lo_tw/bible/other/time.md

2.5 KiB

ເວລາ

ນິຍາມ

ໃນພຣະຄໍາພີ ຄຳວ່າ "ເວລາ" ມັກໃຊ້ເປັນສັນຍະລັກໃນການອ້າງອີງເຖິງລະດູການ ຫລື ຊ່ວງເວລາສະເພາະເຈາະຈົ່ງທີ່ເຫດການຕ່າງໆ ໄດ້ເກີດຂຶ້ນ. ມີຄວາມຫມາຍຄ້າຍກັບ "ສະໄໝ" ຫລື "ຍຸກ" ຫລື "ລະດູ."

  • ທັງດານີເອນແລະພຣະທຳພຣະນິມິດໄດ້ກ່າວເຖິງ "ເວລາ" ທີ່ມີຄວາມຫຍຸ້ງຍາກໃຫຍ່ຫລວງຫລືຄວາມທຸກຍາກລຳບາກທີ່ຈະເກີດຂຶ້ນເທິງແຜ່ນດິນໂລກ.
  • ໃນຄຳວ່າ "ເວລາ, ເວລາຫລາຍ, ແລະເຄິ່ງໜຶ່ງຂອງເວລາ" ຄຳວ່າ "ເວລາ" ໝາຍເຖິງ "ປີ" ຄຳນີ້ໝາຍເຖິງໄລຍະເວລາສາມປີເຄິ່ງໃນຊ່ວງເວລາທີ່ມີຄວາມທຸກຍາກລຳບາກຄັ້ງໃຫຍ່ໃນຕອນທ້າຍຂອງຍຸກນີ້.
  • ຄຳວ່າເຊັ່ນ "ເວລາເທື່ອທີສອງ" ຫລື "ຫລາຍໆເວລາ" ໝາຍເຖິງຈຳນວນເທື່ອທີ່ມີເຫດການບາງຢ່າງໄດ້ເກີດຂຶ້ນ.
  • ການ "ໃຫ້ທັນເວລາ" ໝາຍເຖິງການມາເຖິງຕາມຄາດໝາຍ, ແລະບໍ່ລ່າຊ້າ.
  • ຂຶ້ນຢູ່ກັບຊ່ວງເວລາ, ຄຳວ່າ "ເວລາ" ສາມາດຈະແປວ່າ "ລະດູ" ຫລື "ຊ່ວງແຫ່ງເວລາ," ຫລື "ຊ່ວງເວລາ" ຫລື "ເຫດການ" ຫລື "ສິ່ງທີ່ໄດ້ປາກົດ."
  • ຄຳເວົ້າທີ່ວ່າ "ເວລາແລະລະດູການ" ເປັນຄຳກ່າວເຊິ່ງປຽບທຽບ ເຊິ່ງກ່າວເຖິງຄວາມຄິດດຽວກັນສອງຄັ້ງ. ສິ່ງນີ້ສາມາດແປວ່າ "ເຫດການສະເພາະທີ່ເກິດຂື້ນໃນຊ່ວງເວລາສະເພາະ." (ເບິ່ງເພີ່ມເຕີມ : rc://*/ta/man/translate/figs-doublet)