3.8 KiB
3.8 KiB
ເນື້ອໜັງ
ນິຍາມ
ໃນພຣະຄັມພີຄຳວ່າ "ເນື້ອໜັງ" ຕາມຕົວອັກສອນກ່າວເຖິງສິ່ງທີ່ນຸ້ມນວນທາງກາຍະພາບຂອງຮ່າງກາຍຂອງມະນຸດຫຼືສັດ.
- ພຣະຄັມພີໃຊ້ຄຳວ່າ "ເນື້ອໜັງ" ໃນຮູບແບບປຽບທຽບທີ່ກ່າວເຖິງມະນຸດທຸກຄົນ ຫຼືສິ່ງມີຊີວິດທຸກຢ່າງ.
- ໃນພັນທະສັນຍາໃໝ່ຄຳວ່າ "ເນື້ອໜັງ" ໃຊ້ເພື່ອອ້າງເຖິງຄວາມບາບຊຶ່ງເປັນທຳມະຊາດຂອງມະນຸດ. ຄຳນີ້ມັກໃຊ້ໃນລັກສະນະທີ່ແຕກຕ່າງກັບທຳມະຊາດຝ່າຍວິນຍານຂອງພວກເຂົາ.
- ສ່ວນສຳນວນຄຳວ່າ, "ເນື້ອແລະເລືອດຂອງຕົນ" ອ້າງເຖິງທີ່ບາງຄົນກ່ຽວຂ້ອງກັບອີກຄົນໂດຍທາງສາຍເລືອດ,ຕົວຢ່າງເຊັ່ນ ພໍ່ແມ່, ຍາດ,ບຸດຫຼານ.
- ສ່ວນສຳນວນຄຳວ່າ "ເນື້ອແລະເລືອດ" ສາມາດໝາຍເຖິງບັນພະບຸຣຸດຫຼືລູກຫຼານຂອງຄົນນັ້ນ.
- ການສະແດງອອກຂອງຄຳວ່າ "ເນື້ອດຽວກັນ" ກ່າວເຖິງການເປັນໜຶ່ງດຽວທາງກາຍະພາບຂອງຜູ້ຊາຍແລະຜູ້ຍິງໃນການແຕ່ງງານ.
ຄຳແນະນຳການແປ
- ໃນບໍຣິບົດຂອງຮ່າງກາຍສັດ, "ເນື້ອໜັງ" ສາມາດແປໄດ້ອີກວ່າ "ຮ່າງກາຍ" ຫຼື "ໜັງ" ຫຼື "ເນື້ອ".
- ເມື່ອຄຳນີ້ຖືກໃຊ້ກ່າວເຖິງມະນຸດທັງໝົດ, ຄຳນີ້ສາມາດແປໄດ້ອີກວ່າ "ປະຊາຊົນ" ຫຼື "ມະນຸດ" ຫຼື "ທຸກຄົນທີ່ມີຊີວິດ".
- ເມື່ອເອີ່ຍເຖິງມະນຸດທຸກຄົນທົ່ວໄປ, ຄຳນີ້ສາມາດແປໄດ້ອີກວ່າ "ຄົນ" ຫຼື "ມະນຸດ" ຫຼື "ທຸກຄົນທີ່ມີຊີວິດ".
- ສຳນວນ, "ເນື້ອແລະເລືອດ" ສາມາດແປໄດ້ອີກວ່າ "ຍາດ" ຫຼື "ຄອບຄົວຫຼື "ຍາດພີ່ນ້ອງ" ຫຼື "ຕະກູນຄອບຄົວ," ແລະຍັງມີອີກຫຼາຍຂໍ້ທີ່ສາມາດແປດ້ວຍຄຳວ່າ "ບັນພະບຸຣຸດ" ຫຼື "ບັນດາເຊື້ອສາຍ".
- ໃນບາງພາສາອາດຈະມີຄຳທີ່ສະແດງອອກໃນຄວາມໝາຍດຽວກັນກັບ "ເນື້ອແລະເລືອດ".
- ຄຳເວົ້າທີ່ສະແດງວ່າ, "ກາຍເປັນເນື້ອດຽວ" ສາມາດແປໄດ້ອີກວ່າ, "ຮ່ວມທາງເພດ" ຫຼື "ກາຍເປັນກາຍດຽວກັນ" ຫຼື "ກາຍເປັນເໝືອນບຸກຄົນດຽວໃນທາງຮ່າງກາຍແລະວິນຍານ." ການແປຂໍ້ຄວາມນີ້ຄວນກວດສອບໃຫ້ແນ່ໃຈວ່າເປັນສິ່ງທີ່ຍອມຮັບໃນພາສາທີ່ແປແລະວັດທະນະທັມ.