອົງຈຶ່ງສົນ­ທະ­ນາກັບນາງ?”
\s5
\v 28 ແລ້ວຍິງນັ້ນກໍປະຫມໍ້ນ້ຳ­ຂອງນາງໄວ້ ແລ້ວກັບໄປໃນເມືອງ, ແລະ ບອກຄົນທັງປວງວ່າ,
\v 29 “ຈົ່ງມາ, ມາເບິ່ງຊາຍຜູ້ຫນຶ່ງທີ່ບອກຂ້ອຍທຸກຢ່າງທີ່ຂ້ອຍເຄີຍເຮັດ. ພຣະອົງເປັນພຣະຄຣິດຫລືບໍ?”
\v 30 ພວກເຂົາກໍອອກຈາກເມືອງໄປຫາພຣະ­ອົງ.
\s5
\v 31 ໃນລະ­ຫວ່າງນັ້ນ, ພວກສາ­ວົກກໍຊວນພຣະອົງ ເວົ້າວ່າ, “ຣັບບີ, ເຊີນຮັບປະ­ທານອາ­ຫານ.”
\v 32 ແຕ່ພຣະ­ອົງຕອບກັບພວກເຂົາວ່າ, “ເຮົາມີອາ­ຫານທີ່ເຮົາກິນທີ່ພວກທ່ານບໍ່ຮູ້ຈັກ.”
\v 33 ແລ້ວພວກສາວົກ­ກໍເວົ້າກັນວ່າ, “ຍັງບໍ່ມີໃຜເອົາອາຫານມາໃຫ້ພຣະອົງແມ່ນບໍ?”
\s5
\v 34 ພຣະ­ເຢຊູກ່າວກັບພວກເຂົາວ່າ, “ອາ­ຫານຂອງເຮົາຄືເຮົາຈະເຮັດຕາມພຣະ­ທັຍຂອງຜູ້ທີ່ສົ່ງເຮົາມາ ແລະ ເຮັດງານຂອງພຣະ­ອົງຜູ້ນັ້ນສຳ­ເລັດ.
\v 35 ທ່ານເວົ້າວ່າ 'ອີກຕັ້ງສີ່ເດືອນ ກວ່າຈະຮອດເວລາເກັບກ່ຽວ? ເຮົາບອກສິ່ງນີ້ກັບທ່ານວ່າ, ຈົ່ງເງີຍໜ້າເບິ່ງທົ່ງນາເຫລົ່ານັ້ນ, ພວກມັນພ້ອມທີ່ຈະຖືກເກັບກ່ຽວແລ້ວ!
\v 36 ຜູ້ທີ່ກຳ­ລັງເກັບ­ກ່ຽວກໍໄດ້ຮັບຄ່າຈ້າງ ແລະຮີບໂຮມຜົນສຳລັບຊີ­ວິດອັນຕະ­ຫລອດໄປເປັນ­ນິດ, ເພື່ອຜູ້ທີ່ຫວ່ານແລະຜູ້ເກັບກ່ຽວຈະໄດ້ຊົມ­ຊື່ນຍິນ­ດີຮ່ວມກັນ.
\s5
\v 37 ເພາະມີຄຳກ່າວໄວ້ໃນນີ້ວ່າ ‘ຄົນຫນຶ່ງຫວ່ານແລະອີກຄົນຫນຶ່ງກ່ຽວ’ ກໍເປັນຈິງ.
\v 38 ເຮົາສົ່ງທ່ານໄປເກັບກ່ຽວສິ່ງທີ່ທ່ານບໍ່ໄດ້ຫວ່ານ. ຄົນອື່ນໄດ້ເຮັດງານນັ້ນ, ແລະທ່ານກໍໄດ້ເຂົ້າມາຮ່ວມແຮງກັບຂອງພວກເຂົາ.”
\s5
\v 39 ມີຊາວຊາ­ມາ­ເຣັຽຫລາຍຄົນໃນເມືອງນັ້ນເຊື່ອໃນພຣະອົງ ເພາະວ່າສິ່ງທີ່ຍິງຜູ້ນັ້ນໄດ້ເປັນພະ­ຍານຢືນຢັນນວ່າ, “ທ່ານບອກຂ້ອຍເຖິງທຸກສິ່ງທີ່ຂ້ອຍໄດ້ເຮັດ.”
\v 40 ເມື່ອຊາວຊາ­ມາເຣັຽ ມາຫາພຣະ­ອົງ, ພວກເຂົາຂໍໃຫ້ພຣະ­ອົງພັກຢູ່ກັບພວກເຂົາ, ແລະພຣະອົງຈິ່ງພັກຢູ່ທີ່ນັ້ນສອງວັນ.
\s5
\v 41 ມີຄົນອື່ນອີກຫລວງ­ຫລາຍມາເຊື່ອດ້ວຍພຣະທັມຂອງພຣະ­ອົງ.
\v 42 ພວກເຂົາກ່າວກັບຍິງນັ້ນວ່າ, “ເຮົາບໍ່ໄດ້ເຊື່ອເພາະສິ່ງທີ່ເຈົ້າເວົ້າອີກຕໍ່ໄປ, ເພາະພວກເຮົາໄດ້ຍິນ, ແລະພວກເຮົາຮູ້ວ່າແທ້ຈິງແລ້ວທ່ານຜູ້ນີ້ຄືພຣະ­ຜູ້ຊ່ວຍໃຫ້ລອດຂອງ­ໂລກນີ້.”
\s5
\v 43 ຫລັງຈາກນັ້ນສອງສາມມື້, ພຣະອົງສະ­ເດັດອອກຈາກທີ່ນັ້ນໄປຍັງແຂວງຄາ­ລີ­ເລ.
\v 44 ເພາະພຣະ­ເຢຊູໄດ້ປະກາດເອງວ່າຜູ້ປະກາດພຣະ­ທັມບໍ່ໄດ້ຮັບກຽດໃນບ້ານເກີດຂອງຕົນເອງ.
\v 45 ເມື່ອພຣະ­ອົງມາເຖິງແຂວງຄາ­ລີ­ເລ, ຊາວຄາ­ລີ­ເລໄດ້ຕ້ອນ­ຮັບພຣະ­ອົງ. ພວກເຂົາໄດ້ເຫັນສິ່ງສາ­ຣະ­ພັດທີ່ພຣະ­ອົງຊົງກະ­ທຳໃນເທ­ສະ­ການໃນເຢ­ຣູ­ຊາ­ເລັມ, ເພາະພວກເຂົາກໍໄປໃນເທສະການເໝືອນກັນ.
\s5
\v 46 ແລ້ວພຣະ­ອົງໄດ້ສະ­ເດັດກັບມາທີ່ບ້ານກາ­ນາ ແຂວງຄາລີເລອີກຄັ້ງ, ບ່ອນທີ່ພຣະ­ອົງໄດ້ປ່ຽນນ້ຳໃຫ້ກາຍ­ເປັນເຫລົ້າແວງນັ້ນ. ທີ່ນັ້ນມີເສ­ນາບໍ­ດີຄົນຫນຶ່ງ ຊຶ່ງລູກຊາຍຂອງທ່ານກໍາລັງປ່ວຍຢູ່ທີ່ເມືອງກາ­ເປ­ນາ­ອູມ.
\v 47 ເມື່ອທ່ານໄດ້ຍິນຂ່າວວ່າພຣະ­ເຢຊູໄດ້ສະເດັດຈາກແຂວງຢູ­ດາຍມາເຖິງແຂວງຄາ­ລີເລ, ທ່ານໄດ້ໄປຫາພຣະ­ເຢຊູແລະຂໍໃຫ້ພຣະອົງໄປໂຜດຮັກສາລູກຂອງຕົນທີ່ກຳລັງຈະຕາຍ.
\s5
\v 48 ແລ້ວພຣະ­ເຢຊູຈິ່ງບອກກັບເພິ່ນວ່າ, “ຈົນກວ່າທ່ານຈະໄດ້ເຫັນຫມາຍສຳ­ຄັນແລະການອັດ­ສະ­ຈັນ ທ່ານຈະບໍ່ເຊື່ອ.”
\v 49 “ນາຍເອີຍ, ຂໍເຊີນໄປກ່ອນທີ່ລູກຂ້າ­ນ້ອຍຈະຕາຍ.”
\v 50 ພຣະເຢຊູບອກກັບທ່ານວ່າ, “ຈົ່ງໄປເຖີດ ລູກຂອງທ່ານຈະເຊົາດີ” ຊາຍຄົນນັ້ນເຊື່ອພຣະ­ທັມທີ່ພຣະ­ເຢຊູຊົງກ່າວແກ່ເພິ່ນ, ເພິ່ນຈິ່ງກັບໄປ.
\s5
\v 51 ໃນຂະ­ນະທີ່ທ່ານກຳ­ລັງໄປ, ຄົນໃຊ້ຂອງເພິ່ນກໍມາຕ້ອນຮັບ, ແລ້ວບອກວ່າລູກຂອງທ່ານມີຊີ­ວິດຢູ່.
\v 52 ເພິ່ນຈຶ່ງຖາມຄົນໃຊ້ວ່າ ເປັນເວ­ລາໃດທີ່ລູກຊາຍຂອງເພິ່ນເຊົາປ່ວຍ. ພວກເຂົາຕອບວ່າ, “ມື້ວານນີ້ເວ­ລາປະມານບ່າຍໂມງທີ່ລາວເຊົາໄຂ້.”
\s5
\v 53 ແລ້ວບິ­ດາຂອງເດັກຄົນນັ້ນກໍ່ນຶກໄດ້ວ່າເປັນຊ່ວງເວລາທີ່ພຣະ­ເຢຊູກ່າວກັບຕົນວ່າ, “ລູກຂອງທ່ານຈະມີຊີວິດຢູ່.” ທ່ານເອງແລະຄົນໃນຄອບຄົວຂອງທ່ານຕ່າງກໍຮັບເຊື່ອ.
\v 54 ນີ້ເປັນຫມາຍສຳ­ຄັນທີສອງທີ່ພຣະ­ເຢຊູໄດ້ເຮັດ ຂະນະທີ່ພຣະ­ອົງສະເດັດອອກຈາກແຂວງຢູ­ດາຍໄປຍັງແຂວງຄາ­ລີ­ເລ.
\s5
\c 5
\cl ບົດທີ 5
\p
\v 1 ຫລັງຈາກນັ້ນກໍມີງານເທ­ສະ­ການຂອງຄົນຢິວ, ພຣະ­ເຢຊູຈິ່ງສະ­ເດັດໄປຍັງນະຄອນເຢ­ຣູ­ຊາ­ເລັມ.
\v 2 ຂະນະນັ້ນໃກ້ໆ ກັບປະ­ຕູແກະມີສະນ້ຳແຫ່ງຫນຶ່ງ ໃນພາ­ສາເຮັບ­ເຣີເອີ້ນວ່າ ເບັດ­ສາທາ, ມີສາ­ລາອ້ອມຢູ່ຫ້າຫລັງ.
\v 3 ໃນສາ­ລາເຫລົ່າ­ນັ້ນມີຄົນປ່ວຍເປັນຈຳ­ນວນຫລາຍຄືຄົນຕາ­ບອດ, ຄົນຂາເສັ້ງ, ແລະຄົນອົງ­ຄະລີບນອນຢູ່ [ຄອຍຖ້ານ້ຳເຟືອນ.
\v 4 ດ້ວຍວ່າມີເທ­ວະ­ດາຄົນຫນຶ່ງຂອງພຣະ­ຜູ້­ເປັນ­ເຈົ້າລົງມາກວນນ້ຳສະ­ນັ້ນເປັນຍາມ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພະ­ຍາດທີ່ຕົນເປັນຢູ່ນັ້ນ].
\s5
\v 5 ມີຊາຍຄົນຫນຶ່ງທີ່ຢູ່ນັ້ນ ລາວນອນປ່ວຍໄດ້ສາມສິບແປດປີມາແລ້ວ.
\v 6 ເມື່ອພຣະ­ເຢຊູເຫັນຄົນນັ້ນນອນຢູ່ ແລະຫລັງຈາກທີ່ພຣະອົງຮູ້ວ່າລາວເປັນຢູ່ຢ່າງນັ້ນເຫິງແລ້ວ ພຣະ­ອົງກ່າວກັບລາວວ່າ, “ທ່ານຢາກຫາຍດີບໍ?”
\s5
\v 7 ຊາຍປ່ວຍຄົນນັ້ນຕອບວ່າ, “ນາຍເຈົ້າເອີຍ, ບໍ່ມີໃຜຈະເອົາຂ້ານ້ອຍວາງລົງໄປໃນສະເມື່ອນ້ຳນັ້ນເຟືອນຂຶ້ນ. ເມື່ອຂ້າ­ນ້ອຍຈະລົງໄປ ກໍມີຄົນອື່ນລົງໄປກ່ອນຂ້ານ້ອຍ.”
\v 8 ພຣະ­ເຢຊູບອກລາວວ່າ, “ຈົ່ງລຸກ­ຂຶ້ນ, ຍົກເອົາບ່ອນນອນ, ແລະຍ່າງໄປເຖີດ.”
\s5
\v 9 ໃນທັນ­ໃດນັ້ນຊາຍຄົນນັ້ນກໍເຊົາປ່ວຍ, ລາວລຸກຂື້ນແລະຍົກເອົາບ່ອນນອນຂອງຕົນແລະຍ່າງໄປ. ວັນນັ້ນເປັນສະບາໂຕ.
\s5
\v 10 ພວກຢິວຈຶ່ງເວົ້າກັບຄົນທີ່ເຊົາປ່ວຍນັ້ນວ່າ, “ວັນນີ້ເປັນວັນສະ­ບາ­ໂຕ ຫ້າມບໍ່ໃຫ້ເຈົ້າແບກບ່ອນນອນຂອງເຈົ້າ.”
\v 11 ລາວຕອບວ່າ, “ແຕ່ຊາຍຄົນທີ່ຮັກສາຂ້າ­ນ້ອຍບອກຂ້າ­ນ້ອຍ, ‘ລຸກຂື້ນແລະແບກບ່ອນນອນແລະຍ່າງໄປ’.”
\s5
\v 12 ພວກເຂົາຖາມຊາຍຄົນນັ້ນວ່າ, “ຊາຍຄົນນັ້ນທີ່ບອກເຈົ້າວ່າ, ‘ຈົ່ງແບກບ່ອນນອນແລະຍ່າງໄປແມ່ໃຜ?”
\v 13 ຢ່າງໃດກໍຕາມ ຄົນທີ່ໄດ້ດີພະ­ຍາດນັ້ນ ບໍ່ຮູ້ວ່າແມ່ນໃຜທີ່ຮັກສາເຂົາ ເພາະວ່າພຣະ­ເຢຊູໄດ້ຫລົບໄປແລ້ວ, ເພາະ­ທີ່ນັ້ນມີຄົນຊຸມນຸມຢູ່ຫລາຍ.
\s5
\v 14 ­ຫລັງຈາກນັ້ນ, ພຣະ­ເຢຊູໄດ້ພົບຄົນນັ້ນທີ່ພຣະວິຫານແລະເວົ້າກັບລາວວ່າ, “ເບິ່ງແມ, ເຈົ້າເຊົາປ່ວຍແລ້ວ! ຢ່າເຮັດບາບອີກ, ເພື່ອວ່າສິ່ງຊົ່ວຮ້າຍຈະໄດ້ບໍ່ເກີດແກ່ທ່ານ.”
\v 15 ຊາຍຜູ້ນັ້ນຈາກທີ່ນັ້ນໄປແລະໄປລາຍງານແກ່ພວກຢິວວ່າ ຜູ້ທີ່ຮັກສາຕົວເຂົາຄືພຣະ­ເຢຊູ.
\s5
\v 16 ດ້ວຍເຫດນີ້ ພວກຢິວຈຶ່ງຂົ່ມ­ເຫັງພຣະ­ເຢຊູ, ເພາະວ່າພຣະອົງຊົງເຮັດການນີ້ໃນວັນສະ­ບາ­ໂຕ.
\v 17 ພຣະເຢຊູຕອບພວກເຂົາວ່າ, “ໃນຂະນະນີ້ ພຣະ­ບິ­ດາຂອງເຮົາກຳລັງ­ເຮັດພາຣະກິດຢູ່, ແລະເຮົາເອງກໍເຮັດຢູ່ເຫມືອນກັນ.”
\v 18 ເຫດສັນ­ນັ້ນ, ພວກຢິວຈິ່ງຫາທາງທີ່ຈະຂ້າພຣະ­ອົງ ເພາະນອກຈາກພຣະ­ອົງຈະທຳລາຍກົດວັນສະ­ບາ­ໂຕແລ້ວ, ພຣະອົງຍັງເອີ້ນພຣະເຈົ້າວ່າເປັນພຣະບິດາຂອງຕົນເອງ, ຊຶ່ງເປັນການເຮັດຕົນສະ­ເໝີພຣະ­ເຈົ້າ.
\s5
\v 19 ພຣະ­ເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ພຣະ­ບຸດຈະບໍ່­ເຮັດສິ່ງໃດດ້ວຍຕົນເອງ ນອກ­ຈາກສິ່ງທີ່ໄດ້ເຫັນພຣະ­ບິ­ດາ­ເຮັດ, ບໍ່ວ່າພຣະ­ບິ­ດາກຳລັງເຮັດສິ່ງໃດ, ພຣະບຸດກໍເຮັດສິ່ງເຫລົ່ານັ້ນດ້ວຍ.
\v 20 ເພາະ­ວ່າພຣະບິດາຊົງຮັກພຣະ­ບຸດແລະສຳ­ແດງທຸກສິ່ງທີ່ພຣະ­ອົງເຮັດໃຫ້ພຣະ­ບຸດເຫັນ, ແລະພຣະບິດາຈະຊົງສຳ­ແດງສິ່ງທີ່ຍິ່ງໃຫຍ່ກວ່ານີ້ແກ່ພຣະບຸດ ເພື່ອທີ່ທ່ານທັງ­ຫລາຍຈະໄດ້ອັດ­ສະ­ຈັນໃຈ.
\s5
\v 21 ເພາະພຣະ­ບິ­ດາຊົງບັນ­ດານໃຫ້ຄົນຕາຍເປັນຄືນແລະໃຫ້ຊີວິດແກ່ພວກເຂົາສັນ­ໃດ, ພຣະ­ບຸດກໍໃຫ້ຊີວິດແກ່ຜູ້ທີ່ພຣະອົງປາຖນາສັນ­ນັ້ນ.
\v 22 ດ້ວຍ­ວ່າພຣະ­ບິ­ດາບໍ່ໄດ້ພິ­ພາກ­ສາຜູ້ໃດ, ແຕ່ໄດ້ມອບການພິ­ພາກ­ສາທັງໝົດນັ້ນໄວ້ແກ່ພຣະ­ບຸດ,
\v 23 ເພື່ອທຸກຄົນຈະໄດ້ໃຫ້ກຽດແດ່ພຣະ­ບຸດນັ້ນ ເໝືອນຢ່າງທີ່ພວກເຂົາໃຫ້ກຽດພຣະ­ບິ­ດາ. ແຕ່ຜູ້ໃດບໍ່ຖວາຍກຽດແດ່ພຣະ­ບຸດ ກໍບໍ່ຖວາຍກຽດພຣະ­ບິ­ດາຜູ້ສົ່ງພຣະ­ບຸດມາດ້ວຍ.
\s5
\v 24 ເຮົາບອກຄວາມຈິງແກ່ທ່ານວ່າ, ຜູ້ໃດທີ່ຍິນຄຳຂອງເຮົາແລະເຊື່ອທ່ານຜູ້ນັ້ນທີ່ສົ່ງເຮົາມາມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແລະບໍ່ເຂົ້າໃນການລົງໂທດ, ແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີ­ວິດແລ້ວ.
\s5
\v 25 ເຮົາບອກຄວາມຈິງແກ່ທ່ານວ່າ, ເວ­ລານັ້ນໃກ້ຈະເຖິງ ແລະບັດນີ້ກໍມາເຖິງແລ້ວ ເມື່ອຄົນຕາຍໄດ້ຍິນສຽງແຫ່ງພຣະ­ບຸດຂອງພຣະ­ເຈົ້າ ແລະຄົນເຫລົ່ານັ້ນທີ່ໄດ້ຍິນຈະມີຊີວິດ.
\s5
\v 26 ເພາະ­ວ່າໃນພຣະ­ບິ­ດານັ້ນຊົງມີຊີວິດໃນພຣະ­ຊົນພຣະ­ອົງຢ່າງໃດ, ພຣະ­ອົງໄດ້ປຣະ­ທານຊີວິດນັ້ນແກ່ພຣະ­ບຸດ ເພື່ອໃຫ້ຊີວິດນັ້ນຢູ່ໃນພຣະບຸດຢ່າງນັ້ນ,
\v 27 ແລະພຣະບິດາໄດ້ໃຫ້ສິດອຳນາດແກ່ພຣະບຸດເພື່ອເຮັດການພິ­ພາກ­ສານັ້ນ ເພາະພຣະ­ອົງຊົງເປັນບຸດມະ­ນຸດ.
\s5
\v 28 ຢ່າປະ­ຫລາດໃຈໃນເລື່ອງນີ້, ເພາະເວ­ລານັ້ນຈະມາເຖິງ ເມື່ອທຸກຄົນທີ່­ຢູ່ໃນຂຸມຝັງສົບຈະໄດ້ຍິນ­ສຽງຂອງພຣະ­ອົງ,
\v 29 ແລະຈະອອກມາ: ສຳລັບຄົນເຫລົ່ານັ້ນທີ່ໄດ້ເຮັດການດີກໍຈະໄດ້ຟື້ນຄືນສູ່ຊີ­ວິດ, ແຕ່ຄົນທີ່ໄດ້ເຮັດຄວາມຊົ່ວຮ້າຍຈະຄືນສູ່ການພິພາກ­ສາລົງໂທດ.
\s5
\v 30 ເຮົາບໍ່ໄດ້ເຮັດດ້ວຍຕົວເຮົາເອງ. ເຮົາໄດ້ຍິນຢ່າງ­ໃດ, ເຮົາພິພາກ­ສາຕາມນັ້ນ ແລະການພິ­ພາກ­ສາຂອງເຮົາກໍຊອບທັມ ເພາະວ່າເຮົາບໍ່ໄດ້ເຮັດຕາມນ້ຳ­ໃຈຂອງເຮົາ ແຕ່ເຮົາເຮັດຕາມນ້ຳພຣະ­ທັຍຂອງຜູ້ຊົງໃຊ້ເຮົາມາ.
\v 31 ຫາກເຮົາເປັນພະ­ຍານໃຫ້ຕົວເຮົາເອງ, ຄຳພະ­ຍານຂອງເຮົານັ້ນກໍບໍ່ຈິງ.
\v 32 ຈະມີອີກຜູ້ໜຶ່ງທີ່ມາເພື່ອເປັນພະ­ຍານແກ່ເຮົາ, ແລະເຮົາຮູ້ວ່າຄຳພະ­ຍານທີ່ເພິ່ນໄດ້ເວົ້າເຖິງເຮົາກໍເປັນ­ຄວາມຈິງ.
\s5
\v 33 ພວກທ່ານໄດ້ສົ່ງຄົນໄປຫາໂຢ­ຮັນ, ແລະເພິ່ນໄດ້ຢືນຢັນຄວາມຈິງນີ້ແລ້ວ.
\v 34 ແຕ່ຄຳພະຍານທີ່ເຮົາໄດ້ຮັບນັ້ນບໍ່ໄດ້ມາຈາກມະນຸດ, ເຮົາກ່າວຢ່າງນີ້ເພື່ອທີ່ທ່ານຈະໄດ້ລອດ.
\v 35 ໂຢຮັນເປັນໂຄມທີ່ໄຕ້ໄວ້ແລະສ່ອງສະ­ຫວ່າງຢູ່, ແລະທ່ານເອງກໍໄດ້ຊື່ນຊົມຍິນດີໃນຄວາມສະ­ຫວ່າງນັ້ນຊົ່ວຂະ­ນະຫນຶ່ງ.
\s5
\v 36 ແຕ່ຄຳພະ­ຍານທີ່ເຮົາມີນັ້ນກໍຍິ່ງໃຫຍ່ກວ່າຄຳພະ­ຍານຂອງໂຢ­ຮັນ, ເພາະ­ການງານທີ່ພຣະ­ບິ­ດາໄດ້ມອບຫມາຍໃຫ້ເຮົາເຮັດໃຫ້ສຳ­ເລັດທຸກຢ່າງ, ທີ່ເຮົາໄດ້ເຮັດກໍໄດ້ເປັນພະຍານເຖິງເຮົາ, ແລະເປັນພະ­ຍານວ່າພຣະ­ບິ­ດາໄດ້ສົ່ງເຮົາມາ.
\v 37 ພຣະບິດາຜູ້ສົ່ງເຮົາມາໄດ້ເປັນພະ­ຍານໃຫ້ແກ່ເຮົາ, ພວກທ່ານເອງບໍ່ໄດ້ຍິນສຽງຫລືເຫັນພຣະອົງເລີຍ.
\v 38 ພວກທ່ານບໍ່ມີຄຳຂອງພຣະ­ອົງຢູ່ໃນຕົວຂອງພວກທ່ານ, ເພາະ­ພວກທ່ານບໍ່ໄດ້ເຊື່ອໃນທ່ານຜູ້ນັ້ນທີ່ຖືກສົ່ງມາ.
\s5
\v 39 ທ່ານຄົ້ນຫາໃນຂໍ້ພຣະ­ທັມຄຳພີ ເພາະທ່ານຄຶດວ່າໃນຂໍ້ພຣະ­ທັມຄຳພີນັ້ນມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ, ແລະຂໍ້ພຣະຄັມພີນີ້ກໍໄດ້ເປັນພະ­ຍານໃຫ້ແກ່ເຮົາ.
\v 40 ແລະທ່ານກໍບໍ່ຢາກມາຫາເຮົາເພື່ອທ່ານຈະໄດ້ມີຊີ­ວິດ.
\s5
\v 41 ເຮົາບໍ່ໄດ້ຮັບການສັນຣະເສີນຈາກມະ­ນຸດ.
\v 42 ແຕ່ເຮົາຮູ້ວ່າທ່ານບໍ່ມີຄວາມຮັກຂອງພຣະ­ເຈົ້າໃນຕົວທ່ານເອງ.
\s5
\v 43 ເຮົາໄດ້ມາໃນພຣະ­ນາມພຣະ­ບິ­ດາຂອງເຮົາ, ແຕ່ພວກທ່ານກໍບໍ່ໄດ້ຮັບເຮົາ. ຫາກມີອີກຄົນມາໃນນາມຂອງພວກເຂົາເອງ, ທ່ານຈະຮັບຜູ້ນັ້ນໄວ້.
\v 44 ທ່ານຈະເຊື່ອໄດ້ຢ່າງໃດ, ເພາະພວກທ່ານສັນຣະເສີນກັນເອງ, ແຕ່ບໍ່ໄດ້ສະ­ແຫວງ­ຫາການສັນຣະເສີນ ທີ່ມາຈາກພຣະ­­ເຈົ້າແຕ່ພຽງອົງດຽວ?
\s5
\v 45 ຢ່າຫາວ່າເຮົາໄດ້ກ່າວໂທດພວກທ່ານຕໍ່ພຣະ­ບິ­ດາ. ຄົນທີ່ກ່າວໂທດພວກທ່ານຄືໂມ­ເຊ, ຄົນທີ່ທ່ານມອບຄວາມຫວັງໄວ້ກັບເຂົາ.
\v 46 ຫາກທ່ານເຊື່ອໂມ­ເຊ, ພວກທ່ານກໍຈະເຊື່ອເຮົາດ້ວຍ, ເພາະໂມ­ເຊໄດ້ຂຽນກ່ຽວກັບເຮົາ.
\v 47 ຫາກທ່ານບໍ່ເຊື່ອສິ່ງທີ່ໂມ­ເຊຂຽນໄວ້, ແລ້ວພວກທ່ານຈະເຊື່ອຖ້ອຍຄຳຂອງເຮົາໄດ້ຢ່າງໃດ?”
\s5
\c 6
\cl ບົດທີ 6
\p
\v 1 ຫລັງຈາກນັ້ນສິ່ງເຫລົ່ານີ້, ພຣະ­ເຢຊູໄດ້ສະ­ເດັດຂ້ວາມໄປອີກຟາກຂອງທະ­ເລ­ສາບຄາ­ລີ­ເລ ຫລືທີ່ເອີ້ນອີກຊື່ໜຶ່ງວ່າທະ­ເລສາບຕີ­ເບ­ເຣັຽ.
\v 2 ມີຝູງປະ­ຊາ­ຊົນເປັນຈຳ­ນວນຫລວງ­ຫລາຍຕິດຕາມພຣະ­ອົງ, ເພາະເຂົາໄດ້ເຫັນໝາຍສຳ­ຄັນທີ່ພຣະ­ອົງຊົງເຮັດໃຫ້ແກ່ຄົນເຈັບປ່ວຍເຫລົ່ານັ້ນ.
\v 3 ພຣະ­ເຢຊູໄດ້ສະ­ເດັດຂຶ້ນໄປຍັງພູແລະນັ່ງລົງກັບພວກສາ­ວົກຂອງພຣະ­ອົງ.
\s5
\v 4 (ໃນຊ່ວງເວລານັ້ນເປັນເທ­ສະ­ການປັດ­ສະ­ຄາ, ແລະເທສະການຂອງຄົນຢິວແລ້ວ).
\v 5 ເມື່ອພຣະ­ເຢຊູຊົງເງີຍຫນ້າຂຶ້ນເບິ່ງເຫັນຄົນເປັນຈຳ­ນວນຫລວງ­ຫລາຍກຳລັງມາຫາພຣະ­ອົງ, ພຣະ­ອົງຊົງກ່າວກັບຟີ­ລິບວ່າ, “ເຮົາຈະຊື້ອາ­ຫານທີ່ໃດໃຫ້ຄົນເຫລົ່ານີ້ກິນ?”
\v 6 (ພຣະ­ອົງກ່າວຢ່າງນີ້ເພື່ອລອງໃຈຟີ­ລິບ, ແຕ່ພຣະ­ອົງຊົງຮູ້ຢູ່ແລ້ວວ່າພຣະອົງຈະເຮັດອັນໃດ).
\s5
\v 7 ຟີ­ລິບຕອບພຣະ­ອົງວ່າ, “ສອງຮ້ອຍເດ­ນາ­ຣິ­ອົນກໍບໍ່ພໍຊື້ອາຫານໃພວກເຂົາກິນແມ້ນແຕ່ຜູ້ລະເລັກລະຫນ້ອຍ.”
\v 8 ສາວົກຄົນຫນຶ່ງຊື່ອັນ­ເດ­ອາ ນ້ອງຊາຍຂອງຊິໂມນເປ­ໂຕ, ໄດ້ທູນພຣະ­ອົງວ່າ,
\v 9 “ມີເດັກ­ນ້ອຍຄົນຫນຶ່ງມີເຂົ້າ­ຈີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນກັບປາສອງໂຕ, ແຕ່ຈະພໍກັບຄົນຫລວງ­ຫລາຍປານນີ້­ໄດ້ຢ່າງ­ໃດ?”
\s5
\v 10 ພຣະ­ເຢຊູສັ່ງວ່າ, “ໃຫ້ຄົນເຫລົ່ານັ້ນນັ່ງລົງ” (ທີ່ນັ້ນມີຫຍ້າຫລາຍ) ພວກຜູ້ຊາຍຈຶ່ງນັ່ງລົງ, ມີປະ­ມານຫ້າພັນຄົນ.
\v 11 ແລ້ວພຣະ­ເຢຊູກໍຈັບເຂົ້າ­ຈີ່ແລະເມື່ອໂມ­ທະ­ນາຂອບພຣະ­ຄຸນແລ້ວກໍແຈກແກ່ພວກຄົນທີ່ນັ່ງຢູ່ນັ້ນ ແລະກໍເຮັດຢ່າງດຽວກັນກັບປາດ້ວຍ, ແຈກໃຫ້ພວກເຂົາຫລາຍຕາມທີ່ພວກເຂົາຕ້ອງການ.
\v 12 ເມື່ອຄົນໄດ້ຮັບປະທານຈົນອີ່ມ ພຣະອົງບອກພວກສາ­ວົກຂອງພຣະອົງວ່າ, “ຈົ່ງເກັບເອົາເສດຕ່ອນເຂົ້າຈີ່ທີ່ເຫລືອ ເພື່ອບໍ່ໃຫ້ອັນໃດເສັຽເລີຍ.”
\s5
\v 13 ພວກເຂົາຈິ່ງໄດ້ຮວບຮວມເສດເຂົ້າຈີ່ແລະລວມໄດ້ສິບສອງບຸງເຕັມຈາກເຂົ້າ­ຈີ່ເຂົ້າຝ້າງຫ້າກ້ອນ ຊຶ່ງເປັນຕ່ອນເສດເຫລືອທີ່ທຸກຄົນໄດ້ກິນແລ້ວ.
\v 14 ຫລັງຈາກນັ້ນ ເມື່ອພວກເຂົາໄດ້ເຫັນຫມາຍສຳ­ຄັນທີ່ພຣະ­ອົງໄດ້ເຮັດ, ພວກເຂົາເວົ້າວ່າ, “ແທ້ຈິງແລ້ວ, ນີ້ຄືຜູ້ປະ­ກາດພຣະ­ທັມທີ່ຈະມາໃນໂລກນີ້.”
\v 15 ເມື່ອພຣະ­ເຢຊູຊາບວ່າ ພວກເຂົາກຳລັງຈະມາຫາແລະເພື່ອບັງຄັບໃຫ້ພຣະ­ອົງເປັນກະສັດຂອງພວກເຂົາ, ພຣະ­ອົງຈຶ່ງແຍກຕົວອອກໄປຍັງພູເຂົາແຕ່ພຽງຜູ້ດຽວ.
\s5
\v 16 ເມື່ອເຖິງເວລາແລງ, ພວກສາ­ວົກຂອງພຣະອົງໄດ້ລົງໄປທີ່ທະເລ.
\v 17 ພວກເຂົາຂື້ນເຮືອໄປ ເພື່ອຂ້ວາມຟາກໄປຍັງເມືອງກາເປນາ­ອູມ. ຕອນນັ້ນກໍມືດຫລາຍແລ້ວ, ແລະພຣະເຢຊູກໍຍັງບໍ່ໄດ້ມາຫາພວກເຂົາ.
\v 18 ແລ້ວລົມກໍເລີ້ມພັດແຮງ, ແລະທະເລກໍມີຄື້ນແຮງຂຶ້ນ.
\s5
\v 19 ເມື່ອພວກເຂົາກຳລັງພາຍເຮືອໄປໄດ້ປະ­ມານຫ້າກິໂລ, ພວກເຂົາເຫັນພຣະ­ເຢຊູກຳລັງຍ່າງມາເທິງທະເລແລະມາໃກ້ເຮືອຫລາຍຂຶ້ນ, ແລະພວກເຂົາກໍເລີ້ມຢ້ານ.
\v 20 ແຕ່ພຣະອົງກ່າວບອກກັບເຂົາວ່າ, “ແມ່ນເຮົາເອງ! ຢ່າຢ້ານເລີຍ.”
\v 21 ແລ້ວພວກເຂົາກໍຍິນດີຮັບພຣະ­ອົງຂຶ້ນເທິງເຮືອ, ແລະທັນ­ໃດນັ້ນເຮືອຂອງພວກເຂົາກໍມາເຖິງເມືອງທີ່ພວກເຂົາກຳລັງຈະໄປ.
\s5
\v 22 ວັນຕໍ່ມາ, ປະ­ຊາ­ຊົນທີ່ໄດ້ຢືນຄອຍຖ້າຢູ່ຟາກຂອງອີກທະເລເຫັນວ່າບໍ່ມີເຮືອລຳອື່ນ, ນອກຈາກລຳທີ່ຢູ່ທີ່ນັ້ນ ແຕ່ພຣະເຢຊູບໍ່ໄດ້ສະ­ເດັດລົງເຮືອລຳນັ້ນໄປກັບພວກສາ­ວົກ ມີແຕ່ພວກສາ­ວົກຂອງພຣະ­ອົງໄປເທົ່ານັ້ນ.
\v 23 ແຕ່ກໍມີເຮືອລຳອື່ນຈາກເມືອງຕີເບ­ເຣັຽມາຈອດໃກ້ບ່ອນທີ່ເຂົາໄດ້ກິນເຂົ້າ­ຈີ່ ຫລັງຈາກທີ່ອົງພຣະ­ຜູ້­ເປັນ­ເຈົ້າໄດ້ຊົງຂອບພຣະ­ຄຸນ.
\s5
\v 24 ເມື່ອຝູງປະ­ຊາ­ຊົນເຫັນວ່າພຣະ­ເຢຊູແລະພວກສາວົກຂອງພຣະອົງບໍ່ໄດ້ຢູ່ທີ່ນັ້ນ, ພວກເຂົາຈຶ່ງຂຶ້ນເຮືອແລະໄປຍັງເມືອງ ກາເປນາ­ອູມ ເພື່ອຊອກຫາພຣະ­ເຢຊູ.
\v 25 ເມື່ອພວກເຂົາພົບພຣະອົງອີກຟາກຂອງທະ­ເລສາບ, ພວກເຂົາທູນພຣະ­ອົງວ່າ, “ຣັບບີ, ທ່ານມາທີ່ນີ້ເມື່ອໃດ?”
\s5
\v 26 ພຣະ­ເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ທ່ານຊອກຫາເຮົາ ບໍ່ແມ່ນຍ້ອນພວກທ່ານໄດ້ເຫັນຫມາຍສຳຄັນ ແຕ່ເພາະພວກທ່ານໄດ້ກິນເຂົ້າ­ຈີ່ຈົນອີ່ມ.
\v 27 ຢ່າເຮັດວຽກເພື່ອອາຫານທີ່ເສື່ອມສູນໄດ້, ແຕ່ຈົ່ງເຮັດວຽກເພື່ອທີ່ຈະໄດ້ອາຫານ ທີ່ຕັ້ງຫມັ້ນຈົນເຖິງຊີວິດນິຣັນດອນ ທີ່ບຸດມະ­ນຸດຈະໃຫ້ແກ່ທ່ານ, ເພາະວ່າພຣະ­ເຈົ້າພຣະ­ບິ­ດາ ໄດ້ປຣະ­ທັບຕາຫມາຍພຣະບຸດແລ້ວ.”
\s5
\v 28 ພວກເຂົາຈຶ່ງທູນພຣະ­ອົງວ່າ, “ພວກຂ້າ­ນ້ອຍຈະຕ້ອງເຮັດປະ­ການໃດ ຈຶ່ງຈະໄດ້ເຮັດວຽກງານຂອງພຣະເຈົ້າ?”
\v 29 ພຣະອົງຕອບແກ່ພວກເຂົາວ່າ, “ງານຂອງພຣະ­ເຈົ້າຄື: ການທີ່ທ່ານເຊື່ອວາງ­ໃຈໃນຜູ້ນັ້ນທີ່ພຣະ­ອົງໄດ້ສົ່ງມາ.”
\s5
\v 30 ພວກເຂົາຈຶ່ງຖາມພຣະ­ອົງວ່າ, “ແລ້ວພຣະອົງຈະເຮັດໝາຍສຳ­ຄັນອັນໃດ ເພື່ອພວກຂ້າ­ນ້ອຍຈະໄດ້ເຫັນແລະເຊື່ອໃນພຣະອົງ? ທ່ານຈະເຮັດສິ່ງໃດແດ່?
\v 31 ບັນ­ພະ­ບຸ­ຣຸດຂອງພວກຂ້າ­ນ້ອຍໄດ້ກິນມາ­ນາໃນປ່າ ດັ່ງຄຳທີ່ຂຽນໄວ້ວ່າ, ‘ທ່ານໄດ້ໃຫ້ພວກເຂົາກິນອາຫານຈາກສະ­ຫວັນ.’”
\s5
\v 32 ແລ້ວພຣະ­ເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ບໍ່ແມ່ນໂມ­ເຊທີ່ໃຫ້ອາ­ຫານນັ້ນຈາກສະ­ຫວັນ, ແຕ່ເປັນພຣະ­ບິ­ດາຂອງເຮົາທີ່ໃຫ້ອາ­ຫານທີ່ແທ້ຈິງຈາກສະ­ຫວັນແກ່ພວກທ່ານ.
\v 33 ເພາະ­ວ່າອາ­ຫານຂອງພຣະ­ເຈົ້ານັ້ນ ຄືຜູ້ທີ່ລົງມາຈາກສະ­ຫວັນແລະໃຫ້ຊີ­ວິດແກ່ໂລກນີ້.”
\v 34 ເຂົາເວົ້າກັບພຣະ­ອົງວ່າ, “ນາຍເຈົ້າເອີຍ, ໄດ້ໂຜດໃຫ້ອາ­ຫານນີ້ແກ່ພວກຂ້າຕະລອດໄປ.”
\s5
\v 35 ພຣະ­ເຢຊູບອກພວກເຂົາວ່າ, “ເຮົາເປັນອາຫານທິບແຫ່ງຊີ­ວິດ, ຜູ້ທີ່ມາຫາເຮົາຈະບໍ່ຫິວ ແລະຜູ້ທີ່ເຊື່ອໃນເຮົາຈະບໍ່ກະຫາຍນ້ຳອີກເລີຍ.
\v 36 ແຕ່ເຮົາບອກທ່ານວ່າ, ທ່ານໄດ້ເຫັນເຮົາແລ້ວ­ ແລະທ່ານບໍ່ເຊື່ອເຮົາ.
\v 37 ທຸກຄົນທີ່ພຣະ­ບິ­ດາໄດ້ມອບໃຫ້ກັບເຮົາຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ, ເຮົາຈະບໍ່ໂຍນເຂົາຖິ້ມອອກໄປ.
\s5
\v 38 ເພາະ­ເຮົາໄດ້ລົງມາຈາກສະ­ຫວັນ ບໍ່ໄດ້ມາເຮັດຕາມ­ຄວາມປະສົງຂອງເຮົາເອງ, ແຕ່ເຮັດຕາມພຣະປະສົງຂອງຜູ້ຊົງໃຊ້ເຮົາມາ.
\v 39 ແລະນີ້ຄືພຣະປະສົງຂອງຜູ້ຊົງໃຊ້ເຮົາມາ ເພື່ອຈະບໍ່ໃຫ້ຄົນທັງປວງທີ່ມອບໄວ້ກັບເຮົາສູນ­ຫາຍແມ້ແຕ່ຄົນດຽວ ແລ້ວພວກເຂົາຈະເປັນຄືນມາໃນວັນສຸດທ້າຍ.
\v 40 ແລະນີ້ຄືພຣະປະສົງຂອງພຣະ­ບິ­ດາຂອງເຮົາ, ແລະທຸກຄົນທີ່ເຫັນພຣະ­ບຸດ ແລະເຊື່ອໃນພຣະ­ບຸດນັ້ນ ຈະໄດ້ມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ.”
\s5
\v 41 ແລ້ວພວກຄົນຢິວກໍເລີ່ມຈົ່ມພຣະ­ອົງທີ່ພຣະອົງໄດ້ເວົ້າວ່າ, “ເຮົາເປັນອາ­ຫານທິບທີ່ໄດ້ລົງມາຈາກສະ­ຫວັນ.”
\v 42 ພວກເຂົາກ່າວວ່າ, “ນີ້ບໍ່ແມ່ນເຢຊູ ລູກຂອງໂຢ­ເຊັບຫລື, ພໍ່ແມ່ຂອງລາວເຮົາກໍຮູ້­ຈັກ? ເຫດ­ໃດຄົນນີ້ຈຶ່ງເວົ້າວ່າ 'ເຮົາໄດ້ລົງມາຈາກສະຫວັນ'?"
\s5
\v 43 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ເຊົາຈົ່ມຖ່າມກາງພວກທ່ານເທາະ.
\v 44 ບໍ່ມີຜູ້ໃດມາຫາເຮົາໄດ້, ຫາກພຣະບິ­ດາຜູ້ຊົງໃຊ້ເຮົາມາບໍ່ໄດ້ນຳຄົນນັ້ນມາ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ.
\v 45 ມີຜູ້ປະ­ກາດພຣະ­ທັມຂຽນໄວ້ວ່າ ‘ພຣະເຈົ້າຈະສັ່ງສອນພວກເຂົາທຸກຄົນ’ ທຸກຄົນທີ່ໄດ້ຍິນແລະຮຽນຈາກພຣະເຈົ້າກໍມາເຖິງເຮົາ.
\s5
\v 46 ບໍ່ມີຜູ້ໃຜໄດ້ເຫັນພຣະ­ບິ­ດາ ນອກ­ຈາກຜູ້ທີ່ມາຈາກພຣະເຈົ້າ ຄືຜູ້ນັ້ນແຫລະທີ່ເຄີຍເຫັນພຣະ­ບິ­ດາ.
\v 47 ເຮົາບອກຄວາມຈິງກັບທ່ານວ່າ, ຜູ້ທີ່ເຊື່ອໃນເຮົາກໍມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ.
\s5
\v 48 ເຮົາເປັນອາ­ຫານທິບແຫ່ງຊີ­ວິດ.
\v 49 ບັນ­ພະ­ບຸ­ຣຸດຂອງທ່ານໄດ້ກິນມາ­ນາໃນປ່າ ແລະພວກເຂົາກໍຕາຍ.
\s5
\v 50 ນີ້ຄືອາ­ຫານທີ່ລົງມາຈາກສະ­ຫວັນ ເພື່ອຜູ້ນັ້ນທີ່ໄດ້ກິນແລ້ວຈະບໍ່ຕາຍ.
\v 51 ເຮົາເປັນອາ­ຫານແຫ່ງຊີ­ວິດທີ່ລົງມາຈາກສະຫວັນ, ຫາກໃຜໄດ້ກິນອາ­ຫານນີ້, ຜູ້ນັ້ນຈະຢູ່ຕະລອດໄປເປັນນິດ. ອາ­ຫານທີ່ເຮົາໃຫ້ແກ່ທ່ານນັ້ນຄືເນື້ອໜັງຂອງເຮົາເພື່ອຊີ­ວິດຂອງໂລກນີ້.”
\s5
\v 52 ຄົນຢິວທ່າມກາງພວກເຈົາກໍເລີ່ມໃຈຮ້າຍແລະໂຕ້ຖຽງວ່າ, “ຊາຍຄົນນີ້ຈະເອົາເນື້ອໜັງຂອງຕົນໃຫ້ເຮົາກິນໄດ້ຢ່າງ­ໃດ?”
\v 53 ພຣະ­ເຢຊູກ່າວແກ່່ພວກເຂົາວ່າ, “ເຮົາບອກຄວາມຈິງກັບທ່ານວ່າ, ນອກເສັຽຈາກທ່ານຈະກິນເນື້ອໜັງຂອງບຸດມະນຸດແລະດື່ມຈາກເລືອດຂອງພຣະອົງ, ທ່ານຈະບໍ່ມີຊີ­ວິດໃນຕົວທ່ານເລີຍ.
\s5
\v 54 ຜູ້ທີ່ກິນເນື້ອໜັງຂອງເຮົາແລະດື່ມເລືອດຂອງເຮົາ ຈະມີຊີ­ວິດອັນຕະ­ຫລອດໄປເປັນ­ນິດ, ແລະເຮົາຈະໃຫ້ເຂົາເປັນຄືນມາໃນວັນສຸດທ້າຍ.
\v 55 ເພາະ­ເນື້ອໜັງຂອງເຮົາຄືອາຫານທີ່ແທ້ຈິງ, ແລະເລືອດຂອງເຮົາກໍເປັນຂອງດື່ມທີ່ແທ້ຈິງ.
\v 56 ຜູ້ທີ່ກິນເນື້ອໜັງຂອງເຮົາແລະດື່ມເລືອດຂອງເຮົາ ກໍຈະຍັງຄົງໃນເຮົາແລະເຮົາຢູ່ໃນຜູ້ນັ້ນ.
\s5
\v 57 ພຣະ­ບິ­ດາຜູ້ຊົງພຣະ­ຊົນຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີ­ວິດຢູ່ເພາະພຣະ­ບິ­ດາສັນ­ໃດ, ຜູ້ນັ້ນທີ່ກິນເຮົາ ຜູ້ນັ້ນຈະມີຊີ­ວິດຢູ່ໃນເຮົາສັນນັ້ນດ້ວຍ.
\v 58 ນີ້ເປັນອາ­ຫານຊຶ່ງລົງມາຈາກສະ­ຫວັນ, ບໍ່ເໝືອນກັບອາ­ຫານທີ່ພວກບັນ­ພະ­ບຸ­ຣຸດຂອງທ່ານທັງ­ຫລາຍໄດ້ກິນແລ້ວຕາຍໄປ ຜູ້ທີ່ກິນອາ­ຫານນີ້ຈະມີຊີ­ວິດສືບໄປ.
\v 59 ພຣະເຢຊູໄດ້ກ່າວຂໍ້­ຄວາມເຫລົ່ານີ້ໃນໂຮງທັມມະເທ­ສະ­ໜາ ໃນຂະນະທີ່ພຣະ­ອົງຊົງສັ່ງ­ສອນຢູ່ເມືອງກາ­ເປ­ນາ­ອູມ.
\s5
\v 60 ເມື່ອພວກສາ­ວົກຂອງພຣະ­ອົງຫລາຍຄົນໄດ້ຍິນດັ່ງ­ນັ້ນຈຶ່ງຖາມວ່າ, “ຄຳສອນນີ້ຍາກເຫລືອເກີນ ໃຜຈະຮັບຟັງໄດ້?”
\v 61 ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ເລື່ອງນີ້ໄດ້ເຮັດໃຫ້ພວກທ່ານສະ­ດຸດໃຈຫລື?
\s5
\v 62 ແລ້ວຖ້າຫາກທ່ານໄດ້ເຫັນບຸດມະ­ນຸດສະເດັດຂຶ້ນເມືອໄປຍັງບ່ອນທີ່ທ່ານຢູ່ແຕ່ກ່ອນໜ້ານີ້ລະ?
\v 63 ຄືພຣະວິນ­ຍານທີ່ໃຫ້ຊີວິດ; ເນື້ອກາຍນັ້ນບໍ່ມີປະ­ໂຫຍດອັນໃດ. ຄຳທີ່ເຮົາໄດ້ກ່າວແກ່ທ່ານນັ້ນຄືພຣະ­ວິນຍານ ແລະຄຳເຫລົ່ານັ້ນເປັນຊີ­ວິດ.
\s5
\v 64 ຍັງມີບາງຄົນໃນພວກເຈົ້າທີ່ບໍ່ເຊື່ອ.” ເພາະພຣະເຢຊູຊົງຮູ້ແຕ່ເດີມແລ້ວວ່າໃຜຜູ້ໃດທີ່ບໍ່ເຊື່ອ ແລະຄົນໃດທີ່ຈະທໍ­ຣະຍົດຕໍ່ພຣະອົງດ້ວຍ.
\v 65 ພຣະ­ອົງກ່າວວ່າ, “ເປັນເພາະເຫດນີ້, ເຮົາຈຶ່ງບອກທ່ານວ່າບໍ່ມີຜູ້ໃດຈະມາຫາເຮົາໄດ້ ນອກ­ຈາກພຣະ­ບິ­ດາຈະປຣະທານຜູ້ນັ້ນມາ.”
\s5
\v 66 ດ້ວຍເຫດນີ້, ມີລູກ­ສິດຫລາຍຄົນໄດ້ລະຖິ້ມພຣະ­ອົງແລະບໍ່ຕິດ­ຕາມພຣະ­ອົງອີກ.
\v 67 ພຣະ­ເຢຊູຈຶ່ງກ່າວກັບສາວົກສິບສອງຄົນວ່າ, “ພວກທ່ານບໍ່ຄິດຢາກຖອຍຈາກເຮົາໄປດ້ວຍຫລື?”
\v 68 ຊີ­ໂມນເປໂຕຕອບພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ມີໃຜທີ່ພວກຂ້າ­ນ້ອຍຄວນຈະຕິດຕາມອີກຫລື? ພຣະອົງຊົງມີຖ້ອຍຄຳແຫ່ງຊີ­ວິດອັນຕະ­ຫລອດໄປເປັນ­ນິດ.
\v 69 ແລະພວກຂ້າ­ນ້ອຍໄດ້ເຊື່ອແລະມາຮູ້ວ່າພຣະອົງຊົງເປັນອົງບໍ­ຣິ­ສຸດຂອງພຣະ­ເຈົ້າແຕ່ພຽງຜູ້ດຽວ.”
\s5
\v 70 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ເຮົາໄດ້ເລືອກພວກທ່ານທັງສິບສອງຄົນໄວ້ບໍ່ແມ່ນຫລື, ແຕ່ໜຶ່ງໃນພວກທ່ານນັ້ນຄືມານຮ້າຍ?”
\v 71 ທີ່ພຣະ­ອົງກ່າວໝາຍເຖິງຢູ­ດາລູກຊາຍຂອງຊີໂມນອິ­ສະ­ກາ­ຣີ­ອົດ, ເພາະເຂົາຄືຄົນທີ່ເປັນໜຶ່ງໃນສິບສອງຄົນ ທີ່ຈະທໍ­ຣະຍົດຕໍ່ພຣະ­ເຢຊູ.
\s5
\c 7
\cl ບົດທີ 7
\p
\v 1 ຫລັງຈາກເຫດການເຫລົ່ານີ້ ພຣະ­ເຢຊູໄດ້ສະ­ເດັດໄປຍັງບ່ອນຕ່າງໆໃນແຂວງຄາ­ລີ­ເລ, ເພາະພຣະອົງບໍ່ປະ­ສົງຈະໄປຍັງແຂວງຢູດາຍ, ເພາະພວກຢິວຫາໂອ­ກາດທີ່ຈະຂ້າພຣະ­ອົງ.
\v 2 ເທສະການຕັ້ງທັບອາສັຍຂອງຊາດຢິວແລ້ວກໍໃກ້ຈະເຖິງ.
\s5
\v 3 ພວກນ້ອງຊາຍຂອງພຣະ­ອົງບອກກັບພຣະ­ອົງວ່າ, “ທ່ານຈົ່ງອອກຈາກທີ່ນີ້ແລະໄປຍັງແຂວງຢູ­ດາຍ ເພື່ອທີ່ພວກສາວົກຂອງທ່ານຈະໄດ້ເຫັນກິ­ຈະ­ການທີ່ທ່ານເຮັດ.
\v 4 ບໍ່­ຫ່ອນມີຜູ້ໃດເຮັດອັນໃດໃນທີ່ລັບຫາກຕົວຂອງເຂົາຢາກເປັນທີ່ປະ­ກົດ, ຫາກທ່ານເຮັດການເຫລົ່ານີ້ ຈົ່ງສະ­ແດງຕົວທ່ານຕໍ່ໂລກນີ້.”
\s5
\v 5 ແມ້ແຕ່ພວກນ້ອງຊາຍຂອງພຣະ­ອົງກໍບໍ່ເຊື່ອໃນພຣະ­ອົງ.
\v 6 ພຣະ­ເຢຊູຈິ່ງເວົ້າກັບພວກເຂົາວ່າ, “ເວ­ລາຂອງເຮົາຍັງບໍ່ເຖິງ ແຕ່ເວ­ລາຂອງພວກເຈົ້ານັ້ນພ້ອມຢູ່ສະ­ເໝີ.
\v 7 ໂລກນີ້ຈະກຽດຊັງທ່ານບໍ່ໄດ້, ແຕ່ໂລກນີ້ຊັງເຮົາ ເພາະເຮົາໄດ້ເປັນພະ­ຍານວ່າການງານຂອງໂລກນັ້ນຊົ່ວຮ້າຍ.
\s5
\v 8 ທ່ານຈົ່ງຂຶ້ນໄປງານເທ­ສະ­ການນັ້ນ ແຕ່ເຮົາຈະຍັງບໍ່ຂຶ້ນໄປງານເທ­ສະ­ການ ເພາະ­ວ່າຍັງບໍ່ເຖິງກຳ­ນົດເວ­ລາຂອງເຮົາ.”
\v 9 ເມື່ອພຣະ­ອົງຊົງກ່າວດັ່ງ­ນັ້ນແກ່ພວກເຂົາແລ້ວ ພຣະອົງກໍປະ­ທັບຢູ່ທີ່ແຂວງຄາ­ລີ­ເລ.
\s5
\v 10 ເມື່ອພວກນ້ອງຊາຍຂອງພຣະ­ອົງໄດ້ຂຶ້ນໄປຍັງງານເທສະການ, ພຣະ­ອົງກໍສະ­ເດັດໄປທີ່ງານເທສະການພາຍຫລັງຢ່າງລັບໆບໍ່ເປີດ­ເຜີຍ.
\v 11 ພວກຢິວນັ້ນກຳລັງຊອກຫາພຣະອົງແລະວ່າ, “ຄົນຜູ້ນັ້ນຢູ່ໃສ?”
\s5
\v 12 ມີຫລາຍຄົນທ່າມກາງປະ­ຊາ­ຊົນກໍຊິ່ມກັນເຖິງເລື່ອງພຣະອົງ. ລາງຄົນເວົ້າວ່າ, “ຊາຍຄົນນີ້ເປັນຄົນດີ” ຄົນອື່ນວ່າ, “ບໍ່ແມ່ນ, ເພິ່ນກຳລັງເຮັດໃຫ້ຜູ້ຄົນຫລົງຜິດໄປ.”
\v 13 ແຕ່ກໍຍັງບໍ່ມີໃຜກ້າເວົ້າເຖິງພຣະ­ອົງຢ່າງເປີດ­ເຜີຍ ເພາະພວກເຂົາຢ້ານພວກຢິວ.
\s5
\v 14 ເມື່ອງານເທ­ສະ­ການຜ່ານ­ແລ້ວເຄິ່ງໜຶ່ງ, ພຣະ­ເຢຊູໄດ້ຂຶ້ນໄປຍັງພຣະ­ວິ­ຫານແລະເລີ້ມເທສະນາສັ່ງ­ສອນ.
\v 15 ແລ້ວພວກຢິວກໍເລີ້ມປະ­ຫລາດໃຈເວົ້າກັນວ່າ, “ເປັນຫຍັງຊາຍຄົນນີ້ມີຄວາມຮູ້ຫລວງຫລາຍ? ລາວບໍ່ເຄີຍໄດ້­ຮຽນມາກ່ອນແມ່ນບໍ?”
\v 16 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ຄຳສອນນີ້ບໍ່ແມ່ນຂອງເຮົາ, ແຕ່ເປັນຂອງຜູ້ຊົງໃຊ້ເຮົາມາ.
\s5
\v 17 ຖ້າຫາກຜູ້ໃດຕ້ອງການທີ່ຈະເຮັດຕາມພຣະ­ທັຍຂອງພຣະອົງ, ຜູ້ນັ້ນຈະຮູ້ຈັກຄຳສອນນີ້, ບໍ່ວ່າຄຳສອນນັ້ນມາຈາກພຣະເຈົ້າ ຫລືມາຈາກສິ່ງທີ່ເຮົາເວົ້າໂດຍຕົວຂອງເຮົາເອງ.
\v 18 ຜູ້ໃດກໍຕາມທີ່ເວົ້າສິ່ງທີ່ອອກມາຈາກຕົວຂອງຕົນເອງ, ຜູ້ນັ້ນກໍເວົ້າເພື່ອສະແຫວງກຽດສຳ­ລັບຕົນເອງ, ແຕ່ຜູ້ທີ່ສະ­ແຫວງກຽດໃຫ້ພຣະອົງຜູ້ຊົງໃຊ້ຕົນມາ ຜູ້ນັ້ນແຫລະຄືຄົນຈິງ, ແລະບໍ່ມີຄວາມອະ­ທັມໃນຕົວເລີຍ.
\s5
\v 19 ໂມ­ເຊບໍ່ໄດ້ໃຫ້ພຣະ­ບັນ­ຍັດແກ່ທ່ານຫລື? ແຕ່ບໍ່ມີຜູ້ໃດໃນພວກທ່ານເຮັດຕາມພຣະ­ບັນ­ຍັດນັ້ນໄດ້ເລີຍ. ພວກທ່ານຊອກຫາເພື່ອຂ້າເຮົາເຮັດຫຍັງ?”
\v 20 ປະ­ຊາ­ຊົນຕອບວ່າ, “ເຈົ້າມີຜິຮ້າຍສິງຢູ່. ແມ່ນໃຜຊອກຫາຈະຂ້າເຈົ້າ?”
\s5
\v 21 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ເຮົາໄດ້ເຮັດກິຈະ­ການອັນໜຶ່ງ ແລະພວກທ່ານກໍປະ­ຫລາດໃຈເພາະເຫດ­ການນັ້ນ.
\v 22 ໂມ­ເຊໄດ້ໃຫ້ພວກທ່ານເຂົ້າພິ­ທີຕັດ (ບໍ່ແມ່ນວ່າສິ່ງນັ້ນມາຈາກໂມ­ເຊ ແຕ່ມາຈາກບັນ­ພະ­ບຸ­ຣຸດ) ແລະທ່ານກໍໃຫ້ຜູ້ຊາຍຮັບພິ­ທີຕັດໃນວັນສະ­ບາ­ໂຕ.
\s5
\v 23 ຖ້າຊາຍຄົນໃດຮັບພິ­ທີຕັດໃນວັນສະ­ບາ­ໂຕ ເພື່ອບໍ່ໃຫ້ພຣະບັນ­ຍັດຂອງໂມ­ເຊເສັຽໄປ, ເປັນຫຍັງພວກທ່ານຈຶ່ງໃຈຮ້າຍທີ່ເຮົາໄດ້ຮັກສາຊາຍຄົນໜຶ່ງດີເປັນປົກ­ກະ­ຕິໃນວັນສະ­ບາໂຕ?
\v 24 ຢ່າຕັດສິນຕາມທີ່ເຫັນພາຍນອກ, ແຕ່ຈົ່ງຕັດສິນຢ່າງຍຸດ­ຕິທັມ.”
\s5
\v 25 ບາງຄົນໃນພວກເຂົາທີ່ມາຈາກນະຄອນເຢຣູ­ຊາ­ເລັມເລີ້ມເວົ້າວ່າ, “ບໍ່ແມ່ນຜູ້ນີ້ບໍທີ່ພວກເຂົາຊອກຫາເພື່ອຂ້າ?
\v 26 ເບິ່ງແມ, ເພິ່ນກຳລັງກ່າວຢ່າງເປີດ­ເຜີຍ ແຕ່ບໍ່ມີໃຜເວົ້າຫຍັງກ່ຽວກັບທ່ານເລີຍ. ເປັນໄປບໍ່ໄດ້ທີ່ພວກຈົ້ານາຍທີ່ຮູ້ວ່າຊາຍຄົນນີ້ແມ່ນພຣະຄຣິດ, ເປັນໄປໄດ້ຫລື?
\v 27 ແຕ່ເຮົາຮູ້ວ່າທ່ານຄົນນີ້ມາແຕ່ໃສ, ແຕ່ເມື່ອພຣະ­ຄຣິດສະ­ເດັດມາ ຈະບໍ່ມີໃຜຮູ້ວ່າພຣະອົງມາແຕ່ໃສ?”
\s5
\v 28 ແລະພຣະ­ເຢຊູປະກາດອອກມາຂະນະທີ່ກຳລັງສັ່ງສອນໃນພຣະ­ວິ­ຫານແລະເວົ້າວ່າ, “ທ່ານທັງສອງຮູ້­ຈັກເຮົາ ແລະຮູ້ວ່າເຮົາມາແຕ່ໃສ, ເຮົາບໍ່ໄດ້ມາໂດຍລຳ­ພັງຂອງເຮົາເອງ ແຕ່ຜູ້ຊົງໃຊ້ເຮົາມານັ້ນສັດຈິງ, ແລະພວກທ່ານບໍ່ຮູ້­ຈັກພຣະອົງ.
\v 29 ເຮົາຮູ້­ຈັກທ່ານຜູ້ນັ້ນ ເພາະວ່າເຮົາມາຈາກທ່ານຜູ້ນັ້ນຊົງໃຊ້ເຮົາມາ.”
\s5
\v 30 ພວກເຂົາພະຍາຍາມທີ່ຈະຈັບພຣະ­ອົງ, ແຕ່ວ່າບໍ່ມີຜູ້ໃດກ້າຍື່ນມືແຕະຕ້ອງພຣະອົງ ເພາະວ່າເວລາຂອງພຣະ­ອົງຍັງບໍ່ມາເຖິງ.
\v 31 ແຕ່ມີປະ­ຊາ­ຊົນຫລາຍຄົນເຊື່ອໃນພຣະອົງ ພວກເຂົາເວົ້າວ່າ, “ເມື່ອພຣະ­ຄຣິດ ສະ­ເດັດມາ, ທ່ານຈະເຮັດໝາຍສຳຄັນຫລາຍກວ່າຜູ້ນີ້ຫລື?”
\v 32 ພວກຟາ­ຣີ­ຊາຍໄດ້ຍິນປະ­ຊາຊົນກຳລັງຊິ່ມກັນເວົ້າເຖິງເລື່ອງພຣະ­ເຢຊູ, ແລະພວກປະໂລ­ຫິດຕົນໃຫຍ່ແລະພວກຟາ­ຣີ­ຊາຍໄດ້ໃຊ້ເຈົ້າໜ້າ­ທີ່ໄປຈັບພຣະ­ອົງ.
\s5
\v 33 ແລ້ວພຣະ­ເຢຊູຈຶ່ງກ່າວວ່າ, “ເຮົາຈະຢູ່ກັບທ່ານອີກໜ້ອຍໜຶ່ງ ແລ້ວເຮົາຈະກັບໄປຫາຜູ້ຊົງໃຊ້ເຮົາມາ.
\v 34 ທ່ານຈະຊອກຫາເຮົາແຕ່ທ່ານຈະບໍ່ພົບເຮົາ; ບ່ອນທີ່ເຮົາໄປນັ້ນ ພວກທ່ານໄປບໍ່ໄດ້.”
\s5
\v 35 ແລ້ວພວກຢິວຈຶ່ງເວົ້າກັນໃນກຸ່ມພວກເຂົາວ່າ, “ເພິ່ນຈະໄປໃສ ທີ່ເຮົາບໍ່ສາມາດໄປຫາລາວໄດ້? ເພິ່ນຈະເດີນທາງໄປຫາພວກຄົນທີ່ແຕກກະ­ຈັດ­ກະ­ຈາຍໄປຢູ່ໃນຄົນຕ່າງຊາດເພື່ອສອນຄົນຕ່າງຊາດຫລື?
\v 36 ຄຳນີ້ເປັນຢ່າງ­ໃດໜໍທີ່ເພິ່ນກ່າວວ່າ ‘ທ່ານຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ, ບ່ອນເຮົາຢູ່ນັ້ນທ່ານຈະເຂົ້າໄປບໍ່ໄດ້’?”
\s5
\v 37 ເມື່ອມາເຖິງວັນສຸດທ້າຍ ຄືວັນທີ່ຍິ່ງໃຫຍ່ຂອງເທສະການ, ພຣະ­ເຢຊູຊົງຢືນຂື້ນແລະປະກາດວ່າ, “ຖ້າຜູ້ໃດກະຫາຍ ຈົ່ງໃຫ້ຜູ້ນັ້ນຈົ່ງມາຫາເຮົາແລະດື່ມ.
\v 38 ຜູ້ທີ່ເຊື່ອໃນເຮົາເໝືອນທີ່ມີຄຳຂຽນໄວ້ວ່າ "ນໍ້າຂອງແມ່­ນ້ຳອັນແຫ່ງຊີ­ວິດຈະໄຫລອອກຈາກພາຍໃນຂອງເຂົາ.”
\s5
\v 39 ແຕ່ພຣະ­ເຢຊູຊົງກ່າວຢ່າງນີ້ໝາຍເຖິງພຣະ­ວິນ­ຍານ, ຄົນເຫລົ່ານັ້ນທີ່ເຊື່ອໃນພຣະ­ອົງຈະໄດ້ຮັບ; ແຕ່ພຣະວິຍານຍັງບໍ່ໄດ້ມອບໄວ້, ເພາະວ່າພຣະ­ເຢຊູຍັງບໍ່ໄດ້ຊົງຮັບສະ­ຫງ່າຣາ­ສີ.
\s5
\v 40 ປະ­ຊາ­ຊົນບາງຄົນ ເມື່ອພວກເຂົາໄດ້ຍິນສິ່ງເຫລົ່ານີ້ກໍເວົ້າວ່າ, “ນີ້ເປັນຜູ້ປະ­ກາດພຣະ­ທັມ.”
\v 41 ຄົນອື່ນເວົ້າວ່າ, “ນີ້ແມ່ນພຣະຄຣິດ” ແຕ່ບາງຄົນເວົ້າວ່າ, “ພຣະ­ຄຣິດມາຈາກຄາລີ­ເລບໍ່ແມ່ນຫລື?
\v 42 ພຣະ­ຄັມພີບໍ່ໄດ້ກ່າວເອົາໄວ້ຫລືວ່າພຣະ­ຄຣິດນັ້ນຈະມາຈາກເຊື້ອວົງຂອງດາ­ວິດແລະມາຈາກບ້ານເບັດ­ເລ­ເຮັມ ຄືບ້ານທີ່ດາ­ວິດເຄີຍຢູ່?
\s5
\v 43 ກໍເກີດການແບ່ງແຍກໃນບັນດາປະ­ຊາ­ຊົນເພາະພຣະ­ອົງ.
\v 44 ບາງຄົນຢາກຈະຈັບພຣະ­ອົງ, ແຕ່ບໍ່ມີໃຜກ້າຍື່ນມືຈັບພຣະອົງ.
\s5
\v 45 ແລ້ວພວກເຈົ້າໜ້າ­ທີ່ຈຶ່ງກັບໄປຫາພວກປະ­ໂລ­ຫິດຕົນໃຫຍ່ແລະພວກຟາ­ຣີ­ຊາຍ ແລະພວກນັ້ນໄດ້ຖາມເຈົ້າໜ້າ­ທີ່ວ່າ, “ເປັນຫຍັງຈຶ່ງບໍ່ຈັບມັນມາ?”
\v 46 ເຈົ້າໜ້າ­ທີ່ຕອບວ່າ, “ບໍ່ເຄີຍມີຜູ້ໃດເວົ້າຢ່າງນີ້ມາກ່ອນເລີຍ.”
\s5
\v 47 ແລ້ວພວກຟາ­ຣີ­ຊາຍຕອບພວກເຂົາວ່າ, “ພວກເຈົ້າເອງກໍຖືກຊັກຫລອກເໝືອນກັນຫລື?
\v 48 ມີພວກເຈົ້ານາຍຫລືພວກຟາ­ຣີ­ຊາຍຄົນໃດທີ່ເຊື່ອຄົນນັ້ນແດ່?
\v 49 ແຕ່ປະ­ຊາຊົນໝູ່ນີ້ບໍ່ຮູ້ຈັກພຣະ­ບັນ­ຍັດ ພວກເຂົາຖືກສາບແຊ່ງ.”
\s5
\v 50 ນີ­ໂກ­ເດມ (ໜຶ່ງໃນພວກຟາຣີຊາຍຕົນໃຫຍ່, ຜູ້ທີ່ໄດ້ມາຫາພຣະ­ອົງຄາວກ່ອນນີ້) ບອກພວກເຂົາວ່າ,
\v 51 “ກົດໝາຍຂອງເຮົານັ້ນຈະຕັດສີນຄົນໃດກ່ອນທີ່ຈະໄດ້ຍິນຈາກເຂົາແລະຮູ້ວ່າເຂົາໄດ້ເຮັດອັນໃດຫລື?”
\v 52 ພວກເຂົາກໍຕອບທ່ານວ່າ, “ທ່ານມາຈາກຄາ­ລີ­ເລດ້ວຍຫລື? ລອງໄປຫາເບິ່ງແລະທ່ານຈະຮູ້ວ່າບໍ່ມີຜູ້ປະ­ກາດພຣະ­ທັມຈັກຄົນມາຈາກຄາ­ລີ­ເລເລີຍ.”
\s5
\v 53 [ແລ້ວພວກເຂົາກໍກັບໄປຍັງເຮືອນຂອງຕົນເອງ].
\s5
\c 8
\cl ບົດທີ 8
\p
\v 1 ພຣະ­ເຢຊູໄດ້ສະ­ເດັດໄປຍັງພູໝາກ­ກອກ­ເທດ.
\v 2 ໃນເວລາຮຸ່ງເຊົ້າ ພຣະ­ອົງໄດ້ສະ­ເດັດມາສັ່ງສອນທີ່ພຣະ­ວິ­ຫານອີກຄັ້ງ, ແລະຄົນທັງປວງກໍມາຫາພຣະ­ອົງ; ພຣະ­ອົງນັ່ງລົງ ແລະ ສັ່ງ­ສອນພວກເຂົາ.
\v 3 ພວກນັກ­ທັມແລະພວກຟາ­ຣີ­ຊາຍ ໄດ້ພາຜູ້ຍິງຄົນໜຶ່ງທີ່ເຮັດຜິດຂໍ້ຫາຫລິ້ນຊູ້. ພວກເຂົາໄດ້ໃຫ້ຍິງນັ້ນຢືນຢູ່ຖ້າມ­ກາງຝູງຊົນ.
\s5
\v 4 ພວກເຂົາທູນພຣະ­ອົງວ່າ, “ອາ­ຈານເຈົ້າເອີຍ, ຍິງຄົນນີ້ຖືກຈັບເມື່ອກຳ­ລັງຫລິ້ນຊູ້ຢູ່.
\v 5 ໃນພຣະ­ບັນ­ຍັດໂມ­ເຊສັ່ງໃຫ້ເອົາຫີນຄວ່າງໃສ່ຄົນຢ່າງນີ້; ທ່ານເດຈະວ່າຢ່າງ­ໃດກັບຍິງຄົນນີ້?”
\v 6 ພວກເຂົາເວົ້າຢ່າງນີ້ເພື່ອທົດລອງໃຫ້ພຣະອົງເຮັດຜິດເພື່ອຈະໄດ້ຫາເຫດຟ້ອງພຣະ­ອົງ, ແຕ່ພຣະ­ເຢຊູຊົງນ້ອມພຣະ­ກາຍລົງແລະໃຊ້ນິ້ວພຣະ­ຫັດຂຽນທີ່ດິນ.
\s5
\v 7 ເມື່ອພວກເຂົາຍັງຄົງຖາມພຣະອົງອີກ, ພຣະ­ອົງຊົງຢືນຂຶ້ນແລະກ່າວແກ່ເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີຜິດບາບ ກໍໃຫ້ຜູ້ນັ້ນເອົາຫີນຄວ່າງໃສ່ຍິງນີ້ກ່ອນ­ໝູ່.”
\v 8 ແລ້ວພຣະ­ອົງກໍຊົງນ້ອມພຣະ­ກາຍລົງອີກຄັ້ງ ແລະ ເອົານີ້ວຂອງພຣະອົງຂຽນທີ່ດິນ.
\s5
\v 9 ເມື່ອພວກເຂົາໄດ້ຍິນດັ່ງ­ນັ້ນກໍເລີ່ມອອກໄປເທື່ອລະຄົນ, ເລີ້ມຕັ້ງ­ແຕ່ຄົນແກ່ໄປ ຈົນໃນທີ່ສຸດກໍເຫລືອພຽງພຣະ­ເຢຊູກັບຍິງຄົນນັ້ນທີ່ຖືກນຳມາໄວ້ຢູ່ເຄິ່ງ­ກາງ.
\v 10 ພຣະເຢຊູຊົງເງີຍຂຶ້ນແລະຖາມຍິງນັ້ນວ່າ, “ນາງເອີຍ, ຄົນທີ່ກ່າວຫາເຈົ້າໄປໃສໝົດແລ້ວ? ບໍ່ມີໃຜລົງ­ໂທດເຈົ້າຫລື?”
\v 11 ນາງທູນຕອບວ່າ, “ບໍ່ມີໃຜເລີຍ, ພຣະອົງເຈົ້າ” ພຣະ­ເຢຊູຊົງກ່າວວ່າ, “ເຮົາກໍບໍ່ລົງໂທດເຈົ້າເໝືອນກັນ, ຈົ່ງໄປເສັຽເຖີດແລະຢ່າເຮັດຜິດອີກ.”]
\s5
\v 12 ແລ້ວພຣະ­ເຢຊູກ່າວກັບພວກເຂົາວ່າ, “ເຮົາເປັນຄວາມສະ­ຫວ່າງຂອງໂລກ; ຜູ້ທີ່ຕາມເຮົາມາຈະບໍ່ທຽວໄປໃນທີ່ມືດ ແຕ່ຈະມີຄວາມສະ­ຫວ່າງແຫ່ງຊີ­ວິດ.”
\v 13 ພວກຟາ­ຣີ­ຊາຍກ່າວຕໍ່ພຣະ­ອົງວ່າ, “ທ່ານເປັນພະ­ຍານໃຫ້ແກ່ຕົວທ່ານເອງ; ຄຳພະ­ຍານຂອງທ່ານກໍບໍ່ຈິງ.”
\s5
\v 14 ພຣະ­ເຢຊູຊົງຕອບເຂົາວ່າ, “ເຖິງແມ່ນວ່າເຮົາເປັນພະຍານດ້ວຍຕົວຂອງເຮົາເອງ, ຄຳພະ­ຍານຂອງເຮົານັ້ນຈິງ, ເຮົາຮູ້ວ່າເຮົາມາແຕ່ໃສແລະກຳລັງຈະໄປທີ່ໃດ, ແຕ່ພວກທ່ານບໍ່ຮູ້ວ່າເຮົາມາແຕ່ໃສແລະຈະໄປທີ່ໃດ.
\v 15 ພວກທ່ານຕັດສີນຕາມເນື້ອໜັງ; ແຕ່ເຮົາກໍບໍ່ຕັດສິນຜູ້ໃດເລີຍ.
\v 16 ຖ້າຫາກເຮົາຕັດສິນ, ການຕັດສິນຂອງເຮົານັ້ນຈິງ, ເພາະວ່າບໍ່ໄດ້ມີເຮົາແຕ່ຜູ້ດຽວ, ແຕ່ເຮົາມີພຣະ­ບິ­ດາທີ່ຊົງໃຊ້ເຮົາມາດ້ວຍ.
\s5
\v 17 ແມ່ນແລ້ວ ໃນກົດໝາຍຂອງທ່ານຂຽນໄວ້ວ່າ ຄຳພະ­ຍານຂອງຄົນສອງຄົນກໍເປັນ­ຄວາມຈິງ.
\v 18 ເຮົາຄືຄົນນັ້ນທີ່ໄດ້ເປັນພະ­ຍານເຖີງຕົວເຮົາເອງ, ແລະພຣະ­ບິ­ດາທີ່ຊົງໃຊ້ເຮົາມາກໍເປັນພະ­ຍານເຖິງເຮົາ.”
\s5
\v 19 ພວກເຂົາຈຶ່ງທູນກັບພຣະ­ອົງວ່າ, “ພຣະ­ບິ­ດາຂອງທ່ານຢູ່ໃສ?” ພຣະ­ເຢຊູຕອບວ່າ, “ທ່ານບໍ່ຮູ້ຈັກເຮົາຫລືພຣະ­ບິ­ດາຂອງເຮົາ, ຖ້າທ່ານຮູ້­ຈັກເຮົາ ທ່ານກໍຮູ້­ຈັກພຣະ­ບິ­ດາຂອງເຮົາເໝືອນກັນ.
\v 20 ພຣະ­ເຢຊູກ່າວຄຳເຫລົ່ານີ້ເປັນຄຳອຸປະມາໃນຂະນະທີ່ພຣະເຢຊູຊົງສັ່ງ­ສອນໃນພຣະ­ວິ­ຫານແລະບໍ່ມີຜູ້ໃດຈັບພຣະ­ອົງ ເພາະເວ­ລາຂອງພຣະ­ອົງຍັງບໍ່ເຖິງ.
\s5
\v 21 ອີກຄັ້ງໜຶ່ງ ພຣະ­ອົງກ່າວກັບພວກເຂົາອີກວ່າ, “ເຮົາຈະຈາກໄປ ພວກທ່ານຈະຊອກຫາເຮົາ ແລະຈະຕາຍໃນຄວາມຜິດບາບຂອງທ່ານ. ບ່ອນທີ່ເຮົາຈະໄປນັ້ນພວກທ່ານຈະໄປບໍ່ໄດ້.”
\v 22 ພວກຢິວເວົ້າກັນວ່າ, “ລາວຈະຂ້າຕົວເອງຫລື? ລາວກ່າວວ່າ 'ບ່ອນທີ່ເຮົາຈະໄປນັ້ນພວກທ່ານໄປບໍ່ໄດ້'?”
\s5
\v 23 ພຣະ­ເຢຊູກ່າວກັບພວກເຂົາວ່າ, “ທ່ານມາຈາກເບື້ອງລຸ່ມ, ຝ່າຍເຮົາມາຈາກເບື້ອງເທິງ. ພວກທ່ານເປັນຂອງໂລກນີ້, ເຮົາບໍ່ເປັນຂອງໂລກນີ້.
\v 24 ດ້ວຍເຫດນັ້ນ, ເຮົາບອກທ່ານວ່າ ທ່ານຈະຕາຍໃນຄວາມຜິດບາບຂອງທ່ານ, ນອກເສັຽຈາກທ່ານໄດ້ເຊື່ອເຮົາວ່າເປັນຜູ້ນັ້ນ, ທ່ານຈະຕາຍໃນບາບຂອງທ່ານ.”
\s5
\v 25 ດັ່ງນັ້ນພວກເຂົາທູນຖາມພຣະ­ອົງວ່າ, “ແລ້ວທ່ານເປັນໃຜ?” ພຣະ­ເຢຊູຊົງຕອບກັບພວກເຂົາວ່າ, “ສິ່ງທີ່ເຮົາໄດ້ບອກທ່ານຕັ້ງແຕ່ຕົ້ນນັ້ນ.
\v 26 ເຮົາມີຫລາຍປະ­ການທີ່ຈະກ່າວກ່ຽວກັບພວກທ່ານ ແລະຕັດສິນພວກທ່ານ, ຢ່າງໃດກໍຕາມຜູ້ຊົງໃຊ້ເຮົາມານັ້ນຈິງ, ແລະສິ່ງທີ່ເຮົາໄດ້ຍິນຈາກທ່ານຜູ້ນັ້ນ ຄືສິ່ງເຫລົ່ານີ້ທີ່ເຮົາໄດ້ກ່າວແກ່ໂລກ.”
\v 27 ພວກເຂົາບໍ່ໄດ້ເຂົ້າ­ໃຈວ່າພຣະ­ອົງກຳລັງກ່າວກັບເຂົາເຖິງເລື່ອງພຣະ­ບິ­ດາ.
\s5
\v 28 ພຣະ­ເຢຊູກ່າວວ່າ, “ເມື່ອທ່ານໄດ້ຍົກບຸດມະ­ນຸດຂຶ້ນແລ້ວ, ທ່ານຈະຮູ້ວ່າເຮົາເປັນຜູ້ນັ້ນ, ແລະເຮົາບໍ່ໄດ້ເຮັດສິ່ງໃດດ້ວຍຕົວຂອງເຮົາ ທີ່ພຣະ­ບິ­ດາໄດ້ຊົງສອນເຮົາ, ເຮົາຈຶ່ງກ່າວສິ່ງເຫລົ່ານີ້.
\v 29 ພຣະ­ອົງຜູ້ຊົງໃຊ້ເຮົາມາກໍຊົງສະ­ຖິດຢູ່ກັບເຮົາ, ແລະພຣະ­ອົງບໍ່ໄດ້ຊົງປະເຮົາໄວ້ໃຫ້ຢູ່ຜູ້ດຽວ, ເພາະ­ວ່າເຮົາເຮັດທຸກສິ່ງທີ່ພຣະບິດາຊອບພຣະ­ທັຍຢູ່ສະ­ເໝີ.”
\v 30 ໃນຂະນະທີ່ພຣະ­ອົງຊົງກ່າວຄຳເຫລົ່າ­ນັ້ນ ຫລາຍຄົນໄດ້ເຊື່ອໃນພຣະ­ອົງ.
\s5
\v 31 ພຣະ­ເຢຊູກ່າວແກ່ພວກຢິວທີ່ເຊື່ອໃນພຣະອົງວ່າ, “ຖ້າພວກທ່ານຕັ້ງໝັ້ນ­ຄົງຢູ່ໃນຖ້ອຍຄຳຂອງເຮົາ, ພວກທ່ານກໍເປັນສາ­ວົກຂອງເຮົາຢ່າງແທ້ຈິງ.
\v 32 ແລະທ່ານຈະຮູ້ຈັກຄວາມຈິງ, ແລະຄວາມຈິງນັ້ນຈະປົດປ່ອຍໃຫ້ພວກທ່ານເປັນອິສຣະ.”
\v 33 ພວກເຂົາຕອບພຣະ­ອົງວ່າ, “ເຮົາເປັນເຊື້ອສາຍຂອງອັບຣາ­ຮາມ, ແລະເຮົາບໍ່ເຄີຍເປັນຂ້ອຍຂ້າຂອງຜູ້ໃດຈັກເທື່ອ, ເປັນຫຍັງທ່ານຈຶ່ງເວົ້າວ່າ, ‘ທ່ານຈະເປັນອິສຣະ?’”
\s5
\v 34 ພຣະ­ເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ພວກທ່ານວ່າ, ຜູ້ໃດກໍຕາມທີ່ເຄີຍເຮັດການຜິດບາບກໍເປັນຂ້ອຍຂ້າຂອງຄວາມບາບ.
\v 35 ຂ້ອຍຂ້າບໍ່ຕັ້ງຢູ່ໃນຄົວເຮືອນຕະຫລອດໄປ, ແຕ່ບຸດກໍຕັ້ງຢູ່ຕະ­ຫລອດໄປ.
\v 36 ເຫດສັນນັ້ນ, ຖ້າພຣະ­ບຸດຈະປົດປ່ອຍໃຫ້ທ່ານເປັນອິສຣະ, ພວກທ່ານກໍຈະເປັນອິສຣະຢ່າງແທ້ຈິງ.
\s5
\v 37 ເຮົາຮູ້ຢູ່ວ່າທ່ານເປັນເຊື້ອ­ສາຍຂອງອັບ­ຣາ­ຮາມ; ແຕ່ທ່ານຊອກຫາຈະຂ້າເຮົາ, ເພາະຖ້ອຍຄຳຂອງເຮົາບໍ່ໄດ້ຢູ່ໃນທ່ານ.
\v 38 ເຮົາເວົ້າໃນສິ່ງທີ່ເຮົາເຫັນໃນພຣະ­ບິ­ດາ ແລະທ່ານກໍເຮັດໃນສິ່ງທີ່ທ່ານເຫັນຈາກພຣະບິດາດ້ວຍ.”
\s5
\v 39 ພວກເຂົາຕອບພຣະ­ອົງວ່າ, “ພໍ່ຂອງພວກເຮົາຄືອັບຣາຮາມ” ພຣະ­ເຢຊູກ່າວແກ່ພວກເຂົາວ່າ, “ຫາກທ່ານເປັນລູກຫລານຂອງອັບ­ຣາ­ຮາມແລ້ວ, ທ່ານກໍຈະເຮັດງານຂອງອັບຣາຮາມ.
\v 40 ແຕ່ຕອນນີ້ທ່ານຫາທີ່ຈະຂ້າເຮົາ, ຄືຊາຍຄົນນັ້ນຜູ້ໄດ້ບອກຄວາມຈິງແກ່ທ່ານ ຕາມທີ່ເຮົາໄດ້ຍິນມາຈາກພຣະບິດາ. ອັບ­ຣາ­ຮາມບໍ່ໄດ້ເຮັດເຊັ່ນນີ້.
\v 41 ທ່ານຈົ່ງເຮັດງານຂອງບິດາ” ພວກເຂົາຈຶ່ງທູນຕອບວ່າ, “ເຮົາບໍ່ໄດ້ເກີດມາຈາກການຫລິ້ນຊູ້, ເຮົາມີບິ­ດາອົງດຽວຄືພຣະ­ເຈົ້າ.”
\s5
\v 42 ພຣະ­ເຢຊູບອກພວກເຂົາວ່າ, “ຖ້າພຣະ­ເຈົ້າຊົງເປັນພຣະບິດາຂອງທ່ານ, ທ່ານຈະຮັກເຮົາ ເພາະເຮົາມາຈາກພຣະ­ເຈົ້າແລະເຮົາຢູ່ທີ່ນີ້ ເພາະເຮົາບໍ່ໄດ້ມາດ້ວຍຕົວຂອງເຮົາເອງ ແຕ່ພຣະບິດາສົ່ງເຮົາມາ.
\v 43 ເປັນຫຍັງທ່ານບໍ່ເຂົ້າ­ໃຈຄຳເວົ້າຂອງເຮົາ? ນັ້ນເປັນເພາະທ່ານບໍ່ໄດ້ຍິນຄຳຂອງເຮົາ.
\v 44 ທ່ານມາຈາກພໍ່ຂອງທ່ານຄືມານ, ແລະພວກທ່ານມີ­ໃຈຢາກເຮັດຕາມຄວາມປາຖນາຂອງພໍ່ທ່ານ. ພໍ່ຂອງທ່ານເປັນຜູ້ຂ້າຄົນຕັ້ງ­ແຕ່ເດີມມາແລ້ວ ແລະມັນບໍ່ໄດ້ຕັ້ງຢູ່ໃນຄວາມຈິງ, ເພາະວ່າໃນຕົວມັນບໍ່ມີຄວາມຈິງເລີຍ. ເມື່ອມັນເວົ້າຕົວະ ມັນກໍເວົ້າຕາມທັມະຊາດຂອງມັນ, ເພາະມັນເປັນຜູ້ເວົ້າຕົວະແລະເປັນພໍ່ຂອງການຕົວະ.
\s5
\v 45 ແຕ່ເຮົາໄດ້ບອກຄວາມຈິງແກ່ພວກທ່ານ ແຕ່ພວກທ່ານບໍ່ໄດ້ເຊື່ອເຮົາ.
\v 46 ຜູ້ໃດໃນພວກທ່ານທີ່ພົບຄວາມຜິດບາບໃນເຮົາ? ຖ້າເຮົາເວົ້າຄວາມຈິງ ເປັນຫຍັງທ່ານຈຶ່ງບໍ່ເຊື່ອເຮົາ?
\v 47 ຄົນທີ່ເປັນຂອງພຣະ­ເຈົ້າກໍຈະຟັງຄຳຂອງພຣະ­ເຈົ້າ, ທ່ານບໍ່ຟັງຄຳເຫລົ່ານັ້ນ ເພາະທ່ານບໍ່ໄດ້ເປັນຂອງພຣະເຈົ້າ.”
\s5
\v 48 ພວກຢິວຕອບພຣະ­ອົງວ່າ, “ເຮົາບໍ່ໄດ້ບອກກັບທ່ານແທ້ໆບໍວ່າ, ທ່ານເປັນໄທຊາ­ມາ­ເຣຍແລະມີຜິຮ້າຍ?”
\v 49 ພຣະ­ເຢຊູຕອບເຂົາວ່າ, “ເຮົາບໍ່ມີມານຮ້າຍ ເຮົາຖວາຍ­ກຽດແດ່ພຣະ­ບິ­ດາຂອງເຮົາ, ແຕ່ທ່ານບໍ່ໄດ້ໃຫ້ກຽດເຮົາ.
\s5
\v 50 ເຮົາບໍ່ໄດ້ຊອກຫາກຽດສຳ­ລັບເຮົາເອງ, ແຕ່ມີຜູ້ໜຶ່ງທີ່ຊອກຫາກຽດແລະການພິ­ພາກ­ສາ.
\v 51 ເຮົາບອກຄວາມຈິງແກ່ພວກທ່ານ ຖ້າຫາກໃຜປະຕິບັດຕາມຄຳສອນຂອງເຮົາ, ຜູ້ນັ້ນຈະບໍ່ເຫັນຄວາມຕາຍ.”
\s5
\v 52 ພວກຢິວບອກພຣະ­ອົງວ່າ, “ຕອນ­ນີ້ເຮົາຮູ້ແລ້ວວ່າທ່ານມີມານຮ້າຍສິງຢູ່, ອັບ­ຣາ­ຮາມແລະພວກປະ­ກາດພຣະ­ທັມກໍຕາຍໄປໝົດແລ້ວ; ແຕ່ທ່ານເວົ້າວ່າ ‘ຖ້າຜູ້ໃດປະຕິບັດຕາມຄຳສອນຂອງເຮົາຈະບໍ່ຕາຍ.
\v 53 ທ່ານບໍ່ຍິ່ງໃຫຍ່ກວ່າອັບ­ຣາ­ຮາມບິດາຂອງພວກເຮົາ ທີ່ຕາຍໄປແລ້ວນັ້ນຫລື? ພວກຜູ້ປະ­ກາດພຣະ­ທັມກໍຕາຍແລ້ວເໝືອນກັນ. ແລ້ວທ່ານຈະອວດອ້າງວ່າທ່ານເປັນຜູ້ໃດນອກເໜືອຈາກຄົນເຫລົ່ານີ້?”
\s5
\v 54 ພຣະ­ເຢຊູຕອບວ່າ, “ຖ້າເຮົາໃຫ້ກຽດແກ່ຕົວເຮົາເອງ, ກຽດຂອງເຮົາກໍບໍ່ມີຄ່າຫຍັງ; ຄືພຣະບິດາທີ່ໄດ້ໃຫ້ກຽດແກ່ເຮົາ ແລະຄົນທີ່ທ່ານເວົ້ານັ້ນກໍຄືພຣະ­ເຈົ້າຂອງພວກທ່ານ.
\v 55 ພວກທ່ານບໍ່ຮູ້­ຈັກພຣະ­ອົງ ແຕ່ເຮົາຮູ້­ຈັກທ່ານຜູ້ນັ້ນ, ຖ້າຫາກເຮົາຈະເວົ້າວ່າ 'ເຮົາບໍ່ຮູ້­ຈັກທ່ານຜູ້ນັນ' ເຮົາກໍເປັນຄົນທີ່ເວົ້າຕົວະ. ຢ່າງໃດກໍຕາມ, ເຮົາຮູ້­ຈັກພຣະ­ອົງແລະປະພຶດຕາມພຣະ­ທັມຂອງພຣະ­ອົງ.
\v 56 ອັບ­ຣາ­ຮາມບິດາຂອງທ່ານຈະຊົມ­ຊຶ່ນຍິນ­ດີທີ່ໄດ້ເຫັນເຮົາ ໃນວັນນີ້ທ່ານໄດ້ເຫັນແລະ­ຍິນ­ດີ.”
\s5
\v 57 ພວກຢິວບອກກັບພຣະ­ອົງວ່າ, “ທ່ານອາ­ຍຸຍັງບໍ່ເຖິງຫ້າສິບປີ, ແຕ່ທ່ານໄດ້ເຫັນອັບ­ຣາ­ຮາມຫລື?”
\v 58 ພຣະເຢຊູບອກກັບເຂົາວ່າ, “ເຮົາບອກຄວາມຈິງກັບທ່ານວ່າ, ກ່ອນອັບຣາຮາມເກີດ ເຮົາຢູ່ທີ່ນັ້ນ.”
\v 59 ພວກເຂົາເລີ່ມຈັບກ້ອນຫີນເພື່ອຈະຄວ່າງໃສ່ພຣະອົງ, ແຕ່ພຣະອົງຫລົບໜີແລະອອກໄປຈາກພຣະ­ວິ­ຫານຢ່າງລັບໆ.
\s5
\c 9
\cl ບົດທີ 9
\p
\v 1 ບັດນີ້ ຂະນະທີ່ພຣະ­ເຢຊູກຳ­ລັງສະ­ເດັດຜ່ານໄປ ພຣະອົງເຫັນຊາຍຄົນໜຶ່ງຕາ­ບອດຕັ້ງແຕ່ເກີດ.
\v 2 ພວກສາ­ວົກຂອງພຣະອົງຖາມພຣະ­ອົງວ່າ, “ອາ­ຈານເຈົ້າເອີຍ, ຜູ້ໃດໄດ້ເຮັດບາບ ຊາຍຄົນນີ້ຫລືພໍ່ແມ່ຂອງລາວ ທີ່ເຮັດໃຫ້ລາວເກີດມາຕາບອດ?”
\s5
\v 3 ພຣະ­ເຢຊູຕອບວ່າ, “ບໍ່ແມ່ນຊາຍຄົນນີ້ຫລືພໍ່ແມ່ຂອງລາວໄດ້ເຮັດບາບ, ແຕ່ເພື່ອໃຫ້ພຣະ­ຣາ­ຊະ­ກິດທັງສິ້ນຂອງພຣະ­ເຈົ້າຈະໄດ້ເປີດເຜີຍໃນຕົວລາວ.
\v 4 ພວກເຮົາຕ້ອງເຮັດພຣະຣາ­ຊະ­ກິດຂອງພຣະ­ອົງຜູ້ຊົງໃຊ້ເຮົາມາ ໃນຂະນະທີ່ເປັນກາງເວັນຢູ່, ເມື່ອເຖິງເວລາກາງ­ຄືນກໍຈະບໍ່ມີຜູ້ໃດອາດເຮັດວຽກໄດ້.
\v 5 ຂະນະທີ່ເຮົາຍັງຢູ່ໃນໂລກນີ້, ເຮົາເປັນ­ຄວາມສະ­ຫວ່າງຂອງໂລກ.”
\s5
\v 6 ຫລັງຈາກທີ່ພຣະເຢຊູກ່າວສິ່ງເຫລົ່ານີ້, ພຣະ­ອົງຖົ່ມນ້ຳ­ລາຍລົງດິນ ໃຊ້ນ້ຳ­ລາຍປະສົມດິນເປັນຕົມແລ້ວທາໃສ່ຕາຂອງຄົນຕາບອດ.
\v 7 ພຣະອົງກ່າວຕໍ່ຄົນນັ້ນວ່າ, “ຈົ່ງໄປລ້າງອອກທີ່ສະຊີ­ໂລ­ອາມ (ຊຶ່ງແປວ່າສົ່ງໄປ)” ຊາຍຄົນນັ້ນຈຶ່ງໄປລ້າງ ແລະກັບມາກໍເຫັນ­ຮຸ່ງໄດ້.
\s5
\v 8 ຈາກ­ນັ້ນເພື່ອນບ້ານຂອງຊາຍຄົນນັ້ນແລະບັນດາຄົນທີ່ເຄີຍເຫັນຊາຍຄົນນີ້ກ່ອນໜ້ານີ້ຕອນທີ່ລາວເປັນຄົນຂໍ­ທານເວົ້າວ່າ, “ຜູ້ນີ້ບໍ່ແມ່ນຄົນທີ່ເຄີຍນັ່ງຂໍ­ທານນັ້ນຫລື?”
\v 9 ບາງຄົນເວົ້າວ່າ, “ລາວແມ່ນຄົນນັ້ນ” ແຕ່ຄົນອື່ນກໍວ່າ, “ບໍ່ແມ່ນ ແຕ່ລາວເປັນຄືກັບຄົນນັ້ນ,” ແຕ່ຊາຍຄົນນັ້ນເວົ້າວ່າ,”ແມ່ນຂ້າພຣະເຈົ້າເອງ.”
\s5
\v 10 ພວກເຂົາເວົ້າກັບຄົນນັ້ນວ່າ, “ແລ້ວຕາຂອງເຈົ້າເຊົາບອດໄດ້ຈັ່ງໃດ?”
\v 11 ລາວຕອບວ່າ, “ຊາຍຄົນໜຶ່ງຊື່ວ່າເຢ­ຊູ ເຮັດຂີ້­ຕົມຂຶ້ນມາແລະທາໃສ່ຕາຂອງເຮົາ, ແລະບອກກັບຂ້າພຣະເຈົ້າວ່າ ‘ໄປທີ່ສະຊີ­ໂລ­ອາມແລະລ້າງອອກ' ຂ້າພຣະເຈົ້າຈິ່ງໄປທີ່ນັ້ນແລະລ້າງອອກ ແລະຂ້າພຣະເຈົ້າກໍເບິ່ງເຫັນ­ຮຸ່ງໄດ້.”
\v 12 ເຂົາເວົ້າກັບຊາຍຄົນນັ້ນວ່າ, “ທ່ານຜູ້ນັ້ນຢູ່ໃສ” ລາວຕອບວ່າ, “ເຮົາບໍ່ຮູ້.”
\s5
\v 13 ພວກເຂົາຈຶ່ງພາຄົນນັ້ນທີ່ເຄີຍຕາ­ບອດໄປຫາພວກຟາ­ຣີຊາຍ.
\v 14 ວັນທີ່ພຣະ­ເຢຊູຊົງເຮັດຕົມທາຕາຊາຍຕາບອດແລະເຮັດໃຫ້ລາວເຊົາຕາບອດນັ້ນແມ່ນວັນສະ­ບາ­ໂຕ.
\v 15 ແລ້ວພວກຟາ­ຣີ­ຊາຍຈຶ່ງຖາມຊາຍຄົນນັ້ນອີກວ່າ ລາວເບິ່ງເຫັນໄດ້ຈັ່ງໃດ. ລາວບອກກັບພວກເຂົາວ່າ, “ເພິ່ນໄດ້ເອົາຂີ້­ຕົມທາຕາຂອງຂ້ານ້ອຍ, ແລ້ວຂ້າ­ນ້ອຍໄດ້ໄປລ້າງອອກ ແລະດຽວນີ້ຂ້ານ້ອຍກໍເຫັນຮຸ່ງ.”
\s5
\v 16 ບາງຄົນໃນພວກຟາ­ຣີ­ຊາຍເວົ້າວ່າ, “ຊາຍຄົນນີ້ບໍ່ໄດ້ມາຈາກພຣະ­ເຈົ້າ ເພາະວ່າເພິ່ນບໍ່ຖືຮັກ­ສາວັນສະ­ບາໂຕ” ຄົນອື່ນໆ ເວົ້າວ່າ, “ເປັນຫຍັງຊາຍຜູ້ເປັນຄົນບາບຄືເຮັດໝາຍສຳ­ຄັນແນວນີ້ໄດ້?” ຈິ່ງມີການແບ່ງແຍກໃນພວກເຂົາ.
\v 17 ພວກເຂົາຈຶ່ງຖາມຊາຍຄົນຕາ­ບອດອີກເທື່ອໜຶ່ງວ່າ, “ເຈົ້າເດເວົ້າຢ່າງ­ໃດໃນເມື່ອເພິ່ນເຮັດໃຫ້ເຈົ້າເຊົາຕາບອດ?” ຊາຍຄົນຕາບອດຕອບວ່າ, “ທ່ານເປັນຜູ້ປະ­ກາດພຣະ­ທັມ.”
\v 18 ຄົນຢິວຍັງຄົງບໍ່ເຊື່ອວ່າຊາຍຄົນນັ້ນເຄີຍ­ຕາບອດແລະເຊົາຕາບອດແລ້ວ, ຈົນກະທັ້ງເຂົາໄດ້ເອີ້ນພໍ່ແມ່ຂອງຊາຍຕາບອດທີ່ໄດ້ຮັບໂຜດໃຫ້ເບີ່ງເຫັນມາ.
\s5
\v 19 ພວກເຂົາຖາມພໍ່ແມ່ວ່າ, “ນີ້ເປັນລູກຊາຍຂອງໝູ່ເຈົ້າທີ່ໝູ່ເຈົ້າບອກວ່າເປັນ­ຕາບອດແຕ່ເກີດແມ່ນບໍ? ແລ້ວຕອນນີ້ລາວເບິ່ງເຫັນໄດ້ຢ່າງໃດ?”
\v 20 ພໍ່ແມ່ຂອງຜູ້ນັ້ນຕອບວ່າ, “ພວກຂ້ານ້ອຍຮູ້ວ່າຜູ້ນີ້ເປັນລູກຂອງຂ້າ­ນ້ອຍແລະລາວເກີດມາຕາບອດ.
\v 21 ຕອນນີ້ລາວເຫັນ­ຮຸ່ງໄດ້ຢ່າງໃດ ເຮົາບໍ່ຮູ້, ຊາຍຄົນທີ່ເປີດຕາລາວ ພວກຂ້າ­ນ້ອຍກໍບໍ່ຮູ້ຈັກ. ຖາມລາວເອງ, ລາວເປັນຜູ້ໃຫຍ່ແລ້ວ, ລາວຄົງເວົ້າເລື່ອງຕົນເອງໄດ້.”
\s5
\v 22 ພໍ່ແມ່ຂອງລາວທີ່ເວົ້າດັ່ງ­ນີ້ກໍເພາະພວກເຂົາຢ້ານພວກຢິວ, ເນື່ອງຈາກພວກຢິວໄດ້ຕົກ­ລົງກັນແລ້ວວ່າ, ຖ້າຜູ້ໃດຍອມຮັບວ່າຄົນນັ້ນເປັນພຣະ­ຄຣິດ, ເຂົາຈະຕ້ອງຖືກໄລ່ອອກຈາກໂຮງທັມມະເທສະ­ໜາ.
\v 23 ດ້ວຍເຫດນີ້ ພໍ່ແມ່ຂອງລາວຈຶ່ງເວົ້າວ່າ, “ລາວເປັນຜູ້ໃຫຍ່ແລ້ວ ຖາມລາວເອງ.”
\s5
\v 24 ພວກເຂົາຈຶ່ງເອີ້ນຊາຍຄົນທີ່ເຄີຍ­ຕາບອດເຂົ້າມາເປັນເທື່ອທີ່ສອງ ແລະບອກລາວວ່າ, “ຂໍກຽດນັ້ນຈົ່ງມີແດ່ພຣະເຈົ້າ, ເຮົາຮູ້ວ່າຊາຍຄົນນີ້ເປັນຄົນບາບ.”
\v 25 ຊາຍຄົນນັ້ນຕອບວ່າ, “ຂ້ານ້ອຍບໍ່ຮູ້ວ່າຊາຍຄົນນັ້ນເປັນຄົນບາບ ແຕ່ສິ່ງໜຶ່ງທີ່ຂ້າ­ນ້ອຍຮູ້ຕອນນີ້ຄື ຂ້າ­ນ້ອຍຕາບອດແຕ່ດຽວ­ນີ້ຂ້າ­ນ້ອຍເຫັນແລ້ວ.”
\s5
\v 26 ພວກເຂົາເວົ້າກັບຄົນນັ້ນວ່າ, “ເພິ່ນເຮັດຫຍັງໃຫ້ເຈົ້າ? ເພິ່ນເຮັດໃຫ້ຕາຂອງເຈົ້າເຊົາບອດໄດ້ຢ່າງໃດ?”
\v 27 ລາວຕອບວ່າ, “ຂ້າ­ນ້ອຍໄດ້ບອກພວກທ່ານແລ້ວແຕ່ທ່ານບໍ່ຟັງ! ເປັນຫຍັງພວກທ່ານຈຶ່ງຢາກຟັງອີກ? ທ່ານຢາກຈະເປັນລູກສິດຂອງເພິ່ນເໝືອນກັນຫລື?”
\v 28 ເຂົາຈຶ່ງເຍີ້ຍຄົນນັ້ນວ່າ, “ມຶງນັ້ນແຫລະ, ເປັນສິດຂອງມັນ ແຕ່ພວກເຮົານີ້ເປັນສິດຂອງໂມ­ເຊ.
\v 29 ຝ່າຍພວກເຮົາຮູ້ຢູ່ວ່າພຣະ­ເຈົ້າໄດ້ຊົງກ່າວຕໍ່ໂມ­ເຊ ແຕ່ຄົນນັ້ນພວກເຮົາບໍ່ຮູ້ວ່າມັນມາແຕ່ໃສ.”
\s5
\v 30 ຊາຍຄົນນີ້ຈິ່ງຕອບພວກເຂົາວ່າ, “ເລື່ອງນີ້ບໍ່ທຳມະດາເລີຍ, ທີ່ພວກທ່ານບໍ່ຮູ້ວ່າທ່ານຜູ້ນັ້ນມາແຕ່ໃສ, ແຕ່ເພິ່ນໄດ້ເຮັດໃຫ້ຕາຂອງຂ້າ­ນ້ອຍເຊົາບອດ.
\v 31 ເຮົາຮູ້ວ່າພຣະເຈົ້າບໍ່ໄດ້ຟັງຄົນບາບ, ແຕ່ຜູ້ໃດກໍຕາມທີ່ອຸທິດຕົນແລະເຮັດຕາມນ້ຳພຣະທັຍຂອງພຣະອົງ, ພຣະ­ອົງຈະຟັງຜູ້ນັ້ນ.
\s5
\v 32 ຕັ້ງ­ແຕ່ໂລກນີ້ເລີ່ມມາ ກໍບໍ່­ເຄີຍໄດ້ຍິນວ່າມີຜູ້ໃດທີ່ສາມາດເຮັດໃຫ້ຄົນຕາບອດຕັ້ງແຕ່ເກີດເຊົາບອດໄດ້.
\v 33 ຖ້າຫາກຊາຍຄົນນີ້ບໍ່ໄດ້ມາຈາກພຣະ­ເຈົ້າແລ້ວ, ເພີ່ນກໍຄົງເຮັດຫຍັງບໍ່ໄດ້ເລີຍ.”
\v 34 ພວກເຂົາຕອບຊາຍຄົນນັ້ນວ່າ, “ເຈົ້າເກີດມາໃນຄວາມບາບທັງນັ້ນ ແລະເຈົ້າກຳລັງສອນເຮົາຫລື?” ແລ້ວເຂົາໂຍນຊາຍຄົນນັ້ນອອກໄປ.
\s5
\v 35 ເມື່ອພຣະ­ເຢຊູຊົງໄດ້ຍິນວ່າເຂົາໄດ້ໄລ່ຄົນນັ້ນອອກແລ້ວຈາກທັມະເທສະໜາ, ພຣະ­ອົງຊົງພົບລາວແລະເວົ້າວ່າ, “ເຈົ້າເຊື່ອໃນບຸດມະ­ນຸດຫລື?”
\v 36 ລາວຕອບວ່າ, “ຜູ້ນັ້ນແມ່ນໃຜ ອົງພຣະຜູ້ເປັນເຈົ້າ, ເພື່ອທີ່ຂ້າ­ນ້ອຍຈະເຊື່ອໃນທ່ານຜູ້ນັ້ນ?”
\v 37 ພຣະເຢຊູກ່າວກັບລາວວ່າ, “ເຈົ້າໄດ້ເຫັນທ່ານຜູ້ນັ້ນແລ້ວ, ແລະຄືຜູ້ນັ້ນຄືຜູ້ກຳ­ລັງເວົ້າກັບເຈົ້າຢູ່.”
\v 38 ຊາຍຄົນນັ້ນທູນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້າ­ນ້ອຍເຊື່ອ” ແລະລາວຈຶ່ງຂາບລົງໄຫວ້ພຣະ­ອົງ.
\s5
\v 39 ພຣະ­ເຢຊູກ່າວວ່າ, “ສຳ­ລັບການພິ­ພາກ­ສານັ້ນເຮົາໄດ້ມາໃນໂລກນີ້ ເພື່ອຄົນທີ່ບໍ່ເຫັນຈະໄດ້ເຫັນ ແລະຄົນທີ່ເຫັນແລ້ວຈະຕາບອດ.”
\v 40 ພວກຟາ­ຣີ­ຊາຍບາງຄົນທີ່­ຢູ່ກັບພຣະອົງໄດ້ຍິນສິ່ງເຫລົ່ານີ້ກໍເວົ້າວ່າ, “ເຮົາ­ຕາບອດເໝືອນກັນຫລື?”
\v 41 “ຖ້າພວກທ່ານຕາ­ບອດ, ທ່ານຈະບໍ່ມີຄວາມຜິດບາບ, ແຕ່ບັດນີ້ພວກທ່ານເວົ້າວ່າ ‘ເຮົາເຫັນ’ ບາບຂອງພວກທ່ານກໍຍັງມີຢູ່.”
\s5
\c 10
\cl ບົດທີ 10
\p
\v 1 “ເຮົາບອກຄວາມຈິງກັບທ່ານວ່າ, ຖ້າຜູ້ໃດບໍ່ໄດ້ເຂົ້າມາທາງປະຕູຂອງຄອກແກະ, ແຕ່ປີນເຂົ້າໄປທາງອື່ນ, ຜູ້ນັ້ນກໍເປັນຂະໂມຍແລະໂຈນ.
\v 2 ແຕ່ຜູ້ໃດທີ່ເຂົ້າມາທາງປະ­ຕູ ຜູ່້ນັ້ນກໍເປັນຜູ້ລ້ຽງແກະ.
\s5
\v 3 ນາຍປະ­ຕູຈະໄຂປະ­ຕູໃຫ້ແກ່ເຂົາ. ແກະໄດ້ຍິນ­ສຽງຂອງເຂົາ ແລະເຂົາເອີ້ນແກະແຕ່ລະໂຕຕາມຊື່ແລະພາອອກໄປ.
\v 4 ເມື່ອເຂົາພາແກະທັງໝົດອອກໄປຂ້າງນອກເອງ, ເຂົາກໍຍ່າງນຳໜ້າຝູງແກະ ແລະຝູງແກະກໍຕິດຕາມເຂົາ ເພາະແກະຮູ້­ຈັກສຽງຂອງເຂົາ.
\s5
\v 5 ພວກມັນຈະບໍ່ຕາມຄົນແປກໜ້າ ແຕ່ຈະພະຍາຍາມຫລີກລ່ຽງດ້ວຍ, ເພາະວ່າພວກແກະບໍ່ຮູ້­ຈັກສຽງຂອງຄົນແປກໜ້າ.”
\v 6 ພຣະ­ເຢຊູກ່າວຄຳອຸປະມາແກ່ພວກເຂົາ, ແຕ່ພວກເຂົາບໍ່ໄດ້ເຂົ້າ­ໃຈວ່າ ສິ່ງເຫລົ່ານີ້ທີ່ພຣະ­ອົງກ່າວນັ້ນມີຄວາມໝາຍຢ່າງໃດ.
\s5
\v 7 ພຣະ­ເຢຊູຊົງກ່າວກັບພວກເຂົາອີກວ່າ, “ເຮົາບອກຄວາມຈິງກັບທ່ານວ່າ, ເຮົາເປັນປະ­ຕູຂອງແກະທັງ­ຫລາຍ.
\v 8 ບັນດາຜູ້ທີ່ມາກ່ອນເຮົານັ້ນກໍເປັນຂະ­ໂມຍແລະໂຈນ, ແຕ່ແກະຈະບໍ່ຟັງພວກເຂົາ.
\s5
\v 9 ເຮົາເປັນປະ­ຕູ. ຖ້າຜູ້ໃດເຂົ້າມາທາງເຮົາ, ຜູ້ນັ້ນຈະລອດ; ເຂົາຈະເຂົ້າອອກແລະພົບທົ່ງຫຍ້າ.
\v 10 ຂະ­ໂມຍນັ້ນມາເພື່ອຕ້ອງການຈະລັກ ຫລືຂ້າ ແລະທຳ­ລາຍ, ແຕ່ເຮົາມາເພື່ອໃຫ້ຄົນເຫລົ່ານັ້ນໄດ້ມີຊີ­ວິດ ແລະມີຊີວິດຢ່າງຄົບບໍ­ຣິ­ບູນ.
\s5
\v 11 ເຮົາເປັນຜູ້ລ້ຽງແກະທີ່ດີ. ຜູ້ລ້ຽງທີ່ດີຈະສະ­ຫລະຊີ­ວິດເພື່ອແກະຂອງຕົນ.
\v 12 ຄົນຮັບໃຊ້ທີ່ຖືກ­ຈ້າງມາບໍ່ແມ່ນຜູ້ລ້ຽງແກະ, ເມື່ອເຫັນໝາ­ໄນມາຜູ້ນັ້ນກໍປະຖິ້ມຝູງແກະນັ້ນໄວ້ແລະປົບໜີໄປ, ແລ້ວໝາ­ໄນກໍມາຂ້າ ແລະເຮັດໃຫ້ມັນແຕກຊະກັນໄປ.
\v 13 ຄົນນັ້ນໜີໄປ ເພາະເປັນຄົນຮັບໃຊ້ທີ່ຖືກຈ້າງມາ, ເຂົາຈຶ່ງບໍ່ໄດ້ຫ່ວງໃຍແກະເຫລົ່ານັ້ນ.
\s5
\v 14 ເຮົາເປັນຜູ້ລ້ຽງທີ່ດີ ເຮົາຮູ້­ຈັກແກະຂອງເຮົາ ແລະແກະຂອງເຮົາກໍຮູ້­ຈັກເຮົາ.
\v 15 ພຣະ­ບິ­ດາຊົງຮູ້­ຈັກເຮົາ ແລະເຮົາຮູ້ຈັກພຣະບິ­ດາ, ແລະເຮົາກໍສະ­ຫລະຊີ­ວິດຂອງເຮົາເພື່ອແກະເຫລົ່ານັ້ນ.
\v 16 ເຮົາຍັງມີແກະອີກຫລວງຫລາຍທີ່ບໍ່ໄດ້ຢູ່ໃນຄອກນີ້, ເຮົາຕ້ອງພາພວກເຂົາກັບມາ, ພວກເຂົາຈະໄດ້ຍິນ­ສຽງຂອງເຮົາແລະຈະຮ່ວມເປັນຝູງດຽວ ແລະມີຜູ້ລ້ຽງແກະແຕ່ຜູ້ດຽວ.
\s5
\v 17 ນີ້ເປັນເຫດທີ່ພຣະ­ບິ­ດາຊົງຮັກເຮົາ ເພາະເຮົາສະ­ຫລະຊີ­ວິດຂອງເຮົາ ເພື່ອທີ່ເຮົາຈະໄດ້ຊີ­ວິດອີກຄັ້ງ.
\v 18 ບໍ່ມີຜູ້ໃດທີ່ຈະຍາດເອົາຊີ­ວິດຂອງເຮົາໄປໄດ້, ແຕ່ເຮົາຍອມສະ­ຫລະຊີ­ວິດຂອງເຮົາດ້ວຍສະໝັກໃຈເອງ, ເຮົາມີສິດທີ່ຈະສະ­ຫລະແລະເຮົາກໍມີສິດທີ່ຈະມີຊີວິດອີກຄັ້ງ, ເຮົາໄດ້ຮັບຄຳສັ່ງນີ້ຈາກພຣະ­ບິ­ດາຂອງເຮົາ.”
\s5
\v 19 ດ້ວຍຂໍ້­ຄວາມນີ້ເອງກໍເຮັດໃຫ້ເກີດການແຕກແຍກອີກຄັ້ງທ່າມກາງພວກຄົນຢິວ.
\v 20 ພວກເຂົາຫລາຍຄົນເວົ້າວ່າ, “ມັນມີຜິຮ້າຍສິງຢູ່ແລະມັນເປັນຄົນບ້າ, ພວກເຈົ້າເຂົ້າໄປຟັງມັນເຮັດຫຍັງ?”
\v 21 ພວກອື່ນກໍເວົ້າວ່າ, “ນີ້ບໍ່ແມ່ນຄຳເວົ້າທີ່ມາຈາກຄົນທີ່ມີຜີຮ້າຍສິງຢູ່, ຜີຮ້າຍນັ້ນຈະເຮັດໃຫ້ຄົນຕາບອດເບິ່ງເຫັນໄດ້ຫລື?”
\s5
\v 22 ໃນຂະນະນັ້ນກໍເຖິງເທ­ສະ­ການສະ­ຫລອງພຣະ­ວິ­ຫານທີ່ນະຄອນເຢ­ຣູ­ຊາ­ເລັມ.
\v 23 ຊ່ວງນັ້ນເປັນຊ່ວງຣະ­ດູໜາວ, ພຣະເຢຊູກຳ­ລັງຍ່າງໄປມາທີ່ລະ­ບຽງຂອງໂຊ­ໂລ­ໂມນໃນພຣະວິຫານ.
\v 24 ແລ້ວພວກຄົນຢິວກໍພາ­ກັນມາລ້ອມພຣະ­ອົງເວົ້າວ່າ, “ທ່ານຈະໃຫ້ພວກເຮົາສົງສັຍຢູ່ເຫິງປານ­ໃດ? ຖ້າຫາກທ່ານເປັນພຣະ­ຄຣິດ ຈົ່ງບອກພວກເຮົາຢ່າງເປີດເຜີຍເຖີດ.”
\s5
\v 25 ພຣະ­ເຢຊູຕອບພວກເຂົາວ່າ, “ເຮົາໄດ້ບອກພວກທ່ານແລ້ວແຕ່ທ່ານບໍ່ເຊື່ອ, ກິ­ຈະ­ການທີ່ເຮົາໄດ້ເຮັດໂດຍພຣະນາມຂອງພຣະ­ບິ­ດາຂອງເຮົາ ໄດ້ເປັນພະ­ຍານກ່ຽວກັບຕົວເຮົາ.
\v 26 ທີ່ພວກທ່ານຍັງບໍ່ເຊື່ອເພາະທ່ານບໍ່ແມ່ນແກະຂອງເຮົາ.
\s5
\v 27 ແກະຂອງເຮົາໄດ້ຍິນ­ສຽງຂອງເຮົາ, ເຮົາຮູ້­ຈັກແກະຂອງເຮົາ, ແລະແກະກໍຕິດຕາມເຮົາ.
\v 28 ເຮົາຈະໃຫ້ພວກເຂົາມີຊີວິດອັນຕະ­ຫລອດໄປເປັນ­ນິດ; ເພາະພວກເຂົາຈະບໍ່ຕາຍ ແລະຈະບໍ່ມີຜູ້ໃດຍາດພວກເຂົາອອກຈາກມືຂອງເຮົາໄດ້.
\s5
\v 29 ພຣະ­ບິ­ດາຂອງເຮົາ ຜູ້ທີ່ມອບພວກເຂົາໄວ້ແກ່ເຮົາ ນັ້ນຍິ່ງໃຫຍ່ກວ່າທຸກຄົນ ແລະກໍບໍ່ມີໃຜທີ່ຈະອາດຍາດເອົາພວກເຂົາອອກຈາກພຣະ­ຫັດຂອງພຣະ­ບິ­ດາໄດ້.
\v 30 ເຮົາແລະພຣະ­ບິ­ດາຂອງເຮົາເປັນໜຶ່ງດຽວ.”
\v 31 ແລ້ວພວກຄົນຢິວກໍຢິບເອົາກ້ອນຫີນຂື້ນມາເພື່ອຈະຄວ່າງໃສ່ພຣະ­ອົງ.
\s5
\v 32 ພຣະ­ເຢຊູກ່າວຕອບພວກເຂົາວ່າ, “ເຮົາໄດ້ໃຫ້ທ່ານເຫັນການງານອັນດີຫລາຍປະ­ການຈາກພຣະ­ບິ­ດາ ແລະດ້ວຍເຫດເພາະການງານເຫລົ່ານີ້ທ່ານຈະເອົາກ້ອນຫີນຄວ່າງໃສ່ເຮົາຫລື?”
\v 33 ພວກຢິວຕອບຄືນພຣະ­ອົງວ່າ, “ເຮົາບໍ່ໄດ້ຄວ່າງກ້ອນຫີນເຫດເພາະການງານທີ່ດີເຫລົ່ານັ້ນ, ແຕ່ເພາະການໝິ່ນ­ປະ­ໝາດ ເພາະເຈົ້າ, ເປັນພຽງມະ­ນຸດ ແຕ່ຕັ້ງຕົວເປັນພຣະ­ເຈົ້າ.”
\s5
\v 34 ພຣະ­ເຢຊູຕອບພວກເຂົາວ່າ, “ ບໍ່ໄດ້ຂຽນໄວ້ໃນພຣະບັນຍັດຂອງທ່ານຫລື ‘ເຮົາກ່າວວ່າ "ທ່ານເປັນເທບພຣະເຈົ້າ’?"
\v 35 ຖ້າຫາກເຂົາເອີ້ນພວກນັ້ນວ່າເປັນເທບພຣະເຈົ້າ ຄົນເຫລົ່ານັ້ນເອົາຄຳວ່າ"ພຣະເຈົ້າ"ມາຈາກໃສ (ຂໍ້ພຣະ­ຄັມພີມີອາດປ່ຽນແປງໄດ້).
\v 36 ‘ທ່ານໝິ່ນ­ປະ­ໝາດ’ ເພາະເຮົາໄດ້ກ່າວວ່າ ‘ເຮົາເປັນບຸດຂອງພຣະ­ເຈົ້າ?
\s5
\v 37 ຖ້າເຮົາບໍ່ເຮັດພຣະ­ຣາ­ຊະ­ກິດພຣະ­ບິ­ດາຂອງເຮົາ, ຢ່າໄດ້ເຊື່ອເຮົາ.
\v 38 ແຕ່ຖ້າເຮົາເຮັດພຣະ­ຣາ­ຊະ­ກິດເຫລົ່ານັ້ນ ເຖິງວ່າທ່ານຈະບໍ່ເຊື່ອໃນຄຳເຮົາ, ຂໍໃຫ້ພວກທ່ານຈົ່ງເຊື່ອໃນພຣະຣາຊະ­ກິດນັ້ນ, ເພື່ອທີ່ທ່ານຈະຮູ້ແລະສາມາດເຂົ້າ­ໃຈວ່າ ພຣະບິ­ດາຊົງຢູ່ໃນເຮົາແລະເຮົາຢູ່ໃນພຣະ­ບິ­ດາ.”
\v 39 ພວກເຂົາຈຶ່ງພະ­ຍາ­ຍາມຈັບກຸມພຣະ­ອົງອີກຄັ້ງ, ແຕ່ພຣະ­ອົງກໍໜີພົ້ນຈາກເງື້ອມມືຂອງພວກເຂົາ.
\s5
\v 40 ພຣະ­ອົງອອກໄປຈາກທີ່ນັ້ນອີກຄັ້ງ ແລະຂ້ວາມໄປອີກຟາກແມ່­ນ້ຳຢໍ­ແດນ ໄປເຖິງບ່ອນໂຢ­ຮັນໃຫ້ຮັບບັບ­ຕິສະ­ມາຄັ້ງທຳອິດ, ແລ້ວພຣະ­ອົງກໍປຣະ­ທັບຢູ່ທີ່ນັ້ນ.
\v 41 ມີຫລາຍຄົນມາຫາພຣະອົງແລ້ວກ່າວວ່າ, “ໂຢ­ຮັນບໍ່ໄດ້ເຮັດໝາຍສຳ­ຄັນອັນໃດ, ແຕ່ທຸກສິ່ງທີ່ໂຢ­ຮັນໄດ້ກ່າວກ່ຽວກັບທ່ານຜູ້ນີ້ກໍເປັນຄວາມຈິງ.”
\v 42 ຜູ້ຄົນຫລວງຫລາຍໄດ້ເຊື່ອພຣະ­ອົງທີ່ນັ້ນ.
\s5
\c 11
\cl ບົດທີ 11
\p
\v 1 ເບິ່ງແມ ມີຊາຍຄົນໜຶ່ງຊື່ລາ­ຊະ­ໂຣປ່ວຍຢູ່ ທີ່ບ້ານເບັດ­ທາ­ນີ ຄືບ້ານຂອງນາງມາ­ຣິ­ອາ ແລະມາ­ທາສອງເອື້ອຍນ້ອງ.
\v 2 ມາ­ຣິອາ ຜູ້ນີ້ທີ່ໄດ້ເອົານ້ຳ­ມັນຫອມສົງອົງພຣະ­ຜູ້­ເປັນ­ເຈົ້າ ແລະໃຊ້ຜົມຂອງຕົນເຊັດພຣະ­ບາດຂອງພຣະ­ອົງ, ລາ­ຊະ­ໂຣນ້ອງຊາຍຂອງນາງກຳລັງນອນປ່ວຍຢູ່.
\s5
\v 3 ເອື້ອຍທັງສອງນີ້ໄດ້ໃຊ້ຄົນໄປຫາພຣະ­ເຢຊູທູນວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງແມ ຜູ້ທີ່ພຣະອົງຊົງຮັກ­ກຳ­ລັງປ່ວຍ”
\v 4 ເມື່ອພຣະ­ເຢຊູຊົງໄດ້ຍິນດັ່ງ­ນັ້ນ ພຣະອົງກ່າວວ່າ, “ການປ່ວຍໄຂ້ນີ້ຈະບໍ່ຕາຍດອກ, ແຕ່ເພື່ອຊູກຽດ­ຕິ­ຍົດຂອງພຣະ­ເຈົ້າ ເພື່ອທີ່ພຣະ­ບຸດຂອງພຣະ­ເຈົ້າຈະໄດ້ຮັບກຽດ­ຕິ­ຍົດເພາະການປ່ວຍໄຂ້ນັ້ນ.”
\s5
\v 5 ເພາະພຣະ­ເຢຊູຊົງຮັກມາ­ທາແລະນ້ອງສາວຂອງນາງແລະລາ­ຊະ­ໂຣ.
\v 6 ເມື່ອພຣະ­ອົງໄດ້ຍິນວ່າລາ­ຊະ­ໂຣປ່ວຍ, ພຣະເຢຊູຍັງຄົງພັກຢູ່ບ່ອນເດີມຕໍ່ອີກສອງວັນ.
\v 7 ຫລັງຈາກນັ້ນ, ພຣະອົງກ່າວກັບພວກສາ­ວົກຂອງພຣະອົງວ່າ, “ໃຫ້ເຮົາພາ­ກັນໄປຍັງແຂວງຢູ­ດາຍອີກຄັ້ງໜຶ່ງເທາະ.”
\s5
\v 8 ພວກສາ­ວົກທູນພຣະ­ອົງວ່າ, “ອາ­ຈານ, ເວລານີ້ພວກຢິວກຳລັງຫາທາງເອົາຫີນຄວ່າງໃສ່ພຣະອົງ ແລະພຣະອົງຍັງຈະກັບໄປທີ່ນັ້ນອີກຫລື?”
\v 9 ພຣະ­ເຢຊູຕອບວ່າ, “ໃນໜຶ່ງວັນມີສິບສອງຊົ່ວ­ໂມງທີ່ສະຫວ່າງບໍ່ແມ່ນຫລື? ຖ້າຄົນໃດຍ່າງໄປໃນຕອນກາງເວັນກໍຈະບໍ່ສະ­ດຸດ, ເພາະ­ວ່າເພິ່ນສາມາດເບິ່ງເຫັນໂດຍອາສັຍຄວາມສະ­ຫວ່າງຂອງໂລກນີ້.
\s5
\v 10 ຢ່າງໃດກໍຕາມ, ຖ້າຜູ້ນັ້ນຍ່າງໄປໃນເວ­ລາກາງ­ຄືນ ເຂົາຈະສະດຸດ, ເພາະ­ວ່າຄວາມສະ­ຫວ່າງບໍ່ໄດ້ຢູ່ໃນເພິ່ນ.”
\v 11 ຫລັງຈາກທີ່ພຣະ­ອົງກ່າວສິ່ງເຫລົ່າ­ນີ້ແລ້ວ ພຣະອົງບອກກັບພວກສາ­ວົກວ່າ, “ລາ­ຊະ­ໂຣເພື່ອນຂອງເຮົາກຳລັງນອນຫລັບຢູ່, ແຕ່ເຮົາຈະໄປປຸກລາວໃຫ້ຕື່ນ.”
\s5
\v 12 ດັ່ງນັ້ນພວກສາ­ວົກຈຶ່ງທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າຫາກລາວນອນຫລັບຢູ່ ລາວກໍຄົງຈະດີປ່ວຍ.”
\v 13 ແຕ່ທີ່ພຣະ­ເຢຊູກ່າວນັ້ນໝາຍເຖິງຄວາມຕາຍຂອງລາ­ຊະ­ໂຣ, ແຕ່ພວກສາ­ວົກຄຶດວ່າທີ່ພຣະ­ອົງກ່າວນັ້ນໝາຍເຖິງການນອນຫລັບພັກຜ່ອນ.
\v 14 ແລ້ວພຣະ­ເຢຊູຈຶ່ງຊົງບອກພວກເຂົາຢ່າງກົງໆ­ ວ່າ, “ລາ­ຊະ­ໂຣຕາຍແລ້ວ.
\s5
\v 15 ເຮົາຍິນ­ດີເພາະເຫັນ­ແກ່ທ່ານທັງ­ຫລາຍ, ທີ່ເຮົາບໍ່ໄດ້ຢູ່ທີ່ນັ້ນກໍເພື່ອທີ່ທ່ານຈະໄດ້ເຊື່ອ. ໃຫ້ພວກເຮົາພາ­ກັນໄປຫາລາວເທາະ.”
\v 16 ໂທ­ມາທີ່ເອີ້ນອີກວ່າຝາແຝດ, ເວົ້າກັບບັນດາສາວົກຂອງລາວວ່າ, “ໃຫ້ພວກເຮົາພາ­ກັນໄປກັບພຣະອົງ ເພື່ອທີ່ເຮົາຈະໄດ້ຕາຍກັບພຣະເຢຊູ.”
\s5
\v 17 ເມື່ອພຣະ­ເຢຊູມາເຖິງ ພຣະອົງຊົງຮຸ້ວ່າລາ­ຊະ­ໂຣຢູ່ຖືກນຳໄປຝັງໄວ້ໃນອຸບໂມງໄດ້ສີ່ວັນແລ້ວ.
\v 18 ບ້ານເບັດ­ທາ­ນີນັ້ນຢູ່ໃກຈາກນະຄອນເຢ­ຣູ­ຊາ­ເລັມປະ­ມານສິບຫ້າກິໂລແມັດ.
\v 19 ພວກຢິວຫລາຍຄົນມາຫານາງມາ­ທາແລະມາ­ຣິ­ອາ ເພື່ອເລົ້າໂລມໃຈເຂົາເນື່ອງດ້ວຍນ້ອງຊາຍຂອງພວກເຂົາ.
\v 20 ເມື່ອມາ­ທາໄດ້ຍິນວ່າພຣະ­ເຢຊູກຳ­ລັງສະ­ເດັດມາ, ນາງຈິ່ງອອກໄປພົບພຣະ­ອົງ, ແຕ່ມາ­ຣິ­ອາຍັງນັ່ງຢູ່ໃນເຮືອນ.
\s5
\v 21 ແລ້ວມາ­ທາທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າພຽງແຕ່ພຣະອົງຢູ່ທີ່ນີ້ ນ້ອງຊາຍຂອງຂ້າ­ນ້ອຍກໍຄົງບໍ່ຕາຍ.
\v 22 ແຕ່ຂ້າ­ນ້ອຍຊາບວ່າ ບໍ່ວ່າສິ່ງໃດກໍຕາມທີ່ພຣະອົງຈະທູນຂໍເວລານີ້ຈາກພຣະ­ເຈົ້າ, ພຣະ­ເຈົ້າຈະຊົງໂຜດປຣະ­ທານໃຫ້ກັບພຣະອົງ.”
\v 23 ພຣະ­ເຢຊູກ່າວກັບນາງວ່າ, “ນ້ອງຊາຍຂອງເຈົ້າຈະຟື້ນຄືນມາອີກຄັ້ງ.”
\s5
\v 24 ມາ­ທາທູນພຣະອົງວ່າ, “ຂ້າ­ນ້ອຍຮູ້ວ່າລາວຈະຟື້ນຄືນມາອີກຄັ້ງໃນການຟື້ນຄືນໃນວັນສຸດທ້າຍ.”
\v 25 ພຣະເຢຊູກ່າວກັບນາງວ່າ, “ເຮົາເປັນເຫດໃຫ້ເປັນຄືນຈາກຄວາມຕາຍແລະເປັນຊີ­ວິດ, ຜູ້ທີ່ເຊື່ອໃນເຮົາ ເຖິງແມ່ນວ່າເຂົາຕາຍ ເຂົາຈະມີຊີ­ວິດຢູ່.
\v 26 ແລະໃຜກໍຕາມທີ່ຍັງມີຊີ­ວິດຢູ່ແລະເຊື່ອໃນເຮົາຈະບໍ່ມີມື້ຕາຍ. ເຈົ້າເຊື່ອຂໍ້ນີ້ຫລື?”
\s5
\v 27 ນາງທູນພຣະ­ອົງວ່າ, “ແມ່ນແລ້ວອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍເຊື່ອວ່າທ່ານເປັນພຣະ­ຄຣິດ, ພຣະ­ບຸດຂອງພຣະ­ເຈົ້າ ທີ່ສະເດັດມາໃນໂລກນີ້.”
\v 28 ເມື່ອນາງກ່າວເຊັ່ນນີ້ແລ້ວນາງກໍອອກໄປແລະເອີ້ນມາ­ຣິ­ອາ ນ້ອງສາວເປັນການສ່ວນຕົວແລະເວົ້າວ່າ, “ທ່ານອາ­ຈານຢູ່ທີ່ນີ້ແລະກຳລັງເອີ້ນຫາເຈົ້າ.”
\v 29 ເມື່ອນາງໄດ້ຍິນເຊັ່ນນັ້ນ ຈິ່ງລຸກ­ຂຶ້ນຢ່າງໄວແລະໄປຫາພຣະ­ອົງ.
\s5
\v 30 ເວລານັ້ນພຣະ­ເຢຊູຍັງບໍ່ໄດ້ເຂົ້າໄປໃນໝູ່ບ້ານ ແຕ່ຍັງຢູ່ບ່ອນທີ່ມາ­ທາໄດ້ພົບພຣະ­ອົງ.
\v 31 ເມື່ອພວກຢິວ, ທີ່ຢູ່ໃນເຮືອນກັບນາງແລະກຳ­ລັງເລົ້າໂລມລາວຢູ່ນັ້ນ, ໄດ້ເຫັນມາ­ຣິ­ອາຟ້າວລຸກ­ຂຶ້ນອອກໄປຢ່າງໄວວາ, ພວກເຂົາຈຶ່ງຕາມນາງໄປ ເພາະນຶກວ່ານາງກຳລັງຈະໄປຮ້ອງ­ໄຫ້ທີ່ອຸບໂມງ.
\v 32 ເມື່ອນາງມາຣີອາມາເຖິງບ່ອນທີ່ພຣະ­ເຢຊູປຣະ­ທັບຢູ່ແລະເຫັນພຣະ­ອົງ, ນາງຈຶ່ງຂາບລົງທີ່ພຣະ­ບາດຂອງພຣະ­ອົງແລະທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າພຽງແຕ່ພຣະອົງຢູ່ທີ່ນີ້, ນ້ອງຊາຍຂອງຂ້າ­ນ້ອຍກໍຄົງບໍ່ຕາຍ.”
\s5
\v 33 ເມື່ອພຣະ­ເຢຊູເຫັນນາງຮ້ອງ­ໄຫ້, ແລະພວກຢິວທີ່ມາກັບນາງກຳ­ລັງຮ້ອງ­ໄຫ້ເໝືອນກັນ, ພຣະ­ອົງກໍ່ຮູ້ສຶກສະເທືອນພະທັຍແລະເປັນທຸກຫລາຍ.
\v 34 ພຣະ­ອົງກ່າວວ່າ, “ເຈົ້າໄດ້ເອົາສົບໄປໄວ້ທີ່ໃດ” ພວກເຂົາທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ເຊີນສະເດັດມາເບິ່ງແມ.”
\v 35 ພຣະ­ເຢຊູຊົງພຣະ­ກັນແສງ.
\s5
\v 36 ແລ້ວພວກຢິວກໍເວົ້າວ່າ, “ເບິ່ງ­ດູ ເພິ່ນຮັກລາຊະໂຣຫລາຍຊ່ຳໃດໜໍ!”
\v 37 ແຕ່ບາງຄົນໃນພວກເຂົາເວົ້າວ່າ, “ຄົນຜູ້ນີ້ບໍ່ແມ່ນບໍທີ່ສາມາດຮັກສາຄົນຕາບອດໄດ້, ຈະຊ່ວຍໃຫ້ຊາຍຄົນນີ້ບໍ່ຕາຍບໍ່ໄດ້ຫລື?”
\s5
\v 38 ຈາກນັ້ນ, ພຣະ­ເຢຊູສະເດັດໄປເຖິງອຸໂມງພ້ອມກັບຊົງສະ­ເທືອນພຣະ­ທັຍ, ເມື່ອໄປເຖີງທີ່ອຸໂມງ. ທີ່ປາກຖ້ຳມີຫີນອັດປາກໄວ້.
\v 39 ພຣະ­ເຢຊູກ່າວວ່າ, “ຈົ່ງເອົາຫີນອອກເສັຽ” ມາ­ທາເອື້ອຍຂອງລາຊະໂຣທີ່ເສັຽຊີວິດທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຈົນເຖິງເວລານີ້ ຮ່າງກາຍກໍຄົງຈະເນົ່າເປື່ອຍ, ເພາະລາວຕາຍມາໄດ້ສີ່ວັນແລ້ວ.”
\v 40 ພຣະ­ເຢຊູຕອບກັບນາງວ່າ, “ເຮົາບໍ່ໄດ້ບອກເຈົ້າຫລືວ່າ, ຖ້າເຈົ້າເຊື່ອ ເຈົ້າຈະໄດ້ເຫັນສະ­ຫງ່າຣາ­ສີຂອງພຣະ­ເຈົ້າ?”
\s5
\v 41 ພວກເຂົາຈຶ່ງຍົກຫີນອອກ. ພຣະ­ເຢຊູເງີຍພຣະ­ພັກຂຶ້ນແລ້ວກ່າວວ່າ, “ພຣະ­ບິ­ດາເອີຍ, ຂ້າ­ນ້ອຍຂອບພຣະ­ຄຸນພຣະອົງ ທີ່ພຣະອົງຊົງຟັງຂ້າ­ນ້ອຍ.
\v 42 ຂ້າ­ນ້ອຍຮູ້ວ່າພຣະ­ອົງຊົງຟັງສຽງຂອງຂ້າ­ນ້ອຍຢູ່ສະ­ເໝີ, ແຕ່ເພາະຟູງຄົນທັງ­ຫລາຍທີ່ຢືນອ້ອມຮອບຂ້ານ້ອຍ ທີ່ຂ້າ­ນ້ອຍເວົ້າຢ່າງນີ້ກໍ, ເພື່ອທີ່ພວກເຂົາຈະໄດ້ເຊື່ອວ່າພຣະ­ອົງໄດ້ຊົງໃຊ້ຂ້າ­ນ້ອຍມາ.”
\s5
\v 43 ຫລັງຈາກທີ່ພຣະ­ອົງກ່າວເຊັ່ນັ້ນແລ້ວ, ພຣະອົງເປັ່ງສຽງອັນດັງວ່າ, “ລາ­ຊະ­ໂຣເອີຍ, ຈົ່ງອອກມາສາ.”
\v 44 ຜູ້ຕາຍນັ້ນກໍໄດ້ອອກມາ; ທັງມື ແລະ ຕີນຂອງເຂົາຍັງມີຜ້າພັນຢູ່, ແລະໃບໜ້າຂອງເຂົາກໍຍັງມີຜ້າພັນຢູ່ນຳ. ພຣະ­ເຢຊູບອກກັບພວກເຂົາວ່າ, “ຈົ່ງແກ້ຜ້າທີ່ພັນເຂົາແລະປ່ອຍເຂົາເຖີດ.”
\s5
\v 45 ພວກຢິວຫລາຍຄົນທີ່ໄດ້ມາຫາມາ­ຣິ­ອາ ແລະໄດ້ເຫັນສິ່ງທີ່ພຣະ­ເຢຊູເຮັດກໍເຊື່ອໃນພຣະ­ອົງ.
\v 46 ແຕ່ບາງຄົນນັ້ນໄດ້ໄປຫາພວກຟາ­ຣີ­ຊາຍ ເພື່ອບອກສິ່ງທີ່ພຣະ­ເຢຊູໄດ້ຊົງເຮັດ.
\s5
\v 47 ແລ້ວພວກຫົວໜ້າປະ­ໂລ­ຫິດແລະພວກຟາ­ຣີ­ຊາຍ ເອີ້ນປະຊຸມສະ­ມາ­ຊິກສະ­ພາກ່າວວ່າ, “ພວກເຮົາຈະເຮັດແນວ­ໃດ? ຊາຍຜູ້ນີ້ໄດ້ເຮັດໝາຍສຳ­ຄັນຫລາຍປະ­ການ.
\v 48 ຖ້າເຮົາຈະປ່ອຍລາວໄປແບບນີ້, ທຸກຄົນຈະຫລົງເຊື່ອລາວແລ້ວ; ພວກໂຣມຈະມາທຳແລະເອົາພຣະວິຫານ ແລະຊົນຊາດຂອງເຮົາໄປ.”
\s5
\v 49 ແຕ່ຊາຍຄົນໜຶ່ງໃນພວກເຂົາ, ຊື່ກາ­ຢະ­ຟາ, ທີ່ເປັນມະ­ຫາປະໂລ­ຫິດໃນປີນັ້ນ, ໄດ້ກ່າວກັບພວກເຂົາວ່າ, “ພວກທ່ານບໍ່ຮູ້­ຈັກຫຍັງເລີຍ,
\v 50 ທ່ານບໍ່ພິຈາຣະນາເບິ່ງເລີຍບໍວ່າໃຫ້ຊາຍຄົນນີ້ຄົນດຽວຕາຍເພື່ອທຸກຄົນກໍດີກວ່າໃຫ້ທັງປະ­ເທດຊາດຈິບຫາຍ.”
\s5
\v 51 ສິ່ງທີ່ທ່ານໄດ້ກ່າວຄຳນັ້ນກໍບໍ່ມາຈາກຕົວລາວເອງ. ແຕ່ເພາະໃນປີນັ້ນທ່ານເປັນມະ­ຫາປະ­ໂລ­ຫິດ, ທ່ານຈິ່ງໄດ້ທວາຍໄວ້ກ່ອນວ່າພຣະ­ເຢຊູຈະສິ້ນພຣະ­ຊົນຕາງຊົນຊາດນັ້ນ,
\v 52 ແລະບໍ່ແມ່ນແທນຊົນຊາດດຽວເທົ່ານັ້ນ, ແຕ່ເພື່ອຮວບ­ຮວມບັນດາບຸດຂອງພຣະ­ເຈົ້າທັງຫລາຍທີ່ແຕກກະຈັດກະຈາຍໃຫ້ເຂົ້າເປັນໜຶ່ງດຽວ.
\v 53 ຫລັງຈາກວັນນັ້ນມາພວກເຂົາກໍເລີ່ມວາງແຜນເພື່ອຫາທາງຂ້າພຣະ­ອົງໃຫ້ເຖິງແກ່ຄວາມຕາຍ.
\s5
\v 54 ພຣະ­ເຢຊູບໍ່ໄດ້ສະ­ເດັດຢ່າງເປີດ­ເຜີຍຖ້າມ­ກາງພວກຄົນຢິວອີກ, ແຕ່ໄດ້ສະ­ເດັດອອກຈາກທີ່ນັ້ນໄປຍັງຊົນນະບົດທີ່ຢູ່ໃກ້ປ່າ ເຂົ້າໄປເຖິງເມືອງໜຶ່ງທີ່ເອີ້ນວ່າ ເອ­ຟຣາ­ອິມ. ພຣະອົງປຣະ­ທັບກັບພວກສາ­ວົກທີ່ນັ້ນ.
\v 55 ຂະນະນັ້ນເທ­ສະການປັດ­ສະຄາຂອງຊາດຢິວກໍໃກ້ເຂົ້າມາ, ແລະຜູ້ຄົນຫລວງຫລາຍຈາກຊົນນະບົດກໍໄດ້ຂຶ້ນໄປຍັງນະຄອນເຢ­ຣູ­ຊາ­ເລັມກ່ອນເທສະການປັດສະ­ຄາ ເພື່ອຊຳ­ຣະຕົວຂອງພວກເຂົາໃຫ້ບໍຣິສຸດ.
\s5
\v 56 ພວກເຂົາກຳ­ລັງຊອກຫາພຣະ­ເຢຊູ ແລະເວົ້າກັນໃນຂະນະທີ່ຢືນຢູ່ໃນບໍ­ຣິ­ເວນພຣະ­ວິ­ຫານວ່າ, “ທ່ານຄຶດເຫັນຢ່າງ­ໃດ? ເພິ່ນຈະບໍ່ມາໃນງານເທ­ສະ­ການນີ້ຫລື?
\v 57 ແລ້ວພວກຫົວໜ້າປະໂລຫິດແລະພວກຟາ­ຣີ­ຊາຍ ໄດ້ອອກຄຳສັ່ງໄວ້ວ່າ ຖ້າຜູ້ໃດກໍຕາມຮູ້ວ່າພຣະເຢຊູຢູ່ໃສ, ຜູ້ນັ້ນຈະຕ້ອງມາລາຍງານແກ່ພວກເຂົາ ເພື່ອທີ່ພວກເຂົາຈະໄປຈັບພຣະ­ອົງ.
\s5
\c 12
\cl ບົດທີ 12
\p
\v 1 ກ່ອນເຖິງເທ­ສະ­ການປັດ­ສະ­ຄາຫົກວັນ, ພຣະ­ເຢຊູໄດ້ສະເດັດມາຮອດບ້ານເບັດ­ທາ­ນີ, ທີ່ລາ­ຊະ­ໂຣຜູ້ທີ່ພຣະອົງຊົງບັນດານໃຫ້ຟື້ນຄືນຈາກຄວາມຕາຍອາສັຍຢູ່.
\v 2 ພວກເຂົາໄດ້ຈັດຕຽມອາຫານແລງໃຫ້ພຣະ­ອົງທີ່ນັ້ນ, ແລະມາ­ທາກຳລັງຮັບໃຊ້ພຣະອົງ, ລາ­ຊະ­ໂຣເປັນຜູ້ໜຶ່ງທ່າມກາງຄົນເຫລົ່ານັ້ນ ທີ່ກຳລັງຮ່ວມຮັບປະ­ທານຢູ່ກັບພຣະເຢຊູ.
\v 3 ແລ້ວມາ­ຣິ­ອາກໍເອົານ້ຳມັນຫອມຈຳນວນໜຶ່ງລິ­ດ ຊຶ່ງເຮັດຜະລິດມາຈາກນ້ຳມັນນາດາບໍຣິສຸດແລະລາ­ຄາແພງ, ເທລົງທີ່ພຣະ­ບາດຂອງພຣະ­ເຢຊູ, ແລະເອົາຜົມຂອງນາງເຊັດພຣະບາດພຣະ­ອົງ. ໃນເຮືອນກໍຫອມກຸ້ມເຕັມໄປດ້ວຍກິ່ນຫອມຈາກນ້ຳ­ມັນຫອມນັ້ນ.
\s5
\v 4 ຢູ­ດາອິ­ສະ­ກາ­ຣີ­ອົດ, ໜຶ່ງໃນສາ­ວົກຂອງພຣະ­ອົງ, ຄົນທີ່ຈະທໍຣະຍົດພຣະ­ອົງກ່າວວ່າ,
\v 5 “ເປັນຫຍັງບໍ່ເອົານ້ຳ­ມັນນີ້ໄປຂາຍເພື່ອໄດ້ເງິນສາມຮ້ອຍເດ­ນາ­ຣິ­ອົນ ແລ້ວເອົາໄປແຈກຢາຍໃຫ້ຄົນຍາກ­ຈົນ?”
\v 6 ລາວເວົ້າຢ່າງນີ້ ບໍ່ແມ່ນເພາະລາວເອົາ­ໃຈ­ໃສ່ຕໍ່ຄົນຍາກ­ຈົນ, ແຕ່ເພາະລາວເປັນຂະ­ໂມຍ: ລາວດູແລຖົງເງິນ ແລະລາວລັກເງິນທີ່­ໃສ່ໄວ້ໃນນັ້ນ.
\s5
\v 7 ພຣະ­ເຢຊູກ່າວວ່າ, “ປ່ອຍໃຫ້ນາງເກັບສິ່ງທີ່ນາງມີໄວ້ ເພື່ອມື້ທີ່ຝັງສົບຂອງເຮົາເຖີດ.
\v 8 ຄົນຍາກຈົນ­ຈະຢູ່ກັບພວກເຈົ້າສະເໝີ. ແຕ່ເຮົາຈະບໍ່ໄດ້ຢູ່ກັບພວກທ່ານສະ­ເໝີໄປ.”
\s5
\v 9 ແລ້ວພວກຄົນຢິວກຸ່ມໃຫຍ່ກໍຮູ້ວ່າພຣະ­ເຢຊູປະ­ທັບຢູ່ທີ່ນັ້ນ, ແລະພວກເຂົາກໍມາ, ບໍ່ໄດ້ມາເພື່ອພຣະ­ເຢຊູເທົ່ານັ້ນ, ແຕ່ເພື່ອມາເບິ່ງລາ­ຊະ­ໂຣ, ຜູ້ທີ່ພຣະ­ເຢຊູຊົງບັນ­ດານໃຫ້ເປັນຄືນມາຈາກຄວາມຕາຍ.
\v 10 ພວກຫົວໜ້າປະ­ໂລ­ຫິດຮ່ວມວາງແຜນເພື່ອທີ່ພວກເຂົາຈະຂ້າລາ­ຊະ­ໂຣດ້ວຍ.
\v 11 ເພາະວ່າລາວເປັນເຫດໃຫ້ຄົນຢິວຫລາຍໆ ຄົນອອກໄປຈາກຄຳສອນຂອງພວກເຂົາ ແລະມາເຊື່ອໃນພຣະ­ເຢຊູ.
\s5
\v 12 ໃນວັນຕໍ່ມາ ມີຝູງປະ­ຊາ­ຊົນຂະນາດໃຫຍ່ມາທີ່ງານເທສະການ. ເມື່ອພວກເຂົາໄດ້ຍິນວ່າພຣະ­ເຢຊູກຳລັງສະ­ເດັດມາທີ່ນະຄອນເຢ­ຣູ­ຊາ­ເລັມ.
\v 13 ພວກເຂົາກໍພາ­ກັນນຳເອົາໃບຕົ້ນຕານແລະອອກໄປພົບພຣະ­ອົງ ແລະ ຮ້ອງສຽງດັງວ່າ, “ໂຮ­ຊັນ­ນາ! ຂໍໃຫ້ພຣະອົງຜູ້ສະ­ເດັດມາໃນພຣະ­ນາມຂອງອົງພຣະ­ຜູ້­ເປັນເຈົ້າ, ກະສັດຂອງຊົນຊາດອິ­ສຣາ­ເອນ ຈົ່ງ­ຈະ­ເຣີນ.”
\s5
\v 14 ພຣະອົງຊົງພົບລໍໜຸ່ມໂຕໜຶ່ງແລະຂຶ້ນຂີ່ລໍນັ້ນ; ຕາມມີຄຳຂຽນໄວ້ວ່າ,
\v 15 “ຢ່າຢ້ານເລີຍ, ບຸດຍິງຂອງຊີ­ໂອນ; ເບິ່ງແມ, ກະສັດຂອງທ່ານມາເຖິງແລ້ວ, ຄືຜູ້ປຣະ­ທັບເທິງລໍໝຸ່ມນັ້ນ.”
\s5
\v 16 ຕອນທຳອິດພວກສາ­ວົກຂອງພຣະ­ອົງຍັງບໍ່ໄດ້ເຂົ້າ­ໃຈເຫດການເຫລົ່າ­ນີ້; ແຕ່ເມື່ອພຣະ­ເຢຊູຊົງຮັບກຽດ­ຕິ­ຍົດແລ້ວ, ພວກເຂົາຈຶ່ງຣະ­ນຶກເຖິງສິ່ງຕ່າງໆ ທີ່ມີຂຽນບັນທຶກໄວ້ກ່ຽວກັບພຣະ­ອົງໄດ້ ແລະທີ່ຄົນທັງຫລາຍໄດ້ເຮັດສິ່ງເຫລົ່ານີ້ເພື່ອພຣະ­ອົງ.
\s5
\v 17 ຝູງຄົນທີ່­ຢູ່ກັບພຣະ­ອົງຕອນທີ່ພຣະ­ອົງຊົງເອີ້ນລາ­ຊະ­ໂຣໃຫ້ອອກມາຈາກອຸໂມງ ແລະຟື້ນຄືນມາຈາກຄວາມຕາຍກໍໄດ້ເປັນພະ­ຍານ.
\v 18 ແລະເພາະເຫດນີ້ປະ­ຊາ­ຊົນຈຶ່ງໄປຫາພຣະ­ອົງ, ເພາະວ່າພວກເຂົາໄດ້ຍິນພຣະ­ອົງຊົງເຮັດໝາຍສຳຄັນຫລາຍຢ່າງ.
\v 19 ພວກຟາ­ຣີ­ຊາຍຈຶ່ງເວົ້າທ່າມກາງພວກເຂົາວ່າ, “ເຫັນບໍ ທ່ານເຮັດອັນໃດບໍ່ໄດ້ເລີຍ; ເບິ່ງແມ, ໂລກນີ້ໄດ້ຕິດຕາມມັນໄປແລ້ວ.”
\s5
\v 20 ໃນບັນດາຄົນທີ່ຂຶ້ນໄປນະ­ມັດ­ສະ­ການທີ່ງານເທສະ­ການ ກໍມີພວກຊາວກຣີກພວກໜຶ່ງ.
\v 21 ຄົນເຫລົ່ານີ້ໄປຫາຟີ­ລິບ ຊຶ່ງມາຈາກບ້ານເບັດ­ຊາ­ອີ­ດາແຂວງຄາ­ລີ­ເລ ໂດຍຖາມທ່ານວ່າ, “ທ່ານເຈົ້າເອີຍ, ພວກເຮົາຕ້ອງການພົບພຣເຢ­ຊູ.”
\v 22 ຟີ­ລິບຈຶ່ງໄປບອກອັນ­ເດ­ອາ; ແລ້ວອັນ­ເດ­ອາຈຶ່ງໄປກັບຟີ­ລິບເພື່ອໄປທູນພຣະ­ເຢຊູ.
\s5
\v 23 ພຣະ­ເຢຊູຕອບພວກເຂົາວ່າ, “ເວ­ລາທີ່ບຸດມະ­ນຸດຈະຮັບກຽດກໍມາເຖິງແລ້ວ.
\v 24 ເຮົາບອກຄວາມຈິງແກ່ທ່ານວ່າ, ຖ້າເມັດເຂົ້າບໍ່ຕົກເຂົ້າມາໃນໂລກນີ້ແລະບໍ່ຕາຍໄປ ຈະຍັງຄົງຢູ່ເຫລືອເມັດດຽວ; ແຕ່ຖ້າມັນຕາຍລົງໃນດິນ ກໍຈະເກີດຜົນຫລາຍ.
\s5
\v 25 ຜູ້ທີ່ຮັກຊີ­ວິດຂອງຕົນກໍຈະສູນເສັຽຊີ­ວິດ; ແຕ່ຖ້າຜູ້ກຽດຊັງຊີ­ວິດໃນໂລກນີ້ ເຂົາຈະໄດ້ຮັບຊີ­ວິດນິຣັນ.
\v 26 ຖ້າຜູ້ໃດປະ­ຕິ­ບັດເຮົາ ໃຫ້ຜູ້ນັ້ນຕິດ­ຕາມເຮົາມາ ແລະບໍ່ວ່າເຮົາຢູ່ທີ່ໃດ ຜູ້ຮັບໃຊ້ເຮົາຈະຢູ່ທີ່ນັ້ນເໝືອນກັນ. ຖ້າຜູ້ໃດປະ­ຕິ­ບັດເຮົາ ພຣະບິ­ດາກໍຈະໃຫ້ກຽດຜູ້ນັ້ນ.
\s5
\v 27 “ຕອນນີ້­ໃຈເຮົາເປັນທຸກຫລາຍ ເຮົາຈະວ່າຢ່າງ­ໃດດີ? 'ພຣະບິດາ, ຂໍຊົງຊ່ວຍກູ້ຂ້າພຣະອົງຈາກຍາມນີ້ຖ້ອນ?' ແຕ່ນີ້ຄືເຫດຜົນທີ່ຂ້າພຣະອົງໄດ້ເຂົ້າມາໃນໂລກໃນເວລານີ້.
\v 28 ພຣະບິດາ, ຂໍໃຫ້ພຣະ­ນາມຂອງພຣະ­ອົງຊົງໄດ້ຮັບກຽດ.” ແລ້ວມີສຽງມາຈາກສະຫວັນກ່າວວ່າ, “ເຮົາໄດ້ໃຫ້ຮັບກຽດນັ້ນ ແລະເຮົາຈະໃຫ້ຮັບກຽດອີກ.”
\v 29 ແລ້ວຝູງຄົນທີ່ຢືນຢູ່ໃກ້ໆກໍເວົ້າວ່າເປັນສຽງຟ້າ­ຮ້ອງ. ບາງຄົນກໍເວົ້າວ່າ, “ເທ­ວະ­ດາໄດ້ສົນ­ທະ­ນາກັບທ່ານ.”
\s5
\v 30 ພຣະ­ເຢຊູຕອບວ່າ, “ສຽງບໍ່ໄດ້ມາສຳ­ລັບເຮົາ, ແຕ່ສຳ­ລັບທ່ານທັງ­ຫລາຍ.
\v 31 ເວລານີ້ເປັນການພິ­ພາກ­ສາຂອງໂລກນີ້: ເປັນເວລາທີ່ຜູ້ປົກ­ຄອງໂລກນີ້ຈະຖືກໂຍນອອກໄປ.
\s5
\v 32 ແລະເມື່ອເຮົາຖືກຍົກຂຶ້ນຈາກໂລກນີ້ແລ້ວ, ເຮົາກໍຈະນຳທຸກຄົນເຂົ້າມາຫາເຮົາ.”
\v 33 ພຣະ­ອົງກ່າວດັ່ງ­ນີ້ເພື່ອສະ­ແດງວ່າພຣະອົງຈະສິ້ນພຣະ­ຊົນຢ່າງ­ໃດ.
\s5
\v 34 ຝູງຄົນຕອບພຣະ­ອົງວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດແລ້ວວ່າ ພຣະ­ຄຣິດຈະຢູ່ຕະ­ຫລອດໄປເປັນ­ນິດ. ແລ້ວທ່ານກ່າວໄດ້ຢ່າງໃດວ່າ 'ພຣບຸດຈະຕ້ອງຖືກຍົກຂຶ້ນ?' ບຸດມະ­ນຸດນັ້ນຄືຜູ້ໃດກັນແທ້?"
\v 35 ພຣະ­ເຢຊູຕອບເຂົາວ່າ, “ຄວາມສະ­ຫວ່າງຈະຍັງຢູ່ກັບພວກທ່ານອີກໜ້ອຍໜຶ່ງ. ຈົ່ງຍ່າງໃນຂະນະທີ່ທ່ານຍັງມີຄວາມສະ­ຫວ່າງຢູ່, ເພື່ອທີ່­ຄວາມມືດຈະໄລ່ຕາມທ່ານບໍ່ທັນ. ເພາະຜູ້ທີ່ຢ່າງໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປທາງໃດ.
\v 36 ໃນຂະນະທີ່ທ່ານຍັງມີຄວາມສະຫວ່າງຢູ່ນັ້ນ, ຈົ່ງເຊື່ອໃນຄວາມສະຫວ່າງເພື່ອທີ່ທ່ານຈະໄດ້ເປັນລູກຂອງຄວາມສະຫວ່າງດ້ວຍ.” ເມື່ອພຣະເຢຊູກ່າວສິ່ງເຫລົ່ານີ້ແລ້ວ ພຣະອົງກໍສະເດັດອອກໄປແລະຫລີ້ຕົວເອງຈາກພວກເຂົາ.
\s5
\v 37 ເຖິງແມ່ນວ່າພຣະ­ອົງໄດ້ເຮັດໝາຍສຳ­ຄັນຫລາຍປະ­ການແກ່ພວກເຂົາ, ແຕ່ພວກເຂົາກໍຍັງບໍ່ເຊື່ອພຣະ­ອົງ.
\v 38 ເພື່ອໃຫ້ເປັນໄປຕາມທີ່ຜູ້ປະກາດພຣະທັມ ເອ­ຊາ­ຢາໄດ້ກ່າວໄວ້ວ່າ, “ອົງພຣະຜູ້ເປັນເຈົ້າ, ຈະມີຜູ້ໃດເຊື່ອໃນສິ່ງທີ່ຂ້ານ້ອຍບອກ? ແລະພຣະ­ກອນຂອງພຣະ­ອົງໄດ້ສະ­ແດງແກ່ຜູ້ໃດ?”
\s5
\v 39 ເພາະເຫດນີ້ພວກເຂົາຈຶ່ງບໍ່ເຊື່ອ, ດ້ວຍເອ­ຊາ­ຢາກ່າວໄວ້ອີກວ່າ,
\v 40 “ພຣະອົງເຮັດໃຫ້ເຂົາຕາບອດ, ແລະໃຫ້ຈິດໃຈຂອງເຂົາແຂງກະດ້າງໄປ; ບໍ່ດັ່ງນັ້ນພວກເຂົາຈະເຫັນດ້ວຍຕາແລະເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ, ແລ້ວຫັນກັບມາເພື່ອໃຫ້ເຮົາຮັກສາພວກເຂົາໃຫ້ເຊົາດີ.”
\s5
\v 41 ເອ­ຊາ­ຢາໄດ້ກ່າວດັ່ງ­ນີ້ເພາະວ່າທ່ານໄດ້ເຫັນພຣະສະ­ຫງ່າຣາ­ສີຂອງພຣະເຢຊູ ແລະກ່າວເຖິງພຣະ­ອົງ.
\v 42 ຢ່າງໃດກໍດີ ມີເຈົ້ານາຍຫລວງຫລາຍໄດ້ເຊື່ອໃນພຣະເຢຊູ; ແຕ່ເປັນເພາະພວກຟາຣີ­ຊາຍ, ພວກເຂົາຈຶ່ງບໍ່ເປີດເຜີຍຕົວເພື່ອທີ່ພວກເຂົາຈະບໍ່ຖືກໄລ່ອອກຈາກໂຮງທັມະເທສະ­ໜາ.
\v 43 ພວກເຂົາມັກການຍົກຍ້ອງຈາກມະ­ນຸດ ຫລາຍກວ່າການຍົກຍ້ອງທີ່ມາຈາກພຣະເຈົ້າ.
\s5
\v 44 ພຣະ­ເຢຊູຊົງເປັ່ງ­ສຽງດັງແລະກ່າວວ່າ, “ຜູ້ທີ່ເຊື່ອໃນເຮົາ, ເຂົາບໍ່ໄດ້ເຊື່ອໃນເຮົາເທົ່ານັ້ນ ແຕ່ເຊື່ອໃນຜູ້ທີ່ສົ່ງເຮົາມາດ້ວຍ.
\v 45 ແລະຜູ້ທີ່ເຫັນເຮົາກໍຈະໄດ້ເຫັນພຣະ­ອົງຜູ້ທີ່ສົ່ງເຮົາມາດ້ວຍ.
\s5
\v 46 ເຮົາໄດ້ເຂົ້າມາເປັນຄວາມສະ­ຫວ່າງໃນໂລກນີ້, ເພື່ອຄົນທີ່ເຊື່ອໃນເຮົາຈະບໍ່ໄດ້ຢູ່ໃນຄວາມມືດອີກ.
\v 47 ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາແຕ່ບໍ່ປະຕິບັດຕາມ, ເຮົາຈະບໍ່ພິ­ພາກ­ສາຜູ້ນັ້ນ; ເພາະ­ເຮົາບໍ່ໄດ້ມາເພື່ອພິ­ພາກ­ສາໂລກນີ້, ແຕ່ມາເພື່ອຊ່ວຍໂລກນີ້ໃຫ້ລອດ.
\s5
\v 48 ຜູ້ທີ່ປະຕິເສດເຮົາແລະຜູ້ທີ່ບໍ່ຮັບເອົາຖ້ອຍຄຳຂອງເຮົາ, ຈະມີຜູ້ໜຶ່ງມາພິ­ພາກ­ສາເຂົາ. ຄືຖ້ອຍຄຳເຫລົ່ານັ້ນທີ່ເຮົາໄດ້ກ່າວໄວ້ ຈະພິ­ພາກ­ສາເຂົາໃນວັນສຸດທ້າຍ.
\v 49 ເພາະເຮົາບໍ່ໄດ້ກ່າວຕາມໃຈຂອງເຮົາເອງ, ແຕ່ເປັນພຣະບິດາຜູ້ສົ່ງເຮົາມາ, ເປັນຜູ້ທີ່ບັນຊາວ່າອັນໃດຄວນເວົ້າແລະອັນໃດທີ່ເຮົາຄວນກ່າວ.
\v 50 ເຮົາຮູ້ວ່າພຣະ­ບັນ­ຊາຂອງພຣະ­ອົງນັ້ນຄືຊີ­ວິດອັນຕະ­ຫລອດໄປເປັນ­ນິດ, ດັ່ງ­ນັ້ນເຮົາຈຶ່ງເວົ້າວ່າ ພຣະ­ບິ­ດາທີ່ໄດ້ເວົ້າກັບເຮົາຢ່າງໃດ, ເຮົາກໍເວົ້າຢ່າງນັ້ນ.”
\s5
\c 13
\cl ບົດທີ 13
\p
\v 1 ກ່ອນເຖິງເທ­ສະ­ການປັດ­ສະ­ຄາ. ເມື່ອພຣະ­ເຢຊູຊົງຊາບວ່າໃກ້ເຖິງເວລາທີ່ພຣະອົງຈະສະ­ເດັດຈາກໂລກນີ້ເພື່ອໄປຫາພຣະບິດາ. ພຣະ­ອົງຊົງຮັກຄົນຂອງພຣະ­ອົງທີ່­ຢູ່ໃນໂລກນີ້ມາຢ່າງໃດ, ແລະພຣະ­ອົງກໍຊົງຮັກຈົນເຖິງທີ່ສຸດ.
\v 2 ບັດນີ້ ມານໄດ້ດົນໃຈຢູ­ດາ ອິ­ສະ­ກາ­ຣີ­ອົດ ລູກຂອງຊີ­ໂມນໃຫ້ທໍ­ຣະຍົດຕໍ່ພຣະ­ເຢຊູ.
\s5
\v 3 ພຣະ­ອົງຊົງຮູ້ວ່າພຣະ­ບິ­ດາໄດ້ມອບທຸກສິ່ງໄວ້ໃນພຣະ­ຫັດຂອງພຣະ­ອົງ ແລະທີ່ພຣະ­ອົງຊົງມາຈາກພຣະ­ເຈົ້າ ແລະກຳລັງຈະສະ­ເດັດກັບໄປຫາພຣະ­ເຈົ້າ.
\v 4 ພຣະ­ອົງຊົງລຸກ­ຂຶ້ນຈາກໂຕະອາຫານຂອງພຣະອົງ, ແລະຖອດເຄື່ອງທົງຊັ້ນນອກຂອງພຣະອົງອອກ. ພຣະອົງຊົງຈັບເອົາຜ້າເຊັດຕົວແລະຮັດແອວພຣະ­ອົງໄວ້.
\v 5 ແລ້ວພຣະ­ອົງຊົງຖອກນ້ຳໃສ່ອ່າງນໍ້າແລະເລີ່ມລ້າງຕີນຂອງພວກສາ­ວົກຂອງພຣະອົງ ແລະເຊັດດ້ວຍຜ້າທີ່ພຣະອົງຊົງຮັດແອວໄວ້ນັ້ນ.
\s5
\v 6 ເມື່ອພຣະ­ອົງມາເຖິງຊີ­ໂມນເປ­ໂຕ ແລະເປໂຕທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງຈະລ້າງຕີນຂອງຂ້າ­ນ້ອຍດ້ວຍຫລື?”
\v 7 ພຣະ­ເຢຊູຕອບລາວວ່າ, “ສິ່ງທີ່ເຮົາກຳລັງເຮັດຢູ່ນີ້ທ່ານຍັງບໍ່ເຂົ້າໃນຕອນນີ້, ແຕ່ທ່ານຈະເຂົ້າ­ໃຈພາຍ­ຫລັງ.”
\v 8 ເປ­ໂຕຕອບພຣະອົງວ່າ, “ພຣະອົງຈະບໍ່ໄດ້ລ້າງຕີນຂອງຂ້າ­ນ້ອຍ” ພຣະ­ເຢຊູຕອບລາວວ່າ, “ຖ້າເຮົາບໍ່ໄດ້ລ້າງຕີນໃຫ້ທ່ານ, ທ່ານຈະບໍ່ໄດ້ມີສ່ວນໃນເຮົາ.”
\v 9 ຊີ­ໂມນເປ­ໂຕຕອບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ບໍ່ແມ່ນແຕ່ຕີນຂອງຂ້ານ້ອຍເລີຍ, ແຕ່ຂໍລ້າງມືແລະຫົວຂອງຂ້າ­ນ້ອຍດ້ວຍ.”
\s5
\v 10 ພຣະ­ເຢຊູກ່າວແກ່ລາວວ່າ, “ຜູ້ໃດທີ່ອາບ­ນ້ຳແລ້ວບໍ່ຈຳເປັນລ້າງຕົວອີກ, ຍົກເວັ້ນແຕ່ຕີນຂອງເຂົາທີ່ຕ້ອງລ້າງ; ເຂົາກໍສະອາດພຽງພໍແລ້ວ, ທ່ານກໍສະ­ອາດແລ້ວ ­ແຕ່ບໍ່ແມ່ນທຸກຄົນ.”
\v 11 (ພຣະ­ອົງຊົງຮູ້ວ່າໃຜຈະທໍ­ຣະຍົດພຣະ­ອົງ; ນັ້ນຈິ່ງເປັນເຫດທີ່ພຣະ­ອົງກ່າວວ່າ, “ບໍ່ແມ່ນທຸກຄົນທີ່ສະ­ອາດ.”)
\s5
\v 12 ເມື່ອພຣະ­ອົງໄດ້ລ້າງຕີນໃຫ້ພວກສາວົກຂອງພຣະອົງສຳເລັດ ແລະ ເອົາເສື້ອທົງຊັ້ນນອກຂອງພຣະອົງມາໃສ່ແລະນັ່ງລົງອີກຄັ້ງ, ພຣະອົງກ່າວແກ່ພວກເຂົາວ່າ, “ທ່ານຮູ້ບໍວ່າເຮັດໄດ້ເຮັດອັນໃດໃຫ້ກັບພວກທ່ານ?
\v 13 ທ່ານເອີ້ນເຮົາວ່າ 'ອາ­ຈານ' ແລະ 'ອົງພຣະຜູ້ເປັນເຈົ້າ,' ທ່ານເອີ້ນຖືກແລ້ວ, ເພາະເຮົາຄືຜູ້ນັ້ນແຫລະ.
\v 14 ຖ້າເຊັ່ນນັ້ນ ຫາກເຮົາຊຶ່ງເປັນອົງພຣະຜູ້ເປັນເຈົ້າແລະອາ­ຈານຂອງທ່ານ ໄດ້ລ້າງຕີນຂອງທ່ານ, ທ່ານກໍຄວນຈະລ້າງຕີນຂອງກັນແລະກັນດ້ວຍ.
\v 15 ເພາະເຮົາໄດ້ວາງແບບຢ່າງໃຫ້ພວກທ່ານເພື່ອທ່ານຈະໄດ້ປະຕິບັດເຊັ່ນດຽວກັນ ກັບທີ່ເຮົາໄດ້ເຮັດໃຫ້ກັບທ່ານ.
\s5
\v 16 ເຮົາບອກຄວາມຈິງແກ່ທ່ານວ່າ, ຂ້າໃຊ້ຈະບໍ່ເປັນໃຫຍ່ກວ່ານາຍ; ແລະຜູ້ສົ່ງຂ່າວກໍບໍ່ເປັນໃຫຍ່ໄປກວ່າຜູ້ທີ່ສົ່ງເຂົາໄປ.
\v 17 ຫາກທ່ານເຂົ້າໃຈສິ່ງເຫລົ່ານີ້ ຖ້າທ່ານເຮັດຕາມທ່ານຈະໄດ້ຮັບພອນ.
\v 18 ເຮົາບໍ່ເວົ້າເຖິງທ່ານທັງໝົດ ເຮົາຮູ້­ຈັກຜູ້ທີ່ເຮົາໄດ້ເລືອກ ແຕ່ທີ່ເປັນເປັນເຊັ່ນນີ້ກໍເພື່ອໃຫ້ພຣະ­ຄັມສົມບູນ: ‘ຜູ້ທີ່ຮັບປະ­ທານອາ­ຫານຂອງເຮົາຄືຜູ້ທີ່ຈະຍົກສົ້ນຕີນຕໍ່ຕ້ານເຮົາ.
\s5
\v 19 ເຮົາບອກເລື່ອງນີ້ແກ່ທ່ານກ່ອນທີ່ສິ່ງເຫລົ່ານີ້ຈະເກີດຂຶ້ນ, ເພື່ອວ່າທ່ານຈະເຊື່ອວ່າ ເຮົາເປັນ.
\v 20 ເຮົາບອກຄວາມຈິງກັບທ່ານວ່າ, ຜູ້ໃດກໍຕາມທີ່ຮັບຜູ້ທີ່ເຮົາສົ່ງໄປ, ກໍຈະຮັບເຮົາດ້ວຍ, ແລະຜູ້ໃດທີ່ຮັບເຮົາ, ເຂົາກໍຈະຮັບພຣະ­ອົງຜູ້ທີ່ສົ່ງເຮົາມາ.”
\s5
\v 21 ເມື່ອພຣະ­ເຢຊູຊົງກ່າວສິ່ງເຫລົ່ານີ້, ພຣະ­ອົງກໍເປັນທຸກຫລາຍໃນວິນຍານຂອງພຣະອົງ. ພຣະອົງໄດ້ເປັນພະ­ຍານແລະກ່າວວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ ຄົນໜຶ່ງໃນພວກທ່ານຈະທໍ­ຣະຍົດເຮົາ.”
\v 22 ພວກສາ­ວົກກໍເລີ່ມເບິ່ງໜ້າກັນແລະສົງ­ສັຍວ່າພຣະ­ອົງກ່າວເຖິງຜູ້ໃດ.
\s5
\v 23 ໜຶ່ງໃນສາ­ວົກຂອງພຣະອົງ, ຜູ້ທີ່ພຣະອົງຊົງຮັກທີ່ສຸດ, ກຳລັງເນີ້ງກາຍຢູ່ຂ້າງໆ ໂຕະອາຫານເຖິງພຣະ­ຊວງຂອງພຣະ­ອົງ.
\v 24 ຊີ­ໂມນເປ­ໂຕຈຶ່ງຍິກໜ້າໃສ່ສາ­ວົກຜູ້ນັ້ນກ່າວວ່າ, “ບອກເຮົາເຖີ້ນວ່າທີ່ພຣະອົງກ່າວນັ້ນແມ່ນຜູ້ໃດ.”
\v 25 ລາວກໍເອນຢູ່ໃກ້ກັບພຣະເຢຊູແລະເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ຜູ້ນັ້ນແມ່ນຜູ້ໃດ?”
\s5
\v 26 ແລ້ວພຣະ­ເຢຊູຊົງຕອບລາວວ່າ, “ຄືຄົນທີ່ເຮົາຈະເອົາເຂົ້າຈ້ຳແລ້ວຍື່ນໃຫ້ແກ່ລາວ” ເມື່ອພຣະອົງເອົາເຂົ້າຈີ່ຈ້ຳແລ້ວ, ພຣະອົງຊົງຍື່ນໃຫ້ແກ່ຢູ­ດາລູກຊີ­ໂມນອິ­ສະ­ກາ­ຣີ­ອົດ.
\v 27 ຫລັງຈາກນັ້ນ ເມື່ອລາວໄດ້ກິນເຂົ້າຈີ່ຄຳນັ້ນ­ແລ້ວ, ຊາ­ຕານກໍເຂົ້າສິງລາວ, ແລ້ວພຣະ­ເຢຊູບອກວ່າ, “ທ່ານຈະເຮັດອັນໃດ ກໍຈົ່ງເຮັດໄວ ແມ.”
\s5
\v 28 ໃນຂະນະທີ່ທຸກຄົນກຳລັງນັ່ງຮ່ວມໂຕະຢູ່ ບໍ່ມີຜູ້ໃດຮູ້ວ່າເປັນຫຍັງພຣະເຢຊູຈຶ່ງກ່າວກັບລາວຢ່າງນັ້ນ.
\v 29 ບາງຄົນຄິດວ່າ, ເພາະຢູ­ດາຖືຖົງເງິນ, ພຣະ­ເຢຊູຈຶ່ງກ່າວກັບລາວວ່າ, “ຈົ່ງຊື້ສິ່ງທີ່ເຮົາຕ້ອງ­ການສຳ­ລັບງານເທ­ສະ­ການ” ຫລືທ່ານຈົ່ງໃຫ້ບາງສິ່ງແກ່ຄົນຍາກ­ຈົນ.
\v 30 ­ຫລັງຈາກທີ່ຢູ­ດາໄດ້ຮັບເຂົ້າຈີ່ແລ້ວ, ລາວກໍອອກໄປທັນ­ທີ. ຕອນນັ້ນເປັນເວ­ລາກາງ­ຄືນ.
\s5
\v 31 ເມື່ອຢູ­ດາອອກໄປແລ້ວ, ພຣະ­ເຢຊູກໍກ່າວວ່າ, “ເຖິງເວລາແລ້ວທີ່ບຸດມະ­ນຸດຈະໄດ້ຮັບກຽດ­ຕິ­ຍົດ, ແລະພຣະເຈົ້າຈະໄດ້ຮັບກຽດ­ຕິ­ຍົດໃນບຸດມະ­ນຸດ.
\v 32 ພຣະ­ເຈົ້າຈະໄດ້ຮັບກຽດ­ຕິ­ຍົດໃນຕົວຂອງທ່ານຜູ້ນັ້ນ, ແລະພຣະອົງຈະໃຫ້ບຸດມະ­ນຸດໄດ້ຮັບກຽດ­ຕິຍົດໃນທັນທີ.
\v 33 ລູກ­ນ້ອຍທັງ­ຫລາຍ, ເຮົາຈະຢູ່ກັບທ່ານອີກໜ້ອຍໜຶ່ງ. ພວກເຈົ້າຈະຊອກຫາເຮົາ, ແລະເໝືອນກັບເຮົາໄດ້ບອກກັບພວກຢິວ, ‘ບ່ອນເຮົາຈະໄປນັ້ນ ພວກເຈົ້າໄປບໍ່ໄດ້’, ຕອນນີ້ເຮົາກໍບອກພວກເຈົ້າເຊັ່ນນີ້ດ້ວຍ.
\s5
\v 34 ເຮົາໃຫ້ບັນ­ຍັດໃໝ່ໄວ້ແກ່ທ່ານ, ທ່ານຈົ່ງຮັກເຊິ່ງກັນແລະກັນ; ຢ່າງທີ່ເຮົາໄດ້ຮັກທ່ານ, ດັ່ງນັ້ນທ່ານກໍຈົ່ງຮັກກັນແລະກັນດ້ວຍ.
\v 35 ດ້ວຍເຫດນີ້ທຸກຄົນຈະຮູ້ວ່າທ່ານເປັນສາ­ວົກຂອງເຮົາ, ຖ້າທ່ານຮັກເຊິ່ງກັນແລະກັນ.”
\s5
\v 36 ຊີ­ໂມນເປ­ໂຕໄດ້ທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ທ່ານຈະສະເດັດໄປໃສ?” ພຣະ­ເຢຊູຊົງຕອບວ່າ, “ບ່ອນທີ່ເຮົາຈະໄປນັ້ນ, ທ່ານຕາມເຮົາໄປບໍ່ໄດ້, ແຕ່ທ່ານຈະຕາມເຮົາໄປໃນພາຍ­ຫລັງ.”
\v 37 ເປ­ໂຕທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເປັນຫຍັງຈຶ່ງຕາມພຣະອົງໄປຕອນ­ນີ້ບໍ່ໄດ້? ຂ້າ­ນ້ອຍຈະສະ­ຫລະຊີວິດນີ້ຖວາຍແດ່ພຣະອົງ.”
\v 38 ພຣະ­ເຢຊູຕອບວ່າ, “ທ່ານຈະສະ­ຫລະຊີ­ວິດຂອງທ່ານໃຫ້ເຮົາຫລື? ເຮົາບອກແກ່ທ່ານວ່າ, ກ່ອນໄກ່ຂັນທ່ານຈະປະຕິ­ເສດເຮົາສາມເທື່ອ.”
\s5
\c 14
\cl ບົດທີ 14
\p
\v 1 “ຢ່າໃຫ້ໃຈຂອງທ່ານເປັກທຸກເລີຍ. ຖ້າທ່ານເຊື່ອໃນພຣະເຈົ້າ, ທ່ານກໍເຊື່ອໃນເຮົາດ້ວຍ.
\v 2 ໃນຜາ­ສາດຂອງພຣະບິດາຂອງເຮົານັ້ນມີທີ່­ຢູ່ຫລວງຫລາຍ. ຖ້າບໍ່ມີ, ເຮົາຄົງບອກພວກທ່ານ, ເຮົາຈະໄປຈັດແຈ່ງບ່ອນໄວ້ສຳ­ລັບທ່ານ.
\v 3 ຖ້າເຮົາໄປຈັດແຈ່ງບ່ອນໄວ້ສຳ­ລັບພວກທ່ານ, ເຮົາຈະກັບມາອີກແລະຮັບທ່ານໄປຢູ່ກັບເຮົາ, ເພື່ອວ່າເຮົາຢູ່ທີ່ໃດພວກທ່ານຈະຢູ່ທີ່ນັ້ນດ້ວຍ.
\s5
\v 4 ທ່ານຮູ້­ຈັກທາງທີ່ເຮົາກຳລັງຈະໄປ.”
\v 5 ໂທມາທູນພຣະເຢຊູວ່າ, “ອົງພຣະຜູ້ເປັນເຈົ້າ, ພວກຂ້າ­ນ້ອຍບໍ່ຮູ້ວ່າທ່ານກຳລັງຈະໄປໃສ, ຂ້າ­ນ້ອຍຈະຮູ້­ຈັກທາງນັ້ນໄດ້ຢ່າງ­ໃດ?”
\v 6 ພຣະ­ເຢຊູຕອບລາວວ່າ, “ເຮົາເປັນທາງນັ້ນ, ເປັນ­ຄວາມຈິງ, ແລະເປັນຊີ­ວິດ; ບໍ່ມີຜູ້ໃດມາເຖິງພຣະ­ບິ­ດາໄດ້ນອກ­ຈາກຈະຜ່ານທາງເຮົາ.
\v 7 ຖ້າທ່ານຮູ້­ຈັກເຮົາ, ທ່ານກໍຈະຮູ້­ຈັກພຣະ­ບິ­ດາຂອງເຮົາດ້ວຍ. ຈາກນີ້ເປັນຕົ້ນໄປ ທ່ານຮູ້­ຈັກພຣະບິດາແລະໄດ້ເຫັນພຣະອົງແລ້ວ.”
\s5
\v 8 ຟີ­ລິບທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຊົງສະແດງພຣະ­ບິ­ດາແກ່ພວກຂ້າ­ນ້ອຍແດ່ທ້ອນ, ນັ້ນກໍເປັນທີເພິງພໍໃຈແກ່ພວກຂ້າ­ນ້ອຍແລ້ວ.”
\v 9 ພຣະ­ເຢຊູຕອບລາວວ່າ, “ຟີ­ລິບເອີຍ, ເຮົາໄດ້ຢູ່ກັບພວກທ່ານມາດົນນານຫລາຍແລະທ່ານກໍຍັງບໍ່ຮູ້­ຈັກເຮົາ? ຜູ້ໃດກໍຕາມທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະ­ບິ­ດາ, ທ່ານເວົ້າໄດ້ຢ່າງໃດວ່າ, ‘ຂໍຊົງສຳ­ແດງພຣະ­ບິ­ດາ?
\s5
\v 10 ທ່ານບໍ່ເຊື່ອວ່າເຮົາຢູ່ໃນພຣະ­ບິ­ດາ ແລະພຣະ­ບິ­ດາຊົງຢູ່ໃນເຮົາຫລື? ຖ້ອຍຄຳທີ່ເຮົາກ່າວແກ່ທ່ານ ເຮົາບໍ່ໄດ້ກ່າວໂດຍສິດອຳນາດຂອງເຮົາເອງ, ແຕ່ເປັນພຣະ­ບິ­ດາຜູ້ຊົງສະ­ຖິດຢູ່ໃນເຮົາແລະກຳລັງທຳງານຂອງພຣະ­ອົງ.
\v 11 ຈົ່ງເຊື່ອເຮົາເຖີດວ່າເຮົາຢູ່ໃນພຣະ­ບິ­ດາ, ແລະພຣະ­ບິ­ດາຊົງຢູ່ໃນເຮົາ, ຫລືບໍ່ດັ່ງ­ນັ້ນ ກໍຈົ່ງເຊື່ອເພາະການງານທັງຫລາຍເຫລົ່າ­ນັ້ນ.
\s5
\v 12 ເຮົາບອກຄວາມຈິງແກ່ທ່ານວ່າ, ຜູ້ທີ່ເຊື່ອໃນເຮົາຈະເຮັດງານທີ່ເຮົາເຮັດ, ແລະຜູ້ນັ້ນຈະເຮັດງານທີ່ຍິ່ງໃຫຍ່ກວ່ານີ້ ເພາະ­ວ່າເຮົາກຳລັງຈະໄປຫາພຣະ­ບິ­ດາ.
\v 13 ສິ່ງໃດກໍຕາມທີ່ທ່ານຂໍໃນນາມຂອງເຮົາ, ເຮົາຈະເຮັດສິ່ງນັ້ນເພື່ອທີ່ພຣະ­ບິ­ດາຈະຊົງຮັບກຽດ­ໃນພຣະ­ບຸດ.
\v 14 ຖ້າທ່ານຂໍສິ່ງໃດໃນນາມຂອງເຮົາ, ເຮົາຈະເຮັດສິ່ງນັ້ນໃຫ້.
\s5
\v 15 “ຖ້າທ່ານຮັກເຮົາ, ທ່ານຈະຮັກ­ສາບັນ­ຍັດຂອງເຮົາ.
\v 16 ເຮົາຈະອະທິຖານຂໍຈາກພຣະ­ບິ­ດາ, ແລະພຣະ­ອົງຈະຊົງປຣະ­ທານອົງຜູ້ຊ່ອຍອີກທ່ານໜຶ່ງ, ເພື່ອທີ່ພຣະອົງນັ້ນຈະໄດ້ຢູ່ກັບພວກທ່ານສະເໝີໄປ,
\v 17 ຄືພຣະ­ວິນ­ຍານແຫ່ງຄວາມຈິງ. ຜູ້ຊຶ່ງໂລກບໍ່ສາມາດຮັບໄວ້ໄດ້ ເພາະບໍ່ເຫັນແລະບໍ່ຮູ້­ຈັກພຣະ­ອົງ. ແຕ່ທ່ານຮູ້ຈັກພຣະ­ອົງ, ເພາະພຣະ­ອົງຊົງສະ­ຖິດຢູ່ກັບທ່ານແລະຢູ່ໃນທ່ານ.
\s5
\v 18 “ເຮົາຈະບໍ່ປະຖິ້ມທ່ານໄວ້ພຽງລຳພັງ; ເຮົາຈະກັບມາຫາທ່ານ.
\v 19 ອີກໜ້ອຍໜຶ່ງໂລກນີ້ຈະບໍ່ເຫັນເຮົາ, ແຕ່ທ່ານຍັງຈະເຫັນເຮົາ. ເພາະເຮົາຊົງເປັນຢູ່, ແລະທ່ານກໍຈະມີຊີວິດຢູ່ກັບເຮົາດ້ວຍ.
\v 20 ໃນວັນນັ້ນທ່ານຈະຮູ້ວ່າເຮົາຢູ່ໃນພຣະ­ບິ­ດາ, ແລະທ່ານກໍຢູ່ໃນເຮົາ, ແລະເຮົາກໍຢູ່ໃນທ່ານ.
\s5
\v 21 ຜູ້ທີ່ມີບັນ­ຍັດຂອງເຮົາແລະຖືຮັກສາບັນ­ຍັດເຫລົ່ານັ້ນໄວ້ ຜູ້ນັ້ນກໍຄືຜູ້ທີ່ຮັກເຮົາ, ແລະຜູ້ທີ່ຮັກເຮົານັ້ນ ພຣະບິດາຂອງເຮົາຈະຊົງຮັກເຂົາດ້ວຍ, ເຮົາຈະຮັກເຂົາ ແລະເຮົາຈະສຳແດງຕົວຂອງເຮົາໃຫ້ແກ່ເຂົາ.”
\v 22 ຢູ­ດາ (ຊຶ່ງບໍ່ແມ່ນອິ­ສະກາ­ຣີ­ອົດ) ທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເປັນຫຍັງພຣະອົງຈຶ່ງສຳ­ແດງຕົວພຣະອົງເອງແກ່ພວກຂ້າ­ນ້ອຍ ແຕ່ບໍ່ສຳແດງຕໍ່ໂລກ?”
\s5
\v 23 ພຣະ­ເຢຊູຕອບລາວວ່າ, “ຖ້າຜູ້ໃດຮັກເຮົາ, ເຂົາຈະຮັກ­ສາຖ້ອຍຄຳຂອງເຮົາ. ພຣະ­ບິ­ດາຂອງເຮົາຈະຮັກເຂົາ ແລະເຮົາກັບພຣະບິດາຈະມາຫາເຂົາ ແລະເຮົາທັງສອງຈະຕັ້ງຢູ່ກັບເຂົາ.
\v 24 ຜູ້ທີ່ບໍ່ຮັກເຮົາ ກໍຈະບໍ່ຮັກ­ສາຖ້ອຍຄຳຂອງເຮົາ, ຖ້ອຍຄຳທີ່ທ່ານໄດ້ຍິນ ບໍ່ໄດ້ມາຈາກເຮົາ ແຕ່ມາຈາກພຣະ­ບິ­ດາຂອງເຮົາຜູ້ທີ່ສົ່ງເຮົາມາ.
\s5
\v 25 ເຮົາໄດ້ກ່າວສິ່ງເຫລົ່ານີ້ແກ່ທ່ານ, ໃນຂະນະທີ່ເຮົາຍັງຢູ່ກັບທ່ານ.
\v 26 ແຕ່ພຣະ­ຜູ້­ຊ່ອຍຄືພຣະ­ວິນ­ຍານ­ບໍ­ຣິສຸດຜູ້ທີ່ພຣະບິ­ດາຈະສົ່ງມາໃນນາມຂອງເຮົາ ພຣະອົງຈະຊົງສອນທ່ານທັງຫລາຍໃນທຸກສິ່ງ ແລະຈະເຮັດໃຫ້ທ່ານຣະ­ນຶກເຖິງທຸກສິ່ງທີ່ເຮົາໄດ້ເວົ້າໄວ້ແກ່ທ່ານ.
\v 27 ເຮົາມອບສັນຕິສຸກໄວ້ກັບທ່ານ; ຄືສັນຕິສຸກຂອງເຮົາ. ບໍ່ແມ່ນສັນຕິສຸກເໝືອນຢ່າງທີ່ໂລກໃຫ້. ຢ່າໃຫ້ໃຈຂອງທ່ານຕ້ອງທຸກແລະຢ່າຢ້ານເລີຍ.
\s5
\v 28 ທ່ານໄດ້ຍິນໃນສິ່ງທີ່ເຮົາກ່າວແກ່ທ່ານວ່າ, ‘ເຮົາຈະຈາກໄປແລະເຮົາຈະກັບມາຫາພວກທ່ານອີກ’ ຖ້າທ່ານຮັກເຮົາ, ທ່ານຈະຊົມ­ຊື່ນຍິນ­ດີເພາະເຮົາຈະໄປຫາພຣະບິດາ, ເພາະພຣະ­ບິ­ດາຊົງຍິ່ງໃຫຍ່ກວ່າເຮົາ.
\v 29 ດຽວນີ້ເຮົາໄດ້ບອກສິ່ງນີ້ແກ່ທ່ານກ່ອນທີ່ຈະເກີດຂຶ້ນ, ເພາະວ່າເມື່ອເຫດ­ການເຫລົ່ານີ້ເກີດຂຶ້ນ, ທ່ານຈະເຊື່ອ.
\v 30 ຕັ້ງ­ແຕ່ນີ້ໄປເຮົາຈະບໍ່ສົນ­ທະນາຫລາຍກັບພວກທ່ານ, ເພາະວ່າຜູ້ປົກ­ຄອງໂລກຈະມາ. ຜູ້ນັ້ນບໍ່ມີສິດອັນໃດກ່ຽວກັບເຮົາ,
\v 31 ແຕ່ເຮົາໄດ້ເຮັດຕາມທີ່ພຣະ­ບິ­ດາໄດ້ຊົງບັນ­ຊາ, ເພື່ອໂລກຈະໄດ້ຮູ້ວ່າເຮົາຮັກພຣະ­ບິ­ດາ. ໃຫ້ພວກເຮົາພາ­ກັນຈາກທີ່ນີ້ໄປເທາະ.”
\s5
\c 15
\cl ບົດທີ 15
\p
\v 1 “ເຮົາເປັນເຄືອອະ­ງຸ່ນອັນແທ້, ແລະພຣະ­ບິ­ດາເປັນຜູ້ບົວ­ລະບັດສວນ.
\v 2 ພຣະອົງຊົງຊົງຕັດກິ່ງທຸກກິ່ງໃນເຮົາທີ່ບໍ່­ເກີດຜົນ, ແລະພຣະ­ອົງຊົງຕອນກິ່ງທຸກກິ່ງທີ່ເກີດຜົນ ເພື່ອທີ່ກິ່ງນັ້ນຈະເກີດຜົນຫລາຍຍິ່ງຂຶ້ນ.
\s5
\v 3 ທ່ານສະອາດບໍຣິສຸດແລ້ວເພາະພຣະ­ທັມທີ່ເຮົາໄດ້ກ່າວກັບທ່ານ.
\v 4 ຈົ່ງຢູ່ໃນເຮົາ, ແລະເຮົາຢູ່ໃນທ່ານ. ກໍເໝືອນກັບກິ່ງຈະເກີດຜົນເອງບໍ່ໄດ້ ນອກ­ຈາກຈະຕິດຢູ່ກັບເຄືອ, ທ່ານເອງກໍຈະເກີດຜົນບໍ່ໄດ້, ນອກ­ຈາກທ່ານຈະຢູ່ໃນເຮົາ.
\s5
\v 5 ເຮົາເປັນເຄືອອະ­ງຸ່ນ, ທ່ານເປັນກິ່ງ. ຜູ້ທີ່ຢູ່ໃນເຮົາ ແລະເຮົາຢູ່ໃນເຂົາ, ຜູ້ນັ້ນຈະເກີດຜົນຫລາຍ, ເພາະຖ້າບໍ່ມີເຮົາເຂົາກໍເຮັດສິ່ງໃດບໍ່ໄດ້ເລີຍ.
\v 6 ຖ້າຜູ້ໃດບໍ່ໄດ້ຢູ່ໃນເຮົາ, ເຂົາຈະຖືກໂຍນຖິ້ມໄປເໝືອນກິ່ງທີ່ຫ່ຽວ­ແຫ້ງ, ພວກເຂົາຈະເກັບຮວບຮວມກິ່ງເຫລົ່ານັ້ນແລະໂຍນເຂົ້າໄປໃນກອງໄຟ, ແລະເຜົາໄຟເສັຽ.
\v 7 ຖ້າທ່ານຢູ່ໃນເຮົາ, ແລະຖ້ອຍຄຳຂອງເຮົາຝັງຢູ່ໃນທ່ານ, ຈົ່ງທູນຂໍສິ່ງໃດກໍຕາມທີ່ທ່ານຈະປາ­ຖນາ, ແລະທ່ານກໍຈະໄດ້ສິ່ງນັ້ນ.
\s5
\v 8 ພຣະ­ບິ­ດາຂອງເຮົາໄດ້ຊົງຮັບກຽດ­ໃນສິ່ງນີ້, ເພາະເມື່ອທ່ານເກີດຜົນຫລາຍ ທ່ານກໍເປັນສາ­ວົກຂອງເຮົາ.
\v 9 ພຣະ­ບິ­ດາໄດ້ຊົງຮັກເຮົາຢ່າງ­ໃດ, ເຮົາກໍຮັກທ່ານຢ່າງນັ້ນ. ຈົ່ງຢູ່ໃນຄວາມຮັກຂອງເຮົາ.
\s5
\v 10 ຖ້າທ່ານເຮັດຕາມບັນ­ຍັດຂອງເຮົາ, ທ່ານກໍຈະຢູ່ໃນຄວາມຮັກຂອງເຮົາ, ເຊັ່ນດຽວກັນກັບເຮົາໄດ້ເຮັດຕາມບັນ­ຍັດພຣະ­ບິ­ດາຂອງເຮົາ ແລະຢູ່ໃນຄວາມຮັກຂອງພຣະ­ອົງ.
\v 11 ເຮົາໄດ້ບອກສິ່ງເຫລົ່ານີ້ແກ່ທ່ານທັງ­ຫລາຍ ເພື່ອຄວາມຍິນ­ດີຂອງເຮົາຈະຢູ່ໃນທ່ານ ແລະຄວາມຍິນ­ດີຂອງທ່ານຈະຄົບບໍ­ຣິ­ບູນ.
\s5
\v 12 ນີ້ຄືຄຳບັນຊາຂອງເຮົາ, ໃຫ້ທ່ານຮັກຊຶ່ງກັນແລະກັນ ເໝືອນຢ່າງທີ່ເຮົາໄດ້ຮັກທ່ານ.
\v 13 ບໍ່ມີຜູ້ໃດມີຄວາມຮັກທີ່ຍິ່ງໃຫຍ່ກວ່ານີ້, ທີ່ເຂົາຈະໄດ້ສະ­ຫລະຊີ­ວິດຂອງເຂົາແກ່ສະ­ຫາຍຂອງຕົນ.
\s5
\v 14 ທ່ານເປັນສະ­ຫາຍຂອງເຮົາ ຖ້າທ່ານເຮັດຕາມສິ່ງທີ່ເຮົາໄດ້ບັນຊາໄວ້ແກ່ທ່ານ.
\v 15 ເຮົາບໍ່ເອີ້ນທ່ານວ່າຂ້ອຍໃຊ້ອີກຕໍ່ໄປ, ເພາະຂ້ອຍໃຊ້ບໍ່ຮູ້ວ່າເຈົ້ານາຍຂອງຕົນກຳ­ລັງເຮັດອັນໃດຢູ່. ເຮົາໄດ້ເອີ້ນທ່ານວ່າເປັນສະ­ຫາຍຂອງເຮົາ, ເພາະທຸກສິ່ງທີ່ເຮົາໄດ້ຍິນຈາກພຣະ­ບິ­ດາຂອງເຮົາ, ເຮົາກໍໄດ້ສຳ­ແດງແກ່ທ່ານດ້ວຍ.
\s5
\v 16 ທ່ານບໍ່ໄດ້ເລືອກເອົາເຮົາ, ແຕ່ເຮົາໄດ້ເລືອກເອົາທ່ານແລະໄດ້ແຕ່ງ­ຕັ້ງທ່ານໄວ້ ເພື່ອທີ່ທ່ານຈະອອກໄປແລະເກີດຜົນ, ແລະເພື່ອທີ່ຜົນຂອງທ່ານຈະຕັ້ງຢູ່. ເພື່ອວ່າເມື່ອທ່ານທູນຂໍສິ່ງໃດຈາກພຣະ­ບິ­ດາໃນນາມຂອງເຮົາ, ພຣະ­ອົງຈະມອບສິ່ງນັ້ນໃຫ້ແກ່ທ່ານ.
\v 17 ສິ່ງເຫລົ່ານີ້ທີ່ເຮົາໄດ້ບັນຊາແກ່ທ່ານນັ້ນ, ຄືໃຫ້ທ່ານຮັກຊຶ່ງກັນແລະກັນ.
\s5
\v 18 ຖ້າໂລກກຽດຊັງທ່ານ, ຈົ່ງຮູ້ເຖີ້ນວ່າໂລກໄດ້ກຽດຊັງເຮົາກ່ອນທີ່ຈະກຽດຊັງທ່ານ.
\v 19 ຖ້າທ່ານເປັນຂອງໂລກ, ໂລກກໍຈະຮັກທ່ານເໝືອນທ່ານເປັນຂອງໂລກ. ແຕ່ເພາະວ່າທ່ານບໍ່ໄດ້ເປັນຂອງໂລກແລະເພາະເຮົາໄດ້ເລືອກເອົາທ່ານອອກມາຈາກໂລກ, ດັ່ງນັ້ນໂລກຈຶ່ງກຽດຊັງທ່ານ.
\s5
\v 20 ຈົ່ງຣະ­ນຶກເຖິງຄຳທີ່ເຮົາໄດ້ກ່າວກັບທ່ານວ່າ, 'ຂ້ອຍໃຊ້ບໍ່ເປັນໃຫຍ່ກວ່ານາຍຂອງຕົນ' ຖ້າເຂົາຂົ່ມ­ເຫັງເຮົາ, ເຂົາກໍຈະຂົ່ມເຫັງທ່ານດ້ວຍ; ຖ້າເຂົາເຮັດຕາມຂໍ້­ຄວາມຂອງເຮົາ, ເຂົາກໍຈະເຮັດຕາມຂໍ້­ຄວາມຂອງທ່ານດ້ວຍ.
\v 21 ເຂົາຈະເຮັດສິ່ງເຫລົ່ານັ້ນແກ່ທ່ານ ເພາະນາມຂອງເຮົາ, ເພາະ­ວ່າພວກເຂົາບໍ່ຮູ້­ຈັກພຣະອົງຜູ້ສົ່ງເຮົາມາ.
\v 22 ຖ້າເຮົາບໍ່ໄດ້ມາເພື່ອທີ່ຈະກ່າວສິ່ງເຫລົ່ານີ້ແກ່ພວກເຂົາ, ພວກເຂົາກໍຄົງບໍ່ມີບາບ, ແຕ່ຕອນນີ້ພວກເຂົາບໍ່ມີຂໍ້ແກ້ຕົວອັນໃດໃນເລື່ອງຄວາມບາບຂອງພວກເຂົາ.
\s5
\v 23 ຜູ້ໃດທີ່ກຽດຊັງເຮົາກໍຈະກຽດຊັງພຣະ­ບິ­ດາຂອງເຮົາດ້ວຍ.
\v 24 ຖ້າເຮົາບໍ່ໄດ້ເຮັດກິ­ຈະ­ການທີ່ບໍ່ມີຜູ້ໃດໄດ້ເຮັດຖ້າມ­ກາງພວກເຂົາ, ພວກເຂົາກໍຄົງບໍ່ມີບາບ, ແຕ່ຕອນນີ້ພວກເຂົາໄດ້ເຫັນແລະຍັງໄດ້ກຽດຊັງແລະພຣະ­ບິ­ດາດ້ວຍ.
\v 25 ແຕ່ເພື່ອພຣະທັມທີ່ໄດ້ບອກເອົາໄວ້ໃນພຣະ­ບັນ­ຍັດຂອງພວກເຂົາວ່າ ‘ພວກເຂົາກຽດຊັງເຮົາໂດຍບໍ່ມີສາເຫດ’ ຈະເປັນຈິງ.
\s5
\v 26 ເມື່ອອົງພຣະ­ຜູ້­ຊ່ອຍ ຄືຜູ້ທີ່ເຮົາຈະສົ່ງມາຍັງທ່ານ ຊຶ່ງມາຈາກພຣະ­ບິ­ດາ, ນັ້ນຄື, ພຣະ­ວິນ­ຍານແຫ່ງຄວາມຈິງ, ຜູ້ທີ່ອອກຈາກພຣະ­ບິ­ດານັ້ນ, ພຣະ­ອົງຈະເປັນພະຍານກ່ຽວກັບເຮົາ.
\v 27 ທ່ານເອງກໍເປັນພະ­ຍານເໝືອນກັນ ເພາະ­ວ່າທ່ານໄດ້ຢູ່ກັບເຮົາຕັ້ງ­ແຕ່ເລີ່ມຕົ້ນ.
\s5
\c 16
\cl ບົດທີ 16
\p
\v 1 "ເຮົາໄດ້ບອກສິ່ງເຫລົ່ານີ້ກັບທ່ານເພື່ອທີ່ທ່ານຈະບໍ່ສະດຸດລົ້ມ.
\v 2 ພວກເຂົາຈະໄລ່ທ່ານອອກຈາກໂຮງທັມະເທສະໜາ ແຕ່ເວ­ລານັ້ນຈະມາເຖິງເມື່ອບຸກ­ຄົນທີ່ຂ້າທ່ານຈະຄຶດວ່າ ຕົນກຳລັງເຮັດການນີ້ເພື່ອບູ­ຊາຕໍ່ພຣະ­ເຈົ້າ.
\s5
\v 3 ພວກເຂົາຈະເຮັດສິ່ງເຫລົ່ານີ້ ເພາະວ່າພວກເຂົາບໍ່ຮູ້ຈັກພຣະບິ­ດາ ແລະບໍ່ຮູ້­ຈັກເຮົາດ້ວຍ.
\v 4 ເຮົາໄດ້ບອກສິ່ງເຫລົ່ານີ້ກັບທ່ານ ເມື່ອເວ­ລານັ້ນມາເຖິງ, ທ່ານຈະຣະ­ນຶກວ່າເຮົາໄດ້ບອກກັບທ່ານກ່ຽວກັບພວກເຂົາ. ເຮົາບໍ່ໄດ້ບອກສິ່ງເຫລົ່ານີ້ແກ່ທ່ານຕັ້ງ­ແຕ່ທຳອິດ, ເພາະ­ວ່າເຮົາຍັງຢູ່ກັບທ່ານ.
\s5
\v 5 ແຕ່ຕອນນີ້ເຮົາຈະໄປຫາຜູ້ຊົງໃຊ້ເຮົາມາ, ແຕ່ບໍ່ມີຜູ້ໃດໃນພວກທ່ານຖາມເຮົາວ່າ, ‘ພຣະອົງກຳລັງສະເດັດໄປທີ່ໃດ’.
\v 6 ແຕ່ເພາະເຮົາໄດ້ບອກສິ່ງເຫລົ່ານີ້ກັບທ່ານ, ຈິດໃຈຂອງທ່ານຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ.
\v 7 ແຕ່ເຮົາບອກຄວາມຈິງແກ່ທ່ານວ່າ, ເປັນການດີກວ່າທີ່ເຮົາຈະຈາກທ່ານໄປ. ເພາະຖ້າເຮົາບໍ່ຈາກທ່ານໄປ, ອົງ­ຜູ້­ຊ່ອຍນັ້ນຈະບໍ່ໄດ້ມາຫາທ່ານ, ແຕ່ຖ້າເຮົາຈາກໄປ, ເຮົາກໍຈະສົ່ງພຣະ­ອົງມາຫາທ່ານ.
\s5
\v 8 ເມື່ອພຣະ­ອົງສະ­ເດັດມາ, ­ອົງຜູ້ຊ່ອຍຈະພິສູດໃຫ້ໂລກຮູ້ແຈ້ງຄວາມຜິດບາບ, ຄວາມຊອບທັມ, ແລະການພິ­ພາກ­ສາ.
\v 9 ໃນເລື່ອງບາບນັ້ນ, ເພາະພວກເຂົາບໍ່ໄດ້ເຊື່ອໃນເຮົາ.
\v 10 ໃນເລື່ອງຄວາມຊອບທັມນັ້ນ, ເພາະເຮົາກຳລັງຈະໄປຫາພຣະບິດາ, ແລະທ່ານຈະບໍ່ເຫັນເຮົາອີກ.
\v 11 ແລະໃນເລື່ອງການພິພາກ­ສານັ້ນ, ເພາະຜູ້ປົກ­ຄອງໂລກນີ້ໄດ້ຖືກພິ­ພາກ­ສາແລ້ວ.
\s5
\v 12 ເຮົາຍັງມີອີກຫລາຍສິ່ງທີ່ຈະບອກກັບພວກທ່ານ, ແຕ່ພວກທ່ານຈະຍັງບໍ່ເຂົ້າໃຈສິ່ງເຫລົ່ານັ້ນໃນຕອນ­ນີ້.
\v 13 ແຕ່ເມື່ອຜູ້ນັ້ນ, ຄືພຣະ­ວິນ­ຍານແຫ່ງຄວາມຈິງສະ­ເດັດມາ, ພຣະ­ອົງຈະນຳທ່ານໄປສູ່ຄວາມຈິງ, ເພາະພຣະ­ອົງຈະບໍ່ກ່າວຕາມໃຈຂອງພຣະອົງເອງ. ແຕ່ພຣະ­ອົງຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ, ແລະພຣະອົງຈະເວົ້າກັບທ່ານສິ່ງໃດຈະມາເຖິງ.
\v 14 ພຣະ­ອົງຈະຊົງໃຫ້ເຮົາໄດ້ຮັບກຽດ, ເພາະ­ວ່າພຣະ­ອົງຈະຊົງເອົາສິ່ງທີ່ເປັນຂອງເຮົາແລະພຣະອົງຈະບອກສິ່ງເຫລົ່ານັ້ນແກ່ທ່ານ.
\s5
\v 15 ທຸກສິ່ງທີ່ພຣະ­ບິ­ດາຊົງມີນັ້ນເປັນຂອງເຮົາ. ເຫດສັນ­ນັ້ນ, ເຮົາຈຶ່ງບອກວ່າພຣະ­ວິນ­ຍານຊົງເອົາສິ່ງຊຶ່ງເປັນຂອງເຮົາແລະພຣະອົງຈະບອກສິ່ງເຫລົ່ານັ້ນແກ່ທ່ານ.
\v 16 ໃນອີກບໍ່ດົນທ່ານຈະບໍ່ເຫັນເຮົາ, ແລະພາຍຫລັງອີກບໍ່ດົນທ່ານກໍຈະເຫັນເຮົາ.”
\s5
\v 17 ແລ້ວບາງຄົນໃນພວກສາ­ວົກຂອງພຣະ­ອົງກໍ່ເວົ້າຕໍ່ກັນວ່າ, “ພຣະອົງນັ້ນກຳລັງກ່າວສິ່ງໃດແກ່ເຮົາທີ່ວ່າ, ‘ໃນອີກບໍ່ດົນທ່ານຈະບໍ່ເຫັນເຮົາ ແລະພາຍຫລັງອີກບໍ່ດົນທ່ານກໍຈະເຫັນເຮົາ,' ແລະ ‘ເພາະວ່າເຮົາຈະໄປຫາພຣະ­ບິ­ດາ’?"
\v 18 ດັ່ງນັ້ນພວກເຂົາຈຶ່ງເວົ້າວ່າ, “ທີ່ພຣະອົງກ່າວວ່າ 'ອີກບໍ່ດົນ' ນັ້ນໝາຍຄວາມວ່າຢ່າງໃດ? ພວກເຮົາບໍ່ເຂົ້າ­ໃຈວ່າພຣະອົງກຳ­ລັງເວົ້າເຖິງສິ່ງໃດ?”
\s5
\v 19 ພຣະ­ເຢຊູຊົງຊາບວ່າພວກເຂົາຕ້ອງການທີ່ຈະຖາມພຣະອົງ, ພຣະ­ອົງຈຶ່ງຊົງກ່າວແກ່ພວກເຂົາວ່າ, “ນີ້ຄືສິ່ງທີ່ທ່ານກຳລັງຖາມກັນໃນໝູ່ພວກທ່ານເອງຫລືທີ່ວ່າ, ‘ອີກບໍ່ດົນ ທ່ານຈະບໍ່ເຫັນເຮົາ, ແລະພາຍຫລັງອີກບໍ່ດົນທ່ານກໍຈະເຫັນເຮົາ?'
\v 20 ເຮົາບອກຄວາມຈິງແກ່ພວກທ່ານວ່າ, ທ່ານຈະຮ້ອງ­ໄຫ້ແລະຮ່ຳໄຮ, ແຕ່ໂລກນັ້ນຈະ­ຍິນ­ດີ. ທ່ານຈະເຕັມໄປດ້ວຍຄວາມ­ທຸກໂສກເສົ້າ, ແຕ່ຄວາມ­ເສັຽໃຈຂອງທ່ານຈະປ່ຽນເປັນ­ຄວາມຊື່ນຊົມຍິນດີ.
\v 21 ເມື່ອຜູ້­ຍິງນັ້ນໃຫ້ເກີດລູກ ນາງກໍມີຄວາມ­ທຸກໂສກເພາະວ່າກຳ­ນົດຂອງນາງມາເຖິງແລ້ວ, ແຕ່ເມື່ອນາງໄດ້ເກີດລູກຂອງນາງອອກມາແລ້ວ ນາງກໍຈະບໍ່ຣະນຶກເຖິງຄວາມ­ເຈັບປວດຂອງນາງອີກ ເພາະມີຄວາມຊົມ­ຊື່ນຍິນ­ດີທີ່ລູກຂອງນາງໄດ້ເກີດມາໃນໂລກນີ້.
\s5
\v 22 ໃນຂະນະທີ່ທ່ານ­ເສົ້າໂສກ, ແຕ່ເຮົາຈະມາຫາທ່ານອີກ, ແລະຈິດໃຈຂອງທ່ານຈະຍິນ­ດີ, ແລະຈະບໍ່ມີຜູ້ໃດເອົາຄວາມຊື່ນຊົມຍິນດີນັ້ນໄປຈາກທ່ານໄດ້.
\v 23 ໃນວັນນັ້ນທ່ານຈະບໍ່ຖາມເຮົາເຖິງສິ່ງໃດອີກ. ເຮົາບອກຄວາມຈິງແກ່ທ່່ານວ່າ, ຖ້າທ່ານທູນຂໍສິ່ງໃດຈາກພຣະ­ບິ­ດາໃນນາມຂອງເຮົາ, ພຣະ­ອົງຈະໃຫ້ແກ່ທ່ານ.
\v 24 ເຖິງບັດນີ້ຖ້າທ່ານຍັງບໍ່ໄດ້ຂໍສິ່ງໃດນຳນາມຂອງເຮົາ. ຈົ່ງຂໍເຖີດ, ແລ້ວທ່ານຈະໄດ້ຮັບເພື່ອທີ່ຄວາມຍິນ­ດີຂອງທ່ານຈະເຕັມບໍ­ຣິ­ບູນ.
\s5
\v 25 ເຮົາໄດ້ກ່າວສິ່ງເຫລົ່ານີ້ກັບທ່ານເປັນຄຳອຸປະມາ, ເມື່ອເວລານັ້ນມາເຖິງຄືເມື່ອເຮົາຈະບໍ່ກ່າວກັບທ່ານເປັນຄຳອຸປະມາອີກ, ແຕ່ເຮົາຈະບອກກັບທ່ານເຖິງເລື່ອງຂອງພຣະ­ບິ­ດາຢ່າງແຈ່ມແຈ້ງ.
\s5
\v 26 ໃນວັນນັ້ນທ່ານຈະຂໍໃນນາມຂອງເຮົາ ແລະເຮົາຈະບໍ່ບອກກັບທ່ານວ່າເຮົາຈະອ້ອນ­ວອນຂໍພຣະ­ບິ­ດາເພື່ອທ່ານ,
\v 27 ເພາະພຣະບິ­ດາເອງຊົງຮັກພວກທ່ານ ເພາະ­ວ່າພວກທ່ານໄດ້ຮັກເຮົາແລະເພາະວ່າທ່ານໄດ້ເຊື່ອວ່າເຮົາມາຈາກພຣະບິດາ.
\v 28 ເຮົາມາຈາກພຣະ­ບິ­ດາ, ແລະໄດ້ເຂົ້າມາໃນໂລກນີ້. ອີກຄັ້ງໜຶ່ງ, ເຮົາກຳລັງຈະຈາກໂລກນີ້ໄປແລະເຮົາຈະໄປຫາພຣະ­ບິ­ດາຂອງເຮົາ.”
\s5
\v 29 ພວກສາ­ວົກຂອງພຣະ­ອົງທູນວ່າ, “ນີ້ແຫລະ, ຕອນນີ້ພຣະອົງກຳລັງກ່າວຢ່າງແຈ່ມແຈ້ງແລະພຣະອົງບໍ່ໄດ້ກ່າວແກ່ພວກເຮົາເປັນຄຳອຸປະມາ.
\v 30 ຕອນນີ້ ພວກຂ້າ­ນ້ອຍຮູ້ແລ້ວວ່າພຣະອົງຊົງຮູ້ທຸກສິ່ງ, ແລະພຣະອົງບໍ່ຕ້ອງການໃຫ້ໃຜຖາມພຣະອົງອີກ. ດ້ວຍເຫດນີ້, ພວກຂ້າ­ນ້ອຍຈຶ່ງເຊື່ອແລ້ວວ່າພຣະອົງຊົງມາຈາກພຣະ­ເຈົ້າ.”
\v 31 ພຣະ­ເຢຊູຊົງຕອບພວກເຂົາວ່າ, “ຕອນ­ນີ້ທ່ານເຊື່ອເຮົາແລ້ວຫລື?
\s5
\v 32 ເບິ່ງແມ, ເວ­ລານັ້ນກຳລັງຈະມາ, ແລະເວ­ລານັ້ນກໍໄດ້ມາເຖິງແລ້ວ, ເມື່ອພວກທ່ານຈະຖືກເຮັດໃຫ້ແຕກຊະກັນໄປ, ທຸກຄົນຈະແຍກກັບໄປບ້ານຂອງຕົນແລະທ່ານຈະປະເຮົາໄວ້. ແຕ່ວ່າເຮົາບໍ່ໄດ້ໂດດດຽວ ດ້ວຍວ່າພຣະ­ບິ­ດາຊົງສະ­ຖິດກັບເຮົາ.
\v 33 ເຮົາໄດ້ບອກສິ່ງເຫລົ່ານີ້ແກ່ທ່ານເພື່ອທີ່ທ່ານຈະໄດ້ມີສັນຕິສຸກໃນເຮົາ. ທ່ານຈະພົບກັບຄວາມ­ທຸກລຳ­ບາກໃນໂລກນີ້, ແຕ່ຈົ່ງກ້າຫານເຖີດ: ເພາະວ່າເຮົາໄດ້ຊະ­ນະໂລກແລ້ວ.”
\s5
\c 17
\cl ບົດທີ 17
\p
\v 1 ພຣະ­ອົງກໍຊົງເງີຍພຣະ­ພັກຂຶ້ນເບິ່ງຟ້າແລະກ່າວວ່າ, “ຂ້າແດ່ພຣະ­ບິ­ດາ, ບັດນີ້ເຖິງເວ­ລາແລ້ວ ຂໍຊົງໂຜດໃຫ້ພຣະ­ບຸດຂອງພຣະ­ອົງໄດ້ຮັບກຽດ­ຕິຍົດ ເພື່ອພຣະ­ບຸດຈະໄດ້ຖວາຍກຽດ­ຕິ­ຍົດແດ່ພຣະ­ອົງ.
\v 2 ດັ່ງທີ່ພຣະ­ອົງໄດ້ໂຜດໃຫ້ພຣະ­ບຸດມີສິດອຳນາດເໜືອມະ­ນຸດທັງປວງ ເພື່ອໃຫ້ພຣະ­ບຸດປຣະ­ທານຊີ­ວິດອັນຕະຫລອດໄປເປັນ­ນິດ ແກ່ຄົນທີ່ພຣະອົງໄດ້ຊົງມອບແກ່ພຣະ­ບຸດນັ້ນ.
\s5
\v 3 ແລະນີ້ແຫລະແມ່ນຊີ­ວິດອັນຕະ­ຫລອດໄປເປັນນິດ: ຄືການທີ່ພວກເຂົາຮູ້­ຈັກພຣະ­ອົງຜູ້ຊົງເປັນພຣະ­ເຈົ້າທ່ຽງແທ້ອົງດຽວ, ແລະຮູ້­ຈັກພຣະ­ເຢຊູ­ຄຣິດ, ທີ່ພຣະ­ອົງຊົງໃຊ້ມາ.
\v 4 ຂ້າ­ນ້ອຍຖວາຍກຽດ­ຕິ­ຍົດແດ່ພຣະ­ອົງໃນໂລກ ເພາະຂ້າ­ນ້ອຍເຮັດກິ­ຈະການທີ່ພຣະ­ອົງຊົງໃຊ້ຂ້າ­ນ້ອຍເຮັດນັ້ນສຳ­ເລັດແລ້ວ.
\v 5 ບັດນີ້, ຂ້າແດ່ພຣະ­ບິ­ດາ, ຂໍໂຜດໃຫ້ຂ້າ­ນ້ອຍໄດ້ຮັບກຽດ­ຕິ­ຍົດຕໍ່ພຣະ­ພັກຂອງພຣະ­ອົງ ຄືກຽດ­ຕິ­ຍົດທີ່ຂ້າ­ນ້ອຍມີຮ່ວມກັບພຣະ­ອົງກ່ອນທີ່ໂລກນີ້ມີມາ.
\s5
\v 6 ຂ້າ­ນ້ອຍສຳ­ແດງພຣະ­ນາມຂອງພຣະ­ອົງ ແກ່ບັນດາຄົນທີ່ພຣະ­ອົງຊົງປຣະ­ທານແກ່ຂ້າ­ນ້ອຍຈາກ­ໂລກ. ຄົນເຫລົ່ານັ້ນເປັນຂອງພຣະ­ອົງແລ້ວ, ແລະພຣະ­ອົງປຣະ­ທານພວກເຂົາແກ່ຂ້າ­ນ້ອຍ, ແລະເຂົາໄດ້ປະຕິບັດຕາມພຣະ­ທັມຂອງພຣະ­ອົງແລ້ວ.
\v 7 ບັດນີ້ພວກເຂົາຮູ້ວ່າທຸກສິ່ງທີ່ພຣະ­ອົງປຣະ­ທານແກ່ຂ້າ­ນ້ອຍນັ້ນມາຈາກພຣະ­ອົງ,
\v 8 ເພາະ­ວ່າຖ້ອຍຄຳທີ່ພຣະ­ອົງກ່າວແກ່ຂ້ານ້ອຍນັ້ນ. ຂ້າ­ນ້ອຍໃຫ້ພວກເຂົາແລ້ວແລະພວກເຂົາຮັບໄວ້ ແລະຮູ້ແນ່ວ່າຂ້າ­ນ້ອຍມາຈາກພຣະ­ອົງ, ແລະເຊື່ອວ່າພຣະ­ອົງຊົງໃຊ້ຂ້ານ້ອຍມາ.
\s5
\v 9 ຂ້າ­ນ້ອຍອ້ອນ­ວອນເພື່ອພວກເຂົາ. ຂ້າ­ນ້ອຍບໍ່ໄດ້ອ້ອນວອນເພື່ອໂລກ, ແຕ່ເພື່ອຄົນເຫລົ່າ­ນັ້ນທີ່ພຣະ­ອົງປຣະທານແກ່ຂ້ານ້ອຍ, ເພາະ­ວ່າເຂົາເປັນຂອງພຣະ­ອົງ.
\v 10 ທຸກສິ່ງທີ່ເປັນຂອງຂ້າ­ນ້ອຍກໍເປັນຂອງພຣະ­ອົງ ແລະທຸກສິ່ງທີ່ເປັນຂອງພຣະ­ອົງກໍເປັນຂອງຂ້າ­ນ້ອຍ ແລະຂ້າ­ນ້ອຍໄດ້ຮັບກຽດ­ຕິ­ຍົດໃນສິ່ງເຫລົ່ານັ້ນ.
\v 11 ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ອີກ ແຕ່ພວກເຂົາຍັງຢູ່ໃນໂລກນີ້ ແລະຂ້ານ້ອຍກຳ­ລັງຈະໄປຫາພຣະ­ອົງ ແຕ່ພຣະ­ບິ­ດາຜູ້ບໍ­ຣິສຸດ, ຂໍພຣະ­ອົງຊົງພິທັກ­ຮັກ­ສາເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງຄືພຣະນາມທີ່ພຣະອົງໄດ້ປຣະທານໃຫ້ແກ່ຂ້ານ້ອຍນັ້ນ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງຂ້ານ້ອຍກັບພຣະອົງ.
\s5
\v 12 ເມື່ອຂ້າ­ນ້ອຍຍັງຢູ່ກັບພວກເຂົາ, ຂ້າ­ນ້ອຍກໍພິ­ທັກ­ຮັກ­ສາເຂົາ, ຜູ້ທີ່ພຣະ­ອົງປຣະ­ທານແກ່ຂ້າ­ນ້ອຍໄວ້ໂດຍພຣະນາມຂອງພຣະ­ອົງ. ຂ້າ­ນ້ອຍປົກປັກພວກເຂົາໄວ້, ແລະບໍ່ມີຜູ້ໃດໃນພວກເຂົາຈິບຫາຍ, ນອກຈາກລູກທີ່ໝາຍໄວ້ສຳລັບຄວາມຈິບຫາຍ, ເພື່ອໃຫ້ເປັນຈິງຕາມຂໍ້ພຣະ­ຄັມພີ.
\v 13 ແຕ່ບັດນີ້ຂ້າ­ນ້ອຍກຳ­ລັງຈະໄປຫາພຣະອົງ, ຂ້າ­ນ້ອຍກ່າວເຖິງສິ່ງນີ້ໃນໂລກ ເພື່ອໃຫ້ເຂົາໄດ້ຮັບຄວາມຊົມ­ຊື່ນຍິນ­ດີ ໃນຂ້າ­ນ້ອຍຢ່າງເຕັມລົ້ນ.
\v 14 ຂ້າ­ນ້ອຍມອບພຣະ­ທັມຂອງພຣະ­ອົງໃຫ້ແກ່ພວກເຂົາແລ້ວ, ແລະໂລກນີ້ກຽດຊັງເຂົາ ເພາະເຂົາບໍ່ແມ່ນຝ່າຍໂລກ, ເໝືອນຢ່າງທີ່ຂ້າ­ນ້ອຍບໍ່ແມ່ນຝ່າຍໂລກ.
\s5
\v 15 ຂ້າ­ນ້ອຍບໍ່ໄດ້ຂໍໃຫ້ພຣະ­ອົງເອົາພວກເຂົາອອກໄປຈາກໂລກ, ແຕ່ຂໍໃຫ້ປົກປ້ອງເຂົາໄວ້ໃຫ້ພົ້ນຈາກມານຮ້າຍ.
\v 16 ເຂົາບໍ່ແມ່ນຝ່າຍໂລກ, ເໝືອນດັ່ງຂ້າ­ນ້ອຍບໍ່ແມ່ນຝ່າຍໂລກ.
\v 17 ຂໍຊົງແຍກພວກເຂົາໃຫ້ບໍ­ຣິ­ສຸດດ້ວຍຄວາມຈິງ. ພຣະ­ທັມຂອງພຣະອົງເປັນຄວາມຈິງ.
\s5
\v 18 ພຣະ­ອົງຊົງໃຊ້ຂ້າ­ນ້ອຍມາໃນໂລກສັນ­ໃດ, ຂ້າ­ນ້ອຍກໍໃຊ້ພວກເຂົາໄປໃນໂລກສັນ­ນັ້ນ.
\v 19 ຂ້າ­ນ້ອຍແຍກຕົວໃຫ້ບໍຣິສຸດເພາະເຫັນ­ແກ່ເຂົາທັງຫລາຍ, ເພື່ອໃຫ້ເຂົາຮັບການແຍກໃຫ້ບໍຣິສຸດດ້ວຍຄວາມຈິງ.
\s5
\v 20 ຂ້າ­ນ້ອຍບໍ່ໄດ້ອ້ອນ­ວອນເພື່ອຄົນເຫລົ່ານີ້ພວກດຽວ, ແຕ່ເພື່ອທຸກຄົນທີ່ວາງ­ໃຈໃນຂ້າ­ນ້ອຍ ເພາະຖ້ອຍຄຳຂອງພວກເຂົາ
\v 21 ເພື່ອພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ, ດັ່ງທີ່ພຣະອົງຜູ້ເປັນພຣະ­ບິ­ດາ, ສະ­ຖິດໃນຂ້າ­ນ້ອຍ, ແລະຂ້າ­ນ້ອຍໃນພຣະ­ອົງ. ຂ້ານ້ອຍອ້ອນວອນເພື່ອພວກເຂົາຈະໄດ້ຢູ່ໃນເຮົາພຣະອົງແລະໃນຂ້ານ້ອຍດ້ວຍ ເພື່ອໂລກຈະໄດ້ເຊື່ອວ່າພຣະ­ອົງຊົງໃຊ້ຂ້າ­ນ້ອຍມາ.
\s5
\v 22 ກຽດ­ຕິ­ຍົດຊຶ່ງພຣະ­ອົງປຣະ­ທານແກ່ຂ້າ­ນ້ອຍນັ້ນ, ຂ້ານ້ອຍມອບໃຫ້ແກ່ພວກເຂົາ, ເພື່ອພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ, ເໝືອນດັ່ງພຣະອົງກັບຂ້ານ້ອຍ:
\v 23 ຂ້າ­ນ້ອຍຢູ່ໃນພວກເຂົາ, ແລະພຣະ­ອົງຊົງຢູ່ໃນຂ້າ­ນ້ອຍ ເພື່ອພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນຢ່າງສົມ­ບູນ, ເພື່ອໂລກຈະໄດ້ຮູ້ວ່າແມ່ນພຣະອົງຊົງໃຊ້ຂ້າ­ນ້ອຍມາ, ແລະພຣະ­ອົງຊົງຮັກເຂົາເໝືອນດັ່ງທີ່ພຣະ­ອົງຊົງຮັກຂ້າ­ນ້ອຍ.
\s5
\v 24 ຂ້າແດ່ພຣະ­ບິ­ດາ, ຂ້າ­ນ້ອຍປາຖນາຢາກໃຫ້ຄົນເຫລົ່ານັ້ນ ທີ່ພຣະ­ອົງປຣະ­ທານໃຫ້ແກ່ຂ້າ­ນ້ອຍນັ້ນ, ຢູ່ກັບຂ້າ­ນ້ອຍໃນບ່ອນທີ່ຂ້າ­ນ້ອຍຢູ່ນັ້ນ, ເພື່ອພວກເຂົາຈະໄດ້ເຫັນສະ­ຫງ່າຣາ­ສີຂອງຂ້ານ້ອຍ ຊຶ່ງພຣະ­ອົງຊົງປຣະ­ທານໃຫ້ແກ່ຂ້າ­ນ້ອຍ ເພາະພຣະ­ອົງຊົງຮັກຂ້າ­ນ້ອຍກ່ອນທີ່ພຣະອົງຊົງສ້າງໂລກ.
\s5
\v 25 ຂ້າແດ່ພຣະ­ບິ­ດາຜູ້ຊົງຍຸຕິທັມ, ໂລກນີ້ບໍ່ຮູ້­ຈັກພຣະ­ອົງ, ແຕ່ຂ້າ­ນ້ອຍຮູ້­ຈັກພຣະ­ອົງ; ແລະຄົນເຫລົ່ານີ້ຮູ້ວ່າແມ່ນພຣະ­ອົງຊົງໃຊ້ຂ້າ­ນ້ອຍມາ.
\v 26 ຂ້າ­ນ້ອຍເຮັດໃຫ້ເຂົາຮູ້­ຈັກພຣະນາມຂອງພຣະອົງ, ແລະຈະເຮັດໃຫ້ເຂົາຮູ້ອີກ ເພື່ອຄວາມຮັກທີ່ພຣະອົງໄດ້ຊົງຮັກຂ້າ­ນ້ອຍຈະຢູ່ໃນເຂົາ, ແລະຂ້າ­ນ້ອຍກໍຢູ່ໃນເຂົາ.”
\s5
\c 18
\cl ບົດທີ 18
\p
\v 1 ເມື່ອພຣະ­ເຢຊູກ່າວຢ່າງນີ້ແລ້ວ, ພຣະ­ອົງສະ­ເດັດອອກໄປກັບພວກສາ­ວົກຂອງພຣະ­ອົງຂ້ວາມຫ້ວຍກິດ­ໂຣນ, ໄປເຖິງສວນແຫ່ງໜຶ່ງ ພຣະ­ອົງສະ­ເດັດເຂົ້າໄປໃນສວນນັ້ນກັບພວກສາວົກ.
\v 2 ຢູດາ, ຜູ້ທີ່ຈະທໍ­ຣະຍົດພຣະ­ອົງກໍຮູ້­ຈັກບ່ອນນັ້ນເໝືອນກັນ, ເພາະ­ວ່າພຣະ­ເຢຊູກັບພວກສາ­ວົກເຄີຍມາພົບກັນທີ່ນັ້ນ ຫລາຍເທື່ອແລ້ວ.
\v 3 ຢູ­ດາພາພວກທະ­ຫານ­ທີ່ມາຈາກພວກຫົວໜ້າປະໂລຫິດ ແລະພວກຟາ­ຣີ­ຊາຍແລະພວກເຈົ້າໜ້າທີ່ ພວກເຂົາຖືໂຄມ, ຖືກະ­ບອງ, ແລະອາ­ວຸດໄປທີ່ນັ້ນ.
\s5
\v 4 ພຣະ­ເຢຊູຊົງຊາບທຸກສິ່ງທີ່ຈະເກີດຂຶ້ນກັບພຣະ­ອົງ, ພຣະອົງຈຶ່ງສະ­ເດັດອອກໄປຖາມເຂົາວ່າ, “ພວກທ່ານມາຫາໃຜ?”
\v 5 ເຂົາທູນຕອບພຣະ­ອົງວ່າ, “ມາຫາເຢ­ຊູໄທນາ­ຊາ­ເຣັດ” ພຣະ­ເຢຊູກ່າວກັບພວກເຂົາວ່າ, “ເຮົາເປັນຜູ້ນັ້ນ” ຢູ­ດາ, ຄົນທີ່ທໍ­ຣະຍົດພຣະ­ອົງ, ກໍຢືນຢູ່ກັບພວກທະຫານເຫລົ່າ­ນັ້ນ.
\s5
\v 6 ເມື່ອພຣະ­ອົງກ່າວກັບພວກເຂົາວ່າ, “ເຮົາເປັນຜູ້ນັ້ນ” ເຂົາກໍຖອຍ­ຫລັງແລະລົ້ມລົງເທິງດິນ.
\v 7 ພຣະ­ອົງຖາມເຂົາອີກວ່າ, “ພວກທ່ານມາຫາໃຜ?” ເຂົາທູນຕອບວ່າ, “ມາຫາເຢ­ຊູໄທນາ­ຊາເຣັດ.”
\s5
\v 8 ພຣະ­ເຢຊູຕອບວ່າ, “ເຮົາບອກທ່ານແລ້ວວ່າເຮົາເປັນຜູ້ນັ້ນ. ຖ້າທ່ານຊອກຫາເຮົາ, ກໍຈົ່ງປະຄົນເຫລົ່ານີ້ໄປເສັຽ.”
\v 9 ທັງນີ້ເພື່ອໃຫ້ເປັນຈິງຕາມພຣະທັມ­ອົງຊົງກ່າວວ່າ, “ຄົນເຫລົ່ານັ້ນທີ່ພຣະ­ອົງປຣະ­ທານແກ່ຂ້າ­ນ້ອຍ ບໍ່ໄດ້ສູນເສັຽໄປແມ່ນແຕ່ຄົນດຽວ.”
\s5
\v 10 ຊີ­ໂມນເປ­ໂຕມີດາບຈຶ່ງຖອດອອກມາຟັນຂ້ອຍໃຊ້ຄົນໜຶ່ງຂອງມະ­ຫາປະ­ໂລ­ຫິດ ຖືກຫູເບື້ອງຂວາຂາດ ຂ້າໃຊ້ຄົນນັ້ນຊື່­ວ່າ ມາ­ລະ­ໂຂ.
\v 11 ພຣະ­ເຢຊູກ່າວກັບເປ­ໂຕວ່າ, “ຈົ່ງເອົາດາບໃສ່ຝັກເສັຽ. ເຮົາຈະບໍ່ດື່ມຈອກທີ່ພຣະ­ບິ­ດາປຣະ­ທານແກ່ເຮົາຫລື?”
\s5
\v 12 ພວກທະ­ຫານກັບນາຍທະຫານ, ແລະເຈົ້າໜ້າ­ທີ່ຂອງພວກຢິວ, ຈຶ່ງຈັບພຣະ­ເຢຊູມັດໄວ້.
\v 13 ແລ້ວພາພຣະອົງໄປຫາອັນ­ນາກ່ອນ, ເພາະອັນ­ນາເປັນພໍ່ເຖົ້າຂອງກາ­ຢະຟາ, ຊຶ່ງເປັນມະຫາປະໂລ­ຫິດໃນປີນັ້ນ.
\v 14 ກາ­ຢະ­ຟາຄົນນີ້ແຫລະທີ່ແນະ­ນຳພວກຢິວວ່າ ຄວນໃຫ້ຄົນໜຶ່ງຕາຍແທນປະຊາຊົນທັງໝົດ.
\s5
\v 15 ຊີ­ໂມນເປ­ໂຕກັບສາ­ວົກອີກຄົນໜຶ່ງຕິດຕາມພຣະເຢຊູໄປ, ແຕ່ເພາະສາ­ວົກຄົນນັ້ນຮູ້­ຈັກກັນກັບມະ­ຫາປະໂລຫິດ, ແລະເຂົາຈຶ່ງເຂົ້າໄປກັບພຣະ­ເຢຊູຈົນເຖິງເດີ່ນບ້ານຂອງມະ­ຫາປະ­ໂລ­ຫິດ;
\v 16 ແຕ່ເປ­ໂຕຢືນຢູ່ນອກຮີມປະ­ຕູ. ສາ­ວົກອີກຄົນໜຶ່ງນັ້ນ, ຮູ້­ຈັກກັບມະ­ຫາປະ­ໂລ­ຫິດຈຶ່ງອອກໄປເວົ້າກັບຜູ້ຍິງທີ່ເຝົ້າປະ­ຕູ ແລ້ວກໍພາເປ­ໂຕເຂົ້າໄປ.
\s5
\v 17 ຍິງໃຊ້ຄົນທີ່ເຝົ້າປະ­ຕູຖາມເປ­ໂຕວ່າ, “ທ່ານກໍເປັນຄົນຫນຶ່ງໃນພວກສາ­ວົກຂອງຄົນນັ້ນເໝືອນກັນແມ່ນຫລືບໍ?” ເປໂຕຕອບວ່າ, “ບໍ່ແມ່ນ.”
\v 18 ພວກຂ້ອຍໃຊ້ກັບເຈົ້າຫນ້າທີ່ກໍຢືນຢູ່ທີ່ນັ້ນ, ເອົາຖ່ານມາດັ່ງໄຟເພາະ­ອາ­ກາດຫນາວ, ຈຶ່ງພາ­ກັນຢືນຝີງໄຟຢູ່. ເປ­ໂຕກໍຢືນຝີງໄຟນຳເຂົາເໝືອນກັນ.
\s5
\v 19 ມະ­ຫາປະ­ໂລ­ຫິດກໍຖາມພຣະ­ເຢຊູເຖິງພວກສາ­ວົກຂອງພຣະອົງແລະຄຳສອນຂອງພຣະ­ອົງ.
\v 20 ພຣະ­ເຢຊູຕອບທ່ານວ່າ, “ເຮົາກ່າວໃຫ້ໂລກຟັງຢ່າງເປີດ­ເຜີຍ ເຮົາສັ່ງ­ສອນສະ­ເຫມີໃນໂຮງທັມະເທດສະ­ຫນາ ແລະໃນບໍ­ຣິ­ເວນພຣະ­ວິ­ຫານທີ່ພວກຢິວເຄີຍຊຸມ­ນຸມກັນ. ເຮົາບໍ່ໄດ້ສອນສິ່ງໄດ້ຢ່າງລັບ­ລີ້ເລີຍ.
\v 21 ທ່ານຖາມເຮົາເຮັດຫຍັງ? ຈົ່ງຖາມຄົນທີ່ຟັງເຮົາວ່າ ເຮົາເວົ້າອັນໃດກັບພວກເຂົາ ເຂົາຮູ້ວ່າເຮົາສອນອັນໃດ.”
\s5
\v 22 ເມື່ອພຣະ­ອົງຊົງກ່າວຢ່າງນັ້ນແລ້ວ, ເຈົ້າໜ້າ­ທີ່ຄົນຫນຶ່ງທີ່ຢືນຢູ່ທີ່ນັ້ນໄດ້ຕົບພຣະ­ພັກພຣະ­ເຢຊູແລ້ວກ່າວວ່າ, “ເຈົ້າຕອບມະ­ຫາປະ­ໂລ­ຫິດຢ່າງນັ້ນຫລື?”
\v 23 ພຣະ­ເຢຊູຕອບລາວວ່າ, “ຖ້າເຮົາເວົ້າຜິດ, ກໍຈົ່ງເປັນພະ­ຍານໃນສິ່ງທີ່ຜິດນັ້ນ, ແຕ່ຖ້າເຮົາເວົ້າຖືກ, ທ່ານຕົບເຮົາເຮັດຫຍັງ?”
\v 24 ອັນ­ນາຈຶ່ງໃຫ້ພາພຣະເຢຊູເຊິ່ງຖືກມັດຢູ່ນັ້ນໄປຫາກາ­ຢະ­ຟາມະ­ຫາປະ­ໂລ­ຫິດ.
\s5
\v 25 ຂະ­ນະນັ້ນຊີ­ໂມນເປ­ໂຕກຳ­ລັງຢືນຝີງໄຟຢູ່. ຄົນເຫລົ່າ­ນັ້ນຖາມເປ­ໂຕວ່າ, “ເຈົ້າເປັນສາ­ວົກຂອງຄົນນັ້ນເຫມືອນກັນບໍ່ແມ່ນຫລື” ເປ­ໂຕປະ­ຕິ­ເສດວ່າ, “ບໍ່ແມ່ນ.”
\v 26 ຂ້ອຍໃຊ້ຄົນຫນຶ່ງຂອງມະ­ຫາປະ­ໂລ­ຫິດ, ຊຶ່ງເປັນພີ່­ນ້ອງກັບຄົນທີ່ເປ­ໂຕຟັນຫູຂາດກໍຖາມວ່າ, “ຂ້ອຍເຫັນເຈົ້າກັບຄົນນັ້ນໃນສວນບໍ່ແມ່ນຫລື?”
\v 27 ເປ­ໂຕປະຕິ­ເສດອີກເທື່ອຫນຶ່ງ, ແລະທັນ­ໃດນັ້ນໄກ່ກໍຂັນ
\s5
\v 28 ແລ້ວພວກເຂົາກໍພາພຣະ­ເຢຊູອອກຈາກເຮືອນຂອງກາຢະຟາໄປຍັງສານປົກຄອງ ຂະນະນັ້ນຍັງເປັນເວ­ລາເຊົ້າມືດ, ແລະພວກເຂົາບໍ່ໄດ້ເຂົ້າໄປໃນສານນັ້ນ ເພາະຢ້ານວ່າຈະບໍ່ສະ­ອາດແລະຈະໄດ້ກິນປັດ­ສະ­ຄາໄດ້.
\v 29 ປີ­ລາດຈຶ່ງອອກມາຫາພວກເຂົາແລະຖາມວ່າ, “ພວກທ່ານມີເລື່ອງອັນໄດ້ມາຟ້ອງຄົນນີ້?”
\v 30 ພວກເຂົາຕອບທ່ານວ່າ, “ຖ້າເຂົາບໍ່ເປັນຜູ້ຮ້າຍ, ພວກເຮົາກໍຄົງຈະບໍ່ມອບຕົວລາວໄວ້ໃຫ້ທ່ານ.”
\s5
\v 31 ປີ­ລາດກ່າວກັບພວກເຂົາວ່າ, “ພວກທ່ານຈົ່ງເອົາຄົນນີ້ໄປພິພາກສາຕາມກົດ­ຫມາຍຂອງພວກທ່ານເອງເຖີດ” ພວກຢິວຈຶ່ງຮຽນວ່າ, “ກົດ­ຫມາຍຫ້າມພວກເຮົາປະ­ຫານຊີ­ວິດຜູ້ໃດຜູ້ຫນຶ່ງ.”
\v 32 ທັງນີ້ເພື່ອໃຫ້ເປັນຈິງຕາມຖ້ອຍຄຳຂອງພຣະເຢຊູຊຶ່ງກ່າວໄວ້ວ່າ ພຣະ­ອົງຈະສິ້ນພຣະ­ຊົນແບບໃດ.
\s5
\v 33 ປີ­ລາດຈຶ່ງເຂົ້າໄປໃນສານປົກຄອງອີກ ແລະເອີ້ນພຣະ­ເຢຊູມາແລ້ວຖາມວ່າ, “ເຈົ້າເປັນກະ­ສັດຂອງພວກຢິວຫລື?”
\v 34 ພຣະເຢຊູຕອບວ່າ, “ທ່ານຖາມຢ່າງນັ້ນຕາມຄວາມເຂົ້າໃຈຂອງທ່ານເອງ ຫລືວ່າຄົນອື່ນບອກທ່ານເຖິງເລື່ອງຂອງເຮົາ?”
\v 35 ປີລາດທູນຕອບວ່າ, “ເຮົາເປັນຢິວຫລື? ຊົນຊາດຂອງເຈົ້າເອງແລະພວກຫົວຫນ້າປະ­ໂລ­ຫິດໄດ້ມອບເຈົ້າໄວ້ໃຫ້ເຮົາ. ເຈົ້າເຮັດອັນໃດ?”
\s5
\v 36 ພຣະ­ເຢຊູຕອບວ່າ, “ຣາ­ຊະອຳ­ນາດຂອງເຮົາບໍ່ໄດ້ເປັນຂອງໂລກນີ້ ຖ້າຣາ­ຊະອຳ­ນາດຂອງເຮົາມາຈາກໂລກນີ້ ຄົນຂອງເຮົາກໍຄົງຈະຕໍ່­ສູ້ບໍ່ໃຫ້ເຮົາຖືກມອບໄວ້ແກ່ພວກຢິວ ແຕ່ຣາຊະອຳນາດຂອງເຮົາບໍ່ໄດ້ມາຈາກໂລກນີ້.”
\v 37 ປີ­ລາດຈຶ່ງທູນພຣະອົງວ່າ, “ຖ້າຢ່າງ­ນັ້ນເຈົ້າເປັນກະ­ສັດຕີ້?” ພຣະ­ເຢຊູຊົງຕອບວ່າ, “ທ່ານເວົ້າວ່າເຮົາເປັນກະ­ສັດ. ເພາະເຫດນີ້ເຮົາຈຶ່ງເກີດມາ, ແລະເຂົ້າມາໃນໂລກ ເພື່ອເປັນພະ­ຍານໃຫ້ກັບຄວາມຈິງ. ທຸກຄົນທີ່­ເປັນຝ່າຍຄວາມຈິງຍ່ອມຟັງ­ສຽງຂອງເຮົາ.”
\s5
\v 38 ປີ­ລາດທູນຖາມພຣະອົງວ່າ, “ຄວາມຈິງຄືອັນໃດ?” ເມື່ອຖາມຢ່າງ­ນັ້ນແລ້ວ ປິລາດກໍອອກໄປຫາພວກຢິວອີກ ແລະບອກພວກເຂົາວ່າ, “ເຮົາບໍ່ເຫັນວ່າຄົນນີ້ມີຄວາມຜິດ."
\v 39 ແຕ່ພວກທ່ານມີທຳ­ນຽມໃຫ້ເຮົາປ່ອຍຄົນໜຶ່ງໃຫ້ພວກທ່ານໃນເທສະ­ການປັດສະ­ຄາ ທ່ານຢາກໃຫ້ເຮົາປ່ອຍກະ­ສັດຂອງພວກຢິວຫລື?”
\v 40 ພວກເຂົາຮ້ອງຕອບວ່າ, “ຢ່າປ່ອຍຄົນນີ້ ແຕ່ໃຫ້ປ່ອຍບາ­ຣາ­ບາ.” ສ່ວນບາ­ຣາ­ບານັ້ນເປັນໂຈນ.
\s5
\c 19
\cl ບົດທີ 19
\p
\v 1 ແລ້ວປີ­ລາດຈຶ່ງໃຫ້ເອົາພຣະ­ເຢຊູໄປ ແລະຂ້ຽນຕີພຣະອົງ.
\v 2 ພວກທະຫານໄດ້ເອົາມົງກຸດຫນາມ ສຸບໃສ່ພຣະສຽນຂອງພຣະ­ເຢຊູ ແລະ ໃຫ້ພຣະອົງຄຸມເສື້ອສີ­ມ່ວງ.
\v 3 ແລ້ວພວກເຂົາກໍມາຫາພຣະ­ອົງທູນວ່າ, “ຂ້າແດ່ກະ­ສັດຂອງພວກຢິວ! ຂໍຊົງພຣະ­ຈະ­ເຣີນ” ແລ້ວພວກເຂົາກໍຕົບພຣະ­ພັກພຣະ­ອົງ.
\s5
\v 4 ແລ້ວປີ­ລາດກໍອອກໄປດ້ານນອກອີກ ແລະ ໄດ້ກ່າວກັບພວກເຂົາວ່າ, “ເບິ່ງແມ, ເຮົາພາຄົນນີ້ອອກມອບໃຫ້ພວກທ່ານ ເພາະຮູ້ວ່າເຮົາບໍ່ເຫັນຄວາມຜິດຈັກປະ­ການໃນຕົວເພິ່ນເລີຍ.”
\v 5 ພຣະເຢຊູເຈົ້າຈຶ່ງສະເດັດອອກມາ, ສວມພວງ­ມະລັຍທີ່ເຮັດດ້ວຍເຄືອຫນາມນັ້ນ ແລະ ຊົງຄຸມດ້ວຍເສື້ອສີ­ມ່ວງ. ປີ­ລາດກ່າວກັບພວກເຂົາວ່າ, “ເບິ່ງຊາຍຄົນນີ້ແມ!”
\v 6 ເມື່ອພວກຫົວຫນ້າປະ­ໂລ­ຫິດ ແລະ ພວກເຈົ້າຫນ້າ­ທີ່ໄດ້ເຫັນພຣະ­ອົງເຂົາກໍໂຮ່ຮ້ອງຂຶ້ນວ່າ, “ຄຶງມັນ, ຄຶງມັນເສັຽ!” ປີ­ລາດກ່າວກັບເຂົາວ່າ, “ພວກເຈົ້າຈົ່ງພາເຂົາໄປຄຶງເອົາເອງ, ເພາະຝ່າຍເຮົາບໍ່ເຫັນວ່າເຂົາມີຄວາມຜິດເລີຍ.”
\s5
\v 7 ພວກຢິວໄດ້ຕອບທ່ານວ່າ, “ພວກເຮົາມີກົດ­ຫມາຍ, ແລະ ຕາມກົດ­ຫມາຍນັ້ນ ຄົນນີ້ຄວນຕາຍ ເພາະມັນຕັ້ງຕົວເປັນພຣະບຸດຂອງພຣະ­ເຈົ້າ.”
\v 8 ເມື່ອປິລາດໄດ້ຍິນດັ່ງ­ນັ້ນ, ທ່ານກໍຕົກໃຈຢ້ານຫລາຍຂຶ້ນ.
\v 9 ທ່ານຈຶ່ງເຂົ້າໄປໃນສານປົກຄອງອີກ ແລະ ໄດ້ທູນຖາມພຣະ­ເຢຊູວ່າ, “ເຈົ້າມາຈາກໃສ?” ແຕ່ພຣະ­ເຢຊູບໍ່ໄດ້ຕອບປະ­ການໃດ.
\s5
\v 10 ປີ­ລາດຈຶ່ງທູນຕໍ່ພຣະ­ອົງວ່າ, “ເຈົ້າຈະບໍ່ເວົ້າກັບເຮົາບໍ? ເຈົ້າບໍ່ຮູ້ຫລືວ່າ ເຮົາມີສິດອຳ­ນາດຈະປ່ອຍເຈົ້າໄດ້, ແລະ ມີສິດອຳນາດຄຶງເຈົ້າໄວ້ທີ່ໄມ້ກາງແຂນໄດ້?”
\v 11 ພຣະ­ເຢຊູຕອບເຂົາວ່າ, “ທ່ານບໍ່ມີສິດອຳ­ນາດເຫນືອເຮົາ ເວັ້ນແຕ່ອຳ­ນາດທີ່ປຣະ­ທານແກ່ທ່ານມາຈາກເບື້ອງເທິງ. ເພາະເຫດ­ນີ້, ຄົນທີ່ມອບເຮົາໄວ້ກັບທ່ານຈຶ່ງມີຄວາມຜິດບາບຫລາຍກວ່າທ່ານ.”
\s5
\v 12 ດ້ວຍຄຳຕອບນີ້, ປີ­ລາດກໍໄດ້ຊອກຫາໂອ­ກາດທີ່ຈະປ່ອຍພຣະ­ອົງ, ແຕ່ພວກຢິວໄດ້ໂຮ່ຮ້ອງສຽງດັງຂຶ້ນວ່າ, “ຖ້າທ່ານປ່ອຍຄົນນີ້, ທ່ານກໍບໍ່ເປັນມິດຂອງກາຍ­ຊາ. ທຸກຄົນທີ່ຕັ້ງຕົວເປັນກະ­ສັດກໍຕໍ່­ຕ້ານກາຍ­ຊາ.”
\v 13 ເມື່ອປີລາດໄດ້ຍິນດັ່ງ­ນັ້ນ, ທ່ານຈຶ່ງພາພຣະເຢຊູອອກມາ ແລ້ວນັ່ງບັນ­ລັງພິ­ພາກ­ສາໃນບ່ອນທີ່ເອີ້ນວ່າ "ເດີ່ນປູຫີນ" ພາ­ສາເຮັບ­ເຣີເອີ້ນວ່າ "ຄັບ­ບາ­ທາ."
\s5
\v 14 ບັດນີ້ວັນນັ້ນເປັນວັນຈັດແຈ່ງປັດ­ສະ­ຄາ ເວ­ລາປະ­ມານທ່ຽງວັນ, ປີລາດກ່າວກັບພວກຢິວວ່າ “ນີ້ຄືກະ­ສັດຂອງພວກທ່ານ!”
\v 15 ພວກເຂົາໂຮ່ຮ້ອງສຽງດັງຂຶ້ນວ່າ, “ເອົາມັນໄປ, ເອົາມັນໄປ, ເອົາໄປຄຶງທີ່ໄມ້ກາງແຂນ!” ປີ­ລາດຖາມພວກເຂົາວ່າ, “ຈະໃຫ້ເຮົາຄຶງກະສັດຂອງພວກທ່ານຫລື?” ພວກຫົວຫນ້າປະໂລຫິດຕອບວ່າ, “ພວກເຮົາບໍ່ມີກະ­ສັດອື່ນເວັ້ນແຕ່ກາຍ­ຊາ.”
\v 16 ແລ້ວປີລາດກໍມອບພຣະເຢຊູໃຫ້ເຂົາໄປຄຶງໄວ້ທີ່ໄມ້ກາງແຂນ.
\s5
\v 17 ແລ້ວພວກເຂົາຈຶ່ງພາພຣະ­ເຢຊູເຈົ້າອອກໄປ ແລະ ໃຫ້ພຣະ­ອົງຊົງແບກເອົາໄມ້ກາງແຂນຂອງພຣະ­ອົງ, ເພື່ອສະ­ເດັດໄປເຖິງບ່ອນທີ່ເອີ້ນວ່າ "ກະໂຫລກ­ຫົວ" ພາ­ສາເຮັບ­ເຣີເອີ້ນວ່າໂຄລະ­ໂຄ­ທາ.
\v 18 ທີ່ນັ້ນພວກເຂົາໄດ້ຄຶງພຣະ­ອົງໄວ້ທີ່ໄມ້ກາງແຂນກັບອີກສອງຄົນ ຄົນລະຂ້າງ, ໂດຍມີພຣະ­ເຢຊູຊົງຢູ່ທາງກາງ.
\s5
\v 19 ປີ­ລາດໃຫ້ຂຽນປ້າຍຕິດໄວ້ເທິງໄມ້ກາງແຂນອ່ານວ່າ: “ເຢຊູໄທນາ­ຊາ­ເຣັດ, ກະ­ສັດຂອງຊາດຢິວ.”
\v 20 ຄົນຢິວຫລາຍຄົນໄດ້ອ່ານປ້າຍນີ້ ເພາະບ່ອນທີ່ເຂົາຄຶງພຣະ­ເຢຊູນັ້ນຢູ່ໃກ້ກັບເມືອງ. ປ້າຍນັ້ນຂຽນເປັນພາ­ສາເຮັບ­ເຣີ, ພາ­ສາໂຣມ, ແລະ ພາສາກຣີກ.
\s5
\v 21 ພວກຫົວຫນ້າປະ­ໂລ­ຫິດຂອງຊາດຢິວຈຶ່ງຮຽນປີລາດວ່າ, “ຢ່າຂຽນວ່າ, ‘ກະ­ສັດຂອງຊາດຢິວ’ ແຕ່ຂຽນວ່າ ‘ຄົນນີ້ບອກວ່າ "ເຮົາເປັນກະ­ສັດຂອງຊາດຢິວ".”
\v 22 ປີ­ລາດຕອບວ່າ, “ສິ່ງໃດທີ່ເຮົາຂຽນແລ້ວກໍແລ້ວ­ໄປ.”
\s5
\v 23 ເມື່ອພວກທະ­ຫານຄຶງພຣະ­ເຢຊູໄວ້ທີ່ໄມ້ກາງແຂນແລ້ວ, ພວກເຂົາກໍເອົາເຄື່ອງຊົງຂອງພຣະ­ອົງມາແບ່ງເປັນສີ່ພູດ, ໃຫ້ປັນກັນຜູ້ລະພູດ, ແຕ່ເອົາເສື້ອຊັ້ນໃນພຣະ­ອົງຊຶ່ງບໍ່ມີດູກ ຕໍ່າເປັນຜືນດຽວທັງຜືນ.
\v 24 ສະນັ້ນພວກເຂົາຈຶ່ງປຶກສາກັນວ່າ, “ເຮົາຢ່າຈີກແບ່ງກັນເທາະ ແຕ່ໃຫ້ຈົກສະ­ຫລາກກັນ ຈະຮູ້ວ່າໃຜຈະໄດ້.” ທັງນີ້ເພື່ອໃຫ້ເປັນໄປຕາມຂໍ້ພຣະ­ຄັມພີທີ່ຂຽນໄວ້ວ່າ, “ເສື້ອຜ້າຂອງຂ້າພຣະ­ອົງເຂົາແບ່ງກັນ ແລະ ເສື້ອຂອງຂ້າພຣະ­ອົງເຂົາຈົກສະ­ຫລາກກັນ.”
\s5
\v 25 ພວກທະ­ຫານເຮັດດັ່ງ­ນັ້ນ ຄົນທີ່ຢືນຢູ່ຂ້າງຢືນຢູ່ຂ້າງໄມ້ກາງແຂນຂອງພຣະ­ເຢຊູແມ່ນມີມານດາ, ກັບນ້າ­ສາວຂອງພຣະ­ອົງ, ກັບ ນາງມາ­ຣີ ­ອາເມັຽຂອງກະ­ໂລ­ປາ, ແລະນາງມາ­ຣິ­ອາໄທມັກດາລາ.
\v 26 ເມື່ອພຣະ­ເຢຊູເຫັນມານດາຂອງພຣະ­ອົງ ແລະສາວົກທີ່ພຣະອົງຊົງຮັກຢືນຢູ່ໃກ້ໆ, ພຣະ­ອົງຈຶ່ງຊົງກ່າວກັບມານດາວ່າ, “ນາງເອີຍ, ນີ້ຄືລູກຂອງທ່ານ!”
\v 27 ແລ້ວພຣະ­ອົງກ່າວກັບສາວົກຄົນນັ້ນວ່າ, “ນີ້ຄືມານດາຂອງທ່ານ!” ແລ້ວສາວົກຄົນນັ້ນກໍຮັບມານດາມາຢູ່ໃນເຮືອນຂອງຕົນຕັ້ງ­ແຕ່ເວ­ລານັ້ນ.
\s5
\v 28 ຫລັງຈາກນັ້ນ, ການຊົງຊາບວ່າບັດນີ້ທຸກສິ່ງສຳ­ເລັດແລ້ວ ແລະ ເພື່ອໃຫ້ເປັນຈິງຕາມພຣະ­ຄັມພີ ພຣະ­ເຢຊູເຈົ້າຈຶ່ງກ່າວວ່າ, “ເຮົາຫິວນ້ຳ.”
\v 29 ທີ່ນັ້ນມີອ່າງໃສ່ເຫລົ້າແວງສົ້ມວາງຢູ່, ພວກທະຫານຈຶ່ງເອົາຟອງ­ນ້ຳຈຸ່ມເອົາເຫລົ້າແວງສົ້ມ ສຽບໃສ່ປາຍໄມ້ ແລະ ຍົກໄມ້ໃສ່ທີ່ພຣະ­ໂອດຂອງພຣະ­ອົງ.
\v 30 ເມື່ອພຣະ­ເຢຊູຊົງຮັບເຫລົ້າແວງສົ້ມແລ້ວ ພຣະ­ອົງກໍກ່າວວ່າ, “ສຳ­ເລັດແລ້ວ” ແລະເມື່ອຊົງກົ້ມພຣະສຽນລົງສິ້ນພະຊົນ.
\s5
\v 31 ວັນນັ້ນເປັນມື້ຈັດແຈ່ງ ພວກຢິວຈຶ່ງຂໍໃຫ້ປິລາດທຸບຂາຂອງຜູ້ທີ່ຖືກຄຶງໃຫ້ຫັກ, ແລະ ເພື່ອບໍ່ຢາກໃຫ້ສົບນັ້ນຄ້າງຢູ່ທີ່ໄມ້ກາງແຂນໃນວັນສະ­ບາ­ໂຕ (ເພາະວັນສະ­ບາ­ໂຕນັ້ນເປັນວັນສຳຄັນ).
\v 32 ດັ່ງ­ນັ້ນ ພວກທະ­ຫານຈຶ່ງທຸບຂາຂອງຜູ້ທີ່ຫນຶ່ງ ແລະ ຂາຂອງອີກຄົນຜູ້ທີຖືກຄຶງຢູ່ກັບພຣະເຢຊູ.
\v 33 ແຕ່ເມື່ອເຂົາມາເຖິງພຣະ­ເຢຊູ, ແລະ ເຫັນວ່າພຣະ­ອົງສິ້ນພຣະ­ຊົນແລ້ວ, ພວກເຂົາຈຶ່ງບໍ່ໄດ້ທຸບຂາຂອງພຣະ­ອົງ.
\s5
\v 34 ແຕ່ແນວໃດກໍດີ, ທະ­ຫານຄົນຫນຶ່ງໄດ້ເອົາຫອກແທງທີ່ຂ້າງຂອງພຣະອົງ, ແລະ ໂລ­ຫິດກັບນ້ຳກໍໄຫລອອກມາທັນ­ທີ.
\v 35 ຄົນນັ້ນທີ່ເຫັນກໍເປັນພະ­ຍານ ແລະ ຄຳພະ­ຍານຂອງລາວກໍເປັນຈິງ, ແລະ ລາວກໍຮູ້ວ່າພຣະ­ອົງເວົ້ານັ້ນເປັນຄວາມຈິງ ເພື່ອພວກທ່ານຈະໄດ້ເຊື່ອ.
\s5
\v 36 ເພາະສິ່ງເຫລົ່ານີ້ເກີດຂຶ້ນເພື່ອໃຫ້ເປັນຈິງ ຕາມຂໍ້ພຣະຄັມພີທີ່ວ່າ “ກະ­ດູກຂອງພຣະອົງຈະບໍ່ຖືກຫັກເສັຽຈັກເຫລັ້ມ.”
\v 37 ແລະ ມີຂໍ້ພຣະ­ຄັມພີອີກຂໍ້ຫນຶ່ງວ່າ, “ພວກເຂົາຈະແນມເບິ່ງພຣະອົງຜູ້ທີ່ເຂົາແທງ.”
\s5
\v 38 ຫລັງຈາກນັ້ນ ໂຢ­ເຊັບໄທ­ບ້ານອາ­ຣີ­ມາ­ທາຍ ຊຶ່ງເປັນສາວົກຂອງພຣະ­ເຢຊູ (ແຕ່ຢ່າງລັບໆ ເພາະຢ້ານພວກຢິວ) ກໍຂໍພຣະ­ສົບພຣະ­ເຢຊູຈາກປີ­ລາດ ແລະປິລາດກໍອະນຸຍາດໃຫ້ ໂຢເຊັບຈຶ່ງມາອັນເຊີນພຣະ­ສົບຂອງພຣະ­ອົງໄປ.
\v 39 ນີ­ໂກ­ເດມ ຄົນທີ່ທຳອິດໄດ້ມາຫາພຣະ­ເຢຊູເວ­ລາກາງ­ຄືນກໍມາ ທ່ານນຳເອົາເຄື່ອງຫອມປະສົມ ຄືຢາງໄມ້ກັບຫາງແຂ້ ຫນັກປະ­ມານສາມສິບກີ­ໂລ.
\s5
\v 40 ພວກເຂົາອັນເຊີນພຣະ­ສົບຂອງພຣະ­ເຢຊູລົງມາ ແລ້ວເອົາຜ້າປ່ານກັບເຄື່ອງຫອມພັນພຣະ­ສົບນັ້ນ, ຕາມທຳ­ນຽມມ້ຽນສົບຂອງພວກຢິວ.
\v 41 ອັນຫນຶ່ງໃນບ່ອນພຣະ­ອົງຊົງຖືກຄຶງໄວ້ນັ້ນມີສວນໜຶ່ງ; ໃນສວນນັ້ນມີອຸບໂມງໃຫມ່ທີ່ຍັງບໍ່ໄດ້ວາງສົບຜູ້ໃດຈັກເທື່ອ.
\v 42 ເນື່ອງຈາກວັນນັ້ນເປັນວັນຈັດແຈງຂອງພວກຢິວ ແລະ ເນື່ອງຈາກວ່າອຸໂມງນັ້ນຢູ່ໃກ້, ເຂົາຈຶ່ງບັນ­ຈຸພຣະ­ສົບຂອງພຣະ­ເຢຊູໄວ້ທີ່ນັ້ນ.
\s5
\c 20
\cl ບົດທີ 20
\p
\v 1 ບັດນີ້ໃນຕອນເຊົ້າວັນທຳອິດຂອງອາທິດ, ໃນຂະນະທີ່ຍັງມືດຢູ່, ມາ­ຣິອາໄທມັກດາລາ ໄດ້ມາເຖິງອຸໂມງຝັງສົບ ແລະ ນາງໄດ້ເຫັນກ້ອນຫີນທີ່ປິດປາກອຸບໂມງນັ້ນຖືກຍ້າຍອອກແລ້ວ.
\v 2 ນາງຈຶ່ງແລ່ນໄປຫາຊີໂມນເປ­ໂຕກັບສາ­ວົກຄົນອື່ນທີ່ພຣະ­ເຢຊູຊົງຮັກ­ແພງນັ້ນ, ແລະ ເວົ້າກັບເຂົາວ່າ, “ເຂົາເອົາອົງພຣະຜູ້ເປັນເຈົ້າອອກຈາກອຸໂມງແລ້ວ, ແລະ ເຮົາບໍ່ຮູ້­ວ່າເຂົາເອົາພຣະອົງໄປໄວ້ທີ່ໃດ.”
\s5
\v 3 ເປ­ໂຕຈຶ່ງອອກໄປທີ່ອຸບໂມງກັບສາ­ວົກຄົນອື່ນນັ້ນ.
\v 4 ເຂົາທັງສອງພ້ອມກັນແລ່ນ, ແຕ່ສາ­ວົກຄົນນັ້ນແລ່ນໄວກວ່າເປໂຕຈຶ່ງມາຮອດອຸບໂມງກ່ອນ.
\v 5 ລາວກົ້ມລົງແນມເບິ່ງເຫັນຜ້າປ່ານກອງຢູ່ ແຕ່ລາວບໍ່ໄດ້ເຂົ້າໄປຂ້າງໃນ.
\s5
\v 6 ຊີ­ໂມນເປ­ໂຕຕາມຫລັງມານັ້ນກໍມາຮອດ ແລ້ວເຂົ້າໄປໃນອຸໂມງເຫັນຜ້າປ່ານກອງຢູ່.
\v 7 ສ່ວນຜ້າປົກພຣະ­ສຽນຂອງພຣະອົງ ບໍ່ໄດ້ກອງຢູ່ກັບຜ້າອື່ນ ແຕ່ພັບໄວ້ຕ່າງ­ຫາກ.
\s5
\v 8 ສ່ວນສາ­ວົກຄົນນັ້ນທີ່ມາເຖິງກ່ອນ, ກໍໄດ້ເຂົາໄປເຫມືອນກັນ ກໍເຫັນແລະເຊື່ອ.
\v 9 ແຕ່ໃນຂະ­ນະນັ້ນເຂົາຍັງບໍ່ເຂົ້າ­ໃຈຂໍ້ພຣະຄັມພີທີ່ຂຽນໄວ້ວ່າ ພຣະ­ອົງຈະຕ້ອງເປັນຄືນມາຈາກຕາຍ.
\v 10 ແລ້ວສາ­ວົກທັງສອງນັ້ນກໍກັບໄປຍັງບ້ານຂອງຕົນ.
\s5
\v 11 ສ່ວນມາ­ຣິ­ອາຢືນຮ້ອງ­ໄຫ້ຢູ່ນອກອຸໂມງ. ຂະ­ນະທີ່ຍັງຮ້ອງ­ໄຫ້ຢູ່, ນາງກົ້ມຫລຽວໄປທາງອຸໂມງ.
\v 12 ແລະ ແລເຫັນເທວະດາສອງຕົນນັ່ງຢູ່ບ່ອນທີ່ເຂົາວາງພຣະ­ສົບຂອງພຣະ­ເຢຊູ ຕົນຫນຶ່ງຢູ່ເບື້ອງຫົວ, ອີກຕົນຫນຶ່ງຢູ່ເບື້ອງພຣະ­ບາດ.
\v 13 ເທ­ວະດາທັງສອງເວົ້າກັບມາຣີອາວ່າ, “ນາງເອີຍ, ເຈົ້າຮ້ອງ­ໄຫ້ເຮັດຫຍັງ?” ນາງຕອບວ່າ, “ເພາະເຂົາເອົາພຣະ­ສົບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄປ, ແລະຂ້າ­ນ້ອຍບໍ່ຮູ້ວ່າເຂົາເອົາໄປວາງໄວ້ບ່ອນໃດ.”
\s5
\v 14 ເມື່ອມາຣີອາເວົ້າດັ່ງ­ນັ້ນແລ້ວ, ນາງຫລຽວຫລັງກັບມາ ແລະ ໄດ້ເຫັນພຣະ­ເຢຊູ: ເຈົ້າຢືນຢູ່, ແຕ່ນາງບໍ່ຮູ້ວ່າແມ່ນພຣະ­ອົງ.
\v 15 ພຣະເຢຊູເຈົ້າຖາມວ່າ, “ນາງເອີຍ, ເຈົ້າຮ້ອງ­ໄຫ້ເຮັດຫຍັງ?" ເຈົ້າຊອກຫາຜູ້ໃດ?” ນາງຄິດວ່າພຣະອົງແມ່ນຄົນເຝົ້າສວນຈຶ່ງຕອບວ່າ, “ທ່ານເອີຍ, ຖ້າທ່ານເອົາສົບພຣະອົງໄປ, ຂໍບອກໃຫ້ຂ້າ­ນ້ອຍຮູ້ວ່າເອົາພຣະອົງໄປວາງໄວ້ທີ່ໃດ, ຂ້າ­ນ້ອຍຈະໄປເອົາພຣະອົງໄປ”
\s5
\v 16 ພຣະ­ເຢຊູກ່າວກັບນາງວ່າ, “ມາ­ຣິ­ອາເອີຍ” ມາ­ຣິ­ອາກໍຫັນຫນ້າມາ, ແລະ ທູນພຣະ­ອົງເປັນພາ­ສາເຮັບ­ເຣີວ່າ, “ຣັບໂບ­ນີ” (ທີ່ແປວ່າ “ພຣະ­ອາ­ຈານ").
\v 17 ພຣະ­ເຢຊູກ່າວກັບນາງວ່າ, “ຢ່າແຕະຕ້ອງເຮົາ, ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະ­ບິ­ດາ, ແຕ່ເຈົ້າຈົ່ງໄປຫາພວກພີ່­ນ້ອງຂອງເຮົາ ແລະບອກເຂົາວ່າ ເຮົາກຳລັງຈະຂຶ້ນໄປຫາພຣະ­ບິ­ດາຂອງເຮົາ, ແລະ ພຣະ­ບິ­ດາຂອງພວກທ່ານ ໄປຫາພຣະເຈົ້າຂອງເຮົາ ແລະພຣະ­ເຈົ້າຂອງພວກທ່ານ.”
\v 18 ມາ­ຣິ­ອາຊາວມັກດາລາຈຶ່ງໄປບອກພວກສາ­ວົກວ່າ, “ຂ້າ­ນ້ອຍເຫັນອົງພຣະ­ຜູ້­ເປັນ­ເຈົ້າແລ້ວ,” ແລະ ນາງກໍເລົ່າໃຫ້ພວກເຂົາວ່າ ພຣະ­ອົງໄດ້ກ່າວຄຳເຫລົ່ານີ້ແກ່ຕົນ.
\s5
\v 19 ຄ່ຳວັນນັ້ນເປັນວັນອາທິດ, ເມື່ອສາ­ວົກອັດປະ­ຕູຫ້ອງທີ່ເຂົາຢູ່ເພາະຢ້ານພວກຢິວ, ພຣະ­ເຢຊູເຈົ້າກໍສະ­ເດັດເຂົ້າມາ ແລະ ຊົງຢືນຢູ່ທ່າມ­ກາງພວກເຂົາ ແລະ ກ່າວວ່າ, “ສັນ­ຕິສຸກຈົ່ງດຳລົງຢູ່ກັບທ່ານທັງຫລາຍ.”
\v 20 ເມື່ອພຣະ­ອົງກ່າວດັ່ງ­ນັ້ນແລ້ວ, ພຣະ­ອົງຊົງໃຫ້ເຂົາເບິ່ງພຣະ­ຫັດ ແລະ ຂ້າງຂອງພຣະ­ອົງ. ເມື່ອພວກສາ­ວົກເຫັນອົງພຣະ­ຜູ້­ເປັນ­ເຈົ້າແລ້ວກໍມີຄວາມຍິນ­ດີ.
\s5
\v 21 ພຣະ­ເຢຊູກ່າວກັບເຂົາອີກວ່າ, “ສັນ­ຕິສຸກຈົ່ງດຳຣົງຢູ່ກັບທ່ານທັງ­ຫລາຍ. ພຣະ­ບິ­ດາຊົງໃຊ້ເຮົາມາຢ່າງ­ໃດ, ເຮົາກໍໃຊ້ພວກທ່ານໄປຢ່າງນັ້ນ.”
\v 22 ເມື່ອພຣະ­ອົງກ່າວຢ່າງນັ້ນແລ້ວ, ຈຶ່ງຊົງເປົ່າລົມຫາຍໃຈເຫນືອພວກເຂົາ ແລະບອກວ່າ, “ຈົ່ງຮັບພຣະວິນຍານ­ບໍ­ຣິສຸດເຖີດ.
\v 23 ຖ້າພວກທ່ານຈະຍົກຜິດບາບຂອງຜູ້ໃດ, ຄວາມຜິດບາບຂອງຜູ້ນັ້ນກໍຈະໄດ້ຮັບການຍົກເສັຽ; ຖ້າພວກທ່ານບໍ່ຍົກຄວາມຜິດບາບໃຫ້ຢູ່ກັບຜູ້ໃດ, ບາບຂອງພວກເຂົາກໍຈະບໍ່ໄດ້ຮັບການອະພັຍ.”
\s5
\v 24 ໂທ­ມາ, ທີ່ເອີ້ນກັນວ່າ ດິດຸມັດຊຶ່ງເປັນສາ­ວົກຜູ້ຫນຶ່ງໃນສິບສອງຄົນນັ້ນ, ບໍ່ໄດ້ຢູ່ກັບເຂົາເມື່ອພຣະ­ເຢຊູສະ­ເດັດມາ.
\v 25 ສາວົກອື່ນໆຈຶ່ງບອກໂທ­ມາວ່າ, “ເຮົາເຫັນອົງພຣະ­ຜູ້­ເປັນ­ເຈົ້າແລ້ວ.” ແຕ່ໂທ­ມາຕອບພວກເຂົາວ່າ, “ຖ້າຂ້ອຍບໍ່ເຫັນຮອຍຕະ­ປູທີ່ຝ່າພຣະ­ຫັດ, ແລະ ບໍ່ໄດ້ເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະ­ປູນັ້ນ, ແລະ ບໍ່ໄດ້ເອົາມືຂອງຂ້ອຍແປະໃສ່ຂ້າງເພິ່ນແລ້ວ, ຂ້ອຍຈະບໍ່ເຊື່ອ.”
\s5
\v 26 ຄັນລ່ວງໄປແປດວັນແລ້ວ ພວກສາ­ວົກຂອງພຣະອົງກໍຢູ່ຮ່ວມກັນທີ່ເຮືອນນັ້ນອີກ ແລະໂທ­ມາກໍຢູ່ກັບພວກເຂົາດ້ວຍ. ປະຕູກໍອັດໄວ້ແລ້ວ, ແຕ່ພຣະ­ເຢຊູສະ­ເດັດເຂົ້າມາແລະຊົງຢືນຢູ່ທ່າມກາງເຂົາກ່າວວ່າ, “ສັນ­ຕິສຸກຈົ່ງດຳລົງຢູ່ກັບທ່ານທັງ­ຫລາຍ.”
\v 27 ແລ້ວພຣະ­ອົງກ່າວກັບໂທ­ມາວ່າ, “ຈົ່ງເດ່ນິ້ວມືຂອງທ່ານມາລູບທີ່ນີ້ ແລະ ເບິ່ງທີ່ຝາມືຂອງເຮົາ ເດ່ມືຂອງທ່ານມາຄຳໃສ່ຂ້າງຂອງເຮົາ ຢ່າສົງສັຍເລີຍ ແຕ່ຈົ່ງເຊື່ອ.”
\s5
\v 28 ໂທ­ມາທູນຕອບວ່າ, “ອົງພຣະ­ຜູ້­ເປັນ­ເຈົ້າຂອງຂ້ານ້ອຍ ແລະພຣະ­ເຈົ້າຂອງຂ້ານ້ອຍ.”
\v 29 ພຣະ­ເຢຊູໄດ້ກ່າວຕໍ່ລາວວ່າ, “ເພາະທ່ານເຫັນເຮົາທ່ານຈຶ່ງເຊື່ອຫລື? ຄົນທີ່ບໍ່ເຫັນເຮົາແຕ່ເຊື່ອກໍເປັນສຸກ.”
\s5
\v 30 ພຣະ­ເຢຊູຊົງເຮັດຫມາຍສຳ­ຄັນອື່ນໆ ອີກຫລາຍປະການຕໍ່ຫນ້າພວກສາ­ວົກ ຊຶ່ງບໍ່ໄດ້ຈົດໄວ້ໃນຫນັງ­ສືເຫລັ້ມນີ້.
\v 31 ແຕ່ການທີ່ຈົດບັນທຶກເຫດ­ການເຫລົ່ານີ້ໄວ້ ກໍເພື່ອພວກທ່ານຈະໄດ້ເຊື່ອວ່າພຣະ­ເຢຊູເປັນພຣະ­ຄຣິດພຣະ­ບຸດຂອງພຣະ­ເຈົ້າ ແລະ ເມື່ອມີຄວາມເຊື່ອ ແລ້ວທ່ານກໍມີຊີ­ວິດໂດຍພຣະ­ນາມຂອງພຣະອົງ.
\s5
\c 21
\cl ບົດທີ 21
\p
\v 1 ພາຍຫລັງສິ່ງເຫລົ່ານີ້ ພຣະ­ເຢຊູເຈົ້າຊົງສະ­ແດງພຣະ­ອົງແກ່ພວກສາວົກອີກຄັ້ງຫນຶ່ງທີ່ທະ­ເລຕີ­ເບ­ເຣັຽ. ພຣະ­ອົງຊົງສະ­ແດງພຣະ­ອົງຢ່າງນີ້ຄື:
\v 2 ຊີ­ໂມນເປ­ໂຕ ພ້ອມກັບໂທ­ມາທີ່ເອີ້ນວ່າດິດຸມັດ, ນະ­ທາ­ນາ­ເອັນໄທ­ບ້ານການາ ໃນແຂວງຄາ­ລີ­ເລ, ແລະ ລູກຊາຍທັງສອງຂອງເຊ­ເບ­ດາຍ, ແລະສາວົກຂອງພຣະເຢຊູອີກສອງຄົນ ກຳລັງຢູ່ດ້ວຍກັນ.
\v 3 ຊີໂມນເປ­ໂຕໄດ້ບອກພວກເຂົາວ່າ, “ຂ້ອຍຈະໄປຫາປາ” ພວກເຂົາຈຶ່ງເວົ້າວ່າ, “ເຮົາຈະໄປນຳ” ແລ້ວພວກເຂົາກໍອອກໄປລົງເຮືອ, ແຕ່ຄືນນັ້ນເຂົາຈັບປາບໍ່ໄດ້ເລີຍ.
\s5
\v 4 ບັດນີ້, ເມື່ອເຖິງຮຸ່ງເຊົ້າ ພຣະ­ເຢຊູຊົງຢືນຢູ່ທີ່ຝັ່ງ, ແຕ່ພວກສາ­ວົກບໍ່ຮູ້ວ່າແມ່ນພຣະ­ເຢຊູ.
\v 5 ເພາະພຣະເຢຊູຊົງຖາມພວກເຂົາວ່າ, “ລູກເອີຍ, ພວກເຈົ້າມີຫຍັງຈະກິນບໍ່?” ເຂົາຕອບວ່າ, “ບໍ່ມີ”
\v 6 ພຣະ­ອົງກ່າວກັບພວກເຂົາວ່າ “ຈົ່ງໂຍນມອງລົງເບື້ອງຂວາເຮືອແລ້ວຈະໄດ້ປາ” ເຂົາຈຶ່ງໂຍນມອງລົງ ແລະ ກໍໄດ້ປາຈຳນວນຫລວງຫລາຍ ຈົນດຶງມອງຂຶ້ນບໍ່ໄດ້.
\s5
\v 7 ແລ້ວພວກສາ­ວົກ ຜູ້ທີ່ພຣະ­ເຢຊູຊົງຮັກ ບອກເປ­ໂຕວ່າ, “ແມ່ນອົງພຣະຜູ້ເປັນ­ເຈົ້າ.” ເມື່ອຊີ­ໂມນເປ­ໂຕໄດ້ຍິນວ່າ ເປັນອົງພຣະ­ຜູ້­ເປັນ­ເຈົ້າ, ເພິ່ນໄດ້ຈັບເອົາເສື້ອມານຸ່ງ (ເພາະເພິ່ນບໍ່ໄດ້ນຸ່ງເຄື່ອງ), ແລ້ວກໍໂຕນລົງນ້ຳທະເລ.
\v 8 ແຕ່ພວກສາ­ວົກຄົນອື່ນໆນັ້ນໄດ້ນັ່ງເຮືອມາ, (ເພາະພວກເຂົາບໍ່ຢູ່ໄກຈາກຝັ່ງຫລາຍ, ໄກປະ­ມານຫນຶ່ງຮ້ອຍແມັດເທົ່ານັ້ນ),
\v 9 ເມື່ອພວກເຂົາຂຶ້ນເຖິງຝັ່ງກໍເຫັນຖ່ານຕິດໄຟຢູ່, ມີປາວາງຢູ່ຂ້າງເທິງ, ແລະ ມີເຂົ້າ­ຈີ່ດ້ວຍ.
\s5
\v 10 ພຣະ­ເຢຊູເຈົ້າຊົງບອກກັບພວກເຂົາວ່າ, “ເອົາປາທີ່ຫາກໍໄດ້ມື້ກີ້ນີ້ມາບາງໂຕ.”
\v 11 ຊີ­ໂມນເປ­ໂຕຈຶ່ງລົງໄປໃນເຮືອ ແລ້ວດຶງມອງຂຶ້ນຝັ່ງ, ມອງນັ້ນເຕັມໄປດ້ວຍປາໂຕໃຫຍ່ໆ; ມີຫນຶ່ງຮ້ອຍຫ້າສິບສາມໂຕ, ເຖິງວ່າຈະມີປາຫລາຍປານນັ້ນມອງກໍບໍ່ຂາດ.
\s5
\v 12 ພຣະ­ເຢຊູເຈົ້າບອກກັບພວກເຂົາວ່າ, “ມາຮັບປະທານອາຫານເຊົ້ານຳກັນເທາະ.” ພວກສາ­ວົກບໍ່ມີໃຜກ້າຖາມພຣະ­ອົງວ່າ, “ທ່ານເປັນໃຜ?” ເພາະພວກເຂົາຊົງຮູ້ຢູ່ແລ້ວວ່າເປັນອົງພຣະຜູ້ເປັນເຈົ້າ.
\v 13 ພຣະເຢຊູເຈົ້າຊົງເຂົ້າມາ, ໄດ້ຈັບເອົາເຂົ້າ­ຈີ່, ແລະ ເອົາໃຫ້ພວກເຂົາ, ແລະ ຈັບເອົາປາ ແລະ ຢາຍປາໃຫ້ເຫມືອນກັນ.
\v 14 ນີ້ເປັນເທື່ອທີສາມທີ່ພຣະເຢຊູຊົງສະແດງພຣະອົງແກ່ພວກສາ­ວົກ ຫລັງຈາກທີ່ພຣະອົງຖືກຊົງເປັນຄືນມາຈາກຕາຍ.
\s5
\v 15 ເມື່ອຮັບປະທານອາຫານເຊົ້າແລ້ວ, ພຣະ­ເຢຊູເຈົ້າໄດ້ກ່າວກັບຊີ­ໂມນເປໂຕວ່າ, “ຊີ­ໂມນລູກໂຢ­ຮັນເອີຍ, ທ່ານຮັກເຮົາຫລາຍກວ່າສິ່ງເຫລົ່ານີ້ບໍ?” ເປ­ໂຕທູນຕໍ່ພຣະອົງວ່າ “ໂດຍພຣະ­ອົງເຈົ້າ, ພຣະ­ອົງຊົງຊາບວ່າຂ້ານ້ອຍຮັກພຣະ­ອົງ.” ພຣະ­ອົງກ່າວສັ່ງເຂົາວ່າ, “ຈົ່ງລ້ຽງດູລູກແກະຂອງເຮົາເຖີດ.”
\v 16 ພຣະ­ອົງກ່າວກັບເຂົາເທື່ອທີສອງວ່າ, “ຊີ­ໂມນລູກໂຢ­ຮັນເອີຍ, ເຈົ້າຮັກເຮົາບໍ?” ເປ­ໂຕທູນຕອບພຣະອົງວ່າ, “ໂດຍພຣະ­ອົງເຈົ້າ, ພຣະ­ອົງຊົງຊາບວ່າຂ້ານ້ອຍຮັກພຣະ­ອົງ.” ພຣະ­ອົງກ່າວສັ່ງກັບເຂົາວ່າ, “ຈົ່ງລ້ຽງດູແກະຂອງເຮົາເຖີດ.”
\s5
\v 17 ພຣະ­ອົງໄດ້ກ່າວກັບເປ­ໂຕເທື່ອທີສາມວ່າ, “ຊີ­ໂມນລູກໂຢ­ຮັນເອີຍ, ເຈົ້າຮັກ­ເຮົາບໍ?” ເປ­ໂຕເສັຽໃຈຫລາຍທີ່ພຣະ­ເຢຊູເຈົ້າຊົງຖາມທ່ານເທື່ອທີສາມວ່າ, “ເຈົ້າຮັກ­ເຮົາບໍ?” ເປ­ໂຕຈິ່ງທູນຕອບພຣະອົງວ່າ, “ອົງພຣະ­ຜູ້ເປັນເຈົ້າ, ພຣະ­ອົງຊົງຊາບທຸກສິ່ງ ພຣະອົງຊົງຮູ້ດີວ່າຂ້ານ້ອຍຮັກ­ພຣະ­ອົງ” ພຣະ­ເຢຊູເຈົ້າໄດ້ກ່າວສັ່ງກັບເຂົາວ່າ, “ຈົ່ງລ້ຽງດູແກະຂອງເຮົາເຖີດ.
\v 18 ເຮົາບອກໃນຄວາມຈິງ, ຕາມຈິງແກ່ທ່ານວ່າ, ເມື່ອທ່ານຍັງຫນຸ່ມ, ທ່ານກໍຄາດແອວຂອງທ່ານ ແລະ ຍ່າງທຽວໄປມາໃສຕາມ­ໃຈເຈົ້າມັກ, ແຕ່ເມື່ອເຖົ້າແລ້ວ, ທ່ານຈະຢຽດມືອອກ, ແລະ ຈະມີຄົນອື່ນມາຄາດແອວທ່ານ ແລະ ຈູງພາໄປບ່ອນເຈົ້າບໍ່ປາຖນາຈະໄປ.”
\s5
\v 19 ບັດນີ້ພຣະເຢຊູເຈົ້າໄດ້ກ່າວດັ່ງ­ນີ້ ກໍເພື່ອຊີ້ໃຫ້ເຫັນວ່າເປ­ໂຕຈະຖວາຍພຣະກຽດ­ແດ່ພຣະ­ເຈົ້າດ້ວຍການຕາຍຢ່າງ­ໃດ. ເມື່ອພຣະ­ອົງໄດ້ຊົງກ່າວດັ່ງ­ນີ້ແລ້ວ, ພຣະອົງຈຶ່ງກ່າວກັບເປ­ໂຕວ່າ, “ຈົ່ງຕາມເຮົາມາເຖີດ.”
\s5
\v 20 ເປ­ໂຕໄດ້ຫລຽວຄືນຫລັງ ແລະ ໄດ້ເຫັນສາ­ວົກຜູ້ທີ່ພຣະ­ເຢຊູຊົງຮັກກຳ­ລັງຕາມພວກເຂົາມາ, ຄືຜູ້ທີ່ເນີ້ງກາຍລົງອີງຂ້າງຂອງພຣະ­ອົງເມື່ອຮັບປະ­ທານອາ­ຫານຄໍ່າ ແລະ ໄດ້ທູນຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຄົນທີ່ທໍຣະຍົດພຣະອົງເປັນຜູ້ໃດ?”
\v 21 ເມື່ອເປ­ໂຕໄດ້ເຫັນສາ­ວົກຄົນນັ້ນຈຶ່ງໄດ້ທູນຖາມພຣະ­ເຢຊູວ່າ, “ອົງພຣະຜູ້ເປັນເຈົ້າ, ຄົນນີ້ຈະເປັນຢ່າງ­ໃດ?”
\s5
\v 22 ພຣະ­ເຢຊູໄດ້ຕອບກັບເຂົາວ່າ, “ຖ້າເຮົາຢາກໃຫ້ເຂົາຢູ່ຈົນກວ່າເຮົາຈະມາ, ມັນກ່ຽວຫຍັງກັບທ່ານ? ຈົ່ງຕາມເຮົາມາເຖີດ.”
\v 23 ເພາະສັນ­ນັ້ນ, ຂໍ້ຄວາມນີ້ ທີ່ວ່າສາ­ວົກຜູ້ນັ້ນຈະບໍ່ຕາຍຈຶ່ງຊ່າ­ລືກັນໄປທ່າມກາງພວກພີ່­ນ້ອງ. ພຣະ­ເຢຊູກໍບໍ່ໄດ້ກ່າວກັບເປໂຕວ່າ ສາ­ວົກຜູ້ນັ້ນຈະບໍ່ຕາຍ, ແຕ່ກ່າວວ່າ, “ຖ້າເຮົາຢາກໃຫ້ເຂົາຢູ່ຈົນກວ່າເຮົາຈະມາ ມັນກ່ຽວຫຍັງກັບທ່ານຫນໍ?”
\s5
\v 24 ສາ­ວົກຜູ້ນີ້ແຫລະທີ່ເປັນພະ­ຍານເຖິງເຫດ­ການເຫລົ່ານີ້, ແລະ ເປັນຄົນທີ່ບັນ­ທຶກສິ່ງເຫລົ່ານີ້ໄວ້, ແລະ ພວກເຮົາຊາບວ່າຄຳພະຍານຂອງເຂົາເປັນ­ຄວາມຈິງ.
\v 25 ພຣະ­ເຢຊູເຈົ້າຊົງເຮັດສິ່ງອື່ນໆອີກຫລາຍຢ່າງ. ຖ້າຈະຂຽນໃຫ້ຫມົດທຸກສິ່ງ, ຂ້າ­ພຣະ­ເຈົ້າຄາດວ່າຫມົດທັງໂລກກໍບໍ່ພໍໄວ້ ໃນຫນັງ­ສືທີ່ຈະຂຽນນັ້ນ.